ຂ່າວດີທີ່ຂຽນໂດຍມັດທາຍ
1 ນີ້ແມ່ນປຶ້ມກ່ຽວກັບຊີວິດ*ຂອງພະເຢຊູຄລິດ*ລູກຫຼານຂອງດາວິດ+ແລະອັບຣາຮາມ.+
2 ອັບຣາຮາມມີລູກຊາຍຊື່ອີຊາກ+
ອີຊາກມີລູກຊາຍຊື່ຢາໂຄບ+
ຢາໂຄບມີລູກຊາຍຊື່ຢູດາ+ແລະກໍມີລູກຊາຍຄົນອື່ນໆນຳ.
3 ຢູດາມີລູກຊາຍກັບຕາມາຊື່ເປເຣດແລະເຊຣາ+
ເປເຣດມີລູກຊາຍຊື່ເຮຊະໂຣນ+
ເຮຊະໂຣນມີລູກຊາຍຊື່ຣາມ+
4 ຣາມມີລູກຊາຍຊື່ອຳມີນາດາບ
ອຳມີນາດາບມີລູກຊາຍຊື່ນາໂຊນ+
ນາໂຊນມີລູກຊາຍຊື່ຊັນໂມນ
5 ຊັນໂມນມີລູກຊາຍກັບຣາຮາບ+ຊື່ໂບອາດ
ໂບອາດມີລູກຊາຍກັບຣຸດ+ຊື່ໂອເບັດ
ໂອເບັດມີລູກຊາຍຊື່ເຢຊີ+
ດາວິດມີລູກຊາຍຊື່ໂຊໂລໂມນ.+ ແມ່ຂອງໂຊໂລໂມນເຄີຍເປັນເມຍຂອງອູຣີຢາ.
7 ໂຊໂລໂມນມີລູກຊາຍຊື່ເຣໂຮໂບອາມ+
ເຣໂຮໂບອາມມີລູກຊາຍຊື່ອາບີຢາ
ອາບີຢາມີລູກຊາຍຊື່ອາຊາ+
8 ອາຊາມີລູກຊາຍຊື່ເຢໂຮຊາຟັດ+
ເຢໂຮຊາຟັດມີລູກຊາຍຊື່ເຢໂຮຣາມ+
ເຢໂຮຣາມມີລູກຊາຍ*ຊື່ອຸດຊີຢາ
9 ອຸດຊີຢາມີລູກຊາຍຊື່ໂຢທາມ+
ໂຢທາມມີລູກຊາຍຊື່ອາຮາດ+
ອາຮາດມີລູກຊາຍຊື່ເຮເຊກີຢາ+
10 ເຮເຊກີຢາມີລູກຊາຍຊື່ມານາເຊ+
ມານາເຊມີລູກຊາຍຊື່ອາໂມນ+
ອາໂມນມີລູກຊາຍຊື່ໂຢສີຢາ+
11 ໂຢສີຢາ+ມີລູກຊາຍຊື່ເຢໂກນີຢາ+ແລະກໍມີລູກຊາຍຄົນອື່ນໆນຳຕອນທີ່ຄົນຢິວຖືກຈັບໄປເປັນຊະເລີຍຢູ່ບາບີໂລນ.+
12 ຫຼັງຈາກຄົນຢິວຖືກຈັບໄປເປັນຊະເລີຍຢູ່ບາບີໂລນແລ້ວ ເຢໂກນີຢາມີລູກຊາຍຊື່ເຊອານຕີເອນ
ເຊອານຕີເອນມີລູກຊາຍຊື່ເຊຣູບາເບນ+
13 ເຊຣູບາເບນມີລູກຊາຍຊື່ອາບີອຸດ
ອາບີອຸດມີລູກຊາຍຊື່ເອລີຢາກີມ
ເອລີຢາກີມມີລູກຊາຍຊື່ອາໂຊ
14 ອາໂຊມີລູກຊາຍຊື່ຊາໂດກ
ຊາໂດກມີລູກຊາຍຊື່ອາກີມ
ອາກີມມີລູກຊາຍຊື່ເອລີອຸດ
15 ເອລີອຸດມີລູກຊາຍຊື່ເອເລອາຊາ
ເອເລອາຊາມີລູກຊາຍຊື່ມັດທານ
ມັດທານມີລູກຊາຍຊື່ຢາໂຄບ
16 ຢາໂຄບມີລູກຊາຍຊື່ໂຢເຊັບທີ່ເປັນຜົວຂອງມາຣິອາ ແລະພະເຢຊູທີ່ຄົນເອີ້ນວ່າພະຄລິດ+ກໍເກີດ+ຈາກມາຣິອາຜູ້ນີ້.
17 ດັ່ງນັ້ນ ນັບຈາກອັບຣາຮາມຈົນຮອດດາວິດມີ 14 ຊົ່ວຄົນ ນັບຈາກດາວິດຈົນຮອດຕອນທີ່ຄົນຢິວຖືກຈັບໄປເປັນຊະເລີຍຢູ່ບາບີໂລນມີ 14 ຊົ່ວຄົນ ແລະນັບຈາກຕອນທີ່ຄົນຢິວຖືກຈັບໄປເປັນຊະເລີຍຈົນຮອດພະຄລິດກໍມີອີກ 14 ຊົ່ວຄົນ.
18 ເລື່ອງການເກີດຂອງພະເຢຊູຄລິດເປັນແບບນີ້. ມາຣິອາແມ່ຂອງເພິ່ນໄດ້ໝັ້ນກັບໂຢເຊັບ. ແຕ່ກ່ອນທີ່ທັງສອງຈະແຕ່ງດອງກັນ ມາຣິອາກໍຖືພາດ້ວຍພະລັງບໍລິສຸດ.+ 19 ຍ້ອນໂຢເຊັບຄູ່ໝັ້ນ*ຂອງມາຣິອາເປັນຄົນດີແລະບໍ່ຢາກໃຫ້ລາວອັບອາຍ ໂຢເຊັບຈຶ່ງຕັ້ງໃຈຈະຖອນໝັ້ນ*ກັບມາຣິອາໂດຍທີ່ບໍ່ໃຫ້ໃຜຮູ້.+ 20 ແຕ່ເມື່ອໂຢເຊັບຄິດຈະເຮັດແບບນັ້ນ ທູດສະຫວັນຂອງພະເຢໂຫວາ*ກໍໄດ້ມາເຂົ້າຝັນລາວແລະບອກວ່າ: “ໂຢເຊັບ ລູກຫຼານຂອງດາວິດ ແຕ່ງດອງກັບມາຣິອາໂລດ. ບໍ່ຕ້ອງຢ້ານ* ຍ້ອນລາວຖືພາດ້ວຍພະລັງບໍລິສຸດ.+ 21 ລາວຈະເກີດລູກຊາຍແລະໃຫ້ຕັ້ງຊື່ວ່າເຢຊູ*+ ຍ້ອນຜູ້ນີ້ຈະຊ່ວຍຄົນໃຫ້ຫຼຸດພົ້ນຈາກບາບ.”+ 22 ທີ່ຈິງ ເລື່ອງທັງໝົດນີ້ເກີດຂຶ້ນຕາມທີ່ພະເຢໂຫວາ*ເວົ້າຜ່ານທາງຜູ້ພະຍາກອນຂອງເພິ່ນວ່າ: 23 “ຖ້າເບິ່ງເດີ້! ຈະມີສາວບໍລິສຸດຄົນໜຶ່ງຖືພາແລະເກີດລູກຊາຍ ແລ້ວເຂົາເຈົ້າຈະຕັ້ງຊື່ໃຫ້ລູກວ່າເອມານູເອນ”+ ທີ່ແປວ່າ “ພະເຈົ້າຢູ່ກັບພວກເຮົາ.”+
24 ເມື່ອໂຢເຊັບຕື່ນນອນ ລາວກໍເຮັດຕາມທີ່ທູດສະຫວັນຂອງພະເຢໂຫວາ*ສັ່ງແລະໄດ້ແຕ່ງດອງກັບມາຣິອາ.* 25 ແຕ່ໂຢເຊັບບໍ່ໄດ້ນອນນຳມາຣິອາຈົນລາວເກີດລູກ+ ແລະໂຢເຊັບກໍຕັ້ງຊື່ແອນ້ອຍວ່າເຢຊູ.+
2 ພະເຢຊູເກີດຢູ່ເມືອງເບັດເລເຮັມ+ໃນແຂວງຢູດາຍຕອນທີ່ເຮໂຣດ*+ເປັນກະສັດ. ຕໍ່ມາ ພວກທີ່ທຳນາຍໂດຍເບິ່ງດວງດາວທີ່ຢູ່ທາງທິດຕາເວັນອອກໄດ້ມາເມືອງເຢຣູຊາເລັມ. 2 ເຂົາເຈົ້າຖາມວ່າ: “ຮູ້ບໍວ່າເດັກນ້ອຍທີ່ຈະເປັນກະສັດຂອງຄົນຢິວຢູ່ໃສ?+ ພວກເຮົາເຫັນດາວຂອງລາວຕອນທີ່ຢູ່ທາງທິດຕາເວັນອອກ ພວກເຮົາຈຶ່ງມາເພື່ອຕ້ອນຮັບລາວ.”* 3 ເມື່ອໄດ້ຍິນຂ່າວ ເຮໂຣດແລະຄົນໃນເມືອງເຢຣູຊາເລັມທຸກຄົນກໍວຸ່ນວາຍໃຈຫຼາຍ. 4 ເຮໂຣດຈຶ່ງເອີ້ນພວກຫົວໜ້າປະໂລຫິດກັບພວກຄູສອນສາສະໜາມາປະຊຸມກັນ ແລ້ວຖາມວ່າພະຄລິດ*ຈະມາເກີດຢູ່ໃສ. 5 ເຂົາເຈົ້າຕອບວ່າ: “ໃນເມືອງເບັດເລເຮັມ+ແຂວງຢູດາຍ ຍ້ອນຜູ້ພະຍາກອນຂຽນໄວ້ວ່າ 6 ‘ສຳລັບເຈົ້າ ເບັດເລເຮັມໃນແຜ່ນດິນຢູດາ ພວກຜູ້ປົກຄອງຢູດາບໍ່ຄວນຄິດວ່າເມືອງນີ້ເປັນເມືອງນ້ອຍໆທີ່ບໍ່ສຳຄັນ ຍ້ອນຈະມີຜູ້ປົກຄອງຄົນໜຶ່ງມາຈາກເມືອງນີ້ ແລະລາວຈະນຳໜ້າອິດສະຣາເອນປະຊາຊົນຂອງເຮົາ.’”+
7 ເຮໂຣດຈຶ່ງເອີ້ນພວກທີ່ທຳນາຍໂດຍເບິ່ງດວງດາວໃຫ້ມາຫາແບບລັບໆແລະຖາມຈົນຮູ້ວ່າເຂົາເຈົ້າເຫັນດາວດວງນັ້ນເທື່ອທຳອິດຕອນໃດ. 8 ແລ້ວເຮໂຣດກໍບອກພວກທີ່ທຳນາຍໂດຍເບິ່ງດວງດາວໃຫ້ໄປເມືອງເບັດເລເຮັມພ້ອມທັງສັ່ງວ່າ: “ໃຫ້ໄປຊອກຫາເດັກນ້ອຍຄົນນັ້ນ. ເມື່ອເຫັນແລ້ວໃຫ້ກັບມາບອກ ຂ້ອຍຈະໄປຕ້ອນຮັບລາວຄືກັນ.” 9 ເມື່ອພວກທີ່ທຳນາຍໂດຍເບິ່ງດວງດາວໄດ້ຍິນກະສັດເວົ້າແບບນັ້ນກໍພາກັນໄປ ແລະດາວທີ່ເຂົາເຈົ້າເຫັນຕອນຢູ່ທາງທິດຕາເວັນອອກ+ໄດ້ນຳທາງເຂົາເຈົ້າໄປ ແລ້ວກໍຢຸດຢູ່ເຮືອນທີ່ເດັກນ້ອຍນັ້ນຢູ່. 10 ເຂົາເຈົ້າເຫັນແບບນັ້ນກໍດີໃຈຫຼາຍ. 11 ເມື່ອເຂົ້າໄປໃນເຮືອນກໍເຫັນເດັກນ້ອຍກັບມາຣິອາແມ່ຂອງລາວ ເຂົາເຈົ້າຈຶ່ງໝູບລົງສະແດງຄວາມນັບຖືເດັກນ້ອຍຄົນນັ້ນ ແລ້ວກໍເອົາຄຳ ກຳຍານ* ແລະມົດຍອບ*ໃຫ້ລາວເປັນຂອງຂວັນ. 12 ຫຼັງຈາກນັ້ນ ພະເຈົ້າເຕືອນພວກທີ່ທຳນາຍໂດຍເບິ່ງດວງດາວໂດຍທາງຄວາມຝັນ+ວ່າບໍ່ໃຫ້ກັບໄປຫາເຮໂຣດ ເຂົາເຈົ້າຈຶ່ງກັບເມືອບ້ານໂດຍໃຊ້ທາງອື່ນ.
13 ເມື່ອເຂົາເຈົ້າໄປແລ້ວ ທູດສະຫວັນຂອງພະເຢໂຫວາ*ກໍມາເຂົ້າຝັນໂຢເຊັບ+ແລະບອກວ່າ: “ລຸກແມ້ ພາລູກກັບເມຍໜີໄປເອຢິບແລະຢູ່ຫັ້ນຈົນກວ່າເຮົາຈະບອກໃຫ້ກັບມາ ຍ້ອນເຮໂຣດກຳລັງຈະມາຂ້າລູກເຈົ້າ.” 14 ໂຢເຊັບຈຶ່ງຕື່ນ ແລ້ວພາລູກກັບເມຍໜີໄປເອຢິບໃນຄືນນັ້ນເລີຍ. 15 ເຂົາເຈົ້າຢູ່ຫັ້ນຈົນເຮໂຣດຕາຍ ເຊິ່ງເປັນໄປຕາມທີ່ພະເຢໂຫວາ*ບອກໄວ້ຜ່ານທາງຜູ້ພະຍາກອນຂອງເພິ່ນທີ່ວ່າ: “ເຮົາໄດ້ເອີ້ນລູກຂອງເຮົາອອກມາຈາກເອຢິບ.”+
16 ເມື່ອເຮໂຣດຮູ້ວ່າພວກທີ່ທຳນາຍໂດຍເບິ່ງດວງດາວຕົວະລາວ ລາວກໍໃຈຮ້າຍຫຼາຍຈຶ່ງສົ່ງຄົນໄປເບັດເລເຮັມແລະແຖວທີ່ຢູ່ໃກ້ຄຽງເພື່ອຂ້າເດັກນ້ອຍຜູ້ຊາຍທຸກຄົນທີ່ອາຍຸຕັ້ງແຕ່ 2 ປີລົງມາ. ເຮໂຣດຄິດໄລ່ອາຍຸຂອງເດັກນ້ອຍຈາກການຖາມພວກທີ່ທຳນາຍໂດຍເບິ່ງດວງດາວ.+ 17 ເລື່ອງນີ້ເກີດຂຶ້ນແທ້ຕາມທີ່ພະເຈົ້າໄດ້ບອກໄວ້ຜ່ານທາງຜູ້ພະຍາກອນເຢເຣມີຢາທີ່ວ່າ: 18 “ມີສຽງຮ້ອງໄຫ້ໂສກເສົ້າຢູ່ເມືອງຣາມາ ຣາເຄນກຳລັງຮ້ອງໄຫ້ຍ້ອນພວກລູກຂອງລາວ.+ ບໍ່ມີຫຍັງປອບໃຈລາວໄດ້ເລີຍ ຍ້ອນພວກລູກຂອງລາວຕາຍໝົດແລ້ວ.”+
19 ເມື່ອເຮໂຣດຕາຍແລ້ວ ທູດສະຫວັນຂອງພະເຢໂຫວາ*ໄດ້ມາເຂົ້າຝັນ+ໂຢເຊັບຕອນທີ່ຢູ່ໃນເອຢິບ 20 ແລະບອກວ່າ: “ລຸກແມ້ ໃຫ້ພາລູກກັບເມຍກັບໄປອິດສະຣາເອນ ຍ້ອນຄົນທີ່ຢາກຂ້າລູກເຈົ້າຕາຍແລ້ວ.” 21 ໂຢເຊັບຈຶ່ງຕື່ນແລະພາລູກກັບເມຍກັບໄປອິດສະຣາເອນ. 22 ແຕ່ເມື່ອໄດ້ຍິນວ່າອາກເຄລາອັດເປັນກະສັດປົກຄອງແຂວງຢູດາຍແທນເຮໂຣດພໍ່ຂອງລາວ ໂຢເຊັບກໍບໍ່ກ້າກັບໄປຫັ້ນ. ພະເຈົ້າຍັງເຕືອນໂຢເຊັບໃນຄວາມຝັນ+ວ່າບໍ່ໃຫ້ກັບໄປບ່ອນນັ້ນ ລາວຈຶ່ງໄປແຂວງຄາລີເລ+ 23 ແລະອາໄສຢູ່ໃນເມືອງນາຊາເຣັດ.+ ເລື່ອງນີ້ເປັນໄປຕາມທີ່ພະເຈົ້າບອກໄວ້ຜ່ານທາງພວກຜູ້ພະຍາກອນທີ່ວ່າ: “ເພິ່ນຈະຖືກເອີ້ນວ່າຄົນນາຊາເຣັດ.”*+
3 ຕໍ່ມາ ໂຢຮັນ+ຜູ້ໃຫ້ບັບເຕມາ*ເລີ່ມປະກາດ+ໃນບ່ອນກັນດານຢູດາຍວ່າ: 2 “ໃຫ້ກັບໃຈ ຍ້ອນການປົກຄອງຂອງພະເຈົ້າໃກ້ຈະມາແລ້ວ.”+ 3 ຜູ້ພະຍາກອນເອຊາຢາ+ໄດ້ເວົ້າເຖິງໂຢຮັນຜູ້ນີ້ວ່າ: “ມີສຽງຮ້ອງອອກມາຈາກບ່ອນກັນດານວ່າ ‘ໃຫ້ກຽມທາງໄວ້ສຳລັບພະເຢໂຫວາ.* ໃຫ້ເຮັດທາງຂອງເພິ່ນໃຫ້ຊື່ໆ.’”+ 4 ໂຢຮັນນຸ່ງເຄື່ອງທີ່ເຮັດຈາກຂົນອູດແລະໃສ່ສາຍແອວໜັງ.+ ຂອງກິນຂອງລາວແມ່ນຕັກກະແຕນກັບນ້ຳເຜີ້ງປ່າ.+ 5 ຕອນນັ້ນ ຄົນໃນເມືອງເຢຣູຊາເລັມກັບຄົນທົ່ວແຂວງຢູດາຍແລະຄົນທີ່ຢູ່ແຖວແມ່ນ້ຳຈໍແດນກໍພາກັນໄປຫາໂຢຮັນ.+ 6 ລາວໄດ້ບັບເຕມາໃຫ້ເຂົາເຈົ້າຢູ່ແມ່ນ້ຳຈໍແດນ+ ແລະເຂົາເຈົ້າໄດ້ສາລະພາບຄວາມຜິດຂອງໂຕເອງຢ່າງເປີດເຜີຍ.
7 ເມື່ອໂຢຮັນເຫັນພວກຟາຣີຊາຍແລະພວກຊາດູກາຍ+ມາບ່ອນທີ່ລາວໃຫ້ບັບເຕມາ ໂຢຮັນຈຶ່ງເວົ້າກັບເຂົາເຈົ້າວ່າ: “ພວກເຈົ້າທີ່ເປັນຄືກັບງູພິດ+ ໃຜບອກວ່າພວກເຈົ້າຈະລອດຈາກການລົງໂທດຂອງພະເຈົ້າໄດ້?+ 8 ເຮັດໃຫ້ເຫັນແມ້ວ່າພວກເຈົ້າກັບໃຈແທ້ໆ.* 9 ຢ່າຄິດເອົາເອງວ່າ ‘ພວກເຮົາເປັນລູກຫຼານຂອງອັບຣາຮາມໄດ໋.’+ ຂ້ອຍຈະບອກໃຫ້ຮູ້ວ່າ ພະເຈົ້າຈະໃຫ້ອັບຣາຮາມມີລູກຫຼານຈາກກ້ອນຫີນເຫຼົ່ານີ້ກໍໄດ້. 10 ຂວານກໍວາງໄວ້ຢູ່ກ້ອງຕົ້ນໄມ້ແລ້ວ. ຕົ້ນໄມ້ທຸກຕົ້ນທີ່ໝາກບໍ່ງາມຈະຖືກຟັນແລະຈູດຖິ້ມ.+ 11 ຂ້ອຍໃຫ້ບັບເຕມາພວກເຈົ້າດ້ວຍນ້ຳຍ້ອນພວກເຈົ້າກັບໃຈ.+ ແຕ່ຈະມີຜູ້ໜຶ່ງທີ່ມາພາຍຫຼັງຂ້ອຍ ເພິ່ນຍິ່ງໃຫຍ່ກວ່າຂ້ອຍຫຼາຍ. ຂ້ອຍບໍ່ເໝາະສົມທີ່ຈະປົດເກີບໃຫ້ເພິ່ນຊ້ຳ.+ ເພິ່ນຈະໃຫ້ບັບເຕມາພວກເຈົ້າດ້ວຍພະລັງບໍລິສຸດ+ແລະດ້ວຍໄຟ.*+ 12 ເພິ່ນຖືເຄື່ອງມືທີ່ໃຊ້ແຍກຂີ້ແກບ* ແລະຈະມ້ຽນລານຟາດເຂົ້າຂອງເພິ່ນໃຫ້ກ້ຽງ. ເພິ່ນຈະລວບລວມເຂົ້າໄວ້ໃນເລົ້າ ສ່ວນຂີ້ແກບເພິ່ນຈະຈູດມັນຖິ້ມດ້ວຍໄຟ+ທີ່ບໍ່ມີມື້ມອດ.”
13 ຕໍ່ມາ ພະເຢຊູໄດ້ເດີນທາງຈາກແຂວງຄາລີເລມາຫາໂຢຮັນຢູ່ແມ່ນ້ຳຈໍແດນເພື່ອຂໍໃຫ້ລາວບັບເຕມາໃຫ້.+ 14 ແຕ່ໂຢຮັນບອກພະເຢຊູວ່າ: “ທ່ານຄວນເປັນຄົນບັບເຕມາໃຫ້ຂ້ອຍ ເປັນຫຍັງທ່ານຈຶ່ງມາຂໍໃຫ້ຂ້ອຍບັບເຕມາໃຫ້ທ່ານ?” 15 ພະເຢຊູຕອບວ່າ: “ເທື່ອນີ້ຂໍໃຫ້ເຮັດ ເພື່ອພວກເຮົາຈະໄດ້ເຮັດທຸກສິ່ງຕາມທີ່ພະເຈົ້າຕ້ອງການ.” ໂຢຮັນຈຶ່ງຍອມບັບເຕມາໃຫ້ພະເຢຊູ. 16 ເມື່ອຮັບບັບເຕມາແລ້ວ ພະເຢຊູກໍຂຶ້ນມາຈາກນ້ຳທັນທີ ແລະຕອນນັ້ນທ້ອງຟ້າກໍເປີດອອກ+ ແລະໂຢຮັນເຫັນພະລັງຂອງພະເຈົ້າຄືກັບນົກເຂົາລົງມາຢູ່ເທິງພະເຢຊູ.+ 17 ແລ້ວກໍມີສຽງເວົ້າຈາກເທິງຟ້າ+ວ່າ: “ຜູ້ນີ້ແມ່ນລູກທີ່ເຮົາຮັກ.+ ເຮົາພໍໃຈລາວຫຼາຍ.”+
4 ຈາກນັ້ນ ພະລັງຂອງພະເຈົ້າກໍພາພະເຢຊູເຂົ້າໄປໃນບ່ອນກັນດານ ແລ້ວມານຮ້າຍກໍມາລໍ້ໃຈເພິ່ນ.+ 2 ຫຼັງຈາກພະເຢຊູອົດເຂົ້າ 40 ມື້ 40 ຄືນ ເພິ່ນກໍຫິວແຮງ. 3 ມານຮ້າຍຈຶ່ງມາລໍ້ໃຈເພິ່ນ+ແລະເວົ້າວ່າ: “ຖ້າເຈົ້າເປັນລູກຂອງພະເຈົ້າ* ເສກກ້ອນຫີນເຫຼົ່ານີ້ໃຫ້ເປັນຂອງກິນແມ້.” 4 ແຕ່ພະເຢຊູຕອບວ່າ: “ພະຄຳພີບອກໄວ້ວ່າ ‘ຄົນເຮົາຈະມີຊີວິດຢູ່ໄດ້ ບໍ່ແມ່ນດ້ວຍອາຫານເທົ່ານັ້ນ ແຕ່ດ້ວຍຄຳເວົ້າທຸກຄຳທີ່ອອກມາຈາກປາກພະເຢໂຫວາ.’”*+
5 ຈາກນັ້ນ ມານຮ້າຍກໍພາພະເຢຊູເຂົ້າໄປໃນເມືອງບໍລິສຸດ*+ແລະໃຫ້ເພິ່ນຢືນຢູ່ຈຸດທີ່ສູງທີ່ສຸດຂອງວິຫານ+ 6 ແລ້ວທ້າເພິ່ນວ່າ: “ຖ້າເຈົ້າເປັນລູກຂອງພະເຈົ້າ ກະໂດດລົງໄປໂລດ ຍ້ອນພະຄຳພີຂຽນໄວ້ວ່າ ‘ເພິ່ນຈະສັ່ງພວກທູດສະຫວັນໃຫ້ຊ່ວຍເຈົ້າ’ ແລະ ‘ທູດສະຫວັນຈະເອົາມືຮັບເຈົ້າໄວ້ ເພື່ອບໍ່ໃຫ້ຕີນເຈົ້າຖືກຫີນ.’”+ 7 ພະເຢຊູບອກມານຮ້າຍວ່າ: “ພະຄຳພີບອກໄວ້ວ່າ ‘ຢ່າທ້າທາຍພະເຢໂຫວາ*ພະເຈົ້າຂອງເຈົ້າ.’”+
8 ຈາກນັ້ນ ມານຮ້າຍກໍພາພະເຢຊູຂຶ້ນໄປເທິງພູທີ່ສູງໆ ແລະໃຫ້ເພິ່ນເຫັນທຸກປະເທດໃນໂລກແລະຄວາມຍິ່ງໃຫຍ່ຂອງປະເທດເຫຼົ່ານັ້ນ.+ 9 ແລ້ວເວົ້າວ່າ: “ຂ້ອຍຈະຍົກທັງໝົດນີ້ໃຫ້ເຈົ້າ ຖ້າເຈົ້າໝູບລົງກົ້ມກາບຂ້ອຍແຕ່ເທື່ອດຽວ.” 10 ພະເຢຊູຈຶ່ງບອກມານຮ້າຍວ່າ: “ໜີໄປໄກໆ ຊາຕານ! ພະຄຳພີບອກໄວ້ວ່າ ‘ເຈົ້າຕ້ອງນະມັດສະການພະເຢໂຫວາ*ພະເຈົ້າຂອງເຈົ້າ+ ແລະຮັບໃຊ້ເພິ່ນຜູ້ດຽວເທົ່ານັ້ນ.’”*+ 11 ຈາກນັ້ນ ມານຮ້າຍໄດ້ໜີໄປຈາກພະເຢຊູ+ ແລະທູດສະຫວັນກໍມາເບິ່ງແຍງ*ເພິ່ນ.+
12 ເມື່ອພະເຢຊູໄດ້ຂ່າວວ່າໂຢຮັນຖືກຈັບ+ ເພິ່ນຈຶ່ງເດີນທາງໄປແຂວງຄາລີເລ.+ 13 ຈາກນັ້ນ ພະເຢຊູກໍອອກຈາກເມືອງນາຊາເຣັດ ແລ້ວຍ້າຍມາຢູ່ເມືອງກາເປນາອູມ+ທີ່ຢູ່ແຄມທະເລໃນເຂດແດນເຊບູລູນກັບນັບທາລີ. 14 ເລື່ອງນີ້ເປັນໄປຕາມທີ່ພະເຈົ້າບອກໄວ້ຜ່ານທາງຜູ້ພະຍາກອນເອຊາຢາທີ່ວ່າ: 15 “ແຜ່ນດິນເຊບູລູນແລະແຜ່ນດິນນັບທາລີທີ່ຢູ່ຕາມເສັ້ນທາງໄປທະເລແລະຢູ່ຟາກຕາເວັນຕົກຂອງແມ່ນ້ຳຈໍແດນ ເປັນແຂວງຄາລີເລທີ່ຄົນຕ່າງຊາດອາໄສຢູ່. 16 ປະຊາຊົນທີ່ເຄີຍຢູ່ໃນຄວາມມືດໄດ້ເຫັນແສງສະຫວ່າງທີ່ແຈ້ງໆ ແລະແສງສະຫວ່າງ+ໄດ້ສ່ອງລົງມາໃສ່ຄົນທີ່ຢູ່ໃນແຜ່ນດິນທີ່ປົກຄຸມດ້ວຍເງົາຂອງຄວາມຕາຍ.”+ 17 ຕັ້ງແຕ່ຕອນນັ້ນ ພະເຢຊູເລີ່ມປະກາດວ່າ: “ໃຫ້ກັບໃຈ ຍ້ອນການປົກຄອງຂອງພະເຈົ້າໃກ້ຈະມາແລ້ວ.”+
18 ມີມື້ໜຶ່ງ ຕອນທີ່ພະເຢຊູຍ່າງຢູ່ແຄມທະເລຄາລີເລ ເພິ່ນເຫັນສອງອ້າຍນ້ອງທີ່ມີອາຊີບຫາປາກຳລັງຢ່ອນດາງລົງທະເລ.+ ຜູ້ໜຶ່ງຊື່ຊີໂມນ ເຊິ່ງມີອີກຊື່ໜຶ່ງວ່າເປໂຕ+ ແລະອີກຜູ້ໜຶ່ງຊື່ອັນເດອາ. 19 ພະເຢຊູຈຶ່ງເວົ້າກັບເຂົາເຈົ້າວ່າ: “ມານຳຂ້ອຍແມ້ ຂ້ອຍຈະໃຫ້ພວກເຈົ້າໄປຊອກຫາຄົນແທນທີ່ຈະຫາປາ.”+ 20 ທັງສອງຄົນກໍປະດາງໄວ້ແລ້ວໄປນຳເພິ່ນທັນທີ.+ 21 ເມື່ອພະເຢຊູຍ່າງຕໍ່ໄປກໍເຫັນອີກສອງອ້າຍນ້ອງ. ເຂົາເຈົ້າຊື່ຢາໂກໂບກັບໂຢຮັນເປັນລູກຊາຍຂອງເຊເບດາຍ.+ ເຂົາເຈົ້າກຳລັງແປງດາງກັບພໍ່ຢູ່ໃນເຮືອ ເພິ່ນຈຶ່ງເອີ້ນ 2 ຄົນນີ້ໄປນຳ.+ 22 ເຂົາເຈົ້າກໍປະເຮືອແລະພໍ່ໄວ້ ແລ້ວໄປນຳພະເຢຊູທັນທີ.
23 ຫຼັງຈາກນັ້ນ ພະເຢຊູເດີນທາງໄປທົ່ວແຂວງຄາລີເລ+ ສອນຕາມບ່ອນປະຊຸມຂອງຄົນຢິວ+ ປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າ ແລະປົວພະຍາດກັບຄວາມເຈັບປ່ວຍທຸກຊະນິດໃຫ້ປະຊາຊົນ.+ 24 ຊື່ສຽງຂອງເພິ່ນໄດ້ຊ່າລືໄປທົ່ວແຂວງຊີເຣຍ ຫຼາຍຄົນຈຶ່ງພາຄົນເຈັບປ່ວຍມາຫາເພິ່ນ ລວມທັງຄົນທີ່ທົນທຸກທໍລະມານຍ້ອນພະຍາດຕ່າງໆ+ ຄົນທີ່ຖືກປີສາດສິງ+ ຄົນທີ່ເປັນພະຍາດບ້າໝູ+ ແລະຄົນທີ່ເປັນອຳມະພາດ ແລ້ວເພິ່ນກໍປົວເຂົາເຈົ້າໃຫ້ເຊົາ. 25 ຄົນບັກຫຼາຍໆຈຶ່ງຕິດຕາມພະເຢຊູໄປ. ເຂົາເຈົ້າມາຈາກແຂວງຄາລີເລ ເຂດເດກາໂປລີ* ເມືອງເຢຣູຊາເລັມ ແຂວງຢູດາຍ ແລະຈາກຟາກຕາເວັນອອກຂອງແມ່ນ້ຳຈໍແດນ.
5 ເມື່ອພະເຢຊູເຫັນຄົນບັກຫຼາຍໆ ເພິ່ນໄດ້ຍ່າງຂຶ້ນພູແລ້ວກໍນັ່ງລົງ ແລະພວກລູກສິດໄດ້ເຂົ້າມາຫາເພິ່ນ. 2 ຈາກນັ້ນ ພະເຢຊູເລີ່ມສອນເຂົາເຈົ້າວ່າ:
3 “ຄົນທີ່ຮູ້ໂຕວ່າຕ້ອງໃຫ້ພະເຈົ້າ*ຊີ້ນຳກໍມີຄວາມສຸກ+ ຍ້ອນເຂົາເຈົ້າຈະມີສ່ວນໃນການປົກຄອງທີ່ຢູ່ໃນສະຫວັນ.*
4 ຄົນທີ່ໂສກເສົ້າກໍມີຄວາມສຸກ ຍ້ອນເຂົາເຈົ້າຈະໄດ້ຮັບການປອບໃຈ.+
5 ຄົນທີ່ອ່ອນໂຍນ*ກໍມີຄວາມສຸກ+ ຍ້ອນເຂົາເຈົ້າຈະໄດ້ຮັບໂລກເປັນລາງວັນ.*+
6 ຄົນທີ່ຢາກໃຫ້ມີ*+ຄວາມຍຸຕິທຳແທ້ໆກໍມີຄວາມສຸກ ຍ້ອນພະເຈົ້າຈະໃຫ້ເຂົາເຈົ້າຈົນພໍໃຈ.+
7 ຄົນທີ່ອີ່ຕົນຄົນອື່ນກໍມີຄວາມສຸກ+ ຍ້ອນເຂົາເຈົ້າຈະໄດ້ຮັບຄວາມອີ່ຕົນ.
8 ຄົນທີ່ມີໃຈບໍລິສຸດກໍມີຄວາມສຸກ+ ຍ້ອນເຂົາເຈົ້າຈະໄດ້ເຫັນພະເຈົ້າ.
9 ຄົນທີ່ເຮັດໃຫ້ມີສັນຕິສຸກກໍມີຄວາມສຸກ+ ຍ້ອນເຂົາເຈົ້າຈະຖືກເອີ້ນວ່າເປັນລູກຂອງພະເຈົ້າ.
10 ຄົນທີ່ຖືກຂົ່ມເຫງຍ້ອນເຮັດສິ່ງທີ່ຖືກຕ້ອງກໍມີຄວາມສຸກ+ ຍ້ອນເຂົາເຈົ້າຈະມີສ່ວນໃນການປົກຄອງທີ່ຢູ່ໃນສະຫວັນ.
11 ເມື່ອພວກເຈົ້າຖືກດ່າ+ ຖືກຂົ່ມເຫງ+ ແລະຖືກໃສ່ຮ້າຍຍ້ອນຕິດຕາມຂ້ອຍ ພວກເຈົ້າກໍມີຄວາມສຸກ.+ 12 ຂໍໃຫ້ຍິນດີ+ ຍ້ອນພວກເຈົ້າຈະໄດ້ລາງວັນ+ທີ່ມີຄ່າຫຼາຍໃນສະຫວັນ. ພວກຜູ້ພະຍາກອນໃນສະໄໝແຕ່ກີ້ກໍຖືກຂົ່ມເຫງຄືກັນກັບພວກເຈົ້າ.+
13 ພວກເຈົ້າເປັນຄືກັບເກືອ+ໃນໂລກນີ້. ແຕ່ຖ້າເກືອບໍ່ເຄັມແລ້ວ ຈະເຮັດໃຫ້ມັນກັບມາເຄັມອີກໄດ້ແນວໃດ? ຈະເອົາໄປເຮັດຫຍັງກໍບໍ່ໄດ້ ມີແຕ່ຈະເອົາໄປຖິ້ມ+ໃຫ້ຄົນຢຽບເທົ່ານັ້ນ.
14 ໃນໂລກທີ່ມືດນີ້ ພວກເຈົ້າເປັນຄືກັບແສງສະຫວ່າງ+ ແລະເປັນຄືກັບເມືອງທີ່ຕັ້ງຢູ່ເທິງພູທີ່ເຊື່ອງໄວ້ບໍ່ໄດ້. 15 ເມື່ອຄົນເຮົາໄຕ້ຕະກຽງແລ້ວຈະບໍ່ເອົາກະຕ່າມາງວມມັນໄວ້ດອກ ແຕ່ຈະເອົາໄປຕັ້ງໄວ້ເທິງຂາຕະກຽງເພື່ອຈະໃຫ້ມັນສ່ອງແສງສະຫວ່າງໃຫ້ທຸກຄົນທີ່ຢູ່ໃນເຮືອນ.+ 16 ຄ້າຍຄືກັນ ໃຫ້ພວກເຈົ້າສ່ອງແສງສະຫວ່າງໃຫ້ຄົນອື່ນເຫັນໂດຍການເຮັດດີ.+ ເມື່ອເຂົາເຈົ້າເຫັນ+ ເຂົາເຈົ້າກໍຈະຍ້ອງຍໍສັນລະເສີນພະເຈົ້າພໍ່ຂອງພວກເຈົ້າທີ່ຢູ່ໃນສະຫວັນ.+
17 ຢ່າຄິດວ່າຂ້ອຍມາຍົກເລີກກົດໝາຍຂອງໂມເຊຫຼືຄຳສອນຂອງພວກຜູ້ພະຍາກອນ.* ຂ້ອຍບໍ່ໄດ້ມາເພື່ອລົບລ້າງສິ່ງນັ້ນ ແຕ່ມາເພື່ອເຮັດໃຫ້ມັນສຳເລັດ.+ 18 ຂ້ອຍຈະບອກໃຫ້ຮູ້ວ່າ ຟ້າກັບດິນຈະສູນຫາຍໄປກໍຍັງງ່າຍກວ່າທີ່ໂຕໜັງສືໂຕນ້ອຍໆໂຕໜຶ່ງຫຼືສ່ວນໃດສ່ວນໜຶ່ງຂອງໂຕໜັງສືໃນກົດໝາຍນັ້ນຈະຫາຍໄປ. ທຸກຢ່າງທີ່ຂຽນໄວ້ຈະຕ້ອງເກີດຂຶ້ນແທ້.+ 19 ດັ່ງນັ້ນ ຄົນທີ່ບໍ່ເຮັດຕາມກົດໝາຍເລັກໆນ້ອຍໆພຽງຂໍ້ໜຶ່ງແລະຍັງສອນຄົນອື່ນບໍ່ໃຫ້ເຮັດນຳ ຄົນນັ້ນກໍບໍ່ເໝາະສົມທີ່ຈະມີສ່ວນໃນການປົກຄອງທີ່ຢູ່ໃນສະຫວັນ. ສ່ວນຄົນທີ່ເຮັດຕາມແລະສອນຄົນອື່ນໃຫ້ເຮັດນຳ ຄົນນັ້ນກໍເໝາະສົມທີ່ຈະມີສ່ວນໃນການປົກຄອງທີ່ຢູ່ໃນສະຫວັນ. 20 ຂ້ອຍຈະບອກໃຫ້ຮູ້ວ່າ ຖ້າພວກເຈົ້າບໍ່ໄດ້ເຊື່ອຟັງພະເຈົ້າ*ຫຼາຍກວ່າພວກຄູສອນສາສະໜາແລະພວກຟາຣີຊາຍ+ ພວກເຈົ້າຈະບໍ່ມີສ່ວນໃນການປົກຄອງທີ່ຢູ່ໃນສະຫວັນ.+
21 ພວກເຈົ້າເຄີຍໄດ້ຍິນທີ່ຄົນໃນສະໄໝແຕ່ກີ້ສອນວ່າ ‘ຫ້າມຂ້າຄົນ.+ ຖ້າຜູ້ໃດຂ້າຄົນ ລາວຈະຕ້ອງຖືກສານຕັດສິນ.’+ 22 ແຕ່ຂ້ອຍຈະບອກພວກເຈົ້າວ່າ ທຸກຄົນທີ່ໃຈຮ້າຍ+ໃຫ້ຄົນອື່ນ*ບໍ່ເຊົາຈະຕ້ອງຖືກສານຕັດສິນ ແຕ່ຖ້າຜູ້ໃດເອີ້ນຄົນອື່ນແບບດູຖູກລາວຈະຕ້ອງຖືກສານສູງຕັດສິນ ແລະຖ້າຜູ້ໃດເວົ້າວ່າ ‘ຈັ່ງແມ່ນເຈົ້າໂງ່ ເຈົ້າຈ້າເນາະ!’ ລາວຈະຕ້ອງຖືກລົງໂທດໃນເກເຮັນນາ*+ທີ່ມີໄຟຮ້ອນໆ.
23 ດັ່ງນັ້ນ ຖ້າພວກເຈົ້າເອົາເຄື່ອງບູຊາມາໃຫ້ພະເຈົ້າຢູ່ແທ່ນບູຊາ+ແລະຄິດພໍ້ວ່າຍັງມີຄົນຄຽດໃຫ້ເຈົ້າຢູ່ 24 ໃຫ້ວາງເຄື່ອງບູຊານັ້ນໄວ້ຢູ່ຕໍ່ໜ້າແທ່ນແລະໄປຄືນດີກັບຜູ້ນັ້ນກ່ອນ ແລ້ວຈຶ່ງກັບມາເອົາເຄື່ອງບູຊານັ້ນໃຫ້ພະເຈົ້າ.+
25 ຖ້າມີຜູ້ໃດຟ້ອງພວກເຈົ້າ ໃຫ້ຟ້າວຕົກລົງກັບລາວຕອນທີ່ກຳລັງໄປສານນຳກັນ. ຄັນບໍ່ຊັ້ນ ລາວຈະສົ່ງພວກເຈົ້າໃຫ້ຜູ້ພິພາກສາຕັດສິນ ແລະຜູ້ພິພາກສາຈະສົ່ງພວກເຈົ້າໃຫ້ຜູ້ຄຸມຄຸກ ແລ້ວພວກເຈົ້າຈະຕິດຄຸກ.+ 26 ຂ້ອຍຈະບອກໃຫ້ຮູ້ວ່າ ພວກເຈົ້າຈະບໍ່ໄດ້ອອກຈາກຄຸກແທ້ໆຈົນກວ່າຈະໄຊ້ໜີ້ໃຫ້ຄົບທຸກກີບ.*
27 ພວກເຈົ້າເຄີຍໄດ້ຍິນຄຳເວົ້າທີ່ວ່າ ‘ຫ້າມຫຼິ້ນຊູ້.’+ 28 ແຕ່ຂ້ອຍຈະບອກພວກເຈົ້າວ່າ ທຸກຄົນທີ່ແນມເບິ່ງຜູ້ຍິງ+ຈົນເກີດຄວາມຕ້ອງການທາງເພດ ກໍເປັນຊູ້ໃນໃຈກັບຜູ້ຍິງຄົນນັ້ນແລ້ວ.+ 29 ຖ້າຕາເບື້ອງຂວາຂອງພວກເຈົ້າເຮັດໃຫ້ພວກເຈົ້າເຮັດຜິດ* ກໍໃຫ້ຈົກມັນຖິ້ມໂລດ+ ຍ້ອນວ່າເສຍອະໄວຍະວະຢ່າງໜຶ່ງກໍດີກວ່າໝົດໂຕຖືກໂຍນລົງໃນເກເຮັນນາ.+ 30 ຖ້າມືເບື້ອງຂວາຂອງພວກເຈົ້າເຮັດໃຫ້ພວກເຈົ້າເຮັດຜິດ ກໍໃຫ້ຕັດມັນຖິ້ມໂລດ+ ຍ້ອນວ່າເສຍອະໄວຍະວະຢ່າງໜຶ່ງກໍດີກວ່າໝົດໂຕຖືກໂຍນລົງໃນເກເຮັນນາ.+
31 ຍັງມີຄຳເວົ້າທີ່ວ່າ ‘ຖ້າຜູ້ໃດປະກັບເມຍກໍໃຫ້ລາວເຮັດໃບຢ່າຮ້າງໃຫ້ເມຍນຳ.’+ 32 ແຕ່ຂ້ອຍຈະບອກພວກເຈົ້າວ່າ ຫ້າມຜູ້ຊາຍປະຮ້າງກັບເມຍ ຄັນເມຍບໍ່ໄດ້ເຮັດຜິດສິນລະທຳທາງເພດ.* ຖ້າລາວເຮັດແນວນັ້ນ ລາວອາດຈະເຮັດໃຫ້ເມຍຫຼິ້ນຊູ້ ແລະຜູ້ໃດທີ່ແຕ່ງດອງກັບຜູ້ຍິງຄົນນີ້ກໍຫຼິ້ນຊູ້ຄືກັນ.+
33 ພວກເຈົ້າເຄີຍໄດ້ຍິນທີ່ຄົນໃນສະໄໝແຕ່ກີ້ຖືກສອນວ່າ ‘ຢ່າເຮັດຜິດຄຳສາບານ.+ ເມື່ອສາບານກັບພະເຢໂຫວາ*ແລ້ວ ພວກເຈົ້າຕ້ອງເຮັດຕາມນັ້ນ.’+ 34 ແຕ່ຂ້ອຍຈະບອກພວກເຈົ້າວ່າຢ່າສາບານຫຍັງເລີຍ.+ ຢ່າສາບານໂດຍອ້າງສະຫວັນ ຍ້ອນສະຫວັນເປັນບັນລັງຂອງພະເຈົ້າ. 35 ຢ່າສາບານໂດຍອ້າງໂລກ ຍ້ອນໂລກນີ້ເປັນບ່ອນວາງຕີນຂອງເພິ່ນ+ ແລະຢ່າສາບານໂດຍອ້າງເຢຣູຊາເລັມ ຍ້ອນເຢຣູຊາເລັມເປັນເມືອງຂອງກະສັດອົງຍິ່ງໃຫຍ່.+ 36 ຢ່າສາບານໂດຍເອົາຫົວຂອງໂຕເອງເປັນປະກັນ ຍ້ອນພວກເຈົ້າເຮັດໃຫ້ຜົມເສັ້ນໜຶ່ງຂອງພວກເຈົ້າຂາວຫຼືດຳກໍບໍ່ໄດ້. 37 ຖ້າພວກເຈົ້າເວົ້າວ່າຈະເຮັດບາງຢ່າງກໍໃຫ້ເຮັດຕາມທີ່ເວົ້າ ແຕ່ຖ້າພວກເຈົ້າເວົ້າວ່າຈະບໍ່ເຮັດກະບໍ່ຕ້ອງເຮັດ.*+ ຄັນບໍ່ເຮັດຕາມທີ່ເວົ້າ ພວກເຈົ້າກໍເຮັດຄືກັບມານຮ້າຍ.*+
38 ພວກເຈົ້າເຄີຍໄດ້ຍິນຄຳເວົ້າທີ່ວ່າ ‘ຕາແທນຕາ ແຂ້ວແທນແຂ້ວ.’+ 39 ແຕ່ຂ້ອຍຈະບອກພວກເຈົ້າວ່າ ຢ່າຕໍ່ສູ້ກັບຄົນທີ່ເຮັດຊົ່ວຕໍ່ພວກເຈົ້າ. ຖ້າຜູ້ໃດຕົບໜ້າຂອງພວກເຈົ້າເບື້ອງຂວາ ກໍໃຫ້ປິ່ນໜ້າເບື້ອງຊ້າຍໃຫ້ລາວຕົບນຳ.+ 40 ຖ້າຜູ້ໃດຢາກເອົາເຈົ້າຂຶ້ນສານເພື່ອຈະຟ້ອງເອົາເສື້ອໂຕທາງໃນຂອງພວກເຈົ້າ ກໍເອົາເສື້ອຄຸມໃຫ້ລາວນຳ.+ 41 ຖ້າຜູ້ໃດສັ່ງພວກເຈົ້າໃຫ້ແບກເຄື່ອງໃຫ້ລາວໄປ 1 ກິໂລແມັດ*ກໍໃຫ້ໄປ 2 ກິໂລແມັດ. 42 ຖ້າຜູ້ໃດຂໍຫຍັງນຳພວກເຈົ້າ ກໍເອົາໃຫ້ລາວໂລດ ແລະຖ້າຜູ້ໃດຢືມຫຍັງນຳພວກເຈົ້າ ກໍເອົາໃຫ້ລາວຢືມ*ໂລດ.+
43 ພວກເຈົ້າເຄີຍໄດ້ຍິນຄຳເວົ້າທີ່ວ່າ ‘ເຈົ້າຕ້ອງຮັກເພື່ອນບ້ານ+ແລະຊັງສັດຕູ.’ 44 ແຕ່ຂ້ອຍຈະບອກພວກເຈົ້າວ່າ ໃຫ້ຮັກສັດຕູ+ຂອງພວກເຈົ້າແລະອະທິດຖານເພື່ອຄົນທີ່ຂົ່ມເຫງພວກເຈົ້າ.+ 45 ຖ້າເຮັດແນວນັ້ນ ພວກເຈົ້າກໍຈະເປັນລູກແທ້ໆຂອງພະເຈົ້າພໍ່ທີ່ຢູ່ໃນສະຫວັນ.+ ເພິ່ນໃຫ້ແສງຕາເວັນສ່ອງໃສ່ທັງຄົນດີແລະຄົນຊົ່ວ ແລະໃຫ້ມີຝົນສຳລັບຄົນເຮັດດີແລະຄົນເຮັດຊົ່ວ.+ 46 ຖ້າພວກເຈົ້າຮັກແຕ່ຄົນທີ່ຮັກພວກເຈົ້າ ພວກເຈົ້າກໍບໍ່ໄດ້ດີກວ່າຄົນອື່ນແມ່ນບໍ?+ ຄົນເກັບພາສີກໍເຮັດແບບນັ້ນຄືກັນ. 47 ຖ້າພວກເຈົ້າເຮັດດີນຳແຕ່ໝູ່*ຂອງພວກເຈົ້າ ພວກເຈົ້າເຮັດຫຍັງພິເສດກວ່າຄົນອື່ນບໍ? ຄົນຊາດອື່ນກໍເຮັດແບບນັ້ນຄືກັນ. 48 ດັ່ງນັ້ນ ພວກເຈົ້າຕ້ອງເປັນຄົນດີພ້ອມ*ຄືກັບພະເຈົ້າພໍ່ທີ່ຢູ່ໃນສະຫວັນ.”+
6 “ຢ່າເຮັດດີເພື່ອໃຫ້ຄົນອື່ນເຫັນແລ້ວປະທັບໃຈ.+ ຖ້າເຮັດແນວນັ້ນ ພວກເຈົ້າຈະບໍ່ໄດ້ລາງວັນຈາກພະເຈົ້າພໍ່ທີ່ຢູ່ໃນສະຫວັນ. 2 ເມື່ອພວກເຈົ້າຊ່ວຍເຫຼືອຄົນທຸກ* ຢ່າເປັນຄືຄົນທີ່ເຮັດດີເພື່ອຈະໄດ້ໜ້າ ແລະໂຄສະນາຄວາມດີຂອງໂຕເອງ*ໃນບ່ອນປະຊຸມແລະຕາມຫົນທາງເພື່ອໃຫ້ຄົນຍ້ອງ. ຂ້ອຍຈະບອກໃຫ້ຮູ້ວ່າ ເຂົາເຈົ້າຈະໄດ້ລາງວັນແຕ່ສ່ຳນັ້ນແຫຼະ. 3 ເມື່ອພວກເຈົ້າຊ່ວຍເຫຼືອຄົນທຸກ ຢ່າໃຫ້ມືເບື້ອງຊ້າຍຮູ້ວ່າມືເບື້ອງຂວາເຮັດຫຍັງ. 4 ໃຫ້ເຮັດເປັນຄວາມລັບ ແລ້ວພໍ່ຂອງພວກເຈົ້າທີ່ເຫັນທຸກສິ່ງທີ່ພວກເຈົ້າເຮັດກໍຈະໃຫ້ລາງວັນພວກເຈົ້າ.+
5 ຕອນທີ່ພວກເຈົ້າອະທິດຖານ ຢ່າເຮັດຄືກັບຄົນໜ້າຊື່ໃຈຄົດ+ທີ່ຢືນຢູ່ບ່ອນປະຊຸມແລະຕາມແຈທາງໃຫຍ່ເພື່ອອະທິດຖານໃຫ້ຄົນອື່ນເຫັນ.+ ຂ້ອຍຈະບອກໃຫ້ຮູ້ວ່າ ເຂົາເຈົ້າຈະໄດ້ລາງວັນແຕ່ສ່ຳນັ້ນແຫຼະ. 6 ເມື່ອອະທິດຖານ ໃຫ້ເຂົ້າໄປໃນຫ້ອງສ່ວນໂຕ ອັດປະຕູ ແລະອະທິດຖານຫາພະເຈົ້າພໍ່ຂອງພວກເຈົ້າທີ່ພວກເຈົ້າເບິ່ງບໍ່ເຫັນ.+ ແລ້ວພະເຈົ້າທີ່ເຫັນທຸກສິ່ງທີ່ພວກເຈົ້າເຮັດກໍຈະໃຫ້ລາງວັນພວກເຈົ້າ. 7 ຕອນທີ່ພວກເຈົ້າອະທິດຖານ ຢ່າເວົ້າຊ້ຳຄຳເກົ່າຄືກັບຄົນທີ່ບໍ່ຮູ້ວິທີນະມັດສະການພະເຈົ້າ* ຍ້ອນເຂົາເຈົ້າຄິດວ່າ ຖ້າເວົ້າຫຼາຍໆເທື່ອພະເຈົ້າຈະຕອບເຂົາເຈົ້າ. 8 ຢ່າເຮັດຄືເຂົາເຈົ້າ ຍ້ອນພະເຈົ້າພໍ່ຂອງພວກເຈົ້າຮູ້ວ່າພວກເຈົ້າຕ້ອງການຫຍັງ+ກ່ອນທີ່ພວກເຈົ້າຈະຂໍນຳເພິ່ນຊ້ຳ.
