ເຢເຣມີຢາ
1 ນີ້ແມ່ນຄຳເວົ້າຂອງເຢເຣມີຢາ*ລູກຊາຍຂອງຮິນກີຢາ ເຊິ່ງເປັນປະໂລຫິດຄົນໜຶ່ງຢູ່ເມືອງອານາໂທດ+ໃນເຂດຂອງຕະກູນເບັນຢາມິນ. 2 ພະເຢໂຫວາເວົ້າກັບລາວໃນປີທີ 13 ທີ່ໂຢສີຢາ+ລູກຊາຍຂອງອາໂມນ+ເປັນກະສັດປົກຄອງຢູດາ. 3 ເພິ່ນຍັງເວົ້າກັບລາວອີກໃນສະໄໝທີ່ເຢໂຮຢາກີມ+ລູກຊາຍຂອງໂຢສີຢາເປັນກະສັດປົກຄອງຢູດາ ຈົນຮອດຕອນທ້າຍຂອງໄລຍະທີ່ເຊເດກີຢາ+ລູກຊາຍຂອງໂຢສີຢາເປັນກະສັດປົກຄອງຢູດາໃນປີທີ 11 ເຊິ່ງໃນເດືອນທີ 5 ຂອງປີນັ້ນຄົນໃນເມືອງເຢຣູຊາເລັມໄດ້ຖືກຈັບໄປເປັນຊະເລີຍ.+
4 ພະເຢໂຫວາເວົ້າກັບຂ້ອຍວ່າ:
5 “ເຮົາຮູ້ຈັກ*ເຈົ້າຕັ້ງແຕ່ກ່ອນທີ່ເຮົາຈະສ້າງເຈົ້າຢູ່ໃນທ້ອງແມ່+
ແລະກ່ອນທີ່ເຈົ້າຈະເກີດ ເຮົາໄດ້ເລືອກເຈົ້າໃຫ້ເຮັດວຽກພິເສດ.*+
ເຮົາໃຫ້ເຈົ້າເປັນຜູ້ພະຍາກອນເພື່ອໄປບອກຂ່າວໃຫ້ຊາດຕ່າງໆ.”
6 ແຕ່ຂ້ອຍເວົ້າວ່າ: “ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເອີ້ຍ
ລູກບໍ່ຮູ້ຈັກຊິເວົ້າ+ ຍ້ອນລູກເປັນພຽງແຕ່ເດັກນ້ອຍ.”*+
7 ແລ້ວພະເຢໂຫວາກໍເວົ້າກັບຂ້ອຍວ່າ:
“ຢ່າເວົ້າວ່າ ‘ລູກເປັນພຽງແຕ່ເດັກນ້ອຍ’
ຍ້ອນເຈົ້າຕ້ອງໄປຫາທຸກຄົນທີ່ເຮົາຈະສົ່ງເຈົ້າໄປ
ແລະເຈົ້າຕ້ອງເວົ້າທຸກສິ່ງທີ່ເຮົາຈະສັ່ງເຈົ້າ.+
8 ບໍ່ຕ້ອງຢ້ານຮູບຮ່າງໜ້າຕາຂອງເຂົາເຈົ້າ+
ຍ້ອນເຮົາຈະຢູ່ກັບເຈົ້າເພື່ອຊ່ວຍເຈົ້າ.+ ພະເຢໂຫວາເວົ້າໄວ້ແນວນີ້.”
9 ຈາກນັ້ນ ພະເຢໂຫວາກໍເດ່ມືຂອງເພິ່ນມາບາຍປາກຂ້ອຍ.+ ພະເຢໂຫວາເວົ້າກັບຂ້ອຍວ່າ: “ເຮົາໄດ້ເອົາຄຳເວົ້າຂອງເຮົາໃສ່ໃນປາກເຈົ້າແລ້ວ.+ 10 ມື້ນີ້ເຮົາໄດ້ໃຫ້ເຈົ້າມີອຳນາດເໜືອຊາດຕ່າງໆແລະປະເທດຕ່າງໆ ເພື່ອຈະຖອນແລະຫຼົກອອກ ເພື່ອຈະຮື້ແລະທຳລາຍຖິ້ມ ເພື່ອຈະສ້າງແລະປູກໃໝ່.”+
11 ພະເຢໂຫວາຖາມຂ້ອຍວ່າ: “ເຢເຣມີຢາ ເຈົ້າເຫັນຫຍັງ?” ຂ້ອຍຕອບວ່າ: “ລູກເຫັນງ່າຂອງຕົ້ນແອວມ້ອນ.”*
12 ພະເຢໂຫວາເວົ້າກັບຂ້ອຍວ່າ: “ແມ່ນແລ້ວ ຍ້ອນເຮົາຕື່ນຢູ່ແລະພ້ອມແລ້ວທີ່ຈະເຮັດໃຫ້ຄຳເວົ້າຂອງເຮົາສຳເລັດ.”
13 ພະເຢໂຫວາຖາມຂ້ອຍອີກເປັນເທື່ອທີ 2 ວ່າ: “ເຈົ້າເຫັນຫຍັງ?” ຂ້ອຍຕອບວ່າ: “ລູກເຫັນໝໍ້*ທີ່ກຳລັງຟົດຢູ່*ແລະປາກໝໍ້ນັ້ນຫງ່ຽງຈາກທິດເໜືອມາທາງທິດໃຕ້.” 14 ແລ້ວພະເຢໂຫວາກໍບອກຂ້ອຍວ່າ:
“ທຸກຄົນໃນແຜ່ນດິນ
ຈະເຈິຄວາມຈິບຫາຍທີ່ມາຈາກທິດເໜືອ.+
15 ພະເຢໂຫວາບອກວ່າ ‘ເຮົາກຳລັງເອີ້ນທຸກຄອບຄົວຂອງປະເທດຕ່າງໆທີ່ຢູ່ທາງເໜືອ.+
ເຂົາເຈົ້າຈະມາແລະກະສັດຕ່າງໆຈະຕັ້ງບັນລັງຂອງໂຕເອງ
ຢູ່ທາງເຂົ້າປະຕູເມືອງຕ່າງໆຂອງເຢຣູຊາເລັມ+
ຢູ່ອ້ອມກຳແພງເມືອງ
ແລະຢູ່ທຸກເມືອງຂອງຢູດາ.+
16 ເຮົາຈະປະກາດຄຳຕັດສິນຂອງເຮົາຕໍ່ຄວາມຊົ່ວທັງໝົດຂອງເຂົາເຈົ້າ
ຍ້ອນເຂົາເຈົ້າປະຖິ້ມເຮົາ.+
ເຂົາເຈົ້າເຜົາເຄື່ອງບູຊາໃຫ້ພະເຈົ້າອື່ນ+
ແລະຂາບໄຫວ້ສິ່ງທີ່ເຂົາເຈົ້າເຮັດຂຶ້ນມາ.+
17 ແຕ່ໃຫ້ເຈົ້າກຽມໂຕໄວ້ເດີ້.*
ເຈົ້າຕ້ອງລຸກຂຶ້ນແລະໄປບອກເຂົາເຈົ້າທຸກສິ່ງຕາມທີ່ເຮົາສັ່ງເຈົ້າ.
ບໍ່ຕ້ອງຢ້ານເຂົາເຈົ້າ+
ຖ້າເຈົ້າຢ້ານ ເຮົາຈະເຮັດໃຫ້ເຈົ້າຢ້ານຫຼາຍກວ່ານັ້ນອີກ.
18 ມື້ນີ້ເຮົາເຮັດໃຫ້ເຈົ້າເປັນຄືກັບເມືອງທີ່ມີປ້ອມທີ່ແຂງແຮງ
ເປັນເສົາເຫຼັກແລະເປັນກຳແພງທອງແດງ
ເພື່ອທີ່ເຈົ້າຈະຕ້ານທານແຜ່ນດິນທັງໝົດ+ ກະສັດແລະພວກເຈົ້ານາຍຂອງຢູດາ
ປະໂລຫິດແລະປະຊາຊົນຂອງແຜ່ນດິນນີ້.+
19 ເຂົາເຈົ້າຈະຕໍ່ສູ້ເຈົ້າແນ່ນອນ
ແຕ່ເຂົາເຈົ້າຈະບໍ່ຊະນະເຈົ້າ
ຍ້ອນເຮົາຢູ່ກັບເຈົ້າເພື່ອຊ່ວຍເຈົ້າໃຫ້ລອດ.’+ ພະເຢໂຫວາເວົ້າໄວ້ແນວນີ້.”
2 ພະເຢໂຫວາເວົ້າກັບຂ້ອຍວ່າ: 2 “ໃຫ້ເຈົ້າໄປປະກາດໃຫ້ເຢຣູຊາເລັມຟັງວ່າ ‘ພະເຢໂຫວາເວົ້າໄວ້ແນວນີ້
“ເຮົາຈື່ໄດ້ດີວ່າຕອນທີ່ເຈົ້າຍັງນ້ອຍ+ ເຈົ້າມີຄວາມຮັກທີ່ໝັ້ນຄົງຕໍ່ເຮົາ
ຈື່ວ່າເຈົ້າຮັກເຮົາຕອນທີ່ໝັ້ນກັບເຮົາ+
ແລະຈື່ວ່າເຈົ້ານຳເຮົາໄປໃນບ່ອນກັນດານ
ໄປແຜ່ນດິນທີ່ບໍ່ມີການຫວ່ານແນວປູກ.+
3 ພະເຢໂຫວາເຄີຍເບິ່ງວ່າອິດສະຣາເອນບໍລິສຸດ+ແລະເປັນຜົນລະປູກຊຸດທຳອິດຈາກການເກັບກ່ຽວ.”
ໃຜກໍຕາມທີ່ມາກັດກິນລາວຈະມີຄວາມຜິດ
ແລະຈະເຈິຄວາມຈິບຫາຍ.’ ພະເຢໂຫວາເວົ້າໄວ້ແນວນີ້.”+
4 ລູກຫຼານຂອງຢາໂຄບແລະທຸກຄອບຄົວຂອງຄົນອິດສະຣາເອນເອີ້ຍ
ໃຫ້ຟັງຄຳເວົ້າຂອງພະເຢໂຫວາເດີ້.
5 ພະເຢໂຫວາເວົ້າວ່າ:
“ປູ່ຍ່າຕານາຍຂອງເຈົ້າເຫັນວ່າເຮົາມີຄວາມຜິດຫຍັງ+
ເຂົາເຈົ້າຈຶ່ງໜີຈາກເຮົາໄກແທ້
ແລະໄປນະມັດສະການຮູບບູຊາທີ່ບໍ່ມີຄ່າ+ແລະເຮັດໃຫ້ໂຕເອງບໍ່ມີຄ່າໄປນຳ?+
6 ເຂົາເຈົ້າບໍ່ໄດ້ຖາມວ່າ ‘ພະເຢໂຫວາຢູ່ໃສ?
ຜູ້ທີ່ພາພວກເຮົາອອກມາຈາກແຜ່ນດິນຂອງເອຢິບ+
ຜູ້ທີ່ພາພວກເຮົາຜ່ານບ່ອນກັນດານ
ຜ່ານແຜ່ນດິນທີ່ມີທະເລຊາຍ+ແລະຂຸມ
ຜ່ານແຜ່ນດິນທີ່ແຫ້ງແລ້ງ+ແລະມືດຫຼາຍ
ຜ່ານແຜ່ນດິນທີ່ບໍ່ມີຄົນທຽວ
ແລະບໍ່ມີໃຜອາໄສຢູ່ ເພິ່ນຢູ່ໃສ?’
7 ແລ້ວເຮົາກໍພາເຈົ້າເຂົ້າມາໃນແຜ່ນດິນທີ່ມີສວນໝາກໄມ້ຫຼາຍໆ
ເພື່ອໃຫ້ເຈົ້າໄດ້ກິນໝາກໄມ້ແລະສິ່ງດີຕ່າງໆໃນແຜ່ນດິນນີ້.+
ແຕ່ເຈົ້າພັດເຂົ້າມາເຮັດໃຫ້ແຜ່ນດິນນີ້ບໍ່ສະອາດ
ແລະເຮັດໃຫ້ມໍລະດົກຂອງເຮົາກາຍເປັນສິ່ງທີ່ເປັນຕາຂີ້ດຽດ.+
8 ພວກປະໂລຫິດກໍບໍ່ໄດ້ຖາມວ່າ ‘ພະເຢໂຫວາຢູ່ໃສ?’+
ພວກທີ່ສອນກົດໝາຍບໍ່ໄດ້ຮູ້ຈັກເຮົາເລີຍ
ພວກຜູ້ລ້ຽງແກະກໍກະບົດຕໍ່ເຮົາ+
ພວກຜູ້ພະຍາກອນກໍພະຍາກອນໂດຍໃຊ້ຊື່ພະບາອານ+
ແລະເຂົາເຈົ້າກໍຕິດຕາມພະຕ່າງໆທີ່ບໍ່ໄດ້ໃຫ້ປະໂຫຍດຫຍັງ.
9 ‘ດັ່ງນັ້ນ ເຮົາຈະຕັ້ງຂໍ້ຫາເພີ່ມໃຫ້ເຈົ້າ+
ແລະເຮົາຈະຕັ້ງຂໍ້ຫາໃຫ້ລູກຫຼານຂອງເຈົ້ານຳ.’ ພະເຢໂຫວາເວົ້າໄວ້ແນວນີ້.
10 ‘ແຕ່ໃຫ້ເຈົ້າຂ້າມໄປເກາະຂອງພວກກິດຕີມ+ແລະເບິ່ງໃຫ້ດີໆ.
ໃຫ້ສົ່ງຄົນໄປເກດາ+ແລະຄິດໃຫ້ຄັກໆ
ເພື່ອຈະຮູ້ວ່າມີເລື່ອງແນວນີ້ເກີດຂຶ້ນບໍ່.
11 ເຄີຍມີຊາດໃດບໍທີ່ເອົາສິ່ງທີ່ບໍ່ແມ່ນພະເຈົ້າມາແທນພະເຈົ້າຂອງໂຕເອງ?
ແຕ່ປະຊາຊົນຂອງເຮົານີ້ແຫຼະທີ່ເອົາສິ່ງທີ່ບໍ່ມີຄ່າມາແທນການຍົກຍ້ອງເຮົາ.’+
12 ພະເຢໂຫວາເວົ້າວ່າ ‘ໃຫ້ເຈົ້າຈ້ອງເບິ່ງ ແລ້ວເຈົ້າຈະງຶດ
ແລະເຈົ້າຈະຢ້ານຈົນໂຕສັ່ນ
13 ຍ້ອນປະຊາຊົນຂອງເຮົາໄດ້ເຮັດຊົ່ວສອງຢ່າງ.
ເຂົາເຈົ້າໄດ້ປະຖິ້ມເຮົາເຊິ່ງເປັນແຫຼ່ງນ້ຳທີ່ໃຫ້ຊີວິດ+
ແລ້ວໄປຂຸດຂຸມ*ຫຼາຍໆສຳລັບໂຕເອງ
ແຕ່ພວກມັນເປັນຂຸມທີ່ເກັບນ້ຳໄວ້ບໍ່ຢູ່.
14 ອິດສະຣາເອນເປັນຄົນຮັບໃຊ້ຫຼືເປັນທາດທີ່ເກີດຢູ່ໃນເຮືອນບໍ?
ຖ້າເປັນແນວນັ້ນ ເປັນຫຍັງລາວຈຶ່ງຖືກຈັບໂຕໄປຄືກັບເຄື່ອງທີ່ຖືກປຸ້ນ?
15 ໂຕສິງເປັນຝູງແຜດສຽງຮ້ອງໃສ່ລາວ.+
ພວກມັນພາກັນຮ້ອງສຽງດັງ.
ພວກມັນເຮັດໃຫ້ແຜ່ນດິນຂອງລາວຮ້າງເປົ່າ.
ເມືອງຕ່າງໆຂອງລາວກໍຖືກໄຟຈູດຈົນບໍ່ມີໃຜອາໄສຢູ່ອີກຕໍ່ໄປ.
16 ຄົນເມືອງໂໜບ*+ແລະຄົນຕະປັນເຂດ+ກໍປຸ້ນແຜ່ນດິນຂອງເຈົ້າ.*
17 ເຈົ້າເຮັດໃຫ້ເລື່ອງນີ້ເກີດຂຶ້ນກັບໂຕເອງບໍ່ແມ່ນບໍ
ຍ້ອນເຈົ້າຖິ້ມພະເຢໂຫວາພະເຈົ້າຂອງເຈົ້າ+
ຕອນທີ່ເພິ່ນກຳລັງນຳໜ້າເຈົ້າຜ່ານບ່ອນກັນດານ?
ເປັນຫຍັງເຈົ້າຈຶ່ງຢາກໄປອັດຊີເຣຍ+
ເພື່ອໄປກິນນ້ຳຢູ່ແມ່ນ້ຳເອິຟາຣາດ?
19 ເຈົ້າຄວນໄດ້ຮັບບົດຮຽນຈາກຄວາມຊົ່ວທີ່ເຈົ້າເຮັດ.
ເຈົ້າຄວນຖືກຕັກເຕືອນຍ້ອນເຈົ້າເຮັດສິ່ງທີ່ບໍ່ສັດຊື່.
ຂໍໃຫ້ຮູ້ໄວ້ວ່າການຖິ້ມພະເຢໂຫວາພະເຈົ້າຂອງເຈົ້າ+
ເປັນສິ່ງທີ່ຊົ່ວແລະເຮັດໃຫ້ເສົ້າເສຍໃຈ.
ເຈົ້າບໍ່ໄດ້ຢ້ານຢຳເຮົາເລີຍ.’+ ພະເຢໂຫວາຜູ້ບັນຊາການກອງທັບ ພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າໄວ້ແນວນີ້.
20 ‘ດົນແລ້ວທີ່ເຮົາໄດ້ຫັກແອກຂອງເຈົ້າ+
ແລະໄດ້ຕັດໂສ້ຂອງເຈົ້າອອກ
ແຕ່ເຈົ້າພັດເວົ້າວ່າ “ຂ້ອຍຈະບໍ່ຮັບໃຊ້ພະອົງ.”
ຢູ່ເທິງໂນນພູສູງທຸກບ່ອນແລະຢູ່ກ້ອງຕົ້ນໄມ້ໃຫຍ່ທຸກຕົ້ນ+
ເຈົ້ານອນແຜ່ຢູ່ແລະເຮັດໂຕຄືກັບໂສເພນີ.+
21 ເຮົາປູກເຈົ້າໃຫ້ເປັນຄືກັບເຄືອໝາກລະແຊັງທີ່ດີໆ+ເຊິ່ງປົ່ງຢູ່ບ່ອນທີ່ດີທີ່ສຸດ
ແຕ່ເຈົ້າພັດເສື່ອມລົງຕໍ່ໜ້າເຮົາແລະກາຍເປັນເຄືອໝາກລະແຊັງປ່າໄດ້ແນວໃດ?+
22 ເຖິງວ່າເຈົ້າຈະຖືກລ້າງດ້ວຍຜົງໂຊດາ*ແລະສະບູບັກຫຼາຍໆ
ແຕ່ສຳລັບເຮົາ ຄວາມຜິດຂອງເຈົ້າກໍຍັງເປັນຄືກັບຮອຍເປື້ອນ.’+ ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າໄວ້ແນວນີ້.
23 ເຈົ້າເວົ້າໄດ້ແນວໃດວ່າ ‘ຂ້ອຍບໍ່ໄດ້ເຮັດໃຫ້ໂຕເອງບໍ່ສະອາດ.
ຂ້ອຍບໍ່ໄດ້ໄປນະມັດສະການພະບາອານ’?
ໃຫ້ເບິ່ງສິ່ງເຈົ້າໄດ້ເຮັດຢູ່ຮ່ອມພູແມ້
ແລະໃຫ້ຄິດຄັກໆໃນສິ່ງທີ່ເຈົ້າໄດ້ເຮັດ.
ເຈົ້າເປັນຄືກັບອູດໂຕແມ່ທີ່ວ່ອງໄວແລະຫ້າວຫຼາຍ
ແລະແລ່ນໄປທົ່ວທີບທົ່ວແດນ.
24 ເຈົ້າເປັນຄືກັບລາປ່າທີ່ລຶ້ງເຄີຍກັບບ່ອນກັນດານ
ທີ່ສືບດັງຝຶດໆຍ້ອນຢາກປະສົມພັນ.
ເມື່ອມັນຕິດເຊີງ ໃຜຊິລ່າມມັນໄວ້ໄດ້?
ບໍ່ຕ້ອງມີໃຜໄປຊອກຫາມັນໃຫ້ເມື່ອຍດອກ.
ບາດຮອດເດືອນປະສົມພັນກໍຊິເຈິມັນເອງ.
25 ໃຫ້ເຈົ້າຢຸດແລ່ນ ຄັນບໍ່ຊັ້ນ ເຈົ້າຈະໄດ້ແລ່ນຕີນເປົ່າ
ແລະເຈົ້າຈະຫິວນ້ຳ.
ແຕ່ເຈົ້າເວົ້າວ່າ ‘ຂ້ອຍຈະບໍ່ປ່ຽນໃຈ.+
26 ຄືກັບຂີ້ລັກທີ່ອັບອາຍເມື່ອຖືກຈັບໄດ້
ພວກອິດສະຣາເອນກໍຕ້ອງອັບອາຍຄືກັນ
ເຂົາເຈົ້າທຸກຄົນ ລວມທັງພວກກະສັດ ພວກເຈົ້ານາຍ
ພວກປະໂລຫິດ ແລະພວກຜູ້ພະຍາກອນຂອງເຂົາເຈົ້າ.+
27 ເຂົາເຈົ້າເວົ້າກັບຕົ້ນໄມ້ວ່າ ‘ເຈົ້າເປັນພໍ່ຂອງຂ້ອຍ’+
ແລະເວົ້າກັບກ້ອນຫີນວ່າ ‘ເຈົ້າເປັນຜູ້ເກີດຂ້ອຍມາ.’
ແຕ່ກັບເຮົາ ເຂົາເຈົ້າພັດປິ່ນໜ້າໜີແລະຫັນຫຼັງໃຫ້.+
ຕອນທີ່ເຂົາເຈົ້າເຈິບັນຫາ ເຂົາເຈົ້າກໍເວົ້າວ່າ
‘ຂໍພະອົງລຸກຂຶ້ນແລະຊ່ວຍພວກເຮົາແດ່.’+
28 ຕອນນີ້ພະເຈົ້າຕ່າງໆທີ່ເຈົ້າເຮັດຂຶ້ນມາໄປໃສໝົດແລ້ວ?+
ໃຫ້ພະເຈົ້າເຫຼົ່ານັ້ນລຸກຂຶ້ນແລະຊ່ວຍເຈົ້າຈາກບັນຫາແມ້!
ຢູດາເອີ້ຍ ພະເຈົ້າຂອງເຈົ້າມີຫຼາຍສ່ຳກັບເມືອງຂອງເຈົ້າແລ້ວ!+
29 ພະເຢໂຫວາຖາມວ່າ ‘ເປັນຫຍັງເຈົ້າຕັ້ງຂໍ້ຫາໃຫ້ເຮົາຢູ່ເລື້ອຍໆ?
ເປັນຫຍັງພວກເຈົ້າທຸກຄົນກະບົດຕໍ່ເຮົາ?’+
30 ເຮົາໄດ້ລົງໂທດພວກລູກຊາຍຂອງເຈົ້າ ແຕ່ມັນກໍບໍ່ມີປະໂຫຍດຫຍັງ.+
ເຂົາເຈົ້າບໍ່ຍອມຮັບການສັ່ງສອນຫຍັງເລີຍ.+
ດາບຂອງເຈົ້າໄດ້ຂ້າຜູ້ພະຍາກອນຂອງເຈົ້າເອງ+
ຄືກັບໂຕສິງທີ່ໃຈຮ້າຍແຮງ.
31 ປະຊາຊົນຂອງເຮົາເອີ້ຍ ໃຫ້ເຈົ້າຄິດກ່ຽວກັບຄຳເວົ້າຂອງພະເຢໂຫວາດີໆເດີ້.
ເຮົາກາຍເປັນບ່ອນກັນດານ
ຫຼືແຜ່ນດິນທີ່ມືດໆແລະເປັນຕາຢ້ານສຳລັບອິດສະຣາເອນແລ້ວບໍ?
ເປັນຫຍັງປະຊາຊົນຂອງເຮົາຈຶ່ງເວົ້າວ່າ ‘ພວກເຮົາເລາະໄປຕາມໃຈໂຕເອງ
ພວກເຮົາຈະບໍ່ກັບມາຫາພະອົງອີກແລ້ວ’?+
32 ຜູ້ຍິງບໍລິສຸດຈະລືມເຄື່ອງປະດັບຂອງລາວບໍ?
ເຈົ້າສາວຈະລືມສາຍແອວຂອງລາວໄດ້ບໍ?
ແຕ່ປະຊາຊົນຂອງເຮົາໄດ້ລືມເຮົາແຕ່ດົນແລ້ວ.+
33 ເຈົ້າຈັ່ງແມ່ນຄິດວິທີຊອກຫາຄວາມຮັກເກັ່ງເນາະ.
ເຈົ້າຝຶກໂຕເອງໃຫ້ເຮັດແນວຊົ່ວໆເກັ່ງຫຼາຍ.+
34 ແມ່ນແຕ່ເຄື່ອງນຸ່ງຂອງເຈົ້າກໍຍັງເປື້ອນເລືອດຂອງຄົນທຸກທີ່ບໍ່ມີຄວາມຜິດ.+
ເຖິງວ່າເຮົາບໍ່ໄດ້ເຫັນເຂົາເຈົ້າບຸກເຂົ້າໄປໃນເຮືອນຂອງເຈົ້າ
ແຕ່ເຮົາກໍຍັງເຫັນເລືອດຂອງເຂົາເຈົ້າຕິດຢູ່ເຄື່ອງນຸ່ງຂອງເຈົ້າ.+
35 ແຕ່ເຈົ້າບອກວ່າ ‘ຂ້ອຍບໍ່ໄດ້ຜິດເດີ້.
ເພິ່ນເຊົາໃຈຮ້າຍໃຫ້ຂ້ອຍແລ້ວແນ່ນອນ.’
ບັດນີ້ເຮົາຈະຕັດສິນເຈົ້າ
ຍ້ອນເຈົ້າເວົ້າວ່າ ‘ຂ້ອຍບໍ່ໄດ້ເຮັດຫຍັງຜິດ.’
36 ເປັນຫຍັງເຈົ້າຄິດວ່າຄວາມບໍ່ສັດຊື່ຂອງເຈົ້າເປັນເລື່ອງທີ່ບໍ່ສຳຄັນ?
37 ຍ້ອນແນວນີ້ ເຈົ້າຈະອອກໄປດ້ວຍຄວາມອັບອາຍ*+
ເພາະພະເຢໂຫວາບໍ່ຍອມຮັບຄົນທີ່ເຈົ້າໄວ້ໃຈ.
ເຂົາເຈົ້າຈະບໍ່ຊ່ວຍເຈົ້າ.”
3 ມີຄົນຖາມວ່າ: “ຖ້າຜູ້ຊາຍຄົນໜຶ່ງຢ່າຮ້າງກັບເມຍຂອງລາວແລະເມຍຂອງລາວກໍໄປຈາກລາວ ແລ້ວໄປເປັນເມຍຂອງຜູ້ຊາຍຄົນອື່ນ ລາວຄວນຈະກັບໄປຫາຜູ້ຍິງຄົນນັ້ນບໍ?”
ແຜ່ນດິນນັ້ນເປື້ອນຫຼາຍແລ້ວບໍ່ແມ່ນບໍ?+
“ເຈົ້າໄດ້ຂາຍໂຕໃຫ້ຜູ້ຊາຍຫຼາຍຄົນແລ້ວ+
ເຈົ້າຍັງຊິກັບມາຫາເຮົາອີກບໍ?” ພະເຢໂຫວາເວົ້າໄວ້ແນວນີ້.
2 “ເງີຍໜ້າຂຶ້ນແລະແນມເບິ່ງໂນນພູຫົວໂລ້ນຕ່າງໆແມ້!
ມີບ່ອນໃດແດ່ທີ່ເຈົ້າບໍ່ເຄີຍເອົາຜູ້ຊາຍໄປນອນນຳ?
ເຈົ້ານັ່ງລໍຖ້າເຂົາເຈົ້າຢູ່ຕາມຫົນທາງ
ຄືກັບຄົນທີ່ຍ້າຍບ່ອນຢູ່ໄປເລື້ອຍໆ*ໃນບ່ອນກັນດານ.
ເຈົ້າເຮັດໃຫ້ແຜ່ນດິນເປື້ອນຢູ່ເລື້ອຍໆ
ດ້ວຍການຂາຍໂຕແລະການເຮັດຊົ່ວຂອງເຈົ້າ.+
3 ຍ້ອນແນວນີ້ ຝົນຈຶ່ງບໍ່ຕົກ+
ແລະບໍ່ມີຝົນໃນລະດູໃບໄມ້ປົ່ງ.
ເຈົ້າໜ້າດ້ານຄືກັບເມຍທີ່ຂາຍໂຕ.
ເຈົ້າບໍ່ມີຢາງອາຍເລີຍ.+
4 ແຕ່ຕອນນີ້ ເຈົ້າພັດຮ້ອງຫາເຮົາວ່າ
‘ພໍ່ຂອງລູກເອີ້ຍ ພະອົງເປັນໝູ່ສະໜິດຂອງລູກຕັ້ງແຕ່ລູກຍັງນ້ອຍໆ.+
5 ພະອົງຈະຄຽດຕະຫຼອດໄປເລີຍບໍ?
ພະອົງຈະບໍ່ເຊົາໃຈຮ້າຍເລີຍບໍ?’
ເຈົ້າຖາມເຮົາແນວນີ້
ແຕ່ເຈົ້າກໍຍັງເຮັດຊົ່ວທຸກຢ່າງເທົ່າທີ່ເຈົ້າຈະເຮັດໄດ້.”+
6 ຕອນທີ່ໂຢສີຢາເປັນກະສັດ+ ພະເຢໂຫວາເວົ້າກັບຂ້ອຍວ່າ: “‘ເຈົ້າເຫັນບໍວ່າອິດສະຣາເອນທີ່ບໍ່ສັດຊື່ໄດ້ເຮັດຫຍັງ? ລາວຂຶ້ນໄປເທິງພູສູງທຸກໜ່ວຍແລະໄປກ້ອງຕົ້ນໄມ້ໃຫຍ່ທຸກຕົ້ນເພື່ອຂາຍໂຕ.+ 7 ເຖິງວ່າລາວໄດ້ເຮັດສິ່ງທັງໝົດນີ້ ເຮົາກໍຍັງບອກລາວຢູ່ເລື້ອຍໆວ່າໃຫ້ກັບມາຫາເຮົາ+ ແຕ່ລາວກໍບໍ່ກັບມາ ແລະຢູດາກໍແນມເບິ່ງເອື້ອຍຂອງລາວທີ່ເປັນຄົນທໍລະຍົດ.+ 8 ເມື່ອເຮົາເຫັນແນວນີ້ ເຮົາກໍເຮັດໃບຢ່າຮ້າງໃຫ້ອິດສະຣາເອນທີ່ບໍ່ສັດຊື່ແລະໃຫ້ລາວອອກໄປ+ຍ້ອນວ່າລາວຫຼິ້ນຊູ້.+ ແຕ່ຢູດານ້ອງສາວທີ່ທໍລະຍົດຂອງລາວກໍບໍ່ຮູ້ສຶກຢ້ານແລະກໍອອກໄປຂາຍໂຕຄືກັນ.+ 9 ລາວເບິ່ງວ່າການຂາຍໂຕຂອງລາວເປັນເລື່ອງທຳມະດາ ແລະລາວກໍເຮັດໃຫ້ແຜ່ນດິນເປື້ອນຢູ່ຕະຫຼອດໂດຍການຫຼິ້ນຊູ້ກັບກ້ອນຫີນແລະຕົ້ນໄມ້.+ 10 ເຖິງວ່າເລື່ອງທັງໝົດນີ້ຈະເກີດຂຶ້ນ ແຕ່ຢູດານ້ອງສາວທີ່ທໍລະຍົດຂອງລາວກໍບໍ່ໄດ້ກັບມາຫາເຮົາສຸດຫົວໃຈ ລາວເຮັດທຳທ່າຊື່ໆ.’ ພະເຢໂຫວາເວົ້າໄວ້ແນວນີ້.”
11 ແລ້ວພະເຢໂຫວາກໍເວົ້າກັບຂ້ອຍວ່າ: “ອິດສະຣາເອນທີ່ບໍ່ສັດຊື່ເຮັດໃຫ້ເຫັນວ່າລາວກໍຍັງດີກວ່າຢູດາທີ່ທໍລະຍົດ.+ 12 ໃຫ້ເຈົ້າໄປແລະປະກາດຄຳເວົ້າເຫຼົ່ານີ້ກັບທາງເໜືອ.+
‘ພະເຢໂຫວາເວົ້າວ່າ “ອິດສະຣາເອນທີ່ຫັກຫຼັງເຮົາເອີ້ຍ ໃຫ້ກັບມາສະ.+ ເຮົາຈະບໍ່ເບິ່ງເຈົ້າແບບໃຈຮ້າຍແລ້ວ+ ຍ້ອນເຮົາສັດຊື່ຕໍ່ເຈົ້າ.” ພະເຢໂຫວາເວົ້າໄວ້ແນວນີ້. “ເຮົາຈະບໍ່ຄຽດໃຫ້ເຈົ້າຕະຫຼອດໄປ 13 ຂໍພຽງແຕ່ເຈົ້າຍອມຮັບວ່າໄດ້ເຮັດຜິດ ຍ້ອນເຈົ້າໄດ້ກະບົດຕໍ່ພະເຢໂຫວາພະເຈົ້າຂອງເຈົ້າ. ເຈົ້າໄປນອນນຳຄົນແປກໜ້າ*ຢູ່ກ້ອງຕົ້ນໄມ້ໃຫຍ່ທຸກຕົ້ນ ແຕ່ເຈົ້າບໍ່ໄດ້ເຊື່ອຟັງເຮົາ.” ພະເຢໂຫວາເວົ້າໄວ້ແນວນີ້.’”
14 ພະເຢໂຫວາເວົ້າວ່າ: “ລູກຊາຍທີ່ຫັກຫຼັງເຮົາ ໃຫ້ກັບມາຫາເຮົາ ຍ້ອນເຮົາໄດ້ກາຍມາເປັນເຈົ້ານາຍພຽງຜູ້ດຽວຂອງເຈົ້າ.* ເຮົາຈະລວບລວມເຈົ້າໜຶ່ງຄົນຈາກບ່ອນນີ້ແລະອີກສອງຄົນຈາກບ່ອນນັ້ນ* ແລະເຮົາຈະພາເຈົ້າໄປຊີໂອນ.+ 15 ເຮົາຈະໃຫ້ເຈົ້າມີຜູ້ລ້ຽງແກະທີ່ເຮັດຕາມຄວາມຕ້ອງການ*ຂອງເຮົາ.+ ເຂົາເຈົ້າຈະລ້ຽງເຈົ້າດ້ວຍຄວາມຮູ້ແລະຄວາມເຂົ້າໃຈຂອງເຈົ້າ. 16 ຕອນນັ້ນ ເຈົ້າຈະມີລູກມີຫຼານແລະມີຈຳນວນຫຼາຍຂຶ້ນໃນແຜ່ນດິນ.” ພະເຢໂຫວາເວົ້າໄວ້ແນວນີ້.+ “ເຈົ້າຈະບໍ່ເວົ້າກ່ຽວກັບຫີບສັນຍາຂອງພະເຢໂຫວາອີກຕໍ່ໄປ. ເຈົ້າຈະບໍ່ນຶກເຖິງຫີບນັ້ນ ຈະບໍ່ຈື່ແລະບໍ່ຄິດຮອດຫີບນັ້ນເລີຍ ແລະຫີບນັ້ນຈະບໍ່ຖືກເຮັດຂຶ້ນມາອີກ. 17 ໃນຕອນນັ້ນ ເຢຣູຊາເລັມຈະຖືກເອີ້ນວ່າບັນລັງຂອງພະເຢໂຫວາ+ ແລະທຸກຊາດຈະພາກັນມາສັນລະເສີນຊື່ຂອງພະເຢໂຫວາຢູ່ເມືອງເຢຣູຊາເລັມ.+ ເຈົ້າຈະບໍ່ດື້ແລະບໍ່ເຮັດຊົ່ວຕາມໃຈໂຕເອງອີກຕໍ່ໄປ.
18 ໃນຕອນນັ້ນ ຄົນຢູດາແລະຄົນອິດສະຣາເອນຈະຍ່າງມານຳກັນ+ ແລະເຂົາເຈົ້າຈະພາກັນມາຈາກແຜ່ນດິນທີ່ຢູ່ທາງເໜືອ ເພື່ອມາຢູ່ແຜ່ນດິນທີ່ເຮົາເອົາໃຫ້ປູ່ຍ່າຕານາຍຂອງເຈົ້າເປັນມໍລະດົກ.+ 19 ແລ້ວເຮົາກໍຄິດວ່າ ‘ເຮົາໄດ້ໃຫ້ເຈົ້າເປັນຄືກັບລູກຊາຍຂອງເຮົາ.* ເຮົາໄດ້ເອົາແຜ່ນດິນທີ່ເປັນຕາຢູ່ໃຫ້ເຈົ້າ ເຊິ່ງເປັນແຜ່ນດິນທີ່ງາມທີ່ສຸດເມື່ອທຽບກັບແຜ່ນດິນຂອງຊາດຕ່າງໆ.’*+ ເຮົາຍັງຄິດອີກວ່າເຈົ້າຈະເອີ້ນເຮົາວ່າ ‘ພໍ່ເອີ້ຍ’ ແລະເຈົ້າຈະບໍ່ປະຖິ້ມເຮົາ. 20 ‘ອິດສະຣາເອນເອີ້ຍ ເຈົ້າໄດ້ທໍລະຍົດເຮົາຄືກັບເມຍທີ່ທໍລະຍົດແລະປະຜົວ.’+ ພະເຢໂຫວາເວົ້າໄວ້ແນວນີ້.”
21 ມີສຽງດັງຢູ່ໂນນພູຫົວໂລ້ນ
ເປັນສຽງຮ້ອງໄຫ້ແລະສຽງອ້ອນວອນຂອງອິດສະຣາເອນ.
ເຂົາເຈົ້າເຮັດໃຫ້ທາງຂອງໂຕເອງຄົດບ້ຽວ.
ເຂົາເຈົ້າລືມພະເຢໂຫວາພະເຈົ້າຂອງເຂົາເຈົ້າ.+
22 “ລູກຊາຍທີ່ຫັກຫຼັງເຮົາເອີ້ຍ ໃຫ້ກັບມາຫາເຮົາ.
ເຮົາຈະປົວຫົວໃຈທີ່ທໍລະຍົດຂອງເຈົ້າ.”+
“ພະເຢໂຫວາພະເຈົ້າຂອງພວກເຮົາເອີ້ຍ ພວກເຮົາຢູ່ນີ້ແລ້ວ.
ພວກເຮົາມາຫາພະອົງແລ້ວ.+
23 ພວກເຮົາຫຼອກໂຕເອງໂດຍຈັດການສະຫຼອງສຽງດັງໃຫ້ພະເຈົ້າອື່ນຢູ່ໂນນພູແລະພູຕ່າງໆ.+
ແຕ່ແທ້ໆແລ້ວ ພະເຢໂຫວາພະເຈົ້າຂອງພວກເຮົາເປັນຜູ້ຊ່ວຍໃຫ້ລອດຂອງອິດສະຣາເອນ.+
24 ຕັ້ງແຕ່ຍັງນ້ອຍ ພະເຈົ້າທີ່ບໍ່ມີຄ່າ*ໄດ້ເອົາທຸກສິ່ງທຸກຢ່າງທີ່ປູ່ຍ່າຕານາຍຂອງພວກເຮົາຫາມາດ້ວຍຄວາມຍາກລຳບາກໄປ+
ທັງຝູງແກະແລະຝູງງົວ
ທັງລູກຊາຍແລະລູກສາວຂອງເຂົາເຈົ້າ.
25 ໃຫ້ພວກເຮົານອນລົງດ້ວຍຄວາມອັບອາຍ
ແລະໃຫ້ຄວາມຂາຍໜ້າປົກພວກເຮົາໄວ້
ຍ້ອນພວກເຮົາໄດ້ເຮັດຜິດຕໍ່ພະເຢໂຫວາພະເຈົ້າຂອງພວກເຮົາ.+
ພວກເຮົາແລະປູ່ຍ່າຕານາຍຂອງພວກເຮົາໄດ້ເຮັດຜິດຕັ້ງແຕ່ຕອນທີ່ພວກເຮົາຍັງນ້ອຍຈົນຮອດທຸກມື້ນີ້+
ແລະພວກເຮົາບໍ່ໄດ້ເຊື່ອຟັງພະເຢໂຫວາພະເຈົ້າຂອງພວກເຮົາເລີຍ.”
4 ພະເຢໂຫວາເວົ້າວ່າ: “ອິດສະຣາເອນເອີ້ຍ ໃຫ້ເຈົ້າກັບມາ.
ຖ້າເຈົ້າກັບມາຫາເຮົາ
ແລະກຳຈັດຮູບບູຊາທີ່ເປັນຕາຂີ້ດຽດຂອງເຈົ້າໃຫ້ໝົດໄປ
ເຈົ້າກໍຈະບໍ່ຕ້ອງຫຼົບໜີໄປເລື້ອຍໆ.+
2 ຖ້າເຈົ້າສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່
ດ້ວຍຄວາມຈິງ ດ້ວຍຄວາມຍຸຕິທຳ ແລະດ້ວຍຄວາມຖືກຕ້ອງ
ຊາດຕ່າງໆກໍຈະໄດ້ຮັບພອນຈາກເພິ່ນ
ແລະເຂົາເຈົ້າຈະບອກຄົນອື່ນກ່ຽວກັບເລື່ອງຂອງເພິ່ນດ້ວຍຄວາມພູມໃຈ.”+
3 ພະເຢໂຫວາເວົ້າກັບຄົນຢູດາແລະຄົນທີ່ຢູ່ໃນເມືອງເຢຣູຊາເລັມວ່າ:
“ໃຫ້ເຈົ້າໄປບ່ອນທີ່ປູກຫຍັງກໍບໍ່ຂຶ້ນແລະໄຖດິນໃໝ່
ແລະເຊົາຫວ່ານແນວປູກໃນບ່ອນທີ່ມີຕົ້ນໜາມຫຼາຍໆ.+
4 ຄົນຢູດາແລະຄົນທີ່ຢູ່ໃນເມືອງເຢຣູຊາເລັມເອີ້ຍ
ໃຫ້ເຈົ້າເຮັດໃຫ້ໂຕເອງສະອາດ*ເພື່ອພະເຢໂຫວາ
ແລະເຮັດໃຫ້ຫົວໃຈຂອງເຈົ້າສະອາດ*+
ເພື່ອຄວາມໃຈຮ້າຍຂອງເຮົາຈະບໍ່ລຸກໄໝ້ຄືກັບໄຟ
ທີ່ບໍ່ມີຜູ້ໃດມອດໄດ້
ຍ້ອນຄວາມຊົ່ວທີ່ເຈົ້າໄດ້ເຮັດ.”+
5 ໃຫ້ເຈົ້າປະກາດໃນຢູດາແລະໃນເຢຣູຊາເລັມ.
ໃຫ້ຮ້ອງດັງໆແລະເປົ່າແກເຂົາສັດໄປທົ່ວແຜ່ນດິນ.+
ໃຫ້ຮ້ອງບອກຄົນດັງໆວ່າ: “ໃຫ້ພວກເຮົາມາລວມໂຕກັນ
ແລະໜີໄປເມືອງຕ່າງໆທີ່ມີກຳແພງອ້ອມ.+
6 ໃຫ້ຍົກເສົາໃຫ້ສັນຍານ*ຂຶ້ນເພື່ອບອກທາງໄປຊີໂອນ.
ໃຫ້ຊອກຫາບ່ອນລີ້ແລະຢ່າຢືນຢູ່ຊື່ໆ”
ຍ້ອນເຮົາກຳລັງເອົາຄວາມຈິບຫາຍຄັ້ງໃຫຍ່ຈາກທາງເໜືອມາ.+
ລາວອອກມາຈາກບ່ອນຂອງລາວເພື່ອຈະເຮັດໃຫ້ແຜ່ນດິນຂອງເຈົ້າຮ້າງເປົ່າ.
ເມືອງຕ່າງໆຂອງເຈົ້າຈະຖືກທຳລາຍຈົນກາຍເປັນຊາກຫັກພັງແລະບໍ່ມີຄົນອາໄສຢູ່.+
8 ດັ່ງນັ້ນ ໃຫ້ເຈົ້ານຸ່ງຜ້າເນື້ອຫຍາບ+
ໃຫ້ຮ້ອງໄຫ້ເສຍໃຈແລະໄວ້ທຸກ
ຍ້ອນພະເຢໂຫວາຍັງໃຈຮ້າຍແຮງໃຫ້ພວກເຮົາຢູ່.
9 ພະເຢໂຫວາເວົ້າວ່າ: “ໃນມື້ນັ້ນ ກະສັດຈະຮູ້ສຶກຢ້ານຫຼາຍ.+
ພວກເຈົ້ານາຍກໍຈະຮູ້ສຶກຢ້ານຈົນໂຕສັ່ນ.
ພວກປະໂລຫິດແລະພວກຜູ້ພະຍາກອນກໍຈະຢ້ານຫຼາຍຄືກັນ.”+
10 ຂ້ອຍຈຶ່ງເວົ້າວ່າ: “ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເອີ້ຍ ພະອົງຫຼອກລວງຄົນຢູດາ+ແລະຄົນໃນເມືອງເຢຣູຊາເລັມໂດຍເວົ້າວ່າ ‘ເຈົ້າຈະມີຄວາມສະຫງົບສຸກ+ ແຕ່ແທ້ໆແລ້ວດາບພັດຈີ້ຄໍຂອງພວກເຮົາຢູ່.’”
11 ໃນຕອນນັ້ນ ຄົນຢູດາແລະຄົນໃນເມືອງເຢຣູຊາເລັມຈະໄດ້ຍິນວ່າ:
“ລົມຮ້ອນໆຈາກໂນນພູຕ່າງໆທີ່ແຫ້ງແລ້ງໃນທະເລຊາຍ
ຈະພັດມາໃສ່ປະຊາຊົນຂອງເຮົາ.*
ລົມນີ້ບໍ່ໄດ້ພັດມາເພື່ອຝັດເຂົ້າຫຼືເຮັດໃຫ້ເຂົ້າສະອາດ.
12 ລົມແຮງໆນີ້ພັດມາຈາກບ່ອນຕ່າງໆຕາມຄຳສັ່ງຂອງເຮົາ.
ບັດນີ້ ເຮົາຈະປະກາດຄຳຕັດສິນຕໍ່ເຂົາເຈົ້າ.
13 ກອງທັບຂອງສັດຕູຈະມາຄືກັບຂີ້ເຝື້ອທີ່ຕຶບໜາ.
ລົດຮົບຂອງລາວເປັນຄືກັບລົມພາຍຸ.+
ມ້າຂອງລາວກໍໄວກວ່ານົກອິນຊີ.+
‘ຕາຍຄັກໆບາດນິ! ພວກເຮົາບໍ່ລອດແທ້.’
14 ເຢຣູຊາເລັມເອີ້ຍ ຖ້າເຈົ້າຢາກລອດ ເຈົ້າຕ້ອງເຮັດໃຫ້ຫົວໃຈຂອງເຈົ້າສະອາດແລະບໍ່ມີຄວາມຊົ່ວ.+
ເຈົ້າຈະຄິດແຕ່ແນວຊົ່ວໆອີກດົນປານໃດ?
15 ມີການປະກາດຂ່າວນີ້ຢູ່ດານ+
ແລະມີການປະກາດຄວາມຈິບຫາຍຢູ່ພູຕ່າງໆໃນເອຟຣາຢິມ.
16 ໃຫ້ເຈົ້າບອກເລື່ອງນີ້ກັບຊາດຕ່າງໆ
ແລະປະກາດເລື່ອງນີ້ໃຫ້ເຢຣູຊາເລັມຮູ້.”
“ພວກຜູ້ເຝົ້າເບິ່ງ*ກຳລັງມາຈາກແຜ່ນດິນທີ່ຢູ່ຫ່າງໄກ
ແລະເຂົາເຈົ້າຈະຮ້ອງສຽງດັງຕອນອອກໄປສູ້ຮົບກັບເມືອງຕ່າງໆຂອງຢູດາ.
17 ເຂົາເຈົ້າມາລ້ອມເຢຣູຊາເລັມໄວ້ທຸກດ້ານຄືກັບຊາວນາທີ່ເຝົ້າທົ່ງນາ+
ຍ້ອນລາວກະບົດຕໍ່ເຮົາ.”+ ພະເຢໂຫວາເວົ້າໄວ້ແນວນີ້.
18 “ເຈົ້າຈະໄດ້ຮັບຜົນຈາກການກະທຳຂອງໂຕເອງ.+
ການລົງໂທດນີ້ຈະເຮັດໃຫ້ເຈົ້າເຈັບປວດຫຼາຍ.
ມັນເຂົ້າໄປຮອດຫົວໃຈຂອງເຈົ້າ.”
19 ຂ້ອຍທຸກໃຈຫຼາຍ! ຂ້ອຍທຸກໃຈຫຼາຍ!
