ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 31
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຢເຣມີຢາ

      • ຄົນ​ອິດສະຣາເອນ​ທີ່​ຍັງ​ເຫຼືອ​ຈະ​ກັບ​ມາ​ຢູ່​ແຜ່ນດິນ​ຂອງ​ໂຕເອງ (1-30)

        • ຣາເຄນ​ຮ້ອງໄຫ້​ຍ້ອນ​ພວກ​ລູກ​ຂອງ​ລາວ (15)

      • ສັນຍາ​ໃໝ່ (31-40)

ເຢເຣມີຢາ 31:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:12; ຢຣມ 30:22; 31:33

ເຢເຣມີຢາ 31:3

ໄຂເງື່ອນ

  • *

    ຫຼື “ເຮົາ​ຊັກ​ນຳ​ເຈົ້າ​ມາ​ຫາ​ເຮົາ​ດ້ວຍ​ຄວາມ​ຮັກ​ທີ່​ໝັ້ນຄົງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 7:8

ເຢເຣມີຢາ 31:4

ໄຂເງື່ອນ

  • *

    ກອງ​ນ້ອຍ​ທີ່​ມີ​ແສ່ງ​ຕິດ​ນຳ

  • *

    ຫຼື “ຈະ​ອອກ​ໄປ​ເຕັ້ນ​ນຳ​ຄົນ​ທີ່​ກຳລັງ​ຫົວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 33:7; ອມ 9:11
  • +ຢຣມ 30:18, 19

ເຢເຣມີຢາ 31:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອມ 9:14; ມກ 4:4
  • +ພບຍ 30:9; ອຊຢ 65:21, 22

ເຢເຣມີຢາ 31:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 2:3; ຢຣມ 50:4, 5

ເຢເຣມີຢາ 31:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:43; ອຊຢ 44:23
  • +ອຊຢ 1:9; ຢຣມ 23:3; ຢອ 2:32

ເຢເຣມີຢາ 31:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 43:6; ຢຣມ 3:12
  • +ພບຍ 30:4; ອຊກ 20:34; 34:12
  • +ອຊຢ 35:6; 42:16
  • +ອຊຣ 2:1, 64

ເຢເຣມີຢາ 31:9

ໄຂເງື່ອນ

  • *

    ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 50:4
  • +ອຊຢ 35:7; 49:10
  • +ປຖກ 48:14; ອພຍ 4:22

ເຢເຣມີຢາ 31:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 11:11; 42:10
  • +ອຊຢ 40:11; ອຊກ 34:11-13; ມກ 2:12

ເຢເຣມີຢາ 31:11

ໄຂເງື່ອນ

  • *

    ຫຼື “ເອົາ​ລາວ​ຄືນ​ມາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 44:23; 48:20
  • +ອຊຢ 49:25

ເຢເຣມີຢາ 31:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 3:13; ພສ 126:1; ອຊຢ 51:11
  • +ຢອ 3:18
  • +ອຊຢ 65:10
  • +ອຊຢ 58:11
  • +ອຊຢ 35:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 278

ເຢເຣມີຢາ 31:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຄຢ 8:4
  • +ອຊຣ 3:12
  • +ອຊຢ 51:3; 65:19

ເຢເຣມີຢາ 31:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 30:9; ອຊຢ 63:7

ເຢເຣມີຢາ 31:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 18:21, 25; ຢຣມ 40:1
  • +ສສ 1:16
  • +ມທ 2:16-18

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ ບົດຄວາມ 146

ເຢເຣມີຢາ 31:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 1:5; ຢຣມ 23:3; ອຊກ 11:17; ຮຊອ 1:11

ເຢເຣມີຢາ 31:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 29:11
  • +ຢຣມ 46:27

ເຢເຣມີຢາ 31:19

ໄຂເງື່ອນ

  • *

    ຫຼື “ຕີ​ກົກ​ຂາ​ຂອງ​ໂຕເອງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 30:1-3
  • +ອຊຣ 9:6

ເຢເຣມີຢາ 31:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 31:9; ຮຊອ 14:4
  • +ຮຊອ 11:8
  • +ພບຍ 32:36; ມກ 7:18

ເຢເຣມີຢາ 31:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 62:10
  • +ອຊຢ 35:8

ເຢເຣມີຢາ 31:22

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຜູ້​ຊາຍ”

ເຢເຣມີຢາ 31:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:26
  • +ຊຄຢ 8:3

ເຢເຣມີຢາ 31:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 33:12; ອຊກ 36:10, 11

ເຢເຣມີຢາ 31:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 107:9

ເຢເຣມີຢາ 31:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 30:9; ອຊກ 36:9; ຮຊອ 2:23

ເຢເຣມີຢາ 31:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 44:27; 45:4
  • +ພສ 102:16; 147:2; ຢຣມ 24:6

ເຢເຣມີຢາ 31:29

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ແຂ້ວ​ປູ້”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 18:2-4

ເຢເຣມີຢາ 31:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 26:27, 28; ລກ 22:20; 1ກຣ 11:25; ຮຣ 8:8-12

