ບົດຄວາມສຶກສາທີ 43
ເພງທີ 90 ໃຫ້ກຳລັງໃຈກັນແລະກັນ
ຈະເອົາຊະນະຄວາມສົງໄສໄດ້ແນວໃດ?
“ໃຫ້ກວດເບິ່ງທຸກສິ່ງຈົນໝັ້ນໃຈ.”—1ທຊ. 5:21
ຈຸດສຳຄັນ
ວິທີກຳຈັດຄວາມສົງໄສທີ່ອາດສົ່ງຜົນກະທົບຕໍ່ການຮັບໃຊ້ຂອງເຮົາຕໍ່ພະເຢໂຫວາ.
1-2. (ກ) ຜູ້ຮັບໃຊ້ຂອງພະເຢໂຫວາອາດສົງໄສເລື່ອງຫຍັງແດ່? (ຂ) ເຮົາຈະຮຽນຫຍັງໃນບົດນີ້?
ເຮົາທຸກຄົນບໍ່ວ່າຈະອາຍຸສ່ຳໃດກໍເຄີຍສົງໄສaເປັນບາງເທື່ອ. ຕົວຢ່າງເຊັ່ນ: ໃຫ້ຄິດເຖິງໄວລຸ້ນຄົນໜຶ່ງທີ່ເປັນຜູ້ປະກາດທີ່ສົງໄສວ່າພະເຢໂຫວາສົນໃຈລາວແທ້ໆບໍ. ລາວອາດບໍ່ແນ່ໃຈໃນເລື່ອງນີ້ຈົນບໍ່ກ້າທີ່ຈະຮັບບັບເຕມາ. ຫຼືໃຫ້ຄິດເຖິງພີ່ນ້ອງຊາຍໄວກາງຄົນຜູ້ໜຶ່ງ. ຕອນເປັນໄວລຸ້ນ ລາວເລືອກຮັບໃຊ້ພະເຢໂຫວາແທນທີ່ຈະເລືອກເຮັດວຽກອາຊີບທີ່ໄດ້ເງິນຫຼາຍໆ. ແຕ່ຕອນນີ້ລາວອາຍຸຫຼາຍຂຶ້ນແລະມີເງິນຊື້ສິ່ງຈຳເປັນໃນແຕ່ລະມື້ເທົ່ານັ້ນ ລາວຈຶ່ງສົງໄສວ່າລາວຕັດສິນໃຈຖືກບໍທີ່ເລືອກຮັບໃຊ້ພະເຢໂຫວາຕັ້ງແຕ່ເປັນໄວລຸ້ນ. ຫຼືໃຫ້ຄິດເຖິງພີ່ນ້ອງຍິງສູງອາຍຸຄົນໜຶ່ງທີ່ຕອນນີ້ສຸຂະພາບບໍ່ດີແລະບໍ່ມີແຮງປານໃດ. ລາວອາດຮູ້ສຶກທໍ້ໃຈຍ້ອນຮັບໃຊ້ພະເຢໂຫວາບໍ່ໄດ້ຫຼາຍຄືທີ່ຜ່ານມາ. ເຈົ້າເຄີຍສົງໄສແບບນີ້ບໍ ເຊັ່ນ: ‘ພະເຢໂຫວາສົນໃຈຂ້ອຍບໍ? ສິ່ງຕ່າງໆທີ່ຂ້ອຍເສຍສະລະເພື່ອພະເຢໂຫວາມັນຄຸ້ມຄ່າບໍ? ຫຼືຂ້ອຍຍັງມີປະໂຫຍດຕໍ່ພະເຢໂຫວາຢູ່ບໍ?’
2 ຖ້າເຮົາບໍ່ພະຍາຍາມຊອກຫາຄຳຕອບຂອງຄຳຖາມເຫຼົ່ານີ້ ມັນອາດເຮັດໃຫ້ຄວາມເຊື່ອຂອງເຮົາອ່ອນລົງເລື້ອຍໆແລະເຖິງຂັ້ນເຊົາຮັບໃຊ້ພະເຢໂຫວາ. ໃນບົດນີ້ເຮົາຈະເບິ່ງວ່າຫຼັກການໃນຄຳພີໄບເບິນຊ່ວຍເຮົາແນວໃດຖ້າເຮົາສົງໄສວ່າ (1) ພະເຢໂຫວາສົນໃຈເຮົາບໍ? (2) ເຮົາຕັດສິນໃຈຖືກແລ້ວບໍ? ຫຼື (3) ເຮົາຍັງມີປະໂຫຍດຕໍ່ພະເຢໂຫວາຢູ່ບໍ?
