ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ຊາມູເອນ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ຊາມູເອນ

      • ດາວິດ​ເປັນ​ກະສັດ​ປົກຄອງ​ຢູດາ (1-​7)

      • ອິດໂບເຊດ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (8-​11)

      • ຄອບຄົວ​ຂອງ​ດາວິດ​ເຮັດ​ສົງຄາມ​ກັບ​ຄອບຄົວ​ຂອງ​ຊາອູນ (12-​32)

2 ຊາມູເອນ 2:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 27:21; 1ຊມ 28:6
  • +ປຖກ 23:2; ຈຊບ 13:22; ຢຊ 14:14; 20:7; 2ຊມ 5:1; 1ກສ 2:11

2 ຊາມູເອນ 2:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 25:43
  • +1ຊມ 25:42; 30:5

2 ຊາມູເອນ 2:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 22:1, 2; 27:2; 1ຂຄ 12:1

2 ຊາມູເອນ 2:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 49:10; 1ຊມ 15:24, 28; 16:13; 2ຊມ 5:4, 5; 1ຂຄ 11:3

2 ຊາມູເອນ 2:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 31:11-13

2 ຊາມູເອນ 2:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 9:7; 10:2

2 ຊາມູເອນ 2:8

ໄຂເງື່ອນ

  • *

    ລູກ​ຊາຍ​ຂອງ​ເນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 4:5-8, 12
  • +1ຊມ 14:50; 17:55; 26:5; 2ຊມ 4:1; 1ກສ 2:5
  • +ປຖກ 32:1, 2; ຢຊ 13:29, 30

2 ຊາມູເອນ 2:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 13:8, 11
  • +ຢຊ 19:17, 18
  • +ຢຊ 16:5-8

2 ຊາມູເອນ 2:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 2:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2017, ໜ້າ 32

2 ຊາມູເອນ 2:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 3:4

2 ຊາມູເອນ 2:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 2:8
  • +ຢຊ 10:12; 18:21, 25; 21:8, 17; 2ຊມ 20:8; 2ຂຄ 1:3

2 ຊາມູເອນ 2:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 8:16; 20:23; 1ກສ 1:5, 7
  • +1ຂຄ 2:15, 16

2 ຊາມູເອນ 2:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 2:15, 16
  • +2ຊມ 10:7; 24:2; 1ກສ 11:15; 1ຂຄ 11:6
  • +1ຊມ 26:6; 2ຊມ 20:6; 1ຂຄ 11:20
  • +2ຊມ 3:27; 23:24; 1ຂຄ 27:1, 7

2 ຊາມູເອນ 2:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 3:27

2 ຊາມູເອນ 2:29

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຜ່ານ​ບິດ​ໂຣນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 1:7; ຢຊ 12:2, 3
  • +ຢຊ 21:8, 38; 2ຊມ 2:8

2 ຊາມູເອນ 2:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 2:18; 1ຂຄ 2:15, 16
  • +ປຖກ 35:19; ນຣ 4:11; 1ຊມ 16:1
  • +2ຊມ 2:1, 3; 1ຂຄ 11:1

