ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ17 ມັງກອນ ໜ້າ 3-8
  • ‘ຂໍໃຫ້ວາງໃຈພະເຢໂຫວາແລະເຮັດຄວາມດີ’

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ‘ຂໍໃຫ້ວາງໃຈພະເຢໂຫວາແລະເຮັດຄວາມດີ’
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເມື່ອ​ຢູ່​ທ່າມກາງ​ຄວາມ​ຊົ່ວ​ຮ້າຍ
  • ເມື່ອ​ເຮົາ​ເຮັດ​ຜິດ
  • ໃນ​ສະຖານະການ​ອື່ນໆ
  • ເຈົ້າ​ຮູ້ຈັກ​ພະ​ເຢໂຫວາ​ດີ​ຄື​ກັບ​ໂນເອ ດານຽນ ແລະ​ໂຢບ​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ເຈົ້າສາມາດໄວ້ໃຈພີ່ນ້ອງໄດ້
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ໄວ້​ວາງໃຈ​ພະ​ເຢໂຫວາ​ສະເໝີ!
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ຮຽນ​ແບບ​ຄວາມ​ເຊື່ອ​ແລະ​ການ​ເຊື່ອ​ຟັງ​ຂອງ​ໂນເອ ດານຽນ ແລະ​ໂຢບ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
ຫ17 ມັງກອນ ໜ້າ 3-8
ໂນເອ​ປະກາດ​ກັບ​ຄົນ​ທີ່​ຊົ່ວ​ຮ້າຍ

‘ຂໍ​ໃຫ້​ວາງໃຈ​ພະ​ເຢໂຫວາ​ແລະ​ເຮັດ​ຄວາມ​ດີ’

‘ຂໍ​ໃຫ້​ວາງໃຈ​ພະ​ເຢໂຫວາ​ແລະ​ເຮັດ​ຄວາມ​ດີ . . . ແລະ​ເປັນ​ຄົນ​ສັດ​ຊື່.’—ຄຳເພງ 37:3, ລ.ມ.

ເພງ: 133, 63

ເຮົາ​ໄດ້​ບົດຮຽນ​ຫຍັງ​ກ່ຽວກັບ​ການ​ໄວ້​ວາງໃຈ​ພະເຢໂຫວາ​ຈາກ . . .

  • ໂນເອ?

  • ດາວິດ?

  • ຜູ້​ຮັບໃຊ້​ຄົນ​ອື່ນໆທີ່​ສັດ​ຊື່?

1. ພະ​ເຢໂຫວາ​ໄດ້​ສ້າງ​ມະນຸດ​ໃຫ້​ມີ​ຄວາມ​ສາມາດ​ພິເສດ​ໃນ​ເລື່ອງ​ໃດ​ແດ່?

ພະ​ເຢໂຫວາ​ໄດ້​ສ້າງ​ມະນຸດ​ໃຫ້​ມີ​ຄວາມ​ສາມາດ​ພິເສດ. ພະອົງ​ໃຫ້​ເຮົາ​ມີ​ຄວາມ​ສາມາດ​ທີ່​ຈະ​ຄິດ​ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ຮູ້ຈັກ​ແກ້ໄຂ​ບັນຫາ​ແລະ​ວາງ​ແຜນ​ສຳລັບ​ອະນາຄົດ. (ສຸພາສິດ 2:11) ພະອົງ​ໃຫ້​ເຮົາ​ມີ​ກຳລັງ​ເພື່ອ​ຈະ​ເຮັດ​ໃນ​ສິ່ງ​ທີ່​ວາງ​ແຜນ​ໄວ້​ແລະ​ບັນລຸ​ເປົ້າ​ໝາຍ​ນັ້ນ. (ຟີລິບ 2:13) ພະ​ເຢໂຫວາ​ຍັງ​ໃຫ້​ເຮົາ​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ ເຊິ່ງ​ເປັນ​ຄວາມ​ຮູ້ສຶກ​ກ່ຽວ​ກັບ​ສິ່ງ​ທີ່​ຖືກ​ແລະ​ຜິດ​ທີ່​ມີ​ຢູ່​ໃນ​ຕົວ​ເຮົາ. ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ຈະ​ຊ່ວຍ​ເຮົາ​ໃຫ້​ຫຼີກ​ລ່ຽງ​ການ​ເຮັດ​ຜິດ​ແລະ​ແກ້ໄຂ​ເຮົາ​ເມື່ອ​ເຮັດ​ຜິດ​ພາດ.—ໂລມ 2:15

2. ພະ​ເຢໂຫວາ​ຄາດ​ໝາຍ​ໃຫ້​ເຮົາ​ໃຊ້​ຄວາມ​ສາມາດ​ຂອງ​ເຮົາ​ແນວ​ໃດ?

2 ພະ​ເຢໂຫວາ​ຄາດ​ໝາຍ​ໃຫ້​ເຮົາ​ໃຊ້​ຄວາມ​ສາມາດ​ນີ້​ໃນ​ທາງ​ທີ່​ດີ. ຍ້ອນ​ຫຍັງ? ຍ້ອນ​ພະອົງ​ຮັກ​ເຮົາ​ແລະ​ຮູ້​ວ່າ​ເຮົາ​ຈະ​ມີ​ຄວາມ​ສຸກ​ເມື່ອ​ເຮົາ​ໃຊ້​ຂອງ​ຂວັນ​ນີ້​ທີ່​ມາ​ຈາກ​ພະອົງ. ຕົວຢ່າງ​ເຊັ່ນ: ຄຳພີ​ໄບເບິນ​ບອກ​ວ່າ: ‘ແຜນການ​ຂອງ​ຄົນ​ດຸ​ໝັ່ນ​ຈະ​ສຳເລັດ’ ແລະ ‘ບໍ່​ວ່າ​ເຈົ້າ​ຈະ​ເຮັດ​ອັນ​ໃດ​ກໍ​ໃຫ້​ເຮັດ​ສຸດ​ກຳລັງ.’ (ສຸພາສິດ 21:5, ລ.ມ.; ຜູ້​ເທສະໜາ​ປ່າວ​ປະກາດ 9:10, ລ.ມ.) ຄຳພີ​ໄບເບິນ​ຍັງ​ບອກ​ອີກ​ວ່າ: “ເມື່ອ​ພວກ​ເຮົາ​ມີ​ໂອກາດ ຈົ່ງ​ເຮັດ​ດີ​ແກ່​ທຸກ​ຄົນ” ແລະ “ໃຫ້​ໃຊ້​ຄວາມ​ສາມາດ​ຕາມ​ຂະໜາດ​ທີ່​ໄດ້​ຮັບ​ມາ​ເພື່ອ​ຮັບໃຊ້​ກັນ.” (ຄາລາຊີ 6:10, ທ.ປ.; 1 ເປໂຕ 4:10, ລ.ມ.) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ສິ່ງ​ທີ່​ເປັນ​ປະໂຫຍດ​ຕໍ່​ຕົວ​ເຮົາ​ແລະ​ຕໍ່​ຄົນ​ອື່ນ.

