ບົດຄວາມສຶກສາທີ 14
ເພງທີ 8 ພະເຢໂຫວາເປັນທີ່ເພິ່ງຂອງພວກເຮົາ
“ໃຫ້ພວກເຈົ້າເລືອກເອງວ່າຈະນະມັດສະການໃຜ”
“ຂ້ອຍກັບຄອບຄົວຂອງຂ້ອຍຈະນະມັດສະການພະເຢໂຫວາ.”—ຢຊ. 24:15
ຈຸດສຳຄັນ
ເພື່ອເຕືອນເຮົາໃຫ້ຄິດເຖິງເຫດຜົນຕ່າງໆທີ່ເຮົາເລືອກຮັບໃຊ້ພະເຢໂຫວາ.
1. ເຮົາຕ້ອງເຮັດຫຍັງເພື່ອຈະມີຄວາມສຸກແທ້ ແລະຍ້ອນຫຍັງ? (ເອຊາຢາ 48:17, 18)
ພະເຢໂຫວາພໍ່ຂອງເຮົາທີ່ຢູ່ໃນສະຫວັນຮັກເຮົາຫຼາຍແລະເພິ່ນຢາກໃຫ້ເຮົາມີຊີວິດທີ່ມີຄວາມສຸກໃນຕອນນີ້ແລະໃນອະນາຄົດ. (ປຍຈ. 3:12, 13) ພະເຢໂຫວາສ້າງເຮົາໃຫ້ມີຄວາມສາມາດພິເສດບາງຢ່າງ ແຕ່ເພິ່ນກໍບໍ່ໄດ້ສ້າງເຮົາໃຫ້ມີຄວາມສາມາດທີ່ຈະປົກຄອງໂຕເອງຫຼືຕັດສິນໃຈດ້ວຍໂຕເອງວ່າອັນໃດຖືກອັນໃດຜິດ. (ປຍຈ. 8:9; ຢຣມ. 10:23) ພະເຢໂຫວາຮູ້ວ່າເພື່ອເຮົາຈະມີຄວາມສຸກແທ້ ເຮົາຕ້ອງຮັບໃຊ້ເພິ່ນແລະເຊື່ອຟັງເພິ່ນ.—ອ່ານເອຊາຢາ 48:17, 18
2. ຊາຕານຢາກໃຫ້ເຮົາເຊື່ອແນວໃດ ແຕ່ພະເຢໂຫວາໄດ້ເຮັດຈັ່ງໃດໃນເລື່ອງທີ່ມັນຕົວະ?
2 ຊາຕານຢາກໃຫ້ເຮົາເຊື່ອວ່າເຮົາສາມາດມີຄວາມສຸກໄດ້ໂດຍທີ່ບໍ່ຕ້ອງມີພະເຢໂຫວາແລະມະນຸດສາມາດປົກຄອງໂຕເອງຢ່າງປະສົບຜົນສຳເລັດ. (ປຖກ. 3:4, 5) ເພື່ອພິສູດວ່າຊາຕານເວົ້າຕົວະ ພະເຢໂຫວາຍອມໃຫ້ມະນຸດປົກຄອງໂຕເອງໄລຍະໜຶ່ງ ເຮົາເຫັນແຈ້ງກ່ຽວກັບຄວາມລົ້ມເຫຼວຂອງການປົກຄອງຂອງມະນຸດ. ແນວໃດກໍຕາມ ໃນຄຳພີໄບເບິນມີຕົວຢ່າງຂອງຊາຍຍິງຫຼາຍຄົນທີ່ມີຄວາມສຸກຍ້ອນເຂົາເຈົ້າຮັບໃຊ້ພະເຢໂຫວາ ແລະພະເຢຊູກໍເປັນຜູ້ໜຶ່ງໃນນັ້ນທີ່ມີຄວາມສຸກທີ່ສຸດ. ທຳອິດ ໃຫ້ເຮົາມາເບິ່ງວ່າເປັນຫຍັງພະເຢຊູເລືອກຮັບໃຊ້ພະເຢໂຫວາ. ຈາກນັ້ນ ເຮົາຈະເບິ່ງວ່າເປັນຫຍັງເຮົາຄວນນະມັດສະການພະເຢໂຫວາຜູ້ດຽວ ແລະສຸດທ້າຍເຮົາຈະເບິ່ງບາງເຫດຜົນວ່າເປັນຫຍັງເຮົາເລືອກຮັບໃຊ້ພະເຢໂຫວາ.
ເປັນຫຍັງພະເຢຊູເລືອກຮັບໃຊ້ພະເຢໂຫວາ?
3. ຊາຕານສະເໜີຫຍັງໃຫ້ພະເຢຊູ ແລະເພິ່ນໄດ້ເລືອກເຮັດແນວໃດ?
