ພາກຜະໜວກ ກ
ບົດຮຽນຈາກຄຳພີໄບເບິນທີ່ເຮົາມັກສອນ
ພະເຢຊູບອກວ່າເມື່ອຄົນທີ່ມີຫົວໃຈດີໄດ້ຍິນເລື່ອງໃນຄຳພີໄບເບິນ ເຂົາເຈົ້າຈະຮູ້ວ່ານີ້ເປັນຄວາມຈິງ. (ຢຮ. 10:4, 27) ດັ່ງນັ້ນ ຕອນໃດກໍຕາມທີ່ເຮົາລົມກັບຜູ້ຄົນ ເຮົາຢາກເວົ້າຄວາມຈິງຈັກເລື່ອງໜຶ່ງຈາກຄຳພີໄບເບິນໃຫ້ເຂົາເຈົ້າຟັງ. ລອງເລີ່ມໂດຍຖາມວ່າ: “ເຈົ້າຮູ້ບໍວ່າ . . . ?” ຫຼື “ເຈົ້າເຄີຍໄດ້ຍິນບໍວ່າ . . . ?” ຈາກນັ້ນໃຊ້ຂໍ້ຄຳພີທີ່ກ່ຽວຂ້ອງເພື່ອອະທິບາຍຄວາມຈິງນັ້ນ. ພຽງແຕ່ບອກຄວາມຈິງຈັກເລື່ອງໜຶ່ງໃນຄຳພີໄບເບິນກັບຜູ້ຄົນ ກໍອາດເປັນການປູກເມັດແຫ່ງຄວາມຈິງໄວ້ໃນໃຈຂອງເຂົາເຈົ້າໄດ້ ແລະພະເຈົ້າຈະເຮັດໃຫ້ເມັດນັ້ນເຕີບໃຫຍ່!—1 ກຣ. 3:6, 7
ອະນາຄົດ
1. ສິ່ງທີ່ກຳລັງເກີດຂຶ້ນແລະການປະພຶດຂອງຜູ້ຄົນສະແດງໃຫ້ເຫັນວ່າອີກບໍ່ດົນສິ່ງຕ່າງໆຈະປ່ຽນໄປ.—ມທ. 24:3, 7, 8; ລກ. 21:10, 11; 2 ຕມ. 3:1-5
2. ໂລກນີ້ຈະບໍ່ມີວັນຖືກທຳລາຍ.—ພສ. 104:5; ປຍຈ. 1:4
3. ຈະບໍ່ມີມົນລະພິດຫຼືສະພາບອາກາດທີ່ຮຸນແຮງອີກຕໍ່ໄປ ແລະໂລກຈະກາຍເປັນສວນອຸທິຍານ.—ອຊຢ. 35:1, 2; ພນມ. 11:18
4. ທຸກຄົນຈະມີສຸຂະພາບແຂງແຮງສົມບູນ.—ອຊຢ. 33:24; 35:5, 6
5. ເຈົ້າສາມາດມີຊີວິດຕະຫຼອດໄປເທິງໂລກ.—ພສ. 37:29; ມທ. 5:5
ຄອບຄົວ
6. ຜົວຄວນ “ຮັກເມຍຄືກັບຮັກໂຕເອງ.”—ອຟຊ. 5:33; ກລຊ. 3:19
7. ເມຍຄວນນັບຖືຜົວຈາກໃຈ.—ອຟຊ. 5:33; ກລຊ. 3:18
8. ຜົວເມຍຄວນສັດຊື່ຕໍ່ກັນ.—ມລກ. 2:16; ມທ. 19:4-6, 9; ຮຣ. 13:4
9. ລູກທີ່ນັບຖືແລະເຊື່ອຟັງພໍ່ແມ່ຈະປະສົບຜົນສຳເລັດ.—ສພສ. 1:8, 9; ອຟຊ. 6:1-3
NASA, ESA and the Hubble Heritage Team (STScI/AURA)-ESA/Hubble Collaboration. Licensed under CC BY 4.0. Source.
