ບົດຄວາມສຶກສາທີ 21
ເພງທີ 21 ໃຫ້ການປົກຄອງຂອງພະເຈົ້າເປັນສິ່ງສຳຄັນທີ່ສຸດໃນຊີວິດ
ໃຫ້ຕັ້ງໃຈລໍຖ້າ “ເມືອງທີ່ຖາວອນ”
“ພວກເຮົາຕັ້ງໃຈລໍຖ້າເມືອງທີ່ຈະມາໃນອະນາຄົດ.”—ຮຣ. 13:14
ຈຸດສຳຄັນ
ເຮົາຈະເບິ່ງວ່າຄຳແນະນຳໃນເຮັບເຣີບົດ 13 ເປັນປະໂຫຍດແນວໃດສຳລັບເຮົາໃນທຸກມື້ນີ້ແລະໃນອະນາຄົດ.
1. ພະເຢຊູບອກວ່າຈະເກີດຫຍັງຂຶ້ນກັບເມືອງເຢຣູຊາເລັມ?
ສອງສາມມື້ກ່ອນພະເຢຊູຈະຕາຍ ເພິ່ນບອກພວກລູກສິດກ່ຽວກັບຄຳພະຍາກອນໜຶ່ງເຊິ່ງເກີດຂຶ້ນແທ້ຕອນທີ່ເມືອງເຢຣູຊາເລັມແລະວິຫານຂອງເມືອງນັ້ນຖືກທຳລາຍ. ເພິ່ນເຕືອນວ່າ ມື້ໜຶ່ງຈະມີ “ກອງທັບມາຕັ້ງຄ້າຍອ້ອມ” ເມືອງເຢຣູຊາເລັມ. (ລກ. 21:20) ພະເຢຊູບອກພວກລູກສິດວ່າ ເມື່ອເຫັນກອງທັບເຫຼົ່ານັ້ນເຂົາເຈົ້າຄວນໜີທັນທີ. ສິ່ງທີ່ພະເຢຊູເວົ້າໄດ້ເກີດຂຶ້ນແທ້ ກອງທັບໂຣມໄດ້ມາລ້ອມເມືອງເຢຣູຊາເລັມ.—ລກ. 21:21, 22
2. ໂປໂລແນະນຳຄລິດສະຕຽນທີ່ຢູ່ແຂວງຢູດາຍແລະຢູ່ເມືອງເຢຣູຊາເລັມວ່າແນວໃດ?
2 ສອງສາມປີກ່ອນທີ່ກອງທັບໂຣມຈະມາລ້ອມເມືອງເຢຣູຊາເລັມ ໂປໂລໄດ້ຂຽນຈົດໝາຍໄປຫາຄລິດສະຕຽນໃນແຂວງຢູດາຍແລະໃນເມືອງເຢຣູຊາເລັມເຊິ່ງມີຂໍ້ຄວາມທີ່ສຳຄັນ. ຈົດໝາຍນັ້ນໃນປັດຈຸບັນນີ້ແມ່ນປຶ້ມເຮັບເຣີ. ໃນຈົດໝາຍສະບັບນັ້ນ ໂປໂລແນະນຳເຂົາເຈົ້າໃຫ້ກຽມພ້ອມສຳລັບຊ່ວງເວລາທີ່ຫຍຸ້ງຍາກລຳບາກທີ່ຈະເກີດຂຶ້ນໃນອະນາຄົດ. ຈະເກີດຫຍັງຂຶ້ນ? ເມືອງເຢຣູຊາເລັມຈະຖືກທຳລາຍ. ຖ້າຄລິດສະຕຽນເຫຼົ່ານັ້ນຢາກລອດຊີວິດ ເຂົາເຈົ້າຕ້ອງພ້ອມທີ່ຈະປະຖິ້ມເຮືອນຊານແລະທຸລະກິດຕ່າງໆ. ໂປໂລຂຽນກ່ຽວກັບເມືອງເຢຣູຊາເລັມວ່າ: “ພວກເຮົາບໍ່ໄດ້ມີເມືອງທີ່ຖາວອນຢູ່ນີ້.” ລາວເວົ້າຕື່ມວ່າ: “ແຕ່ພວກເຮົາຕັ້ງໃຈລໍຖ້າເມືອງທີ່ຈະມາໃນອະນາຄົດ.”—ຮຣ. 13:14
3. “ເມືອງທີ່ຕັ້ງຢູ່ເທິງຮາກຖານທີ່ໝັ້ນຄົງ” ແມ່ນຫຍັງ ແລະເປັນຫຍັງເຮົາຈຶ່ງລໍຖ້າເມືອງນີ້?