9 ພວກເຈົ້າຄວນອະທິດຖານແບບນີ້:+
‘ພະເຈົ້າ ພໍ່ຂອງພວກເຮົາທີ່ຢູ່ໃນສະຫວັນ ຂໍໃຫ້ຊື່ຂອງພະອົງ+ໄດ້ຮັບຄວາມນັບຖືຫຼາຍທີ່ສຸດຕະຫຼອດໄປ.*+ 10 ຂໍໃຫ້ພະອົງເລີ່ມປົກຄອງພວກເຮົາ+ ແລະຂໍໃຫ້ທຸກຢ່າງໃນໂລກ+ແລະໃນສະຫວັນເປັນໄປຕາມທີ່ພະອົງຕ້ອງການໃຫ້ເປັນ.*+ 11 ຂໍໃຫ້ພວກເຮົາມີຂອງກິນ*ໃນມື້ນີ້.+ 12 ຂໍພະອົງຍົກໂທດໃຫ້ພວກເຮົາຄືກັບທີ່ພວກເຮົາໄດ້ຍົກໂທດໃຫ້ຄົນທີ່ເຮັດຜິດຕໍ່ພວກເຮົາ.*+ 13 ຂໍພະອົງຊ່ວຍພວກເຮົາບໍ່ໃຫ້ຍອມແພ້ຕໍ່ການລໍ້ໃຈ*+ ແລະຂໍພະອົງປົກປ້ອງພວກເຮົາຈາກຊາຕານ.’*+
14 ຖ້າພວກເຈົ້າຍົກໂທດໃຫ້ຄົນທີ່ເຮັດຜິດຕໍ່ພວກເຈົ້າ ພະເຈົ້າພໍ່ທີ່ຢູ່ໃນສະຫວັນກໍຈະຍົກໂທດໃຫ້ພວກເຈົ້າຄືກັນ.+ 15 ແຕ່ຖ້າພວກເຈົ້າບໍ່ຍົກໂທດໃຫ້ຄົນອື່ນ ເພິ່ນກໍຈະບໍ່ຍົກໂທດໃຫ້ພວກເຈົ້າຄືກັນ.+
16 ເມື່ອພວກເຈົ້າອົດເຂົ້າ+ ຢ່າທຳທ່າເຮັດໜ້າເສົ້າຄືກັບຄົນໜ້າຊື່ໃຈຄົດ ຍ້ອນພວກນັ້ນປ່ອຍໃຫ້ໜ້າໂຊມເພື່ອໃຫ້ຄົນເຫັນວ່າເຂົາເຈົ້າອົດເຂົ້າ.+ ຂ້ອຍຈະບອກໃຫ້ຮູ້ວ່າ ເຂົາເຈົ້າຈະໄດ້ລາງວັນແຕ່ສ່ຳນັ້ນແຫຼະ. 17 ແຕ່ເມື່ອພວກເຈົ້າອົດເຂົ້າ ໃຫ້ລ້າງໜ້າແລະເອົານ້ຳມັນທາຜົມ* 18 ເພື່ອຈະບໍ່ມີໃຜຮູ້ວ່າພວກເຈົ້າກຳລັງອົດເຂົ້າ. ມີແຕ່ພະເຈົ້າພໍ່ຂອງພວກເຈົ້າເທົ່ານັ້ນທີ່ຮູ້ເລື່ອງນີ້. ແລ້ວພະເຈົ້າທີ່ເຫັນທຸກສິ່ງທີ່ພວກເຈົ້າເຮັດກໍຈະໃຫ້ລາງວັນພວກເຈົ້າ.
19 ໃຫ້ເຊົາສະສົມຊັບສົມບັດສຳລັບໂຕເອງໃນໂລກນີ້+ ຍ້ອນໂຕແມງກັບຂີ້ໝ້ຽງກັດກິນມັນໄດ້ ແລະຄົນກໍລັກເອົາມັນໄປໄດ້. 20 ແຕ່ໃຫ້ສະສົມຊັບສົມບັດໄວ້ໃນສະຫວັນ+ ຍ້ອນຢູ່ຫັ້ນໂຕແມງກັບຂີ້ໝ້ຽງກັດກິນມັນບໍ່ໄດ້+ ແລະບໍ່ມີຜູ້ໃດລັກເອົາມັນໄປໄດ້. 21 ຊັບສົມບັດຂອງພວກເຈົ້າແມ່ນສິ່ງໃດ ໃຈຂອງພວກເຈົ້າກໍຢູ່ນຳສິ່ງນັ້ນ.
22 ຕາເປັນຄືກັບແສງສະຫວ່າງຂອງຮ່າງກາຍ.+ ຖ້າຕາຂອງພວກເຈົ້າເບິ່ງແຕ່ສິ່ງດຽວ* ທຸກສ່ວນໃນຮ່າງກາຍກໍຈະແຈ້ງສະຫວ່າງ. 23 ແຕ່ຖ້າຕາຂອງພວກເຈົ້າເບິ່ງຄົນອື່ນດ້ວຍຄວາມອິດສາ*+ ທຸກສ່ວນໃນຮ່າງກາຍຂອງພວກເຈົ້າກໍຈະມືດ. ຖ້າແສງສະຫວ່າງໃນໂຕຂອງພວກເຈົ້າມືດ ໂຕຂອງພວກເຈົ້າກໍແຮ່ງຊິມືດຫຼາຍກວ່າອີກ.
24 ບໍ່ມີຜູ້ໃດເປັນທາດຂອງນາຍ 2 ຄົນໄດ້ ຍ້ອນລາວຈະຮັກຜູ້ໜຶ່ງແລະຊັງອີກຜູ້ໜຶ່ງ+ ແລະຈະນັບຖືຜູ້ໜຶ່ງແລະດູຖູກອີກຜູ້ໜຶ່ງ. ພວກເຈົ້າຈະເປັນທັງທາດຂອງພະເຈົ້າແລະທາດຂອງຊັບສົມບັດກໍບໍ່ໄດ້.+
25 ຂ້ອຍຈະບອກພວກເຈົ້າວ່າ ໃຫ້ເຊົາອຸກໃຈ+ວ່າຈະມີຢູ່ມີກິນບໍ ຫຼືອຸກໃຈວ່າຈະມີເຄື່ອງນຸ່ງໃສ່ຫຼືບໍ່.+ ຊີວິດສຳຄັນກວ່າອາຫານແລະຮ່າງກາຍສຳຄັນກວ່າເຄື່ອງນຸ່ງບໍ່ແມ່ນບໍ?+ 26 ເບິ່ງນົກແມ້+ ພວກມັນບໍ່ໄດ້ຫວ່ານແນວປູກ ບໍ່ໄດ້ເກັບກ່ຽວ ແລະບໍ່ໄດ້ສະສົມເມັດພືດໄວ້ໃນເລົ້າເຂົ້າ ແຕ່ພະເຈົ້າພໍ່ຂອງພວກເຈົ້າໃນສະຫວັນກໍຍັງລ້ຽງພວກມັນ. ພວກເຈົ້າມີຄ່າຫຼາຍກວ່ານົກບໍ່ແມ່ນບໍ? 27 ຄັນພວກເຈົ້າອຸກໃຈ ພວກເຈົ້າຊິຕໍ່ຊີວິດໄດ້ຕື່ມອີກຈັກໜ້ອຍໜຶ່ງ*ບໍ?+ 28 ຊິອຸກໃຈເລື່ອງເຄື່ອງນຸ່ງເຮັດຫຍັງ? ເບິ່ງດອກໄມ້ໃນທົ່ງແມ້. ພວກມັນປົ່ງຂຶ້ນມາໄດ້ແນວໃດ ທັງໆທີ່ພວກມັນບໍ່ໄດ້ເຮັດວຽກໜັກແລະບໍ່ໄດ້ຕ່ຳຜ້າ? 29 ແຕ່ພວກເຈົ້າຮູ້ບໍວ່າ ຂະໜາດກະສັດໂຊໂລໂມນ+ຕອນທີ່ແຕ່ງໂຕເຕັມຍົດກໍຍັງບໍ່ງາມສ່ຳກັບດອກໄມ້ດອກໜຶ່ງທີ່ຢູ່ໃນທົ່ງ. 30 ຖ້າວ່າດອກໄມ້ໃບຫຍ້າໃນທົ່ງທີ່ຢູ່ໄດ້ແຕ່ມື້ດຽວແລ້ວມື້ອື່ນກໍຖືກຈູດຖິ້ມ ພະເຈົ້າຍັງເຮັດໃຫ້ມັນງາມປານນີ້ ເພິ່ນກໍແຮ່ງຈະໃຫ້ພວກເຈົ້າມີເຄື່ອງນຸ່ງຫຼາຍໆໂຕໃສ່ບໍ່ແມ່ນບໍ? ພວກເຈົ້າຄືມີຄວາມເຊື່ອໜ້ອຍແທ້! 31 ຄັນຊັ້ນ ຢ່າອຸກໃຈ+ແລະເວົ້າວ່າ ‘ພວກເຮົາຈະມີຢູ່ມີກິນບໍ ຫຼືຈະມີເຄື່ອງນຸ່ງໃສ່ບໍ່?’+ 32 ຄົນທີ່ບໍ່ຮູ້ຈັກພະເຈົ້າຊອກຫາແຕ່ສິ່ງເຫຼົ່ານີ້ ແຕ່ພະເຈົ້າພໍ່ຂອງພວກເຈົ້າທີ່ຢູ່ໃນສະຫວັນຮູ້ຢູ່ແລ້ວວ່າພວກເຈົ້າຕ້ອງມີສິ່ງຂອງທັງໝົດນີ້.
33 ດັ່ງນັ້ນ ພວກເຈົ້າຕ້ອງໃຫ້ການປົກຄອງຂອງພະເຈົ້າແລະການເຊື່ອຟັງເພິ່ນເປັນສິ່ງສຳຄັນທີ່ສຸດໃນຊີວິດສະເໝີ ແລ້ວເພິ່ນຈະໃຫ້ພວກເຈົ້າມີທຸກສິ່ງທີ່ຈຳເປັນ.+ 34 ຢ່າອຸກໃຈກ່ຽວກັບເລື່ອງຂອງມື້ອື່ນ+ ຍ້ອນມື້ອື່ນກໍຈະມີເລື່ອງໃຫ້ອຸກໃຈ. ແຕ່ລະມື້ມີບັນຫາຫຼາຍພໍຢູ່ແລ້ວ.”
7 “ໃຫ້ເຊົາຕັດສິນຄົນອື່ນ+ ເພື່ອພະເຈົ້າຈະບໍ່ຕັດສິນພວກເຈົ້າ. 2 ພວກເຈົ້າຕັດສິນຄົນອື່ນແນວໃດ ພະເຈົ້າກໍຈະຕັດສິນພວກເຈົ້າແນວນັ້ນ+ ແລະພວກເຈົ້າເຮັດໃຫ້ຄົນອື່ນແນວໃດ ເຂົາເຈົ້າກໍຈະເຮັດໃຫ້ພວກເຈົ້າແນວນັ້ນຄືກັນ.*+ 3 ເປັນຫຍັງພວກເຈົ້າຈຶ່ງແນມເບິ່ງຂີ້ເລື່ອຍທີ່ຢູ່ໃນຕາຂອງຄົນອື່ນ* ແຕ່ບໍ່ເຫັນທ່ອນໄມ້*ທີ່ຢູ່ໃນຕາຂອງໂຕເອງ?+ 4 ພວກເຈົ້າບອກຄົນອື່ນໄດ້ຈັ່ງໃດວ່າ ‘ຂ້ອຍຊິເຂ່ຍຂີ້ເລື່ອຍອອກຈາກຕາໃຫ້ເຈົ້າເດີ້’ ທັງໆທີ່ທ່ອນໄມ້ຍັງຢູ່ໃນຕາຂອງພວກເຈົ້າ? 5 ພວກເຈົ້າທີ່ຄິດວ່າໂຕເອງດີ ໃຫ້ເອົາທ່ອນໄມ້ອອກຈາກຕາຂອງໂຕເອງກ່ອນແມ້ ພວກເຈົ້າຈຶ່ງຈະເຫັນແຈ້ງ ແລ້ວເຂ່ຍຂີ້ເລື່ອຍອອກຈາກຕາໃຫ້ຄົນອື່ນໄດ້.
6 ຢ່າເອົາສິ່ງທີ່ຄວນໃຫ້ພະເຈົ້າໃຫ້ໝາ ແລະຢ່າໂຍນໄຂ່ມຸກໃຫ້ໝູ+ ຍ້ອນມັນຈະຢຽບຖິ້ມລ້າໆ ແລະມັນຍັງຈະກັບມາທຳຮ້າຍພວກເຈົ້າອີກ.
7 ໃຫ້ຂໍຕໍ່ໆໄປແລ້ວພວກເຈົ້າຈະໄດ້ຮັບ+ ໃຫ້ຊອກຕໍ່ໆໄປແລ້ວພວກເຈົ້າຈະເຫັນ ໃຫ້ເຄາະຕໍ່ໆໄປແລ້ວປະຕູຈະເປີດອອກ+ 8 ຍ້ອນທຸກຄົນທີ່ຂໍກໍຈະໄດ້ຮັບ+ ທຸກຄົນທີ່ຊອກກໍຈະເຫັນ ແລະທຸກຄົນທີ່ເຄາະ ປະຕູກໍຈະເປີດອອກ. 9 ຖ້າລູກຂໍເຂົ້າຈີ່ ເຈົ້າຊິເອົາກ້ອນຫີນໃຫ້ບໍ? 10 ຫຼືຖ້າລູກຂໍປາ ເຈົ້າຊິເອົາງູພິດໃຫ້ບໍ? 11 ພວກເຈົ້າທີ່ເປັນຄົນບາບຍັງຮູ້ຈັກເອົາແນວດີໆໃຫ້ລູກ. ຄັນຊັ້ນ ພະເຈົ້າພໍ່ຂອງພວກເຈົ້າທີ່ຢູ່ໃນສະຫວັນກໍແຮ່ງຈະເອົາແນວດີໆ+ໃຫ້ຄົນທີ່ຂໍນຳເພິ່ນບໍ່ແມ່ນບໍ?+
12 ດັ່ງນັ້ນ ຖ້າພວກເຈົ້າຢາກໃຫ້ຄົນອື່ນເຮັດແນວໃດກັບພວກເຈົ້າ ໃຫ້ພວກເຈົ້າເຮັດແນວນັ້ນກັບເຂົາເຈົ້າ.+ ທີ່ຈິງ ນີ້ແມ່ນເປົ້າໝາຍຫຼັກໃນກົດໝາຍຂອງໂມເຊແລະໃນຄຳສອນຂອງພວກຜູ້ພະຍາກອນ.*+
13 ໃຫ້ພວກເຈົ້າເຂົ້າໄປທາງປະຕູແຄບ+ ຍ້ອນວ່າຫຼາຍຄົນມັກເຂົ້າໄປທາງປະຕູກວ້າງ ແລະທາງຢູ່ປະຕູນັ້ນກໍກວ້າງຄືກັນ ແຕ່ມັນຈະພາໄປເຖິງຄວາມຈິບຫາຍ. 14 ສ່ວນປະຕູແຄບແລະທາງແຄບໄປຍາກແລະມີໜ້ອຍຄົນເຈິ ແຕ່ມັນຈະພາໄປເຖິງຊີວິດ.+
15 ໃຫ້ລະວັງພວກຜູ້ພະຍາກອນປອມ+ທີ່ປອມໂຕມາຫາພວກເຈົ້າໃນຮ່າງຂອງແກະ+ ແຕ່ແທ້ໆແລ້ວເຂົາເຈົ້າເປັນໝາປ່າທີ່ຫິວໂຫຍຫຼາຍ.+ 16 ພວກເຈົ້າຈະຮູ້ຈັກພວກນີ້ໄດ້ຈາກສິ່ງທີ່ເຂົາເຈົ້າເຮັດ.* ພວກເຈົ້າຈະປິດໝາກລະແຊັງຫຼືໝາກເດື່ອຈາກຕົ້ນໜາມໄດ້ບໍ?+ 17 ຄ້າຍຄືກັນ ຕົ້ນໄມ້ທີ່ດີກໍເກີດໝາກທີ່ດີ ແຕ່ຕົ້ນໄມ້ທີ່ບໍ່ດີກໍເກີດໝາກທີ່ບໍ່ດີ.+ 18 ຕົ້ນໄມ້ທີ່ດີຈະເກີດໝາກທີ່ບໍ່ດີກໍບໍ່ໄດ້ ແລະຕົ້ນໄມ້ທີ່ບໍ່ດີຈະເກີດໝາກທີ່ດີກໍບໍ່ໄດ້ຄືກັນ.+ 19 ຕົ້ນໄມ້ທຸກຕົ້ນທີ່ເກີດໝາກທີ່ບໍ່ດີຈະຕ້ອງຖືກຟັນແລະຈູດຖິ້ມ.+ 20 ດັ່ງນັ້ນ ເພື່ອຈະຮູ້ວ່າເຂົາເຈົ້າເປັນຄົນແນວໃດ ໃຫ້ພວກເຈົ້າເບິ່ງຈາກສິ່ງທີ່ເຂົາເຈົ້າເຮັດ.+
21 ບໍ່ແມ່ນທຸກຄົນທີ່ເອີ້ນຂ້ອຍວ່າ ‘ນາຍ ນາຍ’ ຈະມີສ່ວນໃນການປົກຄອງທີ່ຢູ່ໃນສະຫວັນ ແຕ່ຄົນທີ່ຈະມີສ່ວນແມ່ນຄົນທີ່ເຮັດຕາມສິ່ງທີ່ພໍ່ຂອງຂ້ອຍທີ່ຢູ່ໃນສະຫວັນຕ້ອງການໃຫ້ເຮັດເທົ່ານັ້ນ.+ 22 ຈະມີມື້ໜຶ່ງທີ່ຫຼາຍຄົນຈະບອກຂ້ອຍວ່າ ‘ນາຍ ນາຍ+ ພວກເຮົາໄດ້ພະຍາກອນແລະໄລ່ພວກປີສາດໃນນາມຂອງທ່ານ ແລະເຮັດການອັດສະຈັນຫຼາຍຢ່າງໃນນາມຂອງທ່ານບໍ່ແມ່ນບໍ?’+ 23 ແຕ່ຂ້ອຍຈະເວົ້າກັບເຂົາເຈົ້າວ່າ ‘ຂ້ອຍບໍ່ເຄີຍຮູ້ຈັກພວກເຈົ້າ. ໜີໄປໄກໆ ພວກຄົນຊົ່ວ!’+
24 ທຸກຄົນທີ່ຟັງຄຳສອນຂອງຂ້ອຍແລະເຮັດຕາມເປັນຄືກັບຄົນສະຫຼາດທີ່ປຸກເຮືອນຢູ່ເທິງພະລານຫີນ.+ 25 ເຖິງວ່າຝົນຈະຕົກໜັກ ນ້ຳມາຖ້ວມ ແລະມີລົມແຮງຊັດໃສ່ ແຕ່ເຮືອນນັ້ນກໍບໍ່ພັງຍ້ອນປຸກຢູ່ເທິງພະລານຫີນ. 26 ສ່ວນທຸກຄົນທີ່ຟັງຄຳສອນຂອງຂ້ອຍແຕ່ບໍ່ເຮັດຕາມກໍເປັນຄືກັບຄົນໂງ່ທີ່ປຸກເຮືອນຢູ່ເທິງດິນຊາຍ.+ 27 ເມື່ອຝົນຕົກໜັກ ນ້ຳມາຖ້ວມ ແລະມີລົມແຮງຊັດໃສ່+ ເຮືອນນັ້ນກໍພັງ.”
28 ເມື່ອພະເຢຊູເວົ້າຈົບແລ້ວ ຄົນທີ່ມາຟັງເພິ່ນກໍຮູ້ສຶກງຶດໃນວິທີທີ່ເພິ່ນສອນ+ 29 ຍ້ອນເພິ່ນບໍ່ໄດ້ສອນຄືກັບພວກຄູສອນສາສະໜາ ແຕ່ສອນຄືກັບຄົນທີ່ໄດ້ຮັບອຳນາດຈາກພະເຈົ້າ.+
8 ເມື່ອພະເຢຊູລົງມາຈາກພູ ມີຄົນບັກຫຼາຍໆຕິດຕາມເພິ່ນໄປ. 2 ແລ້ວກໍມີຜູ້ໜຶ່ງທີ່ເປັນຂີ້ທູດມາຫາເພິ່ນ. ລາວໝູບລົງສະແດງຄວາມນັບຖືເພິ່ນແລະເວົ້າວ່າ: “ນາຍເອີ້ຍ ຖ້າທ່ານຢາກຊ່ວຍ ຂ້ອຍຮູ້ວ່າທ່ານຈະປົວຂ້ອຍໄດ້.”*+ 3 ພະເຢຊູຈຶ່ງເດ່ມືໄປຈັບລາວແລະເວົ້າວ່າ: “ຂ້ອຍຢາກຊ່ວຍ. ໃຫ້ເຈົ້າເຊົາເດີ້.”+ ແລ້ວລາວກໍເຊົາເປັນຂີ້ທູດທັນທີ.+ 4 ພະເຢຊູບອກລາວວ່າ: “ຢ່າເລົ່າເລື່ອງນີ້ໃຫ້ຜູ້ໃດຟັງ+ ແຕ່ໄປໃຫ້ປະໂລຫິດກວດເບິ່ງ+ແລະເອົາເຄື່ອງຂອງໄປໃຫ້ຕາມທີ່ກົດໝາຍຂອງໂມເຊກຳນົດໄວ້+ ເພື່ອເປັນຫຼັກຖານວ່າເຈົ້າເຊົາພະຍາດແລ້ວ.”
5 ເມື່ອພະເຢຊູເຂົ້າໄປໃນເມືອງກາເປນາອູມ ນາຍຮ້ອຍຜູ້ໜຶ່ງໄດ້ມາອ້ອນວອນເພິ່ນວ່າ:+ 6 “ທ່ານເອີ້ຍ ຄົນຮັບໃຊ້ຂອງຂ້ອຍເປັນອຳມະພາດນອນຢູ່ເຮືອນຂ້ອຍ. ລາວທໍລະມານຫຼາຍ.” 7 ພະເຢຊູບອກລາວວ່າ: “ຈັກໜ້ອຍຂ້ອຍຈະໄປປົວລາວຢູ່ຫັ້ນ.” 8 ນາຍຮ້ອຍຈຶ່ງບອກເພິ່ນວ່າ: “ທ່ານເອີ້ຍ ຂ້ອຍບໍ່ດີພໍທີ່ທ່ານຈະເຂົ້າໄປໃນເຮືອນຂ້ອຍດອກ. ຂໍພຽງແຕ່ທ່ານສັ່ງວ່າ ‘ໃຫ້ເຊົາ’ ຄົນຮັບໃຊ້ຂອງຂ້ອຍກໍຈະເຊົາໂລດ. 9 ຂ້ອຍເອງກໍມີເຈົ້ານາຍທີ່ສັ່ງຂ້ອຍແລະມີລູກນ້ອງທີ່ຂ້ອຍສັ່ງໄດ້ຄືກັນ ຖ້າຂ້ອຍສັ່ງຜູ້ໜຶ່ງວ່າ ‘ໄປໂລດ!’ ລາວກໍໄປ ຫຼືສັ່ງອີກຜູ້ໜຶ່ງວ່າ ‘ມາແມະ!’ ລາວກໍມາ. ຖ້າຂ້ອຍສັ່ງທາດໃຫ້ໄປເຮັດນັ້ນເຮັດນີ້ ລາວກໍເຮັດຕາມ.” 10 ເມື່ອໄດ້ຍິນແບບນັ້ນ ພະເຢຊູກໍແປກໃຈຫຼາຍ ແລະເວົ້າກັບຄົນທີ່ນຳເພິ່ນມາວ່າ: “ເວົ້າແທ້ໆເດີ້ ຂ້ອຍບໍ່ເຄີຍເຫັນຄົນອິດສະຣາເອນຄົນໃດມີຄວາມເຊື່ອຫຼາຍສ່ຳນີ້.+ 11 ຂ້ອຍຈະບອກພວກເຈົ້າວ່າ ຈະມີຫຼາຍຄົນມາຈາກທິດຕາເວັນອອກແລະທິດຕາເວັນຕົກ. ເຂົາເຈົ້າຈະນັ່ງຢູ່ໂຕະດຽວກັບອັບຣາຮາມ ອີຊາກ ແລະຢາໂຄບໃນການປົກຄອງທີ່ຢູ່ໃນສະຫວັນ.+ 12 ແຕ່ຄົນທີ່ຄວນຈະມີສ່ວນໃນການປົກຄອງນັ້ນຈະຕ້ອງຖືກໂຍນອອກໄປໃນບ່ອນມືດ. ຢູ່ຫັ້ນ ເຂົາເຈົ້າຈະຮ້ອງໄຫ້ດ້ວຍຄວາມທຸກໃຈ.”*+ 13 ແລ້ວພະເຢຊູກໍປິ່ນມາເວົ້າກັບນາຍຮ້ອຍວ່າ: “ເມືອເຮືອນໂລດ. ມັນຈະເກີດຂຶ້ນແທ້ຕາມທີ່ເຈົ້າເຊື່ອ.”+ ແລ້ວຄົນຮັບໃຊ້ຂອງລາວກໍເຊົາໃນຕອນນັ້ນເລີຍ.+
14 ຕອນທີ່ພະເຢຊູມາຮອດເຮືອນຂອງເປໂຕ ເພິ່ນເຫັນແມ່ເຖົ້າຂອງລາວ+ນອນເປັນໄຂ້ຢູ່.+ 15 ພະເຢຊູຈຶ່ງຈັບມືແມ່ເຖົ້າຂອງເປໂຕ+ ແລ້ວລາວກໍເຊົາໄຂ້ແລະລຸກຂຶ້ນມາແຕ່ງກິນໃຫ້ເພິ່ນ. 16 ໃນຕອນຄ່ຳ ຫຼາຍຄົນກໍພາຄົນທີ່ຖືກປີສາດສິງມາຫັ້ນ ພະເຢຊູຈຶ່ງສັ່ງພວກປີສາດໃຫ້ອອກຈາກເຂົາເຈົ້າແລະປົວທຸກຄົນທີ່ເຈັບປ່ວຍ. 17 ເລື່ອງນີ້ເປັນໄປຕາມທີ່ພະເຈົ້າບອກໄວ້ຜ່ານທາງຜູ້ພະຍາກອນເອຊາຢາທີ່ວ່າ: “ເພິ່ນເອົາຄວາມເຈັບປ່ວຍຂອງພວກເຮົາໄປແລະແບກໂລກໄພໄຂ້ເຈັບຂອງພວກເຮົາໄວ້.”+
18 ມີເທື່ອໜຶ່ງ ພະເຢຊູເຫັນຄົນບັກຫຼາຍໆມາຫາ ເພິ່ນຈຶ່ງບອກພວກລູກສິດໃຫ້ພາຍເຮືອຂ້າມໄປອີກຟາກໜຶ່ງ.+ 19 ຄູສອນສາສະໜາຜູ້ໜຶ່ງມາເວົ້າກັບເພິ່ນວ່າ: “ອາຈານເອີ້ຍ ຂ້ອຍຈະໄປນຳທ່ານທຸກບ່ອນ.”+ 20 ແຕ່ພະເຢຊູບອກລາວວ່າ: “ໝາໄນຍັງມີໂຜ້ງຢູ່ແລະນົກກໍມີຮັງ ແຕ່ລູກມະນຸດບໍ່ມີບ່ອນທີ່ຈະຊົ້ນຫົວນອນ.”+ 21 ຈາກນັ້ນ ລູກສິດຜູ້ໜຶ່ງມາເວົ້າກັບພະເຢຊູວ່າ: “ນາຍເອີ້ຍ ຂໍໃຫ້ຂ້ອຍໄປຝັງສົບພໍ່ກ່ອນ.”+ 22 ພະເຢຊູບອກລາວວ່າ: “ມານຳຂ້ອຍດີກວ່າ ໃຫ້ຄົນຕາຍຝັງຄົນຕາຍສະ.”*+
23 ມີເທື່ອໜຶ່ງ ພະເຢຊູຂຶ້ນເຮືອໄປກັບພວກລູກສິດ.+ 24 ຫຼັງຈາກນັ້ນກໍມີພາຍຸໃຫຍ່ໃນທະເລ ຄື້ນໄດ້ຊັດນ້ຳເຂົ້າມາຈົນຖ້ວມເຮືອ ແຕ່ພະເຢຊູກໍຍັງນອນຫຼັບຢູ່.+ 25 ພວກລູກສິດຈຶ່ງມາປຸກເພິ່ນແລ້ວເວົ້າວ່າ: “ນາຍເອີ້ຍ ຊ່ວຍພວກເຮົາແດ່ ພວກເຮົາກຳລັງຊິຕາຍແລ້ວ!” 26 ແຕ່ເພິ່ນເວົ້າກັບເຂົາເຈົ້າວ່າ: “ເປັນຫຍັງຈຶ່ງຢ້ານ ພວກເຈົ້າຄືມີຄວາມເຊື່ອໜ້ອຍແທ້?”+ ຈາກນັ້ນ ເພິ່ນກໍລຸກຂຶ້ນແລ້ວສັ່ງລົມກັບຄື້ນໃນທະເລໃຫ້ສະຫງົບ ແລະທຸກຢ່າງກໍສະຫງົບເປັນປົກກະຕິ.+ 27 ເຂົາເຈົ້າຈຶ່ງແປກໃຈຫຼາຍແລະພາກັນເວົ້າວ່າ: “ເພິ່ນແມ່ນໃຜ? ຂະໜາດລົມກັບທະເລກໍຍັງເຊື່ອຟັງເພິ່ນ.”
28 ແລ້ວພະເຢຊູກໍໄປອີກຟາກໜຶ່ງໃນເຂດຂອງຄົນຄາດາຣາ. ຢູ່ຫັ້ນມີຜູ້ຊາຍ 2 ຄົນທີ່ຖືກປີສາດສິງ. ເຂົາເຈົ້າອອກມາຈາກປ່າຊ້າແລ້ວກໍເຈິເພິ່ນ.+ ສອງຄົນນີ້ໂຫດຮ້າຍຫຼາຍຈົນບໍ່ມີໃຜກ້າທຽວທາງນັ້ນ. 29 ເຂົາເຈົ້າຮ້ອງໂວຍວາຍວ່າ: “ລູກຂອງພະເຈົ້າ ມາວຸ່ນວາຍກັບພວກຂ້ອຍເຮັດຫຍັງ?+ ເຈົ້າຈະມາທໍລະມານພວກຂ້ອຍ+ກ່ອນເວລາທີ່ພະເຈົ້າກຳນົດໄວ້ບໍ?”+ 30 ບໍ່ໄກຈາກຫັ້ນປານໃດ ມີໝູຝູງໃຫຍ່ກຳລັງຫາກິນຢູ່.+ 31 ພວກປີສາດຈຶ່ງຂໍຮ້ອງພະເຢຊູວ່າ: “ຄັນຊິໄລ່ພວກຂ້ອຍອອກ ຂໍໃຫ້ພວກຂ້ອຍເຂົ້າໄປສິງໃນໝູຝູງນັ້ນສະ.”+ 32 ເພິ່ນບອກພວກປີສາດວ່າ: “ໄປໂລດ!” ພວກມັນຈຶ່ງເຂົ້າໄປສິງໃນຝູງໝູ ແລ້ວໝູຝູງນັ້ນກໍໂດດຈາກໜ້າຜາລົງໄປໃນທະເລແລະຈົມນ້ຳຕາຍໝົດ. 33 ສ່ວນຄົນລ້ຽງໝູກໍແລ່ນໜີເຂົ້າໄປໃນເມືອງ ແລະເລົ່າທຸກຢ່າງທີ່ເກີດຂຶ້ນກັບ 2 ຄົນທີ່ຖືກປີສາດສິງໃຫ້ຄົນທີ່ຢູ່ໃນເມືອງຟັງ. 34 ທຸກຄົນໃນເມືອງນັ້ນຈຶ່ງອອກມາຫາພະເຢຊູ ແລະເມື່ອເຫັນເພິ່ນແລ້ວ ເຂົາເຈົ້າກໍຂໍໃຫ້ເພິ່ນອອກໄປຈາກເຂດຂອງເຂົາເຈົ້າ.+
9 ມີມື້ໜຶ່ງ ພະເຢຊູຂຶ້ນເຮືອຂ້າມຟາກກັບໄປເມືອງທີ່ເພິ່ນອາໄສຢູ່.*+ 2 ມີຄົນຫາມຜູ້ຊາຍທີ່ເປັນອຳມະພາດນອນຢູ່ເທິງເປມາຫາພະເຢຊູ. ເມື່ອເຫັນຄວາມເຊື່ອຂອງເຂົາເຈົ້າ ເພິ່ນກໍບອກຄົນທີ່ເປັນອຳມະພາດວ່າ: “ບໍ່ຕ້ອງຢ້ານເດີ້ລູກ. ຂ້ອຍຍົກໂທດບາບຂອງເຈົ້າແລ້ວ.”+ 3 ຄູສອນສາສະໜາບາງຄົນຄິດໃນໃຈວ່າ: “ຜູ້ນີ້ເວົ້າລົບລູ່ພະເຈົ້າ.” 4 ພະເຢຊູຮູ້ວ່າເຂົາເຈົ້າຄິດຫຍັງຢູ່ ເພິ່ນຈຶ່ງເວົ້າວ່າ: “ເປັນຫຍັງພວກເຈົ້າຄືຄິດຊົ່ວແບບນັ້ນ?+ 5 ມັນງ່າຍທີ່ຈະເວົ້າວ່າ ‘ບາບຂອງເຈົ້າໄດ້ຮັບການຍົກໂທດແລ້ວ.’ ແຕ່ຈະມີໃຜບອກຜູ້ຊາຍຄົນນີ້ໄດ້ບໍວ່າ ‘ລຸກຂຶ້ນແລະເມືອເຮືອນສະ ແລ້ວລາວຈະລຸກຂຶ້ນແລະຍ່າງໄດ້ແທ້ໆ’?+ 6 ແຕ່ຂ້ອຍຢາກໃຫ້ພວກເຈົ້າຮູ້ວ່າ ລູກມະນຸດມີອຳນາດທີ່ຈະຍົກໂທດບາບຢູ່ໂລກນີ້ໄດ້ແທ້.” ແລ້ວພະເຢຊູກໍເວົ້າກັບຄົນທີ່ເປັນອຳມະພາດວ່າ: “ລຸກຂຶ້ນ ແລ້ວແບກເປເມືອເຮືອນ.”+ 7 ລາວກໍລຸກຂຶ້ນແລະຍ່າງເມືອເຮືອນ. 8 ເມື່ອຄົນອື່ນເຫັນແບບນັ້ນກໍຮູ້ສຶກຢ້ານ ເຂົາເຈົ້າຈຶ່ງພາກັນສັນລະເສີນພະເຈົ້າທີ່ໃຫ້ມະນຸດມີອຳນາດເຮັດແບບນັ້ນໄດ້.
9 ເມື່ອພະເຢຊູຍ່າງໄປອີກໜ້ອຍໜຶ່ງກໍເຫັນຜູ້ຊາຍຄົນໜຶ່ງຊື່ມັດທາຍນັ່ງຢູ່ດ່ານເກັບພາສີ ເພິ່ນຈຶ່ງເວົ້າກັບລາວວ່າ: “ມາເປັນລູກສິດຂ້ອຍແມ້.” ມັດທາຍກໍລຸກຂຶ້ນແລະໄປນຳເພິ່ນ.+ 10 ຕໍ່ມາ ພະເຢຊູໄປກິນເຂົ້າຢູ່ເຮືອນຂອງມັດທາຍ. ມີຄົນເກັບພາສີແລະຄົນທີ່ມັກເຮັດຜິດຫຼາຍຄົນກິນເຂົ້າຢູ່ໂຕະດຽວກັບພະເຢຊູແລະພວກລູກສິດຂອງເພິ່ນ.+ 11 ເມື່ອພວກຟາຣີຊາຍເຫັນແບບນັ້ນກໍເວົ້າກັບລູກສິດຂອງພະເຢຊູວ່າ: “ເປັນຫຍັງອາຈານຂອງພວກເຈົ້າຈຶ່ງກິນເຂົ້ານຳຄົນເກັບພາສີແລະຄົນທີ່ມັກເຮັດຜິດ?”+ 12 ເມື່ອພະເຢຊູໄດ້ຍິນແບບນັ້ນກໍເວົ້າວ່າ: “ຄົນທີ່ແຂງແຮງດີບໍ່ຕ້ອງການໝໍ ແຕ່ຄົນທີ່ບໍ່ສະບາຍຕ້ອງໃຫ້ໝໍປົວ.+ 13 ໃຫ້ພວກເຈົ້າໄປຮຽນຮູ້ຄວາມໝາຍຂອງຂໍ້ນີ້ເບິ່ງ ທີ່ພະເຈົ້າເວົ້າວ່າ ‘ເຮົາຢາກໃຫ້ພວກເຈົ້າອີ່ຕົນຄົນອື່ນ ບໍ່ໄດ້ຢາກໃຫ້ພວກເຈົ້າເອົາເຄື່ອງບູຊາມາໃຫ້.’+ ຂ້ອຍບໍ່ໄດ້ມາເພື່ອຊ່ວຍຄົນດີ* ແຕ່ມາເພື່ອຊ່ວຍຄົນທີ່ເຮັດຜິດ.”
14 ຕໍ່ມາ ລູກສິດຂອງໂຢຮັນຈຶ່ງເຂົ້າມາຖາມພະເຢຊູວ່າ: “ພວກເຮົາກັບພວກຟາຣີຊາຍອົດເຂົ້າ ແຕ່ເປັນຫຍັງພວກລູກສິດຂອງທ່ານຈຶ່ງບໍ່ອົດເຂົ້າ?”+ 15 ເພິ່ນຕອບເຂົາເຈົ້າວ່າ: “ຕອນທີ່ເຈົ້າບ່າວຍັງຢູ່ ໝູ່ເຈົ້າບ່າວກໍບໍ່ຕ້ອງໂສກເສົ້າ+ແມ່ນບໍ? ແຕ່ຈະມີມື້ໜຶ່ງຊິມີຄົນເອົາເຈົ້າບ່າວໄປຈາກເຂົາເຈົ້າ.+ ຕອນນັ້ນແຫຼະທີ່ເຂົາເຈົ້າຈະໂສກເສົ້າແລະອົດເຂົ້າ. 16 ບໍ່ມີໃຜເອົາຜ້າໃໝ່ມາຕາບເສື້ອເກົ່າ. ຖ້າຜ້າໃໝ່ຫົດ ມັນຈະດຶງຜ້າເກົ່າໃຫ້ຂາດ ແລ້ວຮອຍຂາດຈະໃຫຍ່ກວ່າເກົ່າ.+ 17 ບໍ່ມີຜູ້ໃດເອົາເຫຼົ້າແວງໃໝ່ໃສ່ຖົງໜັງເກົ່າ. ຖ້າເຮັດແບບນັ້ນ ຖົງໜັງຈະແຕກ ເຫຼົ້າແວງຈະໄຫຼອອກ ແລະຖົງໜັງນັ້ນກໍຈະໃຊ້ບໍ່ໄດ້. ແຕ່ລາວຈະເອົາເຫຼົ້າແວງໃໝ່ໃສ່ຖົງໜັງໃໝ່ ທັງສອງຢ່າງຈຶ່ງບໍ່ຕ້ອງເສຍຖິ້ມໄປລ້າໆ.”
18 ຕອນທີ່ພະເຢຊູກຳລັງສອນເລື່ອງນີ້ຢູ່ ຫົວໜ້າ*ຄົນໜຶ່ງເຂົ້າມາໝູບລົງສະແດງຄວາມນັບຖືເພິ່ນແລະເວົ້າວ່າ: “ລູກສາວຂ້ອຍບໍ່ສະບາຍແຮງ ປານນີ້ລາວຄືຊິຕາຍແລ້ວ. ຂໍໃຫ້ທ່ານມາວາງມືເທິງລາວ ລາວຈະໄດ້ຟື້ນຄືນມາ.”+
19 ພະເຢຊູຈຶ່ງລຸກຂຶ້ນແລ້ວໄປນຳລາວ ແລະພວກລູກສິດກໍໄປນຳ. 20 ຕອນທີ່ເຂົາເຈົ້າກຳລັງໄປ ມີຜູ້ຍິງຄົນໜຶ່ງທີ່ທໍລະມານຍ້ອນເປັນພະຍາດຕົກເລືອດໄດ້ 12 ປີແລ້ວ+ ລັກເຂົ້າມາທາງຫຼັງພະເຢຊູແລະບາຍຍອຍເສື້ອຄຸມຂອງເພິ່ນ.+ 21 ລາວຄິດວ່າ: “ຖ້າຂ້ອຍໄດ້ບາຍແຕ່ຍອຍເສື້ອຄຸມຂອງເພິ່ນ ຂ້ອຍຊິເຊົາແນ່ນອນ.” 22 ເມື່ອພະເຢຊູຫຼຽວຫຼັງມາເຫັນລາວ ເພິ່ນກໍເວົ້າວ່າ: “ບໍ່ຕ້ອງຢ້ານເດີ້ລູກ.* ຄວາມເຊື່ອຂອງລູກເຮັດໃຫ້ລູກເຊົາພະຍາດແລ້ວ.”+ ຜູ້ຍິງຄົນນັ້ນກໍເຊົາທັນທີ.+
23 ເມື່ອພະເຢຊູເຂົ້າໄປໃນເຮືອນຂອງຫົວໜ້າຄົນນັ້ນ ເພິ່ນກໍເຫັນຄົນເປົ່າຂຸ່ຍແລະຄົນຮ້ອງໄຫ້ສຽງດັງ+ 24 ພະເຢຊູຈຶ່ງເວົ້າວ່າ: “ໃຫ້ພວກເຈົ້າອອກໄປກ່ອນ. ເດັກນ້ອຍຜູ້ນີ້ບໍ່ໄດ້ຕາຍ ແຕ່ລາວນອນຫຼັບຊື່ໆ.”+ ເຂົາເຈົ້າຈຶ່ງຫົວຂວັນເພິ່ນ. 25 ເມື່ອຄົນອອກໄປແລ້ວ ພະເຢຊູກໍເຂົ້າໄປຈັບມືເດັກນ້ອຍຄົນນັ້ນ+ ແລ້ວລາວກໍລຸກຂຶ້ນ.+ 26 ເລື່ອງນີ້ຈຶ່ງຊ່າລືກັນໄປທົ່ວເຂດນັ້ນ.
27 ເມື່ອພະເຢຊູເດີນທາງຕໍ່ໄປກໍມີຜູ້ຊາຍຕາບອດ 2 ຄົນ+ຍ່າງມານຳຫຼັງເພິ່ນແລະຮ້ອງວ່າ: “ທ່ານທີ່ເປັນລູກຫຼານຂອງດາວິດ*ເອີ້ຍ ອີ່ຕົນພວກເຮົາແດ່!” 28 ເມື່ອພະເຢຊູເຂົ້າໄປໃນເຮືອນ ຜູ້ຊາຍຕາບອດ 2 ຄົນນັ້ນກໍນຳຫຼັງເພິ່ນໄປ ເພິ່ນຈຶ່ງຖາມເຂົາເຈົ້າວ່າ: “ພວກເຈົ້າເຊື່ອແທ້ໆບໍວ່າຂ້ອຍເຮັດໃຫ້ພວກເຈົ້າເບິ່ງເຫັນໄດ້?”+ ທັງສອງຄົນຕອບວ່າ: “ແມ່ນ ນາຍເອີ້ຍ ພວກເຮົາເຊື່ອແທ້ໆ.” 29 ພະເຢຊູຈຶ່ງບາຍຕາຂອງເຂົາເຈົ້າ+ແລະເວົ້າວ່າ: “ຄັນຊັ້ນກໍໃຫ້ເປັນໄປຕາມທີ່ພວກເຈົ້າເຊື່ອ.” 30 ແລ້ວເຂົາເຈົ້າກໍເຫັນຮຸ່ງ ແລະພະເຢຊູສັ່ງເຂົາເຈົ້າຢ່າງໜັກແໜ້ນວ່າ: “ຢ່າບອກເລື່ອງນີ້ໃຫ້ຜູ້ໃດຮູ້ເດີ້.”+ 31 ແຕ່ເມື່ອອອກໄປແລ້ວ ເຂົາເຈົ້າກໍເລົ່າເລື່ອງຂອງເພິ່ນໃຫ້ຄົນອື່ນຟັງຈົນຊ່າລືກັນໄປທົ່ວເຂດທີ່ເຂົາເຈົ້າຢູ່.
32 ຕອນທີ່ 2 ຄົນນັ້ນກຳລັງຍ່າງອອກໄປ ມີຄົນພາຜູ້ຊາຍທີ່ປາກກືກແລະຖືກປີສາດສິງມາຫາພະເຢຊູ.+ 33 ເມື່ອເພິ່ນໄລ່ປີສາດອອກໄປແລ້ວ ຜູ້ນັ້ນກໍເວົ້າໄດ້.+ ຫຼາຍຄົນຈຶ່ງຮູ້ສຶກງຶດແລະພາກັນເວົ້າວ່າ: “ບໍ່ເຄີຍເຫັນແບບນີ້ໃນອິດສະຣາເອນຈັກເທື່ອ.”+ 34 ແຕ່ພວກຟາຣີຊາຍພັດເວົ້າວ່າ: “ຜູ້ນີ້ໄລ່ພວກປີສາດອອກໄດ້ ຍ້ອນລາວໄດ້ອຳນາດຈາກຫົວໜ້າຂອງພວກປີສາດ.”+
35 ຈາກນັ້ນ ພະເຢຊູກໍເດີນທາງໄປທຸກບ້ານທຸກເມືອງ ສອນຕາມບ່ອນປະຊຸມຂອງຄົນຢິວ ປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າ ແລະປົວຄົນທີ່ເຈັບປ່ວຍແລະຄົນທີ່ເປັນພະຍາດຕ່າງໆ.+ 36 ເມື່ອພະເຢຊູເຫັນຄົນບັກຫຼາຍໆມາຫາເພິ່ນ ເພິ່ນກໍຮູ້ສຶກອີ່ຕົນເຂົາເຈົ້າ+ ຍ້ອນເຂົາເຈົ້າຖືກປະຖິ້ມແລະມີບາດເຕັມໂຕຄືກັບແກະທີ່ບໍ່ມີຄົນລ້ຽງ.+ 37 ເພິ່ນຈຶ່ງບອກພວກລູກສິດວ່າ: “ຢູ່ທົ່ງນາມີເຂົ້າໃຫ້ກ່ຽວຫຼາຍ ແຕ່ຄົນເຮັດວຽກຍັງມີໜ້ອຍ.+ 38 ດັ່ງນັ້ນ ໃຫ້ຂໍກັບເຈົ້າຂອງນາໃຫ້ສົ່ງຄົນເຮັດວຽກມາຕື່ມເພື່ອເຮັດວຽກເກັບກ່ຽວຂອງເພິ່ນ.”+
10 ພະເຢຊູເອີ້ນລູກສິດ 12 ຄົນມາແລະໃຫ້ອຳນາດເຂົາເຈົ້າ+ ເພື່ອໄລ່ພວກປີສາດແລະປົວຄົນທີ່ເຈັບປ່ວຍກັບຄົນທີ່ເປັນພະຍາດຕ່າງໆ.
