1 ໂຢຮັນ
3 ເບິ່ງແມ້ ພະເຈົ້າຜູ້ເປັນພໍ່ສະແດງຄວາມຮັກຕໍ່ພວກເຮົາຫຼາຍສ່ຳໃດ ພະອົງເຖິງຂັ້ນຍອມໃຫ້ພວກເຮົາຖືກເອີ້ນວ່າລູກຂອງພະເຈົ້າ ແລະພວກເຮົາກໍເປັນລູກຂອງພະອົງແທ້ໆ ແຕ່ໂລກບໍ່ຮູ້ຈັກພວກເຮົາ ເພາະໂລກບໍ່ຮູ້ຈັກພະອົງ. 2 ພີ່ນ້ອງທີ່ຮັກ ຕອນນີ້ພວກເຮົາເປັນລູກຂອງພະເຈົ້າແລ້ວ ແຕ່ພວກເຮົາຍັງບໍ່ຮູ້ວ່າພວກເຮົາຈະມີສະພາບແບບໃດໃນອະນາຄົດ. ພວກເຮົາຮູ້ວ່າເມື່ອພະອົງປາກົດຕົວໃຫ້ພວກເຮົາເຫັນ ພວກເຮົາຈະມີສະພາບຄືກັບພະອົງ ເພາະພວກເຮົາຈະໄດ້ເຫັນພະອົງແບບທີ່ພະອົງເປັນແທ້ໆ. 3 ແລະຄົນທີ່ຫວັງໃນພະອົງແບບນັ້ນກໍຊຳລະຕົວເອງໃຫ້ບໍລິສຸດຄືກັບທີ່ພະອົງບໍລິສຸດ.
4 ຄົນທີ່ເຮັດບາບເປັນນິດໄສກໍກຳລັງເຮັດຜິດກົດໝາຍຂອງພະເຈົ້າ ເພາະບາບຄືການເຮັດຜິດກົດໝາຍຂອງພະເຈົ້າ. 5 ພວກເຈົ້າກໍຮູ້ວ່າພະເຢຊູມາເພື່ອກຳຈັດບາບຂອງພວກເຮົາ ແລະເພິ່ນບໍ່ມີບາບເລີຍ. 6 ຄົນທີ່ເປັນອັນໜຶ່ງອັນດຽວກັບເພິ່ນຈະບໍ່ເຮັດບາບເປັນນິດໄສ ແຕ່ຄົນທີ່ເຮັດບາບເປັນນິດໄສກໍຍັງບໍ່ໄດ້ເຫັນເພິ່ນແລະຍັງບໍ່ຮູ້ຈັກເພິ່ນ. 7 ພວກລູກທີ່ຮັກ ຢ່າໃຫ້ຜູ້ໃດຫຼອກລວງພວກເຈົ້າ ຄົນທີ່ເຮັດສິ່ງທີ່ຖືກຕ້ອງເປັນຄົນເຊື່ອຟັງພະເຈົ້າ*ຄືກັບທີ່ພະເຢຊູເຊື່ອຟັງ. 8 ຄົນທີ່ເຮັດບາບເປັນນິດໄສກໍເປັນຄົນຂອງມານຮ້າຍ ເພາະມານຮ້າຍເຮັດບາບມາຕະຫຼອດຕັ້ງແຕ່ທຳອິດ* ແລະເພິ່ນຜູ້ເປັນລູກຂອງພະເຈົ້າມາກໍເພື່ອທຳລາຍຜົນງານຂອງມານຮ້າຍ.
9 ຄົນທີ່ເກີດມາຈາກພະເຈົ້າຈະບໍ່ເຮັດບາບເປັນນິດໄສເພາະພະລັງ*ຂອງພະອົງຢູ່ໃນຕົວລາວ ແລະລາວເຮັດບາບເປັນນິດໄສບໍ່ໄດ້ເພາະລາວເກີດມາຈາກພະເຈົ້າ. 10 ຜູ້ໃດເປັນລູກຂອງພະເຈົ້າແລະຜູ້ໃດເປັນລູກຂອງມານຮ້າຍເຫັນໄດ້ຈາກສິ່ງນີ້ ນັ້ນຄື ຄົນທີ່ບໍ່ເຮັດສິ່ງທີ່ຖືກຕ້ອງແລະບໍ່ຮັກພີ່ນ້ອງກໍບໍ່ໄດ້ເກີດມາຈາກພະເຈົ້າ. 11 ພວກເຈົ້າໄດ້ຍິນເລື່ອງນີ້ມາຕັ້ງແຕ່ທຳອິດແລ້ວທີ່ວ່າ ໃຫ້ພວກເຮົາຮັກກັນ 12 ແລະຢ່າເປັນຄືກາອິນທີ່ເປັນຄົນຂອງຊາຕານຕົວຊົ່ວຮ້າຍ ລາວຂ້ານ້ອງຊາຍຕົວເອງ. ເປັນຫຍັງລາວຈຶ່ງຂ້ານ້ອງ? ກໍຍ້ອນການກະທຳຂອງລາວຊົ່ວ ແຕ່ການກະທຳຂອງນ້ອງຖືກຕ້ອງ.*
13 ພີ່ນ້ອງເອີຍ ບໍ່ຕ້ອງແປກໃຈທີ່ໂລກກຽດຊັງພວກເຈົ້າ. 14 ພວກເຮົາຮູ້ວ່າແຕ່ກ່ອນພວກເຮົາຕາຍໄປແລ້ວ ແຕ່ຕອນນີ້ພວກເຮົາມີຊີວິດເພາະພວກເຮົາຮັກພີ່ນ້ອງ. ຄົນທີ່ບໍ່ຮັກພີ່ນ້ອງກໍຍັງຢູ່ໃນຄວາມຕາຍ. 15 ຄົນທີ່ກຽດຊັງພີ່ນ້ອງກໍເປັນຜູ້ຂ້າຄົນ ແລະພວກເຈົ້າກໍຮູ້ວ່າຜູ້ຂ້າຄົນຈະບໍ່ໄດ້ຊີວິດຕະຫຼອດໄປ. 16 ພວກເຮົາໄດ້ມາຮູ້ວ່າຄວາມຮັກເປັນແນວໃດກໍຍ້ອນພະເຢຊູສະລະຊີວິດເພື່ອພວກເຮົາ ພວກເຮົາຈຶ່ງຄວນສະລະຊີວິດເພື່ອພີ່ນ້ອງຄືກັນ. 17 ແຕ່ຖ້າຜູ້ໃດມີຊັບສິນເງິນຄຳທີ່ຈະຊ່ວຍຄົນອື່ນໄດ້ແລະເຫັນພີ່ນ້ອງຂັດສົນ ແຕ່ກໍຍັງໃຈດຳບໍ່ຍອມສະແດງຄວາມເອື້ອເຟື້ອ ຈະບອກໄດ້ແນວໃດວ່າລາວຮັກພະເຈົ້າ? 18 ພວກລູກທີ່ຮັກ ຢ່າໃຫ້ພວກເຮົາຮັກດ້ວຍຄຳເວົ້າເທົ່ານັ້ນ ແຕ່ໃຫ້ຮັກດ້ວຍການກະທຳແລະດ້ວຍຄວາມຈິງໃຈ.
19 ເມື່ອເຮັດແບບນີ້ ພວກເຮົາກໍຮູ້ວ່າພວກເຮົາຢູ່ຝ່າຍຄວາມຈິງ ແລະພວກເຮົາໝັ້ນໃຈໄດ້ວ່າພະເຈົ້າຮັກພວກເຮົາ. 20 ເຖິງວ່າໃຈພວກເຮົາຈະຕຳໜິຕົວເອງສ່ຳໃດ ພະເຈົ້າກໍໃຫຍ່ກວ່າໃຈຂອງພວກເຮົາ*ແລະພະອົງຮູ້ທຸກສິ່ງ. 21 ພີ່ນ້ອງທີ່ຮັກ ຖ້າໃຈພວກເຮົາບໍ່ຕຳໜິຕົວເອງ ພວກເຮົາກໍກ້າເວົ້າກັບພະເຈົ້າໄດ້ຢ່າງໝັ້ນໃຈ 22 ໃນເມື່ອພວກເຮົາຂໍຫຍັງຈາກພະອົງ ພວກເຮົາກໍຈະໄດ້ຮັບຕາມທີ່ຂໍ ເພາະພວກເຮົາເຮັດຕາມທີ່ພະອົງສັ່ງແລະໃຊ້ຊີວິດແບບທີ່ພະອົງພໍໃຈ. 23 ທີ່ຈິງ ສິ່ງທີ່ພະອົງສັ່ງໄວ້ກໍຄື ໃຫ້ພວກເຮົາມີຄວາມເຊື່ອໃນຊື່ພະເຢຊູຄລິດລູກຂອງພະອົງ ແລະໃຫ້ພວກເຮົາຮັກກັນຄືກັບທີ່ພະອົງບອກໄວ້. 24 ນອກຈາກນັ້ນ ຜູ້ທີ່ເຮັດຕາມທີ່ພະເຈົ້າສັ່ງກໍເປັນອັນໜຶ່ງອັນດຽວກັບພະອົງ ແລະພະອົງເປັນອັນໜຶ່ງອັນດຽວກັບລາວ. ພວກເຮົາຮູ້ວ່າພະອົງເປັນອັນໜຶ່ງອັນດຽວກັບພວກເຮົາເພາະພະອົງໃຫ້ພະລັງຂອງພະອົງແກ່ພວກເຮົາ.