3 ຄລິດສະຕຽນທີ່ຕັດສິນໃຈໜີອອກຈາກເມືອງເຢຣູຊາເລັມແລະແຂວງຢູດາຍອາດຖືກຄົນເຍາະເຍີ້ຍແລະຖືກເວົ້າໃຫ້ວ່າໂງ່ ແຕ່ການເຮັດແບບນັ້ນຊ່ວຍຊີວິດເຂົາເຈົ້າ. ໃນທຸກມື້ນີ້ຄົນອາດເວົ້າໃຫ້ເຮົາວ່າໂງ່ຍ້ອນເຮົາບໍ່ໄດ້ໄວ້ວາງໃຈໃນຊັບສິນເງິນຄຳ ບໍ່ໄດ້ເພິ່ງມະນຸດໃຫ້ແກ້ໄຂບັນຫາທີ່ເກີດຂຶ້ນໃນໂລກ ແລະບໍ່ໄດ້ສະແຫວງຫາຊີວິດທີ່ສະດວກສະບາຍໃນໂລກນີ້. ເປັນຫຍັງເຮົາຈຶ່ງເລືອກແບບນັ້ນ? ຍ້ອນເຮົາຮູ້ວ່າອີກບໍ່ດົນການປົກຄອງຂອງພະເຈົ້າຈະທຳລາຍໂລກຊົ່ວນີ້. ເຮົາກຳລັງລໍຖ້າ “ເມືອງທີ່ຕັ້ງຢູ່ເທິງຮາກຖານທີ່ໝັ້ນຄົງ” ເຊິ່ງກໍຄືການປົກຄອງຂອງພະເຈົ້າ “ທີ່ຈະມາໃນອະນາຄົດ” (ຮຣ. 11:10; ມທ. 6:33) ໃນແຕ່ລະຫົວຂໍ້ຍ່ອຍຂອງບົດນີ້ຈະເວົ້າເຖິງ 3 ຈຸດຕໍ່ໄປນີ້: (1) ຄຳແນະນຳຂອງໂປໂລຊ່ວຍຄລິດສະຕຽນໃນສະຕະວັດທຳອິດແນວໃດໃຫ້ຕັ້ງໃຈລໍຖ້າ “[ເມືອງ] ທີ່ຈະມາໃນອະນາຄົດ” (2) ໂປໂລກຽມເຂົາເຈົ້າແນວໃດສຳລັບເຫດການທີ່ຈະເກີດຂຶ້ນໃນອະນາຄົດ ແລະ (3) ຄຳແນະນຳຂອງລາວຊ່ວຍເຮົາແນວໃດໃນທຸກມື້ນີ້.
ໃຫ້ໄວ້ວາງໃຈພະເຢໂຫວາຍ້ອນເພິ່ນຈະບໍ່ປະບໍ່ຖິ້ມເຈົ້າ
4. ເປັນຫຍັງເມືອງເຢຣູຊາເລັມຈຶ່ງສຳຄັນຫຼາຍຕໍ່ຄລິດສະຕຽນ?
4 ເມືອງເຢຣູຊາເລັມສຳຄັນຫຼາຍຕໍ່ຄລິດສະຕຽນ. ປະຊາຄົມຄລິດສະຕຽນປະຊາຄົມທຳອິດຖືກຕັ້ງຂຶ້ນຢູ່ເມືອງນີ້ໃນປີ 33 ແລະພີ່ນ້ອງຊາຍທີ່ເປັນຄະນະກຳມະການປົກຄອງກໍຢູ່ເມືອງນີ້ຄືກັນ. ນອກຈາກນັ້ນ ຄລິດສະຕຽນຫຼາຍຄົນກໍມີເຮືອນແລະມີຊັບສິນຢູ່ເມືອງນີ້. ແຕ່ພະເຢຊູເຕືອນລູກສິດຂອງເພິ່ນວ່າເຂົາເຈົ້າຕ້ອງໜີອອກຈາກເມືອງເຢຣູຊາເລັມແລະແຂວງຢູດາຍ.—ມທ. 24:16
5. ໂປໂລໄດ້ກຽມຄລິດສະຕຽນແນວໃດສຳລັບສິ່ງທີ່ຈະເກີດຂຶ້ນ?
