ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລມ ຈົດເຊັນບັນຊີ 1:1-36:13
  • ຈົດເຊັນບັນຊີ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຈົດເຊັນບັນຊີ
  • ຄຳພີໄບເບິນສະບັບແປໂລກໃໝ່
ຄຳພີໄບເບິນສະບັບແປໂລກໃໝ່
ຈົດເຊັນບັນຊີ

ຈົດ​ເຊັນ​ບັນຊີ

1 ໃນ​ວັນ​ທີ 1 ຂອງ​ເດືອນ​ທີ 2 ໃນ​ປີ​ທີ 2 ຫຼັງ​ຈາກ​ທີ່​ພວກ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ+ ພະ​ເຢໂຫວາ​ໄດ້​ບອກ​ໂມເຊ​ຢູ່​ເຕັ້ນ​ສັກສິດ*+ໃນ​ບ່ອນ​ກັນ​ດານຊີ​ນາຍ+ວ່າ: 2 “ໃຫ້​ນັບ​ຈຳນວນ+​ຜູ້​ຊາຍ​ອິດສະຣາເອນ*ທຸກ​ຄົນ*ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະຕາມຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 3 ເຈົ້າ​ກັບ​ອາໂຣນ​ຕ້ອງ​ຈົດ​ທະບຽນ​ລາຍຊື່​ທຸກ​ຄົນ​ຕາມ​ກຸ່ມ​ຂອງ​ເຂົາ​ເຈົ້າ*ຄື ທຸກ​ຄົນ​ທີ່​ມີ​ອາຍຸຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ+ ເຊິ່ງ​ເຂົ້າຮ່ວມ​ກັບ​ກອງ​ທັບ​ອິດສະຣາເອນ​ໄດ້.

4 ໃຫ້​ເລືອກ​ເອົາ​ຜູ້​ຊາຍ​ຄົນ​ໜຶ່ງ​ຈາກແຕ່​ລະ​ຕະກູນມາ​ເປັນ​ຜູ້​ຊ່ວຍ​ເຈົ້າ. ແຕ່​ລະ​ຄົນ​ຈະ​ເປັນຫົວ​ໜ້າ​ຂອງ​ແຕ່​ລະ​ຕະກູນ.+ 5 ລາຍຊື່​ຂອງ​ຄົນ​ທີ່​ຈະ​ມາ​ເປັນ​ຜູ້​ຊ່ວຍ​ເຈົ້າ​ມີ​ດັ່ງ​ນີ້: ຈາກ​ຕະກູນ​ຣູເບັນ​ແມ່ນ​ເອລີ​ຊູ+​ລູກ​ຊາຍ​ຂອງ​ເຊເດອູ​ 6 ຈາກ​ຕະກູນ​ຊີເມໂອນ​ແມ່ນ​ເຊລູມີເອນ+​ລູກ​ຊາຍ​ຂອງ​ເຊເດຊູຣີຊັດດາຍ 7 ຈາກ​ຕະກູນ​ຢູດາ​ແມ່ນ​ນາໂຊນ+ລູກ​ຊາຍ​ຂອງ​ອຳມີນາດາບ 8 ຈາກ​ຕະກູນ​ອິດຊາຄາ​ແມ່ນ​ເນທາເນນ+​ລູກ​ຊາຍ​ຂອງ​ຊຸອາ 9 ຈາກ​ຕະກູນ​ເຊບູລູນ​ແມ່ນ​ເອລີອາບ+ລູກ​ຊາຍ​ຂອງ​ເຮໂລນ 10 ຈາກ​ຕະກູນ​ເອຟຣາຢິມ+​ເຊິ່ງ​ເປັນ​ລູກ​ຊາຍ​ຂອງ​ໂຢເຊັບ​ແມ່ນ​ເອລີຊາມາ​ລູກ​ຊາຍ​ຂອງ​ອຳມີຮຸດ ຈາກ​ຕະກູນ​ມານາເຊ​ເຊິ່ງ​ເປັນ​ລູກ​ຊາຍ​ຂອງ​ໂຢເຊັບ​ແມ່ນ​ຄາມາລີ​ເອັນ​ລູກ​ຊາຍ​ຂອງ​ເປດາຊູ 11 ຈາກ​ຕະກູນ​ເບັນຢາມິນ​ແມ່ນ​ອາບີດານ+​ລູກ​ຊາຍ​ຂອງ​ກິເດໂອນີ 12 ຈາກ​ຕະກູນ​ດານ​ແມ່ນ​ອາຮີເອເຊ+​ລູກ​ຊາຍ​ຂອງ​ອຳມີຊັດດາຍ 13 ຈາກ​ຕະກູນ​ອາເຊ​ແມ່ນ​ປາກີເອນ+ລູກ​ຊາຍ​ຂອງ​ອົກຣັນ 14 ຈາກ​ຕະກູນ​ຄາດ​ແມ່ນ​ເອລີຢາສັບ+ລູກ​ຊາຍ​ຂອງ​ດູເອນ 15 ຈາກ​ຕະກູນ​ນັບທາລີ​ແມ່ນ​ອາຮີລາ+​ລູກ​ຊາຍ​ຂອງ​ເອນັນ. 16 ຄົນ​ເຫຼົ່ານີ້​ແມ່ນ​ຜູ້​ທີ່​ຖືກ​ເລືອກ​ຈາກ​ພວກ​ອິດສະຣາເອນ. ເຂົາ​ເຈົ້າ​ເປັນ​ຫົວ​ໜ້າ+​ຂອງ​ຕະກູນ​ທີ່​ສືບ​ເຊື້ອ​ສາຍ​ມາ​ຈາກ​ປູ່ຍ່າຕານາຍ ແລະ​ເປັນ​ຫົວ​ໜ້າ​ຂອງ​ຄົນ​ອິດສະຣາເອນ​ຫຼາຍ​ພັນ​ຄົນ.”+

17 ໂມເຊ​ກັບ​ອາໂຣນ​ໄດ້​ພາ​ຄົນ​ເຫຼົ່ານີ້​ທີ່​ຖືກ​ເລືອກ​ຈາກ​ແຕ່​ລະ​ຕະກູນ​ມາ. 18 ໃນ​ວັນ​ທີ 1 ຂອງ​ເດືອນ​ທີ 2 ຄົນ​ເຫຼົ່ານີ້​ໄດ້​ເອີ້ນ​ພວກ​ອິດສະຣາເອນ​ໃຫ້​ມາ​ປະຊຸມ​ກັນ ເພື່ອ​ຈະ​ຈົດ​ທະບຽນ​ຊື່​ຂອງ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ+​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ 19 ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ. ໂມເຊ​ໄດ້​ຈົດ​ທະບຽນ​ຊື່​ຄົນ​ເຫຼົ່າ​ນັ້ນ​ໃນ​ບ່ອນ​ກັນ​ດານຊີ​ນາຍ.+

20 ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ຣູເບັນ ເຊິ່ງ​ເປັນ​ລູກ​ຊາຍ​ກົກ+​ຂອງ​ອິດສະຣາເອນ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 21 ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ຣູເບັນ​ມີ 46.500 ຄົນ.

22 ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ຊີເມໂອນ+ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 23 ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ຊີເມໂອນ​ມີ 59.300 ຄົນ.

24 ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ຄາດ+​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 25 ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ຄາດ​ມີ 45.650 ຄົນ.

26 ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ຢູດາ+​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 27 ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ຢູດາ​ມີ 74.600 ຄົນ.

28 ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ອິດຊາຄາ+ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 29 ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ອິດຊາຄາ​ມີ 54.400 ຄົນ.

30 ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ເຊບູລູນ+ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 31 ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ເຊບູລູນ​ມີ 57.400 ຄົນ.

32 ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ເອຟຣາຢິມ+ ເຊິ່ງ​ເປັນ​ລູກ​ຊາຍ​ຂອງ​ໂຢເຊັບ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 33 ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ເອຟຣາຢິມ​ມີ 40.500 ຄົນ.

34 ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ມານາເຊ+ ເຊິ່ງ​ເປັນ​ລູກ​ຊາຍ​ຂອງ​ໂຢເຊັບ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 35 ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ມານາເຊ​ມີ 32.200 ຄົນ.

36 ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ເບັນຢາມິນ+​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 37 ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ເບັນຢາມິນ​ມີ 35.400 ຄົນ.

38 ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ດານ+​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 39 ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ດານ​ມີ 62.700 ຄົນ.

40 ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ອາເຊ+​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 41 ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ອາເຊ​ມີ 41.500 ຄົນ.

42 ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ນັບທາລີ+​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 43 ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ນັບທາລີ​ມີ 53.400 ຄົນ.

44 ໂມເຊ​ກັບ​ອາໂຣນ​ແລະ​ພວກ​ຫົວ​ໜ້າ​ຂອງ​ອິດສະຣາເອນ​ຈາກ 12 ຕະກູນ​ໄດ້​ຈົດ​ທະບຽນ​ຊື່​ຂອງ​ຄົນ​ເຫຼົ່ານີ້. 45 ຜູ້​ຊາຍ​ອິດສະຣາເອນ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້​ນັ້ນ​ຖືກ​ຈົດ​ທະບຽນ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 46 ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ມີ 603.550 ຄົນ.+

47 ແຕ່​ເຂົາ​ເຈົ້າ​ບໍ່​ໄດ້​ຈົດ​ທະບຽນ​ຊື່​ຂອງ​ພວກເລວີ+ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ.+ 48 ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: 49 “ເຈົ້າ​ບໍ່​ຕ້ອງ​ຈົດ​ທະບຽນ​ຊື່​ຂອງ​ຄົນ​ຕະກູນ​ເລວີ ແລະ​ບໍ່​ຕ້ອງ​ນັບ​ຈຳນວນ​ຄົນ​ຂອງ​ເຂົາ​ເຈົ້າ​ເຂົ້າ​ກັບ​ພວກ​ອິດສະຣາເອນ​ຕະກູນ​ອື່ນ​ໆ​.+ 50 ເຈົ້າ​ຕ້ອງ​ແຕ່ງຕັ້ງ​ຄົນ​ເລວີ​ໃຫ້​ເບິ່ງ​ແຍງເຕັ້ນ​ສັກສິດທີ່​ມີຫີບ​ສັນຍາ*+ຢູ່​ຫັ້ນ ແລະ​ໃຫ້​ເບິ່ງ​ແຍງ​ເຄື່ອງໃຊ້​ແລະ​ເຄື່ອງ​ຂອງ​ທຸກ​ຢ່າງທີ່ກ່ຽວ​ກັບ​ເຕັ້ນ​ສັກສິດ​ນັ້ນ.+ ເຂົາ​ເຈົ້າ​ຈະ​ເບິ່ງ​ແຍງ+​ແລະ​ຂົນ​ເຕັ້ນ​ສັກສິດ ລວມ​ທັງ​ເຄື່ອງໃຊ້​ທຸກ​ຢ່າງທີ່ກ່ຽວ​ກັບ​ເຕັ້ນ​ນັ້ນ.+ ເຂົາ​ເຈົ້າ​ຕ້ອງ​ຕັ້ງ​ເຕັ້ນ​ຂອງ​ໂຕເອງ​ອ້ອມ​ຮອບ​ເຕັ້ນ​ສັກສິດ.+ 51 ເມື່ອ​ໃດ​ກໍ​ຕາມ​ທີ່​ຕ້ອງ​ມ້າງ+ເຕັ້ນ​ສັກສິດ​ແລະຍ້າຍ​ບ່ອນ ພວກເລວີ​ຈະ​ຕ້ອງ​ເປັນ​ຄົນ​ເຮັດ. ເມື່ອ​ໃດ​ກໍ​ຕາມ​ທີ່​ຕ້ອງ​ປະກອບ​ເຕັ້ນ​ສັກສິດ​ອີກ ພວກເລວີ​ກໍ​ຈະ​ຕ້ອງ​ເປັນ​ຄົນ​ເຮັດ. ຖ້າ​ຄົນ​ທີ່​ບໍ່​ມີ​ສິດ*ຄົນ​ໃດ​ເຂົ້າ​ໄປ​ໃກ້​ເຕັ້ນ​ສັກສິດ ລາວ​ຈະ​ຕ້ອງ​ຕາຍ.+

52 ຄົນ​ອິດສະຣາເອນຕ້ອງ​ຕັ້ງ​ເຕັ້ນ​ຂອງ​ໂຕເອງ​ໃນ​ບ່ອນ​ທີ່​ກຳນົດ​ໄວ້ຕາມ​ຈຸ*+ແລະ​ຕາມ​ກຸ່ມ​ຄົນ​ຂອງ​ເຂົາ​ເຈົ້າ. 53 ພວກເລວີ​ຕ້ອງ​ຕັ້ງ​ເຕັ້ນ​ຂອງ​ໂຕເອງ​ອ້ອມ​ຮອບ​ເຕັ້ນ​ສັກສິດ​ທີ່​ມີຫີບ​ສັນຍາຢູ່ ເພື່ອ​ເຮົາ​ຈະ​ບໍ່​ໃຈ​ຮ້າຍໃຫ້​ພວກ​ອິດສະຣາເອນ.+ ພວກເລວີ​ມີ​ໜ້າ​ທີ່​ເບິ່ງ​ແຍງ*ເຕັ້ນ​ສັກສິດ​ທີ່​ມີ​ຫີບ​ສັນຍາ+​ຢູ່​ຫັ້ນ.”

54 ພວກ​ອິດສະຣາເອນ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ. ເຂົາ​ເຈົ້າ​ເຮັດ​ຕາມ​ໝົດ​ທຸກ​ຢ່າງ.

2 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ແລະ​ອາໂຣນ​ອີກ​ວ່າ: 2 “ພວກ​ອິດສະຣາເອນ​ຕ້ອງ​ຕັ້ງ​ຄ້າຍ​ພັກ​ຕາມຈຸ+ທີ່​ກຳນົດ​ໃຫ້​ເຂົາ​ເຈົ້າ ເຊິ່ງ​ຈຸ​ໜຶ່ງ​ມີ 3 ຕະກູນ. ແຕ່​ລະ​ຄົນ​ຕ້ອງ​ຕັ້ງ​ເຕັ້ນ​ຢູ່​ໃກ້​ກັບ​ປ້າຍຂອງ​ຫົວ​ໜ້າ​ຈຸ້ມເຈື້ອໂຕເອງ. ເຂົາ​ເຈົ້າ​ຕ້ອງ​ຕັ້ງ​ເຕັ້ນ​ປິ່ນ​ໜ້າ​ໄປ​ທາງ​ເຕັ້ນ​ສັກສິດ*ແລະ​ອ້ອມ​ຮອບ​ເຕັ້ນ​ນັ້ນ.

3 ພວກ​ອິດສະຣາເອນ​ທີ່​ຕັ້ງ​ເຕັ້ນ​ຢູ່​ທາງ​ທິດ​ຕາເວັນ​ອອກ​ຈະ​ມີ 3 ຕະກູນ​ຢູ່​ລວມ​ກັນ​ເປັນ​ຈຸ​ໜຶ່ງ ຕາມ​ກຸ່ມ​ຄົນ​ຂອງ​ເຂົາ​ເຈົ້າ* ແລະ​ນຳ​ໜ້າ​ໂດຍ​ຕະກູນ​ຢູດາ. ຫົວ​ໜ້າ​ຂອງ​ຕະກູນ​ຢູດາ​ແມ່ນ​ນາໂຊນ+ລູກ​ຊາຍ​ຂອງ​ອຳມີນາດາບ. 4 ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 74.600 ຄົນ.+ 5 ຕະກູນ​ທີ່​ຕັ້ງ​ເຕັ້ນ​ຢູ່​ທາງ​ຂ້າງ​ຕະກູນ​ຢູດາ​ແມ່ນ​ຕະກູນ​ອິດຊາຄາ. ຫົວ​ໜ້າ​ຂອງ​ຕະກູນ​ອິດຊາຄາ​ແມ່ນ​ເນທາເນນ+​ລູກ​ຊາຍ​ຂອງ​ຊຸ​ອາ. 6 ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 54.4​00 ຄົນ.+ 7 ຕໍ່​ຈາກ​ຕະກູນ​ອິດຊາຄາ​ແມ່ນ​ຕະກູນ​ເຊບູລູນ. ຫົວ​ໜ້າ​ຂອງ​ຕະກູນ​ເຊບູລູນ​ແມ່ນ​ເອລີອາບ+​ລູກ​ຊາຍ​ຂອງ​ເຮໂລນ. 8 ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 57.4​00 ຄົນ.+

9 ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບຂອງ​ຈຸ​ທີ່​ນຳ​ໜ້າ​ໂດຍ​ຕະກູນ​ຢູດາມີ​ທັງ​ໝົດ 186.400 ຄົນ. ເມື່ອ​ຍ້າຍ​ຄ້າຍ​ພັກ ເຂົາ​ເຈົ້າ​ເປັນ​ຈຸ​ທຳອິດ+​ທີ່ຕ້ອງ​ມ້າງ​ເຕັ້ນແລະ​ອອກ​ເດີນ​ທາງ.

10 ອີກ 3 ຕະກູນ​ທີ່​ຕັ້ງ​ເຕັ້ນ​ຢູ່​ທາງ​ທິດໃຕ້​ຕາມ​ກຸ່ມ​ຄົນ​ຂອງ​ເຂົາ​ເຈົ້າ​ນຳ​ໜ້າ​ໂດຍ​ຕະກູນ​ຣູເບັນ.+ ຫົວ​ໜ້າ​ຂອງ​ຕະກູນ​ຣູເບັນ​ແມ່ນ​ເອລີ​ຊູ+ລູກ​ຊາຍ​ຂອງ​ເຊເດອູ. 11 ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 46.500 ຄົນ.+ 12 ຕະກູນ​ທີ່​ຕັ້ງ​ຄ້າຍ​ພັກ​ຢູ່​ທາງ​ຂ້າງ​ຕະກູນ​ຣູເບັນ​ແມ່ນ​ຕະກູນ​ຊີເມໂອນ. ຫົວ​ໜ້າ​ຂອງ​ຕະກູນ​ຊີເມໂອນ​ແມ່ນ​ເຊລູມີເອນ+ລູກ​ຊາຍ​ຂອງ​ຊູຣີຊັດດາຍ. 13 ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 59.3​00 ຄົນ.+ 14 ຕໍ່​ຈາກ​ຕະກູນ​ຊີເມໂອນ​ແມ່ນ​ຕະກູນ​ຄາດ. ຫົວ​ໜ້າ​ຂອງ​ຕະກູນ​ຄາດ​ແມ່ນ​ເອລີຢາສັບ+ລູກ​ຊາຍ​ຂອງ​ເຣອູເອນ. 15 ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 45.650 ຄົນ.+

16 ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບຂອງ​ຈຸ​ທີ່​ນຳ​ໜ້າ​ໂດຍ​ຕະກູນຣູເບັນ​ມີ​ທັງ​ໝົດ 151.450 ຄົນ. ເມື່ອ​ຍ້າຍ​ຄ້າຍ​ພັກ ເຂົາ​ເຈົ້າ​ເປັນ​ຈຸ​ທີ 2+ ທີ່​ຕ້ອງ​ມ້າງ​ເຕັ້ນ​ແລະ​ອອກ​ເດີນ​ທາງ.

17 ຕອນ​ທີ່​ຍ້າຍ+​ເຕັ້ນ​ສັກສິດ ເຕັ້ນຂອງ​ພວກເລວີ​ຈະ​ຢູ່​ທາງ​ກາງ​ລະຫວ່າງເຕັ້ນ​ຂອງ​ຕະກູນ​ອື່ນ​ໆ​.

ພວກ​ອິດສະຣາເອນ​ທຸກ​ຄົນ​ຕ້ອງ​ມ້າງ​ເຕັ້ນ ແລະ​ອອກ​ເດີນ​ທາງ​ຕາມ​ລຳດັບ​ຄື​ກັບ​ຕອນ​ທີ່​ຕັ້ງ​ເຕັ້ນ+ຕາມ​ຈຸ​ຂອງ​ເຂົາ​ເຈົ້າ ເຊິ່ງ​ແຕ່​ລະ​ຈຸ​ມີ 3 ຕະກູນ.

18 ອີກ 3 ຕະກູນ​ທີ່​ຕັ້ງ​ເຕັ້ນ​ຢູ່​ທາງ​ທິດຕາເວັນຕົກ​ຕາມ​ກຸ່ມ​ຄົນ​ຂອງ​ເຂົາ​ເຈົ້າ​ນຳ​ໜ້າ​ໂດຍ​ຕະກູນ​ເອຟຣາຢິມ. ຫົວ​ໜ້າ​ຂອງ​ຕະກູນ​ເອຟຣາຢິມ​ແມ່ນ​ເອລີຊາມາ+​ລູກ​ຊາຍ​ຂອງ​ອຳມີຮຸດ. 19 ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 40.500 ຄົນ.+ 20 ຕະກູນ​ທີ່​ຕັ້ງ​ເຕັ້ນ​ຢູ່​ທາງ​ຂ້າງ​ຕະກູນ​ເອຟຣາຢິມ​ແມ່ນ​ຕະກູນ​ມານາເຊ.+ ຫົວ​ໜ້າ​ຂອງ​ຕະກູນ​ມານາເຊ​ແມ່ນ​ຄາມາລີ​ເອັນ+ລູກ​ຊາຍ​ຂອງ​ເປດາຊູ. 21 ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 32.2​00 ຄົນ.+ 22 ຕໍ່​ຈາກ​ຕະກູນ​ມານາເຊ​ແມ່ນ​ຕະກູນ​ເບັນຢາມິນ. ຫົວ​ໜ້າ​ຂອງ​ຕະກູນ​ເບັນຢາມິນ​ແມ່ນ​ອາບີດານ+​ລູກ​ຊາຍ​ຂອງ​ກິເດໂອນີ. 23 ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 35.4​00 ຄົນ.+

24 ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບຂອງ​ຈຸ​ທີ່​ນຳ​ໜ້າ​ໂດຍ​ຕະກູນ​ເອຟຣາຢິມມີ​ທັງ​ໝົດ 108.100 ຄົນ. ເມື່ອ​ຍ້າຍ​ຄ້າຍ​ພັກ ເຂົາ​ເຈົ້າ​ເປັນ​ຈຸ​ທີ 3+ ທີ່​ຕ້ອງ​ມ້າງ​ເຕັ້ນ​ແລະ​ອອກ​ເດີນ​ທາງ.

25 ອີກ 3 ຕະກູນ​ທີ່​ຕັ້ງ​ເຕັ້ນ​ຢູ່​ທາງ​ທິດເໜືອ​ຕາມ​ກຸ່ມ​ຄົນ​ຂອງ​ເຂົາ​ເຈົ້າ​ນຳ​ໜ້າ​ໂດຍ​ຕະກູນ​ດານ. ຫົວ​ໜ້າ​ຂອງ​ຕະກູນ​ດານ​ແມ່ນ​ອາຮີເອເຊ+ລູກ​ຊາຍ​ຂອງ​ອຳມີຊັດດາຍ. 26 ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 62.7​00 ຄົນ.+ 27 ຕະກູນ​ທີ່​ຕັ້ງ​ເຕັ້ນ​ທາງ​ຂ້າງ​ຕະກູນ​ດານ​ແມ່ນ​ຕະກູນ​ອາເຊ. ຫົວ​ໜ້າ​ຂອງ​ຕະກູນ​ອາເຊ​ແມ່ນ​ປາກີເອນ+ລູກ​ຊາຍ​ຂອງ​ອົກຣັນ. 28 ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 41.500 ຄົນ.+ 29 ຕໍ່​ຈາກ​ຕະກູນ​ອາເຊ​ແມ່ນ​ຕະກູນ​ນັບທາລີ. ຫົວ​ໜ້າ​ຂອງ​ຕະກູນ​ນັບທາລີ​ແມ່ນ​ອາຮີລາ+​ລູກ​ຊາຍ​ຂອງ​ເອນັນ. 30 ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 53.4​00 ຄົນ.+

31 ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບຂອງ​ຈຸ​ທີ່​ນຳ​ໜ້າ​ໂດຍ​ຕະກູນ​ດານມີ​ທັງ​ໝົດ 157.600 ຄົນ. ເມື່ອ​ຍ້າຍ​ຄ້າຍ​ພັກ ເຂົາ​ເຈົ້າ​ເປັນ​ຈຸ​ສຸດທ້າຍ+​ທີ່​ຕ້ອງ​ມ້າງ​ເຕັ້ນ​ແລະ​ອອກ​ເດີນ​ທາງ​ຕາມ​ຈຸ​ຂອງ​ເຂົາ​ເຈົ້າ ເຊິ່ງ​ແຕ່​ລະ​ຈຸ​ມີ 3 ຕະກູນ.”

32 ຄົນ​ເຫຼົ່ານີ້​ແມ່ນ​ຄົນ​ອິດສະຣາເອນ​ທີ່​ຖືກ​ຈົດ​ທະບຽນ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ຈຳນວນ​ຄົນ​ໃນ​ຄ້າຍ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ມີ​ທັງ​ໝົດ 603.550 ຄົນ.+ 33 ແຕ່​ຄົນ​ເລວີ​ບໍ່​ໄດ້​ລົງ​ທະບຽນ+​ຄື​ກັບ​ຄົນ​ອິດສະຣາເອນ​ຕະກູນ​ອື່ນ​ໆ​+ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ. 34 ພວກ​ອິດສະຣາເອນ​ໄດ້​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ. ເຂົາ​ເຈົ້າ​ຕັ້ງ​ເຕັ້ນ​ແລະ​ມ້າງ​ເຕັ້ນ+​ຕາມ​ຈຸ​ຂອງ​ເຂົາ​ເຈົ້າ+ ເຊິ່ງ​ແຕ່​ລະ​ຈຸ​ມີ 3 ຕະກູນ ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ.

3 ຕໍ່​ໄປ​ນີ້​ແມ່ນ​ລາຍຊື່​ລູກ​ຫຼານ*ຂອງ​ອາໂຣນ​ແລະ​ຂອງ​ໂມເຊ ໃນ​ມື້​ທີ່​ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ຢູ່​ພູ​ຊີນາຍ.+ 2 ລູກ​ຊາຍ​ຂອງ​ອາໂຣນ​ມີ​ຊື່​ດັ່ງ​ນີ້: ນາດາບ​ທີ່​ເປັນ​ລູກກົກ ອາບີຮູ+ ເອເລອາຊາ+ ແລະ​ອີທາມາ.+ 3 ຄົນ​ເຫຼົ່ານີ້​ແມ່ນ​ລູກ​ຊາຍ​ຂອງ​ອາໂຣນ​ທີ່​ຖືກ​ເລືອກ​ແລະ​ໄດ້​ຮັບ​ການ​ແຕ່ງຕັ້ງ*ໃຫ້​ເຮັດ​ວຽກ​ເປັນ​ປະໂລຫິດ.+ 4 ແຕ່​ນາດາບ​ກັບ​ອາບີຮູ​ຕາຍ​ຕໍ່​ໜ້າ​ພະ​ເຢໂຫວາ ຍ້ອນ​ເຂົາ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ທີ່​ບໍ່​ໄດ້​ຮັບ​ອະນຸຍາດ​ມາ​ເຜົາ​ຕໍ່​ໜ້າ​ພະ​ເຢໂຫວາ+​ຢູ່​ບ່ອນ​ກັນ​ດານ​ຊີນາຍ. ຕອນ​ນັ້ນ ເຂົາ​ເຈົ້າ​ຍັງ​ບໍ່​ມີ​ລູກ​ຊາຍ ແຕ່​ເອເລອາຊາ+​ແລະ​ອີທາມາ+​ຍັງ​ເຮັດ​ວຽກ​ປະໂລຫິດ​ກັບ​ອາໂຣນ​ພໍ່​ຂອງ​ເຂົາ​ເຈົ້າ​ຕໍ່​ໄປ.

5 ຈາກ​ນັ້ນ ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: 6 “ໃຫ້​ພວກເລວີ+​ອອກ​ມາ​ທາງ​ໜ້າ​ແລະ​ຢືນ​ຢູ່​ຕໍ່​ໜ້າ​ປະໂລຫິດ​ອາໂຣນ ແລະ​ເຂົາ​ເຈົ້າ​ຈະຊ່ວຍ​ວຽກ+​ຂອງ​ລາວ. 7 ພວກເລວີ​ມີ​ໜ້າ​ທີ່​ຮັບຜິດຊອບ​ເຮັດ​ວຽກ​ນຳ​ອາໂຣນ ແລະ​ເຮັດ​ວຽກ​ເພື່ອ​ຄົນ​ອິດສະຣາເອນ​ຢູ່​ເຕັ້ນ​ສັກສິດ.* ເຂົາ​ເຈົ້າ​ຈະ​ເຮັດ​ວຽກ​ຮັບ​ໃຊ້​ທຸກ​ຢ່າງ​ທີ່​ກ່ຽວ​ກັບເຕັ້ນ​ນັ້ນ. 8 ເຂົາ​ເຈົ້າ​ຈະ​ເບິ່ງ​ແຍງ​ອຸປະກອນ​ທຸກ​ຢ່າງ+​ສຳລັບ​ເຕັ້ນ​ສັກສິດ ແລະ​ເຮັດ​ວຽກ​ເພື່ອ​ຄົນ​ອິດສະຣາເອນ ໂດຍ​ເຮັດ​ວຽກ​ຮັບ​ໃຊ້​ທີ່​ກ່ຽວ​ກັບ​ເຕັ້ນ​ສັກສິດ.+ 9 ເຈົ້າ​ຕ້ອງ​ຍົກ​ຄົນ​ຕະກູນ​ເລວີ​ໃຫ້​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ. ເຂົາ​ເຈົ້າ​ຖືກ​ເລືອກ​ຈາກ​ຄົນ​ອິດສະຣາເອນ+ໃຫ້​ມາ​ຊ່ວຍ​ວຽກຂອງ​ອາໂຣນ. 10 ເຈົ້າ​ຕ້ອງ​ແຕ່ງຕັ້ງ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ ແລະ​ເຂົາ​ເຈົ້າ​ຈະ​ເຮັດ​ໜ້າ​ທີ່​ເປັນ​ປະໂລຫິດ.+ ຖ້າ​ຄົນ​ທີ່​ບໍ່​ມີ​ສິດ*ຄົນ​ໃດ​ເຂົ້າ​ໄປ​ໃກ້​ບ່ອນ​ບໍລິສຸດ ຄົນ​ນັ້ນ​ຈະ​ຕ້ອງ​ຕາຍ.”+

11 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 12 “ເຮົາ​ໄດ້​ເລືອກ​ຄົນ​ໃນ​ຕະກູນ​ເລວີຈາກ​ພວກ​ອິດສະຣາເອນໄວ້​ສຳລັບ​ເຮົາ ໃຫ້​ເປັນ​ຕົວແທນ​ລູກ​ຊາຍ​ຜູ້​ທຳອິດ​ທຸກ​ຄົນ​ຂອງ​ພວກ​ອິດສະຣາເອນ+ ແລະ​ຄົນ​ໃນ​ຕະກູນ​ເລວີ​ຈະ​ເປັນ​ຂອງ​ເຮົາ. 13 ລູກ​ຊາຍ​ຜູ້​ທຳອິດ​ທຸກ​ຄົນ​ເປັນ​ຂອງ​ເຮົາ.+ ໃນ​ມື້​ທີ່​ເຮົາ​ຂ້າ​ລູກ​ຊາຍ​ຜູ້​ທຳອິດ​ທຸກ​ຄົນ​ໃນ​ແຜ່ນດິນ​ເອຢິບ+ ເຮົາ​ໄດ້​ແຍກ​ລູກ​ຊາຍ​ຜູ້​ທຳອິດ​ທຸກ​ຄົນຂອງ​ພວກ​ອິດສະຣາເອນ ແລະລູກ​ໂຕ​ຜູ້​ໂຕ​ທຳອິດ​ຂອງ​ສັດ​ຕ່າງ​ໆ​+ຂອງ​ເຂົາ​ເຈົ້າ​ໄວ້ ແລະ​ຖື​ວ່າ​ບໍລິສຸດ. ທັງ​ຄົນ​ແລະ​ສັດ​ເປັນ​ຂອງ​ເຮົາ. ເຮົາ​ແມ່ນ​ເຢໂຫວາ.”

14 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ຢູ່​ບ່ອນ​ກັນ​ດານ​ຊີນາຍ+ອີກ​ວ່າ: 15 “ໃຫ້​ຈົດ​ທະບຽນ​ຊື່​ລູກ​ຫຼານ​ຂອງ​ເລວີ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຈົ້າ​ຕ້ອງ​ຈົດ​ຊື່​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 1 ເດືອນ​ຂຶ້ນ​ໄປ.”+ 16 ໂມເຊ​ກໍ​ໄດ້ຈົດ​ທະບຽນ​ຊື່​ຂອງ​ເຂົາເຈົ້າ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ລາວ. 17 ລູກ​ຊາຍ​ຂອງ​ເລວີ​ຊື່​ເກໂຊນ ໂກຮາດ ແລະ​ເມຣາຣີ.+

18 ລູກ​ຊາຍ​ຂອງ​ເກໂຊນ​ຊື່​ລິບນີ ແລະ​ຊິເມອີ.+ ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ຕັ້ງ​ຊື່​ຕະກູນ​ຕາມ​ຊື່​ຂອງ​ເຂົາ​ເຈົ້າ.

19 ລູກ​ຊາຍ​ຂອງ​ໂກຮາດ​ຊື່​ອຳຣາມ ອິດຊະຮາ ເຮັບໂຣນ ແລະ​ອຸດຊີເອນ.+ ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ຕັ້ງ​ຊື່​ຕະກູນ​ຕາມ​ຊື່​ຂອງ​ເຂົາ​ເຈົ້າ.

20 ລູກ​ຊາຍ​ຂອງ​ເມຣາຣີ​ຊື່​ມາລີ+ ແລະ​ມູຊີ.+ ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ຕັ້ງ​ຊື່​ຕະກູນ​ຕາມ​ຊື່​ຂອງ​ເຂົາ​ເຈົ້າ.

ຄົນ​ເຫຼົ່ານີ້​ແມ່ນ​ເຊື້ອ​ສາຍ​ຂອງ​ເລວີ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ.

21 ພວກ​ລິບນີ+ແລະ​ພວກ​ຊິເມອີ​ເປັນ​ລູກ​ຫຼານ​ຂອງ​ເກໂຊນ. ຄົນ​ເຫຼົ່ານີ້​ເປັນ​ເຊື້ອ​ສາຍ​ຂອງ​ເກໂຊນ. 22 ຜູ້​ຊາຍ​ທຸກ​ຄົນ​ທີ່​ເປັນ​ລູກ​ຫຼານ​ຂອງ​ເກໂຊນ​ເຊິ່ງ​ມີ​ອາຍຸ​ຕັ້ງ​ແຕ່ 1 ເດືອນ​ຂຶ້ນ​ໄປ​ທີ່​ລົງ​ທະບຽນ​ມີ 7.500 ຄົນ.+ 23 ລູກ​ຫຼານ​ຂອງ​ເກໂຊນ​ຕັ້ງ​ເຕັ້ນ​ຢູ່​ທາງ​ຫຼັງ​ຂອງ​ເຕັ້ນ​ສັກສິດ+​ເຊິ່ງ​ຢູ່​ທາງ​ທິດຕາເວັນຕົກ. 24 ຫົວ​ໜ້າ​ລູກ​ຫຼານ​ຂອງ​ເກໂຊນ​ແມ່ນ​ເອລີຢາສັບ​ລູກ​ຊາຍ​ຂອງ​ລາເອນ. 25 ໜ້າ​ທີ່​ຂອງ​ລູກ​ຫຼານ​ເກໂຊນ+​ກ່ຽວ​ກັບ​ເຕັ້ນ​ສັກສິດ​ມີ​ຄື: ເບິ່ງ​ແຍງ​ເຕັ້ນ​ສັກສິດ+ ຜ້າ​ປົກ​ເຕັ້ນ+ ຜ້າ​ກັ້ງ+ຢູ່​ທາງເຂົ້າ​ເຕັ້ນ 26 ຜ້າ​ກັ້ນ​ເດີ່ນ+ ຜ້າ​ກັ້ງ+​ສຳລັບ​ທາງເຂົ້າ​ເດີ່ນ ແທ່ນ​ບູຊາ​ກັບ​ເຊືອກ​ສຳລັບ​ຄຶງ​ເສົາ ແລະ​ເຮັດ​ວຽກ​ທຸກ​ຢ່າງ​ທີ່​ກ່ຽວຂ້ອງ​ກັບ​ສິ່ງ​ເຫຼົ່ານີ້.

27 ພວກ​ອຳຣາມ ພວກ​ອິດຊະຮາ ພວກ​ເຮັບໂຣນ ແລະ​ພວກ​ອຸດຊີເອນ​ເປັນ​ລູກ​ຫຼານ​ຂອງ​ໂກຮາດ. ຄົນ​ເຫຼົ່ານີ້​ເປັນ​ເຊື້ອ​ສາຍ​ຂອງ​ໂກຮາດ.+ 28 ຜູ້​ຊາຍ​ທຸກ​ຄົນ​ທີ່​ເປັນ​ລູກ​ຫຼານ​ຂອງ​ໂກຮາດ​ເຊິ່ງ​ມີ​ອາຍຸ​ຕັ້ງ​ແຕ່ 1 ເດືອນ​ຂຶ້ນ​ໄປ​ທີ່​ລົງ​ທະບຽນ​ມີ 8.600 ຄົນ. ເຂົາ​ເຈົ້າ​ມີ​ໜ້າ​ທີ່​ເບິ່ງ​ແຍງ​ບ່ອນ​ບໍລິສຸດ.+ 29 ລູກ​ຫຼານ​ຂອງ​ໂກຮາດ​ຕັ້ງ​ເຕັ້ນ​ຢູ່​ທາງ​ທິດໃຕ້​ຂອງ​ເຕັ້ນ​ສັກສິດ.+ 30 ຫົວ​ໜ້າ​ລູກ​ຫຼານ​ຂອງ​ໂກຮາດ​ແມ່ນ​ເອລີຊາຟັນ​ລູກ​ຊາຍ​ຂອງ​ອຸດຊີເອນ.+ 31 ໜ້າ​ທີ່​ຂອງ​ເຂົາ​ເຈົ້າ​ມີ​ຄື: ເບິ່ງ​ແຍງ​ຫີບ​ສັນຍາ+ ໂຕະ+ ຂາ​ຕະກຽງ+ ແທ່ນ​ເຜົາ​ເຄື່ອງຫອມ+ ເຄື່ອງໃຊ້​ທຸກ​ຢ່າງ+ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ​ກັບ​ຜ້າ​ກັ້ງ+ ແລະ​ເຮັດ​ວຽກ​ທຸກ​ຢ່າງ​ທີ່​ກ່ຽວຂ້ອງ​ກັບ​ສິ່ງ​ເຫຼົ່ານີ້.+

32 ຫົວ​ໜ້າ​ຂອງ​ພວກ​ຫົວ​ໜ້າ​ຄົນ​ເລວີ​ແມ່ນ​ເອເລອາຊາ+ລູກ​ຊາຍ​ຂອງ​ປະໂລຫິດ​ອາໂຣນ. ລາວ​ມີ​ໜ້າ​ທີ່​ເບິ່ງ​ແຍງ​ຄົນ​ທີ່​ຮັບຜິດຊອບ​ວຽກ​ຢູ່​ບ່ອນ​ບໍລິສຸດ.

33 ພວກ​ມາລີ​ແລະ​ພວກ​ມູຊີ​ເປັນ​ລູກ​ຫຼານ​ຂອງ​ເມຣາຣີ. ຄົນ​ເຫຼົ່ານີ້​ເປັນ​ເຊື້ອ​ສາຍ​ຂອງ​ເມຣາຣີ.+ 34 ຜູ້​ຊາຍ​ທຸກ​ຄົນ​ທີ່​ເປັນ​ລູກ​ຫຼານ​ຂອງ​ເມຣາຣີ​ເຊິ່ງ​ມີ​ອາຍຸ​ຕັ້ງ​ແຕ່ 1 ເດືອນ​ຂຶ້ນ​ໄປ​ທີ່​ລົງ​ທະບຽນ​ມີ 6.200 ຄົນ.+ 35 ຫົວ​ໜ້າ​ລູກ​ຫຼານ​ຂອງ​ເມຣາຣີ​ແມ່ນ​ຊູຣີເອນ​ລູກ​ຊາຍ​ຂອງ​ອາບີຮາຍ. ເຂົາ​ເຈົ້າ​ຕັ້ງ​ເຕັ້ນ​ຢູ່​ທາງ​ທິດເໜືອ​ຂອງ​ເຕັ້ນ​ສັກສິດ.+ 36 ລູກ​ຫຼານ​ຂອງ​ເມຣາຣີ​ມີ​ໜ້າ​ທີ່​ຄື: ເບິ່ງ​ແຍງ​ໂຄງ​ຝາ+​ຂອງ​ເຕັ້ນ​ສັກສິດ ໄມ້​ຮາວ+ ເສົາ+ ຖານ​ຮອງ​ຕີນ​ເສົາ​ກັບ​ເຄື່ອງໃຊ້​ທຸກ​ຢ່າງ+​ສຳລັບ​ເຕັ້ນ​ສັກສິດ ແລະ​ເຮັດ​ວຽກ​ທຸກ​ຢ່າງ​ທີ່​ກ່ຽວຂ້ອງ​ກັບ​ສິ່ງ​ເຫຼົ່ານີ້+ 37 ລວມ​ທັງ​ເສົາ​ຂອງ​ຜ້າ​ກັ້ນ​ເດີ່ນ​ເຕັ້ນ​ສັກສິດ​ກັບ​ຖານ​ຮອງ​ຕີນ​ເສົາ+ ຫຼິ້ມ*ທີ່​ໃຊ້​ຍຶດ​ເຕັ້ນ​ສັກສິດ ແລະ​ເຊືອກ​ສຳລັບ​ຄຶງ​ເສົາ.

38 ໂມເຊ​ແລະ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ຕັ້ງ​ເຕັ້ນ​ຢູ່​ທາງ​ໜ້າ​ຂອງ​ເຕັ້ນ​ສັກສິດ​ເຊິ່ງ​ຢູ່​ທາງທິດ​ຕາເວັນ​ອອກ. ເຂົາ​ເຈົ້າ​ມີ​ໜ້າ​ທີ່​ເບິ່ງ​ແຍງ​ບ່ອນ​ບໍລິສຸດ​ແລະ​ເປັນ​ຕົວແທນ​ຂອງ​ພວກ​ອິດສະຣາເອນ. ຖ້າ​ຄົນ​ທີ່​ບໍ່​ມີ​ສິດຄົນ​ໃດ​ເຂົ້າ​ໄປ​ໃກ້​ບ່ອນ​ບໍລິສຸດ ຄົນ​ນັ້ນ​ຈະ​ຕ້ອງ​ຕາຍ.+

39 ຜູ້​ຊາຍ​ທຸກ​ຄົນ​ໃນ​ຕະກູນ​ເລວີ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 1 ເດືອນ​ຂຶ້ນ​ໄປ​ທີ່​ໂມເຊ​ກັບ​ອາໂຣນ​ໄດ້​ຈົດ​ທະບຽນ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໄວ້​ມີ​ທັງ​ໝົດ 22.000 ຄົນ.

40 ຈາກ​ນັ້ນ ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: “ໃຫ້ຈົດ​ລາຍຊື່ແລະ​ນັບ​ຈຳນວນ​ລູກ​ຊາຍ​ຜູ້​ທຳອິດ​ຂອງ​ພວກ​ອິດສະຣາເອນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 1 ເດືອນ​ຂຶ້ນ​ໄປ.+ 41 ໃຫ້​ແຍກ​ຄົນຈາກຕະກູນ​ເລວີໄວ້​ສຳລັບ​ເຮົາ​ແທນ​ລູກ​ຊາຍ​ຜູ້​ທຳອິດ​ຂອງ​ພວກ​ອິດສະຣາເອນ+ ແລະ​ເອົາ​ລູກ​ສັດ​ຂອງ​ພວກເລວີ​ແທນ​ລູກ​ສັດ​ໂຕ​ທຳອິດ​ຂອງ​ພວກ​ອິດສະຣາເອນ.+ ເຮົາ​ແມ່ນ​ເຢໂຫວາ.” 42 ໂມເຊ​ໄດ້​ຈົດ​ລາຍຊື່​ລູກ​ຊາຍ​ຜູ້​ທຳອິດ​ຂອງ​ພວກ​ອິດສະຣາເອນ​ທັງ​ໝົດ ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ລາວ. 43 ລູກ​ຊາຍ​ຜູ້​ທຳອິດ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 1 ເດືອນ​ຂຶ້ນ​ໄປ​ທີ່​ໄດ້​ລົງ​ທະບຽນ​ມີ​ທັງ​ໝົດ 22.273 ຄົນ.

44 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 45 “ໃຫ້​ແຍກ​ຄົນ​ຈາກ​ຕະກູນ​ເລວີ​ໄວ້​ສຳລັບ​ເຮົາ ແທນ​ລູກ​ຊາຍ​ຜູ້​ທຳອິດ​ຂອງ​ພວກ​ອິດສະຣາເອນ ແລະ​ເອົາ​ສັດ​ຂອງ​ພວກເລວີ​ແທນ​ລູກ​ສັດ​ຂອງ​ພວກ​ອິດສະຣາເອນ. ພວກເລວີ​ຕ້ອງ​ເປັນ​ຂອງ​ເຮົາ. ເຮົາ​ແມ່ນ​ເຢໂຫວາ. 46 ສ່ວນ​ລູກ​ຊາຍ​ຜູ້​ທຳອິດ​ຂອງ​ຄົນ​ອິດສະຣາເອນ​ທີ່​ມີ​ຈຳນວນ​ກາຍ​ຄົນ​ໃນ​ຕະກູນ​ເລວີ+ 273 ຄົນ​ນັ້ນ. ເຂົາ​ເຈົ້າ​ຕ້ອງ​ໄດ້​ຈ່າຍ​ເງິນ​ເປັນ​ຄ່າໄຖ່.+ 47 ເຈົ້າ​ຕ້ອງ​ເອົາ​ເງິນ​ນຳ​ເຂົາ​ເຈົ້າ​ຄົນ​ລະ+ 5 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ.* 1 ເຊເກນ​ເທົ່າ​ກັບ 20 ເກຣາ.*+ 48 ເຈົ້າ​ຕ້ອງ​ເອົາ​ເງິນ​ນັ້ນ​ໃຫ້​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ເພື່ອ​ເປັນ​ຄ່າໄຖ່​ຂອງ​ຄົນ​ຈຳນວນ​ທີ່ກາຍນັ້ນ.” 49 ແລ້ວ​ໂມເຊ​ກໍ​ເກັບ​ເງິນ​ຄ່າໄຖ່​ເພື່ອ​ໄຖ່​ຄົນ​ທີ່​ມີ​ຈຳນວນ​ກາຍ​ຄົນ​ໃນ​ຕະກູນ​ເລວີ. 50 ລາວ​ເກັບ​ເງິນ​ນຳ​ລູກ​ຊາຍ​ຜູ້​ທຳອິດ​ຂອງ​ພວກ​ອິດສະຣາເອນ​ໄດ້ 1.365 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ. 51 ແລ້ວ​ໂມເຊ​ກໍ​ເອົາ​ເງິນ​ຄ່າໄຖ່​ນັ້ນ​ໃຫ້​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ຕາມ​ທີ່​ພະ​ເຢໂຫວາ​ບອກ ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ.

4 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ແລະ​ອາໂຣນ​ວ່າ: 2 “ໃຫ້​ນັບ​ຈຳນວນ​ລູກ​ຫຼານ​ຂອງ​ໂກຮາດ+​ຈາກ​ຕະກູນ​ເລວີ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 3 ໃຫ້​ນັບ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 30 ປີ+​ຫາ 50 ປີ+ທີ່​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ.*+

4 ວຽກ​ຮັບ​ໃຊ້​ຂອງ​ລູກ​ຫຼານ​ໂກຮາດ​ຢູ່​ເຕັ້ນ​ສັກສິດ+​ເຊິ່ງ​ເປັນ​ວຽກ​ທີ່​ກ່ຽວຂ້ອງ​ກັບ​ສິ່ງ​ທີ່​ບໍລິສຸດ​ແທ້​ໆ​ ມີ​ດັ່ງ​ຕໍ່​ໄປ​ນີ້: 5 ຕອນ​ທີ່​ຈະຍ້າຍ​ຄ້າຍ​ພັກແລະ​ອອກ​ເດີນ​ທາງ ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ຈະ​ເຂົ້າ​ມາ​ໃນ​ເຕັ້ນ​ແລະ​ປົດ​ຜ້າກັ້ງ+​ລົງ​ມາ​ປົກ​ຫີບ​ສັນຍາ+​ໄວ້. 6 ຈາກ​ນັ້ນ ເຂົາ​ເຈົ້າ​ຕ້ອງ​ເອົາຜ້າ​ທີ່​ເຮັດ​ຈາກໜັງ​ແມວ​ນ້ຳ​ມາ​ປົກ​ທັບ ແລ້ວ​ເອົາ​ຜ້າ​ສີ​ຟ້າ​ມາ​ປົກ​ທັບ​ອີກ​ແລະ​ເອົາ​ໄມ້​ຫາມ+ມາ​ສອດ​ໃສ່​ບ້ວງ​ໄວ້​ຄື​ເກົ່າ.

7 ເຂົາ​ເຈົ້າ​ຕ້ອງ​ເອົາເຂົ້າຈີ່​ທີ່​ຕັ້ງ​ໄວ້*+ອອກ​ກ່ອນ ແລ້ວເອົາ​ຜ້າ​ສີ​ຟ້າ​ມາ​ປົກ​ໂຕະ ແລະ​ເອົາ​ເຂົ້າຈີ່​ນັ້ນ+​ມາ​ວາງ​ໄວ້​ຄື​ເກົ່າ. ຈາກ​ນັ້ນ ເຂົາ​ເຈົ້າ​ຕ້ອງ​ເອົາ​ຈານ ຈອກ ຖ້ວຍ​ແລະ​ໂຖ​ທີ່​ໃຊ້​ໃສ່​ເຄື່ອງ​ບູຊາ​ດື່ມ+​ມາ​ວາງ​ໄວ້​ເທິງ​ໂຕະ. 8 ເຂົາ​ເຈົ້າ​ຕ້ອງ​ເອົາ​ຜ້າ​ສີ​ແດງ​ສົດ​ມາ​ປົກ​ເຄື່ອງ​ເຫຼົ່າ​ນັ້ນ ແລ້ວ​ເອົາ​ຜ້າ​ທີ່​ເຮັດ​ຈາກ​ໜັງ​ແມວ​ນ້ຳ​ມາ​ປົກ​ທັບ​ແລະ​ເອົາ​ໄມ້​ຫາມ+​ສອດ​ໃສ່​ບ້ວງ​ໄວ້​ຄື​ເກົ່າ. 9 ເຂົາ​ເຈົ້າ​ຕ້ອງ​ເອົາ​ຜ້າ​ສີ​ຟ້າ​ມາ​ປົກ​ຂາ​ຕະກຽງ+ພ້ອມ​ກັບ​ຕະກຽງ+ ແນວໜີບ​ໄສ້​ຕະກຽງ ແນວ​ໃສ່​ຂີ້​ໄສ້​ຕະກຽງ+ ແລະແນວ​ໃສ່​ນ້ຳມັນສຳລັບ​ຕະກຽງ. 10 ເຂົາ​ເຈົ້າ​ຕ້ອງ​ເອົາ​ຜ້າ​ທີ່​ເຮັດ​ຈາກ​ໜັງ​ແມວ​ນ້ຳ​ມາ​ຫໍ່​ຂາ​ຕະກຽງ ແລະ​ເຄື່ອງໃຊ້​ທັງ​ໝົດ​ທີ່​ກ່ຽວ​ກັບ​ຕະກຽງ ແລ້ວ​ກຽມ​ໄວ້​ເພື່ອ​ຈະ​ຫາມ​ໄປ. 11 ເຂົາ​ເຈົ້າ​ຕ້ອງ​ເອົາ​ຜ້າ​ສີ​ຟ້າ​ມາ​ປົກ​ແທ່ນ​ບູຊາ+​ທີ່​ເຮັດ​ດ້ວຍ​ຄຳ ແລ້ວ​ເອົາ​ຜ້າ​ທີ່​ເຮັດ​ຈາກ​ໜັງ​ແມວ​ນ້ຳ​ມາ​ປົກ​ທັບ​ອີກ ແລະ​ເອົາ​ໄມ້​ຫາມ+ມາ​ສອດ​ໃສ່​ບ້ວງ​ໄວ້​ຄື​ເກົ່າ. 12 ເຂົາ​ເຈົ້າ​ຕ້ອງ​ເອົາ​ເຄື່ອງໃຊ້​ທຸກ​ຢ່າງ+ສຳລັບ​ວຽກ​ຮັບ​ໃຊ້​ໃນ​ບ່ອນ​ບໍລິສຸດໃສ່ໃນ​ຜ້າ​ສີ​ຟ້າ ແລ້ວ​ເອົາ​ຜ້າ​ທີ່​ເຮັດ​ຈາກ​ໜັງ​ແມວ​ນ້ຳມາ​ຫໍ່ແລະ​ກຽມ​ໄວ້​ເພື່ອ​ຈະ​ຫາມ​ໄປ.

13 ເຂົາ​ເຈົ້າ​ຕ້ອງ​ເອົາ​ຂີ້ເທົ່າ​ອອກ​ຈາກ​ແທ່ນ​ບູຊາ+ ແລະເອົາ​ຜ້າ​ທີ່​ເຮັດ​ຈາກ​ດ້າຍ​ຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ​ມາ​ປົກ​ແທ່ນ​ນັ້ນ. 14 ເຂົາ​ເຈົ້າ​ຕ້ອງ​ເອົາ​ເຄື່ອງໃຊ້​ທຸກ​ຢ່າງ​ສຳລັບ​ແທ່ນ​ບູຊາ​ນັ້ນ+​ມາ​ວາງ​ໄວ້​ເທິງ​ແທ່ນຄື: ຖາດ​ສຳລັບ​ໃສ່​ຖ່ານ​ທີ່​ຮ້ອນ​ໆ​ ສ້ອມ​ໃຫຍ່​ທີ່​ມີ​ສາມ​ງ່າມ ຊວ້ານ ແລະ​ຖ້ວຍ ແລ້ວ​ເຂົາ​ເຈົ້າ​ຕ້ອງ​ເອົາ​ຜ້າ​ທີ່​ເຮັດ​ຈາກ​ໜັງ​ແມວ​ນ້ຳ​ມາ​ປົກ​ແທ່ນ​ນັ້ນ ແລະ​ເອົາ​ໄມ້​ຫາມ+​ມາສອດ​ໃສ່ບ້ວງ​ໄວ້​ຄື​ເກົ່າ.

15 ກ່ອນ​ທີ່ຈະ​ຍ້າຍ​ຄ້າຍ​ພັກ​ແລະ​ອອກ​ເດີນ​ທາງ ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ຕ້ອງ​ປົກ​ຫຼື​ຫໍ່​ສິ່ງ​ຂອງ​ຕ່າງ​ໆ​ຂອງ​ບ່ອນ​ບໍລິສຸດ+ ແລະ​ອຸປະກອນ​ທຸກ​ຢ່າງ​ສຳລັບ​ບ່ອນ​ບໍລິສຸດ​ໃຫ້​ຮຽບຮ້ອຍ. ຈາກ​ນັ້ນ ລູກ​ຫຼານ​ຂອງ​ໂກຮາດ​ກໍ​ຈະ​ມາ​ຫາມ​ໄປ.+ ແຕ່​ຫ້າມ​ເຂົາ​ເຈົ້າ​ໄປ​ຖືກ​ຫຼື​ໄປ​ບາຍ​ສິ່ງ​ຂອງ​ຕ່າງ​ໆ​ຂອງ​ບ່ອນ​ບໍລິສຸດ​ເພື່ອ​ເຂົາ​ເຈົ້າ​ຈະບໍ່​ຕາຍ.+ ນີ້​ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ລູກ​ຫຼານ​ໂກຮາດ​ທີ່​ກ່ຽວ​ກັບ​ເຕັ້ນ​ສັກສິດ.

16 ເອເລອາຊາ+​ລູກ​ຊາຍ​ຂອງ​ປະໂລຫິດ​ອາໂຣນ​ຈະ​ເປັນ​ຄົນ​ເບິ່ງ​ແຍງ​ເລື່ອງ​ນ້ຳມັນ​ສຳລັບ​ຕະກຽງ+ ເຄື່ອງຫອມ+ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ສຳລັບ​ທຸກ​ໆ​ມື້ ແລະ​ນ້ຳມັນ​ທີ່​ໃຊ້​ເພື່ອ​ແຕ່ງຕັ້ງ.+ ລາວ​ຕ້ອງ​ເບິ່ງ​ແຍງ​ເຕັ້ນ​ສັກສິດ​ແລະ​ສິ່ງ​ຂອງ​ທີ່​ຢູ່​ໃນ​ເຕັ້ນ​ນັ້ນ ລວມ​ທັງ​ບ່ອນ​ບໍລິສຸດ​ແລະ​ເຄື່ອງໃຊ້​ທຸກ​ຢ່າງ​ສຳລັບ​ບ່ອນ​ບໍລິສຸດ.”

17 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ແລະ​ອາໂຣນ​ອີກ​ວ່າ: 18 “ໃຫ້​ເບິ່ງ​ແຍງ​ລູກ​ຫຼານ​ໂກຮາດ+ຈາກ​ຕະກູນ​ເລວີ​ໃຫ້​ດີ​ໆ​. ຢ່າ​ໃຫ້​ເຂົາ​ເຈົ້າ​ຕ້ອງ​ຖືກ​ທຳລາຍ. 19 ໃຫ້​ເບິ່ງ​ແຍງ​ດີ​ໆ​ເພື່ອ​ເຂົາ​ເຈົ້າ​ຈະ​ບໍ່​ຕາຍ​ຕອນ​ທີ່​ເຂົາ​ເຈົ້າ​ເຂົ້າ​ມາ​ໃກ້​ສິ່ງ​ບໍລິສຸດ​ແທ້​ໆ​.+ ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ຕ້ອງ​ເຂົ້າ​ໄປ​ໃນ​ເຕັ້ນ​ສັກສິດ​ນຳ​ເຂົາ​ເຈົ້າ ແລະ​ມອບ​ວຽກໃຫ້​ເຂົາ​ເຈົ້າວ່າ​ຜູ້​ໃດ​ຕ້ອງ​ຫາມ​ຫຍັງ​ໄປ. 20 ເມື່ອ​ລູກ​ຫຼານ​ຂອງ​ໂກຮາດ​ເຂົ້າ​ໄປ​ໃນ​ເຕັ້ນ ຢ່າ​ໃຫ້​ເຂົາ​ເຈົ້າແນມເບິ່ງ​ສິ່ງ​ທີ່​ບໍລິສຸດ ແມ່ນ​ແຕ່​ບຶດ​ດຽວ​ກໍ​ບໍ່​ໄດ້ ຄັນ​ບໍ່​ຊັ້ນ​ເຂົາ​ເຈົ້າ​ຈະ​ຕ້ອງ​ຕາຍ.”+

21 ຈາກ​ນັ້ນ ພະ​ເຢໂຫວາ​ກໍ​ບອກ​ໂມເຊ​ວ່າ: 22 “ໃຫ້​ນັບ​ຈຳນວນ​ລູກ​ຫຼານ​ຂອງ​ເກໂຊນ+​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ. 23 ເຈົ້າ​ຕ້ອງ​ຈົດ​ທະບຽນ​ຊື່​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 30 ປີ​ຫາ 50 ປີ​ທີ່​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ. 24 ຕໍ່​ໄປ​ນີ້​ແມ່ນ​ວຽກ​ມອບໝາຍ​ທີ່​ລູກ​ຫຼານ​ຂອງ​ເກໂຊນ​ຕ້ອງ​ເບິ່ງ​ແຍງ​ແລະ​ສິ່ງ​ຂອງ​ທີ່​ເຂົາ​ເຈົ້າ​ຕ້ອງ​ຂົນ​ໄປ.+ 25 ເຂົາ​ເຈົ້າ​ຕ້ອງ​ຂົນ​ຜ້າ​ເຕັ້ນ​ສັກສິດ+ ຜ້າ​ປົກ​ເຕັ້ນ​ຜືນ​ທີ່​ຢູ່​ທາງ​ໃນ ຜ້າ​ປົກ​ເຕັ້ນ​ຜືນ​ທີ່​ຢູ່​ທາງ​ນອກ ຜ້າ​ປົກ​ເຕັ້ນ​ຜືນ​ທີ່​ຢູ່​ທາງ​ນອກ​ສຸດ+ທີ່​ເຮັດ​ຈາກ​ໜັງ​ແມວ​ນ້ຳ ຜ້າກັ້ງ​ສຳລັບ​ທາງເຂົ້າ​ເຕັ້ນ+ 26 ຜ້າ​ກັ້ນ​ເດີ່ນ+ ຜ້າກັ້ງ​ສຳລັບ​ທາງເຂົ້າ​ເດີ່ນ+​ຂອງ​ເຕັ້ນ​ສັກສິດ​ທີ່​ມີ​ແທ່ນ​ບູຊາ ເຊືອກ​ສຳລັບ​ຄຶງ​ເສົາ ແລະ​ອຸປະກອນ​ກັບ​ເຄື່ອງ​ມື​ທັງ​ໝົດ​ທີ່​ໃຊ້​ສຳລັບ​ວຽກ​ນີ້. ນີ້​ແມ່ນ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ. 27 ພວກ​ລູກ​ຫຼານ​ຂອງ​ເກໂຊນ+​ຕ້ອງ​ເຮັດ​ວຽກ​ທັງ​ໝົດ​ນີ້​ຕາມ​ຄຳ​ສັ່ງ​ຂອງ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ. ເຈົ້າ​ຕ້ອງ​ໃຫ້​ເຂົາ​ເຈົ້າ​ຮັບຜິດຊອບ​ຂົນ​ເຄື່ອງ​ເຫຼົ່ານີ້. 28 ນີ້​ແມ່ນ​ວຽກ​ກ່ຽວ​ກັບ​ເຕັ້ນ​ສັກສິດ+​ທີ່​ພວກ​ລູກ​ຫຼານ​ຂອງ​ເກໂຊນ​ຕ້ອງ​ຮັບຜິດຊອບ ແລະ​ເຂົາ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ອີທາມາ+ລູກ​ຊາຍ​ຂອງ​ປະໂລຫິດ​ອາໂຣນ.

29 ສຳລັບ​ພວກ​ລູກ​ຫຼານ​ຂອງ​ເມຣາຣີ+ ເຈົ້າ​ຕ້ອງ​ຈົດ​ທະບຽນ​ຊື່​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 30 ເຈົ້າ​ຕ້ອງ​ຈົດ​ທະບຽນ​ຊື່​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 30 ປີ​ຫາ 50 ປີ​ທີ່​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ. 31 ສິ່ງ​ທີ່​ກ່ຽວຂ້ອງ​ກັບ​ເຕັ້ນ​ສັກສິດ​ທີ່​ເຂົາ​ເຈົ້າ​ຕ້ອງ​ຮັບຜິດຊອບ​ຂົນ​ໄປ+​ຄື: ໂຄງ​ຝາ+​ຂອງ​ເຕັ້ນ​ສັກສິດ ໄມ້​ຮາວ+ ເສົາ+ກັບ​ຖານ​ຮອງ​ຕີນ​ເສົາ+ 32 ເສົາ+​ຂອງ​ຜ້າ​ກັ້ນ​ເດີ່ນ​ກັບ​ຖານ​ຮອງ​ຕີນ​ເສົາ+ ຫຼິ້ມ*​ທີ່​ໃຊ້​ຍຶດ​ເຕັ້ນ+ ເຊືອກ​ສຳລັບ​ຄຶງ​ເສົາ ອຸປະກອນ​ແລະ​ເຄື່ອງ​ມື​ທັງ​ໝົດ​ທີ່​ໃຊ້​ໃນ​ວຽກ​ນັ້ນ. ເຈົ້າ​ຕ້ອງ​ມອບ​ວຽກ​ໃຫ້​ແຕ່​ລະ​ຄົນ​ວ່າ​ຜູ້​ໃດ​ຕ້ອງ​ຫາມ​ຫຍັງ​ໄປ. 33 ນີ້​ແມ່ນ​ວຽກ​ກ່ຽວ​ກັບ​ເຕັ້ນ​ສັກສິດ​ທີ່​ພວກ​ລູກ​ຫຼານ​ເມຣາຣີ+​ຕ້ອງ​ເຮັດ ແລະ​ເຂົາ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ອີທາມາ​ລູກ​ຊາຍ​ຂອງ​ປະໂລຫິດ​ອາໂຣນ.”+

34 ຈາກ​ນັ້ນ ໂມເຊ​ກັບ​ອາໂຣນ​ແລະ​ພວກ​ຫົວ​ໜ້າ+ອິດສະຣາເອນ​ກໍ​ໄດ້​ຈົດ​ທະບຽນ​ຊື່​ພວກ​ລູກ​ຫຼານ​ໂກຮາດ+ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 35 ຄົນ​ທີ່​ມາ​ລົງ​ທະບຽນ​ມີ​ອາຍຸ​ຕັ້ງ​ແຕ່ 30 ປີ​ຫາ 50 ປີ ຈາກ​ຄົນ​ທີ່​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ.+ 36 ຄົນ​ທີ່​ມາ​ລົງ​ທະບຽນ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ມີ​ຈຳນວນ​ທັງ​ໝົດ 2.750 ຄົນ.+ 37 ນີ້​ແມ່ນ​ຈຳນວນ​ຄົນ​ທີ່​ມາ​ລົງ​ທະບຽນ​ຈາກ​ລູກ​ຫຼານ​ຂອງ​ໂກຮາດ​ທີ່​ຮັບ​ໃຊ້​ຢູ່​ເຕັ້ນ​ສັກສິດ. ໂມເຊ​ກັບ​ອາໂຣນ​ໄດ້​ຈົດ​ທະບຽນ​ຊື່​ຂອງ​ເຂົາ​ເຈົ້າ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ຜ່ານ​ທາງ​ໂມເຊ.+

38 ລູກ​ຫຼານ​ຂອງ​ເກໂຊນ+​ກໍ​ມາ​ລົງ​ທະບຽນ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 39 ຄົນ​ທີ່​ມາ​ລົງ​ທະບຽນ​ມີ​ອາຍຸ​ຕັ້ງ​ແຕ່ 30 ປີ​ຫາ 50 ປີ ຈາກ​ຄົນ​ທີ່​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ. 40 ຄົນ​ທີ່​ມາ​ລົງ​ທະບຽນ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ​ມີ​ຈຳນວນ​ທັງ​ໝົດ 2.630 ຄົນ.+ 41 ນີ້​ແມ່ນ​ຈຳນວນ​ຄົນ​ທີ່​ມາ​ລົງ​ທະບຽນ​ຈາກ​ລູກ​ຫຼານ​ຂອງ​ເກໂຊນ​ທີ່​ຮັບ​ໃຊ້​ຢູ່​ເຕັ້ນ​ສັກສິດ. ໂມເຊ​ກັບ​ອາໂຣນ​ໄດ້​ຈົດ​ທະບຽນ​ຊື່​ຂອງ​ເຂົາ​ເຈົ້າ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ.+

42 ລູກ​ຫຼານ​ຂອງ​ເມຣາຣີ​ກໍ​ມາ​ລົງ​ທະບຽນ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 43 ຄົນ​ທີ່​ມາ​ລົງ​ທະບຽນ​ມີ​ອາຍຸ​ຕັ້ງ​ແຕ່ 30 ປີ​ຫາ 50 ປີ ຈາກ​ຄົນ​ທີ່​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ.+ 44 ຄົນ​ທີ່​ມາ​ລົງ​ທະບຽນ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ມີ​ຈຳນວນ​ທັງ​ໝົດ 3.200 ຄົນ.+ 45 ນີ້​ແມ່ນ​ຈຳນວນ​ຄົນ​ທີ່​ມາ​ລົງ​ທະບຽນ​ຈາກ​ລູກ​ຫຼານ​ເມຣາຣີ. ໂມເຊ​ກັບ​ອາໂຣນ​ໄດ້​ຈົດ​ທະບຽນ​ຊື່​ຂອງ​ເຂົາ​ເຈົ້າ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ຜ່ານ​ທາງ​ໂມເຊ.+

46 ໂມເຊ​ກັບ​ອາໂຣນ​ແລະ​ພວກ​ຫົວ​ໜ້າ​ອິດສະຣາເອນ​ໄດ້​ຈົດ​ທະບຽນ​ຊື່​ຂອງ​ພວກເລວີ​ທັງ​ໝົດ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 47 ເຂົາ​ເຈົ້າ​ມີ​ອາຍຸ​ຕັ້ງ​ແຕ່ 30 ປີ​ຫາ 50 ປີ. ເຂົາ​ເຈົ້າ​ມີ​ໜ້າ​ທີ່​ຮັບ​ໃຊ້​ແລະ​ຂົນ​ເຄື່ອງ​ຂອງ​ສຳລັບ​ເຕັ້ນ​ສັກສິດ.+ 48 ຄົນ​ທີ່​ມາ​ລົງ​ທະບຽນ​ທັງ​ໝົດ​ມີ​ຈຳນວນ 8.580 ຄົນ.+ 49 ເຂົາ​ເຈົ້າ​ມາ​ລົງ​ທະບຽນ​ຕາມ​ໜ້າ​ທີ່​ຮັບຜິດຊອບ​ແລະ​ຕາມ​ສິ່ງ​ຂອງ​ທີ່​ເຂົາ​ເຈົ້າ​ຕ້ອງ​ຂົນໄປ ຄື​ກັບ​ທີ່​ພະ​ເຢໂຫວາ​ສັ່ງ​ຜ່ານ​ທາງ​ໂມເຊ. ເຂົາ​ເຈົ້າ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ.

5 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ຕໍ່​ໄປ​ວ່າ: 2 “ໃຫ້​ສັ່ງ​ພວກ​ອິດສະຣາເອນ​ວ່າ ຕ້ອງ​ໃຫ້​ທຸກ​ຄົນ​ທີ່​ເປັນ​ພະຍາດ​ຂີ້ທູດ+ ທຸກ​ຄົນ​ທີ່​ເປັນ​ພະຍາດ​ທີ່​ເຮັດ​ໃຫ້​ມີ​ນ້ຳ​ເມືອກ​ໄຫຼ​ອອກ​ມາ​ຈາກ​ອະໄວຍະວະ​ເພດ+ ແລະ​ທຸກ​ຄົນ​ທີ່​ບໍ່​ສະອາດ​ຍ້ອນ​ໄປ​ຖືກ​ຫຼື​ໄປ​ບາຍ​ສົບ​ຄົນ​ຕາຍ+ ອອກ​ໄປ​ນອກ​ຄ້າຍ​ພັກ. 3 ພວກ​ເຈົ້າ​ຕ້ອງ​ໃຫ້​ເຂົາ​ເຈົ້າ​ອອກ​ໄປ​ຢູ່​ນອກ​ຄ້າຍ​ພັກ ບໍ່​ວ່າ​ຈະ​ເປັນ​ຜູ້​ຊາຍ​ຫຼື​ຜູ້​ຍິງ​ກໍ​ຕາມ. ພວກ​ເຈົ້າ​ຕ້ອງ​ໃຫ້​ເຂົາ​ເຈົ້າ​ຢູ່​ນອກ​ຄ້າຍ​ພັກເພື່ອ​ບໍ່​ໃຫ້​ຄົນ​ອື່ນ​ທີ່​ຢູ່​ໃນ​ຄ້າຍ​ນັ້ນບໍ່​ສະອາດ*+ ເພາະ​ເຮົາ​ຢູ່​ຫັ້ນ.”+ 4 ແລ້ວ​ພວກ​ອິດສະຣາເອນ​ກໍ​ໃຫ້​ຄົນ​ເຫຼົ່າ​ນັ້ນ​ອອກ​ໄປ​ຢູ່​ນອກ​ຄ້າຍ​ພັກ. ເຂົາ​ເຈົ້າ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ໂມເຊ.