ເຢເຣມີຢາ 31:32

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຜົວ​ຂອງ​ເຂົາເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:5
  • +ອຊກ 16:59

ເຢເຣມີຢາ 31:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 11:19
  • +ຮຣ 10:16
  • +ຢຣມ 24:7; 30:22

ເຢເຣມີຢາ 31:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 54:13; ຢຮ 17:3
  • +ອຊຢ 11:9; ຮບກ 2:14
  • +ຢຣມ 33:8; 50:20; ມທ 26:27, 28; ຮຣ 8:10-12; 9:15; 10:17

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 265-267

ເຢເຣມີຢາ 31:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 51:15

ເຢເຣມີຢາ 31:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 54:10; ຢຣມ 33:20, 21

ເຢເຣມີຢາ 31:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 30:11

ເຢເຣມີຢາ 31:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 12:27; ອຊຢ 44:28; ຢຣມ 30:18
  • +ນຮຢ 3:1; ຊຄຢ 14:10
  • +2ຂຄ 26:9

ເຢເຣມີຢາ 31:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຄຢ 1:16

ເຢເຣມີຢາ 31:40

ໄຂເງື່ອນ

  • *

    ຫຼື “ທົ່ງພຽງ”

  • *

    ໝາຍເຖິງ​ຂີ້ເທົ່າ​ທີ່​ປົນ​ກັບ​ນ້ຳມັນ​ສັດ​ທີ່​ເຜົາ​ເປັນ​ເຄື່ອງ​ບູຊາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 15:23; 2ກສ 23:6; ຢຮ 18:1
  • +ນຮຢ 3:28
  • +ຢອ 3:17

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຢຣມ. 31:1ລລວ 26:12; ຢຣມ 30:22; 31:33
ຢຣມ. 31:3ພບຍ 7:8
ຢຣມ. 31:4ຢຣມ 33:7; ອມ 9:11
ຢຣມ. 31:4ຢຣມ 30:18, 19
ຢຣມ. 31:5ອມ 9:14; ມກ 4:4
ຢຣມ. 31:5ພບຍ 30:9; ອຊຢ 65:21, 22
ຢຣມ. 31:6ອຊຢ 2:3; ຢຣມ 50:4, 5
ຢຣມ. 31:7ພບຍ 32:43; ອຊຢ 44:23
ຢຣມ. 31:7ອຊຢ 1:9; ຢຣມ 23:3; ຢອ 2:32
ຢຣມ. 31:8ອຊຢ 43:6; ຢຣມ 3:12
ຢຣມ. 31:8ພບຍ 30:4; ອຊກ 20:34; 34:12
ຢຣມ. 31:8ອຊຢ 35:6; 42:16
ຢຣມ. 31:8ອຊຣ 2:1, 64
ຢຣມ. 31:9ຢຣມ 50:4
ຢຣມ. 31:9ອຊຢ 35:7; 49:10
ຢຣມ. 31:9ປຖກ 48:14; ອພຍ 4:22
ຢຣມ. 31:10ອຊຢ 11:11; 42:10
ຢຣມ. 31:10ອຊຢ 40:11; ອຊກ 34:11-13; ມກ 2:12
ຢຣມ. 31:11ອຊຢ 44:23; 48:20
ຢຣມ. 31:11ອຊຢ 49:25
ຢຣມ. 31:12ອຊຣ 3:13; ພສ 126:1; ອຊຢ 51:11
ຢຣມ. 31:12ຢອ 3:18
ຢຣມ. 31:12ອຊຢ 65:10
ຢຣມ. 31:12ອຊຢ 58:11
ຢຣມ. 31:12ອຊຢ 35:10
ຢຣມ. 31:13ຊຄຢ 8:4
ຢຣມ. 31:13ອຊຣ 3:12
ຢຣມ. 31:13ອຊຢ 51:3; 65:19
ຢຣມ. 31:14ພບຍ 30:9; ອຊຢ 63:7
ຢຣມ. 31:15ຢຊ 18:21, 25; ຢຣມ 40:1
ຢຣມ. 31:15ສສ 1:16
ຢຣມ. 31:15ມທ 2:16-18
ຢຣມ. 31:16ອຊຣ 1:5; ຢຣມ 23:3; ອຊກ 11:17; ຮຊອ 1:11
ຢຣມ. 31:17ຢຣມ 29:11
ຢຣມ. 31:17ຢຣມ 46:27
ຢຣມ. 31:19ພບຍ 30:1-3
ຢຣມ. 31:19ອຊຣ 9:6
ຢຣມ. 31:20ຢຣມ 31:9; ຮຊອ 14:4
ຢຣມ. 31:20ຮຊອ 11:8
ຢຣມ. 31:20ພບຍ 32:36; ມກ 7:18
ຢຣມ. 31:21ອຊຢ 62:10
ຢຣມ. 31:21ອຊຢ 35:8
ຢຣມ. 31:23ອຊຢ 1:26
ຢຣມ. 31:23ຊຄຢ 8:3
ຢຣມ. 31:24ຢຣມ 33:12; ອຊກ 36:10, 11
ຢຣມ. 31:25ພສ 107:9
ຢຣມ. 31:27ພບຍ 30:9; ອຊກ 36:9; ຮຊອ 2:23
ຢຣມ. 31:28ຢຣມ 44:27; 45:4
ຢຣມ. 31:28ພສ 102:16; 147:2; ຢຣມ 24:6
ຢຣມ. 31:29ອຊກ 18:2-4
ຢຣມ. 31:31ມທ 26:27, 28; ລກ 22:20; 1ກຣ 11:25; ຮຣ 8:8-12
ຢຣມ. 31:32ອພຍ 19:5
ຢຣມ. 31:32ອຊກ 16:59
ຢຣມ. 31:33ອຊກ 11:19
ຢຣມ. 31:33ຮຣ 10:16
ຢຣມ. 31:33ຢຣມ 24:7; 30:22
ຢຣມ. 31:34ອຊຢ 54:13; ຢຮ 17:3
ຢຣມ. 31:34ອຊຢ 11:9; ຮບກ 2:14
ຢຣມ. 31:34ຢຣມ 33:8; 50:20; ມທ 26:27, 28; ຮຣ 8:10-12; 9:15; 10:17
ຢຣມ. 31:35ອຊຢ 51:15
ຢຣມ. 31:36ອຊຢ 54:10; ຢຣມ 33:20, 21
ຢຣມ. 31:37ຢຣມ 30:11
ຢຣມ. 31:382ຂຄ 26:9
ຢຣມ. 31:38ນຮຢ 12:27; ອຊຢ 44:28; ຢຣມ 30:18
ຢຣມ. 31:38ນຮຢ 3:1; ຊຄຢ 14:10
ຢຣມ. 31:39ຊຄຢ 1:16
ຢຣມ. 31:402ຊມ 15:23; 2ກສ 23:6; ຢຮ 18:1
ຢຣມ. 31:40ນຮຢ 3:28
ຢຣມ. 31:40ຢອ 3:17
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
ຄຳພີໄບເບິນສະບັບແປໂລກໃໝ່
ເຢເຣມີຢາ 31:1-40