5 ເພື່ອກຽມຄລິດສະຕຽນໃຫ້ພ້ອມສຳລັບສິ່ງທີ່ຈະເກີດຂຶ້ນ ໂປໂລໄດ້ຊ່ວຍເຂົາເຈົ້າໃຫ້ເຂົ້າໃຈຫຼາຍຂຶ້ນວ່າພະເຢໂຫວາຮູ້ສຶກແນວໃດຕໍ່ເມືອງເຢຣູຊາເລັມ. ໂປໂລເຕືອນເຂົາເຈົ້າວ່າ ໃນຄວາມຄິດຂອງພະເຢໂຫວາ ວິຫານ ພວກປະໂລຫິດ ແລະເຄື່ອງບູຊາທີ່ເຜົາຢູ່ຫັ້ນບໍ່ໄດ້ສັກສິດອີກຕໍ່ໄປ. (ຮຣ. 8:13) ນອກຈາກນັ້ນ ຄົນສ່ວນຫຼາຍໃນເມືອງນັ້ນໄດ້ປະຕິເສດເມຊີອາ. ສະນັ້ນ ວິຫານຢູ່ເມືອງເຢຣູຊາເລັມຈຶ່ງບໍ່ໄດ້ເປັນສູນກາງຂອງການນະມັດສະການພະເຢໂຫວາອີກຕໍ່ໄປແລະມັນຈະຖືກທຳລາຍ.—ລກ. 13:34, 35
6. ເປັນຫຍັງຄຳເຕືອນຂອງໂປໂລທີ່ຢູ່ເຮັບເຣີ 13:5, 6 ຈຶ່ງເໝາະກັບເວລາສຳລັບຄລິດສະຕຽນ?
6 ຕອນທີ່ໂປໂລຂຽນຈົດໝາຍໄປຫາຄລິດສະຕຽນຄົນເຮັບເຣີ ເຢຣູຊາເລັມເປັນເມືອງທີ່ຈະເລີນຮຸ່ງເຮືອງ. ນັກຂຽນຄົນໂຣມຜູ້ໜຶ່ງໃນສະໄໝນັ້ນເວົ້າວ່າ: “ເຢຣູຊາເລັມເປັນເມືອງທີ່ມີຊື່ສຽງທີ່ສຸດໃນເຂດຕາເວັນອອກ.” ຄົນຢິວຈາກຫຼາຍບ່ອນໄດ້ເດີນທາງໄປຫັ້ນປີລະ 3 ເທື່ອເພື່ອສະຫຼອງເທດສະການຕ່າງໆເຊິ່ງຊ່ວຍສົ່ງເສີມເສດຖະກິດໃຫ້ດີຂຶ້ນ. ແນ່ນອນວ່າຄລິດສະຕຽນບາງຄົນກໍໄດ້ຮັບປະໂຫຍດຈາກສະພາບເສດຖະກິດທີ່ດີນີ້. ຍ້ອນແນວນີ້ໂປໂລຈຶ່ງບອກເຂົາເຈົ້າວ່າ: “ຢ່າໃຊ້ຊີວິດແບບຄົນຮັກເງິນ ແຕ່ໃຫ້ພວກເຈົ້າພໍໃຈໃນສິ່ງທີ່ມີຢູ່.” ຈາກນັ້ນ ລາວໄດ້ເວົ້າເຖິງພະຄຳພີຂໍ້ໜຶ່ງເຊິ່ງເປັນຄຳຮັບຮອງທີ່ໜັກແໜ້ນທີ່ພະເຢໂຫວາໄດ້ຮັບຮອງກັບຜູ້ຮັບໃຊ້ຂອງເພິ່ນແຕ່ລະຄົນວ່າ: “ເຮົາຈະບໍ່ປະບໍ່ຖິ້ມເຈົ້າ ເຮົາຈະຊ່ວຍເຈົ້າຕະຫຼອດ.” (ອ່ານເຮັບເຣີ 13:5, 6; ພບຍ. 31:6; ພສ. 118:6) ຄລິດສະຕຽນທີ່ຢູ່ເມືອງເຢຣູຊາເລັມແລະຢູ່ແຂວງຢູດາຍຕ້ອງການຄຳຮັບຮອງແບບນັ້ນ. ຍ້ອນຫຍັງ? ຍ້ອນວ່າບໍ່ດົນຫຼັງຈາກທີ່ໄດ້ຮັບຈົດໝາຍສະບັບນີ້ເຂົາເຈົ້າຕ້ອງປະຖິ້ມເຮືອນຊານ ທຸລະກິດ ແລະວັດຖຸສິ່ງຂອງທັງໝົດແລ້ວໄປເລີ່ມຕົ້ນຊີວິດໃໝ່ຢູ່ບ່ອນອື່ນ.
7. ເປັນຫຍັງເຮົາຄວນໄວ້ວາງໃຈພະເຢໂຫວາເຕັມທີຕັ້ງແຕ່ຕອນນີ້?