2 ອັກຄະສາວົກ* 12 ຄົນມີ:+ ຊີໂມນຫຼືທີ່ຄົນເອີ້ນວ່າເປໂຕ+ກັບອັນເດອາ+ ສອງຄົນນີ້ເປັນອ້າຍນ້ອງກັນ ແລະຢາໂກໂບກັບໂຢຮັນ ສອງຄົນນີ້ເປັນລູກຊາຍຂອງເຊເບດາຍ+ 3 ແລ້ວກໍມີຟີລິບ ບາຣະໂທໂລມາຍ+ ໂທມາ+ ມັດທາຍ+ທີ່ເປັນຄົນເກັບພາສີ ຢາໂກໂບລູກຊາຍຂອງອາລະຟາຍ ທາດາຍ 4 ຊີໂມນຄົນກະຕືລືລົ້ນ ແລະຢູດາອິສະກາຣີອົດທີ່ຕໍ່ມາໄດ້ທໍລະຍົດພະເຢຊູ.+
5 ພະເຢຊູສົ່ງ 12 ຄົນນີ້ອອກໄປແລະສັ່ງເຂົາເຈົ້າວ່າ:+ “ຢ່າໄປຫາຄົນຕ່າງຊາດ ແລະຢ່າເຂົ້າໄປໃນເມືອງຂອງຄົນຊາມາເຣຍ+ 6 ແຕ່ໃຫ້ໄປຫາຄົນອິດສະຣາເອນທີ່ເປັນຄືກັບແກະທີ່ຫຼົງທາງ.+ 7 ເມື່ອໄປປະກາດໃຫ້ເວົ້າວ່າ ‘ການປົກຄອງຂອງພະເຈົ້າໃກ້ຈະມາແລ້ວ.’+ 8 ໃຫ້ປົວຄົນເຈັບປ່ວຍໃຫ້ເຊົາ+ ປຸກຄົນຕາຍໃຫ້ຟື້ນ ປົວຄົນທີ່ເປັນຂີ້ທູດໃຫ້ເຊົາ ແລະໄລ່ພວກປີສາດອອກ. ພວກເຈົ້າໄດ້ມາລ້າໆ ກໍເອົາໃຫ້ຄົນອື່ນລ້າໆ. 9 ບໍ່ຕ້ອງເອົາເງິນເອົາຄຳ ຫຼືທອງແດງຕິດໂຕໄປນຳ*+ 10 ຫຼືຖົງໃສ່ຂອງກິນ ຫຼືເສື້ອອີກໂຕໜຶ່ງ ຫຼືເກີບອີກຄູ່ໜຶ່ງ ຫຼືໄມ້ຄ້ອນເທົ້າອີກອັນໜຶ່ງ+ ຍ້ອນຄົນທີ່ເຮັດວຽກສົມຄວນໄດ້ຂອງກິນ.+
11 ເມື່ອເຂົ້າໄປໃນບ້ານໃດເມືອງໃດ ໃຫ້ໄປຊອກຫາຄົນທີ່ຢາກຟັງພວກເຈົ້າ ແລ້ວພັກຢູ່ຫັ້ນຈົນກວ່າຈະໄປ.+ 12 ເມື່ອພວກເຈົ້າເຂົ້າໄປເຮືອນຫຼັງໃດ ໃຫ້ທັກທາຍ*ຄົນໃນເຮືອນນັ້ນ. 13 ຖ້າເຂົາເຈົ້າຕ້ອນຮັບພວກເຈົ້າ ຂໍໃຫ້ຄວາມສະຫງົບສຸກຢູ່ນຳເຂົາເຈົ້າ+ ແຕ່ຖ້າເຂົາເຈົ້າບໍ່ຕ້ອນຮັບພວກເຈົ້າ ຂໍໃຫ້ຄວາມສະຫງົບສຸກນັ້ນຍັງຢູ່ນຳພວກເຈົ້າ. 14 ຖ້າຜູ້ໃດບໍ່ຕ້ອນຮັບພວກເຈົ້າຫຼືບໍ່ຟັງພວກເຈົ້າ ໃຫ້ສັ່ນຂີ້ຝຸ່ນອອກຈາກຕີນຕອນທີ່ອອກຈາກເຮືອນຫຼັງນັ້ນຫຼືເມືອງນັ້ນ.*+ 15 ຂ້ອຍຈະບອກໃຫ້ຮູ້ວ່າ ໃນມື້ທີ່ພະເຈົ້າຕັດສິນ ເມືອງນັ້ນຈະຖືກໂທດໜັກກວ່າເມືອງໂຊໂດມກັບເມືອງໂກໂມຣາອີກ.+
16 ໃຫ້ຈື່ໄວ້ວ່າ ເມື່ອຂ້ອຍໃຊ້ພວກເຈົ້າໄປ ພວກເຈົ້າຈະເປັນຄືກັບແກະໃນຝູງໝາປ່າ. ດັ່ງນັ້ນ ພວກເຈົ້າຕ້ອງລະວັງໂຕຄືກັບງູ ແຕ່ກໍຕ້ອງບໍ່ມີພິດບໍ່ມີໄພຄືກັບນົກເຂົາ.+ 17 ລະວັງໃຫ້ດີ ຍ້ອນຈະມີຄົນຈັບພວກເຈົ້າໄປຂຶ້ນສານ+ ແລະຈະເອົາແສ້ທີ່ມີແນວແຫຼມໆຕິດຢູ່ຟາດພວກເຈົ້າ+ໃນບ່ອນປະຊຸມຂອງເຂົາເຈົ້າ.+ 18 ພວກເຈົ້າຈະຖືກພາໄປຢູ່ຕໍ່ໜ້າເຈົ້າແຂວງແລະກະສັດ+ຍ້ອນພວກເຈົ້າເປັນລູກສິດຂອງຂ້ອຍ. ແລ້ວພວກເຈົ້າຈະໄດ້ບອກເຂົາເຈົ້າແລະຄົນຕ່າງຊາດກ່ຽວກັບຄວາມເຊື່ອຂອງພວກເຈົ້າ.+ 19 ຕອນທີ່ເຂົາເຈົ້າຈັບພວກເຈົ້າໄປ ບໍ່ຕ້ອງອຸກໃຈວ່າຈະເວົ້າຫຍັງຫຼືຈະເວົ້າແນວໃດ ເພາະຕອນນັ້ນພວກເຈົ້າຈະຮູ້ວ່າຕ້ອງເວົ້າຫຍັງ.+ 20 ທີ່ຈິງແລ້ວ ບໍ່ແມ່ນພວກເຈົ້າເອງເທົ່ານັ້ນທີ່ເວົ້າ ແຕ່ພະລັງຈາກພະເຈົ້າພໍ່ຂອງພວກເຈົ້າຈະຊ່ວຍພວກເຈົ້າໃຫ້ຮູ້ວ່າຄວນເວົ້າຫຍັງ.+ 21 ນອກຈາກນັ້ນ ອ້າຍຈະເຮັດໃຫ້ນ້ອງຖືກຂ້າ ແລະນ້ອງກໍຈະເຮັດຕໍ່ອ້າຍແບບດຽວກັນ. ພໍ່ຈະເຮັດໃຫ້ລູກຖືກຂ້າ ແລະລູກຈະຕໍ່ຕ້ານພໍ່ແມ່ແລະຈະເຮັດໃຫ້ພໍ່ແມ່ຖືກຂ້າ.+ 22 ທຸກຄົນຈະຊັງພວກເຈົ້າຍ້ອນພວກເຈົ້າເປັນລູກສິດຂອງຂ້ອຍ.+ ແຕ່ຜູ້ໃດທີ່ອົດທົນຈົນເຖິງທີ່ສຸດຜູ້ນັ້ນຈະລອດ.+ 23 ຖ້າມີຄົນຂົ່ມເຫງພວກເຈົ້າໃນເມືອງໜຶ່ງ ກໍໃຫ້ໜີໄປອີກເມືອງໜຶ່ງ.+ ຂ້ອຍຈະບອກໃຫ້ຮູ້ວ່າ ຕອນທີ່ລູກມະນຸດມາຮອດ ພວກເຈົ້າຈະປະກາດບໍ່ທັນຄົບທຸກເມືອງຂອງອິດສະຣາເອນຊ້ຳ.
24 ນັກຮຽນຈະຖືກປະຕິບັດດີກວ່າອາຈານບໍ່ໄດ້ ແລະທາດຈະຖືກປະຕິບັດດີກວ່ານາຍກໍບໍ່ໄດ້.+ 25 ຖ້ານັກຮຽນໄດ້ສ່ຳກັບທີ່ອາຈານໄດ້ ແລະທາດໄດ້ສ່ຳກັບທີ່ນາຍໄດ້ ລາວກໍໜ້າຈະພໍໃຈແລ້ວ.+ ຖ້າມີຄົນເອີ້ນເຈົ້າຂອງເຮືອນວ່າເບເອນເຊບູນ*+ ເຂົາເຈົ້າກໍແຮ່ງຈະເອີ້ນຄົນໃນເຮືອນດ້ວຍຊື່ທີ່ຊົ່ວກວ່ານັ້ນອີກບໍ່ແມ່ນບໍ? 26 ດັ່ງນັ້ນ ບໍ່ຕ້ອງຢ້ານເຂົາເຈົ້າ ຍ້ອນທຸກສິ່ງທີ່ຖືກປົກປິດໄວ້ຈະຖືກເປີດອອກ ແລະຄວາມລັບທຸກເລື່ອງຈະຖືກເປີດເຜີຍ.+ 27 ເລື່ອງທີ່ຂ້ອຍບອກພວກເຈົ້າໃນບ່ອນມືດ ໃຫ້ພວກເຈົ້າເວົ້າໃນບ່ອນແຈ້ງ ແລະເລື່ອງທີ່ພວກເຈົ້າໄດ້ຍິນຂ້ອຍຊິ່ມ ໃຫ້ປ່າວປະກາດຈາກດາດຟ້າ.+ 28 ຢ່າຢ້ານຄົນທີ່ຂ້າພວກເຈົ້າໄດ້ແຕ່ໂຕ ແຕ່ບໍ່ສາມາດເອົາຊີວິດທີ່ພວກເຈົ້າຈະໄດ້ໃນອະນາຄົດໄປໄດ້+ ແຕ່ໃຫ້ຢ້ານພະເຈົ້າຜູ້ທີ່ສາມາດທຳລາຍພວກເຈົ້າຕະຫຼອດໄປໃນເກເຮັນນາ.*+ 29 ນົກກະຈອກ 2 ໂຕເຂົາເຈົ້າຂາຍບໍ່ຈັກກີບ* ແຕ່ບໍ່ມີຈັກໂຕຈະຕົກລົງດິນໂດຍທີ່ພະເຈົ້າພໍ່ຂອງພວກເຈົ້າບໍ່ຮູ້ຈັກ.+ 30 ຂະໜາດຜົມຂອງພວກເຈົ້າເພິ່ນກໍນັບໄວ້ແລ້ວທຸກເສັ້ນ. 31 ດັ່ງນັ້ນ ບໍ່ຕ້ອງຢ້ານ ຍ້ອນພວກເຈົ້າມີຄ່າຫຼາຍກວ່ານົກກະຈອກຫຼາຍໂຕລວມກັນ.+
32 ຖ້າຜູ້ໃດຍອມຮັບວ່າລາວເປັນລູກສິດຂອງຂ້ອຍຕໍ່ໜ້າຄົນອື່ນ+ ຂ້ອຍກໍຈະຍອມຮັບວ່າລາວເປັນລູກສິດຂ້ອຍຕໍ່ໜ້າພໍ່ຂອງຂ້ອຍທີ່ຢູ່ໃນສະຫວັນ.+ 33 ແຕ່ຖ້າຜູ້ໃດປະຕິເສດຂ້ອຍຕໍ່ໜ້າຄົນອື່ນ ຂ້ອຍກໍຈະປະຕິເສດລາວຕໍ່ໜ້າພໍ່ຂອງຂ້ອຍທີ່ຢູ່ໃນສະຫວັນ.+ 34 ຢ່າຄິດວ່າຂ້ອຍມາເພື່ອເຮັດໃຫ້ໂລກສະຫງົບສຸກ. ຂ້ອຍບໍ່ໄດ້ມາເຮັດໃຫ້ເກີດຄວາມສະຫງົບສຸກ ແຕ່ມາເພື່ອເຮັດໃຫ້ເກີດຄວາມແຕກແຍກ.*+ 35 ຂ້ອຍມາເຮັດໃຫ້ເກີດຄວາມແຕກແຍກລະຫວ່າງລູກຊາຍກັບພໍ່ ລູກສາວກັບແມ່ ແລະລູກໃພ້ກັບແມ່ຍ່າ.+ 36 ທີ່ຈິງ ຄົນໃນຄອບຄົວດຽວກັນຈະເປັນສັດຕູກັນ. 37 ຄົນທີ່ຮັກພໍ່ແມ່ຫຼາຍກວ່າຂ້ອຍກໍບໍ່ເໝາະສົມທີ່ຈະເປັນລູກສິດຂອງຂ້ອຍ ແລະຄົນທີ່ຮັກລູກຫຼາຍກວ່າຂ້ອຍກໍບໍ່ເໝາະສົມຄືກັນ.+ 38 ຄົນທີ່ບໍ່ຍອມແບກເສົາທໍລະມານ*ຂອງໂຕເອງແລະຕິດຕາມຂ້ອຍກໍບໍ່ເໝາະສົມທີ່ຈະເປັນລູກສິດຂອງຂ້ອຍ.+ 39 ຄົນທີ່ພະຍາຍາມເອົາໂຕລອດຈະເສຍຊີວິດ ແຕ່ຄົນທີ່ສະລະຊີວິດເພື່ອຂ້ອຍ ຜູ້ນັ້ນຈະໄດ້ຊີວິດ.+
40 ຄົນທີ່ຕ້ອນຮັບພວກເຈົ້າກໍຕ້ອນຮັບຂ້ອຍ ແລະຄົນທີ່ຕ້ອນຮັບຂ້ອຍກໍຕ້ອນຮັບຜູ້ທີ່ໃຊ້ຂ້ອຍມາ.+ 41 ຄົນທີ່ຕ້ອນຮັບຜູ້ໃດຜູ້ໜຶ່ງຍ້ອນລາວເປັນຜູ້ພະຍາກອນກໍຈະໄດ້ຮັບລາງວັນຄືກັບທີ່ຜູ້ພະຍາກອນໄດ້ຮັບ+ ແລະຄົນທີ່ຕ້ອນຮັບຜູ້ໃດຜູ້ໜຶ່ງຍ້ອນລາວເປັນຄົນຂອງພະເຈົ້າ*ກໍຈະໄດ້ຮັບລາງວັນຄືກັບທີ່ຄົນຂອງພະເຈົ້າໄດ້ຮັບ. 42 ຂ້ອຍຈະບອກໃຫ້ຮູ້ວ່າ ຄົນທີ່ເອົານ້ຳເຢັນແຕ່ຈອກດຽວໃຫ້ຄົນຕ່ຳຕ້ອຍຜູ້ໜຶ່ງກິນຍ້ອນຜູ້ນັ້ນເປັນລູກສິດຂອງຂ້ອຍ ລາວຈະໄດ້ຮັບລາງວັນແນ່ນອນ.”+
11 ເມື່ອພະເຢຊູສອນລູກສິດ 12 ຄົນແລ້ວໆ ເພິ່ນກໍເດີນທາງໄປສອນແລະປະກາດໃນເມືອງທີ່ຢູ່ອ້ອມແອ້ມ.+
2 ຕອນທີ່ໂຢຮັນຜູ້ໃຫ້ບັບເຕມາຕິດຄຸກ+ ລາວໄດ້ຍິນຂ່າວວ່າພະຄລິດເຮັດຫຍັງແດ່ ລາວຈຶ່ງສົ່ງລູກສິດໄປຫາເພິ່ນ+ 3 ເພື່ອຖາມວ່າ: “ທ່ານແມ່ນຜູ້ທີ່ພວກເຮົາລໍຖ້າຢູ່ແມ່ນບໍ ຫຼືພວກເຮົາຍັງຕ້ອງລໍຖ້າຄົນອື່ນ?”+ 4 ພະເຢຊູຕອບວ່າ: “ກັບໄປບອກໂຢຮັນວ່າພວກເຈົ້າໄດ້ຍິນແລະໄດ້ເຫັນຫຍັງແດ່.+ ໃຫ້ບອກລາວວ່າ 5 ຄົນຕາບອດກໍເຫັນຮຸ່ງ+ ຄົນທີ່ເປັນລ່ອຍກໍຍ່າງໄດ້ ຄົນຂີ້ທູດ+ກໍດີເປັນປົກກະຕິ ຄົນຫູໜວກກໍໄດ້ຍິນ ຄົນຕາຍກໍຟື້ນຄືນມາ ແລະຄົນທຸກຍາກກໍໄດ້ຍິນຂ່າວດີ.+ 6 ຄົນທີ່ບໍ່ສົງໄສໃນໂຕຂ້ອຍ*ກໍມີຄວາມສຸກ.”+
7 ເມື່ອລູກສິດຂອງໂຢຮັນໄປແລ້ວ ພະເຢຊູກໍປິ່ນມາເວົ້າເລື່ອງຂອງໂຢຮັນກັບຄົນທີ່ຢູ່ຫັ້ນວ່າ: “ຕອນເຂົ້າໄປໃນບ່ອນກັນດານ ພວກເຈົ້າຢາກເຫັນຫຍັງ?+ ຢາກເຫັນຕົ້ນອໍ້ທີ່ໂອນເອນໄປມາຕາມລົມບໍ?+ 8 ຖ້າບໍ່ແມ່ນ ພວກເຈົ້າຢາກເຫັນຫຍັງ? ຢາກເຫັນຄົນທີ່ນຸ່ງເຄື່ອງອະລັງການບໍ? ບໍ່ແມ່ນຕີ້ ເພາະຄົນທີ່ນຸ່ງເຄື່ອງແບບນັ້ນຕ້ອງຢູ່ໃນວັງຂອງກະສັດ. 9 ຄັນຊັ້ນ ພວກເຈົ້າໄປຫັ້ນເຮັດຫຍັງ? ພວກເຈົ້າຢາກເຫັນຜູ້ພະຍາກອນແມ່ນບໍ? ແມ່ນແລ້ວ. ຂ້ອຍຈະບອກພວກເຈົ້າວ່າ ລາວເປັນຫຼາຍກວ່າຜູ້ພະຍາກອນອີກ.+ 10 ຜູ້ນີ້ແຫຼະແມ່ນຄົນທີ່ພະຄຳພີບອກໄວ້ວ່າ ‘ຖ້າເບິ່ງເດີ້! ເຮົາຈະໃຫ້ຜູ້ສົ່ງຂ່າວຂອງເຮົາໄປກ່ອນເຈົ້າ. ລາວຈະກຽມທາງໄວ້ໃຫ້ເຈົ້າ.’+ 11 ຂ້ອຍຈະບອກໃຫ້ຮູ້ວ່າ ໂຢຮັນຜູ້ໃຫ້ບັບເຕມາຜູ້ນີ້ຍິ່ງໃຫຍ່ກວ່າທຸກຄົນທີ່ເຄີຍເກີດມາໃນໂລກ ແຕ່ຄົນທີ່ມີຕຳແໜ່ງຕ່ຳສຸດໃນການປົກຄອງທີ່ຢູ່ໃນສະຫວັນກໍຍັງຍິ່ງໃຫຍ່ກວ່າໂຢຮັນອີກ.+ 12 ນັບຕັ້ງແຕ່ສະໄໝຂອງໂຢຮັນຜູ້ໃຫ້ບັບເຕມາຈົນຮອດຕອນນີ້ ມະນຸດພະຍາຍາມຫຼາຍເພື່ອຈະມີສ່ວນໃນການປົກຄອງທີ່ຢູ່ໃນສະຫວັນ ແລະຄົນທີ່ພະຍາຍາມແທ້ໆກໍຈະໄດ້ມີສ່ວນ.+ 13 ຜູ້ພະຍາກອນທຸກຄົນແລະກົດໝາຍຂອງໂມເຊກໍເວົ້າເຖິງເລື່ອງນີ້ຕະຫຼອດຈົນຮອດສະໄໝຂອງໂຢຮັນ+ 14 ແລະບໍ່ວ່າພວກເຈົ້າຢາກຈະເຊື່ອຫຼືບໍ່ ໂຢຮັນຜູ້ນີ້ແຫຼະແມ່ນເອລີຢາທີ່ພະຄຳພີບອກໄວ້ວ່າເປັນຜູ້ທີ່ຈະມາ.+ 15 ໃຫ້ທຸກຄົນທີ່ໄດ້ຍິນຕັ້ງໃຈຟັງດີໆ.
16 ຂ້ອຍຈະປຽບທຽບຄົນສະໄໝນີ້ກັບຜູ້ໃດ?+ ເຂົາເຈົ້າເປັນຄືກັບພວກເດັກນ້ອຍທີ່ນັ່ງຢູ່ຕະຫຼາດແລະບອກໝູ່ທີ່ຫຼິ້ນນຳກັນວ່າ 17 ‘ພວກຂ້ອຍເປົ່າຂຸ່ຍ ແຕ່ພວກເຈົ້າກໍບໍ່ຍອມເຕັ້ນ. ພວກຂ້ອຍຮ້ອງໄຫ້ ແຕ່ພວກເຈົ້າກໍບໍ່ໂສກເສົ້າ.’* 18 ຄືກັບຕອນທີ່ໂຢຮັນມາ ລາວບໍ່ກິນບໍ່ດື່ມ ຄົນກໍເວົ້າໃຫ້ວ່າ ‘ລາວຖືກປີສາດສິງ.’ 19 ສ່ວນລູກມະນຸດທັງກິນທັງດື່ມ ຄົນກໍເວົ້າໃຫ້ວ່າ ‘ເບິ່ງແມ້ ລາວເປັນຄົນມັກກິນມັກດື່ມ+ ແລະຍັງເປັນໝູ່ກັບຄົນເກັບພາສີແລະຄົນທີ່ມັກເຮັດຜິດນຳອີກ.’+ ເມື່ອຜູ້ໃດເຮັດສິ່ງທີ່ຖືກຕ້ອງ ສິ່ງນັ້ນກໍພິສູດວ່າລາວມີສະຕິປັນຍາ.”+
20 ຈາກນັ້ນ ພະເຢຊູກໍເລີ່ມຕຳໜິຄົນໃນເມືອງຕ່າງໆທີ່ເຫັນເພິ່ນເຮັດການອັດສະຈັນຫຼາຍກວ່າເມືອງອື່ນ ຍ້ອນເຂົາເຈົ້າບໍ່ກັບໃຈ ເພິ່ນຈຶ່ງເວົ້າວ່າ: 21 “ເມືອງໂຂຣາຊິນ ເມືອງເບັດຊາອີດາ ພວກເຈົ້າຕ້ອງຈິບຫາຍແທ້ໆ! ຖ້າຂ້ອຍໄປເຮັດການອັດສະຈັນໃນເມືອງຕີເຣແລະເມືອງຊີໂດນຄືກັບທີ່ຂ້ອຍເຮັດໃນເມືອງຂອງພວກເຈົ້າ ປານນີ້ເຂົາເຈົ້າຄືຊິກັບໃຈແຕ່ດົນແລ້ວໂດຍນຸ່ງຜ້າເນື້ອຫຍາບແລະນັ່ງເທິງກອງຂີ້ເທົ່າ.+ 22 ຂ້ອຍຈະບອກໃຫ້ຮູ້ວ່າ ໃນມື້ທີ່ພະເຈົ້າຕັດສິນ ພວກເຈົ້າຈະຖືກໂທດໜັກກວ່າເມືອງຕີເຣກັບເມືອງຊີໂດນ.+ 23 ສ່ວນເມືອງກາເປນາອູມ+ ພວກເຈົ້າຄິດວ່າຈະຖືກຍົກຂຶ້ນໃຫ້ສູງຈຳຟ້າພຸ້ນບໍ? ພວກເຈົ້າຈະຕ້ອງລົງໄປໃນຂຸມຝັງສົບ*ແທນ+ ເພາະຖ້າການອັດສະຈັນທີ່ຂ້ອຍເຮັດໃນເມືອງຂອງພວກເຈົ້າໄດ້ເກີດຂຶ້ນຢູ່ເມືອງໂຊໂດມ ເມືອງນັ້ນຄືຊິຢູ່ຈົນຮອດທຸກມື້ນີ້. 24 ຂ້ອຍຈະບອກໃຫ້ຮູ້ວ່າ ໃນມື້ທີ່ພະເຈົ້າຕັດສິນ ພວກເຈົ້າຈະຖືກໂທດໜັກກວ່າເມືອງໂຊໂດມອີກ.”+
25 ແລ້ວພະເຢຊູກໍເວົ້າວ່າ: “ພໍ່ເອີ້ຍ ພໍ່ມີອຳນາດເໜືອສະຫວັນແລະໂລກນີ້. ລູກຂໍສັນລະເສີນພໍ່ຕໍ່ໜ້າທຸກຄົນ ຍ້ອນພໍ່ເຊື່ອງສິ່ງເຫຼົ່ານີ້ໄວ້ບໍ່ໃຫ້ຄົນທີ່ມີຄວາມຮູ້ແລະຄົນສະຫຼາດຮູ້ຈັກ ແຕ່ເປີດເຜີຍໃຫ້ພວກເດັກນ້ອຍໄດ້ຮູ້.+ 26 ພໍ່ເອີ້ຍ ນີ້ແມ່ນສິ່ງທີ່ພໍ່ພໍໃຈຢາກໃຫ້ເປັນ.” 27 ຈາກນັ້ນ ພະເຢຊູກໍປິ່ນມາເວົ້າວ່າ: “ຕອນນີ້ ພໍ່ຂອງຂ້ອຍເອົາທຸກສິ່ງທຸກຢ່າງໃຫ້ຂ້ອຍແລ້ວ.+ ບໍ່ມີຜູ້ໃດຮູ້ຈັກລູກຂອງພະເຈົ້າແທ້ໆ ນອກຈາກພະເຈົ້າຜູ້ເປັນພໍ່+ ແລະບໍ່ມີຜູ້ໃດຮູ້ຈັກພະເຈົ້າຜູ້ເປັນພໍ່ແທ້ໆ ນອກຈາກລູກຂອງເພິ່ນແລະຜູ້ທີ່ລູກຂອງເພິ່ນຢາກບອກໃຫ້ຮູ້.+ 28 ທຸກຄົນທີ່ເມື່ອຍແລະມີພາລະຫຼາຍ ໃຫ້ມາຫາຂ້ອຍ ແລ້ວຂ້ອຍຈະເຮັດໃຫ້ພວກເຈົ້າສົດຊື່ນແລະເຊົາເມື່ອຍ. 29 ເອົາແອກຂອງຂ້ອຍໄປແບກແລະຮຽນຈາກຂ້ອຍ ຍ້ອນຂ້ອຍເປັນຄົນອ່ອນໂຍນແລະຖ່ອມໂຕ+ ແລ້ວພວກເຈົ້າຈະສົດຊື່ນ. 30 ແອກຂອງຂ້ອຍແບກງ່າຍ ແລະພາລະຂອງຂ້ອຍກໍເບົາ.”
12 ຕອນທີ່ພະເຢຊູກັບພວກລູກສິດຍ່າງຜ່ານທົ່ງນາໃນວັນຊະບາໂຕ ລູກສິດຂອງເພິ່ນຫິວເຂົ້າຈຶ່ງເດັດຮວງເຂົ້າມາກິນ.+ 2 ເມື່ອພວກຟາຣີຊາຍເຫັນກໍເວົ້າກັບເພິ່ນວ່າ: “ເບິ່ງລູກສິດຂອງເຈົ້າແມ້! ເຂົາເຈົ້າກຳລັງເຮັດຜິດກົດວັນຊະບາໂຕ.”+ 3 ພະເຢຊູຈຶ່ງບອກເຂົາເຈົ້າວ່າ: “ພວກເຈົ້າບໍ່ໄດ້ອ່ານບໍວ່າດາວິດເຮັດຫຍັງຕອນທີ່ລາວກັບຄົນຂອງລາວຫິວເຂົ້າ?+ 4 ດາວິດເຂົ້າໄປເອົາເຂົ້າຈີ່ທີ່ຕັ້ງໄວ້*ໃນວິຫານຂອງພະເຈົ້າ*ອອກມາກິນກັບຄົນຂອງລາວ.+ ທີ່ຈິງ ເຂົາເຈົ້າບໍ່ມີສິດກິນເຂົ້າຈີ່ນັ້ນ ຍ້ອນມີແຕ່ປະໂລຫິດເທົ່ານັ້ນທີ່ມີສິດກິນໄດ້.+ 5 ພວກເຈົ້າບໍ່ໄດ້ອ່ານກົດໝາຍຂອງໂມເຊບໍທີ່ວ່າ ໃນວັນຊະບາໂຕພວກປະໂລຫິດເຮັດວຽກໃນວິຫານ ແຕ່ບໍ່ໄດ້ຖືວ່າເຂົາເຈົ້າເຮັດຜິດກົດວັນຊະບາໂຕ?+ 6 ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ທີ່ສຳຄັນກວ່າວິຫານກໍຢູ່ນີ້ແລ້ວ.+ 7 ຖ້າພວກເຈົ້າເຂົ້າໃຈຄວາມໝາຍຂອງພະຄຳພີຂໍ້ທີ່ບອກວ່າ ‘ເຮົາຢາກໃຫ້ພວກເຈົ້າອີ່ຕົນຄົນອື່ນ+ ບໍ່ໄດ້ຢາກໃຫ້ພວກເຈົ້າເອົາເຄື່ອງບູຊາມາໃຫ້’+ ພວກເຈົ້າຄືຊິບໍ່ຕັດສິນຄົນທີ່ບໍ່ມີຄວາມຜິດແບບນີ້. 8 ຂ້ອຍເວົ້າແນວນີ້ຍ້ອນລູກມະນຸດເປັນນາຍເໜືອວັນຊະບາໂຕ.”+
9 ພະເຢຊູເດີນທາງຕໍ່ໄປແລະເຂົ້າໄປໃນບ່ອນປະຊຸມຂອງຄົນຢິວ. 10 ຢູ່ຫັ້ນມີຜູ້ຊາຍທີ່ມືລີບເບື້ອງໜຶ່ງ+ ແລະພວກຢິວບາງຄົນຢາກຫາເລື່ອງພະເຢຊູ ເຂົາເຈົ້າຈຶ່ງຖາມເພິ່ນວ່າ: “ຜິດບໍຖ້າຈະປົວຄົນໃນວັນຊະບາໂຕ?”+ 11 ພະເຢຊູຕອບເຂົາເຈົ້າວ່າ: “ຖ້າພວກເຈົ້າມີແກະໂຕດຽວແລະມັນຕົກລົງໄປໃນຂຸມໃນວັນຊະບາໂຕ ພວກເຈົ້າຊິບໍ່ດຶງມັນຂຶ້ນມາບໍ?+ 12 ຄົນມີຄ່າຫຼາຍກວ່າແກະ ຄັນຊັ້ນການເຮັດດີໃນວັນຊະບາໂຕກໍບໍ່ມີຫຍັງຜິດ.” 13 ແລ້ວພະເຢຊູບອກຜູ້ຊາຍມືລີບວ່າ: “ຢຽດມືອອກ.” ລາວກໍຢຽດມືອອກ ແລະມືທີ່ລີບກໍດີເປັນປົກກະຕິຄືກັບມືອີກເບື້ອງໜຶ່ງ. 14 ພວກຟາຣີຊາຍຈຶ່ງອອກໄປວາງແຜນຊົ່ວເພື່ອຈະຂ້າພະເຢຊູ. 15 ແຕ່ພະເຢຊູຮູ້ທັນຈຶ່ງອອກໄປຈາກບ່ອນນັ້ນ. ມີຄົນບັກຫຼາຍໆນຳເພິ່ນໄປ+ ແລະເພິ່ນກໍປົວເຂົາເຈົ້າທຸກຄົນໃຫ້ເຊົາພະຍາດ 16 ແຕ່ພະເຢຊູສັ່ງເຂົາເຈົ້າຢ່າງໜັກແໜ້ນວ່າບໍ່ໃຫ້ບອກຄົນອື່ນວ່າເພິ່ນແມ່ນໃຜ.+ 17 ເລື່ອງນີ້ເປັນໄປຕາມທີ່ພະເຈົ້າບອກໄວ້ຜ່ານທາງຜູ້ພະຍາກອນເອຊາຢາທີ່ວ່າ:
18 “ນີ້ແມ່ນຜູ້ຮັບໃຊ້ຂອງເຮົາ+ທີ່ເຮົາໄດ້ເລືອກ. ລາວເປັນຜູ້ທີ່ເຮົາຮັກແລະເຮົາພໍໃຈລາວຫຼາຍ.+ ເຮົາຈະເອົາພະລັງຂອງເຮົາໃຫ້ລາວ+ ແລະລາວຈະປະກາດໃຫ້ທຸກຊາດຮູ້ເລື່ອງຄວາມຍຸຕິທຳຂອງພະເຈົ້າ. 19 ລາວຈະບໍ່ຜິດຖຽງ+ຫຼືຮ້ອງໂວຍວາຍ ແລະລາວຈະບໍ່ສົ່ງສຽງດັງໃຫ້ຄົນໄດ້ຍິນຕາມທາງໃຫຍ່. 20 ລາວຈະບໍ່ຫັກຕົ້ນອໍ້ທີ່ໃກ້ຈະລົ້ມ ແລະຈະບໍ່ມອດໄສ້ຕະກຽງທີ່ໃກ້ຈະມອດ.+ ລາວຈະເຮັດໃຫ້ເກີດຄວາມຍຸຕິທຳຢ່າງແນ່ນອນ. 21 ທີ່ຈິງ ຊື່ຂອງລາວຈະເຮັດໃຫ້ຊາດຕ່າງໆມີຄວາມຫວັງ.”+
22 ມີຄົນພາຜູ້ຊາຍທີ່ຕາບອດແລະປາກກືກຍ້ອນຖືກປີສາດສິງມາຫາພະເຢຊູ ເພິ່ນກໍປົວລາວໃຫ້ເຫັນຮຸ່ງແລະເວົ້າໄດ້. 23 ທຸກຄົນກໍແປກໃຈຫຼາຍແລະພາກັນເວົ້າວ່າ: “ຜູ້ນີ້ຊິແມ່ນລູກຫຼານຂອງດາວິດບໍ?” 24 ເມື່ອພວກຟາຣີຊາຍໄດ້ຍິນແບບນັ້ນຈຶ່ງລົມກັນວ່າ: “ຜູ້ນີ້ໄລ່ປີສາດອອກໄດ້ຍ້ອນລາວໄດ້ອຳນາດຈາກເບເອນເຊບູນ*ທີ່ເປັນຫົວໜ້າຂອງພວກປີສາດ.”+ 25 ພະເຢຊູຮູ້ວ່າເຂົາເຈົ້າຄິດຫຍັງຢູ່ ເພິ່ນຈຶ່ງເວົ້າວ່າ: “ຖ້າປະເທດໃດແຕກແຍກກັນ ປະເທດນັ້ນກໍຈະຫຼົ້ມຈົມ ແລະຖ້າເມືອງໃດຫຼືຄອບຄົວ*ໃດແຕກແຍກກັນ ເມືອງນັ້ນຫຼືຄອບຄົວນັ້ນກໍຈະຢູ່ບໍ່ລອດ. 26 ຄັນຊັ້ນ ຖ້າຊາຕານໄລ່ພວກດຽວກັນ ມັນກໍເປັນຄືກັບວ່າຊາຕານຕໍ່ສູ້ກັບໂຕເອງ ແລ້ວອານາຈັກຂອງມັນກໍຈະແຕກແຍກແລະຢູ່ບໍ່ລອດ. 27 ຖ້າຂ້ອຍໄລ່ປີສາດອອກໄດ້ຍ້ອນອຳນາດຂອງເບເອນເຊບູນ ແລ້ວຄົນຂອງພວກເຈົ້າໄລ່ປີສາດອອກໄດ້ຍ້ອນອຳນາດຂອງໃຜ? ຄົນຂອງພວກເຈົ້າຫັ້ນແຫຼະທີ່ສະແດງໃຫ້ເຫັນວ່າພວກເຈົ້າເວົ້າຜິດ. 28 ແຕ່ຖ້າຂ້ອຍໄລ່ປີສາດອອກໄດ້ຍ້ອນອຳນາດຂອງພະເຈົ້າ ກໍສະແດງວ່າການປົກຄອງຂອງພະເຈົ້າຢູ່ນີ້ແລ້ວ ແຕ່ພວກເຈົ້າພັດບໍ່ຮູ້ໂຕ.+ 29 ຖ້າມີຜູ້ໃດຢາກປຸ້ນຊັບສິນໃນເຮືອນຂອງຄົນທີ່ມີແຮງຫຼາຍ ລາວຕ້ອງເຮັດແນວໃດ? ລາວຕ້ອງຈັບເຈົ້າຂອງເຮືອນມັດໄວ້ກ່ອນ ແລ້ວຈຶ່ງຈະປຸ້ນເຮືອນນັ້ນໄດ້. 30 ຜູ້ທີ່ບໍ່ຢູ່ຝ່າຍຂ້ອຍກໍຕໍ່ຕ້ານຂ້ອຍ ແລະຜູ້ທີ່ບໍ່ຊ່ວຍຂ້ອຍລວບລວມຄົນກໍໄລ່ຄົນໃຫ້ໜີໄປ.+
31 ດັ່ງນັ້ນ ຂ້ອຍຈະບອກໃຫ້ຮູ້ວ່າ ຄວາມຜິດແລະການໝິ່ນປະໝາດທຸກຢ່າງພະເຈົ້າຍົກໂທດໃຫ້ໄດ້ ແຕ່ການໝິ່ນປະໝາດພະລັງຂອງເພິ່ນ ເພິ່ນຈະບໍ່ຍົກໂທດໃຫ້ເລີຍ.+ 32 ຍົກຕົວຢ່າງ: ຖ້າຜູ້ໃດເວົ້າໝິ່ນປະໝາດລູກມະນຸດ ພະເຈົ້າຈະຍົກໂທດໃຫ້ລາວໄດ້+ ແຕ່ຖ້າຜູ້ໃດເວົ້າໝິ່ນປະໝາດພະລັງບໍລິສຸດ ເພິ່ນຈະບໍ່ຍົກໂທດໃຫ້ລາວເລີຍ ບໍ່ວ່າຈະໃນຕອນນີ້ຫຼືໃນອະນາຄົດ.*+
33 ຖ້າພວກເຈົ້າເປັນຕົ້ນໄມ້ດີກໍຈະເກີດໝາກດີ ແຕ່ຖ້າພວກເຈົ້າເປັນຕົ້ນໄມ້ບໍ່ດີກໍຈະເກີດໝາກບໍ່ດີ. ດັ່ງນັ້ນ ຕົ້ນໄມ້ດີຫຼືບໍ່ດີກໍຮູ້ໄດ້ຈາກໝາກຂອງມັນ.+ 34 ພວກເຈົ້າທີ່ເປັນຄືກັບງູພິດ+ ພວກເຈົ້າເປັນຄົນຊົ່ວ ເວົ້າຄຳດີໆບໍ່ເປັນດອກ. ໃຈຄິດແນວໃດ ປາກກໍເວົ້າອອກມາແບບນັ້ນ.+ 35 ຄົນດີເວົ້າແຕ່ແນວດີໆອອກມາຍ້ອນໃນໃຈຂອງລາວມີແຕ່ແນວດີໆ ແຕ່ຄົນຊົ່ວກໍເວົ້າແຕ່ແນວຊົ່ວໆອອກມາຍ້ອນໃນໃຈຂອງລາວມີແຕ່ແນວຊົ່ວໆ.+ 36 ຂ້ອຍຈະບອກໃຫ້ຮູ້ວ່າ ໃນມື້ທີ່ພະເຈົ້າຕັດສິນ ທຸກຄົນຕ້ອງຮັບຜິດຊອບ+ຄຳເວົ້າຂອງໂຕເອງທຸກຄຳທີ່ບໍ່ມີປະໂຫຍດ.* 37 ເຈົ້າຈະຖືກຕັດສິນວ່າເປັນຄົນດີ ຫຼືຈະຖືກຕັດສິນວ່າຕ້ອງຖືກລົງໂທດກໍຂຶ້ນຢູ່ກັບຄຳເວົ້າຂອງເຈົ້າເອງ.”
38 ພວກຄູສອນສາສະໜາກັບພວກຟາຣີຊາຍບາງຄົນເວົ້າວ່າ: “ອາຈານ ເຮັດການອັດສະຈັນໃຫ້ພວກເຮົາເບິ່ງແດ່ເພື່ອພິສູດວ່າພະເຈົ້າສົ່ງທ່ານມາ.”+ 39 ພະເຢຊູຕອບເຂົາເຈົ້າວ່າ: “ຄົນສະໄໝນີ້ເປັນຄົນຊົ່ວແລະບໍ່ສັດຊື່ຕໍ່ພະເຈົ້າ.* ເຂົາເຈົ້າມີແຕ່ຢາກເຫັນການອັດສະຈັນ ແຕ່ເຂົາເຈົ້າຈະບໍ່ໄດ້ເຫັນຫຍັງເລີຍ ນອກຈາກການອັດສະຈັນທີ່ເກີດຂຶ້ນກັບຜູ້ພະຍາກອນໂຢນາ.+ 40 ໂຢນາຢູ່ໃນທ້ອງປາໃຫຍ່ 3 ມື້ 3 ຄືນ.+ ລູກມະນຸດກໍຈະຢູ່ໃນບ່ອນຝັງສົບ 3 ມື້ 3 ຄືນຄືກັນ.+ 41 ເມື່ອພະເຈົ້າມາຕັດສິນ ຄົນໃນເມືອງນີເນເວຈະຖືກປຸກໃຫ້ຄືນມາຈາກຕາຍພ້ອມກັບຄົນໃນສະໄໝນີ້ ແລະເຂົາເຈົ້າຈະຕຳໜິຄົນໃນສະໄໝນີ້ ຍ້ອນເຂົາເຈົ້າກັບໃຈເມື່ອໄດ້ຟັງໂຢນາປະກາດ.+ ແຕ່ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ທີ່ສຳຄັນກວ່າໂຢນາກໍຢູ່ນີ້ແລ້ວ.+ 42 ຕອນທີ່ພະເຈົ້າມາຕັດສິນ ລາຊີນີຈາກທິດໃຕ້ຈະຖືກປຸກໃຫ້ຄືນມາຈາກຕາຍພ້ອມກັບຄົນໃນສະໄໝນີ້ ແລະລາວຈະຕຳໜິເຂົາເຈົ້າ ຍ້ອນລາວອົດສາເດີນທາງມາແຕ່ໄກເພື່ອຟັງຄຳສອນທີ່ສະຫຼາດຫຼັກແຫຼມຂອງໂຊໂລໂມນ.+ ແຕ່ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ທີ່ສຳຄັນກວ່າໂຊໂລໂມນກໍຢູ່ນີ້ແລ້ວ.+
43 ເມື່ອປີສາດໂຕໜຶ່ງອອກຈາກຄົນທີ່ມັນສິງ ມັນກໍເລາະໄປເລາະມາຕາມບ່ອນທີ່ປ່ຽວແລະແຫ້ງແລ້ງເພື່ອຊອກຫາບ່ອນຢູ່ ແຕ່ກໍບໍ່ເຫັນ.+ 44 ມັນຈຶ່ງເວົ້າວ່າ ‘ກັບໄປສິງຜູ້ເກົ່າທີ່ເຄີຍເປັນບ່ອນຢູ່ຂອງຂ້ອຍກະດີກວ່າ.’ ເມື່ອມັນກັບມາກໍເຫັນວ່າບ່ອນນັ້ນວ່າງຢູ່ແລະທັງຖືກປັດກວາດຈົນສະອາດແລະຕົກແຕ່ງໄວ້ແລ້ວ. 45 ມັນຈຶ່ງຊວນພວກປີສາດທີ່ຊົ່ວກວ່າມັນອີກ 7 ໂຕເຂົ້າໄປສິງຄົນທີ່ເຄີຍເປັນບ່ອນຢູ່ຂອງມັນ ແລະເຮັດໃຫ້ສະພາບຂອງຜູ້ນັ້ນແຮ່ງຮ້າຍກວ່າເກົ່າອີກ.+ ຄົນສະໄໝນີ້ທີ່ຊົ່ວຈະມີສະພາບແບບນັ້ນແຫຼະ.”
46 ຕອນທີ່ພະເຢຊູກຳລັງເວົ້າກັບຄົນທີ່ຢູ່ຫັ້ນ ແມ່ກັບພວກນ້ອງຊາຍຂອງເພິ່ນ+ຢືນຢູ່ທາງນອກ. ເຂົາເຈົ້າຢາກລົມກັບເພິ່ນ.+ 47 ມີຄົນມາບອກພະເຢຊູວ່າ: “ແມ່ກັບພວກນ້ອງຊາຍຂອງທ່ານຢືນຢູ່ທາງນອກ. ເຂົາເຈົ້າຖ້າລົມກັບທ່ານ.” 48 ພະເຢຊູຖາມຜູ້ນັ້ນວ່າ: “ເຈົ້າຮູ້ບໍວ່າໃຜແມ່ນແມ່ແລະນ້ອງຊາຍຂອງຂ້ອຍ?” 49 ແລ້ວເພິ່ນກໍເດ່ມືໄປທາງພວກລູກສິດແລະເວົ້າວ່າ: “ນີ້ເດ້ ແມ່ແລະນ້ອງຊາຍຂອງຂ້ອຍ.+ 50 ທຸກຄົນທີ່ເຮັດຕາມສິ່ງທີ່ພໍ່ຂອງຂ້ອຍທີ່ຢູ່ໃນສະຫວັນຕ້ອງການ ຜູ້ນັ້ນແຫຼະເປັນແມ່ແລະອ້າຍເອື້ອຍນ້ອງຂອງຂ້ອຍ.”+
13 ໃນມື້ນັ້ນ ພະເຢຊູອອກຈາກເຮືອນແລ້ວໄປນັ່ງຢູ່ແຄມທະເລ. 2 ມີຄົນຫຼາຍແທ້ຫຼາຍວ່າມາຫາເພິ່ນ ເພິ່ນຈຶ່ງລົງໄປນັ່ງຢູ່ເຮືອ ສ່ວນຄົນທີ່ມານັ້ນກໍຢືນຢູ່ແຄມຝັ່ງ.+ 3 ພະເຢຊູໄດ້ສອນເຂົາເຈົ້າໂດຍໃຊ້ຕົວຢ່າງປຽບທຽບຫຼາຍເລື່ອງ.+ ເພິ່ນເລົ່າວ່າ: “ມີຜູ້ໜຶ່ງອອກໄປຫວ່ານເມັດພືດ.+ 4 ຕອນທີ່ລາວຫວ່ານນັ້ນ ເມັດພືດບາງສ່ວນຕົກໃສ່ຫົນທາງແລະມີນົກມາກິນຈົນໝົດ.+ 5 ບາງສ່ວນຕົກໃສ່ພື້ນທີ່ເປັນຫີນທີ່ມີດິນຕື້ນໆ ແລະເຮັດໃຫ້ຕົ້ນອ່ອນປົ່ງຂຶ້ນໄວ.+ 6 ແຕ່ເມື່ອຖືກແດດເຜົາ ຕົ້ນອ່ອນນັ້ນກໍຫ່ຽວຕາຍຍ້ອນຮາກມັນຢູ່ຕື້ນໆ. 7 ເມັດພືດບາງສ່ວນຕົກໃສ່ຟຸ່ມໄມ້ທີ່ມີໜາມ. ຟຸ່ມໄມ້ນັ້ນກໍປົ່ງຂຶ້ນຫຸ້ມຕົ້ນອ່ອນຈົນໝົດ.+ 8 ແຕ່ກໍມີບາງສ່ວນຕົກໃສ່ດິນດີ ມັນຈຶ່ງໃຫຍ່ຂຶ້ນແລະເປັນໝາກ. ບາງຕົ້ນໄດ້ 100 ເທົ່າ ບາງຕົ້ນໄດ້ 60 ເທົ່າ ແລະບາງຕົ້ນໄດ້ 30 ເທົ່າ.+ 9 ໃຫ້ທຸກຄົນທີ່ໄດ້ຍິນຕັ້ງໃຈຟັງດີໆ.”+
10 ພວກລູກສິດຈຶ່ງຖາມພະເຢຊູວ່າ: “ເປັນຫຍັງທ່ານຈຶ່ງເວົ້າກັບເຂົາເຈົ້າໂດຍໃຊ້ຕົວຢ່າງປຽບທຽບ?”+ 11 ເພິ່ນຕອບວ່າ: “ພະເຈົ້າໃຫ້ພວກເຈົ້າເຂົ້າໃຈຄວາມລັບສັກສິດ+ເລື່ອງການປົກຄອງຂອງພະເຈົ້າ ແຕ່ຈະບໍ່ໃຫ້ເຂົາເຈົ້າເຂົ້າໃຈ. 12 ຍ້ອນຄົນທີ່ມີຄວາມເຂົ້າໃຈຈະເຂົ້າໃຈຫຼາຍຂຶ້ນ ແຕ່ຄົນທີ່ບໍ່ມີຄວາມເຂົ້າໃຈ ແມ່ນແຕ່ຄວາມເຂົ້າໃຈໜ້ອຍດຽວທີ່ລາວມີກໍຈະເສຍໄປ.+ 13 ນີ້ແຫຼະເປັນເຫດຜົນທີ່ຂ້ອຍຍົກຕົວຢ່າງປຽບທຽບໃຫ້ເຂົາເຈົ້າຟັງ. ເຖິງວ່າເຂົາເຈົ້າຈະເບິ່ງ ແຕ່ກໍບໍ່ເຫັນ ແລະເຖິງວ່າເຂົາເຈົ້າຈະໄດ້ຍິນ ແຕ່ກໍຄືກັບບໍ່ໄດ້ຍິນແລະທັງບໍ່ເຂົ້າໃຈນຳອີກ.+ 14 ເລື່ອງທີ່ເອຊາຢາພະຍາກອນໄວ້ເກີດຂຶ້ນແທ້ກັບເຂົາເຈົ້າທີ່ວ່າ ‘ພວກເຈົ້າຈະໄດ້ຍິນ ແຕ່ຈະບໍ່ເຂົ້າໃຈ ແລະພວກເຈົ້າຈະເຫັນ ແຕ່ຈະບໍ່ຮູ້ວ່າແມ່ນຫຍັງ.+ 15 ໃຈຂອງຄົນຊາດນີ້ດື້ດ້ານ. ເຂົາເຈົ້າໄດ້ຍິນແຕ່ບໍ່ເຮັດຕາມ. ເຂົາເຈົ້າອັດຫູແລະຫຼັບຕາໄວ້ເພື່ອຈະບໍ່ເຫັນຫຍັງ ບໍ່ໄດ້ຍິນຫຍັງ ແລະບໍ່ເຂົ້າໃຈຫຍັງ. ຍ້ອນແນວນີ້ ເຂົາເຈົ້າຈຶ່ງບໍ່ກັບມາຫາເຮົາເພື່ອໃຫ້ເຮົາປົວເຂົາເຈົ້າໃຫ້ເຊົາ.’+
16 ແຕ່ພວກເຈົ້າມີຄວາມສຸກຍ້ອນຕາຂອງພວກເຈົ້າໄດ້ເຫັນ ແລະຫູຂອງພວກເຈົ້າໄດ້ຍິນ.+ 17 ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ພະຍາກອນແລະຄົນຂອງພະເຈົ້າ*ຫຼາຍຄົນຢາກເຫັນສິ່ງທີ່ພວກເຈົ້າເຫັນຢູ່ຕອນນີ້ ແຕ່ເຂົາເຈົ້າບໍ່ໄດ້ເຫັນ+ ແລະເຂົາເຈົ້າຢາກໄດ້ຍິນສິ່ງທີ່ພວກເຈົ້າໄດ້ຍິນຢູ່ຕອນນີ້ ແຕ່ເຂົາເຈົ້າກໍບໍ່ໄດ້ຍິນ.
18 ຕອນນີ້ ຂ້ອຍຈະອະທິບາຍເລື່ອງຄົນຫວ່ານເມັດພືດໃຫ້ພວກເຈົ້າຟັງ.+ 19 ເມັດພືດທີ່ຕົກໃສ່ຫົນທາງ+ເປັນຄືກັບຄົນທີ່ໄດ້ຍິນເລື່ອງການປົກຄອງຂອງພະເຈົ້າແຕ່ບໍ່ເຂົ້າໃຈ ແລະມານຮ້າຍ*+ກໍມາເອົາສິ່ງທີ່ຫວ່ານໄວ້ໃນໃຈລາວໄປ. 20 ສ່ວນເມັດພືດທີ່ຕົກໃສ່ພື້ນທີ່ເປັນຫີນທີ່ມີດິນຕື້ນໆເປັນຄືກັບຄົນທີ່ໄດ້ຍິນເລື່ອງການປົກຄອງຂອງພະເຈົ້າແລ້ວກໍມັກ ລາວຈຶ່ງຮັບເອົາທັນທີ.+ 21 ແຕ່ເລື່ອງນັ້ນບໍ່ໄດ້ຝັງເລິກເຂົ້າໄປໃນໃຈ ລາວຈຶ່ງເຊື່ອໄດ້ບໍ່ດົນ. ເມື່ອເຈິຄວາມລຳບາກຫຼືການຂົ່ມເຫງຍ້ອນເລື່ອງນັ້ນ ລາວກໍເຊົາເຊື່ອທັນທີ. 22 ສ່ວນເມັດພືດທີ່ຕົກໃສ່ຟຸ່ມໄມ້ທີ່ມີໜາມເປັນຄືກັບຄົນທີ່ໄດ້ຍິນເລື່ອງການປົກຄອງຂອງພະເຈົ້າ ແຕ່ປ່ອຍໃຫ້ຄວາມອຸກໃຈກັບຊີວິດໃນໂລກນີ້*+ແລະຄວາມຫຼົງໄຫຼໃນຊັບສົມບັດປົກຫຸ້ມສິ່ງທີ່ລາວໄດ້ຍິນ ຈຶ່ງເຮັດໃຫ້ເລື່ອງນັ້ນບໍ່ເກີດຜົນໃນຊີວິດ.+ 23 ສ່ວນເມັດພືດທີ່ຕົກໃສ່ດິນດີເປັນຄືກັບຄົນທີ່ໄດ້ຍິນເລື່ອງການປົກຄອງຂອງພະເຈົ້າແລະເຂົ້າໃຈແທ້ໆ ມັນຈຶ່ງເປັນໝາກ. ບາງຄົນໄດ້ 100 ເທົ່າ ບາງຄົນໄດ້ 60 ເທົ່າ ແລະບາງຄົນໄດ້ 30 ເທົ່າ.”+
24 ພະເຢຊູຍົກຕົວຢ່າງປຽບທຽບອີກເລື່ອງໜຶ່ງໃຫ້ເຂົາເຈົ້າຟັງວ່າ: “ການປົກຄອງທີ່ຢູ່ໃນສະຫວັນເປັນຄືກັບຊາວນາຄົນໜຶ່ງທີ່ຫວ່ານເມັດເຂົ້າ*ໃນນາຂອງລາວ. 25 ຕອນທີ່ຄົນນອນຫຼັບ ສັດຕູໄດ້ລັກມາຫວ່ານເມັດຫຍ້າທີ່ເປັນພິດປົນໃສ່ເຂົ້າແລ້ວກໍໜີໄປ. 26 ເມື່ອຕົ້ນເຂົ້າປົ່ງຂຶ້ນແລະອອກຮວງ ຫຍ້ານັ້ນກໍປົ່ງຂຶ້ນຄືກັນ. 27 ທາດຈຶ່ງມາບອກເຈົ້າຂອງນາວ່າ ‘ນາຍເອີ້ຍ ນາຍຫວ່ານເມັດເຂົ້າໃສ່ນາບໍ່ແມ່ນບໍ ແຕ່ຫຍ້າທີ່ມີພິດມາແຕ່ໃສ?’ 28 ເຈົ້າຂອງນາຕອບທາດວ່າ ‘ສັດຕູເປັນຄົນເຮັດ.’+ ທາດຈຶ່ງຖາມວ່າ ‘ທ່ານຢາກໃຫ້ພວກເຮົາຫຼົກຫຍ້ານັ້ນຖິ້ມບໍ?’ 29 ເຈົ້າຂອງນາຕອບວ່າ ‘ບໍ່ຟ້າວເທື່ອ ຖ້າຫຼົກຫຍ້າຕອນນີ້ ຢ້ານຊິຫຼົກຕົ້ນເຂົ້າອອກນຳ. 30 ປ່ອຍໃຫ້ມັນໃຫຍ່ໄປນຳກັນຈົນຮອດຍາມກ່ຽວເຂົ້າ. ເມື່ອຮອດຕອນນັ້ນ ຂ້ອຍຈະບອກຄົນກ່ຽວໃຫ້ຫຼົກຫຍ້າກ່ອນ ແລ້ວມັດມັນເປັນຟ່ອນແລະເອົາໄປຈູດຖິ້ມ. ຫຼັງຈາກນັ້ນຈຶ່ງລວບລວມເອົາເຂົ້າມາໄວ້ໃນເລົ້າ.’”+
31 ພະເຢຊູຍົກຕົວຢ່າງປຽບທຽບອີກເລື່ອງໜຶ່ງໃຫ້ເຂົາເຈົ້າຟັງວ່າ: “ການປົກຄອງທີ່ຢູ່ໃນສະຫວັນເປັນຄືກັບເມັດມັດສະຕາດ*ທີ່ຜູ້ຊາຍຄົນໜຶ່ງເອົາມາປູກໄວ້ໃນດິນຂອງລາວ.+ 32 ມັນເປັນເມັດພືດທີ່ນ້ອຍທີ່ສຸດ ແຕ່ເມື່ອໃຫຍ່ຂຶ້ນ ຕົ້ນຂອງມັນກໍສູງໃຫຍ່ກວ່າພືດຜັກທັງໝົດ ແລະເປັນຕົ້ນໄມ້ທີ່ນົກມາອາໄສຢູ່ຕາມງ່າໄດ້.”