5 ພະ​ເຢໂຫວາ​ບອກ​ໂມເຊ​ຕື່ມ​ອີກ​ວ່າ: 6 “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ຖ້າ​ຜູ້​ຊາຍ​ຫຼື​ຜູ້​ຍິງບໍ່​ສັດຊື່​ຕໍ່ພະ​ເຢໂຫວາ​ໂດຍ​ເຮັດ​ຜິດ​ຕໍ່​ຄົນ​ອື່ນ ຜູ້​ນັ້ນ​ຕ້ອງ​ຮັບຜິດຊອບ​ຕໍ່​ສິ່ງ​ທີ່​ໂຕເອງ​ເຮັດ.+ 7 ລາວ​ຕ້ອງ​ສາລະພາບ+ຄວາມ​ຜິດ​ທີ່​ໄດ້​ເຮັດ. ລາວ​ຕ້ອງ​ຈ່າຍ​ຄ່າ​ຊົດ​ໄຊ້​ໃນ​ລາຄາ​ເຕັມ​ໃຫ້​ຜູ້​ທີ່​ເສຍຫາຍ ແລະ​ເອົາ 1 ສ່ວນ 5 ຂອງ​ມູນຄ່າ​ສິ່ງ​ເຫຼົ່າ​ນັ້ນ+​ມາ​ຕື່ມ​ໃຫ້​ອີກ. 8 ແຕ່​ຖ້າຜູ້​ທີ່​ເສຍຫາຍ​ນັ້ນ​ຕາຍ ແລະ​ບໍ່​ມີ​ພີ່ນ້ອງ​ໃກ້ຊິດ​ມາ​ເອົາ​ຄ່າ​ຊົດ​ໄຊ້​ແທນ​ລາວ. ຄ່າ​ຊົດ​ໄຊ້​ນັ້ນ​ຈະ​ເປັນ​ຂອງ​ພະ​ເຢໂຫວາ​ແລະ​ປະໂລຫິດ. ນອກ​ຈາກ​ນັ້ນ ຜູ້​ທີ່​ເຮັດ​ຜິດ​ຕ້ອງ​ເອົາ​ແກະ​ໂຕ​ຜູ້​ໄປ​ໃຫ້​ປະໂລຫິດ ເພື່ອ​ປະໂລຫິດ​ຈະ​ໄຖ່​ຄວາມ​ຜິດ​ໃຫ້​ລາວ.+

9 ສ່ວນ​ແບ່ງ​ຈາກ​ສິ່ງ​ບໍລິສຸດ​ທັງ​ໝົດ​ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້+​ຈະ​ເປັນ​ຂອງ​ປະໂລຫິດ.+ 10 ປະໂລຫິດ​ຈະ​ຮັບ​ເອົາ​ສິ່ງ​ບໍລິສຸດ​ຂອງ​ແຕ່​ລະ​ຄົນ​ທີ່​ເອົາ​ມາ​ໃຫ້​ລາວ. ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ເອົາ​ຫຍັງ​ມາ​ໃຫ້​ປະໂລຫິດ ສິ່ງ​ນັ້ນ​ກໍ​ຈະ​ເປັນ​ຂອງ​ປະໂລຫິດ.’”

11 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ຕື່ມ​ອີກ​ວ່າ: 12 “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ຖ້າ​ເມຍ​ຂອງ​ຜູ້​ໃດບໍ່​ສັດຊື່​ຕໍ່​ຜົວ 13 ແລະ​ໄດ້​ໄປ​ນອນ​ນຳ​ຜູ້​ຊາຍ​ຄົນ​ອື່ນ+ ແຕ່ຜົວ​ຂອງ​ລາວບໍ່​ຮູ້ ແລະ​ກໍ​ບໍ່​ມີ​ຜູ້​ໃດ​ຮູ້​ຄື​ກັນ. ນີ້​ໝາຍ​ຄວາມ​ວ່າ​ລາວ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ​ໂດຍ​ທີ່​ບໍ່​ມີ​ພະຍານ​ແລະ​ບໍ່​ມີ​ຄົນ​ຈັບ​ໄດ້. 14 ຖ້າ​ຜົວຫຶງແລະ​ສົງໄສ​ວ່າ​ເມຍ​ບໍ່​ສັດຊື່ ບໍ່ວ່າ​ເມຍ​ຈະ​ເຮັດ​ຜິດ​ແທ້​ຫຼື​ບໍ່ ຜົວ​ຕ້ອງ​ເຮັດ​ແນວ​ນີ້. 15 ຜົວ​ຕ້ອງ​ພາ​ເມຍ​ໄປ​ຫາ​ປະໂລຫິດ ແລະ​ຕ້ອງ​ເອົາ​ແປ້ງ​ເຂົ້າ​ບາເລ 1 ສ່ວນ 10 ເອຟາ*​ໄປ​ນຳ ເພື່ອ​ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ. ຫ້າມ​ລາວ​ເທ​ນ້ຳມັນ​ຫຼື​ເອົາ​ເຄື່ອງຫອມ​ໃສ່​ແປ້ງ​ນັ້ນ ເພາະ​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ທີ່​ລາວ​ເອົາ​ມາ​ໃຫ້ຍ້ອນ​ລາວ​ຫຶງ​ເມຍ. ເຄື່ອງ​ບູຊາ​ນີ້​ຈະຊ່ວຍ​ໃຫ້​ຮູ້​ວ່າຜູ້​ເປັນ​ເມຍເຮັດ​ຜິດ​ແທ້​ຫຼື​ບໍ່.

16 ປະໂລຫິດ​ຈະ​ພາ​ຜູ້​ຍິງ​ຄົນ​ນັ້ນ​ໄປ​ຢືນ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ.+ 17 ປະໂລຫິດ​ຈະ​ເອົາ​ນ້ຳ​ສະອາດ​ໃສ່​ໃນ​ໝໍ້​ດິນ ແລ້ວ​ລາວ​ກໍ​ຈະ​ເອົາຂີ້​ດິນ​ຢູ່​ພື້ນ​ຂອງ​ເຕັ້ນສັກສິດ​ມາ​ໃສ່​ໃນ​ນ້ຳ​ນັ້ນ. 18 ປະໂລຫິດ​ຈະ​ໃຫ້​ຜູ້​ຍິງ​ຄົນ​ນັ້ນ​ຢືນ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ແລະ​ລາວ​ຈະ​ແກ້​ຜົມ​ທີ່ມ້ວນຢູ່​ຂອງ​ຜູ້​ຍິງ​ຄົນ​ນັ້ນ​ອອກ. ລາວ​ຈະ​ໃຫ້​ຜູ້​ຍິງ​ຄົນ​ນັ້ນ​ຖື​ເຄື່ອງ​ບູຊາ​ທີ່​ຈະ​ຊ່ວຍ​ໃຫ້​ຮູ້​ວ່າ​ຜູ້​ຍິງ​ຄົນ​ນັ້ນ​ຜິດ​ແທ້​ຫຼື​ບໍ່ ເຊິ່ງ​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ທີ່ຜົວເອົາ​ມາ​ຍ້ອນຫຶງເມຍ+ ສ່ວນ​ປະໂລຫິດ​ກໍ​ຈະ​ຖື​ນ້ຳ​ຂົມ​ທີ່​ຈະ​ເຮັດ​ໃຫ້​ຖືກ​ສາບ​ແຊ່ງ.+

19 ແລ້ວ​ປະໂລຫິດ​ຈະ​ໃຫ້​ຜູ້​ຍິງ​ຄົນ​ນັ້ນ​ສາບານ​ໂດຍ​ບອກ​ລາວ​ວ່າ: “ຖ້າ​ເຈົ້າ​ບໍ່​ໄດ້​ນອກ​ໃຈ​ຜົວ+ໂດຍ​ນອນ​ນຳ​ຜູ້​ຊາຍ​ຄົນ​ອື່ນ ແລະ​ຖ້າ​ເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ ເຈົ້າ​ກໍ​ຈະ​ບໍ່​ຖືກ​ສາບ​ແຊ່ງ​ຍ້ອນ​ນ້ຳ​ຂົມ​ນີ້. 20 ແຕ່​ຖ້າ​ເຈົ້າ​ນອກ​ໃຈ​ຜົວ​ໂດຍນອນ​ນຳ​ຜູ້​ຊາຍ​ຄົນ​ອື່ນ+ ແລະ​ຖ້າ​ເຈົ້າເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ ເຈົ້າ​ກໍ​ຈະ​ຖືກ​ສາບ​ແຊ່ງ.” 21 ປະໂລຫິດ​ຕ້ອງໃຫ້​ຜູ້​ຍິງ​ຄົນ​ນັ້ນ​ສາບານ​ວ່າ ລາວ​ຈະ​ຍອມ​ຖືກ​ສາບ​ແຊ່ງ​ຖ້າ​ລາວ​ເຮັດ​ຜິດ​ແທ້​ໆ​. ປະໂລຫິດ​ຈະ​ບອກ​ລາວ​ວ່າ: “ຂໍ​ພະ​ເຢໂຫວາ​ເຮັດ​ໃຫ້​ເລື່ອງ​ຂອງ​ເຈົ້າ​ເປັນ​ບົດຮຽນ​ຂອງການ​ສາບານ​ແລະ​ການ​ສາບ​ແຊ່ງສຳລັບ​ປະຊາຊົນ. ພະ​ເຢໂຫວາ​ຈະບໍ່​ຍອມ​ໃຫ້​ເຈົ້າ​ມີ​ລູກ*ແລະ​ຈະ​ເຮັດ​ໃຫ້​ທ້ອງ​ຂອງ​ເຈົ້າ​ໃຄ່. 22 ເມື່ອກິນນ້ຳ​ທີ່​ເຮັດ​ໃຫ້​ຖືກ​ສາບ​ແຊ່ງ​ແລ້ວ ນ້ຳ​ນີ້​ຈະ​ລົງ​ໄປ​ໃນ​ລຳ​ໄສ້​ເຮັດ​ໃຫ້​ທ້ອງ​ຂອງ​ເຈົ້າ​ໃຄ່​ແລະ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ລູກ​ບໍ່​ໄດ້.” ແລ້ວ​ຜູ້​ຍິງ​ຄົນ​ນັ້ນ​ຕ້ອງ​ເວົ້າ​ວ່າ: “ອາແມນ! ອາແມນ!”*

23 ປະໂລຫິດ​ຈະ​ຂຽນ​ຄຳ​ສາບ​ແຊ່ງ​ໃສ່​ໃນ​ປຶ້ມ ແລ້ວ​ເອົາ​ນ້ຳ​ຂົມ​ມາ​ລ້າງ​ໂຕ​ໜັງສື​ອອກ. 24 ປະໂລຫິດ​ຈະ​ໃຫ້​ຜູ້​ຍິງກິນ​ນ້ຳ​ຂົມ​ນັ້ນ. ເມື່ອກິນ​ເຂົ້າ​ໄປ​ແລ້ວນ້ຳ​ນັ້ນ​ຈະເຮັດ​ໃຫ້​ລາວ​ເຈັບ​ທ້ອງ. 25 ຈາກ​ນັ້ນ ປະໂລຫິດ​ຈະ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+​ທີ່​ຜູ້​ຍິງ​ຄົນ​ນັ້ນ​ຖື​ຢູ່​ຊູ​ໄປ​ຊູມາ​ຕໍ່​ໜ້າ​ພະ​ເຢໂຫວາ ແລ້ວ​ເອົາ​ໄປ​ວາງ​ໄວ້​ຢູ່​ແທ່ນ​ບູຊາ. 26 ປະໂລຫິດ​ຈະ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ທີ່​ເປັນ​ເຄື່ອງ​ບູຊາ​ເພື່ອ​ລະນຶກ​ເຖິງ*ມາ 1 ກຳ​ມື ແລ້ວ​ເອົາ​ໄປ​ເຜົາ​ເທິງ​ແທ່ນ​ບູຊາ+ ແລະ​ເອົານ້ຳ​ຂົມ​ໃຫ້​ຜູ້​ຍິງ​ຄົນ​ນັ້ນ​ກິນ. 27 ເມື່ອ​ກິນ​ນ້ຳ​ແລ້ວ ຖ້າ​ລາວ​ໄດ້​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ​ແລະ​ບໍ່​ສັດຊື່​ຕໍ່​ຜົວ​ແທ້​ໆ​ ນ້ຳ​ທີ່​ກິນ​ລົງ​ໄປ​ຈະ​ເຮັດ​ໃຫ້​ລາວ​ເຈັບ​ທ້ອງ. ທ້ອງ​ຂອງ​ລາວ​ຈະ​ໃຄ່​ແລະ​ລາວ​ຈະ​ມີ​ລູກ​ບໍ່​ໄດ້. ແລ້ວ​ເລື່ອງ​ຂອງ​ລາວ​ກໍ​ຈະ​ເປັນ​ບົດຮຽນ​ຂອງ​ການ​ສາບ​ແຊ່ງ​ສຳລັບ​ປະຊາຊົນ. 28 ແຕ່​ຖ້າ​ລາວ​ບໍ່​ໄດ້​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ ລາວ​ຈະ​ບໍ່​ຖືກ​ລົງໂທດ. ລາວຈະ​ຖື​ພາ​ແລະ​ມີ​ລູກ​ໄດ້​ຕາມ​ປົກກະຕິ.

29 ນີ້​ແມ່ນ​ກົດ​ໝາຍ​ທີ່​ໃຊ້​ໃນ​ກໍລະນີ​ທີ່​ຜົວ​ຫຶງ​ເມຍ+ ເມື່ອ​ເມຍ​ຂອງ​ຜູ້​ໃດ​ຜູ້​ໜຶ່ງ​ບໍ່​ສັດຊື່​ແລະ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ 30 ຫຼື​ໃນ​ກໍລະນີ​ທີ່​ຜົວຫຶງແລະ​ສົງໄສ​ວ່າ​ເມຍ​ບໍ່​ສັດຊື່. ຜົວຕ້ອງ​ພາ​ເມຍ​ໄປ​ຢືນ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ. ປະໂລຫິດ​ຈະ​ຕ້ອງ​ເຮັດ​ກັບ​ຜູ້​ຍິງ​ຄົນ​ນັ້ນ​ຕາມ​ກົດ​ໝາຍ​ທັງ​ໝົດ​ນີ້. 31 ຜົວ​ຈະ​ບໍ່​ມີ​ຄວາມ​ຜິດ​ຫຍັງ ແຕ່​ຖ້າເມຍ​ເຮັດ​ຜິດ​ແທ້​ໆ​ ເມຍ​ກໍ​ຕ້ອງ​ຖືກ​ລົງໂທດ.’”

6 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 2 “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ຖ້າ​ຜູ້​ຊາຍ​ຫຼື​ຜູ້​ຍິງ​ສາບານ​ພິເສດ​ວ່າ​ຈະເປັນ​ນາຊີຣີ*+ຂອງ​ພະ​ເຢໂຫວາ 3 ຫ້າມ​ລາວ​ກິນ​ເຫຼົ້າແວງ​ຫຼື​ເຄື່ອງ​ດື່ມ​ອື່ນ​ໆ​ທີ່​ເຮັດ​ໃຫ້​ມຶນ​ເມົາ.+ ຫ້າມ​ລາວ​ກິນ​ເຫຼົ້າແວງ​ສົ້ມ​ຫຼື​ນ້ຳ​ສົ້ມ​ທີ່​ເຮັດ​ຈາກ​ເຫຼົ້າ​ອື່ນ​ໆ​. ຫ້າມ​ລາວ​ກິນ​ນ້ຳ​ທີ່​ເຮັດ​ຈາກ​ໝາກ​ລະແຊັງ ແລະ​ຫ້າມ​ລາວ​ກິນ​ໝາກ​ລະແຊັງ​ສົດ​ຫຼື​ໝາກ​ລະແຊັງ​ແຫ້ງ. 4 ຕະຫຼອດ​ໄລຍະ​ທີ່​ລາວ​ເປັນ​ນາຊີຣີ​ ຫ້າມ​ລາວ​ກິນ​ອີ່​ຫຍັງ​ກໍ​ຕາມ​ທີ່​ມາ​ຈາກ​ຕົ້ນ​ໝາກ​ລະແຊັງ ບໍ່​ວ່າ​ຈະ​ເປັນ​ໝາກ​ລະແຊັງ​ດິບ​ຫຼື​ເປືອກ​ຂອງ​ມັນ.

5 ຕະຫຼອດ​ໄລຍະ​ທີ່​ລາວ​ສາບານ​ວ່າ​ຈະ​ເປັນ​ນາຊີຣີ ຫ້າມລາວ​ຕັດ​ຜົມ.+ ລາວ​ຕ້ອງ​ເຮັດ​ໃຫ້​ໂຕເອງ​ບໍລິສຸດ​ໂດຍ​ຈົ່ງ​ຜົມ​ຍາວ​ໄວ້​ຈົນ​ຄົບໄລຍະ​ທີ່​ລາວ​ສາບານ​ໄວ້ກັບ​ພະ​ເຢໂຫວາ. 6 ຕະຫຼອດ​ໄລຍະ​ທີ່​ລາວ​ໄດ້​ສາບານ​ໄວ້​ກັບ​ພະ​ເຢໂຫວາ ຫ້າມ​ລາວ​ເຂົ້າ​ໄປ​ໃກ້​ສົບ​ຄົນ​ຕາຍ. 7 ເຖິງ​ວ່າ​ຄົນ​ທີ່​ຕາຍ​ຈະ​ເປັນ​ພໍ່ ແມ່ ຫຼື​ອ້າຍ​ເອື້ອຍ​ນ້ອງ​ຂອງ​ລາວ​ກໍ​ຕາມ ກໍ​ຫ້າມ​ລາວ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ+ ຍ້ອນລາວ​ໄດ້​ຈົ່ງ​ຜົມ​ຍາວ​ທີ່​ເປັນ​ເຄື່ອງ​ໝາຍວ່າ​ລາວ​ເປັນ​ນາຊີຣີ​ຂອງ​ພະເຈົ້າ.

8 ຕະຫຼອດ​ໄລຍະ​ທີ່​ລາວ​ເປັນ​ນາຊີຣີ​ ພະ​ເຢໂຫວາ​ຈະ​ຖື​ວ່າ​ລາວ​ບໍລິສຸດ. 9 ແຕ່​ໃນ​ໄລຍະ​ທີ່​ລາວ​ຈົ່ງ​ຜົມ​ຍາວ​ທີ່​ເປັນ​ເຄື່ອງ​ໝາຍ​ວ່າ​ລາວ​ເປັນ​ນາຊີຣີ​ ຖ້າ​ມີ​ຄົນ​ທີ່​ຢູ່​ໃກ້​ໆ​ລາວ+​ຕາຍແບບກະທັນຫັນ ແລະ​ລາວໄປ​ຖືກ​ຫຼື​ໄປ​ບາຍສົບນັ້ນ ລາວ​ກໍ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ. ລາວ​ຕ້ອງ​ແຖ​ຫົວ+ໃນ​ມື້​ທີ່​ປະກາດ​ວ່າ​ລາວ​ສະອາດ​ແລ້ວ​ເຊິ່ງ​ແມ່ນ​ມື້​ທີ 7. 10 ໃນ​ມື້​ທີ 8 ລາວ​ຕ້ອງ​ເອົາ​ນົກ​ເຂົາ 2 ໂຕ ຫຼືນົກ​ກາງແກ 2 ໂຕມາ​ໃຫ້​ປະໂລຫິດ​ຢູ່​ທາງເຂົ້າ​ເຕັ້ນ​ສັກສິດ.* 11 ປະໂລຫິດ​ຈະ​ເອົາ​ນົກ​ໂຕ​ໜຶ່ງ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ ແລະ​ອີກ​ໂຕ​ໜຶ່ງ​ເປັນ​ເຄື່ອງ​ບູຊາ​ເຜົາ​ເພື່ອ​ໄຖ່​ຄວາມ​ຜິດ​ໃຫ້​ລາວ+ທີ່​ໄປ​ຖືກ​ຫຼື​ໄປ​ບາຍ​ສົບ​ຄົນ​ຕາຍ. ລາວຕ້ອງ​ເຮັດ​ໃຫ້​ໂຕ​ເອງ*ສະອາດ​ໃນ​ມື້​ນັ້ນ. 12 ລາວ​ຕ້ອງ​ເອົາ​ແກະ​ໂຕ​ຜູ້​ທີ່​ອາຍຸ​ບໍ່​ກາຍ 1 ປີ​ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ ແລ້ວ​ລາວ​ຕ້ອງເລີ່ມ​ເປັນ​ນາຊີຣີ​ຂອງ​ພະ​ເຢໂຫວາ​ໃໝ່. ລາວ​ຈະ​ນັບ​ເວລາ​ທີ່​ລາວ​ເປັນ​ນາຊີຣີ​ກ່ອນ​ໜ້າ​ນີ້​ບໍ່​ໄດ້ ຍ້ອນ​ລາວ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ. ລາວ​ຕ້ອງ​ໄດ້​ເລີ່ມ​ນັບ​ໃໝ່.

13 ນີ້​ແມ່ນ​ຄຳ​ສັ່ງ​ສຳລັບ​ຄົນ​ທີ່​ເປັນ​ນາຊີຣີ. ເມື່ອ​ເປັນ​ນາຊີຣີ+ຄົບ​ຕາມ​ທີ່​ໄດ້​ສາບານ​ໄວ້ ລາວ​ຈະ​ຕ້ອງ​ມາ​ຢູ່​ທາງເຂົ້າ​ເຕັ້ນ​ສັກສິດ. 14 ລາວ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ພະ​ເຢໂຫວາ​ຄື: ແກະ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ+ ແກະ​ໂຕ​ແມ່​ທີ່​ຕຸ້ຍ​ພີ​ດີ​ງາມ​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ ແກະ​ໂຕ​ຜູ້ທີ່​ຕຸ້ຍ​ພີ​ດີ​ງາມ​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+ 15 ກະດົ້ງ​ທີ່​ມີ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ຮູບວົງມົນ*ທີ່​ເຮັດ​ຈາກ​ແປ້ງ​ລະອຽດ​ນວດ​ໃສ່​ນ້ຳມັນ ກັບ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ແຜ່ນ​ບາງ​ໆ​ທີ່​ທາ​ນ້ຳມັນ ແລະ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ກັບ​ເຄື່ອງ​ບູຊາ​ດື່ມ.+ 16 ປະໂລຫິດ​ຈະ​ເອົາ​ສິ່ງ​ທັງ​ໝົດ​ນີ້​ມາ​ຕໍ່​ໜ້າ​ພະ​ເຢໂຫວາ. ທຳອິດ ລາວ​ຈະ​ເຜົາ​ເຄື່ອງ​ບູຊາ​ໄຖ່​ບາບ​ກັບ​ເຄື່ອງ​ບູຊາ​ເຜົາ. 17 ຈາກ​ນັ້ນ ລາວ​ຈະ​ເຜົາ​ແກະ​ໂຕ​ຜູ້​ທີ່​ເປັນ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ໃຫ້​ພະ​ເຢໂຫວາພ້ອມ​ກັບ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ທີ່​ຢູ່​ກະດົ້ງ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ ແລະ​ເຄື່ອງ​ບູຊາ​ດື່ມ.

18 ແລ້ວ​ນາຊີຣີ​ຄົນ​ນັ້ນ​ຈະ​ຕ້ອງແຖ​ຜົມ+ທີ່​ລາວ​ຈົ່ງ​ໄວ້​ຢູ່​ທາງເຂົ້າ​ເຕັ້ນ​ສັກສິດ. ລາວ​ຈະ​ເອົາ​ຜົມ​ທີ່​ຈົ່ງ​ໄວ້​ຕອນ​ທີ່​ເປັນ​ນາຊີຣີ​ຖິ້ມ​ລົງ​ໃສ່​ໄຟ​ທີ່​ກຳລັງ​ເຜົາ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ. 19 ຫຼັງ​ຈາກແຖ​ຜົມແລ້ວ ປະໂລຫິດ​ຈະ​ເອົາ​ຂາ​ໜ້າ​ຂອງ​ແກະ​ໂຕ​ຜູ້​ທີ່​ຕົ້ມ​ແລ້ວ+ ເຂົ້າຈີ່​ບໍ່​ມີ​ເຊື້ອ​ຮູບ​ວົງ​ມົນກ້ອນ​ໜຶ່ງ ແລະ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ແຜ່ນ​ບາງ​ໆ​ອັນ​ໜຶ່ງ​ທີ່​ຢູ່​ໃນ​ກະດົ້ງ​ມາ​ໃສ່​ມື​ຂອງ​ນາຊີຣີ​ຄົນ​ນັ້ນ. 20 ປະໂລຫິດ​ຕ້ອງເອົາ​ສິ່ງ​ເຫຼົ່າ​ນັ້ນໄປ​ຊູ​ໄປ​ຊູມາ*ເປັນ​ເຄື່ອງ​ບູຊາ​ຊູ​ໄປ​ມາ​ຕໍ່​ໜ້າ​ພະ​ເຢໂຫວາ.+ ສ່ວນ​ເຫຼົ່າ​ນັ້ນ​ກັບ​ຊີ້ນ​ສ່ວນ​ເອິກ​ທີ່​ເປັນ​ເຄື່ອງ​ບູຊາ​ຊູ​ໄປ​ມາ​ແລະ​ຂາ​ຫຼັງ​ທີ່​ເປັນ​ສ່ວນ​ແບ່ງ​ສັກສິດ+ ເປັນ​ສິ່ງ​ບໍລິສຸດ​ສຳລັບ​ປະໂລຫິດ. ຫຼັງ​ຈາກ​ນັ້ນ ຄົນ​ທີ່​ເປັນ​ນາຊີຣີ​ຈະ​ກິນ​ເຫຼົ້າແວງ​ໄດ້.

21 ຖ້າ​ນາຊີຣີ+​ຄົນ​ໃດ​ສາບານ​ວ່າ​ຈະ​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ພະ​ເຢໂຫວາ​ຫຼາຍ​ກວ່າ​ທີ່​ຮຽກ​ຮ້ອງ​ນັ້ນ ລາວ​ກໍ​ຕ້ອງ​ເຮັດ​ຕາມ​ທີ່​ໄດ້​ສາບານ​ໄວ້. ທັງ​ໝົດ​ນີ້​ແມ່ນ​ຄຳ​ສັ່ງ​ກ່ຽວ​ກັບ​ຄົນ​ທີ່​ສາບານ​ວ່າຈະ​ເປັນ​ນາຊີຣີ.’”

22 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 23 “ໃຫ້​ບອກ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ວ່າ ‘ເຈົ້າ​ຕ້ອງ​ອວຍພອນ+ຄົນ​ອິດສະຣາເອນ​ແນວ​ນີ້.

24 “ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ​ພວກ​ເຈົ້າ+ ແລະ​ປົກ​ປ້ອງ​ພວກ​ເຈົ້າ.

25 ຂໍ​ໃຫ້​ພະ​ເຢໂຫວາ​ເຮັດ​ດີ​ຕໍ່​ພວກ​ເຈົ້າ+ ແລະ​ພໍ​ໃຈ​ພວກ​ເຈົ້າ.

26 ຂໍ​ໃຫ້​ພະ​ເຢໂຫວາ​ເຫັນ​ໃຈ​ພວກ​ເຈົ້າ ແລະ​ໃຫ້​ພວກ​ເຈົ້າ​ມີ​ສັນຕິສຸກ.”’+

27 ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວຕ້ອງ​ຮ້ອງ​ຊື່​ຂອງ​ເຮົາຕໍ່​ໜ້າ​ພວກ​ອິດສະຣາເອນ+ ແລະ​ເຮົາ​ຈະ​ອວຍພອນ​ເຂົາ​ເຈົ້າ.”+

7 ໃນ​ມື້​ທີ່​ໂມເຊ​ຕັ້ງ​ເຕັ້ນ​ສັກສິດ+​ແລ້ວ​ໆ​ ລາວ​ໄດ້​ເອົາ​ນ້ຳມັນຊິດ​ໃສ່​ເຕັ້ນ​ນັ້ນ+​ແລະ​ແຍກ​ໄວ້​ຕ່າງ​ຫາກ​ສຳລັບພະເຈົ້າ. ລາວ​ເຮັດ​ແນວ​ນີ້​ກັບ​ເຄື່ອງ​ຕົກ​ແຕ່ງ ແທ່ນ​ບູຊາ​ແລະ​ເຄື່ອງໃຊ້​ທຸກ​ຢ່າງ​ສຳລັບ​ເຕັ້ນ​ນັ້ນ.+ ຫຼັງ​ຈາກ​ໂມເຊ​ຊິດ​ນ້ຳມັນ​ໃສ່​ສິ່ງ​ເຫຼົ່ານີ້ ແລະ​ແຍກ​ໄວ້​ຕ່າງ​ຫາກ​ສຳລັບ​ພະເຈົ້າ​ແລ້ວ+ 2 ພວກ​ຫົວ​ໜ້າ​ຂອງ​ຄົນ​ອິດສະຣາເອນ+​ເຊິ່ງ​ເປັນ​ຫົວ​ໜ້າ​ຕະກູນ​ທີ່​ຖືກ​ເລືອກ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າກໍ​ເອົາ​ເຄື່ອງ​ບູຊາ​ມາໃຫ້. ຄົນ​ເຫຼົ່ານີ້​ແມ່ນ​ຫົວ​ໜ້າ​ຕະກູນ​ຕ່າງ​ໆ​ທີ່​ເບິ່ງ​ແຍງ​ການ​ຈົດ​ທະບຽນ​ຂອງ​ຄົນ​ທີ່​ມາ​ລົງ​ທະບຽນ. 3 ເຂົາ​ເຈົ້າ​ເອົາ​ກວຽນ​ທີ່​ມີ​ຫຼັງ​ຄາ 6 ຄັນ ແລະ​ເອົາ​ງົວ 12 ໂຕ​ມາ​ໃຫ້​ພະ​ເຢໂຫວາ. ຫົວ​ໜ້າ 2 ຄົນ​ຕໍ່​ກວຽນ​ຄັນ​ໜຶ່ງ ແລະ​ຫົວ​ໜ້າ 1 ຄົນ​ຕໍ່​ງົວ​ໂຕ​ໜຶ່ງ. ເຂົາ​ເຈົ້າ​ເອົາ​ທັງ​ໝົດ​ນີ້​ມາ​ຕໍ່​ໜ້າ​ເຕັ້ນ​ສັກສິດ. 4 ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: 5 “ໃຫ້​ເອົາ​ງົວ​ກັບ​ກວຽນ​ນຳ​ເຂົາ​ເຈົ້າ​ເພື່ອ​ຊິ​ເອົາ​ໄປ​ໃຊ້​ໃນ​ວຽກ​ສຳລັບ​ເຕັ້ນ​ສັກສິດ.* ເຈົ້າ​ຕ້ອງ​ເອົາ​ສິ່ງ​ເຫຼົ່ານີ້​ໃຫ້​ພວກເລວີ. ໃຫ້​ເຂົາ​ເຈົ້າ​ເອົາ​ໄປ​ໃຊ້​ຕາມ​ຄວາມ​ຈຳເປັນ​ຂອງ​ແຕ່​ລະ​ຄົນ.”

6 ໂມເຊ​ກໍ​ຮັບ​ເອົາ​ກວຽນ​ກັບ​ງົວ ແລະ​ເອົາ​ໃຫ້​ພວກ​ເລວີ. 7 ລາວ​ໄດ້​ເອົາ​ກວຽນ 2 ຄັນ​ກັບ​ງົວ 4 ໂຕ​ໃຫ້​ພວກ​ລູກ​ຫຼານ​ເກໂຊນ​ຕາມ​ຄວາມ​ຈຳເປັນ​ທີ່​ຕ້ອງ​ໃຊ້​ໃນ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ.+ 8 ລາວ​ເອົາ​ກວຽນ 4 ຄັນ​ກັບ​ງົວ 8 ໂຕ​ໃຫ້​ພວກ​ລູກ​ຫຼານ​ເມຣາຣີ​ຕາມ​ຄວາມ​ຈຳເປັນ​ທີ່​ຕ້ອງ​ໃຊ້​ໃນ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ. ລາວ​ເຮັດ​ແນວ​ນີ້​ຕາມ​ຄຳ​ສັ່ງ​ຂອງ​ອີທາມາ​ລູກ​ຊາຍ​ຂອງ​ປະໂລຫິດ​ອາໂຣນ.+ 9 ແຕ່​ໂມເຊ​ບໍ່​ໄດ້​ເອົາ​ກວຽນ​ກັບ​ງົວ​ໃຫ້​ພວກ​ລູກ​ຫຼານ​ໂກຮາດ​ເລີຍ ເພາະ​ວຽກ​ຂອງ​ເຂົາ​ເຈົ້າ​ກ່ຽວຂ້ອງ​ກັບ​ບ່ອນ​ບໍລິສຸດ+ ແລະ​ເຂົາ​ເຈົ້າ​ຈະ​ຂົນ​ເຄື່ອງ​ບໍລິສຸດ​ໂດຍ​ຫາມ​ໃສ່​ບ່າ​ເອົາ.+

10 ພວກ​ຫົວ​ໜ້າ​ເອົາ​ເຄື່ອງ​ບູຊາ​ອື່ນ​ໆ​ມາ​ໃຫ້​ຕື່ມ​ອີກ​ຕອນ​ທີ່​ອຸທິດ​ແທ່ນ​ບູຊາ+ ໃນ​ມື້​ທີ່​ແຍກ​ແທ່ນ​ນັ້ນ​ໄວ້​ຕ່າງ​ຫາກ​ສຳລັບ​ພະເຈົ້າ. ເມື່ອ​ພວກ​ຫົວ​ໜ້າ​ເອົາ​ເຄື່ອງ​ບູຊາ​ມາ​ຢູ່​ຕໍ່​ໜ້າ​ແທ່ນ 11 ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ໂມເຊ​ວ່າ: “ໃນ​ແຕ່​ລະ​ມື້​ຕ້ອງ​ມີ​ຫົວ​ໜ້າ​ຄົນ​ໜຶ່ງ​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ສຳລັບ​ການ​ອຸທິດ​ແທ່ນ​ບູຊາ. ເຂົາ​ເຈົ້າ​ຕ້ອງ​ເຮັດ​ແນວ​ນີ້​ຕິດ​ຕໍ່​ກັນ 12 ມື້.”

12 ໃນ​ມື້​ທຳອິດ ຫົວ​ໜ້າ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ນາໂຊນ+​ລູກ​ຊາຍ​ຂອງ​ອຳມີນາດາບ​ຈາກ​ຕະກູນ​ຢູດາ. 13 ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ*+ ໃນ​ຈານ​ກັບ​ຖ້ວຍມີແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນໃສ່​ຢູ່​ເຕັມ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 14 ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 15 ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 16 ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 17 ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້​ 5 ໂຕ ແບ້​ໂຕ​ຜູ້​ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ນາໂຊນ​ລູກ​ຊາຍ​ຂອງ​ອຳມີນາດາບ.+

18 ໃນ​ມື້​ທີ 2 ຫົວ​ໜ້າ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ເນທາເນນ+ລູກ​ຊາຍ​ຂອງ​ຊຸ​ອາ​ຈາກ​ຕະກູນ​ອິດຊາຄາ. 19 ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ໃນ​ຈານ​ກັບ​ຖ້ວຍ​ມີ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ໃສ່​ຢູ່​ເຕັມ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 20 ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 21 ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 22 ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 23 ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້​ 5 ໂຕ ແບ້​ໂຕ​ຜູ້​ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ເນທາເນນ​ລູກ​ຊາຍ​ຂອງ​ຊຸ​ອາ.

24 ໃນ​ມື້​ທີ 3 ຫົວ​ໜ້າ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ເອລີອາບ+ລູກ​ຊາຍ​ຂອງ​ເຮໂລນ​ຈາກ​ຕະກູນ​ເຊບູລູນ. 25 ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ໃນ​ຈານ​ກັບ​ຖ້ວຍ​ມີ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ໃສ່​ຢູ່​ເຕັມ​ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 26 ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 27 ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 28 ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 29 ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້​ 5 ໂຕ ແບ້​ໂຕ​ຜູ້​ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ເອລີອາບ+ລູກ​ຊາຍ​ຂອງ​ເຮໂລນ.

30 ໃນ​ມື້​ທີ 4 ຫົວ​ໜ້າ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ເອລີ​ຊູ+ລູກ​ຊາຍ​ຂອງ​ເຊເດອູ​ຈາກ​ຕະກູນ​ຣູເບັນ. 31 ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ໃນ​ຈານ​ກັບ​ຖ້ວຍ​ມີ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ໃສ່​ຢູ່​ເຕັມ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 32 ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 33 ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 34 ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 35 ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້​ 5 ໂຕ ແບ້​ໂຕ​ຜູ້​ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ເອລີ​ຊູ+ລູກ​ຊາຍ​ຂອງ​ເຊເດອູ.

36 ໃນ​ມື້​ທີ 5 ຫົວ​ໜ້າ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ເຊລູມີເອນ+ລູກ​ຊາຍ​ຂອງ​ຊູຣີຊັດດາຍ​ຈາກ​ຕະກູນ​ຊີເມໂອນ. 37 ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ໃນ​ຈານ​ກັບ​ຖ້ວຍ​ມີ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ໃສ່​ຢູ່​ເຕັມ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 38 ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 39 ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 40 ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 41 ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້​ 5 ໂຕ ແບ້​ໂຕ​ຜູ້​ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ເຊລູມີເອນ+ລູກ​ຊາຍ​ຂອງ​ຊູຣີຊັດດາຍ.

42 ໃນ​ມື້​ທີ 6 ຫົວ​ໜ້າ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ເອລີຢາສັບ+​ລູກ​ຊາຍ​ຂອງ​ດູເອນ​ຈາກ​ຕະກູນ​ຄາດ. 43 ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ໃນ​ຈານ​ກັບ​ຖ້ວຍ​ມີ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ໃສ່​ຢູ່​ເຕັມ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 44 ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 45 ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 46 ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 47 ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້​ 5 ໂຕ ແບ້​ໂຕ​ຜູ້​ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ເອລີຢາສັບ+​ລູກ​ຊາຍ​ຂອງ​ດູເອນ.

48 ໃນ​ມື້​ທີ 7 ຫົວ​ໜ້າ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ເອລີຊາມາ+​ລູກ​ຊາຍ​ຂອງ​ອຳມີຮຸດ​ຈາກ​ຕະກູນ​ເອຟຣາຢິມ. 49 ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ໃນ​ຈານ​ກັບ​ຖ້ວຍ​ມີ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ໃສ່​ຢູ່​ເຕັມ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 50 ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 51 ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 52 ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 53 ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້​ 5 ໂຕ ແບ້​ໂຕ​ຜູ້​ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ເອລີຊາມາ+​ລູກ​ຊາຍ​ຂອງ​ອຳມີຮຸດ.

54 ໃນ​ມື້​ທີ 8 ຫົວ​ໜ້າ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ຄາມາລີ​ເອັນ+​ລູກ​ຊາຍ​ຂອງ​ເປດາຊູ​ຈາກ​ຕະກູນ​ມານາເຊ. 55 ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ໃນ​ຈານ​ກັບ​ຖ້ວຍ​ມີ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ໃສ່​ຢູ່​ເຕັມ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 56 ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*​ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 57 ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 58 ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 59 ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້​ 5 ໂຕ ແບ້​ໂຕ​ຜູ້​ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ຄາມາລີ​ເອັນ+​ລູກ​ຊາຍ​ຂອງ​ເປດາຊູ.

60 ໃນ​ມື້​ທີ 9 ຫົວ​ໜ້າ+ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ອາບີດານ+ລູກ​ຊາຍ​ຂອງ​ກິເດໂອນີ​ຈາກ​ຕະກູນ​ເບັນຢາມິນ. 61 ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ໃນ​ຈານ​ກັບ​ຖ້ວຍ​ມີ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ໃສ່​ຢູ່​ເຕັມ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 62 ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 63 ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 64 ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 65 ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້​ 5 ໂຕ ແບ້​ໂຕ​ຜູ້​ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ອາບີດານ+​ລູກ​ຊາຍ​ຂອງ​ກິເດໂອນີ.

66 ໃນ​ມື້​ທີ 10 ຫົວ​ໜ້າ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ອາຮີເອເຊ+​ລູກ​ຊາຍ​ຂອງ​ອຳມີຊັດດາຍ​ຈາກ​ຕະກູນ​ດານ. 67 ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ໃນ​ຈານ​ກັບ​ຖ້ວຍ​ມີ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ໃສ່​ຢູ່​ເຕັມ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 68 ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 69 ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 70 ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 71 ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້​ 5 ໂຕ ແບ້​ໂຕ​ຜູ້​ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ອາຮີເອເຊ+ລູກ​ຊາຍ​ຂອງ​ອຳມີຊັດດາຍ.

72 ໃນ​ມື້​ທີ 11 ຫົວ​ໜ້າ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ປາກີເອນ+ລູກ​ຊາຍ​ຂອງ​ອົກຣັນ​ຈາກ​ຕະກູນ​ອາເຊ. 73 ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ໃນ​ຈານ​ກັບ​ຖ້ວຍ​ມີ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ໃສ່​ຢູ່​ເຕັມ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 74 ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 75 ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 76 ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 77 ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້ 5 ໂຕ ແບ້​ໂຕ​ຜູ້ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ປາກີເອນ+ລູກ​ຊາຍ​ຂອງ​ອົກຣັນ.

78 ໃນ​ມື້​ທີ 12 ຫົວ​ໜ້າ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ອາຮີລາ+​ລູກ​ຊາຍ​ຂອງ​ເອນັນ​ຈາກ​ຕະກູນ​ນັບທາລີ. 79 ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ໃນ​ຈານ​ກັບ​ຖ້ວຍ​ມີ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ໃສ່​ຢູ່​ເຕັມ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 80 ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 81 ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 82 ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 83 ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້​ 5 ໂຕ ແບ້​ໂຕ​ຜູ້​ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ອາຮີລາ+​ລູກ​ຊາຍ​ຂອງ​ເອນັນ.

84 ໃນ​ມື້​ທີ່​ອຸທິດ​ແທ່ນ​ບູຊາ+​ແລະ​ແຍກ​ແທ່ນ​ນັ້ນ​ໄວ້​ຕ່າງ​ຫາກ​ສຳລັບ​ພະເຈົ້າ ພວກ​ຫົວ​ໜ້າ​ຂອງ​ຄົນ​ອິດສະຣາເອນ​ໄດ້​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້​ມາ​ໃຫ້​ຄື: ຈານ​ເງິນ 12 ໃບ ຖ້ວຍ​ເງິນ 12 ໃບ ແລະ​ຈອກ​ຄຳ 12 ໜ່ວຍ.+ 85 ຈານ​ເງິນ​ແຕ່​ລະ​ໃບ​ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ​ແຕ່​ລະ​ໃບ​ໜັກ 70 ເຊເກນ.* ຈານ​ກັບ​ຖ້ວຍ​ທັງ​ໝົດ​ລວມ​ກັນ​ເປັນ​ເງິນ​ໜັກ 2.400 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ.+ 86 ຈອກ​ຄຳ 12 ໜ່ວຍ​ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ ແຕ່​ລະ​ໜ່ວຍ​ໜັກ 10 ເຊເກນ.* ຈອກ​ທັງ​ໝົດ​ລວມ​ກັນ​ເປັນ​ຄຳ​ໜັກ 120 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ. 87 ສັດ​ທັງ​ໝົດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ​ມີ​ຄື: ງົວ​ໂຕ​ຜູ້​ 12 ໂຕ ແກະ​ໂຕ​ຜູ້​ 12 ໂຕ ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ 12 ໂຕ ກັບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ແບ້ 12 ໂຕ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. 88 ສັດ​ທັງ​ໝົດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ມີ​ຄື: ງົວ​ໂຕ​ຜູ້​ 24 ໂຕ ແກະ​ໂຕ​ຜູ້​ 60 ໂຕ ແບ້​ໂຕ​ຜູ້​ 60 ໂຕ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 60 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ສຳລັບ​ການ​ອຸທິດ​ແທ່ນ​ບູຊາ+ຫຼັງ​ຈາກ​ແທ່ນ​ນັ້ນ​ຖືກ​ແຍກ​ໄວ້​ຕ່າງ​ຫາກ​ສຳລັບ​ພະເຈົ້າ.+

89 ທຸກ​ໆ​ເທື່ອ​ທີ່​ໂມເຊ​ເຂົ້າ​ໄປ​ໃນ​ເຕັ້ນ​ສັກສິດ​ເພື່ອ​ເວົ້າ​ກັບ​ພະເຈົ້າ+ ລາວ​ຈະ​ໄດ້​ຍິນ​ສຽງ​ຂອງ​ເພິ່ນ​ຈາກ​ເທິງ​ຝາ+ຫີບ​ສັນຍາ​ລະຫວ່າງ​ເຄຣູບ 2 ອົງ.+ ພະເຈົ້າ​ຈະ​ເວົ້າ​ກັບ​ລາວ​ຈາກ​ບ່ອນ​ນັ້ນ.

8 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: 2 “ໃຫ້​ບອກ​ອາໂຣນ​ວ່າ ‘ເມື່ອ​ເຈົ້າ​ໄຕ້​ໄຟ​ໃສ່​ຕະກຽງ 7 ອັນ ຕ້ອງ​ໃຫ້​ແສງ​ໄຟ​ສ່ອງ​ໄປ​ບໍລິເວນ​ອ້ອມ​ໆ​ຂາ​ຕະກຽງ.’”+ 3 ອາໂຣນ​ກໍ​ໄຕ້​ຕະກຽງ​ໃຫ້​ແສງ​ສ່ອງ​ໄປ​ບໍລິເວນ​ອ້ອມ​ໆ​ຂາ​ຕະກຽງ+​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ. 4 ຂາ​ຕະກຽງ​ນີ້​ເຮັດ​ຂຶ້ນ​ຕາມ​ແບບ​ໃນ​ນິມິດ+ທີ່​ພະ​ເຢໂຫວາ​ໃຫ້​ໂມເຊ​ເຫັນ. ຊ່າງ​ໄດ້​ເອົາ​ຄຳ​ມາ​ຕີ+​ເປັນ​ຂາ​ຕະກຽງ ໂດຍ​ຕີ​ໃຫ້​ເປັນ​ຂາ​ຕັ້ງ​ໄປ​ຈົນ​ຮອດ​ດອກ​ບານ.

5 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 6 “ໃຫ້ແຍກ​ຄົນ​ໃນ​ຕະກູນ​ເລວີຈາກ​ພວກ​ອິດສະຣາເອນ ແລະ​ເຮັດ​ໃຫ້​ເຂົາ​ເຈົ້າສະອາດ.*+ 7 ເຈົ້າ​ຕ້ອງ​ເຮັດ​ໃຫ້​ເຂົາ​ເຈົ້າ​ສະອາດໂດຍ​ເອົາ​ນ້ຳ​ທີ່​ເຮັດ​ໃຫ້ສະອາດ​ຊິດ​ໃສ່​ເຂົາ​ເຈົ້າ ແລ້ວ​ໃຫ້​ເຂົາ​ເຈົ້າ​ແຖ​ຂົນ​ທີ່​ຢູ່​ຕາມ​ຕົນ​ໂຕ​ອອກ​ໃຫ້​ໝົດ ແລະ​ຊັກ​ເຄື່ອງນຸ່ງ​ເພື່ອ​ຈະ​ເຮັດ​ໃຫ້​ໂຕເອງ​ສະອາດ.+ 8 ຈາກ​ນັ້ນ ໃຫ້​ເຂົາ​ເຈົ້າ​ເອົາ​ງົວ​ໂຕ​ຜູ້​ໂຕ​ໜຶ່ງ+​ກັບ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ມາ​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ ແລະ​ໃຫ້​ເຈົ້າ​ເອົາ​ງົວ​ໂຕ​ຜູ້​ອີກ​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ.+ 9 ໃຫ້​ເຈົ້າ​ພາ​ພວກເລວີ​ມາ​ຢືນ​ຢູ່​ຕໍ່​ໜ້າ​ເຕັ້ນ​ສັກສິດ ແລະໃຫ້​ພວກ​ອິດສະຣາເອນ*+​ມາ​ລວມ​ໂຕກັນ​ຢູ່​ຫັ້ນ. 10 ເມື່ອ​ເຈົ້າ​ພາ​ພວກເລວີ​ມາ​ຢືນ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ ພວກ​ອິດສະຣາເອນ​ຕ້ອງ​ວາງ​ມື​ເທິງ​ຫົວຂອງ​ເຂົາ​ເຈົ້າ.+ 11 ອາໂຣນ​ຕ້ອງ​ສັ່ງ​ໃຫ້​ພວກເລວີເນີ້ງ​ໂຕ​ໄປ​ທາງ​ໜ້າ​ແລະ​ທາງ​ຫຼັງຕໍ່ໜ້າ​ພະ​ເຢໂຫວາ ເພື່ອ​ເປັນ​ຄື​ກັບ​ເຄື່ອງ​ບູຊາ​ຊູ​ໄປ​ມາ+​ຈາກ​ພວກ​ອິດສະຣາເອນ ແລະ​ພວກເລວີ​ຈະ​ເຮັດ​ວຽກ​ຮັບ​ໃຊ້​ພະ​ເຢໂຫວາ.+

12 ຈາກ​ນັ້ນ ພວກເລວີ​ຈະ​ເອົາ​ມື​ວາງ​ເທິງ​ຫົວ​ຂອງ​ງົວ.+ ງົວ​ໂຕ​ໜຶ່ງ​ຈະ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ ແລະ​ອີກ​ໂຕ​ໜຶ່ງ​ຈະ​ເປັນ​ເຄື່ອງ​ບູຊາ​ເຜົາ​ໃຫ້​ພະ​ເຢໂຫວາ ເພື່ອ​ໄຖ່​ຄວາມ​ຜິດ+ໃຫ້​ພວກເລວີ. 13 ເຈົ້າ​ຕ້ອງ​ໃຫ້​ພວກເລວີ​ມາ​ຢືນ​ຢູ່​ຕໍ່​ໜ້າ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ ແລະ​ອາໂຣນ​ຕ້ອງ​ບອກ​ພວກເລວີ​ໃຫ້​ເນີ້ງ​ໂຕ​ໄປ​ທາງ​ໜ້າ​ແລະ​ທາງ​ຫຼັງ​ເພື່ອ​ເປັນ​ຄື​ກັບ​ເຄື່ອງ​ບູຊາ​ຊູ​ໄປ​ມາ​ໃຫ້​ພະ​ເຢໂຫວາ. 14 ເຈົ້າ​ຕ້ອງ​ແຍກ​ຄົນ​ໃນ​ຕະກູນ​ເລວີ​ຈາກ​ພວກ​ອິດສະຣາເອນ ແລະ​ພວກເລວີ​ຈະ​ເປັນ​ຂອງ​ເຮົາ.+ 15 ພວກເລວີ​ຈະ​ເຮັດ​ວຽກ​ຮັບ​ໃຊ້​ຢູ່​ເຕັ້ນ​ສັກສິດ*ຫຼັງ​ຈາກ​ທີ່​ເຈົ້າ​ເຮັດ​ໃຫ້​ເຂົາ​ເຈົ້າ​ສະອາດ ແລະ​ສັ່ງ​ໃຫ້​ເຂົາ​ເຈົ້າ​ເນີ້ງ​ໂຕ​ໄປ​ທາງ​ໜ້າ​ແລະ​ທາງ​ຫຼັງ ເພື່ອ​ເປັນ​ຄື​ກັບ​ເຄື່ອງ​ບູຊາ​ຊູ​ໄປ​ມາ. 16 ເພາະ​ເຂົາ​ເຈົ້າ​ຖືກ​ມອບ​ໃຫ້​ເຮົາເປັນ​ຄື​ກັບ​ຂອງຂວັນຈາກ​ລູກ​ຫຼານ​ຂອງ​ອິດສະຣາເອນ. ເຮົາ​ໄດ້​ເລືອກ​ເຂົາ​ເຈົ້າ​ສຳລັບ​ເຮົາ​ແທນ​ລູກ​ຊາຍ​ຜູ້​ທຳອິດ​ຂອງ​ພວກ​ອິດສະຣາເອນ.+ 17 ລູກ​ຊາຍ​ຜູ້​ທຳອິດ​ທຸກ​ຄົນ ແລະ​ລູກ​ສັດ​ໂຕ​ຜູ້​ໂຕ​ທຳອິດ​ທຸກ​ໂຕ+​ຂອງ​ພວກ​ອິດສະຣາເອນ​ເປັນ​ຂອງ​ເຮົາ. ເຮົາ​ໄດ້​ແຍກ​ເຂົາ​ເຈົ້າ​ໄວ້​ຕ່າງ​ຫາກ​ໃຫ້​ເປັນ​ຂອງ​ເຮົາ​ໃນ​ມື້​ທີ່​ເຮົາ​ຂ້າ​ລູກ​ຊາຍ​ຜູ້​ທຳອິດ ແລະ​ລູກ​ສັດ​ໂຕ​ຜູ້​ໂຕ​ທຳອິດ​ທັງ​ໝົດ​ໃນ​ແຜ່ນດິນ​ເອຢິບ.+ 18 ເຮົາ​ເລືອກ​ພວກເລວີ​ສຳລັບ​ເຮົາ​ແທນ​ລູກ​ຊາຍ​ຜູ້​ທຳອິດ​ທຸກ​ຄົນ​ຂອງ​ພວກ​ອິດສະຣາເອນ. 19 ເຮົາ​ຈະ​ເອົາ​ພວກເລວີ​ຈາກ​ພວກ​ລູກ​ຫຼານ​ຂອງ​ອິດສະຣາເອນ​ໃຫ້​ເປັນ​ຄື​ກັບ​ຂອງຂວັນ​ສຳລັບ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ. ເຂົາ​ເຈົ້າ​ຈະ​ເຮັດ​ວຽກ​ຮັບ​ໃຊ້​ເພື່ອ​ພວກ​ອິດສະຣາເອນ​ຢູ່​ເຕັ້ນ​ສັກສິດ+ ແລະ​ໄຖ່​ຄວາມ​ຜິດ​ໃຫ້​ພວກ​ອິດສະຣາເອນ. ຍ້ອນ​ແນວ​ນີ້ ຕອນ​ທີ່​ພວກ​ອິດສະຣາເອນ​ເຂົ້າ​ມາ​ໃກ້​ບ່ອນ​ບໍລິສຸດ ເຂົາ​ເຈົ້າ​ຈຶ່ງ​ຈະ​ບໍ່​ຖືກ​ໄພ​ພິບັດ.”+

20 ໂມເຊ​ກັບ​ອາໂຣນ​ແລະພວກ​ອິດສະຣາເອນ​ເຮັດທຸກ​ຢ່າງ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ​ກ່ຽວ​ກັບ​ພວກເລວີ. 21 ພວກເລວີ​ໄດ້​ເຮັດ​ໃຫ້​ໂຕເອງ​ສະອາດ ແລະ​ໄດ້​ຊັກ​ເຄື່ອງນຸ່ງ.+ ຈາກ​ນັ້ນ ອາໂຣນ​ກໍ​ສັ່ງ​ໃຫ້​ເຂົາ​ເຈົ້າ​ເນີ້ງ​ໂຕ​ໄປ​ທາງ​ໜ້າ​ແລະ​ທາງ​ຫຼັງ​ເພື່ອ​ເປັນ​ຄື​ກັບ​ເຄື່ອງ​ບູຊາ​ຊູ​ໄປ​ມາ​ຕໍ່​ໜ້າ​ພະ​ເຢໂຫວາ.+ ແລ້ວ​ອາໂຣນ​ກໍ​ໄຖ່​ຄວາມ​ຜິດ​ໃຫ້​ເຂົາ​ເຈົ້າ​ເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າ​ສະອາດ.+ 22 ຈາກ​ນັ້ນ ພວກເລວີ​ກໍ​ໄປ​ເຮັດ​ວຽກ​ຮັບ​ໃຊ້​ຢູ່​ເຕັ້ນ​ສັກສິດ ພາຍ​ໃຕ້​ການ​ເບິ່ງ​ແຍງ​ຂອງ​ອາໂຣນ​ກັບ​ພວກ​ລູກ​ຊາຍຂອງ​ລາວ. ໂມເຊ​ກັບ​ອາໂຣນ​ແລະ​ພວກ​ອິດສະຣາເອນ​ກໍ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ​ກ່ຽວ​ກັບ​ພວກເລວີ.

23 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 24 “ຂໍ້​ກຳນົດ​ທີ່​ໃຊ້​ກັບ​ພວກເລວີ​ຄື ຜູ້​ຊາຍ​ທີ່​ອາຍຸ 25 ປີ​ຂຶ້ນ​ໄປ​ຈະ​ໄປ​ເຮັດ​ວຽກ​ນຳ​ຄົນ​ທີ່​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ. 25 ແຕ່​ເມື່ອ​ອາຍຸ​ຮອດ 50 ປີ ລາວ​ຈະ​ກະສຽນ​ແລະ​ບໍ່​ຕ້ອງ​ເຮັດ​ວຽກ​ຮັບ​ໃຊ້​ນັ້ນ​ອີກ​ຕໍ່​ໄປ. 26 ລາວ​ສະໝັກ​ໃຈ​ໄປ​ຊ່ວຍ​ພີ່ນ້ອງ​ຂອງ​ລາວ​ທີ່​ມີ​ໜ້າ​ທີ່​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ​ໄດ້ ແຕ່​ລາວ​ຈະ​ບໍ່​ມີ​ວຽກ​ທີ່​ຕ້ອງ​ຮັບຜິດຊອບ. ນີ້​ແມ່ນ​ສິ່ງ​ທີ່​ເຈົ້າ​ຕ້ອງ​ເຮັດ​ກ່ຽວ​ກັບ​ພວກເລວີ​ແລະ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ.”+

9 ໃນ​ເດືອນ​ທີ 1+ ຂອງ​ປີ​ທີ 2 ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ອອກ​ມາ​ຈາກ​ແຜ່ນດິນ​ເອຢິບ ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ຢູ່​ບ່ອນ​ກັນ​ດານ​ຊີນາຍ​ວ່າ: 2 “ພວກ​ອິດສະຣາເອນ​ຕ້ອງ​ກຽມ​ເຄື່ອງ​ບູຊາ​ສຳລັບ​ເທດສະການ​ປັດສະຄາ+ຕາມ​ເວລາ​ທີ່​ກຳ​ນົດ​ໄວ້.+ 3 ໃນ​ວັນ​ທີ 14 ຂອງ​ເດືອນ​ນີ້​ຕອນ​ໃກ້​ຊິ​ຄ່ຳ* ພວກ​ເຈົ້າ​ຕ້ອງ​ກຽມ​ເຄື່ອງ​ບູຊາ​ຕາມ​ເວລາ​ທີ່​ກຳນົດ​ໄວ້. ພວກ​ເຈົ້າ​ຕ້ອງ​ກຽມ​ຕາມ​ຄຳ​ສັ່ງ​ທຸກ​ຢ່າງ ແລະ​ຕາມ​ຂັ້ນ​ຕອນ​ທີ່​ກຳນົດ​ໄວ້​ທັງ​ໝົດ.”+

4 ແລ້ວ​ໂມເຊ​ກໍ​ບອກ​ພວກ​ອິດສະຣາເອນ​ໃຫ້​ກຽມ​ເຄື່ອງ​ບູຊາ​ສຳລັບ​ເທດສະການ​ປັດສະຄາ. 5 ໃນ​ວັນ​ທີ 14 ຂອງ​ເດືອນ​ທີ 1 ຕອນ​ໃກ້​ຊິ​ຄ່ຳ ພວກ​ອິດສະຣາເອນ​ກໍ​ກຽມ​ເຄື່ອງ​ບູຊາ​ສຳລັບ​ເທດສະການ​ປັດສະຄາ​ຢູ່​ບ່ອນ​ກັນ​ດານ​ຊີນາຍ. ເຂົາ​ເຈົ້າ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ.

6 ແຕ່​ມີ​ຄົນ​ກຸ່ມ​ໜຶ່ງ​ທີ່​ບໍ່​ສະອາດ​ຍ້ອນ​ໄປ​ຖືກ​ຫຼື​ໄປ​ບາຍ​ສົບ​ຄົນ​ຕາຍ+ ເຂົາ​ເຈົ້າ​ຈຶ່ງ​ບໍ່​ສາມາດ​ກຽມ​ເຄື່ອງ​ບູຊາ​ສຳລັບ​ເທດສະການ​ປັດສະຄາ​ໃນ​ມື້​ນັ້ນ​ໄດ້. ເຂົາ​ເຈົ້າ​ກໍ​ເລີຍ​ພາກັນ​ໄປ​ຫາ​ໂມເຊ​ກັບ​ອາໂຣນ​ໃນ​ມື້​ນັ້ນ+ 7 ແລະ​ເວົ້າ​ວ່າ: “ພວກ​ເຮົາ​ບໍ່​ສະອາດ​ຍ້ອນ​ໄປ​ຖືກ​ຫຼື​ໄປ​ບາຍ​ສົບ​ຄົນ​ຕາຍ ແຕ່​ພວກ​ເຮົາ​ຢາກ​ກຽມ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ​ຕາມ​ເວລາ​ທີ່​ກຳນົດ​ໄວ້​ຄື​ກັບ​ຄົນ​ອິດສະຣາເອນ​ຄົນ​ອື່ນ​ໆ​. ພວກ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ?”+ 8 ໂມເຊ​ຈຶ່ງ​ບອກ​ເຂົາ​ເຈົ້າ​ວ່າ: “ໃຫ້ຖ້າ​ຢູ່​ນີ້​ກ່ອນ ແລ້ວ​ຂ້ອຍ​ຊິ​ໄປ​ຖາມ​ພະ​ເຢໂຫວາ​ວ່າ​ເພິ່ນ​ຊິ​ໃຫ້​ພວກ​ເຈົ້າ​ເຮັດ​ແນວ​ໃດ.”+

9 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: 10 “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ເຖິງ​ວ່າ​ພວກ​ເຈົ້າ​ຫຼື​ລູກ​ຫຼານ​ຂອງ​ພວກ​ເຈົ້າ​ຄົນ​ໃດ​ບໍ່​ສະອາດ​ຍ້ອນ​ໄປ​ຖືກ​ຫຼື​ໄປ​ບາຍ​ສົບ​ຄົນ​ຕາຍ+ ຫຼື​ໄດ້​ເດີນ​ທາງ​ໄກ ຄົນ​ນັ້ນ​ກໍ​ຍັງ​ຕ້ອງ​ກຽມ​ເຄື່ອງ​ບູຊາ​ສຳລັບ​ເທດສະການ​ປັດສະຄາ​ໃຫ້​ພະ​ເຢໂຫວາ​ຢູ່. 11 ເຂົາ​ເຈົ້າຕ້ອງ​ກຽມ​ຕອນໃກ້​ຊິ​ຄ່ຳ​ໃນ​ວັນ​ທີ 14 ຂອງ​ເດືອນ​ທີ 2 ແທນ.+ ເຂົາ​ເຈົ້າ​ຕ້ອງ​ກິນ​ເຄື່ອງ​ບູຊາ​ນັ້ນ​ກັບ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ແລະ​ຜັກ​ທີ່​ມີລົດ​ຂົມ.+ 12 ຫ້າມ​ເຂົາ​ເຈົ້າ​ຈົ່ງ​ສ່ວນ​ທີ່​ເຫຼືອ​ຂອງ​ເຄື່ອງ​ບູຊາ​ໄວ້​ຈົນ​ຮອດ​ເຊົ້າ​ມື້​ຕໍ່​ໄປ+ ແລະ​ຫ້າມ​ຫັກ​ກະດູກ​ຂອງ​ສັດ​ທີ່​ເປັນ​ເຄື່ອງ​ບູຊາ​ນັ້ນ.+ ເຂົາ​ເຈົ້າ​ຕ້ອງ​ກຽມ​ເຄື່ອງ​ບູຊາ​ຕາມ​ຄຳ​ສັ່ງ​ທຸກ​ຢ່າງ​ກ່ຽວ​ກັບ​ເທດ​ສະການ​ປັດສະຄາ. 13 ຖ້າ​ຜູ້​ໃດ​ສະອາດ​ຢູ່​ແລ້ວ ຫຼື​ບໍ່​ໄດ້​ເດີນ​ທາງ​ໄກ ແຕ່​ບໍ່​ໄດ້​ກຽມ​ເຄື່ອງ​ບູຊາ​ສຳລັບ​ເທດສະການ​ປັດສະຄາ ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ+ ຍ້ອນ​ລາວ​ບໍ່​ໄດ້​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ພະ​ເຢໂຫວາ​ຕາມ​ເວລາ​ທີ່​ກຳນົດ​ໄວ້. ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ລົງໂທດ.

14 ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ​ກໍ​ຕ້ອງ​ກຽມ​ເຄື່ອງ​ບູຊາ​ສຳລັບ​ເທດສະການ​ປັດສະຄາ​ໃຫ້​ພະ​ເຢໂຫວາ​ຄື​ກັນ.+ ເຂົາ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຄຳ​ສັ່ງ​ແລະ​ຂັ້ນ​ຕອນ​ທີ່​ກຳນົດ​ໄວ້​ກ່ຽວ​ກັບ​ເທດ​ສະການ​ປັດສະຄາ.+ ທັງ​ຄົນ​ຕ່າງ​ຊາດ​ແລະ​ຄົນ​ອິດສະຣາເອນ​ຕ້ອງ​ເຮັດ​ຕາມ​ຄຳ​ສັ່ງ​ອັນ​ດຽວ​ກັນ.’”+

15 ໃນ​ມື້​ທີ່​ຕັ້ງ​ເຕັ້ນ​ສັກສິດ+​ຈະ​ມີຂີ້ເຝື້ອ​ປົກ​ຄຸມ​ຢູ່​ເທິງ​ເຕັ້ນ​ນັ້ນທີ່​ມີ​ຫີບ​ສັນຍາ.* ແຕ່​ໃນ​ຕອນ​ແລງ​ຂີ້ເຝື້ອ​ນັ້ນ​ຈະ​ເປັນ​ຄື​ກັບ​ໄຟ​ແລະ​ປົກ​ຄຸມ​ຢູ່​ເທິງ​ເຕັ້ນ​ນັ້ນ​ຈົນ​ຮອດ​ຕອນ​ເຊົ້າ.+ 16 ໃນ​ມື້​ຕໍ່​ໆ​ໄປ​ກໍ​ເປັນ​ແນວ​ນັ້ນ​ຄື​ກັນ. ຕອນ​ກາງເວັນ​ຈະ​ມີ​ຂີ້ເຝື້ອ​ປົກ​ຄຸມ​ຢູ່​ເທິງ​ເຕັ້ນ ແລະ​ຕອນ​ກາງຄືນ​ຂີ້​ເຝື້ອ​ນັ້ນ​ຈະ​ເປັນ​ຄື​ກັບ​ໄຟ​ປົກ​ຄຸມ​ຢູ່​ເທິງ​ເຕັ້ນ​ນັ້ນ.+ 17 ແຕ່​ເມື່ອ​ໃດ​ກໍ​ຕາມ​ທີ່​ຂີ້ເຝື້ອ​ນັ້ນ​ລອຍ​ຂຶ້ນ​ໄປ​ຈາກ​ເຕັ້ນ ພວກ​ອິດສະຣາເອນ​ຈະ​ຍ້າຍ​ຄ້າຍ​ພັກ​ທັນທີ+ ແລະ​ຖ້າ​ຂີ້ເຝື້ອ​ໄປ​ຢຸດ​ຢູ່​ບ່ອນ​ໃດ ພວກ​ອິດສະຣາເອນ​ກໍ​ຈະ​ຕັ້ງ​ຄ້າຍ​ພັກ​ຢູ່​ບ່ອນ​ນັ້ນ.+ 18 ພວກ​ອິດສະຣາເອນ​ຍ້າຍ​ຄ້າຍ​ພັກ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ ແລະ​ຕັ້ງ​ຄ້າຍ​ພັກ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ.+ ຖ້າ​ຂີ້ເຝື້ອ​ຍັງ​ປົກ​ຄຸມ​ຢູ່​ເທິງ​ເຕັ້ນ​ສັກສິດ ເຂົາ​ເຈົ້າ​ກໍ​ຈະ​ບໍ່​ຍ້າຍ​ຄ້າຍ​ພັກ​ໄປ​ໃສ. 19 ຖ້າ​ຂີ້ເຝື້ອ​ປົກ​ຄຸມ​ຢູ່​ເທິງ​ເຕັ້ນ​ສັກສິດ​ຫຼາຍ​ມື້ ພວກ​ອິດສະຣາເອນ​ກໍເຊື່ອ​ຟັງ​ພະ​ເຢໂຫວາແລະ​ຕັ້ງ​ຄ້າຍ​ພັກ​ຢູ່​ບ່ອນ​ເກົ່າ.+ 20 ແຕ່​ບາງເທື່ອ​ຂີ້ເຝື້ອ​ກໍ​ປົກ​ຄຸມ​ຢູ່​ເທິງ​ເຕັ້ນ​ສັກສິດບໍ່​ເທົ່າ​ໃດ​ມື້. ເຂົາ​ເຈົ້າ​ຕັ້ງ​ຄ້າຍ​ພັກ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ ແລະ​ຍ້າຍ​ຄ້າຍ​ພັກ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ. 21 ບາງເທື່ອ​ຂີ້ເຝື້ອ​ກໍ​ປົກ​ຄຸມພຽງ​ແຕ່ຕອນ​ແລງ​ຈົນ​ຮອດ​ຕອນ​ເຊົ້າ​ເທົ່າ​ນັ້ນ ແລະ​ເມື່ອ​ຂີ້ເຝື້ອ​ລອຍ​ຂຶ້ນ​ໄປ​ຈາກ​ເຕັ້ນ​ໃນ​ຕອນ​ເຊົ້າ ເຂົາ​ເຈົ້າ​ກໍ​ຍ້າຍ​ຄ້າຍ​ພັກ. ບໍ່​ວ່າ​ຈະ​ເປັນ​ກາງເວັນ​ຫຼື​ກາງຄືນ ເມື່ອ​ຂີ້ເຝື້ອ​ລອຍ​ຂຶ້ນ​ໄປ ເຂົາ​ເຈົ້າ​ກໍ​ພາກັນ​ຍ້າຍ​ຄ້າຍ​ພັກ.+ 22 ຖ້າ​ຂີ້ເຝື້ອ​ຍັງ​ປົກ​ຄຸມ​ຢູ່​ເທິງ​ເຕັ້ນ​ສັກສິດ ບໍ່​ວ່າ​ຈະ​ເປັນ 2 ມື້ 1 ເດືອນ ຫຼື​ດົນ​ກວ່າ​ນັ້ນ ພວກ​ອິດສະຣາເອນ​ກໍ​ຈະ​ຕັ້ງ​ຄ້າຍ​ພັກ​ຢູ່​ບ່ອນ​ເກົ່າ ແລະ​ບໍ່​ໄດ້​ຍ້າຍ​ໄປ​ໃສ. ແຕ່​ຖ້າ​ຂີ້ເຝື້ອ​ລອຍ​ຂຶ້ນ​ໄປ​ຈາກ​ເຕັ້ນ ເຂົາ​ເຈົ້າ​ກໍ​ຈະ​ຍ້າຍ​ຄ້າຍ​ພັກ. 23 ເຂົາ​ເຈົ້າ​ຕັ້ງ​ຄ້າຍ​ພັກ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ ແລະ​ຍ້າຍ​ຄ້າຍ​ພັກ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ. ເຂົາ​ເຈົ້າ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ຜ່ານ​ທາງ​ໂມເຊ.

10 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: 2 “ໃຫ້​ເອົາ​ເງິນ​ມາ​ຕີ​ເປັນ​ແກ+ 2 ໜ່ວຍ ເພື່ອ​ໃຊ້​ເປົ່າ​ເອີ້ນ​ປະຊາຊົນ​ໃຫ້​ມາ​ປະຊຸມ​ກັນ ແລະ​ເປົ່າ​ໃຫ້ສັນຍານ​ຍ້າຍ​ຄ້າຍພັກ. 3 ເມື່ອ​ເປົ່າ​ແກ​ທັງ​ສອງ​ໜ່ວຍ ພວກ​ອິດສະຣາເອນ​ທຸກ​ຄົນຕ້ອງ​ມາ​ຫາ​ເຈົ້າ​ຢູ່​ທາງເຂົ້າ​ເຕັ້ນ​ສັກສິດ.*+ 4 ຖ້າ​ເປົ່າ​ແກ​ໜ່ວຍ​ດຽວ ມີ​ແຕ່​ພວກ​ຫົວ​ໜ້າ​ທີ່​ເບິ່ງ​ແຍງ​ກຸ່ມ​ຄົນອິດສະຣາເອນ​ເທົ່າ​ນັ້ນ​ທີ່​ຕ້ອງ​ມາ​ຫາ​ເຈົ້າ.+

5 ເມື່ອ​ເປົ່າ​ແກ​ເປັນສຽງ​ສູງ​ແລະ​ສຽງ​ຕ່ຳ ຄົນທີ່​ຕັ້ງ​ເຕັ້ນ​ຢູ່​ທາງ​ທິດ​ຕາເວັນ​ອອກ+​ຕ້ອງ​ອອກ​ເດີນ​ທາງ. 6 ເມື່ອ​ເປົ່າ​ແກ​ເປັນ​ສຽງ​ສູງ​ແລະ​ສຽງ​ຕ່ຳ​ເທື່ອ​ທີ 2 ຄົນທີ່​ຕັ້ງ​ເຕັ້ນ​ຢູ່​ທາງ​ທິດໃຕ້+ຕ້ອງ​ອອກ​ເດີນ​ທາງ. ເຂົາ​ເຈົ້າ​ຕ້ອງ​ເປົ່າ​ແກ​ແບບ​ນີ້​ທຸກ​ໆ​ເທື່ອ​ທີ່​ຄົນຈຸໜຶ່ງ​ຈະ​ອອກ​ເດີນ​ທາງ.

