ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ1 ບົດທີ 9 ໜ້າ 64-70
  • ຂ້ອຍ​ຈະ​ຕ້ານ​ທານ​ການ​ລໍ້​ໃຈ​ໄດ້​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຂ້ອຍ​ຈະ​ຕ້ານ​ທານ​ການ​ລໍ້​ໃຈ​ໄດ້​ແນວ​ໃດ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ວິທີ​ຕ້ານ​ທານ
  • ຈົ່ງ​ກຽມ​ພ້ອມ
  • ການ​ລໍ້ໃຈ
    ຕື່ນເຖີດ!—2017
  • ຂ້ອຍ​ຈະ​ຕ້ານ​ທານ​ແຮງ​ກົດ​ດັນ​ຈາກ​ໝູ່​ໄດ້​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ໃຫ້​ເຝົ້າ​ລະວັງ​ຢູ່​ສະເໝີ​ເພື່ອ​ຈະ​ບໍ່​ຍອມແພ້​ເມື່ອ​ເຈິ​ການ​ລໍ້ໃຈ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ຂ້ອຍ​ຮູ້ຈັກ​ຕົວ​ເອງ​ດີ​ບໍ?
    ຄຳຕອບຂອງ 10 ຄຳຖາມທີ່ໜຸ່ມສາວຖາມ
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ໜສ1 ບົດທີ 9 ໜ້າ 64-70

ບົດ​ທີ 9

ຂ້ອຍ​ຈະ​ຕ້ານ​ທານ​ການ​ລໍ້​ໃຈ​ໄດ້​ແນວ​ໃດ?

ນາງ​ຄາເຣັນ​ຢູ່​ໃນ​ງານ​ກິນ​ລ້ຽງ​ໄດ້​ບໍ່​ຮອດ​ສິບ​ນາທີ​ກໍ​ເຫັນ​ຊາຍ​ໜຸ່ມ​ສອງ​ຄົນ​ເຂົ້າ​ມາ​ພ້ອມ​ກັບ​ຖົງ​ເຈ້ຍ​ຂະໜາດ​ໃຫຍ່​ຫຼາຍ​ຖົງ. ສິ່ງ​ທີ່​ຢູ່​ໃນ​ຖົງ​ເຫຼົ່າ​ນັ້ນ​ແນມ​ເຫັນ​ໄດ້. ກ່ອນ​ໜ້າ​ນັ້ນ ລາວ​ໄດ້​ຍິນ​ສອງ​ຄົນ​ນັ້ນ​ເວົ້າ​ວ່າ: “ຈະ​ມີ​ເຫຼົ້າ​ມີ​ເບຍ​ເຫຼືອ​ເຟືອ” ໃນ​ງານ​ລ້ຽງ​ນີ້.

ທັນໃດ​ນັ້ນ ຄາເຣັນ​ກໍ​ໄດ້​ຍິນ​ສຽງ​ທີ່​ຄຸ້ນ​ຫູ​ມາ​ຈາກ​ທາງ​ຫຼັງ​ລາວ. “ຢືນ​ຢູ່​ລ້າໆເຮັດ​ຫຍັງ ໂຕ​ເຮັດ​ໃຫ້​ງານ​ລ້ຽງ​ໝົດ​ຄວາມ​ມ່ວນ​ຊື່ນ” ຄາເຣັນ​ປິ່ນ​ມາ​ພໍ້​ນາງ​ເຈດຊີກາ​ໝູ່​ຂອງ​ຕົນ​ເຊິ່ງ​ກຳລັງ​ຖື​ເບຍ​ສອງ​ແກ້ວ​ທີ່​ຫາ​ກໍ​ເປີດ​ຝາ. ເຈດຊີກາ​ຍື່ນ​ແກ້ວ​ໜຶ່ງ​ມາ​ຕໍ່​ໜ້າ​ຂອງ​ຄາເຣັນ​ແລະ​ເວົ້າ​ວ່າ: “ຢ່າ​ເວົ້າ​ໄດ໋​ວ່າ​ເຈົ້າ​ອາຍຸ​ນ້ອຍ​ໂພດ​ທີ່​ຈະ​ມ່ວນ​ຈັກ​ເລັກ​ຈັກ​ໜ້ອຍ!”