ເຢເຣມີຢາ

31 ພະ​ເຢໂຫວາ​ບອກ​ວ່າ: “ໃນ​ຕອນ​ນັ້ນ ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ອິດສະຣາເອນ​ທັງໝົດ​ແລະ​ເຂົາ​ເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ.”+

 2 ພະ​ເຢໂຫວາ​ບອກ​ວ່າ:

“ຄົນ​ທີ່​ລອດ​ຈາກ​ດາບ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພະເຈົ້າ​ຢູ່​ບ່ອນ​ກັນດານ.

ຄົນ​ອິດສະຣາເອນ​ໄດ້​ຍ່າງ​ໄປ​ບ່ອນ​ພັກ​ຂອງ​ເຂົາ​ເຈົ້າ.”

 3 ພະ​ເຢໂຫວາ​ມາ​ຫາ​ຂ້ອຍ​ຈາກ​ບ່ອນ​ທີ່​ຢູ່​ໄກ​ໆ​ແລະ​ເວົ້າ​ກັບ​ຂ້ອຍ​ວ່າ:

“ເຮົາ​ຮັກ​ເຈົ້າ​ດ້ວຍ​ຄວາມ​ຮັກ​ທີ່​ມີ​ຢູ່​ຕະຫຼອດ​ໄປ

ນີ້​ຈຶ່ງ​ເປັນ​ເຫດຜົນ​ທີ່​ເຮົາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ເຈົ້າ​ສະເໝີ.*+

 4 ເຮົາ​ຈະ​ສ້າງ​ເຈົ້າ​ຂຶ້ນ​ມາ​ອີກ​ແລະ​ພວກ​ເຈົ້າ​ຈະ​ກັບ​ມາ​ເປັນ​ຊາດ​ອີກ​ເທື່ອ​ໜຶ່ງ.+

ພວກ​ລູກ​ສາວ​ຂອງ​ອິດສະຣາເອນ​ເອີ້ຍ ພວກ​ເຈົ້າ​ຈະ​ຕີ​ກອງ​ແທມບູຣິນ*

ແລະ​ຈະ​ອອກ​ໄປ​ເຕັ້ນ​ຢ່າງ​ມ່ວນ​ຊື່ນ​ອີກ​ເທື່ອ​ໜຶ່ງ.*+

 5 ພວກ​ເຈົ້າ​ຈະ​ໄດ້​ເຮັດ​ສວນ​ໝາກ​ລະແຊັງ​ຢູ່​ພູ​ຕ່າງ​ໆ​ໃນ​ຊາມາເຣຍ​ອີກ​ເທື່ອ​ໜຶ່ງ.+

ຄົນ​ທີ່​ເຮັດ​ສວນ​ໝາກ​ລະແຊັງ​ກໍ​ຈະ​ໄດ້​ກິນ​ໝາກ​ຂອງ​ມັນ.+

 6 ຈະ​ມີ​ມື້​ໜຶ່ງ​ທີ່​ພວກ​ຄົນ​ຍາມ​ຢູ່​ພູ​ຕ່າງ​ໆ​ຂອງ​ເອຟຣາຢິມ​ຈະ​ຮ້ອງ​ຂຶ້ນ​ວ່າ

‘ໄປ໋ ລຸກ​ຂຶ້ນ! ໃຫ້​ພວກ​ເຮົາ​ພາກັນ​ໄປ​ພູ​ຊີໂອນ​ເພື່ອ​ໄປ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ.’”+

 7 ພະ​ເຢໂຫວາ​ບອກ​ວ່າ:

“ຮ້ອງ​ອອກ​ມາ​ໂລດ ໃຫ້​ຢາໂຄບ​ຮູ້​ວ່າ​ພວກ​ເຈົ້າ​ດີໃຈ​ຫຼາຍ.

