ຂ່າວດີທີ່ຂຽນໂດຍມາຣະໂກ
12 ແລ້ວພະເຢຊູກໍຍົກຕົວຢ່າງປຽບທຽບໃຫ້ຟັງວ່າ: “ມີຜູ້ຊາຍຄົນໜຶ່ງປູກໝາກລະແຊັງ+ແລະເຮັດຮົ້ວອ້ອມສວນ. ລາວຂຸດອ່າງຢຽບໝາກລະແຊັງໃນສວນນັ້ນ ແລະຍັງສ້າງຫໍຄອຍໄວ້ນຳອີກ.+ ເມື່ອສ້າງແລ້ວໆ ລາວກໍໃຫ້ຄົນມາເຊົ່າສວນໝາກລະແຊັງ ຈາກນັ້ນລາວກໍໄປຕ່າງປະເທດ.+ 2 ເມື່ອຮອດຍາມເກັບໝາກລະແຊັງ ເຈົ້າຂອງສວນໄດ້ສົ່ງທາດຄົນໜຶ່ງໄປເອົາສ່ວນແບ່ງໝາກລະແຊັງຈາກຄົນເຊົ່າສວນ. 3 ແຕ່ຄົນເຊົ່າສວນຈັບທາດຄົນນັ້ນໄວ້ ຕີລາວ ແລ້ວໄລ່ລາວກັບເມືອມືເປົ່າ. 4 ເຈົ້າຂອງສວນຈຶ່ງສົ່ງທາດອີກຄົນໜຶ່ງໄປຫາຄົນເຊົ່າສວນ ແຕ່ພວກນັ້ນຕີຫົວລາວແລະເຮັດໃຫ້ລາວອັບອາຍ.+ 5 ແລ້ວເຈົ້າຂອງສວນກໍສົ່ງທາດອີກຄົນໜຶ່ງໄປ ຄົນເຊົ່າສວນໄດ້ຂ້າທາດຄົນນັ້ນ. ແຕ່ເຈົ້າຂອງສວນກໍຍັງສົ່ງທາດໄປອີກເລື້ອຍໆ. ບາງຄົນຖືກຕີ ແລະບາງຄົນກໍຖືກຂ້າຕາຍ. 6 ເຈົ້າຂອງສວນມີລູກຊາຍຄົນໜຶ່ງທີ່ລາວຮັກຫຼາຍ.+ ໃນທີ່ສຸດ ລາວກໍສົ່ງລູກຜູ້ນີ້ໄປຫາຄົນເຊົ່າສວນ ຍ້ອນຄິດວ່າ ‘ພວກນັ້ນຄືຊິນັບຖືລູກຂອງຂ້ອຍ.’ 7 ແຕ່ຄົນເຊົ່າສວນກໍພາກັນເວົ້າວ່າ ‘ນີ້ເດະ ຜູ້ທີ່ຈະໄດ້ຮັບມໍລະດົກ!+ ຂ້າມັນໂລດ ແລ້ວສວນນີ້ຈະເປັນຂອງພວກເຮົາ.’ 8 ພວກນັ້ນຈຶ່ງຈັບລູກຊາຍເຈົ້າຂອງສວນໄປຂ້າ ແລ້ວໂຍນອອກໄປນອກສວນໝາກລະແຊັງ.+ 9 ພວກເຈົ້າຄິດວ່າເມື່ອເຈົ້າຂອງສວນມາ ລາວຈະເຮັດຫຍັງ? ລາວກໍຈະຂ້າຄົນເຊົ່າສວນ ແລ້ວໃຫ້ຄົນອື່ນມາເຊົ່າສວນໝາກລະແຊັງແທນ.+ 10 ພວກເຈົ້າບໍ່ເຄີຍອ່ານບໍ? ພະຄຳພີບອກວ່າ ‘ຫີນທີ່ຊ່າງກໍ່ສ້າງໄດ້ຖິ້ມແລ້ວໄດ້ກາຍມາເປັນຫີນຫົວແຈຫຼັກ.*+ 11 ຫີນນີ້ມາຈາກພະເຢໂຫວາ*ແລະພວກເຮົາເຫັນວ່າມັນດີແທ້ໆ.’”+
12 ພວກຫົວໜ້າສາສະໜາຮູ້ວ່າພະເຢຊູກຳລັງໝາຍເຖິງເຂົາເຈົ້າ. ເຂົາເຈົ້າຈຶ່ງຫາທາງຈັບເພິ່ນ ແຕ່ກໍຢ້ານປະຊາຊົນ. ດັ່ງນັ້ນ ເຂົາເຈົ້າຈຶ່ງໜີໄປຈາກເພິ່ນ.+