33 ພະເຢຊູຍົກຕົວຢ່າງປຽບທຽບອີກເລື່ອງໜຶ່ງໃຫ້ເຂົາເຈົ້າຟັງວ່າ: “ການປົກຄອງທີ່ຢູ່ໃນສະຫວັນເປັນຄືກັບເຊື້ອເຂົ້າຈີ່ທີ່ຜູ້ຍິງເອົາມາປະສົມໃນແປ້ງ 1 ຖັງ* ແລ້ວເຊື້ອນັ້ນກໍເຮັດໃຫ້ແປ້ງທັງໝົດຟູຂຶ້ນ.”+
34 ພະເຢຊູເວົ້າເລື່ອງທັງໝົດນີ້ກັບຫຼາຍຄົນທີ່ມາຫາເພິ່ນໂດຍໃຊ້ຕົວຢ່າງປຽບທຽບ. ທີ່ຈິງ ເພິ່ນສອນເຂົາເຈົ້າໂດຍໃຊ້ຕົວຢ່າງປຽບທຽບເລື້ອຍໆ.+ 35 ເລື່ອງນີ້ເປັນໄປຕາມທີ່ຜູ້ພະຍາກອນຂອງພະເຈົ້າບອກໄວ້ທີ່ວ່າ: “ຂ້ອຍຈະເວົ້າເປັນຕົວຢ່າງປຽບທຽບ ແລະຂ້ອຍຈະປະກາດສິ່ງທີ່ປິດບັງໄວ້ຕັ້ງແຕ່ສະໄໝບູຮານ.”*+
36 ຫຼັງຈາກບອກຄົນທີ່ຢູ່ຫັ້ນໃຫ້ເມືອເຮືອນ ພະເຢຊູກໍເຂົ້າໄປໃນເຮືອນ. ພວກລູກສິດເຂົ້າມາຫາເພິ່ນແລ້ວເວົ້າວ່າ: “ຂໍໃຫ້ທ່ານອະທິບາຍເລື່ອງຫຍ້າທີ່ເປັນພິດໃນນາໃຫ້ພວກເຮົາຟັງແດ່.” 37 ເພິ່ນຈຶ່ງອະທິບາຍວ່າ: “ຜູ້ທີ່ຫວ່ານເມັດເຂົ້າໝາຍເຖິງລູກມະນຸດ. 38 ນາໝາຍເຖິງໂລກນີ້+ ສ່ວນເມັດເຂົ້າໝາຍເຖິງຄົນທີ່ຈະມີສ່ວນໃນການປົກຄອງທີ່ຢູ່ໃນສະຫວັນ ແລະຫຍ້າທີ່ເປັນພິດໝາຍເຖິງພວກລູກຂອງມານຮ້າຍ.+ 39 ສັດຕູທີ່ຫວ່ານຫຍ້າໝາຍເຖິງມານຮ້າຍ ຍາມກ່ຽວເຂົ້າໝາຍເຖິງສະໄໝສຸດທ້າຍຂອງໂລກນີ້* ແລະຄົນກ່ຽວໝາຍເຖິງທູດສະຫວັນ. 40 ຄືກັບຫຍ້າທີ່ຖືກຫຼົກແລະເອົາໄປຈູດຖິ້ມ ສະໄໝສຸດທ້າຍຂອງໂລກນີ້ກໍຈະເປັນແບບນັ້ນ.+ 41 ລູກມະນຸດຈະສົ່ງທູດສະຫວັນຂອງເພິ່ນໄປ ເພື່ອຈະຄັດຄົນທີ່ເປັນຕົ້ນເຫດພາໃຫ້ຄົນອື່ນເຮັດຜິດ ແລະຄັດຄົນທີ່ເຮັດຊົ່ວອອກໄປຈາກການປົກຄອງຂອງເພິ່ນ 42 ແລະທູດສະຫວັນຈະໂຍນຄົນເຫຼົ່ານີ້ເຂົ້າໄປໃນເຕົາໄຟທີ່ຮ້ອນໆ.+ ຢູ່ຫັ້ນ ເຂົາເຈົ້າຈະຮ້ອງໄຫ້ດ້ວຍຄວາມທຸກໃຈ.* 43 ໃນຕອນນັ້ນ ຄົນທີ່ພະເຈົ້າຍອມຮັບ*ຈະມີສ່ວນໃນການປົກຄອງຂອງພະເຈົ້າພໍ່ທີ່ຢູ່ໃນສະຫວັນ ແລະເຂົາເຈົ້າຈະສ່ອງແສງເຈີດຈ້າຄືກັບຕາເວັນ.+ ໃຫ້ທຸກຄົນທີ່ໄດ້ຍິນຕັ້ງໃຈຟັງດີໆ.
44 ການປົກຄອງທີ່ຢູ່ໃນສະຫວັນເປັນຄືກັບສົມບັດທີ່ເຊື່ອງໄວ້ໃນທົ່ງນາ. ເມື່ອຜູ້ຊາຍຄົນໜຶ່ງມາເຫັນ ລາວກໍເຊື່ອງໄວ້ຄືເກົ່າ. ລາວໄດ້ໄປຂາຍທຸກສິ່ງທຸກຢ່າງທີ່ລາວມີ ແລ້ວຊື້ນາທົ່ງນັ້ນ+ ຍ້ອນລາວດີໃຈຫຼາຍທີ່ໄດ້ເຫັນສົມບັດນັ້ນ.
45 ການປົກຄອງທີ່ຢູ່ໃນສະຫວັນຍັງເປັນຄືກັບພໍ່ຄ້າທີ່ເດີນທາງໄປຊອກຫາໄຂ່ມຸກເມັດທີ່ງາມໆ. 46 ເມື່ອເຫັນໄຂ່ມຸກເມັດໜຶ່ງທີ່ມີຄ່າຫຼາຍ ລາວກໍໄປຂາຍທຸກສິ່ງທີ່ລາວມີທັນທີ ແລ້ວໄປຊື້ໄຂ່ມຸກເມັດນັ້ນ.+
47 ການປົກຄອງທີ່ຢູ່ໃນສະຫວັນຍັງເປັນຄືກັບດາງກວາດທີ່ຢ່ອນລົງໃນທະເລເພື່ອຈະກວາດເອົາປາທຸກຊະນິດ. 48 ເມື່ອດາງເຕັມແລ້ວ ຄົນຫາປາກໍລາກມັນຂຶ້ນມາແຄມຝັ່ງແລະນັ່ງເລືອກເອົາປາໂຕທີ່ກິນໄດ້+ໃສ່ກະຕ່າ ສ່ວນປາໂຕທີ່ກິນບໍ່ໄດ້+ກໍເອົາຖິ້ມ. 49 ໃນສະໄໝສຸດທ້າຍຂອງໂລກນີ້ກໍຈະເປັນແບບນັ້ນ. ທູດສະຫວັນຈະອອກໄປແຍກຄົນຊົ່ວອອກຈາກຄົນດີ 50 ແລະຈະໂຍນຄົນຊົ່ວເຂົ້າໄປໃນເຕົາໄຟທີ່ຮ້ອນໆ. ຢູ່ຫັ້ນ ເຂົາເຈົ້າຈະຮ້ອງໄຫ້ດ້ວຍຄວາມທຸກໃຈ.”
51 ພະເຢຊູຖາມລູກສິດວ່າ: “ພວກເຈົ້າເຂົ້າໃຈຄວາມໝາຍຂອງເລື່ອງທັງໝົດນີ້ບໍ?” ເຂົາເຈົ້າຕອບເພິ່ນວ່າ: “ເຂົ້າໃຈແລ້ວ.” 52 ພະເຢຊູຈຶ່ງເວົ້າກັບເຂົາເຈົ້າວ່າ: “ດີແລ້ວ ຄູທຸກຄົນທີ່ໄດ້ຮຽນຮູ້ເລື່ອງການປົກຄອງທີ່ຢູ່ໃນສະຫວັນ ກໍເປັນຄືກັບເຈົ້າຂອງເຮືອນທີ່ເອົາຊັບສົມບັດທັງເກົ່າແລະໃໝ່ອອກມາຈາກຫ້ອງມ້ຽນຊັບສົມບັດຂອງລາວ.”
53 ເມື່ອພະເຢຊູອະທິບາຍຕົວຢ່າງປຽບທຽບທັງໝົດນີ້ແລ້ວໆ ເພິ່ນກໍໄປຈາກຫັ້ນ. 54 ຫຼັງຈາກກັບເມືອເມືອງທີ່ເພິ່ນຢູ່+ ເພິ່ນກໍໄປສອນໃນບ່ອນປະຊຸມຂອງຄົນຢິວ. ເຂົາເຈົ້າພາກັນງຶດແລະເວົ້າວ່າ: “ຜູ້ນີ້ໄດ້ສະຕິປັນຍາແບບນີ້ມາແຕ່ໃສ? ແລະໃຜໃຫ້ອຳນາດລາວເຮັດການອັດສະຈັນແບບນີ້ໄດ້?+ 55 ລາວເປັນລູກຊ່າງໄມ້ຕົ໋ວ?+ ແມ່ຂອງລາວຊື່ມາຣິອາ ແລະນ້ອງຊາຍຂອງລາວຊື່ຢາໂກໂບ ໂຢເຊັບ ຊີໂມນ ແລະຢູດາບໍ່ແມ່ນບໍ?+ 56 ພວກນ້ອງສາວຂອງລາວກໍເປັນຄົນບ້ານດຽວກັບພວກເຮົາຕົ໋ວ? ແລ້ວລາວໄດ້ສະຕິປັນຍາແລະອຳນາດທັງໝົດນີ້ມາຈາກໃສ?”+ 57 ຍ້ອນແນວນີ້ ເຂົາເຈົ້າຈຶ່ງບໍ່ຍອມຮັບພະເຢຊູ.+ ເພິ່ນຈຶ່ງບອກເຂົາເຈົ້າວ່າ: “ຜູ້ພະຍາກອນໄດ້ຮັບການຍອມຮັບແລະໄດ້ຮັບຄວາມນັບຖືໃນທຸກບ່ອນ ຍົກເວັ້ນໃນຄອບຄົວແລະໃນເມືອງທີ່ລາວຢູ່.”+ 58 ເພິ່ນຈຶ່ງບໍ່ໄດ້ເຮັດການອັດສະຈັນຫຼາຍໃນເມືອງນັ້ນຍ້ອນເຂົາເຈົ້າບໍ່ມີຄວາມເຊື່ອ.
14 ຕອນທີ່ເຮໂຣດ*ຜູ້ປົກຄອງເຂດຄາລີເລໄດ້ຍິນເລື່ອງຂອງພະເຢຊູ+ 2 ລາວເວົ້າກັບພວກທີ່ປຶກສາວ່າ: “ຜູ້ນີ້ຕ້ອງແມ່ນໂຢຮັນຜູ້ໃຫ້ບັບເຕມາ. ລາວຄືນມາຈາກຕາຍແລ້ວ ຍ້ອນແນວນີ້ລາວຈຶ່ງເຮັດການອັດສະຈັນໄດ້.”+ 3 ກ່ອນໜ້ານີ້ ເຮໂຣດຈັບໂຢຮັນໄປລ່າມໂສ້ແລະຂັງໄວ້ໃນຄຸກ ຍ້ອນເລື່ອງຂອງເຮໂຣເດຍທີ່ເຄີຍເປັນເມຍຂອງຟີລິບທີ່ເປັນອ້າຍຂອງເຮໂຣດ.+ 4 ໂຢຮັນເຄີຍເວົ້າກັບເຮໂຣດຫຼາຍເທື່ອວ່າ: “ມັນຜິດເດີ້ທີ່ທ່ານເອົາເຮໂຣເດຍມາເປັນເມຍ.”+ 5 ເຖິງວ່າເຣໂຣດຢາກຈະຂ້າໂຢຮັນ ແຕ່ລາວກໍຢ້ານປະຊາຊົນ ຍ້ອນເຂົາເຈົ້າຖືວ່າໂຢຮັນເປັນຜູ້ພະຍາກອນ.+ 6 ໃນງານວັນເກີດຂອງເຮໂຣດ+ ລູກສາວຂອງເຮໂຣເດຍໄດ້ອອກມາເຕັ້ນໃຫ້ເຮໂຣດກັບແຂກເບິ່ງ ແລະເຮໂຣດພໍໃຈຫຼາຍ.+ 7 ເຮໂຣດສັນຍາວ່າຈະເອົາທຸກສິ່ງທຸກຢ່າງໃຫ້ຜູ້ຍິງຄົນນີ້ຕາມທີ່ລາວຂໍ. 8 ລາວຈຶ່ງຂໍກັບເຮໂຣດຕາມທີ່ແມ່ບອກໂດຍເວົ້າວ່າ: “ຂ້ອຍຢາກໄດ້ຫົວຂອງໂຢຮັນຜູ້ໃຫ້ບັບເຕມາ ເອົາໃສ່ຖາດມາໃຫ້ຂ້ອຍ.”+ 9 ຄຳຂໍນີ້ເຮັດໃຫ້ເຮໂຣດລຳບາກໃຈ ແຕ່ກໍຕ້ອງໃຫ້ຕາມທີ່ລາວຂໍຍ້ອນໄດ້ສັນຍາຕໍ່ໜ້າແຂກທີ່ກິນເຂົ້ານຳກັນ. 10 ເຮໂຣດຈຶ່ງໃຊ້ຄົນໃຫ້ໄປຕັດຫົວຂອງໂຢຮັນຢູ່ໃນຄຸກ. 11 ແລ້ວເອົາຫົວຂອງໂຢຮັນໃສ່ຖາດມາໃຫ້ລູກສາວຂອງເຮໂຣເດຍ ແລະລາວກໍເອົາໄປໃຫ້ແມ່. 12 ພວກລູກສິດຂອງໂຢຮັນໄດ້ມາເອົາສົບຂອງລາວໄປຝັງ. ຈາກນັ້ນ ເຂົາເຈົ້າກໍໄປເລົ່າເລື່ອງນີ້ໃຫ້ພະເຢຊູຟັງ. 13 ເມື່ອຮູ້ເລື່ອງນີ້ພະເຢຊູກໍຂຶ້ນເຮືອໄປຈາກບ່ອນນັ້ນ ແລ້ວໄປໃນບ່ອນທີ່ຫ່າງໄກຈາກຄົນຍ້ອນຢາກຢູ່ຄົນດຽວ. ແຕ່ເມື່ອຄົນຕາມເມືອງຕ່າງໆຮູ້ວ່າພະເຢຊູໄປໃສ ເຂົາເຈົ້າກໍພາກັນຍ່າງໄປຫາເພິ່ນຢູ່ບ່ອນນັ້ນ.+
14 ເມື່ອມາຮອດອີກຟາກໜຶ່ງ ພະເຢຊູເຫັນຄົນບັກຫຼາຍໆມາຖ້າຢູ່ ເພິ່ນຮູ້ສຶກອີ່ຕົນເຂົາເຈົ້າ+ແລະໄດ້ປົວຄົນທີ່ເຈັບປ່ວຍ.+ 15 ເມື່ອຮອດຕອນແລງ ພວກລູກສິດມາຫາພະເຢຊູແລ້ວເວົ້າວ່າ: “ແຖວນີ້ບໍ່ມີຫຍັງຂາຍແລະຕອນນີ້ກໍຄ່ຳແລ້ວ ພວກເຮົາບອກປະຊາຊົນໃຫ້ໄປຊອກຊື້ຂອງກິນຕາມບ້ານທີ່ຢູ່ໃກ້ໆນີ້ດີບໍ່?”+ 16 ແຕ່ພະເຢຊູບອກລູກສິດວ່າ: “ບໍ່ຕ້ອງໃຫ້ເຂົາເຈົ້າໄປໃສດອກ. ໃຫ້ພວກເຈົ້າຫັ້ນແຫຼະເອົາຂອງກິນໃຫ້ເຂົາເຈົ້າກິນ.” 17 ພວກລູກສິດບອກເພິ່ນວ່າ: “ພວກເຮົາມີແຕ່ເຂົ້າຈີ່ 5 ອັນກັບປາ 2 ໂຕ.” 18 ພະເຢຊູບອກວ່າ: “ເອົາເຂົ້າຈີ່ກັບປາມາໃຫ້ຂ້ອຍ.” 19 ເພິ່ນສັ່ງໃຫ້ທຸກຄົນນັ່ງລົງເທິງຫຍ້າ. ຈາກນັ້ນ ເພິ່ນກໍຈັບເອົາເຂົ້າຈີ່ 5 ອັນກັບປາ 2 ໂຕ ແລ້ວເງີຍໜ້າຂຶ້ນຟ້າແລະອະທິດຖານ.+ ເພິ່ນຫັກເຂົ້າຈີ່ຍື່ນໃຫ້ພວກລູກສິດ ແລະພວກລູກສິດກໍຢາຍໃຫ້ປະຊາຊົນ. 20 ທຸກຄົນໄດ້ກິນຈົນອີ່ມ ແລະພວກລູກສິດກໍທ້ອນເຂົ້າຈີ່ທີ່ເຫຼືອໄດ້ເຕັມ 12 ກະຕ່າ.+ 21 ຄົນທີ່ໄດ້ກິນມີຜູ້ຊາຍປະມານ 5.000 ຄົນ ເຊິ່ງບໍ່ນັບຜູ້ຍິງກັບເດັກນ້ອຍ.+ 22 ຈາກນັ້ນ ພະເຢຊູໃຫ້ພວກລູກສິດຂຶ້ນເຮືອຂ້າມຟາກໄປກ່ອນ ສ່ວນເພິ່ນກໍຖ້າສົ່ງປະຊາຊົນຢູ່ບ່ອນນັ້ນ.+
23 ເມື່ອຄົນເມືອໝົດແລ້ວ ພະເຢຊູຂຶ້ນໄປອະທິດຖານຢູ່ເທິງພູຄົນດຽວ.+ ເມື່ອຄ່ຳແລ້ວ ເພິ່ນກໍຍັງຢູ່ຫັ້ນຄົນດຽວ. 24 ຕອນນັ້ນ ເຮືອຂອງພວກລູກສິດອອກໄປໄກຈາກຝັ່ງຫຼາຍຮ້ອຍແມັດແລ້ວ ແລະແລ່ນຕ້ານລົມແລະຄື້ນຢູ່. 25 ຕອນໃກ້ຊິແຈ້ງ* ພະເຢຊູຍ່າງຢູ່ເທິງໜ້ານ້ຳມາຫາເຂົາເຈົ້າ. 26 ເມື່ອພວກລູກສິດເຫັນຄົນຍ່າງຢູ່ເທິງໜ້ານ້ຳຈຶ່ງຕື່ນແລະພາກັນເວົ້າວ່າ: “ແມ່ນຫຍັງຫັ້ນ!” ແລ້ວເຂົາເຈົ້າກໍຮ້ອງສຽງເຫຼີດ້ວຍຄວາມຢ້ານ. 27 ແຕ່ພະເຢຊູບອກເຂົາເຈົ້າວ່າ: “ບໍ່ຕ້ອງຕົກໃຈ. ຂ້ອຍເອງ ບໍ່ຕ້ອງຢ້ານ.”+ 28 ເປໂຕເວົ້າກັບເພິ່ນວ່າ: “ອາຈານ ຖ້າແມ່ນທ່ານແທ້ໆ ຂໍໃຫ້ຂ້ອຍຍ່າງເທິງໜ້ານ້ຳໄປຫາທ່ານໄດ້ບໍ?” 29 ພະເຢຊູເວົ້າວ່າ: “ມາແມ້!” ເປໂຕກໍອອກຈາກເຮືອແລ້ວຍ່າງຢູ່ເທິງໜ້ານ້ຳໄປຫາເພິ່ນ. 30 ແຕ່ເມື່ອແນມເບິ່ງພາຍຸ ລາວກໍຢ້ານແລະເລີ່ມຊິຈົມນ້ຳ ລາວຈຶ່ງຮ້ອງຂຶ້ນວ່າ: “ອາຈານ ຊ່ວຍຂ້ອຍແດ່!” 31 ພະເຢຊູຟ້າວເດ່ມືໄປຈັບເປໂຕແລະເວົ້າວ່າ: “ເປັນຫຍັງຈຶ່ງສົງໄສ ເຈົ້າຄືມີຄວາມເຊື່ອໜ້ອຍແທ້?”+ 32 ເມື່ອພະເຢຊູກັບເປໂຕຂຶ້ນມາຢູ່ເທິງເຮືອແລ້ວ ພາຍຸກໍສະຫງົບລົງ. 33 ລູກສິດທີ່ຢູ່ໃນເຮືອຈຶ່ງໝູບລົງສະແດງຄວາມນັບຖືເພິ່ນແລະເວົ້າວ່າ: “ທ່ານເປັນລູກຂອງພະເຈົ້າແທ້ໆ.” 34 ແລ້ວພະເຢຊູກັບລູກສິດກໍຂ້າມມາຮອດຝັ່ງເຄັນເນຊາເຣັດ.+
35 ເມື່ອຄົນຢູ່ຫັ້ນຮູ້ວ່າພະເຢຊູມາ ເຂົາເຈົ້າໄດ້ບອກຕໍ່ໆກັນໄປທົ່ວແຖວນັ້ນ ແລ້ວຄົນທີ່ຢູ່ແຖວນັ້ນກໍພາຄົນເຈັບປ່ວຍມາຫາເພິ່ນ. 36 ເຂົາເຈົ້າອ້ອນວອນພະເຢຊູວ່າ ຂໍບາຍແຕ່ຍອຍເສື້ອຄຸມຂອງເພິ່ນເທົ່ານັ້ນກໍພໍແລ້ວ+ ແລະທຸກຄົນທີ່ໄດ້ບາຍຍອຍເສື້ອນັ້ນກໍເຊົາເຈັບປ່ວຍ.
15 ມີມື້ໜຶ່ງ ພວກຟາຣີຊາຍກັບພວກຄູສອນສາສະໜາເດີນທາງຈາກເມືອງເຢຣູຊາເລັມມາຫາພະເຢຊູ+ ເຂົາເຈົ້າຖາມວ່າ: 2 “ເປັນຫຍັງພວກລູກສິດຂອງເຈົ້າບໍ່ເຮັດຕາມທຳນຽມຂອງປູ່ຍ່າຕານາຍ? ເປັນຫຍັງເຂົາເຈົ້າບໍ່ລ້າງມື*ກ່ອນກິນເຂົ້າ.”+
3 ພະເຢຊູຕອບເຂົາເຈົ້າວ່າ: “ແລ້ວພວກເຈົ້າເດ້ ເປັນຫຍັງຈຶ່ງໃຫ້ທຳນຽມຂອງພວກເຈົ້າມາຢູ່ເໜືອກົດໝາຍຂອງພະເຈົ້າ?+ 4 ພະເຈົ້າສັ່ງວ່າ ‘ໃຫ້ນັບຖືພໍ່ແມ່’+ ແລະ ‘ຖ້າຜູ້ໃດປ້ອຍດ່າພໍ່ແມ່ ຜູ້ນັ້ນຕ້ອງຖືກຂ້າ.’+ 5 ແຕ່ພວກເຈົ້າພັດເວົ້າວ່າ ‘ຖ້າຜູ້ໃດບອກພໍ່ແມ່ວ່າ “ສິ່ງຂອງທີ່ຈະຊ່ວຍເຫຼືອພໍ່ແມ່ນັ້ນ ລູກໄດ້ສັນຍາໄວ້ແລ້ວວ່າຈະໃຫ້ພະເຈົ້າ”+ 6 ຜູ້ນັ້ນບໍ່ຕ້ອງຊ່ວຍເຫຼືອ*ພໍ່ແມ່ກໍໄດ້.’ ເມື່ອເຮັດແບບນີ້ ພວກເຈົ້າຫັ້ນແຫຼະທີ່ເຮັດໃຫ້ຄຳສອນຂອງພະເຈົ້າບໍ່ມີຄວາມໝາຍຍ້ອນທຳນຽມຂອງພວກເຈົ້າເອງ.+ 7 ພວກໜ້າຊື່ໃຈຄົດ ເອຊາຢາພະຍາກອນກ່ຽວກັບພວກເຈົ້າໄວ້ຖືກແລ້ວທີ່ວ່າ+ 8 ‘ຄົນຊາດນີ້ເວົ້າຊື່ໆວ່ານັບຖືເຮົາ ແຕ່ໃຈຂອງເຂົາເຈົ້າບໍ່ໄດ້ເປັນແບບນັ້ນ. 9 ເຂົາເຈົ້ານະມັດສະການເຮົາກໍບໍ່ມີປະໂຫຍດຫຍັງ ຍ້ອນເຂົາເຈົ້າມັກເອົາກົດເກນຂອງມະນຸດມາສອນ.’”+ 10 ແລ້ວພະເຢຊູກໍເອີ້ນປະຊາຊົນເຂົ້າມາໃກ້ໆແລະບອກເຂົາເຈົ້າວ່າ: “ໃຫ້ຕັ້ງໃຈຟັງດີໆ ເພື່ອຈະເຂົ້າໃຈສິ່ງທີ່ຂ້ອຍກຳລັງຈະເວົ້າ.+ 11 ພະເຈົ້າຖືວ່າສິ່ງທີ່ເຂົ້າໄປທາງປາກບໍ່ໄດ້ເຮັດໃຫ້ຄົນເຮົາບໍ່ສະອາດ ແຕ່ສິ່ງທີ່ອອກມາຈາກປາກຫັ້ນແຫຼະທີ່ເຮັດໃຫ້ຄົນເຮົາບໍ່ສະອາດ.”+
12 ພວກລູກສິດມາບອກພະເຢຊູວ່າ: “ອາຈານຮູ້ບໍວ່າພວກຟາຣີຊາຍໃຈຮ້າຍຫຼາຍທີ່ທ່ານເວົ້າແບບນັ້ນ?”+ 13 ພະເຢຊູຕອບວ່າ: “ຕົ້ນໄມ້ທຸກຕົ້ນທີ່ພໍ່ຂອງຂ້ອຍທີ່ຢູ່ໃນສະຫວັນບໍ່ໄດ້ປູກຈະຖືກຫຼົກຖິ້ມ. 14 ຢ່າເຂົາເຈົ້າ. ເຂົາເຈົ້າເປັນຄົນນຳທາງທີ່ຕາບອດ. ຖ້າຄົນຕາບອດນຳທາງຄົນຕາບອດ ທັງສອງຄົນຈະພາກັນຕົກຂຸມ.”+ 15 ເປໂຕເວົ້າວ່າ: “ຂໍໃຫ້ອະທິບາຍຕົວຢ່າງປຽບທຽບທີ່ທ່ານຫາກໍເວົ້ານັ້ນໃຫ້ພວກເຮົາຟັງແດ່.” 16 ພະເຢຊູເວົ້າວ່າ: “ພວກເຈົ້າກໍຍັງບໍ່ເຂົ້າໃຈຄືກັນບໍ?+ 17 ພວກເຈົ້າຮູ້ແລ້ວຕົ໋ວ ຖ້າເອົາຫຍັງເຂົ້າປາກ ມັນກໍລົງໄປໃນທ້ອງແລ້ວກໍຖ່າຍລົງວິດ. 18 ແຕ່ສິ່ງທີ່ອອກຈາກປາກກໍມາຈາກໃຈ ແລະສິ່ງນັ້ນແຫຼະທີ່ເຮັດໃຫ້ຄົນເຮົາບໍ່ສະອາດ.+ 19 ຄວາມຄິດຊົ່ວກໍມາຈາກໃຈ+ແລະພາໄປສູ່ການຂ້າຄົນ ການຫຼິ້ນຊູ້ ການເຮັດຜິດສິນລະທຳທາງເພດ* ການລັກ ການເປັນພະຍານຕົວະ ແລະການໝິ່ນປະໝາດພະເຈົ້າ. 20 ສິ່ງທັງໝົດນີ້ແຫຼະທີ່ເຮັດໃຫ້ຄົນເຮົາບໍ່ສະອາດ ແຕ່ພະເຈົ້າບໍ່ໄດ້ຖືວ່າການບໍ່ລ້າງມືກ່ອນກິນເຂົ້າເຮັດໃຫ້ຄົນເຮົາບໍ່ສະອາດ.”
21 ພະເຢຊູອອກຈາກບ່ອນນັ້ນ ແລ້ວກໍເຂົ້າໄປໃນເຂດເມືອງຕີເຣແລະເມືອງຊີໂດນ.+ 22 ມີຜູ້ຍິງຟອຍນີເກ*ຄົນໜຶ່ງຈາກເຂດນັ້ນມາຫາພະເຢຊູແລະອ້ອນວອນວ່າ: “ທ່ານທີ່ເປັນລູກຫຼານຂອງດາວິດເອີ້ຍ ອີ່ຕົນຂ້ອຍແດ່. ລູກສາວຂອງຂ້ອຍຖືກປີສາດສິງ. ລາວທໍລະມານຫຼາຍ.”+ 23 ແຕ່ພະເຢຊູບໍ່ຕອບລາວຈັກຄຳ. ພວກລູກສິດເຂົ້າມາບອກເພິ່ນວ່າ: “ໄລ່ລາວໜີໂລດ. ລາວຮ້ອງນຳຫຼັງພວກເຮົາບໍ່ເຊົາ.” 24 ພະເຢຊູບອກວ່າ: “ພະເຈົ້າສົ່ງຂ້ອຍມາຫາຄົນອິດສະຣາເອນເທົ່ານັ້ນ. ເຂົາເຈົ້າເປັນຄືກັບແກະທີ່ຫຼົງທາງ.”+ 25 ແຕ່ຜູ້ຍິງຄົນນັ້ນເຂົ້າມາໝູບລົງສະແດງຄວາມນັບຖືເພິ່ນແລະບອກວ່າ: “ຜູ້ເປັນນາຍ ຊ່ວຍຂ້ອຍແດ່!” 26 ພະເຢຊູເວົ້າວ່າ: “ມັນບໍ່ຖືກທີ່ຈະເອົາຂອງກິນຂອງລູກໂຍນໃຫ້ໝານ້ອຍ.” 27 ລາວບອກວ່າ: “ກະແມ່ນ ແຕ່ໝານ້ອຍກໍຍັງໄດ້ກິນແນວເສດເຫຼືອທີ່ຕົກຈາກໂຕະຂອງນາຍມັນ.”+ 28 ພະເຢຊູຈຶ່ງຕອບຜູ້ຍິງຄົນນັ້ນວ່າ: “ເຈົ້າມີຄວາມເຊື່ອຫຼາຍແທ້ໆ ໃຫ້ເປັນໄປຕາມທີ່ເຈົ້າຂໍ.” ແລ້ວລູກສາວຂອງລາວກໍດີເປັນປົກກະຕິທັນທີ.
29 ຕໍ່ມາ ພະເຢຊູເດີນທາງອອກຈາກບ່ອນນັ້ນແລະມາຮອດທະເລຄາລີເລ.+ ເພິ່ນໄດ້ຂຶ້ນໄປເທິງພູແລະນັ່ງຢູ່ຫັ້ນ. 30 ມີຄົນບັກຫຼາຍໆມາຫາເພິ່ນ. ເຂົາເຈົ້າພາຄົນເປັນລ່ອຍ ຄົນພິການ ຄົນຕາບອດ ຄົນປາກກືກ ແລະພາອີກຫຼາຍຄົນທີ່ເຈັບປ່ວຍດ້ວຍພະຍາດອື່ນໆມານຳ. ເຂົາເຈົ້າວາງຄົນທີ່ເຈັບປ່ວຍໄວ້ຢູ່ຕີນພະເຢຊູ ແລະເພິ່ນກໍປົວທຸກຄົນໃຫ້ເຊົາ.+ 31 ຫຼາຍຄົນຮູ້ສຶກງຶດທີ່ເຫັນຄົນປາກກືກເວົ້າໄດ້ ຄົນພິການດີເປັນປົກກະຕິ ຄົນເປັນລ່ອຍຍ່າງໄດ້ ແລະຄົນຕາບອດເຫັນຮຸ່ງ ແລ້ວເຂົາເຈົ້າກໍພາກັນສັນລະເສີນພະເຈົ້າຂອງອິດສະຣາເອນ.+
32 ພະເຢຊູເອີ້ນລູກສິດຂອງເພິ່ນເຂົ້າມາຫາແລ້ວເວົ້າວ່າ: “ຂ້ອຍອີ່ຕົນຄົນເຫຼົ່ານີ້ເດ້.+ ເຂົາເຈົ້າຢູ່ກັບຂ້ອຍ 3 ມື້ແລ້ວ ແລະບໍ່ມີຫຍັງກິນ. ຂ້ອຍບໍ່ຢາກໃຫ້ເຂົາເຈົ້າເມືອຕອນທີ່ຍັງຫິວແບບນີ້. ເຂົາເຈົ້າອາດໝົດແຮງກາງທາງກໍໄດ້.”+ 33 ແຕ່ພວກລູກສິດບອກພະເຢຊູວ່າ: “ຢູ່ບ່ອນຫ່າງໄກແບບນີ້ ພວກເຮົາຊິໄປຊອກຂອງກິນຢູ່ໃສຈຶ່ງຊິພໍໃຫ້ຄົນຫຼາຍປານນີ້ກິນຈົນອີ່ມ?”+ 34 ພະເຢຊູຈຶ່ງຖາມເຂົາເຈົ້າວ່າ: “ພວກເຈົ້າມີເຂົ້າຈີ່ຈັກອັນ?” ເຂົາເຈົ້າຕອບວ່າ: “ມີ 7 ອັນກັບປານ້ອຍສອງສາມໂຕ.” 35 ເມື່ອພະເຢຊູບອກໃຫ້ປະຊາຊົນນັ່ງລົງພື້ນແລ້ວ 36 ເພິ່ນກໍຈັບເອົາເຂົ້າຈີ່ 7 ອັນກັບປາ ແລ້ວອະທິດຖານຂອບໃຈພະເຈົ້າ ແລະຫັກເຂົ້າຈີ່ນັ້ນຍື່ນໃຫ້ພວກລູກສິດ ແລ້ວເຂົາເຈົ້າກໍຢາຍໃຫ້ປະຊາຊົນ.+ 37 ທຸກຄົນໄດ້ກິນຈົນອີ່ມ ແລະພວກລູກສິດທ້ອນເຂົ້າຈີ່ທີ່ເຫຼືອໄດ້ເຕັມ 7 ກະຕ່າໃຫຍ່.+ 38 ຄົນທີ່ໄດ້ກິນມີຜູ້ຊາຍ 4.000 ຄົນ ເຊິ່ງບໍ່ນັບຜູ້ຍິງກັບເດັກນ້ອຍ. 39 ເມື່ອພະເຢຊູສົ່ງປະຊາຊົນເມືອໝົດແລ້ວ ເພິ່ນກໍຂຶ້ນເຮືອໄປເຂດມາຄາດານ.+
16 ແລ້ວພວກຟາຣີຊາຍກັບພວກຊາດູກາຍກໍເຂົ້າມາທົດສອບພະເຢຊູ ເຂົາເຈົ້າຂໍໃຫ້ເພິ່ນເຮັດການອັດສະຈັນໃນທ້ອງຟ້າໃຫ້ເຂົາເຈົ້າເຫັນ.+ 2 ພະເຢຊູບອກເຂົາເຈົ້າວ່າ: “ຕອນແລງ ພວກເຈົ້າມັກເວົ້າວ່າ ‘ອາກາດດີຍ້ອນຟ້າເປັນສີແດງ’ 3 ແລະຕອນເຊົ້າພວກເຈົ້າກໍເວົ້າວ່າ ‘ມື້ນີ້ຝົນຊິຕົກແລະອາກາດຊິໜາວ ຍ້ອນຟ້າເປັນສີແດງແລະມືດຄຶ້ມ.’ ພວກເຈົ້າເບິ່ງທ້ອງຟ້າອອກ ແຕ່ສິ່ງທີ່ກຳລັງເກີດຂຶ້ນນີ້ ພວກເຈົ້າພັດເບິ່ງບໍ່ອອກວ່າມັນໝາຍເຖິງຫຍັງ. 4 ຄົນສະໄໝນີ້ເປັນຄົນຊົ່ວແລະບໍ່ສັດຊື່ຕໍ່ພະເຈົ້າ.* ເຂົາເຈົ້າມີແຕ່ຢາກເຫັນການອັດສະຈັນ ແຕ່ເຂົາເຈົ້າຈະບໍ່ໄດ້ເຫັນຫຍັງເລີຍ+ ນອກຈາກການອັດສະຈັນທີ່ເກີດຂຶ້ນກັບໂຢນາ.”+ ແລ້ວພະເຢຊູກໍໄປຈາກເຂົາເຈົ້າ.
5 ຕອນທີ່ກຳລັງຂ້າມທະເລໄປອີກຟາກໜຶ່ງ ພວກລູກສິດລືມເອົາເຂົ້າຈີ່ໄປນຳ.+ 6 ພະເຢຊູເຕືອນເຂົາເຈົ້າວ່າ: “ໃຫ້ລະວັງດີໆ ຢ່າຮັບເອົາເຊື້ອຂອງພວກຟາຣີຊາຍກັບພວກຊາດູກາຍເດີ້.”+ 7 ເຂົາເຈົ້າຈຶ່ງລົມກັນວ່າ: “ເອີ້ແມ່ນໄດ໋ເນາະ ພວກເຮົາບໍ່ໄດ້ເອົາເຂົ້າຈີ່ມານຳ.” 8 ພະເຢຊູຮູ້ວ່າລູກສິດກຳລັງລົມກັນເລື່ອງຫຍັງ ເພິ່ນຈຶ່ງເວົ້າວ່າ: “ເປັນຫຍັງພວກເຈົ້າຈຶ່ງລົມກັນເລື່ອງທີ່ບໍ່ໄດ້ເອົາເຂົ້າຈີ່ມາ? ພວກເຈົ້າຄືມີຄວາມເຊື່ອໜ້ອຍແທ້? 9 ພວກເຈົ້າຍັງບໍ່ເຂົ້າໃຈຫຼືຈື່ບໍ່ໄດ້ບໍຕອນທີ່ຂ້ອຍໃຊ້ເຂົ້າຈີ່ 5 ອັນລ້ຽງຜູ້ຊາຍ 5.000 ຄົນ ພວກເຈົ້າທ້ອນເຂົ້າຈີ່ທີ່ເຫຼືອໄດ້ຈັກກະຕ່າ?+ 10 ແລ້ວຕອນທີ່ຂ້ອຍໃຊ້ເຂົ້າຈີ່ 7 ອັນລ້ຽງຜູ້ຊາຍ 4.000 ຄົນເດ້ ພວກເຈົ້າທ້ອນເຂົ້າຈີ່ທີ່ເຫຼືອໄດ້ຈັກກະຕ່າໃຫຍ່?+ 11 ເປັນຫຍັງພວກເຈົ້າບໍ່ເຂົ້າໃຈວ່າຂ້ອຍບໍ່ໄດ້ເວົ້າເລື່ອງເຊື້ອເຂົ້າຈີ່? ແຕ່ໃຫ້ລະວັງເຊື້ອຂອງພວກຟາຣີຊາຍກັບພວກຊາດູກາຍ.”+ 12 ພວກລູກສິດຈຶ່ງເຂົ້າໃຈວ່າພະເຢຊູເຕືອນໃຫ້ລະວັງຄຳສອນຂອງພວກຟາຣີຊາຍກັບພວກຊາດູກາຍ ບໍ່ແມ່ນໃຫ້ລະວັງເຊື້ອເຂົ້າຈີ່.
13 ເມື່ອເຂົ້າມາຮອດເຂດກາຍຊາເຣຍຟີລິບປອຍ ພະເຢຊູຖາມພວກລູກສິດວ່າ: “ຄົນທົ່ວໄປເວົ້າວ່າລູກມະນຸດແມ່ນໃຜ?”+ 14 ເຂົາເຈົ້າຕອບວ່າ: “ບາງຄົນບອກວ່າແມ່ນໂຢຮັນຜູ້ໃຫ້ບັບເຕມາ+ ບາງຄົນບອກວ່າແມ່ນເອລີຢາ+ ແຕ່ກໍມີບາງຄົນບອກວ່າແມ່ນເຢເຣມີຢາຫຼືບໍ່ຊັ້ນກໍແມ່ນຜູ້ໜຶ່ງໃນພວກຜູ້ພະຍາກອນ.” 15 ພະເຢຊູຖາມເຂົາເຈົ້າວ່າ: “ພວກເຈົ້າເດ້ ຄິດວ່າຂ້ອຍແມ່ນໃຜ?” 16 ຊີໂມນເປໂຕຕອບວ່າ: “ທ່ານແມ່ນພະຄລິດ+ ລູກຂອງພະເຈົ້າຜູ້ມີຊີວິດຢູ່.”+ 17 ພະເຢຊູຈຶ່ງບອກລາວວ່າ: “ຊີໂມນລູກໂຢນາ ຂໍໃຫ້ດີໃຈເດີ້ ຍ້ອນຜູ້ທີ່ເປີດເຜີຍເລື່ອງນີ້ໃຫ້ເຈົ້າຮູ້ແມ່ນພໍ່ຂອງຂ້ອຍທີ່ຢູ່ໃນສະຫວັນ+ ບໍ່ແມ່ນມະນຸດ. 18 ຂ້ອຍຈະບອກໃຫ້ຮູ້ວ່າ ເຈົ້າແມ່ນເປໂຕ+ ແລະຂ້ອຍຈະສ້າງປະຊາຄົມຂອງຂ້ອຍໄວ້ເທິງຫີນກ້ອນນີ້+ ແລ້ວບ່ອນຝັງສົບ*ຈະບໍ່ມີອຳນາດເໜືອປະຊາຄົມນີ້ເລີຍ. 19 ຂ້ອຍຈະເອົາລູກກະແຈຂອງການປົກຄອງທີ່ຢູ່ໃນສະຫວັນໃຫ້ເຈົ້າ. ສິ່ງໃດທີ່ເຈົ້າຈະລ໋ອກ*ໄວ້ຢູ່ໃນໂລກ ສິ່ງນັ້ນກໍຖືກລ໋ອກໄວ້ແລ້ວໃນສະຫວັນ ແລະສິ່ງໃດທີ່ເຈົ້າຈະໄຂ*ຢູ່ໃນໂລກ ສິ່ງນັ້ນກໍຖືກໄຂແລ້ວໃນສະຫວັນຄືກັນ.” 20 ແລ້ວພະເຢຊູກໍສັ່ງພວກລູກສິດຢ່າງໜັກແໜ້ນວ່າ ບໍ່ໃຫ້ບອກຜູ້ໃດວ່າເພິ່ນແມ່ນພະຄລິດ.+
21 ຕັ້ງແຕ່ຕອນນັ້ນ ພະເຢຊູເລີ່ມອະທິບາຍໃຫ້ພວກລູກສິດຮູ້ວ່າ ເພິ່ນຈະຕ້ອງໄປເມືອງເຢຣູຊາເລັມ ແລະເພິ່ນຈະຖືກພວກຜູ້ນຳຄົນຢິວ ພວກຫົວໜ້າປະໂລຫິດກັບພວກຄູສອນສາສະໜາທໍລະມານຫຼາຍຢ່າງ. ເພິ່ນຈະຖືກຂ້າ ແລ້ວໃນມື້ທີ 3 ເພິ່ນຈະຖືກປຸກໃຫ້ຄືນມາຈາກຕາຍ.+ 22 ເມື່ອໄດ້ຍິນແນວນັ້ນ ເປໂຕຈຶ່ງພາພະເຢຊູໄປຕ່າງຫາກແລະແນະນຳເພິ່ນວ່າ: “ອາຈານ ອີ່ຕົນໂຕເອງແດ່ ທ່ານຈະບໍ່ເຈິເລື່ອງຮ້າຍໆແບບນັ້ນດອກ.”+ 23 ແຕ່ພະເຢຊູປິ່ນຫຼັງໃສ່ເປໂຕແລະເວົ້າວ່າ: “ເຊົາເວົ້າດຽວນີ້ ຊາຕານ!* ເຈົ້າກຳລັງຂັດຂວາງຂ້ອຍ ຍ້ອນສິ່ງທີ່ເຈົ້າຄິດບໍ່ແມ່ນຄວາມຄິດຂອງພະເຈົ້າ ແຕ່ແມ່ນຄວາມຄິດຂອງມະນຸດ.”+
24 ແລ້ວພະເຢຊູບອກພວກລູກສິດວ່າ: “ຖ້າຜູ້ໃດຢາກຕິດຕາມຂ້ອຍ ກໍໃຫ້ຜູ້ນັ້ນເຊົາໃຊ້ຊີວິດເພື່ອໂຕເອງ ແລະຍອມແບກເສົາທໍລະມານ*ຂອງໂຕເອງ ແລ້ວຕິດຕາມຂ້ອຍຕໍ່ໆໄປ.+ 25 ຄົນທີ່ພະຍາຍາມເອົາໂຕລອດຈະເສຍຊີວິດ ແຕ່ຄົນທີ່ສະລະຊີວິດເພື່ອຂ້ອຍຈະໄດ້ຊີວິດ.+ 26 ທີ່ຈິງ ຖ້າຜູ້ໃດໄດ້ເປັນເຈົ້າຂອງທຸກສິ່ງທຸກຢ່າງໃນໂລກ ແຕ່ຕ້ອງເສຍຊີວິດ ມັນຈະມີປະໂຫຍດຫຍັງ?+ ຄົນເຮົາຈະເອົາຫຍັງມາແລກກັບຊີວິດຂອງໂຕເອງ?+ 27 ໃນອະນາຄົດ ລູກມະນຸດຈະໄດ້ຮັບອຳນາດຍິ່ງໃຫຍ່ຈາກພະເຈົ້າຜູ້ເປັນພໍ່. ເພິ່ນຈະມາພ້ອມກັບພວກທູດສະຫວັນຂອງເພິ່ນ ແລະຈະຕັດສິນທຸກຄົນຕາມສິ່ງທີ່ເຂົາເຈົ້າເຮັດ.+ 28 ຂ້ອຍຈະບອກໃຫ້ຮູ້ວ່າ ບາງຄົນທີ່ຢືນຢູ່ນີ້ຈະບໍ່ຕາຍກ່ອນທີ່ຈະໄດ້ເຫັນລູກມະນຸດໄດ້ຮັບອຳນາດໃນການປົກຄອງຂອງເພິ່ນ.”+
17 ຫົກມື້ຕໍ່ມາ ພະເຢຊູພາເປໂຕແລະຢາໂກໂບກັບໂຢຮັນທີ່ເປັນອ້າຍນ້ອງກັນຂຶ້ນໄປເທິງພູສູງໆ.+ 2 ແລ້ວລັກສະນະຂອງພະເຢຊູກໍປ່ຽນໄປຕໍ່ໜ້າເຂົາເຈົ້າ. ໜ້າຂອງເພິ່ນມີແສງຄືກັບຕາເວັນ ແລະເຄື່ອງນຸ່ງຂອງເພິ່ນກໍຂາວເຈີດຈ້າ.+ 3 ທັນໃດນັ້ນ ເຂົາເຈົ້າກໍເຫັນໂມເຊກັບເອລີຢາກຳລັງລົມກັບພະເຢຊູ. 4 ເປໂຕເວົ້າກັບພະເຢຊູວ່າ: “ນາຍເອີ້ຍ ດີແທ້ໆທີ່ພວກເຮົາໄດ້ມາຢູ່ນີ້. ຖ້າທ່ານຕ້ອງການ ຂ້ອຍຈະປຸກເຕັ້ນໄວ້ຢູ່ນີ້ 3 ຫຼັງ ໃຫ້ທ່ານຫຼັງໜຶ່ງ ໂມເຊຫຼັງໜຶ່ງ ແລະເອລີຢາຫຼັງໜຶ່ງ.” 5 ເປໂຕເວົ້າບໍ່ທັນສຸດຄວາມກໍມີຂີ້ເຝື້ອທີ່ຂາວເຈີດຈ້າມາປົກຄຸມເຂົາເຈົ້າ ແລະມີສຽງເວົ້າອອກມາຈາກຂີ້ເຝື້ອວ່າ: “ຜູ້ນີ້ແມ່ນລູກທີ່ເຮົາຮັກ. ເຮົາພໍໃຈລາວຫຼາຍ.+ ພວກເຈົ້າຕ້ອງເຊື່ອຟັງລາວ.”+ 6 ເມື່ອເຂົາເຈົ້າໄດ້ຍິນກໍໝູບໜ້າລົງພື້ນແລະຢ້ານຫຼາຍ. 7 ພະເຢຊູເຂົ້າມາໃກ້ແລະຈັບເຂົາເຈົ້າ ແລ້ວເວົ້າວ່າ: “ລຸກຂຶ້ນ ບໍ່ຕ້ອງຢ້ານ.” 8 ເມື່ອເຂົາເຈົ້າເງີຍໜ້າຂຶ້ນກໍບໍ່ເຫັນຜູ້ໃດນອກຈາກພະເຢຊູ. 9 ຕອນທີ່ລົງມາຈາກພູ ພະເຢຊູສັ່ງເຂົາເຈົ້າວ່າ: “ຢ່າບອກຜູ້ໃດເດີ້ເລື່ອງທີ່ພວກເຈົ້າເຫັນ ຈົນກວ່າລູກມະນຸດຈະຖືກປຸກໃຫ້ຄືນມາຈາກຕາຍ.”+
10 ລູກສິດ 3 ຄົນນັ້ນຈຶ່ງຖາມພະເຢຊູວ່າ: “ຄັນຊັ້ນ ເປັນຫຍັງພວກຄູສອນສາສະໜາບອກວ່າເອລີຢາຕ້ອງມາກ່ອນພະຄລິດ?”+ 11 ພະເຢຊູບອກວ່າ: “ເອລີຢາຕ້ອງມາແທ້ໆແລະຈະເຮັດໃຫ້ທຸກຢ່າງກັບມາດີຄືເກົ່າ.+ 12 ຂ້ອຍຈະບອກໃຫ້ຮູ້ວ່າ ເອລີຢາມາແລ້ວແຕ່ເຂົາເຈົ້າບໍ່ຮູ້ວ່າແມ່ນລາວ. ເຂົາເຈົ້າຈຶ່ງທຳຮ້າຍລາວຕາມທີ່ເຂົາເຈົ້າຕ້ອງການ+ ແລະເຂົາເຈົ້າຈະເຮັດໃຫ້ລູກມະນຸດຕ້ອງທົນທຸກທໍລະມານຄືກັນ.”+ 13 ພວກລູກສິດຈຶ່ງເຂົ້າໃຈວ່າພະເຢຊູກຳລັງເວົ້າເຖິງໂຢຮັນຜູ້ໃຫ້ບັບເຕມາ.
