ບົດຄວາມສຶກສາທີ 22
ຍ່າງໃນ “ທາງບໍລິສຸດ” ຕໍ່ໆໄປ
“ຈະມີທາງຫຼັກເສັ້ນໜຶ່ງ . . . ເອີ້ນວ່າທາງບໍລິສຸດ.”—ອຊຢ. 35:8, ລ.ມ.
ເພງ 31 ເດີນກັບພະເຈົ້າ
ໃຈຄວາມສຳຄັນa
1-2. ຄົນຢິວທີ່ຢູ່ໃນບາບີໂລນຕ້ອງຕັດສິນໃຈເລື່ອງທີ່ສຳຄັນຫຍັງ? (ເອັດຊະຣາ 1:2-4)
ກະສັດໄດ້ອອກຄຳສັ່ງວ່າຄົນຢິວທີ່ຖືກຈັບມາເປັນຊະເລີຍຢູ່ບາບີໂລນດົນເຖິງ 70 ປີ ສາມາດກັບໄປອິດສະຣາເອນບ້ານເກີດຂອງໂຕເອງໄດ້. (ອ່ານເອັດຊະຣາ 1:2-4) ມີແຕ່ພະເຢໂຫວາເທົ່ານັ້ນທີ່ເຮັດເລື່ອງນີ້ໄດ້. ເປັນຫຍັງຈຶ່ງເວົ້າແບບນັ້ນ? ຍ້ອນປົກກະຕິແລ້ວບາບີໂລນຈະບໍ່ປ່ອຍຊະເລີຍທີ່ຈັບມາໄດ້ໃຫ້ເປັນອິດສະຫຼະ. (ອຊຢ. 14:4, 17) ແຕ່ເມືອງບາບີໂລນໄດ້ຫຼົ້ມສະຫຼາຍ ຜູ້ປົກຄອງຄົນໃໝ່ຈຶ່ງບອກໃຫ້ຄົນຢິວອອກຈາກບາບີໂລນໄດ້. ນີ້ຈຶ່ງເຮັດໃຫ້ຄົນຢິວທຸກຄົນໂດຍສະເພາະຫົວໜ້າຄອບຄົວຕ້ອງຕັດສິນໃຈເລື່ອງທີ່ສຳຄັນວ່າ ຍັງຈະຢູ່ບາບີໂລນຕໍ່ໄປຫຼືຈະອອກຈາກບ່ອນນັ້ນ. ແຕ່ການຕັດສິນໃຈເລື່ອງນີ້ກໍອາດຈະບໍ່ງ່າຍ. ຍ້ອນຫຍັງ?
2 ຄົນຢິວທີ່ອາຍຸຫຼາຍອາດບໍ່ກ້າສ່ຽງທີ່ຈະເດີນທາງໄກແລະຍາກລຳບາກ. ນອກຈາກນັ້ນ ຄົນຢິວສ່ວນຫຼາຍເກີດຢູ່ບາບີໂລນ. ຕະຫຼອດຊີວິດຂອງເຂົາເຈົ້າຮູ້ຈັກແຕ່ບາບີໂລນເທົ່ານັ້ນ. ເຂົາເຈົ້າບໍ່ຮູ້ສຶກວ່າອິດສະຣາເອນເປັນຄືບ້ານ ແຕ່ເປັນພຽງບ້ານເກີດຂອງບັນພະບຸລຸດ. ແລະຄົນຢິວບາງຄົນກໍອາດຈະມີຖານະດີຢູ່ບາບີໂລນຢູ່ແລ້ວ ອາດເປັນເລື່ອງຍາກທີ່ເຂົາເຈົ້າຕ້ອງຖິ້ມເຮືອນທີ່ສະດວກສະບາຍຫຼືທຸລະກິດ ແລ້ວໄປເລີ່ມຕົ້ນຊີວິດໃໝ່ໃນປະເທດທີ່ເຂົາເຈົ້າບໍ່ຮູ້ຈັກ.
3. ສຳລັບຄົນຢິວທີ່ຕັດສິນໃຈເດີນທາງກັບໄປອິດສະຣາເອນ ມີພອນຫຍັງທີ່ລໍຖ້າເຂົາເຈົ້າຢູ່?
