ບົດຄວາມສຶກສາທີ 21
ພະເຢໂຫວາຈະໃຫ້ກຳລັງໃຈເຮົາ
“ເມື່ອໃດທີ່ຂ້ອຍອ່ອນແອ ຂ້ອຍກໍແຮ່ງເຂັ້ມແຂງຂຶ້ນ.”—2 ກຣ. 12:10
ເພງ 73 ຂໍຊ່ວຍໃຫ້ເຮົາກ້າຫານ
ໃຈຄວາມສຳຄັນa
1-2. ພີ່ນ້ອງຫຼາຍຄົນມີບັນຫາຫຍັງແດ່?
ອັກຄະສາວົກໂປໂລແນະນຳຕີໂມທຽວໃຫ້ເຮັດວຽກປະກາດຂ່າວດີຢ່າງເຕັມທີ. (2 ຕມ. 4:5) ເຮົາທຸກຄົນກໍຄວນເຮັດຕາມຄຳແນະນຳຂອງໂປໂລຢ່າງຈິງຈັງ ແຕ່ກໍບໍ່ແມ່ນເລື່ອງງ່າຍສຳລັບພີ່ນ້ອງຫຼາຍຄົນເພາະເຂົາເຈົ້າຕ້ອງມີຄວາມກ້າເພື່ອຈະປະກາດ. (2 ຕມ. 4:2) ຕົວຢ່າງ ພີ່ນ້ອງບາງຄົນຢູ່ໃນປະເທດທີ່ວຽກປະກາດຖືກຈຳກັດຫຼືຖືກສັ່ງຫ້າມ. ເຖິງເຂົາເຈົ້າຈະຮູ້ວ່າອາດຈະຖືກຈັບເຂົ້າຄຸກ ແຕ່ເຂົາເຈົ້າກໍຍັງປະກາດ!
2 ຜູ້ຮັບໃຊ້ຂອງພະເຢໂຫວາເຈິບັນຫາຫຼາຍຢ່າງທີ່ເຮັດໃຫ້ຮູ້ສຶກທໍ້ໃຈ. ຕົວຢ່າງເຊັ່ນ ຫຼາຍຄົນຕ້ອງເຮັດວຽກຫຼາຍຊົ່ວໂມງເພື່ອຫາລ້ຽງຄອບຄົວ. ເຂົາເຈົ້າຢາກໃຊ້ເວລາປະກາດຫຼາຍຂຶ້ນ ແຕ່ວ່າພໍຮອດທ້າຍອາທິດກໍໝົດແຮງແລ້ວ. ສ່ວນພີ່ນ້ອງບາງຄົນກໍມີຂີດຈຳກັດຍ້ອນເປັນພະຍາດຊຳເຮື້ອ ຫຼືອາຍຸຫຼາຍແລ້ວແລະເຖິງຂັ້ນອອກໄປໃສບໍ່ໄດ້. ສ່ວນພີ່ນ້ອງຄົນອື່ນໆຮູ້ສຶກວ່າໂຕເອງບໍ່ມີຄ່າ. ພີ່ນ້ອງມາຣີb ທີ່ຢູ່ອາຊີກາງບອກວ່າ: “ຂ້ອຍພະຍາຍາມສູ້ກັບຄວາມຮູ້ສຶກບໍ່ດີຈົນເຮັດໃຫ້ຂ້ອຍໝົດແຮງ ຊ້ຳບໍ່ໜຳຂ້ອຍຍັງຮູ້ສຶກຜິດຍ້ອນບໍ່ມີແຮງໄປປະກາດຫຼາຍເທົ່າທີ່ຂ້ອຍຕ້ອງການ.”
3. ເຮົາຈະຮຽນຫຍັງໃນບົດຄວາມນີ້?
3 ບໍ່ວ່າສະພາບແວດລ້ອມຂອງເຮົາຈະເປັນແນວໃດ ພະເຢໂຫວາສາມາດໃຫ້ກຳລັງໃຈເຮົາເພື່ອຮັບໃຊ້ເພິ່ນຕໍ່ໄປໄດ້. ກ່ອນທີ່ຈະມາເບິ່ງວ່າພະເຢໂຫວາຈະຊ່ວຍເຫຼືອເຮົາແນວໃດ ໃຫ້ເຮົາມາເບິ່ງວ່າພະເຢໂຫວາໄດ້ຊ່ວຍເຫຼືອໂປໂລແລະຕີໂມທຽວແນວໃດໃຫ້ປະກາດຕໍ່ໄປເຖິງວ່າເຂົາເຈົ້າຈະມີບັນຫາ.
ພະເຢໂຫວາໃຫ້ກຳລັງໃຈເຮົາເພື່ອຈະປະກາດຕໍ່ໄປໄດ້
4. ໂປໂລເຈິກັບບັນຫາຫຍັງແດ່?