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ຊມ. 2:1ຈຊບ 27:21; 1ຊມ 28:6
2ຊມ. 2:1ປຖກ 23:2; ຈຊບ 13:22; ຢຊ 14:14; 20:7; 2ຊມ 5:1; 1ກສ 2:11
2ຊມ. 2:21ຊມ 25:43
2ຊມ. 2:21ຊມ 25:42; 30:5
2ຊມ. 2:31ຊມ 22:1, 2; 27:2; 1ຂຄ 12:1
2ຊມ. 2:4ປຖກ 49:10; 1ຊມ 15:24, 28; 16:13; 2ຊມ 5:4, 5; 1ຂຄ 11:3
2ຊມ. 2:51ຊມ 31:11-13
2ຊມ. 2:62ຊມ 9:7; 10:2
2ຊມ. 2:82ຊມ 4:5-8, 12
2ຊມ. 2:81ຊມ 14:50; 17:55; 26:5; 2ຊມ 4:1; 1ກສ 2:5
2ຊມ. 2:8ປຖກ 32:1, 2; ຢຊ 13:29, 30
2ຊມ. 2:9ຢຊ 13:8, 11
2ຊມ. 2:9ຢຊ 19:17, 18
2ຊມ. 2:9ຢຊ 16:5-8
2ຊມ. 2:102ຊມ 2:4
2ຊມ. 2:111ຂຄ 3:4
2ຊມ. 2:122ຊມ 2:8
2ຊມ. 2:12ຢຊ 10:12; 18:21, 25; 21:8, 17; 2ຊມ 20:8; 2ຂຄ 1:3
2ຊມ. 2:132ຊມ 8:16; 20:23; 1ກສ 1:5, 7
2ຊມ. 2:131ຂຄ 2:15, 16
2ຊມ. 2:181ຂຄ 2:15, 16
2ຊມ. 2:182ຊມ 10:7; 24:2; 1ກສ 11:15; 1ຂຄ 11:6
2ຊມ. 2:181ຊມ 26:6; 2ຊມ 20:6; 1ຂຄ 11:20
2ຊມ. 2:182ຊມ 3:27; 23:24; 1ຂຄ 27:1, 7
2ຊມ. 2:232ຊມ 3:27
2ຊມ. 2:29ພບຍ 1:7; ຢຊ 12:2, 3
2ຊມ. 2:29ຢຊ 21:8, 38; 2ຊມ 2:8
2ຊມ. 2:322ຊມ 2:18; 1ຂຄ 2:15, 16
2ຊມ. 2:32ປຖກ 35:19; ນຣ 4:11; 1ຊມ 16:1
2ຊມ. 2:322ຊມ 2:1, 3; 1ຂຄ 11:1
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
ຄຳພີໄບເບິນສະບັບແປໂລກໃໝ່
2 ຊາມູເອນ 2:1-32

ຊາມູເອນ​ສະບັບ​ທີ​ສອງ

2 ຫຼັງ​ຈາກ​ນັ້ນ ດາວິດ​ຖາມ​ພະ​ເຢໂຫວາ+ວ່າ: “ລູກ​ຄວນ​ໄປຢູ່ເມືອງ​ໜຶ່ງ​ຂອງ​ຢູດາ​ບໍ?” ພະ​ເຢໂຫວາ​ຕອບ​ວ່າ: “ໄປ​ໂລດ.” ແລ້ວ​ດາວິດ​ຖາມ​ວ່າ: “ລູກ​ຄວນ​ໄປ​ຢູ່​ເມືອງ​ໃດ?” ພະເຈົ້າ​ຕອບ​ວ່າ: “ໄປ​ຢູ່​ເມືອງ​ເຮັບໂຣນ.”+ 2 ດາວິດ​ຈຶ່ງ​ໄປ​ເມືອງ​ເຮັບໂຣນ​ພ້ອມ​ກັບ​ເມຍ 2 ຄົນ​ຄື ອາຮີໂນອາມ+ຄົນ​ເຢດຊະເຣເອນ​ແລະ​ອາບີກາຍ+ຄົນ​ກາເມນ​ທີ່​ເຄີຍ​ເປັນ​ເມຍ​ຂອງ​ນາບານ. 3 ດາວິດ​ເອົາ​ຄົນ​ຂອງ​ລາວ​ແລະ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ໄປ​ນຳ.+ ເຂົາ​ເຈົ້າ​ຢູ່​ໃນ​ເມືອງ​ຕ່າງ​ໆ​ອ້ອມແອ້ມ​ເຮັບໂຣນ. 4 ຕໍ່ມາ ພວກ​ຢູດາ​ບາງຄົນ​ກໍ​ມາຫາດາວິດ​ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ​ປົກຄອງ​ຢູດາ.+