3. ມະນຸດ​ມີ​ຂີດ​ຈຳກັດ​ໃນ​ເລື່ອງ​ໃດ?

3 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ໃຊ້​ຄວາມ​ສາມາດ​ຂອງ​ເຮົາ ແຕ່​ພະອົງ​ກໍ​ຮູ້​ວ່າ​ເຮົາ​ມີ​ຂີດ​ຈຳກັດ. ຕົວຢ່າງ​ເຊັ່ນ: ເຮົາ​ບໍ່​ສາມາດ​ກຳຈັດ​ຄວາມ​ບໍ່​ສົມບູນ​ແບບ ບາບ ແລະ​ຄວາມ​ຕາຍ. (1 ກະສັດ 8:46) ນອກ​ຈາກ​ນັ້ນ ເຮົາ​ກໍ​ບໍ່​ສາມາດ​ຄວບຄຸມ​ຄົນ​ອື່ນ​ໄດ້ ເພາະ​ທຸກ​ຄົນ​ມີ​ອິດ​ສະຫຼະ​ທີ່​ຈະ​ເລືອກ​ດ້ວຍ​ຕົວ​ເອງ. ບໍ່​ວ່າ​ເຮົາ​ຈະ​ມີ​ຄວາມ​ຮູ້​ຫຼື​ປະສົບການ​ຫຼາຍ​ສ່ຳ​ໃດ​ກໍ​ຕາມ ແຕ່​ເຮົາ​ຈະ​ບໍ່​ເຄີຍ​ທຽບ​ເທົ່າ​ກັບ​ພະ​ເຢໂຫວາ.—ເອຊາອີ 55:9

ບັນຫາ​ຕ່າງໆ​ທີ່​ປະຊາຊົນ​ຂອງ​ພະ​ເຢໂຫວາ​ປະສົບ​ແລະ​ວິທີ​ທີ່​ດີ​ເຊິ່ງ​ເຂົາ​ເຈົ້າ​ຮັບ​ມື​ກັບ​ບັນຫາ​ເຫຼົ່າ​ນັ້ນ

ເມື່ອ​ມີ​ບັນຫາ “ໃຫ້​ວາງໃຈ​ພະ​ເຢໂຫວາ​ແລະ​ເຮັດ​ຄວາມ​ດີ”

4. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ຮຽນ​ເລື່ອງ​ຫຍັງ?

4 ເຮົາ​ຄວນ​ຍອມ​ໃຫ້​ພະ​ເຢໂຫວາ​ຊີ້​ນຳ​ເຮົາ​ສະເໝີ ໂດຍ​ໄວ້​ວາງໃຈ​ວ່າ​ພະອົງ​ຈະ​ຄ້ຳຈູນ​ແລະ​ເຮັດ​ເພື່ອ​ເຮົາ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ບໍ່​ໄດ້​ດ້ວຍ​ຕົວ​ເອງ. ແຕ່​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຄິດ​ເຖິງ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ແກ້ໄຂ​ບັນຫາ​ແລະ​ເພື່ອ​ຊ່ວຍ​ຄົນ​ອື່ນ. (ອ່ານ​ຄຳເພງ 37:3, ລ.ມ.) ເຮົາ​ຕ້ອງ ‘ວາງໃຈ​ພະ​ເຢໂຫວາ​ແລະ​ເຮັດ​ຄວາມ​ດີ’ ແລະ​ຕ້ອງ “ເປັນ​ຄົນ​ຊື່ສັດ.” ເຮົາ​ຈະ​ເຮັດ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ? ໃຫ້​ເຮົາ​ເບິ່ງ​ຕົວຢ່າງ​ຂອງ​ໂນເອ ດາວິດ ແລະ​ຜູ້​ຮັບໃຊ້​ຄົນ​ອື່ນໆທີ່​ສັດ​ຊື່​ເຊິ່ງ​ໄວ້​ວາງໃຈ​ພະ​ເຢໂຫວາ. ເຮົາ​ຈະ​ເຫັນ​ວ່າ​ມີ​ຫຼາຍ​ສິ່ງ​ທີ່​ຄົນ​ເຫຼົ່າ​ນີ້​ເຮັດ​ບໍ່​ໄດ້ ແຕ່​ເຂົາ​ເຈົ້າ​ກໍ​ເລືອກ​ຈົດຈໍ່​ໃນ​ສິ່ງ​ທີ່​ຕົວ​ເອງ​ເຮັດ​ໄດ້.

ເມື່ອ​ຢູ່​ທ່າມກາງ​ຄວາມ​ຊົ່ວ​ຮ້າຍ

5. ໃຫ້​ເວົ້າ​ເຖິງ​ສະພາບການ​ຂອງ​ໂນເອ.

5 ໂນເອ​ມີ​ຊີວິດ​ໃນ​ໂລກ​ທີ່ “ເຕັມ​ໄປ​ດ້ວຍ​ການ​ຫຍາບຊ້າ​ສາໂຫດ” ແລະ​ການ​ເຮັດ​ຜິດ​ສິນລະທຳ. (ຕົ້ນເດີມ 6:4, 9-13) ເຖິງ​ແມ່ນ​ຮູ້​ວ່າ​ໃນ​ທີ່​ສຸດ​ພະ​ເຢໂຫວາ​ຈະ​ທຳລາຍ​ໂລກ​ຊົ່ວ​ນັ້ນ ແຕ່​ໂນເອ​ຕ້ອງ​ເສົ້າໃຈ​ຫຼາຍ​ກັບ​ສິ່ງ​ທີ່​ຜູ້​ຄົນ​ກຳລັງ​ເຮັດ. ໃນ​ສະພາບການ​ແບບ​ນັ້ນ ໂນເອ​ສຳນຶກ​ວ່າ​ມີ​ສິ່ງ​ທີ່​ລາວ​ເຮັດ​ໄດ້.

ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ປະສົບ​ກັບ​ການ​ຕໍ່​ຕ້ານ​ເມື່ອ​ປະກາດ​ຕາມ​ບ້ານ​ເຮືອນ ແຕ່​ຕໍ່​ມາ​ກໍ​ມີ​ການ​ຕອບ​ຮັບ​ທີ່​ດີ​ເມື່ອ​ປະກາດ​ໃນ​ບ່ອນ​ສາທາລະນະ

ອຸປະສັກ​ໃນ​ການ​ປະກາດ (ເບິ່ງ​ຂໍ້ 6-9)

6, 7. (ກ) ສິ່ງ​ໃດ​ທີ່​ໂນເອ​ເຮັດ​ບໍ່​ໄດ້? (ຂ) ສະພາບການ​ຂອງ​ເຮົາ​ກັບ​ຂອງ​ໂນເອ​ຄ້າຍ​ຄື​ກັນ​ແນວ​ໃດ?

6 ສິ່ງ​ທີ່​ໂນເອ​ເຮັດ​ບໍ່​ໄດ້: ໂນເອ​ປະກາດ​ຢ່າງ​ສັດ​ຊື່​ກ່ຽວ​ກັບ​ຂ່າວ​ສານ​ທີ່​ເປັນ​ຄຳ​ເຕືອນ​ຂອງ​ພະ​ເຢໂຫວາ ແຕ່​ລາວ​ບໍ່​ສາມາດ​ທີ່​ຈະ​ບັງຄັບ​ຜູ້​ຄົນ​ໃຫ້​ຍອມ​ຮັບ​ເອົາ​ຄຳ​ເຕືອນ​ນັ້ນ. ນອກ​ຈາກ​ນັ້ນ ລາວ​ກໍ​ບໍ່​ສາມາດ​ເຮັດ​ໃຫ້​ນ້ຳ​ມາ​ຖ້ວມ​ໄວ​ກວ່າ​ກຳນົດ. ໂນເອ​ຕ້ອງ​ໄວ້​ວາງໃຈ​ວ່າ​ພະ​ເຢໂຫວາ​ຈະ​ຮັກສາ​ຄຳ​ສັນຍາ​ເລື່ອງ​ການ​ທຳລາຍ​ຄວາມ​ຊົ່ວ​ຮ້າຍ​ໃຫ້​ໝົດ​ໄປ ໂດຍ​ເຊື່ອ​ວ່າ​ພະອົງ​ຈະ​ເຮັດ​ເຊັ່ນ​ນັ້ນ​ໃນ​ເວລາ​ທີ່​ເໝາະ​ສົມ.—ຕົ້ນເດີມ 6:17

7 ເຮົາ​ກໍ​ມີ​ຊີວິດ​ຢູ່​ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວ​ຮ້າຍ​ຄື​ກັນ ເຊິ່ງ​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ທຳລາຍ. (1 ໂຢຮັນ 2:17) ແຕ່​ໃນ​ຕອນ​ນີ້ ເຮົາ​ບໍ່​ສາມາດ​ບັງຄັບ​ຜູ້​ຄົນ​ໃຫ້​ຍອມ​ຮັບ​ເອົາ “ຄຳ​ປະເສີດ​ນີ້​ແຫ່ງ​ແຜ່ນດິນ​ຂອງ​ພະເຈົ້າ” ເຊິ່ງ​ກໍ​ຄື​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ. ນອກ​ຈາກ​ນັ້ນ ເຮົາ​ກໍ​ບໍ່​ສາມາດ​ເຮັດ​ສິ່ງ​ໃດ​ໄດ້​ເລີຍ​ເພື່ອ​ໃຫ້ “ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່” ເລີ່ມ​ຕົ້ນ​ໄວ​ຂຶ້ນ. (ມັດທາຍ 24:14, 21, ລ.ມ.) ຄື​ກັບ​ໂນເອ ເຮົາ​ຕ້ອງ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ແລະ​ໄວ້​ວາງໃຈ​ວ່າ​ອີກ​ບໍ່​ດົນ​ພະເຈົ້າ​ຈະ​ທຳລາຍ​ຄວາມ​ຊົ່ວ​ຮ້າຍ​ທຸກ​ຢ່າງ. (ຄຳເພງ 37:10, 11) ເຮົາ​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ປ່ອຍ​ໃຫ້​ໂລກ​ຊົ່ວ​ນີ້​ຢູ່​ຕໍ່​ໄດ້​ອີກ​ແມ່ນ​ແຕ່​ມື້​ດຽວ.—ຫາບາກຸກ 2:3

ຄື​ກັບ​ໂນເອ ເຮົາ​ຕ້ອງ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ແລະ​ໄວ້​ວາງໃຈ​ວ່າ​ອີກ​ບໍ່​ດົນ​ພະເຈົ້າ​ຈະ​ທຳລາຍ​ຄວາມ​ຊົ່ວ​ຮ້າຍ​ທຸກ​ຢ່າງ

8. ໂນເອ​ຈົດຈໍ່​ໃນ​ສິ່ງ​ໃດ? (ເບິ່ງ​ຮູບ​ທຳອິດ)

8 ສິ່ງ​ທີ່​ໂນເອ​ເຮັດ​ໄດ້: ແທນ​ທີ່​ຈະ​ຍອມ​ແພ້​ຍ້ອນ​ສິ່ງ​ທີ່​ລາວ​ເຮັດ​ບໍ່​ໄດ້ ແຕ່​ໂນເອ​ຈົດຈໍ່​ໃນ​ສິ່ງ​ທີ່​ລາວ​ເຮັດ​ໄດ້. ໂນເອ​ປະກາດ​ຢ່າງ​ສັດ​ຊື່​ກ່ຽວ​ກັບ​ຂ່າວ​ສານ​ທີ່​ເປັນ​ຄຳ​ເຕືອນ​ຂອງ​ພະ​ເຢໂຫວາ. (2 ເປໂຕ 2:5) ການ​ເຮັດ​ວຽກ​ນີ້​ໄດ້​ຊ່ວຍ​ລາວ​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ. ນອກ​ຈາກ​ການ​ປະກາດ ລາວ​ຍັງ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ທີ່​ໃຫ້​ສ້າງ​ເຮືອ​ໃຫຍ່.—ອ່ານ​ເຫບເລີ 11:7

9. ເຮົາ​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ໂນເອ​ໄດ້​ແນວ​ໃດ?