ຄາເຣັນ​ຢາກ​ປະຕິເສດ. ແຕ່​ຄວາມ​ກົດ​ດັນ​ໃຫ້​ຄ້ອຍ​ຕາມ​ມີ​ພະລັງ​ຫຼາຍ​ກວ່າ​ທີ່​ລາວ​ຄິດ. ເຈດຊີກາ​ເປັນ​ໝູ່ ແລະ​ຄາເຣັນ​ບໍ່​ຕ້ອງການ​ໃຫ້​ໝູ່​ຄິດ​ວ່າ​ລາວ​ເປັນ​ໂຕ​ເຮັດ​ໃຫ້​ງານ​ລ້ຽງ “ໝົດ​ຄວາມ​ມ່ວນ​ຊື່ນ” ຕາມ​ທີ່​ເຈດຊີກາ​ເວົ້າ. ນອກ​ຈາກ​ນັ້ນ ເຈດຊີກາ​ເປັນ​ໝູ່​ທີ່​ນິດໄສ​ດີ. ແລະ​ຖ້າ​ເຈດຊີກາ​ດື່ມ ເປັນ​ຫຍັງ​ລາວ​ຈະ​ດື່ມ​ບໍ່​ໄດ້? ຄາເຣັນ​ບອກ​ຕົວ​ເອງ​ວ່າ ‘ມັນ​ເປັນ​ພຽງ​ແຕ່​ເບຍ​ແກ້ວ​ດຽວ. ມັນ​ບໍ່​ຄື​ກັບ​ການ​ໃຊ້​ຢາເສບຕິດ​ແລະ​ມີ​ເພດ​ສຳພັນ.’

ເມື່ອ​ອາຍຸ​ຍັງ​ນ້ອຍ ການ​ລໍ້​ໃຈ​ມາ​ໃນ​ຫຼາຍ​ທາງ. ຫຼາຍ​ຄັ້ງ ການ​ລໍ້​ໃຈ​ແມ່ນ​ກ່ຽວ​ກັບ​ເພດ​ກົງ​ກັນ​ຂ້າມ. ທ້າວ​ຣາມອນ​ອາຍຸ 17 ປີ​ເວົ້າ​ວ່າ: “ພວກ​ຜູ້​ຍິງ​ຢູ່​ໂຮງ​ຮຽນ​ເກັ່ງ​ຫຼາຍ. ເຂົາ​ເຈົ້າ​ຢາກ​ຈັບ​ບາຍ​ແລະ​ຢາກ​ຮູ້​ວ່າ​ຂ້ອຍ​ຈະ​ຍອມ​ໃຫ້​ຫຼາຍ​ສ່ຳ​ໃດ. ພວກ​ເຂົາ​ເຈົ້າ​ບໍ່​ຍອມ​ເຊົາ!” ນາງ​ດີນນາ​ອາຍຸ 17 ປີ​ໄດ້​ປະສົບ​ວ່າ​ມັນ​ເປັນ​ແນວ​ນັ້ນ​ແທ້. ລາວ​ເລົ່າ​ວ່າ: “ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຍ່າງ​ມາ​ຫາ​ຂ້ອຍ​ແລະ​ເອົາ​ແຂນ​ກອດ​ຂ້ອຍ​ໄວ້. ຂ້ອຍ​ເອົາ​ກຳ​ປັ້ນ​ຊົກ​ແຂນ​ລາວ​ແລະ​ເວົ້າ​ວ່າ: ‘ເຈົ້າ​ກຳລັງ​ເຮັດ​ຫຍັງ ຂ້ອຍ​ບໍ່​ໄດ້​ຮູ້ຈັກ​ເຈົ້າ​ຊ້ຳ!’”

ເຈົ້າ​ກໍ​ເຊັ່ນ​ກັນ​ອາດ​ປະເຊີນ​ກັບ​ການ​ລໍ້​ໃຈ ແລະ​ເບິ່ງ​ຄື​ວ່າ​ຄວາມ​ກົດ​ດັນ​ມີ​ບໍ່​ຢຸດ​ຢ່ອນ. ການ​ລໍ້​ໃຈ​ທີ່​ບໍ່​ຢຸດ​ຢ່ອນ​ເປັນ​ຄື​ກັບ​ການ​ເຄາະ​ປະຕູ​ຢ່າງ​ຕໍ່​ເນື່ອງ​ເຖິງ​ແມ່ນ​ມີ​ປ້າຍ​ຂຽນ​ໃສ່​ປະຕູ​ວ່າ: “ກະລຸນາ​ຢ່າ​ລົບກວນ.” ເຈົ້າ​ຖືກ​ລໍ້​ໃຈ​ຫຼາຍ​ເກີນ​ໄປ​ບໍ? ຍົກ​ຕົວຢ່າງ ມີ​ສິ່ງ​ໃດ​ຕໍ່​ໄປ​ນີ້​ທີ່​ລໍ້​ໃຈ​ເຈົ້າ?