ເຂົາ​ເຈົ້າ​ບອກ​ດາວິດ​ວ່າ: “ຄົນ​ໃນ​ເມືອງ​ຢາເບັດກິລຽດ​ເປັນ​ຜູ້​ຝັງ​ສົບ​ຊາອູນ.” 5 ດາວິດ​ຈຶ່ງ​ສົ່ງ​ຄົນ​ໄປ​ບອກ​ຄົນ​ໃນ​ເມືອງ​ຢາເບັດກິລຽດ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ​ພວກ​ເຈົ້າ​ທີ່​ໄດ້​ຝັງ​ສົບ+ຊາອູນ​ນາຍ​ຂອງ​ພວກ​ເຈົ້າ ເພາະ​ການ​ເຮັດ​ແບບ​ນີ້​ສະແດງ​ວ່າ​ພວກ​ເຈົ້າ​ມີ​ຄວາມ​ຮັກ​ພັກດີ​ຕໍ່​ລາວ. 6 ຂໍ​ໃຫ້​ພະ​ເຢໂຫວາ​ຮັກ​ແລະ​ສັດຊື່​ຕໍ່​ພວກ​ເຈົ້າ​ສະເໝີ. ຂ້ອຍ​ກໍ​ຈະ​ເຮັດ​ດີ​ຕໍ່​ພວກ​ເຈົ້າ​ຄື​ກັນ​ຍ້ອນ​ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ເຮັດ.+ 7 ຂໍ​ໃຫ້​ພວກ​ເຈົ້າ​ເຂັ້ມແຂງ​ແລະ​ກ້າຫານ ເພາະ​ຕອນ​ນີ້​ຊາອູນ​ນາຍ​ຂອງ​ພວກ​ເຈົ້າ​ໄດ້​ຕາຍ​ແລ້ວ ແລະ​ພວກ​ຢູດາ​ໄດ້​ແຕ່ງຕັ້ງ​ຂ້ອຍ​ໃຫ້​ເປັນ​ກະສັດ​ປົກຄອງ​ເຂົາ​ເຈົ້າ​ແລ້ວ.”

8 ຊາອູນ​ຍັງ​ມີ​ລູກ​ຊາຍ​ອີກ​ຜູ້​ໜຶ່ງ​ຊື່​ອິດໂບເຊດ.+ ອັບເນ*+ທີ່​ເປັນ​ຫົວ​ໜ້າ​ກອງ​ທັບ​ຂອງ​ຊາອູນ​ໄດ້​ພາ​ລາວ​ຂ້າມ​ແມ່​ນ້ຳຈໍແດນໄປ​ເມືອງ​ມາຮານາຢິມ+ 9 ແລະ​ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ​ປົກຄອງ​ກິລຽດ+ ພວກ​ອາຊູ ເມືອງ​ເຢດຊະເຣເອນ+ ເຂດ​ເອຟຣາຢິມ+ ເຂດ​ເບັນຢາມິນ ແລະ​ອິດສະຣາເອນ​ທັງ​ໝົດ. 10 ອິດໂບເຊດ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ​ຕອນ​ອາຍຸ 40 ປີ ແລະ​ລາວ​ປົກຄອງ 2 ປີ. ແຕ່​ພວກ​ຢູດາ​ຢູ່ຝ່າຍດາວິດ.+ 11 ດາວິດ​ເປັນ​ກະສັດ​ປົກຄອງ​ພວກ​ຢູດາ​ຢູ່​ເມືອງ​ເຮັບໂຣນ 7 ປີ​ກັບ 6 ເດືອນ.+

