ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ກິດຈະການ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມກິດຈະການ

      • ພະເຈົ້າ​ໃຫ້​ພະລັງ​ບໍລິສຸດ​ໃນ​ວັນ​ເພັນເຕກອດ (1-13)

      • ເປໂຕ​ບັນລະຍາຍ (14-36)

      • ຫຼາຍ​ຄົນ​ຍອມຮັບ​ສິ່ງ​ທີ່​ເປໂຕ​ເວົ້າ (37-41)

        • 3.000 ຄົນ​ຮັບ​ບັບເຕມາ (41)

      • ມິດຕະພາບ​ແບບ​ຄລິດສະຕຽນ (42-47)

ກິດຈະການ 2:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 23:16; ພບຍ 16:9-11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 22

ກິດຈະການ 2:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 4:31

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 21

ກິດຈະການ 2:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 21

ກິດຈະການ 2:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 1:8; ຢຮ 14:26
  • +ກຈກ 10:45, 46; 1ກຣ 12:8, 10

ກິດຈະການ 2:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:17

ກິດຈະການ 2:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 21, 24

ກິດຈະການ 2:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 14:70; ກຈກ 1:11

ກິດຈະການ 2:8

ໄຂເງື່ອນ

  • *

    ຫຼື “ພາສາ​ບ້ານ​ເກີດ​ຂອງ​ພວກ​ເຮົາ”

ກິດຈະການ 2:9

ໄຂເງື່ອນ

  • *

    ແຂວງ​ໜຶ່ງ​ຂອງ​ຈັກກະວັດ​ໂຣມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 17:6
  • +ດນອ 8:1, 2
  • +1ປຕ 1:1

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 25-26

ກິດຈະການ 2:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:48

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 25, 27

ກິດຈະການ 2:14

ໄຂເງື່ອນ

  • *

    ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 1:13

ກິດຈະການ 2:15

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຊົ່ວໂມງ​ທີ 3”

ກິດຈະການ 2:17

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເທ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢອ 2:28

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 7

    ຫໍສັງເກດການ (ສຶກສາ)

    4/2020, ໜ້າ 5-7

ກິດຈະການ 2:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 12:8, 10

ກິດຈະການ 2:20

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ກິດຈະການ 2:21

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢອ 2:28-32; ຣມ 10:13

ກິດຈະການ 2:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 5:36; 14:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 16

ກິດຈະການ 2:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 23:33; ກຈກ 5:30; 7:52
  • +ຢຮ 19:10, 11; ກຈກ 4:27, 28; 1ປຕ 1:20

ກິດຈະການ 2:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 3:15; ຣມ 4:24; 1ກຣ 6:14; ກລຊ 2:12; ຮຣ 13:20
  • +ຢຮ 10:17, 18

ກິດຈະການ 2:25

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ກິດຈະການ 2:27

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 13:35

ກິດຈະການ 2:28

ໄຂເງື່ອນ

  • *

    ຫຼື “ຢູ່​ຕໍ່​ໜ້າ​ພະອົງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 16:8-11

ກິດຈະການ 2:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 2:10

ກິດຈະການ 2:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 7:12, 13; ພສ 89:3, 4; 132:11

ກິດຈະການ 2:31

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 16:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    12/2017, ໜ້າ 11-12

    ຮຽນຈາກຄູ ໜ້າ 202-203

    ຊີວິດຕະຫຼອດໄປ ໜ້າ 82, 83-86

ກິດຈະການ 2:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 24:46-48; ກຈກ 1:8; 3:15

ກິດຈະການ 2:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 8:34; ຟລປ 2:9-11; 1ປຕ 3:22
  • +ຢຮ 14:26

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2020, ໜ້າ 30

ກິດຈະການ 2:34

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ກິດຈະການ 2:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 110:1; ລກ 20:42, 43; 1ກຣ 15:25; ຮຣ 10:12, 13

ກິດຈະການ 2:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 19:6
  • +ມທ 28:18; ຢຮ 3:35; ກຈກ 5:31

