ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ໂຢບ 6-10
ໂຢບຜູ້ສັດຊື່ລະບາຍຄວາມທຸກ
ໂຢບທຸກລຳບາກ ສູນເສຍ ແລະເຈັບປ່ວຍໜັກຈົນເກືອບຕາຍ ແຕ່ລາວຍັງຮັກສາຄວາມສັດຊື່ໄວ້ໄດ້. ຊາຕານຈຶ່ງພະຍາຍາມໃຊ້ຄວາມທໍ້ໃຈເພື່ອທຳລາຍຄວາມສັດຊື່ຂອງລາວ. “ໝູ່” 3 ຄົນຂອງລາວກໍໄດ້ມາຢາມ. ຕອນທຳອິດ ເຂົາເຈົ້າສະແດງໃຫ້ຄົນທົ່ວໄປເຫັນວ່າມີຄວາມເຫັນອົກເຫັນໃຈ. ຈາກນັ້ນ ເຂົາເຈົ້ານັ່ງກັບໂຢບໂດຍບໍ່ເວົ້າຫຍັງເປັນເວລາ 7 ມື້ ບໍ່ເວົ້າໃຫ້ກຳລັງໃຈລາວແມ່ນແຕ່ຄຳດຽວ. ຄຳເວົ້າທີ່ຕາມມາເປັນຄຳກ່າວຫາທີ່ຮຸນແຮງ.
ໂຢບຮັກສາຄວາມສັດຊື່ຕໍ່ພະເຢໂຫວາເຖິງແມ່ນວ່າຖືກກົດດັນຢ່າງໜັກ
ຄວາມໂສກເສົ້າແລະຄວາມທຸກເຮັດໃຫ້ໂຢບມີຄວາມຄິດຜິດໆ ລາວສະຫຼຸບເອົາເອງວ່າພະເຈົ້າບໍ່ສົນໃຈທີ່ລາວຮັກສາຄວາມສັດຊື່
ຍ້ອນຮູ້ສຶກທໍ້ໃຈ ໂຢບຈຶ່ງບໍ່ໄດ້ຄິດເຖິງເຫດຜົນອື່ນໆທີ່ເປັນໄປໄດ້ທີ່ລາວຕ້ອງປະສົບກັບຄວາມທຸກຍາກ
ເຖິງແມ່ນຮູ້ສຶກທໍ້ໃຈ ໂຢບກໍຍັງບອກຄົນທີ່ກ່າວຫາລາວວ່າລາວຮັກພະເຢໂຫວາ