ຂ່າວດີທີ່ຂຽນໂດຍລູກາ
1 ທ່ານເທໂອຟີໂລທີ່ນັບຖືຢ່າງສູງ. ມີຫຼາຍຄົນໄດ້ລວບລວມແລະບັນທຶກເລື່ອງກ່ຽວກັບເຫດການທີ່ເກີດຂຶ້ນ ເຊິ່ງພວກເຮົາຍອມຮັບວ່າເຊື່ອຖືໄດ້ແນ່ນອນ+ 2 ເປັນເລື່ອງທີ່ພວກເຮົາໄດ້ຍິນມາຈາກຄົນທີ່ປະກາດເລື່ອງການປົກຄອງຂອງພະເຈົ້າ+ເຊິ່ງເຫັນເຫດການຕັ້ງແຕ່ທຳອິດ.+ 3 ຂ້ອຍເອງໄດ້ຕັ້ງໃຈຄົ້ນຄວ້າທຸກສິ່ງຕັ້ງແຕ່ຕົ້ນຢ່າງລະອຽດຖີ່ຖ້ວນ ແລະຮຽບຮຽງເລື່ອງຢ່າງຖືກຕ້ອງຕາມລຳດັບເພື່ອຂຽນສົ່ງມາໃຫ້ທ່ານ.+ 4 ທ່ານຈະໄດ້ໝັ້ນໃຈວ່າເລື່ອງທີ່ທ່ານໄດ້ຮັບການສອນນັ້ນເປັນຄວາມຈິງ.+
5 ໃນສະໄໝທີ່ເຮໂຣດ*+ເປັນກະສັດແຂວງຢູດາຍ ມີປະໂລຫິດຄົນໜຶ່ງຊື່ເຊຄາຣີຢາຢູ່ໃນກຸ່ມອາບີຢາ.+ ລາວມີເມຍຊື່ເອລີຊາເບັດທີ່ເປັນລູກຫຼານຂອງອາໂຣນ. 6 ພະເຈົ້າຖືວ່າທັງສອງຄົນເປັນຄົນດີແລະຮັບໃຊ້ເພິ່ນແບບບໍ່ມີບ່ອນຕິເລີຍ. ເຂົາເຈົ້າພະຍາຍາມເຮັດຕາມຄຳສັ່ງແລະກົດໝາຍຂອງພະເຢໂຫວາ*ທຸກຂໍ້. 7 ແຕ່ເຂົາເຈົ້າບໍ່ມີລູກຍ້ອນເອລີຊາເບັດເປັນໝັນ ແລະທັງສອງຄົນກໍເຖົ້າຫຼາຍແລ້ວ.
8 ເມື່ອຮອດຜຽນຂອງກຸ່ມເຊຄາຣີຢາຕ້ອງເຮັດໜ້າທີ່ປະໂລຫິດ+ຕໍ່ໜ້າພະເຈົ້າ 9 ເຂົາເຈົ້າກໍຈົກສະຫຼາກຕາມທຳນຽມຂອງປະໂລຫິດເພື່ອເລືອກຄົນທີ່ຈະເຜົາເຄື່ອງຫອມ+ແລະເຊຄາຣີຢາກໍຖືກເລືອກ ແລ້ວລາວກໍເຂົ້າໄປໃນວິຫານຂອງພະເຢໂຫວາ.*+ 10 ເມື່ອຮອດເວລາເຜົາເຄື່ອງຫອມ ປະຊາຊົນກໍພາກັນອະທິດຖານຢູ່ທາງນອກ. 11 ທູດສະຫວັນຂອງພະເຢໂຫວາ*ມາຫາເຊຄາຣີຢາແລະຢືນຢູ່ເບື້ອງຂວາຂອງແທ່ນເຜົາເຄື່ອງຫອມ. 12 ເມື່ອລາວເຫັນແບບນັ້ນ ກໍຕົກໃຈແລະຢ້ານຫຼາຍ. 13 ແຕ່ທູດສະຫວັນບອກລາວວ່າ: “ເຊຄາຣີຢາ ບໍ່ຕ້ອງຢ້ານ. ພະເຈົ້າໄດ້ຍິນຄຳອ້ອນວອນຂອງເຈົ້າແລ້ວ. ເອລີຊາເບັດເມຍຂອງເຈົ້າຈະໄດ້ລູກຊາຍ. ໃຫ້ເຈົ້າຕັ້ງຊື່ລາວວ່າໂຢຮັນ.+ 14 ເຈົ້າຈະມີຄວາມສຸກຫຼາຍ ແລະຫຼາຍຄົນຈະດີໃຈທີ່ເດັກນ້ອຍຄົນນີ້ເກີດມາ.+ 15 ພະເຢໂຫວາ*ຈະຖືວ່າລາວເປັນຄົນສຳຄັນ.+ ລາວຕ້ອງບໍ່ກິນເຫຼົ້າແວງຫຼືເຄື່ອງດື່ມທີ່ມຶນເມົາ+ ແລະພະເຈົ້າຈະເອົາພະລັງບໍລິສຸດຂອງເພິ່ນໃຫ້ລາວຕັ້ງແຕ່ຍັງຢູ່ໃນທ້ອງແມ່.+ 16 ລາວຈະຊ່ວຍຄົນອິດສະຣາເອນຈຳນວນຫຼາຍໃຫ້ກັບມາຫາພະເຢໂຫວາ*ພະເຈົ້າຂອງເຂົາເຈົ້າ.+ 17 ພະເຈົ້າຈະໃຊ້ລາວໃຫ້ໄປກ່ອນເພິ່ນ ແລະໃຫ້ລາວມີນ້ຳໃຈແລະມີກຳລັງຄືກັບເອລີຢາ+ເພື່ອຈະເຮັດໃຫ້ໃຈຂອງພໍ່ເປັນຄືກັບໃຈຂອງລູກ*+ ແລະເຮັດໃຫ້ຄົນທີ່ຫົວແຂງມີສະຕິປັນຍາແລະເຮັດສິ່ງທີ່ຖືກຕ້ອງ. ລາວຈະກຽມຊົນຊາດໜຶ່ງໄວ້ໃຫ້ພ້ອມສຳລັບພະເຢໂຫວາ.”*+
18 ເຊຄາຣີຢາເວົ້າກັບທູດສະຫວັນວ່າ: “ຂ້ອຍຈະຮູ້ໄດ້ແນວໃດວ່າເລື່ອງນີ້ຈະເກີດຂຶ້ນແທ້? ຂ້ອຍເອງກໍເຖົ້າປານນີ້ແລ້ວ ແລະເມຍຂອງຂ້ອຍກໍເຖົ້າຫຼາຍຄືກັນ.” 19 ທູດສະຫວັນຈຶ່ງຕອບລາວວ່າ: “ຂ້ອຍແມ່ນຄັບຣີເອນ+ ຂ້ອຍຮັບໃຊ້ຢູ່ຕໍ່ໜ້າພະເຈົ້າຕະຫຼອດ.+ ເພິ່ນໃຊ້ຂ້ອຍໃຫ້ມາບອກຂ່າວດີນີ້ກັບເຈົ້າ. 20 ແຕ່ຍ້ອນເຈົ້າບໍ່ເຊື່ອຄຳເວົ້າຂອງຂ້ອຍ ເຈົ້າຈະປາກກືກແລະເວົ້າບໍ່ໄດ້ຈົນກວ່າເລື່ອງທັງໝົດນີ້ເກີດຂຶ້ນ. ເມື່ອຮອດເວລາກຳນົດໄວ້ ສິ່ງທີ່ຂ້ອຍບອກຈະເກີດຂຶ້ນແທ້.” 21 ໃນຕອນນັ້ນ ປະຊາຊົນທີ່ຖ້າເຊຄາຣີຢາຢູ່ທາງນອກກໍແປກໃຈວ່າເປັນຫຍັງລາວຈຶ່ງເຂົ້າໄປໃນວິຫານດົນແທ້. 22 ເມື່ອເຊຄາຣີຢາອອກມາກໍເວົ້າບໍ່ໄດ້ ປະຊາຊົນຈຶ່ງຮູ້ວ່າລາວໄດ້ເຫັນບາງຢ່າງທີ່ເໜືອທຳມະຊາດ*ຢູ່ໃນວິຫານ. ຈາກນັ້ນ ລາວກໍມີແຕ່ເຮັດທ່າທາງບອກເຂົາເຈົ້າ. 23 ຫຼັງຈາກເຊຄາຣີຢາຮັບໃຊ້ຢູ່ວິຫານ*ຈົນຄົບຕາມກຳນົດແລ້ວ ລາວກໍເມືອເຮືອນ.
24 ຫຼັງຈາກນັ້ນບໍ່ດົນ ເອລີຊາເບັດເມຍຂອງເຊຄາຣີຢາກໍຖືພາແລະລາວບໍ່ໄດ້ອອກຈາກເຮືອນໄປໃສເລີຍເປັນເວລາ 5 ເດືອນ. ເອລີຊາເບັດເວົ້າວ່າ: 25 “ເບິ່ງສິ່ງທີ່ພະເຢໂຫວາ*ເຮັດສຳລັບຂ້ອຍໃນຕອນນີ້ແມ້! ເພິ່ນສົນໃຈຂ້ອຍແລ້ວ ຂ້ອຍບໍ່ຕ້ອງອັບອາຍຄົນອື່ນອີກຕໍ່ໄປ.”*+
26 ເມື່ອເອລີຊາເບັດຖືພາເຂົ້າເດືອນທີ 6 ພະເຈົ້າສົ່ງທູດສະຫວັນຄັບຣີເອນ+ໃຫ້ມາເມືອງນາຊາເຣັດໃນແຂວງຄາລີເລ 27 ເພື່ອມາຫາສາວບໍລິສຸດ+ຄົນໜຶ່ງຊື່ມາຣິອາ. ລາວໝັ້ນກັບຜູ້ຊາຍຄົນໜຶ່ງຊື່ໂຢເຊັບທີ່ເປັນລູກຫຼານຂອງດາວິດ.+ 28 ທູດສະຫວັນມາຫາລາວແລະເວົ້າວ່າ: “ສະບາຍດີ ມາຣິອາ. ເຈົ້າເປັນຄົນທີ່ພະເຢໂຫວາ*ພໍໃຈຫຼາຍ. ເພິ່ນຢູ່ກັບເຈົ້າສະເໝີ.” 29 ເມື່ອໄດ້ຍິນທູດສະຫວັນເວົ້າແບບນັ້ນ ມາຣິອາກໍແປກໃຈ. ລາວຢາກຮູ້ວ່າຄຳເວົ້າຂອງທູດສະຫວັນໝາຍຄວາມວ່າແນວໃດ. 30 ທູດສະຫວັນຈຶ່ງບອກລາວວ່າ: “ມາຣິອາ ບໍ່ຕ້ອງຢ້ານ. ພະເຈົ້າພໍໃຈເຈົ້າແທ້ໆ. 31 ຖ້າເບິ່ງເດີ້! ເຈົ້າຈະຖືພາແລະເກີດລູກຊາຍ.+ ໃຫ້ຕັ້ງຊື່ລູກວ່າເຢຊູ.+ 32 ລາວຈະເປັນຜູ້ຍິ່ງໃຫຍ່+ແລະຈະຖືກເອີ້ນວ່າລູກຂອງພະເຈົ້າສູງສຸດ.+ ພະເຢໂຫວາ*ພະເຈົ້າຈະຍົກບັນລັງຂອງດາວິດປູ່ຍ່າຕານາຍຂອງລາວໃຫ້ລາວ.+ 33 ລາວຈະເປັນກະສັດປົກຄອງລູກຫຼານຂອງຢາໂຄບຕະຫຼອດໄປ ແລະການປົກຄອງຂອງລາວຈະບໍ່ມີວັນສິ້ນສຸດເລີຍ.”+
34 ແຕ່ມາຣິອາເວົ້າກັບທູດສະຫວັນວ່າ: “ຊິເປັນໄປໄດ້ແນວໃດ ຍ້ອນຂ້ອຍບໍ່ເຄີຍນອນນຳຜູ້ຊາຍຈັກເທື່ອ?”+ 35 ທູດສະຫວັນຕອບລາວວ່າ: “ເຈົ້າຈະໄດ້ຮັບພະລັງບໍລິສຸດ+ ແລະລິດເດດຂອງພະເຈົ້າສູງສຸດຈະປົກປ້ອງເຈົ້າໄວ້. ດັ່ງນັ້ນ ເດັກນ້ອຍທີ່ເກີດມາຈະຖືກເອີ້ນວ່າເປັນຜູ້ບໍລິສຸດ+ແລະເປັນລູກຂອງພະເຈົ້າ.+ 36 ຕອນນີ້ເອລີຊາເບັດພີ່ນ້ອງຂອງເຈົ້າກໍຖືພາໄດ້ 6 ເດືອນແລ້ວ. ລາວກຳລັງຈະໄດ້ລູກຊາຍທັງໆທີ່ເຖົ້າແລ້ວແລະຄົນກໍເຄີຍເວົ້າວ່າລາວເປັນໝັນ. 37 ພະເຈົ້າເຮັດໃຫ້ທຸກຢ່າງເປັນໄປໄດ້.”*+ 38 ມາຣິອາເວົ້າວ່າ: “ຂ້ອຍເປັນທາດຍິງທີ່ຮັບໃຊ້ພະເຢໂຫວາ.* ຂໍໃຫ້ເປັນໄປຕາມທີ່ທ່ານເວົ້າ.” ແລ້ວທູດສະຫວັນກໍໄປຈາກລາວ.
39 ຫຼັງຈາກນັ້ນ ມາຣິອາກໍຟ້າວໄປເມືອງໜຶ່ງໃນເຂດພູທີ່ຢູ່ໃນເຂດຂອງຕະກູນຢູດາ. 40 ເມື່ອໄປຮອດ ລາວກໍເຂົ້າໄປໃນເຮືອນຂອງເຊຄາຣີຢາແລະທັກທາຍເອລີຊາເບັດ. 41 ເມື່ອເອລີຊາເບັດໄດ້ຍິນສຽງທັກທາຍຂອງມາຣິອາ ລູກທີ່ຢູ່ໃນທ້ອງຂອງລາວກໍດີ້ນ ແລະລາວກໍໄດ້ຮັບພະລັງບໍລິສຸດ. 42 ເອລີຊາເບັດຈຶ່ງເວົ້າດັງໆວ່າ: “ເຈົ້າໄດ້ຮັບພອນຈາກພະເຈົ້າຫຼາຍກວ່າຜູ້ຍິງຄົນອື່ນ ແລະລູກທີ່ຢູ່ໃນທ້ອງຂອງເຈົ້າກໍໄດ້ຮັບພອນຄືກັນ. 43 ຂ້ອຍໄດ້ຮັບກຽດຫຼາຍແທ້ໆທີ່ແມ່ຂອງຜູ້ເປັນນາຍຂອງຂ້ອຍມາຢາມຂ້ອຍຮອດເຮືອນ. 44 ເບິ່ງແມ້! ເມື່ອຂ້ອຍໄດ້ຍິນສຽງທັກທາຍຂອງເຈົ້າ ລູກທີ່ຢູ່ໃນທ້ອງຂອງຂ້ອຍກໍດີ້ນດ້ວຍຄວາມດີໃຈ. 45 ເຈົ້າມີຄວາມສຸກທີ່ເຊື່ອເລື່ອງນີ້ ເພາະທຸກສິ່ງທີ່ພະເຢໂຫວາ*ບອກເຈົ້າຈະເກີດຂຶ້ນແທ້ແນ່ນອນ.”
46 ມາຣິອາເວົ້າວ່າ: “ຂ້ອຍຂໍສັນລະເສີນພະເຢໂຫວາ.*+ 47 ຂ້ອຍມີຄວາມສຸກຫຼາຍແທ້ໆຍ້ອນພະເຈົ້າຂອງຂ້ອຍເປັນຜູ້ຊ່ວຍໃຫ້ລອດ.+ 48 ເພິ່ນໃຫ້ຄວາມສຳຄັນກັບທາດຍິງຜູ້ຕ່ຳຕ້ອຍຂອງເພິ່ນຫຼາຍປານນີ້.+ ຈາກນີ້ໄປ ຄົນທຸກຍຸກທຸກສະໄໝຈະເວົ້າວ່າຂ້ອຍເປັນຄົນທີ່ມີຄວາມສຸກ.+ 49 ພະເຈົ້າຜູ້ມີລິດເດດໄດ້ເຮັດໃຫ້ສິ່ງອັດສະຈັນເກີດຂຶ້ນກັບຂ້ອຍ ແລະຊື່ຂອງເພິ່ນກໍບໍລິສຸດ.+ 50 ເພິ່ນເມດຕາຄົນທີ່ຢ້ານຢຳເພິ່ນຕະຫຼອດທຸກຍຸກທຸກສະໄໝ.+ 51 ເພິ່ນໃຊ້ລິດເດດເຮັດສິ່ງທີ່ຍິ່ງໃຫຍ່. ເພິ່ນເຮັດໃຫ້ຄົນຈອງຫອງກະຈັດກະຈາຍກັນໄປ.+ 52 ເພິ່ນປົດຜູ້ມີອຳນາດລົງຈາກບັນລັງ+ແລະເຮັດໃຫ້ຄົນຕ່ຳຕ້ອຍໄດ້ຮັບກຽດ.+ 53 ເພິ່ນເຮັດໃຫ້ຄົນຫິວໄດ້ກິນແນວດີໆຈົນອີ່ມ+ ແຕ່ໃຫ້ຄົນຮັ່ງກັບໄປມືເປົ່າ. 54 ເພິ່ນມາຊ່ວຍຄົນອິດສະຣາເອນຜູ້ຮັບໃຊ້ຂອງເພິ່ນ ຍ້ອນເພິ່ນບໍ່ລືມຄຳສັນຍາວ່າຈະສະແດງຄວາມເມດຕາ+ 55 ຕໍ່ອັບຣາຮາມແລະລູກຫຼານຂອງລາວ+ຕະຫຼອດໄປຕາມທີ່ເພິ່ນໄດ້ບອກກັບປູ່ຍ່າຕານາຍຂອງພວກເຮົາ.” 56 ມາຣິອາຢູ່ກັບເອລີຊາເບັດປະມານ 3 ເດືອນແລ້ວກໍກັບເມືອເຮືອນຂອງລາວ.
57 ເມື່ອຮອດຕອນເກີດລູກ ເອລີຊາເບັດກໍເກີດລູກຊາຍ. 58 ເມື່ອເພື່ອນບ້ານແລະຍາດຕິພີ່ນ້ອງຂອງລາວໄດ້ຂ່າວວ່າພະເຢໂຫວາ*ເມດຕາລາວຫຼາຍປານນີ້ ເຂົາເຈົ້າຈຶ່ງມາສະແດງຄວາມຍິນດີນຳລາວ.+ 59 ໃນມື້ທີ 8 ເຂົາເຈົ້າກໍມາຕອນທີ່ແອນ້ອຍຈະຮັບສິນຕັດ*+ ແລະຈະຕັ້ງຊື່ແອນ້ອຍວ່າເຊຄາຣີຢາຕາມຊື່ພໍ່. 60 ແຕ່ຜູ້ເປັນແມ່ບອກວ່າ: “ບໍ່ໄດ້! ລາວຕ້ອງຊື່ໂຢຮັນ.” 61 ເຂົາເຈົ້າກໍເວົ້າກັບລາວວ່າ: “ຍາດຕິພີ່ນ້ອງຂອງເຈົ້າບໍ່ມີຜູ້ໃດມີຊື່ແບບນີ້ໄດ໋.” 62 ແລ້ວເຂົາເຈົ້າກໍເຮັດທ່າທາງເພື່ອຖາມພໍ່ຂອງແອນ້ອຍວ່າຢາກໃຫ້ລູກຊື່ຫຍັງ. 63 ເຊຄາຣີຢາຈຶ່ງຂໍໃຫ້ເອົາກະດານມາແລະຂຽນວ່າ: “ຊື່ໂຢຮັນ.”+ ທຸກຄົນກໍແປກໃຈ. 64 ທັນໃດນັ້ນ ລາວກໍເວົ້າໄດ້ເປັນປົກກະຕິ+ແລະສັນລະເສີນພະເຈົ້າ. 65 ຄົນທີ່ຢູ່ແຖວນັ້ນກໍພາກັນຢ້ານຫຼາຍ ແລະເລື່ອງທັງໝົດນີ້ກໍຊ່າລືກັນໄປທົ່ວເຂດພູໃນແຂວງຢູດາຍ. 66 ຄົນທີ່ໄດ້ຍິນເລື່ອງນັ້ນກໍຄິດໃນໃຈວ່າ: “ແອນ້ອຍຜູ້ນີ້ຈະເປັນແນວໃດເມື່ອໃຫຍ່ຂຶ້ນ?” ເຂົາເຈົ້າເວົ້າແນວນີ້ຍ້ອນວ່າພະເຢໂຫວາ*ຢູ່ກັບແອນ້ອຍຜູ້ນີ້.*
67 ຈາກນັ້ນ ເຊຄາຣີຢາພໍ່ຂອງແອນ້ອຍກໍໄດ້ຮັບພະລັງບໍລິສຸດແລະພະຍາກອນວ່າ: 68 “ຂໍໃຫ້ພະເຢໂຫວາ*ພະເຈົ້າຂອງອິດສະຣາເອນໄດ້ຮັບການສັນລະເສີນ+ ຍ້ອນເພິ່ນໄດ້ສົນໃຈປະຊາຊົນຂອງເພິ່ນແລະໄດ້ຊ່ວຍເຂົາເຈົ້າໃຫ້ລອດ.+ 69 ເພິ່ນໄດ້ສົ່ງຜູ້ຊ່ວຍໃຫ້ລອດທີ່ມີພະລັງເຂັ້ມແຂງ*+ມາໃຫ້ພວກເຮົາ. ລາວເປັນລູກຫຼານຂອງດາວິດຜູ້ຮັບໃຊ້ຂອງເພິ່ນ.+ 70 ເພິ່ນບອກເລື່ອງນີ້ຜ່ານທາງຜູ້ພະຍາກອນທີ່ສັດຊື່ຂອງເພິ່ນຕັ້ງແຕ່ສະໄໝແຕ່ກີ້.+ 71 ເພິ່ນສັນຍາວ່າຈະຊ່ວຍພວກເຮົາໃຫ້ລອດຈາກສັດຕູແລະຈາກຄົນທີ່ຊັງພວກເຮົາ.+ 72 ເພິ່ນຈະເມດຕາພວກເຮົາຕາມທີ່ໄດ້ບອກໄວ້ກັບປູ່ຍ່າຕານາຍຂອງພວກເຮົາ ເພື່ອສະແດງວ່າເພິ່ນບໍ່ໄດ້ລືມສັນຍາສັກສິດ+ 73 ທີ່ໄດ້ສາບານໄວ້ກັບອັບຣາຮາມປູ່ຍ່າຕານາຍຂອງພວກເຮົາ.+ 74 ເພິ່ນຮັບປະກັນວ່າຈະຊ່ວຍພວກເຮົາໃຫ້ພົ້ນຈາກພວກສັດຕູ ແລະຈະໃຫ້ພວກເຮົາໄດ້ຮັບໃຊ້ເພິ່ນ*ໂດຍບໍ່ຕ້ອງຢ້ານ 75 ເພື່ອພວກເຮົາຈະພັກດີແລະເຊື່ອຟັງເພິ່ນ*ຕະຫຼອດຊີວິດຂອງພວກເຮົາ. 76 ສ່ວນໂຢຮັນລູກຂອງພໍ່ ຄົນຈະເອີ້ນລູກວ່າຜູ້ພະຍາກອນຂອງພະເຈົ້າສູງສຸດ. ພະເຢໂຫວາ*ຈະໃຊ້ລູກໃຫ້ໄປກ່ອນເພື່ອກຽມທາງຂອງເພິ່ນໄວ້.+ 77 ເພິ່ນຈະໃຫ້ລູກໄປບອກປະຊາຊົນຂອງພະເຈົ້າວ່າເພິ່ນຈະຊ່ວຍເຂົາເຈົ້າໃຫ້ລອດໂດຍຍົກໂທດຄວາມຜິດໃຫ້ເຂົາເຈົ້າ.+ 78 ເພິ່ນຈະເຮັດແນວນີ້ຍ້ອນອີ່ຕົນເຂົາເຈົ້າ. ຄວາມອີ່ຕົນນີ້ມາຈາກສະຫວັນຄືກັບແສງສະຫວ່າງຂອງມື້ໃໝ່. 79 ແສງສະຫວ່າງນີ້ຈະສ່ອງໃສ່ຄົນທີ່ຢູ່ໃນຄວາມມືດແລະໃນເງົາຂອງຄວາມຕາຍ+ ແລະຈະນຳທາງພວກເຮົາໃຫ້ຍ່າງເທິງເສັ້ນທາງຂອງຄວາມສະຫງົບສຸກ.”
80 ໂຢຮັນໃຫຍ່ຂຶ້ນແລະພະລັງຂອງພະເຈົ້າຊ່ວຍໃຫ້ລາວເຂັ້ມແຂງຂຶ້ນ. ລາວໄປຢູ່ບ່ອນກັນດານຈົນຮອດເວລາທີ່ລາວຕ້ອງອອກໄປປະກາດໃຫ້ຄົນອິດສະຣາເອນຟັງ.
2 ຕອນນັ້ນ ກາຍຊາ*ໂອຄຸດໂຕອອກຄຳສັ່ງໃຫ້ຄົນໃນທົ່ວປະເທດ*ໄປຈົດທະບຽນສຳມະໂນຄົວ. 2 (ການຈົດທະບຽນສຳມະໂນຄົວເທື່ອນັ້ນເປັນເທື່ອທຳອິດທີ່ເກີດຂຶ້ນໃນສະໄໝທີ່ກີເຣນີໂອເປັນເຈົ້າແຂວງຊີເຣຍ.) 3 ປະຊາຊົນທຸກຄົນຈຶ່ງເດີນທາງໄປຈົດທະບຽນຢູ່ບ້ານເກີດຂອງໂຕເອງ. 4 ໂຢເຊັບ+ທີ່ເປັນເຊື້ອສາຍຂອງດາວິດກໍເດີນທາງຈາກເມືອງນາຊາເຣັດໃນແຂວງຄາລີເລໄປເມືອງເບັດເລເຮັມ+ໃນແຂວງຢູດາຍທີ່ເປັນບ້ານເກີດຂອງດາວິດ. 5 ໂຢເຊັບພາມາຣິອາໄປຈົດທະບຽນສຳມະໂນຄົວນຳຍ້ອນເຂົາເຈົ້າແຕ່ງດອງກັນແລ້ວ.+ ຕອນນັ້ນ ມາຣິອາໃກ້ຈະເກີດລູກ.+ 6 ຕອນທີ່ເຂົາເຈົ້າຢູ່ເມືອງເບັດເລເຮັມກໍຮອດກຳນົດທີ່ມາຣິອາຈະເກີດລູກ 7 ແລ້ວລາວກໍເກີດລູກຊາຍທີ່ເປັນລູກກົກ.+ ລາວເອົາຜ້າຫໍ່ລູກໄວ້ແລ້ວໃຫ້ນອນໃນຮາງຫຍ້າ+ ຍ້ອນຕອນນັ້ນບໍ່ມີຫ້ອງວ່າງສຳລັບເຂົາເຈົ້າ.
8 ຢູ່ບໍ່ໄກຈາກຫັ້ນ ມີຄົນລ້ຽງແກະຢູ່ທົ່ງຫຍ້າກຳລັງເຝົ້າຝູງແກະຂອງເຂົາເຈົ້າໃນຕອນກາງຄືນ. 9 ທັນໃດນັ້ນ ເຂົາເຈົ້າກໍເຫັນທູດສະຫວັນອົງໜຶ່ງຂອງພະເຢໂຫວາ*ມາຢືນຢູ່ຕໍ່ໜ້າເຂົາເຈົ້າ. ແລ້ວແສງລັດສະໝີຂອງພະເຢໂຫວາ*ກໍສ່ອງແສງສະຫວ່າງອ້ອມຮອບຄົນລ້ຽງແກະເຊິ່ງເຮັດໃຫ້ເຂົາເຈົ້າຕົກໃຈຢ້ານຫຼາຍ. 10 ແຕ່ທູດສະຫວັນບອກເຂົາເຈົ້າວ່າ: “ບໍ່ຕ້ອງຢ້ານ ຂ້ອຍມີຂ່າວດີມາບອກ. ຂ່າວດີນີ້ຈະເຮັດໃຫ້ທຸກຄົນມີຄວາມສຸກຫຼາຍ. 11 ມື້ນີ້ ຜູ້ທີ່ຈະຊ່ວຍໃຫ້ລອດ+ໄດ້ເກີດຢູ່ເມືອງຂອງດາວິດ+ແລ້ວ. ເພິ່ນເປັນພະຄລິດ ແລະເປັນຜູ້ເປັນນາຍ.+ 12 ພວກເຈົ້າຈະຮູ້ຈັກວ່າແມ່ນເພິ່ນ ເມື່ອພວກເຈົ້າເຫັນແອນ້ອຍທີ່ມີຜ້າຫໍ່ໄວ້ນອນຢູ່ໃນຮາງຫຍ້າ.” 13 ທັນໃດນັ້ນກໍມີທູດສະຫວັນຫຼາຍອົງມາຢູ່ກັບທູດສະຫວັນອົງທຳອິດ+ ແລະສັນລະເສີນພະເຈົ້ານຳກັນວ່າ: 14 “ຂໍໃຫ້ພະເຈົ້າໄດ້ຮັບການສັນລະເສີນໃນສະຫວັນ ແລະຂໍໃຫ້ປະຊາຊົນທີ່ເພິ່ນຍອມຮັບມີຄວາມສະຫງົບສຸກໃນໂລກນີ້.”
15 ເມື່ອທູດສະຫວັນກັບໄປສະຫວັນແລ້ວ ຄົນລ້ຽງແກະກໍພາກັນເວົ້າວ່າ: “ໃຫ້ພວກເຮົາຟ້າວໄປເມືອງເບັດເລເຮັມ ໄປເບິ່ງສິ່ງທີ່ພະເຢໂຫວາ*ບອກພວກເຮົາ.” 16 ເຂົາເຈົ້າຈຶ່ງຟ້າວໄປ ແລ້ວກໍເຫັນມາຣິອາກັບໂຢເຊັບ ແລະແອນ້ອຍກໍນອນຢູ່ໃນຮາງຫຍ້າ. 17 ເມື່ອເຫັນແອນ້ອຍ ເຂົາເຈົ້າກໍເລົ່າເລື່ອງທີ່ທູດສະຫວັນບອກກ່ຽວກັບແອນ້ອຍຜູ້ນີ້ໃຫ້ຄົນທີ່ຢູ່ຫັ້ນຟັງ. 18 ເມື່ອໄດ້ຍິນເລື່ອງທີ່ຄົນລ້ຽງແກະເລົ່າໃຫ້ຟັງ ທຸກຄົນກໍຮູ້ສຶກແປກໃຈ. 19 ແຕ່ມາຣິອາຈື່ຈຳຄຳເວົ້າທັງໝົດໄວ້ແລະຄິດຕຶກຕອງວ່າເລື່ອງນັ້ນໝາຍເຖິງຫຍັງ.+ 20 ຈາກນັ້ນ ຄົນລ້ຽງແກະກໍກັບໄປຫາຝູງແກະ ແລະຍົກຍ້ອງສັນລະເສີນພະເຈົ້າ ຍ້ອນເຂົາເຈົ້າໄດ້ຍິນແລະໄດ້ເຫັນທຸກສິ່ງຕາມທີ່ທູດສະຫວັນບອກໄວ້ແທ້ໆ.
21 ເມື່ອແອນ້ອຍອາຍຸໄດ້ 8 ມື້ກໍຮອດເວລາທີ່ຕ້ອງຮັບສິນຕັດ.*+ ເຂົາເຈົ້າຕັ້ງຊື່ໃຫ້ລາວວ່າເຢຊູຕາມທີ່ທູດສະຫວັນບອກມາຣິອາກ່ອນທີ່ຈະຖືພາ.+
22 ເມື່ອຮອດເວລາທີ່ເຂົາເຈົ້າຕ້ອງເຮັດໃຫ້ໂຕເອງສະອາດຕາມກົດໝາຍຂອງໂມເຊ+ ໂຢເຊັບກັບມາຣິອາກໍພາລູກໄປເມືອງເຢຣູຊາເລັມເພື່ອໄຖ່ລູກຈາກພະເຢໂຫວາ* 23 ຍ້ອນກົດໝາຍຂອງພະເຢໂຫວາ*ບອກໄວ້ວ່າ: “ລູກຊາຍຜູ້ທຳອິດທຸກຄົນຈະຕ້ອງຖືກແຍກໄວ້ໃຫ້ເປັນຂອງພະເຢໂຫວາ.”*+ 24 ເຂົາເຈົ້າຈຶ່ງເອົາ “ນົກເຂົາ 1 ຄູ່ຫຼືລູກນົກກາງແກ 2 ໂຕ”+ ໄປເປັນເຄື່ອງບູຊາຕາມທີ່ກົດໝາຍຂອງພະເຢໂຫວາ*ບອກໄວ້.
25 ໃນເມືອງເຢຣູຊາເລັມ ມີຜູ້ຊາຍຄົນໜຶ່ງຊື່ຊີເມໂອນ ລາວເຮັດສິ່ງທີ່ຖືກຕ້ອງແລະຢ້ານຢຳພະເຈົ້າ. ລາວກຳລັງລໍຖ້າເວລາທີ່ພະເຈົ້າຈະມາຊ່ວຍຄົນອິດສະຣາເອນ.+ ລາວໄດ້ຮັບການຊີ້ນຳຈາກພະລັງບໍລິສຸດ. 26 ນອກຈາກນັ້ນ ພະເຈົ້າຍັງໃຊ້ພະລັງບໍລິສຸດບອກໃຫ້ຊີເມໂອນຮູ້ວ່າ ລາວຈະບໍ່ຕາຍກ່ອນຈະໄດ້ເຫັນພະຄລິດທີ່ພະເຢໂຫວາ*ສົ່ງມາ. 27 ພະລັງຂອງພະເຈົ້າພາຊີເມໂອນມາວິຫານ ເຊິ່ງເປັນມື້ດຽວກັບທີ່ໂຢເຊັບແລະມາຣິອາພາພະເຢຊູຕອນເປັນແອນ້ອຍມາຫັ້ນເພື່ອເຮັດຕາມທີ່ກົດໝາຍຂອງໂມເຊກຳນົດໄວ້.*+ 28 ຊີເມໂອນກໍອູ້ມແອນ້ອຍໄວ້ ແລະສັນລະເສີນພະເຈົ້າວ່າ: 29 “ພະເຈົ້າຜູ້ຍິ່ງໃຫຍ່ສູງສຸດ ຕອນນີ້ຂ້ອຍໄດ້ເຫັນຜູ້ທີ່ພະອົງບອກໄວ້ແລ້ວ. ຂ້ອຍນອນຕາຍຕາຫຼັບແລ້ວ+ 30 ຍ້ອນຂ້ອຍໄດ້ເຫັນຜູ້ທີ່ພະອົງຈະໃຊ້ເພື່ອຊ່ວຍຄົນໃຫ້ລອດ.+ 31 ພະອົງໄດ້ສົ່ງຜູ້ນີ້ມາເພື່ອຄົນທຸກຊາດຈະໄດ້ເຫັນວ່າ+ 32 ເພິ່ນເປັນແສງສະຫວ່າງ+ໄລ່ຄວາມມືດທີ່ປົກຄຸມປະເທດຕ່າງໆ+ ແລະເປັນແສງສະຫວ່າງເຈີດຈ້າທີ່ສ່ອງໃສ່ອິດສະຣາເອນປະຊາຊົນຂອງເພິ່ນ.” 33 ເມື່ອໄດ້ຍິນຊີເມໂອນເວົ້າແບບນັ້ນ ພໍ່ແມ່ຂອງແອນ້ອຍກໍຢາກຮູ້ວ່າຄຳເວົ້າຂອງລາວໝາຍຄວາມວ່າແນວໃດ. 34 ແລ້ວຊີເມໂອນກໍອວຍພອນໃຫ້ທັງສອງຄົນ ແລະເວົ້າກັບມາຣິອາແມ່ຂອງແອນ້ອຍວ່າ: “ພະເຈົ້າສົ່ງຜູ້ນີ້ມາ. ເພິ່ນຈະເປັນຕົ້ນເຫດພາໃຫ້ຄົນອິດສະຣາເອນບາງຄົນລົ້ມລົງ+ແລະພາໃຫ້ບາງຄົນລຸກຂຶ້ນ.+ ເພິ່ນຈະຕົກເປັນເປົ້າໃຫ້ຄົນດູຖູກ.+ 35 ເພິ່ນຈະເຮັດໃຫ້ຮູ້ວ່າຄວາມຄິດໃນໃຈຂອງຄົນເປັນແນວໃດແທ້ໆ ແຕ່ເຈົ້າເອງຈະຕ້ອງເຈັບປວດແລະທຸກໃຈຄືກັບວ່າມີດາບຍາວໆແທງເຈົ້າຈົນຊອດ.”+
36 ມີຜູ້ພະຍາກອນຍິງຄົນໜຶ່ງຊື່ອານາເປັນລູກສາວຂອງຟານູເອັນໃນຕະກູນອາເຊ. ລາວແຕ່ງດອງແລະຢູ່ກັບຜົວໄດ້ແຕ່ 7 ປີ. ຕອນນີ້ ລາວເຖົ້າຫຼາຍແລ້ວ. 37 ອານາເປັນແມ່ໝ້າຍຈົນມາຮອດຕອນນີ້. ລາວອາຍຸໄດ້ 84 ປີ. ລາວມາວິຫານບໍ່ເຄີຍຂາດ ແລະຮັບໃຊ້ພະເຈົ້າ*ທັງເວັນທັງຄືນ ທັງອົດເຂົ້າແລະອະທິດຖານອ້ອນວອນ. 38 ຕອນນັ້ນ ລາວເຂົ້າມາຫາໂຢເຊັບກັບມາຣິອາ ຂອບໃຈພະເຈົ້າ ແລະເລົ່າເລື່ອງແອນ້ອຍຜູ້ນີ້ໃຫ້ທຸກຄົນຟັງ. ຄົນເຫຼົ່ານີ້ກຳລັງລໍຖ້າເວລາທີ່ພະເຈົ້າຈະມາປົດປ່ອຍເມືອງເຢຣູຊາເລັມໃຫ້ເປັນອິດສະຫຼະ.+
39 ເມື່ອໂຢເຊັບກັບມາຣິອາເຮັດທຸກຢ່າງຕາມທີ່ກົດໝາຍຂອງພະເຢໂຫວາ*ກຳນົດແລ້ວ+ ເຂົາເຈົ້າກໍກັບເມືອບ້ານຢູ່ເມືອງນາຊາເຣັດໃນແຂວງຄາລີເລ.+ 40 ເດັກນ້ອຍຜູ້ນີ້ໃຫຍ່ຂຶ້ນແລະແຂງແຮງດີ. ລາວສະຫຼາດຂຶ້ນເລື້ອຍໆແລະໄດ້ຮັບຄວາມພໍໃຈຈາກພະເຈົ້າສະເໝີ.+
41 ພໍ່ແມ່ຂອງພະເຢຊູໄປສະຫຼອງເທດສະການປັດສະຄາຢູ່ເມືອງເຢຣູຊາເລັມເປັນປະຈຳທຸກປີ.+ 42 ຕອນທີ່ພະເຢຊູອາຍຸໄດ້ 12 ປີ ເຂົາເຈົ້າກໍພາກັນໄປສະຫຼອງເທດສະການນັ້ນຄືກັບທີ່ເຄີຍເຮັດຜ່ານມາ.+ 43 ເມື່ອເທດສະການແລ້ວໆ ເຂົາເຈົ້າກໍເດີນທາງກັບບ້ານ ແຕ່ພໍ່ແມ່ບໍ່ຮູ້ວ່າພະເຢຊູຍັງຢູ່ໃນເມືອງເຢຣູຊາເລັມ. 44 ເຂົາເຈົ້າຄິດວ່າເພິ່ນຄືຊິຢູ່ໃນກຸ່ມຄົນທີ່ເດີນທາງມານຳກັນ. ເມື່ອເດີນທາງໄປໄດ້ມື້ໜຶ່ງ ເຂົາເຈົ້າກໍເລີ່ມຊອກຫາພະເຢຊູໃນກຸ່ມຍາດຕິພີ່ນ້ອງແລະໝູ່ເພື່ອນ. 45 ແຕ່ຊອກເພິ່ນບໍ່ເຫັນ ເຂົາເຈົ້າຈຶ່ງກັບໄປເມືອງເຢຣູຊາເລັມແລະຊອກຫາເພິ່ນຢູ່ທຸກບ່ອນ. 46 ຫຼັງຈາກຊອກໄດ້ 3 ມື້ ເຂົາເຈົ້າກໍເຫັນພະເຢຊູຢູ່ໃນວິຫານ ເພິ່ນກຳລັງນັ່ງຟັງແລະຖາມພວກອາຈານຢູ່. 47 ທຸກຄົນທີ່ໄດ້ຍິນພະເຢຊູເວົ້າກໍຮູ້ສຶກງຶດແທ້ໆທີ່ເຫັນວ່າເພິ່ນເຂົ້າໃຈແລະຕອບໄດ້ດີຫຼາຍ.+ 48 ເມື່ອພໍ່ແມ່ເຫັນພະເຢຊູກໍແປກໃຈຫຼາຍ ແມ່ຈຶ່ງເວົ້າກັບເພິ່ນວ່າ: “ເປັນຫຍັງລູກຈຶ່ງເຮັດແບບນີ້? ພໍ່ແມ່ເປັນຫ່ວງລູກຫຼາຍ. ພວກເຮົາເລາະຊອກຫາລູກຈົນທົ່ວທຸກບ່ອນ.” 49 ພະເຢຊູຕອບວ່າ: “ເປັນຫຍັງຕ້ອງຊອກຫາລູກ? ພໍ່ກັບແມ່ບໍ່ຮູ້ບໍວ່າລູກຈະຕ້ອງຢູ່ໃນເຮືອນພໍ່ຂອງລູກ?”+ 50 ແຕ່ໂຢເຊັບກັບມາຣິອາບໍ່ເຂົ້າໃຈວ່າເພິ່ນເວົ້າເລື່ອງຫຍັງ.
51 ແລ້ວພະເຢຊູກໍກັບໄປເມືອງນາຊາເຣັດນຳພໍ່ແມ່ ແລະເຊື່ອຟັງເຂົາເຈົ້າສະເໝີ.+ ສ່ວນມາຣິອາກໍເກັບຄຳເວົ້ານັ້ນໄວ້ໃນໃຈ.+ 52 ພະເຢຊູໃຫຍ່ຂຶ້ນແລະສະຫຼາດຂຶ້ນເລື້ອຍໆ. ເພິ່ນໄດ້ຮັບຄວາມພໍໃຈຈາກພະເຈົ້າແລະຈາກຄົນທົ່ວໄປຫຼາຍຂຶ້ນເລື້ອຍໆ.
3 ໃນປີທີ 15 ກາຍຊາ*ຕີເບຣີໂອປົກຄອງ ປົນຕີໂອປີລາດເປັນເຈົ້າແຂວງຢູດາຍ; ເຮໂຣດ*+ເປັນຜູ້ປົກຄອງແຂວງຄາລີເລ; ຟີລິບອ້າຍຂອງເຮໂຣດເປັນຜູ້ປົກຄອງແຂວງອີຕູຣາຍກັບທາໂຄນິດ; ລີຊາເນຍເປັນຜູ້ປົກຄອງແຂວງອາບີເລັນ; 2 ອັນນາເປັນຫົວໜ້າປະໂລຫິດ; ແລະກາຢະຟາເປັນປະໂລຫິດໃຫຍ່.+ ໃນປີນັ້ນ ພະເຈົ້າສົ່ງຂ່າວໃຫ້ໂຢຮັນ+ລູກຊາຍຂອງເຊຄາຣີຢາຕອນທີ່ລາວຢູ່ໃນບ່ອນກັນດານ.+
3 ໂຢຮັນຈຶ່ງໄປທົ່ວເຂດແມ່ນ້ຳຈໍແດນແລະປະກາດໃຫ້ຄົນຮັບບັບເຕມາເພື່ອສະແດງວ່າເຂົາເຈົ້າກັບໃຈ ແລ້ວພະເຈົ້າຈະຍົກໂທດຄວາມຜິດຂອງເຂົາເຈົ້າ.+ 4 ເລື່ອງນີ້ເປັນໄປຕາມທີ່ຂຽນໄວ້ໃນປຶ້ມຂອງຜູ້ພະຍາກອນເອຊາຢາທີ່ວ່າ: “ມີສຽງຮ້ອງອອກມາຈາກບ່ອນກັນດານວ່າ ‘ໃຫ້ກຽມທາງໄວ້ສຳລັບພະເຢໂຫວາ.* ໃຫ້ເຮັດທາງຂອງເພິ່ນໃຫ້ຊື່ໆ.+ 5 ຮ່ອມພູທຸກບ່ອນຕ້ອງຖົມໃຫ້ເຕັມ ພູແລະໂນນພູທຸກໜ່ວຍຕ້ອງເຮັດໃຫ້ພຽງ ທາງຄົດລ້ຽວຕ້ອງເຮັດໃຫ້ຊື່ ແລະບ່ອນທີ່ມີຂຸມຕ້ອງປັບໃຫ້ລຽບ. 6 ມະນຸດທຸກຄົນຈະໄດ້ເຫັນການຊ່ວຍໃຫ້ລອດຈາກພະເຈົ້າ.’”+
7 ໂຢຮັນເວົ້າກັບປະຊາຊົນທີ່ມາຮັບບັບເຕມາວ່າ: “ພວກເຈົ້າທີ່ເປັນຄືກັບງູພິດ ໃຜບອກວ່າພວກເຈົ້າຈະລອດຈາກການລົງໂທດຂອງພະເຈົ້າໄດ້?+ 8 ເຮັດໃຫ້ເຫັນແມ້ວ່າພວກເຈົ້າກັບໃຈແທ້ໆ.* ຢ່າຄິດເອົາເອງວ່າ ‘ພວກເຮົາເປັນລູກຫຼານຂອງອັບຣາຮາມໄດ໋.’ ຂ້ອຍຈະບອກໃຫ້ຮູ້ວ່າ ພະເຈົ້າຈະໃຫ້ອັບຣາຮາມມີລູກຫຼານຈາກກ້ອນຫີນເຫຼົ່ານີ້ກໍໄດ້. 9 ຂວານກໍວາງໄວ້ຢູ່ກ້ອງຕົ້ນໄມ້ແລ້ວ. ຕົ້ນໄມ້ທຸກຕົ້ນທີ່ໝາກບໍ່ງາມຈະຖືກຟັນແລະຈູດຖິ້ມ.”+
10 ປະຊາຊົນຈຶ່ງຖາມໂຢຮັນວ່າ: “ຄັນຊັ້ນ ພວກເຮົາຄວນເຮັດແນວໃດ?” 11 ໂຢຮັນຕອບເຂົາເຈົ້າວ່າ: “ໃຫ້ຄົນທີ່ມີເສື້ອ 2 ໂຕແບ່ງໃຫ້ຄົນທີ່ບໍ່ມີ ແລະໃຫ້ຄົນທີ່ມີຂອງກິນແບ່ງໃຫ້ຄົນທີ່ບໍ່ມີ.”+ 12 ແມ່ນແຕ່ຄົນເກັບພາສີກໍມາຂໍຮັບບັບເຕມາຄືກັນ.+ ເຂົາເຈົ້າຖາມວ່າ: “ອາຈານ ພວກເຮົາຄວນເຮັດແນວໃດ?” 13 ໂຢຮັນຕອບວ່າ: “ຢ່າເກັບພາສີກາຍກຳນົດ.”+ 14 ພວກທະຫານກໍມາຖາມຄືກັນວ່າ: “ພວກເຮົາເດ້ຄວນເຮັດແນວໃດ?” ໂຢຮັນຕອບວ່າ: “ຢ່າຂູດຮີດ*ຫຼືໃສ່ຮ້າຍຜູ້ໃດແບບຜິດໆ+ ແຕ່ໃຫ້ພໍໃຈກັບຄ່າຈ້າງທີ່ໄດ້ຮັບ.”
15 ຕອນນັ້ນ ຄົນກຳລັງລໍຖ້າພະຄລິດຢູ່ແລະສົງໄສກ່ຽວກັບໂຢຮັນວ່າ: “ລາວຈະແມ່ນພະຄລິດບໍ?”+ 16 ແຕ່ໂຢຮັນຕອບເຂົາເຈົ້າວ່າ: “ຂ້ອຍໃຫ້ບັບເຕມາພວກເຈົ້າດ້ວຍນ້ຳ ແຕ່ຈະມີຜູ້ໜຶ່ງທີ່ມາພາຍຫຼັງຂ້ອຍ. ເພິ່ນຍິ່ງໃຫຍ່ກວ່າຂ້ອຍຫຼາຍ. ຂ້ອຍບໍ່ເໝາະສົມທີ່ຈະແກ້ສາຍມັດເກີບຂອງເພິ່ນຊ້ຳ.+ ເພິ່ນຈະໃຫ້ບັບເຕມາພວກເຈົ້າດ້ວຍພະລັງບໍລິສຸດແລະດ້ວຍໄຟ.*+ 17 ເພິ່ນຖືເຄື່ອງມືທີ່ໃຊ້ແຍກຂີ້ແກບ* ແລະຈະເກັບມ້ຽນລານຟາດເຂົ້າຂອງເພິ່ນໃຫ້ກ້ຽງ. ເພິ່ນຈະລວບລວມເຂົ້າໄວ້ໃນເລົ້າ ສ່ວນຂີ້ແກບເພິ່ນຈະຈູດມັນຖິ້ມດ້ວຍໄຟທີ່ບໍ່ມີມື້ມອດ.”
18 ໂຢຮັນຍັງໃຫ້ຄຳແນະນຳຕັກເຕືອນອີກຫຼາຍຢ່າງແລະປະກາດຂ່າວດີໃຫ້ປະຊາຊົນຟັງຕໍ່ໄປ. 19 ໂຢຮັນຕຳໜິເຮໂຣດຜູ້ປົກຄອງແຂວງເລື່ອງທີ່ລາວແຕ່ງດອງກັບເຮໂຣເດຍທີ່ເປັນເມຍອ້າຍຂອງໂຕເອງ ແລະເລື່ອງຊົ່ວຮ້າຍອື່ນໆທີ່ເຮໂຣດໄດ້ເຮັດ. 20 ເຮໂຣດເຮັດຊົ່ວຫຼາຍຂຶ້ນອີກໂດຍຈັບໂຢຮັນໄປຂັງໄວ້ໃນຄຸກ.+
21 ໃນຕອນທີ່ຄົນກຳລັງມາຮັບບັບເຕມາ ພະເຢຊູກໍມາຮັບບັບເຕມາຄືກັນ.+ ຕອນທີ່ເພິ່ນອະທິດຖານຢູ່ ທ້ອງຟ້າກໍເປີດອອກ+ 22 ແລະພະລັງບໍລິສຸດທີ່ມີຮູບຮ່າງຄືກັບນົກເຂົາໄດ້ລົງມາຢູ່ເທິງເພິ່ນ ແລ້ວກໍມີສຽງເວົ້າຈາກຟ້າວ່າ: “ເຈົ້າແມ່ນລູກທີ່ພໍ່ຮັກຫຼາຍ. ພໍ່ພໍໃຈລູກຫຼາຍ.”+
23 ພະເຢຊູ+ເລີ່ມວຽກປະກາດຕອນອາຍຸໄດ້ 30 ປີ.+ ຄົນທົ່ວໄປເຂົ້າໃຈວ່າ
ພະເຢຊູເປັນລູກຂອງໂຢເຊັບ.+
ໂຢເຊັບເປັນລູກຊາຍຂອງເຮລີ
24 ເຮລີເປັນລູກຊາຍຂອງມັດທາດ
ມັດທາດເປັນລູກຊາຍຂອງເລວີ
ເລວີເປັນລູກຊາຍຂອງເມລະຂີ
ເມລະຂີເປັນລູກຊາຍຂອງຢັນນາ
ຢັນນາເປັນລູກຊາຍຂອງໂຢເຊັບ
25 ໂຢເຊັບເປັນລູກຊາຍຂອງມັດຕາເທຍ
ມັດຕາເທຍເປັນລູກຊາຍຂອງອາໂມດ
ອາໂມດເປັນລູກຊາຍຂອງນາຮູມ
ນາຮູມເປັນລູກຊາຍຂອງເອຊະລີ
ເອຊະລີເປັນລູກຊາຍຂອງນັກກາຍ
26 ນັກກາຍເປັນລູກຊາຍຂອງມາອາດ
ມາອາດເປັນລູກຊາຍຂອງມັດຕາເທຍ
ມັດຕາເທຍເປັນລູກຊາຍຂອງເຊເມອີນ
ເຊເມອີນເປັນລູກຊາຍຂອງໂຢເຊັກ
ໂຢເຊັກເປັນລູກຊາຍຂອງໂຢດາ
27 ໂຢດາເປັນລູກຊາຍຂອງໂຢອານັນ
ໂຢອານັນເປັນລູກຊາຍຂອງເຣຊາ
ເຣຊາເປັນລູກຊາຍຂອງເຊຣູບາເບນ+
ເຊຣູບາເບນເປັນລູກຊາຍຂອງເຊອານຕີເອນ+
ເຊອານຕີເອນເປັນລູກຊາຍຂອງເນຣີ
28 ເນຣີເປັນລູກຊາຍຂອງເມລະຂີ
ເມລະຂີເປັນລູກຊາຍຂອງອັດດີ
ອັດດີເປັນລູກຊາຍຂອງໂກຊາມ
ໂກຊາມເປັນລູກຊາຍຂອງເອນມາດາມ
ເອນມາດາມເປັນລູກຊາຍຂອງເອຣະ
29 ເອຣະເປັນລູກຊາຍຂອງເຢຊູ
ເຢຊູເປັນລູກຊາຍຂອງເອລີເອເຊ
ເອລີເອເຊເປັນລູກຊາຍຂອງໂຢຣີມ
ໂຢຣີມເປັນລູກຊາຍຂອງມັດທາດ
ມັດທາດເປັນລູກຊາຍຂອງເລວີ
30 ເລວີເປັນລູກຊາຍຂອງຊີເມໂອນ
ຊີເມໂອນເປັນລູກຊາຍຂອງຢູດາ
ຢູດາເປັນລູກຊາຍຂອງໂຢເຊັບ
ໂຢເຊັບເປັນລູກຊາຍຂອງໂຢນາມ
ໂຢນາມເປັນລູກຊາຍຂອງເອລີຢາກີມ
31 ເອລີຢາກີມເປັນລູກຊາຍຂອງເມເລອາ
ເມເລອາເປັນລູກຊາຍຂອງເມັນນາ
ເມັນນາເປັນລູກຊາຍຂອງມັດຕາທາ
ມັດຕາທາເປັນລູກຊາຍຂອງນາທານ+
ນາທານເປັນລູກຊາຍຂອງດາວິດ+
32 ດາວິດເປັນລູກຊາຍຂອງເຢຊີ+
ເຢຊີເປັນລູກຊາຍຂອງໂອເບັດ+
ໂອເບັດເປັນລູກຊາຍຂອງໂບອາດ+
ໂບອາດເປັນລູກຊາຍຂອງຊັນໂມນ+
ຊັນໂມນເປັນລູກຊາຍຂອງນາໂຊນ+
33 ນາໂຊນເປັນລູກຊາຍຂອງອຳມີນາດາບ
ອຳມີນາດາບເປັນລູກຊາຍຂອງອານີ*
ອານີເປັນລູກຊາຍຂອງເຮຊະໂຣນ
ເຮຊະໂຣນເປັນລູກຊາຍຂອງເປເຣດ+
ເປເຣດເປັນລູກຊາຍຂອງຢູດາ+
34 ຢູດາເປັນລູກຊາຍຂອງຢາໂຄບ+
ຢາໂຄບເປັນລູກຊາຍຂອງອີຊາກ+
ອີຊາກເປັນລູກຊາຍຂອງອັບຣາຮາມ+
ອັບຣາຮາມເປັນລູກຊາຍຂອງເຕຣາ+
ເຕຣາເປັນລູກຊາຍຂອງນາໂຮ+
35 ນາໂຮເປັນລູກຊາຍຂອງເສຣຸກ+
ເສຣຸກເປັນລູກຊາຍຂອງເຣອູ+
ເຣອູເປັນລູກຊາຍຂອງເປເລັກ+
ເປເລັກເປັນລູກຊາຍຂອງເອເບ+
ເອເບເປັນລູກຊາຍຂອງເຊລາ+
36 ເຊລາເປັນລູກຊາຍຂອງກາຍນານ
ກາຍນານເປັນລູກຊາຍຂອງອາປັກຊາດ+
ອາປັກຊາດເປັນລູກຊາຍຂອງເຊມ+
ເຊມເປັນລູກຊາຍຂອງໂນອາ+
ໂນອາເປັນລູກຊາຍຂອງລາເມັກ+
37 ລາເມັກເປັນລູກຊາຍຂອງເມທູເຊລາ+
ເມທູເຊລາເປັນລູກຊາຍຂອງເອໂນກ
ເອໂນກເປັນລູກຊາຍຂອງຢາເຣັດ+
ຢາເຣັດເປັນລູກຊາຍຂອງມາຮາລາເລນ+
ມາຮາລາເລນເປັນລູກຊາຍຂອງກາຍນານ+
38 ກາຍນານເປັນລູກຊາຍຂອງເອໂນດ+
ເອໂນດເປັນລູກຊາຍຂອງເຊດ+
ເຊດເປັນລູກຊາຍຂອງອາດາມ+
ອາດາມເປັນລູກຊາຍຂອງພະເຈົ້າ.
