ຂ່າວດີທີ່ຂຽນໂດຍມາຣະໂກ
1 ຕໍ່ໄປນີ້ແມ່ນຕອນເລີ່ມຕົ້ນຂອງຂ່າວດີກ່ຽວກັບພະເຢຊູຄລິດລູກຂອງພະເຈົ້າ. 2 ຜູ້ພະຍາກອນເອຊາຢາ*ຂຽນໄວ້ວ່າ: “(ຖ້າເບິ່ງເດີ້! ເຮົາຈະໃຫ້ຜູ້ສົ່ງຂ່າວຂອງເຮົາໄປກ່ອນເຈົ້າ. ລາວຈະກຽມທາງໄວ້ໃຫ້ເຈົ້າ.)+ 3 ມີສຽງຮ້ອງອອກມາຈາກບ່ອນກັນດານວ່າ ‘ໃຫ້ກຽມທາງໄວ້ສຳລັບພະເຢໂຫວາ.* ໃຫ້ເຮັດທາງຂອງເພິ່ນໃຫ້ຊື່ໆ.’”+ 4 ແລ້ວໂຢຮັນຜູ້ໃຫ້ບັບເຕມາກໍມາປະກາດຢູ່ບ່ອນກັນດານ. ລາວບອກໃຫ້ຄົນຮັບບັບເຕມາເພື່ອສະແດງວ່າເຂົາເຈົ້າກັບໃຈ ແລ້ວພະເຈົ້າຈະຍົກໂທດຄວາມຜິດຂອງເຂົາເຈົ້າ.+ 5 ຄົນຈາກທົ່ວແຂວງຢູດາຍແລະຈາກເມືອງເຢຣູຊາເລັມຈຶ່ງພາກັນໄປຫາໂຢຮັນ. ລາວໄດ້ບັບເຕມາ*ໃຫ້ເຂົາເຈົ້າຢູ່ແມ່ນ້ຳຈໍແດນ ແລະເຂົາເຈົ້າສາລະພາບຄວາມຜິດຂອງໂຕເອງຢ່າງເປີດເຜີຍ.+ 6 ໂຢຮັນນຸ່ງເຄື່ອງທີ່ເຮັດຈາກຂົນອູດແລະໃສ່ສາຍແອວໜັງ.+ ຂອງກິນຂອງລາວແມ່ນຕັກກະແຕນກັບນ້ຳເຜີ້ງປ່າ.+ 7 ລາວປະກາດວ່າ: “ຈະມີຜູ້ໜຶ່ງທີ່ມາພາຍຫຼັງຂ້ອຍ. ເພິ່ນຍິ່ງໃຫຍ່ກວ່າຂ້ອຍຫຼາຍ. ຂ້ອຍບໍ່ເໝາະສົມທີ່ຈະແກ້ສາຍມັດເກີບຂອງເພິ່ນຊ້ຳ.+ 8 ຂ້ອຍໃຫ້ບັບເຕມາພວກເຈົ້າດ້ວຍນ້ຳ ແຕ່ເພິ່ນຈະໃຫ້ບັບເຕມາພວກເຈົ້າດ້ວຍພະລັງບໍລິສຸດ.”+
9 ໃນຕອນນັ້ນ ພະເຢຊູເດີນທາງມາຈາກເມືອງນາຊາເຣັດໃນແຂວງຄາລີເລ ເພື່ອໃຫ້ໂຢຮັນບັບເຕມາໃຫ້ເພິ່ນຢູ່ແມ່ນ້ຳຈໍແດນ.+ 10 ທັນທີທີ່ຂຶ້ນມາຈາກນ້ຳ ພະເຢຊູກໍເຫັນທ້ອງຟ້າເປີດອອກ ແລະເຫັນພະລັງຂອງພະເຈົ້າຄືກັບນົກເຂົາລົງມາຢູ່ເທິງເພິ່ນ.+ 11 ແລ້ວກໍມີສຽງເວົ້າຈາກຟ້າວ່າ: “ເຈົ້າແມ່ນລູກທີ່ພໍ່ຮັກຫຼາຍ. ພໍ່ພໍໃຈລູກຫຼາຍ.”+
12 ທັນທີຫຼັງຈາກນັ້ນ ພະລັງຂອງພະເຈົ້າກໍກະຕຸ້ນພະເຢຊູໃຫ້ເຂົ້າໄປບ່ອນກັນດານ. 13 ພະເຢຊູຢູ່ຫັ້ນ 40 ມື້ ແລະຊາຕານກໍມາລໍ້ໃຈເພິ່ນ.+ ໃນບ່ອນກັນດານນັ້ນມີສັດປ່າຢູ່ນຳ ແຕ່ທູດສະຫວັນໄດ້ເຝົ້າເບິ່ງແຍງເພິ່ນ.+
14 ຫຼັງຈາກໂຢຮັນຖືກຈັບ ພະເຢຊູກໍໄປແຂວງຄາລີເລ+ແລະປະກາດຂ່າວດີທີ່ມາຈາກພະເຈົ້າ.+ 15 ເພິ່ນປະກາດວ່າ: “ຕອນນີ້ເປັນເວລາທີ່ກຳນົດໄວ້ແລະການປົກຄອງຂອງພະເຈົ້າໃກ້ຈະມາແລ້ວ. ດັ່ງນັ້ນ ໃຫ້ກັບໂຕກັບໃຈ+ແລະເຊື່ອຂ່າວດີທີ່ມາຈາກພະເຈົ້າ.”
16 ຕອນທີ່ພະເຢຊູກຳລັງຍ່າງຢູ່ແຄມທະເລຄາລີເລ ເພິ່ນເຫັນສອງອ້າຍນ້ອງຊື່ຊີໂມນກັບອັນເດອາ+ທີ່ມີອາຊີບຫາປາ.+ ເຂົາເຈົ້າກຳລັງຢ່ອນດາງລົງທະເລ.+ 17 ພະເຢຊູຈຶ່ງເວົ້າກັບເຂົາເຈົ້າວ່າ: “ມານຳຂ້ອຍແມ້ ຂ້ອຍຈະໃຫ້ພວກເຈົ້າໄປຊອກຫາຄົນແທນທີ່ຈະຫາປາ.”+ 18 ທັງສອງຄົນກໍປະດາງໄວ້ແລ້ວໄປນຳເພິ່ນທັນທີ.+ 19 ເມື່ອພະເຢຊູຍ່າງໄປອີກໜ້ອຍໜຶ່ງກໍເຫັນຢາໂກໂບກັບໂຢຮັນທີ່ເປັນລູກຊາຍຂອງເຊເບດາຍ. ເຂົາເຈົ້າກຳລັງແປງດາງຢູ່ໃນເຮືອ.+ 20 ພະເຢຊູເຂົ້າໄປເອີ້ນເອົາເຂົາເຈົ້າທັນທີ ແລະທັງສອງຄົນກໍໄປນຳເພິ່ນ. ສ່ວນເຊເບດາຍພໍ່ຂອງເຂົາເຈົ້າກໍເຮັດວຽກກັບລູກຈ້າງຕໍ່ໄປໃນເຮືອ. 21 ແລ້ວພະເຢຊູກັບພວກລູກສິດກໍເຂົ້າໄປໃນເມືອງກາເປນາອູມ.
ເມື່ອຮອດວັນຊະບາໂຕ ພະເຢຊູໄດ້ເຂົ້າໄປສອນຢູ່ບ່ອນປະຊຸມຂອງຄົນຢິວ.+ 22 ຄົນທີ່ໄດ້ຟັງກໍຮູ້ສຶກງຶດໃນວິທີສອນຂອງພະເຢຊູ ຍ້ອນເພິ່ນບໍ່ໄດ້ສອນຄືກັບພວກຄູສອນສາສະໜາ ແຕ່ສອນແບບຄົນທີ່ໄດ້ຮັບອຳນາດຈາກພະເຈົ້າ.+ 23 ໃນຕອນນັ້ນ ຜູ້ຊາຍຄົນໜຶ່ງທີ່ຖືກປີສາດສິງກໍຮ້ອງຂຶ້ນໃນບ່ອນປະຊຸມວ່າ: 24 “ເຢຊູຄົນນາຊາເຣັດ ເຈົ້າຊິມາວຸ່ນວາຍກັບຂ້ອຍເຮັດຫຍັງ?+ ຈະມາທຳລາຍຂ້ອຍຫວະ? ຂ້ອຍຮູ້ໄດ໋ວ່າເຈົ້າແມ່ນໃຜ. ເຈົ້າເປັນຜູ້ບໍລິສຸດຂອງພະເຈົ້າ!”+ 25 ແຕ່ພະເຢຊູສັ່ງມັນວ່າ: “ມິດແມະ! ອອກໄປຈາກລາວດຽວນີ້.” 26 ປີສາດເຮັດໃຫ້ຜູ້ຊາຍຄົນນີ້ຊັກດີ້ນຊັກງໍແລະຮ້ອງຈົນສຸດສຽງ ແລ້ວມັນກໍອອກໄປຈາກລາວ. 27 ປະຊາຊົນຮູ້ສຶກງຶດຫຼາຍຈົນພາກັນເວົ້າວ່າ: “ແມ່ນຫຍັງນິ? ບໍ່ເຄີຍເຫັນຜູ້ໃດສອນແບບນີ້ຈັກເທື່ອ! ຜູ້ນີ້ສັ່ງພວກປີສາດໄດ້ ແລະພວກມັນກໍເຊື່ອຟັງລາວ.” 28 ຂ່າວເລື່ອງພະເຢຊູຈຶ່ງແພ່ອອກໄປທົ່ວແຂວງຄາລີເລຢ່າງໄວວາ.
29 ເມື່ອອອກຈາກບ່ອນປະຊຸມແລ້ວ ພະເຢຊູ ຢາໂກໂບແລະໂຢຮັນກໍໄປເຮືອນຂອງຊີໂມນກັບອັນເດອາ.+ 30 ຕອນນັ້ນ ແມ່ເຖົ້າຂອງຊີໂມນ+ນອນເປັນໄຂ້ຢູ່ ເຂົາເຈົ້າຈຶ່ງຟ້າວເລົ່າອາການຂອງລາວໃຫ້ພະເຢຊູຟັງ. 31 ພະເຢຊູເຂົ້າໄປຫາລາວ ຈັບມືລາວແລ້ວໂຈມຂຶ້ນ. ລາວກໍເຊົາໄຂ້ແລະລຸກຂຶ້ນມາແຕ່ງກິນໃຫ້ເຂົາເຈົ້າ.
32 ໃນຕອນຄ່ຳ ຫຼາຍຄົນກໍພາຄົນທີ່ເຈັບປ່ວຍແລະຄົນທີ່ຖືກປີສາດສິງມາຫາພະເຢຊູ.+ 33 ຄົນໝົດເມືອງໄດ້ມາອັ່ງກັນຢູ່ປະຕູເຮືອນ. 34 ພະເຢຊູຈຶ່ງປົວຫຼາຍຄົນທີ່ເຈັບປ່ວຍເປັນພະຍາດຕ່າງໆ+ແລະໄດ້ໄລ່ປີສາດຫຼາຍໂຕອອກ. ແຕ່ພະເຢຊູຫ້າມບໍ່ໃຫ້ພວກປີສາດເວົ້າ ຍ້ອນພວກມັນຮູ້ວ່າເພິ່ນເປັນພະຄລິດ.*
35 ຕອນເຊົ້າໆຍັງບໍ່ທັນແຈ້ງ ພະເຢຊູກໍຕື່ນນອນ ແລ້ວອອກຈາກເຮືອນໄປອະທິດຖານໃນບ່ອນທີ່ບໍ່ມີຄົນຢູ່.+ 36 ແຕ່ຊີໂມນກັບພວກໝູ່ພາກັນຊອກຫາເພິ່ນ. 37 ເມື່ອເຫັນພະເຢຊູແລ້ວ ເຂົາເຈົ້າບອກເພິ່ນວ່າ: “ທຸກຄົນກຳລັງຊອກຫາທ່ານ.” 38 ແຕ່ພະເຢຊູບອກເຂົາເຈົ້າວ່າ: “ໄປ໋ ພວກເຮົາໄປບ່ອນອື່ນ. ໄປຕາມເມືອງທີ່ຢູ່ໃກ້ໆນີ້ ຂ້ອຍຈະປະກາດຢູ່ຫັ້ນນຳ ຍ້ອນຂ້ອຍມາເພື່ອເຮັດວຽກນີ້.”+ 39 ແລ້ວພະເຢຊູກໍໄປປະກາດຕາມບ່ອນປະຊຸມຂອງຄົນຢິວທົ່ວແຂວງຄາລີເລແລະໄດ້ໄລ່ພວກປີສາດອອກ.+
40 ມີຜູ້ໜຶ່ງທີ່ເປັນຂີ້ທູດໄດ້ມາຫາພະເຢຊູ ລາວເຖິງຂັ້ນຄູ້ເຂົ່າລົງອ້ອນວອນເພິ່ນວ່າ: “ຖ້າທ່ານຢາກຊ່ວຍ ຂ້ອຍຮູ້ວ່າທ່ານຈະປົວຂ້ອຍໄດ້.”*+ 41 ພະເຢຊູຮູ້ສຶກອີ່ຕົນຈຶ່ງເດ່ມືໄປຈັບລາວແລະເວົ້າວ່າ: “ຂ້ອຍຢາກຊ່ວຍ. ໃຫ້ເຈົ້າເຊົາເດີ້.”+ 42 ແລ້ວລາວກໍເຊົາເປັນຂີ້ທູດທັນທີ. 43 ກ່ອນທີ່ພະເຢຊູຈະບອກໃຫ້ລາວໄປ ເພິ່ນສັ່ງຢ່າງໜັກແໜ້ນວ່າ: 44 “ຢ່າເລົ່າເລື່ອງນີ້ໃຫ້ຜູ້ໃດຟັງ ແຕ່ໄປໃຫ້ປະໂລຫິດກວດເບິ່ງແລະເອົາເຄື່ອງຂອງໄປໃຫ້ຕາມທີ່ກົດໝາຍໂມເຊສັ່ງໄວ້+ ເພື່ອເປັນຫຼັກຖານວ່າເຈົ້າເຊົາພະຍາດແລ້ວ.”+ 45 ແຕ່ເມື່ອຜູ້ຊາຍຄົນນັ້ນໄປແລ້ວ ລາວກໍເລີ່ມບອກຄົນອື່ນແລະເລື່ອງນັ້ນກໍແພ່ອອກໄປຈົນພະເຢຊູເຂົ້າໄປໃນເມືອງຢ່າງເປີດເຜີຍບໍ່ໄດ້ອີກ. ເພິ່ນຈຶ່ງຢູ່ນອກເມືອງໃນບ່ອນທີ່ບໍ່ມີຄົນຢູ່. ແຕ່ປະຊາຊົນຈາກທຸກບ່ອນກໍຍັງພາກັນມາຫາເພິ່ນບໍ່ຂາດສາຍ.+
2 ບໍ່ເທົ່າໃດມື້ຕໍ່ມາ ພະເຢຊູເຂົ້າໄປໃນເມືອງກາເປນາອູມແລະມີຄົນໄດ້ຍິນວ່າເພິ່ນກັບມາຢູ່ເຮືອນແລ້ວ+ 2 ຄົນບັກຫຼາຍໆຈຶ່ງພາກັນມາເຕັມເຮືອນຈົນລົ້ນອອກໄປອັ່ງຢູ່ປະຕູ ແລ້ວພະເຢຊູກໍສອນເລື່ອງພະເຈົ້າໃຫ້ເຂົາເຈົ້າຮູ້.+ 3 ມີຜູ້ຊາຍ 4 ຄົນຫາມຄົນເປັນອຳມະພາດມາ.+ 4 ແຕ່ເຂົາເຈົ້າເຂົ້າໄປຫາພະເຢຊູບໍ່ໄດ້ຍ້ອນມີຄົນຫຼາຍໂພດ ເຂົາເຈົ້າຈຶ່ງຮື້ຫຼັງຄາທີ່ຢູ່ຊື່ກັບບ່ອນທີ່ເພິ່ນຢູ່ອອກ ແລະເມື່ອຮື້ເປັນປ່ອງແລ້ວ ເຂົາເຈົ້າກໍຢ່ອນເປທີ່ຄົນເປັນອຳມະພາດນອນຢູ່ນັ້ນລົງມາ. 5 ເມື່ອພະເຢຊູເຫັນຄວາມເຊື່ອຂອງເຂົາເຈົ້າ+ ເພິ່ນບອກຄົນທີ່ເປັນອຳມະພາດວ່າ: “ລູກເອີ້ຍ ຂ້ອຍຍົກໂທດບາບໃຫ້ເຈົ້າແລ້ວ.”+ 6 ມີຄູສອນສາສະໜາບາງຄົນນັ່ງຢູ່ຫັ້ນ ແລະເຂົາເຈົ້າຄິດໃນໃຈວ່າ:+ 7 “ລາວເວົ້າແບບນີ້ໄດ້ຈັ່ງໃດ? ລາວໝິ່ນປະໝາດພະເຈົ້າແທ້ໆ. ມີແຕ່ພະເຈົ້າເທົ່ານັ້ນທີ່ຍົກໂທດບາບໄດ້.”+ 8 ແຕ່ພະເຢຊູຮູ້ທັນທີວ່າເຂົາເຈົ້າຄິດຫຍັງຢູ່ ເພິ່ນຈຶ່ງຖາມເຂົາເຈົ້າວ່າ: “ເປັນຫຍັງພວກເຈົ້າຄືຄິດແບບນັ້ນ?+ 9 ມັນງ່າຍທີ່ຈະເວົ້າວ່າ ‘ບາບຂອງເຈົ້າໄດ້ຮັບການຍົກໂທດແລ້ວ.’ ແຕ່ຈະມີໃຜບອກຜູ້ຊາຍຄົນນີ້ໄດ້ບໍວ່າ ‘ລຸກຂຶ້ນແລະແບກເປຂອງເຈົ້າຍ່າງໄປໂລດ’? 10 ແຕ່ຂ້ອຍຢາກໃຫ້ພວກເຈົ້າຮູ້ວ່າລູກມະນຸດ+ມີອຳນາດຈະຍົກໂທດບາບໃນໂລກນີ້ໄດ້ແທ້.”+ ແລ້ວພະເຢຊູກໍເວົ້າກັບຄົນທີ່ເປັນອຳມະພາດວ່າ: 11 “ລຸກຂຶ້ນ ແລ້ວແບກເປເມືອເຮືອນ.” 12 ລາວກໍລຸກຂຶ້ນ ແລ້ວແບກເປຍ່າງອອກໄປຕໍ່ໜ້າທຸກຄົນທັນທີ ເຂົາເຈົ້າຈຶ່ງແປກໃຈຫຼາຍແລະພາກັນສັນລະເສີນພະເຈົ້າ. ເຂົາເຈົ້າເວົ້າວ່າ: “ພວກເຮົາບໍ່ເຄີຍເຫັນແບບນີ້ຈັກເທື່ອ.”+
13 ພະເຢຊູໄປແຄມທະເລອີກ. ມີຄົນຫຼາຍແທ້ຫຼາຍວ່າມາຫາເພິ່ນ ແລ້ວເພິ່ນກໍສອນເຂົາເຈົ້າ. 14 ຕອນທີ່ພະເຢຊູຍ່າງມາຕາມທາງ ເພິ່ນເຫັນເລວີລູກຊາຍຂອງອາລະຟາຍນັ່ງຢູ່ດ່ານເກັບພາສີ ເພິ່ນຈຶ່ງເວົ້າກັບລາວວ່າ: “ມາເປັນລູກສິດຂ້ອຍແມ້.” ເລວີກໍລຸກຂຶ້ນແລະໄປນຳເພິ່ນ.+ 15 ຕໍ່ມາ ພະເຢຊູໄປກິນເຂົ້າຢູ່ເຮືອນຂອງເລວີ. ມີຄົນເກັບພາສີແລະຄົນທີ່ມັກເຮັດຜິດກິນເຂົ້າຢູ່ໂຕະດຽວກັບພະເຢຊູແລະພວກລູກສິດຂອງເພິ່ນ. ຫຼາຍຄົນໃນກຸ່ມນັ້ນໄດ້ເປັນຜູ້ຕິດຕາມພະເຢຊູແລ້ວ.+ 16 ເມື່ອພວກຄູສອນສາສະໜາທີ່ເປັນຟາຣີຊາຍເຫັນພະເຢຊູກິນເຂົ້ານຳຄົນທີ່ມັກເຮັດຜິດແລະຄົນເກັບພາສີ ເຂົາເຈົ້າຈຶ່ງເວົ້າກັບພວກລູກສິດຂອງເພິ່ນວ່າ: “ເປັນຫຍັງລາວຈຶ່ງກິນເຂົ້ານຳຄົນເກັບພາສີແລະຄົນບາບ?” 17 ເມື່ອພະເຢຊູໄດ້ຍິນແບບນັ້ນກໍເວົ້າວ່າ: “ຄົນທີ່ແຂງແຮງບໍ່ຕ້ອງການໝໍ ແຕ່ຄົນທີ່ບໍ່ສະບາຍຕ້ອງໃຫ້ໝໍປົວ. ຂ້ອຍບໍ່ໄດ້ມາເພື່ອຊ່ວຍຄົນດີ* ແຕ່ມາເພື່ອຊ່ວຍຄົນທີ່ເຮັດຜິດ.”+
18 ລູກສິດຂອງໂຢຮັນແລະພວກຟາຣີຊາຍອົດເຂົ້າເປັນປະຈຳ ເຂົາເຈົ້າບາງຄົນຈຶ່ງເຂົ້າມາຖາມພະເຢຊູວ່າ: “ລູກສິດຂອງໂຢຮັນແລະລູກສິດຂອງພວກຟາຣີຊາຍອົດເຂົ້າ ແຕ່ເປັນຫຍັງພວກລູກສິດຂອງທ່ານຈຶ່ງບໍ່ອົດເຂົ້າ?”+ 19 ພະເຢຊູຕອບເຂົາເຈົ້າວ່າ: “ຕອນທີ່ເຈົ້າບ່າວຍັງຢູ່+ ໝູ່ເຈົ້າບ່າວກໍບໍ່ຕ້ອງອົດເຂົ້າແມ່ນບໍ? ໝູ່ເຈົ້າບ່າວຈະບໍ່ອົດເຂົ້າ ຖ້າເຈົ້າບ່າວຍັງຢູ່ນຳ. 20 ແຕ່ມີມື້ໜຶ່ງຊິມີຄົນເອົາເຈົ້າບ່າວໄປຈາກເຂົາເຈົ້າ ຕອນນັ້ນແຫຼະທີ່ເຂົາເຈົ້າຈະໂສກເສົ້າ+ແລະອົດເຂົ້າ. 21 ບໍ່ມີໃຜເອົາຜ້າໃໝ່ມາຕາບເສື້ອເກົ່າ. ຖ້າເຮັດແບບນັ້ນ ເມື່ອຜ້າໃໝ່ຫົດ ມັນຈະດຶງຜ້າເກົ່າໃຫ້ຂາດ ແລ້ວຮອຍຂາດຈະໃຫຍ່ກວ່າເກົ່າ.+ 22 ບໍ່ມີຜູ້ໃດເອົາເຫຼົ້າແວງໃໝ່ໃສ່ຖົງໜັງເກົ່າ. ຖ້າເຮັດແບບນັ້ນ ເຫຼົ້າແວງຈະເຮັດໃຫ້ຖົງໜັງແຕກ ແລ້ວທັງສອງຢ່າງຈະເສຍຖິ້ມໄປລ້າໆ. ເຫຼົ້າແວງໃໝ່ກໍຕ້ອງໃສ່ຖົງໜັງໃໝ່.”
23 ຕອນທີ່ພະເຢຊູກັບພວກລູກສິດຍ່າງຜ່ານທົ່ງນາໃນວັນຊະບາໂຕ ລູກສິດຂອງເພິ່ນເດັດຮວງເຂົ້າມາກິນຕອນທີ່ຍ່າງໄປ.+ 24 ພວກຟາຣີຊາຍຈຶ່ງເວົ້າກັບເພິ່ນວ່າ: “ເບິ່ງແມະ! ເປັນຫຍັງເຂົາເຈົ້າເຮັດຜິດກົດວັນຊະບາໂຕ?” 25 ພະເຢຊູຈຶ່ງຕອບເຂົາເຈົ້າວ່າ: “ພວກເຈົ້າບໍ່ໄດ້ອ່ານບໍວ່າດາວິດເຮັດຫຍັງຕອນທີ່ລາວກັບຄົນຂອງລາວຫິວເຂົ້າແລະບໍ່ມີຫຍັງກິນ?+ 26 ຕອນທີ່ລາວຢູ່ກັບຫົວໜ້າປະໂລຫິດອາບີອາທາ+ ລາວເຂົ້າໄປເອົາເຂົ້າຈີ່ທີ່ຕັ້ງໄວ້*ໃນວິຫານຂອງພະເຈົ້າ*ອອກມາກິນກັບຄົນຂອງລາວ. ທີ່ຈິງ ເຂົາເຈົ້າບໍ່ມີສິດກິນເຂົ້າຈີ່ນັ້ນ ຍ້ອນມີແຕ່ປະໂລຫິດເທົ່ານັ້ນທີ່ມີສິດກິນໄດ້.”+ 27 ແລ້ວພະເຢຊູກໍເວົ້າກັບເຂົາເຈົ້າວ່າ: “ພະເຈົ້າຕັ້ງວັນຊະບາໂຕເພື່ອປະໂຫຍດຂອງມະນຸດ+ ບໍ່ແມ່ນສ້າງມະນຸດເພື່ອໃຫ້ຖືວັນຊະບາໂຕ. 28 ດັ່ງນັ້ນ ລູກມະນຸດເປັນນາຍເໜືອວັນຊະບາໂຕ.”+
3 ພະເຢຊູເຂົ້າໄປໃນບ່ອນປະຊຸມຂອງຄົນຢິວອີກ. ຢູ່ຫັ້ນມີຜູ້ຊາຍມືລີບເບື້ອງໜຶ່ງ.+ 2 ບາງຄົນຖ້າຈອບຈັບຜິດວ່າພະເຢຊູຈະປົວຜູ້ຊາຍຄົນນັ້ນໃນວັນຊະບາໂຕຫຼືບໍ່ ເພື່ອຈະຫາເລື່ອງເພິ່ນ. 3 ພະເຢຊູເວົ້າກັບຜູ້ຊາຍທີ່ມືລີບວ່າ: “ລຸກຂຶ້ນ ແລະມາຢືນຢູ່ທາງໜ້າພີ້.” 4 ແລ້ວພະເຢຊູຖາມຄົນທີ່ຢູ່ຫັ້ນວ່າ: “ຕາມກົດວັນຊະບາໂຕ ຄວນເຮັດດີຫຼືເຮັດຊົ່ວ ຄວນຊ່ວຍຊີວິດຫຼືທຳລາຍຊີວິດ?”+ ແຕ່ເຂົາເຈົ້າມິດຢູ່. 5 ພະເຢຊູແນມເບິ່ງເຂົາເຈົ້າແບບໃຈຮ້າຍຍ້ອນເຂົາເຈົ້າມີໃຈແຂງກະດ້າງ+ ແລ້ວເພິ່ນບອກຜູ້ຊາຍທີ່ມືລີບວ່າ: “ຢຽດມືອອກ.” ເມື່ອລາວຢຽດມືອອກ ມືທີ່ລີບກໍດີເປັນປົກກະຕິ. 6 ເມື່ອເຫັນແບບນັ້ນ ພວກຟາຣີຊາຍກໍອອກໄປປຶກສາກັບພັກພວກຂອງເຮໂຣດທັນທີ+ເພື່ອວາງແຜນຂ້າພະເຢຊູ.
7 ແຕ່ພະເຢຊູກັບພວກລູກສິດອອກຈາກບ່ອນນັ້ນແລ້ວໄປທະເລ. ມີຄົນຫຼາຍແທ້ຫຼາຍວ່າຈາກແຂວງຄາລີເລກັບແຂວງຢູດາຍຕິດຕາມເພິ່ນໄປ.+ 8 ນອກຈາກນັ້ນຍັງມີຄົນອີກບັກຫຼາຍໆມາຫາພະເຢຊູ ຍ້ອນໄດ້ຍິນເລື່ອງຕ່າງໆທີ່ເພິ່ນເຮັດ. ເຂົາເຈົ້າມາຈາກເມືອງເຢຣູຊາເລັມ ຈາກແຂວງອີດູມາຍ ຈາກທາງທິດຕາເວັນອອກຂອງແມ່ນ້ຳຈໍແດນ ແລະຈາກແຖວເມືອງຕີເຣກັບເມືອງຊີໂດນ. 9 ພະເຢຊູບອກລູກສິດໃຫ້ກຽມເຮືອນ້ອຍໄວ້ເພື່ອບໍ່ໃຫ້ຄົນມາບຽດເພິ່ນ. 10 ຍ້ອນພະເຢຊູໄດ້ປົວຄົນເຈັບປ່ວຍຈຳນວນຫຼາຍ ຄົນທີ່ເປັນພະຍາດຮ້າຍແຮງຈຶ່ງຫຸ້ມເຂົ້າມາຫາເພິ່ນເພື່ອຈະໄດ້ບາຍໂຕເພິ່ນ.+ 11 ພວກປີສາດທຸກໂຕ+ທີ່ເຫັນພະເຢຊູຈະໝູບລົງຕໍ່ໜ້າເພິ່ນແລ້ວຮ້ອງວ່າ: “ທ່ານເປັນລູກຂອງພະເຈົ້າ.”+ 12 ແຕ່ພະເຢຊູສັ່ງພວກມັນຫຼາຍເທື່ອຢ່າງໜັກແໜ້ນວ່າບໍ່ໃຫ້ບອກຄົນອື່ນວ່າເພິ່ນແມ່ນໃຜ.+
13 ພະເຢຊູຂຶ້ນໄປເທິງພູ ແລ້ວເອີ້ນລູກສິດບາງຄົນໃຫ້ມາຫາ+ ແລະເຂົາເຈົ້າກໍມາຫາເພິ່ນ.+ 14 ແລ້ວເພິ່ນໄດ້ເລືອກເອົາ* 12 ຄົນແລະເອີ້ນເຂົາເຈົ້າວ່າອັກຄະສາວົກ.* ເຂົາເຈົ້າຈະໄປກັບເພິ່ນທຸກໆບ່ອນ ແລະເພິ່ນຈະສົ່ງເຂົາເຈົ້າອອກໄປປະກາດ 15 ແລະໃຫ້ເຂົາເຈົ້າມີອຳນາດໄລ່ພວກປີສາດອອກໄດ້.+
16 ອັກຄະສາວົກ 12 ຄົນ+ທີ່ພະເຢຊູເລືອກມີ: ຊີໂມນທີ່ເພິ່ນຕັ້ງຊື່ໃຫ້ອີກຊື່ໜຶ່ງວ່າເປໂຕ+ 17 ຢາໂກໂບກັບໂຢຮັນ ສອງຄົນນີ້ເປັນລູກຊາຍຂອງເຊເບດາຍ (ພະເຢຊູຕັ້ງຊື່ໃຫ້ 2 ຄົນນີ້ນຳວ່າ ໂບອະເນເຄທີ່ແປວ່າ “ລູກຟ້າຮ້ອງ”)+ 18 ອັນເດອາ ຟີລິບ ບາຣະໂທໂລມາຍ ມັດທາຍ ໂທມາ ຢາໂກໂບລູກຊາຍຂອງອາລະຟາຍ ທາດາຍ ຊີໂມນຄົນກະຕືລືລົ້ນ 19 ແລະຢູດາອິສະກາຣີອົດທີ່ຕໍ່ມາໄດ້ທໍລະຍົດພະເຢຊູ.