14 ເມື່ອພະເຢຊູກັບລູກສິດທັງສາມຄົນຍ່າງມາບ່ອນທີ່ຄົນຢູ່ຫຼາຍໆ+ ຜູ້ຊາຍຄົນໜຶ່ງກໍເຂົ້າມາຫາເພິ່ນ. ລາວຄູ້ເຂົ່າລົງແລະອ້ອນວອນວ່າ: 15 “ນາຍເອີ້ຍ ຂໍໃຫ້ອີ່ຕົນລູກຊາຍຂອງຂ້ອຍແດ່. ລາວເປັນພະຍາດບ້າໝູແລະບໍ່ສະບາຍແຮງ. ລາວຊັກຈົນລົ້ມໃສ່ກອງໄຟແລະຕົກລົງນ້ຳເລື້ອຍໆ.+ 16 ຂ້ອຍພາລາວມາຫາລູກສິດຂອງທ່ານແລ້ວ ແຕ່ເຂົາເຈົ້າປົວບໍ່ໄດ້.” 17 ພະເຢຊູຈຶ່ງເວົ້າວ່າ: “ຄົນສະໄໝນີ້ທີ່ຂາດຄວາມເຊື່ອແລະບໍ່ມີສິນລະທຳເອີ້ຍ+ ຂ້ອຍຈະຕ້ອງຢູ່ກັບພວກເຈົ້າອີກດົນສ່ຳໃດ? ຂ້ອຍຈະຕ້ອງອົດທົນກັບພວກເຈົ້າໄປອີກດົນປານໃດ? ໃສ໋ ເອົາເດັກນ້ອຍມາໃຫ້ຂ້ອຍເບິ່ງດຸ.” 18 ແລ້ວພະເຢຊູໄດ້ສັ່ງໃຫ້ປີສາດອອກຈາກເດັກນ້ອຍຄົນນັ້ນ ແລະມັນກໍອອກໄປ. ທັນໃດນັ້ນ ເດັກນ້ອຍຄົນນັ້ນກໍດີເປັນປົກກະຕິ.+ 19 ຫຼັງຈາກນັ້ນ ພວກລູກສິດໄດ້ເຂົ້າມາຫາພະເຢຊູເປັນສ່ວນໂຕແລະຖາມວ່າ: “ເປັນຫຍັງພວກເຮົາຈຶ່ງໄລ່ປີສາດໂຕນັ້ນອອກບໍ່ໄດ້?” 20 ເພິ່ນຕອບເຂົາເຈົ້າວ່າ: “ກໍຍ້ອນພວກເຈົ້າມີຄວາມເຊື່ອໜ້ອຍ. ຂ້ອຍຈະບອກໃຫ້ຮູ້ວ່າ ຖ້າພວກເຈົ້າມີຄວາມເຊື່ອສ່ຳກັບເມັດມັດສະຕາດ* ເມື່ອພວກເຈົ້າສັ່ງພູໜ່ວຍນີ້ວ່າ ‘ຍ້າຍຈາກບ່ອນນີ້ໄປຢູ່ບ່ອນນັ້ນ’ ມັນກໍຈະໄປແລະຈະບໍ່ມີສິ່ງໃດທີ່ພວກເຈົ້າເຮັດບໍ່ໄດ້.”+ 21*——
22 ເມື່ອຢູ່ນຳກັນໃນແຂວງຄາລີເລ ພະເຢຊູບອກພວກລູກສິດວ່າ: “ລູກມະນຸດຈະຕ້ອງຖືກທໍລະຍົດແລະຖືກພວກສັດຕູຈັບ.+ 23 ພວກນັ້ນຈະຂ້າເພິ່ນ ແລ້ວໃນມື້ທີ 3 ເພິ່ນຈະຖືກປຸກໃຫ້ຄືນມາຈາກຕາຍ.”+ ເມື່ອພວກລູກສິດໄດ້ຍິນແນວນັ້ນກໍໂສກເສົ້າຫຼາຍ.
24 ເມື່ອພະເຢຊູກັບລູກສິດມາຮອດເມືອງກາເປນາອູມ ພວກຄົນເກັບຄ່າພາສີວິຫານ*ເຂົ້າມາຖາມເປໂຕວ່າ: “ອາຈານຂອງເຈົ້າບໍ່ເສຍຄ່າພາສີວິຫານບໍ?”+ 25 ເປໂຕຕອບວ່າ: “ເສຍແທ້.” ແຕ່ເມື່ອເຂົ້າໄປໃນເຮືອນແລ້ວ ພະເຢຊູເວົ້າຂຶ້ນກ່ອນວ່າ: “ຊີໂມນ ເຈົ້າຄິດແນວໃດ? ກະສັດໃນໂລກນີ້ເກັບພາສີຈາກຜູ້ໃດ ຈາກລູກຂອງໂຕເອງຫຼືຈາກຄົນອື່ນ?” 26 ເປໂຕຕອບວ່າ: “ຈາກຄົນອື່ນ.” ພະເຢຊູຈຶ່ງບອກລາວວ່າ: “ຖ້າເປັນແນວນັ້ນ ລູກກະສັດກໍບໍ່ຕ້ອງເສຍພາສີແມ່ນບໍ? 27 ແຕ່ເພື່ອຈະບໍ່ມີບັນຫາກັບເຂົາເຈົ້າ+ ໃຫ້ເຈົ້າໄປຊິດເບັດຢູ່ທະເລ. ເມື່ອໄດ້ປາໂຕທຳອິດກໍໃຫ້ອ້າປາກມັນ ແລະເຈົ້າຈະເຫັນຫຼຽນເງິນ*ຫຼຽນໜຶ່ງ ແລ້ວເອົາຫຼຽນນັ້ນໄປຈ່າຍໃຫ້ເຂົາເຈົ້າເປັນຄ່າພາສີຂອງພວກເຮົາ 2 ຄົນ.”
18 ໃນຕອນນັ້ນ ພວກລູກສິດມາຫາພະເຢຊູແລະຖາມວ່າ: “ຜູ້ໃດຈະໄດ້ເປັນໃຫຍ່ທີ່ສຸດໃນການປົກຄອງທີ່ຢູ່ໃນສະຫວັນ?”+ 2 ພະເຢຊູຈຶ່ງເອີ້ນເດັກນ້ອຍຄົນໜຶ່ງເຂົ້າມາຢືນຢູ່ຕໍ່ໜ້າເຂົາເຈົ້າ 3 ແລ້ວເວົ້າວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຖ້າພວກເຈົ້າບໍ່ຍອມປ່ຽນຄວາມຄິດ*ໃຫ້ເປັນຄືກັບເດັກນ້ອຍ+ ພວກເຈົ້າຈະບໍ່ມີສ່ວນໃນການປົກຄອງທີ່ຢູ່ໃນສະຫວັນ.+ 4 ດັ່ງນັ້ນ ຜູ້ທີ່ຈະເປັນໃຫຍ່ທີ່ສຸດໃນການປົກຄອງທີ່ຢູ່ໃນສະຫວັນຕ້ອງຖ່ອມໂຕຄືກັບເດັກນ້ອຍຜູ້ນີ້+ 5 ແລະຜູ້ທີ່ຕ້ອນຮັບເດັກນ້ອຍສ່ຳນີ້ໃນນາມຂອງຂ້ອຍກໍຄືກັບໄດ້ຕ້ອນຮັບຂ້ອຍນຳ. 6 ແຕ່ຖ້າຜູ້ໃດເຮັດໃຫ້ຄົນທີ່ເຊື່ອໃນຂ້ອຍທີ່ເປັນຄືກັບເດັກນ້ອຍຕ້ອງຖິ້ມຄວາມເຊື່ອ ໃຫ້ເອົາຫີນໂມ້ໜ່ວຍໃຫຍ່ໆ*ມາຜູກຄໍຜູ້ທີ່ເຮັດແນວນັ້ນ ແລ້ວເອົາລາວໄປຖິ້ມລົງທະເລເລິກໆກະຄືຊິດີກວ່າ.+
7 ຄົນໃນໂລກນີ້ທີ່ເຮັດໃຫ້ຜູ້ອື່ນຫຼົງເຮັດຜິດຈະຕ້ອງຈິບຫາຍ. ຄົນແບບນີ້ຈະມີຢູ່ໃນໂລກຢູ່ແລ້ວ ແຕ່ເຂົາເຈົ້າຈະຕ້ອງຈິບຫາຍແນ່ນອນ. 8 ຖ້າມືຫຼືຕີນເບື້ອງໜຶ່ງຂອງເຈົ້າເຮັດໃຫ້ເຈົ້າຫຼົງເຮັດຜິດ ໃຫ້ຕັດມັນຖິ້ມໂລດ.+ ຖ້າເຈົ້າມືກຸດຫຼືຕີນກຸດເບື້ອງໜຶ່ງແຕ່ໄດ້ຊີວິດ ກໍດີກວ່າທີ່ມີມືມີຕີນຄົບທັງສອງເບື້ອງ ແຕ່ຕ້ອງຖືກໂຍນເຂົ້າໄປໃນໄຟທີ່ບໍ່ມີມື້ມອດ.*+ 9 ຖ້າຕາເບື້ອງໜຶ່ງຂອງເຈົ້າເຮັດໃຫ້ເຈົ້າຫຼົງເຮັດຜິດ ໃຫ້ຈົກມັນຖິ້ມໂລດ. ຖ້າເຈົ້າມີຕາແຕ່ເບື້ອງດຽວແລ້ວໄດ້ຊີວິດ ກໍດີກວ່າມີຕາຄົບທັງສອງເບື້ອງ ແຕ່ຕ້ອງຖືກໂຍນເຂົ້າໄປໃນເກເຮັນນາ*ທີ່ມີໄຟລຸກໄໝ້.+ 10 ລະວັງໃຫ້ດີ ຢ່າດູຖູກຄົນເຫຼົ່ານີ້ທີ່ເຊື່ອໃນຂ້ອຍ. ຂ້ອຍຈະບອກໃຫ້ຮູ້ວ່າ ທູດສະຫວັນທີ່ເບິ່ງແຍງເຂົາເຈົ້າຕະຫຼອດເວລາກໍຢູ່ຕໍ່ໜ້າພໍ່ຂອງຂ້ອຍທີ່ຢູ່ໃນສະຫວັນ.+ 11*——
12 ພວກເຈົ້າຄິດແນວໃດ? ຖ້າຜູ້ໜຶ່ງມີແກະ 100 ໂຕ ແລ້ວມີໂຕໜຶ່ງເສຍ+ ລາວຈະປະແກະ 99 ໂຕໄວ້ເທິງພູ ແລ້ວໄປຊອກຫາໂຕທີ່ເສຍບໍ່ແມ່ນບໍ?+ 13 ຂ້ອຍຈະບອກໃຫ້ຮູ້ວ່າ ລາວຈະດີໃຈທີ່ໄດ້ເຫັນແກະໂຕນັ້ນຫຼາຍກວ່າທີ່ລາວມີແກະ 99 ໂຕທີ່ບໍ່ໄດ້ເສຍໄປໃສ. 14 ພໍ່ຂອງຂ້ອຍ*ທີ່ຢູ່ໃນສະຫວັນກໍຄືກັນ. ເພິ່ນບໍ່ຢາກໃຫ້ຄົນທີ່ມີຄວາມເຊື່ອເຫຼົ່ານີ້ແມ່ນແຕ່ຄົນດຽວຖືກທຳລາຍ.+
15 ຖ້າມີຄົນ*ເຮັດຜິດຕໍ່ເຈົ້າ ໃຫ້ໄປລົມກັບລາວເປັນສ່ວນໂຕກ່ອນ ແລະບອກລາວໃຫ້ຮູ້ວ່າລາວເຮັດຫຍັງຜິດ.*+ ຖ້າລາວຟັງເຈົ້າ ເຈົ້າກໍໄດ້ຊ່ວຍລາວໃຫ້ເຮັດສິ່ງທີ່ຖືກຕ້ອງ.+ 16 ແຕ່ຖ້າລາວບໍ່ຟັງ ໃຫ້ພາອີກຄົນໜຶ່ງຫຼືສອງຄົນໄປນຳ ເພື່ອທຸກເລື່ອງທີ່ລົມກັນຈະມີພະຍານ 2 ຫຼື 3 ຄົນຢືນຢັນໄດ້.+ 17 ຖ້າລາວຍັງບໍ່ຟັງ ໃຫ້ບອກປະຊາຄົມ. ແຕ່ຖ້າລາວຍັງບໍ່ຟັງປະຊາຄົມ ກໍໃຫ້ຖືວ່າລາວເປັນຄືກັບຄົນທົ່ວໄປໃນໂລກ*+ແລະເປັນຄືກັບຄົນເກັບພາສີ.+
18 ຂ້ອຍຈະບອກໃຫ້ຮູ້ວ່າ ສິ່ງໃດທີ່ພວກເຈົ້າຈະມັດ*ຢູ່ໃນໂລກ ກໍຖືກມັດໄວ້ແລ້ວໃນສະຫວັນ ແລະສິ່ງໃດທີ່ພວກເຈົ້າຈະປ່ອຍ*ຢູ່ໃນໂລກ ກໍຖືກປ່ອຍແລ້ວໃນສະຫວັນຄືກັນ. 19 ຂ້ອຍຈະບອກໃຫ້ຮູ້ອີກວ່າ ຖ້າມີ 2 ຄົນທີ່ຢູ່ໂລກນີ້ເຫັນດີນຳກັນວ່າຈະຂໍສິ່ງໃດກໍຕາມທີ່ເປັນເລື່ອງສຳຄັນ ພໍ່ຂອງຂ້ອຍທີ່ຢູ່ໃນສະຫວັນຈະເຮັດສິ່ງນັ້ນໃຫ້ເຂົາເຈົ້າ.+ 20 ຖ້າມີ 2 ຫຼື 3 ຄົນປະຊຸມກັນຢູ່ບ່ອນໃດໃນນາມຂອງຂ້ອຍ+ ຂ້ອຍຈະຢູ່ກັບເຂົາເຈົ້າໃນບ່ອນນັ້ນ.”
21 ແລ້ວເປໂຕກໍເຂົ້າມາຫາພະເຢຊູແລະຖາມວ່າ: “ອາຈານ ຂ້ອຍຄວນຈະຍົກໂທດໃຫ້ຄົນທີ່ເຮັດຜິດຕໍ່ຂ້ອຍຈັກເທື່ອ? 7 ເທື່ອພໍບໍ?” 22 ພະເຢຊູຕອບວ່າ: “ບໍ່ແມ່ນແຕ່ 7 ເທື່ອເທົ່ານັ້ນ ແຕ່ຕ້ອງຮອດ 77 ເທື່ອ.+
23 ຍ້ອນແນວນີ້ ການປົກຄອງທີ່ຢູ່ໃນສະຫວັນຈຶ່ງປຽບຄືກັບກະສັດອົງໜຶ່ງທີ່ຢາກຄິດໄລ່ໜີ້ສິນກັບທາດຂອງລາວ. 24 ເມື່ອກະສັດເລີ່ມຄິດໄລ່ໜີ້ສິນກໍມີຄົນພາຜູ້ຊາຍຄົນໜຶ່ງທີ່ຕິດໜີ້ 10.000 ຕະລັນ*ເຂົ້າມາຫາກະສັດ. 25 ແຕ່ລາວບໍ່ມີເງິນໄຊ້ໜີ້ ກະສັດຈຶ່ງສັ່ງໃຫ້ເອົາລາວກັບເມຍແລະລູກ ລວມທັງທຸກສິ່ງທີ່ລາວມີໄປຂາຍເພື່ອເອົາເງິນມາໄຊ້ໜີ້.+ 26 ທາດຄົນນີ້ຈຶ່ງໝູບລົງແລະອ້ອນວອນກະສັດວ່າ ‘ຂໍເວລາຂ້ອຍອີກໜ້ອຍໜຶ່ງແດ່ ແລ້ວຂ້ອຍຈະໄຊ້ຄືນທັງໝົດ.’ 27 ກະສັດຮູ້ສຶກອີ່ຕົນຈຶ່ງປ່ອຍລາວໄປແລະຍົກໜີ້ໃຫ້ພ້ອມ.+ 28 ເມື່ອທາດຄົນນັ້ນອອກໄປແລ້ວ ລາວກໍໄປຫາໝູ່ທີ່ເປັນທາດຄືກັນເຊິ່ງຕິດໜີ້ລາວ 100 ເດນາຣິອົນ.* ລາວໄດ້ຈັບໝູ່ຜູ້ນັ້ນບີບຄໍແລະສັ່ງວ່າ ‘ເຈົ້າຕິດໜີ້ຂ້ອຍເທົ່າໃດ ເອົາມາໄຊ້ຄືນໃຫ້ໝົດ.’ 29 ໝູ່ທີ່ເປັນທາດກໍໝູບລົງແລະຂໍຮ້ອງວ່າ ‘ຂໍເວລາຂ້ອຍອີກໜ້ອຍໜຶ່ງແດ່ ແລ້ວຂ້ອຍຈະໄຊ້ຄືນ.’ 30 ແຕ່ລາວບໍ່ຍອມ ລາວຈຶ່ງໃຫ້ຄົນຈັບທາດຜູ້ນັ້ນໄປຂັງໄວ້ໃນຄຸກຈົນກວ່າຈະໄຊ້ໜີ້ໝົດ. 31 ເມື່ອພວກໝູ່ທີ່ເປັນທາດນຳກັນເຫັນສິ່ງທີ່ເກີດຂຶ້ນກໍເສົ້າໃຈຫຼາຍ ເຂົາເຈົ້າຈຶ່ງໄປເລົ່າເລື່ອງທັງໝົດໃຫ້ກະສັດຟັງ. 32 ກະສັດກໍເອີ້ນຜູ້ຊາຍຄົນນັ້ນເຂົ້າມາແລ້ວເວົ້າວ່າ ‘ທາດຊົ່ວ ຕອນທີ່ເຈົ້າຂໍຮ້ອງຂ້ອຍ ຂ້ອຍໄດ້ຍົກໜີ້ຂອງເຈົ້າທັງໝົດ. 33 ເຈົ້າກໍຄວນຈະອີ່ຕົນໝູ່ທີ່ເປັນທາດຄືກັບທີ່ຂ້ອຍອີ່ຕົນເຈົ້າບໍ່ແມ່ນບໍ?’+ 34 ກະສັດໃຈຮ້າຍຫຼາຍຈຶ່ງສົ່ງລາວໄປໃຫ້ຜູ້ຄຸມຄຸກຂັງໄວ້ຈົນກວ່າລາວຈະໄຊ້ໜີ້ໝົດ. 35 ພະເຈົ້າຜູ້ເປັນພໍ່ຂອງຂ້ອຍທີ່ຢູ່ໃນສະຫວັນຈະເຮັດແບບນັ້ນກັບພວກເຈົ້າຄືກັນ+ ຖ້າພວກເຈົ້າບໍ່ຍົກໂທດໃຫ້ຄົນອື່ນຈາກໃຈ.”+
19 ເມື່ອພະເຢຊູເວົ້າເລື່ອງທັງໝົດນີ້ແລ້ວ ເພິ່ນກໍເດີນທາງອອກຈາກແຂວງຄາລີເລ ຂ້າມແມ່ນ້ຳຈໍແດນ ແລະມາໃກ້ເຂດແດນແຂວງຢູດາຍ.+ 2 ມີຄົນບັກຫຼາຍໆຕິດຕາມເພິ່ນໄປ ແລະເພິ່ນໄດ້ປົວຄົນເຈັບປ່ວຍຢູ່ຫັ້ນ.
3 ແລ້ວພວກຟາຣີຊາຍກໍມາທົດສອບພະເຢຊູ. ເຂົາເຈົ້າຖາມວ່າ: “ຜິດບໍຖ້າຜູ້ຊາຍຈະຢ່າຮ້າງກັບເມຍບໍ່ວ່າຍ້ອນເຫດຜົນໃດກໍຕາມ?”+ 4 ພະເຢຊູຕອບວ່າ: “ພວກເຈົ້າບໍ່ໄດ້ອ່ານບໍວ່າ ໃນຕອນທຳອິດ ພະເຈົ້າໄດ້ສ້າງມະນຸດເປັນຜູ້ຊາຍແລະຜູ້ຍິງ+ 5 ແລະເພິ່ນບອກວ່າ ‘ຜູ້ຊາຍຈະຈາກພໍ່ແມ່ໄປຜູກພັນໃກ້ຊິດກັບເມຍ ແລະເຂົາເຈົ້າກໍຈະເປັນອັນໜຶ່ງອັນດຽວກັນ’?*+ 6 ເຂົາເຈົ້າຈຶ່ງບໍ່ເປັນ 2 ອີກຕໍ່ໄປ ແຕ່ເປັນອັນໜຶ່ງອັນດຽວກັນ. ດັ່ງນັ້ນ ເມື່ອພະເຈົ້າໃຫ້ 2 ຄົນມາຢູ່ນຳກັນແລ້ວ* ກໍຢ່າໃຫ້ມະນຸດເຮັດໃຫ້ແຍກຈາກກັນ.”+ 7 ພວກຟາຣີຊາຍຖາມຕໍ່ໄປວ່າ: “ຄັນຊັ້ນ ເປັນຫຍັງໂມເຊສັ່ງວ່າ ໃຫ້ເຮັດໃບຢ່າຮ້າງໃຫ້ເມຍແລ້ວກໍຢ່າຮ້າງໄດ້?”+ 8 ພະເຢຊູຕອບເຂົາເຈົ້າວ່າ: “ໂມເຊຍອມໃຫ້ຢ່າຮ້າງກັບເມຍຍ້ອນພວກເຈົ້າເປັນຄົນຫົວແຂງ.+ ແຕ່ຕອນທຳອິດທີ່ພະເຈົ້າສ້າງຜູ້ຊາຍແລະຜູ້ຍິງ ມັນບໍ່ໄດ້ເປັນແບບນັ້ນ.+ 9 ດັ່ງນັ້ນ ຂ້ອຍຈະບອກໃຫ້ຮູ້ວ່າ ຄົນທີ່ຢ່າຮ້າງກັບເມຍແລ້ວໄປແຕ່ງດອງໃໝ່ກໍຖືວ່າລາວມີຊູ້+ ນອກຈາກວ່າລາວຢ່າຮ້າງກັບເມຍຍ້ອນເມຍເຮັດຜິດສິນລະທຳທາງເພດ.”*
10 ພວກລູກສິດບອກພະເຢຊູວ່າ: “ຄັນເປັນແນວນີ້ ບໍ່ແຕ່ງດອງກໍດີກວ່າ.” 11 ພະເຢຊູບອກເຂົາເຈົ້າວ່າ: “ບໍ່ແມ່ນທຸກຄົນຈະເຮັດແບບນັ້ນໄດ້ ມີແຕ່ຄົນທີ່ໄດ້ຮັບພອນ*ຈາກພະເຈົ້າເທົ່ານັ້ນຈຶ່ງເຮັດໄດ້.+ 12 ບາງຄົນແຕ່ງດອງບໍ່ໄດ້ຍ້ອນເປັນຂັນທີຕັ້ງແຕ່ເກີດ* ບາງຄົນແຕ່ງດອງບໍ່ໄດ້ຍ້ອນຖືກເຮັດໃຫ້ເປັນຂັນທີ* ແລະບາງຄົນກໍບໍ່ແຕ່ງດອງ*ເພື່ອຈະສະໜັບສະໜູນການປົກຄອງທີ່ຢູ່ໃນສະຫວັນໄດ້ຫຼາຍຂຶ້ນ. ຖ້າຜູ້ໃດຈັດຊີວິດໄດ້ແບບນັ້ນ ກໍໃຫ້ລາວເຮັດໂລດ.”+
13 ແລ້ວກໍມີຄົນພາເດັກນ້ອຍມາເພື່ອໃຫ້ພະເຢຊູວາງມືອວຍພອນແລະອະທິດຖານໃຫ້ເຂົາເຈົ້າ ແຕ່ພວກລູກສິດໄດ້ຫ້າມໄວ້.+ 14 ພະເຢຊູເວົ້າວ່າ: “ໃຫ້ພວກເດັກນ້ອຍເຂົ້າມາຫາຂ້ອຍໂລດ. ບໍ່ຕ້ອງຫ້າມເຂົາເຈົ້າ ຍ້ອນການປົກຄອງທີ່ຢູ່ໃນສະຫວັນເປັນຂອງຄົນແບບນີ້ແຫຼະ.”+ 15 ແລ້ວພະເຢຊູໄດ້ວາງມືອວຍພອນເດັກນ້ອຍ ແລະກໍອອກໄປຈາກຫັ້ນ.
16 ຈາກນັ້ນ ມີຊາຍໜຸ່ມຄົນໜຶ່ງມາຫາພະເຢຊູແລ້ວຖາມວ່າ: “ອາຈານ ຂ້ອຍຕ້ອງເຮັດດີແນວໃດຈຶ່ງຈະໄດ້ຊີວິດຕະຫຼອດໄປ?”+ 17 ພະເຢຊູຕອບວ່າ: “ເປັນຫຍັງເຈົ້າຈຶ່ງຖາມຂ້ອຍເລື່ອງສິ່ງທີ່ດີ? ມີແຕ່ພະເຈົ້າເທົ່ານັ້ນທີ່ດີແທ້ໆ.+ ແຕ່ຖ້າເຈົ້າຢາກໄດ້ຊີວິດກໍໃຫ້ເຮັດຕາມກົດໝາຍຂອງພະເຈົ້າຕໍ່ໆໄປ.”+ 18 ລາວຖາມເພິ່ນວ່າ: “ກົດໝາຍຂໍ້ໃດ?” ພະເຢຊູຕອບວ່າ: “ຂໍ້ທີ່ວ່າ ຫ້າມຂ້າຄົນ+ ຫ້າມຫຼິ້ນຊູ້+ ຫ້າມລັກ+ ຫ້າມເປັນພະຍານຕົວະ+ 19 ໃຫ້ນັບຖືພໍ່ແມ່+ ແລະໃຫ້ຮັກເພື່ອນບ້ານຄືກັບຮັກໂຕເອງ.”+ 20 ຊາຍໜຸ່ມຄົນນັ້ນບອກພະເຢຊູວ່າ: “ຂ້ອຍເຮັດຕາມທຸກຂໍ້ຢູ່ແລ້ວ. ຂ້ອຍຍັງຕ້ອງເຮັດຫຍັງອີກບໍ?” 21 ພະເຢຊູຕອບລາວວ່າ: “ຖ້າເຈົ້າຢາກເປັນຄົນດີຄົບຖ້ວນກໍໃຫ້ໄປຂາຍທຸກສິ່ງທີ່ເຈົ້າມີແລະເອົາເງິນໄປຊ່ວຍຄົນທຸກ ແລ້ວເຈົ້າຈະມີຊັບສົມບັດໃນສະຫວັນ+ ແລະໃຫ້ເຈົ້າຕິດຕາມຂ້ອຍມາ.”+ 22 ເມື່ອໄດ້ຍິນແບບນັ້ນ ລາວກໍຍ່າງຄໍຕົກອອກໄປ ຍ້ອນລາວມີຊັບສົມບັດຫຼາຍ.+ 23 ພະເຢຊູຈຶ່ງເວົ້າກັບພວກລູກສິດວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ມັນຍາກແທ້ໆທີ່ຄົນຮັ່ງຈະມີສ່ວນໃນການປົກຄອງທີ່ຢູ່ໃນສະຫວັນ.+ 24 ຂ້ອຍຈະບອກໃຫ້ຮູ້ອີກວ່າ ໂຕອູດຈະລອດຮູເຂັມກໍຍັງງ່າຍກວ່າທີ່ຄົນຮັ່ງຈະມີສ່ວນໃນການປົກຄອງຂອງພະເຈົ້າ.”+
25 ເມື່ອພວກລູກສິດໄດ້ຍິນກໍພາກັນງົງແລະຖາມວ່າ: “ຖ້າເປັນແນວນີ້ ຜູ້ໃດຈະລອດໄດ້?”+ 26 ພະເຢຊູແນມເບິ່ງເຂົາເຈົ້າແລະເວົ້າວ່າ: “ມະນຸດເຮັດບໍ່ໄດ້ ແຕ່ພະເຈົ້າເຮັດໄດ້ທຸກຢ່າງ.”+
27 ເປໂຕຈຶ່ງເວົ້າວ່າ: “ພວກເຮົາຍອມຖິ້ມທຸກສິ່ງທຸກຢ່າງແລະຕິດຕາມທ່ານມາ ແລ້ວພວກເຮົາຈະໄດ້ຫຍັງແດ່?”+ 28 ພະເຢຊູບອກເຂົາເຈົ້າວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຕອນທີ່ພະເຈົ້າສ້າງທຸກສິ່ງຂຶ້ນໃໝ່ ລູກມະນຸດຈະນັ່ງເທິງບັນລັງອັນຍິ່ງໃຫຍ່ ແລະພວກເຈົ້າທີ່ຕິດຕາມຂ້ອຍຈະໄດ້ນັ່ງເທິງບັນລັງ 12 ບັນລັງ ແລະຕັດສິນອິດສະຣາເອນ 12 ຕະກູນ.+ 29 ທຸກຄົນທີ່ໄດ້ສະລະເຮືອນ ຫຼືອ້າຍເອື້ອຍນ້ອງ ຫຼືພໍ່ແມ່ ຫຼືລູກ ຫຼືໄຮ່ນາເພື່ອຕິດຕາມຂ້ອຍ ເຂົາເຈົ້າຈະໄດ້ຄືນ 100 ເທົ່າ ແລະຈະໄດ້ຊີວິດຕະຫຼອດໄປເປັນລາງວັນ.+
30 ແຕ່ຫຼາຍຄົນທີ່ເປັນຄົນທຳອິດຈະກາຍເປັນຄົນສຸດທ້າຍ ແລະຫຼາຍຄົນທີ່ເປັນຄົນສຸດທ້າຍຈະໄດ້ເປັນຄົນທຳອິດ.”+
20 “ການປົກຄອງທີ່ຢູ່ໃນສະຫວັນປຽບຄືກັບເຈົ້າຂອງສວນຄົນໜຶ່ງທີ່ອອກໄປແຕ່ເຊົ້າໆເພື່ອຈ້າງຄົນມາເຮັດວຽກຢູ່ສວນໝາກລະແຊັງຂອງລາວ.+ 2 ຫຼັງຈາກລາວຕົກລົງກັບຄົນງານແລ້ວວ່າຈະໃຫ້ຄ່າຈ້າງມື້ລະ 1 ເດນາຣິອົນ* ລາວກໍໃຫ້ຄົນງານເຂົ້າໄປເຮັດວຽກຢູ່ສວນໝາກລະແຊັງ. 3 ເຈົ້າຂອງສວນອອກໄປອີກເທື່ອໜຶ່ງຕອນປະມານ 9 ໂມງເຊົ້າ* ແລະເຫັນຄົນວ່າງງານຢືນຢູ່ຕະຫຼາດ 4 ລາວຈຶ່ງເວົ້າກັບເຂົາເຈົ້າວ່າ ‘ໄປເຮັດວຽກໃນສວນໝາກລະແຊັງຂອງຂ້ອຍແມ້. ຂ້ອຍຈະໃຫ້ຄ່າຈ້າງທີ່ເໝາະສົມ.’ 5 ແລ້ວເຂົາເຈົ້າກໍໄປເຮັດວຽກຢູ່ສວນ. ເຈົ້າຂອງສວນອອກໄປຊອກຄົນງານມາຕື່ມອີກປະມານຕອນທ່ຽງ* ແລະອອກໄປອີກເທື່ອໜຶ່ງຕອນປະມານບ່າຍ 3 ໂມງ.* 6 ເທື່ອສຸດທ້າຍ ລາວອອກໄປຕອນປະມານ 5 ໂມງແລງ* ແລະຍັງເຫັນວ່າມີຄົນຢືນວ່າງງານຢູ່ ລາວຈຶ່ງເວົ້າກັບເຂົາເຈົ້າວ່າ ‘ເປັນຫຍັງພວກເຈົ້າຢືນຢູ່ນີ້ໝົດມື້?’ 7 ເຂົາເຈົ້າຕອບວ່າ ‘ຍ້ອນບໍ່ມີໃຜຈ້າງພວກເຮົາ.’ ເຈົ້າຂອງສວນຈຶ່ງເວົ້າວ່າ ‘ຄັນຊັ້ນໄປເຮັດວຽກຢູ່ສວນໝາກລະແຊັງຂອງຂ້ອຍແມ້.’
8 ເມື່ອຮອດຕອນແລງ ເຈົ້າຂອງສວນໝາກລະແຊັງກໍເວົ້າກັບຫົວໜ້າຄົນງານວ່າ ‘ໄປເອີ້ນຄົນງານມາ ແລ້ວຈ່າຍຄ່າຈ້າງໃຫ້ເຂົາເຈົ້າ+ ເລີ່ມຈາກພວກທີ່ມາສຸດທ້າຍໄປຫາພວກທີ່ມາທຳອິດ.’ 9 ເມື່ອຄົນທີ່ເລີ່ມເຮັດວຽກຕອນ 5 ໂມງແລງເຂົ້າມາ ເຂົາເຈົ້າໄດ້ຮັບຄົນລະ 1 ເດນາຣິອົນ. 10 ເມື່ອເຫັນແບບນັ້ນ ຄົນງານທີ່ມາເປັນກຸ່ມທຳອິດກໍຄິດວ່າເຂົາເຈົ້າຈະໄດ້ຄ່າຈ້າງຫຼາຍກວ່າ ແຕ່ພັດໄດ້ຄົນລະ 1 ເດນາຣິອົນຄືກັນ. 11 ຕອນທີ່ຮັບຄ່າຈ້າງ ເຂົາເຈົ້າກໍຈົ່ມໃຫ້ເຈົ້າຂອງສວນວ່າ 12 ‘ພວກນັ້ນເຮັດວຽກແຕ່ຊົ່ວໂມງດຽວ ຄືໄດ້ຄ່າຈ້າງສ່ຳກັບພວກເຮົາ? ພວກເຮົາເຮັດວຽກໜັກຕາກແດດໝົດມື້ໄດ໋!’ 13 ແຕ່ເຈົ້າຂອງສວນບອກຜູ້ໜຶ່ງໃນກຸ່ມນັ້ນວ່າ ‘ຂ້ອຍບໍ່ໄດ້ເຮັດຜິດຕໍ່ເຈົ້າ. ເຈົ້າຕົກລົງກັບຂ້ອຍວ່າຄ່າຈ້າງແມ່ນ 1 ເດນາຣິອົນແມ່ນບໍ?+ 14 ເອົາຄ່າຈ້າງຂອງເຈົ້າແລ້ວກໍໄປ. ຂ້ອຍພໍໃຈຈ່າຍໃຫ້ຄົນທີ່ມາສຸດທ້າຍສ່ຳກັບທີ່ຈ່າຍໃຫ້ເຈົ້າ. 15 ຂ້ອຍມີສິດໃຊ້ເງິນຂອງຂ້ອຍແນວໃດກໍໄດ້. ເຈົ້າອິດສາບໍທີ່ຂ້ອຍໃຈດີ?’+ 16 ຍ້ອນແນວນີ້ແຫຼະ ຄົນສຸດທ້າຍຈະໄດ້ເປັນຄົນທຳອິດ ແລະຄົນທຳອິດຈະກາຍເປັນຄົນສຸດທ້າຍ.”+
17 ຕອນທີ່ໄປເມືອງເຢຣູຊາເລັມ ພະເຢຊູພາອັກຄະສາວົກ* 12 ຄົນອອກມາຕ່າງຫາກ ແລະບອກເຂົາເຈົ້າວ່າ:+ 18 “ຕອນນີ້ ພວກເຮົາກຳລັງໄປເມືອງເຢຣູຊາເລັມ ແລະພວກຫົວໜ້າປະໂລຫິດກັບພວກຄູສອນສາສະໜາຈະຈັບລູກມະນຸດ. ເຂົາເຈົ້າຈະຕັດສິນລົງໂທດເພິ່ນເຖິງຕາຍ+ 19 ແລະຈະສົ່ງເພິ່ນໃຫ້ຄົນຕ່າງຊາດ. ພວກນັ້ນຈະເຍາະເຍີ້ຍ ເອົາແສ້ທີ່ມີແນວແຫຼມໆຕິດຢູ່ຟາດເພິ່ນ ແລະປະຫານເພິ່ນເທິງເສົາ.+ ແລ້ວໃນມື້ທີ 3 ເພິ່ນຈະຖືກປຸກໃຫ້ຄືນມາຈາກຕາຍ.”+
20 ຕໍ່ມາ ເມຍຂອງເຊເບດາຍ*+ກໍພາລູກຊາຍມາຫາພະເຢຊູ. ລາວໝູບລົງສະແດງຄວາມນັບຖືແລະຂໍບາງຢ່າງຈາກເພິ່ນ.+ 21 ພະເຢຊູຖາມວ່າ: “ເຈົ້າຢາກໄດ້ຫຍັງ?” ລາວຕອບວ່າ: “ຂໍໃຫ້ລູກຊາຍຂອງຂ້ອຍ 2 ຄົນນີ້ໄດ້ນັ່ງກັບທ່ານໃນການປົກຄອງຂອງທ່ານ.+ ຜູ້ໜຶ່ງຢູ່ເບື້ອງຂວາແລະອີກຜູ້ໜຶ່ງຢູ່ເບື້ອງຊ້າຍຂອງທ່ານ.” 22 ພະເຢຊູເວົ້າກັບ 2 ຄົນນັ້ນວ່າ: “ພວກເຈົ້າບໍ່ຮູ້ດອກວ່າກຳລັງຂໍຫຍັງຢູ່. ພວກເຈົ້າຈະກິນຈາກຈອກ*ທີ່ຂ້ອຍຈະກິນໄດ້ບໍ?”+ ເຂົາເຈົ້າຕອບເພິ່ນວ່າ: “ໄດ້.” 23 ພະເຢຊູຈຶ່ງບອກເຂົາເຈົ້າວ່າ: “ກະແມ່ນຢູ່ ພວກເຈົ້າຈະໄດ້ກິນຈອກດຽວກັບຂ້ອຍ+ ແຕ່ຂ້ອຍບໍ່ມີສິດກຳນົດວ່າຜູ້ໃດຈະໄດ້ນັ່ງຢູ່ເບື້ອງຂວາຫຼືເບື້ອງຊ້າຍຂອງຂ້ອຍ. ຄົນທີ່ຈະໄດ້ນັ່ງບ່ອນເຫຼົ່ານັ້ນຕ້ອງແມ່ນຄົນທີ່ພໍ່ຂອງຂ້ອຍເລືອກ.”+
24 ເມື່ອພວກອັກຄະສາວົກອີກ 10 ຄົນໄດ້ຍິນກໍບໍ່ພໍໃຈຫຼາຍໃຫ້ສອງອ້າຍນ້ອງນັ້ນ.+ 25 ພະເຢຊູຈຶ່ງເອີ້ນພວກລູກສິດມາຫາແລະເວົ້າວ່າ: “ພວກເຈົ້າຮູ້ວ່າຄົນທີ່ມີອຳນາດໃນໂລກນີ້ມັກເປັນນາຍເໜືອປະຊາຊົນ ແລະຄົນທີ່ມີຕຳແໜ່ງສູງກໍມັກໃຊ້ອຳນາດຂົ່ມຂູ່ຄົນອື່ນ+ 26 ແຕ່ພວກເຈົ້າຕ້ອງບໍ່ເປັນແບບນັ້ນ.+ ຜູ້ໃດຢາກເປັນໃຫຍ່ກໍຕ້ອງຮັບໃຊ້ຄົນອື່ນ+ 27 ແລະຜູ້ໃດຢາກເປັນຄົນສຳຄັນທີ່ສຸດກໍຕ້ອງເປັນທາດຮັບໃຊ້ຄົນອື່ນ.+ 28 ຄືກັບທີ່ລູກມະນຸດເຮັດ ລາວບໍ່ໄດ້ມາເພື່ອໃຫ້ຄົນອື່ນຮັບໃຊ້ ແຕ່ມາເພື່ອຮັບໃຊ້ຄົນອື່ນ+ ແລະສະລະຊີວິດເປັນຄ່າໄຖ່ໃຫ້ຄົນຈຳນວນຫຼາຍ.”+
29 ເມື່ອພະເຢຊູກັບພວກລູກສິດອອກຈາກເມືອງເຢຣິໂກ ມີຄົນບັກຫຼາຍໆຕິດຕາມເພິ່ນໄປ. 30 ມີຜູ້ຊາຍຕາບອດ 2 ຄົນນັ່ງຢູ່ແຄມທາງ. ເມື່ອເຂົາເຈົ້າໄດ້ຍິນວ່າພະເຢຊູກຳລັງຈະຍ່າງກາຍມາ ເຂົາເຈົ້າກໍຮ້ອງຂຶ້ນວ່າ: “ທ່ານທີ່ເປັນລູກຫຼານຂອງດາວິດເອີ້ຍ ອີ່ຕົນພວກເຮົາແດ່!”+ 31 ຄົນຢູ່ຫັ້ນບອກໃຫ້ເຂົາເຈົ້າມິດ ແຕ່ເຂົາເຈົ້າແຮ່ງຮ້ອງດັງກວ່າເກົ່າອີກວ່າ: “ທ່ານທີ່ເປັນລູກຫຼານຂອງດາວິດເອີ້ຍ ອີ່ຕົນພວກເຮົາແດ່!” 32 ພະເຢຊູຈຶ່ງຢຸດ ແລ້ວເອີ້ນຜູ້ຊາຍຕາບອດ 2 ຄົນນັ້ນມາຖາມວ່າ: “ພວກເຈົ້າຢາກໃຫ້ຂ້ອຍຊ່ວຍຫຍັງ?” 33 ເຂົາເຈົ້າຕອບວ່າ: “ນາຍເອີ້ຍ ຊ່ວຍເຮັດໃຫ້ພວກເຮົາເຫັນຮຸ່ງແດ່.” 34 ພະເຢຊູຮູ້ສຶກອີ່ຕົນຈຶ່ງບາຍຕາເຂົາເຈົ້າ.+ ທັນໃດນັ້ນ ເຂົາເຈົ້າກໍເຫັນຮຸ່ງແລະຕິດຕາມເພິ່ນໄປ.
21 ເມື່ອພະເຢຊູກັບພວກລູກສິດເດີນທາງມາໃກ້ເມືອງເຢຣູຊາເລັມ ແລະເກືອບຈະຮອດບ້ານເບັດຟາເຄທີ່ຢູ່ເທິງພູໝາກກອກ ພະເຢຊູກໍໃຫ້ລູກສິດ 2 ຄົນເດີນທາງໄປກ່ອນ.+ 2 ເພິ່ນສັ່ງເຂົາເຈົ້າວ່າ: “ເຂົ້າໄປໃນບ້ານທີ່ຢູ່ທາງໜ້ານີ້ ແລ້ວພວກເຈົ້າຈະເຫັນລາໂຕໜຶ່ງກັບລູກຂອງມັນຖືກລ່າມໄວ້. ໃຫ້ແກ້ເຊືອກພວກມັນແລ້ວຈູງມາໃຫ້ຂ້ອຍ. 3 ຖ້າມີຄົນຖາມກໍໃຫ້ຕອບວ່າ ‘ຜູ້ເປັນນາຍຕ້ອງການໃຊ້ມັນ’ ແລ້ວລາວຈະໃຫ້ພວກເຈົ້າທັນທີ.”
4 ສິ່ງນີ້ເກີດຂຶ້ນຕາມທີ່ພະເຈົ້າບອກໄວ້ຜ່ານທາງຜູ້ພະຍາກອນທີ່ວ່າ: 5 “ໄປບອກຄົນໃນເມືອງຊີໂອນວ່າ ‘ເບິ່ງແມ້! ກະສັດຂອງພວກເຈົ້າກຳລັງມາ+ ເພິ່ນເປັນຄົນອ່ອນໂຍນ+ແລະນັ່ງເທິງຫຼັງລາ. ເພິ່ນນັ່ງເທິງຫຼັງລານ້ອຍທີ່ເປັນສັດແກ່ເຄື່ອງ.’”+
6 ລູກສິດ 2 ຄົນນັ້ນກໍໄປເຮັດຕາມທີ່ພະເຢຊູສັ່ງ.+ 7 ເຂົາເຈົ້າຈູງລາກັບລູກຂອງມັນມາ ແລະເອົາເສື້ອຄຸມຂອງເຂົາເຈົ້າປູເທິງຫຼັງລາ ແລ້ວໃຫ້ພະເຢຊູຂຶ້ນນັ່ງ.+ 8 ມີຄົນບັກຫຼາຍໆເອົາເສື້ອຄຸມຂອງເຂົາເຈົ້າມາປູຕາມທາງ+ ແລະບາງຄົນກໍຕັດໃບປາມມາປູ. 9 ຜູ້ທີ່ຍ່າງອອກໜ້າແລະຜູ້ທີ່ຍ່າງນຳຫຼັງກໍຮ້ອງວ່າ: “ທ່ານທີ່ເປັນລູກຫຼານຂອງດາວິດ ຂໍໃຫ້ທ່ານໝັ້ນຍືນ!+ ຂໍໃຫ້ທ່ານທີ່ມາໃນນາມພະເຢໂຫວາ*ໄດ້ຮັບພອນ!+ ຂໍໃຫ້ພະເຈົ້າທີ່ຢູ່ໃນສະຫວັນເຮັດໃຫ້ທ່ານໝັ້ນຍືນ!”+
10 ເມື່ອພະເຢຊູເຂົ້າໄປໃນເມືອງເຢຣູຊາເລັມ ຄົນໝົດເມືອງກໍພາກັນຕື່ນແລະຖາມວ່າ: “ຜູ້ນີ້ແມ່ນໃຜ?” 11 ຄົນທີ່ຢູ່ນຳເພິ່ນເວົ້າວ່າ: “ຜູ້ນີ້ແມ່ນເຢຊູ. ລາວແມ່ນຜູ້ພະຍາກອນ+ຈາກເມືອງນາຊາເຣັດແຂວງຄາລີເລ.”
12 ແລ້ວພະເຢຊູກໍເຂົ້າໄປໃນວິຫານ ເພິ່ນໄລ່ຄົນທີ່ກຳລັງຊື້ຂາຍກັນຢູ່ຫັ້ນໃຫ້ອອກໄປ. ເພິ່ນຂວ້ຳໂຕະຂອງຄົນແລກປ່ຽນເງິນແລະຂວ້ຳຕັ່ງຂອງຄົນທີ່ຂາຍນົກເຂົາ.+ 13 ພະເຢຊູບອກເຂົາເຈົ້າວ່າ: “ພະຄຳພີບອກໄວ້ວ່າ ‘ວິຫານຂອງເຮົາຈະຖືກເອີ້ນວ່າວິຫານສຳລັບການອະທິດຖານ’+ ແຕ່ພວກເຈົ້າພັດເຮັດໃຫ້ເປັນຖ້ຳໂຈນ.”+ 14 ແລ້ວກໍມີຄົນຕາບອດກັບຄົນເປັນລ່ອຍເຂົ້າມາຫາພະເຢຊູໃນວິຫານ ແລະເພິ່ນໄດ້ປົວເຂົາເຈົ້າໃຫ້ດີເປັນປົກກະຕິ.
15 ເມື່ອພວກຫົວໜ້າປະໂລຫິດກັບພວກຄູສອນສາສະໜາເຫັນການອັດສະຈັນທີ່ພະເຢຊູເຮັດ ແລະເຫັນພວກເດັກນ້ອຍຮ້ອງໃນວິຫານວ່າ “ທ່ານທີ່ເປັນລູກຫຼານຂອງດາວິດ ຂໍໃຫ້ທ່ານໝັ້ນຍືນ!”+ ພວກນັ້ນກໍບໍ່ພໍໃຈຫຼາຍ.+ 16 ເຂົາເຈົ້າເວົ້າກັບເພິ່ນວ່າ: “ເຈົ້າບໍ່ໄດ້ຍິນທີ່ພວກເດັກນ້ອຍເວົ້າບໍ?” ພະເຢຊູຕອບເຂົາເຈົ້າວ່າ: “ໄດ້ຍິນ ແຕ່ພວກເຈົ້າບໍ່ເຄີຍອ່ານຂໍ້ນີ້ບໍທີ່ວ່າ ‘ພະອົງເຮັດໃຫ້ມີຄຳສັນລະເສີນອອກຈາກປາກຂອງເດັກນ້ອຍແລະແອນ້ອຍ’?”+ 17 ແລ້ວພະເຢຊູກໍໄປຈາກເຂົາເຈົ້າ. ຈາກນັ້ນ ເພິ່ນກໍອອກໄປນອກເມືອງແລະນອນຄ້າງຄືນຢູ່ບ້ານເບັດທານີ.+
18 ຕອນເຊົ້າໆ ຕອນທີ່ພະເຢຊູກັບເຂົ້າໄປໃນເມືອງ ເພິ່ນຮູ້ສຶກຫິວເຂົ້າ.+ 19 ເພິ່ນເຫັນຕົ້ນໝາກເດື່ອຕົ້ນໜຶ່ງຢູ່ແຄມທາງຈຶ່ງຍ່າງເຂົ້າໄປເບິ່ງ ແຕ່ມັນບໍ່ມີໝາກ ມີແຕ່ໃບ.+ ເພິ່ນຈຶ່ງເວົ້າກັບຕົ້ນໝາກເດື່ອນັ້ນວ່າ: “ຢ່າເປັນໝາກອີກເດີ້.”+ ແລ້ວຕົ້ນໝາກເດື່ອນັ້ນກໍຫ່ຽວຕາຍທັນທີ. 20 ເມື່ອພວກລູກສິດເຫັນແບບນີ້ກໍງຶດຫຼາຍຈຶ່ງຖາມວ່າ: “ມັນຫ່ຽວຕາຍໄວປານນີ້ໄດ້ແນວໃດ?”+ 21 ພະເຢຊູຕອບວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຖ້າພວກເຈົ້າມີຄວາມເຊື່ອແລະບໍ່ສົງໄສ ພວກເຈົ້າກໍຈະເຮັດແບບນີ້ໄດ້ຄືກັນ ແລະຈະເຮັດໄດ້ຫຼາຍກວ່ານີ້ອີກ. ເຖິງຂັ້ນທີ່ວ່າຖ້າເຈົ້າສັ່ງພູໜ່ວຍນີ້ວ່າ ‘ລອຍຂຶ້ນແລະໄປຕົກໃນທະເລພຸ້ນ’ ມັນກໍຈະເປັນໄປຕາມນັ້ນ.+ 22 ຖ້າພວກເຈົ້າມີຄວາມເຊື່ອ ບໍ່ວ່າພວກເຈົ້າອະທິດຖານຂໍຫຍັງກໍຈະໄດ້ຕາມນັ້ນ.”+
23 ຕອນທີ່ພະເຢຊູກຳລັງສອນຢູ່ວິຫານ ພວກຫົວໜ້າປະໂລຫິດກັບພວກຜູ້ນຳຄົນຢິວກໍເຂົ້າມາຫາເພິ່ນແລະຖາມວ່າ: “ເຈົ້າມີສິດຫຍັງມາເຮັດແບບນີ້? ໃຜໃຫ້ສິດເຈົ້າ?”+ 24 ພະເຢຊູຕອບວ່າ: “ຂ້ອຍຈະຖາມພວກເຈົ້າເລື່ອງໜຶ່ງ. ຕອບຂ້ອຍກ່ອນ ແລ້ວຂ້ອຍຈຶ່ງຈະບອກພວກເຈົ້າວ່າ ຂ້ອຍມີສິດຫຍັງທີ່ເຮັດແບບນີ້. 25 ຕອບຂ້ອຍມາດຸວ່າ ໂຢຮັນໄດ້ສິດທີ່ຈະໃຫ້ບັບເຕມາຈາກຜູ້ໃດ ຈາກພະເຈົ້າ*ຫຼືຈາກມະນຸດ?” ເຂົາເຈົ້າຈຶ່ງລົມກັນວ່າ: “ຖ້າພວກເຮົາຕອບວ່າ ‘ຈາກພະເຈົ້າ’ ລາວກໍຈະຖາມວ່າ ‘ຄັນຊັ້ນ ເປັນຫຍັງຈຶ່ງບໍ່ເຊື່ອໂຢຮັນ?’+ 26 ແຕ່ຖ້າຈະຕອບວ່າ ‘ຈາກມະນຸດ’ ກໍຢ້ານປະຊາຊົນຈະໃຈຮ້າຍ ຍ້ອນເຂົາເຈົ້າຖືວ່າໂຢຮັນເປັນຜູ້ພະຍາກອນ.” 27 ເຂົາເຈົ້າຈຶ່ງຕອບວ່າ: “ບໍ່ຮູ້ເດະ.” ພະເຢຊູຈຶ່ງຕອບກັບຄືນໄປວ່າ: “ຄັນຊັ້ນ ຂ້ອຍກໍຈະບໍ່ບອກພວກເຈົ້າຄືກັນວ່າຂ້ອຍມີສິດຫຍັງທີ່ເຮັດແບບນີ້.
