ບົດທີ 35
ເຮົາຈະຟື້ນຂຶ້ນມາຈາກຕາຍໄດ້!
ຖ້າເຮົາຕາຍ ພະເຈົ້າຕ້ອງການບໍທີ່ຈະປຸກເຮົາໃຫ້ຟື້ນຄືນມາຈາກຕາຍ ຄືເຮັດໃຫ້ເຮົາມີຊີວິດອີກ?— ໂຢບເຊິ່ງເປັນຄົນທີ່ດີເຊື່ອວ່າພະເຈົ້າຕ້ອງການເຮັດເຊັ່ນນັ້ນ. ດັ່ງນັ້ນ ເມື່ອໂຢບຄິດວ່າລາວກຳລັງຈະຕາຍ ລາວເວົ້າກັບພະເຈົ້າວ່າ: “ພະອົງຈະໄດ້ຮ້ອງເອີ້ນແລະຂ້ານ້ອຍຈະໄດ້ຕອບ.” ໂຢບກ່າວວ່າ ພະເຢໂຫວາພະເຈົ້າປາຖະໜາ ຫຼືຕ້ອງການຢ່າງຍິ່ງທີ່ຈະປຸກລາວໃຫ້ຟື້ນຄືນມາຈາກຕາຍ.—ໂຢບ 14:14, 15.
ພະເຍຊູກໍເປັນເຊັ່ນດຽວກັບພະເຢໂຫວາພະເຈົ້າພໍ່ຂອງພະອົງ. ພະເຍຊູຕ້ອງການ ຊ່ວຍເຮົາ. ເມື່ອຊາຍທີ່ປ່ວຍເປັນພະຍາດຂີ້ທູດເວົ້າກັບພະອົງວ່າ: “ຖ້າພະອົງມີນ້ຳໃຈ ພະອົງອາດກະທຳໃຫ້ຂ້າພະເຈົ້າດີສະອາດໄດ້” ພະເຍຊູຕອບວ່າ: “ເຮົາມີນ້ຳໃຈ.” ແລະພະອົງໄດ້ປິ່ນປົວຊາຍທີ່ປ່ວຍນັ້ນໃຫ້ເຊົາຈາກເປັນພະຍາດຂີ້ທູດ.—ມາລະໂກ 1:40-42.
ພະເຢໂຫວາສະແດງໃຫ້ເຫັນແນວໃດວ່າພະອົງຮັກເດັກນ້ອຍ?
ພະເຍຊູຮຽນຮູ້ຈາກຜູ້ເປັນພໍ່ຂອງຕົນທີ່ຈະມີຄວາມຮັກຕໍ່ເດັກນ້ອຍ. ດົນນານມາແລ້ວ ມີສອງຄັ້ງທີ່ພະເຢໂຫວາໃຊ້ຜູ້ຮັບໃຊ້ຂອງພະອົງໃຫ້ປຸກເດັກນ້ອຍໃຫ້ຟື້ນຄືນມາຈາກຕາຍ. ທ່ານເອລີຢາອະທິດຖານຂໍພະເຢໂຫວາໃຫ້ປຸກລູກຊາຍຂອງຜູ້ຍິງທີ່ສະແດງນ້ຳໃຈອັນດີງາມຕໍ່ລາວ. ແລະພະເຢໂຫວາກໍເຮັດເຊັ່ນນັ້ນ. ພະເຢໂຫວາຍັງໃຊ້ທ່ານເອລີເຊຜູ້ຮັບໃຊ້ຂອງພະອົງໄປປຸກເດັກຊາຍຄົນໜຶ່ງໃຫ້ຟື້ນຄືນມາຈາກຕາຍເຊັ່ນກັນ.—1 ກະສັດ 17:17-24; 2 ກະສັດ 4:32-37.
