2 ເປໂຕ
3 ພີ່ນ້ອງທີ່ຮັກ ນີ້ເປັນຈົດໝາຍສະບັບທີສອງທີ່ຂ້ອຍຂຽນເຖິງພວກເຈົ້າ ໃນຈົດໝາຍທັງສອງສະບັບນີ້ ຂ້ອຍຢາກເຕືອນບາງເລື່ອງເພື່ອກະຕຸ້ນພວກເຈົ້າໃຫ້ຄິດຢ່າງຖືກຕ້ອງ 2 ພວກເຈົ້າຈຶ່ງຈະບໍ່ລືມເລື່ອງທີ່ພວກຜູ້ພະຍາກອນບໍລິສຸດເຄີຍບອກໄວ້ ລວມທັງສິ່ງທີ່ຜູ້ຊ່ວຍໃຫ້ລອດເຊິ່ງເປັນນາຍຂອງພວກເຮົາສັ່ງໄວ້ຜ່ານທາງພວກອັກຄະສາວົກ. 3 ກ່ອນອື່ນຂ້ອຍຢາກບອກໃຫ້ພວກເຈົ້າຮູ້ວ່າ ໃນສະໄໝສຸດທ້າຍຈະມີຄົນເຮັດຕາມໃຈຕົວເອງແລະມັກມາເຍາະເຍີ້ຍສຽດສີ 4 ພວກເຂົາຈະເວົ້າວ່າ: “ຢູ່ໃສ ການປະທັບ*ຂອງທ່ານທີ່ສັນຍາໄວ້? ຕັ້ງແຕ່ສະໄໝບັນພະບຸລຸດຂອງພວກເຮົາ* ທຸກຢ່າງກໍຍັງຄືກັບຕອນເລີ່ມຕົ້ນທີ່ພະເຈົ້າສ້າງໂລກ.”
5 ພວກເຂົາເບິ່ງຂ້າມຄວາມຈິງຂໍ້ນີ້ທີ່ວ່າ ຄຳເວົ້າຂອງພະເຈົ້າເຮັດໃຫ້ເກີດທ້ອງຟ້າ ເຮັດໃຫ້ພື້ນດິນແຍກອອກຈາກນ້ຳ ແລະເຮັດໃຫ້ໂລກຖືກຫໍ່ຫຸ້ມດ້ວຍນ້ຳ. 6 ສິ່ງເຫຼົ່ານີ້ເຮັດໃຫ້ຄົນໃນໂລກສະໄໝນັ້ນຖືກທຳລາຍເມື່ອນ້ຳມາຖ້ວມໂລກ. 7 ແລະດ້ວຍຄຳເວົ້າຂອງພະເຈົ້ານີ້ເອງ ຟ້າສະຫວັນກັບໂລກທີ່ຢູ່ຕອນນີ້ຈຶ່ງຖືກເກັບໄວ້ເພື່ອໃຫ້ຖືກທຳລາຍດ້ວຍໄຟໃນວັນພິພາກສາ ໃນວັນນັ້ນ ຄົນທີ່ໝິ່ນປະໝາດພະເຈົ້າຈະຕ້ອງພິນາດ.
8 ແຕ່ພີ່ນ້ອງທີ່ຮັກ ຢ່າລືມວ່າສຳລັບພະເຢໂຫວາ ມື້ດຽວຄືກັບພັນປີ ແລະພັນປີກໍຄືກັບມື້ດຽວ. 9 ພະເຢໂຫວາບໍ່ໄດ້ຊັກຊ້າທີ່ຈະເຮັດຕາມຄຳສັນຍາຂອງພະອົງແບບທີ່ບາງຄົນຄິດ ແຕ່ພະອົງອົດທົນກັບພວກເຈົ້າຍ້ອນບໍ່ຢາກໃຫ້ຜູ້ໃດຕ້ອງຖືກທຳລາຍ ແຕ່ຢາກໃຫ້ທຸກຄົນກັບໃຈ. 10 ແຕ່ວັນຂອງພະເຢໂຫວາຈະມາຄືກັບຂີ້ລັກ ໃນວັນນັ້ນຟ້າສະຫວັນຈະສູນສິ້ນໄປດ້ວຍສຽງດັງສະໜັ່ນ ທາດຕ່າງໆຈະລະລາຍໄປຍ້ອນມີຄວາມຮ້ອນຫຼາຍ ແລະໂລກກັບຜົນງານຕ່າງໆໃນໂລກຈະຖືກເປີດໂປງ.