ເຮົາຄວນເຮັດແນວໃດຖ້າເຮົາສົງໄສ?
3. ເມື່ອເຮົາສົງໄສ ວິທີໜຶ່ງທີ່ຊ່ວຍເຮົາໄດ້ແມ່ນຫຍັງ?
3 ຖ້າເຮົາສົງໄສ ວິທີໜຶ່ງທີ່ຊ່ວຍເຮົາໄດ້ແມ່ນຊອກຫາຄຳຕອບໂດຍຄົ້ນຄວ້າຈາກຄຳພີໄບເບິນ. ເມື່ອເຮັດແບບນັ້ນ ເຮົາຈະເຂັ້ມແຂງ ສະໜິດກັບພະເຢໂຫວາຫຼາຍຂຶ້ນ ແລະ “ມີຄວາມເຊື່ອທີ່ໝັ້ນຄົງ.”—1ກຣ. 16:13
4. ເຮົາຈະ “ກວດເບິ່ງທຸກສິ່ງຈົນໝັ້ນໃຈ” ໄດ້ແນວໃດ? (1 ເທຊະໂລນິກ 5:21)
4 ອ່ານ 1 ເທຊະໂລນິກ 5:21. ຄຳພີໄບເບິນກະຕຸ້ນເຮົາ “ໃຫ້ກວດເບິ່ງທຸກສິ່ງຈົນໝັ້ນໃຈ.” ເຮົາຈະເຮັດແບບນັ້ນໄດ້ແນວໃດ? ເຮົາເຮັດໄດ້ໂດຍສົມທຽບສິ່ງນັ້ນກັບຄຳສອນທີ່ຢູ່ໃນຄຳພີໄບເບິນ. ຕົວຢ່າງເຊັ່ນ: ໃຫ້ຄິດເຖິງໄວລຸ້ນທີ່ສົງໄສວ່າພະເຢໂຫວາເປັນຫ່ວງລາວແທ້ໆບໍ. ລາວຄວນປ່ອຍໃຫ້ໂຕເອງສົງໄສຢູ່ແບບນັ້ນໂດຍບໍ່ເຮັດຫຍັງເລີຍບໍ? ບໍ່. ລາວຄວນ “ກວດເບິ່ງທຸກສິ່ງຈົນໝັ້ນໃຈ” ໂດຍຄົ້ນຄວ້າຈາກຄຳພີໄບເບິນເພື່ອຈະຮູ້ວ່າພະເຢໂຫວາຄິດແນວໃດໃນເລື່ອງນັ້ນ.
5. ເຮົາຈະຟັງພະເຢໂຫວາຕອບເລື່ອງທີ່ເຮົາສົງໄສໄດ້ແນວໃດ?
5 ຕອນທີ່ເຮົາອ່ານຄຳພີໄບເບິນ ເຮົາກໍກຳລັງຟັງພະເຢໂຫວາເວົ້າກັບເຮົາ. ແຕ່ຖ້າເຮົາຢາກໄດ້ຄຳຕອບຈາກພະເຢໂຫວາສຳລັບບາງເລື່ອງທີ່ເຮົາສົງໄສເປັນພິເສດ ເຮົາຕ້ອງເຮັດຫຼາຍກວ່ານັ້ນ. ເຮົາຕ້ອງຊອກຫາແລະຄົ້ນຄວ້າຂໍ້ຄຳພີທີ່ຈະຕອບເລື່ອງທີ່ເຮົາສົງໄສ. ເຮົາເຮັດແບບນັ້ນໄດ້ໂດຍໃຊ້ເຄື່ອງມືຕ່າງໆທີ່ອົງການຂອງພະເຢໂຫວາຈັດກຽມໄວ້. (ສພສ. 2:3-6) ເຮົາສາມາດອະທິດຖານຂໍໃຫ້ພະເຢໂຫວາຊີ້ນຳການຄົ້ນຄວ້າຂອງເຮົາແລະຊ່ວຍເຮົາໃຫ້ຮູ້ວ່າເພິ່ນຄິດແນວໃດໃນເລື່ອງນັ້ນ. ຈາກນັ້ນ ໃຫ້ເບິ່ງຫຼັກການໃນຄຳພີໄບເບິນແລະຄຳແນະນຳຕ່າງໆທີ່ຈະເອົາມາໃຊ້ໃນສະຖານະການຂອງເຮົາ. ນອກຈາກນັ້ນ ເຮົາອາດຈະອ່ານເລື່ອງຂອງຜູ້ຮັບໃຊ້ຂອງພະເຢໂຫວາໃນຄຳພີໄບເບິນທີ່ເຄີຍຄິດແລະຮູ້ສຶກຄືກັບເຮົາ.
