ເຈົ້າຈຳເປັນຕ້ອງມີຄຳສັ່ງຈາກຄຳພີໄບເບິນຢູ່ສະເໝີບໍ?
ຕອນທີ່ເຈົ້າຍັງນ້ອຍ ພໍ່ແມ່ຄືຊິຕັ້ງກົດຫຼາຍຢ່າງໃຫ້ເຈົ້າ. ເມື່ອໃຫຍ່ຂຶ້ນມາ ເຈົ້າຈຶ່ງເຂົ້າໃຈວ່າທີ່ພໍ່ແມ່ເຮັດແບບນັ້ນກໍຍ້ອນເປັນຫ່ວງຊີວິດຂອງເຈົ້າ. ຕອນທີ່ເປັນຜູ້ໃຫຍ່ແລ້ວ ເຈົ້າອາດຍັງໃຊ້ຊີວິດຕາມໃຊ້ຫຼັກການບາງຢ່າງທີ່ພໍ່ແມ່ປູກຝັງໄວ້ໃນໂຕເຈົ້າ ເຖິງວ່າເຈົ້າຈະບໍ່ໄດ້ຢູ່ພາຍໃຕ້ການເບິ່ງແຍງຂອງພວກເພິ່ນແລ້ວກໍຕາມ.
ພະເຢໂຫວາພໍ່ຂອງເຮົາໃນສະຫວັນໃຫ້ຄຳສັ່ງໂດຍກົງຢ່າງຫຼວງຫຼາຍກັບເຮົາຜ່ານທາງຄຳພີໄບເບິນຖ້ອຍຄຳຂອງເພິ່ນ. ຕົວຢ່າງເຊັ່ນ: ເພິ່ນຫ້າມການຂາບໄຫວ້ຮູບບູຊາ, ການເຮັດຜິດສິນລະທຳທາງເພດ ການຫຼິ້ນຊູ້ ແລະການລັກ. (ອົບພະຍົບ 20:1-17; ກິດຈະການ 15:28, 29) ເມື່ອເຮົາ “ເປັນຜູ້ໃຫຍ່ໃນທຸກດ້ານ” ລວມທັງດ້ານຄວາມເຊື່ອ ເຮົາກໍຈະເຂົ້າໃຈວ່າພະເຢໂຫວາເປັນຫ່ວງເຮົາ ແລະຄຳສັ່ງຂອງເພິ່ນກໍບໍ່ໄດ້ເຂັ້ມງວດເກີນໄປ.—ເອເຟໂຊ 4:15; ເອຊາຢາ 48:17, 18; 54:13
ແນວໃດກໍຕາມ ມີຫຼາຍສະຖານະການເຊິ່ງບໍ່ມີຄຳສັ່ງໂດຍກົງ. ດັ່ງນັ້ນ ບາງຄົນຈຶ່ງຮູ້ສຶກວ່າເຂົາເຈົ້າມີອິດສະຫຼະທີ່ຈະເຮັດສິ່ງທີ່ໂຕເອງມັກຍ້ອນບໍ່ມີກົດບອກໄວ້ໂດຍກົງຈາກຄຳພີໄບເບິນ. ເຂົາເຈົ້າໃຫ້ເຫດຜົນວ່າ ຖ້າພະເຈົ້າເຫັນວ່າຈຳເປັນ ເພິ່ນກໍຈະບອກເຮົາໃຫ້ຮູ້ຄວາມຕ້ອງການຂອງເພິ່ນຜ່ານທາງຄຳສັ່ງໂດຍກົງ.