◻ ການ​ສູບ​ຢາ

◻ ການ​ເບິ່ງ​ຮູບ​ລາມົກ

◻ ການ​ດື່ມ​ເຄື່ອງ​ດື່ມ​ປະເພດ​ເຫຼົ້າ

◻ ການ​ມີ​ເພດ​ສຳພັນ

◻ ການ​ໃຊ້​ຢາເສບຕິດ

◻ ອື່ນໆ ․․․․․

ຖ້າ​ເຈົ້າ​ໝາຍ ✔ ໃນ​ຂໍ້​ໃດ​ຂໍ້​ໜຶ່ງ​ທີ່​ຢູ່​ທາງ​ເທິງ​ນັ້ນ ຢ່າ​ສະຫລຸບ​ວ່າ​ເຈົ້າ​ບໍ່​ອາດ​ເປັນ​ຄລິດສະຕຽນ​ໄດ້. ເຈົ້າ​ສາມາດ​ຮຽນ​ຮູ້​ທີ່​ຈະ​ຄວບຄຸມ​ຄວາມ​ປາຖະໜາ​ທີ່​ຜິດ​ແລະ​ຕ້ານ​ທານ​ການ​ລໍ້​ໃຈ. ໂດຍ​ວິທີ​ໃດ? ຖື​ວ່າ​ເປັນ​ປະໂຫຍດ​ທີ່​ຈະ​ສຳນຶກ​ວ່າ​ອັນ​ໃດ​ຢູ່​ເບື້ອງ​ຫຼັງ​ການ​ລໍ້​ໃຈ. ຂໍ​ໃຫ້​ພິຈາລະນາ​ສາມ​ປັດໄຈ​ຕໍ່​ໄປ​ນີ້.

1. ຄວາມ​ບໍ່​ສົມບູນ​ແບບ. ທ່າ​ອຽງ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຜິດ​ເປັນ​ເລື່ອງ​ທຳມະດາ​ຂອງ​ມະນຸດ​ທີ່​ບໍ່​ສົມບູນ​ແບບ​ທຸກ​ຄົນ. ແມ່ນ​ແຕ່​ອັກຄະສາວົກ​ໂປໂລ​ເຊິ່ງ​ເປັນ​ຄລິດສະຕຽນ​ທີ່​ອາວຸໂສ​ກໍ​ໄດ້​ຍອມ​ຮັບ​ວ່າ: “ເມື່ອ​ຂ້າພະເຈົ້າ​ຢາກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ສິ່ງ​ຊົ່ວ​ກໍ​ຢູ່​ໃນ​ຕົວ​ຂ້າພະເຈົ້າ.” (ໂລມ 7:21, ລ.ມ.) ເຫັນ​ໄດ້​ແຈ້ງ​ວ່າ​ເປັນ​ບາງ​ຄັ້ງ​ຄາວ​ແມ່ນ​ແຕ່​ຜູ້​ທີ່​ສັດ​ຊື່​ທີ່​ສຸດ​ກໍ​ຍັງ​ສຳນຶກ​ເຖິງ “ຄວາມ​ຄຶດ​ຢາກ​ໄດ້​ຂອງ​ເນື້ອ​ໜັງ . . . ແລະ​ຄວາມ​ຄຶດ​ຢາກ​ໄດ້​ຂອງ​ຕາ.” (1 ໂຢຮັນ 2:16) ແຕ່​ການ​ໝົກມຸ້ນ​ຕໍ່​ກັບ​ສິ່ງ​ລໍ້​ໃຈ​ຢ່າງ​ບໍ່​ຢຸດ​ຢ່ອນ​ຍ່ອມ​ເຮັດ​ໃຫ້​ເຫດການ​ຮ້າຍແຮງ​ຂຶ້ນ ເພາະ​ຄຳພີ​ໄບເບິນ​ກ່າວ​ວ່າ: “ເມື່ອ​ໄດ້​ປະຕິສົນທິ​ແລ້ວ ຄວາມ​ຄຶດ​ຢາກ​ໄດ້​ນັ້ນ​ບັງເກີດ​ການ​ຜິດ.”—ຢາໂກໂບ 1:15.

2. ອິດທິພົນ​ພາຍ​ນອກ. ການ​ລໍ້​ໃຈ​ມີ​ຢູ່​ທຸກ​ຫົນ​ທຸກ​ແຫ່ງ​ອ້ອມ​ຮອບ​ຕົວ​ເຈົ້າ. ນາງ​ທູດີ​ບອກ​ວ່າ: “ຢູ່​ໂຮງ​ຮຽນ​ແລະ​ຢູ່​ບ່ອນ​ເຮັດ​ວຽກ ຜູ້​ຄົນ​ມັກ​ເວົ້າ​ແຕ່​ເລື່ອງ​ເພດ​ຕະຫຼອດ​ເວລາ. ທາງ​ໂທລະພາບ​ແລະ​ໃນ​ພາບພະຍົນ ເຮັດ​ໃຫ້​ເບິ່ງ​ຄື​ວ່າ​ເລື່ອງ​ເພດ​ເປັນ​ຕາ​ໜ້າ​ຫຼົງໄຫຼ​ເປັນ​ຕາ​ໜ້າ​ຕື່ນ​ເຕັ້ນ. ເຈົ້າ​ເກືອບ​ຈະ​ເບິ່ງ​ບໍ່​ເຫັນ​ຜົນ​ເສຍຫາຍ​ໃດໆເລີຍ!” ທູ​ດີ​ຮູ້​ຈາກ​ປະສົບການ​ຂອງ​ຕົນ​ເອງ​ວ່າ​ອິດທິພົນ​ຈາກ​ໝູ່​ແລະ​ຈາກ​ສື່ສານ​ມວນ​ຊົນ​ມີ​ພະລັງ​ຂະໜາດ​ໃດ. ລາວ​ເລົ່າ​ວ່າ: “ຂ້ອຍ​ຄິດ​ວ່າ​ຕົນ​ເອງ​ໄດ້​ພົບ​ຮັກ​ແທ້​ແລ້ວ​ຕອນ​ອາຍຸ 16 ປີ. ແມ່​ໄດ້​ນັ່ງ​ລົມ​ກັບ​ຂ້ອຍ​ແລະ​ບອກ​ວ່າ​ຖ້າ​ຂ້ອຍ​ຍັງ​ປະພຶດ​ຕົວ​ແບບ​ນີ້ ໃນ​ທີ່​ສຸດ​ຂ້ອຍ​ຈະ​ຖື​ພາ. ຂ້ອຍ​ຕົກໃຈ​ທີ່​ແມ່​ເວົ້າ​ແບບ​ນັ້ນ! ສອງ​ເດືອນ​ຕໍ່​ມາ​ຂ້ອຍ​ກໍ​ຖື​ພາ.”

