ກິດຈະການ
2 ເມື່ອຮອດເທດສະການເພັນເຕກອດ ລູກສິດທັງໝົດກໍມາເຕົ້າໂຮມກັນຢູ່ບ່ອນດຽວ. 2 ທັນໃດນັ້ນ ມີສຽງຈາກຟ້າຄືກັບສຽງພາຍຸ ສຽງນັ້ນດັງສະໜັ່ນໄປທົ່ວເຮືອນທີ່ພວກເຂົານັ່ງຢູ່. 3 ແລະພວກເຂົາກໍເຫັນບາງສິ່ງຄືກັບແປວໄຟເຊິ່ງມີຮູບຮ່າງຄືກັບລີ້ນ ແລະລອຍຢູ່ເທິງພວກເຂົາແຕ່ລະຄົນ 4 ພວກເຂົາເຕັມໄປດ້ວຍພະລັງບໍລິສຸດແລະເລີ່ມເວົ້າເປັນພາສາຕ່າງໆຕາມທີ່ພະລັງນັ້ນໃຫ້ເວົ້າ.
5 ຕອນນັ້ນ ມີຄົນຢິວທີ່ເຫຼື້ອມໃສພະເຈົ້າຈາກທຸກປະເທດທົ່ວໂລກມາຢູ່ໃນເມືອງເຢຣູຊາເລັມ. 6 ຕອນທີ່ສຽງນັ້ນດັງຂຶ້ນ ຝູງຄົນກໍມາຫຸ້ມເບິ່ງທັງສົງໄສແລະແປກໃຈ ຍ້ອນແຕ່ລະຄົນໄດ້ຍິນພວກລູກສິດເວົ້າພາສາຂອງພວກເຂົາ. 7 ພວກເຂົາຮູ້ສຶກງຶດງໍ້ແລະເວົ້າວ່າ: “ເບິ່ງແມ້ ຄົນເຫຼົ່ານີ້ເປັນຊາວຄາລີເລທັງໝົດບໍ່ແມ່ນບໍ? 8 ເປັນໄປໄດ້ແນວໃດທີ່ພວກເຮົາແຕ່ລະຄົນໄດ້ຍິນພາສາຂອງພວກເຮົາ*ເອງ? 9 ພວກເຮົາມີທັງຄົນປາເທຍ ເມເດຍ ແລະເອລາມ. ບາງຄົນມາຈາກເມໂຊໂປຕາເມຍ ຢູດາຍ ກາປາໂດເກຍ ປົນໂຕ ແລະແຂວງອາຊີ* 10 ຟີເຄຍ ປຳຟີເລຍ ເອຢິບ ແລະສ່ວນຕ່າງໆຂອງລີເບຍໃກ້ກັບກີເຣເນ ແລະຄົນທີ່ມາຈາກເມືອງໂຣມ ທັງຄົນຢິວແລະຄົນທີ່ປ່ຽນມາຖືສາສະໜາຢິວ. 11 ບາງຄົນເປັນຄົນກະເຣເຕແລະຄົນອາຣາເບຍ ພວກເຮົາໄດ້ຍິນຄົນເຫຼົ່ານີ້ເວົ້າເຖິງສິ່ງມະຫັດສະຈັນຕ່າງໆຂອງພະເຈົ້າໃນພາສາຂອງພວກເຮົາ.” 12 ພວກເຂົາກໍສົງໄສຫຼາຍແລະພາກັນເວົ້າວ່າ: “ເກີດຫຍັງຂຶ້ນຢູ່ນີ້?” 13 ສ່ວນບາງຄົນກໍເຍາະເຍີ້ຍວ່າ: “ພວກນີ້ເມົາເຫຼົ້າແລ້ວ.”