4 ໂປໂລເຈິກັບບັນຫາຫຼາຍຢ່າງ ແລະລາວກໍຕ້ອງການກຳລັງໃຈຫຼາຍແທ້ໆໂດຍສະເພາະຕອນທີ່ລາວຖືກຂ້ຽນຕີ ຖືກດຶກກ້ອນຫີນໃສ່ແລະຖືກຈັບເຂົ້າຄຸກ. (2 ກຣ. 11:23-25) ລາວຍັງເວົ້າກັບພີ່ນ້ອງກົງໆວ່າບາງເທື່ອລາວກໍຮູ້ສຶກທໍ້ໃຈ. (ຣມ. 7:18, 19, 24) ແລະລາວຍັງມີບັນຫາສຸຂະພາບທີ່ເປັນຄືກັບ “ໜາມຢູ່ໃນຮ່າງກາຍ” ແລະລາວໄດ້ຂໍພະເຈົ້າຫຼາຍເທື່ອໃຫ້ກຳຈັດບັນຫານີ້ອອກໄປ.—2 ກຣ. 12:7, 8
ອັນໃດຊ່ວຍໂປໂລໃຫ້ເຮັດວຽກປະກາດຕໍ່ໄປໄດ້? (ເບິ່ງຂໍ້ 5-6)c
5. ເຖິງວ່າໂປໂລຈະມີບັນຫາຫຼາຍຢ່າງແຕ່ລາວສາມາດເຮັດຫຍັງໄດ້ແດ່?
5 ພະເຢໂຫວາຊ່ວຍໂປໂລໃຫ້ປະກາດຕໍ່ໄປໄດ້ເຖິງວ່າລາວຈະມີບັນຫາຫຼາຍຢ່າງ. ໃຫ້ເຮົາມາເບິ່ງວ່າລາວໄດ້ເຮັດສິ່ງໄດ້ແດ່ເມື່ອລາວຖືກກັກບໍລິເວນຢູ່ໃນເມືອງໂຣມ. ລາວປະກາດດ້ວຍໃຈກ້າຫານຕໍ່ໜ້າພວກຜູ້ນຳຊາວຢິວແລະອາດຈະປະກາດຕໍ່ເຈົ້າໜ້າທີ່ທີ່ມີຕຳແໜ່ງສູງ. (ກຈກ. 28:17; ຟລປ. 4:21, 22) ລາວຍັງໄດ້ປະກາດກັບທະຫານຫຼາຍຄົນທີ່ເປັນກອງກຳລັງປ້ອງກັນຈອມຈັກກະພັດ ແລະປະກາດກັບທຸກຄົນທີ່ມາຢ້ຽມຢາມລາວ. (ກຈກ. 28:30, 31; ຟລປ. 1:13) ໃນລະຫວ່າງນັ້ນ ລາວຍັງໄດ້ຂຽນຈົດໝາຍເພື່ອຊ່ວຍພີ່ນ້ອງໃນສະໄໝນັ້ນແລະເປັນປະໂຫຍດກັບພີ່ນ້ອງໃນທຸກມື້ນີ້ຄືກັນ. ນອກຈາກນັ້ນ ຕົວຢ່າງຂອງໂປໂລຍັງໄດ້ໃຫ້ກຳລັງໃຈພີ່ນ້ອງເຮັດໃຫ້ພີ່ນ້ອງ “ມີໃຈກ້າຫຼາຍຂຶ້ນແລະບໍ່ຢ້ານທີ່ຈະປະກາດຄຳສອນຂອງພະເຈົ້າ.” (ຟລປ. 1:14) ເຖິງວ່າໂປໂລຈະມີຂີດຈຳກັດແຕ່ລາວກໍເຮັດສຸດຄວາມສາມາດຕາມສະພາບການຂອງລາວແລະ “ເຮັດໃຫ້ຂ່າວດີແພ່ອອກໄປ.”—ຟລປ. 1:12
6. ຕາມ 2 ໂກຣິນໂທ 12:9, 10 ສິ່ງໃດຊ່ວຍໂປໂລໃຫ້ປະກາດຕໍ່ໆໄປໄດ້?
6 ໂປໂລຮູ້ວ່າທຸກສິ່ງທີ່ລາວສາມາດເຮັດໄດ້ໃນການຮັບໃຊ້ພະເຢໂຫວາບໍ່ແມ່ນຄວາມສາມາດຂອງລາວເອງ ແຕ່ຍ້ອນຄວາມຊ່ວຍເຫຼືອຈາກພະເຢໂຫວາ. ລາວເວົ້າວ່າ: ‘ເມື່ອຂ້ອຍອ່ອນແອ ລິດເດດຂອງພະເຈົ້າກໍສະແດງໄດ້ຢ່າງເຕັມທີ.’ (ອ່ານ 2 ໂກຣິນໂທ 12:9, 10) ພະເຢໂຫວາຊ່ວຍໂປໂລໂດຍທາງພະລັງບໍລິສຸດເພື່ອໃຫ້ລາວສາມາດປະກາດຕໍ່ໆໄປໄດ້ເຖິງວ່າຈະຖືກຂົ່ມເຫງ ຖືກຂັງຄຸກແລະມີບັນຫາອື່ນໆ.