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 25-26

ກິດຈະການ 2:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 24:46, 47; ກຈກ 17:30; 26:20
  • +ມທ 28:19
  • +ມທ 26:27, 28; ອຟຊ 1:7

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 26-27

ກິດຈະການ 2:39

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢອ 2:28
  • +ຢອ 2:32

ກິດຈະການ 2:40

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:5; ພສ 78:8

ກິດຈະການ 2:41

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 8:12; 18:8
  • +ກຈກ 4:4; 5:14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 26-27

ກິດຈະການ 2:42

ໄຂເງື່ອນ

  • *

    ຫຼື “ແບ່ງ​ປັນ​ສິ່ງ​ຂອງ​ໃຫ້​ກັນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 2:46
  • +ກຈກ 1:14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    4/2016, ໜ້າ 20

ກິດຈະການ 2:43

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 5:12

ກິດຈະການ 2:44

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 27

ກິດຈະການ 2:45

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 19:21
  • +ກຈກ 4:32, 34

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 27

ກິດຈະການ 2:47

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 5:14; 11:21; 1ກຣ 3:7

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ກຈກ. 2:1ລລວ 23:16; ພບຍ 16:9-11
ກຈກ. 2:2ກຈກ 4:31
ກຈກ. 2:4ມຣກ 1:8; ຢຮ 14:26
ກຈກ. 2:4ກຈກ 10:45, 46; 1ກຣ 12:8, 10
ກຈກ. 2:5ອພຍ 23:17
ກຈກ. 2:7ມຣກ 14:70; ກຈກ 1:11
ກຈກ. 2:92ກສ 17:6
ກຈກ. 2:9ດນອ 8:1, 2
ກຈກ. 2:91ປຕ 1:1
ກຈກ. 2:10ອພຍ 12:48
ກຈກ. 2:14ກຈກ 1:13
ກຈກ. 2:17ຢອ 2:28
ກຈກ. 2:181ກຣ 12:8, 10
ກຈກ. 2:21ຢອ 2:28-32; ຣມ 10:13
ກຈກ. 2:22ຢຮ 5:36; 14:10
ກຈກ. 2:23ລກ 23:33; ກຈກ 5:30; 7:52
ກຈກ. 2:23ຢຮ 19:10, 11; ກຈກ 4:27, 28; 1ປຕ 1:20
ກຈກ. 2:24ກຈກ 3:15; ຣມ 4:24; 1ກຣ 6:14; ກລຊ 2:12; ຮຣ 13:20
ກຈກ. 2:24ຢຮ 10:17, 18
ກຈກ. 2:27ກຈກ 13:35
ກຈກ. 2:28ພສ 16:8-11
ກຈກ. 2:291ກສ 2:10
ກຈກ. 2:302ຊມ 7:12, 13; ພສ 89:3, 4; 132:11
ກຈກ. 2:31ພສ 16:10
ກຈກ. 2:32ລກ 24:46-48; ກຈກ 1:8; 3:15
ກຈກ. 2:33ຣມ 8:34; ຟລປ 2:9-11; 1ປຕ 3:22
ກຈກ. 2:33ຢຮ 14:26
ກຈກ. 2:35ພສ 110:1; ລກ 20:42, 43; 1ກຣ 15:25; ຮຣ 10:12, 13
ກຈກ. 2:36ຢຮ 19:6
ກຈກ. 2:36ມທ 28:18; ຢຮ 3:35; ກຈກ 5:31
ກຈກ. 2:38ລກ 24:46, 47; ກຈກ 17:30; 26:20
ກຈກ. 2:38ມທ 28:19
ກຈກ. 2:38ມທ 26:27, 28; ອຟຊ 1:7
ກຈກ. 2:39ຢອ 2:28
ກຈກ. 2:39ຢອ 2:32
ກຈກ. 2:40ພບຍ 32:5; ພສ 78:8
ກຈກ. 2:41ກຈກ 8:12; 18:8
ກຈກ. 2:41ກຈກ 4:4; 5:14
ກຈກ. 2:42ກຈກ 2:46
ກຈກ. 2:42ກຈກ 1:14
ກຈກ. 2:43ກຈກ 5:12
ກຈກ. 2:45ມທ 19:21
ກຈກ. 2:45ກຈກ 4:32, 34
ກຈກ. 2:47ກຈກ 5:14; 11:21; 1ກຣ 3:7
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
  • 46
  • 47
ຄຳພີໄບເບິນສະບັບແປໂລກໃໝ່
ກິດຈະການ 2:1-47