13 ຕໍ່ມາ ເຂົາເຈົ້າຈຶ່ງໃຊ້ບາງຄົນທີ່ເປັນຟາຣີຊາຍກັບບາງຄົນທີ່ເປັນພັກພວກຂອງເຮໂຣດໄປຫາພະເຢຊູເພື່ອຫາທາງຈັບຜິດຄຳເວົ້າຂອງເພິ່ນ.+ 14 ເມື່ອພວກນັ້ນມາຮອດກໍເວົ້າກັບພະເຢຊູວ່າ: “ອາຈານ ພວກເຮົາຮູ້ວ່າທ່ານເປັນຄົນສັດຊື່. ທ່ານບໍ່ໄດ້ເຮັດເພື່ອເອົາໃຈຜູ້ໃດແລະບໍ່ເຫັນແກ່ໜ້າຜູ້ໃດ ແຕ່ທ່ານສອນຄຳສອນຂອງພະເຈົ້າແບບກົງໄປກົງມາ. ຂໍຖາມແດ່ວ່າ ຖືກບໍທີ່ພວກເຮົາຈະເສຍພາສີໃຫ້ກາຍຊາ?* 15 ພວກເຮົາຄວນເສຍຫຼືບໍ່ຄວນເສຍ?” ພະເຢຊູຮູ້ເລ່ລ່ຽມຂອງເຂົາເຈົ້າຈຶ່ງຕອບວ່າ: “ເປັນຫຍັງພວກເຈົ້າຫາເລື່ອງຈັບຜິດຂ້ອຍ? ເອົາຫຼຽນເດນາຣິອົນ*ມາໃຫ້ຂ້ອຍດຸ.” 16 ເຂົາເຈົ້າກໍຍື່ນຫຼຽນໜຶ່ງໃຫ້ເພິ່ນ ແລ້ວເພິ່ນຖາມເຂົາເຈົ້າວ່າ: “ນີ້ແມ່ນຮູບໃຜແລະຊື່ຂອງຜູ້ໃດ?” ເຂົາເຈົ້າຕອບວ່າ: “ກາຍຊາ.” 17 ພະເຢຊູຈຶ່ງເວົ້າວ່າ: “ສິ່ງທີ່ເປັນຂອງກາຍຊາກໍໃຫ້ກາຍຊາ+ ແລະສິ່ງທີ່ເປັນຂອງພະເຈົ້າກໍໃຫ້ພະເຈົ້າ.”+ ເຂົາເຈົ້າຈຶ່ງງຶດໃນຄຳເວົ້າຂອງເພິ່ນ.
18 ແລ້ວພວກຊາດູກາຍກໍມາຫາພະເຢຊູ. ພວກນີ້ບໍ່ເຊື່ອເລື່ອງການຄືນມາຈາກຕາຍ.+ ເຂົາເຈົ້າຖາມວ່າ:+ 19 “ອາຈານ ໂມເຊຂຽນບອກພວກເຮົາໄວ້ວ່າ ຖ້າຜູ້ຊາຍຄົນໃດຕາຍແລະປະເມຍໄວ້ ແຕ່ຍັງບໍ່ມີລູກ ອ້າຍຫຼືນ້ອງຊາຍຂອງລາວຄວນແຕ່ງດອງກັບເມຍຂອງຜູ້ຕາຍ ແລະມີລູກໃຫ້ຜູ້ທີ່ຕາຍ.+ 20 ມີຄອບຄົວໜຶ່ງມີລູກຊາຍ 7 ຄົນ. ລູກກົກແຕ່ງດອງກັບຜູ້ຍິງຄົນໜຶ່ງແລ້ວກໍຕາຍຕອນທີ່ຍັງບໍ່ມີລູກ. 21 ລູກຜູ້ທີ 2 ຈຶ່ງເອົາຜູ້ຍິງຄົນນັ້ນມາເປັນເມຍ ແຕ່ລາວກໍຕາຍຄືກັນຕອນຍັງບໍ່ມີລູກ. ເລື່ອງແບບດຽວກັນນີ້ເກີດຂຶ້ນກັບລູກຜູ້ຕໍ່ໄປ. 22 ທັງເຈັດຄົນຕາຍຕອນທີ່ຍັງບໍ່ມີລູກ. ສຸດທ້າຍ ຜູ້ຍິງຄົນນັ້ນກໍຕາຍຄືກັນ. 23 ແລ້ວຕອນທີ່ທຸກຄົນຄືນມາຈາກຕາຍ ຜູ້ຍິງຄົນນັ້ນຈະເປັນເມຍຂອງຜູ້ໃດ? ຍ້ອນທັງເຈັດຄົນເຄີຍເປັນຜົວຂອງລາວ.” 