3 ຕອນທີ່ຢູ່ໃນໂລກນີ້ ພະເຢຊູສະແດງໃຫ້ເຫັນສະເໝີວ່າເພິ່ນເລືອກຮັບໃຊ້ພະເຢໂຫວາ. ຕົວຢ່າງເຊັ່ນ: ຫຼັງຈາກພະເຢຊູຮັບບັບເຕມາໄດ້ບໍ່ດົນ ຊາຕານສະເໜີທີ່ຈະເອົາທຸກປະເທດໃນໂລກໃຫ້ພະເຢຊູຖ້າເພິ່ນຍອມໝູບລົງກົ້ມກາບມັນພຽງແຕ່ເທື່ອດຽວ. ພະເຢຊູບອກຊາຕານວ່າ: “ໜີໄປໄກໆ ຊາຕານ! ພະຄຳພີບອກໄວ້ວ່າ ‘ເຈົ້າຕ້ອງນະມັດສະການພະເຢໂຫວາພະເຈົ້າ [ຂອງເຈົ້າ] ແລະຮັບໃຊ້ເພິ່ນຜູ້ດຽວເທົ່ານັ້ນ.’” (ມທ. 4:8-10) ເປັນຫຍັງພະເຢຊູຈຶ່ງເລືອກແບບນັ້ນ? ເຮົາຈະເບິ່ງບາງເຫດຜົນນຳກັນ.
4-5. ມີເຫດຜົນຫຍັງແດ່ທີ່ເຮັດໃຫ້ພະເຢຊູເລືອກຮັບໃຊ້ພະເຢໂຫວາ?
4 ເຫດຜົນສຳຄັນທີ່ພະເຢຊູເລືອກຮັບໃຊ້ພະເຢໂຫວາແມ່ນຍ້ອນຄວາມຮັກ. ພະເຢຊູຮັກພະເຢໂຫວາພໍ່ຂອງເພິ່ນຫຼາຍ. (ຢຮ. 14:31) ພະເຢຊູເລືອກຮັບໃຊ້ພະເຢໂຫວາກໍຍ້ອນເພິ່ນຮູ້ວ່າມັນເປັນສິ່ງທີ່ຖືກຕ້ອງທີ່ຈະເຮັດແບບນັ້ນ. (ຢຮ. 8:28, 29; ພນມ. 4:11) ພະເຢຊູຮູ້ວ່າພະເຢໂຫວາເປັນຜູ້ໃຫ້ຊີວິດ ໄວ້ໃຈໄດ້ ແລະໃຫ້ສິ່ງດີໆຫຼາຍຢ່າງ. (ພສ. 33:4; 36:9; ຢກບ. 1:17) ພະເຢໂຫວາເວົ້າຄວາມຈິງກັບພະເຢຊູສະເໝີ ແລະທຸກສິ່ງທຸກຢ່າງທີ່ພະເຢຊູມີກໍແມ່ນພະເຢໂຫວາເປັນຜູ້ເອົາໃຫ້. (ຢຮ. 1:14) ແຕ່ຊາຕານແຕກຕ່າງຈາກພະເຢໂຫວາແທ້ໆ. ມັນເຮັດໃຫ້ມະນຸດຕ້ອງຕາຍ. ມັນເວົ້າຕົວະຍ້ອນມັນຖືກກະຕຸ້ນດ້ວຍຄວາມໂລບແລະຄວາມເຫັນແກ່ໂຕ. (ຢຮ. 8:44) ການຮູ້ແບບນີ້ເຮັດໃຫ້ພະເຢຊູບໍ່ຢາກຮຽນແບບຊາຕານທີ່ບໍ່ເຊື່ອຟັງພະເຢໂຫວາ.—ຟລປ. 2:5-8
5 ອີກເຫດຜົນໜຶ່ງທີ່ພະເຢຊູເລືອກຮັບໃຊ້ພະເຢໂຫວາກໍຍ້ອນວ່າຈະມີສິ່ງດີໆຫຼາຍຢ່າງເກີດຂຶ້ນຈາກການເຮັດແບບນັ້ນ. (ຮຣ. 12:2) ພະເຢຊູຮູ້ວ່າຖ້າເພິ່ນຮັກສາຄວາມສັດຊື່ຕໍ່ພະເຢໂຫວາ ເພິ່ນຈະເຮັດໃຫ້ຊື່ຂອງພໍ່ເພິ່ນໄດ້ຮັບຄວາມນັບຖືຫຼາຍທີ່ສຸດຕະຫຼອດໄປ ແລະຈະເຮັດໃຫ້ບາບແລະຄວາມຕາຍບໍ່ມີອີກຕໍ່ໄປ.
ເຮົາຄວນນະມັດສະການພະເຢໂຫວາຜູ້ດຽວເທົ່ານັ້ນ
6-7. ເປັນຫຍັງຫຼາຍຄົນໃນທຸກມື້ນີ້ບໍ່ໄດ້ຮັບໃຊ້ພະເຢໂຫວາ ແລະເປັນຫຍັງເຮົາຄວນນະມັດສະການເພິ່ນຜູ້ດຽວເທົ່ານັ້ນ?