ຫຼາຍເທື່ອ ຄົນທີ່ຄິດແບບນີ້ມັກຈະຕັດສິນໃຈແບບບໍ່ຮອບຄອບເຊິ່ງເຮັດໃຫ້ເຂົາເຈົ້າມາເສຍໃຈພາຍຫຼັງ. ເຂົາເຈົ້າເບິ່ງບໍ່ອອກວ່າ ຄຳພີໄບເບິນບໍ່ພຽງແຕ່ມີກົດໝາຍຫຼືຄຳສັ່ງເທົ່ານັ້ນ ແຕ່ຍັງບອກເຖິງວິທີຄິດຂອງພະເຈົ້ານຳ. ເມື່ອເຮົາສຶກສາຄຳພີໄບເບິນ ເຮົາຈະເຂົ້າໃຈຄວາມຄິດຂອງພະເຢໂຫວາໃນເລື່ອງຕ່າງໆ. ເຮົາສາມາດພັດທະນາໃຈຮູ້ຜິດຮູ້ຖືກທີ່ໄດ້ຮັບການຝຶກຈາກຄຳພີໄບເບິນແລະໄດ້ຮັບການຊ່ວຍໃຫ້ຕັດສິນໃຈແບບທີ່ສະທ້ອນຄວາມຄິດຂອງເພິ່ນ. ເມື່ອເຮົາເຮັດແບບນັ້ນ ພະເຢໂຫວາກໍຈະດີໃຈແລະເຮົາກໍຈະໄດ້ຮັບປະໂຫຍດຈາກການຕັດສິນໃຈທີ່ສະຫຼາດ.—ເອເຟໂຊ 5:1
ຕົວຢ່າງທີ່ດີໃນຄຳພີໄບເບິນ
ເມື່ອເຮົາເບິ່ງເລື່ອງຂອງຜູ້ຮັບໃຊ້ພະເຈົ້າໃນສະໄໝບູຮານທີ່ຢູ່ໃນຄຳພີໄບເບິນ ເຮົາເຫັນຫຼາຍສະຖານະການທີ່ເຂົາເຈົ້າຄິດດີໆວ່າພະເຢໂຫວາຮູ້ສຶກແລະຄິດແນວໃດຕໍ່ເລື່ອງຕ່າງໆເຖິງຈະບໍ່ໄດ້ມີຄຳສັ່ງໂດຍກົງ. ຂໍໃຫ້ພິຈາລະນາຕົວຢ່າງຂອງໂຢເຊັບ. ຕອນທີ່ລາວຖືກລໍ້ໃຈໃຫ້ເຮັດຜິດສິນລະທຳກັບເມຍໂປຕີຟາ ຕອນນັ້ນຍັງບໍ່ມີກົດໝາຍທີ່ຊັດເຈນທີ່ໄດ້ຮັບການດົນໃຈຈາກພະເຈົ້າວ່າຫ້າມຫຼິ້ນຊູ້. ເຖິງວ່າບໍ່ມີກົດໝາຍໂດຍກົງ ໂຢເຊັບກໍເຂົ້າໃຈວ່າການຫຼິ້ນຊູ້ບໍ່ພຽງແຕ່ເປັນການເຮັດບາບຕໍ່ໃຈຮູ້ຜິດຮູ້ຖືກຂອງລາວເທົ່ານັ້ນ ແຕ່ຍັງເປັນການເຮັດບາບ “ຕໍ່ພະເຈົ້າ” ນຳ. (ປະຖົມມະການ 39:9) ເບິ່ງຄືວ່າໂຢເຊັບຮູ້ວ່າການຫຼິ້ນຊູ້ເປັນການລະເມີດຄວາມຄິດແລະຄວາມຕ້ອງການຂອງພະເຈົ້າທີ່ສະແດງໃຫ້ເຫັນໃນສວນເອເດັນ.—ປະຖົມມະການ 2:24
ຂໍໃຫ້ພິຈະລະນາອີກຕົວຢ່າງໜຶ່ງໃນກິດຈະການ 16:3. ເຮົາຮູ້ວ່າກ່ອນທີ່ໂປໂລຈະພາຕີໂມທຽວເດີນທາງໄປຮັບໃຊ້ນຳກັນ ໂປໂລໄດ້ໃຫ້ລາວຮັບສິນຕັດ. ແຕ່ໃນຂໍ້ 4 ບອກວ່າ ຫຼັງຈາກນັ້ນໂປໂລແລະຕີໂມທຽວເດີນທາງໄປຕາມເມືອງຕ່າງໆເພື່ອແຈ້ງ “ຄຳຕັດສິນຂອງພວກອັກຄະສາວົກແລະພວກຜູ້ດູແລໃນເມືອງເຢຣູຊາເລັມ.” ໃນບັນດາຂໍ້ບັງຄັບເຫຼົ່ານັ້ນກໍມີຄຳຕັດສິນວ່າຄລິດສະຕຽນບໍ່ໄດ້ຢູ່ພາຍໃຕ້ກົດໝາຍຂອງການຮັບສິນຕັດອີກຕໍ່ໄປ! (ກິດຈະການ 15:5, 6, 28, 29) ເປັນຫຍັງໂປໂລຈຶ່ງເຫັນວ່າຈຳເປັນທີ່ຕີໂມທຽວຈະຕ້ອງຮັບສິນຕັດ? “ເພື່ອເຫັນແກ່ຄົນຢິວຕາມເມືອງຕ່າງໆທີ່ພວກເຂົາຈະໄປ ເພາະຄົນຢິວທຸກຄົນຮູ້ວ່າພໍ່ຂອງ [ຕີໂມທຽວ] ເປັນຄົນກຣີກ.” ໂປໂລບໍ່ຢາກໃຫ້ຄົນອື່ນສະດຸດໂດຍບໍ່ຈຳເປັນ. ລາວເປັນຫ່ວງເລື່ອງທີ່ຄລິດສະຕຽນຕ້ອງ “ເປັນຕົວຢ່າງທີ່ດີໃຫ້ທຸກຄົນໃນສາຍຕາພະເຈົ້າ” ຢູ່ສະເໝີ.