24 ພະເຢຊູຕອບເຂົາເຈົ້າວ່າ: “ພວກເຈົ້າຄິດຜິດແລ້ວ. ພວກເຈົ້າບໍ່ເຂົ້າໃຈພະຄຳພີແລະບໍ່ຮູ້ວ່າລິດເດດຂອງພະເຈົ້າເຮັດຫຍັງໄດ້ແດ່.+ 25 ເມື່ອຄືນມາຈາກຕາຍ ທັງຜູ້ຊາຍແລະຜູ້ຍິງຈະບໍ່ແຕ່ງດອງ ແຕ່ຈະເປັນຄືກັບພວກທູດສະຫວັນ.+ 26 ໃນເລື່ອງທີ່ຄົນຕາຍຈະຟື້ນຄືນມານັ້ນ ພວກເຈົ້າບໍ່ໄດ້ອ່ານໃນປຶ້ມຂອງໂມເຊບໍທີ່ພະເຈົ້າເວົ້າກັບລາວຢູ່ຟຸ່ມໄມ້ວ່າ ‘ເຮົາແມ່ນພະເຈົ້າຂອງອັບຣາຮາມ ພະເຈົ້າຂອງອີຊາກ ແລະພະເຈົ້າຂອງຢາໂຄບ’?+ 27 ເພິ່ນບໍ່ໄດ້ເປັນພະເຈົ້າຂອງຄົນຕາຍ ແຕ່ເປັນພະເຈົ້າຂອງຄົນທີ່ຍັງມີຊີວິດຢູ່. ພວກເຈົ້ານິເຂົ້າໃຈຜິດແທ້ໆ.”+
28 ມີຄູສອນສາສະໜາຜູ້ໜຶ່ງຢືນຟັງເລື່ອງທີ່ພວກຊາດູກາຍຖຽງກັບພະເຢຊູ ແລະເຫັນວ່າພະເຢຊູຕອບໄດ້ດີ ລາວຈຶ່ງຖາມເພິ່ນວ່າ: “ກົດໝາຍຂອງໂມເຊຂໍ້ໃດສຳຄັນທີ່ສຸດ?”+ 29 ພະເຢຊູຕອບວ່າ: “ຂໍ້ທີ່ສຳຄັນທີ່ສຸດແມ່ນ ‘ພວກອິດສະຣາເອນ ຟັງໃຫ້ດີໆເດີ້. ພະເຢໂຫວາ*ເປັນພະເຈົ້າຂອງພວກເຮົາ ແລະພະເຢໂຫວາ*ມີພຽງອົງດຽວເທົ່ານັ້ນ. 30 ເຈົ້າຕ້ອງຮັກພະເຢໂຫວາ*ພະເຈົ້າຂອງເຈົ້າສຸດຫົວໃຈ ສຸດຊີວິດ ສຸດຄວາມຄິດ ແລະສຸດກຳລັງຂອງເຈົ້າ.’+ 31 ຂໍ້ທີ 2 ແມ່ນ ‘ໃຫ້ຮັກເພື່ອນບ້ານຄືກັບຮັກໂຕເອງ.’+ ບໍ່ມີກົດໝາຍຂໍ້ໃດສຳຄັນກວ່າ 2 ຂໍ້ນີ້ອີກແລ້ວ.” 32 ຄູສອນສາສະໜາຜູ້ນັ້ນບອກພະເຢຊູວ່າ: “ອາຈານ ທ່ານເວົ້າໄດ້ດີແລະຖືກຕ້ອງທີ່ວ່າ ‘ພະເຈົ້າມີພຽງອົງດຽວເທົ່ານັ້ນ ແລະບໍ່ມີພະເຈົ້າອື່ນນອກຈາກເພິ່ນ.’+ 33 ການຮັກພະເຈົ້າດ້ວຍສຸດຫົວໃຈ ສຸດຄວາມຄິດ ແລະສຸດກຳລັງ ແລະຮັກເພື່ອນບ້ານຄືກັບຮັກໂຕເອງມີຄ່າຫຼາຍກວ່າເຄື່ອງບູຊາເຜົາແລະເຄື່ອງບູຊາອື່ນໆທັງໝົດ.”+ 34 ພະເຢຊູເຫັນວ່າລາວຕອບໄດ້ດີຫຼາຍຈຶ່ງເວົ້າກັບລາວວ່າ: “ເຈົ້າຢູ່ບໍ່ໄກຈາກການປົກຄອງຂອງພະເຈົ້າ.” ຫຼັງຈາກນັ້ນກໍບໍ່ມີໃຜກ້າຖາມຫຍັງເພິ່ນອີກ.+