ກິດຈະການຂອງອັກຄະສາວົກ

2 ເມື່ອ​ຮອດ​ເທດສະການ​ເພັນເຕກອດ+ ລູກສິດ​ທັງໝົດ​ກໍ​ມາ​ລວມ​ກັນ​ຢູ່​ບ່ອນ​ດຽວ. 2 ທັນໃດ​ນັ້ນ ມີ​ສຽງ​ຈາກ​ຟ້າ​ຄື​ກັບ​ສຽງ​ພາຍຸ. ສຽງ​ນັ້ນ​ດັງ​ສະໜັ່ນ​ໄປ​ທົ່ວ​ເຮືອນ​ທີ່​ເຂົາເຈົ້າ​ນັ່ງ​ຢູ່.+ 3 ເຂົາເຈົ້າ​ເຫັນ​ບາງ​ສິ່ງ​ຄື​ກັບ​ແປວ​ໄຟ​ເຊິ່ງ​ມີ​ຮູບ​ຮ່າງ​ຄື​ກັບ​ລີ້ນ ລອຍຢູ່​ເທິງແຕ່​ລະ​ຄົນ. 4 ເຂົາເຈົ້າ​ຈຶ່ງ​ໄດ້​ຮັບ​ພະລັງ​ບໍລິສຸດ+​ແລະ​ເລີ່ມ​ເວົ້າ​ພາສາ​ຕ່າງ​ໆ​ຕາມ​ທີ່​ພະລັງ​ນັ້ນ​ໃຫ້​ເວົ້າ.+