ຈາກນັ້ນ ພະເຢຊູກໍເຂົ້າໄປໃນເຮືອນຫຼັງໜຶ່ງ. 20 ປະຊາຊົນຈຶ່ງພາກັນຫຸ້ມມາຫາເພິ່ນອີກ ຈົນເພິ່ນກັບພວກລູກສິດຮອດບໍ່ມີເວລາຈະກິນເຂົ້າ. 21 ແຕ່ເມື່ອຄົນໃນຄອບຄົວຂອງພະເຢຊູໄດ້ຍິນຂ່າວຈຶ່ງພາກັນມາເພື່ອຈະເອົາເພິ່ນກັບໄປ. ເຂົາເຈົ້າເວົ້າວ່າ: “ເພິ່ນເປັນບ້າແລ້ວ.”+ 22 ພວກຄູສອນສາສະໜາທີ່ມາຈາກເມືອງເຢຣູຊາເລັມກໍເວົ້າຄືກັນວ່າ: “ຜູ້ນີ້ຖືກເບເອນເຊບູນ*ເຂົ້າສິງ. ລາວໄລ່ພວກປີສາດອອກໄດ້ຍ້ອນໄດ້ອຳນາດຈາກຫົວໜ້າພວກປີສາດ.”+ 23 ພະເຢຊູຈຶ່ງເອີ້ນເຂົາເຈົ້າເຂົ້າມາ ແລ້ວຍົກຕົວຢ່າງປຽບທຽບໃຫ້ຟັງວ່າ: “ຊາຕານຈະໄລ່ຊາຕານໄດ້ແນວໃດ? 24 ຖ້າປະເທດໃດແຕກແຍກກັນ ປະເທດນັ້ນກໍຈະຫຼົ້ມຈົມ.+ 25 ຖ້າຄອບຄົວໃດແຕກແຍກກັນ ຄອບຄົວນັ້ນກໍຈະຢູ່ບໍ່ລອດ. 26 ຄັນຊັ້ນ ຖ້າຊາຕານຕໍ່ສູ້ກັບໂຕເອງ ແລະພັກພວກຂອງມັນແຕກແຍກກັນ ມັນກໍຈະຢູ່ບໍ່ລອດ ແຕ່ຈະເຖິງຈຸດຈົບ. 27 ທີ່ຈິງ ຖ້າຜູ້ໃດຢາກປຸ້ນຊັບສິນໃນເຮືອນຂອງຄົນທີ່ມີແຮງຫຼາຍ ລາວຕ້ອງຈັບເຈົ້າຂອງເຮືອນມັດໄວ້ກ່ອນ ແລ້ວຈຶ່ງຈະປຸ້ນເຮືອນນັ້ນໄດ້. 28 ຂ້ອຍຈະບອກໃຫ້ຮູ້ວ່າ ຄວາມຜິດແລະການໝິ່ນປະໝາດທຸກຢ່າງທີ່ມະນຸດເຮັດນັ້ນພະເຈົ້າຍົກໂທດໃຫ້ໄດ້. 29 ແຕ່ຖ້າຜູ້ໃດເວົ້າໝິ່ນປະໝາດພະລັງບໍລິສຸດ ພະເຈົ້າຈະບໍ່ມີວັນຍົກໂທດໃຫ້ລາວເລີຍ.+ ການເຮັດແນວນັ້ນຈະເຮັດໃຫ້ລາວມີຄວາມຜິດຕະຫຼອດໄປ.”+ 30 ພະເຢຊູເວົ້າແບບນັ້ນກໍຍ້ອນພວກຄູສອນສາສະໜາບອກວ່າ: “ລາວຖືກປີສາດເຂົ້າສິງ.”+
31 ໃນເວລານັ້ນ ແມ່ກັບພວກນ້ອງຊາຍຂອງພະເຢຊູ+ມາຫາເພິ່ນ ເຂົາເຈົ້າຢືນຖ້າຢູ່ທາງນອກແລະໃຫ້ຄົນເຂົ້າໄປເອີ້ນເພິ່ນອອກມາ.+ 32 ຕອນນັ້ນ ປະຊາຊົນນັ່ງອ້ອມພະເຢຊູຢູ່ ແລະມີຄົນມາບອກເພິ່ນວ່າ: “ແມ່ກັບພວກນ້ອງຊາຍຂອງທ່ານມາຫາ ເຂົາເຈົ້າຖ້າຢູ່ທາງນອກ.”+ 33 ແຕ່ພະເຢຊູຖາມເຂົາເຈົ້າວ່າ: “ຮູ້ບໍຜູ້ໃດເປັນແມ່ຂອງຂ້ອຍ ແລະຜູ້ໃດເປັນນ້ອງຊາຍຂອງຂ້ອຍ?” 34 ແລ້ວເພິ່ນກໍແນມເບິ່ງຄົນທີ່ນັ່ງຢູ່ອ້ອມໆເພິ່ນແລະເວົ້າວ່າ: “ນີ້ເດ້ ແມ່ແລະນ້ອງຊາຍຂອງຂ້ອຍ!+ 35 ທຸກຄົນທີ່ເຮັດຕາມສິ່ງທີ່ພະເຈົ້າຕ້ອງການ ຜູ້ນັ້ນແຫຼະເປັນອ້າຍເອື້ອຍນ້ອງແລະແມ່ຂອງຂ້ອຍ.”+
4 ພະເຢຊູໄດ້ສອນຢູ່ແຄມທະເລອີກ ແລະມີຄົນຫຼາຍແທ້ຫຼາຍວ່າຫຸ້ມເພິ່ນຢູ່. ດັ່ງນັ້ນ ເພິ່ນຈຶ່ງລົງໄປນັ່ງຢູ່ເຮືອທີ່ຢູ່ໃກ້ໆຝັ່ງ ສ່ວນຄົນທີ່ມານັ້ນກໍຢູ່ແຄມຝັ່ງ.+ 2 ພະເຢຊູໄດ້ສອນເຂົາເຈົ້າໂດຍໃຊ້ຕົວຢ່າງປຽບທຽບຫຼາຍເລື່ອງ.+ ເພິ່ນເລົ່າວ່າ:+ 3 “ໃຫ້ຕັ້ງໃຈຟັງເດີ້. ມີຜູ້ໜຶ່ງອອກໄປຫວ່ານເມັດພືດ.+ 4 ຕອນທີ່ລາວຫວ່ານນັ້ນ ເມັດພືດບາງສ່ວນຕົກໃສ່ຫົນທາງແລະມີນົກມາກິນຈົນໝົດ. 5 ບາງສ່ວນຕົກໃສ່ພື້ນທີ່ເປັນຫີນທີ່ມີດິນຕື້ນໆ ແລະເຮັດໃຫ້ຕົ້ນອ່ອນປົ່ງຂຶ້ນໄວ.+ 6 ແຕ່ເມື່ອຖືກແດດເຜົາ ຕົ້ນອ່ອນນັ້ນກໍຫ່ຽວຕາຍຍ້ອນຮາກມັນຢູ່ຕື້ນໆ. 7 ເມັດພືດບາງສ່ວນຕົກໃສ່ຟຸ່ມໄມ້ທີ່ມີໜາມ. ຟຸ່ມໄມ້ນັ້ນກໍປົ່ງຂຶ້ນຫຸ້ມຕົ້ນອ່ອນຈົນໝົດ ມັນເລີຍບໍ່ເກີດໝາກ.+ 8 ແຕ່ກໍມີບາງສ່ວນຕົກໃສ່ດິນດີ ມັນຈຶ່ງໃຫຍ່ຂຶ້ນແລະເປັນໝາກ. ບາງຕົ້ນໄດ້ 30 ເທົ່າ ບາງຕົ້ນໄດ້ 60 ເທົ່າ ແລະບາງຕົ້ນໄດ້ 100 ເທົ່າ.”+ 9 ແລ້ວພະເຢຊູກໍເວົ້າວ່າ: “ໃຫ້ທຸກຄົນທີ່ໄດ້ຍິນຕັ້ງໃຈຟັງດີໆ.”+
10 ເມື່ອພະເຢຊູຢູ່ຄົນດຽວ ລູກສິດບາງຄົນລວມທັງອັກຄະສາວົກ* 12 ຄົນໄດ້ມາຖາມເພິ່ນວ່າຕົວຢ່າງປຽບທຽບນັ້ນໝາຍເຖິງຫຍັງ.+ 11 ພະເຢຊູບອກເຂົາເຈົ້າວ່າ: “ພະເຈົ້າໃຫ້ພວກເຈົ້າເຂົ້າໃຈຄວາມລັບສັກສິດ+ເລື່ອງການປົກຄອງຂອງພະເຈົ້າ ສ່ວນຄົນອື່ນໆໄດ້ຍິນແຕ່ຕົວຢ່າງປຽບທຽບເທົ່ານັ້ນ.+ 12 ດັ່ງນັ້ນ ເຂົາເຈົ້າຈະເບິ່ງແຕ່ບໍ່ເຫັນ ເຂົາເຈົ້າຈະໄດ້ຍິນແຕ່ບໍ່ເຂົ້າໃຈ ແລະຈະບໍ່ມີວັນກັບມາຫາພະເຈົ້າເພື່ອເພິ່ນຈະຍົກໂທດໃຫ້.”+ 13 ພະເຢຊູຖາມເຂົາເຈົ້າຕື່ມອີກວ່າ: “ຖ້າພວກເຈົ້າບໍ່ເຂົ້າໃຈຕົວຢ່າງປຽບທຽບນີ້ ແລ້ວພວກເຈົ້າຈະເຂົ້າໃຈຕົວຢ່າງປຽບທຽບເລື່ອງອື່ນໄດ້ແນວໃດ?
14 ຜູ້ທີ່ຫວ່ານນັ້ນກໍຫວ່ານເລື່ອງການປົກຄອງຂອງພະເຈົ້າ.+ 15 ສຳລັບບາງຄົນ ເລື່ອງການປົກຄອງຂອງພະເຈົ້າປຽບຄືກັບເມັດພືດທີ່ຕົກໃສ່ຫົນທາງ. ທັນທີທີ່ເຂົາເຈົ້າໄດ້ຍິນ ຊາຕານກໍມາ+ເອົາສິ່ງທີ່ຫວ່ານໄວ້ໃນໃຈເຂົາເຈົ້າໄປ.+ 16 ສຳລັບບາງຄົນ ເລື່ອງການປົກຄອງຂອງພະເຈົ້າປຽບຄືກັບເມັດພືດທີ່ຕົກໃສ່ພື້ນທີ່ເປັນຫີນທີ່ມີດິນຕື້ນໆ ເມື່ອເຂົາເຈົ້າໄດ້ຍິນເລື່ອງນັ້ນແລ້ວກໍມັກແລະຈຶ່ງຮັບເອົາທັນທີ.+ 17 ແຕ່ເລື່ອງການປົກຄອງຂອງພະເຈົ້າບໍ່ໄດ້ຝັງເລິກເຂົ້າໄປໃນໃຈ ເຂົາເຈົ້າຈຶ່ງເຊື່ອໄດ້ບໍ່ດົນ. ເມື່ອເຈິຄວາມທຸກລຳບາກຫຼືການຂົ່ມເຫງຍ້ອນເລື່ອງນັ້ນ ເຂົາເຈົ້າກໍເຊົາເຊື່ອ. 18 ສ່ວນບາງຄົນ ເລື່ອງການປົກຄອງຂອງພະເຈົ້າປຽບຄືກັບເມັດພືດທີ່ຕົກໃສ່ຟຸ່ມໄມ້ທີ່ມີໜາມ. ເຂົາເຈົ້າໄດ້ຍິນເລື່ອງນັ້ນ+ 19 ແຕ່ປ່ອຍໃຫ້ຄວາມອຸກໃຈ+ກັບຊີວິດໃນໂລກນີ້* ຄວາມຫຼົງໄຫຼໃນຊັບສົມບັດ+ ແລະຄວາມຢາກ+ໄດ້ສິ່ງຕ່າງໆມາຄອບງຳຫົວໃຈແລະປົກຫຸ້ມສິ່ງທີ່ເຂົາເຈົ້າໄດ້ຍິນຈຶ່ງເຮັດໃຫ້ເລື່ອງນັ້ນບໍ່ເກີດຜົນໃນຊີວິດ. 20 ສຳລັບບາງຄົນ ເລື່ອງການປົກຄອງຂອງພະເຈົ້າປຽບຄືກັບເມັດພືດທີ່ຕົກໃສ່ດິນດີ. ເຂົາເຈົ້າໄດ້ຍິນເລື່ອງນັ້ນແລະມັກຫຼາຍ ບາງຄົນຈຶ່ງເກີດໝາກໄດ້ 30 ເທົ່າ ບາງຄົນໄດ້ 60 ເທົ່າ ແລະບາງຄົນໄດ້ 100 ເທົ່າ.”+
21 ພະເຢຊູເວົ້າກັບເຂົາເຈົ້າຕໍ່ໄປວ່າ: “ມີໃຜບໍທີ່ໄຕ້ຕະກຽງແລ້ວຈະເອົາກະຕ່າມາງວມໄວ້ຫຼືເອົາໄປວາງໄວ້ກ້ອງຕຽງ? ລາວຈະເອົາໄປຕັ້ງໄວ້ເທິງຂາຕະກຽງແມ່ນບໍ?+ 22 ທຸກສິ່ງທີ່ເຊື່ອງໄວ້ຈະຕ້ອງຖືກເປີດໂປງ ແລະທຸກສິ່ງທີ່ປົກປິດໄວ້ຢ່າງດີຈະຕ້ອງຖືກເປີດເຜີຍແນ່ນອນ.+ 23 ໃຫ້ທຸກຄົນທີ່ໄດ້ຍິນຕັ້ງໃຈຟັງດີໆ.”+
24 ພະເຢຊູເວົ້າກັບເຂົາເຈົ້າຕໍ່ໄປວ່າ: “ເມື່ອຟັງຫຍັງ ກໍໃຫ້ຕັ້ງໃຈຟັງດີໆ+ ເພາະຖ້າຕັ້ງໃຈຟັງຫຼາຍ ພວກເຈົ້າກໍຈະເຂົ້າໃຈຫຼາຍ ແລະຄວາມເຂົ້າໃຈຂອງພວກເຈົ້າແຮ່ງຈະມີຫຼາຍຂຶ້ນ. 25 ຍ້ອນຄົນທີ່ມີຄວາມເຂົ້າໃຈຈະເຂົ້າໃຈຫຼາຍຂຶ້ນ+ ແຕ່ຄົນທີ່ບໍ່ມີຄວາມເຂົ້າໃຈ ແມ່ນແຕ່ຄວາມເຂົ້າໃຈເລັກນ້ອຍທີ່ລາວມີກໍຈະເສຍໄປ.”+
26 ແລ້ວພະເຢຊູກໍເວົ້າກັບຄົນທີ່ຢູ່ຫັ້ນຕໍ່ອີກວ່າ: “ການປົກຄອງຂອງພະເຈົ້າປຽບຄືກັບຄົນທີ່ຫວ່ານເມັດເຂົ້າໃສ່ດິນ. 27 ກາງຄືນລາວນອນຫຼັບແລະເມື່ອແຈ້ງລາວກໍຕື່ນ ແຕ່ເມັດເຫຼົ່ານັ້ນປົ່ງແລະໃຫຍ່ຂຶ້ນແນວໃດລາວບໍ່ຮູ້. 28 ຕົ້ນເຂົ້ານັ້ນຄ່ອຍໆໃຫຍ່ຂຶ້ນເອງ ເລີ່ມເປັນຕົ້ນອ່ອນກ່ອນ ແລ້ວກໍຖອກຮວງ ແລະໃນທີ່ສຸດກໍມີເມັດເຕັມຮວງ. 29 ທັນທີທີ່ເຂົ້າເຫຼືອງ ລາວກໍກ່ຽວ ຍ້ອນຮອດຍາມກ່ຽວແລ້ວ.”
30 ຈາກນັ້ນ ພະເຢຊູເວົ້າຕໍ່ອີກວ່າ: “ຈະປຽບທຽບການປົກຄອງຂອງພະເຈົ້າກັບຫຍັງ? ຫຼືຈະຍົກຕົວຢ່າງປຽບທຽບເລື່ອງໃດມາອະທິບາຍກ່ຽວກັບການປົກຄອງນັ້ນ? 31 ການປົກຄອງນັ້ນປຽບຄືກັບເມັດມັດສະຕາດ.* ຕອນທີ່ເອົາມາປູກໄວ້ໃນດິນມັນເປັນເມັດພືດທີ່ນ້ອຍທີ່ສຸດໃນໂລກ.+ 32 ແຕ່ເມື່ອປູກແລ້ວ ມັນກໍໃຫຍ່ຂຶ້ນແລະຕົ້ນຂອງມັນກໍສູງໃຫຍ່ກວ່າພືດຜັກທັງໝົດ ແລະມັນແຕກງ່າໃຫຍ່ຈົນນົກມາອາໄສຢູ່ກ້ອງຮົ່ມຂອງມັນໄດ້.”
33 ພະເຢຊູຍົກຕົວຢ່າງປຽບທຽບແບບນີ້ຫຼາຍເລື່ອງ+ເພື່ອສອນປະຊາຊົນໃຫ້ຮູ້ເລື່ອງພະເຈົ້າເທົ່າທີ່ເຂົາເຈົ້າຈະເຂົ້າໃຈໄດ້. 34 ທີ່ຈິງ ເພິ່ນສອນເຂົາເຈົ້າໂດຍໃຊ້ຕົວຢ່າງປຽບທຽບເລື້ອຍໆ ແຕ່ເພິ່ນຈະອະທິບາຍຄວາມໝາຍທຸກຢ່າງໃຫ້ພວກລູກສິດຮູ້ຕອນທີ່ບໍ່ມີປະຊາຊົນຢູ່ນຳ.+
35 ເມື່ອຮອດຕອນແລງມື້ນັ້ນ ພະເຢຊູບອກພວກລູກສິດວ່າ: “ໄປ໋ ພວກເຮົາພາກັນຂ້າມໄປອີກຟາກໜຶ່ງ.”+ 36 ຫຼັງຈາກພວກລູກສິດບອກປະຊາຊົນໃຫ້ເມືອ ເຂົາເຈົ້າກໍພາພະເຢຊູຂຶ້ນເຮືອໄປ ແຕ່ກໍມີເຮືອລຳອື່ນໆນຳຫຼັງເພິ່ນໄປ.+ 37 ແລ້ວກໍມີພາຍຸໃຫຍ່ ແລະຄື້ນໄດ້ຊັດນ້ຳເຂົ້າມາຈົນເກືອບເຕັມເຮືອ.+ 38 ແຕ່ພະເຢຊູນອນໝູນໝອນຫຼັບຢູ່ທ້າຍເຮືອ ເຂົາເຈົ້າຈຶ່ງປຸກເພິ່ນແລ້ວເວົ້າວ່າ: “ອາຈານ ພວກເຮົາກຳລັງຊິຕາຍແລ້ວ ທ່ານບໍ່ເປັນຫ່ວງເລີຍບໍ?” 39 ພະເຢຊູກໍລຸກຂຶ້ນແລ້ວສັ່ງຄື້ນກັບລົມວ່າ: “ສະຫງົບດຽວນີ້!”+ ລົມພາຍຸກໍເຊົາແລະທຸກຢ່າງກໍສະຫງົບເປັນປົກກະຕິ. 40 ແລ້ວເພິ່ນເວົ້າກັບເຂົາເຈົ້າວ່າ: “ເປັນຫຍັງພວກເຈົ້າຈຶ່ງຢ້ານ ພວກເຈົ້າຄືມີຄວາມເຊື່ອໜ້ອຍແທ້?” 41 ແຕ່ເຂົາເຈົ້າຢ້ານຫຼາຍແລະເວົ້າວ່າ: “ເພິ່ນແມ່ນໃຜ? ຂະໜາດລົມກັບທະເລກໍຍັງເຊື່ອຟັງເພິ່ນ.”+
5 ແລ້ວພະເຢຊູກໍໄປອີກຟາກໜຶ່ງໃນເຂດຂອງຄົນເຄຣາຊາ.+ 2 ທັນທີທີ່ພະເຢຊູອອກຈາກເຮືອ ຜູ້ຊາຍຄົນໜຶ່ງທີ່ຖືກປີສາດສິງໄດ້ອອກມາຈາກປ່າຊ້າແລ້ວເຈິເພິ່ນ. 3 ລາວຢູ່ປ່າຊ້າ ແລະຈົນຮອດປານນີ້ກໍຍັງບໍ່ມີໃຜຈັບລາວມັດໄວ້ໄດ້ ຂະໜາດວ່າເອົາໂສ້ລ່າມໄວ້ກໍບໍ່ຢູ່. 4 ລາວຖືກລ່າມໂສ້ຢູ່ແຂນຢູ່ຂາຫຼາຍເທື່ອ ແຕ່ທຸກເທື່ອລາວກໍດຶງໂສ້ຈົນຂາດ ແລະບໍ່ມີໃຜມີແຮງພໍທີ່ຈະປາບລາວໄດ້. 5 ລາວຮ້ອງຢູ່ຕາມປ່າຊ້າແລະຕາມພູໝົດມື້ໝົດຄືນ ແລະເອົາຫີນປາດໂຕເອງ. 6 ແຕ່ເມື່ອລາວແນມເຫັນພະເຢຊູແຕ່ໄກ ລາວກໍແລ່ນເຂົ້າມາໝູບລົງຕໍ່ໜ້າເພິ່ນ.+ 7 ລາວຮ້ອງສຽງດັງວ່າ: “ເຢຊູ ລູກຂອງພະເຈົ້າສູງສຸດ ມາວຸ່ນວາຍກັບຂ້ອຍເຮັດຫຍັງ? ສາບານໃນນາມພະເຈົ້າກ່ອນແມ້ວ່າເຈົ້າຈະບໍ່ທໍລະມານຂ້ອຍ.”+ 8 ປີສາດເວົ້າແບບນັ້ນຫຼັງຈາກພະເຢຊູສັ່ງມັນວ່າ: “ປີສາດຊົ່ວ ອອກມາຈາກລາວດຽວນີ້.”+ 9 ເພິ່ນຖາມມັນວ່າ: “ເຈົ້າຊື່ຫຍັງ?” ມັນຕອບວ່າ: “ຂ້ອຍຊື່ກອງທັບ ຍ້ອນພວກຂ້ອຍມີຫຼາຍໂຕ.” 10 ມັນຂໍຮ້ອງພະເຢຊູຫຼາຍເທື່ອບໍ່ໃຫ້ໄລ່ພວກມັນອອກໄປຈາກເຂດນັ້ນ.+
11 ຕອນນັ້ນ ມີໝູຝູງໃຫຍ່+ກຳລັງຫາກິນຢູ່ພູ.+ 12 ພວກປີສາດຈຶ່ງຂໍຮ້ອງພະເຢຊູວ່າ: “ຂໍໃຫ້ພວກຂ້ອຍເຂົ້າໄປສິງຢູ່ໃນໝູຝູງນັ້ນສະ.” 13 ເພິ່ນກໍໃຫ້ພວກມັນເຮັດຕາມນັ້ນ. ພວກປີສາດຈຶ່ງອອກຈາກຜູ້ຊາຍຄົນນັ້ນ ແລ້ວເຂົ້າໄປສິງຢູ່ໃນຝູງໝູ. ໝູປະມານ 2.000 ໂຕໄດ້ໂດດຈາກໜ້າຜາລົງໄປໃນທະເລແລະຈົມນ້ຳຕາຍ. 14 ສ່ວນຄົນລ້ຽງໝູກໍແລ່ນໜີແລະໄປເລົ່າເລື່ອງທີ່ເກີດຂຶ້ນໃຫ້ຄົນທີ່ຢູ່ໃນເມືອງແລະຄົນທີ່ຢູ່ນອກເມືອງຟັງ ຄົນຈຶ່ງອອກມາເບິ່ງວ່າເກີດຫຍັງຂຶ້ນ.+ 15 ແລ້ວເຂົາເຈົ້າກໍມາຫາພະເຢຊູແລະເຫັນຄົນທີ່ເຄີຍຖືກປີສາດເປັນກອງທັບເຂົ້າສິງ. ຕອນນີ້ ລາວນັ່ງຢູ່ ນຸ່ງເຄື່ອງຮຽບຮ້ອຍ ແລະມີສະຕິດີ. ເມື່ອເຂົາເຈົ້າເຫັນແນວນັ້ນກໍຢ້ານຫຼາຍ. 16 ຄົນທີ່ເຫັນເຫດການກໍເລົ່າໃຫ້ຄົນເຫຼົ່ານັ້ນຟັງວ່າເກີດຫຍັງຂຶ້ນກັບຄົນທີ່ຖືກປີສາດສິງແລະໝູຝູງນັ້ນ. 17 ເຂົາເຈົ້າຈຶ່ງຂໍຮ້ອງພະເຢຊູໃຫ້ອອກໄປຈາກເຂດນັ້ນ.+
18 ເມື່ອພະເຢຊູກຳລັງຂຶ້ນເຮືອ ຜູ້ຊາຍທີ່ເຄີຍຖືກປີສາດສິງກໍຂໍໄປນຳເພິ່ນ.+ 19 ແຕ່ພະເຢຊູບໍ່ໃຫ້ລາວໄປນຳແລະບອກລາວວ່າ: “ໃຫ້ເມືອເຮືອນເດີ້ ແລະໄປຫາພີ່ນ້ອງຂອງເຈົ້າ. ເລົ່າໃຫ້ເຂົາເຈົ້າຟັງວ່າພະເຢໂຫວາ*ໄດ້ເຮັດຫຍັງເພື່ອເຈົ້າແດ່ ແລະເພິ່ນອີ່ຕົນເຈົ້າຫຼາຍສ່ຳໃດ.” 20 ລາວຈຶ່ງໄປແລະເລີ່ມບອກຄົນອື່ນໆໃນເຂດເດກາໂປລີ*ກ່ຽວກັບທຸກສິ່ງທີ່ພະເຢຊູເຮັດເພື່ອລາວ ແລະທຸກຄົນທີ່ໄດ້ຍິນກໍຮູ້ສຶກງຶດຫຼາຍ.
21 ເມື່ອພະເຢຊູນັ່ງເຮືອກັບມາຮອດອີກຟາກໜຶ່ງ ມີຄົນບັກຫຼາຍໆມາຫາເພິ່ນຕອນທີ່ເພິ່ນຍັງຢູ່ແຄມທະເລ.+ 22 ມີຜູ້ໜຶ່ງທີ່ເປັນຫົວໜ້າບ່ອນປະຊຸມຂອງຄົນຢິວຊື່ຢາອີໂຣໄດ້ມາຫາພະເຢຊູ. ເມື່ອເຫັນເພິ່ນແລ້ວ ລາວກໍໝູບລົງຢູ່ຕີນເພິ່ນ+ 23 ແລະອ້ອນວອນເພິ່ນຫຼາຍເທື່ອວ່າ: “ລູກສາວຂ້ອຍບໍ່ສະບາຍແຮງ* ຂໍທ່ານມາວາງມືເທິງລາວ+ ເພື່ອລາວຈະດີເປັນປົກກະຕິແລະມີຊີວິດຢູ່.” 24 ພະເຢຊູຈຶ່ງໄປນຳລາວ. ມີຄົນຫຼາຍແທ້ຫຼາຍວ່ານຳຫຼັງເພິ່ນໄປແລະບຽດກັນຢູ່ອ້ອມເພິ່ນ.
25 ຕອນນັ້ນ ມີຜູ້ຍິງຄົນໜຶ່ງເປັນພະຍາດຕົກເລືອດ+ໄດ້ 12 ປີແລ້ວ.+ 26 ລາວທໍລະມານຫຼາຍ*ຍ້ອນໄປປົວກັບໝໍຫຼາຍຄົນ ແລະເສຍເງິນເສຍຄຳຫຼາຍຈົນໝົດໂຕ ແຕ່ກໍບໍ່ເຊົາ. ຊ້ຳບໍ່ໜຳຍັງເປັນໜັກກວ່າເກົ່າອີກ. 27 ເມື່ອໄດ້ຍິນຂ່າວເລື່ອງພະເຢຊູ ລາວຈຶ່ງຍ່າງຜ່າຄົນບັກຫຼາຍໆເຂົ້າມາທາງຫຼັງເພິ່ນແລະບາຍເສື້ອຄຸມຂອງເພິ່ນ.+ 28 ລາວຄິດວ່າ: “ຖ້າຂ້ອຍໄດ້ບາຍແຕ່ເສື້ອຄຸມຂອງເພິ່ນ ຂ້ອຍຊິເຊົາແນ່ນອນ.”+ 29 ທັນໃດນັ້ນ ເລືອດກໍເຊົາໄຫຼ ແລະລາວຮູ້ສຶກໄດ້ວ່າໂຕເອງເຊົາເປັນພະຍາດທີ່ເຮັດໃຫ້ທໍລະມານແລ້ວ.