ອັນໃດຊ່ວຍຕີໂມທຽວໃຫ້ເຮັດວຽກປະກາດຕໍ່ໄປໄດ້? (ເບິ່ງຂໍ້ 7)d
7. ຕີໂມທຽວມີບັນຫາຫຍັງແດ່ຕອນທີ່ເຮັດວຽກຮັບໃຊ້?
7 ຕີໂມທຽວເປັນໝູ່ທີ່ຮ່ວມຮັບໃຊ້ກັບໂປໂລທີ່ອາຍຸນ້ອຍກວ່າໝູ່ ແຕ່ລາວກໍໝັ້ນໃຈວ່າພະເຢໂຫວາຈະຊ່ວຍເຫຼືອລາວໃນວຽກປະກາດ. ຕີໂມທຽວໄດ້ຮ່ວມເດີນທາງກັບໂປໂລໃນຖານະມິດຊັນນາຣີ ແລະໂປໂລຍັງໄດ້ສົ່ງຕີໂມທຽວໃຫ້ໄປຢ້ຽມຢາມແລະໃຫ້ກຳລັງໃຈພີ່ນ້ອງໃນປະຊາຄົມຕ່າງໆ. (1 ກຣ. 4:17) ຕີໂມທຽວອາດຮູ້ສຶກວ່າໂຕເອງມີຄວາມສາມາດບໍ່ພຽງພໍ. ນີ້ອາດເປັນເຫດຜົນທີ່ໂປໂລບອກກັບລາວວ່າ: “ຢ່າໃຫ້ຜູ້ໃດດູຖູກເຈົ້າຍ້ອນເຫັນວ່າເຈົ້າຍັງໜຸ່ມ.” (1 ຕມ. 4:12) ແລະໃນຕອນນັ້ນ ຕີໂມທຽວກໍມີບັນຫາກ່ຽວກັບ “ເລື່ອງຄວາມເຈັບປ່ວຍທີ່ເປັນເລື້ອຍໆ” ເຊິ່ງເປັນຄືກັບໜາມທີ່ຢູ່ໃນຮ່າງກາຍຂອງລາວ. (1 ຕມ. 5:23) ແຕ່ຕີໂມທຽວກໍຮູ້ວ່າພະເຢໂຫວາຈະໃຫ້ພະລັງບໍລິສຸດກັບລາວເພື່ອຊ່ວຍລາວໃຫ້ປະກາດຂ່າວດີແລະຊ່ວຍເຫຼືອພີ່ນ້ອງ.—2 ຕມ. 1:7
ພະເຢໂຫວາໃຫ້ກຳລັງໃຈເຮົາເພື່ອໃຫ້ຮັກສາຄວາມສັດຊື່ໄດ້ຕອນທີ່ມີບັນຫາ
8. ພະເຢໂຫວາຊ່ວຍປະຊາຊົນຂອງເພິ່ນໃຫ້ມີກຳລັງໃຈແນວໃດໃນທຸກມື້ນີ້?
8 ໃນທຸກມື້ນີ້ ພະເຢໂຫວາກໍໃຫ້ປະຊາຊົນຂອງເພິ່ນມີ “ກຳລັງທີ່ຫຼາຍກວ່າປົກກະຕິ” ເພື່ອຊ່ວຍເຂົາເຈົ້າໃຫ້ຮັບໃຊ້ເພິ່ນຢ່າງສັດຊື່ຕໍ່ໆໄປ. (2 ກຣ. 4:7) ໃຫ້ເຮົາມາເບິ່ງ 4 ຢ່າງທີ່ພະເຢໂຫວາຊ່ວຍເຮົາໃຫ້ມີກຳລັງໃຈແລະສັດຊື່ຕໍ່ເພິ່ນຕໍ່ໆໄປເຊັ່ນ: ການອະທິດຖານ ຄຳພີໄບເບິນ ການຄົບຫາກັບພີ່ນ້ອງ ແລະການປະກາດ.
ພະເຢໂຫວາໃຫ້ກຳລັງໃຈເຮົາໂດຍການອະທິດຖານ (ເບິ່ງຂໍ້ 9)
9. ການອະທິດຖານຊ່ວຍເຮົາໄດ້ແນວໃດ?
