ຂ່າວດີທີ່ຂຽນໂດຍໂຢຮັນ
3 ມີຜູ້ນຳຄົນຢິວຄົນໜຶ່ງເປັນຟາຣີຊາຍຊື່ນີໂກເດມ.+ 2 ລາວມາຫາພະເຢຊູຕອນກາງຄືນ+ແລະເວົ້າວ່າ: “ອາຈານ+ ພວກເຮົາຮູ້ວ່າທ່ານເປັນຄູທີ່ພະເຈົ້າສົ່ງມາ ຍ້ອນບໍ່ມີຜູ້ໃດເຮັດການອັດສະຈັນ+ແບບທ່ານໄດ້ຖ້າບໍ່ໄດ້ຮັບອຳນາດຈາກພະເຈົ້າ.”+ 3 ພະເຢຊູເວົ້າກັບລາວວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຖ້າຜູ້ໃດບໍ່ເກີດໃໝ່*+ ຜູ້ນັ້ນຈະເຫັນການປົກຄອງຂອງພະເຈົ້າບໍ່ໄດ້.”+ 4 ນີໂກເດມຖາມເພິ່ນວ່າ: “ຜູ້ເຖົ້າຈະເກີດໃໝ່ໄດ້ແນວໃດ? ຈະໃຫ້ເຂົ້າໄປໃນທ້ອງແມ່ແລ້ວເກີດອອກມາເປັນເທື່ອທີ 2 ໄດ້ບໍ?” 5 ພະເຢຊູຕອບວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ໃດທີ່ບໍ່ໄດ້ເກີດໂດຍຮັບບັບເຕມາໃນນ້ຳ+ແລະໂດຍຮັບພະລັງຂອງພະເຈົ້າ*+ ຜູ້ນັ້ນຈະມີສ່ວນໃນການປົກຄອງຂອງເພິ່ນບໍ່ໄດ້. 6 ຄົນທີ່ເກີດຈາກພໍ່ແມ່ທີ່ເປັນມະນຸດກໍເປັນລູກຂອງມະນຸດ ແຕ່ຄົນທີ່ເກີດຈາກພະລັງຂອງພະເຈົ້າກໍເປັນລູກຂອງພະເຈົ້າ. 7 ບໍ່ຕ້ອງແປກໃຈທີ່ຂ້ອຍບອກວ່າ ພວກເຈົ້າຈະຕ້ອງເກີດໃໝ່. 8 ລົມຢາກພັດໄປທາງໃດ ມັນກໍພັດໄປທາງນັ້ນ. ເຈົ້າໄດ້ຍິນສຽງລົມ ແຕ່ບໍ່ຮູ້ວ່າມັນພັດມາແຕ່ໃສແລະຈະໄປທາງໃດ. ທຸກຄົນທີ່ເກີດຈາກພະລັງຂອງພະເຈົ້າກໍເປັນແບບນັ້ນຄືກັນ.”+
9 ນີໂກເດມຈຶ່ງຖາມພະເຢຊູວ່າ: “ເລື່ອງນີ້ຈະເປັນໄປໄດ້ແນວໃດ?” 10 ເພິ່ນຕອບວ່າ: “ເຈົ້າເປັນອາຈານສອນຄົນອິດສະຣາເອນ ແຕ່ເປັນຫຍັງບໍ່ເຂົ້າໃຈເລື່ອງນີ້? 