3. “ຄວາມ​ຄຶດ​ຢາກ​ໄດ້​ແຫ່ງ​ຄົນ​ໜຸ່ມ.” (2 ຕີໂມເຕ 2:22) ຂໍ້​ຄວາມ​ນີ້​ສາມາດ​ໝາຍ​ເຖິງ​ຄວາມ​ປາຖະໜາ​ອັນ​ໃດ​ກໍ​ຕາມ​ທີ່​ໜຸ່ມ​ສາວ​ມັກ​ຈະ​ປະສົບ​ເຊັ່ນ ຄວາມ​ຕ້ອງການ​ໃຫ້​ເປັນ​ທີ່​ຍອມ​ຮັບ​ຫຼື​ຄວາມ​ຕ້ອງການ​ທີ່​ຢາກ​ສະແດງ​ວ່າ​ຕົນ​ເອງ​ເປັນ​ຜູ້​ໃຫຍ່​ແລ້ວ. ຄວາມ​ປາຖະໜາ​ເຫຼົ່າ​ນີ້​ໃນ​ຕົວ​ມັນ​ເອງ​ແລ້ວ​ບໍ່​ມີ​ຫຍັງ​ຜິດ ແຕ່​ຖ້າ​ບໍ່​ຄວບຄຸມ​ກໍ​ສາມາດ​ເຮັດ​ໃຫ້​ຕ້ານ​ທານ​ການ​ລໍ້​ໃຈ​ໄດ້​ຍາກ. ຕົວຢ່າງ​ເຊັ່ນ ຄວາມ​ຕ້ອງການ​ທີ່​ຢາກ​ສະແດງ​ວ່າ​ຕົວ​ເອງ​ບໍ່​ແມ່ນ​ເດັກ​ນ້ອຍ​ອີກ​ຕໍ່​ໄປ​ອາດ​ກະຕຸ້ນ​ເຈົ້າ​ໃຫ້​ປະຕິເສດ​ຫຼັກ​ສິລະທຳ​ທີ່​ດີ​ເຊິ່ງ​ໄດ້​ຮັບ​ການ​ສັ່ງ​ສອນ​ຈາກ​ຄອບຄົວ. ນັ້ນ​ຄື​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ທ້າວ​ສະ​ຕີບ​ຕອນ​ອາຍຸ​ໄດ້ 17 ປີ. ລາວ​ເລົ່າ​ວ່າ: “ຂ້ອຍ​ຕໍ່​ຕ້ານ​ພໍ່​ແມ່​ແລະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພໍ່​ແມ່​ສອນ​ຂ້ອຍ​ວ່າ​ຢ່າ​ເຮັດ ສິ່ງ​ທັງ​ໝົດ​ນີ້​ເກີດ​ຂຶ້ນ​ພາຍ​ຫຼັງ​ທີ່​ຮັບ​ບັບເຕມາ​ໄດ້​ບໍ່​ດົນ​ປານ​ໃດ.”

ວິທີ​ຕ້ານ​ທານ

ເຫັນ​ໄດ້​ແຈ້ງ​ວ່າ​ອິດທິພົນ​ທີ່​ກ່າວ​ເຖິງ​ຂ້າງ​ເທິງ​ມີ​ພະລັງ​ຫຼາຍ. ແນວ​ໃດ​ກໍ​ຕາມ ເຈົ້າ​ສາມາດ ​ຕ້ານ​ທານ​ການ​ລໍ້​ໃຈ​ໄດ້. ໂດຍ​ວິທີ​ໃດ?

• ທຳອິດ ຈົ່ງ​ລະບຸ​ການ​ລໍ້​ໃຈ​ທີ່​ຕ້ານ​ທານ​ໄດ້​ຍາກ​ທີ່​ສຸດ. (ເຈົ້າ​ອາດ​ໄດ້​ເຮັດ​ຂັ້ນ​ຕອນ​ນີ້​ແລ້ວ​ໃນ​ໜ້າ 65.)