3 ຄົນຢິວທີ່ສັດຊື່ຮູ້ວ່າການເດີນທາງກັບໄປອິດສະຣາເອນຈະເຮັດໃຫ້ເຂົາເຈົ້າໄດ້ຮັບພອນຈາກພະເຢໂຫວາ ເຊິງຈະຄຸ້ມຄ່າຫຼາຍກວ່າສິ່ງທີ່ເຂົາເຈົ້າໄດ້ເສຍສະລະ. ພອນທີ່ຍິ່ງໃຫຍ່ທີ່ສຸດກ່ຽວຂ້ອງກັບການນະມັດສະການ. ເຖິງວ່າໃນບາບີໂລນຈະມີວິຫານຂອງເທບພະເຈົ້າຕ່າງໆຫຼາຍຫວ່າ 50 ວິຫານ ແຕ່ບໍ່ມີວິຫານຂອງພະເຢໂຫວາເລີຍຢູ່ຫັ້ນ. ບໍ່ມີແທ່ນບູຊາໃດທີ່ຄົນອິດສະຣາເອນສາມາດເອົາເຄື່ອງບູຊາໄປຖວາຍຕາມກົດໝາຍຂອງໂມເຊແລະບໍ່ມີປະໂລຫິດທີ່ຈະຖວາຍເຄື່ອງບູຊາໃຫ້ກັບເຂົາເຈົ້າ. ນອກຈາກນັ້ນ ຄົນຢິວອາໄສຢູ່ໃນບາບີໂລນເຊິ່ງເຕັມໄປດ້ວຍຄົນທີ່ນະມັດສະການພະປອມແລະບໍ່ສົນໃຈພະເຢໂຫວາຫຼືມາດຕະຖານຂອງເພິ່ນ. ດັ່ງນັ້ນ ຄົນຢິວທີ່ຢ້ານຢຳພະເຢໂຫວາຫຼາຍໝື່ນຄົນຈຶ່ງລໍຖ້າທີ່ຈະໄດ້ກັບໄປແຜ່ນດິນທີ່ເຂົາເຈົ້າສາມາດຟື້ນຟູການນະມັດສະການທີ່ບໍລິສຸດໄດ້.
4. ພະເຢໂຫວາສັນຍາວ່າຈະຊ່ວຍຄົນຢິວແນວໃດເພື່ອກັບໄປອິດສະຣາເອນ?
4 ຄົນຢິວຕ້ອງໃຊ້ເວລາປະມານສີ່ເດືອນເພື່ອເດີນທາງກັບໄປອິດສະຣາເອນ ແລະການເດີນທາງນັ້ນກໍຍາກລຳບາກແທ້ໆ. ແຕ່ພະເຢໂຫວາສັນຍາວ່າຈະຈັດການທຸກຢ່າງທີ່ເບິ່ງຄືວ່າເປັນອຸປະສັກໃຫ້ໝົດໄປ. ເພິ່ນສັນຍາຜ່ານທາງຜູ້ພະຍາກອນເອຊາຢາວ່າ: “ໃຫ້ຖາງທາງຂອງພະເຢໂຫວາໃຫ້ກ້ຽງ. ໃຫ້ເຮັດທາງຫຼັກທີ່ຊື່ໆ . . . ບ່ອນທີ່ເປັນດິນບໍ່ພຽງຕ້ອງເຮັດໃຫ້ມັນພຽງ ແລະບ່ອນທີ່ມີແຕ່ຂຸມກໍຕ້ອງເຮັດໃຫ້ມັນພຽງຄືກັນ.” (ອຊຢ. 40:3, 4, ລ.ມ.) ລອງນຶກພາບວ່າ ຖ້າເຈົ້າຕ້ອງເດີນທາງຜ່ານບ່ອນທຸລະກັນດານແລະພູຫຼາຍໜ່ວຍ. ເມື່ອເຈົ້າຮູ້ວ່າມີທາງຫຼັກເສັ້ນໜຶ່ງທີ່ຕັດຊື່ຜ່ານຮ່ອມພູ ເຈົ້າຕ້ອງດີໃຈແທ້ໆ! ຍ້ອນວ່າເຈົ້າຈະບໍ່ຕ້ອງປີນຂຶ້ນພູ ລົງພູ ແລະມັນຈະເຮັດໃຫ້ການເດີນທາງຂອງເຈົ້າໄວກວ່າແລະງ່າຍກວ່າ.
5. ພະເຢໂຫວາເອີ້ນທາງຫຼັກທີ່ພາຄົນອິດສະຣາເອນອອກຈາກບາບີໂລນເພື່ອກັບໄປອິດສະຣາເອນວ່າແນວໃດ?
