ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລມ 2 ຂ່າວຄາວ 1:1-36:23
  • 2 ຂ່າວຄາວ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • 2 ຂ່າວຄາວ
  • ຄຳພີໄບເບິນສະບັບແປໂລກໃໝ່
ຄຳພີໄບເບິນສະບັບແປໂລກໃໝ່
2 ຂ່າວຄາວ

ຂ່າວຄາວສະບັບ​ທີ​ສອງ

1 ການ​ປົກຄອງ​ຂອງ​ໂຊໂລໂມນ​ລູກຊາຍ​ຂອງ​ດາວິດ​ໝັ້ນຄົງ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​ ແລະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ​ກໍ​ຢູ່ນຳລາວ​ແລະ​ເຮັດ​ໃຫ້​ລາວ​ຍິ່ງໃຫຍ່.+

2 ໂຊໂລໂມນ​ໄດ້​ເອີ້ນພວກ​ຫົວໜ້າ​ກອງ​ພັນ ພວກ​ຫົວໜ້າ​ກອງ​ຮ້ອຍ ພວກ​ຜູ້ຕັດສິນ ພວກ​ຫົວໜ້າ​ທຸກຄົນ​ໃນ​ອິດສະຣາເອນ ແລະ​ພວກ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ໃຫ້​ມາ​ຫາ. 3 ຈາກນັ້ນ ໂຊໂລໂມນ​ກັບ​ຄົນ​ເຫຼົ່ານີ້​ກໍ​ໄປ​ບ່ອນ​ນະມັດສະການ​ທີ່​ຢູ່​ເມືອງ​ກິເບໂອນ.+ ຕອນນັ້ນ​ເຕັ້ນ​ຂໍ​ການ​ຊີ້​ນຳ*​ຂອງ​ພະເຈົ້າ​ທ່ຽງແທ້​ຢູ່​ຫັ້ນ. ໂມເຊ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໄດ້​ສ້າງ​ເຕັ້ນ​ນີ້​ຢູ່​ບ່ອນ​ກັນດານ. 4 ແຕ່​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ຢູ່​ເມືອງ​ເຢຣູຊາເລັມ. ດາວິດ​ໄດ້​ຍ້າຍ​ຫີບ​ນີ້​ຈາກ​ເມືອງ​ກີຣິອາດເຢອາຣີມ+​ໄປ​ໄວ້​ໃນ​ເຕັ້ນ​ທີ່​ລາວ​ກຽມ​ໄວ້​ຢູ່​ເມືອງ​ເຢຣູຊາເລັມ.+ 5 ສ່ວນ​ແທ່ນ​ບູຊາ​ທອງແດງ+​ທີ່​ເບຊາເລນ+​ລູກຊາຍ​ຂອງ​ອູຣີ​ຫຼານ​ຂອງ​ຮູເຣ​ໄດ້​ສ້າງ ເຂົາເຈົ້າ​ເອົາ​ໄປ​ຕັ້ງ​ໄວ້​ຢູ່​ຕໍ່​ໜ້າ​ເຕັ້ນ​ສັກສິດ​ຂອງ​ພະ​ເຢໂຫວາ. ໂຊໂລໂມນ​ກັບ​ຄົນ​ທີ່​ລາວ​ເອີ້ນ​ມາ​ກໍ​ໄປ​ອະທິດຖານ​ຢູ່​ຕໍ່​ໜ້າ​ແທ່ນ​ນັ້ນ.* 6 ຈາກນັ້ນ ໂຊໂລໂມນ​ກໍ​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ພະ​ເຢໂຫວາ​ຢູ່​ເມືອງ​ກິເບໂອນ. ລາວ​ເຜົາ​ສັດ 1.000 ໂຕ​ເປັນ​ເຄື່ອງ​ບູຊາ​ເຜົາ​ຢູ່​ແທ່ນ​ທອງແດງ+​ທີ່​ຢູ່​ຕໍ່​ໜ້າ​ເຕັ້ນ​ຂໍ​ການ​ຊີ້​ນຳ.

7 ໃນ​ຄືນ​ມື້​ນັ້ນ ພະເຈົ້າ​ໄດ້​ຖາມ​ໂຊໂລໂມນ​ທາງ​ຄວາມ​ຝັນວ່າ: “ເຈົ້າ​ຢາກ​ຂໍ​ຫຍັງນຳ​ເຮົາ?”+ 8 ລາວ​ຕອບ​ວ່າ: “ພະ​ອົງ​ໄດ້​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຢ່າງ​ລົ້ນ​ເຫຼືອຕໍ່​ດາວິດ​ພໍ່​ຂອງ​ລູກ+ ແລະ​ໃຫ້​ລູກ​ໄດ້​ເປັນ​ກະສັດ​ແທນ​ພໍ່.+ 9 ພະ​ເຢໂຫວາ​ພະເຈົ້າ ຕອນ​ນີ້​ຂໍ​ໃຫ້​ຄຳ​ສັນຍາ​ທີ່​ພະອົງ​ເຮັດ​ກັບ​ດາວິດ​ພໍ່​ຂອງ​ລູກເກີດຂຶ້ນ​ແທ້+ ຍ້ອນ​ພະອົງ​ໃຫ້​ລູກ​ເປັນ​ກະສັດ​ປົກຄອງ​ປະຊາຊົນ​ທີ່​ມີ​ຫຼາຍ​ຄື​ກັບດິນ​ຊາຍຢູ່​ໃນ​ໂລກ​ນີ້.+ 10 ຂໍ​ໃຫ້​ລູກ​ມີ​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ+​ເພື່ອ​ຈະນຳ​ໜ້າປະຊາຊົນ​ເຫຼົ່ານີ້​ໄດ້. ຄັນ​ບໍ່​ຊັ້ນ ລູກຈະປົກຄອງປະຊາຊົນ​ຂອງ​ພະອົງ​ທີ່​ມີ​ຈຳນວນ​ຫຼາຍ​ແບບ​ນີ້​ໄດ້​ແນວໃດ?”+

11 ພະເຈົ້າ​ຈຶ່ງ​ເວົ້າ​ກັບ​ໂຊໂລໂມນ​ວ່າ: “ຍ້ອນ​ເຈົ້າ​ຂໍ​ແບບ​ນີ້ ເຈົ້າ​ບໍ່​ໄດ້​ຂໍ​ໃຫ້​ມີ​ເງິນ​ມີ​ຄຳ ໃຫ້​ຮັ່ງ​ໃຫ້​ມີ ໃຫ້​ມີ​ກຽດຕິຍົດ. ເຈົ້າ​ບໍ່​ໄດ້​ຂໍ​ໃຫ້​ຄົນ​ທີ່​ຊັງ​ເຈົ້າ​ຕາຍ ແລະ​ບໍ່​ໄດ້​ຂໍ​ໃຫ້​ມີ​ອາຍຸ​ຍືນ ແຕ່​ເຈົ້າ​ຂໍ​ໃຫ້​ມີ​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ​ເພື່ອ​ຈະ​ຕັດສິນ​ປະຊາຊົນ​ຂອງ​ເຮົາທີ່​ເຮົາ​ໄດ້​ໃຫ້​ເຈົ້າປົກຄອງ.+ 12 ເຮົາ​ຈະ​ໃຫ້​ເຈົ້າ​ມີ​ສະຕິປັນຍາ​ແລະ​ມີ​ຄວາມ​ເຂົ້າໃຈ. ນອກຈາກນັ້ນ ເຮົາ​ຍັງ​ຈະ​ໃຫ້​ເຈົ້າ​ມີ​ເງິນ​ມີ​ຄຳ ໃຫ້​ຮັ່ງ​ໃຫ້​ມີ ແລະ​ໃຫ້​ມີ​ກຽດຕິຍົດ​ນຳ​ອີກ. ພວກ​ກະສັດ​ທີ່​ປົກຄອງກ່ອນ​ໜ້າ​ເຈົ້າ​ແລະ​ຫຼັງຈາກ​ເຈົ້າຈະ​ບໍ່​ມີ​ໃຜ​ທຽບ​ເຈົ້າ​ໄດ້.”+

13 ຫຼັງຈາກນັ້ນ ໂຊໂລໂມນ​ກໍ​ອອກ​ຈາກ​ບ່ອນ​ນະມັດສະການ​ຢູ່​ເມືອງ​ກິເບໂອນ+​ເຊິ່ງ​ເປັນ​ບ່ອນ​ທີ່​ເຕັ້ນ​ຂໍການຊີ້ນຳ​ຕັ້ງ​ຢູ່ ແລ້ວ​ລາວ​ກໍ​ກັບ​ໄປ​ເມືອງ​ເຢຣູຊາເລັມ​ແລະ​ປົກຄອງ​ອິດສະຣາເອນ. 14 ໂຊໂລໂມນ​ໄດ້​ສະສົມ​ລົດ​ມ້າ​ແລະ​ມ້າ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​. ລາວ​ມີ​ລົດ​ມ້າ 1.400 ຄັນ​ແລະ​ມ້າ 12.000 ໂຕ.*+ ລາວ​ເອົາ​ມ້າ*​ກັບ​ລົດມ້າ​ໄວ້​ຢູ່ເມືອງ​ຕ່າງ​ໆ​ສຳລັບ​ມ້ຽນ​ລົດມ້າ+​ແລະ​ເອົາ​ໄວ້​ໃກ້​ໆ​ລາວ​ໃນ​ເມືອງ​ເຢຣູຊາເລັມ.+ 15 ກະສັດ​ໂຊໂລໂມນ​ໄດ້​ເຮັດ​ໃຫ້​ເມືອງ​ເຢຣູຊາເລັມ​ມີ​ເງິນ​ມີ​ຄຳ​ຫຼາຍ​ຄື​ກັບ​ກ້ອນຫີນ+ ແລະ​ມີ​ໄມ້​ຊີດ້າ*​ຫຼາຍ​ຄື​ກັບ​ຕົ້ນ​ຊີກາມົນ*​ຢູ່​ເຊເຟລາ.+ 16 ໂຊໂລໂມນ​ຊື້​ມ້າ​ມາ​ຈາກ​ເອຢິບ+ ພວກ​ພໍ່​ຄ້າ​ຂອງ​ໂຊໂລໂມນ​ໄປ​ເໝົາ​ຝູງ​ມ້າ*​ເຫຼົ່ານີ້​ມາ​ໃຫ້​ລາວ.+ 17 ເຂົາເຈົ້າ​ຊື້​ລົດມ້າ​ມາ​ຈາກ​ເອຢິບ​ຄັນ​ລະ 600 ເຊເກນ*​ແລະ​ມ້າ​ໂຕ​ລະ 150 ເຊເກນ* ແລ້ວ​ສົ່ງ​ໄປ​ຂາຍ​ໃຫ້​ພວກ​ກະສັດ​ຂອງ​ເຮດ​ແລະ​ພວກ​ກະສັດ​ຂອງຊີເຣຍ.

2 ໂຊໂລໂມນ​ໄດ້​ສັ່ງ​ໃຫ້​ສ້າງ​ວິຫານ​ເພື່ອ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ+​ແລະ​ໃຫ້​ສ້າງ​ວັງ​ຂອງ​ລາວ.+ 2 ໂຊໂລໂມນ​ໄດ້​ເລືອກ 70.000 ຄົນ​ໃຫ້​ເປັນ​ກຳມະກອນ ເລືອກ 80.000 ຄົນ​ໃຫ້​ໄປ​ຕັດ​ຫີນ​ຢູ່​ເທິງ​ພູ+ ແລະ​ເລືອກ 3.600 ຄົນ​ໃຫ້​ເບິ່ງແຍງ​ຄົນ​ເຫຼົ່ານີ້.+ 3 ໂຊໂລໂມນ​ຝາກ​ຄວາມ​ໄປ​ຫາ​ຮີຣາມ+​ກະສັດ​ຂອງ​ຕີເຣ​ວ່າ: “ຂໍ​ໃຫ້​ທ່ານ​ສົ່ງ​ໄມ້​ຊີດ້າ*​ມາ​ໃຫ້​ຂ້ອຍ​ຄື​ກັບ​ທີ່​ທ່ານ​ເຄີຍ​ສົ່ງ​ມາ​ໃຫ້​ດາວິດ​ພໍ່​ຂອງ​ຂ້ອຍ​ເພື່ອ​ສ້າງ​ວັງ.+ 4 ຂ້ອຍ​ຈະ​ສ້າງ​ວິຫານ​ເພື່ອ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ. ຂ້ອຍ​ຈະ​ເຮັດ​ໃຫ້​ວິຫານ​ນີ້​ບໍລິສຸດ. ຂ້ອຍ​ຈະ​ເຜົາ​ເຄື່ອງຫອມ+​ແລະເອົາ​ເຂົ້າຈີ່​ທີ່​ຢອງ​ຊ້ອນ​ກັນ*​ມາ​ຕັ້ງ​ໄວ້.+ ຂ້ອຍ​ຈະ​ເຜົາ​ເຄື່ອງ​ບູຊາ​ຕອນ​ເຊົ້າ​ກັບ​ຕອນ​ແລງ+ ໃນ​ວັນຊະບາໂຕ+ ໃນ​ມື້​ເດືອນ​ອອກ​ໃໝ່+ ແລະ​ເທດສະການ​ຕ່າງ​ໆ​+​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຮົາ. ນີ້​ແມ່ນ​ສິ່ງ​ທີ່​ພວກ​ອິດສະຣາເອນ​ຕ້ອງ​ເຮັດ​ຕະຫຼອດໄປ. 5 ວິຫານ​ທີ່​ຂ້ອຍ​ຈະ​ສ້າງ​ນີ້​ຕ້ອງ​ຍິ່ງໃຫຍ່​ເພາະ​ວ່າ​ພະເຈົ້າ​ຂອງ​ພວກເຮົາ​ຍິ່ງໃຫຍ່​ກວ່າ​ພະເຈົ້າ​ອົງ​ອື່ນ​ໆ​. 6 ແຕ່​ເຖິງຈະ​ສ້າງໃຫ້​ຍິ່ງໃຫຍ່​ສ່ຳ​ໃດ​ກໍ​ຄື​ຊິບໍ່​ເໝາະ​ກັບ​ເພິ່ນດອກ. ຂະໜາດ​ສະຫວັນ​ທີ່​ກວ້າງ​ໃຫຍ່​ກໍ​ຍັງ​ໃຫຍ່​ບໍ່​ພໍ​ທີ່​ຈະ​ໃຫ້​ເພິ່ນ​ຢູ່+ ແລ້ວ​ຂ້ອຍ​ແມ່ນ​ໃຜ​ທີ່​ຈະ​ສ້າງ​ວິຫານ​ຫຼັງ​ນີ້​ໃຫ້​ເພິ່ນ ຖ້າ​ສ້າງ​ໄດ້​ກໍ​ຈະ​ເປັນ​ຄື​ກັບ​ບ່ອນ​ເຜົາ​ເຄື່ອງບູຊາ​ເທົ່ານັ້ນ. 7 ຂໍ​ໃຫ້​ທ່ານ​ສົ່ງ​ຊ່າງ​ທີ່​ເກັ່ງ​ເລື່ອງ​ສີ​ໄມ້​ລາຍ​ມື​ຜູ້​ໜຶ່ງ​ມາ​ໃຫ້​ຂ້ອຍ. ໃຫ້​ເລືອກ​ຜູ້​ທີ່​ເກັ່ງ​ໃນ​ເລື່ອງ​ເງິນ ຄຳ ທອງແດງ+ ເຫຼັກ ດ້າຍ​ຂົນແກະ​ທີ່​ຍ້ອມ​ສີມ່ວງ ດ້າຍ​ສີ​ແດງ​ສົດ ດ້າຍ​ສີຟ້າ ແລະ​ເລື່ອງ​ການ​ແກະ​ສະຫຼັກ. ລາວ​ຈະ​ເຮັດ​ວຽກ​ຢູ່​ຢູດາ​ແລະ​ຢູ່​ເຢຣູຊາເລັມ​ນຳ​ກັນ​ກັບ​ພວກ​ຊ່າງ​ສີ​ໄມ້​ລາຍ​ມື​ທີ່​ດາວິດ​ພໍ່​ຂອງ​ຂ້ອຍ​ໄດ້​ກຽມ​ໄວ້.+ 8 ຂໍ​ໃຫ້​ທ່ານ​ສົ່ງ​ໄມ້​ຊີດ້າ ໄມ້​ຈູນິເປີ້*+ ແລະ​ໄມ້​ດູ່+​ຈາກ​ເລບານອນ​ມາ​ໃຫ້​ຂ້ອຍ​ນຳ ເພາະ​ຂ້ອຍ​ຮູ້​ວ່າ​ຄົນ​ຂອງ​ທ່ານ​ຮູ້​ວິທີ​ຕັດ​ໄມ້​ຢູ່​ເລບານອນ.+ ຄົນ​ຂອງ​ຂ້ອຍ​ກັບ​ຄົນ​ຂອງ​ທ່ານ​ຈະ​ເຮັດ​ວຽກ​ນຳ​ກັນ.+ 9 ເຂົາເຈົ້າ​ຈະ​ກຽມ​ໄມ້​ຈຳນວນ​ຫຼາຍ​ນີ້​ໄວ້​ໃຫ້​ຂ້ອຍ ເພາະ​ວ່າ​ວິຫານ​ຫຼັງ​ນີ້​ທີ່​ຂ້ອຍ​ຈະ​ສ້າງ​ຕ້ອງ​ຍິ່ງໃຫຍ່​ອະລັງການ. 10 ຂ້ອຍ​ຈະ​ສົ່ງ​ຂອງກິນ​ໄປ​ໃຫ້​ຄົນ​ຂອງ​ທ່ານ​ທີ່​ຕັດ​ໄມ້.+ ຂອງກິນ​ນັ້ນ​ມີ​ເຂົ້າວີດ* 20.000 ໂຄເຣ* ເຂົ້າ​ບາເລ 20.000 ໂຄເຣ ເຫຼົ້າແວງ 20.000 ບັດ* ແລະນ້ຳມັນ​ໝາກກອກ 20.000 ບັດ.”

11 ຮີຣາມ​ກະສັດ​ຂອງ​ຕີເຣ​ໄດ້​ຂຽນ​ຈົດໝາຍ​ໄປ​ຫາ​ໂຊໂລໂມນ​ວ່າ: “ຍ້ອນ​ພະ​ເຢໂຫວາ​ຮັກ​ປະຊາຊົນ​ຂອງ​ເພິ່ນ ເພິ່ນ​ຈຶ່ງ​ໃຫ້​ທ່ານ​ເປັນ​ກະສັດ​ປົກຄອງ​ເຂົາເຈົ້າ.” 12 ຮີຣາມ​ຍັງ​ເວົ້າ​ຕື່ມ​ອີກ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ຜູ້​ທີ່​ສ້າງ​ຟ້າ​ແລະ​ໂລກ​ນີ້​ໄດ້​ຮັບ​ການ​ສັນລະເສີນ ຍ້ອນ​ເພິ່ນ​ໃຫ້​ກະສັດ​ດາວິດ​ມີ​ລູກຊາຍ​ທີ່​ສະຫຼາດ ສຸຂຸມ+​ແລະ​ມີ​ຄວາມ​ເຂົ້າໃຈ+ ເຊິ່ງ​ຈະ​ເປັນ​ຜູ້​ສ້າງ​ວິຫານ​ສຳລັບ​ພະ​ເຢໂຫວາ​ແລະ​ສ້າງ​ວັງ​ຂອງ​ໂຕເອງ. 13 ຂ້ອຍ​ຈະ​ສົ່ງ​ຊ່າງ​ທີ່​ເກັ່ງ​ເລື່ອງສີໄມ້ລາຍມື​ຄົນ​ໜຶ່ງ​ມາ​ໃຫ້​ທ່ານ. ລາວ​ຊື່​ຮີຣາມ​ອາບີ.+ 14 ແມ່​ຂອງ​ລາວ​ເປັນ​ຄົນ​ຕະກູນ​ດານ​ແລະ​ພໍ່​ຂອງ​ລາວ​ເປັນ​ຄົນ​ເມືອງ​ຕີເຣ. ລາວ​ເກັ່ງ​ໃນ​ເລື່ອງ​ເງິນ ຄຳ ທອງແດງ ເຫຼັກ ຫີນ ໄມ້ ດ້າຍ​ຂົນແກະ​ທີ່​ຍ້ອມ​ສີມ່ວງ ດ້າຍ​ສີຟ້າ ຜ້າ​ເນື້ອ​ດີ ແລະ​ດ້າຍ​ສີແດງສົດ.+ ລາວ​ແກະສະຫຼັກ​ເປັນ​ລວດລາຍ​ໃດ​ກໍ​ໄດ້​ແລະ​ແກະສະຫຼັກ​ໃສ່​ຫຍັງ​ກໍ​ໄດ້.+ ລາວ​ຈະ​ເຮັດ​ວຽກ​ກັບ​ພວກ​ຊ່າງ​ສີ​ມື​ຂອງ​ທ່ານ​ແລະ​ກັບ​ພວກ​ຊ່າງ​ສີ​ມື​ຂອງ​ດາວິດ​ພໍ່​ຂອງ​ທ່ານ. 15 ຂໍ​ໃຫ້ທ່ານ*​ສົ່ງ​ເຂົ້າວີດ ເຂົ້າ​ບາເລ ນ້ຳມັນ​ໝາກກອກ ແລະ​ເຫຼົ້າແວງ​ມາ​ໃຫ້​ຄົນ​ຂອງ​ຂ້ອຍ​ຕາມ​ທີ່​ທ່ານ​ໄດ້​ສັນຍາ​ໄວ້.+ 16 ພວກເຮົາ​ຈະ​ຕັດ​ຕົ້ນໄມ້​ຢູ່​ເລບານອນ+​ໃຫ້​ຕາມ​ທີ່​ທ່ານ​ຕ້ອງການ. ພວກເຮົາ​ຈະ​ມັດ​ທ່ອນ​ໄມ້​ໃສ່​ກັນ​ເປັນ​ແພ ແລ້ວ​ລ່ອງ​ລົງ​ໄປ​ທາງ​ທະເລ​ຈົນ​ໄປ​ຮອດ​ເມືອງ​ຢົບປາ+​ເພື່ອ​ທ່ານ​ຈະ​ເອົາ​ໄມ້​ນັ້ນ​ໄປ​ເມືອງ​ເຢຣູຊາເລັມ​ໄດ້.”+

17 ໂຊໂລໂມນ​ໃຫ້​ນັບ​ຜູ້​ຊາຍ​ທຸກຄົນ​ທີ່​ເປັນ​ຄົນ​ຕ່າງ​ຊາດ​ໃນ​ອິດສະຣາເອນ+​ຄື​ກັບ​ທີ່​ດາວິດ​ພໍ່​ຂອງ​ລາວ​ເຄີຍ​ນັບ+ ເຊິ່ງ​ລວມ​ແລ້ວ​ມີ​ທັງໝົດ 153.600 ຄົນ. 18 ໂຊໂລໂມນ​ໃຫ້ 70.000 ຄົນ​ເປັນ​ກຳມະກອນ ໃຫ້ 80.000 ຄົນ​ໄປ​ຕັດ​ຫີນ+​ຢູ່​ເທິງ​ພູ ແລະ​ໃຫ້ 3.600 ຄົນ​ເປັນ​ຜູ້​ເບິ່ງແຍງ​ເຂົາເຈົ້າ.+

3 ຈາກ​ນັ້ນ ໂຊໂລໂມນ​ກໍ​ເລີ່ມ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ+​ຢູ່​ພູ​ໂມຣີຢາ+​ໃນ​ເມືອງ​ເຢຣູຊາເລັມ. ພະ​ເຢໂຫວາ​ເຄີຍ​ມາຫາ​ດາວິດ​ພໍ່​ຂອງ​ລາວຢູ່​ຫັ້ນ.+ ດາວິດຊື້ລານ​ຟາດ​ເຂົ້າ​ນີ້​ຈາກ​ໂອເຣນານ+​ຄົນ​ເຢບຸດ​ເພື່ອ​ກຽມ​ເປັນ​ບ່ອນ​ສ້າງ​ວິຫານ. 2 ໂຊໂລໂມນ​ເລີ່ມ​ສ້າງ​ວິຫານ​ໃນ​ວັນ​ທີ 2 ເດືອນ​ທີ 2 ຂອງ​ປີ​ທີ 4 ທີ່​ລາວ​ປົກ​ຄອງ. 3 ຮາກ​ຖານ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ທີ່​ໂຊໂລໂມນ​ສ້າງ​ຍາວ 60 ສອກ* ແລະ​ກວ້າງ 20 ສອກ*+​ຕາມ​ວິທີ​ວັດ​ແທກ​ໃນ​ສະໄໝ​ແຕ່​ກີ້.* 4 ຫ້ອງ​ທີ່​ຢູ່​ທາງເຂົ້າ​ທາງ​ໜ້າ​ກວ້າງ 20 ສອກ*​ສ່ຳ​ກັບ​ຄວາມ​ກວ້າງ​ຂອງ​ວິຫານ ແລະ​ສູງ 20 ສອກ.* ລາວ​ເອົາ​ຄຳ​ແທ້​ມາ​ໂອບ​ທາງ​ໃນ.+ 5 ລາວ​ເອົາ​ໄມ້​ຈູນິເປີ້*​ມາ​ຕິດ​ອ້ອມ​ຝາວິຫານ​ທາງ​ໃນ ເອົາ​ຄຳ​ແທ້​ມາ​ໂອບ+ ແລ້ວ​ກໍ​ຕົກ​ແຕ່ງ​ດ້ວຍ​ຮູບ​ຕົ້ນ​ປາມ+​ແລະຮູບ​ໂສ້.+ 6 ລາວ​ຕົກແຕ່ງ​ວິຫານ​ດ້ວຍ​ເພັດນິນຈິນດາ+​ແລະ​ຄຳ.+ ຄຳ​ທີ່​ລາວ​ໃຊ້​ມາ​ຈາກ​ປາວາຢິມ. 7 ລາວ​ເອົາ​ຄຳ​ໂອບ​ທາງ​ໃນ​ວິຫານ​ທັງ​ເພດານ ຝາ ປະຕູ ແລະ​ວົງກົບ​ປະຕູ.+ ລາວ​ຍັງ​ໄດ້​ແກະ​ສະຫຼັກ​ຮູບ​ເຄຣູບ​ໃສ່​ຝາ​ນຳ​ອີກ.+

8 ຈາກ​ນັ້ນ ລາວ​ກໍ​ສ້າງ​ຫ້ອງ​ບໍລິສຸດ​ທີ່​ສຸດ.+ ຫ້ອງ​ນີ້​ຍາວ 20 ສອກ* ກວ້າງ 20 ສອກ ສ່ຳ​ກັບ​ຄວາມ​ກວ້າງ​ຂອງ​ວິຫານ. ລາວ​ເອົາ​ຄຳ​ແທ້​ໜັກ 600 ຕະລັນ*​ໂອບ​ທາງ​ໃນ​ຫ້ອງ​ນີ້.+ 9 ລາວ​ເອົາ​ຄຳ​ໜັກ 50 ເຊເກນ*​ເຮັດ​ຕະປູ​ແລະ​ລາວ​ຍັງ​ໄດ້​ເອົາ​ຄຳ​ໂອບ​ທາງ​ໃນ​ຫ້ອງ​ຊັ້ນ​ເທິງ.

10 ໂຊໂລໂມນ​ເຮັດ​ເຄຣູບ 2 ອົງ​ແລະ​ເອົາ​ຄຳ​ໂອບ ແລ້ວ​ລາວ​ກໍ​ເອົາ​ໄປ​ໄວ້​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ.+ 11 ປີກ​ຂອງ​ເຄຣູບ+ 2 ອົງ​ທີ່​ພື​ອອກ​ລວມ​ກັນ​ແລ້ວ​ຍາວ 20 ສອກ.* ປີກ​ຂອງ​ເຄຣູບ​ອົງ​ທີ 1 ຍາວ​ເບື້ອງ​ລະ 5 ສອກ.* ສົ້ນ​ປີກ​ເບື້ອງ​ໜຶ່ງ​ຈຸ​ກັບ​ຝາ​ຂອງ​ວິຫານ ແລະ​ສົ້ນ​ປີກ​ອີກ​ເບື້ອງ​ໜຶ່ງ​ຈຸ​ກັບ​ສົ້ນ​ປີກ​ຂອງ​ເຄຣູບ​ອີກ​ອົງ​ໜຶ່ງ. 12 ປີກ​ຂອງ​ເຄຣູບ​ອົງ​ທີ 2 ຍາວ​ເບື້ອງ​ລະ 5 ສອກ*​ຄືກັນ. ສົ້ນ​ປີກ​ເບື້ອງ​ໜຶ່ງ​ຈຸ​ກັບ​ຝາ​ຂອງ​ວິຫານ​ອີກ​ເບື້ອງ​ໜຶ່ງ ແລະ​ສົ້ນ​ປີກ​ອີກ​ເບື້ອງ​ໜຶ່ງ​ຈຸ​ກັບ​ສົ້ນ​ປີກ​ຂອງ​ເຄຣູບ​ອົງ​ທຳອິດ. 13 ປີກ​ຂອງ​ເຄຣູບ 2 ອົງ​ນີ້​ພື​ອອກ​ລວມ​ກັນ​ແລ້ວ​ຍາວ 20 ສອກ.* ເຄຣູບ​ທັງ​ສອງອົງ​ຢືນ​ປິ່ນ​ໜ້າໄປ​ທາງ​ຫ້ອງ​ບໍລິສຸດ.

14 ໂຊໂລໂມນ​ເອົາ​ດ້າຍ​ສີ​ຟ້າ ດ້າຍ​ຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ ດ້າຍ​ສີ​ແດງ​ສົດ ແລະ​ຜ້າ​ເນື້ອ​ດີ​ມາ​ເຮັດ​ເປັນ​ຜ້າ​ກັ້ງ+ ແລ້ວ​ແສ່ວ​ຮູບ​ເຄຣູບ​ໃສ່.+

15 ຈາກ​ນັ້ນ ລາວ​ກໍ​ເຮັດ​ເສົາ 2 ຕົ້ນ+​ໄວ້​ຢູ່​ໜ້າ​ວິຫານ. ແຕ່​ລະ​ຕົ້ນ​ສູງ 35 ສອກ* ແລະ​ບົວ​ທີ່​ຢູ່​ເທິງ​ເສົາ 2 ຕົ້ນ​ນັ້ນ​ສູງ 5 ສອກ.*+ 16 ລາວ​ເຮັດ​ໂສ້​ຫ້ອຍ​ໃສ່​ບົວ​ແຕ່​ລະ​ອັນ​ແລະ​ເຮັດ​ໝາກ​ພິລາ 100 ໜ່ວຍ​ຕິດ​ໃສ່​ໂສ້​ນັ້ນ. 17 ລາວ​ຕັ້ງ​ເສົາ 2 ຕົ້ນ​ໄວ້​ຢູ່​ໜ້າ​ວິຫານ. ຕົ້ນ​ໜຶ່ງ​ຢູ່ເບື້ອງ​ຂວາ* ແລະ​ອີກ​ຕົ້ນ​ໜຶ່ງ​ຢູ່​ເບື້ອງ​ຊ້າຍ.* ເສົາ​ທີ່​ຢູ່​ເບື້ອງ​ຂວາ​ລາວ​ຕັ້ງ​ຊື່​ວ່າ​ຢາກິນ* ແລະ​ເສົາ​ທີ່​ຢູ່​ເບື້ອງ​ຊ້າຍ​ລາວ​ຕັ້ງ​ຊື່​ວ່າ​ໂບອາດ.*

4 ຕໍ່ມາ ໂຊໂລໂມນ​ໄດ້​ສ້າງ​ແທ່ນ​ບູຊາ​ທອງແດງ+​ກວ້າງ 20 ສອກ* ຍາວ 20 ສອກ ແລະ​ສູງ 10 ສອກ.*

2 ລາວ​ໄດ້​ເຮັດ​ອ່າງ​ນ້ຳ​ທີ່ໃຫຍ່​ໆ​ມົນ​ໆ​+​ຊື່​ວ່າ​ທະເລ​ທອງແດງ. ປາກ​ອ່າງ​ເບື້ອງ​ນີ້​ຫາ​ປາກ​ອ່າງ​ເບື້ອງ​ນັ້ນ​ແທກ​ໄດ້ 10 ສອກ.* ອ່າງ​ນີ້​ສູງ 5 ສອກ* ແລະ​ອ້ອມ​ອ່າງ​ແທກ​ໄດ້ 30 ສອກ.*+ 3 ຢູ່​ທາງ​ລຸ່ມຂອງ​ປາກ​ອ່າງ​ມີໝາກ​ມົນ​ໆ​+ 2 ແຖວ​ລຽນ​ອ້ອມ. ທຸກ​ໆ​ 1 ສອກ*​ຈະ​ມີ​ໝາກ​ມົນ​ໆ​ 10 ໜ່ວຍ​ລຽນ​ກັນ. ໝາກ​ມົນ​ໆ​ 2 ແຖວ​ນີ້​ຫຼໍ່​ພ້ອມ​ກັບ​ອ່າງ. 4 ອ່າງ​ທະເລ​ທອງແດງ​ນີ້​ຕັ້ງ​ຢູ່​ເທິງ​ຫຼັງ​ຂອງ​ຮູບ​ປັ້ນ​ງົວ 12 ໂຕ.+ 3 ໂຕ​ປິ່ນ​ໜ້າ​ໄປ​ທາງ​ທິດເໜືອ 3 ໂຕ​ປິ່ນ​ໜ້າ​ໄປ​ທາງ​ທິດ​ຕາເວັນ​ຕົກ 3 ໂຕ​ປິ່ນ​ໜ້າ​ໄປ​ທາງ​ທິດໃຕ້ ແລະ​ອີກ 3 ໂຕ​ປິ່ນ​ໜ້າ​ໄປ​ທາງ​ທິດ​ຕາເວັນ​ອອກ. ງົວ​ແຕ່ລະໂຕ​ປິ່ນ​ກົ້ນ​ໃສ່​ກັນ. 5 ອ່າງ​ນີ້​ໜາ 1 ຝາ​ມື.* ຂອບປາກ​ອ່າງ​ເປັນ​ຄື​ກັບ​ຂອບ​ຂອງ​ຈອກ​ແລະ​ບານ​ອອກ​ຄື​ກັບ​ດອກ​ລິນ​ລີ້. ອ່າງ​ນີ້​ໃສ່​ນ້ຳ​ໄດ້ 3.000 ບັດ.*

6 ໂຊໂລໂມນ​ເຮັດ​ອ່າງ 10 ໜ່ວຍ. ລາວ​ຕັ້ງ​ອ່າງ 5 ໜ່ວຍ​ໄວ້​ເບື້ອງ​ຂວາ​ຂອງ​ວິຫານ ແລະ​ຕັ້ງ​ອີກ 5 ໜ່ວຍ​ໄວ້​ເບື້ອງ​ຊ້າຍ​ຂອງ​ວິຫານ.+ ພວກ​ປະໂລຫິດ​ຈະ​ເອົາ​ນ້ຳ​ຢູ່​ອ່າງ​ເຫຼົ່ານີ້​ມາ​ລ້າງເຄື່ອງ​ບູຊາ​ເຜົາ+ ແຕ່​ນ້ຳ​ທີ່​ຢູ່​ອ່າງ​ທະເລ​ທອງແດງ​ພວກ​ປະໂລຫິດ​ຈະ​ໃຊ້​ສຳລັບ​ລ້າງ​ຕີນ​ລ້າງ​ມືຂອງ​ເຂົາ​ເຈົ້າ.+

7 ໂຊໂລໂມນ​ເຮັດ​ຂາ​ຕະກຽງ​ຄຳ 10 ອັນ+​ຕາມ​ທີ່​ອອກ​ແບບ​ໄວ້+​ແລະ​ເອົາ​ໄປ​ໄວ້​ໃນ​ວິຫານ. ລາວ​ຕັ້ງ 5 ອັນ​ໄວ້​ເບື້ອງ​ຂວາ​ແລະ​ຕັ້ງ​ອີກ 5 ອັນ​ໄວ້​ເບື້ອງ​ຊ້າຍ.+

8 ລາວ​ເຮັດ​ໂຕະ 10 ໜ່ວຍ​ແລ້ວ​ເອົາ​ໄປ​ໄວ້​ໃນ​ວິຫານ. ລາວ​ຕັ້ງ 5 ໜ່ວຍ​ໄວ້​ເບື້ອງ​ຂວາ​ແລະ​ຕັ້ງ​ອີກ 5 ໜ່ວຍ​ໄວ້​ເບື້ອງ​ຊ້າຍ.+ ລາວ​ຍັງ​ໄດ້​ເຮັດ​ຖ້ວຍ​ຄຳ 100 ໃບ.

9 ຈາກ​ນັ້ນ ໂຊໂລໂມນ​ໄດ້​ເຮັດ​ເດີ່ນ+​ສຳລັບ​ປະໂລຫິດ+ ເດີ່ນ​ໃຫຍ່+ ແລະ​ປະຕູ​ທາງເຂົ້າ​ເດີ່ນ ແລ້ວ​ລາວ​ໄດ້​ເອົາ​ທອງແດງ​ມາ​ໂອບ​ປະຕູ​ເຫຼົ່າ​ນັ້ນ. 10 ລາວ​ເອົາ​ອ່າງ​ທະເລ​ທອງແດງ​ຕັ້ງ​ໄວ້​ເບື້ອງ​ຂວາ​ຂອງ​ວິຫານ​ເຊິ່ງ​ຢູ່​ທາງ​ທິດ​ຕາເວັນ​ອອກ​ສ່ຽງ​ໃຕ້.+

11 ຮີຣາມ​ຍັງ​ໄດ້​ເຮັດ​ຖັງ​ໃສ່​ຂີ້ເທົ່າ* ເຮັດ​ຊວ້ານ ແລະ​ເຮັດ​ຖ້ວຍ​ຈຳນວນ​ຫຼາຍ.+

ວຽກ​ທຸກ​ຢ່າງ​ທີ່​ຮີຣາມ​ໄດ້​ເຮັດ​ສຳລັບ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ຕາມ​ທີ່​ກະສັດ​ໂຊໂລໂມນ​ບອກ​ມີ:+ 12 ເສົາ 2 ຕົ້ນ+​ແລະ​ບົວ​ຫົວເສົາ 2 ອັນ​ທີ່​ເປັນ​ຄື​ຖ້ວຍ​ທີ່​ຢູ່​ເທິງ​ເສົາ​ເຫຼົ່າ​ນັ້ນ ຕາ​ນ່າງ​ທັງ​ໝົດ+​ທີ່​ປົກ​ບົວ​ຢູ່​ເທິງ​ເສົາ 13 ໝາກ​ພິລາ 400 ໜ່ວຍ+​ທີ່​ເຮັດ​ເປັນ 2 ແຖວ​ສຳລັບ​ຕາ​ນ່າງ​ທັງ​ໝົດ​ເພື່ອ​ປົກ​ບົວ​ຢູ່​ເທິງ​ເສົາ+ 14 ລໍ້* 10 ຄັນ​ແລະ​ອ່າງ 10 ໜ່ວຍ​ທີ່​ຢູ່​ເທິງ​ລໍ້​ເຫຼົ່າ​ນັ້ນ+ 15 ອ່າງ​ທະເລ​ທອງແດງ​ແລະ​ຮູບ​ປັ້ນ​ງົວ 12 ໂຕ​ທີ່​ຢູ່​ທາງ​ລຸ່ມ​ອ່າງ​ນັ້ນ+ 16 ຖັງ​ໃສ່​ຂີ້ເທົ່າ ຊວ້ານ ສ້ອມ+ ແລະ​ເຄື່ອງໃຊ້​ທຸກ​ຢ່າງ. ຮີຣາມອາບີບ+​ເອົາ​ທອງແດງ​ທີ່​ຂັດ​ແລ້ວ​ມາ​ເຮັດ​ເຄື່ອງ​ທັງ​ໝົດ​ນີ້​ສຳລັບ​ວິຫານ​ຂອງ​ພະ​ເຢໂຫວາ​ຕາມ​ທີ່​ກະສັດ​ໂຊໂລໂມນ​ບອກ. 17 ກະສັດ​ໂຊໂລໂມນ​ໃຫ້​ຫຼໍ່​ເຄື່ອງ​ທັງ​ໝົດ​ນີ້​ໃນ​ແມ່​ແບບ​ທີ່​ເປັນດິນ​ດາກຢູ່​ເຂດ​ຈໍແດນ​ທີ່​ຢູ່​ລະຫວ່າງ​ສຸກໂກດ+​ແລະ​ເຊເຣດາ. 18 ໂຊໂລໂມນ​ເຮັດ​ເຄື່ອງໃຊ້​ທັງ​ໝົດ​ນີ້​ຫຼາຍ​ແທ້​ຫຼາຍ​ວ່າ​ແລະ​ບໍ່​ມີ​ໃຜ​ຮູ້​ວ່າ​ທອງແດງ​ທີ່​ເອົາ​ມາ​ເຮັດ​ນັ້ນ​ໝົດ​ຫຼາຍ​ສ່ຳ​ໃດ.+

19 ເຄື່ອງໃຊ້​ທັງ​ໝົດ​ທີ່​ໂຊໂລໂມນ​ໃຫ້​ເຮັດ+​ສຳລັບ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ມີ: ແທ່ນ​ບູຊາ​ທີ່​ເປັນ​ຄຳ+ ໂຕະ​ຄຳ+​ສຳລັບ​ວາງ​ເຂົ້າຈີ່​ທີ່​ຕັ້ງໄວ້*​ໃນ​ວິຫານ+ 20 ຂາ​ຕະກຽງ​ແລະ​ຕະກຽງ​ທີ່​ເປັນ​ຄຳ​ແທ້+​ເພື່ອ​ຈະ​ໄຕ້​ຢູ່​ຕໍ່​ໜ້າ​ຫ້ອງ​ບໍລິສຸດ​ທີ່​ສຸດ​ຕາມ​ທີ່​ກຳນົດ​ໄວ້ 21 ດອກ​ໄມ້​ບານ​ທີ່​ເປັນ​ຄຳ ຕະກຽງ​ທີ່​ເປັນ​ຄຳ ແນວ​ໜີບ​ໄສ້​ຕະກຽງ​ທີ່​ເປັນ​ຄຳ 22 ມີດ​ຕັດ​ທີ່​ເປັນ​ຄຳ​ແທ້​ສຳລັບ​ຕັດ​ໄສ້​ຕະກຽງ ຖ້ວຍ​ທີ່​ເປັນ​ຄຳ​ແທ້ ຈອກ​ທີ່​ເປັນ​ຄຳ​ແທ້ ແລະ​ຖາດ​ທີ່​ເປັນ​ຄຳ​ແທ້​ສຳລັບ​ໃສ່​ຖ່ານ​ທີ່​ຮ້ອນ​ໆ​. ນອກ​ຈາກ​ນັ້ນ ລາວ​ຍັງ​ໄດ້​ເອົາ​ຄຳ+​ມາ​ໂອບ​ປະຕູ​ທາງເຂົ້າ​ຫ້ອງ​ບໍລິສຸດ​ທີ່​ສຸດ+​ແລະ​ປະຕູທາງເຂົ້າ​ວິຫານ.

5 ເມື່ອ​ໂຊໂລໂມນ​ສ້າງ​ທຸກ​ຢ່າງ​ສຳລັບ​ວິຫານ​ຂອງ​ພະ​ເຢໂຫວາ​ແລ້ວ​ໆ​+ ລາວ​ກໍ​ເອົາ​ສິ່ງ​ຕ່າງ​ໆ​ທີ່​ດາວິດ​ພໍ່​ຂອງ​ລາວ​ແຍກ​ໄວ້​ຕ່າງ​ຫາກ​ສຳລັບ​ພະເຈົ້າ+ ເອົາ​ເງິນ​ເອົາ​ຄຳ ແລະ​ເອົາ​ເຄື່ອງໃຊ້​ທັງ​ໝົດ​ໄປ​ໄວ້​ໃນ​ຄັງ​ຊັບສິນ​ຢູ່​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້.+ 2 ຕໍ່ມາ ກະສັດ​ໂຊໂລໂມນ​ໄດ້​ເອີ້ນ​ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ ພວກ​ຫົວ​ໜ້າ​ຕະກູນ ແລະ​ພວກ​ຫົວ​ໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ຂອງ​ອິດສະຣາເອນ​ໃຫ້​ມາ​ຫາ. ເຂົາ​ເຈົ້າ​ກໍ​ມາ​ຫາ​ລາວ​ຢູ່​ເມືອງ​ເຢຣູຊາເລັມ​ເພື່ອ​ໄປ​ເອົາ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ມາ​ຈາກ​ເມືອງ​ຂອງ​ດາວິດ+​ເຊິ່ງ​ມີ​ອີກ​ຊື່​ໜຶ່ງ​ວ່າ​ຊີໂອນ.+ 3 ພວກ​ຜູ້​ຊາຍ​ອິດສະຣາເອນ​ໄດ້​ມາ​ລວມ​ກັນ​ຢູ່​ຕໍ່​ໜ້າ​ກະສັດ​ໂຊໂລໂມນ​ໃນ​ເທດສະການ*​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ທີ 7.+

4 ເມື່ອ​ພວກ​ຜູ້​ນຳ​ທຸກ​ຄົນ​ຂອງ​ອິດສະຣາເອນ​ມາ​ຮອດ ພວກ​ເລວີ​ກໍ​ຍົກ​ຫີບ​ສັນຍາ​ຂຶ້ນ ແລ້ວ​ຫາມ​ໄປ.+ 5 ພວກ​ປະໂລຫິດ​ແລະ​ພວກ​ເລວີ*​ເອົາ​ຫີບ​ສັນຍາ ເຕັ້ນ​ສັກສິດ*+ ແລະ​ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ບໍລິສຸດ​ທີ່​ຢູ່​ໃນ​ເຕັ້ນ​ນັ້ນ​ໄປ. 6 ກະສັດ​ໂຊໂລໂມນ​ແລະ​ພວກ​ອິດສະຣາເອນ​ທຸກ​ຄົນ​ທີ່​ລາວ​ເອີ້ນ​ມາ​ກໍ​ຢູ່​ຕໍ່​ໜ້າ​ຫີບ​ສັນຍາ. ເຂົາ​ເຈົ້າ​ເຜົາ​ແກະ​ເຜົາ​ງົວ​ເປັນ​ເຄື່ອງ​ບູຊາ​ຫຼາຍ​ແທ້​ຫຼາຍ​ວ່າ+​ຈົນ​ນັບ​ບໍ່​ໄດ້. 7 ຈາກ​ນັ້ນ ພວກ​ປະໂລຫິດ​ໄດ້​ເອົາ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ໄປ​ວາງ​ໄວ້​ກ້ອງ​ປີກ​ຂອງ​ເຄຣູບ 2 ອົງ+​ໃນ​ຫ້ອງ​ທີ່​ຢູ່​ໃນ​ສຸດ​ຂອງ​ວິຫານ​ເຊິ່ງ​ແມ່ນ​ຫ້ອງ​ບໍລິສຸດ​ທີ່​ສຸດ. 8 ຍ້ອນ​ປີກ​ຂອງ​ເຄຣູບ 2 ອົງ​ພື​ອອກ​ຢູ່​ເທິງ​ຫີບ​ສັນຍາ ຫີບ​ແລະ​ໄມ້​ຫາມ​ຫີບ+​ຈຶ່ງ​ຢູ່​ກ້ອງ​ປີກ​ຂອງ​ເຄຣູບ. 9 ໄມ້​ຫາມ​ຫີບ​ນີ້​ຍາວ​ຫຼາຍ​ຈົນ​ແນມ​ເຫັນ​ສົ້ນ​ມັນ​ໄດ້​ຈາກ​ຫ້ອງ​ບໍລິສຸດ​ທີ່​ຢູ່​ທາງ​ໜ້າ​ຫ້ອງ​ບໍລິສຸດ​ທີ່​ສຸດ ແຕ່​ເມື່ອ​ອອກ​ຈາກ​ຫ້ອງ​ນັ້ນ​ແລ້ວ​ກໍ​ແນມ​ເບິ່ງ​ບໍ່​ເຫັນ. ຫີບ​ແລະ​ໄມ້​ທີ່​ຫາມ​ຫີບ​ກໍ​ວາງ​ໄວ້​ແບບ​ນັ້ນ​ຈົນ​ຮອດ​ທຸກ​ມື້​ນີ້. 10 ໃນ​ຫີບ​ນັ້ນ​ມີ​ແຕ່​ຫີນ 2 ແຜ່ນທີ່​ໂມເຊ​ເອົາ​ໃສ່​ໄວ້​ຢູ່​ໂຮເຣັບ+ ຕອນ​ທີ່​ພະ​ເຢໂຫວາ​ເຮັດ​ສັນຍາ+​ກັບ​ພວກ​ອິດສະຣາເອນ​ເມື່ອ​ເຂົາ​ເຈົ້າ​ອອກ​ມາ​ຈາກ​ເອຢິບ.+

11 ເມື່ອ​ພວກ​ປະໂລຫິດ​ອອກ​ມາ​ຈາກ​ວິຫານ (ພວກ​ປະໂລຫິດ​ທຸກ​ຄົນ​ທີ່​ຢູ່​ຫັ້ນ​ໄດ້​ເຮັດ​ໃຫ້​ໂຕເອງ​ສະອາດ*​ແລ້ວ+ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ຢູ່​ກຸ່ມ​ໃດ.)+ 12 ພວກເລວີ​ທຸກ​ຄົນ​ທີ່​ເປັນ​ນັກຮ້ອງ+​ທີ່​ຢູ່​ໃນ​ກຸ່ມ​ຂອງ​ອາສັບ+ ເຮມານ+ ເຢດູທູນ+ ກຸ່ມ​ພວກ​ລູກ​ຊາຍ​ຂອງ​ເຂົາ​ເຈົ້າ ແລະ​ກຸ່ມ​ພວກ​ອ້າຍນ້ອງ​ຂອງ​ເຂົາ​ເຈົ້າ​ເຊິ່ງ​ນຸ່ງ​ເຄື່ອງ​ທີ່​ເປັນ​ຜ້າ​ເນື້ອ​ດີ​ກໍ​ໄດ້​ຖື​ແສ່ງ ຖື​ເຄື່ອງ​ດົນຕີ​ທີ່​ມີ​ສາຍ​ກັບ​ພິນ​ແລະ​ຢືນ​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ແທ່ນ​ບູຊາ ແລະ​ມີ​ປະໂລຫິດ 120 ຄົນ​ຢືນ​ເປົ່າ​ແກ​ຢູ່​ນຳ​ເຂົາ​ເຈົ້າ.+ 13 ຕອນ​ທີ່​ພວກ​ນັກຮ້ອງ​ກັບ​ຄົນ​ເປົ່າ​ແກ​ເລີ່ມ​ຮ້ອງ​ເພງ​ແລະ​ເປົ່າ​ແກ​ເພື່ອ​ສັນລະເສີນ​ແລະ​ຂອບໃຈ​ພະ​ເຢໂຫວາ ກໍ​ມີ​ສຽງ​ແກ ສຽງ​ແສ່ງ ແລະ​ສຽງ​ເຄື່ອງ​ດົນຕີ​ອື່ນ​ໆ​ດັງ​ຂຶ້ນ. ເຂົາ​ເຈົ້າ​ພາກັນ​ສັນລະເສີນ​ພະ​ເຢໂຫວາ​ວ່າ: “ພະອົງ​ດີ​ແທ້​ໆ​ ພະອົງ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕະຫຼອດໄປ.”+ ຈາກ​ນັ້ນ ກໍ​ມີ​ຂີ້ເຝື້ອ​ມາ​ປົກ​ຄຸມ​ວິຫານ​ຂອງ​ພະ​ເຢໂຫວາ.+ 14 ພວກ​ປະໂລຫິດ​ຈຶ່ງ​ເຮັດ​ໜ້າ​ທີ່​ຂອງ​ໂຕເອງ​ຢູ່​ຫັ້ນ​ບໍ່​ໄດ້​ຍ້ອນ​ຂີ້ເຝື້ອ​ນັ້ນແລະ​ຍ້ອນ​ແສງ​ລັດ​ສະໝີ​ຂອງ​ພະ​ເຢໂຫວາ​ແຜ່​ກະຈາຍ​ຢູ່​ທົ່ວ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້.+

6 ໃນ​ຕອນ​ນັ້ນ​ໂຊໂລໂມນ​ຈຶ່ງ​ເວົ້າ​ວ່າ: “ພະ​ເຢໂຫວາ​ບອກ​ວ່າ​ເພິ່ນ​ຈະ​ຢູ່​ໃນ​ຂີ້​ເຝື້ອ​ທີ່​ໜາ​ໆ​.+ 2 ຂ້ອຍ​ໄດ້​ສ້າງ​ວິຫານ​ທີ່​ງາມ​ໆ​ນີ້​ໃຫ້​ພະອົງ​ເຊິ່ງ​ເປັນ​ບ່ອນ​ທີ່​ພະອົງ​ຈະ​ຢູ່​ຕະຫຼອດໄປ.”+

3 ຈາກ​ນັ້ນ ກະສັດ​ໂຊໂລໂມນ​ກໍ​ປິ່ນ​ໜ້າ​ມາ​ຫາ​ພວກ​ອິດສະຣາເອນ​ທີ່​ຢືນ​ຢູ່​ຫັ້ນ​ແລະ​ເລີ່ມ​ອວຍພອນ​ເຂົາ​ເຈົ້າ.+ 4 ລາວ​ເວົ້າ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ໄດ້​ຮັບ​ການ​ສັນລະເສີນ. ເພິ່ນ​ເປັນ​ຜູ້​ສັນຍາ​ກັບ​ດາວິດ​ພໍ່​ຂອງ​ຂ້ອຍ​ດ້ວຍ​ໂຕເອງ ແລະ​ເພິ່ນ​ກໍ​ໄດ້​ເຮັດ​ໃຫ້​ຄຳ​ສັນຍາ​ນັ້ນ​ເກີດ​ຂຶ້ນ​ແທ້​ໆ​. ເພິ່ນ​ເວົ້າ​ວ່າ 5 ‘ນັບ​ຕັ້ງ​ແຕ່​ມື້​ທີ່​ເຮົາ​ພາ​ປະ​ຊົນ​ຂອງ​ເຮົາ​ອອກ​ມາ​ຈາກ​ເອຢິບ ເຮົາ​ບໍ່​ໄດ້​ເລືອກ​ເມືອງ​ໃດ​ເມືອງ​ໜຶ່ງ​ຈາກ​ທຸກ​ເມືອງ​ໃນ​ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ​ໃຫ້​ເປັນ​ບ່ອນ​ຕັ້ງ​ວິຫານ​ເພື່ອ​ສັນລະເສີນ​ຊື່​ຂອງ​ເຮົາ+ ແລະ​ເຮົາ​ບໍ່​ໄດ້​ເລືອກ​ຜູ້​ໃດ​ໃຫ້​ເປັນ​ຜູ້​ນຳ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ. 6 ແຕ່​ເຮົາ​ໄດ້​ເລືອກ​ເຢຣູຊາເລັມ+​ເພື່ອ​ໃຫ້​ຊື່​ຂອງ​ເຮົາ​ໄດ້​ຮັບ​ການ​ສັນລະເສີນ​ຢູ່​ເມືອງ​ນີ້ ແລະ​ໄດ້​ເລືອກ​ດາວິດ​ໃຫ້​ປົກຄອງ​ປະຊາຊົນ​ຂອງ​ເຮົາ.’+ 7 ດາວິດ​ພໍ່​ຂອງ​ຂ້ອຍ​ຢາກ​ສ້າງ​ວິຫານ​ເພື່ອ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ.+ 8 ແຕ່​ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ດາວິດ​ພໍ່​ຂອງ​ຂ້ອຍ​ວ່າ ‘ດີ​ຫຼາຍ​ທີ່​ເຈົ້າ​ຢາກ​ສ້າງ​ວິຫານ​ເພື່ອ​ສັນລະເສີນ​ຊື່​ຂອງ​ເຮົາ 9 ແຕ່​ເຈົ້າ​ຈະ​ບໍ່​ໄດ້​ສ້າງ. ລູກ​ຊາຍ​ຜູ້​ໜຶ່ງ​ຂອງ​ເຈົ້າທີ່​ຍັງ​ບໍ່​ທັນ​ເກີດ​ຈະ​ເປັນ​ຜູ້​ສ້າງ​ວິຫານ​ເພື່ອ​ສັນລະເສີນ​ຊື່​ຂອງ​ເຮົາ.’+ 10 ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ເພິ່ນ​ເກີດ​ຂຶ້ນ​ແທ້. ຂ້ອຍ​ໄດ້​ເປັນ​ກະສັດ​ຕໍ່​ຈາກ​ດາວິດ​ພໍ່​ຂອງ​ຂ້ອຍ​ແລະ​ໄດ້​ປົກຄອງ​ອິດສະຣາເອນ+​ຄື​ກັບ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້.+ ຂ້ອຍ​ຍັງ​ໄດ້​ສ້າງ​ວິຫານ​ເພື່ອ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ 11 ແລະ​ໃນ​ວິຫານ​ນີ້​ຂ້ອຍ​ໄດ້​ເຮັດ​ບ່ອນ​ມ້ຽນ​ຫີບ​ເຊິ່ງ​ມີ​ຄຳ​ສັນຍາ+​ທີ່​ພະ​ເຢໂຫວາ​ເຮັດ​ກັບ​ຄົນ​ອິດສະຣາເອນ.”

12 ຈາກ​ນັ້ນ ໂຊໂລໂມນ​ກໍ​ຢືນ​ຢູ່​ຕໍ່​ໜ້າ​ແທ່ນ​ບູຊາ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ຕໍ່​ໜ້າ​ພວກ​ອິດສະຣາເອນ​ແລະຍົກ​ມື 2 ເບື້ອງ​ຂຶ້ນ​ຟ້າ.+ 13 (ໂຊໂລໂມນ​ຢືນ​ຢູ່​ແທ່ນ​ທອງແດງ​ອີກ​ແທ່ນ​ໜຶ່ງ​ທີ່​ລາວ​ເຮັດ​ເຊິ່ງ​ກວ້າງ 5 ສອກ* ຍາວ 5 ສອກ ແລະ​ສູງ 3 ສອກ.* ແທ່ນ​ນີ້​ຕັ້ງ​ຢູ່​ກາງ​ເດີ່ນ​ຂອງ​ວິຫານ.)+ ລາວ​ຄູ້​ເຂົ່າ​ລົງ​ຕໍ່​ໜ້າ​ພວກ​ອິດສະຣາເອນ​ແລະຍົກ​ມື 2 ເບື້ອງ​ຂຶ້ນ​ຟ້າ+ 14 ແລ້ວ​ເວົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ ບໍ່​ວ່າ​ຈະ​ຢູ່​ໃນ​ສະຫວັນ​ຫຼື​ຢູ່​ໃນ​ໂລກ​ນີ້​ກໍ​ບໍ່​ມີ​ພະເຈົ້າ​ອົງ​ໃດ​ຄື​ກັບ​ພະອົງ​ທີ່​ເຮັດ​ຕາມ​ຄຳ​ສັນຍາ​ແລະ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ຜູ້​ທີ່​ຮັບ​ໃຊ້​ພະອົງ​ສຸດ​ຫົວໃຈ.+ 15 ພະອົງ​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ເຮັດ​ກັບ​ດາວິດ​ພໍ່​ຂອງ​ລູກ.+ ພະອົງ​ເປັນ​ຜູ້​ສັນຍາ​ດ້ວຍ​ໂຕເອງ ແລະ​ໃນ​ມື້​ນີ້​ພະອົງ​ກໍ​ໄດ້​ເຮັດ​ໃຫ້​ຄຳ​ສັນຍາ​ນັ້ນ​ເກີດ​ຂຶ້ນ​ແທ້.+ 16 ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ ຂໍ​ພະອົງ​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ເຮັດ​ກັບ​ດາວິດ​ພໍ່​ຂອງ​ລູກ​ທີ່​ວ່າ ‘ຖ້າ​ລູກ​ຫຼານ​ຂອງ​ເຈົ້າ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ເຮົາ+​ຄື​ກັບ​ທີ່​ເຈົ້າ​ໄດ້​ເຮັດ+​ກໍ​ຈະ​ມີ​ແຕ່​ລູກ​ຫຼານ​ຂອງ​ເຈົ້າ​ປົກຄອງ​ອິດສະຣາເອນ​ຕະຫຼອດໄປ.’ 17 ພະ​ເຢໂຫວາ​ພະ​ເຈົ້າ​ຂອງ​ອິດສະຣາເອນ​ເອນ​ເອີ້ຍ ຂໍ​ພະອົງ​ເຮັດ​ໃຫ້​ຄຳ​ສັນຍາ​ທີ່​ເຮັດ​ກັບ​ດາວິດ​ຜູ້​ຮັບ​ໃຊ້​ຂອງ​ພະອົງ​ເກີດ​ຂຶ້ນ​ແທ້.

18 ແຕ່​ພະເຈົ້າ​ຈະ​ຢູ່​ກັບ​ມະນຸດ​ໃນ​ໂລກ​ນີ້​ແທ້​ໆ​ບໍ?+ ຂະໜາດ​ສະຫວັນ​ທີ່​ກວ້າງ​ໃຫຍ່​ກໍ​ຍັງ​ໃຫຍ່​ບໍ່​ພໍ​ທີ່​ຈະ​ໃຫ້​ພະອົງ​ຢູ່+ ແລ້ວ​ວິຫານ​ຫຼັງ​ນີ້​ທີ່​ລູກ​ສ້າງ​ຈະ​ໃຫຍ່​ພໍ​ສຳລັບ​ພະອົງ​ບໍ?+ 19 ພະ​ເຢໂຫວາ​ພະເຈົ້າ​ຂອງ​ລູກ ຂໍ​ພະອົງ​ຟັງ​ຄຳ​ອະທິດຖານ ຄຳ​ອ້ອນວອນ ແລະ​ການ​ຂໍ​ຄວາມ​ຊ່ວຍເຫຼືອ​ທີ່​ລູກ​ເຊິ່ງ​ເປັນ​ຜູ້​ຮັບ​ໃຊ້​ພະອົງ​ອະທິດຖານ​ຫາ​ພະອົງ. 20 ຂໍ​ພະອົງ​ແນມ​ເບິ່ງ​ວິຫານ​ຫຼັງ​ນີ້​ທັງ​ກາງເວັນ​ແລະ​ກາງຄືນ​ເຊິ່ງ​ເປັນ​ບ່ອນ​ທີ່​ພະອົງ​ເຄີຍ​ບອກ​ວ່າ​ຊື່​ຂອງ​ພະອົງ​ຈະ​ຢູ່​ບ່ອນ​ນີ້.+ ຂໍ​ພະອົງ​ຟັງ​ຕອນ​ທີ່​ລູກ​ເຊິ່ງ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພະອົງ​ປິ່ນ​ໜ້າ​ມາ​ທາງ​ວິຫານ​ນີ້​ເພື່ອ​ອະທິດຖານ. 21 ເມື່ອ​ລູກ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພະອົງ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫຼືອ ແລະ​ເມື່ອ​ພວກ​ອິດສະຣາເອນ​ທີ່​ເປັນ​ປະຊາຊົນ​ຂອງ​ພະອົງ​ອ້ອນວອນ​ໂດຍ​ປິ່ນ​ໜ້າ​ມາ​ທາງ​ວິຫານ​ນີ້+ ຂໍ​ພະອົງ​ຟັງ​ຈາກ​ບ່ອນ​ຢູ່​ຂອງ​ພະອົງ​ໃນ​ສະຫວັນ.+ ຂໍ​ພະອົງ​ຟັງ​ແລະ​ຍົກ​ໂທດ​ໃຫ້​ພວກ​ເຮົາ.+

22 ຖ້າ​ຜູ້​ໃດ​ຜູ້​ໜຶ່ງຖືກ​ກ່າວ​ຫາ​ວ່າ​ເຮັດ​ຜິດ​ຕໍ່​ຄົນ​ອື່ນ ແຕ່​ລາວສາບານ*​ວ່າ​ລາວ​ບໍ່​ໄດ້​ເຮັດ ແລະ​ຫຼັງ​ຈາກ​ນັ້ນ​ລາວ​ມາ​ຢືນ​ຢູ່​ຕໍ່​ໜ້າ​ແທ່ນ​ບູຊາ​ຂອງ​ພະອົງ​ໃນ​ວິຫານ​ນີ້+ 23 ຂໍ​ພະອົງ​ຟັງ​ຈາກ​ສະຫວັນ​ແລະ​ຕັດສິນ​ລາວ. ຖ້າ​ຜູ້​ຮັບ​ໃຊ້​ຂອງ​ພະອົງ​ຜູ້​ນັ້ນ​ເຮັດ​ຜິດ ຂໍ​ໃຫ້​ພະອົງ​ລົງໂທດ​ລາວ​ຕາມ​ຄວາມ​ຜິດ​ທີ່​ລາວ​ເຮັດ+ ແຕ່​ຖ້າ​ລາວ​ບໍ່​ໄດ້​ເຮັດ​ຜິດ ຂໍ​ພະອົງ​ຕອບ​ແທນ​ລາວ​ຕາມ​ຄວາມ​ດີ​ທີ່​ລາວ​ເຮັດ.+

24 ເມື່ອ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ພະອົງ​ຕໍ່ສູ້​ບໍ່​ຊະນະ​ພວກ​ສັດຕູ​ຍ້ອນ​ເຂົາ​ເຈົ້າ​ເຮັດ​ຜິດ​ຕໍ່​ພະອົງ+ ຖ້າ​ເຂົາ​ເຈົ້າ​ກັບ​ມາ​ຫາ​ພະອົງ ສັນລະເສີນ​ຊື່​ຂອງ​ພະອົງ+ ແລະ​ອະທິດຖານ+​ອ້ອນວອນ​ຫາ​ພະອົງ​ຢູ່​ວິຫານ​ນີ້+ 25 ຂໍ​ພະອົງ​ຟັງ​ເຂົາ​ເຈົ້າ​ຈາກ​ສະຫວັນ+ ຂໍ​ຍົກ​ໂທດ​ໃຫ້​ເຂົາ​ເຈົ້າ ແລະ​ຂໍ​ພາ​ເຂົາ​ເຈົ້າ​ກັບ​ມາ​ແຜ່ນດິນ​ທີ່​ພະອົງ​ເອົາ​ໃຫ້​ເຂົາ​ເຈົ້າ​ແລະ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ.+

26 ເມື່ອ​ທ້ອງຟ້າ​ຖືກ​ປິດ​ໄວ້​ແລະ​ບໍ່​ມີ​ຝົນ​ຕົກ+​ຍ້ອນ​ເຂົາ​ເຈົ້າ​ເຮັດ​ຜິດ​ຕໍ່​ພະອົງ​ຊ້ຳ​ແລ້ວ​ຊ້ຳ​ອີກ+ ຖ້າ​ເຂົາ​ເຈົ້າ​ປິ່ນ​ໜ້າ​ມາ​ທາງ​ວິຫານ​ນີ້​ແລະ​ອະທິດຖານ​ຫາ​ພະອົງ ສັນລະເສີນ​ຊື່​ຂອງ​ພະອົງ ແລະ​ກັບ​ໃຈ​ຈາກ​ຄວາມ​ຜິດ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ຍ້ອນ​ພະອົງ​ລົງ​ໂທດ​ເຂົາ​ເຈົ້າ+ 27 ຂໍ​ພະອົງ​ຟັງ​ຈາກ​ສະຫວັນ​ແລະ​ຍົກ​ໂທດ​ໃຫ້​ພວກ​ອິດສະຣາເອນ​ຜູ້​ຮັບ​ໃຊ້​ຂອງ​ພະອົງ ຂໍ​ສອນ​ເຂົາ​ເຈົ້າ​ກ່ຽວ​ກັບ​ທາງ​ທີ່​ຖືກຕ້ອງ​ທີ່​ເຂົາ​ເຈົ້າ​ຄວນ​ໄປ+ ແລະ​ຂໍ​ໃຫ້​ຝົນ​ຕົກ+​ໃສ່​ແຜ່ນດິນ​ທີ່​ພະອົງ​ເອົາ​ໃຫ້​ເຂົາ​ເຈົ້າ​ເປັນ​ມໍລະດົກ.