ຂ້ອຍເຈັບປວດໃຈຫຼາຍແທ້ໆ.
ຫົວໃຈຂອງຂ້ອຍເຕັ້ນບັກແຮງໆ.
20 ມີຂ່າວກ່ຽວກັບຄວາມຈິບຫາຍເທື່ອແລ້ວເທື່ອອີກ
ຍ້ອນແຜ່ນດິນທັງໝົດຖືກທຳລາຍ.
ຢູ່ບໍ່ຢູ່ເຕັ້ນຂອງຂ້ອຍກໍພັງລົງມາ.
ຜ້າເຕັ້ນຂອງຂ້ອຍກໍຖືກທຳລາຍບາດດຽວ.+
21 ຂ້ອຍຈະຕ້ອງເຫັນເສົາໃຫ້ສັນຍານ
ແລະໄດ້ຍິນສຽງແກເຂົາສັດອີກດົນປານໃດ?+
22 “ປະຊາຊົນຂອງເຮົາເປັນຄົນໂງ່.+
ເຂົາເຈົ້າບໍ່ໄດ້ສົນໃຈເຮົາເລີຍ.
ເຂົາເຈົ້າເປັນລູກທີ່ໂງ່ແລະບໍ່ມີຄວາມເຂົ້າໃຈຫຍັງ.
ເຂົາເຈົ້າສະຫຼາດແຕ່ແນວຊົ່ວໆ
ແຕ່ບໍ່ຮູ້ຈັກເຮັດດີ.”
23 ຂ້ອຍເຫັນແຜ່ນດິນຂອງເຂົາເຈົ້າຮ້າງເປົ່າແລະບໍ່ມີຫຍັງເລີຍ.+
ຂ້ອຍແນມເບິ່ງທ້ອງຟ້າ ແຕ່ກໍບໍ່ມີແສງສະຫວ່າງເລີຍ.+
24 ຂ້ອຍເຫັນພູຕ່າງໆກຳລັງສັ່ນສະເທືອນ
ແລະໂນນພູຕ່າງໆກໍກຳລັງສັ່ນສະເທືອນຄືກັນ.+
25 ຂ້ອຍແນມເບິ່ງແລະເຫັນວ່າບໍ່ມີໃຜເລີຍ
ແລະນົກຢູ່ເທິງຟ້າກໍບິນໜີໄປໝົດແລ້ວ.+
26 ຂ້ອຍແນມເບິ່ງແລະເຫັນວ່າສວນໝາກໄມ້ກາຍເປັນບ່ອນກັນດານ
ແລະເມືອງຕ່າງໆກໍຖືກທຳລາຍໝົດແລ້ວ.+
ທັງໝົດນີ້ເປັນຍ້ອນພະເຢໂຫວາ
ຍ້ອນເພິ່ນໃຈຮ້າຍຫຼາຍ.
27 ພະເຢໂຫວາເວົ້າວ່າ: “ແຜ່ນດິນທັງໝົດນີ້ຈະຮ້າງເປົ່າ+
ແຕ່ເຮົາຈະບໍ່ທຳລາຍຈົນໝົດ.
ກໍຍ້ອນວ່າເຮົາໄດ້ເວົ້າໄວ້ແລ້ວ ເຮົາຕັດສິນໃຈແລ້ວ
29 ເມື່ອໄດ້ຍິນສຽງຂອງພວກທະຫານມ້າແລະພວກທະຫານຍິງທະນູ
ຄົນໝົດເມືອງກໍແລ່ນໜີ.+
ເຂົາເຈົ້າແລ່ນເຂົ້າໄປໃນປ່າ
ແລະພາກັນປີນພູປີນຜາ.+
ເມືອງທຸກເມືອງຖືກປະຖິ້ມ
ແລະບໍ່ມີຄົນອາໄສຢູ່ໃນເມືອງເຫຼົ່ານັ້ນເລີຍ.”
30 ເຈົ້າຖືກໂຈມຕີຢ່າງໜັກແລ້ວ ເຈົ້າຈະເຮັດແນວໃດບາດນິ?
ເຈົ້າເຄີຍນຸ່ງເຄື່ອງສີແດງສົດ
ເຄີຍໃສ່ເຄື່ອງປະດັບທີ່ເປັນຄຳ
ແລະເອົາສີດຳ*ມາທາຕາເພື່ອໃຫ້ງາມຂຶ້ນ.
ແຕ່ເຖິງເຈົ້າຈະແຕ່ງໂຕງາມສ່ຳໃດ ມັນກໍບໍ່ມີປະໂຫຍດດອກ+
ຍ້ອນຄົນທີ່ຢາກໄດ້ໂຕເຈົ້າບໍ່ຢາກໄດ້ເຈົ້າແລ້ວ.
ຕອນນີ້ ເຂົາເຈົ້າຢາກຂ້າເຈົ້າແທນ.+
31 ຂ້ອຍໄດ້ຍິນສຽງຄືກັບສຽງຂອງຜູ້ຍິງທີ່ບໍ່ສະບາຍ
ໄດ້ຍິນສຽງຮ້ອງດ້ວຍຄວາມເຈັບປວດຄືກັບສຽງຂອງຜູ້ຍິງທີ່ເຈັບທ້ອງເກີດລູກຜູ້ທຳອິດ
ແລະໄດ້ຍິນສຽງລູກສາວທີ່ກຳລັງຈະຂາດໃຈເຊິ່ງກໍຄືຊີໂອນ.
ລາວເດ່ມືອອກໄປແລະເວົ້າວ່າ:+
“ຂ້ອຍຕ້ອງຕາຍແທ້ໆ ຂ້ອຍເມື່ອຍຫຼາຍຍ້ອນຄົນທີ່ຢາກຂ້າຂ້ອຍ.”
5 ໃຫ້ເຈົ້າຍ່າງເລາະໄປຕາມຫົນທາງໃນເມືອງເຢຣູຊາເລັມ
ແລະໃຫ້ເບິ່ງຄັກໆ.
ໃຫ້ເຈົ້າຊອກເບິ່ງຕາມເດີ່ນຕ່າງໆຂອງເມືອງ
ວ່າຈະມີຄົນທີ່ຍຸຕິທຳຢູ່ຫຼືບໍ່+
ເຊິ່ງກໍຄືຄົນທີ່ສັດຊື່ຕໍ່ພະເຈົ້າ.
ຖ້າມີຄົນແບບນັ້ນ ເຮົາກໍຈະຍົກໂທດໃຫ້ເມືອງນີ້.
2 ເຖິງເຂົາເຈົ້າຈະເວົ້າວ່າ: “ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່”
ແຕ່ເຂົາເຈົ້າກໍຍັງສາບານຕົວະ.+
3 ພະເຢໂຫວາເອີ້ຍ ພະອົງຊອກຫາຄົນທີ່ສັດຊື່ຕໍ່ພະອົງບໍ່ແມ່ນບໍ?+
ພະອົງຕີເຂົ້າເຈົ້າ ແຕ່ເຂົາເຈົ້າກໍຍັງບໍ່ຫຼາບບໍ່ຈື່.
ພະອົງເກືອບຈະທຳລາຍເຂົາເຈົ້າໝົດແລ້ວ ແຕ່ເຂົາເຈົ້າກໍຍັງບໍ່ຍອມຮັບເອົາການສັ່ງສອນ.+
4 ແຕ່ຂ້ອຍເວົ້າກັບໂຕເອງວ່າ: “ຄົນເຫຼົ່ານີ້ຄືຊິບໍ່ຮູ້ຈັກຫຍັງຕີ້!
ເຂົາເຈົ້າເຮັດສິ່ງທີ່ໂງ່ໆຍ້ອນບໍ່ຮູ້ຈັກຄວາມຕ້ອງການ*ຂອງພະເຢໂຫວາ
ແລະບໍ່ຮູ້ຈັກກົດໝາຍຂອງພະເຈົ້າຂອງເຂົາເຈົ້າ.
5 ຂ້ອຍຈະໄປຫາຄົນທີ່ສຳຄັນແລະເວົ້າກັບເຂົາເຈົ້າ
ຍ້ອນເຂົາເຈົ້າເປັນຄົນທີ່ຮູ້ຈັກຄວາມຕ້ອງການຂອງພະເຢໂຫວາ
ແລະຮູ້ຈັກກົດໝາຍຂອງພະເຈົ້າຂອງເຂົາເຈົ້າ.+
ແຕ່ເຂົາເຈົ້າທັງໝົດພັດຫັກແອກຖິ້ມ
ແລະດຶງເຊືອກຂອງແອກຂາດໝົດ.”
6 ຍ້ອນແນວນີ້ ໂຕສິງຢູ່ປ່າຈຶ່ງອອກມາທຳຮ້າຍເຂົາເຈົ້າ.
ໝາປ່າຢູ່ບ່ອນກັນດານກໍອອກມາກັດເຂົາເຈົ້າ.
ເສືອດາວກໍມານອນຢູ່ໃກ້ໆເມືອງຂອງເຂົາເຈົ້າ.
ທຸກຄົນທີ່ອອກຈາກເມືອງກໍຈະຖືກຈີກເປັນຕ່ອນໆ
ຍ້ອນເຂົາເຈົ້າເຮັດຜິດຫຼາຍຢ່າງ
ແລະເຮັດແຕ່ສິ່ງທີ່ບໍ່ສັດຊື່.+
7 ເຮົາຈະໃຫ້ອະໄພເຈົ້າໃນເລື່ອງນີ້ໄດ້ແນວໃດ?
ພວກລູກຊາຍຂອງເຈົ້າໄດ້ປະຖິ້ມເຮົາ
ແລະສາບານຕໍ່ພະເຈົ້າປອມ.+
ເຮົາໄດ້ໃຫ້ທຸກສິ່ງທີ່ເຂົາເຈົ້າຢາກໄດ້
ແຕ່ເຂົາເຈົ້າກໍຍັງຫຼິ້ນຊູ້
ແລະພາກັນໄປເຮືອນຂອງໂສເພນີ.
8 ເຂົາເຈົ້າເປັນຄືກັບມ້າຫ້າວໆທີ່ຢາກປະສົມພັນ.
ເຂົາເຈົ້າແຕ່ລະຄົນຢາກໄດ້ເມຍຂອງຄົນອື່ນ.+
9 ພະເຢໂຫວາເວົ້າວ່າ: “ເຮົາຄວນຈະໃຫ້ເຂົາເຈົ້າຮັບຜິດຊອບກັບສິ່ງເຫຼົ່ານີ້ບໍ່ແມ່ນບໍ?
ເຮົາຄວນແກ້ແຄ້ນຄົນໃນຊາດນີ້ບໍ່ແມ່ນບໍ?+
10 ໃຫ້ໄປທຳລາຍສວນໝາກລະແຊັງຂອງເມືອງເຢຣູຊາເລັມ
ແຕ່ຢ່າທຳລາຍຈົນໝົດ.+
ໃຫ້ຕັດຍອດທີ່ປົ່ງໃໝ່ຖິ້ມ
ຍ້ອນພວກມັນບໍ່ໄດ້ເປັນຂອງພະເຢໂຫວາແລ້ວ
11 ຍ້ອນພວກອິດສະຣາເອນແລະພວກຢູດາໄດ້ທໍລະຍົດເຮົາ.”
ພະເຢໂຫວາເວົ້າໄວ້ແນວນີ້.+
ພວກເຮົາຈະບໍ່ມີທາງຈິບຫາຍ
ຈະບໍ່ເຈິສົງຄາມແລະຄວາມອຶດຢາກດອກ.’+
13 ພວກຜູ້ພະຍາກອນເວົ້າເລື່ອງທີ່ບໍ່ເປັນປະໂຫຍດ.
ຄຳເວົ້າຂອງພະເຈົ້າບໍ່ໄດ້ຢູ່ໃນເຂົາເຈົ້າ.
ໃນທີ່ສຸດ ເຂົາເຈົ້າຈະຫາຍສາບສູນໄປຄືກັບຄຳເວົ້າຂອງເຂົາເຈົ້າ.”
14 ຍ້ອນແນວນີ້ ພະເຢໂຫວາຜູ້ບັນຊາການກອງທັບຈຶ່ງເວົ້າວ່າ:
“ຍ້ອນເຂົາເຈົ້າເວົ້າແນວນັ້ນ
ເຮົາຈຶ່ງເຮັດໃຫ້ຄຳເວົ້າຂອງເຮົາເປັນຄືກັບໄຟໃນປາກຂອງເຈົ້າ+
ແລະຍ້ອນຄົນເຫຼົ່ານີ້ເປັນຄືກັບໄມ້
ໄຟນັ້ນກໍຈະໄໝ້ເຂົາເຈົ້າ.”+
15 ພະເຢໂຫວາເວົ້າວ່າ: “ພວກອິດສະຣາເອນເອີ້ຍ ເຮົາກຳລັງພາຊາດໜຶ່ງທີ່ຢູ່ໄກໆມາ.+
ຊາດນີ້ເປັນຊາດທີ່ມີມາດົນແລ້ວ
ແລະເປັນຊາດທີ່ມີມາແຕ່ບູຮານ
ເປັນຊາດທີ່ໃຊ້ພາສາທີ່ເຈົ້າບໍ່ຮູ້ຈັກ
ແລະເວົ້າພາສາທີ່ເຈົ້າບໍ່ເຂົ້າໃຈ.+
16 ບັ້ງໃສ່ລູກທະນູຂອງເຂົາເຈົ້າເປັນຄືກັບຂຸມຝັງສົບທີ່ຍັງບໍ່ທັນຖົມ.
ເຂົາເຈົ້າທັງໝົດເປັນທະຫານທີ່ເກັ່ງຫຼາຍ.
17 ເຂົາເຈົ້າຈະກິນຜົນລະປູກແລະອາຫານຂອງເຈົ້າ.+
ເຂົາເຈົ້າຈະຂ້າລູກຊາຍແລະລູກສາວຂອງເຈົ້າ.
ເຂົາເຈົ້າຈະກິນແກະແລະງົວທີ່ເຈົ້າລ້ຽງໄວ້.
ເຂົາເຈົ້າຈະທຳລາຍເຄືອໝາກລະແຊັງແລະຕົ້ນໝາກເດື່ອຂອງເຈົ້າ.
ກອງທັບຂອງເຂົາເຈົ້າຈະທຳລາຍເມືອງຕ່າງໆທີ່ມີກຳແພງອ້ອມທີ່ເຈົ້າໄວ້ໃຈ.”
18 ພະເຢໂຫວາເວົ້າວ່າ: “ແຕ່ເຖິງວ່າສິ່ງທັງໝົດນີ້ຈະເກີດຂຶ້ນ ເຮົາກໍຈະບໍ່ທຳລາຍພວກເຈົ້າຈົນໝົດ+ 19 ແລະເມື່ອເຂົາເຈົ້າຖາມວ່າ ‘ເປັນຫຍັງພະເຢໂຫວາພະເຈົ້າຂອງພວກເຮົາຈຶ່ງເຮັດກັບພວກເຮົາແນວນີ້?’ ເຈົ້າກໍຄວນຕອບເຂົາເຈົ້າວ່າ ‘ຍ້ອນພວກເຈົ້າໄດ້ປະຖິ້ມພະເຈົ້າ ແລ້ວໄປນະມັດສະການພະເຈົ້າຂອງຄົນຕ່າງຊາດໃນແຜ່ນດິນຂອງພວກເຈົ້າ. ພວກເຈົ້າກໍຈະຕ້ອງຮັບໃຊ້ຄົນຕ່າງຊາດຢູ່ແຜ່ນດິນທີ່ບໍ່ແມ່ນຂອງພວກເຈົ້າ.’”+
20 ໃຫ້ບອກເລື່ອງນີ້ໃຫ້ລູກຫຼານຂອງຢາໂຄບຮູ້
ໃຫ້ປະກາດຢູ່ຢູດາວ່າ:
21 “ຟັງເດີ້ ພວກຄົນໂງ່ແລະບໍ່ຮູ້ຈັກຄິດ.+
22 ພະເຢໂຫວາເວົ້າວ່າ ‘ພວກເຈົ້າບໍ່ຢ້ານເຮົາເລີຍບໍ?
ພວກເຈົ້າຄວນຢ້ານເຮົາຈົນໂຕສັ່ນບໍ່ແມ່ນບໍ?
ກໍເຮົານີ້ຕົ໋ວທີ່ໃຫ້ດິນຊາຍເປັນເຂດແດນຂອງທະເລ
ແລະຕັ້ງກົດຖາວອນໄວ້ບໍ່ໃຫ້ມັນຜ່ານໄປໄດ້.
ເຖິງວ່າຄື້ນຈະຊັດຂຶ້ນສູງໆ ແຕ່ມັນກໍຂ້າມໄປບໍ່ໄດ້.
ເຖິງວ່າຄື້ນຈະຊັດມາແຮງໆ ແຕ່ມັນກໍຜ່ານໄປບໍ່ໄດ້.+
23 ຄົນເຫຼົ່ານີ້ຫົວແຂງແລະມັກກະບົດ.
ເຂົາເຈົ້າອອກຈາກທາງຂອງເຮົາແລະໄປຕາມທາງຂອງໂຕເອງ.+
24 ເຂົາເຈົ້າບໍ່ໄດ້ຄິດວ່າ
“ໃຫ້ພວກເຮົາຢ້ານຢຳພະເຢໂຫວາພະເຈົ້າຂອງພວກເຮົາ.
ເພິ່ນເຮັດໃຫ້ມີຝົນຕົກຕາມລະດູການ
ທັງຕອນລະດູໃບໄມ້ປົ່ງແລະລະດູໃບໄມ້ຫຼົ່ນ.
ເພິ່ນເປັນຜູ້ເຮັດໃຫ້ມີລະດູເກັບກ່ຽວ.”+
25 ຄວາມຜິດຂອງເຈົ້າເຮັດໃຫ້ເຈົ້າບໍ່ໄດ້ຮັບປະໂຫຍດເຫຼົ່ານີ້
ແລະບາບຂອງເຈົ້າຂັດຂວາງເຈົ້າບໍ່ໃຫ້ໄດ້ຮັບສິ່ງດີໆ.+
26 ພວກຄົນຊົ່ວຢູ່ປົນກັບປະຊາຊົນຂອງເຮົາ.
ເຂົາເຈົ້າກຳລັງເຝົ້າເບິ່ງເຫຍື່ອຄືກັບຄົນຈັບນົກທີ່ກຳລັງໝູບລົງແລະຈອບເບິ່ງ.
ເຂົາເຈົ້າວາງກັບດັກທີ່ເຮັດໃຫ້ເຖິງຕາຍ
ເພື່ອຈະຈັບຄົນ.
27 ຄືກັບກົງນົກທີ່ເຕັມແຕ່ນົກ
ເຮືອນຂອງເຂົາເຈົ້າກໍເຕັມແຕ່ສິ່ງທີ່ໄດ້ມາຈາກການຫຼອກລວງ.+
ຍ້ອນແນວນີ້ ເຂົາເຈົ້າຈຶ່ງມີອຳນາດແລະຊັບສິນຫຼາຍ.
28 ເຂົາເຈົ້າຕຸ້ຍຂຶ້ນແລະມີຜິວເຕັ່ງຕຶງ
ເຂົາເຈົ້າເຮັດສິ່ງທີ່ຊົ່ວຮ້າຍຫຼາຍຢ່າງ.
ເຂົາເຈົ້າບໍ່ສູ້ຄະດີໃຫ້ລູກກຳພ້າ+
ເພື່ອໂຕເອງຈະປະສົບຄວາມສຳເລັດ
ແລະເຂົາເຈົ້າບໍ່ໃຫ້ຄວາມຍຸຕິທຳກັບຄົນທຸກ.’”+
29 ພະເຢໂຫວາເວົ້າວ່າ: “ເຮົາຄວນຈະໃຫ້ເຂົາເຈົ້າຮັບຜິດຊອບກັບສິ່ງເຫຼົ່ານີ້ບໍ່ແມ່ນບໍ?
ເຮົາຄວນແກ້ແຄ້ນຄົນໃນຊາດນີ້ບໍ່ແມ່ນບໍ?
30 ມີເລື່ອງທີ່ບໍ່ດີແລະເປັນຕາຢ້ານເກີດຂຶ້ນໃນແຜ່ນດິນນີ້.
31 ພວກຜູ້ພະຍາກອນພາກັນບອກເລື່ອງຕົວະ.+
ພວກປະໂລຫິດໃຊ້ອຳນາດຂົ່ມຄົນອື່ນ
ແລະປະຊາຊົນຂອງເຮົາກໍມັກແບບນັ້ນ.+
ແຕ່ເຈົ້າຈະເຮັດແນວໃດເມື່ອຈຸດຈົບມາຮອດ?”
6 ລູກຫຼານຂອງເບັນຢາມິນເອີ້ຍ ໃຫ້ໜີອອກມາຈາກເມືອງເຢຣູຊາເລັມເພື່ອພວກເຈົ້າຈະລອດຊີວິດ.
ຍ້ອນຄວາມຈິບຫາຍຄັ້ງໃຫຍ່ກຳລັງມາຈາກທາງເໜືອ.+
2 ລູກສາວຂອງຊີໂອນ*ເປັນຄືກັບຜູ້ຍິງທີ່ງາມຫຼາຍແລະມີແຕ່ຄົນເອົາໃຈ.+
3 ພວກຄົນລ້ຽງແກະແລະຝູງແກະຂອງເຂົາເຈົ້າຈະມາ.
ເຂົາເຈົ້າຈະຕັ້ງເຕັ້ນອ້ອມເມືອງນີ້+
ແລະຜູ້ລ້ຽງແກະແຕ່ລະຄົນຈະໃຫ້ແກະກິນຫຍ້າຢູ່ເຂດຂອງໂຕເອງ.+
4 “ໃຫ້ກຽມ*ເຮັດສົງຄາມຕໍ່ສູ້ເມືອງນີ້.
ໃຫ້ພວກເຮົາລຸກຂຶ້ນແລະໄປໂຈມຕີເມືອງນີ້ຕອນກາງເວັນ.”
“ຈິບຫາຍແລ້ວພວກເຮົາ ຕອນນີ້ຊ້າເກີນໄປແລ້ວ.
ມັນໃກ້ຊິຄ່ຳແລ້ວ.”
5 “ໃຫ້ພວກເຮົາລຸກຂຶ້ນແລະໄປໂຈມຕີຕອນກາງຄືນ
ແລະທຳລາຍປ້ອມສູງໆທີ່ແຂງແຮງຂອງເມືອງນີ້.”+
6 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ:
“ໃຫ້ຕັດຕົ້ນໄມ້ແລະເອົາດິນມາກອງກັນເປັນໂນນຈຸກຳແພງເພື່ອຈະໂຈມຕີເມືອງເຢຣູຊາເລັມ.+
ເມືອງນີ້ຈະຕ້ອງຖືກລົງໂທດ
ຍ້ອນເມືອງນີ້ມີແຕ່ການກົດຂີ່ຂົ່ມເຫງ.+
7 ຄືກັບຂຸມທີ່ເປັນແຫຼ່ງຂອງນ້ຳເຢັນ
ເມືອງນີ້ກໍເປັນແຫຼ່ງຂອງຄວາມຊົ່ວ.
ເມືອງນີ້ມີແຕ່ສຽງຂອງຄົນຮຸນແຮງແລະມັກທຳລາຍ.+
ສິ່ງທີ່ເຮົາເຫັນມີແຕ່ຄວາມເຈັບປ່ວຍແລະໂລກລະບາດ.
8 ເຢຣູຊາເລັມເອີ້ຍ ໃຫ້ຕັ້ງໃຈຟັງຄຳເຕືອນຂອງເຮົາເດີ້. ຄັນບໍ່ຊັ້ນ ເຮົາຈະປິ່ນໜ້າໜີຈາກເຈົ້າດ້ວຍຄວາມລັງກຽດ.+
ເຮົາຈະເຮັດໃຫ້ເຈົ້າຮ້າງເປົ່າແລະເປັນແຜ່ນດິນທີ່ບໍ່ມີໃຜອາໄສຢູ່.”+
9 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ:
“ພວກສັດຕູຈະເອົາພວກອິດສະຣາເອນທີ່ຍັງເຫຼືອຢູ່ໄປຄືກັບເກັບໝາກລະແຊັງທີ່ເຫຼືອຢູ່ຕົ້ນ.
ຄືກັບຄົນທີ່ເກັບໝາກລະແຊັງຈົນໝົດ ພວກສັດຕູກໍຈະເອົາເຂົາເຈົ້າໄປໝົດ.”
10 “ລູກຄວນເວົ້ານຳໃຜແລະເຕືອນໃຜ?
ໃຜຊິຟັງລູກ?
ເຂົາເຈົ້າບໍ່ໄດ້ຍິນຫຍັງເລີຍຍ້ອນປິດຫູໂຕເອງໄວ້.+
ເຂົາເຈົ້າດູຖູກຄຳເວົ້າຂອງພະເຢໂຫວາ+
ແລະບໍ່ມັກຄຳເວົ້າເຫຼົ່ານັ້ນເລີຍ.
11 ລູກຈຶ່ງໃຈຮ້າຍຄືກັບພະເຢໂຫວາ
ແລະລູກອົດບໍ່ໄດ້ແລ້ວ.”+
“ໃຫ້ຖອກຄວາມໃຈຮ້າຍນັ້ນໃສ່ເດັກນ້ອຍທີ່ຢູ່ຫົນທາງ+
ແລະໃສ່ພວກຊາຍໜຸ່ມທີ່ຢູ່ນຳກັນເປັນກຸ່ມ.
ເຂົາເຈົ້າທຸກຄົນຈະຖືກຈັບທັງຜູ້ຊາຍກັບເມຍ
ທັງຜູ້ເຖົ້າກັບຜູ້ທີ່ເຖົ້າຫຼາຍ.+
12 ເຮືອນຂອງເຂົາເຈົ້າຈະຖືກຍົກໃຫ້ຄົນອື່ນ
ພ້ອມກັບທົ່ງນາແລະເມຍຂອງເຂົາເຈົ້າ+
ຍ້ອນເຮົາຈະໃຊ້ລິດເດດຂອງເຮົາຈັດການຄົນທີ່ຢູ່ໃນແຜ່ນດິນນີ້.” ພະເຢໂຫວາເວົ້າໄວ້ແນວນີ້.
13 “ຍ້ອນທຸກຄົນຕັ້ງແຕ່ເດັກນ້ອຍຈົນຮອດຜູ້ໃຫຍ່ເຮັດສິ່ງທີ່ບໍ່ສັດຊື່ເພື່ອຈະໄດ້ຜົນປະໂຫຍດ+
ພວກຜູ້ພະຍາກອນແລະພວກປະໂລຫິດກໍສໍ້ໂກງໝົດທຸກຄົນ.+
14 ເຂົາເຈົ້າພະຍາຍາມປິ່ນປົວບາດ*ໃຫ້ປະຊາຊົນຂອງເຮົາແບບພໍເປັນພິທີ*ຊື່ໆໂດຍເວົ້າວ່າ
‘ມີຄວາມສະຫງົບສຸກແລ້ວ! ມີຄວາມສະຫງົບສຸກແລ້ວ!’
ທັງໆທີ່ບໍ່ໄດ້ມີຄວາມສະຫງົບສຸກເລີຍ.+
15 ເຂົາເຈົ້າຮູ້ສຶກອາຍຍ້ອນສິ່ງທີ່ເປັນຕາຂີ້ດຽດທີ່ເຂົາເຈົ້າໄດ້ເຮັດບໍ?
ເຂົາເຈົ້າບໍ່ຮູ້ສຶກອາຍເລີຍ.
ເຂົາເຈົ້າບໍ່ຮູ້ຊ້ຳວ່າການຮູ້ສຶກອາຍເປັນແນວໃດ.+
ຍ້ອນແນວນີ້ ເຂົາເຈົ້າຈະຕາຍໄປກັບຄົນທີ່ຖືກຂ້າແລ້ວ.
ເມື່ອເຮົາລົງໂທດເຂົາເຈົ້າ ເຂົາເຈົ້າຈະສະດຸດລົ້ມ.” ພະເຢໂຫວາເວົ້າໄວ້ແນວນີ້.
16 ພະເຢໂຫວາບອກວ່າ:
“ໃຫ້ຢືນຢູ່ທາງແຍກແລະແນມເບິ່ງ
ໃຫ້ຖາມກ່ຽວກັບຫົນທາງທີ່ມີມາແຕ່ບູຮານ
ໃຫ້ຖາມວ່າທາງດີຢູ່ໃສແລະຍ່າງໄປທາງນັ້ນ+
ເພື່ອເຈົ້າຈະໄດ້ພັກຜ່ອນ.”
ແຕ່ເຂົາເຈົ້າພັດເວົ້າວ່າ: “ພວກເຮົາຈະບໍ່ຍ່າງໄປທາງນັ້ນ.”+
17 “ເຮົາໄດ້ແຕ່ງຕັ້ງຄົນທີ່ເຝົ້າເບິ່ງ+ໃຫ້ບອກເຂົາເຈົ້າວ່າ
‘ໃຫ້ຕັ້ງໃຈຟັງສຽງແກດີໆເດີ້!’”+
ແຕ່ເຂົາເຈົ້າພັດເວົ້າວ່າ: “ພວກເຮົາບໍ່ຟັງດອກ!”+
18 “ຊາດຕ່າງໆເອີ້ຍ ໃຫ້ຟັງເດີ້!
ປະຊາຊົນເອີ້ຍ ໃຫ້ຮູ້ໄວ້ເດີ້ວ່າ
ຈະເກີດຫຍັງຂຶ້ນກັບເຂົາເຈົ້າ.
19 ຄົນທີ່ຢູ່ໃນໂລກນີ້ ໃຫ້ຟັງເດີ້!
ເຮົາຈະເຮັດໃຫ້ຄົນໃນຊາດນີ້ເຈິຄວາມຈິບຫາຍ+
ຍ້ອນຄວາມຄິດທີ່ຊົ່ວໆຂອງເຂົາເຈົ້າ.
ເຂົາເຈົ້າບໍ່ຍອມຟັງຄຳເວົ້າຂອງເຮົາເລີຍ
ແລະບໍ່ຍອມເຮັດຕາມກົດໝາຍ*ຂອງເຮົາ.”
20 “ເຖິງວ່າເຈົ້າຈະເອົາກຳຍານມາຈາກເຊບາ
ແລະເອົາໄມ້ອໍ້ຫອມມາຈາກແຜ່ນດິນທີ່ຢູ່ໄກໆ ເຮົາກໍບໍ່ສົນໃຈດອກ.
ເຮົາບໍ່ຍອມຮັບເຄື່ອງບູຊາເຜົາຂອງເຈົ້າ
ແລະເຮົາກໍບໍ່ພໍໃຈເຄື່ອງບູຊາຂອງເຈົ້າ.”+
21 ພະເຢໂຫວາຈຶ່ງບອກວ່າ:
“ເຮົາຈະເອົາແນວຂວາງທາງມາຂວາງຄົນເຫຼົ່ານີ້ໄວ້
ແລະເຂົາເຈົ້າຈະສະດຸດລົ້ມ
ທັງພໍ່ແລະລູກຊາຍ
ທັງເພື່ອນບ້ານແລະໝູ່ຂອງເຂົາເຈົ້າ.
ທຸກຄົນຈະຈິບຫາຍໝົດ.”+
22 ພະເຢໂຫວາເວົ້າອີກວ່າ:
“ເບິ່ງແມ້ ຊາດໜຶ່ງຈະມາຈາກແຜ່ນດິນທີ່ຢູ່ທາງເໜືອ
ແລະຊາດທີ່ຍິ່ງໃຫຍ່ຈະຖືກປຸກມາຈາກບ່ອນທີ່ໄກທີ່ສຸດຂອງໂລກ.+
23 ເຂົາເຈົ້າຈະຖືທະນູແລະຫອກ.
ເຂົາເຈົ້າໂຫດຫ້ຽມແລະບໍ່ອີ່ຕົນໃຜ.
ສຽງຂອງເຂົ້າເຈົ້າດັງຄືກັບສຽງຂອງທະເລ
ແລະເຂົາເຈົ້າຈະຂີ່ມ້າມາ.+
ເມືອງຊີໂອນເອີ້ຍ ເຂົາເຈົ້າຈະຍົກທັບມາເຮັດສົງຄາມກັບເຈົ້າ.”
24 ເມື່ອພວກເຮົາໄດ້ຍິນເລື່ອງນີ້
25 ຢ່າອອກຈາກທົ່ງຫຍ້າ
ແລະຢ່າຍ່າງຢູ່ຕາມຫົນທາງ
ຍ້ອນພວກສັດຕູຖືດາບຢູ່
ແລະທຸກຄົນກໍຮູ້ສຶກຢ້ານ.
26 ລູກສາວຂອງເຮົາເອີ້ຍ ປະຊາຊົນຂອງເຮົາເອີ້ຍ
ໃຫ້ພວກເຈົ້ານຸ່ງຜ້າເນື້ອຫຍາບ+ແລະນອນເກືອກຢູ່ຂີ້ເທົ່າ
ໃຫ້ພວກເຈົ້າຮ້ອງໄຫ້ໄວ້ທຸກຄືກັບວ່າລູກຊາຍຄົນດຽວຂອງພວກເຈົ້າໄດ້ຕາຍໄປ+
ຍ້ອນຜູ້ທຳລາຍຈະມາຫາພວກເຮົາແລ້ວ.+
27 “ເຮົາໄດ້ເຮັດໃຫ້ເຈົ້າ*ເປັນຄືກັບຊ່າງຫຼອມເງິນ
ໃຫ້ເຈົ້າເປັນຜູ້ທີ່ກວດເບິ່ງປະຊາຊົນຂອງເຮົາຢ່າງລະອຽດ.
ເຈົ້າຕ້ອງສັງເກດແລະກວດເບິ່ງສິ່ງທີ່ເຂົາເຈົ້າເຮັດ.
28 ເຂົາເຈົ້າທຸກຄົນເປັນຄົນຫົວແຂງທີ່ສຸດ.+
ເຂົາເຈົ້າຍ່າງເລາະໄປເລາະມາເພື່ອໃສ່ຮ້າຍຄົນອື່ນ.+
ເຂົາເຈົ້າເປັນຄືກັບທອງແດງແລະເຫຼັກ.
ເຂົາເຈົ້າທຸກຄົນບໍ່ສັດຊື່.
29 ຄົນເຮັດວຽກໄດ້ເຮັດວຽກໜັກເພື່ອຈະຫຼອມເງິນ
ແຕ່ແນວເປົ່າລົມຂອງລາວທີ່ໃຊ້ເຮັດໃຫ້ໄຟແຮງຂຶ້ນຖືກຈູດໄປແລ້ວ.
30 ຄົນອື່ນຈະເອີ້ນເຂົາເຈົ້າວ່າເງິນທີ່ບໍ່ເປັນຕາເອົາ
ຍ້ອນພະເຢໂຫວາບໍ່ຍອມຮັບເຂົາເຈົ້າ.”+
7 ພະເຢໂຫວາເວົ້າກັບເຢເຣມີຢາວ່າ: 2 “ໃຫ້ເຈົ້າໄປຢືນຢູ່ປະຕູວິຫານຂອງພະເຢໂຫວາແລະປະກາດຢູ່ຫັ້ນວ່າ ‘ພວກເຈົ້າທີ່ເປັນຄົນຢູດາທີ່ຜ່ານປະຕູເຫຼົ່ານີ້ເຂົ້າໄປເພື່ອໝູບລົງນະມັດສະການພະເຢໂຫວາ ໃຫ້ຟັງຄຳເວົ້າຂອງພະເຢໂຫວາເດີ້. 3 ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ “ໃຫ້ພວກເຈົ້າປ່ຽນວິທີໃຊ້ຊີວິດ ເຊົາເຮັດສິ່ງເກົ່າໆ ແລະໃຫ້ເຮັດສິ່ງທີ່ຖືກຕ້ອງ ແລ້ວເຮົາຈະໃຫ້ພວກເຈົ້າຢູ່ບ່ອນນີ້ຕໍ່ໄປ.+ 4 ຢ່າຫຼົງໄປເຊື່ອຄຳຫຼອກລວງແລະເວົ້າວ່າ ‘ນີ້ແມ່ນວິຫານຂອງພະເຢໂຫວາ ວິຫານຂອງພະເຢໂຫວາ ວິຫານຂອງພະເຢໂຫວາ!’+ 5 ຖ້າພວກເຈົ້າປ່ຽນວິທີໃຊ້ຊີວິດແທ້ໆແລະເຊົາເຮັດສິ່ງເກົ່າໆ ຖ້າພວກເຈົ້າຕັດສິນຄະດີດ້ວຍຄວາມຍຸຕິທຳ+ 6 ຖ້າພວກເຈົ້າບໍ່ກົດຂີ່ຄົນຕ່າງຊາດ ລູກກຳພ້າ ແລະແມ່ໝ້າຍ+ ຖ້າພວກເຈົ້າບໍ່ຂ້າຄົນທີ່ບໍ່ມີຄວາມຜິດໃນແຜ່ນດິນນີ້ ແລະຖ້າພວກເຈົ້າບໍ່ເຮັດໃຫ້ໂຕເອງໄດ້ຮັບຜົນເສຍຫາຍ ຍ້ອນໄປນະມັດສະການພະເຈົ້າອື່ນ+ 7 ເຮົາກໍຈະໃຫ້ພວກເຈົ້າຢູ່ບ່ອນນີ້ຕໍ່ໄປ ເຊິ່ງເປັນແຜ່ນດິນທີ່ເຮົາເອົາໃຫ້ປູ່ຍ່າຕານາຍຂອງພວກເຈົ້າຕະຫຼອດໄປ.”’
8 ແຕ່ພວກເຈົ້າເຊື່ອຄຳຫຼອກລວງ+ເຊິ່ງເຮັດໃຫ້ພວກເຈົ້າບໍ່ໄດ້ຮັບປະໂຫຍດຫຍັງເລີຍ. 9 ພວກເຈົ້າລັກເຄື່ອງ+ ຂ້າຄົນ ຫຼິ້ນຊູ້ ສາບານຕົວະ+ ເອົາເຄື່ອງບູຊາ*ໃຫ້ພະບາອານ+ ແລະນະມັດສະການພະເຈົ້າອື່ນໆທີ່ພວກເຈົ້າບໍ່ເຄີຍຮູ້ຈັກ. 10 ທັງໆທີ່ພວກເຈົ້າເຮັດສິ່ງທີ່ເປັນຕາຂີ້ດຽດທັງໝົດນີ້ ແລ້ວພວກເຈົ້າຍັງຈະມາຢືນຢູ່ຕໍ່ໜ້າເຮົາໃນວິຫານນີ້ທີ່ຖືກເອີ້ນຕາມຊື່ຂອງເຮົາແລະເວົ້າວ່າ ‘ພວກເຮົາຈະໄດ້ຮັບການຊ່ວຍໃຫ້ລອດ.’ ພວກເຈົ້າຄິດວ່າຈະເຮັດແບບນີ້ໄດ້ບໍ? 11 ພວກເຈົ້າເບິ່ງວ່າວິຫານຫຼັງນີ້ທີ່ຖືກເອີ້ນຕາມຊື່ຂອງເຮົາເປັນຖ້ຳໂຈນໄປແລ້ວແມ່ນບໍ?+ ເຮົາເຫັນເດີ້ວ່າພວກເຈົ້າເຮັດຫຍັງຢູ່.” ພະເຢໂຫວາເວົ້າໄວ້ແນວນີ້.
12 “‘ໃຫ້ພວກເຈົ້າໄປບ່ອນບໍລິສຸດຂອງເຮົາຢູ່ເມືອງຊີໂລ+ ເຊິ່ງເປັນບ່ອນທຳອິດທີ່ເຮົາໄດ້ເລືອກໄວ້ສຳລັບຊື່ຂອງເຮົາ+ ແລະເບິ່ງວ່າເຮົາໄດ້ເຮັດຫຍັງກັບບ່ອນນັ້ນ ຍ້ອນຄວາມຊົ່ວຂອງອິດສະຣາເອນປະຊາຊົນຂອງເຮົາ.’+ 13 ພະເຢໂຫວາເວົ້າວ່າ ‘ພວກເຈົ້າບໍ່ໄດ້ເຊົາເຮັດສິ່ງຊົ່ວທັງໝົດນີ້. ເຖິງວ່າເຮົາຈະເວົ້າກັບພວກເຈົ້າເທື່ອແລ້ວເທື່ອອີກ* ແຕ່ພວກເຈົ້າກໍບໍ່ຟັງ.+ ເຮົາເອີ້ນພວກເຈົ້າບັກຫຼາຍໆເທື່ອ ແຕ່ພວກເຈົ້າກໍບໍ່ຕອບ.+ 14 ຍ້ອນແນວນີ້ ເຮົາຈະເຮັດກັບວິຫານທີ່ຖືກເອີ້ນຕາມຊື່ຂອງເຮົາ+ທີ່ພວກເຈົ້າໄວ້ໃຈ+ ແລະເຮັດກັບແຜ່ນດິນນີ້ທີ່ເຮົາເອົາໃຫ້ພວກເຈົ້າກັບປູ່ຍ່າຕານາຍຂອງພວກເຈົ້າຄືກັບທີ່ເຮົາເຄີຍເຮັດກັບເມືອງຊີໂລ.+ 15 ເຮົາຈະໂຍນພວກເຈົ້າອອກໄປໄກໆໜ້າເຮົາຄືກັບທີ່ເຮົາໄດ້ໂຍນອ້າຍນ້ອງຂອງພວກເຈົ້າ ເຊິ່ງກໍຄືລູກຫຼານທັງໝົດຂອງເອຟຣາຢິມ.’+
16 ສ່ວນເຈົ້າເຢເຣມີຢາ ຢ່າອະທິດຖານເພື່ອຄົນພວກນີ້. ຢ່າຮ້ອງຂໍແລະອ້ອນວອນເຮົາແທນເຂົາເຈົ້າ+ຍ້ອນເຮົາຈະບໍ່ຟັງເຈົ້າ.+ 17 ເຈົ້າກໍເຫັນຕົ໋ວວ່າເຂົາເຈົ້າກຳລັງເຮັດຫຍັງຢູ່ເມືອງຕ່າງໆໃນຢູດາແລະຢູ່ຫົນທາງໃນເມືອງເຢຣູຊາເລັມ. 18 ລູກຊາຍເປັນຜູ້ເກັບຟືນ ພໍ່ເປັນຜູ້ດັງໄຟ ແລະແມ່ເປັນຜູ້ນວດແປ້ງເຮັດເຂົ້າໜົມເພື່ອເອົາໄປບູຊາໃຫ້ລາຊີນີແຫ່ງສະຫວັນ.*+ ເຂົາເຈົ້າເທເຄື່ອງບູຊາດື່ມໃຫ້ພະເຈົ້າອື່ນເພື່ອເຮັດໃຫ້ເຮົາເຈັບປວດໃຈ.+ 19 ພະເຢໂຫວາເວົ້າວ່າ ‘ແຕ່ແມ່ນເຮົາບໍທີ່ເຂົາເຈົ້າເຮັດໃຫ້ເຈັບປວດໃຈ? ບໍ່ແມ່ນ. ເຂົາເຈົ້າຫັ້ນແຫຼະທີ່ເຮັດໃຫ້ໂຕເອງເຈັບປວດໃຈແລະເຂົາເຈົ້າກໍຈະຕ້ອງອັບອາຍ.’+ 20 ພະເຢໂຫວາຜູ້ຍິ່ງໃຫຍ່ສູງສຸດຈຶ່ງເວົ້າວ່າ ‘ເຮົາຈະເທຄວາມໃຈຮ້າຍຂອງເຮົາໃສ່ແຜ່ນດິນນີ້+ ໃສ່ຄົນແລະສັດ ໃສ່ຕົ້ນໄມ້ທີ່ຢູ່ທົ່ງຫຍ້າແລະຜົນລະປູກທີ່ຢູ່ດິນ. ຄວາມໃຈຮ້າຍຂອງເຮົາຈະເປັນຄືກັບໄຟທີ່ບໍ່ມີຜູ້ໃດມອດໄດ້.’+
21 ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນເວົ້າວ່າ ‘ໃຫ້ໄປເອົາເຄື່ອງບູຊາເຜົາຂອງພວກເຈົ້າມາລວມກັບເຄື່ອງບູຊາອື່ນໆໂລດແລະກິນຊີ້ນພ້ອມ+ 22 ຍ້ອນໃນມື້ນັ້ນທີ່ເຮົາພາປູ່ຍ່າຕານາຍຂອງພວກເຈົ້າອອກມາຈາກແຜ່ນດິນເອຢິບ ເຮົາບໍ່ໄດ້ເວົ້າແລະບໍ່ໄດ້ສັ່ງເຂົາເຈົ້າກ່ຽວກັບເລື່ອງເຄື່ອງບູຊາເຜົາແລະເຄື່ອງບູຊາອື່ນໆ.+ 23 ແຕ່ເຮົາສັ່ງເຂົາເຈົ້າວ່າ “ໃຫ້ເຊື່ອຟັງເຮົາ ແລ້ວເຮົາຈະເປັນພະເຈົ້າຂອງພວກເຈົ້າແລະພວກເຈົ້າຈະເປັນປະຊາຊົນຂອງເຮົາ.+ ພວກເຈົ້າຕ້ອງໃຊ້ຊີວິດຕາມທີ່ເຮົາສັ່ງເພື່ອພວກເຈົ້າຈະປະສົບຄວາມສຳເລັດ.”’+ 24 ແຕ່ເຂົາເຈົ້າບໍ່ຕັ້ງໃຈຟັງເລີຍ+ ເຂົາເຈົ້າເຮັດຕາມແຜນຮ້າຍ*ຂອງໂຕເອງ ເປັນຄົນຫົວແຂງ ແລະເຮັດຕາມໃຈຊົ່ວໆຂອງໂຕເອງ.+ ແທນທີ່ຈະດີຂຶ້ນ ເຂົາເຈົ້າພັດແຮ່ງຮ້າຍກວ່າເກົ່າ 25 ຕັ້ງແຕ່ມື້ທີ່ປູ່ຍ່າຕານາຍຂອງພວກເຈົ້າອອກຈາກແຜ່ນດິນເອຢິບຈົນຮອດທຸກມື້ນີ້.+ ເຮົາຈຶ່ງສົ່ງພວກຜູ້ພະຍາກອນທີ່ເປັນຜູ້ຮັບໃຊ້ຂອງເຮົາໄປຫາເຂົາເຈົ້າເລື້ອຍໆ ໄປຫາເຂົາເຈົ້າຕະຫຼອດ ໄປຫາເຂົາເຈົ້າເທື່ອແລ້ວເທື່ອອີກ*+ 26 ແຕ່ເຂົາເຈົ້າກໍບໍ່ຍອມຟັງເຮົາແລະບໍ່ສົນໃຈເລີຍ.+ ເຂົາເຈົ້າຫົວແຂງແລະເຮັດຊົ່ວຫຼາຍກວ່າປູ່ຍ່າຕານາຍຂອງເຂົາເຈົ້າຊ້ຳ.