9 ໄດ້ຮັບກຳລັງໃຈໂດຍການອະທິດຖານ. ໃນເອເຟໂຊ 6:18 ໂປໂລບອກເຮົາໃຫ້ອະທິດຖານເຖິງພະເຈົ້າ “ທຸກໂອກາດ” ແລ້ວພະເຢໂຫວາຈະໃຫ້ກຳລັງໃຈເຮົາ. ຈອນນີ້ທີ່ຢູ່ໂບລີວີໄດ້ຮັບກຳລັງໃຈຈາກພະເຈົ້າເມື່ອເຈິບັນຫາໜັກໜ່ວງ. ມີເທື່ອໜຶ່ງ ທັງເມຍກັບພໍ່ແມ່ຂອງລາວເຈັບປ່ວຍໜັກຫຼາຍໃນເວລາດຽວກັນ ເຊິ່ງເປັນເລື່ອງຍາກທີ່ລາວຈະເບິ່ງແຍງທັງ 3 ຄົນ. ຕ້ອງໄດ້ໃຊ້ເວລາດົນຊົ່ວເມຍກັບພໍ່ຈະດີຂຶ້ນແຕ່ແມ່ພັດຕາຍ. ເມື່ອເຫດການນັ້ນຜ່ານໄປ ລາວບອກວ່າ: “ເມື່ອຂ້ອຍເຈິຄວາມກົດດັນຢ່າງໜັກ ສິ່ງທີ່ຊ່ວຍຂ້ອຍໄດ້ກໍຄືການອະທິດຖານແບບເຈາະຈົງ.” ພະເຢໂຫວາໄດ້ໃຫ້ກຳລັງໃຈຈອນນີ້ເພື່ອຊ່ວຍລາວໃຫ້ອົດທົນໄດ້. ໂຣໂນເຊິ່ງເປັນຜູ້ດູແລຢູ່ໂບລີວີໄດ້ຮູ້ວ່າແມ່ຂອງລາວເປັນມະເຮັງ ແລະໜຶ່ງເດືອນຕໍ່ມາແມ່ຂອງລາວກໍຕາຍ. ສິ່ງໃດຊ່ວຍລາວໃຫ້ອົດທົນໄດ້? ລາວບອກວ່າ: “ເມື່ອຂ້ອຍອະທິດຖານ ຂ້ອຍໄດ້ລະບາຍຄວາມຮູ້ສຶກທັງໝົດໃຫ້ກັບພະເຢໂຫວາຟັງ ຂ້ອຍຮູ້ວ່າພະເຢໂຫວາເຂົ້າໃຈຂ້ອຍດີກວ່າຄົນອື່ນໆ ແລະເຂົ້າໃຈຂ້ອຍດີກວ່າຂ້ອຍເຂົ້າໃຈໂຕເອງຊ້ຳ.” ບາງເທື່ອເຮົາອາດຮູ້ສຶກວ່າຍາກທີ່ຈະລະບາຍຄວາມຮູ້ສຶກອອກມາຫຼືບໍ່ຮູ້ວ່າຈະເວົ້າແນວໃດໃນຄຳອະທິດຖານ ແຕ່ພະເຢໂຫວາກໍເຊີນເຮົາໃຫ້ອະທິດຖານເຖິງເພິ່ນ ເຖິງວ່າເຮົາອາດຮູ້ສຶກວ່າຍາກທີ່ຈະລະບາຍຄວາມຄິດຫຼືຄວາມຮູ້ສຶກອອກມາເປັນຄຳເວົ້າ.—ຣມ. 8:26, 27
ພະເຢໂຫວາໃຫ້ກຳລັງໃຈເຮົາໂດຍການອ່ານຄຳພີໄບເບິນ (ເບິ່ງຂໍ້ 10)
10. ຕາມເຮັບເຣີ 4:12 ເປັນຫຍັງການອ່ານຄຳພີໄບເບິນແລະຄິດຕຶກຕອງກ່ຽວກັບສິ່ງທີ່ອ່ານຈຶ່ງເປັນເລື່ອງສຳຄັນ?
10 ໄດ້ຮັບກຳລັງໃຈຈາກຄຳພີໄບເບິນ. ໂປໂລໄດ້ຮັບກຳລັງໃຈແລະການປອບໃຈຈາກການອ່ານຄຳພີໄບເບິນ ເຮົາກໍຈະໄດ້ຮັບຄືກັນຖ້າເຮົາອ່ານຄຳພີໄບເບິນ. (ຣມ. 15:4) ເມື່ອເຮົາອ່ານຄຳພີໄບເບິນແລະຄິດຕຶກຕອງ ພະເຢໂຫວາກໍຈະຊ່ວຍເຮົາໃຫ້ເຂົ້າໃຈຫຼາຍຂຶ້ນວ່າຈະເອົາຄຳແນະນຳນັ້ນໄປໃຊ້ແນວໃດໃນສະພາບການຂອງເຮົາ. (ອ່ານເຮັບເຣີ 4:12) ໂຣໂນທີ່ເຮົາເວົ້າເຖິງກ່ອນໜ້ານີ້ບອກວ່າ: “ຂ້ອຍດີໃຈທີ່ໄດ້ສ້າງນິດໄສໃຫ້ມັກອ່ານຄຳພີໄບເບິນທຸກຄືນຂ້ອຍໄດ້ຄິດຕຶກຕອງກ່ຽວກັບຄຸນລັກສະນະຕ່າງໆຂອງພະເຢໂຫວາ ແລະວິທີທີ່ເພິ່ນສະແດງຄວາມຮັກຕໍ່ຜູ້ຮັບໃຊ້ຂອງເພິ່ນ ນີ້ເຮັດໃຫ້ຂ້ອຍໄດ້ຮັບກຳລັງໃຈຫຼາຍ.”