28 ຖ້າ​ມີ​ຄວາມ​ອຶດຢາກ+​ຫຼື​ໂລກລະບາດ+​ໃນ​ແຜ່ນດິນ ຫຼື​ຖ້າ​ຕົ້ນ​ໄມ້​ແລະ​ຜັກ​ຕາຍ​ຍ້ອນ​ພະຍາດ+ ລົມ​ຮ້ອນ ຫຼື​ຝູງ​ຕັກກະແຕນ+ ຫຼື​ຖ້າ​ພວກ​ສັດຕູ​ຂອງ​ເຂົາ​ເຈົ້າ​ມາ​ລ້ອມ​ເມືອງ​ໃດ​ເມືອງ​ໜຶ່ງ+ ຫຼື​ຖ້າ​ມີ​ໄພ​ພິບັດ ຫຼື​ພະຍາດ​ຊະນິດ​ໃດ​ຊະນິດ​ໜຶ່ງ​ເກີດ​ຂຶ້ນ+ 29 ເມື່ອ​ຜູ້​ໃດ​ຜູ້​ໜຶ່ງ​ຫຼື​ພວກ​ອິດສະຣາເອນ​ທຸກ​ຄົນ (ເພາະ​ແຕ່​ລະ​ຄົນ​ຮູ້ຈັກ​ຄວາມ​ເຈັບ​ປວດ​ຂອງ​ໂຕເອງ)+ ຍົກ​ມື​ຂຶ້ນ​ແລະ​ປິ່ນ​ໜ້າ​ມາ​ທາງ​ວິຫານ​ນີ້+​ເພື່ອ​ອະທິດຖານ+​ແລະ​ອ້ອນວອນ+​ຂໍ​ສິ່ງ​ໃດ​ກໍ​ຕາມ 30 ຂໍ​ພະອົງ​ຟັງ​ຈາກ​ສະຫວັນ​ທີ່​ເປັນ​ບ່ອນ​ຢູ່​ຂອງ​ພະອົງ+ ຂໍ​ພະອົງ​ຍົກ​ໂທດ​ໃຫ້​ເຂົາ​ເຈົ້າ+ ແລະ​ຂໍ​ພະອົງ​ຕອບ​ແທນ​ແຕ່​ລະ​ຄົນ​ຕາມ​ການ​ກະທຳ​ຂອງ​ເຂົາ​ເຈົ້າ​ເພາະ​ພະອົງ​ຮູ້ຈັກ​ໃຈ​ຂອງ​ເຂົາ​ເຈົ້າ (ພະອົງ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ຮູ້ຈັກ​ໃຈ​ຂອງ​ມະນຸດ​ແທ້​ໆ​)+ 31 ເພື່ອ​ເຂົາ​ເຈົ້າ​ຈະ​ຢ້ານຢຳ​ພະອົງ ໂດຍ​ໃຊ້​ຊີວິດ​ຢູ່​ໃນ​ແນວ​ທາງ​ຂອງ​ພະອົງ​ຕະຫຼອດ​ຊີວິດ​ຂອງ​ເຂົາ​ເຈົ້າ​ທີ່​ອາໄສ​ຢູ່​ໃນ​ແຜ່ນດິນ​ທີ່​ພະອົງ​ເອົາ​ໃຫ້​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ.

32 ສຳລັບ​ຄົນ​ຕ່າງ​ຊາດ​ທີ່​ບໍ່​ແມ່ນ​ຄົນ​ອິດສະຣາເອນ​ແລະ​ຄົນ​ທີ່​ມາ​ຈາກ​ບ່ອນ​ທີ່​ໄກ​ໆ​ຍ້ອນ​ຊື່​ທີ່​ຍິ່ງ​ໃຫຍ່+​ແລະ​ລິດ​ເດດ​ຂອງ​ພະອົງ ເມື່ອ​ລາວ​ມາ​ແລະ​ປິ່ນ​ໜ້າ​ມາ​ທາງ​ວິຫານ​ນີ້​ເພື່ອ​ອະທິດຖານ+ 33 ຂໍ​ພະອົງ​ຟັງ​ຈາກ​ສະຫວັນ​ທີ່​ເປັນ​ບ່ອນ​ຢູ່​ຂອງ​ພະອົງ ຂໍ​ໃຫ້​ພະອົງ​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ຄົນ​ຕ່າງ​ຊາດ​ຂໍ​ເພື່ອ​ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ຈະ​ຮູ້ຈັກ​ຊື່​ຂອງ​ພະອົງ+​ແລະ​ຢ້ານຢຳ​ພະອົງ​ຄື​ກັບ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ພະອົງ ແລະ​ຂໍ​ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ​ວິຫານ​ທີ່​ລູກ​ສ້າງ​ນີ້​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ໄດ້​ຮັບ​ການ​ສັນລະເສີນ.

34 ຖ້າ​ພະອົງ​ສົ່ງ​ປະຊາຊົນ​ຂອງ​ພະອົງ​ໄປ​ຕໍ່ສູ້​ກັບ​ພວກ​ສັດຕູ​ຢູ່​ໃສ​ກໍ​ຕາມ+ ແລະ​ເຂົາ​ເຈົ້າ​ປິ່ນ​ໜ້າ​ມາ​ທາງ​ເມືອງ​ທີ່​ພະອົງ​ເລືອກ​ແລະ​ທາງ​ວິຫານ​ທີ່​ລູກ​ສ້າງ​ເພື່ອ​ສັນລະເສີນ​ຊື່​ຂອງ​ພະອົງ+​ແລະ​ອະທິດຖານ+​ຫາ​ພະອົງ 35 ຂໍ​ໃຫ້​ພະອົງ​ຟັງ​ຄຳ​ອະທິດຖານ​ແລະ​ຄຳ​ອ້ອນວອນ​ຂອງ​ເຂົາ​ເຈົ້າ​ຈາກ​ສະຫວັນ​ແລະ​ຂໍ​ໃຫ້​ພະອົງ​ຊ່ວຍ​ເຂົາ​ເຈົ້າ.+

36 ຖ້າ​ເຂົາ​ເຈົ້າ​ເຮັດ​ຜິດ​ຕໍ່​ພະອົງ (ເພາະ​ວ່າ​ບໍ່​ມີ​ຈັກ​ຄົນ​ທີ່​ຈະ​ບໍ່​ເຮັດ​ຜິດ)+ ແລະ​ພະອົງ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ຫຼາຍ ແລ້ວ​ຍອມ​ໃຫ້​ພວກ​ສັດຕູ​ຊະນະ​ເຂົາ​ເຈົ້າ​ແລະ​ຈັບ​ເຂົາ​ເຈົ້າ​ໄປ​ເປັນ​ຊະເລີຍ​ຢູ່​ບ່ອນ​ໜຶ່ງ​ບໍ່​ວ່າ​ຈະ​ຢູ່ໃກ້​ຫຼື​ຢູ່​ໄກ+ 37 ໃນ​ຕອນ​ທີ່​ເປັນ​ຊະເລີຍ ຖ້າ​ເຂົາ​ເຈົ້າສຳນຶກໄດ້​ວ່າ​ເຮັດ​ຜິດ ແລ້ວ​ເຂົາ​ເຈົ້າ​ກັບ​ມາ​ຫາ​ພະອົງ​ແລະ​ອ້ອນວອນ​ຕໍ່​ພະອົງ​ວ່າ ‘ພວກ​ເຮົາ​ໄດ້​ເຮັດ​ຜິດ​ແລະ​ເຮັດ​ຊົ່ວ​ຕໍ່​ພະອົງ’+ 38 ຖ້າ​ເຂົາ​ເຈົ້າ​ໄດ້​ກັບ​ມາ​ຫາ​ພະອົງ​ແທ້​ໆ​ດ້ວຍ​ສຸດ​ຊີວິດ​ສຸດ​ຫົວໃຈ+​ຕອນ​ທີ່​ເຂົາ​ເຈົ້າ​ຍັງ​ຢູ່​ໃນ​ບ່ອນ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ+ ແລະ​ຖ້າ​ເຂົາ​ເຈົ້າ​ປິ່ນ​ໜ້າ​ມາ​ທາງ​ແຜ່ນດິນ​ທີ່​ພະອົງ​ເອົາ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ແລະ​ທາງ​ເມືອງ​ທີ່​ພະອົງ​ໄດ້​ເລືອກ+​ແລະ​ທາງ​ວິຫານ​ທີ່​ລູກ​ສ້າງ​ເພື່ອ​ສັນລະເສີນ​ຊື່​ຂອງ​ພະອົງ​ແລ້ວ​ອະທິດຖານ​ຫາ​ພະອົງ 39 ຂໍ​ໃຫ້​ພະອົງ​ຟັງ​ຄຳ​ອະທິດຖານ​ແລະ​ຄຳ​ອ້ອນວອນ​ຂອງ​ເຂົາ​ເຈົ້າ​ຈາກ​ສະຫວັນ​ທີ່​ເປັນ​ບ່ອນ​ຢູ່​ຂອງ​ພະອົງ ຂໍ​ພະອົງ​ຊ່ວຍ​ເຂົາ​ເຈົ້າ+ ແລະຂໍ​ຍົກ​ໂທດ​ໃຫ້​ປະຊາຊົນ​ຂອງ​ພະອົງ​ທີ່​ເຮັດ​ຜິດ​ຕໍ່​ພະອົງ.

40 ພະເຈົ້າ​ຂອງ​ລູກ ເມື່ອ​ພວກ​ເຮົາ​ອະທິດຖານ​ຢູ່​ບ່ອນ​ນີ້ ຂໍ​ໃຫ້​ພະອົງສົນ​ໃຈຟັງ.*+ 41 ພະ​ເຢໂຫວາ​ພະເຈົ້າ ຂໍ​ໃຫ້​ພະອົງ​ກັບຫີບ​ສັນຍາທີ່​ເປັນສັນຍະລັກ​ເຖິງ​ລິດ​ເດດ​ຂອງ​ພະອົງ​ເຂົ້າ​ໄປ​ຢູ່​ໃນບ່ອນ​ພັກ​ນີ້.+ ພະ​ເຢໂຫວາ​ພະເຈົ້າ ຂໍ​ໃຫ້​ພວກ​ປະໂລຫິດ​ສະແດງ​ໃຫ້​ເຫັນ​ວ່າ​ພະອົງເປັນ​ຜູ້​ຊ່ວຍ​ໃຫ້​ລອດໄດ້ ແລະ​ຂໍ​ໃຫ້​ຄົນ​ທີ່​ສັດຊື່​ມີ​ຄວາມ​ສຸກ​ຍ້ອນສິ່ງ​ດີ​ໆ​ທັງ​ໝົດ​ທີ່​ພະ​ອົງ​ເຮັດ.+ 42 ພະ​ເຢໂຫວາ​ພະເຈົ້າ ຂໍ​ພະອົງ​ຢ່າ​ປະຖິ້ມ*​ຜູ້​ທີ່​ພະອົງ​ໄດ້​ເລືອກ.+ ຂໍ​ໃຫ້​ພະອົງ​ຈື່​ຄວາມ​ຮັກ​ທີ່​ໝັ້ນຄົງ​ທີ່​ພະອົງ​ສະແດງ​ຕໍ່​ດາວິດ​ຜູ້​ຮັບ​ໃຊ້​ຂອງ​ພະອົງ.”+

7 ຫຼັງ​ຈາກ​ໂຊໂລໂມນ​ອະທິດຖານ​ແລ້ວ​ໆ​+​ກໍ​ມີ​ໄຟ​ຕົກ​ລົງ​ມາ​ຈາກ​ຟ້າ+​ມາ​ເຜົາ​ເຄື່ອງບູຊາເຜົາ​ແລະ​ເຄື່ອງບູຊາ​ອື່ນ​ໆ​ ແລະ​ແສງລັດສະໝີ​ຂອງ​ພະ​ເຢໂຫວາ​ກໍ​ແຜ່ກະຈາຍ​ຢູ່​ທົ່ວ​ວິຫານ.+ 2 ພວກ​ປະໂລຫິດ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້​ຍ້ອນ​ວ່າ​ແສງລັດສະໝີ​ຂອງ​ພະ​ເຢໂຫວາ​ແຜ່ກະຈາຍ​ຢູ່​ທົ່ວ​ວິຫານ​ຂອງ​ພະ​ເຢໂຫວາ.+ 3 ເມື່ອ​ພວກ​ອິດສະຣາເອນ​ເຫັນ​ໄຟ​ຕົກ​ລົງ​ມາ​ຈາກ​ຟ້າ​ແລະ​ແສງລັດສະໝີ​ຂອງ​ພະ​ເຢໂຫວາ​ແຜ່ກະຈາຍ​ຢູ່​ທົ່ວ​ວິຫານ ເຂົາເຈົ້າ​ກໍ​ໝູບໜ້າ​ລົງພື້ນ​ແລະ​ເວົ້າ​ຂອບໃຈ​ພະ​ເຢໂຫວາ​ວ່າ: “ພະອົງ​ດີ​ແທ້​ໆ​ ພະອົງ​ມີ​ຄວາມຮັກ​ທີ່​ໝັ້ນຄົງ​ຕະຫຼອດໄປ.”

4 ຈາກນັ້ນ ກະສັດ​ໂຊໂລໂມນ​ກັບ​ພວກ​ອິດສະຣາເອນ​ທຸກຄົນ​ກໍ​ເຜົາ​ເຄື່ອງບູຊາ​ໃຫ້​ພະ​ເຢໂຫວາ.+ 5 ກະສັດ​ໂຊໂລໂມນ​ເຜົາ​ງົວ 22.000 ໂຕ​ແລະ​ແກະ 120.000 ໂຕ. ແລ້ວ​ກະສັດ​ກັບ​ພວກ​ອິດສະຣາເອນ​ກໍ​ພາກັນ​ສະຫຼອງ​ຍ້ອນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ສ້າງ​ແລ້ວ​ໆ​.+ 6 ພວກ​ປະໂລຫິດ​ແລະ​ພວກ​ເລວີ​ຢືນ​ຢູ່​ບ່ອນ​ຂອງ​ໂຕເອງ. ພວກ​ເລວີ​ຖື​ເຄື່ອງ​ດົນຕີ​ຕ່າງ​ໆ​ທີ່​ໃຊ້​ໃນ​ການ​ຮ້ອງເພງ​ສັນລະເສີນ​ພະ​ເຢໂຫວາ.+ (ກະສັດ​ດາວິດ​ເຮັດ​ເຄື່ອງ​ດົນຕີ​ເຫຼົ່ານີ້​ໄວ້​ເພື່ອ​ຈະ​ຂອບໃຈ​ແລະ​ສັນລະເສີນ​ພະ​ເຢໂຫວາ​ນຳ​ເຂົາເຈົ້າ*​ແລະ​ຮ້ອງເພງ​ວ່າ “ເພິ່ນ​ມີ​ຄວາມຮັກ​ທີ່​ໝັ້ນຄົງ​ຕະຫຼອດໄປ.”) ພວກ​ປະໂລຫິດ​ເປົ່າແກ+​ຢູ່​ກົງກັນຂ້າມ​ກັບ​ພວກເລວີ ແລະ​ພວກ​ອິດສະຣາເອນ​ກໍ​ຢູ່ຫັ້ນ​ຄືກັນ.

7 ໂຊໂລໂມນ​ໄດ້​ເຮັດ​ໃຫ້​ທາງກາງ​ຂອງ​ເດີ່ນ​ທີ່​ຢູ່​ຕໍ່​ໜ້າ​ວິຫານ​ຂອງ​ພະ​ເຢໂຫວາ​ບໍລິສຸດ​ເພື່ອ​ຈະ​ເຜົາ​ເຄື່ອງບູຊາເຜົາ+​ແລະ​ນ້ຳມັນ​ຂອງ​ສັດ​ຈາກ​ເຄື່ອງບູຊາ​ສ້າງຄວາມສະຫງົບສຸກ ຍ້ອນ​ວ່າ​ແທ່ນບູຊາ​ທອງແດງ+​ທີ່​ໂຊໂລໂມນ​ເຮັດ​ນ້ອຍ​ໂພດ​ທີ່​ຈະ​ເອົາ​ເຄື່ອງບູຊາເຜົາ ເຄື່ອງບູຊາ​ທີ່​ເຮັດ​ຈາກ​ເມັດເຂົ້າ+ ແລະ​ນ້ຳມັນ​ຂອງ​ສັດ​ມາ​ເຜົາ​ນຳກັນ.+ 8 ໃນຕອນນັ້ນ ໂຊໂລໂມນ​ໄດ້​ຈັດ​ການ​ສະຫຼອງ​ທີ່​ຍິ່ງໃຫຍ່​ໃຫ້​ພວກ​ອິດສະຣາເອນ 7 ມື້.+ ຄົນ​ຈຳນວນ​ຫຼາຍ​ຕັ້ງແຕ່​ເລໂບຮາມັດ*​ຈົນ​ຮອດ​ຮ່ອມພູ*​ຂອງ​ເອຢິບ​ກໍ​ພາກັນ​ມາ​ຮ່ວມ​ການ​ສະຫຼອງ​ນີ້.+ 9 ເຂົາເຈົ້າ​ສະຫຼອງ​ການ​ອຸທິດ​ແທ່ນບູຊາ 7 ມື້. ຫຼັງ​ຈາກນັ້ນ​ກໍ​ສະຫຼອງເທດສະການ*​ອີກ 7 ມື້ ແລະ​ໃນ​ມື້​ທີ 8* ເຂົາເຈົ້າ​ໄດ້​ຈັດ​ການ​ປະຊຸມ​ພິເສດ.+ 10 ໃນ​ວັນ​ທີ 23 ຂອງ​ເດືອນ​ທີ 7 ໂຊໂລໂມນ​ໄດ້​ໃຫ້​ປະຊາຊົນ​ກັບເມືອ​ເຮືອນ. ເຂົາເຈົ້າ​ກໍ​ກັບເມືອ​ຢ່າງ​ມີຄວາມສຸກ+​ແລະ​ດ້ວຍ​ຄວາມ​ດີໃຈ ຍ້ອນ​ພະ​ເຢໂຫວາ​ໄດ້​ເຮັດ​ສິ່ງ​ດີ​ໆ​ຕໍ່​ດາວິດ ຕໍ່​ໂຊໂລໂມນ ແລະ​ຕໍ່​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເພິ່ນ.+

11 ໃນ​ທີ່​ສຸດ ໂຊໂລໂມນ​ກໍ​ໄດ້​ເຮັດ​ທຸກສິ່ງ​ສຳເລັດ​ຕາມ​ທີ່​ວາງແຜນ​ໄວ້.+ ລາວ​ໄດ້​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ ວັງ​ຂອງ​ໂຕເອງ+ ແລະ​ທຸກສິ່ງ​ທຸກຢ່າງ​ທີ່​ລາວ​ຢາກ​ເຮັດ​ສຳລັບ​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ວັງ​ຂອງ​ໂຕເອງ. 12 ໃນ​ຕອນ​ກາງຄືນ ພະ​ເຢໂຫວາ​ມາ​ຫາ​ໂຊໂລໂມນ+​ທາງ​ຄວາມ​ຝັນ​ແລະ​ເວົ້າ​ກັບ​ລາວ​ວ່າ: “ເຮົາ​ໄດ້​ຍິນ​ຄຳ​ອະທິດຖານ​ຂອງ​ເຈົ້າ​ແລ້ວ ແລະ​ເຮົາ​ໄດ້​ເລືອກ​ວິຫານ​ນີ້​ເປັນ​ບ່ອນ​ເຜົາ​ເຄື່ອງບູຊາ​ໃຫ້​ເຮົາ.+ 13 ເມື່ອ​ເຮົາ​ປິດ​ທ້ອງຟ້າ​ໄວ້​ບໍ່​ໃຫ້​ຝົນ​ຕົກ ຫຼື​ໃຫ້​ຕັກກະແຕນ​ມາ​ກິນ​ຜົນລະປູກ​ຢູ່​ແຜ່ນດິນ​ນີ້ ຫຼື​ໃຫ້​ມີ​ໂລກລະບາດ​ເກີດຂຶ້ນ​ກັບ​ປະຊາຊົນ​ຂອງ​ເຮົາ 14 ຖ້າ​ປະຊາຊົນ​ທີ່​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ເຮົາ+​ຖ່ອມ​ໂຕ+ ຊອກ​ຫາ​ເຮົາ ແລະ​ເຊົາ​ເຮັດ​ສິ່ງ​ທີ່​ຊົ່ວ+ ເຮົາ​ກໍ​ຈະ​ຟັງ​ແລະ​ຍົກໂທດ​ຄວາມ​ຜິດ​ທີ່​ເຂົາເຈົ້າ​ໄດ້​ເຮັດ ແລະ​ເຮັດ​ໃຫ້​ແຜ່ນດິນ​ນີ້​ກັບມາ​ອຸດົມສົມບູນ​ອີກ​ເທື່ອ​ໜຶ່ງ.+ 15 ເຮົາ​ຈະ​ສົນໃຈ*​ແລະ​ຟັງ​ຄຳ​ອະທິດຖານ​ຂອງ​ຄົນ​ທີ່​ມາ​ອະທິດຖານ​ຢູ່ນີ້.+ 16 ເຮົາ​ໄດ້​ເລືອກ​ວິຫານ​ຫຼັງ​ນີ້​ແລະ​ເຮັດ​ໃຫ້​ບໍລິສຸດ​ແລ້ວ​ເພື່ອ​ຊື່​ຂອງ​ເຮົາ​ຈະ​ຢູ່ນີ້​ຕະຫຼອດໄປ.+ ເຮົາ​ຈະ​ປົກປ້ອງ​ແລະ​ເບິ່ງແຍງ​ວິຫານ​ນີ້​ສະເໝີ.+

17 ຖ້າ​ເຈົ້າ​ໃຊ້​ຊີວິດ​ຕາມ​ແນວທາງ​ຂອງ​ເຮົາ​ຄືກັບ​ດາວິດ​ພໍ່​ຂອງ​ເຈົ້າ ເຮັດ​ທຸກສິ່ງ​ຕາມ​ທີ່​ເຮົາ​ສັ່ງ​ເຈົ້າ ເຊື່ອຟັງ​ກົດໝາຍ​ຂອງ​ເຮົາ ແລະ​ເຮັດ​ຕາມ​ການ​ຕັດສິນ​ຂອງ​ເຮົາ+ 18 ເຮົາ​ກໍ​ຈະ​ໃຫ້​ການ​ປົກຄອງ​ຂອງ​ເຈົ້າ​ໝັ້ນຄົງ+​ຄືກັບ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ດາວິດ​ພໍ່​ຂອງ​ເຈົ້າ+​ທີ່​ວ່າ ‘ຈະ​ມີ​ແຕ່​ລູກຫຼານ​ຂອງ​ເຈົ້າ​ປົກຄອງ​ອິດສະຣາເອນ​ຕະຫຼອດໄປ.’+ 19 ແຕ່​ຖ້າ​ເຈົ້າ​ບໍ່​ໃຊ້​ຊີວິດ​ຕາມ​ແນວທາງ​ຂອງ​ເຮົາ ບໍ່​ເຮັດ​ຕາມ​ຄຳສັ່ງ​ແລະ​ກົດໝາຍ​ທີ່​ເຮົາ​ໃຫ້​ເຈົ້າ ແລ້ວ​ໄປ​ຂາບໄຫວ້​ແລະ​ຮັບໃຊ້​ພະເຈົ້າ​ອື່ນ+ 20 ເຮົາ​ຈະ​ຫຼົກ​ພວກ​ອິດສະຣາເອນ​ໝົດຮາກ​ໝົດເຫງົ້າ​ອອກ​ຈາກ​ແຜ່ນດິນ​ທີ່​ເຮົາ​ເອົາ​ໃຫ້​ເຂົາເຈົ້າ+ ແລະ​ເຮົາ​ກໍ​ຈະ​ປະຖິ້ມ​ວິຫານ​ທີ່​ເຮົາ​ເຮັດ​ໃຫ້​ບໍລິສຸດ​ສຳລັບ​ຊື່​ຂອງ​ເຮົາ ແລ້ວ​ຊາດ​ຕ່າງ​ໆ​ທີ່​ຢູ່ອ້ອມຂ້າງ​ຈະ​ເວົ້າ​ດູຖູກ​ແລະ​ເຍາະເຍີ້ຍ​ພວກ​ອິດສະຣາເອນ.+ 21 ວິຫານ​ຫຼັງ​ນີ້​ຈະ​ເຫຼືອ​ແຕ່​ຊາກຫັກພັງ. ທຸກຄົນ​ທີ່​ຍ່າງ​ກາຍໄປ​ກາຍມາ​ຈະ​ຕົກໃຈ+​ແລະ​ເວົ້າ​ວ່າ ‘ເປັນຫຍັງ​ພະ​ເຢໂຫວາ​ຈຶ່ງ​ເຮັດ​ຈັ່ງ​ຊີ້​ກັບ​ແຜ່ນດິນ​ນີ້​ແລະ​ວິຫານ​ຫຼັງ​ນີ້?’+ 22 ແລ້ວ​ຄົນ​ເຫຼົ່ານີ້​ຈະ​ເວົ້າ​ວ່າ ‘ກະ​ຍ້ອນ​ເຂົາເຈົ້າ​ປະຖິ້ມ​ພະ​ເຢໂຫວາ+​ພະເຈົ້າ​ຂອງ​ເຂົາເຈົ້າ​ຜູ້​ທີ່​ພາ​ປູ່ຍ່າຕານາຍ​ຂອງ​ເຂົາເຈົ້າ​ອອກ​ມາ​ຈາກ​ເອຢິບ+ ແລ້ວ​ໄປ​ຂາບໄຫວ້​ແລະ​ຮັບໃຊ້​ພະເຈົ້າ​ອື່ນ.+ ຍ້ອນແນວນີ້​ແຫຼະ ເພິ່ນ​ຈຶ່ງ​ໃຫ້​ເຂົາເຈົ້າ​ເຈິ​ເລື່ອງ​ທີ່​ໂຫດຮ້າຍ​ແບບນີ້.’”+

8 ໂຊໂລໂມນ​ໃຊ້​ເວລາ 20 ປີ​ເພື່ອ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ວັງ​ຂອງ​ລາວ.+ 2 ຫຼັງ​ຈາກ​ນັ້ນ ລາວ​ກໍ​ຟື້ນຟູ​ເມືອງ​ຕ່າງ​ໆ​ທີ່​ຮີຣາມ+​ເອົາ​ໃຫ້​ລາວ ແລ້ວ​ໃຫ້​ພວກ​ອິດສະຣາເອນ​ຍ້າຍ​ເຂົ້າ​ໄປ​ຢູ່​ໃນ​ເມືອງ​ເຫຼົ່າ​ນັ້ນ. 3 ຕໍ່ມາ ໂຊໂລໂມນ​ໄດ້​ໄປຕໍ່ສູ້​ກັບ​ຄົນ​ຮາມັດໂຊບາ​ແລະ​ຍຶດ​ເອົາ​ເຂດ​ນັ້ນ. 4 ຈາກ​ນັ້ນ ໂຊໂລໂມນ​ໄດ້​ເຮັດ​ໃຫ້​ເມືອງ​ຕາດໂມ​ຢູ່​ບ່ອນ​ກັນດານ​ແລະ​ເມືອງ​ຕ່າງ​ໆ​ທີ່​ເອົາ​ອາຫານ​ໄວ້+​ຢູ່​ຮາມັດ​ເຂັ້ມແຂງ​ຂຶ້ນ.+ 5 ລາວ​ໄດ້​ເຮັດ​ໃຫ້​ເມືອງ​ເບັດໂຮໂຣນ​ທົ່ງ+​ແລະ​ເມືອງ​ເບັດໂຮໂຣນ​ທ່າ+​ເຂັ້ມແຂງ​ຂຶ້ນ ໂດຍ​ສ້າງ​ກຳແພງ​ອ້ອມ​ແລະ​ໃຫ້​ມີ​ປະຕູ​ກັບ​ກອນ​ປະຕູ. 6 ນອກ​ຈາກ​ນັ້ນ ລາວ​ໄດ້​ສ້າງ​ບ້ານ​ບາອາລາດ+​ຄືນ​ໃໝ່​ແລະ​ສ້າງ​ອີກ​ຫຼາຍ​ເມືອງ​ເພື່ອ​ເອົາ​ອາຫານ​ໄວ້ ເອົາ​ລົດ​ມ້າ​ໄວ້+ ແລະ​ເພື່ອ​ໃຫ້​ພວກ​ທະຫານ​ມ້າ​ຢູ່. ໂຊໂລໂມນ​ຢາກ​ສ້າງ​ຫຍັງ​ລາວ​ກໍ​ສ້າງ​ໂລດ​ໃນ​ເມືອງ​ເຢຣູຊາເລັມ ໃນ​ເລບານອນ ແລະ​ໃນ​ແຜ່ນດິນ​ທັງ​ໝົດ​ທີ່​ລາວ​ປົກຄອງ.

7 ໃນ​ຕອນ​ນັ້ນ​ຍັງ​ມີ​ບາງຄົນ​ທີ່​ບໍ່​ແມ່ນ​ຄົນ​ອິດສະຣາເອນ​ອາໄສ​ຢູ່​ໃນ​ແຜ່ນດິນ​ນັ້ນ.+ ເຂົາ​ເຈົ້າ​ເປັນ​ຄົນ​ເຮດ ຄົນ​ອາໂມ ຄົນ​ເປຣິຊີ ຄົນ​ຮີວີ ແລະ​ຄົນ​ເຢບຸດ.+ 8 ເຂົາ​ເຈົ້າ​ຍັງ​ຢູ່​ຫັ້ນ ຍ້ອນ​ວ່າ​ພວກ​ອິດສະຣາເອນ​ບໍ່​ໄດ້​ຂ້າ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ໃຫ້​ໝົດ.+ ໂຊໂລໂມນ​ໄດ້​ໃຫ້​ເຂົາ​ເຈົ້າ​ເຮັດ​ວຽກ​ເປັນ​ກຳມະກອນ​ຈົນ​ຮອດ​ທຸກ​ມື້​ນີ້.+ 9 ແຕ່​ໂຊໂລໂມນ​ບໍ່​ໄດ້​ໃຫ້​ພວກ​ອິດສະຣາເອນ​ເຮັດ​ວຽກ​ເປັນ​ທາດ​ຈັກ​ຄົນ.+ ລາວ​ໃຫ້​ເຂົາ​ເຈົ້າ​ເປັນ​ທະຫານ ເປັນ​ຫົວ​ໜ້າ​ທະຫານ ເປັນ​ຫົວ​ໜ້າ​ຄົນ​ຂັບ​ລົດ​ມ້າ ແລະ​ເປັນ​ຫົວ​ໜ້າ​ທະຫານ​ມ້າ.+ 10 ກະສັດ​ໂຊໂລໂມນ​ໄດ້​ແຕ່ງຕັ້ງຫົວ​ໜ້າ 250 ຄົນ​ໃຫ້​ເບິ່ງ​ແຍງ​ຄົນ​ທີ່​ເຮັດ​ວຽກ​ໃຫ້​ລາວ.+

11 ໂຊໂລໂມນ​ໃຫ້​ລູກສາວ​ຂອງ​ກະສັດ​ເອຢິບ*+​ຍ້າຍ​ອອກ​ຈາກ​ເມືອງ​ຂອງ​ດາວິດ ແລ້ວ​ມາ​ຢູ່​ວັງ​ທີ່​ໂຊໂລໂມນ​ສ້າງ​ໃຫ້​ລາວ.+ ໂຊໂລໂມນ​ເວົ້າ​ວ່າ: “ກະ​ແມ່ນ​ຢູ່​ວ່າ​ລາວ​ເປັນ​ເມຍ​ຂ້ອຍ ແຕ່​ລາວ​ກໍ​ບໍ່​ຄວນ​ຢູ່​ວັງ​ຂອງ​ດາວິດ​ກະສັດ​ຂອງ​ອິດສະຣາເອນ ຍ້ອນ​ບ່ອນ​ທີ່​ເຄີຍ​ເອົາ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ໄວ້​ເປັນ​ບ່ອນ​ທີ່​ບໍລິສຸດ.”+

12 ໂຊໂລໂມນ​ເຜົາ​ເຄື່ອງ​ບູຊາ​ເຜົາ+​ໃຫ້​ພະ​ເຢໂຫວາ​ຢູ່​ເທິງ​ແທ່ນ​ບູຊາ+​ຂອງ​ພະ​ເຢໂຫວາ​ທີ່​ລາວ​ສ້າງ​ໄວ້​ຢູ່​ຕໍ່​ໜ້າ​ຫ້ອງ​ທາງເຂົ້າວິຫານ.+ 13 ໂຊໂລໂມນ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ໂມເຊ​ໂດຍ​ເຜົາ​ເຄື່ອງ​ບູຊາ​ຕ່າງ​ໆ​ ເຊັ່ນ: ເຄື່ອງ​ບູຊາ​ທີ່​ຕ້ອງ​ເຜົາ​ທຸກ​ໆ​ມື້ ເຄື່ອງ​ບູຊາ​ສຳລັບ​ວັນ​ຊະບາໂຕ+ ສຳລັບ​ມື້​ເດືອນ​ອອກ​ໃໝ່+ ແລະ​ສຳລັບເທດສະການ​ທີ່​ກຳນົດ​ໄວ້​ປີ​ລະ 3 ເທື່ອ+​ຄື ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ+ ເທດສະການ​ເກັບ​ກ່ຽວ+ ແລະ​ເທດສະການ​ປຸກ​ຕູບ.*+ 14 ໂຊໂລໂມນ​ໄດ້​ແບ່ງ​ກຸ່ມ​ພວກ​ປະໂລຫິດ+​ເພື່ອ​ໃຫ້​ເຂົາ​ເຈົ້າ​ເຮັດ​ວຽກ​ຕ່າງ​ໆ​ຕາມ​ທີ່​ດາວິດ​ພໍ່​ຂອງ​ລາວ​ກຳນົດ​ໄວ້. ລາວ​ໄດ້​ແບ່ງ​ກຸ່ມ​ພວກ​ເລວີ​ໃຫ້​ເຮັດ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ​ຄື ໃຫ້​ສັນລະເສີນ​ພະເຈົ້າ+​ແລະ​ຊ່ວຍ​ພວກ​ປະໂລຫິດ​ເຮັດ​ວຽກ​ໃນ​ແຕ່​ລະ​ມື້. ລາວ​ຍັງ​ໄດ້​ແບ່ງ​ກຸ່ມ​ຄົນ​ຍາມ​ປະຕູ​ໃຫ້​ຍາມ​ປະຕູ​ຕ່າງ​ໆ​.+ ລາວ​ເຮັດ​ສິ່ງ​ທັງ​ໝົດ​ນີ້​ຕາມ​ທີ່​ດາວິດ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ໄດ້​ສັ່ງ​ໄວ້. 15 ພວກ​ປະໂລຫິດ​ແລະ​ພວກ​ເລວີ​ເຮັດ​ຕາມ​ທີ່​ກະສັດ​ສັ່ງ​ໄວ້​ທຸກ​ຢ່າງ​ລວມ​ທັງ​ເລື່ອງ​ກ່ຽວ​ກັບ​ຫ້ອງ​ມ້ຽນ​ເຄື່ອງ. 16 ໂຊໂລໂມນ​ໄດ້​ຈັດ​ລະບຽບ​ວຽກ​ທຸກ​ຢ່າງ​ດີ​ຫຼາຍ ຕັ້ງ​ແຕ່​ມື້​ທີ່​ວາງ​ຮາກ​ຖານ​ວິຫານ​ຂອງ​ພະ​ເຢໂຫວາ+​ຈົນ​ຮອດ​ມື້​ທີ່​ສ້າງ​ວິຫານ​ແລ້ວ. ໃນ​ທີ່​ສຸດ​ວິຫານ​ຂອງ​ພະ​ເຢໂຫວາ​ກໍ​ສ້າງ​ແລ້ວ.+

17 ຈາກ​ນັ້ນ ໂຊໂລໂມນ​ກໍ​ໄປ​ເອັດຊີໂອນເກເບ+​ແລະ​ເມືອງ​ເອໂລດ+​ທີ່​ຢູ່​ແຄມ​ຝັ່ງ​ທະເລ​ໃນ​ເອໂດມ.+ 18 ຮີຣາມ+ໄດ້​ສົ່ງ​ເຮືອ​ຫຼາຍ​ລຳ​ພ້ອມ​ກັບ​ຄົນ​ຂອງ​ລາວ​ເຊິ່ງ​ເປັນ​ລູກ​ເຮືອ​ທີ່​ມີ​ປະສົບການ​ມາ​ໃຫ້​ໂຊໂລໂມນ. ເຂົາ​ເຈົ້າ​ໄປ​ໂອຟີ+​ກັບ​ຄົນ​ຂອງ​ໂຊໂລໂມນ​ແລ້ວ​ເອົາ​ຄຳ 450 ຕະລັນ*+​ຈາກ​ຫັ້ນ​ກັບ​ມາ​ໃຫ້​ກະສັດ​ໂຊໂລໂມນ.+

9 ລາຊີນີ​ຂອງ​ປະເທດ​ເຊບາ+​ໄດ້​ຍິນ​ຊື່ສຽງ​ຂອງ​ໂຊໂລໂມນ ລາວ​ຈຶ່ງ​ມາ​ເມືອງ​ເຢຣູຊາເລັມ​ເພື່ອ​ທົດ​ສອບ​ສະຕິປັນຍາ​ຂອງ​ໂຊໂລໂມນ​ໂດຍ​ຖາມ​ຄຳຖາມ*​ທີ່​ຍາກ​ໆ​. ລາວ​ມາ​ກັບ​ຄົນ​ຂອງ​ລາວ​ທີ່​ເປັນ​ຂະບວນ​ໃຫຍ່ ພ້ອມ​ກັບ​ຝູງ​ອູດ​ທີ່​ຂົນ​ນ້ຳມັນ​ຫອມ ຄຳ+ ແລະ​ເພັດນິນຈິນດາ​ຈຳນວນ​ຫຼາຍ. ລາວ​ເຂົ້າ​ໄປ​ຫາ​ໂຊໂລໂມນ​ແລະ​ຖາມ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ລາວ​ຢາກ​ຮູ້.+ 2 ໂຊໂລໂມນ​ຕອບ​ຄຳຖາມ​ຂອງ​ລາວ​ໄດ້​ທຸກ​ຂໍ້. ບໍ່​ມີ​ຫຍັງ​ຍາກ​ໂພດ​ສຳລັບ*​ໂຊໂລໂມນ. ລາວ​ອະທິບາຍ​ໄດ້​ທຸກ​ຢ່າງ.

3 ເມື່ອ​ລາຊີນີ​ຂອງ​ປະເທດ​ເຊບາ​ເຫັນ​ວ່າ​ໂຊໂລໂມນ​ມີ​ສະຕິປັນຍາ​ຫຼາຍ​ແທ້​ໆ​+ ເຫັນ​ວັງ​ທີ່​ລາວ​ສ້າງ+ 4 ອາຫານ​ທີ່​ຢູ່​ເທິງ​ໂຕະ​ຂອງ​ລາວ+ ບ່ອນ​ນັ່ງ​ທີ່​ຈັດ​ໄວ້​ສຳລັບ​ພວກ​ຂ້າລາຊະການ ການ​ບໍລິການ​ຂອງ​ຄົນ​ຮັບໃຊ້​ກັບ​ເຄື່ອງນຸ່ງ​ຂອງ​ເຂົາ​ເຈົ້າ ຄົນ​ເຫຍັ້ນ​ເຄື່ອງ​ດື່ມ​ກັບ​ເຄື່ອງນຸ່ງ​ຂອງ​ເຂົາ​ເຈົ້າ ແລະ​ເຄື່ອງ​ບູຊາ​ເຜົາ​ທີ່​ລາວ​ເຜົາ​ໃຫ້​ເປັນ​ປະຈຳ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ+ ລາຊີນີ​ກໍ​ຮູ້ສຶກ​ງຶດ​ຫຼາຍ. 5 ລາວ​ຈຶ່ງ​ເວົ້າ​ກັບ​ກະສັດ​ໂຊໂລໂມນ​ວ່າ: “ສິ່ງ​ທີ່​ຂ້ອຍ​ໄດ້​ຍິນ​ຢູ່​ປະເທດ​ຂອງ​ຂ້ອຍ​ກ່ຽວ​ກັບ​ຄວາມ​ສຳເລັດ*​ແລະ​ສະຕິປັນຍາ​ຂອງ​ທ່ານ​ມັນ​ແມ່ນ​ແທ້​ໆ​. 6 ແຕ່​ຂ້ອຍບໍ່​ເຊື່ອ​ສິ່ງ​ທີ່​ໄດ້​ຍິນຈົນ​ໄດ້​ມາ​ເຫັນ​ກັບ​ຕາ​ຂອງ​ໂຕເອງ.+ ສິ່ງ​ທີ່​ຄົນ​ໄປ​ເລົ່າ​ບໍ່​ໄດ້​ເຄິ່ງ​ໜຶ່ງ​ຂອງ​ສິ່ງ​ທີ່​ຂ້ອຍ​ເຫັນ​ຊ້ຳ.+ ທ່ານ​ມີ​ສະຕິປັນຍາ​ຫຼາຍ​ກວ່າ​ທີ່​ຂ້ອຍ​ໄດ້​ຍິນ.+ 7 ປະຊາຊົນ​ແລະ​ຄົນ​ທີ່​ເຮັດ​ວຽກ​ນຳ​ທ່ານ​ທຸກ​ມື້​ຄື​ຊິ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ຟັງ​ຄຳເວົ້າ​ທີ່​ມີ​ສະຕິປັນຍາ​ຂອງ​ທ່ານ. 8 ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ທ່ານ​ໄດ້​ຮັບ​ການ​ສັນລະເສີນ. ເພິ່ນ​ພໍ​ໃຈ​ໃນ​ໂຕ​ທ່ານ ເພິ່ນ​ຈຶ່ງ​ເລືອກ​ທ່ານ​ໃຫ້​ເປັນ​ກະສັດ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ທ່ານ. ຍ້ອນ​ພະເຈົ້າ​ຮັກ​ພວກ​ອິດສະຣາເອນ+​ແລະ​ຢາກ​ໃຫ້​ແຜ່ນດິນ​ຂອງ​ເຂົາ​ເຈົ້າ​ຢູ່​ຕະຫຼອດໄປ ເພິ່ນ​ຈຶ່ງ​ເລືອກ​ທ່ານ​ໃຫ້​ເປັນ​ກະສັດ​ເພື່ອ​ຈະ​ຕັດສິນ​ຢ່າງ​ຖືກຕ້ອງ​ແລະ​ປົກຄອງ​ດ້ວຍ​ຄວາມຍຸຕິທຳ.”

9 ແລ້ວ​ລາຊີນີ​ຂອງ​ປະເທດ​ເຊບາ​ກໍ​ເອົາ​ຄຳ 120 ຕະລັນ*+ ນ້ຳມັນ​ຫອມ ແລະ​ເພັດນິນຈິນດາ​ຈຳນວນ​ຫຼາຍ​ໃຫ້​ກະສັດ​ໂຊໂລໂມນ. ນັບ​ຕັ້ງ​ແຕ່​ນັ້ນ​ມາ​ບໍ່​ເຄີຍ​ມີ​ໃຜ​ເອົາ​ນ້ຳມັນ​ຫອມ​ມາ​ໃຫ້ປະເທດ​ນີ້​ຫຼາຍ​ສ່ຳ​ກັບ​ລາຊີນີ​ຂອງ​ປະເທດ​ເຊບາ​ເອົາ​ໃຫ້​ໂຊໂລໂມນ.+

10 ຄົນ​ຂອງ​ຮີຣາມ​ແລະ​ຄົນ​ຂອງ​ໂຊໂລໂມນ​ທີ່​ໄປ​ຂົນ​ຄຳ​ມາ​ຈາກ​ໂອຟີ+​ຍັງ​ໄດ້​ຂົນ​ໄມ້​ດູ່​ຈຳນວນ​ຫຼາຍ​ແລະ​ເພັດນິນຈິນດາ​ມາ​ຈາກ​ຫັ້ນ​ນຳ.+ 11 ກະສັດ​ໂຊໂລໂມນ​ເອົາ​ໄມ້​ດູ່​ມາ​ເຮັດ​ຂັ້ນໄດ​ວິຫານ​ຂອງ​ພະ​ເຢໂຫວາ+ ເຮັດ​ຂັ້ນໄດ​ວັງ​ຂອງ​ກະສັດ+ ແລະ​ຍັງ​ເອົາ​ມາ​ເຮັດ​ພິນ​ກັບ​ເຄື່ອງ​ດົນຕີ​ທີ່ມີ​ສາຍ​ສຳລັບ​ນັກຮ້ອງ.+ ບໍ່​ມີ​ໃຜ​ໃນ​ແຜ່ນດິນ​ຢູດາ​ເຄີຍ​ເຫັນ​ໄມ້​ດູ່ທີ່​ງາມ​ປານ​ນັ້ນ.

12 ທຸກ​ສິ່ງ​ທີ່​ລາຊີນີ​ຂອງ​ປະເທດ​ເຊບາ​ຢາກ​ໄດ້ ໂຊໂລໂມນ​ກໍ​ເອົາ​ໃຫ້​ລາວ. ໂຊໂລໂມນ​ເອົາ​ເຄື່ອງ​ໃຫ້​ລາວ​ຫຼາຍ​ກວ່າ​ທີ່​ລາວ​ເອົາ​ມາ​ໃຫ້. ຈາກ​ນັ້ນ ລາຊີນີ​ກັບ​ຄົນ​ຂອງ​ລາວ​ກໍ​ກັບ​ເມືອ​ປະເທດ​ຂອງ​ເຂົາ​ເຈົ້າ.+

13 ແຕ່ລະປີ​ໂຊໂລໂມນ​ໄດ້​ຄຳ​ໜັກ 666 ຕະລັນ.*+ 14 ໂຊໂລໂມນ​ຍັງ​ໄດ້​ເງິນ​ກັບ​ຄຳ​ຈາກ​ຄົນຂອງລາວ​ທີ່​ເປັນ​ພໍ່​ຄ້າ​ເດີນ​ທາງ​ແລະ​ຄົນ​ຄ້າ​ຂາຍ ແລະ​ຈາກ​ພວກ​ກະສັດ​ຂອງ​ອາຣັບ​ກັບ​ພວກ​ເຈົ້າ​ເມືອງ​ຕ່າງ​ໆ​.+

15 ກະສັດ​ໂຊໂລໂມນ​ເຮັດ​ໂລ້​ໃຫຍ່ 200 ອັນ​ຈາກ​ຄຳ​ປະສົມ​ກັບເຫຼັກ.+ ໂລ້​ແຕ່​ລະ​ອັນ​ໃຊ້​ຄຳ​ປະສົມ​ກັບ​ເຫຼັກ​ໜັກ 600 ເຊເກນ.*+ 16 ລາວ​ຍັງ​ເຮັດ​ໂລ້​ນ້ອຍ* 300 ອັນ​ຈາກ​ຄຳ​ປະສົມ​ກັບ​ເຫຼັກ. ໂລ້​ແຕ່​ລະ​ອັນ​ໃຊ້​ຄຳ​ໜັກ 3 ມິນາ.* ແລ້ວ​ລາວ​ກໍ​ເອົາ​ໂລ້​ເຫຼົ່ານີ້​ໄປ​ໄວ້​ຢູ່​ຕຶກ​ທີ່​ຊື່​ວ່າ​ປ່າ​ເລບານອນ.+

17 ກະສັດ​ໂຊໂລໂມນ​ຍັງ​ໄດ້​ເຮັດ​ບັນລັງ​ຂອງ​ລາວ​ທີ່​ໃຫຍ່​ໆ​ເຊິ່ງ​ຕົກ​ແຕ່ງ​ດ້ວຍ​ງາຊ້າງ​ແລະ​ໂອບ​ດ້ວຍ​ຄຳ​ແທ້.+ 18 ບັນລັງ​ນີ້​ມີ​ຂັ້ນໄດ 6 ຂັ້ນ ມີ​ບ່ອນ​ຢຽບ​ທີ່​ເປັນ​ຄຳ​ຕິດ​ຢູ່​ກັບ​ບັນລັງ ມີ​ບ່ອນ​ວາງ​ແຂນ​ຢູ່ 2 ເບື້ອງ ແລະ​ຢູ່​ທາງ​ຂ້າງ​ບ່ອນ​ວາງ​ແຂນ​ມີ​ຮູບ​ປັ້ນ​ສິງ+​ຕັ້ງ​ຢູ່​ເບື້ອງ​ລະໂຕ. 19 ຂັ້ນໄດ​ແຕ່​ລະ​ຂັ້ນ​ກໍ​ມີ​ຮູບ​ປັ້ນ​ສິງ​ຕັ້ງ​ໄວ້​ເບື້ອງ​ລະໂຕ. ຂັ້ນໄດ​ທັງ 6 ຂັ້ນ​ມີ​ຮູບ​ປັ້ນ​ສິງ​ລວມ​ທັງ​ໝົດ 12 ໂຕ.+ ບໍ່​ເຄີຍ​ມີ​ປະເທດ​ໃດ​ເຮັດ​ບັນລັງ​ແບບ​ນີ້​ມາ​ກ່ອນ. 20 ຈອກ​ທັງ​ໝົດ​ຂອງ​ກະສັດ​ໂຊໂລໂມນ​ເຮັດ​ຈາກ​ຄຳ ແລະ​ເຄື່ອງໃຊ້​ທຸກ​ຢ່າງ​ໃນ​ຕຶກ​ທີ່ຊື່​ວ່າ​ປ່າ​ເລບານອນ​ກໍ​ເຮັດ​ຈາກ​ຄຳ​ແທ້. ບໍ່​ມີ​ເຄື່ອງໃຊ້​ອັນ​ໃດ​ເລີຍ​ທີ່​ເຮັດ​ຈາກ​ເງິນ ຍ້ອນ​ວ່າ​ໃນ​ສະໄໝ​ຂອງ​ໂຊໂລໂມນ​ເງິນ​ມີ​ຫຼາຍ​ໂພດ​ຈົນ​ຖື​ວ່າ​ບໍ່​ມີ​ຄ່າ.+ 21 ກະສັດ​ໂຊໂລໂມນ​ມີ​ເຮືອ​ຫຼາຍ​ລຳ​ທີ່​ລ່ອງ​ໄປ​ຕາຊິດ+​ພ້ອມ​ກັບ​ຄົນ​ຂອງ​ຮີຣາມ.+ ທຸກ​ໆ​ 3 ປີ​ເຮືອ​ເຫຼົ່ານີ້​ຈະ​ຂົນ​ເງິນ ຄຳ ງາຊ້າງ+ ລີງ ແລະ​ນົກ​ຍຸງ​ມາ.

22 ກະສັດ​ໂຊໂລໂມນ​ຍິ່ງ​ໃຫຍ່​ກວ່າ​ກະສັດ​ທຸກ​ອົງ​ໃນ​ໂລກ ຍ້ອນ​ວ່າ​ລາວ​ຮັ່ງ​ແລະ​ມີ​ສະຕິປັນຍາ​ຫຼາຍ​ກວ່າ​ເຂົາ​ເຈົ້າ.+ 23 ກະສັດ​ຈາກ​ທົ່ວ​ໂລກ​ມາ​ຫາ​ໂຊໂລໂມນ ຍ້ອນ​ຢາກ​ຟັງ​ຄຳເວົ້າ​ທີ່​ມີ​ສະຕິປັນຍາ​ທີ່​ພະເຈົ້າ​ທ່ຽງແທ້​ເອົາ​ໃຫ້​ລາວ.+ 24 ເຂົາ​ເຈົ້າ​ເອົາ​ເຄື່ອງ​ຂອງ​ທີ່​ເຮັດ​ຈາກ​ເງິນຈາກ​ຄຳ ເຄື່ອງນຸ່ງ+ ຊຸດ​ຮົບ ນ້ຳມັນ​ຫອມ ມ້າ ແລະ​ລໍ*​ມາ​ເປັນ​ຂອງຂວັນ​ໃຫ້​ໂຊໂລໂມນ. ລາວ​ໄດ້​ຂອງຂວັນ​ແບບ​ນີ້​ທຸກ​ປີ. 25 ໂຊໂລໂມນ​ມີ​ຄອກ​ມ້າ 4.000 ຄອກ​ສຳລັບ​ມ້າ​ທີ່​ແກ່​ລົດ​ມ້າ ແລະ​ມີ​ມ້າ 12.000 ໂຕ.*+ ລາວ​ເອົາ​ມ້າ​ກັບ​ລົດ​ມ້າ​ໄວ້​ຢູ່​ເມືອງ​ຕ່າງ​ໆ​ສຳລັບ​ມ້ຽນ​ລົດ​ມ້າ​ແລະ​ເອົາ​ໄວ້​ໃກ້​ໆ​ລາວ​ໃນ​ເມືອງ​ເຢຣູຊາເລັມ.+ 26 ລາວ​ປົກຄອງ​ເໜືອ​ກະສັດ​ທຸກ​ອົງຕັ້ງ​ແຕ່​ແມ່​ນ້ຳ​ເອິຟາຣາດ​ຈົນ​ຮອດ​ເຂດ​ຂອງ​ພວກ​ຟີລິດສະຕີນແລະ​ຈົນ​ຮອດ​ເຂດ​ແດນ​ຂອງ​ເອຢິບ.+ 27 ກະສັດ​ໂຊໂລໂມນ​ໄດ້​ເຮັດ​ໃຫ້​ເມືອງ​ເຢຣູຊາເລັມ​ມີ​ເງິນ​ຫຼາຍ​ຄື​ກັບ​ກ້ອນ​ຫີນ ແລະ​ມີ​ໄມ້​ຊີດ້າ*​ຫຼາຍຄື​ກັບ​ຕົ້ນ​ຊີກາມົນ*​ຢູ່​ເຊເຟລາ.+ 28 ເຂົາ​ເຈົ້າ​ເອົາ​ມ້າ​ຈາກ​ເອຢິບ+​ແລະ​ຈາກ​ບ່ອນ​ອື່ນ​ໆ​ມາ​ໃຫ້​ໂຊໂລໂມນ.

29 ເລື່ອງ​ຕ່າງ​ໆ​ຂອງ​ໂຊໂລໂມນ+​ຕັ້ງ​ແຕ່​ຕົ້ນ​ຈົນ​ຈົບ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ຜູ້ພະຍາກອນ​ນາທານ+ ໃນ​ຄຳ​ພະຍາກອນ​ຂອງ​ອາຮີຢາ+​ຄົນ​ຊີໂລ ແລະ​ໃນ​ບັນທຶກ​ກ່ຽວ​ກັບ​ນິມິດ*​ເລື່ອງ​ເຢໂຣໂບອາມ+​ລູກ​ຊາຍ​ຂອງ​ເນ​ບັດ​ທີ່​ຜູ້ພະຍາກອນ​ອິດໂດ+​ໄດ້​ເຫັນ. 30 ໂຊໂລໂມນເປັນກະສັດ​ປົກຄອງ​ອິດສະຣາເອນຢູ່​ເມືອງ​ເຢຣູຊາເລັມ 40 ປີ. 31 ເມື່ອ​ໂຊໂລໂມນ​ຕາຍ ເຂົາ​ເຈົ້າ​ຝັງ​ລາວ​ໄວ້​ຢູ່​ເມືອງ​ຂອງ​ດາວິດ​ພໍ່​ຂອງ​ລາວ.+ ຈາກ​ນັ້ນ ເຣໂຮໂບອາມ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.+

10 ເຣໂຮໂບອາມ​ໄປ​ເມືອງ​ເຊເຄັມ+ ຍ້ອນ​ພວກ​ອິດສະຣາເອນ​ພາກັນ​ໄປ​ຫັ້ນ​ເພື່ອ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ.+ 2 ເມື່ອ​ເຢໂຣໂບອາມ+​ລູກ​ຊາຍ​ຂອງ​ເນບັດ​ຮູ້​ເລື່ອງ​ນີ້ ລາວ​ຈຶ່ງ​ກັບ​ມາ​ຈາກ​ເອຢິບ. (ຕອນ​ນັ້ນ​ລາວ​ຍັງ​ຢູ່​ເອຢິບ​ຍ້ອນ​ໜີ​ກະສັດ​ໂຊໂລໂມນ.)+ 3 ພວກ​ອິດສະຣາເອນ​ໄດ້​ໃຫ້​ຄົນ​ໄປ​ເອີ້ນ​ເຢໂຣໂບອາມ​ມາ. ຫຼັງ​ຈາກ​ນັ້ນ ເຢໂຣໂບອາມ​ກັບ​ພວກ​ອິດສະຣາເອນ​ກໍ​ໄປ​ຫາ​ເຣໂຮໂບອາມ​ແລະ​ເວົ້າ​ກັບ​ລາວ​ວ່າ: 4 “ພໍ່​ຂອງ​ທ່ານ​ໄດ້​ເຮັດ​ໃຫ້​ຊີວິດ​ຂອງ​ພວກ​ເຮົາ​ລຳບາກ​ຫຼາຍ​ແທ້​ໆ​+ ແຕ່​ຖ້າ​ທ່ານ​ບໍ່​ຮຽກ​ຮ້ອງ​ຈາກ​ພວກ​ເຮົາ​ຫຼາຍ​ສ່ຳ​ກັບ​ພໍ່​ຂອງ​ທ່ານ​ແລະ​ບໍ່​ເຮັດ​ໃຫ້​ຊີວິດ​ຂອງ​ພວກ​ເຮົາ​ລຳບາກ​ຄືແຕ່​ກີ້ ພວກ​ເຮົາ​ກໍ​ຈະ​ຮັບ​ໃຊ້​ທ່ານ.”

5 ເຣໂຮໂບອາມ​ບອກ​ເຂົາ​ເຈົ້າ​ວ່າ: “ອີກ 3 ມື້​ຈຶ່ງ​ມາ​ຫາ​ຂ້ອຍ​ໃໝ່.” ແລ້ວ​ປະຊາຊົນ​ກໍ​ພາກັນ​ເມືອ.+ 6 ຈາກ​ນັ້ນ ກະສັດ​ເຣໂຮໂບອາມ​ຈຶ່ງ​ໄປ​ປຶກສາ​ພວກ​ຜູ້​ເຖົ້າ*​ທີ່​ເຄີຍ​ຮັບ​ໃຊ້​ໂຊໂລໂມນ​ພໍ່​ຂອງ​ລາວ. ລາວ​ຖາມ​ວ່າ: “ພວກ​ເຈົ້າ​ຈະ​ແນະນຳ​ຂ້ອຍ​ໃຫ້​ຕອບ​ປະຊາຊົນ​ແນວ​ໃດ?” 7 ເຂົາ​ເຈົ້າ​ບອກ​ວ່າ: “ຖ້າ​ທ່ານ​ເຮັດ​ດີ​ກັບ​ປະຊາຊົນ ເຮັດ​ໃຫ້​ເຂົາ​ເຈົ້າ​ພໍ​ໃຈ ແລະ​ເວົ້າ​ກັບ​ເຂົາ​ເຈົ້າ​ດີ​ໆ​ ເຂົາ​ເຈົ້າ​ກໍ​ຈະ​ຮັບ​ໃຊ້​ທ່ານ​ຕະຫຼອດໄປ.”

8 ແຕ່​ລາວ​ບໍ່​ໄດ້​ເຮັດ​ຕາມ​ທີ່​ພວກ​ຜູ້​ເຖົ້າແນະນຳ ລາວ​ໄປ​ປຶກສາ​ພວກ​ຄົນ​ໜຸ່ມ​ທີ່​ໃຫຍ່​ມາ​ນຳ​ກັນ​ແລະ​ຕອນ​ນີ້​ເຮັດ​ວຽກ​ໃຫ້​ລາວ.+ 9 ລາວ​ຖາມ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ຈະ​ແນະນຳ​ຂ້ອຍ​ໃຫ້​ຕອບ​ປະຊາຊົນ​ແນວ​ໃດ ເພາະ​ຕອນ​ນີ້​ເຂົາ​ເຈົ້າ​ມາ​ເວົ້າ​ກັບ​ຂ້ອຍ​ວ່າ ‘ຂໍ​ທ່ານ​ຢ່າ​ເຮັດ​ໃຫ້​ຊີວິດ​ຂອງ​ພວກ​ເຮົາ​ລຳບາກ​ຄື​ກັບ​ທີ່​ພໍ່​ຂອງ​ທ່ານ​ເຄີຍ​ເຮັດ’?” 10 ພວກ​ຄົນ​ໜຸ່ມ​ທີ່​ໃຫຍ່​ມາ​ນຳ​ກັນ​ບອກ​ລາວ​ວ່າ: “ສຳລັບ​ພວກ​ປະຊາຊົນ​ທີ່​ມາ​ເວົ້າ​ກັບ​ທ່ານ​ວ່າ ‘ພໍ່​ຂອງ​ທ່ານ​ໄດ້​ເຮັດ​ໃຫ້​ຊີວິດ​ຂອງ​ພວກ​ເຮົາ​ລຳບາກ​ຫຼາຍ​ແທ້​ໆ​ ແຕ່​ຂໍ​ທ່ານ​ຢ່າ​ເຮັດ​ໃຫ້​ຊີວິດ​ຂອງ​ພວກ​ເຮົາ​ລຳບາກ​ແບບ​ນັ້ນ’ ທ່ານ​ຕ້ອງ​ຕອບ​ເຂົາ​ເຈົ້າ​ແບບ​ນີ້ ‘ຂ້ອຍ​ຈະ​ເຮັດ​ໃຫ້​ຊີວິດ​ຂອງ​ພວກ​ເຈົ້າ​ລຳບາກ​ຫຼາຍ​ກວ່າ​ທີ່​ພໍ່​ຂ້ອຍ​ເຄີຍ​ເຮັດ.* 11 ພໍ່​ຂ້ອຍ​ໄດ້​ເຮັດ​ໃຫ້ຊີວິດຂອງພວກ​ເຈົ້າ​ລຳບາກ​ຫຼາຍ ແຕ່​ຂ້ອຍ​ຈະ​ເຮັດ​ໃຫ້​ຊີວິດ​ຂອງ​ພວກ​ເຈົ້າ​ລຳບາກ​ຫຼາຍ​ກວ່າ​ເກົ່າ​ອີກ. ພໍ່​ຂ້ອຍ​ເອົາ​ແສ້​ທຳມະດາ​ຟາດພວກ​ເຈົ້າ ແຕ່​ຂ້ອຍ​ຈະ​ເອົາ​ແສ້​ທີ່​ມີ​ແນວ​ແຫຼມ​ໆ​ຕິດ​ຢູ່​ຟາດພວກ​ເຈົ້າ.’”

12 ເມື່ອ​ຮອດ​ມື້​ທີ 3 ເຢໂຣໂບອາມ​ແລະ​ປະຊາຊົນ​ກໍ​ມາ​ຫາ​ກະສັດ​ເຣໂຮໂບອາມ​ຕາມ​ທີ່​ລາວ​ບອກ​ວ່າ: “ອີກ 3 ມື້​ຈຶ່ງ​ກັບ​ມາ​ຫາ​ຂ້ອຍ​ໃໝ່.”+ 13 ແຕ່​ກະສັດ​ເຣໂຮໂບອາມ​ເວົ້າ​ເປັນ​ຕາ​ຊັງ​ໃສ່​ເຂົາ​ເຈົ້າ ລາວ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພວກ​ຜູ້​ເຖົ້າ. 14 ລາວ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພວກ​ຄົນ​ໜຸ່ມ​ແລະ​ບອກ​ປະຊາຊົນ​ວ່າ: “ຂ້ອຍ​ຈະ​ເຮັດ​ໃຫ້​ຊີວິດ​ຂອງ​ພວກ​ເຈົ້າ​ລຳບາກ​ຫຼາຍ​ກວ່າ​ເກົ່າ. ພໍ່​ຂ້ອຍ​ເອົາ​ແສ້​ທຳມະດາ​ຟາດ​ພວກ​ເຈົ້າ ແຕ່​ຂ້ອຍ​ຈະ​ເອົາ​ແສ້​ທີ່​ມີ​ແນວ​ແຫຼມ​ໆ​ຕິດ​ຢູ່​ຟາດ​ພວກ​ເຈົ້າ.” 15 ກະສັດ​ເຣໂຮໂບອາມ​ບໍ່​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ປະຊາຊົນ​ຂໍ ຍ້ອນ​ພະເຈົ້າ​ທ່ຽງແທ້​ເຮັດ​ໃຫ້​ເປັນ​ແບບ​ນີ້.+ ເລື່ອງ​ນີ້​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ໃຊ້​ຜູ້ພະຍາກອນ​ອາຮີຢາ+​ຄົນ​ຊີໂລ​ໄປ​ບອກ​ເຢໂຣໂບອາມ​ລູກ​ຊາຍ​ຂອງ​ເນບັດ.

