ບົດທີ 10
ຊີວິດສົມລົດ—ຂອງປະທານຈາກພະເຈົ້າທີ່ປ່ຽມດ້ວຍຄວາມຮັກ
“ເຊືອກ 3 ກຽວຈະບໍ່ຂາດງ່າຍ.”—ຜູ້ເທສະໜາປ່າວປະກາດ 4:12.
1, 2. (ກ) ບາງຄັ້ງເຮົາຍັງສົງໄສອັນໃດກ່ຽວກັບຄູ່ແຕ່ງດອງໃຫມ່ ແລະເພາະເຫດໃດ? (ຂ) ໃນບົດນີ້ເຮົາຈະພິຈາລະນາຄຳຖາມຫຍັງແດ່?
ເຈົ້າມັກໄປງານແຕ່ງດອງບໍ? ຫລາຍຄົນມັກໄປ ເພາະໂອກາດດັ່ງກ່າວເຮັດໃຫ້ມີຄວາມຊື່ນຊົມຍິນດີແທ້ໆ. ເຈົ້າໄດ້ເຫັນຄູ່ບ່າວສາວນຸ່ງເຄື່ອງງາມເປັນພິເສດ. ບໍ່ພຽງແຕ່ເທົ່ານັ້ນ ໃບຫນ້າຂອງທັງສອງຄົນຍັງປ່ຽມລົ້ນດ້ວຍຄວາມປິຕິຍິນດີ! ໃນມື້ນັ້ນ ທັງສອງມີຄວາມສຸກຫລາຍ ແລະອະນາຄົດຂອງເຂົາເຈົ້າເບິ່ງຄືວ່າເຕັມໄປດ້ວຍຄວາມຫວັງແລະສໍ່ແວວວ່າຈະປະສົບຄວາມສຳເລັດ.
2 ແນວໃດກໍຕາມ ຕ້ອງຍອມຮັບວ່າຊີວິດສົມລົດໃນທຸກມື້ນີ້ຈະມີບັນຫາຫຍຸ້ງຍາກໃນຫລາຍດ້ານ. ໃນຂະນະທີ່ເຮົາຫວັງວ່າຄູ່ສົມລົດໃຫມ່ຈະປະສົບຜົນສຳເລັດ ຫລາຍຄັ້ງເຮົາຍັງສົງໄສວ່າ ‘ຊີວິດສົມລົດຂອງຄູ່ນີ້ຈະມີຄວາມສຸກບໍ? ຈະຢູ່ນຳກັນຍືນຍົງບໍ?’ ຄຳຕອບສຳລັບຄຳຖາມເຫລົ່ານີ້ຂຶ້ນຢູ່ກັບວ່າຜົວແລະເມຍຈະໄວ້ວາງໃຈແລະນຳເອົາຄຳແນະນຳຂອງພະເຈົ້າໃນເລື່ອງຊີວິດສົມລົດໄປໃຊ້ຫລືບໍ່. (ສຸພາສິດ 3:5, 6) ເຂົາເຈົ້າຕ້ອງເຮັດແນວນັ້ນເພື່ອຈະຮັກສາຕົວໃຫ້ຢູ່ໃນຄວາມຮັກຂອງພະເຈົ້າ. ຕອນນີ້ຂໍໃຫ້ເຮົາເລັ່ງໃສ່ຄຳຕອບຈາກຄຳພີໄບເບິນສຳລັບສີ່ຄຳຖາມຕໍ່ໄປນີ້: ເປັນຫຍັງຈຶ່ງແຕ່ງດອງ? ຖ້າຈະແຕ່ງດອງ ຈະເລືອກໃຜເປັນຄູ່ຊີວິດ? ເຈົ້າຈະກຽມຕົວສຳລັບຊີວິດສົມລົດໄດ້ແນວໃດ? ແລະອັນໃດຈະຊ່ວຍຄູ່ຜົວເມຍໃຫ້ມີຊີວິດສົມລົດທີ່ມີຄວາມສຸກຕໍ່ໆໄປ?
ເປັນຫຍັງຈຶ່ງແຕ່ງດອງ?
3. ເປັນຫຍັງຈຶ່ງບໍ່ສະຫລາດທີ່ຈະແຕ່ງດອງຍ້ອນເຫດຜົນທີ່ບໍ່ພຽງພໍ?
3 ບາງຄົນຄິດວ່າຊີວິດສົມລົດເປັນສິ່ງສຳຄັນເພື່ອຈະມີຄວາມສຸກ—ຊີວິດຈະບໍ່ມີຄວາມອີ່ມໃຈຫລືຄວາມຍິນດີນອກຈາກວ່າຈະມີຄູ່ຄອງ. ນີ້ບໍ່ແມ່ນຄວາມຈິງ! ພະເຍຊູເຊິ່ງເປັນໂສດໄດ້ກ່າວເຖິງຄວາມເປັນໂສດວ່າເປັນຂອງປະທານແລະສະຫນັບສະຫນູນຜູ້ທີ່ເຮັດໄດ້ໃຫ້ຈັດຊີວິດເພື່ອຢູ່ເປັນໂສດ. (ມັດທາຍ 19:11, 12) ອັກຄະສາວົກໂປໂລກໍເຊັ່ນກັນໄດ້ເວົ້າເຖິງຂໍ້ໄດ້ປຽບຂອງການເປັນຄົນໂສດ. (1 ໂກລິນໂທ 7:32-38) ທັງພະເຍຊູແລະໂປໂລບໍ່ໄດ້ຕັ້ງກົດວ່າຕ້ອງຢູ່ເປັນໂສດ ທີ່ຈິງແລ້ວ ການ “ຫ້າມບໍ່ໃຫ້ເອົາຜົວເອົາເມຍ” ຈັດຢູ່ໃນລາຍການບັນດາ “ຄຳສອນແຫ່ງຜີຮ້າຍທັງຫລາຍ.” (1 ຕີໂມເຕ 4:1-3) ແນວໃດກໍຕາມ ການເປັນໂສດມີຂໍ້ໄດ້ປຽບຫລາຍຢ່າງສຳລັບຜູ້ທີ່ຢາກຮັບໃຊ້ພະເຢໂຫວາໂດຍບໍ່ໃຫ້ສິ່ງໃດມາດຶງຄວາມສົນໃຈ. ດັ່ງນັ້ນ ຄົງບໍ່ສະຫລາດທີ່ຈະແຕ່ງດອງຍ້ອນເຫດຜົນທີ່ບໍ່ພຽງພໍ ເຊັ່ນ ແຕ່ງເພາະເຫັນຫມູ່ຮຸ່ນດຽວກັນແຕ່ງ.
