ຈາກປົກ | ອ່ານຄຳພີໄບເບິນໃຫ້ມ່ວນແລະໄດ້ຮັບປະໂຫຍດ
ອ່ານແນວໃດໃຫ້ມ່ວນ?
ເຈົ້າອ່ານຄຳພີໄບເບິນແລ້ວຮູ້ສຶກແນວໃດ? ເບື່ອບໍ? ຫຼືມັກຫຼາຍ? ສ່ວນຫຼາຍກໍຂຶ້ນຢູ່ກັບວ່າເຈົ້າອ່ານແບບໃດ. ມາເບິ່ງນຳກັນວ່າມີຫຍັງແດ່ທີ່ຈະຊ່ວຍໃຫ້ເຈົ້າມ່ວນກັບການອ່ານແລະເຮັດໃຫ້ຄຳພີໄບເບິນໜ້າສົນໃຈຫຼາຍຂຶ້ນສຳລັບເຈົ້າ.
ເລືອກສະບັບແປທີ່ເຊື່ອຖືໄດ້ ແລະແປດ້ວຍພາສາທັນສະໄໝ. ຖ້າເຈົ້າອ່ານເລື່ອງທີ່ມີແຕ່ຄຳຍາກໆຫຼືໃຊ້ພາສາບູຮານທີ່ເຈົ້າບໍ່ຄ່ອຍເຂົ້າໃຈ ເຈົ້າຄືຊິອ່ານເລື່ອງນັ້ນບໍ່ຄ່ອຍມ່ວນປານໃດ. ດັ່ງນັ້ນ ເຈົ້າຕ້ອງເລືອກຄຳພີໄບເບິນທີ່ໃຊ້ພາສາເຂົ້າໃຈງ່າຍ. ແຕ່ກໍຕ້ອງແປຢ່າງຖືກຕ້ອງແລະເຊື່ອຖືໄດ້ນຳ.a
ໃຊ້ເຕັກໂນໂລຊີທີ່ທັນສະໄໝ. ທຸກມື້ນີ້ຄຳພີໄບເບິນບໍ່ໄດ້ມີແຕ່ແບບທີ່ພິມເປັນຫົວເທົ່ານັ້ນ ແຕ່ຍັງມີໃນຮູບແບບດິຈິຕໍນຳ. ຄຳພີໄບເບິນບາງສະບັບແປສາມາດອ່ານອອນລາຍຫຼືດາວໂຫຼດໄວ້ໃນຄອມພິວເຕີ ແທັບເລັດ ຫຼືໂທລະສັບມືຖືໄດ້ນຳ. ບາງສະບັບຍັງມີເຄື່ອງມືເພີ່ມເຕີມສຳລັບຄົ້ນຫາຂໍ້ຄຳພີໄດ້ຢ່າງໄວວາຫຼືສາມາດທຽບກັບຂໍ້ດຽວກັນຈາກສະບັບແປອື່ນໆໄດ້. ຖ້າເຈົ້າມັກຟັງຫຼາຍກວ່າອ່ານ ຄຳພີໄບເບິນໃນບາງພາສາຍັງມີໃນຮູບແບບຟາຍສຽງນຳ. ບາງຄົນມັກຟັງເມື່ອເດີນທາງ ລີດເຄື່ອງ ຫຼືເຮັດວຽກອື່ນໆຢູ່. ເຈົ້າຢາກລອງເບິ່ງຈັກວິທີໜຶ່ງບໍ?
ໃຊ້ເຄື່ອງມືຄົ້ນຄວ້າ. ເຄື່ອງມືຄົ້ນຄວ້າຄຳພີໄບເບິນຈະຊ່ວຍໃຫ້ເຈົ້າໄດ້ປະໂຫຍດຈາກການອ່ານຫຼາຍຂຶ້ນ. ແຜນທີ່ສະແດງດິນແດນຕ່າງໆໃນຄຳພີໄບເບິນຈະຊ່ວຍເຈົ້າໃຫ້ຮູ້ວ່າສະຖານທີ່ທີ່ເຈົ້າອ່ານເຈິນັ້ນຢູ່ບ່ອນໃດ ແລ້ວເຈົ້າຈະເຫັນພາບໄດ້ແຈ້ງຂຶ້ນ. ເຈົ້າຈະເຂົ້າໃຈຄວາມໝາຍຂອງເລື່ອງຕ່າງໆໃນຄຳພີໄບເບິນຫຼາຍຂຶ້ນນຳຖ້າເຈົ້າອ່ານບົດຄວາມທີ່ຢູ່ໃນວາລະສານນີ້ຫຼືໃນເວັບໄຊ jw.org/lo ໃນຫົວຂໍ້ “ຄຳສອນໃນຄຳພີໄບເບິນ.”
ໃຊ້ວິທີການອ່ານທີ່ຫຼາກຫຼາຍ. ຖ້າເຈົ້າຄິດວ່າຕ້ອງອ່ານຄຳພີໄບເບິນຕັ້ງແຕ່ຕົ້ນຈົນຈົບເຈົ້າອາດຈະຮູ້ສຶກທໍ້ກໍໄດ້ ຄັນຊັ້ນເປັນຫຍັງຄືບໍ່ລອງເລີ່ມອ່ານຈາກບາງເລື່ອງທີ່ເຈົ້າມັກກ່ອນ? ຫຼືຖ້າເຈົ້າຢາກຮູ້ເລື່ອງຂອງບາງຄົນໃນຄຳພີໄບເບິນທີ່ເຈົ້າເຄີຍໄດ້ຍິນ ເຈົ້າກໍອາດຈະອ່ານເລື່ອງລາວຂອງເຂົາເຈົ້າເປັນແຕ່ລະຄົນໄປ. ຕົວຢ່າງການອ່ານແບບນີ້ມີຢູ່ໃນຂອບ “ມາຮູ້ຈັກກັບບາງຄົນໃນຄຳພີໄບເບິນ.” ນອກຈາກນັ້ນ ເຈົ້າອາດຈະເລືອກອ່ານຕາມຫົວເລື່ອງ ຫຼືຕາມລຳດັບເຫດການທີ່ເກີດຂຶ້ນໃນຄຳພີໄບເບິນກໍໄດ້. ເຈົ້າໜ້າຈະລອງເບິ່ງຈັກວິທີໜຶ່ງທີ່ເໝາະກັບເຈົ້າ.
a ຫຼາຍຄົນເຫັນວ່າພະຄຳພີສະບັບແປໂລກໃໝ່ ຖືກຕ້ອງແມ່ນຢຳ ເຊື່ອຖືໄດ້ ແລະອ່ານເຂົ້າໃຈງ່າຍນຳ. ຄຳພີໄບເບິນສະບັບແປນີ້ຈັດພິມໂດຍພະຍານພະເຢໂຫວາ ເຊິ່ງຫາອ່ານໄດ້ຫຼາຍກວ່າ 130 ພາສາ. ເຈົ້າສາມາດດາວໂຫຼດໄດ້ໃນເວັບໄຊ jw.org/lo ຫຼືດາວໂຫຼດແອັບ JW Library. ຫຼືຖ້າເຈົ້າຕ້ອງການຄຳພີໄບເບິນແບບເປັນຫົວ ພະຍານພະເຢໂຫວາຍິນດີເອົາໄປໃຫ້ເຈົ້າຢູ່ເຮືອນ.