4 ຕອນນັ້ນ ພະເຢຊູອອກຈາກແຖວແມ່ນ້ຳຈໍແດນ. ພະເຈົ້າເອົາພະລັງບໍລິສຸດໃຫ້ພະເຢຊູ ແລະພະລັງນັ້ນກໍພາພະເຢຊູເຂົ້າໄປໃນບ່ອນກັນດານ.+ 2 ພະເຢຊູຢູ່ຫັ້ນ 40 ມື້. ຫຼັງຈາກນັ້ນ ມານຮ້າຍກໍມາລໍ້ໃຈເພິ່ນ.+ ຕະຫຼອດ 40 ມື້ ເພິ່ນບໍ່ໄດ້ກິນຫຍັງເລີຍ ເພິ່ນຈຶ່ງຫິວເຂົ້າແຮງ. 3 ມານຮ້າຍບອກພະເຢຊູວ່າ: “ຖ້າເຈົ້າເປັນລູກຂອງພະເຈົ້າ* ເສກກ້ອນຫີນນີ້ໃຫ້ເປັນຂອງກິນແມ້.” 4 ແຕ່ພະເຢຊູຕອບວ່າ: “ພະຄຳພີບອກໄວ້ວ່າ ‘ຄົນເຮົາຈະມີຊີວິດຢູ່ໄດ້ ບໍ່ແມ່ນດ້ວຍອາຫານເທົ່ານັ້ນ.’”+
5 ຈາກນັ້ນ ມານຮ້າຍກໍພາພະເຢຊູຂຶ້ນໄປບ່ອນທີ່ສູງໆ ແລະມັນໃຫ້ເພິ່ນເຫັນທຸກປະເທດໃນໂລກພາຍໃນແວັບດຽວ.+ 6 ແລ້ວມານຮ້າຍກໍເວົ້າວ່າ: “ຂ້ອຍຈະຍົກອຳນາດແລະຄວາມຍິ່ງໃຫຍ່ທັງໝົດນີ້ໃຫ້ເຈົ້າ. ມັນເປັນຂອງຂ້ອຍ+ແລະຂ້ອຍຢາກຈະເອົາໃຫ້ຜູ້ໃດກໍໄດ້. 7 ຖ້າເຈົ້າໝູບລົງກົ້ມກາບຂ້ອຍແຕ່ເທື່ອດຽວ ທັງໝົດນີ້ຈະເປັນຂອງເຈົ້າ.” 8 ພະເຢຊູຈຶ່ງບອກມານຮ້າຍວ່າ: “ພະຄຳພີບອກໄວ້ວ່າ ‘ເຈົ້າຕ້ອງນະມັດສະການພະເຢໂຫວາ*ພະເຈົ້າຂອງເຈົ້າ ແລະຮັບໃຊ້ເພິ່ນຜູ້ດຽວເທົ່ານັ້ນ.’”*+
9 ຈາກນັ້ນ ມານຮ້າຍກໍພາພະເຢຊູເຂົ້າໄປໃນເມືອງເຢຣູຊາເລັມແລະໃຫ້ເພິ່ນຢືນຢູ່ຈຸດທີ່ສູງທີ່ສຸດຂອງວິຫານ ແລ້ວທ້າເພິ່ນວ່າ: “ຖ້າເຈົ້າເປັນລູກຂອງພະເຈົ້າກໍໂດດລົງໄປໂລດ+ 10 ຍ້ອນພະຄຳພີຂຽນໄວ້ວ່າ ‘ເພິ່ນຈະສັ່ງພວກທູດສະຫວັນໃຫ້ຊ່ວຍເຈົ້າແລະປົກປ້ອງເຈົ້າ’ 11 ແລະ ‘ທູດສະຫວັນຈະເອົາມືຮັບເຈົ້າໄວ້ ເພື່ອບໍ່ໃຫ້ຕີນເຈົ້າຖືກຫີນ.’”+ 12 ພະເຢຊູບອກມານຮ້າຍວ່າ: “ພະຄຳພີບອກໄວ້ວ່າ ‘ຢ່າທ້າທາຍພະເຢໂຫວາ*ພະເຈົ້າຂອງເຈົ້າ.’”+ 13 ເມື່ອມານຮ້າຍລໍ້ໃຈພະເຢຊູແລ້ວໆ ມັນກໍໜີໄປ ແລະລໍຖ້າຈົນກວ່າຈະມີໂອກາດອີກ.+
14 ພະເຢຊູກັບມາແຂວງຄາລີເລແລະພະລັງຂອງພະເຈົ້າກໍຢູ່ກັບເພິ່ນ.+ ຊື່ສຽງຂອງເພິ່ນໄດ້ຊ່າລືໄປທົ່ວເຂດນັ້ນ. 15 ພະເຢຊູເລີ່ມສອນໃນບ່ອນປະຊຸມຂອງຄົນຢິວ ແລະທຸກຄົນກໍຍົກຍ້ອງເພິ່ນ.
16 ພະເຢຊູໄປເມືອງນາຊາເຣັດ+ເຊິ່ງເປັນເມືອງທີ່ເພິ່ນໃຫຍ່ຂຶ້ນມາ. ເພິ່ນເຂົ້າໄປບ່ອນປະຊຸມຂອງຄົນຢິວ+ໃນວັນຊະບາໂຕຄືກັບທີ່ເຄີຍເຮັດຜ່ານມາ ແລະຢືນຂຶ້ນເພື່ອຈະອ່ານພະຄຳພີ. 17 ມີຄົນຍື່ນມ້ວນໜັງສືຂອງຜູ້ພະຍາກອນເອຊາຢາໃຫ້ເພິ່ນ ແລ້ວເພິ່ນກໍມາຍມ້ວນໜັງສືນັ້ນໄປບ່ອນທີ່ຂຽນວ່າ: 18 “ພະເຢໂຫວາ*ເອົາພະລັງຂອງເພິ່ນໃຫ້ຂ້ອຍ. ເພິ່ນແຕ່ງຕັ້ງຂ້ອຍໃຫ້ປະກາດຂ່າວດີກັບຄົນທຸກຍາກ ໃຫ້ປະກາດເລື່ອງການປົດປ່ອຍກັບພວກຊະເລີຍ ໃຫ້ບອກຄົນຕາບອດວ່າລາວຈະເຫັນຮຸ່ງ ໃຫ້ປົດປ່ອຍຄົນທີ່ຖືກກົດຂີ່+ 19 ແລະໃຫ້ປະກາດວ່າຮອດເວລາໄດ້ຮັບພອນຈາກພະເຢໂຫວາ*ແລ້ວ.”+ 20 ເມື່ອອ່ານຈົບ ພະເຢຊູໄດ້ກໍ້ມ້ວນໜັງສືນັ້ນສົ່ງຄືນໃຫ້ເຈົ້າໜ້າທີ່ຢູ່ບ່ອນປະຊຸມແລ້ວເພິ່ນກໍນັ່ງລົງ ແລະທຸກຄົນໃນບ່ອນປະຊຸມກໍແນມເບິ່ງເພິ່ນ. 21 ເພິ່ນຈຶ່ງເວົ້າກັບເຂົາເຈົ້າວ່າ: “ມື້ນີ້ ເລື່ອງທີ່ຂ້ອຍອ່ານຈາກພະຄຳພີຂໍ້ນີ້ກໍເກີດຂຶ້ນແລ້ວ.”+
22 ທຸກຄົນກໍເວົ້າຊົມເຊີຍພະເຢຊູແລະງຶດໃນການສອນທີ່ເປັນຕາຟັງຂອງເພິ່ນ.+ ເຂົາເຈົ້າພາກັນເວົ້າວ່າ: “ຜູ້ນີ້ແມ່ນລູກຊາຍຂອງໂຢເຊັບຕົ໋ວ?”+ 23 ເພິ່ນຈຶ່ງບອກເຂົາເຈົ້າວ່າ: “ພວກເຈົ້າຄືຊິຢາກຍົກສຸພາສິດຂໍ້ທີ່ບອກວ່າ ‘ເປັນໝໍກໍຕ້ອງປົວໂຕເອງ’ ແລະເວົ້າກັບຂ້ອຍວ່າ ‘ພວກເຮົາໄດ້ຍິນວ່າເຈົ້າເຮັດຫຼາຍສິ່ງຫຼາຍຢ່າງໃນເມືອງກາເປນາອູມ ໃຫ້ເຮັດແບບນັ້ນໃນເມືອງທີ່ເຈົ້າຢູ່ນຳແມ້.’”+ 24 ພະເຢຊູເວົ້າຕໍ່ໄປວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ບໍ່ມີຜູ້ພະຍາກອນຄົນໃດດອກທີ່ຖືກຍອມຮັບໃນເມືອງທີ່ໂຕເອງຢູ່.+ 25 ໃຫ້ເບິ່ງໃນສະໄໝຂອງເອລີຢາແມ້ ຕອນທີ່ຝົນບໍ່ຕົກ 3 ປີເຄິ່ງແລະມີຄວາມອຶດຢາກຄັ້ງໃຫຍ່+ ຕອນນັ້ນໃນອິດສະຣາເອນມີແມ່ໝ້າຍຫຼາຍຄົນ 26 ແຕ່ພະເຈົ້າບໍ່ໄດ້ໃຊ້ເອລີຢາໄປຫາແມ່ໝ້າຍເຫຼົ່ານັ້ນເລີຍ ແຕ່ພັດໃຫ້ລາວໄປຫາແມ່ໝ້າຍຄົນໜຶ່ງຢູ່ເມືອງຊາເຣຟັດໃນເຂດຊີໂດນ.+ 27 ໃນສະໄໝຂອງຜູ້ພະຍາກອນເອລີຊາກໍຄືກັນ ໃນອິດສະຣາເອນມີຫຼາຍຄົນເປັນຂີ້ທູດ ແຕ່ບໍ່ມີຜູ້ໃດໄດ້ຮັບການປິ່ນປົວນອກຈາກນາອາມານຄົນຊີເຣຍເທົ່ານັ້ນ.”+ 28 ເມື່ອຄົນໃນບ່ອນປະຊຸມໄດ້ຍິນແບບນັ້ນກໍໃຈຮ້າຍຫຼາຍ.+ 29 ເຂົາເຈົ້າຈຶ່ງລຸກຂຶ້ນແລະຍູ້ພະເຢຊູອອກໄປນອກເມືອງ ຈົນຮອດໜ້າຜາຢູ່ເທິງພູບ່ອນທີ່ເມືອງນັ້ນຕັ້ງຢູ່ ເພື່ອຈະຊຸກເພິ່ນໃຫ້ຕົກລົງຈາກຜາ. 30 ແຕ່ເພິ່ນຍ່າງຜ່າເຂົາເຈົ້າອອກມາໄດ້ແລ້ວເດີນທາງໄປຕໍ່.+
31 ພະເຢຊູໄປເມືອງກາເປນາອູມໃນແຂວງຄາລີເລແລະສອນປະຊາຊົນໃນວັນຊະບາໂຕ.+ 32 ຄົນທີ່ໄດ້ຟັງກໍຮູ້ສຶກງຶດໃນວິທີສອນຂອງພະເຢຊູ+ ຍ້ອນເພິ່ນສອນແບບຄົນທີ່ໄດ້ຮັບອຳນາດຈາກພະເຈົ້າ. 33 ໃນບ່ອນປະຊຸມນັ້ນ ມີຜູ້ຊາຍຄົນໜຶ່ງທີ່ຖືກປີສາດຮ້າຍສິງຢູ່. ລາວຮ້ອງສຽງດັງວ່າ:+ 34 “ເຢຊູຄົນນາຊາເຣັດເອີ້ຍ+ ເຈົ້າຊິມາວຸ່ນວາຍກັບຂ້ອຍເຮັດຫຍັງ? ຈະມາທຳລາຍຂ້ອຍຫວະ? ຂ້ອຍຮູ້ໄດ໋ວ່າເຈົ້າແມ່ນໃຜ. ເຈົ້າເປັນຜູ້ບໍລິສຸດຂອງພະເຈົ້າ!”+ 35 ແຕ່ພະເຢຊູສັ່ງມັນວ່າ: “ມິດແມະ! ອອກໄປຈາກລາວດຽວນີ້.” ປີສາດໄດ້ເຮັດໃຫ້ຜູ້ຊາຍຄົນນັ້ນລົ້ມລົງຕໍ່ໜ້າຫຼາຍຄົນ ແລ້ວກໍອອກໄປຈາກລາວໂດຍບໍ່ໄດ້ທຳຮ້າຍລາວເລີຍ. 36 ທຸກຄົນແປກໃຈແລະພາກັນເວົ້າວ່າ: “ແມ່ນຫຍັງນິ? ຄຳເວົ້າຂອງລາວມີພະລັງອຳນາດເຖິງຂັ້ນສັ່ງປີສາດຮ້າຍໃຫ້ອອກມາໄດ້ເລີຍຫວະ!” 37 ເລື່ອງຂອງພະເຢຊູກໍຊ່າລືໄປທົ່ວເຂດນັ້ນ.
38 ເມື່ອພະເຢຊູອອກຈາກບ່ອນປະຊຸມຂອງຄົນຢິວແລ້ວ ເພິ່ນກໍເຂົ້າໄປໃນເຮືອນຂອງເປໂຕ. ຕອນນັ້ນ ແມ່ເຖົ້າຂອງເປໂຕເປັນໄຂ້ແຮງ ເຂົາເຈົ້າຈຶ່ງຂໍໃຫ້ເພິ່ນຊ່ວຍລາວ.+ 39 ເພິ່ນມາຢືນຢູ່ທາງຂ້າງລາວແລ້ວປົວລາວໃຫ້ເຊົາໄຂ້. ທັນໃດນັ້ນ ລາວກໍລຸກຂຶ້ນມາແຕ່ງກິນໃຫ້ເຂົາເຈົ້າ.
40 ເມື່ອຕາເວັນໃກ້ຈະຕົກ ມີຫຼາຍຄົນພາຄົນທີ່ເຈັບປ່ວຍເປັນພະຍາດຕ່າງໆມາຫາພະເຢຊູ ແລະເພິ່ນກໍວາງມືເທິງແຕ່ລະຄົນ ແລະປົວເຂົາເຈົ້າໃຫ້ດີເປັນປົກກະຕິ.+ 41 ເພິ່ນໄດ້ໄລ່ປີສາດອອກຈາກຫຼາຍຄົນນຳອີກ. ພວກມັນຮ້ອງວ່າ: “ທ່ານເປັນລູກຂອງພະເຈົ້າ!”+ ແຕ່ພະເຢຊູຫ້າມບໍ່ໃຫ້ປີສາດເວົ້າ+ ຍ້ອນພວກມັນຮູ້ວ່າເພິ່ນເປັນພະຄລິດ.+
42 ເມື່ອແຈ້ງແລ້ວ ພະເຢຊູກໍອອກໄປໃນບ່ອນທີ່ຫ່າງໄກຈາກຄົນ+ ແຕ່ຄົນບັກຫຼາຍໆກໍຊອກຫາເພິ່ນຈົນເຫັນ. ເຂົາເຈົ້າພະຍາຍາມຖ່ວງເພິ່ນໄວ້ບໍ່ໃຫ້ໄປຈາກເຂົາເຈົ້າ. 43 ແຕ່ເພິ່ນບອກເຂົາເຈົ້າວ່າ: “ຂ້ອຍຕ້ອງປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າໃນເມືອງອື່ນໆນຳ ຍ້ອນພະເຈົ້າສົ່ງຂ້ອຍມາເພື່ອເຮັດວຽກນີ້.”+ 44 ແລ້ວເພິ່ນກໍໄປປະກາດຕາມບ່ອນປະຊຸມຂອງຄົນຢິວໃນແຂວງຢູດາຍ.
5 ມີມື້ໜຶ່ງ ຕອນທີ່ພະເຢຊູຢືນຢູ່ແຄມທະເລເຄັນເນຊາເຣັດ*+ ຄົນບັກຫຼາຍໆໄດ້ບຽດເຂົ້າມາຫາເພິ່ນເພື່ອຟັງຄຳສອນຂອງພະເຈົ້າ. 2 ເພິ່ນເຫັນເຮືອ 2 ລຳຈອດຢູ່ແຄມທະເລແລະຄົນຫາປາກໍອອກຈາກເຮືອເພື່ອລ້າງດາງ.+ 3 ເພິ່ນຈຶ່ງຂຶ້ນເຮືອລຳໜຶ່ງທີ່ເປັນຂອງຊີໂມນ ແລະຂໍໃຫ້ລາວເອົາເຮືອອອກຈາກຝັ່ງໜ້ອຍໜຶ່ງ. ແລ້ວເພິ່ນກໍນັ່ງລົງແລະເລີ່ມສອນປະຊາຊົນຈາກເທິງເຮືອ. 4 ເມື່ອສອນແລ້ວໆ ພະເຢຊູກໍບອກຊີໂມນວ່າ: “ເອົາເຮືອອອກໄປບ່ອນນ້ຳເລິກ ແລ້ວຢ່ອນດາງລົງຈັບປາ.” 5 ແຕ່ຊີໂມນບອກວ່າ: “ອາຈານ ພວກເຮົາຫາປາໝົດຄືນຈົນເມື່ອຍແຕ່ກໍບໍ່ໄດ້ປາຈັກໂຕ+ ແຕ່ຂ້ອຍຈະລອງຢ່ອນດາງລົງອີກຕາມທີ່ທ່ານບອກ.” 6 ເມື່ອຢ່ອນດາງລົງ ເຂົາເຈົ້າກໍໄດ້ປາຫຼາຍແທ້ຫຼາຍວ່າຈົນດາງເລີ່ມຈະຂາດ.+ 7 ເຂົາເຈົ້າຈຶ່ງກວັກມືເອີ້ນໝູ່ໃນເຮືອອີກລຳໜຶ່ງໃຫ້ມາຊ່ວຍ ແລ້ວເຂົາເຈົ້າກໍໄດ້ປາເຕັມເຮືອທັງສອງລຳຈົນເຮືອເກືອບຈົມ. 8 ເມື່ອຊີໂມນເປໂຕເຫັນແບບນີ້ກໍຄູ້ເຂົ່າລົງຕໍ່ໜ້າພະເຢຊູແລະເວົ້າວ່າ: “ນາຍເອີ້ຍ ຢ່າຢູ່ໃກ້ຂ້ອຍ ຍ້ອນຂ້ອຍເປັນຄົນບາບ.” 9 ລາວເວົ້າແບບນັ້ນກໍຍ້ອນວ່າລາວກັບໝູ່ຮູ້ສຶກງຶດທີ່ໄດ້ປາຫຼາຍປານນັ້ນ. 10 ຢາໂກໂບກັບໂຢຮັນລູກຊາຍຂອງເຊເບດາຍ+ທີ່ເປັນຫຸ້ນສ່ວນກັບຊີໂມນກໍງຶດຄືກັນ ແຕ່ພະເຢຊູບອກຊີໂມນວ່າ: “ບໍ່ຕ້ອງຢ້ານ ຕໍ່ໄປນີ້ເຈົ້າຈະເປັນຜູ້ຫາຄົນແທນທີ່ຈະຫາປາ.”+ 11 ເມື່ອເອົາເຮືອກັບເຂົ້າມາແຄມຝັ່ງແລ້ວ ເຂົາເຈົ້າກໍຖິ້ມທຸກຢ່າງແລ້ວຕິດຕາມເພິ່ນໄປ.+
12 ຕໍ່ມາ ຕອນທີ່ພະເຢຊູຢູ່ເມືອງໜຶ່ງ ມີຜູ້ຊາຍຄົນໜຶ່ງເປັນຂີ້ທູດເຕັມໂຕ. ເມື່ອເຫັນພະເຢຊູ ລາວກໍໝູບໜ້າລົງແລະອ້ອນວອນເພິ່ນວ່າ: “ນາຍເອີ້ຍ ຖ້າທ່ານຢາກຊ່ວຍ ຂ້ອຍຮູ້ວ່າທ່ານຈະປົວຂ້ອຍໄດ້.”*+ 13 ພະເຢຊູຈຶ່ງເດ່ມືໄປຈັບລາວແລະເວົ້າວ່າ: “ຂ້ອຍຢາກຊ່ວຍ. ໃຫ້ເຈົ້າເຊົາເດີ້.” ແລ້ວລາວກໍເຊົາເປັນຂີ້ທູດທັນທີ.+ 14 ເພິ່ນສັ່ງລາວວ່າຢ່າເລົ່າເລື່ອງນີ້ໃຫ້ຜູ້ໃດຟັງ ແຕ່ບອກລາວວ່າ: “ໄປໃຫ້ປະໂລຫິດກວດເບິ່ງ ແລະເອົາເຄື່ອງຂອງໄປໃຫ້ຕາມທີ່ກົດໝາຍຂອງໂມເຊສັ່ງໄວ້+ ເພື່ອເປັນຫຼັກຖານວ່າເຈົ້າເຊົາພະຍາດແລ້ວ.”+ 15 ແຕ່ຂ່າວກ່ຽວກັບພະເຢຊູກໍຍັງຊ່າລືອອກໄປ ເຮັດໃຫ້ຄົນບັກຫຼາຍໆພາກັນມາຟັງເພິ່ນແລະມາໃຫ້ເພິ່ນປົວພະຍາດຕ່າງໆ.+ 16 ແຕ່ເພິ່ນມັກຈະຊອກຫາເວລາໄປບ່ອນທີ່ຫ່າງໄກຈາກຜູ້ຄົນເພື່ອອະທິດຖານ.
17 ມີມື້ໜຶ່ງ ຕອນທີ່ພະເຢຊູສອນຢູ່ ພວກຟາຣີຊາຍກັບພວກຄູສອນກົດໝາຍຂອງໂມເຊຈາກທຸກບ້ານໃນແຂວງຄາລີເລ ແຂວງຢູດາຍ ແລະຈາກເມືອງເຢຣູຊາເລັມກໍມານັ່ງຢູ່ຫັ້ນນຳ. ພະເຢຊູປົວພະຍາດຕ່າງໆດ້ວຍລິດເດດຂອງພະເຢໂຫວາ.*+ 18 ມີຄົນຫາມຜູ້ຊາຍຄົນໜຶ່ງມາ. ລາວເປັນອຳມະພາດນອນຢູ່ເທິງເປ. ເຂົາເຈົ້າພະຍາຍາມພາລາວເຂົ້າມາໃນເຮືອນເພື່ອວາງລາວໄວ້ຕໍ່ໜ້າພະເຢຊູ.+ 19 ເມື່ອເຂົາເຈົ້າຫາທາງເຂົ້າໄປຫາພະເຢຊູບໍ່ໄດ້ຍ້ອນມີຄົນຫຼາຍໂພດ ເຂົາເຈົ້າຈຶ່ງປີນຂຶ້ນຫຼັງຄາ ຮື້ຫຼັງຄາອອກເປັນປ່ອງ ແລ້ວກໍຢ່ອນເປທີ່ຄົນເປັນອຳມະພາດນອນຢູ່ນັ້ນລົງມາບ່ອນທີ່ຄົນຫຸ້ມຢູ່ຕໍ່ໜ້າພະເຢຊູ. 20 ເມື່ອພະເຢຊູເຫັນຄວາມເຊື່ອຂອງເຂົາເຈົ້າ ເພິ່ນກໍບອກຄົນທີ່ເປັນອຳມະພາດວ່າ: “ລູກເອີ້ຍ ຂ້ອຍຍົກໂທດບາບໃຫ້ເຈົ້າແລ້ວ.”+ 21 ເມື່ອພວກຄູສອນສາສະໜາກັບພວກຟາຣີຊາຍເຫັນແນວນັ້ນກໍພາກັນຄິດວ່າ: “ຜູ້ນີ້ແມ່ນໃຜຄືເວົ້າໝິ່ນປະໝາດພະເຈົ້າແບບນີ້? ມີແຕ່ພະເຈົ້າເທົ່ານັ້ນທີ່ຍົກໂທດບາບໄດ້.”+ 22 ແຕ່ພະເຢຊູຮູ້ວ່າເຂົາເຈົ້າຄິດຫຍັງຢູ່ ເພິ່ນຈຶ່ງເວົ້າກັບເຂົາເຈົ້າວ່າ: “ເປັນຫຍັງພວກເຈົ້າຄືຄິດແບບນັ້ນ? 23 ມັນງ່າຍທີ່ຈະເວົ້າວ່າ ‘ບາບຂອງເຈົ້າໄດ້ຮັບການຍົກໂທດແລ້ວ’ ແຕ່ຈະມີຜູ້ໃດບອກຜູ້ຊາຍຄົນນີ້ໄດ້ບໍວ່າ ‘ລຸກຂຶ້ນແລະເມືອເຮືອນສະ ແລ້ວລາວຈະລຸກຂຶ້ນແລະຍ່າງໄດ້ແທ້ໆ’? 24 ແຕ່ຂ້ອຍຢາກໃຫ້ພວກເຈົ້າຮູ້ວ່າ ລູກມະນຸດມີອຳນາດຈະຍົກໂທດບາບໃນໂລກນີ້ໄດ້ແທ້.” ແລ້ວພະເຢຊູກໍເວົ້າກັບຄົນທີ່ເປັນອຳມະພາດວ່າ: “ຂ້ອຍສັ່ງເຈົ້າໃຫ້ລຸກຂຶ້ນ ແລ້ວແບກເປເມືອເຮືອນ.”+ 25 ລາວກໍລຸກຂຶ້ນຕໍ່ໜ້າທຸກຄົນ ແບກເປແລ້ວກໍຍ່າງເມືອເຮືອນ ແລະສັນລະເສີນພະເຈົ້າ. 26 ທຸກຄົນກໍແປກໃຈຫຼາຍແລະພາກັນສັນລະເສີນພະເຈົ້າ. ເຂົາເຈົ້າຮູ້ສຶກງຶດແລະພາກັນເວົ້າວ່າ: “ມື້ນີ້ເຮົາໄດ້ເຫັນສິ່ງອັດສະຈັນແທ້ໆ!”
27 ຕໍ່ມາ ເມື່ອພະເຢຊູອອກຈາກບ່ອນນັ້ນແລະຍ່າງຕໍ່ໄປອີກໜ້ອຍໜຶ່ງ ເພິ່ນກໍເຫັນຄົນເກັບພາສີຊື່ເລວີນັ່ງຢູ່ດ່ານເກັບພາສີ. ເພິ່ນບອກລາວວ່າ: “ມາເປັນລູກສິດຂ້ອຍແມ້.”+ 28 ເລວີກໍຍອມຖິ້ມທຸກຢ່າງ ແລ້ວລຸກຂຶ້ນແລະໄປນຳເພິ່ນ. 29 ຈາກນັ້ນ ເລວີກໍຈັດງານລ້ຽງໃຫຍ່ຕ້ອນຮັບພະເຢຊູຢູ່ເຮືອນຂອງລາວ ມີຄົນເກັບພາສີຫຼາຍຄົນແລະຄົນອື່ນໆມາຮ່ວມງານນຳ.+ 30 ເມື່ອພວກຟາຣີຊາຍກັບພວກຄູສອນສາສະໜາ*ເຫັນແບບນັ້ນກໍເວົ້າໃຫ້ພວກລູກສິດຂອງພະເຢຊູວ່າ: “ເປັນຫຍັງພວກເຈົ້າຈຶ່ງກິນຈຶ່ງດື່ມກັບພວກຄົນເກັບພາສີແລະຄົນທີ່ມັກເຮັດຜິດ?”+ 31 ເມື່ອພະເຢຊູໄດ້ຍິນແບບນັ້ນກໍເວົ້າກັບເຂົາເຈົ້າວ່າ: “ຄົນທີ່ແຂງແຮງບໍ່ຕ້ອງການໝໍ ແຕ່ຄົນທີ່ບໍ່ສະບາຍກໍຕ້ອງໃຫ້ໝໍປົວ.+ 32 ຂ້ອຍບໍ່ໄດ້ມາເພື່ອຊ່ວຍຄົນດີ* ແຕ່ມາເພື່ອຊ່ວຍຄົນບາບໃຫ້ກັບໃຈ.”+
33 ບາງຄົນມາເວົ້າກັບພະເຢຊູວ່າ: “ລູກສິດຂອງໂຢຮັນອົດເຂົ້າແລະອະທິດຖານເລື້ອຍໆ ແລະລູກສິດຂອງຟາຣີຊາຍກໍຄືກັນ ແຕ່ລູກສິດຂອງທ່ານພັດທັງກິນທັງດື່ມ.”+ 34 ພະເຢຊູບອກເຂົາເຈົ້າວ່າ: “ຕອນທີ່ເຈົ້າບ່າວຍັງຢູ່ ຊິໃຫ້ໝູ່ເຈົ້າບ່າວໂສກເສົ້າແລະອົດເຂົ້າບໍ? 35 ແຕ່ມື້ໜຶ່ງຊິມີຄົນເອົາເຈົ້າບ່າວ+ໄປຈາກເຂົາເຈົ້າ ຕອນນັ້ນແຫຼະທີ່ເຂົາເຈົ້າຈະໂສກເສົ້າແລະອົດເຂົ້າ.”+
36 ພະເຢຊູຍັງຍົກຕົວຢ່າງປຽບທຽບໃຫ້ເຂົາເຈົ້າຟັງນຳວ່າ: “ບໍ່ມີໃຜຕັດເອົາຜ້າຢູ່ເສື້ອໃໝ່ມາຕາບເສື້ອເກົ່າ. ຖ້າເຮັດແບບນັ້ນ ຜ້າໃໝ່ຜືນນັ້ນຈະດຶງຮອຍຕາບໃຫ້ຂາດ ແລະຍັງບໍ່ເຂົ້າກັບເສື້ອເກົ່ານຳອີກ.+ 37 ບໍ່ມີຜູ້ໃດເອົາເຫຼົ້າແວງໃໝ່ໃສ່ຖົງໜັງເກົ່າ. ຖ້າເຮັດແບບນັ້ນ ເຫຼົ້າແວງຈະເຮັດໃຫ້ຖົງໜັງແຕກ ແລ້ວເຫຼົ້າແວງຈະໄຫຼອອກ ແລະຖົງໜັງນັ້ນກໍຈະໃຊ້ບໍ່ໄດ້. 38 ເຫຼົ້າແວງໃໝ່ກໍຕ້ອງໃສ່ຖົງໜັງໃໝ່. 39 ຄົນທີ່ເຄີຍກິນເຫຼົ້າແວງເກົ່າຈະບໍ່ຢາກກິນເຫຼົ້າແວງໃໝ່ ເພາະລາວເວົ້າວ່າ ‘ເຫຼົ້າແວງເກົ່າແຊບກວ່າ.’”
6 ມື້ໜຶ່ງໃນວັນຊະບາໂຕ ພະເຢຊູກັບພວກລູກສິດຍ່າງຜ່ານທົ່ງນາ ລູກສິດຂອງເພິ່ນເດັດຮວງເຂົ້າແລະເອົາມືຍ່ອງ+ ແລ້ວກໍກິນເມັດເຂົ້າ.+ 2 ເມື່ອພວກຟາຣີຊາຍເຫັນກໍເວົ້າວ່າ: “ເປັນຫຍັງພວກເຈົ້າເຮັດຜິດກົດວັນຊະບາໂຕ?”+ 3 ພະເຢຊູຈຶ່ງຕອບເຂົາເຈົ້າວ່າ: “ພວກເຈົ້າບໍ່ໄດ້ອ່ານບໍວ່າດາວິດເຮັດຫຍັງຕອນທີ່ລາວກັບຄົນຂອງລາວຫິວເຂົ້າ?+ 4 ດາວິດເຂົ້າໄປເອົາເຂົ້າຈີ່ທີ່ຕັ້ງໄວ້*ໃນວິຫານຂອງພະເຈົ້າ* ແລ້ວເອົາມາແບ່ງກັນກິນກັບຄົນຂອງລາວ. ທີ່ຈິງ ເຂົາເຈົ້າບໍ່ມີສິດກິນເຂົ້າຈີ່ນັ້ນ ຍ້ອນມີແຕ່ປະໂລຫິດເທົ່ານັ້ນທີ່ມີສິດກິນໄດ້.”+ 5 ແລ້ວພະເຢຊູກໍເວົ້າກັບເຂົາເຈົ້າວ່າ: “ລູກມະນຸດເປັນນາຍເໜືອວັນຊະບາໂຕ.”+
6 ໃນວັນຊະບາໂຕອີກມື້ໜຶ່ງ+ ພະເຢຊູເຂົ້າໄປສອນໃນບ່ອນປະຊຸມຂອງຄົນຢິວ. ຢູ່ຫັ້ນມີຜູ້ຊາຍທີ່ມືລີບເບື້ອງໜຶ່ງ.+ 7 ພວກຄູສອນສາສະໜາກັບພວກຟາຣີຊາຍຖ້າຈອບຈັບຜິດວ່າພະເຢຊູຈະປົວຄົນໃນວັນຊະບາໂຕຫຼືບໍ່ ເພື່ອຈະຫາເລື່ອງເພິ່ນ. 8 ແຕ່ເພິ່ນຮູ້ວ່າເຂົາເຈົ້າຄິດຫຍັງຢູ່+ ເພິ່ນຈຶ່ງເວົ້າກັບຜູ້ຊາຍທີ່ມືລີບວ່າ: “ລຸກຂຶ້ນແລະມາຢືນຢູ່ທາງໜ້າພີ້.” ລາວກໍລຸກຂຶ້ນແລະໄປຢືນຢູ່ຫັ້ນ. 9 ແລ້ວພະເຢຊູຖາມເຂົາເຈົ້າວ່າ: “ຕາມກົດວັນຊະບາໂຕ ຄວນເຮັດດີຫຼືເຮັດຊົ່ວ ຄວນຊ່ວຍຊີວິດຫຼືທຳລາຍຊີວິດ?”+ 10 ພະເຢຊູແນມເບິ່ງເຂົາເຈົ້າ ແລ້ວເພິ່ນບອກຜູ້ຊາຍທີ່ມືລີບວ່າ: “ຢຽດມືອອກ.” ລາວກໍຢຽດມືອອກແລະມືທີ່ລີບກໍດີເປັນປົກກະຕິ. 11 ພວກຄູສອນສາສະໜາກັບພວກຟາຣີຊາຍໃຈຮ້າຍຫຼາຍ ເຂົາເຈົ້າຈຶ່ງປຶກສາກັນວ່າຈະຈັດການກັບພະເຢຊູແນວໃດ.
12 ມີມື້ໜຶ່ງ ພະເຢຊູໄປພູເພື່ອອະທິດຖານ+ ແລະເພິ່ນໄດ້ອະທິດຖານເຖິງພະເຈົ້າໝົດຄືນ.+ 13 ເມື່ອຮອດຕອນເຊົ້າ ເພິ່ນເອີ້ນພວກລູກສິດມາຫາແລະໄດ້ເລືອກເອົາ 12 ຄົນ ແລ້ວເອີ້ນເຂົາເຈົ້າວ່າອັກຄະສາວົກ.*+ 14 ໃນກຸ່ມນີ້ມີອັນເດອາກັບຊີໂມນທີ່ພະເຢຊູຕັ້ງຊື່ໃຫ້ວ່າເປໂຕ ສອງຄົນນີ້ເປັນອ້າຍນ້ອງກັນ. ແລ້ວກໍມີຢາໂກໂບ ໂຢຮັນ ຟີລິບ+ ບາຣະໂທໂລມາຍ 15 ມັດທາຍ ໂທມາ+ ຢາໂກໂບລູກຊາຍຂອງອາລະຟາຍ ຊີໂມນທີ່ມີອີກຊື່ໜຶ່ງວ່າ “ຄົນກະຕືລືລົ້ນ” 16 ຢູດາລູກຊາຍຂອງຢາໂກໂບ ແລະຢູດາອິສະກາຣີອົດທີ່ຕໍ່ມາໄດ້ກາຍເປັນຄົນທໍລະຍົດ.
17 ເມື່ອພະເຢຊູກັບພວກອັກຄະສາວົກລົງມາຈາກພູແລະມາຮອດທົ່ງພຽງແຫ່ງໜຶ່ງ ເພິ່ນກໍເຫັນພວກລູກສິດກຸ່ມໃຫຍ່ກັບປະຊາຊົນບັກຫຼາຍໆທີ່ມາຈາກທົ່ວແຂວງຢູດາຍ ເມືອງເຢຣູຊາເລັມ ແລະແຖວແຄມທະເລໃນເຂດເມືອງຕີເຣກັບເມືອງຊີໂດນ. ເຂົາເຈົ້າເດີນທາງມາເພື່ອຟັງພະເຢຊູແລະມາໃຫ້ເພິ່ນປົວພະຍາດຕ່າງໆ. 18 ແມ່ນແຕ່ຄົນທີ່ທຸກທໍລະມານຍ້ອນຖືກພວກປີສາດສິງກໍໄດ້ຮັບການປິ່ນປົວຄືກັນ. 19 ທຸກຄົນພະຍາຍາມບາຍພະເຢຊູ ຍ້ອນມີພະລັງອອກຈາກໂຕເພິ່ນ+ທີ່ເຮັດໃຫ້ທຸກຄົນເຊົາພະຍາດໄດ້.
20 ພະເຢຊູແນມເບິ່ງພວກລູກສິດແລະເວົ້າວ່າ:
“ພວກເຈົ້າທີ່ທຸກຍາກກໍມີຄວາມສຸກ ຍ້ອນການປົກຄອງຂອງພະເຈົ້າເປັນຂອງພວກເຈົ້າ.+
21 ພວກເຈົ້າທີ່ຫິວຢູ່ຕອນນີ້ກໍມີຄວາມສຸກ ຍ້ອນພວກເຈົ້າຈະອີ່ມ.+
ພວກເຈົ້າທີ່ຮ້ອງໄຫ້ຢູ່ຕອນນີ້ກໍມີຄວາມສຸກ ຍ້ອນພວກເຈົ້າຈະໄດ້ຫົວ.+
22 ເມື່ອມີຄົນຊັງພວກເຈົ້າ ເຊົາຄົບຫາກັບພວກເຈົ້າ+ ດ່າພວກເຈົ້າ ແລະກ່າວຫາພວກເຈົ້າວ່າເປັນຄົນຊົ່ວຍ້ອນພວກເຈົ້າຕິດຕາມລູກມະນຸດ ພວກເຈົ້າກໍມີຄວາມສຸກ.+ 23 ເມື່ອເຈິແບບນັ້ນກໍໃຫ້ຍິນດີໂລດ ຍ້ອນພວກເຈົ້າຈະໄດ້ລາງວັນທີ່ມີຄ່າຫຼາຍໃນສະຫວັນ. ຢ່າລືມວ່າ ສະໄໝກ່ອນປູ່ຍ່າຕານາຍຂອງພວກນັ້ນກໍເຮັດແບບນີ້ກັບພວກຜູ້ພະຍາກອນຄືກັນ.+
24 ແຕ່ພວກເຈົ້າທີ່ເປັນຄົນຮັ່ງກໍເປັນຕາອີ່ຕົນ+ ຍ້ອນພວກເຈົ້າຈະສຸກສະບາຍສ່ຳນັ້ນແຫຼະ.+
25 ພວກເຈົ້າທີ່ອີ່ມຢູ່ຕອນນີ້ກໍເປັນຕາອີ່ຕົນ ຍ້ອນພວກເຈົ້າຈະຕ້ອງຫິວ.
ພວກເຈົ້າທີ່ຫົວຢູ່ຕອນນີ້ກໍເປັນຕາອີ່ຕົນ ຍ້ອນພວກເຈົ້າຈະຕ້ອງທຸກໃຈແລະຮ້ອງໄຫ້.+
26 ເມື່ອທຸກຄົນຍົກຍ້ອງພວກເຈົ້າ ພວກເຈົ້າກໍເປັນຕາອີ່ຕົນ+ ຍ້ອນປູ່ຍ່າຕານາຍຂອງເຂົາເຈົ້າກໍຍົກຍ້ອງພວກຜູ້ພະຍາກອນປອມແບບນັ້ນຄືກັນ.
27 ແຕ່ຂ້ອຍຈະບອກພວກເຈົ້າທີ່ຟັງຢູ່ວ່າ ໃຫ້ຮັກສັດຕູຂອງພວກເຈົ້າ ເຮັດດີກັບຄົນທີ່ຊັງພວກເຈົ້າ+ 28 ອວຍພອນຄົນທີ່ປ້ອຍດ່າພວກເຈົ້າ ແລະອະທິດຖານເພື່ອຄົນທີ່ເວົ້າດູຖູກພວກເຈົ້າ.+ 29 ຖ້າຜູ້ໃດຕົບໜ້າພວກເຈົ້າເບື້ອງໜຶ່ງ ກໍໃຫ້ປິ່ນໜ້າອີກເບື້ອງໜຶ່ງໃຫ້ລາວນຳ ແລະຖ້າຜູ້ໃດເອົາເສື້ອຄຸມຂອງພວກເຈົ້າໄປ ກໍຢ່າຫວງເສື້ອໂຕທາງໃນໄວ້.+ 30 ຖ້າຜູ້ໃດຂໍຫຍັງນຳພວກເຈົ້າກໍໃຫ້ລາວໂລດ+ ແລະຖ້າຜູ້ໃດເອົາເຄື່ອງຂອງພວກເຈົ້າໄປກໍຢ່າທວງຄືນ.
31 ຖ້າພວກເຈົ້າຢາກໃຫ້ຄົນອື່ນເຮັດແນວໃດກັບພວກເຈົ້າກໍໃຫ້ພວກເຈົ້າເຮັດແນວນັ້ນກັບເຂົາເຈົ້າ.+
32 ຖ້າພວກເຈົ້າຮັກແຕ່ຄົນທີ່ຮັກພວກເຈົ້າ ພວກເຈົ້າກໍບໍ່ໄດ້ດີກວ່າຄົນອື່ນແມ່ນບໍ? ຄົນທີ່ມັກເຮັດຜິດກໍຮັກຄົນທີ່ຮັກເຂົາເຈົ້າຄືກັນ.+ 33 ຖ້າພວກເຈົ້າເຮັດດີກັບຄົນທີ່ເຮັດດີກັບພວກເຈົ້າ ພວກເຈົ້າກໍບໍ່ໄດ້ດີກວ່າຄົນອື່ນແມ່ນບໍ? ຄົນທີ່ມັກເຮັດຜິດກໍເຮັດແບບນັ້ນຄືກັນ. 34 ຖ້າພວກເຈົ້າໃຫ້ຄົນອື່ນຢືມ*ຍ້ອນຄິດວ່າຈະໄດ້ຄືນ ພວກເຈົ້າກໍບໍ່ໄດ້ດີກວ່າຄົນອື່ນແມ່ນບໍ?+ ແມ່ນແຕ່ຄົນທີ່ມັກເຮັດຜິດກໍໃຫ້ຄົນທີ່ມັກເຮັດຜິດຢືມຍ້ອນຄິດວ່າຈະໄດ້ຄືນຄືກັນ. 35 ແຕ່ໃຫ້ພວກເຈົ້າຮັກສັດຕູ ເຮັດດີກັບຄົນອື່ນ ແລະໃຫ້ຢືມໂດຍບໍ່ຫວັງຈະໄດ້ຄືນ+ ແລ້ວພວກເຈົ້າຈະໄດ້ລາງວັນທີ່ມີຄ່າຫຼາຍ. ພວກເຈົ້າຈະເປັນລູກຂອງພະເຈົ້າສູງສຸດ ຍ້ອນເພິ່ນເຮັດດີກັບຄົນເນລະຄຸນແລະຄົນຊົ່ວ.+ 36 ໃຫ້ພວກເຈົ້າອີ່ຕົນຄົນອື່ນສະເໝີຄືກັບທີ່ພະເຈົ້າພໍ່ຂອງພວກເຈົ້າອີ່ຕົນຄົນທີ່ເຮັດຜິດ.+
37 ນອກຈາກນັ້ນ ໃຫ້ພວກເຈົ້າເຊົາຕັດສິນຄົນອື່ນ ແລ້ວພະເຈົ້າຈະບໍ່ຕັດສິນພວກເຈົ້າ.+ ໃຫ້ເຊົາຕຳໜິຄົນອື່ນ ແລ້ວພະເຈົ້າຈະບໍ່ຕຳໜິພວກເຈົ້າ. ໃຫ້ຍົກໂທດໃຫ້ຄົນອື່ນສະເໝີ ແລ້ວພະເຈົ້າຈະຍົກໂທດໃຫ້ພວກເຈົ້າ.+ 38 ໃຫ້ມີນິດໄສມັກແບ່ງປັນ ແລ້ວຄົນອື່ນຈະແບ່ງປັນໃຫ້ພວກເຈົ້າ.+ ເຂົາເຈົ້າຈະເທໃສ່ຖົງທີ່ຢູ່ໜ້າເອິກ*ຂອງພວກເຈົ້າຈົນເຕັມ ຍັດລົງແລະສັ່ນ ແລ້ວໃສ່ໃຫ້ອີກຈົນລົ້ນ ຍ້ອນພວກເຈົ້າເຮັດຕໍ່ຄົນອື່ນແນວໃດ ເຂົາເຈົ້າກໍຈະເຮັດຕໍ່ພວກເຈົ້າແນວນັ້ນຄືກັນ.”*
39 ຈາກນັ້ນ ພະເຢຊູຍົກຕົວຢ່າງປຽບທຽບໃຫ້ເຂົາເຈົ້າຟັງວ່າ: “ຄົນຕາບອດຈະນຳທາງຄົນຕາບອດໄດ້ບໍ? ບໍ່ໄດ້ ຍ້ອນທັງສອງຄົນຈະພາກັນຕົກຂຸມ.+ 40 ລູກສິດບໍ່ເໜືອກວ່າອາຈານ ແຕ່ທຸກຄົນທີ່ໄດ້ຮັບການສອນຢ່າງຄົບຖ້ວນກໍຈະເປັນຄືກັບອາຈານຂອງລາວ. 41 ເປັນຫຍັງພວກເຈົ້າຈຶ່ງແນມເບິ່ງຂີ້ເລື່ອຍທີ່ຢູ່ໃນຕາຂອງຄົນອື່ນ* ແຕ່ບໍ່ເຫັນທ່ອນໄມ້*ທີ່ຢູ່ໃນຕາຂອງໂຕເອງ?+ 42 ພວກເຈົ້າບອກຄົນອື່ນໄດ້ຈັ່ງໃດວ່າ ‘ຂ້ອຍຊິເຂ່ຍຂີ້ເລື່ອຍອອກຈາກຕາຂອງເຈົ້າໃຫ້ເດີ້’ ທັງໆທີ່ມີທ່ອນໄມ້ຢູ່ໃນຕາຂອງພວກເຈົ້າ? ພວກເຈົ້າທີ່ຄິດວ່າໂຕເອງດີ ໃຫ້ເອົາທ່ອນໄມ້ອອກຈາກຕາຂອງໂຕເອງກ່ອນແມ້ ເພື່ອພວກເຈົ້າຈະເຫັນແຈ້ງໆ ແລ້ວຈຶ່ງຈະເຂ່ຍຂີ້ເລື່ອຍອອກຈາກຕາໃຫ້ຄົນອື່ນໄດ້.
43 ຕົ້ນໄມ້ທີ່ດີຈະເກີດໝາກທີ່ບໍ່ດີກໍບໍ່ໄດ້ ແລະຕົ້ນໄມ້ທີ່ບໍ່ດີຈະເກີດໝາກທີ່ດີກໍບໍ່ໄດ້ຄືກັນ.+ 44 ດັ່ງນັ້ນ ຖ້າພວກເຈົ້າຢາກຮູ້ວ່າຕົ້ນໄມ້ນັ້ນດີຫຼືບໍ່ດີກໍໃຫ້ເບິ່ງໝາກຂອງມັນ.+ ຄົນເຮົາຈະປິດໝາກເດື່ອຫຼືໝາກລະແຊັງຈາກຕົ້ນໜາມກໍບໍ່ໄດ້. 45 ຄົນດີເວົ້າແຕ່ແນວດີໆອອກມາຍ້ອນໃນໃຈຂອງລາວມີແຕ່ແນວດີໆ ແຕ່ຄົນຊົ່ວກໍຈະເວົ້າແຕ່ແນວຊົ່ວໆອອກມາຍ້ອນໃນໃຈຂອງລາວມີແຕ່ແນວຊົ່ວໆ. ໃຈຄິດແນວໃດ ປາກກໍເວົ້າອອກມາແນວນັ້ນ.+
46 ພວກເຈົ້າເອີ້ນຂ້ອຍວ່າ ‘ນາຍເອີ້ຍ! ນາຍເອີ້ຍ!’ ແຕ່ເປັນຫຍັງບໍ່ເຮັດຕາມທີ່ຂ້ອຍບອກ?+ 47 ຄົນທີ່ມາຟັງຄຳສອນຂອງຂ້ອຍແລ້ວເຮັດຕາມ ຂ້ອຍຈະບອກພວກເຈົ້າໃຫ້ຮູ້ວ່າລາວເປັນຄືກັບຜູ້ໃດ.+ 48 ລາວເປັນຄືກັບຄົນປຸກເຮືອນທີ່ຂຸດຂຸມເລິກໆແລະວາງຮາກຖານເທິງພະລານຫີນ ເມື່ອນ້ຳມາຖ້ວມແລະຊັດໃສ່ເຮືອນ ເຮືອນນັ້ນກໍບໍ່ສະເທືອນຍ້ອນປຸກໄວ້ຢ່າງໝັ້ນຄົງ.+ 49 ສ່ວນຄົນທີ່ຟັງແຕ່ບໍ່ເຮັດຫຍັງເລີຍ+ ລາວກໍເປັນຄືກັບຄົນທີ່ປຸກເຮືອນໄວ້ເທິງດິນແລະບໍ່ວາງຮາກຖານ ເມື່ອນ້ຳຊັດໃສ່ເຮືອນ ເຮືອນນັ້ນກໍພັງລົງທັນທີແລະມຸ່ນອັບຍັບ.”