11 ຂ້ອຍຈະບອກໃຫ້ຮູ້ວ່າ ພວກເຮົາເວົ້າສິ່ງທີ່ຮູ້ສິ່ງທີ່ເຫັນມາ ແຕ່ພວກເຈົ້າບໍ່ເຊື່ອຄຳເວົ້າຂອງພວກເຮົາ. 12 ຂ້ອຍເລົ່າເລື່ອງທີ່ກ່ຽວກັບໂລກ ພວກເຈົ້າກໍຍັງບໍ່ເຊື່ອ ຖ້າຂ້ອຍເລົ່າເລື່ອງກ່ຽວກັບສະຫວັນ ພວກເຈົ້າຊິເຊື່ອບໍ? 13 ບໍ່ມີຜູ້ໃດເຄີຍຂຶ້ນໄປສະຫວັນ+ ນອກຈາກຜູ້ທີ່ລົງມາຈາກສະຫວັນ+ເຊິ່ງກໍແມ່ນລູກມະນຸດ. 14 ໂມເຊຍົກງູຂຶ້ນແຂວນໄວ້ໃນບ່ອນກັນດານແນວໃດ+ ລູກມະນຸດກໍຈະຖືກຍົກຂຶ້ນແຂວນໄວ້ຄືກັນ+ 15 ເພື່ອທຸກຄົນທີ່ເຊື່ອໃນເພິ່ນຈະມີຊີວິດຕະຫຼອດໄປ.+
16 ພະເຈົ້າຮັກຄົນໃນໂລກ*ຫຼາຍ ຈົນເຖິງຂັ້ນຍອມສະລະລູກຄົນດຽວຂອງເພິ່ນ*+ ເພື່ອທຸກຄົນທີ່ສະແດງຄວາມເຊື່ອໃນຜູ້ນັ້ນຈະບໍ່ຖືກທຳລາຍ ແຕ່ຈະມີຊີວິດຕະຫຼອດໄປ.+ 17 ພະເຈົ້າບໍ່ໄດ້ສົ່ງລູກຂອງເພິ່ນມາໂລກນີ້ເພື່ອໃຫ້ຕັດສິນລົງໂທດຄົນໃນໂລກ ແຕ່ສົ່ງມາເພື່ອຊ່ວຍຄົນໃນໂລກໃຫ້ລອດ.+ 18 ຄົນທີ່ສະແດງຄວາມເຊື່ອໃນຜູ້ນັ້ນຈະບໍ່ຖືກຕັດສິນລົງໂທດ+ ສ່ວນຄົນທີ່ບໍ່ສະແດງຄວາມເຊື່ອກໍຖືກຕັດສິນລົງໂທດຢູ່ແລ້ວ ຍ້ອນລາວບໍ່ໄດ້ສະແດງຄວາມເຊື່ອໃນຊື່ຂອງລູກຄົນດຽວຂອງພະເຈົ້າ.+ 19 ຫຼັກໃນການຕັດສິນລົງໂທດແມ່ນ ຄວາມສະຫວ່າງເຂົ້າມາໃນໂລກແລ້ວ+ ແຕ່ມະນຸດພັດຮັກຄວາມມືດແທນທີ່ຈະຮັກຄວາມສະຫວ່າງຍ້ອນເຂົາເຈົ້າເຮັດຊົ່ວ. 20 ຄົນທີ່ເຮັດຊົ່ວກໍຊັງຄວາມສະຫວ່າງແລະບໍ່ມາຫາຄວາມສະຫວ່າງ ເພື່ອຄວາມຊົ່ວຂອງເຂົາເຈົ້າຈະບໍ່ຖືກເປີດໂປງ. 21 ແຕ່ຄົນທີ່ເຮັດສິ່ງທີ່ຖືກຕ້ອງກໍມາຫາຄວາມສະຫວ່າງ+ ເພື່ອຈະໄດ້ເຫັນວ່າສິ່ງທີ່ລາວເຮັດເປັນໄປຕາມຄວາມຕ້ອງການຂອງພະເຈົ້າ.”