16 ເມື່ອ​ພວກ​ອິດສະຣາເອນ​ເຫັນ​ວ່າ​ກະສັດ​ບໍ່​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ເຂົາ​ເຈົ້າ​ຂໍ ເຂົາ​ເຈົ້າ​ຈຶ່ງ​ບອກ​ກະສັດ​ວ່າ: “ພວກ​ເຮົາ​ຈະ​ບໍ່​ຕິດ​ຕາມ​ດາວິດ​ແລ້ວ ຍ້ອນ​ພວກ​ເຮົາ​ບໍ່​ໄດ້​ຮັບ​ປະໂຫຍດ​ຫຍັງ. ໃຫ້​ພວກ​ລູກ​ຫຼານ​ຂອງ​ເຢຊີ​ຢູ່​ກັນ​ເອງ​ສະ! ພວກ​ອິດສະຣາເອນ​ເອີ້ຍ ໃຫ້​ພວກ​ເຈົ້າ​ແຕ່​ລະ​ຄົນ​ກັບ​ໄປ​ນະມັດສະການ​ພະເຈົ້າ​ຂອງ​ພວກ​ເຈົ້າ​ສະ! ພວກ​ລູກ​ຫຼານ​ຂອງ​ດາວິດ​ເອີ້ຍ ຕັ້ງ​ແຕ່​ນີ້​ໄປ​ເບິ່ງ​ແຍງ​ໂຕເອງ​ເດີ້!”+ ແລ້ວ​ພວກ​ອິດສະຣາເອນ​ກໍ​ກັບ​ເມືອ​ເຮືອນ*​ຂອງ​ໃຜ​ຂອງ​ລາວ.+

17 ແຕ່​ເຣໂຮໂບອາມ​ກໍ​ຍັງ​ປົກຄອງ​ພວກ​ອິດສະຣາເອນ​ທີ່​ຢູ່​ເມືອງ​ຕ່າງ​ໆ​ຂອງ​ຢູດາ​ຕໍ່​ໄປ.+

18 ມີ​ມື້​ໜຶ່ງ ກະສັດ​ເຣໂຮໂບອາມ​ໄດ້​ສົ່ງ​ຮາໂດຣາມ*+​ທີ່​ເປັນ​ຫົວ​ໜ້າ​ພວກ​ກຳມະກອນ​ໄປ​ເບິ່ງ​ແຍງ​ຄົນ​ເຮັດ​ວຽກ ແຕ່​ພວກ​ອິດສະຣາເອນ​ດຶກ​ກ້ອນ​ຫີນ​ໃສ່​ລາວ​ຈົນ​ຕາຍ ສ່ວນ​ກະສັດ​ເຣໂຮໂບອາມ​ຂຶ້ນ​ລົດ​ມ້າ​ຂອງ​ໂຕເອງ​ແລ້ວ​ໜີ​ກັບ​ໄປ​ເມືອງ​ເຢຣູຊາເລັມ​ໄດ້.+ 19 ພວກ​ອິດສະຣາເອນ​ໄດ້​ຕໍ່ຕ້ານ​ລູກ​ຫຼານ​ຂອງ​ດາວິດ​ຈົນ​ຮອດ​ທຸກ​ມື້​ນີ້.

11 ເມື່ອ​ເຣໂຮໂບອາມ​ໄປ​ຮອດ​ເມືອງ​ເຢຣູຊາເລັມ ລາວ​ກໍ​ຟ້າວ​ລວບລວມ​ທະຫານ​ທີ່​ເກັ່ງ​ໆ​ 180.000 ຄົນ​ຈາກ​ຕະກູນ​ຢູດາ​ແລະ​ຕະກູນ​ເບັນຢາມິນ+​ໄປ​ຕໍ່ສູ້​ກັບ​ພວກ​ອິດສະຣາເອນ​ເພື່ອ​ຍຶດ​ເອົາ​ການ​ປົກຄອງ​ທັງໝົດ​ຂອງ​ລາວ​ກັບຄືນມາ.+ 2 ພະ​ເຢໂຫວາ​ຈຶ່ງບອກ​ເຊມາຢາ+​ທີ່​ເປັນ​ຜູ້ພະຍາກອນຂອງ​ເພິ່ນ*​ວ່າ: 3 “ໃຫ້​ເຈົ້າ​ໄປ​ບອກ​ເຣໂຮໂບອາມ​ລູກຊາຍ​ຂອງ​ໂຊໂລໂມນ​ທີ່​ເປັນ​ກະສັດ​ຢູດາ​ກັບ​ພວກ​ອິດສະຣາເອນ​ທຸກຄົນ​ໃນ​ຕະກູນ​ຢູດາ​ແລະ​ຕະກູນ​ເບັນຢາມິນ​ວ່າ 4 ‘ພະ​ເຢໂຫວາ​ບອກ​ວ່າ “ຢ່າ​ໄປ​ຕໍ່ສູ້​ກັບ​ພີ່ນ້ອງ​ຂອງ​ພວກ​ເຈົ້າ. ໃຫ້​ພວກ​ເຈົ້າ​ກັບເມືອ​ເຮືອນ​ສະ ຍ້ອນ​ເຮົາ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ເລື່ອງ​ທັງໝົດ​ນີ້​ເກີດຂຶ້ນ.”’”+ ເຂົາເຈົ້າ​ເຊື່ອຟັງ​ພະ​ເຢໂຫວາ​ແລ້ວ​ພາກັນ​ກັບເມືອ​ແລະ​ບໍ່​ໄດ້​ໄປ​ຕໍ່ສູ້​ກັບ​ເຢໂຣໂບອາມ.

5 ເຣໂຮໂບອາມ​ຢູ່​ເມືອງ​ເຢຣູຊາເລັມ ແລະ​ລາວ​ໄດ້​ເຮັດ​ໃຫ້​ເມືອງ​ຕ່າງ​ໆ​ໃນ​ຢູດາ​ເຂັ້ມແຂງຂຶ້ນ. 6 ເມືອງ​ຕ່າງ​ໆ​ທີ່​ລາວ​ເຮັດ​ໃຫ້​ເຂັ້ມແຂງ​ຂຶ້ນ​ມີ: ເບັດເລເຮັມ+ ເອຕາມ ເຕໂກອາ+ 7 ເບັດຊູຣາ ໂສໂກ+ ອະດຸລາມ+ 8 ກັດ+ ມາເຣຊາ ຊິເຟ+ 9 ອາໂດຣາຢິມ ລາກິດ+ ອາເຊກາ+ 10 ໂຊຣາ ອາຢາໂລນ+ ແລະ​ເຮັບໂຣນ.+ ເມືອງເຫຼົ່ານີ້​ແມ່ນ​ເມືອງ​ທີ່​ມີ​ກຳແພງ​ອ້ອມ​ໃນ​ເຂດ​ຂອງ​ຕະກູນ​ຢູດາ​ແລະ​ໃນ​ເຂດ​ຂອງ​ຕະກູນ​ເບັນຢາມິນ. 11 ເຣໂຮໂບອາມ​ເຮັດ​ໃຫ້​ເມືອງ​ເຫຼົ່ານີ້​ເຂັ້ມແຂງ​ຂຶ້ນ​ໂດຍສົ່ງ​ພວກ​ຫົວໜ້າ​ກອງທັບ​ໄປ​ຢູ່​ແຕ່​ລະ​ເມືອງ ແລ້ວ​ສົ່ງ​ຂອງກິນ ນ້ຳມັນ​ໝາກກອກ ແລະ​ເຫຼົ້າແວງ​ໄປ​ໃຫ້​ເຂົາເຈົ້າ. 12 ລາວ​ຍັງ​ໄດ້​ສົ່ງ​ໂລ້​ໃຫຍ່​ກັບ​ຫອກ​ໄປ​ໃຫ້​ນຳ​ອີກ. ລາວ​ເຮັດ​ໃຫ້​ເມືອງ​ເຫຼົ່ານີ້​ເຂັ້ມແຂງ​ຂຶ້ນ​ຫຼາຍ. ລາວປົກຄອງເຂດ​ຂອງ​ຕະກູນ​ຢູດາ​ແລະ​ເຂດ​ຂອງ​ຕະກູນ​ເບັນຢາມິນ​ຕໍ່ໄປ.

13 ພວກ​ປະໂລຫິດ​ແລະ​ພວກ​ເລວີ​ທົ່ວ​ອິດສະຣາເອນ​ໄດ້ຍ້າຍອອກ​ຈາກ​ເຂດ​ທີ່​ເຂົາເຈົ້າ​ຢູ່​ເພື່ອ​ມາ​ຢູ່​ຝ່າຍ​ເຣໂຮໂບອາມ. 14 ພວກ​ເລວີ​ໄດ້​ປະຖິ້ມ​ທົ່ງຫຍ້າ​ແລະ​ຊັບສິນ​ຂອງ​ເຂົາເຈົ້າ+​ເພື່ອ​ຍ້າຍ​ມາ​ຢູ່​ຢູດາ​ແລະ​ເຢຣູຊາເລັມ ຍ້ອນ​ເຢໂຣໂບອາມ​ແລະ​ພວກ​ລູກຊາຍ​ຂອງ​ລາວບໍ່ໃຫ້​ເຂົາເຈົ້າ​ເປັນ​ປະໂລຫິດ​ຮັບໃຊ້​ພະ​ເຢໂຫວາ​ອີກ​ຕໍ່ໄປ.+ 15 ເຢໂຣໂບອາມ​ແຕ່ງຕັ້ງ​ປະໂລຫິດ​ຂອງ​ໂຕເອງ​ຢູ່​ບ່ອນ​ນະມັດສະການ​ຕ່າງ​ໆ​+​ເພື່ອ​ໃຫ້​ເຂົາເຈົ້າ​ພາ​ປະຊາຊົນ​ນະມັດສະການ​ພະເຈົ້າ​ອື່ນ​ໆ​ທີ່​ມີ​ຮູບຮ່າງ​ຄ້າຍຄືກັບ​ໂຕ​ແບ້*+​ແລະ​ຮູບປັ້ນ​ງົວນ້ອຍ​ທີ່​ລາວ​ເຮັດ​ຂຶ້ນ​ມາ.+ 16 ຄົນ​ຈາກ​ທຸກ​ຕະກູນ​ໃນ​ອິດສະຣາເອນ​ທີ່​ຕັ້ງໃຈ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ກໍ​ມາ​ເມືອງ​ເຢຣູຊາເລັມ​ນຳ​ພວກ​ປະໂລຫິດ​ແລະ​ພວກ​ເລວີ​ເພື່ອ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາເຈົ້າ.+ 17 ໃນ 3 ປີ​ທຳອິດ ເຂົາເຈົ້າ​ເຊື່ອ​ຟັງ​ພະເຈົ້າ​ຄືກັບ​ດາວິດ​ແລະ​ໂຊໂລໂມນ. ໃນ​ໄລຍະ 3 ປີ​ນັ້ນ​ເຂົາເຈົ້າ​ໄດ້​ຊ່ວຍ​ໃຫ້​ການ​ປົກຄອງ​ຂອງ​ເຣໂຮໂບອາມ​ລູກຊາຍ​ຂອງ​ໂຊໂລໂມນ​ທີ່​ເປັນ​ກະສັດ​ຂອງ​ຢູດາ​ໝັ້ນຄົງ​ຂຶ້ນ.

18 ເຣໂຮໂບອາມ​ແຕ່ງດອງ​ກັບ​ມາຮາລາດ​ລູກສາວ​ຂອງ​ເຢຣີໂມດ​ກັບ​ອາບີຮາຍ. ເຢຣີໂມດ​ເປັນ​ລູກຊາຍ​ຂອງ​ດາວິດ. ອາບີຮາຍ​ເປັນ​ລູກສາວ​ຂອງ​ເອລີອາບ+​ທີ່​ເປັນ​ລູກຊາຍ​ຂອງ​ເຢຊີ. 19 ເຣໂຮໂບອາມ​ກັບ​ມາຮາລາດ​ໄດ້​ລູກ​ນຳກັນ​ຊື່​ເຢອຸດ ເຊມາຣີຢາ ແລະ​ຊາຮຳ. 20 ຕໍ່ມາ ເຣໂຮໂບອາມ​ໄດ້​ແຕ່ງດອງ​ກັບ​ມາອາກາ​ຫຼານສາວ​ຂອງ​ອັບຊາໂລມ.+ ເຂົາເຈົ້າ​ໄດ້​ລູກ​ນຳກັນ​ຊື່​ອາບີຢາ+ ອາດຕາຍ ຊີຊາ ແລະ​ເຊໂລມິດ. 21 ເຖິງ​ວ່າ​ເຣໂຮໂບອາມ​ຈະ​ມີ​ເມຍ 18 ຄົນ​ແລະ​ເມຍນ້ອຍ* 60 ຄົນ ແຕ່​ລາວ​ກໍ​ຮັກ​ມາອາກາ​ຫຼານສາວ​ຂອງ​ອັບຊາໂລມ​ຫຼາຍ​ກວ່າ​ເມຍ​ທຸກຄົນ.+ ເຣໂຮໂບອາມ​ມີ​ລູກຊາຍ​ທັງໝົດ 28 ຄົນ ແລະ​ລູກສາວ​ທັງໝົດ 60 ຄົນ. 22 ເຣໂຮໂບອາມ​ໄດ້​ແຕ່ງຕັ້ງ​ອາບີຢາ​ລູກຊາຍ​ຂອງ​ມາອາກາ​ໃຫ້​ເປັນ​ຫົວໜ້າ​ແລະ​ເປັນ​ຜູ້ນຳ​ພວກ​ອ້າຍນ້ອງ​ທັງໝົດ ຍ້ອນ​ເຣໂຮໂບອາມ​ຕັ້ງໃຈ​ທີ່​ຈະ​ໃຫ້​ອາບີຢາ​ເປັນ​ກະສັດ. 23 ເຣໂຮໂບອາມ​ຈັດການ​ເລື່ອງ​ນີ້​ຢ່າງສະຫຼາດໂດຍ​ໃຫ້​ລູກຊາຍ​ບາງຄົນ​ໄປ​ຢູ່​ຕາມ​ເມືອງ​ຕ່າງ​ໆ​ທີ່​ມີ​ກຳແພງ​ອ້ອມ​ໃນ​ເຂດ​ຂອງ​ຕະກູນ​ຢູດາ​ແລະ​ເຂດ​ຂອງ​ຕະກູນ​ເບັນຢາມິນ.+ ລາວ​ສົ່ງ​ຂອງຢູ່​ຂອງກິນ​ໄປ​ໃຫ້​ເຂົາເຈົ້າ​ຫຼາຍແທ້​ຫຼາຍວ່າ​ແລະຍັງ​ເອົາ​ເມຍ​ຫຼາຍ​ຄົນ​ໃຫ້​ເຂົາເຈົ້າ​ນຳ​ອີກ.

12 ເມື່ອ​ການ​ປົກຄອງ​ຂອງ​ເຣໂຮໂບອາມ​ໝັ້ນຄົງ+​ແລະ​ລາວ​ມີ​ກຳລັງ​ເຂັ້ມແຂງ​ແລ້ວ ເຣໂຮໂບອາມ​ກັບ​ພວກ​ອິດສະຣາເອນ​ທີ່​ຢູ່​ຝ່າຍ​ລາວ​ກໍ​ເຊົາ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ.+ 2 ໃນ​ປີ​ທີ 5 ທີ່​ກະສັດ​ເຣໂຮໂບອາມ​ປົກຄອງ ຊີຊາກ+​ກະສັດ​ຂອງ​ເອຢິບ​ກໍ​ມາ​ໂຈມຕີ​ເມືອງ​ເຢຣູຊາເລັມ ຍ້ອນ​ພວກ​ອິດສະຣາເອນ​ບໍ່​ສັດຊື່​ຕໍ່​ພະ​ເຢໂຫວາ. 3 ຊີຊາກ​ມີ​ລົດ​ມ້າ 1.200 ຄັນ ທະຫານ​ມ້າ 60.000 ຄົນ ແລະ​ມີ​ກອງ​ທັບ​ຫຼາຍ​ແທ້​ຫຼາຍ​ວ່າ​ມາ​ນຳ​ລາວ​ຈາກ​ເອຢິບ. ໃນ​ກອງ​ທັບ​ເຫຼົ່າ​ນັ້ນ​ມີ​ພວກ​ລີເບຍ ພວກ​ສຸກກີ ແລະ​ພວກ​ເອທິໂອເປຍ​ຢູ່​ນຳ.+ 4 ຊີຊາກ​ຍຶດ​ເມືອງ​ຕ່າງ​ໆ​ທີ່​ມີ​ກຳແພງ​ອ້ອມ​ໃນ​ຢູດາ​ໄດ້ ແລະ​ໃນ​ທີ່​ສຸດ​ກອງ​ທັບ​ຂອງ​ລາວ​ກໍ​ມາ​ຮອດ​ເມືອງ​ເຢຣູຊາເລັມ.

5 ພວກ​ເຈົ້າ​ນາຍ​ຂອງ​ຢູດາ​ໄດ້​ມາ​ຫາ​ເຣໂຮໂບອາມ​ຢູ່​ເມືອງ​ເຢຣູຊາເລັມ​ຍ້ອນ​ວ່າ​ຢ້ານ​ຊີຊາກ. ຕອນ​ນັ້ນ ຜູ້ພະຍາກອນ​ເຊມາຢາ+​ກໍ​ມາ​ຫາ​ເຂົາ​ເຈົ້າ​ແລະ​ເວົ້າ​ວ່າ: “ພະ​ເຢໂຫວາ​ເວົ້າ​ຈັ່ງ​ຊີ້ ‘ຍ້ອນ​ພວກ​ເຈົ້າ​ຖິ້ມ​ເຮົາ ເຮົາ​ຈຶ່ງ​ຖິ້ມ​ພວກ​ເຈົ້າ+​ແລະ​ຍອມ​ໃຫ້​ຊີຊາກ​ມາ​ໂຈມຕີ​ພວກ​ເຈົ້າ.’” 6 ພວກ​ເຈົ້າ​ນາຍ​ຂອງ​ອິດສະຣາເອນ​ກັບ​ກະສັດ​ໄດ້ຮູ້ສຶກ​ຜິດ​ແລະ​ຖ່ອມ​ໂຕ.+ ເຂົາ​ເຈົ້າ​ເວົ້າ​ວ່າ: “ພະ​ເຢໂຫວາເຮັດຖືກ​ແລ້ວ.” 7 ເມື່ອ​ພະ​ເຢໂຫວາ​ເຫັນ​ວ່າ​ເຂົາ​ເຈົ້າ​ຮູ້ສຶກ​ຜິດ​ແລະ​ຖ່ອມ​ໂຕ ພະ​ເຢໂຫວາ​ຈຶ່ງ​ເວົ້າ​ກັບ​ເຊມາຢາ​ວ່າ: “ຍ້ອນ​ເຂົາ​ເຈົ້າ​ສຳນຶກ​ຜິດ ເຮົາ​ຈະ​ບໍ່​ທຳລາຍ​ເຂົາ​ເຈົ້າ+ ແລະ​ອີກ​ຈັກ​ໜ້ອຍ​ເຮົາ​ຈະ​ຊ່ວຍ​ເຂົາ​ເຈົ້າ. ເຮົາ​ຈະ​ບໍ່​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ແລ້ວ ແລະ​ເຮົາ​ຈະ​ບໍ່​ຍອມ​ໃຫ້​ຊີຊາກ​ທຳລາຍ​ເມືອງ​ເຢຣູຊາເລັມ. 8 ແຕ່​ເຮົາ​ຈະ​ໃຫ້​ເຂົາ​ເຈົ້າ​ຮັບ​ໃຊ້​ຊີຊາກ ແລ້ວ​ເຂົາ​ເຈົ້າ​ຈະ​ຮູ້​ວ່າ​ການ​ຮັບ​ໃຊ້​ເຮົາ​ກັບ​ຮັບ​ໃຊ້​ກະສັດ​ຂອງ​ປະເທດ​ອື່ນ​ຕ່າງ​ກັນ​ແນວ​ໃດ.”

9 ຊີຊາກ​ກະສັດ​ຂອງ​ເອຢິບ​ໄດ້​ມາ​ໂຈມຕີ​ເມືອງ​ເຢຣູຊາເລັມ ລາວ​ເອົາ​ຊັບ​ສົມບັດ​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ+​ແລະ​ໃນ​ວັງ​ຂອງ​ກະສັດ​ໄປ. ລາວ​ເອົາ​ທຸກ​ສິ່ງ​ທຸກ​ຢ່າງ ລວມ​ທັງ​ໂລ້​ຄຳ​ທັງ​ໝົດ​ທີ່​ໂຊໂລໂມນ​ໄດ້​ເຮັດ​ໄປ​ນຳ.+ 10 ກະສັດ​ເຣໂຮໂບອາມ​ຈຶ່ງ​ເຮັດ​ໂລ້​ທອງແດງ​ແທນ​ແລະ​ເອົາ​ໂລ້​ເຫຼົ່າ​ນັ້ນ​ໃຫ້​ພວກ​ຫົວ​ໜ້າ​ທະຫານ​ທີ່​ຍາມ​ຢູ່​ປະຕູ​ທາງເຂົ້າ​ວັງ​ຂອງ​ກະສັດ. 11 ທຸກ​ເທື່ອ​ທີ່​ກະສັດ​ມາ​ວິຫານ​ຂອງ​ພະ​ເຢໂຫວາ ພວກ​ທະຫານ​ຍາມ​ຈະ​ເອົາ​ໂລ້​ມາ​ຖື​ໄວ້. ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ຈະ​ເອົາ​ໂລ້​ກັບ​ໄປ​ມ້ຽນ​ຢູ່​ຫ້ອງ​ທະຫານ​ຍາມ​ຄື​ເກົ່າ. 12 ຍ້ອນ​ກະສັດ​ເຣໂຮໂບອາມ​ຮູ້ສຶກ​ຜິດ​ແລະ​ຖ່ອມ​ໂຕ ພະ​ເຢໂຫວາ​ຈຶ່ງ​ເຊົາ​ໃຈ​ຮ້າຍ​ໃຫ້​ລາວ+ ແລະ​ບໍ່​ໄດ້​ທຳລາຍ​ພວກ​ຢູດາ​ຈົນ​ໝົດ.+ ເພິ່ນ​ເຫັນ​ວ່າ​ເຂົາ​ເຈົ້າ​ຍັງ​ມີສິ່ງທີ່​ດີ​ຢູ່.+

13 ກະສັດ​ເຣໂຮໂບອາມ​ມີອຳນາດຫຼາຍ​ຂຶ້ນ​ໃນ​ເມືອງ​ເຢຣູຊາເລັມ​ແລະ​ປົກຄອງ​ຕໍ່​ໄປ. ເຣໂຮໂບອາມ​ເປັນ​ກະສັດ​ຕອນ​ອາຍຸ 41 ປີ ແລະ​ລາວ​ປົກຄອງ 17 ປີ​ຢູ່​ເຢຣູຊາເລັມ​ເຊິ່ງ​ເປັນ​ເມືອງ​ທີ່​ພະ​ເຢໂຫວາ​ເລືອກ​ຈາກ​ທຸກ​ເມືອງ​ໃນ​ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ​ສຳລັບ​ຊື່​ຂອງ​ເພິ່ນ. ແມ່​ຂອງ​ເຣໂຮໂບອາມ​ຊື່​ນາອາມາ​ເປັນ​ຄົນ​ອຳໂມນ.+ 14 ເຣໂຮໂບອາມ​ເຮັດ​ຊົ່ວ ຍ້ອນ​ລາວ​ບໍ່​ໄດ້​ຕັ້ງ​ໃຈ​ຊອກ​ຫາການຊີ້ນຳ​ຈາກ​ພະ​ເຢໂຫວາ.+

15 ເລື່ອງ​ຕ່າງ​ໆ​ຂອງ​ກະສັດ​ເຣໂຮໂບອາມຕັ້ງ​ແຕ່​ຕົ້ນ​ຈົນ​ຈົບກໍ​ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ຜູ້ພະຍາກອນ​ເຊມາຢາ+​ກັບ​ປຶ້ມ​ຂອງ​ຜູ້ພະຍາກອນ​ອິດໂດ+​ທີ່​ມີ​ລາຍຊື່​ລູກ​ຫຼານ​ຂອງ​ຕະກູນ​ຕ່າງ​ໆ​. ເຣໂຮໂບອາມ​ກັບ​ເຢໂຣໂບອາມ​ເຮັດ​ສົງຄາມ​ຕໍ່ສູ້​ກັນ​ຕະຫຼອດ.+ 16 ເມື່ອ​ເຣໂຮໂບອາມ​ຕາຍ ເຂົາ​ເຈົ້າ​ຝັງ​ລາວ​ໄວ້​ຢູ່​ເມືອງ​ຂອງ​ດາວິດ.+ ອາບີຢາ*+​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.

13 ໃນ​ປີ​ທີ 18 ທີ່​ກະສັດ​ເຢໂຣໂບອາມ​ປົກຄອງ​ອິດສະຣາເອນ ອາບີຢາ*​ກໍ​ເປັນ​ກະສັດ​ປົກຄອງ​ຢູດາ.+ 2 ອາບີຢາ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 3 ປີ. ແມ່​ຂອງ​ລາວ​ຊື່​ມີກາຢາ*+​ທີ່​ເປັນ​ລູກສາວ​ຂອງ​ອຸຣີເອນ​ຄົນ​ກີເບອາ.+ ອາບີຢາ​ກັບ​ເຢໂຣໂບອາມ​ໄດ້​ເຮັດ​ສົງຄາມ​ຕໍ່ສູ້​ກັນ.+

3 ອາບີຢາ​ໄດ້​ເອົາ​ທະຫານ​ທີ່​ເກັ່ງ​ໆ​ແລະ​ຝຶກ​ມາ​ຢ່າງ​ດີ 400.000 ຄົນ​ໄປ​ຕໍ່ສູ້​ກັບ​ເຢໂຣໂບອາມ+ ສ່ວນ​ເຢໂຣໂບອາມ​ກໍ​ໄດ້​ຍົກ​ກອງ​ທັບ​ທີ່​ມີ​ທະຫານ​ທີ່​ເກັ່ງ​ໆ​ແລະ​ຝຶກ​ມາ​ຢ່າງ​ດີ 800.000 ຄົນ​ໄປ​ຕໍ່ສູ້​ກັບ​ອາບີຢາ. 4 ອາບີຢາ​ຢືນ​ຢູ່​ເທິງ​ພູ​ເຊມາຣາຢິມ​ທີ່​ຢູ່​ແຖວ​ພູ​ໃນ​ເຂດ​ເອຟຣາຢິມ ແລ້ວ​ເວົ້າ​ວ່າ: “ເຢໂຣໂບອາມ​ກັບ​ພວກ​ອິດສະຣາເອນ​ທຸກ​ຄົນ ຟັງ​ຂ້ອຍ​ເດີ້. 5 ພວກ​ເຈົ້າ​ກໍ​ຮູ້​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ໄດ້​ເຮັດ​ສັນຍາ​ຕະຫຼອດໄປ*+​ກັບ​ດາວິດ​ວ່າ​ຈະ​ໃຫ້​ລາວ​ກັບ​ພວກ​ລູກ​ຫຼານ​ຂອງ​ລາວ+​ປົກຄອງ​ອິດສະຣາເອນ​ຕະຫຼອດໄປ.+ 6 ເຢໂຣໂບອາມ+​ລູກ​ຊາຍ​ຂອງ​ເນບັດ​ທີ່​ເປັນ​ລູກ​ນ້ອງ​ຄົນ​ໜຶ່ງ​ຂອງໂຊໂລໂມນ*​ໄດ້​ກະບົດ​ຕໍ່​ເຈົ້າ​ນາຍ​ຂອງ​ລາວ+ 7 ແລະ​ຍັງ​ມີ​ພວກ​ຄົນ​ຊົ່ວທີ່​ບໍ່​ເຮັດ​ວຽກ​ໄປ​ຢູ່​ຝ່າຍ​ລາວ. ເຂົາ​ເຈົ້າ​ກະບົດ​ຕໍ່​ເຣໂຮໂບອາມ​ລູກ​ຊາຍ​ຂອງ​ໂຊໂລໂມນ​ຕອນ​ທີ່​ເຣໂຮໂບອາມ​ຍັງ​ນ້ອຍ​ແລະ​ອ່ອນແອ ແລະ​ລາວ​ກໍ​ສູ້​ເຂົາ​ເຈົ້າ​ບໍ່​ໄຫວ.

8 ຍ້ອນ​ພວກ​ເຈົ້າ​ມີ​ຄົນ​ຫຼາຍ​ແລະ​ມີ​ງົວ​ນ້ອຍ​ຄຳ​ທີ່​ເຢໂຣໂບອາມ​ເຮັດ​ເພື່ອ​ເປັນ​ພະເຈົ້າ​ຂອງ​ພວກ​ເຈົ້າ+ ພວກ​ເຈົ້າ​ຈຶ່ງ​ຄິດ​ວ່າ​ຈະ​ຕໍ່ສູ້​ກັບ​ການປົກຄອງ​ຂອງ​ພະ​ເຢໂຫວາ​ທີ່​ລູກ​ຫຼານ​ຂອງ​ດາວິດ​ເບິ່ງ​ແຍງ​ຢູ່​ໄດ້​ແມ່ນ​ບໍ? 9 ພວກ​ເຈົ້າ​ໄລ່​ລູກ​ຫຼານ​ຂອງ​ອາໂຣນ​ທີ່​ເປັນ​ປະໂລຫິດ​ຂອງ​ພະ​ເຢໂຫວາ+​ແລະ​ພວກ​ເລວີ​ໜີ ແລ້ວ​ພວກ​ເຈົ້າ​ກໍ​ຕັ້ງ​ປະໂລຫິດ​ຂຶ້ນ​ມາ​ເອງຄື​ກັບ​ຊາດ​ອື່ນ​ໆ​.+ ຖ້າ​ໃຜ​ເອົາ​ງົວ​ມາ​ໃຫ້​ໂຕ​ໜຶ່ງ​ກັບ​ແກະ​ໂຕ​ຜູ້ 7 ໂຕ​ກະ​ໄດ້​ເປັນ​ປະໂລຫິດ​ແລ້ວ ແຕ່​ພັດ​ເປັນ​ປະໂລຫິດ​ຂອງຮູບ​ປັ້ນທີ່​ບໍ່​ແມ່ນ​ພະເຈົ້າ​ຊ້ຳ. 10 ສຳລັບ​ພວກ​ເຮົາ ພະ​ເຢໂຫວາ​ເປັນ​ພະເຈົ້າ​ຂອງ​ພວກ​ເຮົາ+​ແລະ​ພວກ​ເຮົາ​ບໍ່​ໄດ້​ປະຖິ້ມ​ເພິ່ນ. ປະໂລຫິດ​ຂອງ​ພວກ​ເຮົາ​ທີ່​ເປັນ​ລູກ​ຫຼານ​ຂອງ​ອາໂຣນ​ກໍ​ຍັງ​ຮັບ​ໃຊ້​ພະ​ເຢໂຫວາ​ຢູ່ ແລະ​ພວກ​ເລວີ​ກໍ​ຍັງ​ຊ່ວຍ​ວຽກ​ເຂົາ​ເຈົ້າ​ຄື​ເກົ່າ. 11 ເຂົາ​ເຈົ້າ​ເຜົາ​ເຄື່ອງ​ບູຊາ​ເຜົາ​ກັບ​ເຄື່ອງຫອມ+​ໃຫ້​ພະ​ເຢໂຫວາ​ທຸກ​ເຊົ້າ​ທຸກ​ແລງ+ ເອົາ​ເຂົ້າຈີ່​ໄປ​ຢອງ​ຊ້ອນ​ກັນ*+​ຢູ່​ເທິງ​ໂຕະ​ທີ່​ເປັນ​ຄຳ​ແທ້ ແລະ​ທຸກ​ແລງ​ເຂົາ​ເຈົ້າ​ກໍ​ໄຕ້​ຕະກຽງ+​ທີ່​ຢູ່​ເທິງ​ຂາ​ຕະກຽງ​ຄຳ.+ ພວກ​ເຮົາ​ເຮັດ​ຕາມ​ໜ້າ​ທີ່​ທີ່​ຕ້ອງ​ເຮັດ​ເພື່ອ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ ແຕ່​ພວກ​ເຈົ້າ​ພັດ​ປະຖິ້ມ​ເພິ່ນ. 12 ຕອນ​ນີ້​ພະເຈົ້າ​ທ່ຽງແທ້​ຢູ່​ກັບ​ພວກ​ເຮົາ​ແລະ​ກຳລັງ​ນຳ​ໜ້າ​ພວກ​ເຮົາ. ພວກ​ປະໂລຫິດຂອງ​ເພິ່ນ​ກໍ​ຢູ່​ນີ້​ເພື່ອ​ເປົ່າ​ແກ​ເປັນ​ສັນຍານ​ໃຫ້​ພວກ​ເຮົາ​ໄປ​ຕໍ່ສູ້​ກັບ​ພວກ​ເຈົ້າ. ພວກ​ອິດສະຣາເອນ​ເອີ້ຍ ຢ່າ​ຕໍ່ສູ້​ກັບ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ ເພາະ​ຈັ່ງ​ໃດ​ພວກ​ເຈົ້າ​ກໍ​ບໍ່​ຊະນະ​ດອກ.”+

13 ແຕ່​ເຢໂຣໂບອາມ​ໃຫ້​ທະຫານໄປ​ລີ້​ໂຈມຕີ​ພວກ​ຢູດາ​ຢູ່​ທາງ​ຫຼັງ. ເຢໂຣໂບອາມ​ກັບ​ກອງ​ທັບ​ຂອງ​ລາວ​ຈຶ່ງ​ຢູ່​ທາງ​ໜ້າ​ແລະ​ທາງ​ຫຼັງ​ຂອງ​ພວກ​ຢູດາ. 14 ເມື່ອ​ພວກ​ຢູດາ​ຫຼຽວ​ໄປ​ເບິ່ງ​ກໍ​ເຫັນ​ວ່າ​ເຂົາ​ເຈົ້າ​ຕ້ອງ​ຕໍ່ສູ້​ກັບ​ພວກ​ອິດສະຣາເອນ​ທັງ​ທາງ​ໜ້າ​ແລະ​ທາງ​ຫຼັງ. ເຂົາ​ເຈົ້າ​ຈຶ່ງ​ຂໍຮ້ອງ​ໃຫ້​ພະ​ເຢໂຫວາ​ຊ່ວຍ+ ແລະ​ພວກ​ປະໂລຫິດ​ກໍ​ເປົ່າ​ແກ​ບັກ​ດັງ​ໆ​. 15 ພວກ​ຢູດາ​ຈຶ່ງ​ທັງ​ຮ້ອງ​ທັງ​ແລ່ນ​ອອກ​ໄປ​ຕໍ່ສູ້ ແລ້ວ​ພະເຈົ້າ​ທ່ຽງແທ້​ກໍ​ໃຫ້​ອາບີຢາ​ກັບ​ພວກ​ຢູດາ​ຊະນະ​ເຢໂຣໂບອາມ​ກັບ​ພວກ​ອິດສະຣາເອນ. 16 ພວກ​ອິດສະຣາເອນ​ພາກັນ​ແຕກ​ໜີ ຍ້ອນ​ພະເຈົ້າ​ເຮັດ​ໃຫ້​ພວກ​ຢູດາ​ຊະນະ​ເຂົາ​ເຈົ້າ. 17 ອາບີຢາ​ກັບ​ພວກ​ທະຫານ​ຂອງ​ລາວ​ຂ້າ​ພວກ​ທະຫານ​ອິດສະຣາເອນ​ທີ່​ເກັ່ງ​ໆ​ຕາຍ​ຮອດ 500.000 ຄົນ. 18 ພວກ​ອິດສະຣາເອນ​ອັບອາຍ​ທີ່​ຕໍ່ສູ້​ບໍ່​ຊະນະ ແຕ່​ພວກ​ຢູດາ​ຊະນະ​ຍ້ອນ​ເຂົາ​ເຈົ້າ​ເພິ່ງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ.+ 19 ອາບີຢາ​ໄລ່ລ່າ​ເຢໂຣໂບອາມ​ແລະ​ຍຶດ​ເມືອງ​ຕ່າງ​ໆ​ຂອງ​ລາວ​ໄດ້. ເມືອງ​ເຫຼົ່າ​ນັ້ນ​ມີ: ເມືອງ​ເບເທນ+​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ ເມືອງ​ເຢຊານາ​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ ແລະ​ເມືອງ​ເອັບຟະໂຣນ+​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ. 20 ຫຼັງ​ຈາກ​ເຫດການ​ນັ້ນ ຕະຫຼອດ​ໄລຍະ​ທີ່​ອາບີຢາ​ປົກຄອງ ເຢໂຣໂບອາມ​ກໍບໍ່​ມີ​ອຳນາດອີກ​ເລີຍ. ໃນ​ທີ່​ສຸດ ພະ​ເຢໂຫວາ​ກໍ​ລົງໂທດ​ເຢໂຣໂບໂບອາມ​ແລ້ວ​ລາວ​ກໍ​ຕາຍ.+

21 ອາບີຢາ​ມີ​ອຳນາດ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​. ລາວ​ມີ​ເມຍ 14 ຄົນ+ ມີ​ລູກ​ຊາຍ 22 ຄົນ​ແລະ​ລູກສາວ 16 ຄົນ. 22 ເລື່ອງ​ຕ່າງ​ໆ​ຂອງ​ອາບີຢາ ສິ່ງ​ທີ່​ລາວ​ເຮັດ ແລະ​ສິ່ງ​ທີ່​ລາວ​ເວົ້າ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ຜູ້ພະຍາກອນ​ອິດໂດ.+

14 ເມື່ອ​ອາບີຢາ​ຕາຍ ເຂົາ​ເຈົ້າ​ຝັງ​ລາວ​ໄວ້​ຢູ່​ເມືອງ​ຂອງ​ດາວິດ.+ ອາຊາ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ. ໃນ​ໄລຍະ​ທີ່​ອາຊາ​ປົກຄອງ ຢູດາ​ມີ​ຄວາມ​ສະຫງົບ​ສຸກ 10 ປີ.

2 ອາຊາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ​ເບິ່ງ​ວ່າ​ດີ​ແລະ​ຖືກຕ້ອງ. 3 ລາວ​ທຳລາຍແທ່ນ​ບູຊາ​ຂອງ​ພະເຈົ້າ​ຕ່າງ​ຊາດ+ ທຳລາຍ​ບ່ອນ​ນະມັດສະການ​ຕ່າງ​ໆ​ ທຸບ​ເສົາ​ຫີນ​ສັກສິດ+ ແລະ​ຟັນ​ເສົາ​ໄມ້​ສັດ​ສິດ*​ຖິ້ມ.+ 4 ລາວ​ບອກ​ພວກ​ຢູດາ​ໃຫ້ນະມັດສະການພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ ໃຫ້​ເຮັດ​ຕາມ​ກົດ​ໝາຍ​ແລະ​ຄຳ​ສັ່ງ​ຂອງ​ເພິ່ນ. 5 ລາວ​ທຳລາຍ​ບ່ອນ​ນະມັດສະການ​ຕ່າງ​ໆ​ແລະແທ່ນ​ເຜົາ​ເຄື່ອງຫອມ​ຢູ່​ທຸກ​ເມືອງ​ຂອງ​ຢູດາ.+ ແຜ່ນດິນ​ຢູດາ​ມີ​ຄວາມ​ສະຫງົບ​ສຸກ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ລາວ. 6 ລາວ​ສ້າງ​ເມືອງ​ຕ່າງ​ໆ​ທີ່​ມີ​ກຳແພງ​ອ້ອມ​ໃນ​ຢູດາ+ ຍ້ອນ​ວ່າຕອນ​ທີ່ລາວ​ປົກຄອງ​ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ແຜ່ນດິນ​ຂອງ​ລາວ​ມີ​ຄວາມ​ສະຫງົບ​ສຸກ​ແລະ​ບໍ່​ມີ​ສັດຕູ​ມາ​ໂຈມຕີ.+ 7 ອາຊາ​ເວົ້າ​ກັບ​ພວກ​ຢູດາ​ວ່າ: “ໃຫ້​ພວກ​ເຮົາ​ສ້າງ​ເມືອງ​ຕ່າງ​ໆ​ທີ່​ມີ​ກຳແພງ​ອ້ອມ ສ້າງ​ປ້ອມ+ ແລະ​ປະຕູ​ເມືອງ​ທີ່​ມີ​ກອນ​ປະຕູ ເພາະ​ວ່າ​ແຜ່ນດິນ​ຍັງ​ເປັນ​ຂອງ​ພວກ​ເຮົາ​ຍ້ອນ​ພວກ​ເຮົາ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ ເພິ່ນ​ຈຶ່ງ​ໃຫ້​ພວກ​ເຮົາ​ມີ​ຄວາມ​ສະຫງົບ​ສຸກ​ຢູ່​ທົ່ວ​ແຜ່ນດິນ.” ໃນ​ທີ່​ສຸດ​ເຂົາ​ເຈົ້າ​ກໍ​ສ້າງ​ທຸກ​ຢ່າງ​ແລ້ວ​ຕາມ​ແຜນ.+

8 ອາຊາ​ມີ​ທະຫານ​ທີ່​ເປັນ​ຄົນ​ຢູດາ 300.000 ຄົນ. ເຂົາ​ເຈົ້າ​ຖື​ໂລ້​ໃຫຍ່​ແລະ​ມີ​ຫອກ​ເປັນ​ອາວຸດ. ລາວ​ຍັງ​ມີ​ທະຫານ​ທີ່​ເກັ່ງ​ໆ​ທີ່​ເປັນ​ຄົນ​ເບັນຢາມິນ 280.000 ຄົນ. ເຂົາ​ເຈົ້າ​ຖື​ໂລ້​ນ້ອຍ*​ແລະ​ມີ​ທະນູ​ເປັນ​ອາວຸດ.+

9 ເຊຣາ​ຄົນ​ເອທິໂອເປຍ​ໄດ້​ຍົກ​ກອງ​ທັບ​ມາ​ຕໍ່ສູ້​ພວກ​ຢູດາ. ລາວ​ມີ​ທະຫານ 1.000.000 ຄົນ​ແລະ​ລົດ​ຮົບ 300 ຄັນ.+ ເມື່ອ​ລາວ​ມາ​ຮອດ​ມາເຣຊາ+ 10 ອາຊາ​ກໍ​ອອກ​ໄປ​ຕໍ່ສູ້​ກັບ​ລາວ. ເຂົາ​ເຈົ້າ​ຕັ້ງ​ຄ້າຍ​ເພື່ອ​ກຽມ​ຕໍ່ສູ້​ກັນ​ຢູ່​ຮ່ອມພູ​ເຊຟາທາ​ໃນ​ມາເຣຊາ. 11 ອາຊາ​ໄດ້​ອ້ອນວອນ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ+​ວ່າ: “ພະ​ເຢໂຫວາ ບໍ່​ວ່າ​ຄົນ​ທີ່​ພະອົງ​ຊ່ວຍ​ຈະ​ເຂັ້ມແຂງ*​ຫຼື​ອ່ອນແອ+ ພະອົງ​ກໍ​ຊ່ວຍ​ໄດ້. ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ ພວກ​ເຮົາ​ເພິ່ງ​ພະອົງ+​ແລະ​ພວກ​ເຮົາ​ມາ​ຕໍ່ສູ້​ກັບກອງ​ທັບ​ໃຫຍ່​ນີ້ໃນ​ນາມ​ຂອງ​ພະອົງ.+ ພະ​ເຢໂຫວາ ພະອົງ​ເປັນ​ພະເຈົ້າ​ຂອງ​ພວກ​ເຮົາ ຂໍ​ຢ່າ​ໃຫ້​ມະນຸດ​ຊະນະ​ພະອົງ.”+

12 ພະ​ເຢໂຫວາ​ຈຶ່ງ​ຊ່ວຍ​ອາຊາ​ແລະ​ພວກ​ຢູດາ​ໃຫ້​ຊະນະ​ພວກ​ເອທິໂອເປຍ ແລະ​ພວກ​ເອທິໂອເປຍ​ກໍ​ພາກັນ​ແຕກ​ໜີ.+ 13 ອາຊາ​ກັບ​ພວກ​ທະຫານ​ຂອງ​ລາວ​ໄດ້​ນຳ​ຂ້າ​ພວກ​ເອທິໂອເປຍ​ໄປ​ໄກ​ຈົນ​ຮອດ​ເກລາ+​ແລະ​ຂ້າ​ເຂົາ​ເຈົ້າ​ຕາຍ​ບໍ່​ເຫຼືອ​ຈັກ​ຄົນ ຍ້ອນ​ພະ​ເຢໂຫວາ​ແລະ​ກອງ​ທັບ​ຂອງ​ເພິ່ນ​ໄດ້​ທຳລາຍ​ເຂົາ​ເຈົ້າ. ຫຼັງ​ຈາກ​ນັ້ນ ພວກ​ຢູດາ​ກໍ​ຍຶດ​ເອົາ​ເຄື່ອງ​ຂອງ​ພວກ​ເອທິໂອເປຍ​ໄດ້ບັກ​ຫຼາຍ​ໆ​. 14 ເຂົາ​ເຈົ້າ​ຍັງ​ໄດ້​ໂຈມຕີ​ທຸກ​ເມືອງ​ທີ່​ຢູ່​ອ້ອມແອ້ມ​ເກລາ​ແລະ​ເອົາ​ຊະນະ​ໄດ້ ຍ້ອນ​ຄົນ​ທີ່​ຢູ່​ໃນ​ເມືອງ​ເຫຼົ່າ​ນັ້ນ​ຢ້ານ​ພະ​ເຢໂຫວາ​ຫຼາຍ. ພວກ​ຢູດາ​ໄດ້​ຍຶດ​ເອົາ​ຊັບສິນ​ຢູ່​ໃນ​ເມືອງ​ເຫຼົ່າ​ນັ້ນ​ທີ່​ມີ​ຫຼາຍ​ແທ້​ຫຼາຍ​ວ່າ. 15 ພວກ​ຢູດາ​ໄດ້​ໂຈມຕີ​ບ່ອນ​ຢູ່​ຂອງ​ພວກ​ຄົນ​ລ້ຽງ​ສັດ. ເຂົາ​ເຈົ້າ​ໄດ້​ຍຶດ​ເອົາ​ຝູງ​ແກະ​ແລະ​ຝູງ​ອູດ​ບັກ​ຫຼາຍ​ໆ​. ຫຼັງ​ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ກັບ​ເມືອ​ເມືອງ​ເຢຣູຊາເລັມ.

15 ອາຊາຣີຢາ​ລູກ​ຊາຍ​ຂອງ​ໂອເດັດ​ໄດ້​ຮັບ​ພະລັງ​ຂອງ​ພະເຈົ້າ. 2 ລາວ​ຈຶ່ງ​ໄປ​ຫາ​ອາຊາ​ແລະ​ເວົ້າ​ວ່າ: “ກະສັດ​ອາຊາ ພວກ​ຢູດາ ແລະ​ພວກ​ເບັນຢາມິນ ຂໍ​ໃຫ້​ຟັງ​ຂ້ອຍ. ພະ​ເຢໂຫວາ​ຈະ​ຢູ່​ກັບ​ພວກ​ເຈົ້າ ຖ້າ​ພວກ​ເຈົ້າ​ຢູ່​ກັບ​ເພິ່ນ. ຖ້າ​ພວກ+​ເຈົ້າ​ຊອກ​ຫາ​ເພິ່ນ ເພິ່ນ​ກໍ​ຈະ​ຍອມ​ໃຫ້​ພວກ​ເຈົ້າ​ພົບ​ເພິ່ນ.+ ແຕ່​ຖ້າ​ພວກ​ເຈົ້າ​ປະຖິ້ມ​ເພິ່ນ ເພິ່ນ​ກໍ​ຈະ​ປະຖິ້ມ​ພວກ​ເຈົ້າ.+ 3 ພວກ​ອິດສະຣາເອນ​ບໍ່​ໄດ້​ຮັບ​ໃຊ້​ພະເຈົ້າ​ທ່ຽງແທ້ ບໍ່​ມີ​ປະໂລຫິດ​ສອນ​ເຂົາ​ເຈົ້າ ແລະ​ບໍ່​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະເຈົ້າ​ມາ​ດົນ​ແລ້ວ.+ 4 ແຕ່​ເມື່ອ​ເຂົາ​ເຈົ້າ​ລຳບາກ ເຂົາ​ເຈົ້າ​ກໍ​ກັບ​ມາ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ແລະ​ຊອກ​ຫາ​ເພິ່ນ ແລ້ວ​ເພິ່ນ​ກໍ​ຍອມ​ໃຫ້​ເຂົາ​ເຈົ້າ​ພົບ​ເພິ່ນ.+ 5 ໃນ​ຕອນ​ນັ້ນ​ຜູ້​ໃດ​ໄປ​ໃສ​ກໍ​ບໍ່​ປອດໄພ ຍ້ອນ​ປະຊາຊົນ​ສ້າງ​ຄວາມ​ວຸ່ນວາຍ​ທົ່ວ​ແຜ່ນດິນ. 6 ຊາດ​ໜຶ່ງ​ທຳລາຍ​ອີກ​ຊາດ​ໜຶ່ງ​ແລະ​ເມືອງ​ໜຶ່ງ​ກໍ​ທຳລາຍ​ອີກ​ເມືອງ​ໜຶ່ງ. ພະເຈົ້າ​ເຮັດ​ໃຫ້ເຂົາ​ເຈົ້າ​ມີ​ຄວາມ​ວຸ່ນວາຍ​ຍ້ອນ​ບັນຫາ​ຕ່າງ​ໆ​.+ 7 ແຕ່​ພວກ​ເຈົ້າ​ຕ້ອງ​ເຂັ້ມແຂງ​ແລະ​ຢ່າ​ທໍ້ໃຈ.+ ພວກ​ເຈົ້າ​ຈະ​ໄດ້​ຮັບ​ພອນ​ໃນ​ສິ່ງ​ທີ່​ພວກ​ເຈົ້າ​ເຮັດ.”

8 ເມື່ອ​ອາຊາ​ໄດ້​ຍິນ​ຄຳເວົ້າ​ເຫຼົ່ານີ້​ແລະ​ຄຳ​ພະຍາກອນ​ຂອງ​ຜູ້ພະຍາກອນ​ໂອເດັດ ລາວ​ກໍ​ມີ​ຄວາມ​ກ້າຫານ​ຫຼາຍ​ຂຶ້ນ​ແລະ​ໄປ​ທຳລາຍ​ຮູບ​ບູຊາ​ທີ່​ພະເຈົ້າ​ຂີ້ດຽດ​ໃຫ້​ໝົດ​ໄປ​ຈາກ​ແຜ່ນດິນ​ຢູດາ+ ຈາກ​ເຂດ​ຂອງ​ຕະກູນ​ເບັນຢາມິນ ແລະ​ຈາກ​ເມືອງ​ຕ່າງ​ໆ​ທີ່​ລາວ​ຍຶດ​ມາ​ໄດ້​ເຊິ່ງ​ຢູ່​ແຖວ​ພູ​ໃນ​ເຂດ​ເອຟຣາຢິມ. ລາວ​ຍັງ​ໄດ້​ແປງ​ແທ່ນ​ບູຊາ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ຕໍ່​ໜ້າ​ຫ້ອງ​ທາງເຂົ້າ​ວິຫານ​ຂອງ​ພະ​ເຢໂຫວາ.+ 9 ອາຊາ​ໄດ້​ເອີ້ນ​ພວກ​ຢູດາ​ແລະ​ພວກ​ເບັນຢາມິນ ລວມ​ທັງ​ພວກ​ທີ່​ເຄີຍ​ຢູ່​ເຂດ​ຂອງ​ຕະກູນ​ເອຟຣາຢິມ ມານາເຊ ແລະ​ຊີເມໂອນ​ໃຫ້​ມາ​ຫາ.+ ຄົນ​ຈຳນວນ​ຫຼາຍ​ຈາກ​ເຂດ​ເຫຼົ່ານີ້​ໄດ້​ຍ້າຍ​ອອກ​ຈາກ​ອິດສະຣາເອນ​ມາ​ຢູ່​ຢູດາ ຍ້ອນ​ເຂົາ​ເຈົ້າ​ເຫັນ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຢູ່​ກັບ​ອາຊາ. 10 ທຸກ​ຄົນ​ກໍ​ມາ​ລວມ​ກັນ​ຢູ່​ເມືອງ​ເຢຣູຊາເລັມ​ໃນ​ເດືອນ​ທີ 3 ປີ​ທີ 15 ທີ່​ອາຊາ​ປົກຄອງ​ເປັນ​ກະສັດ. 11 ໃນ​ມື້​ນັ້ນ​ເຂົາ​ເຈົ້າ​ເອົາ​ງົວ 700 ໂຕ​ແລະ​ແກະ 7.000 ໂຕ​ຈາກ​ສັດ​ທີ່​ຍຶດ​ມາ​ໄດ້​ເຜົາ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ. 12 ແລ້ວ​ເຂົາ​ເຈົ້າ​ກໍສັນຍາ​ກັນວ່າ​ຈະນະມັດສະການ*​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ດ້ວຍ​ສຸດ​ຫົວໃຈ​ແລະສຸດ​ຊີວິດ.+ 13 ໃຜ​ທີ່​ບໍ່​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ຈະ​ຕ້ອງ​ຕາຍ​ບໍ່​ວ່າ​ຈະ​ເປັນ​ຄົນ​ໜຸ່ມ​ຫຼື​ຜູ້​ເຖົ້າ* ຜູ້​ຊາຍ​ຫຼື​ຜູ້​ຍິງ.+ 14 ເຂົາ​ເຈົ້າ​ຈຶ່ງ​ສາບານ​ຕໍ່​ພະ​ເຢໂຫວາ​ດ້ວຍ​ສຽງ​ດັງ ໂຫ່​ຮ້ອງ​ດ້ວຍ​ຄວາມ​ຍິນດີ ແລະ​ເປົ່າແກ.* 15 ພວກ​ຢູດາ​ທຸກ​ຄົນ​ມີ​ຄວາມ​ສຸກ​ທີ່​ໄດ້​ສາບານ​ແບບ​ນັ້ນ ຍ້ອນ​ເຂົາ​ເຈົ້າ​ສາບານ​ຈາກ​ໃຈ. ເຂົາ​ເຈົ້າ​ຕັ້ງ​ໃຈ​ຊອກ​ຫາ​ພະ​ເຢໂຫວາ​ແລະ​ເພິ່ນ​ກໍ​ຍອມ​ໃຫ້​ເຂົາ​ເຈົ້າ​ພົບ​ເພິ່ນ+ ແລະ​ເພິ່ນ​ບໍ່​ຍອມ​ໃຫ້​ສັດຕູ​ມາ​ໂຈມຕີ​ເຂົາ​ເຈົ້າ.+

16 ອາຊາ​ຍັງ​ໄດ້​ປົດ​ມາອາກາ+​ທີ່​ເປັນ​ຍ່າ​ຂອງ​ລາວ​ອອກ​ຈາກ​ຕຳແໜ່ງ​ລາຊີນີ ຍ້ອນ​ມາອາກາ​ໄດ້​ເຮັດ​ຮູບ​ບູຊາ​ທີ່​ເປັນ​ຕາຂີ້ດຽດເພື່ອ​ໃຊ້​ນະມັດສະການ​ເສົາ​ໄມ້​ສັກສິດ.*+ ອາຊາ​ທຳລາຍ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ນັ້ນ​ຈົນ​ມຸ່ນ​ແລ້ວ​ເອົາ​ໄປຈູດ​ຖິ້ມຢູ່​ຮ່ອມພູ​ກິດໂຣນ.+ 17 ແຕ່​ລາວ​ບໍ່​ໄດ້​ທຳລາຍ​ບ່ອນ​ນະມັດສະການ​ພະເຈົ້າ​ປອມ+​ໃນ​ອິດສະຣາເອນ.+ ເຖິງ​ວ່າ​ຈະ​ເປັນ​ແນວ​ນັ້ນ ອາຊາ​ກໍ​ຮັບ​ໃຊ້​ພະເຈົ້າ​ສຸດ​ຫົວໃຈ​ຕະຫຼອດ​ຊີວິດ​ຂອງ​ລາວ.+ 18 ອາຊາ​ເອົາ​ເງິນ ຄຳ ແລະ​ເຄື່ອງໃຊ້​ຕ່າງ​ໆ​ທີ່​ລາວ​ກັບ​ພໍ່​ຂອງ​ລາວ​ໄດ້​ແຍກ​ໄວ້​ຕ່າງ​ຫາກ​ສຳລັບ​ພະເຈົ້າ​ໄປ​ໄວ້​ໃນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້.+ 19 ບໍ່​ມີ​ສົງຄາມໃນ​ຢູດາເລີຍ​ຈົນ​ຮອດ​ປີ​ທີ 35 ທີ່​ອາຊາ​ປົກຄອງ.+

16 ໃນ​ປີ​ທີ 36 ທີ່​ອາຊາ​ປົກຄອງ ບາອາຊາ+​ກະສັດ​ຂອງ​ອິດສະຣາເອນ​ໄດ້​ມາ​ໂຈມຕີ​ຢູດາ​ແລະ​ເຮັດ​ໃຫ້​ເມືອງ​ຣາມາ+​ເຂັ້ມແຂງ​ຂຶ້ນ*​ເພື່ອ​ບໍ່​ໃຫ້​ຜູ້​ໃດ​ເຂົ້າ​ອອກ​ເຂດ​ແດນ​ຂອງ​ອາຊາ​ກະສັດ​ຂອງ​ຢູດາ.+ 2 ອາຊາ​ຈຶ່ງ​ເອົາ​ເງິນ​ກັບ​ຄຳ​ໃນ​ຄັງ​ຊັບສິນ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ+​ແລະ​ໃນ​ຄັງ​ຊັບສິນ​ຂອງ​ກະສັດ​ໄປ​ໃຫ້​ເບັນຮາດັດ​ກະສັດ​ຂອງ​ຊີເຣຍ+​ທີ່​ຢູ່​ເມືອງ​ດາມາເຊ. ອາຊາ​ຝາກ​ຄວາມ​ໄປ​ບອກ​ເບັນຮາດັດ​ວ່າ: 3 “ຂ້ອຍ​ຢາກ​ເຮັດ​ສັນຍາ​ກັບ​ເຈົ້າ​ຄື​ກັບ​ທີ່​ພໍ່​ຂອງ​ຂ້ອຍ​ກັບ​ພໍ່​ຂອງ​ເຈົ້າ​ເຄີຍ​ເຮັດ​ສັນຍາ​ນຳ​ກັນ. ຂ້ອຍ​ສົ່ງ​ເງິນ​ກັບ​ຄຳ​ເຫຼົ່ານີ້​ມາ​ໃຫ້​ເຈົ້າ. ຂໍ​ໃຫ້​ເຈົ້າ​ຍົກ​ເລີກ​ສັນຍາ​ທີ່​ເຈົ້າ​ເຮັດ​ກັບ​ບາອາຊາ​ກະສັດ​ຂອງ​ອິດສະຣາເອນ​ເພື່ອ​ລາວ​ຈະ​ຖອຍ​ກອງ​ທັບ​ໄປ​ຈາກ​ແຜ່ນດິນ​ຂອງ​ຂ້ອຍ.”

4 ເບັນຮາດັດ​ໄດ້​ເຮັດ​ຕາມ​ທີ່​ກະສັດ​ອາຊາ​ຂໍ ແລະ​ລາວ​ໄດ້​ສົ່ງ​ພວກ​ຫົວ​ໜ້າ​ກອງ​ທັບ​ໄປ​ຕໍ່ສູ້​ກັບ​ເມືອງ​ຕ່າງ​ໆ​ຂອງ​ອິດສະຣາເອນ. ເຂົາ​ເຈົ້າ​ໄດ້​ຍຶດ​ເອົາ​ເມືອງ​ອີໂຢນ+ ເມືອງ​ດານ+ ເມືອງ​ອາເບັນມາຢິມ ແລະ​ບ່ອນ​ມ້ຽນ​ເຄື່ອງ​ຕາມ​ເມືອງ​ຕ່າງ​ໆ​ໃນ​ເຂດ​ຂອງ​ຕະກູນ​ນັບທາລີ​ທັງ​ໝົດ.+ 5 ທັນທີ​ທີ່​ບາອາຊາ​ຮູ້​ເລື່ອງ​ນີ້ ລາວ​ກໍເຊົາເຮັດ​ໃຫ້​ເມືອງ​ຣາມາ​ເຂັ້ມແຂງ​ຂຶ້ນ. 6 ກະສັດ​ອາຊາ​ໄດ້​ເອີ້ນ​ທຸກ​ຄົນ​ໃນ​ຢູດາ​ໃຫ້​ມາ​ຂົນ​ຫີນ​ຂົນ​ໄມ້​ທີ່​ບາອາຊາ​ເອົາ​ມາ​ສ້າງ+​ຢູ່​ເມືອງ​ຣາມາ+ ແລ້ວ​ກະສັດ​ອາຊາ​ກໍ​ເອົາ​ຫີນ​ແລະ​ໄມ້​ເຫຼົ່ານີ້​ໄປ​ເຮັດ​ໃຫ້​ເມືອງ​ເຄບາ+​ກັບ​ເມືອງ​ມິດຊະປາ+​ເຂັ້ມແຂງ​ຂຶ້ນ.

7 ຕອນ​ນັ້ນ ຮານານີ+​ຜູ້​ເຫັນ​ນິມິດ​ກໍ​ມາ​ຫາ​ອາຊາ​ກະສັດ​ຂອງ​ຢູດາ​ແລະ​ເວົ້າ​ກັບ​ລາວ​ວ່າ: “ຍ້ອນ​ທ່ານ​ໄປ​ເພິ່ງ​ກະສັດ​ຂອງ​ຊີເຣຍ ແລະ​ບໍ່​ໄດ້​ເພິ່ງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ທ່ານ ທ່ານ​ຈະ​ບໍ່​ມີ​ໂອກາດ​ຊະນະ​ພວກ​ຊີເຣຍ.+ 8 ທ່ານ​ຈື່​ບໍ່​ໄດ້​ບໍ​ກອງ​ທັບ​ຂອງ​ເອທິໂອເປຍ​ກັບ​ກອງ​ທັບ​ຂອງ​ລີເບຍ​ໃຫຍ່​ຫຼາຍ​ສ່ຳ​ໃດ? ເຂົາ​ເຈົ້າ​ມີ​ລົດ​ຮົບ​ກັບ​ທະຫານ​ມ້າ​ບັກ​ຫຼາຍ​ໆ​ ແຕ່​ທ່ານ​ກໍ​ຍັງ​ຊະນະ​ເຂົາ​ເຈົ້າ​ໄດ້​ຍ້ອນ​ທ່ານ​ເພິ່ງ​ພະ​ເຢໂຫວາ.+ 9 ພະ​ເຢໂຫວາ​ແນມ​ເບິ່ງ​ທົ່ວ​ໂລກ+​ເພື່ອ​ສະແດງ​ລິດ​ເດດ​ຂອງ​ເພິ່ນ​ໂດຍ​ຊ່ວຍ​ຄົນ​ທີ່​ຮັບ​ໃຊ້​ເພິ່ນ​ສຸດ​ຫົວໃຈ.+ ທ່ານ​ຄື​ໂງ່​ແທ້​ທີ່​ໄປ​ເພິ່ງ​ກະສັດ​ຂອງ​ຊີເຣຍ. ຕັ້ງ​ແຕ່​ນີ້​ໄປ ທ່ານ​ຈະ​ຕ້ອງ​ຕໍ່ສູ້​ກັບ​ຊາດ​ອື່ນ​ຕະຫຼອດ.”+

10 ອາຊາ​ໃຈ​ຮ້າຍ​ໃຫ້​ຮານານີ*​ຫຼາຍ​ແລະ​ຈັບ​ລາວ​ໄປ​ຂັງ​ໄວ້​ຢູ່​ຄຸກ.* ອາຊາ​ຍັງ​ໄດ້​ເລີ່ມຂົ່ມເຫງປະຊາຊົນ​ບາງຄົນ​ນຳ. 11 ເລື່ອງ​ຕ່າງ​ໆ​ຂອງ​ອາຊາ​ຕັ້ງ​ແຕ່​ຕົ້ນ​ຈົນ​ຈົບ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ພວກ​ກະສັດ​ຢູດາ​ແລະ​ພວກ​ກະສັດ​ອິດສະຣາເອນ.+

12 ໃນ​ປີ​ທີ 39 ທີ່​ອາຊາ​ປົກຄອງ ລາວ​ເປັນ​ພະຍາດ​ຢູ່​ຕີນ​ທີ່​ເຮັດ​ໃຫ້​ລາວ​ບໍ່​ສະບາຍ​ແຮງ. ເຖິງ​ວ່າ​ເຈັບ​ໜັກ​ປານ​ນັ້ນ​ລາວ​ກໍ​ບໍ່​ເພິ່ງ​ພະ​ເຢໂຫວາ ລາວ​ເພິ່ງ​ແຕ່​ພວກ​ໝໍ. 13 ອາຊາ​ຕາຍ+​ໃນ​ປີ​ທີ 41 ທີ່​ລາວ​ປົກຄອງ. 14 ເຂົາ​ເຈົ້າ​ຝັງ​ລາວ​ໄວ້​ຢູ່​ບ່ອນ​ຝັງ​ສົບ​ທີ່​ໃຫຍ່​ໆ​ເຊິ່ງ​ລາວ​ກຽມ​ໄວ້​ສຳລັບ​ໂຕເອງ​ຢູ່​ເມືອງ​ຂອງ​ດາວິດ.+ ເຂົາ​ເຈົ້າ​ເອົາ​ລາວ​ໃສ່​ໂລງ​ສົບ​ທີ່​ມີ​ນ້ຳມັນ​ຫອມ​ແລະ​ເຄື່ອງຫອມ​ຊະນິດ​ຕ່າງ​ໆ​ປະສົມ​ກັນ​ເປັນ​ນ້ຳມັນ​ຫອມສູດ​ພິເສດ.+ ນອກ​ຈາກ​ນັ້ນ ໃນ​ງານ​ສົບ​ຂອງ​ອາຊາ ເຂົາ​ເຈົ້າ​ຍັງ​ໄດ້​ເຮັດກອງ​ໄຟໃຫຍ່​ໆ​ເພື່ອ​ໃຫ້​ກຽດ​ລາວ.*

17 ເຢໂຮຊາຟັດ+​ໄດ້​ເປັນ​ກະສັດ​ຕໍ່​ຈາກ​ອາຊາ​ພໍ່​ຂອງ​ລາວ. ລາວ​ຂະຫຍາຍ​ອຳນາດ​ໄປ​ທົ່ວ​ອິດສະຣາເອນ. 2 ເຢໂຮຊາຟັດ​ສົ່ງ​ທະຫານ​ໄປ​ຢູ່​ທຸກ​ເມືອງ​ຂອງ​ຢູດາ​ທີ່​ມີ​ກຳແພງ​ອ້ອມ. ລາວ​ຕັ້ງ​ກອງ​ທະຫານ​ປ້ອງກັນ​ໃນ​ຢູດາ​ແລະ​ຢູ່​ເມືອງ​ຕ່າງ​ໆ​ໃນ​ເຂດ​ເອຟຣາຢິມ​ທີ່​ອາຊາ​ພໍ່​ຂອງ​ລາວ​ຍຶດ​ມາ​ໄດ້.+ 3 ພະ​ເຢໂຫວາ​ຢູ່​ກັບ​ເຢໂຮຊາຟັດ​ສະເໝີ ຍ້ອນ​ລາວ​ເຊື່ອ​ຟັງ​ເພິ່ນ​ຄື​ກັບ​ດາວິດ+​ທີ່​ເປັນ​ປູ່ຍ່າຕານາຍ​ຂອງ​ລາວ​ແລະ​ບໍ່​ໄດ້ຮັບ​ໃຊ້ພະ​ບາອານ. 4 ເຢໂຮຊາຟັດ​ຮັບ​ໃຊ້​ພະເຈົ້າ​ຂອງ​ພໍ່​ລາວ+ ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະເຈົ້າ ແລະ​ບໍ່​ເຮັດ​ຄື​ກັບ​ທີ່​ພວກ​ອິດສະຣາເອນ​ເຮັດ.+ 5 ພະ​ເຢໂຫວາ​ຊ່ວຍ​ໃຫ້​ການ​ປົກຄອງ​ຂອງ​ລາວ​ໝັ້ນຄົງ.+ ພວກ​ຢູດາ​ເອົາ​ຂອງຂວັນ​ມາ​ໃຫ້​ເຢໂຮຊາຟັດ​ຕະຫຼອດ ລາວ​ຈຶ່ງ​ຮັ່ງ​ແລະ​ມີ​ກຽດ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​.+ 6 ລາວ​ກ້າ​ເຊື່ອ​ຟັງພະ​ເຢໂຫວາ​ແລະ​ເຖິງຂັ້ນ​ທຳລາຍ​ບ່ອນ​ນະມັດສະການ​ຕ່າງ​ໆ​+​ແລະ​ເສົາ​ໄມ້​ສັກສິດ*+​ຕ່າງ​ໆ​ໃນ​ຢູດາ.