4. ຊີວິດສົມລົດທີ່ປະສົບຜົນສຳເລັດວາງພື້ນຖານອັນໃດໄວ້ສຳລັບການອົບຮົມເບິ່ງແຍງລູກ?
4 ໃນອີກດ້ານຫນຶ່ງ ມີເຫດຜົນສົມຄວນທີ່ຈະແຕ່ງດອງບໍ? ມີ. ຊີວິດສົມລົດກໍເຊັ່ນກັນເປັນຂອງປະທານຈາກພະເຈົ້າທີ່ປ່ຽມດ້ວຍຄວາມຮັກ. (ຕົ້ນເດີມ 2:18) ດັ່ງນັ້ນ ຊີວິດຄູ່ມີຂໍ້ດີບາງຢ່າງແລະເປັນໄປໄດ້ທີ່ຈະມີຄວາມສຸກ. ຕົວຢ່າງເຊັ່ນ ຊີວິດສົມລົດທີ່ປະສົບຜົນສຳເລັດເປັນພື້ນຖານທີ່ດີທີ່ສຸດສຳລັບຊີວິດຄອບຄົວ. ລູກຈຳເປັນຕ້ອງຢູ່ໃນສະພາບແວດລ້ອມທີ່ຫມັ້ນຄົງໂດຍມີພໍ່ແມ່ລ້ຽງດູ ໃຫ້ຄວາມຮັກ ການຕີສອນ ແລະການຊີ້ນຳ. (ຄຳເພງ 127:3; ເອເຟດ 6:1-4) ແນວໃດກໍຕາມ ການອົບຮົມເບິ່ງແຍງລູກບໍ່ແມ່ນເຫດຜົນພຽງຢ່າງດຽວເທົ່ານັ້ນສຳລັບການແຕ່ງດອງ.
5, 6. (ກ) ອີງຕາມຜູ້ເທສະໜາປ່າວປະກາດ 4:9-12 ມີປະໂຫຍດຢ່າງແທ້ຈິງອັນໃດແດ່ຈາກມິດຕະພາບທີ່ໃກ້ຊິດ? (ຂ) ຊີວິດສົມລົດຈະເປັນຄືເຊືອກສາມກຽວໄດ້ແນວໃດ?
5 ຂໍໃຫ້ພິຈາລະນາຂໍ້ພະຄຳພີຫລັກສຳລັບບົດນີ້ພ້ອມກັບເນື້ອໃນຂອງຂໍ້ພະຄຳພີນີ້ທີ່ວ່າ “ຄົນ 2 ຄົນປະເສີດກວ່າຄົນຜູ້ດຽວ ເຫດວ່າເຂົາຮັບຄ່າຈ້າງດີແຕ່ການງານຂອງເຂົາ. ເຫດວ່າຖ້າເຂົາລົ້ມລົງ ຜູ້ນີ້ຈະຍົກຍໍຜູ້ນັ້ນຂຶ້ນ. ແຕ່ວ່າວິບາກແກ່ຄົນທີ່ຢູ່ຜູ້ດຽວແລະທີ່ລົ້ມລົງແລະທີ່ບໍ່ມີຜູ້ທີ 2 ຈະຍົກຍໍຕົນຂຶ້ນ. ຢ່າງນັ້ນຖ້າ 2 ຄົນນອນນຳກັນເຂົາອຸ່ນຢູ່ ແຕ່ວ່າຜູ້ທີ່ນອນຜູ້ດຽວຈະອຸ່ນຢູ່ຢ່າງໃດ? ແລະຖ້າບຸກຄະລະຜູ້ໃດແພ້ຄົນຜູ້ດຽວ ຄົນ 2 ຄົນຈະຕໍ່ສູ້ຜູ້ນັ້ນໄດ້. ແລະເຊືອກ 3 ກຽວຈະບໍ່ຂາດງ່າຍ.”—ຜູ້ເທສະໜາປ່າວປະກາດ 4:9-12.
6 ອັນດັບທຳອິດ ພະຄຳພີຂໍ້ນີ້ກ່ຽວຂ້ອງກັບຄຸນຄ່າຂອງມິດຕະພາບ. ແນ່ນອນວ່າຊີວິດສົມລົດກ່ຽວຂ້ອງກັບມິດຕະພາບທີ່ໃກ້ຊິດທີ່ສຸດ. ດັ່ງທີ່ພະຄຳພີຂໍ້ນີ້ສະແດງໃຫ້ເຫັນ ຄວາມສຳພັນດັ່ງກ່າວສາມາດເຮັດໃຫ້ຄູ່ສົມລົດຊ່ວຍເຫລືອ ປອບໂຍນ ແລະປົກປ້ອງກັນແລະກັນ. ຊີວິດສົມລົດຈະຫມັ້ນຄົງເປັນພິເສດຖ້າບໍ່ແມ່ນມີແຕ່ຄວາມຜູກພັນຂອງຄົນສອງຄົນ. ດັ່ງທີ່ຂໍ້ນີ້ຊີ້ບອກ ເຊືອກສອງກຽວອາດຂາດໄດ້ງ່າຍ. ແຕ່ເຊືອກສາມກຽວທີ່ສານຫລືຝັ້ນເຂົ້າກັນຈະຂາດຍາກກວ່າ. ເມື່ອທັງຜົວແລະເມຍຖືເອົາການເຮັດໃຫ້ພະເຢໂຫວາພໍໃຈມາເປັນອັນດັບທຳອິດ ຊີວິດສົມລົດຂອງເຂົາເຈົ້າກໍຈະເປັນຄືເຊືອກສາມກຽວນັ້ນ. ພະເຢໂຫວາເປັນສ່ວນຫນຶ່ງຂອງຊີວິດສົມລົດ ດັ່ງນັ້ນຄວາມຜູກພັນດັ່ງກ່າວຈຶ່ງແຫນ້ນແຟ້ນແທ້ໆ.
7, 8. (ກ) ໂປໂລຂຽນຄຳແນະນຳຫຍັງສຳລັບຄລິດສະຕຽນທີ່ເປັນໂສດເຊິ່ງຕໍ່ສູ້ກັບຄວາມປາຖະຫນາທາງເພດ? (ຂ) ຄຳພີໄບເບິນຊ່ວຍໃຫ້ເຮົາເບິ່ງຕາມຄວາມເປັນຈິງແນວໃດໃນເລື່ອງຊີວິດສົມລົດ?