22 ຫຼັງຈາກນັ້ນ ພະເຢຊູກັບພວກລູກສິດກໍໄປເຂດນອກເມືອງຂອງແຂວງຢູດາຍ. ເພິ່ນຢູ່ຫັ້ນກັບເຂົາເຈົ້າໄລຍະໜຶ່ງ ແລະໃຫ້ບັບເຕມາຄົນນຳ.+ 23 ສ່ວນໂຢຮັນກໍໃຫ້ບັບເຕມາຢູ່ໄອໂນນໃກ້ໆຊາລາອິມຍ້ອນຢູ່ຫັ້ນມີນ້ຳຫຼາຍ.+ ຄົນກໍພາກັນໄປຮັບບັບເຕມາຢູ່ຫັ້ນ.+ 24 ຕອນນັ້ນ ໂຢຮັນຍັງບໍ່ທັນຕິດຄຸກ.+
25 ມີມື້ໜຶ່ງ ພວກລູກສິດຂອງໂຢຮັນໄດ້ຖຽງກັບຄົນຢິວຜູ້ໜຶ່ງເລື່ອງທີ່ວ່າເຮັດແນວໃດພະເຈົ້າຈຶ່ງຈະຖືວ່າຄົນເຮົາສະອາດ. 26 ເຂົາເຈົ້າໄປບອກໂຢຮັນວ່າ: “ອາຈານຮູ້ບໍ ຄົນທີ່ເຈົ້າເຄີຍເວົ້າເຖິງ+ແລະເຄີຍຢູ່ນຳເຈົ້າຢູ່ແມ່ນ້ຳຈໍແດນຟາກນັ້ນ ລາວກຳລັງໃຫ້ບັບເຕມາແລະທຸກຄົນກໍໄປຫາລາວ?” 27 ໂຢຮັນບອກເຂົາເຈົ້າວ່າ: “ຄົນເຮົາຈະເຮັດຫຍັງບໍ່ໄດ້ ຖ້າພະເຈົ້າບໍ່ໃຫ້ລາວເຮັດ. 28 ພວກເຈົ້າກໍເຄີຍໄດ້ຍິນຂ້ອຍບອກແລ້ວວ່າ ‘ຂ້ອຍບໍ່ແມ່ນພະຄລິດ+ ແຕ່ຂ້ອຍຖືກສົ່ງມາກ່ອນໜ້າເພິ່ນ.’+ 29 ເຈົ້າສາວເປັນຂອງເຈົ້າບ່າວ+ ແຕ່ໝູ່ເຈົ້າບ່າວທີ່ຢືນຢູ່ໃກ້ໆກໍດີໃຈຫຼາຍທີ່ໄດ້ຍິນສຽງເຈົ້າບ່າວ. ນີ້ແຫຼະເປັນເຫດຜົນທີ່ຂ້ອຍດີໃຈແທ້ໆ. 30 ເພິ່ນຜູ້ນັ້ນຈະມີຫຼາຍຂຶ້ນເລື້ອຍໆ ສ່ວນຂ້ອຍຈະມີໜ້ອຍລົງເລື້ອຍໆ.”
31 ຄົນທີ່ມາຈາກທາງເທິງ+ກໍຢູ່ເໜືອທຸກຄົນ ສ່ວນຄົນທີ່ມາຈາກໂລກກໍເປັນຄືຄົນທົ່ວໄປໃນໂລກແລະເວົ້າແຕ່ເລື່ອງທີ່ກ່ຽວກັບໂລກ. ຄົນທີ່ມາຈາກສະຫວັນກໍຢູ່ເໜືອທຸກຄົນ.+ 32 ເພິ່ນເວົ້າສິ່ງທີ່ໄດ້ເຫັນແລະໄດ້ຍິນ+ ແຕ່ບໍ່ມີໃຜເຊື່ອຄຳເວົ້າຂອງເພິ່ນ.+ 33 ສ່ວນຄົນທີ່ເຊື່ອຄຳເວົ້າຂອງເພິ່ນກໍຢືນຢັນວ່າພະເຈົ້າເວົ້າຄວາມຈິງສະເໝີ.+ 34 ເພິ່ນເປັນຜູ້ທີ່ພະເຈົ້າໃຊ້ໃຫ້ຖ່າຍທອດຄຳເວົ້າຂອງພະເຈົ້າ+ ແລະພະເຈົ້າໄດ້ເອົາພະລັງຂອງເພິ່ນໃຫ້ຜູ້ນີ້ຢ່າງບໍ່ອັ້ນ. 35 ພະເຈົ້າຜູ້ເປັນພໍ່ຮັກລູກຂອງເພິ່ນ+ ແລະເພິ່ນເອົາອຳນາດທຸກຢ່າງໃຫ້ລູກຜູ້ນີ້.+ 36 ຄົນທີ່ສະແດງຄວາມເຊື່ອໃນລູກຂອງພະເຈົ້າຈະມີຊີວິດຕະຫຼອດໄປ+ ສ່ວນຄົນທີ່ບໍ່ເຊື່ອຟັງລູກຂອງພະເຈົ້າຈະບໍ່ໄດ້ຊີວິດ+ ແຕ່ຈະຖືກພະເຈົ້າລົງໂທດຕະຫຼອດໄປ.+