5 ຕອນ​ນັ້ນ ມີ​ຄົນ​ຢິວ​ທີ່​ນັບຖື​ພະເຈົ້າ​ຈາກ​ທຸກ​ປະເທດ​ທົ່ວ​ໂລກ​ມາ​ຢູ່​ເມືອງ​ເຢຣູຊາເລັມ.+ 6 ຕອນ​ທີ່​ສຽງ​ນັ້ນ​ດັງ​ຂຶ້ນ ຄົນ​ຫຼາຍ​ແທ້​ຫຼາຍ​ວ່າ​ກໍ​ມາ​ຫຸ້ມ​ເບິ່ງ ທັງ​ສົງໄສ​ແລະ​ແປກໃຈ ຍ້ອນ​ແຕ່​ລະ​ຄົນ​ໄດ້​ຍິນ​ພວກ​ລູກສິດ​ເວົ້າ​ພາສາ​ຂອງ​ເຂົາເຈົ້າ. 7 ເຂົາເຈົ້າ​ຮູ້ສຶກ​ງຶດ​ແລະ​ເວົ້າ​ວ່າ: “ເບິ່ງ​ແມ້ ຄົນ​ເຫຼົ່ານີ້​ເປັນ​ຄົນ​ຄາລີເລ+​ບໍ່​ແມ່ນ​ບໍ? 8 ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ພວກ​ເຮົາ​ໄດ້​ຍິນ​ເຂົາເຈົ້າ​ເວົ້າ​ພາສາ​ຂອງ​ພວກ​ເຮົາ?* 9 ພວກ​ເຮົາ​ມີ​ທັງ​ຄົນ​ປາເທຍ ຄົນ​ເມເດຍ+ ແລະ​ຄົນ​ເອລາມ.+ ບາງຄົນ​ມາ​ຈາກ​ເມໂຊໂປຕາເມຍ ຢູດາຍ ກາປາໂດເກຍ ປົນໂຕ ແລະ​ແຂວງ​ອາຊີ*+ 10 ຟີເຄຍ ປຳຟີເລຍ ເອຢິບ ແລະ​ສ່ວນ​ຕ່າງ​ໆ​ຂອງ​ລີເບຍ​ໃກ້​ກັບ​ກີເຣເນ ແລະ​ຄົນ​ທີ່​ມາ​ຈາກ​ເມືອງ​ໂຣມ ທັງ​ຄົນ​ຢິວ​ກັບ​ຄົນ​ທີ່​ປ່ຽນ​ມາ​ຖື​ສາສະໜາ​ຢິວ.+ 11 ບາງຄົນ​ເປັນ​ຄົນ​ກະເຣເຕ​ແລະ​ຄົນ​ອາຣັບ. ພວກ​ເຮົາ​ໄດ້​ຍິນ​ຄົນ​ເຫຼົ່ານີ້​ເວົ້າ​ເຖິງສິ່ງ​ອັດສະຈັນ​ຕ່າງ​ໆ​ທີ່​ພະເຈົ້າ​ເຮັດ​ໃນ​ພາສາ​ຂອງ​ພວກ​ເຮົາ.” 12 ເຂົາເຈົ້າ​ກໍ​ສົງໄສ​ຫຼາຍ​ແລະ​ພາກັນ​ເວົ້າ​ວ່າ: “ເກີດ​ຫຍັງ​ຂຶ້ນ​ຢູ່​ນີ້?” 13 ສ່ວນ​ບາງຄົນ​ກໍ​ເຍາະເຍີ້ຍ​ວ່າ: “ພວກ​ນີ້​ເມົາ​ເຫຼົ້າ​ແລ້ວ.”

14 ແລ້ວ​ເປໂຕ​ກໍ​ຢືນ​ຂຶ້ນ​ພ້ອມ​ກັບ​ອັກຄະ​ສາວົກ* 11 ຄົນ+​ແລະ​ເວົ້າ​ກັບ​ຄົນ​ອື່ນ​ໆ​ດ້ວຍ​ສຽງ​ດັງ​ວ່າ: “ຄົນ​ຢູດາຍ​ແລະ​ທຸກ​ຄົນ​ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ ຂໍ​ໃຫ້​ຕັ້ງໃຈ​ຟັງ​ເລື່ອງ​ທີ່​ຂ້ອຍ​ຈະ​ເວົ້າ. 15 ຄົນ​ເຫຼົ່ານີ້​ບໍ່​ໄດ້​ເມົາ​ເຫຼົ້າ​ຄື​ກັບ​ທີ່​ພວກ​ເຈົ້າ​ຄິດ ເພາະ​ຕອນນີ້​ຫາ​ກໍ 9 ໂມງ​ເຊົ້າ.* 16 ສິ່ງ​ທີ່​ພວກເຈົ້າ​ເຫັນ​ເປັນ​ໄປ​ຕາມ​ທີ່​ໂຢເອນ​ພະຍາກອນ​ໄວ້​ວ່າ 17 ‘ພະເຈົ້າ​ບອກ​ວ່າ “ໃນ​ສະໄໝ​ສຸດທ້າຍ ເຮົາ​ຈະ​ເອົາ*​ພະລັງ​ຂອງ​ເຮົາ​ໃຫ້​ຄົນ​ທຸກ​ປະເພດ. ພວກ​ລູກ​ຊາຍ​ແລະ​ລູກສາວ​ຂອງ​ເຈົ້າ​ຈະ​ພະຍາກອນ. ຄົນ​ໜຸ່ມ​ຈະ​ເຫັນ​ນິມິດ​ແລະ​ຜູ້​ເຖົ້າ​ຈະ​ຝັນ​ເລື່ອງ​ພິເສດ.+ 18 ແມ່ນ​ແຕ່​ທາດ​ຜູ້​ຊາຍ​ແລະ​ທາດ​ຜູ້​ຍິງ​ຂອງ​ເຮົາ ເຮົາ​ກໍ​ຈະ​ເອົາພະລັງ​ຂອງ​ເຮົາ​ໃຫ້ເຂົາເຈົ້າໃນ​ມື້​ນັ້ນ ແລະ​ເຂົາເຈົ້າ​ຈະ​ພະຍາກອນ.+ 19 ເຮົາ​ຈະ​ເຮັດ​ໃຫ້​ມີ​ສິ່ງ​ທີ່​ອັດສະຈັນ​ຢູ່​ເທິງ​ຟ້າ​ແລະ​ຢູ່​ໃນ​ໂລກ ມີ​ເລືອດ ມີ​ໄຟ ແລະ​ມີ​ຄວັນ​ຫຼາຍ​ໆ​ລອຍ​ຂຶ້ນ​ໄປ. 20 ຕາເວັນ​ຈະ​ມືດ ເດືອນ​ຈະ​ເປັນ​ສີ​ແດງ​ຄື​ກັບ​ເລືອດ ກ່ອນ​ວັນ​ທີ່​ຍິ່ງໃຫຍ່​ແລະ​ງົດງາມ​ຂອງ​ເຮົາ​ເຢໂຫວາ*​ຈະ​ມາ​ຮອດ. 21 ທຸກ​ຄົນ​ທີ່​ອ້ອນວອນ​ໂດຍ​ອອກ​ຊື່​ຂອງ​ພະ​ເຢໂຫວາ*​ຈະ​ລອດ.”’+