7 ຊີວິດສົມລົດຍັງເປັນສະຖານະພາບດຽວເທົ່ານັ້ນທີ່ສາມາດສະຫນອງຄວາມຕ້ອງການທາງເພດໄດ້ຢ່າງເຫມາະສົມ. ໃນສະຖານະພາບດັ່ງກ່າວ ເພດສຳພັນຖືວ່າເປັນແຫລ່ງຂອງຄວາມຍິນດີຢ່າງແທ້ຈິງ. (ສຸພາສິດ 5:18) ເມື່ອຄົນທີ່ເປັນໂສດຜ່ານໄວທີ່ຄຳພີໄບເບິນເອີ້ນວ່າ “ໄວຫນຸ່ມສາວ” (ລ.ມ.) ເຊິ່ງເປັນໄລຍະທຳອິດທີ່ມີແຮງກະຕຸ້ນທາງເພດຮຸນແຮງ ເຂົາເຈົ້າອາດຍັງຕໍ່ສູ້ກັບຄວາມປາຖະຫນາທາງເພດຢູ່. ຖ້າບໍ່ມີການຄວບຄຸມຄວາມປາຖະຫນາດັ່ງກ່າວ ອາດນຳໄປສູ່ການປະພຶດທີ່ບໍ່ສະອາດຫລືບໍ່ເຫມາະສົມ. ໂປໂລໄດ້ຮັບການດົນໃຈໃຫ້ຂຽນຄຳແນະນຳນີ້ສຳລັບຄົນໂສດວ່າ “ຖ້າເຂົາອົດບໍ່ໄດ້ໃຫ້ເຂົາເອົາຜົວເອົາເມຍເຖີ້ນ ເຫດວ່າຈະເອົາຜົວເອົາເມຍນັ້ນກໍດີກວ່າທີ່ເຜົາຮ້ອນ.”—1 ໂກລິນໂທ 7:9, 36; ຢາໂກໂບ 1:15.
8 ບໍ່ວ່າຈະເປັນເຫດຜົນໃດກໍຕາມທີ່ກະຕຸ້ນຄົນເຮົາໃຫ້ແຕ່ງດອງ ເຮົາຄວນຈະເບິ່ງຕາມຄວາມເປັນຈິງ. ດັ່ງທີ່ໂປໂລກ່າວໄວ້ ຄົນທີ່ແຕ່ງດອງ “ຄົງຈະມີຄວາມຍາກລຳບາກໃນເນື້ອຫນັງ.” (1 ໂກລິນໂທ 7:28) ຄົນທີ່ແຕ່ງດອງແລ້ວປະເຊີນຂໍ້ທ້າທາຍຕ່າງໆທີ່ຄົນໂສດຄົງຈະບໍ່ຕ້ອງປະເຊີນ. ແຕ່ຖ້າເຈົ້າເລືອກທີ່ຈະແຕ່ງດອງ ເຈົ້າຈະເຮັດໃຫ້ບັນຫາມີຫນ້ອຍລົງແລະປະສົບຄວາມສຸກຄວາມພໍໃຈໃຫ້ຫລາຍທີ່ສຸດໄດ້ແນວໃດ? ວິທີຫນຶ່ງກໍຄື ເລືອກຄູ່ຄອງຢ່າງສະຫລາດສຸຂຸມ.
ໃຜຈະເປັນຄູ່ຄອງທີ່ເຫມາະສົມກັບເຈົ້າ?
9, 10. (ກ) ໂປໂລຍົກຕົວຢ່າງແນວໃດທີ່ສະແດງໃຫ້ເຫັນເຖິງອັນຕະລາຍຂອງການສ້າງຄວາມຜູກພັນທີ່ໃກ້ຊິດກັບຜູ້ທີ່ບໍ່ມີຄວາມເຊື່ອ? (ຂ) ຫລາຍຄັ້ງເກີດຜົນອັນໃດຈາກການເພີກເສີຍຕໍ່ຄຳແນະນຳຂອງພະເຈົ້າທີ່ບໍ່ໃຫ້ແຕ່ງດອງກັບຄົນທີ່ບໍ່ມີຄວາມເຊື່ອ?
9 ໂປໂລໄດ້ຮັບການດົນໃຈໃຫ້ຂຽນຫລັກການສຳຄັນທີ່ຄວນເອົາໄປໃຊ້ເມື່ອເລືອກຄູ່ຄອງທີ່ວ່າ “ຢ່າເຂົ້າທຽມແອກດ້ວຍກັນກັບຄົນທີ່ບໍ່ເຊື່ອ.” (2 ໂກລິນໂທ 6:14) ຕົວຢ່າງສົມທຽບທີ່ລາວໃຊ້ແມ່ນອີງໃສ່ຄວາມເປັນຈິງຂອງຊີວິດກ່ຽວກັບວຽກງານກະສິກຳ. ຖ້າເອົາສັດສອງໂຕທີ່ຕ່າງກັນຫລາຍທາງດ້ານຂະຫນາດຫລືເຫື່ອແຮງທຽມແອກໄປນຳກັນ ຄົງຈະເກີດຜົນເສຍຫາຍແກ່ສັດທັງສອງ. ຄ້າຍກັນ ຖ້າຄົນທີ່ມີຄວາມເຊື່ອແຕ່ງດອງກັບຄົນທີ່ບໍ່ມີຄວາມເຊື່ອ ແນ່ນອນວ່າເຂົາເຈົ້າຈະປະເຊີນກັບຄວາມຂັດແຍ່ງແລະຄວາມເຄັ່ງຕຶງ. ຖ້າຝ່າຍຫນຶ່ງຕ້ອງການຮັກສາຕົວໃຫ້ຢູ່ໃນຄວາມຮັກຂອງພະເຢໂຫວາແລະອີກຝ່າຍຫນຶ່ງບໍ່ສົນໃຈໃນເລື່ອງນີ້ ການຈັດລຳດັບຄວາມສຳຄັນໃນຊີວິດຂອງເຂົາເຈົ້າຈະຂັດແຍ່ງກັນແລະຄົງຈະກໍ່ຄວາມລຳບາກມາກມາຍ. ດັ່ງນັ້ນ ໂປໂລຈຶ່ງກະຕຸ້ນໃຫ້ຄລິດສະຕຽນແຕ່ງດອງກັບ “ຜູ້ທີ່ເຊື່ອໃນພະອົງເຈົ້າ.”—1 ໂກລິນໂທ 7:39, ລ.ມ.