27 ເຖິງວ່າເຈົ້າຈະເວົ້າສິ່ງທັງໝົດນີ້ໃຫ້ເຂົາເຈົ້າຟັງ+ ແຕ່ເຂົາເຈົ້າກໍຈະບໍ່ຟັງ. ເຖິງວ່າເຈົ້າຈະເອີ້ນ ແຕ່ເຂົາເຈົ້າກໍຈະບໍ່ຕອບ. 28 ຄັນຊັ້ນ ໃຫ້ເຈົ້າເວົ້າກັບເຂົາເຈົ້າຈັ່ງຊີ້ ‘ພວກເຈົ້າເປັນຊາດທີ່ບໍ່ເຊື່ອຟັງພະເຢໂຫວາພະເຈົ້າຂອງພວກເຈົ້າແລະບໍ່ຍອມຮັບການສັ່ງສອນ. ບໍ່ມີຜູ້ໃດສັດຊື່ເລີຍ. ແມ່ນແຕ່ການເປັນຄົນສັດຊື່ ພວກເຈົ້າກໍບໍ່ເວົ້າເຖິງຊ້ຳ.’+
29 ໃຫ້ຕັດຜົມຍາວຂອງພວກເຈົ້າແລະໂຍນຖິ້ມສະ ແລະໃຫ້ຮ້ອງເພງໄວ້ອາໄລຢູ່ເທິງໂນນພູຫົວໂລ້ນ ຍ້ອນພະເຢໂຫວາບໍ່ຍອມຮັບແລະຈະປະຖິ້ມຄົນເຫຼົ່ານີ້ທີ່ເຮັດໃຫ້ເພິ່ນໃຈຮ້າຍ. 30 ພະເຢໂຫວາເວົ້າວ່າ ‘ພວກຢູດາເຮັດສິ່ງທີ່ເຮົາເຫັນວ່າຊົ່ວ. ເຂົາເຈົ້າເອົາຮູບບູຊາຕ່າງໆທີ່ເປັນຕາຂີ້ດຽດໄປຕັ້ງໄວ້ໃນວິຫານທີ່ຖືກເອີ້ນຕາມຊື່ຂອງເຮົາເພື່ອເຮັດໃຫ້ວິຫານນັ້ນບໍ່ສະອາດ.+ 31 ເຂົາເຈົ້າສ້າງບ່ອນນະມັດສະການຢູ່ໂຕເຟັດ*ທີ່ຢູ່ຮ່ອມພູຮິນໂນມ*+ເພື່ອເອົາລູກຊາຍແລະລູກສາວໄປເຜົາບູຊາ+ ເຊິ່ງເປັນສິ່ງທີ່ເຮົາບໍ່ໄດ້ສັ່ງໃຫ້ເຂົາເຈົ້າເຮັດແລະບໍ່ເຄີຍຢູ່ໃນຄວາມຄິດຂອງເຮົາເລີຍ.’+
32 ພະເຢໂຫວາເວົ້າວ່າ ‘ອີກຈັກໜ້ອຍ ບ່ອນນັ້ນຈະບໍ່ຖືກເອີ້ນວ່າໂຕເຟັດຫຼືຮ່ອມພູຮິນໂນມ ແຕ່ຈະຖືກເອີ້ນວ່າຮ່ອມພູຂອງການຂ້າຟັນກັນ. ເຂົາເຈົ້າຈະຝັງສົບຢູ່ໂຕເຟັດຈົນບໍ່ມີບ່ອນຝັງເລີຍ.+ 33 ສົບຂອງຄົນເຫຼົ່ານີ້ຈະເປັນອາຫານຂອງນົກທີ່ຢູ່ເທິງຟ້າແລະສັດປ່າທີ່ຢູ່ເທິງແຜ່ນດິນ ແລະຈະບໍ່ມີໃຜໄລ່ພວກມັນໜີ.+ 34 ໃນເມືອງຕ່າງໆຂອງຢູດາແລະຢູ່ຕາມຫົນທາງຂອງເມືອງເຢຣູຊາເລັມ ເຮົາຈະເຮັດໃຫ້ສຽງຂອງຄວາມຍິນດີແລະຄວາມສຸກ ສຽງຂອງເຈົ້າບ່າວແລະເຈົ້າສາວບໍ່ມີອີກຕໍ່ໄປ.+ ແຜ່ນດິນນີ້ຈະຖືກທຳລາຍແລະເຫຼືອແຕ່ຊາກຫັກພັງ.’”+
8 ພະເຢໂຫວາບອກວ່າ: “ໃນຕອນນັ້ນ ກະດູກຂອງພວກກະສັດຢູດາ ກະດູກຂອງພວກເຈົ້ານາຍ ກະດູກຂອງພວກປະໂລຫິດ ກະດູກຂອງພວກຜູ້ພະຍາກອນ ແລະກະດູກຂອງຄົນທີ່ຢູ່ໃນເມືອງເຢຣູຊາເລັມຈະຖືກເອົາອອກມາຈາກບ່ອນຝັງສົບ. 2 ກະດູກເຫຼົ່ານີ້ຈະຖືກເອົາມາຢາຍໄວ້ຢູ່ໃຕ້ດວງຕາເວັນ ດວງເດືອນ ແລະດວງດາວທີ່ເຂົາເຈົ້າຮັກ ຮັບໃຊ້ ຕິດຕາມ ຊອກຫາ ແລະຂາບໄຫວ້.+ ຈະບໍ່ມີໃຜເອົາກະດູກເຫຼົ່ານີ້ມາລວມກັນຫຼືເອົາໄປຝັງ. ພວກມັນຈະກາຍເປັນຄືກັບຂີ້ສັດຢູ່ດິນ.”+
3 ພະເຢໂຫວາຜູ້ບັນຊາການກອງທັບບອກວ່າ: “ຄົນໃນຊາດທີ່ຊົ່ວນີ້ ເຊິ່ງລອດຊີວິດຢູ່ຕາມບ່ອນຕ່າງໆທີ່ເຮົາໄດ້ເຮັດໃຫ້ເຂົາເຈົ້າກະຈັດກະຈາຍໄປຈະຢາກຕາຍຫຼາຍກວ່າຢາກມີຊີວິດຢູ່.
4 ເຈົ້າຕ້ອງບອກເຂົາເຈົ້າວ່າ ‘ພະເຢໂຫວາເວົ້າວ່າ
“ຖ້າຄົນໜຶ່ງລົ້ມ ລາວຈະບໍ່ລຸກຂຶ້ນບໍ?
ຖ້າຄົນໜຶ່ງກັບຄືນຈາກທາງທີ່ລາວໄປ ອີກຄົນໜຶ່ງຈະບໍ່ກັບມານຳກັນບໍ?
5 ເປັນຫຍັງຄົນໃນເມືອງເຢຣູຊາເລັມບໍ່ສັດຊື່ຕໍ່ເຮົາຕະຫຼອດ?
ເຂົາເຈົ້າບໍ່ເຊົາຫຼອກລວງຈັກເທື່ອ.
ເຂົາເຈົ້າບໍ່ຍອມປ່ຽນແປງໂຕເອງ.+
6 ເຮົາຕັ້ງໃຈຟັງຕະຫຼອດ ແຕ່ເຂົາເຈົ້າບໍ່ໄດ້ເວົ້າສິ່ງທີ່ຖືກຕ້ອງເລີຍ.
ບໍ່ມີໃຜກັບໃຈຈາກຄວາມຊົ່ວຫຼືຖາມວ່າ ‘ຂ້ອຍໄດ້ເຮັດຫຍັງລົງໄປນໍ້?’+
ແຕ່ລະຄົນມັກກັບໄປເຮັດຕາມຄົນສ່ວນຫຼາຍຄືກັບມ້າທີ່ຟ້າວແລ່ນໄປສະໜາມຮົບ.
7 ຂະໜາດນົກກະສາກໍຍັງຮູ້ເວລາ*ກຳນົດຂອງມັນ
ນົກເຂົາແລະນົກອື່ນໆກໍຍັງອົບພະຍົບກັບມາກົງເວລາ
ແຕ່ປະຊາຊົນຂອງເຮົາບໍ່ເຂົ້າໃຈເວລາທີ່ເຮົາເຢໂຫວາຈະຕັດສິນເຂົາເຈົ້າ.”+
8 ພວກເຈົ້າເວົ້າໄດ້ແນວໃດວ່າ “ພວກເຮົາສະຫຼາດແລະພວກເຮົາມີກົດໝາຍ*ຂອງພະເຢໂຫວາ”?
ທັງໆທີ່ພວກຜູ້ຄັດລອກ*ໃຊ້ບິກ+ຂຽນແຕ່ເລື່ອງຕົວະເທົ່ານັ້ນ.
9 ຄົນສະຫຼາດຈະຕ້ອງຖືກເຮັດໃຫ້ອັບອາຍ.+
ເຂົາເຈົ້າຈະຢ້ານຫຼາຍແລະຕິດກັບດັກ.
ເຂົາເຈົ້າບໍ່ເຮັດຕາມຄຳເວົ້າຂອງພະເຢໂຫວາ
ແລ້ວເຂົາເຈົ້າຈະມີສະຕິປັນຍາໄດ້ແນວໃດ?
10 ດັ່ງນັ້ນ ເຮົາຈະເອົາເມຍຂອງເຂົາເຈົ້າໃຫ້ຜູ້ຊາຍຄົນອື່ນ
ແລະເອົາທົ່ງນາຂອງເຂົາເຈົ້າໃຫ້ຄົນອື່ນ+
ຍ້ອນທຸກຄົນຕັ້ງແຕ່ເດັກນ້ອຍຈົນຮອດຜູ້ໃຫຍ່ເຮັດສິ່ງທີ່ບໍ່ສັດຊື່ເພື່ອຈະໄດ້ຜົນປະໂຫຍດ.+
ພວກຜູ້ພະຍາກອນແລະພວກປະໂລຫິດກໍສໍ້ໂກງໝົດທຸກຄົນ.+
11 ເຂົາເຈົ້າພະຍາຍາມປິ່ນປົວບາດ*ໃຫ້ລູກສາວຂອງເຮົາແລະປະຊາຊົນຂອງເຮົາແບບພໍເປັນພິທີ*ຊື່ໆໂດຍເວົ້າວ່າ
“ມີຄວາມສະຫງົບສຸກແລ້ວ! ມີຄວາມສະຫງົບສຸກແລ້ວ!”
ທັງໆທີ່ບໍ່ໄດ້ມີຄວາມສະຫງົບສຸກເລີຍ.+
12 ເຂົາເຈົ້າຮູ້ສຶກອາຍຍ້ອນສິ່ງທີ່ເປັນຕາຂີ້ດຽດທີ່ເຂົາເຈົ້າໄດ້ເຮັດບໍ?
ເຂົາເຈົ້າບໍ່ຮູ້ສຶກອາຍເລີຍ.
ເຂົາເຈົ້າບໍ່ຮູ້ຊ້ຳວ່າການຮູ້ສຶກອາຍເປັນແນວໃດ.+
ຍ້ອນແນວນີ້ ເຂົາເຈົ້າຈະຕາຍໄປກັບຄົນທີ່ຖືກຂ້າແລ້ວ.
ເມື່ອເຮົາລົງໂທດເຂົາເຈົ້າ ເຂົາເຈົ້າຈະສະດຸດລົ້ມ.’+ ພະເຢໂຫວາເວົ້າໄວ້ແນວນີ້.
13 ພະເຢໂຫວາເວົ້າວ່າ ‘ເມື່ອເຮົາລວບລວມເຂົາເຈົ້າແລ້ວ ເຮົາຈະເຮັດໃຫ້ເຂົາເຈົ້າເຈິຈຸດຈົບ.
ຈະບໍ່ມີໝາກລະແຊັງເຫຼືອຢູ່ເຄືອ ຈະບໍ່ມີໝາກເດື່ອເຫຼືອຢູ່ຕົ້ນ ແລະໃບກໍຈະຫ່ຽວແຫ້ງ.
ເຂົາເຈົ້າຈະສູນເສຍສິ່ງທີ່ເຮົາເອົາໃຫ້ເຂົາເຈົ້າໄປໝົດ.’”
14 “ເປັນຫຍັງພວກເຮົາມານັ່ງຢູ່ນີ້?
ໃຫ້ພວກເຮົາມາລວມໂຕກັນແລະເຂົ້າໄປຕາຍໃນເມືອງຕ່າງໆທີ່ມີກຳແພງອ້ອມ+ດີກວ່າ
ເພາະຈັ່ງໃດພະເຢໂຫວາພະເຈົ້າຂອງພວກເຮົາກໍຈະກຳຈັດພວກເຮົາ
ແລະເອົານ້ຳທີ່ມີພິດໃຫ້ພວກເຮົາກິນຢູ່ແລ້ວ+
ຍ້ອນພວກເຮົາເຮັດຜິດຕໍ່ພະເຢໂຫວາ.
15 ພວກເຮົາລໍຖ້າຄວາມສະຫງົບສຸກ ແຕ່ກໍບໍ່ມີສິ່ງດີໆມາເລີຍ.
ພວກເຮົາລໍຖ້າເວລາທີ່ຈະຖືກປິ່ນປົວ ແຕ່ພັດມີແຕ່ຄວາມຢ້ານ.+
16 ຕັ້ງແຕ່ເມືອງດານ ມີສຽງຮ້ອງຂອງມ້າ
ແລະສຽງມ້າແລ່ນ
ເຊິ່ງເຮັດໃຫ້ແຜ່ນດິນສັ່ນສະເທືອນ.
ພວກສັດຕູເຂົ້າມາໃນແຜ່ນດິນນີ້ແລະທຳລາຍທຸກສິ່ງທຸກຢ່າງ.
ເຂົາເຈົ້າທຳລາຍເມືອງແລະຄົນທີ່ຢູ່ໃນເມືອງ.”
17 ພະເຢໂຫວາເວົ້າວ່າ: “ເຮົາກຳລັງຈະສົ່ງງູມາຫາພວກເຈົ້າ.
ພວກມັນເປັນງູພິດທີ່ຄວບຄຸມບໍ່ໄດ້*
ແລະພວກມັນຈະຕອດພວກເຈົ້າແນ່ນອນ.”
18 ຂ້ອຍຮູ້ສຶກໂສກເສົ້າບໍ່ເຊົາ
ແລະຫົວໃຈຂອງຂ້ອຍກໍແຕກສະຫຼາຍ.
19 ມີສຽງຮ້ອງຂໍຄວາມຊ່ວຍເຫຼືອ
ຂອງຄົນຊາດດຽວກັນກັບຂ້ອຍຈາກແຜ່ນດິນທີ່ຢູ່ໄກໆວ່າ:
“ພະເຢໂຫວາບໍ່ໄດ້ຢູ່ຊີໂອນແລ້ວບໍ?
ເມືອງນີ້ບໍ່ມີກະສັດແລ້ວບໍ?”
“ເປັນຫຍັງເຂົາເຈົ້າຈຶ່ງເຮັດໃຫ້ເຮົາໃຈຮ້າຍຍ້ອນຮູບບູຊາຕ່າງໆ
ແລະຍ້ອນພະເຈົ້າທີ່ບໍ່ມີຄ່າຂອງຄົນຕ່າງຊາດ?”
20 “ລະດູເກັບກ່ຽວກໍຜ່ານໄປແລ້ວແລະລະດູຮ້ອນກໍຫວິດແລ້ວ
ແຕ່ຍັງບໍ່ມີໃຜຊ່ວຍພວກເຮົາໃຫ້ລອດ!”
21 ຂ້ອຍຮູ້ສຶກເຈັບປວດຍ້ອນບາດແຜຂອງຄົນຊາດດຽວກັນກັບຂ້ອຍ+
ຂ້ອຍຮູ້ສຶກເສົ້າ
ແລະຢ້ານຫຼາຍ.
22 ຢູ່ກິລຽດບໍ່ມີນ້ຳມັນຫອມ*ບໍ?+
ຢູ່ຫັ້ນບໍ່ມີຄົນປິ່ນປົວ*ບໍ?+
ເປັນຫຍັງຄົນຊາດດຽວກັນກັບຂ້ອຍຈຶ່ງຍັງບໍ່ໄດ້ຮັບການປິ່ນປົວ?+
9 ຂ້ອຍຢາກໃຫ້ຫົວຂອງຂ້ອຍເປັນຄືນ້ຳອອກບໍ່
ແລະຢາກໃຫ້ຕາຂອງຂ້ອຍເປັນຄືນ້ຳພຸ+
ເພື່ອຂ້ອຍຈະໄດ້ຮ້ອງໄຫ້ໝົດມື້ໝົດຄືນ
ໃຫ້ຄົນຊາດດຽວກັນກັບຂ້ອຍທີ່ຖືກຂ້າ.
2 ຂ້ອຍຢາກຮູ້ວ່າຈະຊອກຫາບ່ອນພັກໄດ້ຢູ່ໃສໃນບ່ອນກັນດານ
ເພື່ອຂ້ອຍຈະຖິ້ມຄົນຊາດດຽວກັນກັບຂ້ອຍແລະໜີໄປຢູ່ຫັ້ນ
ຍ້ອນເຂົາເຈົ້າທຸກຄົນເປັນຄົນຫຼິ້ນຊູ້+
ແລະເປັນຄົນທໍລະຍົດ.
3 ເຂົາເຈົ້າພ້ອມຈະຕົວະຄືກັບຄັນທະນູທີ່ກົ່ງໄວ້ພ້ອມຈະຍິງ.
ແຜ່ນດິນກໍມີແຕ່ການຫຼອກລວງແລະບໍ່ມີຄວາມສັດຊື່ເລີຍ.+
ພະເຢໂຫວາບອກວ່າ: “ເຂົາເຈົ້າເຮັດຊົ່ວແລ້ວເຮັດຊົ່ວອີກ
ແລະບໍ່ສົນໃຈເຮົາເລີຍ.+
4 ພວກເຈົ້າທຸກຄົນ ໃຫ້ລະວັງເພື່ອນບ້ານຂອງພວກເຈົ້າ
ແລະຢ່າໄວ້ໃຈແມ່ນແຕ່ອ້າຍນ້ອງຂອງໂຕເອງ
ຍ້ອນອ້າຍນ້ອງທຸກຄົນຂອງພວກເຈົ້າເປັນຄົນທໍລະຍົດ+
ແລະເພື່ອນບ້ານທຸກຄົນຂອງພວກເຈົ້າເປັນຄົນມັກໃສ່ຮ້າຍ.+
5 ແຕ່ລະຄົນໂກງເພື່ອນບ້ານຂອງໂຕເອງ
ແລະບໍ່ມີໃຜເວົ້າຄວາມຈິງເລີຍ.
ເຂົາເຈົ້າຝຶກລີ້ນຂອງໂຕເອງໃຫ້ເວົ້າຕົວະ+
ແລະເຮັດຜິດຫຼາຍຈົນເມື່ອຍ.
6 ເຈົ້າຢູ່ກັບການເວົ້າຕົວະ.
ເຂົາເຈົ້າຫຼອກລວງແລະບໍ່ຢາກຮູ້ຈັກເຮົາ.” ພະເຢໂຫວາເວົ້າໄວ້ແນວນີ້.
7 ພະເຢໂຫວາຜູ້ບັນຊາການກອງທັບຈຶ່ງບອກວ່າ:
“ເຮົາຈະຫຼອມເຂົາເຈົ້າແລະທົດສອບເຂົາເຈົ້າ.+
ເຮົາຈະເຮັດຫຍັງໄດ້ອີກເພື່ອປະຊາຊົນຂອງເຮົາ?*
8 ລີ້ນຂອງເຂົາເຈົ້າເວົ້າຫຼອກລວງແລະເປັນຄືກັບລູກທະນູທີ່ເຮັດໃຫ້ເຖິງຕາຍ.
ເຂົາເຈົ້າເວົ້າດີກັບເພື່ອນບ້ານ
ແຕ່ໃນໃຈພັດຄິດຈະທຳຮ້າຍ.”
9 ພະເຢໂຫວາເວົ້າວ່າ: “ເຮົາຄວນຈະໃຫ້ເຂົາເຈົ້າຮັບຜິດຊອບກັບສິ່ງເຫຼົ່ານີ້ບໍ່ແມ່ນບໍ?
ເຮົາຄວນຈະແກ້ແຄ້ນຄົນໃນຊາດນີ້ບໍ່ແມ່ນບໍ?+
10 ເຮົາຈະຮ້ອງໄຫ້ແລະໄວ້ທຸກໃຫ້ພູຕ່າງໆ
ແລະຮ້ອງເພງໄວ້ອາໄລໃຫ້ທົ່ງຫຍ້າໃນບ່ອນກັນດານ
ຍ້ອນພວກມັນຖືກຈູດໝົດແລ້ວຈົນບໍ່ມີໃຜຜ່ານໄປຜ່ານມາ
ແມ່ນແຕ່ສຽງຂອງສັດກໍບໍ່ມີ.
ນົກແລະສັດປ່າຕ່າງໆກໍພາກັນໜີໝົດ.+
11 ເຮົາຈະເຮັດໃຫ້ເຢຣູຊາເລັມກາຍເປັນກອງຫີນ+ແລະເປັນບ່ອນຢູ່ຂອງໝາໄນ.+
ເຮົາຈະເຮັດໃຫ້ເມືອງຕ່າງໆຂອງຢູດາຮ້າງເປົ່າແລະບໍ່ມີໃຜອາໄສຢູ່.+
12 ແມ່ນໃຜສະຫຼາດພໍທີ່ຈະເຂົ້າໃຈເລື່ອງນີ້?
ພະເຢໂຫວາໄດ້ເວົ້າກັບໃຜເພື່ອລາວຈະປະກາດເລື່ອງນີ້ໄດ້?
ເປັນຫຍັງແຜ່ນດິນຈຶ່ງຖືກທຳລາຍ?
ຍ້ອນຫຍັງມັນຈຶ່ງຖືກຈູດຄືກັບບ່ອນກັນດານ
ແລະບໍ່ມີໃຜຜ່ານໄປຜ່ານມາ?”
13 ພະເຢໂຫວາຕອບວ່າ: “ຍ້ອນເຂົາເຈົ້າບໍ່ຍອມຮັບກົດໝາຍ*ທີ່ເຮົາໃຫ້ເຂົາເຈົ້າ ເຂົາເຈົ້າບໍ່ເຮັດຕາມແລະບໍ່ເຊື່ອຟັງເຮົາ 14 ເຂົາເຈົ້າເປັນຄົນຫົວແຂງແລະເຮັດຕາມໃຈໂຕເອງ+ ເຂົາເຈົ້າໄປນະມັດສະການພະບາອານຄືກັບທີ່ປູ່ຍ່າຕານາຍຂອງເຂົາເຈົ້າໄດ້ສອນໄວ້.+ 15 ຍ້ອນແນວນີ້ ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນຈຶ່ງເວົ້າວ່າ ‘ເຮົາຈະໃຫ້ຄົນຊາດນີ້ກິນຕົ້ນໄມ້ຂົມແລະກິນນ້ຳທີ່ມີພິດ.+ 16 ເຮົາຈະໃຫ້ເຂົາເຈົ້າກະຈັດກະຈາຍໄປຢູ່ນຳຊາດຕ່າງໆທີ່ເຂົາເຈົ້າແລະປູ່ຍ່າຕານາຍຂອງເຂົາເຈົ້າບໍ່ຮູ້ຈັກ.+ ເຮົາຈະໃຫ້ສັດຕູຈັບດາບໄລ່ນຳເຂົາເຈົ້າຈົນກວ່າເຮົາຈະກຳຈັດເຂົາເຈົ້າຈົນໝົດ.’+
17 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ
‘ໃຫ້ຄິດຄັກໆກ່ຽວກັບສິ່ງທີ່ກຳລັງເກີດຂຶ້ນ
ໃຫ້ເອີ້ນພວກຜູ້ຍິງທີ່ຮ້ອງເພງໄວ້ທຸກມາ+
ແລະໃຫ້ສົ່ງຄົນໄປພາພວກຜູ້ຍິງທີ່ຮ້ອງໄຫ້ເກັ່ງໆມາ
18 ເພື່ອທີ່ເຂົາເຈົ້າຈະຟ້າວມາຮ້ອງໄຫ້ໄວ້ທຸກໃຫ້ພວກເຮົາ
ເພື່ອທີ່ພວກເຮົາຈະມີນ້ຳຕາໄຫຼອອກມາຄືກັບສາຍນ້ຳ
ແລະເພື່ອທີ່ນ້ຳຈະໄຫຼອອກມາຈາກຕາຂອງພວກເຮົາ.+
19 ມີສຽງຮ້ອງໄຫ້ໄວ້ທຸກດັງມາຈາກຊີໂອນວ່າ+
“ພວກເຮົາຖືກທຳລາຍແລ້ວ!
ພວກເຮົາອັບອາຍຂາຍໜ້າຫຼາຍ!
ພວກເຮົາຖືກບັງຄັບໃຫ້ອອກຈາກແຜ່ນດິນແລະເຂົາເຈົ້າໄດ້ທຳລາຍເຮືອນຂອງພວກເຮົາແລ້ວ.”+
20 ພວກຜູ້ຍິງເອີ້ຍ ໃຫ້ຟັງສຽງຂອງພະເຢໂຫວາ.
ຂໍໃຫ້ພວກເຈົ້າຟັງສິ່ງທີ່ເພິ່ນເວົ້າ.
ໃຫ້ສອນເພງໄວ້ອາໄລນີ້ໃຫ້ລູກສາວຂອງພວກເຈົ້າ
ແລະໃຫ້ສອນເພງໄວ້ທຸກນີ້ໃຫ້ກັນແລະກັນ+
21 ຍ້ອນຄວາມຕາຍປີນເຂົ້າມາທາງປ່ອງຢ້ຽມຂອງພວກເຮົາ.
ມັນໄດ້ເຂົ້າມາໃນປ້ອມສູງຕ່າງໆຂອງພວກເຮົາ
ເພື່ອຈັບພວກເດັກນ້ອຍໄປຈາກຫົນທາງ
ແລະຈັບພວກຊາຍໜຸ່ມໄປຈາກເດີ່ນຂອງເມືອງ.’+
22 ໃຜເວົ້າວ່າ ‘ພະເຢໂຫວາບອກວ່າ
“ຊາກສົບຂອງຄົນຈະເປັນຄືກັບຂີ້ສັດຢູ່ຕາມທົ່ງຫຍ້າ
ແລະເປັນຄືກັບເຂົ້າທີ່ຫາກໍກ່ຽວ
ເຊິ່ງບໍ່ມີໃຜມາລວບລວມແລະເອົາໄປ.”’”+
23 ພະເຢໂຫວາບອກວ່າ:
“ຢ່າໃຫ້ຄົນສະຫຼາດອວດວ່າລາວມີສະຕິປັນຍາ+
ຢ່າໃຫ້ຄົນທີ່ແຂງແຮງອວດວ່າລາວມີກຳລັງ
ແລະຢ່າໃຫ້ຄົນລວຍອວດວ່າລາວມີຊັບສົມບັດ.+
24 ແຕ່ໃຫ້ຄົນທີ່ຢາກອວດ ອວດດ້ວຍຄວາມພູມໃຈວ່າ
ລາວມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບເຮົາ.+
ໃຫ້ອວດວ່າເຮົາແມ່ນເຢໂຫວາຜູ້ທີ່ສະແດງຄວາມຮັກທີ່ໝັ້ນຄົງ ຄວາມຍຸຕິທຳ ແລະຄວາມຖືກຕ້ອງໃນໂລກນີ້+
ຍ້ອນເຮົາພໍໃຈກັບສິ່ງເຫຼົ່ານີ້.”+ ພະເຢໂຫວາເວົ້າໄວ້ແນວນີ້.
25 ພະເຢໂຫວາບອກວ່າ: “ອີກຈັກໜ້ອຍ ເຮົາຈະລົງໂທດທຸກຄົນ ທັງຄົນທີ່ຮັບສິນຕັດແລະຄົນທີ່ຍັງບໍ່ໄດ້ຮັບສິນຕັດ+ 26 ເຊິ່ງກໍຄືຄົນເອຢິບ+ ຄົນຢູດາ+ ຄົນເອໂດມ+ ຄົນອຳໂມນ+ ຄົນໂມອາບ+ ແລະທຸກຄົນທີ່ຢູ່ບ່ອນກັນດານເຊິ່ງໄດ້ແຖຜົມຂ້າງຫູອອກ+ ຍ້ອນທຸກຊາດເປັນຄົນຫົວແຂງ*ແລະຄົນອິດສະຣາເອນທຸກຄົນບໍ່ເຊື່ອຟັງ.”*+
10 ພວກອິດສະຣາເອນເອີ້ຍ ໃຫ້ຟັງຄຳເຕືອນທີ່ພະເຢໂຫວາຈະບອກພວກເຈົ້າ. 2 ພະເຢໂຫວາບອກວ່າ:
“ຢ່າເຮັດຕາມທຳນຽມຂອງຊາດຕ່າງໆ+
ແລະຢ່າຢ້ານສັນຍານຕ່າງໆທີ່ຢູ່ເທິງທ້ອງຟ້າ
ຄືກັບທີ່ຊາດຕ່າງໆຢ້ານ.+
3 ທຳນຽມຂອງຊາດຕ່າງໆເປັນສິ່ງທີ່ບໍ່ມີປະໂຫຍດ.
ຊ່າງໄດ້ຕັດຕົ້ນໄມ້ມາຈາກປ່າ
ແລະກໍເອົາຕົ້ນໄມ້ນັ້ນມາເຮັດເປັນຮູບບູຊາ.+
5 ຮູບບູຊາເຫຼົ່ານັ້ນເປັນຄືກັບຫຸ່ນໄລ່ກາຢູ່ສວນໝາກແຕງ. ພວກມັນເວົ້າບໍ່ໄດ້.+
ພວກມັນຕ້ອງຖືກຫາມໄປ ຍ້ອນວ່າຍ່າງບໍ່ໄດ້.+
ບໍ່ຕ້ອງຢ້ານພວກມັນ ຍ້ອນພວກມັນເຮັດອັນຕະລາຍຫຍັງບໍ່ໄດ້
ແລະເຮັດແນວດີໆຫຍັງກໍບໍ່ໄດ້.”+
6 ພະເຢໂຫວາເອີ້ຍ ບໍ່ມີໃຜຄືກັບພະອົງ.+
ພະອົງຍິ່ງໃຫຍ່ ຊື່ຂອງພະອົງກໍຍິ່ງໃຫຍ່ແລະສະແດງໃຫ້ເຫັນລິດເດດຂອງພະອົງ.
7 ພະເຈົ້າຜູ້ເປັນກະສັດຂອງຊາດຕ່າງໆເອີ້ຍ+ ໃຜຈະບໍ່ຢ້ານພະອົງ? ພະອົງສົມຄວນໄດ້ຮັບຄວາມນັບຖືແລະການຢ້ານຢຳ.
ພວກຄົນສະຫຼາດຂອງຊາດຕ່າງໆແລະຂອງປະເທດຕ່າງໆກໍບໍ່ມີໃຜທຽບພະອົງໄດ້ເລີຍ.+
8 ເຂົາເຈົ້າທຸກຄົນເປັນຄົນບໍ່ມີເຫດຜົນແລະໂງ່ຫຼາຍ.+
ຄຳສອນຈາກຮູບບູຊາທີ່ເປັນໄມ້ບໍ່ມີປະໂຫຍດຫຍັງເລີຍ.+
9 ຊ່າງສີໄມ້ລາຍມືແລະຊ່າງຄຳໄດ້ເອົາສິ່ງຕ່າງໆມາໂອບໄມ້
ມີທັງແຜ່ນເງິນທີ່ນຳເຂົ້າຈາກຕາຊິດ+ແລະຄຳຈາກອຸຟາດ.
ເຂົາເຈົ້າເອົາດ້າຍສີຟ້າແລະດ້າຍຂົນແກະທີ່ຍ້ອມສີມ່ວງມາເຮັດເປັນເຄື່ອງນຸ່ງໃຫ້ພວກມັນ.
ພວກມັນເປັນຜົນງານຂອງຊ່າງທີ່ເກັ່ງໆ.
10 ແຕ່ພະເຢໂຫວາເປັນພະເຈົ້າທ່ຽງແທ້.
ເພິ່ນເປັນພະເຈົ້າຜູ້ມີຊີວິດຢູ່+ແລະເປັນກະສັດຕະຫຼອດໄປ.+
ເມື່ອເພິ່ນໃຈຮ້າຍ ແຜ່ນດິນກໍສັ່ນສະເທືອນ+
ແລະບໍ່ມີຊາດໃດຈະທົນໄດ້ເມື່ອຖືກເພິ່ນຕຳໜິ.
11* ຍ້ອນແນວນີ້ ເຈົ້າຕ້ອງບອກເຂົາເຈົ້າວ່າ:
“ພະເຈົ້າຕ່າງໆທີ່ບໍ່ໄດ້ສ້າງຟ້າແລະໂລກ
ຈະຖືກທຳລາຍຈົນໝົດໄປຈາກໂລກແລະຈາກໃຕ້ຟ້າ.”+
12 ເພິ່ນເປັນຜູ້ສ້າງໂລກດ້ວຍລິດເດດຂອງເພິ່ນ
ເພິ່ນເປັນຜູ້ສ້າງແຜ່ນດິນທີ່ອຸດົມສົມບູນດ້ວຍສະຕິປັນຍາຂອງເພິ່ນ+
ແລະເພິ່ນເປັນຜູ້ພືທ້ອງຟ້າອອກດ້ວຍຄວາມເຂົ້າໃຈຂອງເພິ່ນ.+
13 ເມື່ອເພິ່ນເປັ່ງສຽງ
ນ້ຳທີ່ຢູ່ເທິງຟ້າກໍປັ່ນປ່ວນ.+
14 ມະນຸດທຸກຄົນເຮັດສິ່ງທີ່ບໍ່ມີເຫດຜົນແລະເຮັດແບບບໍ່ມີຄວາມຮູ້.
ຊ່າງເງິນຊ່າງຄຳຈະຕ້ອງອັບອາຍຂາຍໜ້າຍ້ອນຮູບແກະສະຫຼັກ+
ຍ້ອນຮູບບູຊາທີ່ເຂົາເຈົ້າຫຼໍ່ຂຶ້ນມາເປັນເລື່ອງຫຼອກລວງ
15 ພວກມັນບໍ່ມີປະໂຫຍດຫຍັງແລະເປັນຕາໜ້າເຍາະເຍີ້ຍ.+
ເມື່ອຮອດມື້ຕັດສິນ ພວກມັນກໍຈະຖືກທຳລາຍ.
16 ພະເຈົ້າ*ຂອງຢາໂຄບບໍ່ຄືກັບຮູບບູຊາເຫຼົ່ານັ້ນ
ຍ້ອນເພິ່ນເປັນຜູ້ສ້າງທຸກສິ່ງທຸກຢ່າງ
ແລະອິດສະຣາເອນເປັນໄມ້ຄ້ອນເທົ້າຂອງຊັບສົມບັດ*ຂອງເພິ່ນ.+
ຊື່ຂອງເພິ່ນແມ່ນພະເຢໂຫວາຜູ້ບັນຊາການກອງທັບ.+
17 ຜູ້ຍິງທີ່ຖືກລ້ອມ*ເອີ້ຍ
ໃຫ້ລວບລວມເຄື່ອງຂອງຂອງເຈົ້າ
18 ຍ້ອນພະເຢໂຫວາບອກວ່າ:
“ເຮົາກຳລັງຈະໂຍນ*ຄົນທີ່ຢູ່ໃນແຜ່ນດິນນີ້ອອກໄປ+
ແລະເຮົາຈະເຮັດໃຫ້ເຂົາເຈົ້າເຈິຄວາມທຸກ.”
19 ຂ້ອຍຕ້ອງຈິບຫາຍແທ້ໆ ຍ້ອນໃຈຂອງຂ້ອຍແຕກສະຫຼາຍແລ້ວ!+
ບາດແຜຂອງຂ້ອຍປົວບໍ່ໄດ້.
ຂ້ອຍເວົ້າວ່າ: “ນີ້ແມ່ນຄວາມເຈັບປ່ວຍຂອງຂ້ອຍແລະຂ້ອຍຕ້ອງທົນມັນໃຫ້ໄດ້.
20 ເຕັ້ນຂອງຂ້ອຍຖືກທຳລາຍແລະເຊືອກເຕັ້ນກໍຂາດໝົດແລ້ວ.+
ພວກລູກຊາຍຂອງຂ້ອຍໄດ້ຖິ້ມຂ້ອຍໄປແລະບໍ່ຢູ່ນີ້ແລ້ວ.+
ບໍ່ມີໃຜຊ່ວຍຂ້ອຍກາງເຕັ້ນແລະພືຜ້າເຕັ້ນອີກແລ້ວ.
21 ຍ້ອນພວກຜູ້ລ້ຽງແກະເຮັດສິ່ງຕ່າງໆແບບບໍ່ຮູ້ຈັກຄິດ+
ແລະເຂົາເຈົ້າບໍ່ໄດ້ຖາມພະເຢໂຫວາເລີຍ+
ເຂົາເຈົ້າຈຶ່ງເຮັດສິ່ງຕ່າງໆແບບບໍ່ມີຄວາມເຂົ້າໃຈ
ແລະຝູງແກະທັງໝົດຂອງເຂົາເຈົ້າກໍກະຈັດກະຈາຍໄປ.”+
22 ຟັງເດີ້! ນີ້ແມ່ນຂ່າວທີ່ພວກເຮົາຫາກໍໄດ້ຮັບ!
ຄວາມສັບສົນວຸ່ນວາຍກຳລັງມາຈາກປະເທດທີ່ຢູ່ທາງເໜືອ.+
ກອງທັບກຳລັງມາເຮັດໃຫ້ເມືອງຕ່າງໆຂອງຢູດາຮ້າງເປົ່າແລະກາຍເປັນບ່ອນຢູ່ຂອງພວກໝາໄນ.+
23 ພະເຢໂຫວາເອີ້ຍ ລູກຮູ້ດີວ່າມະນຸດບໍ່ສາມາດກຳນົດແນວທາງຊີວິດຂອງໂຕເອງໄດ້.
ແມ່ນແຕ່ບາດກ້າວຂອງໂຕເອງ ເຂົາເຈົ້າກໍຍັງກຳນົດບໍ່ໄດ້ຊ້ຳ.+
24 ພະເຢໂຫວາເອີ້ຍ ຂໍພະອົງສັ່ງສອນລູກຕາມທີ່ພະອົງເຫັນວ່າເໝາະສົມ
ແຕ່ຂໍພະອົງຢ່າເຮັດດ້ວຍຄວາມໃຈຮ້າຍ.+ ຄັ້ນບໍ່ຊັ້ນ ລູກກໍຄືຊິຕາຍແທ້ໆ.+
25 ຂໍພະອົງເທຄວາມໃຈຮ້າຍໃສ່ຊາດຕ່າງໆທີ່ບໍ່ສົນໃຈພະອົງ+
ແລະເທໃສ່ຕະກູນຕ່າງໆທີ່ບໍ່ສັນລະເສີນຊື່ຂອງພະອົງ
ຍ້ອນເຂົາເຈົ້າຂ້າລູກຫຼານຂອງຢາໂຄບ+
ໂດຍຊອກຫາວິທີກຳຈັດຄົນເຫຼົ່ານັ້ນຈົນເກືອບບໍ່ເຫຼືອ+
ແລະຍ້ອນເຂົາເຈົ້າເຮັດໃຫ້ບ້ານເກີດເມືອງນອນຂອງລາວຮ້າງເປົ່າ.+
11 ພະເຢໂຫວາເວົ້າກັບເຢເຣມີຢາວ່າ: 2 “ໃຫ້ທຸກຄົນຟັງເນື້ອໃນຂອງຄຳສັນຍານີ້!
ໃຫ້ເຈົ້າ*ໄປເວົ້າກັບຄົນຢູດາແລະຄົນຢູ່ໃນເມືອງເຢຣູຊາເລັມ 3 ແລະບອກເຂົາເຈົ້າວ່າ ‘ພະເຢໂຫວາພະເຈົ້າຂອງອິດສະຣາເອນບອກວ່າ “ຄົນທີ່ບໍ່ເຊື່ອຟັງເນື້ອໃນຂອງຄຳສັນຍານີ້ຈະຖືກສາບແຊ່ງ.+ 4 ເຮົາເຄີຍສັ່ງປູ່ຍ່າຕານາຍຂອງພວກເຈົ້າກ່ຽວກັບເລື່ອງເຫຼົ່ານີ້ໃນມື້ທີ່ເຮົາພາເຂົາເຈົ້າອອກມາຈາກແຜ່ນດິນເອຢິບ+ ເຊິ່ງເປັນບ່ອນທີ່ເຮັດໃຫ້ທຸກລຳບາກຫຼາຍຄືກັບຢູ່ໃນເຕົາຫຼອມເຫຼັກ.+ ເຮົາບອກເຂົາເຈົ້າວ່າ ‘ໃຫ້ເຊື່ອຟັງເຮົາແລະເຮັດທຸກສິ່ງທີ່ເຮົາສັ່ງພວກເຈົ້າ ແລ້ວພວກເຈົ້າຈະເປັນປະຊາຊົນຂອງເຮົາແລະເຮົາຈະເປັນພະເຈົ້າຂອງພວກເຈົ້າ.+ 5 ຖ້າພວກເຈົ້າເຮັດແນວນີ້ ເຮົາຈະເຮັດຕາມຄຳສັນຍາທີ່ໄດ້ສາບານໄວ້ກັບປູ່ຍ່າຕານາຍຂອງພວກເຈົ້າວ່າເຮົາຈະເອົາແຜ່ນດິນທີ່ມີນ້ຳນົມກັບນ້ຳເຜີ້ງຫຼາຍໃຫ້ເຂົາເຈົ້າ+ ແມ່ນແຕ່ໃນມື້ນີ້ຄຳສັນຍານັ້ນກໍຍັງໃຊ້ໄດ້ຢູ່.’”’”
ແລ້ວຂ້ອຍກໍຕອບວ່າ: “ອາແມນ* ພະເຢໂຫວາ.”
6 ແລ້ວພະເຢໂຫວາກໍເວົ້າກັບຂ້ອຍວ່າ: “ໃຫ້ປະກາດຢູ່ເມືອງຕ່າງໆຂອງຢູດາແລະຢູ່ຕາມຫົນທາງໃນເມືອງເຢຣູຊາເລັມວ່າ ‘ໃຫ້ທຸກຄົນຟັງເນື້ອໃນຂອງຄຳສັນຍານີ້ແລະເຮັດຕາມ. 7 ເຮົາໄດ້ເຕືອນປູ່ຍ່າຕານາຍຂອງພວກເຈົ້າຢ່າງໜັກແໜ້ນໃນມື້ທີ່ເຮົາພາເຂົາເຈົ້າອອກມາຈາກແຜ່ນດິນເອຢິບໂດຍບອກວ່າ “ໃຫ້ເຊື່ອຟັງເຮົາ”+ ແລະເຮົາກໍເຕືອນແລ້ວເຕືອນອີກ*ຈົນຮອດທຸກມື້ນີ້ ແຕ່ເຂົາເຈົ້າພັດບໍ່ເຊື່ອຟັງເຮົາແລະບໍ່ສົນໃຈເລີຍ. 8 ເຂົາເຈົ້າແຕ່ລະຄົນເປັນຄົນຫົວແຂງແລະເຮັດຕາມໃຈຊົ່ວໆຂອງໂຕເອງຕະຫຼອດ.+ ເຂົາເຈົ້າບໍ່ຍອມເຮັດຕາມສິ່ງທີ່ເຮົາໄດ້ສັ່ງໄວ້. ດັ່ງນັ້ນ ເຮົາຈຶ່ງເຮັດໃຫ້ທຸກສິ່ງໃນຄຳສັນຍານີ້ເກີດຂຶ້ນກັບເຂົາເຈົ້າ.’”
9 ພະເຢໂຫວາເວົ້າກັບຂ້ອຍອີກວ່າ: “ຄົນຢູດາແລະຄົນໃນເມືອງເຢຣູຊາເລັມໄດ້ລວມຫົວກັນກະບົດຕໍ່ເຮົາ. 10 ເຂົາເຈົ້າເຮັດຜິດຄືກັບປູ່ຍ່າຕານາຍຂອງເຂົາເຈົ້າທີ່ບໍ່ຍອມເຊື່ອຟັງເຮົາ+ ແລະເຂົາເຈົ້າກໍໄດ້ໄປນະມັດສະການແລະຮັບໃຊ້ພະເຈົ້າອື່ນຄືກັນ.+ ພວກອິດສະຣາເອນແລະພວກຢູດາບໍ່ໄດ້ເຮັດຕາມຄຳສັນຍາທີ່ເຮົາໄດ້ເຮັດກັບປູ່ຍ່າຕານາຍຂອງເຂົາເຈົ້າ.+ 11 ຍ້ອນແນວນີ້ ພະເຢໂຫວາຈຶ່ງເວົ້າວ່າ ‘ເຮົາຈະໃຫ້ເຂົາເຈົ້າເຈິຄວາມຈິບຫາຍ+ທີ່ເຂົາເຈົ້າຈະບໍ່ມີທາງໜີລອດໄດ້. ເມື່ອເຂົາເຈົ້າຮ້ອງຂໍໃຫ້ເຮົາຊ່ວຍ ເຮົາກໍຈະບໍ່ຟັງ.+ 12 ແລ້ວຄົນຢູ່ໃນເມືອງຕ່າງໆຂອງຢູດາແລະຄົນຢູ່ໃນເມືອງເຢຣູຊາເລັມຈະໄປຫາພະເຈົ້າຕ່າງໆທີ່ເຂົາເຈົ້າເອົາເຄື່ອງບູຊາ*ໃຫ້ເພື່ອຂໍຄວາມຊ່ວຍເຫຼືອ+ ແຕ່ພະເຈົ້າເຫຼົ່ານັ້ນຈະບໍ່ມີທາງຊ່ວຍເຂົາເຈົ້າໃຫ້ລອດຈາກຄວາມຈິບຫາຍໄດ້. 13 ຢູດາເອີ້ຍ ພະເຈົ້າຂອງເຈົ້າມີຫຼາຍສ່ຳກັບເມືອງຂອງເຈົ້າແລ້ວ ແລະແທ່ນບູຊາທີ່ເປັນຕາອາຍ*ທີ່ເຈົ້າຕັ້ງໄວ້ ເຊິ່ງກໍຄືແທ່ນທີ່ໃຊ້ເພື່ອເອົາເຄື່ອງບູຊາໃຫ້ພະບາອານກໍມີຫຼາຍສ່ຳກັບຫົນທາງໃນເມືອງເຢຣູຊາເລັມແລ້ວ.’+
14 ສ່ວນເຈົ້າ*ກໍຢ່າອະທິດຖານເພື່ອຄົນເຫຼົ່ານີ້. ຢ່າຮ້ອງໄຫ້ເພື່ອເຂົາເຈົ້າຫຼືອະທິດຖານເພື່ອເຂົາເຈົ້າ+ ຍ້ອນຕອນທີ່ເຂົາເຈົ້າເຈິຄວາມຈິບຫາຍແລະຮ້ອງຂໍໃຫ້ເຮົາຊ່ວຍ ເຮົາຈະບໍ່ຟັງເຂົາເຈົ້າ.
15 ເປັນຫຍັງປະຊາຊົນທີ່ເຮົາຮັກຍັງຢູ່ໃນວິຫານຂອງເຮົາ
ທັງໆທີ່ເຂົາເຈົ້າເຮັດຊົ່ວຫຼາຍຢ່າງ?
ເມື່ອເຈົ້າເຈິຄວາມຈິບຫາຍ ເຄື່ອງບູຊາທີ່ເປັນສັດຈະຊ່ວຍເຈົ້າໃຫ້ລອດຈາກຄວາມຈິບຫາຍນັ້ນໄດ້ບໍ?
ເຈົ້າຈະມີຄວາມສຸກໃນຕອນນັ້ນບໍ?
16 ພະເຢໂຫວາເຄີຍເອີ້ນເຈົ້າວ່າຕົ້ນໝາກກອກທີ່ກຳລັງໃຫຍ່
ທັງງາມແລະເປັນໝາກດົກ
ແຕ່ເພິ່ນໄດ້ເອົາໄຟຈູດມັນເຊິ່ງເຮັດໃຫ້ມີສຽງດັງແຮງ
ແລະເຂົາເຈົ້າໄດ້ຫັກງ່າຂອງມັນ.
17 ພະເຢໂຫວາຜູ້ບັນຊາການກອງທັບເຊິ່ງເປັນຜູ້ທີ່ປູກເຈົ້າໄວ້+ໄດ້ບອກວ່າ ເຈົ້າຈະເຈິຄວາມຈິບຫາຍຍ້ອນຄວາມຊົ່ວທີ່ພວກອິດສະຣາເອນແລະພວກຢູດາໄດ້ເຮັດ. ຄົນເຫຼົ່ານັ້ນເຮັດໃຫ້ເພິ່ນໃຈຮ້າຍໂດຍເອົາເຄື່ອງບູຊາໃຫ້ພະບາອານ.”+
18 ພະເຢໂຫວາເອີ້ຍ ພະອົງບອກໃຫ້ລູກຮູ້ກ່ຽວກັບສິ່ງທີ່ເກີດຂຶ້ນ.
ໃນຕອນນັ້ນ ພະອົງເຮັດໃຫ້ລູກເຫັນວ່າເຂົາເຈົ້າກຳລັງເຮັດຫຍັງ.
19 ລູກເປັນຄືກັບແກະນ້ອຍທີ່ຮູ້ຄວາມທີ່ຖືກພາໄປຂ້າ.
ລູກບໍ່ຮູ້ວ່າເຂົາເຈົ້າກຳລັງວາງແຜນຮ້າຍຈັດການລູກແລະເວົ້າກັນວ່າ:+
“ໃຫ້ພວກເຮົາຕັດຕົ້ນໄມ້ ແລ້ວທຳລາຍໝາກຂອງມັນ.
ໃຫ້ພວກເຮົາຂ້າລາວສະ
ຈະໄດ້ບໍ່ມີໃຜຈື່ຊື່ລາວອີກ.”
20 ແຕ່ພະເຢໂຫວາຜູ້ບັນຊາການກອງທັບຕັດສິນຢ່າງຍຸຕິທຳ.
ເພິ່ນກວດເບິ່ງຄວາມຮູ້ສຶກທີ່ເລິກທີ່ສຸດ*ແລະກວດເບິ່ງຫົວໃຈ.+
ຂໍໃຫ້ລູກໄດ້ເຫັນພະອົງແກ້ແຄ້ນສັດຕູຂອງລູກ
ຍ້ອນລູກໄດ້ມອບຄະດີຂອງລູກໃຫ້ພະອົງຈັດການແລ້ວ.
21 ຍ້ອນແນວນີ້ ພະເຢໂຫວາຈຶ່ງເວົ້າກ່ຽວກັບຄົນອານາໂທດ+ທີ່ພະຍາຍາມຂ້າຂ້ອຍແລະເວົ້າໃຫ້ຂ້ອຍວ່າ: “ຫ້າມເຈົ້າພະຍາກອນໂດຍໃຊ້ຊື່ພະເຢໂຫວາ.+ ຄັນບໍ່ຊັ້ນ ພວກເຮົາຈະຂ້າເຈົ້າ.” 22 ພະເຢໂຫວາຜູ້ບັນຊາການກອງທັບບອກວ່າ: “ເຮົາຈະລົງໂທດເຂົາເຈົ້າ. ພວກຄົນໜຸ່ມຈະຖືກຂ້າຕາຍດ້ວຍດາບ+ ແລະພວກລູກຊາຍລູກສາວຂອງເຂົາເຈົ້າຈະຕາຍຍ້ອນຄວາມອຶດຢາກ.+ 23 ຈະບໍ່ມີຜູ້ໃດລອດຈັກຄົນຍ້ອນເຮົາຈະເຮັດໃຫ້ຄົນອານາໂທດເຈິຄວາມຈິບຫາຍ+ໃນປີທີ່ເຮົາຈະລົງໂທດເຂົາເຈົ້າ.”
