ຈົດໝາຍສະບັບທີສອງຂອງເປໂຕ
3 ພີ່ນ້ອງທີ່ຮັກ ນີ້ເປັນຈົດໝາຍສະບັບທີ 2 ທີ່ຂ້ອຍຂຽນຫາພວກເຈົ້າ. ໃນຈົດໝາຍທັງສອງສະບັບນີ້ ຂ້ອຍຢາກເຕືອນບາງເລື່ອງເພື່ອກະຕຸ້ນພວກເຈົ້າໃຫ້ຄິດຢ່າງຖືກຕ້ອງ+ 2 ພວກເຈົ້າຈຶ່ງຈະບໍ່ລືມເລື່ອງທີ່ພວກຜູ້ພະຍາກອນທີ່ບໍລິສຸດເຄີຍບອກໄວ້ ລວມທັງສິ່ງທີ່ຜູ້ຊ່ວຍໃຫ້ລອດເຊິ່ງເປັນນາຍຂອງພວກເຮົາສັ່ງໄວ້ຜ່ານທາງພວກອັກຄະສາວົກ.* 3 ກ່ອນອື່ນຂ້ອຍຢາກບອກໃຫ້ພວກເຈົ້າຮູ້ວ່າ ໃນສະໄໝສຸດທ້າຍຈະມີຄົນເຮັດຕາມໃຈໂຕເອງແລະມັກມາເຍາະເຍີ້ຍສຽດສີ.+ 4 ເຂົາເຈົ້າຈະເວົ້າວ່າ: “ຢູ່ໃສ ການມາ*ຂອງຜູ້ທີ່ສັນຍາໄວ້?+ ຕັ້ງແຕ່ສະໄໝປູ່ຍ່າຕານາຍຂອງພວກເຮົາ* ທຸກຢ່າງກໍຍັງຄືກັບຕອນທຳອິດທີ່ພະເຈົ້າສ້າງໂລກ.”+
5 ເຂົາເຈົ້າເບິ່ງຂ້າມຄວາມຈິງຂໍ້ນີ້ທີ່ວ່າ ຄຳເວົ້າຂອງພະເຈົ້າເຮັດໃຫ້ມີທ້ອງຟ້າ ເຮັດໃຫ້ພື້ນດິນແຍກອອກຈາກນ້ຳ ແລະເຮັດໃຫ້ໂລກຖືກຫໍ່ຫຸ້ມດ້ວຍນ້ຳ.+ 6 ສິ່ງເຫຼົ່ານີ້ເຮັດໃຫ້ຄົນໃນໂລກສະໄໝນັ້ນຖືກທຳລາຍຕອນນ້ຳມາຖ້ວມໂລກ.+ 7 ດ້ວຍຄຳເວົ້າຂອງພະເຈົ້າ ຟ້າກັບໂລກທີ່ມີຢູ່ຕອນນີ້ຈຶ່ງຖືກຈົ່ງໄວ້ເພື່ອໃຫ້ຖືກທຳລາຍດ້ວຍໄຟໃນມື້ຕັດສິນ. ໃນມື້ນັ້ນ ຄົນທີ່ໝິ່ນປະໝາດພະເຈົ້າຈະຕ້ອງຖືກທຳລາຍ.+
8 ພີ່ນ້ອງທີ່ຮັກ ຢ່າລືມວ່າສຳລັບພະເຢໂຫວາ* ມື້ດຽວຄືກັບ 1.000 ປີ ແລະ 1.000 ປີກໍຄືກັບມື້ດຽວ.+ 9 ພະເຢໂຫວາ*ບໍ່ໄດ້ຊ້າທີ່ຈະເຮັດຕາມຄຳສັນຍາຂອງເພິ່ນ+ແບບທີ່ບາງຄົນຄິດ. ເພິ່ນອົດທົນກັບພວກເຈົ້າຍ້ອນບໍ່ຢາກໃຫ້ຜູ້ໃດຕ້ອງຖືກທຳລາຍ ແຕ່ຢາກໃຫ້ທຸກຄົນກັບໃຈ.+ 10 ວັນຂອງພະເຢໂຫວາ*+ຈະມາຄືກັບຂີ້ລັກມາ.+ ໃນມື້ນັ້ນ ທ້ອງຟ້າຈະສູນຫາຍໄປ+ດ້ວຍສຽງດັງສະໜັ່ນ ທາດຕ່າງໆຈະເປື່ອຍຍ້ອນມີຄວາມຮ້ອນຫຼາຍ ແລະໂລກກັບທຸກສິ່ງທີ່ຖືກສ້າງຂຶ້ນມາຈະຖືກເປີດໂປງ.+