10 ໃນບາງກໍລະນີ ຄລິດສະຕຽນທີ່ເປັນໂສດໄດ້ລົງຄວາມເຫັນວ່າການເຂົ້າທຽມແອກກັບຄົນທີ່ບໍ່ເຊື່ອຄົງຈະດີກວ່າການທີ່ຕົນເອງຕ້ອງທົນຢູ່ກັບຄວາມຮູ້ສຶກໂດດດ່ຽວ. ບາງຄົນຕັດສິນໃຈທີ່ຈະເພີກເສີຍຕໍ່ຄຳແນະນຳໃນຄຳພີໄບເບິນ ແລະແຕ່ງດອງກັບຄົນທີ່ບໍ່ໄດ້ຮັບໃຊ້ພະເຢໂຫວາ. ຫລາຍຄັ້ງເກີດຜົນທີ່ຫນ້າເສົ້າ. ຄົນທີ່ເຮັດແບບນັ້ນແຕ່ງດອງກັບຜູ້ທີ່ຕົນເອງບໍ່ສາມາດເວົ້າລົມກ່ຽວກັບສິ່ງທີ່ສຳຄັນທີ່ສຸດໃນຊີວິດ. ຄວາມໂດດດ່ຽວທີ່ເກີດຂຶ້ນອາດຮຸນແຮງຫລາຍກວ່າທີ່ເຄີຍຮູ້ສຶກຕອນກ່ອນແຕ່ງດອງຊ້ຳ. ຫນ້າຍິນດີ ມີຄລິດສະຕຽນທີ່ເປັນໂສດຫລາຍພັນຄົນເຊິ່ງໄວ້ວາງໃຈຄຳແນະນຳຂອງພະເຈົ້າກ່ຽວກັບເລື່ອງນີ້ແລະຍຶດຫມັ້ນກັບຄຳແນະນຳດັ່ງກ່າວດ້ວຍຄວາມສັດຊື່. (ຄຳເພງ 32:8) ເຖິງແມ່ນຫວັງໄວ້ວ່າມື້ຫນຶ່ງຈະແຕ່ງດອງ ເຂົາເຈົ້າໄດ້ຮັກສາຄວາມເປັນໂສດໄວ້ຈົນກວ່າຈະພົບຄູ່ຄອງໃນທ່າມກາງຜູ້ທີ່ນະມັດສະການພະເຢໂຫວາພະເຈົ້າ.
11. ສິ່ງໃດຈະຊ່ວຍເຈົ້າໃນການເລືອກຄູ່ຄອງຢ່າງສະຫລາດສຸຂຸມ? (ເບິ່ງຂອບ “ຂ້ອຍຊອກຫາອັນໃດໃນຕົວຄູ່ສົມລົດ?”)
11 ແນ່ນອນວ່າ ບໍ່ແມ່ນຜູ້ຮັບໃຊ້ທຸກຄົນຂອງພະເຢໂຫວາຈະເປັນຄູ່ຄອງທີ່ເຫມາະສົມໂດຍອັດຕະໂນມັດ. ຖ້າເຈົ້າກຳລັງຄິດວ່າຈະແຕ່ງດອງ ຈົ່ງຊອກຫາຜູ້ທີ່ມີນິດໄສໃຈຄໍ ມີເປົ້າຫມາຍເລື່ອງຝ່າຍວິນຍານ ແລະມີຄວາມຮັກຕໍ່ພະເຈົ້າເຊິ່ງສອດຄ່ອງກັບທີ່ເຈົ້າມີ. ຂ້າໃຊ້ຜູ້ສັດຊື່ແລະສຸຂຸມໄດ້ຈັດພິມບົດຄວາມກ່ຽວກັບເລື່ອງນີ້ໄວ້ມາກມາຍ ເຈົ້າຄວນພິຈາລະນາຄຳແນະນຳດັ່ງກ່າວຕາມຫລັກການໃນພະຄຳພີພ້ອມດ້ວຍການອະທິດຖານ ໃຫ້ຄຳແນະນຳນັ້ນຊີ້ນຳເມື່ອເຈົ້າເຮັດການຕັດສິນໃຈໃນເລື່ອງທີ່ສຳຄັນແບບນີ້.a—ຄຳເພງ 119:105.
12. ທຳນຽມອັນໃດກ່ຽວກັບເລື່ອງການແຕ່ງດອງທີ່ມີໃນຫລາຍດິນແດນ ແລະຕົວຢ່າງອັນໃດໃນຄຳພີໄບເບິນທີ່ໃຫ້ການຊີ້ນຳທີ່ຄວນຈະຄຳນຶງເຖິງ?
12 ໃນຫລາຍດິນແດນ ມີທຳນຽມທີ່ພໍ່ແມ່ຈະເລືອກຄູ່ຄອງໃຫ້ລູກຂອງຕົນ. ເປັນທີ່ຍອມຮັບກັນໂດຍທົ່ວໄປວ່າໃນວັດທະນະທຳດັ່ງກ່າວນັ້ນ ພໍ່ແມ່ມີສະຕິປັນຍາທີ່ເຫນືອກວ່າແລະມີປະສົບການທີ່ຈຳເປັນໃນການເລືອກທີ່ສຳຄັນເຊັ່ນນັ້ນ. ຊີວິດສົມລົດທີ່ມີຜູ້ໃຫຍ່ຊອກໃຫ້ຫລາຍຄັ້ງປະສົບຜົນສຳເລັດ ດັ່ງທີ່ເຄີຍເປັນມາໃນສະໄຫມທີ່ຂຽນຄຳພີໄບເບິນ. ຕົວຢ່າງທີ່ອັບລາຫາມສົ່ງຜູ້ຮັບໃຊ້ໃຫ້ໄປຊອກຫາເມຍໃຫ້ອີຊາກເປັນບົດຮຽນສອນພໍ່ແມ່ໃນທຸກມື້ນີ້ທີ່ອາດຢູ່ໃນສະພາບການທີ່ຄ້າຍໆກັນ. ເງິນແລະສະຖານະພາບທາງສັງຄົມບໍ່ແມ່ນສິ່ງທີ່ອັບລາຫາມເປັນຫ່ວງ. ແທນທີ່ຈະຫ່ວງເລື່ອງນັ້ນ ລາວພະຍາຍາມຢ່າງຍິ່ງທີ່ຈະຊອກເມຍໃຫ້ອີຊາກໃນທ່າມກາງຜູ້ທີ່ນະມັດສະການພະເຢໂຫວາ.b—ຕົ້ນເດີມ 24:3, 67.
ເຈົ້າຈະກຽມຕົວແນວໃດເພື່ອໃຫ້ຊີວິດສົມລົດປະສົບຜົນສຳເລັດ?