ພະເຈົ້າ
10. ພະເຈົ້າມີຊື່.—ພສ. 83:18; ຢຣມ. 10:10
11. ພະເຈົ້າໄດ້ໃຫ້ຂ່າວສານສຳຄັນກັບເຮົາ.—2 ປຕ. 1:20, 21; 2 ຕມ. 3:16, 17
12. ພະເຈົ້າຍຸຕິທຳແລະບໍ່ລຳອຽງ.—ພບຍ. 10:17; ກຈກ. 10:34, 35
13. ພະເຈົ້າຢາກຊ່ວຍເຮົາ.—ພສ. 46:1; 145:18, 19
ການອະທິດຖານ
14. ພະເຈົ້າຢາກໃຫ້ເຮົາອະທິດຖານເຖິງເພິ່ນ.—ພສ. 62:8; 65:2; 1 ປຕ. 5:7
15. ຄຳພີໄບເບິນສອນເຮົາໃຫ້ຮູ້ວິທີທີ່ຈະອະທິດຖານ.—ມທ. 6:7-13; ລກ. 11:1-4
16. ເຮົາຄວນອະທິດຖານເລື້ອຍໆ.—ມທ. 7:7, 8; 1 ທຊ. 5:17
ພະເຢຊູ
17. ພະເຢຊູເປັນຄູທີ່ດີແລະຄຳແນະນຳຂອງເພິ່ນໃຊ້ໄດ້ຜົນຈົນຮອດທຸກມື້ນີ້.—ມທ. 6:14, 15, 34; 7:12
18. ພະເຢຊູເຄີຍບອກໄວ້ລ່ວງໜ້າກ່ຽວກັບເຫດການທີ່ເຮົາເຫັນໃນທຸກມື້ນີ້.—ມທ. 24:3, 7, 8, 14; ລກ. 21:10, 11
19. ພະເຢຊູເປັນລູກຂອງພະເຈົ້າ.—ມທ. 16:16; ຢຮ. 3:16; 1 ຢຮ. 4:15
20. ພະເຢຊູບໍ່ແມ່ນພະເຈົ້າຜູ້ມີລິດເດດສູງສຸດ.—ຢຮ. 14:28; 1 ກຣ. 11:3
Based on NASA/Visible Earth imagery
ການປົກຄອງຂອງພະເຈົ້າ
21. ການປົກຄອງຂອງພະເຈົ້າເປັນລັດຖະບານທີ່ມີຢູ່ແທ້ໃນສະຫວັນ.—ມທ. 6:9, 10; ດນອ. 2:44; 7:13, 14; ພນມ. 11:15
22. ການປົກຄອງຂອງພະເຈົ້າຈະມາແທນທີ່ລັດຖະບານຂອງມະນຸດ.—ພສ. 2:7-9; ດນອ. 2:44
23. ມີແຕ່ການປົກຄອງຂອງພະເຈົ້າເທົ່ານັ້ນທີ່ສາມາດແກ້ບັນຫາຂອງມະນຸດໄດ້.—ພສ. 37:10, 11; 46:9; ອຊຢ. 65:21-23
ຄວາມທຸກ
24. ພະເຈົ້າບໍ່ໄດ້ເຮັດໃຫ້ເຮົາເຈິກັບຄວາມທຸກ.—ພບຍ. 32:4; ຢກບ. 1:13
25. ຊາຕານປົກຄອງໂລກນີ້.—ລກ 4:5, 6; 1 ຢຮ. 5:19
26. ພະເຈົ້າເຫັນເມື່ອເຈົ້າເຈິກັບຄວາມທຸກແລະຢາກຊ່ວຍເຈົ້າ.—ພສ. 34:17-19; ອຊຢ. 41:10, 13
27. ອີກບໍ່ດົນພະເຈົ້າຈະເຮັດໃຫ້ຄວາມທຸກໝົດໄປ.—ອຊຢ. 65:17; ພນມ. 21:3, 4
ຄວາມຕາຍ
28. ຄົນຕາຍບໍ່ຮູ້ສຶກໂຕ ເຂົາເຈົ້າບໍ່ທໍລະມານ.—ປຍຈ. 9:5; ຢຮ. 11:11-14
29. ຄົນຕາຍບໍ່ສາມາດຊ່ວຍເຮົາຫຼືທຳຮ້າຍເຮົາໄດ້.—ພສ. 146:4; ປຍຈ. 9:6, 10
30. ຄົນທີ່ເຮົາຮັກທີ່ຕາຍໄປແລ້ວຈະຄືນມາຈາກຕາຍ.—ໂຢບ 14:13-15; ຢຮ. 5:28, 29; ກຈກ. 24:15
31. “ຄວາມຕາຍຈະບໍ່ມີອີກຕໍ່ໄປ.”—ພນມ. 21:3, 4; ອຊຢ. 25:8
ສາສະໜາ
32. ບໍ່ແມ່ນທຸກສາສະໜາທີ່ພະເຈົ້າພໍໃຈ.—ຢຣມ. 7:11; ມທ. 7:13, 14, 21-23
33. ພະເຈົ້າຊັງຄວາມໜ້າຊື່ໃຈຄົດ.—ອຊຢ. 29:13; ມກ. 3:11; ມຣກ. 7:6-8
34. ຄວາມຮັກແທ້ເຮັດໃຫ້ຮູ້ວ່າອັນໃດແມ່ນສາສະໜາແທ້.—ມກ. 4:3; ຢຮ. 13:34, 35