-
ຄວາມໃຈຮ້າຍເຮັດໃຫ້ຂ້າຄົນເລື່ອງທີ່ເຮົາຮຽນຈາກຄຳພີໄບເບິນ
-
-
ບົດທີ 4
ຄວາມໃຈຮ້າຍເຮັດໃຫ້ຂ້າຄົນ
ຫຼັງຈາກອາດາມກັບເອວາຖືກໄລ່ອອກຈາກສວນເອເດັນ ເຂົາເຈົ້າມີລູກຫຼາຍຄົນ. ລູກຊາຍຜູ້ທຳອິດຊື່ກາອິນເປັນຊາວໄຮ່ຊາວນາ ແລະລູກຊາຍຜູ້ທີສອງຊື່ອາເບັນເປັນຄົນລ້ຽງແກະ.
ມີມື້ໜຶ່ງກາອິນແລະອາເບັນໄດ້ເອົາເຄື່ອງບູຊາມາໃຫ້ພະເຢໂຫວາ. ເຈົ້າຮູ້ບໍເຄື່ອງບູຊາແມ່ນຫຍັງ? ເຄື່ອງບູຊາແມ່ນຂອງຂວັນພິເສດທີ່ມອບໃຫ້ພະເຈົ້າ. ພະເຢໂຫວາມັກເຄື່ອງບູຊາຂອງອາເບັນ ແຕ່ບໍ່ມັກເຄື່ອງບູຊາຂອງກາອິນ. ນີ້ຈຶ່ງເຮັດໃຫ້ກາອິນໃຈຮ້າຍຫຼາຍແລະຄຽດແຮງ. ພະເຢໂຫວາໄດ້ເຕືອນກາອິນວ່າຄວາມໃຈຮ້າຍອາດເຮັດໃຫ້ລາວເຮັດສິ່ງທີ່ບໍ່ດີ ແຕ່ລາວກໍບໍ່ຟັງ.
ກາອິນເວົ້າກັບອາເບັນວ່າ: ‘ພວກເຮົາໄປຫຼິ້ນຢູ່ທົ່ງນຳກັນເນາະ.’ ຕອນທີ່ເຂົາເຈົ້າຢູ່ນຳກັນສອງຄົນ ກາອິນກໍໄດ້ຕີແລະຂ້າອາເບັນນ້ອງຊາຍຂອງລາວ. ພະເຢໂຫວາຈະຈັດການເລື່ອງນີ້ແນວໃດ? ພະເຢໂຫວາໄດ້ລົງໂທດກາອິນໂດຍໃຫ້ລາວໄປຢູ່ບັກໄກໆຈາກຄອບຄົວແລະບໍ່ໃຫ້ກັບມາອີກເລີຍ.
ເຮົາໄດ້ບົດຮຽນຫຍັງຈາກເລື່ອງນີ້? ເຮົາອາດເລີ່ມຮູ້ສຶກໃຈຮ້າຍຖ້າສິ່ງຕ່າງໆບໍ່ໄດ້ເປັນໄປຕາມທີ່ເຮົາຄິດ. ຖ້າເຮົາເລີ່ມຮູ້ສຶກໃຈຮ້າຍຫຼືຖ້າມີໃຜມາເຕືອນເຮົາຍ້ອນເຫັນວ່າເຮົາກຳລັງໃຈຮ້າຍ ເຮົາກໍຕ້ອງຟ້າວແກ້ໄຂແລະຄວບຄຸມອາລົມຂອງເຮົາກ່ອນທີ່ມັນຈະຄວບຄຸມເຮົາ.
ຍ້ອນອາເບັນຮັກພະເຢໂຫວາແລະເຮັດສິ່ງທີ່ຖືກຕ້ອງ ພະເຢໂຫວາຈະບໍ່ລືມລາວ ແລະເພິ່ນຈະປຸກລາວໃຫ້ກັບມາມີຊີວິດອີກຕອນທີ່ເພິ່ນເຮັດໃຫ້ໂລກນີ້ເປັນສວນອຸທິຍານ.