—2 ໂກຣິນໂທ 4:2; 1 ໂກຣິນໂທ 9:19-23
ຄວາມຄິດແບບນີ້ເປັນເອກະລັກປະຈຳໂຕຂອງໂປໂລແລະຕີໂມທຽວ. ຂໍອ່ານຂໍ້ຄຳພີຕ່າງໆເຊັ່ນ: ໂຣມ 14:15, 20, 21; 1 ໂກຣິນໂທ 8:9-13; 10:23-33 ແລະເບິ່ງວ່າໂປໂລເປັນຫ່ວງຄວາມເຊື່ອຂອງຄົນອື່ນຫຼາຍສ່ຳໃດ ໂດຍສະເພາະຄົນທີ່ອາດຈະສະດຸດໃນບາງເລື່ອງເຊິ່ງແທ້ໆແລ້ວບໍ່ແມ່ນເລື່ອງທີ່ຜິດ. ໂປໂລຂຽນກ່ຽວກັບຕີໂມທຽວວ່າ: “ຕອນນີ້ຂ້ອຍບໍ່ມີໃຜເລີຍທີ່ມີນ້ຳໃຈຄືກັບລາວທີ່ຫ່ວງໃຍພວກເຈົ້າແທ້ໆ. ເພາະຄົນອື່ນຄິດເຖິງແຕ່ປະໂຫຍດຂອງຕົວເອງ ບໍ່ແມ່ນຂອງພະເຢຊູຄລິດ. ແຕ່ພວກເຈົ້າຮູ້ຢູ່ແລ້ວວ່າຕີໂມທຽວເປັນຄົນແບບໃດ ລາວເປັນຄືລູກຂ້ອຍ ລາວຮັບໃຊ້ຮ່ວມກັບຂ້ອຍໃນການປະກາດຂ່າວດີ.” (ຟີລິບປອຍ 2:20-22) ຄລິດສະຕຽນສອງຄົນນີ້ເປັນຕົວຢ່າງທີ່ດີໃຫ້ກັບເຮົາໃນປັດຈຸບັນ! ແທນທີ່ຈະເລືອກຄວາມສະດວກສະບາຍຫຼືຄວາມມັກສ່ວນໂຕເມື່ອບໍ່ໄດ້ຢູ່ພາຍໃຕ້ຄຳສັ່ງທີ່ເຈາະຈົງ ແຕ່ທັງສອງຄົນນີ້ກໍຮຽນແບບຄວາມຮັກຂອງພະເຢໂຫວາແລະລູກຂອງເພິ່ນໂດຍຄິດຕຶກຕອງວ່າ ການຕັດສິນໃຈຂອງໂຕເອງອາດສົ່ງຜົນກະທົບຕໍ່ຄວາມເຊື່ອຂອງຄົນອື່ນແນວໃດ.
ຂໍໃຫ້ເຮົາມາເບິ່ງຕົວຢ່າງຂອງພະເຢຊູ. ໃນຄຳບັນລະຍາຍເທິງພູ ພະເຢຊູໄດ້ອະທິບາຍຢ່າງຈະແຈ້ງວ່າ ຜູ້ທີ່ເຂົ້າໃຈຈຸດປະສົງທີ່ຢູ່ໃນກົດໝາຍຂອງພະເຈົ້າກໍຈະເຮັດຕາມກົດໝາຍເຫຼົ່ານັ້ນເຖິງວ່າຈະບໍ່ມີຄຳສັ່ງຫຼືຂໍ້ຫ້າມທີ່ເຈາະຈົງກໍຕາມ. (ມັດທາຍ 5:21, 22, 27, 28) ພະເຢຊູ ໂປໂລ ຕີໂມທຽວ ຫຼືໂຢເຊັບບໍ່ໄດ້ຫາເຫດຜົນວ່າຖ້າບໍ່ມີກົດໝາຍຂອງພະເຈົ້າແບບເຈາະຈົງ ຄົນເຮົາກໍສາມາດເຮັດຕາມໃຈໄດ້. ເພື່ອຈະໃຊ້ຊີວິດໃຫ້ສອດຄ່ອງກັບຄວາມຄິດຂອງພະເຈົ້າ ຄົນເຫຼົ່ານີ້ໄດ້ເຮັດຕາມທີ່ພະເຢຊູບອກໄວ້ໃນກົດໝາຍສອງຂໍ້ທີ່ສຳຄັນທີ່ສຸດຄື ການຮັກພະເຈົ້າແລະຮັກຄົນອື່ນ.—ມັດທາຍ 22:36-40
ສຳລັບຄລິດສະຕຽນໃນທຸກມື້ນີ້ເດ?