11 ໃນເມື່ອສິ່ງເຫຼົ່ານີ້ຕ້ອງສະຫຼາຍໄປແບບນັ້ນ ພວກເຈົ້າຕ້ອງຄິດໃຫ້ດີວ່າຄວນເປັນຄົນແບບໃດ. ພວກເຈົ້າຄວນປະພຶດໂຕໃຫ້ບໍລິສຸດແລະເຮັດສິ່ງທີ່ສະແດງວ່າພວກເຈົ້າຢ້ານຢຳພະເຈົ້າ 12 ໃນຕອນທີ່ພວກເຈົ້າລໍຖ້າແລະຄິດຢູ່ສະເໝີວ່າວັນຂອງພະເຢໂຫວາ*ໃກ້ເຂົ້າມາແລ້ວ.*+ ເມື່ອຮອດມື້ນັ້ນ ທ້ອງຟ້າຈະຖືກໄຟເຜົາທຳລາຍ+ແລະທາດຕ່າງໆຈະເປື່ອຍຍ້ອນມີຄວາມຮ້ອນຫຼາຍ. 13 ແຕ່ວ່າມີຟ້າສະຫວັນໃໝ່ແລະໂລກໃໝ່ທີ່ພວກເຮົາລໍຖ້າຕາມທີ່ພະເຈົ້າສັນຍາໄວ້.+ ຢູ່ຫັ້ນ ທຸກຄົນຈະເຮັດສິ່ງທີ່ຖືກຕ້ອງຕະຫຼອດໄປ.+
14 ພີ່ນ້ອງທີ່ຮັກ ໃນເມື່ອພວກເຈົ້າກຳລັງລໍຖ້າສິ່ງເຫຼົ່ານີ້ຢູ່ກໍໃຫ້ພະຍາຍາມສຸດຄວາມສາມາດ ເພື່ອໃນທີ່ສຸດພະເຈົ້າຈະເຫັນວ່າພວກເຈົ້າບໍ່ມີຮອຍດ່າງ ບໍ່ມີຮອຍຕຳໜິ ແລະມີສັນຕິສຸກ.+ 15 ນອກຈາກນັ້ນ ໃຫ້ຈື່ໄວ້ວ່າຄວາມອົດທົນຂອງຜູ້ເປັນນາຍເຮັດໃຫ້ພວກເຮົາມີໂອກາດລອດໄດ້ຄືກັບທີ່ໂປໂລພີ່ນ້ອງທີ່ຮັກຂອງພວກເຮົາໄດ້ຂຽນຫາພວກເຈົ້າຕາມສະຕິປັນຍາທີ່ລາວໄດ້ຮັບຈາກພະເຈົ້າ.+ 16 ລາວເວົ້າເລື່ອງເຫຼົ່ານີ້ໃນຈົດໝາຍທຸກສະບັບຂອງລາວ ແຕ່ມີບາງເລື່ອງໃນຈົດໝາຍເຫຼົ່ານັ້ນທີ່ເຂົ້າໃຈຍາກເຊິ່ງຄົນທີ່ບໍ່ຮູ້ຈັກດີ*ແລະບໍ່ໝັ້ນຄົງເອົາໄປບິດເບືອນ ຄືກັບທີ່ເຂົາເຈົ້າບິດເບືອນພະຄຳພີສ່ວນອື່ນໆນຳແລະເຮັດໃຫ້ໂຕເອງຕ້ອງຈິບຫາຍ.
17 ພີ່ນ້ອງທີ່ຮັກ ເມື່ອຮູ້ເລື່ອງນີ້ແລ້ວ ກໍໃຫ້ລະວັງຢ່າຖືກຊັກຈູງໃຫ້ຫຼົງໄປກັບເຂົາເຈົ້າດ້ວຍເລື່ອງຕົວະຂອງຄົນຊົ່ວແລະກາຍເປັນຄົນບໍ່ໝັ້ນຄົງ.+ 18 ແຕ່ຂໍໃຫ້ພວກເຈົ້າໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ຫຼາຍຂຶ້ນເລື້ອຍໆ ແລະມີຄວາມຮູ້ທີ່ເລິກເຊິ່ງເລື່ອງພະເຢຊູຄລິດຜູ້ເປັນນາຍແລະຜູ້ຊ່ວຍໃຫ້ລອດຂອງພວກເຮົາ. ຂໍໃຫ້ເພິ່ນໄດ້ຮັບການຍ້ອງຍໍສັນລະເສີນທັງຕອນນີ້ແລະຕະຫຼອດໄປ. ອາແມນ.*