ບົດ 46
ນາງບາຍເສື້ອຜ້າຂອງພະອົງ
ຂ່າວພະເຍຊູກັບຈາກເຂດເດກາໂປລີແພ່ໄປເຖິງເມືອງກັບເອນາອູມ ແລະຜູ້ຄົນຈຳນວນຫຼາຍໄດ້ມາໂຮມກັນຢູ່ໃກ້ທະເລເພື່ອຕ້ອນຮັບພະອົງ. ບໍ່ຕ້ອງສົງໄສເລີຍ ເຂົາຄົງໄດ້ຍິນເລື່ອງທີ່ພະອົງໄດ້ຫ້າມພາຍຸໃຫ້ສະຫງົບແລະປົວຄົນຜີຮ້າຍສິງໃຫ້ເຊົາ. ບັດນີ້ ຂະນະທີ່ພະອົງກ້າວຂຶ້ນຝັ່ງ ພວກເຂົາໄດ້ຈັບກຸ່ມອ້ອມຮອບພະອົງ ກະຕືລືລົ້ນຄອຍຖ້າດ້ວຍໃຈຈົດຈໍ່.
ຄົນໜຶ່ງໃນກຸ່ມນີ້ທີ່ໃຈຮ້ອນຢາກພົບພະເຍຊູແມ່ນຢາອິລຶດ ນາຍໂຮງທຳ. ລາວນ້ອມຕົວລົງຂາບພະເຍຊູແລະເຝົ້າວິ່ງວອນວ່າ “ລູກສາວຜູ້ນ້ອຍຂອງຂ້າພະເຈົ້າກໍປ່ວຍຢູ່ເກືອບຕາຍແລ້ວ ຂໍເຊີນພະອົງໄປວາງມືເທິງເພິ່ນ ເພື່ອເພິ່ນຈະໄດ້ພົ້ນແລະມີຊີວິດຢູ່.” ຍ້ອນວ່າເປັນລູກຄົນດຽວແລະມີອາຍຸພຽງແຕ່ 12 ປີ ລາວຈຶ່ງເປັນລູກຮັກລູກແພງຂອງຢາອິລຶດ.
ພະເຍຊູຮັບຄຳຂໍຮ້ອງນີ້ ແລະຝູງຊົນຕິດຕາມພະອົງໄປບ້ານຢາອິລຶດ. ເຮົາອາດນຶກພາບຄວາມຕື່ນເຕັ້ນຂອງປະຊາຊົນໃນເມື່ອເຂົາຄາດໝາຍຈະເຫັນການອັດສະຈັນອີກເທື່ອໜຶ່ງ. ໃນເວລາດຽວກັນ ຍັງມີຍິງຄົນໜຶ່ງໃນກຸ່ມນັ້ນພັດມຸ່ງຄິດເຖິງບັນຫາໜັກໃຈຂອງຕົນເອງ.
ຍິງຜູ້ນີ້ເປັນພະຍາດເລືອດຕົກດົນເຖິງ 12 ປີແລ້ວ. ນາງໄປຫາໝໍຫຼາຍຄົນ ແລະຈ່າຍເງິນໃນການປິ່ນປົວຈົນໝົດແລ້ວ ແຕ່ອາການກໍບໍ່ດີຂຶ້ນຈັກໜ້ອຍ ບັນຫາຂອງນາງແຮ່ງຮ້າຍກວ່າເກົ່າ.
ເຮົາຄົງພໍຈະເຂົ້າໃຈວ່າ ນອກຈາກພະຍາດປະຈຳຕົວເຮັດໃຫ້ສຸຂະພາບຂອງນາງເສື່ອມໂຊມລົງຫຼາຍແລ້ວ ພະຍາດນີ້ກໍຍັງພາໃຫ້ນາງຮູ້ສຶກອັບອາຍຂາຍໜ້າ. ໂດຍທົ່ວໄປແລ້ວ ພະຍາດນີ້ບໍ່ເປັນທີ່ກ່າວກັນຢ່າງເປີດເຜີຍ. ນອກຈາກນັ້ນ ຕາມກົດໝາຍຂອງໂມເຊ ການຕົກເລືອດເຮັດໃຫ້ຜູ້ຍິງບໍ່ສະອາດ ແລະຖ້າໃຜຖືກຕ້ອງຕົວນາງຫຼືເສື້ອຜ້າທີ່ເປື້ອນເລືອດ ຜູ້ນັ້ນຕ້ອງອາບນ້ຳແລະຖືວ່າເປັນມົນທິນຈົນຮອດມື້ແລງ.