7 ເມື່ອພະເຢຊູສອນປະຊາຊົນແລ້ວໆ ເພິ່ນກໍເຂົ້າໄປໃນເມືອງກາເປນາອູມ. 2 ນາຍຮ້ອຍຜູ້ໜຶ່ງທີ່ຢູ່ຫັ້ນມີທາດທີ່ບໍ່ສະບາຍແຮງຈົນໃກ້ຊິຕາຍ ແລະລາວຮັກທາດຜູ້ນີ້ຫຼາຍ.+ 3 ເມື່ອນາຍຮ້ອຍໄດ້ຍິນເລື່ອງພະເຢຊູ ລາວກໍສົ່ງຜູ້ນຳຄົນຢິວບາງຄົນໄປຂໍໃຫ້ພະເຢຊູມາປົວທາດຂອງລາວ. 4 ເຂົາເຈົ້າມາຫາພະເຢຊູແລະອ້ອນວອນວ່າ: “ທ່ານຄວນຊ່ວຍນາຍຮ້ອຍຜູ້ນີ້ແທ້ໆ 5 ຍ້ອນລາວຮັກປະເທດຂອງພວກເຮົາແລະໄດ້ສ້າງບ່ອນປະຊຸມໃຫ້ພວກເຮົານຳ.” 6 ພະເຢຊູຈຶ່ງໄປກັບເຂົາເຈົ້າ ແຕ່ເມື່ອເດີນທາງເກືອບຈະຮອດເຮືອນຂອງນາຍຮ້ອຍ ລາວກໍໃຊ້ພວກໝູ່ໃຫ້ມາບອກພະເຢຊູວ່າ: “ທ່ານເອີ້ຍ ບໍ່ຕ້ອງມາເຮືອນຂ້ອຍກະໄດ້. ຂ້ອຍບໍ່ດີພໍທີ່ທ່ານຈະເຂົ້າໄປໃນເຮືອນຂ້ອຍດອກ+ 7 ແລະຂ້ອຍກໍຄິດວ່າໂຕເອງບໍ່ດີພໍທີ່ຈະໄປຫາທ່ານຄືກັນ. ຂໍພຽງແຕ່ທ່ານສັ່ງວ່າ ‘ໃຫ້ເຊົາ’ ຄົນຮັບໃຊ້ຂອງຂ້ອຍກໍຈະເຊົາໂລດ. 8 ຂ້ອຍເອງກໍມີເຈົ້ານາຍທີ່ສັ່ງຂ້ອຍແລະມີລູກນ້ອງທີ່ຂ້ອຍສັ່ງໄດ້ຄືກັນ ຖ້າຂ້ອຍສັ່ງຜູ້ໜຶ່ງວ່າ ‘ໄປໂລດ!’ ລາວກໍໄປ ຫຼືສັ່ງອີກຜູ້ໜຶ່ງວ່າ ‘ມາແມະ!’ ລາວກໍມາ. ຖ້າຂ້ອຍສັ່ງທາດໃຫ້ໄປເຮັດນັ້ນເຮັດນີ້ ລາວກໍເຮັດຕາມ.” 9 ເມື່ອໄດ້ຍິນແບບນັ້ນ ພະເຢຊູກໍແປກໃຈຫຼາຍແລະປິ່ນໄປເວົ້າກັບຄົນທີ່ນຳເພິ່ນມາວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຂ້ອຍບໍ່ເຄີຍເຫັນຜູ້ໃດມີຄວາມເຊື່ອຫຼາຍສ່ຳນີ້ ແມ່ນແຕ່ຄົນອິດສະຣາເອນ.”+ 10 ເມື່ອພວກໝູ່ທີ່ຖືກສົ່ງມານັ້ນກັບເມືອຮອດເຮືອນນາຍຮ້ອຍ ເຂົາເຈົ້າກໍເຫັນວ່າທາດຄົນນັ້ນດີເປັນປົກກະຕິແລ້ວ.+
11 ຫຼັງຈາກນັ້ນບໍ່ດົນ ພະເຢຊູໄດ້ໄປເມືອງນາອິນ ແລະພວກລູກສິດກັບຄົນກຸ່ມໃຫຍ່ກໍຕິດຕາມເພິ່ນໄປຄືກັນ. 12 ເມື່ອໃກ້ຈະຮອດປະຕູເມືອງກໍມີຄົນຫາມສົບຜູ້ຊາຍຄົນໜຶ່ງອອກມາ. ຜູ້ທີ່ຕາຍເປັນລູກຊາຍຄົນດຽວຂອງແມ່ໝ້າຍ.+ ມີຄົນບັກຫຼາຍໆຈາກເມືອງນັ້ນມາກັບລາວ. 13 ເມື່ອພະເຢຊູເຫັນແມ່ໝ້າຍຜູ້ນັ້ນ ເພິ່ນກໍຮູ້ສຶກອີ່ຕົນ+ຈຶ່ງເວົ້າກັບລາວວ່າ: “ບໍ່ຕ້ອງໄຫ້.”+ 14 ແລ້ວເພິ່ນກໍເຂົ້າໄປໃກ້ແລະບາຍເປນັ້ນ. ຄົນທີ່ຫາມເປກໍຢຸດ ແລະເພິ່ນເວົ້າວ່າ: “ຊາຍໜຸ່ມເອີ້ຍ ຂ້ອຍສັ່ງເຈົ້າໃຫ້ລຸກຂຶ້ນ!”+ 15 ຜູ້ທີ່ຕາຍນັ້ນກໍລຸກຂຶ້ນນັ່ງແລ້ວເລີ່ມເວົ້າ ພະເຢຊູຈຶ່ງເອົາລາວສົ່ງຄືນໃຫ້ແມ່.+ 16 ທຸກຄົນກໍຢ້ານ ແລ້ວພາກັນສັນລະເສີນພະເຈົ້າວ່າ: “ມີຜູ້ພະຍາກອນທີ່ຍິ່ງໃຫຍ່ຢູ່ກັບພວກເຮົາແລ້ວ”+ ແລະເຂົາເຈົ້າຍັງເວົ້າອີກວ່າ: “ພະເຈົ້າສົນໃຈປະຊາຊົນຂອງເພິ່ນແລ້ວ.”+ 17 ຊື່ສຽງຂອງພະເຢຊູກໍຊ່າລືໄປທົ່ວແຂວງຢູດາຍແລະທົ່ວເຂດນັ້ນ.
18 ພວກລູກສິດຂອງໂຢຮັນເລົ່າເລື່ອງທັງໝົດກ່ຽວກັບພະເຢຊູໃຫ້ລາວຟັງ.+ 19 ໂຢຮັນຈຶ່ງເອີ້ນລູກສິດ 2 ຄົນຂອງລາວມາແລະໃຊ້ໃຫ້ໄປຖາມພະເຢຊູວ່າ: “ທ່ານແມ່ນຜູ້ທີ່ພວກເຮົາລໍຖ້າຢູ່ແມ່ນບໍ+ ຫຼືພວກເຮົາຍັງຕ້ອງລໍຖ້າຄົນອື່ນ?” 20 ເມື່ອ 2 ຄົນນັ້ນມາຫາພະເຢຊູ ເຂົາເຈົ້າກໍຖາມເພິ່ນວ່າ: “ໂຢຮັນຜູ້ໃຫ້ບັບເຕມາໃຊ້ພວກເຮົາໃຫ້ມາຖາມທ່ານວ່າ ‘ທ່ານແມ່ນຜູ້ທີ່ພວກເຮົາລໍຖ້າຢູ່ແມ່ນບໍ ຫຼືພວກເຮົາຍັງຕ້ອງລໍຖ້າຄົນອື່ນ?’” 21 ຕອນນັ້ນ ພະເຢຊູກຳລັງປົວຄົນບັກຫຼາຍໆໃຫ້ເຊົາເຈັບປ່ວຍ+ແລະໃຫ້ເຊົາພະຍາດຮ້າຍແຮງຕ່າງໆ. ເພິ່ນໄລ່ປີສາດອອກຈາກເຂົາເຈົ້າ ແລະປົວຄົນຕາບອດຫຼາຍຄົນໃຫ້ເຫັນຮຸ່ງ. 22 ພະເຢຊູຕອບວ່າ: “ກັບໄປບອກໂຢຮັນວ່າພວກເຈົ້າໄດ້ເຫັນແລະໄດ້ຍິນຫຍັງແດ່. ໃຫ້ບອກລາວວ່າ ຄົນຕາບອດກໍເຫັນຮຸ່ງ+ ຄົນເປັນລ່ອຍກໍຍ່າງໄດ້ ຄົນຂີ້ທູດກໍດີເປັນປົກກະຕິ ຄົນຫູໜວກກໍໄດ້ຍິນ+ ຄົນຕາຍກໍຟື້ນຄືນມາ ແລະຄົນທຸກຍາກກໍໄດ້ຍິນຂ່າວດີ.+ 23 ຄົນທີ່ບໍ່ສົງໄສໃນໂຕຂ້ອຍ*ກໍມີຄວາມສຸກ.”+
24 ເມື່ອຄົນສົ່ງຂ່າວຂອງໂຢຮັນໄປແລ້ວ ພະເຢຊູກໍປິ່ນມາເວົ້າເລື່ອງຂອງໂຢຮັນກັບຄົນທີ່ຢູ່ຫັ້ນວ່າ: “ຕອນເຂົ້າໄປໃນບ່ອນກັນດານ ພວກເຈົ້າຢາກເຫັນຫຍັງ? ຢາກເຫັນຕົ້ນອໍ້ທີ່ໂອນເອນໄປມາຕາມລົມບໍ?+ 25 ຖ້າບໍ່ແມ່ນ ພວກເຈົ້າຢາກເຫັນຫຍັງ? ຢາກເຫັນຄົນນຸ່ງເຄື່ອງອະລັງການບໍ?+ ບໍ່ແມ່ນຕີ້ ເພາະຄົນທີ່ນຸ່ງເຄື່ອງງາມໆແລະຢູ່ແບບຫຼູຫຼາຕ້ອງຢູ່ໃນວັງຂອງກະສັດ. 26 ຄັນຊັ້ນ ພວກເຈົ້າໄປຫັ້ນເຮັດຫຍັງ? ພວກເຈົ້າຢາກເຫັນຜູ້ພະຍາກອນແມ່ນບໍ? ແມ່ນແລ້ວ ແລະຂ້ອຍຈະບອກພວກເຈົ້າວ່າ ລາວເປັນຫຼາຍກວ່າຜູ້ພະຍາກອນອີກ.+ 27 ຜູ້ນີ້ແຫຼະແມ່ນຄົນທີ່ພະຄຳພີບອກໄວ້ວ່າ ‘ຖ້າເບິ່ງເດີ້! ເຮົາຈະໃຫ້ຜູ້ສົ່ງຂ່າວຂອງເຮົາໄປກ່ອນເຈົ້າ. ລາວຈະກຽມທາງໄວ້ໃຫ້ເຈົ້າ.’+ 28 ຂ້ອຍຈະບອກໃຫ້ຮູ້ວ່າ ໂຢຮັນຜູ້ນີ້ຍິ່ງໃຫຍ່ກວ່າທຸກຄົນທີ່ເຄີຍເກີດມາໃນໂລກ ແຕ່ຄົນທີ່ມີຕຳແໜ່ງຕ່ຳສຸດໃນການປົກຄອງທີ່ຢູ່ໃນສະຫວັນກໍຍັງຍິ່ງໃຫຍ່ກວ່າໂຢຮັນອີກ.”+ 29 (ເມື່ອປະຊາຊົນກັບຄົນເກັບພາສີໄດ້ຍິນແບບນັ້ນກໍພາກັນເວົ້າວ່າພະເຈົ້າຍຸຕິທຳແລ້ວ. ເຂົາເຈົ້າເວົ້າແບບນັ້ນຍ້ອນໂຢຮັນໄດ້ບັບເຕມາໃຫ້ເຂົາເຈົ້າ.+ 30 ແຕ່ພວກຟາຣີຊາຍແລະພວກທີ່ຊ່ຽວຊານກົດໝາຍຂອງໂມເຊພັດບໍ່ສົນໃຈຄຳແນະນຳທີ່ພະເຈົ້າໃຫ້ເຂົາເຈົ້າ+ ຍ້ອນເຂົາເຈົ້າບໍ່ໄດ້ຂໍໃຫ້ໂຢຮັນບັບເຕມາໃຫ້ເຂົາເຈົ້າ.)
31 “ຂ້ອຍຈະປຽບທຽບຄົນສະໄໝນີ້ກັບຜູ້ໃດ? ເຂົາເຈົ້າເປັນຄືກັບໃຜ?+ 32 ເຂົາເຈົ້າເປັນຄືກັບພວກເດັກນ້ອຍທີ່ນັ່ງຢູ່ຕະຫຼາດແລະຮ້ອງບອກໝູ່ວ່າ ‘ພວກຂ້ອຍເປົ່າຂຸ່ຍ ແຕ່ພວກເຈົ້າກໍບໍ່ຍອມເຕັ້ນ. ພວກຂ້ອຍຮ້ອງໄຫ້ ແຕ່ພວກເຈົ້າກໍບໍ່ຮ້ອງໄຫ້ນຳ.’ 33 ຄືກັບຕອນທີ່ໂຢຮັນມາ ລາວບໍ່ກິນເຂົ້າຈີ່ແລະບໍ່ກິນເຫຼົ້າແວງ+ ພວກເຈົ້າກໍເວົ້າໃຫ້ວ່າ ‘ລາວຖືກປີສາດສິງ.’ 34 ສ່ວນລູກມະນຸດທັງກິນທັງດື່ມ ຄົນກໍເວົ້າໃຫ້ວ່າ ‘ເບິ່ງແມ້ ຄົນມັກກິນມັກດື່ມ ແລະຍັງເປັນໝູ່ກັບຄົນເກັບພາສີແລະຄົນທີ່ມັກເຮັດຜິດນຳອີກ.’+ 35 ເມື່ອຜູ້ໃດເຮັດສິ່ງທີ່ຖືກຕ້ອງ ສິ່ງນັ້ນກໍພິສູດວ່າລາວມີສະຕິປັນຍາ.”+
36 ຟາຣີຊາຍຜູ້ໜຶ່ງຊື່ຊີໂມນຊວນພະເຢຊູໄປກິນເຂົ້ານຳ. ເພິ່ນຈຶ່ງໄປເຮືອນຂອງລາວແລະນັ່ງກິນເຂົ້າໂຕະດຽວກັບລາວ. 37 ມີຜູ້ຍິງຄົນໜຶ່ງທີ່ຄົນໃນເມືອງນັ້ນຮູ້ວ່າເປັນຜູ້ຍິງບໍ່ດີ. ລາວໄດ້ຍິນຂ່າວວ່າພະເຢຊູມາກິນເຂົ້າຢູ່ເຮືອນຂອງຟາຣີຊາຍ ລາວຈຶ່ງຖືຂວດ*ນ້ຳມັນຫອມມາເຮືອນນັ້ນ.+ 38 ຜູ້ຍິງຄົນນີ້ມາຢູ່ທາງຫຼັງພະເຢຊູແລະຄູ້ເຂົ່າລົງຢູ່ຕີນເພິ່ນ. ລາວຮ້ອງໄຫ້ນ້ຳຕາໄຫຼໃສ່ຕີນເພິ່ນຈົນປຽກ ແລ້ວກໍເອົາຜົມຂອງໂຕເອງເຊັດ. ລາວຈູບຕີນເພິ່ນຄ່ອຍໆແລະເທນ້ຳມັນຫອມໃສ່ຕີນເພິ່ນນຳ. 39 ເມື່ອຟາຣີຊາຍຜູ້ທີ່ຊວນພະເຢຊູເຫັນແບບນັ້ນກໍຄິດໃນໃຈວ່າ: “ຖ້າຄົນນີ້ເປັນຜູ້ພະຍາກອນແທ້ ລາວຄືຊິຮູ້ວ່າຜູ້ຍິງທີ່ບາຍຕີນລາວຢູ່ນີ້ແມ່ນໃຜ. ລາວຄືຊິຮູ້ວ່າຜູ້ຍິງຄົນນີ້ເປັນຄົນບໍ່ດີ.”+ 40 ແຕ່ພະເຢຊູຮູ້ວ່າຟາຣີຊາຍຄົນນັ້ນຄິດຫຍັງຢູ່ ເພິ່ນຈຶ່ງເວົ້າກັບລາວວ່າ: “ຊີໂມນ ຂ້ອຍມີເລື່ອງຈະບອກເຈົ້າ.” ລາວເວົ້າວ່າ: “ອາຈານ ເວົ້າໂລດ.”
41 “ເຈົ້າໜີ້ຄົນໜຶ່ງມີລູກໜີ້ 2 ຄົນ ຜູ້ໜຶ່ງຕິດໜີ້ 500 ເດນາຣິອົນ* ສ່ວນອີກຜູ້ໜຶ່ງຕິດໜີ້ 50 ເດນາຣິອົນ. 42 ເມື່ອເຂົາເຈົ້າບໍ່ມີເງິນໄຊ້ໜີ້ ເຈົ້າໜີ້ກໍເຕັມໃຈຍົກໜີ້ໃຫ້ທັງສອງຄົນ. ເຈົ້າຄິດວ່າລູກໜີ້ຄົນໃດຈະຮັກເຈົ້າໜີ້ຫຼາຍກວ່າກັນ?” 43 ຊີໂມນຕອບວ່າ: “ຂ້ອຍຄິດວ່າຄືຊິແມ່ນຄົນທີ່ຕິດໜີ້ຫຼາຍກວ່າ.” ເພິ່ນຈຶ່ງເວົ້າກັບລາວວ່າ: “ເຈົ້າຕອບຖືກແລ້ວ.” 44 ແລ້ວພະເຢຊູກໍປິ່ນໄປທາງຜູ້ຍິງຄົນນັ້ນແລະເວົ້າກັບຊີໂມນວ່າ: “ເບິ່ງຜູ້ຍິງຄົນນີ້ແມ້. ຕອນທີ່ຂ້ອຍເຂົ້າມາໃນເຮືອນ ເຈົ້າບໍ່ໄດ້ເອົານ້ຳມາໃຫ້ຂ້ອຍລ້າງຕີນ. ແຕ່ຜູ້ຍິງຄົນນີ້ໃຊ້ນ້ຳຕາລ້າງຕີນຂ້ອຍແລະຍັງເອົາຜົມຂອງລາວເຊັດນຳອີກ. 45 ເຈົ້າບໍ່ໄດ້ຈູບຕ້ອນຮັບຂ້ອຍ ແຕ່ຜູ້ຍິງຄົນນີ້ຈູບຕີນຂ້ອຍຄ່ອຍໆບໍ່ໄດ້ເຊົາເລີຍຕັ້ງແຕ່ຂ້ອຍເຂົ້າມາ. 46 ເຈົ້າບໍ່ໄດ້ເທນ້ຳມັນໝາກກອກໃສ່ຫົວຂ້ອຍ ແຕ່ຜູ້ຍິງຄົນນີ້ເທນ້ຳມັນຫອມໃສ່ຕີນຂ້ອຍ. 47 ຍ້ອນແນວນີ້ ຂ້ອຍຈະບອກເຈົ້າວ່າ ເຖິງວ່າຜູ້ຍິງຄົນນີ້ເຮັດຜິດຫຼາຍຢ່າງ ແຕ່ຂ້ອຍຍົກໂທດຄວາມຜິດທັງໝົດໃຫ້ລາວແລ້ວ+ ຍ້ອນລາວໄດ້ສະແດງຄວາມຮັກຫຼາຍ. ສ່ວນຄົນທີ່ໄດ້ຮັບການຍົກໂທດໜ້ອຍ ກໍສະແດງຄວາມຮັກໜ້ອຍ.” 48 ແລ້ວພະເຢຊູບອກຜູ້ຍິງຄົນນັ້ນວ່າ: “ຂ້ອຍຍົກໂທດຄວາມຜິດໃຫ້ເຈົ້າແລ້ວ.”+ 49 ຄົນທີ່ນັ່ງກິນເຂົ້າໂຕະດຽວກັບເພິ່ນຈຶ່ງເວົ້າວ່າ: “ຜູ້ນີ້ແມ່ນໃຜຈຶ່ງຍົກໂທດຄວາມຜິດໃຫ້ຄົນອື່ນໄດ້?”+ 50 ແຕ່ພະເຢຊູບອກຜູ້ຍິງຄົນນັ້ນວ່າ: “ຍ້ອນເຈົ້າມີຄວາມເຊື່ອ ພະເຈົ້າໄດ້ຊ່ວຍເຈົ້າໃຫ້ລອດແລ້ວ.+ ຂໍໃຫ້ສະບາຍໃຈເດີ້.”
8 ຫຼັງຈາກນັ້ນບໍ່ດົນ ພະເຢຊູກໍໄປຕາມເມືອງແລະຕາມບ້ານຕ່າງໆເພື່ອປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າ+ ແລະອັກຄະສາວົກ* 12 ຄົນກໍຢູ່ນຳເພິ່ນ. 2 ຜູ້ຍິງບາງຄົນທີ່ພະເຢຊູເຄີຍໄລ່ປີສາດອອກແລະປົວພະຍາດໃຫ້ກໍຢູ່ນຳເພິ່ນຄືກັນ. ຜູ້ຍິງເຫຼົ່ານີ້ມີມາຣິອາທີ່ຄົນມັກເອີ້ນວ່າມັກດາເລນທີ່ພະເຢຊູໄດ້ໄລ່ປີສາດ 7 ໂຕອອກຈາກລາວ. 3 ແລ້ວກໍມີໂຢຮັນນາ+ທີ່ເປັນເມຍຂອງຈູຊາຜູ້ເບິ່ງແຍງວັງຂອງເຮໂຣດ ແລະຊູຊັນນາກັບຜູ້ຍິງອີກຫຼາຍຄົນທີ່ໃຊ້ຊັບສິນຂອງໂຕເອງເພື່ອຮັບໃຊ້ພະເຢຊູກັບອັກຄະສາວົກ.+
4 ເມື່ອພະເຢຊູເຫັນປະຊາຊົນມາລວມກັນແລະມີຄົນຈາກເມືອງຕ່າງໆມາຫາເພິ່ນ ເພິ່ນຈຶ່ງຍົກຕົວຢ່າງປຽບທຽບໃຫ້ເຂົາເຈົ້າຟັງວ່າ:+ 5 “ມີຜູ້ໜຶ່ງອອກໄປຫວ່ານເມັດພືດ. ຕອນທີ່ລາວຫວ່ານນັ້ນ ເມັດພືດບາງສ່ວນຕົກໃສ່ຫົນທາງແລະຖືກຢຽບ ແລະມີນົກບິນມາກິນຈົນໝົດ.+ 6 ບາງສ່ວນຕົກໃນພື້ນທີ່ເປັນຫີນທີ່ມີດິນຕື້ນໆ ເມື່ອປົ່ງຂຶ້ນແລ້ວກໍຫ່ຽວຕາຍຍ້ອນຂາດຄວາມຊຸ່ມ.+ 7 ເມັດພືດບາງສ່ວນຕົກກາງຟຸ່ມໄມ້ທີ່ມີໜາມ ຟຸ່ມໄມ້ຈຶ່ງປົ່ງຂຶ້ນພ້ອມກັບຕົ້ນອ່ອນແລະຫຸ້ມຕົ້ນອ່ອນຈົນໝົດ.+ 8 ແຕ່ກໍມີບາງສ່ວນຕົກໃສ່ດິນດີ ແລະເມື່ອໃຫຍ່ຂຶ້ນກໍເປັນໝາກໄດ້ 100 ເທົ່າ.”+ ເມື່ອເລົ່າຈົບເພິ່ນກໍເວົ້າວ່າ: “ໃຫ້ທຸກຄົນທີ່ໄດ້ຍິນຕັ້ງໃຈຟັງດີໆ.”+
9 ພວກລູກສິດມາຖາມພະເຢຊູວ່າ ຕົວຢ່າງປຽບທຽບນັ້ນໝາຍເຖິງຫຍັງ.+ 10 ເພິ່ນຕອບວ່າ: “ພະເຈົ້າໃຫ້ພວກເຈົ້າເຂົ້າໃຈຄວາມລັບສັກສິດເລື່ອງການປົກຄອງຂອງເພິ່ນ ແຕ່ຄົນອື່ນໄດ້ຍິນແຕ່ຕົວຢ່າງປຽບທຽບ.+ ດັ່ງນັ້ນ ເຂົາເຈົ້າຈະເບິ່ງແຕ່ບໍ່ເຫັນ ເຂົາເຈົ້າຈະໄດ້ຍິນແຕ່ບໍ່ເຂົ້າໃຈ.+ 11 ນີ້ແມ່ນຄວາມໝາຍຂອງຕົວຢ່າງປຽບທຽບນັ້ນ. ເມັດພືດແມ່ນເລື່ອງການປົກຄອງຂອງພະເຈົ້າ.+ 12 ສຳລັບບາງຄົນ ເລື່ອງການປົກຄອງຂອງພະເຈົ້າປຽບຄືກັບເມັດພືດທີ່ຕົກໃສ່ຫົນທາງ. ເມື່ອເຂົາເຈົ້າໄດ້ຍິນເລື່ອງນັ້ນແລ້ວ ມານຮ້າຍກໍມາເອົາສິ່ງນັ້ນໄປຈາກໃຈເຂົາເຈົ້າ ເຮັດໃຫ້ເຂົາເຈົ້າບໍ່ເຊື່ອກໍເລີຍບໍ່ລອດ.+ 13 ສຳລັບບາງຄົນ ເລື່ອງການປົກຄອງຂອງພະເຈົ້າປຽບຄືກັບເມັດພືດທີ່ຕົກໃສ່ພື້ນທີ່ເປັນຫີນທີ່ມີດິນຕື້ນໆ. ເມື່ອເຂົາເຈົ້າໄດ້ຍິນເລື່ອງນັ້ນແລ້ວກໍມັກ. ແຕ່ສິ່ງນັ້ນບໍ່ໄດ້ຝັງເລິກເຂົ້າໄປໃນໃຈ ເຂົາເຈົ້າຈຶ່ງເຊື່ອໄດ້ບໍ່ດົນ. ເມື່ອເຈິການທົດສອບເຂົາເຈົ້າກໍເຊົາເຊື່ອ.+ 14 ສຳລັບບາງຄົນ ເລື່ອງການປົກຄອງຂອງພະເຈົ້າປຽບຄືກັບເມັດພືດທີ່ຕົກໃສ່ຟຸ່ມໄມ້ທີ່ມີໜາມ. ເຂົາເຈົ້າໄດ້ຍິນເລື່ອງນັ້ນ ແຕ່ຄວາມອຸກໃຈໃນຊີວິດ ຊັບສົມບັດ+ ແລະຄວາມມ່ວນຊື່ນມາຄອບງຳເຂົາເຈົ້າ+ ເຂົາເຈົ້າຈຶ່ງບໍ່ເກີດຜົນໃນຊີວິດ.+ 15 ສຳລັບບາງຄົນທີ່ມີຫົວໃຈດີແລະສັດຊື່ ເລື່ອງການປົກຄອງຂອງພະເຈົ້າປຽບຄືກັບເມັດພືດທີ່ຕົກໃສ່ດິນດີ. ເຂົາເຈົ້າໄດ້ຍິນເລື່ອງນັ້ນ+ແລະຮັບໄວ້ ແລະເກີດຜົນທັງໆທີ່ຕ້ອງອົດທົນກັບບັນຫາ.+
16 ບໍ່ມີໃຜດອກທີ່ໄຕ້ຕະກຽງແລ້ວຈະເອົາແນວມາງວມໄວ້ຫຼືເອົາໄປວາງໄວ້ກ້ອງຕຽງ ແຕ່ລາວຈະເອົາໄປຕັ້ງໄວ້ເທິງຂາຕະກຽງ ເພື່ອຄົນທີ່ເຂົ້າມາໃນຫ້ອງຈະເຫັນແສງສະຫວ່າງ.+ 17 ທຸກສິ່ງທີ່ເຊື່ອງໄວ້ຈະຕ້ອງຖືກເປີດເຜີຍໃຫ້ເຫັນ ແລະທຸກສິ່ງທີ່ປົກປິດໄວ້ຢ່າງດີຈະຕ້ອງມີຄົນຮູ້ແລະຈະຖືກເປີດໂປງຢ່າງແນ່ນອນ.+ 18 ດັ່ງນັ້ນ ໃຫ້ຕັ້ງໃຈຟັງດີໆ ຍ້ອນຄົນທີ່ມີຄວາມເຂົ້າໃຈຈະເຂົ້າໃຈຫຼາຍຂຶ້ນ+ ແຕ່ຄົນທີ່ບໍ່ມີຄວາມເຂົ້າໃຈ ແມ່ນແຕ່ຄວາມເຂົ້າໃຈເລັກນ້ອຍທີ່ລາວຄິດວ່າມີກໍຈະເສຍໄປ.”+
19 ເມື່ອແມ່ກັບພວກນ້ອງຊາຍຂອງພະເຢຊູ+ມາຫາ ເຂົາເຈົ້າເຂົ້າໄປຫາເພິ່ນບໍ່ໄດ້ຍ້ອນມີຄົນຫຼາຍ.+ 20 ບາງຄົນຈຶ່ງມາບອກເພິ່ນວ່າ: “ແມ່ກັບພວກນ້ອງຊາຍຂອງທ່ານຢືນຢູ່ທາງນອກ. ເຂົາເຈົ້າຢາກເຈິທ່ານ.” 21 ເພິ່ນບອກເຂົາເຈົ້າວ່າ: “ແມ່ແລະນ້ອງຊາຍຂອງຂ້ອຍແມ່ນຜູ້ທີ່ຢູ່ນີ້ທີ່ໄດ້ຍິນຄຳສອນຂອງພະເຈົ້າແລະເຮັດຕາມ.”+
22 ມີມື້ໜຶ່ງ ພະເຢຊູຂຶ້ນເຮືອໄປກັບພວກລູກສິດ. ເພິ່ນບອກເຂົາເຈົ້າວ່າ: “ໄປ໋ ພວກເຮົາພາກັນຂ້າມໄປອີກຟາກໜຶ່ງຂອງທະເລ.” ເຂົາເຈົ້າກໍເອົາເຮືອອອກໄປ.+ 23 ຕອນທີ່ເຮືອກຳລັງແລ່ນໄປ ພະເຢຊູນອນຫຼັບຢູ່ ແລ້ວກໍເກີດພາຍຸທີ່ຮຸນແຮງຢູ່ທະເລ ແລະຄື້ນໄດ້ຊັດນ້ຳເຂົ້າມາໃສ່ເຮືອຈົນເຮືອເກືອບຈົມ.+ 24 ພວກລູກສິດຈຶ່ງປຸກເພິ່ນແລະເວົ້າວ່າ: “ອາຈານ ອາຈານ ພວກເຮົາກຳລັງຊິຕາຍແລ້ວ!” ພະເຢຊູກໍລຸກຂຶ້ນແລ້ວສັ່ງຄື້ນກັບລົມໃຫ້ສະຫງົບ ລົມພາຍຸກໍເຊົາແລະທຸກຢ່າງກໍສະຫງົບເປັນປົກກະຕິ.+ 25 ແລ້ວເພິ່ນເວົ້າກັບພວກລູກສິດວ່າ: “ຄວາມເຊື່ອຂອງພວກເຈົ້າໄປໃສໝົດ?” ແຕ່ພວກລູກສິດທັງຢ້ານທັງງຶດແລະພາກັນເວົ້າວ່າ: “ເພິ່ນແມ່ນໃຜ? ສັ່ງໄດ້ຮອດລົມແລະທະເລໃຫ້ເຊື່ອຟັງເພິ່ນ.”+
26 ພະເຢຊູກັບພວກລູກສິດຂຶ້ນຝັ່ງໄປໃນເຂດຂອງຄົນເຄຣາຊາ+ທີ່ຢູ່ຟາກກົງກັນຂ້າມກັບແຂວງຄາລີເລ. 27 ຕອນທີ່ພະເຢຊູຂຶ້ນມາເທິງຝັ່ງ ຜູ້ຊາຍຄົນໜຶ່ງທີ່ເປັນຄົນໃນເມືອງນັ້ນໄດ້ເຈິກັບເພິ່ນ. ລາວຖືກປີສາດສິງ ບໍ່ນຸ່ງເຄື່ອງ ແລະບໍ່ໄດ້ຢູ່ເຮືອນມາດົນແລ້ວ ຢູ່ແຕ່ໃນປ່າຊ້າ.+ 28 ເມື່ອເຫັນພະເຢຊູ ລາວກໍໝູບລົງຕໍ່ໜ້າເພິ່ນແລະຮ້ອງສຽງດັງວ່າ: “ເຢຊູ ລູກຂອງພະເຈົ້າສູງສຸດ ມາວຸ່ນວາຍກັບຂ້ອຍເຮັດຫຍັງ? ຂໍຢ່າທໍລະມານຂ້ອຍ.”+ 29 (ປີສາດເວົ້າແບບນັ້ນກໍຍ້ອນວ່າພະເຢຊູສັ່ງໃຫ້ມັນອອກຈາກຜູ້ຊາຍຄົນນັ້ນ. ມັນເຂົ້າໄປສິງລາວເລື້ອຍໆ.*+ ລາວຖືກລ່າມໂສ້ຢູ່ແຂນຢູ່ຂາຫຼາຍເທື່ອ. ເຖິງວ່າມີຄົນເຝົ້າລາວໄວ້ ແຕ່ລາວກໍດຶງໂສ້ຂາດທຸກເທື່ອ ແລະປີສາດຈະພາລາວໄປບ່ອນທີ່ຢູ່ຫ່າງໄກຈາກຄົນ.) 30 ພະເຢຊູຖາມຜູ້ຊາຍຄົນນັ້ນວ່າ: “ເຈົ້າຊື່ຫຍັງ?” ລາວຕອບວ່າ: “ຊື່ກອງທັບ.” ລາວຕອບແບບນັ້ນຍ້ອນມີປີສາດຫຼາຍໂຕສິງລາວຢູ່. 31 ປີສາດພວກນັ້ນຂໍຮ້ອງພະເຢຊູຫຼາຍເທື່ອບໍ່ໃຫ້ສົ່ງພວກມັນໄປເຫວເລິກ.+ 32 ຕອນນັ້ນ ມີໝູຝູງໃຫຍ່+ກຳລັງຫາກິນຢູ່ພູ ພວກປີສາດຈຶ່ງຂໍຮ້ອງພະເຢຊູໃຫ້ພວກມັນເຂົ້າໄປສິງຢູ່ໃນໝູຝູງນັ້ນແທນ ເພິ່ນກໍອະນຸຍາດ.+ 33 ພວກປີສາດຈຶ່ງອອກຈາກຜູ້ຊາຍຄົນນັ້ນ ແລ້ວເຂົ້າໄປສິງຢູ່ໃນຝູງໝູ. ໝູຝູງນັ້ນກໍໂດດຈາກໜ້າຜາລົງໄປໃນທະເລແລະຈົມນ້ຳຕາຍໝົດ. 34 ເມື່ອຄົນລ້ຽງໝູເຫັນວ່າເກີດຫຍັງຂຶ້ນ ເຂົາເຈົ້າກໍແລ່ນໜີແລະໄປເລົ່າເລື່ອງທີ່ເກີດຂຶ້ນໃຫ້ຄົນທີ່ຢູ່ໃນເມືອງແລະຄົນທີ່ຢູ່ນອກເມືອງຟັງ.
35 ຄົນຈຶ່ງແຫ່ກັນມາເບິ່ງວ່າເກີດຫຍັງຂຶ້ນ. ເຂົາເຈົ້າມາຫາພະເຢຊູ ແລະເຫັນຜູ້ຊາຍທີ່ພວກປີສາດອອກໄປຈາກລາວແລ້ວນັ່ງຢູ່ໃກ້ຕີນພະເຢຊູ. ລາວນຸ່ງເຄື່ອງຮຽບຮ້ອຍແລະມີສະຕິດີ. ເມື່ອເຂົາເຈົ້າເຫັນແນວນັ້ນກໍຢ້ານຫຼາຍ. 36 ຄົນທີ່ເຫັນເຫດການກໍເລົ່າໃຫ້ຄົນເຫຼົ່ານັ້ນຟັງວ່າຄົນທີ່ຖືກປີສາດສິງດີເປັນປົກກະຕິໄດ້ແນວໃດ. 37 ຫຼາຍຄົນໃນເຂດນັ້ນຂໍຮ້ອງພະເຢຊູໃຫ້ອອກໄປຈາກເຂດຂອງຄົນເຄຣາຊາ ຍ້ອນເຂົາເຈົ້າຢ້ານຫຼາຍ. ເພິ່ນຈຶ່ງຂີ່ເຮືອໄປຈາກບ່ອນນັ້ນ. 38 ຜູ້ຊາຍທີ່ເຄີຍຖືກປີສາດສິງຈຶ່ງອ້ອນວອນຂໍໄປນຳພະເຢຊູ ແຕ່ເພິ່ນສັ່ງໃຫ້ລາວກັບໄປແລະບອກວ່າ:+ 39 “ເມືອເຮືອນສະ ໄປເລົ່າໃຫ້ຄົນອື່ນຟັງວ່າພະເຈົ້າຊ່ວຍເຈົ້າແນວໃດ.” ລາວຈຶ່ງໄປປະກາດທົ່ວເມືອງນັ້ນວ່າພະເຢຊູໄດ້ເຮັດຫຍັງເພື່ອລາວແດ່.
40 ເມື່ອພະເຢຊູກັບມາຮອດແຂວງຄາລີເລ ມີຄົນຫຼາຍແທ້ຫຼາຍວ່າມາຕ້ອນຮັບເພິ່ນຢ່າງອົບອຸ່ນຍ້ອນເຂົາເຈົ້າຖ້າເພິ່ນຢູ່.+ 41 ຜູ້ຊາຍຄົນໜຶ່ງຊື່ຢາອີໂຣໄດ້ມາຫາພະເຢຊູ. ລາວເປັນຫົວໜ້າບ່ອນປະຊຸມຂອງຄົນຢິວ. ລາວໝູບລົງຢູ່ຕີນເພິ່ນແລະຂໍຮ້ອງເພິ່ນໃຫ້ໄປເຮືອນລາວ+ 42 ຍ້ອນລູກສາວຄົນດຽວຂອງລາວທີ່ອາຍຸ 12 ປີກຳລັງຊິຕາຍ.
ຕອນທີ່ພະເຢຊູກຳລັງໄປຫັ້ນ ມີຄົນບັກຫຼາຍໆມາບຽດເພິ່ນ. 43 ຕອນນັ້ນ ມີຜູ້ຍິງຄົນໜຶ່ງທີ່ເປັນພະຍາດຕົກເລືອດ+ໄດ້ 12 ປີແລ້ວ ແລະບໍ່ມີຜູ້ໃດປົວລາວໄດ້.+ 44 ລາວລັກເຂົ້າມາທາງຫຼັງແລະບາຍຍອຍເສື້ອຄຸມຂອງພະເຢຊູ.+ ທັນໃດນັ້ນເລືອດຂອງລາວກໍເຊົາໄຫຼ. 45 ພະເຢຊູຖາມວ່າ: “ຜູ້ໃດບາຍຂ້ອຍ?” ເມື່ອທຸກຄົນປະຕິເສດ ເປໂຕຈຶ່ງບອກວ່າ: “ອາຈານ ທ່ານກໍເຫັນແລ້ວວ່າມີຄົນບັກຫຼາຍໆບຽດທ່ານຢູ່.”+ 46 ແຕ່ພະເຢຊູເວົ້າວ່າ: “ມີຄົນບາຍຂ້ອຍແທ້ໆ ເພາະຂ້ອຍຮູ້ສຶກວ່າພະລັງ+ໄດ້ອອກຈາກໂຕຂ້ອຍ.” 47 ເມື່ອຜູ້ຍິງຄົນນັ້ນເຫັນວ່າຈັ່ງໃດຄົນກະຊິຮູ້ ລາວກໍຢ້ານຈົນໂຕສັ່ນແລະໝູບລົງຕໍ່ໜ້າເພິ່ນ. ແລ້ວລາວກໍບອກທຸກຄົນໃຫ້ຮູ້ວ່າເປັນຫຍັງລາວຈຶ່ງບາຍພະເຢຊູ ແລະລາວເຊົາພະຍາດທັນທີໄດ້ແນວໃດ. 48 ພະເຢຊູກໍເວົ້າກັບລາວວ່າ: “ຄວາມເຊື່ອຂອງລູກເຮັດໃຫ້ລູກເຊົາພະຍາດແລ້ວ. ຂໍໃຫ້ລູກສະບາຍໃຈເດີ້.”+
49 ພະເຢຊູເວົ້າຍັງບໍ່ທັນສຸດຄວາມ ກໍມີຄົນຈາກເຮືອນຂອງຢາອີໂຣມາບອກລາວວ່າ: “ລູກສາວຂອງເຈົ້າຕາຍແລ້ວ ບໍ່ຕ້ອງລົບກວນອາຈານດອກ.”+ 50 ເມື່ອພະເຢຊູໄດ້ຍິນແບບນັ້ນ ຈຶ່ງບອກຢາອີໂຣວ່າ: “ບໍ່ຕ້ອງຢ້ານ ຂໍພຽງແຕ່ເຈົ້າມີຄວາມເຊື່ອ. ລູກສາວຂອງເຈົ້າຈະບໍ່ເປັນຫຍັງ.”+ 51 ເມື່ອໄປຮອດເຮືອນຂອງລາວ ພະເຢຊູບໍ່ໄດ້ໃຫ້ຜູ້ໃດເຂົ້າໄປນຳ ນອກຈາກເປໂຕ ໂຢຮັນ ຢາໂກໂບແລະພໍ່ແມ່ຂອງເດັກນ້ອຍນັ້ນ. 52 ຕອນນັ້ນ ຄົນພາກັນຮ້ອງໄຫ້ເສຍໃຈຍ້ອນເດັກນ້ອຍນັ້ນຕາຍ ພະເຢຊູຈຶ່ງເວົ້າວ່າ: “ບໍ່ຕ້ອງໄຫ້.+ ເດັກນ້ອຍຜູ້ນີ້ບໍ່ໄດ້ຕາຍ ແຕ່ລາວນອນຫຼັບຊື່ໆ.”+ 53 ເຂົາເຈົ້າຈຶ່ງຫົວຂວັນເພິ່ນຍ້ອນຮູ້ວ່າເດັກນ້ອຍຕາຍແລ້ວແທ້ໆ. 54 ພະເຢຊູຈັບມືເດັກນ້ອຍແລ້ວເວົ້າວ່າ: “ນາງນ້ອຍເອີ້ຍ ລຸກຂຶ້ນແມ້!”+ 55 ເດັກນ້ອຍຜູ້ນັ້ນກໍກັບມາມີຊີວິດອີກ*+ແລະລຸກຂຶ້ນມາທັນທີ+ ແລ້ວພະເຢຊູກໍບອກໃຫ້ເຂົາເຈົ້າເອົາເຂົ້າມາໃຫ້ລາວກິນ. 56 ພໍ່ແມ່ຂອງເດັກນ້ອຍຜູ້ນັ້ນດີໃຈຫຼາຍ ແຕ່ພະເຢຊູສັ່ງເຂົາເຈົ້າບໍ່ໃຫ້ເລົ່າເລື່ອງນີ້ໃຫ້ຜູ້ໃດຟັງ.+
9 ມື້ໜຶ່ງ ພະເຢຊູເອີ້ນອັກຄະສາວົກ* 12 ຄົນມາ ແລ້ວເອົາລິດເດດກັບອຳນາດໃຫ້ເຂົາເຈົ້າເພື່ອໄລ່ປີສາດອອກ+ແລະປົວພະຍາດຕ່າງໆ.+ 2 ແລ້ວເພິ່ນກໍສົ່ງເຂົາເຈົ້າອອກໄປປະກາດເລື່ອງການປົກຄອງຂອງພະເຈົ້າແລະປົວຄົນເຈັບປ່ວຍ. 3 ເພິ່ນບອກເຂົາເຈົ້າວ່າ: “ເມື່ອເດີນທາງ ບໍ່ໃຫ້ເອົາຫຍັງໄປນຳ ບໍ່ວ່າຈະເປັນໄມ້ຄ້ອນເທົ້າ ຖົງໃສ່ຂອງກິນ ເງິນ ເຂົ້າຈີ່ ຫຼືເສື້ອອີກໂຕໜຶ່ງ.+ 4 ເມື່ອເຂົ້າໄປໃນເຮືອນຫຼັງໃດ ກໍໃຫ້ພັກຢູ່ຫັ້ນຈົນກວ່າຈະອອກຈາກເມືອງນັ້ນ.+ 5 ຖ້າຜູ້ໃດບໍ່ຕ້ອນຮັບພວກເຈົ້າ ໃຫ້ສັ່ນຂີ້ຝຸ່ນອອກຈາກຕີນຕອນທີ່ອອກຈາກບ່ອນນັ້ນ ເພື່ອໃຫ້ເຂົາເຈົ້າຮູ້ວ່າພວກເຈົ້າເຕືອນເຂົາເຈົ້າແລ້ວ.”+ 6 ເຂົາເຈົ້າຈຶ່ງໄປຕາມບ້ານທົ່ວເຂດນັ້ນເພື່ອປະກາດຂ່າວດີແລະປົວພະຍາດໃນທຸກບ່ອນທີ່ເຂົາເຈົ້າໄປ.+
7 ເມື່ອເຮໂຣດ*ຜູ້ປົກຄອງແຂວງໄດ້ຍິນເລື່ອງທັງໝົດທີ່ເກີດຂຶ້ນ ລາວກໍງົງແລະສົງໄສຫຼາຍ ຍ້ອນບາງຄົນບອກວ່າໂຢຮັນຄືນມາຈາກຕາຍແລ້ວ+ 8 ບາງຄົນບອກວ່າເອລີຢາກັບມາອີກ ແຕ່ກໍມີບາງຄົນບອກວ່າຜູ້ໜຶ່ງໃນພວກຜູ້ພະຍາກອນສະໄໝແຕ່ກີ້ໄດ້ຄືນມາຈາກຕາຍ.+ 9 ເຮໂຣດເວົ້າວ່າ: “ຂ້ອຍສັ່ງໃຫ້ຕັດຫົວໂຢຮັນແລ້ວ.+ ຄັນຊັ້ນ ຄົນທີ່ຂ້ອຍໄດ້ຍິນຄົນຊ່າລືກັນນັ້ນແມ່ນໃຜ?” ດັ່ງນັ້ນ ເຮໂຣດຈຶ່ງຢາກເຈິພະເຢຊູຫຼາຍ.+
10 ເມື່ອພວກອັກຄະສາວົກກັບມາ ເຂົາເຈົ້າໄດ້ເລົ່າໃຫ້ພະເຢຊູຟັງທຸກເລື່ອງທີ່ເຂົາເຈົ້າໄດ້ເຮັດ.+ ແລ້ວເພິ່ນກໍພາເຂົາເຈົ້າໄປເມືອງເບັດຊາອີດາເພື່ອຈະມີເວລາເປັນສ່ວນໂຕ.+ 11 ແຕ່ເມື່ອປະຊາຊົນຮູ້ກໍໄດ້ນຳພະເຢຊູໄປ. ເພິ່ນຍິນດີຕ້ອນຮັບເຂົາເຈົ້າ ແລ້ວເວົ້າເລື່ອງການປົກຄອງຂອງພະເຈົ້າໃຫ້ເຂົາເຈົ້າຟັງ ແລະປົວຄົນທີ່ເຈັບປ່ວຍນຳອີກ.+ 12 ເມື່ອຮອດຕອນແລງ ພວກອັກຄະສາວົກ 12 ຄົນມາຫາພະເຢຊູແລ້ວເວົ້າວ່າ: “ບອກປະຊາຊົນໃຫ້ເຂົ້າໄປຕາມບ້ານແລະບ່ອນອື່ນໆທີ່ຢູ່ໃກ້ໆນີ້ດີບໍ່ ເພື່ອເຂົາເຈົ້າຊິໄດ້ໄປຊອກຊື້ຂອງກິນແລະຊອກຫາບ່ອນພັກ ຍ້ອນແຖວນີ້ຢູ່ຫ່າງໄກຈາກຄົນ.”+ 13 ແຕ່ເພິ່ນບອກພວກອັກຄະສາວົກວ່າ: “ໃຫ້ພວກເຈົ້າຫັ້ນແຫຼະເອົາຂອງກິນໃຫ້ເຂົາເຈົ້າກິນ.”+ ເຂົາເຈົ້າຕອບວ່າ: “ພວກເຮົາມີເຂົ້າຈີ່ແຕ່ 5 ອັນກັບປາ 2 ໂຕ ຕ້ອງໄປຊື້ຂອງກິນມາຕື່ມຈຶ່ງຈະພໍສຳລັບທຸກຄົນ.” 14 ຢູ່ຫັ້ນມີຜູ້ຊາຍປະມານ 5.000 ຄົນ. ພະເຢຊູບອກພວກລູກສິດວ່າ: “ໃຫ້ທຸກຄົນນັ່ງລົງເປັນກຸ່ມ ກຸ່ມລະປະມານ 50 ຄົນ.” 15 ພວກລູກສິດໃຫ້ປະຊາຊົນນັ່ງລົງຕາມທີ່ເພິ່ນບອກ. 16 ແລ້ວພະເຢຊູກໍຈັບເອົາເຂົ້າຈີ່ 5 ອັນກັບປາ 2 ໂຕ ແລ້ວເງີຍໜ້າຂຶ້ນຟ້າແລະອະທິດຖານ. ຈາກນັ້ນກໍຫັກເຂົ້າຈີ່ຍື່ນໃຫ້ພວກລູກສິດ ແລະພວກລູກສິດກໍຢາຍໃຫ້ປະຊາຊົນ. 17 ທຸກຄົນໄດ້ກິນຈົນອີ່ມ ແລະພວກລູກສິດກໍທ້ອນເຂົ້າຈີ່ທີ່ເຫຼືອໄດ້ 12 ກະຕ່າ.+
18 ຕໍ່ມາ ຕອນທີ່ພະເຢຊູອະທິດຖານຄົນດຽວ ພວກລູກສິດກໍມາຫາເພິ່ນ. ພະເຢຊູຖາມເຂົາເຈົ້າວ່າ: “ຄົນທົ່ວໄປເວົ້າວ່າຂ້ອຍແມ່ນໃຜ?”+ 19 ເຂົາເຈົ້າຕອບເພິ່ນວ່າ: “ບາງຄົນບອກວ່າແມ່ນໂຢຮັນຜູ້ໃຫ້ບັບເຕມາ ບາງຄົນບອກວ່າແມ່ນເອລີຢາ ແຕ່ກໍມີບາງຄົນບອກວ່າແມ່ນຜູ້ໜຶ່ງໃນພວກຜູ້ພະຍາກອນສະໄໝແຕ່ກີ້ທີ່ຄືນມາຈາກຕາຍ.”+ 20 ແລ້ວພະເຢຊູຖາມເຂົາເຈົ້າວ່າ: “ພວກເຈົ້າເດ້ ຄິດວ່າຂ້ອຍແມ່ນໃຜ?” ເປໂຕຕອບວ່າ: “ທ່ານເປັນພະຄລິດທີ່ພະເຈົ້າສົ່ງມາ.”+ 21 ພະເຢຊູສັ່ງພວກລູກສິດຢ່າງໜັກແໜ້ນວ່າບໍ່ໃຫ້ບອກເລື່ອງນີ້ກັບຜູ້ໃດ+ 22 ແລະເວົ້າວ່າ: “ລູກມະນຸດຈະຕ້ອງຖືກພວກຜູ້ນຳຄົນຢິວ ແລະພວກຫົວໜ້າປະໂລຫິດກັບພວກຄູສອນສາສະໜາທໍລະມານຫຼາຍຢ່າງ. ເຂົາເຈົ້າຈະບໍ່ຍອມຮັບເພິ່ນ ແລະເພິ່ນຈະຖືກຂ້າ+ ແຕ່ໃນມື້ທີ 3 ເພິ່ນຈະຖືກປຸກໃຫ້ຄືນມາຈາກຕາຍ.”+
23 ພະເຢຊູເວົ້າກັບທຸກຄົນວ່າ: “ຖ້າຜູ້ໃດຢາກຕິດຕາມຂ້ອຍ ກໍໃຫ້ຜູ້ນັ້ນເຊົາໃຊ້ຊີວິດເພື່ອໂຕເອງ+ ແລະຍອມແບກເສົາທໍລະມານ*ຂອງໂຕເອງທຸກໆມື້ ແລ້ວຕິດຕາມຂ້ອຍຕໍ່ໆໄປ.+ 24 ຄົນທີ່ພະຍາຍາມເອົາໂຕລອດຈະເສຍຊີວິດ ແຕ່ຄົນທີ່ສະລະຊີວິດເພື່ອຂ້ອຍ ຜູ້ນັ້ນຈະໄດ້ຊີວິດ.+ 25 ທີ່ຈິງ ຖ້າຜູ້ໃດໄດ້ເປັນເຈົ້າຂອງທຸກສິ່ງທຸກຢ່າງໃນໂລກແຕ່ຕ້ອງເສຍຊີວິດຫຼືຖືກທຳລາຍ ມັນຈະມີປະໂຫຍດຫຍັງ?+ 26 ຖ້າຜູ້ໃດອາຍຍ້ອນເປັນລູກສິດແລະຍ້ອນຄຳສອນຂອງຂ້ອຍ ລູກມະນຸດກໍຈະອາຍທີ່ຈະຍອມຮັບຜູ້ນັ້ນເມື່ອເພິ່ນມາພ້ອມກັບອຳນາດຍິ່ງໃຫຍ່ຂອງເພິ່ນ ແລະຂອງພໍ່ເພິ່ນ ແລະຂອງພວກທູດສະຫວັນທີ່ບໍລິສຸດ.+ 27 ແຕ່ຂ້ອຍຈະບອກໃຫ້ຮູ້ວ່າ ບາງຄົນທີ່ຢືນຢູ່ນີ້ຈະບໍ່ຕາຍກ່ອນທີ່ຈະໄດ້ເຫັນການປົກຄອງຂອງພະເຈົ້າ.”+
28 ຫຼັງຈາກເວົ້າເລື່ອງນັ້ນໄດ້ປະມານ 8 ມື້ ພະເຢຊູກໍພາເປໂຕ ໂຢຮັນ ແລະຢາໂກໂບຂຶ້ນໄປເທິງພູເພື່ອອະທິດຖານ.+ 29 ຕອນທີ່ພະເຢຊູກຳລັງອະທິດຖານ ໜ້າຂອງເພິ່ນກໍມີແສງເຫຼື້ອມແລະເຄື່ອງນຸ່ງຂອງເພິ່ນກໍຂາວເຈີດຈ້າ. 30 ທັນໃດນັ້ນ ມີຜູ້ຊາຍ 2 ຄົນມາລົມກັບພະເຢຊູ. ສອງຄົນນັ້ນແມ່ນໂມເຊກັບເອລີຢາ. 31 ຕົນໂຕຂອງເຂົາເຈົ້າເຫຼື້ອມ ແລະເຂົາເຈົ້າລົມກັນເລື່ອງການຈາກໄປຂອງພະເຢຊູທີ່ຈະເກີດຂຶ້ນໃນເມືອງເຢຣູຊາເລັມ.+ 32 ຕອນນັ້ນ ເປໂຕກັບລູກສິດອີກ 2 ຄົນກຳລັງນອນເຄິ່ງຫຼັບເຄິ່ງຕື່ນ. ແຕ່ເມື່ອຕື່ນແລ້ວ ເຂົາເຈົ້າກໍເຫັນຕົນໂຕຂອງພະເຢຊູເຫຼື້ອມ+ແລະເຫັນ 2 ຄົນນັ້ນຢືນຢູ່ກັບເພິ່ນ. 33 ຕອນທີ່ 2 ຄົນນັ້ນກຳລັງຈະໄປ ເປໂຕເວົ້າກັບພະເຢຊູວ່າ: “ອາຈານ ດີແທ້ໆທີ່ພວກເຮົາໄດ້ມາຢູ່ນີ້. ໃຫ້ພວກເຮົາປຸກເຕັ້ນໄວ້ຢູ່ນີ້ 3 ຫຼັງ ໃຫ້ທ່ານຫຼັງໜຶ່ງ ໂມເຊຫຼັງໜຶ່ງ ແລະເອລີຢາຫຼັງໜຶ່ງ.” ແຕ່ລາວບໍ່ຮູ້ວ່າໂຕເອງກຳລັງເວົ້າຫຍັງຢູ່. 34 ເປໂຕເວົ້າບໍ່ທັນສຸດຄວາມກໍມີຂີ້ເຝື້ອມາປົກຄຸມເຂົາເຈົ້າໄວ້ ແລະຕອນທີ່ຢູ່ໃນຂີ້ເຝື້ອພວກອັກຄະສາວົກກໍຢ້ານຫຼາຍ. 35 ແລ້ວກໍມີສຽງ+ເວົ້າອອກມາຈາກຂີ້ເຝື້ອວ່າ: “ຜູ້ນີ້ແມ່ນລູກຂອງເຮົາ. ເຮົາໄດ້ເລືອກລາວໄວ້ແລ້ວ.+ ພວກເຈົ້າຕ້ອງເຊື່ອຟັງລາວ.”+ 36 ຕອນທີ່ໄດ້ຍິນສຽງເວົ້າ ພວກລູກສິດເຫັນພະເຢຊູຢູ່ຫັ້ນຄົນດຽວ. ເຂົາເຈົ້າເກັບເລື່ອງນັ້ນໄວ້ແລະບໍ່ໄດ້ບອກຜູ້ໃດໃນຕອນນັ້ນກ່ຽວກັບສິ່ງທີ່ເຂົາເຈົ້າເຫັນ.+
37 ໃນມື້ຕໍ່ມາ ຕອນທີ່ພະເຢຊູກັບລູກສິດ 3 ຄົນນັ້ນລົງມາຈາກພູ ມີຄົນບັກຫຼາຍໆມາຫາເພິ່ນ.+ 38 ແລ້ວກໍມີຜູ້ຊາຍຄົນໜຶ່ງໃນກຸ່ມນັ້ນຮ້ອງວ່າ: “ອາຈານເອີ້ຍ ຂໍໃຫ້ມາເບິ່ງລູກຊາຍຂ້ອຍແດ່. ລາວເປັນລູກຄົນດຽວຂອງຂ້ອຍ.+ 39 ມີປີສາດໂຕໜຶ່ງເຂົ້າສິງລາວ ຢູ່ບໍ່ຢູ່ລາວກໍຮ້ອງຂຶ້ນທັນທີໂລດ. ມັນມັກເຮັດໃຫ້ລາວຊັກດີ້ນຊັກງໍ ນ້ຳລາຍຟູມປາກ ແລະມັນບໍ່ຍອມອອກຈາກລາວງ່າຍໆເຖິງວ່າໄດ້ທຳຮ້າຍລາວແລ້ວ. 40 ຂ້ອຍຂໍໃຫ້ລູກສິດຂອງທ່ານໄລ່ມັນອອກໄປ ແຕ່ເຂົາເຈົ້າເຮັດບໍ່ໄດ້.” 41 ພະເຢຊູຈຶ່ງເວົ້າວ່າ: “ຄົນສະໄໝນີ້ທີ່ຂາດຄວາມເຊື່ອແລະບໍ່ມີສິນລະທຳເອີ້ຍ+ ຂ້ອຍຈະຕ້ອງຢູ່ກັບພວກເຈົ້າອີກດົນສ່ຳໃດ? ຂ້ອຍຈະຕ້ອງອົດທົນກັບພວກເຈົ້າໄປອີກດົນປານໃດ? ໃສ໋ ເອົາລູກຊາຍຂອງເຈົ້າມານີ້ດຸ.”+ 42 ຕອນທີ່ເດັກນ້ອຍຄົນນັ້ນເຂົ້າມາຫາພະເຢຊູ ປີສາດໂຕນັ້ນກໍຍັງເຮັດໃຫ້ລາວລົ້ມລົງຊັກດີ້ນຊັກງໍຢູ່ພື້ນ. ແຕ່ພະເຢຊູໄລ່ປີສາດຊົ່ວໂຕນັ້ນອອກໄປແລະປົວເດັກນ້ອຍໃຫ້ເຊົາ ແລ້ວກໍເອົາລາວສົ່ງຄືນໃຫ້ພໍ່. 43 ທຸກຄົນຮູ້ສຶກງຶດງໍ້ໃນລິດເດດທີ່ຍິ່ງໃຫຍ່ຂອງພະເຈົ້າ.