13-15. (ກ) ຫລັກການທີ່ຢູ່ສຸພາສິດ 24:27 ຈະຊ່ວຍຊາຍຫນຸ່ມທີ່ກຳລັງຄິດກ່ຽວກັບການແຕ່ງດອງໄດ້ແນວໃດ? (ຂ) ຍິງສາວຈະເຮັດອັນໃດໄດ້ແດ່ເພື່ອກຽມພ້ອມສຳລັບຊີວິດສົມລົດ?
13 ຖ້າເຈົ້າກຳລັງຄິດຢ່າງຈິງຈັງກ່ຽວກັບການແຕ່ງດອງ ເຈົ້າຄວນຖາມຕົວເອງວ່າ ‘ຂ້ອຍພ້ອມແລ້ວບໍ?’ ການທີ່ເຈົ້າພ້ອມຫລືບໍ່ພ້ອມ ບໍ່ໄດ້ຂຶ້ນກັບຄວາມຮູ້ສຶກຂອງເຈົ້າໃນເລື່ອງຄວາມຮັກ ເພດສຳພັນ ຄວາມເປັນເພື່ອນ ຫລືການລ້ຽງລູກເທົ່ານັ້ນ. ແທນທີ່ຈະເປັນແນວນັ້ນ ມີຫນ້າທີ່ຮັບຜິດຊອບສະເພາະເຊິ່ງແຕ່ລະຄົນທີ່ຈະເປັນຜົວຫລືເມຍຄວນຄຳນຶງເຖິງ.
14 ຊາຍຫນຸ່ມທີ່ກຳລັງຊອກເມຍຄວນຄິດຢ່າງຖີ່ຖ້ວນກ່ຽວກັບຫລັກການນີ້ທີ່ວ່າ “ຈົ່ງຈັດແຈ່ງການຂອງເຈົ້າພາຍນອກແລະຈົ່ງເຮັດໄຮ່ເຮັດນາຂອງເຈົ້າກ່ອນ. ແລ້ວຈົ່ງປຸກເຮືອນຂອງເຈົ້າ.” (ສຸພາສິດ 24:27) ຂໍ້ນີ້ຊີ້ເຖິງຫລັກການຫຍັງ? ໃນສະໄຫມກ່ອນ ຖ້າຜູ້ຊາຍຄົນໃດຢາກ “ປຸກເຮືອນຂອງ [ຕົນ]” ຫລືຢາກສ້າງຄອບຄົວໂດຍການແຕ່ງດອງ ລາວຕ້ອງຖາມຕົວເອງວ່າ ‘ຂ້ອຍພ້ອມແລ້ວບໍທີ່ຈະເອົາໃຈໃສ່ເບິ່ງແຍງແລະຫາລ້ຽງເມຍພ້ອມກັບລູກທີ່ຈະເກີດມາ?’ ລາວຕ້ອງເຮັດວຽກກ່ອນ ເອົາໃຈໃສ່ເບິ່ງແຍງທົ່ງນາ ຫລືຜົນລະປູກ. ຫລັກການດຽວກັນນີ້ກໍໃຊ້ໄດ້ໃນປັດຈຸບັນ. ຜູ້ຊາຍທີ່ຢາກຈະແຕ່ງດອງຕ້ອງກຽມຕົວໃຫ້ພ້ອມທີ່ຈະຮັບເອົາຫນ້າທີ່ຮັບຜິດຊອບນັ້ນ. ລາວຈະຕ້ອງເຮັດວຽກຕາບໃດທີ່ສະພາບຮ່າງກາຍຂອງລາວເຮັດໄດ້. ພະຄຳຂອງພະເຈົ້າຊີ້ແຈງວ່າຜູ້ຊາຍທີ່ບໍ່ໄດ້ເອົາໃຈໃສ່ຄວາມຈຳເປັນດ້ານຮ່າງກາຍ ດ້ານອາລົມ ແລະດ້ານຝ່າຍວິນຍານຂອງຄອບຄົວແຮ່ງຮ້າຍກວ່າຄົນທີ່ບໍ່ມີຄວາມເຊື່ອ!—1 ຕີໂມເຕ 5:8.
15 ຜູ້ຍິງທີ່ຕັດສິນໃຈຈະແຕ່ງດອງກໍຄວນຍອມຮັບເອົາຫນ້າທີ່ຮັບຜິດຊອບທີ່ສຳຄັນຫລາຍຢ່າງດ້ວຍເຊັ່ນກັນ. ຄຳພີໄບເບິນຊົມເຊີຍຄວາມສາມາດແລະຄຸນລັກສະນະບາງຢ່າງທີ່ເມຍອາດຈຳເປັນຕ້ອງມີເພື່ອຊ່ວຍຜົວແລະເບິ່ງແຍງຄອບຄົວ. (ສຸພາສິດ 31:10-31) ຊາຍແລະຍິງທີ່ຟ້າວແຕ່ງດອງໂດຍບໍ່ໄດ້ກຽມຕົວຮັບເອົາຫນ້າທີ່ຮັບຜິດຊອບທີ່ກ່ຽວຂ້ອງຖືວ່າເປັນຄົນທີ່ເຫັນແກ່ຕົວຢ່າງແທ້ຈິງ ບໍ່ໄດ້ຄິດເຖິງສິ່ງທີ່ຕົນເອງສາມາດໃຫ້ກັບຜູ້ທີ່ຈະມາເປັນຄູ່ຂອງຕົນ. ແຕ່ສຳຄັນທີ່ສຸດ ຄົນທີ່ກຳລັງຄິດເຖິງເລື່ອງການແຕ່ງດອງຈຳເປັນຕ້ອງກຽມຕົວທີ່ຈະນຳເອົາຫລັກການຂອງພະເຈົ້າມາໃຊ້ໃນຊີວິດສົມລົດ.
16, 17. ຄົນທີ່ກຽມຕົວສຳລັບຊີວິດສົມລົດຄວນຄຶດຕຶກຕອງຫລັກການອັນໃດໃນພະຄຳພີ?