7 ໃນ​ປີ​ທີ 3 ທີ່​ເຢໂຮຊາຟັດ​ປົກຄອງ ລາວ​ໄດ້​ເອີ້ນ​ເບັນຮາຍ ໂອບາດີຢາ ເຊຄາຣີຢາ ເນທາເນນ ແລະ​ມີກາຢາ​ທີ່​ເປັນ​ພວກ​ເຈົ້າ​ນາຍ​ໃຫ້​ມາ​ຫາ ແລ້ວ​ໃຫ້​ເຂົາ​ເຈົ້າ​ໄປ​ສອນ​ຢູ່​ເມືອງ​ຕ່າງ​ໆ​ໃນ​ຢູດາ. 8 ພວກເລວີ​ທີ່​ເຢໂຮຊາຟັດ​ໃຫ້​ໄປ​ນຳ​ເຂົາ​ເຈົ້າ​ມີ: ເຊມາຢາ ເນທານີອາ ເຊບາດີຢາ ອາສາເຮນ ເຊມີຣາໂມດ ເຢໂຮນາທານ ອາໂດນີຢາ ໂຕບີຢາ ໂຕບອາໂດນີຢາ ແລະ​ປະໂລຫິດ​ເອລີຊາມາ​ກັບ​ປະໂລຫິດ​ເຢໂຮຣາມ.+ 9 ເຂົາ​ເຈົ້າ​ໄປ​ຕາມ​ເມືອງ​ຕ່າງ​ໆ​ໃນ​ຢູດາ​ແລະ​ເອົາ​ປຶ້ມ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ+​ໄປ​ນຳ​ເພື່ອ​ສອນ​ປະຊາຊົນ.

10 ປະເທດ​ຕ່າງ​ໆ​ທີ່​ຢູ່​ອ້ອມຂ້າງ​ຢູດາ​ບໍ່​ກ້າ​ມາ​ຕໍ່ສູ້​ກັບ​ເຢໂຮຊາຟັດ ຍ້ອນ​ເຂົາ​ເຈົ້າ​ຢ້ານ​ພະ​ເຢໂຫວາ. 11 ພວກ​ຟີລິດສະຕີນ​ເອົາ​ຂອງຂວັນ​ກັບ​ເງິນ​ມາ​ໃຫ້​ເຢໂຮຊາຟັດ​ເພື່ອ​ເສຍສ່ວຍ ແລະ​ພວກ​ອາຣັບ​ກໍ​ເອົາ​ແກະ​ໂຕ​ຜູ້ 7.700 ໂຕ​ກັບ​ແບ້​ໂຕ​ຜູ້ 7.700 ໂຕ​ມາ​ໃຫ້​ລາວ.

12 ເຢໂຮຊາຟັດມີ​ອຳນາດຫຼາຍ​ຂຶ້ນ​ເລື້ອຍ​ໆ​.+ ລາວ​ໄດ້​ສ້າງ​ປ້ອມ+​ແລະ​ສ້າງ​ເມືອງ​ສຳລັບ​ເອົາ​ອາຫານ+​ໄວ້​ຕື່ມ​ອີກ​ຫຼາຍ​ບ່ອນ​ໃນ​ຢູດາ. 13 ລາວ​ມີໂຄງການ​ກໍ່​ສ້າງຫຼາຍ​ຢ່າງ​ຢູ່​ຕາມ​ເມືອງ​ຕ່າງ​ໆ​ໃນ​ຢູດາ​ແລະ​ມີ​ທະຫານ​ທີ່​ເກັ່ງ​ໆ​ຢູ່​ໃນ​ເມືອງ​ເຢຣູຊາເລັມ. 14 ທະຫານ​ເຫຼົ່ານີ້​ຖືກ​ແບ່ງ​ເປັນ​ກຸ່ມ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ຕະກູນ​ຢູດາ​ມີ​ຫົວ​ໜ້າ​ກອງ​ພັນ​ຫຼາຍ​ຄົນ. ຜູ້​ທຳອິດ​ແມ່ນ​ອັດນາ. ລາວ​ເປັນ​ຫົວ​ໜ້າ​ຂອງ​ທະຫານ​ທີ່​ເກັ່ງ​ໆ​ 300.000 ຄົນ.+ 15 ຮອງ​ຈາກ​ອັດນາ​ແມ່ນ​ເຢໂຮຮານັນ. ລາວ​ເປັນ​ຫົວ​ໜ້າ​ຂອງ​ທະຫານ​ທີ່​ເກັ່ງ​ໆ​ 280.000 ຄົນ. 16 ອີກ​ຜູ້​ໜຶ່ງ​ທີ່​ຮອງ​ຈາກ​ອັດນາ​ແມ່ນ​ອາມາເຊຍ​ລູກ​ຊາຍ​ຂອງ​ຊິກຣີ. ລາວ​ເຕັມ​ໃຈ​ຮັບ​ໃຊ້​ພະ​ເຢໂຫວາ. ລາວ​ເປັນ​ຫົວ​ໜ້າ​ຂອງ​ທະຫານ​ທີ່​ເກັ່ງ​ໆ​ 200.000 ຄົນ. 17 ໃນ​ຕະກູນ​ເບັນຢາມິນ+​ມີ​ເອລີອາດາ. ລາວ​ເປັນ​ທະຫານ​ທີ່​ເກັ່ງ​ແລະ​ເປັນ​ຫົວ​ໜ້າ​ຂອງ​ທະຫານ 200.000 ຄົນ​ທີ່​ຖື​ທະນູ​ແລະ​ໂລ້.+ 18 ຮອງ​ຈາກ​ເອລີອາດາແມ່ນ​ເຢໂຮຊາບັດ. ລາວ​ເປັນ​ຫົວ​ໜ້າ​ຂອງ​ທະຫານ 180.000 ຄົນ. 19 ຄົນ​ເຫຼົ່ານີ້​ແມ່ນ​ທະຫານ​ທີ່​ຮັບ​ໃຊ້​ກະສັດ​ຢູ່​ເມືອງ​ເຢຣູຊາເລັມ ບໍ່​ນັບ​ລວມ​ກັບ​ພວກ​ທະຫານ​ທີ່​ກະສັດ​ສົ່ງ​ໃຫ້​ໄປ​ຢູ່​ຕາມ​ເມືອງ​ຕ່າງ​ໆ​ທີ່​ມີ​ກຳແພງ​ອ້ອມ​ຢູ່​ທົ່ວ​ແຜ່ນດິນ​ຢູດາ.+

18 ກະສັດ​ເຢໂຮຊາຟັດ​ຮັ່ງ​ແລະ​ມີ​ກຽດ​ຫຼາຍ+ ແຕ່​ລາວ​ໄປ​ເປັນ​ມິດ​ກັບ​ອາຮາບ​ແລະ​ຍອມ​ໃຫ້​ຄົນ​ໃນ​ຄອບຄົວ​ຂອງ​ລາວ​ໄປແຕ່ງດອງກັບ​ຄົນ​ໃນ​ຄອບຄົວ​ຂອງ​ອາຮາບ.+ 2 ຫຼາຍ​ປີ​ຕໍ່ມາ ເຢໂຮຊາຟັດ​ໄດ້​ໄປ​ຫາ​ອາຮາບ​ຢູ່​ເມືອງ​ຊາມາເຣຍ.+ ອາຮາບ​ສັ່ງ​ໃຫ້​ຂ້າ​ແກະ​ແລະ​ງົວ​ບັກ​ຫຼາຍ​ໆ​ເພື່ອ​ເປັນ​ເຄື່ອງ​ບູຊາ​ສຳລັບ​ພະເຈົ້າແທນ​ເຢໂຮຊາຟັດ​ກັບ​ຄົນ​ທີ່​ມາ​ນຳ​ລາວ. ຈາກ​ນັ້ນ ອາຮາບ​ກໍ​ຊວນ​ເຢໂຮຊາຟັດ​ໄປ​ຕໍ່ສູ້​ກັບ​ເມືອງ​ຣາໂມດ​ກິລຽດ​ນຳ​ກັນ.+ 3 ອາຮາບ​ກະສັດ​ຂອງ​ອິດສະຣາເອນ​ຖາມ​ເຢໂຮຊາຟັດ​ກະສັດ​ຂອງ​ຢູດາ​ວ່າ: “ຂ້ອຍ​ຈະ​ໄປ​ຕໍ່ສູ້​ກັບ​ເມືອງ​ຣາໂມດ​ກິລຽດ ເຈົ້າ​ຈະ​ໄປ​ນຳ​ຂ້ອຍ​ບໍ?” ເຢໂຮຊາຟັດ​ຕອບ​ວ່າ: “ໄປ​ແທ້ ແລະ​ຂ້ອຍ​ຈະ​ເອົາ​ທະຫານ​ກັບ​ມ້າ​ຂອງ​ຂ້ອຍ​ໄປ​ນຳ.”

4 ເຢໂຮຊາຟັດ​ເວົ້າ​ກັບ​ກະສັດ​ອິດສະຣາເອນ​ວ່າ: “ໃຫ້​ເຮົາ​ຖາມ​ພະ​ເຢໂຫວາ​ກ່ອນ​ເບາະ?”+ 5 ກະສັດ​ອິດສະຣາເອນ​ຈຶ່ງ​ເອີ້ນ​ຜູ້ພະຍາກອນ 400 ຄົນ​ມາ ແລະ​ຖາມ​ເຂົາ​ເຈົ້າ​ວ່າ: “ພວກ​ເຮົາ​ຄວນ​ຈະ​ໄປ​ຕໍ່ສູ້​ຢູ່​ເມືອງ​ຣາໂມດ​ກິລຽດ​ຫຼື​ບໍ່​ຄວນ​ໄປ?” ເຂົາ​ເຈົ້າ​ບອກ​ວ່າ: “ໄປ​ໂລດ​ກະສັດ. ພະເຈົ້າ​ທ່ຽງແທ້​ຈະ​ໃຫ້​ທ່ານ​ຊະນະ​ແນ່ນອນ.”

6 ແລ້ວ​ເຢໂຮຊາຟັດ​ກໍ​ເວົ້າ​ວ່າ: “ຢູ່​ນີ້​ບໍ່​ມີ​ຜູ້ພະຍາກອນ​ຂອງ​ພະ​ເຢໂຫວາ​ເລີຍ​ບໍ?+ ພວກ​ເຮົາ​ຄວນ​ຈະ​ຖາມ​ລາວ​ນຳ.”+ 7 ກະສັດ​ອິດສະຣາເອນ​ຈຶ່ງ​ຕອບ​ເຢໂຮຊາຟັດ​ວ່າ: “ຍັງ​ມີ​ອີກ​ຜູ້​ໜຶ່ງ+​ທີ່​ເຮົາ​ຈະ​ຖາມ​ພະ​ເຢໂຫວາ​ຜ່ານ​ທາງ​ລາວ​ໄດ້ ແຕ່​ຂ້ອຍ​ຊັງ​ລາວ ຍ້ອນ​ລາວ​ພະຍາກອນ​ແຕ່​ເລື່ອງ​ທີ່​ບໍ່​ດີ​ກ່ຽວ​ກັບ​ຂ້ອຍ ບໍ່​ເຄີຍ​ມີ​ເລື່ອງ​ດີ​ເລີຍ.+ ລາວ​ຊື່​ມີກາຢາ​ເປັນ​ລູກ​ຊາຍ​ຂອງ​ອິມລາ.” ແຕ່​ເຢໂຮຊາຟັດ​ເວົ້າ​ວ່າ: “ເຈົ້າ​ບໍ່​ຄວນ​ເວົ້າ​ແບບ​ນັ້ນ.”

8 ກະສັດ​ອິດສະຣາເອນ​ຈຶ່ງ​ບອກ​ຄົນ​ຂອງ​ລາວ​ວ່າ: “ໄປ​ພາ​ມີກາຢາ​ລູກ​ຊາຍ​ຂອງ​ອິມລາ​ມາ​ດຽວ​ນີ້.”+ 9 ອາຮາບ​ກະສັດ​ຂອງ​ອິດສະຣາເອນ​ແລະ​ເຢໂຮຊາຟັດ​ກະສັດ​ຂອງ​ຢູດາ​ໃສ່​ຊຸດ​ກະສັດ​ເຕັມ​ຍົດ​ແລະ​ນັ່ງ​ຢູ່​ບັນລັງ​ຂອງ​ໂຕເອງ​ໃນ​ລານ​ຟາດ​ເຂົ້າ​ທີ່​ຢູ່​ປະຕູ​ທາງເຂົ້າ​ເມືອງ​ຊາມາເຣຍ ແລະ​ພວກ​ຜູ້ພະຍາກອນ​ກໍ​ກຳລັງ​ພະຍາກອນ​ຢູ່​ຕໍ່​ໜ້າ​ເຂົາ​ເຈົ້າ. 10 ແລ້ວ​ເຊເດກີຢາ​ລູກ​ຊາຍ​ຂອງ​ເຄນາອານາ​ໄດ້​ເອົາ​ເຫຼັກ​ມາ​ເຮັດ​ເປັນ​ຮູບເຂົາ​ສັດ 2 ອັນແລະ​ເວົ້າ​ວ່າ: “ພະ​ເຢໂຫວາ​ເວົ້າ​ແບບ​ນີ້ ‘ທ່ານ​ຈະ​ຂ້າ*​ພວກ​ຊີເຣຍ​ໃຫ້​ຕາຍ​ໝົດ​ດ້ວຍ​ເຂົາ​ສັດ 2 ອັນ​ນີ້.’” 11 ພວກ​ຜູ້ພະຍາກອນ​ຄົນ​ອື່ນ​ໆ​ກໍ​ເວົ້າ​ແບບ​ດຽວ​ກັນ​ວ່າ: “ໃຫ້​ທ່ານ​ໄປ​ເມືອງ​ຣາໂມດ​ກິລຽດ​ໂລດ. ທ່ານ​ຈະ​ຊະນະ​ແນ່ນອນ.+ ພະ​ເຢໂຫວາ​ຈະ​ຊ່ວຍ​ທ່ານ​ໃຫ້​ຍຶດ​ເອົາ​ເມືອງ​ນັ້ນ​ຄືນ​ມາ​ໄດ້.”

12 ຄົນ​ທີ່​ກະສັດ​ໃຫ້​ໄປ​ເອີ້ນ​ມີກາຢາ​ກໍ​ເວົ້າ​ກັບ​ມີກາຢາ​ວ່າ: “ຜູ້ພະຍາກອນ​ທຸກ​ຄົນ​ເວົ້າ​ແຕ່​ເລື່ອງ​ດີ​ໆ​ໃຫ້​ກະສັດ​ຟັງ. ຂໍ​ໃຫ້​ເຈົ້າ​ເວົ້າ​ແຕ່​ເລື່ອງ​ດີ​ໆ​ກັບ​ກະສັດ​ຄື​ກັນ​ເດີ້.”+ 13 ແຕ່​ມີກາຢາ​ເວົ້າ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ວ່າ ຂ້ອຍ​ຈະ​ເວົ້າ​ຕາມ​ສິ່ງ​ທີ່​ພະເຈົ້າ​ຂອງ​ຂ້ອຍ​ບອກ​ໃຫ້​ເວົ້າ​ເທົ່າ​ນັ້ນ.”+ 14 ແລ້ວ​ມີກາຢາ​ກໍ​ເຂົ້າ​ໄປ​ຫາ​ກະສັດ ແລະ​ກະສັດ​ຖາມ​ລາວ​ວ່າ: “ມີກາຢາ ພວກ​ເຮົາ​ຄວນ​ໄປ​ຕໍ່ສູ້​ຢູ່​ເມືອງ​ຣາໂມດ​ກິລຽດ​ຫຼື​ບໍ່​ຄວນ​ໄປ?” ລາວ​ຕອບ​ທັນທີ​ວ່າ: “ໃຫ້​ທ່ານ​ໄປ​ໂລດ. ທ່ານ​ຈະ​ຊະນະ​ແນ່ນອນ. ພະເຈົ້າ​ຈະ​ຊ່ວຍ​ທ່ານ​ໃຫ້​ຍຶດ​ເອົາເມືອງນັ້ນ​ຄືນ​ມາ​ໄດ້.” 15 ກະສັດ​ອາຮາບ​ເວົ້າ​ກັບ​ລາວ​ວ່າ: “ຂ້ອຍ​ຕ້ອງ​ໃຫ້​ເຈົ້າ​ສາບານ​ຈັກ​ເທື່ອ​ເຈົ້າ​ຈຶ່ງ​ຈະ​ເວົ້າ​ຄວາມ​ຈິງ ແລະ​ເວົ້າ​ແຕ່​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ໃຫ້​ເຈົ້າ​ເວົ້າ​ເທົ່າ​ນັ້ນ.” 16 ມີກາຢາ​ຈຶ່ງ​ບອກ​ວ່າ: “ຂ້ອຍ​ເຫັນ​ພວກ​ອິດສະຣາເອນ​ແຕກຊະ​ແຕກຊາຍ​ຢູ່​ຕາມ​ພູ​ຄື​ກັບ​ແກະ​ທີ່​ບໍ່​ມີ​ຜູ້​ລ້ຽງ.+ ພະ​ເຢໂຫວາ​ບອກ​ວ່າ ‘ເຂົາ​ເຈົ້າ​ບໍ່​ມີ​ຜູ້​ນຳ​ແລ້ວ. ໃຫ້​ແຕ່​ລະ​ຄົນ​ກັບ​ເມືອ​ເຮືອນ​ດ້ວຍ​ຄວາມ​ປອດໄພ.’”

17 ແລ້ວ​ກະສັດ​ອາຮາບ​ກໍ​ເວົ້າ​ກັບ​ເຢໂຮຊາຟັດ​ວ່າ: “ຂ້ອຍ​ບອກ​ເຈົ້າ​ແລ້ວ​ແມ່ນ​ເບາະ​ວ່າ​ລາວ​ພະຍາກອນ​ແຕ່​ເລື່ອງ​ທີ່​ບໍ່​ດີ​ກ່ຽວ​ກັບ​ຂ້ອຍ. ບໍ່​ເຄີຍ​ມີ​ເລື່ອງ​ດີ​ເລີຍ.”+

18 ມີກາຢາ​ຈຶ່ງ​ບອກ​ວ່າ: “ຂໍ​ໃຫ້​ທ່ານ​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ. ຂ້ອຍ​ເຫັນ​ພະ​ເຢໂຫວາ​ນັ່ງ​ຢູ່​ບັນລັງ​ຂອງ​ເພິ່ນ+​ແລະ​ມີ​ທູດສະຫວັນ​ທັງ​ໝົດ+​ຢືນ​ຢູ່​ເບື້ອງ​ຂວາ​ແລະ​ເບື້ອງ​ຊ້າຍ​ຂອງ​ເພິ່ນ.+ 19 ພະ​ເຢໂຫວາ​ຖາມ​ວ່າ ‘ແມ່ນ​ໃຜ​ຈະ​ໄປ​ຕົວະ​ອາຮາບ​ກະສັດ​ຂອງ​ອິດສະຣາເອນ​ໃຫ້​ໄປ​ຕໍ່ສູ້​ຢູ່​ເມືອງ​ຣາໂມດ​ກິລຽດ​ແລະ​ຕາຍ​ຢູ່​ຫັ້ນ?’ ທູດສະຫວັນ​ອົງ​ໜຶ່ງ​ເວົ້າ​ແບບ​ໜຶ່ງ ແລະ​ທູດສະຫວັນ​ອີກ​ອົງ​ໜຶ່ງ​ກໍ​ເວົ້າ​ອີກ​ແບບ​ໜຶ່ງ. 20 ແລ້ວ​ກໍ​ມີ​ທູດສະຫວັນ​ອົງ​ໜຶ່ງ+​ອອກ​ມາ​ຢືນ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ແລະ​ເວົ້າ​ວ່າ ‘ລູກ​ຈະ​ໄປ​ຕົວະ​ລາວ.’ ພະ​ເຢໂຫວາ​ຖາມ​ວ່າ ‘ເຈົ້າ​ຈະ​ຕົວະ​ລາວ​ແນວ​ໃດ?’ 21 ທູດສະຫວັນ​ອົງ​ນັ້ນ​ຕອບ​ວ່າ ‘ລູກ​ຈະ​ໄປ​ເຮັດ​ໃຫ້​ພວກ​ຜູ້ພະຍາກອນ​ຂອງ​ລາວ​ເວົ້າ​ຕົວະ​ລາວ.’ ເພິ່ນ​ຈຶ່ງ​ບອກ​ທູດສະຫວັນ​ອົງ​ນັ້ນ​ວ່າ ‘ໄປ​ໂລດ ເຈົ້າ​ຈະ​ຕົວະ​ລາວ​ໄດ້​ແນ່ນອນ.’ 22 ຕອນ​ນີ້​ພະ​ເຢໂຫວາ​ໄດ້​ໃຫ້​ທູດສະຫວັນ​ອົງ​ນັ້ນ​ມາ​ເຮັດ​ໃຫ້​ພວກ​ຜູ້ພະຍາກອນ​ທຸກ​ຄົນ​ຂອງ​ທ່ານ​ເວົ້າ​ຕົວະ​ທ່ານ+ ແຕ່​ພະ​ເຢໂຫວາ​ຕັດສິນ​ແລ້ວ​ວ່າ​ທ່ານ​ຈະ​ຕ້ອງ​ຕາຍ.”

23 ທັນໃດ​ນັ້ນ ເຊເດກີຢາ+​ລູກ​ຊາຍ​ຂອງ​ເຄນາອານາ​ກໍ​ເຂົ້າ​ມາ​ຕົບ​ໜ້າ+​ມີກາຢາ+​ແລະ​ເວົ້າ​ວ່າ: “ເຈົ້າ​ໝາຍ​ຄວາມ​ວ່າ​ພະລັງ​ຂອງ​ພະ​ເຢໂຫວາ​ອອກ​ຈາກ​ຂ້ອຍ​ແລ້ວ​ໄປ​ເວົ້າ​ກັບ​ເຈົ້າ​ຫວະ?”+ 24 ມີກາຢາ​ຕອບ​ວ່າ: “ແລ້ວ​ເຈົ້າ​ຈະ​ຮູ້​ໃນ​ມື້​ທີ່​ເຈົ້າ​ເຂົ້າ​ໄປ​ລີ້​ຢູ່​ຫ້ອງ​ທາງ​ໃນ.” 25 ກະສັດ​ອາຮາບ​ຈຶ່ງ​ບອກ​ວ່າ: “ເອົາ​ມີກາຢາ​ໄປ​ໃຫ້​ອາໂມນ​ທີ່​ເປັນ​ເຈົ້າ​ເມືອງ​ແລະ​ໂຢອາດ​ລູກ​ຊາຍ​ຂອງ​ກະສັດ. 26 ໃຫ້​ບອກ​ເຂົາ​ເຈົ້າ​ວ່າ ‘ກະສັດ​ສັ່ງ​ວ່າ “ຂັງ​ລາວ​ໄວ້​ໃນ​ຄຸກ+​ແລະ​ເອົາ​ເຂົ້າ​ເອົາ​ນ້ຳ​ໃຫ້​ລາວ​ກິນ​ໜ້ອຍ​ດຽວ​ຈົນ​ກວ່າ​ຂ້ອຍ​ຈະ​ກັບ​ມາ​ຢ່າງ​ປອດໄພ.”’” 27 ແຕ່​ມີກາຢາ​ບອກ​ວ່າ: “ຖ້າ​ທ່ານ​ກັບ​ມາ​ຢ່າງ​ປອດໄພ​ກໍ​ສະແດງ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ເວົ້າ​ຜ່ານ​ທາງ​ຂ້ອຍ.”+ ແລ້ວ​ລາວ​ກໍ​ເວົ້າ​ຕື່ມ​ອີກ​ວ່າ: “ໃຫ້​ທຸກ​ຄົນ​ຈື່​ຄຳເວົ້າ​ຂອງ​ຂ້ອຍ​ໄວ້​ເດີ້.”

28 ອາຮາບ​ກະສັດ​ອິດສະຣາເອນ​ແລະ​ເຢໂຮຊາຟັດ​ກະສັດ​ຢູດາ​ກໍ​ໄປ​ເມືອງ​ຣາໂມດ​ກິລຽດ.+ 29 ກະສັດ​ອາຮາບ​ເວົ້າ​ກັບ​ເຢໂຮຊາຟັດ​ວ່າ: “ຂ້ອຍ​ຈະ​ປອມ​ໂຕ​ແລະ​ເຂົ້າ​ໄປ​ຕໍ່ສູ້ ແຕ່​ໃຫ້​ເຈົ້າ​ໃສ່​ຊຸດ​ກະສັດ​ເດີ້.” ແລ້ວ​ກະສັດ​ອາຮາບ​ກໍ​ປອມ​ໂຕ ແລະ​ເຂົາ​ເຈົ້າ​ກໍ​ເຂົ້າ​ໄປ​ໃນ​ສະ​ໜາມ​ຮົບ. 30 ກະສັດ​ຊີເຣຍ​ໄດ້​ສັ່ງ​ພວກ​ຫົວ​ໜ້າ​ກອງ​ທັບ​ລົດ​ມ້າ​ວ່າ: “ພວກ​ເຈົ້າ​ຢ່າ​ຕໍ່ສູ້​ກັບ​ໃຜ​ບໍ່​ວ່າ​ຈະ​ມີ​ຕຳແໜ່ງ​ນ້ອຍ​ຫຼື​ຕຳແໜ່ງ​ໃຫຍ່ ແຕ່​ໃຫ້​ຕໍ່ສູ້​ກັບ​ກະສັດ​ອິດສະຣາເອນ​ເທົ່າ​ນັ້ນ.” 31 ເມື່ອ​ພວກ​ຫົວ​ໜ້າ​ກອງ​ທັບ​ລົດ​ມ້າ​ເຫັນ​ເຢໂຮຊາຟັດ ເຂົາ​ເຈົ້າ​ກໍ​ຄິດ​ວ່າ: “ຜູ້​ນີ້​ຕ້ອງ​ແມ່ນ​ກະສັດ​ອິດສະຣາເອນ​ແຫຼະ.” ເຂົາ​ເຈົ້າ​ຈຶ່ງ​ຫຸ້ມ​ໄປ​ຕໍ່ສູ້​ລາວ ແລ້ວ​ເຢໂຮຊາຟັດ​ກໍ​ຮ້ອງ​ໃຫ້​ຄົນ​ມາ​ຊ່ວຍ+ ແລະ​ພະ​ເຢໂຫວາ​ໄດ້​ຊ່ວຍ​ລາວ. ພະເຈົ້າ​ເຮັດ​ໃຫ້​ພວກ​ຊີເຣຍ​ໄປ​ອີກ​ທາງ​ໜຶ່ງ. 32 ເມື່ອ​ພວກ​ຫົວ​ໜ້າ​ກອງ​ທັບ​ລົດ​ມ້າ​ເຫັນ​ວ່າ​ບໍ່​ແມ່ນ​ກະສັດ​ອິດສະຣາເອນ ເຂົາ​ເຈົ້າ​ກໍ​ເຊົາ​ໄລ່​ນຳ​ລາວ​ທັນທີ.

33 ມີ​ທະຫານ​ຄົນ​ໜຶ່ງ​ຍິງ​ທະນູ ແລ້ວ​ບັງເອີນ​ໄປ​ຖືກ​ອາຮາບ​ກະສັດ​ອິດສະຣາເອນ​ຢູ່​ບ່ອນ​ຮອຍ​ຕໍ່​ຂອງ​ເສື້ອ​ເກາະ. ອາຮາບ​ຈຶ່ງ​ບອກ​ຄົນ​ຂັບ​ລົດ​ມ້າ​ຂອງ​ລາວ​ວ່າ: “ພາ​ຂ້ອຍ​ອອກ​ໄປ​ຈາກ​ນີ້​ໄວ​ໆ​ ຂ້ອຍ​ເຈັບ​ໜັກ​ຫຼາຍ.”+ 34 ເຂົາ​ເຈົ້າ​ຕໍ່ສູ້​ກັນ​ໝົດ​ມື້. ທະຫານ​ໄດ້​ໂຈມ​ກະສັດ​ອາຮາບ​ຢູ່​ເທິງ​ລົດ​ມ້າ​ແລະ​ໃຫ້​ລາວ​ປິ່ນ​ໜ້າ​ໄປ​ທາງ​ພວກ​ຊີເຣຍ​ຈົນ​ຮອດ​ຕອນ​ແລງ ແລ້ວ​ອາຮາບ​ກໍ​ຕາຍ​ຕອນ​ຕາເວັນ​ຕົກ​ດິນ.+

19 ແລ້ວ​ເຢໂຮຊາຟັດ​ກະສັດ​ຂອງ​ຢູດາ​ກໍ​ກັບ​ເມືອ​ວັງ​ຂອງ​ລາວ​ຢູ່​ເມືອງ​ເຢຣູຊາເລັມ​ຢ່າງ​ປອດໄພ.+ 2 ເຢຮູ+​ລູກຊາຍ​ຂອງ​ຜູ້ພະຍາກອນ*​ຮານານີ+​ກໍ​ໄປ​ຫາ​ກະສັດ​ເຢໂຮຊາຟັດ​ແລະ​ເວົ້າ​ກັບ​ລາວ​ວ່າ: “ທ່ານ​ຄິດ​ວ່າ​ທ່ານ​ເຮັດ​ຖືກ​ລະ​ບໍ​ທີ່​ໄປ​ຊ່ວຍ​ຄົນ​ຊົ່ວ+​ແລະ​ຮັກ​ຄົນ​ທີ່​ຊັງ​ພະ​ເຢໂຫວາ?+ ຍ້ອນ​ແນວ​ນີ້​ແຫຼະ ພະ​ເຢໂຫວາ​ຈຶ່ງ​ໃຈຮ້າຍ​ໃຫ້​ທ່ານ​ຫຼາຍ. 3 ແຕ່​ພະເຈົ້າ​ເຫັນ​ວ່າ​ທ່ານ​ຍັງ​ມີ​ສິ່ງ​ທີ່​ດີ​ຢູ່+ ຍ້ອນ​ທ່ານ​ທຳລາຍ​ເສົາ​ໄມ້​ສັກສິດ*​ຕ່າງ​ໆ​ໃຫ້​ໝົດ​ໄປ​ຈາກ​ຢູດາ​ແລະ​ຕັ້ງ​ໃຈ​ຮັບໃຊ້​ພະເຈົ້າ​ທ່ຽງແທ້.”+

4 ເຢໂຮຊາຟັດ​ຢູ່​ເມືອງ​ເຢຣູຊາເລັມ​ຕໍ່​ໄປ. ຈາກນັ້ນ ລາວ​ໄດ້​ໄປ​ຢາມ​ປະຊາຊົນ​ຕັ້ງ​ແຕ່​ເມືອງ​ເບເອເຊບາ​ຈົນຮອດ​ແຖວ​ພູ​ໃນ​ເຂດ​ເອຟຣາຢິມ+​ເພື່ອ​ຊ່ວຍ​ປະຊາຊົນ​ໃຫ້​ກັບ​ມາ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາເຈົ້າ.+ 5 ລາວ​ຍັງ​ໄດ້​ແຕ່ງຕັ້ງ​ຜູ້ຕັດສິນ​ຢູ່​ທົ່ວ​ຢູດາຕາມ​ເມືອງ​ຕ່າງ​ໆ​ທີ່​ມີ​ກຳແພງ​ອ້ອມ.+ 6 ເຢໂຮຊາຟັດ​ເວົ້າ​ກັບ​ພວກ​ຜູ້ຕັດສິນ​ວ່າ: “ຕອນ​ທີ່​ພວກ​ເຈົ້າ​ຕັດສິນ ໃຫ້ຄິດ​ຄັກ​ໆ​ ຍ້ອນ​ພວກ​ເຈົ້າ​ເຮັດ​ວຽກ​ໃຫ້​ພະ​ເຢໂຫວາ ບໍ່​ແມ່ນ​ເຮັດ​ວຽກ​ໃຫ້​ມະນຸດ. ເພິ່ນ​ຈະ​ຢູ່​ກັບ​ພວກ​ເຈົ້າ​ຕອນ​ທີ່​ພວກ​ເຈົ້າ​ຕັດສິນ.+ 7 ໃຫ້​ພວກ​ເຈົ້າ​ຢ້ານຢຳ​ພະ​ເຢໂຫວາ.+ ພວກ​ເຈົ້າ​ຈະ​ຕັດສິນ​ເລື່ອງ​ຫຍັງ​ກໍ​ໃຫ້ລະວັງ ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກເຮົາ​ຈະບໍ່​ຍອມ​ໃຫ້​ມີຜູ້ຕັດສິນ​ທີ່​ບໍ່​ຍຸຕິທຳ+ ລຳອຽງ+ ແລະ​ຮັບ​ສິນບົນ.”+

8 ສ່ວນ​ຢູ່​ເມືອງ​ເຢຣູຊາເລັມ ລາວ​ໄດ້​ແຕ່ງຕັ້ງ​ບາງຄົນ​ຈາກ​ພວກເລວີ ພວກ​ປະໂລຫິດ ແລະ​ພວກ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ໃຫ້​ເປັນ​ຜູ້ຕັດສິນ​ທີ່​ໃຊ້​ກົດໝາຍ​ຂອງ​ພະ​ເຢໂຫວາ​ເພື່ອ​ຕັດສິນ​ຄະດີ​ໃຫ້​ຄົນ​ທີ່​ຢູ່​ເມືອງ​ນີ້.+ 9 ເຢໂຮຊາຟັດ​ບອກ​ເຂົາເຈົ້າ​ວ່າ: “ພວກ​ເຈົ້າ​ຕ້ອງ​ເຮັດ​ວຽກ​ນີ້​ດ້ວຍ​ຄວາມ​ຢ້ານຢຳ​ພະ​ເຢໂຫວາ ດ້ວຍ​ຄວາມ​ສັດຊື່ ແລະ​ດ້ວຍ​ສຸດ​ຫົວໃຈ. 10 ເມື່ອ​ຄົນ​ຊາດ​ດຽວ​ກັນ​ຈາກ​ເມືອງ​ຕ່າງ​ໆ​ມາ​ຫາ​ພວກ​ເຈົ້າໃຫ້​ຕັດສິນຄະດີ​ຂ້າ​ຄົນ+ ຫຼື​ມາ​ຖາມ​ເລື່ອງ​ກົດໝາຍ ຄຳສັ່ງ ຂໍ້​ກຳນົດ ຫຼື​ການ​ຕັດສິນ ພວກ​ເຈົ້າ​ຕ້ອງ​ບອກ​ເຂົາເຈົ້າໃຫ້​ແຈ້ງ​ໆ​ວ່າ​ຕ້ອງ​ເຮັດ​ແນວໃດ​ເພື່ອ​ເຂົາເຈົ້າ​ຈະ​ບໍ່​ເຮັດ​ຜິດ​ກົດໝາຍ​ຂອງ​ພະ​ເຢໂຫວາ. ຄັນ​ບໍ່​ຊັ້ນ ເພິ່ນ​ຈະ​ໃຈຮ້າຍ​ໃຫ້​ພວກ​ເຈົ້າ​ກັບ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ພວກ​ເຈົ້າ. ພວກ​ເຈົ້າ​ຕ້ອງ​ເຮັດ​ແບບ​ນີ້​ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ມີ​ຄວາມ​ຜິດ. 11 ປະໂລຫິດ​ໃຫຍ່​ອາມາຣີຢາ​ຈະ​ເບິ່ງແຍງ​ຄະດີ​ຕ່າງ​ໆ​ທີ່​ກ່ຽວຂ້ອງ​ກັບ​ການ​ນະມັດສະການ​ພະ​ເຢໂຫວາ.+ ເຊບາດີຢາ​ທີ່​ເປັນ​ລູກຊາຍ​ຂອງ​ອິດຊະມາເອນ​ແລະ​ເປັນ​ຫົວໜ້າ​ຂອງ​ຕະກູນ​ຢູດາ​ຈະ​ເບິ່ງແຍງ​ຄະດີ​ຕ່າງ​ໆ​ທີ່​ກ່ຽວຂ້ອງ​ກັບ​ບ້ານ​ເມືອງ. ສ່ວນ​ພວກເລວີ​ຈະ​ເປັນ​ຜູ້ຊ່ວຍ​ພວກ​ເຈົ້າ. ຂໍ​ໃຫ້​ພວກ​ເຈົ້າ​ກ້າຫານ​ແລະດຸໝັ່ນເຮັດ​ວຽກ. ພະ​ເຢໂຫວາ​ຈະ​ຢູ່​ກັບ​ຜູ້​ທີ່​ເຮັດ​ສິ່ງ​ທີ່ຖືກຕ້ອງ.”+

20 ຕໍ່ມາ​ພວກ​ໂມອາບ+ ພວກ​ອຳໂມນ+ ແລະ​ພວກ​ອຳໂມນນິມ*​ໄດ້​ມາ​ເຮັດ​ສົງຄາມ​ຕໍ່ສູ້​ກັບ​ເຢໂຮຊາຟັດ. 2 ມີ​ຄົນ​ມາ​ບອກ​ເຢໂຮຊາຟັດ​ວ່າ: “ມີ​ກອງທັບ​ໃຫຍ່​ມາ​ຈາກ​ແຖວ​ທະເລ*​ຢູ່​ເອໂດມ+ ແລະ​ຕອນ​ນີ້​ເຂົາເຈົ້າ​ມາ​ຮອດ​ຮາຊາໂຊນຕາມາ​ໃນ​ເອັນເກດີ+​ແລ້ວ.” 3 ເຢໂຮຊາຟັດ​ຢ້ານ​ຫຼາຍ ລາວ​ຈຶ່ງ​ຕັ້ງ​ໃຈ​ຊອກ​ຫາ​ການຊີ້ນຳ​ຈາກ​ພະ​ເຢໂຫວາ+​ແລະ​ປະກາດ​ໃຫ້​ພວກ​ຢູດາ​ທຸກຄົນ​ອົດເຂົ້າ. 4 ພວກ​ຢູດາ​ກໍ​ມາ​ລວມ​ກັນ​ເພື່ອຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ.+ ເຂົາເຈົ້າ​ມາ​ຈາກ​ທຸກ​ເມືອງ​ຂອງ​ຢູດາ​ເພື່ອ​ຈະ​ມາ​ຖາມ​ພະ​ເຢໂຫວາ​ວ່າ​ຄວນ​ເຮັດ​ແນວໃດ.

5 ເຢໂຮຊາຟັດ​ຢືນ​ຂຶ້ນ​ຕໍ່​ໜ້າ​ປະຊາຊົນ​ທີ່​ມາ​ຈາກ​ທົ່ວ​ຢູດາ​ແລະ​ໃນ​ເມືອງ​ເຢຣູຊາເລັມ. ເຂົາເຈົ້າ​ກຳລັງ​ຢືນ​ຢູ່​ເດີ່ນ​ໃໝ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ. 6 ເຢໂຮຊາຟັດ​ອະທິດຖານ​ວ່າ:

“ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກເຮົາ ພະອົງ​ເປັນ​ພະເຈົ້າ​ອົງ​ດຽວ​ທີ່​ຢູ່ໃນ​ສະຫວັນ+ ພະອົງ​ມີ​ອຳນາດ​ເໜືອ​ທຸກ​ປະເທດ​ໃນ​ໂລກ​ນີ້+ ພະອົງ​ມີລິດເດດຫຼາຍ​ແລະ​ບໍ່​ມີ​ໃຜ​ຈະ​ຕໍ່ສູ້​ພະອົງ​ໄດ້.+ 7 ພະເຈົ້າ​ຂອງ​ພວກເຮົາ ພະອົງ​ໄດ້​ຊ່ວຍ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ພະອົງ​ໂດຍ​ໄລ່​ຊາດ​ຕ່າງ​ໆ​ອອກ​ຈາກ​ແຜ່ນດິນ​ນີ້ ແລ້ວ​ເອົາ​ໃຫ້​ລູກຫຼານ​ຂອງ​ອັບຣາຮາມ​ທີ່​ເປັນ​ໝູ່​ຂອງ​ພະອົງ​ເພື່ອ​ໃຫ້​ເປັນມໍລະດົກຂອງ​ເຂົາເຈົ້າ​ຕະຫຼອດ​ໄປ.+ 8 ເຂົາເຈົ້າ​ຢູ່​ໃນ​ແຜ່ນດິນ​ນີ້​ແລະ​ສ້າງວິຫານເພື່ອ​ສັນລະເສີນ​ຊື່​ຂອງ​ພະອົງ.+ ພວກເຮົາ​ເຄີຍ​ຂໍ​ໄວ້​ວ່າ 9 ‘ຖ້າ​ພວກເຮົາ​ເຈິ​ອັນຕະລາຍ​ແບບ​ໃດ​ກໍ​ຕາມ ບໍ່​ວ່າ​ຈະຖືກ​ສັດຕູ​ໂຈມຕີ ຖືກ​ຕັດສິນ​ລົງໂທດ ເຈິ​ກັບ​ໂລກລະບາດ ຫຼື​ຄວາມ​ອຶດຢາກ ແລ້ວ​ພວກເຮົາ​ມາ​ຢືນ​ຢູ່​ຕໍ່​ໜ້າ​ວິຫານ​ນີ້​ແລະ​ຕໍ່​ໜ້າ​ພະອົງ (ຍ້ອນ​ຊື່​ຂອງ​ພະອົງ​ຢູ່​ວິຫານ​ນີ້)+ ເພື່ອ​ຂໍ​ພະອົງ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຍາກ​ລຳບາກ ຂໍ​ພະອົງ​ຟັງ​ຄຳ​ອະທິດຖານ​ຂອງ​ພວກເຮົາ​ແລະ​ຊ່ວຍ​ພວກເຮົາ​ແດ່.’+ 10 ຕອນ​ທີ່​ພວກ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ ພະອົງ​ບໍ່​ໃຫ້​ເຂົາເຈົ້າ​ໂຈມຕີ​ພວກ​ອຳໂມນ ພວກ​ໂມອາບ ແລະ​ພວກ​ທີ່​ຢູ່​ເຂດພູໃນ​ເສອີ+ ເຂົາເຈົ້າ​ຈຶ່ງ​ບໍ່​ໄດ້​ໂຈມຕີ​ແລະ​ທຳລາຍ​ພວກ​ນີ້. ແຕ່​ຕອນ​ນີ້​ພວກ​ນີ້​ພັດ​ມາ​ໂຈມຕີ​ພວກເຮົາ.+ 11 ເຂົາເຈົ້າ​ເຮັດ​ຊົ່ວ​ຕອບ​ແທນ​ຄວາມ​ດີ​ແລະ​ກຳລັງ​ຈະ​ມາ​ໄລ່​ພວກເຮົາ​ອອກ​ຈາກ​ແຜ່ນດິນ​ທີ່​ພະອົງ​ເອົາ​ໃຫ້​ພວກເຮົາ​ເປັນ​ມໍລະດົກ.+ 12 ພະເຈົ້າ​ຂອງ​ພວກເຮົາ ພະອົງ​ຈະ​ບໍ່ລົງໂທດເຂົາເຈົ້າ​ເລີຍ​ບໍ?+ ກອງທັບ​ນີ້​ໃຫຍ່​ຫຼາຍ​ແລະ​ພວກເຮົາ​ກໍ​ບໍ່​ມີ​ກຳລັງ​ທີ່​ຈະ​ສູ້​ກັບ​ເຂົາເຈົ້າ. ພວກເຮົາ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວໃດ+ ແຕ່​ພວກເຮົາແນມ​ເບິ່ງພະອົງ​ຢູ່​ເພື່ອ​ໃຫ້​ພະອົງ​ມາ​ຊ່ວຍ​ພວກເຮົາ.”+

13 ໃນ​ຕອນນັ້ນ ພວກ​ຢູດາ​ທຸກຄົນກັບ​ເມຍ​ແລະ​ພວກ​ລູກ​ຂອງ​ເຂົາເຈົ້າ​ບໍ່​ວ່າ​ຈະ​ເປັນ​ຜູ້​ນ້ອຍ​ຫຼື​ຜູ້​ໃຫຍ່​ກໍ​ຢືນ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ.

14 ຕອນ​ທີ່​ເຂົາເຈົ້າ​ລວມ​ກັນ​ຢູ່​ຫັ້ນ ພະ​ເຢໂຫວາ​ໃຫ້​ພະລັງ​ຂອງ​ເພິ່ນ​ຢູ່​ກັບຄົນ​ເລວີທີ່​ຊື່​ຢາຮາຊີເອນ​ທີ່​ເປັນ​ລູກຫຼານ​ຂອງ​ອາສັບ. (ຢາຮາຊີເອນ​ເປັນ​ລູກຊາຍ​ຂອງ​ເຊຄາຣີຢາ ເຊຄາຣີຢາ​ເປັນ​ລູກຊາຍ​ຂອງ​ເບນາຢາ ເບນາຢາ​ເປັນ​ລູກຊາຍ​ຂອງ​ເຢອີເອນ ເຢອີເອນ​ເປັນ​ລູກ​ຊາຍ​ຂອງ​ມັດຕານີຢາ.) 15 ຢາຮາຊີເອນ​ເວົ້າ​ວ່າ: “ກະສັດ​ເຢໂຮຊາຟັດ ຄົນ​ໃນ​ຢູດາ ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ເອີ້ຍ ຂໍ​ໃຫ້​ຕັ້ງ​ໃຈ​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ. ເພິ່ນ​ບອກ​ວ່າ ‘ພວກ​ເຈົ້າ​ບໍ່​ຕ້ອງ​ຢ້ານ​ກອງທັບ​ໃຫຍ່​ນີ້ ເພາະ​ວ່າ​ສົງຄາມ​ນີ້​ບໍ່​ແມ່ນ​ສົງຄາມ​ຂອງ​ພວກ​ເຈົ້າ ແຕ່​ເປັນ​ສົງຄາມ​ຂອງ​ພະເຈົ້າ.+ 16 ມື້​ອື່ນ ໃຫ້​ອອກ​ໄປ​ຫາ​ເຂົາເຈົ້າ​ໂລດ. ເຂົາເຈົ້າ​ຈະ​ມາ​ທາງ​ທີ່​ຊື່​ວ່າ​ຊິດ. ພວກ​ເຈົ້າ​ຈະ​ເຈິ​ເຂົາເຈົ້າ​ຢູ່​ສຸດ​ຮ່ອມພູ*​ໃກ້​ໆ​ກັບ​ບ່ອນ​ກັນດານ​ເຢຣູເອນ. 17 ໃນ​ສົງຄາມ​ເທື່ອ​ນີ້​ພວກ​ເຈົ້າ​ຈະ​ບໍ່​ຕ້ອງ​ຕໍ່ສູ້. ໃຫ້​ເຂົ້າ​ປະຈຳ​ທີ່ ໃຫ້​ຢືນ​ຢູ່​ຊື່ໆ+ ບໍ່​ຕ້ອງ​ເຮັດ​ຫຍັງ ແລະ​ພະ​ເຢໂຫວາ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ.+ ຄົນ​ໃນ​ຢູດາ​ແລະ​ໃນ​ເມືອງ​ເຢຣູຊາເລັມ ບໍ່​ຕ້ອງ​ຢ້ານ.+ ມື້​ອື່ນ​ໃຫ້​ໄປ​ຫາ​ເຂົາເຈົ້າ​ໂລດ. ພະ​ເຢໂຫວາ​ຈະ​ຢູ່​ກັບ​ພວກ​ເຈົ້າ.’”+

18 ແລ້ວ​ເຢໂຮຊາຟັດ​ກໍ​ໝູບໜ້າ​ລົງ​ພື້ນ ຄົນ​ທີ່​ມາ​ຈາກ​ທົ່ວ​ຢູດາ​ແລະ​ຄົນ​ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ກໍ​ໝູບໜ້າ​ລົງ​ພື້ນ​ຕໍ່​ໜ້າ​ພະ​ເຢໂຫວາ​ເພື່ອ​ນະມັດສະການ​ພະ​ເຢໂຫວາ. 19 ຈາກນັ້ນ ຄົນ​ເລວີ​ທີ່​ເປັນ​ລູກຫຼານ​ຂອງ​ໂກຮາດ+​ແລະ​ລູກຫຼານ​ຂອງ​ໂກຣາ​ກໍ​ຢືນ​ຂຶ້ນ​ສັນລະເສີນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ດ້ວຍ​ສຽງ​ດັງແທ້ດັງວ່າ.+

20 ມື້​ຕໍ່ມາ ເຂົາເຈົ້າ​ຕື່ນ​ແຕ່​ເຊົ້າ​ແລ້ວ​ໄປ​ບ່ອນ​ກັນດານ​ເຕໂກອາ.+ ຕອນ​ທີ່​ເຂົາເຈົ້າ​ກຳລັງ​ອອກ​ໄປ ເຢໂຮຊາຟັດ​ກໍ​ຢືນ​ຂຶ້ນ​ແລະ​ເວົ້າ​ວ່າ: “ຄົນ​ຈາກ​ທົ່ວ​ຢູດາ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ເອີ້ຍ ຂໍ​ໃຫ້​ຟັງ​ຂ້ອຍ. ໃຫ້​ພວກ​ເຈົ້າ​ເຊື່ອ​ໃນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ແລ້ວ​ພວກ​ເຈົ້າ​ຈະ​ມີ​ຄວາມກ້າຫານ. ໃຫ້​ພວກ​ເຈົ້າ​ເຊື່ອ​ໃນ​ຜູ້ພະຍາກອນ​ຂອງ​ເພິ່ນ+ ແລ້ວ​ພວກ​ເຈົ້າ​ຈະຊະນະ.”

21 ຫຼັງຈາກ​ເຢໂຮຊາຟັດ​ເວົ້າ​ກັບປະຊາຊົນແລ້ວ ລາວ​ໄດ້​ແຕ່ງຕັ້ງ​ບາງຄົນ​ໃຫ້​ຮ້ອງເພງ​ແລະ​ສັນລະເສີນ​ພະ​ເຢໂຫວາ.+ ຄົນ​ເຫຼົ່ານີ້ນຸ່ງ​ເຄື່ອງບໍລິສຸດ​ແລະ​ຕອນ​ທີ່​ຍ່າງ​ອອກ​ໜ້າ​ພວກ​ທະຫານ ເຂົາເຈົ້າ​ຮ້ອງເພງ​ວ່າ: “ໃຫ້​ຂອບໃຈ​ພະ​ເຢໂຫວາ ຍ້ອນ​ເພິ່ນ​ມີ​ຄວາມຮັກ​ທີ່ໝັ້ນຄົງ​ຕະຫຼອດ​ໄປ.”+

22 ຕອນ​ທີ່​ເຂົາເຈົ້າ​ເລີ່ມ​ຮ້ອງເພງ​ສັນລະເສີນ​ຢ່າງ​ມີ​ຄວາມສຸກ ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ພວກ​ອຳໂມນ ພວກ​ໂມອາບ ແລະ​ພວກ​ທີ່​ຢູ່​ເຂດພູໃນ​ເສອີ​ທີ່​ກຳລັງ​ມາ​ໂຈມຕີ​ຢູດາຕົກໃຈແລະ​ໃຫ້​ເຂົາເຈົ້າ​ຂ້າ​ກັນ​ເອງ.+ 23 ພວກ​ອຳໂມນ​ກັບ​ພວກ​ໂມອາບ​ໄດ້​ຂ້າ​ພວກ​ທີ່​ຢູ່​ເຂດພູໃນ​ເສອີ.+ ຫຼັງຈາກ​ຂ້າ​ພວກ​ນີ້​ໝົດ​ແລ້ວ ເຂົາເຈົ້າ​ກໍ​ຂ້າ​ກັນ​ເອງ.+

24 ເມື່ອ​ພວກ​ຢູດາ​ມາ​ຮອດປ້ອມ​ຍາມ​ສູງ​ໆ​ທີ່​ຢູ່​ບ່ອນ​ກັນດານ+ ແລ້ວ​ແນມ​ໄປ​ບ່ອນ​ທີ່​ກອງທັບ​ໃຫຍ່​ນັ້ນ​ມາ ເຂົາເຈົ້າ​ກໍ​ເຫັນ​ສົບ​ທະຫານ​ເຕັມ​ຢູ່​ແຖວ​ນັ້ນ+ ບໍ່​ມີ​ໃຜ​ລອດ​ຈັກ​ຄົນ. 25 ເຢໂຮຊາຟັດ​ກັບ​ຄົນ​ຂອງ​ລາວ​ກໍ​ພາກັນ​ໄປ​ເອົາ​ເຄື່ອງ​ຂອງ​ພວກ​ນັ້ນ. ເຂົາເຈົ້າ​ໄດ້​ແກ້​ເອົາ​ເຄື່ອງນຸ່ງ​ແລະ​ປົດ​ເອົາເຄື່ອງ​ທີ່​ມີ​ຄ່າຈາກສົບ​ຂອງ​ທະຫານ. ເຄື່ອງ​ເຫຼົ່ານັ້ນ​ມີ​ຫຼາຍແທ້ຫຼາຍວ່າ.+ ເຂົາເຈົ້າ​ຕ້ອງ​ຂົນ 3 ມື້​ຈຶ່ງ​ເອົາ​ໄປ​ໄດ້​ໝົດ. 26 ໃນ​ມື້​ທີ 4 ພວກ​ຢູດາ​ກໍ​ໄປ​ລວມ​ກັນ​ຢູ່​ຮ່ອມພູ​ເບຣາກາ​ເພື່ອ​ສັນລະເສີນ*​ພະ​ເຢໂຫວາ​ຢູ່​ຫັ້ນ. ເຂົາເຈົ້າ​ເອີ້ນ​ບ່ອນ​ນັ້ນ​ວ່າ​ຮ່ອມພູ​ເບຣາກາ*+​ຈົນຮອດ​ທຸກ​ມື້​ນີ້.

27 ຈາກນັ້ນ ເຢໂຮຊາຟັດ​ກໍ​ພາ​ຄົນ​ທີ່​ຢູ່​ຢູດາ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ກັບ​ໄປ​ເມືອງ​ເຢຣູຊາເລັມ​ຢ່າງ​ມີ​ຄວາມສຸກ ຍ້ອນ​ພະ​ເຢໂຫວາ​ຊ່ວຍ​ເຂົາເຈົ້າ​ໃຫ້​ຊະນະ​ພວກ​ສັດຕູ.+ 28 ຕອນ​ທີ່​ເຂົ້າ​ໄປ​ໃນ​ເມືອງ​ເຢຣູຊາເລັມ ເຂົາເຈົ້າ​ຫຼິ້ນ​ເຄື່ອງ​ດົນຕີ​ທີ່ມີ​ສາຍ ດີດ​ພິນ+ ແລະ​ເປົ່າ​ແກ​ໄປ​ນຳ+ ແລ້ວ​ເຂົາເຈົ້າ​ກໍ​ພາກັນ​ໄປ​ວິຫານ​ຂອງ​ພະ​ເຢໂຫວາ.+ 29 ເມື່ອ​ປະເທດ​ຕ່າງ​ໆ​ໄດ້​ຍິນ​ວ່າ​ພະ​ເຢໂຫວາ​ຕໍ່ສູ້​ກັບ​ສັດຕູ​ແທນ​ພວກ​ອິດສະຣາເອນ ເຂົາເຈົ້າ​ກໍ​ຢ້ານ​ເພິ່ນ​ຫຼາຍ.+ 30 ຍ້ອນ​ແນວ​ນີ້ ແຜ່ນດິນ​ຂອງ​ເຢໂຮຊາຟັດ​ຈຶ່ງ​ສະຫງົບ​ສຸກ​ແລະ​ພະເຈົ້າ​ໄດ້​ເບິ່ງແຍງ​ບໍ່​ໃຫ້​ມີສັດຕູມາ​ໂຈມຕີ​ເຂົາເຈົ້າ.+

31 ເຢໂຮຊາຟັດ​ປົກຄອງ​ຢູດາ​ຕໍ່​ໄປ. ລາວ​ເປັນ​ກະສັດ​ຕອນ​ອາຍຸ 35 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 25 ປີ. ແມ່​ຂອງ​ລາວ​ຊື່​ອາຊູບາເປັນ​ລູກສາວ​ຂອງ​ຊິນຮີ.+ 32 ລາວ​ເຮັດ​ທຸກຢ່າງ​ຄື​ກັບ​ອາຊາ​ພໍ່​ຂອງ​ລາວ+ ແລະ​ສິ່ງ​ໃດ​ທີ່​ພໍ່​ຂອງ​ລາວ​ບໍ່​ເຮັດ ລາວ​ກໍ​ບໍ່​ເຮັດ​ຄືກັນ. ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ.+ 33 ແຕ່​ລາວ​ບໍ່​ໄດ້​ທຳລາຍ​ບ່ອນ​ນະມັດສະການ​ພະເຈົ້າປອມ+ ແລະ​ປະຊາຊົນ​ກໍ​ບໍ່​ໄດ້​ຕັ້ງ​ໃຈ​ນະມັດສະການ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາເຈົ້າ.+

34 ເລື່ອງ​ຕ່າງ​ໆ​ຂອງ​ເຢໂຮຊາຟັດ​ຕັ້ງ​ແຕ່​ຕົ້ນ​ຈົນ​ຈົບ​ກໍ​ຂຽນ​ໄວ້​ໃນ​ບັນທຶກ​ຂອງ​ເຢຮູ+​ລູກຊາຍ​ຂອງ​ຮານານີ+ ເຊິ່ງ​ລວມ​ຢູ່​ໃນ​ປຶ້ມ​ຂອງ​ພວກ​ກະສັດ​ອິດສະຣາເອນ. 35 ຕໍ່ມາ ເຢໂຮຊາຟັດ​ກະສັດ​ຂອງ​ຢູດາ​ກໍ​ໄປ​ເປັນ​ໝູ່​ກັບ​ອາຮາຊີຢາ​ກະສັດ​ຂອງ​ອິດສະຣາເອນ​ທີ່​ເປັນ​ຄົນ​ຊົ່ວ.+ 36 ເຢໂຮຊາຟັດ​ຊວນ​ອາຮາຊີຢາ​ມາ​ເຮັດ​ເຮືອ​ນຳ​ກັນ​ເພື່ອ​ຈະ​ສົ່ງ​ໄປ​ຕາຊິດ.+ ເຂົາເຈົ້າ​ເຮັດ​ເຮືອ​ຢູ່​ເອັດຊີໂອນເກເບ.+ 37 ແຕ່​ເອລີເອເຊ​ລູກຊາຍ​ຂອງ​ໂດດາວາຮູ​ຈາກ​ເມືອງ​ມາເຣຊ້າ​ເວົ້າ​ຄຳ​ພະຍາກອນ​ໃຫ້​ເຢໂຮຊາຟັດ​ຟັງ​ວ່າ: “ຍ້ອນ​ທ່ານ​ໄປ​ເປັນ​ໝູ່​ກັບ​ອາຮາຊີຢາ ພະ​ເຢໂຫວາ​ຈະ​ທຳລາຍໂຄງການຂອງ​ທ່ານ.”+ ເຮືອ​ເຫຼົ່ານັ້ນ​ຈຶ່ງ​ແຕກ+​ແລະ​ເຂົາເຈົ້າ​ກໍ​ໄປ​ຕາຊິດ​ບໍ່​ໄດ້.

21 ຕໍ່ມາ ເຢໂຮຊາຟັດ​ກໍ​ຕາຍ​ແລະ​ເຂົາ​ເຈົ້າ​ຝັງ​ລາວ​ໄວ້​ກັບ​ປູ່ຍ່າຕານາຍ​ຂອງ​ລາວ​ຢູ່​ເມືອງ​ຂອງ​ດາວິດ. ເຢໂຮຣາມ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.+ 2 ເຢໂຮຣາມ​ມີ​ນ້ອງຊາຍ​ຊື່​ອາຊາຣີຢາ ເຢຮີເອນ ເຊຄາຣີຢາ ອາຊາຣີຢາ ມີກາເອນ ແລະ​ເຊຟາຕີຢາ. ທັງ​ໝົດ​ນີ້​ແມ່ນ​ລູກ​ຊາຍ​ຂອງ​ເຢໂຮຊາຟັດ​ກະສັດ​ຂອງ​ອິດສະຣາເອນ. 3 ເຢໂຮຊາຟັດ​ພໍ່​ຂອງ​ເຂົາ​ເຈົ້າ​ໄດ້​ເອົາ​ເງິນ​ເອົາ​ຄຳ​ຫຼາຍ​ແທ້​ຫຼາຍ​ວ່າ​ກັບ​ສິ່ງ​ທີ່​ມີ​ຄ່າ​ອື່ນ​ໆ​ແລະເມືອງ​ຕ່າງ​ໆ​ໃນ​ຢູດາ​ທີ່​ມີ​ກຳແພງ​ອ້ອມ+​ໃຫ້​ເຂົາ​ເຈົ້າ. ແຕ່​ເຢໂຮຊາຟັດ​ໃຫ້​ເຢໂຮຣາມ​ເປັນ​ກະສັດ​ປົກຄອງ​ຢູດາ+ ຍ້ອນ​ເຢໂຮຣາມ​ເປັນ​ລູກກົກ.

