ຂ່າວດີທີ່ຂຽນໂດຍມາຣະໂກ
15 ເມື່ອຮອດຕອນເຊົ້າ ສະມາຊິກທຸກຄົນຂອງສານຊັນເຮດຣິນ ເຊິ່ງມີພວກຫົວໜ້າປະໂລຫິດ ພວກຜູ້ນຳຄົນຢິວ ແລະພວກຄູສອນສາສະໜາກໍມາປະຊຸມປຶກສາກັນ. ແລ້ວເຂົາເຈົ້າກໍມັດພະເຢຊູແລະສົ່ງເພິ່ນໄປໃຫ້ປີລາດ.+ 2 ປີລາດຈຶ່ງຖາມພະເຢຊູວ່າ: “ເຈົ້າເປັນກະສັດຂອງຄົນຢິວບໍ?”+ ພະເຢຊູຕອບວ່າ: “ແມ່ນແລ້ວ.”*+ 3 ພວກຫົວໜ້າປະໂລຫິດກໍກ່າວຫາພະເຢຊູຫຼາຍເລື່ອງ. 4 ປີລາດຖາມອີກວ່າ: “ເຈົ້າຊິບໍ່ເວົ້າຫຍັງຫວາ?+ ເຈົ້າບໍ່ໄດ້ຍິນບໍ ເຂົາເຈົ້າກ່າວຫາເຈົ້າບັກຫຼາຍໆເລື່ອງ?”+ 5 ແຕ່ພະເຢຊູບໍ່ຕອບຫຍັງເລີຍ ປີລາດຈຶ່ງແປກໃຈຫຼາຍ.+
6 ຕາມປົກກະຕິ ໃນຍາມເທດສະການປັດສະຄາ ປີລາດຈະປ່ອຍໂຕນັກໂທດຜູ້ໜຶ່ງຕາມທີ່ປະຊາຊົນຮ້ອງຂໍ.+ 7 ຕອນນັ້ນ ມີຜູ້ໜຶ່ງຊື່ບາຣາບາຖືກຂັງຄຸກຢູ່ກັບພວກນັກປຸກລະດົມ ຍ້ອນເຂົາເຈົ້າຂ້າຄົນຕາຍຕອນທີ່ປຸກລະດົມຄົນ. 8 ປະຊາຊົນກໍມາຮ້ອງຂໍປີລາດໃຫ້ປ່ອຍນັກໂທດແບບທີ່ເຂົາເຈົ້າເຄີຍເຮັດຜ່ານມາ. 9 ປີລາດຈຶ່ງຖາມເຂົາເຈົ້າວ່າ: “ພວກເຈົ້າຢາກໃຫ້ຂ້ອຍປ່ອຍກະສັດຂອງຄົນຢິວບໍ?”+ 10 ປີລາດຖາມແບບນັ້ນຍ້ອນລາວຮູ້ວ່າພວກຫົວໜ້າປະໂລຫິດສົ່ງພະເຢຊູມາໃຫ້ລາວຍ້ອນຄວາມອິດສາ.+ 11 ແຕ່ພວກຫົວໜ້າປະໂລຫິດໄດ້ຍົວະປະຊາຊົນໃຫ້ຂໍປີລາດປ່ອຍບາຣາບາແທນ.+ 12 ປີລາດຈຶ່ງຖາມເຂົາເຈົ້າອີກວ່າ: “ຄັນຊັ້ນຈະໃຫ້ເຮັດແນວໃດກັບຜູ້ນີ້ທີ່ພວກເຈົ້າເອີ້ນວ່າກະສັດຂອງຄົນຢິວ?”+ 13 ເຂົາເຈົ້າຈຶ່ງຮ້ອງຕອບວ່າ: “ເອົາລາວໄປຄຶງໄວ້ເທິງເສົາ!”*+ 14 ປີລາດຖາມອີກວ່າ: “ຍ້ອນຫຍັງ? ລາວເຮັດຫຍັງຜິດ?” ແຕ່ເຂົາເຈົ້າແຮ່ງຮ້ອງດັງຂຶ້ນອີກວ່າ: “ເອົາລາວໄປຄຶງໄວ້ເທິງເສົາ!”+ 15 ປີລາດຢາກເອົາໃຈປະຊາຊົນຈຶ່ງປ່ອຍບາຣາບາໃຫ້ເຂົາເຈົ້າ ແລະສັ່ງທະຫານໃຫ້ເອົາແສ້ຟາດພະເຢຊູ+ແລ້ວກໍໃຫ້ເຂົາເຈົ້າເອົາເພິ່ນໄປປະຫານເທິງເສົາ.+