12 ຕໍ່ມາ ອັບເນ​ລູກ​ຊາຍ​ຂອງ​ເນ​ກັບພວກ​ທະຫານຂອງ​ອິດໂບເຊດ​ໄດ້​ອອກ​ຈາກ​ເມືອງ​ມາຮານາຢິມ+ໄປ​ເມືອງ​ກິເບໂອນ.+ 13 ໂຢອາບ+ລູກ​ຊາຍ​ຂອງ​ເຊຣູຢາ​+ກັບ​ພວກ​ທະຫານ​ຂອງ​ດາວິດ​ກໍ​ອອກ​ໄປ​ຕໍ່ສູ້​ກັບ​ເຂົາ​ເຈົ້າ​ຢູ່​ສະ​ນ້ຳ​ໃນ​ເມືອງ​ກິເບໂອນ. ແຕ່​ລະ​ຝ່າຍ​ນັ່ງ​ຢູ່​ຄົນ​ລະ​ເບື້ອງ​ຂອງ​ສະ. 14 ແລ້ວອັບເນ​ກໍ​ບອກ​ໂຢອາບ​ວ່າ: “ໃຫ້​ພວກ​ທະຫານ​ອອກ​ມາ​ຕໍ່ສູ້​ກັນ​ຕໍ່​ໜ້າ​ພວກ​ເຮົາ.” ໂຢອາບ​ເວົ້າ​ວ່າ: “ກະ​ໄດ້.” 15 ທັງ​ສອງ​ຝ່າຍ​ຈຶ່ງ​ສົ່ງ​ທະຫານ​ອອກ​ມາ. ຝ່າຍ​ອິດໂບເຊດ​ໄດ້​ເລືອກ​ເອົາ 12 ຄົນ​ຈາກ​ຕະກູນ​ເບັນຢາມິນ ແລະ​ຝ່າຍ​ທະຫານ​ຂອງ​ດາວິດ​ໄດ້​ເລືອກ​ເອົາ 12 ຄົນ​ຄື​ກັນ. 16 ເຂົາ​ເຈົ້າ​ຈັບ​ຫົວ​ຂອງ​ຄູ່​ຕໍ່ສູ້​ແລະ​ເອົາ​ດາບ​ແທງ​ຂ້າງ​ກັນ ແລ້ວ​ທຸກ​ຄົນ​ກໍ​ຕາຍ. ບ່ອນ​ນັ້ນ​ຂອງ​ເມືອງ​ກິເບໂອນ​ຈຶ່ງ​ຖືກ​ເອີ້ນ​ວ່າ​ເຮັນກາດຮັກຊູຣີມ.