ຕອນທີ່ປະຊາຊົນຮູ້ສຶກງຶດກັບສິ່ງທີ່ພະເຢຊູເຮັດ ເພິ່ນເວົ້າກັບພວກລູກສິດວ່າ: 44 “ໃຫ້ຕັ້ງໃຈຟັງແລະໃຫ້ຈື່ໄວ້ວ່າລູກມະນຸດຈະຕ້ອງຖືກທໍລະຍົດແລະຖືກພວກສັດຕູຈັບ.”+ 45 ແຕ່ພວກລູກສິດບໍ່ເຂົ້າໃຈວ່າພະເຢຊູກຳລັງເວົ້າເລື່ອງຫຍັງ ຍ້ອນຄວາມໝາຍຂອງເລື່ອງນັ້ນຍັງບໍ່ຖືກເປີດເຜີຍໃຫ້ເຂົາເຈົ້າຮູ້ ແລະບໍ່ມີໃຜກ້າຖາມເພິ່ນໃນເລື່ອງນັ້ນ.
46 ມີເທື່ອໜຶ່ງ ພວກລູກສິດຖຽງກັນວ່າໃນເຂົາເຈົ້າໃຜຊິເປັນໃຫຍ່ທີ່ສຸດ.+ 47 ພະເຢຊູຮູ້ວ່າເຂົາເຈົ້າຄິດຫຍັງຢູ່ ເພິ່ນຈຶ່ງເອີ້ນເດັກນ້ອຍຄົນໜຶ່ງໃຫ້ມາຢືນຢູ່ທາງຂ້າງເພິ່ນ 48 ແລ້ວເວົ້າກັບພວກລູກສິດວ່າ: “ຜູ້ທີ່ຕ້ອນຮັບເດັກນ້ອຍສ່ຳນີ້ໃນນາມຂອງຂ້ອຍກໍຄືກັບຕ້ອນຮັບຂ້ອຍ ແລະຜູ້ທີ່ຕ້ອນຮັບຂ້ອຍກໍຄືກັບຕ້ອນຮັບຜູ້ທີ່ໃຊ້ຂ້ອຍມາຄືກັນ.+ ຜູ້ທີ່ເຮັດໂຕເປັນຄົນຕ່ຳຕ້ອຍໃນພວກເຈົ້າ ຜູ້ນັ້ນແຫຼະຈະໄດ້ເປັນໃຫຍ່.”+
49 ໂຢຮັນກໍເວົ້າຂຶ້ນວ່າ: “ອາຈານ ພວກເຮົາເຫັນຜູ້ໜຶ່ງໄລ່ປີສາດໂດຍໃຊ້ຊື່ຂອງທ່ານ ພວກເຮົາພະຍາຍາມຫ້າມລາວຍ້ອນລາວບໍ່ແມ່ນພວກດຽວກັບເຮົາ.”+ 50 ແຕ່ພະເຢຊູບອກໂຢຮັນວ່າ: “ຢ່າຫ້າມລາວ ຜູ້ທີ່ບໍ່ຕໍ່ຕ້ານພວກເຈົ້າກໍເປັນພວກດຽວກັບພວກເຈົ້າ.”
51 ເມື່ອໃກ້ຈະຮອດເວລາທີ່ພະເຢຊູຂຶ້ນຈະໄປສະຫວັນ+ ເພິ່ນຕັ້ງໃຈວ່າຈັ່ງໃດກໍຕ້ອງໄປເມືອງເຢຣູຊາເລັມ 52 ເພິ່ນຈຶ່ງໃຊ້ຄົນໃຫ້ເດີນທາງໄປກ່ອນ. ເຂົາເຈົ້າກໍເຂົ້າໄປໃນບ້ານໜຶ່ງຂອງຄົນຊາມາເຣຍເພື່ອຈັດກຽມສິ່ງຕ່າງໆໃຫ້ພ້ອມສຳລັບເພິ່ນ. 53 ແຕ່ຄົນທີ່ຢູ່ຫັ້ນບໍ່ຕ້ອນຮັບພະເຢຊູ+ ຍ້ອນເຫັນວ່າເພິ່ນຕັ້ງໃຈຈະໄປເມືອງເຢຣູຊາເລັມ. 54 ເມື່ອຢາໂກໂບກັບໂຢຮັນ+ເຫັນແບບນັ້ນກໍຖາມວ່າ: “ນາຍເອີ້ຍ ຢາກໃຫ້ພວກເຮົາເອີ້ນໄຟຈາກຟ້າລົງມາຈູດເຂົາເຈົ້າໃຫ້ຈິບຫາຍໄປເລີຍບໍ?”+ 55 ແຕ່ພະເຢຊູປິ່ນໄປຕຳໜິ 2 ຄົນນັ້ນ. 56 ຈາກນັ້ນ ເພິ່ນກັບພວກລູກສິດກໍໄປບ້ານອື່ນ.
57 ຕອນທີ່ພະເຢຊູກັບພວກລູກສິດກຳລັງເດີນທາງຢູ່ ມີຜູ້ໜຶ່ງມາເວົ້າກັບເພິ່ນວ່າ: “ຂ້ອຍຈະໄປນຳທ່ານທຸກບ່ອນ.” 58 ແຕ່ພະເຢຊູບອກລາວວ່າ: “ໝາໄນຍັງມີໂຜ້ງຢູ່ແລະນົກກໍມີຮັງ ແຕ່ລູກມະນຸດບໍ່ມີບ່ອນທີ່ຈະຊົ້ນຫົວນອນ.”+ 59 ແລ້ວພະເຢຊູເວົ້າກັບອີກຜູ້ໜຶ່ງວ່າ: “ມາເປັນລູກສິດຂ້ອຍແມ້.” ຜູ້ນັ້ນບອກວ່າ: “ນາຍເອີ້ຍ ຂໍໃຫ້ຂ້ອຍໄປຝັງສົບພໍ່ກ່ອນ.”+ 60 ແຕ່ເພິ່ນບອກລາວວ່າ: “ໃຫ້ຄົນຕາຍ+ຝັງຄົນຕາຍສະ* ສ່ວນເຈົ້າໃຫ້ໄປປະກາດເລື່ອງການປົກຄອງຂອງພະເຈົ້າໃນບ່ອນຕ່າງໆ.”+ 61 ອີກຜູ້ໜຶ່ງເວົ້າວ່າ: “ນາຍເອີ້ຍ ຂ້ອຍຈະໄປນຳທ່ານ ແຕ່ຂໍໃຫ້ຂ້ອຍໄປລາຄົນຢູ່ເຮືອນກ່ອນ.” 62 ພະເຢຊູບອກລາວວ່າ: “ຜູ້ທີ່ຈັບຄັນໄຖແລ້ວຫຼຽວຫຼັງ+ກໍບໍ່ເໝາະສົມກັບການປົກຄອງຂອງພະເຈົ້າ.”+
10 ຕໍ່ມາ ພະເຢຊູເລືອກລູກສິດອີກ 70 ຄົນ ແລ້ວສົ່ງອອກໄປເປັນຄູ່ໆ.+ ເພິ່ນໃຫ້ເຂົາເຈົ້າເດີນທາງໄປກ່ອນໃນທຸກເມືອງແລະທຸກບ່ອນທີ່ເພິ່ນກຳລັງຈະໄປ. 2 ເພິ່ນບອກເຂົາເຈົ້າວ່າ: “ຢູ່ທົ່ງນາມີເຂົ້າໃຫ້ກ່ຽວຫຼາຍ ແຕ່ຄົນເຮັດວຽກຍັງມີໜ້ອຍ. ດັ່ງນັ້ນ ໃຫ້ຂໍກັບເຈົ້າຂອງນາໃຫ້ສົ່ງຄົນເຮັດວຽກມາຕື່ມເພື່ອເຮັດວຽກເກັບກ່ຽວຂອງເພິ່ນ.”+ 3 ໄປໂລດ! ແຕ່ຂໍໃຫ້ຈື່ໄວ້ວ່າ ເມື່ອຂ້ອຍໃຊ້ພວກເຈົ້າໄປ ພວກເຈົ້າຈະເປັນຄືກັບແກະໃນຝູງໝາປ່າ.+ 4 ບໍ່ຕ້ອງເອົາຖົງເງິນ ຖົງໃສ່ຂອງກິນ ຫຼືເກີບອີກຄູ່ໜຶ່ງໄປນຳ+ ແລະຢ່າຢຸດທັກທາຍຜູ້ໃດດົນໆໃນລະຫວ່າງທາງ. 5 ເມື່ອພວກເຈົ້າເຂົ້າໄປເຮືອນຫຼັງໃດ ໃຫ້ອວຍພອນເຂົາເຈົ້າກ່ອນວ່າ ‘ຂໍໃຫ້ເຮືອນນີ້ມີຄວາມສະຫງົບສຸກ.’+ 6 ຖ້າເຮືອນຫຼັງນັ້ນມີຄົນທີ່ມັກຄວາມສະຫງົບສຸກ ເຂົາເຈົ້າກໍຈະໄດ້ຮັບຄວາມສະຫງົບສຸກນັ້ນ ແຕ່ຖ້າບໍ່ມີ ພວກເຈົ້າເອງກໍຍັງມີຄວາມສະຫງົບສຸກຢູ່. 7 ໃຫ້ພວກເຈົ້າພັກຢູ່ເຮືອນຂອງຄົນທີ່ຕ້ອນຮັບພວກເຈົ້າ+ ກິນແລະດື່ມຕາມທີ່ເຂົາເຈົ້າຈັດໃຫ້+ ຍ້ອນຄົນທີ່ເຮັດວຽກຄວນຈະໄດ້ຄ່າຈ້າງ.+ ຢ່າຍ້າຍຈາກເຮືອນນັ້ນເຂົ້າໄປຢູ່ເຮືອນອື່ນ.
8 ເມື່ອພວກເຈົ້າເຂົ້າໄປເມືອງໃດ ແລ້ວເຂົາເຈົ້າຕ້ອນຮັບ ກໍໃຫ້ກິນຕາມທີ່ເຂົາເຈົ້າຈັດໃຫ້ 9 ປົວຄົນເຈັບປ່ວຍໃນເມືອງນັ້ນ ແລະບອກເຂົາເຈົ້າວ່າ ‘ການປົກຄອງຂອງພະເຈົ້າມາໃກ້ພວກເຈົ້າແລ້ວ.’+ 10 ແຕ່ເມື່ອພວກເຈົ້າເຂົ້າໄປໃນເມືອງໃດ ແລ້ວເຂົາເຈົ້າບໍ່ຕ້ອນຮັບ ກໍໃຫ້ອອກໄປຕາມທາງໃຫຍ່ແລະເວົ້າວ່າ 11 ‘ພວກເຮົາປັດຂີ້ຝຸ່ນຂອງເມືອງນີ້ທີ່ຕິດຕີນເຮົາອອກ ເພື່ອສະແດງວ່າພວກເຮົາເຕືອນພວກເຈົ້າແລ້ວ+ ແລະຂໍໃຫ້ຮູ້ວ່າການປົກຄອງຂອງພະເຈົ້າມາໃກ້ແລ້ວ.’ 12 ຂ້ອຍຈະບອກໃຫ້ຮູ້ວ່າ ໃນມື້ທີ່ພະເຈົ້າຕັດສິນ ເມືອງນັ້ນຈະຖືກໂທດໜັກກວ່າເມືອງໂຊໂດມອີກ.+
13 ເມືອງໂຂຣາຊິນ ເມືອງເບັດຊາອີດາ ພວກເຈົ້າຕ້ອງຈິບຫາຍແທ້ໆ! ຖ້າຂ້ອຍໄປເຮັດການອັດສະຈັນໃນເມືອງຕີເຣແລະເມືອງຊີໂດນຄືກັບທີ່ຂ້ອຍເຮັດໃນເມືອງຂອງພວກເຈົ້າ ປານນີ້ເຂົາເຈົ້າຄືຊິກັບໃຈແຕ່ດົນແລ້ວໂດຍນຸ່ງຜ້າເນື້ອຫຍາບແລະນັ່ງເທິງກອງຂີ້ເທົ່າ.+ 14 ດັ່ງນັ້ນ ເມື່ອຮອດມື້ທີ່ພະເຈົ້າຕັດສິນ ພວກເຈົ້າຈະຖືກໂທດໜັກກວ່າເມືອງຕີເຣກັບເມືອງຊີໂດນອີກ. 15 ສ່ວນເມືອງກາເປນາອູມ ພວກເຈົ້າຄິດວ່າຈະຖືກຍົກຂຶ້ນໃຫ້ສູງຈຳຟ້າພຸ້ນບໍ? ພວກເຈົ້າຈະຕ້ອງລົງໄປໃນບ່ອນຝັງສົບ*ແທນ.
16 ຄົນທີ່ຟັງພວກເຈົ້າກໍສ່ຳກັບຟັງຂ້ອຍ+ ຄົນທີ່ປະຕິເສດພວກເຈົ້າກໍສ່ຳກັບປະຕິເສດຂ້ອຍ ແລະຄົນທີ່ປະຕິເສດຂ້ອຍກໍສ່ຳກັບປະຕິເສດຜູ້ທີ່ໃຊ້ຂ້ອຍມາ.”+
17 ຕໍ່ມາ ລູກສິດ 70 ຄົນນັ້ນກັບມາດ້ວຍຄວາມດີໃຈແລະເວົ້າວ່າ: “ອາຈານ ເມື່ອພວກເຮົາອ້າງຊື່ທ່ານ ແມ່ນແຕ່ພວກປີສາດກໍຍັງຢູ່ໃຕ້ອຳນາດເຮົາ.”+ 18 ພະເຢຊູຈຶ່ງບອກເຂົາເຈົ້າວ່າ: “ຂ້ອຍເຫັນຊາຕານຕົກຈາກຟ້າແລ້ວ+ຄືກັບຟ້າແມບ. 19 ຂ້ອຍໃຫ້ພວກເຈົ້າມີອຳນາດຢຽບງູພິດກັບແມງງອດ ແລະມີອຳນາດເໜືອສັດຕູທັງໝົດ+ ແລະຈະບໍ່ມີສິ່ງໃດມາທຳຮ້າຍພວກເຈົ້າໄດ້ເລີຍ. 20 ຢ່າດີໃຈທີ່ພວກປີສາດຢູ່ໃຕ້ອຳນາດພວກເຈົ້າ ແຕ່ໃຫ້ດີໃຈທີ່ຊື່ຂອງພວກເຈົ້າຖືກຈົດໄວ້ແລ້ວໃນສະຫວັນ.”+ 21 ໃນຕອນນັ້ນ ພະລັງບໍລິສຸດເຮັດໃຫ້ພະເຢຊູມີຄວາມສຸກຫຼາຍ ເພິ່ນຈຶ່ງເວົ້າວ່າ: “ພໍ່ເອີ້ຍ ພໍ່ມີອຳນາດເໜືອສະຫວັນແລະໂລກນີ້. ລູກຂໍສັນລະເສີນພໍ່ຕໍ່ໜ້າທຸກຄົນ ຍ້ອນພໍ່ເຊື່ອງສິ່ງເຫຼົ່ານີ້ໄວ້ຢ່າງດີຈາກຄົນມີຄວາມຮູ້ແລະຄົນສະຫຼາດ+ ແຕ່ເປີດເຜີຍໃຫ້ພວກເດັກນ້ອຍໄດ້ຮູ້. ພໍ່ເອີ້ຍ ນີ້ແມ່ນສິ່ງທີ່ພໍ່ພໍໃຈຢາກໃຫ້ເປັນ.”+ 22 ແລ້ວພະເຢຊູກໍປິ່ນມາເວົ້າວ່າ: “ຕອນນີ້ພໍ່ຂອງຂ້ອຍເອົາທຸກສິ່ງທຸກຢ່າງໃຫ້ຂ້ອຍແລ້ວ. ບໍ່ມີຜູ້ໃດຮູ້ຈັກລູກຂອງພະເຈົ້າ ນອກຈາກພະເຈົ້າຜູ້ເປັນພໍ່ ແລະບໍ່ມີຜູ້ໃດຮູ້ຈັກພະເຈົ້າຜູ້ເປັນພໍ່ ນອກຈາກລູກຂອງເພິ່ນ+ແລະຜູ້ທີ່ລູກຂອງເພິ່ນຢາກບອກໃຫ້ຮູ້.”+
23 ຕອນທີ່ບໍ່ມີຄົນອື່ນຢູ່ນຳ ພະເຢຊູເວົ້າກັບພວກລູກສິດວ່າ: “ຄົນທີ່ເຫັນສິ່ງທີ່ພວກເຈົ້າເຫັນຢູ່ນີ້ກໍມີຄວາມສຸກ.+ 24 ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ພະຍາກອນຫຼາຍຄົນແລະກະສັດຫຼາຍອົງຢາກເຫັນສິ່ງທີ່ພວກເຈົ້າເຫັນຢູ່ຕອນນີ້ ແຕ່ເຂົາເຈົ້າບໍ່ໄດ້ເຫັນ+ ແລະເຂົາເຈົ້າຢາກໄດ້ຍິນສິ່ງທີ່ພວກເຈົ້າໄດ້ຍິນຢູ່ຕອນນີ້ ແຕ່ເຂົາເຈົ້າກໍບໍ່ໄດ້ຍິນ.”
25 ຜູ້ຊາຍຄົນໜຶ່ງທີ່ຊ່ຽວຊານກົດໝາຍຂອງໂມເຊໄດ້ລຸກຂຶ້ນທົດສອບພະເຢຊູແລະຖາມວ່າ: “ອາຈານ ຂ້ອຍຕ້ອງເຮັດຫຍັງຈຶ່ງຈະໄດ້ຊີວິດຕະຫຼອດໄປ?”*+ 26 ເພິ່ນຕອບລາວວ່າ: “ກົດໝາຍຂອງໂມເຊຂຽນໄວ້ແນວໃດ? ເຈົ້າອ່ານແລ້ວເຂົ້າໃຈຈັ່ງໃດ?” 27 ລາວຕອບວ່າ: “‘ເຈົ້າຕ້ອງຮັກພະເຢໂຫວາ*ພະເຈົ້າຂອງເຈົ້າສຸດຫົວໃຈ ສຸດຊີວິດ ສຸດກຳລັງ ແລະສຸດຄວາມຄິດ’+ ແລະ ‘ເຈົ້າຕ້ອງຮັກເພື່ອນບ້ານຄືກັບຮັກໂຕເອງ.’”+ 28 ພະເຢຊູບອກລາວວ່າ: “ເຈົ້າຕອບຖືກແລ້ວ. ໃຫ້ເຮັດຕາມກົດໝາຍ 2 ຂໍ້ນີ້ ແລ້ວເຈົ້າຈະໄດ້ຊີວິດຕະຫຼອດໄປ.”+
29 ແຕ່ຜູ້ຊາຍຄົນນັ້ນຢາກສະແດງວ່າໂຕເອງເຮັດຕາມກົດໝາຍຂອງພະເຈົ້າຢູ່ແລ້ວ+ ລາວຈຶ່ງຖາມພະເຢຊູວ່າ: “ໃຜແມ່ນເພື່ອນບ້ານທີ່ຂ້ອຍຕ້ອງຮັກ?” 30 ພະເຢຊູຕອບໂດຍເລົ່າເລື່ອງວ່າ: “ຜູ້ຊາຍຄົນໜຶ່ງເດີນທາງຈາກເມືອງເຢຣູຊາເລັມລົງໄປເມືອງເຢຣິໂກແລະລາວຖືກໂຈນປຸ້ນກາງທາງ. ພວກໂຈນເອົາທຸກສິ່ງທຸກຢ່າງໄປໝົດ ແລະຍັງຕີລາວຈົນເກືອບຕາຍ ແລ້ວເຂົາເຈົ້າກໍໜີໄປ. 31 ມີປະໂລຫິດຜູ້ໜຶ່ງບັງເອີນຍ່າງລົງມາທາງນັ້ນ ແຕ່ເມື່ອເຫັນຄົນທີ່ຖືກປຸ້ນ ລາວກໍຂ້າມໄປຍ່າງອີກຟາກໜຶ່ງ. 32 ຄົນເລວີຜູ້ໜຶ່ງກໍເຮັດແບບດຽວກັນ. ເມື່ອລາວມາຮອດບ່ອນນັ້ນແລະເຫັນຄົນທີ່ຖືກປຸ້ນ ລາວກໍຂ້າມໄປຍ່າງອີກຟາກໜຶ່ງ. 33 ແຕ່ເມື່ອຄົນຊາມາເຣຍຜູ້ໜຶ່ງ+ຍ່າງກາຍມາເຫັນຜູ້ຊາຍຄົນນັ້ນ ລາວກໍຮູ້ສຶກອີ່ຕົນ. 34 ລາວເຂົ້າໄປຫາ ເທນ້ຳມັນກັບເຫຼົ້າແວງໃສ່ບາດແລະເອົາຜ້າພັນໄວ້ ແລ້ວຍົກຄົນທີ່ຖືກປຸ້ນຂຶ້ນຂີ່ເທິງຫຼັງສັດຂອງໂຕເອງ ພາໄປໂຮງແຮມ ແລະເບິ່ງແຍງລາວ. 35 ມື້ຕໍ່ມາ ລາວເອົາເງິນ 2 ເດນາຣິອົນ*ໃຫ້ເຈົ້າຂອງໂຮງແຮມແລ້ວເວົ້າວ່າ ‘ເບິ່ງແຍງລາວໃຫ້ແດ່. ຖ້າມີຄ່າໃຊ້ຈ່າຍຫຼາຍກວ່ານີ້ ຕອນທີ່ກັບມາຂ້ອຍຈະຈ່າຍຄືນໃຫ້.’ 36 ໃນ 3 ຄົນນີ້ ເຈົ້າຄິດວ່າຜູ້ໃດເປັນເພື່ອນບ້ານທີ່ຮັກ+ຄົນທີ່ຖືກປຸ້ນ?” 37 ລາວຕອບວ່າ: “ຄົນທີ່ຊ່ວຍເຫຼືອຜູ້ຊາຍຄົນນັ້ນ.”+ ພະເຢຊູຈຶ່ງບອກລາວວ່າ: “ໃຫ້ເຈົ້າໄປເຮັດແບບນັ້ນຄືກັນ.”+
38 ພະເຢຊູກັບພວກລູກສິດເດີນທາງເຂົ້າໄປໃນບ້ານໜຶ່ງ ແລະຜູ້ຍິງຄົນໜຶ່ງຊື່ມາທາ+ໄດ້ຕ້ອນຮັບເພິ່ນຢູ່ເຮືອນຂອງລາວ. 39 ມາທາມີນ້ອງສາວຊື່ມາຣິອາ. ມາຣິອານັ່ງຢູ່ໃກ້ຕີນພະເຢຊູແລະຕັ້ງໃຈຟັງສິ່ງທີ່ເພິ່ນເວົ້າ. 40 ສ່ວນມາທາຫຍຸ້ງຢູ່ກັບວຽກຫຼາຍຢ່າງ. ລາວເຂົ້າມາເວົ້າກັບພະເຢຊູວ່າ: “ອາຈານ ທ່ານບໍ່ເຫັນບໍວ່ານ້ອງສາວປ່ອຍໃຫ້ຂ້ອຍເຮັດວຽກຄົນດຽວ? ບອກລາວໃຫ້ມາຊ່ວຍຂ້ອຍແດ່.” 41 ເພິ່ນຕອບລາວວ່າ: “ມາທາ ມາທາ ເຈົ້າອຸກໃຈແລະວຸ່ນວາຍກັບຫຼາຍຢ່າງໂພດ. 42 ສິ່ງທີ່ຈຳເປັນມີພຽງບໍ່ເທົ່າໃດຢ່າງຫຼືພຽງຢ່າງດຽວກໍພໍແລ້ວ. ມາຣິອາເລືອກສິ່ງທີ່ດີ*+ແລະຈະບໍ່ມີຜູ້ໃດຍາດເອົາສິ່ງນັ້ນໄປຈາກລາວໄດ້.”
11 ມີມື້ໜຶ່ງ ພະເຢຊູອະທິດຖານຢູ່ບ່ອນໜຶ່ງ. ເມື່ອອະທິດຖານແລ້ວໆ ລູກສິດຄົນໜຶ່ງກໍເວົ້າກັບເພິ່ນວ່າ: “ອາຈານ ສອນພວກເຮົາໃຫ້ຮູ້ວິທີອະທິດຖານຄືກັບທີ່ໂຢຮັນສອນລູກສິດຂອງລາວໄດ້ບໍ?”
2 ພະເຢຊູຈຶ່ງບອກພວກລູກສິດວ່າ: “ຕອນທີ່ອະທິດຖານໃຫ້ເວົ້າວ່າ ‘ພະເຈົ້າ ພໍ່ຂອງພວກເຮົາ ຂໍໃຫ້ຊື່ຂອງພະອົງໄດ້ຮັບຄວາມນັບຖືຫຼາຍທີ່ສຸດຕະຫຼອດໄປ.*+ ຂໍໃຫ້ພະອົງເລີ່ມປົກຄອງພວກເຮົາ.+ 3 ຂໍໃຫ້ພວກເຮົາມີຂອງກິນ*ພໍກິນໃນແຕ່ລະມື້.+ 4 ຂໍພະອົງຍົກໂທດໃຫ້ພວກເຮົາທີ່ເຮັດຜິດ+ ຄືກັບທີ່ພວກເຮົາຍົກໂທດໃຫ້ທຸກຄົນທີ່ເຮັດຜິດຕໍ່ພວກເຮົາ*+ ແລະຂໍພະອົງຊ່ວຍພວກເຮົາບໍ່ໃຫ້ຍອມແພ້ຕໍ່ການລໍ້ໃຈ.’”+
5 ແລ້ວພະເຢຊູເວົ້າກັບເຂົາເຈົ້າວ່າ: “ສົມມຸດວ່າພວກເຈົ້າຄົນໜຶ່ງໄປຫາໝູ່ຕອນທ່ຽງຄືນແລະເວົ້າກັບລາວວ່າ ‘ສ່ຽວເອີ້ຍ ຂໍຢືມເຂົ້າຈີ່ແດ່ຈັກ 3 ກ້ອນ. 6 ຂ້ອຍມີໝູ່ຜູ້ໜຶ່ງຫາກໍມາຢາມແລະຂ້ອຍບໍ່ມີຫຍັງໃຫ້ລາວກິນ.’ 7 ແຕ່ໝູ່ທີ່ຢູ່ໃນເຮືອນບອກວ່າ ‘ຢ່າມາລົບກວນຂ້ອຍ. ປະຕູເຮືອນກໍລ໋ອກແລ້ວ ແລະຂ້ອຍກັບລູກກໍນອນແລ້ວ. ຂ້ອຍລຸກໄປເອົາໃຫ້ເຈົ້າບໍ່ໄດ້ດອກ.’ 8 ຂ້ອຍຈະບອກພວກເຈົ້າວ່າ ໃນທີ່ສຸດ ລາວຈະລຸກໄປເອົາເຂົ້າຈີ່ໃຫ້ຜູ້ນັ້ນ ບໍ່ແມ່ນຍ້ອນຄວາມເປັນໝູ່ ແຕ່ຍ້ອນຜູ້ນັ້ນຂໍບໍ່ເຊົາ.+ 9 ດັ່ງນັ້ນ ຂ້ອຍຈະບອກພວກເຈົ້າວ່າ ໃຫ້ຂໍຕໍ່ໆໄປ+ແລ້ວພວກເຈົ້າຈະໄດ້ຮັບ ໃຫ້ຊອກຕໍ່ໆໄປແລ້ວພວກເຈົ້າຈະເຫັນ ໃຫ້ເຄາະຕໍ່ໆໄປແລ້ວປະຕູຈະເປີດອອກ.+ 10 ຍ້ອນທຸກຄົນທີ່ຂໍກໍຈະໄດ້ຮັບ+ ທຸກຄົນທີ່ຊອກກໍຈະເຫັນ ແລະທຸກຄົນທີ່ເຄາະ ປະຕູກໍຈະເປີດອອກ. 11 ຖ້າລູກຂໍປາ ພໍ່ຊິເອົາງູພິດໃຫ້ບໍ?+ 12 ຫຼືຖ້າລູກຂໍໄຂ່ ພໍ່ຈະຍື່ນແມງງອດໃຫ້ບໍ? 13 ພວກເຈົ້າທີ່ເປັນຄົນບາບຍັງຮູ້ຈັກເອົາແນວດີໆໃຫ້ລູກ. ຄັນຊັ້ນ ພະເຈົ້າພໍ່ຂອງພວກເຈົ້າທີ່ຢູ່ໃນສະຫວັນກໍແຮ່ງຈະເອົາພະລັງບໍລິສຸດໃຫ້ຄົນທີ່ຂໍນຳເພິ່ນບໍ່ແມ່ນບໍ?”+
14 ຕໍ່ມາ ພະເຢຊູໄດ້ໄລ່ປີສາດທີ່ເຮັດໃຫ້ຄົນປາກກືກ.+ ເມື່ອປີສາດອອກໄປແລ້ວ ຄົນທີ່ປາກກືກກໍເວົ້າໄດ້ ແລະປະຊາຊົນທີ່ເຫັນກໍຮູ້ສຶກງຶດ.+ 15 ແຕ່ບາງຄົນເວົ້າວ່າ: “ຜູ້ນີ້ໄລ່ພວກປີສາດອອກໄດ້ຍ້ອນລາວໄດ້ອຳນາດຈາກເບເອນເຊບູນ*ທີ່ເປັນຫົວໜ້າຂອງພວກປີສາດ.”+ 16 ບາງຄົນໄດ້ມາທົດສອບພະເຢຊູ ເຂົາເຈົ້າທ້າເພິ່ນໃຫ້ເຮັດການອັດສະຈັນ+ໃນທ້ອງຟ້າໃຫ້ເຂົາເຈົ້າເຫັນ. 17 ພະເຢຊູຮູ້ວ່າເຂົາເຈົ້າຄິດຫຍັງຢູ່+ ເພິ່ນຈຶ່ງເວົ້າວ່າ: “ຖ້າປະເທດໃດແຕກແຍກກັນ ປະເທດນັ້ນກໍຈະຫຼົ້ມຈົມ ແລະຖ້າຄອບຄົວ*ໃດແຕກແຍກກັນ ຄອບຄົວນັ້ນກໍຈະຫຼົ້ມສະຫຼາຍ. 18 ຄັນຊັ້ນ ຖ້າຊາຕານຕໍ່ສູ້ກັບໂຕເອງ ອານາຈັກຂອງມັນກໍຈະແຕກແຍກແລະຢູ່ບໍ່ລອດ. ພວກເຈົ້າເວົ້າວ່າຂ້ອຍໄລ່ປີສາດອອກໄດ້ຍ້ອນອຳນາດຂອງເບເອນເຊບູນ. 19 ຖ້າຂ້ອຍໄລ່ປີສາດອອກໄດ້ຍ້ອນອຳນາດຂອງເບເອນເຊບູນ ແລ້ວຄົນຂອງພວກເຈົ້າໄລ່ປີສາດອອກໄດ້ຍ້ອນອຳນາດຂອງໃຜ? ຄົນຂອງພວກເຈົ້າຫັ້ນແຫຼະທີ່ສະແດງໃຫ້ເຫັນວ່າພວກເຈົ້າເວົ້າຜິດ. 20 ແຕ່ຖ້າຂ້ອຍໄລ່ປີສາດອອກໄດ້ຍ້ອນພະລັງຂອງພະເຈົ້າ*+ ກໍສະແດງວ່າການປົກຄອງຂອງພະເຈົ້າຢູ່ນີ້ແລ້ວ ແຕ່ພວກເຈົ້າພັດບໍ່ຮູ້ໂຕ.+ 21 ເມື່ອຄົນແຂງແຮງຖືອາວຸດຫຼາຍຢ່າງເຝົ້າເຮືອນຂອງໂຕເອງ ຊັບສົມບັດຂອງລາວກໍປອດໄພ. 22 ແຕ່ເມື່ອຄົນທີ່ແຂງແຮງກວ່າມາຕໍ່ສູ້ແລະຊະນະລາວ ຜູ້ນັ້ນກໍຍຶດເອົາອາວຸດທັງໝົດທີ່ເຈົ້າຂອງເຮືອນເຊື່ອວ່າຈະປົກປ້ອງຊັບສົມບັດຂອງລາວ ແລະເອົາຊັບສົມບັດທີ່ປຸ້ນໄດ້ນັ້ນໄປແບ່ງໃຫ້ຄົນອື່ນ. 23 ຜູ້ທີ່ບໍ່ຢູ່ຝ່າຍຂ້ອຍກໍຕໍ່ຕ້ານຂ້ອຍ ແລະຜູ້ທີ່ບໍ່ຊ່ວຍຂ້ອຍລວບລວມຄົນກໍໄລ່ຄົນໃຫ້ໜີໄປ.+
24 ເມື່ອປີສາດໂຕໜຶ່ງອອກຈາກຄົນທີ່ມັນສິງ ມັນເລາະໄປເລາະມາຕາມບ່ອນທີ່ປ່ຽວແລະແຫ້ງແລ້ງເພື່ອຊອກຫາບ່ອນຢູ່ ແຕ່ກໍບໍ່ເຫັນ. ມັນຈຶ່ງເວົ້າວ່າ ‘ກັບໄປສິງຜູ້ເກົ່າທີ່ເຄີຍເປັນບ່ອນຢູ່ຂອງຂ້ອຍກະດີກວ່າ.’+ 25 ເມື່ອມັນກັບມາກໍເຫັນວ່າບ່ອນນັ້ນປັດກວາດຈົນສະອາດແລະຕົກແຕ່ງໄວ້ແລ້ວ 26 ມັນຈຶ່ງຊວນພວກປີສາດທີ່ຊົ່ວກວ່າມັນອີກ 7 ໂຕເຂົ້າໄປສິງຄົນທີ່ເຄີຍເປັນບ່ອນຢູ່ຂອງມັນ ແລະເຮັດໃຫ້ສະພາບຂອງຜູ້ນັ້ນແຮ່ງຮ້າຍກວ່າເກົ່າອີກ.”
27 ຕອນທີ່ພະເຢຊູເວົ້າຢູ່ ຜູ້ຍິງຄົນໜຶ່ງໃນກຸ່ມຜູ້ຟັງກໍຮ້ອງຂຶ້ນວ່າ: “ຜູ້ຍິງທີ່ເກີດທ່ານແລະໃຫ້ທ່ານກິນນົມກໍມີຄວາມສຸກແທ້ໆ!”+ 28 ແຕ່ພະເຢຊູບອກວ່າ: “ບໍ່ແມ່ນດອກ. ຄົນທີ່ມີຄວາມສຸກແມ່ນຄົນທີ່ໄດ້ຍິນຄຳສອນຂອງພະເຈົ້າແລະເຮັດຕາມສິ່ງນັ້ນ.”+
29 ເມື່ອປະຊາຊົນມາລວມກັນຫຼາຍຂຶ້ນ ພະເຢຊູກໍເວົ້າກັບເຂົາເຈົ້າວ່າ: “ຄົນສະໄໝນີ້ເປັນຄົນຊົ່ວ. ເຂົາເຈົ້າມີແຕ່ຢາກເຫັນການອັດສະຈັນ ແຕ່ເຂົາເຈົ້າຈະບໍ່ໄດ້ເຫັນຫຍັງເລີຍ ນອກຈາກການອັດສະຈັນທີ່ເກີດຂຶ້ນກັບໂຢນາ.+ 30 ສິ່ງທີ່ເກີດຂຶ້ນກັບໂຢນາ+ເປັນຫຼັກຖານໃຫ້ຄົນນີເນເວ ແລະສິ່ງທີ່ຈະເກີດຂຶ້ນກັບລູກມະນຸດກໍເປັນຫຼັກຖານໃຫ້ຄົນສະໄໝນີ້ຄືກັນ. 31 ຕອນທີ່ພະເຈົ້າມາຕັດສິນ ລາຊີນີຈາກທິດໃຕ້+ຈະຖືກປຸກໃຫ້ຄືນມາຈາກຕາຍພ້ອມກັບຄົນໃນສະໄໝນີ້ ແລະລາວຈະຕຳໜິເຂົາເຈົ້າ ຍ້ອນລາວອົດສາເດີນທາງມາແຕ່ໄກເພື່ອຟັງຄຳສອນທີ່ສະຫຼາດຫຼັກແຫຼມຂອງໂຊໂລໂມນ. ແຕ່ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ທີ່ສຳຄັນກວ່າໂຊໂລໂມນກໍຢູ່ນີ້ແລ້ວ.+ 32 ເມື່ອພະເຈົ້າມາຕັດສິນ ຄົນໃນເມືອງນີເນເວຈະຖືກປຸກໃຫ້ຄືນມາຈາກຕາຍພ້ອມກັບຄົນໃນສະໄໝນີ້ ແລະເຂົາເຈົ້າຈະຕຳໜິຄົນໃນສະໄໝນີ້ ຍ້ອນເຂົາເຈົ້າກັບໃຈເມື່ອໄດ້ຟັງໂຢນາປະກາດ.+ ແຕ່ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ທີ່ສຳຄັນກວ່າໂຢນາກໍຢູ່ນີ້ແລ້ວ. 33 ເມື່ອຄົນເຮົາໄຕ້ຕະກຽງແລ້ວຈະບໍ່ເອົາມັນໄປເຊື່ອງຫຼືເອົາກະຕ່າມາງວມໄວ້ ແຕ່ລາວຈະຕັ້ງໄວ້ເທິງຂາຕະກຽງ+ເພື່ອຄົນທີ່ເຂົ້າມາໃນຫ້ອງຈະເຫັນແສງສະຫວ່າງ. 34 ຕາເປັນຄືກັບແສງສະຫວ່າງໃຫ້ຮ່າງກາຍ. ຖ້າຕາຂອງພວກເຈົ້າເບິ່ງແຕ່ສິ່ງດຽວ* ທຸກສ່ວນໃນຮ່າງກາຍກໍຈະແຈ້ງສະຫວ່າງ. ແຕ່ຖ້າຕາຂອງພວກເຈົ້າເບິ່ງຄົນອື່ນດ້ວຍຄວາມອິດສາ* ທຸກສ່ວນໃນຮ່າງກາຍຂອງພວກເຈົ້າກໍຈະມືດ.+ 35 ລະວັງໃຫ້ດີ ເພື່ອສິ່ງທີ່ພວກເຈົ້າຄິດວ່າເປັນແສງສະຫວ່າງໃນໂຕພວກເຈົ້າຈະບໍ່ແມ່ນຄວາມມືດ. 36 ຖ້າທຸກສ່ວນໃນຮ່າງກາຍຂອງພວກເຈົ້າແຈ້ງສະຫວ່າງແລະບໍ່ມີສ່ວນໃດມືດເລີຍ ຮ່າງກາຍນັ້ນກໍຈະແຈ້ງຄືກັບຕະກຽງທີ່ສ່ອງແສງໃຫ້ພວກເຈົ້າ.”
37 ເມື່ອພະເຢຊູເວົ້າຈົບແລ້ວ ຟາຣີຊາຍຜູ້ໜຶ່ງຊວນເພິ່ນໃຫ້ໄປກິນເຂົ້ານຳ ເພິ່ນຈຶ່ງໄປເຮືອນລາວແລະນັ່ງກິນເຂົ້າໂຕະດຽວກັບລາວ. 38 ແຕ່ຟາຣີຊາຍຄົນນັ້ນແປກໃຈທີ່ເຫັນວ່າເພິ່ນບໍ່ໄດ້ລ້າງມື*ກ່ອນກິນເຂົ້າ.+ 39 ພະເຢຊູເວົ້າກັບລາວວ່າ: “ພວກຟາຣີຊາຍ ພວກເຈົ້າເປັນຄືກັບຈອກແລະຈານທີ່ລ້າງແຕ່ທາງນອກ ສ່ວນທາງໃນພັດມີແຕ່ຄວາມໂລບແລະຄວາມຊົ່ວຮ້າຍ.+ 40 ພວກບໍ່ມີເຫດຜົນເອີ້ຍ ພະເຈົ້າສ້າງທັງພາຍໃນແລະພາຍນອກຂອງຄົນບໍ່ແມ່ນບໍ? 41 ເມື່ອພວກເຈົ້າຊ່ວຍເຫຼືອຄົນທຸກ*ກໍໃຫ້ເຮັດຈາກໃຈ ແລ້ວທຸກສ່ວນໃນຮ່າງກາຍຂອງພວກເຈົ້າກໍຈະສະອາດ. 42 ພວກຟາຣີຊາຍ ພວກເຈົ້າຕ້ອງຖືກໂທດໜັກແທ້ໆ! ຍ້ອນພວກເຈົ້າເອົາ 1 ສ່ວນ 10 ຂອງຫອມລາບ ອີຣຸດ* ແລະສະໝຸນໄພອື່ນໆ*ມາໃຫ້ພະເຈົ້າ+ ແຕ່ພັດເບິ່ງຂ້າມຄວາມຍຸຕິທຳແລະຄວາມຮັກຕໍ່ພະເຈົ້າ. ພວກເຈົ້າຕ້ອງເອົາສິ່ງເຫຼົ່ານີ້ມາໃຫ້ພະເຈົ້າຢູ່ແລ້ວ ແຕ່ກໍຕ້ອງບໍ່ເບິ່ງຂ້າມເລື່ອງທີ່ສຳຄັນກວ່າ.+ 43 ພວກຟາຣີຊາຍ ພວກເຈົ້າຕ້ອງຖືກໂທດໜັກແທ້ໆ! ຍ້ອນພວກເຈົ້າມັກນັ່ງແຖວໜ້າສຸດ*ຢູ່ບ່ອນປະຊຸມ ແລະມັກໃຫ້ຄົນອື່ນກົ້ມຄຳນັບຢູ່ຕະຫຼາດ.+ 44 ພວກເຈົ້າຈະຕ້ອງຖືກໂທດ! ຍ້ອນພວກເຈົ້າເປັນຄືກັບບ່ອນຝັງສົບທີ່ເບິ່ງບໍ່ເຫັນ*+ແລະຄົນຍ່າງຢຽບໄປຢຽບມາໂດຍບໍ່ຮູ້ວ່າມີຫຍັງຢູ່ຫັ້ນ.”
45 ຜູ້ໜຶ່ງທີ່ຊ່ຽວຊານກົດໝາຍຂອງໂມເຊຈຶ່ງເວົ້າວ່າ: “ອາຈານ ເວົ້າແບບນີ້ກໍສ່ຳກັບຕຳໜິພວກເຮົານຳໄດ໋ນິ.” 46 ພະເຢຊູບອກວ່າ: “ພວກເຈົ້າທີ່ຊ່ຽວຊານກົດໝາຍຂອງໂມເຊ ພວກເຈົ້າຈະຕ້ອງຖືກໂທດໜັກຄືກັນ ຍ້ອນພວກເຈົ້າຕັ້ງກົດຫຼາຍຢ່າງຄືກັບເອົາເຄື່ອງທີ່ໜັກໆໃຫ້ຄົນອື່ນແບກໄວ້ ແຕ່ພວກເຈົ້າຮອດບໍ່ເອົານິ້ວມືແຕະຊ້ຳ.*+
47 ພວກເຈົ້າຕ້ອງຖືກໂທດໜັກແທ້ໆ! ຍ້ອນພວກເຈົ້າເຮັດບ່ອນຝັງສົບຂອງພວກຜູ້ພະຍາກອນທີ່ປູ່ຍ່າຕານາຍຂອງພວກເຈົ້າໄດ້ຂ້າ.+ 48 ພວກເຈົ້າຮູ້ຢູ່ແລ້ວວ່າປູ່ຍ່າຕານາຍໄດ້ເຮັດຫຍັງ ແຕ່ກໍຍັງເຫັນດີນຳສິ່ງທີ່ເຂົາເຈົ້າເຮັດ. ເຂົາເຈົ້າຂ້າພວກຜູ້ພະຍາກອນ+ ສ່ວນພວກເຈົ້າກໍເຮັດບ່ອນຝັງສົບໃຫ້. 49 ຍ້ອນແນວນີ້ ພະເຈົ້າຈຶ່ງສະແດງໃຫ້ເຫັນສະຕິປັນຍາຂອງເພິ່ນໂດຍບອກວ່າ ‘ເຮົາຈະສົ່ງຜູ້ພະຍາກອນແລະອັກຄະສາວົກ*ໄປຫາເຂົາເຈົ້າ ແຕ່ເຂົາເຈົ້າຈະຂ້າບາງຄົນແລະຂົ່ມເຫງບາງຄົນ. 50 ດັ່ງນັ້ນ ຄົນສະໄໝນີ້ຈະຕ້ອງຖືກໂທດສຳລັບການຕາຍຂອງຜູ້ພະຍາກອນທຸກຄົນທີ່ຖືກຂ້າຕັ້ງແຕ່ເລີ່ມມີໂລກນີ້*+ 51 ນັບຕັ້ງແຕ່ອາເບັນ+ມາຈົນຮອດເຊຄາຣີຢາທີ່ຖືກຂ້າຕາຍຢູ່ລະຫວ່າງແທ່ນບູຊາກັບວິຫານ.’+ ຂ້ອຍຈະບອກໃຫ້ຮູ້ວ່າ ຄົນສະໄໝນີ້ຈະຕ້ອງຖືກໂທດສຳລັບການຕາຍຂອງຄົນເຫຼົ່ານັ້ນແທ້ໆ.