ຍິງຄົນນີ້ໄດ້ຂ່າວການກະທຳອັດສະຈັນຂອງພະເຍຊູ ຈຶ່ງໄດ້ມາຫາພະອົງ. ເນື່ອງຈາກຕົວເອງເປັນມົນທິນ ນາງປະປົນຢູ່ນຳຝູງຊົນເພື່ອບໍ່ເປັນທີ່ສັງເກດ ນາງຄິດວ່າ “ຖ້າເຮົາບາຍແຕ່ເສື້ອຂອງພະອົງເຮົາຈະດີພະຍາດໄດ້.” ເມື່ອນາງເຮັດເຊັ່ນນັ້ນ ທັນໃດນັ້ນ ນາງກໍຮູ້ສຶກວ່າເລືອດຢຸດໄຫຼ!
“ໃຜໄດ້ບາຍເຮົາ”? ເມື່ອພະເຍຊູຖາມດັ່ງນັ້ນ ນາງຄົງຕື່ນຕົກໃຈສ່ຳໃດ! ພະອົງຮູ້ໄດ້ຢ່າງໃດ? ເປໂຕທ້ວງວ່າ ‘ພະຜູ້ເປັນນາຍເຈົ້າຂ້າ ຝູງຄົນທັງຫຼາຍບາຍແລະກີດຂວາງພະອົງ ແລະພະອົງຍັງຖາມວ່າ ໃຜໄດ້ບາຍເຮົາ’?
ເມື່ອເບິ່ງໄປທົ່ວໆ ເພື່ອຊອກຫາຜູ້ຍິງນັ້ນ ພະເຍຊູຊີ້ແຈງວ່າ “ຜູ້ໜຶ່ງໄດ້ບາຍເຮົາ ເຫດວ່າເຮົາຮູ້ຈັກວ່າອິດທິລິດທີໄດ້ອອກມາຈາກເຮົາ.” ທີ່ຈິງ ບໍ່ແມ່ນການບາຍທຳມະດາ ເພາະວ່າການຮັກສາພະຍາດນັ້ນເປັນໄປໂດຍອິດທິລິດຂອງພະເຍຊູທີ່ໄດ້ແຜ່ອອກໄປ.
ເມື່ອເຫັນວ່າຕົນຫຼົບບໍ່ພົ້ນການສັງເກດ ຍິງນັ້ນຈຶ່ງເຂົ້າມາຄູ້ເຂົ່າຕໍ່ໜ້າພະເຍຊູ ຢ່າງຕົກໃຈຢ້ານຈົນຕົວສັ່ນ. ຕໍ່ໜ້າປະຊາຊົນທັງຫຼາຍນາງໄດ້ເລົ່າຄວາມຈິງເລື່ອງຄວາມເຈັບປ່ວຍທັງໝົດ ແລະການທີ່ນາງຫາກໍ່ຫາຍຈາກພະຍາດ.
ໃນເມື່ອພະເຍຊູຮູ້ເລື່ອງທັງໝົດຈາກປາກຂອງນາງ ພະອົງໄດ້ປອບໂຍນນາງດ້ວຍຄວາມຮູ້ສຶກອີດູວ່າ “ລູກຍິງເອີຍ ຄວາມເຊື່ອຂອງເຈົ້າໄດ້ກະທຳໃຫ້ເຈົ້າດີແລ້ວ. ຈົ່ງໄປດ້ວຍຄວາມສຸກສຳລານ ແລະໃຫ້ເຈົ້າດີພະຍາດເທີ້ນ.” ນັບວ່າວິເສດແທ້ໆ ທີ່ຮູ້ວ່າ ຜູ້ເຊິ່ງພະເຈົ້າເລືອກໃຫ້ປົກຄອງແຜ່ນດິນໂລກເປັນບຸກຄົນທີ່ມີໃຈມິດໄມຕີ, ມີຄວາມເມດຕາອີດູ, ເປັນຜູ້ສົນໃຈໃນປະຊາກອນ, ພ້ອມທັງມີອຳນາດສົງເຄາະເຂົາເຈົ້າດ້ວຍ! ມັດທາຽ 9:18-22; ມາລະໂກ 5:21-34; ລຶກາ 8:40-48; ພວກເລວີ 15:25-27.
▪ ຢາອິລຶດແມ່ນໃຜ ແລະເປັນຫຍັງຈຶ່ງມາຫາພະເຍຊູ?
▪ ຍິງຄົນໜຶ່ງມີບັນຫາຫຍັງ ແລະຍ້ອນເຫດໃດການເຂົ້າມາຂໍຄວາມຊ່ອຍເຫຼືອຈາກພະເຍຊູຈຶ່ງເປັນເລື່ອງໜັກໃຈສຳລັບນາງ?
▪ ຍິງຄົນນັ້ນດີພະຍາດດ້ວຍວິທີໃດ ແລະພະເຍຊູປອບໂຍນນາງຢ່າງໃດ?