16 ການກຽມຕົວສຳລັບຊີວິດສົມລົດກ່ຽວຂ້ອງກັບການຄຶດຕຶກຕອງເຖິງບົດບາດທີ່ພະເຈົ້າມອບໃຫ້ຜູ້ເປັນຜົວແລະຜູ້ເປັນເມຍ. ຜູ້ຊາຍຕ້ອງຮູ້ວ່າການເປັນຫົວຫນ້າຂອງຄອບຄົວຄລິດສະຕຽນຫມາຍເຖິງຫຍັງ. ບົດບາດນີ້ບໍ່ໄດ້ອະນຸຍາດໃຫ້ລາວປະຕິບັດແບບກົດຂີ່ຂົ່ມເຫັງ. ແທນທີ່ຈະເຮັດແບບນັ້ນ ລາວຕ້ອງຮຽນແບບວິທີທີ່ພະເຍຊູໃຊ້ຕຳແຫນ່ງປະມຸກ. (ເອເຟດ 5:23) ເຊັ່ນດຽວກັນ ຍິງຄລິດສະຕຽນຄວນເຂົ້າໃຈບົດບາດທີ່ມີກຽດຂອງເມຍ. ລາວຈະເຕັມໃຈຍອມຢູ່ໃຕ້ “ບັງຄັບ [“ກົດ,” ລ.ມ.] ຂອງຜົວ” ບໍ? (ໂລມ 7:2) ລາວຢູ່ໃຕ້ກົດຂອງພະເຢໂຫວາແລະຂອງພະຄລິດຢູ່ແລ້ວ. (ຄາລາຊີ 6:2) ສິດອຳນາດຂອງຜົວໃນຄອບຄົວຖືວ່າເປັນກົດອີກຢ່າງຫນຶ່ງ. ລາວຈະໃຫ້ການສະຫນັບສະຫນູນແລະຍິນຍອມອ່ອນນ້ອມບໍເມື່ອຕ້ອງຢູ່ໃຕ້ສິດອຳນາດຂອງຜູ້ຊາຍທີ່ບໍ່ສົມບູນແບບ? ຖ້າການຄາດຫມາຍແບບນັ້ນບໍ່ຖືກໃຈລາວ ລາວກໍບໍ່ຄວນແຕ່ງດອງ.
17 ນອກຈາກນັ້ນ ແຕ່ລະຝ່າຍຕ້ອງພ້ອມທີ່ຈະເອົາໃຈໃສ່ຕໍ່ຄວາມຈຳເປັນພິເສດຂອງອີກຝ່າຍຫນຶ່ງ. (ຟີລິບ 2:4) ໂປໂລຂຽນໄວ້ວ່າ “ທ່ານທັງຫລາຍທັງມວນທຸກຄົນຈົ່ງຮັກເມຍແຫ່ງຕົນເຫມືອນຮັກຕົວເອງ ແລະຝ່າຍເມຍນັ້ນຈົ່ງຢ້ານຢຳຜົວແຫ່ງຕົນ.” ໂດຍໄດ້ຮັບການດົນໃຈຈາກພະເຈົ້າ ໂປໂລເຂົ້າໃຈວ່າຜູ້ຊາຍມີຄວາມຕ້ອງການເປັນພິເສດທີ່ຈະຮູ້ສຶກວ່າເມຍນັບຖືລາວຢ່າງເລິກເຊິ່ງ. ແລະຜູ້ຍິງກໍມີຄວາມຕ້ອງການເປັນພິເສດທີ່ຈະຮູ້ສຶກວ່າຜົວຮັກຕົນ.—ເອເຟດ 5:21-33.
ໃນລະຫວ່າງທີ່ຕິດຕໍ່ຝາກຮັກ ຫນຸ່ມສາວຫລາຍຄູ່ເຮັດແບບສະຫລາດສຸຂຸມໂດຍໃຫ້ມີຄົນອື່ນຢູ່ນຳ
18. ເປັນຫຍັງຊາຍແລະຍິງຄວນສະແດງການຢັບຍັ້ງຕົນເອງລະຫວ່າງການຕິດຕໍ່ຝາກຮັກ?
18 ຖ້າເຊັ່ນນັ້ນ ການຕິດຕໍ່ຝາກຮັກກໍບໍ່ແມ່ນພຽງແຕ່ໄລຍະເວລາສຳລັບການມ່ວນຊື່ນ. ມັນເປັນໄລຍະເວລາທີ່ຊາຍແລະຍິງຈະຮຽນຮູ້ວິທີປະຕິບັດຕໍ່ກັນແລະກັນຢ່າງເຫມາະສົມ ເພື່ອເບິ່ງວ່າຊີວິດສົມລົດຈະເປັນທາງເລືອກທີ່ສະຫລາດສຸຂຸມຫລືບໍ່. ນອກຈາກນີ້ ມັນຍັງເປັນໄລຍະເວລາທີ່ຄວນສະແດງການຢັບຍັ້ງຕົນເອງ! ຄວາມຮູ້ສຶກຢາກຢູ່ໃກ້ຊິດກັນອາດຮຸນແຮງຫລາຍ ເຊິ່ງທີ່ຈິງ ແຮງດຶງດູດແບບນັ້ນກໍເປັນເລື່ອງທຳມະຊາດ. ແນວໃດກໍຕາມ ຄົນທີ່ຮັກກັນຢ່າງແທ້ຈິງຈະຫລີກລ່ຽງການກະທຳໃດໆກໍຕາມທີ່ອາດກໍ່ຜົນເສຍຫາຍຕໍ່ສາຍສຳພັນລະຫວ່າງຄົນທີ່ລາວຮັກກັບພະເຈົ້າ. (1 ເທຊະໂລນີກ 4:6) ດັ່ງນັ້ນ ຖ້າເຈົ້າກຳລັງຕິດຕໍ່ຝາກຮັກ ຈົ່ງຢັບຍັ້ງຕົນເອງ; ເຈົ້າຈະໄດ້ຮັບປະໂຫຍດຈາກຄຸນລັກສະນະນີ້ຕະຫລອດຊີວິດ ບໍ່ວ່າເຈົ້າຈະແຕ່ງດອງຫລືບໍ່ກໍຕາມ.
ເຈົ້າຈະເຮັດໃຫ້ຊີວິດສົມລົດຍືນຍົງໄດ້ແນວໃດ?
19, 20. ທັດສະນະຂອງຄລິດສະຕຽນກ່ຽວກັບຊີວິດສົມລົດຕ່າງຈາກທັດສະນະຂອງຫລາຍຄົນໃນໂລກທຸກມື້ນີ້ຢ່າງໃດ? ຈົ່ງຍົກຕົວຢ່າງ.