6 ຫຼາຍຄົນໃນທຸກມື້ນີ້ບໍ່ໄດ້ຮັບໃຊ້ພະເຢໂຫວາຍ້ອນເຂົາເຈົ້າບໍ່ໄດ້ຮູ້ຈັກຄຸນລັກສະນະທີ່ດີໆຂອງເພິ່ນແລະບໍ່ຮູ້ກ່ຽວກັບສິ່ງດີໆຫຼາຍຢ່າງທີ່ເພິ່ນເຮັດເພື່ອເຂົາເຈົ້າ. ຄົນເຫຼົ່ານີ້ຄ້າຍຄືກັບຄົນທີ່ໂປໂລປະກາດນຳຢູ່ເມືອງອາແຖນ ເຂົາເຈົ້າກໍບໍ່ຮູ້ຈັກພະເຢໂຫວາຄືກັນ.—ກຈກ. 17:19, 20, 30, 34
7 ໂປໂລອະທິບາຍໃຫ້ຄົນໃນເມືອງອາແຖນຟັງວ່າ ພະເຈົ້າທ່ຽງແທ້ “ໃຫ້ຊີວິດ ລົມຫາຍໃຈ ແລະທຸກສິ່ງທຸກຢ່າງກັບມະນຸດທຸກຄົນ.” ລາວເວົ້າຕື່ມວ່າ: “ພວກເຮົາມີຊີວິດຢູ່ແລະເຄື່ອນໄຫວໄປມາໄດ້ກໍຍ້ອນເພິ່ນ.” ພະເຈົ້າເປັນຜູ້ສ້າງ “ເພິ່ນສ້າງຄົນທຸກຊາດໃຫ້ຢູ່ທົ່ວໂລກຈາກຄົນໆດຽວ.” ສະນັ້ນ ເພິ່ນຜູ້ດຽວເທົ່ານັ້ນທີ່ເຮົາຄວນນະມັດສະການ.—ກຈກ. 17:25, 26, 28
8. ພະເຢໂຫວາຈະບໍ່ເຄີຍເຮັດຫຍັງ ແລະເພິ່ນສະແດງໃຫ້ເຫັນແນວໃດວ່າເພິ່ນຮັກເຮົາຫຼາຍ?
8 ພະເຢໂຫວາເປັນຜູ້ສ້າງແລະເປັນຜູ້ປົກຄອງທີ່ຍິ່ງໃຫຍ່ສູງສຸດໃນເອກະພົບ ເພິ່ນສາມາດບັງຄັບຄົນໃຫ້ຮັບໃຊ້ເພິ່ນກໍໄດ້ ແຕ່ເພິ່ນຈະບໍ່ມີທາງເຮັດແບບນັ້ນເດັດຂາດ. ກົງກັນຂ້າມ ເພິ່ນໃຫ້ຫຼັກຖານຫຼາຍຢ່າງທີ່ສະແດງວ່າເພິ່ນມີຕົວຕົນຢູ່ແທ້ ແລະເພິ່ນຮັກເຮົາແຕ່ລະຄົນຫຼາຍ. ເພິ່ນຢາກໃຫ້ຫຼາຍຄົນເທົ່າທີ່ເປັນໄປໄດ້ເປັນໝູ່ກັບເພິ່ນຕະຫຼອດໄປ. (1ຕມ. 2:3, 4) ຍ້ອນແນວນີ້ພະເຢໂຫວາຈຶ່ງຝຶກເຮົາໃຫ້ສອນຄົນອື່ນເລື່ອງຄວາມຕ້ອງການຂອງເພິ່ນແລະບອກເຂົາເຈົ້າກ່ຽວກັບສິ່ງດີໆຫຼາຍຢ່າງທີ່ເພິ່ນຈະເຮັດເພື່ອມະນຸດ. (ມທ. 10:11-13; 28:19, 20) ພະເຢໂຫວາໃຫ້ເຮົາມີປະຊາຄົມເຊິ່ງເປັນບ່ອນທີ່ເຮົາຈະນະມັດສະການເພິ່ນໄດ້ແລະໃຫ້ມີຜູ້ເບິ່ງແຍງທີ່ມີຄວາມຮັກເບິ່ງແຍງເຮົາ.—ກຈກ. 20:28
9. ພະເຢໂຫວາສະແດງໃຫ້ເຫັນແນວໃດວ່າເພິ່ນຮັກທຸກຄົນ?