ເຫັນໄດ້ແຈ້ງວ່າ ເຮົາບໍ່ຄວນເບິ່ງຄຳພີໄບເບິນຄືກັບທີ່ເຮົາເບິ່ງເອກະສານທາງກົດໝາຍໂດຍຄາດໝາຍວ່າຈະມີລາຍລະອຽດທຸກຢ່າງທີ່ຕ້ອງເຮັດ. ເຮົາຈະເຮັດໃຫ້ພະເຢໂຫວາພໍໃຈແລະມີຄວາມສຸກຖ້າເຮົາເລືອກເຮັດສິ່ງທີ່ສະທ້ອນຄວາມຄິດຂອງເພິ່ນ ເຖິງຈະບໍ່ມີກົດໝາຍເຈາະຈົງທີ່ບອກວ່າເຮົາຕ້ອງເຮັດຫຍັງແດ່. ເວົ້າອີກຢ່າງໜຶ່ງກໍຄື ແທນທີ່ຈະຕ້ອງໃຫ້ບອກຕະຫຼອດວ່າພະເຈົ້າຕ້ອງການໃຫ້ເຮົາເຮັດຫຍັງ ເຮົາສາມາດ “ພະຍາຍາມເຂົ້າໃຈວ່າພະເຢໂຫວາຕ້ອງການຫຍັງ.” (ເອເຟໂຊ 5:17; ໂຣມ 12:2) ເປັນຫຍັງການເຮັດແບບນີ້ຈຶ່ງເຮັດໃຫ້ພະເຢໂຫວາດີໃຈ? ເພາະນັ້ນສະແດງວ່າ ເຮົາຄິດເຖິງການເຮັດໃຫ້ພະເຢໂຫວາພໍໃຈຫຼາຍກວ່າຄວາມມັກສ່ວນໂຕແລະສິດສ່ວນບຸກຄົນ ແລະຍັງສະແດງໃຫ້ເຫັນວ່າເຮົາເຫັນຄ່າຄວາມຮັກຂອງພະເຢໂຫວາເຖິງຂັ້ນວ່າເຮົາຢາກຈະຮຽນແບບເພິ່ນໂດຍໃຫ້ຄວາມຮັກຂອງເພິ່ນເປັນແຮງກະຕຸ້ນເຮົາ. (ສຸພາສິດ 23:15; 27:11) ນອກຈາກນັ້ນ ການເຮັດຕາມສິ່ງທີ່ບອກໄວ້ໃນຄຳພີໄບເບິນຍັງຊ່ວຍເສີມຄວາມເຊື່ອເຮົາໃຫ້ເຂັ້ມແຂງ ແລະຫຼາຍເທື່ອກໍຊ່ວຍດ້ານຮ່າງກາຍນຳ.
ຂໍໃຫ້ເຮົາມາເບິ່ງວ່າ ຈະໃຊ້ຫຼັກການຕ່າງໆນີ້ໃນເລື່ອງສ່ວນໂຕໄດ້ແນວໃດ.
ການເລືອກຄວາມບັນເທີງ
ຂໍໃຫ້ພິຈາລະນາກໍລະນີຂອງໄວລຸ້ນຊາຍຄົນໜຶ່ງທີ່ຢາກຊື້ຊີດີເພງຊຸດໜຶ່ງ. ສິ່ງທີ່ລາວໄດ້ຍິນຈາກເພງຊຸດນັ້ນດຶງດູດໃຈຂອງລາວ ແຕ່ລາວກໍອຸກໃຈຍ້ອນປົກຫຼັງບົ່ງບອກວ່າເນື້ອເພງມີເລື່ອງເພດຢ່າງຈະແຈ້ງແລະຫຍາບຄາຍ. ລາວຄິດວ່າເພງຂອງສິລະປິນຄົນນີ້ສ່ວນຫຼາຍມີລັກສະນະໃຈຮ້າຍແລະຮຸນແຮງ. ໃນຖານະຄົນທີ່ຮັກພະເຢໂຫວາ ລາວຈຶ່ງສົນໃຈວ່າພະເຢໂຫວາຈະຄິດແລະຮູ້ສຶກແນວໃດໃນເລື່ອງນີ້. ລາວຈະຮູ້ແລະເຂົ້າໃຈຄວາມຕ້ອງການຂອງພະເຈົ້າໄດ້ແນວໃດ?