22 ຄົນ​ອິດສະຣາເອນ ຂໍ​ໃຫ້​ຕັ້ງໃຈ​ຟັງ​ເດີ້. ພວກ​ເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພະເຈົ້າ​ໄດ້​ໃຊ້​ພະ​ເຢຊູ​ຄົນ​ນາຊາເຣັດ​ໃຫ້​ເຮັດ​ການ​ອັດສະຈັນ​ແລະ​ສະແດງ​ປາຕິຫານ​ຕ່າງ​ໆ​ໃຫ້​ພວກ​ເຈົ້າ​ເຫັນ ເພື່ອ​ພິສູດ​ວ່າ​ພະ​ເຢຊູ​ແມ່ນ​ຜູ້​ທີ່​ເພິ່ນ​ສົ່ງ​ມາ.+ 23 ພະ​ເຢຊູ​ຜູ້​ນີ້​ແຫຼະ​ທີ່​ພວກ​ເຈົ້າ​ຈັບ​ແລະ​ຢືມ​ມື​ຄົນ​ຊົ່ວ​ຂ້າ​ເພິ່ນ​ໂດຍ​ຄຶງ​ໄວ້​ເທິງ​ເສົາ+ ຕາມ​ທີ່​ພະເຈົ້າ​ຕັ້ງໃຈ​ໄວ້​ແລະ​ພະເຈົ້າ​ກໍ​ຮູ້​ລ່ວງ​ໜ້າ.+ 24 ແຕ່​ພະເຈົ້າ​ປຸກ​ພະ​ເຢຊູ​ໃຫ້ຟື້ນ​ຄືນ​ມາ+​ແລະ​ປົດປ່ອຍ​ເພິ່ນ​ຈາກ​ຄວາມ​ຕາຍ ຍ້ອນເປັນ​ໄປ​ບໍ່​ໄດ້​ທີ່​ເພິ່ນ​ຈະ​ຖືກ​ຄວາມ​ຕາຍ​ຂັງ​ໄວ້.+ 25 ດາວິດ​ໄດ້​ເວົ້າ​ກ່ຽວ​ກັບ​ພະ​ເຢຊູ​ວ່າ ‘ລູກ​ຄິດເຖິງ​ພະ​ເຢໂຫວາ*​ຕະຫຼອດ. ພະອົງ​ຢູ່​ເບື້ອງ​ຂວາ​ມື​ຂອງ​ລູກ ລູກ​ຈຶ່ງ​ບໍ່​ຢ້ານ​ຫຍັງ. 26 ລູກ​ມີ​ຄວາມສຸກ​ແລະ​ເວົ້າ​ດ້ວຍ​ຄວາມ​ດີໃຈ ແລະ​ຈະ​ຢູ່​ຢ່າງ​ມີ​ຄວາມຫວັງ. 27 ພະອົງ​ຈະ​ບໍ່​ປະ​ລູກ​ໄວ້​ໃນ​ບ່ອນ​ຝັງ​ສົບ* ແລະ​ພະອົງ​ຈະ​ບໍ່​ຍອມ​ໃຫ້​ຄົນ​ທີ່​ພັກດີ​ຕໍ່​ພະອົງ​ເຫັນ​ຄວາມ​ເນົ່າ​ເປື່ອຍ.+ 28 ພະອົງ​ເຮັດ​ໃຫ້​ລູກ​ຮູ້​ຫົນ​ທາງ​ຂອງ​ຊີວິດ ແລະ​ເຮັດ​ໃຫ້​ລູກ​ມີ​ຄວາມສຸກ​ທີ່​ໄດ້​ຢູ່​ນຳ​ພະອົງ.’*+