35 ພະເຢຊູຍັງສອນໃນວິຫານຕໍ່ໄປ. ເພິ່ນເວົ້າວ່າ: “ເປັນຫຍັງພວກຄູສອນສາສະໜາຈຶ່ງເວົ້າວ່າພະຄລິດເປັນລູກຫຼານຂອງດາວິດ?+ 36 ທັງໆທີ່ພະລັງບໍລິສຸດດົນໃຈ+ດາວິດໃຫ້ເວົ້າວ່າ ‘ພະເຢໂຫວາ*ເວົ້າກັບຜູ້ເປັນນາຍຂອງຂ້ອຍວ່າ “ນັ່ງຢູ່ເບື້ອງຂວາມືຂອງເຮົາກ່ອນ ຈົນກວ່າເຮົາຈະປາບພວກສັດຕູຂອງເຈົ້າໃຫ້ຢູ່ພື້ນຕີນຂອງເຈົ້າ.”’+ 37 ຖ້າດາວິດເອີ້ນພະຄລິດວ່າຜູ້ເປັນນາຍ ແລ້ວພະຄລິດຈະເປັນລູກຫຼານຂອງດາວິດໄດ້ແນວໃດ?”+
ປະຊາຊົນບັກຫຼາຍໆທີ່ຢູ່ຫັ້ນມັກຟັງພະເຢຊູສອນ. 38 ເພິ່ນສອນຕໍ່ໄປວ່າ: “ລະວັງພວກຄູສອນສາສະໜາໃຫ້ດີ. ເຂົາເຈົ້າມັກໃສ່ເສື້ອຄຸມທີ່ຍາວໆຍ່າງໄປຍ່າງມາ ມັກໃຫ້ຄົນອື່ນກົ້ມຄຳນັບຢູ່ຕະຫຼາດ+ 39 ມັກນັ່ງແຖວໜ້າສຸດ*ຢູ່ບ່ອນປະຊຸມ ແລະມັກນັ່ງໃນບ່ອນທີ່ມີກຽດທີ່ສຸດຢູ່ງານລ້ຽງ.+ 40 ເຂົາເຈົ້າສໍ້ໂກງເອົາເຮືອນ*ຂອງແມ່ໝ້າຍ ແລະອະທິດຖານຍາວໆເພື່ອອວດຄົນອື່ນ. ເຂົາເຈົ້າຈະຕ້ອງຖືກໂທດໜັກກວ່າຄົນທົ່ວໄປ.”
41 ພະເຢຊູນັ່ງລົງໃນບ່ອນທີ່ແນມເຫັນກ່ອງບໍລິຈາກ+ ແລະສັງເກດເບິ່ງຄົນທີ່ກຳລັງປ່ອນເງິນໃສ່ໃນກ່ອງເຫຼົ່ານັ້ນ. ຄົນຮັ່ງກໍປ່ອນເງິນໃສ່ຫຼາຍໆ.+ 42 ມີແມ່ໝ້າຍທີ່ທຸກຍາກຄົນໜຶ່ງມາປ່ອນເງິນຫຼຽນນ້ອຍໆ 2 ຫຼຽນທີ່ມີຄ່າໜ້ອຍດຽວ.*+ 43 ພະເຢຊູຈຶ່ງເອີ້ນພວກລູກສິດມາແລະເວົ້າວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ແມ່ໝ້າຍທີ່ທຸກຍາກຜູ້ນີ້ໄດ້ປ່ອນເງິນໃສ່ໃນກ່ອງບໍລິຈາກຫຼາຍກວ່າທຸກຄົນ.+ 44 ຄົນອື່ນເອົາເງິນເຫຼືອໃຊ້ມາບໍລິຈາກ ແຕ່ແມ່ໝ້າຍຜູ້ນີ້ ເຖິງວ່າຈະທຸກຍາກຫຼາຍກໍຍັງເອົາເງິນທັງໝົດທີ່ລາວມີສຳລັບລ້ຽງຊີວິດມາບໍລິຈາກ.”+