4 ເມື່ອ​ເຢໂຮຣາມ​ໄດ້​ເປັນ​ກະສັດ​ແລ້ວ ລາວກໍ​ຂ້າ​ນ້ອງຊາຍ​ທຸກ​ຄົນ​ຂອງ​ລາວ+​ເພື່ອ​ເຮັດ​ໃຫ້​ຕຳແໜ່ງ​ຂອງ​ໂຕເອງ​ໝັ້ນຄົງ ແລະ​ຂ້າ​ພວກ​ເຈົ້ານາຍ​ບາງຄົນ​ຂອງ​ອິດສະຣາເອນ. 5 ເຢໂຮຣາມ​ເປັນ​ກະສັດ​ຕອນ​ອາຍຸ 32 ປີ ແລະ​ລາວ​ປົກ​ຄອງ​ຢູ່​ເມືອງ​ເຢຣູຊາເລັມ 8 ປີ.+ 6 ລາວ​ເຮັດ​ຊົ່ວ​ຄື​ກັບ​ຄອບຄົວ​ຂອງ​ອາຮາບ​ແລະ​ກະສັດ​ອົງ​ອື່ນ​ໆ​ຂອງ​ອິດສະຣາເອນ+ ຍ້ອນ​ລາວ​ແຕ່ງດອງ​ກັບ​ລູກສາວ​ຂອງ​ອາຮາບ.+ ລາວ​ບໍ່​ເຊົາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ. 7 ແຕ່​ພະ​ເຢໂຫວາ​ບໍ່​ຢາກ​ທຳລາຍ​ລູກ​ຫຼານ​ຂອງ​ດາວິດ​ຍ້ອນ​ເຫັນ​ແກ່​ດາວິດ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ+ ເພາະ​ເພິ່ນ​ໄດ້​ສັນຍາ​ວ່າ​ດາວິດ​ກັບ​ລູກຫຼານ​ຂອງ​ລາວ​ຈະປົກ​ຄອງ*​ຕໍ່​ໆ​ໄປ.+

8 ໃນ​ສະໄໝ​ຂອງ​ກະສັດ​ເຢໂຮຣາມ ພວກ​ເອໂດມ​ໄດ້ກະບົດຕໍ່​ຢູດາ+​ແລະ​ຕັ້ງ​ກະສັດ​ຂຶ້ນ​ມາ​ເອງ.+ 9 ເຢໂຮຣາມ​ກັບ​ພວກ​ຫົວ​ໜ້າ​ກອງ​ທັບ​ຈຶ່ງ​ພາ​ກອງ​ທັບ​ລົດມ້າ​ທັງ​ໝົດ​ຂ້າມ​ໄປ​ເອໂດມ. ເມື່ອ​ຂ້າມ​ໄປ​ແລ້ວ ພວກ​ເອໂດມ​ກໍ​ມາ​ລ້ອມ​ເຢໂຮຣາມ​ກັບ​ພວກ​ຫົວ​ໜ້າ​ກອງ​ທັບ​ລົດມ້າ. ເຢໂຮຣາມ​ໄດ້​ໂຈມຕີ​ພວກ​ນັ້ນ​ໃນ​ຕອນ​ກາງຄືນ​ແລະ​ເອົາ​ຊະນະ​ເຂົາ​ເຈົ້າ​ໄດ້. 10 ເອໂດມ​ໄດ້​ກະບົດ​ຕໍ່​ຢູດາ​ຈົນ​ຮອດ​ທຸກ​ມື້​ນີ້. ໃນ​ສະໄໝ​ຂອງ​ກະສັດ​ເຢໂຮຣາມ ເມືອງ​ລິບນາ+​ກໍ​ກະບົດ​ຕໍ່​ຢູດາ​ຄື​ກັນ ຍ້ອນ​ເຢໂຮຣາມ​ປະຖິ້ມ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ລາວ.+ 11 ລາວ​ຍັງ​ໄດ້​ສ້າງ​ບ່ອນ​ນະມັດສະການ​ຕ່າງ​ໆ​+​ໄວ້​ຢູ່​ເທິງ​ພູ​ຂອງ​ຢູດາ ເຊິ່ງ​ເປັນ​ຕົ້ນເຫດ​ເຮັດ​ໃຫ້​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ບໍ່​ສັດຊື່​ຕໍ່​ພະເຈົ້າ*​ແລະ​ລາວ​ພາ​ຄົນ​ຢູດາ​ເຮັດ​ຜິດ.

12 ຜູ້ພະຍາກອນ​ເອລີຢາ+​ຈຶ່ງ​ສົ່ງ​ຈົດໝາຍ​ໄປ​ຫາ​ເຢໂຮຣາມ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ດາວິດ​ປູ່ຍ່າຕານາຍ​ຂອງ​ເຈົ້າ​ບອກ​ວ່າ ‘ເຈົ້າບໍ່​ໄດ້​ເຮັດ​ຄືກັບ​ເຢໂຮຊາຟັດ+​ພໍ່​ຂອງ​ເຈົ້າ​ແລະ​ບໍ່​ໄດ້​ເຮັດ​ຄື​ກັບ​ອາຊາ+​ກະສັດ​ຢູດາ. 13 ແຕ່​ເຈົ້າ​ເຮັດ​ຄື​ກັບ​ພວກ​ກະສັດ​ອິດສະຣາເອນ+​ແລະເປັນ​ຕົ້ນ​ເຫດ​ເຮັດໃຫ້​ຄົນ​ຢູດາ​ກັບ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ບໍ່​ສັດຊື່​ຕໍ່​ພະເຈົ້າ+​ຄື​ກັບ​ຄອບຄົວ​ຂອງ​ອາຮາບ+ ແລະ​ເຈົ້າ​ຍັງ​ໄດ້​ຂ້າ​ພວກ​ນ້ອງຊາຍ​ຂອງ​ໂຕເອງ+​ທີ່​ເປັນລູກ​ຂອງ​ພໍ່​ເຈົ້າເຊິ່ງ​ເຂົາ​ເຈົ້າ​ດີ​ກວ່າ​ເຈົ້າ​ຊ້ຳ. 14 ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ຈະ​ລົງໂທດ​ປະຊາຊົນ​ຂອງ​ເຈົ້າ ພວກ​ລູກ​ພວກ​ເມຍ​ຂອງ​ເຈົ້າ ແລະເພິ່ນ​ຈະ​ທຳລາຍ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເປັນ​ຂອງ​ເຈົ້າ. 15 ເຈົ້າ​ຈະ​ເປັນ​ພະຍາດ​ຫຼາຍ​ຢ່າງ​ແລະ​ຈະ​ເຈັບໜັກ​ຂຶ້ນ​ເລື້ອຍ​ໆ​. ເຈົ້າ​ຈະ​ເປັນ​ພະຍາດ​ລຳ​ໄສ້​ນຳ​ແລະ​ໄສ້​ຂອງ​ເຈົ້າ​ຈະ​ໂລ່​ອອກ​ມາ.’”

16 ພະ​ເຢໂຫວາ​ໄດ້​ໃຫ້​ພວກ​ຟີລິດສະຕີນ+​ກັບ​ພວກ​ອາຣັບ+​ທີ່​ຢູ່​ໃກ້​ກັບ​ເອທິໂອເປຍ​ມາໂຈມຕີ+​ເຢໂຮຣາມ. 17 ເຂົາ​ເຈົ້າ​ໄດ້​ບຸກ​ເຂົ້າ​ມາ​ໃນ​ຢູດາ​ແລະ​ເອົາ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຢູ່​ໃນ​ວັງ​ຂອງ​ກະສັດ​ໄປ.+ ເຂົາ​ເຈົ້າ​ໄດ້​ຈັບ​ເອົາ​ພວກ​ລູກ​ພວກ​ເມຍ​ຂອງ​ລາວ​ໄປ​ນຳ​ແລະ​ປະ​ແຕ່​ເຢໂຮອາຮາດ*+​ທີ່​ເປັນ​ລູກ​ຊາຍ​ຫຼ້າ​ໄວ້​ກັບ​ລາວ. 18 ຫຼັງ​ຈາກ​ນັ້ນ ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ເຢໂຮຣາມ​ເປັນ​ພະຍາດ​ລຳ​ໄສ້​ທີ່​ປົວ​ບໍ່​ໄດ້.+ 19 ສອງ​ປີ​ຕໍ່ມາ ພະຍາດ​ທີ່​ລາວ​ເປັນ​ເຮັດ​ໃຫ້​ໄສ້​ຂອງ​ລາວ​ໂລ່​ອອກ​ມາ ແລ້ວ​ລາວ​ກໍ​ຕາຍ​ຢ່າງ​ທໍລະມານ​ຍ້ອນ​ພະຍາດ​ນັ້ນ. ເຖິງ​ວ່າ​ປະຊາຊົນ​ເຄີຍ​ເຜົາ​ເຄື່ອງຫອມ​ໃນ​ພິທີ​ສົ່ງສະການ​ຂອງ​ປູ່ຍ່າຕານາຍ​ຂອງ​ເຢໂຮຣາມ ແຕ່​ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ​ແບບ​ນັ້ນ​ໃຫ້​ລາວ.+ 20 ເຢໂຮຣາມ​ເປັນ​ກະສັດ​ຕອນ​ອາຍຸ 32 ປີ​ແລະ​ລາວ​ປົກ​ຄອງ​ຢູ່​ເມືອງ​ເຢຣູຊາເລັມ 8 ປີ. ຕອນ​ທີ່​ລາວ​ຕາຍ​ບໍ່​ມີ​ໃຜ​ເສຍໃຈ​ເລີຍ. ເຂົາ​ເຈົ້າ​ຝັງ​ລາວ​ໄວ້​ຢູ່​ເມືອງ​ຂອງ​ດາວິດ+ ແຕ່​ບໍ່​ແມ່ນ​ໃນ​ບ່ອນ​ຝັງ​ສົບ​ຂອງ​ພວກ​ກະສັດ.+

22 ຕໍ່ມາ ປະຊາຊົນ​ໃນ​ເມືອງ​ເຢຣູຊາເລັມ​ໄດ້​ຕັ້ງ​ອາຮາຊີຢາ​ລູກ​ຊາຍ​ຫຼ້າ​ຂອງ​ເຢໂຮຣາມ​ເປັນ​ກະສັດ​ແທນ​ພໍ່ ຍ້ອນ​ພວກ​ກຸ່ມ​ໂຈນ​ທີ່​ມາ​ກັບ​ພວກ​ອາຣັບ​ໄດ້​ບຸກ​ຄ້າຍ​ຂອງ​ພວກ​ຢູດາແລະ​ຂ້າ​ພວກ​ອ້າຍ​ຂອງ​ລາວ​ຕາຍ​ໝົດ.+ ອາຮາຊີຢາ​ລູກ​ຊາຍ​ຂອງ​ເຢໂຮຣາມ​ຈຶ່ງ​ເປັນ​ກະສັດ​ປົກຄອງ​ຢູດາ.+ 2 ອາຮາຊີຢາ​ເປັນ​ກະສັດ​ຕອນ​ອາຍຸ 22 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 1 ປີ. ແມ່​ຂອງ​ລາວ​ຊື່​ອາທາລີຢາ+​ເປັນ​ຫຼານ​ສາວ*​ຂອງ​ອົມຣີ.+

3 ອາຮາຊີຢາ​ເຮັດ​ຊົ່ວ​ຄື​ກັບ​ຄອບຄົວ​ຂອງ​ອາຮາບ+​ຍ້ອນ​ແມ່​ຂອງ​ລາວ​ສອນ​ແຕ່​ແນວ​ຊົ່ວ​ໆ​ໃຫ້. 4 ອາຮາຊີຢາ​ບໍ່​ເຊົາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ. ລາວ​ເຮັດ​ຊົ່ວຄື​ກັບ​ຄອບຄົວ​ຂອງ​ອາຮາບ ຍ້ອນ​ວ່າ​ຫຼັງ​ຈາກ​ທີ່​ພໍ່​ລາວ​ຕາຍ ຄົນ​ໃນ​ຄອບຄົວ​ຂອງ​ອາຮາບ​ໄດ້​ມາ​ເປັນ​ທີ່​ປຶກສາ​ໃຫ້​ລາວ. ສະນັ້ນ ລາວ​ຈຶ່ງ​ເຈິ​ຄວາມ​ຈິບຫາຍ. 5 ອາຮາຊີຢາ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ເຂົາ​ເຈົ້າ ລາວ​ຈຶ່ງ​ໄປ​ເມືອງ​ຣາໂມດ​ກິລຽດ+​ກັບ​ເຢໂຮຣາມ​ລູກ​ຊາຍ​ຂອງ​ອາຮາບ​ກະສັດ​ຂອງ​ອິດສະຣາເອນ​ເພື່ອ​ເຮັດ​ສົງຄາມ​ກັບ​ຮາຊາເອນ+​ກະສັດ​ຂອງ​ຊີເຣຍ. ເຢໂຮຣາມ​ຖືກ​ທະຫານ​ຍິງ​ທະນູ​ໃສ່​ຈົນ​ບາດເຈັບ. 6 ລາວ​ຈຶ່ງ​ກັບ​ໄປ​ເມືອງ​ເຢດຊະເຣເອນ+​ເພື່ອ​ປົວ​ບາດ​ທີ່​ຖືກ​ພວກ​ຊີເຣຍ​ຍິງ​ທະນູ​ໃສ່​ຕອນ​ທີ່​ສູ້​ກັບ​ຮາຊາເອນ​ກະສັດ​ຂອງ​ຊີເຣຍ​ຢູ່​ເມືອງ​ຣາມາ.*+

ອາຮາຊີຢາ*​ລູກ​ຊາຍ​ຂອງ​ເຢໂຮຣາມ+​ກະສັດ​ຢູດາ​ຈຶ່ງ​ໄປ​ຢາມ​ເຢໂຮຣາມ+​ລູກ​ຊາຍ​ຂອງ​ອາຮາບ​ຢູ່​ເມືອງ​ເຢດຊະເຣເອນ​ຍ້ອນ​ລາວ​ບາດເຈັບ.*+ 7 ແຕ່ພະເຈົ້າ​ເຮັດ​ໃຫ້​ການ​ໄປ​ຢາມ​ເຢໂຮຣາມ​ເທື່ອ​ນີ້​ເປັນ​ສາເຫດ​ໃຫ້​ອາຮາຊີຢາ​ຕ້ອງ​ຕາຍ. ຕອນ​ນັ້ນ ອາຮາຊີຢາ​ກັບ​ເຢໂຮຣາມ​ໄປ​ຫາ​ເຢຮູ+​ທີ່​ເປັນ​ຫຼານ​ຊາຍ*​ຂອງ​ນິມຊີ. ພະ​ເຢໂຫວາ​ໄດ້​ແຕ່ງຕັ້ງ​ເຢຮູ​ໃຫ້​ກຳຈັດ​ຄອບຄົວ​ຂອງ​ອາຮາບ.+ 8 ຕອນ​ທີ່​ເຢຮູ​ເລີ່ມ​ກຳຈັດ​ຄອບຄົວ​ຂອງ​ອາຮາບ ລາວ​ໄດ້​ເຈິ​ກັບ​ພວກ​ເຈົ້າ​ນາຍ​ຂອງ​ຢູດາ​ກັບ​ພວກຫຼານ​ຊາຍ*​ຂອງ​ອາຮາຊີຢາ​ທີ່​ເຮັດ​ວຽກ​ໃຫ້​ອາຮາຊີຢາ ເຢຮູ​ຈຶ່ງ​ຂ້າ​ເຂົາ​ເຈົ້າ.+ 9 ແລ້ວ​ເຢຮູໃຫ້​ຄົນ​ໄປ​ຊອກຈັບ​ອາຮາຊີຢາ​ແລະ​ເຂົາ​ເຈົ້າ​ຈັບ​ລາວ​ໄດ້​ຢູ່​ບ່ອນ​ທີ່​ລາວ​ລີ້​ໃນ​ເມືອງ​ຊາມາເຣຍ. ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ພາ​ລາວ​ມາ​ຫາ​ເຢຮູ​ແລະ​ຂ້າ​ລາວ. ແຕ່​ເຂົາ​ເຈົ້າ​ຕັດສິນໃຈ​ຝັງ​ລາວ+ ຍ້ອນ​ເຂົາ​ເຈົ້າ​ໄດ້​ລົມ​ກັນ​ວ່າ: “ຈັ່ງ​ໃດລາວ​ກໍ​ເປັນ​ຫຼານ​ຊາຍ​ຂອງ​ເຢໂຮຊາຟັດ​ທີ່​ຮັບ​ໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ.”+ ເມື່ອ​ອາຮາຊີຢາ​ຕາຍ​ກໍ​ບໍ່​ມີ​ໃຜ​ໃນ​ຄອບຄົວ​ຂອງ​ລາວ​ມີ​ອຳນາດ​ທີ່​ຈະ​ປົກຄອງ​ປະເທດ.

10 ເມື່ອ​ອາທາລີຢາ+​ແມ່​ຂອງ​ອາຮາຊີຢາ​ເຫັນ​ວ່າ​ລູກ​ຊາຍ​ຂອງ​ໂຕເອງ​ຕາຍ​ແລ້ວ ລາວ​ກໍ​ຂ້າ​ທຸກ​ຄົນ​ທີ່​ມີ​ສິດ​ຈະ​ເປັນ​ກະສັດ​ຂອງ​ຢູດາ.+ 11 ແຕ່​ເຢໂຮຊາເບອາ*​ລູກສາວ​ຂອງ​ກະສັດ​ເຢໂຮຣາມ+ (ເຢໂຮຊາເບອາ​ເປັນ​ເມຍ​ຂອງ​ປະໂລຫິດ​ເຢໂຮຢາດາ+​ແລະ​ເປັນ​ເອື້ອຍ​ຂອງ​ອາຮາຊີຢາ.) ໄດ້​ລັກ​ເອົາ​ເຢໂຮອາດ+​ລູກ​ຊາຍ​ຂອງ​ອາຮາຊີຢາ​ອອກ​ມາ​ຈາກ​ພວກ​ລູກ​ຊາຍ​ຂອງ​ກະສັດ​ທີ່​ຈະ​ຕ້ອງ​ຖືກ​ຂ້າ. ເຢໂຮຊາເບອາ​ໄດ້​ເອົາ​ເຢໂຮອາດ​ກັບ​ເອື້ອຍ​ລ້ຽງ​ໄປ​ເຊື່ອງ​ຢູ່​ຫ້ອງ​ນອນ. ລາວ​ເຊື່ອງ​ເຢໂຮອາດ​ໄວ້​ບໍ່​ໃຫ້​ອາທາລີຢາ​ຮູ້ ເຢໂຮອາດ​ຈຶ່ງ​ບໍ່​ຖືກ​ອາທາລີຢາ​ຂ້າ.+ 12 ໃນ​ໄລຍະ 6 ປີ​ທີ່​ອາທາລີຢາ​ປົກຄອງ ເຂົາ​ເຈົ້າ​ເຊື່ອງ​ເຢໂຮອາດ​ໄວ້​ໃນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້.

23 ໃນ​ປີ​ທີ 7* ປະໂລຫິດ​ເຢໂຮຢາດາ​ໄດ້​ສະແດງ​ຄວາມ​ກ້າຫານ​ແລະ​ເຮັດ​ສັນຍາ​ກັບ​ພວກ​ຫົວ​ໜ້າ​ກອງ​ຮ້ອຍ​ບາງຄົນ.+ ພວກ​ຫົວ​ໜ້າ​ເຫຼົ່າ​ນັ້ນ​ມີ: ອາຊາຣີຢາ​ລູກ​ຊາຍ​ຂອງ​ເຢໂຣຮາມ ອິດຊະມາເອນ​ລູກ​ຊາຍ​ຂອງ​ເຢໂຮຮານັນ ອາຊາຣີຢາ​ລູກ​ຊາຍ​ຂອງ​ໂອເບັດ ມາອາເສຢາ​ລູກ​ຊາຍ​ຂອງ​ອາດາຢາ ແລະ​ເອລີຊາຟັດ​ລູກ​ຊາຍ​ຂອງ​ຊິກຣີ. 2 ຫຼັງ​ຈາກ​ນັ້ນ ພວກ​ຫົວ​ໜ້າ​ກອງ​ຮ້ອຍ​ກໍ​ເດີນ​ທາງ​ໄປ​ທົ່ວ​ຢູດາ​ເພື່ອ​ລວບລວມ​ພວກເລວີ+​ຈາກ​ທຸກ​ເມືອງ​ໃນ​ຢູດາ​ແລະ​ພວກ​ຫົວ​ໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ຂອງ​ອິດສະຣາເອນ ແລ້ວ​ພາ​ເຂົາ​ເຈົ້າ​ມາ​ເມືອງ​ເຢຣູຊາເລັມ. 3 ເມື່ອ​ມາ​ຮອດ​ແລ້ວ ທຸກ​ຄົນ​ກໍ​ມາ​ລວມ​ກັນ​ເພື່ອ​ເຮັດ​ສັນຍາ+​ກັບ​ກະສັດ​ຢູ່​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້. ເຢໂຮຢາດາ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ:

“ລູກ​ຊາຍ​ຂອງ​ກະສັດ​ຈະ​ໄດ້​ປົກຄອງ​ຄື​ກັບ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້​ກ່ຽວ​ກັບ​ລູກ​ຫຼານ​ຂອງ​ດາວິດ.+ 4 ພວກ​ເຈົ້າ​ຕ້ອງ​ເຮັດ​ແບບ​ນີ້ ສຳລັບ​ພວກ​ປະໂລຫິດ​ແລະ​ພວກເລວີ​ທີ່​ຕ້ອງ​ເຮັດ​ວຽກ​ໃນ​ວັນ​ຊະບາໂຕ+​ໃຫ້​ແບ່ງ​ອອກ​ເປັນ 3 ກຸ່ມ​ນ້ອຍ. ກຸ່ມ​ທີ 1 ໃຫ້​ຍາມ​ປະຕູ+ 5 ກຸ່ມ​ທີ 2 ໃຫ້​ຍາມ​ວັງ​ຂອງ​ກະສັດ+ ແລະ​ກຸ່ມ​ທີ 3 ໃຫ້​ຍາມປະຕູທີ່​ຊື່​ວ່າ​ປະຕູ​ຮາກຖານ. ສ່ວນ​ຄົນ​ອື່ນ​ໆ​ຈະ​ຢູ່​ເດີ່ນ​ວິຫານ​ຂອງ​ພະ​ເຢໂຫວາ.+ 6 ຢ່າ​ໃຫ້​ໃຜ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ນອກ​ຈາກ​ພວກ​ປະໂລຫິດ​ແລະ​ພວກເລວີ​ທີ່​ກຳລັງ​ເຮັດ​ວຽກ​ຢູ່+ ຍ້ອນ​ເຂົາ​ເຈົ້າ​ໄດ້​ເຮັດ​ໃຫ້​ໂຕເອງ​ສະອາດ​ແລ້ວ.* ສ່ວນ​ຄົນ​ອື່ນ​ໆ​ໃຫ້​ຢູ່​ທາງ​ນອກ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ກຳນົດ​ໄວ້. 7 ພວກເລວີ​ຕ້ອງ​ອ້ອມ​ກະສັດ​ໄວ້​ທຸກ​ດ້ານ ແຕ່​ລະ​ຄົນ​ຕ້ອງ​ຖື​ອາວຸດ​ໄວ້. ຖ້າ​ມີ​ໃຜ​ພະຍາຍາມ​ບຸກ​ເຂົ້າ​ມາ​ໃນ​ວິຫານ​ກໍ​ໃຫ້​ຂ້າ​ໂລດ. ໃຫ້​ພວກ​ເຈົ້າ​ຢູ່​ກັບ​ກະສັດ​ຕະຫຼອດ​ບໍ່​ວ່າ​ລາວ​ຈະ​ໄປ​ໃສ.”

8 ພວກເລວີ​ກັບ​ພວກ​ຢູດາ​ທຸກ​ຄົນ​ກໍ​ເຮັດ​ຕາມ​ທີ່​ປະໂລຫິດ​ເຢໂຮຢາດາ​ສັ່ງ. ເຂົາ​ເຈົ້າ​ໄດ້​ພາ​ຄົນ​ຂອງ​ໂຕເອງ​ທັງ​ຜູ້​ທີ່​ຍາມ​ແລະ​ຜູ້​ທີ່​ບໍ່​ໄດ້​ຍາມ​ໃນ​ວັນ​ຊະບາໂຕ+​ນັ້ນ​ມາ​ລວມ​ກັນ ຍ້ອນ​ປະໂລຫິດ​ເຢໂຮຢາດາ​ຍັງ​ບໍ່​ໄດ້​ສັ່ງ​ໃຫ້​ເຂົາ​ເຈົ້າ​ເຊົາ​ເຮັດ​ວຽກ​ເທື່ອ. 9 ແລ້ວ​ປະໂລຫິດ​ເຢໂຮຢາດາ​ກໍ​ເອົາ​ຫອກ ໂລ້​ນ້ອຍ*​ກັບ​ໂລ້​ມົນ​ຫຼາຍ​ອັນ​ຂອງ​ກະສັດ​ດາວິດ+​ທີ່​ຢູ່​ໃນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້+​ມາ​ໃຫ້​ພວກ​ຫົວ​ໜ້າ​ກອງ​ຮ້ອຍ.+ 10 ລາວ​ໃຫ້​ທຸກ​ຄົນ​ຖື​ອາວຸດ​ແລະ​ຢືນ​ອ້ອມ​ກະສັດ​ໄວ້ ຕັ້ງ​ແຕ່​ເບື້ອງ​ຂວາ​ຈົນ​ຮອດ​ເບື້ອງ​ຊ້າຍ​ຂອງ​ວິຫານ. ບາງຄົນ​ຢືນ​ຢູ່​ທາງ​ຂ້າງ​ແທ່ນ​ບູຊາ​ແລະ​ບາງຄົນ​ຢືນ​ຢູ່​ທາງ​ຂ້າງ​ວິຫານ. 11 ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ພາ​ລູກ​ຊາຍ​ຂອງ​ກະສັດ+​ອອກ​ມາ ເອົາ​ມົງກຸດ​ສຸບ​ໃສ່​ຫົວ​ລາວ ແລ້ວ​ເອົາ​ມ້ວນ​ໜັງສື​ກົດ​ໝາຍ​ຂອງ​ພະເຈົ້າ+​ໃຫ້​ລາວ.* ເຢໂຮຢາດາ​ກັບ​ພວກ​ລູກ​ຊາຍ​ໄດ້​ເອົາ​ນ້ຳມັນ​ເທ​ໃສ່​ຫົວ​ລາວ​ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ. ແລ້ວ​ທຸກ​ຄົນ​ກໍ​ພາກັນ​ຮ້ອງ​ວ່າ: “ຂໍ​ໃຫ້​ກະສັດ​ມີ​ອາຍຸ​ຍືນຍາວ.”+

12 ເມື່ອ​ອາທາລີຢາ​ໄດ້​ຍິນ​ສຽງ​ຄົນ​ແລ່ນ​ແລະ​ຮ້ອງ​ສັນລະເສີນ​ກະສັດ ລາວ​ຈຶ່ງ​ຟ້າວ​ໄປ​ວິຫານ​ຂອງ​ພະ​ເຢໂຫວາ.+ 13 ອາທາລີຢາ​ເຫັນ​ກະສັດ​ຢືນ​ຢູ່​ຂ້າງ​ເສົາ​ຂອງ​ໂຕເອງ​ທີ່​ຢູ່​ທາງເຂົ້າ​ວິຫານ ພວກ​ເຈົ້າ​ນາຍ+​ກັບ​ຄົນ​ເປົ່າ​ແກ​ກໍ​ຢູ່​ນຳ​ກະສັດ. ປະຊາຊົນ​ທຸກ​ຄົນ​ກໍ​ດີ​ໃຈ+ ຄົນ​ທີ່​ເປົ່າ​ແກ​ກໍ​ເປົ່າ​ແກ ແລະ​ພວກ​ນັກຮ້ອງ​ທີ່​ຫຼິ້ນ​ເຄື່ອງ​ດົນຕີ​ໄດ້​ໃຫ້​ສັນຍານ​ເພື່ອ​ທຸກ​ຄົນ​ຈະ​ສະຫຼອງ​ນຳກັນ. ອາທາລີຢາ​ຈຶ່ງ​ຈີກ​ເສື້ອ​ຂອງ​ໂຕເອງ​ແລະ​ຮ້ອງ​ວ່າ: “ພວກ​ກະບົດ! ພວກ​ກະບົດ!” 14 ແຕ່​ປະໂລຫິດ​ເຢໂຮຢາດາ​ສັ່ງ​ພວກ​ຫົວ​ໜ້າ​ກອງ​ຮ້ອຍ​ທີ່​ເບິ່ງ​ແຍງ​ພວກ​ທະຫານ​ວ່າ: “ຈັບ​ລາວ​ອອກ​ໄປ​ນອກ! ຖ້າ​ໃຜ​ນຳ​ລາວ​ໄປ​ໃຫ້​ຂ້າ​ຜູ້​ນັ້ນ​ຖິ້ມ!” ປະໂລຫິດ​ໄດ້​ສັ່ງ​ໄວ້​ວ່າ: “ຢ່າ​ຂ້າ​ລາວ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.” 15 ເຂົາ​ເຈົ້າ​ຈຶ່ງ​ຈັບ​ອາທາລີຢາ​ໄປ​ປະຕູ​ມ້າ​ທີ່​ຢູ່​ເດີ່ນ​ໃນ​ວັງ​ຂອງ​ກະສັດ ແລ້ວ​ກໍ​ຂ້າ​ລາວ​ທັນທີ.

16 ຈາກ​ນັ້ນ ເຢໂຮຢາດາ ປະຊາຊົນ ແລະ​ກະສັດ​ກໍ​ສັນຍາ​ວ່າ ເຂົາ​ເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຕະຫຼອດໄປ.+ 17 ຫຼັງ​ຈາກ​ນັ້ນ ປະຊາຊົນ​ທັງ​ໝົດ​ກໍ​ໄປ​ວິຫານ​ຂອງ​ພະ​ບາອານ. ເຂົາ​ເຈົ້າ​ທຸບ​ວິຫານ​ນັ້ນ+ ທຸບ​ແທ່ນ​ບູຊາ​ຕ່າງ​ໆ​ຂອງ​ພະ​ບາອານ ທຸບ​ຮູບ​ປັ້ນ​ທັງ​ໝົດ​ຂອງ​ພະ​ບາອານ​ຈົນ​ມຸ່ນ+ ແລະ​ຂ້າ​ມັດຕານ​ທີ່​ເປັນ​ປະໂລຫິດ​ຂອງ​ພະ​ບາອານ+​ຕໍ່​ໜ້າ​ແທ່ນ​ບູຊາ​ເຫຼົ່າ​ນັ້ນ. 18 ແລ້ວ​ເຢໂຮຢາດາ​ໄດ້​ໃຫ້​ພວກ​ປະໂລຫິດ​ກັບ​ພວກເລວີ​ເຮັດ​ວຽກ​ເບິ່ງ​ແຍງ​ວິຫານ​ຂອງ​ພະ​ເຢໂຫວາ​ຢ່າງ​ມີ​ຄວາມ​ສຸກ​ແລະ​ຮ້ອງ​ເພງ​ຕາມ​ທີ່​ດາວິດ​ໄດ້ສັ່ງໄວ້. ດາວິດ​ເຄີຍ​ແບ່ງ​ພວກ​ປະໂລຫິດ​ແລະ​ພວກ​ເລວີ​ເຫຼົ່ານີ້​ເປັນ​ກຸ່ມ​ເພື່ອ​ໃຫ້​ເບິ່ງແຍງ​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ+​ຕາມ​ທີ່​ຂຽນ​ໄວ້​ໃນ​ກົດ​ໝາຍ​ຂອງ​ໂມເຊ.+ 19 ເຢໂຮຢາດາ​ໄດ້​ໃຫ້​ຄົນ​ຍາມ​ປະຕູ+​ທຸກ​ບ່ອນ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ​ເພື່ອ​ຄົນ​ທີ່ບໍ່​ສະອາດຈະ​ເຂົ້າ​ໄປ​ໃນ​ວິຫານ​ບໍ່​ໄດ້. 20 ເຢໂຮຢາດາ​ໃຫ້​ພວກ​ຫົວ​ໜ້າ​ກອງ​ຮ້ອຍ+ ພວກ​ເຈົ້າ​ນາຍ ພວກ​ຜູ້ປົກຄອງ ແລະ​ປະຊາຊົນ​ທັງ​ໝົດ​ພາ​ກະສັດ​ອອກ​ຈາກ​ວິຫານ​ຂອງ​ພະ​ເຢໂຫວາ​ໄປ​ວັງ​ຂອງ​ກະສັດ​ໂດຍ​ເຂົ້າ​ໄປ​ທາງ​ປະຕູ​ທາງ​ເທິງ. ຈາກ​ນັ້ນ ເຂົາ​ເຈົ້າ​ໄດ້​ໃຫ້​ກະສັດ​ນັ່ງ​ຢູ່​ເທິງ​ບັນລັງ.+ 21 ປະຊາຊົນ​ທຸກ​ຄົນ​ມີ​ຄວາມ​ສຸກ​ແລະ​ບ້ານ​ເມືອງ​ກໍ​ສະຫງົບ​ສຸກ​ຍ້ອນ​ວ່າ​ອາທາລີຢາ​ຖືກ​ຂ້າ​ແລ້ວ.

24 ເຢໂຮອາດ​ເປັນ​ກະສັດ​ຕອນ​ອາຍຸ 7 ປີ+ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 40 ປີ. ແມ່​ຂອງ​ລາວ​ຊື່​ຊີບີຢາ​ເປັນ​ຄົນ​ເບເອເຊບາ.+ 2 ເຢໂຮອາດ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ​ຕະຫຼອດ​ໄລຍະທີ່ປະໂລຫິດ​ເຢໂຮຢາດາ​ຍັງ​ມີ​ຊີວິດ​ຢູ່.+ 3 ເຢໂຮຢາດາ​ໄດ້​ຊອກ​ເມຍ 2 ຄົນ​ໃຫ້​ເຢໂຮອາດ. ເຢໂຮອາດ​ມີ​ລູກ​ຊາຍ​ແລະ​ລູກສາວ​ຫຼາຍ​ຄົນ.

4 ຕໍ່ມາ ເຢໂຮອາດ​ຢາກ​ແປງ​ວິຫານ​ຂອງ​ພະ​ເຢໂຫວາ.+ 5 ລາວ​ຈຶ່ງ​ເອີ້ນ​ພວກ​ປະໂລຫິດ​ແລະ​ພວກເລວີ​ໃຫ້​ມາ​ຫາ​ແລະ​ບອກ​ເຂົາ​ເຈົ້າ​ວ່າ: “ໃຫ້​ພວກ​ເຈົ້າ​ເດີນ​ທາງ​ໄປ​ຕາມ​ເມືອງ​ຕ່າງ​ໆ​ຂອງ​ຢູດາ​ແລະ​ເກັບ​ເງິນ​ຈາກ​ພວກ​ອິດສະຣາເອນ​ທຸກ​ຄົນ​ເພື່ອ​ຈະ​ມີ​ເງິນ​ມາແປງ​ວິຫານ​ຂອງ​ພະເຈົ້າ+​ທຸກ​ໆ​ປີ. ພວກ​ເຈົ້າ​ຕ້ອງ​ຟ້າວ​ເຮັດ​ວຽກ​ນີ້.” ແຕ່​ພວກເລວີ​ບໍ່​ໄດ້​ເຮັດ​ທັນທີ​ຕາມ​ທີ່​ກະສັດ​ສັ່ງ.+ 6 ກະສັດ​ຈຶ່ງ​ເອີ້ນ​ປະໂລຫິດ​ໃຫຍ່​ເຢໂຮຢາດາ​ໃຫ້​ມາ​ຫາ​ແລະ​ຖາມ​ວ່າ:+ “ເປັນ​ຫຍັງ​ເຈົ້າ​ບໍ່​ສັ່ງ​ຄົນ​ເລວີ​ໃຫ້​ໄປ​ເກັບ​ເງິນ​ທີ່​ເປັນ​ສ່ວນ​ແບ່ງ​ໃຫ້​ພະເຈົ້າ​ຈາກ​ຄົນ​ຢູດາ​ແລະ​ຈາກ​ຄົນ​ໃນ​ເມືອງ​ເຢຣູຊາເລັມ? ເງິນ​ນີ້​ໂມເຊ+​ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ເຄີຍ​ສັ່ງ​ໃຫ້​ເກັບ​ຈາກ​ພວກ​ອິດສະຣາເອນ​ເພື່ອ​ໃຊ້​ສຳລັບ​ວຽກ​ຮັບ​ໃຊ້ຢູ່​ເຕັ້ນ​ສັກສິດ​ທີ່​ມີ​ຫີບ​ສັນຍາ.+ 7 ເຈົ້າ​ກໍ​ຮູ້​ວ່າ​ພວກ​ລູກ​ຊາຍ​ຂອງ​ອາທາລີຢາ+​ຜູ້​ຍິງ​ຊົ່ວ​ຜູ້​ນັ້ນ​ໄດ້​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້+ ແລ້ວ​ເອົາ​ເຄື່ອງໃຊ້​ທີ່​ບໍລິສຸດ​ທຸກ​ຢ່າງ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ໄປ​ໃຊ້​ໃນ​ການ​ນະມັດສະການ​ພະ​ບາອານ.” 8 ກະສັດ​ເຢໂຮອາດ​ຈຶ່ງ​ສັ່ງ​ໃຫ້​ເຮັດ​ກ່ອງ​ອັນ​ໜຶ່ງ+ ແລ້ວ​ເອົາ​ໄປ​ຕັ້ງ​ໄວ້​ທາງ​ນອກ​ຢູ່​ໜ້າ​ປະຕູ​ວິຫານ​ຂອງ​ພະ​ເຢໂຫວາ.+ 9 ຫຼັງ​ຈາກ​ນັ້ນ​ກໍ​ມີການ​ປະກາດ​ໃນ​ເມືອງ​ເຢຣູຊາເລັມ​ແລະ​ຢູ່​ທົ່ວ​ຢູດາ​ວ່າ ໃຫ້​ປະຊາຊົນ​ເອົາ​ເງິນ​ມາ​ບໍລິຈາກ​ໃຫ້​ພະ​ເຢໂຫວາ+​ຄື​ກັບ​ທີ່​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ພະເຈົ້າ​ທ່ຽງແທ້​ເຄີຍ​ສັ່ງ​ພວກ​ອິດສະຣາເອນ​ໃຫ້​ເຮັດ​ຢູ່​ບ່ອນ​ກັນດານ. 10 ພວກ​ເຈົ້າ​ນາຍ​ແລະ​ປະຊາຊົນ​ທຸກ​ຄົນ​ດີ​ໃຈ​ຫຼາຍ.+ ເຂົາ​ເຈົ້າ​ຈຶ່ງ​ເອົາ​ເງິນ​ມາ​ປ່ອນ​ໃສ່​ເລື້ອຍ​ໆ​ຈົນ​ເງິນ​ເຕັມ​ກ່ອງ.*

11 ທຸກ​ເທື່ອ​ທີ່​ພວກເລວີ​ເອົາ​ກ່ອງ​ມາ​ໃຫ້​ກະສັດ ເຂົາ​ເຈົ້າ​ກໍ​ຈະ​ເຫັນ​ວ່າ​ເງິນ​ຢູ່​ກ່ອງ​ນັ້ນ​ມີ​ຫຼາຍ. ເລຂາ​ຂອງ​ກະສັດ​ກັບ​ຜູ້​ຊ່ວຍ​ຂອງ​ປະໂລຫິດ​ໃຫຍ່​ຈະ​ຖອກ​ເງິນ​ໃນ​ກ່ອງ​ນັ້ນ​ອອກ+​ແລ້ວ​ເອົາ​ກ່ອງ​ໄປ​ປະ​ໄວ້​ບ່ອນ​ເກົ່າ. ເຂົາ​ເຈົ້າ​ເຮັດ​ແບບ​ນີ້​ທຸກ​ໆ​ມື້​ແລະ​ໄດ້​ເງິນ​ຫຼາຍ​ແທ້​ຫຼາຍ​ວ່າ. 12 ກະສັດ​ກັບ​ເຢໂຮຢາດາ​ກໍ​ເອົາ​ເງິນ​ບໍລິຈາກ​ນັ້ນ​ໄປ​ໃຫ້​ຜູ້​ທີ່​ເບິ່ງ​ແຍງ​ວຽກ​ແປງ​ວິຫານ​ຂອງ​ພະ​ເຢໂຫວາ ແລະ​ເຂົາ​ເຈົ້າ​ກໍ​ເອົາ​ເງິນ​ໄປ​ຈ້າງ​ພວກ​ຊ່າງ​ຕັດ​ຫີນ​ກັບ​ຊ່າງ​ໄມ້​ເພື່ອ​ແປງ​ວິຫານ​ຂອງ​ພະ​ເຢໂຫວາ+ ແລະ​ຍັງ​ເອົາ​ເງິນ​ນັ້ນ​ໄປ​ຈ້າງ​ພວກ​ຊ່າງ​ເຫຼັກ​ກັບ​ຊ່າງ​ທອງແດງ​ເພື່ອ​ແປງ​ວິຫານ​ຂອງ​ພະ​ເຢໂຫວາ. 13 ພວກ​ຜູ້​ເບິ່ງ​ແຍງ​ກໍ​ເລີ່ມ​ວຽກ​ນັ້ນ ແລະ​ທຸກ​ຄົນ​ກໍ​ເຮັດ​ວຽກ​ຂອງ​ໂຕເອງ​ຕໍ່​ໆ​ໄປ​ຈົນ​ແປງ​ວິຫານ​ແລ້ວ. ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ກໍ​ແຂງແຮງ​ແລະ​ຢູ່​ໃນ​ສະພາບ​ທີ່​ດີ​ຄື​ເກົ່າ. 14 ເມື່ອ​ແປງ​ວິຫານ​ແລ້ວ​ໆ​ ເຂົາ​ເຈົ້າ​ກໍ​ເອົາ​ເງິນ​ບໍລິຈາກ​ທີ່​ເຫຼືອ​ມາ​ໃຫ້​ກະສັດ​ກັບ​ເຢໂຮຢາດາ. ເຂົາ​ເຈົ້າ​ເອົາ​ເງິນ​ນັ້ນ​ໄປ​ເຮັດ​ເຄື່ອງໃຊ້​ຕ່າງ​ໆ​ສຳລັບ​ວິຫານ​ຂອງ​ພະ​ເຢໂຫວາ ເຊັ່ນ: ເຄື່ອງ​ທີ່​ໃຊ້​ສຳລັບ​ການ​ນະມັດສະການ​ແລະ​ເຄື່ອງ​ທີ່​ໃຊ້​ສຳລັບ​ເຄື່ອງ​ບູຊາ ຈອກ ແລະ​ເຄື່ອງໃຊ້​ອື່ນ​ໆ​ທີ່​ເປັນ​ເງິນ​ເປັນ​ຄຳ.+ ເຂົາ​ເຈົ້າ​ເຜົາ​ເຄື່ອງ​ບູຊາ+​ຢູ່​ວິຫານ​ຂອງ​ພະ​ເຢໂຫວາທຸກ​ໆ​ມື້ຕະຫຼອດ​ໄລຍະ​ທີ່​ເຢໂຮຢາດາ​ມີ​ຊີວິດ​ຢູ່.

15 ເຢໂຮຢາດາ​ອາຍຸ​ຍືນ​ແລະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ. ລາວ​ຕາຍ​ຕອນ​ອາຍຸ 130 ປີ. 16 ເຂົາ​ເຈົ້າ​ຝັງ​ລາວ​ໄວ້​ກັບ​ພວກ​ກະສັດ​ຢູ່​ເມືອງ​ຂອງ​ດາວິດ+ ຍ້ອນ​ລາວ​ເຮັດ​ສິ່ງ​ທີ່​ດີ​ຫຼາຍ​ຢ່າງ​ໃຫ້​ພວກ​ອິດສະຣາເອນ+ ໃຫ້​ພະເຈົ້າ​ທ່ຽງແທ້ ແລະ​ວິຫານ​ຂອງ​ເພິ່ນ.

17 ຫຼັງ​ຈາກ​ເຢໂຮຢາດາ​ຕາຍ​ແລ້ວ ພວກ​ເຈົ້າ​ນາຍ​ຂອງ​ຢູດາ​ກໍ​ມາ​ຫາ​ກະສັດ​ເຢໂຮອາດ​ແລະ​ໝູບ​ລົງ​ເພື່ອ​ສະແດງ​ຄວາມ​ນັບ​ຖື​ລາວ. ເຂົາ​ເຈົ້າ​ແນະນຳ​ກະສັດ​ໃຫ້​ເຮັດ​ບາງ​ຢ່າງ​ແລະ​ກະສັດ​ກໍ​ເຮັດ​ຕາມ​ທີ່​ເຂົາ​ເຈົ້າ​ບອກ. 18 ປະຊາຊົນ​ປະຖິ້ມ​ວິຫານ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ ແລະ​ເລີ່ມ​ນະມັດສະການ​ເສົາ​ໄມ້​ສັກສິດ*​ແລະ​ຮູບ​ປັ້ນ​ຕ່າງ​ໆ​. ຄວາມ​ຜິດ​ທີ່​ຄົນ​ຢູດາ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ໄດ້​ເຮັດ​ນັ້ນ​ເຮັດ​ໃຫ້​ພະເຈົ້າ​ໃຈ​ຮ້າຍ​ຫຼາຍ. 19 ພະ​ເຢໂຫວາ​ໄດ້​ສົ່ງ​ພວກ​ຜູ້ພະຍາກອນ​ມາ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ກັບ​ມາ​ຫາ​ເພິ່ນ. ພວກ​ຜູ້ພະຍາກອນ​ເຕືອນ​ເຂົາ​ເຈົ້າ​ຫຼາຍ​ເທື່ອ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ຟັງ.+

20 ພະເຈົ້າ​ໄດ້​ໃຫ້​ພະລັງ​ຂອງ​ເພິ່ນ​ຢູ່​ກັບ​ເຊຄາຣີຢາ​ລູກ​ຊາຍ​ຂອງ​ປະໂລຫິດ​ເຢໂຮຢາດາ.+ ເຊຄາຣີຢາ​ຢືນ​ຂຶ້ນ​ຕໍ່​ໜ້າ​ປະຊາຊົນ​ແລະ​ເວົ້າ​ວ່າ: “ພະເຈົ້າ​ທ່ຽງແທ້​ເວົ້າ​ແບບ​ນີ້ ‘ເປັນ​ຫຍັງ​ພວກ​ເຈົ້າ​ບໍ່​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ? ພວກ​ເຈົ້າ​ກຳລັງ​ເຮັດ​ໃຫ້​ໂຕເອງ​ຈິບຫາຍ. ຍ້ອນ​ພວກ​ເຈົ້າ​ປະຖິ້ມ​ພະ​ເຢໂຫວາ ເພິ່ນ​ກໍ​ຈະ​ປະຖິ້ມ​ພວກ​ເຈົ້າ​ຄື​ກັນ.’”+ 21 ແຕ່​ປະຊາຊົນ​ວາງແຜນ​ຂ້າ​ເຊຄາຣີຢາ+​ແລະ​ໄດ້​ດຶກ​ກ້ອນ​ຫີນ​ໃສ່​ລາວ​ຈົນ​ຕາຍ​ຢູ່​ເດີ່ນ​ວິຫານ​ຂອງ​ພະ​ເຢໂຫວາ​ຕາມ​ທີ່​ກະສັດ​ສັ່ງ.+ 22 ກະສັດ​ເຢໂຮອາດ​ລືມ​ຄວາມ​ຮັກ​ທີ່​ໝັ້ນຄົງ​ທີ່​ເຢໂຮຢາດາ​ສະແດງ​ຕໍ່​ລາວ ແລະ​ລາວ​ໄດ້​ຂ້າ​ເຊຄາຣີຢາ​ລູກ​ຊາຍ​ຂອງ​ເຢໂຮຢາດາ. ຕອນ​ທີ່​ເຊຄາຣີຢາ​ກຳລັງ​ຊິ​ຕາຍ ລາວ​ເວົ້າ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ລົງໂທດ​ທ່ານ​ໃນ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ.”+

23 ໃນຕົ້ນ​ປີ​ຕໍ່ມາ ກອງ​ທະຫານ​ຊີເຣຍ​ໄດ້​ມາ​ເຮັດ​ສົງຄາມ​ກັບ​ເຢໂຮອາດ​ແລະ​ບຸກ​ເຂົ້າ​ໄປ​ໃນ​ຢູດາ​ແລະ​ໃນ​ເມືອງ​ເຢຣູຊາເລັມ.+ ເຂົາ​ເຈົ້າ​ໄດ້​ຂ້າ​ພວກ​ເຈົ້າ​ນາຍ​ທຸກ​ຄົນ+​ແລະ​ຍຶດ​ເອົາ​ເຄື່ອງ​ຂອງ​ຕ່າງ​ໆ​ແລ້ວ​ສົ່ງ​ກັບ​ໄປ​ໃຫ້​ກະສັດ​ຂອງ​ດາມາເຊ. 24 ເຖິງ​ວ່າ​ພວກ​ຊີເຣຍ​ຈະ​ມີ​ທະຫານ​ໜ້ອຍ ແຕ່​ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ເຂົາ​ເຈົ້າ​ຊະນະ​ພວກ​ຢູດາ​ທີ່​ມີ​ທະຫານ​ຫຼາຍ​ກວ່າ+ ຍ້ອນ​ວ່າ​ພວກ​ຢູດາ​ໄດ້​ປະຖິ້ມ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ. ພວກ​ຊີເຣຍ​ໄດ້​ລົງໂທດ​ເຢໂຮອາດ. 25 ຕອນ​ທີ່​ພວກ​ຊີເຣຍ​ຍົກ​ກອງ​ທັບ​ກັບ​ໄປ (ເຢໂຮອາດ​ຍັງ​ບາດເຈັບ​ໜັກ*​) ຄົນ​ຂອງ​ເຢໂຮອາດ​ໄດ້​ວາງ​ແຜນ​ຂ້າ​ລາວ ຍ້ອນ​ລາວ​ຂ້າ​ລູກ​ຊາຍ​ຂອງ​ປະໂລຫິດ​ເຢໂຮຢາດາ.+ ເຂົາ​ເຈົ້າ​ຂ້າ​ເຢໂຮອາດ​ຕາຍ​ຢູ່​ເທິງ​ຕຽງ​ນອນ​ຂອງ​ລາວ+​ແລະ​ຝັງ​ລາວ​ໄວ້​ຢູ່​ເມືອງ​ຂອງ​ດາວິດ+ ແຕ່​ບໍ່​ແມ່ນ​ໃນ​ບ່ອນ​ຝັງ​ສົບ​ຂອງ​ພວກ​ກະສັດ.+

26 ຄົນ​ທີ່​ວາງ​ແຜນ​ຂ້າ+​ເຢໂຮອາດ​ແມ່ນ​ຊາບາດ​ລູກ​ຊາຍ​ຂອງ​ຊິເມອາດ​ຄົນ​ອຳໂມນ​ແລະ​ເຢໂຮຊາບັດ​ລູກ​ຊາຍ​ຂອງ​ຊິມຣີດ​ຄົນ​ໂມອາບ. 27 ເລື່ອງ​ພວກ​ລູກ​ຊາຍ​ຂອງ​ເຢໂຮອາດ ເລື່ອງ​ການ​ຕັດສິນ​ລົງໂທດ​ທີ່​ລາວ​ໄດ້​ຮັບ+ ແລະ​ເລື່ອງ​ທີ່​ລາວ​ແປງ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້+​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ພວກ​ກະສັດ. ອາມາຊີຢາ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.

25 ອາມາຊີຢາ​ເປັນ​ກະສັດ​ຕອນ​ອາຍຸ 25 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 29 ປີ. ແມ່​ຂອງ​ລາວ​ຊື່​ເຢໂຮອັດດັນ*​ເປັນ​ຄົນ​ເຢຣູຊາເລັມ.+ 2 ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ ແຕ່​ບໍ່​ໄດ້​ເຮັດ​ສຸດ​ຫົວໃຈ. 3 ເມື່ອ​ການ​ປົກຄອງ​ຂອງ​ລາວ​ໝັ້ນຄົງ​ແລ້ວ ລາວ​ກໍ​ຂ້າ​ພວກ​ຄົນ​ຮັບ​ໃຊ້​ທີ່​ຂ້າ​ພໍ່​ລາວ.+ 4 ແຕ່​ອາມາຊີຢາ​ບໍ່​ໄດ້​ຂ້າ​ລູກ​ຂອງ​ເຂົາ​ເຈົ້າ. ລາວ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ທີ່​ຂຽນ​ໄວ້​ໃນ​ກົດ​ໝາຍ​ຂອງ​ໂມເຊ​ທີ່​ວ່າ: “ຢ່າ​ຂ້າ​ພໍ່​ຍ້ອນ​ຄວາມ​ຜິດ​ຂອງ​ລູກ ແລະຢ່າ​ຂ້າ​ລູກຍ້ອນ​ຄວາມ​ຜິດ​ຂອງ​ພໍ່. ແຕ່​ລະ​ຄົນ​ຈະ​ຖືກ​ຂ້າ​ຍ້ອນ​ຄວາມ​ຜິດ​ຂອງ​ໂຕເອງ.”+

5 ອາມາຊີຢາ​ໄດ້​ເອີ້ນ​ພວກ​ຢູດາ​ໃຫ້​ມາ​ລວມ​ກັນ ແລະ​ໃຫ້​ເຂົາ​ເຈົ້າ​ຢືນ​ຕາມ​ຈຸ້ມເຈື້ອ​ເຊິ່ງ​ມີ​ຫົວ​ໜ້າ​ກອງ​ພັນ​ແລະ​ຫົວ​ໜ້າ​ກອງ​ຮ້ອຍ​ເປັນ​ຫົວ​ໜ້າ​ກຸ່ມ​ຂອງ​ເຂົາ​ເຈົ້າ. ລາວ​ເຮັດ​ແບບ​ນີ້​ກັບ​ພວກ​ຢູດາ​ແລະ​ພວກ​ເບັນຢາມິນ.+ ລາວ​ຈົດ​ຊື່​ຄົນ​ທີ່​ມີ​ອາຍຸ 20 ປີ​ຂຶ້ນ​ໄປ+​ແລະ​ເຫັນ​ວ່າ​ມີ​ທະຫານ 300.000 ຄົນ​ທີ່​ຖືກ​ຝຶກ​ມາ​ຢ່າງ​ດີ​ເຊິ່ງ​ພ້ອມ​ທີ່​ຈະ​ໄປ​ຕໍ່ສູ້. ເຂົາ​ເຈົ້າ​ຮູ້ຈັກ​ໃຊ້​ຫອກ​ໃຊ້​ໂລ້. 6 ລາວ​ເອົາ​ເງິນ​ໜັກ 100 ຕະລັນ*​ໄປ​ຈ້າງ​ທະຫານ​ອິດສະຣາເອນ​ທີ່​ເກັ່ງ​ໆ​ 100.000 ຄົນ. 7 ແຕ່​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ເວົ້າ​ກັບ​ອາມາຊີຢາ​ວ່າ: “ກະສັດ ຂໍ​ຢ່າ​ໃຫ້​ທະຫານ​ອິດສະຣາເອນ​ໄປ​ຕໍ່ສູ້​ນຳ​ກັນ​ກັບ​ທ່ານ ເພາະ​ພະ​ເຢໂຫວາ​ບໍ່​ໄດ້​ຢູ່​ກັບ​ພວກ​ອິດສະຣາເອນ+​ຫຼື​ບໍ່​ໄດ້​ຢູ່​ກັບ​ພວກ​ເອຟຣາຢິມ. 8 ໃຫ້​ທ່ານ​ກ້າຫານ​ແລະ​ໄປ​ຕໍ່ສູ້​ເອງ​ໂລດ. ພະເຈົ້າ​ທ່ຽງແທ້​ມີ​ລິດ​ເດດ ເພິ່ນ​ສາມາດ​ຊ່ວຍ​ທ່ານ​ໃຫ້​ຊະນະ​ສັດຕູ​ໄດ້+ ຫຼື​ເຮັດ​ໃຫ້​ສັດຕູ​ຊະນະ​ທ່ານ​ກໍ​ໄດ້.” 9 ອາມາຊີຢາ​ເວົ້າ​ກັບ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ວ່າ: “ແລ້ວ​ເງິນ​ໜັກ 100 ຕະລັນ*​ທີ່​ຂ້ອຍ​ເອົາ​ໃຫ້​ພວກ​ທະຫານ​ອິດສະຣາເອນ​ເດ?” ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ຕອບ​ວ່າ: “ພະ​ເຢໂຫວາ​ສາມາດ​ເອົາ​ເງິນ​ໃຫ້​ທ່ານ​ໄດ້​ຫຼາຍ​ກວ່າ​ນັ້ນ​ອີກ.”+ 10 ອາມາຊີຢາ​ຈຶ່ງ​ບອກ​ພວກ​ທະຫານ​ທີ່​ລາວ​ຈ້າງ​ມາ​ຈາກ​ເຂດ​ເອຟຣາຢິມ​ໃຫ້​ກັບ​ເມືອ​ເຮືອນ​ຂອງ​ໂຕເອງ. ເຂົາ​ເຈົ້າ​ຈຶ່ງ​ຄຽດ​ໃຫ້​ພວກ​ຢູດາ​ຫຼາຍ​ແລະ​ກັບ​ເມືອ​ດ້ວຍ​ຄວາມ​ໃຈ​ຮ້າຍ.

11 ອາມາຊີຢາ​ລວບລວມ​ຄວາມ​ກ້າ​ແລະ​ໄດ້​ພາ​ພວກ​ທະຫານ​ຂອງ​ລາວ​ໄປ​ຕໍ່ສູ້​ຢູ່​ຮ່ອມພູ​ເກືອ.+ ລາວ​ຂ້າ​ຄົນ​ຈາກ​ເສອີ​ຕາຍ 10.000 ຄົນ.+ 12 ພວກ​ຢູດາ​ຈັບ​ຄົນ​ຈາກ​ເສອີ​ໄດ້​ອີກ 10.000 ຄົນ ແລະ​ພາ​ເຂົາ​ເຈົ້າ​ໄປ​ບ່ອນ​ທີ່​ເປັນ​ເຫວ ແລ້ວ​ຍູ້​ໃຫ້​ຕົກ​ລົງ​ເຫວ​ຈົນ​ເຂົາ​ເຈົ້າ​ຂາດ​ເປັນ​ຕ່ອນ​ໆ​. 13 ພວກ​ທະຫານ​ທີ່​ອາມາຊີຢາ​ບໍ່​ໃຫ້​ໄປ​ຕໍ່ສູ້​ນຳ+​ໄດ້​ໄປ​ປຸ້ນ​ເມືອງ​ຕ່າງ​ໆ​ຂອງ​ຢູດາ​ຕັ້ງ​ແຕ່​ຊາມາເຣຍ+​ຈົນ​ຮອດ​ເບັດໂຮໂຣນ.+ ເຂົາ​ເຈົ້າ​ຂ້າ​ພວກ​ຢູດາ​ຕາຍ 3.000 ຄົນ​ແລະ​ຍຶດ​ເອົາ​ເຄື່ອງ​ໄປບັກ​ຫຼາຍ​ໆ​.

14 ເມື່ອ​ອາມາຊີຢາ​ກັບ​ມາ​ຈາກ​ການ​ຕໍ່ສູ້​ກັບ​ພວກ​ເອໂດມ ລາວ​ກໍ​ເອົາ​ຮູບ​ພະ​ຂອງ​ພວກ​ເສອີ​ມາ​ນຳ​ແລະ​ຕັ້ງ​ໃຫ້​ເປັນ​ພະເຈົ້າ​ຂອງ​ລາວ.+ ລາວ​ເລີ່ມ​ຂາບໄຫວ້​ແລະ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ເຫຼົ່າ​ນັ້ນ. 15 ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ອາມາຊີຢາ​ຫຼາຍ. ເພິ່ນ​ໄດ້​ໃຫ້​ຜູ້ພະຍາກອນ​ຄົນ​ໜຶ່ງ​ໄປ​ເວົ້າ​ກັບ​ລາວ​ວ່າ: “ເປັນ​ຫຍັງ​ທ່ານ​ຂາບໄຫວ້​ຮູບ​ພະເຫຼົ່ານີ້? ຂະໜາດ​ພວກ​ເອໂດມ​ທີ່​ຂາບ​ໄຫວ້​ມັນ ມັນ​ຍັງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ລອດ​ຈາກ​ທ່ານ​ບໍ່​ໄດ້.”+ 16 ຕອນ​ທີ່​ຜູ້​ພະຍາກອນ​ກຳລັງ​ເວົ້າ​ຢູ່ ອາມາຊີຢາ​ເວົ້າ​ໃຫ້​ລາວ​ວ່າ: “ຂ້ອຍ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ທີ່​ປຶກສາ​ຂອງ​ຂ້ອຍ​ຫວະ?+ ມິດ​ແມະ!+ ຄັນ​ຍັງ​ເວົ້າ​ຕໍ່ ຂ້ອຍ​ຊິ​ຂ້າເຈົ້າ​ຖິ້ມ.” ແຕ່​ຜູ້ພະຍາກອນ​ເວົ້າ​ຕໍ່​ວ່າ: “ຂ້ອຍ​ຮູ້​ວ່າ​ພະເຈົ້າ​ຕັດສິນ​ໃຈ​ທຳລາຍ​ທ່ານ​ແລ້ວ ຍ້ອນ​ທ່ານ​ເຮັດ​ແບບ​ນີ້​ແລະ​ບໍ່​ຍອມ​ຟັງ​ຂ້ອຍ.”+ ຈາກ​ນັ້ນ ຜູ້ພະຍາກອນ​ກໍ​ມິດ.

17 ຫຼັງ​ຈາກ​ອາມາຊີຢາ​ກະສັດ​ຂອງ​ຢູດາ​ປຶກສາ​ກັບ​ທີ່​ປຶກສາ​ຂອງ​ລາວ​ແລ້ວ ລາວ​ກໍ​ສົ່ງ​ຄົນ​ໄປ​ບອກ​ເຢໂຮອາດ​ກະສັດ​ຂອງ​ອິດສະຣາເອນ​ທີ່​ເປັນ​ລູກ​ຊາຍ​ຂອງ​ເຢໂຮອາຮາດ​ແລະ​ເປັນ​ຫຼານ​ຂອງ​ເຢຮູ​ວ່າ: “ມາ​ສູ້​ກັນ​ເບາະ?”*+ 18 ແລ້ວ​ເຢໂຮອາດ​ກະສັດ​ຂອງ​ອິດສະຣາເອນ​ກໍ​ສົ່ງ​ຂ່າວ​ໄປ​ບອກ​ອາມາຊີຢາ​ກະສັດ​ຂອງ​ຢູດາ​ວ່າ: “ຕົ້ນ​ໜາມ​ຢູ່​ເລບານອນ​ສົ່ງ​ຂ່າວ​ໄປ​ບອກ​ຕົ້ນ​ຊີດ້າ*​ຢູ່​ເລບານອນ​ວ່າ ‘ຍົກ​ລູກສາວ​ເຈົ້າ​ໃຫ້​ເປັນ​ເມຍ​ລູກ​ຊາຍ​ຂ້ອຍ​ສະ.’ ແຕ່​ສັດ​ປ່າ​ໂຕ​ໜຶ່ງ​ຢູ່​ເລບານອນ​ຍ່າງ​ກາຍ​ມາ​ແລະ​ຢຽບ​ຕົ້ນ​ໜາມ​ນັ້ນ. 19 ເຈົ້າ​ເວົ້າ​ວ່າ​ເຈົ້າຂ້າ​ພວກ​ເອໂດມ​ໄດ້+ ເຈົ້າ​ກໍ​ເລີຍ​ຈອງຫອງ​ແລະ​ຢາກ​ມີ​ກຽດ​ຫວະ! ໃຫ້​ຢູ່​ວັງ​ຂອງ​ເຈົ້າ​ພຸ້ນ. ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຊອກ​ເລື່ອງ​ໃຫ້​ຢູດາ​ຈິບຫາຍ​ພ້ອມ​ກັບ​ເຈົ້າ?”

20 ແຕ່​ອາມາຊີຢາ​ບໍ່​ຟັງ.+ ມັນ​ເປັນ​ແນວ​ນີ້​ກໍ​ຍ້ອນ​ພະເຈົ້າ​ທ່ຽງແທ້​ຕັ້ງ​ໃຈ​ຈະ​ໃຫ້​ສັດຕູ​ຊະນະ​ອາມາຊີຢາ​ແລະ​ຄົນ​ຂອງ​ລາວ+ ຍ້ອນ​ວ່າ​ເຂົາ​ເຈົ້າ​ໄປ​ນະມັດສະການ​ພະເຈົ້າ​ຂອງ​ພວກ​ເອໂດມ.+ 21 ເຢໂຮອາດ​ກະສັດ​ຂອງ​ອິດສະຣາເອນ​ຈຶ່ງ​ໄປ​ຕໍ່ສູ້​ກັບ​ອາມາຊີຢາ​ກະສັດ​ຂອງ​ຢູດາ​ຢູ່​ເມືອງ​ເບັດເຊເມັດ+​ຂອງ​ຢູດາ. 22 ອິດສະຣາເອນ​ຊະນະ​ຢູດາ ແລ້ວ​ທະຫານ​ຂອງ​ຢູດາກໍ​ແຕກ​ໜີ​ກັບ​ເມືອ​ເຮືອນ*​ຂອງ​ໃຜ​ຂອງ​ລາວ. 23 ຢູ່​ເມືອງ​ເບັດເຊເມັດ ເຢໂຮອາດ​ກະສັດ​ຂອງ​ອິດສະຣາເອນ​ໄດ້​ຈັບ​ອາມາຊີຢາ​ກະສັດ​ຂອງ​ຢູດາ​ທີ່​ເປັນ​ລູກ​ຊາຍ​ຂອງ​ເຢໂຮອາດ​ແລະ​ເປັນ​ຫຼານ​ຊາຍ​ຂອງ​ເຢໂຮອາຮາດ.* ຈາກ​ນັ້ນ ເຢໂຮອາດ​ກໍ​ພາ​ອາມາຊີຢາ​ໄປ​ເມືອງ​ເຢຣູຊາເລັມ. ເຢໂຮອາດ​ໄດ້​ທຳລາຍ​ກຳແພງ​ເມືອງ​ເຢຣູຊາເລັມ​ຕັ້ງ​ແຕ່​ປະຕູ​ເອຟຣາຢິມ+​ຈົນ​ຮອດ​ປະຕູ​ແຈ+ ລວມ​ທັງ​ໝົດ​ຍາວ 400 ສອກ.* 24 ລາວ​ເອົາ​ເງິນ​ເອົາ​ຄຳ​ທັງ​ໝົດ​ກັບ​ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ຢູ່​ໃນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ທີ່​ໂອເບັດເອໂດມ​ເບິ່ງແຍງ​ແລະ​ໃນ​ຄັງ​ຊັບສິນ​ຢູ່​ວັງ​ຂອງ​ກະສັດ​ໄປ.+ ລາວ​ຍັງ​ໄດ້​ຈັບ​ເອົາ​ຊະເລີຍ​ໄປ​ນຳ. ແລ້ວ​ເຢໂຮອາດ​ກໍ​ກັບ​ໄປ​ເມືອງ​ຊາມາເຣຍ.