9 ຄື​ກັບ​ໂນເອ ໃຫ້​ເຮົາ​ຫຍຸ້ງ​ຢູ່​ກັບ ‘ການ​ງານ​ຂອງ​ພະອົງ​ເຈົ້າ.’ (1 ໂກລິນໂທ 15:58) ຕົວຢ່າງ​ເຊັ່ນ: ເຮົາ​ອາດ​ຊ່ວຍ​ໃນ​ການ​ສ້າງ​ແລະ​ບຳລຸງ​ຮັກສາ​ຫໍ​ປະຊຸມ​ທ້ອງຖິ່ນ​ແລະ​ຫໍ​ປະຊຸມ​ໃຫຍ່ ເປັນ​ອາສາ​ສະໝັກ​ຢູ່​ການ​ປະຊຸມ​ໝວດ​ແລະ​ການ​ປະຊຸມ​ພາກ ຫຼື​ເຮັດ​ວຽກ​ຢູ່​ສຳນັກງານ​ສາຂາ ຫຼື​ສຳນັກງານ​ແປ. ສິ່ງ​ສຳຄັນ​ທີ່​ສຸດ ໃຫ້​ເຮົາ​ຫຍຸ້ງ​ຢູ່​ກັບ​ວຽກ​ປະກາດ ເຊິ່ງ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ຄວາມ​ຫວັງ​ຂອງ​ເຮົາ​ສຳລັບ​ອະນາຄົດ​ເຂັ້ມແຂງ​ຂຶ້ນ. ພີ່​ນ້ອງ​ຍິງ​ທີ່​ສັດ​ຊື່​ຄົນ​ໜຶ່ງ​ເວົ້າ​ວ່າ: ເມື່ອ​ລົມ​ກັບ​ຜູ້​ຄົນ​ກ່ຽວ​ກັບ​ພະ​ພອນ​ຕ່າງໆທີ່​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ເຮັດ​ໃນ​ອະນາຄົດ ລາວ​ສຳນຶກ​ວ່າ​ຄົນ​ເຫຼົ່າ​ນັ້ນ​ບໍ່​ມີ​ຄວາມ​ຫວັງ​ຫຍັງ​ເລີຍ​ແລະ​ເຂົາ​ເຈົ້າ​ເຫັນ​ວ່າ​ບັນຫາ​ຂອງ​ຕົວ​ເອງ​ຈະ​ຢູ່​ຕະຫຼອດ​ໄປ. ດັ່ງ​ທີ່​ພີ່​ນ້ອງ​ຄົນ​ນີ້​ເວົ້າ ເຮົາ​ມີ​ຄວາມ​ຫວັງ​ແລະ​ມັນ​ຈະ​ເຂັ້ມແຂງ​ຂຶ້ນ​ເມື່ອ​ເຮົາ​ບອກ​ຄົນ​ອື່ນ. ຄວາມ​ຫວັງ​ນີ້​ຊ່ວຍ​ເຮົາ​ໃຫ້​ແລ່ນ​ແຂ່ງ​ຕໍ່ໆໄປ​ເພື່ອ​ຊີວິດ!—1 ໂກລິນໂທ 9:24

ເມື່ອ​ເຮົາ​ເຮັດ​ຜິດ

10. ໃຫ້​ເລົ່າ​ເຖິງ​ສະພາບການ​ຂອງ​ດາວິດ.

10 ກະສັດ​ດາວິດ​ເປັນ​ຄົນ​ສັດ​ຊື່ ແລະ​ພະ​ເຢໂຫວາ​ກໍ​ຮັກ​ລາວ​ຫຼາຍ. (ກິດຈະການ 13:22) ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ດາວິດ​ໄດ້​ເຮັດ​ຜິດ​ຮ້າຍແຮງ​ໂດຍ​ມີ​ເພດ​ສຳພັນ​ກັບ​ບາດເຊບາ. ຍິ່ງ​ໄປ​ກວ່າ​ນັ້ນ ລາວ​ພະຍາຍາມ​ປົກ​ປິດ​ຄວາມ​ຜິດ​ນັ້ນ​ໂດຍ​ວາງ​ແຜນ​ໃຫ້​ອຶລີ​ທີ່​ເປັນ​ຜົວ​ຂອງ​ບາດເຊບາ​ຖືກ​ຂ້າ​ໃນ​ສົງຄາມ. ດາວິດ​ເຖິງ​ຂັ້ນ​ໃຫ້​ອຶລີ​ເປັນ​ຜູ້​ນຳ​ສົ່ງ​ຈົດ​ໝາຍ​ທີ່​ມີ​ຄຳ​ສັ່ງ​ໃຫ້​ຂ້າ​ອຶລີ​ເອງ! (2 ຊາເມືອນ 11:1-21) ໃນ​ທີ່​ສຸດ ຄວາມ​ຜິດ​ຂອງ​ດາວິດ​ກໍ​ຖືກ​ເປີດ​ເຜີຍ. (ມາລະໂກ 4:22) ເມື່ອ​ເປັນ​ແບບ​ນັ້ນ ລາວ​ເຮັດ​ແນວ​ໃດ?

ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ນັ່ງ​ຢູ່​ເທິງ​ຕຽງ ວຸ່ນວາຍ​ໃຈ​ຍ້ອນ​ໄດ້​ເຮັດ​ຜິດ ແຕ່​ຕໍ່​ມາ​ລາວ​ໄດ້​ໄປ​ຫາ​ຜູ້​ເຖົ້າ​ແກ່​ສອງ​ຄົນ

ຄວາມ​ຜິດ​ໃນ​ອະດີດ (ເບິ່ງ​ຂໍ້ 11-14)

11, 12. (ກ) ຫຼັງ​ຈາກ​ເຮັດ​ຜິດ ສິ່ງ​ໃດ​ທີ່​ດາວິດ​ເຮັດ​ບໍ່​ໄດ້? (ຂ) ຖ້າ​ເຮົາ​ກັບ​ໃຈ ພະ​ເຢໂຫວາ​ຈະ​ເຮັດ​ຫຍັງ​ເພື່ອ​ເຮົາ?

11 ສິ່ງ​ທີ່​ດາວິດ​ເຮັດ​ບໍ່​ໄດ້: ດາວິດ​ບໍ່​ສາມາດ​ປ່ຽນ​ແປງ​ສິ່ງ​ທີ່​ລາວ​ໄດ້​ເຮັດ. ທີ່​ຈິງ​ໃນ​ຕະຫຼອດ​ຊີວິດ​ຂອງ​ດາວິດ ລາວ​ຈະ​ປະສົບ​ກັບ​ຄວາມ​ເສຍຫາຍ​ຫຼາຍ​ຢ່າງ​ທີ່​ເກີດ​ຈາກ​ຄວາມ​ຜິດ​ນັ້ນ. (2 ຊາເມືອນ 12:10-12, 14) ດັ່ງ​ນັ້ນ ດາວິດ​ຕ້ອງ​ມີ​ຄວາມ​ເຊື່ອ. ລາວ​ຕ້ອງ​ໄວ້​ວາງໃຈ​ວ່າ​ເມື່ອ​ກັບ​ໃຈ​ຢ່າງ​ແທ້​ຈິງ ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ລາວ​ແລະ​ຊ່ວຍ​ລາວ​ໃຫ້​ອົດ​ທົນ​ກັບ​ຜົນ​ເສຍຫາຍ​ຕ່າງໆຈາກ​ການ​ກະທຳ​ນັ້ນ.

12 ຍ້ອນ​ເຮົາ​ທຸກ​ຄົນ​ບໍ່​ສົມບູນ​ແບບ ດັ່ງ​ນັ້ນ ເຮົາ​ຈຶ່ງ​ເຮັດ​ຜິດ. ແຕ່​ຄວາມ​ຜິດ​ພາດ​ບາງ​ເລື່ອງ​ກໍ​ອາດ​ຮ້າຍແຮງ​ກວ່າ​ເລື່ອງ​ອື່ນ ແລະ​ໃນ​ບາງ​ກໍລະນີ​ເຮົາ​ອາດ​ບໍ່​ສາມາດ​ປ່ຽນ​ແປງ​ຄວາມ​ຜິດ​ພາດ​ນັ້ນ​ໄດ້. ເຮົາ​ກໍ​ເຊັ່ນ​ກັນ​ອາດ​ຕ້ອງ​ປະສົບ​ກັບ​ຄວາມ​ເສຍຫາຍ​ທີ່​ເກີດ​ຈາກ​ການ​ກະທຳ​ຂອງ​ເຮົາ. (ຄາລາຊີ 6:7) ແຕ່​ເຮົາ​ໄວ້​ວາງໃຈ​ໃນ​ຄຳ​ສັນຍາ​ຂອງ​ພະເຈົ້າ​ທີ່​ວ່າ ຖ້າ​ເຮົາ​ກັບ​ໃຈ ພະອົງ​ຈະ​ຄ້ຳຈູນ​ເຮົາ​ໃນ​ເວລາ​ທີ່​ຍາກ​ລຳບາກ ເຖິງ​ວ່າ​ຄວາມ​ຫຍຸ້ງຍາກ​ເຫຼົ່າ​ນັ້ນ​ເກີດ​ຈາກ​ຄວາມ​ຜິດ​ຂອງ​ເຮົາ​ເອງ.—ອ່ານ​ເອຊາອີ 1:18, 19; ກິດຈະການ 3:19

13. ດາວິດ​ຟື້ນຟູ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ແນວ​ໃດ?

13 ສິ່ງ​ທີ່​ດາວິດ​ເຮັດ​ໄດ້: ດາວິດ​ຢາກ​ຟື້ນຟູ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ. ລາວ​ຈະ​ເຮັດ​ແນວ​ໃດ? ດາວິດ​ຍອມ​ໃຫ້​ພະ​ເຢໂຫວາ​ຊ່ວຍ. ຕົວຢ່າງ​ເຊັ່ນ: ລາວ​ຍອມ​ຮັບ​ການ​ແກ້ໄຂ​ຈາກ​ຜູ້​ພະຍາກອນ​ນາທານ. (2 ຊາເມືອນ 12:13) ນອກ​ຈາກ​ນັ້ນ ລາວ​ຍັງ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ແລະ​ສາລະພາບ​ຄວາມ​ຜິດ​ກັບ​ພະອົງ ໂດຍ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ຕ້ອງການ​ແທ້ໆທີ່​ຈະ​ໄດ້​ຮັບ​ຄວາມ​ພໍ​ໃຈ​ຈາກ​ພະອົງ​ອີກ​ຄັ້ງ​ໜຶ່ງ. (ຄຳເພງ 51:1-17) ແທນ​ທີ່​ຈະ​ຈົມ​ຢູ່​ກັບ​ຄວາມ​ຮູ້ສຶກ​ຜິດ ດາວິດ​ຮຽນ​ຮູ້​ຈາກ​ຄວາມ​ຜິດ​ພາດ​ຂອງ​ຕົວ​ເອງ. ລາວ​ບໍ່​ໄດ້​ເຮັດ​ຜິດ​ຮ້າຍແຮງ​ແບບ​ນັ້ນ​ຊ້ຳ​ອີກ. ຫຼາຍ​ປີ​ຕໍ່​ມາ ລາວ​ຕາຍ​ດ້ວຍ​ຄວາມ​ສັດ​ຊື່ ແລະ​ນັ້ນ​ເປັນ​ສິ່ງ​ທີ່​ພະ​ເຢໂຫວາ​ຈົດ​ຈຳ​ລາວ.—ເຫບເລີ 11:32-34

14. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ດາວິດ?