19 ຖ້າຜົວເມຍຢາກເຮັດໃຫ້ຊີວິດສົມລົດຍືນຍົງ ເຂົາເຈົ້າຕ້ອງມີທັດສະນະທີ່ຖືກຕ້ອງກ່ຽວກັບຂໍ້ຜູກມັດ. ປຶ້ມນິຍາຍຮັກແລະພາບພະຍົນມັກຈົບລົງດ້ວຍການແຕ່ງດອງຢ່າງມີຄວາມສຸກຕາມທີ່ຜູ້ຄົນປາຖະຫນາ. ແຕ່ໃນຊີວິດຈິງ ການແຕ່ງດອງບໍ່ແມ່ນຕອນຈົບ ແຕ່ເປັນຕອນເລີ່ມຕົ້ນ—ຕອນເລີ່ມຕົ້ນຂອງສິ່ງທີ່ພະເຢໂຫວາມຸ່ງຫມາຍໄວ້ໃຫ້ຢູ່ຖາວອນ. (ຕົ້ນເດີມ 2:24) ຫນ້າເສົ້າໃຈ ນັ້ນບໍ່ແມ່ນທັດສະນະທົ່ວໄປໃນໂລກທຸກມື້ນີ້. ໃນບາງວັດທະນະທຳ ຜູ້ຄົນມອງວ່າການແຕ່ງດອງເປັນຄືການເອົາເຊືອກສອງເສັ້ນມາມັດທົບໃສ່ກັນ. ເຂົາເຈົ້າອາດບໍ່ໄດ້ສຳນຶກວ່າຕົວຢ່າງດັ່ງກ່າວພັນລະນາຢ່າງເຫມາະສົມພຽງໃດເຖິງທັດສະນະໂດຍທົ່ວໄປກ່ຽວກັບຊີວິດສົມລົດ. ເປັນເຊັ່ນນັ້ນໄດ້ແນວໃດ? ການມັດທີ່ດີແມ່ນມັດໃຫ້ແຫນ້ນຕາມທີ່ຕ້ອງການ ແຕ່ໃນອີກດ້ານຫນຶ່ງການມັດນັ້ນຕ້ອງມັດໄດ້ງ່າຍແລະແກ້ ໄດ້ງ່າຍ.
20 ຫລາຍຄົນໃນທຸກມື້ນີ້ມອງວ່າການແຕ່ງດອງເປັນການຢູ່ກິນນຳກັນຊົ່ວຄາວ. ເຂົາເຈົ້າຟ້າວແຕ່ງດອງເພາະຄິດວ່ານັ້ນຈະແທດເຫມາະກັບຄວາມຈຳເປັນຂອງຕົນເອງ ແຕ່ກໍຄາດຫມາຍວ່າຈະຍຸດຕິສາຍສົມລົດໄດ້ທັນທີເມື່ອເບິ່ງຄືວ່າມີບັນຫາ. ແຕ່ຂໍໃຫ້ຄິດເຖິງຕົວຢ່າງສົມທຽບທີ່ຄຳພີໄບເບິນໃຊ້ສຳລັບຄວາມສຳພັນຂອງສາຍສົມລົດວ່າເປັນຄືກັບເຊືອກ. ເຊືອກທີ່ໃຊ້ສຳລັບຄຶງເຮືອໃບຖືກອອກແບບໃຫ້ທົນທານ ບໍ່ໃຫ້ຂາດງ່າຍ ແມ່ນແຕ່ຢູ່ໃນທ່າມກາງພາຍຸທີ່ຮຸນແຮງທີ່ສຸດ. ເຊັ່ນດຽວກັນ ພະເຈົ້າມຸ່ງຫມາຍໃຫ້ສາຍສົມລົດຍືນຍົງ. ຂໍໃຫ້ຈື່ທີ່ພະເຍຊູກ່າວວ່າ “ສິ່ງນັ້ນທີ່ພະເຈົ້າໄດ້ກະທຳໃຫ້ຕິດພັນກັນຢູ່ແລ້ວ ຢ່າໃຫ້ຄົນກະທຳໃຫ້ແຍກແຕກຈາກກັນ.” (ມັດທາຍ 19:6) ຖ້າເຈົ້າແຕ່ງດອງ ເຈົ້າຕ້ອງມີທັດສະນະແບບດຽວກັນນີ້ໃນເລື່ອງຊີວິດສົມລົດ. ຂໍ້ຜູກມັດດັ່ງກ່າວເປັນພາລະຫນັກໃນຊີວິດຄູ່ບໍ? ບໍ່ເປັນ.
21. ຜົວແລະເມຍຕ້ອງຮັກສາທັດສະນະແບບໃດຕໍ່ກັນແລະກັນ ແລະອັນໃດຈະຊ່ວຍເຂົາເຈົ້າໃຫ້ເຮັດເຊັ່ນນັ້ນ?
21 ຜົວແລະເມຍຕ້ອງຮັກສາທັດສະນະທີ່ຖືກຕ້ອງຕໍ່ກັນແລະກັນ. ຖ້າແຕ່ລະຄົນພະຍາຍາມເລັງໃສ່ໃນຄຸນລັກສະນະແລະຄວາມພະຍາຍາມທີ່ດີຂອງອີກຝ່າຍຫນຶ່ງ ຊີວິດສົມລົດຈະເປັນແຫລ່ງຂອງຄວາມຍິນດີແລະຄວາມສົດຊື່ນ. ການມີທັດສະນະໃນແງ່ບວກຕໍ່ຄູ່ຊີວິດທີ່ເປັນຄົນບໍ່ສົມບູນແບບເປັນເລື່ອງທີ່ບໍ່ກົງກັບຄວາມເປັນຈິງບໍ? ພະເຢໂຫວາເບິ່ງແບບທີ່ກົງກັບຄວາມເປັນຈິງສະເຫມີ ເຖິງຢ່າງນັ້ນ ເຮົາກໍຫວັງວ່າພະອົງຈະມີທັດສະນະໃນແງ່ບວກຕໍ່ຕົວເຮົາ. ທ່ານຜູ້ປະພັນຄຳເພງຖາມວ່າ “ໂອ້ພະເຢໂຫວາ ຖ້າພະອົງຈະກວດເບິ່ງການອະທຳທັງຫລາຍ ໂອ້ພະອົງເຈົ້າໃຜຈະຢັ້ງຢືນໄດ້?” (ຄຳເພງ 130:3) ຄ້າຍກັນ ຜົວແລະເມຍຈຳເປັນຕ້ອງມີທັດສະນະໃນແງ່ບວກແລະໃຫ້ອະໄພກັນແລະກັນ.—ໂກໂລດ 3:13.
22, 23. ອັບລາຫາມແລະຊາລາວາງແບບຢ່າງທີ່ດີອັນໃດສຳລັບຄົນທີ່ແຕ່ງດອງແລ້ວໃນທຸກມື້ນີ້?