11. ການອ່ານຄຳພີໄບເບິນຊ່ວຍພີ່ນ້ອງທີ່ກຳລັງເສຍໃຈໄດ້ແນວໃດ?
11 ເມື່ອເຮົາອ່ານຄຳພີໄບເບິນແລະຄິດຕຶກຕອງສິ່ງທີ່ອ່ານຈະຊ່ວຍເຮົາໃຫ້ມີຄວາມຄິດທີ່ຖືກຕ້ອງກ່ຽວກັບສະພາບການຂອງເຮົາເອງ. ໃຫ້ເຮົາມາເບິ່ງວ່າແມ່ໝ້າຍທີ່ກຳລັງເສຍໃຈໄດ້ຮັບປະໂຫຍດແນວໃດຈາກການອ່ານຄຳພີໄບເບິນ. ຜູ້ດູແລຄົນໜຶ່ງໄດ້ແນະນຳໃຫ້ລາວອ່ານເລື່ອງຂອງໂຢບເພື່ອຈະໄດ້ບົດຮຽນທີ່ສາມາດຊ່ວຍລາວໄດ້. ເມື່ອລາວອ່ານ ທຳອິດລາວເລີ່ມຕຳໜິໂຢບຍ້ອນວ່າໂຢບຄິດຜິດ ໃນໃຈລາວຢາກບອກໂຢບວ່າ: “ໂຢບເອີຍ! ເປັນຫຍັງເຈົ້າຄິດໃນແງ່ລົບ!” ແຕ່ຫຼັງຈາກນັ້ນ ລາວກໍສັງເກດວ່າ ລາວເອງກໍມີຄວາມຄິດທີ່ບໍ່ຖືກຕ້ອງຄືກັນກັບໂຢບ. ນີ້ໄດ້ຊ່ວຍລາວໃຫ້ປັບຄວາມຄິດແລະຊ່ວຍລາວໃຫ້ທຳໃຈກັບຄວາມໂສກເສົ້າທີ່ຜົວລາວຕາຍຈາກໄປ.
ພະເຢໂຫວາໃຫ້ກຳລັງໃຈເຮົາໂດຍການຄົບຫາກັບພີ່ນ້ອງ (ເບິ່ງຂໍ້ 12)
12. ພະເຢໂຫວາໃຫ້ກຳລັງໃຈເຮົາໂດຍທາງພີ່ນ້ອງແນວໃດ?
12 ໄດ້ຮັບກຳລັງໃຈໂດຍການຄົບຫາກັບພີ່ນ້ອງ. ອີກວິທີໜຶ່ງທີ່ພະເຢໂຫວາໃຫ້ກຳລັງໃຈເຮົາກໍຄືສັງຄົມພີ່ນ້ອງ. ໂປໂລຂຽນວ່າເມື່ອໄປຢາມພີ່ນ້ອງໃນປະຊາຄົມ “ເຮົາຈະໄດ້ໃຫ້ກຳລັງໃຈກັນແລະກັນ.” (ຣມ. 1:11, 12) ມາຣີ ທີ່ເວົ້າເຖິງກ່ອນໜ້ານີ້ໄດ້ຮັບປະໂຫຍດຈາກການຄົບຫາກັບພີ່ນ້ອງ ລາວຂຽນວ່າ: “ພະເຢໂຫວາໄດ້ໃຊ້ພີ່ນ້ອງໃຫ້ຊ່ວຍເຫຼືອຂ້ອຍເຖິງວ່າເຂົາເຈົ້າຈະບໍ່ຮູ້ຊ້ຳວ່າຂ້ອຍມີບັນຫາຫຍັງແດ່. ພີ່ນ້ອງບາງຄົນໄດ້ເວົ້າບາງຢ່າງເພື່ອໃຫ້ກຳລັງໃຈຂ້ອຍ. ບາງຄົນກໍໄດ້ຂຽນກ໋າດເພື່ອໃຫ້ກຳລັງໃຈເຊິ່ງເປັນສິ່ງທີ່ຂ້ອຍຕ້ອງການພໍດີ. ສິ່ງນັ້ນໄດ້ຊ່ວຍໃຫ້ຂ້ອຍກ້າເວົ້າກັບພີ່ນ້ອງຄົນອື່ນທີ່ມີບັນຫາຄ້າຍຄືກັບຂ້ອຍ ແລະຂ້ອຍຍັງໄດ້ບົດຮຽນຈາກເຂົາເຈົ້ານຳ. ນອກຈາກນັ້ນ ຜູ້ດູແລກໍຍັງເຮັດໃຫ້ຂ້ອຍຮູ້ສຶກວ່າຂ້ອຍເປັນສ່ວນໜຶ່ງໃນປະຊາຄົມ.”