“ໃຫ້ວາງເຄື່ອງບູຊານັ້ນໄວ້ຢູ່ຕໍ່ໜ້າແທ່ນແລະໄປຄືນດີກັບຜູ້ນັ້ນກ່ອນ ແລ້ວຈຶ່ງກັບມາເອົາເຄື່ອງບູຊານັ້ນໃຫ້ພະເຈົ້າ.”—ມັດທາຍ 5:24
-
-
ເຮືອໂນອາເລື່ອງທີ່ເຮົາຮຽນຈາກຄຳພີໄບເບິນ
-
-
ບົດທີ 5
ເຮືອໂນອາ
ຕໍ່ມາ ໂລກນີ້ກໍມີຄົນຫຼາຍຂຶ້ນ ແຕ່ຄົນສ່ວນຫຼາຍເປັນຄົນຊົ່ວ. ແມ່ນແຕ່ທູດສະຫວັນບາງອົງກໍຍັງຊົ່ວ ເຂົາເຈົ້າຖິ້ມບ່ອນຢູ່ໃນສະຫວັນແລະລົງມາຢູ່ໂລກ. ເຈົ້າຮູ້ບໍວ່າເປັນຫຍັງເຂົາເຈົ້າຄືເຮັດຈັ່ງຊັ້ນ? ກໍຍ້ອນວ່າເຂົາເຈົ້າຢາກມີຮ່າງກາຍຄືກັບມະນຸດແລະຢາກແຕ່ງດອງກັບຜູ້ຍິງ.
ທູດສະຫວັນເຫຼົ່ານັ້ນກັບພວກຜູ້ຍິງໄດ້ມີລູກຊາຍນຳກັນ. ລູກຊາຍຂອງເຂົາເຈົ້າໃຫຍ່ຂຶ້ນມາເປັນຄົນທີ່ແຂງແຮງຫຼາຍແລະມີນິດໄສມັກຂົ່ມເຫງ ເຂົາເຈົ້າຈຶ່ງມັກທຳຮ້າຍຄົນອື່ນ. ພະເຢໂຫວາປ່ອຍໃຫ້ເປັນແບບນີ້ຕໍ່ໄປບໍ່ໄດ້ ເພິ່ນຈຶ່ງຕັດສິນໃຈວ່າຈະທຳລາຍຄົນຊົ່ວທັງໝົດໂດຍໃຫ້ນ້ຳມາຖ້ວມໂລກ.
ແຕ່ມີຜູ້ຊາຍຄົນໜຶ່ງບໍ່ຄືກັບຄົນເຫຼົ່ານັ້ນ. ລາວຮັກພະເຢໂຫວາ ລາວຊື່ວ່າໂນອາ. ລາວມີເມຍຄົນໜຶ່ງ ແລະລູກຊາຍ 3 ຄົນຄື: ເຊມ ຮາມ ແລະຢາເຟດ. ລູກທັງສາມຄົນນີ້ມີເມຍແລ້ວ. ພະເຢໂຫວາບອກໃຫ້ໂນອາສ້າງເຮືອໃຫຍ່ລຳໜຶ່ງເພື່ອລາວກັບຄອບຄົວຈະລອດຊີວິດຈາກນ້ຳຖ້ວມໂລກ. ເຮືອລຳນີ້ເປັນເຮືອໄມ້ ມີຮູບຊົງຄືກັບກ່ອງສີ່ລ່ຽມຂະໜາດໃຫຍ່ທີ່ລອຍນ້ຳໄດ້. ພະເຢໂຫວາຍັງບອກໂນອາໃຫ້ເອົາສັດຕ່າງໆເຂົ້າໄປໃນເຮືອນຳເພື່ອພວກມັນຈະລອດຊີວິດຄືກັນ.
ໂນອາເລີ່ມສ້າງເຮືອທັນທີ. ລາວກັບຄອບຄົວໃຊ້ເວລາສ້າງເຮືອລຳນີ້ປະມານ 50 ປີ. ເຂົາເຈົ້າສ້າງເຮືອຕາມແບບທີ່ພະເຢໂຫວາບອກທຸກຢ່າງ. ໃນລະຫວ່າງນັ້ນໂນອາກໍໄປເຕືອນຄົນອື່ນໆເລື່ອງນ້ຳຈະຖ້ວມໂລກນຳ ແຕ່ກໍບໍ່ມີໃຜຟັງລາວຈັກຄົນ.
ສຸດທ້າຍກໍຮອດເວລາແລ້ວທີ່ຈະເຂົ້າໄປໃນເຮືອ. ໃຫ້ເຮົາມາເບິ່ງນຳກັນວ່າຫຼັງຈາກນີ້ຊິມີຫຍັງເກີດຂຶ້ນ.
“ສະໄໝຂອງໂນອາເປັນແນວໃດ ການມາຂອງລູກມະນຸດກໍຈະເປັນແນວນັ້ນ.”—ມັດທາຍ 24:37
-