7 ເມື່ອ​ເປົ່າ​ແກ​ເອີ້ນ​ປະຊາຊົນ​ໃຫ້​ມາ​ປະຊຸມ​ກັນ+ ຢ່າ​ເປົ່າ​ເປັນ​ສຽງ​ສູງ​ແລະ​ສຽງ​ຕ່ຳ. 8 ພວກ​ລູກ​ຊາຍ​ຂອງ​ອາໂຣນ​ທີ່​ເປັນ​ປະໂລຫິດ​ຕ້ອງ​ເປັນ​ຄົນເປົ່າ​ແກ.+ ການ​ເປົ່າ​ແກ​ແນວ​ນີ້ ເຂົາ​ເຈົ້າ​ຕ້ອງເຮັດ​ໄປ​ຈົນ​ຮອດ​ລຸ້ນ​ລູກລຸ້ນ​ຫຼານ​ຕໍ່​ໆ​ໄປ.

9 ຖ້າ​ພວກ​ເຈົ້າ​ຕ້ອງ​ຕໍ່ສູ້​ກັບ​ສັດຕູ​ທີ່​ຢູ່​ໃນ​ແຜ່ນດິນ​ຂອງ​ພວກ​ເຈົ້າ ພວກ​ເຈົ້າ​ຕ້ອງ​ເປົ່າ​ແກ​ເປັນ​ສັນຍານ​ໃຫ້​ທະຫານ​ກຽມ​ໂຕ​ໄປ​ສູ້ຮົບ+ ແລ້ວ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ສົນ​ໃຈ​ແລະ​ຊ່ວຍ​ພວກ​ເຈົ້າ​ໃຫ້ພົ້ນ​ຈາກ​ສັດຕູ.

10 ນອກ​ຈາກ​ນັ້ນ ໃນ​ຍາມ​ທີ່​ພວກ​ເຈົ້າ​ມ່ວນ​ຊື່ນ+ ເຊັ່ນ ຕອນ​ສະຫຼອງ​ເທດສະການ​ຕ່າງ​ໆ​+ແລະ​ຕອນ​ຕົ້ນ​ເດືອນ ພວກ​ເຈົ້າ​ຕ້ອງ​ເປົ່າ​ແກຕໍ່​ໜ້າ​ເຄື່ອງບູຊາ​ເຜົາ+ ແລະ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ຂອງ​ພວກ​ເຈົ້າ. ການ​ເປົ່າ​ແກ​ນີ້​ຈະ​ເຮັດ​ໃຫ້ພະເຈົ້າ​ລະນຶກ​ເຖິງ​ພວກ​ເຈົ້າ. ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.”+

11 ໃນ​ວັນ​ທີ 20 ເດືອນ​ທີ 2 ຂອງ​ປີ​ທີ 2+ ຂີ້ເຝື້ອ​ໄດ້​ລອຍ​ຂຶ້ນ​ຈາກ​ເຕັ້ນ​ສັກສິດ+​ທີ່​ມີ​ຫີບ​ສັນຍາ*ຢູ່ 12 ພວກ​ອິດສະຣາເອນ​ກໍ​ເລີຍ​ເລີ່ມ​ອອກ​ເດີນ​ທາງ​ຈາກ​ບ່ອນ​ກັນ​ດານ​ຊີນາຍ​ຕາມ​ລຳດັບ​ຂອງ​ເຂົາ​ເຈົ້າ+ ແລະ​ຂີ້ເຝື້ອ​ໄດ້​ຢຸດ​ຢູ່​ບ່ອນ​ກັນ​ດານ​ປາຣານ.+ 13 ນີ້​ເປັນ​ເທື່ອ​ທຳອິດ​ທີ່​ເຂົາ​ເຈົ້າ​ຍ້າຍ​ຄ້າຍ​ພັກ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ຜ່ານ​ທາງ​ໂມເຊ.+

14 ຈຸ​ທີ່​ມີ 3 ຕະກູນ​ເຊິ່ງ​ນຳ​ໜ້າ​ໂດຍ​ຕະກູນ​ຢູດາ​ໄດ້​ອອກ​ເດີນ​ທາງ​ຕາມ​ກຸ່ມ​ຄົນຂອງ​ເຂົາ​ເຈົ້າ​ເປັນ​ຈຸ​ທຳອິດ. ນາໂຊນ+ລູກ​ຊາຍ​ຂອງ​ອຳມີນາດາບ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ຢູດາ. 15 ເນທາເນນ+​ລູກ​ຊາຍ​ຂອງ​ຊຸ​ອາ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ອິດຊາຄາ. 16 ເອລີອາບ+​ລູກ​ຊາຍ​ຂອງ​ເຮໂລນ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ເຊບູລູນ.

17 ເມື່ອ​ມ້າງ​ເຕັ້ນ​ສັກສິດ​ແລ້ວ​ໆ​+ ລູກ​ຫຼານ​ເກໂຊນ+​ກັບ​ລູກ​ຫຼານ​ເມຣາຣີ+​ເຊິ່ງ​ເຮັດ​ໜ້າ​ທີ່​ຂົນ​ເຕັ້ນ​ສັກສິດ​ກໍ​ອອກ​ເດີນ​ທາງ.

18 ຫຼັງ​ຈາກ​ນັ້ນ ຈຸ​ທີ່​ມີ 3 ຕະກູນ​ເຊິ່ງ​ນຳ​ໜ້າ​ໂດຍ​ຕະກູນ​ຣູເບັນ​ໄດ້​ອອກ​ເດີນ​ທາງ​ຕາມ​ກຸ່ມ​ຄົນຂອງ​ເຂົາ​ເຈົ້າ. ເອລີ​ຊູ+ລູກ​ຊາຍ​ຂອງ​ເຊເດອູ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ຣູເບັນ. 19 ເຊລູມີເອນ+​ລູກ​ຊາຍ​ຂອງ​ຊູຣີຊັດດາຍ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ຊີເມໂອນ. 20 ເອລີຢາສັບ+​ລູກ​ຊາຍ​ຂອງ​ດູເອນ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ຄາດ.

21 ຈາກ​ນັ້ນ ພວກ​ລູກ​ຫຼານ​ໂກຮາດ​ເຊິ່ງ​ເປັນ​ຜູ້​ຂົນ​ເຄື່ອງ​ຂອງ​ບໍລິສຸດ+​ໄດ້​ອອກ​ເດີນ​ທາງ. ເຕັ້ນ​ສັກສິດ​ຕ້ອງ​ຕັ້ງ​ໃຫ້​ແລ້ວ​ກ່ອນ​ທີ່​ພວກ​ລູກ​ຫຼານ​ໂກຮາດ​ຈະ​ໄປ​ຮອດ.

22 ຫຼັງ​ຈາກ​ນັ້ນ ຈຸ​ທີ່​ມີ 3 ຕະກູນ​ເຊິ່ງ​ນຳ​ໜ້າ​ໂດຍ​ຕະກູນ​ເອຟຣາຢິມ​ໄດ້​ອອກ​ເດີນ​ທາງ​ຕາມ​ກຸ່ມ​ຄົນຂອງ​ເຂົາ​ເຈົ້າ. ເອລີຊາມາ+​ລູກ​ຊາຍ​ຂອງ​ອຳມີຮຸດ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ເອຟຣາຢິມ. 23 ຄາມາລີ​ເອັນ+​ລູກ​ຊາຍ​ຂອງ​ເປດາຊູ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ມານາເຊ. 24 ອາບີດານ+ລູກ​ຊາຍ​ຂອງ​ກິເດໂອນີ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ເບັນຢາມິນ.

25 ຫຼັງ​ຈາກ​ນັ້ນ ຈຸ​ທີ່​ມີ 3 ຕະກູນ​ເຊິ່ງ​ນຳ​ໜ້າ​ໂດຍ​ຕະກູນ​ດານ​ໄດ້​ອອກ​ເດີນ​ທາງ​ຕາມ​ກຸ່ມ​ຄົນຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ອອກ​ເດີນ​ທາງ​ເປັນ​ຈຸ​ສຸດທ້າຍເພື່ອ​ປົກ​ປ້ອງ​ຈຸອື່ນ​ໆ​. ອາຮີເອເຊ+​ລູກ​ຊາຍ​ຂອງ​ອຳມີຊັດດາຍ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ດານ. 26 ປາກີເອນ+ລູກ​ຊາຍ​ຂອງ​ອົກຣັນ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ອາເຊ. 27 ອາຮີລາ+​ລູກ​ຊາຍ​ຂອງ​ເອນັນ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ນັບທາລີ. 28 ເມື່ອ​ພວກ​ອິດສະຣາເອນ​ຍ້າຍ​ຄ້າຍ​ພັກ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ຕາມ​ກຸ່ມ​ຄົນຂອງ​ເຂົາ​ເຈົ້າ​ຕາມ​ລຳດັບ​ນີ້.+

29 ໂມເຊ​ເວົ້າ​ກັບ​ໂຮບັບ​ລູກ​ຊາຍ​ຂອງ​ເຣອູເອນ+​ຄົນມີດີອານ​ທີ່​ເປັນ​ພໍ່​ເຖົ້າ​ຂອງ​ລາວ​ວ່າ: “ພວກ​ເຮົາ​ຈະ​ເດີນ​ທາງ​ໄປແຜ່ນດິນ​ທີ່​ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້ພວກ​ເຮົາ+ ພໍ່​ໄປ​ກັບ​ພວກ​ເຮົາ​ເນາະ.+ ພວກ​ເຮົາ​ຊິ​ເຮັດ​ດີ​ກັບ​ພໍ່ ເພາະພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ສິ່ງ​ດີ​ໆ​ກັບ​ພວກ​ອິດສະຣາເອນ.”+ 30 ແຕ່​ໂຮບັບ​ບອກ​ວ່າ: “ພໍ່​ບໍ່​ໄດ້​ໄປ​ເດີ້. ພໍ່​ຈະກັບ​ໄປ​ບ້ານ​ເກີດ​ແລະ​ໄປ​ຫາ​ຍາດ​ຕິພີ່ນ້ອງ​ຂອງ​ພໍ່.” 31 ໂມເຊ​ກໍ​ເລີຍ​ເວົ້າ​ວ່າ: “ຂໍ​ຢ່າ​ໄປ​ຈາກ​ພວກ​ເຮົາ​ເລີຍ ເພາະ​ພໍ່​ຮູ້​ວ່າ​ພວກ​ເຮົາ​ຄວນ​ຕັ້ງ​ຄ້າຍ​ພັກ​ຢູ່​ໃສ​ໃນ​ບ່ອນ​ກັນ​ດານ ແລະ​ພໍ່​ເປັນ​ຄົນນຳ​ທາງ​ໃຫ້​ພວກ​ເຮົາ​ໄດ້. 32 ຖ້າ​ພໍ່​ໄປ​ກັບ​ພວກ​ເຮົາ+ ບໍ່ວ່າ​ພະ​ເຢໂຫວາ​ຈະ​ອວຍພອນ​ຫຍັງໃຫ້​ພວກ​ເຮົາ ພໍ່​ກໍ​ຈະ​ໄດ້​ຮັບປະໂຫຍດຄື​ກັນ.”

33 ແລ້ວ​ເຂົາ​ເຈົ້າ​ກໍ​ເດີນ​ທາງ​ອອກ​ຈາກ​ພູ​ຂອງ​ພະ​ເຢໂຫວາ+​ເປັນ​ເວລາ 3 ມື້. ຕະຫຼອດ 3 ມື້​ນັ້ນ ຄົນທີ່​ຫາມຫີບ​ສັນຍາ+ຂອງ​ພະ​ເຢໂຫວາ​ໄດ້​ອອກ​ໜ້າ​ໄປ​ກ່ອນ ເພື່ອ​ຫາ​ບ່ອນ​ພັກ​ໃຫ້​ທຸກ​ຄົນໃນ​ແຕ່​ລະ​ມື້.+ 34 ຕອນ​ທີ່ເຂົາ​ເຈົ້າ​ເດີນ​ທາງ ຂີ້ເຝື້ອ+ຂອງ​ພະ​ເຢໂຫວາ​ໄດ້​ນຳ​ໜ້າເຂົາ​ເຈົ້າ​ໃນ​ຕອນ​ກາງເວັນ.

35 ທຸກ​ເທື່ອ​ທີ່​ມີການ​ຍ້າຍ​ຫີບ​ສັນຍາ ໂມເຊ​ຈະ​ເວົ້າ​ວ່າ: “ພະ​ເຢໂຫວາ​ເອີ້ຍ ຂໍ​ໃຫ້​ພະອົງ​ເຮັດ​ຫຍັງ​ບາງ​ຢ່າງ+ ແລະ​ເຮັດ​ໃຫ້​ສັດຕູ​ຂອງ​ພະອົງ​ກະຈັດກະຈາຍ​ກັນ​ໄປ. ຂໍ​ໃຫ້​ຄົນ​ທີ່​ກຽດ​ຊັງ​ພະອົງ​ໜີ​ຈາກ​ພະອົງ.” 36 ຕອນ​ທີ່​ປົງ​ຫີບ​ລົງ ລາວ​ກໍ​ຈະ​ເວົ້າ​ວ່າ: “ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ຢູ່​ນຳ​ພວກ​ອິດສະຣາເອນ​ທີ່​ມີ​ຫຼາຍ​ຈົນ​ນັບ​ບໍ່​ໄດ້*ນີ້.”+

11 ປະຊາຊົນ​ເລີ່ມຈົ່ມ​ແທ້​ຈົ່ມ​ວ່າໃຫ້​ພະ​ເຢໂຫວາ. ເມື່ອ​ພະ​ເຢໂຫວາ​ໄດ້​ຍິນ ເພິ່ນ​ກໍ​ໃຈ​ຮ້າຍ​ຫຼາຍ ແລະ​ພະ​ເຢໂຫວາ​ໄດ້​ສົ່ງ​ໄຟ​ລົງ​ມາ​ເຜົາ​ບາງຄົນ​ທີ່​ຢູ່ແຖວ​ຂອບ​ຂອງຄ້າຍ​ພັກ. 2 ເມື່ອ​ປະຊາຊົນ​ໄປຮ້ອງ​ຂໍໃຫ້​ໂມເຊ​ຊ່ວຍ ໂມເຊ​ກໍ​ອະທິດຖານ​ເຖິງ​ພະ​ເຢໂຫວາ+ ແລ້ວ​ໄຟ​ນັ້ນ​ກໍ​ມອດ​ໄປ. 3 ເຂົາ​ເຈົ້າ​ກໍ​ເລີຍ​ຕັ້ງ​ຊື່​ບ່ອນ​ນັ້ນ​ວ່າຕາ​ເບຣາ* ຍ້ອນ​ພະ​ເຢໂຫວາ​ໄດ້​ສົ່ງ​ໄຟ​ລົງ​ມາ​ເຜົາ​ເຂົາ​ເຈົ້າ​ຢູ່​ຫັ້ນ.+

4 ຄົນຕ່າງ​ຊາດ+ທີ່​ຢູ່​ນຳ​ເຂົາ​ເຈົ້າ​ເລີ່ມໂລບຢາກ​ກິນອາຫານ​ແນວ​ອື່ນ+ ພວກ​ອິດສະຣາເອນ​ກໍ​ເລີຍ​ຮ້ອງ​ຄາງ​ແລ້ວ​ເວົ້າ​ວ່າ: “ໃຜ​ກະ​ໄດ້​ເອົາ​ຊີ້ນ​ມາ​ໃຫ້​ພວກ​ເຮົາ​ກິນ​ແດ່.+ 5 ຈັ່ງ​ແມ່ນ​ຄິດ​ຮອດ​ປາ​ຢູ່​ເອຢິບ​ເດ້ ບໍ່​ຕ້ອງ​ຊື້​ກໍ​ມີ​ກິນ. ພວກ​ເຮົາ​ຢາກ​ກິນ​ໝາກ​ແຕງ ໝາກ​ໂມ ຕົ້ນ​ຫອມ​ບົ່ວ​ໃຫຍ່ ຫົວ​ຜັກບົ່ວ​ໃຫຍ່ ແລະ​ກະທຽມ!+ 6 ພວກ​ເຮົາ​ບໍ່​ມີ​ເຫື່ອ​ບໍ່​ມີ​ແຮງ​ແລ້ວ ໄດ້​ກິນ​ແຕ່​ມານາ​ນີ້ ບໍ່​ໄດ້​ກິນ​ແນວ​ອື່ນ​ເລີຍ.”+

7 ມານາ+​ຄ້າຍ​ຄື​ກັບເມັດ​ຫອມ​ປ້ອມ+ ແລະ​ສີ​ຂອງ​ມັນ​ຄ້າຍ​ຄື​ກັບ​ຢາງ​ໄມ້​ຫອມ. 8 ປະຊາຊົນ​ຈະ​ແຍກ​ກັນ​ໄປ​ເກັບ​ມານາ​ຢູ່​ບ່ອນ​ຕ່າງ​ໆ​ ແລະ​ເອົາ​ມາ​ບົດ​ຢູ່​ຫີນ​ໂມ້ ຫຼື​ເອົາ​ມາ​ຕຳ​ໃນ​ຄົກ. ຈາກ​ນັ້ນ​ກໍ​ຈະ​ເອົາ​ໄປ​ຕົ້ມ​ໃສ່​ໝໍ້ ຫຼື​ເອົາ​ໄປ​ເຮັດ​ເປັນ​ເຂົ້າຈີ່​ກ້ອນ​ມົນ​ໆ​.+ ລົດ​ຊາດ​ຂອງ​ມັນ​ຄື​ກັບເຂົ້າໜົມເຄັກ​ຫວານ​ໆ​ໃສ່​ນ້ຳມັນ. 9 ຕອນ​ກາງຄືນ ເມື່ອ​ມີ​ນ້ຳ​ຄ້າງ​ຕົກ​ໃນ​ຄ້າຍ​ພັກ ມານາ​ກໍ​ຈະ​ຕົກ​ມາ​ຢອງ​ຢູ່​ເທິງ​ນ້ຳ​ຄ້າງ.+

10 ໂມເຊ​ໄດ້​ຍິນທຸກ​ຄອບຄົວ​ພາກັນຈົ່ມ ແລະຮ້ອງ​ຄາງຢູ່​ທາງເຂົ້າ​ເຕັ້ນ​ຂອງ​ໂຕເອງ. ພະ​ເຢໂຫວາ​ໃຈ​ຮ້າຍ​ຫຼາຍ+ ແລະ​ໂມເຊ​ກໍ​ໃຈ​ຮ້າຍ​ຫຼາຍ​ຄື​ກັນ. 11 ໂມເຊ​ເລີຍ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ: “ເປັນ​ຫຍັງ​ພະອົງ​ເຮັດ​ໃຫ້​ລູກ​ລຳບາກ​ໃຈ​ແນວ​ນີ້? ພະອົງ​ບໍ່​ພໍໃຈ​ລູກ​ບໍ ພະອົງ​ຈຶ່ງ​ເອົາ​ວຽກ​ໜັກ​ມາ​ໃຫ້​ລູກ ແລະ​ໃຫ້​ລູກ​ເບິ່ງ​ແຍງ​ຄົນ​ພວກ​ນີ້?+ 12 ລູກ​ເບັ່ງ​ຄົນ​ພວກ​ນີ້​ອອກ​ມາ​ບໍ ພະອົງ​ຈຶ່ງ​ບອກ​ລູກ​ວ່າ ‘ໃຫ້ອູ້ມ​ເຂົາ​ເຈົ້າ​ໄວ້​ຢູ່​ເອິກ​ຂອງ​ເຈົ້າ​ຄື​ກັບ​ຄົນ​ລ້ຽງ​ແອ​ນ້ອຍ’ ເພື່ອ​ໄປ​ແຜ່ນດິນ​ທີ່​ພະອົງ​ສັນຍາ​ວ່າ​ຈະ​ເອົາ​ໃຫ້​ປູ່​ຍ່າ​ຕາ​ນາຍ​ຂອງ​ເຂົາ​ເຈົ້າ?+ 13 ລູກ​ຈະ​ເອົາ​ຊີ້ນ​ມາ​ແຕ່​ໃສ​ໃຫ້​ພວກ​ນີ້​ກິນ? ເຂົາ​ເຈົ້າ​ເວົ້າ​ບໍ່​ຢຸດ​ບໍ່​ເຊົາ​ວ່າ ‘ເອົາ​ຊີ້ນ​ມາ​ໃຫ້​ພວກ​ເຮົາ​ກິນ​ແດ່​ແມ້!’ 14 ລູກ​ເບິ່ງ​ແຍງ​ຄົນ​ພວກ​ນີ້​ຄົນ​ດຽວ​ບໍ່​ໄຫວ​ແລ້ວ. ວຽກ​ນີ້​ມັນ​ໜັກ​ໂພດ.+ 15 ຖ້າ​ພະອົງ​ຈະ​ເຮັດ​ກັບ​ລູກ​ແນວ​ນີ້ ກໍ​ຂໍ​ໃຫ້​ພະອົງ​ຂ້າ​ລູກ​ຕອນ​ນີ້​ເລີຍ​ດີ​ກວ່າ.+ ແຕ່​ຖ້າ​ພະອົງ​ພໍ​ໃຈ​ລູກ ກໍ​ຂໍ​ຊ່ວຍ​ໃຫ້​ລູກ​ບໍ່​ຕ້ອງ​ເຈິ​ເລື່ອງ​ຫຍຸ້ງຍາກ​ໃຈ​ແນວ​ນີ້​ອີກ.”

16 ພະ​ເຢໂຫວາ​ຕອບ​ໂມເຊ​ວ່າ: “ໃຫ້​ເລືອກ 70 ຄົນ​ຈາກ​ພວກ​ຜູ້​ນຳ​ອິດສະຣາເອນ​ມາ​ໃຫ້​ເຮົາ ເຊິ່ງ​ເປັນ​ຄົນ​ທີ່​ເຈົ້າ​ຮູ້​ວ່າ​ຈະ​ເຮັດ​ວຽກ​ຜູ້​ນຳ​ແລະ​ເບິ່ງ​ແຍງ​ປະຊາຊົນ​ໄດ້​ດີ.+ ໃຫ້​ພາ​ເຂົາ​ເຈົ້າ​ໄປ​ເຕັ້ນ​ສັກສິດ* ແລະ​ໃຫ້​ເຂົາ​ເຈົ້າ​ຢືນ​ຢູ່​ຫັ້ນ​ນຳ​ເຈົ້າ. 17 ເຮົາ​ຈະ​ລົງ​ມາ+ແລະ​ເວົ້າ​ກັບ​ເຈົ້າ​ຢູ່​ຫັ້ນ+ ແລະ​ເຮົາ​ກໍ​ຈະ​ເອົາ​ພະລັງບໍລິສຸດ​ຂອງ​ເຮົາ​ສ່ວນ​ໜຶ່ງ+​ທີ່​ຢູ່​ນຳ​ເຈົ້າ​ໃຫ້​ຄົນ​ເຫຼົ່າ​ນັ້ນ. ເຂົາ​ເຈົ້າ​ຈະ​ແບ່ງ​ເບົາ​ວຽກ​ໜັກ​ຂອງ​ເຈົ້າ​ໃນ​ການ​ເບິ່ງ​ແຍງ​ປະຊາຊົນ ເພື່ອ​ເຈົ້າ​ຈະ​ບໍ່​ຕ້ອງ​ເຮັດ​ຄົນ​ດຽວ​ອີກ​ຕໍ່​ໄປ.+ 18 ເຈົ້າ​ຕ້ອງ​ບອກ​ປະຊາຊົນ​ວ່າ ‘ໃຫ້​ພວກ​ເຈົ້າກຽມ​ໂຕ*ສຳລັບ​ມື້​ອື່ນ+ ເພາະ​ພວກ​ເຈົ້າ​ຈະ​ໄດ້​ກິນ​ຊີ້ນ​ແນ່ນອນ ຍ້ອນ​ພະ​ເຢໂຫວາ​ໄດ້​ຍິນ​ພວກ​ເຈົ້າ​ຈົ່ມ+​ວ່າ “ໃຜ​ກະ​ໄດ້​ເອົາ​ຊີ້ນ​ມາ​ໃຫ້​ພວກ​ເຮົາ​ກິນ​ແດ່. ໃຫ້​ພວກ​ເຮົາ​ຢູ່​ເອຢິບ​ຍັງ​ຊິ​ດີ​ກວ່າ.”+ ພະ​ເຢໂຫວາ​ຈະ​ເອົາ​ຊີ້ນ​ໃຫ້​ພວກ​ເຈົ້າ​ກິນ​ແນ່ນອນ.+ 19 ພວກ​ເຈົ້າ​ຈະ​ໄດ້​ກິນ ບໍ່​ແມ່ນ 1 ມື້ 2 ມື້ 5 ມື້ 10 ມື້ ຫຼື 20 ມື້ 20 ແຕ່​ຈະ​ໄດ້​ກິນ 1 ເດືອນ​ເຕັມ​ໆ​ ກິນ​ຈົນ​ຊີ້ນ​ນັ້ນ​ອອກ​ມາ​ຈາກ​ຮູ​ດັງ ແລ້ວ​ພວກ​ເຈົ້າ​ຈະ​ຂີ້ດຽດ​ຊີ້ນ​ໄປ​ເລີຍ.+ ຍ້ອນ​ພວກ​ເຈົ້າ​ໄດ້​ຖິ້ມ​ພະ​ເຢໂຫວາ​ທີ່​ຢູ່​ນຳ​ພວກ​ເຈົ້າ ແລະ​ຈົ່ມ​ໃຫ້​ເພິ່ນ​ວ່າ “ເປັນ​ຫຍັງ​ຕ້ອງ​ໃຫ້​ພວກ​ເຮົາ​ອອກ​ມາ​ຈາກ​ເອຢິບ?”’”+

21 ໂມເຊ​ເວົ້າ​ວ່າ: “ຄົນ​ທີ່​ຢູ່​ນຳ​ລູກ​ທີ່ເປັນ​ທະຫານກໍ​ມີ 600.000 ຄົນ+​ແລ້ວ ແຕ່​ພະອົງ​ກໍ​ຍັງ​ບອກ​ວ່າ ‘ເຮົາ​ຈະ​ເອົາ​ຊີ້ນ​ໃຫ້​ທຸກ​ຄົນ​ກິນ ແລະ​ເຂົາ​ເຈົ້າ​ຈະ​ໄດ້​ກິນ​ຈົນ​ອີ່ມ 1 ເດືອນ​ເຕັມ​ໆ​!’ 22 ຖ້າພວກ​ເຮົາ​ຂ້າ​ແກະ​ຂ້າ​ງົວ​ໝົດ​ທຸກ​ຝູງ ກໍບໍ່​ພໍ​ໃຫ້​ເຂົາ​ເຈົ້າ​ກິນ​ດອກ ຫຼື​ຖ້າ​ພວກ​ເຮົາ​ຈັບ​ປາ​ຈົນ​ໝົດ​ທະເລ ກໍ​ບໍ່​ພໍ​ໃຫ້​ເຂົາ​ເຈົ້າ​ກິນ​ດອກ!”

23 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: “ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາເຮັດ​ບໍ່​ໄດ້​ບໍ?+ ເຈົ້າ​ຈະ​ໄດ້​ເຫັນ​ຕອນ​ນີ້​ແຫຼະ​ວ່າ​ສິ່ງ​ທີ່​ເຮົາ​ເວົ້າ​ຈະ​ເກີດ​ຂຶ້ນ​ແທ້​ຫຼື​ບໍ່.”

24 ແລ້ວ​ໂມເຊ​ກໍ​ອອກ​ໄປ​ບອກ​ປະຊາຊົນ​ຕາມ​ທີ່​ພະ​ເຢໂຫວາ​ເວົ້າ. ລາວ​ໃຫ້​ຜູ້​ຊາຍ 70 ຄົນ​ທີ່​ຖືກ​ເລືອກ​ຈາກ​ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ​ມາ​ລວມ​ໂຕ​ກັນ ແລະ​ມາ​ຢືນ​ອ້ອມ​ເຕັ້ນ​ສັກສິດ.+ 25 ແລ້ວ​ພະ​ເຢໂຫວາ​ກໍ​ລົງ​ມາ​ໃນ​ຂີ້ເຝື້ອ+ແລະ​ເວົ້າ​ກັບ​ໂມເຊ.+ ເພິ່ນ​ໄດ້​ເອົາ​ພະລັງບໍລິສຸດ​ຂອງ​ເພິ່ນ​ສ່ວນ​ໜຶ່ງ+ທີ່​ຢູ່​ນຳ​ໂມເຊ​ໄປ​ໃຫ້​ພວກ​ຜູ້​ນຳ 70 ຄົນ​ນັ້ນ. ເມື່ອ​ແຕ່​ລະ​ຄົນ​ໄດ້​ຮັບ​ພະລັງ​ນັ້ນ​ແລ້ວ ເຂົາ​ເຈົ້າ​ກໍ​ເລີ່ມ​ເຮັດ​ທ່າທາງ​ຄື​ກັບ​ຜູ້ພະຍາກອນ.+ ເຂົາ​ເຈົ້າ​ເຮັດ​ແຕ່​ຕອນ​ນັ້ນ ແລະກໍ​ບໍ່​ໄດ້​ເຮັດ​ອີກ​ເລີຍ.

26 ແຕ່​ຍັງ​ມີ​ຜູ້​ນຳ​ອີກ 2 ຄົນ​ທີ່​ຍັງ​ຢູ່​ໃນ​ຄ້າຍ​ພັກ. ສອງ​ຄົນ​ນັ້ນ​ຊື່​ເອັນດັດ​ແລະ​ເມດັດ. ເຂົາ​ເຈົ້າ​ກໍ​ໄດ້​ຮັບ​ພະລັງ​ບໍລິສຸດ​ຄື​ກັນ ຍ້ອນ​ຢູ່​ໃນ​ລາຍຊື່​ຂອງ​ພວກ​ຜູ້​ນຳ​ທີ່​ຖືກ​ເລືອກ ແຕ່​ເຂົາ​ເຈົ້າ​ບໍ່​ໄດ້​ອອກ​ໄປ​ເຕັ້ນ​ສັກສິດ​ຄື​ຄົນ​ອື່ນ. ເຂົາ​ເຈົ້າ​ກໍ​ເລີຍ​ເລີ່ມ​ເຮັດ​ທ່າທາງ​ຄື​ກັບ​ຜູ້ພະຍາກອນ​ຢູ່​ໃນ​ຄ້າຍ​ພັກ. 27 ແລ້ວ​ຄົນ​ໜຸ່ມ​ຄົນ​ໜຶ່ງ​ກໍ​ແລ່ນ​ມາ​ບອກ​ໂມເຊ​ວ່າ: “ເອັນດັດ​ກັບ​ເມດັດ​ກຳລັງ​ເຮັດ​ທ່າທາງ​ຄື​ກັບ​ຜູ້ພະຍາກອນ​ຢູ່​ໃນ​ຄ້າຍ​ພັກ!” 28 ໂຢຊວຍ+ລູກ​ຊາຍ​ຂອງ​ນູນ ເຊິ່ງ​ເປັນ​ຄົນ​ຮັບ​ໃຊ້​ຂອງ​ໂມເຊ​ຕັ້ງ​ແຕ່​ຍັງ​ນ້ອຍ​ໆ​ຈຶ່ງ​ເວົ້າ​ວ່າ: “ທ່ານ​ໂມເຊ​ເອີ້ຍ​ ໄປ​ຫ້າມ​ເຂົາ​ເຈົ້າແມ້!”+ 29 ແຕ່​ໂມເຊ​ບອກ​ລາວ​ວ່າ: “ເຈົ້າ​ອິດສາ​ແທນ​ຂ້ອຍ​ບໍ? ບໍ່​ຕ້ອງ​ອິດສາ​ດອກ. ຂ້ອຍ​ຢາກ​ໃຫ້​ຄົນ​ຂອງ​ພະ​ເຢໂຫວາ​ທຸກ​ຄົນ​ເປັນ​ຜູ້ພະຍາກອນ ແລະ​ຢາກ​ໃຫ້​ພະ​ເຢໂຫວາ​ເອົາ​ພະລັງ​ຂອງ​ເພິ່ນ​ໃຫ້​ເຂົາ​ເຈົ້າ​ຄື​ກັນ!” 30 ຫຼັງ​ຈາກ​ນັ້ນ ໂມເຊ​ກໍ​ກັບ​ໄປ​ຄ້າຍ​ພັກ​ພ້ອມ​ກັບ​ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ.

31 ແລ້ວ​ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ລົມ​ພັດ​ເອົາ​ນົກ​ກະທາ​ມາ​ຈາກ​ທາງ​ທະເລ ແລະ​ມາ​ຕົກ​ຢູ່​ອ້ອມ​ຄ້າຍ​ພັກທົ່ວທຸກ​ດ້ານ.+ ຖ້າຜູ້​ໃດ​ຍ່າງ​ອອກ​ຈາກ​ຄ້າຍ​ພັກ​ໄປ​ທາງ​ໃດ​ເປັນ​ໄລຍະ​ທາງ​ໜຶ່ງ​ມື້ ຕະຫຼອດ​ທາງ​ນັ້ນ​ລາວ​ຈະ​ເຫັນ​ນົກກອງ​ກັນ​ຂຶ້ນ​ສູງ 2 ສອກ*ຈາກ​ໜ້າ​ດິນ. 32 ພວກ​ອິດສະຣາເອນ​ພາກັນ​ເກັບ​ນົກ 2 ມື້​ກັບ 1 ຄືນ​ເຕັມ​ໆ​ ບໍ່​ຢຸດ​ບໍ່​ເຊົາ ແລະ​ບໍ່​ໄດ້​ຫຼັບ​ບໍ່​ໄດ້​ນອນ​ເລີຍ. ຜູ້​ໃດ​ກໍ​ເກັບ​ໄດ້​ບໍ່​ຕ່ຳ​ກວ່າ 10 ໂຮເມີ.* ແລ້ວ​ເຂົາ​ເຈົ້າ​ກໍ​ເອົາ​ນົກ​ໄປ​ຕາກໃຫ້​ແຫ້ງຢູ່​ທົ່ວ​ຄ້າຍ​ພັກ. 33 ແຕ່​ຕອນ​ທີ່ຊີ້ນ​ຍັງ​ຢູ່​ໃນ​ປາກເຂົາ​ເຈົ້າ​ແລະ​ຍັງ​ບໍ່​ໄດ້​ຫຍ້ຳ​ຊ້ຳ ພະ​ເຢໂຫວາ​ກໍ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ຫຼາຍ ແລະ​ພະ​ເຢໂຫວາ​ໄດ້​ຂ້າ​ເຂົາ​ເຈົ້າ​ຫຼາຍ​ຄົນ.+

34 ເຂົາ​ເຈົ້າເລີຍຕັ້ງ​ຊື່​ບ່ອນ​ນັ້ນ​ວ່າ​ກິບໂຣດຮັດຕາວາ*+ ເພາະ​ຢູ່​ບ່ອນ​ນັ້ນ ເຂົາ​ເຈົ້າ​ໄດ້​ຝັງ​ສົບ​ຂອງ​ຄົນ​ຂີ້​ໂລບ​ທີ່​ຢາກ​ກິນ​ອາຫານ.+ 35 ແລ້ວ​ພວກ​ອິດສະຣາເອນ​ກໍ​ເດີນ​ທາງ​ອອກ​ຈາກ​ກິບໂຣດຮັດຕາວາ ແລະ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ຮາເຊໂຣດ.+

12 ມີຣີອາມ​ກັບ​ອາໂຣນ​ເລີ່ມ​ເວົ້າ​ບໍ່​ດີ​ກ່ຽວ​ກັບ​ໂມເຊ ເລື່ອງ​ທີ່​ລາວ​ເອົາ​ຄົນ​ກູເຊ​ມາ​ເປັນ​ເມຍ.+ 2 ເຂົາ​ເຈົ້າ​ເວົ້າ​ນຳ​ກັນ​ວ່າ: “ພະ​ເຢໂຫວາ​ເວົ້າ​ຜ່ານ​ທາງ​ໂມເຊ​ຜູ້​ດຽວ​ບໍ? ເພິ່ນ​ກໍ​ເວົ້າ​ຜ່ານ​ທາງ​ພວກ​ເຮົາ​ຄື​ກັນ​ຕົ໋ວ.”+ ຕອນ​ນັ້ນ ພະ​ເຢໂຫວາ​ກໍ​ໄດ້​ຍິນ.+ 3 ໂມເຊ​ເປັນ​ຄົນ​ທີ່​ຖ່ອມ​ໂຕ​ທີ່​ສຸດ+​ໃນ​ໂລກ.

4 ພະ​ເຢໂຫວາ​ບອກ​ໂມເຊ​ແລະ​ອາໂຣນ​ກັບ​ມີຣີອາມ​ທັນທີ​ວ່າ: “ໃຫ້​ພວກ​ເຈົ້າ 3 ຄົນ​ໄປ​ທີ່​ເຕັ້ນ​ຂໍ​ການ​ຊີ້​ນຳ.” ແລ້ວ​ທັງ​ສາມ​ຄົນ​ກໍ​ອອກ​ໄປ​ຫັ້ນ. 5 ພະ​ເຢໂຫວາ​ໄດ້​ມາ​ທີ່​ເສົາ​ຂີ້ເຝື້ອ+​ແລະ​ຢືນ​ຢູ່​ທາງເຂົ້າ​ເຕັ້ນ. ເພິ່ນ​ໄດ້​ເອີ້ນ​ອາໂຣນ​ກັບ​ມີຣີອາມ ແລະ​ທັງ​ສອງ​ຄົນ​ກໍ​ຍ່າງ​ອອກ​ມາ​ທາງ​ໜ້າ. 6 ເພິ່ນ​ເວົ້າ​ວ່າ: “ໃຫ້​ຟັງ​ເຮົາ​ເດີ້. ຖ້າ​ມີ​ຜູ້ພະຍາກອນ​ຂອງ​ພະ​ເຢໂຫວາ​ຢູ່​ນຳ​ພວກ​ເຈົ້າ ເຮົາ​ຈະ​ໃຫ້​ລາວ​ຮູ້ຈັກ​ເຮົາ​ຜ່ານ​ທາງ​ນິມິດ+ ແລະ​ເຮົາ​ຈະ​ເວົ້າ​ກັບ​ລາວ​ໃນ​ຄວາມ​ຝັນ.+ 7 ແຕ່​ກັບ​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເຮົາ​ບໍ່​ໄດ້​ເຮັດ​ແນວ​ນັ້ນ. ເຮົາ​ໄວ້ໃຈ​ລາວ​ໃຫ້ເບິ່ງ​ແຍງ​ຄົນຂອງ​ເຮົາ.*+ 8 ເຮົາ​ເວົ້າ​ກັບ​ລາວ​ແບບ​ສອງ​ຄົນ​ລົມ​ກັນ​ເຊິ່ງ​ໜ້າ+ ເວົ້າ​ແບບ​ກົງ​ໆ​ ບໍ່​ຕ້ອງ​ຕີ​ຄວາມ​ໝາຍ​ຫຍັງ ແລະ​ລາວ​ຍັງ​ໄດ້​ເຫັນ​ພະ​ເຢໂຫວາ. ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ກ້າ​ເວົ້າ​ແນວ​ບໍ່​ດີ​ໃຫ້​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ເຮົາ?”

9 ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ຫຼາຍ​ແລະ​ໄດ້​ໄປ​ຈາກ​ເຂົາ​ເຈົ້າ. 10 ແລ້ວ​ຂີ້​ເຝື້ອ​ກໍ​ລອຍ​ຂຶ້ນ​ໄປ​ຈາກ​ເຕັ້ນ​ນັ້ນ ແລະ​ຕອນ​ນັ້ນ​ມີຣີອາມ​ກໍ​ເປັນ​ຂີ້ທູດ​ຂາວ​ຄື​ຫິມະ.+ ເມື່ອ​ອາໂຣນ​ປິ່ນ​ໜ້າ​ໄປ​ຫາ​ມີຣີອາມ ລາວ​ກໍ​ເຫັນ​ມີຣີອາມ​ເປັນ​ຂີ້ທູດ.+ 11 ອາໂຣນ​ເວົ້າ​ກັບ​ໂມເຊ​ທັນທີ​ວ່າ: “ນາຍ​ເອີ້ຍ ຂ້ອຍ​ຂໍ​ນຳ​ແດ່. ຢ່າ​ໃຫ້​ພວກ​ເຮົາ​ຖືກ​ລົງໂທດຍ້ອນ​ຄວາມ​ຜິດ​ນີ້​ເລີຍ. ພວກ​ເຮົາ​ໂງ່​ຫຼາຍ​ທີ່​ເວົ້າ​ແນວ​ນັ້ນ. 12 ຂໍ​ຢ່າ​ໃຫ້​ລາວ​ເປັນ​ຄື​ກັບແອ​ນ້ອຍທີ່​ຕາຍ​ໃນ​ທ້ອງ​ແມ່ ແລ້ວ​ຕອນ​ທີ່​ອອກ​ມາ​ເນື້ອ​ໜັງ​ກໍ​ເນົ່າ​ເປື່ອຍ​ໄປ​ແລ້ວ​ເຄິ່ງ​ໜຶ່ງ.” 13 ແລ້ວ​ໂມເຊ​ກໍ​ຮ້ອງ​ຂໍ​ກັບ​ພະ​ເຢໂຫວາ​ວ່າ: “ພະເຈົ້າ​ເອີ້ຍ ຂໍ​ພະອົງ​ຊ່ວຍ​ລາວ​ແດ່. ປິ່ນປົວ​ລາວ​ແດ່.”+

14 ພະ​ເຢໂຫວາ​ຕອບ​ໂມເຊ​ວ່າ: “ຖ້າ​ພໍ່​ຖົ່ມ​ນ້ຳ​ລາຍ​ໃສ່​ໜ້າ​ລາວ ລາວ​ຈະ​ອັບອາຍ​ຢູ່ 7 ມື້​ແມ່ນ​ຕົ໋ວ. ຄັນຊັ້ນ​ກໍ​ໃຫ້​ກັກ​ໂຕ​ລາວ​ຢູ່​ນອກ​ຄ້າຍ​ພັກ 7 ມື້.+ ຫຼັງ​ຈາກ​ນັ້ນ ລາວ​ຈະ​ກັບ​ເຂົ້າ​ໄປ​ໃນ​ຄ້າຍ​ພັກ​ໄດ້.” 15 ມີຣີອາມ​ຖືກ​ກັກ​ໂຕ​ຢູ່​ນອກ​ຄ້າຍ​ພັກ 7 ມື້+ ແລະ​ພວກ​ອິດສະຣາເອນ​ກໍ​ເລີຍ​ບໍ່​ໄດ້​ຍ້າຍ​ຄ້າຍ​ພັກ​ໄປ​ໃສ​ຈົນ​ມີຣີອາມ​ກັບ​ເຂົ້າ​ມາ. 16 ແລ້ວ​ເຂົາ​ເຈົ້າ​ກໍ​ເດີນ​ທາງ​ອອກ​ຈາກ​ຮາເຊໂຣດ+ ແລະ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ບ່ອນ​ກັນ​ດານ​ປາຣານ.+

13 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: 2 “ໃຫ້​ສົ່ງ​ຄົນໄປ​ສອດແນມແຜ່ນດິນ​ການາອານ​ທີ່​ເຮົາ​ຈະ​ເອົາ​ໃຫ້​ພວກ​ອິດສະຣາເອນ. ໃຫ້​ເຈົ້າ​ເລືອກ​ຜູ້​ຊາຍ​ຄົນ​ໜຶ່ງ​ຈາກ​ແຕ່​ລະ​ຕະກູນ​ທີ່​ເປັນ​ຫົວ​ໜ້າ+ ແລ້ວ​ສົ່ງ​ໄປ​ສອດແນມ.”+

3 ໂມເຊ​ສົ່ງ​ເຂົາ​ເຈົ້າ​ອອກ​ຈາກ​ບ່ອນ​ກັນ​ດານ​ປາຣານ+ ຕາມ​ທີ່​ພະ​ເຢໂຫວາ​ສັ່ງ. ຜູ້​ຊາຍ​ເຫຼົ່າ​ນັ້ນ​ເປັນ​ຫົວ​ໜ້າ​ຂອງ​ຄົນ​ອິດສະຣາເອນ. 4 ເຂົາ​ເຈົ້າ​ມີ​ຊື່​ດັ່ງ​ຕໍ່​ໄປ​ນີ້: ຊາມມູອາ​ລູກ​ຊາຍ​ຂອງ​ຊາກູເຣ ຈາກ​ຕະກູນ​ຣູເບັນ; 5 ຊາຟາດ​ລູກ​ຊາຍ​ຂອງ​ໂຮຣີ ຈາກ​ຕະກູນ​ຊີເມໂອນ; 6 ກາເລັບ+​ລູກ​ຊາຍ​ຂອງ​ເຢຟຸນເນ ຈາກ​ຕະກູນ​ຢູດາ; 7 ອີການ​ລູກ​ຊາຍ​ຂອງ​ໂຢເຊັບ ຈາກ​ຕະກູນ​ອິດຊາຄາ; 8 ໂຮເຊຢາ+ລູກ​ຊາຍ​ຂອງ​ນູນ ຈາກ​ຕະກູນ​ເອຟຣາຢິມ; 9 ປານຕີ​ລູກ​ຊາຍ​ຂອງ​ຣາຟູ ຈາກ​ຕະກູນ​ເບັນຢາມິນ; 10 ກາດດີເອນ​ລູກ​ຊາຍ​ຂອງ​ໂສດີ ຈາກ​ຕະກູນ​ເຊບູລູນ; 11 ກາດດີ​ລູກ​ຊາຍ​ຂອງ​ສູສີ ຈາກ​ຕະກູນ​ມານາເຊ+ເຊິ່ງ​ກໍຄື​ຕະກູນ​ໂຢເຊັບ;+ 12 ອຳມີເອນ​ລູກ​ຊາຍ​ຂອງ​ເກມາລີ ຈາກ​ຕະກູນ​ດານ; 13 ເສທູເຣ​ລູກ​ຊາຍ​ຂອງ​ມີກາເອນ ຈາກ​ຕະກູນ​ອາເຊ; 14 ນາ​ບີ​ລູກ​ຊາຍ​ຂອງ​ໂວບສີ ຈາກ​ຕະກູນ​ນັບທາລີ; 15 ແລະ​ເກອູເອນ​ລູກ​ຊາຍ​ຂອງ​ມາກິ ຈາກ​ຕະກູນ​ຄາດ. 16 ນີ້​ແມ່ນ​ລາຍຊື່​ຂອງ​ຄົນ​ທີ່​ໂມເຊ​ສົ່ງ​ໄປ​ສອດແນມ​ແຜ່ນດິນ​ການາອານ. ໂມເຊ​ໄດ້​ປ່ຽນ​ຊື່​ຂອງ​ໂຮເຊຢາ​ລູກ​ຊາຍ​ຂອງ​ນູນ​ເປັນ​ໂຢຊວຍ.*+

17 ຕອນ​ທີ່​ໂມເຊ​ສົ່ງ​ເຂົາ​ເຈົ້າ​ໄປ​ສອດແນມ​ແຜ່ນດິນ​ການາອານ ລາວ​ບອກ​ວ່າ: “ໃຫ້​ຂຶ້ນ​ໄປ​ທາງ​ເນເກັບ* ຈາກ​ນັ້ນ​ໃຫ້​ຂຶ້ນ​ໄປ​ທາງ​ເຂດ​ທີ່​ມີ​ພູ​ຫຼາຍ​ໆ​ໜ່ວຍ.+ 18 ພວກ​ເຈົ້າ​ຕ້ອງ​ໄປ​ສືບ​ເບິ່ງ​ວ່າ​ແຜ່ນດິນ​ນັ້ນ​ເປັນ​ແນວ​ໃດ+ ຄົນ​ຢູ່​ຫັ້ນ​ແຂງແຮງ​ຫຼື​ອ່ອນແອ ມີ​ຫຼາຍ​ຫຼື​ມີ​ໜ້ອຍ 19 ແຜ່ນດິນ​ນັ້ນ​ດີ​ຫຼື​ບໍ່​ດີ ເມືອງ​ທີ່​ເຂົາ​ເຈົ້າ​ຢູ່​ມີກຳແພງ​ອ້ອມ​ຫຼື​ບໍ່​ມີ 20 ແຜ່ນດິນ​ນັ້ນອຸດົມ​ສົມບູນຫຼື​ແຫ້ງ​ແລ້ງ+ ມີ​ຕົ້ນ​ໄມ້​ຫຼາຍ​ຫຼື​ບໍ່​ຫຼາຍ. ພວກ​ເຈົ້າ​ຕ້ອງ​ກ້າຫານ+ແລະ​ເອົາ​ໝາກ​ໄມ້​ຈາກ​ແຜ່ນດິນ​ນັ້ນ​ມາ​ນຳ.” ຕອນ​ນັ້ນ ເປັນ​ລະດູ​ເກັບ​ກ່ຽວ​ໝາກ​ລະແຊັງ​ຊຸດ​ທຳອິດ​ພໍ​ດີ.+

21 ເຂົາ​ເຈົ້າ​ຈຶ່ງ​ຂຶ້ນ​ໄປ​ສອດແນມ​ແຜ່ນດິນ​ນັ້ນ ຕັ້ງ​ແຕ່​ບ່ອນ​ກັນ​ດານ​ຊິນ+​ໄປ​ຈົນ​ຮອດ​ເຣໂຮບ+ທີ່ຢູ່​ໃກ້​ໆ​ເລໂບຮາມັດ.+ 22 ເມື່ອ​ເຂົາ​ເຈົ້າ​ຂຶ້ນ​ໄປ​ທາງ​ເນເກັບ ເຂົາ​ເຈົ້າ​ກໍ​ໄປ​ຮອດ​ເມືອງ​ເຮັບໂຣນ+ ເຊິ່ງ​ເປັນ​ເມືອງ​ທີ່​ອາຮີມານ ເຊຊາຍ ແລະ​ຕານມາຍ*+​ທີ່​ເປັນລູກ​ຫຼານ​ຂອງ​ອານາກ+ອາໄສ​ຢູ່. ເມືອງ​ເຮັບໂຣນ​ນີ້​ຖືກ​ສ້າງ​ຂຶ້ນ​ກ່ອນ​ເມືອງ​ໂຊ​ອານ​ໃນ​ແຜ່ນດິນ​ເອຢິບ 7 ປີ. 23 ເມື່ອ​ໄປ​ຮອດ​ຮ່ອມພູ​ເອັດຊະໂຄນ+ ເຂົາ​ເຈົ້າ​ໄດ້​ຕັດ​ເອົາ​ງ່າ​ໄມ້​ທີ່​ມີ​ພວງ​ໝາກ​ລະແຊັງ ເຊິ່ງໜັກ​ຫຼາຍຈົນ​ຕ້ອງ​ໄດ້​ໃຫ້​ຜູ້​ຊາຍ 2 ຄົນ​ໃຊ້​ໄມ້​ຫາມ​ໄປ. ເຂົາ​ເຈົ້າ​ຍັງ​ໄດ້​ເອົາ​ໝາກ​ພິລາ​ກັບ​ໝາກເດື່ອ​ມາ​ນຳ.+ 24 ເຂົາ​ເຈົ້າ​ເອີ້ນ​ບ່ອນ​ນັ້ນ​ວ່າ​ຮ່ອມພູ*ເອັດຊະໂຄນ*+ ຍ້ອນ​ພວກ​ອິດສະຣາເອນ​ໄດ້​ຕັດ​ເຄືອ​ໝາກ​ລະແຊັງ​ມາ​ຈາກ​ຮ່ອມພູ​ນັ້ນ.

25 ເຂົາ​ເຈົ້າ​ໄປ​ສອດແນມ​ແຜ່ນດິນ​ນັ້ນ 40 ມື້+ແລ້ວ​ກໍ​ກັບ​ມາ. 26 ເຂົາ​ເຈົ້າ​ກັບ​ມາ​ຫາ​ໂມເຊ​ແລະ​ອາໂຣນ​ກັບ​ພວກ​ອິດສະຣາເອນ​ຢູ່​ກາເດັດ​ໃນ​ບ່ອນ​ກັນ​ດານ​ປາຣານ.+ ພວກ​ຄົນ​ສອດແນມ​ໄດ້​ບອກ​ໃຫ້​ທຸກ​ຄົນ​ຮູ້​ວ່າ​ແຜ່ນດິນ​ນັ້ນ​ເປັນ​ແນວ​ໃດ ແລະ​ເອົາ​ໝາກ​ໄມ້​ຈາກ​ແຜ່ນດິນ​ນັ້ນ​ໃຫ້​ເຂົາ​ເຈົ້າ​ເບິ່ງ​ນຳ. 27 ພວກ​ຄົນ​ສອດແນມ​ເລົ່າ​ໃຫ້​ໂມເຊ​ຟັງ​ວ່າ: “ພວກ​ເຮົາ​ເຂົ້າ​ໄປ​ໃນ​ແຜ່ນດິນ​ນັ້ນ​ແລະ​ກໍ​ເຫັນ​ວ່າ​ແຜ່ນດິນ​ນັ້ນ​ມີ​ນ້ຳ​ນົມ​ກັບ​ນ້ຳ​ເຜີ້ງ​ຫຼາຍ​ແທ້​ໆ​+ ແລະ​ນີ້​ແມ່ນ​ໝາກ​ໄມ້​ທີ່​ພວກ​ເຮົາ​ເອົາ​ມາ.+ 28 ແຕ່​ຄົນ​ທີ່​ຢູ່​ຫັ້ນ​ເປັນ​ຄົນ​ແຂງແຮງ. ເມືອງ​ຕ່າງ​ໆ​ຂອງ​ເຂົາ​ເຈົ້າ​ໃຫຍ່​ຫຼາຍ​ແລະ​ມີ​ກຳແພງ​ອ້ອມ​ນຳ ແລະ​ພວກ​ເຮົາ​ກໍ​ເຫັນ​ພວກ​ລູກ​ຫຼານ​ຂອງ​ອານາກ​ຢູ່​ຫັ້ນ.+ 29 ຄົນ​ອາມາເລັກ+ຢູ່ເຂດ​ເນເກັບ.+ ຄົນ​ເຮດ ຄົນ​ເຢບຸດ+ ແລະ​ຄົນ​ອາໂມ+ຢູ່​ເຂດ​ທີ່​ມີ​ພູ​ຫຼາຍ​ໆ​ໜ່ວຍ. ຄົນ​ການາອານ+​ຢູ່​ໃກ້​ໆ​ທະເລ+​ແລະ​ຕາມ​ແຄມ​ຝັ່ງ​ແມ່​ນ້ຳ​ຈໍແດນ.”

30 ກາເລັບ​ພະຍາຍາມ​ເຮັດ​ໃຫ້​ປະຊາຊົນ​ມິດງຽບເພື່ອ​ໃຫ້​ຟັງ​ໂມເຊ ໂດຍ​ເວົ້າ​ວ່າ: “ໃຫ້​ພວກ​ເຮົາ​ຂຶ້ນ​ໄປ​ຕອນ​ນີ້​ໂລດ. ພວກ​ເຮົາ​ຈະ​ຍຶດ​ແຜ່ນດິນ​ນັ້ນ​ໄດ້ ເພາະ​ພວກ​ເຮົາ​ຈະຊະນະ​ຄົນທີ່​ຢູ່​ຫັ້ນ​ໄດ້​ແນ່ນອນ.”+ 31 ແຕ່​ພວກ​ຄົນ​ສອດແນມ​ທີ່​ໄປ​ນຳ​ກາເລັບ​ເວົ້າ​ວ່າ: “ພວກ​ເຮົາ​ຂຶ້ນ​ໄປ​ຕໍ່ສູ້​ກັບ​ພວກ​ນັ້ນ​ບໍ່​ໄຫວ​ດອກ ຍ້ອນ​ພວກ​ເຂົາ​ແຂງແຮງ​ກວ່າ​ພວກ​ເຮົາ.”+ 32 ເຂົາ​ເຈົ້າເວົ້າ​ແນວ​ບໍ່​ດີ​ກ່ຽວ​ກັບ​ແຜ່ນດິນທີ່​ເຂົາ​ເຈົ້າ​ໄປ​ສອດແນມ​ໃຫ້​ພວກ​ອິດສະຣາເອນ​ຟັງ​ບໍ່​ຢຸດ​ບໍ່​ເຊົາ+ວ່າ: “ແຜ່ນດິນ​ນັ້ນ​ອັນຕະລາຍ. ຖ້າ​ພວກ​ເຮົາ​ໄປ​ຢູ່​ກໍ​ຕ້ອງ​ຕາຍ​ແທ້​ໆ​ ແລະ​ຄົນ​ທີ່​ຢູ່​ຫັ້ນ​ທຸກ​ຄົນ​ເປັນ​ຄົນ​ໂຕ​ໃຫຍ່​ຜິດ​ທຳມະຊາດ+ 33 ແລະ​ພວກ​ເຮົາ​ຍັງ​ໄດ້​ເຫັນ​ພວກ​ລູກ​ຫຼານ​ຂອງ​ອານາກ+ທີ່​ສືບ​ເຊື້ອ​ສາຍ​ມາ​ຈາກ​ພວກ​ຄົນ​ຮ່າງ​ຍັກ.* ຖ້າທຽບ​ກັນ​ແລ້ວ ພວກ​ເຮົາ​ກໍ​ສ່ຳ​ກັບ​ຕັກກະແຕນ ແລະ​ພວກ​ເຂົາ​ກໍ​ຈະ​ເຫັນ​ພວກ​ເຮົາ​ເປັນ​ຕັກກະແຕນ​ຄື​ກັນ.”

14 ເມື່ອ​ພວກ​ອິດສະຣາເອນ​ໄດ້​ຍິນພວກ​ຫົວ​ໜ້າເວົ້າ​ແນວ​ນັ້ນ ເຂົາ​ເຈົ້າ​ກໍ​ຮ້ອງ​ໄຫ້​ສຽງ​ດັງ​ບໍ່​ຢຸດ​ບໍ່​ເຊົາ​ໝົດ​ຄືນ.+ 2 ພວກ​ອິດສະຣາເອນ​ຈົ່ມ​ໃຫ້​ໂມເຊ​ກັບ​ອາໂຣນ+​ວ່າ: “ໃຫ້​ພວກ​ເຮົາ​ຕາຍ​ຢູ່​ໃນ​ເອຢິບ​ຫຼື​ຕາຍ​ຢູ່​ບ່ອນ​ກັນ​ດານ​ກໍ​ຍັງ​ຊິ​ດີ​ກວ່າ! 3 ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ພາ​ພວກ​ເຮົາ​ໃຫ້​ມາ​ຖືກ​ຂ້າ​ຢູ່​ແຜ່ນດິນ​ທີ່​ເພິ່ນ​ເລືອກ?+ ຊ້ຳ​ບໍ່​ໜຳ ລູກ​ກັບ​ເມຍ​ຂອງ​ພວກ​ເຮົາ​ກໍ​ຊິ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.+ ໃຫ້​ພວກ​ເຮົາ​ກັບ​ໄປ​ເອຢິບ​ຊິ​ບໍ່​ດີ​ກວ່າ​ເບາະ?”+ 4 ເຂົາ​ເຈົ້າ​ກໍ​ເລີຍ​ເວົ້າ​ກັນ​ວ່າ: “ໄປ໋! ໃຫ້​ພວກ​ເຮົາ​ເລືອກ​ຄົນ​ໜຶ່ງ​ມາ​ເປັນ​ຫົວ​ໜ້າ​ພາ​ພວກເຮົາກັບ​ໄປ​ເອຢິບ!”+

5 ໂມເຊ​ກັບ​ອາໂຣນ​ກໍ​ເລີຍ​ໝູບ​ໜ້າ​ລົງ​ພື້ນ​ຕໍ່​ໜ້າ​ພວກ​ອິດສະຣາເອນ​ທຸກ​ຄົນ. 6 ໂຢຊວຍ+ລູກ​ຊາຍ​ຂອງ​ນູນ​ກັບ​ກາເລັບ+ລູກ​ຊາຍ​ຂອງ​ເຢຟຸນເນ​ທີ່​ໄດ້​ໄປ​ສອດແນມ​ແຜ່ນດິນ​ນັ້ນ​ກໍ​ຈີກ​ເສື້ອ​ຂອງ​ໂຕເອງ 7 ແລ້ວ​ເວົ້າ​ກັບ​ພວກ​ອິດສະຣາເອນ​ວ່າ: “ແຜ່ນດິນ​ທີ່​ພວກ​ເຮົາ​ໄປ​ສອດແນມ​ນັ້ນດີ​ຫຼາຍ​ອີ່ຫຼີ.+ 8 ຖ້າ​ພະ​ເຢໂຫວາ​ພໍ​ໃຈ​ພວກ​ເຮົາ ເພິ່ນ​ຈະ​ພາ​ພວກ​ເຮົາ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ມີ​ນ້ຳ​ນົມ​ກັບ​ນ້ຳ​ເຜີ້ງ​ຫຼາຍ+ ແລະ​ເອົາ​ແຜ່ນດິນ​ນັ້ນ​ໃຫ້​ພວກ​ເຮົາ. 9 ແຕ່​ຫ້າມ​ພວກ​ເຈົ້າ​ກະບົດຕໍ່​ພະ​ເຢໂຫວາ ແລະ​ບໍ່​ຕ້ອງ​ຢ້ານ​ຄົນ​ໃນ​ແຜ່ນດິນ​ນັ້ນ+ ເພາະ​ພວກ​ເຮົາ​ຈະ​ຊະນະ​ພວກ​ເຂົາ​ໄດ້​ງ່າຍ​ໆ​.* ບໍ່​ມີ​ໃຜ​ປົກ​ປ້ອງ​ພວກ​ເຂົາ​ແລ້ວ ແຕ່​ພະ​ເຢໂຫວາ​ຢູ່​ນຳ​ພວກ​ເຮົາ.+ ບໍ່​ຕ້ອງ​ໄປ​ຢ້ານ​ພວກ​ເຂົາ.”

10 ແຕ່​ພວກ​ອິດສະຣາເອນ​ລົມ​ກັນ​ວ່າ​ຊິ​ດຶກ​ກ້ອນ​ຫີນ​ໃສ່ 2 ຄົນ​ນັ້ນ.+ ແລ້ວ​ທຸກ​ຄົນ​ກໍ​ເຫັນ​ແສງ​ລັດ​ສະໝີ​ຂອງ​ພະ​ເຢໂຫວາ​ຢູ່​ເທິງ​ເຕັ້ນ​ສັກສິດ.*+

11 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: “ຄົນ​ພວກ​ນີ້​ຊິ​ບໍ່​ນັບ​ຖື​ເຮົາ​ອີກ​ດົນ​ປານ​ໃດ?+ ທັງ​ໆ​ທີ່​ເຮົາ​ເຮັດ​ການອັດສະຈັນ​ຫຼາຍ​ເທື່ອ​ແລ້ວ ເຂົາ​ເຈົ້າ​ຍັງ​ບໍ່​ເຊື່ອ​ເຮົາ​ອີກ​ບໍ?+ 12 ເຮົາ​ຊິ​ທຳລາຍ​ເຂົາ​ເຈົ້າ​ດ້ວຍ​ໂລກລະບາດ ແລ້ວ​ເຮົາ​ຊິ​ໃຫ້​ມີ​ຊາດ​ໃຫຍ່​ກວ່າ​ແລະ​ມີ​ອຳນາດ​ຫຼາຍ​ກວ່າ​ມາ​ຈາກ​ເຈົ້າ.”+

13 ແຕ່​ໂມເຊ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ: “ພະອົງ​ພາຄົນ​ພວກ​ນີ້ອອກ​ມາ​ຈາກ​ເອຢິບ​ດ້ວຍ​ລິດ​ເດດ​ຂອງ​ພະອົງ ຖ້າ​ພະອົງ​ເຮັດ​ແນວ​ນີ້ ພວກ​ເອຢິບ​ກໍ​ຊິ​ໄດ້​ຍິນ​ເລື່ອງ​ນີ້+ 14 ແລະ​ບອກ​ຕໍ່​ໆ​ກັນ​ໄປ​ທົ່ວ​ແຜ່ນດິນ​ຂອງ​ພວກ​ເຂົາ. ພວກ​ເອຢິບ​ເຄີຍ​ໄດ້​ຍິນ​ແລ້ວ​ວ່າ​ພະ​ເຢໂຫວາ​ຢູ່​ກັບ​ຄົນ​ຂອງ​ພະອົງ+ ແລະ​ມາ​ຫາ​ເຂົາ​ເຈົ້າ​ຄື​ກັບ​ສອງ​ຄົນ​ລົມ​ກັນ​ເຊິ່ງ​ໜ້າ.+ ພະອົງ​ແມ່ນ​ພະ​ເຢໂຫວາ. ພະອົງ​ໃຫ້​ຂີ້ເຝື້ອ​ຢູ່​ນຳ​ເຂົາ​ເຈົ້າ. ໃນ​ຕອນ​ກາງເວັນ​ພະອົງ​ນຳ​ທາງ​ເຂົາ​ເຈົ້າ​ໄປ​ໂດຍ​ໃຫ້​ມີ​ເສົາ​ຂີ້ເຝື້ອ ແລະໃນ​ຕອນ​ກາງຄືນ​ພະອົງ​ກໍ​ຍັງ​ນຳ​ທາງ​ເຂົາ​ເຈົ້າ​ໂດຍ​ໃຫ້​ເສົາ​ນັ້ນ​ປ່ຽນ​ເປັນ​ເສົາ​ໄຟ.+ 15 ຖ້າ​ພະອົງ​ຂ້າ​ຄົນ​ຂອງ​ພະອົງ​ຕາຍ​ໝົດ​ບາດ​ດຽວ ຊາດ​ຕ່າງ​ໆ​ທີ່ໄດ້​ຍິນ​ເລື່ອງຂອງ​ພະອົງ​ກໍ​ຈະ​ເວົ້າ​ວ່າ 16 ‘ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ແຜ່ນດິນ​ໜຶ່ງ​ກັບ​ຄົນ​ຂອງ​ເພິ່ນ ແຕ່​ພາ​ເຂົາ​ເຈົ້າ​ໄປ​ບ່ອນ​ນັ້ນ​ບໍ່​ໄດ້ ເພິ່ນ​ກໍ​ເລີຍ​ຂ້າ​ເຂົາ​ເຈົ້າ​ຖິ້ມ​ໃນ​ບ່ອນ​ກັນ​ດານ.’+ 17 ພະ​ເຢໂຫວາ ຕອນ​ນີ້ ຂໍ​ພະອົງ​ສະແດງ​ອຳນາດ​ທີ່​ຍິ່ງ​ໃຫຍ່​ຂອງ​ພະອົງ ຄື​ກັບ​ທີ່​ພະອົງ​ເຄີຍ​ເວົ້າ​ໄວ້​ວ່າ 18 ‘ພະ​ເຢໂຫວາ​ບໍ່​ໃຈ​ຮ້າຍ​ງ່າຍ ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຫຼາຍ​ທີ່​ສຸດ+ ໃຫ້​ອະໄພ​ຄວາມ​ຜິດ​ແລະ​ການ​ບໍ່​ເຊື່ອ​ຟັງ ແຕ່​ເຮົາ​ຊິ​ບໍ່​ປ່ອຍ​ໃຫ້​ຄົນ​ທີ່​ເຮັດ​ຜິດ​ບໍ່​ຖືກ​ລົງໂທດ ເຮົາ​ຈະ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ​ໄປ​ຈົນ​ຮອດລູກ ຫຼານ ແລະ​ເຫຼນ​ຂອງ​ລາວ.’+ 19 ຍ້ອນ​ພະອົງ​ມີຄວາມ​ຮັກ​ທີ່​ໝັ້ນຄົງ ຂໍ​ພະອົງ​ຍົກ​ໂທດ​ຄວາມ​ຜິດ​ໃຫ້​ຄົນ​ພວກ​ນີ້ ຄື​ກັບ​ທີ່​ພະອົງ​ໄດ້​ຍົກ​ໂທດ​ໃຫ້​ເຂົາ​ເຈົ້າ​ຕັ້ງ​ແຕ່​ຕອນ​ທີ່​ອອກ​ຈາກ​ເອຢິບ​ຈົນ​ຮອດ​ຕອນ​ນີ້.”+

20 ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ຊິ​ຍົກ​ໂທດ​ໃຫ້​ເຂົາ​ເຈົ້າ​ຕາມ​ທີ່​ເຈົ້າ​ຂໍ.+ 21 ເຮົາ​ເອງ​ສາບານວ່າ​ຄົນ​ທົ່ວ​ໂລກ​ຈະ​ຕ້ອງ​ຮູ້​ວ່າ​ພະ​ເຢໂຫວາມີ​ອຳນາດ​ຫຼາຍ​ສ່ຳ​ໃດ.+ 22 ຄົນ​ພວກ​ນີ້​ເຄີຍ​ເຫັນ​ອຳນາດ ເຫັນ​ການອັດສະຈັນ​ຕ່າງ​ໆ​+ທີ່​ເຮົາ​ໄດ້​ເຮັດ​ໃນ​ເອຢິບ​ແລະ​ໃນ​ບ່ອນ​ກັນ​ດານ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ທົດສອບ​ເຮົາ+ຕັ້ງ​ຫຼາຍ​ເທື່ອ*ແລະ​ບໍ່​ຟັງ​ເຮົາ.+ 23 ເຂົາ​ເຈົ້າ​ຊິ​ບໍ່​ໄດ້​ເຫັນ​ແຜ່ນດິນ​ທີ່​ເຮົາ​ສັນຍາ​ວ່າ​ຊິ​ເອົາ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ. ທຸກ​ຄົນ​ທີ່​ບໍ່​ນັບ​ຖື​ເຮົາ​ຊິ​ບໍ່​ໄດ້​ເຫັນ​ແຜ່ນດິນ​ນັ້ນ​ເລີຍ.+ 24 ແຕ່​ກາເລັບ+​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ບໍ່​ເປັນ​ຄື​ກັບ​ເຂົາ​ເຈົ້າ. ລາວ​ເຊື່ອ​ຟັງ​ເຮົາ​ສຸດ​ຫົວໃຈ. ເຮົາ​ຈະ​ພາ​ລາວ​ເຂົ້າ​ໄປ​ໃນ​ແຜ່ນດິນ​ນັ້ນ ແລະ​ລູກ​ຫຼານ​ຂອງ​ລາວ​ກໍ​ຈະ​ໄດ້​ແຜ່ນດິນ​ນັ້ນ​ເປັນ​ມໍລະດົກ.+ 25 ແຕ່​ຕອນ​ນີ້ ພວກ​ເຈົ້າ​ຢູ່​ຮ່ອມພູ​ທີ່​ມີ​ພວກ​ອາມາເລັກ​ກັບ​ພວກ​ການາອານ​ຫຼາຍ.+ ມື້​ອື່ນ​ໃຫ້​ພວກ​ເຈົ້າ​ເລີ່ມ​ເດີນ​ທາງ​ໄປ​ບ່ອນ​ກັນ​ດານ​ໂດຍ​ໃຊ້​ເສັ້ນ​ທາງ​ທີ່​ຈະໄປ​ທະເລ​ແດງ.”+

26 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ແລະ​ອາໂຣນ​ວ່າ: 27 “ຄົນ​ຊົ່ວ​ພວກ​ນີ້​ຊິ​ຈົ່ມ​ໃຫ້​ເຮົາ​ອີກ​ດົນ​ປານ​ໃດ?+ ເຮົາ​ໄດ້​ຍິນ​ທີ່​ເຂົາ​ເຈົ້າ​ຈົ່ມ​ໃຫ້​ເຮົາ.+ 28 ໃຫ້​ບອກ​ເຂົາ​ເຈົ້າ​ວ່າ ‘ພະ​ເຢໂຫວາ​ເວົ້າ​ກັບ​ພວກ​ເຈົ້າ​ແນວ​ນີ້ “ເຮົາ​ເອງ​ສາບານ​ວ່າ​ເຮົາ​ຈະ​ເຮັດ​ກັບ​ພວກ​ເຈົ້າ​ຄື​ກັບ​ທີ່​ພວກ​ເຈົ້າ​ເວົ້າ​ໃຫ້​ເຮົາ!+ 29 ທຸກ​ຄົນ​ທີ່​ໄດ້​ລົງ​ທະບຽນ+​ເຊິ່ງ​ມີ​ອາຍຸ 20 ປີ​ຂຶ້ນ​ໄປ​ແລະ​ໄດ້​ຈົ່ມ​ໃຫ້​ເຮົາ​ຈະ​ຕ້ອງ​ຕາຍ​ໃນ​ບ່ອນ​ກັນ​ດານ.+ 30 ຈະ​ບໍ່​ມີ​ຜູ້​ໃດ​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເຮົາ​ສັນຍາ​ຈະ​ໃຫ້​ພວກ​ເຈົ້າ+ ຍົກເວັ້ນ​ກາເລັບ​ລູກ​ຊາຍ​ຂອງ​ເຢຟຸນເນ​ກັບ​ໂຢຊວຍ​ລູກ​ຊາຍ​ຂອງ​ນູນ.+

31 ແຕ່​ລູກ​ຂອງ​ເຈົ້າ​ທີ່​ພວກ​ເຈົ້າ​ບອກ​ວ່າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ+ ເຮົາ​ຈະພາ​ເຂົາ​ເຈົ້າ​ໄປ​ຢູ່ໃນ​ແຜ່ນດິນ​ທີ່​ພວກ​ເຈົ້າ​ບອກ​ວ່າ​ບໍ່​ຢາກ​ໄປ+ 32 ສ່ວນ​ພວກ​ເຈົ້າ​ຈະ​ຕ້ອງ​ຕາຍ​ໃນ​ບ່ອນ​ກັນ​ດານ​ນີ້. 33 ລູກ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ຄົນ​ລ້ຽງ​ແກະ​ໃນ​ບ່ອນ​ກັນ​ດານ 40 ປີ+ ເຂົາ​ເຈົ້າ​ຕ້ອງ​ຮັບ​ຜົນ​ຍ້ອນພວກ​ເຈົ້າ​ເຮັດ​ຜິດ*ຕໍ່​ເຮົາ ຈົນ​ກວ່າ​ຄົນ​ສຸດທ້າຍ​ໃນ​ພວກ​ເຈົ້າ​ຈະ​ຕາຍ​ໃນ​ບ່ອນ​ກັນ​ດານ​ນີ້.+ 34 ພວກ​ເຈົ້າ​ເຂົ້າ​ໄປ​ສອດແນມ​ໃນ​ແຜ່ນດິນ​ນັ້ນ 40 ມື້+ ພວກ​ເຈົ້າ​ກໍ​ຈະ​ຮັບ​ໂທດ​ຕາມ​ຄວາມ​ຜິດ​ຂອງ​ພວກ​ເຈົ້າ 40 ປີ+ ເພາະ​ເຮົາ​ຈະ​ໃຫ້ 1 ມື້​ເທົ່າ​ກັບ 1 ປີ ເພື່ອ​ພວກ​ເຈົ້າ​ຊິ​ຮູ້​ວ່າ​ຜົນ​ຂອງ​ການ​ຕໍ່ຕ້ານ​ເຮົາ​ເປັນ​ແນວ​ໃດ.