16 ພວກທະຫານໄດ້ເອົາພະເຢຊູເຂົ້າໄປໃນເດີ່ນບ້ານຂອງປີລາດ ແລະເຂົາເຈົ້າໄດ້ເອີ້ນທະຫານມາໝົດກອງທັບ.+ 17 ຈາກນັ້ນ ເຂົາເຈົ້າກໍເອົາຜ້າສີມ່ວງມານຸ່ງໃຫ້ເພິ່ນ ເອົາໜາມສານເປັນມົງກຸດແລະສຸບໃສ່ຫົວເພິ່ນ. 18 ເຂົາເຈົ້າພາກັນເຍາະເຍີ້ຍເພິ່ນວ່າ: “ຂໍກົ້ມຄຳນັບກະສັດຂອງຄົນຢິວ!”+ 19 ຈາກນັ້ນ ເຂົາເຈົ້າກໍເອົາໄມ້ອໍ້ມາຕີຫົວເພິ່ນ ຖົ່ມນ້ຳລາຍໃສ່ເພິ່ນ ແລະຄູ້ເຂົ່າລົງຄຳນັບເພິ່ນ.* 20 ເມື່ອເຍາະເຍີ້ຍຈົນສົມໃຈແລ້ວ ເຂົາເຈົ້າກໍແກ້ຜ້າສີມ່ວງອອກແລະເອົາເສື້ອຄຸມຂອງເພິ່ນມາໃສ່ໃຫ້ເພິ່ນ. ຈາກນັ້ນກໍເອົາເພິ່ນໄປຄຶງໄວ້ເທິງເສົາ.+ 21 ມີຜູ້ຊາຍຄົນໜຶ່ງຊື່ຊີໂມນເປັນຄົນກີເຣເນທີ່ເດີນທາງມາຈາກນອກເມືອງກາຍມາທາງນັ້ນພໍດີ. ລາວເປັນພໍ່ຂອງອາເລັກຊັນເດີກັບຣູໂຟ. ພວກທະຫານໄດ້ສັ່ງຊີໂມນໃຫ້ແບກເສົາທໍລະມານ*ຂອງພະເຢຊູ.+
22 ເຂົາເຈົ້າພາພະເຢຊູມາຮອດບ່ອນໜຶ່ງທີ່ຊື່ໂຄລະໂຄທາ ທີ່ແປວ່າ: “ຫົວກະໂຫຼກ.”+ 23 ເຂົາເຈົ້າເອົາເຫຼົ້າແວງປະສົມກັບມົດຍອບ*ທີ່ເຮັດໃຫ້ເມົາ+ ແລ້ວເອົາໃຫ້ພະເຢຊູກິນ ແຕ່ເພິ່ນບໍ່ຍອມກິນ. 24 ຈາກນັ້ນ ເຂົາເຈົ້າກໍຄຶງພະເຢຊູໄວ້ເທິງເສົາ ແລະເອົາເສື້ອຄຸມຂອງເພິ່ນມາຈົກສະຫຼາກເພື່ອຈະຮູ້ວ່າໃຜຈະໄດ້.+ 25 ເຂົາເຈົ້າຄຶງພະເຢຊູໄວ້ເທິງເສົາຕອນ 9 ໂມງເຊົ້າ.* 26 ເຂົາເຈົ້າຂຽນຂໍ້ກ່າວຫາເພິ່ນວ່າ: “ກະສັດຂອງຄົນຢິວ.”+ 27 ເຂົາເຈົ້າເອົາໂຈນ 2 ຄົນມາຄຶງໄວ້ເທິງເສົາທາງຂ້າງພະເຢຊູ ຜູ້ໜຶ່ງຢູ່ເບື້ອງຂວາແລະຜູ້ໜຶ່ງຢູ່ເບື້ອງຊ້າຍ.+ 28*—— 29 ຄົນທີ່ຍ່າງກາຍໄປກາຍມາກໍແກວ່ງຫົວແລະເວົ້າດູຖູກພະເຢຊູ+ວ່າ: “ເປັນຈັ່ງໄດ໋ລະ! ເຈົ້າຜູ້ທີ່ຈະທຳລາຍວິຫານແລ້ວສ້າງຂຶ້ນໃໝ່ພາຍໃນ 3 ມື້+ 30 ຊ່ວຍໂຕເອງລົງມາຈາກເສົາທໍລະມານໃຫ້ໄດ້ກ່ອນແມະ.” 31 ພວກຫົວໜ້າປະໂລຫິດກັບພວກຄູສອນສາສະໜາກໍເຍາະເຍີ້ຍສຽດສີພະເຢຊູແບບດຽວກັນ. ເຂົາເຈົ້າເວົ້າວ່າ: “ລາວຊ່ວຍຄົນອື່ນໄດ້ ແຕ່ຊ່ວຍໂຕເອງບໍ່ໄດ້ຊ້ຳ!+ 32 ໃຫ້ພະຄລິດກະສັດຂອງອິດສະຣາເອນລົງມາຈາກເສົາທໍລະມານໃຫ້ພວກເຮົາເຫັນດຽວນີ້ແມ້ ແລ້ວພວກເຮົາຈະເຊື່ອລາວ.”+ ຂະໜາດວ່າໂຈນທີ່ຖືກຄຶງເທິງເສົາທີ່ຢູ່ທາງຂ້າງກໍຍັງເວົ້າດູຖູກພະເຢຊູຄືກັນ.+