11 ໃນເມື່ອສິ່ງຕ່າງໆທັງໝົດນີ້ຕ້ອງສະຫຼາຍໄປແບບນັ້ນ ພວກເຈົ້າຕ້ອງຄິດໃຫ້ດີວ່າຄວນເປັນຄົນແບບໃດ ພວກເຈົ້າຄວນປະພຶດຕົວໃຫ້ບໍລິສຸດແລະເຮັດສິ່ງທີ່ສະແດງວ່າພວກເຈົ້າເຫຼື້ອມໃສພະເຈົ້າ 12 ໃນລະຫວ່າງທີ່ພວກເຈົ້າລໍຖ້າແລະຄິດຢູ່ສະເໝີວ່າວັນຂອງພະເຢໂຫວາໃກ້ເຂົ້າມາແລ້ວ* ເມື່ອເຖິງວັນນັ້ນ ຟ້າສະຫວັນຈະຖືກໄຟເຜົາທຳລາຍແລະທາດຕ່າງໆຈະລະລາຍໄປຍ້ອນມີຄວາມຮ້ອນຫຼາຍ! 13 ແຕ່ວ່າມີຟ້າສະຫວັນໃໝ່ແລະໂລກໃໝ່ທີ່ພວກເຮົາລໍຖ້າຕາມທີ່ພະອົງສັນຍາໄວ້ ແລະຢູ່ຫັ້ນຈະມີຄວາມຍຸຕິທຳ*ຕະຫຼອດໄປ.
14 ດັ່ງນັ້ນ ພີ່ນ້ອງທີ່ຮັກ ໃນເມື່ອພວກເຈົ້າກຳລັງລໍຖ້າສິ່ງເຫຼົ່ານີ້ຢູ່ ກໍໃຫ້ພະຍາຍາມສຸດຄວາມສາມາດ ເພື່ອໃນທີ່ສຸດພະເຈົ້າຈະເຫັນວ່າພວກເຈົ້າບໍ່ມີຮອຍດ່າງ ບໍ່ມີຮອຍຕຳໜິ ແລະມີສັນຕິສຸກ. 15 ນອກຈາກນັ້ນ ໃຫ້ຈື່ໄວ້ວ່າຄວາມອົດທົນຂອງຜູ້ເປັນນາຍເຮັດໃຫ້ພວກເຮົາມີໂອກາດລອດໄດ້ຄືກັບທີ່ໂປໂລພີ່ນ້ອງທີ່ຮັກຂອງພວກເຮົາໄດ້ຂຽນເຖິງພວກເຈົ້າຕາມສະຕິປັນຍາທີ່ລາວໄດ້ຮັບຈາກພະເຈົ້າ 16 ລາວເວົ້າເລື່ອງເຫຼົ່ານີ້ໃນຈົດໝາຍທຸກສະບັບຂອງລາວ ແຕ່ມີບາງເລື່ອງໃນຈົດໝາຍເຫຼົ່ານັ້ນທີ່ເຂົ້າໃຈຍາກເຊິ່ງຄົນທີ່ບໍ່ຮູ້ຈັກ*ແລະບໍ່ໝັ້ນຄົງເອົາໄປບິດເບືອນ ຄືກັບທີ່ພວກເຂົາບິດເບືອນພະຄຳພີສ່ວນອື່ນໆນຳແລະເຮັດໃຫ້ຕົວເອງຕ້ອງພິນາດ.
17 ດັ່ງນັ້ນ ພີ່ນ້ອງທີ່ຮັກ ເມື່ອຮູ້ເລື່ອງນີ້ແລ້ວ ກໍໃຫ້ລະວັງຢ່າຖືກຊັກຈູງໃຫ້ຫຼົງໄປກັບພວກເຂົາດ້ວຍເລື່ອງຕົວະຂອງຄົນຊົ່ວແລະກາຍເປັນຄົນບໍ່ໝັ້ນຄົງ. 18 ແຕ່ຂໍໃຫ້ພວກເຈົ້າໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ເພີ່ມຂຶ້ນເລື້ອຍໆ ແລະເຕີບໂຕຂຶ້ນໃນຄວາມຮູ້ເລື່ອງພະເຢຊູຄລິດຜູ້ເປັນນາຍແລະຜູ້ຊ່ວຍໃຫ້ລອດຂອງພວກເຮົາ. ຂໍໃຫ້ເພິ່ນໄດ້ຮັບການຍ້ອງຍໍສັນລະເສີນທັງຕອນນີ້ແລະຕະຫຼອດໄປ. ອາແມນ.