ເປັນເລື່ອງທີ່ວິເສດແມ່ນບໍທີ່ຮູ້ວ່າພະເຢໂຫວາຮັກພວກເຮົາຫຼາຍຂະໜາດນັ້ນ?— ພະອົງບໍ່ໄດ້ຄິດເຖິງເຮົາແຕ່ຕອນທີ່ເຮົາມີຊີວິດຢູ່ເທົ່ານັ້ນ. ພະອົງຍັງຈະລະນຶກເຖິງເຮົາຫາກເຮົາເສຍຊີວິດ. ພະເຍຊູເວົ້າວ່າຄົນເຫຼົ່ານັ້ນທີ່ພະອົງຮັກເຊິ່ງຕາຍໄປແລ້ວ ໃນສາຍຕາຂອງຜູ້ເປັນພໍ່ກໍເທົ່າກັບວ່າຍັງມີຊີວິດຢູ່! (ລືກາ 20:38) ຄຳພີໄບເບິນກ່າວວ່າ: “ຄວາມຕາຍກໍດີ ຊີວິດກໍດີ . . . ສິ່ງມີຢູ່ດຽວນີ້ກໍດີ ສິ່ງຈະເປັນມາພາຍໜ້າກໍດີ . . . ກໍຈະບໍ່ອາດກະທຳໃຫ້ພວກເຮົາຂາດຈາກຄວາມຮັກຂອງພະເຈົ້າ.”—ໂລມ 8:38, 39.
ເມື່ອພະເຍຊູຢູ່ເທິງແຜ່ນດິນໂລກ ພະອົງສະແດງໃຫ້ເຫັນວ່າພະເຢໂຫວາສົນໃຈເດັກນ້ອຍ. ລູກຄົງຈະຈື່ໄດ້ວ່າພະເຍຊູໃຊ້ເວລາເວົ້າລົມກັບພວກເດັກນ້ອຍໃນເລື່ອງພະເຈົ້າ. ແຕ່ລູກຮູ້ບໍວ່າພະເຈົ້າມອບລິດເດດໃຫ້ແກ່ພະເຍຊູເພື່ອປຸກເດັກນ້ອຍໃຫ້ຟື້ນຄືນມາຈາກຕາຍ?— ໃຫ້ເຮົາເວົ້າເຖິງຕອນທີ່ພະເຍຊູປຸກເດັກຍິງທີ່ມີອາຍຸ 12 ປີເຊິ່ງເປັນລູກສາວຂອງຊາຍຄົນໜຶ່ງທີ່ຊື່ຢາອີລຶດ.
ຢາອີລຶດຢູ່ກັບເມຍແລະລູກພຽງຄົນດຽວໃກ້ກັບທະເລຄາລິເລ. ໃນມື້ໜຶ່ງເດັກຍິງຄົນນີ້ເຈັບປ່ວຍໜັກ ແລະຢາອີລຶດຮູ້ວ່າລູກສາວກຳລັງຈະຕາຍ. ຢາອີລຶດເລີ່ມຄິດເຖິງພະເຍຊູ ຊາຍຜູ້ວິເສດເຊິ່ງລາວໄດ້ຍິນວ່າພະອົງສາມາດປິ່ນປົວຄົນໄດ້. ດັ່ງນັ້ນ ຢາອີລຶດຈຶ່ງໄປຊອກຫາພະເຍຊູ. ລາວພົບພະເຍຊູຢູ່ແຄມຝັ່ງທະເລຄາລິເລກຳລັງສັ່ງສອນຄົນຈຳນວນຫຼາຍ.
ຢາອີລຶດຜ່າຝູງຊົນເຂົ້າໄປແລະຫມູບລົງຢູ່ຕີນຂອງພະເຍຊູ. ລາວເວົ້າກັບພະເຍຊູວ່າ ‘ລູກສາວນ້ອຍຂອງຂ້າພະເຈົ້າເຈັບໜັກຫຼາຍ. ຂໍໃຫ້ພະອົງໄປຊ່ວຍລາວໄດ້ບໍ? ຂ້ານ້ອຍຂໍໃຫ້ພະອົງໄປຊ່ວຍແດ່ທ້ອນ.’ ພະເຍຊູໄປກັບຢາອີລຶດໂດຍທັນທີ. ຝູງຊົນທີ່ມາຫາຄູຜູ້ຍິ່ງໃຫຍ່ກໍຕິດຕາມໄປນຳ. ແຕ່ເມື່ອເຂົາເຈົ້າເດີນທາງໄປໄດ້ໄລຍະໜຶ່ງແລ້ວ ມີຄົນມາຈາກເຮືອນຂອງຢາອີລຶດມາບອກວ່າ “ລູກສາວຂອງທ່ານຕາຍແລ້ວ. ເຫດສັນໃດທ່ານຍັງກວນພະອາຈານຕໍ່ໄປ?”
ພະເຍຊູໄດ້ຍິນທີ່ພວກຜູ້ຊາຍເວົ້າແບບນີ້. ພະອົງຮູ້ວ່າຢາອີລຶດໂສກເສົ້າໃຈຂະໜາດໃດທີ່ສູນເສຍລູກສາວຄົນດຽວ. ພະອົງຈຶ່ງບອກລາວວ່າ: “ຢ່າຊູ່ຢ້ານ. ຈົ່ງເຊື່ອເທົ່ານັ້ນເຖີ້ນ ແລະລູກສາວຂອງເຈົ້າຈະເຊົາເປັນປົກກະຕິ.” ພວກເຂົາເຈົ້າພາກັນເດີນທາງຕໍ່ໄປຈົນມາຮອດເຮືອນຂອງຢາອີລຶດ. ຢູ່ທີ່ເຮືອນນັ້ນບັນດາຫມູ່ເພື່ອນກຳລັງພາກັນຮ້ອງໄຫ້. ເຂົາເຈົ້າໂສກເສົ້າຍ້ອນເພື່ອນມິດທີ່ຫນຸ່ມນ້ອຍໄດ້ຕາຍແລ້ວ. ແຕ່ພະເຍຊູບອກເຂົາເຈົ້າວ່າ: ‘ຢ່າຮ້ອງໄຫ້ ເດັກນ້ອຍບໍ່ໄດ້ຕາຍແຕ່ວ່ານອນຫຼັບຢູ່.’
ເມື່ອພະເຍຊູເວົ້າເຊັ່ນນັ້ນ ຜູ້ຄົນກໍພາກັນເລີ່ມຫົວຂວັນເພາະເຂົາເຈົ້າຮູ້ວ່າເດັກຍິງຄົນນັ້ນຕາຍແລ້ວ. ຖ້າເປັນເຊັ່ນນັ້ນ ລູກຄິດວ່າເປັນຫຍັງພະເຍຊູຈຶ່ງເວົ້າວ່າລາວນອນຫຼັບຢູ່?— ລູກຄິດວ່າພະອົງຕ້ອງການສອນບົດຮຽນອັນໃດໃຫ້ແກ່ຄົນເຫຼົ່ານັ້ນ?— ພະອົງຕ້ອງການສອນໃຫ້ເຂົາເຈົ້າຮູ້ວ່າຄວາມຕາຍອາດເປັນຄືກັບການນອນຫຼັບສະໜິດ. ພະເຍຊູຕ້ອງການສອນເຂົາເຈົ້າວ່າ ດ້ວຍລິດເດດຂອງພະເຈົ້າ ພະອົງສາມາດນຳເອົາຄົນຕາຍໃຫ້ກັບມາມີຊີວິດໄດ້ອີກເຊິ່ງງ່າຍຄືກັບທີ່ເຮົາປຸກຄົນໃຫ້ຕື່ນຈາກການນອນຫຼັບ.
ເຮົາໄດ້ບົດຮຽນຫຍັງຈາກການທີ່ພະເຍຊູປຸກລູກສາວຂອງຢາອີລຶດໃຫ້ຟື້ນຄືນມາຈາກຕາຍ?
ພະເຍຊູບອກໃຫ້ທຸກຄົນອອກໄປຢູ່ທາງນອກເຮືອນຍົກເວັ້ນອັກຄະສາວົກເປໂຕ ຢາໂກໂບແລະໂຢຮັນ ແລະພໍ່ແມ່ຂອງເດັກຍິງຄົນນັ້ນ. ຈາກນັ້ນພະອົງກໍເຂົ້າໄປໃນບ່ອນທີ່ເດັກຍິງຄົນນັ້ນນອນຢູ່. ພະອົງຈັບມືລາວແລະເວົ້າວ່າ ‘ຍິງຫນຸ່ມເອີຍ ຈົ່ງລຸກຂຶ້ນເຖີ້ນ!’ ທັນໃດນັ້ນລາວກໍລຸກຂຶ້ນ ແລ້ວກໍຍ່າງໄປມາ! ພໍ່ແມ່ຂອງລາວພາກັນດີໃຈຢ່າງເຫຼືອລົ້ນ.—ມາລະໂກ 5:21-24, 35-43; ລືກາ 8:40-42, 49-56.