6. ການປະຊຸມຊ່ວຍເຮົາໃຫ້ເອົາຊະນະຂໍ້ສົງໄສໄດ້ແນວໃດ?
6 ນອກຈາກນັ້ນ ເຮົາຍັງຟັງພະເຢໂຫວາເວົ້າກັບເຮົາໂດຍຜ່ານທາງການປະຊຸມ. ຖ້າເຮົາເຂົ້າຮ່ວມການປະຊຸມເປັນປະຈຳ ເຮົາຈະໄດ້ຟັງຄຳບັນລະຍາຍ ຫຼືໄດ້ຟັງຄຳຄິດເຫັນຂອງພີ່ນ້ອງ. ຄຳຕອບຂອງເຂົາເຈົ້າອາດເຮັດໃຫ້ເຮົາເຊົາສົງໄສກໍໄດ້. (ສພສ. 27:17) ຕອນນີ້ເຮົາຈະມາເບິ່ງວ່າສິ່ງໃດຈະຊ່ວຍເຮົາໃຫ້ໄດ້ຮັບຄຳຕອບໃນເລື່ອງທີ່ເຮົາສົງໄສ.
ເມື່ອເຈົ້າສົງໄສວ່າພະເຢໂຫວາສົນໃຈເຈົ້າບໍ
7. ບາງຄົນອາດສົງໄສເລື່ອງຫຍັງ?
7 ເຈົ້າເຄີຍສົງໄສບໍວ່າ ‘ພະເຢໂຫວາສົນໃຈຂ້ອຍບໍ?’ ຖ້າເຈົ້າຮູ້ສຶກວ່າໂຕເອງບໍ່ແມ່ນຄົນທີ່ສຳຄັນ ເຈົ້າອາດຄິດວ່າເປັນໄປບໍ່ໄດ້ທີ່ຈະເປັນໝູ່ກັບຜູ້ສ້າງເອກະພົບ. ກະສັດດາວິດເຄີຍຮູ້ສຶກແບບນີ້. ລາວຮູ້ສຶກງຶດຫຼາຍທີ່ເຫັນວ່າພະເຢໂຫວາສົນໃຈມະນຸດ. ລາວເວົ້າວ່າ: “ພະເຢໂຫວາເອີ້ຍ ມະນຸດແມ່ນໃຜທີ່ພະອົງຈະຕ້ອງໃສ່ໃຈ? ລູກຂອງມະນຸດແມ່ນໃຜທີ່ພະອົງຈະຕ້ອງສົນໃຈ?” (ພສ. 144:3) ເຈົ້າຈະຊອກຫາຄຳຕອບຂອງຄຳຖາມນີ້ໄດ້ຈາກໃສທີ່ວ່າ “ພະເຢໂຫວາສົນໃຈເຮົາແຕ່ລະຄົນບໍ?”
8. ຕາມ 1 ຊາມູເອນ 16:6, 7, 10-12 ພະເຢໂຫວາສົນໃຈຫຍັງໃນໂຕເຮົາ?
8 ເຮົາໄດ້ຮຽນຈາກຄຳພີໄບເບິນວ່າພະເຢໂຫວາສົນໃຈຄົນທີ່ເບິ່ງຄືວ່າບໍ່ສຳຄັນໃນສາຍຕາຂອງຄົນອື່ນ. ຕົວຢ່າງເຊັ່ນ: ພະເຢໂຫວາໃຫ້ຊາມູເອນໄປເຮືອນຂອງເຢຊີເພື່ອເລືອກລູກຊາຍຄົນໜຶ່ງຂອງລາວໃຫ້ເປັນກະສັດຂອງອິດສະຣາເອນໃນອະນາຄົດ. ເຢຊີມີລູກຊາຍ 8 ຄົນ ແຕ່ລາວເອີ້ນແຕ່ 7 ຄົນມາຫາຊາມູເອນ. ລາວບໍ່ໄດ້ເອີ້ນດາວິດທີ່ເປັນລູກຫຼ້າມາ.b ແຕ່ຜູ້ທີ່ພະເຢໂຫວາເລືອກພັດແມ່ນດາວິດ. (ອ່ານ 1 ຊາມູເອນ 16:6, 7, 10-12) ພະເຢໂຫວາຮູ້ວ່າດາວິດເປັນຄົນແນວໃດແລະຮູ້ວ່າລາວຮັກເພິ່ນຫຼາຍແທ້ໆ.