5 ທາງຫຼັກໃນທຸກມື້ນີ້ຈະມີໝາຍເລກຫຼືຊື່. ທາງຫຼັກທີ່ປຶ້ມເອຊາຢາເວົ້າເຖິງກໍມີຊື່ຄືກັນ. ຄຳພີໄບເບິນບອກວ່າ: “ຈະມີທາງຫຼັກເສັ້ນໜຶ່ງ ທາງເສັ້ນນັ້ນຈະຖືກເອີ້ນວ່າທາງບໍລິສຸດ. ຄົນທີ່ບໍ່ສະອາດຈະທຽວທາງນັ້ນບໍ່ໄດ້.” (ອຊຢ. 35:8, ລ.ມ.) ຄຳສັນຍານີ້ໝາຍເຖິງຫຍັງສຳລັບຄົນອິດສະຣາເອນໃນສະໄໝນັ້ນ? ແລະໝາຍເຖິງຫຍັງສຳລັບພວກເຮົາໃນທຸກມື້ນີ້?
“ທາງບໍລິສຸດ” ໃນສະໄໝນັ້ນແລະໃນສະໄໝນີ້
6. ເປັນຫຍັງທາງຫຼັກນີ້ຈຶ່ງຊື່ວ່າ “ທາງບໍລິສຸດ”?
6 ທາງຫຼັກທີ່ເວົ້າເຖິງໃນປຶ້ມເອຊາຢາມີຊື່ວ່າ “ທາງບໍລິສຸດ.” ເປັນຊື່ທີ່ໜ້າສົນໃຈແທ້ໆ. ເປັນຫຍັງຈຶ່ງເອີ້ນທາງນີ້ວ່າ “ທາງບໍລິສຸດ”? ຍ້ອນໃນຊາດອິດສະຣາເອນທີ່ໄດ້ຮັບການຟື້ນຟູຈະບໍ່ມີຄົນທີ່ “ບໍ່ສະອາດ” ເຊິ່ງກໍຄືຄົນຢິວທີ່ຕັ້ງໃຈເຮັດຜິດສິນລະທຳ ໄຫວ້ຮູບເຄົາລົບ ແລະເຮັດຜິດຮ້າຍແຮງອື່ນໆ. ຄົນຢິວທີ່ກັບໄປແຜ່ນດິນອິດສະຣາເອນຈະກາຍເປັນ “ຊາດທີ່ບໍລິສຸດ” ຂອງພະເຢໂຫວາ. (ພບຍ. 7:6, ລ.ມ.) ແຕ່ບໍ່ໄດ້ໝາຍຄວາມວ່າຄົນທີ່ອອກຈາກບາບີໂລນຈະບໍ່ຕ້ອງປ່ຽນແປງໂຕເອງເພື່ອຈະເຮັດໃຫ້ພະເຢໂຫວາພໍໃຈ.
7. ຄົນຢິວບາງຄົນຕ້ອງປ່ຽນແປງໂຕເອງແນວໃດ? ຂໍໃຫ້ຍົກຕົວຢ່າງ.
7 ຄືທີ່ບອກໄວ້ ຄົນຢິວສ່ວນຫຼາຍເກີດຢູ່ເມືອງບາບີໂລນ. ເຂົາເຈົ້າຫຼາຍຄົນລຶ້ງເຄີຍກັບວັດທະນະທຳ ການໃຊ້ຊີວິດ ແລະຄວາມຄິດຂອງຄົນຢູ່ຫັ້ນ. ຫຼາຍສິບປີຫຼັງຈາກທີ່ຄົນຢິວກຸ່ມທຳອິດກັບໄປອິດສະຣາເອນ ເອັດຊະຣາເຫັນວ່າຄົນຢິວບາງຄົນແຕ່ງດອງກັບຜູ້ຍິງຄົນຕ່າງຊາດ. (ອພຍ. 34:15, 16; ອຊຣ. 9:1, 2) ແລະຕໍ່ມາເມື່ອຜູ້ປົກຄອງເນເຮມີຢາກັບໄປອິດສະຣາເອນ ລາວຕົກໃຈຫຼາຍທີ່ເຫັນຄົນຢິວທີ່ເກີດໃນອິດສະຣາເອນເວົ້າພາສາເຮັບເຣີບໍ່ໄດ້. (ພບຍ. 6:6, 7; ນຮຢ. 13:23, 