29 ພີ່ນ້ອງ​ເອີ້ຍ ຂ້ອຍ​ຂໍ​ເວົ້າ​ກົງ​ໆ​ກັບ​ພວກ​ເຈົ້າ​ເລື່ອງ​ດາວິດ​ທີ່​ເປັນ​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຮົາ. ລາວ​ຕາຍ​ແລະ​ຖືກ​ຝັງ​ໄວ້.+ ບ່ອນຝັງ​ສົບຂອງ​ລາວ​ກໍ​ຢູ່​ໃນ​ເມືອງ​ຂອງ​ພວກ​ເຮົາ​ຈົນ​ຮອດ​ທຸກ​ມື້​ນີ້. 30 ດາວິດ​ເປັນ​ຜູ້ພະຍາກອນ​ແລະ​ຮູ້​ວ່າ​ພະເຈົ້າ​ສາບານ​ໄວ້​ວ່າ ເພິ່ນ​ຈະ​ແຕ່ງຕັ້ງ​ລູກ​ຫຼານ​ຄົນ​ໜຶ່ງ​ຂອງ​ລາວ​ໃຫ້​ນັ່ງ​ເທິງ​ບັນລັງ​ຂອງ​ລາວ.+ 31 ດາວິດ​ຈຶ່ງ​ຮູ້​ລ່ວງ​ໜ້າ​ແລະ​ບອກ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ພະຄລິດ​ວ່າ ພະອົງ​ຈະ​ບໍ່​ປະ​ພະຄລິດ​ໄວ້​ໃນ​ບ່ອນຝັງ​ສົບ* ແລະ​ຮ່າງກາຍ​ຂອງ​ເພິ່ນ​ຈະ​ບໍ່​ເນົ່າ​ເປື່ອຍ.+ 32 ພະເຈົ້າ​ປຸກ​ພະ​ເຢຊູ​ຜູ້​ນີ້​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລ້ວ. ພວກ​ເຮົາ​ທຸກ​ຄົນ​ເປັນ​ພະຍານ​ຮູ້​ເຫັນ​ໃນ​ເລື່ອງ​ນີ້.+ 33 ພະ​ເຢຊູ​ຂຶ້ນ​ໄປ​ສະຫວັນ​ແລະ​ນັ່ງ​ຢູ່​ເບື້ອງ​ຂວາ​ມື​ຂອງ​ພະເຈົ້າ.+ ເພິ່ນ​ໄດ້​ຮັບ​ພະລັງ​ບໍລິສຸດ​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່​ຕາມ​ທີ່​ພະເຈົ້າ​ສັນຍາ​ໄວ້.+ ພະ​ເຢຊູ​ຈຶ່ງ​ເອົາ​ພະລັງ​ບໍລິສຸດ​ນັ້ນ​ໃຫ້​ພວກ​ເຮົາ​ຕາມ​ທີ່​ພວກ​ເຈົ້າ​ໄດ້​ຍິນ​ແລະ​ໄດ້​ເຫັນ​ເລື່ອງ​ນີ້. 34 ດາວິດ​ບໍ່​ໄດ້​ຂຶ້ນ​ໄປ​ສະຫວັນ ແຕ່​ລາວ​ບອກ​ວ່າ ‘ພະ​ເຢໂຫວາ*​ເວົ້າ​ກັບ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ​ວ່າ “ນັ່ງ​ຢູ່​ເບື້ອງ​ຂວາ​ມື​ຂອງ​ເຮົາ​ກ່ອນ 35 ຈົນ​ກວ່າ​ເຮົາ​ຈະ​ປາບ​ພວກ​ສັດຕູ​ຂອງ​ເຈົ້າ​ໃຫ້​ເປັນ​ບ່ອນ​ວາງ​ຕີນ​ຂອງ​ເຈົ້າ.”’+ 36 ດັ່ງນັ້ນ ຂໍ​ໃຫ້​ຄົນ​ອິດສະຣາເອນ​ທຸກ​ຄົນ​ຮູ້​ວ່າ​ພະ​ເຢຊູ​ຜູ້​ນີ້​ແຫຼະ​ທີ່​ພວກ​ເຈົ້າ​ໄດ້​ປະຫານ​ເທິງ​ເສົາ.+ ເພິ່ນ​ແມ່ນ​ຜູ້​ທີ່​ພະເຈົ້າ​ແຕ່ງຕັ້ງ​ໃຫ້​ເປັນ​ທັງ​ຜູ້​ເປັນ​ນາຍ+​ແລະ​ພະຄລິດ.”