9 ພະເຢໂຫວາສະແດງໃຫ້ເຫັນເຖິງຄວາມຮັກຂອງເພິ່ນໃນວິທີທີ່ເພິ່ນປະຕິບັດກັບຄົນທີ່ບໍ່ເຊື່ອວ່າເພິ່ນມີຕົວຕົນຢູ່ແທ້. ຂໍໃຫ້ຄິດເຖິງຄວາມຈິງຕໍ່ໄປນີ້: ເປັນເວລາຫຼາຍພັນປີແລ້ວທີ່ຫຼາຍພັນລ້ານຄົນເລືອກໃຊ້ຊີວິດຕາມໃຈໂຕເອງໃນສິ່ງທີ່ເຂົາເຈົ້າຄິດວ່າຖືກແລະຜິດແທນທີ່ຈະເຊື່ອຟັງພະເຢໂຫວາ. ເຖິງຈະເປັນແນວນັ້ນ ພະເຢໂຫວາກໍຍັງໃຫ້ເຂົາເຈົ້າມີສິ່ງທີ່ຈຳເປັນເພື່ອຈະມີຊີວິດຢູ່ຕໍ່ໄປແລະມີຄວາມສຸກກັບຊີວິດ. (ມທ. 5:44, 45; ກຈກ. 14:16, 17) ພະເຢໂຫວາໃຫ້ເຂົາເຈົ້າມີໝູ່ແລະຄອບຄົວທີ່ຮັກເຂົາເຈົ້າ ໃຫ້ມີລູກ ໃຫ້ເຮັດວຽກໄດ້ ແລະມີຄວາມສຸກກັບຊີວິດ. (ພສ. 127:3; ປຍຈ. 2:24) ຫຼັກຖານເຫຼົ່ານີ້ສະແດງໃຫ້ເຫັນແຈ້ງວ່າພະເຢໂຫວາຮັກມະນຸດທຸກຄົນ. (ອພຍ. 34:6) ຕອນນີ້ ໃຫ້ເຮົາຄິດເຖິງບາງເຫດຜົນທີ່ເຮົາເລືອກຮັບໃຊ້ພະເຢໂຫວາ ແລະເພິ່ນອວຍພອນເຮົາແນວໃດ.
ເປັນຫຍັງເຮົາເລືອກຮັບໃຊ້ພະເຢໂຫວາ?
10. (ກ) ອັນໃດແມ່ນເຫດຜົນສຳຄັນທີ່ເຮົາຮັບໃຊ້ພະເຢໂຫວາ? (ມັດທາຍ 22:37) (ຂ) ເຈົ້າຮູ້ສຶກແນວໃດທີ່ພະເຢໂຫວາເຂົ້າໃຈເຈົ້າແລະຍົກໂທດໃຫ້ເຈົ້າ? (ເພງສັນລະເສີນ 103:13, 14)
10 ຄືກັບພະເຢຊູ ເຮົາເລືອກຮັບໃຊ້ພະເຢໂຫວາຍ້ອນເຮົາຮັກເພິ່ນຫຼາຍ. (ອ່ານມັດທາຍ 22:37) ເຮົາຮູ້ສຶກສະໜິດກັບພະເຢໂຫວາເມື່ອເຮົາຮຽນຮູ້ກ່ຽວກັບຄຸນລັກສະນະທີ່ດີໆຂອງເພິ່ນ. ຕົວຢ່າງເຊັ່ນ: ພະເຢໂຫວາພ້ອມທີ່ຈະຍົກໂທດໃຫ້ເຮົາ. ຕອນທີ່ຄົນອິດສະຣາເອນບໍ່ເຊື່ອຟັງເພິ່ນ ເພິ່ນຂໍກັບເຂົາເຈົ້າວ່າ: “ໃຫ້ພວກເຈົ້າເຊົາເຮັດຊົ່ວ.” (ຢຣມ. 18:11) ພະເຢໂຫວາຮູ້ວ່າເຮົາບໍ່ສົມບູນແບບ ແລະເພິ່ນຈື່ວ່າເຮົາເປັນແຕ່ຂີ້ດິນ. (ອ່ານເພງສັນລະເສີນ 103:13, 14) ເມື່ອຄິດເຖິງຕອນທີ່ພະເຢໂຫວາຍົກໂທດໃຫ້ເຈົ້າ ມັນກະຕຸ້ນເຈົ້າໃຫ້ຢາກຮັບໃຊ້ເພິ່ນຕະຫຼອດໄປບໍ?
11. ມີເຫດຜົນຫຍັງແດ່ທີ່ເຮົາເລືອກຮັບໃຊ້ພະເຢໂຫວາ?
11 ເຮົາຍັງຖືກກະຕຸ້ນໃຫ້ຮັບໃຊ້ພະເຢໂຫວາຍ້ອນມັນເປັນສິ່ງຖືກຕ້ອງທີ່ເຮົາຄວນເຮັດ. (ມທ. 4:10) ນອກຈາກນັ້ນ ເຮົາຍັງຮູ້ວ່າຖ້າເຮົາພັກດີຕໍ່ພະເຢໂຫວາຈະມີສິ່ງດີໆຫຼາຍຢ່າງເກີດຂຶ້ນຈາກການເຮັດແບບນັ້ນ ເມື່ອເຮົາຮັບໃຊ້ພະເຢໂຫວາຢ່າງພັກດີເຮົາຈະເຮັດໃຫ້ຊື່ຂອງເພິ່ນໄດ້ຮັບຄວາມນັບຖືຕະຫຼອດໄປ ພິສູດວ່າຊາຕານເວົ້າຕົວະ ແລະເຮັດໃຫ້ເພິ່ນມີຄວາມສຸກ. ຖ້າເຮົາເລືອກຮັບໃຊ້ພະເຢໂຫວາໃນຕອນນີ້ ເຮົາກໍມີຄວາມຫວັງທີ່ຈະຮັບໃຊ້ເພິ່ນຕະຫຼອດໄປ.—ຢຮ. 17:3
12-13. ເຮົາຮຽນຫຍັງຈາກເລື່ອງຂອງເຈນກັບແພມ?