ໃນຈົດໝາຍຂອງໂປໂລຂຽນເຖິງພີ່ນ້ອງໃນເມືອງຄາລາເຕຍ ລາວເວົ້າເຖິງຄວາມຕ້ອງການຂອງຮ່າງກາຍແລະຜົນທີ່ເກີດຈາກພະລັງຂອງພະເຈົ້າ. ເຈົ້າຄືຊິຮູ້ວ່າອັນໃດລວມຢູ່ໃນຜົນທີ່ເກີດຈາກພະລັງຂອງພະເຈົ້າ ສິ່ງເຫຼົ່ານັ້ນແມ່ນ: ຄວາມຮັກ ຄວາມຍິນດີ ສັນຕິສຸກ ຄວາມອົດທົນອົດກັ້ນ ຄວາມກະລຸນາ ຄວາມດີ ຄວາມເຊື່ອ ຄວາມອ່ອນໂຍນ ແລະການຄວບຄຸມຕົວເອງ. ແຕ່ກິດຈະກຳອັນໃດແດ່ທີ່ເປັນຄວາມຕ້ອງການຂອງຮ່າງກາຍທີ່ມີບາບ? ໂປໂລຂຽນວ່າ: “ການກະທຳທີ່ເກີດຈາກຄວາມຕ້ອງການຂອງຮ່າງກາຍທີ່ມີບາບນັ້ນເຫັນໄດ້ຊັດເຈນ ນັ້ນແມ່ນ ການເຮັດຜິດສິນລະທຳທາງເພດ ການກະທຳທີ່ບໍ່ສະອາດ ການປະພຶດແບບບໍ່ມີຢາງອາຍ ການຂາບໄຫວ້ຮູບບູຊາ ການຫຼິ້ນໄສຍະສາດ ການເປັນສັດຕູກັນ ການຜິດຖຽງກັນ ການລະແວງກັນ ການໃຈຮ້າຍໃຫ້ກັນ ການຂັດແຍ່ງກັນ ການແບ່ງພັກແບ່ງພວກ ການແຍກເປັນນິກາຍຕ່າງໆ ການອິດສາກັນ ການເມົາເຫຼົ້າ ການລ້ຽງເຮຮາຈົນສຸດຂີດ ແລະສິ່ງອື່ນໆໃນທຳນອງດຽວກັນນີ້. ຂ້ອຍຂໍເຕືອນພວກເຈົ້າໄວ້ກ່ອນແບບທີ່ຂ້ອຍເຄີຍເຕືອນມາແລ້ວວ່າ ຄົນທີ່ເຮັດສິ່ງເຫຼົ່ານີ້ຈະບໍ່ມີສ່ວນໃນການປົກຄອງຂອງພະເຈົ້າ.”—ຄລຕ 5:19-23
ຂໍສັງເກດຄຳເວົ້າສຸດທ້າຍໃນຂໍ້ຄຳພີນັ້ນທີ່ບອກວ່າ “ສິ່ງອື່ນໆໃນທຳນອງດຽວກັນນີ້.” ໂປໂລບໍ່ໄດ້ເວົ້າເຖິງທຸກຢ່າງທີ່ກ່ຽວຂ້ອງກັບຄວາມຕ້ອງການຂອງຮ່າງກາຍ. ນີ້ບໍ່ໄດ້ໝາຍຄວາມວ່າຜູ້ໃດຜູ້ໜຶ່ງຈະສາມາດຫາເຫດຜົນວ່າ ‘ຄຳພີໄບເບິນເປີດໂອກາດໃຫ້ຂ້ອຍເຮັດຫຍັງກໍໄດ້ທີ່ບໍ່ໄດ້ຢູ່ໃນສິ່ງທີ່ໂປໂລບອກກ່ຽວກັບຄວາມຕ້ອງການຂອງຮ່າງກາຍ.’ ແທນທີ່ຈະເປັນແບບນັ້ນ ຜູ້ອ່ານຈຳເປັນຕ້ອງໃຊ້ຄວາມສາມາດທີ່ຈະສັງເກດແລະເຂົ້າໃຈກ່ຽວກັບສິ່ງຕ່າງໆທີ່ບໍ່ໄດ້ບອກໄວ້ ແຕ່ເປັນເລື່ອງ “ທຳນອງດຽວກັນ.” ສ່ວນຄົນທີ່ເຮັດສິ່ງຕ່າງໆທີ່ບໍ່ໄດ້ບອກໄວ້ ແຕ່ເຮັດສິ່ງທີ່ເປັນ “ທຳນອງດຽວກັນ” ໂດຍບໍ່ກັບໃຈຈະບໍ່ມີສ່ວນໃນການປົກຄອງຂອງພະເຈົ້າ.
