ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຈລ-910 ໜ້າ 7
  • ເຄັດລັບທີ 5 ການມີເຫດຜົນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຄັດລັບທີ 5 ການມີເຫດຜົນ
  • ບົດຄວາມຈາກ “ຕື່ນເຖີດ!” ປີ 2009 ພາສາອັງກິດ
  • ເລື່ອງທີ່ຄ້າຍກັນ
  • ໄວຮຸ່ນ—ກຽມ​ພ້ອມ​ຈະ​ເປັນ​ຜູ້​ໃຫຍ່
    ບົດຄວາມຈາກ “ຕື່ນເຖີດ!” ປີ 2011 ພາສາອັງກິດ
  • ພໍ່​ແມ່​ຄວນ​ມີ​ເປົ້າ​ໝາຍ​ແບບ​ໃດ?
    ບົດຄວາມຈາກ “ຕື່ນເຖີດ!” ປີ 2011 ພາສາອັງກິດ
  • ເຄັດລັບທີ 1 ການຈັດລຳດັບຄວາມສຳຄັນທີ່ຖືກຕ້ອງ
    ບົດຄວາມຈາກ “ຕື່ນເຖີດ!” ປີ 2009 ພາສາອັງກິດ
  • ຄຳຖາມ​ທີ່​ພໍ່​ແມ່​ຖາມ
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ເບິ່ງຕື່ມ
ບົດຄວາມຈາກ “ຕື່ນເຖີດ!” ປີ 2009 ພາສາອັງກິດ
ຈລ-910 ໜ້າ 7

ເຄັດ​ລັບ​ທີ 5 ການ​ມີ​ເຫດຜົນ

“ຄວາມ​ອ່ອນ​ຫວານ [ຄວາມ​ມີ​ເຫດຜົນ] ຂອງ​ທ່ານ​ທັງ​ຫຼາຍ​ຈົ່ງ​ໃຫ້​ປາກົດ​ແກ່​ຄົນ​ທັງ​ປວງ.”—ຟິລິບ 4:5

ເລື່ອງ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ຄອບຄົວ​ປະສົບ​ຄວາມ​ສຳເລັດ​ໄດ້​ແມ່ນ​ຍ້ອນ​ຜົວ​ແລະ​ເມຍ​ໃຫ້​ອະໄພ​ໃນ​ຂໍ້​ຜິດ​ພາດ​ຂອງ​ກັນ​ແລະ​ກັນ​ຢູ່​ສະເໝີ. (ໂລມ 3:23) ຖ້າ​ເປັນ​ພໍ່​ແມ່​ກໍ​ບໍ່​ຄວນ​ເຄັ່ງ​ຄັດ​ໂພດ​ຫຼື​ຕາມ​ໃຈ​ລູກ​ຫຼາຍ​ໂພດ ແລະ​ຄວນ​ຕັ້ງ​ກົດ​ລະບຽບ​ໃນ​ຄອບຄົວ​ແບບ​ພໍ​ດີ​ພໍ​ງາມ. ເມື່ອ​ຈຳເປັນ​ຕ້ອງ​ແກ້ໄຂ​ຕັກ​ເຕືອນ​ລູກ ພໍ່​ແມ່​ກໍ​ຄວນ​ເຮັດ “ຕາມ​ກຳນົດ [ຕາມ​ຄວາມ​ເໝາະ​ສົມ].”—ເຢເຣມີ 30:11

ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ? ຄຳພີ​ໄບເບິນ​ກ່າວ​ວ່າ “ຄວາມ​ປັນຍາ​ທີ່​ມາ​ແຕ່​ທາງ​ເທິງ​ນັ້ນ . . . ມີ​ໃຈ​ອົດ​ທົນ [ມີ​ເຫດຜົນ].” (ຢາໂກໂບ 3:17) ພະ​ເຢໂຫວາ​ເອງ​ບໍ່​ໄດ້​ຮຽກ​ຮ້ອງ​ຄວາມ​ດີ​ເລີດ​ຈາກ​ມະນຸດ​ທີ່​ບໍ່​ສົມບູນ​ແບບ ຄັນ​ຊັ້ນ​ເປັນ​ຫຍັງ​ຜົວ​ຫຼື​ເມຍ​ຈຶ່ງ​ຮຽກ​ຮ້ອງ​ແບບ​ນັ້ນ​ຈາກ​ຄູ່​ຂອງ​ຕົນ? ທີ່​ຈິງ ການ​ຕຳໜິ​ເລື່ອງ​ຄວາມ​ຜິດ​ເລັກໆນ້ອຍໆມີ​ແຕ່​ພາ​ໃຫ້​ເຄືອງ​ໃຈ​ກັນ ແລະ​ບໍ່​ໄດ້​ເຮັດ​ໃຫ້​ອັນ​ໃດ​ດີ​ຂຶ້ນ. ດີ​ທີ່​ສຸດ​ແມ່ນ​ໃຫ້​ຍອມ​ຮັບ​ວ່າ “ເຮົາ​ທັງ​ປວງ​ກະທຳ​ຜິດ​ຫຼາຍ​ປະການ.”—ຢາໂກໂບ 3:2