30 ພະເຢຊູເອງກໍຮູ້ສຶກໄດ້ທັນທີວ່າພະລັງ+ໄດ້ອອກຈາກໂຕເພິ່ນ. ເພິ່ນຈຶ່ງຫຼຽວເບິ່ງອ້ອມແອ້ມແລ້ວຖາມວ່າ: “ຜູ້ໃດບາຍເສື້ອຂ້ອຍ?”+ 31 ພວກລູກສິດຕອບວ່າ: “ທ່ານກໍເຫັນແລ້ວວ່າມີຄົນບັກຫຼາຍໆບຽດທ່ານຢູ່ ແລ້ວເປັນຫຍັງຈຶ່ງຖາມວ່າ ‘ຜູ້ໃດບາຍຂ້ອຍ?’” 32 ແຕ່ພະເຢຊູຍັງຫຼຽວເບິ່ງອ້ອມແອ້ມເພື່ອຈະຊອກວ່າຜູ້ໃດບາຍເຄື່ອງນຸ່ງເພິ່ນ. 33 ເມື່ອຜູ້ຍິງຄົນນັ້ນຮູ້ວ່າເກີດຫຍັງຂຶ້ນກັບໂຕເອງກໍຢ້ານຈົນໂຕສັ່ນ ລາວຈຶ່ງເຂົ້າມາໝູບລົງຕໍ່ໜ້າພະເຢຊູແລະບອກຄວາມຈິງທຸກຢ່າງ. 34 ພະເຢຊູເວົ້າກັບລາວວ່າ: “ຄວາມເຊື່ອຂອງລູກເຮັດໃຫ້ລູກເຊົາພະຍາດແລ້ວ. ໃຫ້ລູກສະບາຍໃຈເດີ້.+ ຕອນນີ້ ລູກເຊົາເປັນພະຍາດທີ່ເຮັດໃຫ້ທໍລະມານແລ້ວ.”+
35 ພະເຢຊູເວົ້າຍັງບໍ່ທັນສຸດຄວາມ ກໍມີຄົນຈາກເຮືອນຂອງຢາອີໂຣມາບອກລາວວ່າ: “ລູກສາວຂອງເຈົ້າຕາຍແລ້ວ ບໍ່ຕ້ອງລົບກວນອາຈານດອກ.”+ 36 ແຕ່ພະເຢຊູໄດ້ຍິນທີ່ເຂົາເຈົ້າລົມກັນ ເພິ່ນຈຶ່ງບອກຢາອີໂຣວ່າ: “ບໍ່ຕ້ອງຢ້ານ ຂໍພຽງແຕ່ເຈົ້າມີຄວາມເຊື່ອ.”+ 37 ພະເຢຊູບໍ່ໄດ້ໃຫ້ຜູ້ໃດໄປນຳ ນອກຈາກເປໂຕ ແລະຢາໂກໂບກັບໂຢຮັນທີ່ເປັນອ້າຍນ້ອງກັນ.+
38 ເມື່ອເຂົາເຈົ້າມາຮອດເຮືອນຂອງຢາອີໂຣ ພະເຢຊູກໍເຫັນທຸກຄົນຮ້ອງໄຫ້ສຽງບັກດັງໆ.+ 39 ເພິ່ນເຂົ້າໄປໃນເຮືອນແລ້ວເວົ້າກັບເຂົາເຈົ້າວ່າ: “ພາກັນຮ້ອງໄຫ້ເຮັດຫຍັງ? ເດັກນ້ອຍຜູ້ນີ້ບໍ່ໄດ້ຕາຍ ແຕ່ລາວນອນຫຼັບຊື່ໆ.”+ 40 ເຂົາເຈົ້າຈຶ່ງຫົວຂວັນເພິ່ນ. ແຕ່ພະເຢຊູໃຫ້ເຂົາເຈົ້າອອກໄປກ່ອນ ແລ້ວພາພໍ່ແມ່ຂອງເດັກນ້ອຍກັບພວກລູກສິດທີ່ມານຳເຂົ້າໄປບ່ອນທີ່ເດັກນ້ອຍນອນຢູ່. 41 ເພິ່ນຈັບມືລາວແລ້ວເວົ້າວ່າ: “ຕາລີທາກຸມ” ທີ່ແປວ່າ: “ນາງນ້ອຍ ຂ້ອຍບອກໃຫ້ເຈົ້າລຸກຂຶ້ນ!”+ 42 ທັນໃດນັ້ນ ເດັກນ້ອຍຄົນນັ້ນກໍລຸກຂຶ້ນຍ່າງ. (ລາວອາຍຸ 12 ປີ.) ເຂົາເຈົ້າພາກັນຕື່ນເຕັ້ນດີໃຈຫຼາຍ. 43 ແຕ່ພະເຢຊູສັ່ງເຂົາເຈົ້າຫຼາຍເທື່ອ*ວ່າບໍ່ໃຫ້ບອກເລື່ອງນີ້ກັບຜູ້ໃດ.+ ແລ້ວເພິ່ນກໍບອກເຂົາເຈົ້າໃຫ້ເອົາເຂົ້າມາໃຫ້ເດັກນ້ອຍກິນ.
6 ພະເຢຊູເດີນທາງຈາກບ່ອນນັ້ນແລະກັບເມືອເມືອງທີ່ເພິ່ນຢູ່+ ພວກລູກສິດກໍໄປນຳເພິ່ນ. 2 ເມື່ອຮອດວັນຊະບາໂຕ ພະເຢຊູເຂົ້າໄປສອນໃນບ່ອນປະຊຸມຂອງຄົນຢິວ ຜູ້ຟັງສ່ວນຫຼາຍພາກັນງຶດແລະເວົ້າວ່າ: “ຜູ້ນີ້ໄດ້ສະຕິປັນຍາແບບນີ້ມາແຕ່ໃສ?+ ລາວມີສະຕິປັນຍາແບບນີ້ໄດ້ແນວໃດ? ແລະໃຜໃຫ້ອຳນາດລາວເຮັດການອັດສະຈັນແບບນີ້ໄດ້?+ 3 ລາວເປັນຊ່າງໄມ້ຕົ໋ວ?+ ແມ່ຂອງລາວຊື່ມາຣິອາ+ ແລະນ້ອງຊາຍຂອງລາວຊື່ຢາໂກໂບ+ ໂຢເຊັບ ຢູດາ ແລະຊີໂມນ+ບໍ່ແມ່ນບໍ? ພວກນ້ອງສາວຂອງລາວກໍເປັນຄົນບ້ານດຽວກັບພວກເຮົາຕົ໋ວ?” ຍ້ອນແນວນີ້ ເຂົາເຈົ້າຈຶ່ງບໍ່ຍອມຮັບພະເຢຊູ. 4 ເພິ່ນຈຶ່ງບອກເຂົາເຈົ້າວ່າ: “ຜູ້ພະຍາກອນໄດ້ຮັບການຍອມຮັບແລະໄດ້ຮັບຄວາມນັບຖືໃນທຸກບ່ອນ ຍົກເວັ້ນໃນເມືອງທີ່ລາວຢູ່ ໃນພວກຍາດຕິພີ່ນ້ອງ ແລະໃນຄອບຄົວ.”+ 5 ດັ່ງນັ້ນ ພະເຢຊູຈຶ່ງບໍ່ໄດ້ເຮັດການອັດສະຈັນໃນເມືອງນັ້ນ ນອກຈາກວາງມືເທິງຄົນເຈັບປ່ວຍພຽງບໍ່ເທົ່າໃດຄົນເພື່ອປົວເຂົາເຈົ້າ. 6 ທີ່ຈິງ ເພິ່ນແປກໃຈຫຼາຍທີ່ເຂົາເຈົ້າບໍ່ມີຄວາມເຊື່ອ. ຈາກນັ້ນ ພະເຢຊູໄດ້ໄປສອນຕາມບ້ານຕ່າງໆທີ່ຢູ່ໃກ້ໆຫັ້ນ.+
7 ພະເຢຊູເອີ້ນອັກຄະສາວົກ* 12 ຄົນມາ ແລ້ວເລີ່ມສົ່ງເຂົາເຈົ້າອອກໄປເປັນຄູ່ໆ+ ແລະໃຫ້ເຂົາເຈົ້າມີອຳນາດເໜືອພວກປີສາດ.+ 8 ເພິ່ນສັ່ງເຂົາເຈົ້າວ່ານອກຈາກໄມ້ຄ້ອນເທົ້າແລ້ວ ບໍ່ໃຫ້ເອົາຫຍັງໄປ ບໍ່ວ່າຈະເປັນເຂົ້າຈີ່ ຖົງໃສ່ຂອງກິນ ຫຼືເງິນ.*+ 9 ເພິ່ນໃຫ້ເອົາແຕ່ເກີບທີ່ໃສ່ຢູ່ກັບເຄື່ອງນຸ່ງຄາຄີງເທົ່ານັ້ນໄປ. 10 ເພິ່ນບອກເຂົາເຈົ້າອີກວ່າ: “ເມື່ອເຂົ້າໄປໃນເຮືອນຫຼັງໃດ ກໍໃຫ້ພັກຢູ່ຫັ້ນຈົນກວ່າຈະອອກຈາກເມືອງນັ້ນ.+ 11 ຖ້າບ່ອນໃດບໍ່ຕ້ອນຮັບພວກເຈົ້າຫຼືບໍ່ຟັງພວກເຈົ້າ ໃຫ້ສັ່ນຂີ້ຝຸ່ນອອກຈາກຕີນຕອນທີ່ອອກຈາກບ່ອນນັ້ນ ເພື່ອໃຫ້ເຂົາເຈົ້າຮູ້ວ່າພວກເຈົ້າເຕືອນເຂົາເຈົ້າແລ້ວ.”+ 12 ເຂົາເຈົ້າຈຶ່ງອອກໄປປະກາດໃຫ້ຄົນກັບໃຈ+ 13 ໄລ່ປີສາດອອກຫຼາຍໂຕ+ ເອົານ້ຳມັນທາຄົນເຈັບປ່ວຍ ແລະປົວເຂົາເຈົ້າໃຫ້ດີເປັນປົກກະຕິ.
14 ແລ້ວກະສັດເຮໂຣດກໍໄດ້ຍິນເລື່ອງຂອງພະເຢຊູຍ້ອນຄົນພາກັນເວົ້າເຖິງເພິ່ນ. ເຂົາເຈົ້າເວົ້າວ່າ: “ຜູ້ນີ້ຕ້ອງແມ່ນໂຢຮັນຜູ້ໃຫ້ບັບເຕມາທີ່ຄືນມາຈາກຕາຍແລ້ວ ຍ້ອນແນວນີ້ລາວຈຶ່ງເຮັດການອັດສະຈັນໄດ້.”+ 15 ສ່ວນບາງຄົນບອກວ່າ: “ລາວແມ່ນເອລີຢາ.” ແຕ່ບາງຄົນບອກວ່າ: “ລາວເປັນຜູ້ພະຍາກອນຄົນໜຶ່ງຄືກັບຜູ້ພະຍາກອນຄົນອື່ນໆໃນສະໄໝແຕ່ກີ້.”+ 16 ເມື່ອເຮໂຣດໄດ້ຍິນເລື່ອງນັ້ນກໍເວົ້າວ່າ: “ໂຢຮັນຜູ້ທີ່ຂ້ອຍສັ່ງໃຫ້ຕັດຫົວໄດ້ຄືນມາແລ້ວ.” 17 ກ່ອນໜ້ານີ້ ເຮໂຣດສົ່ງຄົນໄປຈັບໂຢຮັນລ່າມໂສ້ແລະຂັງໄວ້ໃນຄຸກ ຍ້ອນເລື່ອງທີ່ເຮໂຣດໄປແຕ່ງດອງກັບເຮໂຣເດຍທີ່ເຄີຍເປັນເມຍຂອງຟີລິບທີ່ເປັນອ້າຍຂອງລາວ.+ 18 ໂຢຮັນເຄີຍເວົ້າກັບເຮໂຣດຫຼາຍເທື່ອວ່າ: “ມັນຜິດເດີ້ທີ່ທ່ານເອົາເຮໂຣເດຍມາເປັນເມຍ.”+ 19 ເຮໂຣເດຍຈຶ່ງຄຽດແຄ້ນແລະຢາກຈະຂ້າໂຢຮັນ ແຕ່ຂ້າບໍ່ໄດ້. 20 ເຮໂຣດຢ້ານໂຢຮັນ ຍ້ອນລາວຮູ້ວ່າໂຢຮັນເປັນຄົນດີແລະນະມັດສະການພະເຈົ້າ+ ລາວຈຶ່ງປົກປ້ອງໂຢຮັນໄວ້. ທຸກເທື່ອທີ່ຟັງສິ່ງທີ່ໂຢຮັນສອນ ເມື່ອຟັງແລ້ວລາວກໍບໍ່ຮູ້ວ່າຈະເຮັດແນວໃດກັບໂຢຮັນ ແຕ່ລາວກໍຍັງມັກຟັງ.
21 ແລ້ວໂອກາດກໍມາຮອດ ໃນວັນເກີດຂອງເຮໂຣດ ລາວໄດ້ຈັດງານລ້ຽງໃຫຍ່+ສຳລັບຄົນທີ່ມີຕຳແໜ່ງສູງ ນາຍພັນ ແລະຄົນສຳຄັນໃນແຂວງຄາລີເລ.+ 22 ລູກສາວຂອງເຮໂຣເດຍໄດ້ອອກມາເຕັ້ນ ແລະເຮັດໃຫ້ເຮໂຣດກັບແຂກທີ່ກິນເຂົ້ານຳກັນພໍໃຈຫຼາຍ. ກະສັດຈຶ່ງຖາມລູກສາວຂອງເຮໂຣເດຍວ່າ: “ເຈົ້າຢາກໄດ້ຫຍັງ ຂໍມາໂລດ ຂ້ອຍຊິເອົາໃຫ້.” 23 ກະສັດເຖິງຂັ້ນສັນຍາກັບລາວວ່າ: “ເຈົ້າຂໍຫຍັງ ຂ້ອຍກໍຈະໃຫ້ທຸກຢ່າງ ແມ່ນແຕ່ເຄິ່ງໜຶ່ງຂອງປະເທດຂ້ອຍກໍຈະເອົາໃຫ້.” 24 ລາວອອກໄປຖາມແມ່ວ່າ: “ແມ່ ລູກຄວນຂໍຫຍັງ?” ແມ່ຕອບວ່າ: “ຂໍຫົວຂອງໂຢຮັນຜູ້ໃຫ້ບັບເຕມາໂລດ.” 25 ລູກສາວຂອງເຮໂຣເດຍກໍຟ້າວກັບໄປຫາກະສັດແລະເວົ້າວ່າ: “ຂ້ອຍຢາກໄດ້ຫົວຂອງໂຢຮັນຜູ້ໃຫ້ບັບເຕມາ ເອົາໃສ່ຖາດມາໃຫ້ຂ້ອຍດຽວນີ້.”+ 26 ຄຳຂໍນີ້ເຮັດໃຫ້ເຮໂຣດລຳບາກໃຈຫຼາຍ ແຕ່ກໍປະຕິເສດບໍ່ໄດ້ຍ້ອນໄດ້ສັນຍາໄວ້ແລ້ວຕໍ່ໜ້າແຂກໃນງານ. 27 ກະສັດຈຶ່ງສັ່ງທະຫານໃຫ້ໄປເອົາຫົວຂອງໂຢຮັນມາທັນທີ ແລ້ວທະຫານຄົນນັ້ນກໍໄປຕັດຫົວຂອງໂຢຮັນໃນຄຸກ 28 ແລະໃສ່ຖາດເອົາມາໃຫ້ລູກສາວຂອງເຮໂຣເດຍ ແລ້ວລາວກໍເອົາໄປໃຫ້ແມ່. 29 ເມື່ອພວກລູກສິດຂອງໂຢຮັນຮູ້ເລື່ອງນີ້ ເຂົາເຈົ້າກໍມາເອົາສົບລາວໄປໄວ້ໃນບ່ອນຝັງສົບ.
30 ພວກອັກຄະສາວົກກັບມາຫາພະເຢຊູ ແລະເວົ້າໃຫ້ເພິ່ນຟັງທຸກເລື່ອງທີ່ເຂົາເຈົ້າໄດ້ເຮັດແລະໄດ້ສອນ.+ 31 ພະເຢຊູຈຶ່ງບອກເຂົາເຈົ້າວ່າ: “ໄປ໋ ພວກເຮົາໄປບ່ອນທີ່ຫ່າງໄກຈາກຄົນເພື່ອຈະໄດ້ພັກຜ່ອນໜ້ອຍໜຶ່ງ.”+ ເພິ່ນເວົ້າແບບນັ້ນຍ້ອນມີຄົນມາຫາຫຼາຍຈົນເພິ່ນກັບພວກລູກສິດຮອດບໍ່ມີເວລາຈະກິນເຂົ້າ. 32 ພະເຢຊູກັບພວກລູກສິດຈຶ່ງຂຶ້ນເຮືອໄປບ່ອນທີ່ງຽບໆເພື່ອຈະມີເວລາເປັນສ່ວນໂຕ.+ 33 ແຕ່ເມື່ອຄົນເຫັນເພິ່ນກັບພວກລູກສິດຂີ່ເຮືອອອກໄປ ແລະຫຼາຍຄົນຮູ້ວ່າເພິ່ນຈະໄປໃສ ຄົນຈາກເມືອງຕ່າງໆກໍແລ່ນໄປຖ້າຢູ່ບ່ອນນັ້ນກ່ອນ. 34 ເມື່ອພະເຢຊູອອກຈາກເຮືອ ເພິ່ນເຫັນຄົນບັກຫຼາຍໆມາຖ້າຢູ່ກໍຮູ້ສຶກອີ່ຕົນ+ ຍ້ອນເຂົາເຈົ້າເປັນຄືແກະທີ່ບໍ່ມີຄົນລ້ຽງ+ ພະເຢຊູຈຶ່ງສອນເຂົາເຈົ້າຫຼາຍເລື່ອງ.+
35 ເມື່ອຮອດຕອນແລງ ພວກລູກສິດມາຫາພະເຢຊູແລ້ວເວົ້າວ່າ: “ແຖວນີ້ບໍ່ມີຫຍັງຂາຍ ແລະຕອນນີ້ກໍຄ່ຳແລ້ວ.+ 36 ບອກເຂົາເຈົ້າໃຫ້ໄປຊອກຊື້ຂອງກິນຕາມໄຮ່ນາແລະຕາມບ້ານທີ່ຢູ່ໃກ້ໆນີ້ດີບໍ່?”+ 37 ແຕ່ພະເຢຊູບອກລູກສິດວ່າ: “ໃຫ້ພວກເຈົ້າຫັ້ນແຫຼະເອົາຂອງກິນໃຫ້ເຂົາເຈົ້າກິນ.” ພວກລູກສິດຕອບວ່າ: “ຈະໃຫ້ພວກເຮົາໄປຊື້ເຂົ້າຈີ່ 200 ເດນາຣິອົນ*ໃຫ້ເຂົາເຈົ້າກິນບໍ?”+ 38 ເພິ່ນບອກເຂົາເຈົ້າວ່າ: “ເບິ່ງດຸວ່າພວກເຈົ້າມີເຂົ້າຈີ່ຈັກອັນ?” ພວກລູກສິດໄປເບິ່ງແລ້ວກໍຕອບພະເຢຊູວ່າ: “ມີ 5 ອັນກັບປາ 2 ໂຕ.”+ 39 ພະເຢຊູສັ່ງໃຫ້ທຸກຄົນນັ່ງລົງເປັນກຸ່ມຢູ່ພື້ນທີ່ມີຫຍ້າຂຽວໆ.+ 40 ເຂົາເຈົ້າກໍນັ່ງລົງເປັນກຸ່ມໆ ບາງກຸ່ມກໍ 100 ຄົນ ບາງກຸ່ມກໍ 50 ຄົນ. 41 ແລ້ວພະເຢຊູກໍຈັບເອົາເຂົ້າຈີ່ 5 ອັນກັບປາ 2 ໂຕ ແລ້ວເງີຍໜ້າຂຶ້ນຟ້າ ແລະອະທິດຖານ.+ ຈາກນັ້ນ ເພິ່ນກໍຫັກເຂົ້າຈີ່ຍື່ນໃຫ້ພວກລູກສິດເພື່ອຢາຍໃຫ້ປະຊາຊົນ. ແລ້ວເພິ່ນກໍແບ່ງປາ 2 ໂຕນັ້ນໃຫ້ທຸກຄົນ. 42 ທຸກຄົນໄດ້ກິນຈົນອີ່ມ 43 ແລະພວກລູກສິດກໍທ້ອນເຂົ້າຈີ່ທີ່ເຫຼືອໄດ້ເຕັມ 12 ກະຕ່າ ເຊິ່ງຍັງບໍ່ລວມປາທີ່ເຫຼືອ.+ 44 ຄົນທີ່ກິນເຂົ້າຈີ່ນັ້ນນັບສະເພາະຜູ້ຊາຍມີ 5.000 ຄົນ.
45 ທັນທີຫຼັງຈາກນັ້ນ ພະເຢຊູໃຫ້ພວກລູກສິດຂີ່ເຮືອຂ້າມຟາກໄປເມືອງເບັດຊາອີດາກ່ອນ ສ່ວນເພິ່ນກໍຖ້າສົ່ງປະຊາຊົນຢູ່ບ່ອນນັ້ນ.+ 46 ຫຼັງຈາກລາເຂົາເຈົ້າແລ້ວ ພະເຢຊູກໍຂຶ້ນໄປເທິງພູເພື່ອອະທິດຖານ.+ 47 ໃນຕອນຄ່ຳ ເຮືອຂອງພວກລູກສິດກໍຢູ່ກາງທະເລ ແຕ່ພະເຢຊູຢູ່ແຄມຝັ່ງຄົນດຽວ.+ 48 ຕອນເຊົ້າໆ* ເມື່ອເພິ່ນເຫັນເຂົາເຈົ້າກຳລັງພາຍເຮືອດ້ວຍຄວາມຍາກລຳບາກຍ້ອນເຮືອແລ່ນຕ້ານກະແສລົມ ເພິ່ນກໍຍ່າງຢູ່ເທິງໜ້ານ້ຳມາຫາເຂົາເຈົ້າ ແຕ່ເຮັດຄືກັບວ່າຈະຍ່າງກາຍເຮືອເຂົາເຈົ້າໄປ. 49 ເມື່ອພວກລູກສິດເຫັນຄົນຍ່າງຢູ່ເທິງໜ້ານ້ຳຈຶ່ງພາກັນເວົ້າວ່າ: “ແມ່ນຫຍັງຫັ້ນ!” ແລ້ວເຂົາເຈົ້າກໍຮ້ອງສຽງເຫຼີ. 50 ຍ້ອນເຂົາເຈົ້າເຫັນພະເຢຊູແລະຕົກໃຈຢ້ານ ເພິ່ນຈຶ່ງຟ້າວບອກເຂົາເຈົ້າວ່າ: “ບໍ່ຕ້ອງຕົກໃຈ. ຂ້ອຍເອງ ບໍ່ຕ້ອງຢ້ານ.”+ 51 ແລ້ວພະເຢຊູກໍຂຶ້ນໄປຫາເຂົາເຈົ້າຢູ່ເທິງເຮືອ ແລະລົມກໍສະຫງົບ. ເມື່ອເຫັນແບບນັ້ນເຂົາເຈົ້າກໍຮູ້ສຶກງຶດຫຼາຍ 52 ຍ້ອນເຂົາເຈົ້າຍັງບໍ່ເຂົ້າໃຈຄວາມໝາຍຂອງການອັດສະຈັນເລື່ອງເຂົ້າຈີ່ນັ້ນ.
53 ເມື່ອພະເຢຊູກັບລູກສິດຂ້າມມາຮອດຟາກເຄັນເນຊາເຣັດແລ້ວ ເຂົາເຈົ້າກໍຈອດເຮືອໄວ້ຢູ່ແຄມຝັ່ງ.+ 54 ແຕ່ທັນທີທີ່ອອກຈາກເຮືອ ຄົນທີ່ຢູ່ຫັ້ນກໍຈື່ພະເຢຊູໄດ້. 55 ເຂົາເຈົ້າຈຶ່ງຟ້າວໄປບອກຄົນອື່ນໆທີ່ຢູ່ທົ່ວເຂດນັ້ນ. ເມື່ອໄດ້ຍິນວ່າພະເຢຊູຢູ່ໃສ ເຂົາເຈົ້າກໍຫາມຄົນເຈັບປ່ວຍໃສ່ເປມາຫາເພິ່ນ. 56 ບໍ່ວ່າພະເຢຊູຈະໄປນອກເມືອງ ຫຼືເຂົ້າໄປບ້ານໃດ ຫຼືເມືອງໃດ ປະຊາຊົນກໍຈະພາຄົນເຈັບປ່ວຍມາທີ່ຕະຫຼາດ.* ຄົນເຈັບປ່ວຍໄດ້ອ້ອນວອນວ່າ ຂໍໃຫ້ໄດ້ບາຍແຕ່ຍອຍເສື້ອຄຸມຂອງເພິ່ນກໍພໍແລ້ວ.+ ທຸກຄົນທີ່ໄດ້ບາຍຍອຍເສື້ອນັ້ນກໍເຊົາເຈັບປ່ວຍ.
7 ມີມື້ໜຶ່ງ ພວກຟາຣີຊາຍກັບພວກຄູສອນສາສະໜາບາງຄົນຈາກເມືອງເຢຣູຊາເລັມໄດ້ພາກັນມາຫາພະເຢຊູ.+ 2 ເຂົາເຈົ້າເຫັນລູກສິດບາງຄົນຂອງພະເຢຊູໃຊ້ມືທີ່ບໍ່ສະອາດກິນເຂົ້າ. ເຂົາເຈົ້າໝາຍເຖິງມືທີ່ບໍ່ໄດ້ລ້າງຕາມພິທີກຳ. 3 (ພວກຟາຣີຊາຍແລະຄົນຢິວທຸກຄົນຈະບໍ່ກິນເຂົ້າຖ້າບໍ່ໄດ້ລ້າງມືຈົນຮອດແຂນສອກ. ນີ້ເປັນທຳນຽມທີ່ເຂົາເຈົ້າຖືກັນມາຕັ້ງແຕ່ປູ່ຍ່າຕານາຍ. 4 ເມື່ອກັບມາແຕ່ຕະຫຼາດ ເຂົາເຈົ້າຈະບໍ່ກິນເຂົ້າຖ້າບໍ່ໄດ້ລ້າງໂຕກ່ອນ. ເຂົາເຈົ້າຍັງມີທຳນຽມອື່ນໆອີກຫຼາຍຢ່າງທີ່ຖືກັນມາເຊັ່ນ: ເຂົາເຈົ້າຈະເອົາຈອກ ໂຖໃສ່ນ້ຳ ແລະເຄື່ອງໃຊ້ອື່ນໆທີ່ເປັນທອງແດງຈຸ່ມໃນນ້ຳ.)+ 5 ພວກຟາຣີຊາຍກັບພວກຄູສອນສາສະໜາຈຶ່ງຖາມພະເຢຊູວ່າ: “ເປັນຫຍັງພວກລູກສິດຂອງເຈົ້າບໍ່ເຮັດຕາມທຳນຽມຂອງປູ່ຍ່າຕານາຍ? ເຂົາເຈົ້າໃຊ້ມືທີ່ບໍ່ສະອາດກິນເຂົ້າ.”+ 6 ເພິ່ນຕອບເຂົາເຈົ້າວ່າ: “ພວກໜ້າຊື່ໃຈຄົດ. ເອຊາຢາພະຍາກອນກ່ຽວກັບພວກເຈົ້າໄວ້ຖືກແລ້ວທີ່ວ່າ ‘ຄົນຊາດນີ້ເວົ້າຊື່ໆວ່ານັບຖືເຮົາ ແຕ່ໃຈຂອງເຂົາເຈົ້າບໍ່ໄດ້ເປັນແບບນັ້ນ.+ 7 ເຂົາເຈົ້ານະມັດສະການເຮົາກໍບໍ່ມີປະໂຫຍດຫຍັງ ຍ້ອນເຂົາເຈົ້າມັກສອນຕາມກົດເກນຂອງມະນຸດ.’+ 8 ພວກເຈົ້າຖິ້ມກົດໝາຍຂອງພະເຈົ້າແລ້ວໄປເຮັດຕາມທຳນຽມຂອງມະນຸດແທນ.”+
9 ພະເຢຊູເວົ້າກັບເຂົາເຈົ້າອີກວ່າ: “ພວກເຈົ້ານິ ເລ່ລ່ຽມຫຼາຍເນາະ ຫາທາງຫຼີກລ່ຽງກົດໝາຍຂອງພະເຈົ້າເພື່ອເຮັດຕາມທຳນຽມຂອງໂຕເອງ.+ 10 ໂມເຊບອກວ່າ ‘ໃຫ້ນັບຖືພໍ່ແມ່’+ ແລະ ‘ຖ້າຜູ້ໃດປ້ອຍດ່າພໍ່ແມ່ ຜູ້ນັ້ນຕ້ອງຖືກຂ້າ.’+ 11 ແຕ່ພວກເຈົ້າພັດເວົ້າວ່າ ‘ບໍ່ຜິດຖ້າຜູ້ໃດຜູ້ໜຶ່ງຈະເວົ້າກັບພໍ່ແມ່ວ່າ “ສິ່ງຂອງທີ່ລູກຈະຊ່ວຍເຫຼືອພໍ່ແມ່ນັ້ນເປັນໂກຣະບານ (ໝາຍເຖິງສິ່ງທີ່ສັນຍາໄວ້ແລ້ວວ່າຈະເອົາໃຫ້ພະເຈົ້າ).”’ 12 ພວກເຈົ້າສອນແບບນີ້ກໍສ່ຳກັບວ່າບໍ່ໃຫ້ລູກຊ່ວຍເຫຼືອຫຍັງພໍ່ແມ່ອີກເລີຍ.+ 13 ພວກເຈົ້າຫັ້ນແຫຼະທີ່ເຮັດໃຫ້ຄຳສອນຂອງພະເຈົ້າບໍ່ມີຄວາມໝາຍຍ້ອນທຳນຽມຂອງພວກເຈົ້າເອງ+ ແລະພວກເຈົ້າຍັງເຮັດອີກຫຼາຍຢ່າງຄ້າຍໆກັນນີ້.”+ 14 ພະເຢຊູເອີ້ນປະຊາຊົນເຂົ້າມາຫາອີກເທື່ອໜຶ່ງແລະບອກເຂົາເຈົ້າວ່າ: “ໃຫ້ທຸກຄົນຕັ້ງໃຈຟັງແລະໃຫ້ເຂົ້າໃຈວ່າ+ 15 ພະເຈົ້າຖືວ່າສິ່ງທີ່ເຂົ້າໄປທາງປາກບໍ່ໄດ້ເຮັດໃຫ້ຄົນເຮົາບໍ່ສະອາດ ແຕ່ສິ່ງທີ່ອອກມາຈາກປາກຫັ້ນແຫຼະທີ່ເຮັດໃຫ້ຄົນເຮົາບໍ່ສະອາດ.”+ 16*——
17 ເມື່ອແຍກຈາກປະຊາຊົນແລ້ວ ພະເຢຊູກໍເຂົ້າໄປໃນເຮືອນຫຼັງໜຶ່ງ ແລະພວກລູກສິດຖາມເພິ່ນວ່າຄຳປຽບທຽບນັ້ນໝາຍເຖິງຫຍັງ?+ 18 ພະເຢຊູບອກວ່າ: “ພວກເຈົ້າກໍບໍ່ເຂົ້າໃຈຄືກັບພວກນັ້ນບໍ? ພວກເຈົ້າຮູ້ແລ້ວຕົ໋ວ ພະເຈົ້າບໍ່ໄດ້ຖືວ່າສິ່ງທີ່ເຂົ້າໄປທາງປາກເຮັດໃຫ້ຄົນເຮົາບໍ່ສະອາດ 19 ຍ້ອນສິ່ງນັ້ນບໍ່ໄດ້ເຂົ້າໄປໃນໃຈ ແຕ່ມັນລົງໄປໃນທ້ອງແລ້ວກໍຖ່າຍລົງວິດ.” ພະເຢຊູເວົ້າແບບນີ້ກໍເພື່ອບອກໃຫ້ຮູ້ວ່າຂອງກິນທຸກຢ່າງສະອາດກິນໄດ້ໂລດ. 20 ເພິ່ນເວົ້າຕໍ່ໄປວ່າ: “ສິ່ງທີ່ອອກມາຈາກໂຕເຮົາຫັ້ນແຫຼະທີ່ເຮັດໃຫ້ບໍ່ສະອາດ.+ 21 ສິ່ງທີ່ອອກມາຈາກທາງໃນແລະທີ່ອອກມາຈາກໃຈ+ແມ່ນຄວາມຄິດທີ່ຊົ່ວຮ້າຍ. ມັນພາໄປສູ່ການເຮັດຜິດສິນລະທຳທາງເພດ* ການລັກ ການຂ້າຄົນ 22 ການຫຼິ້ນຊູ້ ຄວາມໂລບ ການເຮັດຊົ່ວ ການຫຼອກລວງ ການເຮັດຊົ່ວແບບບໍ່ອາຍ* ຄວາມອິດສາ ການໝິ່ນປະໝາດ ຄວາມຍິ່ງ ແລະການຂາດຄວາມສຳນຶກ. 23 ພະເຈົ້າຖືວ່າສິ່ງຊົ່ວທັງໝົດນີ້ອອກມາຈາກໃຈແລະເຮັດໃຫ້ຄົນເຮົາບໍ່ສະອາດ.”