12 ພະເຢໂຫວາເອີ້ຍ ເມື່ອລູກຮ້ອງທຸກກັບພະອົງ
ແລະເມື່ອລູກເວົ້າກ່ຽວກັບເລື່ອງຄວາມຍຸຕິທຳກັບພະອົງ ພະອົງກໍຈັດການຢ່າງຍຸຕິທຳ.+
ແຕ່ເປັນຫຍັງຄົນຊົ່ວຄືຍັງປະສົບຄວາມສຳເລັດ+
ແລະເປັນຫຍັງຄົນທໍລະຍົດຈຶ່ງບໍ່ທຸກບໍ່ຮ້ອນຫຍັງເລີຍ?
2 ພະອົງປູກເຂົາເຈົ້າແລະເຂົາເຈົ້າກໍປົ່ງຮາກອອກມາ.
ເຂົາເຈົ້າໃຫຍ່ຂຶ້ນແລະເປັນໝາກ.
ເຂົາເຈົ້າເວົ້າເຖິງພະອົງຕະຫຼອດ ແຕ່ຄວາມຄິດທີ່ເລິກທີ່ສຸດ*ຂອງເຂົາເຈົ້າພັດຫ່າງໄກຈາກພະອົງ.+
3 ພະເຢໂຫວາເອີ້ຍ ພະອົງຮູ້ຈັກລູກດີ+ແລະພະອົງກໍເຫັນລູກ.
ພະອົງກວດເບິ່ງຫົວໃຈຂອງລູກແລະໄດ້ເຫັນວ່າລູກທຸ່ມເທເພື່ອພະອົງ.+
ຂໍພະອົງແຍກເຂົາເຈົ້າອອກມາຄືກັບແກະທີ່ຈະຖືກເອົາໄປຂ້າ
ແລະແຍກເຂົາເຈົ້າໄວ້ຕ່າງຫາກຈົນຮອດມື້ທີ່ເຂົາເຈົ້າຈະຕ້ອງຖືກຂ້າ.
4 ແຜ່ນດິນຈະແຫ້ງແລ້ງອີກດົນປານໃດ
ແລະພືດຜັກທີ່ຢູ່ຕາມໄຮ່ຕ່າງໆຈະຫ່ຽວແຫ້ງອີກດົນປານໃດ?+
ສັດປ່າແລະນົກບໍ່ມີເຫຼືອຈັກໂຕແລ້ວ
ຍ້ອນຄວາມຊົ່ວຂອງຄົນທີ່ຢູ່ໃນແຜ່ນດິນນີ້.
ເຂົາເຈົ້າເວົ້າວ່າ: “ເພິ່ນບໍ່ຮູ້ດອກວ່າຈະເກີດຫຍັງຂຶ້ນກັບພວກເຮົາ.”
5 “ແລ້ວພະເຈົ້າກໍເວົ້າກັບຂ້ອຍວ່າ ຖ້າເຈົ້າແລ່ນແຂ່ງກັບຄົນ ເຈົ້າກໍຍັງເມື່ອຍ
ແລ້ວເຈົ້າຈະແລ່ນແຂ່ງກັບມ້າໄດ້ແນວໃດ?+
ເຖິງວ່າເຈົ້າຮູ້ສຶກປອດໄພຢູ່ໃນແຜ່ນດິນທີ່ມີຄວາມສະຫງົບສຸກ
ແຕ່ເຈົ້າຈະເຮັດແນວໃດເມື່ອເຈົ້າຢູ່ໃນປ່າທີ່ຕຶບໜາແຄມແມ່ນ້ຳຈໍແດນ?
6 ແມ່ນແຕ່ອ້າຍນ້ອງຂອງເຈົ້າທີ່ຢູ່ໃນເຮືອນພໍ່ຂອງເຈົ້າ
ກໍຍັງທໍລະຍົດເຈົ້າ.+
ເຂົາເຈົ້າພາກັນປ້ອຍດ່າເຈົ້າ
ແລະເຖິງວ່າເຂົາເຈົ້າຈະເວົ້າດີນຳເຈົ້າ
ກໍຢ່າໄວ້ໃຈເຂົາເຈົ້າ.
7 ເຮົາໄດ້ປະຖິ້ມວິຫານຂອງເຮົາ.+ ເຮົາໄດ້ຖິ້ມມໍລະດົກຂອງເຮົາ.+
ເຮົາໄດ້ມອບຄົນທີ່ເຮົາຮັກຫຼາຍໄວ້ໃນມືຂອງພວກສັດຕູ.+
8 ສຳລັບເຮົາ ມໍລະດົກຂອງເຮົາກາຍເປັນຄືກັບໂຕສິງທີ່ຢູ່ໃນປ່າ.
ມັນແຜດສຽງຮ້ອງໃສ່ເຮົາ
ເຮົາຈຶ່ງຊັງຊາດນີ້.
9 ສຳລັບເຮົາ ມໍລະດົກຂອງເຮົາເປັນຄືກັບນົກລ່າເຫຍື່ອທີ່ມີຫຼາຍສີ.*
ນົກລ່າເຫຍື່ອອື່ນໆກໍມາຫຸ້ມໂຈມຕີມັນ.+
ສັດປ່າທັງໝົດທີ່ຢູ່ໃນທົ່ງຫຍ້າເອີ້ຍ ມາເດີ້ ໃຫ້ມາລວມໂຕກັນ
ໃຫ້ພາກັນອອກມາກິນເດີ້.+
10 ຜູ້ລ້ຽງແກະຫຼາຍຄົນໄດ້ທຳລາຍສວນໝາກລະແຊັງຂອງເຮົາ.+
ເຂົາເຈົ້າຢຽບດິນທີ່ເປັນສ່ວນຂອງເຮົາ.+
ເຂົາເຈົ້າເຮັດໃຫ້ດິນທີ່ເປັນຕາຢູ່ຂອງເຮົາກາຍເປັນບ່ອນກັນດານທີ່ຮົກຮ້າງ.
11 ມັນກາຍເປັນບ່ອນກັນດານ
ແຜ່ນດິນທັງໝົດຖືກເຮັດໃຫ້ເປັນບ່ອນວ່າງເປົ່າ
ແຕ່ກໍບໍ່ມີຜູ້ໃດຄິດເຖິງເລື່ອງນີ້ເລີຍ.+
12 ພວກຜູ້ທຳລາຍພາກັນມາຕາມທາງເກົ່າໆທຸກເສັ້ນທີ່ຜ່ານບ່ອນກັນດານ.
ດາບຂອງພະເຢໂຫວາກຳລັງກືນກິນແຜ່ນດິນຂ້າງນີ້ໄປຈົນຮອດແຜ່ນດິນຂ້າງນັ້ນ+
ຍ້ອນແນວນີ້ຈຶ່ງບໍ່ມີຄວາມສະຫງົບສຸກສຳລັບໃຜເລີຍ.
13 ເຂົາເຈົ້າຫວ່ານເຂົ້າວີດ* ແຕ່ພັດໄດ້ເກັບກ່ຽວຕົ້ນໜາມ.+
ເຂົາເຈົ້າເຮັດວຽກໜັກຈົນໝົດແຮງ ແຕ່ກໍບໍ່ໄດ້ຫຍັງ.
ພະເຢໂຫວາໃຈຮ້າຍໃຫ້ເຂົາເຈົ້າຫຼາຍ
ແລະຈະເຮັດໃຫ້ເຂົາເຈົ້າບໍ່ໄດ້ຮັບຜົນລະປູກຫຍັງແລະຈະເຮັດໃຫ້ເຂົາເຈົ້າອັບອາຍ.”
14 ພະເຢໂຫວາບອກວ່າ: “ສຳລັບເພື່ອນບ້ານທີ່ຊົ່ວໆທັງໝົດທີ່ມັກແຕະມໍລະດົກຂອງເຮົາທີ່ເຮົາເອົາໃຫ້ອິດສະຣາເອນປະຊາຊົນຂອງເຮົາ+ ເຮົາຈະຫຼົກເຂົາເຈົ້າອອກຈາກແຜ່ນດິນໃຫ້ໝົດຮາກໝົດເຫງົ້າ+ ແລະເຮົາຈະຫຼົກຊາດຢູດາອອກຈາກເຂົາເຈົ້ານຳ. 15 ແຕ່ຫຼັງຈາກທີ່ຫຼົກອອກແລ້ວ ເຮົາຈະເມດຕາເຂົາເຈົ້າອີກເທື່ອໜຶ່ງ ແລະຈະພາເຂົາເຈົ້າແຕ່ລະຄົນກັບມາແຜ່ນດິນທີ່ເປັນມໍລະດົກຂອງເຂົາເຈົ້າ.
16 ຖ້າເຂົາເຈົ້າຕັ້ງໃຈທີ່ຈະຮຽນຮູ້ແນວທາງຂອງປະຊາຊົນຂອງເຮົາແລະສາບານໂດຍໃຊ້ຊື່ຂອງເຮົາໂດຍເວົ້າວ່າ ‘ພວກເຮົາຂໍສາບານຕໍ່ໜ້າພະເຢໂຫວາ ພະເຈົ້າຜູ້ມີຊີວິດຢູ່!’ ຄືກັບທີ່ເຂົາເຈົ້າເຄີຍສອນປະຊາຊົນຂອງເຮົາໃຫ້ສາບານຕໍ່ພະບາອານ ເຂົາເຈົ້າກໍຈະຈະເລີນກ້າວໜ້າໄປພ້ອມປະຊາຊົນຂອງເຮົາ. 17 ແຕ່ຖ້າຊາດໃດຊາດໜຶ່ງບໍ່ເຊື່ອຟັງ ເຮົາຈະຫຼົກຊາດນັ້ນຈົນໝົດຮາກໝົດເຫງົ້າແລະທຳລາຍຖິ້ມ.” ພະເຢໂຫວາເວົ້າໄວ້ແນວນີ້.+
13 ພະເຢໂຫວາບອກຂ້ອຍວ່າ: “ໃຫ້ເຈົ້າໄປຊື້ຜ້າລີນິນມາຜືນໜຶ່ງແລະເອົາມາມັດແອວໄວ້ ແຕ່ຢ່າໃຫ້ມັນປຽກນ້ຳ.” 2 ຂ້ອຍຈຶ່ງໄປຊື້ຜ້າມັດແອວມາມັດແອວໄວ້ຕາມທີ່ພະເຢໂຫວາສັ່ງ. 3 ພະເຢໂຫວາໄດ້ມາເວົ້າກັບຂ້ອຍເປັນເທື່ອທີ 2 ວ່າ: 4 “ໃຫ້ເຈົ້າເອົາຜ້າທີ່ເຈົ້າຊື້ແລະມັດແອວຢູ່ນັ້ນໄປແມ່ນ້ຳເອິຟາຣາດແລະເອົາມັນໄປເຊື່ອງໄວ້ຢູ່ຫຼືບຫີນ.” 5 ຂ້ອຍຈຶ່ງເອົາຜ້າມັດແອວນັ້ນໄປເຊື່ອງໄວ້ຢູ່ແຄມແມ່ນ້ຳເອິຟາຣາດຕາມທີ່ພະເຢໂຫວາໄດ້ສັ່ງຂ້ອຍ.
6 ຫຼາຍມື້ຕໍ່ມາ ພະເຢໂຫວາໄດ້ສັ່ງຂ້ອຍວ່າ: “ໃຫ້ເຈົ້າລຸກຂຶ້ນແລະໄປແມ່ນ້ຳເອິຟາຣາດ ໄປເອົາຜ້າມັດແອວທີ່ເຮົາໄດ້ສັ່ງເຈົ້າໃຫ້ເຊື່ອງໄວ້ຫັ້ນ.” 7 ຂ້ອຍຈຶ່ງໄປແມ່ນ້ຳເອິຟາຣາດແລະຂຸດເອົາຜ້າມັດແອວທີ່ຂ້ອຍເຊື່ອງໄວ້ ແລະຂ້ອຍກໍເຫັນວ່າຜ້າມັດແອວນັ້ນໂດກແລະໃຊ້ບໍ່ໄດ້ແລ້ວ.
8 ແລ້ວພະເຢໂຫວາກໍເວົ້າກັບຂ້ອຍວ່າ: 9 “ພະເຢໂຫວາບອກວ່າ ‘ຄວາມຍິ່ງຂອງຢູດາ ແລະຄວາມຈອງຫອງຂອງເຢຣູຊາເລັມກໍຈະເປັນຄືກັບຜ້າມັດແອວຜືນນີ້ແຫຼະ.+ 10 ຄົນຊົ່ວພວກນີ້ທີ່ບໍ່ຍອມເຊື່ອຟັງເຮົາ+ ທີ່ເປັນຄົນຫົວແຂງເຮັດຕາມໃຈໂຕເອງ+ ທີ່ໄປຕິດຕາມ ຮັບໃຊ້ ແລະກົ້ມກາບພະເຈົ້າອື່ນໆກໍຈະເປັນຄືກັບຜ້າມັດແອວຜືນນີ້ທີ່ບໍ່ມີປະໂຫຍດຫຍັງ. 11 ຄືກັບຜ້າມັດແອວທີ່ມັດຕິດຢູ່ກັບແອວຄົນ ເຮົາກໍໄດ້ມັດພວກອິດສະຣາເອນກັບພວກຢູດາຕິດກັບເຮົາ ເພື່ອເຂົາເຈົ້າຈະເປັນປະຊາຊົນຂອງເຮົາ+ແລະເພື່ອເຂົາເຈົ້າຈະເປັນຄົນທີ່ເຮັດໃຫ້ເຮົາມີຊື່ສຽງ+ ໄດ້ຮັບການສັນລະເສີນ ແລະໄດ້ຮັບກຽດ ແຕ່ເຂົາເຈົ້າພັດບໍ່ເຊື່ອຟັງເຮົາ.’+ ພະເຢໂຫວາເວົ້າໄວ້ແນວນີ້.
12 ເຈົ້າຕ້ອງບອກເຂົາເຈົ້າຕື່ມອີກວ່າ ‘ພະເຢໂຫວາພະເຈົ້າຂອງອິດສະຣາເອນບອກວ່າ “ໄຫໃຫຍ່ທຸກໜ່ວຍຈະຕ້ອງມີເຫຼົ້າແວງເຕັມ”’ ແລະເຂົາເຈົ້າຈະຕອບເຈົ້າວ່າ ‘ພວກເຮົາກໍຮູ້ຢູ່ແລ້ວນາວ່າໄຫໃຫຍ່ທຸກໜ່ວຍຄວນມີເຫຼົ້າແວງເຕັມ.’ 13 ແລ້ວໃຫ້ບອກເຂົາເຈົ້າອີກວ່າ ‘ພະເຢໂຫວາເວົ້າວ່າ “ເຮົາຈະໃຫ້ທຸກຄົນໃນແຜ່ນດິນນີ້ກິນຈົນເມົາ+ ທັງພວກກະສັດທີ່ນັ່ງຢູ່ເທິງບັນລັງຂອງດາວິດ ທັງພວກປະໂລຫິດ ພວກຜູ້ພະຍາກອນ ແລະທຸກຄົນທີ່ຢູ່ໃນເມືອງເຢຣູຊາເລັມ. 14 ເຮົາຈະຈັບເຂົາເຈົ້າຟາດໃສ່ກັນທັງພໍ່ແລະລູກ.+ ເຮົາຈະບໍ່ຮູ້ສຶກເສຍໃຈ ບໍ່ອີ່ຕົນແລະບໍ່ເມດຕາເຂົາເຈົ້າເລີຍ ແລະຈະບໍ່ມີຫຍັງມາຢຸດເຮົາບໍ່ໃຫ້ທຳລາຍເຂົາເຈົ້າໄດ້.”+ ພະເຢໂຫວາເວົ້າໄວ້ແນວນີ້.’
15 ໃຫ້ຕັ້ງໃຈຟັງດີໆ.
ຢ່າເປັນຄົນຍິ່ງ ຍ້ອນນີ້ແມ່ນຄຳເວົ້າຂອງພະເຢໂຫວາ.
16 ໃຫ້ພວກເຈົ້າໃຫ້ກຽດພະເຢໂຫວາພະເຈົ້າຂອງພວກເຈົ້າ
ກ່ອນທີ່ເພິ່ນຈະເອົາຄວາມມືດມາ
ແລະກ່ອນທີ່ພວກເຈົ້າຈະສະດຸດລົ້ມຢູ່ເທິງພູຕອນໃກ້ຊິຄ່ຳ.
ເຖິງວ່າພວກເຈົ້າຢາກຈະໃຫ້ມີແສງສະຫວ່າງ
ແຕ່ເພິ່ນຈະເອົາເງົາດຳມາ.
ເພິ່ນຈະເຮັດໃຫ້ມັນມືດທຶບ.+
17 ຖ້າພວກເຈົ້າບໍ່ຍອມຟັງ
ຂ້ອຍກໍຈະໄປລີ້ໄຫ້ ຍ້ອນພວກເຈົ້າເປັນຄົນຍິ່ງ.
ຂ້ອຍຈະໄຫ້ແທ້ໄຫ້ວ່າແລະນ້ຳຕາຂອງຂ້ອຍຈະໄຫຼອອກມາຫຼາຍ+
ຍ້ອນຝູງແກະຂອງພະເຢໂຫວາ+ຖືກຈັບໄປເປັນຊະເລີຍແລ້ວ.
18 ໃຫ້ໄປບອກກະສັດແລະແມ່ຂອງກະສັດວ່າ+ ‘ໃຫ້ລົງມາຈາກບ່ອນນັ່ງທີ່ມີກຽດຂອງເຈົ້າ
ຍ້ອນຈະມີຄົນເອົາມົງກຸດທີ່ງາມໆໄປຈາກເຈົ້າ.’
19 ປະຕູຂອງເມືອງຕ່າງໆທີ່ຢູ່ທາງໃຕ້ໄດ້ຖືກປິດໄວ້* ແລະບໍ່ມີໃຜເປີດເລີຍ.
ຄົນຢູດາທຸກຄົນຖືກຈັບໄປເປັນຊະເລີຍ. ເຂົາເຈົ້າຖືກຈັບໄປຈົນບໍ່ເຫຼືອຈັກຄົນ.+
20 ໃຫ້ເງີຍໜ້າເບິ່ງພວກສັດຕູທີ່ມາຈາກທາງເໜືອແມ້.+
ຝູງແກະງາມໆທີ່ພວກເຈົ້າໄດ້ຮັບມາຢູ່ໃສແລ້ວ?+
21 ພວກເຈົ້າຈະວ່າແນວໃດ ຖ້າການລົງໂທດພວກເຈົ້າ
ມາຈາກຄົນທີ່ພວກເຈົ້າຖືວ່າເປັນໝູ່ສະໜິດ?+
ພວກເຈົ້າກໍຄືຊິເຈັບປວດຫຼາຍຄືກັບຜູ້ຍິງທີ່ກຳລັງເກີດລູກບໍ່ແມ່ນບໍ?+
22 ເມື່ອພວກເຈົ້າຄິດໃນໃຈວ່າ ‘ເປັນຫຍັງເລື່ອງເຫຼົ່ານີ້ຈຶ່ງເກີດຂຶ້ນກັບຂ້ອຍ?’+
ມັນກໍເປັນຍ້ອນຄວາມຜິດຫຼາຍຢ່າງທີ່ພວກເຈົ້າໄດ້ເຮັດ ເຊິ່ງເຮັດໃຫ້ກະໂປ່ງຂອງພວກເຈົ້າຖືກແກ້ອອກ+
ແລະສົ້ນຕີນຂອງພວກເຈົ້າກໍເຈັບຫຼາຍ.
23 ຖ້າຄົນກູເຊ*ປ່ຽນສີຜິວຂອງໂຕເອງໄດ້ ຫຼືຖ້າເສືອດາວປ່ຽນລາຍຂອງມັນໄດ້+
ມື້ນັ້ນແຫຼະ ພວກເຈົ້າທີ່ເຮັດຊົ່ວຈົນລຶ້ງ
ກໍຈະເຮັດດີໄດ້.
24 ດັ່ງນັ້ນ ເຮົາຈະເຮັດໃຫ້ພວກເຈົ້າກະຈັດກະຈາຍໄປຄືກັບເຟືອງທີ່ຖືກລົມຈາກທະເລຊາຍພັດໄປ.+
25 ນີ້ແມ່ນສິ່ງທີ່ຈະເກີດຂຶ້ນກັບພວກເຈົ້າ. ນີ້ເປັນສ່ວນທີ່ເຮົາແບ່ງໄວ້ໃຫ້ພວກເຈົ້າແລ້ວ.” ພະເຢໂຫວາເວົ້າໄວ້ແນວນີ້.
26 ເຮົາຈະເປີດກະໂປ່ງຂອງເຈົ້າປົກໜ້າເຈົ້າ
ແລະຄົນອື່ນຈະເຫັນເຈົ້າປະໂປ້.+
27 ເຈົ້າຫຼິ້ນຊູ້+ແລະຮ້ອງຄືກັບມ້າທີ່ຢາກປະສົມພັນ.
ເຈົ້າຂາຍໂຕແບບໜ້າບໍ່ອາຍ
ຢູ່ໂນນພູຕ່າງໆແລະຢູ່ຕາມທົ່ງຫຍ້າ.
ເຮົາເຫັນທຸກສິ່ງທີ່ເປັນຕາຂີ້ດຽດທີ່ເຈົ້າໄດ້ເຮັດ.+
ເຢຣູຊາເລັມເອີ້ຍ ເຈົ້າຈະຕ້ອງຈິບຫາຍແທ້!
ເຈົ້າຈະເຮັດໂຕບໍ່ສະອາດໄປອີກດົນປານໃດ?”+
14 ພະເຢໂຫວາເວົ້າກັບເຢເຣມີຢາເລື່ອງຄວາມແຫ້ງແລ້ງວ່າ+
2 ເມືອງຢູດາຮ້ອງໄຫ້ໄວ້ທຸກ+ແລະປະຕູເມືອງກໍພັງໝົດແລ້ວ.
ພວກມັນຟຸບລົງກັບພື້ນຍ້ອນເສົ້າໃຈຫຼາຍ
ແລະມີສຽງຮ້ອງໄຫ້ດັງອອກມາຈາກເມືອງເຢຣູຊາເລັມ.
3 ພວກເຈົ້ານາຍໃຫ້ພວກຄົນຮັບໃຊ້ໄປເອົານ້ຳ.
ເຂົາເຈົ້າໄປນ້ຳສ້າງຫຼາຍບ່ອນ ແຕ່ກໍບໍ່ມີນ້ຳເລີຍ.
ເຂົາເຈົ້າກັບມາພ້ອມກັບໄຫເປົ່າ.
ເຂົາເຈົ້າຮູ້ສຶກອາຍແລະຜິດຫວັງຫຼາຍ
ເຂົາເຈົ້າຈຶ່ງປົກຫົວໂຕເອງໄວ້.
5 ແມ່ນແຕ່ກວາງທີ່ຢູ່ໃນທົ່ງກໍຍັງຖິ້ມລູກທີ່ຫາກໍເກີດ
ຍ້ອນບໍ່ມີຫຍ້າກິນ.
6 ລາປ່າຢືນຢູ່ໂນນພູຫົວໂລ້ນ.
ພວກມັນຫາຍໃຈຫອບຄືກັບໝາໄນ.
ພວກມັນຊອກຫາພືດຜັກຈົນຕາເມື່ອຍ ແຕ່ກໍບໍ່ເຈິຫຍັງເລີຍ.+
7 ເຖິງວ່າຄວາມຜິດຂອງພວກເຮົາໃຫ້ຫຼັກຖານວ່າພວກເຮົາຜິດແທ້ໆ
ແຕ່ພະເຢໂຫວາເອີ້ຍ ຂໍພະອົງເຮັດຫຍັງບາງຢ່າງເພື່ອເຫັນແກ່ຊື່ຂອງພະອົງ+
ຍ້ອນພວກເຮົາເຮັດສິ່ງທີ່ບໍ່ສັດຊື່ຫຼາຍຢ່າງ+
ແລະພວກເຮົາໄດ້ເຮັດຜິດຕໍ່ພະອົງ.
8 ພະເຈົ້າຜູ້ເປັນຄວາມຫວັງຂອງອິດສະຣາເອນ ຜູ້ຊ່ວຍໃຫ້ລອດ+ໃນຍາມທີ່ຍາກລຳບາກເອີ້ຍ
ເປັນຫຍັງພະອົງເປັນຄືກັບຄົນແປກໜ້າໃນແຜ່ນດິນນີ້
ເປັນຄືກັບນັກເດີນທາງທີ່ແວ່ມາພັກຄ້າງຄືນເທົ່ານັ້ນ?
9 ເປັນຫຍັງພະອົງເປັນຄືກັບຄົນທີ່ຕົກສະເງີ້
ເປັນຄືກັບຄົນແຂງແຮງທີ່ຊ່ວຍຄົນອື່ນບໍ່ໄດ້?
ຂໍພະອົງຢ່າປະຖິ້ມພວກເຮົາເດີ້.
10 ພະເຢໂຫວາເວົ້າກ່ຽວກັບຄົນເຫຼົ່ານີ້ວ່າ: “ເຂົາເຈົ້າມັກເລາະໄປເລາະມາ+ ຕີນຂອງເຂົາເຈົ້າຢູ່ລ້າບໍ່ເປັນ+ ເຮົາເຢໂຫວາຈຶ່ງບໍ່ພໍໃຈເຂົາເຈົ້າ.+ ບັດນີ້ ເຮົາຈະຄິດເຖິງຄວາມຜິດຂອງເຂົາເຈົ້າແລະເອີ້ນເຂົາເຈົ້າມາຮັບໂທດ.”+
11 ແລ້ວພະເຢໂຫວາກໍເວົ້າກັບຂ້ອຍວ່າ: “ຢ່າອະທິດຖານຂໍໃຫ້ມີສິ່ງດີໆເກີດຂຶ້ນກັບຄົນພວກນີ້.+ 12 ເມື່ອເຂົາເຈົ້າອົດອາຫານ ເຮົາຈະບໍ່ຟັງຄຳອ້ອນວອນຂອງເຂົາເຈົ້າ+ ແລະເມື່ອເຂົາເຈົ້າເອົາເຄື່ອງບູຊາເຜົາແລະເຄື່ອງບູຊາທີ່ເຮັດຈາກເມັດເຂົ້າມາໃຫ້ ເຮົາກໍຈະບໍ່ພໍໃຈ.+ ເຮົາຈະກຳຈັດເຂົາເຈົ້າດ້ວຍດາບ ດ້ວຍຄວາມອຶດຢາກ ແລະດ້ວຍໂລກລະບາດ.”+
13 ຂ້ອຍຈຶ່ງເວົ້າວ່າ: “ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເອີ້ຍ ພວກຜູ້ພະຍາກອນກຳລັງບອກເຂົາເຈົ້າວ່າ ‘ເຈົ້າຈະບໍ່ຖືກຂ້າດ້ວຍດາບດອກແລະເຈົ້າຈະບໍ່ເຈິຄວາມອຶດຢາກ ແຕ່ພະເຈົ້າຈະໃຫ້ເຈົ້າມີຄວາມສະຫງົບສຸກແທ້ໃນບ່ອນນີ້.’”+
14 ພະເຢໂຫວາເວົ້າກັບຂ້ອຍວ່າ: “ພວກຜູ້ພະຍາກອນກຳລັງພະຍາກອນຕົວະໂດຍໃຊ້ຊື່ຂອງເຮົາ.+ ເຮົາບໍ່ໄດ້ສົ່ງເຂົາເຈົ້າໄປ ບໍ່ໄດ້ສັ່ງເຂົາເຈົ້າໃຫ້ເວົ້າແນວນັ້ນ ແລະບໍ່ໄດ້ເວົ້າກັບເຂົາເຈົ້າເລີຍ.+ ສິ່ງທີ່ເຂົາເຈົ້າບອກເຈົ້າເປັນນິມິດຂີ້ຕົວະ ເປັນຄຳທຳນາຍທີ່ບໍ່ມີປະໂຫຍດ ແລະເປັນເລື່ອງຫຼອກລວງທີ່ເຂົາເຈົ້າຄິດຂຶ້ນມາເອງ.*+ 15 ສຳລັບພວກຜູ້ພະຍາກອນທີ່ພະຍາກອນໂດຍອ້າງຊື່ຂອງເຮົາແລະເວົ້າວ່າຈະບໍ່ມີໃຜຖືກຂ້າດ້ວຍດາບແລະຈະບໍ່ມີຄວາມອຶດຢາກໃນແຜ່ນດິນນີ້ທັງໆທີ່ເຮົາບໍ່ໄດ້ສົ່ງເຂົາເຈົ້າໄປ ພະເຢໂຫວາເວົ້າກ່ຽວກັບເຂົາເຈົ້າວ່າ ‘ພວກຜູ້ພະຍາກອນເຫຼົ່ານີ້ຈະຕ້ອງຕາຍດ້ວຍດາບແລະຄວາມອຶດຢາກ.+ 16 ຄົນທີ່ເຂົາເຈົ້າພະຍາກອນໃຫ້ຟັງກໍຈະຕ້ອງຕາຍດ້ວຍດາບແລະຄວາມອຶດຢາກຄືກັນ. ສົບຂອງເຂົາເຈົ້າຈະຖືກໂຍນຖິ້ມໄປຕາມຫົນທາງຂອງເມືອງເຢຣູຊາເລັມແລະຈະບໍ່ມີໃຜຝັງເຂົາເຈົ້າ.+ ເມຍ ລູກຊາຍ ແລະລູກສາວຂອງເຂົາເຈົ້າກໍຈະບໍ່ຖືກຝັງຄືກັນ ຍ້ອນເຮົາຈະໃຫ້ເຂົາເຈົ້າເຈິຄວາມຈິບຫາຍທີ່ເຂົາເຈົ້າສົມຄວນໄດ້ຮັບ.’+
17 ເຈົ້າຕ້ອງບອກເຂົາເຈົ້າວ່າ
‘ຂ້ອຍຈະຮ້ອງໄຫ້ໝົດມື້ໝົດຄືນ
ແລະຈະບໍ່ເຊົາຮ້ອງໄຫ້+ ຍ້ອນຄົນຊາດດຽວກັນກັບຂ້ອຍ*ຖືກຕີຢ່າງຮຸນແຮງ+
ຈົນມີບາດແຜທີ່ສາຫັດຫຼາຍ.
18 ເມື່ອຂ້ອຍອອກໄປທົ່ງຫຍ້າແລະແນມເບິ່ງ
ຂ້ອຍກໍເຫັນຄົນທີ່ຖືກຂ້າດ້ວຍດາບ+
ແລະເມື່ອຂ້ອຍເຂົ້າໄປໃນເມືອງ
ຂ້ອຍກໍເຫັນຄົນທີ່ເຈັບປ່ວຍຍ້ອນຄວາມອຶດຢາກ.+
ພວກຜູ້ພະຍາກອນແລະພວກປະໂລຫິດໄດ້ເດີນທາງໄປທົ່ວແຜ່ນດິນທີ່ເຂົາເຈົ້າບໍ່ຮູ້ຈັກ.’”+
19 ພະອົງບໍ່ຍອມຮັບຢູດາແລ້ວບໍ?
ພະອົງຊັງຊີໂອນແລ້ວບໍ?+ ເປັນຫຍັງພະອົງຕີພວກເຮົາຈົນປິ່ນປົວບໍ່ໄດ້?+
ພວກເຮົາລໍຖ້າຄວາມສະຫງົບສຸກ ແຕ່ກໍບໍ່ມີສິ່ງດີໆມາເລີຍ.
ພວກເຮົາລໍຖ້າເວລາທີ່ຈະຖືກປິ່ນປົວ ແຕ່ພັດມີແຕ່ຄວາມຢ້ານ.+
20 ພະເຢໂຫວາເອີ້ຍ ພວກເຮົາຮູ້ວ່າພວກເຮົາເຮັດຊົ່ວ
ແລະປູ່ຍ່າຕານາຍຂອງພວກເຮົາເຮັດສິ່ງທີ່ບໍ່ຖືກຕ້ອງ.
ພວກເຮົາໄດ້ເຮັດຜິດຕໍ່ພະອົງ.+
21 ເພື່ອເຫັນແກ່ຊື່ຂອງພະອົງ ຂໍພະອົງຢ່າຖິ້ມພວກເຮົາ+
ຂໍພະອົງຢ່າດູຖູກບັນລັງທີ່ມີກຽດຂອງພະອົງ
ຂໍພະອົງຄິດເຖິງສັນຍາທີ່ເຮັດກັບພວກເຮົາແລະຢ່າຍົກເລີກສັນຍານັ້ນເລີຍ.+
22 ຮູບບູຊາທີ່ບໍ່ມີຄ່າຂອງຊາດຕ່າງໆຈະເຮັດໃຫ້ຝົນຕົກໄດ້ບໍ?
ຫຼືທ້ອງຟ້າຈະເຮັດໃຫ້ຝົນຕົກລົງມາເອງໄດ້ບໍ?
ພະເຢໂຫວາພະເຈົ້າຂອງພວກເຮົາເອີ້ຍ ພະອົງຜູ້ດຽວເທົ່ານັ້ນບໍ່ແມ່ນບໍທີ່ເຮັດໄດ້?+
ພວກເຮົາລໍຖ້າພະອົງ
ຍ້ອນພະອົງຜູ້ດຽວທີ່ໄດ້ເຮັດສິ່ງເຫຼົ່ານີ້ທັງໝົດ.
15 ພະເຢໂຫວາເວົ້າກັບຂ້ອຍວ່າ: “ເຖິງວ່າໂມເຊກັບຊາມູເອນຈະມາຢືນຢູ່ຕໍ່ໜ້າເຮົາ+ ຈັ່ງໃດເຮົາກໍຈະບໍ່ອີ່ຕົນຄົນຊາດນີ້ດອກ. ໄລ່ເຂົາເຈົ້າໜີໄປຈາກເຮົາ. ໃຫ້ເຂົາເຈົ້າໄປສະ! 2 ຖ້າເຂົາເຈົ້າຖາມເຈົ້າວ່າ ‘ຈະເກີດຫຍັງຂຶ້ນກັບພວກເຮົາ?’ ເຈົ້າຕ້ອງບອກເຂົາເຈົ້າວ່າ ‘ພະເຢໂຫວາບອກວ່າ
“ບາງຄົນຈະຕາຍຍ້ອນພະຍາດ
ບາງຄົນຈະຕາຍຍ້ອນດາບ+
ບາງຄົນຈະຕາຍຍ້ອນຄວາມອຶດຢາກ
ແລະບາງຄົນຈະຖືກຈັບໄປເປັນຊະເລີຍ.”’+
3 ພະເຢໂຫວາເວົ້າວ່າ ‘ເຮົາຈະໃຫ້ເຂົາເຈົ້າເຈິຄວາມຈິບຫາຍ 4 ຢ່າງ*+ຄື: ຖືກຂ້າດ້ວຍດາບ ຖືກໝາລາກສົບໄປ ແລະຖືກນົກຢູ່ເທິງຟ້າກັບສັດປ່າກັດກິນແລະທຳລາຍ.+ 4 ເຮົາຈະເຮັດໃຫ້ຊາດຕ່າງໆໃນໂລກຢ້ານຫຼາຍເມື່ອເຫັນເຂົາເຈົ້າ.+ ເຮົາຈະເຮັດແນວນີ້ ຍ້ອນສິ່ງທີ່ມານາເຊລູກຊາຍຂອງເຮເຊກີຢາກະສັດຂອງຢູດາໄດ້ເຮັດໃນເຢຣູຊາເລັມ.+
5 ເຢຣູຊາເລັມເອີ້ຍ ໃຜຈະອີ່ຕົນເຈົ້າ?
ໃຜຈະເຫັນອົກເຫັນໃຈເຈົ້າ?
ແລະໃຜຈະຢຸດເພື່ອຖາມເຈົ້າວ່າເຈົ້າເປັນແນວໃດ?’
6 ພະເຢໂຫວາເວົ້າວ່າ ‘ເຈົ້າໄດ້ຖິ້ມເຮົາ.+
ເຈົ້າປິ່ນຫຼັງໃຫ້ເຮົາແລະຍ່າງໄປຈາກເຮົາ.+
ດັ່ງນັ້ນ ເຮົາຈະລົງໂທດເຈົ້າແລະທຳລາຍເຈົ້າ.+
ເຮົາເບື່ອທີ່ຈະອີ່ຕົນເຈົ້າແລ້ວ.
7 ຢູ່ປະຕູເມືອງຕ່າງໆຂອງແຜ່ນດິນ ເຮົາຈະຝັດເຂົາເຈົ້າຄືກັບຝັດເຂົ້າ ແລະຈະເຮັດໃຫ້ເຂົາເຈົ້າກະຈັດກະຈາຍໄປຄືກັບຂີ້ແກບ.*
ເຮົາຈະເຮັດໃຫ້ເຂົາເຈົ້າສູນເສຍລູກ.+
ເຮົາຈະທຳລາຍປະຊາຊົນຂອງເຮົາ
ຍ້ອນເຂົາເຈົ້າບໍ່ຍອມກັບໃຈ.+
8 ຈະມີແມ່ໝ້າຍຢູ່ໃນແຜ່ນດິນຂອງເຂົາເຈົ້າເພີ່ມຂຶ້ນຫຼາຍ ຫຼາຍກວ່າເມັດດິນຊາຍຢູ່ທະເລ.
ເຮົາຈະພາຜູ້ທຳລາຍມາຕໍ່ສູ້ເຂົາເຈົ້າໃນຕອນກາງເວັນ ມາຕໍ່ສູ້ທັງແມ່ແລະທັງຄົນໜຸ່ມຂອງເຂົາເຈົ້າ.
ເຮົາຈະເອົາຄວາມວຸ່ນວາຍແລະຄວາມຢ້ານມາໃຫ້ເຂົາເຈົ້າແບບກະທັນຫັນ.
9 ຜູ້ຍິງທີ່ມີລູກ 7 ຄົນເປັນລົມໄປແລ້ວ.
ລາວຫາຍໃຈຝືດ.
ລາວຢູ່ໃນຄວາມມືດທັງໆທີ່ຍັງເປັນຕອນກາງເວັນຢູ່
ເຊິ່ງເຮັດໃຫ້ລາວອັບອາຍແລະຂາຍໜ້າ.*
ສ່ວນຄົນຂອງເຂົາເຈົ້າທີ່ຍັງເຫຼືອໜ້ອຍດຽວ
ເຮົາຈະໃຫ້ສັດຕູເອົາດາບຂ້າເຂົາເຈົ້າ.’ ພະເຢໂຫວາເວົ້າໄວ້ແນວນີ້.”+
10 ແມ່ເອີ້ຍ ລູກຕ້ອງຕາຍຄັກໆຍ້ອນແມ່ເກີດລູກມາ.+
ປະຊາຊົນທັງໝົດໃນແຜ່ນດິນໄດ້ຜິດຖຽງກັບລູກແລະຕໍ່ສູ້ລູກ.
ລູກບໍ່ເຄີຍໃຫ້ເຂົາເຈົ້າຢືມຫຼືໄປຢືມເຂົາເຈົ້າເລີຍ
ແຕ່ເຂົາເຈົ້າທຸກຄົນພັດມາສາບແຊ່ງລູກ.
11 ພະເຢໂຫວາເວົ້າວ່າ: “ເຮົາຈະເຮັດດີກັບເຈົ້າແນ່ນອນ.
ເຮົາຈະຊ່ວຍເຈົ້າໃນຕອນທີ່ເຈົ້າເຈິຄວາມຈິບຫາຍ
ແລະໃນເວລາທີ່ເຈົ້າເຈິຄວາມລຳບາກຍ້ອນສັດຕູ.
12 ໃຜຈະຫັກເຫຼັກທີ່ມາຈາກທາງເໜືອ
ແລະຫັກທອງແດງເປັນທ່ອນໆໄດ້?
13 ເຮົາຈະປ່ອຍໃຫ້ຊັບພະຍາກອນແລະຊັບສົມບັດຂອງເຈົ້າຖືກປຸ້ນ.+
ສັດຕູຂອງເຈົ້າຈະຍຶດເອົາສິ່ງເຫຼົ່ານັ້ນໄປລ້າໆ ຍ້ອນມັນເປັນການລົງໂທດສຳລັບຄວາມຜິດທັງໝົດທີ່ເຈົ້າໄດ້ເຮັດທົ່ວແຜ່ນດິນຂອງເຈົ້າ.
14 ເຮົາຈະເອົາພວກມັນໃຫ້ສັດຕູຂອງເຈົ້າ.
ເຂົາເຈົ້າຈະເອົາພວກມັນໄປໃນແຜ່ນດິນທີ່ເຈົ້າບໍ່ຮູ້ຈັກ+
ຍ້ອນຄວາມໃຈຮ້າຍຂອງເຮົາໄດ້ເຮັດໃຫ້ເກີດໄຟໄໝ້
ແລະມັນກຳລັງໄໝ້ເຈົ້າຢູ່.”+
15 ພະເຢໂຫວາເອີ້ຍ ພະອົງກໍຮູ້ວ່າລູກທຸກລຳບາກສ່ຳໃດ
ຂໍພະອົງຄິດເຖິງລູກແລະສົນໃຈລູກ.
ຂໍພະອົງແກ້ແຄ້ນຄົນທີ່ຂົ່ມເຫງລູກ.+
ຂໍພະອົງຢ່າປ່ອຍໃຫ້ລູກຕາຍ*ຍ້ອນພະອົງບໍ່ໃຈຮ້າຍງ່າຍ.
ພະອົງກໍຮູ້ວ່າລູກຍອມໃຫ້ຄົນອື່ນດູຖູກຍ້ອນເຫັນແກ່ພະອົງ.+
16 ພະເຢໂຫວາພະເຈົ້າຜູ້ບັນຊາການກອງທັບເອີ້ຍ ເມື່ອລູກໄດ້ຮັບຄຳເວົ້າຂອງພະອົງ ລູກກໍກິນຄຳເວົ້ານັ້ນຄືກັບກິນອາຫານ.+
ຄຳເວົ້າຂອງພະອົງເຮັດໃຫ້ລູກມີຄວາມຍິນດີແລະມີຄວາມສຸກໃນໃຈ
ຍ້ອນລູກຖືກເອີ້ນຕາມຊື່ຂອງພະອົງ.
17 ລູກບໍ່ໄດ້ນັ່ງກັບຄົນທີ່ມັກມ່ວນແລະມັກເວົ້າຕະຫຼົກ.+
ຍ້ອນລູກຢູ່ພາຍໃຕ້ອຳນາດຂອງພະອົງ ລູກຈຶ່ງນັ່ງຢູ່ຄົນດຽວ.
ລູກໃຈຮ້າຍຄືກັບພະອົງຍ້ອນຄວາມຊົ່ວທີ່ເຂົາເຈົ້າໄດ້ເຮັດ.+
18 ເປັນຫຍັງລູກເຈັບປວດຊຳເຮື້ອແລະບາດແຜຂອງລູກກໍປົວບໍ່ໄດ້?
ມັນປົວບໍ່ເຊົາເລີຍ.
ພະອົງຈະກາຍເປັນແຫຼ່ງນ້ຳທີ່ບໍ່ມີນ້ຳ
ແລະໄວ້ໃຈບໍ່ໄດ້ບໍ?
19 ພະເຢໂຫວາຈຶ່ງບອກວ່າ:
“ຖ້າເຈົ້າກັບມາຫາເຮົາ ເຮົາຈະພໍໃຈເຈົ້າອີກເທື່ອໜຶ່ງ
ແລະເຈົ້າຈະໄດ້ຢືນຢູ່ຕໍ່ໜ້າເຮົາ.
ຖ້າເຈົ້າແຍກສິ່ງທີ່ມີຄ່າອອກຈາກສິ່ງທີ່ບໍ່ມີຄ່າ
ເຈົ້າກໍຈະເປັນຄືກັບຄົນທີ່ເວົ້າແທນເຮົາ.
ເຂົາເຈົ້າຈະຕ້ອງສົນໃຈຟັງສິ່ງທີ່ເຈົ້າເວົ້າ
ແຕ່ເຈົ້າບໍ່ຕ້ອງໄປສົນໃຈສິ່ງທີ່ເຂົາເຈົ້າເວົ້າ.”
20 ພະເຢໂຫວາບອກວ່າ: “ເຮົາຈະເຮັດໃຫ້ເຈົ້າເປັນກຳແພງທອງແດງທີ່ແຂງແຮງໃນກຸ່ມຄົນເຫຼົ່ານີ້.+
ເຂົາເຈົ້າຈະມາຕໍ່ສູ້ເຈົ້າແນ່ນອນ
ແຕ່ເຂົາເຈົ້າຈະບໍ່ຊະນະເຈົ້າ+
ຍ້ອນເຮົາຢູ່ກັບເຈົ້າເພື່ອຈະຊ່ວຍເຈົ້າໃຫ້ລອດ.
21 ເຮົາຈະຊ່ວຍເຈົ້າໃຫ້ລອດຈາກມືຂອງຄົນຊົ່ວ
ແລະໄຖ່ເຈົ້າຈາກມືຂອງຄົນທີ່ໂຫດຫ້ຽມ.”
16 ພະເຢໂຫວາເວົ້າກັບຂ້ອຍອີກວ່າ: 2 “ຫ້າມເຈົ້າເອົາເມຍແລະຫ້າມເຈົ້າເອົາລູກຊາຍແລະລູກສາວຢູ່ແຜ່ນດິນນີ້ 3 ຍ້ອນພະເຢໂຫວາບອກສິ່ງທີ່ຈະເກີດຂຶ້ນກັບລູກຊາຍແລະລູກສາວທີ່ເກີດຢູ່ນີ້ ແລະບອກສິ່ງທີ່ຈະເກີດຂຶ້ນກັບພໍ່ແມ່ທີ່ໃຫ້ເຂົາເຈົ້າເກີດມາໃນແຜ່ນດິນນີ້ວ່າ 4 ‘ເຂົາເຈົ້າຈະເປັນພະຍາດຮ້າຍແຮງຕາຍ+ ແຕ່ຈະບໍ່ມີໃຜໄວ້ທຸກຫຼືຝັງເຂົາເຈົ້າ. ສົບຂອງເຂົາເຈົ້າຈະເປັນຄືກັບຂີ້ສັດຢູ່ດິນ.+ ເຂົາເຈົ້າຈະຕາຍດ້ວຍດາບແລະຄວາມອຶດຢາກ.+ ສົບຂອງເຂົາເຈົ້າຈະເປັນອາຫານຂອງນົກຢູ່ເທິງທ້ອງຟ້າແລະສັດປ່າຢູ່ເທິງແຜ່ນດິນ.’
5 ພະເຢໂຫວາເວົ້າວ່າ
‘ຢ່າເຂົ້າໄປໃນເຮືອນທີ່ມີງານສົບ
ແລະຢ່າຮ້ອງໄຫ້ຫຼືສະແດງຄວາມເຫັນອົກເຫັນໃຈ.’+
ພະເຢໂຫວາບອກວ່າ ‘ຍ້ອນເຮົາໄດ້ເອົາສັນຕິສຸກ
ຄວາມຮັກທີ່ໝັ້ນຄົງ ແລະຄວາມເມດຕາຂອງເຮົາໄປຈາກຄົນເຫຼົ່ານີ້ແລ້ວ.+
6 ທັງຄົນລວຍທີ່ສຳຄັນແລະຄົນທຸກທີ່ບໍ່ສຳຄັນຈະຕາຍໃນແຜ່ນດິນນີ້.
ຈະບໍ່ມີໃຜຝັງເຂົາເຈົ້າ
ຈະບໍ່ມີໃຜໄວ້ທຸກໃຫ້ເຂົາເຈົ້າ
ແລະຈະບໍ່ມີໃຜປາດໂຕເອງຫຼືແຖຫົວເພື່ອເຂົາເຈົ້າ.*
7 ຈະບໍ່ມີໃຜເອົາອາຫານໃຫ້ຄົນທີ່ໄວ້ທຸກກິນ
ເພື່ອປອບໃຈເຂົາເຈົ້າຍ້ອນມີຄົນຕາຍ.
ຈະບໍ່ມີໃຜເອົາຈອກເຫຼົ້າແວງໃຫ້ເຂົາເຈົ້າກິນ
ເພື່ອປອບໃຈເຂົາເຈົ້າຍ້ອນພໍ່ແມ່ຂອງເຂົາເຈົ້າຕາຍ.
8 ຢ່າເຂົ້າໄປໃນເຮືອນທີ່ມີງານລ້ຽງ
ເພື່ອນັ່ງກິນນັ່ງດື່ມກັບເຂົາເຈົ້າ.’