25 ຫຼັງ​ຈາກ​ເຢໂຮອາດ+​ລູກ​ຊາຍ​ຂອງ​ເຢໂຮອາຮາດ​ກະສັດ​ຂອງ​ອິດສະຣາເອນ​ຕາຍ+ ອາມາຊີຢາ+​ລູກ​ຊາຍ​ຂອງ​ເຢໂຮອາດ​ກະສັດ​ຂອງ​ຢູດາ​ກໍ​ມີ​ຊີວິດ​ຢູ່​ຕໍ່​ອີກ 15 ປີ. 26 ເລື່ອງ​ຕ່າງ​ໆ​ຂອງ​ອາມາຊີຢາ​ຕັ້ງ​ແຕ່​ຕົ້ນ​ຈົນ​ຈົບ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ພວກ​ກະສັດ​ຢູດາ​ແລະ​ພວກ​ກະສັດ​ອິດສະຣາເອນ. 27 ນັບ​ຕັ້ງ​ແຕ່​ອາມາຊີຢາ​ເຊົາ​ນະມັດສະການ​ພະ​ເຢໂຫວາ​ກໍ​ມີ​ຄົນ​ວາງ​ແຜນ​ຂ້າ​ລາວ+​ຢູ່​ເມືອງ​ເຢຣູຊາເລັມ. ລາວ​ຈຶ່ງ​ໜີ​ໄປ​ເມືອງ​ລາກິດ ແຕ່​ເຂົາ​ເຈົ້າ​ກໍ​ສົ່ງ​ຄົນ​ນຳ​ລາວ​ໄປ​ແລະ​ຂ້າ​ລາວ​ຕາຍ​ຢູ່​ຫັ້ນ. 28 ເຂົາ​ເຈົ້າ​ເອົາ​ສົບ​ຂອງ​ອາມາຊີຢາ​ໃສ່​ລົດ​ມ້າ​ກັບ​ມາ​ແລະ​ຝັງ​ລາວ​ໄວ້​ກັບ​ປູ່ຍ່າຕານາຍ​ຂອງ​ລາວ​ຢູ່​ຢູດາ.

26 ພວກ​ຢູດາ​ໄດ້​ແຕ່ງຕັ້ງ​ອຸດຊີຢາ+​ໃຫ້​ເປັນ​ກະສັດ​ແທນ​ອາມາຊີຢາ​ພໍ່​ຂອງ​ລາວ.+ ຕອນ​ນັ້ນ ອຸດຊີຢາ​ອາຍຸ 16 ປີ. 2 ອຸດຊີຢາ​ໄດ້ຍຶດ​ເອົາ​ເມືອງ​ເອໂລດ+​ກັບ​ຄືນ​ມາ​ເປັນ​ຂອງ​ຢູດາ​ແລະ​ຟື້ນຟູ​ເມືອງ​ນັ້ນ​ຫຼັງ​ຈາກ​ທີ່​ກະສັດ​ອາມາຊີຢາ​ຕາຍ.+ 3 ອຸດຊີຢາ+​ເປັນ​ກະສັດ​ຕອນ​ອາຍຸ 16 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 52 ປີ. ແມ່​ຂອງ​ລາວ​ຊື່​ເຢໂກລີຢາ​ເປັນ​ຄົນ​ເຢຣູຊາເລັມ.+ 4 ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ​ຄື​ກັບ​ອາມາຊີຢາ​ພໍ່​ຂອງ​ລາວ.+ 5 ອຸດຊີຢາ​ຮັບ​ໃຊ້​ພະເຈົ້າ​ຕະຫຼອດ​ໄລຍະ​ທີ່​ເຊຄາຣີຢາ​ຍັງ​ມີ​ຊີວິດ​ຢູ່. ເຊຄາຣີຢາ​ເປັນ​ຜູ້​ສອນ​ອຸດຊີຢາ​ໃຫ້​ຢ້ານຢຳ​ພະເຈົ້າ​ທ່ຽງແທ້. ຕອນ​ທີ່​ອຸດຊີຢາ​ຮັບ​ໃຊ້​ພະ​ເຢໂຫວາ​ພະເຈົ້າ​ທ່ຽງແທ້ ພະເຈົ້າ​ໄດ້​ອວຍພອນ​ລາວ​ຫຼາຍ​ຢ່າງ.+

6 ອຸດຊີຢາ​ໄປ​ຕໍ່ສູ້​ກັບ​ພວກ​ຟີລິດສະຕີນ.+ ລາວ​ເຈາະ​ກຳແພງ​ເມືອງ​ກັດ+ ເມືອງ​ຢັບເນ+ ແລະ​ເມືອງ​ອາຊະໂດດ+ ແລ້ວ​ບຸກ​ເຂົ້າ​ໄປ​ໂຈມຕີ​ເມືອງ​ເຫຼົ່ານີ້​ແລະ​ເອົາ​ຊະນະ​ໄດ້. ຈາກ​ນັ້ນ ລາວ​ກໍ​ສ້າງ​ເມືອງ​ຕ່າງ​ໆ​ໃນ​ເຂດ​ອາຊະໂດດ​ແລະ​ໃນ​ເຂດ​ຂອງ​ພວກ​ຟີລິດສະຕີນ. 7 ພະເຈົ້າ​ທ່ຽງແທ້​ຊ່ວຍ​ລາວ​ໃຫ້​ຕໍ່ສູ້​ກັບ​ພວກ​ຟີລິດສະຕີນ ພວກ​ອາຣັບ+​ທີ່​ຢູ່​ກູເຣບາອານ ແລະ​ພວກ​ເມອູນີມ. 8 ພວກ​ອຳໂມນ+​ເລີ່ມ​ເສຍສ່ວຍ​ໃຫ້​ອຸດຊີຢາ. ອຸດຊີຢາ​ມີ​ຊື່ສຽງ​ໄປ​ໄກ​ຮອດ​ເອຢິບ​ແລະ​ລາວ​ມີ​ອຳນາດ​ຫຼາຍ. 9 ອຸດຊີຢາ​ໄດ້​ສ້າງ​ປ້ອມ+​ໃນ​ເມືອງ​ເຢຣູຊາເລັມ​ໃກ້​ກັບ​ປະຕູ​ແຈ+ ປະຕູ​ຮ່ອມພູ+ ແລະ​ແນວ​ຄ້ຳ​ກຳແພງ. ລາວ​ເຮັດ​ໃຫ້​ປ້ອມ​ເຫຼົ່ານີ້​ເຂັ້ມແຂງ. 10 ລາວ​ສ້າງ​ປ້ອມ+​ຢູ່​ບ່ອນ​ກັນດານ ຢູ່​ເຊເຟລາ ແລະ​ຢູ່​ທົ່ງພຽງ. ໃນ​ບ່ອນ​ເຫຼົ່າ​ນັ້ນ​ລາວ​ໄດ້​ຂຸດ*​ນ້ຳ​ສ້າງ​ຫຼາຍ​ບ່ອນ ຍ້ອນ​ລາວ​ມີ​ຝູງ​ສັດ​ຫຼາຍ. ລາວ​ມີ​ຄົນ​ເຮັດ​ໄຮ່​ເຮັດ​ນາ​ແລະ​ເຮັດ​ສວນ​ໝາກ​ລະແຊັງ​ໃຫ້​ຢູ່ພູ​ກາເມນແລະ​ຢູ່​ເຂດ​ພູ​ອື່ນ​ໆ​ ຍ້ອນ​ວ່າ​ລາວ​ມັກ​ການ​ປູກ​ຝັງ​ລ້ຽງ​ສັດ.

11 ອຸດຊີຢາ​ມີ​ກອງ​ທະຫານ​ໃຫຍ່​ທີ່​ພ້ອມ​ຈະ​ໄປ​ເຮັດ​ສົງຄາມ. ລາວ​ແບ່ງ​ທະຫານ​ເຫຼົ່ານີ້​ອອກ​ເປັນ​ກຸ່ມ​ເພື່ອ​ໃຫ້​ອອກ​ໄປ​ຕໍ່ສູ້. ເຢອີເອນ​ທີ່​ເປັນ​ເລຂາ+​ກັບ​ມາອາເສຢາ​ທີ່​ເປັນ​ຮອງ​ຫົວ​ໜ້າ​ເປັນ​ຜູ້​ຮັບຜິດຊອບ​ເລື່ອງ​ລົງ​ທະບຽນ​ແລະ​ຈັດ​ລະບຽບ+​ເຂົາ​ເຈົ້າ. ຮານານີຢາ​ທີ່​ເປັນ​ຫົວ​ໜ້າ​ກອງ​ທັບ​ເບິ່ງ​ແຍງ​ວຽກ​ຂອງ 2 ຄົນ​ນີ້. 12 ພວກ​ຫົວ​ໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ທີ່​ເປັນ​ຫົວ​ໜ້າ​ຂອງ​ພວກ​ທະຫານ​ທີ່​ເກັ່ງ​ໆ​ມີ 2.600 ຄົນ. 13 ພວກ​ທະຫານ​ທີ່​ເກັ່ງ​ໆ​ທີ່​ພ້ອມ​ຈະ​ໄປ​ຕໍ່ສູ້​ກັບ​ສັດຕູ​ຂອງ​ກະສັດ​ມີ 307.500 ຄົນ.+ 14 ອຸດຊີຢາ​ໃຫ້​ທະຫານ​ທຸກ​ຄົນ​ມີ​ໂລ້ ຫອກ+ ໝວກ​ເຫຼັກ ເສື້ອ​ເກາະ+ ທະນູ ແລະ​ກ້ອນ​ຫີນ​ສຳລັບ​ໃຊ້​ເຊືອກ​ແກວ່ງ.+ 15 ນອກ​ຈາກ​ນັ້ນ ອຸດຊີຢາ​ຍັງ​ໃຫ້​ນັກ​ປະດິດ​ເຮັດ​ເຄື່ອງ​ມື​ທີ່​ໃຫຍ່​ໆ​ໄວ້​ຢູ່​ເທິງ​ປ້ອມ+​ແລະ​ຢູ່​ແຈ​ກຳແພງ​ເມືອງ​ເຢຣູຊາເລັມ​ເພື່ອ​ໃຊ້​ໃນ​ການ​ຕໍ່ສູ້. ເຄື່ອງ​ມື​ນີ້​ສາມາດ​ຍິງ​ທະນູ​ແລະ​ກ້ອນ​ຫີນ​ໃຫຍ່​ໆ​ໄດ້. ລາວ​ມີ​ຊື່ສຽງ​ໄປ​ທຸກ​ບ່ອນ ຍ້ອນພະເຈົ້າ​ຊ່ວຍລາວ​ແລະ​ເຮັດ​ໃຫ້​ລາວ​ມີ​ອຳນາດ​ຫຼາຍ​ຂຶ້ນ.

16 ແຕ່​ເມື່ອ​ມີ​ອຳນາດ​ແລ້ວ ລາວ​ກໍ​ກາຍ​ເປັນ​ຄົນ​ຈອງຫອງ​ຈົນ​ເຮັດ​ໃຫ້​ໂຕເອງ​ຈິບຫາຍ. ລາວເຮັດ​ຜິດຕໍ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ ໂດຍ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ເພື່ອ​ເຜົາ​ເຄື່ອງຫອມ​ຢູ່​ແທ່ນ​ເຜົາ​ເຄື່ອງຫອມ.+ 17 ປະໂລຫິດ​ອາຊາຣີຢາ​ກັບ​ປະໂລຫິດ​ຂອງ​ພະ​ເຢໂຫວາ​ອີກ 80 ຄົນ​ກໍ​ຟ້າວ​ນຳ​ລາວ​ເຂົ້າ​ໄປ. 18 ເຂົາ​ເຈົ້າຫ້າມອຸດຊີຢາ​ແລະ​ບອກ​ລາວ​ວ່າ: “ທ່ານ​ບໍ່​ຄວນ​ເຮັດ​ແບບ​ນີ້. ທ່ານ​ບໍ່​ຄວນ​ເຜົາ​ເຄື່ອງຫອມ​ໃຫ້​ພະ​ເຢໂຫວາ+​ເພາະ​ວ່າ​ມັນ​ບໍ່​ແມ່ນ​ໜ້າ​ທີ່​ຂອງ​ທ່ານ ແຕ່​ເປັນ​ໜ້າ​ທີ່​ຂອງ​ພວກ​ປະໂລຫິດ​ທີ່​ເປັນ​ລູກ​ຫຼານ​ຂອງ​ອາໂຣນ+​ທີ່​ເຮັດ​ໃຫ້​ໂຕເອງ​ສະອາດ​ແລ້ວ*​ເທົ່າ​ນັ້ນ. ໃຫ້​ທ່ານ​ອອກ​ໄປ​ຈາກ​ບ່ອນ​ບໍລິສຸດ​ນີ້. ເຖິງ​ທ່ານ​ຈະ​ເຜົາ​ເຄື່ອງຫອມຢູ່​ແທ່ນ​ບູຊາ ແຕ່​ພະ​ເຢໂຫວາ​ພະເຈົ້າ​ຈະ​ບໍ່​ໃຫ້​ກຽດ​ທ່ານ ຍ້ອນ​ທ່ານ​ບໍ່​ເຊື່ອ​ຟັງ​ເພິ່ນ.”

19 ຕອນ​ນັ້ນ ອຸດຊີຢາ​ກຳລັງ​ຖື​ແນວ​ເຜົາ​ເຄື່ອງຫອມ​ແລະ​ຢືນ​ຢູ່​ໃກ້​ແທ່ນ​ເຜົາ​ເຄື່ອງຫອມ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ. ລາວ​ໃຈ​ຮ້າຍ+​ໃຫ້​ພວກ​ປະໂລຫິດ​ຫຼາຍ ແລະ​ຕອນ​ທີ່​ລາວ​ກຳລັງໃຈ​ຮ້າຍ​ຢູ່​ນັ້ນ ລາວ​ກໍ​ເປັນ​ຂີ້ທູດ+​ຢູ່​ໜ້າ​ຜາກ. 20 ເມື່ອ​ປະໂລຫິດ​ໃຫຍ່​ອາຊາຣີຢາ​ກັບ​ພວກ​ປະໂລຫິດ​ເຫັນ​ວ່າ​ລາວ​ເປັນ​ຂີ້ທູດ ເຂົາ​ເຈົ້າ​ກໍ​ຟ້າວ​ພາ​ລາວ​ອອກ​ໄປ​ຈາກ​ວິຫານ. ເມື່ອ​ອຸດຊີຢາຮູ້​ໂຕ​ວ່າ​ພະ​ເຢໂຫວາ​ເຮັດ​ໃຫ້​ລາວ​ເປັນ​ຂີ້ທູດ ລາວ​ກໍ​ຟ້າວ​ອອກ​ມາ​ທັນທີ.

21 ກະສັດ​ອຸດຊີຢາ​ເປັນ​ຂີ້ທູດ​ຈົນ​ຮອດ​ມື້​ຕາຍ. ລາວ​ໄດ້​ແຍກ​ໄປ​ຢູ່​ເຮືອນ​ອີກ​ຫຼັງ​ໜຶ່ງ​ຕ່າງ​ຫາກ+​ແລະ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ໄປ​ວິຫານ​ຂອງ​ພະ​ເຢໂຫວາ. ໂຢທາມ​ລູກ​ຊາຍ​ຂອງ​ລາວ​ເປັນ​ຜູ້​ເບິ່ງ​ແຍງ​ວັງ​ແທນ​ລາວ​ແລະ​ຕັດສິນ​ຄະດີ​ຕ່າງ​ໆ​ໃຫ້​ປະຊາຊົນ.+

22 ຜູ້ພະຍາກອນ​ເອຊາຢາ+​ລູກ​ຊາຍ​ຂອງ​ອາ​ມອດ​ເປັນ​ຜູ້​ຂຽນ​ເລື່ອງ​ຕ່າງ​ໆ​ຂອງ​ອຸດຊີຢາ​ຕັ້ງ​ແຕ່​ຕົ້ນ​ຈົນ​ຈົບ. 23 ຕອນ​ທີ່​ອຸດຊີຢາ​ຕາຍ ເຂົາ​ເຈົ້າ​ໄດ້​ຝັງ​ລາວ​ໄວ້​ກັບ​ປູ່ຍ່າຕານາຍ​ຂອງ​ລາວ ແຕ່​ຢູ່​ດິນ​ອີກ​ຕອນ​ໜຶ່ງ​ທີ່​ເປັນ​ຂອງພວກ​ກະສັດ*​ຍ້ອນ​ວ່າ​ລາວ​ເປັນ​ຂີ້ທູດ. ໂຢທາມ+​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.

27 ໂຢທາມ+​ເປັນ​ກະສັດ​ຕອນ​ອາຍຸ 25 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 16 ປີ. ແມ່​ຂອງ​ລາວ​ຊື່​ເຢຣຸຊາ​ເປັນ​ລູກສາວ​ຂອງ​ຊາໂດກ.+ 2 ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ​ຄື​ກັບ​ອຸດຊີຢາ​ພໍ່​ຂອງ​ລາວ.+ ແຕ່​ມີ​ສິ່ງ​ໜຶ່ງ​ທີ່​ລາວ​ບໍ່​ໄດ້​ເຮັດ​ຕາມ​ພໍ່ ນັ້ນ​ຄື​ລາວ​ບໍ່​ໄດ້​ລ່ວງ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.+ ປະຊາຊົນ​ກໍ​ຍັງ​ບໍ່​ເຊົາເຮັດ​ຊົ່ວ. 3 ໂຢທາມ​ສ້າງ​ປະຕູ​ໜຶ່ງ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ​ຊື່​ວ່າ​ປະຕູ​ທາງ​ເທິງ+ ແລະ​ລາວ​ໄດ້​ສ້າງ​ຫຼາຍ​ຢ່າງ​ຢູ່​ເທິງ​ກຳແພງ​ໂອເຟນ.+ 4 ລາວ​ຍັງ​ໄດ້​ສ້າງ​ເມືອງ​ຕ່າງ​ໆ​+​ຢູ່​ແຖວ​ພູ​ໃນ​ເຂດ​ຂອງ​ຢູດາ+​ແລະ​ສ້າງ​ປ້ອມ​ທະຫານ+​ກັບ​ປ້ອມ​ສູງ​ໆ​+​ຫຼາຍ​ບ່ອນ​ໃນ​ປ່າ. 5 ໂຢທາມ​ເຮັດ​ສົງຄາມ​ຕໍ່ສູ້​ກັບ​ກະສັດ​ອຳໂມນ+​ແລະ​ໃນ​ທີ່​ສຸດ​ລາວ​ກໍ​ຊະນະ. ພວກ​ອຳໂມນ​ຈຶ່ງ​ເອົາ​ເງິນ​ໜັກ 100 ຕະລັນ* ເຂົ້າວີດ* 10.000 ໂຄເຣ* ແລະ​ເຂົ້າ​ບາເລ 10.000 ໂຄເຣ​ໃຫ້​ລາວ​ທຸກ​ປີ. ເຂົາ​ເຈົ້າ​ເຮັດ​ແບບ​ນີ້​ເປັນ​ເວລາ 3 ປີ.+ 6 ໂຢທາມ​ມີ​ອຳນາດ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​ ຍ້ອນ​ລາວຕັ້ງ​ໃຈ​ເຊື່ອ​ຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ.

7 ເລື່ອງ​ຕ່າງ​ໆ​ຂອງ​ໂຢທາມ ສົງຄາມ ແລະສິ່ງ​ຕ່າງ​ໆ​ທີ່​ລາວ​ເຮັດກໍ​ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ພວກ​ກະສັດ​ອິດສະຣາເອນ​ແລະ​ພວກ​ກະສັດ​ຢູດາ.+ 8 ໂຢທາມ​ເປັນ​ກະສັດ​ຕອນ​ອາຍຸ 25 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 16 ປີ.+ 9 ເມື່ອ​ໂຢທາມ​ຕາຍ ເຂົາ​ເຈົ້າ​ໄດ້​ຝັງ​ລາວ​ໄວ້​ຢູ່​ເມືອງ​ຂອງ​ດາວິດ.+ ອາຮາດ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.+

28 ອາຮາດ+​ເປັນ​ກະສັດ​ຕອນ​ອາຍຸ 20 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 16 ປີ. ລາວ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ. ລາວ​ບໍ່​ໄດ້​ເຮັດ​ຄື​ກັບ​ດາວິດ​ທີ່​ເປັນ​ປູ່ຍ່າຕານາຍ​ຂອງ​ລາວ.+ 2 ແຕ່​ລາວ​ເຮັດ​ຊົ່ວ​ຄື​ກັບ​ກະສັດ​ອົງ​ອື່ນ​ໆ​ຂອງ​ອິດສະຣາເອນ.+ ລາວ​ເຖິງຂັ້ນ​ເອົາ​ເຫຼັກ​ມາ​ເຮັດ​ຮູບ​ພະ​ບາອານ.+ 3 ນອກ​ຈາກ​ນັ້ນ ອາຮາດ​ຍັງ​ເຜົາ​ເຄື່ອງ​ບູຊາ​ຢູ່​ຮ່ອມພູ​ຮິນໂນມ*​ແລະ​ເອົາ​ພວກ​ລູກ​ຂອງ​ໂຕເອງ​ໄປ​ເຜົາ​ເປັນ​ເຄື່ອງບູຊາ.+ ລາວ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຄື​ກັບ​ຊາດ​ຕ່າງ​ໆ​+​ທີ່​ພະ​ເຢໂຫວາ​ໄດ້​ໄລ່​ໜີ​ໄປ​ຈາກ​ພວກ​ອິດສະຣາເອນ. 4 ລາວ​ຍັງ​ໄດ້​ເຜົາ​ເຄື່ອງ​ບູຊາ​ຢູ່​ບ່ອນ​ນະມັດສະການ​ຕ່າງ​ໆ​+ ຢູ່​ຕາມ​ໂນນ​ພູ ແລະ​ຢູ່​ກ້ອງ​ຕົ້ນ​ໄມ້​ໃຫຍ່​ທຸກ​ຕົ້ນ.+

5 ພະ​ເຢໂຫວາ​ຈຶ່ງ​ຍອມ​ໃຫ້​ກະສັດ​ຊີເຣຍ+​ຊະນະ​ອາຮາດ. ພວກ​ຊີເຣຍ​ຈັບ​ພວກ​ຢູດາ​ບັກ​ຫຼາຍ​ໆ​ໄປ​ເປັນ​ຊະເລີຍ​ຢູ່​ເມືອງ​ດາມາເຊ.+ ບໍ່​ແມ່ນ​ແຕ່​ເທົ່າ​ນັ້ນ ເພິ່ນ​ຍັງ​ຍອມ​ໃຫ້​ກະສັດ​ອິດສະຣາເອນ​ຊະນະ​ອາຮາດ​ແລະ​ຂ້າ​ພວກ​ຢູດາ​ຕາຍ​ຫຼາຍ​ແທ້​ຫຼາຍ​ວ່າ. 6 ຕອນ​ນັ້ນ ເປກາ+​ລູກ​ຊາຍ​ຂອງ​ເຣມາລີຢາ​ຂ້າ​ທະຫານ​ຢູດາ​ທີ່​ກ້າຫານ​ຕາຍ 120.000 ຄົນ​ພາຍ​ໃນ​ມື້​ດຽວ ຍ້ອນ​ພວກ​ຢູດາ​ໄດ້​ປະຖິ້ມ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ. + 7 ຊິກຣີ​ທີ່​ເປັນ​ທະຫານ​ຈາກ​ຕະກູນ​ເອຟຣາຢິມ​ໄດ້​ຂ້າ​ມາອາເສຢາ​ລູກ​ຊາຍ​ຂອງ​ກະສັດ ອັດຊະຣິກາມ​ທີ່​ເບິ່ງ​ແຍງ​ວັງ ແລະ​ເອນການາ​ທີ່​ເປັນ​ຮອງກະສັດ. 8 ພວກ​ອິດສະຣາເອນ​ໄດ້​ຈັບພວກ​ຜູ້​ຍິງ​ແລະ​ເດັກ​ນ້ອຍຈາກ​ຢູດາ 200.000 ຄົນ​ໄປ​ເປັນ​ຊະເລີຍ ແລະ​ຍຶດ​ເອົາ​ເຄື່ອງ​ຂອງ​ພວກ​ຢູດາ​ບັກ​ຫຼາຍ​ໆ​ກັບ​ໄປ​ເມືອງ​ຊາມາເຣຍ.+

9 ໂອເດັດ​ຜູ້ພະຍາກອນ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ເມືອງ​ຊາມາເຣຍ​ໄດ້​ອອກ​ໄປ​ຫາ​ພວກ​ທະຫານ​ອິດສະຣາເອນ​ທີ່​ກັບ​ມາ​ເມືອງ​ຊາມາເຣຍ ແລະ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ໃຈ​ຮ້າຍ​ໃຫ້​ພວກ​ຢູດາ​ຫຼາຍ ເພິ່ນ​ຈຶ່ງ​ຍອມ​ໃຫ້​ພວກ​ເຈົ້າ​ຊະນະ​ພວກ​ຢູດາ.+ ແຕ່​ພວກ​ເຈົ້າ​ຂ້າ​ເຂົາ​ເຈົ້າ​ຢ່າງ​ໂຫດ​ຫ້ຽມ​ແລະ​ເພິ່ນ​ກໍ​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ. 10 ຕອນ​ນີ້​ພວກ​ເຈົ້າ​ຢາກ​ໃຫ້​ຄົນ​ຢູດາ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ເປັນ​ຄົນ​ໃຊ້​ຂອງ​ພວກ​ເຈົ້າ+ ແຕ່​ທີ່​ຈິງ​ພວກ​ເຈົ້າ​ກໍ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຄື​ກັນ. 11 ໃຫ້​ພວກ​ເຈົ້າ​ສົ່ງ​ຊະເລີຍ​ເຫຼົ່ານີ້​ກັບ​ເມືອ ຍ້ອນ​ວ່າ​ພະ​ເຢໂຫວາ​ກຳລັງໃຈ​ຮ້າຍ​ໃຫ້​ພວກ​ເຈົ້າ​ຫຼາຍ.”

12 ຕອນ​ນັ້ນ ຫົວ​ໜ້າ​ບາງຄົນ​ໃນ​ຕະກູນ​ເອຟຣາຢິມ ພ້ອມ​ກັບ​ອາຊາຣີຢາ​ລູກ​ຊາຍ​ຂອງ​ເຢໂຮຮານັນ ເບເຣກີຢາ​ລູກ​ຊາຍ​ຂອງ​ເມຊິນເລໂມດ ເຢຮີຊະກີຢາ​ລູກ​ຊາຍ​ຂອງ​ຊາລຶມ ແລະ​ອາມາສາ​ລູກ​ຊາຍ​ຂອງ​ຮັດໄລ​ໄດ້​ອອກ​ໄປ​ຫາ​ພວກ​ທະຫານ​ທີ່​ກັບ​ມາ​ຈາກ​ການ​ຕໍ່ສູ້. 13 ເຂົາ​ເຈົ້າ​ບອກ​ພວກ​ທະຫານ​ວ່າ: “ຢ່າ​ເອົາ​ພວກ​ຊະເລີຍ​ມາ​ປະເທດ​ຂອງ​ພວກເຮົາ ຖ້າ​ເຮັດ​ແບບ​ນັ້ນ​ພວກເຮົາ​ຈະ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ. ເພິ່ນ​ໃຈ​ຮ້າຍ​ໃຫ້​ພວກ​ອິດສະຣາເອນ​ຢູ່​ແລ້ວ ຖ້າ​ເອົາ​ພວກ​ຊະເລີຍ​ມາ​ນີ້ ພວກເຮົາ​ແຮ່ງ​ຊິ​ເຮັດ​ຜິດ​ຫຼາຍ​ກວ່າ​ເກົ່າ​ອີກ.” 14 ພວກ​ທະຫານ​ຈຶ່ງ​ເອົາ​ຊະເລີຍ​ກັບ​ເຄື່ອງ​ທີ່​ຍຶດ​ມາ​ໄດ້+​ສົ່ງ​ໃຫ້​ພວກ​ເຈົ້າ​ນາຍ​ແລະ​ຄົນ​ອື່ນ​ໆ​ທີ່​ມາ​ລວມ​ກັນ​ຢູ່​ຫັ້ນ. 15 ເຂົາ​ເຈົ້າ​ໄດ້​ເລືອກ​ບາງຄົນ​ໃຫ້​ຊ່ວຍ​ພວກ​ຊະເລີຍ. ຄົນ​ເຫຼົ່ານີ້​ເອົາ​ເຄື່ອງນຸ່ງ​ຈາກ​ເຄື່ອງ​ທີ່​ຍຶດ​ມາ​ໄດ້​ໃຫ້​ຜູ້​ທີ່​ບໍ່​ມີ​ເຄື່ອງນຸ່ງ​ໃສ່ ເອົາ​ເກີບ ເອົາ​ຂອງກິນ​ກັບ​ນ້ຳ ແລະ​ເອົາ​ນ້ຳມັນ​ສຳລັບ​ໃຊ້​ທາ​ໂຕ​ໃຫ້​ພວກ​ຊະເລີຍ. ເຂົາ​ເຈົ້າ​ພາ​ພວກ​ຊະເລີຍ​ໄປ​ສົ່ງ​ຢູ່​ເຢຣິໂກ​ເມືອງ​ແຫ່ງ​ຕົ້ນ​ປາມ. ສ່ວນ​ຄົນ​ທີ່​ບໍ່​ມີ​ແຮງ​ເຂົາ​ເຈົ້າ​ກໍ​ໃຫ້​ຂີ່​ໂຕ​ລາ. ຫຼັງ​ຈາກ​ສົ່ງ​ພວກ​ຊະເລີຍ​ແລ້ວ ເຂົາ​ເຈົ້າ​ກໍ​ກັບ​ເມືອ​ເມືອງ​ຊາມາເຣຍ.

16 ຕອນ​ນັ້ນ ກະສັດ​ອາຮາດ​ໄດ້​ໄປ​ຂໍ​ໃຫ້​ກະສັດ​ອັດຊີເຣຍ​ຊ່ວຍ.+ 17 ພວກ​ເອໂດມ​ໄດ້​ມາ​ໂຈມຕີ​ພວກ​ຢູດາ​ອີກ​ເທື່ອ​ໜຶ່ງ​ແລະ​ຈັບ​ພວກ​ຢູດາ​ໄປ​ເປັນ​ຊະເລີຍ. 18 ພວກ​ຟີລິດສະຕີນ+​ໄດ້​ມາ​ໂຈມຕີ​ເມືອງ​ຕ່າງ​ໆ​ໃນ​ເຊເຟລາ+​ແລະ​ໃນ​ເນເກັບ​ຂອງ​ຢູດາ. ເຂົາ​ເຈົ້າ​ໄດ້​ຍຶດ​ເອົາ​ເມືອງ​ເບັດເຊເມັດ+ ເມືອງ​ອາຢາໂລນ+ ເມືອງ​ເກເດໂຣດ ເມືອງ​ໂສໂກ​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ ເມືອງ​ຕິມນາ+​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ ແລະ​ເມືອງ​ກິມໂຊ​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ ແລ້ວ​ພວກ​ຟີລິດສະຕີນ​ກໍ​ຍ້າຍ​ເຂົ້າ​ໄປ​ຢູ່​ເມືອງ​ເຫຼົ່າ​ນັ້ນ​ແທນ. 19 ຍ້ອນ​ອາຮາດ​ກະສັດ​ຂອງອິດສະຣາເອນ*​ພາພວກ​ຢູດາ​ບໍ່​ສັດຊື່​ຕໍ່​ພະ​ເຢໂຫວາ​ແລະ​ເຮັດ​ຜິດ​ຫຼາຍ​ຢ່າງ ພະ​ເຢໂຫວາ​ຈຶ່ງລົງໂທດເຂົາ​ເຈົ້າ.

20 ໃນ​ທີ່​ສຸດ​ຕິກລັດປິເລເສ+​ກະສັດ​ຂອງ​ອັດຊີເຣຍ​ກໍ​ມາ​ຫາ​ອາຮາດ ແຕ່​ແທນ​ທີ່​ຈະ​ມາ​ຊ່ວຍ ລາວ​ພັດ​ເຮັດ​ໃຫ້​ອາຮາດ​ເດືອດຮ້ອນ​ຫຼາຍ​ກວ່າ​ເກົ່າ.+ 21 ອາຮາດ​ໄດ້​ເອົາ​ເຄື່ອງ​ທີ່​ມີ​ຄ່າ​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ ຢູ່​ວັງ​ຂອງ​ກະສັດ+ ແລະ​ຢູ່​ເຮືອນ​ຂອງ​ພວກ​ເຈົ້າ​ນາຍ​ໄປ​ເປັນ​ຂອງຂວັນ​ໃຫ້​ກະສັດ​ອັດຊີເຣຍ ແຕ່​ການ​ເຮັດ​ແບບ​ນັ້ນ​ກໍ​ບໍ່​ໄດ້​ຊ່ວຍ​ອາຮາດ​ເລີຍ. 22 ຕອນ​ທີ່​ອາຮາດ​ເດືອດຮ້ອນ ລາວ​ກໍ​ແຮ່ງ​ບໍ່​ສັດຊື່​ຕໍ່​ພະ​ເຢໂຫວາ​ຫຼາຍ​ກວ່າ​ເກົ່າ​ອີກ. 23 ລາວ​ເລີ່ມ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ຂອງ​ພວກ​ດາມາເຊ+ ເຖິງ​ວ່າ​ພວກ​ນີ້​ຫາ​ກໍ​ເອົາ​ຊະນະ​ລາວ​ໄດ້.+ ລາວ​ເວົ້າ​ວ່າ: “ຍ້ອນ​ພະເຈົ້າ​ຂອງ​ກະສັດ​ຊີເຣຍ​ຊ່ວຍພວກ​ຊີເຣຍ ຄັນ​ຂ້ອຍ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ເຫຼົ່ານີ້ ພະເຈົ້າ​ເຫຼົ່ານີ້​ກໍ​ຈະ​ຊ່ວຍ​ຂ້ອຍ​ຄື​ກັນ.”+ ຍ້ອນ​ອາຮາດ​ກັບ​ພວກ​ປະຊາຊົນ​ນະມັດສະການ​ພະເຈົ້າ​ເຫຼົ່ານີ້ ເຂົາ​ເຈົ້າ​ຈຶ່ງ​ຈິບຫາຍ. 24 ອາຮາດ​ໄດ້​ເອົາ​ເຄື່ອງໃຊ້​ຕ່າງ​ໆ​ຢູ່​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ມາ​ຕັດ​ເປັນ​ປ່ຽງ​ນ້ອຍ​ໆ​+ ປິດ​ປະຕູ​ວິຫານ​ຂອງ​ພະ​ເຢໂຫວາ+ ແລະ​ເຮັດ​ແທ່ນ​ບູຊາ​ໃຫ້​ພະເຈົ້າ​ອື່ນ​ໆ​ຢູ່​ທຸກ​ຈອກ​ທຸກ​ແຈ​ໃນ​ເມືອງ​ເຢຣູຊາເລັມ. 25 ລາວ​ຍັງ​ເຮັດ​ບ່ອນ​ນະມັດສະການ​ໃຫ້​ພະເຈົ້າ​ອື່ນ​ໆ​ຢູ່​ທຸກ​ເມືອງ​ໃນ​ຢູດາ.+ ລາວ​ເຮັດ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ລາວ​ໃຈ​ຮ້າຍ​ຫຼາຍ.

26 ເລື່ອງ​ຕ່າງ​ໆ​ຂອງ​ອາຮາດ​ຕັ້ງ​ແຕ່​ຕົ້ນ​ຈົນ​ຈົບ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ພວກ​ກະສັດ​ຢູດາ​ແລະ​ພວກ​ກະສັດ​ອິດສະຣາເອນ.+ 27 ເມື່ອ​ອາຮາດ​ຕາຍ ເຂົາ​ເຈົ້າ​ຝັງ​ລາວ​ໄວ້​ຢູ່​ເມືອງ​ເຢຣູຊາເລັມ ແຕ່​ບໍ່​ແມ່ນ​ໃນ​ບ່ອນ​ຝັງ​ສົບ​ຂອງ​ພວກ​ກະສັດ​ອິດສະຣາເອນ.+ ເຮເຊກີຢາ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.

29 ເຮເຊກີຢາ+​ເປັນ​ກະສັດ​ຕອນ​ອາຍຸ 25 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 29 ປີ. ແມ່​ຂອງ​ລາວ​ຊື່​ອາບີຢາ*​ເປັນ​ລູກສາວ​ຂອງ​ເຊຄາຣີຢາ.+ 2 ເຮເຊກີຢາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ​ສະເໝີ+​ຄື​ກັບ​ດາວິດ​ທີ່​ເປັນ​ປູ່ຍ່າຕານາຍ​ຂອງ​ລາວ.+ 3 ໃນ​ເດືອນ​ທີ 1 ຂອງ​ປີ​ທີ 1 ທີ່​ເຮເຊກີຢາ​ປົກຄອງ ລາວ​ໄດ້​ເປີດ​ປະຕູ​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ແປງ​ປະຕູ​ເຫຼົ່າ​ນັ້ນ.+ 4 ຈາກ​ນັ້ນ ລາວ​ກໍ​ເອີ້ນ​ພວກ​ປະໂລຫິດ​ແລະ​ພວກເລວີ​ໃຫ້​ໄປ​ລວມ​ກັນ​ຢູ່​ເດີ່ນ​ທີ່ຢູ່​ທາງທິດ​ຕາເວັນ​ອອກຂອງ​ເມືອງ. 5 ລາວ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ພວກເລວີ ຂໍ​ໃຫ້​ຟັງ​ຂ້ອຍ. ໃຫ້​ພວກ​ເຈົ້າ​ກຽມ​ໂຕເອງ​ໃຫ້ພ້ອມທີ່​ຈະ​ນະມັດສະການ*+ ແລະ​ເຮັດ​ໃຫ້​ວິຫານ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ພ້ອມ​ສຳລັບ​ການ​ນະມັດສະການ​ຄື​ກັນ. ພວກ​ເຈົ້າ​ຕ້ອງ​ກຳຈັດ​ຮູບ​ພະ​ຕ່າງ​ໆ​ທີ່​ເປັນ​ຕາຂີ້ດຽດອອກ​ໄປ​ຈາກ​ບ່ອນ​ບໍລິສຸດ​ນີ້.+ 6 ພໍ່​ຂອງ​ພວກ​ເຮົາ​ບໍ່​ສັດຊື່​ແລະ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ເບິ່ງ​ວ່າ​ຊົ່ວ.+ ເຂົາ​ເຈົ້າ​ປະຖິ້ມ​ພະ​ເຢໂຫວາ​ແລະ​ເຕັ້ນ​ສັກສິດ​ຂອງ​ເພິ່ນ. ເຂົາ​ເຈົ້າ​ບໍ່​ສົນ​ໃຈ​ເພິ່ນ​ແລ້ວ.+ 7 ເຂົາ​ເຈົ້າ​ປິດ​ປະຕູ​ຫ້ອງ​ທີ່​ຢູ່​ທາງເຂົ້າ​ວິຫານ+ ມອດ​ຕະກຽງ+ ເຊົາ​ເຜົາ​ເຄື່ອງຫອມ+ ແລະ​ເຊົາ​ເຜົາ​ເຄື່ອງ​ບູຊາ+​ໃນ​ບ່ອນ​ບໍລິສຸດ​ໃຫ້​ພະເຈົ້າ​ຂອງ​ອິດສະຣາເອນ. 8 ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ຄົນ​ຢູດາ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ຫຼາຍ.+ ເພິ່ນ​ເຮັດ​ໃຫ້​ຄົນ​ທີ່​ເຫັນ​ເຂົາ​ເຈົ້າ​ຮູ້ສຶກ​ຢ້ານ ຮູ້ສຶກ​ຕົກ​ໃຈ ແລະ​ເຍາະເຍີ້ຍ​ເຂົາ​ເຈົ້າ​ຄື​ກັບ​ທີ່​ພວກ​ເຈົ້າ​ເຫັນ.+ 9 ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ຖືກ​ຂ້າ​ດ້ວຍ​ດາບ+ ແລະ​ລູກ​ເມຍ​ຂອງ​ພວກ​ເຮົາ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ກໍ​ຍ້ອນ​ເລື່ອງ​ນີ້.+ 10 ຂ້ອຍ​ຈຶ່ງ​ຢາກ​ເຮັດ​ສັນຍາ​ກັບ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ+​ເພື່ອ​ເພິ່ນ​ຈະ​ເຊົາ​ໃຈ​ຮ້າຍ​ໃຫ້​ພວກ​ເຮົາ. 11 ພີ່ນ້ອງຂອງຂ້ອຍ ຕອນ​ນີ້​ບໍ່​ແມ່ນ​ເວລາ​ທີ່​ພວກ​ເຈົ້າ​ຈະປະຖິ້ມ​ໜ້າ​ທີ່​ຂອງ​ໂຕເອງ ຍ້ອນ​ວ່າ​ພະ​ເຢໂຫວາ​ໄດ້​ເລືອກ​ພວກ​ເຈົ້າ​ໃຫ້​ຢືນ​ຢູ່​ຕໍ່​ໜ້າ​ເພິ່ນ ໃຫ້ຮັບໃຊ້​ເພິ່ນ+ ແລະ​ເຜົາ​ເຄື່ອງ​ບູຊາ​ໃຫ້​ເພິ່ນ.+

12 ພວກເລວີ​ທີ່ເລີ່ມເຮັດ​ວຽກ​ມີ​ດັ່ງ​ຕໍ່​ໄປ​ນີ້: ຈາກລູກ​ຫຼານ​ຂອງ​ໂກຮາດ+​ແມ່ນ​ມາຮາດ​ລູກ​ຊາຍ​ຂອງ​ອາມາຊາຍ​ແລະ​ໂຢເອນ​ລູກ​ຊາຍ​ຂອງ​ອາຊາຣີຢາ; ຈາກ​ລູກ​ຫຼານ​ຂອງ​ເມຣາຣີ+​ແມ່ນ​ກີເຊ​ລູກ​ຊາຍ​ຂອງ​ອັບດີ​ແລະ​ອາຊາຣີຢາ​ລູກ​ຊາຍ​ຂອງ​ເຢຮັນເລເລນ; ຈາກລູກຫຼານ​ຂອງ​ເກໂຊນ+​ແມ່ນ​ໂຢອາ​ລູກ​ຊາຍ​ຂອງ​ຊິມມາ​ແລະ​ເອເດັນ​ລູກ​ຊາຍ​ຂອງ​ໂຢອາ; 13 ຈາກ​ລູກ​ຫຼານ​ຂອງ​ເອລີຊາຟັນ​ແມ່ນ​ຊິມລີ​ແລະ​ເຢອູເອນ; ຈາກ​ລູກ​ຫຼານ​ຂອງ​ອາສັບ+​ແມ່ນ​ເຊຄາຣີຢາ​ແລະ​ມັດຕານີຢາ; 14 ຈາກ​ລູກ​ຫຼານ​ຂອງ​ເຮມານ+​ແມ່ນ​ເຢຮີເອນ​ແລະ​ຊິເມອີ; ຈາກ​ລູກ​ຫຼານ​ຂອງ​ເຢດູທູນ+​ແມ່ນ​ເຊມາຢາ​ແລະ​ອຸດຊີເອນ. 15 ຄົນ​ເຫຼົ່ານີ້​ໄດ້​ເອີ້ນ​ພວກ​ພີ່ນ້ອງ​ຂອງ​ໂຕເອງ​ມາ​ເພື່ອ​ໃຫ້​ເຂົາ​ເຈົ້າ​ກຽມ​ໂຕ​ໃຫ້​ພ້ອມ​ທີ່​ຈະ​ນະມັດສະການ​ແລະ​ເຮັດ​ໃຫ້​ວິຫານ​ຂອງ​ພະ​ເຢໂຫວາ​ພ້ອມ​ສຳລັບ​ການ​ນະມັດສະການ​ຕາມ​ທີ່​ກະສັດ​ບອກ​ຄື​ກັບ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໄວ້.+ 16 ພວກ​ປະໂລຫິດ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ເພື່ອ​ເຮັດ​ໃຫ້​ວິຫານ​ພ້ອມ​ສຳລັບ​ການ​ນະມັດສະການ ໂດຍ​ເອົາທຸກ​ສິ່ງ​ທີ່​ກ່ຽວຂ້ອງ​ກັບ​ການ​ນະມັດສະການ​ປອມ​ອອກ​ໄປ​ຈາກ​ວິຫານ​ຂອງ​ພະ​ເຢໂຫວາ ແລ້ວ​ເອົາ​ໄປ​ໄວ້​ຢູ່​ເດີ່ນ​ວິຫານ+​ຂອງ​ພະ​ເຢໂຫວາ. ຈາກ​ນັ້ນ ພວກເລວີ​ກໍ​ເອົາ​ເຄື່ອງ​ຂອງ​ເຫຼົ່າ​ນັ້ນ​ໄປ​ຖິ້ມ​ຢູ່​ຮ່ອມພູ​ກິດໂຣນ.+ 17 ໃນ​ວັນ​ທີ 1 ຂອງ​ເດືອນ​ທີ 1 ເຂົາ​ເຈົ້າ​ໄດ້​ເລີ່ມ​ເຮັດ​ວຽກ​ເພື່ອ​ເຮັດ​ໃຫ້​ວິຫານ​ຂອງ​ພະ​ເຢໂຫວາ​ພ້ອມ​ສຳລັບ​ການ​ນະມັດສະການ.+ ເຂົາ​ເຈົ້າ​ເລີ່ມ​ຈາກ​ທາງ​ໃນ​ກ່ອນ ແລະ​ໃນ​ວັນ​ທີ 8 ຂອງ​ເດືອນ​ນັ້ນ ເຂົາ​ເຈົ້າ​ໄດ້​ເຮັດ​ຮອດ​ຫ້ອງ​ທີ່​ຢູ່​ທາງເຂົ້າ​ວິຫານ. ເຂົາ​ເຈົ້າ​ໃຊ້ອີກ 8 ມື້​ເພື່ອ​ເຮັດ​ໃຫ້​ສ່ວນ​ອື່ນ​ໆ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ພ້ອມ​ສຳລັບ​ການ​ນະມັດສະການ. ໃນ​ວັນ​ທີ 16 ຂອງ​ເດືອນ​ນັ້ນ​ວຽກ​ທຸກ​ຢ່າງ​ກໍ​ແລ້ວ.

18 ຫຼັງ​ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ໄປ​ຫາ​ກະສັດ​ເຮເຊກີຢາ​ແລະ​ບອກ​ລາວ​ວ່າ: “ພວກ​ເຮົາ​ໄດ້​ເຮັດ​ໃຫ້​ວິຫານ​ຂອງ​ພະ​ເຢໂຫວາ​ພ້ອມ​ສຳລັບ​ການ​ນະມັດສະການ​ແລ້ວ. ແທ່ນ​ບູຊາ+​ກັບ​ເຄື່ອງໃຊ້​ສຳລັບ​ແທ່ນ​ນັ້ນ+ ແລະ​ໂຕະ​ສຳລັບ​ວາງ​ເຂົ້າຈີ່​ທີ່​ຢອງ​ຊ້ອນ​ກັນ*+​ກັບ​ເຄື່ອງໃຊ້​ສຳລັບ​ໂຕະ​ນັ້ນ ພວກ​ເຮົາ​ກໍ​ເຮັດ​ໃຫ້​ພ້ອມ​ແລ້ວ​ຄື​ກັນ. 19 ສ່ວນ​ເຄື່ອງໃຊ້​ຕ່າງ​ໆ​ທີ່​ກະສັດ​ອາຮາດ​ທີ່ບໍ່​ສັດຊື່​ເອົາ​ອອກ​ໄປ​ຈາກ​ວິຫານ+ ພວກ​ເຮົາ​ໄດ້ເຮັດ​ໃໝ່ແລະ​ເຮັດ​ໃຫ້​ບໍລິສຸດ​ແລ້ວ.+ ພວກ​ເຮົາ​ໄດ້​ເອົາ​ເຄື່ອງໃຊ້​ເຫຼົ່າ​ນັ້ນ​ໄປ​ໄວ້​ຢູ່​ຕໍ່​ໜ້າ​ວິຫານ​ຂອງ​ພະ​ເຢໂຫວາ​ແລ້ວ.”

20 ກະສັດ​ເຮເຊກີຢາ​ຕື່ນ​ແຕ່​ເຊົ້າ​ແລະ​ໄດ້​ເອີ້ນ​ພວກ​ເຈົ້າ​ນາຍ​ໃນ​ເມືອງ​ເຢຣູຊາເລັມ​ໃຫ້​ມາ​ຫາ ແລ້ວ​ເຂົາ​ເຈົ້າ​ກໍ​ພາກັນ​ໄປ​ວິຫານ​ຂອງ​ພະ​ເຢໂຫວາ. 21 ເຂົາ​ເຈົ້າ​ເອົາ​ງົວ​ໂຕ​ຜູ້ 7 ໂຕ ແກະ​ໂຕ​ຜູ້ 7 ໂຕ ແກະ​ນ້ອຍ​ໂຕ​ຜູ້ 7 ໂຕ ແລະ​ແບ້​ໂຕ​ຜູ້ 7 ໂຕ​ໄປ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ສຳລັບຄອບຄົວຂອງ​ກະສັດ ສຳລັບວິຫານ ແລະ​ສຳລັບ​ພວກ​ຢູດາ.+ ແລ້ວ​ກະສັດ​ເຮເຊກີຢາ​ກໍ​ບອກ​ພວກ​ປະໂລຫິດ​ທີ່​ເປັນ​ລູກ​ຫຼານ​ຂອງ​ອາໂຣນ​ໃຫ້​ເອົາ​ສັດ​ເຫຼົ່າ​ນັ້ນ​ໄປ​ເຜົາ​ຢູ່​ເທິງ​ແທ່ນ​ບູຊາ​ຂອງ​ພະ​ເຢໂຫວາ. 22 ພວກ​ປະໂລຫິດ​ໄດ້​ຂ້າ​ງົວ+​ແລະ​ເອົາ​ເລືອດ​ໄປ​ຊິດ​ໃສ່​ແທ່ນ​ບູຊາ+ ຂ້າ​ແກະ​ໂຕ​ຜູ້​ແລະ​ເອົາ​ເລືອດ​ໄປ​ຊິດ​ໃສ່​ແທ່ນ​ບູຊາ ແລະ​ຂ້າ​ແກະ​ນ້ອຍ​ໂຕ​ຜູ້​ແລະ​ເອົາ​ເລືອດ​ໄປ​ຊິດ​ໃສ່​ແທ່ນ​ບູຊາ. 23 ຈາກ​ນັ້ນ ພວກ​ປະໂລຫິດ​ກໍ​ເອົາ​ແບ້​ທີ່​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ມາ​ຢູ່​ຕໍ່​ໜ້າ​ກະສັດ​ແລະ​ຕໍ່​ໜ້າ​ປະຊາຊົນ ແລະເຂົາ​ເຈົ້າກໍ​ເອົາ​ມື​ວາງ​ຢູ່​ເທິງ​ແບ້​ເຫຼົ່າ​ນັ້ນ. 24 ພວກ​ປະໂລຫິດ​ຂ້າ​ແບ້​ເຫຼົ່າ​ນັ້ນ​ແລະ​ເຜົາ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ໃຫ້​ພວກ​ອິດສະຣາເອນ​ທັງ​ໝົດ. ເຂົາ​ເຈົ້າ​ເຮັດ​ແບບ​ນີ້​ກໍ​ຍ້ອນ​ກະສັດ​ບອກ​ວ່າ: “ເຄື່ອງ​ບູຊາເຜົາ​ແລະ​ເຄື່ອງບູຊາ​ໄຖ່​ບາບ​ແມ່ນ​ສຳລັບ​ພວກ​ອິດສະຣາເອນ​ທັງ​ໝົດ.”

25 ຕອນ​ນັ້ນ ເຮເຊກີຢາ​ໄດ້​ບອກ​ພວກເລວີ​ໃຫ້​ຢືນ​ຢູ່​ບ່ອນ​ຂອງ​ໂຕເອງ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ໃຫ້​ຖື​ແສ່ງ ຖື​ເຄື່ອງ​ດົນຕີ​ທີ່​ມີ​ສາຍ ແລະ​ຖື​ພິນ+​ໄວ້ ຕາມ​ທີ່​ດາວິດ+ ຄາດ+​ທີ່​ເປັນ​ຜູ້ພະຍາກອນ​ໃຫ້​ກະສັດ* ແລະ​ຜູ້ພະຍາກອນ​ນາທານ+​ເຄີຍ​ສັ່ງ​ໄວ້. ພະ​ເຢໂຫວາ​ໄດ້​ບອກ​ຜູ້ພະຍາກອນ​ຂອງ​ເພິ່ນ​ໃຫ້​ເຮັດ​ແບບ​ນີ້. 26 ພວກເລວີ​ຈຶ່ງ​ຖື​ເຄື່ອງ​ດົນຕີ​ທີ່​ດາວິດ​ເຮັດ​ແລະ​ພວກ​ປະໂລຫິດ​ກໍ​ຖື​ແກ.+

27 ຈາກ​ນັ້ນ ເຮເຊກີຢາ​ບອກ​ໃຫ້​ເຜົາ​ເຄື່ອງ​ບູຊາ​ເຜົາ​ເທິງ​ແທ່ນ​ບູຊາ.+ ເມື່ອ​ເຂົາ​ເຈົ້າ​ເລີ່ມ​ເຜົາ​ເຄື່ອງ​ບູຊາ ພວກ​ທີ່​ຖື​ເຄື່ອງ​ດົນຕີ​ທີ່​ດາວິດ​ກະສັດ​ຂອງ​ອິດສະຣາເອນ​ໄດ້​ເຮັດ​ກໍ​ເລີ່ມ​ຫຼິ້ນ​ດົນຕີ​ໃຫ້​ພະ​ເຢໂຫວາ ແລ້ວ​ຄົນ​ທີ່​ຖື​ແກ​ກໍເປົ່າແກ​ໄປ​ພ້ອມ​ກັບ​ເຂົາ​ເຈົ້າ. 28 ຕະຫຼອດ​ເວລາ​ທີ່​ເຜົາ​ເຄື່ອງ​ບູຊາ​ກໍ​ມີການ​ຮ້ອງ​ເພງ​ແລະ​ເປົ່າ​ແກ ແລະ​ປະຊາຊົນ​ທີ່​ຢູ່​ຫັ້ນ​ກໍ​ໝູບ​ໜ້າ​ລົງ​ພື້ນ. 29 ເມື່ອ​ເຜົາ​ເຄື່ອງ​ບູຊາ​ແລ້ວ​ໆ​ ກະສັດ​ກັບ​ພວກ​ເຈົ້າ​ນາຍ​ກໍ​ໝູບ​ໜ້າ​ລົງ​ພື້ນ. 30 ຈາກ​ນັ້ນ ກະສັດ​ເຮເຊກີຢາ​ກັບ​ພວກ​ເຈົ້າ​ນາຍ​ໄດ້​ບອກ​ພວກເລວີ​ໃຫ້​ຮ້ອງ​ເພງສັນລະເສີນ​ພະ​ເຢໂຫວາ​ເຊິ່ງ​ເປັນ​ເພງ​ທີ່​ດາວິດ+​ກັບ​ຜູ້ພະຍາກອນ​ອາສັບ*+​ໄດ້​ແຕ່ງ​ໄວ້. ພວກເລວີ​ກໍ​ຮ້ອງ​ເພງສັນລະເສີນ​ຢ່າງ​ມີ​ຄວາມ​ສຸກ ແລ້ວ​ເຂົາ​ເຈົ້າ​ກໍ​ໝູບ​ໜ້າ​ລົງ​ພື້ນ.

31 ຕໍ່ມາ ເຮເຊກີຢາ​ເວົ້າ​ວ່າ: “ພວກ​ເຈົ້າ​ໄດ້​ຖືກ​ແຍກ​ໄວ້​ຕ່າງ​ຫາກ​ສຳລັບ​ພະ​ເຢໂຫວາ​ແລ້ວ. ບັດ​ນີ້​ໃຫ້​ທຸກ​ຄົນ​ເອົາ​ເຄື່ອງ​ບູຊາ​ຕ່າງ​ໆ​ກັບ​ເຄື່ອງ​ບູຊາ​ສະແດງ​ຄວາມ​ຂອບໃຈ​ມາ​ວິຫານ​ຂອງ​ພະ​ເຢໂຫວາ.” ເຂົາ​ເຈົ້າ​ຈຶ່ງ​ເອົາ​ເຄື່ອງ​ບູຊາ​ຕ່າງ​ໆ​ກັບ​ເຄື່ອງ​ບູຊາ​ສະແດງ​ຄວາມ​ຂອບໃຈ​ມາ​ຫັ້ນ. ທຸກ​ຄົນ​ທີ່​ເຕັມໃຈ​ຢາກ​ໃຫ້​ກໍ​ໄດ້​ເອົາ​ເຄື່ອງ​ບູຊາ​ເຜົາ​ມາ​ໃຫ້.+ 32 ເຄື່ອງ​ບູຊາ​ເຜົາ​ທີ່​ປະຊາຊົນ​ເອົາ​ມາ​ໃຫ້​ພະ​ເຢໂຫວາ​ມີ: ງົວ 70 ໂຕ ແກະ​ໂຕ​ຜູ້ 100 ໂຕ ແລະ​ແກະ​ນ້ອຍ​ໂຕ​ຜູ້ 200 ໂຕ.+ 33 ເຂົາ​ເຈົ້າ​ຍັງ​ໄດ້​ເອົາ​ງົວ 600 ໂຕ ແລະ​ແກະ 3.000 ໂຕ​ມາ​ໃຫ້​ນຳ​ເພື່ອ​ໃຊ້​ເປັນເຄື່ອງບູຊາ​ອື່ນ​ໆ​. 34 ແຕ່​ຕອນ​ນັ້ນ​ມີ​ປະໂລຫິດ​ໜ້ອຍ​ໂພດ​ທີ່​ຈະ​ລອກ​ໜັງ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ ພວກເລວີ​ຈຶ່ງ​ມາ​ຊ່ວຍ​ວຽກ​ນີ້+​ຈົນ​ເຖິງ​ຕອນ​ທີ່​ປະໂລຫິດຄົນ​ອື່ນ​ໆ​ໄດ້​ເຮັດ​ໃຫ້​ໂຕເອງ​ພ້ອມ​ທີ່​ຈະ​ນະມັດສະການ+​ແລະ​ຈົນ​ວຽກ​ແລ້ວ. ພວກເລວີ​ຊ່ວຍ​ວຽກ​ນັ້ນ​ໄດ້​ກໍ​ຍ້ອນ​ເຂົາ​ເຈົ້າ​ເອົາໃຈໃສ່​ເລື່ອງ​ການ​ເຮັດ​ໃຫ້​ໂຕເອງ​ພ້ອມ​ທີ່​ຈະ​ນະມັດສະການ​ຫຼາຍ​ກວ່າ​ພວກ​ປະໂລຫິດ. 35 ນອກ​ຈາກ​ນັ້ນ​ຍັງ​ມີ​ເຄື່ອງ​ບູຊາ​ເຜົາ​ຫຼາຍ​ແທ້​ຫຼາຍ​ວ່າ+ ນ້ຳມັນ​ຂອງ​ສັດ​ຈາກ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+ ແລະ​ເຄື່ອງ​ບູຊາ​ດື່ມ​ທີ່​ຕ້ອງ​ໃຫ້​ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ.+ ຫຼັງ​ຈາກ​ນັ້ນ ທຸກ​ຄົນ​ກໍ​ກັບ​ມາ​ນະມັດສະການ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ​ໄດ້​ຄື​ເກົ່າ. 36 ເຮເຊກີຢາ​ແລະ​ປະຊາຊົນ​ທຸກ​ຄົນ​ດີ​ໃຈ​ຫຼາຍ​ທີ່​ພະເຈົ້າ​ທ່ຽງແທ້​ໄດ້ຊ່ວຍເຂົາ​ເຈົ້າ.+ ບໍ່​ມີ​ໃຜ​ຄິດ​ວ່າ​ເລື່ອງ​ນີ້​ຈະ​ເກີດ​ຂຶ້ນ​ໄວ​ປານ​ນີ້.

30 ເຮເຊກີຢາ​ສົ່ງ​ຂ່າວ​ໄປ​ທົ່ວ​ອິດສະຣາເອນ+​ແລະ​ຢູດາ ແລະ​ຍັງ​ໄດ້​ຂຽນ​ຈົດ​ໝາຍ​ໄປ​ບອກ​ຄົນ​ໃນ​ເຂດ​ຕະກູນ​ເອຟຣາຢິມ​ແລະ​ມານາເຊ+​ເພື່ອ​ຊວນ​ທຸກ​ຄົນ​ມາ​ຮ່ວມ​ສະຫຼອງ​ປັດສະຄາ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ​ໃນ​ເມືອງ​ເຢຣູຊາເລັມ.+ 2 ກະສັດ ພວກ​ເຈົ້າ​ນາຍ ແລະ​ປະຊາຊົນ​ໃນ​ເມືອງ​ເຢຣູຊາເລັມ​ໄດ້​ຕັດສິນ​ໃຈ​ວ່າ​ຈະ​ສະຫຼອງ​ປັດສະຄາ​ໃນ​ເດືອນ​ທີ 2.+ 3 ເຂົາ​ເຈົ້າ​ສະຫຼອງ​ປັດສະຄາ​ຕາມ​ເວລາ​ປົກກະຕິ​ບໍ່​ໄດ້+ ຍ້ອນ​ວ່າ​ປະໂລຫິດ​ທີ່​ເຮັດ​ໃຫ້​ໂຕເອງ​ພ້ອມ​ທີ່​ຈະ​ນະມັດສະການ*​ຍັງ​ມີ​ບໍ່​ພໍ+ ແລະ​ປະຊາຊົນ​ກໍ​ຍັງ​ບໍ່​ທັນ​ມາ​ລວມ​ກັນ​ຢູ່​ເມືອງ​ເຢຣູຊາເລັມ​ເທື່ອ. 4 ກະສັດ​ກັບ​ປະຊາຊົນ​ກໍ​ເຫັນ​ດີ​ນຳ​ກັນ. 5 ເຂົາ​ເຈົ້າ​ຈຶ່ງ​ປະກາດ​ໄປ​ທົ່ວ​ອິດສະຣາເອນ ຕັ້ງ​ແຕ່​ເມືອງ​ເບເອເຊບາ​ຈົນ​ຮອດ​ເມືອງ​ດານ+​ເພື່ອ​ໃຫ້​ປະຊາຊົນ​ມາ​ສະຫຼອງ​ປັດສະຄາ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ຢູ່​ເມືອງ​ເຢຣູຊາເລັມ ຍ້ອນ​ວ່າ​ກ່ອນ​ໜ້າ​ນີ້​ເຂົາ​ເຈົ້າ​ບໍ່​ໄດ້​ມາ​ສະຫຼອງ​ປັດສະຄາ​ຕາມ​ທີ່ກົດ​ໝາຍ​ຂຽນ​ໄວ້​ແບບ​ເປັນ​ກຸ່ມ​ໃຫຍ່ຈັ່ງ​ຊີ້.+

6 ກະສັດ​ສັ່ງ​ໃຫ້​ພວກ​ຜູ້​ສົ່ງ​ຂ່າວ​ເອົາ​ຈົດ​ໝາຍທີ່​ກະສັດ​ກັບ​ພວກ​ເຈົ້າ​ນາຍ​ຂຽນ​ໄປ​ທົ່ວ​ອິດສະຣາເອນ​ແລະ​ຢູດາ​ເພື່ອ​ອ່ານ​ໃຫ້​ປະຊາຊົນ​ຟັງ. ໃນ​ຈົດ​ໝາຍ​ນັ້ນ​ຂຽນ​ວ່າ: “ປະຊາຊົນ​ໃນ​ອິດສະຣາເອນ​ເອີ້ຍ ໃຫ້​ພວກ​ເຈົ້າ​ກັບ​ມາ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອັບຣາຮາມ ອີຊາກ ແລະ​ອິດສະຣາເອນ​ເພື່ອ​ເພິ່ນ​ຈະ​ກັບ​ມາ​ສົນ​ໃຈ​ຄົນ​ທີ່​ລອດ​ຈາກ​ກະສັດ​ອັດຊີເຣຍ.+ 7 ຢ່າ​ເປັນ​ຄື​ກັບ​ປູ່ຍ່າຕານາຍ​ແລະ​ພີ່ນ້ອງ​ຂອງ​ພວກ​ເຈົ້າ​ທີ່​ບໍ່​ສັດຊື່​ຕໍ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ. ພວກ​ເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ພະເຈົ້າ​ໄດ້​ເຮັດ​ໃຫ້ເຂົາ​ເຈົ້າ​ຈິບຫາຍເພື່ອ​ຄົນ​ທີ່​ເຫັນ​ແລະ​ໄດ້​ຍິນ​ຈະ​ຢ້ານ.+ 8 ຢ່າ​ເປັນ​ຄົນ​ຫົວ​ແຂງ​ຄື​ກັບ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ.+ ໃຫ້​ພວກ​ເຈົ້າ​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ມາ​ວິຫານ+​ທີ່​ເພິ່ນ​ໄດ້​ເຮັດ​ໃຫ້​ບໍລິສຸດ​ຕະຫຼອດໄປ ແລະ​ຮັບ​ໃຊ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ເພື່ອ​ເພິ່ນ​ຈະ​ເຊົາ​ໃຈ​ຮ້າຍ​ໃຫ້​ພວກ​ເຈົ້າ.+ 9 ຖ້າ​ພວກ​ເຈົ້າ​ກັບ​ມາ​ຫາ​ພະ​ເຢໂຫວາ ພວກ​ທີ່​ຈັບ​ພວກ​ພີ່ນ້ອງ​ແລະ​ພວກ​ລູກ​ຊາຍ​ຂອງ​ພວກ​ເຈົ້າ​ໄປ​ເປັນ​ຊະເລີຍ​ຈະ​ອີ່ຕົນ​ເຂົາ​ເຈົ້າ+​ແລະ​ຈະ​ປ່ອຍ​ເຂົາ​ເຈົ້າ​ໃຫ້​ກັບ​ມາ​ແຜ່ນດິນ​ນີ້.+ ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເມດຕາ​ແລະ​ໃຈ​ດີ.+ ເພິ່ນ​ຈະ​ບໍ່​ຖິ້ມ​ພວກ​ເຈົ້າ​ຖ້າ​ພວກ​ເຈົ້າ​ກັບ​ມາ​ຫາ​ເພິ່ນ.”+

10 ພວກ​ຜູ້​ສົ່ງ​ຂ່າວ​ໄດ້​ໄປ​ຕາມ​ເມືອງ​ຕ່າງ​ໆ​ທົ່ວ​ເຂດ​ເອຟຣາຢິມ​ແລະ​ມານາເຊ+ ແລະ​ໄປ​ໄກ​ຈົນ​ຮອດ​ເຊບູລູນ. ຄົນ​ທີ່​ຢູ່​ເມືອງ​ເຫຼົ່າ​ນັ້ນ​ໄດ້​ຫົວຂວັນ​ໃສ່​ແລະ​ເຍາະເຍີ້ຍ​ເຂົາ​ເຈົ້າ.+ 11 ແຕ່​ມີ​ບາງຄົນ​ໃນ​ເຂດ​ອາເຊ ມານາເຊ ແລະ​ເຊບູລູນ​ຮູ້ສຶກ​ເສຍໃຈ​ແລະ​ຖ່ອມ​ໂຕ ແລ້ວ​ກໍ​ມາ​ເມືອງ​ເຢຣູຊາເລັມ.+ 12 ພະເຈົ້າ​ທ່ຽງແທ້​ໄດ້​ເຮັດ​ໃຫ້​ພວກ​ຢູດາ​ທຸກ​ຄົນ​ສາມັກຄີ​ກັນ​ເຮັດ​ຕາມ​ທຸກ​ສິ່ງ​ທີ່​ກະສັດ​ແລະ​ພວກ​ເຈົ້າ​ນາຍ​ສັ່ງ​ຄື​ກັບ​ທີ່​ຂຽນ​ໄວ້​ໃນ​ຄຳເວົ້າ​ຂອງ​ພະ​ເຢໂຫວາ.