9. ເປັນຫຍັງເຈົ້າຈຶ່ງໝັ້ນໃຈໄດ້ວ່າພະເຢໂຫວາສົນໃຈເຈົ້າ? (ເບິ່ງຮູບນຳ)
9 ໃຫ້ຄິດເບິ່ງວ່າພະເຢໂຫວາເຄີຍສະແດງຄວາມສົນໃຈໃນໂຕເຈົ້າແນວໃດແດ່. ເພິ່ນໃຫ້ຄຳແນະນຳທີ່ເໝາະກັບຄວາມຕ້ອງການຂອງເຈົ້າພໍດີ. (ພສ. 32:8) ເລື່ອງນີ້ສະແດງໃຫ້ເຫັນວ່າເພິ່ນຮູ້ຈັກເຈົ້າດີ. (ພສ. 139:1) ເມື່ອເຈົ້າເອົາຄຳແນະນຳຂອງພະເຢໂຫວາໄປໃຊ້ແລະເຫັນວ່າມັນຊ່ວຍເຈົ້າແນວໃດ ເຈົ້າກໍຈະໝັ້ນໃຈວ່າພະເຢໂຫວາສົນໃຈເຈົ້າແທ້ໆ. (1ຂຄ. 28:9; ກຈກ. 17:26, 27) ພະເຢໂຫວາເຫັນທຸກສິ່ງທີ່ເຈົ້າເຮັດເພື່ອຈະຮັບໃຊ້ເພິ່ນແລະເຊື່ອຟັງເພິ່ນ. ເພິ່ນຍັງເຫັນຄຸນລັກສະນະທີ່ດີຂອງເຈົ້າແລະຢາກເປັນໝູ່ກັບເຈົ້າ. (ຢຣມ. 17:10) ພະເຢໂຫວາຈະມີຄວາມສຸກຫຼາຍຖ້າເຈົ້າຢາກເປັນໝູ່ກັບເພິ່ນຄືກັນ.—1ຢຮ. 4:19
ເມື່ອເຈົ້າສົງໄສວ່າເຈົ້າຕັດສິນໃຈຖືກແລ້ວບໍ
10. ເມື່ອຄິດເຖິງການຕັດສິນໃຈໃນອະດີດ ເຮົາອາດສົງໄສຫຍັງ?
10 ພີ່ນ້ອງບາງຄົນອາດຄິດຄືນຫຼັງກ່ຽວກັບອະດີດຕອນທີ່ເຂົາເຈົ້າຕັດສິນໃຈອອກຈາກວຽກທີ່ມີລາຍໄດ້ດີ ຫຼືເຊົາເຮັດທຸລະກິດເພື່ອຈະຮັບໃຊ້ພະເຢໂຫວາໄດ້ຫຼາຍຂຶ້ນ. ແຕ່ເມື່ອເວລາຜ່ານໄປ ອາດຈະຜ່ານໄປຫຼາຍສິບປີ ເຂົາເຈົ້າອາດເຫັນວ່າບາງຄົນທີ່ເຂົາເຈົ້າຮູ້ຈັກເຊິ່ງເລືອກຕ່າງຈາກເຂົາເຈົ້າເບິ່ງຄືວ່າມີຊີວິດທີ່ສະດວກສະບາຍແລະມີເງິນຫຼາຍ. ຍ້ອນແນວນີ້ ເຂົາເຈົ້າອາດສົງໄສວ່າ: ‘ສິ່ງທີ່ຂ້ອຍເສຍສະລະເພື່ອພະເຢໂຫວາມັນຄຸ້ມຄ່າບໍ? ຫຼືມັນເຮັດໃຫ້ຂ້ອຍພາດໂອກາດບາງຢ່າງໄປບໍ?’
11. ເປັນຫຍັງຜູ້ຂຽນເພງສັນລະເສີນບົດ 73 ຈຶ່ງຮູ້ສຶກທໍ້ໃຈ?