7 ບົດຮຽນສຳລັບເຮົາ: ອີກບໍ່ດົນຈະເກີດຫຍັງຂຶ້ນ? “ຄວາມທຸກລຳບາກຄັ້ງໃຫຍ່” ຈະເລີ່ມຕົ້ນແລະໂລກຊົ່ວນີ້ຈະຖືກທຳລາຍ. (ມທ. 24:21) ຄືກັບຄລິດສະຕຽນໃນເມືອງເຢຣູຊາເລັມ ເຮົາຕ້ອງຕື່ນໂຕແລະກຽມພ້ອມຢູ່ສະເໝີ. (ລກ. 21:34-36) ໃນໄລຍະຄວາມທຸກລຳບາກຄັ້ງໃຫຍ່ ເຮົາອາດຕ້ອງໄດ້ປະຖິ້ມເຮືອນຊານແລະວັດຖຸສິ່ງຂອງທຸກຢ່າງ. ໃນຕອນນັ້ນ ເຮົາຕ້ອງໝັ້ນໃຈເຕັມທີວ່າພະເຢໂຫວາຈະບໍ່ປະບໍ່ຖິ້ມເຮົາ. ແມ່ນແຕ່ຕອນນີ້ ກ່ອນທີ່ຄວາມທຸກລຳບາກຄັ້ງໃຫຍ່ຈະເລີ່ມຕົ້ນເຮົາສະແດງໃຫ້ເຫັນໄດ້ວ່າເຮົາໄວ້ວາງໃຈພະເຢໂຫວາຫຼາຍສ່ຳໃດ. ໃຫ້ຖາມໂຕເອງວ່າ: ‘ການກະທຳແລະເປົ້າໝາຍຂອງຂ້ອຍເຮັດໃຫ້ເຫັນບໍວ່າຂ້ອຍໄວ້ວາງໃຈພະເຢໂຫວາຜູ້ທີ່ສັນຍາວ່າຈະເບິ່ງແຍງຂ້ອຍ ບໍ່ແມ່ນໄວ້ວາງໃຈໃນຊັບສົມບັດຂອງໂຕເອງ?’ (1ຕມ. 6:17) ແມ່ນຢູ່ວ່າເຮົາໄດ້ບົດຮຽນຈາກສິ່ງທີ່ເກີດຂຶ້ນກັບຄລິດສະຕຽນໃນສະໄໝແຕ່ກີ້ ແຕ່ “ຄວາມທຸກລຳບາກຄັ້ງໃຫຍ່” ຈະໜັກກວ່າທີ່ຄລິດສະຕຽນເຫຼົ່ານັ້ນເຈິ. ຄັນຊັ້ນ ເຮົາຈະຮູ້ໄດ້ແນວໃດວ່າຄວນເຮັດຈັ່ງໃດເມື່ອຄວາມທຸກລຳບາກຄັ້ງໃຫຍ່ເລີ່ມຕົ້ນ?
ໃຫ້ເຊື່ອຟັງຜູ້ທີ່ນຳໜ້າ
8. ພະເຢຊູບອກພວກລູກສິດໃຫ້ເຮັດຫຍັງ?
8 ສອງສາມປີຫຼັງຈາກທີ່ຄລິດສະຕຽນຄົນເຮັບເຣີໄດ້ຮັບຈົດໝາຍຈາກໂປໂລ ເຂົາເຈົ້າກໍເຫັນກອງທັບໂຣມມາລ້ອມເມືອງເຢຣູຊາເລັມ. ນັ້ນເປັນສັນຍານທີ່ບອກໃຫ້ຮູ້ວ່າເປັນເວລາທີ່ເຂົາເຈົ້າຕ້ອງໜີ ຍ້ອນວ່າອີກບໍ່ດົນເມືອງເຢຣູຊາເລັມຈະຖືກທຳລາຍ. (ມທ. 24:3; ລກ. 21:20, 24) ແຕ່ເຂົາເຈົ້າຈະໜີໄປໃສ? ພະເຢຊູມີແຕ່ບອກວ່າ: “ໃຫ້ຄົນທີ່ຢູ່ໃນແຂວງຢູດາຍເລີ່ມໜີໄປຢູ່ພູ.” (ລກ. 21:21) ແຕ່ໃນເຂດນັ້ນມີພູບັກຫຼາຍໆໜ່ວຍ ເຂົາເຈົ້າຈະຮູ້ໄດ້ແນວໃດວ່າຈະໜີໄປຢູ່ພູໜ່ວຍໃດ?