• ຕໍ່​ຈາກ​ນັ້ນ ໃຫ້​ຖາມ​ຕົວ​ເອງ​ວ່າ ‘ການ​ລໍ້​ໃຈ​ນີ້​ສ່ວນ​ຫຼາຍ​ມັກ​ເກີດ​ຂຶ້ນ​ເມື່ອ​ໃດ?’ ໃຫ້​ໝາຍ ✔ ໃສ່​ຂໍ້​ໃດ​ຂໍ້​ໜຶ່ງ​ຕໍ່​ໄປ​ນີ້

◻ ເມື່ອ​ຢູ່​ໂຮງ​ຮຽນ

◻ ເມື່ອ​ຢູ່​ຕາມ​ລຳພັງ

◻ ເມື່ອ​ເຮັດ​ວຽກ

◻ ອື່ນໆ ․․․․․

ການ​ຮູ້​ວ່າ​ເມື່ອ​ໃດ ​ທີ່​ມັກ​ຈະ​ເກີດ​ການ​ລໍ້​ໃຈ​ຍັງ​ອາດ​ຊ່ວຍ​ເຈົ້າ​ໃຫ້​ຫຼີກ​ລ່ຽງ​ທີ່​ຈະ​ບໍ່​ຕ້ອງ​ປະເຊີນ​ການ​ລໍ້​ໃຈ​ເລີຍ. ຕົວຢ່າງ​ເຊັ່ນ ຂໍ​ໃຫ້​ພິຈາລະນາ​ສາກ​ເຫດການ​ໃນ​ຕອນ​ຕົ້ນ​ຂອງ​ບົດ​ນີ້. ອັນ​ໃດ​ເປັນ​ສິ່ງ​ທີ່​ເຕືອນ​ຄາເຣັນ​ວ່າ​ຈະ​ມີ​ເລື່ອງ​ຫຍຸ້ງຍາກ​ໃນ​ງານ​ກິນ​ລ້ຽງ​ທີ່​ລາວ​ເຂົ້າ​ຮ່ວມ?

․․․․․

ລາວ​ຈະ​ບໍ່​ຖືກ​ລໍ້​ໃຈ​ເລີຍ​ຖ້າ​ລາວ​ໄດ້​ເຮັດ​ຫຍັງ?

․․․․․

• ຕອນ​ນີ້​ເຈົ້າ​ໄດ້​ລະບຸ​ການ​ລໍ້​ໃຈ​ແລະ​ຮູ້​ວ່າ​ການ​ລໍ້​ໃຈ​ມັກ​ເກີດ​ຂຶ້ນ​ເມື່ອ​ໃດ ດັ່ງ​ນັ້ນ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະ​ລົງ​ມື​ຈັດການ. ສິ່ງ​ສຳຄັນ​ອັນ​ດັບ​ທຳອິດ​ຄື​ໃຫ້​ຫາ​ທາງ​ລົດ​ຫຼື​ກຳຈັດ​ໂອກາດ​ທີ່​ຈະ​ປະເຊີນ​ການ​ລໍ້​ໃຈ. ໃຫ້​ຂຽນ​ສິ່ງ​ທີ່​ເຈົ້າ​ອາດ​ເຮັດ​ໄດ້.

․․․․․

(ຕົວຢ່າງ ຖ້າ​ຫຼັງ​ຈາກ​ເລີກ​ໂຮງ​ຮຽນ​ເຈົ້າ​ຕ້ອງ​ພໍ້​ກັບ​ໝູ່​ເພື່ອນ​ນັກ​ຮຽນ​ທີ່​ຮຽນ​ຢູ່​ໂຮງ​ຮຽນ​ດຽວ​ກັນ​ເຊິ່ງ​ຍົວະ​ເຈົ້າ​ໃຫ້​ສູບ​ຢາ​ນຳ ເຈົ້າ​ກໍ​ອາດ​ປ່ຽນ​ເສັ້ນ​ທາງ​ເມືອ​ເຮືອນ​ເພື່ອ​ຫຼີກ​ລ່ຽງ​ການ​ພໍ້​ກັບ​ເຂົາ​ເຈົ້າ. ຖ້າ​ເຈົ້າ​ໄດ້​ຮັບ​ສື່​ລາມົກ​ທາງ​ອິນເຕີເນັດ​ຢູ່​ເລື້ອຍໆ ເຈົ້າ​ກໍ​ອາດ​ຕັ້ງ​ລະບົບ​ກັ້ນ​ຂໍ້​ມູນ​ຈາກ​ແຫຼ່ງ​ທີ່​ສົ່ງ​ຫຼື​ເຄືອ​ຂ່າຍ​ທັງ​ໝົດ​ທີ່​ຄ້າຍ​ຄື​ກັນ​ນັ້ນ. ເຈົ້າ​ອາດ​ຕ້ອງ​ລະວັງ​ເລືອກ​ຄຳ​ສັບ​ຢ່າງ​ເຈາະ​ຈົງ​ຫຼາຍ​ຂຶ້ນ​ເມື່ອ​ໃຊ້​ໂປແກຣມ​ເຮັດ​ການ​ຄົ້ນ​ຄວ້າ​ທາງ​ອິນເຕີເນັດ.)