9 ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ ‘ໃນສະໄໝຂອງພວກເຈົ້າ ພວກເຈົ້າຈະເຫັນກັບຕາວ່າເຮົາຈະເຮັດໃຫ້ສຽງຂອງຄວາມຍິນດີແລະຄວາມສຸກ ສຽງຂອງເຈົ້າບ່າວແລະເຈົ້າສາວໃນແຜ່ນດິນນີ້ບໍ່ມີອີກຕໍ່ໄປ.’+
10 ເມື່ອເຈົ້າບອກເລື່ອງທັງໝົດນີ້ໃຫ້ຄົນເຫຼົ່ານີ້ຟັງ ເຂົາເຈົ້າກໍຈະຖາມເຈົ້າວ່າ ‘ເປັນຫຍັງພະເຢໂຫວາຈຶ່ງບອກວ່າຈະໃຫ້ພວກເຮົາເຈິຄວາມຈິບຫາຍຄັ້ງໃຫຍ່? ພວກເຮົາໄດ້ເຮັດຜິດຫຍັງຕໍ່ພະເຢໂຫວາພະເຈົ້າຂອງພວກເຮົາ?’+ 11 ເຈົ້າຕ້ອງຕອບເຂົາເຈົ້າວ່າ ‘ພະເຢໂຫວາບອກວ່າ “ຍ້ອນປູ່ຍ່າຕານາຍຂອງພວກເຈົ້າໄດ້ຖິ້ມເຮົາ.+ ເຂົາເຈົ້າໄປຕິດຕາມ ຮັບໃຊ້ ແລະກົ້ມກາບພະເຈົ້າອື່ນໆ.+ ເຂົາເຈົ້າປະຖິ້ມເຮົາແລະເຊົາເຮັດຕາມກົດໝາຍຂອງເຮົາ.+ 12 ແຕ່ພວກເຈົ້າພັດແຮ່ງເຮັດຊົ່ວຫຼາຍກວ່າປູ່ຍ່າຕານາຍຂອງພວກເຈົ້າອີກ.+ ພວກເຈົ້າທຸກຄົນເປັນຄົນຫົວແຂງແລະເຮັດຕາມໃຈຊົ່ວໆຂອງໂຕເອງແທນທີ່ຈະເຊື່ອຟັງເຮົາ.+ 13 ຍ້ອນແນວນີ້ ເຮົາຈະໂຍນພວກເຈົ້າອອກຈາກແຜ່ນດິນນີ້ໄປແຜ່ນດິນທີ່ພວກເຈົ້າແລະປູ່ຍ່າຕານາຍຂອງພວກເຈົ້າບໍ່ຮູ້ຈັກ+ ແລະຢູ່ຫັ້ນພວກເຈົ້າຕ້ອງຮັບໃຊ້ພະເຈົ້າອື່ນໝົດມື້ໝົດຄືນ+ ຍ້ອນເຮົາຈະບໍ່ອີ່ຕົນພວກເຈົ້າແລ້ວ.”’
14 ພະເຢໂຫວາບອກວ່າ ‘ແຕ່ຈະມີມື້ໜຶ່ງທີ່ເຂົາເຈົ້າຈະບໍ່ເວົ້າວ່າ “ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່ ຜູ້ທີ່ພາພວກອິດສະຣາເອນອອກມາຈາກແຜ່ນດິນເອຢິບ!”+ 15 ແຕ່ຈະເວົ້າວ່າ “ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່ ຜູ້ທີ່ພາພວກອິດສະຣາເອນອອກມາຈາກແຜ່ນດິນທາງເໜືອແລະແຜ່ນດິນທັງໝົດທີ່ເພິ່ນເຮັດໃຫ້ເຂົາເຈົ້າກະຈັດກະຈາຍໄປຢູ່!” ແລະເມື່ອຮອດຕອນນັ້ນ ເຮົາຈະພາເຂົາເຈົ້າກັບມາແຜ່ນດິນຂອງເຂົາເຈົ້າ ເຊິ່ງເຮົາໄດ້ຍົກໃຫ້ປູ່ຍ່າຕານາຍຂອງເຂົາເຈົ້າ.’+
16 ພະເຢໂຫວາເວົ້າວ່າ ‘ເຮົາກຳລັງເອີ້ນພວກຄົນຫາປາມານີ້.
ພວກນັ້ນຈະຈັບເຂົາເຈົ້າຄືກັບຈັບປາ.
ຫຼັງຈາກນັ້ນ ເຮົາກໍຈະເອີ້ນພວກນາຍພານມາ.
ພວກນັ້ນຈະລ່າເຂົາເຈົ້າຢູ່ເທິງພູທຸກໜ່ວຍ ຢູ່ຕາມໂນນພູທຸກບ່ອນ
ແລະຢູ່ຕາມຫຼືບຫີນທຸກຫຼືບ.
17 ເຮົາເຫັນທຸກສິ່ງທຸກຢ່າງທີ່ເຂົາເຈົ້າເຮັດ.*
ເຂົາເຈົ້າເຊື່ອງສິ່ງທີ່ເຂົາເຈົ້າເຮັດຈາກເຮົາບໍ່ໄດ້
ແລະເຊື່ອງຄວາມຜິດຂອງເຂົາເຈົ້າຈາກເຮົາກໍບໍ່ໄດ້.
18 ເຮົາຈະຕອບແທນເຂົາເຈົ້າໃຫ້ສົມກັບຄວາມຜິດຄວາມບາບທີ່ເຂົາເຈົ້າໄດ້ເຮັດ+
ຍ້ອນເຂົາເຈົ້າໄດ້ເຮັດໃຫ້ແຜ່ນດິນຂອງເຮົາບໍ່ສະອາດດ້ວຍຮູບບູຊາທີ່ບໍ່ມີຊີວິດ*ແລະເປັນຕາຂີ້ດຽດ
ແລະເຮັດໃຫ້ມໍລະດົກຂອງເຮົາມີແຕ່ສິ່ງທີ່ເປັນຕາຊັງ.’”+
19 ພະເຢໂຫວາຜູ້ເປັນກຳລັງ ເປັນປ້ອມທີ່ແຂງແຮງຂອງລູກ
ແລະເປັນບ່ອນທີ່ລູກໜີເຂົ້າໄປລີ້ໄດ້ຕອນທີ່ລູກລຳບາກ+
ຊາດຕ່າງໆຈາກສຸດຂອບໂລກຈະມາຫາພະອົງ
ແລະເຂົາເຈົ້າຈະເວົ້າວ່າ: “ປູ່ຍ່າຕານາຍຂອງພວກເຮົາໄດ້ເຮັດຕາມທຳນຽມຂອງການນະມັດສະການພະເຈົ້າປອມ*
ເຊິ່ງເປັນສິ່ງທີ່ບໍ່ມີຄ່າແລະບໍ່ມີປະໂຫຍດຫຍັງ.”+
20 ມະນຸດຈະສ້າງພະເຈົ້າຂຶ້ນມາເອງໄດ້ບໍ?
ສິ່ງທີ່ເຂົາເຈົ້າສ້າງບໍ່ແມ່ນພະເຈົ້າແທ້ໆ.+
21 “ດັ່ງນັ້ນ ເຮົາຈະເຮັດໃຫ້ເຂົາເຈົ້າຮູ້
ໃນຕອນນັ້ນ ເຮົາຈະເຮັດໃຫ້ເຂົາເຈົ້າເຫັນອຳນາດແລະລິດເດດຂອງເຮົາ
ແລະເຂົາເຈົ້າຈະໄດ້ຮູ້ວ່າຊື່ຂອງເຮົາແມ່ນເຢໂຫວາ.”
17 “ບາບຂອງຄົນຢູດາຖືກຂຽນດ້ວຍບິກເຫຼັກ
ແລະຖືກສະຫຼັກເທິງຫົວໃຈຂອງເຂົາເຈົ້າດ້ວຍແນວຂຽນທີ່ມີຫົວເປັນເພັດ
ແລະຢູ່ເຂົາທີ່ຢູ່ແຈແທ່ນບູຊາຂອງເຂົາເຈົ້າ.
2 ພວກລູກຊາຍຂອງເຂົາເຈົ້າຈະຄິດເຖິງແທ່ນບູຊາແລະເສົາໄມ້ສັກສິດ*ຂອງເຂົາເຈົ້າ+
ທີ່ຢູ່ທາງຂ້າງຕົ້ນໄມ້ໃຫຍ່ຢູ່ເທິງໂນນພູສູງ+
3 ແລະຢູ່ເທິງພູຕ່າງໆທີ່ຢູ່ເຂດບ້ານນອກ.
ເຮົາຈະເຮັດໃຫ້ຊັບພະຍາກອນແລະຊັບສົມບັດທັງໝົດຂອງເຈົ້າຖືກປຸ້ນ+
ແລະບ່ອນນະມັດສະການຕ່າງໆຂອງເຈົ້າກໍຈະຖືກປຸ້ນຄືກັນ ຍ້ອນຄວາມຜິດທີ່ເຈົ້າໄດ້ເຮັດຢູ່ທົ່ວເຂດຂອງເຈົ້າ.+
4 ເຈົ້າຈະຍອມສະລະມໍລະດົກທີ່ເຮົາມອບໃຫ້ເຈົ້າ+
ແລະເຮົາຈະໃຫ້ເຈົ້າຮັບໃຊ້ສັດຕູຂອງເຈົ້າໃນແຜ່ນດິນທີ່ເຈົ້າບໍ່ຮູ້ຈັກ+
ຍ້ອນເຈົ້າເຮັດໃຫ້ເຮົາໃຈຮ້າຍຄືກັບໄດ້ຈູດໄຟໃຫ້ລຸກໄໝ້*+
ແລະມັນຈະບໍ່ມອດເລີຍ.”
5 ພະເຢໂຫວາເວົ້າວ່າ:
6 ລາວຈະກາຍເປັນຕົ້ນໄມ້ໂດດດ່ຽວໃນບ່ອນກັນດານ.
ລາວຈະບໍ່ເຈິສິ່ງທີ່ດີໆເລີຍ.
ລາວຈະອາໄສໃນບ່ອນແຫ້ງແລ້ງກັນດານ
ໃນບ່ອນທີ່ດິນເຄັມແລະບໍ່ມີໃຜອາໄສຢູ່.
7 ຄົນທີ່ໄວ້ໃຈໃນພະເຢໂຫວາ
ຄົນທີ່ໝັ້ນໃຈໃນພະເຢໂຫວາຈະໄດ້ຮັບພອນ.+
8 ລາວຈະເປັນຄືກັບຕົ້ນໄມ້ທີ່ປູກໄວ້ແຄມນ້ຳ
ທີ່ຮາກປົ່ງລົງໄປຮອດແມ່ນ້ຳ.
ເຖິງວ່າແດດຈະຮ້ອນແທ້ຮ້ອນວ່າ ແຕ່ມັນກໍຈະບໍ່ຮູ້ສຶກຮ້ອນ.
ມັນຈະມີໃບດົກເຕັມຕົ້ນ+
ແລະໃນປີທີ່ແຫ້ງແລ້ງ ມັນກໍຈະບໍ່ເປັນຫຍັງ.
ມັນຈະເປັນໝາກຕະຫຼອດ.
9 ຫົວໃຈທໍລະຍົດ*ຫຼາຍກວ່າທຸກສິ່ງແລະລໍ້ໃຫ້ເຮັດຊົ່ວໄດ້ທຸກຢ່າງ.+
ໃຜຈະຮູ້ຈັກມັນໄດ້?
10 ເຮົາເຢໂຫວາເປັນຜູ້ກວດເບິ່ງຫົວໃຈ+
ກວດເບິ່ງຄວາມຮູ້ສຶກທີ່ເລິກທີ່ສຸດ*
ເພື່ອຈະຕອບແທນແຕ່ລະຄົນຕາມສິ່ງທີ່ເຂົາເຈົ້າເຮັດ
ແລະຕາມຜົນທີ່ເກີດຈາກການກະທຳຂອງເຂົາເຈົ້າ.+
11 ຄົນທີ່ໄດ້ຊັບສົມບັດແບບບໍ່ສັດຊື່*+
ກໍເປັນຄືກັບນົກກະທາທີ່ເອົາໄຂ່ຂອງນົກໂຕອື່ນມາຟັກ.
ຊັບສົມບັດນັ້ນໄປຈາກລາວຕອນທີ່ລາວຍັງບໍ່ທັນເຖົ້າຊ້ຳ
ແລະໃນທີ່ສຸດ ຄົນອື່ນກໍຈະເຫັນວ່າລາວເປັນຄົນທີ່ບໍ່ຮູ້ຈັກຄິດ.”
12 ບັນລັງທີ່ມີກຽດທີ່ຖືກຍົກຂຶ້ນຕັ້ງແຕ່ທຳອິດ
ເປັນບ່ອນບໍລິສຸດຂອງພວກເຮົາ.+
13 ພະເຢໂຫວາຜູ້ເປັນຄວາມຫວັງຂອງອິດສະຣາເອນເອີ້ຍ
ທຸກຄົນທີ່ຖິ້ມພະອົງຈະຕ້ອງອັບອາຍ.
ຄົນທີ່ທໍລະຍົດພະອົງຈະຫາຍໄປຄືກັບໂຕໜັງສືທີ່ຂຽນໄວ້ຢູ່ດິນ+
ຍ້ອນເຂົາເຈົ້າຖິ້ມພະເຢໂຫວາຜູ້ເປັນແຫຼ່ງນ້ຳທີ່ໃຫ້ຊີວິດ.+
14 ພະເຢໂຫວາເອີ້ຍ ຂໍພະອົງປິ່ນປົວລູກ ລູກຈະໄດ້ເຊົາ.
ຂໍພະອົງຊ່ວຍລູກ ລູກຈະໄດ້ລອດ+
ຍ້ອນພະອົງເປັນຜູ້ທີ່ລູກສັນລະເສີນ.
15 ມີບາງຄົນເວົ້າກັບລູກວ່າ:
“ເປັນຫຍັງຄຳເວົ້າຂອງພະເຢໂຫວາຄືຍັງບໍ່ເກີດຂຶ້ນປານນີ້?+
ເຊີນໃຫ້ມັນເກີດຂຶ້ນທະແມະ!”
16 ສຳລັບລູກ ລູກຍັງເປັນຜູ້ລ້ຽງແກະຂອງພະອົງແລະຕິດຕາມພະອົງຕໍ່ໆໄປ
ແລະລູກກໍບໍ່ໄດ້ຂໍໃຫ້ວັນຂອງຄວາມຈິບຫາຍມາ.
ລູກເວົ້າຫຍັງ ພະອົງກໍຮູ້ໝົດ
ແລະພະອົງກໍເຫັນໝົດທຸກຢ່າງ!
17 ຂໍພະອົງຢ່າເຮັດໃຫ້ລູກຢ້ານໂດຍຖິ້ມລູກໄປ.
ພະອົງເປັນບ່ອນລີ້ໄພສຳລັບລູກໃນມື້ທີ່ລູກທຸກລຳບາກ.
18 ຂໍພະອົງເຮັດໃຫ້ຄົນທີ່ຂົ່ມເຫງລູກອັບອາຍ+
ແຕ່ຂໍຢ່າເຮັດໃຫ້ລູກອັບອາຍ.
ຂໍພະອົງເຮັດໃຫ້ເຂົາເຈົ້າຢ້ານ
ແຕ່ຂໍຢ່າເຮັດໃຫ້ລູກຢ້ານ.
ຂໍພະອົງເຮັດໃຫ້ເຂົາເຈົ້າເຈິຄວາມຈິບຫາຍ+
ເຮັດໃຫ້ເຂົາເຈົ້າເຈິຈຸດຈົບແລະທຳລາຍເຂົາເຈົ້າຈົນໝົດ.
19 ພະເຢໂຫວາບອກຂ້ອຍວ່າ: “ໃຫ້ເຈົ້າໄປຢືນຢູ່ປະຕູຫຼັກ*ທີ່ພວກກະສັດຂອງຢູດາມັກໃຊ້ແລະໄປຢືນຢູ່ທຸກປະຕູຂອງເຢຣູຊາເລັມ.+ 20 ເຈົ້າຕ້ອງບອກເຂົາເຈົ້າວ່າ ‘ພວກກະສັດຂອງຢູດາ ຄົນຢູດາທຸກຄົນ ແລະຄົນທີ່ຢູ່ໃນເມືອງເຢຣູຊາເລັມທຸກຄົນທີ່ເຂົ້າອອກປະຕູເຫຼົ່ານີ້ ໃຫ້ຟັງຄຳເວົ້າຂອງພະເຢໂຫວາເດີ້. 21 ພະເຢໂຫວາບອກວ່າ “ລະວັງຢ່າຂົນເຄື່ອງຫຼືເອົາຫຍັງກໍຕາມເຂົ້າມາທາງປະຕູຕ່າງໆຂອງເມືອງເຢຣູຊາເລັມໃນວັນຊະບາໂຕ.+ 22 ຫ້າມເຈົ້າເອົາຫຍັງອອກຈາກເຮືອນແລະຫ້າມເຈົ້າເຮັດວຽກຫຍັງໃນວັນຊະບາໂຕ.+ ໃຫ້ຖືວ່າວັນຊະບາໂຕເປັນມື້ທີ່ສັກສິດຄືກັບທີ່ເຮົາໄດ້ສັ່ງປູ່ຍ່າຕານາຍຂອງເຈົ້າ.+ 23 ແຕ່ປູ່ຍ່າຕານາຍຂອງເຈົ້າພັດບໍ່ສົນໃຈຟັງ ເຂົາເຈົ້າເປັນຄົນຫົວແຂງ ບໍ່ຍອມເຊື່ອຟັງ ແລະບໍ່ຍອມຮັບການສັ່ງສອນ.”+
24 ພະເຢໂຫວາບອກວ່າ “ຖ້າເຈົ້າເຊື່ອຟັງເຮົາຢ່າງເຄັ່ງຄັດແລະບໍ່ຂົນຫຍັງເຂົ້າມາທາງປະຕູຕ່າງໆຂອງເມືອງນີ້ໃນວັນຊະບາໂຕ ແລະຖືວ່າວັນຊະບາໂຕເປັນມື້ທີ່ສັກສິດໂດຍບໍ່ເຮັດວຽກຫຍັງໃນມື້ນັ້ນ+ 25 ພວກກະສັດແລະພວກເຈົ້ານາຍທີ່ນັ່ງຢູ່ເທິງບັນລັງຂອງດາວິດ+ກໍຈະເຂົ້າມາທາງປະຕູຂອງເມືອງນີ້ນຳ. ເຂົາເຈົ້າຈະນັ່ງລົດມ້າແລະຂີ່ມ້າມາ ທັງເຂົາເຈົ້າແລະພວກເຈົ້ານາຍ ທັງຄົນຢູດາແລະຄົນທີ່ຢູ່ໃນເມືອງເຢຣູຊາເລັມ+ ແລະເມືອງນີ້ຈະມີຄົນອາໄສຢູ່ຕະຫຼອດ. 26 ຜູ້ຄົນຈະພາກັນມາຈາກເມືອງຕ່າງໆຂອງຢູດາ ຈາກບ່ອນຕ່າງໆທີ່ຢູ່ອ້ອມຂ້າງເມືອງເຢຣູຊາເລັມ ຈາກແຜ່ນດິນຂອງເບັນຢາມິນ+ ຈາກທົ່ງພຽງ+ ຈາກເຂດພູ ແລະຈາກເນເກັບ* ເພື່ອເອົາເຄື່ອງບູຊາເຜົາ+ ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ+ ເຄື່ອງຫອມ ເຄື່ອງບູຊາສະແດງຄວາມຂອບໃຈ ແລະເຄື່ອງບູຊາອື່ນໆ+ມາໃຫ້ຢູ່ວິຫານຂອງພະເຢໂຫວາ.+
27 ແຕ່ຖ້າເຈົ້າບໍ່ເຊື່ອຟັງເຮົາແລະບໍ່ຖືວັນຊະບາໂຕເປັນມື້ທີ່ສັກສິດແລະຂົນເຄື່ອງເຂົ້າມາທາງປະຕູເມືອງເຢຣູຊາເລັມໃນວັນຊະບາໂຕ ເຮົາຈະຈູດໄຟເຜົາປະຕູເມືອງເຢຣູຊາເລັມແລະມັນຈະໄໝ້ປ້ອມສູງຕ່າງໆຂອງເມືອງນີ້ນຳ+ແລະມັນຈະບໍ່ມອດຈັກເທື່ອ.”’”+
18 ພະເຢໂຫວາບອກເຢເຣມີຢາວ່າ: 2 “ໃຫ້ເຈົ້າລຸກຂຶ້ນແລະໄປເຮືອນຂອງຊ່າງປັ້ນໝໍ້+ ແລະເຮົາຈະເວົ້າກັບເຈົ້າຢູ່ຫັ້ນ.”
3 ຂ້ອຍຈຶ່ງໄປເຮືອນຂອງຊ່າງປັ້ນໝໍ້ແລະເຫັນວ່າລາວກຳລັງປັ້ນດິນຢູ່ແປ້ນໝູນ. 4 ແຕ່ດິນທີ່ລາວໃຊ້ປັ້ນໝໍ້ບໍ່ໄດ້ເປັນຮູບຕາມທີ່ລາວຄິດໄວ້. ດັ່ງນັ້ນ ລາວຈຶ່ງປັ້ນດິນນັ້ນເປັນຮູບໃໝ່ຕາມທີ່ລາວເຫັນວ່າເໝາະສົມ.
5 ແລ້ວພະເຢໂຫວາກໍເວົ້າກັບຂ້ອຍວ່າ: 6 “‘ພວກອິດສະຣາເອນເອີ້ຍ ເຮົາຈະເຮັດກັບພວກເຈົ້າຄືກັບຊ່າງປັ້ນໝໍ້ເຮັດກັບດິນດາກບໍ່ໄດ້ບໍ? ພວກອິດສະຣາເອນເອີ້ຍ ພວກເຈົ້າຢູ່ໃນມືຂອງເຮົາຄືກັບດິນດາກຢູ່ໃນມືຂອງຊ່າງປັ້ນໝໍ້.’+ ພະເຢໂຫວາເວົ້າໄວ້ແນວນີ້. 7 ‘ເມື່ອໃດກໍຕາມທີ່ເຮົາເວົ້າເຖິງການຫຼົກຮາກຫຼົກເຫງົ້າແລະການທຳລາຍຊາດໃດຊາດໜຶ່ງຫຼືປະເທດໃດປະເທດໜຶ່ງ+ 8 ແລ້ວຊາດນັ້ນໄດ້ເຊົາເຮັດຊົ່ວ ເຮົາກໍຈະປ່ຽນໃຈ*ບໍ່ທຳລາຍຊາດນັ້ນຄືກັບທີ່ເຮົາໄດ້ຕັ້ງໃຈໄວ້ຕັ້ງແຕ່ຕອນທຳອິດ.+ 9 ແຕ່ເມື່ອໃດກໍຕາມທີ່ເຮົາເວົ້າເຖິງການສ້າງຊາດໃດຊາດໜຶ່ງຫຼືປະເທດໃດປະເທດໜຶ່ງຂຶ້ນມາ 10 ແລ້ວຊາດນັ້ນໄດ້ເຮັດສິ່ງທີ່ເຮົາເຫັນວ່າຊົ່ວແລະບໍ່ເຊື່ອຟັງເຮົາ ເຮົາກໍຈະປ່ຽນໃຈບໍ່ໃຫ້ມີສິ່ງດີໆເກີດຂຶ້ນກັບຊາດນັ້ນຄືກັບທີ່ເຮົາໄດ້ຕັ້ງໃຈໄວ້ຕັ້ງແຕ່ຕອນທຳອິດ.’
11 ໃຫ້ເຈົ້າໄປບອກຄົນຢູດາແລະຄົນຢູ່ໃນເມືອງເຢຣູຊາເລັມວ່າ ‘ພະເຢໂຫວາບອກວ່າ “ເຮົາກຳລັງກຽມຄວາມຈິບຫາຍແລະກຳລັງຄິດວ່າຈະລົງໂທດພວກເຈົ້າແນວໃດ. ຂໍໃຫ້ພວກເຈົ້າເຊົາເຮັດຊົ່ວແລະປ່ຽນແປງວິທີໃຊ້ຊີວິດກັບການກະທຳຂອງພວກເຈົ້າສະ.”’”+
12 ແຕ່ເຂົາເຈົ້າເວົ້າວ່າ: “ບໍ່ຕ້ອງເວົ້າໃຫ້ເມື່ອຍປາກດອກ ມັນບໍ່ມີປະໂຫຍດ.+ ຈັ່ງໃດພວກເຮົາກໍຈະເຮັດຕາມຄວາມຄິດຂອງໂຕເອງ ແລະພວກເຮົາແຕ່ລະຄົນຈະເຮັດຕາມໃຈຊົ່ວໆຂອງໂຕເອງຕໍ່ໄປ.”+
13 ພະເຢໂຫວາເວົ້າວ່າ:
“ໃຫ້ພວກເຈົ້າໄປຖາມຊາດຕ່າງໆເບິ່ງ.
ມີໃຜເຄີຍໄດ້ຍິນຄົນເວົ້າແບບນີ້ບໍ?
ພວກອິດສະຣາເອນ*ໄດ້ເຮັດສິ່ງທີ່ໜ້າລັງກຽດທີ່ສຸດ.+
14 ຫິມະເທິງພູຢູ່ເລບານອນຈະເປື່ອຍຈາກຫີນໄປໝົດໄດ້ບໍ?
ຫຼືນ້ຳເຢັນໆທີ່ໄຫຼມາຈາກບ່ອນໄກໆຈະແຫ້ງໄປໝົດໄດ້ບໍ?
15 ແຕ່ປະຊາຊົນຂອງເຮົາໄດ້ລືມເຮົາແລ້ວ.+
ເຂົາເຈົ້າເອົາເຄື່ອງບູຊາ*ໃຫ້ສິ່ງທີ່ບໍ່ມີຄ່າ.+
ເຂົາເຈົ້າເຮັດໃຫ້ຄົນອື່ນເຮັດຜິດແລະພາຄົນອື່ນເຈີດອອກຈາກທາງທີ່ຖືກຕ້ອງທີ່ມີມາແຕ່ບູຮານ+
ແລ້ວພາໄປທາງເສັ້ນນ້ອຍໆທີ່ບໍ່ພຽງແລະມີແຕ່ຂຸມ
16 ເພື່ອເຮັດໃຫ້ຄົນອື່ນຕົກໃຈ+
ຄົນທີ່ກາຍໄປກາຍມາແຜ່ນດິນນັ້ນຈະຈ້ອງເບິ່ງດ້ວຍຄວາມຕົກໃຈແລະແກວ່ງຫົວໃສ່.+
17 ຄືກັບລົມຈາກທິດຕາເວັນອອກ ເຮົາຈະເຮັດໃຫ້ເຂົາເຈົ້າກະຈັດກະຈາຍກັນໄປຕໍ່ໜ້າສັດຕູ.
ໃນມື້ທີ່ເຂົາເຈົ້າເຈິຄວາມຈິບຫາຍ ເຮົາຈະລັງກຽດເຂົາເຈົ້າແທນທີ່ຈະອີ່ຕົນເຂົາເຈົ້າ.”+
18 ເຂົາເຈົ້າພາກັນເວົ້າວ່າ: “ໄປ໋ ໃຫ້ພວກເຮົາວາງແຜນຈັດການເຢເຣມີຢາ+ ຍ້ອນພວກເຮົາຍັງມີພວກປະໂລຫິດທີ່ຈະເຮັດໃຫ້ພວກເຮົາເຂົ້າໃຈກົດໝາຍ* ມີພວກຄົນສະຫຼາດທີ່ຈະໃຫ້ຄຳແນະນຳກັບພວກເຮົາ ແລະຍັງມີພວກຜູ້ພະຍາກອນທີ່ຈະປະກາດຄຳເວົ້າຂອງພະເຈົ້າໃຫ້ພວກເຮົາຟັງ. ໃຫ້ພວກເຮົາພາກັນໄປຮ້າຍໄປດ່າລາວ* ແລະຢ່າໄປສົນໃຈຄຳເວົ້າຂອງລາວ.”
19 ພະເຢໂຫວາເອີ້ຍ ຂໍພະອົງສົນໃຈຟັງລູກ
ແລະຂໍພະອົງຟັງວ່າຜູ້ທີ່ຕໍ່ຕ້ານລູກເວົ້າຫຍັງແດ່.
20 ຄວາມດີຄວນຖືກຕອບແທນດ້ວຍຄວາມຊົ່ວບໍ?
ເຂົາເຈົ້າຂຸດຂຸມເພື່ອຈະຂ້າລູກ.+
ຂໍພະອົງຈື່ວ່າລູກເຄີຍຢືນຢູ່ຕໍ່ໜ້າພະອົງແລະຂໍແທນເຂົາເຈົ້າ
ເພື່ອໃຫ້ພະອົງເຊົາໃຈຮ້າຍໃຫ້ເຂົາເຈົ້າ.
21 ຂໍພະອົງເຮັດໃຫ້ລູກຊາຍຂອງເຂົາເຈົ້າຕາຍຍ້ອນຄວາມອຶດຢາກ
ແລະຖືກຂ້າດ້ວຍດາບ.+
ຂໍໃຫ້ເມຍຂອງເຂົາເຈົ້າສູນເສຍລູກແລະເປັນໝ້າຍ.+
ຂໍໃຫ້ພວກຜູ້ຊາຍເປັນພະຍາດຕາຍ
ແລະຂໍໃຫ້ພວກຊາຍໜຸ່ມຂອງເຂົາເຈົ້າຖືກຂ້າຕາຍຢູ່ໃນສະໜາມຮົບ.+
22 ຂໍໃຫ້ມີສຽງຮ້ອງດັງອອກມາຈາກເຮືອນຂອງເຂົາເຈົ້າ
ຕອນທີ່ພະອົງພາກຸ່ມໂຈນມາຈັດການເຂົາເຈົ້າແບບກະທັນຫັນ
ຍ້ອນເຂົາເຈົ້າໄດ້ຂຸດຂຸມເພື່ອຈັບລູກ
ແລະວາງກັບດັກໄວ້ດັກລູກ.+
23 ແຕ່ພະເຢໂຫວາເອີ້ຍ
ພະອົງຮູ້ຈັກແຜນຮ້າຍທຸກຢ່າງຂອງເຂົາເຈົ້າທີ່ຈະຂ້າລູກ.+
ຂໍພະອົງຢ່າປົກປິດຄວາມຜິດຂອງເຂົາເຈົ້າ
ແລະຂໍພະອົງຢ່າລົບລ້າງຄວາມຜິດຂອງເຂົາເຈົ້າ.
19 ພະເຢໂຫວາບອກວ່າ: “ໃຫ້ເຈົ້າໄປຊື້ໂຖດິນໜ່ວຍໜຶ່ງຈາກຊ່າງປັ້ນໝໍ້.+ ໃຫ້ເຈົ້າພາພວກຜູ້ນຳປະຊາຊົນບາງຄົນແລະພາພວກຫົວໜ້າປະໂລຫິດບາງຄົນໄປນຳ. 2 ໃຫ້ເຈົ້າໄປຮ່ອມພູຮິນໂນມ.*+ ໃຫ້ເຈົ້າໄປຢືນຢູ່ທາງເຂົ້າປະຕູເສດໝໍ້ດິນ ແລະຢູ່ຫັ້ນໃຫ້ເຈົ້າປະກາດສິ່ງທີ່ເຮົາໄດ້ເວົ້າກັບເຈົ້າ. 3 ໃຫ້ເຈົ້າເວົ້າວ່າ ‘ພວກກະສັດຂອງຢູດາແລະຄົນໃນເມືອງເຢຣູຊາເລັມເອີ້ຍ ໃຫ້ຟັງຄຳເວົ້າຂອງພະເຢໂຫວາເດີ້. ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນເວົ້າວ່າ
“ເຮົາຈະເຮັດໃຫ້ບ່ອນນີ້ເກີດຄວາມຈິບຫາຍແລະຄົນທີ່ໄດ້ຍິນເລື່ອງນີ້ຈະຕ້ອງຕົກໃຈຫຼາຍ 4 ຍ້ອນເຂົາເຈົ້າໄດ້ຖິ້ມເຮົາ+ແລະເຮັດໃຫ້ບ່ອນນີ້ປ່ຽນໄປຈົນເຮົາບໍ່ຈື່ແລ້ວ.+ ເຂົາເຈົ້າເອົາເຄື່ອງບູຊາໃຫ້ພະເຈົ້າອື່ນເຊິ່ງເປັນພະເຈົ້າທີ່ເຂົາເຈົ້າ ປູ່ຍ່າຕານາຍຂອງເຂົາເຈົ້າ ແລະພວກກະສັດຢູດາບໍ່ເຄີຍຮູ້ຈັກ. ເຂົາເຈົ້າເຮັດໃຫ້ບ່ອນນີ້ເຕັມແຕ່ເລືອດຂອງຄົນທີ່ບໍ່ມີຄວາມຜິດ.+ 5 ເຂົາເຈົ້າສ້າງບ່ອນນະມັດສະການໃຫ້ພະບາອານເພື່ອເຜົາລູກຂອງໂຕເອງເປັນເຄື່ອງບູຊາໃຫ້ພະບາອານ+ ເຊິ່ງເປັນສິ່ງທີ່ເຮົາບໍ່ໄດ້ສັ່ງໃຫ້ເຂົາເຈົ້າເຮັດ ບໍ່ເຄີຍເວົ້າເຖິງ ແລະບໍ່ໄດ້ຢູ່ໃນຄວາມຄິດຂອງເຮົາເລີຍ.”+
6 ພະເຢໂຫວາເວົ້າວ່າ “ອີກຈັກໜ້ອຍ ບ່ອນນີ້ຈະບໍ່ຖືກເອີ້ນວ່າໂຕເຟັດ*ຫຼືຮ່ອມພູຮິນໂນມ ແຕ່ຈະຖືກເອີ້ນວ່າຮ່ອມພູຂອງການຂ້າຟັນກັນ.+ 7 ຢູ່ບ່ອນນີ້ ເຮົາຈະຂັດຂວາງແຜນການຕ່າງໆຂອງຄົນຢູດາແລະຄົນໃນເມືອງເຢຣູຊາເລັມ. ເຮົາຈະເຮັດໃຫ້ເຂົາເຈົ້າຕາຍດ້ວຍດາບຕໍ່ໜ້າສັດຕູຂອງເຂົາເຈົ້າແລະຕາຍດ້ວຍມືຂອງຄົນທີ່ຢາກຂ້າເຂົາເຈົ້າ. ເຮົາຈະເອົາສົບຂອງເຂົາເຈົ້າໃຫ້ເປັນອາຫານຂອງນົກທີ່ຢູ່ເທິງຟ້າແລະສັດປ່າທີ່ຢູ່ເທິງແຜ່ນດິນ.+ 8 ເຮົາຈະເຮັດໃຫ້ເມືອງນີ້ຮ້າງເປົ່າແລະຖືກເຍາະເຍີ້ຍ. ຄົນທີ່ກາຍໄປກາຍມາຈະຈ້ອງເບິ່ງດ້ວຍຄວາມຕົກໃຈແລະເຍາະເຍີ້ຍເມືອງນີ້ທີ່ເຈິຄວາມຈິບຫາຍ.+ 9 ເຮົາຈະເຮັດໃຫ້ເຂົາເຈົ້າກິນລູກຊາຍລູກສາວຂອງໂຕເອງແລະກິນໝູ່ຂອງໂຕເອງ ຍ້ອນເຂົາເຈົ້າບໍ່ມີທາງເລືອກຕອນທີ່ພວກສັດຕູແລະຄົນທີ່ຢາກຂ້າເຂົາເຈົ້າລ້ອມເມືອງໄວ້.”’+
10 ຈາກນັ້ນ ໃຫ້ເຈົ້າທຸບໂຖດິນທີ່ເຈົ້າຊື້ມານັ້ນໃຫ້ແຕກຕໍ່ໜ້າຄົນທີ່ໄປນຳເຈົ້າ 11 ແລະບອກເຂົາເຈົ້າວ່າ ‘ພະເຢໂຫວາຜູ້ບັນຊາການກອງທັບບອກວ່າ “ເຮົາຈະເຮັດໃຫ້ຊາດນີ້ແລະເມືອງນີ້ເປັນຄືກັບໂຖດິນທີ່ຖືກທຸບຈົນແຕກແລະແປງຄືນບໍ່ໄດ້. ເຂົາເຈົ້າຈະຕ້ອງຝັງສົບຄົນຕາຍຢູ່ໂຕເຟັດຈົນບໍ່ມີບ່ອນວ່າງໃຫ້ຝັງອີກ.”’+
12 ພະເຢໂຫວາບອກວ່າ ‘ນີ້ແມ່ນສິ່ງທີ່ເຮົາຈະເຮັດກັບບ່ອນນີ້ແລະກັບຄົນທີ່ຢູ່ໃນເມືອງນີ້. ເຮົາຈະເຮັດໃຫ້ເມືອງນີ້ເປັນຄືກັບໂຕເຟັດ. 13 ເຮືອນໃນເຢຣູຊາເລັມແລະວັງຂອງພວກກະສັດຢູດາຈະກາຍເປັນບ່ອນທີ່ບໍ່ສະອາດຄືກັບໂຕເຟັດ+ ຍ້ອນເຂົາເຈົ້າເອົາເຄື່ອງບູຊາໃຫ້ດວງດາວຕ່າງໆທີ່ຢູ່ເທິງຟ້າ+ ແລະເທເຄື່ອງບູຊາດື່ມໃຫ້ພະເຈົ້າອື່ນຢູ່ເທິງດາດຟ້າ.’”+
14 ເມື່ອເຢເຣມີຢາກັບມາຈາກໂຕເຟັດບ່ອນທີ່ພະເຢໂຫວາສົ່ງລາວໄປພະຍາກອນ ລາວກໍມາຢືນຢູ່ເດີ່ນວິຫານຂອງພະເຢໂຫວາແລະເວົ້າກັບປະຊາຊົນທຸກຄົນວ່າ: 15 “ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ ‘ເຮົາຈະເຮັດໃຫ້ເມືອງນີ້ແລະເມືອງນ້ອຍໆທີ່ຢູ່ອ້ອມແອ້ມເມືອງນີ້ເຈິຄວາມຈິບຫາຍຄືກັບທີ່ເຮົາເຄີຍບອກໄວ້ ຍ້ອນເຂົາເຈົ້າຫົວແຂງແລະບໍ່ຍອມເຊື່ອຟັງເຮົາ.’”+
20 ຕອນທີ່ເຢເຣມີຢາພະຍາກອນເລື່ອງເຫຼົ່ານີ້ ປັດຊູລູກຊາຍຂອງອິມເມທີ່ເປັນປະໂລຫິດແລະເປັນຫົວໜ້າໃນວິຫານຂອງພະເຢໂຫວາກໍຟັງລາວຢູ່ຫັ້ນ. 2 ແລ້ວປັດຊູກໍຕີຜູ້ພະຍາກອນເຢເຣມີຢາແລະຈັບລາວໃສ່ຂື່+ຢູ່ປະຕູທີ່ຊື່ວ່າປະຕູທາງເທິງຂອງເບັນຢາມິນ ເຊິ່ງຢູ່ໃນວິຫານຂອງພະເຢໂຫວາ. 3 ແຕ່ມື້ຕໍ່ມາ ຕອນທີ່ປັດຊູປ່ອຍເຢເຣມີຢາອອກຈາກຂື່ ເຢເຣມີຢາກໍເວົ້າກັບລາວວ່າ:
“ພະເຢໂຫວາຈະບໍ່ເອີ້ນເຈົ້າວ່າປັດຊູ ແຕ່ຈະເອີ້ນເຈົ້າວ່າຄວາມຢ້ານທົ່ວທຸກບ່ອນ+ 4 ຍ້ອນພະເຢໂຫວາບອກວ່າ ‘ເຮົາຈະເຮັດໃຫ້ທັງເຈົ້າແລະໝູ່ຂອງເຈົ້າທັງໝົດຢ້ານຫຼາຍຍ້ອນສິ່ງທີ່ຈະເກີດຂຶ້ນກັບເຈົ້າ. ເຂົາເຈົ້າຈະຖືກສັດຕູຂ້າດ້ວຍດາບຕໍ່ໜ້າຕໍ່ຕາເຈົ້າ.+ ເຮົາຈະມອບຄົນຢູດາທັງໝົດໄວ້ໃນມືຂອງກະສັດບາບີໂລນ. ລາວຈະຈັບເຂົາເຈົ້າໄປເປັນຊະເລີຍຢູ່ບາບີໂລນແລະຈະຂ້າເຂົາເຈົ້າຕາຍດ້ວຍດາບ.+ 5 ເຮົາຈະເອົາຊັບສົມບັດ ຊັບພະຍາກອນ ແລະສິ່ງທີ່ມີຄ່າທັງໝົດຂອງເມືອງນີ້ ລວມທັງຊັບສົມບັດທັງໝົດຂອງພວກກະສັດຢູດາໃຫ້ພວກສັດຕູຂອງເຂົາເຈົ້າ.+ ສັດຕູຈະປຸ້ນເອົາສິ່ງເຫຼົ່ານີ້ແລະເອົາໄປບາບີໂລນ.+ 6 ແຕ່ປັດຊູເອີ້ຍ ເຈົ້າກັບທຸກຄົນທີ່ຢູ່ໃນເຮືອນຂອງເຈົ້າຈະຖືກຈັບໄປເປັນຊະເລີຍ. ເຈົ້າຈະຕ້ອງໄປບາບີໂລນແລະຕາຍຢູ່ຫັ້ນ. ເຈົ້າຈະຖືກຝັງໄວ້ຢູ່ຫັ້ນພ້ອມກັບໝູ່ທັງໝົດຂອງເຈົ້າ ຍ້ອນເຈົ້າໄດ້ພະຍາກອນຕົວະໃຫ້ເຂົາເຈົ້າຟັງ.’”+
7 ພະເຢໂຫວາເອີ້ຍ ພະອົງໄດ້ລໍ້ລູກແລະລູກກໍຖືກລໍ້ແລ້ວ.
ພະອົງໄດ້ພິສູດວ່າພະອົງມີກຳລັງຫຼາຍກວ່າລູກແລະໄດ້ເອົາຊະນະລູກ.+
ລູກຖືກຫົວຂວັນໃສ່ໝົດມື້.
ທຸກຄົນກໍເຍາະເຍີ້ຍລູກ.+
8 ມື້ໃດທີ່ລູກເວົ້າ ລູກກໍຕ້ອງຮ້ອງແລະປະກາດວ່າ:
“ຈະມີຄວາມຮຸນແຮງແລະການທຳລາຍ!”
ຍ້ອນຄຳເວົ້າຂອງພະເຢໂຫວາ ລູກຈຶ່ງຖືກດູຖູກແລະຖືກເຍາະເຍີ້ຍໝົດມື້.+
9 ລູກຈຶ່ງເວົ້າວ່າ: “ຂ້ອຍຈະບໍ່ເວົ້າເຖິງເພິ່ນອີກແລ້ວ
ແລະຂ້ອຍຈະບໍ່ເວົ້າໂດຍໃຊ້ຊື່ຂອງເພິ່ນອີກ.”+
ແຕ່ຄຳເວົ້າຂອງພະອົງເຜົາໄໝ້ຢູ່ໃນໃຈຂອງລູກຄືກັບໄຟ ມັນເປັນຄືກັບໄຟຢູ່ໃນກະດູກຂອງລູກ.
ລູກອົດເວົ້າບໍ່ໄດ້ແລ້ວ.
ລູກມິດຢູ່ບໍ່ໄດ້.+
10 ລູກໄດ້ຍິນຂ່າວລືທີ່ບໍ່ດີຫຼາຍຢ່າງ
ແລະລູກກໍຮູ້ສຶກຢ້ານຫຼາຍ.+
ເຂົາເຈົ້າເວົ້າວ່າ: “ໃຫ້ປະຈານລາວແລະໃຫ້ພວກເຮົາປ້ອຍດ່າລາວ!”
ທຸກຄົນທີ່ທຳທ່າເຮັດດີກັບລູກກຳລັງຖ້າເບິ່ງລູກເຈິຄວາມຈິບຫາຍ. ເຂົາເຈົ້າເວົ້າວ່າ:+
“ບາງເທື່ອລາວອາດຈະເຮັດຜິດພາດແບບໂງ່ໆ
ແລະຕອນນັ້ນ ພວກເຮົາກໍຈະເອົາຊະນະລາວແລະແກ້ແຄ້ນລາວໄດ້.”
11 ແຕ່ພະເຢໂຫວາຢູ່ກັບລູກຄືກັບທະຫານທີ່ເກັ່ງໆແລະເປັນຕາຢ້ານ.+
ຍ້ອນແນວນີ້ ຄົນທີ່ຂົ່ມເຫງລູກຈະລົ້ມລົງແລະບໍ່ຊະນະ.+
ເຂົາເຈົ້າຈະອັບອາຍຫຼາຍຍ້ອນແຜນການຂອງເຂົາເຈົ້າບໍ່ສຳເລັດ
ແລະຈະບໍ່ມີຜູ້ໃດລືມຄວາມອັບອາຍຂອງເຂົາເຈົ້າເລີຍ.+
12 ພະເຢໂຫວາຜູ້ບັນຊາການກອງທັບເອີ້ຍ ພະອົງກວດເບິ່ງຄົນທີ່ເຮັດສິ່ງທີ່ຖືກຕ້ອງ.
ພະອົງຮູ້ຈັກຄວາມຮູ້ສຶກທີ່ເລິກທີ່ສຸດ*ແລະຮູ້ຈັກຫົວໃຈຂອງເຂົາເຈົ້າ.+
ຂໍໃຫ້ລູກໄດ້ເຫັນພະອົງແກ້ແຄ້ນສັດຕູຂອງລູກ+
ຍ້ອນລູກໄດ້ມອບຄະດີຂອງລູກໃຫ້ພະອົງຈັດການແລ້ວ.+
13 ໃຫ້ຮ້ອງເພງໃຫ້ພະເຢໂຫວາ! ໃຫ້ສັນລະເສີນພະເຢໂຫວາ!
ຍ້ອນເພິ່ນຊ່ວຍຄົນທຸກໃຫ້ລອດຈາກຄົນຊົ່ວ.
14 ຂ້ອຍບໍ່ໜ້າເກີດມາເລີຍ!
ແມ່ຂ້ອຍບໍ່ໜ້າເກີດຂ້ອຍມາເລີຍ!+
15 ຄົນທີ່ເອົາຂ່າວດີມາບອກພໍ່ຂ້ອຍວ່າ:
“ເຈົ້າໄດ້ລູກຊາຍເດີ້!”
ແລະເຮັດໃຫ້ພໍ່ຂ້ອຍດີໃຈ ຂໍໃຫ້ລາວຖືກສາບແຊ່ງ.
16 ຂໍໃຫ້ຜູ້ຊາຍຄົນນັ້ນເປັນຄືກັບເມືອງທີ່ພະເຢໂຫວາທຳລາຍໂດຍບໍ່ຮູ້ສຶກເສຍໃຈ.
ຂໍໃຫ້ລາວໄດ້ຍິນສຽງຮ້ອງໄຫ້ເສຍໃຈໃນຕອນເຊົ້າແລະສຽງເຕືອນໄພໃນຕອນກາງເວັນ.