11 ຖ້າເຈົ້າສົງໄສຄ້າຍໆກັນນີ້ ໃຫ້ເບິ່ງຕົວຢ່າງຂອງຜູ້ຂຽນເພງສັນລະເສີນບົດ 73. ລາວເຫັນຄົນທີ່ບໍ່ໄດ້ຮັບໃຊ້ພະເຢໂຫວາເບິ່ງຄືມີສຸຂະພາບແຂງແຮງດີ ຮັ່ງ ແລະບໍ່ໄດ້ກັງວົນເລື່ອງຫຍັງເລີຍ. (ພສ. 73:3-5, 12) ເມື່ອລາວເຫັນຊີວິດຂອງເຂົາເຈົ້າໄປໄດ້ດີ ມັນເຮັດໃຫ້ລາວຮູ້ສຶກວ່າການຮັບໃຊ້ພະເຢໂຫວາບໍ່ມີປະໂຫຍດຫຍັງ. ຄວາມຄິດແບບນີ້ເຮັດໃຫ້ລາວ “ອຸກໃຈໝົດມື້.” (ພສ. 73:13, 14) ລາວຈັດການກັບຄວາມຮູ້ສຶກນີ້ແນວໃດ?
12. ຕາມເພງສັນລະເສີນ 73:16-18 ຜູ້ຂຽນເພງສັນລະເສີນຈັດການກັບຄວາມຮູ້ສຶກທໍ້ໃຈແນວໃດ?
12 ອ່ານເພງສັນລະເສີນ 73:16-18. ຜູ້ຂຽນເພງສັນລະເສີນເຂົ້າໄປບ່ອນສັກສິດຂອງພະເຢໂຫວາ. ຢູ່ຫັ້ນ ລາວໄດ້ຄິດຕຶກຕອງຢ່າງເລິກເຊິ່ງ. ລາວໄດ້ເຂົ້າໃຈວ່າເຖິງວ່າບາງຄົນຈະມີຊີວິດທີ່ສະດວກສະບາຍ ແຕ່ເຂົາເຈົ້າບໍ່ມີຄວາມຫວັງສຳລັບອະນາຄົດ. ເມື່ອຄິດແບບນີ້ລາວກໍສະຫງົບໃຈແລະໝັ້ນໃຈວ່າການຮັບໃຊ້ພະເຢໂຫວາເປັນການຕັດສິນໃຈທີ່ດີທີ່ສຸດ. ຜົນກໍຄື ລາວຕັ້ງໃຈທີ່ຈະຮັບໃຊ້ພະເຢໂຫວາຕໍ່ໆໄປ.—ພສ. 73:23-28
13. ຖ້າເຈົ້າສົງໄສວ່າຜ່ານມາເຈົ້າຕັດສິນໃຈຖືກແລ້ວບໍ ອັນໃດຈະຊ່ວຍເຈົ້າໃຫ້ເຊົາສົງໄສແລະສະຫງົບໃຈໄດ້? (ເບິ່ງຮູບນຳ)
13 ຄຳພີໄບເບິນສາມາດຊ່ວຍເຈົ້າໃຫ້ເຊົາສົງໄສແລະສະຫງົບໃຈໄດ້. ເປັນແບບນັ້ນໄດ້ແນວໃດ? ຂໍໃຫ້ຄິດເຖິງສິ່ງດີໆທີ່ເຈົ້າໄດ້ຮັບໃນຕອນນີ້ແລ້ວສົມທຽບກັບຄົນທີ່ບໍ່ໄດ້ຮັບໃຊ້ພະເຢໂຫວາວ່າຊີວິດຂອງເຂົາເຈົ້າເປັນແນວໃດ? ເຂົາເຈົ້າສ່ວນຫຼາຍຄິດວ່າການມີວຽກທີ່ດີແລະມີຊີວິດທີ່ສະດວກສະບາຍເປັນສິ່ງທີ່ສຳຄັນທີ່ສຸດຍ້ອນເຂົາເຈົ້າບໍ່ມີຄວາມຫວັງກ່ຽວກັບອະນາຄົດ. ແຕ່ສຳລັບເຈົ້າບໍ່ໄດ້ເປັນແບບນັ້ນ. ເຈົ້າບໍ່ພຽງແຕ່ໄດ້ຮັບສິ່ງດີໆຈາກພະເຢໂຫວາໃນຕອນນີ້ເທົ່ານັ້ນ ແຕ່ເພິ່ນສັນຍາວ່າຈະໃຫ້ສິ່ງດີໆກັບເຈົ້າຫຼາຍກວ່ານີ້ອີກໃນອະນາຄົດ. (ພສ. 145:16) ນອກຈາກນັ້ນ ໃຫ້ລອງຄິດແບບນີ້: ເຈົ້າໝັ້ນໃຈບໍວ່າຖ້າເຈົ້າຕັດສິນໃຈອີກແບບໜຶ່ງຊີວິດຂອງເຈົ້າຈະດີກວ່ານີ້? ແຕ່ສິ່ງໜຶ່ງທີ່ແນ່ນອນແມ່ນ ຖ້າສິ່ງທີ່ເຈົ້າຕັດສິນໃຈແມ່ນຍ້ອນຮັກພະເຢໂຫວາແລະຮັກຄົນອື່ນ ເຈົ້າຈະມີຊີວິດທີ່ມີຄວາມສຸກແທ້ໆ.