28 ພວກເຈົ້າຄິດແນວໃດ? ສົມມຸດວ່າຜູ້ຊາຍຄົນໜຶ່ງມີລູກ 2 ຄົນ. ລາວບອກລູກກົກວ່າ ‘ລູກ ມື້ນີ້ໄປເຮັດວຽກຢູ່ສວນໝາກລະແຊັງເດີ້.’ 29 ລູກຕອບວ່າ ‘ບໍ່ໄປ’ ແຕ່ຕໍ່ມາລູກກົກປ່ຽນໃຈແລ້ວກໍໄປ. 30 ຜູ້ຊາຍຄົນນັ້ນບອກລູກຜູ້ທີ 2 ໃຫ້ໄປເຮັດວຽກຢູ່ສວນຄືກັນ. ລູກຜູ້ນີ້ຕອບວ່າ ‘ເຈົ້າ ລູກຈະໄປ’ ແຕ່ພັດບໍ່ໄປ. 31 ລູກ 2 ຄົນນີ້ ຜູ້ໃດເຮັດຕາມທີ່ພໍ່ຕ້ອງການ?” ເຂົາເຈົ້າຕອບວ່າ: “ລູກກົກ.” ພະເຢຊູບອກເຂົາເຈົ້າວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຄົນເກັບພາສີແລະໂສເພນີຈະມີສ່ວນໃນການປົກຄອງຂອງພະເຈົ້າກ່ອນພວກເຈົ້າອີກ. 32 ໂຢຮັນມາຊີ້ທາງທີ່ຖືກ ພວກເຈົ້າກໍຍັງບໍ່ເຊື່ອລາວ. ແຕ່ຄົນເກັບພາສີແລະໂສເພນີພັດເຊື່ອ+ ແລະເຖິງວ່າພວກເຈົ້າເຫັນແບບນີ້ແລ້ວ ພວກເຈົ້າກໍຍັງບໍ່ຍອມປ່ຽນໃຈມາເຊື່ອໂຢຮັນ.
33 ໃຫ້ຟັງຕົວຢ່າງປຽບທຽບອີກເລື່ອງໜຶ່ງໃຫ້ດີ. ມີຜູ້ຊາຍຄົນໜຶ່ງເປັນເຈົ້າຂອງດິນ ລາວປູກໝາກລະແຊັງ+ແລະເຮັດຮົ້ວອ້ອມສວນ. ລາວຂຸດອ່າງຢຽບໝາກລະແຊັງໃນສວນນັ້ນ ແລະຍັງສ້າງຫໍຄອຍໄວ້ນຳອີກ.+ ເມື່ອສ້າງແລ້ວໆ ລາວກໍໃຫ້ຄົນມາເຊົ່າສວນໝາກລະແຊັງ ຈາກນັ້ນລາວກໍໄປຕ່າງປະເທດ.+ 34 ເມື່ອຮອດຍາມເກັບໝາກລະແຊັງ ເຈົ້າຂອງສວນໄດ້ສົ່ງພວກທາດໄປເອົາສ່ວນແບ່ງໝາກລະແຊັງຈາກຄົນເຊົ່າສວນ. 35 ແຕ່ຄົນເຊົ່າສວນຈັບທາດຂອງລາວໄວ້. ທາດຜູ້ໜຶ່ງຖືກເຂົາເຈົ້າຕີ ທາດຜູ້ໜຶ່ງຖືກເຂົາເຈົ້າຂ້າຕາຍ ແລະທາດອີກຜູ້ໜຶ່ງຖືກເຂົາເຈົ້າດຶກກ້ອນຫີນໃສ່.+ 36 ເຈົ້າຂອງສວນຈຶ່ງສົ່ງທາດອີກກຸ່ມໜຶ່ງໄປເຊິ່ງມີຄົນຫຼາຍກວ່າເທື່ອທຳອິດ ແຕ່ເຂົາເຈົ້າກໍເຮັດກັບທາດກຸ່ມນີ້ແບບດຽວກັນ.+ 37 ສຸດທ້າຍ ເຈົ້າຂອງສວນໄດ້ສົ່ງລູກຊາຍຂອງໂຕເອງໄປຍ້ອນຄິດວ່າ ‘ພວກນັ້ນຄືຊິນັບຖືລູກຂອງຂ້ອຍ.’ 38 ເມື່ອຄົນເຊົ່າສວນເຫັນລູກຊາຍເຈົ້າຂອງສວນກໍພາກັນເວົ້າວ່າ ‘ນິເດະ ຜູ້ທີ່ຈະໄດ້ຮັບມໍລະດົກ!+ ຂ້າມັນໂລດ ແລ້ວສວນນີ້ຈະເປັນຂອງພວກເຮົາ.’ 39 ພວກນັ້ນຈຶ່ງຈັບລູກຊາຍເຈົ້າຂອງສວນໂຍນອອກໄປນອກສວນໝາກລະແຊັງ ແລ້ວຂ້າລາວ.+ 40 ພວກເຈົ້າຄິດວ່າເມື່ອເຈົ້າຂອງສວນມາ ລາວຈະເຮັດແນວໃດກັບຄົນເຊົ່າສວນ?” 41 ພວກຫົວໜ້າປະໂລຫິດແລະພວກຜູ້ນຳຄົນຢິວຕອບວ່າ: “ເຈົ້າຂອງສວນຈະກຳຈັດພວກຄົນຊົ່ວບໍ່ໃຫ້ເຫຼືອເລີຍ ແລ້ວລາວຈະໃຫ້ຄົນອື່ນມາເຊົ່າສວນໝາກລະແຊັງແທນ ແລະເມື່ອຮອດຍາມເກັບໝາກລະແຊັງ ຜູ້ນັ້ນກໍຈະເອົາສ່ວນແບ່ງໝາກລະແຊັງໃຫ້ລາວ.”
42 ພະເຢຊູບອກເຂົາເຈົ້າວ່າ: “ພວກເຈົ້າບໍ່ເຄີຍອ່ານບໍທີ່ພະຄຳພີບອກວ່າ ‘ຫີນທີ່ຊ່າງກໍ່ສ້າງຖິ້ມແລ້ວໄດ້ກາຍມາເປັນຫີນຫົວແຈຫຼັກ.*+ ຫີນນີ້ມາຈາກພະເຢໂຫວາ*ແລະພວກເຮົາເຫັນວ່າມັນດີຫຼາຍແທ້ໆ.’?+ 43 ຍ້ອນແນວນີ້ ຂ້ອຍຈະບອກໃຫ້ຮູ້ວ່າ ພວກເຈົ້າຈະໝົດໂອກາດທີ່ຈະມີສ່ວນໃນການປົກຄອງຂອງພະເຈົ້າ. ແລ້ວອີກຊາດໜຶ່ງຈະໄດ້ຮັບໂອກາດນັ້ນແທນຍ້ອນເຂົາເຈົ້າເກີດຜົນສົມກັບການປົກຄອງນັ້ນ. 44 ຖ້າຜູ້ໃດລົ້ມໃສ່ຫີນກ້ອນນັ້ນ ລາວກໍຈະມຸ່ນ+ ແລະຖ້າຫີນກ້ອນນັ້ນຕົກໃສ່ຜູ້ໃດ ຜູ້ນັ້ນກໍຈະມຸ່ນຄືກັນ.”+
45 ເມື່ອພວກຫົວໜ້າປະໂລຫິດກັບພວກຟາຣີຊາຍໄດ້ຍິນຕົວຢ່າງປຽບທຽບທັງໝົດ ເຂົາເຈົ້າກໍຮູ້ວ່າພະເຢຊູກຳລັງໝາຍເຖິງເຂົາເຈົ້າ.+ 46 ເຂົາເຈົ້າຈຶ່ງຫາທາງຈັບເພິ່ນ ແຕ່ກໍຢ້ານປະຊາຊົນ ຍ້ອນຄົນສ່ວນຫຼາຍເຊື່ອວ່າເພິ່ນເປັນຜູ້ພະຍາກອນ.+
22 ພະເຢຊູເວົ້າກັບເຂົາເຈົ້າໂດຍຍົກຕົວຢ່າງປຽບທຽບອີກ. ເພິ່ນເວົ້າວ່າ: 2 “ການປົກຄອງທີ່ຢູ່ໃນສະຫວັນອາດປຽບຄືກັບກະສັດອົງໜຶ່ງທີ່ຈັດງານແຕ່ງດອງ+ໃຫ້ລູກຊາຍ. 3 ກະສັດໃຊ້ພວກທາດໄປເອີ້ນຄົນທີ່ຖືກເຊີນແລ້ວໃຫ້ມາຮ່ວມງານ ແຕ່ເຂົາເຈົ້າບໍ່ຍອມມາ.+ 4 ກະສັດຈຶ່ງໃຊ້ທາດຄົນອື່ນໆໄປອີກແລະສັ່ງວ່າ ‘ໄປບອກຄົນທີ່ຖືກເຊີນວ່າ “ງານລ້ຽງກໍກຽມໄວ້ແລ້ວ. ງົວໂຕຜູ້ແລະສັດໂຕຕຸ້ຍໆກໍຂ້າໄວ້ແລ້ວ. ທຸກຢ່າງພ້ອມແລ້ວ. ເຊີນມາງານໂລດ.”’ 5 ແຕ່ເຂົາເຈົ້າບໍ່ສົນໃຈ. ບາງຄົນໄປສວນ ແລະບາງຄົນກໍໄປຄ້າຂາຍ+ 6 ສ່ວນບາງຄົນກໍຈັບພວກທາດຂອງກະສັດໄວ້. ເຂົາເຈົ້າຕີພວກທາດ ແລ້ວກໍຂ້າ.
7 ກະສັດໃຈຮ້າຍຫຼາຍຈຶ່ງໃຫ້ທະຫານໄປຂ້າພວກທີ່ຂ້າທາດຂອງລາວ ແລະຈູດເມືອງຂອງເຂົາເຈົ້າ.+ 8 ແລ້ວກະສັດບອກພວກທາດຂອງລາວວ່າ ‘ງານລ້ຽງກໍພ້ອມແລ້ວ ແຕ່ຄົນທີ່ຖືກເຊີນບໍ່ເໝາະສົມກັບງານນີ້.+ 9 ໃຫ້ພວກເຈົ້າໄປຕາມທາງໃຫຍ່ ເຫັນຜູ້ໃດກໍເຊີນມາໝົດໂລດ.’+ 10 ພວກທາດກໍອອກໄປຕາມທາງໃຫຍ່ ແລະເຊີນທຸກຄົນທີ່ເຂົາເຈົ້າເຫັນ ທັງຄົນດີແລະຄົນຊົ່ວ. ແລ້ວແຂກກໍມາຈົນເຕັມຫ້ອງຈັດງານລ້ຽງ.
11 ເມື່ອເຂົ້າມາເບິ່ງແຂກໃນງານ ກະສັດເຫັນຜູ້ຊາຍຄົນໜຶ່ງທີ່ນຸ່ງເຄື່ອງບໍ່ເໝາະສົມກັບງານ. 12 ກະສັດຈຶ່ງຖາມລາວວ່າ ‘ເປັນຫຍັງເຈົ້າຄືບໍ່ນຸ່ງເຄື່ອງສຳລັບງານແຕ່ງດອງ?’ ຜູ້ນັ້ນກໍປາກບໍ່ອອກ. 13 ກະສັດຈຶ່ງບອກຄົນຮັບໃຊ້ວ່າ ‘ຈັບຜູ້ນີ້ມັດມືມັດຕີນ ແລ້ວໂຍນອອກໄປບ່ອນມືດ. ຢູ່ຫັ້ນ ລາວຈະຮ້ອງໄຫ້ດ້ວຍຄວາມທຸກໃຈ.’*
14 ດັ່ງນັ້ນ ມີຫຼາຍຄົນຖືກເຊີນ ແຕ່ມີໜ້ອຍຄົນຖືກເລືອກ.”
15 ພວກຟາຣີຊາຍຈຶ່ງອອກໄປວາງແຜນຊອກວິທີໃຫ້ພະເຢຊູເວົ້າສິ່ງທີ່ຜິດເພື່ອຈະກ່າວຫາເພິ່ນໄດ້.+ 16 ເຂົາເຈົ້າຈຶ່ງໃຫ້ພວກລູກສິດຂອງໂຕເອງກັບພັກພວກຂອງເຮໂຣດໄປຫາພະເຢຊູ+ ພວກນັ້ນເວົ້າກັບເພິ່ນວ່າ: “ອາຈານ ພວກເຮົາຮູ້ວ່າທ່ານເປັນຄົນສັດຊື່ແລະສອນຄຳສອນຂອງພະເຈົ້າແບບກົງໄປກົງມາ. ທ່ານບໍ່ໄດ້ເຮັດເພື່ອເອົາໃຈຜູ້ໃດແລະບໍ່ເຫັນແກ່ໜ້າຜູ້ໃດ. 17 ຄັນຊັ້ນ ຂໍຖາມແດ່ ທ່ານຄິດແນວໃດ? ຖືກບໍທີ່ພວກເຮົາຈະເສຍພາສີໃຫ້ກາຍຊາ?”* 18 ແຕ່ພະເຢຊູຮູ້ແຜນຊົ່ວຂອງເຂົາເຈົ້າ ເພິ່ນຈຶ່ງເວົ້າວ່າ: “ພວກໜ້າຊື່ໃຈຄົດ ເປັນຫຍັງພວກເຈົ້າຫາເລື່ອງຈັບຜິດຂ້ອຍ? 19 ເອົາຫຼຽນທີ່ໃຊ້ເສຍພາສີມາໃຫ້ຂ້ອຍດຸ.” ເຂົາເຈົ້າກໍຍື່ນຫຼຽນເດນາຣິອົນ*ໃຫ້ເພິ່ນຫຼຽນໜຶ່ງ. 20 ແລ້ວພະເຢຊູຖາມວ່າ: “ນີ້ແມ່ນຮູບໃຜແລະຊື່ຂອງຜູ້ໃດ?” 21 ເຂົາເຈົ້າຕອບວ່າ: “ກາຍຊາ” ເພິ່ນຈຶ່ງບອກເຂົາເຈົ້າວ່າ: “ຄັນຊັ້ນ ສິ່ງທີ່ເປັນຂອງກາຍຊາກໍໃຫ້ກາຍຊາ ແລະສິ່ງທີ່ເປັນຂອງພະເຈົ້າກໍໃຫ້ພະເຈົ້າ.”+ 22 ເມື່ອໄດ້ຍິນແບບນັ້ນ ເຂົາເຈົ້າກໍປາກບໍ່ອອກ ແລ້ວກໍໄປຈາກພະເຢຊູ.
23 ມື້ນັ້ນ ພວກຊາດູກາຍກໍມາຫາພະເຢຊູຄືກັນ. ພວກນີ້ບໍ່ເຊື່ອເລື່ອງການຄືນມາຈາກຕາຍ.+ ເຂົາເຈົ້າຖາມວ່າ+ 24 “ອາຈານ ໂມເຊບອກວ່າ ‘ຖ້າຜູ້ຊາຍຄົນໃດຕາຍແລະຍັງບໍ່ມີລູກ ອ້າຍຫຼືນ້ອງຊາຍຂອງລາວຕ້ອງແຕ່ງດອງກັບເມຍຂອງລາວ ແລະມີລູກໃຫ້ຜູ້ທີ່ຕາຍ.’+ 25 ມີຄອບຄົວໜຶ່ງມີລູກຊາຍ 7 ຄົນ. ລູກກົກແຕ່ງດອງກັບຜູ້ຍິງຄົນໜຶ່ງແລ້ວກໍຕາຍຕອນທີ່ຍັງບໍ່ມີລູກ. ລູກຜູ້ທີ 2 ຈຶ່ງເອົາຜູ້ຍິງຄົນນັ້ນມາເປັນເມຍ 26 ແຕ່ລາວກໍຕາຍຄືກັນຕອນຍັງບໍ່ມີລູກ. ເລື່ອງແບບດຽວກັນນີ້ເກີດຂຶ້ນກັບລູກຜູ້ຕໍ່ໄປຈົນຮອດລູກຜູ້ທີ 7. 27 ສຸດທ້າຍ ຜູ້ຍິງຄົນນັ້ນກໍຕາຍຄືກັນ. 28 ເມື່ອເປັນແນວນີ້ ຕອນທີ່ທຸກຄົນຄືນມາຈາກຕາຍ ຜູ້ຍິງຄົນນັ້ນຈະເປັນເມຍຂອງຜູ້ໃດ ຍ້ອນທັງເຈັດຄົນເຄີຍເປັນຜົວຂອງລາວ?”
29 ພະເຢຊູຕອບເຂົາເຈົ້າວ່າ: “ພວກເຈົ້າຄິດຜິດແລ້ວ. ພວກເຈົ້າບໍ່ເຂົ້າໃຈພະຄຳພີແລະບໍ່ຮູ້ວ່າລິດເດດຂອງພະເຈົ້າເຮັດຫຍັງໄດ້ແດ່.+ 30 ເມື່ອຄືນມາຈາກຕາຍ ທັງຜູ້ຊາຍແລະຜູ້ຍິງຈະບໍ່ແຕ່ງດອງ ແຕ່ຈະເປັນຄືກັບພວກທູດສະຫວັນ.+ 31 ເລື່ອງການຄືນມາຈາກຕາຍ ພວກເຈົ້າບໍ່ໄດ້ອ່ານບໍທີ່ພະເຈົ້າບອກວ່າ 32 ‘ເຮົາເປັນພະເຈົ້າຂອງອັບຣາຮາມ ພະເຈົ້າຂອງອີຊາກ ແລະພະເຈົ້າຂອງຢາໂຄບ’?+ ເພິ່ນບໍ່ໄດ້ເປັນພະເຈົ້າຂອງຄົນຕາຍ ແຕ່ເປັນພະເຈົ້າຂອງຄົນທີ່ຍັງມີຊີວິດຢູ່.”+ 33 ເມື່ອປະຊາຊົນໄດ້ຍິນແບບນັ້ນກໍຮູ້ສຶກງຶດໃນຄຳສອນຂອງພະເຢຊູ.+
34 ເມື່ອພວກຟາຣີຊາຍໄດ້ຍິນວ່າພະເຢຊູເຮັດໃຫ້ພວກຊາດູກາຍປາກບໍ່ອອກ ພວກຟາຣີຊາຍກໍພາກັນມາຫາເພິ່ນ. 35 ມີຜູ້ໜຶ່ງໃນພວກນັ້ນຊ່ຽວຊານເລື່ອງກົດໝາຍຂອງໂມເຊ. ລາວຕັ້ງຄຳຖາມທົດສອບພະເຢຊູວ່າ: 36 “ອາຈານ ກົດໝາຍຂອງໂມເຊຂໍ້ໃດສຳຄັນທີ່ສຸດ?”+ 37 ພະເຢຊູຕອບວ່າ: “‘ເຈົ້າຕ້ອງຮັກພະເຢໂຫວາ*ພະເຈົ້າຂອງເຈົ້າສຸດຫົວໃຈ ສຸດຊີວິດ ແລະສຸດຄວາມຄິດ.’+ 38 ນີ້ເປັນກົດໝາຍຂໍ້ສຳຄັນທີ່ສຸດແລະເປັນຂໍ້ທຳອິດ. 39 ຂໍ້ທີ 2 ກໍຄ້າຍຄືກັນ ‘ໃຫ້ຮັກເພື່ອນບ້ານຄືກັບຮັກໂຕເອງ.’+ 40 ກົດໝາຍ 2 ຂໍ້ນີ້ເປັນພື້ນຖານຂອງກົດໝາຍໂມເຊທັງໝົດ ແລະເປັນພື້ນຖານຂອງສິ່ງທີ່ພວກຜູ້ພະຍາກອນສອນ.”*+
41 ຕອນທີ່ພວກຟາຣີຊາຍຍັງລວມກັນຢູ່ຫັ້ນ ພະເຢຊູຖາມເຂົາເຈົ້າວ່າ:+ 42 “ພວກເຈົ້າຄິດແນວໃດເລື່ອງພະຄລິດ? ເພິ່ນເປັນລູກຫຼານຂອງໃຜ?” ເຂົາເຈົ້າຕອບວ່າ: “ເປັນລູກຫຼານຂອງດາວິດ.”+ 43 ເພິ່ນຖາມເຂົາເຈົ້າອີກວ່າ: “ແລ້ວເປັນຫຍັງດາວິດໄດ້ຮັບການດົນໃຈຈາກພະເຈົ້າ+ໃຫ້ເອີ້ນພະຄລິດວ່າຜູ້ເປັນນາຍຕອນທີ່ດາວິດບອກວ່າ 44 ‘ພະເຢໂຫວາ*ເວົ້າກັບຜູ້ເປັນນາຍຂອງຂ້ອຍວ່າ “ນັ່ງຢູ່ເບື້ອງຂວາມືຂອງເຮົາກ່ອນ ຈົນກວ່າເຮົາຈະປາບພວກສັດຕູຂອງເຈົ້າໃຫ້ຢູ່ພື້ນຕີນຂອງເຈົ້າ”’?+ 45 ຖ້າດາວິດເອີ້ນພະຄລິດວ່າຜູ້ເປັນນາຍ ແລ້ວພະຄລິດຈະເປັນລູກຫຼານຂອງດາວິດໄດ້ແນວໃດ?”+ 46 ບໍ່ມີຜູ້ໃດຕອບພະເຢຊູໄດ້ຈັກຄຳ ແລະຕັ້ງແຕ່ມື້ນັ້ນ ບໍ່ມີໃຜກ້າຖາມພະເຢຊູອີກເລີຍ.
23 ຈາກນັ້ນ ພະເຢຊູກໍເວົ້າກັບປະຊາຊົນແລະລູກສິດຂອງເພິ່ນວ່າ: 2 “ພວກຄູສອນສາສະໜາກັບພວກຟາຣີຊາຍຕັ້ງໂຕເອງໃຫ້ຢູ່ໃນຕຳແໜ່ງຂອງໂມເຊ. 3 ດັ່ງນັ້ນ ໃຫ້ເຮັດຕາມທຸກສິ່ງທີ່ເຂົາເຈົ້າສອນ ແຕ່ຢ່າເຮັດຕາມສິ່ງທີ່ເຂົາເຈົ້າເຮັດ ຍ້ອນເຂົາເຈົ້າສອນແນວໜຶ່ງແຕ່ເຮັດອີກແນວໜຶ່ງ.+ 4 ເຂົາເຈົ້າຕັ້ງກົດຫຼາຍຢ່າງຄືກັບເອົາເຄື່ອງທີ່ໜັກໆໃຫ້ຄົນອື່ນແບກໄວ້+ ແຕ່ເຂົາເຈົ້າຮອດບໍ່ເອົານິ້ວມືແຕະຊ້ຳ.*+ 5 ເຂົາເຈົ້າເຮັດທຸກຢ່າງກໍເພື່ອອວດຄົນອື່ນ.+ ຕົວຢ່າງເຊັ່ນ: ກ່ອງໃສ່ຂໍ້ພະຄຳພີທີ່ເຂົາເຈົ້າໃສ່ເປັນເຄື່ອງລາງ ເຂົາເຈົ້າກໍເຮັດໃຫ້ໃຫຍ່ຂຶ້ນ+ ແລະເຮັດຍອຍເສື້ອໃຫ້ຍາວໆ.+ 6 ເຂົາເຈົ້າມັກນັ່ງໃນບ່ອນທີ່ມີກຽດທີ່ສຸດຢູ່ງານລ້ຽງ ມັກນັ່ງແຖວໜ້າສຸດ*ຢູ່ບ່ອນປະຊຸມ+ 7 ມັກໃຫ້ຄົນອື່ນກົ້ມຄຳນັບຢູ່ຕະຫຼາດ ແລະມັກໃຫ້ຄົນອື່ນເອີ້ນວ່າອາຈານ.* 8 ສ່ວນພວກເຈົ້າ ຢ່າໃຫ້ຜູ້ໃດເອີ້ນວ່າອາຈານ ຍ້ອນພວກເຈົ້າມີອາຈານແຕ່ຄົນດຽວ.+ ພວກເຈົ້າທຸກຄົນເປັນພີ່ນ້ອງກັນ. 9 ຢ່າເອີ້ນຜູ້ໃດໃນໂລກນີ້ວ່າພໍ່* ຍ້ອນພວກເຈົ້າມີພໍ່ແຕ່ຜູ້ດຽວ+ ແລະເພິ່ນຢູ່ໃນສະຫວັນ. 10 ຢ່າໃຫ້ຜູ້ໃດເອີ້ນພວກເຈົ້າວ່າຜູ້ນຳ ຍ້ອນພວກເຈົ້າມີຜູ້ນຳແຕ່ຜູ້ດຽວ ແລະຜູ້ນັ້ນແມ່ນພະຄລິດ. 11 ສ່ວນຄົນທີ່ເປັນໃຫຍ່ທີ່ສຸດໃນພວກເຈົ້າຕ້ອງເປັນຜູ້ຮັບໃຊ້ຄົນອື່ນ.+ 12 ຄົນທີ່ຍົກໂຕເອງຂຶ້ນຈະຖືກກົດໃຫ້ຕ່ຳລົງ+ ແລະຄົນທີ່ຖ່ອມໂຕລົງຈະຖືກຍົກໃຫ້ສູງຂຶ້ນ.+
13 ພວກຄູສອນສາສະໜາແລະພວກຟາຣີຊາຍທີ່ໜ້າຊື່ໃຈຄົດ ພວກເຈົ້າຕ້ອງຖືກໂທດໜັກແທ້ໆ! ຍ້ອນພວກເຈົ້າອັດທາງບໍ່ໃຫ້ຄົນອື່ນມີສ່ວນໃນການປົກຄອງທີ່ຢູ່ໃນສະຫວັນ. ພວກເຈົ້າເອງບໍ່ເຂົ້າໄປ ແຕ່ເມື່ອຄົນອື່ນຢາກຈະເຂົ້າ ພວກເຈົ້າກໍກີດກັນເຂົາເຈົ້າໄວ້.+ 14*——
15 ພວກຄູສອນສາສະໜາແລະພວກຟາຣີຊາຍທີ່ໜ້າຊື່ໃຈຄົດ ພວກເຈົ້າຕ້ອງຖືກໂທດໜັກແທ້ໆ!+ ຍ້ອນພວກເຈົ້າໄປທຸກບ່ອນທັງທາງບົກແລະທາງທະເລເພື່ອຈະໄດ້ຈັກຄົນໜຶ່ງມາເຂົ້າສາສະໜາ ແຕ່ເມື່ອໄດ້ແລ້ວ ພວກເຈົ້າພັດເຮັດໃຫ້ລາວຕ້ອງໄປເກເຮັນນາ*ແລະລາວຈະມີຄວາມຜິດຫຼາຍກວ່າພວກເຈົ້າເຖິງ 2 ເທົ່າ.
16 ພວກຄົນນຳທາງທີ່ຕາບອດ ພວກເຈົ້າຕ້ອງຖືກໂທດໜັກແທ້ໆ+ທີ່ສອນວ່າ ‘ຖ້າຜູ້ໃດສາບານໂດຍອ້າງວິຫານ ລາວບໍ່ຕ້ອງເຮັດຕາມກໍໄດ້. ແຕ່ຖ້າຜູ້ໃດສາບານໂດຍອ້າງຄຳໃນວິຫານ ລາວຈະຕ້ອງເຮັດຕາມ.’+ 17 ຈັ່ງແມ່ນພວກເຈົ້າໂງ່ແລະຕາບອດນໍ້! ອັນໃດສຳຄັນກວ່າກັນ ຄຳຫຼືວິຫານທີ່ເຮັດໃຫ້ຄຳນັ້ນສັກສິດ? 18 ພວກເຈົ້າຍັງສອນອີກວ່າ ‘ຖ້າຜູ້ໃດສາບານໂດຍອ້າງແທ່ນບູຊາ ລາວບໍ່ຕ້ອງເຮັດຕາມກໍໄດ້. ແຕ່ຖ້າຜູ້ໃດສາບານໂດຍອ້າງເຄື່ອງບູຊາທີ່ຢູ່ເທິງແທ່ນ ລາວຈະຕ້ອງເຮັດຕາມ.’ 19 ພວກຕາບອດເອີ້ຍ! ອັນໃດສຳຄັນກວ່າກັນ ເຄື່ອງບູຊາຫຼືແທ່ນບູຊາທີ່ເຮັດໃຫ້ເຄື່ອງບູຊານັ້ນສັກສິດ? 20 ດັ່ງນັ້ນ ຄົນທີ່ສາບານໂດຍອ້າງແທ່ນບູຊາ ລາວກໍສາບານໂດຍອ້າງໝົດແທ່ນແລະທຸກສິ່ງທີ່ຢູ່ເທິງແທ່ນນັ້ນ. 21 ຄົນທີ່ສາບານໂດຍອ້າງວິຫານ ລາວກໍສາບານໂດຍອ້າງໝົດວິຫານແລະພະເຈົ້າຜູ້ເປັນເຈົ້າຂອງວິຫານນຳ.+ 22 ຜູ້ທີ່ສາບານໂດຍອ້າງສະຫວັນ ລາວກໍສາບານໂດຍອ້າງໝົດບັນລັງຂອງພະເຈົ້າແລະຜູ້ທີ່ນັ່ງເທິງບັນລັງນັ້ນນຳ.
23 ພວກຄູສອນສາສະໜາແລະພວກຟາຣີຊາຍທີ່ໜ້າຊື່ໃຈຄົດ ພວກເຈົ້າຕ້ອງຖືກໂທດໜັກແທ້ໆ! ຍ້ອນພວກເຈົ້າເອົາ 1 ສ່ວນ 10 ຂອງຫອມລາບ ຜັກຊີ ແລະເມັດຄູມິນ*ມາໃຫ້ພະເຈົ້າ+ ແຕ່ພັດເບິ່ງຂ້າມສິ່ງທີ່ສຳຄັນກວ່າໃນກົດໝາຍຂອງໂມເຊໃນເລື່ອງຄວາມຍຸຕິທຳ+ ຄວາມເມດຕາ+ ແລະຄວາມສັດຊື່. ພວກເຈົ້າຕ້ອງໃຫ້ສິ່ງເຫຼົ່ານີ້ຢູ່ແລ້ວ ແຕ່ກໍຕ້ອງບໍ່ເບິ່ງຂ້າມສິ່ງທີ່ສຳຄັນກວ່າ.+ 24 ຄົນນຳທາງທີ່ຕາບອດເອີ້ຍ+ ພວກເຈົ້າຕອງໂຕຮີ້ນອອກ+ແຕ່ພັດກືນໂຕອູດລົງໄປ!+
25 ພວກຄູສອນສາສະໜາແລະພວກຟາຣີຊາຍທີ່ໜ້າຊື່ໃຈຄົດ ພວກເຈົ້າຕ້ອງຖືກໂທດໜັກແທ້ໆ! ຍ້ອນພວກເຈົ້າເປັນຄືກັບຈອກແລະຈານທີ່ລ້າງແຕ່ທາງນອກ+ ສ່ວນທາງໃນພັດມີແຕ່ຄວາມໂລບ*+ແລະຄວາມຢາກໄດ້ຈົນບໍ່ມືນຫູມືນຕາ.+ 26 ພວກຟາຣີຊາຍທີ່ຕາບອດ ໃຫ້ລ້າງຈອກແລະລ້າງຈານທາງໃນກ່ອນ ແລ້ວທາງນອກຈຶ່ງຈະສະອາດ.
27 ພວກຄູສອນສາສະໜາແລະພວກຟາຣີຊາຍທີ່ໜ້າຊື່ໃຈຄົດ ພວກເຈົ້າຕ້ອງຖືກໂທດໜັກແທ້ໆ!+ ຍ້ອນພວກເຈົ້າເປັນຄືກັບບ່ອນຝັງສົບທີ່ທາດ້ວຍສີຂາວ+ ທາງນອກເບິ່ງສະອາດງາມຕາ ແຕ່ທາງໃນພັດມີແຕ່ກະດູກຄົນຕາຍແລະແນວເປື້ອນໆ. 28 ພວກເຈົ້າກໍເປັນແບບນັ້ນແຫຼະ. ທາງນອກພວກເຈົ້າທຳທ່າເຮັດໃຫ້ຄົນອື່ນເຫັນວ່າເປັນຄົນດີ ແຕ່ທາງໃນພັດມີແຕ່ຄວາມຫຼອກລວງແລະຄວາມຊົ່ວ.*+
29 ພວກຄູສອນສາສະໜາແລະພວກຟາຣີຊາຍທີ່ໜ້າຊື່ໃຈຄົດ ພວກເຈົ້າຕ້ອງຖືກໂທດໜັກແທ້ໆ!+ ຍ້ອນພວກເຈົ້າເຮັດບ່ອນຝັງສົບຂອງພວກຜູ້ພະຍາກອນແລະຕົກແຕ່ງທາດໃສ່ກະດູກຄົນຂອງພະເຈົ້າ*+ 30 ແລະເວົ້າວ່າ ‘ຖ້າພວກເຮົາຢູ່ໃນສະໄໝຂອງປູ່ຍ່າຕານາຍ ພວກເຮົາຈະບໍ່ຍອມຮ່ວມມືກັບເຂົາເຈົ້າໃນການຂ້າຜູ້ພະຍາກອນດອກ.’ 31 ພວກເຈົ້າເວົ້າແບບນີ້ກໍສ່ຳກັບຍອມຮັບວ່າພວກເຈົ້າເປັນລູກຂອງຄົນທີ່ຂ້າຜູ້ພະຍາກອນ.+ 32 ດັ່ງນັ້ນ ສິ່ງທີ່ປູ່ຍ່າຕານາຍຂອງພວກເຈົ້າໄດ້ເລີ່ມຕົ້ນເຮັດ ໃຫ້ພວກເຈົ້າເຮັດຕໍ່ໃຫ້ມັນແລ້ວ.
33 ພວກເຈົ້າທີ່ເປັນຄືກັບງູພິດ+ ພວກເຈົ້າຈະພົ້ນໂທດໃນເກເຮັນນາ*ບໍ່ໄດ້ດອກ.+ 34 ຂ້ອຍຈະສົ່ງຜູ້ພະຍາກອນ+ ຄົນສະຫຼາດ ແລະຄູສອນມາຫາພວກເຈົ້າອີກ.+ ແຕ່ພວກເຈົ້າຈະຈັບບາງຄົນໄປຂ້າ+ ຈະປະຫານບາງຄົນເທິງເສົາ ຈະເອົາແສ້ທີ່ມີແນວແຫຼມໆຕິດຢູ່ຟາດບາງຄົນ+ໃນບ່ອນປະຊຸມ ແລະຈະໄລ່ລ່າບາງຄົນ+ຕາມເມືອງຕ່າງໆ. 35 ດັ່ງນັ້ນ ພວກເຈົ້າຈະຕ້ອງຮັບຜິດຊອບການຕາຍຂອງຄົນຂອງພະເຈົ້າທຸກຄົນທີ່ຖືກຂ້າໃນໂລກ ນັບຕັ້ງແຕ່ອາເບັນ+ຈົນຮອດເຊຄາຣີຢາລູກຊາຍຂອງບາຣາຂີຢາທີ່ພວກເຈົ້າຂ້າຕາຍຢູ່ລະຫວ່າງວິຫານກັບແທ່ນບູຊາ.+ 36 ຂ້ອຍຈະບອກໃຫ້ຮູ້ວ່າ ໂທດທັງໝົດນັ້ນຈະຕົກຢູ່ກັບຄົນສະໄໝນີ້ແນ່ນອນ.
37 ຄົນໃນເມືອງເຢຣູຊາເລັມ ຄົນໃນເມືອງເຢຣູຊາເລັມເອີ້ຍ ພວກເຈົ້າຂ້າພວກຜູ້ພະຍາກອນແລະດຶກກ້ອນຫີນໃສ່ຄົນທີ່ພະເຈົ້າສົ່ງມາ.+ ຫຼາຍເທື່ອແລ້ວທີ່ຂ້ອຍຢາກລວບລວມພວກເຈົ້າໃຫ້ມາຢູ່ນຳກັນ ຄືກັບໄກ່ແມ່ລູກອ່ອນທີ່ລວບລວມລູກຂອງມັນໃຫ້ມາຢູ່ກ້ອງປີກ ແຕ່ພວກເຈົ້າພັດບໍ່ມາ.+ 38 ຍ້ອນແນວນີ້ ວິຫານຫຼັງນີ້*ຈະຖືກປະຖິ້ມໃຫ້ຮ້າງເປົ່າໄວ້ນຳພວກເຈົ້າ.+ 39 ຂ້ອຍຈະບອກໃຫ້ຮູ້ວ່າ ພວກເຈົ້າຈະບໍ່ໄດ້ເຫັນຂ້ອຍອີກຈົນກວ່າຈະເວົ້າວ່າ ‘ຂໍໃຫ້ທ່ານທີ່ມາໃນນາມພະເຢໂຫວາ*ໄດ້ຮັບພອນ!’”+
24 ຕອນທີ່ພະເຢຊູກຳລັງອອກຈາກວິຫານ ພວກລູກສິດມາຫາເພິ່ນແລະຊີ້ໃຫ້ເພິ່ນເບິ່ງຄວາມຍິ່ງໃຫຍ່ຂອງຕຶກຕ່າງໆຢູ່ວິຫານ. 2 ພະເຢຊູຈຶ່ງບອກເຂົາເຈົ້າວ່າ: “ພວກເຈົ້າເຫັນຕຶກທັງໝົດນີ້ແມ່ນບໍ? ຂ້ອຍຈະບອກໃຫ້ຮູ້ວ່າ ຫີນເຫຼົ່ານີ້ທີ່ຢອງກັນຂຶ້ນຈະພັງລົງແນ່ນອນ ແລະຈະບໍ່ເຫຼືອແມ່ນແຕ່ກ້ອນດຽວທີ່ຢອງກັນຢູ່.”+
3 ເມື່ອພະເຢຊູນັ່ງຢູ່ເທິງພູໝາກກອກ ພວກລູກສິດເຂົ້າມາຖາມເພິ່ນເປັນສ່ວນໂຕວ່າ: “ຂໍທ່ານບອກພວກເຮົາໄດ້ບໍວ່າ ເລື່ອງນີ້ຈະເກີດຂຶ້ນຕອນໃດ? ຈະມີຫຍັງເປັນສັນຍານບອກໃຫ້ຮູ້ວ່າທ່ານກັບມາ*+ແລະບອກໃຫ້ຮູ້ວ່າພວກເຮົາຢູ່ໃນສະໄໝສຸດທ້າຍຂອງໂລກນີ້?”*+
4 ພະເຢຊູຕອບເຂົາເຈົ້າວ່າ: “ລະວັງໃຫ້ດີ ຢ່າໃຫ້ຜູ້ໃດຕົວະພວກເຈົ້າ+ 5 ຍ້ອນຫຼາຍຄົນຈະແອບອ້າງຊື່ຂ້ອຍແລະບອກວ່າ ‘ຂ້ອຍເປັນພະຄລິດ’ ແລະຈະເຮັດໃຫ້ຄົນບັກຫຼາຍໆເຂົ້າໃຈຜິດ.+ 6 ພວກເຈົ້າຈະໄດ້ຍິນສຽງການສູ້ຮົບແລະຂ່າວເລື່ອງສົງຄາມໃນບ່ອນຕ່າງໆ. ແຕ່ຢ່າຊູ່ຢ້ານຫຼາຍໂພດ ຍ້ອນເລື່ອງທັງໝົດນີ້ຈະຕ້ອງເກີດຂຶ້ນແນ່ນອນ ແຕ່ຈຸດຈົບຍັງບໍ່ມາຮອດ.+
7 ຈະມີການສູ້ຮົບກັນລະຫວ່າງປະເທດຕໍ່ປະເທດແລະອານາຈັກຕໍ່ອານາຈັກ+ ຈະມີຄວາມອຶດຢາກຢູ່ຫຼາຍບ່ອນ+ ແລະຈະມີແຜ່ນດິນໄຫວໃນບ່ອນຕ່າງໆ.+ 8 ທັງໝົດນີ້ເປັນພຽງຕອນເລີ່ມຕົ້ນຂອງຄວາມທຸກ.*
9 ແລ້ວຈະມີຄົນຂົ່ມເຫງ+ແລະຂ້າພວກເຈົ້າ+ ແລະທຸກປະເທດຈະຊັງພວກເຈົ້າຍ້ອນພວກເຈົ້າເປັນລູກສິດຂອງຂ້ອຍ.+ 10 ໃນຕອນນັ້ນ ຫຼາຍຄົນຈະຖິ້ມຄວາມເຊື່ອ ແລະຫຼາຍຄົນຈະທໍລະຍົດກັນແລະຊັງກັນ. 11 ຈະມີພວກຜູ້ພະຍາກອນປອມທີ່ຫຼອກລວງຄົນບັກຫຼາຍໆໃຫ້ຫຼົງຜິດ.+ 12 ຍ້ອນມີຄວາມຊົ່ວຫຼາຍຂຶ້ນ ຄວາມຮັກຂອງຄົນສ່ວນຫຼາຍຈຶ່ງໜ້ອຍລົງ. 13 ແຕ່ຜູ້ໃດທີ່ອົດທົນຈົນເຖິງທີ່ສຸດ ຜູ້ນັ້ນຈະລອດ.+ 14 ຈະມີການປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າໄປທົ່ວໂລກ ເພື່ອໃຫ້ຄົນທຸກຊາດມີໂອກາດໄດ້ຍິນ+ ແລ້ວຈຸດຈົບກໍຈະມາຮອດ.
15 ເມື່ອພວກເຈົ້າເຫັນສິ່ງທີ່ເປັນຕາຂີ້ດຽດທີ່ເຮັດໃຫ້ເກີດຄວາມຮ້າງເປົ່າມາຢູ່ໃນບ່ອນບໍລິສຸດຕາມທີ່ຜູ້ພະຍາກອນດານີເອນບອກໄວ້+ (ເພື່ອຈະເຂົ້າໃຈເລື່ອງນີ້ຜູ້ອ່ານຕ້ອງຄິດໃຫ້ເລິກເຊິ່ງ) 16 ໃນຕອນນັ້ນ ໃຫ້ຄົນທີ່ຢູ່ໃນແຂວງຢູດາຍເລີ່ມໜີໄປຢູ່ພູ.+ 17 ຜູ້ທີ່ຢູ່ເທິງດາດຟ້າຢ່າເຂົ້າໄປເກັບເຄື່ອງຂອງໃນເຮືອນ 18 ແລະຜູ້ທີ່ຢູ່ທົ່ງນາກໍຢ່າກັບໄປເອົາເສື້ອຄຸມ. 19 ຕອນນັ້ນຈະເປັນເວລາທີ່ເປັນຕາຢ້ານຫຼາຍສຳລັບຜູ້ຍິງຖືພາແລະແມ່ລູກອ່ອນທີ່ລູກຍັງບໍ່ເຊົານົມ. 20 ໃຫ້ອະທິດຖານເລື້ອຍໆ ເພື່ອຕອນທີ່ພວກເຈົ້າໜີຈະບໍ່ຖືກຍາມໜາວ*ຫຼືວັນຊະບາໂຕ.* 21 ໃນຕອນນັ້ນຈະມີຄວາມທຸກລຳບາກຄັ້ງໃຫຍ່+ແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນນັບຕັ້ງແຕ່ມີໂລກມາຈົນຮອດດຽວນີ້ ແລະຄວາມທຸກລຳບາກແບບນັ້ນກໍຈະບໍ່ເກີດຂຶ້ນອີກເລີຍ.+ 22 ທີ່ຈິງ ຖ້າພະເຈົ້າບໍ່ເຮັດໃຫ້ໄລຍະທີ່ມີຄວາມທຸກລຳບາກນັ້ນສັ້ນລົງກໍຈະບໍ່ມີຜູ້ໃດລອດເລີຍ ແຕ່ເພື່ອເຫັນແກ່ຜູ້ທີ່ເພິ່ນເລືອກໄວ້ ເພິ່ນຈະເຮັດໃຫ້ໄລຍະເວລານັ້ນສັ້ນລົງ.+
23 ໃນຕອນນັ້ນ ຖ້າມີຜູ້ໃດບອກພວກເຈົ້າວ່າ ‘ເບິ່ງແມ້! ພະຄລິດຢູ່ນີ້’+ ຫຼື ‘ພະຄລິດຢູ່ຫັ້ນ!’ ຢ່າເຊື່ອເຂົາເຈົ້າ+ 24 ຍ້ອນຈະມີພະຄລິດປອມແລະຜູ້ພະຍາກອນປອມ+ມາເຮັດການອັດສະຈັນແລະສະແດງປາຕິຫານທີ່ຍິ່ງໃຫຍ່. ເຂົາເຈົ້າຈະພະຍາຍາມຫຼອກລວງ+ແມ່ນແຕ່ຜູ້ທີ່ພະເຈົ້າເລືອກໄວ້ແລ້ວ. 25 ໃຫ້ຈື່ໄວ້ເດີ້ ຂ້ອຍເຕືອນພວກເຈົ້າແລ້ວ! 26 ຖ້າມີຄົນບອກວ່າ ‘ໄປເບິ່ງແມ້! ພະຄລິດຢູ່ໃນບ່ອນກັນດານ’ ກໍຢ່າໄປ ຫຼືຖ້າມີຄົນບອກວ່າ ‘ມາເບິ່ງແມ້! ພະຄລິດຢູ່ຫ້ອງທາງໃນ’ ກໍຢ່າເຊື່ອເຂົາເຈົ້າ.+ 27 ການມາ*ຂອງລູກມະນຸດຈະເປັນຄືກັບຟ້າແມບທີ່ເກີດຂຶ້ນຢູ່ທາງທິດຕາເວັນອອກ ແຕ່ຢູ່ທາງທິດຕາເວັນຕົກກໍແນມເຫັນໄດ້.+ 28 ຊາກສົບຢູ່ບ່ອນໃດ ນົກອິນຊີກໍຈະຫຸ້ມກັນຢູ່ບ່ອນນັ້ນ.+
29 ທັນທີຫຼັງຈາກທີ່ມີຄວາມທຸກລຳບາກ ຕາເວັນຈະມືດ+ ເດືອນຈະບໍ່ສ່ອງແສງ ດາວຈະຕົກຈາກຟ້າ ແລະສິ່ງຕ່າງໆທີ່ຢູ່ເທິງຟ້າຈະສັ່ນສະເທືອນ.+ 30 ຕອນນັ້ນ ໃນທ້ອງຟ້າຈະມີສັນຍານທີ່ບອກວ່າລູກມະນຸດກຳລັງມາ ແລ້ວຄົນທຸກຊາດ*ໃນໂລກນີ້ຈະຮ້ອງໄຫ້ໂສກເສົ້າ+ ແລະເຂົາເຈົ້າຈະເຫັນລູກມະນຸດ+ມາເທິງຂີ້ເຝື້ອດ້ວຍລິດເດດແລະແສງລັດສະໝີທີ່ເຈີດຈ້າ.+ 31 ເພິ່ນຈະສົ່ງພວກທູດສະຫວັນຂອງເພິ່ນອອກໄປພ້ອມກັບສຽງແກດັງສະໜັ່ນ ແລະທູດສະຫວັນຈະລວບລວມຄົນທີ່ພະເຈົ້າເລືອກໄວ້ຈາກທັງສີ່ທິດ ຕັ້ງແຕ່ສຸດຂອບໂລກເບື້ອງນີ້ໄປຈົນຮອດສຸດຂອບໂລກເບື້ອງນັ້ນ.+
32 ໃຫ້ເບິ່ງຕົ້ນໝາກເດື່ອເປັນຕົວຢ່າງ ເມື່ອກິ່ງອ່ອນແຕກອອກແລະປົ່ງໃບ ພວກເຈົ້າກໍຮູ້ວ່າໃກ້ຊິຮອດຍາມຮ້ອນແລ້ວ.+ 33 ຄ້າຍຄືກັນ ເມື່ອພວກເຈົ້າເຫັນເຫດການທັງໝົດນີ້ ພວກເຈົ້າກໍຮູ້ວ່າລູກມະນຸດໃກ້ຊິມາຮອດແລ້ວ. ທີ່ຈິງ ເພິ່ນຢູ່ປະຕູແລ້ວ.+ 34 ຂ້ອຍຈະບອກໃຫ້ຮູ້ວ່າ ຄົນສະໄໝນີ້ຈະບໍ່ຕາຍກ່ອນທີ່ເຫດການທັງໝົດນີ້ຈະເກີດຂຶ້ນ. 35 ຟ້າກັບໂລກຈະດັບສູນໄປ ແຕ່ຄຳເວົ້າຂອງຂ້ອຍຈະບໍ່ມີວັນສູນຫາຍເລີຍ.+
36 ວັນແລະເວລານັ້ນບໍ່ມີຜູ້ໃດຮູ້ຈັກ+ ແມ່ນແຕ່ທູດສະຫວັນຫຼືລູກຂອງພະເຈົ້າກໍບໍ່ຮູ້ຈັກ ມີແຕ່ພະເຈົ້າຜູ້ເປັນພໍ່ເທົ່ານັ້ນທີ່ຮູ້ຈັກ.+ 37 ສະໄໝຂອງໂນອາເປັນແນວໃດ+ ການມາຂອງລູກມະນຸດກໍຈະເປັນແນວນັ້ນ.+ 38 ຕອນກ່ອນນ້ຳຖ້ວມ ຄົນພາກັນກິນກັນດື່ມແລະເອົາຜົວເອົາເມຍ. ເຂົາເຈົ້າເຮັດແບບນີ້ຈົນຮອດມື້ທີ່ໂນອາເຂົ້າໄປໃນເຮືອ.*+ 39 ເຂົາເຈົ້າບໍ່ສົນໃຈຈົນນ້ຳມາຖ້ວມແລະພັດເອົາເຂົາເຈົ້າໄປຈົນໝົດ.+ ການມາຂອງລູກມະນຸດກໍຈະເປັນແບບນັ້ນແຫຼະ. 40 ໃນຕອນນັ້ນ ຜູ້ຊາຍ 2 ຄົນຈະຢູ່ທົ່ງນາ. ຜູ້ໜຶ່ງຈະຖືກເອົາໄປ ແຕ່ອີກຜູ້ໜຶ່ງຈະຖືກປະໄວ້. 41 ຜູ້ຍິງ 2 ຄົນຈະບົດແປ້ງຢູ່. ຜູ້ໜຶ່ງຈະຖືກເອົາໄປ ແຕ່ອີກຜູ້ໜຶ່ງຈະຖືກປະໄວ້.+ 42 ດັ່ງນັ້ນ ໃຫ້ເຝົ້າລະວັງຢູ່ສະເໝີ ຍ້ອນພວກເຈົ້າບໍ່ຮູ້ວ່າຜູ້ເປັນນາຍຂອງພວກເຈົ້າຈະມາມື້ໃດ.+
43 ຢ່າລືມວ່າ ຖ້າເຈົ້າຂອງເຮືອນຮູ້ວ່າຂີ້ລັກຈະຂຶ້ນເຮືອນຕອນໃດ*+ ລາວຈະບໍ່ຫຼັບບໍ່ນອນແລະບໍ່ປ່ອຍໃຫ້ຂີ້ລັກເຂົ້າມາໃນເຮືອນ.+ 44 ພວກເຈົ້າກໍຕ້ອງກຽມພ້ອມແບບນັ້ນຄືກັນ+ ຍ້ອນລູກມະນຸດຈະມາໃນຕອນທີ່ພວກເຈົ້າບໍ່ໄດ້ຄາດຄິດ.