37 ເມື່ອ​ເຂົາເຈົ້າ​ໄດ້​ຍິນ​ແບບນັ້ນ​ກໍ​ຮູ້ສຶກ​ຄື​ກັບ​ຖືກ​ແທງ​ຢູ່​ຫົວໃຈ. ເຂົາເຈົ້າ​ຈຶ່ງ​ເວົ້າ​ກັບ​ເປໂຕ​ແລະ​ອັກຄະ​ສາວົກ​ຄົນ​ອື່ນ​ໆ​ວ່າ: “ພີ່ນ້ອງ​ເອີ້ຍ ພວກ​ເຮົາ​ຈະ​ເຮັດ​ແນວ​ໃດ​ດີ?” 38 ເປໂຕ​ຕອບ​ເຂົາເຈົ້າ​ວ່າ: “ເພື່ອ​ຄວາມ​ຜິດ​ຂອງ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ການ​ຍົກໂທດ ພວກ​ເຈົ້າ​ຕ້ອງກັບໃຈ+​ແລະ​ຮັບ​ບັບເຕມາ+​ໃນ​ນາມ​ພະ​ເຢຊູ​ຄລິດ.+ ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ພະລັງ​ບໍລິສຸດ​ເປັນ​ຂອງຂວັນ. 39 ພະເຈົ້າ​ສັນຍາ​ເລື່ອງ​ນີ້+​ກັບ​ພວກ​ເຈົ້າ​ແລະ​ລູກ​ຫຼານ​ຂອງ​ພວກ​ເຈົ້າ ແລະ​ຄົນ​ທີ່​ມາ​ແຕ່​ໄກ​ໆ​. ທຸກ​ຄົນ​ແມ່ນ​ຜູ້​ທີ່​ພະ​ເຢໂຫວາ*​ພະເຈົ້າ​ຂອງ​ພວກ​ເຮົາ​ເອີ້ນ​ໃຫ້​ມາ​ຫາ​ເພິ່ນ.”+ 40 ແລ້ວ​ເປໂຕ​ກໍ​ອະທິບາຍ​ຕື່ມ​ອີກ​ຢ່າງ​ລະອຽດ​ແລະ​ເຕືອນ​ເຂົາເຈົ້າ​ເລື້ອຍ​ໆ​ວ່າ: “ໃຫ້​ແຍກ​ໂຕ​ອອກ​ມາ​ຈາກ​ຄົນ​ສະໄໝ​ນີ້​ທີ່​ບໍ່​ສັດຊື່​ເພື່ອ​ຈະ​ບໍ່​ຖືກ​ທຳລາຍ.”+ 41 ຄົນ​ທີ່​ເຕັມໃຈ​ຍອມຮັບ​ສິ່ງ​ທີ່​ເປໂຕ​ເວົ້າ​ກໍ​ຮັບ​ບັບເຕມາ+ ແລະ​ໃນ​ມື້​ນັ້ນ​ມີ​ຄົນ​ເຂົ້າ​ມາ​ເປັນ​ລູກສິດ​ອີກ​ປະມານ 3.000 ຄົນ.+ 42 ເຂົາເຈົ້າ​ຕັ້ງໃຈ​ຮຽນ​ສິ່ງ​ທີ່​ພວກ​ອັກຄະ​ສາວົກ​ສອນ. ເຂົາເຈົ້າ​ຄົບຫາ​ກັນ* ກິນ​ເຂົ້າ​ນຳ​ກັນ+ ແລະ​ອະທິດຖານ​ນຳ​ກັນ​ສະເໝີ.+