12 ຕອນທີ່ຍັງນ້ອຍ ເຮົາສາມາດປູກຝັງຄວາມຮັກທີ່ເລິກເຊິ່ງຕໍ່ພະເຢໂຫວາ ແລະເມື່ອໃຫຍ່ຂຶ້ນຄວາມຮັກນັ້ນກໍແຮ່ງຈະມີຫຼາຍຂຶ້ນ. ຂໍໃຫ້ເບິ່ງເລື່ອງຂອງພີ່ນ້ອງຍິງ 2 ຄົນຊື່ເຈນກັບແພມaທີ່ເປັນເອື້ອຍນ້ອງກັນ. ເຈນອາຍຸ 11 ປີ ແລະແພມ ອາຍຸ 10 ປີຕອນທີ່ເຂົາເຈົ້າເລີ່ມຮຽນຄຳພີໄບເບິນ. ເຖິງວ່າພໍ່ແມ່ບໍ່ສົນໃຈຮຽນ ແຕ່ເຂົາເຈົ້າກໍອະນຸຍາດໃຫ້ເຈນກັບແພມຮຽນຄຳພີໄບເບິນກັບພະຍານພະເຢໂຫວາຖ້າລູກສາວ 2 ຄົນໄປໂບດກັບຄອບຄົວຕອນທ້າຍອາທິດ. ເຈນເວົ້າວ່າ: “ສິ່ງທີ່ພະຍານພະເຢໂຫວາສອນຂ້ອຍຈາກຄຳພີໄບເບິນຊ່ວຍຂ້ອຍໃຫ້ຕ້ານທານການລໍ້ໃຈຈາກໝູ່ໄດ້ໃນເລື່ອງຢາເສບຕິດແລະເລື່ອງເຮັດຜິດສິນລະທຳ.”
13 ເມື່ອເປັນໄວລຸ້ນ ເຈນກັບແພມກໍເປັນຜູ້ປະກາດ. ຕໍ່ມາ ເຂົາເຈົ້າກໍເລີ່ມເປັນໄພໂອເນຍ. ເມື່ອພໍ່ແມ່ເຖົ້າແລ້ວ ເຂົາເຈົ້າກໍເບິ່ງແຍງພໍ່ແມ່ແລະທັງເປັນໄພໂອເນຍນຳ. ເມື່ອເບິ່ງຄືນຫຼັງກ່ຽວກັບສິ່ງທີ່ພະເຢໂຫວາໄດ້ເຮັດເພື່ອເຂົາເຈົ້າ ເຈນເວົ້າວ່າ: “ຂ້ອຍໄດ້ຮຽນຮູ້ວ່າພະເຢໂຫວາເບິ່ງແຍງຜູ້ຮັບໃຊ້ທີ່ສັດຊື່ຂອງເພິ່ນສະເໝີ ແລະຄືກັບທີ່ 2 ຕີໂມທຽວ 2:19 ບອກ ‘ພະເຢໂຫວາຮູ້ວ່າຜູ້ໃດເປັນຄົນຂອງເພິ່ນ.’” ເຫັນໄດ້ແຈ້ງວ່າພະເຢໂຫວາເບິ່ງແຍງຜູ້ທີ່ຮັກເພິ່ນແລະເລືອກທີ່ຈະຮັບໃຊ້ເພິ່ນ.