45 ທີ່ຈິງແລ້ວ ຜູ້ໃດເປັນທາດທີ່ສັດຊື່ແລະສຸຂຸມ*ທີ່ນາຍແຕ່ງຕັ້ງໄວ້ໃຫ້ເບິ່ງແຍງພວກຄົນຮັບໃຊ້ແລະແຈກຢາຍອາຫານໃຫ້ເຂົາເຈົ້າຕາມເວລາທີ່ເໝາະສົມ?+ 46 ເມື່ອນາຍມາແລະເຫັນທາດກຳລັງເຮັດໜ້າທີ່ຂອງຕົນ ທາດຄົນນັ້ນຈະມີຄວາມສຸກ.+ 47 ຂ້ອຍຈະບອກໃຫ້ຮູ້ວ່າ ນາຍຈະແຕ່ງຕັ້ງລາວໃຫ້ເບິ່ງແຍງຊັບສົມບັດທັງໝົດຂອງນາຍ.
48 ແຕ່ຖ້າທາດຄົນນັ້ນຊົ່ວແລະຄິດໃນໃຈວ່າ ‘ນາຍຂ້ອຍຍັງບໍ່ມາດອກ’+ 49 ແລ້ວລາວກໍເລີ່ມຕີໝູ່ທີ່ເປັນທາດນຳກັນ ກິນແລະດື່ມກັບຄົນຂີ້ເຫຼົ້າ. 50 ນາຍຂອງລາວຈະມາໃນມື້ທີ່ລາວບໍ່ຄາດຄິດແລະໃນເວລາທີ່ລາວບໍ່ຮູ້ໂຕ.+ 51 ນາຍຈະລົງໂທດລາວໜັກທີ່ສຸດ ແລະໄລ່ລາວໃຫ້ໄປຢູ່ກັບພວກຄົນຫຼອກລວງ. ຢູ່ຫັ້ນ ລາວຈະຮ້ອງໄຫ້ດ້ວຍຄວາມທຸກໃຈ.”*+
25 “ໃນເວລານັ້ນ ການປົກຄອງທີ່ຢູ່ໃນສະຫວັນປຽບຄືກັບຜູ້ສາວບໍລິສຸດ 10 ຄົນທີ່ຖືຕະກຽງ+ອອກໄປຕ້ອນຮັບເຈົ້າບ່າວ.+ 2 ໃນນັ້ນ ມີ 5 ຄົນເປັນຄົນໂງ່ ແລະອີກ 5 ຄົນເປັນຄົນສະຫຼາດ.*+ 3 ຜູ້ສາວທີ່ໂງ່ຖືຕະກຽງໄປ ແຕ່ບໍ່ໄດ້ເອົານ້ຳມັນສຳຮອງໄປນຳ 4 ສ່ວນຜູ້ສາວທີ່ສະຫຼາດຖືຕະກຽງໄປແລະເອົານ້ຳມັນສຳຮອງໄປນຳ. 5 ເມື່ອເຈົ້າບ່າວມາຊ້າ ເຂົາເຈົ້າທັງ 10 ຄົນກໍເຫງົານອນ ແລ້ວກໍເຊືອບຫຼັບໄປ. 6 ຕອນເດິກໆ ມີສຽງຄົນຮ້ອງວ່າ ‘ເຈົ້າບ່າວມາແລ້ວ ອອກໄປຕ້ອນຮັບລາວແມ້!’ 7 ຜູ້ສາວບໍລິສຸດທຸກຄົນກໍລຸກຂຶ້ນແລະກຽມຕະກຽງໃຫ້ພ້ອມ.+ 8 ຜູ້ສາວທີ່ໂງ່ເວົ້າກັບຜູ້ສາວທີ່ສະຫຼາດວ່າ ‘ແບ່ງນ້ຳມັນໃຫ້ພວກຂ້ອຍແດ່ ຕະກຽງຂອງພວກຂ້ອຍໃກ້ຊິມອດແລ້ວ.’ 9 ຜູ້ສາວທີ່ສະຫຼາດຕອບວ່າ ‘ນ້ຳມັນຄືຊິບໍ່ພໍສຳລັບພວກຂ້ອຍແລະພວກເຈົ້າດອກ. ໄປຊອກຊື້ນຳຄົນທີ່ຂາຍນ້ຳມັນສະ.’ 10 ແຕ່ຕອນທີ່ພວກຜູ້ສາວທີ່ໂງ່ໄປຊື້ນ້ຳມັນ ເຈົ້າບ່າວກໍມາຮອດ. ພວກຜູ້ສາວທີ່ກຽມພ້ອມກໍໄດ້ເຂົ້າໄປໃນງານແຕ່ງດອງກັບເຈົ້າບ່າວ+ ແລ້ວປະຕູກໍປິດ. 11 ເມື່ອຜູ້ສາວທີ່ໂງ່ 5 ຄົນນັ້ນກັບມາກໍຮ້ອງວ່າ ‘ທ່ານເອີ້ຍ ທ່ານເອີ້ຍ ເປີດປະຕູໃຫ້ພວກເຮົາແດ່!’+ 12 ເຈົ້າບ່າວບອກວ່າ ‘ຂ້ອຍບໍ່ຮູ້ຈັກພວກເຈົ້າ.’
13 ດັ່ງນັ້ນ ໃຫ້ເຝົ້າລະວັງຢູ່ສະເໝີ+ ຍ້ອນພວກເຈົ້າບໍ່ຮູ້ວ່າວັນແລະເວລານັ້ນຈະມາຮອດຕອນໃດ.+
14 ການປົກຄອງທີ່ຢູ່ໃນສະຫວັນຍັງປຽບຄືກັບຜູ້ຊາຍຄົນໜຶ່ງທີ່ກຳລັງຈະໄປຕ່າງປະເທດ. ກ່ອນຈະໄປ ລາວເອີ້ນທາດໃຫ້ມາຫາ ແລ້ວຝາກຊັບສິນໃຫ້ເຂົາເຈົ້າເບິ່ງແຍງ.+ 15 ລາວເອົາເງິນໃຫ້ທາດຜູ້ທີ 1 ໜັກ 5 ຕະລັນ* ຜູ້ທີ 2 ໜັກ 2 ຕະລັນ* ແລະຜູ້ທີ 3 ໜັກ 1 ຕະລັນ.* ລາວແບ່ງໃຫ້ທາດແຕ່ລະຄົນຕາມຄວາມສາມາດຂອງເຂົາເຈົ້າ ແລ້ວລາວກໍອອກເດີນທາງ. 16 ທາດທີ່ໄດ້ 5 ຕະລັນ*ເອົາເງິນນັ້ນໄປຄ້າຂາຍທັນທີ ແລ້ວໄດ້ກຳໄລ 5 ຕະລັນ. 17 ທາດທີ່ໄດ້ 2 ຕະລັນ*ກໍເອົາເງິນໄປຄ້າຂາຍຄືກັນ ແລ້ວໄດ້ກຳໄລ 2 ຕະລັນ. 18 ແຕ່ທາດທີ່ໄດ້ 1 ຕະລັນ*ພັດເອົາເງິນຂອງນາຍໄປຝັງໄວ້.
19 ຫຼັງຈາກເວລາຜ່ານໄປດົນເຕີບ ນາຍກໍກັບມາເພື່ອເບິ່ງວ່າທາດເອົາເງິນໄປເຮັດຫຍັງແດ່.+ 20 ທາດທີ່ໄດ້ 5 ຕະລັນ*ກໍເອົາເງິນຕົ້ນທຶນແລະກຳໄລອີກ 5 ຕະລັນມາໃຫ້ນາຍແລະເວົ້າວ່າ ‘ນາຍເອີ້ຍ ທ່ານຝາກເງິນໄວ້ນຳຂ້ອຍ 5 ຕະລັນ. ເບິ່ງແມ້ ຂ້ອຍໄດ້ກຳໄລມາອີກ 5 ຕະລັນ.’+ 21 ນາຍຈຶ່ງເວົ້າກັບລາວວ່າ ‘ດີຫຼາຍ ເຈົ້າເປັນທາດທີ່ດີແລະສັດຊື່. ເຈົ້າເບິ່ງແຍງເຄື່ອງຂອງເລັກນ້ອຍທີ່ຂ້ອຍຝາກໄວ້ຢ່າງສັດຊື່. ຂ້ອຍຈະໃຫ້ເຈົ້າເບິ່ງແຍງເຄື່ອງຂອງຫຼາຍຂຶ້ນອີກ.+ ໃຫ້ມາຮ່ວມຍິນດີນຳກັນກັບຂ້ອຍ.’+ 22 ແລ້ວທາດທີ່ໄດ້ 2 ຕະລັນ*ກໍເຂົ້າມາຫານາຍແລ້ວເວົ້າວ່າ ‘ນາຍເອີ້ຍ ທ່ານຝາກເງິນໄວ້ນຳຂ້ອຍ 2 ຕະລັນ. ເບິ່ງແມ້ ຂ້ອຍໄດ້ກຳໄລມາອີກ 2 ຕະລັນ.’+ 23 ນາຍຈຶ່ງເວົ້າກັບລາວວ່າ ‘ດີຫຼາຍ ເຈົ້າເປັນທາດທີ່ດີແລະສັດຊື່ ເຈົ້າເບິ່ງແຍງເຄື່ອງຂອງເລັກນ້ອຍທີ່ຂ້ອຍຝາກໄວ້ຢ່າງສັດຊື່. ຂ້ອຍຈະໃຫ້ເຈົ້າເບິ່ງແຍງເຄື່ອງຂອງຫຼາຍຂຶ້ນອີກ. ໃຫ້ມາຮ່ວມຍິນດີນຳກັນກັບຂ້ອຍ.’
24 ສຸດທ້າຍ ທາດທີ່ໄດ້ 1 ຕະລັນ*ກໍເຂົ້າມາຫານາຍແລະເວົ້າວ່າ ‘ນາຍເອີ້ຍ ຂ້ອຍຮູ້ວ່າທ່ານເປັນຄົນມັກຮຽກຮ້ອງຈາກຄົນອື່ນ. ທ່ານເກັບກ່ຽວສິ່ງທີ່ທ່ານບໍ່ໄດ້ຫວ່ານແລະເກັບລວບລວມເຂົ້າທີ່ທ່ານບໍ່ໄດ້ຝັດ.+ 25 ຂ້ອຍກໍເລີຍຢ້ານ ແລະເອົາເງິນຂອງທ່ານໄປຝັງໄວ້. ນີ້ເດ້ເງິນຂອງທ່ານ.’ 26 ນາຍຈຶ່ງເວົ້າກັບລາວວ່າ ‘ທາດຊົ່ວແລະຂີ້ຄ້ານ ຖ້າເຈົ້າຮູ້ວ່າຂ້ອຍເກັບກ່ຽວສິ່ງທີ່ຂ້ອຍບໍ່ໄດ້ຫວ່ານແລະເກັບລວບລວມເຂົ້າທີ່ຂ້ອຍບໍ່ໄດ້ຝັດ 27 ຄັນຊັ້ນ ເຈົ້າກໍຄວນເອົາເງິນໄປຝາກທະນາຄານ ບາດຂ້ອຍກັບມາ ຂ້ອຍຈະໄດ້ເງິນຄືນພ້ອມກັບດອກເບ້ຍ.’
28 ແລ້ວນາຍກໍສັ່ງຄົນຮັບໃຊ້ວ່າ ‘ເອົາເງິນ 1 ຕະລັນ*ຂອງລາວໃຫ້ຄົນທີ່ມີ 10 ຕະລັນ.*+ 29 ທຸກຄົນທີ່ມີຢູ່ແລ້ວຈະໄດ້ຮັບຫຼາຍຂຶ້ນແລະລາວຈະມີຢ່າງເຫຼືອເຟືອ ແຕ່ຄົນທີ່ບໍ່ມີ ແມ່ນແຕ່ສິ່ງທີ່ລາວມີບໍ່ຫຼາຍລາວກໍຈະເສຍໄປ.+ 30 ສ່ວນທາດທີ່ບໍ່ມີປະໂຫຍດຜູ້ນີ້ ໂຍນລາວອອກໄປບ່ອນມືດ. ຢູ່ຫັ້ນ ລາວຈະຮ້ອງໄຫ້ດ້ວຍຄວາມທຸກໃຈ.’*
31 ເມື່ອລູກມະນຸດ+ມາໃນຖານະຜູ້ມີອຳນາດພ້ອມກັບທູດສະຫວັນທັງໝົດ+ ເພິ່ນຈະນັ່ງເທິງບັນລັງອັນຍິ່ງໃຫຍ່ຂອງເພິ່ນ. 32 ຄົນທຸກຊາດຈະຖືກລວບລວມມາຢູ່ຕໍ່ໜ້າເພິ່ນ ແລະເພິ່ນຈະແຍກເຂົາເຈົ້າອອກຈາກກັນຄືກັບຜູ້ລ້ຽງແກະແຍກແກະອອກຈາກແບ້. 33 ເພິ່ນຈະໃຫ້ແກະ+ຢູ່ເບື້ອງຂວາມືຂອງເພິ່ນ ແຕ່ໃຫ້ແບ້ຢູ່ເບື້ອງຊ້າຍມືຂອງເພິ່ນ.+
34 ແລ້ວກະສັດຈະເວົ້າກັບຄົນທີ່ຢູ່ເບື້ອງຂວາມືວ່າ ‘ມາແມ້ ພວກເຈົ້າທີ່ໄດ້ຮັບພອນຈາກພໍ່ຂອງຂ້ອຍ ມາຮັບປະໂຫຍດຈາກການປົກຄອງຂອງພະເຈົ້າ*ທີ່ກຽມໄວ້ໃຫ້ພວກເຈົ້າຕັ້ງແຕ່ເລີ່ມມີໂລກນີ້.* 35 ຕອນທີ່ຂ້ອຍຫິວເຂົ້າ ພວກເຈົ້າກໍເອົາເຂົ້າໃຫ້ຂ້ອຍກິນ. ຕອນທີ່ຂ້ອຍຫິວນ້ຳ ພວກເຈົ້າກໍເອົານ້ຳໃຫ້ຂ້ອຍກິນ. ຕອນທີ່ຂ້ອຍເປັນແຂກແປກໜ້າ ພວກເຈົ້າກໍມີນ້ຳໃຈຕ້ອນຮັບຂ້ອຍເຂົ້າມາໃນເຮືອນ.+ 36 ຕອນທີ່ຂ້ອຍບໍ່ມີເຄື່ອງນຸ່ງໃສ່ ພວກເຈົ້າກໍເອົາເຄື່ອງນຸ່ງໃຫ້.+ ຕອນທີ່ຂ້ອຍບໍ່ສະບາຍ ພວກເຈົ້າກໍເບິ່ງແຍງ ແລະຕອນທີ່ຂ້ອຍຕິດຄຸກ ພວກເຈົ້າກໍມາຢາມ.’+ 37 ແລ້ວຄົນທີ່ເຊື່ອຟັງພະເຈົ້າ*ຈະບອກກະສັດວ່າ ‘ນາຍເອີ້ຍ ຕອນທີ່ທ່ານຫິວເຂົ້າ ພວກເຮົາເຄີຍເອົາເຂົ້າໃຫ້ທ່ານກິນຕອນໃດ? ຫຼືຕອນທີ່ທ່ານຫິວນ້ຳ ພວກເຮົາເຄີຍເອົານ້ຳໃຫ້ທ່ານກິນຕອນໃດ?+ 38 ຕອນທີ່ທ່ານເປັນແຂກແປກໜ້າ ພວກເຮົາເຄີຍຕ້ອນຮັບທ່ານເຂົ້າມາໃນເຮືອນຕອນໃດ? ຫຼືຕອນທີ່ທ່ານບໍ່ມີເຄື່ອງນຸ່ງ ພວກເຮົາເຄີຍເອົາເຄື່ອງນຸ່ງໃຫ້ທ່ານຕອນໃດ? 39 ແລະຕອນທີ່ທ່ານບໍ່ສະບາຍຫຼືຕິດຄຸກ ພວກເຮົາເຄີຍໄປຢາມທ່ານຕອນໃດ?’ 40 ກະສັດຈະຕອບເຂົາເຈົ້າວ່າ ‘ຂ້ອຍຈະບອກໃຫ້ຮູ້ວ່າ ຕອນທີ່ພວກເຈົ້າເຮັດແບບນັ້ນຕໍ່ພີ່ນ້ອງຂອງຂ້ອຍແມ່ນແຕ່ຄົນຕ່ຳຕ້ອຍທີ່ສຸດກໍສ່ຳກັບວ່າພວກເຈົ້າໄດ້ເຮັດຕໍ່ຂ້ອຍຄືກັນ.’+
41 ແລ້ວກະສັດຈະເວົ້າກັບພວກທີ່ຢູ່ເບື້ອງຊ້າຍມືຂອງເພິ່ນວ່າ ‘ພວກທີ່ຖືກສາບແຊ່ງ ໜີໄປໄກໆແມະ.+ ເຂົ້າໄປໃນໄຟທີ່ບໍ່ມີມື້ມອດ*ພຸ້ນ.+ ບ່ອນນັ້ນຖືກກຽມໄວ້ສຳລັບມານຮ້າຍແລະທູດສະຫວັນທີ່ຢູ່ຝ່າຍມັນ.+ 42 ຕອນທີ່ຂ້ອຍຫິວເຂົ້າ ພວກເຈົ້າກໍບໍ່ເອົາເຂົ້າໃຫ້ຂ້ອຍກິນ. ຕອນທີ່ຂ້ອຍຫິວນ້ຳ ພວກເຈົ້າກໍບໍ່ເອົານ້ຳໃຫ້ຂ້ອຍກິນ. 43 ຕອນທີ່ຂ້ອຍເປັນແຂກແປກໜ້າ ພວກເຈົ້າກໍບໍ່ມີນ້ຳໃຈຕ້ອນຮັບຂ້ອຍເຂົ້າມາໃນເຮືອນ. ຕອນທີ່ຂ້ອຍບໍ່ມີເຄື່ອງນຸ່ງໃສ່ ພວກເຈົ້າກໍບໍ່ເອົາເຄື່ອງນຸ່ງມາໃຫ້ຂ້ອຍ ແລະຕອນທີ່ຂ້ອຍບໍ່ສະບາຍແລະຕິດຄຸກ ພວກເຈົ້າກໍບໍ່ໄດ້ເບິ່ງແຍງຂ້ອຍ.’ 44 ແລ້ວເຂົາເຈົ້າຈະເວົ້າແບບດຽວກັນວ່າ ‘ນາຍເອີ້ຍ ຕອນທີ່ພວກເຮົາເຫັນທ່ານຫິວເຂົ້າ ຫຼືຫິວນ້ຳ ຫຼືເປັນແຂກແປກໜ້າ ຫຼືບໍ່ມີເຄື່ອງນຸ່ງໃສ່ ຫຼືບໍ່ສະບາຍ ຫຼືຕິດຄຸກ ພວກເຮົາເບິ່ງແຍງທ່ານບໍ່ແມ່ນບໍ?’ 45 ກະສັດຈະຕອບເຂົາເຈົ້າວ່າ ‘ຂ້ອຍຈະບອກໃຫ້ຮູ້ວ່າ ຍ້ອນພວກເຈົ້າບໍ່ໄດ້ເຮັດແບບນັ້ນຕໍ່ພີ່ນ້ອງຂອງຂ້ອຍແມ່ນແຕ່ຄົນຕ່ຳຕ້ອຍທີ່ສຸດກໍສ່ຳກັບວ່າພວກເຈົ້າບໍ່ໄດ້ເຮັດຕໍ່ຂ້ອຍຄືກັນ.’+ 46 ຄົນແບບນີ້ຈະຖືກທຳລາຍຕະຫຼອດໄປ+ ແຕ່ຄົນທີ່ເຊື່ອຟັງພະເຈົ້າ*ຈະໄດ້ຮັບຊີວິດຕະຫຼອດໄປ.”+
26 ຫຼັງຈາກເວົ້າເລື່ອງທັງໝົດນີ້ແລ້ວ ພະເຢຊູກໍບອກພວກລູກສິດວ່າ: 2 “ພວກເຈົ້າກະຮູ້ຢູ່ວ່າອີກ 2 ມື້ຈະແມ່ນເທດສະການປັດສະຄາ+ ແລະລູກມະນຸດຈະຖືກມອບໃຫ້ສັດຕູປະຫານຢູ່ເທິງເສົາ.”+
3 ຕອນນັ້ນ ພວກຫົວໜ້າປະໂລຫິດກັບພວກຜູ້ນຳຄົນຢິວມາປະຊຸມກັນຢູ່ເດີ່ນບ້ານຂອງປະໂລຫິດໃຫຍ່ຊື່ກາຢະຟາ.+ 4 ເຂົາເຈົ້າວາງແຜນຊົ່ວ+ເພື່ອຈະຈັບພະເຢຊູໄປຂ້າ. 5 ແຕ່ເຂົາເຈົ້າພາກັນເວົ້າວ່າ: “ຢ່າຟ້າວເຮັດໃນຍາມເທດສະການ ຈັກໜ້ອຍຈະເຮັດໃຫ້ປະຊາຊົນວຸ່ນວາຍ.”
6 ຕອນທີ່ພະເຢຊູຢູ່ບ້ານເບັດທານີ ໃນເຮືອນຂອງຊີໂມນທີ່ເຄີຍເປັນຂີ້ທູດ+ 7 ມີຜູ້ຍິງຄົນໜຶ່ງຖືຂວດ*ນ້ຳມັນຫອມລາຄາແພງເຂົ້າມາຫາພະເຢຊູ ແລ້ວລາວກໍເທນ້ຳມັນຫອມໃສ່ຫົວເພິ່ນຕອນທີ່ເພິ່ນກຳລັງກິນເຂົ້າ. 8 ເມື່ອພວກລູກສິດເຫັນແບບນັ້ນກໍບໍ່ພໍໃຈແລະພາກັນເວົ້າວ່າ: “ເປັນຫຍັງຄືເຮັດຖິ້ມເຮັດເສຍຈັ່ງຊີ້? 9 ຖ້າເອົາໄປຂາຍຄືຊິໄດ້ເງິນຫຼາຍ ແລ້ວເອົາເງິນໄປຊ່ວຍຄົນທຸກກະດີກວ່າ.” 10 ພະເຢຊູຮູ້ວ່າເຂົາເຈົ້າເວົ້າຫຍັງ ເພິ່ນຈຶ່ງບອກວ່າ: “ເປັນຫຍັງຈຶ່ງເວົ້າໃຫ້ລາວຈັ່ງຊັ້ນ? ລາວເຮັດແນວທີ່ດີຕໍ່ຂ້ອຍ. 11 ຄົນທຸກຈະຢູ່ກັບພວກເຈົ້າຕະຫຼອດ+ ແຕ່ຂ້ອຍຈະບໍ່ໄດ້ຢູ່ກັບພວກເຈົ້າຕະຫຼອດ.+ 12 ລາວເທນ້ຳມັນຫອມໃສ່ຂ້ອຍກໍເພື່ອກຽມຮ່າງກາຍຂອງຂ້ອຍໄວ້ສຳລັບການຝັງສົບ.+ 13 ຂ້ອຍຈະບອກໃຫ້ຮູ້ວ່າ ຂ່າວດີປະກາດໄປຮອດບ່ອນໃດໃນໂລກ ສິ່ງທີ່ຜູ້ຍິງຄົນນີ້ເຮັດກໍຈະຮູ້ໄປຮອດບ່ອນນັ້ນ ແລະຄົນຈະບໍ່ລືມລາວ.”+
14 ໃນອັກຄະສາວົກ* 12 ຄົນ ຜູ້ທີ່ຊື່ຢູດາອິສະກາຣີອົດ+ໄດ້ໄປຫາພວກຫົວໜ້າປະໂລຫິດ+ 15 ແລະຖາມວ່າ: “ຖ້າຂ້ອຍທໍລະຍົດເຢຊູເພື່ອພວກເຈົ້າຈະຈັບລາວໄດ້ ພວກເຈົ້າຊິເອົາຫຍັງໃຫ້ຂ້ອຍ?”+ ພວກປະໂລຫິດໃຫຍ່ຕົກລົງວ່າຈະເອົາຫຼຽນເງິນໃຫ້ລາວ 30 ຫຼຽນ.+ 16 ຕັ້ງແຕ່ນັ້ນມາ ຢູດາຈຶ່ງຊອກຫາໂອກາດທີ່ເໝາະເພື່ອຈະທໍລະຍົດພະເຢຊູ.
17 ໃນມື້ທຳອິດ*ຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອ+ ພວກລູກສິດມາຖາມພະເຢຊູວ່າ: “ທ່ານຢາກໃຫ້ພວກເຮົາກຽມປັດສະຄາສຳລັບທ່ານຢູ່ໃສ?”+ 18 ພະເຢຊູຕອບວ່າ: “ເຂົ້າໄປໃນເມືອງ ແລ້ວພວກເຈົ້າຈະເຫັນຜູ້ຊາຍຄົນໜຶ່ງ. ໃຫ້ບອກລາວວ່າ ‘ອາຈານບອກວ່າ “ເວລາທີ່ກຳນົດໄວ້ສຳລັບຂ້ອຍໃກ້ຈະຮອດແລ້ວ ຂ້ອຍຈະສະຫຼອງປັດສະຄາກັບພວກລູກສິດຢູ່ເຮືອນຂອງເຈົ້າ.”’” 19 ພວກລູກສິດກໍເຮັດຕາມທີ່ພະເຢຊູສັ່ງ ແລ້ວກຽມການສະຫຼອງປັດສະຄາໄວ້.
20 ເມື່ອຮອດຕອນຄ່ຳ+ ພະເຢຊູກັບລູກສິດ 12 ຄົນກໍນັ່ງນຳກັນຢູ່ໂຕະ.+ 21 ຕອນທີ່ກຳລັງກິນເຂົ້າ ພະເຢຊູເວົ້າວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ໃນພວກເຈົ້າມີຜູ້ໜຶ່ງຈະທໍລະຍົດຂ້ອຍ.”+ 22 ເມື່ອພວກລູກສິດໄດ້ຍິນກໍບໍ່ສະບາຍໃຈຫຼາຍ ແຕ່ລະຄົນຈຶ່ງຖາມພະເຢຊູວ່າ: “ອາຈານ ບໍ່ແມ່ນຂ້ອຍຕີ້?” 23 ພະເຢຊູຕອບວ່າ: “ຜູ້ທີ່ຈະທໍລະຍົດຂ້ອຍແມ່ນຜູ້ທີ່ເອົາເຂົ້າຈີ່ຈ້ຳໃນຖ້ວຍໃບດຽວກັບຂ້ອຍ.+ 24 ແມ່ນຢູ່ລູກມະນຸດຈະຕ້ອງຕາຍຕາມທີ່ພະຄຳພີບອກໄວ້ ແຕ່ຜູ້ທີ່ທໍລະຍົດລູກມະນຸດຈະຕ້ອງຈິບຫາຍ!+ ຖ້າຜູ້ນັ້ນບໍ່ໄດ້ເກີດມາກະຄືຊິດີກວ່າ.”+ 25 ຢູດາຜູ້ທີ່ຈະທໍລະຍົດພະເຢຊູຖາມວ່າ: “ອາຈານ ບໍ່ແມ່ນຂ້ອຍຕີ້?” ເພິ່ນຕອບລາວວ່າ: “ເຈົ້າກໍຮູ້ຄຳຕອບຢູ່ແລ້ວ.”
26 ຕອນທີ່ຍັງກິນເຂົ້າຢູ່ ພະເຢຊູຈັບເອົາເຂົ້າຈີ່ແຜ່ນໜຶ່ງ ແລ້ວອະທິດຖານຂອບໃຈພະເຈົ້າ. ຈາກນັ້ນ ເພິ່ນກໍຫັກເຂົ້າຈີ່+ແລະຍື່ນໃຫ້ພວກລູກສິດແລ້ວເວົ້າວ່າ: “ກິນເຂົ້າຈີ່ນີ້ແມ້. ນີ້ໝາຍເຖິງຮ່າງກາຍຂອງຂ້ອຍ.”+ 27 ແລ້ວພະເຢຊູກໍຈັບເອົາຈອກຂຶ້ນມາ ອະທິດຖານຂອບໃຈພະເຈົ້າ ແລ້ວຍື່ນໃຫ້ເຂົາເຈົ້າ. ເພິ່ນເວົ້າວ່າ: “ໃຫ້ທຸກຄົນກິນຈາກຈອກນີ້.+ 28 ນີ້ໝາຍເຖິງເລືອດຂອງຂ້ອຍ ເປັນ ‘ເລືອດ+ທີ່ເຮັດໃຫ້ສັນຍາມີຜົນບັງຄັບໃຊ້’+ ເຊິ່ງຈະຕ້ອງໄຫຼອອກເພື່ອເຮັດໃຫ້ຄວາມຜິດຂອງຄົນຈຳນວນຫຼາຍ+ໄດ້ຮັບການຍົກໂທດ.+ 29 ແຕ່ຂ້ອຍຈະບອກໃຫ້ຮູ້ວ່າ ຂ້ອຍຈະບໍ່ກິນເຫຼົ້າແວງອີກເລີຍ ຈົນກວ່າຈະຮອດມື້ນັ້ນທີ່ຂ້ອຍຈະກິນເຫຼົ້າແວງໃໝ່ກັບພວກເຈົ້າຕອນທີ່ພວກເຈົ້າມີສ່ວນໃນການປົກຄອງຂອງພະເຈົ້າຜູ້ເປັນພໍ່ຂອງຂ້ອຍ.”+ 30 ຈາກນັ້ນ ພະເຢຊູກັບພວກລູກສິດໄດ້ຮ້ອງເພງສັນລະເສີນພະເຈົ້າ ແລ້ວເຂົາເຈົ້າກໍພາກັນອອກໄປພູໝາກກອກ.+
31 ພະເຢຊູບອກເຂົາເຈົ້າວ່າ: “ຄືນນີ້ ພວກເຈົ້າທຸກຄົນຈະຖິ້ມຂ້ອຍຍ້ອນເລື່ອງທີ່ຈະເກີດຂຶ້ນກັບຂ້ອຍ ຄືກັບທີ່ພະຄຳພີບອກໄວ້ວ່າ ‘ເຮົາຈະຂ້າຜູ້ລ້ຽງແກະ ແລະແກະໃນຝູງຈະກະຈັດກະຈາຍກັນໄປ.’+ 32 ແຕ່ເມື່ອຂ້ອຍຄືນມາຈາກຕາຍແລ້ວ ຂ້ອຍຈະໄປຖ້າພວກເຈົ້າຢູ່ແຂວງຄາລີເລ.”+ 33 ເປໂຕບອກພະເຢຊູວ່າ: “ເຖິງວ່າທຸກຄົນຈະຖິ້ມທ່ານຍ້ອນເລື່ອງທີ່ຈະເກີດຂຶ້ນກັບທ່ານ ແຕ່ຂ້ອຍຈະບໍ່ມີວັນຖິ້ມທ່ານເລີຍ!”+ 34 ພະເຢຊູບອກລາວວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ໃນຄືນນີ້ກ່ອນໄກ່ຂັນ ເຈົ້າຈະປະຕິເສດຮອດ 3 ເທື່ອວ່າບໍ່ຮູ້ຈັກຂ້ອຍ.”+ 35 ເປໂຕບອກພະເຢຊູວ່າ: “ເຖິງວ່າຂ້ອຍຈະຕ້ອງຕາຍພ້ອມກັບທ່ານ ບໍ່ມີທາງທີ່ຂ້ອຍຈະປະຕິເສດວ່າບໍ່ຮູ້ຈັກທ່ານ.”+ ລູກສິດທຸກຄົນກໍເວົ້າແບບດຽວກັນ.
36 ພະເຢຊູກັບພວກລູກສິດຍ່າງມາຮອດສວນທີ່ຊື່ວ່າເຄັດເຊມາເນ+ ແລ້ວເພິ່ນບອກເຂົາເຈົ້າວ່າ: “ໃຫ້ນັ່ງຖ້າຢູ່ນີ້ ຂ້ອຍຈະໄປອະທິດຖານຢູ່ພຸ້ນ.”+ 37 ພະເຢຊູພາເປໂຕກັບລູກຊາຍ 2 ຄົນຂອງເຊເບດາຍໄປນຳ. ຕອນນັ້ນ ເພິ່ນຮູ້ສຶກໂສກເສົ້າແລະທຸກໃຈຫຼາຍ.+ 38 ເພິ່ນຈຶ່ງບອກເຂົາເຈົ້າວ່າ: “ຂ້ອຍທຸກໃຈຈົນເກືອບຊິຕາຍແລ້ວ. ໃຫ້ພວກເຈົ້າຢູ່ນີ້ແລະເຝົ້າລະວັງຢູ່ສະເໝີນຳກັນກັບຂ້ອຍ.”+ 39 ພະເຢຊູໄດ້ຍ່າງໄປອີກໜ້ອຍໜຶ່ງ ແລ້ວເພິ່ນກໍໝູບໜ້າລົງອະທິດຖານວ່າ:+ “ພໍ່ເອີ້ຍ ຖ້າເປັນໄປໄດ້ ຂໍໃຫ້ຈອກນີ້*+ກາຍລູກໄປ. ແຕ່ຢ່າໃຫ້ເປັນໄປຕາມທີ່ລູກຕ້ອງການ ຂໍໃຫ້ເປັນໄປຕາມທີ່ພໍ່ຕ້ອງການ.”+
40 ພະເຢຊູກັບມາຫາພວກລູກສິດແລະເຫັນວ່າເຂົາເຈົ້າກຳລັງນອນຫຼັບ ເພິ່ນຈຶ່ງບອກເປໂຕວ່າ: “ພວກເຈົ້າເຝົ້າລະວັງຄືກັບຂ້ອຍຈັກຊົ່ວໂມງໜຶ່ງບໍ່ໄດ້ບໍ?+ 41 ພວກເຈົ້າຕ້ອງເຝົ້າລະວັງຢູ່ສະເໝີ+ແລະອະທິດຖານຢູ່ເລື້ອຍໆ+ເພື່ອພວກເຈົ້າຈະບໍ່ຍອມແພ້ເມື່ອຖືກທົດສອບ.+ ເຖິງວ່າໃຈສູ້* ແຕ່ຮ່າງກາຍຂອງພວກເຈົ້າກໍຍັງອ່ອນແອ.”+ 42 ພະເຢຊູອອກໄປອີກເປັນເທື່ອທີ 2 ແລະອະທິດຖານວ່າ: “ພໍ່ເອີ້ຍ ຖ້າລູກຫຼີກຈາກຈອກນີ້ບໍ່ໄດ້ແລະຕ້ອງໄດ້ກິນແທ້ໆ ກໍຂໍໃຫ້ເປັນໄປຕາມທີ່ພໍ່ຕ້ອງການ.”+ 43 ເມື່ອພະເຢຊູກັບມາກໍເຫັນພວກລູກສິດກຳລັງນອນຫຼັບຍ້ອນເຂົາເຈົ້າຢາກນອນແຮງ. 44 ເພິ່ນຈຶ່ງປະເຂົາເຈົ້າໄວ້ ແລະໄປອະທິດຖານອີກເປັນເທື່ອທີ 3. 45 ແລ້ວພະເຢຊູກໍກັບມາຫາພວກລູກສິດແລະບອກເຂົາເຈົ້າວ່າ: “ໃນເວລາແບບນີ້ພວກເຈົ້າຍັງນອນຫຼັບພັກຜ່ອນຢູ່ບໍ! ຕອນນີ້ໃກ້ຈະຮອດເວລາແລ້ວທີ່ລູກມະນຸດຈະຖືກທໍລະຍົດແລະຖືກຈັບ. 46 ລຸກຂຶ້ນ. ໄປ໋! ຄົນທີ່ທໍລະຍົດຂ້ອຍມາແລ້ວ.” 47 ພະເຢຊູເວົ້າຍັງບໍ່ທັນສຸດຄວາມ ຢູດາທີ່ເປັນຜູ້ໜຶ່ງໃນອັກຄະສາວົກ 12 ຄົນກໍມາຮອດພ້ອມກັບຄົນກຸ່ມໃຫຍ່ທີ່ຖືດາບຖືໄມ້ຄ້ອນມານຳ. ພວກນີ້ເປັນຄົນຂອງພວກຫົວໜ້າປະໂລຫິດແລະພວກຜູ້ນຳຄົນຢິວ.+
48 ຜູ້ທີ່ທໍລະຍົດພະເຢຊູບອກພວກນັ້ນໄວ້ແລ້ວວ່າ: “ຖ້າຂ້ອຍຈູບຜູ້ໃດ ໃຫ້ຈັບຜູ້ນັ້ນ.” 49 ຢູດາຍ່າງເຂົ້າມາຫາພະເຢຊູແລະເວົ້າວ່າ: “ສະບາຍດີ ອາຈານ!” ແລ້ວກໍຈູບເພິ່ນຄ່ອຍໆ. 50 ແຕ່ພະເຢຊູເວົ້າກັບລາວວ່າ: “ເຈົ້າມານີ້ເຮັດຫຍັງ?”+ ແລ້ວພວກນັ້ນກໍເຂົ້າມາຈັບເພິ່ນ. 51 ແຕ່ຜູ້ໜຶ່ງທີ່ຢູ່ກັບພະເຢຊູໄດ້ຖອດດາບອອກມາຟັນທາດຂອງປະໂລຫິດໃຫຍ່ ແລະຖືກຫູຂອງລາວຂາດເບື້ອງໜຶ່ງ.+ 52 ພະເຢຊູບອກຜູ້ນັ້ນວ່າ: “ເອົາດາບມ້ຽນໄວ້ໃນຝັກສະ+ ເພາະທຸກຄົນທີ່ໃຊ້ດາບຈະຕາຍຍ້ອນດາບ.+ 53 ພວກເຈົ້າຄິດວ່າຂ້ອຍຈະຂໍພໍ່ຂອງຂ້ອຍໃຫ້ຊ່ວຍບໍ່ໄດ້ບໍ? ເພິ່ນຈະສົ່ງທູດສະຫວັນຫຼາຍກວ່າ 12 ກອງທັບມາຊ່ວຍຂ້ອຍຕອນນີ້ເລີຍກໍໄດ້.+ 54 ແຕ່ຖ້າຂ້ອຍເຮັດແບບນັ້ນ ສິ່ງທີ່ຂຽນໄວ້ໃນພະຄຳພີຈະເກີດຂຶ້ນແທ້ໄດ້ແນວໃດ?” 55 ແລ້ວພະເຢຊູເວົ້າກັບຄົນກຸ່ມໃຫຍ່ນັ້ນວ່າ: “ເປັນຫຍັງຕ້ອງຖືດາບຖືໄມ້ຄ້ອນມາຈັບຂ້ອຍຄືກັບຈັບໂຈນ? ຂ້ອຍນັ່ງສອນຢູ່ວິຫານທຸກມື້+ ພວກເຈົ້າຄືບໍ່ມາຈັບ?+ 56 ແຕ່ມັນເປັນແນວນີ້ກໍເພື່ອໃຫ້ສິ່ງທີ່ພວກຜູ້ພະຍາກອນຂຽນໄວ້ເກີດຂຶ້ນແທ້.”+ ແລ້ວລູກສິດທຸກຄົນກໍຖິ້ມພະເຢຊູແລ້ວໜີໄປ.+
57 ພວກນັ້ນຈັບພະເຢຊູໄປເຮືອນປະໂລຫິດໃຫຍ່ກາຢະຟາ.+ ພວກຄູສອນສາສະໜາກັບພວກຜູ້ນຳຄົນຢິວກໍມາລວມກັນຢູ່ຫັ້ນແລ້ວ.+ 58 ສ່ວນເປໂຕໄດ້ນຳຫຼັງພະເຢຊູໄປຫ່າງໆຈົນຮອດເດີ່ນບ້ານຂອງປະໂລຫິດໃຫຍ່ ແລ້ວລາວກໍເຂົ້າໄປນັ່ງຢູ່ກັບພວກຄົນຮັບໃຊ້ເພື່ອຖ້າເບິ່ງວ່າຈະມີຫຍັງເກີດຂຶ້ນ.+
59 ພວກຫົວໜ້າປະໂລຫິດກັບສະມາຊິກທຸກຄົນຂອງສານຊັນເຮດຣິນກໍຊອກພະຍານຕົວະມາໃສ່ຮ້າຍພະເຢຊູເພື່ອຈະເຮັດໃຫ້ເພິ່ນຖືກໂທດປະຫານ.+ 60 ເຖິງຈະມີພະຍານຕົວະຫຼາຍຄົນມາໃຫ້ການ ແຕ່ເຂົາເຈົ້າກໍບໍ່ສາມາດຊອກຫາພະຍານທີ່ໜ້າເຊື່ອຖືໄດ້.+ ໃນທີ່ສຸດກໍມີ 2 ຄົນມາໃຫ້ການວ່າ: 61 “ຜູ້ນີ້ເຄີຍເວົ້າວ່າ ‘ຂ້ອຍສາມາດທຳລາຍວິຫານຂອງພະເຈົ້າ ແລ້ວສ້າງຂຶ້ນໃໝ່ພາຍໃນ 3 ມື້.’”+ 62 ປະໂລຫິດໃຫຍ່ກໍລຸກຂຶ້ນເວົ້າກັບພະເຢຊູວ່າ: “ເຈົ້າຊິບໍ່ເວົ້າຫຍັງຫວະ? ເຈົ້າບໍ່ໄດ້ຍິນບໍ ພວກນີ້ກ່າວຫາເຈົ້າແນວໃດ?”+ 63 ແຕ່ພະເຢຊູບໍ່ຕອບ+ ປະໂລຫິດໃຫຍ່ຈຶ່ງເວົ້າກັບເພິ່ນວ່າ: “ຂ້ອຍຂໍສັ່ງເຈົ້າໃຫ້ສາບານໃນນາມຂອງພະເຈົ້າຜູ້ມີຊີວິດຢູ່ຕະຫຼອດໄປ. ບອກມາດຽວນີ້ ເຈົ້າແມ່ນພະຄລິດລູກຂອງພະເຈົ້າແມ່ນບໍ.”+ 64 ພະເຢຊູຕອບລາວວ່າ: “ແມ່ນແລ້ວ.* ຂ້ອຍຈະບອກເຈົ້າວ່າ ຕັ້ງແຕ່ນີ້ໄປ ພວກເຈົ້າຈະເຫັນລູກມະນຸດ+ນັ່ງຢູ່ເບື້ອງຂວາມືຂອງພະເຈົ້າຜູ້ມີລິດເດດ+ ແລະຈະເຫັນເພິ່ນມາເທິງຂີ້ເຝື້ອໃນທ້ອງຟ້າ.”+ 65 ແລ້ວປະໂລຫິດໃຫຍ່ກໍຈີກເສື້ອຄຸມຂອງໂຕເອງແລະເວົ້າວ່າ: “ລາວໝິ່ນປະໝາດພະເຈົ້າ! ພວກເຮົາຍັງຕ້ອງມີພະຍານອີກຫວະ? ພວກເຈົ້າກໍໄດ້ຍິນແລ້ວວ່າລາວໝິ່ນປະໝາດພະເຈົ້າ. 66 ພວກເຈົ້າຄິດວ່າຄວນເຮັດແນວໃດກັບລາວ?” ຄົນພວກນັ້ນຕອບວ່າ: “ລາວສົມຄວນຕາຍ.”+ 67 ແລ້ວເຂົາເຈົ້າກໍຖົ່ມນ້ຳລາຍໃສ່ໜ້າພະເຢຊູ+ແລະຊົກເພິ່ນ.+ ບາງຄົນກໍຕົບໜ້າເພິ່ນ+ 68 ແລະເວົ້າວ່າ: “ພະຄລິດເອີ້ຍ ທວາຍເບິ່ງດຸວ່າແມ່ນໃຜຕົບເຈົ້າ?”
69 ຕອນນັ້ນ ເປໂຕນັ່ງຢູ່ເດີ່ນບ້ານ ມີສາວໃຊ້ຄົນໜຶ່ງມາທ້ວງລາວວ່າ: “ເຈົ້າເປັນໝູ່ຂອງເຢຊູຄົນຄາລີເລຕົ໋ວ!”+ 70 ແຕ່ເປໂຕປະຕິເສດຕໍ່ໜ້າທຸກຄົນທີ່ຢູ່ຫັ້ນວ່າ: “ຂ້ອຍບໍ່ຮູ້ຈັກລາວ. ເຈົ້າເວົ້າເລື່ອງຫຍັງ?” 71 ຈາກນັ້ນ ເປໂຕກໍຍ່າງໄປປະຕູທາງເຂົ້າ. ມີຜູ້ຍິງອີກຄົນໜຶ່ງເຫັນລາວແລະເວົ້າກັບຄົນທີ່ຢູ່ແຖວນັ້ນວ່າ: “ຜູ້ນີ້ເປັນໝູ່ຂອງເຢຊູຄົນນາຊາເຣັດ.”+ 72 ເປໂຕປະຕິເສດອີກແລະສາບານວ່າ: “ຂ້ອຍບໍ່ຮູ້ຈັກຜູ້ນັ້ນແທ້ໆ!” 73 ຫຼັງຈາກນັ້ນໜ້ອຍໜຶ່ງ ພວກທີ່ຢືນຢູ່ແຖວນັ້ນກໍເຂົ້າມາເວົ້າກັບເປໂຕວ່າ: “ແມ່ນແລ້ວ ເຈົ້າເປັນຜູ້ໜຶ່ງໃນພວກນັ້ນແທ້ໆ. ສຳນຽງຂອງເຈົ້າຄືກັບຄົນຄາລີເລ.” 74 ເປໂຕເລີ່ມສາບານວ່າ ຖ້າລາວເວົ້າຕົວະຂໍໃຫ້ລາວຖືກລົງໂທດ ແລະຍັງເວົ້າອີກວ່າ: “ຂ້ອຍບໍ່ຮູ້ຈັກຜູ້ນັ້ນແທ້ໆ!” ທັນໃດນັ້ນ ໄກ່ກໍຂັນ. 75 ແລ້ວເປໂຕກໍຄິດພໍ້ຄຳເວົ້າຂອງພະເຢຊູທີ່ວ່າ: “ກ່ອນໄກ່ຂັນ ເຈົ້າຈະປະຕິເສດຮອດ 3 ເທື່ອວ່າບໍ່ຮູ້ຈັກຂ້ອຍ.”+ ຈາກນັ້ນ ລາວກໍອອກໄປທາງນອກແລະຮ້ອງໄຫ້ດ້ວຍຄວາມເຈັບປວດໃຈຫຼາຍ.
27 ເມື່ອຮອດຕອນເຊົ້າ ພວກຫົວໜ້າປະໂລຫິດກັບພວກຜູ້ນຳຄົນຢິວທຸກຄົນກໍມາປະຊຸມປຶກສາກັນເພື່ອຈະຕັດສິນປະຫານພະເຢຊູ.+ 2 ເຂົາເຈົ້າມັດມືເພິ່ນ ແລ້ວສົ່ງໄປໃຫ້ປີລາດທີ່ເປັນເຈົ້າແຂວງ.+
3 ເມື່ອຢູດາຜູ້ທີ່ທໍລະຍົດເຫັນວ່າພະເຢຊູຖືກຕັດສິນລົງໂທດ ລາວກໍຮູ້ສຶກເສຍໃຈ. ລາວຈຶ່ງເອົາຫຼຽນເງິນ 30 ຫຼຽນໄປສົ່ງຄືນໃຫ້ພວກຫົວໜ້າປະໂລຫິດກັບພວກຜູ້ນຳຄົນຢິວ.+ 4 ລາວເວົ້າວ່າ: “ຂ້ອຍເຮັດຜິດແລ້ວທີ່ມອບຄົນທີ່ບໍ່ມີຄວາມຜິດໃຫ້ພວກເຈົ້າ.” ເຂົາເຈົ້າບອກວ່າ: “ກະເລື່ອງຂອງເຈົ້າ ບໍ່ກ່ຽວກັບພວກຂ້ອຍ.” 5 ຢູດາຈຶ່ງໂຍນຫຼຽນເງິນໄວ້ໃນວິຫານ ແລ້ວໄປແຂວນຄໍຕາຍ.+ 6 ພວກຫົວໜ້າປະໂລຫິດເອົາເງິນນັ້ນມາແລະເວົ້າວ່າ: “ເງິນນີ້ເປື້ອນເລືອດ ເຮົາຊິເອົາມາລວມກັບເງິນຂອງວິຫານບໍ່ໄດ້.” 7 ເຂົາເຈົ້າຈຶ່ງປຶກສາກັນ ແລ້ວເອົາເງິນນັ້ນໄປຊື້ດິນຂອງຊ່າງປັ້ນໝໍ້ເພື່ອໃຊ້ເປັນບ່ອນຝັງສົບຂອງຄົນຕ່າງຖິ່ນ. 8 ບ່ອນນັ້ນຈຶ່ງຖືກເອີ້ນວ່າ “ນາເລືອດ”+ ຈົນຮອດທຸກມື້ນີ້. 9 ດັ່ງນັ້ນ ສິ່ງທີ່ພະເຈົ້າບອກໄວ້ຜ່ານທາງຜູ້ພະຍາກອນເຢເຣມີຢາກໍເກີດຂຶ້ນແທ້ທີ່ວ່າ: “ເຂົາເຈົ້າເອົາຫຼຽນເງິນ 30 ຫຼຽນທີ່ພວກອິດສະຣາເອນບາງຄົນໄດ້ຕັ້ງເປັນຄ່າໂຕຂອງຜູ້ນັ້ນ 10 ໄປຊື້ນາຂອງຊ່າງປັ້ນໝໍ້ຕາມທີ່ພະເຢໂຫວາ*ສັ່ງຂ້ອຍໄວ້.”+
11 ເມື່ອພະເຢຊູຢືນຢູ່ຕໍ່ໜ້າປີລາດ ລາວຈຶ່ງຖາມພະເຢຊູວ່າ: “ເຈົ້າເປັນກະສັດຂອງຄົນຢິວບໍ?” ພະເຢຊູຕອບວ່າ: “ແມ່ນແລ້ວ.”*+ 12 ແຕ່ເມື່ອພວກຫົວໜ້າປະໂລຫິດກັບພວກຜູ້ນຳຄົນຢິວກ່າວຫາພະເຢຊູ ເພິ່ນພັດບໍ່ຕອບຫຍັງເລີຍ.+ 13 ປີລາດຈຶ່ງຖາມພະເຢຊູວ່າ: “ເຈົ້າບໍ່ໄດ້ຍິນບໍທີ່ເຂົາເຈົ້າກ່າວຫາເຈົ້າໃນຫຼາຍເລື່ອງ?” 14 ແຕ່ພະເຢຊູກໍບໍ່ຕອບປີລາດຈັກຄຳ ລາວຈຶ່ງແປກໃຈຫຼາຍ.