14 ແລ້ວເປໂຕກໍຢືນຂຶ້ນພ້ອມກັບອັກຄະສາວົກ 11 ຄົນ ແລະເວົ້າກັບພວກເຂົາດ້ວຍສຽງດັງວ່າ: “ຊາວຢູດາຍແລະທຸກຄົນທີ່ຢູ່ໃນເມືອງເຢຣູຊາເລັມ ຂໍໃຫ້ຕັ້ງໃຈຟັງເລື່ອງທີ່ຂ້ອຍຈະເວົ້າຕໍ່ໄປນີ້. 15 ຄົນເຫຼົ່ານີ້ບໍ່ໄດ້ເມົາເຫຼົ້າຄືກັບທີ່ພວກເຈົ້າຄິດ ເພາະຕອນນີ້ຫາກໍ 9 ໂມງເຊົ້າ.* 16 ສິ່ງທີ່ພວກເຈົ້າເຫັນເປັນໄປຕາມທີ່ໂຢເອນພະຍາກອນໄວ້ວ່າ: 17 ‘ພະເຈົ້າບອກວ່າ “ໃນສະໄໝສຸດທ້າຍ ເຮົາຈະໃຫ້*ພະລັງຂອງເຮົາກັບຄົນທຸກປະເພດ ພວກລູກຊາຍລູກສາວຂອງເຈົ້າຈະພະຍາກອນ ຄົນໜຸ່ມຈະເຫັນນິມິດ ແລະຄົນເຖົ້າຈະຝັນເລື່ອງພິເສດ 18 ແມ່ນແຕ່ທາດຊາຍຍິງ ເຮົາຈະໃຫ້*ພະລັງຂອງເຮົາແກ່ພວກເຂົາໃນວັນນັ້ນ ແລະພວກເຂົາຈະພະຍາກອນ. 19 ເຮົາຈະໃຫ້ມີສິ່ງມະຫັດສະຈັນໃນທ້ອງຟ້າແລະໃນໂລກ ຈະມີເລືອດ ໄຟ ແລະຄວັນຕຶບໜາ. 20 ດວງຕາເວັນຈະມືດ ແລະດວງເດືອນຈະແດງຄືກັບເລືອດ ກ່ອນວັນທີ່ຍິ່ງໃຫຍ່ແລະງົດງາມຂອງເຮົາເຢໂຫວາຈະມາເຖິງ. 21 ແລະທຸກຄົນທີ່ອ້ອນວອນໂດຍອອກຊື່ຂອງພະເຢໂຫວາຈະລອດ.”’
22 ຄົນອິດສະຣາເອນຂໍໃຫ້ຟັງຖ້ອຍຄຳຕໍ່ໄປນີ້: ພະເຈົ້າສະແດງໃຫ້ເຫັນແຈ້ງວ່າພະເຢຊູຊາວນາຊາເຣັດເປັນຜູ້ທີ່ພະອົງສົ່ງມາ ເພາະພະອົງໃຫ້ເພິ່ນເຮັດການອັດສະຈັນແລະສະແດງປາຕິຫານຕ່າງໆໃນທ່າມກາງພວກເຈົ້າ ເຊິ່ງພວກເຈົ້າກໍຮູ້. 23 ພະເຢຊູຜູ້ນີ້ແຫຼະທີ່ພວກເຈົ້າຈັບຕົວແລະຢືມມືຄົນຊົ່ວປະຫານເພິ່ນໂດຍຄຶງໄວ້ເທິງເສົາ ຕາມຄວາມຕ້ອງການຂອງພະເຈົ້າແລະຕາມທີ່ພະອົງຮູ້ລ່ວງໜ້າ. 24 ແຕ່ພະເຈົ້າປຸກພະເຢຊູໃຫ້ຟື້ນຄືນມາແລະປົດປ່ອຍເພິ່ນຈາກຄວາມຕາຍ ເພາະເປັນໄປບໍ່ໄດ້ທີ່ເພິ່ນຈະຖືກຄວາມຕາຍກັກຂັງໄວ້. 