35 ເຮົາ​ເຢໂຫວາ​ເວົ້າ​ແນວ​ໃດ ເຮົາ​ກໍ​ຈະ​ເຮັດ​ແນວ​ນັ້ນ​ກັບ​ຄົນ​ຊົ່ວ​ພວກ​ນີ້​ທີ່​ມາ​ລວມ​ໂຕ​ກັນ​ຕໍ່ຕ້ານ​ເຮົາ. ເຂົາ​ເຈົ້າ​ຈະ​ຕ້ອງ​ຕາຍ​ໃນ​ບ່ອນ​ກັນ​ດານ​ນີ້.+ 36 ສ່ວນ​ພວກ​ຜູ້​ຊາຍ​ທີ່​ໂມເຊ​ໄດ້​ສົ່ງ​ໄປ​ສອດແນມ ແລ້ວ​ກັບ​ມາ​ເລົ່າ​ເລື່ອງ​ທີ່​ບໍ່​ດີ​ກ່ຽວ​ກັບ​ແຜ່ນດິນ​ນັ້ນ​ຈົນ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ຈົ່ມ​ໃຫ້​ໂມເຊ+ 37 ຄົນ​ພວກ​ນີ້​ທີ່​ມາ​ເລົ່າ​ເລື່ອງ​ບໍ່​ດີ​ກ່ຽວ​ກັບ​ແຜ່ນດິນ​ນັ້ນ​ຈະຕ້ອງ​ຖືກ​ລົງໂທດແລະ​ຕາຍ​ຕໍ່​ໜ້າ​ພະ​ເຢໂຫວາ.+ 38 ແຕ່​ໂຢຊວຍ​ລູກ​ຊາຍ​ຂອງ​ນູນ​ກັບ​ກາເລັບ​ລູກ​ຊາຍ​ຂອງ​ເຢຟຸນເນ​ເຊິ່ງ​ຢູ່​ໃນກຸ່ມ 12 ຄົນ​ທີ່​ໄປ​ສອດແນມແຜ່ນດິນ​ນັ້ນ ເຂົາ​ເຈົ້າ​ຈະ​ບໍ່​ຕາຍ.”’”+

39 ເມື່ອ​ໂມເຊ​ບອກ​ເລື່ອງ​ນີ້​ກັບ​ພວກ​ອິດສະຣາເອນ ເຂົາ​ເຈົ້າ​ກໍ​ຮ້ອງ​ໄຫ້​ເສຍໃຈ​ຫຼາຍ. 40 ເຂົາ​ເຈົ້າ​ລຸກ​ແຕ່​ເຊົ້າ​ເພື່ອ​ຂຶ້ນ​ໄປ​ເທິງ​ຍອດ​ພູ ແລະ​ເວົ້າ​ວ່າ: “ພວກ​ເຮົາ​ເຮັດ​ຜິດ​ແລ້ວ. ຕອນ​ນີ້​ພວກ​ເຮົາ​ພ້ອມ​ຈະ​ໄປ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ບອກ​ໃຫ້​ໄປ.”+ 41 ໂມເຊ​ເວົ້າ​ວ່າ: “ພະ​ເຢໂຫວາ​ບໍ່​ໄດ້​ບອກ​ໃຫ້​ພວກ​ເຈົ້າ​ໄປ. ເປັນ​ຫຍັງ​ພວກ​ເຈົ້າ​ຄິດ​ເອົາ​ເອງ? ພວກ​ເຈົ້າ​ໄປ​ບໍ່​ຮອດ​ດອກ. 42 ຢ່າຊູ່​ຂຶ້ນ​ໄປ ເພາະ​ພະ​ເຢໂຫວາ​ບໍ່​ໄດ້​ຢູ່​ນຳ​ພວກ​ເຈົ້າ​ແລ້ວ. ພວກ​ເຈົ້າ​ຈະ​ຊະນະ​ສັດຕູ​ບໍ່​ໄດ້​ດອກ.+ 43 ພວກ​ເຈົ້າ​ຈະ​ຕາຍ​ເພາະ​ພວກ​ອາມາເລັກ​ກັບ​ພວກ​ການາອານ​ລໍ​ຖ້າ​ທີ່​ຈະ​ສູ້​ກັບ​ພວກ​ເຈົ້າ​ຢູ່.+ ພະ​ເຢໂຫວາ​ຈະ​ບໍ່​ຢູ່​ກັບ​ພວກ​ເຈົ້າ​ເພາະ​ພວກ​ເຈົ້າບໍ່​ເຊື່ອ​ຟັງພະ​ເຢໂຫວາ.”+

44 ແຕ່​ພວກ​ອິດສະຣາເອນ​ກໍ​ຍັງ​ດື້​ແລະ​ຂຶ້ນ​ໄປ​ເທິງ​ພູ​ນັ້ນ+ ທັງ​ໆ​ທີ່​ໂມເຊ​ບໍ່​ໄດ້​ໄປ​ນຳ ແລະ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ກໍ​ຍັງ​ຢູ່​ກາງ​ຄ້າຍ​ພັກ.+ 45 ພວກ​ອາມາເລັກ​ກັບ​ພວກ​ການາອານ​ທີ່​ຢູ່​ເທິງ​ພູ​ນັ້ນ​ກໍ​ມາ​ຕໍ່ສູ້​ເຂົາ​ເຈົ້າ​ແລະ​ໄດ້​ຊະນະ ແລ້ວ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ແຕກ​ໜີ​ໄປ​ຮອດ​ໂຮມາ.+

15 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 2 “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ເມື່ອ​ພວກ​ເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເຮົາ​ຈະ​ເອົາ​ໃຫ້​ພວກ​ເຈົ້າ+ 3 ແລ້ວ​ພວກ​ເຈົ້າ​ຈະ​ເອົາ​ງົວ​ຫຼື​ແກະ​ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ​ເຊິ່ງ​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ*+ ບໍ່​ວ່າ​ຈະ​ເປັນ​ເຄື່ອງ​ບູຊາ​ເຜົາ+ ຫຼື​ເຄື່ອງ​ບູຊາ​ສາບານ​ພິເສດ ຫຼື​ເຄື່ອງ​ບູຊາ​ທີ່​ໃຫ້​ດ້ວຍ​ຄວາມ​ສະໝັກ​ໃຈ+ ຫຼື​ເຄື່ອງ​ບູຊາ​ສຳລັບ​ເທດສະການ​ຕ່າງ​ໆ​+ 4 ຜູ້​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ພະ​ເຢໂຫວາ​ຕ້ອງ​ເອົາ​ມາ​ພ້ອມ​ກັບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ ເຊິ່ງ​ມີ​ແປ້ງ​ລະອຽດ 1 ສ່ວນ 10 ເອຟາ*​ປະສົມ​ກັບ​ນ້ຳມັນ 1 ສ່ວນ 4 ຮິນ.* 5 ຖ້າ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ເຜົາ+ ຫຼື​ເຄື່ອງ​ບູຊາ​ທີ່​ເປັນ​ແກະ​ນ້ອຍ​ໂຕ​ຜູ້​ມາ​ໃຫ້ ເຈົ້າ​ຕ້ອງ​ເອົາ​ເຫຼົ້າແວງ 1 ສ່ວນ 4 ຮິນ*ມາ​ນຳ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ດື່ມ. 6 ຖ້າ​ເຄື່ອງ​ບູຊາ​ເປັນ​ແກະ​ໂຕ​ຜູ້​ໂຕ​ໜຶ່ງ ເຈົ້າ​ຕ້ອງ​ເອົາ​ແປ້ງ​ລະອຽດ 2 ສ່ວນ 10 ເອຟາ*ທີ່​ປະສົມ​ນ້ຳມັນ 1 ສ່ວນ 3 ຮິນ*ມາ​ນຳ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ 7 ແລະ​ກໍ​ເອົາ​ເຫຼົ້າ​ແວງ 1 ສ່ວນ 3 ຮິນ*​ມາ​ນຳ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ດື່ມ​ເຊິ່ງ​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.

8 ຖ້າ​ເຈົ້າ​ເອົາ​ງົວ​ໂຕ​ຜູ້​ມາ​ໃຫ້​ພະ​ເຢໂຫວາ​ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ ຫຼື​ເຄື່ອງ​ບູຊາ​ສາບານ​ພິເສດ+ ຫຼື​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+ 9 ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ນັ້ນ​ມາ​ພ້ອມ​ກັບ​ແປ້ງ​ລະອຽດ 3 ສ່ວນ 10 ເອຟາ*ທີ່​ປະສົມ​ກັບ​ນ້ຳມັນ​ເຄິ່ງ​ຮິນ*ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 10 ແລະ​ເຈົ້າ​ຕ້ອງ​ເອົາ​ເຫຼົ້າແວງ​ເຄິ່ງ​ຮິນ​ມາ​ນຳ​ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ດື່ມ+ ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. 11 ໃຫ້​ເຮັດ​ແນວ​ນີ້​ກັບ​ສັດແຕ່​ລະ​ໂຕທີ່​ໃຊ້​ເປັນ​ເຄື່ອງ​ບູຊາ ບໍ່​ວ່າ​ຈະ​ເປັນ​ງົວ ແກະ​ໂຕ​ຜູ້ ແກະ​ນ້ອຍ​ໂຕ​ຜູ້ ຫຼື​ແບ້. 12 ບໍ່​ວ່າ​ຈະ​ເອົາ​ມາ​ເປັນ​ເຄື່ອງ​ບູຊາ​ຈັກ​ໂຕ​ກໍ​ຕ້ອງ​ເຮັດ​ແນວ​ນີ້​ຄື​ກັນ. 13 ທຸກ​ຄົນ​ທີ່​ເກີດ​ໃນ​ອິດສະຣາເອນ​ຕ້ອງ​ເຮັດ​ແນວ​ນີ້​ຕອນ​ທີ່​ເອົາ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ມາ​ໃຫ້​ພະ​ເຢໂຫວາ ເຊິ່ງ​ເປັນ​ເຄື່ອງ​ບູຊາ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ເພິ່ນ​ພໍ​ໃຈ.

14 ຖ້າ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ​ຫຼື​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ​ມາ​ດົນ​ແລ້ວ​ຈະ​ເອົາ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ມາ​ໃຫ້​ພະ​ເຢໂຫວາ ເຊິ່ງ​ເປັນ​ເຄື່ອງ​ບູຊາ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ເພິ່ນ​ພໍ​ໃຈ ລາວ​ຕ້ອງ​ເຮັດ​ຄື​ກັບ​ພວກ​ເຈົ້າ​ທຸກ​ຢ່າງ.+ 15 ບໍ່​ວ່າ​ຈະ​ເປັນ​ຄົນ​ອິດສະຣາເອນ​ຫຼື​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ເຈົ້າ​ກໍ​ຕ້ອງ​ເຮັດ​ຕາມ​ຄຳ​ສັ່ງ​ອັນ​ດຽວ​ກັນ​ນີ້. ນີ້​ແມ່ນ​ຄຳ​ສັ່ງ​ທີ່​ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ໄປ​ຈົນ​ຮອດ​ລຸ້ນ​ລູກ​ລຸ້ນ​ຫຼານ​ຕໍ່​ໆ​ໄປ. ສຳລັບ​ພະ​ເຢໂຫວາ ຄົນ​ຕ່າງ​ຊາດ​ກໍ​ຕ້ອງ​ເຮັດ​ຄື​ກັນ​ກັບ​ພວກ​ເຈົ້າ.+ 16 ພວກ​ເຈົ້າ​ກັບ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ​ມີ​ກົດ​ໝາຍ​ແລະ​ຄຳ​ສັ່ງ​ອັນ​ດຽວ​ກັນ.’”

17 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ຕື່ມ​ອີກ​ວ່າ: 18 “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ເມື່ອ​ພວກ​ເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເຮົາ​ຊິ​ເອົາ​ໃຫ້​ພວກ​ເຈົ້າ 19 ແລະ​ໄດ້​ກິນ​ອາຫານ​ຢູ່​ຫັ້ນ+ ພວກ​ເຈົ້າ​ຕ້ອງ​ເອົາ​ສ່ວນ​ໜຶ່ງ​ໃຫ້​ພະ​ເຢໂຫວາ. 20 ເຈົ້າ​ຕ້ອງ​ເອົາ​ແປ້ງ​ທີ່​ບົດ​ບໍ່​ລະອຽດ​ຈາກ​ຜົນ​ລະ​ປູກ​ຊຸດ​ທຳອິດ+ມາ​ເຮັດ​ເປັນ​ເຂົ້າຈີ່​ຮູບ​ວົງມົນ.* ເຈົ້າ​ຕ້ອງ​ເອົາ​ເຂົ້າຈີ່​ນັ້ນ​ໃຫ້​ພະເຈົ້າ ຄື​ກັບ​ວິທີ​ທີ່​ເອົາ​ຜົນລະປູກ​ທີ່​ໄດ້​ຈາກ​ລານ​ຟາດ​ເຂົ້າ​ໃຫ້​ເພິ່ນ. 21 ຄົນ​ລຸ້ນ​ຕໍ່​ໆ​ໄປ​ກໍ​ຕ້ອງ​ເອົາ​ສ່ວນ​ໜຶ່ງ​ຂອງ​ແປ້ງ​ທີ່ບົດ​ບໍ່​ລະອຽດທີ່​ໄດ້​ຈາກ​ຜົນ​ລະ​ປູກ​ຊຸດ​ທຳອິດມາ​ໃຫ້​ພະ​ເຢໂຫວາຄື​ກັນ.

22 ຖ້າ​ພວກ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສັ່ງ​ທີ່​ພະ​ເຢໂຫວາ​ໃຫ້​ຜ່ານ​ທາງ​ໂມເຊ ພວກ​ເຈົ້າ​ຈະ​ມີ​ຄວາມ​ຜິດ. 23 ຄຳ​ສັ່ງ​ເຫຼົ່ານີ້​ພະ​ເຢໂຫວາ​ໃຫ້​ຜ່ານ​ທາງ​ໂມເຊ ແລະ​ໃຊ້​ໄດ້​ຕັ້ງ​ແຕ່​ມື້​ທີ່​ພະ​ເຢໂຫວາ​ສັ່ງ​ພວກ​ເຈົ້າ​ໄປ​ຈົນ​ຮອດ​ລຸ້ນ​ລູກ​ລຸ້ນ​ຫຼານ. 24 ຖ້າ​ພວກ​ເຈົ້າ​ເຮັດ​ຜິດ​ໂດຍ​ບໍ່​ຮູ້​ໂຕ ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ​ເຊິ່ງ​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ແລະ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ກັບ​ເຄື່ອງ​ບູຊາ​ດື່ມ​ມາ​ໃຫ້​ເພິ່ນ.+ ພວກເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ນຳ.+ 25 ປະໂລຫິດ​ຈະ​ໄຖ່​ຄວາມ​ຜິດ​ໃຫ້​ພວກ​ອິດສະຣາເອນ​ທຸກ​ຄົນ ແລະ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ການ​ຍົກ​ໂທດ+​ທີ່​ໄດ້​ເຮັດ​ຜິດ​ໂດຍ​ບໍ່​ຮູ້​ໂຕ ຍ້ອນ​ພວກ​ເຈົ້າ​ໄດ້​ເອົາ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ມາ​ໃຫ້​ພະ​ເຢໂຫວາ​ກັບ​ເຄື່ອງ​ບູຊາ​ໄຖ່​ບາບ​ມາ​ໃຫ້​ພະ​ເຢໂຫວາ ເພື່ອ​ໄຖ່​ຄວາມ​ຜິດ​ນັ້ນ. 26 ເມື່ອ​ເຮັດ​ແນວ​ນັ້ນ​ແລ້ວ ພວກ​ອິດສະຣາເອນ​ແລະ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ການ​ຍົກ​ໂທດ​ທີ່​ໄດ້​ເຮັດ​ຜິດ​ໂດຍ​ບໍ່​ຮູ້​ໂຕ.

27 ຖ້າ​ຜູ້​ໃດ​ເຮັດ​ຜິດ​ໂດຍ​ບໍ່​ຮູ້​ໂຕ ລາວ​ຕ້ອງ​ເອົາ​ແບ້​ໂຕ​ແມ່​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ.+ 28 ປະໂລຫິດ​ຈະ​ໄຖ່​ຄວາມ​ຜິດ​ໃຫ້​ຜູ້​ນັ້ນ​ຕໍ່​ໜ້າ​ພະ​ເຢໂຫວາ​ແລ້ວ​ລາວ​ຈະ​ໄດ້​ຮັບ​ການ​ຍົກ​ໂທດ.+ 29 ບໍ່​ວ່າ​ຈະ​ເປັນ​ຄົນ​ອິດສະຣາເອນ ຫຼື​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ​ກໍ​ຕ້ອງ​ເຮັດ​ຕາມ​ກົດ​ໝາຍ​ອັນ​ດຽວ​ກັນ​ນີ້​ເມື່ອ​ເຮັດ​ຜິດ​ໂດຍ​ບໍ່​ຮູ້​ໂຕ.+

30 ຖ້າ​ຜູ້​ໃດ​ຕັ້ງ​ໃຈ​ເຮັດ​ຜິດ+ກໍ​ເທົ່າ​ກັບ​ວ່າ​ລາວ​ກຳລັງ​ດູ​ໝິ່ນ​ພະ​ເຢໂຫວາ. ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ​ບໍ່​ວ່າ​ຈະ​ເປັນ​ຄົນ​ອິດສະຣາເອນ​ຫຼື​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ. 31 ລາວ​ດູຖູກ​ຄຳເວົ້າ​ຂອງ​ພະ​ເຢໂຫວາ​ແລະ​ບໍ່​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ເພິ່ນ ຍ້ອນ​ແນວ​ນັ້ນ ລາວ​ຈະ​ຕ້ອງ​ຕາຍ.+ ລາວ​ຈະ​ຕ້ອງ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ລາວ​ເອງ.’”+

32 ຕອນ​ທີ່​ພວກ​ອິດສະຣາເອນ​ຢູ່​ບ່ອນ​ກັນ​ດານ ມີ​ຄົນ​ເຫັນ​ຜູ້​ຊາຍ​ຄົນ​ໜຶ່ງ​ໄປ​ຫາ​ຟືນ​ໃນ​ວັນ​ຊະບາໂຕ.+ 33 ເຂົາ​ເຈົ້າ​ກໍ​ເລີຍ​ພາ​ຜູ້​ຊາຍ​ຄົນ​ນັ້ນ​ໄປ​ຫາ​ໂມເຊ​ກັບ​ອາໂຣນ ແລະ​ພວກ​ອິດສະຣາເອນ. 34 ເຂົາ​ເຈົ້າ​ບໍ່​ຮູ້​ວ່າ​ຊິ​ເຮັດ​ແນວ​ໃດ​ກັບ​ລາວ​ເພາະ​ກົດ​ໝາຍ​ກໍ​ບໍ່​ໄດ້​ບອກ​ຈະ​ແຈ້ງ ເຂົາ​ເຈົ້າ​ເລີຍ​ກັກ​ໂຕ​ລາວ​ໄວ້​ກ່ອນ.+

35 ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: “ໃຫ້​ພວກ​ອິດສະຣາເອນ​ພາ​ຜູ້​ຊາຍ​ຄົນ​ນັ້ນ​ອອກ​ໄປ​ນອກ​ຄ້າຍພັກແລະດຶກ​ກ້ອນ​ຫີນໃສ່​ລາວ.+ ລາວ​ຈະ​ຕ້ອງ​ຕາຍ.”+ 36 ພວກ​ອິດສະຣາເອນ​ກໍ​ເຮັດ​ແບບ​ນັ້ນ. ເຂົາ​ເຈົ້າ​ພາ​ລາວ​ອອກ​ໄປ​ນອກ​ຄ້າຍພັກແລະ​ດຶກ​ກ້ອນ​ຫີນ​ໃສ່​ລາວ​ຈົນ​ຕາຍ ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ໂມເຊ.

37 ພະ​ເຢໂຫວາ​ບອກ​ໂມເຊ​ຕື່ມ​ວ່າ: 38 “ໃຫ້​ບອກ​ພວກ​ອິດສະຣາເອນ​ເຮັດ​ຍອຍ​ໃສ່ຕີນ​ຊຸດ​ຍາວຂອງ​ໂຕເອງ ແລະ​ໃຫ້​ເອົາ​ດ້າຍ​ສີ​ຟ້າ​ມາ​ຫຍິບ​ເຮັດ​ເປັນ​ຂອບ​ເທິງ​ຍອຍ​ນັ້ນ.+ ເຂົາ​ເຈົ້າ​ຕ້ອງ​ເຮັດ​ແບບ​ນີ້​ໄປ​ຈົນ​ຮອດ​ລຸ້ນ​ລູກ​ລຸ້ນ​ຫຼານ​ຕໍ່​ໆ​ໄປ. 39 ແລ້ວ​ໃຫ້​ບອກ​ອີກ​ວ່າ ‘ເມື່ອ​ພວກ​ເຈົ້າ​ເຫັນ​ຍອຍ​ເສື້ອ​ນີ້ ມັນ​ຈະ​ເຕືອນ​ພວກ​ເຈົ້າ​ໃຫ້​ຈື່​ແລະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ.+ ຢ່າ​ເຮັດ​ຕາມ​ໃຈ​ໂຕເອງ​ແລະ​ຕາມ​ທີ່​ຕາ​ເຫັນ ເພາະ​ມັນ​ຈະເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ຄື​ກັບ​ແມ່​ຈ້າງ.*+ 40 ເມື່ອ​ເຮັດ​ແນວ​ນີ້​ພວກ​ເຈົ້າ​ກໍ​ຈະ​ຈື່​ແລະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ເຮົາ. ພວກ​ເຈົ້າ​ຈະ​ເປັນ​ຄົນ​ບໍລິສຸດ​ສຳລັບ​ເຮົາ.+ 41 ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ຜູ້​ທີ່​ພາ​ພວກ​ເຈົ້າ​ອອກ​ຈາກ​ເອຢິບ​ເພື່ອ​ສະແດງ​ວ່າ​ເຮົາ​ເປັນ​ພະເຈົ້າ​ຂອງ​ພວກ​ເຈົ້າ.+ ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.’”+

16 ຕໍ່ມາ ໂກຣາ+ຮ່ວມ​ຫົວ​ກັບ​ດາທານ ອາບີຣາມ ແລະ​ໂອນ. (ໂກຣາ​ເປັນ​ລູກ​ຫຼານ​ຂອງ​ເລວີ.+ ເລວີ​ມີ​ລູກ​ຊາຍ​ຊື່​ໂກຮາດ. ໂກຮາດ​ມີ​ລູກ​ຊາຍ​ຊື່​ອິດຊະຮາ.+ ອິດຊະຮາ​ມີ​ລູກ​ຊາຍ​ຊື່​ໂກຣາ.+ ດາ​ທານ ອາບີຣາມ ແລະ​ໂອນ​ເປັນ​ລູກ​ຫຼານ​ຂອງ​ຣູເບັນ.+ ດາ​ທານ​ກັບ​ອາບີຣາມ​ເປັນ​ລູກ​ຊາຍ​ຂອງ​ເອລີອາບ+ ສ່ວນ​ໂອນ​ເປັນ​ລູກ​ຊາຍ​ຂອງ​ເປເລດ.) 2 ເຂົາ​ເຈົ້າ​ກັບ​ພວກ​ຫົວ​ໜ້າ​ອີກ 250 ຄົນ ເຊິ່ງ​ເປັນ​ຄົນ​ທີ່​ມີ​ຊື່ສຽງ​ແລະ​ຖືກ​ເລືອກ​ຈາກ​ພວກ​ອິດສະຣາເອນ​ໄດ້​ພາກັນ​ໄປ​ເວົ້າ​ໃຫ້​ໂມເຊ. 3 ເຂົາ​ເຈົ້າ​ເວົ້າ​ໃຫ້+​ໂມເຊ​ກັບ​ອາໂຣນ​ວ່າ: “ພວກ​ເຮົາທົນ​ພວກ​ເຈົ້າບໍ່​ໄຫວ​ແລ້ວ! ຄົນ​ອິດສະຣາເອນ​ທັງ​ໝົດ​ເປັນ​ຂອງ​ພະ​ເຢໂຫວາ+ແລະ​ເພິ່ນ​ກໍ​ຢູ່​ນຳ​ພວກ​ເຮົາ+ຄື​ກັນ​ບໍ່​ແມ່ນ​ບໍ? ເປັນ​ຫຍັງ​ພວກ​ເຈົ້າ​ເຮັດ​ໂຕ​ເປັນ​ໃຫຍ່​ໃນ​ພວກ​ຄົນ​ຂອງ​ພະ​ເຢໂຫວາ?”

4 ເມື່ອ​ໂມເຊ​ໄດ້​ຍິນ​ແນວ​ນັ້ນ ລາວ​ກໍ​ອຸກໃຈ ເລີຍ​ຄູ້​ເຂົ່າ​ໝູບ​ໜ້າ​ລົງ​ພື້ນ. 5 ໂມເຊ​ບອກ​ໂກຣາ​ກັບ​ພວກ​ຂອງ​ລາວ​ວ່າ: “ມື້​ອື່ນ​ເຊົ້າ ພະ​ເຢໂຫວາ​ຊິ​ເຮັດ​ໃຫ້​ຮູ້​ວ່າ ແມ່ນ​ໃຜ​ເປັນ​ຄົນ​ຂອງ​ເພິ່ນ+ ແມ່ນ​ໃຜ​ເປັນ​ຄົນ​ບໍລິສຸດ ແລະ​ແມ່ນ​ໃຜ​ເຂົ້າ​ຫາ​ເພິ່ນ​ໄດ້.+ ຄົນ​ທີ່​ເພິ່ນ​ເລືອກ​ຫັ້ນ​ແຫຼະ​ຈະ​ເຂົ້າ​ຫາ​ເພິ່ນ​ໄດ້.+ 6 ໂກຣາ ໃຫ້​ເຈົ້າ​ກັບ​ຄົນ​ຂອງ​ເຈົ້າ+ເອົາ​ແນວ​ໃສ່​ເຄື່ອງຫອມ+​ມາ. 7 ມື້​ອື່ນ​ເຊົ້າ ໃຫ້​ເອົາ​ຖ່ານ​ໄຟ​ກັບ​ເຄື່ອງຫອມ​ມາ​ໃສ່​ໃນ​ຫັ້ນ​ຕໍ່​ໜ້າ​ພະ​ເຢໂຫວາ. ຖ້າ​ພະ​ເຢໂຫວາ​ເລືອກ​ໃຜ+ ຄົນ​ນັ້ນ​ກໍ​ເປັນ​ຄົນ​ບໍລິສຸດ. ພໍ​ໄດ້​ແລ້ວ ພວກ​ລູກ​ຫຼານ​ເລວີ​ເອີ້ຍ!”+

8 ໂມເຊ​ເວົ້າ​ກັບ​ໂກຣາ​ອີກ​ວ່າ: “ຟັງ​ເດີ້ ພວກ​ລູກ​ຫຼານ​ເລວີ 9 ພະເຈົ້າ​ຂອງ​ອິດສະຣາເອນ​ໃຫ້​ສິດທິ​ພິເສດ​ພວກ​ເຈົ້າ​ຫຼາຍ​ແລ້ວ​ບໍ່​ແມ່ນ​ບໍ? ເພິ່ນ​ເລືອກ​ພວກ​ເຈົ້າ​ຈາກ​ພວກ​ອິດສະຣາເອນ+ໃຫ້​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ​ຂອງ​ພະ​ເຢໂຫວາ ໃຫ້​ຢືນ​ຢູ່​ຕໍ່​ໜ້າ​ພວກ​ອິດສະຣາເອນ ແລະ​ເຮັດ​ວຽກ​ແທນ​ເຂົາ​ເຈົ້າ.+ 10 ເພິ່ນ​ເລືອກ​ໃຫ້​ພວກ​ເຈົ້າ​ກັບ​ອ້າຍນ້ອງ​ຂອງ​ພວກ​ເຈົ້າ​ທຸກ​ຄົນ​ທີ່​ເປັນ​ລູກ​ຫຼານ​ເລວີ​ຢູ່​ໃກ້​ເພິ່ນ. ພວກ​ເຈົ້າ​ຍັງ​ບໍ່​ພໍ​ໃຈ​ບໍ? ຍັງ​ຢາກ​ເປັນ​ປະໂລຫິດ​ອີກ​ຊັ້ນ​ເບາະ?+ 11 ພວກ​ເຈົ້າ​ກັບ​ຄົນ​ຂອງ​ພວກ​ເຈົ້າ​ເຮັດ​ແນວ​ນີ້ ກໍ​ເທົ່າ​ກັບ​ຕໍ່ຕ້ານ​ພະ​ເຢໂຫວາ. ແລ້ວ​ອາໂຣນ​ເຮັດ​ຫຍັງ​ໃຫ້​ພວກ​ເຈົ້າ ພວກ​ເຈົ້າ​ຈຶ່ງ​ຈົ່ມ​ໃຫ້​ລາວ?”+

12 ໂມເຊ​ໃຫ້​ຄົນ​ໄປ​ເອີ້ນ​ດາ​ທານ​ກັບ​ອາບີຣາມ+ລູກ​ຊາຍ​ຂອງ​ເອລີອາບ​ມາ​ຫາ ແຕ່​ເຂົາ​ເຈົ້າ​ເວົ້າ​ວ່າ: “ພວກ​ເຮົາ​ບໍ່​ໄປ​ຫາ​ເຈົ້າ​ດອກ. ຊິ​ໄປ​ເຮັດ​ຫຍັງ? 13 ເຈົ້າ​ພາ​ພວກ​ເຮົາ​ອອກ​ມາ​ຈາກ​ແຜ່ນດິນ​ທີ່​ມີ​ນ້ຳ​ນົມ​ກັບ​ນ້ຳ​ເຜີ້ງ​ຫຼາຍ ແລະ​ໃຫ້​ພວກ​ເຮົາ​ມາ​ຕາຍ​ຢູ່​ບ່ອນ​ກັນ​ດານ​ນີ້ ຍັງ​ບໍ່​ສົມ​ໃຈ​ເຈົ້າ​ອີກ​ເບາະ?+ ຍັງ​ຊິ​ເປັນ​ນາຍ​ພວກ​ເຮົາ​ອີກ​ຫວະ? 14 ປານ​ນັ້ນ​ວ່າ​ຊິ​ໃຫ້​ພວກ​ເຮົາ​ໄປ​ຢູ່​ໃນ​ແຜ່ນດິນ​ທີ່​ມີ​ນ້ຳ​ນົມ​ກັບ​ນ້ຳ​ເຜີ້ງ​ຫຼາຍ.+ ໃສ​ຄື​ບໍ່​ເຫັນ​ມີ? ດິນ​ກັບ​ສວນ​ໝາກ​ລະແຊັງ​ທີ່​ເຮົາ​ຊິ​ໄດ້​ຢູ່​ໃສ? ເຈົ້າ​ຊິ​ໃຫ້​ຄົນ​ພວກ​ນີ້​ຫຼັບ​ຫູ​ຫຼັບ​ຕາ​ໄປ​ນຳ​ເຈົ້າ​ຊັ້ນ​ຫວະ? ພວກ​ເຮົາ​ບໍ່​ໄປ​ດອກ!”

15 ໂມເຊ​ໃຈ​ຮ້າຍ​ຫຼາຍ​ແລະ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ: “ພະອົງ​ບໍ່​ຕ້ອງຍອມ​ຮັບເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ຂອງ​ເຂົາ​ເຈົ້າ​ເດີ້. ລາ​ໂຕ​ດຽວ​ລູກ​ກໍ​ບໍ່​ໄດ້​ເອົາ​ຂອງ​ເຂົາ​ເຈົ້າ ແລະ​ລູກ​ກໍ​ບໍ່​ໄດ້​ຕີ​ບໍ່​ໄດ້​ຂ້າ​ຜູ້​ໃດ.”+

16 ໂມເຊ​ກໍ​ເວົ້າ​ກັບ​ໂກຣາ​ວ່າ: “ມື້​ອື່ນ ໃຫ້​ເຈົ້າ​ກັບ​ຄົນ​ຂອງ​ເຈົ້າ​ມາ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ ແລ້ວ​ອາໂຣນ​ກໍ​ຊິ​ມາ​ຄື​ກັນ. 17 ໃຫ້​ທຸກ​ຄົນ​ເອົາ​ແນວ​ໃສ່​ເຄື່ອງຫອມ​ມາ ເອົາ​ເຄື່ອງຫອມ​ໃສ່​ໃນ​ຫັ້ນ ແລ້ວ​ໄປ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ ທັງ​ເຈົ້າ​ກັບ​ອາໂຣນ ແລະ​ພວກ​ຫົວ​ໜ້າ 250 ຄົນ.” 18 ແຕ່​ລະ​ຄົນ​ກໍ​ຖືແນວ​ໃສ່​ເຄື່ອງຫອມ​ມາ​ແລະ​ເອົາ​ຖ່ານ​ໄຟ​ກັບ​ເຄື່ອງຫອມ​ໃສ່​ໃນ​ຫັ້ນ ແລ້ວ​ຢືນ​ຢູ່​ກັບ​ໂມເຊ​ແລະ​ອາໂຣນ​ຢູ່​ຕໍ່​ໜ້າ​ທາງເຂົ້າ​ເຕັ້ນ​ຂໍ​ການ​ຊີ້ນຳ. 19 ຕອນ​ທີ່​ໂກຣາ​ກັບພວກ​ຂອງ​ລາວ+ມາ​ຢືນ​ຢູ່​ທາງເຂົ້າ​ເຕັ້ນ​ຂໍ​ການ​ຊີ້ນຳ ພວກ​ອິດສະຣາເອນ​ກໍ​ເຫັນແສງ​ລັດ​ສະໝີ​ຂອງ​ພະ​ເຢໂຫວາ.+

20 ພະ​ເຢໂຫວາ​ບອກ​ໂມເຊ​ກັບ​ອາໂຣນ​ວ່າ: 21 “ໃຫ້​ພວກ​ເຈົ້າ​ຢືນ​ຢູ່​ຫ່າງ​ໆ​ຈາກ​ພວກ​ນັ້ນ ເຮົາ​ຈະ​ທຳລາຍ​ພວກ​ເຂົາ​ໃຫ້​ໝົດ​ບາດ​ດຽວ.”+ 22 ແລ້ວ​ທັງ​ສອງ​ຄົນ​ກໍ​ໝູບ​ໜ້າ​ລົງ​ພື້ນ​ແລະ​ເວົ້າ​ວ່າ: “ພະເຈົ້າ​ຜູ້​ໃຫ້​ຊີວິດ​ທຸກ​ຄົນ+ ມີ​ແຕ່​ຄົນ​ດຽວ​ທີ່​ເຮັດ​ຜິດ ພະອົງ​ຈະ​ທຳລາຍ​ພວກ​ອິດສະຣາເອນ​ໝົດ​ທຸກ​ຄົນ​ເລີຍ​ບໍ?”+

23 ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: 24 “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ໃຫ້ຢູ່​ໄກ​ໆ​ຈາກ​ເຕັ້ນ​ຂອງ​ໂກຣາ ດາ​ທານ ແລະ​ອາບີຣາມ!’”+

25 ໂມເຊ​ກັບ​ພວກ​ຜູ້​ນຳ+​ຂອງ​ອິດສະຣາເອນ​ກໍ​ໄປ​ຫາ​ດາ​ທານ​ກັບ​ອາບີຣາມ. 26 ໂມເຊ​ບອກ​ພວກ​ອິດສະຣາເອນ​ວ່າ: “ໃຫ້​ຢູ່​ໄກ​ໆ​ຈາກ​ເຕັ້ນ​ຂອງ​ຄົນ​ຊົ່ວ​ພວກ​ນີ້ ແລະ​ຢ່າ​ໄປ​ຖືກ​ຫຼື​ໄປ​ບາຍ​ເຄື່ອງ​ຂອງ​ຂອງ​ພວກ​ເຂົາ ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ຖືກ​ທຳລາຍ​ພ້ອມ​ກັບ​ຄົນ​ພວກ​ນີ້ ຍ້ອນ​ພວກ​ເຂົາ​ເຮັດ​ຜິດ.” 27 ແລ້ວ​ປະຊາຊົນ​ກໍ​ຫຍັບ​ອອກ​ໄປ​ໄກ​ໆ​ຈາກ​ເຕັ້ນ​ຂອງ​ໂກຣາ ດາ​ທານ ແລະ​ອາບີຣາມ​ທັນທີ. ດາ​ທານ​ກັບ​ອາບີຣາມ​ກໍ​ອອກ​ມາ​ຢືນ​ຢູ່​ທາງເຂົ້າ​ເຕັ້ນ​ຂອງ​ໂຕເອງ ພ້ອມ​ກັບລູກ​ແລະ​ເມຍ.

28 ໂມເຊ​ເວົ້າ​ວ່າ: “ເຫດການ​ທີ່​ຈະ​ເກີດ​ຂຶ້ນ​ຕໍ່​ໄປ​ນີ້​ຊິ​ເຮັດ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ໃຊ້​ຂ້ອຍ​ມາ​ຫຼື​ຂ້ອຍ​ຄິດ​ເອງ. 29 ຖ້າ​ຄົນ​ພວກ​ນີ້​ຕາຍ​ແລະ​ຖືກ​ລົງໂທດ​ຄື​ກັບ​ຄົນ​ທົ່ວໄປ ກໍ​ສະແດງ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ໃຊ້​ຂ້ອຍ​ມາ.+ 30 ແຕ່​ຖ້າ​ພະ​ເຢໂຫວາ​ເຮັດ​ສິ່ງ​ທີ່​ເໜືອ​ທຳມະຊາດ ໂດຍ​ໃຫ້​ແຜ່ນດິນ​ແຍກ​ອອກ​ຈາກ​ກັນ ແລ້ວ​ເຂົາ​ເຈົ້າ​ກໍ​ຕົກ​ລົງ​ໄປ​ຕາຍ​ໃນ​ຫັ້ນ​ພ້ອມ​ກັບ​ເຄື່ອງ​ຂອງ​ຂອງ​ເຂົາ​ເຈົ້າ ນີ້​ກໍ​ສະແດງ​ວ່າ​ເຂົາ​ເຈົ້າ​ດູ​ໝິ່ນ​ພະ​ເຢໂຫວາ.”

31 ທັນທີ​ທີ່​ໂມເຊ​ເວົ້າ​ຈົບ ແຜ່ນດິນ​ບ່ອນ​ທີ່​ເຂົາ​ເຈົ້າ​ຢືນ​ຢູ່​ກໍ​ແຍກ​ອອກ​ຈາກ​ກັນ.+ 32 ດິນ​ໄດ້​ອ້າ​ປາກ​ແລະ​ກືນ​ເຂົາ​ເຈົ້າ​ລົງ​ໄປ. ຄົນ​ໃນ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຄົນ​ທີ່​ສະໜັບສະໜູນ​ໂກຣາ+ກໍ​ຕົກ​ລົງ​ໄປ​ຕາຍ. ເຄື່ອງ​ຂອງ​ຂອງ​ເຂົາ​ເຈົ້າ​ກໍ​ຕົກ​ລົງ​ໄປ​ນຳ. 33 ເຂົາ​ເຈົ້າ​ກັບ​ຄົນ​ທີ່​ສະໜັບສະໜູນ​ເຂົາ​ເຈົ້າ​ກໍ​ຕົກ​ລົງ​ຫັ້ນ​ແລະ​ດິນ​ກໍ​ຖົມ​ເຂົາ​ເຈົ້າ. ທຸກ​ຄົນຈຶ່ງ​ຕາຍ*ໝົດ.+ 34 ເມື່ອ​ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ຄົນ​ທີ່​ຕົກ​ລົງ​ໄປ ພວກ​ອິດສະຣາເອນ​ທີ່​ຢູ່​ອ້ອມ​ຮອບ​ເຂົາ​ເຈົ້າ​ກໍ​ພາກັນ​ແລ່ນ​ໜີ​ແລະ​ເວົ້າ​ວ່າ: “ເປັນ​ຕາ​ຢ້ານ​ແທ້. ພວກ​ເຮົາ​ບໍ່​ຢາກ​ຕົກ​ລົງ​ໄປ​ນຳ​ເຂົາ​ເຈົ້າ!” 35 ແລ້ວ​ພະ​ເຢໂຫວາ​ກໍສົ່ງ​ໄຟ​ລົງ​ມາ+ເຜົາ​ຜູ້​ຊາຍ 250 ຄົນ​ທີ່​ເຜົາ​ເຄື່ອງຫອມ.+

36 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: 37 “ບອກ​ເອເລອາຊາ​ລູກ​ຊາຍ​ຂອງ​ປະໂລຫິດ​ອາໂຣນ​ໃຫ້​ເອົາ​ແນວ​ໃສ່​ເຄື່ອງຫອມ+ອອກ​ຈາກ​ບ່ອນ​ທີ່​ຖືກ​ໄຟ​ໄໝ້ ຍ້ອນ​ແນວ​ໃສ່​ເຄື່ອງຫອມ​ເຫຼົ່າ​ນັ້ນ​ເປັນ​ສິ່ງ​ບໍລິສຸດ ແລະ​ບອກ​ໃຫ້​ລາວ​ເອົາ​ຖ່ານ​ໄຟ​ໄປສາດຖິ້ມ​ໄກ​ໆ​. 38 ໃຫ້​ເອົາ​ແນວ​ໃສ່​ເຄື່ອງຫອມ​ຂອງ​ຄົນ​ທີ່​ຖືກ​ລົງໂທດ​ເຖິງ​ຕາຍ​ຍ້ອນ​ເຮັດ​ຜິດ​ໄປ​ຕີ​ເປັນ​ແຜ່ນ​ບາງ​ໆ​ ແລະ​ເອົາ​ໄປ​ໂອບ​ແທ່ນ​ບູຊາ.+ ສິ່ງ​ເຫຼົ່າ​ນັ້ນ​ຖື​ວ່າ​ບໍລິສຸດ ຍ້ອນ​ຖືກ​ເອົາ​ມາ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ແລ້ວ. ສິ່ງ​ເຫຼົ່າ​ນັ້ນ​ຈະ​ເປັນ​ສິ່ງ​ເຕືອນ​ໃຈ​ພວກ​ອິດສະຣາເອນ.”+ 39 ແລ້ວ​ປະໂລຫິດ​ເອເລອາຊາ​ກໍ​ເອົາ​ແນວ​ໃສ່​ເຄື່ອງຫອມ​ທີ່​ເຮັດ​ດ້ວຍ​ທອງແດງ​ຂອງ​ຄົນ​ທີ່​ຖືກ​ເຜົາ​ໄປ​ຕີ​ເປັນ​ແຜ່ນ ແລະ​ເອົາ​ໄປ​ໂອບ​ໃສ່​ແທ່ນ​ບູຊາ 40 ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ຜ່ານ​ທາງ​ໂມເຊ. ສິ່ງ​ນີ້​ຈະ​ເຕືອນ​ພວກ​ອິດສະຣາເອນ​ວ່າ ຄົນ​ທີ່​ບໍ່​ແມ່ນ​ລູກ​ຫຼານ​ຂອງ​ອາໂຣນ​ບໍ່​ມີ​ສິດ*ທີ່​ຈະ​ເຜົາ​ເຄື່ອງຫອມ​ຕໍ່​ໜ້າ​ພະ​ເຢໂຫວາ+ ແລະ​ຍັງ​ເຕືອນ​ເຂົາ​ເຈົ້າ​ວ່າ​ບໍ່​ຄວນ​ເຮັດ​ຄື​ກັບ​ໂກຣາ​ແລະ​ພວກ​ຂອງ​ລາວ.+

41 ມື້​ຕໍ່ມາ ພວກ​ອິດສະຣາເອນ​ກໍ​ພາກັນ​ມາ​ເວົ້າ​ໃຫ້​ໂມເຊ​ກັບ​ອາໂຣນ+​ວ່າ: “ພວກ​ເຈົ້າ 2 ຄົນ​ເຮັດ​ໃຫ້​ຄົນ​ຂອງ​ພະ​ເຢໂຫວາຕ້ອງຕາຍ.” 42 ຕອນ​ທີ່​ພວກ​ອິດສະຣາເອນ​ລວມ​ໂຕ​ກັນ​ມາ​ຕໍ່ຕ້ານ​ໂມເຊ​ກັບ​ອາໂຣນ ເຂົາ​ເຈົ້າ​ປິ່ນ​ໜ້າ​ໄປ​ທາງ​ເຕັ້ນ​ຂໍ​ການ​ຊີ້ນຳ ແລ້ວ​ເຂົາ​ເຈົ້າ​ກໍ​ເຫັນ​ຂີ້ເຝື້ອ​ລົງ​ມາ​ປົກ​ຄຸມ​ເຕັ້ນ​ນັ້ນ ແລະ​ເຫັນ​ແສງ​ລັດ​ສະໝີ​ຂອງ​ພະ​ເຢໂຫວາ.+

43 ແລ້ວ​ໂມເຊ​ກັບ​ອາໂຣນ​ກໍ​ໄປ​ຢືນ​ຢູ່​ທາງ​ໜ້າ​ເຕັ້ນ​ຂໍ​ການ​ຊີ້ນຳ+ 44 ແລະ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ໂມເຊ​ວ່າ: 45 “ໃຫ້​ພວກ​ເຈົ້າ​ຫຍັບ​ອອກ​ໄປ​ໄກ​ໆ​ຈາກ​ຄົນ​ພວກ​ນີ້ ເຮົາ​ຈະ​ທຳລາຍ​ພວກ​ເຂົາ​ໃຫ້​ໝົດ​ບາດ​ດຽວ.”+ ຕອນ​ນັ້ນ ໂມເຊ​ກັບ​ອາໂຣນ​ກໍ​ໝູບ​ໜ້າ​ລົງ​ພື້ນ​ທັນທີ.+ 46 ໂມເຊ​ບອກ​ອາໂຣນ​ວ່າ: “ໃຫ້​ເຈົ້າ​ໄປ​ເອົາ​ແນວ​ໃສ່​ເຄື່ອງຫອມ​ມາ ເອົາ​ຖ່ານ​ໄຟຢູ່ແທ່ນ​ບູຊາ​ໃສ່+ ແລ້ວ​ກໍ​ເອົາ​ເຄື່ອງຫອມ​ໃສ່ ແລະ​ໃຫ້​ເຈົ້າ​ຟ້າວ​ໄປ​ຫາ​ປະຊາຊົນ ເພື່ອ​ໄຖ່​ຄວາມ​ຜິດ​ໃຫ້​ເຂົາ​ເຈົ້າ+ ຍ້ອນ​ພະ​ເຢໂຫວາ​ໃຈ​ຮ້າຍແຮງ ແລະ​ປະຊາຊົນ​ກໍ​ເລີ່ມ​ຕາຍ​ຍ້ອນໂລກລະບາດແລ້ວ!” 47 ອາໂຣນ​ກໍ​ຟ້າວ​ເຮັດ​ຕາມ​ທີ່​ໂມເຊ​ບອກ​ທັນທີ. ລາວ​ແລ່ນ​ອອກ​ໄປ​ຫາ​ປະຊາຊົນ. ຕອນ​ນັ້ນ ປະຊາຊົນ​ກໍ​ເລີ່ມ​ຕາຍຍ້ອນ​ໂລກລະບາດ​ແລ້ວ. ລາວ​ເອົາ​ເຄື່ອງຫອມ​ໃສ່​ໃນ​ແນວ​ໃສ່​ເຄື່ອງຫອມ​ໄປ​ໄຖ່​ບາບ​ໃຫ້​ປະຊາຊົນ. 48 ລາວ​ຢືນ​ຢູ່​ລະຫວ່າງ​ຟາກ​ທີ່​ມີ​ຄົນ​ຕາຍ​ກັບ​ຄົນ​ທີ່​ຍັງ​ບໍ່​ທັນ​ຕາຍ ແລ້ວ​ໂລກລະບາດ​ກໍ​ເຊົາ. 49 ຄົນ​ທີ່​ຕາຍ​ຍ້ອນ​ໂລກລະບາດ​ນັ້ນ ລວມ​ທັງ​ໝົດ​ມີ 14.700 ຄົນ ເຊິ່ງ​ບໍ່​ໄດ້​ນັບ​ລວມ​ຄົນ​ທີ່​ຕາຍ​ຍ້ອນ​ການ​ກະບົດ​ຂອງ​ໂກຣານຳ. 50 ຕອນ​ທີ່​ອາໂຣນ​ກັບ​ຄືນ​ໄປ​ຫາ​ໂມເຊ​ຢູ່​ທາງເຂົ້າ​ເຕັ້ນ​ຂໍ​ການ​ຊີ້ນຳ​ກໍ​ບໍ່​ມີ​ຜູ້​ໃດ​ຕາຍ​ຍ້ອນ​ໂລກລະບາດ​ອີກແລ້ວ.

17 ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: 2 “ໃຫ້​ເຈົ້າ​ໄປ​ເວົ້າ​ກັບ​ພວກ​ອິດສະຣາເອນ ແລະ​ໃຫ້​ເຈົ້າ​ເອົາ​ໄມ້ຄ້ອນເທົ້າ​ຂອງ​ຫົວ​ໜ້າ​ແຕ່​ລະ​ຕະກູນ+ມາ​ທັງ​ໝົດ 12 ອັນ. ເຈົ້າ​ຕ້ອງ​ຂຽນ​ຊື່​ຂອງ​ແຕ່​ລະ​ຄົນ​ໃສ່​ໄມ້ຄ້ອນເທົ້າ​ຂອງ​ເຂົາ​ເຈົ້າ. 3 ໃຫ້​ເຈົ້າ​ຂຽນ​ຊື່​ຂອງ​ອາໂຣນ​ໃສ່​ໄມ້ຄ້ອນເທົ້າ​ຂອງ​ຕະກູນ​ເລວີ ເພາະ​ວ່າ​ຫົວ​ໜ້າ​ຂອງ​ແຕ່​ລະ​ຕະກູນ​ມີ​ໄມ້ຄ້ອນເທົ້າ​ໜຶ່ງ​ອັນ. 4 ໃຫ້​ເອົາ​ໄມ້ຄ້ອນເທົ້າ​ທັງ​ໝົດ​ໄປ​ໄວ້​ໃນ​ເຕັ້ນ​ສັກສິດ*ຕໍ່​ໜ້າ​ຫີບ​ສັນຍາ*+ ບ່ອນ​ທີ່​ເຮົາ​ມາ​ຫາ​ເຈົ້າ​ເປັນ​ປະຈຳ.+ 5 ຖ້າ​ເຮົາ​ເລືອກ​ຜູ້​ໃດ+ ໄມ້ຄ້ອນເທົ້າ​ຂອງ​ຜູ້​ນັ້ນ​ກໍ​ຈະ​ອອກ​ດອກ. ເຮົາ​ຈະ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ເຊົາ​ຈົ່ມ​ໃຫ້​ເຮົາ+ ແລະ​ເຊົາ​ຈົ່ມ​ໃຫ້​ເຈົ້າ​ກັບ​ອາໂຣນ​ນຳ.”+

6 ໂມເຊ​ກໍ​ໄປ​ບອກ​ພວກ​ອິດສະຣາເອນ ແລ້ວ​ຫົວ​ໜ້າ​ແຕ່​ລະ​ຕະກູນ​ໄດ້​ເອົາ​ໄມ້ຄ້ອນເທົ້າ​ຂອງ​ໂຕເອງ​ມາ​ໃຫ້​ໂມເຊ​ທັງ​ໝົດ 12 ອັນ ແລະ​ມີ​ໄມ້ຄ້ອນເທົ້າ​ຂອງ​ອາໂຣນ​ນຳ. 7 ໂມເຊ​ໄດ້​ເອົາ​ໄມ້ຄ້ອນເທົ້າ​ທັງ​ໝົດ​ໄປ​ວາງ​ໄວ້​ຕໍ່​ໜ້າ​ພະ​ເຢໂຫວາ​ໃນ​ເຕັ້ນ​ສັກສິດ​ທີ່​ມີ​ຫີບ​ສັນຍາ.

8 ມື້​ຕໍ່ມາ ໂມເຊ​ເຂົ້າ​ໄປ​ໃນ​ເຕັ້ນ​ສັກສິດ​ທີ່​ມີ​ຫີບ​ສັນຍາ ແລ້ວ​ລາວ​ກໍ​ເຫັນ​ໄມ້ຄ້ອນເທົ້າ​ຂອງ​ອາໂຣນ​ທີ່​ເປັນ​ຂອງ​ຕະກູນ​ເລວີ​ອອກ​ດອກ ມີ​ທັງ​ດອກ​ຈູມ ດອກ​ບານ ແລະ​ໝາກ​ແອວ​ມ້ອນ​ສຸກ. 9 ໂມເຊ​ເອົາ​ໄມ້ຄ້ອນເທົ້າ​ທັງ​ໝົດ​ທີ່​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ອອກ​ມາ​ໃຫ້​ພວກ​ອິດສະຣາເອນ​ເບິ່ງ ແລ້ວ​ພວກ​ຫົວ​ໜ້າ​ຂອງ​ແຕ່​ລະ​ຕະກູນ​ກໍ​ຈັບ​ເອົາ​ໄມ້ຄ້ອນເທົ້າ​ຂອງ​ໂຕເອງ.

10 ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: “ໃຫ້​ເອົາ​ໄມ້ຄ້ອນເທົ້າ​ຂອງ​ອາໂຣນ+ໄປ​ໄວ້​ຕໍ່​ໜ້າ​ຫີບ​ສັນຍາ​ຄື​ເກົ່າ ເພື່ອ​ເປັນ​ສິ່ງ​ເຕືອນ​ໃຈ+​ໃຫ້ພວກ​ກະບົດ+ເຊົາ​ຈົ່ມ​ໃຫ້​ເຮົາ ແລ້ວ​ພວກ​ເຂົາ​ກໍ​ຈະ​ບໍ່​ຕາຍ.” 11 ໂມເຊ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ທັນທີ. ລາວ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ເພິ່ນ​ບອກ.

12 ແລ້ວ​ພວກ​ອິດສະຣາເອນ​ກໍ​ເວົ້າ​ກັບ​ໂມເຊ​ວ່າ: “ຕາຍ​ແລ້ວ ພວກ​ເຮົາ​ຕ້ອງ​ຕາຍ​ແທ້​ໆ​! ພວກ​ເຮົາ​ຕ້ອງ​ຕາຍ​ອີ່ຫຼີ​! 13 ຜູ້​ໃດ​ທີ່​ເຂົ້າ​ໄປ​ໃກ້​ເຕັ້ນ​ສັກສິດ​ຂອງ​ພະ​ເຢໂຫວາ​ຈະ​ຕ້ອງ​ຕາຍ.+ ພວກ​ເຮົາ​ຈະ​ຕ້ອງ​ຕາຍ​ໝົດ​ເລີຍ​ແມ່ນ​ບໍ​ນິ?”+

18 ພະ​ເຢໂຫວາ​ເວົ້າ​ກັບ​ອາໂຣນ​ວ່າ: “ຖ້າ​ມີ​ຜູ້​ໃດ​ເຮັດ​ຜິດ​ກົດ​ໝາຍ​ກ່ຽວ​ກັບ​ບ່ອນ​ບໍລິສຸດ ເຈົ້າ​ກັບ​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ແລະ​ລູກ​ຫຼານ​ຂອງ​ເຈົ້າ​ຕ້ອງ​ຮັບຜິດຊອບ.+ ຖ້າ​ຜູ້​ໃດ​ເຮັດ​ຜິດ​ກົດ​ໝາຍ​ກ່ຽວ​ກັບ​ວຽກ​ປະໂລຫິດ ເຈົ້າ​ກັບ​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ຕ້ອງ​ຮັບຜິດຊອບ.+ 2 ໃຫ້​ເອົາ​ພວກ​ພີ່ນ້ອງ​ຂອງ​ເຈົ້າ​ທີ່​ຢູ່​ໃນ​ຕະກູນ​ເລວີ ເຊິ່ງ​ເປັນ​ຕະກູນ​ຂອງ​ພໍ່​ເຈົ້າ​ມາ​ຊ່ວຍ​ວຽກ​ເຈົ້າ+ກັບ​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ຢູ່​ເຕັ້ນ​ສັກສິດ​ທີ່​ມີ​ຫີບ​ສັນຍາ.*+ 3 ເຂົາ​ເຈົ້າ​ຈະ​ເຮັດ​ວຽກ​ທຸກ​ຢ່າງ​ຕາມ​ທີ່​ເຈົ້າ​ສັ່ງ ແລະ​ເຮັດ​ວຽກ​ອື່ນ​ໆ​ກ່ຽວ​ກັບ​ເຕັ້ນ​ສັກສິດ.+ ແຕ່​ຫ້າມ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໄປ​ໃກ້​ເຄື່ອງໃຊ້​ໃນ​ບ່ອນ​ບໍລິສຸດ​ກັບ​ແທ່ນ​ບູຊາ​ເພື່ອ​ເຈົ້າ​ກັບ​ເຂົາ​ເຈົ້າ​ຈະ​ບໍ່​ຕາຍ.+ 4 ເຂົາ​ເຈົ້າ​ຈະ​ເຮັດ​ວຽກ​ນຳ​ເຈົ້າ​ແລະ​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ​ທີ່​ກ່ຽວ​ກັບ​ເຕັ້ນ​ສັກສິດ* ແຕ່​ຄົນ​ທີ່​ບໍ່​ມີ​ສິດ*ຫ້າມ​ເຂົ້າ​ໄປ​ໃກ້​ເຈົ້າ.+ 5 ເຈົ້າ​ຈະ​ຕ້ອງ​ເຮັດ​ໜ້າ​ທີ່​ຢູ່​ບ່ອນ​ບໍລິສຸດ+​ກັບ​ຢູ່​ແທ່ນ​ບູຊາ+ເພື່ອ​ເຮົາ​ຈະ​ບໍ່​ໃຈ​ຮ້າຍ+​ໃຫ້​ພວກ​ອິດສະຣາເອນ​ອີກ. 6 ເຮົາ​ໄດ້​ເລືອກ​ຄົນ​ເລວີ​ເຊິ່ງ​ເປັນ​ພີ່ນ້ອງ​ຂອງ​ເຈົ້າ​ຈາກ​ພວກ​ອິດສະຣາເອນ​ໃຫ້​ເປັນ​ຂອງຂວັນ​ຂອງ​ເຈົ້າ.+ ຄົນ​ເຫຼົ່ານີ້​ເປັນ​ຂອງ​ພະ​ເຢໂຫວາ​ແລະ​ເຂົາ​ເຈົ້າ​ຈະ​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ.+ 7 ເຈົ້າ​ກັບ​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ຈະ​ຕ້ອງ​ເຮັດ​ວຽກ​ປະໂລຫິດ​ຢູ່​ແທ່ນ​ບູຊາ​ກັບ​ຢູ່ຫ້ອງ​ບໍລິສຸດ​ທີ່ສຸດ.*+ ພວກ​ເຈົ້າ​ຕ້ອງ​ເຮັດ​ໜ້າ+​ທີ່​ນີ້​ເພາະ​ເຮົາ​ໃຫ້​ວຽກ​ປະໂລຫິດ​ເປັນ​ຂອງຂວັນ​ຂອງ​ພວກ​ເຈົ້າ. ຖ້າ​ຄົນ​ທີ່​ບໍ່​ມີ​ສິດຄົນ​ໃດ​ເຂົ້າ​ໄປ​ໃກ້​ບ່ອນ​ບໍລິສຸດ ຄົນ​ນັ້ນ​ຈະ​ຕ້ອງ​ຕາຍ.”+

8 ພະ​ເຢໂຫວາ​ເວົ້າ​ກັບ​ອາໂຣນ​ຕື່ມ​ອີກ​ວ່າ: “ເຮົາ​ຈະ​ໃຫ້​ເຈົ້າ​ເບິ່ງ​ແຍງ​ສິ່ງ​ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ເຮົາ.+ ເຮົາ​ຈະ​ໃຫ້​ເຈົ້າ​ກັບ​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ໄດ້​ສ່ວນ​ແບ່ງ​ຂອງ​ສິ່ງ​ບໍລິສຸດ​ນີ້​ຕະຫຼອດໄປ.+ 9 ພວກ​ເຈົ້າ​ຈະ​ໄດ້​ສ່ວນ​ແບ່ງ​ຈາກ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ເຊິ່ງ​ເປັນ​ເຄື່ອງ​ບູຊາ​ທີ່​ບໍລິສຸດ​ແທ້​ໆ​ຄື: ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ ເຄື່ອງ​ບູຊາ​ໄຖ່​ບາບ+ ແລະ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ+ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ເຮົາ. ທັງ​ໝົດ​ນີ້​ແມ່ນ​ສິ່ງ​ທີ່​ບໍລິສຸດ​ແທ້​ໆ​ສຳລັບ​ເຈົ້າ​ກັບ​ພວກ​ລູກ​ຊາຍ​ຂອງ​ເຈົ້າ. 10 ພວກ​ເຈົ້າ​ຈະ​ຕ້ອງ​ກິນ​ສ່ວນ​ແບ່ງ​ຈາກ​ເຄື່ອງ​ບູຊາ​ເຫຼົ່າ​ນັ້ນ​ໃນ​ບ່ອນ​ບໍລິສຸດ.+ ມີ​ແຕ່​ຜູ້​ຊາຍ​ເທົ່າ​ນັ້ນ​ທີ່​ກິນ​ໄດ້. ນີ້​ແມ່ນ​ສິ່ງ​ທີ່​ບໍລິສຸດ​ສຳລັບ​ພວກ​ເຈົ້າ.+ 11 ພວກ​ເຈົ້າ​ຍັງ​ຈະ​ໄດ້​ຂອງຂວັນ​ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້+ພ້ອມ​ກັບ​ເຄື່ອງ​ບູຊາ​ຊູ​ໄປ​ມາ.+ ເຮົາ​ເອົາ​ສິ່ງ​ເຫຼົ່ານີ້​ໃຫ້​ເຈົ້າ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ລູກສາວ​ທີ່​ຢູ່​ນຳ​ເຈົ້າ. ພວກ​ເຈົ້າ​ຈະ​ໄດ້​ສ່ວນ​ແບ່ງ​ນີ້​ຕະຫຼອດໄປ.+ ຄົນ​ໃນ​ເຮືອນ​ຂອງ​ເຈົ້າ​ທີ່​ຈະ​ກິນ​ສ່ວນ​ແບ່ງ​ເຫຼົ່ານີ້​ໄດ້​ຕ້ອງ​ເປັນ​ຄົນ​ທີ່​ເຮົາ​ຖື​ວ່າ​ສະອາດ.+

12 ເມື່ອ​ພວກ​ອິດສະຣາເອນ​ເອົາ​ນ້ຳ​ມັນ​ທີ່​ດີ​ທີ່​ສຸດ ເຫຼົ້າແວງ​ທີ່​ດີ​ທີ່​ສຸດ ແລະ​ຜົນລະປູກ​ຊຸດ​ທຳອິດ+ມາ​ໃຫ້​ພະ​ເຢໂຫວາ ເຮົາ​ຈະ​ເອົາ​ໃຫ້​ເຈົ້າ.+ 13 ຜົນລະປູກ​ຊຸດ​ທຳອິດ​ທັງ​ໝົດ​ທີ່​ຢູ່​ໃນ​ແຜ່ນດິນ​ທີ່​ເຂົາ​ເຈົ້າ​ເອົາ​ມາ​ໃຫ້​ພະ​ເຢໂຫວາ​ຈະ​ເປັນ​ຂອງ​ພວກ​ເຈົ້າ.+ ຄົນ​ໃນ​ເຮືອນ​ຂອງ​ເຈົ້າ​ທີ່​ຈະ​ກິນ​ສິ່ງ​ເຫຼົ່ານີ້​ໄດ້​ຕ້ອງ​ເປັນ​ຄົນ​ທີ່​ເຮົາ​ຖື​ວ່າ​ສະອາດ.

14 ທຸກ​ສິ່ງ​ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ພະເຈົ້າ*ຈະ​ເປັນ​ຂອງ​ພວກ​ເຈົ້າ.+

15 ລູກ​ຊາຍ​ຜູ້​ທຳອິດ​ທຸກ​ຄົນ ແລະລູກ​ສັດ​ໂຕ​ຜູ້​ໂຕ​ທຳອິດ​ທຸກ​ໂຕທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ພະ​ເຢໂຫວາ+​ຈະ​ເປັນ​ຂອງ​ເຈົ້າ. ເຈົ້າ​ຈະ​ໄດ້​ຮັບ​ເງິນ​ຄ່າໄຖ່​ລູກ​ຊາຍ​ຜູ້​ທຳອິດ+ແລະ​ລູກ​ໂຕ​ຜູ້​ໂຕ​ທຳອິດ​ຂອງ​ສັດ​ທີ່​ຖື​ວ່າ​ບໍ່​ສະອາດ.+ 16 ເມື່ອແອ​ນ້ອຍຜູ້​ຊາຍ​ອາຍຸ​ໄດ້ 1 ເດືອນ​ຂຶ້ນ​ໄປ ເຈົ້າ​ຈະ​ໄດ້​ເງິນ​ຄ່າໄຖ່​ຈາກ​ພໍ່​ແມ່​ຂອງແອ​ນ້ອຍຕາມ​ຈຳນວນ​ທີ່​ກຳນົດ​ໄວ້ ຄື​ເງິນ​ໜັກ 5 ເຊເກນ*+ ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ.* 1 ເຊເກນ​ເທົ່າ​ກັບ 20 ເກຣາ.* 17 ແຕ່​ຫ້າມ​ໃຫ້​ຜູ້​ໃດ​ໄຖ່​ງົວ​ນ້ອຍ​ໂຕ​ຜູ້​ໂຕ​ທຳອິດ ແກະ​ນ້ອຍ​ໂຕ​ຜູ້​ໂຕ​ທຳອິດ ຫຼື​ແບ້​ນ້ອຍ​ໂຕ​ຜູ້​ໂຕ​ທຳອິດ.+ ເຮົາ​ຖື​ວ່າ​ສັດ​ເຫຼົ່ານີ້​ບໍລິສຸດ. ເຈົ້າ​ຕ້ອງ​ຊິດ​ເລືອດ​ຂອງ​ມັນ​ໃສ່​ແທ່ນ​ບູຊາ+ ແລະ​ເອົາ​ນ້ຳມັນ​ຂອງ​ສັດ​ໂຕ​ນັ້ນ​ໄປ​ເຜົາ​ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.*+ 18 ຊີ້ນ​ຂອງ​ພວກ​ມັນ​ຈະ​ເປັນ​ຂອງ​ເຈົ້າ ຄື​ກັບ​ຊີ້ນ​ສ່ວນ​ເອິກ​ກັບ​ຂາ​ຫຼັງ​ເບື້ອງ​ຂວາ​ທີ່​ເປັນ​ເຄື່ອງ​ບູຊາ​ຊູ​ໄປ​ມາ​ຈະ​ເປັນ​ຂອງ​ເຈົ້າ.+ 19 ທຸກ​ສິ່ງ​ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ພະ​ເຢໂຫວາ​ຈະ​ເປັນ​ສ່ວນ​ແບ່ງ​ຂອງ​ເຈົ້າ​ຕະຫຼອດໄປ.+ ເຮົາ​ຈະ​ເອົາ​ໃຫ້​ເຈົ້າ​ກັບ​ລູກ​ຊາຍ​ຂອງ​ເຈົ້າ​ແລະ​ລູກສາວ​ທີ່​ຢູ່​ນຳ​ເຈົ້າ.+ ນີ້​ແມ່ນ​ສັນຍາ​ຕະຫຼອດໄປ*ທີ່​ພະ​ເຢໂຫວາ​ເຮັດ​ກັບ​ເຈົ້າ​ແລະ​ລູກ​ຫຼານ​ຂອງ​ເຈົ້າ.”