14 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ດາວິດ? ຖ້າ​ເຮົາ​ເຮັດ​ຜິດ​ຮ້າຍແຮງ ເຮົາ​ຕ້ອງ​ກັບ​ໃຈ​ຢ່າງ​ແທ້​ຈິງ ສາລະພາບ​ຄວາມ​ຜິດ​ກັບ​ພະ​ເຢໂຫວາ ແລະ​ຂໍ​ພະອົງ​ໃຫ້​ອະໄພ​ເຮົາ. (1 ໂຢຮັນ 1:9) ເຮົາ​ຍັງ​ຕ້ອງ​ບອກ​ຜູ້​ເຖົ້າ​ແກ່ ເພາະ​ເຂົາ​ເຈົ້າ​ສາມາດ​ຊ່ວຍ​ເຮົາ​ໃຫ້​ຟື້ນຟູ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ໄດ້. (ອ່ານ​ຢາໂກໂບ 5:14-16) ເມື່ອ​ເຮົາ​ຍອມ​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ນັ້ນ​ກໍ​ສະແດງ​ວ່າ​ເຮົາ​ໄວ້​ວາງໃຈ​ໃນ​ຄຳ​ສັນຍາ​ຂອງ​ພະອົງ​ທີ່​ຈະ​ໃຫ້​ອະໄພ​ເຮົາ. ນອກ​ຈາກ​ນັ້ນ ເຮົາ​ຕ້ອງ​ຮຽນ​ຮູ້​ຈາກ​ຄວາມ​ຜິດ​ພາດ​ຂອງ​ຕົວ​ເອງ​ແລະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ​ດ້ວຍ​ຄວາມ​ໝັ້ນ​ໃຈ.—ເຫບເລີ 12:12, 13

ໃນ​ສະຖານະການ​ອື່ນໆ

ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໃສ່​ອົກ​ຊີ​ແລະ​ນັ່ງ​ຢູ່​ຄົນ​ດຽວ ແຕ່​ຕໍ່​ມາ​ກໍ​ໄປ​ການ​ປະຊຸມ​ກັບ​ພີ່​ນ້ອງ​ຍິງ​ໜຸ່ມ​ຄົນ​ໜຶ່ງ

ບັນຫາ​ສຸຂະພາບ (ເບິ່ງ​ຂໍ້ 15))

15. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ອານາ?

15 ເຈົ້າ​ອາດ​ຄິດ​ເຖິງ​ຜູ້​ຮັບໃຊ້​ຄົນ​ອື່ນໆທີ່​ສັດ​ຊື່​ເຊິ່ງ​ໄວ້​ວາງໃຈ​ພະ​ເຢໂຫວາ​ໂດຍ​ເຮັດ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ໄດ້​ໃນ​ສະພາບການ​ທີ່​ຫຍຸ້ງຍາກ. ຕົວຢ່າງ​ເຊັ່ນ: ມີ​ໄລຍະ​ໜຶ່ງ​ທີ່​ອານາ​ເປັນ​ໝັນ. ລາວ​ບໍ່​ສາມາດ​ປ່ຽນ​ແປງ​ສະພາບການ​ນັ້ນ ແຕ່​ກໍ​ໄວ້​ວາງໃຈ​ວ່າ​ພະ​ເຢໂຫວາ​ຈະ​ປອບ​ໂຍນ​ລາວ. ດັ່ງ​ນັ້ນ ອານາ​ຈຶ່ງ​ໄປ​ນະມັດສະການ​ຢູ່​ວິຫານ​ຕໍ່​ໄປ ແລະ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ໂດຍ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະອົງ. (1 ຊາເມືອນ 1:9-11) ນັ້ນ​ເປັນ​ຕົວຢ່າງ​ທີ່​ດີ​ສຳລັບ​ເຮົາ! ເມື່ອ​ເຮົາ​ມີ​ບັນຫາ​ສຸຂະພາບ​ຫຼື​ມີ​ຄວາມ​ຫຍຸ້ງຍາກ​ອື່ນໆທີ່​ເຮົາ​ບໍ່​ສາມາດ​ປ່ຽນ​ແປງ​ໄດ້ ໃຫ້​ເຮົາ​ຝາກ​ຄວາມ​ອຸກ​ໃຈ​ໄວ້​ກັບ​ພະ​ເຢໂຫວາ​ແລະ​ໝັ້ນ​ໃຈ​ວ່າ​ພະອົງ​ຫ່ວງໃຍ​ເຮົາ. (1 ເປໂຕ 5:6, 7) ນອກ​ຈາກ​ນັ້ນ ໃຫ້​ເຮົາ​ເຮັດ​ໃນ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຈະ​ຮັບ​ປະໂຫຍດ​ຈາກ​ການ​ປະຊຸມ​ຕ່າງໆຂອງ​ຄລິດສະຕຽນ​ແລະ​ລາຍການ​ອື່ນໆທີ່​ອົງການ​ຂອງ​ພະ​ເຢໂຫວາ​ຈັດ​ຕຽມ​ໃຫ້​ເຮົາ.—ເຫບເລີ 10:24, 25

ອານາ​ໄວ້​ວາງໃຈ​ພະ​ເຢໂຫວາ ດັ່ງ​ນັ້ນ ລາວ​ຈຶ່ງ​ໄປ​ນະມັດສະການ​ຢູ່​ວິຫານ​ຕໍ່​ໄປ​ແລະ​ອະທິດຖານ

ພໍ່​ແມ່​ເສຍໃຈ​ເມື່ອ​ລູກ​ຊາຍ​ທີ່​ຫຼົງ​ຜິດ​ອອກ​ຈາກ​ເຮືອນ ແຕ່​ທັງ​ສອງ​ຍັງ​ເຮັດ​ການ​ນະມັດສະການ​ຄອບຄົວ​ຕໍ່​ໄປ

ລູກ​ເຊົາ​ຮັບໃຊ້​ພະ​ເຢໂຫວາ (ເບິ່ງ​ຂໍ້ 16)

16. ພໍ່​ແມ່​ໄດ້​ບົດຮຽນ​ຫຍັງ​ຈາກ​ຊາເມືອນ?