ໃຫ້​ຮ້ອງ​ດ້ວຍ​ຄວາມ​ດີໃຈ​ຍ້ອນ​ພວກ​ເຈົ້າ​ເໜືອ​ກວ່າ​ຊາດ​ຕ່າງ​ໆ​.+

ໃຫ້​ປະກາດ​ອອກ​ໄປ. ໃຫ້​ສັນລະເສີນ​ພະເຈົ້າ​ແລະ​ເວົ້າ​ວ່າ

‘ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ຊ່ວຍ​ພວກ​ອິດສະຣາເອນ​ທີ່​ເຫຼືອ​ຢູ່​ທີ່​ເປັນ​ປະຊາຊົນ​ຂອງ​ພະອົງ.’+

 8 ເຮົາ​ຈະ​ພາ​ເຂົາ​ເຈົ້າ​ກັບ​ມາ​ຈາກ​ແຜ່ນດິນ​ທາງ​ເໜືອ.+

ເຮົາ​ຈະ​ລວບ​ລວມ​ເຂົາ​ເຈົ້າ​ຈາກ​ບ່ອນ​ທີ່​ໄກ​ທີ່​ສຸດ​ຂອງ​ໂລກ.+

ຈະ​ມີ​ທັງ​ຄົນ​ຕາບອດ​ແລະ​ຄົນ​ພິການ+

ຄົນ​ທີ່​ຖື​ພາ​ແລະ​ຄົນ​ທີ່​ກຳລັງ​ຈະ​ເກີດ​ລູກ.

ເຂົາ​ເຈົ້າ​ຈະ​ເປັນ​ຄົນ​ກຸ່ມ​ໃຫຍ່​ທີ່​ກັບ​ມາ​ບ່ອນ​ນີ້.+

 9 ເຂົາ​ເຈົ້າ​ຈະ​ຮ້ອງໄຫ້​ມາ​ຕາມ​ທາງ.+

ເຮົາ​ຈະ​ພາ​ເຂົາ​ເຈົ້າ​ມາ​ຕອນ​ທີ່​ເຂົາ​ເຈົ້າ​ກຳລັງ​ຂໍ​ຄວາມ​ເມດຕາ.

ເຮົາ​ຈະ​ພາ​ເຂົາ​ເຈົ້າ​ໄປ​ນ້ຳ​ຫ້ວຍ*+

ແລະ​ພາ​ເຂົາ​ເຈົ້າ​ໄປ​ທາງ​ທີ່​ພຽງ​ເພື່ອ​ເຂົາ​ເຈົ້າ​ຈະ​ບໍ່​ສະດຸດ​ລົ້ມ

ຍ້ອນ​ເຮົາ​ເປັນ​ພໍ່​ຂອງ​ອິດສະຣາເອນ​ແລະ​ເອຟຣາຢິມ​ເປັນ​ລູກ​ກົກ​ຂອງ​ເຮົາ.”+

10 ຊາດ​ຕ່າງ​ໆ​ເອີ້ຍ ໃຫ້​ຟັງ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ

ແລະ​ປະກາດ​ໄປ​ຕາມ​ເກາະ​ຕ່າງ​ໆ​ທີ່​ຢູ່​ໄກ​ໆ​ວ່າ:+

“ຜູ້​ທີ່​ເຮັດ​ໃຫ້​ອິດສະຣາເອນ​ກະຈັດກະຈາຍ​ໄປ​ຈະ​ລວບ​ລວມ​ເຂົາ​ເຈົ້າ​ກັບຄືນມາ.