20 ພະ​ເຢໂຫວາ​ເວົ້າ​ກັບ​ອາໂຣນ​ອີກ​ວ່າ: “ເຈົ້າ​ຈະ​ບໍ່​ໄດ້​ຮັບ​ດິນ​ເປັນມໍລະດົກຄື​ກັບ​ພວກ​ອິດສະຣາເອນ​ຕະກູນ​ອື່ນ​ໆ​ໄດ້​ຮັບ+ ແຕ່ເຮົາ​ຈະ​ເບິ່ງ​ແຍງ​ເຈົ້າແລະ​ໃຫ້​ເຈົ້າ​ມີສິ່ງ​ຈຳເປັນຕ່າງ​ໆ​.*+

21 ເຮົາ​ຈະ​ເອົາ 1 ສ່ວນ 10+ ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ເຮົາ ໃຫ້​ເປັນມໍລະດົກຂອງ​ພວກເລວີ​ເພື່ອ​ຕອບ​ແທນ​ທີ່​ເຂົາ​ເຈົ້າ​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ. 22 ຫ້າມ​ພວກ​ອິດສະຣາເອນ​ເຂົ້າ​ມາ​ໃກ້​ເຕັ້ນ​ສັກສິດ​ອີກ​ເພື່ອ​ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ເຮັດ​ຜິດ​ແລະ​ຕາຍ. 23 ພວກເລວີ​ຕ້ອງ​ເຮັດ​ວຽກ​ຮັບ​ໃຊ້​ຢູ່​ເຕັ້ນ​ສັກສິດ. ຖ້າ​ພວກ​ອິດສະຣາເອນ​ຄົນ​ໃດ​ເຮັດ​ຜິດ​ຕໍ່ບ່ອນ​ບໍລິສຸດ ພວກເລວີ​ຕ້ອງ​ຮັບຜິດຊອບ.+ ພວກເລວີ​ຈະ​ບໍ່​ໄດ້​ຮັບ​ດິນ​ເປັນມໍລະດົກ​ຄື​ກັບ​ພວກ​ອິດສະຣາເອນ​ຕະກູນ​ອື່ນ​ໆ​ໄດ້​ຮັບ. ນີ້​ແມ່ນ​ກົດ​ໝາຍ​ທີ່​ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ໄປ​ຈົນ​ຮອດ​ລຸ້ນ​ລູກ​ລຸ້ນ​ຫຼານ​ຕໍ່​ໆ​ໄປ.+ 24 ເພາະ 1 ສ່ວນ 10 ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ພະ​ເຢໂຫວາ​ນັ້ນ ເຮົາ​ເອົາ​ໃຫ້​ເປັນ​ມໍລະດົກ​ຂອງ​ພວກເລວີ. ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ​ບອກ​ພວກເລວີ​ວ່າ ‘ພວກ​ເຈົ້າ​ຈະ​ບໍ່​ໄດ້​ຮັບ​ດິນ​ເປັນ​ມໍລະດົກ ຄື​ກັບ​ພວກ​ອິດສະຣາເອນ​ຕະກູນ​ອື່ນ​ໆ​ໄດ້​ຮັບ.’”+

25 ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: 26 “ໃຫ້​ບອກ​ພວກເລວີ​ວ່າ ‘ເຮົາ​ຈະ​ເອົາ 1 ສ່ວນ 10 ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ເຮົາ ໃຫ້​ເປັນ​ມໍລະດົກ​ຂອງ​ພວກ​ເຈົ້າ.+ ແຕ່​ພວກ​ເຈົ້າ​ຕ້ອງ​ເອົາ 1 ສ່ວນ 10 ຈາກ 1 ສ່ວນ 10 ທີ່​ພວກ​ເຈົ້າ​ໄດ້​ຮັບ​ນັ້ນ​ມາ​ໃຫ້​ພະ​ເຢໂຫວາ.+ 27 ໃຫ້​ຖື​ວ່າ​ສິ່ງ​ທີ່​ພວກ​ເຈົ້າ​ເອົາ​ມາ​ໃຫ້​ນັ້ນເປັນ​ຄື​ກັບ​ເຂົ້າ+ ນ້ຳມັນ​ໝາກກອກ ຫຼື​ເຫຼົ້າແວງຂອງ​ພວກ​ເຈົ້າ​ເອງ. 28 ເມື່ອ​ເຮັດ​ແນວ​ນີ້ ພວກ​ເຈົ້າ​ກໍ​ໄດ້​ເອົາ 1 ສ່ວນ 10 ທີ່​ໄດ້​ຈາກ​ພວກ​ອິດສະຣາເອນ​ໃຫ້​ພະ​ເຢໂຫວາ. ພວກ​ເຈົ້າ​ຕ້ອງ​ເອົາ​ສ່ວນ​ນີ້​ທີ່​ເປັນ​ຂອງ​ພະ​ເຢໂຫວາ​ໃຫ້​ປະໂລຫິດ​ອາໂຣນ. 29 ສິ່ງ​ທີ່​ພວກ​ເຈົ້າ​ຈະ​ເອົາ​ໃຫ້​ພະ​ເຢໂຫວາ​ຕ້ອງ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ພວກ​ເຈົ້າ​ໄດ້​ຈາກ​ພວກ​ອິດສະຣາເອນ+ ແລະ​ໃຫ້​ພວກ​ເຈົ້າ​ຖື​ວ່າ​ເປັນ​ສິ່ງ​ທີ່​ບໍລິສຸດ.

30 ເມື່ອ​ພວກ​ເຈົ້າ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະເຈົ້າ​ແລ້ວ ສ່ວນ​ທີ່​ເຫຼືອ​ກໍ​ຈະ​ເປັນ​ຂອງ​ພວກ​ເຈົ້າ. ມັນ​ຈະເປັນ​ຄື​ກັບ​ເຂົ້າ ນ້ຳ​ມັນ​ໝາກກອກ ຫຼື​ເຫຼົ້າແວງຂອງ​ພວກ​ເຈົ້າ​ເອງ. 31 ພວກ​ເຈົ້າ​ກັບ​ຄອບຄົວ​ຈະ​ກິນ​ສິ່ງ​ເຫຼົ່ານີ້​ຢູ່​ໃສ​ກໍ​ໄດ້ ເພາະ​ມັນ​ເປັນ​ສິ່ງ​ຕອບ​ແທນ​ທີ່​ພວກ​ເຈົ້າ​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ.+ 32 ຖ້າ​ພວກ​ເຈົ້າ​ເອົາ​ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ມາ​ໃຫ້​ພະເຈົ້າ ພວກ​ເຈົ້າ​ກໍ​ຈະ​ບໍ່​ມີ​ຄວາມ​ຜິດ. ແຕ່​ຖ້າ​ພວກ​ເຈົ້າ​ເອົາ​ສິ່ງ​ທີ່​ບໍລິສຸດ​ທີ່​ໄດ້​ຈາກ​ພວກ​ອິດສະຣາເອນ​ໄປ​ໃຊ້​ໃນ​ທາງ​ທີ່​ຜິດ ພວກ​ເຈົ້າ​ຈະ​ຕ້ອງ​ຕາຍ.’”+

19 ພະ​ເຢໂຫວາ​ບອກ​ໂມເຊ​ກັບ​ອາໂຣນ​ອີກ​ວ່າ: 2 “ພະ​ເຢໂຫວາ​ໃຫ້​ກົດ​ໝາຍ​ດັ່ງ​ຕໍ່​ໄປ​ນີ້ ‘ໃຫ້​ບອກ​ພວກ​ອິດສະຣາເອນ​ເອົາງົວ​ໂຕ​ແມ່​ສີ​ແດງທີ່​ຕຸ້ຍ​ພີ​ດີ​ງາມ​ມາ​ໂຕ​ໜຶ່ງ. ງົວ​ໂຕ​ນັ້ນ​ຕ້ອງ​ບໍ່​ມີ​ຕຳໜິ+ແລະ​ບໍ່​ທັນ​ໄດ້​ໃຊ້​ວຽກ​ເທື່ອ.* 3 ໃຫ້​ເຈົ້າ​ເອົາ​ງົວ​ໂຕ​ນັ້ນ​ໄປ​ໃຫ້​ປະໂລຫິດ​ເອເລອາຊາ ແລ້ວ​ລາວ​ຈະ​ເອົາ​ມັນ​ອອກ​ໄປ​ຂ້າ​ຢູ່​ນອກ​ຄ້າຍ​ພັກ. 4 ປະໂລຫິດ​ເອເລອາຊາ​ຈະ​ເອົາ​ນິ້ວ​ມື​ຈຸ່ມ​ເລືອດ​ງົວ​ໂຕ​ນັ້ນ ແລ້ວ​ຊິດ​ໄປ​ທາງ​ໜ້າ​ຂອງ​ເຕັ້ນ​ສັກສິດ* 7 ເທື່ອ.+ 5 ເຂົາ​ເຈົ້າ​ຕ້ອງ​ຈູດ​ງົວ​ໂຕ​ນັ້ນ​ທັງ​ໜັງ ຊີ້ນ ເລືອດ ແລະ​ຂີ້​ຂອງ​ມັນ​ນຳ.+ 6 ປະໂລຫິດ​ຈະ​ເອົາ​ງ່າ​ໄມ້​ຊີດ້າ* ຕົ້ນ​ຫູ​ສົບ+ ແລະ​ຜ້າ​ສີ​ແດງ​ສົດ​ຖິ້ມ​ລົງ​ໃສ່​ກອງ​ໄຟ​ທີ່​ຈູດ​ງົວ​ໂຕ​ນັ້ນ. 7 ປະໂລຫິດ​ຕ້ອງ​ຊັກ​ເຄື່ອງນຸ່ງ​ຂອງ​ໂຕເອງ​ແລະ​ອາບ​ນ້ຳ ແລ້ວ​ຈຶ່ງ​ຈະ​ກັບ​ເຂົ້າ​ມາ​ໃນ​ຄ້າຍ​ພັກ​ໄດ້ ແຕ່​ຈະ​ຖື​ວ່າ​ລາວ​ບໍ່​ສະອາດ​ຈົນ​ຮອດ​ຄ່ຳ.

8 ຄົນ​ທີ່​ຈູດ​ງົວ​ໂຕ​ນັ້ນ​ຕ້ອງ​ຊັກ​ເຄື່ອງນຸ່ງ​ແລະ​ອາບ​ນ້ຳ​ຄື​ກັນ ແລະ​ຈະ​ຖື​ວ່າ​ລາວ​ບໍ່​ສະອາດ​ຈົນ​ຮອດ​ຄ່ຳ.

9 ໃຫ້​ຄົນ​ທີ່​ຖື​ວ່າ​ສະອາດ​ຄົນ​ໜຶ່ງ​ໄປ​ເອົາ​ຂີ້ເທົ່າ​ຂອງ​ງົວ​ໂຕ+ນັ້ນ​ມາ ແລະ​ເອົາ​ໄປ​ມ້ຽນ​ໄວ້​ບ່ອນ​ທີ່​ສະອາດ​ບ່ອນ​ໜຶ່ງ. ພວກ​ອິດສະຣາເອນ​ຕ້ອງ​ມ້ຽນ​ຂີ້ເທົ່າ​ໄວ້ ແລະ​ເຂົາ​ເຈົ້າ​ຈະເອົາຂີ້ເທົ່ານັ້ນປະສົມ​ກັບ​ນ້ຳເພື່ອ​ໃຊ້​ໃນ​ຕອນ​ເຮັດ​ໃຫ້​ຄົນ​ສະອາດ.+ ງົວ​ໂຕ​ນັ້ນ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. 10 ຄົນ​ທີ່​ໄປ​ເກັບ​ຂີ້ເທົ່າ​ຂອງ​ງົວ​ໂຕ​ນັ້ນ​ຕ້ອງ​ຊັກ​ເຄື່ອງນຸ່ງ​ຂອງ​ໂຕເອງ ແລະ​ຈະ​ຖື​ວ່າ​ລາວ​ບໍ່​ສະອາດ​ຈົນ​ຮອດ​ຄ່ຳ.

ຕໍ່​ໄປ​ນີ້​ແມ່ນ​ກົດ​ໝາຍ​ທີ່​ພວກ​ອິດສະຣາເອນ​ແລະ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ເຂົາ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຕະຫຼອດໄປ.+ 11 ຖ້າ​ຜູ້​ໃດ​ໄປ​ຖືກ​ຫຼື​ໄປ​ບາຍ​ສົບ​ຄົນ​ຕາຍ ຈະ​ຕ້ອງ​ຖື​ວ່າ​ລາວ​ບໍ່​ສະອາດ 7 ມື້.+ 12 ໃນ​ມື້​ທີ 3 ຕ້ອງ​ໃຫ້​ຄົນ​ໜຶ່ງ​ຊິດ​ນ້ຳ​ທີ່​ປະສົມ​ຂີ້ເທົ່າ​ນັ້ນ​ໃສ່​ລາວ​ເພື່ອ​ເຮັດ​ໃຫ້​ລາວ​ສະອາດ ແລະ​ໃນ​ມື້​ທີ 7 ຈຶ່ງ​ຈະ​ຖື​ວ່າ​ລາວ​ສະອາດ. ແຕ່​ຖ້າ​ລາວ​ບໍ່​ໄດ້​ເຮັດ​ແນວ​ນັ້ນ​ໃນ​ມື້​ທີ 3 ເມື່ອ​ຮອດ​ມື້​ທີ 7 ກໍ​ຈະ​ຖື​ວ່າ​ລາວ​ຍັງ​ບໍ່​ສະອາດ​ຢູ່. 13 ຜູ້​ໃດ​ທີ່​ໄປ​ຖືກ​ຫຼື​ໄປ​ບາຍ​ສົບ​ຄົນ​ຕາຍ ແລະ​ບໍ່​ໄດ້​ເຮັດ​ໃຫ້​ໂຕເອງ​ສະອາດ ຜູ້ນັ້ນ​ກໍ​ເຮັດ​ໃຫ້​ເຕັ້ນ​ສັກສິດ​ຂອງ​ພະ​ເຢໂຫວາ​ບໍ່​ສະອາດ.+ ລາວ​ຈະ​ຕ້ອງ​ຕາຍ.+ ເປັນ​ແນວ​ນີ້​ກໍ​ຍ້ອນ​ລາວ​ບໍ່​ໄດ້​ຖືກ​ຊິດ​ນ້ຳ+​ນັ້ນ​ໃສ່ ລາວ​ເລີຍ​ຍັງ​ບໍ່​ສະອາດ​ເທື່ອ.

14 ຕໍ່​ໄປ​ນີ້​ແມ່ນ​ກົດ​ໝາຍ​ທີ່​ຕ້ອງ​ເຮັດ​ຕາມ​ເມື່ອ​ມີ​ຄົນ​ຕາຍ​ຢູ່​ໃນ​ເຕັ້ນ. ໃຫ້​ຖື​ວ່າ​ທຸກ​ຄົນ​ທີ່​ຢູ່​ໃນ​ເຕັ້ນ​ແລະ​ຄົນ​ທີ່​ເຂົ້າ​ໄປ​ໃນ​ເຕັ້ນ​ນັ້ນ​ບໍ່​ສະອາດ 7 ມື້. 15 ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ຢູ່​ໃນ​ເຕັ້ນ​ນັ້ນ​ທີ່ບໍ່​ໄດ້​ອັດ​ປາກ​ດີ​ໆ​ຈະ​ຖື​ວ່າ​ບໍ່​ສະອາດ.+ 16 ສ່ວນ​ຄົນ​ທີ່​ຢູ່​ນອກ​ເຕັ້ນ​ທີ່​ໄປ​ຖືກ​ຫຼື​ໄປ​ບາຍ​ສົບ​ຄົນ​ທີ່​ຖືກ​ຂ້າ ສົບ​ຄົນ​ຕາຍ ກະດູກ​ຄົນ​ຕາຍ ຫຼື​ບ່ອນ​ຝັງ​ສົບ ກໍ​ຈະ​ຖື​ວ່າ​ຄົນ​ນັ້ນ​ບໍ່​ສະອາດ 7 ມື້.+ 17 ໃຫ້​ຄົນ​ໄປ​ເອົາ​ຂີ້ເທົ່າຂອງ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ໄປ​ປະສົມ​ກັບ​ນ້ຳ​ທີ່​ຕັກ​ມາ​ຈາກນ້ຳ​ທີ່​ໄຫຼ 18 ແລ້ວຄົນ​ທີ່​ຖື​ວ່າ​ສະອາດ​ຜູ້​ໜຶ່ງ+ຈະ​ເອົາ​ຕົ້ນ​ຫູ​ສົບ+ຈຸ່ມ​ລົງ​ໃສ່​ນ້ຳ​ນັ້ນ ແລະ​ເອົາ​ໄປ​ຊິດ​ໃສ່​ເຕັ້ນ​ກັບ​ເຄື່ອງໃຊ້​ທຸກ​ຢ່າງ​ແລະ​ຊິດ​ໃສ່​ຄົນ​ທີ່​ຢູ່​ໃນ​ເຕັ້ນ​ນັ້ນ. ນອກ​ຈາກ​ນັ້ນ ລາວ​ຍັງ​ຈະ​ເອົາ​ໄປ​ຊິດ​ໃສ່​ຄົນ​ທີ່​ໄປ​ຖືກ​ຫຼື​ໄປ​ບາຍ​ກະດູກ​ຄົນ​ຕາຍ ຄົນ​ທີ່​ໄປ​ຖືກ​ຫຼື​ໄປ​ບາຍ​ສົບ​ຄົນ​ທີ່​ຖືກ​ຂ້າ ຄົນ​ທີ່​ໄປ​ຖືກ​ຫຼື​ໄປ​ບາຍ​ສົບ​ຄົນ​ຕາຍ ຫຼື​ຄົນ​ທີ່​ໄປ​ຖືກ​ຫຼື​ໄປ​ບາຍ​ບ່ອນ​ຝັງ​ສົບ. 19 ຄົນ​ທີ່​ຖື​ວ່າ​ສະອາດ​ຕ້ອງ​ຊິດ​ນ້ຳ​ນັ້ນ​ໃສ່​ຄົນ​ທີ່​ຖື​ວ່າ​ບໍ່​ສະອາດ​ໃນ​ມື້​ທີ 3 ກັບ​ມື້​ທີ 7. ຄົນ​ທີ່​ບໍ່​ສະອາດ​ຈະ​ຖືກ​ເຮັດ​ໃຫ້​ສະອາດ​ໃນ​ມື້​ທີ 7.+ ຫຼັງ​ຈາກ​ນັ້ນ ລາວ​ຕ້ອງ​ຊັກ​ເຄື່ອງນຸ່ງ​ຂອງ​ໂຕເອງ​ແລະ​ອາບ​ນ້ຳ ເມື່ອ​ຮອດ​ຕອນ​ຄ່ຳ​ຈຶ່ງ​ຈະ​ຖື​ວ່າ​ລາວ​ສະອາດ.

20 ຜູ້​ໃດ​ທີ່​ບໍ່​ສະອາດ ແຕ່​ບໍ່​ໄດ້​ເຮັດ​ໃຫ້​ໂຕເອງ​ສະອາດ ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ+ ເພາະ​ລາວ​ເຮັດ​ໃຫ້​ບ່ອນ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ບໍ່​ສະອາດ. ລາວ​ບໍ່​ສະອາດ​ຍ້ອນ​ບໍ່​ໄດ້​ຖືກຊິດ​ນ້ຳ​ນັ້ນໃສ່.

21 ນີ້​ແມ່ນ​ກົດ​ໝາຍ​ທີ່​ພວກ​ອິດສະຣາເອນ​ຕ້ອງ​ເຮັດ​ຕາມ​ຕະຫຼອດໄປ​ຄື: ຄົນ​ທີ່​ຊິດ​ນ້ຳ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ສະອາດ+ຕ້ອງ​ຊັກ​ເຄື່ອງນຸ່ງ​ຂອງ​ໂຕເອງ. ທຸກ​ຄົນ​ທີ່​ໄປ​ຖືກ​ຫຼື​ໄປ​ບາຍ​ນ້ຳ​ນັ້ນ​ກໍ​ຈະ​ຖື​ວ່າ​ບໍ່​ສະອາດ​ຈົນ​ຮອດ​ຄ່ຳ. 22 ຖ້າ​ຄົນ​ທີ່​ຖື​ວ່າ​ບໍ່​ສະອາດ​ໄປ​ຖືກ​ຫຼື​ໄປ​ບາຍ​ສິ່ງ​ໃດ ກໍ​ຈະ​ຖື​ວ່າ​ສິ່ງ​ນັ້ນ​ບໍ່​ສະອາດ ແລະ​ຖ້າ​ມີ​ຄົນ​ໄປ​ຖືກ​ຫຼື​ໄປ​ບາຍ​ສິ່ງ​ນັ້ນ ກໍ​ຈະ​ຖື​ວ່າ​ຜູ້​ນັ້ນ​ບໍ່​ສະອາດ​ຈົນ​ຮອດ​ຄ່ຳ.’”+

20 ໃນ​ເດືອນ​ທີ 1 ພວກ​ອິດສະຣາເອນ​ທັງ​ໝົດ​ກໍ​ເດີນ​ທາງ​ມາ​ຮອດ​ບ່ອນ​ກັນ​ດານ​ຊິນ ແລະ​ເຂົາ​ເຈົ້າ​ໄດ້​ຕັ້ງ​ຄ້າຍ​ພັກ​ຢູ່​ກາເດັດ.+ ມີຣີອາມ+ຕາຍ ແລະ​ເຂົາ​ເຈົ້າ​ກໍ​ໄດ້​ຝັງ​ສົບ​ລາວ​ຢູ່​ຫັ້ນ.

2 ຕອນ​ນັ້ນ ພວກ​ອິດສະຣາເອນ​ບໍ່​ມີ​ນ້ຳ​ກິນ+ ເຂົາ​ເຈົ້າ​ກໍ​ເລີຍ​ລວມ​ໂຕ​ກັນ​ມາ​ຫາ​ໂມເຊ​ກັບ​ອາໂຣນ. 3 ເຂົາ​ເຈົ້າ​ພາກັນ​ຈົ່ມ​ໃຫ້​ໂມເຊ+ວ່າ: “ໃຫ້​ພະ​ເຢໂຫວາ​ຂ້າ​ພວກ​ເຮົາ​ໃຫ້​ຕາຍ​ໄປ​ພ້ອມ​ກັບ​ພີ່ນ້ອງ​ຂອງ​ພວກ​ເຮົາ​ໃນ​ຕອນ​ນັ້ນ​ກໍ​ຍັງ​ຊິ​ດີ​ກວ່າ! 4 ເຈົ້າ​ພາ​ຄົນ​ຂອງ​ພະ​ເຢໂຫວາ​ກັບ​ຝູງ​ສັດ​ມາ​ຕາຍ​ຢູ່​ບ່ອນ​ກັນ​ດານ​ນີ້​ເຮັດ​ຫຍັງ?+ 5 ເປັນ​ຫຍັງ​ເຈົ້າ​ພາ​ພວກ​ເຮົາ​ອອກ​ຈາກ​ເອຢິບ​ໃຫ້​ມາ​ຢູ່​ບ່ອນ​ດິນ​ຕາຍ​ໆ​ນີ້?+ ບໍ່​ມີ​ບ່ອນ​ໃຫ້​ປູກ​ຫຍັງ​ເລີຍ. ຢາກ​ປູກ​ໝາກເດື່ອ ໝາກ​ລະແຊັງ ແລະ​ໝາກ​ພິລາ​ກໍ​ບໍ່​ໄດ້. ແມ່ນ​ແຕ່​ນ້ຳ​ຊິ​ກິນ​ກໍ​ບໍ່​ມີ.”+ 6 ໂມເຊ​ກັບ​ອາໂຣນ​ອອກ​ຈາກ​ຄົນ​ກຸ່ມ​ນັ້ນ ແລ້ວ​ໄປ​ທີ່​ທາງເຂົ້າ​ເຕັ້ນ​ສັກສິດ*ແລະ​ໝູບ​ໜ້າ​ລົງ​ພື້ນ. ເມື່ອ​ເງີຍ​ໜ້າ​ຂຶ້ນ ເຂົາ​ເຈົ້າ​ກໍ​ເຫັນ​ແສງ​ລັດ​ສະໝີ​ຂອງ​ພະ​ເຢໂຫວາ.+

7 ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: 8 “ໃຫ້​ເຈົ້າ​ເອົາ​ໄມ້ຄ້ອນເທົ້າ​ຂອງ​ເຈົ້າ​ໄປ ແລະ​ໃຫ້​ເຈົ້າ​ກັບ​ອາໂຣນ​ອ້າຍ​ຂອງ​ເຈົ້າ​ເອີ້ນ​ພວກ​ອິດສະຣາເອນ​ມາ. ໃຫ້​ເຈົ້າ​ເວົ້າ​ໃສ່​ຫີນ ແລ້ວ​ກໍ​ຈະ​ມີ​ນ້ຳ​ອອກ​ມາ​ຈາກ​ຫຼືບ​ຫີນ​ໃຫ້​ພວກ​ອິດສະຣາເອນ​ກັບ​ຝູງ​ສັດ​ຂອງ​ເຂົາ​ເຈົ້າ​ກິນ.”+

9 ໂມເຊ​ຖື​ໄມ້ຄ້ອນເທົ້າ​ຂອງ​ລາວ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ບອກ.+ 10 ໂມເຊ​ກັບ​ອາໂຣນ​ໄດ້​ເອີ້ນ​ປະຊາຊົນ​ໃຫ້​ມາ​ລວມ​ໂຕ​ກັນ​ຢູ່​ຕໍ່​ໜ້າ​ຫີນ ແລະ​ເວົ້າ​ວ່າ: “ຟັງ​ເດີ້ ພວກ​ກະບົດ! ພວກ​ເຈົ້າ​ຢາກ​ໃຫ້​ພວກ​ເຮົາ​ເອົາ​ນ້ຳ​ອອກ​ຈາກ​ຫີນ​ນີ້​ໃຫ້​ພວກ​ເຈົ້າ​ແມ່ນ​ບໍ?”+ 11 ແລ້ວ​ໂມເຊ​ກໍ​ເອົາ​ໄມ້ຄ້ອນເທົ້າ​ຂອງ​ລາວ​ຕີ​ຫີນ 2 ເທື່ອ. ຈາກ​ນັ້ນ ນ້ຳ​ກໍ​ທັ່ງ​ອອກ​ມາ​ໃຫ້​ພວກ​ອິດສະຣາເອນ​ກັບ​ຝູງ​ສັດ​ຂອງ​ເຂົາ​ເຈົ້າ​ກິນ.+

12 ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ໂມເຊ​ແລະ​ອາໂຣນ​ວ່າ: “ຍ້ອນ​ພວກ​ເຈົ້າ​ບໍ່​ໄດ້​ເຊື່ອ​ຟັງ​ເຮົາ ແລະ​ບໍ່​ໄດ້​ໃຫ້​ກຽດ​ເຮົາ​ຕໍ່​ໜ້າ​ພວກ​ອິດສະຣາເອນ ພວກ​ເຈົ້າ​ຊິ​ບໍ່​ໄດ້​ພາ​ຄົນ​ພວກ​ນີ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເຮົາ​ຊິ​ເອົາ​ໃຫ້​ເຂົາ​ເຈົ້າ.”+ 13 ເຂົາ​ເຈົ້າ​ຈຶ່ງ​ເອີ້ນບ່ອນ​ທີ່​ມີ​ນ້ຳ​ອອກ​ມານັ້ນ​ວ່າ​ເມຣິບາ*+ ຍ້ອນ​ພວກ​ອິດສະຣາເອນ​ໄດ້​ຖຽງ​ພະ​ເຢໂຫວາ​ຢູ່​ຫັ້ນ ແລະ​ເພິ່ນ​ກໍ​ເຮັດ​ໃຫ້​ເພິ່ນ​ເອງ​ໄດ້​ຮັບ​ກຽດຢູ່​ບ່ອນ​ນັ້ນ.

14 ໂມເຊ​ໄດ້​ສົ່ງ​ຄົນ​ຈາກ​ກາເດັດ​ໄປ​ບອກ​ກະສັດ​ເອໂດມ+ວ່າ: “ພວກ​ອິດສະຣາເອນ​ທີ່​ເປັນ​ພີ່ນ້ອງ​ຂອງ​ທ່ານ+​ບອກ​ວ່າ ‘ທ່ານ​ກໍ​ຄື​ຊິ​ຮູ້​ດີ​ວ່າ​ພວກ​ເຮົາ​ມີ​ຊີວິດ​ທີ່​ຍາກ​ລຳບາກ​ຫຼາຍ. 15 ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ໄດ້​ໄປ​ຢູ່​ເອຢິບ.+ ພວກ​ເຮົາ​ຢູ່​ຫັ້ນ​ຫຼາຍ​ປີ+ ແລະ​ພວກ​ເອຢິບ​ກໍ​ຂົ່ມເຫງ​ພວກ​ເຮົາ​ແລະ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ.+ 16 ພວກ​ເຮົາ​ໄດ້​ຮ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ+ ແລະ​ເພິ່ນ​ກໍ​ໄດ້​ຟັງ​ພວກ​ເຮົາ. ເພິ່ນ​ສົ່ງ​ທູດສະຫວັນ+ອົງ​ໜຶ່ງ​ມາ ແລ້ວ​ພາ​ພວກ​ເຮົາ​ອອກ​ຈາກ​ເອຢິບ. ຕອນ​ນີ້ ພວກ​ເຮົາ​ຢູ່​ເມືອງ​ກາເດັດ​ໃກ້​ໆ​ເຂດ​ຂອງ​ທ່ານ​ແລ້ວ. 17 ພວກ​ເຮົາ​ຂໍ​ຍ່າງ​ຜ່ານ​ແຜ່ນດິນ​ຂອງ​ທ່ານ​ໄດ້​ບໍ? ພວກ​ເຮົາ​ຊິ​ບໍ່​ຍ່າງ​ຜ່າ​ທົ່ງ​ນາ​ຫຼື​ສວນ​ໝາກ​ລະແຊັງ ແລະ​ຊິ​ບໍ່​ກິນ​ນ້ຳ​ຈາກ​ນ້ຳ​ສ້າງ​ຂອງ​ພວກ​ທ່ານ​ເລີຍ. ພວກ​ເຮົາ​ຊິ​ຍ່າງ​ຕາມ​ທາງ​ຫຼັກ​ເທົ່າ​ນັ້ນ ຊິ​ບໍ່​ລ້ຽວ​ຊ້າຍ​ລ້ຽວ​ຂວາ​ຈົນ​ກວ່າ​ຊິ​ຫວິດ​ເຂດ​ຂອງ​ທ່ານ​ໄປ.’”+

18 ແຕ່​ກະສັດ​ເອໂດມ​ຕອບ​ວ່າ: “ຂ້ອຍ​ຊິ​ບໍ່​ໃຫ້​ພວກ​ເຈົ້າ​ເຂົ້າ​ມາ​ໃນ​ເຂດ​ແດນ​ຂອງ​ພວກ​ເຮົາ. ຖ້າ​ພວກ​ເຈົ້າ​ເຂົ້າ​ມາ ຂ້ອຍ​ຊິ​ມາ​ຕໍ່ສູ້​ກັບ​ພວກ​ເຈົ້າ.” 19 ພວກ​ອິດສະຣາເອນ​ກໍ​ເວົ້າ​ກັບ​ກະສັດ​ວ່າ: “ພວກ​ເຮົາ​ຊິ​ຍ່າງ​ຜ່ານ​ແຕ່​ທາງ​ຫຼັກ​ເທົ່າ​ນັ້ນ. ຖ້າ​ພວກ​ເຮົາ​ກັບ​ຝູງ​ສັດ​ຂອງ​ພວກ​ເຮົາ​ກິນ​ນ້ຳ​ຂອງ​ທ່ານ ພວກ​ເຮົາ​ກໍ​ຊິ​ຊົດ​ໄຊ້​ໃຫ້.+ ພວກ​ເຮົາ​ມີ​ແຕ່​ຂໍ​ຍ່າງ​ຜ່ານ​ຊື່​ໆ​.”+ 20 ແຕ່​ກະສັດ​ກໍ​ຍັງ​ເວົ້າ​ວ່າ: “ບໍ່ ຂ້ອຍ​ບໍ່​ໃຫ້​ຜ່ານ​ເດັດຂາດ.”+ ກະສັດ​ເອໂດມ​ເອົາກອງ​ທັບ​ໃຫຍ່​ແລະເຂັ້ມແຂງ*ອອກ​ມາເຈິກັບ​ໂມເຊ. 21 ຍ້ອນ​ກະສັດ​ເອໂດມ​ບໍ່​ຍອມ​ໃຫ້​ພວກ​ອິດສະຣາເອນ​ຜ່ານ​ແຜ່ນດິນ​ຂອງ​ລາວ ພວກ​ອິດສະຣາເອນ​ກໍ​ເລີຍປ່ຽນ​ໄປ​ໃຊ້​ທາງ​ເສັ້ນ​ອື່ນ.+

22 ພວກ​ອິດສະຣາເອນ​ທັງ​ໝົດ​ເດີນ​ທາງ​ອອກ​ຈາກ​ເມືອງ​ກາເດັດ​ໄປ​ຮອດ​ພູ​ໂຮເຣ.+ 23 ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ໂມເຊ​ແລະ​ອາໂຣນ​ຢູ່​ພູ​ໂຮເຣ​ທີ່​ຢູ່​ໃກ້​ກັບ​ເຂດ​ແດນ​ຂອງ​ແຜ່ນດິນ​ເອໂດມ. ເພິ່ນ​ເວົ້າ​ວ່າ: 24 “ອາໂຣນ​ຈະຕາຍ ແລະ​ໄປ​ຢູ່​ນຳ​ປູ່​ຍ່າຕາ​ນາຍ​ຂອງ​ລາວ.*+ ລາວ​ຈະ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເຮົາ​ຈະ​ເອົາ​ໃຫ້​ພວກ​ອິດສະຣາເອນ ຍ້ອນ​ພວກ​ເຈົ້າ 2 ຄົນ​ບໍ່​ໄດ້​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ເຮົາ​ເລື່ອງ​ນ້ຳ​ທີ່​ຢູ່​ເມຣິບາ.+ 25 ໃຫ້​ເຈົ້າ​ພາ​ອາໂຣນ​ກັບ​ເອເລອາຊາ​ລູກ​ຊາຍ​ຂອງ​ລາວ​ຂຶ້ນ​ໄປ​ເທິງ​ພູ​ໂຮເຣ. 26 ໃຫ້​ເຈົ້າ​ແກ້ຊຸດ​ປະໂລຫິດອອກ​ຈາກ​ອາໂຣນ+ ແລ້ວ​ເອົາ​ໄປ​ນຸ່ງ​ໃຫ້​ເອເລອາຊາ+​ລູກ​ຊາຍ​ຂອງ​ລາວ ແລະ​ອາໂຣນ​ຈະ​ຕາຍ​ຢູ່​ເທິງ​ພູ​ນັ້ນ.”

27 ໂມເຊ​ກໍ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ. ພວກ​ອິດສະຣາເອນ​ເຫັນ​ເຂົາ​ເຈົ້າ​ທັງ​ສາມ​ຄົນ​ຂຶ້ນ​ໄປ​ເທິງ​ພູ​ໂຮເຣ. 28 ໂມເຊ​ໄດ້​ແກ້​ຊຸດ​ປະໂລຫິດ​ອອກ​ຈາກ​ອາໂຣນ ແລະ​ເອົາ​ໄປ​ນຸ່ງ​ໃຫ້​ເອເລອາຊາ​ລູກ​ຊາຍ​ຂອງ​ລາວ. ຫຼັງ​ຈາກ​ນັ້ນ ອາໂຣນ​ກໍ​ຕາຍ​ຢູ່​ເທິງ​ຈອມ​ພູ​ໂຮເຣ+ ແລ້ວ​ໂມເຊ​ກັບ​ເອເລອາຊາ​ກໍ​ລົງ​ມາ​ຈາກ​ພູ. 29 ເມື່ອ​ພວກ​ອິດສະຣາເອນ​ຮູ້​ວ່າ​ອາໂຣນ​ຕາຍ ເຂົາ​ເຈົ້າ​ກໍ​ພາກັນ​ຮ້ອງ​ໄຫ້​ໂສກເສົ້າໃຫ້​ອາໂຣນ 30 ມື້.+

21 ເມື່ອ​ກະສັດ​ຂອງ​ຄົນ​ການາອານ​ທີ່​ປົກຄອງ​ເມືອງ​ອາຣັດ+ທີ່​ຢູ່​ເນເກັບ*​ໄດ້​ຍິນ​ວ່າ​ພວກ​ອິດສະຣາເອນ​ເດີນ​ທາງ​ມາ​ຕາມ​ເສັ້ນ​ທາງ​ອາທາຣີມ ລາວ​ກໍ​ມາ​ໂຈມຕີ​ເຂົາ​ເຈົ້າ​ແລະ​ຈັບ​ບາງຄົນ​ໄປ​ເປັນ​ຊະເລີຍ. 2 ພວກ​ອິດສະຣາເອນ​ກໍ​ເລີຍ​ເຮັດ​ສັນຍາ​ກັບ​ພະ​ເຢໂຫວາ​ວ່າ: “ຖ້າ​ພະອົງ​ຊ່ວຍ​ພວກ​ເຮົາ​ໃຫ້​ຊະນະ​ຄົນ​ພວກ​ນີ້ ພວກ​ເຮົາ​ຊິ​ທຳລາຍ​ເມືອງ​ຕ່າງ​ໆ​ຂອງ​ພວກ​ເຂົາ​ບໍ່​ໃຫ້​ເຫຼືອ.” 3 ພະ​ເຢໂຫວາ​ກໍ​ຟັງ​ຄຳ​ທີ່​ເຂົາ​ເຈົ້າ​ຂໍ ແລະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເອົາ​ຊະນະ​ພວກ​ການາອານ. ພວກ​ອິດສະຣາເອນ​ໄດ້​ຂ້າ​ພວກ​ການາອານ ແລະ​ທຳລາຍ​ເມືອງ​ຕ່າງ​ໆ​ຂອງ​ພວກ​ເຂົາ​ຈົນ​ບໍ່​ເຫຼືອ. ຍ້ອນ​ແນວ​ນີ້ ບ່ອນ​ນັ້ນ​ຈຶ່ງ​ຖືກ​ເອີ້ນ​ວ່າ​ໂຮມາ.*+

4 ພວກ​ອິດສະຣາເອນ​ເດີນ​ທາງ​ອອກ​ຈາກ​ພູ​ໂຮເຣ+ໂດຍ​ໃຊ້​ເສັ້ນ​ທາງ​ທີ່​ຈະ​ໄປ​ທະເລ​ແດງ ເພື່ອ​ຊິ​ບໍ່​ຕ້ອງ​ຜ່ານ​ແຜ່ນດິນ​ເອໂດມ.+ ຕອນ​ນັ້ນ ເຂົາ​ເຈົ້າພາກັນເມື່ອຍ​ຫຼາຍ. 5 ພວກ​ປະຊາຊົນ​ກໍ​ຈົ່ມ​ໃຫ້​ພະເຈົ້າ​ກັບ​ໂມເຊ+​ວ່າ: “ເຈົ້າ​ພາ​ພວກ​ເຮົາ​ອອກ​ມາ​ຈາກ​ເອຢິບ ແລະ​ໃຫ້​ພວກ​ເຮົາ​ມາ​ຕາຍ​ຢູ່​ບ່ອນ​ກັນ​ດານ​ນີ້​ເຮັດ​ຫຍັງ? ຢູ່​ນີ້​ບໍ່​ມີ​ເຂົ້າ​ບໍ່​ມີ​ນ້ຳ+ ແລະ​ພວກ​ເຮົາ​ເບື່ອ​ມານາ​ນີ້​ຊິ​ຕາຍ​ຢູ່​ແລ້ວ.”+ 6 ພະ​ເຢໂຫວາ​ກໍ​ເລີຍໃຫ້ງູ​ພິດ​ບັກ​ຫຼາຍ​ໆ​ໂຕ​ມາ​ຕອດ​ເຂົາ​ເຈົ້າ. ພວກ​ອິດສະຣາເອນ​ຫຼາຍ​ຄົນ​ໄດ້​ຕາຍ​ຢູ່​ຫັ້ນ.+

7 ປະຊາຊົນ​ຈຶ່ງ​ມາ​ເວົ້າ​ກັບ​ໂມເຊ​ວ່າ: “ພວກ​ເຮົາ​ເຮັດ​ຜິດ​ໄປ​ແລ້ວ ເພາະ​ພວກ​ເຮົາ​ໄດ້​ຈົ່ມ​ໃຫ້​ພະ​ເຢໂຫວາ ແລະ​ຈົ່ມ​ໃຫ້​ເຈົ້າ​ນຳ.+ ຂໍ​ເຈົ້າ​ຊ່ວຍ​ຂໍ​ພະ​ເຢໂຫວາ​ເຮັດ​ໃຫ້​ງູ​ພວກ​ນີ້​ໜີ​ໄປ​ຈາກ​ພວກ​ເຮົາ​ແດ່.” ແລ້ວ​ໂມເຊ​ກໍ​ໄດ້​ອະທິດຖານ​ເພື່ອ​ເຂົາ​ເຈົ້າ.+ 8 ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: “ໃຫ້​ຫຼໍ່​ຮູບ​ງູ​ພິດ​ໂຕ​ໜຶ່ງ ແລ້ວ​ເອົາ​ໄປ​ກ້ຽວ​ໃສ່​ເສົາ. ຖ້າ​ຜູ້​ໃດ​ຖືກ​ງູ​ຕອດ​ແລ້ວ​ຫຼຽວ​ເບິ່ງ​ງູ​ໂຕ​ນີ້ ຜູ້​ນັ້ນ​ກະ​ຊິ​ບໍ່​ຕາຍ.” 9 ແລ້ວ​ໂມເຊ​ກໍ​ເອົາ​ທອງແດງ​ມາ​ເຮັດ​ເປັນ​ງູ+ ແລະ​ກ້ຽວ​ໃສ່​ເສົາ.+ ເມື່ອ​ຄົນ​ທີ່​ຖືກ​ງູ​ຕອດ​ແນມ​ເບິ່ງ​ງູ​ທອງແດງ​ນັ້ນ ເຂົາ​ເຈົ້າ​ກໍ​ບໍ່​ຕາຍ.+

10 ຈາກ​ນັ້ນ ພວກ​ອິດສະຣາເອນ​ກໍ​ເດີນ​ທາງ​ໄປ​ທີ່​ໂອໂບດ+ ແລະ​ຕັ້ງ​ຄ້າຍ​ພັກ​ຢູ່​ຫັ້ນ. 11 ຕໍ່ມາ ເຂົາ​ເຈົ້າ​ເດີນ​ທາງ​ອອກ​ຈາກ​ໂອໂບດ ແລະ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ທີ່​ອີເຢອາບາຣີມ+ ເຊິ່ງ​ເປັນ​ບ່ອນ​ກັນ​ດານ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ໂມອາບ 12 ແລ້ວ​ເຂົາ​ເຈົ້າ​ກໍ​ເດີນ​ທາງ​ອອກ​ຈາກ​ບ່ອນ​ນັ້ນ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ທີ່​ຮ່ອມພູ*ເຊເຣັດ.+ 13 ຈາກ​ບ່ອນ​ນັ້ນ ເຂົາ​ເຈົ້າ​ເດີນ​ທາງ​ອອກ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ຮ່ອມພູ*ອາ​ໂນນ.+ ຮ່ອມພູ​ນັ້ນ​ຢູ່​ສຸດ​ເຂດ​ຂອງ​ບ່ອນ​ກັນ​ດານ​ທີ່​ຕິດ​ກັບ​ເຂດ​ແດນ​ຂອງ​ພວກ​ອາໂມ. ບ່ອນ​ກັນ​ດານ​ນີ້​ຢູ່​ລະຫວ່າງ​ເຂດ​ຂອງ​ພວກ​ໂມອາບ​ກັບ​ພວກ​ອາໂມ. 14 ຍ້ອນ​ແນວ​ນັ້ນ ປຶ້ມ​ທີ່​ຊື່​ສົງຄາມຂອງ​ພະ​ເຢໂຫວາ​ກໍ​ເລີຍ​ເວົ້າ​ເຖິງ “ວາເຮັບ​ທີ່​ຢູ່​ໃນ​ຊູຟາ​ກັບ​ຮ່ອມ​ພູອາ​ໂນນ 15 ເຊີ່ງມີ​ແມ່​ນ້ຳ​ໄຫຼ​ອອກ​ມາ​ຈາກ​ທັງ​ສອງ​ບ່ອນ​ມາ​ລວມ​ກັນ ແລ້ວ​ກໍ​ໄຫຼ​ໄປ​ທາງ​ເມືອງ​ອາຣະ ແລະ​ໄຫຼ​ໄປ​ຕາມ​ຊາຍ​ແດນ​ຂອງ​ເຂດ​ພວກ​ໂມອາບ.”

16 ຈາກ​ນັ້ນ ພວກ​ອິດສະຣາເອນ​ກໍ​ມາ​ຮອດ​ເບເອ. ຢູ່​ບ່ອນ​ນັ້ນ​ມີ​ນ້ຳ​ສ້າງ ແລະ​ພະ​ເຢໂຫວາ​ໄດ້​ບອກ​ໂມເຊ​ວ່າ: “ໃຫ້​ທຸກ​ຄົນ​ມາ​ລວມ​ໂຕ​ກັນ ເຮົາ​ຊິ​ເອົາ​ນ້ຳ​ໃຫ້​ເຂົາ​ເຈົ້າ.”

17 ຕອນ​ນັ້ນ ພວກ​ອິດສະຣາເອນ​ພາກັນ​ຮ້ອງ​ເພງ​ວ່າ:

“ນ້ຳ​ສ້າງ​ເອີ້ຍ ໃຫ້​ນ້ຳ​ອອກ​ມາ​ເດີ້! ມາ​ເລີຍ ມາ​ຊ່ວຍ​ກັນ​ຮ້ອງ​ເພງ!

18 ພວກ​ເຈົ້າ​ນາຍ​ແລະ​ຄົນ​ທີ່​ມີ​ນ້ຳໃຈ​ເປັນ​ຄົນ​ຂຸດ​ນ້ຳ​ສ້າງ​ນີ້.

ເຂົາ​ເຈົ້າ​ໃຊ້​ຄ້ອນ​ຂອງ​ພວກ​ເຈົ້າ​ນາຍ​ແລະ​ໄມ້ຄ້ອນເທົ້າ​ຂອງ​ໂຕເອງ​ຂຸດ​ນ້ຳ​ສ້າງ​ນີ້.”

ແລ້ວ​ເຂົາ​ເຈົ້າ​ກໍ​ອອກ​ເດີນ​ທາງ​ຈາກ​ບ່ອນ​ກັນ​ດານ​ນີ້​ໄປ​ມັດ​ຕາ​ນາ. 19 ຈາກ​ມັດ​ຕາ​ນາ​ເຂົາ​ເຈົ້າ​ເດີນ​ທາງ​ໄປ​ນາຮາລີເອນ. ຈາກ​ນາຮາລີເອນ​ເຂົາ​ເຈົ້າ​ກໍ​ເດີນ​ທາງ​ໄປ​ບາໂມດ.+ 20 ແລ້ວ​ເຂົາ​ເຈົ້າ​ກໍ​ເດີນ​ທາງ​ອອກ​ຈາກ​ບາໂມດ​ໄປ​ເຂດ​ຮ່ອມ​ພູ​ຂອງ​ໂມອາບ+ ເຊິ່ງ​ຢູ່​ໃກ້​ປິຊະກາ+ບ່ອນ​ທີ່​ແນມ​ເຫັນ​ເຢຊີໂມນ.*+

21 ພວກ​ອິດສະຣາເອນ​ໄດ້​ສົ່ງ​ຄົນ​ໄປ​ບອກ​ສີໂຮນ​ກະສັດ​ຂອງ​ພວກ​ອາໂມ​ວ່າ:+ 22 “ພວກ​ເຮົາ​ຂໍ​ຜ່ານ​ແຜ່ນດິນ​ຂອງ​ທ່ານ​ໄດ້​ບໍ? ພວກ​ເຮົາ​ຊິ​ບໍ່​ຍ່າງ​ຜ່າ​ໄຮ່​ນາ​ຫຼື​ສວນ​ໝາກ​ລະ​ແຊັງ ແລະ​ຊິ​ບໍ່​ກິນ​ນ້ຳ​ຢູ່​ນ້ຳສ້າງ​ຂອງ​ພວກ​ທ່ານ​ດອກ. ພວກ​ເຮົາ​ຊິ​ໄປ​ຕາມ​ເສັ້ນ​ທາງ​ຫຼັກ​ເທົ່າ​ນັ້ນ​ຈົນ​ຜ່ານ​ເຂດ​ແດນ​ຂອງ​ທ່ານ​ໄປ.”+ 23 ແຕ່​ສີໂຮນ​ບໍ່​ຍອມ​ໃຫ້​ພວກ​ອິດສະຣາເອນ​ຜ່ານ​ເຂດ​ຂອງ​ລາວ. ລາວ​ລວບລວມ​ຄົນ​ຂອງ​ລາວ​ອອກ​ມາ​ເຈິ​ພວກ​ອິດສະຣາເອນ​ຢູ່​ບ່ອນ​ກັນ​ດານ ແລະ​ໄດ້​ຕໍ່ສູ້​ກັບ​ພວກ​ອິດສະຣາເອນ​ຢູ່​ຢາຮາດ.+ 24 ແຕ່​ພວກ​ອິດສະຣາເອນ​ໄດ້​ຂ້າ​ສີໂຮນ+​ ແລະ​ໄດ້​ຍຶດ​ແຜ່ນດິນ​ຂອງ​ລາວ+ຕັ້ງ​ແຕ່​ຮ່ອມພູ​ອາ​ໂນນ+ໄປ​ຈົນ​ຮອດ​ຢັບໂບກ+​ທີ່​ຢູ່​ໃກ້​ໆ​ພວກ​ອຳໂມນ ແຕ່​ບໍ່​ກາຍ​ເມືອງ​ຢາເຊ+ ຍ້ອນ​ເມືອງ​ນີ້​ຢູ່​ຕິດ​ກັບ​ເຂດ​ແດນ​ຂອງ​ພວກ​ອຳໂມນ.+

25 ພວກ​ອິດສະຣາເອນ​ໄດ້​ຍຶດ​ເອົາ​ເມືອງ​ຕ່າງ​ໆ​ ແລະ​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່າ​ນັ້ນ​ທີ່​ເປັນ​ຂອງ​ຄົນ​ອາໂມ.+ ເຂົາ​ເຈົ້າ​ໄດ້​ຍຶດ​ເມືອງ​ເຮັດຊະໂບນ​ແລະ​ເມືອງ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ເມືອງ​ນັ້ນ 26 ເພາະ​ເມືອງ​ເຮັດຊະໂບນ​ເປັນ​ເມືອງ​ຂອງ​ສີໂຮນ​ກະສັດ​ຂອງ​ຄົນ​ອາໂມ. ສີໂຮນ​ເຄີຍ​ຕໍ່ສູ້​ກັບ​ກະສັດ​ໂມອາບ ແລະ​ໄດ້​ຍຶດ​ເອົາ​ແຜ່ນດິນ​ຂອງ​ກະສັດ​ໂມອາບ​ໄປ​ຈົນ​ຮອດ​ຮ່ອມພູ​ອາ​ໂນນ. 27 ຍ້ອນ​ແນວ​ນີ້​ຜູ້​ຄົນ​ຈຶ່ງ​ມັກ​ເວົ້າ​ຄຳ​ກອນ​ຕໍ່​ໄປ​ນີ້​ເພື່ອ​ເຍາະເຍີ້ຍ​ຄົນ​ອື່ນ:

“ລອງ​ມາ​ເຮັດຊະໂບນ​ເບິ່ງ​ແມ້.

ລອງ​ມາ​ສ້າງ​ເມືອງ​ຂອງ​ສີໂຮນ​ຂຶ້ນ​ໃໝ່​ໃຫ້​ມັນ​ເຂັ້ມແຂງ​ເບິ່ງ​ດຸ.

28 ໄຟ​ອອກ​ມາ​ຈາກ​ເຮັດຊະໂບນ ແລະ​ແປວ​ໄຟ​ອອກ​ມາ​ຈາກ​ເມືອງ​ຂອງ​ສີໂຮນ.

ໄຟ​ໄດ້​ໄໝ້​ເມືອງ​ອາຣະ​ຂອງ​ໂມອາບ ແລະ​ເຜົາ​ພວກ​ເຈົ້າ​ນາຍ​ໃນ​ບ່ອນ​ສູງ​ຂອງ​ອາ​ໂນນ.

29 ພວກ​ໂມອາບ​ເອີ້ຍ ພວກ​ເຈົ້າ​ຈິບຫາຍ​ແລ້ວ! ຄົນ​ຂອງ​ພະ​ເຄ​ມົດ+​ເອີ້ຍ ພວກ​ເຈົ້າ​ຈະ​ຕ້ອງ​ຖືກ​ທຳລາຍ!

ພະ​ເຄ​ມົດ​ຈະ​ເຮັດ​ໃຫ້​ລູກ​ຊາຍ​ຂອງ​ໂຕເອງ​ບໍ່​ມີ​ບ່ອນ​ຢູ່ ແລະ​ສີໂຮນ​ກະສັດ​ຂອງ​ພວກ​ອາໂມ​ຈະ​ຈັບ​ລູກສາວ​ຂອງ​ລາວ​ໄປ​ເປັນ​ຊະເລີຍ.

30 ໃຫ້​ເຮົາ​ຍິງ​ໃສ່​ພວກ​ເຂົາ.

ເຮົາ​ຊິ​ທຳລາຍ​ເຮັດຊະໂບນ​ໄປ​ຈົນ​ຮອດ​ດີໂບນ+

ເຮົາ​ຊິ​ທຳລາຍ​ທັງ​ໝົດ​ໄປ​ຈົນ​ຮອດ​ໂນ​ຟາ

ເຮົາ​ຊິ​ຈູດ​ໄຟ​ໃຫ້​ລາມ​ໄປ​ຈົນ​ຮອດ​ເມເດບາ.”+

31 ຕອນ​ນີ້ ພວກ​ອິດສະຣາເອນ​ໄດ້​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ແຜ່ນດິນ​ຂອງ​ພວກ​ອາໂມ. 32 ໂມເຊ​ໄດ້​ສົ່ງ​ຄົນ​ໄປ​ສອດແນມ​ເມືອງ​ຢາເຊ.+ ພວກ​ອິດສະຣາເອນ​ໄດ້​ຍຶດ​ເມືອງ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ເມືອງ​ນັ້ນ ແລະ​ໄດ້​ໄລ່​ຄົນ​ອາໂມ​ທີ່​ຢູ່​ໃນ​ເມືອງ​ນັ້ນ​ອອກ​ໄປ. 33 ຫຼັງ​ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ອອກ​ເດີນ​ທາງ​ໄປ​ຕາມ​ເສັ້ນ​ທາງ​ບາຊານ. ແຕ່​ໂອກ+​ກະສັດ​ຂອງ​ບາຊານ​ກັບ​ຄົນ​ຂອງ​ລາວ​ໄດ້​ອອກ​ມາ​ຕໍ່ສູ້​ກັບ​ພວກ​ອິດສະຣາເອນ​ຢູ່​ເອັດ​ເຣອີ.+ 34 ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: “ຢ່າຊູ່​ຢ້ານ​ລາວ.+ ເຮົາ​ຈະ​ມອບ​ລາວ ຄົນ​ຂອງ​ລາວ​ ແລະ​ແຜ່ນດິນ​ຂອງ​ລາວ​ໃຫ້​ກັບ​ເຈົ້າ.+ ເຈົ້າ​ຈະ​ຈັດ​ການ​ລາວ​ຄື​ກັບ​ທີ່​ເຄີຍ​ຈັດ​ການ​ສີໂຮນ​ກະສັດ​ຂອງ​ຄົນ​ອາໂມ​ທີ່​ຢູ່​ເມືອງ​ເຮັດຊະໂບນ.”+ 35 ພວກ​ອິດສະຣາເອນ​ໄດ້​ຂ້າ​ຄົນ​ພວກ​ນັ້ນ​ໝົດ​ທຸກ​ຄົນ​ຈົນ​ບໍ່​ເຫຼືອ.+ ເຂົາ​ເຈົ້າ​ໄດ້​ຂ້າ​ກະສັດ​ກັບ​ພວກ​ລູກ​ຂອງ​ລາວ​ແລະ​ທະຫານ​ຂອງ​ລາວ ແລະ​ໄດ້​ຍຶດ​ເອົາ​ແຜ່ນດິນ​ຂອງ​ລາວ.+

22 ແລ້ວ​ພວກ​ອິດສະຣາເອນ​ກໍ​ເດີນ​ທາງ​ມາ​ຮອດ​ບ່ອນ​ກັນ​ດານ​ໂມອາບ ແລະ​ຕັ້ງ​ຄ້າຍ​ພັກ​ຢູ່​ຫັ້ນ. ບ່ອນ​ນັ້ນ​ຢູ່​ແຄມ​ແມ່​ນ້ຳ​ຈໍແດນ​ຄົນ​ລະ​ຟາກ​ກັບ​ເມືອງ​ເຢຣິໂກ.+ 2 ບາລາກ+​ລູກ​ຊາຍ​ຂອງ​ຊິບໂປ​ໄດ້​ຍິນ​ວ່າ​ພວກ​ອິດສະຣາເອນ​ຈັດ​ການ​ກັບ​ພວກ​ອາໂມ​ແລ້ວ 3 ພວກ​ໂມອາບ​ກໍ​ເລີຍ​ຢ້ານ​ພວກ​ອິດສະຣາເອນ​ຈົນ​ຫົວ​ຫົດ ຍ້ອນ​ພວກ​ອິດສະຣາເອນ​ມີ​ຄົນ​ຫຼາຍ.+ 4 ພວກ​ໂມອາບ​ກໍ​ໄປ​ເວົ້າ​ກັບ​ພວກ​ຫົວ​ໜ້າ​ຄົນ​ມີດີອານ+ວ່າ: “ອີກ​ຈັກ​ໜ້ອຍ​ພວກ​ນັ້ນ​ກໍ​ຈະ​ມາ​ຈັດ​ການ​ກັບ​ພວກ​ເຮົາ​ຄື​ກັບ​ງົວ​ກິນ​ຫຍ້າ​ຈົນ​ກ້ຽງ​ໝົດ.”

ຕອນ​ນັ້ນ ບາລາກ​ລູກ​ຊາຍ​ຂອງ​ຊິບໂປ​ເປັນ​ກະສັດ​ຂອງ​ໂມອາບ. 5 ບາລາກ​ສົ່ງ​ຄົນ​ໄປ​ຫາ​ບາລາອາມ​ລູກ​ຊາຍ​ຂອງ​ເບໂອ. ບາລາອາມ​ຢູ່​ບ້ານ​ເກີດ​ຂອງ​ໂຕເອງ​ທີ່​ຢູ່​ເປ​ໂທ+ໃກ້​ໆ​ແມ່​ນ້ຳ​ເອິຟາຣາດ. ບາລາກ​ຝາກ​ຄວາມ​ມາ​ບອກ​ບາລາອາມ​ວ່າ: “ເບິ່ງ​ພວກ​ທີ່​ອອກ​ມາ​ຈາກ​ເອຢິບ​ແມ້! ພວກ​ເຂົາ​ມີ​ບັກ​ຫຼາຍ​ໆ​+ ແລະ​ຕອນ​ນີ້​ພວກ​ເຂົາ​ມາ​ຕັ້ງ​ຄ້າຍ​ພັກ​ຢູ່​ໃກ້​ໆ​ຂ້ອຍ​ແລ້ວ! 6 ຂໍ​ໃຫ້​ເຈົ້າ​ມາ​ສາບ​ແຊ່ງ​ຄົນ​ພວກ​ນີ້​ໃຫ້​ຂ້ອຍ​ແດ່+ ຍ້ອນ​ພວກ​ເຂົາມີ​ຄົນ​ຫຼາຍ​ກວ່າຂ້ອຍ. ຖ້າ​ເຈົ້າ​ຊ່ວຍ​ຂ້ອຍ ຂ້ອຍ​ອາດ​ຈະ​ຊະນະ ແລະ​ໄລ່​ພວກ​ເຂົາ​ອອກ​ຈາກ​ແຜ່ນດິນ​ຂອງ​ຂ້ອຍ​ໄດ້ ເພາະ​ຂ້ອຍ​ຮູ້​ວ່າ​ຖ້າ​ເຈົ້າ​ອວຍພອນ​ໃຫ້​ຜູ້​ໃດ ຜູ້​ນັ້ນ​ກໍ​ຈະ​ໄດ້​ພອນ ແລະ​ຖ້າ​ເຈົ້າ​ສາບ​ແຊ່ງ​ຜູ້​ໃດ ຜູ້​ນັ້ນ​ກໍ​ຈະ​ຖືກ​ສາບ​ແຊ່ງ.”

7 ພວກ​ຫົວ​ໜ້າ​ຂອງ​ຄົນ​ໂມອາບ​ກັບ​ພວກ​ຫົວ​ໜ້າ​ຂອງ​ຄົນ​ມີດີອານ​ກໍ​ອອກ​ເດີນ​ທາງ​ໄປ​ຫາ​ບາລາອາມ.+ ເຂົາ​ເຈົ້າ​ເອົາ​ຄ່າ​ຈ້າງ​ໄປ​ນຳ ແລະ​ບອກ​ບາລາອາມ​ວ່າ​ບາລາກ​ເວົ້າ​ແນວ​ໃດ. 8 ບາລາອາມ​ຕອບ​ພວກ​ເຂົາ​ວ່າ: “ຄືນ​ນີ້ ໃຫ້​ພັກ​ຢູ່​ນີ້​ກ່ອນ. ຖ້າ​ພະ​ເຢໂຫວາ​ບອກ​ຂ້ອຍ​ແນວ​ໃດ ຂ້ອຍ​ກໍ​ຈະ​ມາ​ບອກ​ພວກ​ເຈົ້າ.” ແລ້ວ​ພວກ​ຫົວ​ໜ້າ​ຂອງ​ໂມອາບ​ກໍ​ພັກ​ກັບ​ບາລາອາມ.

9 ພະເຈົ້າ​ມາ​ຫາ*ບາລາອາມ ແລະ​ເວົ້າ​ວ່າ:+ “ພວກ​ຄົນ​ທີ່​ຢູ່​ນຳ​ເຈົ້າ​ແມ່ນ​ໃຜ?” 10 ບາລາອາມ​ຕອບ​ພະເຈົ້າ​ທ່ຽງແທ້​ວ່າ: “ບາລາກ​ລູກ​ຊາຍ​ຂອງ​ຊິບໂປ​ກະສັດ​ຂອງ​ໂມອາບ​ສົ່ງ​ຄົນ​ມາ​ຫາ​ຂ້ອຍ​ແລະ​ບອກ​ວ່າ 11 ‘ເບິ່ງ​ພວກ​ທີ່​ອອກ​ມາ​ຈາກ​ເອຢິບ​ແມ້! ພວກ​ເຂົາ​ມີ​ບັກ​ຫຼາຍ​ໆ​. ໃຫ້​ເຈົ້າ​ມາ​ສາບ​ແຊ່ງ​ພວກ​ເຂົາ​ໃຫ້​ຂ້ອຍ​ແດ່.+ ຖ້າ​ເຈົ້າ​ຊ່ວຍ​ຂ້ອຍ ຂ້ອຍ​ອາດ​ຈະ​ຊະນະ​ພວກ​ເຂົາ ແລະ​ໄລ່​ພວກ​ເຂົາ​ອອກ​ຈາກ​ແຜ່ນດິນ​ຂອງ​ຂ້ອຍ​ໄດ້.’” 12 ພະເຈົ້າ​ເວົ້າ​ກັບ​ບາລາອາມ​ວ່າ: “ຫ້າມ​ບໍ່​ໃຫ້​ເຈົ້າ​ໄປ​ກັບ​ຄົນ​ພວກ​ນີ້. ຫ້າມ​ເຈົ້າ​ສາບ​ແຊ່ງ​ຄົນ​ຊາດ​ນັ້ນ ເພາະ​ເຮົາ​ໄດ້​ອວຍພອນ​ຄົນ​ຊາດ​ນັ້ນ​ແລ້ວ.”+

13 ບາລາອາມ​ກໍ​ຕື່ນ​ແຕ່​ເຊົ້າ​ໄປ​ຫາ​ພວກ​ຫົວ​ໜ້າ​ທີ່​ບາລາກ​ສົ່ງ​ມາ​ແລະ​ເວົ້າ​ວ່າ: “ໃຫ້​ພວກ​ເຈົ້າ​ກັບ​ເມືອ​ສະ. ພະ​ເຢໂຫວາ​ບໍ່​ໃຫ້​ຂ້ອຍ​ໄປ​ກັບ​ພວກ​ເຈົ້າ.” 14 ພວກ​ຫົວ​ໜ້າ​ຂອງ​ໂມອາບ​ກໍ​ກັບ​ໄປ​ຫາ​ບາລາກ​ແລະ​ບອກ​ວ່າ: “ບາລາອາມ​ບໍ່​ຍອມ​ມາ​ກັບ​ພວກ​ເຮົາ.”

15 ແຕ່​ບາລາກ​ກໍ​ສົ່ງ​ຄົນ​ໄປ​ຫາ​ບາລາອາມ​ອີກ. ເທື່ອ​ນີ້ ລາວ​ສົ່ງ​ຄົນ​ທີ່​ມີ​ຕຳແໜ່ງ​ສູງ​ກວ່າ​ແລະ​ສົ່ງ​ໄປ​ຫຼາຍ​ກວ່າເກົ່າ. 16 ເຂົາ​ເຈົ້າ​ບອກ​ບາລາອາມ​ວ່າ: “ບາລາກ​ລູກ​ຊາຍ​ຂອງ​ຊິບໂປ​ຝາກ​ມາ​ບອກ​ແນວ​ນີ້ ‘ຂໍ​ໃຫ້​ເຈົ້າ​ມາ​ຊ່ວຍ​ຂ້ອຍ​ແດ່​ໄດ້​ບໍ? ຈັ່ງ​ໃດ​ກໍ​ຂໍ​ໃຫ້​ເຈົ້າ​ມາ​ຊ່ວຍ​ຂ້ອຍ​ແດ່. 17 ຖ້າ​ເຈົ້າ​ມາ​ຫາ​ຂ້ອຍ ຂ້ອຍ​ຊິ​ຕ້ອນຮັບ​ເຈົ້າ​ຢ່າງ​ດີ. ເຈົ້າ​ຢາກ​ໄດ້​ຫຍັງ ຂ້ອຍ​ກໍ​ຊິ​ເຮັດ​ໃຫ້ ແຕ່​ຂໍ​ໃຫ້​ເຈົ້າ​ມາ​ຊ່ວຍ​ສາບ​ແຊ່ງ​ຄົນ​ພວກ​ນີ້​ໃຫ້​ຂ້ອຍ​ແດ່.’” 18 ແຕ່​ບາລາອາມ​ຕອບ​ຄົນ​ຂອງ​ບາລາກ​ວ່າ: “ເຖິງ​ວ່າ​ບາລາກ​ຈະ​ເອົາ​ວັງ ພ້ອມ​ກັບ​ເງິນ​ຄຳ​ເຕັມ​ວັງ​ນັ້ນ​ໃຫ້​ຂ້ອຍ ຂ້ອຍ​ກໍ​ເຮັດ​ຫຍັງ​ບໍ່​ໄດ້. ຖ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ​ບໍ່​ບອກ​ໃຫ້​ເຮັດ ຂ້ອຍ​ກໍ​ເຮັດ​ບໍ່​ໄດ້ ບໍ່​ວ່າ​ຈະ​ເປັນ​ເລື່ອງ​ນ້ອຍ​ຫຼື​ໃຫຍ່.+ 19 ແຕ່​ໃຫ້​ພວກ​ເຈົ້າ​ພັກ​ຢູ່​ນີ້​ຄືນ​ໜຶ່ງ​ກ່ອນ ບາງ​ທີ​ພະ​ເຢໂຫວາ​ອາດ​ຈະ​ບອກ​ຫຍັງ​ກັບ​ຂ້ອຍ​ກໍ​ໄດ້.”+

20 ແລ້ວ​ພະເຈົ້າ​ກໍ​ມາ​ຫາ​ບາລາອາມ​ແລະ​ບອກ​ວ່າ: “ຖ້າ​ຄົນ​ພວກ​ນີ້​ຢາກ​ໃຫ້​ເຈົ້າ​ໄປ​ນຳ​ກໍ​ໄປ​ນຳ​ພວກ​ເຂົາ​ໂລດ ແຕ່​ໃຫ້​ເວົ້າ​ສະເພາະ​ທີ່​ເຮົາ​ຊິ​ບອກ​ໃຫ້​ເຈົ້າ​ເວົ້າ.”+ 21 ບາລາອາມ​ຈຶ່ງ​ລຸກ​ແຕ່​ເຊົ້າ ແລ້ວ​ກຽມ​ລາ​ຂອງ​ລາວ ແລະ​ອອກ​ເດີນ​ທາງ​ໄປ​ພ້ອມ​ກັບ​ພວກ​ຫົວ​ໜ້າ​ຂອງ​ໂມອາບ.+

22 ແຕ່​ພະເຈົ້າ​ໃຈ​ຮ້າຍ​ໃຫ້​ບາລາອາມ ຍ້ອນ​ລາວ​ໄປ​ນຳ​ພວກ​ເຂົາ. ທູດສະຫວັນ​ຂອງ​ພະ​ເຢໂຫວາ​ກໍ​ເລີຍ​ໄປ​ລັດ​ຢູ່​ທາງ​ໜ້າ​ລາວ. ຕອນ​ນັ້ນ ບາລາອາມ​ນັ່ງ​ຢູ່​ເທິງ​ຫຼັງ​ລາ ແລະ​ມີ​ຄົນ​ຮັບ​ໃຊ້​ໄປ​ນຳ​ລາວ 2 ຄົນ. 23 ເມື່ອ​ໂຕ​ລາ​ເຫັນ​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ຈັບ​ດາບ​ລັດ​ໜ້າ​ຢູ່ ມັນ​ກໍ​ພະຍາຍາມ​ອອກ​ໄປ​ທາງ​ທົ່ງ​ນາ. ແຕ່​ບາລາອາມ​ຕີມັນ ເພື່ອ​ໃຫ້​ມັນ​ກັບ​ມາ​ຫົນ​ທາງ​ຄື​ເກົ່າ. 24 ຈາກ​ນັ້ນ ທູດສະຫວັນ​ຂອງ​ພະ​ເຢໂຫວາ​ກໍ​ໄປ​ຢືນ​ລັດ​ຢູ່​ທາງ​ແຄບ​ໆ​ທີ່​ຜ່ານ​ສວນ​ໝາກ​ລະແຊັງ. ທາງ​ນັ້ນ​ມີ​ກຳແພງ​ຫີນ​ທັງ​ສອງ​ຂ້າງ. 25 ເມື່ອ​ລາ​ເຫັນ​ທູດສະຫວັນ​ຂອງ​ພະ​ເຢໂຫວາ ມັນ​ກໍ​ໄປ​ບຽດ​ກຳແພງ ແລ້ວ​ຕີນ​ຂອງ​ບາລາອາມ​ກໍ​ເຖືອ​ໃສ່​ກຳແພງ ລາວ​ເລີຍ​ຕີ​ລາ​ອີກ.

26 ຈາກ​ນັ້ນ ທູດສະຫວັນ​ຂອງ​ພະ​ເຢໂຫວາ​ກໍຍ້າຍ​ໄປ​ຢືນ​ລັດ​ຢູ່​ອີກ​ບ່ອນ​ໜຶ່ງ. ບ່ອນ​ນັ້ນ​ມັນ​ແຄບ​ໆ​ ແລະ​ບໍ່​ມີ​ທາງ​ໄປ​ຊ້າຍ​ໄປ​ຂວາ​ໄດ້. 27 ເມື່ອ​ລາ​ເຫັນ​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ມັນ​ກໍ​ໝູບ​ລົງ. ບາລາອາມ​ໃຈ​ຮ້າຍ​ຫຼາຍ ແລ້ວ​ກໍ​ເອົາ​ໄມ້ຄ້ອນເທົ້າ​ຂອງ​ລາວ​ຕີ​ລາ​ບັກ​ຫຼາຍ​ໆ​ບາດ. 28 ພະ​ເຢໂຫວາ​ຈຶ່ງ​ເຮັດ​ໃຫ້​ລາ​ເວົ້າ​ໄດ້.+ ມັນ​ເວົ້າ​ກັບ​ບາລາອາມ​ວ່າ: “ຂ້ອຍ​ໄປ​ເຮັດ​ຫຍັງ​ໃຫ້​ເຈົ້າ ເຈົ້າ​ຈຶ່ງ​ມາ​ຕີ​ຂ້ອຍ​ຕັ້ງ​ວ່າ 3 ເທື່ອ​ແລ້ວ?”+ 29 ບາລາອາມ​ຕອບ​ລາ​ວ່າ: “ໃຜ​ບອກ​ເຈົ້າ​ເຮັດ​ໃຫ້​ຂ້ອຍ​ເສຍ​ໜ້າ. ຖ້າ​ຂ້ອຍ​ມີ​ດາບ ຂ້ອຍ​ຂ້າເຈົ້າ​ຖິ້ມ​ແລ້ວ!” 30 ລາ​ຕອບ​ວ່າ: “ຂ້ອຍ​ບໍ່​ແມ່ນ​ລາ​ທີ່​ເຈົ້າ​ຂີ່​ມາ​ຕະຫຼອດ​ບໍ? ຂ້ອຍ​ເຄີຍ​ເຮັດ​ແບບ​ນີ້​ບໍ?” ບາລາອາມ​ຕອບ​ວ່າ: “ກະ​ບໍ່.” 31 ແລ້ວ​ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ບາລາອາມ​ເຫັນ+​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ຢືນ​ຖື​ດາບ​ຢູ່​ຫົນ​ທາງ. ເມື່ອ​ເຫັນ​ທູດສະຫວັນ ລາວ​ກໍ​ໝູບ​ໜ້າ​ລົງ​ພື້ນ​ທັນທີ ເພື່ອ​ສະແດງ​ຄວາມ​ນັບ​ຖື.