24) ແລ້ວເດັກນ້ອຍພວກນີ້ຈະຮັກພະເຢໂຫວາແລະນະມັດສະການເພິ່ນໄດ້ແນວໃດຖ້າເຂົາເຈົ້າບໍ່ເຂົ້າໃຈພາສາເຮັບເຣີ ເຊິ່ງເປັນພາສາຫຼັກທີ່ໃຊ້ໃນການຂຽນຄຳພີໄບເບິນໃນຕອນນັ້ນ? (ອຊຣ. 10:3, 44) ດັ່ງນັ້ນ ຄົນຢິວເຫຼົ່ານີ້ຕ້ອງປ່ຽນແປງໂຕເອງ ແລະກໍຈະງ່າຍກວ່າຖ້າເຂົາເຈົ້າປ່ຽນແປງໂຕເອງຕອນທີ່ຢູ່ອິດສະຣາເອນ ເຊິ່ງເປັນບ່ອນທີ່ການນະມັດສະການບໍລິສຸດກຳລັງໄດ້ຮັບການຟື້ນຟູ.—ນຮຢ. 8:8, 9
ຕັ້ງແຕ່ປີ ຄ.ສ 1919 ທັງຜູ້ຊາຍຜູ້ຍິງແລະເດັກນ້ອຍຫຼາຍລ້ານຄົນໄດ້ອອກມາຈາກບາບີໂລນໃຫຍ່ແລ້ວມາຍ່າງໃນ “ທາງບໍລິສຸດ” (ເບິ່ງຂໍ້ 8)
8. ເປັນຫຍັງເຮົາຄວນສົນໃຈສິ່ງທີ່ເກີດຂຶ້ນໃນອິດສະຣາເອນບູຮານ? (ເບິ່ງຮູບໜ້າປົກ)
8 ບາງຄົນອາດຮູ້ສຶກວ່າ ‘ມັນກໍໜ້າສົນໃຈດີ ແຕ່ເລື່ອງທີ່ເກີດຂຶ້ນກັບຄົນຢິວຕອນນັ້ນ ມັນກໍເກີດຂຶ້ນມາດົນແລ້ວ. ມັນກ່ຽວຂ້ອງກັບພວກເຮົາໃນທຸກມື້ນີ້ແນວໃດ?’ ແທ້ໆແລ້ວ ເລື່ອງນີ້ກ່ຽວຂ້ອງກັບເຮົາຫຼາຍ ຍ້ອນຕອນນີ້ເຮົາກຳລັງຍ່າງຢູ່ “ທາງບໍລິສຸດ” ຄືກັນ. ບໍ່ວ່າເຮົາຈະເປັນຜູ້ຖືກເຈີມຫຼື “ແກະອື່ນ” ເຮົາກໍຕ້ອງຍ່າງຢູ່ “ທາງບໍລິສຸດ” ສະເໝີ ຍ້ອນມັນຈະຊ່ວຍໃຫ້ເຮົານະມັດສະການພະເຢໂຫວາຕໍ່ໆໄປທັງໃນຕອນນີ້ແລະໃນອະນາຄົດຕອນທີ່ການປົກຄອງຂອງພະເຈົ້າຈະເຮັດໃຫ້ໂລກນີ້ມີສິ່ງທີ່ດີ.b (ຢຮ. 10:16) ຕັ້ງແຕ່ປີ ຄ.ສ 1919 ທັງຜູ້ຊາຍຜູ້ຍິງແລະເດັກນ້ອຍຫຼາຍລ້ານຄົນໄດ້ອອກຈາກບາບີໂລນໃຫຍ່ ເຊິ່ງກໍຄືສາສະໜາປອມ ແລະເລີ່ມໃຊ້ຊີວິດຕາມທາງນີ້. ເຈົ້າເອງກໍຢູ່ທາງນີ້ຄືກັນແມ່ນບໍ? ເຖິງວ່າທາງນີ້ເປີດໃຫ້ໃຊ້ປະມານ 100 ປີທີ່ແລ້ວ ແຕ່ແທ້ໆແລ້ວມີການກຽມທາງນີ້ຫຼາຍຮ້ອຍປີກ່ອນໜ້ານັ້ນມາແລ້ວ.
ກຽມເສັ້ນທາງ
9. ຕາມເອຊາຢາ 57:14 ມີການກຽມ “ທາງບໍລິສຸດ” ແນວໃດ?