ດ້ວຍເຫດຜົນນີ້ ເຮົາຈຳເປັນຕ້ອງເຂົ້າໃຈ ຫຼືສັງເກດ ວ່າອັນໃດເປັນສິ່ງທີ່ພະເຢໂຫວາບໍ່ພໍໃຈ ການເຮັດແບບນີ້ເປັນເລື່ອງຍາກບໍ? ສົມມຸດວ່າໝໍແນະນຳໃຫ້ເຈົ້າກິນຜັກກັບໝາກໄມ້ຫຼາຍຂຶ້ນ ແຕ່ໃຫ້ຫຼີກລ່ຽງເຂົ້າ ໜົມ ກະແລັມ ແລະສິ່ງອື່ນໆທຳນອງນີ້. ເປັນເລື່ອງຍາກບໍທີ່ຈະຄິດວ່າເຄັກຈັດຢູ່ໃນລາຍການທີ່ໝໍຫ້າມບໍ່? ຕອນນີ້ຂໍໃຫ້ສັງເກດຜົນທີ່ເກີດຈາກພະລັງຂອງພະເຈົ້າແລະຄວາມຕ້ອງການຂອງຮ່າງກາຍ. ເພງທີ່ເວົ້າມາຂ້າງເທິງນີ້ຈັດຢູ່ໃນຮູບແບບໃດ? ແນ່ນອນວ່າ ເພງນັ້ນບໍ່ໄດ້ສະທ້ອນຄຸນລັກສະນະຕ່າງໆເຊັ່ນ: ຄວາມຮັກ ຄວາມດີ ການຄວບຄຸມໂຕເອງຫຼືຄຸນລັກສະນະອື່ນໆທີ່ກ່ຽວຂ້ອງກັບຜົນທີ່ເກີດຈາກພະລັງຂອງພະເຈົ້າ. ຄົນເຮົາບໍ່ຈຳເປັນຕ້ອງມີກົດໝາຍໂດຍກົງເພື່ອຈະຮູ້ວ່າ ດົນຕີແບບໃດບໍ່ສອດຄ່ອງກັບຄວາມຄິດຂອງພະເຈົ້າ. ຫຼັກການດຽວກັນນີ້ໃຊ້ໄດ້ກັບປຶ້ມ, ໜັງ, ລາຍການໂທລະທັດ, ເກມ, ເວັບໄຊ ແລະອື່ນໆ.
ການແຕ່ງໂຕໃຫ້ເປັນທີ່ຍອມຮັບ
ຄຳພີໄບເບິນຍັງໃຫ້ຫຼັກການກ່ຽວກັບການນຸ່ງເຄື່ອງແລະການແຕ່ງໂຕ. ຫຼັກການເຫຼົ່ານີ້ຈະຊ່ວຍໃຫ້ຄລິດສະຕຽນແຕ່ລະຄົນແຕ່ງໂຕແບບທີ່ເໝາະສົມແລະໜ້ານັບຖື. ຜູ້ທີ່ຮັກພະເຢໂຫວາຖືວ່າເລື່ອງນີ້ເປັນໂອກາດທີ່ຈະເຮັດໃຫ້ພໍ່ໃນສະຫວັນມີຄວາມຍິນດີ ບໍ່ແມ່ນເຮັດໃນສິ່ງທີ່ໂຕເອງພໍໃຈ. ຄືທີ່ເຮົາໄດ້ເຫັນມາແລ້ວ ເຖິງວ່າພະເຢໂຫວາບໍ່ໄດ້ໃຫ້ກົດໝາຍທີ່ເຈາະຈົງໃນເລື່ອງໃດໜຶ່ງ ແຕ່ກໍບໍ່ໄດ້ໝາຍຄວາມວ່າເພິ່ນບໍ່ສົນໃຈສິ່ງທີ່ປະຊາຊົນຂອງເພິ່ນເຮັດ. ໃນແຕ່ລະທ້ອງຖິ່ນມີຮູບແບບການແຕ່ງໂຕທີ່ແຕກຕ່າງກັນໄປແລະເຖິງວ່າທ້ອງຖິ່ນດຽວກັນຮູບແບບກໍຍັງປ່ຽນໄປຕາມການເວລາ. ແນວໃດກໍຕາມ ພະເຈົ້າໄດ້ຈັດກຽມຫຼັກການພື້ນຖານເຊິ່ງຈະຊີ້ນຳປະຊາຊົນຂອງເພິ່ນໄດ້ບໍ່ວ່າຈະຢູ່ໃສຫຼືເວລາໃດ.