9. ເປັນຫຍັງຄລິດສະຕຽນອາດສົງໄສວ່າເຂົາເຈົ້າຄວນຈະໜີໄປຢູ່ພູໜ່ວຍໃດ? (ເບິ່ງແຜນທີ່ນຳ)
9 ພູທີ່ຄລິດສະຕຽນສາມາດໜີໄປໄດ້ມີ: ພູໃນຊາມາເຣຍ ພູໃນແຂວງຄາລີເລ ພູເຮີໂມນ ພູໃນເລບານອນ ແລະພູທີ່ຢູ່ອີກຟາກໜຶ່ງຂອງແມ່ນ້ຳຈໍແດນ. (ເບິ່ງແຜນທີ່) ໃນເຂດພູເຫຼົ່ານັ້ນມີບາງເມືອງທີ່ອາດເບິ່ງຄືວ່າເປັນບ່ອນທີ່ປອດໄພທີ່ອາໄສຢູ່ໄດ້. ຕົວຢ່າງເຊັ່ນ: ເມືອງກຳລາຕັ້ງຢູ່ພູທີ່ສູງແລະເຂົ້າໄປຫາໄດ້ຍາກ. ຄົນຢິວບາງຄົນຈຶ່ງຄິດວ່າເມືອງນີ້ເປັນບ່ອນທີ່ປອດໄພ. ແຕ່ທີ່ຈິງແລ້ວເມືອງກຳລາເປັນບ່ອນທີ່ຄົນຢິວກັບຄົນໂຣມຕໍ່ສູ້ກັນຢ່າງດຸເດືອດ ແລະຄົນໃນເມືອງນີ້ກໍຖືກຂ້າຕາຍບັກຫຼາຍໆ.a
ມີພູຫຼາຍໜ່ວຍທີ່ຄລິດສະຕຽນຈະໜີໄປໄດ້ ແຕ່ບໍ່ແມ່ນພູທຸກໜ່ວຍຈະປອດໄພ (ເບິ່ງຂໍ້ 9)
10-11. (ກ) ພະເຢໂຫວາອາດຊີ້ນຳຄລິດສະຕຽນແນວໃດ? (ເຮັບເຣີ 13:7, 17) (ຂ) ຄລິດສະຕຽນໄດ້ຮັບປະໂຫຍດຫຍັງຈາກການເຊື່ອຟັງຜູ້ທີ່ນຳໜ້າ? (ເບິ່ງຮູບນຳ)
10 ເບິ່ງຄືວ່າພະເຢໂຫວາຊີ້ນຳຄລິດສະຕຽນໂດຍທາງຜູ້ທີ່ນຳໜ້າໃນປະຊາຄົມ. ໃນເວລາຕໍ່ມາ ນັກປະຫວັດສາດຊື່ຢູເຊບິອຸດສ໌ໄດ້ຂຽນກ່ຽວກັບຊ່ວງເວລານັ້ນວ່າ: “ພະເຈົ້າໄດ້ບອກພີ່ນ້ອງຊາຍບາງຄົນທີ່ໄດ້ຮັບການແຕ່ງຕັ້ງໃນເມືອງເຢຣູຊາເລັມວ່າ ໃຫ້ຄລິດສະຕຽນໜີອອກຈາກເມືອງເຢຣູຊາເລັມໄປຢູ່ເມືອງເພລາໃນແຂວງພີເຣຍ.” ເພລາເບິ່ງຄືວ່າເປັນທາງເລືອກທີ່ດີຍ້ອນຢູ່ບໍ່ໄກຈາກເມືອງເຢຣູຊາເລັມແລະການເດີນທາງໄປຫັ້ນກໍງ່າຍ. ນອກຈາກນັ້ນ ຄົນສ່ວນຫຼາຍທີ່ຢູ່ເມືອງເພລາເປັນຄົນຕ່າງຊາດ ສະນັ້ນເຂົາເຈົ້າຈຶ່ງບໍ່ໄດ້ພະຍາຍາມຕໍ່ສູ້ກັບພວກໂຣມ.—ເບິ່ງແຜນທີ່
11 ຄລິດສະຕຽນທີ່ໜີໄປຢູ່ພູເຮັດຕາມຄຳແນະນຳຂອງໂປໂລທີ່ “ໃຫ້ເຊື່ອຟັງແລະຍອມຮັບອຳນາດຂອງຜູ້ທີ່ນຳໜ້າ” ໃນປະຊາຄົມ. (ອ່ານເຮັບເຣີ 13:7, 17) ຜົນກໍຄື ເຂົາເຈົ້າລອດຊີວິດ. ຍ້ອນເຂົາເຈົ້າລໍຖ້າການປົກຄອງຂອງພະເຈົ້າ ເຊິ່ງກໍຄື “ເມືອງທີ່ຕັ້ງຢູ່ເທິງຮາກຖານທີ່ໝັ້ນຄົງ” ພະເຢໂຫວາຈຶ່ງບໍ່ໄດ້ປະຖິ້ມເຂົາເຈົ້າ.—ຮຣ. 11:10
ເມືອງເພລາເປັນບ່ອນທີ່ປອດໄພແລະບໍ່ໄດ້ຢູ່ໄກໂພດ (ເບິ່ງຂໍ້ 10-11)
12-13. ພະເຢໂຫວາຊີ້ນຳປະຊາຊົນຂອງເພິ່ນແນວໃດໃນໄລຍະທີ່ຫຍຸ້ງຍາກລຳບາກ?