17 ເປັນຫຍັງລາວຄືບໍ່ຂ້າຂ້ອຍໃຫ້ຕາຍໃນທ້ອງແມ່
ເພື່ອແມ່ຈະໄດ້ເປັນບ່ອນຝັງສົບຂອງຂ້ອຍ
ແລະແມ່ຈະໄດ້ບໍ່ຕ້ອງເກີດຂ້ອຍມາ?+
21 ເຢເຣມີຢາໄດ້ຮັບຂ່າວສານຈາກພະເຢໂຫວາຕອນທີ່ກະສັດເຊເດກີຢາ+ສົ່ງປັດຊູ+ລູກຊາຍຂອງມັນກີຢາແລະປະໂລຫິດເຊຟານີຢາ+ລູກຊາຍຂອງມາອາເສຢາມາຫາລາວ ເຂົາເຈົ້າຂໍຮ້ອງລາວວ່າ: 2 “ຂໍໃຫ້ເຈົ້າຖາມພະເຢໂຫວາວ່າຈະເກີດຫຍັງຂຶ້ນກັບພວກເຮົາ ຍ້ອນເນບູກາດເນັດຊາ*ກະສັດຂອງບາບີໂລນກຳລັງຈະມາເຮັດສົງຄາມກັບພວກເຮົາ.+ ບາງເທື່ອພະເຢໂຫວາຈະເຮັດການອັດສະຈັນເພື່ອຊ່ວຍພວກເຮົາແລະເຮັດໃຫ້ກະສັດຖອຍກອງທັບກັບໄປ.”+
3 ເຢເຣມີຢາເວົ້າກັບເຂົາເຈົ້າວ່າ: “ໃຫ້ພວກເຈົ້າໄປບອກເຊເດກີຢາແນວນີ້ 4 ‘ພະເຢໂຫວາພະເຈົ້າຂອງອິດສະຣາເອນບອກວ່າ “ເຮົາຈະເຮັດໃຫ້ອາວຸດສົງຄາມທີ່ຢູ່ໃນມືຂອງພວກເຈົ້າປິ່ນມາໃສ່ພວກເຈົ້າເອງ ເຊິ່ງເປັນອາວຸດທີ່ພວກເຈົ້າໃຊ້ເພື່ອຕໍ່ສູ້ກັບກະສັດບາບີໂລນ+ແລະພວກການເດອາທີ່ກຳລັງລ້ອມເມືອງພວກເຈົ້າຢູ່ ແລະເຮົາຈະລວບລວມອາວຸດຂອງພວກເຈົ້າ*ມາໄວ້ຢູ່ກາງເມືອງນີ້. 5 ເຮົາຈະຕໍ່ສູ້ພວກເຈົ້າ+ດ້ວຍລິດເດດທີ່ຍິ່ງໃຫຍ່*ຂອງເຮົາແລະດ້ວຍຄວາມໃຈຮ້າຍຂອງເຮົາ.+ 6 ເຮົາຈະທຳລາຍສິ່ງທີ່ມີຊີວິດທີ່ຢູ່ໃນເມືອງນີ້ທັງຄົນແລະສັດ. ເຂົາເຈົ້າຈະຕາຍຍ້ອນໂລກລະບາດ*ຮ້າຍແຮງ.”+
7 ພະເຢໂຫວາເວົ້າວ່າ “ຫຼັງຈາກນັ້ນ ເຮົາຈະມອບເຊເດກີຢາກະສັດຂອງຢູດາ ພວກຄົນຮັບໃຊ້ຂອງລາວ ແລະປະຊາຊົນໃນເມືອງນີ້ທີ່ບໍ່ໄດ້ຕາຍດ້ວຍດາບ ດ້ວຍໂລກລະບາດ ແລະດ້ວຍຄວາມອຶດຢາກໃຫ້ຢູ່ໃນມືຂອງເນບູກາດເນັດຊາກະສັດຂອງບາບີໂລນ ໃນມືຂອງພວກສັດຕູ ແລະໃນມືຂອງຄົນທີ່ຢາກຂ້າເຂົາເຈົ້າ.+ ກະສັດບາບີໂລນຈະຂ້າເຂົາເຈົ້າດ້ວຍດາບ. ລາວຈະບໍ່ອີ່ຕົນ ບໍ່ເຫັນອົກເຫັນໃຈ ແລະບໍ່ເມດຕາເຂົາເຈົ້າເລີຍ.”’+
8 ເຈົ້າຕ້ອງເວົ້າກັບປະຊາຊົນເຫຼົ່ານີ້ວ່າ ‘ພະເຢໂຫວາບອກວ່າ “ເຮົາມີທາງໃຫ້ພວກເຈົ້າເລືອກລະຫວ່າງທາງຂອງຊີວິດແລະທາງຂອງຄວາມຕາຍ. 9 ຄົນທີ່ເຫຼືອຢູ່ໃນເມືອງນີ້ຈະຕ້ອງຕາຍດ້ວຍດາບ ດ້ວຍຄວາມອຶດຢາກ ແລະດ້ວຍໂລກລະບາດ. ແຕ່ຜູ້ໃດກໍຕາມທີ່ອອກໄປແລະຍອມແພ້ຕໍ່ພວກການເດອາທີ່ກຳລັງລ້ອມພວກເຈົ້າຢູ່ ຜູ້ນັ້ນຈະລອດແລະມີຊີວິດຢູ່ຕໍ່ໄປ.”+
10 ພະເຢໂຫວາເວົ້າວ່າ “ເຮົາຕັ້ງໃຈທີ່ຈະເຮັດໃຫ້ເມືອງນີ້ເຈິຄວາມຈິບຫາຍແທນທີ່ຈະເຈິສິ່ງດີໆ.+ ເມືອງນີ້ຈະຖືກມອບໄວ້ໃນມືຂອງກະສັດບາບີໂລນ+ແລະລາວຈະຈູດມັນຖິ້ມ.”+
11 ພວກເຈົ້າທີ່ເປັນຄົນໃນເຮືອນຂອງກະສັດຢູດາເອີ້ຍ ໃຫ້ຟັງສິ່ງທີ່ພະເຢໂຫວາເວົ້າເດີ້. 12 ລູກຫຼານຂອງດາວິດເອີ້ຍ ພະເຢໂຫວາບອກວ່າ
“ທຸກໆມື້ ໃຫ້ຕັດສິນຢ່າງຍຸຕິທຳ
ແລະໃຫ້ຊ່ວຍຄົນທີ່ຖືກປຸ້ນຈາກມືຂອງຄົນທີ່ຂີ້ໂກງ+
ເພື່ອຄວາມໃຈຮ້າຍຂອງເຮົາຈະບໍ່ເປັນຄືກັບໄຟ+
ທີ່ລຸກໄໝ້ຈົນບໍ່ມີຜູ້ໃດມອດໄດ້
ຍ້ອນຄວາມຊົ່ວທີ່ພວກເຈົ້າເຮັດ.”’+
13 ພະເຢໂຫວາເວົ້າວ່າ ‘ຄົນທີ່ຢູ່ໃນຮ່ອມພູເອີ້ຍ
ຄົນທີ່ຢູ່ໃນເມືອງເຊິ່ງຕັ້ງຢູ່ເທິງຫີນໃນທົ່ງພຽງເອີ້ຍ ເຮົາຈະຕໍ່ສູ້ພວກເຈົ້າ.
ສ່ວນຄົນທີ່ເວົ້າວ່າ “ໃຜຈະລົງມາຕໍ່ສູ້ພວກເຮົາ?
ແລະໃຜຈະມາບຸກໂຈມຕີບ່ອນທີ່ພວກເຮົາຢູ່?”
14 ເຮົາຈະລົງໂທດພວກເຈົ້າ
ໃຫ້ສົມກັບສິ່ງທີ່ພວກເຈົ້າເຮັດ.+
ເຮົາຈະຈູດປ່າຂອງພວກເຈົ້າ
ແລະໄຟຈະໄໝ້ລາມທຸກສິ່ງທີ່ຢູ່ອ້ອມແອ້ມພວກເຈົ້າ.’+ ພະເຢໂຫວາເວົ້າໄວ້ແນວນີ້.”
22 ພະເຢໂຫວາເວົ້າວ່າ: “ໃຫ້ເຈົ້າໄປວັງຂອງກະສັດຢູດາແລະປະກາດຂ່າວສານນີ້ກັບລາວ. 2 ເຈົ້າຕ້ອງເວົ້າວ່າ ‘ກະສັດຢູດາທີ່ນັ່ງເທິງບັນລັງຂອງດາວິດເອີ້ຍ ໃຫ້ເຈົ້າກັບຄົນຮັບໃຊ້ຂອງເຈົ້າແລະປະຊາຊົນຂອງເຈົ້າທີ່ຜ່ານປະຕູເຫຼົ່ານີ້ຟັງຄຳເວົ້າຂອງພະເຢໂຫວາເດີ້. 3 ພະເຢໂຫວາບອກວ່າ “ໃຫ້ເປັນຄົນຍຸຕິທຳແລະເຮັດສິ່ງທີ່ຖືກຕ້ອງ. ໃຫ້ຊ່ວຍຄົນທີ່ຖືກປຸ້ນຈາກມືຂອງຄົນຂີ້ໂກງ. ຢ່າຂົ່ມເຫງຄົນຕ່າງຊາດ ຢ່າທຳຮ້າຍລູກກຳພ້າພໍ່*ຫຼືແມ່ໝ້າຍ+ ແລະຢ່າຂ້າຄົນທີ່ບໍ່ມີຄວາມຜິດ.+ 4 ຖ້າພວກເຈົ້າເຮັດຕາມຄຳສັ່ງນີ້ຢ່າງເຄັ່ງຄັດ ກະສັດທີ່ນັ່ງເທິງບັນລັງຂອງດາວິດ+ຈະໄດ້ເຂົ້າອອກປະຕູຂອງວັງນີ້. ເຂົາເຈົ້າຈະໄດ້ຂີ່ລົດຮົບແລະຂີ່ມ້າມາກັບຄົນຮັບໃຊ້ແລະປະຊາຊົນຂອງເຂົາເຈົ້າ.”’+
5 ພະເຢໂຫວາບອກວ່າ ‘ແຕ່ຖ້າພວກເຈົ້າບໍ່ເຊື່ອຟັງຄຳສັ່ງເຫຼົ່ານີ້ ເຮົາສາບານໂດຍໃຊ້ຊື່ຂອງເຮົາວ່າວັງນີ້ຈະກາຍເປັນວັງຮ້າງ.’+
6 ພະເຢໂຫວາເວົ້າກ່ຽວກັບວັງຂອງກະສັດຢູດາວ່າ
‘ສຳລັບເຮົາ ເຈົ້າເປັນຄືກັບປ່າຂອງກິລຽດ
ເປັນຄືກັບປ່າທີ່ຢູ່ຈອມພູເລບານອນ
ແຕ່ເຮົາຈະເຮັດໃຫ້ເຈົ້າກາຍເປັນບ່ອນກັນດານ.
ເມືອງຕ່າງໆຂອງເຈົ້າຈະບໍ່ມີໃຜອາໄສຢູ່ເລີຍ.+
7 ເຮົາຈະສົ່ງພວກຜູ້ທຳລາຍມາຕໍ່ສູ້ເຈົ້າ.
ແຕ່ລະຄົນຈະເອົາອາວຸດຂອງໂຕເອງມາ.+
8 ຄົນຈາກຊາດຕ່າງໆທີ່ຜ່ານເມືອງນີ້ກໍຈະພາກັນຖາມວ່າ “ເປັນຫຍັງພະເຢໂຫວາຄືເຮັດຈັ່ງຊີ້ກັບເມືອງໃຫຍ່ນີ້?”+ 9 ເຂົາເຈົ້າກໍຈະຕອບວ່າ “ຍ້ອນຄົນເມືອງນີ້ບໍ່ໄດ້ເຮັດຕາມສັນຍາທີ່ເຮັດໄວ້ກັບພະເຢໂຫວາພະເຈົ້າຂອງເຂົາເຈົ້າ ແລ້ວໄປຂາບໄຫວ້ແລະຮັບໃຊ້ພະເຈົ້າອື່ນ.”’+
10 ຢ່າຮ້ອງໄຫ້ໃຫ້ຄົນຕາຍ
ແລະຢ່າໄວ້ທຸກໃຫ້ເຂົາເຈົ້າ
ແຕ່ໃຫ້ຮ້ອງໄຫ້ໃຫ້ຄົນທີ່ຖືກຈັບໄປເປັນຊະເລີຍ
ຍ້ອນເຂົາເຈົ້າຈະບໍ່ໄດ້ກັບມາເຫັນບ້ານເກີດເມືອງນອນຂອງໂຕເອງອີກ.
11 ພະເຢໂຫວາໄດ້ເວົ້າກ່ຽວກັບຊາລຶມ*+ລູກຊາຍຂອງໂຢສີຢາກະສັດຂອງຢູດາທີ່ປົກຄອງແທນໂຢສີຢາ+ພໍ່ຂອງລາວເຊິ່ງບໍ່ໄດ້ຢູ່ບ່ອນນີ້ແລ້ວ. ເພິ່ນເວົ້າວ່າ ‘ລາວຈະບໍ່ໄດ້ກັບມາບ່ອນນີ້ອີກ 12 ຍ້ອນລາວຈະຕາຍຢູ່ບ່ອນທີ່ລາວຖືກຈັບໄປເປັນຊະເລີຍແລະລາວຈະບໍ່ໄດ້ເຫັນແຜ່ນດິນນີ້ອີກ.’+
13 ຍ້ອນເຈົ້າ*ສ້າງເຮືອນແບບບໍ່ສັດຊື່
ສ້າງຫ້ອງຊັ້ນເທິງແບບສໍ້ໂກງ
ແລະໃຫ້ຄົນອື່ນເຮັດວຽກໃຫ້ລ້າໆ
ໂດຍບໍ່ຍອມຈ່າຍຄ່າຈ້າງ ເຈົ້າຈະຕ້ອງຈິບຫາຍ.+
14 ເຈົ້າເວົ້າວ່າ ‘ຂ້ອຍຈະສ້າງເຮືອນຫຼັງໃຫຍ່ໆ
ທີ່ມີຫ້ອງຊັ້ນເທິງກວ້າງໆໃຫ້ໂຕເອງ.
ຂ້ອຍຈະເຮັດປ່ອງຢ້ຽມຫຼາຍໆປ່ອງ
ແລະເອົາໄມ້ຊີດ້າມາເຮັດເປັນຝາແລ້ວທາສີແດງ.’
15 ເຈົ້າຄິດວ່າເຈົ້າຈະໄດ້ປົກຄອງຕໍ່ໄປຍ້ອນເຈົ້າໃຊ້ໄມ້ຊີດ້າຫຼາຍກວ່າຄົນອື່ນບໍ?
ພໍ່ຂອງເຈົ້າເຄີຍກິນແລະດື່ມຢ່າງມີຄວາມສຸກ
ແຕ່ລາວກໍຍັງເປັນຄົນທີ່ຍຸຕິທຳແລະເຮັດສິ່ງທີ່ຖືກຕ້ອງ.+
ລາວຈຶ່ງມີຊີວິດທີ່ດີ.
16 ລາວຊ່ວຍຄະດີຂອງຄົນທີ່ລຳບາກແລະຄົນທຸກ
ເຂົາເຈົ້າຈຶ່ງຊະນະຄະດີ.
‘ລາວເຮັດແນວນັ້ນຍ້ອນລາວຮູ້ຈັກເຮົາບໍ່ແມ່ນບໍ?’ ພະເຢໂຫວາເວົ້າໄວ້ແນວນີ້.
17 ‘ແຕ່ເຈົ້າມັກຊອກຫາວິທີຫຼອກລວງຄົນອື່ນແລະມີແຕ່ຄິດຢາກໄດ້ຜົນປະໂຫຍດແບບບໍ່ສັດຊື່
ຄິດແຕ່ຢາກຂ້າຄົນທີ່ບໍ່ມີຄວາມຜິດ
ແລະຄິດແຕ່ຈະສໍ້ໂກງຄົນອື່ນ.’
18 ພະເຢໂຫວາຈຶ່ງເວົ້າກ່ຽວກັບເຢໂຮຢາກີມ+ລູກຊາຍຂອງໂຢສີຢາກະສັດຂອງຢູດາວ່າ
‘ປົກກະຕິແລ້ວ ຄົນຈະໄວ້ທຸກໃຫ້ຄົນຕາຍແລະເວົ້າວ່າ
“ອ້າຍເອີ້ຍ! ເອື້ອຍເອີ້ຍ!”
ແຕ່ສຳລັບເຢໂຮຢາກີມ ເຂົາເຈົ້າຈະບໍ່ໄວ້ທຸກແລະຈະບໍ່ເວົ້າວ່າ
“ນາຍຂອງຂ້ອຍເອີ້ຍ! ເປັນຫຍັງຄືເປັນຈັ່ງຊີ້!”
19 ເມື່ອລາວຕາຍ ເຂົາເຈົ້າຈະເຮັດກັບລາວຄືກັບທີ່ເຮັດກັບໂຕລາທີ່ຕາຍແລ້ວ.+
ສົບຂອງລາວຈະຖືກລາກໄປໂຍນຖິ້ມ
ຢູ່ນອກປະຕູເມືອງເຢຣູຊາເລັມ.’+
20 ໃຫ້ຂຶ້ນໄປເລບານອນແລະຮ້ອງດັງໆ
ໃຫ້ໄປຮ້ອງສຸດສຽງຢູ່ບາຊານ
ແລະໃຫ້ໄປຮ້ອງໄຫ້ຢູ່ອາບາຣີມ+
ຍ້ອນພວກຊູ້ຮັກຂອງເຈົ້າຖືກທຳລາຍໝົດແລ້ວ.+
21 ເຮົາໄດ້ເຕືອນເຈົ້າຕອນທີ່ເຈົ້າຢູ່ຢ່າງປອດໄພ
ແຕ່ເຈົ້າພັດເວົ້າວ່າ ‘ຂ້ອຍຈະບໍ່ຟັງ.’+
ເຈົ້າເຮັດແບບນີ້ຕັ້ງແຕ່ເຈົ້າຍັງນ້ອຍໆແລ້ວ.
ເຈົ້າບໍ່ເຄີຍຟັງຄວາມເຮົາເລີຍ.+
22 ລົມຈະພັດຜູ້ລ້ຽງແກະຂອງເຈົ້າໄປຈົນໝົດ+
ແລະພວກຊູ້ຮັກຂອງເຈົ້າຈະຖືກຈັບໄປເປັນຊະເລີຍ.
ແລ້ວເຈົ້າຈະຕ້ອງອັບອາຍຂາຍໜ້າຍ້ອນເຈົ້າຈະເຈິຄວາມຈິບຫາຍ.
23 ພວກເຈົ້າທີ່ຢູ່ເລບານອນ+
ທີ່ຢູ່ກາງປ່າຕົ້ນຊີດ້າເອີ້ຍ+
ພວກເຈົ້າຈະຕ້ອງຮ້ອງຄາງດ້ວຍຄວາມເຈັບປວດ
ຄືກັບຜູ້ຍິງທີ່ເຈັບທ້ອງເກີດລູກ!+
24 ພະເຢໂຫວາເວົ້າວ່າ ‘ເຮົາເອງສາບານວ່າເຖິງວ່າໂກນີຢາ*+ລູກຊາຍຂອງເຢໂຮຢາກີມ+ກະສັດຂອງຢູດາຈະເປັນແຫວນຈ້ຳກາຢູ່ມືເບື້ອງຂວາຂອງເຮົາ ເຮົາກໍຈະຖອດເຈົ້າອອກ! 25 ເຮົາຈະມອບເຈົ້າໄວ້ໃນມືຂອງຄົນທີ່ຢາກຂ້າເຈົ້າ ໃນມືຂອງຄົນທີ່ເຈົ້າຢ້ານ ໃນມືຂອງເນບູກາດເນັດຊາ*ກະສັດຂອງບາບີໂລນ ແລະໃນມືຂອງພວກການເດອາ.+ 26 ເຮົາຈະໂຍນເຈົ້າກັບແມ່ຂອງເຈົ້າໄປແຜ່ນດິນທີ່ບໍ່ແມ່ນບ້ານເກີດຂອງເຈົ້າແລະເຈົ້າຈະຕາຍຢູ່ຫັ້ນ. 27 ເຈົ້າຈະບໍ່ໄດ້ກັບມາແຜ່ນດິນທີ່ເຈົ້າຢາກຢູ່ອີກເລີຍ.+
28 ໂກນີຢາຜູ້ນີ້ເປັນຄືກັບໝໍ້ດິນທີ່ແຕກແລ້ວ
ແລະບໍ່ມີໃຜຢາກໄດ້ບໍ?
ເປັນຫຍັງລາວກັບລູກຫຼານຂອງລາວຈຶ່ງຖືກໂຍນ
ໄປແຜ່ນດິນທີ່ເຂົາເຈົ້າບໍ່ຮູ້ຈັກ?’+
29 ທຸກຄົນທີ່ຢູ່ໃນໂລກເອີ້ຍ* ໃຫ້ຟັງຄຳເວົ້າຂອງພະເຢໂຫວາເດີ້.
30 ພະເຢໂຫວາເວົ້າວ່າ
‘ໃຫ້ຂຽນໄວ້ວ່າຜູ້ຊາຍຄົນນີ້ບໍ່ມີລູກ
ແລະບໍ່ມີຜູ້ສືບເຊື້ອສາຍຕະຫຼອດຊີວິດຂອງລາວ
ຍ້ອນຈະບໍ່ມີລູກຫຼານຂອງລາວຈັກຄົນໄດ້ນັ່ງເທິງບັນລັງຂອງດາວິດ
ແລະໄດ້ປົກຄອງຢູດາ.’”+
23 ພະເຢໂຫວາເວົ້າວ່າ: “ພວກຜູ້ລ້ຽງແກະທີ່ທຳລາຍແກະແລະເຮັດໃຫ້ຝູງແກະໃນທົ່ງຫຍ້າຂອງເຮົາກະຈັດກະຈາຍໄປຈະຕ້ອງຈິບຫາຍ!”+
2 ດັ່ງນັ້ນ ພະເຢໂຫວາພະເຈົ້າຂອງອິດສະຣາເອນຈຶ່ງເວົ້າໃຫ້ພວກຜູ້ລ້ຽງແກະທີ່ເບິ່ງແຍງປະຊາຊົນຂອງເພິ່ນວ່າ: “ພວກເຈົ້າໄດ້ເຮັດໃຫ້ຝູງແກະຂອງເຮົາກະຈັດກະຈາຍໄປແລະເຮັດແບບນີ້ຢູ່ເລື້ອຍໆ. ພວກເຈົ້າບໍ່ໄດ້ເບິ່ງແຍງເຂົາເຈົ້າເລີຍ.+
ຄັນຊັ້ນ ເຮົາກໍຈະບໍ່ເບິ່ງແຍງພວກເຈົ້າຄືກັນ ຍ້ອນພວກເຈົ້າເຮັດຊົ່ວ.” ພະເຢໂຫວາເວົ້າໄວ້ແນວນີ້.
3 “ເຮົາຈະລວບລວມແກະທີ່ຍັງເຫຼືອຂອງເຮົາຈາກແຜ່ນດິນຕ່າງໆທີ່ເຮົາໄດ້ເຮັດໃຫ້ເຂົາເຈົ້າກະຈັດກະຈາຍໄປ+ແລະເຮົາຈະພາເຂົາເຈົ້າກັບມາທົ່ງຫຍ້າຂອງເຂົາເຈົ້າ.+ ເຂົາເຈົ້າຈະມີລູກມີຫຼານແລະເພີ່ມຈຳນວນຫຼາຍຂຶ້ນ.+ 4 ເຮົາຈະແຕ່ງຕັ້ງພວກຜູ້ລ້ຽງແກະທີ່ຈະເບິ່ງແຍງເຂົາເຈົ້າແທ້ໆ.+ ເຂົາເຈົ້າຈະບໍ່ຕ້ອງຢ້ານອີກຕໍ່ໄປແລະຈະບໍ່ມີໃຜຫາຍໄປ.” ພະເຢໂຫວາເວົ້າໄວ້ແນວນີ້.
5 ພະເຢໂຫວາບອກວ່າ: “ອີກຈັກໜ້ອຍ ເຮົາຈະໃຫ້ມີກະສັດທີ່ຍຸຕິທຳຜູ້ໜຶ່ງທີ່ເປັນເຊື້ອສາຍ*ຂອງດາວິດນັ່ງເທິງບັນລັງ.+ ລາວຈະປົກຄອງ+ດ້ວຍຄວາມເຂົ້າໃຈ ຕັດສິນຢ່າງຍຸຕິທຳ ແລະເຮັດສິ່ງທີ່ຖືກຕ້ອງໃນແຜ່ນດິນນີ້.+ 6 ຕອນທີ່ລາວປົກຄອງ ຢູດາຈະໄດ້ຮັບຄວາມລອດ+ແລະອິດສະຣາເອນຈະໄດ້ຢູ່ຢ່າງປອດໄພ.+ ລາວຈະຖືກເອີ້ນວ່າພະເຢໂຫວາແມ່ນຄວາມຖືກຕ້ອງຂອງພວກເຮົາ.”+
7 ພະເຢໂຫວາບອກວ່າ: “ແຕ່ຈະມີມື້ໜຶ່ງທີ່ເຂົາເຈົ້າຈະບໍ່ເວົ້າວ່າ ‘ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່ ຜູ້ທີ່ພາພວກອິດສະຣາເອນອອກມາຈາກແຜ່ນດິນເອຢິບ!’+ 8 ແຕ່ຈະເວົ້າວ່າ ‘ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່ ຜູ້ທີ່ພາລູກຫຼານຂອງອິດສະຣາເອນອອກມາຈາກແຜ່ນດິນທາງເໜືອແລະແຜ່ນດິນທັງໝົດທີ່ເພິ່ນເຮັດໃຫ້ເຂົາເຈົ້າກະຈັດກະຈາຍໄປຢູ່ແລະພາກັບມາຢູ່ແຜ່ນດິນຂອງໂຕເອງ.’ ຕອນນັ້ນ ເຂົາເຈົ້າຈະໄດ້ຢູ່ໃນແຜ່ນດິນຂອງໂຕເອງ.”+
9 ຂ້ອຍເວົ້າກັບພວກຜູ້ພະຍາກອນວ່າ
ຫົວໃຈຂອງຂ້ອຍແຕກສະຫຼາຍ
ແລະກະດູກທັງໝົດຂອງຂ້ອຍກໍສັ່ນ.
ເມື່ອຂ້ອຍໄດ້ຍິນຄຳເວົ້າທີ່ບໍລິສຸດຂອງພະເຢໂຫວາ
ຂ້ອຍກໍເປັນຄືກັບຄົນເມົາ
ແລະເປັນຄືກັບຄົນທີ່ກິນເຫຼົ້າແວງຫຼາຍໂພດ.
10 ແຜ່ນດິນນີ້ເຕັມແຕ່ຄົນຫຼິ້ນຊູ້.*+
ແຜ່ນດິນຮ້ອງໄຫ້ໄວ້ທຸກຍ້ອນຖືກສາບແຊ່ງ+
ແລະທົ່ງຫຍ້າຢູ່ບ່ອນກັນດານກໍແຫ້ງແລ້ງ.+
ພວກຜູ້ພະຍາກອນເຮັດຊົ່ວແລະເຂົາເຈົ້າໃຊ້ອຳນາດໃນທາງທີ່ຜິດ.
11 ພະເຢໂຫວາເວົ້າວ່າ: “ທັງພວກຜູ້ພະຍາກອນແລະພວກປະໂລຫິດໄດ້ທໍລະຍົດເຮົາ.+
ແມ່ນແຕ່ໃນວິຫານຂອງເຮົາ ເຂົາເຈົ້າກໍຍັງເຮັດຊົ່ວ.”+
12 ພະເຢໂຫວາເວົ້າວ່າ: “ດັ່ງນັ້ນ ທາງຂອງເຂົາເຈົ້າຈະມື່ນແລະມືດ.+
ເຂົາເຈົ້າຈະຖືກຍູ້ໃຫ້ລົ້ມລົງ.
ເຮົາຈະເຮັດໃຫ້ເຂົາເຈົ້າຈິບຫາຍ
ໃນປີທີ່ເຮົາຈະລົງໂທດເຂົາເຈົ້າ.
13 ເຮົາເຫັນພວກຜູ້ພະຍາກອນຂອງຊາມາເຣຍ+ເຮັດສິ່ງທີ່ເປັນຕາຂີ້ດຽດ.
ເຂົາເຈົ້າພະຍາກອນໂດຍໃຊ້ຊື່ຂອງພະບາອານ
ແລ້ວເຂົາເຈົ້າກໍພາພວກອິດສະຣາເອນປະຊາຊົນຂອງເຮົາໄປຜິດທາງ.
14 ເຮົາເຫັນພວກຜູ້ພະຍາກອນໃນເມືອງເຢຣູຊາເລັມເຮັດສິ່ງທີ່ໜ້າລັງກຽດ.
ເຂົາເຈົ້າຫຼິ້ນຊູ້+ແລະເວົ້າຕົວະ.+
ເຂົາເຈົ້າສະໜັບສະໜູນຄົນຊົ່ວ
ແລະເຂົາເຈົ້າກໍບໍ່ເຊົາເຮັດຊົ່ວ.
ສຳລັບເຮົາ ເຂົາເຈົ້າເປັນຄືກັບເມືອງໂຊໂດມ+
ແລະຄົນທີ່ຢູ່ໃນເມືອງກໍເປັນຄືກັບເມືອງໂກໂມຣາ.”+
15 ຍ້ອນແນວນີ້ ພະເຢໂຫວາຜູ້ບັນຊາການກອງທັບຈຶ່ງເວົ້າເຖິງພວກຜູ້ພະຍາກອນວ່າ:
“ເຮົາຈະໃຫ້ເຂົາເຈົ້າກິນຕົ້ນໄມ້ຂົມ
ແລະກິນນ້ຳທີ່ມີພິດ+
ຍ້ອນພວກຜູ້ພະຍາກອນໃນເມືອງເຢຣູຊາເລັມເຮັດໃຫ້ການທໍລະຍົດພະເຈົ້າແພ່ໄປທົ່ວແຜ່ນດິນ.”
16 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ:
“ຢ່າຟັງຄຳພະຍາກອນຂອງພວກຜູ້ພະຍາກອນເຫຼົ່ານັ້ນ.
ເຂົາເຈົ້າກຳລັງຫຼອກລວງເຈົ້າ.+
17 ເຂົາເຈົ້າບອກຄົນທີ່ບໍ່ຍອມຮັບເຮົາເທື່ອແລ້ວເທື່ອອີກວ່າ
‘ພະເຢໂຫວາເວົ້າວ່າ “ພວກເຈົ້າຈະມີສັນຕິສຸກ.”’+
ແລ້ວບອກທຸກຄົນທີ່ເຮັດຕາມໃຈດື້ດ້ານຂອງໂຕເອງວ່າ
‘ພວກເຈົ້າຈະບໍ່ເຈິຄວາມຈິບຫາຍດອກ.’+
18 ໃຜຢູ່ໃນກຸ່ມຄົນທີ່ສະໜິດກັບພະເຢໂຫວາ
ເພື່ອຈະໄດ້ເຫັນແລະໄດ້ຍິນຄຳເວົ້າຂອງເພິ່ນ?
ໃຜແດ່ທີ່ສົນໃຈແລະຟັງຄຳເວົ້າຂອງເພິ່ນ?
19 ຄວາມໃຈຮ້າຍຂອງພະເຢໂຫວາຈະພັດມາຄືກັບລົມພາຍຸ.
ມັນຈະພັດໃສ່ຫົວຂອງຄົນຊົ່ວຄືກັບລົມພາຍຸໝູນ.+
20 ພະເຢໂຫວາຈະບໍ່ເຊົາໃຈຮ້າຍ
ຈົນກວ່າເພິ່ນຈະໄດ້ເຮັດຕາມທີ່ໄດ້ຕັ້ງໃຈໄວ້.
ໃນສະໄໝສຸດທ້າຍ ພວກເຈົ້າຈະເຂົ້າໃຈເລື່ອງນີ້ຢ່າງຈະແຈ້ງ.
21 ເຮົາບໍ່ໄດ້ສົ່ງພວກຜູ້ພະຍາກອນເຫຼົ່ານັ້ນມາ ແຕ່ເຂົາເຈົ້າມາເອງ.
ເຮົາບໍ່ໄດ້ເວົ້ານຳເຂົາເຈົ້າ ແຕ່ເຂົາເຈົ້າພະຍາກອນເອງ.+
22 ຖ້າເຂົາເຈົ້າຢູ່ໃນກຸ່ມຄົນທີ່ສະໜິດກັບເຮົາ
ເຂົາເຈົ້າຈະຊ່ວຍປະຊາຊົນຂອງເຮົາໃຫ້ໄດ້ຟັງຄຳເວົ້າຂອງເຮົາ
ແລະຈະເຮັດໃຫ້ປະຊາຊົນຂອງເຮົາກັບໃຈແລະເຊົາເຮັດຊົ່ວ.”+
23 ພະເຢໂຫວາເວົ້າວ່າ: “ເຮົາເຫັນທັງສິ່ງທີ່ເກີດຂຶ້ນຢູ່ໃກ້ໆແລະສິ່ງທີ່ເກີດຂຶ້ນຢູ່ໄກໆບໍ່ແມ່ນບໍ?”
24 ພະເຢໂຫວາເວົ້າວ່າ: “ມີໃຜແດ່ທີ່ໄປລີ້ ແລ້ວເຮົາຊິບໍ່ເຫັນ?”+
ພະເຢໂຫວາເວົ້າວ່າ: “ເຮົາເຫັນທຸກສິ່ງທຸກຢ່າງທີ່ຢູ່ໃນສະຫວັນແລະແຜ່ນດິນໂລກບໍ່ແມ່ນບໍ?+
25 ເຮົາໄດ້ຍິນພວກຜູ້ພະຍາກອນທີ່ພະຍາກອນຕົວະໂດຍໃຊ້ຊື່ຂອງເຮົາເວົ້າວ່າ ‘ຂ້ອຍຝັນ! ຂ້ອຍຝັນເຫັນບາງຢ່າງ!’+ 26 ຜູ້ພະຍາກອນພວກນີ້ຈະເວົ້າຕົວະໄປອີກດົນປານໃດ? ເຂົາເຈົ້າເປັນຜູ້ພະຍາກອນທີ່ເວົ້າຫຼອກລວງຕາມທີ່ເຂົາເຈົ້າຄິດຂຶ້ນມາເອງ.+ 27 ເຂົາເຈົ້າເລົ່າຄວາມຝັນໃຫ້ກັນຟັງເພື່ອຈະເຮັດໃຫ້ປະຊາຊົນຂອງເຮົາລືມຊື່ຂອງເຮົາຄືກັບທີ່ປູ່ຍ່າຕານາຍຂອງເຂົາເຈົ້າລືມຊື່ຂອງເຮົາຍ້ອນພະບາອານ.+ 28 ໃຫ້ຜູ້ພະຍາກອນພວກນັ້ນເລົ່າຄວາມຝັນຂອງໂຕເອງໂລດ. ແຕ່ຄົນໃດທີ່ເຮົາໄດ້ເວົ້ານຳກໍຕ້ອງເວົ້າຕາມນັ້ນຢ່າງສັດຊື່.
ຊິເອົາເຟືອງມາທຽບກັບເຂົ້າໄດ້ຈັ່ງໃດ?” ພະເຢໂຫວາເວົ້າໄວ້ແນວນີ້.
29 ພະເຢໂຫວາເວົ້າວ່າ: “ຄຳເວົ້າຂອງເຮົາເປັນຄືກັບໄຟ+ແລະເປັນຄືກັບຄ້ອນຕີທີ່ທຸບຫີນຈົນແຕກບໍ່ແມ່ນບໍ?”+
30 ພະເຢໂຫວາເວົ້າວ່າ: “ຍ້ອນແນວນີ້ ເຮົາຈະລົງໂທດພວກຜູ້ພະຍາກອນທີ່ເອົາຄຳເວົ້າຂອງເຮົາຈາກຜູ້ພະຍາກອນຄົນອື່ນໄປເວົ້າແນວໃໝ່!”+
31 ພະເຢໂຫວາເວົ້າວ່າ: “ເຮົາຈະລົງໂທດພວກຜູ້ພະຍາກອນທີ່ເວົ້າວ່າ ‘ນີ້ແມ່ນຄຳເວົ້າຂອງພະເຈົ້າ!’”+
32 ພະເຢໂຫວາເວົ້າວ່າ: “ເຮົາຈະລົງໂທດພວກຜູ້ພະຍາກອນທີ່ເລົ່າຄວາມຝັນຕົວະ ແລະພາປະຊາຊົນຂອງເຮົາໄປຜິດທາງດ້ວຍຄຳຕົວະແລະຄຳໂອ້ອວດຂອງເຂົາເຈົ້າ.”+
ພະເຢໂຫວາເວົ້າອີກວ່າ: “ເຮົາບໍ່ໄດ້ສັ່ງແລະບໍ່ໄດ້ສົ່ງເຂົາເຈົ້າໄປ. ດັ່ງນັ້ນ ເຂົາເຈົ້າຈຶ່ງບໍ່ໄດ້ຊ່ວຍຫຍັງປະຊາຊົນຂອງເຮົາຈັກໜ້ອຍເລີຍ.+
33 ຖ້າມີປະຊາຊົນ ຜູ້ພະຍາກອນ ຫຼືປະໂລຫິດຄົນໃດຖາມເຈົ້າວ່າ ‘ຂ່າວສານທີ່ເປັນພາລະໜັກ*ຈາກພະເຢໂຫວາແມ່ນຫຍັງເທື່ອນິ?’ ເຈົ້າຕ້ອງຕອບເຂົາເຈົ້າວ່າ ‘ພະເຢໂຫວາເວົ້າວ່າ “ກໍແມ່ນພວກເຈົ້າຫັ້ນແຫຼະ! ພວກເຈົ້າເປັນຄືກັບພາລະໜັກແລະເຮົາຈະໂຍນພວກເຈົ້າຖິ້ມ.”’+ 34 ຖ້າມີຜູ້ພະຍາກອນ ປະໂລຫິດ ຫຼືປະຊາຊົນຄົນໃດເວົ້າວ່າ ‘ຂ່າວສານຈາກພະເຢໂຫວາເປັນພາລະໜັກ!’ ເຮົາກໍຈະລົງໂທດເຂົາເຈົ້າແລະຄົນໃນເຮືອນຂອງເຂົາເຈົ້າທັງໝົດ. 35 ພວກເຈົ້າແຕ່ລະຄົນຖາມໝູ່ແລະອ້າຍນ້ອງຂອງໂຕເອງຢູ່ເລື້ອຍໆວ່າ ‘ພະເຢໂຫວາຕອບວ່າຫຍັງ? ພະເຢໂຫວາເວົ້າແນວໃດ?’ 36 ແຕ່ພວກເຈົ້າຕ້ອງເຊົາເວົ້າວ່າຂ່າວສານຂອງພະເຢໂຫວາເປັນພາລະໜັກ ຍ້ອນພວກເຈົ້າເອົາຄຳເວົ້າຂອງພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຜູ້ມີຊີວິດຢູ່ໄປເວົ້າແນວໃໝ່ແລະຕີຄວາມໝາຍເອົາເອງ ມັນຈຶ່ງກາຍເປັນພາລະໜັກສຳລັບພວກເຈົ້າ.
37 ໃຫ້ເຈົ້າຖາມຜູ້ພະຍາກອນຄົນນັ້ນວ່າ ‘ພະເຢໂຫວາຕອບເຈົ້າວ່າແນວໃດ? ພະເຢໂຫວາເວົ້າຫຍັງແດ່? 38 ຖ້າພວກເຈົ້າຍັງເວົ້າອີກວ່າ “ຂ່າວສານຂອງພະເຢໂຫວາເປັນພາລະໜັກ!” ພະເຢໂຫວາບອກວ່າ “ພວກເຈົ້າມີແຕ່ເວົ້າວ່າ ‘ຂ່າວສານຂອງພະເຢໂຫວາເປັນພາລະໜັກ’ ທັງໆທີ່ເຮົາບອກພວກເຈົ້າແລ້ວວ່າ ‘ພວກເຈົ້າຕ້ອງເຊົາເວົ້າວ່າ “ຂ່າວສານຂອງພະເຢໂຫວາເປັນພາລະໜັກ!”’ 39 ດັ່ງນັ້ນ ເຮົາຈະຈັບພວກເຈົ້າໂຍນຖິ້ມພ້ອມກັບເມືອງທີ່ເຮົາເອົາໃຫ້ພວກເຈົ້າແລະປູ່ຍ່າຕານາຍຂອງພວກເຈົ້າ. 40 ເຮົາຈະເຮັດໃຫ້ພວກເຈົ້າຂາຍໜ້າຕະຫຼອດໄປແລະຈະບໍ່ມີໃຜລືມຄວາມອັບອາຍຂອງພວກເຈົ້າເລີຍ.”’”+
24 ຫຼັງຈາກເນບູກາດເນັດຊາ*ກະສັດຂອງບາບີໂລນຈັບເຢໂກນີຢາ*+ລູກຊາຍຂອງເຢໂຮຢາກີມ+ກະສັດຂອງຢູດາ ລວມທັງພວກເຈົ້ານາຍຂອງຢູດາ ພວກທີ່ເຮັດວຽກດ້ານສີໄມ້ລາຍມື ແລະພວກຊ່າງເຫຼັກ*ໄປເປັນຊະເລີຍ ລາວພາເຂົາເຈົ້າທັງໝົດອອກຈາກເຢຣູຊາເລັມໄປບາບີໂລນ.+ ແລ້ວພະເຢໂຫວາກໍໃຫ້ຂ້ອຍເຫັນກະຕ່າໃສ່ໝາກເດື່ອ 2 ກະຕ່າທີ່ຕັ້ງຢູ່ໜ້າວິຫານຂອງພະເຢໂຫວາ. 2 ກະຕ່າໜຶ່ງມີໝາກເດື່ອທີ່ດີຫຼາຍຄືກັບໝາກເດື່ອຊຸດທຳອິດທີ່ເກັບກ່ຽວຕອນຕົ້ນປີ ແຕ່ອີກກະຕ່າໜຶ່ງມີໝາກເດື່ອທີ່ບໍ່ດີຈົນກິນບໍ່ໄດ້ເລີຍ.
3 ພະເຢໂຫວາຖາມຂ້ອຍວ່າ: “ເຢເຣມີຢາ ເຈົ້າເຫັນຫຍັງ?” ຂ້ອຍຕອບວ່າ: “ລູກເຫັນໝາກເດື່ອ. ໝາກເດື່ອທີ່ດີກໍດີຫຼາຍ ແຕ່ໝາກເດື່ອທີ່ບໍ່ດີກໍບໍ່ດີຈົນກິນບໍ່ໄດ້ເລີຍ.”+
4 ແລ້ວພະເຢໂຫວາກໍເວົ້າກັບຂ້ອຍອີກວ່າ: 5 “ເຮົາເຢໂຫວາພະເຈົ້າຂອງອິດສະຣາເອນເວົ້າແນວນີ້ ‘ຄືກັບໝາກເດື່ອທີ່ດີເຫຼົ່ານີ້ ເຮົາຈະເຮັດດີກັບພວກຢູດາທີ່ຖືກຈັບໄປເປັນຊະເລີຍເຊິ່ງເຮົາເຮັດໃຫ້ເຂົາເຈົ້າອອກຈາກບ່ອນນີ້ໄປແຜ່ນດິນຂອງພວກການເດອາ. 6 ເຮົາຈະເບິ່ງແຍງເຂົາເຈົ້າ ໃຫ້ເຂົາເຈົ້າໄດ້ຮັບສິ່ງດີໆ ແລະເຮົາຈະໃຫ້ເຂົາເຈົ້າໄດ້ກັບມາແຜ່ນດິນນີ້.+ ເຮົາຈະສ້າງເຂົາເຈົ້າແລະຈະບໍ່ຮື້ຖິ້ມ. ເຮົາຈະປູກເຂົາເຈົ້າແລະຈະບໍ່ຫຼົກຖິ້ມ.+ 7 ເຮົາຈະໃຫ້ເຂົາເຈົ້າມີໃຈຢາກຮູ້ຈັກເຮົາແລະຮູ້ວ່າເຮົາແມ່ນເຢໂຫວາ.+ ເຂົາເຈົ້າຈະເປັນປະຊາຊົນຂອງເຮົາແລະເຮົາຈະເປັນພະເຈົ້າຂອງເຂົາເຈົ້າ.+ ເຂົາເຈົ້າຈະກັບມາຫາເຮົາສຸດຫົວໃຈ.+
8 ພະເຢໂຫວາເວົ້າວ່າ “ຄືກັບໝາກເດື່ອທີ່ບໍ່ດີຈົນກິນບໍ່ໄດ້ນັ້ນ+ ເຮົາຈະບໍ່ເຮັດດີກັບເຊເດກີຢາ+ກະສັດຂອງຢູດາ ຄົນເມືອງເຢຣູຊາເລັມທີ່ຍັງເຫຼືອຢູ່ໃນແຜ່ນດິນນີ້ ແລະຄົນທີ່ອາໄສຢູ່ແຜ່ນດິນເອຢິບ.+ 9 ເຮົາຈະເຮັດໃຫ້ຊາດຕ່າງໆຢ້ານຫຼາຍເມື່ອເຫັນຄວາມຈິບຫາຍທີ່ເຮົາຈະເຮັດໃຫ້ເກີດຂຶ້ນກັບເຂົາເຈົ້າ.+ ຜູ້ຄົນຈະດູຖູກເຂົາເຈົ້າ ຈະໃຊ້ເຂົາເຈົ້າເປັນຕົວຢ່າງຂອງຄົນທີ່ເຈິຄວາມຈິບຫາຍ ຈະເຍາະເຍີ້ຍເຂົາເຈົ້າ ແລະຈະສາບແຊ່ງ+ເຂົາເຈົ້າຢູ່ທຸກບ່ອນທີ່ເຮົາເຮັດໃຫ້ເຂົາເຈົ້າກະຈັດກະຈາຍໄປ.+ 10 ເຮົາຈະເຮັດໃຫ້ເຂົາເຈົ້າຕາຍດ້ວຍດາບ+ ດ້ວຍຄວາມອຶດຢາກ ແລະດ້ວຍໂລກລະບາດ*+ຈົນກວ່າຈະບໍ່ມີເຂົາເຈົ້າເຫຼືອຈັກຄົນໃນແຜ່ນດິນນີ້ທີ່ເຮົາເອົາໃຫ້ເຂົາເຈົ້າແລະປູ່ຍ່າຕານາຍຂອງເຂົາເຈົ້າ.”’”
25 ນີ້ແມ່ນຄຳເວົ້າທີ່ພະເຈົ້າເວົ້າກັບເຢເຣມີຢາກ່ຽວກັບຄົນຢູດາໃນປີທີ 4 ທີ່ກະສັດເຢໂຮຢາກີມ+ລູກຊາຍຂອງໂຢສີຢາປົກຄອງຢູດາ ເຊິ່ງເປັນປີທີ 1 ທີ່ກະສັດເນບູກາດເນັດຊາ*ປົກຄອງບາບີໂລນ. 2 ນີ້ແມ່ນສິ່ງທີ່ຜູ້ພະຍາກອນເຢເຣມີຢາເວົ້າກ່ຽວກັບ*ຄົນຢູດາແລະຄົນທີ່ຢູ່ໃນເມືອງເຢຣູຊາເລັມທັງໝົດ. ລາວເວົ້າວ່າ:
3 “ຕັ້ງແຕ່ປີທີ 13 ທີ່ກະສັດໂຢສີຢາ+ລູກຊາຍຂອງອາໂມນປົກຄອງຢູດາຈົນຮອດທຸກມື້ນີ້ກໍໄດ້ 23 ປີແລ້ວ ພະເຢໂຫວາໄດ້ເວົ້າກັບຂ້ອຍຕະຫຼອດ ແລະຂ້ອຍກໍເວົ້າກັບພວກເຈົ້າເທື່ອແລ້ວເທື່ອອີກ* ແຕ່ພວກເຈົ້າກໍບໍ່ຍອມຟັງ.+ 4 ພະເຢໂຫວາໄດ້ສົ່ງພວກຜູ້ພະຍາກອນທີ່ເປັນຜູ້ຮັບໃຊ້ຂອງເພິ່ນມາຫາພວກເຈົ້າຫຼາຍເທື່ອແລ້ວ* ແຕ່ພວກເຈົ້າກໍບໍ່ສົນໃຈແລະບໍ່ຍອມຟັງເລີຍ.+ 5 ພວກຜູ້ພະຍາກອນບອກພວກເຈົ້າວ່າ ‘ຂໍໃຫ້ພວກເຈົ້າກັບໃຈແລະເຊົາເຮັດຊົ່ວ+ເພື່ອພວກເຈົ້າຈະໄດ້ຢູ່ດີມີແຮງແລະໄດ້ເຂົ້າໄປໃນແຜ່ນດິນທີ່ພະເຢໂຫວາເອົາໃຫ້ພວກເຈົ້າແລະປູ່ຍ່າຕານາຍຂອງພວກເຈົ້າຕັ້ງແຕ່ດົນນານມາແລ້ວ. 6 ຢ່າໄປຕິດຕາມ ຮັບໃຊ້ ຫຼືກົ້ມກາບພະເຈົ້າອື່ນ ແລະຢ່າເຮັດໃຫ້ເພິ່ນບໍ່ພໍໃຈໂດຍເຮັດຮູບບູຊາຂຶ້ນມາ. ຄັນບໍ່ຊັ້ນ ເພິ່ນຈະເຮັດໃຫ້ພວກເຈົ້າຈິບຫາຍ.’
