ປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາໃຫ້ດີຂຶ້ນ—ການປະກາດຜ່ານທາງໂທລະສັບພາຍໃນ (Intercom)
ເປັນຫຍັງຈຶ່ງສຳຄັນ: ການປະກາດຜ່ານທາງໂທລະສັບພາຍໃນເຮັດໃຫ້ເຮົາຢ້ານໄດ້. ຈະເຮັດແນວໃດເພື່ອບໍ່ໃຫ້ຂໍ້ທ້າທາຍນີ້ເຮັດໃຫ້ຄວາມຮ້ອນຮົນຂອງເຮົາເພື່ອເຮັດການດີຕ່າງໆ ອ່ອນລົງ? ຂໍໃຫ້ຈື່ໄວ້ວ່າການປະກາດໂດຍທາງນີ້ເປັນວິທີດຽວເທົ່ານັ້ນເພື່ອໃຫ້ຂ່າວດີໄປເຖິງບາງຄົນ. (ໂລມ 10:14) ປະສົບການສະແດງໃຫ້ເຫັນວ່າການປະກາດໂດຍວິທີນີ້ເກີດຜົນດີ. (ເບິ່ງປຶ້ມປະຈຳປີ 2011 ໜ້າ 65-66 ແລະປຶ້ມປະຈຳປີ 2000 ໜ້າ 54 ຫຍໍ້ໜ້າ 3) ຂໍໃຫ້ພິຈາລະນາຄຳແນະນຳຕໍ່ໄປນີ້.
ລອງເຮັດໃນເດືອນນີ້:
ໃນການນະມັດສະການປະຈຳຄອບຄົວໃຫ້ມີການຝຶກຊ້ອມການປະກາດໂດຍຜ່ານທາງໂທລະສັບພາຍໃນ ໂດຍໃຫ້ສະມາຊິກຄອບຄົວປິ່ນຫຼັງໃສ່ກັນເມື່ອຝຶກຊ້ອມ