12 ບົດຮຽນສຳລັບເຮົາ: ພະເຢໂຫວາໃຊ້ຜູ້ທີ່ນຳໜ້າເພື່ອໃຫ້ຄຳແນະນຳທີ່ສະເພາະເຈາະຈົງກັບປະຊາຊົນຂອງເພິ່ນ. ໃນຄຳພີໄບເບິນມີຫຼາຍຕົວຢ່າງທີ່ສະແດງໃຫ້ເຫັນວ່າພະເຢໂຫວາໃຊ້ພີ່ນ້ອງຊາຍທີ່ສັດຊື່ໃຫ້ຊີ້ນຳປະຊາຊົນຂອງເພິ່ນໃນໄລຍະທີ່ຫຍຸ້ງຍາກລຳບາກ. (ພບຍ. 31:23; ພສ. 77:20) ໃນທຸກມື້ນີ້ກໍຄືກັນ ເຮົາເຫັນໄດ້ແຈ້ງວ່າພະເຢໂຫວາໃຊ້ຜູ້ທີ່ນຳໜ້າເພື່ອຊີ້ນຳປະຊາຊົນຂອງເພິ່ນ.
13 ຕົວຢ່າງເຊັ່ນ: ຕອນທີ່ພະຍາດໂຄວິດ-19 ເລີ່ມລະບາດ “ຜູ້ທີ່ນຳໜ້າ” ໄດ້ໃຫ້ການຊີ້ນຳປະຊາຄົມຕ່າງໆ. ເຂົາເຈົ້າແນະນຳຜູ້ເບິ່ງແຍງວ່າຄວນຈັດການປະຊຸມແນວໃດແລະຈະນະມັດສະການພະເຢໂຫວາຕໍ່ໄປຈັ່ງໃດ. ສອງສາມເດືອນຫຼັງຈາກພະຍາດນີ້ລະບາດ ເຮົາໄດ້ຈັດການປະຊຸມພາກໃນຫຼາຍກວ່າ 500 ພາສາ. ພີ່ນ້ອງສາມາດເບິ່ງລາຍການປະຊຸມນີ້ຜ່ານທາງອິນເຕີເນັດ ທາງໂທລະທັດ ແລະຟັງຜ່ານທາງວິທະຍຸ. ໃນໄລຍະທີ່ພະຍາດນີ້ຍັງລະບາດຢູ່ ເຮົາກໍຍັງໄດ້ຮັບຄວາມຮູ້ທີ່ເສີມຄວາມເຊື່ອຈາກພະເຢໂຫວາຕໍ່ໆໄປ. ຍ້ອນແນວນີ້ ເຮົາທຸກຄົນຈຶ່ງເປັນນ້ຳໜຶ່ງໃຈດຽວກັນສະເໝີ. ເຮົາໝັ້ນໃຈໄດ້ວ່າ ບໍ່ວ່າເຮົາຈະເຈິບັນຫາຫຍັງໃນອະນາຄົດ ພະເຢໂຫວາຈະຊ່ວຍພີ່ນ້ອງທີ່ນຳໜ້າເຫຼົ່ານີ້ຕໍ່ໆໄປເພື່ອຈະຕັດສິນໃຈໄດ້ຢ່າງຖືກຕ້ອງ. ນອກຈາກໄວ້ວາງໃຈພະເຢໂຫວາແລະເຊື່ອຟັງເພິ່ນ ເຮົາຕ້ອງມີຄຸນລັກສະນະຫຍັງອີກທີ່ຈະຊ່ວຍເຮົາໃຫ້ກຽມພ້ອມສຳລັບຄວາມທຸກລຳບາກຄັ້ງໃຫຍ່ແລະເພື່ອຈະຊ່ວຍເຮົາໃຫ້ຕັດສິນໃຈຢ່າງຖືກຕ້ອງໃນໄລຍະທີ່ຫຍຸ້ງຍາກລຳບາກ?
ໃຫ້ຮັກກັນແບບພີ່ນ້ອງແລະສະແດງນ້ຳໃຈຕ້ອນຮັບແຂກ
14. ຕາມເຮັບເຣີ 13:1-3 ຄລິດສະຕຽນຕ້ອງສະແດງຄຸນລັກສະນະຫຍັງແດ່ກ່ອນທີ່ເມືອງເຢຣູຊາເລັມຈະຖືກທຳລາຍ?
14 ເມື່ອຄວາມທຸກລຳບາກຄັ້ງໃຫຍ່ເລີ່ມຕົ້ນ ເຮົາຈະຕ້ອງສະແດງຄວາມຮັກຕໍ່ກັນໃນແບບທີ່ບໍ່ເຄີຍເຮັດມາກ່ອນ. ໃນຕອນນັ້ນ ເຮົາຈະຕ້ອງເຮັດຕາມຕົວຢ່າງຂອງຄລິດສະຕຽນທີ່ຢູ່ເມືອງເຢຣູຊາເລັມແລະຢູ່ແຂວງຢູດາຍ ເຂົາເຈົ້າສະແດງຄວາມຮັກຕໍ່ກັນສະເໝີ. (ຮຣ. 10:32-34) ແຕ່ໃນສອງສາມປີກ່ອນທີ່ເມືອງເຢຣູຊາເລັມຈະຖືກທຳລາຍ ເຂົາເຈົ້າຕ້ອງສະແດງ ‘[ຄວາມ] ຮັກແບບພີ່ນ້ອງ’ ແລະ “ສະແດງນ້ຳໃຈຕ້ອນຮັບແຂກ” ຫຼາຍກວ່າເກົ່າ.b (ອ່ານເຮັບເຣີ 13:1-3) ເຮົາກໍຄືກັນ ເຮົາຕ້ອງສະແດງຄວາມຮັກແບບພີ່ນ້ອງຫຼາຍກວ່າເກົ່າໃນໄລຍະຄວາມທຸກລຳບາກຄັ້ງໃຫຍ່.