9 ພະເຢໂຫວາເອົາສິ່ງທີ່ເປັນອຸປະສັກຂອງຄົນຢິວອອກເພື່ອຜູ້ທີ່ຢູ່ບາບີໂລນຈະກັບໄປອິດສະຣາເອນໄດ້. (ອ່ານເອຊາຢາ 57:14) ແລ້ວພະເຢໂຫວາຈະເຮັດແບບນັ້ນຄືກັນບໍກັບ “ທາງບໍລິສຸດ” ໃນທຸກມື້ນີ້? ຫຼາຍຮ້ອຍປີກ່ອນປີ ຄ.ສ 1919 ພະເຢໂຫວາໃຊ້ຫຼາຍຄົນທີ່ຢ້ານຢຳເພິ່ນໃຫ້ເອົາສິ່ງທີ່ເປັນອຸປະສັກອອກໄປເພື່ອຈະຊ່ວຍຜູ້ຄົນໃຫ້ອອກຈາກບາບີໂລນໃຫຍ່. (ສົມທຽບກັບເອຊາຢາ 40:3) ເຂົາເຈົ້າເຮັດແບບນັ້ນເພື່ອກຽມທາງທີ່ຊ່ວຍໃຫ້ຜູ້ຄົນທີ່ມີຫົວໃຈດີສາມາດອອກຈາກບາບີໂລນໃຫຍ່ ແລະມານະມັດສະການພະເຢໂຫວາຢ່າງຖືກຕ້ອງ. ການກຽມທາງນີ້ມີຫຍັງແດ່? ໃຫ້ເຮົາມາເບິ່ງບາງຢ່າງນຳກັນ.
ຫຼາຍຮ້ອຍປີກ່ອນ ຫຼາຍຄົນທີ່ຢ້ານຢຳພະເຈົ້າໄດ້ຊ່ວຍກຽມທາງໃຫ້ຜູ້ຄົນອອກຈາກບາບີໂລນໃຫຍ່ (ເບິ່ງຂໍ້ 10-11)
10-11. ການພິມແລະການແປຊ່ວຍຄົນຈຳນວນຫຼາຍແນວໃດໃຫ້ຮູ້ຄວາມຈິງໃນຄຳພີໄບເບິນ? (ເບິ່ງຮູບພາບ)
10 ການພິມ. ກ່ອນປີ 1450 ຄຳພີໄບເບິນຖືກກ່າຍດ້ວຍມືເຊິ່ງໃຊ້ເວລາຫຼາຍ ຈຶ່ງເຮັດໃຫ້ຄຳພີໄບເບິນຫາຍາກແລະມີລາຄາແພງ. ແຕ່ເມື່ອມີການສ້າງເຄື່ອງຈັກພິມປຶ້ມ ກໍເຮັດໃຫ້ສາມາດຜະລິດຄຳພີໄບເບິນໄດ້ຫຼາຍຂຶ້ນ. ແລະຄົນທົ່ວໄປກໍສາມາດຫາອ່ານຄຳພີໄບເບິນໄດ້ງ່າຍຂຶ້ນ.
11 ການແປ. ເປັນເວລາຫຼາຍຮ້ອຍປີທີ່ຄຳພີໄບເບິນສ່ວນຫຼາຍມີການແປໃນພາສາລາຕິນ ແລະສະເພາະຄົນທີ່ມີຄວາມຮູ້ສູງເທົ່ານັ້ນທີ່ສາມາດອ່ານແລະເຂົ້າໃຈໄດ້ ແຕ່ກໍມີຈຳນວນໜ້ອຍ. ແຕ່ເມື່ອມີການພິມຫຼາຍຂຶ້ນ ຫຼາຍຄົນທີ່ຢ້ານຢຳພະເຈົ້າກໍພະຍາຍາມຫຼາຍຂຶ້ນທີ່ຈະແປຄຳພີໄບເບິນເປັນພາສາທີ່ຜູ້ຄົນສ່ວນຫຼາຍໃຊ້. ຄົນທີ່ອ່ານຄຳພີໄບເບິນຈຶ່ງສາມາດສົມທຽບຄຳສອນຂອງຜູ້ນຳສາສະໜາກັບສິ່ງທີ່ຄຳພີໄບເບິນສອນແທ້ໆ.
ຫຼາຍຄົນທີ່ຢ້ານຢຳພະເຈົ້າໄດ້ຊ່ວຍກຽມທາງໃຫ້ຜູ້ຄົນອອກຈາກບາບີໂລນໃຫຍ່ (ເບິ່ງຂໍ້ 12-14)c
12-13. ຂໍໃຫ້ຍົກຕົວຢ່າງທີ່ສະແດງໃຫ້ເຫັນວ່າ ຜູ້ທີ່ສຶກສາຄຳພີໄບເບິນຢ່າງຈິງຈັງໃນສະຕະວັດທີ 19 ເລີ່ມເປີດໂປງຄຳສອນປອມແນວໃດ.