32 ທູດສະຫວັນ​ຂອງ​ພະ​ເຢໂຫວາ​ເວົ້າ​ກັບ​ລາວ​ວ່າ: “ເປັນ​ຫຍັງ​ເຈົ້າ​ຕີ​ລາ​ຂອງ​ເຈົ້າ​ຕັ້ງ​ວ່າ 3 ເທື່ອ? ຂ້ອຍ​ມາ​ລັດ​ເຈົ້າ​ໄວ້ ເພາະ​ເຈົ້າ​ບໍ່​ເຮັດ​ຕາມ​ທີ່​ຂ້ອຍ​ບອກ.+ 33 ລາ​ມັນ​ເຫັນ​ຂ້ອຍ ມັນ​ພະຍາຍາມ​ຫຼີກ​ຂ້ອຍ​ຕັ້ງ 3 ເທື່ອ.+ ຖ້າ​ລາ​ມັນ​ບໍ່​ຫຼີກ​ຂ້ອຍ ຂ້ອຍ​ກໍ​ຊິ​ຂ້າເຈົ້າ ແຕ່​ຊິ​ບໍ່​ຂ້າ​ລາ.” 34 ບາລາອາມ​ເວົ້າ​ກັບ​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ວ່າ: “ຂ້ອຍ​ເຮັດ​ຜິດ​ແລ້ວ. ຂ້ອຍ​ບໍ່​ຮູ້​ວ່າ​ທ່ານ​ມາ​ລັດ​ຂ້ອຍ​ຢູ່​ຫົນ​ທາງ. ຖ້າ​ທ່ານ​ບໍ່​ຢາກ​ໃຫ້​ຂ້ອຍ​ໄປ ຂ້ອຍ​ກໍ​ຊິ​ບໍ່​ໄປ.” 35 ແຕ່​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ບອກ​ລາວ​ວ່າ: “ໃຫ້​ເຈົ້າ​ໄປ​ນຳ​ພວກ​ນັ້ນ​ໂລດ ແຕ່​ໃຫ້​ເວົ້າ​ສະເພາະ​ທີ່​ຂ້ອຍ​ຊິ​ບອກ​ໃຫ້​ເຈົ້າ​ເວົ້າ.” ແລ້ວ​ບາລາອາມ​ກໍ​ໄປ​ກັບ​ພວກ​ຫົວ​ໜ້າ​ທີ່​ບາລາກ​ສົ່ງ​ມາ.

36 ເມື່ອ​ບາລາກ​ຮູ້​ວ່າ​ບາລາອາມ​ໃກ້​ຈະ​ມາ​ຮອດ ລາວ​ກໍ​ອອກ​ໄປ​ຕ້ອນຮັບ. ເຂົາ​ເຈົ້າ​ເຈິ​ກັນ​ຢູ່​ເມືອງ​ໜຶ່ງ​ຂອງ​ໂມອາບ​ທີ່​ຢູ່​ຮ່ອມພູ*ອາ​ໂນນ​ໃກ້​ໆ​ກັບ​ເຂດ​ແດນ​ຂອງ​ພວກ​ໂມອາບ. 37 ບາລາກ​ເວົ້າ​ກັບ​ບາລາອາມ​ວ່າ: “ຂ້ອຍ​ສົ່ງ​ຄົນ​ໄປ​ຫາ​ເຈົ້າ​ແລ້ວ ເປັນ​ຫຍັງ​ເຈົ້າ​ຄື​ບໍ່​ມາ​ນ້ຳ? ເຈົ້າ​ຢ້ານ​ວ່າ​ຂ້ອຍ​ຊິ​ຕອບ​ແທນ​ໃຫ້​ບໍ່​ຄຸ້ມ​ບໍ?”+ 38 ບາລາອາມ​ຕອບ​ວ່າ: “ຂ້ອຍ​ກໍ​ມາ​ລະ​ເດ້. ແຕ່​ຂ້ອຍ​ຊິ​ບໍ່​ໄດ້​ເວົ້າ​ຕາມ​ໃຈ​ຂ້ອຍ​ເດີ້ ຂ້ອຍ​ຊິ​ເວົ້າ​ຕາມ​ທີ່​ພະເຈົ້າ​ບອກ​ໃຫ້​ເວົ້າ​ເທົ່າ​ນັ້ນ.”+

39 ຈາກ​ນັ້ນ ບາລາກ​ກໍ​ພາ​ບາລາອາມ​ໄປ​ທີ່​ກີຣິອາດຮຸດໂຊດ. 40 ບາລາກ​ເອົາ​ງົວ​ກັບ​ແກະ​ມາ​ເປັນ​ເຄື່ອງ​ບູຊາ ແລະ​ເອົາ​ຊີ້ນ​ສ່ວນ​ໜຶ່ງ​ໃຫ້​ບາລາອາມ​ກັບ​ພວກ​ຫົວ​ໜ້າ​ທີ່​ມາ​ນຳ​ກິນ. 41 ເຊົ້າ​ມື້​ຕໍ່ມາ ບາລາກ​ກໍ​ພາ​ບາລາອາມ​ຂຶ້ນ​ໄປ​ບາໂມດບາອານ ເພື່ອ​ຊິ​ໄດ້​ເຫັນ​ພວກ​ອິດສະຣາເອນ​ທັງ​ໝົດ.+

23 ບາລາອາມ​ເວົ້າ​ກັບ​ບາລາກ​ວ່າ: “ໃຫ້​ສ້າງ​ແທ່ນ​ບູຊາ 7 ແທ່ນ+ ແລະ​ກຽມ​ງົວ​ໂຕ​ຜູ້ 7 ໂຕ ແລະ​ແກະ​ໂຕ​ຜູ້ 7 ໂຕ​ໃຫ້​ຂ້ອຍ​ນຳ.” 2 ບາລາກ​ກໍ​ເຮັດ​ຕາມ​ທີ່​ບາລາອາມ​ບອກ​ທັນທີ. ເຂົາ​ເຈົ້າ​ເອົາ​ງົວ​ກັບ​ແກະ​ແນວ​ລະ​ໂຕ​ມາ​ເຜົາ​ເທິງ​ແທ່ນ​ບູຊາ​ແຕ່​ລະ​ແທ່ນ.+ 3 ແລ້ວ​ບາລາອາມ​ກໍ​ບອກ​ບາລາກວ່າ: “ໃຫ້​ທ່ານ​ຖ້າ​ຢູ່​ບ່ອນ​ເຄື່ອງ​ບູຊາ​ຂອງ​ທ່ານ​ນີ້​ກ່ອນ. ຂ້ອຍ​ຈະ​ໄປ​ອີກ​ບ່ອນ​ໜຶ່ງ ເພື່ອ​ວ່າ​ພະ​ເຢໂຫວາ​ຈະ​ມາ​ເວົ້າ​ກັບ​ຂ້ອຍ​ຢູ່​ຫັ້ນ. ຖ້າ​ເພິ່ນ​ວ່າ​ແນວ​ໃດ ຂ້ອຍ​ຈະ​ມາ​ເວົ້າ​ໃຫ້​ຟັງ.” ບາລາອາມ​ກໍ​ຂຶ້ນ​ໄປ​ໂນນ​ພູ​ອີກ​ໜ່ວຍ​ໜຶ່ງ.

4 ແລ້ວ​ພະເຈົ້າ​ກໍ​ມາ​ຫາ​ບາລາອາມ.+ ບາລາອາມ​ເວົ້າ​ກັບ​ພະເຈົ້າ​ວ່າ: “ຂ້ອຍ​ໄດ້​ສ້າງ​ແທ່ນ​ບູຊາ 7 ແທ່ນ ແລະ​ເອົາ​ງົວ​ກັບ​ແກະ​ແນວ​ລະ​ໂຕ​ເຜົາ​ເທິງ​ແທ່ນ​ບູຊາ​ແຕ່​ລະ​ແທ່ນ​ໃຫ້​ພະອົງ​ແລ້ວ.” 5 ພະ​ເຢໂຫວາ​ບອກ​ບາລາອາມ+ວ່າ​ຕ້ອງ​ເວົ້າ​ກັບ​ບາລາກ​ແນວ​ໃດ. ເພິ່ນ​ບອກ​ວ່າ: “ກັບ​ໄປ​ຫາ​ບາລາກ ແລະ​ເວົ້າ​ຕາມ​ທີ່​ເຮົາ​ຈະ​ສັ່ງ​ໃຫ້​ເຈົ້າ​ເວົ້າ.” 6 ບາລາອາມ​ກໍ​ກັບ​ໄປ ແລ້ວ​ເຫັນ​ບາລາກ​ກັບ​ພວກ​ຫົວ​ໜ້າ​ໂມອາບ​ຖ້າ​ຢູ່​ບ່ອນ​ເຜົາ​ເຄື່ອງ​ບູຊາ. 7 ບາລາອາມ​ເວົ້າ​ອອກ​ມາ​ເປັນ​ຄຳກອນວ່າ:+

“ບາລາກ ກະສັດ​ໂມອາບ​ພາ​ຂ້ອຍ​ມາ​ຈາກ​ອາຣາມ+

ແລະ​ມາ​ຈາກ​ພູ​ທາງ​ທິດ​ຕາເວັນ​ອອກ.

ລາວ​ບອກ​ຂ້ອຍ​ວ່າ ‘ມາ​ສາບ​ແຊ່ງລູກ​ຫຼານ​ຂອງ​ຢາໂຄບໃຫ້​ຂ້ອຍ​ໄດ້​ບໍ?

ຊ່ວຍ​ມາ​ສາບ​ແຊ່ງ​ພວກ​ອິດສະຣາເອນ​ໃຫ້​ຂ້ອຍ​ແດ່.’+

 8 ຂ້ອຍ​ຊິ​ສາບ​ແຊ່ງ​ຄົນ​ທີ່​ພະເຈົ້າ​ບໍ່​ໄດ້​ສາບ​ແຊ່ງ​ໄດ້​ແນວ​ໃດ?

ຄັນ​ພະ​ເຢໂຫວາ​ບໍ່​ໄດ້​ສາບ​ແຊ່ງ​ຜູ້​ໃດ ຂ້ອຍ​ກໍ​ສາບ​ແຊ່ງ​ຜູ້​ນັ້ນ​ບໍ່​ໄດ້​ດອກ.+

 9 ຂ້ອຍ​ຂຶ້ນ​ໄປ​ເທິງ​ຜາ ແລະ​ແນມ​ເຫັນ​ເຂົາ​ເຈົ້າ.

ຂ້ອຍ​ຂຶ້ນ​ໄປ​ໂນນ​ພູ ແລະ​ແນມ​ເຫັນ​ເຂົາ​ເຈົ້າ​ໄດ້​ຄື​ກັນ.

ເຂົາ​ເຈົ້າ​ຢູ່​ນຳ​ກັນ​ເປັນ​ຊາດ​ໜຶ່ງ+

ແລະ​ເຂົາ​ເຈົ້າ​ເຮັດ​ບໍ່​ຄື​ຊາດ​ອື່ນ.+

10 ລູກ​ຫຼານ​ຂອງ​ຢາໂຄບ​ມີ​ຫຼາຍ​ຄື​ກັບ​ດິນ​ຊາຍ+ ແລະ​ບໍ່​ມີ​ຜູ້​ໃດ​ນັບ​ໄດ້.

ແມ່ນ​ແຕ່ 1 ສ່ວນ 4 ຂອງ​ພວກ​ອິດສະຣາເອນ​ກໍ​ມີ​ຄົນ​ຫຼາຍ​ຈົນ​ນັບ​ບໍ່​ໄດ້.

ຄົນ​ດີ​ຄື​ເຂົາ​ເຈົ້າມີ​ຄວາມ​ສຸກ​ຈົນ​ຮອດ​ມື້​ຕາຍ.

ຂ້ອຍ​ກໍ​ຢາກ​ເປັນ​ຄື​ກັບ​ເຂົາ​ເຈົ້າ.”

11 ບາລາກ​ເວົ້າ​ໃຫ້​ບາລາອາມ​ວ່າ: “ເປັນ​ຫຍັງ​ເຈົ້າ​ຄື​ເຮັດ​ແນວ​ນີ້? ຂ້ອຍ​ໃຫ້​ເຈົ້າ​ມາ​ສາບ​ແຊ່ງ​ສັດຕູ​ໃຫ້​ຂ້ອຍ ແຕ່​ເຈົ້າ​ພັດ​ອວຍພອນ​ໃຫ້​ພວກ​ມັນ​ຊ້ຳ.”+ 12 ບາລາອາມ​ຕອບ​ວ່າ: “ພະ​ເຢໂຫວາ​ໃຫ້​ຂ້ອຍ​ເວົ້າ​ແນວ​ໃດ ຂ້ອຍ​ກໍ​ເວົ້າ​ຈັ່ງ​ຊັ້ນ​ຫັ້ນ​ແຫຼະ.”+

13 ບາລາກ​ບອກ​ບາລາອາມ​ວ່າ: “ໄປ​ນຳ​ຂ້ອຍ​ອີກ​ບ່ອນ​ໜຶ່ງ​ໄດ້​ບໍ? ຢູ່​ບ່ອນ​ນັ້ນ ເຈົ້າ​ຊິ​ເຫັນ​ພວກ​ອິດສະຣາເອນ​ສ່ວນ​ໜຶ່ງ ແຕ່​ຊິ​ບໍ່​ເຫັນ​ທັງ​ໝົດ. ໃຫ້​ເຈົ້າ​ສາບ​ແຊ່ງ​ພວກ​ມັນ​ໃຫ້​ຂ້ອຍ.”+ 14 ບາລາກ​ກໍ​ພາ​ບາລາອາມ​ໄປ​ທົ່ງ​ໂຊ​ຟິມ​ທີ່​ຢູ່​ເທິງ​ພູ​ປິຊະກາ.+ ເຂົາ​ເຈົ້າ​ສ້າງ​ແທ່ນ​ບູຊາ 7 ແທ່ນ​ຢູ່​ບ່ອນ​ນັ້ນ ແລະ​ເອົາ​ງົວ​ກັບ​ແກະ​ແນວ​ລະ​ໂຕ​ເຜົາ​ເທິງ​ແທ່ນ​ບູຊາ​ແຕ່​ລະ​ແທ່ນ.+ 15 ບາລາອາມ​ບອກ​ບາລາກວ່າ: “ໃຫ້​ທ່ານ​ຖ້າ​ຢູ່​ນີ້​ກ່ອນ. ຂ້ອຍ​ຊິ​ໄປ​ລົມ​ກັບ​ພະເຈົ້າ​ຢູ່​ອີກ​ບ່ອນ​ໜຶ່ງ.” 16 ແລ້ວ​ພະ​ເຢໂຫວາ​ກໍ​ມາ​ຫາ​ບາລາອາມ ແລະບອກ​ວ່າ​ລາວ​ຕ້ອງ​ເວົ້າ​ຫຍັງ.+ ເພິ່ນ​ບອກ​ວ່າ: “ໃຫ້​ເຈົ້າ​ກັບ​ໄປ​ຫາ​ບາລາກ ແລ້ວ​ເວົ້າ​ຕາມ​ທີ່​ເຮົາຈະສັ່ງ​ໃຫ້​ເຈົ້າ​ເວົ້າ.” 17 ບາລາອາມ​ກໍ​ກັບ​ໄປ ແລະ​ເຫັນ​ບາລາກ​ກັບ​ພວກ​ຫົວ​ໜ້າ​ໂມອາບ​ຖ້າ​ຢູ່​ບ່ອນ​ເຜົາ​ເຄື່ອງ​ບູຊາ. ບາລາກ​ຖາມ​ບາລາອາມ​ວ່າ: “ພະ​ເຢໂຫວາ​ບອກ​ຫຍັງ​ເຈົ້າ​ແດ່?” 18 ບາລາອາມ​ເວົ້າ​ອອກ​ມາ​ເປັນ​ຄຳ​ກອນ​ວ່າ:+

“ບາລາກ ລຸກ​ຂຶ້ນ​ດຽວ​ນີ້.

ລູກ​ຊາຍ​ຂອງ​ຊິບໂປ ຕັ້ງ​ໃຈ​ຟັງ​ຂ້ອຍ​ດີ​ໆ​!

19 ພະເຈົ້າ​ບໍ່​ແມ່ນ​ມະນຸດ​ຈຶ່ງ​ຊິ​ມາ​ເວົ້າ​ຕົວະ.+

ເພິ່ນ​ບໍ່​ຄື​ກັບ​ຄົນ​ທີ່​ມັກ​ປ່ຽນ​ໃຈ.+

ຖ້າ​ເພິ່ນ​ເວົ້າ​ແລ້ວ ເພິ່ນ​ຊິ​ບໍ່​ເຮັດ​ບໍ?

ມີ​ຫຍັງ​ທີ່​ເພິ່ນ​ເວົ້າ​ແລ້ວ ແລະ​ບໍ່​ໄດ້​ເຮັດ​ບໍ?+

20 ຂ້ອຍ​ຖືກ​ໃຊ້​ໃຫ້​ມາ​ອວຍພອນ​ເຂົາ​ເຈົ້າ.

ບັດ​ນີ້ ເພິ່ນ​ອວຍພອນ​ໃຫ້​ເຂົາ​ເຈົ້າ​ແລ້ວ+ ຂ້ອຍ​ກໍ​ເຮັດ​ຫຍັງ​ບໍ່​ໄດ້.+

21 ເພິ່ນ​ບໍ່​ຍອມ​ໃຫ້​ຜູ້​ໃດ​ເສກ​ມົນ​ໃສ່​ລູກ​ຫຼານ​ຂອງ​ຢາໂຄບ.

ເພິ່ນ​ບໍ່​ຍອມ​ໃຫ້​ພວກ​ອິດສະຣາເອນ​ຕົກ​ທຸກ​ໄດ້​ຍາກ.

ພະ​ເຢໂຫວາ​ເປັນ​ພະເຈົ້າ​ຂອງ​ເຂົາ​ເຈົ້າ ແລະ​ເພິ່ນ​ຢູ່​ນຳ​ເຂົາ​ເຈົ້າ.+

ເຂົາ​ເຈົ້າ​ຮ້ອງ​ສັນລະເສີນ​ເພິ່ນ ຍ້ອນ​ເພິ່ນ​ເປັນ​ກະສັດ​ຂອງ​ເຂົາ​ເຈົ້າ.

22 ພະເຈົ້າ​ພາ​ເຂົາ​ເຈົ້າ​ອອກ​ຈາກ​ເອຢິບ.+

ເພິ່ນປົກ​ປ້ອງເຂົາ​ເຈົ້າ ຄື​ກັບ​ເຂົາ​ຂອງ​ງົວ​ປົກ​ປ້ອງ​ໂຕ​ມັນ​ເອງ.+

23 ບໍ່​ມີ​ມົນ​ໃດ​ເສກ​ໃສ່​ລູກ​ຫຼານ​ຢາໂຄບ​ໄດ້+

ແລະ​ບໍ່​ມີ​ຜູ້​ໃດ​ໃຊ້​ຄາຖາ​ອາຄົມ​ທຳລາຍ​ພວກ​ອິດສະຣາເອນ​ໄດ້.+

ເມື່ອ​ຜູ້​ໃດ​ເຫັນ​ພວກ​ອິດສະຣາເອນ ແລະ​ລູກ​ຫຼານ​ຂອງ​ຢາໂຄບ

ເຂົາ​ເຈົ້າ​ຈະ​ເວົ້າ​ວ່າ ‘ສິ່ງ​ທີ່​ພະເຈົ້າ​ເຮັດ​ນິ ມັນ​ຄື​ຄັກ​ແທ້!’

24 ເຂົາ​ເຈົ້າ​ຈະ​ລຸກ​ຂຶ້ນ​ຄື​ກັບ​ໂຕ​ສິງ+

ແລະ​ຈະ​ຢືນ​ຢ່າງ​ສະຫງ່າ​ງາມ.

ເຂົາ​ເຈົ້າ​ເປັນ​ຄື​ກັບ​ໂຕ​ສິງ​ທີ່​ບໍ່​ນອນ​ຈົນ​ກວ່າ​ຈະ​ໄດ້​ກິນ​ເຫຍື່ອ

ແລະ​ກິນ​ເລືອດ​ຂອງ​ເຫຍື່ອ​ທີ່​ມັນ​ຂ້າ.”

25 ແລ້ວ​ບາລາກ​ກໍ​ຮ້າຍ​ບາລາອາມ​ວ່າ: “ຖ້າ​ເຈົ້າ​ສາບ​ແຊ່ງ​ພວກ​ມັນ​ບໍ່​ໄດ້ ກໍ​ຢ່າ​ໄປ​ອວຍພອນ​ພວກ​ມັນ​ແມ້.” 26 ບາລາອາມ​ບອກ​ວ່າ: “ຂ້ອຍ​ກໍ​ບອກ​ທ່ານ​ແລ້ວ​ເດ້​ວ່າ ‘ຂ້ອຍ​ຈະ​ເວົ້າ​ຕາມ​ທີ່​ພະ​ເຢໂຫວາ​ບອກ​ເທົ່າ​ນັ້ນ.’”+

27 ບາລາກ​ເວົ້າ​ກັບ​ບາລາອາມ​ວ່າ: “ຄັນຊັ້ນ ໃຫ້​ເຈົ້າ​ໄປ​ນຳ​ຂ້ອຍ​ອີກ​ບ່ອນ​ໜຶ່ງ​ໄດ້​ບໍ? ບາງເທື່ອ ພະເຈົ້າ​ທ່ຽງແທ້​ຊິຍອມ​ໃຫ້​ເຈົ້າ​ສາບ​ແຊ່ງພວກ​ມັນ​ໃຫ້​ຂ້ອຍ.”+ 28 ບາລາກ​ກໍ​ພາ​ບາລາອາມ​ຂຶ້ນ​ໄປ​ເທິງ​ພູ​ເປ​ໂອ. ຢູ່​ບ່ອນ​ນັ້ນ​ສາມາດ​ແນມ​ເຫັນບ່ອນ​ກັນ​ດານ​ເຢຊີໂມນ​ທັງ​ໝົດ​ໄດ້.+ 29 ແລ້ວ​ບາລາອາມ​ກໍ​ບອກ​ບາລາກ​ວ່າ: “ໃຫ້​ສ້າງ​ແທ່ນ​ບູຊາ 7 ແທ່ນ​ຢູ່​ບ່ອນ​ນີ້ ແລະ​ກຽມ​ງົວ​ກັບ​ແກະ​ແນວ​ລະ 7 ໂຕ​ໃຫ້​ຂ້ອຍ​ນຳ.”+ 30 ບາລາກ​ເຮັດ​ຕາມ​ທີ່​ບາລາອາມ​ບອກ ແລະ​ລາວ​ກໍ​ເອົາ​ງົວ​ກັບ​ແກະ​ແນວ​ລະ​ໂຕ​ເຜົາ​ເທິງ​ແທ່ນ​ບູຊາ​ແຕ່​ລະ​ແທ່ນ.

24 ເມື່ອ​ບາລາອາມ​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ອວຍພອນ​ໃຫ້​ພວກ​ອິດສະຣາເອນ ລາວ​ກໍບໍ່​ໄດ້​ໄປ​ຫາ​ບ່ອນ​ທີ່​ຈະ​ເສກ​ມົນ​ອີກ​ຕໍ່​ໄປ+ ແຕ່​ລາວ​ແນມ​ເບິ່ງ​ໄປ​ທາງ​ບ່ອນ​ກັນ​ດານ. 2 ເມື່ອ​ບາລາອາມ​ເຫັນ​ຄ້າຍ​ພັກ​ຂອງ​ພວກ​ອິດສະຣາເອນ​ທີ່​ຈັດ​ຕາມ​ແຕ່​ລະ​ຕະກູນ+ ລາວ​ກໍ​ໄດ້​ຮັບ​ພະລັງ​ຂອງ​ພະເຈົ້າ.+ 3 ລາວ​ເວົ້າ​ອອກ​ມາ​ເປັນ​ຄຳ​ກອນ​ວ່າ:+

“ນີ້​ແມ່ນ​ຄຳເວົ້າ​ຂອງ​ບາລາອາມ​ລູກ​ຊາຍ​ຂອງ​ເບໂອ

ຜູ້​ທີ່​ຕອນ​ນີ້​ໄດ້​ເຫັນ​ແຈ້ງ​ແລ້ວ.

 4 ລາວ​ໄດ້​ຍິນ​ຄຳເວົ້າ​ຂອງ​ພະເຈົ້າ.

ຕອນ​ທີ່​ລາວ​ໝູບ​ໜ້າ​ລົງ ແລະ​ຍັງ​ມືນ​ຕາ​ຢູ່

ລາວ​ໄດ້​ເຫັນ​ນິມິດ​ຂອງ​ຜູ້​ມີ​ລິດ​ເດດ​ສູງ​ສຸດ. ລາວ​ເວົ້າ​ວ່າ+

 5 ‘ລູກ​ຫຼານ​ຂອງ​ຢາໂຄບ​ເອີ້ຍ ເຕັ້ນ​ຂອງ​ພວກ​ເຈົ້າ​ງາມ​ແທ້​ໆ​

ພວກ​ອິດສະຣາເອນ​ເອີ້ຍ ບ່ອນ​ຢູ່​ຂອງ​ພວກ​ເຈົ້າ​ຈັ່ງ​ແມ່ນ​ງາມ​ອີ່ຫຼີ​!+

 6 ເຕັ້ນ​ຂອງ​ພວກ​ເຈົ້າ​ລຽນ​ຍາວ​ກັນ​ໄປ​ຄື​ກັບ​ຮ່ອມພູ+

ຄື​ກັບ​ສວນ​ທີ່​ຢູ່​ແຄມ​ແມ່​ນ້ຳ

ຄື​ກັບ​ຕົ້ນ​ເກດສະໜາ​ທີ່​ພະ​ເຢໂຫວາ​ປູກ​ໄວ້

ແລະ​ຄື​ກັບ​ຕົ້ນ​ຊີດ້າ*ທີ່​ຢູ່​ແຄມ​ນ້ຳ.

 7 ນ້ຳ​ລິນ​ອອກ​ຈາກ​ຄຸ 2 ໜ່ວຍຂອງ​ລາວ*

ແລະ​ແນວ​ປູກ​ຂອງ​ລາວຫວ່ານຢູ່​ບ່ອນທີ່​ມີ​ນ້ຳ​ຫຼາຍ.+

ກະສັດ​ຂອງ​ລາວ+ຊິ​ຍິ່ງ​ໃຫຍ່​ກວ່າ​ອາກັກ.+

ປະເທດ​ຂອງ​ລາວ​ຊິ​ໝັ້ນຄົງ​ເຂັ້ມແຂງ.+

 8 ພະເຈົ້າ​ພາ​ອິດສະຣາເອນ​ອອກ​ຈາກ​ເອຢິບ.

ເພິ່ນ​ປົກ​ປ້ອງ​ລາວ​ຄື​ກັບ​ເຂົາ​ຂອງ​ງົວ​ປົກ​ປ້ອງ​ໂຕ​ມັນ​ເອງ.

ອິດສະຣາເອນ​ຊິ​ທຳລາຍ​ຊາດ​ຕ່າງ​ໆ​ທີ່​ມາ​ຂົ່ມເຫງ​ລາວ.+

ລາວ​ຊິ​ແຫ້ນ​ກະດູກ​ຂອງ​ພວກ​ເຂົາ ແລະ​ຊິ​ຍິງ​ທະນູ​ໃສ່​ພວກ​ເຂົາ​ໃຫ້​ຕາຍ.

 9 ລາວ​ນອນ​ຢຽດ​ຄື​ກັບ​ໂຕ​ສິງ.

ໃຜ​ຊິ​ກ້າໄປ​ກວນ​ມັນ?

ຄົນ​ທີ່​ອວຍພອນ​ເຈົ້າ​ກໍ​ຊິ​ໄດ້​ພອນ

ແຕ່​ຄົນ​ທີ່​ສາບ​ແຊ່ງ​ເຈົ້າ​ກໍ​ຊິ​ຖືກ​ສາບ​ແຊ່ງ.’”+

10 ບາລາກ​ເລີຍ​ໃຈ​ຮ້າຍ​ໃຫ້​ບາລາອາມ​ແຮງ. ລາວ​ຕົບ​ມື​ແຮງ​ໆ​ໃສ່​ບາລາອາມ ແລະ​ເວົ້າ​ວ່າ: “ຂ້ອຍ​ໃຫ້​ເຈົ້າ​ມາ​ສາບ​ແຊ່ງ​ສັດຕູ​ໃຫ້​ຂ້ອຍ+ ແຕ່​ເຈົ້າ​ພັດ​ອວຍພອນ​ໃຫ້​ພວກ​ມັນ​ຕັ້ງ​ວ່າ 3 ເທື່ອ​ແລ້ວ. 11 ກັບ​ເມືອ​ສະ! ຂ້ອຍ​ລະ​ຕັ້ງ​ໃຈ​ຊິເອົາ​ລາງວັນ​ໃຫ້​ເຈົ້າບັກ​ຫຼາຍ​ໆ​+ ແຕ່​ພະ​ເຢໂຫວາ​ເຮັດ​ໃຫ້​ເຈົ້າ​ບໍ່​ໄດ້​ຮັບ​ລາງວັນ​ຊ້ຳ.”

12 ບາລາອາມ​ຕອບ​ບາລາກ​ວ່າ: “ຂ້ອຍ​ບອກ​ຄົນ​ທີ່​ເຈົ້າ​ສົ່ງ​ມາ​ແລ້ວ​ເດ້​ວ່າ 13 ‘ເຖິງ​ວ່າ​ບາລາກ​ຊິ​ເອົາ​ວັງ​ພ້ອມ​ກັບ​ເງິນ​ຄຳ​ເຕັມ​ວັງ​ນັ້ນ​ໃຫ້​ຂ້ອຍ ຂ້ອຍ​ກໍ​ເຮັດ​ຕາມ​ໃຈ​ໂຕເອງ​ບໍ່​ໄດ້ ຂ້ອຍ​ຕ້ອງ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ບອກ ບໍ່​ວ່າ​ຊິ​ເປັນ​ເລື່ອງ​ດີ​ຫຼື​ເລື່ອງ​ຮ້າຍ. ຂ້ອຍ​ຊິ​ເວົ້າ​ແຕ່​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ໃຫ້​ເວົ້າ​ເທົ່າ​ນັ້ນ.’+ 14 ຄັນຊັ້ນ ຂ້ອຍ​ຊິ​ກັບ​ໄປ​ຫາ​ພີ່ນ້ອງ​ຂອງ​ຂ້ອຍ. ແຕ່​ກ່ອນ​ຂ້ອຍ​ຊິ​ເມືອ ຂ້ອຍ​ຊິ​ບອກ​ເຈົ້າ​ວ່າ​ພວກ​ອິດສະຣາເອນ​ຊິ​ເຮັດ​ແນວ​ໃດ​ກັບ​ຄົນ​ຂອງ​ເຈົ້າ.” 15 ບາລາອາມ​ກໍ​ເວົ້າ​ອອກ​ມາ​ເປັນ​ຄຳ​ກອນ​ວ່າ:+

“ນີ້​ແມ່ນ​ຄຳເວົ້າ​ຂອງ​ບາລາອາມ​ລູກ​ຊາຍ​ຂອງ​ເບໂອ

ຜູ້​ທີ່​ຕອນ​ນີ້​ໄດ້​ເຫັນ​ແຈ້ງ​ແລ້ວ.+

16 ລາວ​ໄດ້​ຍິນ​ຄຳເວົ້າ​ຂອງ​ພະເຈົ້າ

ແລະ​ມີ​ຄວາມ​ຮູ້​ຂອງ​ພະເຈົ້າ​ສູງ​ສຸດ.

ຕອນ​ທີ່​ລາວ​ໝູບ​ໜ້າ​ລົງ ແລະ​ຍັງ​ມືນ​ຕາ​ຢູ່

ລາວ​ໄດ້​ເຫັນ​ນິມິດ​ຂອງ​ຜູ້​ມີ​ລິດ​ເດດ​ສູງ​ສຸດ. ລາວ​ເວົ້າ​ວ່າ

17 ‘ຂ້ອຍ​ຈະ​ເຫັນ​ລາວ ແຕ່​ບໍ່​ແມ່ນ​ຕອນ​ນີ້.

ຂ້ອຍ​ຈະ​ເຫັນ​ລາວ ແຕ່​ບໍ່​ແມ່ນ​ໄວ​ໆ​ນີ້.

ຈະ​ມີ​ດາວ​ດວງ​ໜຶ່ງ+ອອກ​ມາ​ຈາກ​ລູກ​ຫຼານ​ຂອງ​ຢາໂຄບ

ແລະ​ຈະ​ມີ​ຄ້ອນ​ຂອງ​ກະສັດ​ອັນ​ໜຶ່ງ+ອອກ​ມາ​ຈາກ​ລູກ​ຫຼານ​ຂອງ​ອິດສະຣາເອນ.+

ເຮົາ​ຈະ​ຕີ​ໜ້າ​ຜາກ​ຂອງ​ພວກ​ໂມອາບ+ໃຫ້​ແຕກ

ແລະ​ທຸບ​ກະໂຫຼກ​ຂອງ​ຄົນ​ໂຫດ​ຮ້າຍ.

18 ລາວ​ຈະ​ຍຶດເອົາ​ເອໂດມ​ເປັນ​ຂອງ​ໂຕເອງ.+

ພວກ​ສັດຕູ​ຂອງ​ເສອີ+​ຈະ​ຍຶດ​ເອົາ​ເສອີ​ໄດ້+

ແລະ​ຕອນ​ນັ້ນ​ອິດສະຣາເອນ​ຈະ​ສະແດງ​ຄວາມ​ກ້າຫານ.

19 ຄົນ​ທີ່​ອອກ​ມາ​ຈາກ​ລູກ​ຫຼານ​ຂອງ​ຢາໂຄບ​ຈະ​ຊະນະ​ສັດຕູ​ຂອງ​ລາວ.+

ລາວ​ຈະ​ຂ້າ​ຄົນ​ທີ່​ເຫຼືອ​ຢູ່​ໃນ​ເມືອງ​ນັ້ນ​ໃຫ້​ໝົດ.’”

20 ເມື່ອ​ບາລາອາມ​ເຫັນ​ພວກ​ອາມາເລັກ ລາວ​ກໍ​ເວົ້າ​ອອກ​ມາ​ເປັນ​ຄຳ​ກອນ​ວ່າ:

“ອາມາເລັກ​ເປັນຊາດ​ທຳອິດ*+

ແຕ່​ໃນ​ສຸດທ້າຍ​ກໍ​ຊິ​ບໍ່​ເຫຼືອ​ເລີຍ.”+

21 ຈາກ​ນັ້ນ ບາລາອາມ​ກໍ​ເຫັນ​ພວກ​ເກນີ+ ລາວ​ຈຶ່ງ​ເວົ້າ​ເປັນ​ຄຳ​ກອນ​ວ່າ:

“ພວກ​ເຈົ້າ​ຄິດ​ວ່າ​ບ່ອນ​ຢູ່​ຂອງ​ພວກ​ເຈົ້າ​ໝັ້ນຄົງ ແລະ​ເຮືອນ​ຂອງ​ພວກ​ເຈົ້າ​ກໍ​ຕັ້ງ​ຢູ່​ເທິງ​ຫີນ

22 ແຕ່​ຈະ​ມີ​ຄົນ​ມາ​ເຜົາພວກ​ເກນີ​ຈົນ​ໝົດ.

ອີກ​ບໍ່​ດົນ​ພວກ​ອັດຊີເຣຍ​ກໍ​ຈະ​ມາ​ຈັບ​ພວກ​ເຈົ້າ​ໄປ​ເປັນ​ຊະເລີຍ.”

23 ບາລາອາມ​ເວົ້າ​ເປັນ​ຄຳ​ກອນ​ອີກ​ວ່າ:

“ຖ້າ​ພະເຈົ້າ​ເຮັດ​ແນວ​ນີ້ ຈະບໍ່​ມີ​ຜູ້​ໃດ​ລອດ!

24 ເຮືອ​ຈະ​ມາ​ຈາກ​ຝັ່ງ​ທະເລ​ຂອງ​ກິດຕີມ.+

ພວກ​ມັນ​ຈະ​ໂຈມ​ຕີ​ອັດຊີເຣຍ+

ແລະ​ຈະ​ໂຈມ​ຕີ​ເອເບ​ນຳ.

ແຕ່​ສຸດທ້າຍ ພວກ​ມັນ​ກໍ​ຈະ​ບໍ່​ເຫຼືອ​ເລີຍ.”

25 ແລ້ວ​ບາລາອາມ+​ກັບ​ບາລາກ​ກໍແຍກ​ທາງ​ກັນ ເມືອ​ເຮືອນ​ໃຜ​ເຮືອນ​ລາວ.

25 ຕອນ​ທີ່​ພວກ​ອິດສະຣາເອນ​ຕັ້ງ​ຄ້າຍ​ພັກ​ຢູ່​ຊິດ​ຕີ​ມ+ ບາງຄົນ​ໄດ້​ໄປ​ນອນ​ນຳ​ພວກ​ຜູ້​ຍິງ​ຄົນ​ໂມອາບ.+ 2 ພວກ​ຜູ້​ຍິງ​ໂມອາບ​ໄດ້​ຊວນ​ພວກ​ອິດສະຣາເອນ​ໃຫ້​ເອົາ​ເຄື່ອງ​ບູຊາ​ໄປ​ໃຫ້​ພະເຈົ້າ​ຂອງ​ພວກ​ເຂົາ+ ຊວນ​ໃຫ້​ກິນ​ເຄື່ອງ​ທີ່​ເອົາ​ໄປ​ບູຊາ ແລະ​ຊວນ​ໃຫ້​ນົບ​ຮູບ​ພະ​ເຫຼົ່າ​ນັ້ນ.+ 3 ພວກ​ອິດສະຣາເອນ​ໄດ້​ໄປ​ນະມັດສະການ​ພະ​ບາອານ​ທີ່​ຢູ່​ເປໂອ+ ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ຫຼາຍ. 4 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: “ໃຫ້​ຂ້າ​ພວກ​ທີ່​ພາ​ເຂົາ​ເຈົ້າ​ໄປ​ເຮັດ​ແບບ​ນັ້ນ ແລ້ວ​ເອົາ​ສົບ​ໄປ​ແຂວນ​ໄວ້​ຕໍ່​ໜ້າ​ພະ​ເຢໂຫວາໃຫ້​ທຸກ​ຄົນ​ເຫັນ ເພື່ອ​ພະ​ເຢໂຫວາ​ຊິ​ເຊົາ​ໃຈ​ຮ້າຍ​ໃຫ້​ພວກ​ອິດສະຣາເອນ.” 5 ໂມເຊ​ກໍ​ເລີຍ​ບອກ​ພວກ​ຜູ້ຕັດສິນ​ຂອງ​ອິດສະຣາເອນ​ວ່າ:+ “ໃຫ້​ຂ້າ​ທຸກ​ຄົນ​ທີ່​ໄປ​ນະມັດສະການ​ພະ​ບາອານ​ຢູ່​ເປໂອ.”+

6 ຕອນ​ນັ້ນ ມີ​ຜູ້​ຊາຍ​ອິດສະຣາເອນ​ຄົນ​ໜຶ່ງ​ພາ​ຜູ້​ຍິງ​ຄົນ​ມີດີອານ+ເຂົ້າ​ມາ​ຫາ​ຍາດ​ຕິ​ພີ່ນ້ອງ​ຂອງ​ໂຕເອງ​ໃນ​ຄ້າຍ​ພັກ. ລາວ​ເຮັດ​ແບບ​ນັ້ນ​ຕໍ່​ໜ້າ​ຕໍ່​ຕາ​ໂມເຊ​ແລະ​ພວກ​ອິດສະຣາເອນ​ທຸກ​ຄົນ​ທີ່​ກຳລັງ​ຮ້ອງ​ໄຫ້​ຢູ່​ທາງເຂົ້າ​ເຕັ້ນ​ຂໍ​ການ​ຊີ້ນຳ. 7 ເມື່ອ​ຟີເນຮາດ+​ທີ່​ເປັນ​ລູກ​ຊາຍ​ຂອງ​ເອເລອາຊາ​ແລະ​ເປັນ​ຫຼານ​ຂອງ​ປະໂລຫິດ​ອາໂຣນ​ແນມ​ເຫັນ ລາວ​ກໍ​ຟ້າວ​ລຸກ​ຂຶ້ນ​ແລະ​ຈັບ​ຫອກ​ໄປ​ນຳ. 8 ລາວ​ຍ່າງ​ນຳ​ຫຼັງ​ຜູ້​ຊາຍ​ອິດສະຣາເອນ​ຄົນ​ນັ້ນ​ເຂົ້າ​ໄປ​ໃນ​ເຕັ້ນ ແລ້ວ​ກໍ​ແທງ​ຜູ້​ຊາຍ​ຄົນ​ນັ້ນ​ຈົນຊອດທ້ອງນ້ອຍ*ຂອງ​ຜູ້​ຍິງ. ຫຼັງ​ຈາກ​ນັ້ນ ໂລກລະບາດ​ທີ່​ເກີດ​ຂຶ້ນ​ກັບ​ພວກ​ອິດສະຣາເອນ​ກໍ​ເຊົາ.+ 9 ຄົນ​ທີ່​ຕາຍ​ຍ້ອນຖືກ​ລົງໂທດມີ​ທັງ​ໝົດ 24.000 ຄົນ.+

10 ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ໂມເຊ​ວ່າ: 11 “ຟີເນຮາດ+​ທີ່​ເປັນ​ລູກ​ຊາຍ​ຂອງ​ເອເລອາຊາ​ແລະ​ເປັນ​ຫຼານ​ຂອງ​ປະໂລຫິດ​ອາໂຣນ​ໄດ້​ເຮັດ​ໃຫ້​ເຮົາ​ເຊົາ​ໃຈ​ຮ້າຍ​ໃຫ້​ພວກ​ອິດສະຣາເອນ ຍ້ອນ​ລາວທົນ​ບໍ່​ໄດ້​ທີ່ເຫັນ​ພວກ​ອິດສະຣາເອນ​ບໍ່​ສັດຊື່​ຕໍ່​ເຮົາ.+ ຖ້າ​ລາວ​ບໍ່​ເຮັດ​ແນວ​ນັ້ນ ເຮົາ​ຄື​ຊິ​ທຳລາຍ​ພວກ​ອິດສະຣາເອນ​ໄປ​ຈົນ​ໝົດ​ແລ້ວ ຍ້ອນ​ເຮົາ​ເປັນ​ພະເຈົ້າ​ທີ່​ຢາກ​ໃຫ້ນະມັດສະການ​ເຮົາ​ພຽງ​ຜູ້​ດຽວ.+ 12 ໃຫ້ໄປ​ບອກ​ລາວວ່າ ‘ເຮົາ​ຊິ​ເຮັດ​ສັນຍາ​ກັບ​ລາວ​ຍ້ອນ​ເຮົາພໍ​ໃຈ​ລາວ. 13 ສັນຍາ​ນີ້​ຊິ​ເຮັດ​ໃຫ້​ລາວ​ກັບ​ລູກ​ຫຼານ​ຂອງ​ລາວ​ໄດ້​ເປັນ​ປະໂລຫິດ​ຕະຫຼອດໄປ+ ຍ້ອນ​ລາວ​ທົນ​ບໍ່​ໄດ້​ທີ່​ເຫັນ​ພວກ​ອິດສະຣາເອນ​ບໍ່​ສັດຊື່​ຕໍ່​ພະເຈົ້າ​ຂອງ​ລາວ+ ແລະ​ລາວ​ໄດ້​ໄຖ່​ຄວາມ​ຜິດ​ໃຫ້​ເຂົາ​ເຈົ້າ.’”

14 ຜູ້​ຊາຍ​ອິດສະຣາເອນ​ທີ່​ຖືກ​ຂ້າ​ພ້ອມ​ກັບ​ຜູ້​ຍິງ​ຄົນ​ມີດີອານ​ນັ້ນ​ຊື່​ຊິມຣີ. ລາວ​ເປັນ​ລູກ​ຊາຍ​ຂອງ​ສາລູ​ ແລະ​ເປັນ​ຫົວ​ໜ້າ​ຄົນ​ໜຶ່ງ​ໃນ​ຕະກູນ​ຊີເມໂອນ. 15 ຜູ້​ຍິງ​ຄົນ​ມີດີອານ​ທີ່​ຖືກ​ຂ້າ​ຊື່​ໂກດ​ຊະ​ບີ. ລາວ​ເປັນ​ລູກສາວ​ຂອງ​ຊູເຣ+​ທີ່​ເປັນ​ຫົວ​ໜ້າ​ຕະກູນ​ໜຶ່ງ​ຢູ່​ມີດີອານ.+

16 ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: 17 “ໃຫ້​ພວກ​ເຈົ້າ​ໄປໂຈມຕີ​ພວກ​ມີດີອານແລະ​ຂ້າ​ພວກ​ເຂົາ.+ 18 ເພາະ​ພວກ​ເຂົາ​ໂຈມຕີ​ພວກ​ເຈົ້າ​ໂດຍ​ໃຊ້​ເລ່​ລ່ຽມ​ເພື່ອ​ລໍ້​ລວງ​ພວກ​ເຈົ້າ​ຢູ່​ເປໂອ+ ແລະ​ເພາະ​ໂກດ​ຊະ​ບີ​ເຊິ່ງ​ເປັນ​ລູກສາວ​ຂອງ​ຫົວ​ໜ້າ​ຕະກູນ​ໜຶ່ງ​ຢູ່​ມີດີອານ. ລາວ​ຖືກ​ຂ້າ+ໃນ​ມື້​ທີ່​ພວກ​ອິດສະຣາເອນ​ຖືກ​ລົງໂທດ​ຍ້ອນເລື່ອງ​ທີ່​ກ່ຽວ​ກັບ​ເປໂອ.”+

26 ຫຼັງ​ຈາກ​ໂລກລະບາດ​ເຊົາ​ແລ້ວ+ ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ແລະ​ເອເລອາຊາ​ລູກ​ຊາຍ​ຂອງ​ປະໂລຫິດ​ອາໂຣນ​ວ່າ: 2 “ໃຫ້​ນັບ​ຈຳນວນ​ຜູ້​ຊາຍ​ອິດສະຣາເອນ​ທຸກ​ຄົນ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ເຊິ່ງ​ເຂົ້າຮ່ວມ​ກັບ​ກອງ​ທັບ​ຂອງ​ອິດສະຣາເອນ​ໄດ້.”+ 3 ຕອນ​ນັ້ນ ພວກ​ອິດສະຣາເອນ​ຢູ່​ບ່ອນ​ກັນ​ດານ​ໂມອາບ+ ບ່ອນ​ທີ່​ຢູ່​ແຄມ​ແມ່​ນ້ຳ​ຈໍແດນ​ຄົນ​ລະ​ຟາກ​ກັບ​ເມືອງ​ເຢຣິໂກ.+ ໂມເຊ​ກັບ​ປະໂລຫິດ​ເອເລອາຊາ+​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: 4 “ໃຫ້​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ຕາມ​ທີ່ພະ​ເຢໂຫວາ​ໄດ້​ສັ່ງ​ພວກ​ເຮົາ.”+

ຕໍ່​ໄປ​ນີ້​ແມ່ນ​ລູກ​ຫຼານ​ຂອງ​ອິດສະຣາເອນ​ທີ່​ອອກ​ມາ​ຈາກ​ເອຢິບ. 5 ຣູເບັນ+​ທີ່​ເປັນ​ລູກກົກ​ຂອງ​ອິດສະຣາເອນ ແລະ​ລູກ​ຫຼານ​ຂອງ​ຣູເບັນ+ມີ​ຄື: ຄອບຄົວ​ຂອງ​ຮາໂນກ ຄອບຄົວ​ຂອງ​ປານລູ 6 ຄອບຄົວ​ຂອງ​ເຮຊະໂຣນ ແລະ​ຄອບຄົວ​ຂອງ​ກາມີ. 7 ຄົນ​ທີ່​ມາ​ລົງ​ທະບຽນ​ຈາກ​ຄອບຄົວ​ຕ່າງ​ໆ​ຂອງ​ຕະກູນ​ຣູເບັນ​ມີ​ຈຳນວນ​ທັງ​ໝົດ 43.730 ຄົນ.+

8 ປານລູ​ມີ​ລູກ​ຊາຍ​ຊື່​ເອລີອາບ. 9 ເອລີອາບ​ມີ​ລູກ​ຊາຍ​ຊື່​ເນມູເອນ ດາ​ທານ ແລະ​ອາບີຣາມ. ດາ​ທານ​ກັບ​ອາບີຣາມ​ເປັນ​ຄົນ​ທີ່​ປະຊາຊົນ​ເລືອກ​ມາ​ເປັນ​ແກນ​ນຳ. ເຂົາ​ເຈົ້າ​ກັບ​ພວກ​ຂອງ​ໂກຣາ+ໄດ້​ກະບົດ​ຕໍ່​ໂມເຊ+ກັບ​ອາໂຣນ​ແລະ​ກະບົດ​ຕໍ່​ພະ​ເຢໂຫວາ.+

10 ຕອນ​ນັ້ນ ແຜ່ນດິນ​ໄດ້​ແຍກ​ອອກ​ຈາກ​ກັນ​ແລະ​ເຂົາ​ເຈົ້າ​ຕົກ​ລົງ​ໄປ​ຕາຍ​ໃນ​ຫັ້ນ. ໂກຣາ​ກັບ​ພວກ​ຂອງ​ລາວ​ທັງ 250 ຄົນ​ກໍ​ຖືກ​ໄຟ​ໄໝ້​ຕາຍ.+ ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ​ເປັນ​ຕົວຢ່າງ​ເຕືອນ​ໃຈ​ໃຫ້​ກັບ​ຄົນ​ອື່ນ​ໆ​.+ 11 ແຕ່​ພວກ​ລູກ​ຂອງ​ໂກຣາ​ບໍ່​ຕາຍ.+

12 ລູກ​ຫຼານ​ຂອງ​ຊີເມໂອນ+ມີ​ຄື: ຄອບຄົວ​ຂອງ​ເນມູເອນ ຄອບຄົວ​ຂອງ​ຢາມິນ ຄອບຄົວ​ຂອງ​ຢາກິນ 13 ຄອບຄົວ​ຂອງ​ເຊຣາ ແລະ​ຄອບຄົວ​ຂອງ​ຊາອູນ. 14 ຄົນ​ທີ່​ມາ​ລົງ​ທະບຽນ​ຈາກ​ຄອບຄົວ​ຕ່າງ​ໆ​ຂອງ​ຕະກູນ​ຊີເມໂອນ​ມີ​ຈຳນວນ​ທັງ​ໝົດ 22.200 ຄົນ.+

15 ລູກ​ຫຼານ​ຂອງ​ຄາດ+ມີ​ຄື: ຄອບຄົວ​ຂອງ​ເຊໂຟນ​ ຄອບຄົວ​ຂອງ​ຮັກກີ ຄອບຄົວ​ຂອງ​ຊູນີ 16 ຄອບຄົວ​ຂອງ​ໂອດຊະນີ ຄອບຄົວ​ຂອງ​ເອຣີ 17 ຄອບຄົວ​ຂອງ​ອາໂຣດ ແລະ​ຄອບຄົວ​ຂອງ​ອາເລລີ. 18 ຄົນ​ທີ່​ມາ​ລົງ​ທະບຽນ​ຈາກ​ຄອບຄົວ​ຕ່າງ​ໆ​ຂອງ​ຕະກູນ​ຄາດ​ມີ​ຈຳນວນ​ທັງ​ໝົດ 40.500 ຄົນ.+

19 ຢູດາ​ມີ​ລູກ​ຊາຍ+​ຊື່​ເອຣະ​ກັບ​ໂອນານ+ ແຕ່​ເອຣະ​ກັບ​ໂອນານ​ຕາຍ​ໃນ​ແຜ່ນດິນ​ການາອານ.+ 20 ລູກ​ຫຼານ​ຂອງ​ຢູດາ​ມີ​ຄື: ຄອບຄົວ​ຂອງ​ເຊລາ+ ຄອບຄົວ​ຂອງ​ເປເຣດ+ ແລະ​ຄອບຄົວ​ຂອງ​ເຊຣາ.+ 21 ລູກ​ຫຼານ​ຂອງ​ເປເຣດ​ມີ​ຄື: ຄອບຄົວ​ຂອງ​ເຮຊະໂຣນ+ ແລະ​ຄອບຄົວ​ຂອງ​ຮາມູນ.+ 22 ຄົນ​ທີ່​ມາ​ລົງ​ທະບຽນ​ຈາກ​ຄອບຄົວ​ຕ່າງ​ໆ​ຂອງ​ຕະກູນ​ຢູດາ​ມີ​ຈຳນວນ​ທັງ​ໝົດ 76.500 ຄົນ.+

23 ລູກ​ຫຼານ​ຂອງ​ອິດຊາຄາ+ມີ​ຄື: ຄອບຄົວ​ຂອງ​ໂຕ​ລາ+ ຄອບຄົວ​ຂອງ​ປູວາ 24 ຄອບຄົວ​ຂອງ​ຢາຊຸບ ແລະ​ຄອບຄົວ​ຂອງ​ຊິມໂຣນ. 25 ຄົນ​ທີ່​ມາ​ລົງ​ທະບຽນ​ຈາກ​ຄອບຄົວ​ຕ່າງ​ໆ​ຂອງ​ຕະກູນ​ອິດຊາຄາ​ມີ​ຈຳນວນ​ທັງ​ໝົດ 64.3​00 ຄົນ.+

26 ລູກ​ຫຼານ​ຂອງ​ເຊບູລູນ+ມີ​ຄື: ຄອບຄົວ​ຂອງ​ເສເຣັດ ຄອບຄົວ​ຂອງ​ເອໂລນ ແລະ​ຄອບຄົວ​ຂອງ​ຢາເລເອນ. 27 ຄົນ​ທີ່​ມາ​ລົງ​ທະບຽນ​ຈາກ​ຄອບຄົວ​ຕ່າງ​ໆ​ຂອງ​ຕະກູນ​ເຊບູລູນ​ມີ​ຈຳນວນ​ທັງ​ໝົດ 60.5​00 ຄົນ.+

28 ລູກ​ຫຼານ​ຂອງ​ໂຢເຊັບ+​ແບ່ງ​ເປັນ​ຕະກູນ​ມານາເຊ​ກັບ​ຕະກູນ​ເອຟຣາຢິມ.+ 29 ລູກ​ຫຼານ​ຂອງ​ມານາເຊ+​ມີ​ຄື: ຄອບຄົວ​ຂອງ​ມາກີ+ ແລະ​ຄອບຄົວ​ຂອງ​ກິລຽດ.+ ກິລຽດ​ເປັນ​ລູກ​ຊາຍ​ຂອງ​ມາກີ. 30 ລູກ​ຫຼານ​ຂອງ​ກິລຽດ​ມີ​ຄື: ຄອບຄົວ​ຂອງ​ອີເອເຊ ຄອບຄົວ​ຂອງ​ເຮເລັກ 31 ຄອບຄົວ​ຂອງ​ອາຊະຣີເອນ ຄອບຄົວ​ຂອງ​ເຊເຄັມ 32 ຄອບຄົວ​ຂອງ​ເຊມີດາ ແລະ​ຄອບຄົວ​ຂອງ​ເຮເຟ. 33 ເຮເຟ​ມີ​ລູກ​ຊາຍ​ຊື່​ເຊໂລເຟຂາດ. ແຕ່​ເຊໂລເຟຂາດ​ບໍ່​ມີ​ລູກ​ຊາຍ ມີ​ແຕ່​ລູກສາວ.+ ເຊໂລເຟຂາດ+​ມີ​ລູກສາວ​ຊື່​ມາລາ ໂນອາ ໂຮກລາ ມີລະກາ ແລະ​ຕີຣະຊາ. 34 ຄົນ​ທີ່​ມາ​ລົງ​ທະບຽນ​ຈາກ​ຄອບຄົວ​ຕ່າງ​ໆ​ຂອງ​ຕະກູນ​ມານາເຊ​ມີ​ຈຳນວນ​ທັງ​ໝົດ 52.7​00 ຄົນ.+

35 ລູກ​ຫຼານ​ຂອງ​ເອຟຣາຢິມ+​ມີ​ຄື: ຄອບຄົວ​ຂອງ​ຊູເທລາ+ ຄອບຄົວ​ຂອງ​ເບເຄ ແລະ​ຄອບຄົວ​ຂອງ​ຕາຮານ. 36 ລູກ​ຫຼານ​ຂອງ​ຊູເທລາ​ມີ​ຄື: ຄອບຄົວ​ຂອງ​ເອຣານ. 37 ຄົນ​ທີ່​ມາ​ລົງ​ທະບຽນ​ຈາກ​ຄອບຄົວ​ຕ່າງ​ໆ​ຂອງ​ຕະກູນ​ເອຟຣາຢິມ​ມີ​ຈຳນວນ​ທັງ​ໝົດ 32.500 ຄົນ.+ ຄົນ​ເຫຼົ່ານີ້​ແມ່ນ​ລູກ​ຫຼານ​ຂອງ​ໂຢເຊັບ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ.

38 ລູກ​ຫຼານ​ຂອງ​ເບັນຢາມິນ+ມີ​ຄື: ຄອບຄົວ​ຂອງ​ເບລາ+ ຄອບຄົວ​ຂອງ​ອາຊະເບັນ ຄອບຄົວ​ຂອງ​ອາຮີຣາມ 39 ຄອບຄົວ​ຂອງ​ເຊຟູຟາມ ແລະ​ຄອບຄົວ​ຂອງ​ຮູ​ຟາມ. 40 ລູກ​ຫຼານ​ຂອງ​ເບລາ​ມີ​ຄື: ຄອບຄົວ​ຂອງ​ອາດ ແລະ​ຄອບຄົວ​ຂອງ​ນາອາມານ.+ 41 ຄົນ​ທີ່​ມາ​ລົງ​ທະບຽນ​ຈາກ​ຄອບຄົວ​ຕ່າງ​ໆ​ຂອງ​ຕະກູນ​ເບັນຢາມິນ​ມີ​ຈຳນວນ​ທັງ​ໝົດ 45.6​00 ຄົນ.+

42 ລູກ​ຫຼານ​ຂອງ​ດານ+​ມີ​ຄື: ຄອບຄົວ​ຂອງ​ຊູຮາມ. ຄົນ​ພວກ​ນີ້​ແມ່ນ​ລູກ​ຫຼານ​ຂອງ​ດານ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ. 43 ຄົນ​ທີ່​ມາ​ລົງ​ທະບຽນ​ທີ່​ເປັນ​ລູກ​ຫຼານ​ຂອງ​ຊູຮາມ​ມີ​ຈຳນວນ​ທັງ​ໝົດ 64.400 ຄົນ.+

44 ລູກ​ຫຼານ​ຂອງ​ອາເຊ+​ມີ​ຄື: ຄອບຄົວ​ຂອງ​ອິມນ້າ ຄອບຄົວ​ຂອງ​ອີຊະວີ ແລະ​ຄອບຄົວ​ຂອງ​ເບຣິອາ. 45 ລູກ​ຫຼານ​ຂອງ​ເບຣິອາ​ມີ​ຄື: ຄອບຄົວ​ຂອງ​ເຮເບ ແລະ​ຄອບຄົວ​ຂອງ​ມັນກີເອນ. 46 ອາເຊ​ມີ​ລູກສາວ​ຊື່​ເຊຣາ. 47 ຄົນ​ທີ່​ມາ​ລົງ​ທະບຽນ​ຈາກ​ຄອບຄົວ​ຕ່າງ​ໆ​ຂອງ​ຕະກູນ​ອາເຊ​ມີ​ຈຳນວນ​ທັງ​ໝົດ 53.4​00 ຄົນ.+

48 ລູກ​ຫຼານ​ຂອງ​ນັບທາລີ+​ມີ​ຄື: ຄອບຄົວ​ຂອງ​ຢາເຊເອນ ຄອບຄົວ​ຂອງ​ກູນີ 49 ຄອບຄົວ​ຂອງ​ເຢດເຊ ແລະ​ຄອບຄົວ​ຂອງ​ຊິນເລັມ. 50 ຄົນ​ທີ່​ມາ​ລົງ​ທະບຽນ​ຈາກ​ຄອບຄົວ​ຕ່າງ​ໆ​ຂອງ​ຕະກູນ​ນັບທາລີ​ມີ​ຈຳນວນ​ທັງ​ໝົດ 45.400 ຄົນ.+

51 ຄົນ​ອິດສະຣາເອນ​ທີ່​ມາ​ລົງ​ທະບຽນ​ມີ​ຈຳນວນ​ທັງ​ໝົດ 601.730 ຄົນ.+

52 ຫຼັງ​ຈາກ​ນັ້ນ ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: 53 “ໃຫ້​ແບ່ງ​ດິນ​ນີ້​ເປັນ​ມໍລະດົກ​ໃຫ້​ເຂົາ​ເຈົ້າ​ຕາມ​ລາຍຊື່​ຂອງ​ເຂົາ​ເຈົ້າ.+ 54 ຕະກູນ​ໃດ​ມີ​ຄົນ​ຫຼາຍ​ກໍ​ຈະ​ໄດ້​ດິນ​ມູນ​ຫຼາຍ ຕະກູນ​ໃດ​ມີ​ຄົນ​ໜ້ອຍ​ກໍ​ຈະ​ໄດ້​ດິນ​ມູນ​ໜ້ອຍ+ ແຕ່​ລະ​ຕະກູນ​ຈະ​ໄດ້​ດິນ​ມູນ​ຕາມ​ຈຳນວນ​ຄົນ​ທີ່​ມາ​ລົງ​ທະບຽນ. 55 ໃຫ້​ແບ່ງ​ດິນ​ມູນ​ໂດຍ​ການ​ຈົກ​ສະຫຼາກ.+ ເຂົາ​ເຈົ້າ​ຈະ​ໄດ້​ດິນ​ມູນ​ຈາກ​ສ່ວນ​ທີ່​ຕະກູນ​ຂອງ​ໂຕເອງ​ໄດ້. 56 ເຂົາ​ເຈົ້າ​ຕ້ອງ​ຈົກ​ສະຫຼາກ​ເພື່ອ​ຈະ​ຮູ້​ວ່າ​ແຕ່​ລະ​ຕະກູນ​ຈະ​ໄດ້​ດິນ​ມູນ​ຢູ່​ໃສ ບໍ່​ວ່າ​ຕະກູນ​ນັ້ນ​ຈະ​ມີ​ຄົນ​ຫຼາຍ​ຫຼື​ມີ​ຄົນ​ໜ້ອຍ​ກໍ​ຕາມ.”

57 ຄົນ​ໃນ​ຕະກູນ​ເລວີ+​ທີ່​ມາ​ລົງ​ທະບຽນ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ມີ​ດັ່ງ​ຕໍ່​ໄປ​ນີ້: ຄອບຄົວ​ຂອງ​ເກໂຊນ ຄອບຄົວ​ຂອງ​ໂກຮາດ+ ແລະ​ຄອບຄົວ​ຂອງ​ເມຣາຣີ. 58 ຄອບຄົວ​ຕໍ່​ໄປ​ນີ້​ກໍ​ຢູ່​ໃນ​ຕະກູນ​ເລວີ​ຄື​ກັນ​ຄື: ຄອບຄົວ​ຂອງ​ລິບນີ+ ຄອບຄົວ​ຂອງ​ເຮັບໂຣນ+ ຄອບຄົວ​ຂອງ​ມາລີ+ ຄອບຄົວ​ຂອງ​ມູຊີ+ ແລະ​ຄອບຄົວ​ຂອງ​ໂກຣາ.+

ໂກຮາດ​ມີ​ລູກ​ຊາຍ​ຊື່​ອຳຣາມ.+ 59 ອຳຣາມ​ມີ​ເມຍ​ຊື່​ໂຢເກເບັດ.+ ໂຢເກເບັດ​ເປັນ​ລູກສາວ​ຂອງ​ເລວີ​ທີ່​ເກີດ​ຢູ່​ເອຢິບ. ອຳຣາມ​ກັບ​ໂຢເກເບັດ​ມີ​ລູກ​ຊາຍ​ນຳ​ກັນ​ຊື່​ອາໂຣນ​ກັບ​ໂມເຊ ແລະ​ມີ​ລູກສາວ​ຊື່​ມີຣີອາມ.+ 60 ອາໂຣນ​ມີ​ລູກ​ຊາຍ​ຊື່​ນາດາບ ອາບີຮູ ເອເລອາຊາ ແລະ​ອີທາມາ.+ 61 ແຕ່​ນາດາບ​ກັບ​ອາບີຮູ​ຕາຍ​ຍ້ອນ​ເອົາ​ເຄື່ອງ​ບູຊາ​ທີ່​ບໍ່​ໄດ້​ຮັບ​ອະນຸຍາດ​ໄປ​ເຜົາ​ຕໍ່​ໜ້າ​ພະ​ເຢໂຫວາ.+

62 ຜູ້​ຊາຍ​ຄົນ​ເລວີ​ທັງ​ໝົດ​ທີ່​ມີ​ອາຍຸ 1 ເດືອນ​ຂຶ້ນ​ໄປ​ທີ່​ມາ​ລົງ​ທະບຽນ​ມີ​ຈຳນວນ 23.000 ຄົນ.+ ຍ້ອນ​ເຂົາ​ເຈົ້າ​ບໍ່​ໄດ້​ດິນ​ມູນ​ຄື​ກັບ​ພວກ​ອິດສະຣາເອນ​ຕະກູນ​ອື່ນ​ໆ​+ ເຂົາ​ເຈົ້າ​ຈຶ່ງ​ບໍ່​ໄດ້​ລົງ​ທະບຽນ​ຮ່ວມ​ກັບ​ພວກ​ອິດສະຣາເອນ​ຕະກູນ​ອື່ນ​ໆ​.+

63 ທັງ​ໝົດ​ນີ້​ແມ່ນ​ຄົນ​ທີ່​ໄດ້​ມາ​ລົງ​ທະບຽນ​ກັບ​ໂມເຊ​ແລະ​ປະໂລຫິດ​ເອເລອາຊາ ຕອນ​ທີ່​ເຂົາ​ເຈົ້າ​ຈົດ​ທະບຽນ​ພວກ​ອິດສະຣາເອນ​ຢູ່​ບ່ອນ​ກັນ​ດານ​ໂມອາບ ບ່ອນ​ທີ່​ຢູ່​ແຄມ​ແມ່​ນ້ຳ​ຈໍແດນ​ຄົນ​ລະ​ຟາກ​ກັບ​ເມືອງ​ເຢຣິໂກ. 64 ຄົນ​ທີ່​ມາ​ລົງ​ທະບຽນ​ເທື່ອ​ນີ້​ຍັງ​ບໍ່​ເຄີຍ​ມາ​ຈົດ​ທະບຽນ​ກັບ​ໂມເຊ​ແລະ​ປະໂລຫິດ​ອາໂຣນ ຕອນ​ທີ່​ເຂົາ​ເຈົ້າ​ນັບ​ຈຳນວນ​ພວກ​ອິດສະຣາເອນ​ຢູ່​ບ່ອນ​ກັນ​ດານ​ຊີນາຍ.+ 65 ພະ​ເຢໂຫວາ​ເຄີຍ​ເວົ້າ​ເຖິງ​ພວກ​ນັ້ນ​ວ່າ: “ເຂົາ​ເຈົ້າ​ຈະ​ຕາຍ​ໃນ​ບ່ອນ​ກັນ​ດານ.”+ ຍ້ອນ​ແນວ​ນີ້​ຈຶ່ງ​ບໍ່​ມີ​ຜູ້​ໃດ​ລອດ​ຕາຍ​ຈັກ​ຄົນ ນອກ​ຈາກ​ກາເລັບ​ລູກ​ຊາຍ​ຂອງ​ເຢຟຸນເນ​ກັບ​ໂຢຊວຍ​ລູກ​ຊາຍ​ຂອງ​ນູນ.+

27 ພວກ​ລູກສາວ​ຂອງ​ເຊໂລເຟຂາດ+ໄດ້ມາ​ຫາ​ໂມເຊ. ເຊໂລເຟຂາດ​ເປັນ​ລູກ​ຊາຍ​ຂອງ​ເຮເຟ ເຮເຟ​ເປັນ​ລູກ​ຊາຍ​ຂອງ​ກິລຽດ ກິລຽດ​ເປັນ​ລູກ​ຊາຍ​ຂອງ​ມາກີ ມາກີ​ເປັນ​ລູກ​ຊາຍ​ຂອງ​ມານາເຊ. ຄົນ​ເຫຼົ່ານີ້​ຢູ່​ໃນ​ຕະກູນ​ມານາເຊ​ທີ່​ເປັນ​ລູກ​ຊາຍ​ຂອງ​ໂຢເຊັບ. ພວກ​ລູກສາວ​ຂອງ​ເຊໂລເຟຂາດ​ຊື່ ມາລາ ໂນອາ ໂຮກລາ ມີລະກາ ແລະ​ຕີຣະຊາ. 2 ເຂົາ​ເຈົ້າ​ມາ​ຢືນ​ຢູ່​ທາງເຂົ້າ​ເຕັ້ນ​ຂໍ​ການ​ຊີ້ນຳ​ຕໍ່​ໜ້າ​ໂມເຊ ປະໂລຫິດ​ເອເລອາຊາ ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ+ ແລະ​ພວກ​ອິດສະຣາເອນ. ເຂົາ​ເຈົ້າ​ເວົ້າ​ວ່າ: 3 “ພໍ່​ຂອງ​ພວກ​ເຮົາ​ຕາຍ​ຢູ່​ໃນ​ບ່ອນ​ກັນ​ດານ ແຕ່​ພໍ່​ບໍ່​ໄດ້​ຢູ່​ນຳ​ພວກ​ຂອງ​ໂກຣາ+ທີ່​ຕໍ່ຕ້ານ​ພະ​ເຢໂຫວາ. ພໍ່ຕາຍ​ຍ້ອນ​ບາບ​ຂອງ​ພໍ່​ເອງ ແລະ​ພໍ່​ບໍ່​ມີ​ລູກ​ຊາຍ​ຈັກ​ຄົນ. 4 ຍ້ອນ​ພໍ່​ຂອງ​ພວກ​ເຮົາ​ບໍ່​ມີ​ລູກ​ຊາຍ ຊື່​ຂອງ​ພໍ່​ກໍ​ຊິ​ຖືກ​ລຶບ​ອອກ​ຈາກ​ຕະກູນ​ເລີຍ​ບໍ? ຂໍ​ໃຫ້​ພວກ​ເຮົາ​ໄດ້​ດິນ​ມູນ​ນຳ​ກັນ​ກັບ​ພວກ​ອ້າຍນ້ອງ​ຂອງ​ພໍ່​ເຮົາ​ໄດ້​ບໍ?” 5 ໂມເຊ​ຈຶ່ງ​ໄປ​ຖາມ​ພະ​ເຢໂຫວາ​ກ່ຽວ​ກັບ​ເລື່ອງ​ນີ້.+

6 ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: 7 “ພວກ​ລູກສາວ​ຂອງ​ເຊໂລເຟຂາດ​ເວົ້າ​ຖືກ​ແລ້ວ. ເຈົ້າ​ຕ້ອງ​ໃຫ້​ເຂົາ​ເຈົ້າ​ໄດ້​ດິນ​ມູນ​ນຳ​ກັນ​ກັບ​ອ້າຍນ້ອງ​ຂອງ​ພໍ່​ເຂົາ​ເຈົ້າ. ໃຫ້​ຍົກ​ດິນ​ມູນ​ຂອງ​ພໍ່​ເຂົາ​ເຈົ້າ​ໃຫ້​ເຂົາ​ເຈົ້າ+ 8 ແລະ​ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ຖ້າ​ຜູ້​ຊາຍ​ຄົນ​ໃດ​ຕາຍ​ແລະ​ບໍ່​ມີ​ລູກ​ຊາຍ ໃຫ້​ຍົກ​ດິນ​ມູນ​ຂອງ​ລາວ​ໃຫ້​ລູກສາວ. 9 ຖ້າ​ລາວ​ບໍ່​ມີ​ລູກສາວ ໃຫ້​ຍົກ​ດິນ​ມູນ​ໃຫ້​ອ້າຍ​ຫຼື​ນ້ອງຊາຍ​ຂອງ​ລາວ. 10 ຖ້າ​ລາວ​ບໍ່​ມີ​ອ້າຍ​ຫຼື​ນ້ອງຊາຍ ໃຫ້​ຍົກ​ດິນ​ມູນ​ໃຫ້​ລຸງ​ຫຼື​ອາວ​ຂອງ​ລາວ. 11 ຖ້າ​ລາວ​ບໍ່​ມີ​ລຸງ​ຫຼື​ອາວ ກໍ​ໃຫ້​ຍົກ​ດິນ​ມູນ​ໃຫ້​ພີ່ນ້ອງ​ທີ່​ໃກ້ຊິດ​ທີ່​ສຸດ​ທີ່​ເປັນ​ສາຍ​ເລືອດ​ດຽວ​ກັນ​ໃນ​ຕະກູນ​ຂອງ​ລາວ. ຜູ້​ນັ້ນ​ຈະ​ໄດ້​ຮັບ​ດິນ​ມູນ​ຂອງ​ຄົນ​ທີ່​ຕາຍ. ນີ້​ເປັນ​ກົດ​ໝາຍ​ສຳລັບ​ພວກ​ອິດສະຣາເອນ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ.’”