ພໍ່​ແມ່​ທີ່​ປະສົບ​ຄວາມ​ສຳເລັດ​ໃນ​ຄອບຄົວ​ຈະ​ສະແດງ​ຄວາມ​ມີ​ເຫດຜົນ​ເມື່ອ​ປະຕິບັດ​ກັບ​ລູກ. ພໍ່​ແມ່​ບໍ່​ຄວນ​ຕີ​ສອນ​ລູກ​ຈົນ​ເກີນ​ຂອບ​ເຂດ ທັງ​ຈະ​ບໍ່​ເປັນ​ຄົນ​ທີ່​ເອົາ​ໃຈ “ຍາກ.” (1 ເປໂຕ 2:18) ພໍ່​ແມ່​ຄວນ​ໃຫ້​ລູກ​ໄວຮຸ່ນ​ມີ​ອິດສະຫຼະ​ພໍ​ສົມຄວນ​ເມື່ອ​ລູກ​ສະແດງ​ໃຫ້​ເຫັນ​ວ່າ​ມີ​ຄວາມ​ຮັບ​ຜິດ​ຊອບ. ພໍ່​ແມ່​ບໍ່​ຄວນ​ຄວບຄຸມ​ຊີວິດ​ຂອງ​ລູກ​ໃນ​ເລື່ອງ​ເລັກໆນ້ອຍໆ. ແຫຼ່ງ​ອ້າງອີງ​ໜຶ່ງ​ກ່າວ​ວ່າ ການ​ພະຍາຍາມ​ຄວບຄຸມ​ທຸກ​ຢ່າງ​ໃນ​ຊີວິດ​ຂອງ​ໄວຮຸ່ນ “ເປັນ​ຄື​ກັບ​ການ​ເຊີ້ງ​ຂໍ​ຝົນ​ແບບ​ເອົາ​ເປັນ​ເອົາ​ຕາຍ ແຕ່​ຝົນ​ກໍ​ບໍ່​ຕົກ ແລະ​ພໍ່​ແມ່​ກໍ​ເມື່ອຍ​ລ້າໆ.”

ລອງ​ວິທີ​ຕໍ່ໄປນີ້. ໃຫ້​ກວດ​ກາ​ເບິ່ງ​ຄວາມ​ມີ​ເຫດຜົນ​ຂອງ​ເຮົາ ໂດຍ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້.

◼ ເຮົາ​ຍ້ອງ​ຜົວ​ຫຼື​ເມຍ ຄັ້ງ​ສຸດ​ທ້າຍ​ຕອນ​ໃດ?

◼ ເຮົາ​ຕຳໜິ​ຜົວ​ຫຼື​ເມຍ ຄັ້ງ​ສຸດ​ທ້າຍ​ຕອນ​ໃດ?

ຕັ້ງ​ໃຈ​ຢ່າງ​ເດັດ​ຂາດ. ຢູ່​ຂອບ​ເບື້ອງ​ຊ້າຍ​ມື ຖ້າ​ເຮົາ​ຕອບ​ຄຳຖາມ​ຂໍ້​ທີ​ໜຶ່ງ​ໄດ້​ຍາກ ແຕ່​ພັດ​ຕອບ​ຂໍ້​ທີ​ສອງ​ໄດ້​ງ່າຍ ຂໍ​ໃຫ້​ປັບ​ປຸງ​ຕົວ​ເອງ​ໃນ​ສິ່ງ​ທີ່​ຄາດ​ໝາຍ​ຈາກ​ຄູ່​ຂອງ​ເຮົາ.

ເປັນ​ສິ່ງ​ທີ່​ດີ​ຖ້າ​ຈະ​ລົມ​ກັບ​ຜົວ​ຫຼື​ເມຍ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ທັງ​ສອງ​ຕັ້ງ​ໃຈ​ຈະ​ເຮັດ.

ໃຫ້​ຄຶດ​ຫາ​ອິດ​ສະ​ຫຼະ​ບາງ​ຢ່າງ​ທີ່​ເຮົາ​ອາດ​ຍອມ​ໃຫ້​ລູກ​ໄວຮຸ່ນ​ມີ​ຫຼາຍ​ຂຶ້ນ ເມື່ອ​ລູກ​ສະແດງ​ໃຫ້​ເຫັນ​ວ່າ​ມີ​ຄວາມ​ຮັບ​ຜິດ​ຊອບ.

ຄົງ​ຈະ​ດີ​ຖ້າ​ເວົ້າ​ແບບ​ກົງໆກັບ​ລູກ​ໄວຮຸ່ນ​ໃນ​ເລື່ອງ​ໂມງ​ເວລາ​ເມືອ​ເຮືອນ.

[ຮູບ​ພາບ​ໜ້າ 7]

ເຊັ່ນ​ດຽວ​ກັບ​ຄົນ​ທີ່​ຂັບ​ລົດ​ຢ່າງ​ລະ​ມັດ​ລະວັງ ຄົນ​ທີ່​ມີ​ເຫດຜົນ​ໃນ​ຄອບຄົວ​ກໍ​ພ້ອມ​ຈະ​ຍອມ​ປ່ອຍ​ທາງ​ໃຫ້​ຄົນ​ອື່ນ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