52 ພວກເຈົ້າທີ່ຊ່ຽວຊານກົດໝາຍຂອງໂມເຊ ພວກເຈົ້າຈະຕ້ອງຖືກໂທດໜັກແທ້ໆ! ຍ້ອນພວກເຈົ້າເອົາລູກກະແຈສຳລັບໄຂຄວາມຮູ້ຂອງພະເຈົ້າໄປຈາກຄົນອື່ນ. ພວກເຈົ້າບໍ່ຢາກໄດ້ຄວາມຮູ້ນັ້ນແລະຍັງຂັດຂວາງຄົນອື່ນບໍ່ໃຫ້ຮັບຄວາມຮູ້ນັ້ນຄືກັນ.”+
53 ເມື່ອພະເຢຊູອອກຈາກບ່ອນນັ້ນ ພວກຄູສອນສາສະໜາກັບພວກຟາຣີຊາຍກໍມາກົດດັນເພິ່ນເອົາແທ້ເອົາວ່າໂດຍສໍ້ຖາມເພິ່ນອີກຫຼາຍເລື່ອງ 54 ແລະພະຍາຍາມຈະຈັບຜິດຄຳເວົ້າຂອງເພິ່ນໃຫ້ໄດ້.+
12 ໃນຕອນນັ້ນມີຫຼາຍພັນຄົນມາຢູ່ລວມກັນຈົນແໜ້ນອັດຍັດ. ພະເຢຊູເວົ້າກັບພວກລູກສິດວ່າ: “ລະວັງເຊື້ອຂອງພວກຟາຣີຊາຍເຊິ່ງແມ່ນຄວາມໜ້າຊື່ໃຈຄົດຂອງເຂົາເຈົ້າ.+ 2 ແຕ່ທຸກສິ່ງທີ່ປົກປິດໄວ້ຢ່າງດີຈະຕ້ອງຖືກເປີດໂປງ ແລະຄວາມລັບທຸກເລື່ອງຈະຖືກເປີດເຜີຍ.+ 3 ດັ່ງນັ້ນ ເລື່ອງທີ່ພວກເຈົ້າເວົ້າໃນບ່ອນມືດຈະໄດ້ຍິນໃນບ່ອນແຈ້ງ ແລະເລື່ອງທີ່ພວກເຈົ້າຊິ່ມໃນຫ້ອງສ່ວນໂຕຈະຖືກປ່າວປະກາດຈາກດາດຟ້າ. 4 ສ່ຽວເອີ້ຍ+ ຂ້ອຍຈະບອກໃຫ້ຮູ້ເດີ້ ຢ່າຢ້ານຄົນທີ່ຂ້າພວກເຈົ້າໄດ້ແຕ່ໂຕ ແຕ່ຫຼັງຈາກນັ້ນກໍເຮັດຫຍັງໃຫ້ພວກເຈົ້າບໍ່ໄດ້ອີກ.+ 5 ແຕ່ໃຫ້ພວກເຈົ້າຢ້ານພະເຈົ້າ ຍ້ອນເພິ່ນມີອຳນາດທີ່ຈະຂ້າພວກເຈົ້າແລ້ວຖິ້ມໃນເກເຮັນນາ*ໄດ້.+ ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ນີ້ແຫຼະທີ່ພວກເຈົ້າຄວນຢ້ານ.+ 6 ນົກກະຈອກ 5 ໂຕເຂົາເຈົ້າຂາຍບໍ່ຈັກກີບ* ແຕ່ບໍ່ມີຈັກໂຕທີ່ພະເຈົ້າຈະລືມ.*+ 7 ຂະໜາດຜົມຂອງພວກເຈົ້າ ເພິ່ນກໍນັບໄວ້ແລ້ວທຸກເສັ້ນ.+ ບໍ່ຕ້ອງຢ້ານ ຍ້ອນພວກເຈົ້າມີຄ່າຫຼາຍກວ່ານົກກະຈອກຫຼາຍໂຕລວມກັນ.+
8 ຂ້ອຍຈະບອກໃຫ້ຮູ້ວ່າ ຖ້າຜູ້ໃດຍອມຮັບວ່າໂຕເອງເປັນລູກສິດຂອງຂ້ອຍຕໍ່ໜ້າຄົນອື່ນ+ ລູກມະນຸດກໍຈະຍອມຮັບວ່າລາວເປັນລູກສິດຂອງເພິ່ນຄືກັນຕໍ່ໜ້າທູດສະຫວັນຂອງພະເຈົ້າ.+ 9 ຖ້າຜູ້ໃດປະຕິເສດຂ້ອຍຕໍ່ໜ້າຄົນອື່ນ ຂ້ອຍກໍຈະປະຕິເສດລາວຄືກັນຕໍ່ໜ້າທູດສະຫວັນຂອງພະເຈົ້າ.+ 10 ຖ້າຜູ້ໃດເວົ້າໝິ່ນປະໝາດລູກມະນຸດ ພະເຈົ້າຈະໃຫ້ອະໄພລາວໄດ້ ແຕ່ຖ້າຜູ້ໃດໝິ່ນປະໝາດພະລັງບໍລິສຸດ ພະເຈົ້າຈະບໍ່ໃຫ້ອະໄພລາວເລີຍ.+ 11 ເມື່ອພວກເຈົ້າຖືກພາໄປສອບສວນໃນບ່ອນປະຊຸມຂອງຄົນຢິວ ຫຼືຖືກພາໄປຢືນຢູ່ຕໍ່ໜ້າຜູ້ປົກຄອງບ້ານເມືອງແລະຜູ້ມີອຳນາດ ບໍ່ຕ້ອງອຸກໃຈວ່າຈະຕອບແນວໃດຫຼືຈະເວົ້າຫຍັງ+ 12 ເພາະຕອນນັ້ນ ພະລັງບໍລິສຸດຈະເຮັດໃຫ້ພວກເຈົ້າຮູ້ວ່າຈະເວົ້າຫຍັງ.”+
13 ຈາກນັ້ນ ມີຄົນໜຶ່ງໃນກຸ່ມຜູ້ຟັງເວົ້າກັບພະເຢຊູວ່າ: “ອາຈານເອີ້ຍ ບອກອ້າຍຂ້ອຍໃຫ້ແບ່ງມໍລະດົກໃຫ້ຂ້ອຍແດ່.” 14 ເພິ່ນບອກລາວວ່າ: “ໃຜຕັ້ງຂ້ອຍໃຫ້ເປັນຜູ້ຕັດສິນຫຼືເປັນຜູ້ໄກ່ເກ່ຍໃຫ້ພວກເຈົ້າ?” 15 ແລ້ວພະເຢຊູກໍເວົ້າກັບປະຊາຊົນທີ່ຟັງຢູ່ວ່າ: “ລະວັງໃຫ້ດີ ຢ່າເປັນຄົນໂລບ.+ ເຖິງວ່າຄົນຜູ້ໜຶ່ງມີຊັບສົມບັດຫຼາຍໆ ແຕ່ມັນກໍໃຫ້ຊີວິດລາວບໍ່ໄດ້.”+ 16 ພະເຢຊູຈຶ່ງຍົກຕົວຢ່າງປຽບທຽບໃຫ້ເຂົາເຈົ້າຟັງວ່າ: “ໄຮ່ນາຂອງເສດຖີຄົນໜຶ່ງໄດ້ຜົນຜະລິດຫຼາຍ 17 ລາວຈຶ່ງຄິດໃນໃຈວ່າ ‘ຕອນນີ້ຂ້ອຍບໍ່ມີບ່ອນມ້ຽນຜົນລະປູກແລ້ວ ຂ້ອຍຈະເຮັດແນວໃດດີ?’ 18 ແລ້ວລາວກໍຄິດອອກວ່າ ‘ຂ້ອຍຊິເຮັດຈັ່ງຊີ້.+ ຂ້ອຍຊິມ້າງເລົ້າເຂົ້າເຫຼົ່ານີ້ແລ້ວປຸກໃຫ້ໃຫຍ່ກວ່າເກົ່າ ເພື່ອຊິເອົາເຂົ້າທັງໝົດແລະຜົນລະປູກທຸກຢ່າງໄວ້ຢູ່ຫັ້ນ. 19 ແລ້ວຂ້ອຍຈະບອກໂຕເອງວ່າ ຂ້ອຍເກັບສະສົມຂອງດີໆໄວ້ບັກຫຼາຍໆແລ້ວເພື່ອຊິຢູ່ດີກິນດີໄປອີກຫຼາຍປີ. ຂ້ອຍຈະໃຊ້ຊີວິດແບບສະບາຍ ກິນດື່ມ ແລະມີຄວາມສຸກກັບຊີວິດ.’ 20 ແຕ່ພະເຈົ້າເວົ້າກັບລາວວ່າ ‘ຄົນບໍ່ຮູ້ຈັກຄິດ ຄືນນີ້ເຈົ້າຊິຕາຍ ແລ້ວເຄື່ອງຂອງທີ່ເຈົ້າສະສົມໄວ້ຊິເປັນຂອງໃຜ?’+ 21 ຄົນທີ່ສະສົມຊັບສົມບັດໄວ້ໃຫ້ໂຕເອງ ແຕ່ພະເຈົ້າບໍ່ໄດ້ຖືວ່າລາວເປັນຄົນຮັ່ງກໍເປັນແບບນັ້ນແຫຼະ.”+
22 ແລ້ວພະເຢຊູກໍເວົ້າກັບພວກລູກສິດວ່າ: “ຍ້ອນແນວນີ້ ຂ້ອຍຈະບອກພວກເຈົ້າວ່າ ໃຫ້ເຊົາອຸກໃຈວ່າຈະມີຢູ່ມີກິນບໍ ຫຼືອຸກໃຈວ່າຈະມີເຄື່ອງນຸ່ງໃສ່ຫຼືບໍ່.+ 23 ຊີວິດສຳຄັນກວ່າອາຫານແລະຮ່າງກາຍສຳຄັນກວ່າເຄື່ອງນຸ່ງ. 24 ໃຫ້ເບິ່ງໂຕກາແມ້ ພວກມັນບໍ່ໄດ້ຫວ່ານແນວປູກຫຼືເກັບກ່ຽວ ບໍ່ມີສາງຫຼືເລົ້າເຂົ້າ ແຕ່ພະເຈົ້າກໍຍັງລ້ຽງພວກມັນ.+ ພວກເຈົ້າມີຄ່າຫຼາຍກວ່ານົກຫຼາຍເທົ່າບໍ່ແມ່ນບໍ?+ 25 ຄັນພວກເຈົ້າອຸກໃຈ ພວກເຈົ້າຊິຕໍ່ຊີວິດໄດ້ຕື່ມອີກຈັກໜ້ອຍໜຶ່ງ*ບໍ? 26 ຖ້າເລື່ອງເລັກນ້ອຍແບບນີ້ພວກເຈົ້າຍັງເຮັດບໍ່ໄດ້ ແລ້ວເປັນຫຍັງຈຶ່ງອຸກໃຈກັບເລື່ອງອື່ນໆ?+ 27 ເບິ່ງດອກໄມ້ໃນທົ່ງແມ້ ມັນປົ່ງຂຶ້ນໄດ້ແນວໃດ ທັງໆທີ່ມັນບໍ່ໄດ້ເຮັດວຽກໜັກແລະບໍ່ໄດ້ຕ່ຳຜ້າ? ແຕ່ຮູ້ບໍວ່າຂະໜາດກະສັດໂຊໂລໂມນຕອນທີ່ແຕ່ງໂຕເຕັມຍົດກໍຍັງບໍ່ງາມສ່ຳກັບດອກໄມ້ດອກໜຶ່ງທີ່ຢູ່ໃນທົ່ງ.+ 28 ຖ້າດອກໄມ້ໃບຫຍ້າໃນທົ່ງທີ່ຢູ່ໄດ້ແຕ່ມື້ດຽວແລ້ວມື້ອື່ນກໍຖືກຈູດຖິ້ມ ພະເຈົ້າຍັງເຮັດໃຫ້ມັນງາມປານນີ້ ເພິ່ນກໍແຮ່ງຈະໃຫ້ພວກເຈົ້າມີເຄື່ອງນຸ່ງຫຼາຍໆໂຕໃສ່ບໍ່ແມ່ນບໍ? ພວກເຈົ້າຄືມີຄວາມເຊື່ອໜ້ອຍແທ້! 29 ດັ່ງນັ້ນ ໃຫ້ເຊົາອຸກໃຈວ່າຈະກິນຫຍັງຫຼືຈະດື່ມຫຍັງ ແລະຢ່າອຸກໃຈຫຼາຍເກີນໄປ.+ 30 ຄົນທີ່ບໍ່ຮູ້ຈັກພະເຈົ້າຊອກຫາແຕ່ສິ່ງເຫຼົ່ານີ້ ແຕ່ພະເຈົ້າພໍ່ຂອງພວກເຈົ້າຮູ້ຢູ່ແລ້ວວ່າພວກເຈົ້າຕ້ອງມີສິ່ງຂອງທັງໝົດນີ້.+ 31 ດັ່ງນັ້ນ ພວກເຈົ້າຕ້ອງເຮັດໃຫ້ການປົກຄອງຂອງພະເຈົ້າເປັນສິ່ງສຳຄັນສະເໝີ ແລ້ວເພິ່ນຈະໃຫ້ພວກເຈົ້າມີທຸກສິ່ງທີ່ຈຳເປັນ.+
32 ພວກເຈົ້າທີ່ເປັນແກະຝູງນ້ອຍ+ ບໍ່ຕ້ອງຢ້ານ ຍ້ອນພະເຈົ້າພໍ່ຂອງພວກເຈົ້າຕັ້ງໃຈແລ້ວວ່າຈະເອົາການປົກຄອງຂອງເພິ່ນໃຫ້ພວກເຈົ້າ.+ 33 ໃຫ້ຂາຍສິ່ງຂອງທີ່ພວກເຈົ້າມີ ແລ້ວເອົາເງິນນັ້ນໄປຊ່ວຍເຫຼືອຄົນທຸກ.*+ ໃຫ້ພວກເຈົ້າໃຊ້ຖົງເງິນທີ່ບໍ່ມີມື້ຂາດ ແລ້ວຊັບສົມບັດຂອງພວກເຈົ້າໃນສະຫວັນຈະບໍ່ເສຍໄປໃສ.+ ຢູ່ຫັ້ນຈະບໍ່ມີໃຜລັກໄດ້ແລະບໍ່ມີໂຕແມງໄປກິນໄດ້. 34 ຊັບສົມບັດຂອງພວກເຈົ້າແມ່ນສິ່ງໃດ ໃຈຂອງພວກເຈົ້າກໍຢູ່ນຳສິ່ງນັ້ນ.
35 ໃຫ້ພວກເຈົ້າແຕ່ງໂຕແລະກຽມພ້ອມ+ ໄຕ້ຕະກຽງໃຫ້ແຈ້ງຢູ່ຕະຫຼອດ.+ 36 ໃຫ້ເຮັດຄືກັບພວກທາດທີ່ກຳລັງຖ້ານາຍກັບມາ+ຈາກງານແຕ່ງດອງ.+ ເມື່ອນາຍມາແລະເຄາະປະຕູ ເຂົາເຈົ້າກໍເປີດໃຫ້ທັນທີ. 37 ເມື່ອນາຍມາເຫັນພວກທາດກຳລັງຖ້າຢູ່ ພວກທາດກໍມີຄວາມສຸກ. ຂ້ອຍຈະບອກໃຫ້ຮູ້ວ່າ ນາຍຈະນຸ່ງຊຸດເຮັດວຽກແລະໃຫ້ພວກທາດນັ່ງຢູ່ໂຕະກິນເຂົ້າ ແລ້ວນາຍຈະຢູ່ໃກ້ໆຫັ້ນເພື່ອຮັບໃຊ້ເຂົາເຈົ້າ. 38 ຖ້ານາຍມາໃນຍາມ 2* ຫຼືແມ່ນແຕ່ໃນຍາມ 3* ແລະເຫັນພວກທາດກຽມພ້ອມ ພວກທາດກໍຈະມີຄວາມສຸກ. 39 ຢ່າລືມວ່າ ຖ້າເຈົ້າຂອງເຮືອນຮູ້ວ່າຂີ້ລັກຈະຂຶ້ນເຮືອນຕອນໃດ ລາວຈະບໍ່ປ່ອຍໃຫ້ຂີ້ລັກເຂົ້າມາໃນເຮືອນ.+ 40 ພວກເຈົ້າກໍຕ້ອງກຽມພ້ອມແບບນັ້ນຄືກັນ ເພາະລູກມະນຸດຈະມາໃນຕອນທີ່ພວກເຈົ້າບໍ່ຄາດຄິດ.”+
41 ເປໂຕເວົ້າຂຶ້ນມາວ່າ: “ນາຍເອີ້ຍ ຕົວຢ່າງປຽບທຽບທີ່ທ່ານຍົກຂຶ້ນມາແມ່ນສຳລັບພວກເຮົາຫຼືສຳລັບທຸກຄົນ?” 42 ພະເຢຊູເວົ້າວ່າ: “ທີ່ຈິງແລ້ວ ຜູ້ໃດເປັນຄົນຮັບໃຊ້*ທີ່ສັດຊື່ແລະສຸຂຸມ*ທີ່ນາຍແຕ່ງຕັ້ງໄວ້ໃຫ້ເບິ່ງແຍງພວກຄົນຮັບໃຊ້ແລະແຈກຢາຍອາຫານໃຫ້ເຂົາເຈົ້າຢ່າງພຽງພໍຕາມເວລາທີ່ເໝາະສົມ?+ 43 ເມື່ອນາຍມາແລະເຫັນທາດກຳລັງເຮັດໜ້າທີ່ຂອງໂຕເອງ ທາດຄົນນັ້ນຈະມີຄວາມສຸກ. 44 ຂ້ອຍຈະບອກໃຫ້ຮູ້ວ່າ ນາຍຈະແຕ່ງຕັ້ງລາວໃຫ້ເບິ່ງແຍງຊັບສົມບັດທັງໝົດຂອງນາຍ. 45 ແຕ່ຖ້າທາດຄົນນັ້ນຄິດໃນໃຈວ່າ ‘ນາຍຂ້ອຍຍັງບໍ່ມາດອກ’ ແລ້ວລາວກໍເລີ່ມຕີຜູ້ຊາຍຜູ້ຊາຍຍິງທີ່ເປັນຄົນຮັບໃຊ້ນຳກັນ ກິນແລະດື່ມຈົນເມົາ.+ 46 ນາຍຂອງລາວຈະມາໃນມື້ທີ່ລາວບໍ່ຄາດຄິດແລະໃນເວລາທີ່ລາວບໍ່ຮູ້ໂຕ. ນາຍຈະລົງໂທດລາວໜັກທີ່ສຸດ ແລະໄລ່ລາວໃຫ້ໄປຢູ່ກັບຄົນທີ່ບໍ່ສັດຊື່ຕໍ່ພະເຈົ້າ. 47 ທາດທີ່ຮູ້ວ່ານາຍຕ້ອງການຫຍັງ ແຕ່ບໍ່ໄດ້ກຽມພ້ອມຫຼືເຮັດຕາມທີ່ນາຍສັ່ງກໍຈະຖືກແສ້ຟາດຫຼາຍໆເທື່ອ.+ 48 ແຕ່ທາດທີ່ເຮັດຜິດຍ້ອນຮູ້ເທົ່າບໍ່ເຖິງການຈະຖືກແສ້ຟາດໜ້ອຍເທື່ອ. ທີ່ຈິງ ທຸກຄົນທີ່ໄດ້ຮັບໜ້າທີ່ຮັບຜິດຊອບຫຼາຍຈະຖືກຄາດໝາຍຫຼາຍ ແລະຄົນທີ່ໄດ້ຮັບມອບໝາຍໃຫ້ເບິ່ງແຍງຫຼາຍຢ່າງຈະຖືກຄາດໝາຍຫຼາຍເປັນພິເສດ.+
49 ຂ້ອຍມາດັງໄຟຢູ່ໂລກ ຕອນນີ້ໄຟກໍຕິດແລ້ວ ຂ້ອຍຍັງຕ້ອງການຫຍັງອີກ? 50 ແຕ່ຂ້ອຍຕ້ອງຮັບບັບເຕມາແບບໜຶ່ງ ແລະຂ້ອຍທຸກໃຈຫຼາຍແທ້ໆຈົນກວ່າເລື່ອງນັ້ນຈະສຳເລັດ.+ 51 ເຈົ້າຄິດວ່າຂ້ອຍມາເຮັດໃຫ້ໂລກນີ້ສະຫງົບສຸກບໍ? ບໍ່ແມ່ນດອກ ແຕ່ຂ້ອຍມາເພື່ອເຮັດໃຫ້ຄົນແຕກແຍກກັນ.+ 52 ຕັ້ງແຕ່ນີ້ໄປ ຫ້າຄົນທີ່ຢູ່ໃນເຮືອນຫຼັງໜຶ່ງຈະແຕກແຍກກັນເປັນ 3 ຕໍ່ 2 ແລະ 2 ຕໍ່ 3. 53 ຄວາມແຕກແຍກຈະເກີດຂຶ້ນລະຫວ່າງພໍ່ກັບລູກຊາຍແລະລູກຊາຍກັບພໍ່ ແມ່ກັບລູກສາວແລະລູກສາວກັບແມ່ ແມ່ຍ່າກັບລູກໃພ້ແລະລູກໃພ້ກັບແມ່ຍ່າ.”+
54 ແລ້ວພະເຢຊູກໍປິ່ນໄປເວົ້າກັບປະຊາຊົນວ່າ: “ເມື່ອພວກເຈົ້າເຫັນຂີ້ເຝື້ອດຳໆລອຍມາຈາກທິດຕາເວັນຕົກ ພວກເຈົ້າກໍເວົ້າວ່າ ‘ພາຍຸກຳລັງມາ’ ແລ້ວກໍເປັນແບບນັ້ນແທ້ໆ. 55 ເມື່ອພວກເຈົ້າເຫັນວ່າມີລົມພັດມາຈາກທິດໃຕ້ ພວກເຈົ້າກໍເວົ້າວ່າ ‘ອາກາດຈະຮ້ອນຫຼາຍ’ ແລ້ວກໍເປັນແບບນັ້ນແທ້ໆ. 56 ພວກໜ້າຊື່ໃຈຄົດ ພວກເຈົ້າຮູ້ສັງເກດເບິ່ງດິນຟ້າອາກາດ ແຕ່ເປັນຫຍັງຄືເບິ່ງບໍ່ອອກວ່າເຫດການໃນສະໄໝນີ້ໝາຍຄວາມວ່າແນວໃດ?+ 57 ເປັນຫຍັງພວກເຈົ້າບໍ່ເຂົ້າໃຈວ່າອັນໃດເປັນສິ່ງຖືກຕ້ອງທີ່ຄວນຈະເຮັດ? 58 ຕົວຢ່າງເຊັ່ນ: ເມື່ອເຈົ້າໄປຫາເຈົ້າໜ້າທີ່ພ້ອມກັບຄົນທີ່ຟ້ອງຮ້ອງເຈົ້າ ໃຫ້ຟ້າວຕົກລົງກັບລາວຕອນທີ່ກຳລັງໄປຫັ້ນ. ຄັນບໍ່ຊັ້ນ ລາວຈະສົ່ງເຈົ້າໃຫ້ຜູ້ພິພາກສາຕັດສິນ ແລະຜູ້ພິພາກສາຈະສົ່ງເຈົ້າໃຫ້ຜູ້ຄຸມຄຸກ ແລ້ວຜູ້ຄຸມຄຸກຈະຈັບເຈົ້າຂັງຄຸກ.+ 59 ຂ້ອຍຈະບອກໃຫ້ຮູ້ວ່າ ເຈົ້າຈະບໍ່ໄດ້ອອກຈາກຄຸກແທ້ໆຈົນກວ່າຈະໄຊ້ໜີ້ໃຫ້ຄົບທຸກກີບ.”*
13 ຕອນນັ້ນມີບາງຄົນມາເລົ່າໃຫ້ພະເຢຊູຟັງວ່າ ປີລາດຂ້າຄົນຄາລີເລກຸ່ມໜຶ່ງຕອນທີ່ເຂົາເຈົ້າກຳລັງເຜົາເຄື່ອງບູຊາ. 2 ເພິ່ນຈຶ່ງຖາມວ່າ: “ພວກເຈົ້າຄິດວ່າເຂົາເຈົ້າຖືກຂ້າຍ້ອນເຮັດຜິດຫຼາຍກວ່າຄົນຄາລີເລຄົນອື່ນບໍ? 3 ບໍ່ແມ່ນ ຂ້ອຍຈະບອກພວກເຈົ້າວ່າ ຖ້າພວກເຈົ້າບໍ່ກັບໃຈ ພວກເຈົ້າທຸກຄົນກໍຈະຕ້ອງຈິບຫາຍຄືກັນ.+ 4 ຫຼື 18 ຄົນທີ່ຖືກຫໍຄອຍຢູ່ຊີໂລອາມພັງລົງມາທັບຕາຍ ພວກເຈົ້າຄິດວ່າເຂົາເຈົ້າເຮັດຜິດຫຼາຍກວ່າຄົນອື່ນໆທີ່ຢູ່ໃນເມືອງເຢຣູຊາເລັມບໍ? 5 ບໍ່ແມ່ນ ຂ້ອຍຈະບອກພວກເຈົ້າວ່າ ຖ້າພວກເຈົ້າບໍ່ກັບໃຈ ພວກເຈົ້າທຸກຄົນກໍຈະຕ້ອງຈິບຫາຍຄືກັບເຂົາເຈົ້າ.”
6 ແລ້ວພະເຢຊູກໍຍົກຕົວຢ່າງປຽບທຽບໃຫ້ຟັງວ່າ: “ຜູ້ຊາຍຄົນໜຶ່ງປູກຕົ້ນໝາກເດື່ອຕົ້ນໜຶ່ງໃນສວນໝາກລະແຊັງຂອງລາວ. ລາວທຽວມາເບິ່ງວ່າມັນເປັນໝາກບໍ່ ແຕ່ກໍບໍ່ເຫັນຈັກໜ່ວຍ+ 7 ລາວຈຶ່ງບອກຄົນທີ່ເບິ່ງແຍງສວນໝາກລະແຊັງວ່າ ‘3 ປີແລ້ວທີ່ຂ້ອຍທຽວມາເບິ່ງວ່າຕົ້ນໝາກເດື່ອຕົ້ນນີ້ເປັນໝາກບໍ່ ແຕ່ກໍບໍ່ເຄີຍເຫັນຈັກໜ່ວຍ. ຟັນມັນຖິ້ມສະ! ປູກໄວ້ກໍຮົກດິນລ້າໆ.’ 8 ຄົນເບິ່ງແຍງສວນບອກວ່າ ‘ນາຍເອີ້ຍ ລອງປະມັນໄວ້ອີກປີໜຶ່ງດີບໍ? ໃຫ້ຂ້ອຍລອງພວນດິນແລະໃສ່ຝຸ່ນເບິ່ງກ່ອນ. 9 ຖ້າປີໜ້າມັນເປັນໝາກກະດີ ແຕ່ຖ້າບໍ່ເປັນໝາກ ແລ້ວຈຶ່ງຟັນມັນຖິ້ມ.’”+
10 ມື້ໜຶ່ງໃນວັນຊະບາໂຕ ພະເຢຊູກຳລັງສອນຢູ່ບ່ອນປະຊຸມຂອງຄົນຢິວ 11 ມີຜູ້ຍິງຄົນໜຶ່ງທີ່ຖືກປີສາດສິງເຊິ່ງເຮັດໃຫ້ເຈັບປ່ວຍແລະຫຼັງກົ່ງໄດ້ 18 ປີແລ້ວ. ລາວຢຽດໂຕຊື່ບໍ່ໄດ້ເລີຍ. 12 ເມື່ອພະເຢຊູເຫັນ ເພິ່ນກໍເວົ້າກັບລາວວ່າ: “ຂ້ອຍຈະປົວເຈົ້າໃຫ້ເຊົາເຈັບປ່ວຍ.”+ 13 ເພິ່ນວາງມືເທິງຜູ້ຍິງຄົນນັ້ນ ລາວກໍຢຽດໂຕຊື່ໄດ້ທັນທີແລ້ວສັນລະເສີນພະເຈົ້າ. 14 ແຕ່ຫົວໜ້າຂອງບ່ອນປະຊຸມບໍ່ພໍໃຈ ຍ້ອນພະເຢຊູປົວພະຍາດໃນວັນຊະບາໂຕ. ລາວຈຶ່ງບອກປະຊາຊົນທີ່ຢູ່ຫັ້ນວ່າ: “ມີຕັ້ງ 6 ມື້ທີ່ຈະເຮັດວຽກໄດ້.+ ມາປົວໃນ 6 ມື້ນັ້ນສະ ຢ່າມາປົວໃນວັນຊະບາໂຕ.”+ 15 ພະເຢຊູບອກເຂົາເຈົ້າວ່າ: “ພວກ 2 ມາດຕະຖານ+ ພວກເຈົ້າແຕ່ລະຄົນແກ້ເຊືອກໃຫ້ງົວຫຼືລາຂອງໂຕເອງ ແລ້ວຈູງມັນໄປກິນນ້ຳໃນວັນຊະບາໂຕບໍ່ແມ່ນບໍ?+ 16 ແລ້ວຜູ້ຍິງຄົນນີ້ທີ່ເປັນລູກຫຼານຂອງອັບຣາຮາມທີ່ຊາຕານເຮັດໃຫ້ເຈັບປ່ວຍໄດ້ 18 ປີແລ້ວ ບໍ່ສົມຄວນບໍທີ່ຈະປົວລາວໃນວັນຊະບາໂຕ?” 17 ຄຳເວົ້າຂອງພະເຢຊູເຮັດໃຫ້ຄົນທີ່ຕໍ່ຕ້ານເສຍໜ້າ ແຕ່ປະຊາຊົນພັດດີໃຈທີ່ເຫັນເພິ່ນເຮັດສິ່ງດີໆ.+
18 ພະເຢຊູຈຶ່ງເວົ້າຕໍ່ໄປວ່າ: “ການປົກຄອງຂອງພະເຈົ້າເປັນຄືກັບຫຍັງແລະຈະປຽບທຽບກັບຫຍັງ? 19 ກໍຄືກັບເມັດມັດສະຕາດ*ທີ່ຜູ້ຊາຍຄົນໜຶ່ງເອົາມາປູກໄວ້ໃນສວນຂອງລາວ. ມັນໃຫຍ່ຂຶ້ນແລະເປັນຕົ້ນໄມ້ທີ່ນົກມາເຮັດຮັງຢູ່ຕາມງ່າຂອງມັນໄດ້.”+
20 ພະເຢຊູເວົ້າອີກວ່າ: “ຈະປຽບທຽບການປົກຄອງຂອງພະເຈົ້າກັບຫຍັງ? 21 ກໍຄືກັບເຊື້ອເຂົ້າຈີ່ທີ່ຜູ້ຍິງເອົາມາປະສົມໃນແປ້ງ 1 ຖັງ* ແລ້ວເຊື້ອນັ້ນກໍເຮັດໃຫ້ແປ້ງທັງໝົດຟູຂຶ້ນ.”+
22 ຕອນທີ່ພະເຢຊູໄປເມືອງເຢຣູຊາເລັມ ເພິ່ນໄດ້ສອນຄົນຕາມເມືອງແລະຕາມບ້ານຕ່າງໆ. 23 ມີຜູ້ໜຶ່ງຖາມພະເຢຊູວ່າ: “ອາຈານ ຄົນທີ່ຈະລອດມີໜ້ອຍແມ່ນບໍ?” ເພິ່ນຕອບວ່າ: 24 “ພວກເຈົ້າຕ້ອງພະຍາຍາມສຸດຄວາມສາມາດເພື່ອຈະຜ່ານປະຕູແຄບເຂົ້າໄປໃຫ້ໄດ້.+ ຂ້ອຍຈະບອກພວກເຈົ້າວ່າ ຫຼາຍຄົນຈະພະຍາຍາມເຂົ້າໄປ ແຕ່ຈະເຂົ້າໄປບໍ່ໄດ້. 25 ເມື່ອເຈົ້າຂອງເຮືອນລຸກຂຶ້ນອັດປະຕູໃສ່ລ໋ອກແລ້ວ ແລະພວກເຈົ້າຢືນເຄາະປະຕູເອີ້ນຢູ່ທາງນອກວ່າ ‘ນາຍເອີ້ຍ ເປີດປະຕູໃຫ້ພວກເຮົາແດ່.’+ ເຈົ້າຂອງເຮືອນຈະບອກວ່າ ‘ຂ້ອຍບໍ່ຮູ້ວ່າພວກເຈົ້າແມ່ນໃຜ ມາແຕ່ໃສ.’ 26 ແລ້ວພວກເຈົ້າຈະຕອບວ່າ ‘ພວກເຮົາເຄີຍກິນເຄີຍດື່ມກັບທ່ານຫັ້ນເດ້ ແລະທ່ານກໍເຄີຍສອນພວກເຮົາຕາມທາງໃຫຍ່ໃນເມືອງນຳ.’+ 27 ແຕ່ເຈົ້າຂອງເຮືອນຈະບອກພວກເຈົ້າວ່າ ‘ຂ້ອຍບໍ່ຮູ້ວ່າພວກເຈົ້າແມ່ນໃຜ ມາແຕ່ໃສ. ໜີໄປໄກໆ ພວກຄົນຊົ່ວ!’ 28 ພວກເຈົ້າຈະຮ້ອງໄຫ້ດ້ວຍຄວາມທຸກໃຈເມື່ອເຫັນອັບຣາຮາມ ອີຊາກ ຢາໂຄບ ແລະຜູ້ພະຍາກອນທຸກຄົນຢູ່ໃນການປົກຄອງຂອງພະເຈົ້າ ແຕ່ພວກເຈົ້າຈະຖືກໂຍນອອກໄປທາງນອກ.+ 29 ນອກຈາກນັ້ນຈະມີຄົນມາຈາກທິດຕາເວັນອອກແລະທິດຕາເວັນຕົກ ຈາກທິດເໜືອແລະທິດໃຕ້ ແລະຈະນັ່ງຮ່ວມໂຕະໃນການປົກຄອງຂອງພະເຈົ້າ. 30 ດັ່ງນັ້ນ ບາງຄົນທີ່ຢູ່ໃນພວກສຸດທ້າຍຈະກາຍເປັນພວກທຳອິດ ແລະບາງຄົນທີ່ຢູ່ໃນພວກທຳອິດຈະກາຍເປັນພວກສຸດທ້າຍ.”+
31 ຕອນນັ້ນ ມີຟາຣີຊາຍບາງຄົນມາບອກພະເຢຊູວ່າ: “ອອກໄປຈາກບ່ອນນີ້ໄວໆ ເຮໂຣດຢາກຂ້າທ່ານ.” 32 ພະເຢຊູເວົ້າກັບເຂົາເຈົ້າວ່າ: “ໄປບອກໝາໄນໂຕນັ້ນວ່າ ‘ຂ້ອຍກຳລັງໄລ່ປີສາດແລະປົວພະຍາດໃນມື້ນີ້ກັບມື້ອື່ນ ແລ້ວໃນມື້ທີ 3 ວຽກຂອງຂ້ອຍຈະສຳເລັດ.’ 33 ບໍ່ວ່າຈະເກີດຫຍັງຂຶ້ນ ຂ້ອຍຈະເຮັດວຽກຕໍ່ໄປໃນມື້ນີ້ ມື້ອື່ນ ແລະມື້ຮື ຍ້ອນຜູ້ພະຍາກອນຈະຕ້ອງບໍ່ຖືກຂ້າຢູ່ບ່ອນອື່ນນອກຈາກຢູ່ເມືອງເຢຣູຊາເລັມ.+ 34 ຄົນໃນເມືອງເຢຣູຊາເລັມ ຄົນໃນເມືອງເຢຣູຊາເລັມເອີ້ຍ ພວກເຈົ້າຂ້າພວກຜູ້ພະຍາກອນແລະດຶກກ້ອນຫີນໃສ່ຄົນທີ່ພະເຈົ້າສົ່ງມາ.+ ຫຼາຍເທື່ອແລ້ວທີ່ຂ້ອຍຢາກລວບລວມພວກເຈົ້າໃຫ້ມາຢູ່ນຳກັນ ຄືກັບໄກ່ແມ່ລູກອ່ອນທີ່ລວບລວມລູກຂອງມັນໃຫ້ມາຢູ່ກ້ອງປີກ ແຕ່ພວກເຈົ້າພັດບໍ່ມາ.+ 35 ຍ້ອນແນວນີ້ ວິຫານຫຼັງນີ້*ຈະຖືກປະຖິ້ມໃຫ້ຮ້າງເປົ່າໄວ້ນຳພວກເຈົ້າ.+ ພວກເຈົ້າຈະບໍ່ໄດ້ເຫັນຂ້ອຍອີກເລີຍຈົນກວ່າພວກເຈົ້າຈະເວົ້າວ່າ ‘ຂໍໃຫ້ທ່ານທີ່ມາໃນນາມພະເຢໂຫວາ*ໄດ້ຮັບພອນ!’”+
14 ມີເທື່ອໜຶ່ງໃນວັນຊະບາໂຕ ພະເຢຊູໄປກິນເຂົ້າຢູ່ເຮືອນຜູ້ນຳຄົນໜຶ່ງຂອງພວກຟາຣີຊາຍ ແລະຄົນທີ່ຢູ່ຫັ້ນກໍຈອບຈັບຜິດເພິ່ນ. 2 ຢູ່ຕໍ່ໜ້າພະເຢຊູມີຜູ້ຊາຍຄົນໜຶ່ງທີ່ເປັນພະຍາດບວມນ້ຳ. 3 ພະເຢຊູຈຶ່ງຖາມພວກທີ່ຊ່ຽວຊານກົດໝາຍຂອງໂມເຊແລະຖາມພວກຟາຣີຊາຍວ່າ: “ຜິດບໍຖ້າຈະປົວພະຍາດໃນວັນຊະບາໂຕ?”+ 4 ແຕ່ເຂົາເຈົ້າມິດຢູ່ ພະເຢຊູຈຶ່ງວາງມືເທິງຜູ້ຊາຍຄົນນັ້ນແລະປົວລາວ ແລ້ວກໍໃຫ້ລາວໄປ. 5 ຈາກນັ້ນ ເພິ່ນປິ່ນມາຖາມເຂົາເຈົ້າວ່າ: “ຖ້າລູກຊາຍຫຼືງົວຂອງພວກເຈົ້າຕົກນ້ຳສ້າງ+ໃນວັນຊະບາໂຕ ພວກເຈົ້າຈະບໍ່ຟ້າວດຶງຂຶ້ນມາບໍ?”+ 6 ເຂົາເຈົ້າກໍເວົ້າຫຍັງບໍ່ອອກ.
7 ເມື່ອພະເຢຊູສັງເກດເຫັນວ່າ ແຂກທີ່ຖືກເຊີນມັກນັ່ງບ່ອນທີ່ມີກຽດ ເພິ່ນຈຶ່ງຍົກຕົວຢ່າງປຽບທຽບໃຫ້ເຂົາເຈົ້າຟັງ+ວ່າ: 8 “ເມື່ອມີຄົນເຊີນເຈົ້າໄປງານແຕ່ງດອງ ຢ່ານັ່ງບ່ອນທີ່ມີກຽດທີ່ສຸດ+ ຍ້ອນເຈົ້າພາບອາດເຊີນຄົນທີ່ສຳຄັນກວ່າເຈົ້າມາຮ່ວມງານນຳ. 9 ແລ້ວລາວຈະມາບອກເຈົ້າວ່າ ‘ຂໍໃຫ້ແຂກຜູ້ນີ້ນັ່ງຢູ່ບ່ອນນີ້.’ ເຈົ້າກໍຈະອາຍທີ່ຕ້ອງຍ້າຍໄປນັ່ງບ່ອນທີ່ຕ່ຳຕ້ອຍທີ່ສຸດ. 10 ແຕ່ເມື່ອມີຄົນເຊີນເຈົ້າໄປງານລ້ຽງ ໃຫ້ໄປນັ່ງບ່ອນທີ່ຕ່ຳຕ້ອຍທີ່ສຸດ. ເມື່ອເຈົ້າພາບມາ ລາວຈະບອກເຈົ້າວ່າ ‘ສ່ຽວເອີ້ຍ ຍ້າຍໄປນັ່ງບ່ອນສຳລັບແຂກທີ່ມີກຽດພຸ້ນ.’ ແລ້ວເຈົ້າຈະໄດ້ຮັບກຽດຕໍ່ໜ້າແຂກທຸກຄົນໃນງານ.+ 11 ດັ່ງນັ້ນ ທຸກຄົນທີ່ຍົກໂຕເອງຂຶ້ນຈະຖືກກົດໃຫ້ຕ່ຳລົງ ແລະຄົນທີ່ຖ່ອມໂຕລົງຈະຖືກຍົກໃຫ້ສູງຂຶ້ນ.”+
12 ຈາກນັ້ນ ພະເຢຊູປິ່ນໄປເວົ້າກັບຄົນທີ່ເຊີນເພິ່ນວ່າ: “ເມື່ອເຈົ້າຈັດງານລ້ຽງອາຫານທ່ຽງຫຼືອາຫານຄ່ຳ ຢ່າເຊີນໝູ່ເພື່ອນ ອ້າຍເອື້ອຍນ້ອງ ຍາດຕິພີ່ນ້ອງ ຫຼືເພື່ອນບ້ານທີ່ຮັ່ງ ຍ້ອນເຂົາເຈົ້າອາດຈະເຊີນເຈົ້າຄືນເພື່ອຕອບແທນ. 13 ແຕ່ເມື່ອຈັດງານລ້ຽງ ໃຫ້ເຈົ້າເຊີນຄົນທຸກ ຄົນພິການ ຄົນເປັນລ່ອຍ ແລະຄົນຕາບອດມາຮ່ວມ.+ 14 ແລ້ວເຈົ້າຈະມີຄວາມສຸກຍ້ອນເຂົາເຈົ້າບໍ່ມີຫຍັງຈະຕອບແທນ. ແຕ່ເຈົ້າຈະໄດ້ລາງວັນຕອນທີ່ພະເຈົ້າປຸກຄົນທີ່ເຊື່ອຟັງເພິ່ນ*ໃຫ້ຄືນມາຈາກຕາຍ.”+
15 ເມື່ອແຂກຄົນໜຶ່ງໄດ້ຍິນແບບນັ້ນກໍເວົ້າກັບພະເຢຊູວ່າ: “ຄົນທີ່ໄດ້ກິນອາຫານຕອນທີ່ມີສ່ວນໃນການປົກຄອງຂອງພະເຈົ້າກໍມີຄວາມສຸກ.”
16 ພະເຢຊູເວົ້າກັບລາວວ່າ: “ມີຜູ້ໜຶ່ງຈັດງານລ້ຽງອາຫານຄ່ຳຢ່າງຍິ່ງໃຫຍ່+ແລະເຊີນແຂກບັກຫຼາຍໆມາຮ່ວມ. 17 ເມື່ອຮອດເວລາກິນລ້ຽງ ລາວໃຊ້ທາດໄປບອກແຂກທີ່ຖືກເຊີນວ່າ ‘ທຸກຢ່າງພ້ອມແລ້ວ ມາໂລດ.’ 18 ແຕ່ທຸກຄົນພັດເລີ່ມຫາຂໍ້ແກ້ໂຕ.+ ຄົນທຳອິດອ້າງວ່າ ‘ຂ້ອຍຊື້ນາໄວ້ແລະຕ້ອງໄປເບິ່ງ. ຂໍໂທດເດີ້ ຂ້ອຍໄປບໍ່ໄດ້.’ 19 ອີກຄົນໜຶ່ງອ້າງວ່າ ‘ຂ້ອຍຊື້ງົວມາ 5 ຄູ່ແລະກຳລັງຈະໄປກວດເບິ່ງ. ຂໍໂທດເດີ້ ຂ້ອຍໄປບໍ່ໄດ້.’+ 20 ອີກຄົນໜຶ່ງກໍອ້າງວ່າ ‘ຂ້ອຍຫາກໍແຕ່ງດອງ ຂ້ອຍໄປບໍ່ໄດ້ເດີ້.’ 21 ທາດກໍມາບອກນາຍ ນາຍຈຶ່ງໃຈຮ້າຍຫຼາຍແລະບອກທາດວ່າ ‘ໃຫ້ຟ້າວອອກໄປຕາມທາງໃຫຍ່ແລະຮ່ອມຕ່າງໆໃນເມືອງ ແລ້ວພາຄົນທຸກ ຄົນພິການ ຄົນຕາບອດ ແລະຄົນເປັນລ່ອຍມານີ້.’ 22 ຕໍ່ມາ ທາດກັບມາບອກວ່າ ‘ນາຍເອີ້ຍ ຂ້ອຍເຮັດຕາມທີ່ນາຍສັ່ງແລ້ວ ແຕ່ກໍຍັງມີບ່ອນວ່າງຢູ່.’ 23 ນາຍຈຶ່ງບອກທາດວ່າ ‘ໃຫ້ອອກໄປຕາມທາງນ້ອຍທາງໃຫຍ່ຢູ່ນອກເມືອງ ແລ້ວຊວນຄົນມາໃຫ້ເຕັມເຮືອນ.+ 24 ຂ້ອຍຈະບອກໃຫ້ຮູ້ວ່າ ພວກທີ່ຂ້ອຍເຊີນໃນຕອນທຳອິດຈະບໍ່ມີໃຜໄດ້ຊີມລົດຊາດອາຫານຄ່ຳຂອງຂ້ອຍເລີຍ.’”+
25 ມີເທື່ອໜຶ່ງ ມີຄົນບັກຫຼາຍໆໄດ້ເດີນທາງໄປກັບພະເຢຊູ ແລ້ວເພິ່ນປິ່ນມາເວົ້າກັບເຂົາເຈົ້າວ່າ: 26 “ຖ້າຜູ້ໃດຢາກເປັນລູກສິດຂ້ອຍ ລາວຕ້ອງຮັກຂ້ອຍຫຼາຍກວ່າ*ພໍ່ແມ່ ເມຍ ລູກ ອ້າຍເອື້ອຍນ້ອງ ຫຼືແມ່ນແຕ່ຊີວິດຂອງລາວເອງ.+ ຄັນບໍ່ຊັ້ນ ລາວຈະເປັນລູກສິດຂອງຂ້ອຍບໍ່ໄດ້.+ 27 ຄົນທີ່ບໍ່ຍອມແບກເສົາທໍລະມານ*ຂອງໂຕເອງແລະບໍ່ຍອມຕິດຕາມຂ້ອຍ ລາວຈະເປັນລູກສິດຂອງຂ້ອຍບໍ່ໄດ້.+ 28 ສົມມຸດວ່າ ເຈົ້າຢາກຈະສ້າງຫໍຄອຍ ເຈົ້າຈະບໍ່ນັ່ງລົງແລະຄິດໄລ່ເບິ່ງຄ່າໃຊ້ຈ່າຍກ່ອນບໍເພື່ອຈະຮູ້ວ່າມີເງິນພໍທີ່ຈະສ້າງໃຫ້ແລ້ວຫຼືບໍ່? 29 ຄັນບໍ່ຊັ້ນ ເມື່ອເຈົ້າວາງຮາກຖານແລ້ວເງິນພັດໝົດ ເຈົ້າກໍຈະສ້າງບໍ່ແລ້ວ. ເມື່ອຄົນອື່ນເຫັນກໍຈະຫົວຂວັນເຈົ້າ. 30 ເຂົາເຈົ້າຈະເວົ້າວ່າ ‘ຜູ້ນີ້ລົງມືສ້າງ ແຕ່ບໍ່ມີປັນຍາເຮັດໃຫ້ແລ້ວ.’ 31 ຫຼືຖ້າກະສັດອົງໜຶ່ງຈະເຮັດສົງຄາມກັບກະສັດອີກອົງໜຶ່ງ ລາວຈະບໍ່ນັ່ງລົມກັບທີ່ປຶກສາກ່ອນບໍວ່າ ທະຫານ 10.000 ຄົນຂອງລາວຈະສູ້ກັບທະຫານ 20.000 ຄົນຂອງຝ່າຍທີ່ຍົກມາຕີໄດ້ຫຼືບໍ່? 32 ຖ້າເຫັນວ່າສູ້ບໍ່ໄດ້ ລາວກໍຈະຟ້າວສົ່ງຄະນະທູດໄປຂໍສະຫງົບເສິກຕອນທີ່ຝ່າຍນັ້ນຍັງຢູ່ໄກ. 33 ດັ່ງນັ້ນ ຖ້າເຈົ້າບໍ່ຍອມຖິ້ມທຸກສິ່ງທຸກຢ່າງ ເຈົ້າຈະເປັນລູກສິດຂອງຂ້ອຍບໍ່ໄດ້.+
34 ເກືອເປັນຂອງດີຢູ່ແລ້ວ ແຕ່ຖ້າເກືອບໍ່ເຄັມຈະເອົາຫຍັງໃສ່ເກືອເພື່ອໃຫ້ມັນກັບມາເຄັມອີກ?+ 35 ຈະເອົາໄປເຮັດເປັນດິນປູກຝັງຫຼືເຮັດຝຸ່ນກໍບໍ່ໄດ້ ມີແຕ່ຈະເອົາໄປໂຍນຖິ້ມເທົ່ານັ້ນ. ໃຫ້ທຸກຄົນທີ່ໄດ້ຍິນຕັ້ງໃຈຟັງດີໆ.”+
15 ຕອນນັ້ນ ຄົນເກັບພາສີແລະຄົນທີ່ມັກເຮັດຜິດເຂົ້າມາຫຸ້ມພະເຢຊູເພື່ອຟັງເພິ່ນສອນ.+ 2 ພວກຟາຣີຊາຍກັບພວກຄູສອນສາສະໜາຈຶ່ງພາກັນຈົ່ມວ່າ: “ຜູ້ນີ້ຄົບຫາກັບຄົນທີ່ມັກເຮັດຜິດແລະກິນເຂົ້ານຳເຂົາເຈົ້າ.” 3 ພະເຢຊູຈຶ່ງຍົກຕົວຢ່າງປຽບທຽບໃຫ້ເຂົາເຈົ້າຟັງວ່າ: 4 “ສົມມຸດວ່າ ຜູ້ໜຶ່ງມີແກະ 100 ໂຕ ແລ້ວມີໂຕໜຶ່ງເສຍ ລາວຈະປະແກະ 99 ໂຕໄວ້ໃນບ່ອນກັນດານກ່ອນ ແລ້ວໄປຊອກຫາແກະໂຕທີ່ເສຍຈົນກວ່າຈະເຫັນບໍ່ແມ່ນບໍ?+ 5 ເມື່ອເຫັນແລ້ວ ລາວກໍດີໃຈຫຼາຍແລະແບກມັນໃສ່ບ່າກັບມາ. 6 ເມື່ອມາຮອດເຮືອນ ລາວກໍເອີ້ນໝູ່ກັບເພື່ອນບ້ານມາພ້ອມກັນ ແລ້ວບອກເຂົາເຈົ້າວ່າ ‘ດີໃຈນຳຂ້ອຍແດ່ ຂ້ອຍເຫັນແກະໂຕທີ່ເສຍແລ້ວ.’+ 7 ຄ້າຍຄືກັນ ຂ້ອຍຈະບອກໃຫ້ຮູ້ວ່າ ເມື່ອມີຄົນທີ່ເຮັດຜິດຄົນໜຶ່ງກັບໃຈ ຈະເຮັດໃຫ້ມີຄວາມສຸກຢູ່ໃນສະຫວັນ+ຫຼາຍກວ່າທີ່ມີຄົນດີ 99 ຄົນທີ່ບໍ່ຕ້ອງກັບໃຈ.
8 ຫຼືຜູ້ຍິງຄົນໜຶ່ງມີຫຼຽນເງິນ 10 ຫຼຽນ*ແລະເຮັດເຮ່ຍຫຼຽນໜຶ່ງ ລາວຈະໄຕ້ຕະກຽງແລະກວາດເຮືອນຊອກຫາທຸກຈອກທຸກແຈຈົນກວ່າຈະເຫັນບໍ່ແມ່ນບໍ? 9 ເມື່ອເຫັນແລ້ວ ລາວກໍເອີ້ນໝູ່ກັບເພື່ອນບ້ານມາພ້ອມກັນແລ້ວເວົ້າວ່າ ‘ດີໃຈນຳຂ້ອຍແດ່ ຂ້ອຍເຫັນຫຼຽນເງິນທີ່ເຮ່ຍແລ້ວ.’ 10 ຄ້າຍຄືກັນ ຂ້ອຍຈະບອກໃຫ້ຮູ້ວ່າ ພວກທູດສະຫວັນຂອງພະເຈົ້າຈະດີໃຈເມື່ອເຫັນຄົນທີ່ເຮັດຜິດຄົນໜຶ່ງກັບໃຈ.”+
11 ແລ້ວພະເຢຊູກໍເວົ້າວ່າ: “ຜູ້ຊາຍຄົນໜຶ່ງມີລູກຊາຍ 2 ຄົນ. 12 ລູກຊາຍຫຼ້າໄດ້ບອກພໍ່ວ່າ ‘ພໍ່ ຂໍແບ່ງຊັບສົມບັດສ່ວນທີ່ເປັນຂອງລູກໃຫ້ລູກແດ່.’ ແລ້ວພໍ່ກໍແບ່ງຊັບສົມບັດໃຫ້ລູກທັງສອງຄົນ. 13 ບໍ່ເທົ່າໃດມື້ຕໍ່ມາ ລູກຊາຍຫຼ້າກໍເກັບເຄື່ອງຂອງທັງໝົດຂອງລາວແລ້ວເດີນທາງໄປປະເທດໜຶ່ງທີ່ຢູ່ຫ່າງໄກ. ລາວໃຊ້ຈ່າຍເງິນແບບໂລເລ ແລະໃຊ້ຊີວິດຕາມໃຈໂຕເອງແບບບໍ່ຄິດຫຍັງເລີຍ 14 ເມື່ອລາວໝົດໂຕແລ້ວ ທົ່ວປະເທດນັ້ນກໍເກີດຄວາມອຶດຢາກຢ່າງໜັກ ລາວຈຶ່ງບໍ່ມີຫຍັງກິນ. 15 ລາວເຖິງຂັ້ນຕ້ອງໄປຮັບຈ້າງລ້ຽງໝູໃນທົ່ງໃຫ້ຜູ້ໜຶ່ງໃນປະເທດນັ້ນ.+ 16 ລາວຫິວເຂົ້າແຮງຈົນຢາກກິນໝາກຖົ່ວທີ່ໝູກິນ ແຕ່ບໍ່ມີຜູ້ໃດເອົາຫຍັງໃຫ້ລາວກິນເລີຍ.
17 ລາວເລີ່ມສຳນຶກໂຕແລະເວົ້າວ່າ ‘ລູກຈ້າງຂອງພໍ່ທຸກຄົນມີຂອງກິນເຫຼືອເຟືອ ແຕ່ຂ້ອຍພັດຕ້ອງມາອົດຕາຍຢູ່ນີ້. 18 ຂ້ອຍຈະກັບໄປຫາພໍ່ແລະເວົ້າກັບເພິ່ນວ່າ “ພໍ່ເອີ້ຍ ລູກໄດ້ເຮັດຜິດຕໍ່ພະເຈົ້າ*ແລະຕໍ່ພໍ່ນຳ. 19 ລູກບໍ່ສົມຄວນຈະເປັນລູກຂອງພໍ່ອີກຕໍ່ໄປ. ຂໍໃຫ້ລູກເປັນລູກຈ້າງຄົນໜຶ່ງຂອງພໍ່ກໍໄດ້.”’ 20 ລາວຈຶ່ງກັບໄປຫາພໍ່. ຕອນທີ່ລາວຍັງຢູ່ໄກໆ ພໍ່ກໍແນມເຫັນແລະຮູ້ສຶກອີ່ຕົນລາວ ພໍ່ຈຶ່ງແລ່ນໄປຫາ ທັງກອດແລະຈູບລາວ. 21 ແລ້ວລາວກໍເວົ້າກັບພໍ່ວ່າ ‘ພໍ່ເອີ້ຍ ລູກໄດ້ເຮັດຜິດຕໍ່ພະເຈົ້າແລະຕໍ່ພໍ່ນຳ.+ ລູກບໍ່ສົມຄວນຈະເປັນລູກຂອງພໍ່ອີກຕໍ່ໄປ.’ 22 ແຕ່ພໍ່ປິ່ນໄປສັ່ງພວກທາດວ່າ ‘ໄວໆ! ຂ້ຽວໄປເອົາເສື້ອຄຸມທີ່ດີທີ່ສຸດມາໃສ່ໃຫ້ລາວ ເອົາແຫວນມາສຸບໃສ່ນິ້ວມື ແລະເອົາເກີບມາສຸບໃສ່ຕີນໃຫ້ລາວ. 23 ແລ້ວໄປຂ້າງົວນ້ອຍໂຕຕຸ້ຍໆ ແລະເອົາມາກິນລ້ຽງສະຫຼອງນຳກັນ 24 ຍ້ອນລູກຂອງຂ້ອຍຜູ້ນີ້ຕາຍໄປແລ້ວ ແຕ່ກັບມາມີຊີວິດອີກ.+ ລາວເຄີຍຫຼົງທາງ ແຕ່ຕອນນີ້ລາວກັບມາແລ້ວ.’ ຈາກນັ້ນ ເຂົາເຈົ້າກໍລ້ຽງສະຫຼອງກັນ.