15. ເປັນຫຍັງຄລິດສະຕຽນຕ້ອງຮັກກັນແບບພີ່ນ້ອງແລະສະແດງຄວາມມີນ້ຳໃຈຫຼັງຈາກທີ່ໜີອອກຈາກເຢຣູຊາເລັມ?
15 ກອງທັບໂຣມມາຕັ້ງຄ້າຍອ້ອມເມືອງເຢຣູຊາເລັມ ແລ້ວຢູ່ດີໆເຂົາເຈົ້າກໍຖອນກອງທັບອອກໄປ. ຍ້ອນແນວນີ້ຄລິດສະຕຽນຈຶ່ງໜີໄປໄດ້ ແຕ່ເຂົາເຈົ້າສາມາດເອົາເຄື່ອງຂອງໄປນຳໄດ້ແຕ່ໜ້ອຍດຽວ. (ມທ. 24:17, 18) ເມື່ອເປັນແນວນີ້ ເຂົາເຈົ້າຕ້ອງຊ່ວຍເຫຼືອກັນຕອນທີ່ເດີນທາງໄປພູແລະຕອນທີ່ໄປຕັ້ງຖິ່ນຖານຢູ່ເພລາ. ແນ່ນອນວ່າມີຫຼາຍຄົນ “ເດືອດຮ້ອນ” ຍ້ອນຕ້ອງການຂອງກິນ ເຄື່ອງນຸ່ງ ແລະບ່ອນຢູ່. ນີ້ຈຶ່ງເປັນໂອກາດທີ່ຄລິດສະຕຽນຈະສະແດງຄວາມຮັກແບບພີ່ນ້ອງແລະສະແດງຄວາມມີນ້ຳໃຈໂດຍຊ່ວຍເຫຼືອແລະແບ່ງປັນສິ່ງທີ່ເຂົາເຈົ້າມີ.—ຕຕ. 3:14
16. ເຮົາຈະສະແດງຄວາມຮັກແນວໃດຕໍ່ພີ່ນ້ອງທີ່ຕ້ອງການຄວາມຊ່ວຍເຫຼືອ? (ເບິ່ງຮູບນຳ)
16 ບົດຮຽນສຳລັບເຮົາ: ຄວາມຮັກກະຕຸ້ນເຮົາໃຫ້ຊ່ວຍເຫຼືອພີ່ນ້ອງເມື່ອເຂົາເຈົ້າຕ້ອງການຄວາມຊ່ວຍເຫຼືອ. ຕົວຢ່າງເຊັ່ນ: ຫຼາຍຄົນເຕັມໃຈທີ່ຈະຊ່ວຍເຫຼືອພີ່ນ້ອງທີ່ເປັນຜູ້ລີ້ໄພຍ້ອນມີສົງຄາມແລະໄພທຳມະຊາດ. ເຂົາເຈົ້າຊ່ວຍພີ່ນ້ອງເຫຼົ່ານີ້ໃຫ້ມີສິ່ງທີ່ຈຳເປັນໃນຊີວິດແລະໃຫ້ກຳລັງໃຈເຂົາເຈົ້າເພື່ອຈະຮັບໃຊ້ພະເຢໂຫວາຕໍ່ໆໄປໄດ້. ພີ່ນ້ອງຍິງຄົນໜຶ່ງທີ່ເປັນຄົນຢູເຄຣນໄດ້ໜີອອກຈາກບ້ານຍ້ອນສົງຄາມ ລາວເວົ້າວ່າ: “ເຮົາໄດ້ເຫັນວ່າພະເຢໂຫວາໄດ້ໃຊ້ພີ່ນ້ອງເພື່ອຊີ້ນຳແລະເບິ່ງແຍງເຮົາ. ເຂົາເຈົ້າຕ້ອນຮັບແລະຊ່ວຍເຫຼືອເຮົາຫຼາຍແທ້ໆຕອນທີ່ຢູ່ຢູເຄຣນແລະຮົງກາລີ. ຕອນນີ້ເຮົາຢູ່ເຢຍລະມັນ ພີ່ນ້ອງກໍເຮັດແບບນັ້ນຄືກັນ.” ເຮົາເຮັດວຽກຮ່ວມກັບພະເຢໂຫວາເມື່ອເຮົາສະແດງນ້ຳໃຈຕ້ອນຮັບພີ່ນ້ອງແລະເບິ່ງແຍງເຂົາເຈົ້າໃຫ້ມີສິ່ງທີ່ຈຳເປັນ.—ສພສ. 19:17; 2ກຣ. 1:3, 4
ພີ່ນ້ອງທີ່ເປັນຜູ້ລີ້ໄພໃນທຸກມື້ນີ້ຕ້ອງການຄວາມຊ່ວຍເຫຼືອຈາກເຮົາ (ເບິ່ງຂໍ້ 16)
17. ເປັນຫຍັງຈຶ່ງສຳຄັນທີ່ເຮົາຈະຮັກກັນແລະສະແດງນ້ຳໃຈຕ້ອນຮັບແຂກຕັ້ງແຕ່ຕອນນີ້?