ເພິ່ນ​ຈະ​ເບິ່ງ​ແຍງ​ເຂົາ​ເຈົ້າ​ຄື​ກັບ​ຜູ້​ລ້ຽງ​ແກະ​ເບິ່ງ​ແຍງ​ຝູງ​ແກະ.+

11 ພະ​ເຢໂຫວາ​ຈະ​ຊ່ວຍ​ຢາໂຄບ+

ແລະ​ຊ່ວຍ​ລາວ​ໃຫ້​ລອດ*​ຈາກ​ມື​ຂອງ​ຄົນ​ທີ່​ແຂງ​ແຮງ​ກວ່າ​ລາວ.+

12 ເຂົາ​ເຈົ້າ​ຈະ​ມາ​ແລະ​ຮ້ອງ​ດ້ວຍ​ຄວາມ​ດີໃຈ​ຢູ່​ເທິງ​ພູ​ຊີໂອນ.+

ເຂົາ​ເຈົ້າ​ຈະ​ມີ​ແຕ່​ຄວາມ​ຍິນດີ ຍ້ອນ​ຄວາມ​ດີ​ຂອງ​ພະ​ເຢໂຫວາ

ຍ້ອນ​ເຂົ້າ ນ້ຳມັນ ແລະ​ເຫຼົ້າແວງ​ໃໝ່+

ແລະ​ຍ້ອນ​ແກະ​ນ້ອຍ​ກັບ​ງົວ​ນ້ອຍ.+

ເຂົາ​ເຈົ້າ​ຈະ​ເປັນ​ຄື​ກັບ​ສວນ​ທີ່​ຖືກ​ຫົດນ້ຳ​ຕະຫຼອດ+

ແລະ​ເຂົາ​ເຈົ້າ​ຈະ​ບໍ່​ໝົດ​ແຮງ​ອີກ​ເລີຍ.+

13 ຕອນ​ນັ້ນ ພວກ​ຜູ້​ສາວ​ບໍລິສຸດ​ຈະ​ເຕັ້ນ​ຢ່າງ​ມ່ວນ​ຊື່ນ

ແລະ​ຄົນ​ໜຸ່ມ​ກັບ​ຄົນ​ເຖົ້າ​ກໍ​ຈະ​ເຮັດ​ຄື​ກັນ.+

ເຮົາ​ຈະ​ປ່ຽນ​ສຽງ​ຮ້ອງ​ໄຫ້​ໄວ້ທຸກ​ຂອງ​ເຂົາ​ເຈົ້າ​ເປັນ​ສຽງ​ໂຫ່​ຮ້ອງ​ດີໃຈ.+

ເຮົາ​ຈະ​ປອບ​ໃຈ​ເຂົາ​ເຈົ້າ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ແລະ​ບໍ່​ໂສກ​ເສົ້າ.+

14 ເຮົາ​ຈະ​ໃຫ້​ພວກ​ປະໂລຫິດ​ມີ​ອາຫານ​ກິນ​ຫຼາຍ​ໆ​

ແລະ​ປະຊາຊົນ​ຂອງ​ເຮົາ​ຈະ​ພໍໃຈ​ກັບ​ສິ່ງ​ດີ​ຕ່າງ​ໆ​ທີ່​ເຮົາ​ຈະ​ເອົາ​ໃຫ້​ເຂົາ​ເຈົ້າ.”+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.

15 ພະ​ເຢໂຫວາ​ເວົ້າ​ວ່າ:

“ມີ​ສຽງ​ຮ້ອງໄຫ້​ໂສກ​ເສົ້າ​ຢູ່​ເມືອງ​ຣາມາ.+

ຣາເຄນ​ກຳລັງ​ຮ້ອງໄຫ້​ຍ້ອນ​ພວກ​ລູກ​ຂອງ​ລາວ.+

ບໍ່​ມີ​ຫຍັງ​ປອບ​ໃຈ​ລາວ​ໄດ້​ເລີຍ

ຍ້ອນ​ພວກ​ລູກ​ຂອງ​ລາວ​ຕາຍ​ໝົດ​ແລ້ວ.”+

16 ພະ​ເຢໂຫວາ​ບອກ​ວ່າ:

“ເຊົາ​ຮ້ອງໄຫ້​ແລະ​ເຊັດ​ນ້ຳ​ຕາ​ຂອງ​ເຈົ້າ​ສະ

ຍ້ອນ​ເຮົາ​ຈະ​ໃຫ້​ລາງວັນ​ກັບ​ເຈົ້າ​ສຳລັບ​ສິ່ງ​ທີ່​ເຈົ້າ​ເຮັດ.

ພວກ​ລູກ​ຂອງ​ເຈົ້າ​ຈະ​ກັບ​ມາ​ຈາກ​ແຜ່ນດິນ​ຂອງ​ສັດຕູ.”+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.

17 ພະ​ເຢໂຫວາ​ບອກ​ວ່າ: “ອະນາຄົດ​ຂອງ​ເຈົ້າ​ຍັງ​ມີ​ຄວາມ​ຫວັງ​ຢູ່.+

ພວກ​ລູກ​ຂອງ​ເຈົ້າ​ຈະ​ໄດ້​ກັບ​ມາ​ແຜ່ນດິນ​ຂອງ​ໂຕເອງ.+

18 ເຮົາ​ໄດ້​ຍິນ​ເອຟຣາຢິມ​ຮ້ອງໄຫ້​ແລະ​ເວົ້າ​ວ່າ

‘ພະອົງ​ໄດ້​ລົງໂທດ​ລູກ​ແລະ​ລູກ​ກໍ​ຖືກ​ສັ່ງ​ສອນ​ແລ້ວ

ຄື​ກັບ​ງົວ​ນ້ອຍ​ທີ່​ຍັງ​ບໍ່​ທັນ​ຖືກ​ຝຶກ.

ຂໍ​ພະອົງ​ພາ​ລູກ​ກັບ​ມາ​ແລະ​ລູກ​ຈະ​ກັບ​ມາ​ຢ່າງ​ເຕັມໃຈ

ຍ້ອນ​ພະອົງ​ແມ່ນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລູກ.