25 ຕອນນັ້ນ ລູກຊາຍກົກເຮັດວຽກຢູ່ທົ່ງນາ ແລະເມື່ອລາວກັບມາໃກ້ຊິຮອດເຮືອນກໍໄດ້ຍິນສຽງດົນຕີແລະສຽງຄົນເຕັ້ນ. 26 ລາວຈຶ່ງເອີ້ນຄົນຮັບໃຊ້ມາຖາມວ່າເກີດຫຍັງຂຶ້ນ. 27 ຄົນຮັບໃຊ້ບອກລາວວ່າ ‘ນ້ອງຂອງເຈົ້າກັບມາແລ້ວ ພໍ່ຂອງເຈົ້າກໍເລີຍໃຫ້ຂ້າງົວນ້ອຍໂຕຕຸ້ຍໆເພື່ອລ້ຽງສະຫຼອງກັນທີ່ລາວກັບມາຢ່າງປອດໄພ.’ 28 ແຕ່ອ້າຍພັດໃຈຮ້າຍແລະບໍ່ຍອມເຂົ້າໄປ ພໍ່ຈຶ່ງອອກມາຂໍຮ້ອງໃຫ້ລາວເຂົ້າໄປທາງໃນ. 29 ແຕ່ລາວບອກພໍ່ວ່າ ‘ຂ້ອຍເຮັດວຽກໜັກໃຫ້ພໍ່ມາຫຼາຍປີ ແລະບໍ່ເຄີຍຂັດຄຳສັ່ງຂອງພໍ່ຈັກເທື່ອ ແຕ່ແບ້ນ້ອຍໂຕດຽວພໍ່ກໍບໍ່ເຄີຍເອົາໃຫ້ຂ້ອຍໄປກິນລ້ຽງກັບໝູ່ເລີຍ. 30 ແຕ່ເມື່ອລູກຜູ້ນັ້ນຂອງພໍ່ກັບມາ ພໍ່ກໍຂ້າງົວນ້ອຍໂຕຕຸ້ຍໆເພື່ອລ້ຽງຕ້ອນຮັບລາວ ທັງໆທີ່ລາວຜານຊັບສົມບັດຂອງພໍ່ໝົດໄປນຳພວກໂສເພນີ.’ 31 ພໍ່ຈຶ່ງບອກລາວວ່າ ‘ລູກເອີ້ຍ ລູກຢູ່ກັບພໍ່ຕະຫຼອດ ແລະທຸກສິ່ງທີ່ເປັນຂອງພໍ່ກໍເປັນຂອງລູກຢູ່ແລ້ວ. 32 ແຕ່ພວກເຮົາຕ້ອງດີໃຈແລະພາກັນລ້ຽງສະຫຼອງ ຍ້ອນນ້ອງຊາຍຂອງລູກຕາຍໄປແລ້ວ ແຕ່ກັບມາມີຊີວິດອີກ. ນ້ອງເຄີຍຫຼົງທາງ ແຕ່ຕອນນີ້ນ້ອງກັບມາແລ້ວ.’”
16 ຈາກນັ້ນ ພະເຢຊູເວົ້າກັບພວກລູກສິດຕໍ່ໄປວ່າ: “ເສດຖີຄົນໜຶ່ງຈ້າງຜູ້ຈັດການ*ມາເບິ່ງແຍງກິດຈະການຂອງລາວ. ຕໍ່ມາ ມີຄົນມາຟ້ອງວ່າຜູ້ຈັດການຄົນນີ້ເຮັດໃຫ້ກິດຈະການຂອງເສດຖີເສຍຫາຍ. 2 ເສດຖີຈຶ່ງເອີ້ນຜູ້ຈັດການມາແລະເວົ້າວ່າ ‘ຂ້ອຍໄດ້ຍິນວ່າເຈົ້າເຮັດວຽກບໍ່ຫຼ້ອນໜ້າທີ່. ເອົາບັນຊີທີ່ເຈົ້າເບິ່ງແຍງຢູ່ມາສົ່ງຄືນຂ້ອຍ. ຂ້ອຍໄລ່ເຈົ້າອອກ.’ 3 ຜູ້ຈັດການກໍຄິດໃນໃຈວ່າ ‘ຂ້ອຍຈະເຮັດແນວໃດດີ? ຂ້ອຍຖືກປົດອອກຈາກວຽກຜູ້ຈັດການແລ້ວ ຖ້າຊິໄປຂຸດດິນກໍບໍ່ມີແຮງ. ຄັນຊິໄປຂໍທານກໍອາຍຄົນ. 4 ເອີ້! ຄິດອອກແລ້ວວ່າຊິເຮັດແນວໃດເພື່ອໃຫ້ຄົນເອົາຂ້ອຍໄປຢູ່ນຳເຂົາເຈົ້າຕອນທີ່ຂ້ອຍຖືກປົດອອກຈາກວຽກ.’ 5 ລາວຈຶ່ງເອີ້ນລູກໜີ້ຂອງນາຍມາເທື່ອລະຄົນ ແລ້ວຖາມຄົນທຳອິດວ່າ ‘ເຈົ້າຕິດໜີ້ນາຍຂອງຂ້ອຍເທົ່າໃດ?’ 6 ລາວບອກວ່າ ‘ຂ້ອຍຕິດໜີ້ນ້ຳມັນໝາກກອກ 100 ຖັງ.’* ຜູ້ຈັດການບອກວ່າ ‘ເອົາໜັງສືສັນຍາໄປ ແລະຟ້າວປ່ຽນເປັນ 50 ຖັງ.’ 7 ຈາກນັ້ນ ຜູ້ຈັດການຖາມອີກຄົນໜຶ່ງວ່າ ‘ເຈົ້າເດຕິດໜີ້ເທົ່າໃດ?’ ລາວຕອບວ່າ ‘ຂ້ອຍຕິດໜີ້ເຂົ້າ 100 ເປົາ.’* ຜູ້ຈັດການບອກລາວວ່າ ‘ເອົາໜັງສືສັນຍາໄປ ແລ້ວປ່ຽນເປັນ 80 ເປົາ.’ 8 ນາຍຍ້ອງຜູ້ຈັດການຄົນນີ້ທີ່ເຮັດຢ່າງສະຫຼາດເຖິງວ່າຈະເປັນຄົນສໍ້ໂກງ. ຂ້ອຍເລົ່າເລື່ອງນີ້ເພື່ອໃຫ້ເຫັນວ່າ ຄົນທົ່ວໄປໃນໂລກນີ້*ຮູ້ວິທີປະຕິບັດກັບຄົນອື່ນໄດ້ສະຫຼາດກວ່າຄົນທີ່ຢູ່ໃນຄວາມສະຫວ່າງ.*+
9 ຂ້ອຍຈະບອກພວກເຈົ້າວ່າ ໃຫ້ໃຊ້ຊັບສົມບັດທີ່ພວກເຈົ້າມີໃນໂລກນີ້*ເພື່ອຜູກມິດກັບຄົນອື່ນໄວ້+ ເພາະເມື່ອຊັບສົມບັດນັ້ນໝົດອາດຈະມີຄົນເອົາພວກເຈົ້າໄປຢູ່ໃນບ່ອນຢູ່ທີ່ຖາວອນ.+ 10 ຄົນທີ່ສັດຊື່ໃນເລື່ອງນ້ອຍໆກໍສັດຊື່ໃນເລື່ອງໃຫຍ່ຄືກັນ ແລະຄົນທີ່ບໍ່ສັດຊື່ໃນເລື່ອງນ້ອຍໆກໍບໍ່ສັດຊື່ໃນເລື່ອງໃຫຍ່ຄືກັນ. 11 ຖ້າພວກເຈົ້າບໍ່ສັດຊື່ໃນການເບິ່ງແຍງຊັບສົມບັດໃນໂລກນີ້ ແລ້ວຜູ້ໃດຈະຝາກຊັບສົມບັດແທ້ໄວ້ກັບພວກເຈົ້າ? 12 ຖ້າພວກເຈົ້າບໍ່ສັດຊື່ໃນການເບິ່ງແຍງຊັບສົມບັດຂອງຄົນອື່ນ ແລ້ວຜູ້ໃດຈະໃຫ້ພວກເຈົ້າເປັນເຈົ້າຂອງຊັບສົມບັດທີ່ກຽມໄວ້ສຳລັບພວກເຈົ້າ?+ 13 ບໍ່ມີຜູ້ໃດເປັນທາດຂອງນາຍ 2 ຄົນໄດ້ ຍ້ອນລາວຈະຮັກຜູ້ໜຶ່ງແລະຊັງອີກຜູ້ໜຶ່ງ ແລະຈະນັບຖືຜູ້ໜຶ່ງແລະດູຖູກອີກຜູ້ໜຶ່ງ. ພວກເຈົ້າຈະເປັນທັງທາດຂອງພະເຈົ້າແລະທາດຂອງຊັບສົມບັດກໍບໍ່ໄດ້.”+
14 ເມື່ອພວກຟາຣີຊາຍໄດ້ຍິນພະເຢຊູເວົ້າເລື່ອງທັງໝົດນີ້ ເຂົາເຈົ້າກໍເຮັດທ່າທາງເຍາະເຍີ້ຍເພິ່ນ+ຍ້ອນເຂົາເຈົ້າເປັນຄົນຮັກເງິນ. 15 ພະເຢຊູຈຶ່ງເວົ້າກັບເຂົາເຈົ້າວ່າ: “ພວກເຈົ້າມັກເຮັດໃຫ້ຄົນອື່ນເຫັນວ່າເປັນຄົນເຊື່ອຟັງພະເຈົ້າ*+ ແຕ່ພະເຈົ້າຮູ້ວ່າໃຈຂອງພວກເຈົ້າເປັນແນວໃດ.+ ສິ່ງທີ່ມະນຸດຖືວ່າສຳຄັນນັ້ນ ພະເຈົ້າຖືວ່າເປັນຕາຂີ້ດຽດ.+
16 ຜ່ານມາ ມີການປະກາດເລື່ອງກົດໝາຍຂອງໂມເຊແລະຄຳສອນຂອງພວກຜູ້ພະຍາກອນ*ຈົນຮອດສະໄໝຂອງໂຢຮັນ. ແຕ່ເມື່ອໂຢຮັນມາ ກໍເລີ່ມມີການປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າ ແລະຄົນທຸກປະເພດພະຍາຍາມຫຼາຍເພື່ອຈະມີສ່ວນໃນການປົກຄອງນັ້ນ.+ 17 ຟ້າກັບດິນຈະສູນຫາຍໄປກໍຍັງງ່າຍກວ່າທີ່ສ່ວນໃດສ່ວນໜຶ່ງຂອງໂຕໜັງສືໂຕໜຶ່ງໃນກົດໝາຍນັ້ນຈະບໍ່ເກີດຂຶ້ນແທ້.+
18 ທຸກຄົນທີ່ຢ່າຮ້າງກັບເມຍແລ້ວໄປແຕ່ງດອງໃໝ່ກໍເປັນຄົນຫຼິ້ນຊູ້ ແລະຄົນທີ່ແຕ່ງດອງກັບຜູ້ຍິງທີ່ຢ່າຮ້າງກັບຜົວກໍເປັນຊູ້ກັບລາວຄືກັນ.+
19 ມີເສດຖີຄົນໜຶ່ງແຕ່ງໂຕດ້ວຍຜ້າສີມ່ວງແລະຜ້າລີນິນ. ລາວໃຊ້ຊີວິດແບບຫຼູຫຼາທຸກມື້. 20 ມີຂໍທານຜູ້ໜຶ່ງຊື່ລາຊະໂຣນອນຢູ່ໜ້າປະຕູເຮືອນຂອງເສດຖີ. ລາວມີບາດເປື່ອຍເຕັມໂຕ. 21 ລາວຢາກກິນເສດຂອງກິນທີ່ຕົກຈາກໂຕະຂອງເສດຖີ. ແມ່ນແຕ່ໝາກໍມາເລຍບາດຂອງລາວ. 22 ຕໍ່ມາ ຂໍທານກໍຕາຍແລະທູດສະຫວັນໄດ້ພາລາວໄປຢູ່ກັບອັບຣາຮາມ.
ແລ້ວເສດຖີກໍຕາຍຄືກັນແລະຖືກຝັງ. 23 ຕອນຢູ່ໃນບ່ອນຝັງສົບ*ລາວທໍລະມານຫຼາຍ ເມື່ອເງີຍໜ້າຂຶ້ນລາວກໍເຫັນອັບຣາຮາມຢູ່ໄກໆແລະເຫັນລາຊະໂຣຢູ່ທາງຂ້າງອັບຣາຮາມ. 24 ລາວຈຶ່ງຮ້ອງຂຶ້ນວ່າ ‘ອັບຣາຮາມ ພໍ່ເອີ້ຍ ອີ່ຕົນຂ້ອຍແດ່. ຂໍສົ່ງລາຊະໂຣມາ ແລະໃຫ້ລາວເອົາປາຍນິ້ວມືຈຸ່ມນ້ຳແລ້ວມາແຕະລີ້ນຂອງຂ້ອຍໃຫ້ເຢັນລົງແດ່ ເພາະຂ້ອຍເຈັບປວດທໍລະມານຫຼາຍໃນໄຟທີ່ຮ້ອນໆນີ້.’ 25 ແຕ່ອັບຣາຮາມເວົ້າວ່າ ‘ຈື່ໄດ້ບໍຕອນທີ່ຍັງມີຊີວິດຢູ່ ເຈົ້າໄດ້ຮັບແຕ່ສິ່ງດີໆ ສ່ວນລາຊະໂຣໄດ້ຮັບແຕ່ສິ່ງທີ່ບໍ່ດີ? ຕອນນີ້ ລາວມີຄວາມສຸກຢູ່ນີ້ ສ່ວນເຈົ້າກໍທຸກທໍລະມານ. 26 ອີກຢ່າງໜຶ່ງ ມີຊ່ອງຫວ່າງທີ່ກວ້າງໆຂັ້ນຢູ່ລະຫວ່າງພວກເຮົາກັບເຈົ້າ ເພື່ອຄົນທີ່ຢາກຂ້າມຈາກບ່ອນນີ້ໄປຫາເຈົ້າຈະຂ້າມໄປບໍ່ໄດ້ ຫຼືຄົນຈາກບ່ອນນັ້ນຈະຂ້າມມາຫາພວກເຮົາກໍບໍ່ໄດ້ຄືກັນ.’ 27 ເສດຖີຈຶ່ງເວົ້າວ່າ ‘ຄັນຊັ້ນ ຂໍໃຫ້ທ່ານໃຊ້ລາຊະໂຣໄປເຮືອນຂອງພໍ່ຂ້ອຍແດ່ 28 ຍ້ອນຂ້ອຍມີອ້າຍນ້ອງ 5 ຄົນ. ລາຊະໂຣຈະໄດ້ໄປເຕືອນເຂົາເຈົ້າ ແລ້ວເຂົາເຈົ້າຈະບໍ່ຕ້ອງມາທຸກທໍລະມານຢູ່ນີ້ຄືກັບຂ້ອຍ.’ 29 ອັບຣາຮາມບອກວ່າ ‘ແຕ່ເຂົາເຈົ້າມີໂມເຊແລະພວກຜູ້ພະຍາກອນເຕືອນຢູ່ແລ້ວ. ໃຫ້ເຂົາເຈົ້າຟັງໂມເຊແລະຜູ້ພະຍາກອນສະ.’+ 30 ເສດຖີຈຶ່ງເວົ້າວ່າ ‘ອັບຣາຮາມ ພໍ່ເອີ້ຍ ສ່ຳນັ້ນບໍ່ພໍດອກ. ຖ້າມີຄົນຄືນມາຈາກຕາຍໄປຫາເຂົາເຈົ້າ ເຂົາເຈົ້າຈະກັບໃຈ.’ 31 ແຕ່ອັບຣາຮາມບອກລາວວ່າ ‘ຖ້າເຂົາເຈົ້າບໍ່ຟັງໂມເຊ+ແລະພວກຜູ້ພະຍາກອນ ເຖິງວ່າຈະມີຄົນຄືນມາຈາກຕາຍໄປຫາເຂົາເຈົ້າ ເຂົາເຈົ້າກໍຈະບໍ່ຍອມຟັງດອກ.’”
17 ຈາກນັ້ນ ພະເຢຊູເວົ້າກັບພວກລູກສິດວ່າ: “ສິ່ງທີ່ເຮັດໃຫ້ຄົນຖິ້ມຄວາມເຊື່ອຈະເກີດຂຶ້ນແນ່ນອນ ແຕ່ຄົນທີ່ເປັນຕົ້ນເຫດຂອງສິ່ງນັ້ນຈະຕ້ອງຖືກລົງໂທດ. 2 ຜູ້ໃດທີ່ເຮັດໃຫ້ຄົນຕ່ຳຕ້ອຍຄົນໜຶ່ງຖິ້ມຄວາມເຊື່ອ ໃຫ້ເອົາຫີນໂມ້ມາຜູກຄໍຜູ້ທີ່ເຮັດແນວນັ້ນ ແລ້ວເອົາລາວໄປຖິ້ມລົງທະເລກໍຄືຊິດີກວ່າ.+ 3 ຈື່ໄວ້ເດີ້ ຖ້າມີຄົນ*ເຮັດຜິດຕໍ່ເຈົ້າ ໃຫ້ເຕືອນລາວ+ ແລະຖ້າລາວກັບໃຈກໍໃຫ້ຍົກໂທດໃຫ້ລາວ.+ 4 ເຖິງລາວຈະເຮັດຜິດຕໍ່ເຈົ້າມື້ລະ 7 ເທື່ອ ຖ້າລາວກັບມາຫາເຈົ້າທັງເຈັດເທື່ອແລະເວົ້າວ່າ ‘ຍົກໂທດໃຫ້ຂ້ອຍແດ່’ ເຈົ້າກໍຕ້ອງຍົກໂທດໃຫ້ລາວ.”+
5 ພວກອັກຄະສາວົກ*ເວົ້າກັບພະເຢຊູວ່າ: “ຂໍຊ່ວຍພວກເຮົາໃຫ້ມີຄວາມເຊື່ອຫຼາຍຂຶ້ນແດ່.”+ 6 ພະເຢຊູບອກວ່າ: “ຖ້າພວກເຈົ້າມີຄວາມເຊື່ອເທົ່າກັບເມັດມັດສະຕາດ* ແລະສັ່ງຕົ້ນມອນດຳຕົ້ນນີ້ວ່າ ‘ຂຶ້ນມາໝົດຮາກໂລດ ແລ້ວຍ້າຍໄປຢູ່ໃນທະເລພຸ້ນ’ ມັນກໍຈະເຮັດຕາມທີ່ພວກເຈົ້າບອກ.+
7 ສົມມຸດວ່ານາຍຄົນໜຶ່ງໃຫ້ທາດໄປໄຖນາຫຼືເບິ່ງແຍງຝູງແກະ. ເມື່ອທາດກັບມາແຕ່ນາ ນາຍຊິເວົ້າກັບລາວບໍວ່າ ‘ມານັ່ງກິນເຂົ້າຢູ່ໂຕະພີ້’? 8 ບໍ່ດອກ ແຕ່ນາຍຄືຊິເວົ້າວ່າ ‘ຟ້າວໄປກຽມເຂົ້າແລງໄວໆ. ໃສ່ຜ້າກັນເປື້ອນແລະມາຖ້າຮັບໃຊ້ຂ້ອຍຢູ່ໂຕະຈົນກວ່າຂ້ອຍຊິກິນຊິດື່ມແລ້ວ. ຈາກນັ້ນ ເຈົ້າຈຶ່ງກິນຈຶ່ງດື່ມ.’ 9 ນາຍບໍ່ຕ້ອງຂອບໃຈທາດທີ່ເຮັດຕາມຄຳສັ່ງແມ່ນບໍ? 10 ພວກເຈົ້າກໍຄືກັນ ເມື່ອເຮັດວຽກທີ່ນາຍສັ່ງແລ້ວໆ ກໍຄວນຈະເວົ້າວ່າ ‘ພວກເຮົາເປັນແຕ່ທາດທີ່ເຮັດຕາມໜ້າທີ່ເທົ່ານັ້ນ.’”+
11 ຕອນທີ່ພະເຢຊູໄປເມືອງເຢຣູຊາເລັມ ເພິ່ນໄປທາງທີ່ຢູ່ລະຫວ່າງແຂວງຊາມາເຣຍກັບແຂວງຄາລີເລ. 12 ເມື່ອພະເຢຊູເຂົ້າໄປໃນບ້ານໜຶ່ງ ມີຄົນຂີ້ທູດ 10 ຄົນເຫັນເພິ່ນ ແຕ່ເຂົາເຈົ້າຢືນຢູ່ໄກໆ+ 13 ແລະຮ້ອງຂຶ້ນວ່າ: “ອາຈານເຢຊູ ອີ່ຕົນພວກເຮົາແດ່.” 14 ເມື່ອພະເຢຊູເຫັນເຂົາເຈົ້າກໍເວົ້າວ່າ: “ໄປໃຫ້ປະໂລຫິດກວດເບິ່ງ.”+ ຕອນທີ່ກຳລັງໄປ ເຂົາເຈົ້າກໍເຊົາເປັນຂີ້ທູດ.+ 15 ຜູ້ໜຶ່ງໃນນັ້ນ ເມື່ອເຫັນວ່າໂຕເອງດີເປັນປົກກະຕິແລ້ວກໍກັບຄືນມາສັນລະເສີນພະເຈົ້າດ້ວຍສຽງດັງໆ. 16 ລາວໝູບໜ້າລົງຢູ່ຕີນຂອງພະເຢຊູແລະຂອບໃຈເພິ່ນ. ຜູ້ຊາຍຄົນນີ້ເປັນຄົນຊາມາເຣຍ.+ 17 ພະເຢຊູຖາມວ່າ: “ມີຕັ້ງວ່າ 10 ຄົນຕົ໋ວທີ່ເຊົາພະຍາດ ແລ້ວອີກ 9 ຄົນຢູ່ໃສ? 18 ບໍ່ມີໃຜກັບມາສັນລະເສີນພະເຈົ້າເລີຍຫວະ ນອກຈາກຜູ້ນີ້ທີ່ເປັນຄົນຕ່າງຊາດ?” 19 ແລ້ວເພິ່ນບອກລາວວ່າ: “ລຸກຂຶ້ນແລະໄປສະ. ຄວາມເຊື່ອຂອງເຈົ້າເຮັດໃຫ້ເຈົ້າເຊົາພະຍາດແລ້ວ.”+
20 ພວກຟາຣີຊາຍຖາມພະເຢຊູວ່າການປົກຄອງຂອງພະເຈົ້າຈະມາຕອນໃດ+ ເພິ່ນຕອບວ່າ: “ການປົກຄອງຂອງພະເຈົ້າຈະບໍ່ມາແບບທີ່ທຸກຄົນສັງເກດເຫັນໄດ້ແຈ້ງ. 21 ຄົນຈະບໍ່ເວົ້າວ່າ ‘ຢູ່ນີ້ເດ້!’ ຫຼື ‘ຢູ່ຫັ້ນເດ້!’ ຍ້ອນການປົກຄອງຂອງພະເຈົ້າຢູ່ນຳພວກເຈົ້ານິແຫຼະ.”+
22 ແລ້ວພະເຢຊູເວົ້າກັບພວກລູກສິດວ່າ: “ເວລານັ້ນຈະມາຮອດ ເມື່ອພວກເຈົ້າຢາກຈະເຫັນສະໄໝຂອງລູກມະນຸດພຽງມື້ດຽວ ແຕ່ພວກເຈົ້າຈະບໍ່ໄດ້ເຫັນ. 23 ຄົນຈະບອກພວກເຈົ້າວ່າ ‘ໄປເບິ່ງຢູ່ຫັ້ນແມ້!’ ຫຼື ‘ມາເບິ່ງຢູ່ນີ້ແມ້!’ ແຕ່ຢ່າໄປນຳເຂົາເຈົ້າ.+ 24 ສະໄໝຂອງລູກມະນຸດ+ຈະຄືກັບແສງຟ້າແມບທີ່ເຫຼື້ອມຕັ້ງແຕ່ຟ້າເບື້ອງນີ້ຈົນຮອດຟ້າເບື້ອງນັ້ນ.+ 25 ແຕ່ກ່ອນຈະຮອດຕອນນັ້ນ ລູກມະນຸດຈະຕ້ອງທົນທຸກທໍລະມານຫຼາຍຢ່າງແລະຖືກຄົນສະໄໝນີ້ປະຕິເສດ.+ 26 ເມື່ອຮອດສະໄໝຂອງລູກມະນຸດກໍຈະເກີດເຫດການຄືກັບໃນສະໄໝຂອງໂນອາ.+ 27 ຄົນພາກັນກິນກັນດື່ມແລະເອົາຜົວເອົາເມຍຈົນຮອດມື້ທີ່ໂນອາເຂົ້າໄປໃນເຮືອ*+ ແລ້ວນ້ຳກໍມາຖ້ວມທຳລາຍທຸກຄົນຈົນໝົດ.+ 28 ເຫດການກໍຈະເປັນຄືກັບສະໄໝຂອງໂລດຄືກັນ.+ ຄົນພາກັນກິນກັນດື່ມ ຊື້ຂາຍ ປູກຝັງ ແລະກໍ່ສ້າງ 29 ແຕ່ໃນມື້ທີ່ໂລດອອກຈາກເມືອງໂຊໂດມ ມີໄຟແລະມາດຕົກຈາກຟ້າມາທຳລາຍທຸກຄົນຈົນໝົດ.+ 30 ຕອນທີ່ລູກມະນຸດມາໃຫ້ຄົນເຫັນກໍຈະເປັນແບບນັ້ນແຫຼະ.+
31 ເມື່ອຮອດຕອນນັ້ນ ຜູ້ທີ່ຢູ່ເທິງດາດຟ້າທີ່ມີເຄື່ອງຂອງຢູ່ໃນເຮືອນ ຢ່າກັບເຂົ້າໄປເອົາ ແລະຜູ້ທີ່ຢູ່ທົ່ງນາກໍຢ່າກັບໄປເອົາເຄື່ອງຂອງຄືກັນ. 32 ຈື່ເລື່ອງເມຍຂອງໂລດໄວ້ໃຫ້ດີ.+ 33 ຄົນທີ່ພະຍາຍາມຮັກສາຊີວິດໄວ້ຈະເສຍຊີວິດ ແຕ່ຄົນທີ່ສະລະຊີວິດກໍຈະຮັກສາຊີວິດໄວ້ໄດ້.+ 34 ຂ້ອຍຈະບອກໃຫ້ຮູ້ວ່າ ໃນຄືນນັ້ນ ຄົນ 2 ຄົນຈະນອນເທິງຕຽງດຽວກັນ ຜູ້ໜຶ່ງຈະຖືກເອົາໄປ ແຕ່ອີກຜູ້ໜຶ່ງຈະຖືກປະໄວ້.+ 35 ຜູ້ຍິງ 2 ຄົນຈະບົດແປ້ງຢູ່ນຳກັນ ຜູ້ໜຶ່ງຈະຖືກເອົາໄປ ແຕ່ອີກຜູ້ໜຶ່ງຈະຖືກປະໄວ້.” 36* —— 37 ພວກລູກສິດຈຶ່ງຖາມພະເຢຊູວ່າ: “ອາຈານ ເລື່ອງນີ້ຈະເກີດຂຶ້ນຢູ່ໃສ?” ເພິ່ນຕອບເຂົາເຈົ້າວ່າ: “ຊາກສົບຢູ່ບ່ອນໃດ ນົກອິນຊີກໍຈະຫຸ້ມກັນຢູ່ບ່ອນນັ້ນ.”+
18 ຈາກນັ້ນ ພະເຢຊູຍົກຕົວຢ່າງປຽບທຽບເລື່ອງໜຶ່ງຂຶ້ນມາ ເພື່ອໃຫ້ລູກສິດເຫັນຄວາມຈຳເປັນທີ່ຈະຕ້ອງອະທິດຖານເລື້ອຍໆແລະບໍ່ຍອມແພ້.+ 2 ພະເຢຊູເວົ້າວ່າ: “ໃນເມືອງໜຶ່ງ ມີຜູ້ພິພາກສາຄົນໜຶ່ງທີ່ບໍ່ນັບຖືພະເຈົ້າແລະບໍ່ເກງໃຈຜູ້ໃດ. 3 ມີແມ່ໝ້າຍຄົນໜຶ່ງມາອ້ອນວອນຜູ້ພິພາກສາຄົນນີ້ເລື້ອຍໆວ່າ ‘ຂ້ອຍມາຂໍຄວາມຍຸຕິທຳ ຂໍທ່ານຊ່ວຍຕັດສິນຄະດີຂອງຂ້ອຍກັບຄູ່ກໍລະນີໃຫ້ແດ່.’ 4 ຕອນທຳອິດ ຜູ້ພິພາກສາບໍ່ຢາກເຮັດຕາມຄຳອ້ອນວອນຂອງແມ່ໝ້າຍ ແຕ່ໃນທີ່ສຸດ ລາວກໍເວົ້າກັບໂຕເອງວ່າ ‘ເຖິງວ່າຂ້ອຍບໍ່ນັບຖືພະເຈົ້າແລະບໍ່ເກງໃຈຜູ້ໃດ 5 ແຕ່ແມ່ໝ້າຍຄົນນີ້ມາລົບກວນຂ້ອຍເລື້ອຍໆ. ຂ້ອຍລຳຄານລາວຫຼາຍ. ຂ້ອຍຊິຊ່ວຍລາວໃຫ້ໄດ້ຮັບຄວາມຍຸຕິທຳ ລາວຈຶ່ງບໍ່ມາລົບກວນຂ້ອຍອີກ.’”+ 6 ພະເຢຊູເວົ້າຕໍ່ໄປວ່າ: “ເບິ່ງແມ້ ແມ່ນແຕ່ຜູ້ພິພາກສາຄົນນີ້ທີ່ບໍ່ນັບຖືພະເຈົ້າກໍຍັງເວົ້າແບບນີ້. 7 ແນ່ນອນວ່າພະເຈົ້າຈະໃຫ້ຄວາມຍຸຕິທຳກັບຄົນທີ່ເພິ່ນເລືອກໄວ້ ເມື່ອເຂົາເຈົ້າຂໍຄວາມຊ່ວຍເຫຼືອຈາກເພິ່ນທັງເວັນທັງຄືນ+ ແລະເພິ່ນຈະອົດທົນກັບເຂົາເຈົ້ານຳອີກບໍ່ແມ່ນບໍ?+ 8 ຂ້ອຍຈະບອກໃຫ້ຮູ້ວ່າ ເພິ່ນຈະໃຫ້ຄວາມຍຸຕິທຳກັບລາວທັນທີ ແຕ່ເມື່ອລູກມະນຸດມາ ເພິ່ນຈະເຫັນຄົນທີ່ມີຄວາມເຊື່ອແບບນີ້ໃນໂລກແທ້ໆບໍ?”
9 ພະເຢຊູຍົກຕົວຢ່າງປຽບທຽບອີກເລື່ອງໜຶ່ງຂຶ້ນມາ ເພື່ອສອນຄົນທີ່ໝັ້ນໃຈວ່າໂຕເອງເປັນຄົນດີຢູ່ແລ້ວແລະມັກດູຖູກຄົນອື່ນ. ເພິ່ນເວົ້າວ່າ: 10 “ມີຜູ້ຊາຍ 2 ຄົນຂຶ້ນໄປອະທິດຖານຢູ່ວິຫານ ຜູ້ໜຶ່ງເປັນຟາຣີຊາຍ ແລະອີກຜູ້ໜຶ່ງເປັນຄົນເກັບພາສີ. 11 ຟາຣີຊາຍຢືນອະທິດຖານໃນໃຈວ່າ ‘ພະເຈົ້າ ຂອບໃຈພະອົງທີ່ຂ້ອຍບໍ່ຄືກັບຄົນອື່ນທີ່ເປັນຂີ້ລັກ ຫຼືເຮັດຊົ່ວ ຫຼືຫຼິ້ນຊູ້ ແລະບໍ່ຄືກັບຄົນເກັບພາສີຜູ້ນີ້. 12 ຂ້ອຍອົດເຂົ້າອາທິດລະ 2 ເທື່ອ ແລະເຄື່ອງຂອງທຸກຢ່າງທີ່ໄດ້ມາ ຂ້ອຍກໍເອົາ 1 ສ່ວນ 10 ໃຫ້ພະເຈົ້າ.’+ 13 ສ່ວນຄົນເກັບພາສີທີ່ຢືນຢູ່ໄກໆ ບໍ່ກ້າເງີຍໜ້າເບິ່ງຟ້າຊ້ຳ. ລາວຕີເອິກໂຕເອງແລະອະທິດຖານວ່າ ‘ພະເຈົ້າ ອີ່ຕົນລູກແດ່ ລູກເປັນຄົນບາບ.’+ 14 ຂ້ອຍຈະບອກໃຫ້ຮູ້ວ່າ ເມື່ອຜູ້ນີ້ກັບເມືອເຮືອນ ພະເຈົ້າຈະເຫັນວ່າລາວເປັນຄົນດີກວ່າຟາຣີຊາຍຜູ້ນັ້ນ.+ ທຸກຄົນທີ່ຍົກໂຕເອງຂຶ້ນຈະຖືກກົດໃຫ້ຕ່ຳລົງ ແຕ່ຄົນທີ່ຖ່ອມໂຕລົງຈະຖືກຍົກໃຫ້ສູງຂຶ້ນ.”+
15 ມີຄົນພາແອນ້ອຍມາເພື່ອໃຫ້ພະເຢຊູວາງມືເທິງເຂົາເຈົ້າ ແຕ່ເມື່ອພວກລູກສິດເຫັນແບບນັ້ນກໍຫ້າມໄວ້.+ 16 ແຕ່ພະເຢຊູບອກໃຫ້ພາແອນ້ອຍມາຫາເພິ່ນແລະເວົ້າວ່າ: “ໃຫ້ພວກເດັກນ້ອຍເຂົ້າມາຫາຂ້ອຍໂລດ. ຢ່າຫ້າມເຂົາເຈົ້າ ຍ້ອນການປົກຄອງຂອງພະເຈົ້າເປັນຂອງຄົນແບບນີ້ແຫຼະ.+ 17 ຂ້ອຍຈະບອກໃຫ້ຮູ້ວ່າ ຖ້າຜູ້ໃດບໍ່ຍອມຮັບການປົກຄອງຂອງພະເຈົ້າຄືກັບທີ່ເດັກນ້ອຍຍອມຮັບ ລາວຈະມີສ່ວນໃນການປົກຄອງຂອງພະເຈົ້າບໍ່ໄດ້.”+
18 ມີຫົວໜ້າຄົນໜຶ່ງຂອງຄົນຢິວມາຖາມພະເຢຊູວ່າ: “ອາຈານ ທ່ານເປັນຄົນດີແທ້ໆ. ຂ້ອຍຕ້ອງເຮັດຫຍັງຈຶ່ງຈະໄດ້ຊີວິດຕະຫຼອດໄປ?”*+ 19 ພະເຢຊູເວົ້າກັບລາວວ່າ: “ເປັນຫຍັງຈຶ່ງຍົກຍ້ອງຂ້ອຍວ່າດີ? ບໍ່ມີຜູ້ໃດດີແທ້ໆດອກ ນອກຈາກພະເຈົ້າເທົ່ານັ້ນ.+ 20 ເຈົ້າກໍຮູ້ກົດໝາຍຂອງພະເຈົ້າຢູ່ແລ້ວທີ່ວ່າ ‘ຢ່າຫຼິ້ນຊູ້+ ຢ່າຂ້າຄົນ+ ຢ່າລັກ+ ຢ່າເປັນພະຍານຕົວະ+ ແລະໃຫ້ນັບຖືພໍ່ແມ່.’”+ 21 ລາວຈຶ່ງເວົ້າວ່າ: “ຂ້ອຍເຮັດຕາມທຸກຂໍ້ຢູ່ແລ້ວຕັ້ງແຕ່ຍັງນ້ອຍ.” 22 ເມື່ອໄດ້ຍິນແບບນັ້ນ ພະເຢຊູກໍບອກລາວວ່າ: “ມີອີກສິ່ງໜຶ່ງທີ່ເຈົ້າຍັງບໍ່ໄດ້ເຮັດ. ໃຫ້ໄປຂາຍທຸກສິ່ງທີ່ເຈົ້າມີແລະເອົາເງິນໄປຊ່ວຍຄົນທຸກ ແລ້ວເຈົ້າຈະມີຊັບສົມບັດໃນສະຫວັນ ແລະໃຫ້ເຈົ້າຕິດຕາມຂ້ອຍມາ.”+ 23 ເມື່ອໄດ້ຍິນແບບນັ້ນ ລາວກໍເສົ້າໃຈຫຼາຍ ຍ້ອນລາວເປັນຄົນຮັ່ງຫຼາຍ.+
24 ພະເຢຊູແນມເບິ່ງລາວແລະເວົ້າວ່າ: “ມັນຍາກແທ້ໆທີ່ຄົນຮັ່ງຈະມີສ່ວນໃນການປົກຄອງຂອງພະເຈົ້າ.+ 25 ໂຕອູດຈະລອດຮູເຂັມຫຍິບເຄື່ອງຍັງງ່າຍກວ່າຄົນຮັ່ງຈະມີສ່ວນໃນການປົກຄອງຂອງພະເຈົ້າ.”+ 26 ຄົນທີ່ຟັງຢູ່ກໍເວົ້າວ່າ: “ຖ້າເປັນແນວນີ້ ຜູ້ໃດຈະລອດໄດ້?”+ 27 ພະເຢຊູຕອບວ່າ: “ມະນຸດເຮັດບໍ່ໄດ້ ແຕ່ພະເຈົ້າເຮັດໄດ້ທຸກຢ່າງ.”+ 28 ເປໂຕຈຶ່ງເວົ້າວ່າ: “ພວກເຮົາຍອມຖິ້ມທຸກຢ່າງແລະຕິດຕາມທ່ານມາ.”+ 29 ພະເຢຊູບອກວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ໃດທີ່ໄດ້ສະລະເຮືອນ ຫຼືເມຍ ຫຼືອ້າຍເອື້ອຍນ້ອງ ຫຼືພໍ່ແມ່ ຫຼືລູກເພື່ອການປົກຄອງຂອງພະເຈົ້າ+ 30 ຜູ້ນັ້ນຈະໄດ້ຄືນອີກຫຼາຍເທົ່າໃນຍຸກນີ້ ແລະໃນຍຸກ*ໜ້າຈະໄດ້ຊີວິດຕະຫຼອດໄປ.”+
31 ຈາກນັ້ນ ພະເຢຊູພາອັກຄະສາວົກ* 12 ຄົນອອກມາຕ່າງຫາກແລະບອກເຂົາເຈົ້າວ່າ: “ຕອນນີ້ ພວກເຮົາກຳລັງໄປເມືອງເຢຣູຊາເລັມ ແລະທຸກສິ່ງທີ່ພວກຜູ້ພະຍາກອນຂຽນໄວ້ກ່ຽວກັບລູກມະນຸດຈະເກີດຂຶ້ນແທ້.+ 32 ເພິ່ນຈະຖືກຈັບໄປໃຫ້ຄົນຕ່າງຊາດ+ ຖືກເຍາະເຍີ້ຍ+ ຖືກດູຖູກ ຖືກຖົ່ມນ້ຳລາຍໃສ່+ 33 ຖືກແສ້ທີ່ມີແນວແຫຼມໆຕິດຢູ່ຟາດ ແລະຖືກຂ້າ.+ ແລ້ວໃນມື້ທີ 3 ເພິ່ນຈະຖືກປຸກໃຫ້ຄືນມາຈາກຕາຍ.”+ 34 ແຕ່ພວກອັກຄະສາວົກບໍ່ເຂົ້າໃຈເລື່ອງທັງໝົດ ຍ້ອນຄວາມໝາຍຂອງເລື່ອງນັ້ນຍັງບໍ່ຖືກເປີດເຜີຍໃຫ້ເຂົາເຈົ້າຮູ້.
35 ເມື່ອພະເຢຊູໄປໃກ້ຊິຮອດເມືອງເຢຣິໂກ ມີຜູ້ຊາຍຕາບອດຄົນໜຶ່ງນັ່ງຂໍທານຢູ່ແຄມທາງ.+ 36 ເມື່ອໄດ້ຍິນສຽງຄົນບັກຫຼາຍໆຍ່າງກາຍໄປ ລາວກໍຖາມວ່າເກີດຫຍັງຂຶ້ນ. 37 ມີຄົນບອກລາວວ່າ: “ເຢຊູຄົນນາຊາເຣັດກຳລັງຍ່າງກາຍມາທາງນີ້.” 38 ລາວຈຶ່ງຮ້ອງຂຶ້ນວ່າ: “ທ່ານເຢຊູທີ່ເປັນລູກຫຼານຂອງດາວິດເອີ້ຍ ອີ່ຕົນຂ້ອຍແດ່!” 39 ຄົນທີ່ຍ່າງຢູ່ທາງໜ້າຈຶ່ງບອກລາວໃຫ້ມິດ ແຕ່ລາວແຮ່ງຮ້ອງດັງຂຶ້ນອີກວ່າ: “ທ່ານທີ່ເປັນລູກຫຼານຂອງດາວິດເອີ້ຍ ອີ່ຕົນຂ້ອຍແດ່!” 40 ພະເຢຊູຈຶ່ງຢຸດ. ເພິ່ນສັ່ງໃຫ້ພາຜູ້ຊາຍຄົນນັ້ນມາຫາ ແລ້ວຖາມລາວວ່າ: 41 “ເຈົ້າຢາກໃຫ້ຂ້ອຍຊ່ວຍຫຍັງ?” ລາວຕອບວ່າ: “ນາຍເອີ້ຍ ຊ່ວຍເຮັດໃຫ້ຂ້ອຍເຫັນຮຸ່ງແດ່.” 42 ພະເຢຊູຈຶ່ງບອກລາວວ່າ: “ໃຫ້ເຈົ້າເຫັນຮຸ່ງເດີ້. ຄວາມເຊື່ອຂອງເຈົ້າເຮັດໃຫ້ເຈົ້າດີເປັນປົກກະຕິແລ້ວ.”+ 43 ລາວກໍເຫັນຮຸ່ງທັນທີແລະຕິດຕາມພະເຢຊູໄປ+ພ້ອມທັງສັນລະເສີນພະເຈົ້າ. ເມື່ອປະຊາຊົນເຫັນແບບນັ້ນກໍພາກັນສັນລະເສີນພະເຈົ້າຄືກັນ.+
19 ຈາກນັ້ນ ພະເຢຊູກໍເຂົ້າໄປເມືອງເຢຣິໂກ ແລ້ວຍ່າງຜ່ານເມືອງໄປ. 2 ມີຜູ້ຊາຍຄົນໜຶ່ງຊື່ຊັກຂ່າຍເປັນຫົວໜ້າຄົນເກັບພາສີ. ລາວເປັນຄົນຮັ່ງ. 3 ລາວຢາກເຫັນພະເຢຊູຫຼາຍ ແຕ່ກໍແນມບໍ່ເຫັນ ຍ້ອນລາວເປັນຄົນເຕ້ຍແລະມີຄົນບັກຫຼາຍໆຫຸ້ມພະເຢຊູຢູ່. 4 ລາວຈຶ່ງແລ່ນໄປລັດໜ້າເພິ່ນ ແລ້ວປີນຂຶ້ນຕົ້ນໝາກເດື່ອປ່າເພື່ອຈະແນມເຫັນເພິ່ນຕອນທີ່ກາຍມາທາງນັ້ນ. 5 ເມື່ອພະເຢຊູຍ່າງມາຮອດບ່ອນນັ້ນ ເພິ່ນກໍແຫງນໜ້າຂຶ້ນໄປເບິ່ງແລ້ວບອກລາວວ່າ: “ຊັກຂ່າຍ ຟ້າວລົງມາໄວ ມື້ນີ້ຂ້ອຍຈະໄປພັກຢູ່ເຮືອນເຈົ້າ.” 6 ລາວຈຶ່ງຟ້າວລົງມາ ແລະຕ້ອນຮັບພະເຢຊູໃຫ້ໄປພັກຢູ່ເຮືອນຂອງລາວດ້ວຍຄວາມຕື່ນເຕັ້ນດີໃຈ. 7 ເມື່ອຄົນເຫັນແບບນັ້ນກໍພາກັນຈົ່ມວ່າ: “ເປັນຫຍັງຜູ້ນີ້ເຂົ້າໄປພັກຢູ່ເຮືອນຂອງຄົນທີ່ມັກເຮັດຜິດ?”+ 8 ຊັກຂ່າຍຢືນຂຶ້ນແລະເວົ້າກັບພະເຢຊູວ່າ: “ອາຈານ ຂ້ອຍຈະບໍລິຈາກຊັບສົມບັດເຄິ່ງໜຶ່ງໃຫ້ຄົນທຸກ ແລະຖ້າຂ້ອຍໄດ້ຂູດຮີດຜູ້ໃດ ຂ້ອຍຈະສົ່ງຄືນໃຫ້ຜູ້ນັ້ນ 4 ເທົ່າ.”+ 9 ພະເຢຊູຈຶ່ງເວົ້າວ່າ: “ມື້ນີ້ຄວາມລອດມາຮອດເຮືອນຫຼັງນີ້ແລ້ວ ຍ້ອນລາວກໍເປັນລູກຫຼານຂອງອັບຣາຮາມຄືກັນ. 10 ລູກມະນຸດມາຊອກຫາແລະຊ່ວຍຄົນທີ່ຫຼົງທາງແບບນີ້ໃຫ້ລອດ.”+
11 ຕອນທີ່ພວກລູກສິດກຳລັງຟັງຢູ່ ພະເຢຊູໄດ້ຍົກຕົວຢ່າງປຽບທຽບອີກເລື່ອງໜຶ່ງຂຶ້ນມາ ຍ້ອນເພິ່ນເກືອບຊິຮອດເມືອງເຢຣູຊາເລັມແລ້ວ ແລະພວກລູກສິດຄິດວ່າການປົກຄອງຂອງພະເຈົ້າໃກ້ຈະມາແລ້ວ.+ 12 ເພິ່ນເວົ້າວ່າ: “ມີຜູ້ໜຶ່ງທີ່ເປັນເຊື້ອເຈົ້າ. ລາວເດີນທາງໄປບ່ອນໜຶ່ງທີ່ໄກໆ+ເພື່ອຈະຮັບຕຳແໜ່ງກະສັດແລ້ວຈະກັບມາ. 13 ກ່ອນໄປ ລາວເອີ້ນທາດ 10 ຄົນມາແລະເອົາເງິນໃຫ້ເຂົາເຈົ້າ 10 ມິນາ* ແລ້ວສັ່ງວ່າ ‘ເອົາເງິນນີ້ໄປຄ້າຂາຍຈົນກວ່າຂ້ອຍຈະກັບມາ.’+ 14 ແຕ່ປະຊາຊົນໃນເມືອງນັ້ນຊັງລາວ ເຂົາເຈົ້າຈຶ່ງສົ່ງຕົວແທນໃຫ້ນຳຫຼັງລາວໄປເພື່ອບອກວ່າ ‘ພວກເຮົາບໍ່ຕ້ອງການໃຫ້ເຈົ້າມາເປັນກະສັດຂອງພວກເຮົາ.’
15 ໃນທີ່ສຸດ ຜູ້ທີ່ເປັນເຊື້ອເຈົ້າກໍຖືກແຕ່ງຕັ້ງໃຫ້ເປັນກະສັດແລະເດີນທາງກັບມາ. ລາວເອີ້ນທາດທີ່ລາວຝາກເງິນໄວ້ນັ້ນໃຫ້ເຂົ້າມາຫາ ຍ້ອນຢາກຮູ້ວ່າເຂົາເຈົ້າຄ້າຂາຍໄດ້ກຳໄລເທົ່າໃດ.+ 16 ທາດຄົນທຳອິດເຂົ້າມາແລະບອກວ່າ ‘ນາຍເອີ້ຍ ເງິນ 1 ມິນາ*ຂອງທ່ານ ຂ້ອຍໄດ້ກຳໄລຕື່ມ 10 ມິນາ.’*+ 17 ນາຍຈຶ່ງບອກທາດຄົນນັ້ນວ່າ ‘ດີຫຼາຍ ເຈົ້າເປັນທາດທີ່ດີ. ເຈົ້າສັດຊື່ໃນເລື່ອງນ້ອຍໆ. ເຈົ້າຈະໄດ້ປົກຄອງ 10 ເມືອງ.’+ 18 ທາດຄົນທີ 2 ເຂົ້າມາບອກວ່າ ‘ນາຍເອີ້ຍ ເງິນ 1 ມິນາ*ຂອງທ່ານ ຂ້ອຍໄດ້ກຳໄລຕື່ມ 5 ມິນາ.’*+ 19 ນາຍຈຶ່ງບອກທາດຄົນນີ້ວ່າ ‘ເຈົ້າກໍຄືກັນຈະໄດ້ປົກຄອງ 5 ເມືອງ.’ 20 ແຕ່ທາດອີກຄົນໜຶ່ງເຂົ້າມາບອກວ່າ ‘ນາຍເອີ້ຍ ນີ້ແມ່ນເງິນ 1 ມິນາ*ຂອງທ່ານ ຂ້ອຍເອົາຜ້າຫໍ່ແລ້ວມ້ຽນໄວ້ໃນບ່ອນທີ່ປອດໄພ. 21 ຂ້ອຍຢ້ານ ຍ້ອນທ່ານເປັນຄົນເຂັ້ມງວດ. ທ່ານເກັບເອົາເງິນທີ່ທ່ານບໍ່ໄດ້ຝາກ ແລະເກັບກ່ຽວສິ່ງທີ່ທ່ານບໍ່ໄດ້ຫວ່ານ.’+ 22 ນາຍຈຶ່ງບອກທາດຄົນນັ້ນວ່າ ‘ທາດຊົ່ວ ຂ້ອຍຈະຕັດສິນເຈົ້າຕາມຄຳເວົ້າຂອງເຈົ້າ. ຖ້າເຈົ້າຮູ້ວ່າຂ້ອຍເປັນຄົນເຂັ້ມງວດ ເກັບເອົາເງິນທີ່ຂ້ອຍບໍ່ໄດ້ຝາກ ແລະເກັບກ່ຽວສິ່ງທີ່ຂ້ອຍບໍ່ໄດ້ຫວ່ານ+ 23 ແລ້ວເປັນຫຍັງເຈົ້າຈຶ່ງບໍ່ເອົາເງິນໄປຝາກທະນາຄານໄວ້? ບາດຂ້ອຍກັບມາ ຂ້ອຍຈະໄດ້ເງິນຄືນພ້ອມກັບດອກເບ້ຍ.’
24 ນາຍຈຶ່ງບອກຄົນທີ່ຢືນຢູ່ໃກ້ໆວ່າ ‘ເອົາເງິນ 1 ມິນາ*ຈາກທາດຄົນນີ້ໄປໃຫ້ຄົນທີ່ມີ 10 ມິນາ.’*+ 25 ແຕ່ເຂົາເຈົ້າເວົ້າວ່າ ‘ນາຍເອີ້ຍ ລາວມີຕັ້ງ 10 ມິນາ*ແລ້ວໄດ໋!’ 26 ນາຍບອກວ່າ ‘ຂ້ອຍຈະບອກພວກເຈົ້າວ່າ ທຸກຄົນທີ່ມີຢູ່ແລ້ວຈະໄດ້ຮັບຫຼາຍຂຶ້ນ ແຕ່ຄົນທີ່ບໍ່ມີ ແມ່ນແຕ່ສິ່ງທີ່ລາວມີຢູ່ບໍ່ຫຼາຍກໍຈະຖືກເອົາໄປ.+ 27 ສ່ວນພວກສັດຕູທີ່ບໍ່ຢາກໃຫ້ຂ້ອຍເປັນກະສັດຂອງເຂົາເຈົ້າ ໄປຈັບເຂົາເຈົ້າມານີ້ແລະຂ້າເຂົາເຈົ້າຕໍ່ໜ້າຂ້ອຍ.’”
28 ເມື່ອພະເຢຊູເລົ່າເລື່ອງນີ້ຈົບ ເພິ່ນກໍເດີນທາງຕໍ່ເພື່ອຈະໄປເມືອງເຢຣູຊາເລັມ. 29 ເມື່ອໄປໃກ້ຊິຮອດບ້ານເບັດຟາເຄແລະບ້ານເບັດທານີທີ່ຢູ່ເທິງພູທີ່ຊື່ພູໝາກກອກ+ ພະເຢຊູກໍໃຫ້ລູກສິດ 2 ຄົນເດີນທາງໄປກ່ອນ.+ 30 ເພິ່ນສັ່ງເຂົາເຈົ້າວ່າ: “ເຂົ້າໄປໃນບ້ານທີ່ຢູ່ທາງໜ້ານີ້ ແລ້ວພວກເຈົ້າຈະເຫັນລານ້ອຍໂຕໜຶ່ງຖືກລ່າມໄວ້ ເປັນລາທີ່ບໍ່ມີໃຜເຄີຍຂີ່. ໃຫ້ແກ້ເຊືອກມັນແລ້ວຈູງມານີ້. 31 ຖ້າມີຄົນຖາມວ່າ ‘ພວກເຈົ້າແກ້ເຊືອກມັນເຮັດຫຍັງ?’ ໃຫ້ຕອບວ່າ ‘ຜູ້ເປັນນາຍຕ້ອງການໃຊ້ມັນ.’” 32 ລູກສິດ 2 ຄົນນັ້ນກໍໄປແລະເຫັນຕາມທີ່ພະເຢຊູບອກໄວ້ທຸກຢ່າງ.+ 33 ຕອນທີ່ເຂົາເຈົ້າແກ້ເຊືອກທີ່ລ່າມລານ້ອຍຢູ່ ເຈົ້າຂອງລາກໍຖາມວ່າ: “ແກ້ເຊືອກມັນເຮັດຫຍັງ?” 34 ເຂົາເຈົ້າຕອບວ່າ: “ຜູ້ເປັນນາຍຕ້ອງການໃຊ້ມັນ.” 35 ແລ້ວເຂົາເຈົ້າກໍຈູງລານ້ອຍມາໃຫ້ພະເຢຊູ ແລະເອົາເສື້ອຄຸມຂອງເຂົາເຈົ້າປູເທິງຫຼັງມັນ ແລ້ວໃຫ້ເພິ່ນຂຶ້ນນັ່ງ.+
36 ຄົນພາກັນເອົາເສື້ອຄຸມຂອງເຂົາເຈົ້າມາປູຕາມທາງທີ່ພະເຢຊູນັ່ງລານ້ອຍກາຍໄປ.+ 37 ເມື່ອເພິ່ນມາໃກ້ທາງລົງພູໝາກກອກ ພວກລູກສິດກຸ່ມໃຫຍ່ກໍພາກັນຮ້ອງສັນລະເສີນພະເຈົ້າດ້ວຍຄວາມຍິນດີຍ້ອນສິ່ງທີ່ໜ້າອັດສະຈັນທັງໝົດທີ່ເຂົາເຈົ້າໄດ້ເຫັນ. 38 ເຂົາເຈົ້າໂຫ່ຮ້ອງວ່າ: “ຂໍໃຫ້ກະສັດອົງນີ້ທີ່ມາໃນນາມພະເຢໂຫວາ*ໄດ້ຮັບພອນ! ຂໍໃຫ້ມີສັນຕິສຸກລະຫວ່າງມະນຸດກັບພະເຈົ້າ ແລະຂໍສັນລະເສີນພະເຈົ້າທີ່ຢູ່ໃນສະຫວັນ!”+ 39 ແຕ່ຟາຣີຊາຍບາງຄົນທີ່ຢູ່ໃນກຸ່ມປະຊາຊົນເວົ້າກັບພະເຢຊູວ່າ: “ອາຈານ ສັ່ງລູກສິດຂອງທ່ານໃຫ້ມິດແມະ.”+ 40 ເພິ່ນບອກວ່າ: “ຂ້ອຍຈະບອກພວກເຈົ້າວ່າ ເຖິງເຂົາເຈົ້າຈະມິດຢູ່ ແຕ່ກ້ອນຫີນເຫຼົ່ານີ້ກໍຈະເວົ້າອອກມາ.”