ຄິດເຖິງສິ່ງດີໆທີ່ພະເຢໂຫວາຈະໃຫ້ເຈົ້າໃນອະນາຄົດ (ເບິ່ງຂໍ້ 13)d
ເມື່ອເຈົ້າສົງໄສວ່າເຈົ້າຍັງມີປະໂຫຍດຕໍ່ພະເຢໂຫວາຢູ່ບໍ
14. ເປັນຫຍັງບາງຄົນຈຶ່ງຮູ້ສຶກບໍ່ໝັ້ນໃຈ ແລະເຂົາເຈົ້າອາດສົງໄສຫຍັງ?
14 ຜູ້ຮັບໃຊ້ຂອງພະເຢໂຫວາບາງຄົນອາຍຸຫຼາຍຂຶ້ນ ມີບັນຫາສຸຂະພາບ ຫຼືພິການ. ສິ່ງເຫຼົ່ານີ້ອາດເຮັດໃຫ້ເຂົາເຈົ້າບໍ່ໝັ້ນໃຈວ່າເຂົາເຈົ້າຍັງມີຄ່າຕໍ່ພະເຢໂຫວາບໍ? ເຂົາເຈົ້າອາດສົງໄສວ່າ: ‘ຂ້ອຍຍັງມີປະໂຫຍດຕໍ່ພະເຢໂຫວາຢູ່ບໍ?’
15. ຜູ້ຂຽນເພງສັນລະເສີນບົດ 71 ໝັ້ນໃຈໃນເລື່ອງໃດ?
15 ຜູ້ຂຽນເພງສັນລະເສີນບົດ 71 ກໍເຄີຍຮູ້ສຶກຄ້າຍໆກັນ. ລາວອະທິດຖານວ່າ: “ຂໍພະອົງຢ່າປະລູກຕອນທີ່ລູກບໍ່ມີເຫື່ອບໍ່ມີແຮງ.” (ພສ. 71:9, 18) ເຖິງວ່າລາວຈະຮູ້ສຶກແບບນັ້ນ ແຕ່ລາວກໍໝັ້ນໃຈວ່າຖ້າລາວຮັບໃຊ້ພະເຢໂຫວາຢ່າງສັດຊື່ ເພິ່ນຈະຊີ້ນຳແລະຊ່ວຍລາວ. ຜູ້ຂຽນເພງສັນລະເສີນໄດ້ຮຽນຮູ້ວ່າພະເຢໂຫວາພໍໃຈຄົນທີ່ພະຍາຍາມເຕັມທີທີ່ຈະຮັບໃຊ້ເພິ່ນເຖິງວ່າຈະມີຂີດຈຳກັດ.—ພສ. 37:23-25
16. ຄົນສູງອາຍຸມີປະໂຫຍດຕໍ່ພະເຢໂຫວາແນວໃດ? (ເພງສັນລະເສີນ 92:12-15)
16 ຖ້າຕອນນີ້ເຈົ້າອາຍຸຫຼາຍແລ້ວ ລອງຄິດເບິ່ງວ່າພະເຢໂຫວາເບິ່ງເຈົ້າແນວໃດ? ເພິ່ນສາມາດຊ່ວຍເຈົ້າໃຫ້ຮັບໃຊ້ຢ່າງສັດຊື່ຕໍ່ໆໄປໄດ້ເຖິງວ່າເຈົ້າຈະມີຂີດຈຳກັດບາງຢ່າງ. (ອ່ານເພງສັນລະເສີນ 92:12-15) ແທນທີ່ຈະຄິດເຖິງສິ່ງທີ່ເຈົ້າເຮັດບໍ່ໄດ້ ໃຫ້ຄິດເຖິງສິ່ງທີ່ເຈົ້າຍັງເຮັດໄດ້ໃນຕອນນີ້. ຕົວຢ່າງເຊັ່ນ: ເຈົ້າສາມາດໃຫ້ກຳລັງໃຈຄົນອື່ນຈາກຕົວຢ່າງທີ່ດີຂອງເຈົ້າ ແລະສະແດງຄວາມສົນໃຈຕໍ່ຄົນອື່ນເປັນສ່ວນໂຕ. ເຈົ້າສາມາດເລົ່າໃຫ້ເຂົາເຈົ້າຟັງວ່າໃນຫຼາຍປີທີ່ຜ່ານມາພະເຢໂຫວາໄດ້ຊ່ວຍເຈົ້າແນວໃດແດ່ ແລະເວົ້າເຖິງຄຳສັນຍາໃນຄຳພີໄບເບິນທີ່ເຈົ້າກຳລັງລໍຖ້າດ້ວຍຄວາມໝັ້ນໃຈ. ຂໍໃຫ້ຈື່ໄວ້ວ່າຄຳອະທິດຖານຂອງເຈົ້າເພື່ອຄົນອື່ນມີພະລັງຫຼາຍ. (1ປຕ. 3:12) ດັ່ງນັ້ນ ບໍ່ວ່າສະພາບການຂອງເຮົາແຕ່ລະຄົນຈະເປັນແນວໃດ ເຮົາທຸກຄົນສາມາດເຮັດບາງຢ່າງເພື່ອພະເຢໂຫວາແລະເພື່ອຄົນອື່ນໄດ້.
17. ເປັນຫຍັງເຮົາບໍ່ຄວນປຽບທຽບໂຕເອງກັບຄົນອື່ນ?
17 ຖ້າເຈົ້າຮູ້ສຶກບໍ່ດີຍ້ອນຮັບໃຊ້ພະເຢໂຫວາບໍ່ໄດ້ຫຼາຍ ຂໍໃຫ້ໝັ້ນໃຈວ່າພະເຢໂຫວາເຫັນຄ່າທຸກສິ່ງທີ່ເຈົ້າເຮັດເພື່ອເພິ່ນ. ບາງເທື່ອເຈົ້າອາດຮູ້ສຶກວ່າອົດບໍ່ໄດ້ທີ່ຈະປຽບທຽບໂຕເອງກັບຄົນອື່ນ ແຕ່ເຈົ້າບໍ່ຄວນເຮັດແບບນັ້ນ. ຍ້ອນຫຍັງ? ຍ້ອນພະເຢໂຫວາບໍ່ໄດ້ປຽບທຽບເຈົ້າກັບຄົນອື່ນ. (ຄລຕ. 6:4) ຕົວຢ່າງເຊັ່ນ: ມາຣິອາເອົາຂອງຂວັນທີ່ເປັນນ້ຳມັນຫອມທີ່ມີລາຄາແພງຫຼາຍໃຫ້ພະເຢຊູ. (ຢຮ. 12:3-5) ແຕ່ແມ່ໝ້າຍທີ່ທຸກຍາກບໍລິຈາກເງິນຢູ່ວິຫານ 2 ຫຼຽນນ້ອຍໆທີ່ມີຄ່າໜ້ອຍຫຼາຍ. (ລກ. 21:1-4) ເຖິງວ່າສິ່ງທີ່ຜູ້ຍິງ 2 ຄົນນີ້ໃຫ້ຈະຕ່າງກັນ ແຕ່ພະເຢຊູເບິ່ງວ່າສິ່ງທີ່ເຂົາເຈົ້າເຮັດເປັນຫຼັກຖານທີ່ສະແດງວ່າເຂົາເຈົ້າມີຄວາມເຊື່ອຫຼາຍ. ພະເຢຊູຮຽນແບບພະເຢໂຫວາໄດ້ຢ່າງສົມບູນແບບ ເຈົ້າຈຶ່ງໝັ້ນໃຈໄດ້ວ່າພະເຢໂຫວາເບິ່ງເຫັນທຸກຢ່າງທີ່ເຈົ້າເຮັດດ້ວຍຄວາມຮັກແລະຄວາມເຊື່ອທີ່ມີຕໍ່ເພິ່ນ ແລະເພິ່ນເບິ່ງວ່າມັນມີຄ່າຫຼາຍເຖິງເຈົ້າຈະຮູ້ສຶກວ່າມັນໜ້ອຍກໍຕາມ.
