ວັນທີ 21-27 ກໍລະກົດ
ສຸພາສິດ 23
ເພງທີ 97 ແລະຄຳອະທິດຖານ | ຄຳນຳເປີດການປະຊຸມ (1 ນາທີ)
1. ຫຼັກການທີ່ເປັນປະໂຫຍດກ່ຽວກັບການໃຊ້ເຄື່ອງດື່ມທີ່ເຮັດໃຫ້ມຶນເມົາ
(10 ນາທີ)
ຖ້າເຈົ້າກິນເຄື່ອງດື່ມທີ່ເຮັດໃຫ້ມຶນເມົາກໍຢ່າກິນຫຼາຍໂພດ (ສພສ 23:20, 21; w04-SI 1/12 ໜ້າ 19 ຂໍ້ 5-6)
ຢ່າລືມວ່າການກິນຈົນເມົາຈະເຮັດໃຫ້ມີຜົນທີ່ບໍ່ດີຕາມມາ (ສພສ 23:29, 30, 33-35; w10-SI 1/1 ໜ້າ 4 ຫຍໍ້ໜ້າ 5-ໜ້າ 6 ຫຍໍ້ໜ້າ 2)
ຢ່າຄິດຜິດໆວ່າເຄື່ອງດື່ມທີ່ເຮັດໃຫ້ມຶນເມົາຊິບໍ່ເປັນອັນຕະລາຍຫຍັງ (ສພສ 23:31, 32)
2. ຄວາມຮູ້ທີ່ມີຄ່າຈາກພະເຈົ້າ
(10 ນາທີ)
ສພສ 23:21—ຄົນທີ່ກິນແບບໂລບມາກໂລພາຕ່າງກັບຄົນທີ່ຕຸ້ຍແນວໃດ? (w04-SI 1/11 ໜ້າ 31 ຫຍໍ້ໜ້າ 2)
ເຈົ້າໄດ້ຮັບປະໂຫຍດຫຍັງຈາກການອ່ານຄຳພີໄບເບິນໃນອາທິດນີ້?
3. ການອ່ານຄຳພີໄບເບິນ
(4 ນາທີ) ສພສ 23:1-24 (ອສ ບົດຮຽນທີ 5)
4. ເລີ່ມລົມ
(2 ນາທີ) ໃນບ່ອນສາທາລະນະ. (ສດຮ ບົດຮຽນທີ 3 ຈຸດທີ 5)
5. ຕິດຕາມ
(5 ນາທີ) ຕາມບ້ານເຮືອນ. ສາທິດໃຫ້ຄົນທີ່ເຈົ້າລົມນຳເຫັນວ່າການຮຽນຄຳພີໄບເບິນເຮັດແນວໃດ. (ສດຮ ບົດຮຽນທີ 9 ຈຸດທີ 5)
6. ສອນຄົນໃຫ້ເປັນລູກສິດ
(5 ນາທີ) ກະຕຸ້ນນັກສຶກສາໃຫ້ເຊົາເຮັດສິ່ງທີ່ພະເຢໂຫວາບໍ່ມັກ (ສດຮ ບົດຮຽນທີ 12 ຈຸດທີ 4)
ເພງທີ 35
7. ຂ້ອຍຄວນໃຫ້ມີເຄື່ອງດື່ມທີ່ເຮັດໃຫ້ມຶນເມົາຫຼືບໍ່?
(8 ນາທີ) ບັນລະຍາຍແລະຖາມຄວາມຄິດເຫັນ.
ເຈົ້າພາບຄວນຈະໃຫ້ມີເຄື່ອງດື່ມທີ່ເຮັດໃຫ້ມຶນເມົາໃນງານກິນລ້ຽງຕ່າງໆບໍ? ໃນງານດອງຄວນຈະມີບໍ? ເລື່ອງນີ້ເປັນການຕັດສິນໃຈສ່ວນໂຕ ແຕ່ກໍຕ້ອງຄິດເຖິງຫຼັກການໃນຄຳພີໄບເບິນແລະເລື່ອງສຳຄັນອື່ນໆນຳ.
ເປີດວິດີໂອ ຂ້ອຍຄວນໃຫ້ມີເຄື່ອງດື່ມມຶນເມົາບໍ? ແລ້ວຖາມວ່າ:
ຫຼັກການຕ່າງໆໃນຄຳພີໄບເບິນຕໍ່ໄປນີ້ຊ່ວຍເຈົ້າພາບແນວໃດໃຫ້ຮູ້ວ່າຄວນຈະໃຫ້ມີເຄື່ອງດື່ມທີ່ເຮັດໃຫ້ມຶນເມົາຫຼືບໍ່?
ຢຮ 2:9—ໃນງານແຕ່ງດອງ ພະເຢຊູເຮັດໃຫ້ນ້ຳກາຍເປັນເຫຼົ້າແວງ.
1ກຣ 6:10—“ຄົນຂີ້ເຫຼົ້າ . . . ຈະບໍ່ມີສ່ວນໃນການປົກຄອງຂອງພະເຈົ້າ.”
1ກຣ 10:31, 32—“ຖ້າເຈົ້າຈະກິນ ຈະດື່ມ . . . ໃຫ້ເຈົ້າເຮັດທຸກສິ່ງໃນແບບທີ່ເຮັດໃຫ້ພະເຈົ້າໄດ້ຮັບການຍ້ອງຍໍສັນລະເສີນ. ຢ່າເປັນຕົ້ນເຫດໃຫ້ຄົນ . . . ບໍ່ສະບາຍໃຈ.”
ເຈົ້າຄວນຄິດເຖິງສະຖານະການຫຍັງອີກ?
ກ່ອນຈະຕັດສິນໃຈໄດ້ຖືກຕ້ອງ ເປັນຫຍັງເຮົາຕ້ອງໃຊ້ຄວາມຄິດ“ສຸດຄວາມຄິດ” ຂອງເຮົາເພື່ອຈະໃຊ້ຄຳແນະນຳຈາກຄຳພີໄບເບິນຢ່າງສົມດຸນ?—ຣມ 12:1; ປຍຈ 7:16-18
8. ຄວາມຈຳເປັນຂອງປະຊາຄົມ
(7 ນາທີ)
9. ການສຶກສາຄຳພີໄບເບິນປະຈຳປະຊາຄົມ
(30 ນາທີ) ລຈຄ ບົດທີ 2 ຄຳນຳຕອນທີ 2 ແລະບົດທີ 3