25 ຕາມທີ່ດາວິດເວົ້າເຖິງພະເຢຊູວ່າ: ‘ຂ້ອຍເຫັນພະເຢໂຫວາຢູ່ຕໍ່ໜ້າຂ້ອຍສະເໝີ ເພາະພະອົງຢູ່ເບື້ອງຂວາມືຂອງຂ້ອຍ ຂ້ອຍຈະບໍ່ຢ້ານເລີຍ. 26 ຂ້ອຍຈຶ່ງມີຄວາມສຸກແລະເວົ້າດ້ວຍຄວາມດີໃຈ. ຂ້ອຍຈະຢູ່ຢ່າງມີຄວາມຫວັງ 27 ເພາະພະອົງຈະບໍ່ຖິ້ມຂ້ອຍໄວ້ໃນຫຼຸມຝັງສົບ* ແລະພະອົງຈະບໍ່ປ່ອຍໃຫ້ຄົນທີ່ພັກດີຕໍ່ພະອົງຕ້ອງເນົ່າເປື່ອຍ. 28 ພະອົງໃຫ້ຂ້ອຍຮູ້ຈັກທາງທີ່ນຳໄປສູ່ຊີວິດ ແລະເຮັດໃຫ້ຂ້ອຍມີຄວາມສຸກທີ່ໄດ້ຢູ່ໃກ້ຊິດພະອົງ.’*
29 ພີ່ນ້ອງເອີຍ ຂ້ອຍຂໍເວົ້າກົງໆກັບພວກເຈົ້າກ່ຽວກັບດາວິດທີ່ເປັນບັນພະບຸລຸດຂອງພວກເຮົາ ລາວຕາຍແລະຖືກຝັງໄວ້ ອຸໂມງຝັງສົບຂອງລາວກໍຢູ່ໃນເມືອງຂອງພວກເຮົາຈົນເຖິງທຸກມື້ນີ້. 30 ດາວິດເປັນຜູ້ພະຍາກອນແລະຮູ້ວ່າພະເຈົ້າສາບານໄວ້ວ່າ ພະອົງຈະແຕ່ງຕັ້ງລູກຫຼານຂອງລາວຜູ້ໜຶ່ງໃຫ້ນັ່ງເທິງບັນລັງຂອງລາວ 31 ດາວິດຈຶ່ງຮູ້ລ່ວງໜ້າແລະບອກເລື່ອງການຄືນມາຈາກຕາຍຂອງພະຄລິດວ່າ ພະເຈົ້າຈະບໍ່ຖິ້ມພະຄລິດໄວ້ໃນຫຼຸມຝັງສົບ*ແລະຮ່າງກາຍຂອງເພິ່ນຈະບໍ່ເນົ່າເປື່ອຍ. 32 ພະເຈົ້າປຸກພະເຢຊູຜູ້ນີ້ໃຫ້ຄືນມາຈາກຕາຍແລ້ວ ພວກເຮົາທຸກຄົນເປັນພະຍານຮູ້ເຫັນໃນເລື່ອງນີ້. 33 ພະເຢຊູຖືກຮັບຂຶ້ນໄປສະຫວັນແລະຢູ່ເບື້ອງຂວາມືຂອງພະເຈົ້າ ເພິ່ນໄດ້ຮັບພະລັງບໍລິສຸດຈາກພະເຈົ້າຜູ້ເປັນພໍ່ຕາມທີ່ພະອົງສັນຍາໄວ້ ພະເຢຊູຈຶ່ງໃຫ້*ພະລັງບໍລິສຸດນັ້ນແກ່ພວກເຮົາຕາມທີ່ພວກເຈົ້າໄດ້ຍິນແລະໄດ້ເຫັນເລື່ອງນີ້. 34 ດາວິດເອງບໍ່ໄດ້ຂຶ້ນໄປສະຫວັນ ແຕ່ລາວບອກວ່າ ‘ພະເຢໂຫວາເວົ້າກັບຜູ້ເປັນນາຍຂອງຂ້ອຍວ່າ: “ນັ່ງຢູ່ເບື້ອງຂວາມືຂອງເຮົາກ່ອນ 35 ຈົນກວ່າເຮົາຈະປາບພວກສັດຕູຂອງເຈົ້າໃຫ້ເປັນບ່ອນວາງຕີນຂອງເຈົ້າ.”’ 36 ດັ່ງນັ້ນ ຂໍໃຫ້ຄົນອິດສະຣາເອນທຸກຄົນຮູ້ໄວ້ວ່າ ພະເຢຊູຜູ້ນີ້ແຫຼະທີ່ພວກເຈົ້າໄດ້ປະຫານເທິງເສົາ ແມ່ນຜູ້ທີ່ພະເຈົ້າແຕ່ງຕັ້ງໃຫ້ເປັນທັງຜູ້ເປັນນາຍແລະພະຄລິດ.”
