ວັນອາທິດທີ 27 ກໍລະກົດ
[ໃຫ້] ຊຳນິຊຳນານ . . . [ໃນການ] ໃຫ້ກຳລັງໃຈຄົນອື່ນ . . . ແລະ [ໃນການ] ຕັກເຕືອນ.—ຕຕ. 1:9
ເພື່ອເຈົ້າຈະເປັນຄລິດສະຕຽນທີ່ມີຄວາມເປັນຜູ້ໃຫຍ່ ເຈົ້າຄວນຝຶກທັກສະບາງຢ່າງ. ການເຮັດແບບນີ້ຈະເປັນປະໂຫຍດຫຼາຍ ເຊັ່ນ: ມັນຈະເຮັດໃຫ້ເຈົ້າຊ່ວຍວຽກໃນປະຊາຄົມໄດ້ ລ້ຽງໂຕເອງແລະຄອບຄົວໄດ້. ນອກຈາກນັ້ນຍັງຊ່ວຍເຈົ້າໃຫ້ໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ. ຕົວຢ່າງເຊັ່ນ: ໃຫ້ຮຽນອ່ານແລະຂຽນໄດ້ດີ. ຄຳພີໄບເບິນບອກວ່າ ຄົນທີ່ອ່ານແລະຄິດຕຶກຕອງກົດໝາຍຂອງພະເຢໂຫວາທຸກມື້ຈະມີຄວາມສຸກແລະທຸກສິ່ງທີ່ລາວເຮັດຈະສຳເລັດ. (ພສ. 1:1-3) ການອ່ານຄຳພີໄບເບິນທຸກມື້ຈະຊ່ວຍລາວໃຫ້ຮູ້ວ່າພະເຢໂຫວາຄິດແນວໃດແລ້ວກໍຄິດຄືກັບເພິ່ນ ແລະລາວຈະຮູ້ວິທີເອົາຄຳແນະນຳໃນຄຳພີໄບເບິນໄປໃຊ້. (ສພສ. 1:3, 4) ພີ່ນ້ອງໃນປະຊາຄົມຕ້ອງການພີ່ນ້ອງຊາຍທີ່ມີຄວາມສາມາດໃນການສອນແລະໃຫ້ຄຳແນະນຳຈາກຄຳພີໄບເບິນໄດ້. ຖ້າເຈົ້າອ່ານແລະຂຽນໄດ້ດີ ເຈົ້າຈະກຽມຄຳບັນລະຍາຍແລະອອກຄຳຄິດເຫັນໃນແບບທີ່ເປັນປະໂຫຍດຕໍ່ພີ່ນ້ອງແລະຊ່ວຍເຂົາເຈົ້າໃຫ້ມີຄວາມເຊື່ອເຂັ້ມແຂງ. ນອກຈາກນັ້ນ ຖ້າເຈົ້າອ່ານແລະຂຽນໄດ້ດີ ມັນຈະຊ່ວຍເຈົ້າໃຫ້ຮູ້ຈັກຈົດຈຸດທີ່ສຳຄັນ ແລະສິ່ງທີ່ເຈົ້າຈົດໄວ້ຈະຊ່ວຍເຈົ້າໃຫ້ມີຄວາມເຊື່ອເຂັ້ມແຂງແລະໃຫ້ກຳລັງໃຈຄົນອື່ນ. ຫ23.12 ໜ້າ 26-27 ຂໍ້ 9-11
ວັນຈັນທີ 28 ກໍລະກົດ
ພະເຈົ້າທີ່ສະໜັບສະໜູນພວກເຈົ້າຍິ່ງໃຫຍ່ກວ່າມານຮ້າຍທີ່ສະໜັບສະໜູນໂລກນີ້ຢູ່.—1ຢຮ. 4:4
