ຈົດໝາຍເຖິງຄລິດສະຕຽນຄົນເຮັບເຣີ
13 ຂໍໃຫ້ພວກເຈົ້າຮັກກັນແບບພີ່ນ້ອງຕໍ່ໆໄປ.+ 2 ຢ່າລືມສະແດງນ້ຳໃຈຕ້ອນຮັບແຂກ+ ຍ້ອນບາງຄົນທີ່ເຮັດແບບນັ້ນໄດ້ຕ້ອນຮັບພວກທູດສະຫວັນໂດຍບໍ່ຮູ້ໂຕ.+ 3 ຂໍໃຫ້ຄິດເຖິງຄົນທີ່ຖືກຂັງຢູ່+ຄືກັບວ່າພວກເຈົ້າເອງກໍຖືກຂັງນຳກັນກັບເຂົາເຈົ້າ+ ແລະໃຫ້ຄິດເຖິງຄົນທີ່ຖືກຂົ່ມເຫງ ຍ້ອນພວກເຈົ້າເອງກໍເປັນມະນຸດຄືກັນ.* 4 ໃຫ້ທຸກຄົນນັບຖືການຈັດກຽມຂອງພະເຈົ້າເລື່ອງການແຕ່ງດອງ ແລະໃຫ້ຜົວເມຍສັດຊື່ຕໍ່ກັນ+ ຍ້ອນພະເຈົ້າຈະຕັດສິນລົງໂທດຄົນທີ່ເຮັດຜິດສິນລະທຳທາງເພດ*ແລະຄົນຫຼິ້ນຊູ້.+ 5 ຢ່າໃຊ້ຊີວິດແບບຄົນຮັກເງິນ+ ແຕ່ໃຫ້ພວກເຈົ້າພໍໃຈໃນສິ່ງທີ່ມີຢູ່+ ຍ້ອນພະເຈົ້າບອກໄວ້ວ່າ: “ເຮົາຈະບໍ່ປະບໍ່ຖິ້ມເຈົ້າ ເຮົາຈະຊ່ວຍເຈົ້າຕະຫຼອດ.”+ 6 ພວກເຮົາຈຶ່ງມີຄວາມກ້າແລະເວົ້າໄດ້ວ່າ: “ພະເຢໂຫວາ*ເປັນຜູ້ຊ່ວຍເຫຼືອຂ້ອຍ ຂ້ອຍຈະບໍ່ຢ້ານຫຍັງ. ມະນຸດຈະເຮັດຫຍັງຂ້ອຍໄດ້?”+
7 ໃຫ້ຄິດເຖິງຄົນທີ່ນຳໜ້າໃນພວກເຈົ້າ+ທີ່ສອນຖ້ອຍຄຳຂອງພະເຈົ້າໃຫ້ພວກເຈົ້າ ແລະໃຫ້ສັງເກດເບິ່ງຜົນດີທີ່ເກີດຈາກການກະທຳຂອງເຂົາເຈົ້າແລະຮຽນແບບຄວາມເຊື່ອຂອງເຂົາເຈົ້າ.+
8 ພະເຢຊູຄລິດຍັງເປັນຄືເກົ່າ ບໍ່ວ່າຈະເປັນມື້ວານນີ້ ມື້ນີ້ ຫຼືຕະຫຼອດໄປໃນອະນາຄົດ.
9 ຢ່າຫຼົງໄປກັບຄຳສອນຕ່າງໆທີ່ແປກໆ. ສິ່ງທີ່ຈະຊ່ວຍພວກເຈົ້າໃຫ້ເຂັ້ມແຂງ*ແມ່ນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າບໍ່ແມ່ນອາຫານການກິນ* ຍ້ອນຄົນທີ່ໃຫ້ຄວາມສຳຄັນຫຼາຍເກີນໄປກັບເລື່ອງອາຫານຈະບໍ່ໄດ້ຮັບປະໂຫຍດຫຍັງຈາກສິ່ງນັ້ນ.+
10 ພວກເຮົາມີແທ່ນບູຊາແທ່ນໜຶ່ງ ເຊິ່ງຄົນທີ່ຮັບໃຊ້ຢູ່ເຕັ້ນສັກສິດບໍ່ມີສິດກິນເຄື່ອງບູຊາຈາກແທ່ນນີ້.+ 11 ປະໂລຫິດໃຫຍ່ເອົາເລືອດຂອງສັດເຂົ້າໄປໃນບ່ອນບໍລິສຸດ*ເພື່ອໄຖ່ບາບ ສ່ວນໂຕຂອງມັນກໍເອົາໄປເຜົາຢູ່ນອກຄ້າຍ.+ 12 ຄ້າຍຄືກັນ ພະເຢຊູກໍທົນທຸກທໍລະມານຢູ່ນອກປະຕູເມືອງ+ແລະໃຊ້ເລືອດຂອງເພິ່ນເພື່ອເຮັດໃຫ້ຄົນບໍລິສຸດ.+ 13 ດັ່ງນັ້ນ ໃຫ້ພວກເຮົາອອກໄປຫາເພິ່ນຢູ່ນອກຄ້າຍແລະຍອມທົນທຸກກັບຄວາມອັບອາຍແບບທີ່ເພິ່ນເຄີຍອົດທົນນັ້ນ.