ຍົກຕົວຢ່າງ 1 ຕີໂມທຽວ 2:9, 10 ບອກວ່າ: “ສ່ວນຜູ້ຍິງກໍຄວນແຕ່ງໂຕໃຫ້ເໝາະສົມ ເປັນແບບສຸພາບຮຽບຮ້ອຍແລະແບບຄົນທີ່ມີສະຕິດີ ບໍ່ແມ່ນເຮັດຊົງຜົມແບບເລີດຫຼູ ປະດັບຕົວດ້ວຍຄຳ ໄຂ່ມຸກ ຫຼືເຄື່ອງນຸ່ງທີ່ຄາລາແພງໆ ແຕ່ໃຫ້ແຕ່ງໂຕໃຫ້ເໝາະສົມກັບການເປັນຜູ້ຍິງທີ່ບອກວ່າຕົວເອງນັບຖືພະເຈົ້າໂດຍເອົາຄວາມດີເປັນເຄື່ອງປະດັບ.” ຍ້ອນແນວນີ້ ຊາຍຍິງຄລິດສະຕຽນຄວນຈະຄິດຢ່າງຄອບຮອບວ່າ ຜູ້ຄົນໃນເຂດທີ່ເຂົາເຈົ້າຢູ່ຄາດໝາຍວ່າຄົນ “ທີ່ບອກວ່ານັບຖືພະເຈົ້າ” ຈະແຕ່ງໂຕແບບໃດ. ເປັນເລື່ອງເໝາະສົມທີ່ຄລິດສະຕຽນຈະຄິດວ່າ ການແຕ່ງໂຕຂອງລາວຈະເຮັດໃຫ້ຄົນອື່ນຄິດແນວໃດກ່ຽວກັບຂ່າວສານໃນຄຳພີໄບເບິນທີ່ລາວປະກາດ. (2 ໂກຣິນໂທ 6:3) ຄລິດສະຕຽນທີ່ເປັນແບບຢ່າງຈະບໍ່ຄິດເຖິງຄວາມມັກສ່ວນໂຕຫຼືສິດສ່ວນບຸກຄົນຫຼາຍເກີນໄປ ແຕ່ຈະຄິດຮອບຄອບເພື່ອຈະບໍ່ເປັນຕົ້ນເຫດໃຫ້ຄົນອື່ນສະດຸດ.—ມັດທາຍ 18:6; ຟີລິບປອຍ 1:10
ເມື່ອຄລິດສະຕຽນຄົນໜຶ່ງຮູ້ວ່າຮູບແບບການແຕ່ງໂຕບາງຢ່າງລົບກວນໃຈຫຼືເຮັດໃຫ້ຜູ້ອື່ນສະດຸດ ລາວສາມາດຮຽນແບບອັກຄະສາວົກໂປໂລໄດ້ໂດຍເປັນຫ່ວງຄວາມເຊື່ອຂອງຄົນອື່ນມາກ່ອນຄວາມມັກສ່ວນໂຕ. ໂປໂລເວົ້າວ່າ: “ຂໍໃຫ້ຮຽນແບບຂ້ອຍຄືກັບທີ່ຂ້ອຍຮຽນແບບພະຄລິດ.” (1 ໂກຣິນໂທ 11:1) ໂປໂລຂຽນກ່ຽວກັບພະເຢຊູວ່າ: “ຂະໜາດວ່າພະຄລິດກໍບໍ່ໄດ້ເຮັດຕາມໃຈໂຕເອງ.” ໂປໂລໃຫ້ຄຳແນະນຳທີ່ຈະແຈ້ງກັບຄລິດສະຕຽນທຸກຄົນວ່າ: “ພວກເຮົາທີ່ມີຄວາມເຊື່ອເຂັ້ມແຂງຄວນອົດທົນກັບຄົນທີ່ຄວາມເຊື່ອຍັງບໍ່ເຂັ້ມແຂງ ແລະບໍ່ຄວນເຮັດຕາມໃຈຕົວເອງ. ໃຫ້ເຮົາແຕ່ລະຄົນເຮັດສິ່ງທີ່ຄົນອື່ນພໍໃຈເພື່ອປະໂຫຍດຂອງລາວ ແລະເພື່ອຊ່ວຍລາວໃຫ້ເຂັ້ມແຂງຂຶ້ນ.”—ໂຣມ 15:1-3