19 ລູກ​ສຳນຶກ​ຜິດ​ແລະ​ລູກ​ກໍ​ກັບ​ມາ.+

ເມື່ອ​ພະອົງ​ເຮັດ​ໃຫ້​ລູກ​ເຂົ້າ​ໃຈ ລູກ​ກໍ​ເສົ້າໃຈ​ຫຼາຍ.*

ລູກ​ອັບອາຍ​ຂາຍ​ໜ້າ​ຫຼາຍ+

ຍ້ອນ​ສິ່ງ​ທີ່​ລູກ​ເຮັດ​ຕອນ​ທີ່​ລູກ​ຍັງ​ນ້ອຍ.’

20 ເອຟຣາຢິມ​ເປັນ​ລູກ​ຮັກ​ຂອງ​ເຮົາ​ບໍ່​ແມ່ນ​ບໍ?+

ເຖິງ​ວ່າ​ເຮົາ​ຈະ​ຕຳໜິ​ລາວ​ຫຼາຍ​ເທື່ອ ເຮົາ​ກໍ​ຍັງ​ຄິດ​ເຖິງ​ລາວ​ຢູ່.

ຍ້ອນ​ແນວ​ນີ້​ເຮົາ​ຈຶ່ງ​ເຈັບ​ປວດ​ໃຈ​ຍ້ອນ​ລາວ+

ແລະ​ເຮົາ​ຈະ​ອີ່ຕົນ​ລາວ​ແນ່ນອນ.” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.+

21 “ໃຫ້​ພວກ​ເຈົ້າ​ຕັ້ງ​ເສົາ​ຫີນ​ຂຶ້ນ​ມາ​ສຳລັບ​ໂຕເອງ.

ໃຫ້​ຕັ້ງ​ຢູ່​ຕາມ​ທາງ​ທີ່​ພວກ​ເຈົ້າ​ຈະ​ໄປ.+

ໃຫ້​ເບິ່ງ​ເສັ້ນ​ທາງ​ຫຼັກ​ແລະ​ຫົນ​ທາງ​ທີ່​ພວກ​ເຈົ້າ​ຈະ​ໄປ​ດີ​ໆ​ເດີ້.+

ພວກ​ລູກ​ສາວ​ຂອງ​ອິດສະຣາເອນ​ເອີ້ຍ ກັບ​ມາ​ແມ້! ໃຫ້​ກັບ​ມາ​ເມືອງ​ຕ່າງ​ໆ​ຂອງ​ພວກ​ເຈົ້າ.

22 ພວກ​ລູກ​ສາວ​ທີ່​ບໍ່​ສັດຊື່​ເອີ້ຍ ພວກ​ເຈົ້າ​ຈະ​ໄປ​ທາງ​ນັ້ນ​ທາງ​ນີ້​ອີກ​ດົນ​ປານ​ໃດ?

ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ສິ່ງ​ໃໝ່​ເກີດ​ຂຶ້ນ​ໃນ​ໂລກ​ເຊິ່ງ​ກໍ​ຄື

ຜູ້​ຍິງ​ຈະ​ພະຍາຍາມ​ຫຼາຍ​ເພື່ອ​ເຮັດ​ໃຫ້​ຜົວ*​ຂອງ​ລາວ​ພໍໃຈ.”

23 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ວ່າ: “ເມື່ອ​ເຮົາ​ລວບ​ລວມ​ຄົນ​ທີ່​ເປັນ​ຊະເລີຍ​ກັບ​ມາ ເຂົາ​ເຈົ້າ​ຈະ​ເວົ້າ​ໃນ​ແຜ່ນດິນ​ຢູດາ​ແລະ​ໃນ​ເມືອງ​ຕ່າງ​ໆ​ຂອງ​ຢູດາ​ອີກ​ເທື່ອ​ໜຶ່ງ​ວ່າ ‘ເມືອງ​ທີ່​ມີ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ​ເອີ້ຍ+ ພູ​ທີ່​ບໍລິສຸດ​ເອີ້ຍ+ ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ​ເຈົ້າ.’ 24 ຄົນ​ທີ່​ຢູ່​ໃນ​ເມືອງ ຊາວນາ​ກັບ​ຄົນ​ລ້ຽງ​ແກະ​ຈະ​ຢູ່​ນຳ​ກັນ​ໃນ​ຢູດາ. ແຕ່​ລະ​ຄົນ​ຈະ​ໄດ້​ຢູ່​ໃນ​ບ່ອນ​ຂອງ​ໂຕເອງ.+ 25 ເຮົາ​ຈະ​ໃຫ້​ກຳລັງ​ກັບ​ຄົນ​ທີ່​ເມື່ອຍ​ແລະ​ຈະ​ໃຫ້​ສິ່ງ​ຈຳເປັນ​ກັບ​ຄົນ​ທີ່​ໝົດ​ແຮງ.”+

26 ຕອນ​ນັ້ນ ຂ້ອຍ​ກໍ​ຕື່ນ​ແລະ​ມືນ​ຕາ​ຂຶ້ນ. ຂ້ອຍ​ໄດ້​ນອນ​ຫຼັບ​ດີ​ແທ້​ໆ​.