12 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: “ໃຫ້​ເຈົ້າ​ຂຶ້ນ​ໄປ​ເທິງ​ພູ​ນີ້​ທີ່​ຢູ່​ໃນ​ເຂດ​ອາບາຣີມ+ ແລະ​ເບິ່ງ​ແຜ່ນດິນ​ທີ່​ເຮົາ​ຈະ​ເອົາ​ໃຫ້​ພວກ​ອິດສະຣາເອນ.+ 13 ເມື່ອ​ເຈົ້າ​ໄດ້​ເຫັນ​ແຜ່ນດິນ​ນັ້ນ​ແລ້ວ ເຈົ້າ​ຈະ​ຕາຍ​ແລະ​ໄປ​ຢູ່​ນຳ​ປູ່ຍ່າຕານາຍ*+ຄື​ກັບ​ອາໂຣນ​ອ້າຍ​ຂອງ​ເຈົ້າ.+ 14 ຍ້ອນ​ຕອນ​ທີ່​ພວກ​ອິດສະຣາເອນ​ໄດ້​ຖຽງ​ເຮົາ​ຢູ່​ບ່ອນ​ກັນ​ດານ​ຊິນ ເຈົ້າ​ບໍ່​ໄດ້​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ເຮົາ ແລະ​ບໍ່​ໄດ້​ໃຫ້​ກຽດ​ເຮົາ​ຕອນ​ທີ່ເຮົາ​ເອົາ​ນ້ຳ​ໃຫ້​ເຂົາ​ເຈົ້າ.+ ນ້ຳ​ນັ້ນ​ຢູ່​ເມຣິບາ+​ທີ່​ຢູ່​ກາເດັດ+ໃນ​ບ່ອນ​ກັນ​ດານ​ຊິນ.”+

15 ໂມເຊ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ: 16 “ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຜູ້​ໃຫ້​ຊີວິດ​ທຸກ​ຄົນ​ແຕ່ງຕັ້ງ​ຜູ້​ໜຶ່ງ​ໃຫ້​ເບິ່ງ​ແຍງ​ພວກ​ອິດສະຣາເອນ. 17 ໃຫ້​ຜູ້​ນັ້ນ​ເປັນ​ຜູ້ນຳ​ໜ້າ​ແລະ​ຊີ້ນຳເຂົາ​ເຈົ້າ​ໃນ​ທຸກ​ເລື່ອງ ເພື່ອ​ຄົນ​ຂອງ​ພະ​ເຢໂຫວາຈະ​ບໍ່​ໄດ້​ເປັນ​ຄື​ກັບ​ແກະ​ທີ່​ບໍ່​ມີ​ຜູ້​ລ້ຽງ.” 18 ພະ​ເຢໂຫວາ​ກໍ​ເລີຍ​ເວົ້າ​ກັບ​ໂມເຊ​ວ່າ: “ໃຫ້​ເຈົ້າ​ວາງ​ມື​ເທິງ​ຫົວ​ໂຢຊວຍ​ລູກ​ຊາຍ​ຂອງ​ນູນ ຍ້ອນ​ລາວ​ເປັນ​ຄົນທີ່​ມີ​ຄວາມ​ສາມາດ.*+ 19 ຈາກ​ນັ້ນ ໃຫ້​ລາວ​ໄປ​ຢືນ​ຕໍ່​ໜ້າ​ປະໂລຫິດ​ເອເລອາຊາ​ແລະ​ພວກ​ອິດສະຣາເອນ. ເຈົ້າ​ຕ້ອງແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ນຳຕໍ່​ໜ້າ​ທຸກ​ຄົນ.+ 20 ເຈົ້າ​ຕ້ອງ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ເຫັນ​ວ່າ​ລາວ​ສົມຄວນ​ໄດ້​ຮັບ​ຄວາມ​ນັບ​ຖື+ ເພື່ອ​ເຂົາ​ເຈົ້າ​ຈະ​ເຊື່ອ​ຟັງ​ລາວ.+ 21 ເມື່ອ​ລາວ​ມີ​ເລື່ອງ​ຢາກ​ຖາມ​ພະ​ເຢໂຫວາ ລາວ​ຕ້ອງ​ໄປ​ຫາ​ປະໂລຫິດ​ເອເລອາຊາ ແລະ​ເອເລອາຊາ​ຈະ​ໃຊ້​ອູຣີມ*+ຖາມ​ແທນ​ລາວ ເພື່ອ​ລາວ​ຈະ​ຮູ້​ວ່າ​ຕ້ອງ​ເຮັດແນວ​ໃດ. ທຸກ​ຄົນ​ຈະ​ຕ້ອງ​ເຮັດ​ຕາມ​ຄຳສັ່ງ​ຂອງ​ລາວ ທັງ​ໂຕ​ລາວ​ເອງ​ແລະ​ພວກ​ອິດສະຣາເອນ​ທັງ​ໝົດ.”

22 ໂມເຊ​ກໍ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ. ລາວ​ພາ​ໂຢຊວຍ​ໄປ​ຢືນ​ຢູ່​ຕໍ່​ໜ້າ​ປະໂລຫິດ​ເອເລອາຊາ​ແລະ​ພວກ​ອິດສະຣາເອນ. 23 ຈາກ​ນັ້ນ​ກໍ​ວາງ​ມື​ເທິງ​ຫົວ​ຂອງ​ໂຢຊວຍ ເພື່ອ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ນຳ+​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ.+

28 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 2 “ໃຫ້​ສັ່ງ​ພວກ​ອິດສະຣາເອນ​ວ່າ ‘ພວກ​ເຈົ້າ​ຕ້ອງ​ເອົາໃຈໃສ່​ເລື່ອງ​ການ​ເອົາ​ເຄື່ອງ​ບູຊາ​ທີ່​ເປັນ​ຄື​ກັບ​ອາຫານ​ໃຫ້​ເຮົາ ຕາມ​ເວລາ​ທີ່​ເຮົາ​ກຳນົດ​ໄວ້. ເມື່ອ​ພວກ​ເຈົ້າ​ເຜົາ​ເຄື່ອງ​ບູຊາ​ເຫຼົ່ານີ້​ຈະ​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ເຮົາ​ພໍ​ໃຈ.’*+

3 ໃຫ້​ບອກ​ເຂົາ​ເຈົ້າ​ວ່າ ‘ຕໍ່​ໄປ​ນີ້​ແມ່ນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ຕ້ອງ​ເອົາ​ມາ​ໃຫ້​ພະ​ເຢໂຫວາ. ໃຫ້​ເອົາ​ແກະ​ນ້ອຍ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ​ອາຍຸ 1 ປີ 2 ໂຕ​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ​ສຳລັບ​ທຸກ​ໆ​ມື້.+ 4 ແກະ​ໂຕ​ທຳອິດ​ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ​ໃນ​ຕອນ​ເຊົ້າ ແລະ​ໂຕ​ທີ 2 ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ​ໃນ​ຕອນ​ໃກ້​ຊິ​ຄ່ຳ.*+ 5 ໃຫ້​ເອົາ​ແປ້ງ​ລະອຽດ 1 ສ່ວນ 10 ເອຟາ*​ທີ່​ນວດ​ໃສ່​ນ້ຳມັນ​ຢ່າງ​ດີ 1 ສ່ວນ 4 ຮິນ*ທີ່​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ມາ​ນຳ.+ 6 ນີ້​ແມ່ນ​ເຄື່ອງ​ບູຊາ​ເຜົາ+ສຳລັບ​ທຸກ​ມື້​ຕາມ​ທີ່​ກຳນົດ​ໄວ້​ຢູ່​ພູ​ຊີນາຍ ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. 7 ໃຫ້​ເອົາ​ເຄື່ອງ​ບູຊາ​ດື່ມ 1 ສ່ວນ 4 ຮິນ*ສຳລັບ​ແກະ​ນ້ອຍ​ໂຕ​ຜູ້​ແຕ່​ລະ​ໂຕ​ມາ​ນຳ+ ແລະ​ໃຫ້​ເທ​ເຄື່ອງ​ບູຊາ​ດື່ມ​ນັ້ນ​ໃຫ້​ພະ​ເຢໂຫວາ​ຢູ່​ບ່ອນ​ບໍລິສຸດ. 8 ສ່ວນ​ແກະ​ອີກ​ໂຕ​ໜຶ່ງ​ທີ່​ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ​ໃນ​ຕອນ​ໃກ້​ຊິ​ຄ່ຳ ໃຫ້​ເຮັດ​ຄື​ກັບ​ແກະ​ໂຕ​ທີ່​ເປັນ​ເຄື່ອງ​ບູຊາ​ໃນ​ຕອນ​ເຊົ້າ. ໃຫ້​ເອົາ​ມາ​ພ້ອມ​ກັບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ແລະ​ເຄື່ອງ​ບູຊາ​ດື່ມ ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.+

9 ແຕ່​ຖ້າ​ເປັນ​ວັນ​ຊະບາໂຕ+ ເຈົ້າ​ຕ້ອງ​ເອົາ​ແກະ​ນ້ອຍ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ​ອາຍຸ 1 ປີ 2 ໂຕ​ມາ​ເປັນ​ເຄື່ອງ​ບູຊາ ພ້ອມ​ກັບ​ແປ້ງ​ລະອຽດ 2 ສ່ວນ 10 ເອຟາ*ທີ່​ນວດ​ໃສ່​ນ້ຳມັນ​ທີ່​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ກັບ​ເຄື່ອງ​ບູຊາ​ດື່ມ. 10 ໃນ​ວັນ​ຊະບາໂຕ ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ເຫຼົ່ານີ້​ມາ​ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ​ແລະ​ເຄື່ອງ​ບູຊາ​ດື່ມ​ທີ່​ໃຫ້​ສຳລັບ​ທຸກ​ມື້.+

11 ໃນ​ມື້​ທຳອິດ​ຂອງ​ແຕ່​ລະ​ເດືອນ ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້ 2 ໂຕ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ​ອາຍຸ 1 ປີ 7 ໂຕ​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ​ໃຫ້​ພະ​ເຢໂຫວາ.+ 12 ພວກ​ເຈົ້າ​ຕ້ອງ​ເອົາ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ທີ່​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+​ມາ​ໃຫ້​ນຳ. ສຳລັບ​ງົວ​ໂຕ​ຜູ້​ແຕ່​ລະ​ໂຕ​ແມ່ນ​ແປ້ງ 3 ສ່ວນ 10 ເອຟາ* ສຳລັບ​ແກະ​ໂຕ​ຜູ້+​ແມ່ນ​ແປ້ງ 2 ສ່ວນ 10 ເອຟາ* 13 ແລະ​ສຳລັບ​ແກະ​ນ້ອຍ​ໂຕ​ຜູ້​ແຕ່​ລະ​ໂຕ​ແມ່ນ​ແປ້ງ 1 ສ່ວນ 10 ເອຟາ.* ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ມີ​ກິ່ນ​ຫອມ+ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. 14 ພວກ​ເຈົ້າ​ຕ້ອງ​ເອົາ​ເຫຼົ້າແວງ​ທີ່​ເປັນ​ເຄື່ອງ​ບູຊາ​ດື່ມ​ມາ​ໃຫ້​ນຳ. ສຳລັບ​ງົວ​ໂຕ​ຜູ້+ແຕ່​ລະ​ໂຕ​ແມ່ນ​ເຫຼົ້າແວງ​ເຄິ່ງ​ຮິນ* ສຳລັບ​ແກະ​ໂຕ​ຜູ້+​ແມ່ນ​ເຫຼົ້າແວງ 1 ສ່ວນ 3 ຮິນ* ແລະ​ສຳລັບ​ແກະ​ນ້ອຍ+ແຕ່​ລະ​ໂຕ​ແມ່ນ​ເຫຼົ້າແວງ 1 ສ່ວນ 4 ຮິນ.* ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ເຜົາ​ທີ່​ໃຫ້​ສຳລັບ​ທຸກ​ເດືອນ​ຕະຫຼອດ​ປີ. 15 ນອກ​ເໜືອ​ຈາກ​ເຄື່ອງ​ບູຊາ​ເຜົາ ແລະ​ເຄື່ອງ​ບູຊາ​ດື່ມ​ທີ່​ຕ້ອງ​ເອົາ​ມາ​ໃຫ້​ທຸກ​ມື້​ແລ້ວ ພວກ​ເຈົ້າ​ຍັງ​ຕ້ອງ​ເອົາ​ແບ້​ອີກ​ໂຕ​ໜຶ່ງ​ມາ​ໃຫ້​ພະ​ເຢໂຫວາ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ.

16 ວັນ​ທີ 14 ຂອງ​ເດືອນ​ທີ 1 ຈະ​ເປັນ​ວັນ​ປັດສະຄາ​ຂອງ​ພະ​ເຢໂຫວາ+ 17 ແລະ​ໃນ​ວັນ​ທີ 15 ຂອງ​ເດືອນ​ນັ້ນ ພວກ​ເຈົ້າ​ຕ້ອງ​ເລີ່ມ​ສະຫຼອງ​ເທດສະການ. ພວກ​ເຈົ້າ​ຕ້ອງ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ 7 ມື້.+ 18 ໃນ​ມື້​ທຳອິດ​ຂອງ​ເທດສະການ ພວກ​ເຈົ້າ​ຕ້ອງ​ມາ​ລວມ​ໂຕ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ. ຫ້າມ​ພວກ​ເຈົ້າ​ເຮັດ​ວຽກ. 19 ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້ 2 ໂຕ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 7 ໂຕ​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ​ໃຫ້​ພະ​ເຢໂຫວາ. ສັດ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.+ 20 ພວກ​ເຈົ້າ​ຕ້ອງ​ເອົາ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ທີ່​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ມາ​ໃຫ້​ນຳ. ສຳລັບ​ງົວ​ໂຕ​ຜູ້​ແຕ່​ລະ​ໂຕ​ແມ່ນ​ແປ້ງ 3 ສ່ວນ 10 ເອຟາ* ສຳລັບ​ແກະ​ໂຕ​ຜູ້​ແມ່ນ​ແປ້ງ 2 ສ່ວນ 10 ເອຟາ* 21 ແລະ​ສຳລັບ​ແກະ​ນ້ອຍ​ໂຕ​ຜູ້​ແຕ່​ລະ​ໂຕ​ແມ່ນ​ແປ້ງ 1 ສ່ວນ 10 ເອຟາ.* 22 ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ເພື່ອ​ໄຖ່​ຄວາມ​ຜິດ​ຂອງ​ພວກ​ເຈົ້າ. 23 ພວກ​ເຈົ້າ​ຕ້ອງ​ເຜົາ​ເຄື່ອງ​ບູຊາ​ເຫຼົ່ານີ້​ໃນ​ຕອນ​ເຊົ້າ​ພ້ອມ​ກັບ​ເຄື່ອງ​ບູຊາ​ທີ່​ໃຫ້​ສຳລັບ​ທຸກ​ມື້. 24 ໃຫ້​ພວກ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ແບບ​ນີ້​ມາ​ໃຫ້​ພະ​ເຢໂຫວາ​ທຸກ​ໆ​ມື້​ຕະຫຼອດ 7 ມື້ ເປັນ​ຄື​ກັບ​ອາຫານ​ຂອງ​ເພິ່ນ ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ເພິ່ນ​ພໍ​ໃຈ. ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ນີ້​ມາ​ໃຫ້​ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ​ແລະ​ເຄື່ອງ​ບູຊາ​ດື່ມ​ທີ່​ເອົາ​ມາ​ໃຫ້​ທຸກ​ມື້. 25 ໃນ​ມື້​ທີ 7 ໃຫ້​ພວກ​ເຈົ້າ​ມາ​ລວມ​ໂຕ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ.+ ຫ້າມ​ພວກ​ເຈົ້າ​ເຮັດ​ວຽກ.+

26 ໃນ​ມື້​ທີ່​ພວກ​ເຈົ້າ​ເກັບ​ກ່ຽວ​ຜົນລະປູກ​ຊຸດ​ທຳອິດ+ ພວກ​ເຈົ້າ​ຕ້ອງ​ສະຫຼອງ​ເທດສະການ​ເກັບ​ກ່ຽວ.*+ ພວກ​ເຈົ້າ​ຕ້ອງ​ເອົາ​ເຂົ້າວີດ*ໃໝ່​ມາ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ.+ ໃຫ້​ພວກ​ເຈົ້າ​ມາ​ລວມ​ໂຕ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ ແລະ​ຫ້າມເຮັດ​ວຽກ​ຕ່າງ​ໆ​ຕະຫຼອດ​ເທດສະການ​ນັ້ນ.+ 27 ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້ 2 ໂຕ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 7 ໂຕ ມາ​ເປັນ​ເຄື່ອງ​ບູຊາ​ເຜົາ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.+ 28 ພວກ​ເຈົ້າ​ຕ້ອງ​ເອົາ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ທີ່​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ມາ​ໃຫ້​ນຳ. ສຳລັບ​ງົວ​ໂຕ​ຜູ້​ແຕ່​ລະ​ໂຕ​ແມ່ນ​ແປ້ງ 3 ສ່ວນ 10 ເອຟາ* ສຳລັບ​ແກະ​ໂຕ​ຜູ້​ແມ່ນ​ແປ້ງ 2 ສ່ວນ 10 ເອຟາ* 29 ແລະ​ສຳລັບ​ແກະ​ນ້ອຍ​ໂຕ​ຜູ້​ແຕ່​ລະ​ໂຕ​ແມ່ນ​ແປ້ງ 1 ສ່ວນ 10 ເອຟາ.* 30 ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ເພື່ອ​ໄຖ່​ຄວາມ​ຜິດ​ຂອງ​ພວກ​ເຈົ້າ.+ 31 ນອກ​ຈາກ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້ ພວກ​ເຈົ້າຍັງ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ດື່ມ​ທີ່​ໃຫ້​ສຳລັບ​ທຸກ​ມື້​ມາ​ນຳ. ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.’”+

29 “‘ໃນ​ວັນ​ທີ 1 ຂອງ​ເດືອນ​ທີ 7 ພວກ​ເຈົ້າ​ຕ້ອງ​ມາ​ລວມ​ໂຕ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ. ຫ້າມ​ພວກ​ເຈົ້າ​ເຮັດ​ວຽກ.+ ມື້​ນັ້ນ​ເປັນ​ມື້​ທີ່​ພວກ​ເຈົ້າ​ຕ້ອງ​ເປົ່າ​ແກ.+ 2 ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 7 ໂຕ ມາ​ເປັນ​ເຄື່ອງ​ບູຊາ​ເຜົາ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.* ສັດ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ. 3 ພວກ​ເຈົ້າ​ຕ້ອງ​ເອົາ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳ​ມັນ​ທີ່​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ມາ​ໃຫ້​ນຳ. ສຳລັບ​ງົວ​ໂຕ​ຜູ້​ແມ່ນ​ແປ້ງ 3 ສ່ວນ 10 ເອຟາ* ສຳລັບ​ແກະ​ໂຕ​ຜູ້​ແມ່ນ​ແປ້ງ 2 ສ່ວນ 10 ເອຟາ* 4 ແລະ​ສຳລັບ​ແກະ​ນ້ອຍ​ໂຕ​ຜູ້​ແຕ່​ລະ​ໂຕ​ແມ່ນ​ແປ້ງ 1 ສ່ວນ 10 ເອຟາ.* 5 ນອກ​ຈາກ​ນີ້ ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ເພື່ອ​ໄຖ່​ຄວາມ​ຜິດ​ຂອງ​ພວກ​ເຈົ້າ. 6 ໃນ​ມື້​ນັ້ນ ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້​ມາ​ໃຫ້​ເປັນ​ພິເສດ ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ ແລະ​ເຄື່ອງ​ບູຊາ​ດື່ມ+ທີ່​ເປັນ​ເຄື່ອງ​ບູຊາ​ສຳລັບ​ທຸກ​ເດືອນ+​ແລະ​ສຳລັບ​ທຸກ​ມື້. ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ປົກກະຕິ ເພື່ອ​ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.

7 ໃນ​ວັນ​ທີ 10 ຂອງ​ເດືອນ​ທີ 7 ພວກ​ເຈົ້າ​ຕ້ອງ​ມາ​ລວມ​ໂຕ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ+ ແລະ​ພວກ​ເຈົ້າ​ຕ້ອງ​ສະແດງ​ວ່າ​ເສຍໃຈ​ທີ່​ໄດ້​ເຮັດ​ຜິດ.* ຫ້າມ​ພວກ​ເຈົ້າ​ເຮັດ​ວຽກ.+ 8 ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 7 ໂຕ​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ສັດ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.+ 9 ພວກ​ເຈົ້າ​ຕ້ອງ​ເອົາ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳ​ມັນ​ທີ່​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ມາ​ໃຫ້​ນຳ. ສຳລັບ​ງົວ​ໂຕ​ຜູ້​ແມ່ນ​ແປ້ງ 3 ສ່ວນ 10 ເອຟາ* ສຳລັບ​ແກະ​ໂຕ​ຜູ້​ແມ່ນ​ແປ້ງ 2 ສ່ວນ 10 ເອຟາ* 10 ແລະ​ສຳລັບ​ແກະ​ນ້ອຍ​ໂຕ​ຜູ້​ແຕ່​ລະ​ໂຕ​ແມ່ນ​ແປ້ງ 1 ສ່ວນ 10 ເອຟາ.* 11 ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ຕື່ມ​ໃຫ້​ອີກ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້​ມາ​ໃຫ້ພ້ອມ​ກັບ​ເຄື່ອງ​ບູຊາ​ໄຖ່​ບາບ+ໃນ​ມື້​ໄຖ່ຄວາມ​ຜິດ ກັບ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ດື່ມ​ສຳລັບ​ທຸກ​ມື້.

12 ໃນ​ວັນ​ທີ 1​5 ຂອງ​ເດືອນ​ທີ 7 ພວກ​ເຈົ້າ​ຕ້ອງ​ມາ​ລວມ​ໂຕ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ. ຫ້າມ​ພວກ​ເຈົ້າ​ເຮັດວຽກ​ຕ່າງ​ໆ​ ແລະ​ພວກ​ເຈົ້າ​ຕ້ອງ​ສະຫຼອງ​ເທດສະການ​ຂອງ​ພະ​ເຢໂຫວາ 7 ມື້.+ 13 ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້ 13 ໂຕ ແກະ​ໂຕ​ຜູ້ 2 ໂຕ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 14 ໂຕ​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ+​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ສັດ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.+ 14 ພວກ​ເຈົ້າ​ຕ້ອງ​ເອົາ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳ​ມັນ​ທີ່​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ມາ​ໃຫ້​ນຳ. ສຳລັບ​ງົວ​ໂຕ​ຜູ້ 13 ໂຕ​ແມ່ນ​ແປ້ງ 3 ສ່ວນ 10 ເອຟາ*ຕໍ່ 1 ໂຕ ສຳລັບ​ແກະ​ໂຕ​ຜູ້ 2 ໂຕ​ແມ່ນ​ແປ້ງ 2 ສ່ວນ 10 ເອຟາ*ຕໍ່ 1 ໂຕ 15 ແລະ​ສຳລັບ​ແກະ​ນ້ອຍ​ໂຕ​ຜູ້ 14 ໂຕ​ນັ້ນ​ແມ່ນ​ແປ້ງ 1 ສ່ວນ 10 ເອຟາ*ຕໍ່ 1 ໂຕ. 16 ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ຕື່ມ​ໃຫ້​ອີກ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້​ມາ​ໃຫ້​ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ດື່ມ​ສຳລັບ​ທຸກ​ມື້.+

17 ໃນ​ມື້​ທີ 2 ຂອງ​ເທດສະການ​ນັ້ນ ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້ 1​2 ໂຕ ແກະ​ໂຕ​ຜູ້ 2 ໂຕ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 14 ໂຕ​ມາ​ໃຫ້​ເປັນ​ເຄື່ອງ​ບູຊາ. ສັດ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.+ 18 ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ກັບ​ເຄື່ອງ​ບູຊາ​ດື່ມ ພ້ອມ​ກັບ​ງົວ​ໂຕ​ຜູ້ ແກະ​ໂຕ​ຜູ້ ແລະ​ແກະ​ນ້ອຍ​ໂຕ​ຜູ້​ມາ​ໃຫ້​ຕາມ​ຈຳນວນ​ທີ່​ກຳນົດ​ໄວ້ ແລະ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ປົກກະຕິ. 19 ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ຕື່ມ​ໃຫ້​ອີກ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້​ມາ​ໃຫ້​ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ດື່ມ​ສຳລັບ​ທຸກ​ມື້.+

20 ໃນ​ມື້​ທີ 3 ຂອງ​ເທດສະການ​ນັ້ນ ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້ 1​1 ໂຕ ແກະ​ໂຕ​ຜູ້ 2 ໂຕ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 14 ໂຕ​ມາ​ໃຫ້​ເປັນ​ເຄື່ອງ​ບູຊາ. ສັດ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.+ 21 ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ກັບ​ເຄື່ອງ​ບູຊາ​ດື່ມ ພ້ອມ​ກັບ​ງົວ​ໂຕ​ຜູ້ ແກະ​ໂຕ​ຜູ້ ແລະ​ແກະ​ນ້ອຍ​ໂຕ​ຜູ້​ມາ​ໃຫ້​ຕາມ​ຈຳນວນ​ທີ່​ກຳນົດ​ໄວ້ ແລະ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ປົກກະຕິ. 22 ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ຕື່ມ​ໃຫ້​ອີກ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້​ມາ​ໃຫ້​ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ດື່ມ​ສຳລັບ​ທຸກ​ມື້.+

23 ໃນ​ມື້​ທີ 4 ຂອງ​ເທດສະການ​ນັ້ນ ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້ 1​0 ໂຕ ແກະ​ໂຕ​ຜູ້ 2 ໂຕ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 14 ໂຕ​ມາ​ໃຫ້​ເປັນ​ເຄື່ອງ​ບູຊາ. ສັດ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.+ 24 ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ກັບ​ເຄື່ອງ​ບູຊາ​ດື່ມ ພ້ອມ​ກັບ​ງົວ​ໂຕ​ຜູ້ ແກະ​ໂຕ​ຜູ້ ແລະ​ແກະ​ນ້ອຍ​ໂຕ​ຜູ້​ມາ​ໃຫ້​ຕາມ​ຈຳນວນ​ທີ່​ກຳນົດ​ໄວ້ ແລະ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ປົກກະຕິ. 25 ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ຕື່ມ​ໃຫ້​ອີກ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້​ມາ​ໃຫ້​ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ດື່ມ​ສຳລັບ​ທຸກ​ມື້.+

26 ໃນ​ມື້​ທີ 5 ຂອງ​ເທດສະການ​ນັ້ນ ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້ 9 ໂຕ ແກະ​ໂຕ​ຜູ້ 2 ໂຕ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 14 ໂຕ​ມາ​ໃຫ້​ເປັນ​ເຄື່ອງ​ບູຊາ. ສັດ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.+ 27 ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ກັບ​ເຄື່ອງ​ບູຊາ​ດື່ມ ພ້ອມ​ກັບ​ງົວ​ໂຕ​ຜູ້ ແກະ​ໂຕ​ຜູ້ ແລະ​ແກະ​ນ້ອຍ​ໂຕ​ຜູ້​ມາ​ໃຫ້​ຕາມ​ຈຳນວນ​ທີ່​ກຳນົດ​ໄວ້ ແລະ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ປົກກະຕິ. 28 ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ຕື່ມ​ໃຫ້​ອີກ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້​ມາ​ໃຫ້​ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ດື່ມ​ສຳລັບ​ທຸກ​ມື້.+

29 ໃນ​ມື້​ທີ 6 ຂອງ​ເທດສະການ​ນັ້ນ ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້ 8 ໂຕ ແກະ​ໂຕ​ຜູ້ 2 ໂຕ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 14 ໂຕ​ມາ​ໃຫ້​ເປັນ​ເຄື່ອງ​ບູຊາ. ສັດ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.+ 30 ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ກັບ​ເຄື່ອງ​ບູຊາ​ດື່ມ ພ້ອມ​ກັບ​ງົວ​ໂຕ​ຜູ້ ແກະ​ໂຕ​ຜູ້ ແລະ​ແກະ​ນ້ອຍ​ໂຕ​ຜູ້​ມາ​ໃຫ້​ຕາມ​ຈຳນວນ​ທີ່​ກຳນົດ​ໄວ້ ແລະ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ປົກກະຕິ. 31 ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ຕື່ມ​ໃຫ້​ອີກ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້​ມາ​ໃຫ້​ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ດື່ມ​ສຳລັບ​ທຸກ​ມື້.+

32 ໃນ​ມື້​ທີ 7 ຂອງ​ເທດສະການ​ນັ້ນ ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້ 7 ໂຕ ແກະ​ໂຕ​ຜູ້ 2 ໂຕ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 14 ໂຕ​ມາ​ໃຫ້​ເປັນ​ເຄື່ອງ​ບູຊາ. ສັດ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.+ 33 ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ກັບ​ເຄື່ອງ​ບູຊາ​ດື່ມ ພ້ອມ​ກັບ​ງົວ​ໂຕ​ຜູ້ ແກະ​ໂຕ​ຜູ້ ແລະ​ແກະ​ນ້ອຍ​ໂຕ​ຜູ້​ມາ​ໃຫ້​ຕາມ​ຈຳນວນ​ທີ່​ກຳນົດ​ໄວ້ ແລະ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ປົກກະຕິ. 34 ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ຕື່ມ​ໃຫ້​ອີກ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້​ມາ​ໃຫ້​ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ດື່ມ​ສຳລັບ​ທຸກ​ມື້.+

35 ໃນ​ມື້​ທີ 8 ພວກ​ເຈົ້າ​ຕ້ອງ​ຈັດ​ການ​ປະຊຸມ​ພິເສດ. ຫ້າມ​ພວກ​ເຈົ້າ​ເຮັດ​ວຽກ.+ 36 ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 7 ໂຕ​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ສັດ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.+ 37 ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ກັບ​ເຄື່ອງ​ບູຊາ​ດື່ມ ພ້ອມ​ກັບ​ງົວ​ໂຕ​ຜູ້ ແກະ​ໂຕ​ຜູ້ ແລະ​ແກະ​ນ້ອຍ​ໂຕ​ຜູ້​ມາ​ໃຫ້​ຕາມ​ຈຳນວນ​ທີ່​ກຳນົດ​ໄວ້ ແລະ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ປົກກະຕິ. 38 ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ຕື່ມ​ໃຫ້​ອີກ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້​ມາ​ໃຫ້​ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ດື່ມ​ສຳລັບ​ທຸກ​ມື້.+

39 ນອກ​ເໜືອ​ຈາກ​ເຄື່ອງ​ບູຊາ​ທີ່​ໃຫ້​ຕາມ​ທີ່​ໄດ້​ສາບານ​ໄວ້+ ເຄື່ອງ​ບູຊາ​ທີ່​ໃຫ້​ດ້ວຍ​ຄວາມ​ສະໝັກ​ໃຈ+ ເຄື່ອງ​ບູຊາ​ເຜົາ+ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ ເຄື່ອງ​ບູຊາ​ດື່ມ+ ແລະ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+ ພວກ​ເຈົ້າ​ຍັງ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ພິເສດ​ເຫຼົ່ານີ້​ມາ​ໃຫ້​ພະ​ເຢໂຫວາ​ເມື່ອ​ສະຫຼອງ​ເທດສະການ​ຕ່າງ​ໆ​.’”+ 40 ໂມເຊ​ໄດ້​ບອກ​ພວກ​ອິດສະຣາເອນ​ທຸກ​ຢ່າງ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ລາວ.

30 ໂມເຊ​ເວົ້າ​ກັບ​ພວກ​ຫົວ​ໜ້າ+ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ​ວ່າ: “ພະ​ເຢໂຫວາ​ສັ່ງ​ແນວ​ນີ້. 2 ຖ້າ​ຜູ້​ຊາຍ​ຄົນ​ໃດ​ໄດ້​ສາບານ+ຕໍ່​ພະ​ເຢໂຫວາ​ຫຼື​ສາບານ​ວ່າ​ຈະເຮັດບາງ​ຢ່າງ*+ ລາວ​ຈະ​ປີ້ນ​ຄວາມ​ບໍ່​ໄດ້.+ ລາວ​ຕ້ອງ​ເຮັດ​ຕາມ​ທີ່​ໄດ້​ສາບານ​ໄວ້ທຸກ​ຢ່າງ.+

3 ຖ້າ​ຜູ້​ຍິງ​ຄົນ​ໃດ​ທີ່​ເປັນ​ສາວ​ແລະ​ຍັງ​ຢູ່​ເຮືອນ​ນຳ​ພໍ່​ໄດ້​ສາບານ​ຕໍ່​ພະ​ເຢໂຫວາ​ຫຼືສາບານ​ວ່າ​ຈະ​ເຮັດ​ບາງ​ຢ່າງ 4 ແລະ​ພໍ່​ກໍ​ໄດ້​ຍິນ​ລາວ​ສາບານ​ວ່າ​ຈະ​ເຮັດ​ບາງ​ຢ່າງ ແຕ່​ພໍ່​ກໍ​ບໍ່​ໄດ້​ຄັດ​ຄ້ານ ລາວ​ກໍ​ຕ້ອງ​ເຮັດ​ຕາມ​ທີ່​ໄດ້​ສາບານ​ໄວ້. 5 ແຕ່​ຖ້າ​ພໍ່​ຂອງ​ລາວ​ໄດ້​ຍິນ​ຄຳ​ສາບານ​ນັ້ນ​ແລະ​ໄດ້​ຄັດ​ຄ້ານ ຄຳ​ສາບານ​ຂອງ​ລາວ​ກໍ​ຈະ​ໃຊ້​ບໍ່​ໄດ້. ພະ​ເຢໂຫວາ​ຈະ​ຍົກ​ໂທດ​ໃຫ້​ລາວ ຍ້ອນ​ພໍ່​ໄດ້​ຄັດ​ຄ້ານ​ລາວ.+

6 ຖ້າ​ຜູ້​ຍິງ​ຄົນ​ໃດ​ໄດ້​ສາບານ​ວ່າ​ຈະ​ເຮັດ​ບາງ​ຢ່າງ​ໂດຍ​ບໍ່​ໄດ້​ຄິດ​ຄັກ​ໆ​ ຫຼັງ​ຈາກ​ນັ້ນ ລາວ​ກໍ​ແຕ່ງດອງ 7 ແລ້ວ​ຜົວ​ໄດ້​ຍິນ​ວ່າ​ລາວໄປ​ສາບານ​ໄວ້ ແຕ່​ບໍ່​ໄດ້​ຄັດ​ຄ້ານ​ໃນ​ມື້​ທີ່​ຮູ້​ເລື່ອງ​ນັ້ນ ລາວ​ກໍ​ຕ້ອງ​ເຮັດ​ຕາມ​ທີ່​ໄດ້​ສາບານ​ໄວ້. 8 ແຕ່​ຖ້າ​ຜົວ​ຂອງ​ລາວ​ໄດ້​ຄັດ​ຄ້ານ​ໃນ​ມື້​ທີ່​ຮູ້​ເລື່ອງ​ນັ້ນ ຜົວ​ກໍ​ເຮັດ​ໃຫ້​ຄຳ​ສາບານ​ໂດຍ​ບໍ່​ໄດ້​ຄິດ​ຄັກ​ໆ​ຂອງ​ເມຍ​ໃຊ້​ບໍ່​ໄດ້+ ແລະ​ພະ​ເຢໂຫວາ​ຈະ​ຍົກ​ໂທດ​ໃຫ້​ຜູ້​ຍິງ​ຄົນ​ນັ້ນ.

9 ຖ້າ​ແມ່​ຮ້າງ​ຫຼື​ແມ່​ໝ້າຍ​ຄົນ​ໃດ​ໄດ້​ສາບານ​ວ່າ​ຈະ​ເຮັດ​ບາງ​ຢ່າງ ລາວ​ກໍ​ຕ້ອງ​ເຮັດ​ຕາມ​ທີ່​ໄດ້​ສາບານ​ໄວ້ທຸກ​ຢ່າງ.

10 ຖ້າ​ຜູ້​ຍິງ​ຄົນ​ໃດ​ທີ່​ແຕ່ງດອງ​ແລະ​ອອກ​ເຮືອນ​ໄປ​ຢູ່​ນຳ​ຜົວ​ແລ້ວ​ໄດ້ສາບານ​ວ່າ​ຈະ​ເຮັດ​ບາງ​ຢ່າງ 11 ແລະ​ຜົວ​ຂອງ​ລາວ​ກໍ​ໄດ້​ຍິນ ແຕ່​ບໍ່​ໄດ້​ຄັດ​ຄ້ານ​ຫຼື​ບໍ່​ໄດ້​ວ່າ​ຫຍັງ ຜູ້​ຍິງ​ຄົນ​ນັ້ນ​ກໍ​ຕ້ອງ​ເຮັດ​ຕາມ​ທີ່​ໄດ້​ສາບານ​ໄວ້ທຸກ​ຢ່າງ. 12 ແຕ່​ຖ້າ​ຜົວ​ຂອງ​ລາວ​ໄດ້​ຍິນ​ແລະ​ໄດ້​ຄັດ​ຄ້ານ ຄຳ​ສາບານ​ນັ້ນ​ກໍ​ຈະ​ໃຊ້​ບໍ່​ໄດ້​ແລະ​ລາວ​ກໍ​ບໍ່​ຕ້ອງ​ເຮັດ​ຕາມ.+ ພະ​ເຢໂຫວາ​ຈະ​ຍົກ​ໂທດ​ໃຫ້​ຜູ້​ຍິງ​ຄົນ​ນັ້ນ. 13 ບໍ່​ວ່າ​ເມຍ​ຈະ​ສາບານ​ເລື່ອງ​ຫຍັງ ຜົວ​ມີ​ສິດ​ເຮັດ​ໃຫ້​ຄຳ​ສາບານ​ນັ້ນ​ໃຊ້​ໄດ້​ຫຼື​ໃຊ້​ບໍ່​ໄດ້. 14 ຖ້າ​ຜົວ​ໄດ້​ຍິນ​ແລ້ວ ແຕ່​ບໍ່​ໄດ້​ຄັດ​ຄ້ານ​ແລະ​ປ່ອຍ​ໃຫ້​ເວລາ​ຜ່ານ​ໄປ ນີ້​ໝາຍ​ຄວາມ​ວ່າ​ຜົວ​ເຫັນ​ດີ​ນຳ ແລະ​ເມຍ​ກໍ​ຕ້ອງ​ເຮັດ​ຕາມ​ທີ່​ໄດ້​ສາບານ​ໄວ້. 15 ແຕ່​ເມື່ອ​ເວລາ​ຜ່ານ​ໄປ ແລະ​ຜົວ​ປ່ຽນ​ໃຈ​ຢາກ​ຄັດ​ຄ້ານ ຜົວ​ຈະ​ມີ​ຄວາມ​ຜິດ​ຖ້າ​ເມຍ​ບໍ່​ໄດ້​ເຮັດ​ຕາມ​ທີ່​ສາບານ​ໄວ້.+

16 ນີ້​ແມ່ນ​ກົດ​ໝາຍ​ທີ່​ພະ​ເຢໂຫວາ​ໃຫ້​ໂມເຊ​ກ່ຽວ​ກັບ​ຜູ້​ຍິງ​ທີ່​ໄດ້​ສາບານ ແລະ​ສິ່ງ​ທີ່​ພໍ່​ຫຼື​ຜົວ​ຂອງ​ລາວ​ຕ້ອງ​ເຮັດ.”

31 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: 2 “ໃຫ້ໄປ​ແກ້ແຄ້ນ+​ພວກ​ມີດີອານ+ ຍ້ອນ​ສິ່ງ​ທີ່​ພວກ​ເຂົາ​ເຮັດ​ຕໍ່​ພວກ​ອິດສະຣາເອນ. ຈາກ​ນັ້ນ ເຈົ້າ​ກໍ​ຈະ​ຕາຍ​ແລະ​ໄປ​ຢູ່​ນຳ​ປູ່​ຍ່າ​ຕາ​ນາຍ​ຂອງ​ເຈົ້າ.”*+

3 ໂມເຊ​ເລີຍ​ໄປ​ບອກ​ປະຊາຊົນ​ວ່າ: “ພະ​ເຢໂຫວາ​ຈະ​ແກ້ແຄ້ນ​ພວກ​ມີດີອານ. ໃຫ້​ກຽມ​ທະຫານ​ເພື່ອ​ໄປ​ສູ້ຮົບ​ກັບ​ພວກ​ເຂົາ. 4 ໃຫ້​ແຕ່​ລະ​ຕະກູນ​ສົ່ງ​ທະຫານ​ມາ​ຕະກູນ​ລະ 1.000 ຄົນ​ເພື່ອ​ໄປ​ສູ້ຮົບ.” 5 ພວກ​ອິດສະຣາເອນ+​ກໍ​ສົ່ງ​ທະຫານ​ມາ​ຕະກູນ​ລະ 1.000 ຄົນ ລວມ​ທັງ​ໝົດ​ເປັນ 12.000 ຄົນ.

6 ໂມເຊ​ສົ່ງ​ພວກ​ທະຫານ​ຕະກູນ​ລະ 1.000 ຄົນ​ອອກ​ໄປ​ສູ້ຮົບ ແລະ​ຟີເນຮາດ+​ລູກ​ຊາຍ​ຂອງ​ເອເລອາຊາ​ກໍ​ໄປ​ນຳ​ເຂົາ​ເຈົ້າ. ລາວ​ເປັນ​ປະໂລຫິດ​ຂອງ​ກອງ​ທັບ. ລາວ​ເອົາ​ສິ່ງ​ຂອງ​ທີ່​ບໍລິສຸດ ແລະ​ແກ​ທີ່​ໃຊ້​ເພື່ອ​ເປົ່າ​ໃຫ້​ສັນຍານ+ໄປ​ນຳ. 7 ພວກ​ທະຫານ​ອອກ​ໄປ​ສູ້​ຮົບ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ໂມເຊ ແລະ​ໄດ້​ຂ້າ​ພວກ​ຜູ້​ຊາຍ​ມີດີອານ​ທຸກ​ຄົນ. 8 ເຂົາ​ເຈົ້າ​ໄດ້​ຂ້າ​ກະສັດ 5 ອົງ​ຂອງ​ມີດີອານ​ຄື: ເອວີ ເຣເກັມ ຊູເຣ ຮູເຣ ແລະ​ເຣບາ. ເຂົາ​ເຈົ້າ​ຍັງ​ໄດ້​ຂ້າ​ບາລາອາມ+ລູກ​ຊາຍ​ຂອງ​ເບໂອ​ນຳ. 9 ແຕ່​ເຂົາ​ເຈົ້າ​ໄດ້​ຈັບ​ຜູ້​ຍິງ​ກັບ​ເດັກ​ນ້ອຍ​ມາ​ເປັນ​ຊະເລີຍ ແລະ​ໄດ້​ປຸ້ນເອົາ​ງົວ ແກະ ກັບ​ສິ່ງ​ຂອງ​ຕ່າງ​ໆ​ຂອງ​ພວກ​ມີດີອານ 10 ແລ້ວ​ເຜົາ​ເມືອງ​ຕ່າງ​ໆ​ແລະ​ຄ້າຍ​ພັກ​ຂອງ​ພວກ​ມີດີອານ​ຈົນ​ໝົດ. 11 ເຂົາ​ເຈົ້າ​ໄດ້​ປຸ້ນ​ເອົາ​ເຄື່ອງ​ຂອງ​ກັບ​ຄົນ​ແລະ​ສັດ​ມາ​ທັງ​ໝົດ. 12 ເຂົາ​ເຈົ້າ​ໄດ້​ກັບ​ມາ​ຄ້າຍ​ພັກ​ຂອງ​ພວກ​ອິດສະຣາເອນ ແລະ​ເອົາ​ຊະເລີຍ​ກັບ​ເຄື່ອງ​ຂອງ​ທີ່​ປຸ້ນ​ມາ​ໄດ້​ໃຫ້​ໂມເຊ ປະໂລຫິດ​ເອເລອາຊາ ແລະ​ພວກ​ອິດສະຣາເອນ​ເບິ່ງ. ຕອນ​ນັ້ນ ຄ້າຍ​ພັກ​ຂອງ​ເຂົາ​ເຈົ້າ​ຢູ່​ບ່ອນ​ກັນ​ດານ​ໂມອາບ+ ບ່ອນ​ທີ່​ຢູ່​ແຄມ​ແມ່​ນ້ຳ​ຈໍແດນ​ຄົນ​ລະ​ຟາກ​ກັບ​ເມືອງ​ເຢຣິໂກ.

13 ໂມເຊ​ກັບ​ປະໂລຫິດ​ເອເລອາຊາ​ແລະ​ພວກ​ຫົວ​ໜ້າ​ຂອງ​ອິດສະຣາເອນ​ກໍ​ອອກ​ໄປ​ຫາ​ພວກ​ທະຫານ​ຢູ່​ນອກ​ຄ້າຍ. 14 ແຕ່​ໂມເຊ​ໃຈ​ຮ້າຍ​ໃຫ້​ພວກ​ຫົວ​ໜ້າ​ກອງ​ພັນ ແລະ​ພວກ​ຫົວ​ໜ້າ​ກອງ​ຮ້ອຍ​ທີ່​ກັບ​ມາ​ຈາກ​ສົງຄາມ. 15 ໂມເຊ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ຍັງ​ຈົ່ງ​ພວກ​ຜູ້​ຍິງ​ມີດີອານ​ໄວ້​ຢູ່​ຫວະ? 16 ຜູ້​ຍິງ​ພວກ​ນີ້​ຕົ໋ວ​ທີ່​ບາລາອາມ​ໃຊ້​ມາ​ເພື່ອ​ຫຼອກ​ລວງ​ພວກ​ອິດສະຣາເອນ​ໃຫ້​ເຮັດ​ຜິດ​ຢູ່​ເປໂອ.+ ພວກ​ເຂົາ​ເຮັດ​ໃຫ້​ຄົນ​ຂອງ​ພວກ​ເຮົາ​ບໍ່​ສັດຊື່​ຕໍ່​ພະ​ເຢໂຫວາ+ ແລະ​ຖືກ​ພະ​ເຢໂຫວາ​ລົງໂທດ.+ 17 ໃຫ້​ພວກ​ເຈົ້າ​ຂ້າ​ພວກ​ຜູ້​ຍິງ​ທີ່​ເຄີຍ​ນອນ​ນຳ​ຜູ້​ຊາຍ​ແລ້ວ ແລະ​ໃຫ້​ຂ້າ​ເດັກ​ນ້ອຍ​ຜູ້​ຊາຍ​ທຸກ​ຄົນ​ທີ່​ພວກ​ເຈົ້າ​ພາ​ກັບ​ມາ. 18 ແຕ່​ບໍ່​ຕ້ອງ​ຂ້າ​ຜູ້​ສາວ​ທີ່​ຍັງ​ບໍ່​ເຄີຍນອນ​ນຳຜູ້​ຊາຍ.+ 19 ພວກ​ເຈົ້າ​ຕ້ອງ​ຢູ່​ນອກ​ຄ້າຍ​ພັກ 7 ມື້. ຄົນ​ທີ່​ຂ້າ​ຄົນ​ແລະ​ຄົນ​ທີ່​ໄປ​ຖືກ​ຫຼື​ໄປ​ບາຍ​ສົບ​ຄົນ​ທີ່​ຖືກ​ຂ້າ+ ຕ້ອງ​ເຮັດ​ໃຫ້​ໂຕເອງ​ສະອາດ+​ໃນ​ມື້​ທີ 3 ແລະ​ມື້​ທີ 7. ພວກ​ຊະເລີຍ​ກໍ​ຕ້ອງ​ເຮັດ​ຄື​ກັນ. 20 ພວກ​ເຈົ້າ​ຕ້ອງ​ເຮັດ​ໃຫ້​ເຄື່ອງ​ຂອງ​ເຫຼົ່ານີ້​ສະອາດ ບໍ່​ວ່າ​ຈະ​ເປັນ​ເຄື່ອງນຸ່ງ ເຄື່ອງ​ໜັງ ຜ້າ​ທີ່​ເຮັດ​ຈາກ​ຂົນ​ແບ້ ຫຼື​ເຄື່ອງໃຊ້​ຕ່າງ​ໆ​ທີ່​ເປັນ​ໄມ້.”

21 ແລ້ວ​ປະໂລຫິດ​ເອເລອາຊາ​ກໍ​ເວົ້າ​ກັບ​ທະຫານ​ທີ່​ກັບ​ມາ​ຈາກ​ສູ້ຮົບ​ວ່າ: “ພະ​ເຢໂຫວາ​ສັ່ງ​ພວກ​ເຈົ້າ​ຜ່ານ​ທາງ​ໂມເຊ​ແນວ​ນີ້. 22 ‘ຄຳ ເງິນ ທອງແດງ ເຫຼັກ ກົ່ວ ແລະ​ຊືນ​ທີ່​ພວກ​ເຈົ້າ​ເອົາ​ມາ 23 ໃຫ້​ເອົາ​ໄປ​ເຜົາ​ໄຟ​ເພື່ອ​ຊິ​ໃຫ້​ມັນ​ສະອາດ. ຫຼັງ​ຈາກ​ນັ້ນ ໃຫ້​ເອົາ​ນ້ຳ​ທີ່​ເຮັດ​ໃຫ້​ສະອາດ​ມາ​ຊິດ​ໃສ່.+ ແຕ່​ຖ້າ​ສິ່ງ​ຂອງ​ອັນ​ໃດ​ຖືກ​ໄຟ​ບໍ່​ໄດ້​ກໍ​ໃຫ້​ເອົາ​ໄປ​ລ້າງ​ນ້ຳ​ແທນ. 24 ໃນ​ມື້​ທີ 7 ໃຫ້​ພວກ​ເຈົ້າ​ຊັກ​ເຄື່ອງນຸ່ງ​ຂອງ​ໂຕເອງ ແລ້ວ​ຈຶ່ງ​ຈະ​ຖື​ວ່າ​ພວກ​ເຈົ້າ​ສະອາດ ແລະ​ພວກ​ເຈົ້າ​ຈະ​ກັບ​ເຂົ້າ​ມາ​ໃນ​ຄ້າຍ​ພັກ​ໄດ້.’”+

25 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 26 “ໃຫ້​ເຈົ້າ​ກັບ​ປະໂລຫິດ​ເອເລອາຊາ ແລະ​ພວກຫົວ​ໜ້າ​ຄອບຄົວ​ຕ່າງ​ໆ​ຂອງ​ອິດສະຣາເອນ​ນັບ​ຈຳນວນ​ຄົນ​ແລະ​ສັດ​ທີ່​ໄດ້​ມາ. 27 ໃຫ້​ແບ່ງ​ເປັນ 2 ສ່ວນ. ສ່ວນ​ໜຶ່ງ​ຈະ​ເປັນ​ຂອງ​ທະຫານ​ທີ່​ອອກ​ໄປ​ສູ້ຮົບ ແລະ​ອີກ​ສ່ວນ​ໜຶ່ງ​ຈະ​ເປັນ​ຂອງ​ປະຊາຊົນ.+ 28 ໃນ​ຈຳນວນ​ຂອງຄົນ ງົວ ລາ ແກະ ແລະ​ແບ້​ທີ່​ທະຫານ​ຈະ​ໄດ້​ນັ້ນ ໃຫ້​ເອົາ 1 ສ່ວນ 500 ເປັນ​ສ່ວນ​ແບ່ງ*ໃຫ້​ພະ​ເຢໂຫວາ. 29 ເຈົ້າ​ຕ້ອງ​ເອົາ​ສ່ວນ​ນີ້​ໃຫ້​ປະໂລຫິດ​ເອເລອາຊາ ເພື່ອ​ຈະ​ໃຫ້​ພະ​ເຢໂຫວາ.+ 30 ໃນ​ຈຳນວນ​ຂອງຄົນ ງົວ ລາ ແກະ ແລະ​ແບ້​ທີ່​ປະຊາຊົນ​ຈະ​ໄດ້​ນັ້ນ ໃຫ້​ເອົາ 1 ສ່ວນ 50 ໃຫ້​ພວກ​ເລວີ+ເຊິ່ງ​ເຮັດ​ວຽກ​ເບິ່ງ​ແຍງ​ເຕັ້ນ​ສັກສິດ​ຂອງ​ພະ​ເຢໂຫວາ.”+

31 ໂມເຊ​ກັບ​ປະໂລຫິດ​ເອເລອາຊາ​ກໍ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ໂມເຊ. 32 ເຂົາ​ເຈົ້າ​ໄດ້​ນັບ​ຈຳນວນ​ຂອງ​ທຸກ​ສິ່ງ​ທີ່​ປຸ້ນ​ມາ​ໄດ້ ແກະ​ກັບ​ແບ້​ມີ 675.000 ໂຕ 33 ງົວ​ມີ 72.000 ໂຕ 34 ລາມີ 61.000 ໂຕ 35 ແລະ​ຜູ້​ຍິງ​ທີ່​ຍັງ​ບໍ່​ເຄີຍ​ນອນ​ນຳ​ຜູ້​ຊາຍ+ມີ 32.000 ຄົນ. 36 ສ່ວນ​ແບ່ງ​ທີ່​ເປັນ​ຂອງ​ພວກ​ທະຫານ ມີ​ດັ່ງ​ນີ້: ແກະ​ກັບ​ແບ້ 337.500 ໂຕ 37 ແລະ​ສ່ວນ​ແບ່ງ​ທີ່​ຕ້ອງ​ໃຫ້​ພະ​ເຢໂຫວາ​ແມ່ນ 675 ໂຕ. 38 ງົວ 36.000 ໂຕ ແລະ​ສ່ວນ​ແບ່ງ​ທີ່​ຕ້ອງ​ໃຫ້​ພະ​ເຢໂຫວາ​ແມ່ນ 72 ໂຕ. 39 ລາ 30.500 ໂຕ ແລະ​ສ່ວນ​ແບ່ງ​ທີ່​ຕ້ອງ​ໃຫ້​ພະ​ເຢໂຫວາ​ແມ່ນ 61 ໂຕ. 40 ຜູ້​ຍິງ 16.000 ຄົນ ແລະ​ສ່ວນ​ແບ່ງ​ທີ່​ຕ້ອງ​ໃຫ້​ພະ​ເຢໂຫວາ​ແມ່ນ 32 ຄົນ. 41 ໂມເຊ​ໄດ້​ເອົາ​ສ່ວນ​ແບ່ງ​ທີ່​ເປັນ​ຂອງ​ພະ​ເຢໂຫວາ​ໃຫ້​ປະໂລຫິດ​ເອເລອາຊາ+ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ.

42 ອີກ​ເຄິ່ງ​ໜຶ່ງ​ທີ່​ເປັນ​ສ່ວນ​ແບ່ງ​ຂອງ​ປະຊາຊົນ​ຫຼັງ​ຈາກ​ທີ່​ໂມເຊ​ໄດ້​ແບ່ງ​ໃຫ້​ທະຫານ​ແລ້ວ ມີ​ດັ່ງ​ນີ້: 43 ແກະ​ກັບ​ແບ້ 337.500 ໂຕ 44 ງົວ 36.000 ໂຕ 45 ລາ 30.500 ໂຕ 46 ແລະ​ຜູ້​ຍິງ 16.000 ຄົນ. 47 ໂມເຊ​ໄດ້​ເອົາ 1 ສ່ວນ 50 ຈາກ​ສ່ວນ​ແບ່ງ​ຂອງ​ປະຊາຊົນ​ໃຫ້​ພວກເລວີ+​ທີ່​ເຮັດ​ວຽກ​ເບິ່ງ​ແຍງ​ເຕັ້ນ​ສັກສິດ​ຂອງ​ພະ​ເຢໂຫວາ.+ ໂມເຊ​ໄດ້​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ.

48 ແລ້ວ​ພວກ​ຫົວ​ໜ້າ​ກອງ​ພັນ+ກັບ​ພວກ​ຫົວ​ໜ້າ​ກອງ​ຮ້ອຍ​ກໍ​ມາ​ຫາ​ໂມເຊ 49 ແລະ​ເວົ້າ​ວ່າ: “ພວກ​ເຮົາ​ແຕ່​ລະ​ຄົນ​ໄດ້​ນັບ​ຄົນ​ຂອງ​ພວກ​ເຮົາ​ທີ່​ກັບ​ມາ​ແຕ່​ສູ້ຮົບ​ແລ້ວ ແລະ​ມາ​ລາຍງານ​ວ່າ​ບໍ່​ມີ​ໃຜ​ຕາຍ​ຈັກ​ຄົນ.+ 50 ພວກ​ເຮົາ​ຢາກ​ເອົາ​ເຄື່ອງ​ທີ່​ເຮັດ​ຈາກ​ຄຳ ປະ​ຫຼັກ​ແຂນ ປະ​ຫຼັກ​ຂາ ແຫວນ​ຈ້ຳ​ກາ ຕຸ້ມ​ຫູ ແລະ​ເຄື່ອງ​ປະດັບ​ອື່ນ​ໆ​ມາ​ໃຫ້​ພະ​ເຢໂຫວາ. ພວກ​ເຮົາ​ຢາກ​ເອົາ​ສິ່ງ​ທັງ​ໝົດ​ນີ້​ໃຫ້​ພະ​ເຢໂຫວາ​ເພື່ອ​ໄຖ່​ຄວາມ​ຜິດ​ຂອງ​ພວກ​ເຮົາ.”

51 ເຂົາ​ເຈົ້າ​ໄດ້​ເອົາ​ເຄື່ອງ​ປະດັບ​ທີ່​ເປັນ​ຄຳ​ມາ​ໃຫ້​ໂມເຊ​ກັບ​ປະໂລຫິດ​ເອເລອາຊາ. 52 ຄຳ​ທັງ​ໝົດ​ທີ່​ພວກ​ຫົວ​ໜ້າ​ກອງ​ພັນ​ກັບ​ພວກ​ຫົວ​ໜ້າ​ກອງ​ຮ້ອຍ​ເອົາ​ມາ​ໃຫ້​ພະ​ເຢໂຫວາ​ມີ 16.750 ເຊເກນ.* 53 ຄຳ​ເຫຼົ່ານີ້​ແມ່ນ​ພວກ​ທະຫານ​ໄດ້​ປຸ້ນ​ມາ. 54 ໂມເຊ​ກັບ​ປະໂລຫິດ​ເອເລອາຊາ​ໄດ້​ຮັບ​ເອົາ​ຄຳ​ຈາກ​ພວກ​ຫົວ​ໜ້າ​ກອງ​ພັນ​ກັບ​ພວກ​ຫົວ​ໜ້າ​ກອງ​ຮ້ອຍ ແລະ​ເອົາ​ໄປ​ມ້ຽນ​ຢູ່​ເຕັ້ນ​ຂໍ​ການ​ຊີ້ນຳ ເພື່ອ​ພວກ​ອິດສະຣາເອນ​ຈະຈື່​ໄດ້ວ່າ​ພະ​ເຢໂຫວາ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ແນວ​ໃດ.

32 ຕະກູນ​ຣູເບັນ+​ກັບ​ຕະກູນ​ຄາດ+​ມີ​ຝູງ​ສັດ​ຫຼາຍ. ເຂົາ​ເຈົ້າ​ເຫັນ​ວ່າ​ດິນ​ຢູ່​ຢາເຊ+​ກັບ​ກິລຽດ​ເໝາະ​ສຳລັບ​ການ​ລ້ຽງ​ສັດ​ຂອງ​ເຂົາ​ເຈົ້າ. 2 ບາງ​ຄົນ​ໃນ​ຕະກູນ​ຄາດ​ກັບ​ຕະກູນ​ຣູເບັນ​ເລີຍ​ໄປ​ຫາ​ໂມເຊ​ກັບ​ປະໂລຫິດ​ເອເລອາຊາ​ແລະ​ພວກ​ຫົວ​ໜ້າ​ຂອງ​ອິດສະຣາເອນ. ເຂົາ​ເຈົ້າ​ເວົ້າ​ວ່າ: 3 “ເມືອງ​ອາຕາໂຣດ ດີໂບນ ຢາເຊ ນິມຣາ ເຮັດຊະໂບນ+ ເອເລອາເລ ເສບາ​ມ ເນໂບ+ ແລະ​ເບໂອນ+ 4 ເຊິ່ງ​ເປັນ​ເມືອງ​ທີ່​ພະ​ເຢໂຫວາ​ຍຶດ​ໃຫ້​ພວກ​ອິດສະຣາເອນ+​ມີ​ບ່ອນ​ທີ່​ດີ​ທີ່​ເໝາະ​ສຳລັບ​ລ້ຽງ​ຝູງ​ສັດ​ຂອງ​ພວກ​ເຮົາ ແລະ​ພວກ​ເຮົາ​ກໍ​ມີ​ຝູງ​ສັດ​ຫຼາຍ.”+ 5 ເຂົາ​ເຈົ້າ​ເວົ້າ​ຕື່ມ​ອີກ​ວ່າ: “ຖ້າ​ພວກ​ທ່ານ​ເຫັນ​ດີ​ນຳ ພວກ​ເຮົາ​ຂໍ​ດິນ​ຢູ່​ບ່ອນ​ນີ້. ພວກ​ເຮົາ​ບໍ່​ຢາກ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ຢູ່​ຟາກ​ພຸ້ນ.”

6 ໂມເຊ​ເລີຍ​ເວົ້າ​ກັບ​ຄົນ​ໃນ​ຕະກູນ​ຄາດ​ແລະ​ຄົນ​ໃນ​ຕະກູນ​ຣູເບັນ​ວ່າ: “ພວກ​ເຈົ້າ​ຊິ​ຢູ່​ນີ້ ແລ້ວ​ປ່ອຍ​ໃຫ້​ພີ່ນ້ອງ​ຂອງ​ພວກ​ເຈົ້າ​ໄປ​ຕໍ່ສູ້​ຊັ້ນ​ບໍ? 7 ພວກ​ເຈົ້າ​ຊິ​ເຮັດ​ໃຫ້​ພີ່ນ້ອງ​ຂອງ​ພວກ​ເຈົ້າ​ໝົດ​ກຳລັງໃຈ ແລະ​ເຮັດ​ໃຫ້​ເຂົາ​ເຈົ້າບໍ່​ຢາກ​ໄປ​ແຜ່ນດິນ​ທີ່ພະ​ເຢໂຫວາ​ຊິ​ເອົາ​ໃຫ້. 8 ຕອນ​ທີ່​ຂ້ອຍ​ສົ່ງ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ຈາກ​ກາເດັດ​ບາ​ເນອາ​ເພື່ອ​ໄປ​ສອດແນມ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ ເຂົາ​ເຈົ້າ​ໄດ້​ເຮັດ​ຄື​ກັບ​ທີ່​ພວກ​ເຈົ້າ​ກຳລັງ​ເຮັດ​ຢູ່​ຕອນ​ນີ້​ແຫຼະ.+ 9 ຫຼັງ​ຈາກ​ທີ່​ໄປ​ຮອດ​ຮ່ອມພູ​ເອັດຊະໂຄນ+​ແລະ​ເຫັນ​ແຜ່ນດິນ​ນັ້ນ​ແລ້ວ ເຂົາ​ເຈົ້າ​ພັດ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ໝົດ​ກຳລັງໃຈ​ແລະ​ບໍ່​ຢາກ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ຊິ​ເອົາ​ໃຫ້.+ 10 ມື້​ນັ້ນ ພະ​ເຢໂຫວາ​ໃຈ​ຮ້າຍແຮງ​ແລະ​ສາບານ​ວ່າ+ 11 ‘ທຸກ​ຄົນທີ່​ອອກ​ມາ​ຈາກ​ແຜ່ນດິນ​ເອຢິບ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ​ຊິ​ບໍ່​ໄດ້​ເຫັນ​ແຜ່ນດິນ​ທີ່​ເຮົາ​ສັນຍາ+​ວ່າ​ຊິ​ໃຫ້​ອັບຣາຮາມ ອີຊາກ ແລະ​ຢາໂຄບ+ ຍ້ອນ​ເຂົາ​ເຈົ້າ​ບໍ່​ໄດ້ເຊື່ອ​ຟັງເຮົາ​ສຸດ​ຫົວໃຈ. 12 ມີ​ແຕ່​ກາເລັບ+ລູກ​ຊາຍ​ຂອງ​ເຢຟຸນເນ​ຄົນ​ເກນິດຊີ​ກັບ​ໂຢຊວຍ+ລູກ​ຊາຍ​ຂອງ​ນູນ​ທີ່​ຈະ​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ນັ້ນ ຍ້ອນ​ເຂົາ​ເຈົ້າ​ເຊື່ອ​ຟັງ​ພະ​ເຢໂຫວາ​ສຸດ​ຫົວໃຈ.’+ 13 ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ພວກ​ອິດສະຣາເອນ​ຫຼາຍ ເລີຍ​ໃຫ້​ເຂົາ​ເຈົ້າ​ຢູ່​ບ່ອນ​ກັນ​ດານ 40 ປີ+ ຈົນ​ກວ່າ​ຄົນ​ລຸ້ນ​ທີ່​ພະ​ເຢໂຫວາ​ເຫັນ​ວ່າ​ເຮັດ​ຊົ່ວ​ໄດ້​ຕາຍ​ໝົດ.+ 14 ຕອນ​ນີ້ ພວກ​ເຈົ້າ​ກຳລັງ​ເຮັດ​ຜິດ​ຄື​ກັບ​ປູ່​ຍ່າ​ຕາ​ນາຍ​ຂອງ​ພວກ​ເຈົ້າ ແລະ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ພວກ​ອິດສະຣາເອນ. 15 ຖ້າ​ພວກ​ເຈົ້າ​ບໍ່​ເຊື່ອ​ຟັງ​ພະເຈົ້າ ເພິ່ນ​ຊິ​ຖິ້ມ​ພວກ​ອິດສະຣາເອນ​ຢູ່​ບ່ອນ​ກັນ​ດານ​ນີ້ ແລ້ວ​ທຸກ​ຄົນ​ກະ​ຊິ​ຕາຍ​ໝົດ.”

16 ຈາກ​ນັ້ນ ຄົນ​ໃນ​ຕະກູນ​ຄາດ​ກັບ​ຄົນ​ໃນ​ຕະກູນ​ຣູເບັນ​ກໍ​ເວົ້າ​ກັບ​ໂມເຊ​ວ່າ: “ຂໍ​ໃຫ້​ພວກ​ເຮົາສ້າງ​ຄອກ*ສັດ​ແລະ​ສ້າງ​ເມືອງໃຫ້​ລູກ​ຂອງ​ພວກ​ເຮົາ​ຢູ່​ນີ້​ໄດ້​ບໍ? 17 ພວກ​ເຮົາ​ຊິ​ກຽມ​ໂຕ​ໃຫ້​ພ້ອມ​ອອກ​ໄປ​ສູ້ຮົບ+​ແລະ​ນຳ​ໜ້າ​ພວກ​ອິດສະຣາເອນ​ໄປ​ຈົນ​ກວ່າ​ເຂົາ​ເຈົ້າ​ຊິ​ໄປ​ຮອດ​ແຜ່ນດິນ​ຂອງ​ໂຕເອງ. ລູກ​ຂອງ​ພວກ​ເຮົາ​ຊິ​ຖ້າ​ຢູ່​ໃນ​ເມືອງ​ນີ້​ແລະ​ຊິ​ປອດໄພ​ຈາກ​ຄົນ​ຊາດ​ອື່ນ​ທີ່​ຢູ່​ໃນ​ແຜ່ນດິນ​ນີ້. 18 ພວກ​ເຮົາ​ຊິ​ບໍ່​ກັບ​ມາ​ຈົນ​ກວ່າ​ພວກ​ອິດສະຣາເອນ​ທຸກ​ຄົນ​ຊິ​ໄດ້​ດິນ​ເປັນ​ມໍລະດົກ​ຂອງ​ໂຕເອງ.+ 19 ພວກ​ເຮົາ​ຊິ​ບໍ່​ເອົາ​ດິນ​ທີ່​ຢູ່​ຟາກ​ນັ້ນ​ຂອງ​ແມ່​ນ້ຳ​ຈໍແດນ ເພາະ​ພວກ​ເຮົາ​ໄດ້​ດິນ​ຢູ່​ທາງ​ຟາກ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ນີ້​ແທນ​ແລ້ວ.”+

20 ໂມເຊ​ບອກ​ເຂົາ​ເຈົ້າ​ວ່າ: “ຖ້າພວກ​ເຈົ້າ​ກຽມ​ໂຕເພື່ອ​ໄປ​ຕໍ່​ສູ້​ຕໍ່​ໜ້າ​ພະ​ເຢໂຫວາ+ 21 ແລະ​ຖ້າ​ພວກ​ເຈົ້າ​ທຸກ​ຄົນ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ຕໍ່ສູ້ເພື່ອ​ພະ​ເຢໂຫວາຕອນ​ທີ່​ເພິ່ນ​ຈັດ​ການ​ກັບ​ພວກ​ສັດຕູ+ 22 ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ຍຶດ​ແຜ່ນດິນ​ໃຫ້​ພວກ​ອິດສະຣາເອນ​ແລ້ວ+ ພວກ​ເຈົ້າ​ກໍ​ກັບ​ມາ​ຢູ່​ບ່ອນ​ນີ້​ໄດ້+ ແລະ​ຈະ​ຖື​ວ່າ​ພວກ​ເຈົ້າບໍ່​ໄດ້​ເຮັດ​ຜິດ​ຕໍ່ພະ​ເຢໂຫວາ​ແລະ​ຕໍ່​ພວກ​ອິດສະຣາເອນ. ພະ​ເຢໂຫວາ​ຈະ​ເອົາ​ດິນ​ຢູ່​ບ່ອນ​ນີ້​ໃຫ້​ເປັນ​ຂອງ​ພວກ​ເຈົ້າ.+ 23 ແຕ່​ຖ້າ​ພວກ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ທີ່​ເວົ້າ​ມາ​ນີ້ ກໍ​ຈະ​ຖື​ວ່າ​ພວກ​ເຈົ້າ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ ແລະ​ພວກ​ເຈົ້າ​ຕ້ອງ​ຮັບຜິດຊອບ​ຕໍ່​ຄວາມ​ຜິດ​ຂອງ​ໂຕເອງ. 24 ຄັນ​ພວກ​ເຈົ້າ​ຢາກ​ສ້າງ​ເມືອງ​ໃຫ້​ລູກ​ແລະ​ສ້າງ​ຄອກ​ສັດ​ຂອງ​ພວກ​ເຈົ້າ+​ຢູ່​ບ່ອນ​ນີ້​ກໍ​ເຮັດ​ໂລດ ແຕ່​ຢ່າ​ລືມ​ເຮັດ​ຕາມ​ທີ່​ພວກ​ເຈົ້າ​ໄດ້​ສັນຍາ​ໄວ້.”

25 ຄົນ​ໃນ​ຕະກູນ​ຄາດ​ກັບ​ຄົນ​ໃນ​ຕະກູນ​ຣູເບັນ​ຈຶ່ງ​ເວົ້າ​ກັບ​ໂມເຊ​ວ່າ: “ນາຍ​ເອີ້ຍ ພວກ​ເຮົາ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ແລະ​ພວກ​ເຮົາ​ຊິ​ເຮັດ​ຕາມ​ທີ່​ທ່ານ​ບອກ. 26 ພວກ​ເຮົາ​ຊິ​ປະ​ລູກ​ກັບ​ເມຍ​ແລະ​ຝູງ​ສັດ​ຂອງ​ພວກ​ເຮົາ​ໄວ້​ໃນ​ເມືອງ​ຕ່າງ​ໆ​ທີ່​ຢູ່​ກິລຽດ​ນີ້.+ 27 ແລ້ວ​ພວກ​ເຮົາ​ຊິ​ກຽມ​ອາວຸດ​ແລະຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ສູ້ຮົບ​ເພື່ອ​ພະ​ເຢໂຫວາ+​ຕາມ​ທີ່​ທ່ານ​ບອກ.”