13. ເມື່ອໄປປະຊຸມເຮົາຈະໃຫ້ກຳລັງໃຈເຊິ່ງກັນແລະກັນໄດ້ແນວໃດ?
13 ບ່ອນທີ່ຈະໃຫ້ກຳລັງໃຈກັນແລະກັນໄດ້ດີທີ່ສຸດກໍຄື ການປະຊຸມຂອງເຮົາ. ເມື່ອເຮົາເຂົ້າຮ່ວມການປະຊຸມ ເຮົາສາມາດໃຫ້ກຳລັງໃຈພີ່ນ້ອງໂດຍສະແດງຄວາມຮັກຕໍ່ເຂົາເຈົ້າແລະຊົມເຊີຍສິ່ງທີ່ເຂົາເຈົ້າເຮັດ. ຕົວຢ່າງເຊັ່ນ ມີມື້ໜຶ່ງກ່ອນການປະຊຸມ ຜູ້ດູແລທີ່ຊື່ປີເຕີ້ໄດ້ເວົ້າກັບພີ່ນ້ອງຍິງທີ່ຜົວບໍ່ໄດ້ເປັນພະຍານພະເຢໂຫວາວ່າ: “ເຈົ້າຮູ້ບໍວ່າຂ້ອຍໄດ້ຮັບກຳລັງໃຈຫຼາຍສ່ຳໃດທີ່ເຫັນເຈົ້າກັບລູກມາປະຊຸມ ເຈົ້າໄດ້ຊ່ວຍລູກທັງ 6 ຄົນໃຫ້ເຂົ້າຮ່ວມການປະຊຸມທຸກລາຍການແລະກຽມພ້ອມທີ່ຈະອອກຄຳຄິດເຫັນ.” ລາວຮູ້ສຶກດີໃຈຫຼາຍຈົນນ້ຳຕາຊຶມແລະເວົ້າວ່າ: “ເຈົ້າຮູ້ບໍຄຳເວົ້ານີ້ເຮັດໃຫ້ຂ້ອຍໄດ້ຮັບກຳລັງໃຈຫຼາຍແທ້ໆ.”
ພະເຢໂຫວາໃຫ້ກຳລັງໃຈເຮົາໂດຍການປະກາດ (ເບິ່ງຂໍ້ 14)
14. ວຽກປະກາດຊ່ວຍເຮົາແນວໃດ?
14 ໄດ້ຮັບກຳລັງໃຈໂດຍການປະກາດ. ເມື່ອເຮົາເວົ້າເລື່ອງໃນຄຳພີໄບເບິນກັບຄົນອື່ນ ເຮົາກໍຮູ້ສຶກສົດຊື່ນແລະຮູ້ສຶກດີບໍ່ວ່າເຂົາເຈົ້າຈະສົນໃຈຫຼືບໍ່ກໍຕາມ. (ສຸພາ. 11:25) ພີ່ນ້ອງຍິງຄົນໜຶ່ງທີ່ຊື່ ສະເຕຊີໄດ້ເຫັນວ່າການປະກາດຊ່ວຍລາວໃຫ້ມີກຳລັງໃຈ. ເມື່ອສະມາຊິກຄົນໜຶ່ງໃນຄອບຄົວຂອງສະເຕຊີຖືກຕັດສຳພັນ ລາວຮູ້ສຶກເສຍໃຈຫຼາຍແລະໂທດໂຕເອງທີ່ບໍ່ສາມາດຊ່ວຍຄົນໃນຄອບຄົວໄດ້. ລາວຄິດເຖິງແຕ່ເລື່ອງນັ້ນຢູ່ຕະຫຼອດ ແຕ່ສິ່ງໃດຊ່ວຍລາວໃຫ້ຮູ້ສຶກດີຂຶ້ນ? ວຽກປະກາດ! ເມື່ອໄປປະກາດ ລາວໄດ້ເອົາໃຈໃສ່ຄົນທີ່ຢູ່ໃນເຂດທີ່ຕ້ອງການຄວາມຊ່ວຍເຫຼືອ. ລາວບອກວ່າ: “ພະເຢໂຫວາຊ່ວຍໃຫ້ຂ້ອຍມີນັກສຶກສາທີ່ກ້າວໜ້າຢ່າງໄວວາ ສິ່ງນີ້ຊ່ວຍຂ້ອຍໃຫ້ມີກຳລັງໃຈຫຼາຍແທ້ໆແລະຍັງເຮັດໃຫ້ຂ້ອຍມີໃຈທີ່ສະຫງົບແລະສາມາດເຮັດວຽກປະກາດຕໍ່ໆໄປໄດ້.”
15. ເຮົາໄດ້ບົດຮຽນຫຍັງຈາກຄຳເວົ້າຂອງມາຣີ?