14. ສິ່ງທີ່ເຮົາເວົ້າແລະເຮັດຊ່ວຍເຮັດໃຫ້ຊື່ຂອງພະເຢໂຫວາພົ້ນຈາກຄຳຕຳໜິໄດ້ແນວໃດ? (ເບິ່ງຮູບນຳ)
14 ເຮົາຢາກມີສ່ວນໃນການຊ່ວຍເຮັດໃຫ້ຊື່ຂອງພະເຢໂຫວາພົ້ນຈາກຄຳຕຳໜິທຸກຢ່າງ. ຂໍໃຫ້ເບິ່ງເລື່ອງສົມມຸດຕໍ່ໄປນີ້: ເຈົ້າມີໝູ່ຜູ້ໜຶ່ງທີ່ໃຈດີຫຼາຍ ໃຈກວ້າງ ແລະພ້ອມທີ່ຈະໃຫ້ອະໄພ. ມີມື້ໜຶ່ງເຈົ້າໄດ້ຍິນຄົນເວົ້າໃຫ້ລາວວ່າເປັນຄົນໂຫດຮ້າຍແລະບໍ່ສັດຊື່. ເຈົ້າຈະເຮັດແນວໃດ? ເຈົ້າກໍຕ້ອງປົກປ້ອງຊື່ສຽງຂອງລາວ. ຄ້າຍຄືກັນ ເມື່ອຊາຕານແລະຄົນທີ່ຢູ່ພາຍໃຕ້ການຄວບຄຸມຂອງມັນພະຍາຍາມທຳລາຍຊື່ສຽງຂອງພະເຢໂຫວາໂດຍເວົ້າແນວບໍ່ດີໃຫ້ເພິ່ນ ເຮົາປົກປ້ອງພະເຢໂຫວາໂດຍບອກເຂົາເຈົ້າໃຫ້ຮູ້ຄວາມຈິງກ່ຽວກັບເພິ່ນ. (ພສ. 34:1; ອຊຢ. 43:10) ເຮົາສະແດງໃຫ້ເຫັນວ່າເຮົາຮັກພະເຢໂຫວາສຸດຊີວິດໂດຍສິ່ງທີ່ເຮົາເວົ້າແລະເຮັດ.
ເຈົ້າຈະຊ່ວຍປົກປ້ອງຊື່ຂອງພະເຢໂຫວາບໍ? (ເບິ່ງຂໍ້ 14)b
15. ໂປໂລໄດ້ຮັບປະໂຫຍດແນວໃດຈາກການປ່ຽນເປົ້າໝາຍໃນຊີວິດ? (ຟີລິບປອຍ 3:7, 8)
15 ເຮົາພ້ອມທີ່ຈະປ່ຽນເປົ້າໝາຍໃນຊີວິດເພື່ອຈະເຮັດໃຫ້ພະເຢໂຫວາພໍໃຈແລະຮັບໃຊ້ເພິ່ນຫຼາຍຂຶ້ນ. ໂປໂລມີຕຳແໜ່ງທີ່ສຳຄັນໃນສາສະໜາຢິວ ແຕ່ລາວປະຖິ້ມສາສະໜານັ້ນເພື່ອຈະເຂົ້າມາເປັນລູກສິດຂອງພະເຢຊູແລະຮັບໃຊ້ພະເຢໂຫວາ. (ຄລຕ. 1:14) ຜົນກໍຄື ລາວມີປະສົບການທີ່ດີໃນການຮັບໃຊ້ພະເຢໂຫວາແລະມີໂອກາດທີ່ຈະຮ່ວມປົກຄອງກັບພະເຢຊູໃນສະຫວັນ. ລາວບໍ່ເຄີຍເສຍໃຈທີ່ຕັດສິນໃຈຮັບໃຊ້ພະເຢໂຫວາ ຖ້າເຮົາຕັດສິນໃຈຮັບໃຊ້ພະເຢໂຫວາ ເຮົາກໍຈະບໍ່ມີວັນຜິດຫວັງຄືກັນ.—ອ່ານຟີລິບປອຍ 3:7, 8
16. ເຮົາຮຽນຫຍັງຈາກເລື່ອງຂອງຈູເລຍ? (ເບິ່ງຮູບນຳ)
16 ຖ້າເຮົາໃຫ້ການຮັບໃຊ້ພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດ ພະເຢໂຫວາຈະໃຫ້ລາງວັນເຮົາໃນຕອນນີ້ແລະໃນອະນາຄົດ. ຂໍໃຫ້ເບິ່ງເລື່ອງຂອງພີ່ນ້ອງຍິງຊື່ຈູເລຍ. ຕອນທີ່ຈູເລຍເປັນໄວລຸ້ນ ລາວຮ້ອງເພງໃນວົງດົນຕີປະສານສຽງຂອງໂບດ. ນັກຮ້ອງໂອເປຣາມືອາຊີບຄົນໜຶ່ງເຫັນວ່າຈູເລຍມີພອນສະຫວັນໃນການຮ້ອງເພງ ລາວຈຶ່ງຝຶກຈູເລຍໃຫ້ເປັນນັກຮ້ອງໂອເປຣາ. ຕໍ່ມາບໍ່ດົນ ຈູເລຍກໍມີຊື່ສຽງແລະໄດ້ສະແດງຢູ່ຫໍສະແດງດົນຕີທີ່ມີຊື່ສຽງຫຼາຍບ່ອນ. ຕອນທີ່ຈູເລຍຮຽນຢູ່ໂຮງຮຽນສອນດົນຕີທີ່ມີຊື່ສຽງ ໝູ່ຄົນໜຶ່ງໃນຫ້ອງເລີ່ມລົມກັບລາວເລື່ອງພະເຈົ້າແລະອະທິບາຍວ່າຊື່ຂອງພະເຈົ້າແມ່ນເຢໂຫວາ. ຕໍ່ຈາກນັ້ນບໍ່ດົນ ຈູເລຍກໍເລີ່ມຮຽນຄຳພີໄບເບິນອາທິດລະ 2 ເທື່ອ. ໃນທີ່ສຸດ ລາວໄດ້ຕັດສິນໃຈທີ່ຈະໃຊ້ເວລາແລະກຳລັງເພື່ອຮັບໃຊ້ພະເຢໂຫວາແທນທີ່ຈະເປັນນັກຮ້ອງ. ການຕັດສິນໃຈແບບນັ້ນບໍ່ງ່າຍເລີຍ. ຈູເລຍເລົ່າວ່າ: “ຫຼາຍຄົນເວົ້າໃຫ້ຂ້ອຍວ່າໂງ່ທີ່ເຊົາຮ້ອງເພງແລະໄປຮັບໃຊ້ພະເຢໂຫວາ ແຕ່ຂ້ອຍຢາກໃຊ້ຊີວິດເຕັມທີເພື່ອຮັບໃຊ້ເພິ່ນ.” ຈູເລຍຮູ້ສຶກແນວໃດໃນທຸກມື້ນີ້ກ່ຽວກັບການຕັດສິນໃຈທີ່ລາວເຮັດຫຼາຍກວ່າ 30 ປີມາແລ້ວ? ລາວເວົ້າວ່າ: “ຂ້ອຍມີຄວາມສຸກທີ່ເລືອກຮັບໃຊ້ພະເຢໂຫວາ ແລະຂ້ອຍໝັ້ນໃຈວ່າໃນອະນາຄົດພະເຢໂຫວາຈະໃຫ້ຂ້ອຍມີໂອກາດໄດ້ເຮັດທຸກສິ່ງທີ່ຂ້ອຍຢາກເຮັດ.”—ພສ. 145:16
ເມື່ອໃຫ້ການຮັບໃຊ້ພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດ ເຮົາຈະມີຊີວິດທີ່ດີທີ່ສຸດ (ເບິ່ງຂໍ້ 16)c
ຮັບໃຊ້ພະເຢໂຫວາຕໍ່ໆໄປ
17. ການທີ່ເຮົາມີຊີວິດຢູ່ໃກ້ຕອນທ້າຍໆຂອງລະບົບນີ້ສົ່ງຜົນແນວໃດຕໍ່ຄົນທີ່ໄດ້ເລືອກຮັບໃຊ້ພະເຢໂຫວາແລະຄົນທີ່ຍັງບໍ່ທັນໄດ້ເລືອກເຮັດແບບນັ້ນ?
17 ເຮົາກຳລັງມີຊີວິດຢູ່ໃກ້ຕອນທ້າຍໆຂອງລະບົບນີ້. ອັກຄະສາວົກໂປໂລຂຽນວ່າ: “ອີກ ‘ບໍ່ດົນ’ ‘ເພິ່ນຜູ້ທີ່ກຳລັງມາກໍຈະມາຮອດແລ້ວ. ເພິ່ນຈະບໍ່ຊ້າເລີຍ.’” (ຮຣ. 10:37) ນີ້ໝາຍຄວາມວ່າແນວໃດ? ໝາຍຄວາມວ່າເວລາເຫຼືອໜ້ອຍແລ້ວສຳລັບຄົນທີ່ບໍ່ທັນຮັບໃຊ້ພະເຢໂຫວາຈະເລືອກຮັບໃຊ້ເພິ່ນ ສະນັ້ນເຂົາເຈົ້າຕ້ອງຟ້າວຕັດສິນໃຈໃນເລື່ອງນີ້. (1ກຣ. 7:29) ຖ້າເຮົາໄດ້ເລືອກແລ້ວທີ່ຈະຮັບໃຊ້ພະເຢໂຫວາ ເຮົາຮູ້ວ່າເຖິງວ່າເຮົາຈະຕ້ອງເຈິກັບຄວາມຍາກລຳບາກ ແຕ່ມັນຈະຢູ່ “ບໍ່ດົນ.”
18. ພະເຢຊູແລະພະເຢໂຫວາຢາກໃຫ້ເຮົາເຮັດຫຍັງ?
18 ພະເຢຊູບໍ່ພຽງແຕ່ສະໜັບສະໜູນຜູ້ຄົນໃຫ້ເຂົ້າມາເປັນລູກສິດຂອງເພິ່ນ ແຕ່ເພິ່ນຍັງສະໜັບສະໜູນເຂົາເຈົ້າໃຫ້ຕິດຕາມເພິ່ນຕໍ່ໆໄປ. (ມທ. 16:24) ຖ້າເຮົາຮັບໃຊ້ພະເຢໂຫວາມາຫຼາຍປີແລ້ວ ຂໍໃຫ້ຕັ້ງໃຈທີ່ຈະເຮັດແບບນັ້ນຕໍ່ໄປ. ເຮົາຕ້ອງອອກຄວາມພະຍາຍາມແທ້ໆເພື່ອຈະຮັບໃຊ້ພະເຢໂຫວາຕໍ່ໆໄປ. ມັນອາດບໍ່ງ່າຍ ແຕ່ເຮົາສາມາດມີຄວາມສຸກແລະຍິນດີກັບສິ່ງດີໆຫຼາຍຢ່າງຈາກການຮັບໃຊ້ເພິ່ນແມ່ນແຕ່ໃນຕອນນີ້.—ພສ. 35:27
19. ເຮົາຮຽນຫຍັງຈາກປະສົບການຂອງຈີນ?