24 ພະເຢຊູອອກຈາກບ່ອນນັ້ນ ແລ້ວກໍເຂົ້າໄປໃນເຂດເມືອງຕີເຣແລະເມືອງຊີໂດນ.+ ເພິ່ນເຂົ້າໄປໃນເຮືອນຫຼັງໜຶ່ງໂດຍບໍ່ຢາກໃຫ້ຜູ້ໃດຮູ້ ແຕ່ກໍຍັງມີຄົນເຫັນເພິ່ນ. 25 ຜູ້ຍິງຄົນໜຶ່ງມີລູກສາວທີ່ຍັງນ້ອຍແລະຖືກປີສາດສິງ. ລາວໄດ້ຍິນຂ່າວເລື່ອງພະເຢຊູຈຶ່ງຟ້າວມາຫາແລະໝູບລົງຢູ່ຕີນເພິ່ນ.+ 26 ຜູ້ຍິງຄົນນີ້ເປັນຄົນກຣີກມາຈາກຟອຍນີເກແຂວງຊີເຣຍ.* ລາວອ້ອນວອນໃຫ້ພະເຢຊູຊ່ວຍໄລ່ປີສາດອອກຈາກລູກສາວຂອງລາວ. 27 ແຕ່ເພິ່ນບອກລາວວ່າ: “ມັນບໍ່ຖືກທີ່ຈະເອົາຂອງກິນຂອງລູກໂຍນໃຫ້ໝານ້ອຍ ຕ້ອງໃຫ້ລູກກິນອີ່ມກ່ອນ.”+ 28 ລາວບອກວ່າ: “ກະແມ່ນ ທ່ານເອີ້ຍ ແຕ່ໝານ້ອຍກໍຍັງໄດ້ກິນເສດຂອງກິນທີ່ຢູ່ກ້ອງໂຕະລູກຂອງນາຍມັນ.” 29 ເມື່ອໄດ້ຍິນແບບນັ້ນ ພະເຢຊູກໍບອກລາວວ່າ: “ຍ້ອນເຈົ້າເວົ້າຈັ່ງຊີ້ ຕອນນີ້ໃຫ້ເຈົ້າເມືອເຮືອນສະ. ປີສາດໄດ້ອອກຈາກລູກສາວເຈົ້າແລ້ວ.”+ 30 ລາວຈຶ່ງເມືອເຮືອນແລະເຫັນລູກສາວນອນຢູ່ເທິງຕຽງ ແລະປີສາດກໍອອກໄປແລ້ວ.+
31 ພະເຢຊູອອກຈາກເຂດເມືອງຕີເຣ ແລ້ວເດີນທາງຜ່ານເມືອງຊີໂດນ ຜ່ານເຂດເດກາໂປລີ*ຈົນຮອດທະເລຄາລີເລ.+ 32 ຢູ່ຫັ້ນ ມີຄົນພາຜູ້ຊາຍຄົນໜຶ່ງທີ່ຫູໜວກແລະເວົ້າບໍ່ຂອດມາຫາເພິ່ນ+ ແລະຂໍຮ້ອງໃຫ້ເພິ່ນວາງມືເທິງລາວ. 33 ພະເຢຊູຈຶ່ງແຍກລາວອອກຈາກຄົນບັກຫຼາຍໆມາຢູ່ຕ່າງຫາກ ແລ້ວເພິ່ນກໍແຍ່ນິ້ວມືເຂົ້າໄປໃນຫູທັງສອງເບື້ອງຂອງລາວ ແລະບ້ວນນ້ຳລາຍ ຫຼັງຈາກນັ້ນເພິ່ນກໍແຕະລີ້ນຂອງລາວ.+ 34 ເພິ່ນເງີຍໜ້າຂຶ້ນຟ້າແລ້ວຫາຍໃຈເຂົ້າເລິກໆ ແລະເວົ້າກັບລາວວ່າ: “ເອບຟາທາ” ທີ່ແປວ່າ: “ເປີດອອກ.” 35 ຫູລາວກໍໄດ້ຍິນທັນທີ+ ລີ້ນຂອງລາວກໍອ່ອນແລະເລີ່ມເວົ້າໄດ້ເປັນປົກກະຕິ. 36 ພະເຢຊູສັ່ງທຸກຄົນບໍ່ໃຫ້ເລົ່າເລື່ອງນີ້ໃຫ້ຜູ້ໃດຟັງ.+ ແຕ່ແຮ່ງຫ້າມ ເຂົາເຈົ້າກໍແຮ່ງເວົ້າ.+ 37 ເຂົາເຈົ້າຮູ້ສຶກງຶດ+ແລະພາກັນເວົ້າວ່າ: “ຜູ້ນີ້ເຮັດແຕ່ສິ່ງດີໆ. ຂະໜາດຄົນຫູໜວກລາວກໍເຮັດໃຫ້ໄດ້ຍິນ ແລະຄົນປາກກືກລາວກໍເຮັດໃຫ້ເວົ້າໄດ້.”+
8 ໃນຕອນນັ້ນ ມີຄົນບັກຫຼາຍໆມາຫາພະເຢຊູອີກ ແລະເຂົາເຈົ້າບໍ່ມີຫຍັງກິນ. ພະເຢຊູຈຶ່ງເອີ້ນພວກລູກສິດມາແລະບອກວ່າ: 2 “ຂ້ອຍອີ່ຕົນຄົນເຫຼົ່ານີ້ເດ້+ ເຂົາເຈົ້າຢູ່ກັບຂ້ອຍ 3 ມື້ແລ້ວ ແລະບໍ່ມີຫຍັງກິນ.+ 3 ຖ້າໃຫ້ເຂົາເຈົ້າເມືອເຮືອນຕອນທີ່ຍັງຫິວແບບນີ້ ເຂົາເຈົ້າອາດໝົດແຮງກາງທາງກໍໄດ້ ແລະບາງຄົນກໍຢູ່ໄກຫຼາຍ.” 4 ແຕ່ພວກລູກສິດບອກເພິ່ນວ່າ: “ຢູ່ບ່ອນຫ່າງໄກແບບນີ້ ພວກເຮົາຊິໄປຊອກຂອງກິນຢູ່ໃສຈຶ່ງຊິພໍໃຫ້ຄົນຫຼາຍປານນີ້ກິນຈົນອີ່ມ?” 5 ພະເຢຊູຈຶ່ງຖາມເຂົາເຈົ້າວ່າ: “ພວກເຈົ້າມີເຂົ້າຈີ່ຈັກອັນ?” ເຂົາເຈົ້າຕອບວ່າ: “ມີ 7 ອັນ.”+ 6 ພະເຢຊູບອກໃຫ້ປະຊາຊົນນັ່ງລົງພື້ນ. ຈາກນັ້ນ ເພິ່ນກໍຈັບເອົາເຂົ້າຈີ່ 7 ອັນ ແລ້ວອະທິດຖານຂອບໃຈພະເຈົ້າ ແລະຫັກເຂົ້າຈີ່ນັ້ນຍື່ນໃຫ້ພວກລູກສິດເອົາໄປຢາຍ ແລ້ວເຂົາເຈົ້າກໍຢາຍໃຫ້ປະຊາຊົນ.+ 7 ເຂົາເຈົ້າຍັງມີປານ້ອຍສອງສາມໂຕນຳອີກ. ພະເຢຊູໄດ້ອະທິດຖານ ແລ້ວບອກພວກລູກສິດເອົາປາເຫຼົ່ານັ້ນໄປຢາຍໃຫ້ປະຊາຊົນຄືກັນ. 8 ທຸກຄົນໄດ້ກິນຈົນອີ່ມແລະພວກລູກສິດທ້ອນເຂົ້າຈີ່ທີ່ເຫຼືອໄດ້ເຕັມ 7 ກະຕ່າໃຫຍ່.+ 9 ຢູ່ຫັ້ນມີຜູ້ຊາຍປະມານ 4.000 ຄົນ. ຫຼັງຈາກກິນແລ້ວໆ ພະເຢຊູກໍໃຫ້ເຂົາເຈົ້າເມືອ.
10 ທັນທີຫຼັງຈາກນັ້ນ ພະເຢຊູກໍຂຶ້ນເຮືອກັບພວກລູກສິດແລະໄປຮອດເຂດດານມານຸທາ.*+ 11 ຢູ່ຫັ້ນມີພວກຟາຣີຊາຍມາຖຽງກັບເພິ່ນ ແລະທ້າໃຫ້ເພິ່ນເຮັດການອັດສະຈັນໃນທ້ອງຟ້າໃຫ້ເຂົາເຈົ້າເຫັນເພື່ອຈະທົດສອບເພິ່ນ.+ 12 ພະເຢຊູຖອນຫາຍໃຈແລະເວົ້າວ່າ: “ເປັນຫຍັງຄົນສະໄໝນີ້ມີແຕ່ຢາກເຫັນການອັດສະຈັນ?+ ຂ້ອຍຈະບອກໃຫ້ຮູ້ວ່າ ເຂົາເຈົ້າຈະບໍ່ໄດ້ເຫັນຫຍັງເລີຍ.”+ 13 ເມື່ອເວົ້າຈົບ ພະເຢຊູກໍໄປຈາກເຂົາເຈົ້າແລະຂຶ້ນເຮືອຂ້າມທະເລໄປອີກຟາກໜຶ່ງ.
14 ແຕ່ພວກລູກສິດລືມເອົາເຂົ້າຈີ່ໄປນຳ ແລະໃນເຮືອມີແຕ່ເຂົ້າຈີ່ອັນດຽວ.+ 15 ພະເຢຊູເຕືອນເຂົາເຈົ້າຢ່າງໜັກແໜ້ນວ່າ: “ລະວັງໃຫ້ດີໆ ຢ່າຮັບເອົາເຊື້ອຂອງພວກຟາຣີຊາຍກັບຂອງເຮໂຣດເດີ້.”+ 16 ແລ້ວເຂົາເຈົ້າກໍເລີ່ມຮ້າຍກັນເລື່ອງທີ່ລືມເອົາເຂົ້າຈີ່ມາ. 17 ເມື່ອໄດ້ຍິນແບບນັ້ນ ພະເຢຊູເວົ້າກັບເຂົາເຈົ້າວ່າ: “ເປັນຫຍັງພວກເຈົ້າຈຶ່ງຮ້າຍກັນເລື່ອງທີ່ບໍ່ມີເຂົ້າຈີ່? ພວກເຈົ້າຍັງບໍ່ຮູ້ແລະບໍ່ເຂົ້າໃຈຄວາມໝາຍຂອງເລື່ອງນີ້ບໍ? ເປັນຫຍັງພວກເຈົ້າຈຶ່ງບໍ່ຍອມເຂົ້າໃຈຫຍັງເລີຍ? 18 ‘ພວກເຈົ້າມີຕາແຕ່ເບິ່ງບໍ່ເຫັນ ມີຫູແຕ່ບໍ່ໄດ້ຍິນ’ ຄືກັນບໍ? ຈື່ໄດ້ບໍ່ 19 ຕອນທີ່ຂ້ອຍຫັກເຂົ້າຈີ່ 5 ອັນ+ລ້ຽງຜູ້ຊາຍ 5.000 ຄົນ ພວກເຈົ້າທ້ອນເຂົ້າຈີ່ທີ່ເຫຼືອໄດ້ເຕັມຈັກກະຕ່າ?” ເຂົາເຈົ້າຕອບວ່າ: “12 ກະຕ່າ.”+ 20 “ແລ້ວຕອນທີ່ຂ້ອຍຫັກເຂົ້າຈີ່ 7 ອັນລ້ຽງຜູ້ຊາຍ 4.000 ຄົນ ພວກເຈົ້າທ້ອນເຂົ້າຈີ່ທີ່ເຫຼືອໄດ້ເຕັມຈັກກະຕ່າໃຫຍ່?” ເຂົາເຈົ້າຕອບວ່າ: “7 ກະຕ່າໃຫຍ່.”+ 21 ເພິ່ນຈຶ່ງບອກເຂົາເຈົ້າວ່າ: “ພວກເຈົ້າເຫັນແບບນີ້ແລ້ວຍັງບໍ່ເຂົ້າໃຈບໍ?”
22 ເມື່ອພະເຢຊູກັບພວກລູກສິດມາຮອດເມືອງເບັດຊາອີດາ ມີຄົນພາຜູ້ຊາຍຕາບອດຄົນໜຶ່ງມາຫາແລະອ້ອນວອນເພິ່ນໃຫ້ບາຍລາວ.+ 23 ພະເຢຊູຈູງຜູ້ຊາຍຕາບອດອອກໄປນອກເມືອງ. ເພິ່ນເອົານ້ຳລາຍມາໃສ່ຕາລາວ+ ວາງມືເທິງລາວ ແລ້ວຖາມວ່າ: “ເຈົ້າເຫັນຫຍັງແດ່?” 24 ລາວແນມເບິ່ງແລະຕອບວ່າ: “ຂ້ອຍຄິດວ່າເຫັນຄົນ. ເຂົາເຈົ້າເປັນຄືກັບຕົ້ນໄມ້ແຕ່ຍ່າງໄປຍ່າງມາ.” 25 ພະເຢຊູວາງມືເທິງຕາລາວອີກເທື່ອໜຶ່ງ ແລ້ວລາວກໍເຫັນຮຸ່ງ. ຕາລາວດີເປັນປົກກະຕິແລະເບິ່ງເຫັນທຸກຢ່າງແຈ້ງ. 26 ພະເຢຊູຈຶ່ງບອກໃຫ້ລາວເມືອເຮືອນແລະສັ່ງວ່າ: “ບໍ່ຕ້ອງເຂົ້າໄປໃນເມືອງ.”
27 ພະເຢຊູກັບພວກລູກສິດໄປຕາມບ້ານຕ່າງໆໃນເຂດກາຍຊາເຣຍຟີລິບປອຍ. ຕອນທີ່ເດີນທາງໄປ ເພິ່ນຖາມພວກລູກສິດວ່າ: “ຄົນທົ່ວໄປເວົ້າວ່າຂ້ອຍແມ່ນໃຜ?”+ 28 ເຂົາເຈົ້າຕອບເພິ່ນວ່າ: “ບາງຄົນບອກວ່າແມ່ນໂຢຮັນຜູ້ໃຫ້ບັບເຕມາ+ ບາງຄົນບອກວ່າແມ່ນເອລີຢາ+ ແຕ່ກໍມີບາງຄົນບອກວ່າແມ່ນຜູ້ໜຶ່ງໃນພວກຜູ້ພະຍາກອນ.” 29 ພະເຢຊູຖາມເຂົາເຈົ້າວ່າ: “ພວກເຈົ້າເດ້ ຄິດວ່າຂ້ອຍແມ່ນໃຜ?” ເປໂຕຕອບວ່າ: “ທ່ານເປັນພະຄລິດ.”+ 30 ພະເຢຊູສັ່ງພວກລູກສິດຢ່າງໜັກແໜ້ນວ່າບໍ່ໃຫ້ບອກເລື່ອງນີ້ໃຫ້ຜູ້ໃດຮູ້.+ 31 ແລ້ວເພິ່ນກໍເລີ່ມອະທິບາຍໃຫ້ເຂົາເຈົ້າຮູ້ວ່າລູກມະນຸດຈະຕ້ອງຖືກພວກຜູ້ນຳຄົນຢິວ ແລະພວກຫົວໜ້າປະໂລຫິດກັບພວກຄູສອນສາສະໜາທໍລະມານຫຼາຍຢ່າງ. ເຂົາເຈົ້າຈະບໍ່ຍອມຮັບເພິ່ນ ແລະເພິ່ນຈະຖືກຂ້າ+ ແຕ່ຫຼັງຈາກນັ້ນ 3 ມື້ເພິ່ນຈະຄືນມາຈາກຕາຍ.+ 32 ພະເຢຊູເວົ້າເລື່ອງນີ້ແຈ້ງໆເລີຍ ເປໂຕຈຶ່ງພາເພິ່ນໄປຕ່າງຫາກແລະແນະນຳເພິ່ນ.+ 33 ພະເຢຊູຫຼຽວໄປເບິ່ງພວກລູກສິດແລ້ວຕຳໜິເປໂຕວ່າ: “ເຊົາເວົ້າດຽວນີ້ ຊາຕານ!* ຍ້ອນສິ່ງທີ່ເຈົ້າຄິດບໍ່ແມ່ນຄວາມຄິດຂອງພະເຈົ້າ ແຕ່ແມ່ນຄວາມຄິດຂອງມະນຸດ.”+
34 ພະເຢຊູເອີ້ນປະຊາຊົນກັບພວກລູກສິດເຂົ້າມາຫາແລະເວົ້າວ່າ: “ຖ້າຜູ້ໃດຢາກຕິດຕາມຂ້ອຍ ກໍໃຫ້ຜູ້ນັ້ນເຊົາໃຊ້ຊີວິດເພື່ອໂຕເອງ ແລະຍອມແບກເສົາທໍລະມານ*ຂອງໂຕເອງ ແລ້ວຕິດຕາມຂ້ອຍຕໍ່ໆໄປ.+ 35 ຄົນທີ່ພະຍາຍາມເອົາໂຕລອດຈະເສຍຊີວິດ ແຕ່ຄົນທີ່ສະລະຊີວິດເພື່ອຂ້ອຍແລະເພື່ອຂ່າວດີ ຜູ້ນັ້ນຈະໄດ້ຊີວິດ.+ 36 ທີ່ຈິງ ຖ້າຜູ້ໃດໄດ້ເປັນເຈົ້າຂອງທຸກສິ່ງທຸກຢ່າງໃນໂລກແຕ່ຕ້ອງເສຍຊີວິດ ມັນຈະມີປະໂຫຍດຫຍັງ?+ 37 ຄົນເຮົາຈະເອົາຫຍັງມາແລກກັບຊີວິດຂອງໂຕເອງ?+ 38 ໃນສະໄໝຂອງຄົນຊົ່ວແລະຄົນທີ່ບໍ່ສັດຊື່ຕໍ່ພະເຈົ້າ* ຖ້າຜູ້ໃດອາຍຍ້ອນເປັນລູກສິດຂອງຂ້ອຍແລະຍ້ອນຄຳສອນຂອງຂ້ອຍ ລູກມະນຸດກໍຈະອາຍທີ່ຈະຍອມຮັບຜູ້ນັ້ນ+ເມື່ອເພິ່ນໄດ້ຮັບອຳນາດຍິ່ງໃຫຍ່ຈາກພະເຈົ້າຜູ້ເປັນພໍ່. ເພິ່ນຈະມາພ້ອມກັບພວກທູດສະຫວັນທີ່ບໍລິສຸດ.”+
9 ພະເຢຊູເວົ້າກັບເຂົາເຈົ້າຕໍ່ໄປວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ບາງຄົນທີ່ຢືນຢູ່ນີ້ຈະບໍ່ຕາຍກ່ອນທີ່ຈະໄດ້ເຫັນການປົກຄອງຂອງພະເຈົ້າມາພ້ອມກັບອຳນາດທີ່ຍິ່ງໃຫຍ່.”+ 2 ຫົກມື້ຕໍ່ມາ ພະເຢຊູພາເປໂຕ ຢາໂກໂບ ແລະໂຢຮັນຂຶ້ນໄປເທິງພູສູງໆ ແລ້ວລັກສະນະຂອງພະເຢຊູກໍປ່ຽນໄປຕໍ່ໜ້າເຂົາເຈົ້າ.+ 3 ເຄື່ອງນຸ່ງຂອງເພິ່ນຂາວເຈີດຈ້າ ຂາວກວ່າຄົນຟອກຜ້າໃນໂລກນີ້ຈະເຮັດໄດ້. 4 ລູກສິດ 3 ຄົນນັ້ນເຫັນເອລີຢາກັບໂມເຊກຳລັງລົມກັບພະເຢຊູ. 5 ເປໂຕເວົ້າກັບພະເຢຊູວ່າ: “ອາຈານ* ດີແທ້ໆທີ່ພວກເຮົາໄດ້ມາຢູ່ນີ້. ຂໍໃຫ້ພວກເຮົາປຸກເຕັ້ນໄວ້ຢູ່ນີ້ 3 ຫຼັງ ໃຫ້ທ່ານຫຼັງໜຶ່ງ ໂມເຊຫຼັງໜຶ່ງ ແລະເອລີຢາຫຼັງໜຶ່ງ.” 6 ເປໂຕເວົ້າແບບນັ້ນຍ້ອນລາວບໍ່ຮູ້ວ່າຈະເຮັດແນວໃດ ແລະເຂົາເຈົ້າທັງສາມຄົນກໍຢ້ານຫຼາຍ. 7 ແລ້ວມີຂີ້ເຝື້ອມາປົກຄຸມເຂົາເຈົ້າ ແລະມີສຽງ+ເວົ້າອອກມາຈາກຂີ້ເຝື້ອວ່າ: “ຜູ້ນີ້ແມ່ນລູກທີ່ເຮົາຮັກ.+ ພວກເຈົ້າຕ້ອງເຊື່ອຟັງລາວ.”+ 8 ເມື່ອເຂົາເຈົ້າແນມເບິ່ງອ້ອມແອ້ມກໍບໍ່ເຫັນຜູ້ໃດຢູ່ນຳເຂົາເຈົ້ານອກຈາກພະເຢຊູ.
9 ຕອນທີ່ລົງມາຈາກພູ ພະເຢຊູສັ່ງເຂົາເຈົ້າຢ່າງໜັກແໜ້ນວ່າຢ່າບອກຜູ້ໃດເລື່ອງທີ່ເຂົາເຈົ້າເຫັນ+ ຈົນກວ່າລູກມະນຸດຈະຖືກປຸກໃຫ້ຄືນມາຈາກຕາຍ.+ 10 ເຂົາເຈົ້າເຮັດຕາມທີ່ພະເຢຊູສັ່ງ* ແຕ່ກໍລົມກັນວ່າການປຸກໃຫ້ຄືນມາຈາກຕາຍໝາຍຄວາມວ່າແນວໃດ. 11 ແລ້ວເຂົາເຈົ້າຖາມພະເຢຊູວ່າ: “ຄັນຊັ້ນ ເປັນຫຍັງພວກຄູສອນສາສະໜາບອກວ່າເອລີຢາ+ຕ້ອງມາກ່ອນພະຄລິດ?”+ 12 ເພິ່ນຕອບວ່າ: “ເອລີຢາຕ້ອງມາກ່ອນແລະຈະເຮັດໃຫ້ທຸກຢ່າງກັບມາດີຄືເກົ່າ.+ ແຕ່ເລື່ອງນີ້ກ່ຽວຂ້ອງແນວໃດກັບທີ່ພະຄຳພີບອກໄວ້ວ່າ ລູກມະນຸດຕ້ອງທົນທຸກທໍລະມານຫຼາຍຢ່າງ+ແລະຈະຖືກໝິ່ນປະໝາດ?+ 13 ຂ້ອຍຈະບອກໃຫ້ຮູ້ວ່າ ທີ່ຈິງ ເອລີຢາ+ມາແລ້ວ ແຕ່ຄົນບໍ່ຮູ້ວ່າແມ່ນລາວ. ເຂົາເຈົ້າຈຶ່ງທຳຮ້າຍລາວຕາມທີ່ເຂົາເຈົ້າຕ້ອງການ. ເລື່ອງທັງໝົດນີ້ກົງກັບທີ່ພະຄຳພີບອກໄວ້ກ່ຽວກັບລາວ.”+
14 ເມື່ອພະເຢຊູກັບລູກສິດ 3 ຄົນນັ້ນກັບມາຫາລູກສິດຄົນອື່ນໆ ກໍເຫັນວ່າມີຄົນບັກຫຼາຍໆຢູ່ນຳເຂົາເຈົ້າ ແລະພວກຄູສອນສາສະໜາກຳລັງຖຽງກັບເຂົາເຈົ້າຢູ່.+ 15 ເມື່ອປະຊາຊົນເຫັນພະເຢຊູ ເຂົາເຈົ້າກໍແປກໃຈ ແລ້ວແຫ່ກັນເຂົ້າໄປຕ້ອນຮັບເພິ່ນ. 16 ພະເຢຊູຖາມເຂົາເຈົ້າວ່າ: “ກຳລັງຖຽງກັນເລື່ອງຫຍັງ?” 17 ຜູ້ຊາຍຄົນໜຶ່ງຕອບວ່າ: “ອາຈານ ຂ້ອຍພາລູກຊາຍມາຫາທ່ານຍ້ອນລາວຖືກປີສາດເຂົ້າສິງຈົນເຮັດໃຫ້ລາວປາກກືກ.+ 18 ເວລາມັນເຂົ້າສິງ ມັນຈະເຮັດໃຫ້ລາວລົ້ມລົງພື້ນ ມີນ້ຳລາຍຟູມປາກ ກັດແຂ້ວ ແລະໝົດແຮງ. ຂ້ອຍມາຂໍໃຫ້ລູກສິດຂອງທ່ານໄລ່ມັນອອກໄປ ແຕ່ເຂົາເຈົ້າເຮັດບໍ່ໄດ້.” 19 ພະເຢຊູຈຶ່ງເວົ້າກັບເຂົາເຈົ້າວ່າ: “ຄົນສະໄໝນີ້ທີ່ຂາດຄວາມເຊື່ອ+ ຂ້ອຍຈະຕ້ອງຢູ່ກັບພວກເຈົ້າອີກດົນສ່ຳໃດ? ຂ້ອຍຈະຕ້ອງອົດທົນກັບພວກເຈົ້າໄປອີກດົນປານໃດ? ໃສ໋ ເອົາເດັກນ້ອຍມາໃຫ້ຂ້ອຍເບິ່ງດຸ.”+ 20 ເຂົາເຈົ້າກໍພາເດັກນ້ອຍຄົນນັ້ນມາຫາເພິ່ນ. ແຕ່ເມື່ອປີສາດໂຕນັ້ນເຫັນພະເຢຊູ ມັນກໍເຮັດໃຫ້ເດັກນ້ອຍຊັກດີ້ນຊັກງໍຢູ່ພື້ນ ແລ້ວລາວກໍກິ້ງໄປກິ້ງມາ ແລະມີນ້ຳລາຍຟູມປາກ. 21 ພະເຢຊູຖາມພໍ່ຂອງເດັກນ້ອຍວ່າ: “ລູກຊາຍເຈົ້າເປັນແບບນີ້ດົນປານໃດແລ້ວ?” ລາວຕອບວ່າ: “ຕັ້ງແຕ່ຍັງນ້ອຍ. 22 ຫຼາຍເທື່ອມັນເຮັດໃຫ້ລາວຊັກຈົນຕົກໃສ່ກອງໄຟແລະຕົກລົງນ້ຳເພື່ອຈະຂ້າລາວ. ຖ້າທ່ານຊ່ວຍໄດ້ ຂໍໃຫ້ອີ່ຕົນແລະຊ່ວຍພວກເຮົາແດ່.” 23 ພະເຢຊູບອກລາວວ່າ: “ເປັນຫຍັງຈຶ່ງເວົ້າວ່າ ‘ຖ້າທ່ານຊ່ວຍໄດ້’? ທຸກສິ່ງເປັນໄປໄດ້ສຳລັບຄົນທີ່ເຊື່ອ.”+ 24 ພໍ່ຂອງເດັກນ້ອຍກໍຟ້າວຮ້ອງອອກມາວ່າ: “ຂ້ອຍເຊື່ອ! ແຕ່ຖ້າຄວາມເຊື່ອຂອງຂ້ອຍຍັງບໍ່ຫຼາຍພໍ ຂໍຊ່ວຍຂ້ອຍໃຫ້ມີຄວາມເຊື່ອຫຼາຍຂຶ້ນແດ່!”+
25 ຕອນນັ້ນເລີ່ມມີຄົນມາຫຸ້ມເບິ່ງຫຼາຍຂຶ້ນ ແລ້ວພະເຢຊູສັ່ງປີສາດຊົ່ວໂຕນັ້ນວ່າ: “ປີສາດທີ່ເຮັດໃຫ້ຄົນປາກກືກແລະຫູໜວກ ອອກມາຈາກລາວດຽວນີ້ ແລະຫ້າມເຂົ້າສິງລາວອີກເດັດຂາດ!”+ 26 ມັນຮ້ອງແຜດສຽງແລະເຮັດໃຫ້ເດັກນ້ອຍຊັກດີ້ນຊັກງໍ ແລ້ວມັນກໍອອກໄປຈາກລາວ. ເດັກນ້ອຍຄົນນັ້ນນອນຄືກັບຕາຍແລ້ວ ຄົນສ່ວນຫຼາຍຈຶ່ງພາກັນເວົ້າວ່າ: “ລາວຕາຍແລ້ວ!” 27 ແຕ່ພະເຢຊູຈັບມືລາວແລະໂຈມຂຶ້ນ ແລ້ວລາວກໍລຸກຢືນຂຶ້ນ. 28 ຫຼັງຈາກນັ້ນ ພະເຢຊູເຂົ້າໄປໃນເຮືອນຫຼັງໜຶ່ງ ພວກລູກສິດໄດ້ເຂົ້າມາຖາມເພິ່ນເປັນສ່ວນໂຕວ່າ: “ເປັນຫຍັງພວກເຮົາຄືໄລ່ປີສາດໂຕນັ້ນອອກບໍ່ໄດ້?”+ 29 ເພິ່ນຕອບເຂົາເຈົ້າວ່າ: “ຄັນຊິໄລ່ປີສາດແບບນີ້ອອກກະມີແຕ່ຕ້ອງອະທິດຖານເທົ່ານັ້ນ.”
30 ພະເຢຊູກັບພວກລູກສິດອອກຈາກບ່ອນນັ້ນ ແລ້ວກໍໄປແຂວງຄາລີເລ ແຕ່ເພິ່ນບໍ່ຢາກໃຫ້ຜູ້ໃດຮູ້ວ່າເພິ່ນຢູ່ໃສ. 31 ເພິ່ນສອນພວກລູກສິດແລະບອກເຂົາເຈົ້າວ່າ: “ລູກມະນຸດຈະຕ້ອງຖືກທໍລະຍົດແລະຖືກພວກສັດຕູຈັບ ແລ້ວພວກນັ້ນຈະຂ້າເພິ່ນ.+ ເຖິງວ່າຖືກຂ້າ ແຕ່ຫຼັງຈາກນັ້ນ 3 ມື້ເພິ່ນຈະຄືນມາຈາກຕາຍ.”+ 32 ພວກລູກສິດບໍ່ເຂົ້າໃຈຄວາມໝາຍໃນສິ່ງທີ່ເພິ່ນເວົ້າ ແຕ່ກໍບໍ່ມີໃຜກ້າຖາມເພິ່ນ.