ຕອນທີ່ເຈົ້າຮູ້ສຶກຢ້ານ ໃຫ້ຄິດເຖິງສິ່ງທີ່ພະເຢໂຫວາຈະເຮັດໃນອະນາຄົດ. ໃນການປະຊຸມພາກປີ 2014 ມີການສາທິດໜຶ່ງທີ່ຜູ້ເປັນພໍ່ລົມກັບຄົນໃນຄອບຄົວວ່າໃຫ້ລອງປ່ຽນຄຳເວົ້າທີ່ຢູ່ໃນ 2 ຕີໂມທຽວ 3:1-5 ໃຫ້ເປັນສິ່ງທີ່ຈະເກີດຂຶ້ນໃນໂລກໃໝ່. ລາວເວົ້າວ່າ: “ໃນໂລກໃໝ່ຈະເປັນເວລາທີ່ມີແຕ່ຄວາມສຸກຍ້ອນທຸກຄົນໃນໂລກຈະຮັກກັນ ຮັກຄວາມຈິງ ຈຽມໂຕ ຖ່ອມໂຕ ຍ້ອງຍໍສັນລະເສີນພະເຈົ້າ ເຊື່ອຟັງພໍ່ແມ່ ສຳນຶກບຸນຄຸນ ພັກດີ ຮັກຍາດຕິພີ່ນ້ອງ ຍອມກັນແລະກັນ ຊົມເຊີຍຄົນອື່ນ ຄວບຄຸມໂຕເອງໄດ້ ອ່ອນໂຍນ ຮັກສິ່ງທີ່ດີ ສັດຊື່ ບໍ່ຫົວແຂງ ບໍ່ອວດດີ ບໍ່ເປັນຄົນຮັກຄວາມມ່ວນຊື່ນແຕ່ຮັກພະເຈົ້າ ບໍ່ເປັນຄົນເຄັ່ງສາສະໜາແຕ່ທາງນອກ. ຂໍໃຫ້ເຈົ້າໃກ້ຊິດກັບຄົນແບບນີ້.” ເຈົ້າເດ? ເຈົ້າຢາກລົມກັບຄົນໃນຄອບຄົວຫຼືໝູ່ບໍວ່າຊີວິດໃນໂລກໃໝ່ຈະເປັນແນວໃດ? ຫ24.01 ໜ້າ 6 ຂໍ້ 13-14
ວັນອັງຄານທີ 29 ກໍລະກົດ
ພໍ່ພໍໃຈລູກຫຼາຍ.—ລກ. 3:22
ເຮົາດີໃຈແທ້ໆທີ່ຮູ້ວ່າ “ພະເຢໂຫວາພໍໃຈປະຊາຊົນຂອງເພິ່ນ.” (ພສ. 149:4) ແຕ່ບາງເທື່ອບາງຄົນກໍຮູ້ສຶກບໍ່ໝັ້ນໃຈແລະອາດສົງໄສວ່າ: ‘ພະເຢໂຫວາພໍໃຈເຂົາເຈົ້າແທ້ໆບໍ?’ ຜູ້ຮັບໃຊ້ທີ່ສັດຊື່ຫຼາຍຄົນຂອງພະເຢໂຫວາໃນສະໄໝທີ່ຂຽນຄຳພີໄບເບິນກໍຮູ້ສຶກແບບນີ້. (1ຊມ. 1:6-10; ໂຢບ 29:2, 4; ພສ. 51:11) ຄຳພີໄບເບິນເຮັດໃຫ້ເຫັນແຈ້ງວ່າຄົນທີ່ບໍ່ສົມບູນແບບກໍເຮັດໃຫ້ພະເຢໂຫວາພໍໃຈໄດ້. ເປັນໄປໄດ້ແນວໃດ? ເປັນໄປໄດ້ເມື່ອເຮົາສະແດງຄວາມເຊື່ອໃນພະເຢຊູແລະຮັບບັບເຕມາ. (ຢຮ. 3:16) ດັ່ງນັ້ນ ເຮົາຕ້ອງເຮັດໃຫ້ຄົນອື່ນເຫັນວ່າເຮົາກັບໃຈແທ້ໆຈາກການເຮັດຜິດແລະເຮັດໃຫ້ຄົນອື່ນເຫັນວ່າເຮົາໄດ້ອຸທິດໂຕໃຫ້ພະເຢໂຫວາເພື່ອຈະເຮັດຕາມຄວາມຕ້ອງການຂອງເພິ່ນ. (ກຈກ. 2:38; 3:19) ພະເຢໂຫວາດີໃຈຫຼາຍທີ່ເຮົາເຮັດສິ່ງເຫຼົ່ານີ້ເພື່ອຈະສະໜິດກັບເພິ່ນ. ເມື່ອເຮົາໃຊ້ຊີວິດຕາມການອຸທິດໂຕຕໍ່ໆໄປ ພະເຢໂຫວາຈະພໍໃຈເຮົາແລະຖືວ່າເຮົາເປັນໝູ່ສະໜິດຂອງເພິ່ນ.—ພສ. 25:14. ຫ24.03 ໜ້າ 26 ຂໍ້ 1-2