41 ເມື່ອພະເຢຊູໃກ້ຈະຮອດເມືອງເຢຣູຊາເລັມ ເພິ່ນແນມເບິ່ງເມືອງນັ້ນແລ້ວກໍຮ້ອງໄຫ້.+ 42 ເພິ່ນເວົ້າວ່າ: “ຄົນເຢຣູຊາເລັມເອີ້ຍ ຮອດປານນີ້ພວກເຈົ້າຄວນຈະຮູ້ແລ້ວວ່າສິ່ງໃດເຮັດໃຫ້ພວກເຈົ້າມີສັນຕິສຸກ ແຕ່ຕອນນີ້ສິ່ງນັ້ນຖືກເຊື່ອງໄວ້ຈາກພວກເຈົ້າແລ້ວ.+ 43 ອີກບໍ່ດົນ ສັດຕູຂອງພວກເຈົ້າຈະເຮັດຮົ້ວເສົາແຫຼມອ້ອມພວກເຈົ້າ. ເຂົາເຈົ້າຈະລ້ອມພວກເຈົ້າໄວ້ແລະຈະໂຈມຕີຈາກທຸກທິດທຸກທາງ.+ 44 ເຂົາເຈົ້າຈະທຳລາຍພວກເຈົ້າກັບເມືອງນີ້ຈົນກ້ຽງ+ ແລະຈະບໍ່ເຫຼືອແມ່ນແຕ່ຫີນກ້ອນດຽວທີ່ຢອງກັນຢູ່+ ຍ້ອນພວກເຈົ້າບໍ່ຍອມຮັບຮູ້ເລື່ອງວັນເວລາທີ່ພະເຈົ້າຈະມາພິພາກສາ.”
45 ແລ້ວພະເຢຊູກໍເຂົ້າໄປໃນວິຫານ ແລະໄລ່ຄົນທີ່ກຳລັງຊື້ຂາຍກັນຢູ່ຫັ້ນ.+ 46 ເພິ່ນບອກເຂົາເຈົ້າວ່າ: “ພະຄຳພີບອກໄວ້ວ່າ ‘ວິຫານຂອງເຮົາຈະຖືກເອີ້ນວ່າ ວິຫານສຳລັບການອະທິດຖານ’+ ແຕ່ພວກເຈົ້າພັດເຮັດໃຫ້ເປັນຖ້ຳໂຈນ.”+
47 ພະເຢຊູສອນຕໍ່ໄປໃນວິຫານທຸກມື້ ສ່ວນພວກຫົວໜ້າປະໂລຫິດ ພວກຄູສອນສາສະໜາ ແລະພວກຜູ້ນຳຄົນຢິວກໍຫາທາງຈະຂ້າເພິ່ນ.+ 48 ແຕ່ເຂົາເຈົ້າຍັງຫາໂອກາດບໍ່ໄດ້ ຍ້ອນມີປະຊາຊົນຕິດຕາມພະເຢຊູຕະຫຼອດເພື່ອຟັງເພິ່ນສອນ.+
20 ມີມື້ໜຶ່ງ ຕອນທີ່ພະເຢຊູກຳລັງສອນແລະປະກາດຂ່າວດີຢູ່ວິຫານ ພວກຫົວໜ້າປະໂລຫິດ ພວກຄູສອນສາສະໜາ ແລະພວກຜູ້ນຳຄົນຢິວກໍເຂົ້າມາຫາ 2 ແລະເວົ້າກັບເພິ່ນວ່າ: “ບອກມາດຸ ເຈົ້າມີສິດຫຍັງມາເຮັດແບບນີ້? ໃຜໃຫ້ສິດເຈົ້າ?”+ 3 ພະເຢຊູຕອບເຂົາເຈົ້າວ່າ: “ຂ້ອຍຈະຖາມພວກເຈົ້າເລື່ອງໜຶ່ງ. ຕອບຂ້ອຍມາກ່ອນວ່າ 4 ໂຢຮັນໄດ້ສິດທີ່ຈະໃຫ້ບັບເຕມາຈາກຜູ້ໃດ ຈາກພະເຈົ້າ*ຫຼືມະນຸດ?” 5 ເຂົາເຈົ້າຈຶ່ງປຶກສາກັນວ່າ: “ຖ້າພວກເຮົາຕອບວ່າ ‘ຈາກພະເຈົ້າ’ ລາວກໍຈະຖາມວ່າ ‘ຄັນຊັ້ນ ເປັນຫຍັງຈຶ່ງບໍ່ເຊື່ອໂຢຮັນ?’ 6 ແຕ່ຖ້າຈະຕອບວ່າ ‘ຈາກມະນຸດ’ ປະຊາຊົນກໍຈະດຶກກ້ອນຫີນໃສ່ພວກເຮົາ ຍ້ອນເຂົາເຈົ້າເຊື່ອວ່າໂຢຮັນເປັນຜູ້ພະຍາກອນ.”+ 7 ດັ່ງນັ້ນ ເຂົາເຈົ້າຈຶ່ງຕອບວ່າບໍ່ຮູ້ເດະ. 8 ພະເຢຊູຈຶ່ງຕອບວ່າ: “ຄັນຊັ້ນ ຂ້ອຍກໍຈະບໍ່ບອກພວກເຈົ້າຄືກັນວ່າ ຂ້ອຍມີສິດຫຍັງທີ່ເຮັດແບບນີ້.”
9 ແລ້ວພະເຢຊູກໍຍົກຕົວຢ່າງປຽບທຽບໃຫ້ຄົນທີ່ຢູ່ຫັ້ນຟັງວ່າ: “ມີຜູ້ຊາຍຄົນໜຶ່ງປູກໝາກລະແຊັງ+ ແລ້ວໃຫ້ຄົນມາເຊົ່າສວນໝາກລະແຊັງ. ຈາກນັ້ນ ລາວກໍໄປຕ່າງປະເທດເປັນເວລາດົນໆ.+ 10 ເມື່ອຮອດຍາມເກັບໝາກລະແຊັງ ເຈົ້າຂອງສວນໄດ້ສົ່ງທາດຄົນໜຶ່ງໄປເອົາສ່ວນແບ່ງໝາກລະແຊັງຈາກຄົນເຊົ່າສວນ. ແຕ່ຄົນເຊົ່າສວນພັດຕີທາດຄົນນັ້ນ ແລ້ວໄລ່ລາວກັບເມືອມືເປົ່າ.+ 11 ເຈົ້າຂອງສວນຈຶ່ງສົ່ງທາດອີກຄົນໜຶ່ງໄປ ພວກນັ້ນກໍຕີລາວ ດູຖູກລາວ ແລ້ວໄລ່ລາວກັບເມືອມືເປົ່າຄືກັນ. 12 ແຕ່ເຈົ້າຂອງສວນຍັງສົ່ງທາດຄົນທີ 3 ໄປອີກ ພວກນັ້ນກໍທຳຮ້າຍລາວ ແລ້ວໄລ່ລາວກັບເມືອຄືກັນ. 13 ຮອດຕອນນີ້ ເຈົ້າຂອງສວນເວົ້າກັບໂຕເອງວ່າ ‘ຂ້ອຍຈະເຮັດແນວໃດດີ? ຂ້ອຍຈະສົ່ງລູກຊາຍທີ່ຂ້ອຍຮັກໄປ+ ພວກນັ້ນຄືຊິນັບຖືລາວ.’ 14 ເມື່ອຄົນເຊົ່າສວນເຫັນລູກຊາຍເຈົ້າຂອງສວນ ເຂົາເຈົ້າກໍປຶກສາກັນວ່າ ‘ນິເດະ ຜູ້ທີ່ຈະໄດ້ຮັບມໍລະດົກ. ຂ້າມັນໂລດ ສວນນີ້ຈະໄດ້ເປັນຂອງພວກເຮົາ.’ 15 ພວກນັ້ນຈຶ່ງຈັບລູກຊາຍເຈົ້າຂອງສວນໂຍນອອກໄປນອກສວນໝາກລະແຊັງ ແລ້ວຂ້າລາວ.+ ພວກເຈົ້າຄິດວ່າເມື່ອເຈົ້າຂອງສວນມາ ລາວຈະເຮັດແນວໃດກັບພວກນັ້ນ? 16 ລາວກໍຈະຂ້າພວກຄົນເຊົ່າສວນ ແລ້ວໃຫ້ຄົນອື່ນມາເຊົ່າສວນໝາກລະແຊັງແທນ.”
ເມື່ອຄົນທີ່ຟັງຢູ່ໄດ້ຍິນແບບນັ້ນກໍເວົ້າວ່າ: “ຂໍຢ່າໃຫ້ເລື່ອງແບບນີ້ເກີດຂຶ້ນເລີຍ!” 17 ພະເຢຊູແນມເບິ່ງເຂົາເຈົ້າແລະເວົ້າວ່າ: “ຖ້າເປັນແນວນັ້ນ ຂໍ້ຄວາມນີ້ໃນພະຄຳພີໝາຍເຖິງຫຍັງທີ່ວ່າ ‘ຫີນທີ່ຊ່າງກໍ່ສ້າງຖິ້ມແລ້ວໄດ້ກາຍມາເປັນຫີນຫົວແຈຫຼັກ’?*+ 18 ຄົນທີ່ລົ້ມໃສ່ຫີນກ້ອນນັ້ນ ລາວກໍຈະມຸ່ນ+ ແລະຖ້າຫີນກ້ອນນັ້ນຕົກໃສ່ຜູ້ໃດ ຜູ້ນັ້ນກໍຈະມຸ່ນຄືກັນ.”
19 ເມື່ອພວກຄູສອນສາສະໜາກັບພວກຫົວໜ້າປະໂລຫິດຮູ້ວ່າພະເຢຊູກຳລັງໝາຍເຖິງເຂົາເຈົ້າ ເຂົາເຈົ້າຈຶ່ງຫາທາງຈັບເພິ່ນໃນຕອນນັ້ນ ແຕ່ກໍຢ້ານປະຊາຊົນ.+ 20 ເຂົາເຈົ້າຈຶ່ງຕິດຕາມເບິ່ງພະເຢຊູ ແລ້ວລັກຈ້າງຄົນກຸ່ມໜຶ່ງໃຫ້ທຳທ່າເຮັດເປັນຄົນດີ ແລະໃຫ້ໄປຈັບຜິດຄຳເວົ້າຂອງພະເຢຊູ+ ເພື່ອຈະຈັບເພິ່ນໄປໃຫ້ເຈົ້າໜ້າທີ່ແລະເຈົ້າແຂວງ. 21 ພວກນັ້ນມາຖາມພະເຢຊູວ່າ: “ອາຈານ ພວກເຮົາຮູ້ວ່າຄຳເວົ້າແລະຄຳສອນຂອງທ່ານຖືກຕ້ອງສະເໝີແລະທ່ານບໍ່ລຳອຽງ. ທ່ານສອນຄຳສອນຂອງພະເຈົ້າແບບກົງໄປກົງມາ. 22 ຂໍຖາມແດ່ວ່າ ຖືກບໍທີ່ພວກເຮົາຈະເສຍພາສີໃຫ້ກາຍຊາ?”* 23 ແຕ່ພະເຢຊູຮູ້ກົນອຸບາຍຂອງເຂົາເຈົ້າ ເພິ່ນຈຶ່ງເວົ້າວ່າ: 24 “ເອົາຫຼຽນເດນາຣິອົນ*ມາໃຫ້ຂ້ອຍດຸ. ນີ້ແມ່ນຮູບໃຜແລະຊື່ຂອງຜູ້ໃດ?” ເຂົາເຈົ້າຕອບວ່າ: “ກາຍຊາ.” 25 ເພິ່ນຈຶ່ງບອກເຂົາເຈົ້າວ່າ: “ຄັນຊັ້ນ ສິ່ງທີ່ເປັນຂອງກາຍຊາກໍໃຫ້ກາຍຊາ+ ແລະສິ່ງທີ່ເປັນຂອງພະເຈົ້າກໍໃຫ້ພະເຈົ້າ.”+ 26 ເຂົາເຈົ້າຈຶ່ງຈັບຜິດຄຳເວົ້າຂອງພະເຢຊູຕໍ່ໜ້າຄົນບໍ່ສຳເລັດ ແຕ່ພັດຮູ້ສຶກງຶດກັບຄຳຕອບຂອງເພິ່ນຈົນເວົ້າຫຍັງບໍ່ອອກ.
27 ມີພວກຊາດູກາຍບາງຄົນມາຫາພະເຢຊູ. ພວກນີ້ບໍ່ເຊື່ອເລື່ອງການຄືນມາຈາກຕາຍ.+ ເຂົາເຈົ້າຖາມວ່າ:+ 28 “ອາຈານ ໂມເຊຂຽນບອກພວກເຮົາໄວ້ວ່າ ‘ຖ້າຜູ້ຊາຍຄົນໃດຕາຍແລະປະເມຍໄວ້ ແຕ່ຍັງບໍ່ມີລູກ ອ້າຍຫຼືນ້ອງຊາຍຂອງລາວຄວນແຕ່ງດອງກັບເມຍຂອງຜູ້ຕາຍ ແລະມີລູກໃຫ້ຜູ້ທີ່ຕາຍ.’+ 29 ແລ້ວຖ້າຄອບຄົວໜຶ່ງມີລູກຊາຍ 7 ຄົນ. ລູກກົກແຕ່ງດອງກັບຜູ້ຍິງຄົນໜຶ່ງແລ້ວກໍຕາຍຕອນທີ່ຍັງບໍ່ມີລູກ. 30 ລູກຜູ້ທີສອງ 31 ແລະລູກຜູ້ຕໍ່ໄປກໍໄດ້ແຕ່ງດອງກັບຜູ້ຍິງຄົນນັ້ນຄືກັນ. ໃນທີ່ສຸດທັງເຈັດຄົນໄດ້ແຕ່ງດອງກັບລາວ ແລະທຸກຄົນຕາຍຕອນທີ່ຍັງບໍ່ມີລູກ. 32 ສຸດທ້າຍ ຜູ້ຍິງຄົນນັ້ນກໍຕາຍຄືກັນ. 33 ເມື່ອເປັນແນວນີ້ ຕອນທີ່ທຸກຄົນຄືນມາຈາກຕາຍ ຜູ້ຍິງຄົນນັ້ນຈະເປັນເມຍຂອງຜູ້ໃດ ຍ້ອນທັງເຈັດຄົນເຄີຍເປັນຜົວຂອງລາວ?”
34 ພະເຢຊູຕອບເຂົາເຈົ້າວ່າ: “ຄົນໃນຍຸກ*ນີ້ແຕ່ງດອງກັນ 35 ແຕ່ຄົນທີ່ສົມຄວນຈະຖືກປຸກໃຫ້ຄືນມາຈາກຕາຍແລະໄດ້ຊີວິດໃນຍຸກໜ້າຈະບໍ່ແຕ່ງດອງ.+ 36 ເຂົາເຈົ້າຈະບໍ່ຕາຍອີກເລີຍ ແຕ່ຈະເປັນຄືກັບພວກທູດສະຫວັນ ແລະຍ້ອນເຂົາເຈົ້າຖືກປຸກໃຫ້ຄືນມາຈາກຕາຍ ເຂົາເຈົ້າຈະເປັນລູກຂອງພະເຈົ້າ. 37 ແຕ່ເລື່ອງທີ່ຄົນຕາຍຈະຟື້ນຄືນມານັ້ນ ແມ່ນແຕ່ໂມເຊກໍໄດ້ຂຽນໄວ້ໃນເລື່ອງຟຸ່ມໜາມແລ້ວ. ຕອນນັ້ນ ລາວເອີ້ນພະເຢໂຫວາ*ວ່າ ‘ພະເຈົ້າຂອງອັບຣາຮາມ ພະເຈົ້າຂອງອີຊາກ ແລະພະເຈົ້າຂອງຢາໂຄບ.’+ 38 ເພິ່ນບໍ່ໄດ້ເປັນພະເຈົ້າຂອງຄົນຕາຍ ແຕ່ເປັນພະເຈົ້າຂອງຄົນເປັນ ຍ້ອນເພິ່ນເຫັນວ່າເຂົາເຈົ້າທຸກຄົນມີຊີວິດຢູ່.”+ 39 ຄູສອນສາສະໜາບາງຄົນຍ້ອງພະເຢຊູວ່າ: “ອາຈານ ທ່ານເວົ້າໄດ້ດີຫຼາຍ.” 40 ແລ້ວກໍບໍ່ມີໃຜກ້າຖາມຫຍັງເພິ່ນອີກ.
41 ແລ້ວພະເຢຊູຖາມເຂົາເຈົ້າຄືນວ່າ: “ເປັນຫຍັງຄົນຈຶ່ງພາກັນເວົ້າວ່າພະຄລິດເປັນລູກຫຼານຂອງດາວິດ?+ 42 ດາວິດເອງກໍບອກໄວ້ໃນປຶ້ມເພງສັນລະເສີນວ່າ ‘ພະເຢໂຫວາ*ເວົ້າກັບຜູ້ເປັນນາຍຂອງຂ້ອຍວ່າ “ນັ່ງຢູ່ເບື້ອງຂວາມືຂອງເຮົາກ່ອນ 43 ຈົນກວ່າເຮົາຈະປາບພວກສັດຕູຂອງເຈົ້າໃຫ້ເປັນບ່ອນວາງຕີນຂອງເຈົ້າ.”’+ 44 ຖ້າດາວິດເອີ້ນພະຄລິດວ່າຜູ້ເປັນນາຍ ແລ້ວພະຄລິດຈະເປັນລູກຫຼານຂອງດາວິດໄດ້ແນວໃດ?”
45 ຕອນທີ່ຄົນກຳລັງຟັງພະເຢຊູຢູ່ ເພິ່ນໄດ້ເວົ້າກັບພວກລູກສິດວ່າ: 46 “ລະວັງພວກຄູສອນສາສະໜາໃຫ້ດີ ເຂົາເຈົ້າມັກໃສ່ເສື້ອຄຸມທີ່ຍາວໆຍ່າງໄປຍ່າງມາ ມັກໃຫ້ຄົນອື່ນກົ້ມຄຳນັບຢູ່ຕະຫຼາດ ມັກນັ່ງແຖວໜ້າສຸດ*ຢູ່ບ່ອນປະຊຸມ ແລະມັກນັ່ງໃນບ່ອນທີ່ມີກຽດທີ່ສຸດຢູ່ງານລ້ຽງ.+ 47 ເຂົາເຈົ້າສໍ້ໂກງເອົາເຮືອນ*ຂອງແມ່ໝ້າຍ ແລະອະທິດຖານຍາວໆເພື່ອອວດຄົນອື່ນ. ເຂົາເຈົ້າຈະຕ້ອງຖືກໂທດໜັກກວ່າຄົນທົ່ວໄປ.”
21 ຕອນທີ່ພະເຢຊູແນມເບິ່ງກ່ອງບໍລິຈາກ ເພິ່ນເຫັນຄົນຮັ່ງກຳລັງປ່ອນເງິນໃສ່.+ 2 ແລ້ວເພິ່ນກໍເຫັນແມ່ໝ້າຍທຸກຍາກຄົນໜຶ່ງປ່ອນເງິນຫຼຽນນ້ອຍໆ 2 ຫຼຽນທີ່ມີຄ່າໜ້ອຍດຽວ*+ 3 ເພິ່ນຈຶ່ງເວົ້າວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ແມ່ໝ້າຍທີ່ທຸກຍາກຜູ້ນີ້ໄດ້ປ່ອນເງິນໃສ່ກ່ອງບໍລິຈາກຫຼາຍກວ່າທຸກຄົນ.+ 4 ຄົນອື່ນເອົາເງິນເຫຼືອໃຊ້ມາບໍລິຈາກ ແຕ່ແມ່ໝ້າຍຜູ້ນີ້ ເຖິງຈະທຸກຫຼາຍກໍຍັງເອົາເງິນທັງໝົດທີ່ລາວມີສຳລັບລ້ຽງຊີວິດມາບໍລິຈາກ.”+
5 ຕໍ່ມາ ມີບາງຄົນເວົ້າເຖິງວິຫານວ່າຕົກແຕ່ງດ້ວຍຫີນທີ່ງາມໆແລະດ້ວຍສິ່ງທີ່ມີຄ່າທີ່ຄົນເອົາມາໃຫ້ພະເຈົ້າ.+ 6 ພະເຢຊູຈຶ່ງບອກວ່າ: “ທຸກສິ່ງທີ່ພວກເຈົ້າເຫັນຢູ່ນີ້ ມື້ໜຶ່ງຈະຖືກທຳລາຍຈົນບໍ່ເຫຼືອແມ່ນແຕ່ຫີນກ້ອນດຽວທີ່ຢອງກັນຢູ່.”+ 7 ເຂົາເຈົ້າກໍເລີຍຖາມພະເຢຊູວ່າ: “ອາຈານ ເລື່ອງນີ້ຈະເກີດຂຶ້ນຕອນໃດ? ແລະຈະມີຫຍັງເປັນສັນຍານບອກໃຫ້ຮູ້ວ່າເລື່ອງນີ້ໃກ້ຈະເກີດຂຶ້ນແລ້ວ?”+ 8 ເພິ່ນຕອບວ່າ: “ລະວັງໃຫ້ດີ. ຢ່າໃຫ້ຜູ້ໃດຕົວະພວກເຈົ້າ+ ຍ້ອນຫຼາຍຄົນຈະມາແອບອ້າງຊື່ຂ້ອຍແລະບອກວ່າ ‘ຂ້ອຍເປັນພະຄລິດ’ ແລະຍັງບອກອີກວ່າ ‘ໃກ້ຈະຮອດເວລານັ້ນແລ້ວ.’ ຢ່າເຊື່ອເຂົາເຈົ້າ.+ 9 ນອກຈາກນັ້ນ ພວກເຈົ້າຈະໄດ້ຍິນສຽງການສູ້ຮົບແລະຄວາມປັ່ນປ່ວນວຸ່ນວາຍ* ແຕ່ບໍ່ຕ້ອງຢ້ານ ຍ້ອນເລື່ອງທັງໝົດນີ້ຈະຕ້ອງເກີດຂຶ້ນກ່ອນ ແຕ່ຈຸດຈົບຍັງບໍ່ມາທັນທີ.”+
10 ພະເຢຊູບອກເຂົາເຈົ້າຕໍ່ໄປວ່າ: “ຈະມີການສູ້ຮົບກັນລະຫວ່າງປະເທດຕໍ່ປະເທດ+ແລະອານາຈັກຕໍ່ອານາຈັກ+ 11 ຈະມີແຜ່ນດິນໄຫວໃຫຍ່ໃນບ່ອນຕ່າງໆ ຈະມີຄວາມອຶດຢາກແລະໂລກລະບາດຢູ່ຫຼາຍບ່ອນ+ ຄົນຈະເຫັນເຫດການທີ່ເປັນຕາຢ້ານ ແລະຈະມີສັນຍານຕ່າງໆທີ່ເຫັນໄດ້ແຈ້ງໃນທ້ອງຟ້າ.
12 ແຕ່ກ່ອນທີ່ເຫດການທັງໝົດນີ້ຈະເກີດຂຶ້ນ ພວກເຈົ້າຈະຖືກຈັບແລະຖືກຂົ່ມເຫງ+ ຈະຖືກພາໄປຢູ່ບ່ອນປະຊຸມຂອງຄົນຢິວແລະຖືກຂັງຄຸກ. ພວກເຈົ້າຈະຖືກພາໄປຢູ່ຕໍ່ໜ້າກະສັດແລະເຈົ້າແຂວງຍ້ອນພວກເຈົ້າເປັນລູກສິດຂອງຂ້ອຍ.+ 13 ຕອນນັ້ນຈະເປັນໂອກາດທີ່ພວກເຈົ້າຈະໄດ້ບອກເຂົາເຈົ້າໃຫ້ຮູ້ຄວາມຈິງ. 14 ພວກເຈົ້າບໍ່ຕ້ອງຊ້ອມໄວ້ກ່ອນວ່າຈະເວົ້າຫຍັງ.+ 15 ຂ້ອຍຈະໃຫ້ພວກເຈົ້າມີສະຕິປັນຍາແລະຮູ້ວ່າຈະເວົ້າຫຍັງ ຈົນພວກທີ່ຮ່ວມຫົວກັນຕໍ່ຕ້ານພວກເຈົ້າຈະຄັດຄ້ານຫຼືຖຽງຄືນບໍ່ໄດ້ເລີຍ.+ 16 ແມ່ນແຕ່ພໍ່ແມ່ ອ້າຍເອື້ອຍນ້ອງ ຍາດຕິພີ່ນ້ອງ ແລະໝູ່ເພື່ອນຂອງພວກເຈົ້າກໍຈະຈັບພວກເຈົ້າໄປຂຶ້ນສານ* ແລະເຮັດໃຫ້ພວກເຈົ້າບາງຄົນຕ້ອງຖືກຂ້າ.+ 17 ທຸກຄົນຈະຊັງພວກເຈົ້າຍ້ອນພວກເຈົ້າເປັນລູກສິດຂອງຂ້ອຍ.+ 18 ແຕ່ຜົມຂອງພວກເຈົ້າແມ່ນແຕ່ເສັ້ນດຽວກໍຈະບໍ່ຖືກທຳລາຍ.+ 19 ໃຫ້ອົດທົນຈົນເຖິງທີ່ສຸດ ແລ້ວພວກເຈົ້າຈະໄດ້ຊີວິດ.+
20 ເມື່ອພວກເຈົ້າເຫັນກອງທັບມາຕັ້ງຄ້າຍອ້ອມເມືອງເຢຣູຊາເລັມ+ ໃຫ້ຮູ້ວ່າເມືອງນີ້ໃກ້ຈະຖືກທຳລາຍໃຫ້ຮ້າງເປົ່າແລ້ວ.+ 21 ໃນຕອນນັ້ນ ໃຫ້ຄົນທີ່ຢູ່ໃນແຂວງຢູດາຍເລີ່ມໜີໄປຢູ່ພູ+ ໃຫ້ຄົນທີ່ຢູ່ໃນເມືອງອອກໄປ ແລະຄົນທີ່ຢູ່ນອກເມືອງກໍຢ່າເຂົ້າມາ 22 ຍ້ອນໄລຍະນັ້ນພະເຈົ້າຈະຕັດສິນດ້ວຍຄວາມຍຸຕິທຳ*ຕາມທີ່ຂຽນໄວ້ໃນພະຄຳພີ. 23 ໃນຕອນນັ້ນຈະເປັນເວລາທີ່ເປັນຕາຢ້ານຫຼາຍສຳລັບຜູ້ຍິງຖືພາແລະແມ່ລູກອ່ອນທີ່ລູກຍັງບໍ່ເຊົານົມ+ ຍ້ອນຈະເກີດຄວາມທຸກຢ່າງໜັກໃນແຜ່ນດິນ ແລະຊົນຊາດນີ້ຈະຖືກລົງໂທດ. 24 ເຂົາເຈົ້າຈະຖືກຂ້າດ້ວຍດາບແລະຖືກຈັບໄປເປັນຊະເລີຍໃນປະເທດຕ່າງໆ*+ ແລະເມືອງເຢຣູຊາເລັມຈະຖືກຊາດອື່ນໆຢຽບຈົນມຸ່ນ ຈົນກວ່າເວລາຂອງຄົນຕ່າງຊາດຈະຈົບລົງ.+
25 ຈະເກີດສິ່ງທີ່ໜ້າອັດສະຈັນຢູ່ດວງຕາເວັນ ດວງເດືອນ ແລະດວງດາວຕ່າງໆ+ ສ່ວນໃນໂລກຈະມີຄວາມທຸກລຳບາກ ແລະມີສຽງທະເລທີ່ປັ່ນປ່ວນ ຈົນຊາດຕ່າງໆບໍ່ຮູ້ວ່າຊິເຮັດແນວໃດ. 26 ຄົນຈະຢ້ານຈົນສະຫຼົບຍ້ອນເຫັນສິ່ງທີ່ກຳລັງເກີດຂຶ້ນໃນໂລກ ແລະສິ່ງຕ່າງໆທີ່ຢູ່ເທິງຟ້າຈະສັ່ນສະເທືອນ. 27 ແລ້ວຄົນຈະເຫັນລູກມະນຸດ+ມາເທິງຂີ້ເຝື້ອດ້ວຍລິດເດດແລະແສງລັດສະໝີທີ່ເຈີດຈ້າ.+ 28 ເມື່ອເຫດການທັງໝົດນີ້ເລີ່ມເກີດຂຶ້ນ ໃຫ້ພວກເຈົ້າຢືນໂຕຊື່ແລະເງີຍໜ້າຂຶ້ນ ຍ້ອນພະເຈົ້າຈະມາຊ່ວຍພວກເຈົ້າໃຫ້ລອດແລ້ວ.”
29 ແລ້ວພະເຢຊູຈຶ່ງຍົກຕົວຢ່າງປຽບທຽບໃຫ້ເຂົາເຈົ້າຟັງວ່າ: “ໃຫ້ສັງເກດເບິ່ງຕົ້ນໝາກເດື່ອແລະຕົ້ນໄມ້ອື່ນໆແມ້.+ 30 ເມື່ອເຫັນຕົ້ນໄມ້ເຫຼົ່ານັ້ນປົ່ງໃບ ພວກເຈົ້າກໍຮູ້ວ່າໃກ້ຊິຮອດຍາມຮ້ອນແລ້ວ. 31 ຄ້າຍຄືກັນ ເມື່ອພວກເຈົ້າເຫັນເຫດການເຫຼົ່ານີ້ ພວກເຈົ້າກໍຈະຮູ້ວ່າການປົກຄອງຂອງພະເຈົ້າມາໃກ້ແລ້ວ. 32 ຂ້ອຍຈະບອກໃຫ້ຮູ້ວ່າ ຄົນສະໄໝນີ້ຈະບໍ່ຕາຍກ່ອນທີ່ເຫດການທັງໝົດນີ້ຈະເກີດຂຶ້ນ.+ 33 ຟ້າກັບໂລກຈະດັບສູນໄປ ແຕ່ຄຳເວົ້າຂອງຂ້ອຍຈະບໍ່ມີວັນສູນຫາຍເລີຍ.+
34 ລະວັງໃຫ້ດີ ຢ່າໝົກມຸ້ນກັບການກິນການດື່ມ+ ຫຼືອຸກໃຈກັບຊີວິດຫຼາຍໂພດ+ ແລ້ວວັນນັ້ນຈະມາຢ່າງກະທັນຫັນໂດຍທີ່ພວກເຈົ້າບໍ່ຮູ້ໂຕ 35 ຄືກັບແຮ້ວຈັບສັດ.+ ທຸກຄົນທົ່ວໂລກຈະຕ້ອງເຈິກັບວັນນັ້ນ. 36 ດັ່ງນັ້ນ ໃຫ້ພວກເຈົ້າຕື່ນໂຕຢູ່ສະເໝີ+ແລະອະທິດຖານອ້ອນວອນຢູ່ເລື້ອຍໆ+ ເພື່ອພວກເຈົ້າຈະລອດຈາກເຫດການທັງໝົດທີ່ຈະເກີດຂຶ້ນແລະຢືນຢູ່ຕໍ່ໜ້າລູກມະນຸດໄດ້.”+
37 ຕອນກາງເວັນພະເຢຊູສອນຢູ່ວິຫານ ສ່ວນຕອນກາງຄືນເພິ່ນອອກໄປນອກເມືອງແລະພັກຢູ່ພູທີ່ຊື່ພູໝາກກອກ. 38 ຄົນຈະມາຫາເພິ່ນຢູ່ວິຫານແຕ່ເຊົ້າໆເພື່ອຟັງເພິ່ນສອນ.
22 ຕອນນັ້ນໃກ້ຈະຮອດເທດສະການກິນເຂົ້າຈີ່ບໍ່ມີເຊື້ອທີ່ເອີ້ນວ່າເທດສະການປັດສະຄາ.+ 2 ພວກຫົວໜ້າປະໂລຫິດກັບພວກຄູສອນສາສະໜາຢ້ານປະຊາຊົນ+ ເຂົາເຈົ້າຈຶ່ງວາງແຜນຈະກຳຈັດພະເຢຊູຢ່າງແນບນຽນເພື່ອບໍ່ໃຫ້ປະຊາຊົນໃຈຮ້າຍ.+ 3 ຊາຕານໄດ້ດົນໃຈຢູດາທີ່ຄົນເອີ້ນວ່າອິສະກາຣີອົດທີ່ເປັນຜູ້ໜຶ່ງໃນອັກຄະສາວົກ* 12 ຄົນ.+ 4 ຢູດາຈຶ່ງໄປຫາແລະເວົ້າກັບພວກຫົວໜ້າປະໂລຫິດແລະພວກຫົວໜ້າເຈົ້າໜ້າທີ່ເບິ່ງແຍງວິຫານວ່າຈະຊ່ວຍເຂົາເຈົ້າໃຫ້ຈັບພະເຢຊູໄດ້ແນວໃດ.+ 5 ພວກນັ້ນດີໃຈຫຼາຍແລະຕົກລົງກັນວ່າຈະເອົາເງິນໃຫ້ລາວ.+ 6 ຢູດາກໍຕົກລົງແລະເລີ່ມຊອກຫາໂອກາດທີ່ເໝາະເພື່ອຈະທໍລະຍົດພະເຢຊູຕອນທີ່ເພິ່ນບໍ່ຢູ່ນຳຄົນຫຼາຍໆ.
7 ໃນມື້ເທດສະການກິນເຂົ້າຈີ່ບໍ່ມີເຊື້ອທີ່ຈະຕ້ອງຂ້າສັດສຳລັບປັດສະຄາ+ 8 ພະເຢຊູສັ່ງເປໂຕກັບໂຢຮັນວ່າ: “ໄປກຽມຂອງກິນສຳລັບປັດສະຄາໃຫ້ພວກເຮົາແດ່.”+ 9 ເຂົາເຈົ້າຖາມວ່າ: “ທ່ານຢາກໃຫ້ພວກເຮົາກຽມໄວ້ຢູ່ໃສ?” 10 ພະເຢຊູຈຶ່ງບອກ 2 ຄົນນັ້ນວ່າ: “ຕອນທີ່ພວກເຈົ້າເຂົ້າໄປໃນເມືອງຈະມີຜູ້ຊາຍຄົນໜຶ່ງແບກໄຫດິນເຜົາສຳລັບໃສ່ນ້ຳມາຫາພວກເຈົ້າ. ລາວເຂົ້າໄປໃນເຮືອນຫຼັງໃດກໍໃຫ້ໄປນຳລາວ.+ 11 ໃຫ້ບອກເຈົ້າຂອງເຮືອນວ່າ ‘ອາຈານໃຫ້ມາຖາມວ່າ “ຫ້ອງຮັບແຂກທີ່ຂ້ອຍຈະກິນປັດສະຄາກັບພວກລູກສິດຢູ່ໃສ?”’ 12 ລາວຈະພາພວກເຈົ້າໄປເບິ່ງຫ້ອງໃຫຍ່ທີ່ຢູ່ຊັ້ນເທິງທີ່ຕົກແຕ່ງໄວ້ແລ້ວ. ໃຫ້ກຽມການສະຫຼອງໄວ້ຢູ່ຫັ້ນ.” 13 ລູກສິດ 2 ຄົນນັ້ນກໍໄປ ແລະເຫັນເຫດການທຸກຢ່າງຕາມທີ່ພະເຢຊູບອກ ເຂົາເຈົ້າຈຶ່ງກຽມການສະຫຼອງປັດສະຄາໄວ້.
14 ເມື່ອຮອດເວລາ ພະເຢຊູກໍນັ່ງກິນເຂົ້າຢູ່ໂຕະກັບພວກອັກຄະສາວົກ.+ 15 ເພິ່ນເວົ້າກັບເຂົາເຈົ້າວ່າ: “ຂ້ອຍຢາກກິນປັດສະຄາເທື່ອນີ້ກັບພວກເຈົ້າຫຼາຍ ກ່ອນທີ່ຂ້ອຍຈະຖືກທໍລະມານ. 16 ຂ້ອຍຈະບອກພວກເຈົ້າວ່າ ຂ້ອຍຈະບໍ່ກິນປັດສະຄາອີກຈົນກວ່າທຸກສິ່ງທີ່ປັດສະຄາໝາຍເຖິງນັ້ນຈະເກີດຂຶ້ນແທ້ໃນການປົກຄອງຂອງພະເຈົ້າ.” 17 ແລ້ວພະເຢຊູກໍຈັບເອົາຈອກ ອະທິດຖານຂອບໃຈພະເຈົ້າ ແລະບອກວ່າ: “ກິນແມ້ ແລ້ວຍື່ນຕໍ່ໆກັນໄປໃຫ້ທຸກຄົນກິນ. 18 ຂ້ອຍຈະບອກພວກເຈົ້າວ່າ ຕັ້ງແຕ່ນີ້ໄປຂ້ອຍຈະບໍ່ກິນເຫຼົ້າແວງອີກເລີຍຈົນກວ່າການປົກຄອງຂອງພະເຈົ້າຈະມາ.”
19 ແລ້ວພະເຢຊູກໍຈັບເອົາເຂົ້າຈີ່ແຜ່ນໜຶ່ງ+ ແລະອະທິດຖານຂອບໃຈພະເຈົ້າ. ຈາກນັ້ນ ເພິ່ນກໍຫັກເຂົ້າຈີ່ແລະຍື່ນໃຫ້ພວກລູກສິດແລ້ວເວົ້າວ່າ: “ນີ້ໝາຍເຖິງຮ່າງກາຍຂອງຂ້ອຍ+ທີ່ຈະຕ້ອງສະລະເພື່ອພວກເຈົ້າທຸກຄົນ.+ ໃຫ້ພວກເຈົ້າເຮັດແບບນີ້ຕໍ່ໆໄປເພື່ອລະນຶກເຖິງຂ້ອຍ.”+ 20 ເມື່ອກິນເຂົ້າແລງແລ້ວ ເພິ່ນກໍຈັບເອົາຈອກເຫຼົ້າແວງແລະເຮັດຄືເກົ່າ ແລ້ວເວົ້າວ່າ: “ຈອກນີ້ໝາຍເຖິງສັນຍາໃໝ່+ທີ່ຈະເລີ່ມມີຜົນບັງຄັບໃຊ້ເມື່ອຂ້ອຍສະລະເລືອດຂອງຂ້ອຍ+ເພື່ອພວກເຈົ້າ.+
21 ແຕ່ພວກເຈົ້າຮູ້ບໍວ່າ ຄົນທີ່ທໍລະຍົດຂ້ອຍກໍນັ່ງຢູ່ໂຕະດຽວກັບຂ້ອຍ?+ 22 ທຸກສິ່ງທີ່ບອກໄວ້ກ່ຽວກັບລູກມະນຸດຈະຕ້ອງເກີດຂຶ້ນແທ້+ ແຕ່ຜູ້ທີ່ທໍລະຍົດເພິ່ນຈະຕ້ອງຈິບຫາຍ!”+ 23 ພວກລູກສິດຈຶ່ງເລີ່ມຖາມກັນວ່າ ຜູ້ໃດໃນເຂົາເຈົ້າຈະເຮັດແບບນັ້ນ.+
24 ນອກຈາກນັ້ນ ເຂົາເຈົ້າຍັງຖຽງກັນວ່າ ໃນເຂົາເຈົ້າໃຜຊິເປັນໃຫຍ່ທີ່ສຸດ.+ 25 ແຕ່ພະເຢຊູເວົ້າກັບເຂົາເຈົ້າວ່າ: “ກະສັດໃນໂລກນີ້ມັກເປັນນາຍເໜືອປະຊາຊົນ ແລະຄົນທີ່ມີອຳນາດເໜືອຄົນອື່ນກໍຢາກໃຫ້ຄົນເຫັນວ່າໂຕເອງເຮັດສິ່ງທີ່ດີເພື່ອຄົນອື່ນ.+ 26 ພວກເຈົ້າຕ້ອງບໍ່ເປັນແບບນັ້ນ.+ ແຕ່ໃຫ້ຄົນທີ່ເປັນໃຫຍ່ທີ່ສຸດໃນພວກເຈົ້າເປັນຄືກັບຄົນທີ່ອາຍຸນ້ອຍທີ່ສຸດ+ ແລະໃຫ້ຄົນທີ່ເປັນຫົວໜ້າເປັນຄືກັບຄົນຮັບໃຊ້. 27 ໃຜເປັນໃຫຍ່ກວ່າກັນ ຄົນທີ່ນັ່ງກິນຢູ່ໂຕະຫຼືຄົນຮັບໃຊ້? ຄົນທີ່ນັ່ງກິນຢູ່ໂຕະແມ່ນບໍ? ແຕ່ຂ້ອຍເປັນຄືກັບຄົນຮັບໃຊ້ຂອງພວກເຈົ້າ.+
28 ພວກເຈົ້າຢູ່ຄຽງຂ້າງຂ້ອຍສະເໝີ+ຕອນທີ່ຂ້ອຍລຳບາກ.+ 29 ຂ້ອຍເຮັດສັນຍາກັບພວກເຈົ້າວ່າຈະໃຫ້ພວກເຈົ້າມີສ່ວນໃນການປົກຄອງຄືກັບທີ່ພໍ່ຂອງຂ້ອຍໄດ້ເຮັດສັນຍາກັບຂ້ອຍ+ 30 ເພື່ອພວກເຈົ້າຈະໄດ້ກິນໄດ້ດື່ມຢູ່ໂຕະດຽວກັບຂ້ອຍໃນການປົກຄອງຂອງຂ້ອຍ+ ແລະຈະນັ່ງຢູ່ເທິງບັນລັງ+ເພື່ອຕັດສິນອິດສະຣາເອນ 12 ຕະກູນ.+
31 ຊີໂມນ ຊີໂມນ ຟັງເດີ້! ຊາຕານຢາກໄດ້ພວກເຈົ້າທຸກຄົນແລະຈະຮ່ອນພວກເຈົ້າຄືກັບຮ່ອນເຂົ້າ.+ 32 ແຕ່ຂ້ອຍອະທິດຖານອ້ອນວອນເພື່ອຄວາມເຊື່ອຂອງເຈົ້າຈະບໍ່ໝົດໄປ+ ແລະເມື່ອເຈົ້າກັບມາແລ້ວກໍໃຫ້ຊ່ວຍພີ່ນ້ອງຂອງເຈົ້າໃຫ້ມີຄວາມເຊື່ອເຂັ້ມແຂງ.”+ 33 ເປໂຕບອກເພິ່ນວ່າ: “ອາຈານ ຂ້ອຍພ້ອມຈະຕິດຄຸກແລະຕາຍນຳທ່ານ.”+ 34 ແຕ່ພະເຢຊູບອກວ່າ: “ເປໂຕ ຂ້ອຍຈະບອກເຈົ້າວ່າ ມື້ນີ້ກ່ອນໄກ່ຂັນ ເຈົ້າຈະປະຕິເສດຮອດ 3 ເທື່ອວ່າບໍ່ຮູ້ຈັກຂ້ອຍ.”+
35 ແລ້ວພະເຢຊູກໍເວົ້າກັບພວກລູກສິດວ່າ: “ຕອນທີ່ຂ້ອຍສົ່ງພວກເຈົ້າອອກໄປ ຂ້ອຍບອກວ່າບໍ່ຕ້ອງເອົາຖົງເງິນ ຖົງໃສ່ຂອງກິນ ແລະເກີບອີກຄູ່ໜຶ່ງໄປນຳ.+ ຕອນນັ້ນພວກເຈົ້າຂາດຫຍັງບໍ?” ເຂົາເຈົ້າບອກວ່າ: “ບໍ່ໄດ້ຂາດຫຍັງເລີຍ.” 36 ເພິ່ນບອກເຂົາເຈົ້າອີກວ່າ: “ແຕ່ຕອນນີ້ ຜູ້ໃດທີ່ມີຖົງເງິນກໍໃຫ້ເອົາໄປນຳ ຜູ້ໃດທີ່ມີຖົງໃສ່ຂອງກິນກໍໃຫ້ເອົາໄປຄືກັນ ແລະຜູ້ໃດທີ່ບໍ່ມີດາບກໍໃຫ້ເອົາເສື້ອຄຸມໄປຂາຍແລ້ວໄປຊື້ດາບ. 37 ຂ້ອຍຈະບອກພວກເຈົ້າວ່າສິ່ງທີ່ຂຽນໄວ້ໃນພະຄຳພີຈະຕ້ອງເກີດຂຶ້ນກັບຂ້ອຍທີ່ວ່າ ‘ລາວຖືກນັບລວມກັບພວກຄົນຊົ່ວ.’+ ເລື່ອງນີ້ຈະຕ້ອງເກີດຂຶ້ນກັບຂ້ອຍແນ່ນອນ.”+ 38 ເຂົາເຈົ້າບອກວ່າ: “ນີ້ເດ້ອາຈານ! ພວກເຮົາມີດາບ 2 ດວງ.” ເພິ່ນບອກວ່າ: “ສ່ຳນີ້ກະພໍແລ້ວ.”
39 ຈາກນັ້ນ ພະເຢຊູກໍອອກໄປພູໝາກກອກຕາມທີ່ເຄີຍເຮັດ ແລະພວກລູກສິດກໍໄປນຳເພິ່ນ.+ 40 ເມື່ອຮອດບ່ອນນັ້ນ ພະເຢຊູບອກເຂົາເຈົ້າວ່າ: “ໃຫ້ພວກເຈົ້າອະທິດຖານຢູ່ເລື້ອຍໆເພື່ອຈະບໍ່ຍອມແພ້ເມື່ອຖືກທົດສອບ.”+ 41 ແລ້ວເພິ່ນກໍອອກໄປຕ່າງຫາກ ໄກຈາກເຂົາເຈົ້າປະມານດຶກກ້ອນຫີນຕົກ ແລະຄູ້ເຂົ່າລົງອະທິດຖານວ່າ: 42 “ພໍ່ເອີ້ຍ ຖ້າພໍ່ຕ້ອງການ ຂໍໃຫ້ຈອກນີ້*ກາຍລູກໄປ ແຕ່ຢ່າໃຫ້ເປັນໄປຕາມທີ່ລູກຕ້ອງການ ຂໍໃຫ້ເປັນໄປຕາມທີ່ພໍ່ຕ້ອງການ.”+ 43 ແລ້ວທູດສະຫວັນອົງໜຶ່ງກໍລົງມາຈາກສະຫວັນເພື່ອມາຫາພະເຢຊູແລະໃຫ້ກຳລັງໃຈເພິ່ນ.+ 44 ແຕ່ເພິ່ນຮູ້ສຶກເຄັ່ງຕຶງຫຼາຍຈຶ່ງອະທິດຖານອ້ອນວອນເອົາແທ້ເອົາວ່າ+ ຈົນເຫື່ອເພິ່ນເປັນຄືກັບເລືອດຢົດລົງດິນ. 45 ເມື່ອອະທິດຖານແລ້ວໆ ພະເຢຊູກໍລຸກຂຶ້ນໄປຫາພວກລູກສິດ ແລະເຫັນເຂົາເຈົ້ານອນຫຼັບຢູ່ຍ້ອນເຂົາເຈົ້າເສົ້າໃຈຫຼາຍຈົນໝົດແຮງ.+ 46 ເພິ່ນຈຶ່ງເວົ້າກັບເຂົາເຈົ້າວ່າ: “ເປັນຫຍັງຄືນອນຫຼັບຢູ່? ລຸກຂຶ້ນແມ້ ໃຫ້ພວກເຈົ້າອະທິດຖານຢູ່ເລື້ອຍໆເພື່ອຈະບໍ່ຍອມແພ້ເມື່ອຖືກທົດສອບ.”+
47 ພະເຢຊູເວົ້າຍັງບໍ່ທັນສຸດຄວາມ ຄົນທີ່ຊື່ຢູດາເຊິ່ງເປັນຜູ້ໜຶ່ງໃນອັກຄະສາວົກ 12 ຄົນໄດ້ພາຄົນກຸ່ມໃຫຍ່ມາ ແລະຢູດາກໍເຂົ້າມາຈູບເພິ່ນ.+ 48 ແຕ່ພະເຢຊູເວົ້າກັບລາວວ່າ: “ຢູດາ ເຈົ້າຈະທໍລະຍົດລູກມະນຸດດ້ວຍການຈູບບໍ?” 49 ເມື່ອຄົນທີ່ຢູ່ກັບພະເຢຊູເຫັນວ່າຈະເກີດຫຍັງຂຶ້ນຈຶ່ງຖາມວ່າ: “ອາຈານ ເອົາດາບຟັນພວກນີ້ເລີຍເບາະ?” 50 ແລ້ວລູກສິດຄົນໜຶ່ງກໍເອົາດາບຟັນທາດຂອງປະໂລຫິດໃຫຍ່ ແລະຖືກຫູເບື້ອງຂວາຂອງລາວຂາດ.+ 51 ແຕ່ພະເຢຊູບອກວ່າ: “ເຊົາ! ຢ່າເຮັດ.” ແລ້ວເພິ່ນກໍບາຍຫູຜູ້ນັ້ນແລະປົວລາວໃຫ້ເຊົາ. 52 ແລ້ວພະເຢຊູກໍປິ່ນໄປເວົ້າກັບພວກຫົວໜ້າປະໂລຫິດ ພວກຫົວໜ້າເຈົ້າໜ້າທີ່ເບິ່ງແຍງວິຫານ ແລະພວກຜູ້ນຳຄົນຢິວທີ່ມາຈັບເພິ່ນວ່າ: “ເປັນຫຍັງຕ້ອງຖືດາບຖືໄມ້ຄ້ອນມາຈັບຂ້ອຍຄືກັບຈັບໂຈນ?+ 53 ຂ້ອຍຢູ່ກັບພວກເຈົ້າໃນວິຫານແລະສອນຢູ່ຫັ້ນທຸກມື້+ ພວກເຈົ້າກໍບໍ່ມາຈັບ.+ ແຕ່ຕອນນີ້ເປັນເວລາຂອງພວກເຈົ້າແລ້ວ ແລະເປັນເວລາຂອງອຳນາດແຫ່ງຄວາມມືດ.”+
54 ເຂົາເຈົ້າຈຶ່ງຈັບພະເຢຊູ+ແລະພາເຂົ້າໄປໃນເຮືອນຂອງປະໂລຫິດໃຫຍ່ ແລະເປໂຕກໍນຳຫຼັງເພິ່ນໄປຫ່າງໆ.+ 55 ເມື່ອເຂົາເຈົ້າດັງໄຟຢູ່ກາງເດີ່ນບ້ານແລ້ວນັ່ງຢູ່ນຳກັນ ເປໂຕກໍເຂົ້າໄປນັ່ງນຳເຂົາເຈົ້າ.+ 56 ສາວໃຊ້ຄົນໜຶ່ງເຫັນເປໂຕນັ່ງຢູ່ຂ້າງກອງໄຟຈຶ່ງຕັ້ງໃຈແນມເບິ່ງລາວແລ້ວເວົ້າວ່າ: “ຜູ້ນີ້ເປັນໝູ່ກັບຜູ້ຊາຍຄົນນັ້ນ.” 57 ແຕ່ເປໂຕປະຕິເສດວ່າ: “ຂ້ອຍບໍ່ຮູ້ຈັກລາວ.” 58 ຕໍ່ມາບໍ່ດົນກໍມີອີກຜູ້ໜຶ່ງເຫັນເປໂຕແລະເວົ້າຂຶ້ນມາວ່າ: “ເຈົ້າກໍເປັນຜູ້ໜຶ່ງໃນພວກນັ້ນຕົ໋ວ.” ແຕ່ເປໂຕເວົ້າວ່າ: “ບໍ່ ຂ້ອຍບໍ່ໄດ້ເປັນ.”+ 59 ຜ່ານໄປປະມານ 1 ຊົ່ວໂມງ ມີອີກຄົນໜຶ່ງມາຢືນຢັນວ່າ: “ລາວເປັນໝູ່ກັບຜູ້ນັ້ນແທ້ໆ ຍ້ອນລາວເປັນຄົນຄາລີເລຄືກັນ!” 60 ແຕ່ເປໂຕເວົ້າວ່າ: “ເຈົ້າເວົ້າຫຍັງ? ຂ້ອຍບໍ່ຮູ້ຈັກຜູ້ນັ້ນແທ້ໆ!” ລາວເວົ້າຍັງບໍ່ທັນສຸດຄວາມ ໄກ່ກໍຂັນ. 61 ຕອນນັ້ນ ພະເຢຊູກໍປິ່ນມາເບິ່ງເປໂຕ ແລ້ວເປໂຕກໍຄິດພໍ້ສິ່ງທີ່ພະເຢຊູເຄີຍເວົ້າກັບລາວວ່າ: “ມື້ນີ້ກ່ອນໄກ່ຂັນ ເຈົ້າຈະປະຕິເສດຮອດ 3 ເທື່ອວ່າບໍ່ຮູ້ຈັກຂ້ອຍ.”+ 62 ແລ້ວເປໂຕກໍອອກໄປທາງນອກແລະຮ້ອງໄຫ້ດ້ວຍຄວາມເຈັບປວດໃຈຫຼາຍ.
63 ສ່ວນຄົນທີ່ຄຸມໂຕພະເຢຊູຢູ່ກໍພາກັນເຍາະເຍີ້ຍ+ແລະຕີເພິ່ນ.+ 64 ເຂົາເຈົ້າປົກໜ້າເພິ່ນແລ້ວເວົ້າວ່າ: “ທວາຍເບິ່ງດຸວ່າແມ່ນໃຜຕົບເຈົ້າ?” 65 ແລ້ວເຂົາເຈົ້າກໍເວົ້າໝິ່ນປະໝາດເພິ່ນຫຼາຍເລື່ອງ.