33 ແລ້ວພະເຢຊູກັບພວກລູກສິດກໍມາຮອດເມືອງກາເປນາອູມ. ເມື່ອຢູ່ໃນເຮືອນ ເພິ່ນຖາມລູກສິດວ່າ: “ຕອນທີ່ເດີນທາງ ພວກເຈົ້າຖຽງກັນເລື່ອງຫຍັງ?”+ 34 ເຂົາເຈົ້າກໍມິດຢູ່ ຍ້ອນເຂົາເຈົ້າຖຽງກັນມາສຸດທາງວ່າ ໃນເຂົາເຈົ້າໃຜຊິເປັນໃຫຍ່ທີ່ສຸດ. 35 ພະເຢຊູຈຶ່ງນັ່ງລົງ ເອີ້ນອັກຄະສາວົກ* 12 ຄົນມາ ແລ້ວບອກເຂົາເຈົ້າວ່າ: “ຖ້າຜູ້ໃດຢາກເປັນໃຫຍ່ທີ່ສຸດ ຜູ້ນັ້ນກໍຕ້ອງເຮັດໂຕຕ່ຳຕ້ອຍທີ່ສຸດແລະຕ້ອງຮັບໃຊ້ຄົນອື່ນ.”+ 36 ແລ້ວພະເຢຊູໄດ້ໃຫ້ເດັກນ້ອຍຄົນໜຶ່ງມາຢືນຢູ່ຕໍ່ໜ້າເຂົາເຈົ້າ. ເພິ່ນເອົາມືຈັບບ່າເດັກນ້ອຍຄົນນັ້ນແລະເວົ້າກັບພວກລູກສິດວ່າ: 37 “ຜູ້ທີ່ຕ້ອນຮັບເດັກນ້ອຍສ່ຳນີ້+ໃນນາມຂອງຂ້ອຍກໍຄືກັບຕ້ອນຮັບຂ້ອຍ ແລະຜູ້ທີ່ຕ້ອນຮັບຂ້ອຍ ກໍບໍ່ໄດ້ຕ້ອນຮັບແຕ່ຂ້ອຍເທົ່ານັ້ນ ແຕ່ຕ້ອນຮັບຜູ້ທີ່ໃຊ້ຂ້ອຍມາຄືກັນ.”+
38 ໂຢຮັນບອກພະເຢຊູວ່າ: “ອາຈານ ພວກເຮົາເຫັນຜູ້ໜຶ່ງໄລ່ປີສາດໂດຍໃຊ້ຊື່ຂອງທ່ານ ພວກເຮົາພະຍາຍາມຫ້າມລາວຍ້ອນລາວບໍ່ແມ່ນພວກດຽວກັບເຮົາ.”+ 39 ແຕ່ພະເຢຊູເວົ້າວ່າ: “ຢ່າຫ້າມລາວ. ບໍ່ມີຜູ້ໃດດອກທີ່ເຮັດການອັດສະຈັນໃນນາມຂອງຂ້ອຍ ແລ້ວຈະເວົ້າບໍ່ດີໃຫ້ຂ້ອຍ. 40 ຜູ້ທີ່ບໍ່ຕໍ່ຕ້ານພວກເຮົາກໍເປັນພວກດຽວກັບເຮົາ.+ 41 ຂ້ອຍຈະບອກໃຫ້ຮູ້ວ່າ ຖ້າຜູ້ໃດເອົານ້ຳພຽງຈອກດຽວໃຫ້ພວກເຈົ້າກິນຍ້ອນພວກເຈົ້າເປັນຄົນຂອງພະຄລິດ+ ລາວກໍຈະໄດ້ຮັບລາງວັນແນ່ນອນ.+ 42 ແຕ່ຜູ້ທີ່ເຮັດໃຫ້ຄົນທີ່ເຊື່ອໃນຂ້ອຍທີ່ເປັນຄືກັບເດັກນ້ອຍຕ້ອງຖິ້ມຄວາມເຊື່ອ ໃຫ້ເອົາຫີນໂມ້ໜ່ວຍໃຫຍ່ໆ*ມາຜູກຄໍຜູ້ທີ່ເຮັດແນວນັ້ນ ແລ້ວເອົາລາວໄປຖິ້ມລົງທະເລເລິກໆກະຄືຊິດີກວ່າ.+
43 ຖ້າມືເບື້ອງໜຶ່ງຂອງເຈົ້າເຮັດໃຫ້ເຈົ້າຫຼົງເຮັດຜິດ ໃຫ້ຕັດມັນຖິ້ມໂລດ. ຖ້າເຈົ້າມືກຸດເບື້ອງໜຶ່ງແຕ່ໄດ້ຊີວິດ ກໍດີກວ່າມີມືຄົບທັງສອງເບື້ອງແຕ່ຕ້ອງຖືກໂຍນເຂົ້າໄປໃນເກເຮັນນາ*ເຊິ່ງເປັນບ່ອນທີ່ໄຟບໍ່ມີມື້ມອດ.+ 44*—— 45 ຖ້າຕີນເບື້ອງໜຶ່ງຂອງເຈົ້າເຮັດໃຫ້ເຈົ້າຫຼົງເຮັດຜິດ ໃຫ້ຕັດມັນຖິ້ມໂລດ. ຖ້າເຈົ້າຕີນກຸດເບື້ອງໜຶ່ງແຕ່ໄດ້ຊີວິດ ກໍດີກວ່າມີຕີນຄົບທັງສອງເບື້ອງແຕ່ຕ້ອງຖືກໂຍນເຂົ້າໄປໃນເກເຮັນນາ.+ 46*—— 47 ຖ້າຕາເບື້ອງໜຶ່ງຂອງເຈົ້າເຮັດໃຫ້ເຈົ້າຫຼົງເຮັດຜິດ ໃຫ້ຄວັດມັນຖິ້ມໂລດ.+ ຖ້າເຈົ້າມີຕາເບື້ອງດຽວແຕ່ມີສ່ວນໃນການປົກຄອງຂອງພະເຈົ້າ ກໍດີກວ່າມີຕາຄົບທັງສອງເບື້ອງແຕ່ຕ້ອງຖືກໂຍນເຂົ້າໄປໃນເກເຮັນນາ.+ 48 ຢູ່ຫັ້ນມີແຕ່ໂຕໜອນທີ່ບໍ່ມີມື້ຕາຍແລະໄຟທີ່ບໍ່ມີມື້ມອດ.+
49 ພະເຈົ້າຈະຖອກໄຟໃສ່ເຂົາເຈົ້າຄືກັບທີ່ຄົນເຮົາເທເກືອໃສ່ອາຫານ.+ 50 ເກືອເປັນຂອງດີ ແຕ່ຖ້າເກືອບໍ່ເຄັມແລ້ວ ພວກເຈົ້າຈະເອົາຫຍັງໃສ່ເກືອເພື່ອໃຫ້ມັນກັບມາເຄັມອີກ?+ ຂໍໃຫ້ພວກເຈົ້າມີເກືອຢູ່ໃນໂຕ+ແລະຢູ່ນຳກັນຢ່າງສະຫງົບສຸກ.”+
10 ຈາກນັ້ນ ພະເຢຊູກໍເດີນທາງອອກຈາກບ່ອນນັ້ນ ຂ້າມແມ່ນ້ຳຈໍແດນ ແລະມາໃກ້ເຂດແດນແຂວງຢູດາຍ. ມີຄົນບັກຫຼາຍໆມາຫາເພິ່ນອີກ ແລະເພິ່ນກໍສອນເຂົາເຈົ້າຄືກັບທີ່ເຄີຍເຮັດເປັນປະຈຳ.+ 2 ແລ້ວພວກຟາຣີຊາຍກໍມາທົດສອບພະເຢຊູ. ເຂົາເຈົ້າຖາມວ່າ ຜິດບໍຖ້າຜູ້ຊາຍຈະຢ່າຮ້າງກັບເມຍ?+ 3 ພະເຢຊູຖາມເຂົາເຈົ້າຄືນວ່າ: “ໂມເຊສັ່ງແນວໃດໃນເລື່ອງນີ້?” 4 ເຂົາເຈົ້າຕອບວ່າ: “ໂມເຊອະນຸຍາດໃຫ້ຜູ້ຊາຍເຮັດໃບຢ່າຮ້າງໃຫ້ເມຍແລ້ວກໍຢ່າຮ້າງໄດ້.”+ 5 ພະເຢຊູບອກເຂົາເຈົ້າວ່າ: “ໂມເຊຂຽນກົດຂໍ້ນີ້ໄວ້ກໍຍ້ອນພວກເຈົ້າເປັນຄົນຫົວແຂງ.+ 6 ໃນຕອນທຳອິດທີ່ພະເຈົ້າສ້າງມະນຸດ ‘ເພິ່ນສ້າງເປັນຜູ້ຊາຍແລະຜູ້ຍິງ.+ 7 ຜູ້ຊາຍຈະຈາກພໍ່ແມ່ໄປ+ 8 ແລ້ວເຂົາເຈົ້າຈະເປັນອັນໜຶ່ງອັນດຽວກັນ.’*+ ເຂົາເຈົ້າຈຶ່ງບໍ່ເປັນ 2 ອີກຕໍ່ໄປ ແຕ່ເປັນກາຍອັນດຽວກັນ. 9 ດັ່ງນັ້ນ ເມື່ອພະເຈົ້າໃຫ້ 2 ຄົນມາຢູ່ນຳກັນແລ້ວ* ກໍຢ່າໃຫ້ມະນຸດເຮັດໃຫ້ແຍກຈາກກັນ.”+ 10 ຕອນທີ່ຢູ່ໃນເຮືອນແລະບໍ່ມີຜູ້ໃດຢູ່ນຳ ພວກລູກສິດກໍຖາມພະເຢຊູກ່ຽວກັບເລື່ອງນີ້. 11 ເພິ່ນຕອບເຂົາເຈົ້າວ່າ: “ຄົນທີ່ຢ່າຮ້າງກັບເມຍແລ້ວໄປແຕ່ງດອງໃໝ່ກໍຖືວ່າລາວມີຊູ້+ແລະເຮັດຜິດຕໍ່ເມຍ 12 ແລະຖ້າຜູ້ຍິງຢ່າຮ້າງກັບຜົວແລ້ວໄປແຕ່ງດອງກັບຄົນອື່ນ ກໍຖືວ່າລາວມີຊູ້ຄືກັນ.”+
13 ມີຄົນພາເດັກນ້ອຍມາເພື່ອໃຫ້ພະເຢຊູວາງມືເທິງ*ເດັກນ້ອຍເຫຼົ່ານັ້ນ ແຕ່ພວກລູກສິດໄດ້ຫ້າມໄວ້.+ 14 ເມື່ອເພິ່ນເຫັນກໍບໍ່ພໍໃຈແລະເວົ້າກັບພວກລູກສິດວ່າ: “ໃຫ້ພວກເດັກນ້ອຍເຂົ້າມາຫາຂ້ອຍໂລດ. ບໍ່ຕ້ອງຫ້າມເຂົາເຈົ້າ ຍ້ອນການປົກຄອງຂອງພະເຈົ້າເປັນຂອງຄົນແບບນີ້ແຫຼະ.+ 15 ຂ້ອຍຈະບອກໃຫ້ຮູ້ວ່າ ຖ້າຜູ້ໃດບໍ່ຍອມຮັບການປົກຄອງຂອງພະເຈົ້າຄືກັບທີ່ເດັກນ້ອຍຍອມຮັບ ລາວຈະບໍ່ມີສ່ວນໃນການປົກຄອງຂອງພະເຈົ້າເລີຍ.”+ 16 ແລ້ວພະເຢຊູກໍກອດເດັກນ້ອຍແລະວາງມືອວຍພອນເຂົາເຈົ້າ.+
17 ຕອນທີ່ພະເຢຊູເດີນທາງຕໍ່ໄປ ມີຜູ້ຊາຍຄົນໜຶ່ງແລ່ນມາຄູ້ເຂົ່າລົງຕໍ່ໜ້າເພິ່ນແລະຖາມວ່າ: “ອາຈານ ທ່ານເປັນຄົນດີແທ້ໆ. ຂ້ອຍຕ້ອງເຮັດດີແນວໃດຈຶ່ງຈະໄດ້ຊີວິດຕະຫຼອດໄປ?”*+ 18 ພະເຢຊູຕອບວ່າ: “ເປັນຫຍັງຈຶ່ງຍ້ອງຂ້ອຍວ່າດີ? ບໍ່ມີຜູ້ໃດດີແທ້ໆດອກນອກຈາກພະເຈົ້າເທົ່ານັ້ນ.+ 19 ເຈົ້າກໍຮູ້ກົດໝາຍຂອງພະເຈົ້າຢູ່ແລ້ວທີ່ວ່າ ‘ຢ່າຂ້າຄົນ+ ຢ່າຫຼິ້ນຊູ້+ ຢ່າລັກ+ ຢ່າເປັນພະຍານຕົວະ+ ຢ່າສໍ້ໂກງຄົນອື່ນ+ ແລະໃຫ້ນັບຖືພໍ່ແມ່.’”+ 20 ຜູ້ຊາຍຄົນນັ້ນບອກເພິ່ນວ່າ: “ອາຈານ ຂ້ອຍເຮັດຕາມທຸກຂໍ້ຢູ່ແລ້ວຕັ້ງແຕ່ຍັງນ້ອຍ.” 21 ພະເຢຊູແນມເບິ່ງລາວດ້ວຍຄວາມຮັກ ແລ້ວບອກລາວວ່າ “ມີອີກສິ່ງໜຶ່ງທີ່ເຈົ້າຍັງບໍ່ໄດ້ເຮັດ. ໃຫ້ໄປຂາຍທຸກສິ່ງທີ່ເຈົ້າມີແລະເອົາເງິນໄປຊ່ວຍຄົນທຸກ ແລ້ວເຈົ້າຈະມີຊັບສົມບັດໃນສະຫວັນ ແລະໃຫ້ເຈົ້າຕິດຕາມຂ້ອຍມາ.”+ 22 ເມື່ອໄດ້ຍິນແບບນັ້ນ ລາວກໍເສົ້າໃຈຫຼາຍແລະຍ່າງຄໍຕົກອອກໄປ ຍ້ອນລາວມີຊັບສົມບັດຫຼາຍ.+
23 ພະເຢຊູແນມເບິ່ງອ້ອມແອ້ມແລ້ວເວົ້າກັບພວກລູກສິດວ່າ: “ມັນຍາກແທ້ໆທີ່ຄົນຮັ່ງຈະມີສ່ວນໃນການປົກຄອງຂອງພະເຈົ້າ.”+ 24 ພວກລູກສິດກໍແປກໃຈກັບຄຳເວົ້າຂອງເພິ່ນ. ພະເຢຊູຈຶ່ງເວົ້າກັບເຂົາເຈົ້າອີກວ່າ: “ມັນຍາກແທ້ໆທີ່ຈະມີສ່ວນໃນການປົກຄອງຂອງພະເຈົ້າ. 25 ໂຕອູດຈະລອດຮູເຂັມຍັງງ່າຍກວ່າທີ່ຄົນຮັ່ງຈະມີສ່ວນໃນການປົກຄອງຂອງພະເຈົ້າ.”+ 26 ພວກລູກສິດກໍແຮ່ງງົງຕື່ມອີກແລະຖາມເພິ່ນວ່າ:* “ຖ້າເປັນແນວນີ້ ຜູ້ໃດຈະລອດໄດ້?”+ 27 ພະເຢຊູແນມເບິ່ງເຂົາເຈົ້າແລະເວົ້າວ່າ: “ມະນຸດເຮັດບໍ່ໄດ້ ແຕ່ພະເຈົ້າເຮັດໄດ້ທຸກຢ່າງ.”+ 28 ເປໂຕຈຶ່ງບອກເພິ່ນວ່າ: “ພວກເຮົາຍອມຖິ້ມທຸກສິ່ງທຸກຢ່າງແລະຕິດຕາມທ່ານມາ.”+ 29 ພະເຢຊູບອກວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ໃດທີ່ໄດ້ສະລະເຮືອນ ຫຼືອ້າຍເອື້ອຍນ້ອງ ຫຼືພໍ່ແມ່ ຫຼືລູກ ຫຼືໄຮ່ນາເພື່ອຕິດຕາມຂ້ອຍແລະເພື່ອຂ່າວດີ+ 30 ຜູ້ນັ້ນຈະໄດ້ຄືນ 100 ເທົ່າໃນຍຸກນີ້ ບໍ່ວ່າຈະເປັນເຮືອນ ອ້າຍເອື້ອຍນ້ອງ ແມ່ ລູກ ຫຼືໄຮ່ນາ ແລະກໍຈະຖືກຂົ່ມເຫງນຳ+ ແຕ່ໃນຍຸກ*ໜ້າຈະໄດ້ຊີວິດຕະຫຼອດໄປ. 31 ແຕ່ຫຼາຍຄົນທີ່ເປັນຄົນທຳອິດຈະກາຍເປັນຄົນສຸດທ້າຍ ແລະຫຼາຍຄົນທີ່ເປັນຄົນສຸດທ້າຍຈະໄດ້ເປັນຄົນທຳອິດ.”+
32 ຕອນທີ່ໄປເມືອງເຢຣູຊາເລັມ ພະເຢຊູຍ່າງອອກໜ້າຈຶ່ງເຮັດໃຫ້ພວກລູກສິດຮູ້ສຶກແປກໃຈ ແຕ່ຄົນອື່ນໆທີ່ໄປນຳກໍຮູ້ສຶກຢ້ານ. ພະເຢຊູພາອັກຄະສາວົກ* 12 ຄົນອອກມາຕ່າງຫາກແລະບອກເຂົາເຈົ້າອີກເທື່ອໜຶ່ງກ່ຽວກັບສິ່ງທີ່ຈະເກີດຂຶ້ນກັບເພິ່ນ. ເພິ່ນເວົ້າວ່າ:+ 33 “ຕອນນີ້ ພວກເຮົາກຳລັງໄປເມືອງເຢຣູຊາເລັມ ແລະພວກຫົວໜ້າປະໂລຫິດກັບພວກຄູສອນສາສະໜາຈະຈັບລູກມະນຸດ. ເຂົາເຈົ້າຈະຕັດສິນລົງໂທດເພິ່ນເຖິງຕາຍ ແລະຈະສົ່ງເພິ່ນໃຫ້ຄົນຕ່າງຊາດ. 34 ພວກນັ້ນຈະເຍາະເຍີ້ຍ ຖົ່ມນ້ຳລາຍໃສ່ ເອົາແສ້ທີ່ມີແນວແຫຼມໆຕິດຢູ່ຟາດເພິ່ນ ແລະຂ້າເພິ່ນ ແຕ່ຫຼັງຈາກນັ້ນ 3 ມື້ເພິ່ນຈະຄືນມາຈາກຕາຍ.”+
35 ຢາໂກໂບກັບໂຢຮັນລູກຊາຍຂອງເຊເບດາຍ+ເຂົ້າໄປຫາພະເຢຊູແລະເວົ້າວ່າ: “ອາຈານ ພວກເຮົາຢາກຂໍໃຫ້ທ່ານເຮັດບາງຢ່າງໄດ້ບໍ່?”+ 36 ເພິ່ນຖາມເຂົາເຈົ້າວ່າ: “ພວກເຈົ້າຢາກໃຫ້ຂ້ອຍເຮັດຫຍັງ?” 37 ເຂົາເຈົ້າຕອບວ່າ: “ຂໍໃຫ້ພວກເຮົາໄດ້ນັ່ງກັບທ່ານໃນການປົກຄອງຂອງທ່ານ. ຜູ້ໜຶ່ງຢູ່ເບື້ອງຂວາແລະຜູ້ໜຶ່ງຢູ່ເບື້ອງຊ້າຍຂອງທ່ານ.”+ 38 ແຕ່ພະເຢຊູບອກເຂົາເຈົ້າວ່າ: “ພວກເຈົ້າບໍ່ຮູ້ດອກວ່າກຳລັງຂໍຫຍັງຢູ່. ພວກເຈົ້າຈະກິນຈາກຈອກ*ທີ່ຂ້ອຍກິນຢູ່ໄດ້ບໍ? ຫຼືຈະຮັບບັບເຕມາແບບດຽວກັບທີ່ຂ້ອຍຮັບຢູ່ໄດ້ບໍ?”+ 39 ເຂົາເຈົ້າຕອບເພິ່ນວ່າ: “ໄດ້.” ພະເຢຊູຈຶ່ງບອກເຂົາເຈົ້າວ່າ: “ກະແມ່ນຢູ່ ຈອກທີ່ຂ້ອຍກິນຢູ່ພວກເຈົ້າກະຊິໄດ້ກິນ ແລະບັບເຕມາທີ່ຂ້ອຍຮັບຢູ່ນັ້ນພວກເຈົ້າກະຊິໄດ້ຮັບ.+ 40 ແຕ່ຂ້ອຍບໍ່ມີສິດກຳນົດວ່າຜູ້ໃດຈະໄດ້ນັ່ງຢູ່ເບື້ອງຂວາຫຼືເບື້ອງຊ້າຍຂອງຂ້ອຍ. ຄົນທີ່ຈະໄດ້ນັ່ງບ່ອນເຫຼົ່ານັ້ນຕ້ອງແມ່ນຄົນທີ່ຖືກເລືອກ.”
41 ເມື່ອພວກອັກຄະສາວົກອີກ 10 ຄົນໄດ້ຍິນກໍບໍ່ພໍໃຈຫຼາຍໃຫ້ຢາໂກໂບກັບໂຢຮັນ.+ 42 ພະເຢຊູຈຶ່ງເອີ້ນພວກລູກສິດມາຫາແລະເວົ້າວ່າ: “ພວກເຈົ້າຮູ້ວ່າຄົນທີ່ມີອຳນາດໃນໂລກນີ້*ມັກເປັນນາຍເໜືອປະຊາຊົນ ແລະຄົນທີ່ມີຕຳແໜ່ງສູງກໍມັກໃຊ້ອຳນາດຂົ່ມຂູ່ຄົນອື່ນ.+ 43 ແຕ່ພວກເຈົ້າຕ້ອງບໍ່ເປັນແບບນັ້ນ ຜູ້ໃດຢາກເປັນໃຫຍ່ກໍຕ້ອງຮັບໃຊ້ຄົນອື່ນ+ 44 ແລະຜູ້ໃດຢາກເປັນຄົນສຳຄັນທີ່ສຸດກໍຕ້ອງເປັນທາດຮັບໃຊ້ຄົນອື່ນ. 45 ແມ່ນແຕ່ລູກມະນຸດກໍບໍ່ໄດ້ມາເພື່ອໃຫ້ຄົນອື່ນຮັບໃຊ້ ແຕ່ມາເພື່ອຮັບໃຊ້ຄົນອື່ນ+ ແລະສະລະຊີວິດເປັນຄ່າໄຖ່ໃຫ້ຄົນຈຳນວນຫຼາຍ.”+
46 ພະເຢຊູກັບພວກລູກສິດເດີນທາງມາຮອດເມືອງເຢຣິໂກ. ຕອນທີ່ເພິ່ນກັບພວກລູກສິດແລະຄົນບັກຫຼາຍໆອອກຈາກເມືອງເຢຣິໂກ ມີຂໍທານຕາບອດຜູ້ໜຶ່ງນັ່ງຢູ່ແຄມທາງ.+ ລາວຊື່ບາຣະຕີມາຍ (ລູກຊາຍຂອງຕີມາຍ). 47 ເມື່ອລາວໄດ້ຍິນວ່າພະເຢຊູຄົນນາຊາເຣັດກຳລັງຈະຍ່າງກາຍມາ ລາວກໍຮ້ອງຂຶ້ນວ່າ: “ທ່ານເຢຊູທີ່ເປັນລູກຫຼານຂອງດາວິດເອີ້ຍ+ ອີ່ຕົນຂ້ອຍແດ່!”+ 48 ມີຫຼາຍຄົນບອກລາວໃຫ້ມິດ ແຕ່ລາວແຮ່ງຮ້ອງດັງຂຶ້ນອີກວ່າ: “ທ່ານທີ່ເປັນລູກຫຼານຂອງດາວິດເອີ້ຍ ອີ່ຕົນຂ້ອຍແດ່!” 49 ພະເຢຊູຈຶ່ງຢຸດແລະເວົ້າວ່າ: “ເອີ້ນລາວມານີ້ດຸ.” ເຂົາເຈົ້າຈຶ່ງເອີ້ນຜູ້ຊາຍຕາບອດມາແລະບອກລາວວ່າ: “ບໍ່ຕ້ອງຢ້ານ. ລຸກຂຶ້ນແມ້ ເພິ່ນເອີ້ນເຈົ້າແລ້ວ.” 50 ລາວຈຶ່ງໂຍນເສື້ອຄຸມຖິ້ມ ແລ້ວຟ້າວລຸກໄປຫາພະເຢຊູ. 51 ພະເຢຊູຖາມລາວວ່າ: “ເຈົ້າຢາກໃຫ້ຂ້ອຍຊ່ວຍຫຍັງ?” ຜູ້ຊາຍຕາບອດຕອບວ່າ: “ອາຈານ* ຊ່ວຍເຮັດໃຫ້ຂ້ອຍເຫັນຮຸ່ງແດ່.” 52 ພະເຢຊູຈຶ່ງເວົ້າກັບລາວວ່າ: “ເມືອເຮືອນສະ ຄວາມເຊື່ອຂອງເຈົ້າເຮັດໃຫ້ເຈົ້າດີເປັນປົກກະຕິແລ້ວ.”+ ທັນໃດນັ້ນ ລາວກໍເຫັນຮຸ່ງ+ ແລະລາວໄດ້ຕິດຕາມພະເຢຊູໄປ.
11 ພະເຢຊູກັບພວກລູກສິດເດີນທາງໃກ້ຈະຮອດເມືອງເຢຣູຊາເລັມ ເມື່ອມາຮອດບ້ານເບັດຟາເຄແລະບ້ານເບັດທານີ+ທີ່ຢູ່ພູໝາກກອກ ພະເຢຊູກໍໃຫ້ລູກສິດ 2 ຄົນເດີນທາງໄປກ່ອນ.+ 2 ເພິ່ນສັ່ງເຂົາເຈົ້າວ່າ: “ເຂົ້າໄປໃນບ້ານທີ່ຢູ່ທາງໜ້ານີ້ ແລະທັນທີທີ່ເຂົ້າໄປພວກເຈົ້າກໍຈະເຫັນລານ້ອຍໂຕໜຶ່ງຖືກລ່າມໄວ້ ເປັນລາທີ່ບໍ່ມີໃຜເຄີຍຂີ່. ໃຫ້ແກ້ເຊືອກມັນແລ້ວຈູງມານີ້. 3 ຖ້າມີຄົນຖາມວ່າ ‘ພວກເຈົ້າແກ້ມັນເຮັດຫຍັງ?’ ໃຫ້ຕອບວ່າ ‘ຜູ້ເປັນນາຍຕ້ອງການໃຊ້ມັນ ຖ້າແລ້ວໆກໍຈະເອົາມາສົ່ງໂລດ.’” 4 ລູກສິດ 2 ຄົນນັ້ນກໍໄປແລະເຫັນລານ້ອຍຖືກລ່າມໄວ້ໜ້າປະຕູເຮືອນທີ່ຢູ່ແຄມທາງ ເຂົາເຈົ້າຈຶ່ງແກ້ເຊືອກອອກ.+ 5 ແຕ່ບາງຄົນທີ່ຢືນຢູ່ຫັ້ນໄດ້ຖາມວ່າ: “ແກ້ເຊືອກມັນເຮັດຫຍັງ?” 6 ພວກລູກສິດກໍຕອບຕາມທີ່ພະເຢຊູສັ່ງໄວ້ ເຂົາເຈົ້າຈຶ່ງຍອມໃຫ້ເອົາລານ້ອຍໄປ.
7 ລູກສິດ 2 ຄົນນັ້ນກໍຈູງລານ້ອຍ+ມາໃຫ້ພະເຢຊູ ແລະເອົາເສື້ອຄຸມຂອງເຂົາເຈົ້າປູເທິງຫຼັງມັນ ແລ້ວໃຫ້ເພິ່ນຂຶ້ນນັ່ງ.+ 8 ຫຼາຍຄົນເອົາເສື້ອຄຸມຂອງເຂົາເຈົ້າມາປູຕາມທາງ ແລະບາງຄົນກໍຕັດເອົາໃບປາມຢູ່ທົ່ງນາມາປູ.+ 9 ຜູ້ທີ່ຍ່າງອອກໜ້າແລະຜູ້ທີ່ຍ່າງນຳຫຼັງກໍຮ້ອງວ່າ: “ຂໍໃຫ້ທ່ານໝັ້ນຍືນ!+ ຂໍໃຫ້ທ່ານທີ່ມາໃນນາມພະເຢໂຫວາ*ໄດ້ຮັບພອນ!+ 10 ຂໍໃຫ້ພະເຈົ້າອວຍພອນການປົກຄອງທີ່ກຳລັງຈະມາ ເຊິ່ງເປັນການປົກຄອງຂອງດາວິດພໍ່ຂອງເຮົາ!+ ຂໍໃຫ້ພະເຈົ້າທີ່ຢູ່ໃນສະຫວັນເຮັດໃຫ້ທ່ານໝັ້ນຍືນ!” 11 ພະເຢຊູເຂົ້າໄປໃນເມືອງເຢຣູຊາເລັມແລະໄປວິຫານ. ເພິ່ນເລາະເບິ່ງຈົນທົ່ວ. ເມື່ອຄ່ຳແລ້ວເພິ່ນຈຶ່ງກັບໄປບ້ານເບັດທານີກັບອັກຄະສາວົກ* 12 ຄົນ.+
12 ມື້ຕໍ່ມາ ຕອນທີ່ພະເຢຊູກັບພວກລູກສິດອອກຈາກບ້ານເບັດທານີ ເພິ່ນຮູ້ສຶກຫິວເຂົ້າ.+ 13 ພະເຢຊູເຫັນຕົ້ນໝາກເດື່ອທີ່ມີໃບຕົ້ນໜຶ່ງຢູ່ໄກໆ ເພິ່ນຈຶ່ງເຂົ້າໄປເບິ່ງວ່າມີໝາກຫຼືບໍ່ ແຕ່ເມື່ອໄປຮອດກໍບໍ່ເຫັນມີໝາກ ມີແຕ່ໃບ ຍ້ອນຕອນນັ້ນຍັງບໍ່ທັນຮອດຍາມໝາກເດື່ອ. 14 ພະເຢຊູຈຶ່ງເວົ້າກັບຕົ້ນໝາກເດື່ອນັ້ນວ່າ: “ຢ່າໃຫ້ຜູ້ໃດໄດ້ກິນໝາກຂອງເຈົ້າອີກເລີຍ.”+ ພວກລູກສິດກໍໄດ້ຍິນຄຳເວົ້ານີ້.