ແນ່ນອນ​ວ່າ ເຈົ້າ​ບໍ່​ສາມາດ​ຫຼີກ​ລ່ຽງ​ການ​ລໍ້​ໃຈ​ໄດ້​ທັງ​ໝົດ. ບໍ່​ຊ້າ​ກໍ​ໄວ ເຈົ້າ​ອາດ​ຕ້ອງ​ປະເຊີນ​ກັບ​ການ​ລໍ້​ໃຈ​ທີ່​ມີ​ແຮງ​ຊັກ​ຈູງ​ຫຼາຍ​ເປັນ​ພິເສດ​ໃນ​ເວລາ​ທີ່​ບໍ່​ໄດ້​ຄາດ​ຄິດ. ເຈົ້າ​ຈະ​ຈັດການ​ແນວ​ໃດ?

ຈົ່ງ​ກຽມ​ພ້ອມ

ເມື່ອ​ພະ​ເຍຊູ “ຖືກ​ຊາຕານ​ລໍ້​ໃຈ” ພະອົງ​ປະຕິເສດ​ໂດຍ​ທັນທີ. (ມາລະໂກ 1:13, ລ.ມ.) ຍ້ອນ​ຫຍັງ? ຍ້ອນ​ວ່າ​ພະອົງ​ເຂົ້າ​ໃຈ​ແລ້ວ​ໃນ​ປະເດັນ​ທີ່​ຖືກ​ຍົກ​ຂຶ້ນ​ມາ. ພະ​ເຍຊູ​ຕັດສິນ​ໃຈ​ແລ້ວ​ວ່າ​ຈະ​ເຊື່ອ​ຟັງ​ພໍ່​ຂອງ​ຕົນ​ຕະຫຼອດ​ເວລາ. (ໂຢຮັນ 8:28, 29) ພະອົງ​ໝາຍ​ຄວາມ​ເຊັ່ນ​ນັ້ນ​ແທ້ໆເມື່ອ​ກ່າວ​ວ່າ: “ເຮົາ​ໄດ້​ລົງ​ມາ​ຈາກ​ສະຫວັນ​ເພື່ອ​ຈະ​ໄດ້​ກະທຳ​ບໍ່​ໃຊ່​ຕາມ​ນ້ຳໃຈ​ຂອງ​ເຮົາ​ເອງ ແຕ່​ວ່າ​ຕາມ​ນ້ຳໃຈ​ຂອງ​ພະເຈົ້າ​ທີ່​ໄດ້​ໃຊ້​ເຮົາ​ມາ.”—ໂຢຮັນ 6:38.

ໃນ​ໜ້າ​ຕໍ່​ໄປ ໃຫ້​ຂຽນ​ເຫດຜົນ​ສອງ​ຢ່າງ​ວ່າ​ເປັນ​ຫຍັງ​ເຈົ້າ​ຄວນ​ຕ້ານ​ທານ​ການ​ລໍ້​ໃຈ​ທີ່​ພໍ້​ເລື້ອຍ​ທີ່​ສຸດ ແລະ​ໃຫ້​ຂຽນ​ສອງ​ວິທີ​ທີ່​ສາມາດ​ເຮັດ​ໄດ້​ເພື່ອ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕ້ານ​ທານ​ການ​ລໍ້​ໃຈ.

ເຫດຜົນ​ທີ່​ຄວນ​ຕ້ານ​ທານ​ການ​ລໍ້​ໃຈ:

1 ․․․․․

2 ․․․․․

ສິ່ງ​ທີ່​ສາມາດ​ເຮັດ​ໄດ້​ເພື່ອ​ຕ້ານ​ທານ​ການ​ລໍ້​ໃຈ:

1 ․․․․․

2 ․․․․․

ຂໍ​ໃຫ້​ຈື່​ໄວ້​ວ່າ ເມື່ອ​ຍອມ​ຕໍ່​ການ​ລໍ້​ໃຈ ເຈົ້າ​ກໍ​ກາຍ​ເປັນ​ທາດ​ຂອງ​ຄວາມ​ປາຖະໜາ​ຂອງ​ຕົວ​ເອງ. (ຕິໂຕ 3:3) ເປັນ​ຫຍັງ​ຈຶ່ງ​ປ່ອຍ​ໃຫ້​ຕົວ​ເອງ​ຖືກ​ຄວບຄຸມ​ດ້ວຍ​ຄວາມ​ປາຖະໜາ​ນັ້ນ? ໃຫ້​ຄວາມ​ອາວຸໂສ​ຄວບຄຸມ​ຄວາມ​ປາຖະໜາ​ແທນ​ທີ່​ຈະ​ປ່ອຍ​ໃຫ້​ຄວາມ​ປາຖະໜາ​ຄວບຄຸມ​ເຈົ້າ. (ໂກໂລດ 3:5) ແລະ​ໃຫ້​ອະທິດຖານ​ຂໍ​ເພື່ອ​ເຈົ້າ​ຈະ​ເຮັດ​ເຊັ່ນ​ນັ້ນ​ຕໍ່ໆ​ໄປ.—ມັດທາຍ 6:13.a