66 ເມື່ອຮອດຕອນເຊົ້າ ຄະນະຜູ້ນຳຄົນຢິວເຊິ່ງມີທັງພວກຫົວໜ້າປະໂລຫິດກັບພວກຄູສອນສາສະໜາກໍມາປະຊຸມກັນ+ ແລ້ວເອົາພະເຢຊູເຂົ້າໄປໃນສານຊັນເຮດຣິນແລະເວົ້າວ່າ: 67 “ບອກມາດຸວ່າເຈົ້າເປັນພະຄລິດແມ່ນບໍ?”+ ແຕ່ເພິ່ນບອກເຂົາເຈົ້າວ່າ: “ເຖິງຂ້ອຍບອກ ພວກເຈົ້າກໍບໍ່ເຊື່ອດອກ. 68 ຖ້າຂ້ອຍຖາມພວກເຈົ້າຄືນ ພວກເຈົ້າກໍຄືຊິບໍ່ຕອບຄືກັນ. 69 ຕັ້ງແຕ່ນີ້ໄປ ລູກມະນຸດ+ຈະນັ່ງຢູ່ເບື້ອງຂວາມືຂອງພະເຈົ້າຜູ້ມີລິດເດດ.”+ 70 ເມື່ອໄດ້ຍິນແບບນັ້ນ ທຸກຄົນກໍຖາມວ່າ: “ຖ້າເປັນແນວນັ້ນ ເຈົ້າເປັນລູກຂອງພະເຈົ້າແມ່ນບໍ?” ເພິ່ນບອກວ່າ: “ແມ່ນແລ້ວ.”* 71 ພວກນັ້ນຈຶ່ງເວົ້າວ່າ: “ພວກເຮົາຍັງຊິຊອກຫາຫຼັກຖານຕື່ມອີກຫວະ! ພວກເຮົາໄດ້ຍິນຈາກປາກຂອງລາວເອງແລ້ວ.”+
23 ທຸກຄົນຈຶ່ງລຸກຂຶ້ນແລ້ວເອົາພະເຢຊູໄປຫາປີລາດ.+ 2 ຈາກນັ້ນ ເຂົາເຈົ້າກໍເລີ່ມກ່າວຫາເພິ່ນ+ວ່າ: “ພວກເຮົາຈັບໄດ້ວ່າຜູ້ນີ້ສ້າງຄວາມປັ່ນປ່ວນຕໍ່ຊາດຂອງເຮົາ ຫ້າມປະຊາຊົນບໍ່ໃຫ້ເສຍພາສີໃຫ້ກາຍຊາ*+ ແລະບອກວ່າໂຕເອງເປັນພະຄລິດເຊິ່ງແມ່ນກະສັດອົງໜຶ່ງ.”+ 3 ປີລາດຈຶ່ງຖາມພະເຢຊູວ່າ: “ເຈົ້າເປັນກະສັດຂອງຄົນຢິວບໍ?” ພະເຢຊູຕອບວ່າ: “ແມ່ນແລ້ວ.”*+ 4 ແລ້ວປີລາດກໍເວົ້າກັບພວກຫົວໜ້າປະໂລຫິດແລະຄົນຈຳນວນຫຼາຍວ່າ: “ຂ້ອຍບໍ່ເຫັນວ່າຜູ້ນີ້ເຮັດຫຍັງຜິດ.”+ 5 ແຕ່ເຂົາເຈົ້າຢືນຢັນວ່າ: “ລາວສອນແລະປຸກລະດົມປະຊາຊົນໄປທົ່ວແຂວງຢູດາຍ ເລີ່ມຕັ້ງແຕ່ແຂວງຄາລີເລຈົນມາຮອດນີ້.” 6 ເມື່ອປີລາດໄດ້ຍິນແບບນັ້ນຈຶ່ງຖາມວ່າ: “ຜູ້ນີ້ເປັນຄົນຄາລີເລແມ່ນບໍ?” 7 ເມື່ອຮູ້ວ່າພະເຢຊູມາຈາກເຂດການປົກຄອງຂອງເຮໂຣດ+ ປີລາດຈຶ່ງສົ່ງພະເຢຊູໄປໃຫ້ເຮໂຣດເຊິ່ງຕອນນັ້ນຢູ່ເມືອງເຢຣູຊາເລັມ.
8 ເມື່ອເຮໂຣດເຫັນພະເຢຊູກໍດີໃຈຫຼາຍ. ລາວຢາກເຫັນພະເຢຊູແຕ່ດົນແລ້ວ ຍ້ອນໄດ້ຍິນເລື່ອງກ່ຽວກັບເພິ່ນ+ ແລະຢາກໃຫ້ເພິ່ນເຮັດການອັດສະຈັນບາງຢ່າງໃຫ້ເບິ່ງ. 9 ລາວຖາມພະເຢຊູຫຼາຍຢ່າງ ແຕ່ເພິ່ນກໍບໍ່ຕອບຫຍັງເລີຍ.+ 10 ສ່ວນພວກຫົວໜ້າປະໂລຫິດກັບພວກຄູສອນສາສະໜາກໍພາກັນລຸກຂຶ້ນກ່າວຫາພະເຢຊູຢ່າງດຸເດືອດ. 11 ຈາກນັ້ນ ເຮໂຣດກັບພວກທະຫານຂອງລາວກໍດູຖູກ+ແລະເຍາະເຍີ້ຍເພິ່ນ.+ ເຂົາເຈົ້າເອົາເຄື່ອງນຸ່ງທີ່ງາມໆມາໃສ່ໃຫ້ເພິ່ນແລ້ວສົ່ງກັບໄປໃຫ້ປີລາດ. 12 ໃນມື້ນັ້ນ ເຮໂຣດກັບປີລາດກາຍມາເປັນໝູ່ກັນ ທັງໆທີ່ກ່ອນໜ້ານີ້ເປັນສັດຕູກັນຕະຫຼອດ.
13 ປີລາດເອີ້ນພວກຫົວໜ້າປະໂລຫິດ ພວກຜູ້ນຳຄົນຢິວ ແລະປະຊາຊົນໃຫ້ມາປະຊຸມກັນ 14 ແລ້ວບອກເຂົາເຈົ້າວ່າ: “ພວກເຈົ້າສົ່ງຜູ້ນີ້ມາໃຫ້ຂ້ອຍ ແລະກ່າວຫາວ່າລາວປຸກລະດົມປະຊາຊົນໃຫ້ກະບົດ ແຕ່ເມື່ອຂ້ອຍສອບສວນລາວຕໍ່ໜ້າພວກເຈົ້າແລ້ວ ກໍບໍ່ເຫັນມີຫຼັກຖານຫຍັງທີ່ສະແດງວ່າລາວມີຄວາມຜິດຕາມທີ່ພວກເຈົ້າກ່າວຫາ.+ 15 ເຮໂຣດເອງກໍຄິດແບບນີ້ຄືກັນຈຶ່ງສົ່ງລາວກັບມາໃຫ້ຂ້ອຍ. ທີ່ຈິງ ຜູ້ນີ້ບໍ່ໄດ້ເຮັດຫຍັງທີ່ສົມຄວນໄດ້ຮັບໂທດເຖິງຕາຍ. 16 ຂ້ອຍຈະລົງໂທດລາວ+ແລ້ວປ່ອຍໄປ.” 17*—— 18 ແຕ່ຄົນບັກຫຼາຍໆຮ້ອງເປັນສຽງດຽວກັນວ່າ: “ຂ້າລາວໂລດ ແລ້ວປ່ອຍບາຣາບາໃຫ້ພວກເຮົາ!”+ 19 (ບາຣາບາຖືກຂັງຄຸກໃນຂໍ້ຫາປຸກລະດົມຄົນໃນເມືອງແລະຂ້າຄົນຕາຍ.) 20 ປີລາດເວົ້າກັບເຂົາເຈົ້າອີກເທື່ອໜຶ່ງຍ້ອນລາວຢາກປ່ອຍພະເຢຊູ.+ 21 ແຕ່ເຂົາເຈົ້າແຮ່ງຮ້ອງດັງຂຶ້ນອີກວ່າ: “ເອົາລາວໄປຄຶງໄວ້ເທິງເສົາ! ເອົາລາວໄປຄຶງໄວ້ເທິງເສົາ!”*+ 22 ປີລາດເວົ້າກັບເຂົາເຈົ້າເປັນເທື່ອທີ 3 ວ່າ: “ຍ້ອນຫຍັງ? ລາວເຮັດຫຍັງຜິດ? ຂ້ອຍບໍ່ເຫັນວ່າລາວເຮັດຫຍັງທີ່ສົມຄວນຕາຍ. ຂ້ອຍຈະລົງໂທດລາວແລ້ວປ່ອຍໄປ.” 23 ແຕ່ເຂົາເຈົ້າແຮ່ງຮ້ອງດັງຂຶ້ນບໍ່ເຊົາເພື່ອໃຫ້ເອົາພະເຢຊູໄປຄຶງ ຈົນໃນທີ່ສຸດປີລາດກໍຍອມ.+ 24 ດັ່ງນັ້ນ ລາວຈຶ່ງຕັດສິນຕາມທີ່ເຂົາເຈົ້າຮຽກຮ້ອງ. 25 ປີລາດໄດ້ປ່ອຍຄົນທີ່ຕິດຄຸກຂໍ້ຫາປຸກລະດົມແລະຂ້າຄົນຕາຍ ແລະລາວຍອມໃຫ້ພະເຢຊູຖືກຂ້າຕາມທີ່ປະຊາຊົນຕ້ອງການ.
26 ຕອນທີ່ທະຫານກຳລັງເອົາພະເຢຊູໄປ ມີຜູ້ໜຶ່ງຊື່ຊີໂມນເປັນຄົນກີເຣເນໄດ້ເດີນທາງມາຈາກນອກເມືອງ ພວກທະຫານຈຶ່ງສັ່ງລາວໃຫ້ແບກເສົາທໍລະມານ*ນຳຫຼັງພະເຢຊູໄປ.+ 27 ມີຄົນບັກຫຼາຍໆນຳເພິ່ນໄປ ລວມທັງພວກຜູ້ຍິງທີ່ຮ້ອງໄຫ້ເສຍໃຈຍ້ອນອີ່ຕົນເພິ່ນ. 28 ພະເຢຊູປິ່ນມາເວົ້າກັບເຂົາເຈົ້າວ່າ: “ຜູ້ຍິງຄົນເຢຣູຊາເລັມເອີ້ຍ ຢ່າຮ້ອງໄຫ້ອີ່ຕົນຂ້ອຍເລີຍ. ໃຫ້ຮ້ອງໄຫ້ອີ່ຕົນໂຕເອງກັບພວກລູກຂອງເຈົ້າດີກວ່າ.+ 29 ຍ້ອນມື້ນັ້ນຈະມາຮອດເມື່ອຄົນພາກັນເວົ້າວ່າ ‘ຜູ້ຍິງທີ່ເປັນໝັນ ຜູ້ຍິງທີ່ບໍ່ໄດ້ເກີດລູກ ແລະຜູ້ຍິງທີ່ບໍ່ມີລູກນ້ອຍກໍມີຄວາມສຸກ.’+ 30 ຕອນນັ້ນ ເຂົາເຈົ້າຈະເວົ້າກັບພູວ່າ ‘ບັງພວກເຮົາໄວ້ແດ່’ ແລະເວົ້າກັບໂນນພູວ່າ ‘ປົກພວກເຮົາໄວ້ແດ່.’+ 31 ຖ້າເຂົາເຈົ້າເຮັດແບບນີ້ຕອນທີ່ຕົ້ນໄມ້ຍັງຂຽວໆ ແລ້ວຈະເກີດຫຍັງຂຶ້ນຕອນທີ່ຕົ້ນໄມ້ຫ່ຽວແຫ້ງ?”
32 ມີຄົນຮ້າຍ 2 ຄົນຖືກພາໄປປະຫານພ້ອມກັບພະເຢຊູ.+ 33 ເມື່ອມາຮອດບ່ອນໜຶ່ງທີ່ຄົນເອີ້ນວ່າຫົວກະໂຫຼກ+ ເຂົາເຈົ້າກໍຄຶງພະເຢຊູໄວ້ເທິງເສົາ ແລະຄົນຮ້າຍ 2 ຄົນນັ້ນກໍຖືກຄຶງໄວ້ຄືກັນ ຜູ້ໜຶ່ງຢູ່ເບື້ອງຂວາແລະຜູ້ໜຶ່ງຢູ່ເບື້ອງຊ້າຍຂອງເພິ່ນ.+ 34 ພະເຢຊູເວົ້າວ່າ: “ພໍ່ເອີ້ຍ ຍົກໂທດໃຫ້ເຂົາເຈົ້າແດ່. ເຂົາເຈົ້າບໍ່ຮູ້ວ່າກຳລັງເຮັດຫຍັງຢູ່.” ແລ້ວເຂົາເຈົ້າກໍເອົາເສື້ອຂອງເພິ່ນມາຈົກສະຫຼາກ.+ 35 ຄົນກໍຢືນເບິ່ງຢູ່ ສ່ວນພວກຜູ້ນຳຄົນຢິວພາກັນເວົ້າເຍາະເຍີ້ຍວ່າ: “ລາວຊ່ວຍຄົນອື່ນໄດ້ ຄັນຊັ້ນ ໃຫ້ລາວຊ່ວຍໂຕເອງນຳແມ້ຖ້າລາວເປັນພະຄລິດທີ່ພະເຈົ້າເລືອກແທ້ໆ.”+ 36 ພວກທະຫານກໍເຮັດທ່າທາງເຍາະເຍີ້ຍພະເຢຊູຄືກັນ ແລ້ວເອົາເຫຼົ້າແວງສົ້ມມາໃຫ້ເພິ່ນກິນ+ 37 ແລະເວົ້າວ່າ: “ຖ້າເຈົ້າເປັນກະສັດຂອງຄົນຢິວແທ້ໆກໍຊ່ວຍໂຕເອງໃຫ້ລອດແມະ.” 38 ມີຂໍ້ຄວາມຕິດຢູ່ເທິງຫົວເພິ່ນວ່າ: “ຜູ້ນີ້ແມ່ນກະສັດຂອງຄົນຢິວ.”+
39 ຄົນຮ້າຍຜູ້ໜຶ່ງທີ່ຖືກຄຶງໄວ້ໄດ້ເວົ້າດູຖູກພະເຢຊູ+ວ່າ: “ເຈົ້າເປັນພະຄລິດຕົ໋ວ? ຊ່ວຍໂຕເອງກັບພວກເຮົາໃຫ້ລອດແມະ!” 40 ແຕ່ຄົນຮ້າຍອີກຜູ້ໜຶ່ງຫ້າມລາວວ່າ: “ເຈົ້າບໍ່ຢ້ານຢຳພະເຈົ້າບໍ ເຈົ້າກະຖືກລົງໂທດຄືກັນໄດ໋? 41 ພວກເຮົາສົມຄວນຕາຍຢູ່ແລ້ວ ຍ້ອນພວກເຮົາໄດ້ເຮັດຜິດແທ້ໆ ແຕ່ຜູ້ນີ້ບໍ່ໄດ້ເຮັດຫຍັງຜິດເລີຍ.” 42 ແລ້ວລາວກໍເວົ້າວ່າ: “ທ່ານເຢຊູ ຕອນທີ່ທ່ານໄດ້ເປັນກະສັດ* ຢ່າລືມຂ້ອຍເດີ້.”+ 43 ພະເຢຊູບອກລາວວ່າ: “ຂ້ອຍຂໍບອກເຈົ້າມື້ນີ້ວ່າ ເຈົ້າຈະໄດ້ຢູ່ກັບຂ້ອຍໃນອຸທິຍານແນ່ນອນ.”+
44 ຕອນນັ້ນເປັນເວລາປະມານທ່ຽງ* ແຕ່ທ້ອງຟ້າກໍມືດໝົດຈົນຮອດບ່າຍ 3 ໂມງ*+ 45 ຍ້ອນບໍ່ມີແສງຕາເວັນ ແລ້ວຜ້າກັ້ງໃນຫ້ອງບໍລິສຸດຂອງວິຫານ+ໄດ້ຈີກເປັນ 2 ຕ່ອນຕັ້ງແຕ່ເທິງລົງລຸ່ມ.+ 46 ພະເຢຊູຮ້ອງສຽງດັງວ່າ: “ພໍ່ເອີ້ຍ ລູກຂໍຝາກຊີວິດໄວ້ໃນມືຂອງພໍ່.”+ ເມື່ອເວົ້າຈົບແລ້ວ ເພິ່ນກໍຕາຍ.+ 47 ເມື່ອນາຍຮ້ອຍເຫັນສິ່ງທີ່ເກີດຂຶ້ນກໍສັນລະເສີນພະເຈົ້າແລະເວົ້າວ່າ: “ທີ່ຈິງແລ້ວ ຄົນນີ້ເປັນຜູ້ບໍລິສຸດ.”+ 48 ເມື່ອຄົນທີ່ພາກັນມາເບິ່ງເຫດການນັ້ນເຫັນວ່າເກີດຫຍັງຂຶ້ນ ເຂົາເຈົ້າກໍເມືອເຮືອນພ້ອມທັງຕີເອິກໂຕເອງດ້ວຍຄວາມເສຍໃຈ. 49 ສ່ວນຄົນທີ່ຮູ້ຈັກພະເຢຊູລວມທັງພວກຜູ້ຍິງທີ່ຕິດຕາມເພິ່ນມາຈາກແຂວງຄາລີເລກໍຢືນເບິ່ງເຫດການຢູ່ຫ່າງໆ.+
50 ມີຜູ້ຊາຍຄົນໜຶ່ງຊື່ໂຢເຊັບທີ່ເປັນສະມາຊິກຄົນໜຶ່ງຂອງສະພາ.* ລາວເປັນຄົນດີແລະເຊື່ອຟັງພະເຈົ້າ.*+ 51 (ລາວບໍ່ໄດ້ອອກສຽງສະໜັບສະໜູນແຜນການແລະການກະທຳຂອງສະພານັ້ນ.) ລາວມາຈາກອາຣີມາທາຍທີ່ເປັນເມືອງໜຶ່ງຂອງຄົນຢູດາຍ ແລະລາວລໍຖ້າການປົກຄອງຂອງພະເຈົ້າຢູ່. 52 ໂຢເຊັບຄົນນີ້ໄປຂໍສົບພະເຢຊູຈາກປີລາດ. 53 ລາວເອົາສົບເພິ່ນລົງມາຈາກເສົາ+ ເອົາຜ້າລີນິນເນື້ອດີມາພັນ ແລະວາງສົບໄວ້ໃນບ່ອນຝັງສົບທີ່ເຈາະໄວ້ແລ້ວໃນຫີນ.+ ບ່ອນນັ້ນບໍ່ເຄີຍວາງສົບຜູ້ໃດໄວ້ຈັກເທື່ອ. 54 ມື້ນັ້ນເປັນມື້ກຽມ*+ ແລະຕອນນັ້ນວັນຊະບາໂຕ+ໃກ້ຈະເລີ່ມແລ້ວ. 55 ພວກຜູ້ຍິງທີ່ຕິດຕາມພະເຢຊູມາຈາກແຂວງຄາລີເລກໍໄປບ່ອນຝັງສົບຄືກັນ. ເຂົາເຈົ້າແນມເຂົ້າໄປໃນນັ້ນແລະເຫັນສົບຂອງພະເຢຊູຖືກວາງໄວ້+ 56 ແລ້ວເຂົາເຈົ້າກໍກັບໄປກຽມເຄື່ອງຫອມກັບນ້ຳມັນຫອມ. ແຕ່ໃນວັນຊະບາໂຕເຂົາເຈົ້າຢຸດພັກ+ຕາມທີ່ກົດໝາຍຂອງໂມເຊກຳນົດໄວ້.
24 ໃນຕອນເຊົ້າໆຂອງມື້ທຳອິດຂອງອາທິດ ພວກຜູ້ຍິງກໍເອົາເຄື່ອງຫອມທີ່ໄດ້ກຽມໄວ້ໄປບ່ອນຝັງສົບ.+ 2 ແຕ່ເຂົາເຈົ້າເຫັນວ່າກ້ອນຫີນທີ່ອັດທາງເຂົ້າບ່ອນຝັງສົບຖືກກິ້ງອອກໄປແລ້ວ.+ 3 ເມື່ອເຂົາເຈົ້າເຂົ້າໄປໃນບ່ອນຝັງສົບກໍບໍ່ເຫັນສົບຂອງພະເຢຊູຜູ້ເປັນນາຍ.+ 4 ເຂົາເຈົ້າກໍງົງວ່າເກີດຫຍັງຂຶ້ນ. ທັນໃດນັ້ນ ມີຜູ້ຊາຍ 2 ຄົນນຸ່ງເຄື່ອງທີ່ເຫຼື້ອມໆມາຢືນຢູ່ທາງຂ້າງເຂົາເຈົ້າ. 5 ເຂົາເຈົ້າກໍຕົກໃຈຢ້ານແລະມີແຕ່ກົ້ມໜ້າເບິ່ງພື້ນ. ຜູ້ຊາຍ 2 ຄົນນັ້ນເວົ້າກັບເຂົາເຈົ້າວ່າ: “ພວກເຈົ້າມາຫາທ່ານຜູ້ມີຊີວິດຢູ່ ແຕ່ເປັນຫຍັງຈຶ່ງມາຫາຢູ່ບ່ອນມ້ຽນສົບ?+ 6 ເພິ່ນບໍ່ໄດ້ຢູ່ນີ້. ເພິ່ນຖືກປຸກໃຫ້ຄືນມາຈາກຕາຍແລ້ວ. ຈື່ໄດ້ບໍທີ່ເພິ່ນເຄີຍເວົ້າກັບພວກເຈົ້າຕອນທີ່ຢູ່ແຂວງຄາລີເລວ່າ 7 ລູກມະນຸດຈະຕ້ອງຖືກຄົນຊົ່ວຈັບແລະຖືກປະຫານເທິງເສົາ ແຕ່ໃນມື້ທີ 3 ເພິ່ນຈະຄືນມາຈາກຕາຍ?”+ 8 ເຂົາເຈົ້າຈຶ່ງຄິດພໍ້ຄຳເວົ້າຂອງພະເຢຊູ.+ 9 ແລ້ວເຂົາເຈົ້າກໍອອກໄປຈາກບ່ອນຝັງສົບແລະກັບໄປເລົ່າເລື່ອງທັງໝົດໃຫ້ອັກຄະສາວົກ* 11 ຄົນກັບຄົນອື່ນໆຟັງ.+ 10 ຜູ້ຍິງທີ່ມາເລົ່າເລື່ອງໃຫ້ພວກອັກຄະສາວົກຟັງມີມາຣິອາຄົນມັກດາເລນ ໂຢຮັນນາ ມາຣິອາແມ່ຂອງຢາໂກໂບ ແລະຜູ້ຍິງຄົນອື່ນໆທີ່ໄປນຳກັນ. 11 ແຕ່ຄົນທີ່ໄດ້ຍິນບໍ່ເຊື່ອແລະຄິດວ່າຜູ້ຍິງເຫຼົ່ານັ້ນກຳລັງແຕ່ງເລື່ອງຂຶ້ນມາ.
12 ແຕ່ເປໂຕໄດ້ລຸກຂຶ້ນແລ້ວແລ່ນໄປບ່ອນຝັງສົບ. ເມື່ອລາວກົ້ມລົງແລະແນມເຂົ້າໄປກໍເຫັນແຕ່ຜ້າທີ່ໃຊ້ພັນສົບ ລາວຈຶ່ງກັບເມືອດ້ວຍຄວາມສົງໄສວ່າເກີດຫຍັງຂຶ້ນ.
13 ໃນມື້ນັ້ນ ລູກສິດ 2 ຄົນໄດ້ເດີນທາງໄປບ້ານໜຶ່ງທີ່ຊື່ເອມມາອຸດ ເຊິ່ງໄກຈາກເມືອງເຢຣູຊາເລັມປະມານ 11 ກິໂລແມັດ.* 14 ເຂົາເຈົ້າລົມກັນກ່ຽວກັບເລື່ອງທັງໝົດທີ່ເກີດຂຶ້ນ.
15 ຕອນທີ່ 2 ຄົນນັ້ນກຳລັງລົມກັນຢູ່ ພະເຢຊູກໍເຂົ້າໄປຫາແລະຍ່າງໄປນຳເຂົາເຈົ້າ 16 ແຕ່ເຂົາເຈົ້າຈື່ເພິ່ນບໍ່ໄດ້.+ 17 ພະເຢຊູຖາມເຂົາເຈົ້າວ່າ: “ຕອນທີ່ຍ່າງມາ ພວກເຈົ້າ 2 ຄົນລົມກັນເລື່ອງຫຍັງ?” ເຂົາເຈົ້າຈຶ່ງຢຸດ ແລະໜ້າເຂົາເຈົ້າກໍໂສກເສົ້າ. 18 ຄົນທີ່ຊື່ໂຄປັດເວົ້າກັບເພິ່ນວ່າ: “ເຈົ້າກະຢູ່ເມືອງເຢຣູຊາເລັມຕົ໋ວ ມີແຕ່ເຈົ້າຄົນດຽວນິແຫຼະທີ່ບໍ່ຮູ້ວ່າມີຫຍັງເກີດຂຶ້ນ.” 19 ເພິ່ນຖາມລາວວ່າ: “ມີເລື່ອງຫຍັງ?” ລາວຕອບວ່າ “ກະເລື່ອງເຢຊູຄົນນາຊາເຣັດຫັ້ນເດ້.+ ເພິ່ນເປັນຜູ້ພະຍາກອນທີ່ເຮັດການອັດສະຈັນແລະເວົ້າຢ່າງມີພະລັງ ເປັນຜູ້ທີ່ພະເຈົ້າແລະມະນຸດຍອມຮັບ.+ 20 ແຕ່ພວກຫົວໜ້າປະໂລຫິດກັບພວກຜູ້ນຳຄົນຢິວເຮັດໃຫ້ເພິ່ນຖືກຕັດສິນປະຫານຊີວິດ+ແລະຖືກຄຶງເທິງເສົາ. 21 ພວກເຮົາເຄີຍຫວັງວ່າເພິ່ນຈະມາປົດປ່ອຍຄົນອິດສະຣາເອນໃຫ້ເປັນອິດສະຫຼະ+ ແຕ່ຕອນນີ້ກໍເປັນມື້ທີ 3 ແລ້ວຕັ້ງແຕ່ເກີດເລື່ອງຂຶ້ນ. 22 ນອກຈາກນັ້ນ ຜູ້ຍິງບາງຄົນໃນພວກເຮົາຍັງເຮັດໃຫ້ພວກເຮົາແປກໃຈຕື່ມອີກ. ເຂົາເຈົ້າໄປບ່ອນຝັງສົບຕັ້ງແຕ່ເຊົ້າໆ+ 23 ແຕ່ກໍບໍ່ເຫັນສົບຂອງເພິ່ນ ແລະເຂົາເຈົ້າກັບມາເລົ່າວ່າໄດ້ເຫັນທູດສະຫວັນທີ່ບອກເຂົາເຈົ້າວ່າພະເຢຊູມີຊີວິດແລ້ວ. 24 ພວກເຮົາບາງຄົນຈຶ່ງໄປບ່ອນຝັງສົບ+ ແລະເຫັນບ່ອນນັ້ນວ່າງເປົ່າຄືກັບທີ່ພວກຜູ້ຍິງບອກ ແຕ່ບໍ່ເຫັນພະເຢຊູ.”
25 ພະເຢຊູຈຶ່ງເວົ້າກັບ 2 ຄົນນັ້ນວ່າ: “ເປັນຫຍັງພວກເຈົ້າບໍ່ຍອມເຂົ້າໃຈແລະບໍ່ເຊື່ອສິ່ງທີ່ພວກຜູ້ພະຍາກອນບອກໄວ້! 26 ເຂົາເຈົ້າບອກວ່າພະຄລິດຈະຕ້ອງທຸກທໍລະມານໃນສິ່ງເຫຼົ່ານີ້+ ກ່ອນທີ່ຈະໄດ້ຮັບອຳນາດທີ່ຍິ່ງໃຫຍ່.”+ 27 ຈາກນັ້ນ ພະເຢຊູກໍອະທິບາຍຂໍ້ພະຄຳພີທັງໝົດທີ່ເວົ້າເຖິງເພິ່ນໃຫ້ເຂົາເຈົ້າຟັງ ເລີ່ມຕັ້ງແຕ່ສິ່ງທີ່ໂມເຊແລະຜູ້ພະຍາກອນທຸກຄົນຂຽນໄວ້.+
28 ເມື່ອໃກ້ຈະຮອດບ້ານທີ່ 2 ຄົນນັ້ນກຳລັງຈະໄປ ພະເຢຊູກໍເຮັດທຳທ່າຄືກັບວ່າຈະຍ່າງກາຍໄປ. 29 ແຕ່ເຂົາເຈົ້າຊວນເພິ່ນວ່າ: “ມາພັກກັບພວກເຮົາກ່ອນ ຕອນນີ້ກໍແລງຫຼາຍແລ້ວແລະໃກ້ຊິຄ່ຳແລ້ວ.” ພະເຢຊູຈຶ່ງໄປພັກກັບເຂົາເຈົ້າ. 30 ຕອນທີ່ນັ່ງກິນເຂົ້າຢູ່ນຳເຂົາເຈົ້າ ພະເຢຊູກໍຈັບເຂົ້າຈີ່ຂຶ້ນມາ ອະທິດຖານຂອບໃຈພະເຈົ້າ ແລ້ວຫັກເຂົ້າຈີ່ຍື່ນໃຫ້ເຂົາເຈົ້າ.+ 31 ເມື່ອເຫັນແບບນັ້ນ ເຂົາເຈົ້າກໍຈື່ໄດ້ວ່າແມ່ນພະເຢຊູ ແລ້ວເພິ່ນກໍຫາຍແວັບໄປ.+ 32 ສອງຄົນນັ້ນຈຶ່ງລົມກັນວ່າ: “ສົມພໍດອກ ພວກເຮົາຈຶ່ງຮູ້ສຶກປະທັບໃຈແທ້ໆຕອນທີ່ເພິ່ນເວົ້າກັບພວກເຮົາໃນຕອນທີ່ເດີນທາງ ແລະຕອນທີ່ເພິ່ນອະທິບາຍຂໍ້ພະຄຳພີຢ່າງລະອຽດໃຫ້ພວກເຮົາເຂົ້າໃຈ.” 33 ເຂົາເຈົ້າຈຶ່ງລຸກຂຶ້ນແລ້ວກັບໄປເມືອງເຢຣູຊາເລັມທັນທີ ແລະໄປຫາອັກຄະສາວົກ 11 ຄົນກັບຄົນອື່ນໆທີ່ຢູ່ນຳກັນ. 34 ຄົນທີ່ລວມກັນຢູ່ກໍບອກວ່າ: “ນາຍຂອງພວກເຮົາຖືກປຸກໃຫ້ຄືນມາຈາກຕາຍແລ້ວແທ້ໆ ແລະເພິ່ນມາໃຫ້ຊີໂມນເຫັນແລ້ວ!”+ 35 ສອງຄົນນັ້ນຈຶ່ງເລົ່າເລື່ອງທີ່ເກີດຂຶ້ນຕອນທີ່ເດີນທາງ ແລະເລົ່າວ່າເຂົາເຈົ້າຈື່ເພິ່ນໄດ້ຕອນທີ່ເພິ່ນຫັກເຂົ້າຈີ່.+
36 ຕອນທີ່ເຂົາເຈົ້າກຳລັງເວົ້າເລື່ອງນັ້ນ ພະເຢຊູກໍມາຢືນຢູ່ນຳເຂົາເຈົ້າແລະເວົ້າວ່າ: “ສະບາຍດີທຸກຄົນ.”*+ 37 ແຕ່ເຂົາເຈົ້າຕົກໃຈແລະຢ້ານຍ້ອນຄິດວ່າເຫັນທູດສະຫວັນ. 38 ພະເຢຊູຈຶ່ງເວົ້າກັບເຂົາເຈົ້າວ່າ: “ເປັນຫຍັງພວກເຈົ້າຢ້ານ? ເປັນຫຍັງພວກເຈົ້າຈຶ່ງສົງໄສ? 39 ຂ້ອຍເອງ ຈັບມືຈັບຕີນຂອງຂ້ອຍເບິ່ງແມ້ ເພາະທູດສະຫວັນບໍ່ມີຊີ້ນແລະບໍ່ມີກະດູກຄືກັບທີ່ພວກເຈົ້າເຫັນຢູ່ນີ້.” 40 ຕອນທີ່ເວົ້າຢູ່ ພະເຢຊູກໍໃຫ້ເຂົາເຈົ້າເບິ່ງມືເບິ່ງຕີນຂອງເພິ່ນ. 41 ເຂົາເຈົ້າທັງຕື່ນເຕັ້ນດີໃຈແລະແປກໃຈຈົນບໍ່ຢາກເຊື່ອວ່າແມ່ນຄວາມຈິງ ແລ້ວພະເຢຊູກໍຖາມວ່າ: “ພວກເຈົ້າມີຫຍັງກິນແດ່?” 42 ເຂົາເຈົ້າຈຶ່ງຍື່ນປີ້ງປາໃຫ້ເພິ່ນຕ່ອນໜຶ່ງ. 43 ເພິ່ນກໍຈັບເອົາມາກິນຕໍ່ໜ້າເຂົາເຈົ້າ.
44 ແລ້ວພະເຢຊູກໍເວົ້າກັບເຂົາເຈົ້າວ່າ: “ຕອນທີ່ຂ້ອຍຢູ່ນຳພວກເຈົ້າກ່ອນໜ້ານີ້ ຂ້ອຍເຄີຍບອກວ່າ+ ທຸກສິ່ງທີ່ຂຽນໄວ້ກ່ຽວກັບຂ້ອຍໃນກົດໝາຍຂອງໂມເຊ ໃນປຶ້ມຂອງພວກຜູ້ພະຍາກອນ ແລະໃນປຶ້ມເພງສັນລະເສີນຈະຕ້ອງເກີດຂຶ້ນແທ້.”+ 45 ຈາກນັ້ນ ພະເຢຊູກໍຊ່ວຍເຂົາເຈົ້າໃຫ້ເຂົ້າໃຈຄວາມໝາຍຂອງຂໍ້ພະຄຳພີຢ່າງຈະແຈ້ງ.+ 46 ເພິ່ນບອກເຂົາເຈົ້າວ່າ: “ພະຄຳພີບອກໄວ້ວ່າ ພະຄລິດຈະຕ້ອງທຸກທໍລະມານແລະຄືນມາຈາກຕາຍໃນມື້ທີສາມ+ 47 ແລະຈະມີການປະກາດໃນນາມຂອງເພິ່ນໃຫ້ຄົນທຸກຊາດ+ໄດ້ຮູ້ວ່າ ເຂົາເຈົ້າຕ້ອງກັບໃຈເພື່ອຄວາມຜິດຂອງເຂົາເຈົ້າຈະໄດ້ຮັບການຍົກໂທດ.+ ການປະກາດນີ້ຈະເລີ່ມຈາກເມືອງເຢຣູຊາເລັມ.+ 48 ພວກເຈົ້າຈະເປັນພະຍານເພື່ອປະກາດເລື່ອງທັງໝົດນີ້.+ 49 ຂ້ອຍຈະເອົາພະລັງຈາກສະຫວັນໃຫ້ພວກເຈົ້າຕາມທີ່ພໍ່ຂອງຂ້ອຍສັນຍາໄວ້. ໃຫ້ພວກເຈົ້າຖ້າຢູ່ເມືອງນີ້ກ່ອນຈົນກວ່າຈະໄດ້ຮັບພະລັງນັ້ນ.”+
50 ແລ້ວພະເຢຊູກໍພາເຂົາເຈົ້າອອກໄປບ້ານເບັດທານີ ແລະຍົກມືຂຶ້ນອວຍພອນເຂົາເຈົ້າ. 51 ຕອນທີ່ອວຍພອນຢູ່ນັ້ນ ເພິ່ນກໍໄປຈາກເຂົາເຈົ້າແລະຂຶ້ນໄປສະຫວັນ.+ 52 ເຂົາເຈົ້າຈຶ່ງໝູບລົງສະແດງຄວາມນັບຖືເພິ່ນ ແລ້ວກໍກັບໄປເມືອງເຢຣູຊາເລັມຢ່າງມີຄວາມສຸກ+ 53 ແລະເຂົາເຈົ້າກໍສັນລະເສີນພະເຈົ້າຢູ່ວິຫານເປັນປະຈຳ.+
ເບິ່ງສ່ວນອະທິບາຍຄຳສັບ
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ຫຼື “ໃຫ້ໃຈຂອງພໍ່ກັບມາຫາລູກ”
ເບິ່ງພາກຜະໜວກ ກ5
ຫຼື “ເຫັນນິມິດ”
ຫຼື “ເຮັດວຽກຮັບໃຊ້ສາທາລະນະ”
ເບິ່ງພາກຜະໜວກ ກ5
ໝາຍເຖິງອັບອາຍຂາຍໜ້າທີ່ບໍ່ມີລູກ
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ຫຼື “ບໍ່ມີຫຍັງທີ່ພະເຈົ້າບອກແລ້ວຈະເຮັດບໍ່ໄດ້”
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ຕັດໜັງຫຸ້ມປາຍອະໄວຍະວະເພດຊາຍ
ເບິ່ງພາກຜະໜວກ ກ5
ແປຕາມໂຕວ່າ “ຍ້ອນມືຂອງພະເຢໂຫວາຢູ່ກັບແອນ້ອຍຜູ້ນີ້”
ເບິ່ງພາກຜະໜວກ ກ5
ຫຼື “ສົ່ງເຂົາສັດແຫ່ງຄວາມລອດ.” ເບິ່ງຄຳວ່າ “ເຂົາສັດ” ໃນສ່ວນອະທິບາຍຄຳສັບ.
ຫຼື “ເຮັດວຽກຮັບໃຊ້ທີ່ສັກສິດໃຫ້ເພິ່ນ”
ຫຼື “ແລະເຮັດສິ່ງທີ່ຖືກຕ້ອງ”
ເບິ່ງພາກຜະໜວກ ກ5
ຫຼື “ຈັກກະພັດໂຣມ”
ຫຼື “ທົ່ວໂລກ”
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ຕັດໜັງຫຸ້ມປາຍອະໄວຍະວະເພດຊາຍ
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ໝາຍເຖິງກຳນົດໄວ້ສຳລັບລູກຊາຍຜູ້ທຳອິດ
ຫຼື “ເຮັດວຽກຮັບໃຊ້ທີ່ສັກສິດໃຫ້ພະເຈົ້າ”
ເບິ່ງພາກຜະໜວກ ກ5
ໝາຍເຖິງຈັກກະພັດໂຣມ
ໝາຍເຖິງເຮໂຣດອັນຕິປາ. ເບິ່ງສ່ວນອະທິບາຍຄຳສັບ.
ເບິ່ງພາກຜະໜວກ ກ5
ແປຕາມໂຕວ່າ “ສະແດງຜົນທີ່ສົມກັບການກັບໃຈ”
ຫຼື “ຂົ່ມຂູ່”
ໝາຍເຖິງເພິ່ນຈະແຕ່ງຕັ້ງພວກເຈົ້າດ້ວຍພະລັງບໍລິສຸດແລະທຳລາຍພວກເຈົ້າດ້ວຍໄຟ
ຊວ້ານທີ່ເຮັດດ້ວຍໄມ້ເພື່ອໃຊ້ແຍກຂີ້ແກບອອກຈາກເຂົ້າເປືອກ
ຫຼື “ຣາມ.” ເບິ່ງ 1ຂຄ 2:9 ແລະ ມທ 1:3.
ຫຼື “ລູກຄົນໜຶ່ງຂອງພະເຈົ້າ”
ເບິ່ງພາກຜະໜວກ ກ5
ຫຼື “ເຮັດວຽກຮັບໃຊ້ທີ່ສັກສິດໃຫ້ເພິ່ນຜູ້ດຽວເທົ່ານັ້ນ”
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ໝາຍເຖິງທະເລຄາລີເລ
ຫຼື “ເຮັດໃຫ້ຂ້ອຍສະອາດໄດ້”
ເບິ່ງພາກຜະໜວກ ກ5
ແປຕາມໂຕວ່າ “ພວກຄູສອນສາສະໜາທີ່ເປັນຟາຣີຊາຍ”
ໝາຍເຖິງຄົນທີ່ຄິດວ່າໂຕເອງດີກວ່າຄົນອື່ນ
ເບິ່ງສ່ວນອະທິບາຍຄຳສັບ
ໝາຍເຖິງເຕັ້ນສັກສິດ
ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
ໝາຍເຖິງໃຫ້ຄົນອື່ນຢືມໂດຍບໍ່ເອົາດອກເບ້ຍ
ຄົນໃນສະໄໝນັ້ນພັບເສື້ອຂຶ້ນເຮັດເປັນຖົງຢູ່ໜ້າເອິກ ເພື່ອໃສ່ເຄື່ອງທີ່ຄົນເອົາໃຫ້ແລ້ວກໍຫອບໄປ
ແປຕາມໂຕວ່າ “ພວກເຈົ້າເອົາແນວຜອງແບບໃດຜອງໃຫ້ເຂົາເຈົ້າ ເຂົາເຈົ້າກໍຈະເອົາແນວຜອງແບບນັ້ນຜອງໃຫ້ພວກເຈົ້າຄືກັນ”
ແປຕາມໂຕວ່າ “ພີ່ນ້ອງ” ເຊິ່ງໝາຍເຖິງພີ່ນ້ອງຮ່ວມຄວາມເຊື່ອ
ຫຼື “ໄມ້ຂາງ”
ແປຕາມໂຕວ່າ “ບໍ່ສະດຸດຍ້ອນຂ້ອຍ”
ແປຕາມໂຕວ່າ “ຂວດອະລາບາສ໌ເຕີ”
1 ເດນາຣິອົນເທົ່າກັບຄ່າຈ້າງມື້ໜຶ່ງຂອງຄົນທີ່ໃຊ້ແຮງງານ. ເບິ່ງພາກຜະໜວກ ຂ14.
ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
ຫຼືອາດແປວ່າ “ມັນເຂົ້າສິງລາວມາດົນແລ້ວ”
ຫຼື “ລາວກັບມາມີພະລັງຊີວິດອີກ”
ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
ໝາຍເຖິງເຮໂຣດອັນຕິປາ. ເບິ່ງຄຳວ່າ “ເຮໂຣດ” ໃນສ່ວນອະທິບາຍຄຳສັບ.
ເບິ່ງສ່ວນອະທິບາຍຄຳສັບ
ອາດໝາຍເຖິງຄົນທີ່ຕາຍທາງດ້ານຄວາມເຊື່ອ
ເບິ່ງສ່ວນອະທິບາຍຄຳສັບ
ແປຕາມໂຕວ່າ “ໄດ້ຊີວິດຕະຫຼອດໄປເປັນມໍລະດົກ”
ເບິ່ງພາກຜະໜວກ ກ5
1 ເດນາຣິອົນເທົ່າກັບຄ່າຈ້າງມື້ໜຶ່ງຂອງຄົນທີ່ໃຊ້ແຮງງານ. ເບິ່ງພາກຜະໜວກ ຂ14.
ຫຼື “ສິ່ງທີ່ດີທີ່ສຸດ”
ຫຼື “ຂໍໃຫ້ທຸກຄົນຮູ້ວ່າຊື່ຂອງພະອົງບໍລິສຸດ”
ແປຕາມໂຕວ່າ “ເຂົ້າຈີ່”
ຫຼື “ຍົກໜີ້ໃຫ້ທຸກຄົນທີ່ຕິດໜີ້ພວກເຮົາ”
ຊື່ໜຶ່ງທີ່ໃຊ້ເອີ້ນຊາຕານ
ແປຕາມໂຕວ່າ “ເຮືອນ”
ແປຕາມໂຕວ່າ “ນິ້ວມືຂອງພະເຈົ້າ”
ຫຼື “ເບິ່ງໂດຍບໍ່ວອກແວກ”
ຫຼື “ເບິ່ງສິ່ງທີ່ບໍ່ດີ”
ໝາຍເຖິງລ້າງມືຕາມພິທີກຳ
ເບິ່ງຄຳວ່າ “ຊ່ວຍເຫຼືອຄົນທຸກ” ໃນສ່ວນອະທິບາຍຄຳສັບ
ພືດຊະນິດໜຶ່ງທີ່ໃຊ້ເປັນຢາແລະໃຊ້ແຕ່ງກິນ
ຫຼື “ພືດຜັກຕ່າງໆ”
ຫຼື “ບ່ອນທີ່ເດັ່ນທີ່ສຸດ”
ຫຼື “ທີ່ບໍ່ມີເຄື່ອງໝາຍ”
ອາດໝາຍເຖິງເຂົາເຈົ້າບໍ່ຍອມເຮັດໃຫ້ພາລະໜັກຂອງຄົນອື່ນເບົາລົງ
ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
ໝາຍເຖິງຕັ້ງແຕ່ກ່ອນອາດາມກັບເອວາມີລູກ
ເບິ່ງສ່ວນອະທິບາຍຄຳສັບ
ແປຕາມໂຕວ່າ “2 ອັດຊາຣິອົນ.” 1 ອັດຊາຣິອົນແມ່ນຄ່າແຮງງານສຳລັບການເຮັດວຽກ 45 ນາທີ. ເບິ່ງພາກຜະໜວກ ຂ14.
ຫຼື “ເບິ່ງຂ້າມ”
ແປຕາມໂຕວ່າ “1 ສອກ”
ເບິ່ງຄຳວ່າ “ຊ່ວຍເຫຼືອຄົນທຸກ” ໃນສ່ວນອະທິບາຍຄຳສັບ
ໄລຍະ 9 ໂມງກາງຄືນຫາທ່ຽງຄືນ
ໄລຍະທ່ຽງຄືນຫາ 3 ໂມງເຊົ້າ
ຫຼື “ຜູ້ເບິ່ງແຍງເຮືອນ”
ຫຼື “ສະຫຼາດ”
ແປຕາມໂຕວ່າ “ຈ່າຍເງິນຈົນຫຼຽນເລັບຕັນສຸດທ້າຍ.” ເລັບຕັນແມ່ນເງິນຫຼຽນທີ່ມີຄ່າໜ້ອຍແທ້ໆ. ນີ້ແມ່ນຄ່າແຮງງານສຳລັບການເຮັດວຽກປະມານ 5 ນາທີ. ເບິ່ງພາກຜະໜວກ ຂ14.
ເມັດພືດນ້ອຍໆຊະນິດໜຶ່ງທີ່ມີຢູ່ແຖວອິດສະຣາເອນ. ເມື່ອໃຫຍ່ເຕັມທີຕົ້ນຂອງມັນສູງຮອດ 4 ແມັດແລະມີງ່າແຜ່ອອກໄປ.
ແປຕາມໂຕວ່າ “3 ຊີ” ເທົ່າກັບ 22 ລິດ. ເບິ່ງພາກຜະໜວກ ຂ14.
ແປຕາມໂຕວ່າ “ເຮືອນຂອງພວກເຈົ້າ”
ເບິ່ງພາກຜະໜວກ ກ5
ຫຼື “ຄົນທີ່ເຮັດສິ່ງທີ່ຖືກຕ້ອງ”
ແປຕາມໂຕວ່າ “ຊັງ.” ຄຳວ່າ “ຊັງ” ໃນນີ້ໝາຍເຖິງຮັກໜ້ອຍກວ່າ.
ເບິ່ງສ່ວນອະທິບາຍຄຳສັບ
ແປຕາມໂຕວ່າ “10 ຫຼຽນດັກມາ.” ນີ້ແມ່ນຄ່າແຮງງານສຳລັບການເຮັດວຽກ 10 ມື້. ເບິ່ງພາກຜະໜວກ ຂ14.
ແປຕາມໂຕວ່າ “ສະຫວັນ”
ຫຼື “ພໍ່ບ້ານ”
ແປຕາມໂຕວ່າ “100 ບັດ” ເທົ່າກັບ 2.200 ລິດ. ເບິ່ງພາກຜະໜວກ ຂ14.
ແປຕາມໂຕວ່າ “100 ໂຄເຣ” ເທົ່າກັບ 22.000 ລິດ. ເບິ່ງພາກຜະໜວກ ຂ14.
ຫຼື “ຍຸກນີ້.” ເບິ່ງຄຳວ່າ “ຍຸກ” ໃນສ່ວນອະທິບາຍຄຳສັບ.
ແປຕາມໂຕວ່າ “ສະຫຼາດກວ່າລູກຂອງຄວາມສະຫວ່າງ”
ແປຕາມໂຕວ່າ “ຊັບສົມບັດທີ່ບໍ່ຖືກຕ້ອງ”
ຫຼື “ຄົນທີ່ເຮັດສິ່ງທີ່ຖືກຕ້ອງ”
“ກົດໝາຍຂອງໂມເຊແລະຄຳສອນຂອງພວກຜູ້ພະຍາກອນ” ໃນນີ້ໝາຍເຖິງພະຄຳພີພາກພາສາເຮັບເຣີທັງໝົດ
ເບິ່ງສ່ວນອະທິບາຍຄຳສັບ
ແປຕາມໂຕວ່າ “ພີ່ນ້ອງ” ເຊິ່ງໝາຍເຖິງພີ່ນ້ອງຮ່ວມຄວາມເຊື່ອ
ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
ເມັດພືດນ້ອຍໆຊະນິດໜຶ່ງທີ່ມີຢູ່ແຖວອິດສະຣາເອນ. ເມື່ອໃຫຍ່ເຕັມທີຕົ້ນຂອງມັນສູງຮອດ 4 ແມັດແລະມີງ່າແຜ່ອອກໄປ.
ແປຕາມໂຕວ່າ “ຫີບ.” ໝາຍເຖິງເຮືອໃຫຍ່ທີ່ມີຮູບຮ່າງຄືກັບກ່ອງສີ່ລ່ຽມ.
ເບິ່ງພາກຜະໜວກ ກ3
ແປຕາມໂຕວ່າ “ໄດ້ຊີວິດຕະຫຼອດໄປເປັນມໍລະດົກ”
ເບິ່ງສ່ວນອະທິບາຍຄຳສັບ
ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
3,4 ກິໂລກຣາມ. 1 ມິນາຂອງກຣີກໜັກ 340 ກຣາມແລະມີຄ່າເທົ່າກັບ 100 ດັກມາ. ເບິ່ງພາກຜະໜວກ ຂ14.
340 ກຣາມ
3.400 ກຣາມ
340 ກຣາມ
1.700 ກຣາມ
340 ກຣາມ
340 ກຣາມ
3.400 ກຣາມ
3.400 ກຣາມ
ເບິ່ງພາກຜະໜວກ ກ5
ແປຕາມໂຕວ່າ “ສະຫວັນ”
ເບິ່ງຄຳວ່າ “ຫີນຫົວແຈ” ໃນສ່ວນອະທິບາຍຄຳສັບ
ຫຼື “ຈັກກະພັດໂຣມ”
1 ເດນາຣິອົນເທົ່າກັບຄ່າຈ້າງມື້ໜຶ່ງຂອງຄົນທີ່ໃຊ້ແຮງງານ. ເບິ່ງພາກຜະໜວກ ຂ14.
ເບິ່ງສ່ວນອະທິບາຍຄຳສັບ
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ຫຼື “ບ່ອນທີ່ເດັ່ນທີ່ສຸດ”
ຫຼື “ຊັບສິນ”
ແປຕາມໂຕວ່າ “2 ເລັບຕັນ ເຊິ່ງເທົ່າກັບ 1 ໂຄດຣັນເທສ໌.” ນີ້ແມ່ນຄ່າແຮງງານສຳລັບການເຮັດວຽກປະມານ 10 ນາທີ. ເບິ່ງພາກຜະໜວກ ຂ14.
ຫຼື “ຄວາມບໍ່ສະຫງົບ; ການປະຕິວັດ”
ຫຼື “ຈະທໍລະຍົດພວກເຈົ້າ”
ຫຼື “ພະເຈົ້າຈະລົງໂທດ”
ແປຕາມໂຕວ່າ “ໃນທຸກປະເທດ”
ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
ໝາຍເຖິງການທີ່ພະເຈົ້າຈະຍອມໃຫ້ພະເຢຊູຖືກປະຫານຊີວິດໃນຂໍ້ກ່າວຫາຕົວະທີ່ວ່າເພິ່ນໝິ່ນປະໝາດພະເຈົ້າ
ແປຕາມໂຕວ່າ “ເຈົ້າເອງເປັນຜູ້ເວົ້າ.” ນີ້ແມ່ນສຳນວນທີ່ໝາຍເຖິງການເຫັນດີກັບສິ່ງທີ່ຫາກໍເວົ້າ.
ຫຼື “ຈັກກະພັດໂຣມ”
ແປຕາມໂຕວ່າ “ເຈົ້າເອງເປັນຜູ້ເວົ້າ.” ນີ້ແມ່ນສຳນວນທີ່ໝາຍເຖິງການເຫັນດີກັບສິ່ງທີ່ຫາກໍເວົ້າ.
ເບິ່ງພາກຜະໜວກ ກ3
ຫຼື “ປະຫານລາວເທິງເສົາ! ປະຫານລາວເທິງເສົາ!”
ເບິ່ງສ່ວນອະທິບາຍຄຳສັບ
ຫຼື “ຕອນທີ່ທ່ານຢູ່ໃນການປົກຄອງຂອງທ່ານ”
ແປຕາມໂຕວ່າ “ຊົ່ວໂມງທີ 6”
ແປຕາມໂຕວ່າ “ຊົ່ວໂມງທີ 9”
ຫຼື “ສານຊັນເຮດຣິນ”
ຫຼື “ແລະເຮັດສິ່ງທີ່ຖືກຕ້ອງ”
ເບິ່ງສ່ວນອະທິບາຍຄຳສັບ
ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
ແປຕາມໂຕວ່າ “60 ຊະທາດິອອນ.” 1 ຊະທາດິອອນເທົ່າກັບ 185 ແມັດ. ເບິ່ງພາກຜະໜວກ ຂ14.
ແປຕາມໂຕວ່າ “ຂໍໃຫ້ພວກເຈົ້າມີຄວາມສະຫງົບສຸກ.” ນີ້ແມ່ນຄຳທັກທາຍທົ່ວໄປຂອງຄົນຢິວ.