15 ພະເຢຊູກັບພວກລູກສິດເຂົ້າໄປໃນເມືອງເຢຣູຊາເລັມອີກ. ເພິ່ນເຂົ້າໄປໃນວິຫານ ແລ້ວໄລ່ຄົນທີ່ກຳລັງຊື້ຂາຍກັນຢູ່ຫັ້ນໃຫ້ອອກໄປ. ເພິ່ນຂວ້ຳໂຕະຂອງຄົນແລກປ່ຽນເງິນແລະຂວ້ຳຕັ່ງຂອງຄົນທີ່ຂາຍນົກເຂົາ.+ 16 ພະເຢຊູບໍ່ຍອມໃຫ້ຄົນແບກຫຍັງຍ່າງຜ່ານວິຫານເລີຍ. 17 ພະເຢຊູສອນເຂົາເຈົ້າວ່າ: “ພະຄຳພີບອກໄວ້ວ່າ ‘ວິຫານຂອງເຮົາຈະຖືກເອີ້ນວ່າວິຫານສຳລັບການອະທິດຖານຂອງຄົນທຸກຊາດ’+ ແຕ່ພວກເຈົ້າພັດເຮັດໃຫ້ເປັນຖ້ຳໂຈນ.”+ 18 ພວກຫົວໜ້າປະໂລຫິດກັບພວກຄູສອນສາສະໜາໄດ້ຍິນທີ່ພະເຢຊູເວົ້າ ເຂົາເຈົ້າຈຶ່ງຫາທາງຈະຂ້າເພິ່ນ.+ ແຕ່ເຂົາເຈົ້າຢ້ານເພິ່ນຍ້ອນປະຊາຊົນປະທັບໃຈການສອນຂອງເພິ່ນ.+
19 ເມື່ອຄ່ຳແລ້ວ ພະເຢຊູກັບພວກລູກສິດກໍອອກໄປຈາກເມືອງ. 20 ຕອນເຊົ້າໆຂອງມື້ຕໍ່ມາ ເຂົາເຈົ້າຍ່າງກາຍຕົ້ນໝາກເດື່ອຕົ້ນເກົ່າແລະເຫັນວ່າມັນຫ່ຽວຕາຍຕັ້ງແຕ່ກົກຮອດປາຍ.+ 21 ເປໂຕຄິດພໍ້ຄຳເວົ້າຂອງພະເຢຊູ ລາວຈຶ່ງເວົ້າວ່າ: “ເບິ່ງແມ້ອາຈານ! ຕົ້ນໝາກເດື່ອທີ່ທ່ານສາບແຊ່ງນັ້ນມັນຫ່ຽວຕາຍແລ້ວ.”+ 22 ພະເຢຊູບອກພວກລູກສິດວ່າ: “ຂໍໃຫ້ເຊື່ອໃນພະເຈົ້າ. 23 ຂ້ອຍຈະບອກໃຫ້ຮູ້ວ່າ ຖ້າຜູ້ໃດເຊື່ອໂດຍບໍ່ສົງໄສເລີຍ ແລະສັ່ງພູໜ່ວຍນີ້ວ່າ ‘ລອຍຂຶ້ນແລະໄປຕົກໃນທະເລພຸ້ນ’ ມັນກໍຈະເປັນໄປຕາມນັ້ນ.+ 24 ດັ່ງນັ້ນ ຂ້ອຍຈຶ່ງບອກພວກເຈົ້າວ່າ ຖ້າພວກເຈົ້າອະທິດຖານຂໍຫຍັງ ກໍໃຫ້ເຊື່ອໂລດວ່າຈະໄດ້ຮັບແນ່ນອນ ແລະພວກເຈົ້າຈະໄດ້ຮັບແທ້ໆ.+ 25 ເມື່ອອະທິດຖານ ພວກເຈົ້າຕ້ອງຍົກໂທດໃຫ້ຄົນທີ່ເຮັດໃຫ້ພວກເຈົ້າຄຽດ ແລ້ວພະເຈົ້າພໍ່ຂອງພວກເຈົ້າທີ່ຢູ່ໃນສະຫວັນກໍຈະຍົກໂທດໃຫ້ພວກເຈົ້າຄືກັນເມື່ອພວກເຈົ້າເຮັດຜິດ.”+ 26*——
27 ພະເຢຊູກັບພວກລູກສິດມາເມືອງເຢຣູຊາເລັມອີກ. ຕອນທີ່ເພິ່ນຍ່າງຢູ່ໃນວິຫານ ພວກຫົວໜ້າປະໂລຫິດກັບພວກຜູ້ນຳຄົນຢິວກໍເຂົ້າມາຫາເພິ່ນ. 28 ເຂົາເຈົ້າຖາມເພິ່ນວ່າ: “ເຈົ້າມີສິດຫຍັງມາເຮັດແບບນີ້? ໃຜໃຫ້ສິດເຈົ້າ?”+ 29 ພະເຢຊູເວົ້າກັບເຂົາເຈົ້າວ່າ: “ຂ້ອຍຈະຖາມພວກເຈົ້າເລື່ອງໜຶ່ງ. ຕອບຂ້ອຍກ່ອນ ແລ້ວຂ້ອຍຈຶ່ງຈະບອກພວກເຈົ້າວ່າ ຂ້ອຍມີສິດຫຍັງທີ່ເຮັດແບບນີ້. 30 ຕອບຂ້ອຍມາດຸວ່າ ໂຢຮັນໄດ້ສິດທີ່ຈະໃຫ້ບັບເຕມາ+ຈາກຜູ້ໃດ ຈາກພະເຈົ້າ*ຫຼືຈາກມະນຸດ?”+ 31 ເຂົາເຈົ້າຈຶ່ງລົມກັນວ່າ “ຖ້າພວກເຮົາຕອບວ່າ ‘ຈາກພະເຈົ້າ’ ລາວກໍຈະຖາມວ່າ ‘ຄັນຊັ້ນ ເປັນຫຍັງຈຶ່ງບໍ່ເຊື່ອໂຢຮັນ?’ 32 ແຕ່ພວກເຮົາບໍ່ກ້າຕອບດອກວ່າ ‘ຈາກມະນຸດ.’” ເຂົາເຈົ້າເວົ້າແບບນັ້ນເພາະຢ້ານປະຊາຊົນຈະໃຈຮ້າຍ ຍ້ອນປະຊາຊົນຖືວ່າໂຢຮັນເປັນຜູ້ພະຍາກອນແທ້ໆ.+ 33 ເຂົາເຈົ້າຈຶ່ງຕອບວ່າ: “ບໍ່ຮູ້ເດະ.” ພະເຢຊູຈຶ່ງຕອບວ່າ: “ຄັນຊັ້ນ ຂ້ອຍກໍຈະບໍ່ບອກພວກເຈົ້າຄືກັນວ່າ ຂ້ອຍມີສິດຫຍັງທີ່ເຮັດແບບນີ້.”
12 ແລ້ວພະເຢຊູກໍຍົກຕົວຢ່າງປຽບທຽບໃຫ້ຟັງວ່າ: “ມີຜູ້ຊາຍຄົນໜຶ່ງປູກໝາກລະແຊັງ+ແລະເຮັດຮົ້ວອ້ອມສວນ. ລາວຂຸດອ່າງຢຽບໝາກລະແຊັງໃນສວນນັ້ນ ແລະຍັງສ້າງຫໍຄອຍໄວ້ນຳອີກ.+ ເມື່ອສ້າງແລ້ວໆ ລາວກໍໃຫ້ຄົນມາເຊົ່າສວນໝາກລະແຊັງ ຈາກນັ້ນລາວກໍໄປຕ່າງປະເທດ.+ 2 ເມື່ອຮອດຍາມເກັບໝາກລະແຊັງ ເຈົ້າຂອງສວນໄດ້ສົ່ງທາດຄົນໜຶ່ງໄປເອົາສ່ວນແບ່ງໝາກລະແຊັງຈາກຄົນເຊົ່າສວນ. 3 ແຕ່ຄົນເຊົ່າສວນຈັບທາດຄົນນັ້ນໄວ້ ຕີລາວ ແລ້ວໄລ່ລາວກັບເມືອມືເປົ່າ. 4 ເຈົ້າຂອງສວນຈຶ່ງສົ່ງທາດອີກຄົນໜຶ່ງໄປຫາຄົນເຊົ່າສວນ ແຕ່ພວກນັ້ນຕີຫົວລາວແລະເຮັດໃຫ້ລາວອັບອາຍ.+ 5 ແລ້ວເຈົ້າຂອງສວນກໍສົ່ງທາດອີກຄົນໜຶ່ງໄປ ຄົນເຊົ່າສວນໄດ້ຂ້າທາດຄົນນັ້ນ. ແຕ່ເຈົ້າຂອງສວນກໍຍັງສົ່ງທາດໄປອີກເລື້ອຍໆ. ບາງຄົນຖືກຕີ ແລະບາງຄົນກໍຖືກຂ້າຕາຍ. 6 ເຈົ້າຂອງສວນມີລູກຊາຍຄົນໜຶ່ງທີ່ລາວຮັກຫຼາຍ.+ ໃນທີ່ສຸດ ລາວກໍສົ່ງລູກຜູ້ນີ້ໄປຫາຄົນເຊົ່າສວນ ຍ້ອນຄິດວ່າ ‘ພວກນັ້ນຄືຊິນັບຖືລູກຂອງຂ້ອຍ.’ 7 ແຕ່ຄົນເຊົ່າສວນກໍພາກັນເວົ້າວ່າ ‘ນີ້ເດະ ຜູ້ທີ່ຈະໄດ້ຮັບມໍລະດົກ!+ ຂ້າມັນໂລດ ແລ້ວສວນນີ້ຈະເປັນຂອງພວກເຮົາ.’ 8 ພວກນັ້ນຈຶ່ງຈັບລູກຊາຍເຈົ້າຂອງສວນໄປຂ້າ ແລ້ວໂຍນອອກໄປນອກສວນໝາກລະແຊັງ.+ 9 ພວກເຈົ້າຄິດວ່າເມື່ອເຈົ້າຂອງສວນມາ ລາວຈະເຮັດຫຍັງ? ລາວກໍຈະຂ້າຄົນເຊົ່າສວນ ແລ້ວໃຫ້ຄົນອື່ນມາເຊົ່າສວນໝາກລະແຊັງແທນ.+ 10 ພວກເຈົ້າບໍ່ເຄີຍອ່ານບໍ? ພະຄຳພີບອກວ່າ ‘ຫີນທີ່ຊ່າງກໍ່ສ້າງໄດ້ຖິ້ມແລ້ວໄດ້ກາຍມາເປັນຫີນຫົວແຈຫຼັກ.*+ 11 ຫີນນີ້ມາຈາກພະເຢໂຫວາ*ແລະພວກເຮົາເຫັນວ່າມັນດີແທ້ໆ.’”+
12 ພວກຫົວໜ້າສາສະໜາຮູ້ວ່າພະເຢຊູກຳລັງໝາຍເຖິງເຂົາເຈົ້າ. ເຂົາເຈົ້າຈຶ່ງຫາທາງຈັບເພິ່ນ ແຕ່ກໍຢ້ານປະຊາຊົນ. ດັ່ງນັ້ນ ເຂົາເຈົ້າຈຶ່ງໜີໄປຈາກເພິ່ນ.+
13 ຕໍ່ມາ ເຂົາເຈົ້າຈຶ່ງໃຊ້ບາງຄົນທີ່ເປັນຟາຣີຊາຍກັບບາງຄົນທີ່ເປັນພັກພວກຂອງເຮໂຣດໄປຫາພະເຢຊູເພື່ອຫາທາງຈັບຜິດຄຳເວົ້າຂອງເພິ່ນ.+ 14 ເມື່ອພວກນັ້ນມາຮອດກໍເວົ້າກັບພະເຢຊູວ່າ: “ອາຈານ ພວກເຮົາຮູ້ວ່າທ່ານເປັນຄົນສັດຊື່. ທ່ານບໍ່ໄດ້ເຮັດເພື່ອເອົາໃຈຜູ້ໃດແລະບໍ່ເຫັນແກ່ໜ້າຜູ້ໃດ ແຕ່ທ່ານສອນຄຳສອນຂອງພະເຈົ້າແບບກົງໄປກົງມາ. ຂໍຖາມແດ່ວ່າ ຖືກບໍທີ່ພວກເຮົາຈະເສຍພາສີໃຫ້ກາຍຊາ?* 15 ພວກເຮົາຄວນເສຍຫຼືບໍ່ຄວນເສຍ?” ພະເຢຊູຮູ້ເລ່ລ່ຽມຂອງເຂົາເຈົ້າຈຶ່ງຕອບວ່າ: “ເປັນຫຍັງພວກເຈົ້າຫາເລື່ອງຈັບຜິດຂ້ອຍ? ເອົາຫຼຽນເດນາຣິອົນ*ມາໃຫ້ຂ້ອຍດຸ.” 16 ເຂົາເຈົ້າກໍຍື່ນຫຼຽນໜຶ່ງໃຫ້ເພິ່ນ ແລ້ວເພິ່ນຖາມເຂົາເຈົ້າວ່າ: “ນີ້ແມ່ນຮູບໃຜແລະຊື່ຂອງຜູ້ໃດ?” ເຂົາເຈົ້າຕອບວ່າ: “ກາຍຊາ.” 17 ພະເຢຊູຈຶ່ງເວົ້າວ່າ: “ສິ່ງທີ່ເປັນຂອງກາຍຊາກໍໃຫ້ກາຍຊາ+ ແລະສິ່ງທີ່ເປັນຂອງພະເຈົ້າກໍໃຫ້ພະເຈົ້າ.”+ ເຂົາເຈົ້າຈຶ່ງງຶດໃນຄຳເວົ້າຂອງເພິ່ນ.
18 ແລ້ວພວກຊາດູກາຍກໍມາຫາພະເຢຊູ. ພວກນີ້ບໍ່ເຊື່ອເລື່ອງການຄືນມາຈາກຕາຍ.+ ເຂົາເຈົ້າຖາມວ່າ:+ 19 “ອາຈານ ໂມເຊຂຽນບອກພວກເຮົາໄວ້ວ່າ ຖ້າຜູ້ຊາຍຄົນໃດຕາຍແລະປະເມຍໄວ້ ແຕ່ຍັງບໍ່ມີລູກ ອ້າຍຫຼືນ້ອງຊາຍຂອງລາວຄວນແຕ່ງດອງກັບເມຍຂອງຜູ້ຕາຍ ແລະມີລູກໃຫ້ຜູ້ທີ່ຕາຍ.+ 20 ມີຄອບຄົວໜຶ່ງມີລູກຊາຍ 7 ຄົນ. ລູກກົກແຕ່ງດອງກັບຜູ້ຍິງຄົນໜຶ່ງແລ້ວກໍຕາຍຕອນທີ່ຍັງບໍ່ມີລູກ. 21 ລູກຜູ້ທີ 2 ຈຶ່ງເອົາຜູ້ຍິງຄົນນັ້ນມາເປັນເມຍ ແຕ່ລາວກໍຕາຍຄືກັນຕອນຍັງບໍ່ມີລູກ. ເລື່ອງແບບດຽວກັນນີ້ເກີດຂຶ້ນກັບລູກຜູ້ຕໍ່ໄປ. 22 ທັງເຈັດຄົນຕາຍຕອນທີ່ຍັງບໍ່ມີລູກ. ສຸດທ້າຍ ຜູ້ຍິງຄົນນັ້ນກໍຕາຍຄືກັນ. 23 ແລ້ວຕອນທີ່ທຸກຄົນຄືນມາຈາກຕາຍ ຜູ້ຍິງຄົນນັ້ນຈະເປັນເມຍຂອງຜູ້ໃດ? ຍ້ອນທັງເຈັດຄົນເຄີຍເປັນຜົວຂອງລາວ.” 24 ພະເຢຊູຕອບເຂົາເຈົ້າວ່າ: “ພວກເຈົ້າຄິດຜິດແລ້ວ. ພວກເຈົ້າບໍ່ເຂົ້າໃຈພະຄຳພີແລະບໍ່ຮູ້ວ່າລິດເດດຂອງພະເຈົ້າເຮັດຫຍັງໄດ້ແດ່.+ 25 ເມື່ອຄືນມາຈາກຕາຍ ທັງຜູ້ຊາຍແລະຜູ້ຍິງຈະບໍ່ແຕ່ງດອງ ແຕ່ຈະເປັນຄືກັບພວກທູດສະຫວັນ.+ 26 ໃນເລື່ອງທີ່ຄົນຕາຍຈະຟື້ນຄືນມານັ້ນ ພວກເຈົ້າບໍ່ໄດ້ອ່ານໃນປຶ້ມຂອງໂມເຊບໍທີ່ພະເຈົ້າເວົ້າກັບລາວຢູ່ຟຸ່ມໄມ້ວ່າ ‘ເຮົາແມ່ນພະເຈົ້າຂອງອັບຣາຮາມ ພະເຈົ້າຂອງອີຊາກ ແລະພະເຈົ້າຂອງຢາໂຄບ’?+ 27 ເພິ່ນບໍ່ໄດ້ເປັນພະເຈົ້າຂອງຄົນຕາຍ ແຕ່ເປັນພະເຈົ້າຂອງຄົນທີ່ຍັງມີຊີວິດຢູ່. ພວກເຈົ້ານິເຂົ້າໃຈຜິດແທ້ໆ.”+
28 ມີຄູສອນສາສະໜາຜູ້ໜຶ່ງຢືນຟັງເລື່ອງທີ່ພວກຊາດູກາຍຖຽງກັບພະເຢຊູ ແລະເຫັນວ່າພະເຢຊູຕອບໄດ້ດີ ລາວຈຶ່ງຖາມເພິ່ນວ່າ: “ກົດໝາຍຂອງໂມເຊຂໍ້ໃດສຳຄັນທີ່ສຸດ?”+ 29 ພະເຢຊູຕອບວ່າ: “ຂໍ້ທີ່ສຳຄັນທີ່ສຸດແມ່ນ ‘ພວກອິດສະຣາເອນ ຟັງໃຫ້ດີໆເດີ້. ພະເຢໂຫວາ*ເປັນພະເຈົ້າຂອງພວກເຮົາ ແລະພະເຢໂຫວາ*ມີພຽງອົງດຽວເທົ່ານັ້ນ. 30 ເຈົ້າຕ້ອງຮັກພະເຢໂຫວາ*ພະເຈົ້າຂອງເຈົ້າສຸດຫົວໃຈ ສຸດຊີວິດ ສຸດຄວາມຄິດ ແລະສຸດກຳລັງຂອງເຈົ້າ.’+ 31 ຂໍ້ທີ 2 ແມ່ນ ‘ໃຫ້ຮັກເພື່ອນບ້ານຄືກັບຮັກໂຕເອງ.’+ ບໍ່ມີກົດໝາຍຂໍ້ໃດສຳຄັນກວ່າ 2 ຂໍ້ນີ້ອີກແລ້ວ.” 32 ຄູສອນສາສະໜາຜູ້ນັ້ນບອກພະເຢຊູວ່າ: “ອາຈານ ທ່ານເວົ້າໄດ້ດີແລະຖືກຕ້ອງທີ່ວ່າ ‘ພະເຈົ້າມີພຽງອົງດຽວເທົ່ານັ້ນ ແລະບໍ່ມີພະເຈົ້າອື່ນນອກຈາກເພິ່ນ.’+ 33 ການຮັກພະເຈົ້າດ້ວຍສຸດຫົວໃຈ ສຸດຄວາມຄິດ ແລະສຸດກຳລັງ ແລະຮັກເພື່ອນບ້ານຄືກັບຮັກໂຕເອງມີຄ່າຫຼາຍກວ່າເຄື່ອງບູຊາເຜົາແລະເຄື່ອງບູຊາອື່ນໆທັງໝົດ.”+ 34 ພະເຢຊູເຫັນວ່າລາວຕອບໄດ້ດີຫຼາຍຈຶ່ງເວົ້າກັບລາວວ່າ: “ເຈົ້າຢູ່ບໍ່ໄກຈາກການປົກຄອງຂອງພະເຈົ້າ.” ຫຼັງຈາກນັ້ນກໍບໍ່ມີໃຜກ້າຖາມຫຍັງເພິ່ນອີກ.+
35 ພະເຢຊູຍັງສອນໃນວິຫານຕໍ່ໄປ. ເພິ່ນເວົ້າວ່າ: “ເປັນຫຍັງພວກຄູສອນສາສະໜາຈຶ່ງເວົ້າວ່າພະຄລິດເປັນລູກຫຼານຂອງດາວິດ?+ 36 ທັງໆທີ່ພະລັງບໍລິສຸດດົນໃຈ+ດາວິດໃຫ້ເວົ້າວ່າ ‘ພະເຢໂຫວາ*ເວົ້າກັບຜູ້ເປັນນາຍຂອງຂ້ອຍວ່າ “ນັ່ງຢູ່ເບື້ອງຂວາມືຂອງເຮົາກ່ອນ ຈົນກວ່າເຮົາຈະປາບພວກສັດຕູຂອງເຈົ້າໃຫ້ຢູ່ພື້ນຕີນຂອງເຈົ້າ.”’+ 37 ຖ້າດາວິດເອີ້ນພະຄລິດວ່າຜູ້ເປັນນາຍ ແລ້ວພະຄລິດຈະເປັນລູກຫຼານຂອງດາວິດໄດ້ແນວໃດ?”+
ປະຊາຊົນບັກຫຼາຍໆທີ່ຢູ່ຫັ້ນມັກຟັງພະເຢຊູສອນ. 38 ເພິ່ນສອນຕໍ່ໄປວ່າ: “ລະວັງພວກຄູສອນສາສະໜາໃຫ້ດີ. ເຂົາເຈົ້າມັກໃສ່ເສື້ອຄຸມທີ່ຍາວໆຍ່າງໄປຍ່າງມາ ມັກໃຫ້ຄົນອື່ນກົ້ມຄຳນັບຢູ່ຕະຫຼາດ+ 39 ມັກນັ່ງແຖວໜ້າສຸດ*ຢູ່ບ່ອນປະຊຸມ ແລະມັກນັ່ງໃນບ່ອນທີ່ມີກຽດທີ່ສຸດຢູ່ງານລ້ຽງ.+ 40 ເຂົາເຈົ້າສໍ້ໂກງເອົາເຮືອນ*ຂອງແມ່ໝ້າຍ ແລະອະທິດຖານຍາວໆເພື່ອອວດຄົນອື່ນ. ເຂົາເຈົ້າຈະຕ້ອງຖືກໂທດໜັກກວ່າຄົນທົ່ວໄປ.”
41 ພະເຢຊູນັ່ງລົງໃນບ່ອນທີ່ແນມເຫັນກ່ອງບໍລິຈາກ+ ແລະສັງເກດເບິ່ງຄົນທີ່ກຳລັງປ່ອນເງິນໃສ່ໃນກ່ອງເຫຼົ່ານັ້ນ. ຄົນຮັ່ງກໍປ່ອນເງິນໃສ່ຫຼາຍໆ.+ 42 ມີແມ່ໝ້າຍທີ່ທຸກຍາກຄົນໜຶ່ງມາປ່ອນເງິນຫຼຽນນ້ອຍໆ 2 ຫຼຽນທີ່ມີຄ່າໜ້ອຍດຽວ.*+ 43 ພະເຢຊູຈຶ່ງເອີ້ນພວກລູກສິດມາແລະເວົ້າວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ແມ່ໝ້າຍທີ່ທຸກຍາກຜູ້ນີ້ໄດ້ປ່ອນເງິນໃສ່ໃນກ່ອງບໍລິຈາກຫຼາຍກວ່າທຸກຄົນ.+ 44 ຄົນອື່ນເອົາເງິນເຫຼືອໃຊ້ມາບໍລິຈາກ ແຕ່ແມ່ໝ້າຍຜູ້ນີ້ ເຖິງວ່າຈະທຸກຍາກຫຼາຍກໍຍັງເອົາເງິນທັງໝົດທີ່ລາວມີສຳລັບລ້ຽງຊີວິດມາບໍລິຈາກ.”+
13 ຕອນທີ່ພະເຢຊູກຳລັງອອກຈາກວິຫານ ລູກສິດຄົນໜຶ່ງເວົ້າກັບເພິ່ນວ່າ: “ເບິ່ງແມ້ອາຈານ! ຕຶກແລະຫີນເຫຼົ່ານີ້ງາມແທ້ໆ!”+ 2 ແຕ່ພະເຢຊູບອກລາວວ່າ: “ພວກເຈົ້າເຫັນຕຶກທີ່ໃຫຍ່ໆນີ້ແມ່ນບໍ? ຫີນເຫຼົ່ານີ້ທີ່ຢອງກັນຂຶ້ນຈະພັງລົງແນ່ນອນ ແລະຈະບໍ່ເຫຼືອແມ່ນແຕ່ກ້ອນດຽວທີ່ຢອງກັນຢູ່.”+
3 ເມື່ອພະເຢຊູນັ່ງຢູ່ເທິງພູໝາກກອກບ່ອນທີ່ແນມເຫັນວິຫານໄດ້ ເປໂຕ ຢາໂກໂບ ໂຢຮັນ ແລະອັນເດອາກໍມາຖາມເພິ່ນເປັນສ່ວນໂຕວ່າ: 4 “ຂໍທ່ານບອກພວກເຮົາໄດ້ບໍວ່າ ເລື່ອງນີ້ຈະເກີດຂຶ້ນຕອນໃດ? ແລະຈະມີຫຍັງເປັນສັນຍານບອກໃຫ້ຮູ້ວ່າສິ່ງເຫຼົ່ານີ້ໃກ້ຈະຮອດຈຸດຈົບ?”+ 5 ພະເຢຊູຕອບເຂົາເຈົ້າວ່າ: “ລະວັງໃຫ້ດີ ຢ່າໃຫ້ຜູ້ໃດຕົວະພວກເຈົ້າ.+ 6 ຍ້ອນຫຼາຍຄົນຈະແອບອ້າງຊື່ຂ້ອຍແລະບອກວ່າ ‘ຂ້ອຍເປັນພະຄລິດ’ ແລະຈະເຮັດໃຫ້ຄົນບັກຫຼາຍໆເຂົ້າໃຈຜິດ. 7 ພວກເຈົ້າຈະໄດ້ຍິນສຽງການສູ້ຮົບແລະຂ່າວເລື່ອງສົງຄາມໃນບ່ອນຕ່າງໆ. ແຕ່ຢ່າຊູ່ຢ້ານຫຼາຍໂພດ ຍ້ອນເລື່ອງທັງໝົດຈະຕ້ອງເກີດຂຶ້ນແນ່ນອນ ແຕ່ຈຸດຈົບຍັງບໍ່ມາຮອດ.+
8 ຈະມີການສູ້ຮົບກັນລະຫວ່າງປະເທດຕໍ່ປະເທດແລະອານາຈັກຕໍ່ອານາຈັກ+ ຈະມີແຜ່ນດິນໄຫວໃນບ່ອນຕ່າງໆ ແລະຈະມີຄວາມອຶດຢາກຢູ່ຫຼາຍບ່ອນ.+ ທັງໝົດນີ້ເປັນພຽງຕອນເລີ່ມຕົ້ນຂອງຄວາມທຸກ.*+
9 ລະວັງໃຫ້ດີ ຍ້ອນຈະມີຄົນຈັບພວກເຈົ້າໄປຂຶ້ນສານ.+ ເຂົາເຈົ້າຈະເອົາໄມ້ແສ້ຟາດພວກເຈົ້າຢູ່ບ່ອນປະຊຸມຂອງເຂົາເຈົ້າ+ ແລະພວກເຈົ້າຈະຖືກພາໄປຢູ່ຕໍ່ໜ້າເຈົ້າແຂວງແລະກະສັດຍ້ອນພວກເຈົ້າເປັນລູກສິດຂອງຂ້ອຍ. ແລ້ວພວກເຈົ້າຈະໄດ້ບອກເຂົາເຈົ້າກ່ຽວກັບຄວາມເຊື່ອຂອງພວກເຈົ້າ.+ 10 ແຕ່ກ່ອນທີ່ຈຸດຈົບຈະມາຮອດ ຈະຕ້ອງມີການປະກາດຂ່າວດີກັບຄົນທຸກຊາດກ່ອນ.+ 11 ຕອນທີ່ເຂົາເຈົ້າຈັບພວກເຈົ້າໄປ ບໍ່ຕ້ອງອຸກໃຈວ່າຈະເວົ້າຫຍັງ ແຕ່ໃຫ້ເວົ້າຕາມທີ່ພະລັງບໍລິສຸດຈະບອກພວກເຈົ້າໃນຕອນນັ້ນ. ທີ່ຈິງແລ້ວ ບໍ່ແມ່ນພວກເຈົ້າເອງທີ່ເວົ້າ ແຕ່ແມ່ນພະລັງຂອງພະເຈົ້າທີ່ເວົ້າ.+ 12 ນອກຈາກນັ້ນ ອ້າຍຈະເຮັດໃຫ້ນ້ອງຖືກຂ້າ ແລະນ້ອງກໍຈະເຮັດຕໍ່ອ້າຍແບບດຽວກັນ. ພໍ່ຈະເຮັດໃຫ້ລູກຖືກຂ້າ ແລະລູກຈະຕໍ່ຕ້ານພໍ່ແມ່ແລະຈະເຮັດໃຫ້ພໍ່ແມ່ຖືກຂ້າ.+ 13 ທຸກຄົນຈະຊັງພວກເຈົ້າຍ້ອນພວກເຈົ້າເປັນລູກສິດຂອງຂ້ອຍ+ ແຕ່ຜູ້ໃດທີ່ອົດທົນຈົນເຖິງທີ່ສຸດ+ຜູ້ນັ້ນຈະລອດ.+
14 ເມື່ອພວກເຈົ້າເຫັນສິ່ງທີ່ເປັນຕາຂີ້ດຽດທີ່ເຮັດໃຫ້ເກີດຄວາມຮ້າງເປົ່າ+ມາຢູ່ໃນບ່ອນທີ່ບໍ່ຄວນຢູ່ (ເພື່ອຈະເຂົ້າໃຈເລື່ອງນີ້ຜູ້ອ່ານຕ້ອງຄິດໃຫ້ເລິກເຊິ່ງ) ໃຫ້ຄົນທີ່ຢູ່ໃນແຂວງຢູດາຍເລີ່ມໜີໄປຢູ່ພູ.+ 15 ຜູ້ທີ່ຢູ່ເທິງດາດຟ້າຢ່າເຂົ້າໄປເກັບເຄື່ອງຂອງໃນເຮືອນ 16 ແລະຜູ້ທີ່ຢູ່ທົ່ງນາກໍຢ່າກັບໄປເອົາເສື້ອຄຸມທີ່ຢູ່ໃນເຮືອນ. 17 ຕອນນັ້ນຈະເປັນເວລາທີ່ເປັນຕາຢ້ານຫຼາຍສຳລັບຜູ້ຍິງຖືພາແລະແມ່ລູກອ່ອນທີ່ລູກຍັງບໍ່ເຊົານົມ.+ 18 ໃຫ້ອະທິດຖານເລື້ອຍໆ ເພື່ອຕອນທີ່ພວກເຈົ້າໜີຈະບໍ່ຖືກຍາມໜາວ* 19 ຍ້ອນໃນຕອນນັ້ນຈະມີຄວາມທຸກລຳບາກ+ແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນນັບຕັ້ງແຕ່ພະເຈົ້າສ້າງໂລກ ແລະຈະບໍ່ເກີດຂຶ້ນອີກເລີຍ.+ 20 ທີ່ຈິງ ຖ້າພະເຢໂຫວາ*ບໍ່ເຮັດໃຫ້ໄລຍະທີ່ມີຄວາມທຸກລຳບາກນັ້ນສັ້ນລົງກໍຈະບໍ່ມີຜູ້ໃດລອດເລີຍ ແຕ່ເພື່ອເຫັນແກ່ຜູ້ທີ່ເພິ່ນເລືອກໄວ້ ເພິ່ນຈະເຮັດໃຫ້ໄລຍະເວລານັ້ນສັ້ນລົງ.+
21 ໃນຕອນນັ້ນ ຖ້າມີຜູ້ໃດບອກພວກເຈົ້າວ່າ ‘ເບິ່ງແມ້! ພະຄລິດຢູ່ນີ້’ ຫຼື ‘ເບິ່ງແມ້! ພະຄລິດຢູ່ຫັ້ນ’ ຢ່າເຊື່ອເຂົາເຈົ້າ+ 22 ຍ້ອນຈະມີພະຄລິດປອມແລະຜູ້ພະຍາກອນປອມ+ມາເຮັດການອັດສະຈັນແລະສະແດງປາຕິຫານ. ເຂົາເຈົ້າຈະພະຍາຍາມຫຼອກລວງແມ່ນແຕ່ຜູ້ທີ່ພະເຈົ້າເລືອກໄວ້ແລ້ວ. 23 ລະວັງໃຫ້ດີ+ ຂ້ອຍເຕືອນພວກເຈົ້າທຸກສິ່ງທຸກຢ່າງໄວ້ລ່ວງໜ້າແລ້ວ.