17 ການ​ຕໍ່ສູ້​ຫຼັງ​ຈາກ​ນັ້ນ​ຂອງ​ທັງ​ສອງ​ຝ່າຍ​ເປັນ​ຕາ​ຢ້ານ​ຫຼາຍ. ໃນ​ທີ່​ສຸດ ທະຫານ​ຂອງ​ດາວິດ​ກໍ​ຊະນະ​ອັບເນ​ແລະ​ພວກ​ທະຫານ​ອິດສະຣາເອນ. 18 ລູກ​ຊາຍ 3 ຄົນ​ຂອງ​ເຊຣູຢາ​+ທີ່​ຊື່​ໂຢອາບ+ ອາບີຊາຍ+ ແລະ​ອາສາເຮນ+ກໍ​ຢູ່​ຫັ້ນ​ຄື​ກັນ. ອາສາເຮນ​ແລ່ນ​ໄວ​ຫຼາຍ​ຄື​ກັບ​ກວາງ​ທີ່​ແລ່ນ​ຢູ່​ໃນ​ທົ່ງ​ຫຍ້າ. 19 ອາສາເຮນ​ແລ່ນ​ໄລ່​ອັບເນ​ຕະຫຼອດ. ອັບເນ​ແລ່ນ​ໄປ​ທາງ​ໃດ ອາສາເຮນ​ກໍ​ແລ່ນ​ໄປ​ທາງ​ນັ້ນ. 20 ຕອນ​ທີ່​ແລ່ນ​ຢູ່​ນັ້ນ ອັບເນ​ຫຼຽວ​ຫຼັງ​ມາ​ເບິ່ງ​ແລະ​ຖາມ​ວ່າ: “ເຈົ້າ​ແມ່ນ​ອາສາເຮນ​ຫວາ?” ລາວ​ຕອບ​ວ່າ: “ແມ່ນ​ແລ້ວ.” 21 ອັບເນ​ບອກ​ລາວ​ວ່າ: “ເຊົາ​ແລ່ນໄລ່ຂ້ອຍ. ໃຫ້​ເຈົ້າ​ໄປ​ໄລ່​ຈັບ​ທະຫານ​ຜູ້​ໜຶ່ງ​ຂອງ​ຂ້ອຍ ຖ້າ​ເຈົ້າ​ໄລ່​ທັນ​ແລະ​ຢາກ​ໄດ້​ຫຍັງ​ຂອງ​ລາວ​ກໍ​ເອົາ​ໄປ​ໂລດ.” ແຕ່​ອາສາເຮນ​ກໍ​ຍັງ​ບໍ່​ເຊົາ​ແລ່ນ​ໄລ່​ອັບເນ. 22 ອັບເນ​ຈຶ່ງ​ບອກ​ອາສາເຮນ​ອີກ​ເທື່ອ​ໜຶ່ງ​ວ່າ: “ເຊົາ​ແລ່ນ​ໄລ່​ຂ້ອຍ​ແມ້. ຂ້ອຍ​ບໍ່​ຢາກ​ຂ້າເຈົ້າ. ຖ້າຂ້ອຍ​ຂ້າເຈົ້າ ຂ້ອຍ​ຈະ​ກ້າ​ສູ້​ໜ້າ​ໂຢອາບ​ອ້າຍ​ຂອງ​ເຈົ້າ​ໄດ້​ແນວ​ໃດ?” 23 ແຕ່​ອາສາເຮນ​ກໍ​ຍັງ​ບໍ່​ເຊົາ​ແລ່ນ​ໄລ່ ອັບເນ​ຈຶ່ງເອົາ​ປາຍ​ຫອກແທງ​ກັບ​ຫຼັງແລະ​ສຽບ​ທ້ອງ​ຂອງ​ອາສາເຮນ​+ຈົນ​ຊອດ​ຮອດ​ຫຼັງ. ລາວ​ລົ້ມ​ຟຸບ​ລົງ​ຫັ້ນ​ແລ້ວ​ກໍ​ຕາຍ. ເມື່ອ​ພວກ​ທະຫານ​ມາ​ຮອດ​ບ່ອນ​ທີ່​ອາສາເຮນ​ນອນ​ຕາຍ​ຢູ່ ເຂົາ​ເຈົ້າ​ກໍ​ຢຸດ​ຢູ່​ຫັ້ນ​ບຶດ​ໜຶ່ງ.