13 ປະຊາຊົນ​ຫຼາຍ​ແທ້​ຫຼາຍ​ວ່າ​ໄດ້​ພາກັນ​ມາ​ເມືອງ​ເຢຣູຊາເລັມ​ເພື່ອ​ສະຫຼອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ+​ໃນ​ເດືອນ​ທີ 2.+ ນີ້​ເປັນ​ການ​ລວມ​ກັນ​ທີ່​ໃຫຍ່​ຫຼາຍ​ຂອງ​ປະຊາຊົນ. 14 ເຂົາ​ເຈົ້າ​ໄດ້​ເອົາແທ່ນ​ບູຊາ​ຕ່າງ​ໆ​ຂອງ​ພະເຈົ້າ​ປອມທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ+​ກັບ​ແທ່ນ​ເຜົາ​ເຄື່ອງຫອມ​ທັງ​ໝົດ+​ໄປ​ຖິ້ມ​ຢູ່​ຮ່ອມພູ​ກິດໂຣນ. 15 ໃນ​ວັນ​ທີ 14 ຂອງ​ເດືອນ​ທີ 2 ເຂົາ​ເຈົ້າ​ໄດ້​ຂ້າ​ສັດ​ຕ່າງ​ໆ​ສຳລັບ​ປັດສະຄາ. ພວກ​ປະໂລຫິດ​ແລະ​ພວກເລວີ​ຮູ້ສຶກ​ອາຍ ເຂົາ​ເຈົ້າ​ຈຶ່ງ​ເຮັດ​ໃຫ້​ໂຕເອງ​ພ້ອມ​ທີ່​ຈະ​ນະມັດສະການແລະ​ໄດ້​ເອົາ​ເຄື່ອງ​ບູຊາ​ເຜົາ​ມາ​ວິຫານ​ຂອງ​ພະ​ເຢໂຫວາ. 16 ພວກ​ປະໂລຫິດ​ກັບ​ພວກເລວີ​ກັບ​ມາ​ເຮັດ​ໜ້າ​ທີ່​ຂອງ​ໂຕເອງ​ຕາມ​ທີ່​ບອກ​ໄວ້​ໃນ​ກົດ​ໝາຍ​ຂອງ​ໂມເຊ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້. ພວກເລວີ​ໄດ້​ເອົາ​ເລືອດ+​ຂອງ​ສັດ​ໄປ​ໃຫ້​ພວກ​ປະໂລຫິດ ແລ້ວ​ພວກ​ປະໂລຫິດ​ກໍ​ເອົາ​ເລືອດ​ນັ້ນ​ໄປ​ຊິດ​ໃສ່​ແທ່ນ​ບູຊາ. 17 ຫຼາຍ​ຄົນ​ທີ່​ມາ​ລວມ​ກັນ​ຍັງ​ບໍ່​ໄດ້​ເຮັດ​ໃຫ້​ໂຕເອງ​ສະອາດ* ພວກເລວີ​ຈຶ່ງ​ຂ້າ​ສັດ​ສຳລັບ​ປັດສະຄາ​ໃຫ້​ທຸກ​ຄົນ​ທີ່​ບໍ່​ສະອາດ+​ເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍລິສຸດ​ສຳລັບ​ພະ​ເຢໂຫວາ. 18 ມີ​ຄົນ​ມາ​ຫຼາຍ​ແທ້​ຫຼາຍ​ວ່າ. ຫຼາຍ​ຄົນ​ຈາກ​ເຂດ​ເອຟຣາຢິມ ມານາເຊ+ ອິດຊາຄາ ເຊບູລູນ ແລະ​ບ່ອນ​ອື່ນ​ໆ​ຍັງ​ບໍ່​ທັນ​ໄດ້​ເຮັດ​ໃຫ້​ໂຕເອງ​ສະອາດ ແຕ່​ເຂົາ​ເຈົ້າ​ກິນ​ຂອງກິນ​ປັດສະຄາ​ເຊິ່ງ​ຂັດ​ກັບ​ກົດ​ໝາຍ​ທີ່​ຂຽນ​ໄວ້. ເຮເຊກີຢາ​ຈຶ່ງ​ອະທິດຖານ​ເພື່ອ​ເຂົາ​ເຈົ້າ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ທີ່​ດີ​ແທ້​ໆ​+​ຍົກ​ໂທດ​ໃຫ້ 19 ທຸກ​ຄົນ​ທີ່​ຍັງ​ບໍ່​ທັນ​ໄດ້​ເຮັດ​ໃຫ້​ໂຕເອງ​ສະອາດ​ສຳລັບການ​ສະຫຼອງ​ທີ່​ບໍລິສຸດ​ນີ້.+ ພະ​ເຢໂຫວາ​ພະເຈົ້າ​ທ່ຽງແທ້ ພະອົງ​ເປັນ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ. ຄົນ​ເຫຼົ່ານີ້​ມາ​ນີ້​ເພື່ອຕັ້ງ​ໃຈ​ຮັບ​ໃຊ້ພະອົງ.”+ 20 ພະ​ເຢໂຫວາ​ກໍ​ຟັງ​ຄຳ​ຂໍ​ຂອງ​ເຮເຊກີຢາ​ແລະ​ໄດ້​ຍົກ​ໂທດ​ໃຫ້​ປະຊາຊົນ.

21 ພວກ​ອິດສະຣາເອນ​ທີ່​ຢູ່​ເມືອງ​ເຢຣູຊາເລັມ​ພາກັນ​ສະຫຼອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ+ 7 ມື້​ຢ່າງ​ມ່ວນ​ຊື່ນ.+ ພວກ​ປະໂລຫິດ​ກັບ​ພວກ​ເລວີ​ໄດ້​ຫຼິ້ນ​ດົນຕີ​ສຽງ​ດັງ​ໆ​ໃຫ້​ພະ​ເຢໂຫວາ​ທຸກ​ມື້​ເພື່ອ​ສັນລະເສີນ​ພະ​ເຢໂຫວາ.+ 22 ເຮເຊກີຢາ​ເວົ້າ​ໃຫ້​ກຳລັງໃຈ​ພວກເລວີ​ທຸກ​ຄົນ​ທີ່​ເຮັດ​ວຽກ​ຮັບ​ໃຊ້​ພະ​ເຢໂຫວາ​ຢ່າງ​ຮອບຄອບ. ຕະຫຼອດ 7 ມື້​ນັ້ນ+ ທຸກ​ຄົນ​ໄດ້​ກິນ​ເຂົ້າ​ນຳ​ກັນ ເຜົາ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+ ແລະ​ຂອບໃຈ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ.

23 ຫຼັງ​ຈາກ​ນັ້ນ ທຸກ​ຄົນ​ໄດ້​ຕົກ​ລົງ​ກັນ​ວ່າ​ຈະ​ສະຫຼອງ​ອີກ 7 ມື້. ແລ້ວ​ເຂົາ​ເຈົ້າ​ກໍ​ສະຫຼອງ​ອີກ 7 ມື້​ຢ່າງ​ມ່ວນ​ຊື່ນ.+ 24 ເຮເຊກີຢາ​ກະສັດ​ຂອງ​ຢູດາ​ໄດ້​ເອົາ​ງົວ 1.000 ໂຕ​ກັບ​ແກະ 7.000 ໂຕ​ໃຫ້​ເຂົາ​ເຈົ້າ. ພວກ​ເຈົ້າ​ນາຍ​ກໍ​ໄດ້​ເອົາ​ງົວ 1.000 ໂຕ​ກັບ​ແກະ 10.000 ໂຕ+​ໃຫ້​ເຂົາ​ເຈົ້າ​ນຳ ແລະ​ພວກ​ປະໂລຫິດ​ຫຼາຍ​ຄົນ​ໄດ້​ເຮັດ​ໃຫ້​ໂຕເອງ​ພ້ອມ​ທີ່​ຈະ​ນະມັດສະການ.+ 25 ພວກ​ຢູດາ​ທຸກ​ຄົນ ພວກ​ປະໂລຫິດ ພວກເລວີ ທຸກ​ຄົນ​ທີ່​ມາ​ຈາກ​ອິດສະຣາເອນ+ ແລະ​ຄົນ​ຕ່າງ​ຊາດ+​ທີ່​ມາ​ຈາກ​ອິດສະຣາເອນ​ກັບ​ທີ່​ຢູ່​ຢູດາ​ກໍ​ພາກັນ​ມ່ວນ​ແທ້​ມ່ວນ​ວ່າ. 26 ຢູ່​ເມືອງ​ເຢຣູຊາເລັມ​ມີ​ຄວາມ​ມ່ວນ​ຊື່ນ​ຫຼາຍ ເພາະ​ນັບ​ຕັ້ງ​ແຕ່​ສະໄໝ​ຂອງ​ໂຊໂລໂມນ​ລູກ​ຊາຍ​ຂອງ​ດາວິດ​ກະສັດ​ຂອງ​ອິດສະຣາເອນ​ກໍ​ບໍ່​ເຄີຍ​ມີການ​ສະຫຼອງ​ແບບ​ນີ້​ໃນ​ເມືອງ​ເຢຣູຊາເລັມ​ອີກ​ເລີຍ.+ 27 ໃນ​ຕອນ​ຈົບ​ຂອງ​ເທດສະການ ພວກ​ປະໂລຫິດ​ຈາກ​ຕະກູນ​ເລວີ​ກໍ​ຢືນ​ຂຶ້ນ​ແລະ​ອວຍພອນ​ປະຊາຊົນ.+ ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນກໍ​ຟັງ​ຄຳ​ອະທິດຖານ​ຂອງ​ເຂົາ​ເຈົ້າ.

31 ຫຼັງ​ຈາກ​ເຂົາ​ເຈົ້າ​ສະຫຼອງເທດສະການແລ້ວ​ໆ​ ພວກ​ອິດສະຣາເອນ​ທຸກ​ຄົນ​ທີ່​ຢູ່​ຫັ້ນ​ກໍ​ໄປ​ຕາມ​ເມືອງ​ຕ່າງ​ໆ​ຂອງ​ຢູດາ. ເຂົາ​ເຈົ້າ​ທຳລາຍ​ເສົາ​ຫີນ​ສັກສິດ+ ເສົາ​ໄມ້​ສັກສິດ*+ ບ່ອນ​ນະມັດສະການ+​ແລະ​ແທ່ນ​ບູຊາ+​ທຸກ​ບ່ອນ​ທົ່ວ​ເຂດ​ຢູດາ​ແລະ​ເບັນຢາມິນ. ເຂົາ​ເຈົ້າ​ຍັງ​ເຮັດ​ແບບ​ດຽວ​ກັນ​ນີ້​ຢູ່​ເຂດ​ເອຟຣາຢິມ​ແລະ​ມານາເຊ.+ ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ກັບ​ເມືອ​ເຮືອນ​ໃຜ​ເຮືອນ​ລາວ.

2 ເຮເຊກີຢາ​ໃຫ້​ພວກ​ປະໂລຫິດ​ແລະ​ພວກເລວີ​ເຮັດ​ວຽກ​ຂອງ​ໂຕເອງ+​ຕາມ​ທີ່​ໄດ້​ແບ່ງ​ກຸ່ມ​ໄວ້+​ເພື່ອ​ໃຫ້​ເຂົາ​ເຈົ້າ​ເຜົາ​ເຄື່ອງ​ບູຊາ​ເຜົາ​ກັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ ເພື່ອ​ໃຫ້​ເຮັດ​ວຽກ​ຮັບ​ໃຊ້ ແລະ​ເພື່ອຮ້ອງ​ເພງຂອບໃຈ​ແລະ​ສັນລະເສີນພະເຈົ້າ​ຢູ່​ເດີ່ນ​ວິຫານ​ຂອງ​ພະ​ເຢໂຫວາ.+ 3 ເຮເຊກີຢາ​ໄດ້​ເອົາ​ສັດ​ສ່ວນ​ໜຶ່ງ​ຂອງ​ໂຕເອງ​ໃຫ້ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+​ສຳລັບຕອນເຊົ້າ​ກັບ​ຕອນ​ແລງ+ ສຳລັບ​ວັນ​ຊະບາໂຕ+ ສຳລັບ​ມື້​ເດືອນ​ອອກ​ໃໝ່+ ແລະ​ສຳລັບ​ເທດສະການ​ຕ່າງ​ໆ​+​ຕາມ​ທີ່​ຂຽນ​ໄວ້​ໃນ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ.

4 ນອກ​ຈາກ​ນັ້ນ ເຮເຊກີຢາ​ຍັງ​ໄດ້​ສັ່ງ​ປະຊາຊົນ​ທີ່​ຢູ່​ເມືອງ​ເຢຣູຊາເລັມ​ໃຫ້​ເອົາ​ສ່ວນ​ທີ່​ຄວນ​ໃຫ້​ພວກ​ປະໂລຫິດ​ກັບ​ພວກເລວີ​ມາ​ໃຫ້​ເຂົາ​ເຈົ້າ+ ເພື່ອ​ເຂົາ​ເຈົ້າ​ຈະ​ເຮັດ​ໜ້າ​ທີ່​ຂອງ​ໂຕເອງ​ໄດ້​ຢ່າງ​ເຕັມທີ​ຕາມ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ. 5 ທັນທີ​ທີ່​ມີ​ຄຳ​ປະກາດ​ນີ້ ປະຊາຊົນ​ກໍ​ໄດ້​ເອົາ​ເຂົ້າ​ທີ່​ເປັນ​ຜົນລະປູກ​ຊຸດ​ທຳອິດ ເຫຼົ້າແວງ​ໃໝ່ ນ້ຳມັນ​ໝາກກອກ+ ນ້ຳ​ເຜີ້ງ ແລະ​ຜົນລະປູກ​ອື່ນ​ໆ​+​ມາ​ບໍລິຈາກ​ໃຫ້​ຫຼາຍ​ແທ້​ຫຼາຍ​ວ່າ. ເຂົາ​ເຈົ້າ​ເອົາ 1 ສ່ວນ 10 ຂອງ​ທຸກ​ສິ່ງ​ມາ​ໃຫ້.+ 6 ພວກ​ອິດສະຣາເອນ​ແລະ​ພວກ​ຢູດາ​ທີ່​ຢູ່​ເມືອງ​ຕ່າງ​ໆ​ຂອງ​ຢູດາ​ຍັງ​ໄດ້​ເອົາ 1 ສ່ວນ 10 ຈາກ​ຝູງ​ງົວ​ຝູງ​ແກະ ແລະ 1 ສ່ວນ 10 ຂອງ​ຜົນລະປູກ​ທັງ​ໝົດ​ເຊິ່ງ​ເປັນ​ສິ່ງ​ທີ່​ບໍລິສຸດ+​ທີ່ແຍກໄວ້​ຕ່າງ​ຫາກ​ສຳລັບ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ມາ​ໃຫ້​ນຳ​ອີກ. ແລ້ວ​ເຂົາ​ເຈົ້າ​ກໍ​ເອົາ​ເຄື່ອງ​ທັງ​ໝົດ​ມາ​ກອງ​ໄວ້​ເປັນ​ຫຼາຍ​ໆ​ກອງ. 7 ເຂົາ​ເຈົ້າ​ເລີ່ມ​ລວບລວມ​ເຄື່ອງ​ບໍລິຈາກ​ໃນ​ເດືອນ​ທີ 3+ ແລະ​ເຮັດ​ແລ້ວ​ໃນ​ເດືອນ​ທີ 7.+ 8 ເມື່ອ​ເຮເຊກີຢາ​ກັບ​ພວກ​ເຈົ້າ​ນາຍ​ເຫັນ​ວ່າ​ປະຊາຊົນ​ເອົາ​ເຄື່ອງ​ມາ​ບໍລິຈາກ​ຫຼາຍ​ແທ້​ຫຼາຍ​ວ່າ ເຂົາ​ເຈົ້າ​ກໍ​ສັນລະເສີນ​ພະ​ເຢໂຫວາ​ແລະ​ອວຍພອນ​ພວກ​ອິດສະຣາເອນ.

9 ເຮເຊກີຢາ​ໄດ້​ຖາມ​ພວກ​ປະໂລຫິດ​ແລະ​ພວກເລວີ​ວ່າ​ເປັນ​ຫຍັງ​ຈຶ່ງ​ມີ​ເຄື່ອງ​ຫຼາຍ​ແທ້. 10 ປະໂລຫິດ​ໃຫຍ່​ອາຊາຣີຢາ​ທີ່​ເປັນ​ລູກ​ຫຼານ​ຂອງ​ຊາໂດກ​ຕອບ​ເຮເຊກີຢາ​ວ່າ: “ຕັ້ງ​ແຕ່​ປະຊາຊົນ​ເລີ່ມ​ເອົາເຄື່ອງ​ຂອງມາ​ບໍລິຈາກ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ+ ທຸກຄົນ​ກໍ​ໄດ້​ກິນ​ຈົນ​ອີ່ມ​ແລະ​ຍັງ​ມີ​ເຫຼືອ​ອີກຫຼາຍ ຍ້ອນ​ວ່າ​ພະ​ເຢໂຫວາ​ໄດ້​ອວຍພອນ​ປະຊາຊົນ​ຂອງ​ເພິ່ນ. ເຄື່ອງ​ຂອງ​ຈຳນວນ​ຫຼາຍທີ່​ກອງ​ຢູ່​ນີ້​ກໍ​ແມ່ນ​ສ່ວນ​ທີ່​ເຫຼືອ.”+

11 ເມື່ອ​ໄດ້​ຍິນ​ແນວ​ນັ້ນ ເຮເຊກີຢາ​ຈຶ່ງສັ່ງ​ໃຫ້​ເຂົາ​ເຈົ້າ​ກຽມຫ້ອງ​ມ້ຽນ​ເຄື່ອງ*+​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ. ແລ້ວ​ເຂົາ​ເຈົ້າ​ກໍ​ເຮັດ​ຕາມ​ທີ່​ລາວ​ບອກ. 12 ເຂົາ​ເຈົ້າ​ເອົາ​ເຄື່ອງ​ບໍລິຈາກ ເຄື່ອງ​ຂອງ​ທີ່​ເປັນ 1 ສ່ວນ 10+ ແລະ​ສິ່ງ​ຂອງ​ທີ່​ບໍລິສຸດ​ມາ​ໃຫ້​ຢ່າງສັດຊື່. ຄົນ​ເລວີ​ທີ່​ຊື່​ໂກນານີຢາ​ເປັນ​ຫົວ​ໜ້າ​ເບິ່ງ​ແຍງ​ເລື່ອງ​ນີ້ ແລະ​ຊິເມອີນ້ອງຊາຍ​ຂອງ​ລາວ​ເປັນ​ຮອງ​ຈາກ​ລາວ. 13 ກະສັດ​ເຮເຊກີຢາ​ໄດ້​ສັ່ງ​ເຢຮີເອນ ອາຊາຊີຢາ ນາຄາດ ອາສາເຮນ ເຢຣີໂມດ ໂຢຊາບັດ ເອລີເອນ ອິສະມາກີຢາ ມາຮາດ ແລະ​ເບນາຢາ​ໃຫ້​ຊ່ວຍ​ໂກນານີຢາ​ແລະ​ຊິເມອີ​ນ້ອງຊາຍ​ຂອງ​ລາວ. ສ່ວນ​ອາຊາຣີຢາ​ເປັນ​ຜູ້​ເບິ່ງ​ແຍງ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້. 14 ຄົນ​ເລວີ​ທີ່​ຊື່​ໂກເຣ​ລູກ​ຊາຍ​ຂອງ​ອິມນ້າ​ທີ່​ຍາມ​ປະຕູ​ທາງ​ທິດ​ຕາເວັນ​ອອກ+​ເປັນ​ຜູ້​ເບິ່ງ​ແຍງ​ເຄື່ອງ​ບູຊາ​ທີ່​ເອົາ​ມາ​ໃຫ້​ພະເຈົ້າ​ທ່ຽງແທ້​ດ້ວຍ​ຄວາມ​ສະໝັກ​ໃຈ+ ແລະ​ລາວ​ຍັງ​ເຮັດ​ໜ້າ​ທີ່​ເອົາ​ເຄື່ອງ​ບໍລິຈາກ​ທີ່​ປະຊາຊົນ​ເອົາ​ມາ​ໃຫ້​ພະ​ເຢໂຫວາ+​ກັບ​ສິ່ງ​ຂອງ​ທີ່​ບໍລິສຸດ​ທີ່​ສຸດ+​ໄປ​ຢາຍ​ໃຫ້​ຄົນ​ທີ່​ເຮັດ​ວຽກ​ຢູ່​ວິຫານ. 15 ຜູ້​ທີ່​ເຮັດ​ວຽກ​ຊ່ວຍ​ໂກເຣ​ມີ: ເອເດັນ ມິນຢາມິນ ເຢຊູອາ ເຊມາຢາ ອາມາຣີຢາ ແລະ​ເຊການີອາ. ເຂົາ​ເຈົ້າ​ຢູ່​ເມືອງ​ຕ່າງ​ໆ​ຂອງ​ພວກ​ປະໂລຫິດ+​ແລະ​ເປັນ​ຄົນ​ທີ່​ເຊື່ອໃຈ​ໄດ້. ເຂົາ​ເຈົ້າ​ແຈກ​ຢາຍ​ເຄື່ອງ​ຂອງ​ໃຫ້​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ​ຕາມ​ກຸ່ມ​ຕ່າງ​ໆ​+​ໃຫ້​ໄດ້​ເທົ່າ​ກັນ​ທັງ​ຜູ້​ນ້ອຍ​ແລະ​ຜູ້​ໃຫຍ່. 16 ນອກ​ຈາກນັ້ນ ເຂົາ​ເຈົ້າ​ຍັງ​ແຈກ​ຢາຍຂອງກິນ​ໃຫ້​ຜູ້​ຊາຍ​ທີ່​ມີ​ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຜູ້​ທີ່​ລົງ​ທະບຽນ​ເຊິ່ງ​ເຮັດ​ວຽກ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ​ທຸກ​ໆ​ມື້​ຕາມ​ກຸ່ມ​ຂອງ​ເຂົາ​ເຈົ້າ​ແລະ​ແຈກ​ຢາຍ​ໃຫ້​ພວກ​ລູກ​ຊາຍ​ຂອງ​ເຂົາ​ເຈົ້າ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 3 ປີ​ຂຶ້ນ​ໄປ.

17 ກະສັດ​ໃຫ້​ພວກເລວີ​ທີ່​ມີ​ອາຍຸ 20 ປີ​ຂຶ້ນ​ໄປ+​ກັບ​ພວກ​ປະໂລຫິດ​ຈົດ​ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຜູ້​ທີ່​ລົງ​ທະບຽນ​ຕາມ​ຈຸ້ມເຈື້ອ+​ແລະ​ຕາມ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ.+ 18 ໃນ​ປຶ້ມ​ລາຍຊື່​ຜູ້​ທີ່​ລົງ​ທະບຽນ​ມີ​ຊື່​ລູກ​ຊື່​ເມຍ​ຂອງ​ເຂົາ​ເຈົ້າ​ແລະ​ຊື່​ພວກເລວີ​ຄົນ​ອື່ນ​ໆ​. (ເຂົາ​ເຈົ້າ​ເຮັດ​ໃຫ້​ໂຕເອງ​ສະອາດ*​ຢູ່​ສະເໝີ ຍ້ອນ​ເຂົາ​ເຈົ້າ​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ທີ່ບໍລິສຸດ.) 19 ໃນ​ປຶ້ມ​ລາຍຊື່​ຜູ້​ທີ່​ລົງ​ທະບຽນ​ກໍ​ຍັງ​ມີ​ຊື່​ພວກ​ລູກ​ຫຼານ​ຂອງ​ອາໂຣນ​ນຳ. ເຂົາ​ເຈົ້າ​ເປັນປະໂລຫິດທີ່​ອາໄສ​ຢູ່​ທົ່ງ​ຫຍ້າ​ອ້ອມແອ້ມ​ເມືອງ​ຕ່າງ​ໆ​ຂອງ​ພວກເລວີ.+ ໃນ​ເມືອງ​ເຫຼົ່າ​ນັ້ນ​ຜູ້​ຊາຍ​ບາງຄົນ​ຖືກ​ເລືອກ​ໃຫ້​ຮັບຜິດຊອບ​ແຈກ​ຢາຍ​ຂອງກິນ​ໃຫ້​ພວກ​ປະໂລຫິດ​ແລະທຸກ​ຄົນ*​ທີ່​ມີ​ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຜູ້​ທີ່​ລົງ​ທະບຽນ​ຂອງ​ພວກເລວີ.

20 ເຮເຊກີຢາ​ເຮັດ​ແບບ​ນີ້​ທົ່ວ​ຢູດາ. ລາວ​ເຮັດ​ສິ່ງ​ທີ່​ດີ ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ສັດຊື່​ຕໍ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ​ຕໍ່​ໆ​ໄປ. 21 ວຽກ​ທຸກ​ຢ່າງ​ທີ່​ເຮເຊກີຢາ​ເຮັດ​ເພື່ອ​ນະມັດສະການ​ພະເຈົ້າ ບໍ່​ວ່າ​ຈະ​ເປັນ​ວຽກ​ຮັບ​ໃຊ້​ໃນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້+ ຫຼື​ເລື່ອງ​ຂໍ້​ກຳນົດ​ແລະ​ກົດ​ໝາຍ​ຂອງ​ໂມເຊ ລາວ​ໄດ້​ເຮັດ​ດ້ວຍ​ສຸດ​ຫົວໃຈ​ແລະ​ລາວ​ກໍ​ປະສົບ​ຜົນ​ສຳເລັດ.

32 ຫຼັງ​ຈາກເຮເຊກີຢາເຮັດ​ສິ່ງ​ເຫຼົ່າ​ນັ້ນ​ຢ່າງ​ສັດຊື່+ ເຊນນາເກຣິບ​ກະສັດ​ຂອງ​ອັດຊີເຣຍ​ກໍ​ມາ​ບຸກ​ໂຈມຕີ​ຢູດາ. ລາວ​ລ້ອມ​ເມືອງ​ຕ່າງ​ໆ​ທີ່​ມີ​ກຳແພງ​ອ້ອມ​ເພື່ອ​ຈະ​ທຳລາຍ​ກຳແພງ​ແລະ​ຍຶດ​ເອົາ​ເມືອງ​ເຫຼົ່າ​ນັ້ນ.+

2 ເມື່ອ​ເຮເຊກີຢາ​ເຫັນ​ວ່າ​ເຊນນາເກຣິບ​ມາ​ແລ້ວ ແລະ​ຕັ້ງ​ໃຈ​ທີ່​ຈະ​ໂຈມຕີ​ເມືອງ​ເຢຣູຊາເລັມ 3 ລາວ​ຈຶ່ງ​ປຶກສາ​ກັບ​ພວກ​ເຈົ້າ​ນາຍ​ແລະ​ພວກ​ທະຫານ​ຂອງ​ລາວ. ເຮເຊກີຢາ​ຕັດສິນ​ໃຈ​ວ່າ​ຈະ​ອັດ​ຮູ​ນ້ຳ​ທີ່​ຢູ່​ນອກ​ເມືອງ+ ແລ້ວ​ເຂົາ​ເຈົ້າ​ກໍເຫັນ​ດີ​ກັບ​ການ​ຕັດສິນ​ໃຈນັ້ນ. 4 ມີ​ຫຼາຍ​ຄົນ​ຊ່ວຍ​ກັນ​ອັດ​ຮູ​ນ້ຳ​ແລະ​ຕັນ​ນ້ຳ​ຫ້ວຍ​ທຸກ​ບ່ອນ​ທີ່​ໄຫຼອ້ອມ​ເມືອງ. ເຂົາ​ເຈົ້າ​ພາກັນ​ເວົ້າ​ວ່າ: “ຕອນ​ທີ່​ກະສັດ​ອັດຊີເຣຍ​ມາ ເຮົາ​ຊິ​ບໍ່​ໃຫ້​ເຂົາ​ເຈົ້າມີ​ນ້ຳ​ໃຊ້.”

5 ນອກ​ຈາກ​ນັ້ນ ເຮເຊກີຢາ​ໄດ້​ແປງ​ກຳແພງ​ທຸກ​ບ່ອນ​ທີ່​ເພ ສ້າງ​ປ້ອມ​ໄວ້​ເທິງ​ກຳແພງ​ນັ້ນ ແລະ​ສ້າງ​ກຳແພງ​ອີກ​ຊັ້ນ​ໜຶ່ງ​ຢູ່​ທາງ​ນອກ. ລາວ​ຍັງ​ໄດ້​ແປງໂນນ*+​ຢູ່​ເມືອງ​ຂອງ​ດາວິດ​ແລະ​ໄດ້​ເຮັດ​ອາວຸດ​ກັບ​ໂລ້​ຈຳນວນ​ຫຼາຍ. 6 ເຮເຊກີຢາ​ໄດ້​ແຕ່ງຕັ້ງ​ພວກ​ຫົວ​ໜ້າ​ກອງ​ທັບ​ໃຫ້ນຳ​ພາ​ປະຊາຊົນ​ໃນ​ການ​ປົກປ້ອງ​ເມືອງ. ລາວ​ໃຫ້​ທຸກ​ຄົນ​ມາ​ລວມ​ກັນ​ຢູ່​ເດີ່ນ​ທີ່​ຢູ່​ປະຕູ​ເມືອງ​ແລະ​ເວົ້າ​ໃຫ້​ກຳລັງໃຈ​ເຂົາ​ເຈົ້າ​ວ່າ: 7 “ພວກ​ເຈົ້າ​ຕ້ອງ​ກ້າຫານ​ແລະ​ເຂັ້ມແຂງ. ບໍ່​ຕ້ອງ​ຢ້ານ​ກະສັດ​ອັດຊີເຣຍ+​ແລະ​ກອງ​ທັບ​ໃຫຍ່​ຂອງ​ລາວ ເພາະ​ຜູ້​ທີ່​ຢູ່​ຝ່າຍ​ພວກ​ເຮົາ​ມີ​ຫຼາຍ​ກວ່າ​ຜູ້​ທີ່​ຢູ່​ຝ່າຍ​ລາວ.+ 8 ລາວ​ມີ​ແຕ່ກຳລັງ​ຂອງ​ມະນຸດ ແຕ່​ເຮົາ​ມີ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ. ເພິ່ນ​ຈະ​ຕໍ່ສູ້​ແທນ​ພວກ​ເຮົາ.”+ ສິ່ງ​ທີ່​ເຮເຊກີຢາ​ກະສັດ​ຂອງ​ຢູດາ​ເວົ້າ​ເຮັດ​ໃຫ້​ປະຊາຊົນ​ໄດ້​ກຳລັງໃຈ​ຫຼາຍ.+

9 ຕອນ​ທີ່​ເຊນນາເກຣິບ​ກະສັດ​ຂອງ​ອັດຊີເຣຍ​ກັບ​ກອງ​ທັບ​ໃຫຍ່​ຂອງ​ລາວ​ຢູ່​ເມືອງ​ລາກິດ+ ເຊນນາເກຣິບ​ໄດ້​ສົ່ງ​ຄົນ​ມາ​ເມືອງ​ເຢຣູຊາເລັມ​ເພື່ອ​ເວົ້າ​ກັບ​ເຮເຊກີຢາ​ກະສັດ​ຂອງ​ຢູດາ​ແລະ​ພວກ​ຢູດາ​ທີ່​ຢູ່​ເມືອງ​ເຢຣູຊາເລັມ+​ວ່າ:

10 “ເຊນນາເກຣິບ​ກະສັດ​ຂອງ​ອັດຊີເຣຍ​ເວົ້າ​ວ່າ ‘ເປັນ​ຫຍັງ​ພວກ​ເຈົ້າ​ຍັງ​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ທັງ​ໆ​ທີ່​ພວກ​ເຮົາ​ລ້ອມ​ເມືອງ​ນີ້​ແລ້ວ? ພວກ​ເຈົ້າ​ຄິດ​ວ່າ​ໃຜ​ຈະ​ມາ​ຊ່ວຍ​ພວກ​ເຈົ້າ?+ 11 ຢ່າ​ໃຫ້​ເຮເຊກີຢາ​ຕົວະ​ພວກ​ເຈົ້າ​ວ່າ ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຈາກ​ກະສັດ​ອັດຊີເຣຍ+ ແລະ​ຢ່າ​ໃຫ້​ລາວ​ເຮັດ​ໃຫ້​ພວກ​ເຈົ້າ​ອົດ​ເຂົ້າ​ອົດ​ນ້ຳ​ຕາຍ. 12 ເຮເຊກີຢາ​ນິ​ຕົ໋ວ​ທີ່​ທຳລາຍ​ບ່ອນ​ນະມັດສະການ​ຕ່າງ​ໆ​+​ແລະ​ແທ່ນ​ບູຊາ​ຕ່າງ​ໆ​+​ຂອງພະເຈົ້າ​ຂອງ​ພວກ​ເຈົ້າ ແລ້ວ​ລາວ​ກໍ​ບອກ​ຄົນ​ທີ່​ຢູ່​ຢູດາ​ກັບ​ເຢຣູຊາເລັມ​ວ່າ ພວກ​ເຈົ້າ​ຕ້ອງ​ນະມັດສະການ​ແລະ​ເຜົາ​ເຄື່ອງ​ບູຊາ​ຢູ່​ບ່ອນ​ດຽວ​ເທົ່າ​ນັ້ນ.+ 13 ພວກ​ເຈົ້າກໍ​ຮູ້​ຕົ໋ວ​ວ່າຂ້ອຍ​ກັບ​ປູ່ຍ່າຕານາຍ​ຂອງ​ຂ້ອຍ​ເຮັດ​ຫຍັງ​ແດ່​ກັບ​ຊາດ​ຕ່າງ​ໆ​.+ ພະເຈົ້າ​ຂອງ​ຊາດ​ເຫຼົ່າ​ນັ້ນ​ຊ່ວຍ​ຊາດ​ຂອງ​ໂຕເອງ​ໃຫ້​ລອດ​ຈາກ​ຂ້ອຍ​ກະ​ບໍ່​ໄດ້.+ 14 ປູ່ຍ່າຕານາຍ​ຂອງ​ຂ້ອຍ​ເຄີຍ​ທຳລາຍ​ຫຼາຍ​ປະເທດ ແລະ​ພະເຈົ້າ​ຂອງ​ຊາດ​ເຫຼົ່າ​ນັ້ນ​ກໍ​ຊ່ວຍ​ຊາດ​ຂອງ​ໂຕເອງ​ໃຫ້​ລອດ​ຈາກ​ມື​ຂອງ​ຂ້ອຍ​ບໍ່​ໄດ້​ຊ້ຳ ແລ້ວ​ພວກ​ເຈົ້າ​ຍັງ​ຄິດ​ວ່າ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຈາກ​ຂ້ອຍ​ໄດ້​ຫວະ?+ 15 ຢ່າ​ໃຫ້​ເຮເຊກີຢາ​ຕົວະ​ພວກ​ເຈົ້າ.+ ບໍ່​ຕ້ອງ​ເຊື່ອ​ລາວ ຍ້ອນ​ວ່າ​ບໍ່​ມີ​ພະເຈົ້າ​ຂອງ​ຊາດ​ໃດ​ສາມາດ​ຊ່ວຍ​ຄົນ​ຂອງ​ໂຕເອງ​ໃຫ້​ລອດ​ຈາກ​ຂ້ອຍ​ແລະ​ປູ່ຍ່າຕານາຍ​ຂອງ​ຂ້ອຍ​ໄດ້. ພະເຈົ້າ​ຂອງ​ພວກ​ເຈົ້າ​ກໍ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຈາກ​ຂ້ອຍ​ບໍ່​ໄດ້​ດອກ!’”+

16 ຄົນ​ຂອງ​ເຊນນາເກຣິບ​ໄດ້ເວົ້າ​ໃສ່​ພະ​ເຢໂຫວາ​ພະເຈົ້າ​ທ່ຽງແທ້​ແລະ​ເຮເຊກີຢາ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ​ຕື່ມ​ອີກ. 17 ເຊນນາເກຣິບ​ຍັງ​ໄດ້​ສົ່ງ​ຈົດ​ໝາຍ+​ມາ​ດູຖູກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ+​ວ່າ: “ຂະໜາດ​ພະເຈົ້າ​ຂອງ​ຊາດ​ຕ່າງ​ໆ​ຍັງ​ຊ່ວຍ​ຄົນ​ຂອງ​ໂຕເອງ​ບໍ່​ໄດ້+ ແລ້ວ​ພະເຈົ້າ​ຂອງ​ເຮເຊກີຢາ​ຈະ​ຊ່ວຍ​ຄົນ​ຂອງ​ໂຕເອງ​ໄດ້​ຫວະ!” 18 ເຂົາ​ເຈົ້າເວົ້າ​ສຽງ​ດັງ​ໆ​ເປັນພາສາ​ຂອງ​ຄົນ​ຢິວ*​ໃຫ້​ພວກ​ທະຫານ​ເຢຣູຊາເລັມ​ທີ່​ຢູ່​ເທິງ​ກຳແພງ​ໄດ້​ຍິນ​ເພື່ອ​ໃຫ້​ພວກ​ທະຫານ​ຢ້ານ​ແລະ​ຈະ​ຍຶດ​ເອົາ​ເມືອງ​ໄດ້.+ 19 ເຂົາ​ເຈົ້າ​ໄດ້​ເຍາະເຍີ້ຍ​ພະເຈົ້າ​ຂອງ​ເມືອງ​ເຢຣູຊາເລັມ​ຄື​ກັບ​ທີ່​ໄດ້​ເຍາະເຍີ້ຍ​ພະເຈົ້າ​ຂອງ​ຊາດ​ຕ່າງ​ໆ​ທີ່​ມະນຸດ​ເຮັດ​ຂຶ້ນ​ມາ. 20 ກະສັດ​ເຮເຊກີຢາ​ແລະ​ຜູ້ພະຍາກອນ​ເອຊາຢາ+​ລູກ​ຊາຍ​ຂອງ​ອາມອດ​ໄດ້​ອະທິດຖານ​ບໍ່​ຢຸດ​ບໍ່​ເຊົາ​ກ່ຽວ​ກັບ​ເລື່ອງ​ນີ້​ເພື່ອ​ຂໍ​ໃຫ້ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນຊ່ວຍ.+

21 ພະ​ເຢໂຫວາ​ຈຶ່ງ​ສົ່ງ​ທູດສະຫວັນ​ອົງ​ໜຶ່ງ​ມາ​ຂ້າ​ພວກ​ທະຫານ​ທີ່​ເກັ່ງ​ໆ​+ ພວກ​ຫົວ​ໜ້າ ແລະ​ພວກ​ຫົວ​ໜ້າ​ກອງ​ທັບ​ທີ່​ຢູ່​ຄ້າຍ​ຂອງ​ກະສັດ​ອັດຊີເຣຍ​ຕາຍ​ຈົນ​ໝົດ. ກະສັດ​ອັດຊີເຣຍ​ກັບ​ເມືອ​ປະເທດ​ຂອງ​ໂຕເອງ​ດ້ວຍ​ຄວາມ​ອັບອາຍ. ຕໍ່ມາ ຕອນ​ທີ່​ລາວ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະເຈົ້າ​ຂອງ​ລາວ ພວກ​ລູກ​ຊາຍ​ຂອງ​ລາວ​ກໍ​ໄດ້​ເອົາ​ດາບ​ຂ້າ​ລາວ​ຕາຍ.+ 22 ພະ​ເຢໂຫວາ​ໄດ້​ຊ່ວຍ​ເຮເຊກີຢາ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ໃຫ້​ລອດ​ຈາກ​ເຊນນາເກຣິບ​ກະສັດ​ຂອງ​ອັດຊີເຣຍ​ແລະ​ລອດ​ຈາກ​ຊາດ​ອື່ນ​ໆ​. ເພິ່ນ​ໄດ້​ໃຫ້​ເຂົາ​ເຈົ້າມີ​ຄວາມ​ສະຫງົບ​ສຸກທົ່ວ​ປະເທດ. 23 ມີ​ຄົນ​ຈຳນວນ​ຫຼາຍ​ໄດ້​ເອົາ​ເຄື່ອງ​ຂອງ​ມາ​ໃຫ້​ພະ​ເຢໂຫວາ​ຢູ່​ເມືອງ​ເຢຣູຊາເລັມ​ແລະ​ໄດ້​ເອົາແນວ​ດີ​ໆ​ມາ​ໃຫ້​ເຮເຊກີຢາ​ກະສັດ​ຂອງ​ຢູດາ.+ ເຮເຊກີຢາ​ໄດ້​ຮັບ​ຄວາມ​ນັບ​ຖື​ຫຼາຍ​ຈາກ​ຊາດ​ຕ່າງ​ໆ​.

24 ຕອນ​ທີ່​ເຮເຊກີຢາ​ບໍ່​ສະບາຍ​ແຮງ​ແລະ​ໃກ້​ຊິ​ຕາຍ ລາວ​ໄດ້​ອະທິດຖານ​ຫາ​ພະ​ເຢໂຫວາ+ ແລ້ວ​ເພິ່ນ​ກໍ​ຕອບ​ຄຳ​ອະທິດຖານ​ຂອງ​ລາວ​ແລະ​ເຮັດ​ສິ່ງ​ທີ່​ຢືນ​ຢັນ​ຄຳຕອບ​ນັ້ນ.+ 25 ແຕ່​ເຮເຊກີຢາ​ບໍ່​ໄດ້​ສຳນຶກ​ບຸນ​ຄຸນ​ໃນ​ສິ່ງ​ດີ​ໆ​ທີ່​ລາວ​ໄດ້​ຮັບ. ລາວ​ກາຍ​ເປັນ​ຄົນຍິ່ງຈອງຫອງ ພະເຈົ້າ​ຈຶ່ງ​ໃຈ​ຮ້າຍໃຫ້​ເຮເຊກີຢາ ຄົນ​ຢູດາ ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ. 26 ຕໍ່ມາ ເຮເຊກີຢາ​ກັບ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ໄດ້​ຖ່ອມ​ໂຕ​ແລະເຊົາ​ຍິ່ງ​ຈອງຫອງ+ ພະ​ເຢໂຫວາ​ຈຶ່ງ​ບໍ່​ໄດ້ລົງໂທດເຂົາ​ເຈົ້າ​ໃນ​ສະໄໝ​ຂອງ​ເຮເຊກີຢາ.+

27 ເຮເຊກີຢາ​ມີ​ຊື່ສຽງ​ແລະ​ຮັ່ງ​ຫຼາຍ.+ ລາວ​ສ້າງ​ບ່ອນ​ມ້ຽນ+​ເງິນ​ມ້ຽນ​ຄຳ ບ່ອນ​ມ້ຽນ​ຫີນ​ທີ່​ມີ​ຄ່າ ນ້ຳມັນ​ຫອມ ໂລ້ ແລະ​ສິ່ງ​ທີ່​ມີ​ຄ່າ​ອື່ນ​ໆ​ອີກ​ຫຼາຍ​ຢ່າງ. 28 ລາວ​ເຮັດ​ບ່ອນ​ມ້ຽນ​ເຂົ້າ ບ່ອນ​ມ້ຽນ​ເຫຼົ້າແວງ​ໃໝ່ ແລະ​ບ່ອນ​ມ້ຽນ​ນ້ຳມັນ​ໝາກກອກ. ລາວ​ເຮັດ​ຄອກ​ສຳລັບ​ແກະ​ແລະ​ສັດ​ອື່ນ​ໆ​. 29 ລາວ​ຍັງ​ໄດ້ສ້າງເມືອງ​ຕ່າງ​ໆ​ສຳລັບ​ໂຕເອງ. ລາວ​ມີ​ຝູງ​ງົວ ຝູງ​ແກະ ແລະຝູງ​ແບ້ບັກ​ຫຼາຍ​ໆ​. ພະເຈົ້າ​ເຮັດ​ໃຫ້​ລາວ​ມີ​ຊັບສິນ​ເງິນ​ຄຳ​ຫຼາຍ​ແທ້​ຫຼາຍ​ວ່າ. 30 ເຮເຊກີຢາ​ອັດ​ຮູ​ນ້ຳ+​ທາງ​ເທິງ​ຂອງ​ຫ້ວຍ​ກີໂຮນ+ ແລະ​ເຮັດ​ທາງ​ນ້ຳ​ເພື່ອ​ໃຫ້​ນ້ຳ​ໄຫຼ​ໄປ​ທາງ​ທິດຕາເວັນຕົກ​ເຂົ້າ​ໄປ​ໃນ​ເມືອງ​ຂອງ​ດາວິດ.+ ເຮເຊກີຢາ​ເຮັດ​ຫຍັງ​ກໍ​ສຳເລັດ. 31 ແຕ່​ຕອນ​ທີ່​ຕົວແທນ​ຂອງ​ພວກ​ເຈົ້າ​ນາຍ​ຈາກ​ບາບີໂລນ​ມາ​ຖາມ​ສິ່ງ​ທີ່​ຢືນ​ຢັນ​ຄຳຕອບ​ຂອງ​ພະເຈົ້າ+​ທີ່​ເກີດ​ຂຶ້ນ​ໃນ​ຢູດາ+ ພະເຈົ້າ​ທ່ຽງແທ້​ໄດ້​ປ່ອຍ​ໃຫ້​ເຮເຊກີຢາຕັດສິນ​ໃຈ​ເອົາ​ເອງວ່າ​ຈະ​ເຮັດ​ແນວ​ໃດ ຍ້ອນ​ເພິ່ນ​ຢາກ​ທົດລອງ​ເຮເຊກີຢາ+​ເພື່ອ​ຈະ​ຮູ້​ວ່າ​ຫົວໃຈ​ລາວ​ເປັນ​ແນວ​ໃດ​ແທ້​ໆ​.+

32 ເລື່ອງ​ຕ່າງ​ໆ​ຂອງ​ເຮເຊກີຢາ​ແລະ​ສິ່ງ​ທີ່​ລາວ​ເຮັດ​ດ້ວຍ​ຄວາມ​ຮັກ​ທີ່​ໝັ້ນຄົງ+​ກໍ​ຂຽນ​ໄວ້​ໃນ​ບັນທຶກ​ນິມິດ*​ຂອງ​ເອຊາຢາ+​ລູກ​ຊາຍ​ຂອງ​ອາມອດ​ເຊິ່ງ​ຢູ່​ໃນ​ປຶ້ມ​ຂອງ​ພວກ​ກະສັດ​ຢູດາ​ແລະ​ພວກ​ກະສັດ​ອິດສະຣາເອນ.+ 33 ເມື່ອ​ເຮເຊກີຢາ​ຕາຍ ເຂົາ​ເຈົ້າ​ຝັງ​ລາວ​ໄວ້​ຢູ່​ເນີນ​ທີ່​ຝັງພວກ​ລູກ​ຫຼານ​ຂອງ​ດາວິດ.+ ຄົນ​ຢູດາ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ໄດ້​ຈັດງານ​ສົບ​ໃຫ້​ລາວ​ແບບ​ມີ​ກຽດ. ມານາເຊ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.

33 ມານາເຊ+​ເປັນ​ກະສັດ​ຕອນ​ອາຍຸ 12 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 55 ປີ.+

2 ມານາເຊ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ. ລາວ​ໄດ້​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຄື​ກັບ​ຊາດ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ໄດ້​ໄລ່​ໜີ​ໄປ​ຈາກ​ພວກ​ອິດສະຣາເອນ.+ 3 ບ່ອນ​ນະມັດສະການ​ຕ່າງ​ໆ​ທີ່​ເຮເຊກີຢາ​ພໍ່​ຂອງ​ລາວ​ໄດ້​ທຳລາຍ​ໄປ​ແລ້ວ ລາວ​ກໍ​ສ້າງ​ຂຶ້ນ​ມາ​ໃໝ່.+ ລາວ​ສ້າງ​ແທ່ນ​ບູຊາ​ໃຫ້​ພະ​ບາອານ​ແລະ​ເຮັດ​ເສົາ​ໄມ້​ສັກສິດ.* ລາວ​ຂາບ​ໄຫວ້​ແລະ​ນະມັດສະການ​ດວງ​ດາວ​ຕ່າງ​ໆ​.+ 4 ນອກ​ຈາກ​ນັ້ນ ລາວ​ຍັງ​ໄດ້​ສ້າງ​ແທ່ນ​ບູຊາ​ຫຼາຍ​ແທ່ນ​ໃຫ້​ພະເຈົ້າ​ປອມ​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ+​ເຊິ່ງ​ເປັນ​ບ່ອນ​ທີ່​ພະ​ເຢໂຫວາ​ເວົ້າ​ເຖິງ​ວ່າ: “ເຮົາ​ຈະ​ໃຫ້​ຊື່​ຂອງ​ເຮົາ​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ຕະຫຼອດໄປ.”+ 5 ລາວ​ໄດ້​ສ້າງ​ແທ່ນ​ບູຊາ​ໃຫ້​ດວງ​ດາວ​ຕ່າງ​ໆ​ໄວ້​ທັງສອງ​ເດີ່ນ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ.+ 6 ລາວ​ເຜົາ​ພວກລູກ​ຊາຍ​ຂອງ​ໂຕເອງ*+​ຢູ່​ຮ່ອມພູ​ຮິນໂນມ.*+ ລາວ​ຫຼິ້ນ​ມົນ+ ຫຼິ້ນ​ຄາຖາ​ອາຄົມ ເບິ່ງ​ດວງ ແລະ​ໃຫ້​ມີ​ພວກ​ໝໍ​ຜີ​ກັບ​ໝໍ​ດູ.+ ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ​ແທ້​ຊົ່ວ​ວ່າ​ແລະ​ເຮັດ​ໃຫ້​ເພິ່ນ​ໃຈ​ຮ້າຍ​ຫຼາຍ.

7 ລາວ​ແກະ​ສະ​ຫຼັກຮູບ​ພະ​ອັດເຊຣາ*​ແລ້ວ​ເອົາ​ໄປ​ໄວ້​ໃນ​ວິຫານ+​ເຊິ່ງ​ພະເຈົ້າ​ທ່ຽງແທ້​ເຄີຍ​ບອກ​ດາວິດ​ກັບ​ໂຊໂລໂມນ​ລູກ​ຊາຍ​ຂອງ​ລາວ​ວ່າ: “ເຮົາ​ຈະ​ໃຫ້​ຊື່​ຂອງ​ເຮົາ​ຢູ່​ໃນ​ວິຫານ​ນີ້​ຕະຫຼອດໄປ​ແລະ​ຢູ່​ເມືອງ​ເຢຣູຊາເລັມ​ທີ່​ເຮົາ​ໄດ້​ເລືອກ​ຈາກ​ທຸກ​ເມືອງ​ໃນ​ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ.+ 8 ຖ້າ​ພວກ​ອິດສະຣາເອນ​ເຮັດ​ຕາມ​ຄຳ​ສັ່ງ​ທຸກ​ຢ່າງ​ຂອງ​ເຮົາ ເຮັດ​ຕາມ​ກົດ​ໝາຍ ຂໍ້​ກຳນົດ ແລະ​ການ​ຕັດສິນ​ຕ່າງ​ໆ​ທີ່​ເຮົາ​ໃຫ້​ຜ່ານ​ທາງ​ໂມເຊ ເຮົາ​ຈະ​ບໍ່​ໃຫ້​ພວກ​ອິດສະຣາເອນ​ອອກໄປ​ຈາກ​ແຜ່ນດິນ​ນີ້​ອີກ​ທີ່​ເຮົາ​ເອົາ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ.” 9 ມານາເຊ​ໄດ້​ພາ​ຄົນ​ຢູດາ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ໄປ​ຜິດ​ທາງ ແລະ​ພາ​ເຂົາ​ເຈົ້າ​ເຮັດ​ຊົ່ວ​ຫຼາຍ​ກວ່າ​ຊາດ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ໄດ້​ກວາດ​ລ້າງ​ຕອນ​ທີ່​ພວກ​ອິດສະຣາເອນ​ເຂົ້າ​ມາ​ຢູ່​ແຜ່ນດິນ​ນັ້ນ.+

10 ພະ​ເຢໂຫວາ​ເຕືອນ​ມານາເຊ​ກັບ​ປະຊາຊົນ​ຫຼາຍ​ເທື່ອ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ຟັງ.+ 11 ພະ​ເຢໂຫວາ​ຈຶ່ງ​ໃຫ້​ພວກ​ຫົວ​ໜ້າ​ກອງ​ທັບ​ຂອງ​ກະສັດ​ອັດຊີເຣຍ​ມາ​ໂຈມຕີ​ມານາເຊ. ເຂົາ​ເຈົ້າ​ຈັບ​ລາວແລະເອົາ​ຂໍ​ເກາະເກາະ​ລາວ* ເອົາ​ໂສ້​ທອງແດງ 2 ເສັ້ນ​ລ່າມ​ລາວ ແລ້ວ​ພາ​ໄປ​ເມືອງ​ບາບີໂລນ. 12 ຕອນ​ທີ່​ມານາເຊ​ລຳບາກ ລາວ​ໄດ້​ອ້ອນວອນ​ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ​ຊ່ວຍ. ລາວຮູ້ສຶກ​ເສຍໃຈ​ແລະ​ຖ່ອມ​ໂຕຕໍ່​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ລາວ. 13 ມານາເຊອະທິດຖານ​ຫາ​ພະເຈົ້າຫຼາຍ​ເທື່ອ ເພິ່ນ​ຈຶ່ງ​ອີ່ຕົນ​ແລະ​ຟັງ​ຄຳ​ອ້ອນວອນ​ຂອງ​ລາວ ແລະ​ໃຫ້​ລາວ​ກັບ​ມາ​ເປັນ​ກະສັດ​ປົກຄອງ​ເມືອງ​ເຢຣູຊາເລັມ​ຄື​ເກົ່າ.+ ຈາກ​ເຫດການ​ນີ້​ມານາເຊ​ຈຶ່ງ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທ່ຽງແທ້.+

14 ຕໍ່ມາ ມານາເຊ​ໄດ້​ສ້າງ​ກຳແພງ​ຊັ້ນ​ນອກ​ທີ່​ສູງ​ໆ​ສຳລັບ​ເມືອງ​ຂອງ​ດາວິດ+​ເຊິ່ງ​ຢູ່​ທາງ​ທິດຕາເວັນຕົກ​ຂອງຫ້ວຍ​ກີໂຮນ+​ທີ່​ຢູ່​ຮ່ອມພູ.* ລາວ​ສ້າງ​ກຳແພງ​ນັ້ນ​ໄປ​ຈົນ​ຮອດ​ປະຕູ​ປາ+ ແລ້ວ​ສ້າງ​ອ້ອມ​ມາ​ຈົນ​ຮອດ​ໂອເຟນ.+ ລາວ​ຍັງ​ໄດ້​ແຕ່ງຕັ້ງ​ພວກ​ຫົວ​ໜ້າ​ກອງ​ທັບ​ໃຫ້​ຢູ່​ຕາມ​ເມືອງ​ຕ່າງ​ໆ​ທີ່​ມີ​ກຳແພງ​ອ້ອມ​ໃນ​ເຂດ​ຢູດາ. 15 ມານາເຊ​ເອົາ​ຮູບ​ບູຊາທີ່​ລາວ​ເຮັດກັບ​ຮູບ​ພະ​ຂອງ​ພວກ​ຕ່າງ​ຊາດ​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ+ ແລະ​ແທ່ນ​ບູຊາ​ທັງ​ໝົດ​ທີ່​ລາວ​ໄດ້​ສ້າງ​ຢູ່​ເທິງ​ພູບ່ອນ​ທີ່​ວິຫານ​ຂອງ​ພະ​ເຢໂຫວາ+​ຕັ້ງ​ຢູ່ແລະ​ໃນ​ບ່ອນ​ຕ່າງ​ໆ​ຢູ່​ເມືອງ​ເຢຣູຊາເລັມ​ອອກ​ໄປ​ຖິ້ມ​ຢູ່​ນອກ​ເມືອງ. 16 ມານາເຊ​ຍັງ​ໄດ້ແປງແທ່ນ​ບູຊາ​ຂອງ​ພະ​ເຢໂຫວາ+​ແລະ​ເຜົາ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ກັບ​ເຜົາ​ເຄື່ອງ​ບູຊາ​ສະແດງ​ຄວາມ​ຂອບໃຈ+​ໃຫ້​ເພິ່ນ. ຈາກ​ນັ້ນ ລາວ​ກໍ​ສັ່ງ​ໃຫ້​ພວກ​ຢູດາ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ. 17 ເຖິງ​ວ່າ​ປະຊາຊົນເຜົາ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາພະເຈົ້າ​ຂອງ​ເຂົາ​ເຈົ້າ​ຜູ້​ດຽວ​ເທົ່າ​ນັ້ນ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ໃຊ້​ແທ່ນ​ບູຊາ​ຢູ່​ບ່ອນ​ນະມັດສະການ​ຕ່າງ​ໆ​ຂອງ​ພະເຈົ້າ​ປອມ​ເຜົາ​ໃຫ້​ເພິ່ນ.

18 ເລື່ອງ​ຕ່າງ​ໆ​ຂອງ​ມານາເຊ ຄຳ​ອະທິດຖານ​ຂອງ​ລາວ ແລະ​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ກັບ​ລາວ​ຜ່ານ​ທາງ​ຜູ້ພະຍາກອນ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ. 19 ນອກ​ຈາກ​ນັ້ນ ຄຳ​ອະທິດຖານ​ຂອງ​ລາວ+ ວິທີ​ທີ່​ພະເຈົ້າ​ຕອບ​ຄຳ​ອະທິດຖານ​ນັ້ນ ຄວາມ​ບໍ່​ສັດຊື່​ແລະ​ຄວາມ​ຜິດ​ທີ່​ລາວ​ໄດ້​ເຮັດ+ ລວມ​ທັງ​ບ່ອນ​ທີ່​ລາວ​ຕັ້ງ​ເສົາ​ໄມ້​ສັກສິດ+ ຕັ້ງ​ຮູບ​ບູຊາ​ຕ່າງ​ໆ​ ແລະ​ບ່ອນ​ນະມັດສະການ​ພະເຈົ້າ​ປອມ​ກ່ອນ​ທີ່​ລາວ​ຈະຮູ້ສຶກ​ເສຍໃຈ​ແລະ​ຖ່ອມ​ໂຕກໍ​ຂຽນ​ໄວ້​ໃນ​ບັນທຶກ​ຂອງ​ຜູ້ພະຍາກອນ. 20 ເມື່ອ​ມານາເຊ​ຕາຍ ເຂົາ​ເຈົ້າ​ໄດ້​ຝັງ​ລາວ​ໄວ້​ກັບ​ປູ່ຍ່າຕານາຍ​ຢູ່​ວັງ​ຂອງ​ລາວ. ອາໂມນ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.+

21 ອາໂມນ+​ເປັນ​ກະສັດ​ຕອນ​ອາຍຸ 22 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 2 ປີ.+ 22 ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ​ຄື​ກັບ​ມານາເຊ​ພໍ່​ຂອງ​ລາວ.+ ລາວ​ໄດ້​ນະມັດສະການ​ແລະ​ເຜົາ​ເຄື່ອງ​ບູຊາ​ໃຫ້​ຮູບ​ພະ​ຕ່າງ​ໆ​ທີ່​ພໍ່​ຂອງ​ລາວ​ໄດ້​ເຮັດ.+ 23 ແທນ​ທີ່​ອາໂມນ​ຈະ​ຮູ້ສຶກ​ເສຍໃຈ​ແລະ​ຖ່ອມ​ໂຕ​ຕໍ່​ພະ​ເຢໂຫວາ+​ຄື​ກັບ​ມານາເຊ+ ແຕ່​ລາວ​ແຮ່ງ​ເຮັດ​ຊົ່ວ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ. 24 ໃນ​ທີ່​ສຸດ ຄົນ​ຮັບ​ໃຊ້​ຂອງ​ອາໂມນ​ໄດ້​ວາງ​ແຜນ+​ແລະ​ຂ້າ​ລາວ​ຕາຍ​ຢູ່​ວັງ​ຂອງ​ລາວ. 25 ແຕ່​ປະຊາຊົນ​ໄດ້​ຂ້າ​ທຸກ​ຄົນ​ທີ່​ວາງ​ແຜນ​ຂ້າ​ກະສັດ​ອາໂມນ+ ແລະ​ແຕ່ງຕັ້ງ​ໂຢສີຢາ+​ລູກ​ຊາຍ​ຂອງ​ລາວ​ໃຫ້​ເປັນ​ກະສັດ​ແທນ.

34 ໂຢສີຢາ+​ເປັນ​ກະສັດ​ຕອນ​ອາຍຸ 8 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 31 ປີ.+ 2 ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ​ແລະ​ໃຊ້​ຊີວິດ​ຄື​ກັບ​ດາວິດ​ປູ່ຍ່າຕານາຍ​ຂອງ​ລາວ​ທຸກ​ຢ່າງ. ລາວ​ຢູ່​ໃນ​ແນວ​ທາງ​ທີ່​ຖືກຕ້ອງ​ສະເໝີ.

3 ໃນ​ປີ​ທີ 8 ທີ່​ໂຢສີຢາ​ປົກຄອງ ເຖິງ​ວ່າ​ລາວ​ຈະ​ຍັງ​ໜຸ່ມ ແຕ່​ລາວ​ໄດ້​ເລີ່ມຮັບ​ໃຊ້ພະເຈົ້າ​ຂອງ​ດາວິດ​ປູ່ຍ່າຕານາຍ​ຂອງ​ລາວ.+ ໃນ​ປີ​ທີ 12 ທີ່​ລາວ​ປົກຄອງ ລາວ​ໄດ້​ເລີ່ມ​ທຳລາຍ​ບ່ອນ​ນະມັດສະການ​ພະເຈົ້າ​ປອມ+ ເສົາ​ໄມ້​ສັກສິດ* ຮູບ​ພະ​ຕ່າງ​ໆ​+ ແລະ​ຮູບ​ຫຼໍ່​ທີ່​ເປັນ​ເຫຼັກ​ໃຫ້​ໝົດ​ໄປ​ຈາກ​ຢູດາ​ແລະ​ເຢຣູຊາເລັມ.+ 4 ລາວ​ໄດ້​ສັ່ງ​ໃຫ້​ທຳລາຍ​ແທ່ນ​ບູຊາ​ແລະ​ແທ່ນ​ເຜົາ​ເຄື່ອງຫອມ​ຂອງ​ພະ​ບາອານ. ລາວ​ຍັງ​ໄດ້​ທຸບ​ເສົາ​ໄມ້​ສັກສິດ ຮູບ​ພະ​ຕ່າງ​ໆ​ ແລະ​ຮູບ​ຫຼໍ່​ທີ່​ເປັນ​ເຫຼັກ​ຈົນ​ມຸ່ນ ແລ້ວ​ເອົາ​ໄປ​ຫວ່ານ​ໃສ່​ບ່ອນ​ຝັງ​ສົບ​ຂອງ​ພວກ​ທີ່​ນະມັດສະການ​ສິ່ງ​ເຫຼົ່ານີ້. + 5 ລາວ​ເອົາ​ກະດູກ​ຂອງ​ພວກ​ປະໂລຫິດ​ໄປ​ເຜົາ​ຢູ່​ເທິງ​ແທ່ນ​ບູຊາ​ທີ່​ເຂົາ​ເຈົ້າ​ໃຊ້​ນະມັດສະການ.+ ສິ່ງ​ທີ່​ລາວ​ເຮັດ​ນີ້​ໄດ້​ເຮັດ​ໃຫ້​ຢູດາ​ແລະ​ເຢຣູຊາເລັມ​ສະອາດ.

6 ຈາກ​ນັ້ນ ໂຢສີຢາ​ໄດ້​ໄປ​ຕາມ​ເມືອງ​ຕ່າງ​ໆ​ໃນ​ເຂດ​ຂອງ​ຕະກູນ​ມານາເຊ ເອຟຣາຢິມ+ ຊີເມໂອນ​ຈົນ​ຮອດ​ນັບທາລີ ແລະໄປ​ຕາມເມືອງ​ຕ່າງ​ໆ​ທີ່​ຮ້າງ​ແລ້ວ​ເພື່ອ​ເຮັດ​ແບບ​ດຽວ​ກັນ​ນີ້. 7 ລາວ​ໄດ້​ທຳລາຍ​ແທ່ນ​ບູຊາ ທຸບ​ເສົາ​ໄມ້​ສັກສິດ​ກັບ​ຮູບ​ພະ​ຕ່າງ​ໆ​ຈົນ​ມຸ່ນ+ ແລະ​ທຳລາຍ​ແທ່ນ​ເຜົາ​ເຄື່ອງຫອມ​ຢູ່​ທົ່ວ​ອິດສະຣາເອນ.+ ຫຼັງ​ຈາກ​ນັ້ນ ລາວ​ກໍ​ກັບ​ເມືອ​ເມືອງ​ເຢຣູຊາເລັມ.