15 ໃນຍາມເທດສະການປັດສະຄາ ມີທຳນຽມທີ່ເຈົ້າແຂວງຈະໃຫ້ປະຊາຊົນເລືອກປ່ອຍໂຕນັກໂທດໄດ້ຄົນໜຶ່ງ.+ 16 ຕອນນັ້ນ ມີນັກໂທດທີ່ມີຊື່ສຽງຜູ້ໜຶ່ງຊື່ບາຣາບາ. 17 ເມື່ອປະຊາຊົນມາລວມກັນ ປີລາດຈຶ່ງຖາມເຂົາເຈົ້າວ່າ: “ພວກເຈົ້າຢາກໃຫ້ຂ້ອຍປ່ອຍຜູ້ໃດ ບາຣາບາຫຼືເຢຊູທີ່ຄົນເອີ້ນວ່າພະຄລິດ?” 18 ປີລາດຮູ້ວ່າພວກນັ້ນສົ່ງພະເຢຊູມາໃຫ້ລາວຍ້ອນຄວາມອິດສາ. 19 ນອກຈາກນັ້ນ ຕອນທີ່ລາວນັ່ງຢູ່ບັນລັງຕັດສິນ ເມຍຂອງລາວໃຊ້ຄົນມາບອກວ່າ: “ຢ່າເຮັດຫຍັງໃຫ້ຜູ້ຊາຍທີ່ບໍລິສຸດຄົນນີ້. ຂ້ອຍຝັນກ່ຽວກັບລາວແລະມັນເປັນຕາຢ້ານຫຼາຍ.” 20 ແຕ່ພວກຫົວໜ້າປະໂລຫິດກັບພວກຜູ້ນຳຄົນຢິວໄດ້ຍົວະປະຊາຊົນໃຫ້ຂໍປີລາດປ່ອຍບາຣາບາ+ແລະຂ້າພະເຢຊູ.+ 21 ປີລາດຖາມປະຊາຊົນອີກເທື່ອໜຶ່ງວ່າ: “ສອງຄົນນີ້ ພວກເຈົ້າຢາກໃຫ້ຂ້ອຍປ່ອຍຜູ້ໃດ?” ເຂົາເຈົ້າຕອບວ່າ: “ບາຣາບາ.” 22 ປີລາດຈຶ່ງຖາມເຂົາເຈົ້າວ່າ: “ຄັນຊັ້ນຈະໃຫ້ເຮັດແນວໃດກັບເຢຊູທີ່ຄົນເອີ້ນວ່າພະຄລິດ?” ເຂົາເຈົ້າເວົ້າວ່າ: “ເອົາລາວໄປຄຶງໄວ້ເທິງເສົາ!”*+ 23 ປີລາດເວົ້າວ່າ: “ຍ້ອນຫຍັງ? ລາວເຮັດຫຍັງຜິດ?” ແຕ່ເຂົາເຈົ້າແຮ່ງຮ້ອງດັງຂຶ້ນອີກວ່າ: “ເອົາລາວໄປຄຶງໄວ້ເທິງເສົາ!”+
24 ເມື່ອເຫັນວ່າບໍ່ໄດ້ຜົນແລະເລີ່ມມີຄວາມວຸ່ນວາຍຂຶ້ນ ປີລາດຈຶ່ງເອົານ້ຳມາລ້າງມືຕໍ່ໜ້າປະຊາຊົນແລະເວົ້າວ່າ: “ຂ້ອຍບໍ່ມີຫຍັງກ່ຽວຂ້ອງກັບການຕາຍຂອງຜູ້ນີ້. ພວກເຈົ້າຕ້ອງຮັບຜິດຊອບເອງ.” 25 ເຂົາເຈົ້າຕອບເປັນສຽງດຽວກັນວ່າ: “ພວກເຮົາກັບລູກຈະຮັບຜິດຊອບຕໍ່ການຕາຍຂອງລາວ.”+ 26 ປີລາດຈຶ່ງປ່ອຍບາຣາບາໃຫ້ເຂົາເຈົ້າ. ຈາກນັ້ນກໍສັ່ງທະຫານໃຫ້ເອົາແສ້ຟາດພະເຢຊູ+ແລ້ວກໍໃຫ້ເຂົາເຈົ້າເອົາເພິ່ນໄປປະຫານເທິງເສົາ.+
27 ພວກທະຫານຂອງປີລາດຈຶ່ງເອົາພະເຢຊູເຂົ້າໄປໃນເຮືອນຂອງປີລາດ ແລະເຂົາເຈົ້າໄດ້ເອີ້ນທະຫານມາໝົດກອງທັບເພື່ອລ້ອມເພິ່ນໄວ້.+ 28 ເຂົາເຈົ້າແກ້ເສື້ອຂອງພະເຢຊູອອກ ແລ້ວເອົາເສື້ອຄຸມສີແດງສົດມາໃສ່ໃຫ້ເພິ່ນ.+ 29 ພວກທະຫານເອົາໜາມສານເປັນມົງກຸດແລະສຸບໃສ່ຫົວເພິ່ນ ເອົາໄມ້ອໍ້ໃສ່ມືເບື້ອງຂວາຂອງເພິ່ນ ແລະເຂົາເຈົ້າກໍຄູ້ເຂົ່າລົງຕໍ່ໜ້າພະເຢຊູແລະເຍາະເຍີ້ຍເພິ່ນວ່າ: “ຂໍກົ້ມຄຳນັບກະສັດຂອງຄົນຢິວ!” 30 ຈາກນັ້ນ ເຂົາເຈົ້າກໍຖົ່ມນ້ຳລາຍໃສ່ພະເຢຊູ+ແລະເອົາໄມ້ອໍ້ນັ້ນມາຕີຫົວເພິ່ນ. 31 ເມື່ອເຍາະເຍີ້ຍຈົນສົມໃຈແລ້ວ ເຂົາເຈົ້າກໍແກ້ເສື້ອຄຸມສີແດງສົດອອກ ແລະເອົາເສື້ອຄຸມຂອງເພິ່ນມາໃສ່ໃຫ້ເພິ່ນ. ຈາກນັ້ນກໍເອົາເພິ່ນໄປຄຶງໄວ້ເທິງເສົາ.+
32 ຕອນທີ່ກຳລັງອອກໄປຈາກເມືອງ ພວກທະຫານໄດ້ເຈິຜູ້ໜຶ່ງຊື່ຊີໂມນທີ່ເປັນຄົນກີເຣເນ ເຂົາເຈົ້າຈຶ່ງສັ່ງລາວໃຫ້ແບກເສົາທໍລະມານ*ຂອງພະເຢຊູ.+ 33 ເມື່ອມາຮອດບ່ອນໜຶ່ງທີ່ຊື່ໂຄລະໂຄທາ ທີ່ແປວ່າຫົວກະໂຫຼກ+ 34 ເຂົາເຈົ້າເອົາເຫຼົ້າແວງປະສົມກັບນ້ຳບີ*ໃຫ້ພະເຢຊູກິນ+ ແຕ່ເມື່ອຊີມແລ້ວເພິ່ນກໍບໍ່ຍອມກິນ. 35 ເມື່ອພວກທະຫານຄຶງພະເຢຊູໄວ້ເທິງເສົາແລ້ວ ເຂົາເຈົ້າກໍເອົາເສື້ອຄຸມຂອງເພິ່ນມາຈົກສະຫຼາກ+ 36 ແລະນັ່ງເຝົ້າເພິ່ນຢູ່ຫັ້ນ. 37 ຢູ່ເທິງຫົວຂອງພະເຢຊູ ເຂົາເຈົ້າຍັງຕອກປ້າຍທີ່ຂຽນຂໍ້ກ່າວຫາເພິ່ນໄວ້ຢູ່ເສົາ. ປ້າຍນັ້ນຂຽນວ່າ: “ນີ້ແມ່ນເຢຊູກະສັດຂອງຄົນຢິວ.”+
38 ຈາກນັ້ນ ເຂົາເຈົ້າກໍເອົາໂຈນ 2 ຄົນມາຄຶງໄວ້ເທິງເສົາທາງຂ້າງພະເຢຊູ. ຜູ້ໜຶ່ງຢູ່ເບື້ອງຂວາແລະຜູ້ໜຶ່ງຢູ່ເບື້ອງຊ້າຍ.+ 39 ຄົນທີ່ຍ່າງກາຍໄປກາຍມາກໍແກວ່ງຫົວ+ແລະເວົ້າດູຖູກພະເຢຊູວ່າ:+ 40 “ເຈົ້າຜູ້ທີ່ຈະທຳລາຍວິຫານແລ້ວສ້າງຂຶ້ນໃໝ່ພາຍໃນ 3 ມື້+ ຊ່ວຍໂຕເອງໃຫ້ລອດກ່ອນແມະ! ຖ້າເຈົ້າເປັນລູກຂອງພະເຈົ້າ*ກະລົງມາຈາກເສົາທໍລະມານທະແມ້!”+ 41 ພວກຫົວໜ້າປະໂລຫິດ ພວກຄູສອນສາສະໜາ ແລະພວກຜູ້ນຳຄົນຢິວກໍເຍາະເຍີ້ຍສຽດສີພະເຢຊູແບບດຽວກັນ. ເຂົາເຈົ້າເວົ້າວ່າ:+ 42 “ລາວຊ່ວຍຄົນອື່ນໄດ້ ແຕ່ຊ່ວຍໂຕເອງບໍ່ໄດ້ຊ້ຳ! ຖ້າລາວເປັນກະສັດຂອງອິດສະຣາເອນ+ກະລົງມາຈາກເສົາທໍລະມານດຽວນີ້ແມ້ ແລ້ວພວກເຮົາຈະເຊື່ອລາວ. 43 ລາວອົດສາຫວັງເພິ່ງພະເຈົ້າແລະຍັງອ້າງວ່າ ‘ຂ້ອຍເປັນລູກຂອງພະເຈົ້າ.’+ ຖ້າພະເຈົ້າຢູ່ກັບລາວກໍໃຫ້ເພິ່ນມາຊ່ວຍລາວດຽວນີ້ໂລດ.”+ 44 ຂະໜາດວ່າໂຈນທີ່ຖືກຄຶງເທິງເສົາທີ່ຢູ່ທາງຂ້າງກໍຍັງເວົ້າດູຖູກພະເຢຊູຄືກັນ.+
45 ຕັ້ງແຕ່ປະມານຕອນທ່ຽງ*ຈົນຮອດບ່າຍ 3 ໂມງ* ທ້ອງຟ້າກໍມືດ.+ 46 ເມື່ອຮອດປະມານບ່າຍ 3 ໂມງ ພະເຢຊູຮ້ອງສຽງດັງວ່າ: “ເອລີ ເອລີ ລາມາສະບັກທານີ?” ທີ່ແປວ່າ “ພະເຈົ້າ ພະເຈົ້າຂອງລູກ ເປັນຫຍັງຈຶ່ງຖິ້ມລູກ?”+ 47 ເມື່ອບາງຄົນທີ່ຢືນຢູ່ຫັ້ນໄດ້ຍິນກໍເວົ້າວ່າ: “ລາວກຳລັງເອີ້ນເອລີຢາ.”+ 48 ມີຜູ້ໜຶ່ງຟ້າວແລ່ນໄປເອົາຟອງນ້ຳຈຸບເຫຼົ້າແວງສົ້ມແລະສຽບໃສ່ໄມ້ອໍ້ ແລ້ວຍື່ນໃຫ້ພະເຢຊູກິນ.+ 49 ແຕ່ຄົນອື່ນເວົ້າວ່າ: “ຢ່າຟ້າວເຮັດຫຍັງໃຫ້ລາວ! ຖ້າເບິ່ງກ່ອນວ່າເອລີຢາຈະມາຊ່ວຍລາວບໍ່.” 50 ພະເຢຊູຮ້ອງສຽງດັງອີກເທື່ອໜຶ່ງແລ້ວເພິ່ນກໍຕາຍ.+
51 ໃນຕອນນັ້ນ ຜ້າກັ້ງໃນຫ້ອງບໍລິສຸດຂອງວິຫານ+ໄດ້ຈີກເປັນ 2 ຕ່ອນ+ຕັ້ງແຕ່ເທິງລົງລຸ່ມ+ ແລ້ວກໍມີແຜ່ນດິນໄຫວ ແມ່ນແຕ່ກ້ອນຫີນໃຫຍ່ໆກໍຍະອອກ. 52 ບ່ອນຝັງສົບເປີດອອກແລະສົບຄົນຂອງພະເຈົ້າຫຼາຍສົບກໍຟົ້ງອອກມາ 53 ແລະມີຫຼາຍຄົນໄດ້ເຫັນສົບເຫຼົ່ານັ້ນ (ຄົນທີ່ໄປແຖວບ່ອນຝັງສົບນັ້ນກໍເຂົ້າໄປໃນເມືອງບໍລິສຸດ*ຫຼັງຈາກພະເຢຊູຄືນມາຈາກຕາຍແລ້ວ).* 54 ເມື່ອນາຍຮ້ອຍກັບຄົນອື່ນທີ່ເຝົ້າເບິ່ງພະເຢຊູເຫັນແຜ່ນດິນໄຫວກັບສິ່ງຕ່າງໆທີ່ເກີດຂຶ້ນກໍຢ້ານຫຼາຍແລະເວົ້າວ່າ: “ຜູ້ນີ້ເປັນລູກຂອງພະເຈົ້າແທ້ໆ.”+
55 ຢູ່ຫັ້ນມີຜູ້ຍິງຫຼາຍຄົນເຝົ້າເບິ່ງເຫດການຢູ່ຫ່າງໆ. ເຂົາເຈົ້າຕິດຕາມຮັບໃຊ້ພະເຢຊູມາຕັ້ງແຕ່ແຂວງຄາລີເລ.+ 56 ມາຣິອາຄົນມັກດາເລນ ມາຣິອາທີ່ເປັນແມ່ຂອງຢາໂກໂບກັບໂຢເຊ ແລະແມ່ຂອງຢາໂກໂບກັບໂຢຮັນທີ່ເປັນເມຍຂອງເຊເບດາຍ*ກໍຢູ່ໃນກຸ່ມນັ້ນຄືກັນ.+
57 ຕອນຄ້າຍແລງ ລູກສິດຜູ້ໜຶ່ງຂອງພະເຢຊູຊື່ໂຢເຊັບທີ່ເປັນເສດຖີຢູ່ເມືອງອາຣີມາທາຍ+ 58 ໄດ້ໄປຂໍສົບພະເຢຊູຈາກປີລາດ.+ ປີລາດກໍສັ່ງໃຫ້ເອົາສົບໃຫ້ລາວ.+ 59 ໂຢເຊັບເອົາຜ້າລີນິນເນື້ອດີແລະສະອາດມາພັນສົບ+ 60 ແລະວາງສົບໄວ້ໃນບ່ອນຝັງສົບໃໝ່ຂອງລາວ+ທີ່ເຈາະໄວ້ແລ້ວໃນຫີນ. ຈາກນັ້ນ ລາວກໍກິ້ງຫີນໃຫຍ່ໆມາອັດທາງເຂົ້າບ່ອນຝັງສົບໄວ້ ແລ້ວລາວກໍໄປ. 61 ແຕ່ມາຣິອາຄົນມັກດາເລນກັບມາຣິອາອີກຄົນໜຶ່ງຍັງນັ່ງເຝົ້າຢູ່ໜ້າບ່ອນຝັງສົບ.+
62 ເຫດການທັງໝົດນີ້ເກີດຂຶ້ນໃນມື້ກຽມ*ວັນຊະບາໂຕ.+ ມື້ຕໍ່ມາ ພວກຫົວໜ້າປະໂລຫິດກັບພວກຟາຣີຊາຍກໍພາກັນໄປຫາປີລາດ. 63 ເຂົາເຈົ້າເວົ້າວ່າ: “ທ່ານເອີ້ຍ ພວກເຮົາຈື່ໄດ້ວ່າຄົນຫຼອກລວງຜູ້ນັ້ນເຄີຍເວົ້າຕອນທີ່ລາວຍັງມີຊີວິດຢູ່ວ່າ ‘ຂ້ອຍຈະຄືນມາຈາກຕາຍຫຼັງຈາກຕາຍໄປແລ້ວ 3 ມື້.’+ 64 ດັ່ງນັ້ນ ຂໍໃຫ້ທ່ານສັ່ງຄົນໄປເຝົ້າບ່ອນຝັງສົບຂອງລາວຈົນຮອດມື້ທີ 3 ເພື່ອບໍ່ໃຫ້ພວກລູກສິດມາລັກເອົາສົບໄປ+ ແລ້ວບອກປະຊາຊົນວ່າ ‘ລາວຖືກປຸກໃຫ້ຄືນມາຈາກຕາຍແລ້ວ!’ ຖ້າເປັນແນວນັ້ນ ການຫຼອກລວງເທື່ອນີ້ຈະຮ້າຍແຮງກວ່າເທື່ອທຳອິດ.” 65 ປີລາດບອກເຂົາເຈົ້າວ່າ: “ເອົາທະຫານຍາມໄປເຝົ້າບ່ອນຝັງສົບໃຫ້ຫຼາຍໆເທົ່າທີ່ຈະເຮັດໄດ້.” 66 ເຂົາເຈົ້າຈຶ່ງໄປບ່ອນນັ້ນ ຈ້ຳກາໃສ່ຫີນທີ່ອັດທາງເຂົ້າບ່ອນຝັງສົບ ແລະຈັດເວນຍາມເຝົ້າບ່ອນຝັງສົບໄວ້ຢ່າງແໜ້ນໜາ.
28 ຫຼັງຈາກວັນຊະບາໂຕ ໃນຕອນເຊົ້າໆຂອງມື້ທຳອິດຂອງອາທິດ ມາຣິອາຄົນມັກດາເລນກັບມາຣິອາອີກຄົນໜຶ່ງໄດ້ກັບໄປເບິ່ງບ່ອນຝັງສົບຂອງພະເຢຊູອີກ.+
2 ກ່ອນໜ້ານັ້ນມີແຜ່ນດິນໄຫວໃຫຍ່ ຍ້ອນທູດຂອງພະເຢໂຫວາ*ລົງມາຈາກສະຫວັນແລະກິ້ງຫີນທີ່ອັດທາງເຂົ້າບ່ອນຝັງສົບອອກ ແລ້ວນັ່ງຢູ່ຫີນກ້ອນນັ້ນ.+ 3 ຕົນໂຕຂອງລາວເຫຼື້ອມຄືກັບຟ້າແມບ ແລະເຄື່ອງນຸ່ງຂອງລາວຂາວຄືກັບຫິມະ.+ 4 ເມື່ອຄົນຍາມທີ່ເຝົ້າຢູ່ເຫັນແບບນັ້ນກໍຢ້ານຈົນໂຕສັ່ນແລະແຂງຄືກັບຄົນຕາຍ.
5 ແຕ່ທູດສະຫວັນເວົ້າກັບຜູ້ຍິງ 2 ຄົນນັ້ນວ່າ: “ບໍ່ຕ້ອງຢ້ານ ຂ້ອຍຮູ້ວ່າພວກເຈົ້າກຳລັງຊອກຫາພະເຢຊູທີ່ຖືກປະຫານຢູ່ເທິງເສົາ.+ 6 ເພິ່ນບໍ່ໄດ້ຢູ່ນີ້ແລ້ວ. ເພິ່ນຖືກປຸກໃຫ້ຄືນມາຈາກຕາຍຕາມທີ່ເພິ່ນບອກໄວ້.+ ມາເບິ່ງບ່ອນທີ່ວາງສົບເພິ່ນໄວ້ແມ້. 7 ແລ້ວໃຫ້ຟ້າວໄປບອກພວກລູກສິດວ່າ ‘ພະເຢຊູຖືກປຸກໃຫ້ຄືນມາຈາກຕາຍແລ້ວ ແລະເພິ່ນຈະໄປຖ້າພວກເຈົ້າຢູ່ແຂວງຄາລີເລ.+ ພວກເຈົ້າຈະເຫັນເພິ່ນຢູ່ຫັ້ນ.’ ໃຫ້ຈື່ສິ່ງທີ່ຂ້ອຍບອກເດີ້.”+
8 ຜູ້ຍິງ 2 ຄົນນັ້ນທັງຢ້ານທັງດີໃຈຫຼາຍ ເຂົາເຈົ້າຈຶ່ງຟ້າວແລ່ນຈາກບ່ອນຝັງສົບເພື່ອໄປບອກພວກລູກສິດ.+ 9 ທັນໃດນັ້ນ ພະເຢຊູກໍມາຫາເຂົາເຈົ້າແລະເວົ້າວ່າ: “ສະບາຍດີ!” ທັງສອງຄົນຈຶ່ງເຂົ້າໄປຫາເພິ່ນ ເຂົາເຈົ້າຈັບຕີນເພິ່ນແລ້ວໝູບລົງສະແດງຄວາມນັບຖືເພິ່ນ. 10 ພະເຢຊູບອກ 2 ຄົນນີ້ວ່າ: “ບໍ່ຕ້ອງຢ້ານ. ໄປເລົ່າເລື່ອງນີ້ໃຫ້ພີ່ນ້ອງ*ຂອງຂ້ອຍຟັງ ແລະບອກເຂົາເຈົ້າໃຫ້ໄປແຂວງຄາລີເລ ແລ້ວຈະເຫັນຂ້ອຍຢູ່ຫັ້ນ.”
11 ຕອນທີ່ທັງສອງຄົນໄປຫາລູກສິດຂອງພະເຢຊູ ທະຫານຍາມບາງຄົນ+ກໍເຂົ້າໄປໃນເມືອງແລະເລົ່າເລື່ອງທັງໝົດທີ່ເກີດຂຶ້ນໃຫ້ພວກຫົວໜ້າປະໂລຫິດຟັງ. 12 ພວກຫົວໜ້າປະໂລຫິດຈຶ່ງປະຊຸມປຶກສາກັບພວກຜູ້ນຳຄົນຢິວ ແລ້ວເອົາເງິນບັກຫຼາຍໆໃຫ້ພວກທະຫານຍາມ 13 ແລະສັ່ງວ່າ: “ພວກເຈົ້າຕ້ອງເວົ້າວ່າ ‘ຕອນທີ່ພວກເຮົານອນຫຼັບຢູ່ ລູກສິດຂອງລາວມາລັກເອົາສົບໄປຕອນກາງຄືນ.’+ 14 ຖ້າປີລາດຮູ້ເລື່ອງນີ້ ພວກເຮົາຈະເວົ້າກັບລາວໃຫ້ ບໍ່ຕ້ອງຫ່ວງ.” 15 ພວກທະຫານຍາມກໍຮັບເອົາເງິນແລະເຮັດຕາມທີ່ເຂົາເຈົ້າສັ່ງ. ເລື່ອງນີ້ຈຶ່ງຊ່າລືກັນໃນພວກຄົນຢິວຈົນຮອດທຸກມື້ນີ້.
16 ລູກສິດ 11 ຄົນກໍໄປພູຢູ່ແຂວງຄາລີເລ+ຕາມທີ່ພະເຢຊູນັດໄວ້.+ 17 ເມື່ອເຫັນພະເຢຊູ ເຂົາເຈົ້າກໍໝູບລົງສະແດງຄວາມນັບຖືເພິ່ນ ແຕ່ບາງຄົນຍັງສົງໄສຢູ່. 18 ພະເຢຊູເຂົ້າມາໃກ້ເຂົາເຈົ້າແລ້ວບອກວ່າ: “ພະເຈົ້າມອບອຳນາດໃຫ້ຂ້ອຍປົກຄອງທຸກສິ່ງໃນສະຫວັນແລະໃນໂລກນີ້ແລ້ວ.+ 19 ດັ່ງນັ້ນ ໃຫ້ພວກເຈົ້າໄປຫາຄົນທຸກຊາດແລະສອນເຂົາເຈົ້າໃຫ້ເຂົ້າມາເປັນລູກສິດ+ ໃຫ້ເຂົາເຈົ້າຮັບບັບເຕມາ+ໃນນາມ*ພະເຈົ້າຜູ້ເປັນພໍ່ ໃນນາມລູກຂອງເພິ່ນ ແລະໃນນາມພະລັງບໍລິສຸດ 20 ແລະສອນເຂົາເຈົ້າໃຫ້ເຮັດຕາມທຸກສິ່ງທີ່ຂ້ອຍສັ່ງພວກເຈົ້າໄວ້.+ ໃຫ້ຈື່ໄວ້ວ່າ ຂ້ອຍຈະຢູ່ກັບພວກເຈົ້າສະເໝີຈົນຮອດສະໄໝສຸດທ້າຍຂອງໂລກນີ້.”*+
ຫຼື “ລາຍຊື່ລຳດັບເຊື້ອສາຍ”
ຫຼື “ເມຊີອາ; ຜູ້ທີ່ຖືກເລືອກໄວ້.” ເບິ່ງຄຳວ່າ “ແຕ່ງຕັ້ງ; ເລືອກ” ໃນສ່ວນອະທິບາຍຄຳສັບ.
ຄຳວ່າ “ລູກຊາຍ” ໃນນີ້ອາດໝາຍເຖິງລູກຫຼານກໍໄດ້
ແປຕາມໂຕວ່າ “ຜົວ.” ຕາມທຳນຽມແລ້ວຄົນຢິວຈະເອີ້ນຄູ່ໝັ້ນຝ່າຍຊາຍວ່າຜົວ.
ແປຕາມໂຕວ່າ “ຢ່າຮ້າງ.” ຕາມທຳນຽມຄົນຢິວ ຖ້າຈະຖອນໝັ້ນກໍຕ້ອງຢ່າຮ້າງ.
ໃນພະຄຳພີຄລິດສະຕຽນພາກພາສາກຣີກ ຊື່ “ເຢໂຫວາ” ມີຢູ່ນີ້ເປັນເທື່ອທຳອິດໃນ 237 ເທື່ອ. ເບິ່ງພາກຜະໜວກ ກ5.
ແປຕາມໂຕວ່າ “ບໍ່ຕ້ອງຢ້ານທີ່ຈະເອົາມາຣິອາເມຍຂອງເຈົ້າມາຢູ່ເຮືອນນຳ”
ກົງກັບຊື່ເຢຊູອາຫຼືໂຢຊວຍໃນພາສາເຮັບເຣີທີ່ແປວ່າ “ພະເຢໂຫວາເປັນຄວາມລອດ”
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ແປຕາມໂຕວ່າ “ເອົາເມຍມາຢູ່ເຮືອນນຳ”
ເບິ່ງສ່ວນອະທິບາຍຄຳສັບ
ຫຼື “ເພື່ອໝູບລົງສະແດງຄວາມນັບຖືລາວ”
ຫຼື “ເມຊີອາ; ຜູ້ທີ່ຖືກເລືອກໄວ້.” ເບິ່ງຄຳວ່າ “ແຕ່ງຕັ້ງ; ເລືອກ” ໃນສ່ວນອະທິບາຍຄຳສັບ.
ເບິ່ງສ່ວນອະທິບາຍຄຳສັບ
ເບິ່ງສ່ວນອະທິບາຍຄຳສັບ
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ຄຳວ່າ “ຄົນນາຊາເຣັດ” ອາດມາຈາກຄຳພາສາເຮັບເຣີທີ່ແປວ່າ “ໜໍ່” ຫຼື “ຜູ້ສືບເຊື້ອສາຍ.” ເບິ່ງ ອຊຢ 11:1.
ເບິ່ງສ່ວນອະທິບາຍຄຳສັບ
ເບິ່ງພາກຜະໜວກ ກ5
ແປຕາມໂຕວ່າ “ສະແດງຜົນທີ່ສົມກັບການກັບໃຈ”
ໝາຍເຖິງເພິ່ນຈະແຕ່ງຕັ້ງພວກເຈົ້າດ້ວຍພະລັງບໍລິສຸດແລະທຳລາຍພວກເຈົ້າດ້ວຍໄຟ
ຊວ້ານທີ່ເຮັດດ້ວຍໄມ້ເພື່ອໃຊ້ແຍກຂີ້ແກບອອກຈາກເຂົ້າເປືອກ
ຫຼື “ລູກຄົນໜຶ່ງຂອງພະເຈົ້າ”
ເບິ່ງພາກຜະໜວກ ກ5
ໝາຍເຖິງເມືອງເຢຣູຊາເລັມ
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ຫຼື “ເຮັດວຽກຮັບໃຊ້ທີ່ສັກສິດໃຫ້ເພິ່ນຜູ້ດຽວເທົ່ານັ້ນ”
ຫຼື “ຮັບໃຊ້”
ເບິ່ງສ່ວນອະທິບາຍຄຳສັບ
ຫຼື “ຄົນທີ່ຂໍພະລັງບໍລິສຸດ”
ຫຼື “ການປົກຄອງທີ່ຢູ່ໃນສະຫວັນຈະເປັນຂອງເຂົາເຈົ້າ”
ຫຼື “ຄົນອ່ອນນ້ອມຖ່ອມໂຕ”
ແປຕາມໂຕວ່າ “ເປັນມໍລະດົກ”
ແປຕາມໂຕວ່າ “ຫິວກະຫາຍ”
“ກົດໝາຍຂອງໂມເຊຫຼືຄຳສອນຂອງພວກຜູ້ພະຍາກອນ” ໃນນີ້ໝາຍເຖິງພະຄຳພີພາກພາສາເຮັບເຣີທັງໝົດ
ຫຼື “ເຮັດສິ່ງທີ່ຖືກຕ້ອງ”
ແປຕາມໂຕວ່າ “ພີ່ນ້ອງ” ເຊິ່ງໝາຍເຖິງພີ່ນ້ອງຮ່ວມຄວາມເຊື່ອ
ເບິ່ງສ່ວນອະທິບາຍຄຳສັບ
ແປຕາມໂຕວ່າ “ຈ່າຍເງິນຈົນຫຼຽນໂຄດຣັນເທສ໌ສຸດທ້າຍ.” 1 ໂຄດຣັນເທສ໌ເທົ່າກັບຄ່າແຮງງານສຳລັບການເຮັດວຽກປະມານ 10 ນາທີ. ເບິ່ງພາກຜະໜວກ ຂ14.
ຫຼື “ລົ້ມລົງ”
ຄຳພາສາກຣີກແມ່ນພໍເນຍ. ເບິ່ງຄຳວ່າ “ພໍເນຍ” ໃນສ່ວນອະທິບາຍຄຳສັບ.
ເບິ່ງພາກຜະໜວກ ກ5
ຫຼື “ໃຫ້ຄຳເວົ້າຂອງພວກເຈົ້າທີ່ວ່າ ‘ແມ່ນ’ ໝາຍຄວາມວ່າແມ່ນ ແລະທີ່ວ່າ ‘ບໍ່’ ໝາຍຄວາມວ່າບໍ່”
ແປຕາມໂຕວ່າ “ໂຕຊົ່ວຮ້າຍ”
ແປຕາມໂຕວ່າ “ໄມລ໌.” ເບິ່ງພາກຜະໜວກ ຂ14.
ໝາຍເຖິງໃຫ້ຢືມໂດຍບໍ່ເອົາດອກເບ້ຍ
ແປຕາມໂຕວ່າ “ພີ່ນ້ອງ”
ຫຼື “ສົມບູນແບບ”
ເບິ່ງຄຳວ່າ “ຊ່ວຍເຫຼືອຄົນທຸກ” ໃນສ່ວນອະທິບາຍຄຳສັບ
ແປຕາມໂຕວ່າ “ເປົ່າແກໄປກ່ອນໜ້າໂຕເອງ”
ຫຼືອາດແປວ່າ “ຄົນຕ່າງຊາດ”
ຫຼື “ຂໍໃຫ້ທຸກຄົນຮູ້ວ່າຊື່ຂອງພະອົງບໍລິສຸດ”
ຫຼື “ຂໍໃຫ້ທຸກຢ່າງໃນໂລກເປັນໄປຕາມທີ່ພະອົງຢາກໃຫ້ເປັນຄືກັບທີ່ເປັນຢູ່ໃນສະຫວັນ”
ແປຕາມໂຕວ່າ “ເຂົ້າຈີ່”
ຫຼື “ຂໍພະອົງຍົກໜີ້ໃຫ້ພວກເຮົາ ຄືກັບທີ່ພວກເຮົາຍົກໜີ້ໃຫ້ຄົນທີ່ຕິດໜີ້ພວກເຮົາ”
ແປຕາມໂຕວ່າ “ຢ່າໃຫ້ພວກເຮົາຕົກເຂົ້າສູ່ການລໍ້ໃຈ”
ແປຕາມໂຕວ່າ “ໂຕຊົ່ວຮ້າຍ”
ຄົນຢິວເອົານ້ຳມັນທາຜົມເພື່ອໃຫ້ເບິ່ງຮຽບຮ້ອຍ
ຫຼື “ເບິ່ງໂດຍບໍ່ວອກແວກ”
ຫຼື “ເບິ່ງສິ່ງທີ່ບໍ່ດີ”
ແປຕາມໂຕວ່າ “1 ສອກ.” ເບິ່ງພາກຜະໜວກ ຂ14.
ແປຕາມໂຕວ່າ “ພວກເຈົ້າເອົາແນວຜອງແບບໃດຜອງໃຫ້ເຂົາເຈົ້າ ເຂົາເຈົ້າກໍຈະເອົາແນວຜອງແບບນັ້ນຜອງໃຫ້ພວກເຈົ້າຄືກັນ”
ແປຕາມໂຕວ່າ “ພີ່ນ້ອງ” ເຊິ່ງໝາຍເຖິງພີ່ນ້ອງຮ່ວມຄວາມເຊື່ອ
ຫຼື “ໄມ້ຂາງ”
“ກົດໝາຍຂອງໂມເຊແລະຄຳສອນຂອງພວກຜູ້ພະຍາກອນ” ໃນນີ້ໝາຍເຖິງພະຄຳພີພາກພາສາເຮັບເຣີທັງໝົດ
ແປຕາມໂຕວ່າ “ໝາກ”
ຫຼື “ເຮັດໃຫ້ຂ້ອຍສະອາດໄດ້”
ແປຕາມໂຕວ່າ “ກັດແຂ້ວ”
ອາດໝາຍເຖິງຄົນທີ່ຕາຍທາງດ້ານຄວາມເຊື່ອ
ໝາຍເຖິງເມືອງກາເປນາອູມ. ສ່ວນຫຼາຍພະເຢຊູຢູ່ເມືອງນີ້ຕອນທີ່ປະກາດໃນແຂວງຄາລີເລ.
ໝາຍເຖິງຄົນທີ່ຄິດວ່າໂຕເອງດີກວ່າຄົນອື່ນ
ໝາຍເຖິງຫົວໜ້າຢູ່ບ່ອນປະຊຸມຂອງຄົນຢິວ
ແປຕາມໂຕວ່າ “ລູກສາວ.” ພະເຢຊູເວົ້າຄຳນີ້ເພື່ອສະແດງວ່າເພິ່ນອີ່ຕົນຜູ້ຍິງຄົນນີ້.
ເບິ່ງສ່ວນອະທິບາຍຄຳສັບ
ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
ຫຼື “ໃສ່ໄວ້ໃນຖົງໃສ່ເງິນທີ່ມັດຢູ່ແອວ”
ຄົນຢິວໃຊ້ຄຳທັກທາຍທີ່ວ່າ “ຂໍໃຫ້ພວກເຈົ້າມີຄວາມສະຫງົບສຸກ”
ການສັ່ນຂີ້ຝຸ່ນອອກຈາກຕີນສະແດງວ່າໝົດຄວາມຮັບຜິດຊອບແລ້ວ
ຊື່ໜຶ່ງທີ່ໃຊ້ເອີ້ນຊາຕານທີ່ເປັນຫົວໜ້າຫຼືເປັນເຈົ້ານາຍຂອງພວກປີສາດ
ເບິ່ງສ່ວນອະທິບາຍຄຳສັບ
ແປຕາມໂຕວ່າ “1 ອັດຊາຣິອົນ.” ເບິ່ງພາກຜະໜວກ ຂ14.
ແປຕາມໂຕວ່າ “ແຕ່ເອົາດາບມາໃຫ້”
ເບິ່ງສ່ວນອະທິບາຍຄຳສັບ
ຫຼື “ຄົນທີ່ພະເຈົ້າຖືວ່າເຮັດສິ່ງທີ່ຖືກຕ້ອງ”
ແປຕາມໂຕວ່າ “ບໍ່ສະດຸດຍ້ອນຂ້ອຍ”
ຫຼື “ບໍ່ໄດ້ຕີເອິກດ້ວຍຄວາມໂສກເສົ້າ”
ເບິ່ງສ່ວນອະທິບາຍຄຳສັບ
ເບິ່ງສ່ວນອະທິບາຍຄຳສັບ
ໝາຍເຖິງເຕັ້ນສັກສິດ
ຊື່ໜຶ່ງທີ່ໃຊ້ເອີ້ນຊາຕານ
ແປຕາມໂຕວ່າ “ເຮືອນ”
ຫຼື “ໃນຍຸກນີ້ຫຼືຍຸກໜ້າ.” ເບິ່ງຄຳວ່າ “ຍຸກ” ໃນສ່ວນອະທິບາຍຄຳສັບ.
ຫຼື “ຄຳເວົ້າທີ່ໃສ່ຮ້າຍຄົນອື່ນ”
ແປຕາມໂຕວ່າ “ມັກຫຼິ້ນຊູ້”
ຫຼື “ຄົນທີ່ພະເຈົ້າຖືວ່າເຮັດສິ່ງທີ່ຖືກຕ້ອງ”
ແປຕາມໂຕວ່າ “ໂຕຊົ່ວຮ້າຍ”
ຫຼື “ຍຸກນີ້.” ເບິ່ງຄຳວ່າ “ຍຸກ” ໃນສ່ວນອະທິບາຍຄຳສັບ.
ແປຕາມໂຕວ່າ “ເມັດພືດດີ”
ເມັດພືດນ້ອຍໆຊະນິດໜຶ່ງທີ່ມີຢູ່ແຖວອິດສະຣາເອນ. ເມື່ອໃຫຍ່ເຕັມທີຕົ້ນຂອງມັນສູງຮອດ 4 ແມັດແລະມີງ່າແຜ່ອອກໄປ.
ແປຕາມໂຕວ່າ “3 ຊີ” ເທົ່າກັບ 22 ລິດ
ຫຼືອາດແປວ່າ “ຕັ້ງແຕ່ເລີ່ມມີໂລກ.” ໝາຍເຖິງຕັ້ງແຕ່ກ່ອນອາດາມກັບເອວາມີລູກ.
ຫຼື “ໄລຍະສຸດທ້າຍຂອງຍຸກ.” ເບິ່ງຄຳວ່າ “ຍຸກ” ໃນສ່ວນອະທິບາຍຄຳສັບ.
ແປຕາມໂຕວ່າ “ກັດແຂ້ວ”
ຫຼື “ຄົນທີ່ເຮັດສິ່ງທີ່ຖືກຕ້ອງ”
ໝາຍເຖິງເຮໂຣດອັນຕິປາ. ເບິ່ງສ່ວນອະທິບາຍຄຳສັບ.
ໝາຍເຖິງປະມານ 3 ໂມງເຊົ້າຈົນຮອດຕອນຕາເວັນຂຶ້ນປະມານ 6 ໂມງເຊົ້າ
ໝາຍເຖິງລ້າງມືຕາມພິທີກຳ
ຫຼື “ນັບຖື”
ຄຳພາສາກຣີກແມ່ນພໍເນຍ. ເບິ່ງຄຳວ່າ “ພໍເນຍ” ໃນສ່ວນອະທິບາຍຄຳສັບ.
ຫຼື “ຄົນການາອານ”
ແປຕາມໂຕວ່າ “ມັກຫຼິ້ນຊູ້”
ຫຼື “ລິດເດດຂອງຄວາມຕາຍ.” ເບິ່ງຄຳວ່າ “ບ່ອນຝັງສົບ” ໃນສ່ວນອະທິບາຍຄຳສັບ.
ແປຕາມໂຕວ່າ “ມັດ”
ແປຕາມໂຕວ່າ “ປ່ອຍ”
ຄຳວ່າ “ຊາຕານ” ໝາຍເຖິງ “ຜູ້ຕໍ່ຕ້ານ.” ພະເຢຊູເອີ້ນເປໂຕແບບນີ້ຍ້ອນເປໂຕກຳລັງຕໍ່ຕ້ານຫຼືຂັດຂວາງເພິ່ນ.
ເບິ່ງສ່ວນອະທິບາຍຄຳສັບ
ເມັດພືດນ້ອຍໆຊະນິດໜຶ່ງທີ່ມີຢູ່ແຖວອິດສະຣາເອນ. ເມື່ອໃຫຍ່ເຕັມທີຕົ້ນຂອງມັນສູງຮອດ 4 ແມັດແລະມີງ່າແຜ່ອອກໄປ.
ເບິ່ງພາກຜະໜວກ ກ3
ແປຕາມໂຕວ່າ “ເກັບຫຼຽນ 2 ດັກມາ.” ນີ້ແມ່ນຄ່າແຮງງານສຳລັບການເຮັດວຽກປະມານ 2 ມື້. ເບິ່ງພາກຜະໜວກ ຂ14.
ແປຕາມໂຕວ່າ “ຫຼຽນສະເຕເຕີ” ເຊິ່ງມີຄ່າເທົ່າກັບ 4 ດັກມາ. ນີ້ແມ່ນຄ່າແຮງງານສຳລັບການເຮັດວຽກປະມານ 4 ມື້. ເບິ່ງພາກຜະໜວກ ຂ14.
ຫຼື “ປ່ຽນແປງໂຕເອງ”
ຫຼື “ຫີນໂມ້ແບບທີ່ໃຊ້ໂຕລາໝູນ”
ໝາຍເຖິງການທຳລາຍຕະຫຼອດໄປ. ເບິ່ງຄຳວ່າ “ເກເຮັນນາ” ໃນສ່ວນອະທິບາຍຄຳສັບ.
ເບິ່ງສ່ວນອະທິບາຍຄຳສັບ
ເບິ່ງພາກຜະໜວກ ກ3
ຫຼືອາດແປວ່າ “ພໍ່ຂອງພວກເຈົ້າ”
ແປຕາມໂຕວ່າ “ພີ່ນ້ອງ” ເຊິ່ງໝາຍເຖິງພີ່ນ້ອງຮ່ວມຄວາມເຊື່ອ
ແປຕາມໂຕວ່າ “ແລະຕັກເຕືອນລາວ”
ອາດໝາຍເຖິງຄົນທີ່ບໍ່ແມ່ນຄົນຢິວ ຫຼືຄົນທີ່ບໍ່ເຊື່ອພະເຈົ້າ
ອາດໝາຍເຖິງການຕັດສິນວ່າມີຄວາມຜິດ ຫຼືການຫ້າມເຮັດບາງຢ່າງ
ອາດໝາຍເຖິງການຕັດສິນວ່າບໍ່ມີຄວາມຜິດ ຫຼືການອະນຸຍາດໃຫ້ເຮັດບາງຢ່າງ
ມີຄ່າເທົ່າກັບ 60 ລ້ານເດນາຣິອົນ. 1 ເດນາຣິອົນເທົ່າກັບຄ່າຈ້າງມື້ໜຶ່ງຂອງຄົນທີ່ໃຊ້ແຮງງານ. ເບິ່ງພາກຜະໜວກ ຂ14.
1 ເດນາຣິອົນເທົ່າກັບຄ່າຈ້າງມື້ໜຶ່ງຂອງຄົນທີ່ໃຊ້ແຮງງານ. ເບິ່ງພາກຜະໜວກ ຂ14.
ຫຼື “ເປັນຄືກັບຄົນໆດຽວກັນ”
ຫຼື “ໃສ່ແອກຢູ່ເທິງ 2 ຄົນແລ້ວ”
ຄຳພາສາກຣີກແມ່ນພໍເນຍ. ເບິ່ງຄຳວ່າ “ພໍເນຍ” ໃນສ່ວນອະທິບາຍຄຳສັບ.
ແປຕາມໂຕວ່າ “ຂອງຂວັນ”
ໝາຍເຖິງຜູ້ຊາຍທີ່ມີອະໄວຍະວະເພດຜິດປົກກະຕິຕັ້ງແຕ່ເກີດ
ເບິ່ງສ່ວນອະທິບາຍຄຳສັບ
ແປຕາມໂຕວ່າ “ເຮັດໂຕເອງໃຫ້ເປັນຂັນທີ”
1 ເດນາຣິອົນເທົ່າກັບຄ່າຈ້າງມື້ໜຶ່ງຂອງຄົນທີ່ໃຊ້ແຮງງານ. ເບິ່ງພາກຜະໜວກ ຂ14.
ແປຕາມໂຕວ່າ “ປະມານຊົ່ວໂມງທີ 3”
ແປຕາມໂຕວ່າ “ປະມານຊົ່ວໂມງທີ 6”
ແປຕາມໂຕວ່າ “ປະມານຊົ່ວໂມງທີ 9”
ແປຕາມໂຕວ່າ “ປະມານຊົ່ວໂມງທີ 11”
ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
ແປຕາມໂຕວ່າ “ແມ່ຂອງພວກລູກຊາຍຂອງເຊເບດາຍ”
ໝາຍເຖິງພະເຈົ້າຈະຍອມໃຫ້ພະເຢຊູຖືກຂ້າໃນຂໍ້ກ່າວຫາຕົວະທີ່ວ່າເພິ່ນໝິ່ນປະໝາດພະເຈົ້າ
ເບິ່ງພາກຜະໜວກ ກ5
ແປຕາມໂຕວ່າ “ສະຫວັນ”
ເບິ່ງຄຳວ່າ “ຫີນຫົວແຈ” ໃນສ່ວນອະທິບາຍຄຳສັບ
ເບິ່ງພາກຜະໜວກ ກ5
ແປຕາມໂຕວ່າ “ກັດແຂ້ວ”
ຫຼື “ຈັກກະພັດໂຣມ”
1 ເດນາຣິອົນເທົ່າກັບຄ່າຈ້າງມື້ໜຶ່ງຂອງຄົນທີ່ໃຊ້ແຮງງານ. ເບິ່ງພາກຜະໜວກ ຂ14.
ເບິ່ງພາກຜະໜວກ ກ5
“ກົດໝາຍໂມເຊແລະສິ່ງທີ່ພວກຜູ້ພະຍາກອນສອນ” ໃນນີ້ໝາຍເຖິງພະຄຳພີພາກພາສາເຮັບເຣີທັງໝົດ
ເບິ່ງພາກຜະໜວກ ກ5
ອາດໝາຍເຖິງເຂົາເຈົ້າບໍ່ຍອມເຮັດໃຫ້ພາລະໜັກຂອງຄົນອື່ນເບົາລົງ
ຫຼື “ບ່ອນທີ່ເດັ່ນທີ່ສຸດ”
ຄຳພາສາເຮັບເຣີແມ່ນຣັບບີ ເຊິ່ງເປັນຕຳແໜ່ງທີ່ມີກຽດຂອງຄູສອນສາສະໜາຢິວ
ພະເຢຊູບໍ່ໃຫ້ໃຊ້ຄຳວ່າ “ພໍ່” ເປັນຕຳແໜ່ງທາງສາສະໜາ
ເບິ່ງພາກຜະໜວກ ກ3
ເບິ່ງສ່ວນອະທິບາຍຄຳສັບ
ສະໝຸນໄພຊະນິດໜຶ່ງທີ່ເຜັດຄືກັບພິກໄທ
ຫຼື “ການປຸ້ນຈີ້”
ຫຼື “ບໍ່ເຮັດຕາມກົດໝາຍ”
ຫຼື “ຄົນທີ່ພະເຈົ້າຖືວ່າເຮັດສິ່ງທີ່ຖືກຕ້ອງ”
ເບິ່ງສ່ວນອະທິບາຍຄຳສັບ
ແປຕາມໂຕວ່າ “ເຮືອນຂອງພວກເຈົ້າ”
ເບິ່ງພາກຜະໜວກ ກ5
ເບິ່ງຄຳວ່າ “ການມາ” ໃນສ່ວນອະທິບາຍຄຳສັບ
ຫຼື “ໄລຍະສຸດທ້າຍຂອງຍຸກ.” ເບິ່ງຄຳວ່າ “ຍຸກ” ໃນສ່ວນອະທິບາຍຄຳສັບ.
ຄືກັບຄວາມເຈັບປວດຂອງຜູ້ຍິງທີ່ໃກ້ຊິເກີດລູກ
ຍາມໜາວໃນອິດສະຣາເອນຈະມີຝົນແລະຫິມະຕົກເຊິ່ງເຮັດໃຫ້ເດີນທາງລຳບາກ
ໃນກົດໝາຍຂອງໂມເຊຫ້າມບໍ່ໃຫ້ຄົນເດີນທາງໄກໃນມື້ນັ້ນ
ເບິ່ງສ່ວນອະທິບາຍຄຳສັບ
ແປຕາມໂຕວ່າ “ຊົນເຜົ່າ”
ແປຕາມໂຕວ່າ “ຫີບ.” ໝາຍເຖິງເຮືອໃຫຍ່ທີ່ມີຮູບຮ່າງຄືກັບກ່ອງສີ່ລ່ຽມ.
ຫຼື “ຕອນໃດໃນເວລາກາງຄືນ”
ຫຼື “ສະຫຼາດ”
ແປຕາມໂຕວ່າ “ກັດແຂ້ວ”
ຫຼື “ສຸຂຸມຮອບຄອບ”
102 ກິໂລກຣາມ. 1 ຕະລັນຂອງກຣີກໜັກເທົ່າກັບ 20,4 ກິໂລກຣາມ. ເບິ່ງພາກຜະໜວກ ຂ14.
40,8 ກິໂລກຣາມ
20,4 ກິໂລກຣາມ
102 ກິໂລກຣາມ
40,8 ກິໂລກຣາມ
20,4 ກິໂລກຣາມ
102 ກິໂລກຣາມ
40,8 ກິໂລກຣາມ
20,4 ກິໂລກຣາມ
20,4 ກິໂລກຣາມ
204 ກິໂລກຣາມ
ແປຕາມໂຕວ່າ “ກັດແຂ້ວ”
ແປຕາມໂຕວ່າ “ມາຮັບເອົາການປົກຄອງຂອງພະເຈົ້າເປັນມໍລະດົກ”
ໝາຍເຖິງຕັ້ງແຕ່ກ່ອນອາດາມກັບເອວາມີລູກ
ຫຼື “ຄົນທີ່ເຮັດສິ່ງທີ່ຖືກຕ້ອງ”
ໝາຍເຖິງການທຳລາຍຕະຫຼອດໄປ. ເບິ່ງຄຳວ່າ “ເກເຮັນນາ” ໃນສ່ວນອະທິບາຍຄຳສັບ.
ຫຼື “ຄົນທີ່ເຮັດສິ່ງທີ່ຖືກຕ້ອງ”
ແປຕາມໂຕວ່າ “ຂວດອະລາບາສ໌ເຕີ”
ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
ຫຼື “ໃນມື້ກ່ອນມື້ທຳອິດ.” ໃນສະໄໝຂອງພະເຢຊູ ວັນປັດສະຄາ (14 ນີຊານ) ມັກຈະຖືວ່າເປັນສ່ວນໜຶ່ງຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອ (15-21 ນີຊານ).
ໝາຍເຖິງການທີ່ພະເຈົ້າຈະຍອມໃຫ້ພະເຢຊູຖືກຂ້າໃນຂໍ້ກ່າວຫາຕົວະທີ່ວ່າເພິ່ນໝິ່ນປະໝາດພະເຈົ້າ
ຫຼື “ໃຈພ້ອມ”
ແປຕາມໂຕວ່າ “ເຈົ້າເອງເປັນຜູ້ເວົ້າ.” ນີ້ແມ່ນສຳນວນທີ່ໝາຍເຖິງການເຫັນດີກັບສິ່ງທີ່ຫາກໍເວົ້າ.
ເບິ່ງພາກຜະໜວກ ກ5
ແປຕາມໂຕວ່າ “ເຈົ້າເອງເປັນຜູ້ເວົ້າ.” ນີ້ແມ່ນສຳນວນທີ່ໝາຍເຖິງການເຫັນດີກັບສິ່ງທີ່ຫາກໍເວົ້າ.
ຫຼື “ປະຫານລາວເທິງເສົາ!”
ເບິ່ງສ່ວນອະທິບາຍຄຳສັບ
ອາດໝາຍເຖິງທາດແຫຼວທີ່ມີລົດຂົມ
ຫຼື “ລູກຄົນໜຶ່ງຂອງພະເຈົ້າ”
ແປຕາມໂຕວ່າ “ຊົ່ວໂມງທີ 6”
ແປຕາມໂຕວ່າ “ຊົ່ວໂມງທີ 9”
ໝາຍເຖິງເມືອງເຢຣູຊາເລັມ
ເບິ່ງຄືວ່າເຂົາເຈົ້າໄປເລົ່າເລື່ອງທີ່ເຫັນ
ແປຕາມໂຕວ່າ “ແມ່ຂອງພວກລູກຊາຍຂອງເຊເບດາຍ”
ເບິ່ງສ່ວນອະທິບາຍຄຳສັບ
ເບິ່ງພາກຜະໜວກ ກ5
ຫຼື “ລູກສິດ”
ຫຼື “ຍອມຮັບອຳນາດຂອງ”
ຫຼື “ໄລຍະສຸດທ້າຍຂອງຍຸກ.” ເບິ່ງຄຳວ່າ “ຍຸກ” ໃນສ່ວນອະທິບາຍຄຳສັບ.