24 ຫຼັງຈາກທີ່ມີຄວາມທຸກລຳບາກ ຕາເວັນຈະມືດ ເດືອນຈະບໍ່ສ່ອງແສງ+ 25 ດາວຈະຕົກຈາກຟ້າ ແລະສິ່ງຕ່າງໆທີ່ຢູ່ເທິງຟ້າຈະສັ່ນສະເທືອນ. 26 ແລ້ວຄົນຈະເຫັນລູກມະນຸດ+ມາເທິງຂີ້ເຝື້ອດ້ວຍລິດເດດຍິ່ງໃຫຍ່ແລະແສງລັດສະໝີທີ່ເຈີດຈ້າ.+ 27 ເພິ່ນຈະສົ່ງພວກທູດສະຫວັນຂອງເພິ່ນອອກໄປລວບລວມຄົນທີ່ພະເຈົ້າເລືອກໄວ້ຈາກທັງສີ່ທິດ ຕັ້ງແຕ່ສຸດຂອບໂລກເບື້ອງນີ້ຈົນຮອດສຸດຂອບຟ້າເບື້ອງນັ້ນ.+
28 ໃຫ້ເບິ່ງຕົ້ນໝາກເດື່ອເປັນຕົວຢ່າງ ເມື່ອກິ່ງອ່ອນແຕກອອກແລະປົ່ງໃບ ພວກເຈົ້າກໍຮູ້ວ່າໃກ້ຊິຮອດຍາມຮ້ອນແລ້ວ.+ 29 ຄ້າຍຄືກັນ ເມື່ອພວກເຈົ້າເຫັນເຫດການເຫຼົ່ານີ້ ພວກເຈົ້າກໍຮູ້ວ່າລູກມະນຸດໃກ້ຊິມາຮອດແລ້ວ. ທີ່ຈິງ ເພິ່ນຢູ່ປະຕູແລ້ວ.+ 30 ຂ້ອຍຈະບອກໃຫ້ຮູ້ວ່າ ຄົນສະໄໝນີ້ຈະບໍ່ຕາຍກ່ອນທີ່ເຫດການທັງໝົດນີ້ຈະເກີດຂຶ້ນ.+ 31 ຟ້າກັບໂລກຈະດັບສູນໄປ+ ແຕ່ຄຳເວົ້າຂອງຂ້ອຍຈະບໍ່ມີວັນສູນຫາຍເລີຍ.+
32 ວັນຫຼືເວລານັ້ນບໍ່ມີຜູ້ໃດຮູ້ຈັກ ແມ່ນແຕ່ທູດສະຫວັນຫຼືລູກຂອງພະເຈົ້າກໍບໍ່ຮູ້ຈັກ ມີແຕ່ພະເຈົ້າຜູ້ເປັນພໍ່ເທົ່ານັ້ນທີ່ຮູ້ຈັກ.+ 33 ໃຫ້ເຝົ້າສັງເກດແລະຕື່ນໂຕຢູ່ສະເໝີ+ ຍ້ອນພວກເຈົ້າບໍ່ຮູ້ວ່າເວລາທີ່ພະເຈົ້າກຳນົດໄວ້ຈະມາຮອດຕອນໃດ.+ 34 ເລື່ອງນີ້ປຽບຄືກັບຜູ້ຊາຍຄົນໜຶ່ງທີ່ກຳລັງຈະໄປຕ່າງປະເທດ. ລາວຝາກເຮືອນໃຫ້ພວກທາດເບິ່ງແຍງ+ ມອບໝາຍວຽກໃຫ້ແຕ່ລະຄົນເຮັດ ແລະສັ່ງຄົນຍາມໃຫ້ເຝົ້າປະຕູເຮືອນໄວ້ດີໆ.+ 35 ດັ່ງນັ້ນ ໃຫ້ເຝົ້າລະວັງຢູ່ສະເໝີ ຍ້ອນພວກເຈົ້າບໍ່ຮູ້ວ່າເຈົ້າຂອງເຮືອນຈະມາຕອນໃດ.+ ລາວອາດຈະມາຕອນແລງ ຕອນທ່ຽງຄືນ ກ່ອນຕາເວັນຂຶ້ນ* ຫຼືຕອນເຊົ້າໆກໍໄດ້.+ 36 ຖ້າບໍ່ເຝົ້າລະວັງ ຕອນທີ່ລາວກັບມາແບບກະທັນຫັນ ລາວຈະເຫັນພວກເຈົ້ານອນຫຼັບຢູ່.+ 37 ສິ່ງທີ່ຂ້ອຍສັ່ງພວກເຈົ້າໄວ້ ຂ້ອຍກໍສັ່ງທຸກໆຄົນຄືກັນວ່າ ໃຫ້ເຝົ້າລະວັງຢູ່ສະເໝີ.”+
14 ອີກ 2 ມື້+ຈະຮອດວັນປັດສະຄາ+ແລະເທດສະການກິນເຂົ້າຈີ່ບໍ່ມີເຊື້ອ.+ ພວກຫົວໜ້າປະໂລຫິດກັບພວກຄູສອນສາສະໜາກຳລັງວາງແຜນຊົ່ວເພື່ອຈະຈັບພະເຢຊູໄປຂ້າ.+ 2 ແຕ່ເຂົາເຈົ້າພາກັນເວົ້າວ່າ: “ຢ່າຟ້າວເຮັດໃນຍາມເທດສະການ ຈັກໜ້ອຍຈະເຮັດໃຫ້ປະຊາຊົນວຸ່ນວາຍ.”
3 ຕອນທີ່ພະເຢຊູຢູ່ບ້ານເບັດທານີ ແລະກຳລັງກິນເຂົ້າຢູ່ເຮືອນຂອງຊີໂມນທີ່ເຄີຍເປັນຂີ້ທູດ ມີຜູ້ຍິງຄົນໜຶ່ງຖືຂວດ*ນ້ຳມັນຫອມເຂົ້າມາ ເປັນນ້ຳມັນຫອມນາຣະດາ*ແທ້ໆທີ່ມີລາຄາແພງຫຼາຍ. ລາວເປີດຂວດແລ້ວເທນ້ຳມັນຫອມໃສ່ຫົວຂອງພະເຢຊູ.+ 4 ເມື່ອບາງຄົນເຫັນແບບນັ້ນກໍບໍ່ພໍໃຈແລະພາກັນເວົ້າວ່າ: “ເປັນຫຍັງຈຶ່ງເຮັດໃຫ້ນ້ຳມັນຫອມນີ້ເສຍຖິ້ມໄປລ້າໆ? 5 ຖ້າເອົານ້ຳມັນຫອມຂວດນີ້ໄປຂາຍຄືຊິໄດ້ເງິນຫຼາຍກວ່າ 300 ເດນາຣິອົນ* ແລ້ວເອົາເງິນນັ້ນໄປໃຫ້ຄົນທຸກກະດີກວ່າ.” ເຂົາເຈົ້າຈຶ່ງບໍ່ພໍໃຈລາວຫຼາຍ.* 6 ພະເຢຊູບອກວ່າ: “ປ່ອຍໃຫ້ລາວເຮັດໂລດ. ເປັນຫຍັງຈຶ່ງເວົ້າໃຫ້ລາວຈັ່ງຊັ້ນ? ລາວເຮັດແນວທີ່ດີຕໍ່ຂ້ອຍ.+ 7 ຄົນທຸກຈະຢູ່ກັບພວກເຈົ້າຕະຫຼອດ+ ແລະພວກເຈົ້າຈະເຮັດດີກັບເຂົາເຈົ້າຕອນໃດກໍໄດ້ ແຕ່ຂ້ອຍຈະບໍ່ໄດ້ຢູ່ກັບພວກເຈົ້າຕະຫຼອດ.+ 8 ລາວເຮັດສິ່ງທີ່ລາວເຮັດໄດ້. ລາວເທນ້ຳມັນຫອມໃສ່ຂ້ອຍກໍເພື່ອກຽມຮ່າງກາຍຂອງຂ້ອຍໄວ້ສຳລັບການຝັງສົບ.+ 9 ຂ້ອຍຈະບອກໃຫ້ຮູ້ວ່າ ຂ່າວດີຈະປະກາດໄປຮອດບ່ອນໃດໃນໂລກ+ ສິ່ງທີ່ຜູ້ຍິງຄົນນີ້ເຮັດກໍຈະຮູ້ໄປຮອດບ່ອນນັ້ນ ແລະຄົນຈະບໍ່ລືມລາວເລີຍ.”+
10 ໃນອັກຄະສາວົກ* 12 ຄົນ ຜູ້ທີ່ຊື່ຢູດາອິສະກາຣີອົດໄດ້ໄປຫາພວກຫົວໜ້າປະໂລຫິດເພື່ອຈະຊ່ວຍເຂົາເຈົ້າໃຫ້ຈັບພະເຢຊູໄດ້.+ 11 ເມື່ອພວກຫົວໜ້າປະໂລຫິດຮູ້ແບບນັ້ນກໍພາກັນດີໃຈຫຼາຍ ແລະສັນຍາວ່າຈະເອົາເງິນໃຫ້ລາວ.+ ຕັ້ງແຕ່ນັ້ນມາ ຢູດາຈຶ່ງຊອກຫາໂອກາດທີ່ເໝາະເພື່ອຈະທໍລະຍົດພະເຢຊູ.
12 ໃນມື້ທຳອິດ*ຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອ+ ມີທຳນຽມທີ່ຈະຂ້າສັດສຳລັບປັດສະຄາ+ ພວກລູກສິດຈຶ່ງຖາມພະເຢຊູວ່າ: “ທ່ານຢາກໃຫ້ພວກເຮົາກຽມປັດສະຄາສຳລັບທ່ານຢູ່ໃສ?”+ 13 ພະເຢຊູຈຶ່ງໃຊ້ລູກສິດ 2 ຄົນໄປແລະສັ່ງເຂົາເຈົ້າວ່າ: “ເຂົ້າໄປໃນເມືອງ ແລ້ວຈະມີຜູ້ຊາຍຄົນໜຶ່ງແບກໄຫດິນເຜົາສຳລັບໃສ່ນ້ຳມາຫາພວກເຈົ້າ. ໃຫ້ໄປນຳລາວ+ 14 ຖ້າລາວເຂົ້າໄປໃນເຮືອນຫຼັງໃດ ກໍໃຫ້ພວກເຈົ້າບອກເຈົ້າຂອງເຮືອນວ່າ ‘ອາຈານໃຫ້ມາຖາມວ່າ “ຫ້ອງຮັບແຂກທີ່ຂ້ອຍຈະກິນປັດສະຄາກັບພວກລູກສິດຢູ່ໃສ?”’ 15 ລາວຈະພາພວກເຈົ້າໄປເບິ່ງຫ້ອງໃຫຍ່ທີ່ຢູ່ຊັ້ນເທິງທີ່ຕົກແຕ່ງໄວ້ແລ້ວ. ໃຫ້ກຽມການສະຫຼອງປັດສະຄາໄວ້ຢູ່ຫັ້ນ.” 16 ລູກສິດ 2 ຄົນນັ້ນກໍເຂົ້າໄປໃນເມືອງ ແລະເຫັນເຫດການທຸກຢ່າງຕາມທີ່ພະເຢຊູບອກ. ເຂົາເຈົ້າຈຶ່ງກຽມການສະຫຼອງປັດສະຄາໄວ້.
17 ເມື່ອຮອດຕອນຄ່ຳ ພະເຢຊູກັບອັກຄະສາວົກ 12 ຄົນກໍມາເຮືອນຫຼັງນັ້ນ.+ 18 ຕອນທີ່ນັ່ງກິນເຂົ້ານຳກັນຢູ່ໂຕະ ພະເຢຊູເວົ້າວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ໜຶ່ງໃນພວກເຈົ້າທີ່ກຳລັງກິນເຂົ້ານຳຂ້ອຍຈະທໍລະຍົດຂ້ອຍ.”+ 19 ພວກລູກສິດກໍບໍ່ສະບາຍໃຈ ແຕ່ລະຄົນຈຶ່ງຖາມເພິ່ນວ່າ: “ບໍ່ແມ່ນຂ້ອຍຕີ້?” 20 ເພິ່ນຕອບເຂົາເຈົ້າວ່າ: “ແມ່ນຜູ້ໜຶ່ງໃນ 12 ຄົນນີ້ແຫຼະ ຜູ້ທີ່ເອົາເຂົ້າຈີ່ຈ້ຳໃນຖ້ວຍໃບດຽວກັບຂ້ອຍ.+ 21 ແມ່ນຢູ່ລູກມະນຸດຈະຕ້ອງຕາຍຕາມທີ່ພະຄຳພີບອກໄວ້ ແຕ່ຜູ້ທີ່ທໍລະຍົດລູກມະນຸດຈະຕ້ອງຈິບຫາຍ!+ ຖ້າຜູ້ນັ້ນບໍ່ໄດ້ເກີດມາກະຄືຊິດີກວ່າ.”+
22 ຕອນທີ່ຍັງກິນອາຫານຢູ່ ພະເຢຊູຈັບເອົາເຂົ້າຈີ່ແຜ່ນໜຶ່ງ ແລ້ວອະທິດຖານຂອບໃຈພະເຈົ້າ. ຈາກນັ້ນ ເພິ່ນກໍຫັກເຂົ້າຈີ່ແລະຍື່ນໃຫ້ເຂົາເຈົ້າແລ້ວເວົ້າວ່າ: “ກິນເຂົ້າຈີ່ນີ້ແມ້. ນີ້ໝາຍເຖິງຮ່າງກາຍຂອງຂ້ອຍ.”+ 23 ແລ້ວພະເຢຊູກໍຈັບເອົາຈອກຂຶ້ນມາ ອະທິດຖານຂອບໃຈພະເຈົ້າ ແລະຍື່ນໃຫ້ພວກລູກສິດ ແລ້ວທຸກຄົນກໍກິນຈາກຈອກນັ້ນ.+ 24 ເພິ່ນບອກເຂົາເຈົ້າວ່າ: “ນີ້ໝາຍເຖິງເລືອດຂອງຂ້ອຍ+ ເປັນ ‘ເລືອດທີ່ເຮັດໃຫ້ສັນຍາມີຜົນບັງຄັບໃຊ້’+ ເຊິ່ງຈະຕ້ອງໄຫຼອອກເພື່ອຄົນຈຳນວນຫຼາຍ.+ 25 ຂ້ອຍຈະບອກໃຫ້ຮູ້ວ່າ ຂ້ອຍຈະບໍ່ກິນເຫຼົ້າແວງອີກເລີຍ ຈົນກວ່າຈະຮອດມື້ນັ້ນທີ່ຂ້ອຍຈະກິນເຫຼົ້າແວງໃໝ່ຕອນທີ່ມີສ່ວນໃນການປົກຄອງຂອງພະເຈົ້າ.” 26 ຈາກນັ້ນ ພະເຢຊູກັບພວກລູກສິດໄດ້ຮ້ອງເພງສັນລະເສີນພະເຈົ້າ ແລ້ວທຸກຄົນກໍອອກໄປພູໝາກກອກ.+
27 ພະເຢຊູບອກເຂົາເຈົ້າວ່າ: “ພວກເຈົ້າທຸກຄົນຈະຖິ້ມຂ້ອຍ ຄືກັບທີ່ພະຄຳພີບອກໄວ້ວ່າ ‘ເຮົາຈະຂ້າຜູ້ລ້ຽງແກະ+ ແລະແກະໃນຝູງຈະກະຈັດກະຈາຍກັນໄປ.’+ 28 ແຕ່ເມື່ອຂ້ອຍຄືນມາຈາກຕາຍແລ້ວ ຂ້ອຍຈະໄປຖ້າພວກເຈົ້າຢູ່ແຂວງຄາລີເລ.”+ 29 ເປໂຕບອກພະເຢຊູວ່າ: “ເຖິງວ່າທຸກຄົນຈະຖິ້ມທ່ານ ແຕ່ຂ້ອຍຈະບໍ່ມີທາງຖິ້ມທ່ານເລີຍ.”+ 30 ພະເຢຊູບອກລາວວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ໃນມື້ນີ້ ໃນຄືນນີ້ແຫຼະ ກ່ອນໄກ່ຂັນ 2 ເທື່ອ ເຈົ້າຈະປະຕິເສດຮອດ 3 ເທື່ອວ່າບໍ່ຮູ້ຈັກຂ້ອຍ.”+ 31 ແຕ່ເປໂຕກໍຍັງຢືນຢັນວ່າ: “ເຖິງວ່າຂ້ອຍຈະຕ້ອງຕາຍພ້ອມກັບທ່ານ ກໍບໍ່ມີທາງທີ່ຂ້ອຍຈະປະຕິເສດວ່າບໍ່ຮູ້ຈັກທ່ານ.” ລູກສິດທຸກຄົນກໍເວົ້າແບບດຽວກັນ.+
32 ພະເຢຊູກັບພວກລູກສິດຍ່າງມາຮອດສວນທີ່ຊື່ວ່າເຄັດເຊມາເນ ແລ້ວເພິ່ນບອກເຂົາເຈົ້າວ່າ: “ໃຫ້ນັ່ງຖ້າຢູ່ນີ້ ຂ້ອຍຈະໄປອະທິດຖານ.”+ 33 ພະເຢຊູພາເປໂຕ ຢາໂກໂບ ແລະໂຢຮັນໄປນຳ.+ ຕອນນັ້ນ ເພິ່ນຮູ້ສຶກເຄັ່ງຕຶງແລະທຸກໃຈຫຼາຍ. 34 ເພິ່ນຈຶ່ງບອກເຂົາເຈົ້າວ່າ: “ຂ້ອຍທຸກໃຈ+ຈົນເກືອບຊິຕາຍແລ້ວ. ໃຫ້ພວກເຈົ້າຢູ່ນີ້ແລະເຝົ້າລະວັງຢູ່ສະເໝີ.”+ 35 ແລ້ວພະເຢຊູກໍຍ່າງໄປອີກໜ້ອຍໜຶ່ງ ແລະຄູ້ເຂົ່າລົງອະທິດຖານຫາພະເຈົ້າວ່າ ຖ້າເປັນໄປໄດ້ ຂໍໃຫ້ເວລາທີ່ຍາກລຳບາກນີ້ກາຍໄປຈາກເພິ່ນ. 36 ເພິ່ນເວົ້າວ່າ: “ອັບບາ* ພໍ່ເອີ້ຍ+ ພໍ່ເຮັດໄດ້ທຸກຢ່າງ. ຂໍໃຫ້ຈອກນີ້*ກາຍລູກໄປ ແຕ່ຢ່າໃຫ້ເປັນໄປຕາມທີ່ລູກຕ້ອງການ ຂໍໃຫ້ເປັນໄປຕາມທີ່ພໍ່ຕ້ອງການ.”+ 37 ພະເຢຊູກັບມາແລະເຫັນພວກລູກສິດກຳລັງນອນຫຼັບ ເພິ່ນຈຶ່ງບອກເປໂຕວ່າ: “ຊີໂມນ ເຈົ້າກຳລັງນອນຫຼັບບໍ? ເຈົ້າຈະເຝົ້າລະວັງຈັກຊົ່ວໂມງໜຶ່ງກໍບໍ່ໄຫວບໍ?+ 38 ພວກເຈົ້າຕ້ອງເຝົ້າລະວັງຢູ່ສະເໝີແລະອະທິດຖານຢູ່ເລື້ອຍໆເພື່ອພວກເຈົ້າຈະບໍ່ຍອມແພ້ເມື່ອຖືກທົດສອບ.+ ເຖິງວ່າໃຈສູ້* ແຕ່ຮ່າງກາຍຂອງພວກເຈົ້າກໍຍັງອ່ອນແອ.”+ 39 ແລ້ວພະເຢຊູກໍໄປອະທິດຖານແບບເກົ່າອີກ.+ 40 ເມື່ອພະເຢຊູກັບມາກໍເຫັນພວກລູກສິດກຳລັງນອນຫຼັບຍ້ອນເຂົາເຈົ້າຢາກນອນແຮງ. ເຂົາເຈົ້າຈຶ່ງບໍ່ຮູ້ວ່າຈະແກ້ໂຕແນວໃດ. 41 ເພິ່ນກັບມາອີກເປັນເທື່ອທີ 3 ແລະເວົ້າກັບເຂົາເຈົ້າວ່າ: “ໃນເວລາແບບນີ້ພວກເຈົ້າຍັງນອນຫຼັບພັກຜ່ອນຢູ່ບໍ! ພໍແລ້ວ! ຮອດເວລາແລ້ວ+ທີ່ລູກມະນຸດຈະຖືກທໍລະຍົດແລະຖືກຈັບ. 42 ລຸກຂຶ້ນ. ໄປ໋! ຄົນທີ່ທໍລະຍົດຂ້ອຍມາແລ້ວ.”+
43 ພະເຢຊູເວົ້າຍັງບໍ່ທັນສຸດຄວາມ ຢູດາທີ່ເປັນຜູ້ໜຶ່ງໃນອັກຄະສາວົກ 12 ຄົນກໍມາຮອດພ້ອມກັບຄົນກຸ່ມໃຫຍ່ທີ່ຖືດາບຖືໄມ້ຄ້ອນມານຳ. ພວກນີ້ເປັນຄົນຂອງພວກຫົວໜ້າປະໂລຫິດ ພວກຄູສອນສາສະໜາ ແລະພວກຜູ້ນຳຄົນຢິວ.+ 44 ຜູ້ທີ່ທໍລະຍົດພະເຢຊູຕົກລົງກັບພວກນັ້ນໄວ້ແລ້ວວ່າ: “ຖ້າຂ້ອຍຈູບຜູ້ໃດ ໃຫ້ຈັບຜູ້ນັ້ນ ແລ້ວເອົາລາວໄປ.” 45 ຢູດາຍ່າງເຂົ້າມາຫາພະເຢຊູແລະເວົ້າວ່າ: “ອາຈານ!” ແລ້ວກໍຈູບເພິ່ນຄ່ອຍໆ. 46 ແລ້ວພວກນັ້ນກໍເຂົ້າມາຈັບພະເຢຊູ. 47 ແຕ່ຜູ້ໜຶ່ງທີ່ຢືນຢູ່ໃກ້ໆໄດ້ຖອດດາບອອກມາຟັນທາດຂອງປະໂລຫິດໃຫຍ່ ແລະຖືກຫູຂອງລາວຂາດເບື້ອງໜຶ່ງ.+ 48 ພະເຢຊູຈຶ່ງເວົ້າກັບຄົນທີ່ມາຈັບເພິ່ນວ່າ: “ເປັນຫຍັງຕ້ອງຖືດາບຖືໄມ້ຄ້ອນມາຈັບຂ້ອຍຄືກັບຈັບໂຈນ?+ 49 ຂ້ອຍຢູ່ກັບພວກເຈົ້າໃນວິຫານແລະສອນຢູ່ຫັ້ນທຸກມື້+ ພວກເຈົ້າກໍບໍ່ມາຈັບ. ແຕ່ມັນເປັນແນວນີ້ກໍເພື່ອໃຫ້ສິ່ງທີ່ຂຽນໄວ້ໃນພະຄຳພີເກີດຂຶ້ນແທ້.”+
50 ແລ້ວລູກສິດທຸກຄົນກໍຖິ້ມພະເຢຊູແລ້ວໜີໄປ.+ 51 ແຕ່ຊາຍໜຸ່ມຄົນໜຶ່ງນຳຫຼັງພະເຢຊູໄປໃກ້ໆ ລາວໃສ່ເສື້ອຄຸມທີ່ເຮັດຈາກຜ້າລີນິນເນື້ອດີທັບເສື້ອໂຕທາງໃນໄວ້* ຄົນພວກນັ້ນພະຍາຍາມຈະຈັບລາວຄືກັນ. 52 ແຕ່ລາວແກ້ເສື້ອຄຸມອອກແລ້ວກໍແລ່ນໜີ.*
53 ຄົນພວກນັ້ນພາພະເຢຊູໄປເຮືອນປະໂລຫິດໃຫຍ່.+ ພວກຫົວໜ້າປະໂລຫິດ ພວກຜູ້ນຳຄົນຢິວ ແລະພວກຄູສອນສາສະໜາກໍມາປະຊຸມກັນຢູ່ຫັ້ນຄົບທຸກຄົນ.+ 54 ສ່ວນເປໂຕໄດ້ນຳຫຼັງພະເຢຊູໄປຫ່າງໆຈົນຮອດເດີ່ນບ້ານຂອງປະໂລຫິດໃຫຍ່ ແລ້ວລາວກໍເຂົ້າໄປນັ່ງຝີງໄຟກັບພວກຄົນຮັບໃຊ້.+ 55 ພວກຫົວໜ້າປະໂລຫິດກັບສະມາຊິກທຸກຄົນຂອງສານຊັນເຮດຣິນກໍຊອກພະຍານມາໃສ່ຮ້າຍພະເຢຊູເພື່ອຈະເຮັດໃຫ້ເພິ່ນຖືກໂທດປະຫານ. ແຕ່ເຂົາເຈົ້າກໍບໍ່ສາມາດຊອກຫາພະຍານທີ່ໜ້າເຊື່ອຖືໄດ້.+ 56 ເຖິງຈະມີພະຍານຕົວະຫຼາຍຄົນມາໃຫ້ການເພື່ອໃສ່ຮ້າຍເພິ່ນ+ ແຕ່ຄຳໃຫ້ການຂອງເຂົາເຈົ້າກໍຂັດແຍ່ງກັນເອງ. 57 ບາງຄົນເປັນພະຍານຕົວະກ່າວຫາເພິ່ນວ່າ: 58 “ພວກເຮົາໄດ້ຍິນລາວເວົ້າວ່າ ‘ຂ້ອຍຈະທຳລາຍວິຫານຫຼັງນີ້ທີ່ສ້າງຂຶ້ນມາດ້ວຍມືມະນຸດ ແລ້ວພາຍໃນ 3 ມື້ ຂ້ອຍຈະສ້າງອີກຫຼັງໜຶ່ງທີ່ບໍ່ໄດ້ໃຊ້ມືມະນຸດສ້າງ.’”+ 59 ແຕ່ຄຳໃຫ້ການຂອງເຂົາເຈົ້າໃນເລື່ອງນີ້ກໍບໍ່ກົງກັນ.
60 ແລ້ວປະໂລຫິດໃຫຍ່ກໍຢືນຂຶ້ນຢູ່ກາງບ່ອນປະຊຸມແລະຖາມພະເຢຊູວ່າ: “ເຈົ້າຊິບໍ່ເວົ້າຫຍັງຫວະ? ເຈົ້າບໍ່ໄດ້ຍິນບໍວ່າພວກນີ້ກ່າວຫາເຈົ້າແນວໃດ?”+ 61 ແຕ່ເພິ່ນກໍຍັງມິດຢູ່ແລະບໍ່ຕອບຫຍັງເລີຍ.+ ປະໂລຫິດໃຫຍ່ຈຶ່ງຖາມເພິ່ນອີກວ່າ: “ເຈົ້າແມ່ນພະຄລິດລູກຂອງພະເຈົ້າອົງບໍລິສຸດບໍ?” 62 ພະເຢຊູຕອບວ່າ: “ແມ່ນແລ້ວ ແລະພວກເຈົ້າຈະເຫັນລູກມະນຸດ+ນັ່ງຢູ່ເບື້ອງຂວາມື+ຂອງພະເຈົ້າຜູ້ມີລິດເດດ ແລະຈະເຫັນເພິ່ນມາເທິງຂີ້ເຝື້ອໃນທ້ອງຟ້າ.”+ 63 ປະໂລຫິດໃຫຍ່ກໍຈີກເສື້ອຂອງໂຕເອງແລະເວົ້າວ່າ: “ພວກເຮົາຍັງຕ້ອງມີພະຍານອີກຫວະ?+ 64 ພວກເຈົ້າໄດ້ຍິນແລ້ວວ່າລາວໝິ່ນປະໝາດພະເຈົ້າ. ພວກເຈົ້າຈະຕັດສິນວ່າແນວໃດ?”* ທຸກຄົນຈຶ່ງຕັດສິນວ່າພະເຢຊູມີຄວາມຜິດແລະສົມຄວນຕາຍ.+ 65 ແລ້ວບາງຄົນກໍຖົ່ມນ້ຳລາຍໃສ່ໜ້າເພິ່ນ+ ປົກໜ້າເພິ່ນແລະຊົກເພິ່ນ ແລ້ວເວົ້າວ່າ: “ທວາຍເບິ່ງດຸວ່າແມ່ນໃຜເຮັດ?” ພວກຜູ້ຄຸມກໍຕົບໜ້າເພິ່ນແລ້ວກໍເອົາເພິ່ນໄປ.+
66 ຕອນທີ່ເປໂຕຍັງຢູ່ເດີ່ນບ້ານ ມີສາວໃຊ້ຄົນໜຶ່ງຂອງປະໂລຫິດໃຫຍ່ຍ່າງເຂົ້າມາ.+ 67 ເມື່ອເຫັນເປໂຕຝີງໄຟຢູ່ ລາວກໍແນມເບິ່ງແລະເວົ້າວ່າ: “ເຈົ້າເປັນໝູ່ຂອງເຢຊູຄົນນາຊາເຣັດຕົ໋ວ!” 68 ແຕ່ເປໂຕປະຕິເສດວ່າ: “ຂ້ອຍບໍ່ຮູ້ຈັກລາວ. ເຈົ້າເວົ້າເລື່ອງຫຍັງ ເຈົ້າຈື່ຜິດຄົນແລ້ວ.” ຈາກນັ້ນ ເປໂຕກໍອອກໄປຢູ່ປະຕູທາງເຂົ້າ. 69 ສາວໃຊ້ເຫັນເປໂຕຢູ່ຫັ້ນກໍເວົ້າກັບຄົນທີ່ຢືນຢູ່ນຳກັນອີກວ່າ: “ຜູ້ນີ້ເປັນຜູ້ໜຶ່ງໃນພວກນັ້ນ.” 70 ເປໂຕກໍປະຕິເສດອີກ ແລະຫຼັງຈາກນັ້ນໜ້ອຍໜຶ່ງ ພວກທີ່ຢືນຢູ່ໃກ້ໆຫັ້ນກໍເວົ້າກັບເປໂຕອີກວ່າ: “ແມ່ນແລ້ວ ເຈົ້າເປັນຜູ້ໜຶ່ງໃນພວກນັ້ນແທ້ໆ ຍ້ອນເຈົ້າເປັນຄົນຄາລີເລ.” 71 ແຕ່ເປໂຕເລີ່ມສາບານວ່າ ຖ້າລາວເວົ້າຕົວະຂໍໃຫ້ລາວຖືກລົງໂທດ ແລະຍັງເວົ້າອີກວ່າ: “ຂ້ອຍບໍ່ຮູ້ຈັກແທ້ໆຄົນທີ່ພວກເຈົ້າເວົ້າເຖິງ!” 72 ທັນໃດນັ້ນ ໄກ່ກໍຂັນເປັນເທື່ອທີ 2+ ເປໂຕຈຶ່ງຄິດພໍ້ຄຳເວົ້າຂອງພະເຢຊູທີ່ວ່າ: “ກ່ອນໄກ່ຂັນ 2 ເທື່ອ ເຈົ້າຈະປະຕິເສດຮອດ 3 ເທື່ອວ່າບໍ່ຮູ້ຈັກຂ້ອຍ.”+ ແລ້ວລາວກໍກັ້ນຄວາມຮູ້ສຶກໄວ້ບໍ່ໄດ້ຈົນຕ້ອງຮ້ອງໄຫ້ອອກມາ.