27 ພະ​ເຢໂຫວາ​ບອກ​ວ່າ: “ອີກ​ບໍ່​ດົນ ເຮົາ​ຈະ​ເຮັດ​ໃຫ້​ຄົນ​ອິດສະຣາເອນ​ແລະ​ຄົນ​ຢູດາ​ມີ​ຈຳນວນ​ຫຼາຍ​ຂຶ້ນ ແລະ​ເຮົາ​ຈະ​ເຮັດ​ໃຫ້​ຝູງ​ສັດ​ຂອງ​ເຂົາ​ເຈົ້າ​ມີ​ຫຼາຍ​ຂຶ້ນ​ຄື​ກັນ.”+

28 ພະ​ເຢໂຫວາ​ບອກ​ວ່າ: “ຄື​ກັບ​ທີ່​ເຮົາ​ໄດ້​ເຝົ້າ​ເບິ່ງ​ເຂົາ​ເຈົ້າ​ເພື່ອ​ຈະ​ຫຼົກ​ເຂົາ​ເຈົ້າ​ໝົດ​ຮາກ​ໝົດ​ເຫງົ້າ ເພື່ອ​ຈະ​ຮື້ ເພື່ອ​ຈະ​ທຳຮ້າຍ+ ແລະ​ເພື່ອ​ຈະ​ທຳລາຍ ເຮົາ​ກໍ​ເຝົ້າ​ເບິ່ງ​ເຂົາ​ເຈົ້າ​ເພື່ອ​ຈະ​ສ້າງ​ແລະ​ເພື່ອ​ຈະ​ປູກ​ຄື​ກັນ.+ 29 ເມື່ອ​ຮອດ​ຕອນ​ນັ້ນ ເຂົາ​ເຈົ້າ​ຈະ​ບໍ່​ເວົ້າ​ອີກ​ຕໍ່​ໄປ​ວ່າ ‘ພໍ່​ກິນ​ໝາກ​ລະແຊັງ​ສົ້ມ ແຕ່​ລູກ​ພັດ​ເຂັດ​ແຂ້ວ.’*+ 30 ແຕ່​ລະ​ຄົນ​ຈະ​ຕ້ອງ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ໂຕເອງ. ຜູ້​ໃດ​ກິນ​ໝາກ​ລະແຊັງ​ສົ້ມ ຜູ້​ນັ້ນ​ກໍ​ຈະ​ເຂັດ​ແຂ້ວ​ເອງ.”

31 ພະ​ເຢໂຫວາ​ເວົ້າ​ວ່າ: “ອີກ​ຈັກ​ໜ້ອຍ ເຮົາ​ຈະ​ເຮັດ​ສັນຍາ​ໃໝ່​ກັບ​ຄົນ​ອິດສະຣາເອນ​ແລະ​ຄົນ​ຢູດາ.+ 32 ສັນຍາ​ນີ້​ຈະ​ບໍ່​ຄື​ກັບ​ສັນຍາ​ທີ່​ເຮົາ​ເຄີຍ​ເຮັດ​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ຕອນ​ທີ່​ເຮົາ​ຈູງ​ມື​ຄົນ​ເຫຼົ່າ​ນັ້ນ​ອອກ​ມາ​ຈາກ​ແຜ່ນດິນ​ເອຢິບ.+ ຄົນ​ເຫຼົ່າ​ນັ້ນ​ບໍ່​ໄດ້​ເຮັດ​ຕາມ​ທີ່​ສັນຍາ+​ກັບ​ເຮົາ ທັງ​ໆ​ທີ່​ເຮົາ​ເປັນ​ເຈົ້າ​ນາຍ​ພຽງ​ຜູ້​ດຽວ​ຂອງ​ເຂົາ​ເຈົ້າ.”* ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.

33 ພະ​ເຢໂຫວາ​ບອກ​ວ່າ: “ນີ້​ແມ່ນ​ຄຳ​ສັນຍາ​ທີ່​ເຮົາ​ຈະ​ເຮັດ​ກັບ​ຄົນ​ອິດສະຣາເອນ​ຫຼັງ​ຈາກ​ຄຳ​ສັນຍາ​ທີ່​ເຮົາ​ເຄີຍ​ເຮັດ​ແຕ່​ກີ້. ເຮົາ​ຈະ​ເອົາ​ກົດໝາຍ​ຂອງ​ເຮົາ​ໃສ່​ໄວ້​ໃນ​ໂຕ​ຂອງ​ເຂົາ​ເຈົ້າ+​ແລະ​ເຮົາ​ຈະ​ຂຽນ​ໄວ້​ໃນ​ໃຈ​ຂອງ​ເຂົາ​ເຈົ້າ.+ ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ແລະ​ເຂົາ​ເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ.”+

