ບົດ 47
ຄວາມໂສກເສົ້າກາຍເປັນຄວາມປິຕິຍິນດີ
ເມື່ອຢາອິລຶດເຫັນຍິງທີ່ເປັນພະຍາດຕົກເລືອດຫາຍດີປົກກະຕິແລ້ວ ບໍ່ຕ້ອງສົງໄສຄວາມໝັ້ນໃຈຂອງລາວຕໍ່ລິດອຳນາດຂອງພະເຍຊູໄດ້ເພີ່ມຂຶ້ນ. ເຊົ້າມື້ນັ້ນ ຢາອິລຶດໄດ້ຂໍໃຫ້ພະເຍຊູໄປຊ່ວຍລູກສາວທີ່ຮັກຂອງຕົນທີ່ມີອາຍຸ 12 ປີເຊິ່ງເຈັບໜັກໃກ້ຈະຕາຍແລ້ວ. ຢ່າງໃດກໍດີ ຕອນນັ້ນສິ່ງທີ່ຢາອິລຶດຫວາດຫວັ່ນທີ່ສຸດກໍເກີດຂຶ້ນ. ຂະນະທີ່ພະເຍຊູເວົ້າກັບຍິງນັ້ນຢູ່ ຄົນຈາກເຮືອນຂອງຢາອິລຶດໄດ້ເຂົ້າມາຊຶ່ມຄ່ອຍໆ ກັບລາວວ່າ “ລູກສາວຂອງທ່ານຕາຍແລ້ວ ເຫດສັນໃດທ່ານຍັງກວນພະອາຈານຕໍ່ໄປ”?
ຈັ່ງແມ່ນຂ່າວທີ່ໂສກເສົ້າອີ່ຫຼີ! ລອງຄິດເບິ່ງ ຊາຍຄົນນີ້ເຊິ່ງເປັນທີ່ນັບຖືຢ່າງສູງໃນຊຸມຊົນ ຕອນນີ້ເພິ່ນຮູ້ສຶກໝົດຫົນທາງທີ່ໄດ້ຍິນຂ່າວວ່າລູກສາວຕາຍແລ້ວ. ເມື່ອພະເຍຊູໄດ້ຍິນຄຳທີ່ເຂົາເວົ້າກັນ. ພະອົງຈຶ່ງຫັນໄປທາງຢາອິລຶດແລ້ວກ່າວໃຫ້ກຳລັງໃຈວ່າ “ທ່ານຢ່າຊູຢ້ານ ຈົ່ງເຊື່ອເທົ່ານັ້ນ.”
ພະເຍຊູເດີນທາງໄປນຳຊາຍຜູ້ເສົ້າສະຫຼົດຄືນໄປເຮືອນຂອງລາວ. ເມື່ອຮອດແລ້ວ ກໍເຫັນຄົນຈຳນວນຫຼາຍພາກັນຮ້ອງໄຫ້ຮ່ຳໄຫ້ຢ່າງນອງນັນ. ມີຄົນເຕົ້າໂຮມກັນຈຳນວນຫຼາຍແລະທຸບຕີຕົວເອງດ້ວຍຄວາມເສົ້າໂສກ. ເມື່ອພະເຍຊູກ້າວເຂົ້າໄປໃນເຮືອນ ພະອົງຖາມວ່າ “ເປັນສັນໃດທ່ານທັງຫຼາຍພາກັນວຸ່ນວາຍແລະຮ້ອງໄຫ້. ເດັກນ້ອຍນັ້ນບໍ່ຕາຍແຕ່ວ່ານອນຫຼັບຢູ່”?
ເມື່ອທຸກຄົນຕ່າງກໍໄດ້ຍິນພະອົງກ່າວເຊັ່ນນັ້ນ ເຂົາເຈົ້າກໍເລີ່ມຫົວຂວັນ ເພາະເຂົາຮູ້ວ່າເດັກຍິງນັ້ນໄດ້ຕາຍແທ້ໆ. ພະເຍຊູຊ້ຳພັດໄດ້ກ່າວວ່າ ເດັກນັ້ນນອນຫຼັບ. ໂດຍໃຊ້ລິດອຳນາດຈາກພະເຈົ້າ ພະເຍຊູຈະສະແດງໃຫ້ເຫັນວ່າ ການປຸກຄົນຕາຍໃຫ້ຟື້ນຄືນມານັ້ນ ງ່າຍຄືກັບການປຸກຄົນໃຫ້ຕື່ນຈາກການນອນຫຼັບສະໜິດ.
ຈາກນັ້ນ ພະເຍຊູສັ່ງໃຫ້ທຸກຄົນອອກໄປຈາກຫ້ອງ ຍົກເວັ້ນແຕ່ເປໂຕ, ຍາໂກໂບ, ໂຍຮັນ ແລະພໍ່ແມ່ຂອງຜູ້ຕາຍ. ແລ້ວພະເຍຊູພາຄົນທັງຫ້ານີ້ເຂົ້າໄປໃນຫ້ອງທີ່ເດັກຍິງນັ້ນນອນຢູ່. ພະເຍຊູກຳມືນາງນັ້ນກ່າວວ່າ “ຕາລິຖາກູມີ” ເຊິ່ງແປວ່າ “ຜູ້ສາວເອີຍ ເຮົາບອກເຈົ້າວ່າ ຈົ່ງລຸກຂຶ້ນເທີ້ນ.” ໃນທັນໃດນັ້ນ ນາງນ້ອຍກໍລຸກຂຶ້ນແລະຍ່າງໄປມາ! ສິ່ງທີ່ເຫັນນັ້ນ ເຮັດໃຫ້ພໍ່ແມ່ຂອງນາງນ້ອຍມີຄວາມປິຕິຍິນດີຢ່າງຍິ່ງ.
ຫຼັງຈາກບອກໃຫ້ເອົາອາຫານມາສູ່ນາງນ້ອຍກິນແລ້ວ ພະເຍຊູສັ່ງຫ້າມຢາອິລຶດແລະເມຍບໍ່ໃຫ້ບອກເລື່ອງນີ້ຕໍ່ຜູ້ໃດ. ໂດຍບໍ່ຄຳນຶງເຖິງສິ່ງທີ່ພະເຍຊູສັ່ງໄວ້ ເລື່ອງນັ້ນພັດໄດ້ແພ່ໄປທົ່ວພາກພື້ນນັ້ນ. ນີ້ເປັນການປຸກຄົນຕາຍລາຍທີສອງທີ່ພະເຍຊູໄດ້ກະທຳ. ມັດທາຽ 9:18-26; ມາລະໂກ 5:35-43; ລຶກາ 8:41-56.
▪ ຢາອິລຶດໄດ້ຮັບຂ່າວເລື່ອງຫຍັງ ແລະພະເຍຊູໃຫ້ກຳລັງໃຈລາວແນວໃດ?
▪ ເມື່ອພວກເຂົາເຈົ້າມາຮອດເຮືອນຂອງຢາອິລຶດ ສະພາບການເປັນແນວໃດ?
▪ ຍ້ອນຫຍັງພະເຍຊູກ່າວວ່າເດັກນ້ອຍຄົນທີ່ຕາຍນັ້ນພວມຫຼັບຢູ່?
▪ ຫ້າຄົນທີ່ຢູ່ກັບພະເຍຊູເຊິ່ງເຫັນການຟື້ນຄືນຈາກຕາຍນັ້ນແມ່ນມີໃຜແດ່?