16 ສຳລັບ​ພໍ່​ແມ່​ທີ່​ເປັນ​ທີ່​ສັດ​ຊື່​ເດ​ເຊິ່ງ​ລູກ​ຂອງ​ເຂົາ​ເຈົ້າ​ເຊົາ​ຮັບໃຊ້​ພະ​ເຢໂຫວາ? ຜູ້​ພະຍາກອນ​ຊາເມືອນ​ບໍ່​ສາມາດ​ບັງຄັບ​ລູກ​ຊາຍ​ທີ່​ໃຫຍ່​ແລ້ວ​ໃຫ້​ຮັກສາ​ຄວາມ​ພັກດີ​ຕໍ່​ພະເຈົ້າ. (1 ຊາເມືອນ 8:1-3) ລາວ​ຕ້ອງ​ຝາກ​ເລື່ອງ​ນັ້ນ​ໄວ້​ກັບ​ພະ​ເຢໂຫວາ. ແຕ່​ຊາເມືອນ​ກໍ​ເຮັດ​ໃນ​ສິ່ງ​ທີ່​ລາວ​ເຮັດ​ໄດ້​ເພື່ອ​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ແລະ​ເພື່ອ​ເຮັດ​ໃຫ້​ພະອົງ​ພໍ​ໃຈ. (ສຸພາສິດ 27:11) ໃນ​ທຸກ​ມື້​ນີ້ ພໍ່​ແມ່​ຫຼາຍ​ຄົນ​ຕົກ​ຢູ່​ໃນ​ສະພາບການ​ຄ້າຍ​ຄື​ກັບ​ຊາເມືອນ. ແຕ່​ເຂົາ​ເຈົ້າ​ໄວ້​ວາງໃຈ​ວ່າ ຄື​ກັບ​ຜູ້​ເປັນ​ພໍ່​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຍຊູ​ເລື່ອງ​ລູກ​ໂຖງ ພະ​ເຢໂຫວາ​ກໍ​ຢູ່​ພ້ອມ​ສະເໝີ​ທີ່​ຈະ​ຕ້ອນຮັບ​ການ​ກັບ​ຄືນ​ມາ​ຂອງ​ຄົນ​ເຮັດ​ຜິດ​ທີ່​ກັບ​ໃຈ. (ລືກາ 15:20) ໃນ​ຂະນະ​ທີ່​ລໍ​ຖ້າ ພໍ່​ແມ່​ສາມາດ​ຈົດຈໍ່​ຢູ່​ກັບ​ການ​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ ແລະ​ຫວັງ​ວ່າ​ຕົວຢ່າງ​ຂອງ​ເຂົາ​ເຈົ້າ​ຈະ​ກະຕຸ້ນ​ລູກ​ໃຫ້​ກັບ​ມາ​ຫາ​ພະອົງ.

ພີ່​ນ້ອງ​ຍິງ​ສູງ​ອາຍຸ​ຄົນ​ໜຶ່ງ​ເປີດ​ເບິ່ງ​ຕູ້​ເຢັນ​ທີ່​ເປົ່າ ແຕ່​ຕໍ່​ມາ​ລາວ​ໄດ້​ບໍລິຈາກ​ເງິນ​ສຳລັບ​ວຽກ​ລາຊະອານາຈັກ

ບັນຫາ​ເລື່ອງ​ເງິນ (ເບິ່ງ​ຂໍ້ 17)

17. ເປັນ​ຫຍັງ​ຕົວຢ່າງ​ຂອງ​ຍິງ​ໝ້າຍ​ທີ່​ທຸກ​ຍາກ​ຈຶ່ງ​ໃຫ້​ກຳລັງ​ໃຈ​ເຮົາ?

17 ຕົວຢ່າງ​ທີ່​ດີ​ອີກ​ຄົນ​ໜຶ່ງ​ແມ່ນ​ຍິງ​ໝ້າຍ​ທີ່​ທຸກ​ຍາກ​ເຊິ່ງ​ມີ​ຊີວິດ​ໃນ​ສະໄໝ​ຂອງ​ພະ​ເຍຊູ. (ອ່ານ​ລືກາ 21:1-4) ລາວ​ເຮັດ​ຫຍັງ​ບໍ່​ໄດ້​ກ່ຽວ​ກັບ​ການ​ສໍ້​ໂກງ​ຢູ່​ວິຫານ ແລະ​ລາວ​ກໍ​ບໍ່​ສາມາດ​ປ່ຽນ​ແປງ​ຄວາມ​ຈິງ​ທີ່​ວ່າ​ລາວ​ທຸກ​ຍາກ. (ມັດທາຍ 21:12, 13) ແຕ່​ຄວາມ​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ​ກະຕຸ້ນ​ລາວ​ໃຫ້​ສະໜັບສະໜູນ​ການ​ນະມັດສະການ​ແທ້. ລາວ​ເປັນ​ຄົນ​ໃຈ​ກວ້າງ​ແລະ​ໄດ້​ປ່ອນ “2 ລົດ” ເຊິ່ງ​ກໍ​ຄື​ເງິນ​ຫຼຽນ​ນ້ອຍໆ 2 ຫຼຽນ​ໃສ່​ໃນ​ກ່ອງ​ບໍລິຈາກ ແລະ​ນັ້ນ​ເປັນ​ເງິນ​ທັງ​ໝົດ​ທີ່​ລາວ​ມີ. ຍິງ​ທີ່​ສັດ​ຊື່​ຄົນ​ນີ້​ໄດ້​ສະແດງ​ຄວາມ​ໄວ້​ວາງໃຈ​ຢ່າງ​ເຕັມທີ​ໃນ​ພະ​ເຢໂຫວາ. ລາວ​ຮູ້​ວ່າ​ຖ້າ​ລາວ​ໃຫ້​ການ​ຮັບໃຊ້​ພະ​ເຢໂຫວາ​ຢູ່​ໃນ​ອັນ​ດັບ​ທຳອິດ ພະອົງ​ຈະ​ຈັດ​ໃຫ້​ລາວ​ມີ​ສິ່ງ​ຈຳເປັນ. ຄ້າຍ​ຄື​ກັນ ເຮົາ​ກໍ​ໄວ້​ວາງໃຈ​ວ່າ​ຖ້າ​ເຮົາ​ໃຫ້​ລາຊະອານາຈັກ​ຂອງ​ພະເຈົ້າ​ຢູ່​ໃນ​ອັນ​ດັບ​ທຳອິດ ພະອົງ​ຈະ​ຈັດ​ໃຫ້​ເຮົາ​ມີ​ສິ່ງ​ທີ່​ຈຳເປັນ.—ມັດທາຍ 6:33

18. ໃຫ້​ເລົ່າ​ເລື່ອງ​ຂອງ​ພີ່​ນ້ອງ​ຄົນ​ໜຶ່ງ​ທີ່​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ.