34 ພະ​ເຢໂຫວາ​ບອກ​ວ່າ: “ເຂົາ​ເຈົ້າ​ຈະ​ບໍ່​ຕ້ອງ​ສອນ​ໝູ່​ຫຼື​ອ້າຍ​ນ້ອງ​ຂອງ​ໂຕເອງ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ​ອີກ+ ຍ້ອນ​ເຂົາ​ເຈົ້າ​ທຸກ​ຄົນ​ຕັ້ງແຕ່​ຜູ້​ນ້ອຍ​ຈົນ​ຮອດ​ຜູ້​ໃຫຍ່​ຈະ​ຮູ້​ຈັກ​ເຮົາ.+ ເຮົາ​ຈະ​ຍົກ​ໂທດ​ໃຫ້​ເຂົາ​ເຈົ້າ​ແລະ​ຈະ​ບໍ່​ຈື່​ຄວາມ​ຜິດ​ຂອງ​ເຂົາ​ເຈົ້າ​ອີກ​ຕໍ່​ໄປ.”+

35 ນີ້​ແມ່ນ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ

ຜູ້​ທີ່​ຕັ້ງ​ກົດ​ໃຫ້​ດວງ​ຕາເວັນ​ສ່ອງ​ແສງ​ໃນ​ຕອນ​ກາງ​ເວັນ

ຜູ້​ທີ່​ຕັ້ງ​ກົດ​ໃຫ້​ດວງ​ເດືອນ​ກັບ​ດວງ​ດາວ​ສ່ອງ​ແສງ​ໃນ​ຕອນ​ກາງ​ຄືນ

ຜູ້​ທີ່​ເຮັດ​ໃຫ້​ທະເລ​ປັ່ນປ່ວນ​ແລະ​ເຮັດ​ໃຫ້​ມີ​ຄື້ນ​ແຮງ​ໆ​

ຜູ້​ທີ່​ຊື່​ວ່າ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ. ເພິ່ນ​ເວົ້າ​ວ່າ:+

36 “ກົດ​ເຫຼົ່າ​ນີ້​ໃຊ້​ໄດ້​ສະເໝີ

ດັ່ງ​ນັ້ນ ລູກ​ຫຼານ​ຂອງ​ອິດສະຣາເອນ​ກໍ​ຈະ​ເປັນ​ຊາດ​ໜຶ່ງ​ທີ່​ຢູ່​ຕໍ່​ໜ້າ​ເຮົາ​ຕະຫຼອດ​ໄປ.”+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.

37 ພະ​ເຢໂຫວາ​ເວົ້າ​ວ່າ: “ຄື​ກັບ​ທີ່​ບໍ່​ມີ​ໃຜ​ແທກ​ສະຫວັນ​ໄດ້​ແລະ​ບໍ່​ມີ​ໃຜ​ໄປ​ກວດ​ເບິ່ງ​ຮາກ​ຖານ​ຂອງ​ໂລກ​ໄດ້ ເຮົາ​ກໍ​ຈະ​ບໍ່​ມີ​ວັນ​ປະຖິ້ມ​ລູກ​ຫຼານ​ຂອງ​ອິດສະຣາເອນ​ທັງ​ໆ​ທີ່​ເຂົາ​ເຈົ້າ​ເຄີຍ​ເຮັດ​ຜິດ​ຫຼາຍ​ຢ່າງ.” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.+

38 ພະ​ເຢໂຫວາ​ບອກ​ວ່າ: “ອີກ​ຈັກ​ໜ້ອຍ ເມືອງ​ນີ້​ຈະ​ຖືກ​ສ້າງ​ຂຶ້ນ​ອີກ​ເທື່ອ​ໜຶ່ງ+​ໃຫ້​ພະ​ເຢໂຫວາ​ເຊິ່ງ​ຈະ​ມີ​ພື້ນ​ທີ່​ຕັ້ງແຕ່​ປ້ອມ​ຮານາເນນ+​ໄປ​ຈົນ​ຮອດ​ປະຕູ​ແຈ.+ 39 ສາຍ​ແທກ+​ຈະ​ຍາວ​ໄປ​ຮອດ​ໂນນ​ພູ​ກາເຣບ ໄປ​ທາງ​ໂຄອາດ 40 ໄປ​ທົ່ວ​ຮ່ອມພູ*​ທີ່​ມີ​ຊາກ​ສົບ​ກັບ​ຂີ້ເທົ່າ* ໄປ​ທົ່ວ​ສັນ​ພູ​ທັງໝົດ ໄປ​ໄກ​ຈົນ​ຮອດ​ຮ່ອມ​ພູ​ກິດໂຣນ+ ແລະ​ໄປ​ໄກ​ຈົນ​ຮອດ​ແຈ​ຂອງ​ປະຕູ​ມ້າ+​ເຊິ່ງ​ຢູ່​ທາງ​ທິດ​ຕາເວັນ​ອອກ. ພະ​ເຢໂຫວາ​ຈະ​ຖື​ວ່າ​ພື້ນ​ທີ່​ທັງໝົດ​ນີ້​ເປັນ​ບ່ອນ​ບໍລິສຸດ​ຂອງ​ເພິ່ນ+​ແລະ​ເມືອງ​ນີ້​ຈະ​ບໍ່​ຖືກ​ທຳລາຍ​ອີກ​ເລີຍ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