22 ເມື່ອຊີວິດສົມລົດຍືນຍາວຢູ່ຫລາຍປີກໍອາດເຮັດໃຫ້ຊີວິດມີຄວາມສຸກແລະມີຄວາມອີ່ມໃຈຫລາຍຂຶ້ນ. ຄຳພີໄບເບິນສະແດງໃຫ້ເຮົາເຫັນຊີວິດສົມລົດຂອງອັບລາຫາມແລະຊາລາຕອນທີ່ທັງສອງເປັນຄົນສູງອາຍຸແລ້ວ. ຊີວິດຂອງທັງສອງບໍ່ແມ່ນວ່າຈະປາສະຈາກຄວາມຫຍຸ້ງຍາກແລະຂໍ້ທ້າທາຍຕ່າງໆ. ຄິດເບິ່ງດູວ່າຈະເປັນແນວໃດສຳລັບຊາລາ ຜູ້ຍິງເຊິ່ງອາດຢູ່ໃນໄວ 60 ກວ່າປີເຊິ່ງຈະຕ້ອງຈາກເຮືອນບ້ານທີ່ສະດວກສະບາຍໃນເມືອງອູຣທີ່ຈະເລີນແລ້ວໄປອາໄສໃນຕູບຜ້າຕະຫລອດໄລຍະຊີວິດຂອງລາວທີ່ເຫລືອຢູ່. ເຖິງຢ່າງນັ້ນ ລາວຍອມຢູ່ໃຕ້ຕຳແຫນ່ງປະມຸກຂອງຜົວ. ໂດຍເປັນຄູ່ຄຽງແລະເປັນຜູ້ຊ່ວຍແທ້ສຳລັບອັບລາຫາມ ດ້ວຍຄວາມນັບຖືລາວຊ່ວຍອັບລາຫາມໃຫ້ເຮັດການຕັດສິນໃຈຢ່າງບັນລຸຜົນສຳເລັດ. ແລະການທີ່ລາວຍອມຢູ່ໃຕ້ສິດອຳນາດເຊັ່ນນັ້ນບໍ່ໄດ້ເປັນແບບຜິວເຜີນ ລາວເອີ້ນຜົວ “ໃນໃຈ” ວ່າເປັນນາຍຂອງລາວ. (ຕົ້ນເດີມ 18:12, ລ.ມ.; 1 ເປໂຕ 3:6) ຄວາມນັບຖືທີ່ລາວມີຕໍ່ອັບລາຫາມແມ່ນມາຈາກຫົວໃຈ.
23 ແນ່ນອນ ນັ້ນບໍ່ໄດ້ຫມາຍຄວາມວ່າອັບລາຫາມແລະຊາລາເຫັນດີນຳກັນໃນທຸກເລື່ອງ. ມີເທື່ອຫນຶ່ງທີ່ຊາລາໃຫ້ຄຳແນະນຳຢ່າງຫນຶ່ງເຊິ່ງເຮັດໃຫ້ອັບລາຫາມ “ບໍ່ຊອບຫລາຍ.” ແນວໃດກໍຕາມ ໂດຍການຊີ້ນຳຈາກພະເຢໂຫວາ ອັບລາຫາມຍອມຟັງຄວາມຂອງເມຍເຊິ່ງປາກົດວ່າເປັນປະໂຫຍດສຳລັບຄອບຄົວ. (ຕົ້ນເດີມ 21:9-13) ຜົວເມຍໃນທຸກມື້ນີ້ ແມ່ນແຕ່ຄົນທີ່ແຕ່ງດອງກັນມາເປັນເວລາຫລາຍສິບປີແລ້ວກໍສາມາດຮຽນໄດ້ຫລາຍຈາກຜົວເມຍຄູ່ນີ້ທີ່ເຫລື້ອມໃສໃນພະເຈົ້າ.
24. ຊີວິດສົມລົດແບບໃດທີ່ຖວາຍກຽດໃຫ້ແກ່ພະເຢໂຫວາພະເຈົ້າ ແລະເພາະເຫດໃດ?
24 ໃນປະຊາຄົມຄລິດສະຕຽນ ມີຄູ່ສົມລົດຈຳນວນມາກມາຍທີ່ມີຄວາມສຸກ—ເປັນຄູ່ສົມລົດທີ່ເມຍນັບຖືຜົວຂອງຕົນຢ່າງເລິກເຊິ່ງ ແລະຜົວກໍຮັກແລະໃຫ້ກຽດເມຍຂອງຕົນ ແລະທັງສອງພະຍາຍາມຮ່ວມກັນທີ່ຈະຈັດໃຫ້ໃຈປະສົງຂອງພະເຢໂຫວາມາເປັນອັນດັບທຳອິດໃນຊີວິດ. ຖ້າເຈົ້າຕັດສິນໃຈຈະແຕ່ງດອງ ຂໍໃຫ້ເຈົ້າເລືອກຄູ່ຄອງຢ່າງສະຫລາດສຸຂຸມ ກຽມຕົວຢ່າງດີສຳລັບຊີວິດສົມລົດ ແລະພະຍາຍາມເຮັດໃຫ້ຊີວິດສົມລົດຂອງເຈົ້າເຕັມໄປດ້ວຍຄວາມສະຫງົບສຸກແລະຄວາມຮັກເຊິ່ງເປັນການຖວາຍກຽດໃຫ້ແກ່ພະເຢໂຫວາພະເຈົ້າ. ເມື່ອເປັນເຊັ່ນນັ້ນ ແນ່ນອນວ່າຊີວິດສົມລົດຈະຊ່ວຍໃຫ້ເຈົ້າຢູ່ໃນຄວາມຮັກຂອງພະເຈົ້າຕໍ່ໆໄປ.
b ບຸລຸດຕົ້ນຕະກູນທີ່ສັດຊື່ບາງຄົນມີເມຍຫລາຍກວ່າຫນຶ່ງຄົນ. ເມື່ອພະເຢໂຫວາຕິດຕໍ່ກ່ຽວຂ້ອງກັບບຸລຸດຕົ້ນຕະກູນແລະກັບຊາດອິດສະລາແອນໂດຍກຳເນີດ ພະອົງຍອມໃຫ້ກັບການມີເມຍຫລາຍຄົນ. ພະອົງບໍ່ໄດ້ລິເລີ່ມທຳນຽມການມີເມຍຫລາຍຄົນ ແຕ່ອອກຂໍ້ບັງຄັບກ່ຽວກັບເລື່ອງນີ້. ແນວໃດກໍຕາມ ຄລິດສະຕຽນຄວນຈື່ໄວ້ສະເຫມີວ່າພະເຢໂຫວາບໍ່ຍອມໃຫ້ຜູ້ນະມັດສະການຂອງພະອົງມີເມຍຫລາຍຄົນອີກຕໍ່ໄປ.—ມັດທາຍ 19:9; 1 ຕີໂມເຕ 3:2.