ສາມາດ​ອ່ານ​ເພີ່ມ​ເຕີມ​ກ່ຽວ​ກັບ​ຫົວ​ເລື່ອງ​ນີ້​ໃນ​ບົດ​ທີ 15 ຂອງ​ເຫຼັ້ມ​ທີ 2

ໃນ​ບົດ​ຕໍ່​ໄປ

ຮູ້ສຶກ​ວ່າ​ຕົວ​ເອງ​ອືດ​ອາດ​ຊັກຊ້າ​ໃນ​ມໍ່ໆນີ້​ບໍ? ໃຫ້​ຄົ້ນ​ເບິ່ງ​ວິທີ​ທີ່​ຈະ​ປັບ​ປຸງ​ຊີວິດ​ຂອງ​ເຈົ້າ​ແລະ​ໄດ້​ກຳລັງ​ວັງ​ຊາ​ກັບ​ຄືນ​ມາ​ອີກ!

[ຂໍ້​ຄວາມ​ໄຂ​ເງື່ອນ]

a ຂໍ​ໃຫ້​ເບິ່ງ​ໃນ​ບົດ​ທີ 33 ແລະ​ບົດ​ທີ 34 ຂອງ​ປຶ້ມ​ຫົວ​ນີ້.

ຂໍ້​ພະ​ຄຳພີ​ຫຼັກ

“ພະເຈົ້າ​ເປັນ​ສັດ​ຊື່​ທີ່​ຈະ​ບໍ່​ອະນຸຍາດ​ໃຫ້​ທ່ານ​ທັງ​ຫຼາຍ​ມີ​ທົດລອງ​ເກີນ​ຈະ​ທົນ​ໄດ້ ແຕ່​ວ່າ​ກັບ​ຄວາມ​ທົດລອງ​ນັ້ນ​ພະອົງ​ຈະ​ໂຜດ​ໃຫ້​ມີ​ທາງ​ທີ່​ໜີ​ໄດ້.”—1 ໂກລິນໂທ 10:13.

ຄຳ​ແນະນຳ

ໃຫ້​ໃຊ້ “ແຜນການ​ຮັບ​ມື​ກັບ​ຄວາມ​ກົດ​ດັນ​ຈາກ​ຄົນ​ຮຸ່ນ​ດຽວ​ກັນ” ທີ່​ຢູ່​ໃນ​ໜ້າ 132 ແລະ 133 ຂອງ​ປຶ້ມ​ຄຳຖາມ​ທີ່​ໜຸ່ມ​ສາວ​ຖາມ—ຄຳຕອບ​ທີ່​ໃຊ້​ໄດ້​ຜົນ ເຫຼັ້ມ​ທີ 2 (ພາສາ​ອັງກິດ) ເພື່ອ​ວາງ​ແຜນການ​ຕອບ​ຄືນ​ທີ່​ເຈົ້າ​ສາມາດ​ໃຊ້​ໄດ້​ເມື່ອ​ບາງ​ຄົນ​ພະຍາຍາມ​ລໍ້​ໃຈ​ເຈົ້າ​ໃຫ້​ເຮັດ​ຜິດ.

ເຈົ້າ​ຮູ້​ບໍ . . .?

ພະເຈົ້າ​ໄດ້​ບອກ​ໄວ້​ລ່ວງ​ໜ້າ​ວ່າ​ພະ​ເຍຊູ​ຈະ​ພິສູດ​ຕົວ​ວ່າ​ຈົງ​ຮັກ​ພັກດີ ແຕ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະ​ເຍຊູ​ເປັນ​ຄື​ກັບ​ຫຸ່ນ​ຍົນ​ເຊິ່ງ​ຕັ້ງ​ລະບົບ​ໄວ້​ເພື່ອ​ໃຫ້​ເຊື່ອ​ຟັງ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ພະ​ເຍຊູ​ສາມາດ​ເລືອກ​ແນວ​ທາງ​ຂອງ​ຕົນ​ເອງ. ພະອົງ​ໄດ້​ເລືອກ​ທີ່​ຈະ​ຈົງ​ຮັກ​ພັກດີ ບໍ່​ແມ່ນ​ຖືກ​ກຳນົດ​ໄວ້​ກ່ອນ. ນັ້ນ​ເປັນ​ເຫດຜົນ​ໜຶ່ງ​ເຊິ່ງ​ເຮັດ​ໃຫ້​ພະອົງ​ອະທິດຖານ​ຢ່າງ​ຈິງ​ຈັງ​ເມື່ອ​ຖືກ​ທົດລອງ.—ເຫບເລີ 5:7.

ແຜນ​ພາກ​ປະຕິບັດ!

ເພື່ອ​ເສີມ​ສ້າງ​ຄວາມ​ຕັ້ງ​ໃຈ​ໃນ​ການ​ຕ້ານ​ທານ​ການ​ລໍ້​ໃຈ ຂ້ອຍ​ຈະ ․․․․․

ບຸກຄົນ ສະຖານ​ທີ່ ແລະ​ສະພາບການ​ຕ່າງໆທີ່​ຂ້ອຍ​ຈຳເປັນ​ຕ້ອງ​ຫຼີກ​ລ່ຽງ​ລວມ​ມີ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່ (ແມ່) ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ວ່າ​ແນວ​ໃດ?

