ທັດສະນະຂອງຄຳພີໄບເບິນ
ການລໍ້ໃຈ
ຊີວິດຄູ່ລົ້ມເຫຼວ ສຸຂະພາບບໍ່ດີ ຄວາມຮູ້ສຶກຜິດທີ່ແທງໃຈ ນີ້ເປັນພຽງຜົນເສຍບາງຢ່າງທີ່ເກີດຂຶ້ນເມື່ອເຮົາພ່າຍແພ້ການລໍ້ໃຈ. ເຮົາຈະຫຼີກລ່ຽງກັບດັກນີ້ໄດ້ແນວໃດ?
ການລໍ້ໃຈແມ່ນຫຍັງ?
ຖ້າມີບາງສິ່ງບາງຢ່າງທີ່ດຶງດູດໃຈເຈົ້າ ໂດຍສະເພາະຖ້າສິ່ງນັ້ນເປັນສິ່ງຜິດ ນັ້ນສະແດງວ່າເຈົ້າກຳລັງຖືກລໍ້ໃຈ. ເພື່ອໃຫ້ເຫັນພາບ ລອງນຶກວ່າເຈົ້າກຳລັງຊື້ເຄື່ອງ ແລ້ວເຈົ້າກໍເຫັນສິ່ງທີ່ເຈົ້າຢາກໄດ້ຫຼາຍ. ເຈົ້າອາດມີຄວາມຄິດແວບຂຶ້ນມາໃນຫົວວ່າ ເຮົາລັກເລີຍດີກວ່າ ບໍ່ມີໃຜຈັບໄດ້ດອກ. ແຕ່ໃຈຮູ້ຜິດຮູ້ຖືກຂອງເຈົ້າບອກວ່າ ບໍ່ໄດ້! ເຈົ້າກໍເລີຍລົ້ມເລີກຄວາມຄິດ. ຕອນນັ້ນແຫຼະ ທີ່ການລໍ້ໃຈໄດ້ຈົບລົງ ແລະເຈົ້າເປັນຜູ້ຊະນະ.
ຄຳພີໄບເບິນບອກວ່າ
ການທີ່ເຈົ້າຖືກລໍ້ໃຈບໍ່ໄດ້ໝາຍຄວາມວ່າເຈົ້າເປັນຄົນບໍ່ດີ. ບໍ່ວ່າໃຜກໍຖືກລໍ້ໃຈທັງນັ້ນ. (1 ໂກຣິນໂທ 10:13) ສິ່ງສຳຄັນຄື ເຮົາຈະເຮັດແນວໃດເມື່ອຖືກລໍ້ໃຈ. ບາງຄົນບໍ່ຢຸດຄິດໃນເລື່ອງທີ່ຜິດແລະສຸດທ້າຍລາວກໍພ່າຍແພ້ການລໍ້ໃຈ. ແຕ່ບາງຄົນເຊົາຄິດເລື່ອງນັ້ນທັນທີເພາະຮູ້ວ່າມັນຜິດ.
“ທຸກຄົນຖືກທົດລອງເມື່ອຄວາມຕ້ອງການຂອງຕົວເອງຊັກຈູງ ແລະລໍ້ລວງລາວ.”—ຢາໂກໂບ 1:14
ເມື່ອຖືກລໍ້ໃຈ ເປັນຫຍັງເຮົາຄວນຢຸດຄິດເລື່ອງທີ່ຜິດທັນທີ?
ຄຳພີໄບເບິນບອກໃຫ້ຮູ້ຂັ້ນຕອນທີ່ນຳໄປສູ່ການເຮັດຜິດ. ຢາໂກໂບ 1:15 ບອກວ່າ: “ເມື່ອຄວາມຕ້ອງການ [ທີ່ຜິດ] ເພີ່ມຂຶ້ນຈົນເຕັມທີແລ້ວກໍເຮັດໃຫ້ເກີດບາບ.” ເວົ້າງ່າຍໆແມ່ນ ຖ້າເຮົາເອົາແຕ່ຄິດໃນເລື່ອງທີ່ຜິດ ສຸດທ້າຍເຮົາກໍຈະລົງມືເຮັດສິ່ງນັ້ນ ປຽບທຽບຄືກັບຜູ້ຍິງຖືພາທີ່ສຸດທ້າຍລາວກໍຕ້ອງເກີດລູກ. ແຕ່ເຮົາຫຼີກລ່ຽງການເປັນທາດຂອງຄວາມຕ້ອງການທີ່ຜິດໄດ້. ເຮົາເອົາຊະນະມັນໄດ້.