7 ພະເຢໂຫວາເວົ້າວ່າ ‘ແຕ່ພວກເຈົ້າບໍ່ເຊື່ອຟັງເຮົາແລະເຮັດໃຫ້ເຮົາບໍ່ພໍໃຈໂດຍເຮັດຮູບບູຊາຂຶ້ນມາຈົນເຮັດໃຫ້ໂຕເອງເຈິຄວາມຈິບຫາຍ.’+
8 ພະເຢໂຫວາຜູ້ບັນຊາການກອງທັບຈຶ່ງເວົ້າວ່າ ‘“ຍ້ອນພວກເຈົ້າບໍ່ເຊື່ອຟັງເຮົາ” 9 ພະເຢໂຫວາບອກວ່າ “ເຮົາຈະເອີ້ນທຸກຄອບຄົວຂອງປະເທດຕ່າງໆທີ່ຢູ່ທາງເໜືອ+ແລະເອີ້ນເນບູກາດເນັດຊາກະສັດຂອງບາບີໂລນທີ່ເປັນຜູ້ຮັບໃຊ້ຂອງເຮົາມາ.+ ເຮົາຈະໃຫ້ເຂົາເຈົ້າມາຕໍ່ສູ້ແຜ່ນດິນນີ້+ ຄົນທີ່ຢູ່ແຜ່ນດິນນີ້ ແລະຊາດຕ່າງໆທີ່ຢູ່ອ້ອມຂ້າງແຜ່ນດິນນີ້.+ ເຮົາຈະທຳລາຍພວກເຈົ້າແລະຊາດເຫຼົ່ານີ້. ຜູ້ຄົນຈະຕົກໃຈແລະເຍາະເຍີ້ຍ*ເມື່ອເຫັນພວກເຈົ້າ ແລະແຜ່ນດິນນີ້ຈະກາຍເປັນຊາກຫັກພັງຕະຫຼອດໄປ. 10 ເຮົາຈະເຮັດໃຫ້ສຽງຂອງຄວາມຍິນດີແລະຄວາມສຸກ+ ສຽງຂອງເຈົ້າບ່າວແລະເຈົ້າສາວ+ ແລະສຽງບົດແປ້ງບໍ່ມີອີກຕໍ່ໄປ. ແສງຈາກຕະກຽງກໍຈະບໍ່ມີຄືກັນ. 11 ແຜ່ນດິນທັງໝົດນີ້ຈະກາຍເປັນຊາກຫັກພັງແລະກາຍເປັນບ່ອນທີ່ເປັນຕາຢ້ານ ແລະຊາດເຫຼົ່ານີ້ຈະຕ້ອງຮັບໃຊ້ກະສັດບາບີໂລນ 70 ປີ.”’+
12 ພະເຢໂຫວາເວົ້າວ່າ ‘ແຕ່ເມື່ອຄົບ 70 ປີແລ້ວ+ ເຮົາຈະລົງໂທດກະສັດບາບີໂລນແລະຊາດຂອງລາວສຳລັບຄວາມຜິດຂອງເຂົາເຈົ້າ+ ແລະເຮົາຈະເຮັດໃຫ້ແຜ່ນດິນຂອງພວກການເດອາຮ້າງເປົ່າຕະຫຼອດໄປ.+ 13 ເຮົາຈະເຮັດໃຫ້ຊາດນັ້ນເຈິຄວາມຈິບຫາຍທຸກຢ່າງທີ່ເຮົາເຄີຍເວົ້າໄວ້ກ່ຽວກັບຊາດນັ້ນ ລວມທັງຄວາມຈິບຫາຍທີ່ເຢເຣມີຢາໄດ້ພະຍາກອນແລະຂຽນໄວ້ໃນປຶ້ມນີ້ກ່ຽວກັບຊາດຕ່າງໆ. 14 ຊາດຕ່າງໆແລະພວກກະສັດທີ່ຍິ່ງໃຫຍ່+ຈະບັງຄັບເຂົາເຈົ້າໃຫ້ເປັນທາດ+ແລະເຮົາຈະລົງໂທດເຂົາເຈົ້າຕາມສິ່ງທີ່ເຂົາເຈົ້າເຮັດ.’”+
15 ພະເຢໂຫວາພະເຈົ້າຂອງອິດສະຣາເອນເວົ້າກັບຂ້ອຍວ່າ: “ເຮົາຈະສົ່ງເຈົ້າໄປຫາຊາດຕ່າງໆ. ໃຫ້ເຈົ້າເອົາຈອກເຫຼົ້າແວງຂອງຄວາມໃຈຮ້າຍຈາກມືຂອງເຮົາໄປໃຫ້ເຂົາເຈົ້າກິນ. 16 ເຂົາເຈົ້າຈະກິນເຫຼົ້າແວງ ຍ່າງເຊໄປເຊມາ ແລະເຮັດຄືກັບຄົນຜີບ້າເມື່ອເຮົາສົ່ງສັດຕູໄປເຮັດສົງຄາມກັບເຂົາເຈົ້າ.”+
17 ຂ້ອຍຈຶ່ງໄປຫາທຸກຊາດທີ່ພະເຢໂຫວາສົ່ງຂ້ອຍໄປ ແລ້ວເອົາຈອກນັ້ນຈາກມືຂອງພະເຢໂຫວາໃຫ້ເຂົາເຈົ້າກິນ.+ 18 ເລີ່ມຈາກເມືອງເຢຣູຊາເລັມແລະເມືອງຕ່າງໆຂອງຢູດາ+ ພວກກະສັດແລະພວກເຈົ້ານາຍຂອງເມືອງເຫຼົ່ານັ້ນ ເພື່ອຈະທຳລາຍເຂົາເຈົ້າແລະເຮັດໃຫ້ຄົນອື່ນທີ່ເຫັນເຂົາເຈົ້າຢ້ານ ເຍາະເຍີ້ຍ ແລະສາບແຊ່ງ+ເຂົາເຈົ້າຄືກັບທີ່ເປັນຢູ່ໃນທຸກມື້ນີ້. 19 ແລ້ວກໍເອົາໄປໃຫ້ກະສັດຂອງເອຢິບ* ພວກຄົນຮັບໃຊ້ຂອງລາວ ພວກເຈົ້ານາຍຂອງລາວ ປະຊາຊົນທັງໝົດຂອງລາວ+ 20 ຄົນຕ່າງຊາດທັງໝົດທີ່ຢູ່ໃນເອຢິບ ກະສັດທັງໝົດຂອງແຜ່ນດິນອູເຊ ກະສັດທັງໝົດຂອງແຜ່ນດິນຟີລິດສະຕີນ+ ອາຊະກາໂລນ+ ຄາຊາ ເອັກໂຣນ ຄົນອາຊະໂດດທີ່ຍັງເຫຼືອຢູ່ 21 ຄົນເອໂດມ+ ຄົນໂມອາບ+ ຄົນອຳໂມນ+ 22 ກະສັດທັງໝົດຂອງຕີເຣ ກະສັດທັງໝົດຂອງຊີໂດນ+ ກະສັດທັງໝົດຂອງເກາະທີ່ຢູ່ໃນທະເລ 23 ເດດານ+ ເຕມາ ບູເຊ ທຸກຄົນທີ່ໄດ້ແຖຜົມຂ້າງຫູອອກ+ 24 ກະສັດທັງໝົດຂອງຄົນອາຣັບ+ ກະສັດທັງໝົດຂອງຄົນຕ່າງຊາດທີ່ຢູ່ໃນບ່ອນກັນດານ 25 ກະສັດທັງໝົດຂອງຊິມຣີ ກະສັດທັງໝົດຂອງເອລາມ+ ກະສັດທັງໝົດຂອງເມເດຍ+ 26 ແລະກະສັດທັງໝົດຈາກທາງເໜືອທີ່ຢູ່ໃກ້ແລະໄກ. ຂ້ອຍເອົາຈອກນັ້ນໄປໃຫ້ກະສັດເທື່ອລະອົງແລະເອົາໄປໃຫ້ປະເທດອື່ນໆທັງໝົດທີ່ຢູ່ເທິງແຜ່ນດິນໂລກ. ກະສັດຂອງເຊຊັກ*+ກໍຈະກິນຈາກຈອກນັ້ນຄືກັນ.
27 “ເຈົ້າຕ້ອງບອກເຂົາເຈົ້າວ່າ ‘ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ “ໃຫ້ກິນຈົນເມົາ ກິນຈົນຮາກແລະລົ້ມລົງຈົນລຸກຂຶ້ນບໍ່ໄດ້ອີກ+ ຍ້ອນເຮົາຈະສົ່ງສັດຕູໄປເຮັດສົງຄາມກັບພວກເຈົ້າ.”’ 28 ຖ້າເຂົາເຈົ້າບໍ່ຍອມເອົາຈອກຈາກມືຂອງເຈົ້າໄປກິນ ໃຫ້ເຈົ້າບອກເຂົາເຈົ້າວ່າ ‘ພະເຢໂຫວາຜູ້ບັນຊາການກອງທັບບອກວ່າ “ເຈົ້າຕ້ອງກິນ! 29 ຖ້າເຮົາຈະເຮັດໃຫ້ເມືອງທີ່ຖືກເອີ້ນຕາມຊື່ຂອງເຮົາເຈິຄວາມຈິບຫາຍ+ ເຈົ້າຄິດວ່າເຈົ້າຊິລອດບໍ?”+
ເຈົ້າຈະຖືກລົງໂທດແນ່ນອນ ຍ້ອນເຮົາກຳລັງສົ່ງສັດຕູໄປເຮັດສົງຄາມກັບທຸກຄົນທີ່ຢູ່ໃນໂລກ.’ ພະເຢໂຫວາຜູ້ບັນຊາການກອງທັບເວົ້າໄວ້ແນວນີ້.
30 ເຈົ້າຕ້ອງພະຍາກອນເລື່ອງທັງໝົດນີ້ໃຫ້ເຂົາເຈົ້າຟັງແລະບອກເຂົາເຈົ້າວ່າ
‘ພະເຢໂຫວາຜູ້ທີ່ຢູ່ບ່ອນສູງຈະແຜດສຽງຮ້ອງ.
ເພິ່ນຈະເຮັດໃຫ້ຄົນໄດ້ຍິນສຽງຂອງເພິ່ນຈາກບ່ອນບໍລິສຸດຂອງເພິ່ນ.
ເພິ່ນຈະແຜດສຽງດັງໆໃສ່ບ່ອນຢູ່ຂອງເພິ່ນທີ່ຢູ່ເທິງໂລກ.
ເພິ່ນຈະຮ້ອງດ້ວຍຄວາມດີໃຈຄືກັບຄົນທີ່ຢຽບໝາກລະແຊັງຢູ່ໃນອ່າງ.
ເພິ່ນຈະຮ້ອງເພງແຫ່ງໄຊຊະນະໃສ່ທຸກຄົນທີ່ຢູ່ໃນໂລກນີ້.’
31 ພະເຢໂຫວາເວົ້າວ່າ ‘ສຽງຈະດັງກ້ອງໄປຈົນສຸດຂອບໂລກ
ຍ້ອນພະເຢໂຫວາມີຄະດີກັບຊາດຕ່າງໆ.
ເພິ່ນຈະຕັດສິນມະນຸດທຸກຄົນດ້ວຍໂຕເພິ່ນເອງ+
ແລະເພິ່ນຈະເຮັດໃຫ້ຄົນຊົ່ວຖືກຂ້າຕາຍດ້ວຍດາບ.’
32 ພະເຢໂຫວາຜູ້ບັນຊາການກອງທັບບອກວ່າ
‘ເບິ່ງແມ້! ຄວາມຈິບຫາຍກຳລັງແພ່ກະຈາຍຈາກຊາດໜຶ່ງໄປອີກຊາດໜຶ່ງ+
ແລະພາຍຸໃຫຍ່ຈະຖືກປ່ອຍມາຈາກບ່ອນທີ່ຢູ່ໄກໆຂອງໂລກ.+
33 ຄົນທີ່ຖືກພະເຢໂຫວາຂ້າໃນມື້ນັ້ນຈະມີຕັ້ງແຕ່ສຸດຂອບໂລກຟາກນີ້ໄປຈົນຮອດສຸດຂອບໂລກຟາກນັ້ນ. ຈະບໍ່ມີໃຜໄວ້ທຸກໃຫ້ເຂົາເຈົ້າແລະຈະບໍ່ມີໃຜເອົາສົບເຂົາເຈົ້າໄປຝັງ. ສົບຂອງເຂົາເຈົ້າຈະເປັນຄືກັບຂີ້ສັດຢູ່ດິນ.’
34 ພວກເຈົ້າທີ່ເປັນຄົນລ້ຽງແກະເອີ້ຍ ໃຫ້ຮ້ອງໄຫ້ອອກມາດັງໆແມ້!
ພວກເຈົ້າທີ່ເປັນແກະໂຕສຳຄັນໃນຝູງ ໃຫ້ນອນກິ້ງເກືອກຢູ່ດິນແມ້!
ຍ້ອນເວລາທີ່ພວກເຈົ້າຈະຖືກເຮັດໃຫ້ກະຈັດກະຈາຍໄປແລະຖືກຂ້າມາຮອດແລ້ວ.
ພວກເຈົ້າເປັນຄືກັບໝໍ້ດິນລາຄາແພງທີ່ຕົກແຕກ!
35 ພວກຜູ້ລ້ຽງແກະບໍ່ມີບ່ອນໜີ
ແລະພວກແກະໂຕສຳຄັນໃນຝູງກໍໜີໄປໃສບໍ່ໄດ້.
36 ຟັງແມ້! ຟັງສຽງຮ້ອງຂອງຄົນລ້ຽງແກະ
ແລະຟັງສຽງຮ້ອງໄຫ້ຂອງພວກແກະໂຕສຳຄັນໃນຝູງ
ຍ້ອນພະເຢໂຫວາໄດ້ທຳລາຍທົ່ງຫຍ້າຂອງເຂົາເຈົ້າແລ້ວ.
37 ບ່ອນຢູ່ທີ່ສະຫງົບສຸກກໍບໍ່ມີສິ່ງທີ່ມີຊີວິດເຫຼືອຢູ່ເລີຍ
ຍ້ອນຄວາມໃຈຮ້າຍແຮງຂອງພະເຢໂຫວາ.
38 ຄືກັບໂຕສິງໃຈຮ້າຍທີ່ອອກມາຈາກຖ້ຳ ເພິ່ນກໍໄດ້ອອກມາຈາກບ່ອນຢູ່ຂອງເພິ່ນ.+
ຜູ້ຄົນກໍຮູ້ສຶກຢ້ານເມື່ອເຫັນແຜ່ນດິນຂອງເຂົາເຈົ້າ
ຍ້ອນເພິ່ນໄດ້ໃຊ້ດາບຂ້າໂດຍບໍ່ອີ່ຕົນ
ແລະຍ້ອນເພິ່ນໃຈຮ້າຍແຮງ.”
26 ຕອນທີ່ກະສັດເຢໂຮຢາກີມ+ລູກຊາຍຂອງໂຢສີຢາເລີ່ມປົກຄອງຢູດາ ພະເຢໂຫວາໄດ້ເວົ້າກັບເຢເຣມີຢາ. 2 “ພະເຢໂຫວາບອກວ່າ ‘ໃຫ້ເຈົ້າໄປຢືນຢູ່ເດີ່ນວິຫານຂອງພະເຢໂຫວາແລະເວົ້າກັບ*ຄົນໃນເມືອງຕ່າງໆຂອງຢູດາທີ່ມານະມັດສະການ*ຢູ່ວິຫານຂອງພະເຢໂຫວາ. ໃຫ້ເຈົ້າບອກເຂົາເຈົ້າທຸກສິ່ງທີ່ເຮົາສັ່ງເຈົ້າ ຢ່າໃຫ້ຂາດແມ່ນແຕ່ຄຳດຽວ. 3 ບາງເທື່ອເຂົາເຈົ້າຈະຟັງແລະເຊົາເຮັດຊົ່ວ ແລ້ວເຮົາຈະປ່ຽນໃຈ*ແລະບໍ່ເຮັດໃຫ້ເຂົາເຈົ້າເຈິຄວາມຈິບຫາຍຄືກັບທີ່ເຮົາໄດ້ຕັ້ງໃຈໄວ້ຍ້ອນເຂົາເຈົ້າເຮັດຊົ່ວ.+ 4 ໃຫ້ເຈົ້າໄປບອກເຂົາເຈົ້າວ່າ “ພະເຢໂຫວາບອກວ່າ ‘ຖ້າພວກເຈົ້າບໍ່ເຊື່ອຟັງເຮົາ ບໍ່ເຮັດຕາມກົດໝາຍ*ທີ່ເຮົາໃຫ້ພວກເຈົ້າ 5 ແລະບໍ່ຟັງຄຳເວົ້າຂອງພວກຜູ້ພະຍາກອນທີ່ເປັນຜູ້ຮັບໃຊ້ຂອງເຮົາ ເຊິ່ງເຮົາໄດ້ສົ່ງມາບອກພວກເຈົ້າເທື່ອແລ້ວເທື່ອອີກ*+ 6 ເຮົາຈະປະຖິ້ມວິຫານຫຼັງນີ້ຄືກັບທີ່ເຮົາເຄີຍຖິ້ມຊີໂລ+ແລະເຮົາຈະເຮັດໃຫ້ຊາດຕ່າງໆທີ່ຢູ່ໃນໂລກນີ້ສາບແຊ່ງເມືອງນີ້.’”’”+
7 ພວກປະໂລຫິດ ພວກຜູ້ພະຍາກອນ ແລະປະຊາຊົນທັງໝົດກໍໄດ້ຍິນສິ່ງທີ່ເຢເຣມີຢາເວົ້າໃນວິຫານຂອງພະເຢໂຫວາ.+ 8 ເມື່ອເຢເຣມີຢາເວົ້າທຸກສິ່ງທີ່ພະເຢໂຫວາສັ່ງໃຫ້ລາວເວົ້າກັບປະຊາຊົນຈົບແລ້ວ ພວກປະໂລຫິດ ພວກຜູ້ພະຍາກອນ ແລະປະຊາຊົນທຸກຄົນກໍຈັບເຢເຣມີຢາໄວ້ ແລ້ວເວົ້າກັບລາວວ່າ: “ເຈົ້າຕາຍແທ້! 9 ເປັນຫຍັງເຈົ້າຈຶ່ງພະຍາກອນໂດຍໃຊ້ຊື່ຂອງພະເຢໂຫວາແລະເວົ້າວ່າ ‘ວິຫານນີ້ຈະເປັນຄືກັບຊີໂລ ແລະເມືອງນີ້ຈະຮ້າງເປົ່າແລະບໍ່ມີຄົນອາໄສຢູ່’?” ແລ້ວປະຊາຊົນກໍພາກັນມາລ້ອມເຢເຣມີຢາໄວ້ຢູ່ວິຫານຂອງພະເຢໂຫວາ.
10 ເມື່ອພວກເຈົ້ານາຍຂອງຢູດາໄດ້ຍິນເລື່ອງນີ້ ເຂົາເຈົ້າກໍອອກຈາກວັງຂອງກະສັດແລະມາວິຫານຂອງພະເຢໂຫວາ. ແລ້ວນັ່ງຢູ່ທາງເຂົ້າປະຕູໃໝ່ຢູ່ວິຫານຂອງພະເຢໂຫວາ.+ 11 ພວກປະໂລຫິດກັບພວກຜູ້ພະຍາກອນເວົ້າກັບພວກເຈົ້ານາຍແລະປະຊາຊົນທັງໝົດວ່າ: “ຜູ້ຊາຍຄົນນີ້ສົມຄວນຕາຍ+ຍ້ອນລາວພະຍາກອນວ່າເມືອງນີ້ຈະຈິບຫາຍ. ພວກເຈົ້າກໍໄດ້ຍິນກັບຫູຂອງໂຕເອງແລ້ວຕົ໋ວ.”+
12 ເຢເຣມີຢາຈຶ່ງເວົ້າກັບພວກເຈົ້ານາຍແລະປະຊາຊົນທັງໝົດວ່າ: “ພະເຢໂຫວາເປັນຜູ້ສົ່ງຂ້ອຍມາພະຍາກອນເລື່ອງຄວາມຈິບຫາຍຂອງວິຫານຫຼັງນີ້ແລະຂອງເມືອງນີ້ຄືກັບທີ່ພວກເຈົ້າໄດ້ຍິນແລ້ວ.+ 13 ບັດນີ້ ໃຫ້ພວກເຈົ້າປ່ຽນວິທີໃຊ້ຊີວິດແລະການກະທຳຂອງໂຕເອງ ແລະໃຫ້ເຊື່ອຟັງພະເຢໂຫວາພະເຈົ້າຂອງພວກເຈົ້າ. ແລ້ວພະເຢໂຫວາຈະປ່ຽນໃຈບໍ່ໃຫ້ພວກເຈົ້າເຈິຄວາມຈິບຫາຍຄືກັບທີ່ເພິ່ນໄດ້ບອກໄວ້.+ 14 ແຕ່ຕອນນີ້ ຂ້ອຍຢູ່ໃນມືຂອງພວກເຈົ້າແລ້ວ. ພວກເຈົ້າຢາກເຮັດຫຍັງກັບຂ້ອຍກໍເຮັດໂລດ. 15 ແຕ່ຂໍໃຫ້ພວກເຈົ້າຮູ້ໄວ້ເດີ້ວ່າຖ້າພວກເຈົ້າຂ້າຂ້ອຍກໍສ່ຳກັບວ່າພວກເຈົ້າ ຄົນໃນເມືອງນີ້ ແລະເມືອງນີ້ໄດ້ຂ້າຄົນທີ່ບໍ່ມີຄວາມຜິດ. ຍ້ອນແທ້ໆແລ້ວ ພະເຢໂຫວາໄດ້ສົ່ງຂ້ອຍໃຫ້ມາບອກເລື່ອງເຫຼົ່ານີ້ກັບພວກເຈົ້າ.”
16 ພວກເຈົ້ານາຍກັບປະຊາຊົນທັງໝົດຈຶ່ງເວົ້າກັບພວກປະໂລຫິດແລະພວກຜູ້ພະຍາກອນວ່າ: “ຜູ້ຊາຍຄົນນີ້ບໍ່ສົມຄວນຕາຍ ຍ້ອນລາວເວົ້າກັບພວກເຮົາໃນຖານະຕົວແທນ*ຂອງພະເຢໂຫວາພະເຈົ້າຂອງພວກເຮົາ.”
17 ຈາກນັ້ນ ພວກຜູ້ນຳປະຊາຊົນບາງຄົນໄດ້ລຸກຂຶ້ນ ແລ້ວເວົ້າກັບປະຊາຊົນທີ່ຢູ່ຫັ້ນວ່າ: 18 “ມີກາ+ຄົນໂມເຣເຊັດກັດເຄີຍພະຍາກອນໄວ້ໃນສະໄໝທີ່ກະສັດເຮເຊກີຢາ+ປົກຄອງຢູດາ. ລາວໄດ້ເວົ້າກັບຄົນຢູດາທັງໝົດວ່າ ‘ພະເຢໂຫວາຜູ້ບັນຊາການກອງທັບບອກວ່າ
“ຊີໂອນຈະຖືກໄຖຄືກັບທົ່ງນາ
ເຢຣູຊາເລັມຈະກາຍເປັນກອງຊາກຫັກພັງ+
ແລະພູທີ່ວິຫານຕັ້ງຢູ່ຈະກາຍເປັນປ່າທີ່ຮົກໆ.”’+
19 ຕອນນັ້ນ ເຮເຊກີຢາກະສັດຂອງຢູດາກັບຄົນຢູດາໄດ້ຂ້າລາວບໍ? ກະສັດໄດ້ຢ້ານຢຳພະເຢໂຫວາແລະໄດ້ຂໍຮ້ອງພະເຢໂຫວາເພື່ອທີ່ພະເຢໂຫວາຈະປ່ຽນໃຈ ບໍ່ເຮັດໃຫ້ເຂົາເຈົ້າເຈິຄວາມຈິບຫາຍຄືກັບທີ່ເພິ່ນເຄີຍເວົ້າໄວ້ບໍ່ແມ່ນບໍ?+ ຖ້າພວກເຮົາເຮັດແບບນີ້* ພວກເຮົາກໍຈະເຮັດໃຫ້ໂຕເອງເຈິຄວາມຈິບຫາຍຄັ້ງໃຫຍ່.
20 ຜູ້ຊາຍອີກຄົນໜຶ່ງຊື່ອຸຣີຢາທີ່ເປັນລູກຊາຍຂອງເຊມາຢາຄົນກີຣິອາດເຢອາຣີມ+ກໍເຄີຍພະຍາກອນໂດຍໃຊ້ຊື່ຂອງພະເຢໂຫວາ. ລາວໄດ້ພະຍາກອນກ່ຽວກັບເມືອງນີ້ແລະແຜ່ນດິນນີ້ຄ້າຍຄືກັບສິ່ງທີ່ເຢເຣມີຢາໄດ້ເວົ້າ. 21 ກະສັດເຢໂຮຢາກີມ+ ພວກທະຫານທີ່ເກັ່ງໆທັງໝົດ ແລະພວກເຈົ້ານາຍທັງໝົດກໍໄດ້ຍິນຄຳພະຍາກອນນັ້ນ ກະສັດຈຶ່ງຊອກວິທີຂ້າອຸຣີຢາ.+ ເມື່ອອຸຣີຢາຮູ້ເລື່ອງນີ້ ລາວກໍຢ້ານຫຼາຍແລະໜີໄປເອຢິບທັນທີ. 22 ຈາກນັ້ນ ກະສັດເຢໂຮຢາກີມຈຶ່ງສົ່ງເອນນາທານ+ລູກຊາຍຂອງອັກໂບແລະຄົນອື່ນໆໄປເອຢິບ. 23 ເຂົາເຈົ້າຈັບອຸຣີຢາມາຈາກເອຢິບ ແລ້ວກໍເອົາລາວໄປໃຫ້ກະສັດເຢໂຮຢາກີມ. ກະສັດກໍຂ້າອຸຣີຢາດ້ວຍດາບ+ແລະໂຍນສົບຂອງລາວລົງໄປໃນບ່ອນຝັງສົບຂອງຄົນທຳມະດາ.”
24 ແຕ່ອາຮີກາມ+ລູກຊາຍຂອງຊາຟານ+ໄດ້ຊ່ວຍເຢເຣມີຢາໄວ້ ເຢເຣມີຢາຈຶ່ງບໍ່ຖືກສົ່ງໂຕໄປໃຫ້ປະຊາຊົນຂ້າ.+
27 ຕອນທີ່ກະສັດເຢໂຮຢາກີມລູກຊາຍຂອງໂຢສີຢາເລີ່ມປົກຄອງຢູດາ ພະເຢໂຫວາໄດ້ເວົ້າກັບເຢເຣມີຢາ. 2 ເຢເຣມີຢາບອກວ່າ: “ພະເຢໂຫວາເວົ້າກັບຂ້ອຍວ່າ ‘ໃຫ້ເຈົ້າເຮັດເຊືອກມັດແອກແລະເຮັດແອກ ແລ້ວເອົາມາໃສ່ຄໍຂອງເຈົ້າໄວ້. 3 ຈາກນັ້ນ ໃຫ້ຜູ້ສົ່ງຂ່າວທີ່ມາຫາເຊເດກີຢາກະສັດຂອງຢູດາຢູ່ເມືອງເຢຣູຊາເລັມເອົາເຊືອກກັບແອກນັ້ນໄປໃຫ້ກະສັດຂອງເອໂດມ+ ກະສັດຂອງໂມອາບ+ ກະສັດຂອງອຳໂມນ+ ກະສັດຂອງຕີເຣ+ ແລະກະສັດຂອງຊີໂດນ.+ 4 ໃຫ້ພວກຜູ້ສົ່ງຂ່າວໄປບອກກະສັດຂອງໂຕເອງວ່າ
“ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກໃຫ້ພວກເຈົ້າໄປບອກກະສັດຂອງພວກເຈົ້າແນວນີ້ 5 ‘ເຮົາເປັນຜູ້ສ້າງໂລກ ມະນຸດ ແລະສັດປ່າທີ່ຢູ່ເທິງໂລກດ້ວຍພະລັງອຳນາດແລະລິດເດດທີ່ຍິ່ງໃຫຍ່*ຂອງເຮົາ ແລະເຮົາໄດ້ເອົາສິ່ງເຫຼົ່ານັ້ນໃຫ້ຄົນທີ່ເຮົາພໍໃຈ.*+ 6 ຕອນນີ້ ເຮົາໄດ້ເອົາແຜ່ນດິນເຫຼົ່ານີ້ທັງໝົດໃຫ້ເນບູກາດເນັດຊາ+ກະສັດຂອງບາບີໂລນຜູ້ທີ່ເຮົາໄດ້ໃຊ້ ແລະເຮົາຍັງໃຫ້ລາວມີອຳນາດເໜືອສັດປ່າໃນທົ່ງຫຍ້ານຳອີກ. 7 ທຸກຊາດຈະຮັບໃຊ້ລາວ ລູກຊາຍ ແລະຫຼານຊາຍຂອງລາວຈົນກວ່າຈະຮອດເວລາທີ່ແຜ່ນດິນຂອງລາວເຖິງຈຸດຈົບ.+ ຕອນນັ້ນ ຊາດຕ່າງໆແລະກະສັດທີ່ຍິ່ງໃຫຍ່ຈະບັງຄັບລາວໃຫ້ເປັນທາດ.’+
8 ພະເຢໂຫວາບອກວ່າ ‘ຖ້າຊາດໃດຫຼືປະເທດໃດບໍ່ຍອມຮັບໃຊ້ເນບູກາດເນັດຊາກະສັດຂອງບາບີໂລນແລະບໍ່ຍອມເອົາແອກຂອງກະສັດບາບີໂລນໃສ່ຄໍໄວ້ ເຮົາຈະລົງໂທດຊາດນັ້ນດ້ວຍດາບ+ ດ້ວຍຄວາມອຶດຢາກ ແລະດ້ວຍໂລກລະບາດ*ຈົນກວ່າເຂົາເຈົ້າຈະຕາຍໝົດ.
9 ດັ່ງນັ້ນ ຢ່າຟັງພວກຜູ້ພະຍາກອນ ພວກໝໍມໍ ພວກທີ່ທຳນວາຍຄວາມຝັນ ພວກທີ່ໃຊ້ຄາຖາອາຄົມ ແລະພວກທີ່ເບິ່ງໂຊກລາງທີ່ບອກພວກເຈົ້າວ່າ “ພວກເຈົ້າຈະບໍ່ໄດ້ຮັບໃຊ້ກະສັດຂອງບາບີໂລນດອກ” 10 ຍ້ອນຄົນເຫຼົ່ານັ້ນພະຍາກອນເລື່ອງຕົວະໃຫ້ພວກເຈົ້າຟັງເພື່ອພວກເຈົ້າຈະຖືກພາໄປຈາກແຜ່ນດິນຂອງພວກເຈົ້າ ແລະເຮົາຈະເຮັດໃຫ້ພວກເຈົ້າກະຈັດກະຈາຍແລະຕາຍໄປ.
11 ແຕ່ຖ້າຊາດໃດຍອມເອົາແອກຂອງກະສັດບາບີໂລນໃສ່ຄໍໄວ້ແລະຮັບໃຊ້ລາວ ເຮົາຈະຍອມໃຫ້ຊາດນັ້ນຢູ່ໃນແຜ່ນດິນຂອງໂຕເອງຕໍ່ໄປ ເຂົາເຈົ້າຈະເຮັດໄຮ່ເຮັດສວນແລະອາໄສຢູ່ຫັ້ນ.’ ພະເຢໂຫວາເວົ້າໄວ້ແນວນີ້.”’”
12 ຂ້ອຍຍັງໄດ້ບອກເຊເດກີຢາ+ກະສັດຂອງຢູດາຄ້າຍຄືກັນວ່າ: “ໃຫ້ເຈົ້າເອົາແອກຂອງກະສັດບາບີໂລນໃສ່ຄໍໄວ້ແລະຮັບໃຊ້ລາວກັບປະຊາຊົນຂອງລາວ ແລ້ວເຈົ້າຈະມີຊີວິດຢູ່ຕໍ່ໄປ.+ 13 ເປັນຫຍັງເຈົ້າຈະຕ້ອງເຮັດໃຫ້ໂຕເອງກັບປະຊາຊົນຂອງເຈົ້າຕາຍດ້ວຍດາບ+ ດ້ວຍຄວາມອຶດຢາກ+ ແລະດ້ວຍໂລກລະບາດ+ຄືກັບທີ່ພະເຢໂຫວາໄດ້ເວົ້າໄວ້ກ່ຽວກັບຊາດທີ່ບໍ່ຍອມຮັບໃຊ້ກະສັດບາບີໂລນ? 14 ຢ່າຟັງຄຳເວົ້າຂອງພວກຜູ້ພະຍາກອນທີ່ບອກເຈົ້າວ່າ ‘ເຈົ້າຈະບໍ່ໄດ້ຮັບໃຊ້ກະສັດຂອງບາບີໂລນດອກ’+ ຍ້ອນເຂົາເຈົ້າພະຍາກອນເລື່ອງຕົວະໃຫ້ເຈົ້າຟັງ.+
15 ພະເຢໂຫວາບອກວ່າ ‘ເຮົາບໍ່ໄດ້ສົ່ງເຂົາເຈົ້າມາ ແຕ່ເຂົາເຈົ້າພະຍາກອນເລື່ອງຕົວະໂດຍອ້າງຊື່ຂອງເຮົາ ຍ້ອນແນວນີ້ ເຮົາຈະເຮັດໃຫ້ພວກເຈົ້າກະຈັດກະຈາຍແລະຕາຍໄປ ທັງພວກເຈົ້າແລະພວກຜູ້ພະຍາກອນທີ່ພະຍາກອນໃຫ້ພວກເຈົ້າຟັງ.’”+
16 ຂ້ອຍເວົ້າກັບພວກປະໂລຫິດແລະປະຊາຊົນທັງໝົດນີ້ວ່າ: “ພະເຢໂຫວາບອກວ່າ ‘ຢ່າຟັງຄຳເວົ້າຂອງພວກຜູ້ພະຍາກອນທີ່ກຳລັງພະຍາກອນວ່າ “ອີກບໍ່ດົນ ເຄື່ອງໃຊ້ໃນວິຫານຂອງພະເຢໂຫວາຈະຖືກເອົາກັບມາຈາກບາບີໂລນ!”+ ຍ້ອນເຂົາເຈົ້າກຳລັງພະຍາກອນເລື່ອງຕົວະໃຫ້ພວກເຈົ້າຟັງ.+ 17 ຢ່າໄປຟັງເຂົາເຈົ້າເດີ້. ໃຫ້ຮັບໃຊ້ກະສັດບາບີໂລນເພື່ອພວກເຈົ້າຈະມີຊີວິດຢູ່ຕໍ່ໄປ.+ ເປັນຫຍັງຈະຕ້ອງເຮັດໃຫ້ເມືອງນີ້ກາຍເປັນຊາກຫັກພັງ? 18 ແຕ່ຖ້າເຂົາເຈົ້າເປັນຜູ້ພະຍາກອນແລະພະເຢໂຫວາໄດ້ເວົ້າກັບເຂົາເຈົ້າແທ້ໆ ກໍໃຫ້ເຂົາເຈົ້າຂໍຮ້ອງພະເຢໂຫວາຜູ້ບັນຊາການກອງທັບໃຫ້ຊ່ວຍແມ້ ເພື່ອທີ່ເຄື່ອງໃຊ້ທີ່ເຫຼືອຢູ່ໃນວິຫານຂອງພະເຢໂຫວາ ໃນວັງຂອງກະສັດຢູດາ ແລະໃນເມືອງເຢຣູຊາເລັມຈະບໍ່ຖືກເອົາໄປບາບີໂລນ.’
19 ນີ້ແມ່ນສິ່ງທີ່ພະເຢໂຫວາຜູ້ບັນຊາການກອງທັບເວົ້າກ່ຽວກັບເສົາ+ ທະເລທອງແດງ*+ ລໍ້ທອງແດງ+ ແລະເຄື່ອງໃຊ້ທີ່ຍັງເຫຼືອຢູ່ໃນເມືອງນີ້ 20 ເຊິ່ງເປັນສິ່ງທີ່ເນບູກາດເນັດຊາກະສັດຂອງບາບີໂລນບໍ່ໄດ້ເອົາໄປຕອນທີ່ລາວຈັບເຢໂກນີຢາລູກຊາຍຂອງເຢໂຮຢາກີມກະສັດຂອງຢູດາຈາກເຢຣູຊາເລັມໄປເປັນຊະເລີຍຢູ່ບາບີໂລນ ພ້ອມກັບພວກເຈົ້ານາຍທັງໝົດຂອງຢູດາແລະຂອງເຢຣູຊາເລັມ.+ 21 ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນເວົ້າກ່ຽວກັບເຄື່ອງໃຊ້ທີ່ເຫຼືອຢູ່ໃນວິຫານຂອງພະເຢໂຫວາ ໃນວັງຂອງກະສັດຢູດາ ແລະໃນເມືອງເຢຣູຊາເລັມວ່າ 22 ‘“ເຂົາເຈົ້າຈະເອົາສິ່ງເຫຼົ່ານີ້ໄປບາບີໂລນ+ ແລະພວກມັນຈະຢູ່ຫັ້ນຈົນຮອດມື້ທີ່ເຮົາຈະເອົາພວກມັນກັບມາແລະໃຫ້ພວກມັນມາຢູ່ບ່ອນນີ້ຄືເກົ່າ.” ພະເຢໂຫວາເວົ້າໄວ້ແນວນີ້.’”+
28 ໃນປີດຽວກັນນັ້ນເຊິ່ງເປັນຊ່ວງທຳອິດທີ່ເຊເດກີຢາ+ເປັນກະສັດປົກຄອງຢູດາໃນເດືອນທີ 5 ຂອງປີທີ 4 ຜູ້ພະຍາກອນຮານານີຢາລູກຊາຍຂອງອັດຊູເຣຈາກເມືອງກິເບໂອນ+ໄດ້ເວົ້າກັບເຢເຣມີຢາໃນວິຫານຂອງພະເຢໂຫວາຕໍ່ໜ້າພວກປະໂລຫິດແລະປະຊາຊົນວ່າ: 2 “ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ ‘ເຮົາຈະຫັກແອກຂອງກະສັດບາບີໂລນ.+ 3 ພາຍໃນ 2 ປີ ເຮົາຈະເອົາເຄື່ອງໃຊ້ທັງໝົດໃນວິຫານຂອງພະເຢໂຫວາທີ່ເນບູກາດເນັດຊາກະສັດຂອງບາບີໂລນໄດ້ເອົາໄປບາບີໂລນກັບມາບ່ອນນີ້.’+ 4 ພະເຢໂຫວາບອກວ່າ ‘ເຮົາຈະພາເຢໂກນີຢາ+ລູກຊາຍຂອງເຢໂຮຢາກີມ+ກະສັດຂອງຢູດາແລະຄົນຢູດາທຸກຄົນທີ່ຖືກຈັບໄປເປັນຊະເລີຍຢູ່ບາບີໂລນ+ກັບມາບ່ອນນີ້ນຳ ຍ້ອນເຮົາຈະຫັກແອກຂອງກະສັດບາບີໂລນ.’”
5 ຈາກນັ້ນ ຜູ້ພະຍາກອນເຢເຣມີຢາກໍເວົ້າກັບຜູ້ພະຍາກອນຮານານີຢາຕໍ່ໜ້າພວກປະໂລຫິດແລະປະຊາຊົນທຸກຄົນທີ່ຢືນຢູ່ໃນວິຫານຂອງພະເຢໂຫວາ. 6 ຜູ້ພະຍາກອນເຢເຣມີຢາເວົ້າວ່າ: “ອາແມນ!* ຂໍໃຫ້ພະເຢໂຫວາເຮັດແບບນັ້ນ! ຂໍໃຫ້ພະເຢໂຫວາເຮັດໃຫ້ຄຳພະຍາກອນຂອງເຈົ້າເກີດຂຶ້ນແທ້ໂດຍເອົາເຄື່ອງໃຊ້ທີ່ຢູ່ໃນວິຫານຂອງພະເຢໂຫວາແລະປະຊາຊົນທັງໝົດທີ່ຖືກຈັບໄປເປັນຊະເລີຍຢູ່ບາບີໂລນກັບມາບ່ອນນີ້! 7 ແນວໃດກໍຕາມ ຂໍໃຫ້ຟັງສິ່ງທີ່ຂ້ອຍຈະເວົ້າກັບເຈົ້າແລະປະຊາຊົນທັງໝົດ. 8 ດົນນານມາແລ້ວ ພວກຜູ້ພະຍາກອນທີ່ຢູ່ກ່ອນເຈົ້າແລະຂ້ອຍເຄີຍພະຍາກອນວ່າແຜ່ນດິນແລະປະເທດທີ່ຍິ່ງໃຫຍ່ຕ່າງໆຈະຕ້ອງເຈິກັບສົງຄາມ ໄພພິບັດ ແລະໂລກລະບາດ.* 9 ແຕ່ຖ້າຜູ້ພະຍາກອນຄົນໃດພະຍາກອນວ່າຈະມີສັນຕິສຸກແລ້ວກໍມີສັນຕິສຸກເກີດຂຶ້ນແທ້ຕາມທີ່ລາວເວົ້າ ຄົນອື່ນກໍຈະຮູ້ວ່າຜູ້ພະຍາກອນຄົນນັ້ນເປັນຜູ້ທີ່ພະເຢໂຫວາສົ່ງມາແທ້ໆ.”
10 ແລ້ວຜູ້ພະຍາກອນຮານານີຢາກໍເອົາແອກທີ່ຢູ່ຄໍຂອງຜູ້ພະຍາກອນເຢເຣມີຢາມາຫັກຖິ້ມ.+ 11 ຈາກນັ້ນ ຜູ້ພະຍາກອນຮານານີຢາກໍເວົ້າຕໍ່ໜ້າປະຊາຊົນທຸກຄົນວ່າ: “ພະເຢໂຫວາບອກວ່າ ‘ພາຍໃນ 2 ປີ ເຮົາຈະຫັກແອກຂອງເນບູກາດເນັດຊາກະສັດຂອງບາບີໂລນຈາກຄໍຂອງຊາດທັງໝົດແນວນີ້ແຫຼະ.’”+ ແລ້ວຜູ້ພະຍາກອນເຢເຣມີຢາກໍໄປຈາກບ່ອນນັ້ນ.
12 ຫຼັງຈາກຜູ້ພະຍາກອນຮານານີຢາເອົາແອກຢູ່ຄໍຂອງຜູ້ພະຍາກອນເຢເຣມີຢາມາຫັກຖິ້ມແລ້ວ ພະເຢໂຫວາກໍເວົ້າກັບເຢເຣມີຢາວ່າ: 13 “ໃຫ້ເຈົ້າໄປບອກຮານານີຢາແນວນີ້ ‘ພະເຢໂຫວາບອກວ່າ “ເຈົ້າໄດ້ຫັກແອກທີ່ເປັນໄມ້ຖິ້ມແລ້ວ+ ແຕ່ເຈົ້າຈະຕ້ອງເຮັດແອກທີ່ເປັນເຫຼັກມາແທນແອກນັ້ນ.” 14 ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ “ເຮົາຈະເອົາແອກເຫຼັກໃສ່ຄໍຂອງຊາດເຫຼົ່ານີ້ທັງໝົດ. ເຂົາເຈົ້າຈະຕ້ອງຮັບໃຊ້ເນບູກາດເນັດຊາກະສັດຂອງບາບີໂລນ+ແລະເຮົາຍັງຈະໃຫ້ກະສັດບາບີໂລນມີອຳນາດເໜືອສັດປ່າໃນທົ່ງຫຍ້ານຳອີກ.”’”+
15 ຜູ້ພະຍາກອນເຢເຣມີຢາຈຶ່ງເວົ້າກັບຜູ້ພະຍາກອນຮານານີຢາ+ວ່າ: “ຮານານີຢາເອີ້ຍ ໃຫ້ເຈົ້າຟັງເດີ້! ພະເຢໂຫວາບໍ່ໄດ້ສົ່ງເຈົ້າມາ ແຕ່ເຈົ້າເຮັດໃຫ້ຄົນຊາດນີ້ເຊື່ອຄຳຕົວະຂອງເຈົ້າ.+ 16 ດັ່ງນັ້ນ ພະເຢໂຫວາຈຶ່ງບອກວ່າ ‘ເຮົາຈະກຳຈັດເຈົ້າອອກຈາກແຜ່ນດິນ. ປີນີ້ເຈົ້າຈະຕ້ອງຕາຍຍ້ອນເຈົ້າໄດ້ກະຕຸ້ນປະຊາຊົນໃຫ້ກະບົດຕໍ່ພະເຢໂຫວາ.’”+
17 ແລ້ວຜູ້ພະຍາກອນຮານານີຢາກໍຕາຍໃນເດືອນທີ 7 ຂອງປີນັ້ນ.
29 ນີ້ແມ່ນຈົດໝາຍທີ່ຜູ້ພະຍາກອນເຢເຣມີຢາສົ່ງຈາກເຢຣູຊາເລັມໄປຫາພວກຜູ້ນຳຂອງປະຊາຊົນ ພວກປະໂລຫິດ ພວກຜູ້ພະຍາກອນ ແລະປະຊາຊົນທັງໝົດທີ່ຖືກກະສັດເນບູກາດເນັດຊາຈັບຈາກເຢຣູຊາເລັມໄປເປັນຊະເລີຍຢູ່ບາບີໂລນ 2 ຫຼັງຈາກທີ່ກະສັດເຢໂກນີຢາ+ ແມ່ຂອງກະສັດ+ ພວກຂ້າລາຊະການ ພວກເຈົ້ານາຍຂອງຢູດາແລະເຢຣູຊາເລັມ ພວກຊ່າງທີ່ມີສີໄມ້ລາຍມື ແລະພວກຊ່າງເຫຼັກ*ໄດ້ອອກຈາກເຢຣູຊາເລັມໄປແລ້ວ.+ 3 ຄົນທີ່ເຢເຣມີຢາໃຊ້ໃຫ້ໄປບາບີໂລນເພື່ອສົ່ງຈົດໝາຍນີ້ແມ່ນເອລາສາລູກຊາຍຂອງຊາຟານ+ແລະເກມາຣີຢາລູກຊາຍຂອງຮິນກີຢາຜູ້ທີ່ເຊເດກີຢາ+ກະສັດຂອງຢູດາສົ່ງໄປຫາເນບູກາດເນັດຊາກະສັດຂອງບາບີໂລນ. ເນື້ອໃນຈົດໝາຍນັ້ນບອກວ່າ:
4 “ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນເວົ້າກັບປະຊາຊົນທຸກຄົນທີ່ເພິ່ນເຮັດໃຫ້ເຂົາເຈົ້າຖືກຈັບຈາກເຢຣູຊາເລັມໄປເປັນຊະເລີຍຢູ່ບາບີໂລນວ່າ 5 ‘ໃຫ້ປຸກເຮືອນແລະອາໄສຢູ່ບ່ອນນີ້. ໃຫ້ເຮັດສວນແລະກິນໝາກໄມ້ຈາກສວນ. 6 ໃຫ້ພວກເຈົ້າເອົາເມຍແລະມີລູກຊາຍລູກສາວ. ໃຫ້ພວກເຈົ້າຫາເມຍໃຫ້ລູກຊາຍແລະຫາຜົວໃຫ້ລູກສາວເພື່ອເຂົາເຈົ້າຊິໄດ້ມີລູກມີຫຼານຄືກັນ. ໃຫ້ພວກເຈົ້າເພີ່ມຈຳນວນຫຼາຍຂຶ້ນຢູ່ຫັ້ນແລະຢ່າໃຫ້ຫຼຸດລົງ. 7 ໃຫ້ຊອກຫາຄວາມສະຫງົບສຸກໃນເມືອງທີ່ເຮົາໃຫ້ພວກເຈົ້າໄປຢູ່ນັ້ນແລະອະທິດຖານເຖິງພະເຢໂຫວາຂໍໃຫ້ເມືອງນັ້ນມີຄວາມສະຫງົບສຸກ ຍ້ອນຖ້າເມືອງນັ້ນມີຄວາມສະຫງົບສຸກ ພວກເຈົ້າກໍຈະມີຄວາມສະຫງົບສຸກຄືກັນ.+ 8 ເຮົາເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນເວົ້າວ່າ “ຢ່າໃຫ້ພວກຜູ້ພະຍາກອນແລະພວກໝໍມໍຫຼອກພວກເຈົ້າ+ ແລະຢ່າໄປຟັງຄວາມຝັນທີ່ເຂົາເຈົ້າເລົ່າໃຫ້ພວກເຈົ້າຟັງ 9 ‘ຍ້ອນເຂົາເຈົ້າພະຍາກອນເລື່ອງຕົວະໂດຍອ້າງຊື່ຂອງເຮົາ. ເຮົາບໍ່ໄດ້ສົ່ງເຂົາເຈົ້າມາ.’+ ພະເຢໂຫວາເວົ້າໄວ້ແນວນີ້.”’
10 ພະເຢໂຫວາເວົ້າວ່າ ‘ເມື່ອຄົບໄລຍະ 70 ປີໃນບາບີໂລນແລ້ວ ເຮົາຈະເບິ່ງແຍງພວກເຈົ້າ+ແລະເຮົາຈະເຮັດຕາມສັນຍາຂອງເຮົາໂດຍພາພວກເຈົ້າກັບມາບ່ອນນີ້.’+
11 ພະເຢໂຫວາເວົ້າວ່າ ‘ເຮົາຮູ້ວ່າເຮົາຕັ້ງໃຈຈະໃຫ້ຫຍັງກັບພວກເຈົ້າ. ເຮົາຢາກໃຫ້ພວກເຈົ້າມີຊີວິດທີ່ສະຫງົບສຸກແລະບໍ່ຢາກໃຫ້ພວກເຈົ້າເຈິແນວບໍ່ດີ.+ ເຮົາຈະໃຫ້ພວກເຈົ້າມີອະນາຄົດທີ່ດີແລະມີຄວາມຫວັງ.+ 12 ພວກເຈົ້າຈະເອີ້ນເຮົາແລະຈະມາອະທິດຖານຫາເຮົາ ແລະເຮົາຈະຟັງພວກເຈົ້າ.+
13 ພວກເຈົ້າຈະຊອກຫາເຮົາແລະຈະພົບເຮົາ.+ ຍ້ອນພວກເຈົ້າຊອກຫາເຮົາດ້ວຍສຸດຫົວໃຈ+ 14 ເຮົາຈະໃຫ້ພວກເຈົ້າພົບເຮົາ.’+ ພະເຢໂຫວາເວົ້າໄວ້ແນວນີ້. ‘ເຮົາຈະລວບລວມພວກເຈົ້າທີ່ຖືກຈັບໄປເປັນຊະເລີຍ ແລະເຮັດໃຫ້ພວກເຈົ້າກັບມາຈາກຊາດທັງໝົດແລະຈາກບ່ອນຕ່າງໆທີ່ເຮົາເຮັດໃຫ້ພວກເຈົ້າກະຈັດກະຈາຍໄປ.+ ແລ້ວເຮົາຈະພາພວກເຈົ້າກັບມາແຜ່ນດິນທີ່ພວກເຈົ້າເຄີຍຢູ່ກ່ອນທີ່ເຮົາຈະເຮັດໃຫ້ພວກເຈົ້າໄປເປັນຊະເລີຍ.’ ພະເຢໂຫວາເວົ້າໄວ້ແນວນີ້.+
15 ແຕ່ພວກເຈົ້າເວົ້າວ່າ ‘ພະເຢໂຫວາໄດ້ແຕ່ງຕັ້ງພວກຜູ້ພະຍາກອນເພື່ອພວກເຮົາຢູ່ບາບີໂລນ.’