• ສິ່ງ​ເນລະມິດ​ສ້າງ​ທີ່​ສົມບູນ​ແບບ​ສາມາດ​ຖືກ​ລໍ້​ໃຈ​ໄດ້​ບໍ?—ຕົ້ນເດີມ 6:1-3; ໂຢຮັນ 8:44.

• ເມື່ອ​ເຈົ້າ​ຕ້ານ​ທານ​ການ​ລໍ້​ໃຈ ຄວາມ​ຊື່​ສັດ​ໝັ້ນ​ຄົງ​ຂອງ​ເຈົ້າ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ຄົນ​ອື່ນ?—ສຸພາສິດ 27:11; 1 ຕີໂມເຕ 4:12.

[ຈຸດເດັ່ນໜ້າ 68]

“ສິ່ງ​ທີ່​ຊ່ວຍ​ຂ້ອຍ​ແມ່ນ​ການ​ຮູ້​ວ່າ​ຂ້ອຍ​ມີ​ບຸກຄົນ​ທີ່​ມີ​ພະລັງ​ຫຼາຍ​ທີ່​ສຸດ​ໃນ​ເອກະພົບ​ຢູ່​ຝ່າຍ​ຂ້ອຍ​ແລະ​ຂ້ອຍ​ສາມາດ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະອົງ​ໄດ້​ທຸກ​ເວລາ!”—ທ້າວ ຄລິດສະຕົບເຟີ

[ກອບ/ຮູບ​ພາບ​ໜ້າ 67]

ລອງ​ເຮັດ​ສິ່ງ​ນີ້​ເບິ່ງ!

ເອົາ​ເຂັມ​ທິດ​ມາ​ແລະ​ປັບ​ໜ້າ​ເຂັມ​ທິດ​ໃຫ້​ກົງ​ກັບ​ເຂັມ​ທີ່​ຊີ້​ໄປ​ທາງ​ທິດ​ເໜືອ. ຈາກ​ນັ້ນ​ໃຫ້​ເອົາ​ແມ່​ເຫຼັກ​ໄປ​ວາງ​ໄວ້​ທາງ​ຂ້າງ​ເຂັມ​ທິດ. ເກີດ​ຫຍັງ​ຂຶ້ນ? ເຂັມ​ທິດ​ບໍ່​ໄດ້​ຊີ້​ໄປ​ທິດ​ທີ່​ຖືກຕ້ອງ​ອີກ​ແລ້ວ. ເຂັມ​ທິດ​ພັດ​ຊີ້​ໄປ​ຫາ​ບ່ອນ​ທີ່​ແມ່​ເຫຼັກ​ວາງ​ໄວ້.

ສະຕິ​ຮູ້ສຶກ​ຜິດ​ຊອບ​ເປັນ​ຄື​ກັບ​ເຂັມ​ທິດ. ຖ້າ​ໄດ້​ຮັບ​ການ​ຝຶກ​ຝົນ​ຢ່າງ​ຖືກຕ້ອງ ສະຕິ​ຮູ້ສຶກ​ຜິດ​ຊອບ​ຈະ​ຊີ້​ໄປ​ໃນ​ທາງ​ທີ່​ຖືກຕ້ອງ​ແລະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ການ​ຕັດສິນ​ໃຈ​ທີ່​ສະຫຼາດ​ສຸຂຸມ. ແຕ່​ການ​ຄົບຫາ​ທີ່​ບໍ່​ດີ​ເປັນ​ຄື​ແມ່​ເຫຼັກ​ທີ່​ມີ​ແຮງ​ດຶງ​ດູດ​ເຊິ່ງ​ສາມາດ​ປ່ຽນ​ທັດສະນະ​ທາງ​ດ້ານ​ສິລະທຳ​ຂອງ​ເຈົ້າ​ໄດ້. ເລື່ອງ​ນີ້​ສອນ​ຫຍັງ? ຈົ່ງ​ພະຍາຍາມ​ຫຼີກ​ລ່ຽງ​ຜູ້​ຄົນ​ແລະ​ສະຖານະການ​ທີ່​ອາດ​ເຮັດ​ໃຫ້​ທັດສະນະ​ທາງ​ດ້ານ​ສິລະທຳ​ຂອງ​ເຈົ້າ​ເສື່ອມ​ເສຍ​ໄປ!—ສຸພາສິດ 13:20.

[ຮູບ​ພາບ​ໜ້າ 69]

ເມື່ອ​ຍອມ​ຕໍ່​ການ​ລໍ້​ໃຈ ເຈົ້າ​ກໍ​ກາຍ​ເປັນ​ທາດ​ຂອງ​ຄວາມ​ປາຖະໜາ​ຂອງ​ຕົວ​ເອງ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