19 ບາງຄົນຮູ້ສຶກວ່າຕ້ອງເສຍສະລະຫຼາຍຢ່າງເພື່ອຈະຮັບໃຊ້ພະເຢໂຫວາ. ຖ້າເຈົ້າເປັນໄວລຸ້ນ ເຈົ້າຮູ້ສຶກວ່າໂຕເອງອາດພາດໂອກາດບາງຢ່າງບໍຖ້າຮັບໃຊ້ພະເຢໂຫວາ? ພີ່ນ້ອງໄວລຸ້ນຊື່ຈີນເວົ້າວ່າ: “ຂ້ອຍຮູ້ສຶກວ່າການເປັນພະຍານພະເຢໂຫວາເຮັດໃຫ້ຊີວິດເຄັ່ງຄັດໂພດ. ເບິ່ງຄືວ່າພວກໝູ່ລຸ້ນດຽວກັນມີຄວາມສຸກກັບການໄປປາຕີ້ ມີແຟນ ຫຼືຫຼິ້ນວິດີໂອເກມທີ່ຮຸນແຮງໄດ້ ແຕ່ຂ້ອຍຕ້ອງໄປປະຊຸມແລະໄປປະກາດ.” ການຄິດແບບນີ້ສົ່ງຜົນຕໍ່ຈີນແນວໃດ? ລາວເລົ່າວ່າ: “ຂ້ອຍເລີ່ມໃຊ້ຊີວິດແບບຕີສອງໜ້າ ແລະຕອນນັ້ນມັນກະມ່ວນ. ແຕ່ມັນບໍ່ໄດ້ເຮັດໃຫ້ຂ້ອຍມີຄວາມສຸກແທ້. ຂ້ອຍເລີ່ມຄິດເຖິງປະໂຫຍດຂອງການເຊື່ອຟັງສິ່ງທີ່ຄຳພີໄບເບິນສອນ ແລ້ວຂ້ອຍກໍຕັດສິນໃຈຮັບໃຊ້ພະເຢໂຫວາສຸດຫົວໃຈ. ຕັ້ງແຕ່ນັ້ນມາ ເບິ່ງຄືວ່າພະເຢໂຫວາຕອບຄຳອະທິດຖານຂອງຂ້ອຍທຸກເລື່ອງ.”
20. ເຮົາຄວນຕັ້ງໃຈທີ່ຈະເຮັດຫຍັງ?
20 ຜູ້ຂຽນເພງສັນລະເສີນຄົນໜຶ່ງເວົ້າເຖິງພະເຢໂຫວາວ່າ: “ຄົນທີ່ມີຄວາມສຸກແມ່ນຄົນທີ່ພະອົງເລືອກແລະຊວນໃຫ້ມາຢູ່ໃກ້ພະອົງເພື່ອໃຫ້ມາຢູ່ເດີ່ນວິຫານຂອງພະອົງ.” (ພສ. 65:4) ສະນັ້ນ ຂໍໃຫ້ເຮົາຕັ້ງໃຈທີ່ຈະຮັບໃຊ້ພະເຢໂຫວາຕໍ່ໆໄປຄືກັບທີ່ໂຢຊວຍເວົ້າວ່າ: “ຂ້ອຍກັບຄອບຄົວຂອງຂ້ອຍຈະນະມັດສະການພະເຢໂຫວາ.”—ຢຊ. 24:15
ເພງທີ 28 ໄດ້ເປັນເພື່ອນກັບພະເຢໂຫວາ
a ຊື່ສົມມຸດ.
b ຄຳອະທິບາຍຮູບ: ຜູ້ຍິງຄົນໜຶ່ງຍ່າງກາຍກຸ່ມທີ່ປະທ້ວງຢູ່ທາງນອກບ່ອນທີ່ເຮົາກຳລັງປະຊຸມພາກ. ຈາກນັ້ນລາວກໍຍ່າງໄປຫາພີ່ນ້ອງທີ່ຢືນຢູ່ທາງຂ້າງລໍ້ວາງສະແດງປຶ້ມ ແລະພີ່ນ້ອງໄດ້ອະທິບາຍໃຫ້ລາວຮູ້ວ່າຄວາມຈິງໃນຄຳພີໄບເບິນເປັນແນວໃດ.
c ຄຳອະທິບາຍຮູບ: ຮູບຈຳລອງຈາກເຫດການຈິງຂອງຈູເລຍທີ່ເລືອກໃຫ້ການຮັບໃຊ້ພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດຂອງລາວ.