ຈົດໝາຍເຖິງຄລິດສະຕຽນໃນເມືອງໂຣມ
12 ພີ່ນ້ອງເອີ້ຍ ຍ້ອນພະເຈົ້າກະລຸນາຕໍ່ພວກເຈົ້າຫຼາຍແທ້ໆ ຂ້ອຍຈຶ່ງຂໍຮ້ອງພວກເຈົ້າໃຫ້ມອບຮ່າງກາຍ+ແລະຊີວິດໃຫ້ພະເຈົ້າຄືກັບເປັນເຄື່ອງບູຊາທີ່ບໍລິສຸດ+ທີ່ເພິ່ນຈະຍອມຮັບ. ຂໍໃຫ້ຮັບໃຊ້ພະເຈົ້າສຸດຄວາມຄິດຂອງພວກເຈົ້າ.+ 2 ໃຫ້ເຊົາຮຽນແບບຄົນໃນໂລກນີ້* ແຕ່ໃຫ້ປ່ຽນແປງໂຕເອງໂດຍປ່ຽນຄວາມຄິດຂອງພວກເຈົ້າໃໝ່+ ເພື່ອພວກເຈົ້າຈະໄດ້ກວດເບິ່ງຈົນໝັ້ນໃຈ+ວ່າອັນໃດແມ່ນສິ່ງທີ່ພະເຈົ້າຕ້ອງການໃຫ້ພວກເຈົ້າເຮັດ ເຊິ່ງເປັນສິ່ງທີ່ດີ ສົມບູນ ແລະເຮັດໃຫ້ເພິ່ນພໍໃຈ.
3 ຂ້ອຍໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ ຂ້ອຍຈຶ່ງຂໍບອກພວກເຈົ້າທຸກຄົນວ່າ ຢ່າຄິດວ່າໂຕເອງສຳຄັນກວ່າຄົນອື່ນ+ ແຕ່ໃຫ້ຄິດແບບສົມເຫດສົມຜົນແລະໃຫ້ຄິດເຖິງໂຕເອງຕາມຂະໜາດຂອງຄວາມເຊື່ອທີ່ພະເຈົ້າໃຫ້ພວກເຈົ້າແຕ່ລະຄົນ.+ 4 ຮ່າງກາຍຂອງພວກເຮົາມີອະໄວຍະວະຫຼາຍສ່ວນ+ ແລະອະໄວຍະວະແຕ່ລະສ່ວນກໍມີໜ້າທີ່ແຕກຕ່າງກັນ. 5 ຄ້າຍຄືກັນ ເຖິງວ່າພວກເຮົາຢູ່ນຳກັນຫຼາຍຄົນ ແຕ່ກໍເປັນຄືກັບຮ່າງກາຍດຽວທີ່ເປັນອັນໜຶ່ງອັນດຽວກັບພະຄລິດ ແລະເປັນຄືກັບອະໄວຍະວະຂອງກັນແລະກັນ.+ 6 ພວກເຮົາໄດ້ຮັບຄວາມສາມາດ*ຕ່າງກັນຕາມຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າ.+ ດັ່ງນັ້ນ ຖ້າຜູ້ໃດມີຄວາມສາມາດໃນການພະຍາກອນ ກໍໃຫ້ພະຍາກອນຕາມຂະໜາດຂອງຄວາມເຊື່ອທີ່ພະເຈົ້າໃຫ້. 7 ຖ້າຜູ້ໃດມີຄວາມສາມາດໃນການຮັບໃຊ້ຄົນອື່ນ ກໍໃຫ້ຮັບໃຊ້ເຕັມທີ. ຖ້າຜູ້ໃດມີຄວາມສາມາດໃນການສອນ ກໍໃຫ້ທຸ່ມເທໃນການສອນ.+ 8 ຖ້າຜູ້ໃດມີຄວາມສາມາດໃນການໃຫ້ກຳລັງໃຈ ກໍໃຫ້ລາວໃຫ້ກຳລັງໃຈຄົນອື່ນ.+ ຖ້າຜູ້ໃດມີຄວາມສາມາດໃນການໃຫ້ ກໍໃຫ້ລາວໃຫ້ຢ່າງໃຈກວ້າງ.+ ຖ້າຜູ້ໃດມີຄວາມສາມາດໃນການນຳໜ້າ ກໍໃຫ້ນຳໜ້າຢ່າງຈິງຈັງ.+ ຖ້າຜູ້ໃດເປັນຄົນມັກອີ່ຕົນຄົນອື່ນ ກໍໃຫ້ອີ່ຕົນສຸດຫົວໃຈ.+
9 ໃຫ້ຮັກຄົນອື່ນຈາກໃຈຈິງ.+ ໃຫ້ຊັງສິ່ງທີ່ຊົ່ວ+ແລະໃຫ້ຍຶດໝັ້ນກັບສິ່ງທີ່ດີ. 10 ໃຫ້ຮັກກັນແບບພີ່ນ້ອງ. ໃຫ້ເປັນຝ່າຍເລີ່ມໃຫ້ກຽດຄົນອື່ນກ່ອນ.+ 11 ໃຫ້ເປັນຄົນດຸໝັ່ນ ຢ່າຂີ້ຄ້ານ.+ ໃຫ້ພະລັງຂອງພະເຈົ້າກະຕຸ້ນພວກເຈົ້າໃຫ້ມີໃຈກະຕືລືລົ້ນ.+ ໃຫ້ຮັບໃຊ້ພະເຢໂຫວາ*ສຸດຫົວໃຈ.*+ 12 ໃຫ້ຄວາມຫວັງຂອງພວກເຈົ້າເຮັດໃຫ້ພວກເຈົ້າມີຄວາມສຸກ. ໃຫ້ອົດທົນເມື່ອເຈິຄວາມທຸກລຳບາກ.+ ໃຫ້ອະທິດຖານເລື້ອຍໆ.+ 13 ໃຫ້ຊ່ວຍພີ່ນ້ອງ*ທີ່ຕ້ອງການຄວາມຊ່ວຍເຫຼືອ.+ ໃຫ້ມີນ້ຳໃຈຕ້ອນຮັບແຂກ.+ 14 ໃຫ້ອວຍພອນຄົນທີ່ຂົ່ມເຫງພວກເຈົ້າ.+ ໃຫ້ອວຍພອນແລະຢ່າສາບແຊ່ງຜູ້ໃດ.+ 15 ໃຫ້ມີຄວາມສຸກກັບຄົນທີ່ມີຄວາມສຸກ. ໃຫ້ຮ້ອງໄຫ້ກັບຄົນທີ່ຮ້ອງໄຫ້. 16 ໃຫ້ພວກເຈົ້າເບິ່ງຄົນອື່ນຄືກັບທີ່ເບິ່ງໂຕເອງ. ຢ່າຄິດມັກໃຫຍ່ໃຝ່ສູງ ແຕ່ໃຫ້ຖ່ອມໂຕລົງ.+ ຢ່າຖືວ່າໂຕເອງສະຫຼາດກວ່າຄົນອື່ນ.+
17 ຖ້າມີຄົນເຮັດຊົ່ວຕໍ່ພວກເຈົ້າ ຢ່າເຮັດຊົ່ວໃສ່ເຂົາເຈົ້າຄືນ.+ ໃຫ້ພະຍາຍາມເຮັດສິ່ງທີ່ທຸກຄົນເຫັນວ່າດີ. 18 ໃຫ້ພວກເຈົ້າພະຍາຍາມຫຼາຍທີ່ສຸດເພື່ອຈະສ້າງຄວາມສະຫງົບສຸກກັບທຸກຄົນ.+ 19 ພີ່ນ້ອງທີ່ຮັກ ຢ່າແກ້ແຄ້ນດ້ວຍໂຕເອງ ແຕ່ປ່ອຍໃຫ້ພະເຈົ້າສະແດງຄວາມໃຈຮ້າຍຕໍ່ຜູ້ທີ່ເຮັດຜິດດີກວ່າ.+ ພະຄຳພີບອກໄວ້ວ່າ: “ພະເຢໂຫວາ*ບອກວ່າ ‘ການແກ້ແຄ້ນເປັນໜ້າທີ່ຂອງເຮົາ ເຮົາຈະເປັນຜູ້ຕອບແທນເອງ.’”+ 20 ແຕ່ “ຖ້າສັດຕູຂອງພວກເຈົ້າຫິວເຂົ້າ ກໍເອົາເຂົ້າໃຫ້ລາວກິນ. ຖ້າລາວຫິວນ້ຳ ກໍເອົານ້ຳໃຫ້ລາວກິນ. ການເຮັດແນວນັ້ນຈະເປັນຄືກັບການກອງຖ່ານໄຟຮ້ອນໆຢູ່ເທິງຫົວຂອງລາວ.”*+ 21 ຢ່າໃຫ້ຄວາມຊົ່ວຊະນະພວກເຈົ້າໄດ້ ແຕ່ໃຫ້ເອົາຊະນະຄວາມຊົ່ວດ້ວຍຄວາມດີ.+