18. ອັນໃດຈະຊ່ວຍເຮົາໃຫ້ເອົາຊະນະຄວາມສົງໄສໄດ້? (ເບິ່ງຂອບ “ຖ້ອຍຄຳຂອງພະເຢໂຫວາຊ່ວຍເຈົ້າໃຫ້ເອົາຊະນະຄວາມສົງໄສໄດ້”)
18 ບາງເທື່ອເຮົາທຸກຄົນກໍເຄີຍສົງໄສ ແຕ່ຄືກັບທີ່ເຮົາໄດ້ຮຽນໃນບົດນີ້ ຄຳພີໄບເບິນສາມາດຊ່ວຍເຮົາໃຫ້ເອົາຊະນະຄວາມສົງໄສໄດ້. ດັ່ງນັ້ນ ໃຫ້ເຈົ້າພະຍາຍາມເຕັມທີທີ່ຈະຊອກຫາຄຳຕອບທີ່ເຈົ້າສົງໄສ ແລ້ວເຈົ້າຈະມີຄວາມໝັ້ນໃຈຫຼາຍຂຶ້ນແລະບໍ່ທໍ້ໃຈ. ໃຫ້ໝັ້ນໃຈວ່າພະເຢໂຫວາສົນໃຈເຈົ້າເປັນສ່ວນໂຕ. ເພິ່ນເຫັນຄ່າທຸກສິ່ງທີ່ເຈົ້າເຮັດເພື່ອເພິ່ນ ແລະເພິ່ນຈະໃຫ້ລາງວັນເຈົ້າແນ່ນອນ. ຂໍໃຫ້ໝັ້ນໃຈວ່າພະເຢໂຫວາຮັກແລະສົນໃຈຜູ້ຮັບໃຊ້ທີ່ສັດຊື່ຂອງເພິ່ນທຸກຄົນ.
ເພງທີ 111 ສິ່ງທີ່ເຮັດໃຫ້ພວກເຮົາມີຄວາມຍິນດີ
a ການອະທິບາຍຄຳສັບ: ໃນບົດນີ້ເຮົາຈະເບິ່ງກ່ຽວກັບຄວາມສົງໄສທີ່ເຮັດໃຫ້ເຮົາບໍ່ໝັ້ນໃຈວ່າເຮົາມີຄ່າຕໍ່ພະເຢໂຫວາຫຼືບໍ່ ຫຼືສົງໄສວ່າເຮົາຕັດສິນໃຈຖືກແລ້ວບໍ. ຄວາມສົງໄສແບບນີ້ບໍ່ໄດ້ໝາຍເຖິງຄວາມສົງໄສທີ່ສະແດງວ່າເຮົາຂາດຄວາມເຊື່ອໃນພະເຢໂຫວາແລະຄຳສັນຍາຂອງເພິ່ນທີ່ຢູ່ໃນຄຳພີໄບເບິນ.
b ເຖິງວ່າຄຳພີໄບເບິນບໍ່ໄດ້ບອກໃຫ້ຮູ້ວ່າດາວິດອາຍຸຈັກປີຕອນທີ່ພະເຢໂຫວາເລືອກລາວໃຫ້ເປັນກະສັດ ແຕ່ເປັນໄປໄດ້ວ່າຕອນນັ້ນລາວຍັງເປັນໄວລຸ້ນຢູ່.—ເບິ່ງຫໍສັງເກດການ 1 ກັນຍາ 2011 ໜ້າ 29 ຂໍ້ 2. (ພາສາໄທ)
c ຄຳອະທິບາຍຮູບ: ໄວລຸ້ນຄົນໜຶ່ງທີ່ເປັນພະຍານພະເຢໂຫວາຢາກຮູ້ວ່າພະເຢໂຫວາຄິດແນວໃດກັບເລື່ອງທີ່ລາວເຈິ ລາວຈຶ່ງຄົ້ນເບິ່ງຂໍ້ຄຳພີເພື່ອຈະໄດ້ຄຳແນະນຳ.
d ຄຳອະທິບາຍຮູບ: ພີ່ນ້ອງຊາຍເຮັດວຽກຫາລ້ຽງຄອບຄົວ ລາວຄິດເຖິງຊີວິດໃນໂລກໃໝ່ທີ່ກຳລັງຈະມາຮອດ.