12 ຄູ່ມືສຶກສາຄຳພີໄບເບິນ. ຄົນທີ່ສຶກສາຄຳພີໄບເບິນໄດ້ຮຽນຮູ້ຫຼາຍຢ່າງຈາກສິ່ງທີ່ເຂົາເຈົ້າໄດ້ອ່ານໃນຄຳພີໄບເບິນ. ເຂົາເຈົ້າຈຶ່ງເລີ່ມບອກສິ່ງທີ່ເຂົາເຈົ້າຮູ້ໃຫ້ຄົນອື່ນຟັງເຊິ່ງເຮັດໃຫ້ພວກຄູສອນສາສະໜາບໍ່ມັກ. ຕົວຢ່າງເຊັ່ນ: ໃນສະຕະວັດທີ 19 ເຂົາເຈົ້າເລີ່ມພິມແຜ່ນພັບເພື່ອເປີດໂປງຄຳສອນສາສະໜາປອມຂອງຄລິດສະຕຽນໂບດ.
13 ປະມານປີ 1835 ເຮັນຣີ ກຣູ ເຊິ່ງເປັນຜູ້ໜຶ່ງທີ່ຢ້ານຢຳພະເຈົ້າໄດ້ພິມແຜ່ນພັບທີ່ເວົ້າເຖິງສະພາບຂອງຄົນຕາຍ. ລາວໃຫ້ຂໍ້ພິສູດຈາກຄຳພີໄບເບິນວ່າ ມະນຸດບໍ່ໄດ້ເກີດມາມີວິນຍານອະມະຕະຄືທີ່ຄູສອນສາສະໜາສອນ ແຕ່ມະນຸດຈະໄດ້ຊີວິດອະມະຕະກໍຕໍ່ເມື່ອພະເຈົ້າໃຫ້. ໃນປີ 1837 ຄູສອນສາສະໜາຄົນໜຶ່ງທີ່ຊື່ຈອດ ສະຕໍຣ໌ໄດ້ເຈິແຜ່ນພັບນີ້ຕອນນັ່ງຢູ່ລົດໄຟ. ລາວອ່ານແຜ່ນພັບນີ້ທັງໝົດແລະໝັ້ນໃຈວ່າລາວໄດ້ເຈິຄວາມຈິງທີ່ສຳຄັນຫຼາຍ. ລາວຈຶ່ງຢາກບອກເລື່ອງນີ້ໃຫ້ຄົນອື່ນຮູ້. ໃນປີ 1842 ລາວໄດ້ບັນຍາຍຊຸດທີ່ມີຊື່ເລື່ອງວ່າ “ຖາມແດ່ ຄົນຊົ່ວເປັນອະມະຕະບໍ?” ແລະສິ່ງຕ່າງໆທີ່ຈອດ ສະຕໍຣ໌ຂຽນສົ່ງຜົນດີຕໍ່ໄວໜຸ່ມຄົນໜຶ່ງທີ່ຊື່ຊາລ ເທດ ຣັດເຊວ.
14. ພີ່ນ້ອງຣັດເຊວກັບໝູ່ໄດ້ຮັບປະໂຫຍດແນວໃດຈາກການກຽມທາງໄວ້ກ່ອນໜ້ານີ້? (ເບິ່ງຮູບພາບ)
14 ພີ່ນ້ອງຣັດເຊວກັບໝູ່ໄດ້ຮັບປະໂຫຍດຫຍັງແດ່ຈາກການກຽມທາງໄວ້ກ່ອນໜ້ານີ້? ເຂົາເຈົ້າໄດ້ສຶກສາຄົ້ນຄວ້າຈາກວັດຈະນານຸກົມຄຳພີໄບເບິນ ຄຳສັບ ແລະຄຳພີໄບເບິນສະບັບແປຕ່າງໆເຊິ່ງສິ່ງເຫຼົ່ານີ້ທັງໝົດມີການກຽມໄວ້ກ່ອນສະໄໝຂອງເຂົາເຈົ້າ. ນອກຈາກນັ້ນ ເຂົາເຈົ້າຍັງໄດ້ຮັບປະໂຫຍດຈາກການຄົ້ນຄວ້າຂອງເຮັນຣີ ກຣູ, ຈອດ ສະຕໍຣ໌ແລະຄົນອື່ນໆ. ແລະຕໍ່ມາຣັດເຊວກັບໝູ່ຍັງມີສ່ວນຮ່ວມໃນການກຽມທາງນີ້ໂດຍຜະລິດປຶ້ມແລະແຜ່ນພັບຈຳນວນຫຼາຍທີ່ອະທິບາຍຄຳພີໄບເບິນ.
15. ມີເຫດການທີ່ສຳຄັນຫຍັງແດ່ເກີດຂຶ້ນໃນປີ 1919?