37 ເມື່ອພວກເຂົາໄດ້ຍິນແບບນັ້ນກໍຮູ້ສຶກຄືກັບຖືກແທງທີ່ຫົວໃຈ ພວກເຂົາຈຶ່ງເວົ້າກັບເປໂຕແລະອັກຄະສາວົກຄົນອື່ນໆວ່າ: “ພີ່ນ້ອງເອີຍ ພວກເຮົາຈະເຮັດແນວໃດດີ?” 38 ເປໂຕຕອບພວກເຂົາວ່າ: “ເພື່ອພວກເຈົ້າຈະໄດ້ຮັບການໃຫ້ອະໄພບາບ ພວກເຈົ້າຕ້ອງກັບໃຈແລະຮັບບັບເຕມາໃນນາມພະເຢຊູຄລິດ. ແລ້ວພວກເຈົ້າຈະໄດ້ຮັບພະລັງບໍລິສຸດເປັນຂອງຂວັນ. 39 ເພາະພະເຈົ້າສັນຍາເລື່ອງນີ້ກັບພວກເຈົ້າແລະລູກຫຼານຂອງພວກເຈົ້າ ລວມທັງຄົນທີ່ມາຈາກແດນໄກ ນັ້ນຄືທຸກຄົນທີ່ພະເຢໂຫວາພະເຈົ້າຂອງພວກເຮົາເອີ້ນໃຫ້ມາຫາພະອົງ.” 40 ແລ້ວເປໂຕກໍອະທິບາຍເພີ່ມເຕີມຢ່າງລະອຽດແລະຢ້ຳເຕືອນພວກເຂົາວ່າ: “ໃຫ້ແຍກຕົວອອກມາຈາກຄົນສະໄໝນີ້ທີ່ບໍ່ສັດຊື່ເພື່ອຈະບໍ່ຖືກທຳລາຍ.” 41 ຄົນທີ່ເຕັມໃຈຍອມຮັບສິ່ງທີ່ເປໂຕເວົ້າຈຶ່ງຮັບບັບເຕມາ ແລະໃນມື້ນັ້ນມີຄົນເຂົ້າມາເປັນລູກສິດອີກປະມານ 3.000 ຄົນ. 42 ພວກເຂົາຕັ້ງໃຈຮຽນສິ່ງທີ່ພວກອັກຄະສາວົກສອນ ພວກເຂົາຄົບຫາກັນ* ກິນເຂົ້ານຳກັນ ແລະອະທິດຖານນຳກັນສະເໝີ.
43 ພວກອັກຄະສາວົກເຮັດການອັດສະຈັນແລະສະແດງປາຕິຫານຫຼາຍຢ່າງ ທຸກຄົນກໍເຫັນແລະຢຳເກງພະເຈົ້າ. 44 ຜູ້ທີ່ເຂົ້າມາເປັນລູກສິດກໍມາຢູ່ນຳກັນແລະເອົາສິ່ງຂອງທີ່ພວກເຂົາມີມາລວມກັນເປັນກອງກາງ 45 ພວກເຂົາຂາຍວັດຖຸສິ່ງຂອງແລະດິນ ແລ້ວແບ່ງໃຫ້ທຸກຄົນຕາມຄວາມຈຳເປັນ. 46 ພວກເຂົາໄປເຕົ້າໂຮມກັນຢູ່ວິຫານທຸກໆມື້ ກິນເຂົ້ານຳກັນຢູ່ເຮືອນຂອງພີ່ນ້ອງ ແລະເຕັມໃຈແບ່ງອາຫານໃຫ້ກັນຢ່າງມີຄວາມສຸກ 47 ພວກເຂົາຍ້ອງຍໍສັນລະເສີນພະເຈົ້າ ແລະຄົນທົ່ວໄປກໍພໍໃຈພວກເຂົາ. ໃນແຕ່ລະມື້ພະເຢໂຫວາໄດ້ເຮັດໃຫ້ຜູ້ຄົນເຂົ້າມາຮ່ວມກັບພວກເຂົາເພີ່ມຂຶ້ນເຊິ່ງຄົນເຫຼົ່ານີ້ຈະໄດ້ຮັບຄວາມລອດ.