ວັນອັງຄານທີ 29 ກໍລະກົດ
ພໍ່ພໍໃຈລູກຫຼາຍ.—ລກ. 3:22
ເຮົາດີໃຈແທ້ໆທີ່ຮູ້ວ່າ “ພະເຢໂຫວາພໍໃຈປະຊາຊົນຂອງເພິ່ນ.” (ພສ. 149:4) ແຕ່ບາງເທື່ອບາງຄົນກໍຮູ້ສຶກບໍ່ໝັ້ນໃຈແລະອາດສົງໄສວ່າ: ‘ພະເຢໂຫວາພໍໃຈເຂົາເຈົ້າແທ້ໆບໍ?’ ຜູ້ຮັບໃຊ້ທີ່ສັດຊື່ຫຼາຍຄົນຂອງພະເຢໂຫວາໃນສະໄໝທີ່ຂຽນຄຳພີໄບເບິນກໍຮູ້ສຶກແບບນີ້. (1ຊມ. 1:6-10; ໂຢບ 29:2, 4; ພສ. 51:11) ຄຳພີໄບເບິນເຮັດໃຫ້ເຫັນແຈ້ງວ່າຄົນທີ່ບໍ່ສົມບູນແບບກໍເຮັດໃຫ້ພະເຢໂຫວາພໍໃຈໄດ້. ເປັນໄປໄດ້ແນວໃດ? ເປັນໄປໄດ້ເມື່ອເຮົາສະແດງຄວາມເຊື່ອໃນພະເຢຊູແລະຮັບບັບເຕມາ. (ຢຮ. 3:16) ດັ່ງນັ້ນ ເຮົາຕ້ອງເຮັດໃຫ້ຄົນອື່ນເຫັນວ່າເຮົາກັບໃຈແທ້ໆຈາກການເຮັດຜິດແລະເຮັດໃຫ້ຄົນອື່ນເຫັນວ່າເຮົາໄດ້ອຸທິດໂຕໃຫ້ພະເຢໂຫວາເພື່ອຈະເຮັດຕາມຄວາມຕ້ອງການຂອງເພິ່ນ. (ກຈກ. 2:38; 3:19) ພະເຢໂຫວາດີໃຈຫຼາຍທີ່ເຮົາເຮັດສິ່ງເຫຼົ່ານີ້ເພື່ອຈະສະໜິດກັບເພິ່ນ. ເມື່ອເຮົາໃຊ້ຊີວິດຕາມການອຸທິດໂຕຕໍ່ໆໄປ ພະເຢໂຫວາຈະພໍໃຈເຮົາແລະຖືວ່າເຮົາເປັນໝູ່ສະໜິດຂອງເພິ່ນ.—ພສ. 25:14. ຫ24.03 ໜ້າ 26 ຂໍ້ 1-2
ວັນພຸດທີ 30 ກໍລະກົດ
ພວກເຮົາເຊົາເວົ້າເລື່ອງທີ່ໄດ້ເຫັນແລະໄດ້ຍິນນັ້ນບໍ່ໄດ້.—ກຈກ. 4:20
ເຮົາສາມາດຮຽນແບບລູກສິດຂອງພະເຢຊູໂດຍປະກາດຕໍ່ໆໄປເຖິງວ່າເຈົ້າໜ້າທີ່ຈະສັ່ງຫ້າມ. ເຮົາສາມາດອະທິດຖານຂໍຄວາມກ້າຫານແລະສະຕິປັນຍາ ແລະເຮົາໝັ້ນໃຈວ່າພະເຢໂຫວາຈະຊ່ວຍເຮົາໃຫ້ເຮັດວຽກຮັບໃຊ້ຂອງເພິ່ນໄດ້. ອະທິດຖານຂໍພະເຢໂຫວາຊ່ວຍເຮົາໃຫ້ຮັບມືກັບບັນຫາ. ພວກເຮົາຫຼາຍຄົນອາດມີບັນຫາທາງດ້ານຮ່າງກາຍຫຼືຈິດໃຈ ຄົນທີ່ເຮົາຮັກຕາຍຈາກໄປ ຖືກຂົ່ມເຫງ ມີບັນຫາໃນຄອບຄົວ ຫຼືບັນຫາອື່ນໆໃນຊີວິດ. ຖ້າເກີດໂລກລະບາດຫຼືມີສົງຄາມ ການຮັບມືກັບບັນຫາເຫຼົ່ານີ້ກໍແຮ່ງຍາກຕື່ມອີກ. ຖ້າເຈົ້າເຈິແບບນີ້ຢູ່ ໃຫ້ເຈົ້າອະທິດຖານລະບາຍໃຫ້ພະເຢໂຫວາຟັງວ່າເຈົ້າກຳລັງເຈິກັບຫຍັງແລະຮູ້ສຶກແນວໃດຄືກັບທີ່ເຈົ້າລະບາຍໃຫ້ໝູ່ສະໜິດຟັງ ແລະໃຫ້ໝັ້ນໃຈວ່າພະເຢໂຫວາ “ຈະຊ່ວຍເຈົ້າ.” (ພສ. 37:3, 5) ການອະທິດຖານເລື້ອຍໆຈະຊ່ວຍໃຫ້ເຮົາ “ອົດທົນເມື່ອພົບຄວາມທຸກລຳບາກ.” (ຣມ. 12:12) ພະເຢໂຫວາຮູ້ວ່າຜູ້ຮັບໃຊ້ຂອງເພິ່ນກຳລັງເຈິບັນຫາຫຍັງ ແລະ “ເພິ່ນຟັງສຽງຮ້ອງຂໍຄວາມຊ່ວຍເຫຼືອຂອງເຂົາເຈົ້າ.”—ພສ. 145:18, 19. ຫ23.05 ໜ້າ 5-6 ຂໍ້ 12-15
ວັນພະຫັດທີ 31 ກໍລະກົດ
ໃຫ້ກວດເບິ່ງຢູ່ສະເໝີວ່າສິ່ງທີ່ພວກເຈົ້າເຮັດເປັນສິ່ງທີ່ຜູ້ເປັນນາຍພໍໃຈຫຼືບໍ່.—ອຟຊ. 5:10
ເມື່ອເຮົາຕ້ອງຕັດສິນໃຈເລື່ອງທີ່ສຳຄັນ ເຮົາຕ້ອງພະຍາຍາມເຂົ້າໃຈວ່າ “ພະເຢໂຫວາຕ້ອງການຫຍັງ” ແລ້ວກໍເຮັດຕາມນັ້ນ. (ອຟຊ. 5:17) ຕອນທີ່ເຮົາເຈິສະຖານະການບາງຢ່າງ ແລ້ວຊອກຫາຫຼັກການໃນຄຳພີໄບເບິນທີ່ກ່ຽວກັບເລື່ອງນັ້ນກໍສະແດງວ່າເຮົາຢາກຮູ້ວ່າພະເຢໂຫວາຄິດແນວໃດ. ເມື່ອເຮົາເຮັດຕາມຫຼັກການຂອງພະເຢໂຫວາ ເຮົາກໍຈະຕັດສິນໃຈໄດ້ຢ່າງຖືກຕ້ອງ. “ໂຕຊົ່ວຮ້າຍ” ທີ່ເປັນສັດຕູຂອງເຮົາຢາກໃຫ້ເຮົາຫຍຸ້ງຢູ່ກັບສິ່ງຕ່າງໆທີ່ເປັນຂອງໂລກນີ້ຈົນເຮົາບໍ່ມີເວລາຮັບໃຊ້ພະເຢໂຫວາ. (1ຢຮ. 5:19) ຄລິດສະຕຽນບາງຄົນອາດໃຫ້ການຫາເງິນ ການຮຽນສູງໆ ຫຼືການເຮັດວຽກສຳຄັນກວ່າການຮັບໃຊ້ພະເຢໂຫວາ. ຖ້າເປັນແບບນັ້ນກໍສະແດງວ່າລາວເລີ່ມຄິດຄືກັບຄົນທົ່ວໄປໃນໂລກ. ທີ່ຈິງ ສິ່ງເຫຼົ່ານີ້ບໍ່ມີຫຍັງຜິດ ແຕ່ມັນບໍ່ຄວນເປັນສິ່ງສຳຄັນທີ່ສຸດໃນຊີວິດຂອງເຮົາ. ຫ24.03 ໜ້າ 24 ຂໍ້ 16-17