ຄຳພີໄບເບິນຊ່ວຍໄດ້
ຖ້າເຮົາເອົາຄວາມຄິດຜິດໆມາໃສ່ໃນໃຈເຮົາໄດ້ ເຮົາກໍເອົາມັນອອກໄປໄດ້ຄືກັນ. ເຮັດແນວໃດ? ໂດຍການມຸ່ງຄວາມສົນໃຈໄປທີ່ສິ່ງອື່ນແທນ ເຊັ່ນ ເຮັດກິດຈະກຳທີ່ດີ ເວົ້າລົມກັບໝູ່ ຫຼືຄິດເລື່ອງທີ່ສ້າງສັນ. (ຟີລິບປອຍ 4:8) ແລະດີຄືກັນທີ່ຈະຄິດເຖິງຜົນເສຍຂອງການພ່າຍແພ້ການລໍ້ໃຈ ເຊິ່ງຜົນເສຍເຫຼົ່ານັ້ນອາດສົ່ງຜົນຕໍ່ອາລົມ ຮ່າງກາຍ ແລະຄວາມເຊື່ອຂອງເຮົາ. (ພະບັນຍັດ 32:29) ການອະທິດຖານກໍຊ່ວຍໄດ້ຫຼາຍ. ເພາະພະເຢຊູຄລິດບອກວ່າ: “ອະທິດຖານຢູ່ເລື້ອຍໆເພື່ອຈະບໍ່ຍອມແພ້ເມື່ອຖືກທົດສອບ [ລໍ້ໃຈ].”—ມັດທາຍ 26:41
“ຢ່າຄິດຜິດໆເລີຍ ບໍ່ມີຜູ້ໃດຫຼອກລວງພະເຈົ້າໄດ້. ຜູ້ໃດຫວ່ານສິ່ງໃດກໍຕ້ອງເກັບກ່ຽວສິ່ງນັ້ນ.”—ຄາລາເຕຍ 6:7
ເຈົ້າຈະເອົາຊະນະການລໍ້ໃຈໄດ້ແນວໃດ?
ຄວາມຈິງ
ເຈົ້າຕ້ອງເບິ່ງໃຫ້ອອກວ່າ ການລໍ້ໃຈແມ່ນ ເຫຍື່ອທີ່ລໍ້ໃຫ້ຄົນໂງ່ ຄົນຊື່ ຫຼືຄົນບໍ່ລະວັງໂຕຕົກເຂົ້າສູ່ອັນຕະລາຍ. (ຢາໂກໂບ 1:14) ໂດຍສະເພາະການລໍ້ໃຈກ່ຽວກັບການຜິດສິນລະທຳທາງເພດ ທີ່ເຮັດໃຫ້ເກີດຜົນເສຍຫາຍຫຼາຍຢ່າງຕາມມາ.—ສຸພາສິດ 7:22, 23
ຄຳພີໄບເບິນຊ່ວຍເຈົ້າໄດ້
ພະເຢຊູຄລິດບອກວ່າ “ຖ້າຕາເບື້ອງຂວາຂອງເຈົ້າເຮັດໃຫ້ເຈົ້າຫຼົງເຮັດຜິດ ຄວັດມັນຖິ້ມໂລດ.” (ມັດທາຍ 5:29) ແນ່ນອນວ່າ ພະເຢຊູບໍ່ໄດ້ໝາຍເຖິງຕາແທ້ໆ! ແຕ່ເພິ່ນໝາຍເຖິງ ຖ້າເຮົາຢາກເຮັດໃຫ້ພະເຈົ້າພໍໃຈແລະໄດ້ຮັບຊີວິດຕະຫຼອດໄປ ເຮົາຕ້ອງກຳຈັດການກະທຳຜິດໃຫ້ໝົດໄປເຊິ່ງເປັນຄືກັບການກຳຈັດອະໄວຍະວະທີ່ໃຊ້ເຮັດຜິດອອກໄປ. (ໂກໂລຊາຍ 3:5) ນີ້ໝາຍເຖິງເຮົາຕ້ອງຫັນຫຼັງໃຫ້ກັບການລໍ້ໃຈຢ່າງເດັດຂາດ. ຄືທີ່ຜູ້ຮັບໃຊ້ທີ່ສັດຊື່ຂອງພະເຈົ້າອະທິດຖານວ່າ “ຂໍຢ່າໃຫ້ຂ້ອຍແນມສິ່ງໄຮ້ຄ່າ.”—ຄຳເພງ 119:37 ລ.ມ.
ແນ່ນອນວ່າ ການຄວບຄຸມໂຕເອງອາດເປັນເລື່ອງຍາກ. ເພາະ “ຮ່າງກາຍຍັງອ່ອນແອ.” (ມັດທາຍ 26:41) ດັ່ງນັ້ນ ເປັນໄປໄດ້ທີ່ເຮົາຈະເຮັດຜິດ. ແຕ່ຖ້າເຮົາເສຍໃຈແລະພະຍາຍາມຢ່າງຈິງຈັງທີ່ຈະບໍ່ເຮັດຜິດຈົນເປັນນິດໄສ ພະເຢໂຫວາພະເຈົ້າຜູ້ສ້າງຈະ “ເມດຕາ ສົງສານ” ເຮົາ. (ຄຳເພງ 103:8 ລ.ມ.) ນີ້ເຮັດໃຫ້ເຮົາມີກຳລັງໃຈແທ້ໆ!
“ໂອ້ຢາ ພະເຢໂຫວາ ຖ້າພະອົງຄອຍຈັບຜິດ ໃຜຈະທົນໄດ້?”—ຄຳເພງ 130:3 ລ.ມ.