43 ພວກ​ອັກຄະ​ສາວົກ​ເຮັດ​ການ​ອັດສະຈັນ​ແລະ​ສະແດງ​ປາຕິຫານ​ຫຼາຍ​ຢ່າງ+ ທຸກ​ຄົນ​ກໍ​ເຫັນ​ແລະ​ຢ້ານຢຳ​ພະເຈົ້າ. 44 ຜູ້​ທີ່​ເຂົ້າ​ມາ​ເປັນ​ລູກສິດ​ກໍ​ຢູ່​ນຳ​ກັນ ແລະ​ເອົາ​ສິ່ງ​ຂອງ​ທີ່​ເຂົາເຈົ້າ​ມີ​ມາ​ລວມ​ກັນ​ເປັນ​ກອງ​ກາງ. 45 ເຂົາເຈົ້າ​ຂາຍ​ວັດຖຸ​ສິ່ງ​ຂອງ+​ແລະ​ດິນ ແລ້ວ​ແບ່ງ​ໃຫ້​ທຸກ​ຄົນ​ຕາມ​ຄວາມ​ຈຳເປັນ.+ 46 ເຂົາເຈົ້າ​ໄປ​ລວມ​ກັນ​ຢູ່​ວິຫານ​ທຸກ​ໆ​ມື້ ກິນ​ເຂົ້າ​ນຳ​ກັນ​ຢູ່​ເຮືອນ​ຂອງ​ພີ່ນ້ອງ ແລະ​ເຕັມໃຈ​ແບ່ງ​ຂອງກິນ​ໃຫ້​ກັນ​ຢ່າງ​ມີ​ຄວາມສຸກ. 47 ເຂົາເຈົ້າ​ຍ້ອງຍໍ​ສັນລະເສີນ​ພະເຈົ້າ ແລະ​ຄົນ​ທົ່ວໄປ​ກໍ​ພໍໃຈ​ເຂົາເຈົ້າ. ໃນ​ແຕ່​ລະ​ມື້ ພະ​ເຢໂຫວາ*​ໄດ້​ໃຫ້​ຄົນ​ເຂົ້າ​ມາ​ຮ່ວມ​ກັບ​ເຂົາເຈົ້າ​ຫຼາຍ​ຂຶ້ນ. ຄົນ​ເຫຼົ່ານີ້​ຈະ​ໄດ້​ຮັບຄວາມ​ລອດ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