18 ໃນ​ທຸກ​ມື້​ນີ້​ພີ່​ນ້ອງ​ຊາຍ​ຍິງ​ກໍ​ສະແດງ​ຄວາມ​ໄວ້​ວາງໃຈ​ທີ່​ຄ້າຍ​ກັນ​ນີ້​ໃນ​ພະ​ເຢໂຫວາ ໂດຍ​ຈົດຈໍ່​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ໄດ້ ບໍ່​ແມ່ນ​ໃນ​ສິ່ງ​ທີ່​ເຮັດ​ບໍ່​ໄດ້. ຂໍ​ໃຫ້​ເບິ່ງ​ເລື່ອງ​ຂອງ​ພີ່​ນ້ອງ​ແມນຄອມ ເຊິ່ງ​ຮັກສາ​ຄວາມ​ສັດ​ຊື່​ຈົນ​ສິ້ນ​ຊີວິດ​ໃນ​ປີ 2015. ໃນ​ເວລາ​ຫຼາຍ​ປີ​ທີ່​ເພິ່ນ​ກັບ​ເມຍ​ຮັບໃຊ້​ພະ​ເຢໂຫວາ ທັງ​ສອງ​ມີ​ທັງ​ເວລາ​ທີ່​ສະດວກ​ສະບາຍ​ແລະ​ເວລາ​ທີ່​ຫຍຸ້ງຍາກ. ພີ່​ນ້ອງ​ແມນຄອມ​ເວົ້າ​ວ່າ: “ຊີວິດ​ເປັນ​ສິ່ງ​ທີ່​ຄາດ​ເດົາ​ບໍ່​ໄດ້ ບໍ່​ແນ່ນອນ ແລະ​ຮັບ​ມື​ໄດ້​ຍາກ​ນຳ​ອີກ. ແຕ່​ພະ​ເຢໂຫວາ​ອວຍ​ພອນ​ຄົນ​ທີ່​ເພິ່ງ​ພະອົງ.” ເພິ່ນ​ແນະນຳ​ແນວ​ໃດ? “ເຮົາ​ຄວນ​ອະທິດຖານ​ຂໍ​ໃຫ້​ເຮົາ​ເກີດ​ຜົນ​ແລະ​ດຸ​ໝັ່ນ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ເທົ່າ​ທີ່​ເຮົາ​ຈະ​ເຮັດ​ໄດ້. ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້ ບໍ່​ແມ່ນ​ສິ່ງ​ທີ່​ເຮັດ​ບໍ່​ໄດ້.”a—ເບິ່ງ​ໄຂ​ເງື່ອນ

19. (ກ) ເປັນ​ຫຍັງ​ຂໍ້​ພະ​ຄຳພີ​ປະຈຳ​ປີ 2017 ຈຶ່ງ​ເປັນ​ຂໍ້​ທີ່​ດີ? (ຂ) ເຈົ້າ​ຈະ​ໃຊ້​ພະ​ຄຳພີ​ຂໍ້​ນີ້​ແນວ​ໃດ​ໃນ​ຊີວິດ​ຂອງ​ເຈົ້າ?

19 ໂລກ​ຊົ່ວ​ນີ້​ກຳລັງ ‘ຊົ່ວ​ຮ້າຍ​ມາກ​ຂຶ້ນ’ ດັ່ງ​ນັ້ນ ເຮົາ​ຈຶ່ງ​ຄາດ​ໝາຍ​ໄດ້​ວ່າ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຂຶ້ນ​ເລື້ອຍໆ. (2 ຕີໂມເຕ 3:1, 13) ເປັນ​ສິ່ງ​ສຳຄັນ​ຫຼາຍ​ກວ່າ​ທີ່​ຜ່ານ​ມາ​ທີ່​ເຮົາ​ຈະ​ບໍ່​ຈົມ​ຢູ່​ກັບ​ຄວາມ​ຫຍຸ້ງຍາກ​ຕ່າງໆ. ແຕ່​ເຮົາ​ຕ້ອງ​ໄວ້​ວາງໃຈ​ຢ່າງ​ໜັກແໜ້ນ​ໃນ​ພະ​ເຢໂຫວາ​ແລະ​ຈົດຈໍ່​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້. ດ້ວຍ​ເຫດ​ນີ້​ຂໍ້​ພະ​ຄຳພີ​ປະຈຳ​ປີ 2017 ຈຶ່ງ​ເປັນ​ຂໍ້​ທີ່​ດີ​ເຊິ່ງ​ບອກ​ວ່າ: ‘ຂໍ​ໃຫ້​ວາງໃຈ​ພະ​ເຢໂຫວາ​ແລະ​ເຮັດ​ຄວາມ​ດີ’!—ຄຳເພງ 37:3, ລ.ມ.

a ໃຫ້​ເບິ່ງ​ຫໍສັງເກດການ 15 ຕຸລາ 2013 ໜ້າ 17-20 (ພາສາ​ໄທ).

ຂໍ້​ພະ​ຄຳພີ​ປະຈຳ​ປີ 2017: ‘ຂໍ​ໃຫ້​ວາງໃຈ​ພະ​ເຢໂຫວາ​ແລະ​ເຮັດ​ຄວາມ​ດີ . . . ແລະ​ເປັນ​ຄົນ​ສັດ​ຊື່.’—ຄຳເພງ 37:3, ລ.ມ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