ຕອນນີ້ລອງຄິດເບິ່ງກ່ຽວກັບເລື່ອງນີ້. ເນື່ອງຈາກພະເຍຊູສາມາດນຳເອົາເດັກຍິງຄົນນີ້ໃຫ້ກັບມາມີຊີວິດໄດ້ອີກ ພະອົງຈະເຮັດແບບດຽວກັນນັ້ນກັບຄົນອື່ນໆໄດ້ບໍ?— ລູກຄິດວ່າພະອົງຈະເຮັດເຊັ່ນນັ້ນແທ້ໆບໍ?— ແມ່ນແລ້ວ ພະອົງຈະເຮັດ. ພະເຍຊູເອງກ່າວວ່າ: “ຄາວມາໃກ້ແລ້ວເວລາຄົນທັງປວງທີ່ຢູ່ໃນບ່ອນຝັງສົບກໍຈະຍິນສຽງປາກຂອງພະບຸດ ແລະເຂົາຈະອອກມາ.”—ໂຢຮັນ 5:28, 29.
ລູກຄິດວ່າພະເຍຊູຕ້ອງການ ປຸກຄົນໃຫ້ຟື້ນຄືນມາຈາກຕາຍບໍ?— ອີກຕົວຢ່າງໜຶ່ງໃນຄຳພີໄບເບິນຊ່ວຍຕອບຄຳຖາມນີ້. ສິ່ງທີ່ເກີດຂຶ້ນໃນວັນໜຶ່ງໃກ້ໆກັບເມືອງນາອີນສະແດງໃຫ້ເຫັນວ່າພະເຍຊູຮູ້ສຶກແນວໃດຕໍ່ຜູ້ທີ່ກຳລັງໂສກເສົ້າໃນງານສົບ.
ຜູ້ຍິງຄົນໜຶ່ງຢູ່ໃນຂະບວນແຫ່ສົບຂອງລູກຊາຍຂະນະທີ່ຝູງຄົນອອກຈາກເມືອງນາອີນ. ກ່ອນໜ້ານີ້ຜົວຂອງລາວຕາຍແລະບັດນີ້ລູກຊາຍຄົນດຽວ ຂອງລາວກໍຕາຍເຊັ່ນກັນ. ລາວຮູ້ສຶກໂສກເສົ້າຫຼາຍແທ້ໆ! ຫຼາຍຄົນທີ່ມາຈາກເມືອງນາອີນກຳລັງຍ່າງຕາມໄປຂະນະທີ່ມີການເອົາສົບຂອງລູກຊາຍລາວອອກໄປນອກເມືອງ. ຜູ້ຍິງຄົນນີ້ຮ້ອງໄຫ້ ແລະຜູ້ຄົນກໍບໍ່ສາມາດເຮັດຫຍັງໄດ້ເພື່ອປອບໃຈລາວ.
ໃນມື້ນັ້ນ ພະເຍຊູກັບພວກສາວົກບັງເອີນເດີນທາງໄປເມືອງນາອີນ. ໃກ້ກັບປະຕູເມືອງ ເຂົາເຈົ້າພົບຝູງຊົນກຳລັງຈະເອົາສົບລູກຊາຍຂອງຜູ້ຍິງນັ້ນໄປຝັງ. ເມື່ອພະເຍຊູເຫັນຍິງທີ່ກຳລັງຮ້ອງໄຫ້ນັ້ນ ພະອົງອີ່ດູລາວຫຼາຍ. ພະອົງຮູ້ສຶກສະເທືອນໃຈເນື່ອງຈາກຄວາມໂສກເສົ້າເສຍໃຈຢ່າງໜັກຂອງລາວ. ພະອົງຕ້ອງການຢາກຊ່ວຍລາວ.
ດ້ວຍຄວາມອ່ອນໂຍນແຕ່ວ່າໜັກແໜ້ນຈົນເຮັດໃຫ້ຜູ້ຍິງຄົນນັ້ນຕ້ອງຟັງ ພະອົງກ່າວວ່າ: “ຢ່າຊູ່ຮ້ອງໄຫ້.” ທ່າທາງແລະການສະແດງອອກຂອງພະອົງພາໃຫ້ທຸກຄົນຫຼຽວໄປເບິ່ງພະອົງດ້ວຍຄວາມສົນໃຈ. ໃນຂະນະທີ່ພະເຍຊູຍ່າງໄປຫາສົບຂອງເດັກຊາຍຄົນນັ້ນ ທຸກຄົນຕ້ອງສົງໄສວ່າພະອົງກຳລັງຈະເຮັດຫຍັງ. ພະເຍຊູສັ່ງວ່າ “ຊາຍຫນຸ່ມເອີຍ ເຮົາບອກເຈົ້າວ່າຈົ່ງລຸກຂຶ້ນເຖີ້ນ.” ທັນທີທັນໃດນັ້ນ ລາວກໍລຸກຂຶ້ນແລະເລີ່ມເວົ້າ!—ລືກາ 7:11-17.
ລອງວາດພາບເບິ່ງດູວ່າຜູ້ຍິງຄົນນັ້ນຈະຕ້ອງຮູ້ສຶກແນວໃດ! ລູກຈະຮູ້ສຶກແນວໃດທີ່ໄດ້ຜູ້ເປັນທີ່ຮັກເຊິ່ງຕາຍໄປແລ້ວກັບຄືນມາອີກ?— ສິ່ງນີ້ສະແດງວ່າພະເຍຊູຮັກຜູ້ຄົນແລະຕ້ອງການ ຊ່ວຍພວກເຂົາເຈົ້າແມ່ນບໍ?— ຄິດເບິ່ງດູວ່າມັນຈະວິເສດສ່ຳໃດທີ່ຈະຢູ່ໃນໂລກໃໝ່ຂອງພະເຈົ້າແລ້ວໄດ້ຕ້ອນຮັບຜູ້ທີ່ກັບມາມີຊີວິດອີກ!—2 ເປໂຕ 3:13; ຄຳປາກົດ 21:3, 4.
ການປຸກລູກຊາຍໂທນຂອງຜູ້ຍິງຄົນນີ້ໃຫ້ຟື້ນຄືນມາຈາກຕາຍສະແດງໃຫ້ເຫັນອັນໃດ?
ໃນຕອນນັ້ນບາງຄົນທີ່ຖືກປຸກໃຫ້ຟື້ນຄືນມາຈາກຕາຍຈະເປັນຄົນທີ່ເຮົາຮູ້ຈັກມາກ່ອນ ລວມທັງເດັກນ້ອຍນຳ. ເຮົາຈະຮູ້ຈັກວ່າພວກເຂົາເຈົ້າເປັນໃຜເຊັ່ນດຽວກັບທີ່ຢາອີລຶດຮູ້ຈັກລູກສາວຂອງຕົນເມື່ອພະເຍຊູປຸກລາວໃຫ້ຟື້ນຄືນມາຈາກຕາຍ. ສ່ວນຄົນອື່ນໆຈະເປັນຜູ້ທີ່ຕາຍໄດ້ຫຼາຍຮ້ອຍປີຫຼືຫຼາຍພັນປີມາແລ້ວ. ແຕ່ພະເຈົ້າຈະບໍ່ລືມເຂົາເຈົ້າເຖິງແມ່ນວ່າເຂົາເຈົ້າເຄີຍມີຊີວິດຢູ່ດົນນານມາແລ້ວ.
ເປັນເລື່ອງທີ່ວິເສດແມ່ນບໍທີ່ຮູ້ວ່າພະເຢໂຫວາພະເຈົ້າແລະພະເຍຊູລູກຊາຍຂອງພະອົງຮັກພວກເຮົາຫຼາຍປານນັ້ນ?— ພວກເພິ່ນທັງສອງຕ້ອງການໃຫ້ເຮົາມີຊີວິດບໍ່ແມ່ນພຽງແຕ່ບໍ່ເທົ່າໃດປີ ແຕ່ວ່າຕະຫຼອດໄປ!
ກ່ຽວກັບເລື່ອງຄວາມຫວັງອັນວິເສດຈາກຄຳພີໄບເບິນສຳລັບຄົນທີ່ຕາຍແລ້ວ ຂໍໃຫ້ອ່ານພະທຳເອຊາອີ 25:8; ກິດຈະການ 24:15; ແລະ 1 ໂກລິນໂທ 15:20-22.