24 ໂຢອາບ​ກັບ​ອາບີຊາຍ​ໄດ້ໄລ່ນຳ​ອັບເນ​ຕໍ່. ຕອນ​ທີ່​ຕາເວັນໃກ້​ຈະ​ຕົກ​ດິນ ເຂົາ​ເຈົ້າ​ມາ​ຮອດ​ໂນນ​ພູ​ອຳມາ​ທີ່​ຢູ່​ກົງ​ກັນ​ຂ້າມ​ກັບ​ກີອາ ຕາມ​ທາງ​ໄປ​ບ່ອນ​ກັນດານ​ກິເບໂອນ. 25 ແລ້ວ​ພວກ​ທະຫານ​ເບັນຢາມິນ​ກໍ​ມາ​ຢືນ​ລວມ​ກັນ​ຢູ່​ທາງ​ຫຼັງ​ອັບເນ. ເຂົາ​ເຈົ້າ​ມາ​ລວມ​ກັນ​ເປັນ​ກອງ​ທັບ​ດຽວ​ແລ້ວ​ໄປ​ຢືນ​ຢູ່​ເທິງ​ໂນນ​ພູ​ໜຶ່ງ. 26 ອັບເນ​ຮ້ອງ​ຖາມ​ໂຢອາບ​ວ່າ: “ພວກ​ເຮົາຊິຂ້າ​ຟັນກັນອີກ​ດົນ​ປານ​ໃດ? ຖ້າ​ເຮັດ​ແບບ​ນີ້​ຕໍ່​ໄປ ພວກ​ເຮົາ​ກໍ​ມີ​ແຕ່​ຄວາມ​ຄຽດ​ແຄ້ນ​ໃຫ້​ກັນ. ປານ​ໃດ​ເຈົ້າ​ຊິ​ບອກ​ໃຫ້​ພວກ​ລູກ​ນ້ອງ​ຂອງ​ເຈົ້າ​ເຊົາ​ນຳ​ຂ້າ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ?” 27 ໂຢອາບ​ບອກ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະເຈົ້າ​ຜູ້​ມີ​ຊີວິດຢູ່ວ່າ ຖ້າ​ເຈົ້າ​ບໍ່​ໄດ້​ເວົ້າ​ເຖິງ​ເລື່ອງ​ນີ້ ພວກ​ລູກ​ນ້ອງ​ຂອງ​ຂ້ອຍ​ກໍຈະ​ນຳ​ຂ້າ​ພວກ​ພີ່ນ້ອງຂອງ​ເຂົາ​ເຈົ້າ​ຈົນ​ຮອດ​ມື້​ອື່ນ​ເຊົ້າ.” 28 ແລ້ວ​ໂຢອາບ​ກໍ​ເປົ່າ​ແກ​ເຂົາ​ສັດ ພວກ​ລູກ​ນ້ອງ​ຂອງ​ລາວ​ຈຶ່ງ​ເຊົາ​ນຳ​ຂ້າ​ພວກ​ອິດສະຣາເອນ ແລະ​ເຂົາ​ເຈົ້າ​ກໍ​ເຊົາ​ຕໍ່ສູ້​ກັນ.

29 ໃນ​ຄືນ​ນັ້ນ ອັບເນ​ກັບ​ພວກ​ລູກ​ນ້ອງ​ໄດ້​ເດີນ​ທາງ​ໝົດ​ຄືນ. ເຂົາ​ເຈົ້າ​ເດີນ​ທາງເຂົ້າ​ໄປ​ໃນ​ເຂດ​ອາຣາບາ+ແລະ​ຂ້າມ​ແມ່​ນ້ຳ​ຈໍແດນ ແລ້ວ​ຍ່າງ​ຜ່ານ​ຮ່ອມພູ* ແລະ​ໃນ​ທີ່​ສຸດ​ກໍ​ໄປ​ຮອດ​ເມືອງ​ມາຮານາຢິມ.+ 30 ຫຼັງ​ຈາກ​ທີ່​ໂຢອາບ​ເຊົາ​ນຳ​ຂ້າ​ອັບເນ​ແລ້ວ ລາວ​ໄດ້​ເອີ້ນ​ທະຫານ​ທຸກ​ຄົນ​ໃຫ້​ມາ​ລວມ​ກັນ. ອາສາເຮນ​ກັບ​ທະຫານ​ຂອງ​ດາວິດ 19 ຄົນ​ຖືກ​ຂ້າ. 31 ແຕ່​ທະຫານ​ຂອງ​ດາວິດ​ຊະນະ​ທະຫານ​ຂອງ​ອັບເນ​ກັບ​ພວກ​ເບັນຢາມິນ ແລະ​ຂ້າ​ທະຫານ​ຂອງ​ເຂົາ​ເຈົ້າ​ຕາຍ 360 ຄົນ. 32 ໂຢອາບ​ກັບ​ພວກ​ທະຫານ​ເອົາ​ສົບ​ຂອງ​ອາສາເຮນ​+ໄປ​ຝັງ​ຢູ່​ບ່ອນ​ຝັງ​ສົບ​ຂອງ​ພໍ່​ລາວ​ໃນ​ເມືອງ​ເບັດເລເຮັມ.+ ແລ້ວ​ເຂົາ​ເຈົ້າ​ກໍ​ເດີນ​ທາງ​ໝົດ​ຄືນ​ແລະ​ໄປ​ຮອດ​ເມືອງ​ເຮັບໂຣນ+ຕອນ​ສວາຍ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