15 ເມື່ອຮອດຕອນເຊົ້າ ສະມາຊິກທຸກຄົນຂອງສານຊັນເຮດຣິນ ເຊິ່ງມີພວກຫົວໜ້າປະໂລຫິດ ພວກຜູ້ນຳຄົນຢິວ ແລະພວກຄູສອນສາສະໜາກໍມາປະຊຸມປຶກສາກັນ. ແລ້ວເຂົາເຈົ້າກໍມັດພະເຢຊູແລະສົ່ງເພິ່ນໄປໃຫ້ປີລາດ.+ 2 ປີລາດຈຶ່ງຖາມພະເຢຊູວ່າ: “ເຈົ້າເປັນກະສັດຂອງຄົນຢິວບໍ?”+ ພະເຢຊູຕອບວ່າ: “ແມ່ນແລ້ວ.”*+ 3 ພວກຫົວໜ້າປະໂລຫິດກໍກ່າວຫາພະເຢຊູຫຼາຍເລື່ອງ. 4 ປີລາດຖາມອີກວ່າ: “ເຈົ້າຊິບໍ່ເວົ້າຫຍັງຫວາ?+ ເຈົ້າບໍ່ໄດ້ຍິນບໍ ເຂົາເຈົ້າກ່າວຫາເຈົ້າບັກຫຼາຍໆເລື່ອງ?”+ 5 ແຕ່ພະເຢຊູບໍ່ຕອບຫຍັງເລີຍ ປີລາດຈຶ່ງແປກໃຈຫຼາຍ.+
6 ຕາມປົກກະຕິ ໃນຍາມເທດສະການປັດສະຄາ ປີລາດຈະປ່ອຍໂຕນັກໂທດຜູ້ໜຶ່ງຕາມທີ່ປະຊາຊົນຮ້ອງຂໍ.+ 7 ຕອນນັ້ນ ມີຜູ້ໜຶ່ງຊື່ບາຣາບາຖືກຂັງຄຸກຢູ່ກັບພວກນັກປຸກລະດົມ ຍ້ອນເຂົາເຈົ້າຂ້າຄົນຕາຍຕອນທີ່ປຸກລະດົມຄົນ. 8 ປະຊາຊົນກໍມາຮ້ອງຂໍປີລາດໃຫ້ປ່ອຍນັກໂທດແບບທີ່ເຂົາເຈົ້າເຄີຍເຮັດຜ່ານມາ. 9 ປີລາດຈຶ່ງຖາມເຂົາເຈົ້າວ່າ: “ພວກເຈົ້າຢາກໃຫ້ຂ້ອຍປ່ອຍກະສັດຂອງຄົນຢິວບໍ?”+ 10 ປີລາດຖາມແບບນັ້ນຍ້ອນລາວຮູ້ວ່າພວກຫົວໜ້າປະໂລຫິດສົ່ງພະເຢຊູມາໃຫ້ລາວຍ້ອນຄວາມອິດສາ.+ 11 ແຕ່ພວກຫົວໜ້າປະໂລຫິດໄດ້ຍົວະປະຊາຊົນໃຫ້ຂໍປີລາດປ່ອຍບາຣາບາແທນ.+ 12 ປີລາດຈຶ່ງຖາມເຂົາເຈົ້າອີກວ່າ: “ຄັນຊັ້ນຈະໃຫ້ເຮັດແນວໃດກັບຜູ້ນີ້ທີ່ພວກເຈົ້າເອີ້ນວ່າກະສັດຂອງຄົນຢິວ?”+ 13 ເຂົາເຈົ້າຈຶ່ງຮ້ອງຕອບວ່າ: “ເອົາລາວໄປຄຶງໄວ້ເທິງເສົາ!”*+ 14 ປີລາດຖາມອີກວ່າ: “ຍ້ອນຫຍັງ? ລາວເຮັດຫຍັງຜິດ?” ແຕ່ເຂົາເຈົ້າແຮ່ງຮ້ອງດັງຂຶ້ນອີກວ່າ: “ເອົາລາວໄປຄຶງໄວ້ເທິງເສົາ!”+ 15 ປີລາດຢາກເອົາໃຈປະຊາຊົນຈຶ່ງປ່ອຍບາຣາບາໃຫ້ເຂົາເຈົ້າ ແລະສັ່ງທະຫານໃຫ້ເອົາແສ້ຟາດພະເຢຊູ+ແລ້ວກໍໃຫ້ເຂົາເຈົ້າເອົາເພິ່ນໄປປະຫານເທິງເສົາ.+
16 ພວກທະຫານໄດ້ເອົາພະເຢຊູເຂົ້າໄປໃນເດີ່ນບ້ານຂອງປີລາດ ແລະເຂົາເຈົ້າໄດ້ເອີ້ນທະຫານມາໝົດກອງທັບ.+ 17 ຈາກນັ້ນ ເຂົາເຈົ້າກໍເອົາຜ້າສີມ່ວງມານຸ່ງໃຫ້ເພິ່ນ ເອົາໜາມສານເປັນມົງກຸດແລະສຸບໃສ່ຫົວເພິ່ນ. 18 ເຂົາເຈົ້າພາກັນເຍາະເຍີ້ຍເພິ່ນວ່າ: “ຂໍກົ້ມຄຳນັບກະສັດຂອງຄົນຢິວ!”+ 19 ຈາກນັ້ນ ເຂົາເຈົ້າກໍເອົາໄມ້ອໍ້ມາຕີຫົວເພິ່ນ ຖົ່ມນ້ຳລາຍໃສ່ເພິ່ນ ແລະຄູ້ເຂົ່າລົງຄຳນັບເພິ່ນ.* 20 ເມື່ອເຍາະເຍີ້ຍຈົນສົມໃຈແລ້ວ ເຂົາເຈົ້າກໍແກ້ຜ້າສີມ່ວງອອກແລະເອົາເສື້ອຄຸມຂອງເພິ່ນມາໃສ່ໃຫ້ເພິ່ນ. ຈາກນັ້ນກໍເອົາເພິ່ນໄປຄຶງໄວ້ເທິງເສົາ.+ 21 ມີຜູ້ຊາຍຄົນໜຶ່ງຊື່ຊີໂມນເປັນຄົນກີເຣເນທີ່ເດີນທາງມາຈາກນອກເມືອງກາຍມາທາງນັ້ນພໍດີ. ລາວເປັນພໍ່ຂອງອາເລັກຊັນເດີກັບຣູໂຟ. ພວກທະຫານໄດ້ສັ່ງຊີໂມນໃຫ້ແບກເສົາທໍລະມານ*ຂອງພະເຢຊູ.+
22 ເຂົາເຈົ້າພາພະເຢຊູມາຮອດບ່ອນໜຶ່ງທີ່ຊື່ໂຄລະໂຄທາ ທີ່ແປວ່າ: “ຫົວກະໂຫຼກ.”+ 23 ເຂົາເຈົ້າເອົາເຫຼົ້າແວງປະສົມກັບມົດຍອບ*ທີ່ເຮັດໃຫ້ເມົາ+ ແລ້ວເອົາໃຫ້ພະເຢຊູກິນ ແຕ່ເພິ່ນບໍ່ຍອມກິນ. 24 ຈາກນັ້ນ ເຂົາເຈົ້າກໍຄຶງພະເຢຊູໄວ້ເທິງເສົາ ແລະເອົາເສື້ອຄຸມຂອງເພິ່ນມາຈົກສະຫຼາກເພື່ອຈະຮູ້ວ່າໃຜຈະໄດ້.+ 25 ເຂົາເຈົ້າຄຶງພະເຢຊູໄວ້ເທິງເສົາຕອນ 9 ໂມງເຊົ້າ.* 26 ເຂົາເຈົ້າຂຽນຂໍ້ກ່າວຫາເພິ່ນວ່າ: “ກະສັດຂອງຄົນຢິວ.”+ 27 ເຂົາເຈົ້າເອົາໂຈນ 2 ຄົນມາຄຶງໄວ້ເທິງເສົາທາງຂ້າງພະເຢຊູ ຜູ້ໜຶ່ງຢູ່ເບື້ອງຂວາແລະຜູ້ໜຶ່ງຢູ່ເບື້ອງຊ້າຍ.+ 28*—— 29 ຄົນທີ່ຍ່າງກາຍໄປກາຍມາກໍແກວ່ງຫົວແລະເວົ້າດູຖູກພະເຢຊູ+ວ່າ: “ເປັນຈັ່ງໄດ໋ລະ! ເຈົ້າຜູ້ທີ່ຈະທຳລາຍວິຫານແລ້ວສ້າງຂຶ້ນໃໝ່ພາຍໃນ 3 ມື້+ 30 ຊ່ວຍໂຕເອງລົງມາຈາກເສົາທໍລະມານໃຫ້ໄດ້ກ່ອນແມະ.” 31 ພວກຫົວໜ້າປະໂລຫິດກັບພວກຄູສອນສາສະໜາກໍເຍາະເຍີ້ຍສຽດສີພະເຢຊູແບບດຽວກັນ. ເຂົາເຈົ້າເວົ້າວ່າ: “ລາວຊ່ວຍຄົນອື່ນໄດ້ ແຕ່ຊ່ວຍໂຕເອງບໍ່ໄດ້ຊ້ຳ!+ 32 ໃຫ້ພະຄລິດກະສັດຂອງອິດສະຣາເອນລົງມາຈາກເສົາທໍລະມານໃຫ້ພວກເຮົາເຫັນດຽວນີ້ແມ້ ແລ້ວພວກເຮົາຈະເຊື່ອລາວ.”+ ຂະໜາດວ່າໂຈນທີ່ຖືກຄຶງເທິງເສົາທີ່ຢູ່ທາງຂ້າງກໍຍັງເວົ້າດູຖູກພະເຢຊູຄືກັນ.+
33 ໃນຕອນທ່ຽງ*ຈົນຮອດບ່າຍ 3 ໂມງ* ທ້ອງຟ້າກໍມືດໝົດ.+ 34 ເມື່ອຮອດຕອນບ່າຍ 3 ໂມງ ພະເຢຊູຮ້ອງສຽງດັງວ່າ: “ເອລີ ເອລີ ລາມາ ສະບັກທານີ?” ທີ່ແປວ່າ: “ພະເຈົ້າ ພະເຈົ້າຂອງລູກ ເປັນຫຍັງຈຶ່ງຖິ້ມລູກ?”+ 35 ເມື່ອບາງຄົນທີ່ຢືນຢູ່ໃກ້ໆຫັ້ນໄດ້ຍິນກໍເວົ້າວ່າ: “ເບິ່ງແມ້! ລາວກຳລັງເອີ້ນເອລີຢາ.” 36 ຈາກນັ້ນກໍມີຜູ້ໜຶ່ງແລ່ນໄປເອົາຟອງນ້ຳຈຸບເຫຼົ້າແວງສົ້ມແລະສຽບໃສ່ໄມ້ອໍ້ ແລ້ວຍື່ນໃຫ້ພະເຢຊູກິນ+ ແລະເວົ້າວ່າ: “ຢ່າຟ້າວເຮັດຫຍັງໃຫ້ລາວ! ຖ້າເບິ່ງກ່ອນວ່າເອລີຢາຈະມາຊ່ວຍລາວລົງຈາກເສົາໄດ້ບໍ່.” 37 ພະເຢຊູຮ້ອງສຽງດັງ ແລ້ວເພິ່ນກໍຕາຍ.+ 38 ໃນຕອນນັ້ນ ຜ້າກັ້ງໃນຫ້ອງບໍລິສຸດຂອງວິຫານ+ໄດ້ຈີກເປັນ 2 ຕ່ອນຕັ້ງແຕ່ເທິງລົງລຸ່ມ.+ 39 ເມື່ອນາຍຮ້ອຍທີ່ເຝົ້າເບິ່ງໄດ້ເຫັນສິ່ງຕ່າງໆທີ່ເກີດຂຶ້ນຕອນທີ່ພະເຢຊູກຳລັງຈະຕາຍ ລາວກໍເວົ້າວ່າ: “ຜູ້ນີ້ເປັນລູກຂອງພະເຈົ້າແທ້ໆ.”+
40 ຢູ່ຫັ້ນມີຜູ້ຍິງຫຼາຍຄົນເຝົ້າເບິ່ງເຫດການຢູ່ຫ່າງໆ. ມາຣິອາຄົນມັກດາເລນ ມາຣິອາທີ່ເປັນແມ່ຂອງຢາໂກໂບນ້ອຍກັບໂຢເຊ ແລະຊາໂລເມກໍຢູ່ໃນກຸ່ມນັ້ນຄືກັນ.+ 41 ເຂົາເຈົ້າຕິດຕາມຮັບໃຊ້ພະເຢຊູ+ຕອນຢູ່ແຂວງຄາລີເລ ແລະຍັງມີຜູ້ຍິງອີກຫຼາຍຄົນທີ່ໄປເມືອງເຢຣູຊາເລັມພ້ອມກັບເພິ່ນ.
42 ມື້ນັ້ນເປັນມື້ກຽມ*ວັນຊະບາໂຕ. ເມື່ອຮອດຕອນຄ້າຍແລງ 43 ໂຢເຊັບຈາກເມືອງອາຣີມາທາຍກໍລວບລວມຄວາມກ້າແລະໄປຂໍສົບຂອງພະເຢຊູຈາກປີລາດ.+ ໂຢເຊັບເປັນສະມາຊິກສະພາ*ຜູ້ມີຊື່ສຽງ ແລະລໍຖ້າການປົກຄອງຂອງພະເຈົ້າຢູ່. 44 ແຕ່ປີລາດຢາກຮູ້ວ່າພະເຢຊູຕາຍແທ້ໆບໍຈຶ່ງເອີ້ນນາຍຮ້ອຍມາຖາມວ່າພະເຢຊູຕາຍແລ້ວບໍ. 45 ເມື່ອນາຍຮ້ອຍຢືນຢັນວ່າເພິ່ນຕາຍແລ້ວ ປີລາດຈຶ່ງໃຫ້ໂຢເຊັບເອົາສົບໄປໄດ້. 46 ຈາກນັ້ນ ໂຢເຊັບກໍຊື້ຜ້າລີນິນເນື້ອດີມາ ເອົາສົບຂອງພະເຢຊູລົງຈາກເສົາ ເອົາຜ້າລີນິນມາພັນ ແລະວາງສົບໄວ້ໃນບ່ອນຝັງສົບ+ທີ່ເຈາະໄວ້ແລ້ວໃນຫີນ. ຈາກນັ້ນ ລາວກໍກິ້ງຫີນມາອັດທາງເຂົ້າບ່ອນຝັງສົບໄວ້.+ 47 ແຕ່ມາຣິອາຄົນມັກດາເລນກັບມາຣິອາທີ່ເປັນແມ່ຂອງໂຢເຊຍັງເຝົ້າເບິ່ງບ່ອນຝັງສົບ.+
16 ຫຼັງຈາກວັນຊະບາໂຕ+ ມາຣິອາຄົນມັກດາເລນ ມາຣິອາ+ແມ່ຂອງຢາໂກໂບ ແລະຊາໂລເມໄດ້ຊື້ເຄື່ອງຫອມເພື່ອເອົາໄປໃສ່ສົບຂອງພະເຢຊູ.+ 2 ໃນຕອນເຊົ້າໆຂອງມື້ທຳອິດຂອງອາທິດ ເມື່ອຕາເວັນຂຶ້ນແລ້ວ ເຂົາເຈົ້າກໍໄປບ່ອນຝັງສົບ.+ 3 ເຂົາເຈົ້າລົມກັນວ່າ: “ໃຜຈະກິ້ງຫີນອອກຈາກທາງເຂົ້າບ່ອນຝັງສົບໃຫ້ພວກເຮົາ?” 4 ແຕ່ເມື່ອຫຼຽວໄປເບິ່ງທາງເຂົ້າບ່ອນຝັງສົບກໍເຫັນວ່າຫີນໃຫຍ່ໆນັ້ນຖືກກິ້ງອອກໄປແລ້ວ.+ 5 ເມື່ອເຂົ້າໄປໃນບ່ອນຝັງສົບ ເຂົາເຈົ້າກໍເຫັນຊາຍໜຸ່ມຄົນໜຶ່ງໃສ່ເສື້ອຄຸມສີຂາວນັ່ງຢູ່ເບື້ອງຂວາຂອງເຂົາເຈົ້າ. ເຂົາເຈົ້າຈຶ່ງຕົກໃຈຫຼາຍ. 6 ຜູ້ຊາຍຄົນນັ້ນເວົ້າກັບເຂົາເຈົ້າວ່າ: “ບໍ່ຕ້ອງຕົກໃຈ.+ ພວກເຈົ້າກຳລັງຊອກຫາພະເຢຊູຄົນນາຊາເຣັດທີ່ຖືກປະຫານຢູ່ເທິງເສົາແມ່ນບໍ? ເພິ່ນຖືກປຸກໃຫ້ຄືນມາຈາກຕາຍແລ້ວ.+ ເພິ່ນບໍ່ໄດ້ຢູ່ນີ້ແລ້ວ. ເບິ່ງແມ້ ສົບຂອງເພິ່ນເຄີຍຢູ່ບ່ອນນີ້.+ 7 ໃຫ້ໄປບອກພວກລູກສິດແລະເປໂຕນຳວ່າ ‘ພະເຢຊູຈະໄປຖ້າເຈິພວກເຈົ້າຢູ່ແຂວງຄາລີເລ.+ ພວກເຈົ້າຈະເຫັນເພິ່ນຢູ່ຫັ້ນ ຄືກັບທີ່ເພິ່ນເຄີຍບອກໄວ້.’”+ 8 ເມື່ອອອກຈາກບ່ອນຝັງສົບແລ້ວ ເຂົາເຈົ້າກໍຟ້າວແລ່ນໄປທັງຢ້ານທັງສັບສົນ. ເຂົາເຈົ້າບໍ່ໄດ້ເລົ່າເລື່ອງນີ້ໃຫ້ຜູ້ໃດຟັງຍ້ອນຢ້ານຫຼາຍ.*+
ຂໍ້ຄວາມໃນວົງເລັບຍົກມາຈາກ ມລກ 3:1 ແລະສ່ວນທີ່ເຫຼືອແມ່ນມາຈາກຄຳພະຍາກອນຂອງເອຊາຢາ
ເບິ່ງພາກຜະໜວກ ກ5
ເບິ່ງສ່ວນອະທິບາຍຄຳສັບ
ຫຼືອາດແປວ່າ “ພວກມັນຮູ້ວ່າເພິ່ນແມ່ນໃຜ”
ຫຼື “ເຮັດໃຫ້ຂ້ອຍສະອາດໄດ້”
ໝາຍເຖິງຄົນທີ່ຄິດວ່າໂຕເອງດີກວ່າຄົນອື່ນ
ເບິ່ງສ່ວນອະທິບາຍຄຳສັບ
ໝາຍເຖິງເຕັ້ນສັກສິດ
ຫຼື “ແຕ່ງຕັ້ງ”
ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
ຊື່ໜຶ່ງທີ່ໃຊ້ເອີ້ນຊາຕານທີ່ເປັນຫົວໜ້າຫຼືເປັນເຈົ້ານາຍຂອງພວກປີສາດ
ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
ຫຼື “ຍຸກນີ້.” ເບິ່ງຄຳວ່າ “ຍຸກ” ໃນສ່ວນອະທິບາຍຄຳສັບ.
ເມັດພືດນ້ອຍໆຊະນິດໜຶ່ງທີ່ມີຢູ່ແຖວອິດສະຣາເອນ. ເມື່ອໃຫຍ່ເຕັມທີຕົ້ນຂອງມັນສູງຮອດ 4 ແມັດແລະມີງ່າແຜ່ອອກໄປ.
ເບິ່ງພາກຜະໜວກ ກ5
ເບິ່ງສ່ວນອະທິບາຍຄຳສັບ
ຫຼື “ລູກສາວຂ້ອຍກຳລັງຊິຕາຍ”
ຫຼື “ລາວເຈັບປວດຫຼາຍ”
ຫຼື “ສັ່ງເຂົາເຈົ້າຢ່າງໜັກແໜ້ນ”
ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
ຫຼື “ເງິນໃນຖົງໃສ່ເງິນທີ່ມັດຢູ່ແອວ”
1 ເດນາຣິອົນເທົ່າກັບຄ່າຈ້າງມື້ໜຶ່ງຂອງຄົນທີ່ໃຊ້ແຮງງານ. ເບິ່ງພາກຜະໜວກ ຂ14.
ໝາຍເຖິງປະມານ 3 ໂມງເຊົ້າຈົນຮອດຕອນຕາເວັນຂຶ້ນປະມານ 6 ໂມງເຊົ້າ
ເດີ່ນສຳລັບຄ້າຂາຍແລະຊຸມນຸມກັນ
ເບິ່ງພາກຜະໜວກ ກ3
ຄຳພາສາກຣີກແມ່ນພໍເນຍ. ເບິ່ງຄຳວ່າ “ພໍເນຍ” ໃນສ່ວນອະທິບາຍຄຳສັບ.
ເບິ່ງສ່ວນອະທິບາຍຄຳສັບ
ຫຼື “ເຊື້ອຊາດຟອຍນີເກຊີເຣຍ”
ເບິ່ງສ່ວນອະທິບາຍຄຳສັບ
ອາດຈະເປັນອີກຊື່ໜຶ່ງຂອງມາຄາດານ. ເບິ່ງ ມທ 15:39.
ຄຳວ່າ “ຊາຕານ” ແປວ່າ “ຜູ້ຕໍ່ຕ້ານ.” ພະເຢຊູເອີ້ນເປໂຕແບບນີ້ຍ້ອນເປໂຕກຳລັງຕໍ່ຕ້ານຫຼືຂັດຂວາງເພິ່ນ.
ເບິ່ງສ່ວນອະທິບາຍຄຳສັບ
ແປຕາມໂຕວ່າ “ຄົນທີ່ມັກຫຼິ້ນຊູ້”
ຄຳພາສາເຮັບເຣີແມ່ນຣັບບີ ເຊິ່ງເປັນຕຳແໜ່ງທີ່ມີກຽດຂອງຄູສອນສາສະໜາຢິວ
ຫຼືອາດແປວ່າ “ເຂົາເຈົ້າບໍ່ໄດ້ເວົ້າເລື່ອງນີ້ນຳຄົນອື່ນ”
ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
ຫຼື “ຫີນໂມ້ແບບທີ່ໃຊ້ໂຕລາໝູນ”
ເບິ່ງສ່ວນອະທິບາຍຄຳສັບ
ເບິ່ງພາກຜະໜວກ ກ3
ເບິ່ງພາກຜະໜວກ ກ3
ຫຼື “ເປັນຄືກັບຄົນໆດຽວກັນ”
ຫຼື “ໃສ່ແອກຢູ່ເທິງ 2 ຄົນແລ້ວ”
ໝາຍເຖິງອວຍພອນ
ແປຕາມໂຕວ່າ “ໄດ້ຊີວິດຕະຫຼອດໄປເປັນມໍລະດົກ”
ຫຼືອາດແປວ່າ “ຖາມກັນວ່າ”
ເບິ່ງສ່ວນອະທິບາຍຄຳສັບ
ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
ໝາຍເຖິງການທີ່ພະເຈົ້າຈະຍອມໃຫ້ພະເຢຊູຖືກປະຫານຊີວິດໃນຂໍ້ກ່າວຫາຕົວະທີ່ວ່າເພິ່ນໝິ່ນປະໝາດພະເຈົ້າ
ຫຼື “ຄົນທີ່ຖືກັນວ່າມີອຳນາດໃນໂລກນີ້”
ແປຕາມໂຕວ່າ “ຣັບໂບນີ” ໃນພາສາເດີມ. ເບິ່ງ ຢຮ 20:16.
ເບິ່ງພາກຜະໜວກ ກ5
ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
ເບິ່ງພາກຜະໜວກ ກ3
ແປຕາມໂຕວ່າ “ສະຫວັນ”
ເບິ່ງຄຳວ່າ “ຫີນຫົວແຈ” ໃນສ່ວນອະທິບາຍຄຳສັບ
ເບິ່ງພາກຜະໜວກ ກ5
ຫຼື “ຈັກກະພັດໂຣມ”
1 ເດນາຣິອົນເທົ່າກັບຄ່າຈ້າງມື້ໜຶ່ງຂອງຄົນທີ່ໃຊ້ແຮງງານ. ເບິ່ງພາກຜະໜວກ ຂ14.
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ເບິ່ງພາກຜະໜວກ ກ5
ຫຼື “ບ່ອນທີ່ເດັ່ນທີ່ສຸດ”
ຫຼື “ຊັບສິນ”
ແປຕາມໂຕວ່າ “2 ເລັບຕັນ ເຊິ່ງເທົ່າກັບ 1 ໂຄດຣັນເທສ໌.” ນີ້ແມ່ນຄ່າແຮງງານສຳລັບການເຮັດວຽກປະມານ 10 ນາທີ. ເບິ່ງພາກຜະໜວກ ຂ14.
ຄືກັບຄວາມເຈັບປວດຂອງຜູ້ຍິງທີ່ໃກ້ຊິເກີດລູກ
ຍາມໜາວໃນອິດສະຣາເອນຈະມີຝົນແລະຫິມະຕົກເຊິ່ງເຮັດໃຫ້ເດີນທາງລຳບາກ
ເບິ່ງພາກຜະໜວກ ກ5
ແປຕາມໂຕວ່າ “ຕອນໄກ່ຂັນ”
ແປຕາມໂຕວ່າ “ຂວດອະລາບາສ໌ເຕີ”
ນາຣະດາແມ່ນພືດທີ່ມີກິ່ນຫອມ
1 ເດນາຣິອົນເທົ່າກັບຄ່າຈ້າງມື້ໜຶ່ງຂອງຄົນທີ່ໃຊ້ແຮງງານ. ເບິ່ງພາກຜະໜວກ ຂ14.
ຫຼື “ເຂົາເຈົ້າຕຳໜິລາວ”
ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
ຫຼື “ໃນມື້ກ່ອນມື້ທຳອິດ.” ໃນສະໄໝຂອງພະເຢຊູ ວັນປັດສະຄາ (14 ນີຊານ) ມັກຈະຖືວ່າເປັນສ່ວນໜຶ່ງຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອ (15-21 ນີຊານ).
ເປັນຄຳພາສາເຮັບເຣີຫຼືພາສາອາຣາເມອິກທີ່ເດັກນ້ອຍໃຊ້ເອີ້ນພໍ່ແບບສະໜິດສະໜົມແຕ່ກໍຍັງນັບຖື
ໝາຍເຖິງການທີ່ພະເຈົ້າຈະຍອມໃຫ້ພະເຢຊູຖືກປະຫານຊີວິດໃນຂໍ້ກ່າວຫາຕົວະທີ່ວ່າເພິ່ນໝິ່ນປະໝາດພະເຈົ້າ
ຫຼື “ໃຈພ້ອມ”
ແປຕາມໂຕວ່າ “ປົກປິດຮ່າງກາຍຂອງລາວທີ່ເປືອຍ.” ຄຳພາສາກຣີກທີ່ແປວ່າ “ເປືອຍ” ຍັງມີຄວາມໝາຍອີກວ່າບໍ່ໃສ່ເຄື່ອງນຸ່ງຫຼາຍໂຕຫຼືໃສ່ແຕ່ໂຕທາງໃນ.
ແປຕາມໂຕວ່າ “ແລ້ວເປືອຍໂຕແລ່ນໜີ”
ຫຼື “ພວກເຈົ້າຄິດວ່າແນວໃດ?”
ແປຕາມໂຕວ່າ “ເຈົ້າເອງເປັນຜູ້ເວົ້າ.” ນີ້ແມ່ນສຳນວນທີ່ໝາຍເຖິງການເຫັນດີກັບສິ່ງທີ່ຫາກໍເວົ້າ.
ຫຼື “ປະຫານລາວເທິງເສົາ!”
ຫຼື “ສະແດງຄວາມນັບຖືເພິ່ນ”
ເບິ່ງສ່ວນອະທິບາຍຄຳສັບ
ເບິ່ງສ່ວນອະທິບາຍຄຳສັບ
ແປຕາມໂຕວ່າ “ຊົ່ວໂມງທີ 3”
ເບິ່ງພາກຜະໜວກ ກ3
ແປຕາມໂຕວ່າ “ຊົ່ວໂມງທີ 6”
ແປຕາມໂຕວ່າ “ຊົ່ວໂມງທີ 9”
ເບິ່ງສ່ວນອະທິບາຍຄຳສັບ
ຫຼື “ສານຊັນເຮດຣິນ”
ຕາມສຳເນົາທີ່ເກົ່າແກ່ແລະໜ້າເຊື່ອຖືຫຼາຍສະບັບ ບັນທຶກຂອງມາຣະໂກຈົບຢູ່ຂໍ້ 8. ເບິ່ງພາກຜະໜວກ ກ3.