8 ຫຼັງ​ຈາກ​ໂຢສີຢາ​ກຳຈັດ​ສິ່ງ​ເຫຼົ່ານີ້​ໃຫ້​ໝົດ​ໄປ​ຈາກ​ແຜ່ນດິນ​ອິດສະຣາເອນ​ແລະ​ວິຫານ​ແລ້ວ ໃນ​ປີ​ທີ 18 ທີ່​ລາວ​ປົກຄອງ ລາວ​ໄດ້​ໃຫ້​ຊາຟານ+​ລູກ​ຊາຍ​ຂອງ​ອາຊາລີຢາ ມາອາເສຢາ​ທີ່​ເປັນ​ເຈົ້າ​ເມືອງ ແລະ​ໂຢອາ​ລູກ​ຊາຍ​ຂອງ​ໂຢອາຮັດ​ທີ່​ເປັນ​ຜູ້​ຈົດ​ບັນທຶກ​ໃຫ້​ກະສັດ​ໄປ​ແປງ​ວິຫານ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ.+ 9 ເຂົາ​ເຈົ້າ​ໄປ​ຫາ​ປະໂລຫິດ​ໃຫຍ່​ຮິນກີຢາ​ເພື່ອ​ເອົາ​ເງິນ​ບໍລິຈາກ​ທີ່​ຢູ່​ວິຫານ​ຂອງ​ພະເຈົ້າ​ໄປ​ໃຫ້​ລາວ. ພວກເລວີ​ທີ່​ເຮັດ​ວຽກ​ຍາມ​ປະຕູ​ໄດ້​ລວບລວມ​ເງິນ​ເຫຼົ່ານີ້​ຈາກ​ພວກ​ມານາເຊ ພວກ​ເອຟຣາຢິມ ແລະ​ພວກ​ອິດສະຣາເອນ​ທຸກ​ຄົນ+ ລວມ​ທັງ​ຈາກ​ພວກ​ຢູດາ ພວກ​ເບັນຢາມິນ ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ. 10 ເຂົາ​ເຈົ້າ​ເອົາ​ເງິນ​ນັ້ນ​ໄປ​ໃຫ້​ພວກ​ທີ່​ຮັບຜິດຊອບ​ເບິ່ງ​ແຍງ​ວຽກ​ແປງ​ວິຫານ​ຂອງ​ພະ​ເຢໂຫວາ. ພວກ​ທີ່​ເບິ່ງ​ແຍງ​ວຽກ​ກໍ​ເອົາ​ເງິນ​ໄປ​ຈ່າຍ​ໃຫ້​ພວກ​ຊ່າງ​ທີ່​ແປງ​ວິຫານ​ຂອງ​ພະ​ເຢໂຫວາ​ບ່ອນ​ທີ່​ເພ. 11 ພວກ​ທີ່​ຮັບຜິດຊອບ​ວຽກ​ໄດ້​ເອົາ​ເງິນ​ໄປ​ໃຫ້​ພວກ​ຊ່າງ​ໄມ້​ກັບ​ຊ່າງ​ກໍ່​ເພື່ອ​ໄປ​ຊື້​ຫີນ​ທີ່​ຕັດ​ເປັນ​ກ້ອນ​ແລ້ວ​ກັບ​ໄມ້​ຄ້ຳ ແລ້ວ​ໃຫ້​ພວກ​ຊ່າງ​ເອົາ​ໄປ​ແປງ​ຄານ​ຂອງ​ຕຶກ​ຕ່າງ​ໆ​ທີ່​ພວກ​ກະສັດ​ຂອງ​ຢູດາ​ປ່ອຍ​ໃຫ້​ເປ່ເພ.+

12 ເຂົາ​ເຈົ້າ​ເຮັດ​ວຽກ​ຢ່າງ​ສັດຊື່.+ ພວກເລວີ​ທີ່​ເບິ່ງ​ແຍງ​ເຂົາ​ເຈົ້າ​ແມ່ນ​ຢາຮາດ​ກັບ​ໂອບາດີຢາ​ທີ່​ເປັນ​ລູກ​ຫຼານ​ຂອງ​ເມຣາຣີ+ ແລະ​ເຊຄາຣີຢາ​ກັບ​ເມຊຸນລຳ​ທີ່​ເປັນ​ລູກ​ຫຼານ​ຂອງ​ໂກຮາດ.+ ພວກເລວີ​ທີ່​ຫຼິ້ນ​ດົນຕີ​ເກັ່ງ+ 13 ເບິ່ງ​ແຍງ​ພວກ​ກຳມະກອນ​ແລະ​ເບິ່ງ​ແຍງ​ຜູ້​ທີ່​ເຮັດ​ວຽກ​ແນວ​ອື່ນ. ພວກເລວີ​ບາງຄົນ​ເປັນ​ເລຂາ ເປັນ​ຄົນຍາມ​ປະຕູ+ ແລະເປັນ​ຜູ້​ເບິ່ງ​ແຍງ​ວຽກ​ອື່ນ​ໆ​.

14 ຕອນ​ທີ່​ເຂົາ​ເຈົ້າ​ເອົາ​ເງິນ​ບໍລິຈາກ​ອອກ​ມາ​ຈາກ​ວິຫານ​ຂອງ​ພະ​ເຢໂຫວາ+ ປະໂລຫິດ​ຮິນກີຢາ​ໄດ້​ເຫັນ​ປຶ້ມ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ+​ທີ່​ເພິ່ນ​ໃຫ້​ຜ່ານ​ທາງ​ໂມເຊ.+ 15 ຮິນກີຢາ​ຈຶ່ງ​ບອກ​ຊາຟານ​ທີ່​ເປັນ​ເລຂາ​ວ່າ: “ຂ້ອຍ​ເຫັນ​ປຶ້ມ​ກົດ​ໝາຍ​ນີ້​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.” ແລ້ວ​ຮິນກີຢາ​ກໍ​ເອົາ​ປຶ້ມ​ກົດ​ໝາຍ​ນັ້ນ​ໃຫ້​ຊາຟານ. 16 ຈາກ​ນັ້ນ ຊາຟານ​ກໍ​ເອົາ​ປຶ້ມ​ກົດ​ໝາຍ​ນັ້ນ​ໄປ​ໃຫ້​ກະສັດ​ແລະ​ບອກ​ວ່າ: “ພວກ​ຄົນ​ຮັບ​ໃຊ້​ຂອງ​ທ່ານ​ໄດ້​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ທ່ານ​ບອກ​ແລ້ວ. 17 ເຂົາ​ເຈົ້າ​ໄດ້​ຖອກ​ເງິນ​ອອກ​ຈາກ​ກ່ອງ​ທີ່​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ເອົາ​ໄປ​ໃຫ້​ພວກ​ທີ່​ຮັບຜິດຊອບ​ເບິ່ງ​ແຍງ​ວຽກ​ກັບ​ພວກ​ທີ່​ແປງ​ວິຫານ​ແລ້ວ.” 18 ຊາຟານ​ທີ່​ເປັນ​ເລຂາ​ຍັງ​ບອກ​ກະສັດ​ອີກ​ວ່າ: “ປະໂລຫິດ​ຮິນກີຢາ​ໄດ້​ເອົາ​ປຶ້ມ​ນີ້​ໃຫ້​ຂ້ອຍ.”+ ແລ້ວ​ຊາຟານ​ກໍ​ອ່ານ​ໃຫ້​ກະສັດ​ຟັງ.+

19 ເມື່ອ​ກະສັດ​ໄດ້​ຍິນ​ສິ່ງ​ທີ່​ຂຽນ​ຢູ່​ໃນ​ປຶ້ມ​ກົດ​ໝາຍ​ນັ້ນ ລາວ​ກໍ​ຈີກ​ເສື້ອ​ຂອງ​ໂຕເອງ.+ 20 ຈາກ​ນັ້ນ ກະສັດ​ສັ່ງ​ຮິນກີຢາ ອາຮີ​ກາມ+​ລູກ​ຊາຍ​ຂອງ​ຊາຟານ ອັບໂດນ*​ລູກ​ຊາຍ​ຂອງ​ມີກາ* ຊາຟານ​ທີ່​ເປັນ​ເລຂາ ແລະ​ອາສາຢາ​ທີ່​ເປັນ​ຄົນ​ຮັບ​ໃຊ້​ຂອງ​ກະສັດ​ວ່າ: 21 “ໃຫ້​ພວກ​ເຈົ້າ​ໄປ​ຖາມ​ພະ​ເຢໂຫວາ​ແທນ​ຂ້ອຍ ແລະ​ແທນ​ປະຊາຊົນ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ອິດສະຣາເອນ​ກັບ​ຢູດາ​ກ່ຽວ​ກັບ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ນີ້. ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ພວກ​ເຮົາ​ຫຼາຍ ຍ້ອນ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ບໍ່​ໄດ້​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ນີ້.”+

22 ຮິນກີຢາ​ກັບ​ຄົນ​ອື່ນ​ໆ​ທີ່​ກະສັດ​ສົ່ງ​ໄປ​ຈຶ່ງ​ໄປ​ຫາ​ຜູ້ພະຍາກອນ​ຍິງທີ່ຊື່ຮຸນດາ.+ ຮຸນດາ​ເປັນ​ເມຍ​ຂອງ​ຊາລຶມ​ທີ່​ເປັນ​ຄົນ​ເບິ່ງ​ແຍງ​ເຄື່ອງນຸ່ງ. ຊາລຶມ​ເປັນ​ລູກ​ຊາຍ​ຂອງ​ຕິກວາ​ແລະ​ເປັນ​ຫຼານ​ຂອງ​ຮາຮັດ. ຮຸນດາ​ຢູ່​ເຂດ​ເມືອງ​ໃໝ່​ຂອງ​ເຢຣູຊາເລັມ ເຂົາ​ເຈົ້າ​ຈຶ່ງ​ໄປ​ຫາ​ລາວ​ຢູ່​ຫັ້ນ.+ 23 ຮຸນດາ​ບອກ​ເຂົາ​ເຈົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ຈັ່ງ​ຊີ້ ‘ໄປ​ບອກ​ຜູ້​ທີ່​ສົ່ງ​ພວກ​ເຈົ້າ​ມາ​ຫາ​ເຮົາ​ວ່າ 24 “ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ຈະ​ເຮັດ​ໃຫ້​ປະເທດ​ນີ້​ເຈິ​ຄວາມ​ຈິບຫາຍ​ແລະ​ຈະລົງໂທດປະຊາຊົນ.+ ຄຳ​ສາບແຊ່ງ​ທຸກ​ຢ່າງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ+​ທີ່​ກະສັດ​ຢູດາ​ອ່ານ​ຈະເກີດ​ຂຶ້ນ​ແທ້. 25 ເຂົາ​ເຈົ້າ​ໄດ້​ປະຖິ້ມ​ເຮົາ+ ໄປ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ອື່ນ ແລະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ໃຫ້​ເຮົາ​ໃຈ​ຮ້າຍ.+ ຍ້ອນ​ແນວ​ນີ້ ເຮົາ​ຈະ​ລົງໂທດ​ປະເທດ​ນີ້​ແລະ​ຈະ​ບໍ່​ມີ​ຫຍັງ​ທີ່​ເຮັດ​ໃຫ້​ເຮົາ​ເຊົາ​ໃຈ​ຮ້າຍ​ໄດ້.’”+ 26 ແຕ່​ສຳລັບ​ກະສັດ​ຢູດາ​ທີ່​ສົ່ງ​ພວກ​ເຈົ້າ​ມາ​ຖາມ​ພະ​ເຢໂຫວາ ໃຫ້​ໄປ​ບອກ​ລາວ​ວ່າ “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ໄດ້​ຍິນ​ນັ້ນ+​ວ່າ 27 ‘ເມື່ອ​ເຈົ້າ​ຮູ້​ວ່າ​ເຮົາ​ຈະ​ເຮັດ​ຫຍັງ​ກັບ​ປະເທດ​ນີ້​ແລະ​ປະຊາຊົນ​ທີ່​ຢູ່​ນີ້ ເຈົ້າ​ໄດ້​ຕັ້ງ​ໃຈ​ຟັງ ຈີກ​ເສື້ອ​ຂອງ​ໂຕເອງ ຖ່ອມ​ໂຕ ແລະ​ຮ້ອງ​ໄຫ້​ຕໍ່​ໜ້າເຮົາ​ທີ່​ເປັນ​ພະເຈົ້າ​ຂອງ​ເຈົ້າ. ດັ່ງນັ້ນ ພະ​ເຢໂຫວາ​ຈຶ່ງ​ບອກ​ວ່າ ເຮົາ​ໄດ້​ຍິນ​ຄຳ​ອະທິດຖານ​ຂອງ​ເຈົ້າ​ແລ້ວ.+ 28 ເຮົາ​ຈະ​ໃຫ້​ເຈົ້າ​ໄດ້​ຢູ່​ກັບ​ປູ່ຍ່າຕານາຍ​ຂອງ​ເຈົ້າ*​ແລະ​ຖືກ​ຝັງ​ຢ່າງ​ສະຫງົບ​ສຸກ. ເຈົ້າ​ຈະ​ບໍ່​ເຫັນ​ຄວາມ​ຈິບຫາຍ​ທີ່​ເຮົາ​ຈະ​ເຮັດ​ກັບ​ປະເທດ​ນີ້​ແລະ​ປະຊາຊົນ​ທີ່​ຢູ່​ນີ້.’”’”+

ເຂົາ​ເຈົ້າ​ຈຶ່ງ​ໄປ​ບອກ​ກະສັດ​ຕາມ​ນັ້ນ. 29 ກະສັດ​ໂຢສີຢາ​ຈຶ່ງ​ໃຫ້​ຄົນ​ໄປ​ເອີ້ນ​ພວກ​ຜູ້​ນຳ​ທຸກ​ຄົນ​ໃນ​ຢູດາ​ແລະ​ໃນ​ເຢຣູຊາເລັມ​ໃຫ້​ມາ​ລວມ​ກັນ.+ 30 ແລ້ວ​ກະສັດ​ກໍ​ໄປ​ວິຫານ​ຂອງ​ພະ​ເຢໂຫວາ​ພ້ອມ​ກັບ​ປະຊາຊົນ​ທຸກ​ຄົນ​ຕັ້ງ​ແຕ່​ເດັກ​ນ້ອຍ​ຈົນ​ຮອດ​ຜູ້​ໃຫຍ່​ທີ່​ມາ​ຈາກ​ຢູດາ​ແລະ​ເຢຣູຊາເລັມ ລວມ​ທັງ​ພວກ​ປະໂລຫິດ​ແລະ​ພວກເລວີ. ລາວ​ອ່ານ​ທຸກ​ສິ່ງ​ທີ່​ຢູ່​ໃນ​ປຶ້ມ​ບັນທຶກ​ຂໍ້​ສັນຍາ​ທີ່​ເຫັນ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ໃຫ້​ທຸກ​ຄົນ​ຟັງ.+ 31 ກະສັດ​ໄປ​ຢືນ​ຢູ່​ບ່ອນ​ຂອງ​ໂຕເອງ​ແລະ​ສັນຍາ*+​ກັບ​ພະ​ເຢໂຫວາ​ວ່າ​ລາວ​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ຄຳ​ສັ່ງ ຂໍ້​ເຕືອນ​ໃຈ ແລະ​ກົດ​ໝາຍ​ຂອງ​ເພິ່ນ​ດ້ວຍ​ສຸດ​ຫົວໃຈ​ສຸດ​ຊີວິດ+​ໂດຍ​ເຮັດ​ຕາມ​ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ບັນທຶກ​ຂໍ້​ສັນຍາ​ນັ້ນ.+ 32 ກະສັດ​ຍັງ​ໄດ້​ໃຫ້​ທຸກ​ຄົນ​ທີ່​ຢູ່​ເມືອງ​ເຢຣູຊາເລັມ​ແລະ​ເຂດ​ເບັນຢາມິນ​ສັນຍາ​ແບບ​ດຽວ​ກັນ. ແລ້ວທຸກ​ຄົນ​ທີ່​ຢູ່​ຫັ້ນກໍ​ເຮັດ​ຕາມ​ທີ່​ສັນຍາ​ໄວ້​ກັບ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ.+ 33 ໂຢສີຢາ​ໄດ້​ທຳລາຍຮູບ​ບູຊາ*​ທັງ​ໝົດ​ໃຫ້​ໝົດ​ໄປ​ຈາກ​ອິດສະຣາເອນ.+ ລາວ​ໄດ້ຊ່ວຍພວກ​ອິດສະຣາເອນ​ທຸກ​ຄົນ​ໃຫ້​ຮັບ​ໃຊ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ. ຕະຫຼອດ​ໄລຍະ​ທີ່​ໂຢສີຢາ​ມີ​ຊີວິດ​ຢູ່ ພວກ​ອິດສະຣາເອນ​ໄດ້​ເຊື່ອ​ຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ສະເໝີ.

35 ໃນ​ວັນ​ທີ 14 ຂອງ​ເດືອນ​ທີ 1+ ໂຢສີຢາ​ໄດ້​ຈັດ​ການ​ສະຫຼອງ​ປັດສະຄາ+​ໃຫ້​ພະ​ເຢໂຫວາ​ໃນ​ເມືອງ​ເຢຣູຊາເລັມ. ເຂົາ​ເຈົ້າ​ໄດ້​ຂ້າ​ສັດ​ສຳລັບ​ປັດສະຄາ.+ 2 ໂຢສີຢາ​ໃຫ້​ພວກ​ປະໂລຫິດ​ກັບ​ມາ​ເຮັດ​ໜ້າ​ທີ່​ຂອງ​ໂຕເອງ​ແລະ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ເຮັດ​ວຽກ​ຮັບ​ໃຊ້​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ.+ 3 ຈາກ​ນັ້ນ ໂຢສີຢາ​ບອກ​ພວກ​ເລວີ​ທີ່​ເປັນ​ຄົນ​ບໍລິສຸດ​ສຳລັບ​ພະ​ເຢໂຫວາ​ແລະ​ເປັນ​ຜູ້​ສອນ​ພວກ​ອິດສະຣາເອນ+​ວ່າ: “ເອົາ​ຫີບ​ສັນຍາ​ທີ່​ບໍລິສຸດ​ໄປ​ໄວ້​ໃນ​ວິຫານ​ທີ່​ໂຊໂລໂມນ​ລູກ​ຊາຍ​ຂອງ​ດາວິດ​ກະສັດ​ຂອງ​ອິດສະຣາເອນ​ໄດ້​ສ້າງ.+ ພວກ​ເຈົ້າ​ບໍ່​ຕ້ອງ​ຫາມ​ຫີບ​ນັ້ນ​ອີກ​ແລ້ວ.+ ຕອນ​ນີ້​ໃຫ້​ພວກ​ເຈົ້າ​ຮັບ​ໃຊ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ແລະ​ຮັບ​ໃຊ້​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເພິ່ນ. 4 ໃຫ້​ພວກ​ເຈົ້າ​ກຽມ​ໂຕ​ເພື່ອ​ເຮັດ​ໜ້າ​ທີ່​ຕາມ​ຈຸ້ມເຈື້ອ​ຂອງ​ໂຕເອງ​ຄື​ກັບ​ທີ່​ດາວິດ+​ກະສັດ​ຂອງ​ອິດສະຣາເອນ​ແລະ​ໂຊໂລໂມນ+​ລູກ​ຊາຍ​ຂອງ​ລາວ​ໄດ້​ຂຽນ​ໄວ້. 5 ໃຫ້​ພວກ​ເຈົ້າ​ໄປ​ຢືນ​ຢູ່​ບ່ອນ​ບໍລິສຸດ​ຕາມ​ຈຸ້ມເຈື້ອ​ຂອງ​ໂຕເອງ ແລະ​ໃນ​ແຕ່​ລະ​ກຸ່ມ​ໃຫ້​ມີຄອບຄົວ​ຄົນ​ເລວີຊ່ວຍ​ເຂົາ​ເຈົ້າ. 6 ໃຫ້​ພວກ​ເຈົ້າ​ຂ້າ​ສັດ​ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ສຳລັບ​ປັດສະຄາ+ ເຮັດ​ໃຫ້​ໂຕເອງ​ສະອາດ* ແລະ​ໃຫ້​ພວກ​ເຈົ້າ​ກຽມ​ພ້ອມ​ເພື່ອ​ຊ່ວຍ​ພີ່ນ້ອງ​ຂອງ​ພວກ​ເຈົ້າ​ໃຫ້​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ໄວ້​ຜ່ານ​ທາງ​ໂມເຊ.”

7 ໂຢສີຢາ​ໄດ້​ເອົາ​ແກະ​ນ້ອຍ​ໂຕ​ຜູ້​ກັບ​ແບ້​ນ້ອຍ​ໂຕ​ຜູ້ 30.000 ໂຕ​ໃຫ້​ປະຊາຊົນ​ທີ່​ຢູ່​ຫັ້ນ​ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ສຳລັບ​ປັດສະຄາ ແລະ​ລາວ​ຍັງ​ໄດ້​ເອົາ​ງົວ​ໃຫ້​ເຂົາ​ເຈົ້າ​ອີກ 3.000 ໂຕ. ທັງ​ໝົດ​ນີ້​ມາ​ຈາກ​ຝູງ​ສັດ​ຂອງ​ກະສັດ.+ 8 ພວກ​ເຈົ້າ​ນາຍ​ຍັງ​ໄດ້​ບໍລິຈາກ​ສິ່ງ​ທີ່​ຈະໃຊ້​ເປັນເຄື່ອງ​ບູຊາ​ທີ່​ໃຫ້​ດ້ວຍ​ຄວາມ​ສະໝັກ​ໃຈ​ໃຫ້​ປະຊາຊົນ ພວກ​ປະໂລຫິດ ແລະ​ພວກເລວີ. ຮິນກີຢາ+ ເຊຄາຣີຢາ ແລະ​ເຢຮີເອນ​ທີ່​ເປັນ​ຜູ້​ເບິ່ງ​ແຍງ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ໄດ້​ເອົາ​ສັດ 2.600 ໂຕ​ໃຫ້​ພວກ​ປະໂລຫິດ​ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ສຳລັບ​ປັດສະຄາ​ແລະ​ຍັງ​ໄດ້​ເອົາ​ງົວ​ໃຫ້​ເຂົາ​ເຈົ້າ​ອີກ 300 ໂຕ. 9 ໂກນານີຢາ​ກັບ​ພວກນ້ອງຊາຍຂອງ​ລາວ​ທີ່​ຊື່​ເຊມາຢາ ເນທາເນນ ລວມ​ທັງ​ຮາຊາບີຢາ ເຢອີເອນ ແລະ​ໂຢຊາບັດ​ທີ່​ເປັນ​ຫົວ​ໜ້າ​ຂອງ​ຄົນ​ເລວີ​ໄດ້​ເອົາ​ສັດ 5.000 ໂຕ​ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ສຳລັບ​ປັດສະຄາ​ໃຫ້​ພວກເລວີ​ແລະ​ຍັງ​ໄດ້​ເອົາ​ງົວ​ໃຫ້​ເຂົາ​ເຈົ້າ​ອີກ 500 ໂຕ.

10 ເມື່ອ​ກຽມ​ທຸກ​ຢ່າງ​ແລ້ວ​ໆ​ ພວກ​ປະໂລຫິດ​ກໍ​ຢືນ​ຢູ່​ບ່ອນ​ຂອງ​ເຂົາ​ເຈົ້າ​ແລະ​ພວກເລວີ​ກໍ​ຢືນ​ຢູ່​ກຸ່ມ​ຂອງ​ໂຕເອງ+​ຕາມ​ທີ່​ກະສັດ​ສັ່ງ. 11 ເຂົາ​ເຈົ້າ​ຂ້າ​ສັດ​ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ສຳລັບ​ປັດສະຄາ+ ແລ້ວ​ພວກ​ປະໂລຫິດ​ໄດ້​ເອົາ​ເລືອດ​ຂອງ​ສັດ​ຈາກ​ເຂົາ​ເຈົ້າ​ໄປ​ຊິດ​ໃສ່​ແທ່ນ​ບູຊາ+ ສ່ວນ​ພວກເລວີ​ກໍລອກ​ໜັງ​ສັດ.+ 12 ຈາກ​ນັ້ນ ພວກເລວີ​ໄດ້​ກຽມ​ເຄື່ອງ​ບູຊາ​ເຜົາ​ເພື່ອ​ຢາຍ​ໃຫ້​ປະຊາຊົນ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ແລ້ວ​ປະຊາຊົນ​ກໍ​ເອົາ​ເຄື່ອງ​ບູຊາ​ນັ້ນ​ໄປໃຫ້​ປະໂລຫິດເພື່ອ​ເຜົາ​ໃຫ້​ພະ​ເຢໂຫວາ​ຕາມ​ທີ່​ຂຽນ​ໄວ້​ໃນ​ກົດ​ໝາຍ​ຂອງ​ໂມເຊ. ເຂົາ​ເຈົ້າ​ເຮັດ​ແບບ​ດຽວ​ກັນ​ກັບ​ງົວ​ທັງ​ໝົດ. 13 ເຂົາ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ສຳລັບ​ປັດສະຄາ​ໄປ​ປີ້ງ​ຕາມ​ທີ່ຂຽນ​ໄວ້​ໃນ​ກົດ​ໝາຍ+ ແລະ​ເອົາ​ເຄື່ອງ​ບູຊາ​ທີ່​ບໍລິສຸດ​ໄປ​ຕົ້ມ​ໃນ​ໝໍ້​ແລະໝໍ້​ຂາງ. ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ຟ້າວ​ເອົາ​ໄປ​ຢາຍ​ໃຫ້​ປະຊາຊົນ. 14 ສຸດທ້າຍ ພວກເລວີ​ກໍ​ກຽມ​ສັດ​ສຳລັບ​ໂຕເອງ​ແລະ​ສຳລັບ​ພວກ​ປະໂລຫິດ​ເພື່ອ​ເຜົາ​ເປັນ​ເຄື່ອງ​ບູຊາ​ແລະເພື່ອ​ກິນ. ພວກເລວີ​ເຮັດ​ແບບ​ນີ້​ກໍ​ຍ້ອນ​ວ່າ​ພວກ​ປະໂລຫິດ​ທີ່​ເປັນ​ລູກ​ຫຼານ​ຂອງ​ອາໂຣນ​ຕ້ອງ​ເຜົາ​ເຄື່ອງ​ບູຊາ​ກັບ​ນ້ຳມັນ​ຈົນ​ຮອດ​ຄ່ຳ.

15 ພວກ​ນັກຮ້ອງ​ທີ່​ເປັນ​ລູກ​ຫຼານ​ຂອງ​ອາສັບ+​ກໍ​ຢືນ​ຢູ່​ບ່ອນ​ຂອງ​ໂຕເອງ​ຕາມ​ທີ່​ດາວິດ+ ອາສັບ+ ເຮມານ ແລະ​ເຢດູທູນ+​ທີ່​ເປັນ​ຜູ້ພະຍາກອນ​ໃຫ້​ກະສັດ*​ໄດ້​ສັ່ງ​ໄວ້. ຄົນ​ຍາມ​ປະຕູ​ກໍ​ຢືນ​ຢູ່​ຕາມ​ປະຕູ​ຕ່າງ​ໆ​.+ ເຂົາ​ເຈົ້າ​ບໍ່​ຕ້ອງ​ປະ​ວຽກ​ຂອງ​ໂຕເອງ ເພາະ​ວ່າ​ພວກເລວີ​ທີ່​ເປັນ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ​ໄດ້​ກຽມ​ສຳລັບ​ເຂົາ​ເຈົ້າ​ແລ້ວ. 16 ໃນ​ມື້​ນັ້ນ ເຂົາ​ເຈົ້າ​ໄດ້ສະຫຼອງປັດສະຄາ​ໃຫ້​ພະ​ເຢໂຫວາ+ ແລະ​ເຜົາ​ເຄື່ອງ​ບູຊາ​ເຜົາ​ຢູ່​ແທ່ນ​ບູຊາ​ຂອງ​ພະ​ເຢໂຫວາ​ຕາມ​ທີ່​ກະສັດ​ໂຢສີຢາ​ສັ່ງ.+

17 ໃນ​ຕອນ​ນັ້ນ ພວກ​ອິດສະຣາເອນທີ່​ລວມ​ກັນ​ຢູ່​ເມືອງ​ເຢຣູຊາເລັມໄດ້​ສະຫຼອງ​ປັດສະຄາ. ຫຼັງ​ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ສະຫຼອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ອີກ 7 ມື້.+ 18 ນັບ​ຕັ້ງ​ແຕ່​ສະໄໝ​ຂອງ​ຜູ້ພະຍາກອນ​ຊາມູເອນ​ກໍ​ບໍ່​ເຄີຍ​ມີການ​ສະຫຼອງ​ປັດສະຄາ​ແບບ​ນີ້​ໃນ​ອິດສະຣາເອນ​ເລີຍ. ບໍ່​ມີ​ກະສັດ​ອິດສະຣາເອນ​ອົງ​ໃດ​ທີ່​ຈັດ​ການ​ສະຫຼອງ​ປັດສະຄາ​ນຳ​ກັນ​ກັບ​ພວກ​ປະໂລຫິດ ພວກເລວີ ພວກ​ຢູດາ ພວກ​ອິດສະຣາເອນ​ທີ່​ມາ​ເມືອງ​ເຢຣູຊາເລັມ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ຄື​ກັບ​ທີ່​ໂຢສີຢາ​ໄດ້​ເຮັດ.+ 19 ການ​ສະຫຼອງ​ປັດສະຄາ​ເທື່ອ​ນີ້​ຈັດ​ໃນ​ປີ​ທີ 18 ທີ່​ໂຢສີຢາ​ປົກຄອງ.

20 ຫຼັງ​ຈາກ​ສະຫຼອງ​ປັດສະຄາ​ແລ້ວ​ໆ​ ໂຢສີຢາ​ກໍ​ແປງ​ວິຫານ. ເມື່ອແປງວິຫານ​ແລ້ວ​ໆ​ ເນໂກ+​ກະສັດ​ຂອງ​ເອຢິບ​ໄດ້​ມາ​ຕໍ່ສູ້​ຢູ່​ເມືອງ​ກາເກມິດ​ໃກ້​ກັບ​ແມ່​ນ້ຳ​ເອິຟາຣາດ. ໂຢສີຢາ​ຈຶ່ງ​ອອກ​ໄປ​ຕໍ່ສູ້​ກັບ​ລາວ.+ 21 ກະສັດ​ເນໂກ​ຈຶ່ງ​ໃຫ້​ຄົນ​ໄປ​ບອກ​ໂຢສີຢາ​ວ່າ: “ກະສັດ​ຢູດາ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ມາ​ຕໍ່ສູ້​ຂ້ອຍ? ຂ້ອຍ​ບໍ່​ໄດ້​ມາ​ຕໍ່ສູ້​ເຈົ້າ ແຕ່​ຂ້ອຍ​ກຳລັງ​ຈະ​ໄປ​ຕໍ່ສູ້​ກັບປະເທດອື່ນ. ພະເຈົ້າ​ບອກ​ໃຫ້​ຂ້ອຍ​ຟ້າວ​ໄປ. ເຈົ້າ​ຢ່າ​ມາ​ຂັດ​ຂວາງ​ພະເຈົ້າ ຍ້ອນ​ວ່າ​ເພິ່ນ​ຢູ່​ນຳ​ຂ້ອຍ. ຄັນ​ບໍ່​ຊັ້ນ ເພິ່ນ​ຈະ​ທຳລາຍ​ເຈົ້າ.” 22 ໂຢສີຢາ​ບໍ່​ຍອມ​ກັບ​ເມືອ ແຕ່​ລາວ​ປອມ​ໂຕ​ໄປ+​ຕໍ່ສູ້​ກັບ​ເນໂກ. ລາວ​ບໍ່​ຟັງ​ສິ່ງ​ທີ່​ເນໂກ​ເວົ້າ​ເຊິ່ງມາ​ຈາກ​ພະເຈົ້າ. ໂຢສີຢາ​ໄປ​ຕໍ່ສູ້​ຢູ່​ທົ່ງພຽງ​ເມກິດໂດ.+

23 ພວກ​ທະຫານ​ຍິງ​ທະນູ​ຖືກ​ກະສັດ​ໂຢສີຢາ. ລາວ​ຈຶ່ງ​ບອກ​ພວກ​ທະຫານ​ຂອງ​ລາວ​ວ່າ: “ຂ້ອຍ​ບາດເຈັບ​ໜັກ​ຫຼາຍ ພາ​ຂ້ອຍ​ອອກ​ໄປ​ຈາກ​ບ່ອນ​ນີ້.” 24 ພວກ​ທະຫານ​ຈຶ່ງ​ພາ​ໂຢສີຢາ​ລົງ​ຈາກ​ລົດ​ຮົບ​ຄັນ​ທີ່​ລາວ​ຢູ່ ແລ້ວ​ພາ​ໄປ​ຂຶ້ນ​ລົດ​ຮົບ​ອີກ​ຄັນ​ໜຶ່ງ​ເພື່ອ​ພາ​ລາວ​ກັບ​ເມືອ​ເມືອງ​ເຢຣູຊາເລັມ. ຕໍ່ມາ​ໂຢສີຢາ​ກໍ​ຕາຍ ແລະ​ເຂົາ​ເຈົ້າ​ຝັງ​ລາວ​ໄວ້​ກັບ​ປູ່ຍ່າຕານາຍ​ຂອງ​ລາວ.+ ຄົນ​ຢູດາ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ໄດ້​ໄວ້ທຸກ​ໃຫ້​ລາວ. 25 ເຢເຣມີຢາ+​ຮ້ອງ​ເພງ​ໄວ້ທຸກ​ໃຫ້​ໂຢສີຢາ ແລະ​ພວກ​ນັກຮ້ອງທຸກ​ຄົນ​ທັງ​ຜູ້​ຊາຍ​ຜູ້​ຍິງ+​ກໍຮ້ອງ​ເພງ​ໄວ້ທຸກ​ໃຫ້​ໂຢສີຢາ​ຈົນ​ຮອດ​ທຸກ​ມື້​ນີ້. ມີ​ຄຳ​ສັ່ງ​ໃຫ້​ຮ້ອງ​ເພງ​ເຫຼົ່ານີ້​ໃນ​ອິດສະຣາເອນ ແລະ​ເພງ​ເຫຼົ່ານີ້​ກໍ​ຖືກ​ເອົາ​ມາ​ໃສ່​ໄວ້​ໃນ​ປຶ້ມ​ເພງ​ໄວ້ທຸກ.

26 ເລື່ອງ​ຕ່າງ​ໆ​ຂອງ​ໂຢສີຢາ ສິ່ງ​ທີ່​ລາວ​ເຮັດ​ດ້ວຍ​ຄວາມ​ຮັກ​ທີ່​ໝັ້ນຄົງ ສິ່ງ​ທີ່​ລາວ​ເຮັດ​ຕາມ​ທີ່​ຂຽນ​ໄວ້​ໃນ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ 27 ແລະ​ສິ່ງ​ອື່ນ​ໆ​ທັງ​ໝົດ​ທີ່​ລາວ​ເຮັດ​ຕັ້ງ​ແຕ່​ຕົ້ນ​ຈົນ​ຈົບ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ພວກ​ກະສັດ​ອິດສະຣາເອນ​ແລະ​ພວກ​ກະສັດ​ຢູດາ.+

36 ປະຊາຊົນ​ໄດ້​ແຕ່ງຕັ້ງ​ເຢໂຮອາຮາດ+​ລູກ​ຊາຍ​ຂອງ​ໂຢສີຢາ​ເປັນ​ກະສັດ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ​ແທນ​ພໍ່​ຂອງ​ລາວ.+ 2 ເຢໂຮອາຮາດ​ເປັນ​ກະສັດ​ຕອນ​ອາຍຸ 23 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 3 ເດືອນ. 3 ແຕ່​ກະສັດ​ເອຢິບ​ປົດ​ລາວ​ບໍ່​ໃຫ້​ເປັນ​ກະສັດ​ຢູ່​ເມືອງ​ເຢຣູຊາເລັມ​ແລະ​ປັບ​ໄໝ​ຢູດາ​ເປັນ​ເງິນ​ໜັກ 100 ຕະລັນ*​ແລະ​ຄຳ​ໜັກ 1 ຕະລັນ.*+ 4 ກະສັດ​ເອຢິບ​ໄດ້​ຕັ້ງ​ເອລີຢາກີມ​ອ້າຍ​ຂອງ​ເຢໂຮອາຮາດ​ເປັນ​ກະສັດ​ປົກຄອງ​ຢູດາ​ແລະ​ເຢຣູຊາເລັມ ແລະ​ປ່ຽນ​ຊື່​ລາວ​ເປັນ​ເຢໂຮຢາກີມ. ຈາກ​ນັ້ນ ເນໂກ+​ກະສັດ​ຂອງ​ເອຢິບ​ໄດ້ຈັບ​ເຢໂຮອາຮາດ​ໄປ​ເອຢິບ.+

5 ເຢໂຮຢາກີມ+​ເປັນ​ກະສັດ​ຕອນ​ອາຍຸ 25 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 11 ປີ. ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ​ເບິ່ງ​ວ່າ​ຊົ່ວ.+ 6 ເນບູກາດເນັດຊາ+​ກະສັດ​ຂອງ​ບາບີໂລນ​ໄດ້​ມາ​ໂຈມຕີ​ເຢໂຮຢາກີມ. ເນບູກາດເນັດຊາ​ໄດ້​ເອົາ​ໂສ້​ທອງແດງ 2 ເສັ້ນ​ລ່າມ​ລາວ ແລະ​ພາ​ລາວ​ໄປ​ບາບີໂລນ.+ 7 ເນບູກາດເນັດຊາ​ເອົາ​ເຄື່ອງໃຊ້​ບາງ​ສ່ວນ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ​ໄປ​ບາບີໂລນ ແລະ​ເອົາ​ໄປ​ໄວ້​ໃນ​ວັງ​ຂອງ​ລາວ​ຢູ່​ບາບີໂລນ.+ 8 ເລື່ອງ​ຕ່າງ​ໆ​ຂອງ​ເຢໂຮຢາກີມ ສິ່ງ​ຕ່າງ​ໆ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ລາວ​ເຮັດ ແລະຄວາມ​ຊົ່ວ​ທຸກ​ຢ່າງ​ຂອງ​ລາວກໍ​ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ພວກ​ກະສັດ​ອິດສະຣາເອນ​ແລະ​ພວກ​ກະສັດ​ຢູດາ. ເຢໂຮຢາກິນ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.+

9 ເຢໂຮຢາກິນ+​ເປັນ​ກະສັດ​ຕອນ​ອາຍຸ 18 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 3 ເດືອນ​ກັບ 10 ມື້. ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ.+ 10 ໃນຕອນ​ຕົ້ນ​ປີ* ກະສັດ​ເນບູກາດເນັດຊາ​ໄດ້​ໃຫ້​ຄົນ​ມາ​ຈັບ​ເຢໂຮຢາກິນ​ໄປ​ບາບີໂລນ+​ແລະ​ເອົາເຄື່ອງ​ທີ່​ມີ​ຄ່າ​ຕ່າງ​ໆ​ທີ່​ຢູ່ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ໄປ​ນຳ.+ ເນບູກາດເນັດຊາ​ໄດ້​ແຕ່ງຕັ້ງ​ເຊເດກີຢາ​ອາວ​ຂອງ​ເຢໂຮຢາກິນ​ໃຫ້​ເປັນ​ກະສັດ​ປົກຄອງ​ຢູດາ​ແລະ​ເຢຣູຊາເລັມ.+

11 ເຊເດກີຢາ+​ເປັນ​ກະສັດ​ຕອນ​ອາຍຸ 21 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 11 ປີ.+ 12 ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ​ເບິ່ງ​ວ່າ​ຊົ່ວ. ລາວ​ບໍ່​ໄດ້​ຖ່ອມ​ໂຕ​ເມື່ອ​ຜູ້ພະຍາກອນ​ເຢເຣມີຢາ+​ເຕືອນລາວ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ. 13 ກະສັດ​ເນບູກາດເນັດຊາ​ເຄີຍ​ບັງຄັບ​ໃຫ້​ເຊເດກີຢາ​ສາບານ​ຕໍ່​ໜ້າ​ພະເຈົ້າ​ວ່າ​ຈະເຊື່ອ​ຟັງລາວ ແຕ່​ຕໍ່ມາ​ເຊເດກີຢາ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສາບານ​ແລະກະບົດຕໍ່​ເນບູກາດເນັດຊາ.+ ເຊເດກີຢາ​ເປັນຄົນຫົວ​ແຂງ ລາວ​ບໍ່​ຍອມ​ກັບ​ມາ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ. 14 ພວກ​ຫົວ​ໜ້າ​ປະໂລຫິດ​ກັບ​ປະຊາຊົນ​ກໍ​ພາກັນ​ບໍ່​ສັດຊື່ຫຼາຍ​ຂຶ້ນ​ເລື້ອຍ​ໆ​. ເຂົາ​ເຈົ້າ​ເຮັດ​ສິ່ງ​ທີ່ພະເຈົ້າ​ຂີ້ດຽດຄື​ກັບ​ຊາດ​ອື່ນ​ໆ​ກຳລັງ​ເຮັດ ແລະ​ເຂົາ​ເຈົ້າ​ເຮັດ​ໃຫ້​ວິຫານ​ຂອງ​ພະ​ເຢໂຫວາ+​ທີ່​ເພິ່ນ​ເຮັດ​ໃຫ້​ບໍລິສຸດ​ແລ້ວ​ໃນ​ເມືອງ​ເຢຣູຊາເລັມບໍ່​ເໝາະສົມ​ກັບ​ການ​ນະມັດສະການ.

15 ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ໄດ້​ໃຫ້​ຜູ້​ສົ່ງ​ຂ່າວ​ຂອງ​ເພິ່ນ​ມາ​ເຕືອນ​ເຂົາ​ເຈົ້າ​ຫຼາຍ​ເທື່ອ ຍ້ອນ​ເພິ່ນ​ອີ່ຕົນ​ປະຊາຊົນ​ຂອງ​ເພິ່ນ​ແລະ​ບໍ່​ຢາກ​ໃຫ້ວິຫານ​ຖືກ​ທຳລາຍ. 16 ແຕ່​ເຂົາ​ເຈົ້າ​ເຍາະເຍີ້ຍ​ຜູ້​ສົ່ງ​ຂ່າວ​ຂອງ​ພະເຈົ້າ​ທ່ຽງແທ້+ ດູຖູກ​ຄຳ​ເຕືອນ​ຂອງ​ເພິ່ນ+ ແລະ​ດູຖູກ​ຜູ້ພະຍາກອນ​ຂອງ​ເພິ່ນ+ ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ຫຼາຍ+​ຈົນບໍ່​ມີ​ວິທີ​ທີ່​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້.

17 ເພິ່ນ​ຈຶ່ງ​ໃຫ້​ກະສັດ​ຂອງ​ພວກ​ການເດອາ+​ມາ​ຂ້າຄົນ​ໜຸ່ມດ້ວຍ​ດາບ+​ໃນ​ວິຫານ​ຂອງ​ເຂົາ​ເຈົ້າ.+ ລາວ​ບໍ່​ອີ່ຕົນ​ຜູ້​ບ່າວຜູ້​ສາວ ຜູ້​ເຖົ້າ​ຫຼືຄົນ​ທີ່​ເຈັບ​ປ່ວຍ.+ ພະເຈົ້າ​ໄດ້​ມອບ​ທຸກ​ສິ່ງ​ທຸກ​ຢ່າງ​ໄວ້​ໃນ​ມື​ກະສັດ​ຂອງ​ພວກ​ການເດອາ.+ 18 ເຄື່ອງໃຊ້​ທຸກ​ຢ່າງ​ທັງ​ອັນ​ນ້ອຍ​ອັນ​ໃຫຍ່​ທີ່​ຢູ່​ໃນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ກັບ​ຊັບ​ສົມບັດ​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ ແລະ​ຊັບ​ສົມບັດ​ຂອງ​ກະສັດ​ກັບ​ຂອງ​ພວກ​ເຈົ້າ​ນາຍ ລາວ​ໄດ້​ເອົາ​ໄປ​ບາບີໂລນ​ຈົນ​ໝົດ.+ 19 ລາວ​ຈູດ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້+ ທຳລາຍ​ກຳແພງ​ເມືອງ​ເຢຣູຊາເລັມ+ ຈູດ​ປ້ອມ​ທັງ​ໝົດ ແລະ​ທຳລາຍ​ທຸກ​ສິ່ງ​ທີ່​ມີ​ຄ່າ.+ 20 ຄົນ​ທີ່​ບໍ່​ຖືກ​ຂ້າ+ ລາວ​ກໍ​ຈັບ​ໄປ​ບາບີໂລນ​ເພື່ອ​ຮັບ​ໃຊ້​ລາວ+​ແລະ​ພວກ​ລູກ​ຫຼານ​ຂອງ​ລາວ​ຈົນ​ຮອດ​ຕອນ​ທີ່​ເປີເຊຍ​ເລີ່ມປົກຄອງ​ບາບີໂລນ.+ 21 ເລື່ອງ​ນີ້​ເກີດ​ຂຶ້ນ​ແທ້​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ເວົ້າ​ຜ່ານ​ທາງ​ເຢເຣມີຢາ.+ ແຜ່ນດິນ​ຖືກ​ປະ​ໄວ້​ໃຫ້​ຮ້າງ​ເປົ່າ​ຈົນ​ຄົບ​ຈຳນວນ​ປີ​ທີ່​ດິນ​ນັ້ນ​ຄວນ​ພັກ​ຕາມ​ກົດ​ໝາຍ​ເລື່ອງ​ປີ​ຊະບາໂຕ.+ ແຜ່ນດິນ​ນັ້ນ​ໄດ້​ພັກ​ຈົນ​ຄົບ 70 ປີ.+

22 ໃນ​ປີ​ທຳອິດ*​ທີ່​ໄຊຣັດ+​ກະສັດ​ຂອງ​ເປີເຊຍປົກຄອງ ພະ​ເຢໂຫວາ​ໄດ້​ໃຫ້​ສິ່ງ​ທີ່​ເພິ່ນ​ເວົ້າ​ໄວ້​ຜ່ານ​ທາງ​ເຢເຣມີຢາ+​ເກີດ​ຂຶ້ນ​ແທ້. ພະ​ເຢໂຫວາ​ໄດ້ກະຕຸ້ນ​ໃຈໄຊຣັດ​ກະສັດ​ຂອງ​ເປີເຊຍ​ໃຫ້​ປະກາດ​ໄປ​ທົ່ວ​ປະເທດ​ແລະ​ໃຫ້​ຂຽນ​ຄຳ​ປະກາດ​ນັ້ນ​ໄວ້​ນຳ. ຄຳ​ປະກາດ​ນັ້ນ​ຂຽນ+​ວ່າ: 23 “ຂ້ອຍໄຊຣັດ​ກະສັດ​ຂອງ​ເປີເຊຍ​ບອກ​ວ່າ ‘ພະ​ເຢໂຫວາ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ໄດ້​ມອບ​ທຸກ​ປະເທດ​ໃນ​ໂລກ​ນີ້​ໃຫ້​ຂ້ອຍ+ ແລະ​ເພິ່ນ​ສັ່ງ​ຂ້ອຍ​ໃຫ້​ສ້າງ​ວິຫານ​ໃຫ້​ເພິ່ນ​ໃນ​ເມືອງ​ເຢຣູຊາເລັມ​ທີ່​ຢູ່​ໃນ​ຢູດາ.+ ໃຜ​ກໍ​ຕາມ​ທີ່​ເປັນ​ປະຊາຊົນ​ຂອງ​ພະ​ເຢໂຫວາ ຂໍ​ໃຫ້​ເພິ່ນ​ຢູ່​ກັບ​ລາວ​ແລະ​ໃຫ້​ລາວກັບ​ເມືອ​ເມືອງ​ເຢຣູຊາເລັມ.’”+

ຫຼື “ເຕັ້ນ​ສັກສິດ”

ຫຼື “ໄປ​ຖາມ​ພະເຈົ້າ​ຢູ່​ຫັ້ນ”

ຫຼື “ທະຫານ​ມ້າ 12.000 ຄົນ”

ຫຼື “ທະຫານ​ມ້າ”

ໄມ້​ແປກ​ຊະນິດໜຶ່ງ

ຕົ້ນ​ໝາກເດື່ອ​ຊະນິດໜຶ່ງ

ຫຼື​ອາດ​ແປ​ວ່າ “ຊື້​ມາ​ຈາກ​ເອຢິບ​ແລະ​ຄູເອ. ພວກ​ພໍ່​ຄ້າ​ຂອງ​ໂຊໂລໂມນ​ຊື້​ມ້າ​ເຫຼົ່ານີ້​ມາ​ຈາກ​ຄູເອ.” ອາດ​ໝາຍເຖິງ​ຊີລິເຊຍ.

6,8 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

1,7 ກິໂລ​ກຣາມ

ໄມ້​ແປກ​ຊະນິດໜຶ່ງ

ໝາຍເຖິງ​ເຂົ້າຈີ່​ທີ່​ຕັ້ງ​ໄວ້. ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ໄມ້​ແປກ​ຊະນິດໜຶ່ງ

ເຂົ້າ​ຊະນິດໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້

4.400.000 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

440.000 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

ແປ​ຕາມ​ໂຕ​ວ່າ “ຜູ້​ເປັນ​ນາຍ​ຂອງ​ຂ້ອຍ”

26,7 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.

8,9 ແມັດ

ປົກກະຕິ​ແລ້ວ 1 ສອກ​ເທົ່າ​ກັບ 44,5 ຊັງຕີແມັດ. ແຕ່​ບາງຄົນ​ບອກ​ວ່າ “ວິທີ​ວັດແທກ​ສະໄໝ​ແຕ່​ກີ້” ໃນ​ຂໍ້​ນີ້​ໝາຍເຖິງ 1 ສອກ​ທີ່​ຍາວ​ເທົ່າ​ກັບ 51,8 ຊັງຕີແມັດ. ເບິ່ງ​ພາກ​ຜະໜວກ ຂ14.

8,9 ແມັດ

ສຳເນົາ​ເກົ່າ​ແກ່​ບາງ​ສະບັບ​ຂຽນ​ວ່າ “120” ສ່ວນ​ສຳເນົາ​ອື່ນ​ໆ​ແລະ​ສະບັບ​ແປ​ບາງ​ສະບັບ​ຂຽນ​ວ່າ “20 ສອກ”

ໄມ້​ແປກ​ຊະນິດໜຶ່ງ

8,9 ແມັດ

20.520 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14

570 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

8,9 ແມັດ

2,2 ແມັດ

2,2 ແມັດ

8,9 ແມັດ

15,5 ແມັດ

2,2 ແມັດ

ຫຼື “ທິດໃຕ້”

ຫຼື “ທິດເໜືອ”

ແປ​ວ່າ “ຂໍ​ໃຫ້​ພະອົງ [ໝາຍເຖິງ​ພະ​ເຢໂຫວາ] ຕັ້ງ​ໝັ້ນຄົງ​ຢູ່​ຕະຫຼອດໄປ”

ອາດ​ແປ​ວ່າ “ດ້ວຍ​ກຳລັງ”

8,9 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.

4,5 ແມັດ

4,5 ແມັດ

2,2 ແມັດ

13,4 ແມັດ

44,5 ຊັງຕີແມັດ

7,4 ຊັງຕີແມັດ. ເບິ່ງ​ພາກ​ຜະໜວກ ຂ14.

66.000 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

ໝາຍເຖິງ​ຂີ້ເທົ່າ​ທີ່​ປົນ​ກັບ​ນ້ຳມັນ​ສັດ​ທີ່​ເຜົາ​ເປັນ​ເຄື່ອງ​ບູຊາ

ຫຼື “ລໍ້​ໃສ່​ນ້ຳ”

ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ໝາຍເຖິງ​ເທດສະການ​ປຸກ​ຕູບ

ຫຼື “ພວກ​ປະໂລຫິດ​ທີ່​ມາ​ຈາກ​ຕະກູນ​ເລວີ”

ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ໝາຍເຖິງ​ເຮັດ​ໃຫ້​ພະເຈົ້າ​ຍອມຮັບ ແລະ​ບໍ່​ໄດ້​ໝາຍເຖິງ​ສະອາດ​ໂດຍ​ການ​ອາບ​ນ້ຳ

2,2 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.

1,3 ແມັດ

ໝາຍເຖິງ​ຄຳ​ສາບານ​ທີ່​ມີ​ໂທດ​ຕາມ​ຄຳ​ສາບແຊ່ງ​ຖ້າ​ບໍ່​ໄດ້​ເຮັດ​ຕາມ

ແປ​ຕາມ​ໂຕ​ວ່າ “ແນມ​ເບິ່ງ”

ແປ​ຕາມ​ໂຕ​ວ່າ “ປິ່ນ​ໜ້າ​ໜີ”

ອາດ​ໝາຍເຖິງ​ພວກເລວີ

ຫຼື “ເຂດ​ແດນ​ຮາມັດ”

ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ໝາຍເຖິງ​ເທດສະການ​ປຸກ​ຕູບ

ມື້​ຕໍ່ມາ​ຫຼັງ​ຈາກ​ເທດສະການ​ປຸກ​ຕູບ​ຫຼື​ວັນ​ທີ 15

ແປ​ຕາມ​ໂຕ​ວ່າ “ແນມ​ເບິ່ງ”

ແປ​ຕາມ​ໂຕ​ວ່າ “ຟາໂຣ”

ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ເທດສະການ​ເກັບ​ກ່ຽວ​ຜົນລະປູກ

15.390 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

ຫຼື “ປິດ​ສະໜາ”

ແປ​ຕາມ​ໂຕ​ວ່າ “ບໍ່​ມີ​ຫຍັງ​ເຊື່ອງ​ໄວ້​ຈາກ”

ຫຼື “ຄຳເວົ້າ”

4.104 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

22.777 ກິໂລ​ກຣາມ

6,8 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

ສ່ວນ​ຫຼາຍ​ແລ້ວ​ແມ່ນ​ທະຫານ​ຍິງ​ທະນູ​ມັກ​ໃຊ້

1,7 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

ລໍ​ມີ​ພໍ່​ເປັນ​ລາ​ແລະ​ມີ​ແມ່​ເປັນ​ມ້າ

ຫຼື “ທະຫານ​ມ້າ 12.000 ຄົນ”

ໄມ້​ແປກ​ຊະນິດໜຶ່ງ

ຕົ້ນ​ໝາກເດື່ອ​ຊະນິດໜຶ່ງ

ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຫຼື “ທີ່​ປຶກສາ​ທີ່​ເປັນ​ຜູ້​ໃຫຍ່”

ແປ​ຕາມ​ໂຕ​ວ່າ “ນິ້ວ​ກ້ອຍ​ຂອງ​ຂ້ອຍ​ຈະ​ໜາ​ກວ່າ​ສະໂພກ​ຂອງ​ພໍ່​ຂ້ອຍ”

ແປ​ຕາມ​ໂຕ​ວ່າ “ເຕັ້ນ”

ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ອາໂດນີຣາມ​ໃນ 1ກສ 4:6 ແລະ​ມີ​ອີກ​ຊື່​ໜຶ່ງ​ວ່າ​ອາໂດຣາມ​ໃນ 1ກສ 12:18

ແປ​ຕາມ​ໂຕ​ວ່າ “ຄົນ​ຂອງ​ພະເຈົ້າ​ທ່ຽງແທ້”

ແປ​ຕາມ​ໂຕ​ວ່າ “ພວກ​ແບ້”

ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ອາບີຢຳ

ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ອາບີຢຳ

ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ມາອາກາ​ໃນ 2ຂຄ 11:20-22 ແລະ 1ກສ 15:2

ແປ​ຕາມ​ໂຕ​ວ່າ “ຄຳ​ສັນຍາ​ແຫ່ງ​ເກືອ”

ແປ​ຕາມ​ໂຕ​ວ່າ “ໂຊໂລໂມນ​ລູກ​ຊາຍ​ຂອງ​ດາວິດ”

ໝາຍເຖິງ​ເຂົ້າຈີ່​ທີ່​ຕັ້ງ​ໄວ້. ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ສ່ວນ​ຫຼາຍ​ແລ້ວ​ແມ່ນ​ທະຫານ​ຍິງ​ທະນູ​ມັກ​ໃຊ້

ແປ​ຕາມ​ໂຕ​ວ່າ “ມີ​ຫຼາຍ”

ແປ​ຕາມ​ໂຕ​ວ່າ “ຊອກຫາ”

ຫຼື “ຄົນ​ສຳຄັນ​ຫຼື​ບໍ່​ສຳຄັນ”

ແປ​ຕາມ​ໂຕ​ວ່າ “ແກ​ແລະ​ແກ​ເຂົາ​ສັດ”

ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຫຼື “ຟື້ນຟູ​ເມືອງ​ຣາມາ​ຂຶ້ນ​ໃໝ່”

ແປ​ຕາມ​ໂຕ​ວ່າ “ຮານານີ​ຜູ້​ເຫັນ​ນິມິດ”

ແປ​ຕາມ​ໂຕ​ວ່າ “ເຮືອນ​ທີ່​ມ້ຽນ​ຂື່​ສຳລັບ​ນັກໂທດ”

ບໍ່​ໄດ້​ໝາຍເຖິງ​ການ​ຈູດ​ສົບ​ອາຊາ ແຕ່​ເປັນ​ການ​ເຜົາ​ເຄື່ອງຫອມ

ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຫຼື “ຊົນ”

ແປ​ຕາມ​ໂຕ​ວ່າ “ຜູ້​ເຫັນ​ນິມິດ”

ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຫຼື​ອາດ​ແປ​ວ່າ “ພວກ​ເມອູ”

ອາດ​ໝາຍເຖິງ​ທະເລ​ຕາຍ

ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ແປ​ຕາມ​ໂຕ​ວ່າ “ອວຍພອນ”

ແປ​ວ່າ “ອວຍພອນ”

ແປ​ຕາມ​ໂຕ​ວ່າ “ມີ​ຕະກຽງ”

ໝາຍເຖິງ​ນະມັດສະການ​ພະເຈົ້າ​ອື່ນ

ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ອາຮາຊີຢາ

ແປ​ຕາມ​ໂຕ​ວ່າ “ລູກສາວ”

ຊື່​ຫຍໍ້​ຂອງ​ເມືອງ​ຣາໂມດກິລຽດ

ສຳເນົາ​ພະຄຳພີ​ພາສາ​ເຮັບເຣີ​ບາງ​ສະບັບ​ແມ່ນ “ອາຊາຣິຢາ”

ຫຼື “ລາວ​ບໍ່​ສະບາຍ”

ແປ​ຕາມ​ໂຕ​ວ່າ “ລູກ​ຊາຍ”

ແປ​ຕາມ​ໂຕ​ວ່າ “ພວກ​ລູກ​ຊາຍ​ຂອງ​ພວກ​ອ້າຍ”

ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເຢໂຮຊາບາ​ໃນ 2ກສ 11:2

ອາດ​ໝາຍເຖິງ​ປີ​ທີ 7 ທີ່​ເຢໂຮອາດ​ຖືກ​ເຊື່ອງ​ໄວ້​ໃນ​ວິຫານ

ໝາຍເຖິງ​ເຮັດ​ໃຫ້​ພະເຈົ້າ​ຍອມຮັບ ແລະ​ບໍ່​ໄດ້​ໝາຍເຖິງ​ສະອາດ​ໂດຍ​ການ​ອາບ​ນ້ຳ

ສ່ວນ​ຫຼາຍ​ແລ້ວ​ແມ່ນ​ທະຫານ​ຍິງ​ທະນູ​ມັກ​ໃຊ້

ອາດ​ໝາຍເຖິງ​ເອົາ​ມ້ວນ​ໜັງສື​ກົດໝາຍ​ຂອງ​ພະເຈົ້າ​ວາງ​ໄວ້​ເທິງ​ຫົວ​ຂອງ​ກະສັດ​ເພື່ອ​ເຕືອນ​ລາວ​ໃຫ້​ເຮັດ​ຕາມ​ກົດໝາຍ​ນັ້ນ

ຫຼື​ອາດ​ແປ​ວ່າ “ຈົນ​ຄົບ​ທຸກ​ຄົນ”

ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຫຼື​ອາດ​ແປ​ວ່າ “ລາວ​ເປັນ​ພະຍາດ​ຫຼາຍ​ຢ່າງ”

ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເຢໂຮອັດດິນ​ໃນ 2ກສ 14:2

3.420 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

3.420 ກິໂລ​ກຣາມ

ຫຼື “ມາ​ເຈິ​ກັນ​ໜ້າ​ຕໍ່​ໜ້າ​ເບາະ?”

ຕົ້ນ​ແປກ​ຊະນິດໜຶ່ງ

ແປ​ຕາມ​ໂຕ​ວ່າ “ເຕັ້ນ”

ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ອາຮາຊີຢາ

178 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.

ຫຼື “ເຈາະ.” ໝາຍເຖິງ​ເຈາະ​ຫີນ.

ໝາຍເຖິງ​ເຮັດ​ໃຫ້​ພະເຈົ້າ​ຍອມຮັບ ແລະ​ບໍ່​ໄດ້​ໝາຍເຖິງ​ສະອາດ​ໂດຍ​ການ​ອາບ​ນ້ຳ

ເບິ່ງ​ຄື​ວ່າ​ດິນ​ຕອນນີ້​ຢູ່​ໃກ້​ບ່ອນ​ຝັງ​ສົບ​ຂອງ​ພວກ​ກະສັດ

3.420 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

ເຂົ້າ​ຊະນິດໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້

2.200.000 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

ແປ​ຕາມ​ໂຕ​ວ່າ “ຮ່ອມພູ​ຂອງ​ລູກ​ຊາຍ​ຮິນໂນມ.” ເບິ່ງ​ຄຳ​ວ່າ “ເກເຮັນນາ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ບາງເທື່ອ​ໃນ 2ຂຄ ມີ​ການ​ໃຊ້​ຄຳ​ວ່າ “ອິດສະຣາເອນ” ເພື່ອ​ໝາຍເຖິງ “ຢູດາ”

ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ອາບີ

ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ໂຕເອງ​ບໍລິສຸດ”

ໝາຍເຖິງ​ເຂົ້າຈີ່​ທີ່​ຕັ້ງ​ໄວ້. ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ແປ​ຕາມ​ໂຕ​ວ່າ “ຜູ້​ອະທິບາຍ​ນິມິດ​ໃຫ້​ກະສັດ”

ແປ​ຕາມ​ໂຕ​ວ່າ “ອາສັບ​ຜູ້​ເຫັນ​ນິມິດ”

ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ໂຕເອງ​ບໍລິສຸດ”

ໝາຍເຖິງ​ເຮັດ​ໃຫ້​ພະເຈົ້າ​ຍອມຮັບ ແລະ​ບໍ່​ໄດ້​ໝາຍເຖິງ​ສະອາດ​ໂດຍ​ການ​ອາບ​ນ້ຳ

ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຫຼື “ຫ້ອງ​ກິນ​ເຂົ້າ”

ໝາຍເຖິງ​ເຮັດ​ໃຫ້​ພະເຈົ້າ​ຍອມຮັບ ແລະ​ບໍ່​ໄດ້​ໝາຍເຖິງ​ສະອາດ​ໂດຍ​ການ​ອາບ​ນ້ຳ

ແປ​ຕາມ​ໂຕ​ວ່າ “ຜູ້​ຊາຍ​ທຸກ​ຄົນ.” ໝາຍເຖິງ​ລວມ​ເອົາ​ເດັກນ້ອຍ​ຜູ້​ຊາຍ​ນຳ.

ພາສາ​ເຮັບເຣີ​ແມ່ນ​ມິໂລ. ອາດ​ສ້າງ​ໂນນ​ນີ້​ເພື່ອ​ປົກປ້ອງ​ເມືອງ.

ໝາຍເຖິງ​ພາສາ​ເຮັບເຣີ

ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ແປ​ຕາມ​ໂຕ​ວ່າ “ລາວ​ໃຫ້​ພວກ​ລູກ​ຊາຍ​ຂອງ​ໂຕເອງ​ຜ່ານ​ໄຟ”

ແປ​ຕາມ​ໂຕ​ວ່າ “ຮ່ອມພູ​ຂອງ​ລູກ​ຊາຍ​ຮິນໂນມ.” ເບິ່ງ​ຄຳ​ວ່າ “ເກເຮັນນາ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ຫຼື “ເສົາ​ໄມ້​ສັກສິດ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຫຼື​ອາດ​ແປ​ວ່າ “ຈັບ​ລາວ​ຈາກ​ຂຸມ”

ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ອັກໂບ​ໃນ 2ກສ 22:12

ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ມີກາຢາ​ໃນ 2ກສ 22:12

ເປັນ​ສຳນວນ​ບົດ​ກອນ​ທີ່​ໝາຍເຖິງ​ຕາຍ

ຫຼື “ສັນຍາ​ສິ່ງ​ທີ່​ຄົນອື່ນ​ເຄີຍ​ສັນຍາ​ແລ້ວ​ໃຫ້​ກັບ​ມາ​ມີ​ຜົນ​ບັງຄັບ​ໃຊ້​ອີກ”

ຫຼື “ສິ່ງ​ທີ່​ພະເຈົ້າ​ຂີ້ດຽດ”

ໝາຍເຖິງ​ເຮັດ​ໃຫ້​ພະເຈົ້າ​ຍອມຮັບ ແລະ​ບໍ່​ໄດ້​ໝາຍເຖິງ​ສະອາດ​ໂດຍ​ການ​ອາບ​ນ້ຳ

ແປ​ຕາມ​ໂຕ​ວ່າ “ຜູ້​ອະທິບາຍ​ນິມິດ​ໃຫ້​ກະສັດ”

3.420 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

34,2 ກິໂລ​ກຣາມ

ອາດ​ໝາຍເຖິງ​ລະດູ​ໃບ​ໄມ້​ປົ່ງ​ໃນ​ອິດສະຣາເອນ (ເລີ່ມ​ຕົ້ນ​ໃນ​ເດືອນ​ມີນາ​ຫຼື​ເມສາ). ເບິ່ງ​ພາກ​ຜະໜວກ ຂ15.

ອາດ​ໝາຍເຖິງ​ປີ​ທຳອິດ​ທີ່​ໄຊຣັດ​ປົກຄອງ​ບາບີໂລນ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