17 ໃນໄລຍະຄວາມທຸກລຳບາກຄັ້ງໃຫຍ່ ເຮົາຕ້ອງໄດ້ຊ່ວຍເຫຼືອກັນຫຼາຍກວ່າທີ່ເຮົາເຮັດໃນທຸກມື້ນີ້. (ຮບກ. 3:16-18) ຕອນນີ້ພະເຢໂຫວາກຳລັງຝຶກເຮົາໃຫ້ຮັກກັນແບບພີ່ນ້ອງແລະສະແດງນ້ຳໃຈຕ້ອນຮັບແຂກເຊິ່ງເປັນຄຸນລັກສະນະທີ່ສຳຄັນຫຼາຍໃນໄລຍະຄວາມທຸກລຳບາກຄັ້ງໃຫຍ່.
ຈະເກີດຫຍັງຂຶ້ນໃນອະນາຄົດ?
18. ເຮົາຈະຮຽນແບບຄລິດສະຕຽນຄົນເຮັບເຣີແນວໃດ?
18 ຄລິດສະຕຽນທີ່ເຊື່ອຟັງແລະໜີໄປຢູ່ພູລອດຊີວິດຕອນທີ່ເມືອງເຢຣູຊາເລັມຖືກທຳລາຍ. ເຖິງວ່າເຂົາເຈົ້າປະຖິ້ມທຸກສິ່ງທຸກຢ່າງໃນເມືອງນັ້ນ ແຕ່ພະເຢໂຫວາກໍບໍ່ໄດ້ປະຖິ້ມເຂົາເຈົ້າ. ໃນທຸກມື້ນີ້ເດ? ເຮົາບໍ່ຮູ້ວ່າຈະເກີດຫຍັງຂຶ້ນໃນອະນາຄົດ ແຕ່ພະເຢຊູເຕືອນເຮົາໃຫ້ພ້ອມທີ່ຈະເຊື່ອຟັງສະເໝີ. (ລກ. 12:40) ນອກຈາກນັ້ນ ເຮົາສາມາດເຮັດຕາມຄຳແນະນຳໃນຈົດໝາຍທີ່ໂປໂລຂຽນໄປຫາຄລິດສະຕຽນຄົນເຮັບເຣີ. ພະເຢໂຫວາສັນຍາກັບເຮົາແຕ່ລະຄົນວ່າເພິ່ນຈະບໍ່ປະບໍ່ຖິ້ມເຮົາ. (ຮຣ. 13:5, 6) ໃຫ້ເຮົາຕັ້ງໃຈລໍຖ້າ “ເມືອງທີ່ຖາວອນ” ເຊິ່ງກໍຄືການປົກຄອງຂອງພະເຈົ້າ ແລ້ວເຮົາຈະມີຄວາມສຸກກັບສິ່ງດີໆຫຼາຍຢ່າງທີ່ການປົກຄອງນີ້ຈະເຮັດໃຫ້ເກີດຂຶ້ນ.—ມທ. 25:34
ເພງທີ 157 ສັນຕິສຸກເລື້ອຍໄປ!
a ເຫດການນີ້ເກີດຂຶ້ນໃນປີ 67 ບໍ່ດົນຫຼັງຈາກທີ່ຄລິດສະຕຽນໜີອອກຈາກເມືອງເຢຣູຊາເລັມແລະແຂວງຢູດາຍ.
b ຄຳວ່າ “ຮັກກັນແບບພີ່ນ້ອງ” ອາດໃຊ້ເພື່ອໝາຍເຖິງຄວາມຮັກທີ່ມີຕໍ່ຍາດຕິພີ່ນ້ອງ ແຕ່ໃນກໍລະນີນີ້ໂປໂລໃຊ້ເພື່ອໝາຍເຖິງຄວາມຮັກທີ່ມີຕໍ່ກັນໃນປະຊາຄົມ.