15 ຍ້ອນສະພາບແວດລ້ອມ ຫຼາຍຄົນຮູ້ສຶກວ່າໂຕເອງເຮັດວຽກປະກາດບໍ່ໄດ້ຫຼາຍເທົ່າທີ່ຢາກເຮັດ. ຖ້າເຈົ້າຮູ້ສຶກແບບນັ້ນຂໍໃຫ້ຈື່ໄວ້ວ່າພະເຢໂຫວາພໍໃຈໃນໂຕເຈົ້າຖ້າເຈົ້າເຮັດສຸດຄວາມສາມາດ. ໃຫ້ເຮົາມາເບິ່ງເລື່ອງຂອງມາຣີທີ່ເວົ້າເຖິງກ່ອນໜ້ານີ້ ເມື່ອລາວຍ້າຍໄປເຂດທີ່ໃຊ້ພາສາອື່ນ ລາວຮູ້ສຶກວ່າໂຕເອງບໍ່ໄດ້ຊ່ວຍປະຊາຄົມຫຼາຍປານໃດ. ລາວບອກວ່າ: “ເມື່ອເຂົ້າຮ່ວມປະຊຸມຂ້ອຍກໍອອກຄວາມຄິດເຫັນແບບງ່າຍໆ ຫຼືອ່ານແຕ່ຂໍ້ຄຳພີ ເມື່ອຢູ່ໃນເຂດປະກາດຂ້ອຍກໍມີແຕ່ໃຫ້ແຜ່ນພັບເທົ່ານັ້ນ.” ນີ້ຈຶ່ງເຮັດໃຫ້ລາວຮູ້ສຶກວ່າບໍ່ດີພໍເມື່ອທຽບກັບພີ່ນ້ອງທີ່ເວົ້າພາສານີ້ໄດ້ຢ່າງຄ່ອງແຄ້ວ. ແຕ່ລາວໄດ້ປັບຄວາມຄິດແລະລາວຮູ້ວ່າພະເຢໂຫວາສາມາດໃຊ້ລາວໄດ້ເຖິງວ່າລາວຈະມີຂີດຈຳກັດ. ລາວເວົ້າວ່າ: “ຄຳສອນໃນຄຳພີໄບເບິນເຂົ້າໃຈງ່າຍແລະສາມາດປ່ຽນແປງຊີວິດຂອງຄົນເຮົາໄດ້.”
16. ຜູ້ທີ່ອອກໄປປະກາດຢູ່ທາງນອກບໍ່ໄດ້ຈະໄດ້ຮັບກຳລັງໃຈໄດ້ແນວໃດ?
16 ພະເຢໂຫວາຮູ້ວ່າເຮົາຢາກໄປປະກາດ ເຖິງວ່າເຮົາຈະອອກໄປນອກບໍ່ໄດ້. ດັ່ງນັ້ນ ພະເຢໂຫວາຈຶ່ງຊ່ວຍເຮົາໃຫ້ສາມາດປະກາດກັບຜູ້ທີ່ມາເບິ່ງແຍງເຮົາເຊິ່ງອາດຈະເປັນແພດໝໍ. ຖ້າເຮົາສົມທຽບສິ່ງທີ່ເຮົາເຮັດໄດ້ໃນຕອນນີ້ກັບສິ່ງທີ່ເຮົາເຄີຍເຮັດໃນອະດີດກໍອາດຈະເຮັດໃຫ້ເຮົາທໍ້ໃຈໄດ້. ແຕ່ຖ້າເຮົາເຂົ້າໃຈວ່າ ພະເຢໂຫວາຊ່ວຍເຮົາແນວໃດໃນຕອນນີ້ກໍຈະຊ່ວຍເຮົາໃຫ້ມີກຳລັງໃຈແລະສາມາດອົດທົນກັບບັນຫາໄດ້.
17. ຕາມຜູ້ເທສະໜາປ່າວປະກາດ 11:6 ເປັນຫຍັງເຮົາຄວນປະກາດຕໍ່ໄປເຖິງວ່າເຮົາຈະບໍ່ໄດ້ເຫັນຜົນທັນທີ?