15 ໃນປີ ຄ.ສ 1919 ຄົນຂອງພະເຈົ້າໄດ້ເປັນອິດສະຫຼະຈາກບາບີໂລນໃຫຍ່. ແລະໃນປີດຽວກັນນັ້ນກໍເລີ່ມມີ “ທາດທີ່ສັດຊື່ແລະສຸຂຸມ.” ເຂົາເຈົ້າໄດ້ຊ່ວຍຄົນທີ່ມີຫົວໃຈດີໃຫ້ຍ່າງໃນ “ທາງບໍລິສຸດ” ທີ່ຫາກໍເລີ່ມເປີດໃຫ້ໃຊ້. (ມທ. 24:45-47) ສິ່ງທີ່ຄົນໃນສະໄໝກ່ອນໄດ້ເຮັດເພື່ອກຽມທາງໄວ້ໄດ້ຊ່ວຍຄົນໃໝ່ໆເຫຼົ່ານີ້ໃຫ້ຮູ້ຈັກພະເຢໂຫວາແລະຄວາມຕ້ອງການຂອງເພິ່ນຫຼາຍຂຶ້ນ. (ສຸພາ. 4:18) ແຕ່ພະເຢໂຫວາບໍ່ໄດ້ຄາດໝາຍໃຫ້ຄົນຂອງເພິ່ນປ່ຽນແປງໂຕເອງທັງໝົດໄດ້ພາຍໃນເທື່ອດຽວ. ເພິ່ນຄ່ອຍໆໃຫ້ເຂົາເຈົ້າສະອາດຂຶ້ນໃນເລື່ອງການນະມັດສະການ. (ເບິ່ງຂອບ “ພະເຢໂຫວາຄ່ອຍໆເຮັດໃຫ້ຜູ້ຮັບໃຊ້ຂອງເພິ່ນສະອາດຂຶ້ນໃນເລື່ອງການນະມັດສະການ”) ລອງຄິດເບິ່ງວ່າ ເຮົາຈະມີຄວາມສຸກຫຼາຍສ່ຳໃດຖ້າທຸກຢ່າງທີ່ເຮົາເຮັດຈະເຮັດໃຫ້ພະເຢໂຫວາພໍໃຈ.—ກລຊ. 1:10
“ທາງບໍລິສຸດ” ຍັງເປີດຢູ່
16. ຕັ້ງແຕ່ປີ 1919 ໄດ້ມີການບຳລຸງຮັກສາ “ທາງບໍລິສຸດ” ແນວໃດ? (ເອຊາຢາ 48:17; 60:17)
16 ເສັ້ນທາງທຸກເສັ້ນກໍຕ້ອງໄດ້ມີການບຳລຸງຮັກສາເປັນປະຈຳເພື່ອຈະໃຫ້ມີສະພາບດີຕະຫຼອດ. ຕັ້ງແຕ່ປີ 1919 ທາດທີ່ສັດຊື່ແລະສຸຂຸມທີ່ຫາກໍຖືກແຕ່ງຕັ້ງໄດ້ເຮັດແບບນັ້ນກັບ “ທາງບໍລິສຸດ” ເພື່ອຊ່ວຍຫຼາຍຄົນໃຫ້ອອກຈາກບາບີໂລນໃຫຍ່. ແລະໃນປີ 1921 ເຂົາເຈົ້າໄດ້ອອກຄູ່ມືການສຶກສາຄຳພີໄບເບິນເພື່ອຊ່ວຍຄົນໃໝ່ໆໃຫ້ຮຽນຮູ້ຄວາມຈິງໃນຄຳພີໄບເບິນ. ປຶ້ມນີ້ຊື່ວ່າ ເດິ ຫາບອ໋ອບກອດແລະມີການແຈກຢາຍປຶ້ມຫົວນີ້ເກືອບ 6 ລ້ານຫົວໃນ 36 ພາສາ ແລະຫຼາຍຄົນກໍໄດ້ຮຽນຮູ້ຄວາມຈິງຈາກປຶ້ມນີ້. ຕອນນີ້ເຮົາມີປຶ້ມຫົວໃໝ່ທີ່ດີຫຼາຍທີ່ຈະໃຊ້ໃນການສຶກສາຄຳພີໄບເບິນ. ປຶ້ມນີ້ມີຊື່ວ່າຊີວິດທີ່ມີຄວາມສຸກຕະຫຼອດໄປ! ເຮົາເຫັນວ່າຕະຫຼອດສະໄໝສຸດທ້າຍ ພະເຢໂຫວາໄດ້ໃຊ້ອົງການຂອງເພິ່ນເພື່ອຈັດກຽມຄວາມຮູ້ຢ່າງຫຼວງຫຼາຍ ເຊິ່ງເປັນຄືກັບອາຫານເພື່ອຊ່ວຍເຮົາທຸກຄົນໃຫ້ຍ່າງໃນ “ທາງບໍລິສຸດ” ຕໍ່ໆໄປ.—ອ່ານເອຊາຢາ 48:17; 60:17, ລ.ມ.