ການຝຶກໃຊ້ຄວາມຄິດ
ເຮົາຈະພັດທະນາຄວາມສາມາດໃນການຝຶກໃຊ້ຄວາມຄິດຂອງເຮົາໄດ້ແນວໃດເພື່ອຮູ້ວິທີເຮັດໃຫ້ພະເຢໂຫວາພໍໃຈ ເຖິງວ່າເພິ່ນບໍ່ໄດ້ໃຫ້ການຊີ້ນຳທີ່ເຈາະຈົງໃນເລື່ອງໃດໜຶ່ງ? ຖ້າເຮົາອ່ານຄຳພີໄບເບິນທຸກມື້ ສຶກສາຄຳພີໄບເບິນເປັນປະຈຳ ແລະຄິດຕຶກຕອງສິ່ງທີ່ເຮົາອ່ານ ເຮົາຈະເຫັນວ່າການຝຶກໃຊ້ຄວາມຄິດແລະໃຈຮູ້ຜິດຮູ້ຖືກຂອງເຮົາພັດທະນາຂຶ້ນ. ການພັດທະນາແບບນີ້ບໍ່ໄດ້ເກີດຂຶ້ນອັດຕະໂນມັດ. ຄືກັບການເຕີບໂຕຂອງຮ່າງກາຍເດັກນ້ອຍ ການເຕີບໂຕໃນຄວາມເຊື່ອກໍຄ່ອຍເປັນຄ່ອຍໄປແລະບໍ່ໄດ້ສັງເກດເຫັນໃນທັນທີ. ດັ່ງນັ້ນ ເຮົາຈຶ່ງຕ້ອງອົດທົນແລະບໍ່ຄວນທໍ້ໃຈຖ້າຍັງບໍ່ເຫັນຄວາມກ້າວໜ້າເທື່ອ. ແຕ່ຖ້າເຮົາໃຫ້ເວລາຜ່ານໄປລ້າໆໂດຍບໍ່ໄດ້ເຮັດຫຍັງ ເຮົາກໍຈະບໍ່ໄດ້ພັດທະນາການຝຶກໃຊ້ຄວາມຄິດຂອງເຮົາ. ເຮົາຕ້ອງໃຊ້ເວລາໃນການສຶກສາຄົ້ນຄວ້າຄຳພີໄບເບິນເປັນປະຈຳຄືທີ່ເວົ້າໄປແລ້ວ ແລະເຮົາຕ້ອງພະຍາຍາມເອົາມາໃຊ້ໃນຊີວິດປະຈຳວັນໃຫ້ດີທີ່ສຸດ.—ຮຣ 5:14
ເຮົາອາດເວົ້າໄດ້ວ່າ ໃນຂະນະທີ່ກົດໝາຍຂອງພະເຈົ້າທົດສອບການເຊື່ອຟັງຂອງເຮົາ ຫຼັກການຂອງເພິ່ນກໍທົດສອບຄວາມເຂົ້າໃຈທາງຄວາມເຊື່ອຂອງເຮົາແລະຄວາມຕ້ອງການທີ່ຈະເຮັດໃຫ້ເພິ່ນພໍໃຈ. ເມື່ອຄວາມເຊື່ອເຮົາເຂັ້ມແຂງ ເຮົາຈະຢາກຮຽນແບບພະເຢໂຫວາແລະລູກຊາຍຂອງເພິ່ນຫຼາຍຂຶ້ນ. ເມື່ອເຮົາຕັດສິນໃຈ ເຮົາຈະຄິດກ່ອນວ່າພະເຢໂຫວາຮູ້ສຶກແນວໃດຕໍ່ເລື່ອງຕ່າງໆທີ່ບອກໄວ້ໃນຄຳພີໄບເບິນ. ເມື່ອເຮົາເຮັດທຸກສິ່ງເພື່ອເຮັດໃຫ້ພະເຢໂຫວາພໍ່ໃນໃນສະຫວັນດີໃຈ ເຮົາກໍຈະມີຄວາມຍິນດີຫຼາຍຂຶ້ນ.
[ຮູບພາບ]
ຮູບແບບເຄື່ອງນຸ່ງແຕກຕ່າງກັນໄປໃນແຕ່ລະບ່ອນ ແຕ່ຫຼັກການໃນຄຳພີໄບເບິນຄວນຊີ້ນຳການເລືອກຂອງເຮົາ