17 ເຮົາບໍ່ຮູ້ວ່າເມັດແຫ່ງຄວາມຈິງທີ່ເຮົາຫວ່ານໄປນັ້ນ ເມັດໃດຈະເກີດຜົນ. (ອ່ານຜູ້ເທສະໜາປ່າວປະກາດ 11:6) ໃຫ້ເຮົາມາເບິ່ງປະສົບການຂອງພີ່ນ້ອງຍິງທີ່ຊື່ ບາບາຣາທີ່ປະກາດໂດຍການຂຽນຈົດໝາຍ ແລະປະກາດທາງໂທລະສັບເປັນປະຈຳ. ໃນຈົດໝາຍສະບັບໜຶ່ງ ລາວໄດ້ເອົາຫໍສັງເກດການ ສະບັບວັນທີ 1 ມີນາ ປີ 2014 ໃນບົດຄວາມທີ່ຊື່ວ່າ: “ພະເຈົ້າໄດ້ເຮັດຫຍັງແດ່ເພື່ອເຈົ້າ” ໃສ່ມາກັບຈົດໝາຍນັ້ນ. ລາວບໍ່ຮູ້ຊ້ຳວ່າຜູ້ທີ່ຮັບຈົດໝາຍນັ້ນເປັນຄູ່ຜົວເມຍໜຶ່ງທີ່ເຊົາເປັນພະຍານດົນແລ້ວ. ເຂົາເຈົ້າໄດ້ອ່ານຈົດໝາຍນັ້ນຫຼາຍເທື່ອ. ຜູ້ເປັນຜົວຮູ້ສຶກວ່າພະເຢໂຫວາກຳລັງເວົ້າກັບລາວໂດຍກົງ. ແລ້ວທັງສອງຄົນນີ້ກໍໄດ້ເລີ່ມເຂົ້າຮ່ວມການປະຊຸມແລະກັບເຂົ້າມາເປັນພະຍານອີກຫຼັງຈາກທີ່ໄດ້ອອກຈາກຄວາມຈິງຫຼາຍກວ່າ 27 ປີແລ້ວ. ຄິດເບິ່ງດຸວ່າພີ່ນ້ອງບາບາຣາຈະຮູ້ສຶກດີໃຈແລະໄດ້ຮັບກຳລັງໃຈຫຼາຍສ່ຳໃດທີ່ຮູ້ວ່າຈົດໝາຍທີ່ລາວຂຽນໄດ້ເກີດຜົນດີຂະໜາດນີ້!
ພະເຢໂຫວາໃຫ້ກຳລັງໃຈເຮົາໂດຍ (1) ການອະທິດຖານ (2) ການອ່ານຄຳພີໄບເບິນ (3) ການຄົບຫາກັບພີ່ນ້ອງ ແລະ (4) ການປະກາດ (ເບິ່ງຂໍ້ 9, 10, 12, 14)
18. ເຮົາຕ້ອງເຮັດແນວໃດເພື່ອຈະໄດ້ກຳລັງໃຈຈາກພະເຈົ້າ?
18 ພະເຢໂຫວາໄດ້ໃຫ້ກຳລັງໃຈເຮົາດ້ວຍຫຼາຍວິທີເຊັ່ນ: ການອະທິດຖານ ການອ່ານຄຳພີໄບເບິນ ການຄົບຫາກັບພີ່ນ້ອງ ແລະການປະກາດ. ເມື່ອເຮົາໃຊ້ສິ່ງເຫຼົ່ານີ້ ເຮົາສະແດງໃຫ້ເຫັນວ່າເຮົາໝັ້ນໃຈວ່າພະເຢໂຫວາມີຄວາມສາມາດແລະມີຄວາມຕ້ອງການທີ່ຈະຊ່ວຍເຫຼືອເຮົາແທ້ໆ. ດັ່ງນັ້ນ ຂໍໃຫ້ເຮົາເພິ່ງພະເຢໂຫວາພໍ່ທີ່ຢູ່ໃນສະຫວັນຕໍ່ໆໄປເຊິ່ງເປັນຜູ້ທີ່ “ຈະໃຊ້ອຳນາດຂອງພະອົງຊ່ວຍເຫຼືອຄົນທີ່ຮັບໃຊ້ພະອົງສຸດຫົວໃຈ.”—2 ຂ່າວ. 16:9, ລ.ມ.
ເພງ 61 ພະຍານທັງຫຼາຍກ້າວໜ້າໄປ!
a ເຮົາມີຊີວິດໃນໄລຍະເວລາທີ່ຍາກລຳບາກ ແຕ່ພະເຢໂຫວາຊ່ວຍເຮົາໃຫ້ມີຄວາມອົດທົນແລະບົດຄວາມນີ້ເຮົາຈະມາເບິ່ງວ່າພະເຢໂຫວາໄດ້ຊ່ວຍອັກຄະສາວົກໂປໂລແລະຕີໂມທຽວແນວໃດໃຫ້ສາມາດປະກາດຕໍ່ໆໄປເຖິງວ່າຈະມີບັນຫາ ແລະເຮົາຍັງຈະມາເບິ່ງອີກ 4 ຢ່າງທີ່ພະເຢໂຫວາໃຫ້ເຮົາເພື່ອຈະອົດທົນໄດ້ໃນທຸກມື້ນີ້.
b ຊື່ສົມມຸດ
c ຄຳອະທິບາຍຮູບພາບ: ຕອນທີ່ໂປໂລຖືກກັກບໍລິເວນຢູ່ໃນເມືອງໂຣມ ລາວໄດ້ຂຽນຈົດໝາຍຫຼາຍສະບັບໃຫ້ປະຊາຄົມຕ່າງໆແລະປະກາດຂ່າວດີກັບຜູ້ທີ່ມາຢ້ຽມຢາມລາວ.
d ຄຳອະທິບາຍຮູບພາບ: ຕີໂມທຽວໃຫ້ກຳລັງໃຈພີ່ນ້ອງເມື່ອລາວໄປຢ້ຽມຢາມປະຊາຄົມຕ່າງໆ.