+ 14 ຍ້ອນພວກເຮົາບໍ່ໄດ້ມີເມືອງທີ່ຖາວອນຢູ່ນີ້ ແຕ່ພວກເຮົາຕັ້ງໃຈລໍຖ້າເມືອງທີ່ຈະມາໃນອະນາຄົດ.+ 15 ໂດຍຜ່ານທາງພະເຢຊູ ໃຫ້ພວກເຮົາມອບເຄື່ອງບູຊາທີ່ເປັນຄຳສັນລະເສີນໃຫ້ພະເຈົ້າສະເໝີ+ ເຊິ່ງແມ່ນຄຳເວົ້າທີ່ອອກຈາກປາກພວກເຮົາ.+ ພວກເຮົາເຮັດແບບນີ້ໂດຍປະກາດຊື່ຂອງເພິ່ນຢ່າງເປີດເຜີຍ.+ 16 ນອກຈາກນັ້ນ ຢ່າລືມເຮັດດີແລະແບ່ງປັນສິ່ງຂອງໃຫ້ຄົນອື່ນ+ ຍ້ອນພະເຈົ້າພໍໃຈເຄື່ອງບູຊາແບບນັ້ນ.+
17 ໃຫ້ເຊື່ອຟັງ+ແລະຍອມຮັບອຳນາດຂອງຜູ້ທີ່ນຳໜ້າພວກເຈົ້າ+ ຍ້ອນເຂົາເຈົ້າເຝົ້າເບິ່ງແຍງພວກເຈົ້າຄືກັບຄົນທີ່ຕ້ອງລາຍງານຕໍ່ນາຍ.+ ຖ້າພວກເຈົ້າເຮັດແບບນີ້ ເຂົາເຈົ້າຈະເຮັດວຽກຢ່າງມີຄວາມສຸກແລະບໍ່ຕ້ອງເມື່ອຍໃຈ ແລ້ວພວກເຈົ້າກໍຈະບໍ່ໄດ້ຮັບຄວາມເສຍຫາຍຫຍັງ.
18 ຂໍໃຫ້ອະທິດຖານເພື່ອພວກເຮົາຕໍ່ໆໄປ. ພວກເຮົາໝັ້ນໃຈວ່າບໍ່ມີຫຍັງຈະລົບກວນໃຈຮູ້ຜິດຮູ້ຖືກຂອງພວກເຮົາ ຍ້ອນພວກເຮົາຕັ້ງໃຈຈະປະພຶດໂຕສັດຊື່ໃນທຸກເລື່ອງ.+ 19 ແຕ່ຂ້ອຍຂໍຮ້ອງພວກເຈົ້າເປັນພິເສດໃຫ້ຊ່ວຍອະທິດຖານເພື່ອໃຫ້ຂ້ອຍໄດ້ກັບໄປຫາພວກເຈົ້າໄວຂຶ້ນ.
20 ພະເຈົ້າໄດ້ປຸກຜູ້ລ້ຽງແກະທີ່ຍິ່ງໃຫຍ່+ເຊິ່ງແມ່ນພະເຢຊູຜູ້ເປັນນາຍຂອງພວກເຮົາໃຫ້ຄືນມາຈາກຕາຍ ແລະພະເຢຊູໄດ້ມອບເລືອດໃຫ້ພະເຈົ້າເພື່ອເຮັດໃຫ້ສັນຍາທີ່ຈະຢູ່ຕະຫຼອດໄປມີຜົນບັງຄັບໃຊ້. ຂໍໃຫ້ພະເຈົ້າຜູ້ໃຫ້ສັນຕິສຸກ 21 ໃຫ້ພວກເຈົ້າມີສິ່ງດີໆທຸກຢ່າງເພື່ອຈະເຮັດຕາມທີ່ເພິ່ນຕ້ອງການ ແລະຂໍໃຫ້ເພິ່ນກະຕຸ້ນພວກເຮົາໂດຍທາງພະເຢຊູຄລິດໃຫ້ເຮັດສິ່ງທີ່ເພິ່ນພໍໃຈ. ຂໍໃຫ້ພະເຈົ້າໄດ້ຮັບການຍ້ອງຍໍສັນລະເສີນຕະຫຼອດໄປ. ອາແມນ.*
22 ພີ່ນ້ອງເອີ້ຍ ຂ້ອຍຂໍຮ້ອງພວກເຈົ້າໃຫ້ອົດທົນຟັງສິ່ງທີ່ຂ້ອຍເວົ້າ. ຂ້ອຍຂຽນຈົດໝາຍສັ້ນໆສະບັບນີ້ກໍເພື່ອໃຫ້ກຳລັງໃຈພວກເຈົ້າ. 23 ຂ້ອຍຢາກບອກໃຫ້ຮູ້ວ່າຕີໂມທຽວພີ່ນ້ອງຂອງພວກເຮົາຖືກປ່ອຍໂຕແລ້ວ. ຖ້າລາວມາຮອດໄວ ຂ້ອຍກໍຈະໄປຫາພວກເຈົ້າພ້ອມກັບລາວ.
24 ຂ້ອຍຂໍຝາກຄວາມຄິດຮອດໄປຫາຜູ້ທີ່ນຳໜ້າໃນພວກເຈົ້າແລະຜູ້ບໍລິສຸດທຸກຄົນ. ພີ່ນ້ອງທີ່ຢູ່ປະເທດອີຕາລີ+ກໍຝາກຄວາມຄິດຮອດໄປຫາພວກເຈົ້ານຳ.
25 ຂໍໃຫ້ພວກເຈົ້າທຸກຄົນໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ຈາກພະເຈົ້າ.