17-18. ຈຸດໝາຍປາຍທາງຂອງ “ທາງບໍລິສຸດ” ແມ່ນຫຍັງ?
17 ເຮົາອາດເວົ້າໄດ້ວ່າ ຄົນທີ່ເລີ່ມຮຽນຄຳພີໄບເບິນກໍມີໂອກາດເຂົ້າມາຍ່າງໃນ “ທາງບໍລິສຸດ.” ແຕ່ບາງຄົນອາດຍ່າງໃນທາງນີ້ພຽງແຕ່ໄລຍະສັ້ນແລ້ວກໍອອກໄປ. ສ່ວນບາງຄົນກໍຕັ້ງໃຈຍ່າງໃນທາງນີ້ຕໍ່ໆໄປຈົນເຖິງຈຸດໝາຍປາຍທາງ. ແລ້ວຈຸດໝາຍປາຍທາງນັ້ນແມ່ນຫຍັງ?
18 ສຳລັບຜູ້ທີ່ມີຄວາມຫວັງທີ່ຈະໄປສະຫວັນ “ທາງບໍລິສຸດ” ຈະພາເຂົາເຈົ້າໄປ “ອຸທິຍານຂອງພະເຈົ້າ” ໃນສະຫວັນ. (ພນມ. 2:7) ສ່ວນຜູ້ທີ່ມີຄວາມຫວັງທີ່ຈະຢູ່ຕະຫຼອດໄປເທິງໂລກ ທາງນີ້ກໍຈະພາເຂົາເຈົ້າໄປຈົນເຖິງຕອນທ້າຍຂອງການປົກຄອງ 1.000 ປີຂອງພະຄລິດ ເຊິ່ງຕອນນັ້ນທຸກຄົນຈະກາຍເປັນມະນຸດທີ່ສົມບູນແບບ. ຖ້າເຈົ້າກຳລັງຍ່າງໃນທາງນີ້ ຂໍເຈົ້າຢ່າຫຼຽວກັບຫຼັງຫຼືຢ່າຄິດເຖິງສິ່ງຕ່າງໆທີ່ເຈົ້າໄດ້ຖິ້ມໄວ້ຂ້າງຫຼັງຈົນກວ່າເຈົ້າຈະໄປເຖິງຈຸດໝາຍປາຍທາງໃນໂລກໃໝ່! ເຮົາຂໍໃຫ້ເຈົ້າ “ເດີນທາງດ້ວຍຄວາມປອດໄພ.”
ເພງ 24 ໄປທີ່ພູເຂົາຂອງພະເຢໂຫວາ
a ໃນປຶ້ມເອຊາຢາພະເຢໂຫວາເອີ້ນທາງຫຼັກຈາກເມືອງບາບີໂລນໄປຈົນຮອດອິດສະຣາເອນວ່າ “ທາງບໍລິສຸດ.” ແລ້ວພະເຢໂຫວາໃຫ້ມີທາງແບບດຽວກັນນີ້ບໍສຳລັບຜູ້ຮັບໃຊ້ຂອງເພິ່ນໃນທຸກມື້ນີ້? ແນ່ນອນ. ຕັ້ງແຕ່ປີ ຄ.ສ 1919 ເປັນຕົ້ນມາ ຫຼາຍລ້ານຄົນໄດ້ອອກຈາກບາບີໂລນໃຫຍ່ແລະເລີ່ມຍ່າງໃນ “ທາງບໍລິສຸດ.” ເຮົາທຸກຄົນຕ້ອງຢູ່ໃນທາງນີ້ຕໍ່ໆໄປຈົນກວ່າຈະໄປເຖິງຈຸດໝາຍປາຍທາງ.
b ໃຫ້ເບິ່ງປຶ້ມເອຊາຢາ ໂພຣເຟິຊີ ໄລ້ ຟໍອໍ ແມນຄາຍ (Isaiah’s Prophecy—Light for All Mankind II) ເຫຼັ້ມ 2 ໜ້າ 56-57 (ພາສາອັງກິດ)
c ຄຳອະທິບາຍຮູບພາບ: ພີ່ນ້ອງຣັດເຊວແລະໝູ່ຂອງລາວໃຊ້ຄູ່ມືສຶກສາຄຳພີໄບເບິນທີ່ມີການກຽມໄວ້ກ່ອນໜ້ານັ້ນແລ້ວ.