28 ຈາກ​ນັ້ນ ໂມເຊ​ກໍ​ຝາກ​ເລື່ອງ​ນີ້​ໄວ້​ກັບ​ປະໂລຫິດ​ເອເລອາຊາ ໂຢຊວຍ​ລູກ​ຊາຍ​ຂອງ​ນູນ ແລະ​ພວກ​ຫົວ​ໜ້າ​ຕະກູນ​ຕ່າງ​ໆ​ຂອງ​ພວກ​ອິດສະຣາເອນ 29 ໂດຍ​ເວົ້າ​ວ່າ: “ຖ້າ​ຄົນ​ໃນ​ຕະກູນ​ຄາດ​ກັບ​ຄົນ​ໃນ​ຕະກູນ​ຣູເບັນ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ແລະ​ຕໍ່ສູ້​ເພື່ອ​ພະ​ເຢໂຫວາ​ນຳ​ພວກ​ເຈົ້າ ພວກ​ເຈົ້າ​ຕ້ອງ​ເອົາ​ດິນ​ທີ່​ຢູ່​ກິລຽດ​ໃຫ້​ເປັນ​ມໍລະດົກ​ຂອງ​ເຂົາ​ເຈົ້າ.+ 30 ແຕ່​ຖ້າ​ເຂົາ​ເຈົ້າ​ບໍ່​ກຽມ​ອາວຸດ​ແລະ​ບໍ່​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ນຳ​ພວກ​ເຈົ້າ ເຂົາ​ເຈົ້າ​ຕ້ອງ​ໄປ​ຢູ່​ແຜ່ນດິນ​ການາອານ​ນຳ​ພວກ​ເຈົ້າ.”

31 ຄົນ​ໃນ​ຕະກູນ​ຄາດ​ກັບ​ຄົນ​ໃນ​ຕະກູນ​ຣູເບັນ​ບອກ​ອີກ​ວ່າ: “ພວກ​ເຮົາ​ຊິ​ເຮັດ​ຕາມ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ສັ່ງ. 32 ພວກ​ເຮົາ​ຊິ​ຂ້າມ​ແມ່​ນ້ຳ​ຈໍແດນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ການາອານ+​ແລະ​ຕໍ່ສູ້​ເພື່ອ​ພະ​ເຢໂຫວາ ແຕ່​ດິນ​ມູນ​ຂອງ​ພວກ​ເຮົາ​ຊິ​ຢູ່​ທາງ​ຟາກ​ນີ້​ຂອງ​ແມ່​ນ້ຳ.” 33 ໂມເຊ​ເອົາ​ເມືອງ​ກັບ​ແຜ່ນດິນ​ຕ່າງ​ໆ​ຂອງ​ສີໂຮນ+​ກະສັດ​ຂອງ​ຄົນ​ອາໂມ​ແລະ​ຂອງ​ໂອກ+ກະສັດ​ຂອງ​ຄົນ​ບາຊານ​ໃຫ້​ຕະກູນ​ຄາດ​ກັບ​ຕະກູນ​ຣູເບັນ+ ແລະ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ+​ເຊິ່ງ​ເປັນ​ຕະກູນ​ທີ່​ມາ​ຈາກ​ລູກ​ຊາຍ​ຂອງ​ໂຢເຊັບ.

34 ຄົນ​ໃນ​ຕະກູນ​ຄາດ​ສ້າງ​ເມືອງ​ດີໂບນ+ ອາຕາໂຣດ+ ອາໂຣເອ+ 35 ອາດໂຣດໂຊຟັນ ຢາເຊ+ ໂຢກເບຮາ+ 36 ເບັດ​ນິມຣາ+ ແລະ​ເບັດ​ຮາຣານ+​ຂຶ້ນ​ໃໝ່. ເມືອງ​ເຫຼົ່ານີ້​ມີ​ກຳແພງ​ອ້ອມ​ຮອບ​ແລະ​ມີ​ປ້ອມ​ທີ່​ແຂງແຮງ. ເຂົາ​ເຈົ້າ​ຍັງ​ເອົາ​ກ້ອນ​ຫີນ​ມາ​ສ້າງ​ຄອກ​ໃຫ້​ຝູງ​ສັດ​ຂອງ​ເຂົາ​ເຈົ້າ​ນຳ. 37 ສ່ວນ​ຄົນ​ໃນ​ຕະກູນ​ຣູເບັນ​ໄດ້​ສ້າງ​ເມືອງ​ເຮັດຊະໂບນ+ ເອເລອາເລ+ ກີຣິອາດທາຢິມ+ 38 ເນໂບ+ ບາອານເມໂອນ+ ແລະ​ສິບ​ມາ​ຂຶ້ນ​ໃໝ່. ເຂົາ​ເຈົ້າ​ໄດ້​ປ່ຽນ​ຊື່​ໃຫ້​ເມືອງ​ເຫຼົ່ານີ້​ນຳ.

39 ລູກ​ຫຼານ​ມາກີ+ລູກ​ຊາຍ​ຂອງ​ມານາເຊ​ໄດ້​ໄປ​ໂຈມຕີ​ແຜ່ນດິນ​ກິລຽດ ແລະ​ໄດ້​ໄລ່​ຄົນ​ອາໂມ​ອອກ​ຈາກ​ແຜ່ນດິນ​ນັ້ນ. 40 ໂມເຊ​ເລີຍ​ເອົາ​ສ່ວນ​ໜຶ່ງ​ຂອງ​ແຜ່ນດິນ​ກິລຽດໃຫ້​ລູກ​ຫຼານ​ມາກີ​ລູກ​ຊາຍ​ຂອງ​ມານາເຊ ແລ້ວ​ເຂົາ​ເຈົ້າ​ກໍ​ອາໄສ​ຢູ່​ຫັ້ນ.+ 41 ຢາອີ​ທີ່​ເປັນລູກ​ຫຼານ​ຂອງ​ມານາເຊ​ກໍ​ໄດ້​ໄປ​ໂຈມຕີ​ແລະ​ຍຶດ​ເອົາ​ບ້ານ​ນ້ອຍ​ໆ​ທີ່​ຢູ່​ໃນ​ແຜ່ນດິນ​ກິລຽດ ແລ້ວ​ເອີ້ນ​ຊື່​ບ້ານ​ເຫຼົ່າ​ນັ້ນ​ວ່າ​ຮາໂວດຢາອີ.+ 42 ໂນ​ບາ​ໄດ້​ໄປ​ໂຈມຕີ​ແລະ​ຍຶດ​ເມືອງ​ເກນາດ​ກັບ​ບ້ານ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ລາວ​ເອີ້ນ​ເມືອງ​ນັ້ນ​ວ່າ​ໂນ​ບາ​ຕາມ​ຊື່​ຂອງ​ລາວ.

33 ຕໍ່​ໄປ​ນີ້​ແມ່ນ​ບັນທຶກ​ການ​ເດີນ​ທາງ​ຂອງ​ພວກ​ອິດສະຣາເອນ​ຕັ້ງ​ແຕ່​ເຂົາ​ເຈົ້າ​ອອກ​ຈາກ​ເອຢິບ.+ ໂມເຊ​ກັບ​ອາໂຣນ+​ເປັນ​ຜູ້​ນຳ​ພາ​ເຂົາ​ເຈົ້າ​ເດີນ​ທາງ​ຈາກ​ບ່ອນ​ໜຶ່ງ​ໄປ​ອີກ​ບ່ອນ​ໜຶ່ງ​ຕາມ​ກຸ່ມ​ຄົນ​ຂອງ​ເຂົາ​ເຈົ້າ.*+ 2 ໂມເຊ​ໄດ້​ຈົດ​ບັນທຶກ​ວ່າ​ເຂົາ​ເຈົ້າ​ໄດ້​ເດີນ​ທາງ​ຈາກ​ໃສ​ຮອດ​ໃສ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ. ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ​ຈາກ​ບ່ອນ​ໜຶ່ງ​ໄປ​ອີກ​ບ່ອນ​ໜຶ່ງ​ມີ​ດັ່ງ​ຕໍ່​ໄປ​ນີ້.+ 3 ໃນ​ວັນ​ທີ 15 ຂອງ​ເດືອນ​ທີ 1+ ເຊິ່ງ​ເປັນ​ມື້​ທີ່​ຕໍ່​ຈາກ​ວັນ​ປັດສະຄາ+ ພວກ​ອິດສະຣາເອນ​ໄດ້​ເດີນ​ທາງ​ອອກ​ຈາກ​ຣາເມເສດ.+ ເຂົາ​ເຈົ້າ​ເດີນ​ທາງ​ອອກ​ມາ​ດ້ວຍ​ຄວາມ​ໝັ້ນໃຈ ໃນ​ຂະນະ​ທີ່​ພວກ​ເອຢິບ​ໄດ້​ແຕ່​ແນມ​ເບິ່ງ​ເຂົາ​ເຈົ້າ. 4 ຕອນ​ນັ້ນ ພວກ​ເອຢິບ​ກຳລັງ​ຝັງ​ສົບ​ລູກ​ຊາຍ​ຜູ້​ທຳອິດ​ຂອງ​ພວກ​ເຂົາ​ທີ່​ພະ​ເຢໂຫວາ​ໄດ້​ຂ້າ+ຕອນ​ທີ່​ພະ​ເຢໂຫວາລົງໂທດ​ພະເຈົ້າ​ຕ່າງ​ໆ​ຂອງ​ພວກ​ເອຢິບ.+

5 ພວກ​ອິດສະຣາເອນ​ເດີນ​ທາງ​ອອກ​ຈາກ​ຣາເມເສດ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ສຸກໂກດ.+ 6 ຈາກ​ສຸກໂກດ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ເອທາມ+​ເຊິ່ງ​ຢູ່​ແຄມ​ເຂດ​ແດນ​ບ່ອນ​ກັນ​ດານ. 7 ຈາກ​ເອທາມ ເຂົາ​ເຈົ້າ​ກັບ​ຄືນ​ມາ​ປີຮາຮີໂຣດ​ເຊິ່ງ​ຢູ່​ໃກ້​ພໍ​ທີ່​ຈະ​ແນມ​ເຫັນ​ບາອານເຊໂຟນ+​ ແລະ​ເຂົາ​ເຈົ້າ​ກໍ​ຕັ້ງ​ຄ້າຍ​ພັກຢູ່​ໃກ້​ໆ​ກັບ​ມິກໂດນ.+ 8 ຈາກ​ນັ້ນ ເຂົາ​ເຈົ້າ​ເດີນ​ທາງ​ອອກ​ຈາກ​ປີຮາຮີໂຣດ​ຂ້າມ​ທະເລ+ໄປ​ບ່ອນ​ກັນ​ດານ.+ ເຂົາ​ເຈົ້າ​ເດີນ​ທາງ​ຢູ່​ບ່ອນ​ກັນ​ດານ​ເອທາມ+ 3 ມື້ ແລ້ວ​ກໍ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ມາຣາ.+

9 ຈາກ​ມາລາ ເຂົາ​ເຈົ້າ​ເດີນ​ທາງ​ໄປ​ເອລີມ ແລ້ວ​ກໍ​ຕັ້ງ​ຄ້າຍ​ພັກ​ຢູ່​ບ່ອນ​ນັ້ນ.+ ຢູ່​ເອລີມ​ມີ​ນ້ຳ​ອອກ​ບໍ່ 12 ບ່ອນ ແລະ​ມີ​ຕົ້ນ​ປາມ 70 ຕົ້ນ. 10 ຈາກ​ເອລີມ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ແຄມ​ທະເລ​ແດງ. 11 ຈາກ​ທະເລ​ແດງ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ບ່ອນ​ກັນ​ດານ​ຊິນ.+ 12 ຈາກ​ບ່ອນ​ກັນ​ດານ​ຊິນ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ໂດບຟະກາ. 13 ຈາກ​ໂດບຟະກາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ອາລູຊາ. 14 ຈາກ​ອາລູຊາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ເຣຟີດີມ+ ແຕ່​ຢູ່​ບ່ອນ​ນັ້ນ​ບໍ່​ມີ​ນ້ຳ​ກິນ. 15 ຈາກ​ເຣຟີດີມ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ບ່ອນ​ກັນ​ດານ​ຊີນາຍ.+

16 ຈາກ​ບ່ອນ​ກັນ​ດານ​ຊີນາຍ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ກິບໂຣດຮັດຕາວາ.+ 17 ຈາກ​ກິບໂຣດຮັດຕາວາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ຮາເຊໂຣດ.+ 18 ຈາກ​ຮາເຊໂຣດ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ຣິດມາ. 19 ຈາກ​ຣິດມາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ຣິມໂມນ​ເປເຣັດ. 20 ຈາກ​ຣິມໂມນ​ເປເຣັດ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ລິບນາ. 21 ຈາກ​ລິບນາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ຣິດສາ. 22 ຈາກ​ຣິດສາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ເກເຮລາທາ. 23 ຈາກ​ເກເຮລາທາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ພູ​ເຊເຟ.

24 ຈາກ​ພູ​ເຊເຟ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ຮາຣາດາ. 25 ຈາກ​ຮາຣາດາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ມັກ​ເຮໂລດ. 26 ຈາກ​ມັກ​ເຮໂລດ ເຂົາ​ເຈົ້າ​ອອກ​ເດີນ​ທາງ+ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ທາຄາດ. 27 ຈາກ​ທາຄາດ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ເຕຣາ. 28 ຈາກ​ເຕຣາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ມີທະກາ. 29 ຈາກ​ມີທະກາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ຮາຊະໂມນາ. 30 ຈາກ​ຮາຊະໂມນາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ໂມເສໂຣດ. 31 ຈາກ​ໂມເສໂຣດ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ເບເນຢາອາການ.+ 32 ຈາກ​ເບເນຢາອາການ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ໂຮເຣ​ຮັກກິດ​ກາດ. 33 ຈາກ​ໂຮເຣ​ຮັກກິດ​ກາດ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ໂຢດບາທາ.+ 34 ຈາກ​ໂຢດບາທາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ອາບໂຣນາ. 35 ຈາກ​ອາບໂຣນາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ເອັດຊີໂອນເກເບ.+ 36 ຈາກ​ເອັດຊີໂອນເກເບ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ບ່ອນ​ກັນ​ດານ​ຊິນ+​ເຊິ່ງ​ແມ່ນ​ກາເດັດ.

37 ຈາກ​ກາເດັດ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ພູ​ໂຮເຣ+ ເຊິ່ງ​ຢູ່​ໃກ້​ເຂດ​ແດນ​ຂອງ​ພວກ​ເອໂດມ. 38 ປະໂລຫິດ​ອາໂຣນ​ໄດ້​ຂຶ້ນ​ໄປ​ພູ​ໂຮເຣ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ ແລະ​ລາວ​ຕາຍ​ຢູ່​ຫັ້ນ. ລາວ​ຕາຍ​ໃນ​ວັນ​ທີ 1+ ເດືອນ​ທີ 5 ຂອງ​ປີ​ທີ 40 ທີ່​ພວກ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ. 39 ອາໂຣນ​ຕາຍ​ຢູ່​ພູ​ໂຮເຣ ຕອນ​ທີ່​ລາວ​ອາຍຸ 123 ປີ.

40 ໃນ​ຕອນ​ທີ່​ພວກ​ອິດສະຣາເອນ​ກຳລັງ​ເດີນ​ທາງ​ຢູ່ ກະສັດ​ຂອງ​ຄົນ​ການາອານ​ທີ່​ປົກຄອງ​ເມືອງ​ອາຣັດ+​ທີ່​ຢູ່​ເນເກັບ*ໃນ​ແຜ່ນດິນ​ການາອານ​ກໍ​ໄດ້​ຍິນ​ເລື່ອງ​ຂອງ​ເຂົາ​ເຈົ້າ.

41 ຈາກ​ພູ​ໂຮເຣ+ ພວກ​ອິດສະຣາເອນ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ຊັນໂມນາ. 42 ຈາກ​ຊັນໂມນາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ປູ​ໂນນ. 43 ຈາກ​ປູ​ໂນນ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ໂອໂບດ.+ 44 ຈາກ​ໂອໂບດ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ອີເຢອາບາຣີມ​ເຂດ​ແດນ​ຂອງ​ໂມອາບ.+ 45 ຈາກ​ອີເຢອາບາຣີມ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ດີໂບນ​ກາດ.+ 46 ຈາກ​ດີໂບນ​ກາດ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ອັນໂມນດິບລະທາຢິມ. 47 ຈາກ​ອັນໂມນດິບລະທາຢິມ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ອາບາຣີມ+​ໃກ້​ໆ​ກັບ​ເນໂບ.+ 48 ໃນ​ທີ່​ສຸດ ເຂົາ​ເຈົ້າ​ກໍ​ເດີນ​ທາງ​ອອກ​ຈາກ​ອາບາຣີມ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ບ່ອນ​ກັນ​ດານ​ໂມອາບ ບ່ອນ​ທີ່​ຢູ່​ແຄມ​ແມ່​ນ້ຳ​ຈໍແດນ​ຄົນ​ລະ​ຟາກ​ກັບ​ເມືອງ​ເຢຣິໂກ.+ 49 ເຂົາ​ເຈົ້າ​ຕັ້ງ​ຄ້າຍ​ພັກ​ຕາມ​ແຄມ​ແມ່​ນ້ຳ​ຈໍແດນ ຕັ້ງ​ແຕ່​ເບັດເຢຊີໂມດ​ໄປ​ຈົນ​ຮອດ​ອາເບັນ​ຊິດ​ຕີ​ມ+ໃນ​ບ່ອນ​ກັນ​ດານ​ໂມອາບ.

50 ຕອນ​ທີ່​ໂມເຊ​ຢູ່​ບ່ອນ​ກັນ​ດານ​ໂມອາບ ບ່ອນ​ທີ່​ຢູ່​ແຄມ​ແມ່​ນ້ຳ​ຈໍແດນ​ຄົນ​ລະ​ຟາກ​ກັບ​ເມືອງ​ເຢຣິໂກ ພະ​ເຢໂຫວາ​ເວົ້າ​ກັບ​ລາວ​ວ່າ: 51 “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ໃຫ້​ພວກ​ເຈົ້າ​ຂ້າມ​ແມ່​ນ້ຳ​ຈໍແດນ​ເຂົ້າ​ໄປ​ໃນ​ໃນ​ແຜ່ນດິນ​ການາອານ.+ 52 ພວກ​ເຈົ້າ​ຕ້ອງ​ຂັບ​ໄລ່​ຄົນ​ທີ່​ຢູ່​ແຜ່ນດິນ​ນັ້ນ​ອອກ​ໄປ​ໃຫ້​ໝົດ ແລະ​ທຳລາຍ​ຮູບ​ປັ້ນ​ທີ່​ແກະ​ສະ​ຫຼັກ​ຈາກ​ຫີນ+ ຮູບ​ປັ້ນ​ທີ່​ຫຼໍ່​ຂຶ້ນ​ມາ+ ແລະ​ບ່ອນ​ນະມັດສະການ​ຂອງ​ພວກ​ເຂົາ.+ 53 ພວກ​ເຈົ້າ​ຕ້ອງ​ໄປ​ຍຶດ​ເອົາ​ແຜ່ນດິນ​ນັ້ນ​ແລະ​ອາໄສ​ຢູ່​ຫັ້ນ. ເຮົາ​ຈະ​ເອົາ​ແຜ່ນດິນ​ນັ້ນ​ໃຫ້​ພວກ​ເຈົ້າ​ຢ່າງ​ແນ່ນອນ.+ 54 ພວກ​ເຈົ້າ​ຕ້ອງ​ແບ່ງ​ດິນ​ໃຫ້​ແຕ່​ລະ​ຕະກູນ​ແລະແຕ່​ລະ​ຄອບຄົວ​ໂດຍ​ການ​ຈົກ​ສະຫຼາກ.+ ຄອບຄົວ​ໃດ​ມີ​ຄົນ​ຫຼາຍ​ກໍ​ຈະ​ໄດ້​ດິນ​ຫຼາຍ ຄອບຄົວ​ໃດ​ມີ​ຄົນ​ໜ້ອຍ​ກໍ​ຈະ​ໄດ້​ດິນ​ໜ້ອຍ.+ ແຕ່ລະ​ຕະກູນ​ແລະ​ແຕ່​ລະ​ຄອບຄົວຈະ​ໄດ້​ດິນ​ມູນ​ຕາມ​ທີ່​ເຂົາ​ເຈົ້າ​ຈົກ​ສະຫຼາກ​ໄດ້. ທຸກ​ຄົນ​ຈະ​ໄດ້​ດິນ​ມູນ​ຈາກ​ເຂດ​ຂອງ​ຕະກູນ​ໂຕເອງ.+

55 ແຕ່​ຖ້າ​ພວກ​ເຈົ້າ​ບໍ່​ໄດ້​ຂັບ​ໄລ່​ຄົນ​ທີ່​ຢູ່​ໃນ​ແຜ່ນດິນ​ນັ້ນ​ອອກ​ໄປ​ໃຫ້​ໝົດ+ ພວກ​ເຂົາ​ກໍ​ຈະ​ເປັນ​ຄື​ກັບ​ຂີ້ຝຸ່ນ​ຢູ່​ໃນ​ຕາ​ຂອງ​ພວກ​ເຈົ້າ ແລະ​ເປັນ​ຄື​ກັບ​ໜາມ​ທີ່​ປັກ​ຢູ່ຕາມ​ຕົນ​ໂຕຂອງ​ພວກ​ເຈົ້າ. ພວກ​ເຂົາ​ຈະສ້າງ​ບັນຫາ​ໃຫ້ພວກ​ເຈົ້າ.+ 56 ສ່ວນ​ເຮົາ ເຮົາ​ຈະ​ລົງໂທດ​ພວກ​ເຈົ້າ​ຄື​ກັບ​ທີ່​ເຮົາ​ເຄີຍ​ຄິດ​ໄວ້​ວ່າ​ຈະ​ລົງໂທດ​ຄົນ​ທີ່​ຢູ່​ໃນ​ແຜ່ນດິນ​ນັ້ນ​ກ່ອນ​ໜ້າ​ພວກ​ເຈົ້າ.’”+

34 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 2 “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ເມື່ອ​ພວກ​ເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ການາອານ+ ດິນ​ມູນ​ທີ່​ພວກ​ເຈົ້າ​ຈະ​ໄດ້​ຈະ​ມີ​ເຂດ​ແດນ​ແນວ​ນີ້.+

3 ເຂດ​ແດນ​ທາງ​ທິດໃຕ້​ຈະ​ຢູ່​ລະຫວ່າງ​ບ່ອນ​ກັນ​ດານ​ຊິນ​ກັບ​ແຜ່ນດິນ​ເອໂດມ. ເຂດ​ແດນ​ນັ້ນ​ຈະ​ເລີ່ມ​ຈາກ​ທະເລ​ເກືອ.*+ 4 ມັນ​ຈະ​ໄປ​ທາງ​ທິດໃຕ້​ຂອງເສັ້ນ​ທາງ​ຂຶ້ນ​ພູ​ທີ່​ຊື່ອັກຣັບບີມ+ ຜ່ານ​ຊິນ​ໄປ​ຈົນ​ຮອດ​ທາງ​ໃຕ້​ຂອງ​ກາເດັດ​ບາເນອາ.+ ຈາກ​ນັ້ນ​ຈະ​ໄປ​ທາງ​ຮາຊາອັດດາ+ຈົນ​ຮອດ​ອາຊະໂມນ. 5 ຈາກ​ອາຊະໂມນ​ເຂດ​ແດນ​ນັ້ນ​ຈະ​ໄປຮ່ອມພູ*ຂອງ​ເອຢິບ ແລ້ວ​ໄປ​ສຸດ​ຢູ່​ທະເລ.*+

6 ເຂດ​ແດນ​ທາງ​ທິດ​ຕາເວັນ​ຕົກ+​ຂອງ​ດິນ​ມູນ​ທີ່​ພວກ​ເຈົ້າ​ຈະ​ໄດ້​ຈະ​ເລາະ​ລຽບ​ໄປ​ຕາມ​ແຄມ​ທະເລ​ໃຫຍ່.*

7 ເຂດ​ແດນ​ທາງ​ທິດ​ເໜືອ​ຈະ​ເລີ່ມຈາກ​ທະເລ​ໃຫຍ່​ໄປຈົນ​ຮອດ​ພູ​ໂຮເຣ.* 8 ຈາກ​ພູ​ໂຮເຣ​ເຂດ​ແດນ​ຈະ​ໄປ​ທາງ​ຮາມັດ+ແລະ​ຈະ​ໄປ​ຮອດ​ເຊ​ດາດ.+ 9 ຈາກ​ນັ້ນ ມັນ​ຈະ​ໄປ​ທາງ​ຊິໂຟຣນ​ ແລະ​ໄປ​ສຸດ​ຢູ່​ຮາຊາ​ເອນັນ.+ ນີ້​ແມ່ນ​ເຂດ​ແດນ​ທາງ​ທິດ​ເໜືອ​ຂອງ​ດິນ​ມູນ​ທີ່​ພວກ​ເຈົ້າ​ຈະ​ໄດ້.

10 ເຂດ​ແດນ​ທາງ​ທິດ​ຕາເວັນ​ອອກ​ເລີ່ມ​ຈາກ​ຮາຊາ​ເອນັນ​ໄປ​ຈົນ​ຮອດ​ເຊ​ຟາມ. 11 ຈາກ​ເຊຟາມ​ໄປ​ຈົນ​ຮອດ​ຣິບລາ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ອາອິນ ແລະ​ລົງ​ໄປ​ຈົນ​ຮອດ​ເນີນ​ພູ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ທະເລ​ກິນເນເຣດ*+ 12 ແລ້ວ​ເລາະ​ລຽບ​ໄປ​ຕາມ​ແມ່​ນ້ຳ​ຈໍແດນ ແລະ​ໄປ​ສຸດ​ຢູ່​ທະເລ​ເກືອ.+ ດິນ​ມູນ​ທີ່​ພວກ​ເຈົ້າ​ຈະ​ໄດ້+​ຈະ​ມີ​ເຂດ​ແດນ​ຕາມ​ທີ່​ໄດ້​ເວົ້າ​ມາ​ນີ້.’”

13 ໂມເຊ​ບອກ​ພວກ​ອິດສະຣາເອນ​ວ່າ: “ນີ້​ແມ່ນ​ດິນ​ມູນ​ທີ່ 9 ຕະກູນ​ເຄິ່ງ*ຈະ​ໄດ້ ເຊິ່ງ​ຕ້ອງແບ່ງ​ກັນ​ເອງ​ໂດຍ​ການ​ຈົກ​ສະຫຼາກ+​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ 14 ຍ້ອນ​ວ່າ​ຕະກູນ​ຣູເບັນ ຕະກູນ​ຄາດ ແລະເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊໄດ້​ດິນ​ມູນ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ແລ້ວ.+ 15 ສອງ​ຕະກູນ​ເຄິ່ງ​ນີ້​ໄດ້​ດິນ​ມູນ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ+​ຂອງ​ແມ່​ນ້ຳ​ຈໍແດນ​ຄົນ​ລະ​ຟາກ​ກັບ​ເມືອງ​ເຢຣິໂກ​ແລ້ວ.”

16 ພະ​ເຢໂຫວາ​ບອກ​ໂມເຊ​ອີກ​ວ່າ: 17 “ໃຫ້​ປະໂລຫິດ​ເອເລອາຊາ+ກັບ​ໂຢຊວຍ+​ລູກ​ຊາຍ​ຂອງ​ນູນ​ມາ​ແບ່ງ​ດິນ​ໃຫ້​ພວກ​ເຈົ້າ 18 ແລະ​ໃຫ້​ເອົາ​ຫົວ​ໜ້າ​ຄົນ​ໜຶ່ງ​ຈາກ​ແຕ່​ລະ​ຕະກູນ​ມາ​ຊ່ວຍ​ເຂົາ​ເຈົ້າ​ແບ່ງ​ດິນ​ມູນ.+ 19 ພວກ​ຫົວ​ໜ້າທີ່​ຈະ​ມາ​ຊ່ວຍ​ມີ​ຊື່​ດັ່ງ​ຕໍ່​ໄປ​ນີ້: ກາເລັບ+​ລູກ​ຊາຍ​ຂອງ​ເຢຟຸນເນ​ຈາກ​ຕະກູນ​ຢູດາ+ 20 ເຊມູເອນ​ລູກ​ຊາຍ​ຂອງ​ອຳມີຮຸດ​ຈາກ​ຕະກູນ​ຊີເມໂອນ+ 21 ເອລີດາດ​ລູກ​ຊາຍ​ຂອງ​ກິຊະໂລນ​ຈາກ​ຕະກູນ​ເບັນຢາມິນ+ 22 ບຸກກີ​ລູກ​ຊາຍ​ຂອງ​ໂຢກລີ​ຈາກ​ຕະກູນ​ດານ+ 23 ຮານນີເອນ​ລູກ​ຊາຍ​ຂອງ​ເອໂຟດ​ຈາກ​ຕະກູນ​ມານາເຊ+ ເຊິ່ງ​ເປັນ​ຕະກູນ​ທີ່​ມາ​ຈາກ​ລູກ​ຊາຍ​ຂອງ​ໂຢເຊັບ+ 24 ເກມູເອນ​ລູກ​ຊາຍ​ຂອງ​ຊິບຕານ​ຈາກ​ຕະກູນ​ເອຟຣາຢິມ+ ເຊິ່ງ​ເປັນ​ຕະກູນ​ທີ່​ມາ​ຈາກ​ລູກ​ຊາຍອີກ​ຄົນ​ໜຶ່ງ​ຂອງ​ໂຢເຊັບ 25 ເອລີຊາຟັນ​ລູກ​ຊາຍ​ຂອງ​ປາ​ນັກ​ຈາກ​ຕະກູນ​ເຊບູລູນ+ 26 ປັນ​ຕີ​ເອນ​ລູກ​ຊາຍ​ຂອງ​ອັດ​ຊານ​ຈາກ​ຕະກູນ​ອິດຊາຄາ+ 27 ອາຮີຮູດ​ລູກ​ຊາຍ​ຂອງ​ເຊໂລມີ​ຈາກ​ຕະກູນ​ອາເຊ+ 28 ແລະ​ປາ​ດາ​ເອນ​ລູກ​ຊາຍ​ຂອງ​ອຳມີຮຸດ​ຈາກ​ຕະກູນ​ນັບທາລີ.”+ 29 ພະ​ເຢໂຫວາ​ໄດ້​ສັ່ງ​ຄົນ​ເຫຼົ່ານີ້​ໃຫ້​ເປັນ​ຜູ້​ແບ່ງ​ດິນ​ມູນ​ໃນ​ແຜ່ນດິນ​ການາອານ+​ໃຫ້​ພວກ​ອິດສະຣາເອນ.

35 ຕອນ​ທີ່​ໂມເຊ​ຢູ່​ບ່ອນ​ກັນ​ດານ​ໂມອາບ ບ່ອນ​ທີ່​ຢູ່​ແຄມ​ແມ່​ນ້ຳ​ຈໍແດນ+ຄົນ​ລະ​ຟາກ​ກັບ​ເມືອງ​ເຢຣິໂກ ພະ​ເຢໂຫວາ​ເວົ້າ​ກັບ​ລາວ​ວ່າ: 2 “ໃຫ້​ບອກ​ພວກ​ອິດສະຣາເອນ​ເອົາ​ບາງ​ເມືອງ​ໃນ​ດິນ​ມູນ​ຂອງ​ເຂົາ​ເຈົ້າ+ໃຫ້​ພວກ​ເລວີ ແລະ​ເອົາ​ທົ່ງ​ຫຍ້າ​ທີ່​ຢູ່​ອ້ອມ​ໆ​ເມືອງ​ເຫຼົ່າ​ນັ້ນ​ໃຫ້​ນຳ.+ 3 ຄົນ​ເລວີ​ຈະ​ຢູ່​ໃນ​ເມືອງ​ເຫຼົ່າ​ນັ້ນ. ເຂົາ​ເຈົ້າ​ຈະ​ລ້ຽງ​ງົວ ແກະ​ກັບ​ແບ້ແລະ​ສັດ​ອື່ນ​ໆ​ ແລະ​ມ້ຽນ​ເຄື່ອງ​ສຳລັບ​ຝູງ​ສັດ​ຂອງ​ເຂົາ​ເຈົ້າ​ຢູ່​ທົ່ງ​ຫຍ້າ​ອ້ອມ​ເມືອງ​ຕ່າງ​ໆ​ນັ້ນ. 4 ພວກ​ເຈົ້າ​ຕ້ອງ​ເອົາ​ທົ່ງ​ຫຍ້າ​ທີ່​ຢູ່​ອ້ອມ​ເມືອງ​ແຕ່​ລະ​ເມືອງ​ໃຫ້​ພວກເລວີ ໂດຍ​ແທກ​ຕັ້ງ​ແຕ່​ກຳແພງ​ເມືອງ​ອອກ​ໄປ​ດ້ານ​ລະ 1.000 ສອກ.* 5 ເມືອງ​ຈະ​ຢູ່​ເຄິ່ງ​ກາງ ແລະ​ຈາກ​ເມືອງ​ນັ້ນ​ໃຫ້​ແທກ​ເຂດ​ດິນ​ໄປ​ທາງ​ທິດເໜືອ 2.000 ສອກ* ທິດໃຕ້ 2.000 ສອກ ທິດ​ຕາເວັນ​ອອກ 2.000 ສອກ ແລະ​ທິດ​ຕາເວັນ​ຕົກ 2.000 ສອກ. ເນື້ອ​ທີ່​ດິນ​ເຫຼົ່ານີ້​ຈະ​ເປັນ​ບ່ອນ​ລ້ຽງ​ສັດ​ສຳລັບ​ເຂົາ​ເຈົ້າ.

6 ເມືອງ​ທີ່​ພວກ​ເຈົ້າ​ຕ້ອງ​ເອົາ​ໃຫ້​ພວກ​ເລວີ​ມີ 42 ເມືອງ​ກັບ​ອີກ 6 ເມືອງ​ທີ່​ເປັນ​ເມືອງ​ລີ້ໄພ.+ ຄົນ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ຕາຍ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ​ຈະ​ໜີ​ໄປ+​ຢູ່​ເມືອງ​ລີ້ໄພ​ເຫຼົ່ານີ້​ໄດ້. 7 ລວມ​ແລ້ວ​ພວກ​ເລວີ​ຈະ​ໄດ້​ທັງ​ໝົດ 48 ເມືອງ​ພ້ອມ​ກັບ​ທົ່ງ​ຫຍ້າ​ທີ່​ຢູ່​ອ້ອມ​ເມືອງ​ເຫຼົ່າ​ນັ້ນ.+ 8 ເມືອງ​ຕ່າງ​ໆ​ທີ່​ພວກ​ເຈົ້າ​ຈະ​ເອົາ​ໃຫ້​ແມ່ນ​ມາ​ຈາກ​ດິນ​ມູນ​ທີ່​ພວກ​ອິດສະຣາເອນ​ຈະ​ໄດ້.+ ຕະກູນ​ໃດ​ມີ​ຄົນ​ຫຼາຍ​ກໍ​ຈະ​ເອົາ​ເມືອງ​ໃຫ້​ຫຼາຍ ຕະກູນ​ໃດ​ມີ​ຄົນ​ໜ້ອຍ​ກໍ​ຈະ​ເອົາ​ເມືອງ​ໃຫ້​ໜ້ອຍ.+ ແຕ່​ລະ​ຕະກູນ​ຈະ​ເອົາ​ເມືອງ​ຕ່າງ​ໆ​ໃຫ້​ພວກ​ເລວີ​ຕາມ​ຂະໜາດ​ດິນ​ມູນ​ຂອງ​ເຂົາ​ເຈົ້າ.”

9 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 10 “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ຕອນ​ນີ້​ພວກ​ເຈົ້າ​ກຳລັງ​ຈະ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ແຜ່ນດິນ​ການາອານ.+ 11 ເມື່ອ​ພວກ​ເຈົ້າ​ຈະ​ເລືອກ​ເມືອງ​ລີ້ໄພ​ຕ່າງ​ໆ​ ໃຫ້​ເລືອກ​ເມືອງ​ທີ່​ຄົນ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ຕາຍ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ​ຈະ​ໜີ​ໄປ​ຢູ່​ໄດ້​ງ່າຍ​ໆ​.+ 12 ເມືອງ​ເຫຼົ່ານີ້​ຈະ​ເປັນ​ເມືອງ​ລີ້ໄພ​ສຳລັບ​ຄົນ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ຕາຍ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ ເພື່ອ​ລາວ​ຈະ​ບໍ່​ຖືກ​ຄົນ​ທີ່​ມີ​ສິດ​ແກ້​ແຄ້ນ​ຂ້າ+ ກ່ອນ​ຈະ​ມີການ​ຕັດສິນ​ເລື່ອງ​ຂອງ​ລາວ.+ 13 ເມືອງ​ລີ້ໄພ​ທັງ 6 ເມືອງ​ນີ້​ຈະ​ໃຊ້​ໃນ​ກໍລະນີ​ແບບ​ນັ້ນ. 14 ພວກ​ເຈົ້າ​ຕ້ອງ​ເລືອກ​ເມືອງ​ລີ້ໄພ 3 ເມືອງ​ຢູ່​ຟາກ​ນີ້​ຂອງ​ແມ່​ນ້ຳ​ຈໍແດນ+ ແລະ​ອີກ 3 ເມືອງ​ຢູ່​ແຜ່ນດິນ​ການາອານ.+ 15 ຖ້າ​ຄົນ​ອິດສະຣາເອນ ຫຼືຄົນ​ຕ່າງ​ຊາດ+​ທີ່​ມາ​ຢູ່​ນຳ​ພວກ​ອິດສະຣາເອນ​ຄົນ​ໃດ​ຄົນ​ໜຶ່ງ​ເຮັດ​ໃຫ້​ຄົນ​ອື່ນ​ຕາຍ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ+ ຄົນ​ນັ້ນ​ກໍ​ຈະ​ໜີ​ໄປ​ຢູ່​ເມືອງ​ລີ້ໄພ​ເມືອງ​ໃດ​ເມືອງ​ໜຶ່ງ​ໃນ 6 ເມືອງ​ນີ້​ໄດ້.

16 ຖ້າ​ຜູ້​ໃດ​ເອົາ​ເຄື່ອງ​ຂອງ​ທີ່​ເປັນ​ເຫຼັກ​ຕີ​ຄົນ​ຈົນ​ຕາຍ ນັ້ນ​ໝາຍ​ຄວາມ​ວ່າ​ລາວ​ຕັ້ງ​ໃຈ​ຂ້າ​ຄົນ ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ.+ 17 ຖ້າ​ຜູ້​ໃດ​ເອົາ​ກ້ອນ​ຫີນ​ທຸບ​ຄົນ​ຈົນ​ຕາຍ* ນັ້ນ​ໝາຍ​ຄວາມ​ວ່າ​ລາວ​ຕັ້ງ​ໃຈ​ຂ້າ​ຄົນ ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ. 18 ຖ້າ​ຜູ້​ໃດ​ເອົາ​ເຄື່ອງ​ຂອງ​ທີ່​ເປັນ​ໄມ້​ຕີ​ຄົນ​ຈົນ​ຕາຍ ນັ້ນ​ໝາຍ​ຄວາມ​ວ່າ​ລາວ​ຕັ້ງ​ໃຈ​ຂ້າ​ຄົນ ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ.

19 ເມື່ອຄົນ​ທີ່​ມີ​ສິດແກ້ແຄ້ນໃຫ້​ຄົນ​ທີ່​ຕາຍ*ໄດ້​ເຈິ​ຄົນ​ທີ່​ຂ້າ​ຄົນ ລາວ​ມີ​ສິດ​ທີ່​ຈະ​ຂ້າ​ຜູ້​ນັ້ນ. 20 ຖ້າ​ຜູ້​ໃດ​ຊັງ​ຄົນ​ອື່ນ​ແລະ​ຕັ້ງ​ໃຈ​ຊຸກ​ຫຼື​ດຶກ​ເຄື່ອງ​ຂອງ​ໃສ່​ຄົນ​ນັ້ນ​ຈົນ​ຕາຍ+ 21 ຫຼື​ຖ້າ​ຜູ້​ໃດ​ຊັງ​ຄົນ​ອື່ນ​ແລະ​ຕັ້ງ​ໃຈ​ຊົກ​ຄົນ​ນັ້ນ​ຈົນ​ຕາຍ ນັ້ນ​ໝາຍ​ຄວາມ​ວ່າ​ລາວ​ຕັ້ງ​ໃຈ​ຂ້າ​ຄົນ ຜູ້ນັ້ນ​ຈະ​ຕ້ອງ​ຕາຍ. ເມື່ອ​ຄົນ​ທີ່​ມີ​ສິດ​ແກ້ແຄ້ນ​ເຈິ​ຄົນ​ທີ່​ຂ້າ​ຄົນ ລາວ​ມີ​ສິດ​ທີ່​ຈະ​ຂ້າ​ຜູ້​ນັ້ນ.

22 ແຕ່​ຖ້າ​ຜູ້​ໃດ​ຊຸກ​ຫຼື​ດຶກ​ເຄື່ອງ​ຂອງ​ໃສ່​ຄົນ​ອື່ນ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ​ແລະ​ບໍ່​ໄດ້​ກຽດ​ຊັງ​ລາວ+ ແລ້ວ​ຄົນ​ນັ້ນ​ຕາຍ 23 ຫຼື​ຖ້າ​ຜູ້​ໃດ​ເຮັດ​ກ້ອນ​ຫີນ​ຕົກ​ໃສ່​ຄົນ​ອື່ນ​ໂດຍ​ບໍ່​ໄດ້​ເຫັນ​ແລະ​ບໍ່​ໄດ້​ກຽດ​ຊັງ​ລາວ ແລ້ວ​ຄົນ​ນັ້ນ​ຕາຍ 24 ຄົນ​ທີ່​ມີ​ສິດ​ແກ້ແຄ້ນ​ແລະ​ຄົນ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ຕາຍ ຕ້ອງ​ໄປ​ຫາ​ພວກ​ຜູ້ຕັດສິນ​ເພື່ອ​ເຂົາ​ເຈົ້າ​ຈະ​ຕັດສິນ​ຕາມ​ກົດໝາຍ​ເຫຼົ່ານີ້.+ 25 ພວກ​ຜູ້ຕັດສິນ​ຈະ​ປົກ​ປ້ອງ​ຄົນ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ຕາຍ​ຈາກ​ຄົນ​ທີ່​ມີ​ສິດ​ແກ້ແຄ້ນ ແລະ​ຈະ​ຊ່ວຍ​ລາວ​ໃຫ້​ກັບ​ໄປ​ຢູ່​ເມືອງ​ລີ້ໄພ​ທີ່​ລາວ​ເຄີຍ​ໜີ​ໄປ​ຢູ່​ຕອນ​ທຳອິດ. ລາວ​ຕ້ອງ​ຢູ່​ເມືອງ​ນັ້ນ​ຈົນ​ກວ່າ​ປະໂລຫິດ​ໃຫຍ່*+ຈະ​ຕາຍ.

26 ແຕ່​ຖ້າ​ຄົນ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ຕາຍ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ​ອອກ​ໄປ​ນອກ​ເຂດ​ເມືອງ​ລີ້ໄພ​ທີ່​ລາວ​ອາໄສ​ຢູ່ 27 ເມື່ອ​ຄົນ​ທີ່​ມີ​ສິດ​ແກ້ແຄ້ນເຈິແລະ​ຂ້າ​ລາວ ຄົນ​ນັ້ນ​ກໍ​ຈະ​ບໍ່​ມີ​ຄວາມ​ຜິດ 28 ເພາະ​ແທ້​ໆ​ແລ້ວ ຄົນ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ຕາຍ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ​ຕ້ອງ​ຢູ່​ໃນ​ເຂດ​ຂອງ​ເມືອງ​ລີ້ໄພ​ທີ່​ລາວ​ອາໄສ​ຢູ່ ຈົນ​ກວ່າ​ປະໂລຫິດ​ໃຫຍ່​ຈະ​ຕາຍ. ຫຼັງ​ຈາກ​ນັ້ນ ລາວ​ຈຶ່ງ​ຈະ​ກັບ​ໄປ​ຢູ່​ດິນ​ຂອງ​ໂຕເອງ​ໄດ້.+ 29 ນີ້​ແມ່ນ​ຄຳ​ສັ່ງ​ທີ່​ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ໄປ​ຈົນ​ຮອດ​ລຸ້ນ​ລູກ​ລຸ້ນ​ຫຼານ​ຕໍ່​ໆ​ໄປ ບໍ່​ວ່າ​ພວກ​ເຈົ້າ​ຈະ​ຢູ່​ໃສ​ກໍ​ຕາມ.

30 ຖ້າ​ມີ​ຄົນ​ຕັ້ງ​ໃຈ​ຂ້າ​ຄົນ​ອື່ນ+​ແລະ​ມີ​ຄົນ​ໃຫ້​ຄຳ​ພະຍານ​ຫຼາຍ​ກວ່າ​ຄົນ​ໜຶ່ງ+ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ຂ້າ ແຕ່​ຖ້າ​ມີ​ພະຍານ​ພຽງ​ແຕ່​ຄົນ​ດຽວ​ກໍ​ຫ້າມ​ຂ້າ​ລາວ. 31 ຖ້າ​ຄົນ​ທີ່​ຂ້າ​ຄົນ​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ ລາວ​ຈະ​ຕ້ອງ​ຕາຍ​ຢ່າງ​ແນ່ນອນ.+ ຢ່າ​ຮັບ​ເອົາ​ຄ່າໄຖ່​ສຳລັບ​ໄຖ່​ຊີວິດ​ຂອງ​ລາວ​ແລະ​ຢ່າ​ປ່ອຍ​ລາວ​ໄປ. 32 ຖ້າ​ຄົນ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ຕາຍ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ​ຢາກ​ອອກ​ຈາກ​ເມືອງ​ລີ້ໄພ ແລະ​ກັບ​ໄປ​ຢູ່​ດິນ​ຂອງ​ໂຕເອງ​ກ່ອນ​ທີ່​ປະໂລຫິດ​ໃຫຍ່​ຈະ​ຕາຍ ຢ່າ​ຮັບ​ເອົາ​ເງິນ​ສິນບົນ​ຈາກ​ລາວ​ແລະ​ຢ່າ​ປ່ອຍ​ລາວ​ໄປ.

33 ຢ່າ​ເຮັດ​ໃຫ້​ແຜ່ນດິນ​ຂອງ​ພວກ​ເຈົ້າ​ບໍ່​ສະອາດ​ດ້ວຍ​ເລືອດ​ຂອງ​ຄົນ​ທີ່​ຖືກ​ຂ້າ.+ ວິທີ​ດຽວ​ທີ່​ແຜ່ນດິນ​ຈະ​ກັບ​ມາ​ສະອາດ​ຄືນ​ອີກ​ຄື ໃຫ້​ເລືອດ​ຂອງ​ຄົນ​ທີ່​ຂ້າ​ຄົນ​ນັ້ນ​ໄຫຼ​ລົງ​ດິນ​ແທນ.+ 34 ຢ່າ​ເຮັດ​ໃຫ້​ແຜ່ນດິນ​ຂອງ​ພວກ​ເຈົ້າ​ບໍ່​ສະອາດ ເພາະ​ເຮົາ​ກໍ​ຢູ່​ນຳ​ພວກ​ເຈົ້າ. ເຮົາ​ແມ່ນ​ເຢໂຫວາ ເຮົາ​ຢູ່​ນຳ​ພວກ​ອິດສະຣາເອນ.’”+

36 ຫົວ​ໜ້າຄອບຄົວ​ທີ່​ເປັນ​ລູກ​ຫຼານ​ຂອງ​ກິລຽດທີ່​ເປັນ​ລູກ​ຊາຍ​ຂອງ​ມາກີ+ ເປັນ​ຫຼານ​ຂອງ​ມານາເຊ ແລະ​ເປັນ​ເຫຼນ​ຂອງ​ໂຢເຊັບ​ໄດ້​ມາ​ຫາ​ໂມເຊ​ກັບ​ພວກ​ຫົວ​ໜ້າ​ຂອງ​ອິດສະຣາເອນ. 2 ເຂົາ​ເຈົ້າ​ເວົ້າ​ວ່າ: “ພະ​ເຢໂຫວາ​ໄດ້​ສັ່ງ​ທ່ານ​ໃຫ້​ແບ່ງ​ດິນ​ມູນ​ໃຫ້​ພວກ​ອິດສະຣາເອນ​ໂດຍ​ການ​ຈົກ​ສະຫຼາກ+ ແລະ​ພະ​ເຢໂຫວາ​ຍັງ​ໄດ້​ສັ່ງ​ໃຫ້​ເອົາ​ດິນ​ມູນ​ຂອງ​ເຊໂລເຟຂາດ​ໃຫ້​ພວກ​ລູກສາວ​ຂອງ​ລາວ.+ 3 ແຕ່​ຖ້າ​ພວກ​ລູກສາວ​ຂອງ​ລາວ​ໄປ​ແຕ່ງດອງ​ກັບ​ຄົນ​ໃນ​ຕະກູນ​ອື່ນ​ຂອງ​ອິດສະຣາເອນ ດິນ​ມູນ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ກໍ​ຈະ​ກາຍ​ເປັນ​ຂອງ​ຄົນ​ທີ່​ເຂົາ​ເຈົ້າ​ແຕ່ງດອງ​ນຳ. ດິນ​ມູນ​ຂອງ​ຕະກູນ​ພວກ​ເຮົາ​ກໍ​ຈະ​ກາຍ​ເປັນ​ຂອງ​ຕະກູນ​ອື່ນ 4 ແລ້ວ​ເມື່ອ​ຮອດປີ​ແຫ່ງ​ອິດ​ສະຫຼະ*+ຂອງ​ພວກ​ອິດສະຣາເອນ ດິນ​ມູນ​ຂອງ​ພວກ​ລູກສາວ​ເຊໂລເຟຂາດ​ກໍ​ຈະ​ຕົກ​ເປັນ​ດິນ​ມູນ​ຂອງ​ຕະກູນ​ອື່ນ​ຕະຫຼອດໄປ​ໄດ໋.”

5 ໂມເຊ​ກໍ​ເລີຍ​ອະທິບາຍ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ໃຫ້​ພວກ​ອິດສະຣາເອນ​ຟັງ. ລາວ​ບອກ​ວ່າ: “ພວກລູກ​ຫຼານ​ຂອງ​ໂຢເຊັບເວົ້າ​ຖືກ​ແລ້ວ. 6 ພະ​ເຢໂຫວາ​ສັ່ງ​ກ່ຽວ​ກັບ​ເລື່ອງ​ຂອງ​ພວກ​ລູກສາວ​ຂອງ​ເຊໂລເຟຂາດ​ແນວ​ນີ້ ‘ເຂົາ​ເຈົ້າ​ຈະ​ແຕ່ງດອງ​ກັບ​ຜູ້​ໃດ​ກໍ​ໄດ້ ແຕ່​ຕ້ອງ​ເປັນ​ຄົນ​ໃນ​ຕະກູນ​ດຽວ​ກັນ​ກັບ​ພໍ່​ຂອງ​ໂຕເອງ. 7 ຢ່າ​ໃຫ້​ດິນ​ມູນ​ຂອງ​ຕະກູນ​ໜຶ່ງ​ກາຍ​ໄປ​ເປັນ​ຂອງ​ອີກ​ຕະກູນ​ໜຶ່ງ. ແຕ່​ລະ​ຕະກູນ​ຕ້ອງ​ຮັກສາ​ດິນ​ມູນ​ຂອງ​ປູ່ຍ່າຕານາຍ​ຂອງ​ໂຕເອງ​ໄວ້. 8 ຖ້າ​ລູກສາວ​ຄົນ​ໃດ​ໄດ້​ຮັບ​ດິນ​ມູນ ລາວ​ຈະ​ຕ້ອງ​ແຕ່ງດອງ​ກັບ​ຄົນ​ໃນ​ຕະກູນ​ຂອງ​ພໍ່​ລາວ+ ເພື່ອ​ຄົນ​ອິດສະຣາເອນ​ທຸກ​ຄົນ​ຈະ​ຮັກສາ​ດິນ​ມູນ​ຂອງ​ປູ່​ຍ່າ​ຕາ​ນາຍ​ຂອງ​ໂຕເອງ​ໄວ້​ໄດ້. 9 ຢ່າ​ໃຫ້​ດິນ​ມູນ​ຂອງ​ຕະກູນ​ໜຶ່ງ​ກາຍ​ໄປ​ເປັນ​ຂອງ​ອີກ​ຕະກູນ​ໜຶ່ງ. ຄົນ​ອິດສະຣາເອນ​ແຕ່​ລະ​ຕະກູນ​ຕ້ອງ​ຮັກສາ​ດິນ​ມູນ​ຂອງ​ໂຕເອງ​ໄວ້.’”

10 ພວກ​ລູກສາວ​ຂອງ​ເຊໂລເຟຂາດ​ກໍ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ.+ 11 ມາລາ ຕີຣະຊາ ໂຮກລາ ມີລະກາ ແລະ​ໂນອາ​ທີ່​ເປັນ​ລູກສາວ​ຂອງ​ເຊໂລເຟຂາດ+​ໄດ້​ແຕ່ງດອງ​ກັບ​ພວກລູກ​ຊາຍ​ຂອງ​ພີ່ນ້ອງ​ທາງ​ພໍ່ຂອງ​ເຂົາ​ເຈົ້າ. 12 ເຂົາ​ເຈົ້າ​ໄດ້​ແຕ່ງດອງ​ກັບ​ຄົນ​ໃນ​ຕະກູນ​ມານາເຊ​ເຊິ່ງ​ເປັນ​ຕະກູນ​ທີ່​ມາ​ຈາກ​ລູກ​ຊາຍ​ຂອງ​ໂຢເຊັບ ເພື່ອ​ດິນ​ມູນ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ຈະ​ຍັງ​ຢູ່​ກັບ​ຄົນ​ໃນ​ຕະກູນ​ຂອງ​ພໍ່​ເຂົາ​ເຈົ້າ.

13 ນີ້​ແມ່ນ​ກົດ​ໝາຍ​ແລະ​ຄຳ​ສັ່ງ​ທີ່​ພະ​ເຢໂຫວາ​ໃຫ້​ພວກ​ອິດສະຣາເອນ​ຜ່ານ​ທາງ​ໂມເຊ ຕອນ​ທີ່​ເຂົາ​ເຈົ້າ​ຢູ່​ບ່ອນ​ກັນ​ດານ​ໂມອາບ ບ່ອນ​ທີ່​ຢູ່​ແຄມ​ແມ່​ນ້ຳ​ຈໍແດນ​ຄົນ​ລະ​ຟາກ​ກັບ​ເມືອງ​ເຢຣິໂກ.+

ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ແປ​ຕາມ​ໂຕ​ວ່າ “ພວກ​ລູກ​ຊາຍ​ຂອງ​ອິດສະຣາເອນ”

ຫຼື “ເປັນ​ແຕ່​ລະ​ຫົວ​ໄປ”

ແປ​ຕາມ​ໂຕ​ວ່າ “ຕາມ​ກອງ​ທັບ​ຂອງ​ເຂົາເຈົ້າ”

ຫີບ​ທີ່​ໃສ່​ແຜ່ນ​ຫີນ​ທີ່​ມີ​ກົດໝາຍ 10 ຂໍ້

ແປ​ຕາມ​ໂຕ​ວ່າ “ຄົນ​ແປກ​ໜ້າ.” ໝາຍເຖິງ​ຄົນ​ທີ່​ບໍ່​ໄດ້​ເປັນ​ລູກ​ຫຼານ​ຂອງ​ອາໂຣນ.

ຈຸ​ໜຶ່ງ​ມີ 3 ຕະກູນ

ຫຼື “ປົກປ້ອງ; ເຮັດ​ວຽກ​ຮັບໃຊ້​ຢູ່”

ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ແປ​ຕາມ​ໂຕ​ວ່າ “ຕາມ​ກອງ​ທັບ​ຂອງ​ເຂົາເຈົ້າ”

ແປ​ຕາມ​ໂຕ​ວ່າ “ຄົນ​ລຸ້ນ​ຕ່າງ​ໆ​”

ແປ​ຕາມ​ໂຕ​ວ່າ “ຜູ້​ທີ່​ຖືກ​ເທ​ໃສ່​ມື”

ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ແປ​ຕາມ​ໂຕ​ວ່າ “ຄົນ​ແປກ​ໜ້າ.” ໝາຍເຖິງ​ຄົນ​ທີ່​ບໍ່​ໄດ້​ເປັນ​ລູກ​ຫຼານ​ຂອງ​ອາໂຣນ.

ເປັນ​ແນວ​ຕອກ​ໃສ່​ພື້ນ​ຄ້າຍຄື​ກັບ​ເຫຼັກ​ປັກ​ເຕັ້ນ

57 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

ຫຼື “ຕາມ​ເຊເກນ​ບໍລິສຸດ”

11,4 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

15,6 ກິໂລ​ກຣາມ

ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ເປັນ​ແນວ​ຕອກ​ໃສ່​ພື້ນ​ຄ້າຍຄື​ກັບ​ເຫຼັກ​ປັກ​ເຕັ້ນ

ຫຼື “ຕິດ​ເຊື້ອ”

2,2 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ກົກ​ຂາ​ເຈົ້າ​ລີບ”

ຫຼື “ຂໍ​ໃຫ້​ເປັນ​ແນວ​ນັ້ນ ຂໍ​ໃຫ້​ເປັນ​ແນວ​ນັ້ນ”

ຫຼື “ເປັນ​ສ່ວນ​ທີ່​ເຮັດ​ໃຫ້​ຈື່​ເຄື່ອງ​ບູຊາ​ນັ້ນ”

ຜູ້​ຊາຍ​ຫຼື​ຜູ້ຍິງ​ທີ່​ອຸທິດ​ໂຕ​ໃຫ້​ພະເຈົ້າ. ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ແປ​ຕາມ​ໂຕ​ວ່າ “ຫົວ​ຂອງ​ລາວ.” ອາດ​ໝາຍເຖິງ​ການ​ຈົ່ງ​ໃຫ້​ຜົມ​ຍາວ.

ເຂົ້າຈີ່​ຮູບ​ວົງມົນ​ທີ່​ມີ​ຮູ​ທາງ​ກາງ

ອາດ​ເປັນ​ໄປ​ໄດ້​ວ່າ​ປະໂລຫິດ​ກັບ​ນາຊີຣີ​ເອົາ​ສິ່ງ​ເຫຼົ່າ​ນັ້ນ​ຊູ​ໄປ​ຊູ​ມາ​ນຳ​ກັນ

ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

1,5 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

798 ກຣາມ

ຫຼື “ຕາມ​ເຊເກນ​ບໍລິສຸດ”

114 ກຣາມ

1,5 ກິໂລ​ກຣາມ

798 ກຣາມ

114 ກຣາມ

1,5 ກິໂລ​ກຣາມ

798 ກຣາມ

114 ກຣາມ

1,5 ກິໂລ​ກຣາມ

798 ກຣາມ

114 ກຣາມ

1,5 ກິໂລ​ກຣາມ

798 ກຣາມ

114 ກຣາມ

1,5 ກິໂລ​ກຣາມ

798 ກຣາມ

114 ກຣາມ

1,5 ກິໂລ​ກຣາມ

798 ກຣາມ

114 ກຣາມ

1,5 ກິໂລ​ກຣາມ

798 ກຣາມ

114 ກຣາມ

1,5 ກິໂລ​ກຣາມ

798 ກຣາມ

114 ກຣາມ

1,5 ກິໂລ​ກຣາມ

798 ກຣາມ

114 ກຣາມ

1,5 ກິໂລ​ກຣາມ

798 ກຣາມ

114 ກຣາມ

1,5 ກິໂລ​ກຣາມ

798 ກຣາມ

114 ກຣາມ

1,5 ກິໂລ​ກຣາມ

798 ກຣາມ

27,3 ກິໂລ​ກຣາມ

114 ກຣາມ

1,4 ກິໂລ​ກຣາມ

ໝາຍເຖິງ​ເຮັດ​ໃຫ້​ພະເຈົ້າ​ຍອມຮັບ ແລະ​ບໍ່​ໄດ້​ໝາຍເຖິງ​ສະອາດ​ໂດຍ​ການ​ອາບ​ນ້ຳ

ອາດ​ໝາຍເຖິງ​ຕົວແທນ​ຂອງ​ພວກ​ອິດສະຣາເອນ

ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ແປ​ຕາມ​ໂຕ​ວ່າ “ລະຫວ່າງ 2 ເວລາ​ຄ່ຳ.” ອາດ​ໝາຍເຖິງ​ໄລຍະ​ເວລາ​ຫຼັງ​ຈາກ​ຕາເວັນ​ຕົກ​ດິນ​ຈົນ​ຮອດ​ຕອນ​ທີ່​ເລີ່ມ​ມືດ.

ຫີບ​ທີ່​ໃສ່​ແຜ່ນ​ຫີນ​ທີ່​ມີ​ກົດໝາຍ 10 ຂໍ້

ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຫີບ​ທີ່​ໃສ່​ແຜ່ນ​ຫີນ​ທີ່​ມີ​ກົດໝາຍ 10 ຂໍ້

ແປ​ຕາມ​ໂຕ​ວ່າ “ຫຼາຍ​ພັນ”

ແປ​ວ່າ “ເຜົາ.” ໝາຍເຖິງ​ໄຟ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ເສຍຫາຍ​ຢ່າງ​ແຮງ.

ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ແປ​ຕາມ​ໂຕ​ວ່າ “ເຮັດ​ໂຕ​ໃຫ້​ບໍລິສຸດ”

89 ຊັງຕີແມັດ. ເບິ່ງ​ພາກ​ຜະໜວກ ຂ14.

2.200 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

ແປ​ວ່າ “ບ່ອນ​ຝັງ​ສົບ​ຄົນ​ທີ່​ຢາກ​ກິນ​ອາຫານ”

ແປ​ຕາມ​ໂຕ​ວ່າ “ໃນ​ເຮືອນ​ທັງໝົດ​ຂອງ​ເຮົາ ລາວ​ໄດ້​ສະແດງ​ວ່າ​ເປັນ​ຄົນ​ສັດຊື່”

ຫຼື “ເຢໂຮຊູອາ.” ແປ​ວ່າ “ພະ​ເຢໂຫວາ​ເປັນ​ຄວາມ​ລອດ.”

ຫຼື “ທາງ​ທິດໃຕ້.” ໝາຍເຖິງ​ທາງ​ໃຕ້​ຂອງ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ.

ອາດ​ໝາຍເຖິງ​ລູກ​ຫຼານ​ຂອງ​ເຂົາເຈົ້າ

ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ແປ​ວ່າ “ເຄືອ​ໝາກ​ລະແຊັງ”

ຄຳ​ພາສາ​ເຮັບເຣີ​ແມ່ນ ເນຟິນ. ອາດ​ແປ​ວ່າ “ນັກ​ປ້ຳ.” ໝາຍເຖິງ​ຜູ້​ທີ່​ເຮັດ​ໃຫ້​ຄົນອື່ນ​ລົ້ມ​ລົງ. ເບິ່ງ​ຄຳ​ວ່າ “ເນຟິນ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ແປ​ຕາມ​ໂຕ​ວ່າ “ເພາະ​ພວກ​ເຂົາ​ເປັນ​ອາຫານ​ຂອງ​ພວກ​ເຮົາ”

ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ແປ​ຕາມ​ໂຕ​ວ່າ “10 ເທື່ອ”

ແປ​ຕາມ​ໂຕ​ວ່າ “ການ​ເປັນ​ໂສເພນີ”

ແປ​ຕາມ​ໂຕ​ວ່າ “ຜ່ອນຄາຍ”

2,2 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

0,92 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

0,92 ລິດ

4,4 ລິດ

1,22 ລິດ

1,22 ລິດ

6,6 ລິດ

1,84 ລິດ

ເຂົ້າຈີ່​ຮູບ​ວົງມົນ​ທີ່​ມີ​ຮູ​ທາງ​ກາງ

ໝາຍເຖິງ​ນະມັດສະການ​ພະເຈົ້າ​ອື່ນ

ແປ​ຕາມ​ໂຕ​ວ່າ “ຕາຍ​ຈາກ​ພວກ​ອິດສະຣາເອນ”

ແປ​ຕາມ​ໂຕ​ວ່າ “ຄົນ​ແປກ​ໜ້າ”

ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຫີບ​ທີ່​ໃສ່​ແຜ່ນ​ຫີນ​ທີ່​ມີ​ກົດໝາຍ 10 ຂໍ້

ຫີບ​ທີ່​ໃສ່​ແຜ່ນ​ຫີນ​ທີ່​ມີ​ກົດໝາຍ 10 ຂໍ້

ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ແປ​ຕາມ​ໂຕ​ວ່າ “ຄົນ​ແປກ​ໜ້າ.” ໝາຍເຖິງ​ຄົນ​ທີ່​ບໍ່​ໄດ້​ເປັນ​ລູກ​ຫຼານ​ຂອງ​ອາໂຣນ.

ແປ​ຕາມ​ໂຕ​ວ່າ “ສິ່ງ​ທີ່​ຢູ່​ທາງ​ຫຼັງ​ຜ້າກັ້ງ”

ໝາຍເຖິງ​ທຸກ​ສິ່ງ​ທີ່​ຖືກ​ເຮັດ​ໃຫ້​ບໍລິສຸດ​ສຳລັບ​ພະເຈົ້າ​ໂດຍ​ເອົາ​ມາ​ໃຫ້​ພະອົງ​ໃນ​ແບບ​ທີ່​ບໍ່​ສາມາດ​ເອົາ​ຄືນ​ຫຼື​ໄຖ່​ຄືນ​ໄດ້

57 ກຣາມ

ຫຼື “ຕາມ​ເຊເກນ​ບໍລິສຸດ”

11,4 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

ແປ​ຕາມ​ໂຕ​ວ່າ “ຜ່ອນຄາຍ”

ແປ​ຕາມ​ໂຕ​ວ່າ “ຄຳ​ສັນຍາ​ແຫ່ງ​ເກືອ”

ແປ​ຕາມ​ໂຕ​ວ່າ “ເຮົາ​ເປັນ​ສ່ວນ​ແບ່ງ​ຂອງ​ເຈົ້າ”

ແປ​ຕາມ​ໂຕ​ວ່າ “ບໍ່​ເຄີຍ​ໃສ່​ແອກ”

ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ໄມ້​ແປກ​ຊະນິດໜຶ່ງ

ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ແປ​ວ່າ “ຜິດ​ຖຽງ​ກັນ”

ແປ​ຕາມ​ໂຕ​ວ່າ “ຄົນ​ທີ່​ໂຕ​ໃຫຍ່​ໆ​ແລະ​ມື​ທີ່​ແຂງແຮງ”

ເປັນ​ສຳນວນ​ບົດ​ກອນ​ທີ່​ໝາຍເຖິງ​ຕາຍ

ຫຼື “ທາງ​ທິດໃຕ້.” ໝາຍເຖິງ​ທາງ​ໃຕ້​ຂອງ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ.

ແປ​ວ່າ “ສິ່ງ​ທີ່​ຕ້ອງ​ທຳລາຍ​ບໍ່​ໃຫ້​ເຫຼືອ”

ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຫຼື​ອາດ​ແປ​ວ່າ “ບ່ອນ​ກັນດານ”

ອາດຈະ​ໃຊ້​ທູດສະຫວັນ​ໄປ​ແທນ​ຫຼື​ມາ​ຫາ​ທາງ​ນິມິດ

ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຕົ້ນ​ແປກ​ຊະນິດໜຶ່ງ

ຫຼື​ອາດ​ແປ​ວ່າ “ອິດສະຣາເອນ”

ໝາຍເຖິງ​ຫຼັງ​ຈາກ​ພວກ​ອິດສະຣາເອນ​ອອກ​ຈາກ​ເອຢິບ ພວກ​ອາມາເລັກ​ເປັນ​ຊາດ​ທຳອິດ​ທີ່​ມາ​ໂຈມຕີ​ເຂົາເຈົ້າ

ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ໝາຍເຖິງ​ອະໄວຍະວະ​ເພດ

ເປັນ​ສຳນວນ​ບົດ​ກອນ​ທີ່​ໝາຍເຖິງ​ຕາຍ

ແປ​ຕາມ​ໂຕ​ວ່າ “ມີ​ຄວາມຄິດ​ທີ່​ແຕກຕ່າງ”

ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ແປ​ຕາມ​ໂຕ​ວ່າ “ຜ່ອນຄາຍ”

ແປ​ຕາມ​ໂຕ​ວ່າ “ລະຫວ່າງ 2 ເວລາ​ຄ່ຳ.” ອາດ​ໝາຍເຖິງ​ໄລຍະ​ເວລາ​ຫຼັງ​ຈາກ​ຕາເວັນ​ຕົກ​ດິນ​ຈົນ​ຮອດ​ຕອນ​ທີ່​ເລີ່ມ​ມືດ.

2,2 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

0,92 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

0,92 ລິດ

4,4 ລິດ

6,6 ລິດ

4,4 ລິດ

2,2 ລິດ

1,84 ລິດ

1,22 ລິດ

0,92 ລິດ

6,6 ລິດ

4,4 ລິດ

2,2 ລິດ

ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ເທດສະການ​ສະຫຼອງ​ຫຼັງ​ຄົບ 7 ອາທິດ ຫຼື​ເທດສະການ​ເພັນເຕກອດ

ເຂົ້າ​ຊະນິດໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້

6,6 ລິດ

4,4 ລິດ

2,2 ລິດ

ແປ​ຕາມ​ໂຕ​ວ່າ “ຜ່ອນຄາຍ”

6,6 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

4,4 ລິດ

2,2 ລິດ

ອາດ​ໝາຍເຖິງ​ການ​ອົດ​ອາຫານ​ຫຼື​ການ​ເຮັດ​ບາງ​ຢ່າງ​ທີ່​ຄ້າຍຄື​ກັນ

6,6 ລິດ

4,4 ລິດ

2,2 ລິດ

6,6 ລິດ

4,4 ລິດ

2,2 ລິດ

ໝາຍເຖິງ​ການ​ສາບານ​ວ່າ​ຈະ​ງົດ​ເວັ້ນ​ຈາກ​ບາງ​ສິ່ງ​ທີ່​ບໍ່​ໄດ້​ຂັດ​ກັບ​ກົດໝາຍ​ຂອງ​ພະເຈົ້າ

ເປັນ​ສຳນວນ​ບົດ​ກອນ​ທີ່​ໝາຍເຖິງ​ຕາຍ

ຫຼື “ຫັກ​ເປັນ​ພາສີ​ໃຫ້​ພະ​ເຢໂຫວາ”

191 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

ໝາຍເຖິງ​ຄອກ​ທີ່​ມີ​ກຳແພງ​ເປັນ​ຫີນ

ແປ​ຕາມ​ໂຕ​ວ່າ “ຕາມ​ກອງ​ທັບ​ຂອງ​ເຂົາເຈົ້າ”

ຫຼື “ທາງ​ທິດໃຕ້.” ໝາຍເຖິງ​ທາງ​ໃຕ້​ຂອງ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ.

ໝາຍເຖິງ​ທະເລ​ຕາຍ

ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ໝາຍເຖິງ​ທະເລ​ໃຫຍ່ ຫຼື​ທະເລ​ເມດີແຕຣາເນ

ແມ່ນ​ທະເລ​ເມດີແຕຣາເນ

ບໍ່​ຮູ້​ທີ່​ຕັ້ງ​ແນ່ນອນ ອາດ​ເປັນ​ຈອມພູ​ທີ່​ສູງ​ໆ​ຈອມພູ​ໜຶ່ງ​ຂອງ​ເຂດ​ພູ​ເລບານອນ

ໝາຍເຖິງ​ທະເລ​ສາບ​ເຄັນເນຊາເຣັດ ຫຼື​ທະເລ​ຄາລີເລ

ໝາຍເຖິງ​ອີກ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ

445 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.

890 ແມັດ. ອາດ​ແທກ​ຈາກ​ເສັ້ນ​ຮອບ​ນອກ​ຂອງ​ທົ່ງ​ຫຍ້າ ແຕ່​ບໍ່​ລວມ​ຄວາມ​ຍາວ​ຂອງ​ຕົວ​ເມືອງ​ແຕ່​ລະ​ດ້ານ.

ຫຼື “ດຶກ​ກ້ອນ​ຫີນ​ໃສ່​ຄົນ​ຈົນ​ຕາຍ”

ຫຼື “ແກ້ແຄ້ນ​ເລືອດ​ທີ່​ໄຫຼ”

ແປ​ຕາມ​ໂຕ​ວ່າ “ປະໂລຫິດ​ໃຫຍ່​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ດ້ວຍ​ນ້ຳມັນ​ບໍລິສຸດ”

ຫຼື “ປີ​ຈູບີລີ”

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