33 ໃນຕອນທ່ຽງ*ຈົນຮອດບ່າຍ 3 ໂມງ* ທ້ອງຟ້າກໍມືດໝົດ.+ 34 ເມື່ອຮອດຕອນບ່າຍ 3 ໂມງ ພະເຢຊູຮ້ອງສຽງດັງວ່າ: “ເອລີ ເອລີ ລາມາ ສະບັກທານີ?” ທີ່ແປວ່າ: “ພະເຈົ້າ ພະເຈົ້າຂອງລູກ ເປັນຫຍັງຈຶ່ງຖິ້ມລູກ?”+ 35 ເມື່ອບາງຄົນທີ່ຢືນຢູ່ໃກ້ໆຫັ້ນໄດ້ຍິນກໍເວົ້າວ່າ: “ເບິ່ງແມ້! ລາວກຳລັງເອີ້ນເອລີຢາ.” 36 ຈາກນັ້ນກໍມີຜູ້ໜຶ່ງແລ່ນໄປເອົາຟອງນ້ຳຈຸບເຫຼົ້າແວງສົ້ມແລະສຽບໃສ່ໄມ້ອໍ້ ແລ້ວຍື່ນໃຫ້ພະເຢຊູກິນ+ ແລະເວົ້າວ່າ: “ຢ່າຟ້າວເຮັດຫຍັງໃຫ້ລາວ! ຖ້າເບິ່ງກ່ອນວ່າເອລີຢາຈະມາຊ່ວຍລາວລົງຈາກເສົາໄດ້ບໍ່.” 37 ພະເຢຊູຮ້ອງສຽງດັງ ແລ້ວເພິ່ນກໍຕາຍ.+ 38 ໃນຕອນນັ້ນ ຜ້າກັ້ງໃນຫ້ອງບໍລິສຸດຂອງວິຫານ+ໄດ້ຈີກເປັນ 2 ຕ່ອນຕັ້ງແຕ່ເທິງລົງລຸ່ມ.+ 39 ເມື່ອນາຍຮ້ອຍທີ່ເຝົ້າເບິ່ງໄດ້ເຫັນສິ່ງຕ່າງໆທີ່ເກີດຂຶ້ນຕອນທີ່ພະເຢຊູກຳລັງຈະຕາຍ ລາວກໍເວົ້າວ່າ: “ຜູ້ນີ້ເປັນລູກຂອງພະເຈົ້າແທ້ໆ.”+
40 ຢູ່ຫັ້ນມີຜູ້ຍິງຫຼາຍຄົນເຝົ້າເບິ່ງເຫດການຢູ່ຫ່າງໆ. ມາຣິອາຄົນມັກດາເລນ ມາຣິອາທີ່ເປັນແມ່ຂອງຢາໂກໂບນ້ອຍກັບໂຢເຊ ແລະຊາໂລເມກໍຢູ່ໃນກຸ່ມນັ້ນຄືກັນ.+ 41 ເຂົາເຈົ້າຕິດຕາມຮັບໃຊ້ພະເຢຊູ+ຕອນຢູ່ແຂວງຄາລີເລ ແລະຍັງມີຜູ້ຍິງອີກຫຼາຍຄົນທີ່ໄປເມືອງເຢຣູຊາເລັມພ້ອມກັບເພິ່ນ.
42 ມື້ນັ້ນເປັນມື້ກຽມ*ວັນຊະບາໂຕ. ເມື່ອຮອດຕອນຄ້າຍແລງ 43 ໂຢເຊັບຈາກເມືອງອາຣີມາທາຍກໍລວບລວມຄວາມກ້າແລະໄປຂໍສົບຂອງພະເຢຊູຈາກປີລາດ.+ ໂຢເຊັບເປັນສະມາຊິກສະພາ*ຜູ້ມີຊື່ສຽງ ແລະລໍຖ້າການປົກຄອງຂອງພະເຈົ້າຢູ່. 44 ແຕ່ປີລາດຢາກຮູ້ວ່າພະເຢຊູຕາຍແທ້ໆບໍຈຶ່ງເອີ້ນນາຍຮ້ອຍມາຖາມວ່າພະເຢຊູຕາຍແລ້ວບໍ. 45 ເມື່ອນາຍຮ້ອຍຢືນຢັນວ່າເພິ່ນຕາຍແລ້ວ ປີລາດຈຶ່ງໃຫ້ໂຢເຊັບເອົາສົບໄປໄດ້. 46 ຈາກນັ້ນ ໂຢເຊັບກໍຊື້ຜ້າລີນິນເນື້ອດີມາ ເອົາສົບຂອງພະເຢຊູລົງຈາກເສົາ ເອົາຜ້າລີນິນມາພັນ ແລະວາງສົບໄວ້ໃນບ່ອນຝັງສົບ+ທີ່ເຈາະໄວ້ແລ້ວໃນຫີນ. ຈາກນັ້ນ ລາວກໍກິ້ງຫີນມາອັດທາງເຂົ້າບ່ອນຝັງສົບໄວ້.+ 47 ແຕ່ມາຣິອາຄົນມັກດາເລນກັບມາຣິອາທີ່ເປັນແມ່ຂອງໂຢເຊຍັງເຝົ້າເບິ່ງບ່ອນຝັງສົບ.+