16 ພະເຢໂຫວາໄດ້ເວົ້າກັບກະສັດທີ່ນັ່ງເທິງບັນລັງຂອງດາວິດ+ແລະປະຊາຊົນທັງໝົດທີ່ອາໄສຢູ່ໃນເມືອງນີ້ເຊິ່ງເປັນອ້າຍນ້ອງຂອງພວກເຈົ້າທີ່ບໍ່ໄດ້ຖືກຈັບໄປເປັນຊະເລີຍ. 17 ‘ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ “ເຮົາຈະເຮັດໃຫ້ເຂົາເຈົ້າຕາຍດ້ວຍດາບ ດ້ວຍຄວາມອຶດຢາກ ແລະດ້ວຍໂລກລະບາດ*+ ແລະເຮົາຈະເຮັດໃຫ້ເຂົາເຈົ້າເປັນຄືກັບໝາກເດື່ອທີ່ເນົ່າຈົນກິນບໍ່ໄດ້.”+
18 ເຮົາຈະເຮັດໃຫ້ຊາດຕ່າງໆຮູ້ສຶກຢ້ານເມື່ອເຫັນເຂົາເຈົ້າ. ເຮົາຈະໂຈມຕີເຂົາເຈົ້າດ້ວຍດາບ+ ດ້ວຍຄວາມອຶດຢາກ ແລະດ້ວຍໂລກລະບາດ. ເຂົາເຈົ້າຈະຖືກສາບແຊ່ງແລະຖືກເຍາະເຍີ້ຍ*ໃນແຜ່ນດິນທີ່ເຮົາເຮັດໃຫ້ເຂົາເຈົ້າກະຈັດກະຈາຍກັນໄປຢູ່ນັ້ນ.+ ຊາດຕ່າງໆທົ່ວໂລກຈະຮູ້ສຶກຢ້ານ+ແລະຮູ້ສຶກຕົກໃຈເມື່ອເຫັນເຂົາເຈົ້າ+ 19 ຍ້ອນເຂົາເຈົ້າບໍ່ຍອມຟັງຄຳເວົ້າຂອງເຮົາທີ່ເຮົາໃຫ້ພວກຜູ້ພະຍາກອນທີ່ເປັນຜູ້ຮັບໃຊ້ຂອງເຮົາໄປບອກເຂົາເຈົ້າເທື່ອແລ້ວເທື່ອອີກ.’*+ ພະເຢໂຫວາເວົ້າໄວ້ແນວນີ້.
‘ພວກເຈົ້າບໍ່ຟັງຄວາມເຮົາເລີຍ.’+ ພະເຢໂຫວາເວົ້າໄວ້ແນວນີ້.
20 ດັ່ງນັ້ນ ພວກເຈົ້າທຸກຄົນທີ່ເຮົາເຮັດໃຫ້ອອກຈາກເຢຣູຊາເລັມໄປເປັນຊະເລີຍຢູ່ບາບີໂລນ ໃຫ້ຟັງຄຳເວົ້າຂອງພະເຢໂຫວາເດີ້. 21 ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນໄດ້ເວົ້າກ່ຽວກັບອາຮາບລູກຊາຍຂອງໂກລາຢາແລະເຊເດກີຢາລູກຊາຍຂອງມາອາເສຢາ ເຊິ່ງພະຍາກອນເລື່ອງຕົວະໃຫ້ພວກເຈົ້າຟັງໂດຍອ້າງຊື່ຂອງເຮົາ.+ ເພິ່ນເວົ້າວ່າ ‘ເຮົາຈະມອບເຂົາເຈົ້າໄວ້ໃນມືຂອງເນບູກາດເນັດຊາ*ກະສັດຂອງບາບີໂລນ ແລະລາວຈະຂ້າເຂົາເຈົ້າຕໍ່ໜ້າຕໍ່ຕາພວກເຈົ້າ. 22 ເມື່ອຄົນຢູດາທີ່ເປັນຊະເລີຍໃນບາບີໂລນຢາກສາບແຊ່ງຜູ້ໃດ ເຂົາເຈົ້າກໍຈະເວົ້າວ່າ “ຂໍໃຫ້ພະເຢໂຫວາເຮັດໃຫ້ເຈົ້າເປັນຄືກັບເຊເດກີຢາແລະເປັນຄືກັບອາຮາບທີ່ຖືກກະສັດບາບີໂລນເອົາໄຟຈູດ!” 23 ຍ້ອນເຂົາເຈົ້າເຮັດສິ່ງທີ່ເປັນຕາອາຍໃນອິດສະຣາເອນ.+ ເຂົາເຈົ້າຫຼິ້ນຊູ້ກັບເມຍຂອງເພື່ອນບ້ານແລະເວົ້າເລື່ອງຕົວະໂດຍອ້າງຊື່ຂອງເຮົາ ທັງໆທີ່ເຮົາບໍ່ໄດ້ສັ່ງເຂົາເຈົ້າ.+
“ເຮົາຮູ້ເລື່ອງນີ້ແລະເຮົາເປັນພະຍານໄດ້.”+ ພະເຢໂຫວາເວົ້າໄວ້ແນວນີ້.’
24 ໃຫ້ເຈົ້າບອກເຊມາຢາ+ຄົນເນເຮລາມວ່າ 25 ‘ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ “ເຈົ້າໄດ້ສົ່ງຈົດໝາຍໃນຊື່ຂອງເຈົ້າເອງໄປຫາປະໂລຫິດເຊຟານີຢາ+ລູກຊາຍຂອງມາອາເສຢາ ພວກປະໂລຫິດທຸກຄົນ ແລະປະຊາຊົນທຸກຄົນທີ່ຢູ່ໃນເຢຣູຊາເລັມ. ເຈົ້າຂຽນວ່າ 26 ‘ເຊຟານີຢາ ພະເຢໂຫວາໄດ້ແຕ່ງຕັ້ງເຈົ້າເພື່ອໃຫ້ເບິ່ງແຍງວິຫານຂອງພະເຢໂຫວາແທນປະໂລຫິດເຢໂຮຢາດາ. ເຈົ້າຈະຕ້ອງຈັດການຄົນບ້າທຸກຄົນທີ່ອ້າງວ່າເປັນຜູ້ພະຍາກອນແລະຈັບເຂົາເຈົ້າໃສ່ຂື່ຄາໄວ້.*+ 27 ແຕ່ເປັນຫຍັງເຈົ້າບໍ່ໄດ້ລົງໂທດເຢເຣມີຢາຄົນອານາໂທດ+ທີ່ອ້າງວ່າເປັນຜູ້ພະຍາກອນ?+ 28 ລາວເຖິງຂັ້ນສົ່ງຈົດໝາຍມາຫາພວກເຮົາຢູ່ບາບີໂລນແລະບອກວ່າ “ເຈົ້າຈະຢູ່ນີ້ອີກດົນ! ໃຫ້ປຸກເຮືອນແລະອາໄສຢູ່ບ່ອນນີ້. ໃຫ້ເຮັດສວນແລະກິນໝາກໄມ້ຈາກສວນນັ້ນ+ . . .”’”’”
29 ຕອນທີ່ປະໂລຫິດເຊຟານີຢາ+ອ່ານຈົດໝາຍນີ້ ຜູ້ພະຍາກອນເຢເຣມີຢາກໍຟັງຢູ່ນຳ. 30 ພະເຢໂຫວາເວົ້າກັບເຢເຣມີຢາວ່າ: 31 “ໃຫ້ເຈົ້າສົ່ງຂ່າວໄປບອກທຸກຄົນທີ່ເປັນຊະເລີຍວ່າ ‘ພະເຢໂຫວາເວົ້າກ່ຽວກັບເຊມາຢາຄົນເນເຮລາມວ່າ “ຍ້ອນເຊມາຢາພະຍາກອນໃຫ້ພວກເຈົ້າຟັງທັງໆທີ່ເຮົາບໍ່ໄດ້ສົ່ງລາວມາແລະພະຍາຍາມເຮັດໃຫ້ພວກເຈົ້າເຊື່ອຄຳຕົວະຂອງລາວ+ 32 ດັ່ງນັ້ນ ພະເຢໂຫວາຈຶ່ງເວົ້າວ່າ ‘ເຮົາຈະລົງໂທດເຊມາຢາຄົນເນເຮລາມແລະລູກຫຼານຂອງລາວ. ລູກຫຼານຂອງລາວຈະບໍ່ມີໃຜລອດຈັກຄົນແລະຈະບໍ່ມີໃຜເຫັນສິ່ງດີທີ່ເຮົາຈະເຮັດໃຫ້ປະຊາຊົນຂອງເຮົາ ຍ້ອນເຊມາຢາກະຕຸ້ນປະຊາຊົນໃຫ້ກະບົດຕໍ່ພະເຢໂຫວາ.’ ພະເຢໂຫວາເວົ້າໄວ້ແນວນີ້.”’”
30 ພະເຢໂຫວາເວົ້າກັບເຢເຣມີຢາວ່າ: 2 “ພະເຢໂຫວາພະເຈົ້າຂອງອິດສະຣາເອນບອກວ່າ ‘ໃຫ້ຂຽນທຸກສິ່ງທີ່ເຮົາເວົ້າກັບເຈົ້າໃສ່ໃນປຶ້ມ. 3 ພະເຢໂຫວາບອກວ່າ “ອີກຈັກໜ້ອຍ ເຮົາຈະລວບລວມປະຊາຊົນຂອງເຮົາຄື ຄົນອິດສະຣາເອນແລະຄົນຢູດາ+ທີ່ຖືກຈັບໄປເປັນຊະເລີຍ ແລະເຮົາຈະພາເຂົາເຈົ້າກັບມາແຜ່ນດິນທີ່ເຮົາໄດ້ຍົກໃຫ້ປູ່ຍ່າຕານາຍຂອງເຂົາເຈົ້າແລະເຂົາເຈົ້າຈະໄດ້ເປັນເຈົ້າຂອງແຜ່ນດິນນັ້ນອີກເທື່ອໜຶ່ງ.”+ ພະເຢໂຫວາເວົ້າໄວ້ແນວນີ້.’”
4 ຕໍ່ໄປນີ້ແມ່ນສິ່ງທີ່ພະເຢໂຫວາເວົ້າກັບພວກອິດສະຣາເອນແລະພວກຢູດາ.
5 ພະເຢໂຫວາເວົ້າວ່າ:
“ມີສຽງຮ້ອງດ້ວຍຄວາມຕົກໃຈ
ມີຄວາມຢ້ານແລະບໍ່ມີຄວາມສະຫງົບສຸກເລີຍ.
6 ລອງຖາມເບິ່ງແມ້ວ່າຜູ້ຊາຍຈະເກີດລູກໄດ້ບໍ່?
ເປັນຫຍັງເຮົາຈຶ່ງເຫັນຜູ້ຊາຍທີ່ແຂງແຮງທຸກຄົນເອົາມືຈັບທ້ອງ*
ຄືກັບຜູ້ຍິງທີ່ກຳລັງຈະເກີດລູກ?+
ເປັນຫຍັງທຸກຄົນຈຶ່ງໜ້າຈືດ?
7 ຍ້ອນມື້ນັ້ນຈະເປັນມື້ທີ່ເປັນຕາຢ້ານຫຼາຍ+
ບໍ່ມີຫຍັງຈະທຽບມື້ນັ້ນໄດ້.
ມັນຈະເປັນເວລາທີ່ຍາກລຳບາກຂອງຢາໂຄບ
ແຕ່ເຮົາຈະຊ່ວຍລາວໃຫ້ລອດ.”
8 ພະເຢໂຫວາຜູ້ບັນຊາການກອງທັບບອກວ່າ: “ໃນມື້ນັ້ນ ເຮົາຈະຫັກແອກອອກຈາກຄໍຂອງປະຊາຊົນຂອງເຮົາແລະຈະດຶງເຊືອກທີ່ມັດເຂົາເຈົ້າໄວ້ໃຫ້ຂາດອອກເປັນສອງເສັ້ນ ແລະຈະບໍ່ມີຄົນຕ່າງຊາດຄົນໃດເຮັດໃຫ້ເຂົາເຈົ້າເປັນທາດໄດ້ອີກ. 9 ເຂົາເຈົ້າຈະຮັບໃຊ້ພະເຢໂຫວາພະເຈົ້າຂອງເຂົາເຈົ້າແລະຮັບໃຊ້ດາວິດກະສັດຂອງເຂົາເຈົ້າເຊິ່ງເຮົາຈະແຕ່ງຕັ້ງໃຫ້ເຂົາເຈົ້າ.”+
10 ພະເຢໂຫວາບອກວ່າ: “ຢາໂຄບຜູ້ຮັບໃຊ້ຂອງເຮົາເອີ້ຍ ບໍ່ຕ້ອງຢ້ານເດີ້.
ອິດສະຣາເອນເອີ້ຍ ບໍ່ຕ້ອງຢ້ານ+
ຍ້ອນເຮົາຈະຊ່ວຍພວກເຈົ້າໃຫ້ກັບມາຈາກບ່ອນທີ່ໄກໆ
ແລະຈະຊ່ວຍລູກຫຼານຂອງພວກເຈົ້າຈາກແຜ່ນດິນທີ່ເຂົາເຈົ້າຖືກຈັບໄປເປັນຊະເລີຍ.+
ຢາໂຄບຈະກັບມາແບບສະບາຍໃຈແລະບໍ່ກັງວົນຫຍັງ
ແລະຈະບໍ່ມີໃຜເຮັດໃຫ້ເຂົາເຈົ້າຢ້ານໄດ້.”+
11 ພະເຢໂຫວາບອກວ່າ: “ເຮົາຢູ່ນຳພວກເຈົ້າເພື່ອຈະຊ່ວຍພວກເຈົ້າໃຫ້ລອດ.
ເຮົາຈະທຳລາຍທຸກຊາດທີ່ເຮົາເຮັດໃຫ້ພວກເຈົ້າກະຈັດກະຈາຍໄປຢູ່ນັ້ນ+
ແຕ່ເຮົາຈະບໍ່ທຳລາຍພວກເຈົ້າ.+
ເຮົາຈະສັ່ງສອນພວກເຈົ້າຕາມຄວາມເໝາະສົມ
ແຕ່ເຮົາຈະບໍ່ປ່ອຍພວກເຈົ້າໄປໂດຍທີ່ບໍ່ໄດ້ລົງໂທດ.”+
12 ພະເຢໂຫວາເວົ້າວ່າ:
“ບໍ່ມີວິທີປິ່ນປົວບາດແຜຂອງພວກເຈົ້າ.+
ບໍ່ວ່າຈະປົວຈັ່ງໃດກໍບໍ່ເຊົາ.
13 ບໍ່ມີໃຜສູ້ຄະດີເພື່ອພວກເຈົ້າ.
ບໍ່ມີວິທີປິ່ນປົວບາດເປື່ອຍຂອງພວກເຈົ້າ.
ມັນປົວບໍ່ໄດ້ແລ້ວ.
14 ຊູ້ຮັກຂອງພວກເຈົ້າລືມພວກເຈົ້າໄປໝົດແລ້ວ.+
ເຂົາເຈົ້າບໍ່ຊອກຫາພວກເຈົ້າອີກແລ້ວ.
ເຮົາຟາດພວກເຈົ້າຄືກັບທີ່ສັດຕູຟາດ+
ແລະຄືກັບທີ່ຄົນໂຫດຫ້ຽມລົງໂທດພວກເຈົ້າ
ຍ້ອນຄວາມຜິດຮ້າຍແຮງຫຼາຍຢ່າງທີ່ພວກເຈົ້າໄດ້ເຮັດ.+
15 ພວກເຈົ້າຊິຮ້ອງສຽງດັງຍ້ອນບາດແຜຂອງພວກເຈົ້າເຮັດຫຍັງ?
ຈັ່ງໃດພວກເຈົ້າກໍບໍ່ເຊົາເຈັບດອກ!
ຍ້ອນຄວາມຜິດຮ້າຍແຮງຫຼາຍຢ່າງທີ່ພວກເຈົ້າໄດ້ເຮັດ+
ເຮົາຈຶ່ງເຮັດແບບນີ້ກັບພວກເຈົ້າ.
ຄົນທີ່ຍາດເອົາເຄື່ອງຂອງພວກເຈົ້າຈະຖືກຄົນອື່ນຍາດ
ແລະເຮົາຈະເຮັດໃຫ້ທຸກຄົນທີ່ປຸ້ນພວກເຈົ້າຖືກປຸ້ນຄືກັນ.”+
17 ພະເຢໂຫວາບອກວ່າ: “ແຕ່ເຮົາຈະປົວບາດໃຫ້ພວກເຈົ້າແລະຊ່ວຍພວກເຈົ້າໃຫ້ກັບມາແຂງແຮງຄືເກົ່າ+
ເຖິງວ່າເຂົາເຈົ້າຈະບໍ່ຍອມຮັບພວກເຈົ້າແລະເອີ້ນພວກເຈົ້າວ່າ
‘ຊີໂອນທີ່ບໍ່ມີໃຜຊອກຫາ.’”+
18 ພະເຢໂຫວາເວົ້າວ່າ:
“ເຮົາຈະລວບລວມລູກຫຼານຂອງຢາໂຄບທີ່ຖືກຈັບໄປເປັນຊະເລີຍໃຫ້ກັບມາ+
ແລະເຮົາຈະອີ່ຕົນເຂົາເຈົ້າ.
ເມືອງນີ້ຈະຖືກສ້າງຂຶ້ນອີກຢູ່ບ່ອນເກົ່າ+
ແລະປ້ອມສູງໆກໍຈະຖືກສ້າງຢູ່ບ່ອນທີ່ເໝາະສົມ.
19 ຈະມີສຽງຮ້ອງເພງຂອບໃຈແລະສຽງຫົວມ່ວນຊື່ນຂອງເຂົາເຈົ້າ.+
ເຮົາຈະເຮັດໃຫ້ເຂົາເຈົ້າເພີ່ມຂຶ້ນແລະບໍ່ຫຼຸດລົງ.+
ເຮົາຈະເຮັດໃຫ້ເຂົາເຈົ້າມີຈຳນວນຫຼາຍຂຶ້ນ.*
ຈຳນວນຄົນຂອງເຂົາເຈົ້າຈະບໍ່ໜ້ອຍເລີຍ.+
20 ລູກຫຼານຂອງເຂົາເຈົ້າຈະມີຫຼາຍຄືກັບແຕ່ກີ້.
ເຮົາຈະເຮັດໃຫ້ເຂົາເຈົ້າເປັນຊາດທີ່ແຂງແຮງຕໍ່ໜ້າເຮົາ.+
ເຮົາຈະຈັດການກັບທຸກຄົນທີ່ກົດຂີ່ຂົ່ມເຫງເຂົາເຈົ້າ.+
21 ຄົນໜຶ່ງຈາກເຂົາເຈົ້າຈະກາຍເປັນຄົນຍິ່ງໃຫຍ່.
ຄົນໜຶ່ງຈາກເຂົາເຈົ້າຈະໄດ້ເປັນຜູ້ປົກຄອງ.
ເຮົາຈະອະນຸຍາດໃຫ້ລາວມາຢູ່ໃກ້ເຮົາ.
ຄັນບໍ່ຊັ້ນ ໃຜຈະກ້າມາຢູ່ໃກ້ເຮົາ?” ພະເຢໂຫວາເວົ້າໄວ້ແນວນີ້.
22 “ພວກເຈົ້າຈະເປັນປະຊາຊົນຂອງເຮົາ+ແລະເຮົາຈະເປັນພະເຈົ້າຂອງພວກເຈົ້າ.”+
23 ຄວາມໃຈຮ້າຍຂອງພະເຢໂຫວາຈະພັດມາຄືກັບລົມພາຍຸ.+
ມັນຈະເປັນລົມພາຍຸໝູນທີ່ພັດໃສ່ຫົວຂອງຄົນຊົ່ວ.
24 ພະເຢໂຫວາຈະບໍ່ເຊົາໃຈຮ້າຍແຮງ
ຈົນກວ່າເພິ່ນຈະໄດ້ເຮັດຕາມທີ່ໄດ້ຕັ້ງໃຈໄວ້.+
ໃນສະໄໝສຸດທ້າຍ ພວກເຈົ້າຈະເຂົ້າໃຈເລື່ອງນີ້.+
31 ພະເຢໂຫວາບອກວ່າ: “ໃນຕອນນັ້ນ ເຮົາຈະເປັນພະເຈົ້າຂອງອິດສະຣາເອນທັງໝົດແລະເຂົາເຈົ້າຈະເປັນປະຊາຊົນຂອງເຮົາ.”+
2 ພະເຢໂຫວາບອກວ່າ:
“ຄົນທີ່ລອດຈາກດາບໄດ້ຮັບຄວາມພໍໃຈຈາກພະເຈົ້າຢູ່ບ່ອນກັນດານ.
ຄົນອິດສະຣາເອນໄດ້ຍ່າງໄປບ່ອນພັກຂອງເຂົາເຈົ້າ.”
3 ພະເຢໂຫວາມາຫາຂ້ອຍຈາກບ່ອນທີ່ຢູ່ໄກໆແລະເວົ້າກັບຂ້ອຍວ່າ:
“ເຮົາຮັກເຈົ້າດ້ວຍຄວາມຮັກທີ່ມີຢູ່ຕະຫຼອດໄປ
ນີ້ຈຶ່ງເປັນເຫດຜົນທີ່ເຮົາສະແດງຄວາມຮັກທີ່ໝັ້ນຄົງຕໍ່ເຈົ້າສະເໝີ.*+
4 ເຮົາຈະສ້າງເຈົ້າຂຶ້ນມາອີກແລະພວກເຈົ້າຈະກັບມາເປັນຊາດອີກເທື່ອໜຶ່ງ.+
ພວກລູກສາວຂອງອິດສະຣາເອນເອີ້ຍ ພວກເຈົ້າຈະຕີກອງແທມບູຣິນ*
5 ພວກເຈົ້າຈະໄດ້ເຮັດສວນໝາກລະແຊັງຢູ່ພູຕ່າງໆໃນຊາມາເຣຍອີກເທື່ອໜຶ່ງ.+
ຄົນທີ່ເຮັດສວນໝາກລະແຊັງກໍຈະໄດ້ກິນໝາກຂອງມັນ.+
6 ຈະມີມື້ໜຶ່ງທີ່ພວກຄົນຍາມຢູ່ພູຕ່າງໆຂອງເອຟຣາຢິມຈະຮ້ອງຂຶ້ນວ່າ
‘ໄປ໋ ລຸກຂຶ້ນ! ໃຫ້ພວກເຮົາພາກັນໄປພູຊີໂອນເພື່ອໄປຫາພະເຢໂຫວາພະເຈົ້າຂອງພວກເຮົາ.’”+
7 ພະເຢໂຫວາບອກວ່າ:
“ຮ້ອງອອກມາໂລດ ໃຫ້ຢາໂຄບຮູ້ວ່າພວກເຈົ້າດີໃຈຫຼາຍ.
ໃຫ້ຮ້ອງດ້ວຍຄວາມດີໃຈຍ້ອນພວກເຈົ້າເໜືອກວ່າຊາດຕ່າງໆ.+
ໃຫ້ປະກາດອອກໄປ. ໃຫ້ສັນລະເສີນພະເຈົ້າແລະເວົ້າວ່າ
‘ພະເຢໂຫວາເອີ້ຍ ຂໍພະອົງຊ່ວຍພວກອິດສະຣາເອນທີ່ເຫຼືອຢູ່ທີ່ເປັນປະຊາຊົນຂອງພະອົງ.’+
8 ເຮົາຈະພາເຂົາເຈົ້າກັບມາຈາກແຜ່ນດິນທາງເໜືອ.+
ເຮົາຈະລວບລວມເຂົາເຈົ້າຈາກບ່ອນທີ່ໄກທີ່ສຸດຂອງໂລກ.+
ຈະມີທັງຄົນຕາບອດແລະຄົນພິການ+
ຄົນທີ່ຖືພາແລະຄົນທີ່ກຳລັງຈະເກີດລູກ.
ເຂົາເຈົ້າຈະເປັນຄົນກຸ່ມໃຫຍ່ທີ່ກັບມາບ່ອນນີ້.+
9 ເຂົາເຈົ້າຈະຮ້ອງໄຫ້ມາຕາມທາງ.+
ເຮົາຈະພາເຂົາເຈົ້າມາຕອນທີ່ເຂົາເຈົ້າກຳລັງຂໍຄວາມເມດຕາ.
ເຮົາຈະພາເຂົາເຈົ້າໄປນ້ຳຫ້ວຍ*+
ແລະພາເຂົາເຈົ້າໄປທາງທີ່ພຽງເພື່ອເຂົາເຈົ້າຈະບໍ່ສະດຸດລົ້ມ
ຍ້ອນເຮົາເປັນພໍ່ຂອງອິດສະຣາເອນແລະເອຟຣາຢິມເປັນລູກກົກຂອງເຮົາ.”+
10 ຊາດຕ່າງໆເອີ້ຍ ໃຫ້ຟັງຄຳເວົ້າຂອງພະເຢໂຫວາ
ແລະປະກາດໄປຕາມເກາະຕ່າງໆທີ່ຢູ່ໄກໆວ່າ:+
“ຜູ້ທີ່ເຮັດໃຫ້ອິດສະຣາເອນກະຈັດກະຈາຍໄປຈະລວບລວມເຂົາເຈົ້າກັບຄືນມາ.
ເພິ່ນຈະເບິ່ງແຍງເຂົາເຈົ້າຄືກັບຜູ້ລ້ຽງແກະເບິ່ງແຍງຝູງແກະ.+
12 ເຂົາເຈົ້າຈະມາແລະຮ້ອງດ້ວຍຄວາມດີໃຈຢູ່ເທິງພູຊີໂອນ.+
ເຂົາເຈົ້າຈະມີແຕ່ຄວາມຍິນດີ ຍ້ອນຄວາມດີຂອງພະເຢໂຫວາ
ຍ້ອນເຂົ້າ ນ້ຳມັນ ແລະເຫຼົ້າແວງໃໝ່+
ແລະຍ້ອນແກະນ້ອຍກັບງົວນ້ອຍ.+
13 ຕອນນັ້ນ ພວກຜູ້ສາວບໍລິສຸດຈະເຕັ້ນຢ່າງມ່ວນຊື່ນ
ແລະຄົນໜຸ່ມກັບຄົນເຖົ້າກໍຈະເຮັດຄືກັນ.+
ເຮົາຈະປ່ຽນສຽງຮ້ອງໄຫ້ໄວ້ທຸກຂອງເຂົາເຈົ້າເປັນສຽງໂຫ່ຮ້ອງດີໃຈ.+
ເຮົາຈະປອບໃຈເຂົາເຈົ້າແລະເຮັດໃຫ້ເຂົາເຈົ້າມີຄວາມສຸກແລະບໍ່ໂສກເສົ້າ.+
14 ເຮົາຈະໃຫ້ພວກປະໂລຫິດມີອາຫານກິນຫຼາຍໆ
ແລະປະຊາຊົນຂອງເຮົາຈະພໍໃຈກັບສິ່ງດີຕ່າງໆທີ່ເຮົາຈະເອົາໃຫ້ເຂົາເຈົ້າ.”+ ພະເຢໂຫວາເວົ້າໄວ້ແນວນີ້.
15 ພະເຢໂຫວາເວົ້າວ່າ:
“ມີສຽງຮ້ອງໄຫ້ໂສກເສົ້າຢູ່ເມືອງຣາມາ.+
ຣາເຄນກຳລັງຮ້ອງໄຫ້ຍ້ອນພວກລູກຂອງລາວ.+
ບໍ່ມີຫຍັງປອບໃຈລາວໄດ້ເລີຍ
ຍ້ອນພວກລູກຂອງລາວຕາຍໝົດແລ້ວ.”+
16 ພະເຢໂຫວາບອກວ່າ:
“ເຊົາຮ້ອງໄຫ້ແລະເຊັດນ້ຳຕາຂອງເຈົ້າສະ
ຍ້ອນເຮົາຈະໃຫ້ລາງວັນກັບເຈົ້າສຳລັບສິ່ງທີ່ເຈົ້າເຮັດ.
ພວກລູກຂອງເຈົ້າຈະກັບມາຈາກແຜ່ນດິນຂອງສັດຕູ.”+ ພະເຢໂຫວາເວົ້າໄວ້ແນວນີ້.
17 ພະເຢໂຫວາບອກວ່າ: “ອະນາຄົດຂອງເຈົ້າຍັງມີຄວາມຫວັງຢູ່.+
ພວກລູກຂອງເຈົ້າຈະໄດ້ກັບມາແຜ່ນດິນຂອງໂຕເອງ.+
18 ເຮົາໄດ້ຍິນເອຟຣາຢິມຮ້ອງໄຫ້ແລະເວົ້າວ່າ
‘ພະອົງໄດ້ລົງໂທດລູກແລະລູກກໍຖືກສັ່ງສອນແລ້ວ
ຄືກັບງົວນ້ອຍທີ່ຍັງບໍ່ທັນຖືກຝຶກ.
ຂໍພະອົງພາລູກກັບມາແລະລູກຈະກັບມາຢ່າງເຕັມໃຈ
ຍ້ອນພະອົງແມ່ນພະເຢໂຫວາພະເຈົ້າຂອງລູກ.
ລູກອັບອາຍຂາຍໜ້າຫຼາຍ+
ຍ້ອນສິ່ງທີ່ລູກເຮັດຕອນທີ່ລູກຍັງນ້ອຍ.’
20 ເອຟຣາຢິມເປັນລູກຮັກຂອງເຮົາບໍ່ແມ່ນບໍ?+
ເຖິງວ່າເຮົາຈະຕຳໜິລາວຫຼາຍເທື່ອ ເຮົາກໍຍັງຄິດເຖິງລາວຢູ່.
ຍ້ອນແນວນີ້ເຮົາຈຶ່ງເຈັບປວດໃຈຍ້ອນລາວ+
ແລະເຮົາຈະອີ່ຕົນລາວແນ່ນອນ.” ພະເຢໂຫວາເວົ້າໄວ້ແນວນີ້.+
21 “ໃຫ້ພວກເຈົ້າຕັ້ງເສົາຫີນຂຶ້ນມາສຳລັບໂຕເອງ.
ໃຫ້ຕັ້ງຢູ່ຕາມທາງທີ່ພວກເຈົ້າຈະໄປ.+
ໃຫ້ເບິ່ງເສັ້ນທາງຫຼັກແລະຫົນທາງທີ່ພວກເຈົ້າຈະໄປດີໆເດີ້.+
ພວກລູກສາວຂອງອິດສະຣາເອນເອີ້ຍ ກັບມາແມ້! ໃຫ້ກັບມາເມືອງຕ່າງໆຂອງພວກເຈົ້າ.
22 ພວກລູກສາວທີ່ບໍ່ສັດຊື່ເອີ້ຍ ພວກເຈົ້າຈະໄປທາງນັ້ນທາງນີ້ອີກດົນປານໃດ?
ພະເຢໂຫວາໄດ້ເຮັດໃຫ້ສິ່ງໃໝ່ເກີດຂຶ້ນໃນໂລກເຊິ່ງກໍຄື
ຜູ້ຍິງຈະພະຍາຍາມຫຼາຍເພື່ອເຮັດໃຫ້ຜົວ*ຂອງລາວພໍໃຈ.”
23 ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນເວົ້າວ່າ: “ເມື່ອເຮົາລວບລວມຄົນທີ່ເປັນຊະເລີຍກັບມາ ເຂົາເຈົ້າຈະເວົ້າໃນແຜ່ນດິນຢູດາແລະໃນເມືອງຕ່າງໆຂອງຢູດາອີກເທື່ອໜຶ່ງວ່າ ‘ເມືອງທີ່ມີຄົນທີ່ເຮັດສິ່ງທີ່ຖືກຕ້ອງເອີ້ຍ+ ພູທີ່ບໍລິສຸດເອີ້ຍ+ ຂໍໃຫ້ພະເຢໂຫວາອວຍພອນເຈົ້າ.’ 24 ຄົນທີ່ຢູ່ໃນເມືອງ ຊາວນາກັບຄົນລ້ຽງແກະຈະຢູ່ນຳກັນໃນຢູດາ. ແຕ່ລະຄົນຈະໄດ້ຢູ່ໃນບ່ອນຂອງໂຕເອງ.+ 25 ເຮົາຈະໃຫ້ກຳລັງກັບຄົນທີ່ເມື່ອຍແລະຈະໃຫ້ສິ່ງຈຳເປັນກັບຄົນທີ່ໝົດແຮງ.”+
26 ຕອນນັ້ນ ຂ້ອຍກໍຕື່ນແລະມືນຕາຂຶ້ນ. ຂ້ອຍໄດ້ນອນຫຼັບດີແທ້ໆ.
27 ພະເຢໂຫວາບອກວ່າ: “ອີກບໍ່ດົນ ເຮົາຈະເຮັດໃຫ້ຄົນອິດສະຣາເອນແລະຄົນຢູດາມີຈຳນວນຫຼາຍຂຶ້ນ ແລະເຮົາຈະເຮັດໃຫ້ຝູງສັດຂອງເຂົາເຈົ້າມີຫຼາຍຂຶ້ນຄືກັນ.”+
28 ພະເຢໂຫວາບອກວ່າ: “ຄືກັບທີ່ເຮົາໄດ້ເຝົ້າເບິ່ງເຂົາເຈົ້າເພື່ອຈະຫຼົກເຂົາເຈົ້າໝົດຮາກໝົດເຫງົ້າ ເພື່ອຈະຮື້ ເພື່ອຈະທຳຮ້າຍ+ ແລະເພື່ອຈະທຳລາຍ ເຮົາກໍເຝົ້າເບິ່ງເຂົາເຈົ້າເພື່ອຈະສ້າງແລະເພື່ອຈະປູກຄືກັນ.+ 29 ເມື່ອຮອດຕອນນັ້ນ ເຂົາເຈົ້າຈະບໍ່ເວົ້າອີກຕໍ່ໄປວ່າ ‘ພໍ່ກິນໝາກລະແຊັງສົ້ມ ແຕ່ລູກພັດເຂັດແຂ້ວ.’*+ 30 ແຕ່ລະຄົນຈະຕ້ອງຕາຍຍ້ອນຄວາມຜິດຂອງໂຕເອງ. ຜູ້ໃດກິນໝາກລະແຊັງສົ້ມ ຜູ້ນັ້ນກໍຈະເຂັດແຂ້ວເອງ.”
31 ພະເຢໂຫວາເວົ້າວ່າ: “ອີກຈັກໜ້ອຍ ເຮົາຈະເຮັດສັນຍາໃໝ່ກັບຄົນອິດສະຣາເອນແລະຄົນຢູດາ.+ 32 ສັນຍານີ້ຈະບໍ່ຄືກັບສັນຍາທີ່ເຮົາເຄີຍເຮັດກັບປູ່ຍ່າຕານາຍຂອງເຂົາເຈົ້າຕອນທີ່ເຮົາຈູງມືຄົນເຫຼົ່ານັ້ນອອກມາຈາກແຜ່ນດິນເອຢິບ.+ ຄົນເຫຼົ່ານັ້ນບໍ່ໄດ້ເຮັດຕາມທີ່ສັນຍາ+ກັບເຮົາ ທັງໆທີ່ເຮົາເປັນເຈົ້ານາຍພຽງຜູ້ດຽວຂອງເຂົາເຈົ້າ.”* ພະເຢໂຫວາເວົ້າໄວ້ແນວນີ້.
33 ພະເຢໂຫວາບອກວ່າ: “ນີ້ແມ່ນຄຳສັນຍາທີ່ເຮົາຈະເຮັດກັບຄົນອິດສະຣາເອນຫຼັງຈາກຄຳສັນຍາທີ່ເຮົາເຄີຍເຮັດແຕ່ກີ້. ເຮົາຈະເອົາກົດໝາຍຂອງເຮົາໃສ່ໄວ້ໃນໂຕຂອງເຂົາເຈົ້າ+ແລະເຮົາຈະຂຽນໄວ້ໃນໃຈຂອງເຂົາເຈົ້າ.+ ເຮົາຈະເປັນພະເຈົ້າຂອງເຂົາເຈົ້າແລະເຂົາເຈົ້າຈະເປັນປະຊາຊົນຂອງເຮົາ.”+
34 ພະເຢໂຫວາບອກວ່າ: “ເຂົາເຈົ້າຈະບໍ່ຕ້ອງສອນໝູ່ຫຼືອ້າຍນ້ອງຂອງໂຕເອງໃຫ້ຮູ້ຈັກພະເຢໂຫວາອີກ+ ຍ້ອນເຂົາເຈົ້າທຸກຄົນຕັ້ງແຕ່ຜູ້ນ້ອຍຈົນຮອດຜູ້ໃຫຍ່ຈະຮູ້ຈັກເຮົາ.+ ເຮົາຈະຍົກໂທດໃຫ້ເຂົາເຈົ້າແລະຈະບໍ່ຈື່ຄວາມຜິດຂອງເຂົາເຈົ້າອີກຕໍ່ໄປ.”+
35 ນີ້ແມ່ນຄຳເວົ້າຂອງພະເຢໂຫວາ
ຜູ້ທີ່ຕັ້ງກົດໃຫ້ດວງຕາເວັນສ່ອງແສງໃນຕອນກາງເວັນ
ຜູ້ທີ່ຕັ້ງກົດໃຫ້ດວງເດືອນກັບດວງດາວສ່ອງແສງໃນຕອນກາງຄືນ
ຜູ້ທີ່ເຮັດໃຫ້ທະເລປັ່ນປ່ວນແລະເຮັດໃຫ້ມີຄື້ນແຮງໆ
ຜູ້ທີ່ຊື່ວ່າພະເຢໂຫວາຜູ້ບັນຊາການກອງທັບ. ເພິ່ນເວົ້າວ່າ:+
36 “ກົດເຫຼົ່ານີ້ໃຊ້ໄດ້ສະເໝີ
ດັ່ງນັ້ນ ລູກຫຼານຂອງອິດສະຣາເອນກໍຈະເປັນຊາດໜຶ່ງທີ່ຢູ່ຕໍ່ໜ້າເຮົາຕະຫຼອດໄປ.”+ ພະເຢໂຫວາເວົ້າໄວ້ແນວນີ້.
37 ພະເຢໂຫວາເວົ້າວ່າ: “ຄືກັບທີ່ບໍ່ມີໃຜແທກສະຫວັນໄດ້ແລະບໍ່ມີໃຜໄປກວດເບິ່ງຮາກຖານຂອງໂລກໄດ້ ເຮົາກໍຈະບໍ່ມີວັນປະຖິ້ມລູກຫຼານຂອງອິດສະຣາເອນທັງໆທີ່ເຂົາເຈົ້າເຄີຍເຮັດຜິດຫຼາຍຢ່າງ.” ພະເຢໂຫວາເວົ້າໄວ້ແນວນີ້.+
38 ພະເຢໂຫວາບອກວ່າ: “ອີກຈັກໜ້ອຍ ເມືອງນີ້ຈະຖືກສ້າງຂຶ້ນອີກເທື່ອໜຶ່ງ+ໃຫ້ພະເຢໂຫວາເຊິ່ງຈະມີພື້ນທີ່ຕັ້ງແຕ່ປ້ອມຮານາເນນ+ໄປຈົນຮອດປະຕູແຈ.+ 39 ສາຍແທກ+ຈະຍາວໄປຮອດໂນນພູກາເຣບ ໄປທາງໂຄອາດ 40 ໄປທົ່ວຮ່ອມພູ*ທີ່ມີຊາກສົບກັບຂີ້ເທົ່າ* ໄປທົ່ວສັນພູທັງໝົດ ໄປໄກຈົນຮອດຮ່ອມພູກິດໂຣນ+ ແລະໄປໄກຈົນຮອດແຈຂອງປະຕູມ້າ+ເຊິ່ງຢູ່ທາງທິດຕາເວັນອອກ. ພະເຢໂຫວາຈະຖືວ່າພື້ນທີ່ທັງໝົດນີ້ເປັນບ່ອນບໍລິສຸດຂອງເພິ່ນ+ແລະເມືອງນີ້ຈະບໍ່ຖືກທຳລາຍອີກເລີຍ.”
32 ພະເຢໂຫວາເວົ້າກັບເຢເຣມີຢາໃນປີທີ 10 ທີ່ກະສັດເຊເດກີຢາປົກຄອງຢູດາເຊິ່ງເປັນປີທີ 18 ທີ່ກະສັດເນບູກາດເນັດຊາ*ປົກຄອງບາບີໂລນ.+ 2 ຕອນນັ້ນ ກອງທັບຂອງກະສັດບາບີໂລນລ້ອມເມືອງເຢຣູຊາເລັມຢູ່ ແລະຜູ້ພະຍາກອນເຢເຣມີຢາຖືກກັກໂຕຢູ່ເດີ່ນທະຫານປ້ອງກັນໂຕກະສັດ+ໃນວັງຂອງກະສັດຢູດາ. 3 ເຊເດກີຢາກະສັດຂອງຢູດາໄດ້ກັກຂັງລາວໄວ້+ ແລ້ວເວົ້າວ່າ: “ເປັນຫຍັງເຈົ້າຄືພະຍາກອນແນວນີ້? ເຈົ້າເວົ້າວ່າ ‘ພະເຢໂຫວາບອກວ່າ “ເຮົາຈະມອບເມືອງນີ້ໄວ້ໃນມືຂອງກະສັດບາບີໂລນແລະລາວຈະຍຶດເມືອງນີ້ໄດ້.+ 4 ເຊເດກີຢາກະສັດຂອງຢູດາຈະໜີຈາກພວກການເດອາບໍ່ໄດ້. ລາວຈະຖືກມອບໄວ້ໃນມືຂອງກະສັດບາບີໂລນແລະລາວຈະຕ້ອງເວົ້າກັບກະສັດບາບີໂລນແບບໜ້າຕໍ່ໜ້າ.”’+ 5 ພະເຢໂຫວາບອກວ່າ ‘ກະສັດບາບີໂລນຈະພາເຊເດກີຢາໄປບາບີໂລນແລະລາວຈະຢູ່ຫັ້ນຈົນກວ່າເຮົາຈະຕັດສິນໃຈວ່າຈະເຮັດແນວໃດກັບລາວ. ເຖິງວ່າພວກເຈົ້າຈະພະຍາຍາມຕໍ່ສູ້ພວກການເດອາຫຼາຍສ່ຳໃດ ແຕ່ພວກເຈົ້າກໍຈະບໍ່ຊະນະ.’”+
6 ເຢເຣມີຢາບອກວ່າ: “ພະເຢໂຫວາເວົ້າກັບຂ້ອຍວ່າ 7 ‘ລູກຊາຍຂອງຊາລຶມລຸງ*ຂອງເຈົ້າທີ່ຊື່ຮານາເມນຈະມາຫາເຈົ້າແລະເວົ້າວ່າ “ໃຫ້ເຈົ້າຊື້ດິນຂອງຂ້ອຍຢູ່ອານາໂທດ+ ຍ້ອນເຈົ້າເປັນຄົນທຳອິດທີ່ມີສິດຈະຊື້ໄດ້.”’”+
8 ຮານາເມນລູກຊາຍຂອງລຸງກໍໄດ້ມາຫາຂ້ອຍຢູ່ເດີ່ນທະຫານປ້ອງກັນໂຕກະສັດຄືກັບທີ່ພະເຢໂຫວາໄດ້ບອກໄວ້. ລາວເວົ້າກັບຂ້ອຍວ່າ: “ຂໍໃຫ້ເຈົ້າຊື້ດິນຂອງຂ້ອຍຢູ່ອານາໂທດໃນເຂດຂອງພວກເບັນຢາມິນ ຍ້ອນເຈົ້າມີສິດທີ່ຈະຊື້ແລະເປັນເຈົ້າຂອງມັນໄດ້. ໃຫ້ເຈົ້າຊື້ໄວ້ເປັນຂອງໂຕເອງເດີ້.” ຕອນນັ້ນ ຂ້ອຍກໍເລີຍເຂົ້າໃຈວ່າພະເຢໂຫວາຢາກໃຫ້ຂ້ອຍເຮັດແນວນັ້ນ.
9 ຂ້ອຍຈຶ່ງຊື້ດິນຢູ່ອານາໂທດຈາກຮານາເມນລູກຊາຍຂອງລຸງ. ຂ້ອຍຊັ່ງເງິນ+ໃຫ້ລາວ 17 ເຊເກນ.** 10 ຂ້ອຍໄດ້ເຮັດໃບສັນຍາຊື້ຂາຍ+ ຈ້ຳກາໃສ່ໃບສັນຍານັ້ນ ເອີ້ນພະຍານ+ມາເຊັນຊື່ ແລະຊັ່ງເງິນຢູ່ຊິງ. 11 ແລ້ວຂ້ອຍກໍເອົາໃບສັນຍາຊື້ຂາຍທີ່ເຮັດຖືກຕ້ອງຕາມກົດໝາຍທັງສະບັບທີ່ຈ້ຳກາແລະສະບັບທີ່ຍັງບໍ່ທັນຈ້ຳກາ 12 ໄປໃຫ້ບາຣຸກ+ລູກຊາຍຂອງເນຣີຢາ+ຫຼານຊາຍຂອງມາເຊຢາຕໍ່ໜ້າຮານາເມນລູກຊາຍຂອງລຸງຂ້ອຍ ຕໍ່ໜ້າພະຍານທີ່ເຊັນຊື່ໃນສັນຍາ ແລະຕໍ່ໜ້າຄົນຢິວທັງໝົດທີ່ນັ່ງຢູ່ເດີ່ນທະຫານປ້ອງກັນໂຕກະສັດ.+
13 ແລ້ວຂ້ອຍກໍສັ່ງບາຣຸກຕໍ່ໜ້າທຸກຄົນວ່າ: 14 “ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ ‘ໃຫ້ເອົາສັນຍາຊື້ຂາຍນີ້ທັງສະບັບທີ່ຈ້ຳກາແລະສະບັບທີ່ຍັງບໍ່ທັນຈ້ຳກາໄປໃສ່ໄວ້ໃນໂຖດິນເພື່ອຈະເກັບໄວ້ດົນໆ’ 15 ຍ້ອນພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ ‘ຈະມີການຊື້ຂາຍເຮືອນ ດິນ ແລະສວນໝາກລະແຊັງຢູ່ແຜ່ນດິນນີ້ອີກເທື່ອໜຶ່ງ.’”+
16 ຫຼັງຈາກເອົາໃບສັນຍາຊື້ຂາຍໃຫ້ບາຣຸກລູກຊາຍຂອງເນຣີຢາແລ້ວ ຂ້ອຍກໍອະທິດຖານຫາພະເຢໂຫວາວ່າ: 17 “ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເອີ້ຍ ພະອົງໄດ້ສ້າງສະຫວັນແລະໂລກດ້ວຍພະລັງອຳນາດ+ແລະລິດເດດທີ່ຍິ່ງໃຫຍ່*ຂອງພະອົງ. ບໍ່ມີສິ່ງໃດຍາກເກີນໄປສຳລັບພະອົງ. 18 ພະອົງເປັນຜູ້ທີ່ສະແດງຄວາມຮັກທີ່ໝັ້ນຄົງຕໍ່ຄົນຫຼາຍພັນຊົ່ວອາຍຸຄົນ ແຕ່ພະອົງລົງໂທດລຸ້ນລູກລຸ້ນຫຼານຕາມຄວາມຜິດທີ່ລຸ້ນພໍ່ໄດ້ເຮັດ.+ ພະອົງເປັນພະເຈົ້າທ່ຽງແທ້ທີ່ມີລິດເດດແລະມີອຳນາດຫຼາຍ. ຊື່ຂອງພະອົງແມ່ນພະເຢໂຫວາຜູ້ບັນຊາການກອງທັບ. 19 ການສັ່ງສອນຈາກພະອົງດີແທ້ໆ*ແລະພະອົງເຮັດສິ່ງທີ່ຍິ່ງໃຫຍ່ຫຼາຍຢ່າງ.+ ພະອົງເຝົ້າເບິ່ງການໃຊ້ຊີວິດຂອງມະນຸດ+ເພື່ອຈະຕອບແທນແຕ່ລະຄົນຕາມສິ່ງທີ່ເຂົາເຈົ້າເຮັດ.+ 20 ພະອົງໄດ້ເຮັດການອັດສະຈັນຫຼາຍຢ່າງຢູ່ແຜ່ນດິນເອຢິບເຊິ່ງຄົນອື່ນກໍຮູ້ຈັກຈົນຮອດທຸກມື້ນີ້. ພະອົງໄດ້ເຮັດໃຫ້ໂຕເອງມີຊື່ສຽງໃນອິດສະຣາເອນແລະໃນຊາດຕ່າງໆ+ຄືກັບທີ່ເປັນຢູ່ໃນທຸກມື້ນີ້. 21 ພະອົງໃຊ້ການອັດສະຈັນ ພະລັງອຳນາດ ລິດເດດທີ່ຍິ່ງໃຫຍ່ ແລະສິ່ງທີ່ເປັນຕາຢ້ານຫຼາຍຢ່າງເພື່ອຊ່ວຍພວກອິດສະຣາເອນປະຊາຊົນຂອງພະອົງອອກມາຈາກເອຢິບ.+
22 ຕໍ່ມາ ພະອົງກໍເອົາແຜ່ນດິນນີ້ທີ່ມີນ້ຳນົມກັບນ້ຳເຜີ້ງຫຼາຍ+ໃຫ້ເຂົາເຈົ້າ ເຊິ່ງເປັນແຜ່ນດິນທີ່ພະອົງເຄີຍສັນຍາວ່າຈະຍົກໃຫ້ປູ່ຍ່າຕານາຍຂອງເຂົາເຈົ້າ.+ 23 ແລ້ວເຂົາເຈົ້າກໍໄດ້ເຂົ້າມາຍຶດເອົາແຜ່ນດິນນີ້. ແຕ່ເຂົາເຈົ້າພັດບໍ່ເຊື່ອຟັງແລະບໍ່ເຮັດຕາມກົດໝາຍຂອງພະອົງ. ເຂົາເຈົ້າບໍ່ໄດ້ເຮັດຕາມທີ່ພະອົງສັ່ງຈັກຢ່າງເລີຍ ພະອົງຈຶ່ງເຮັດໃຫ້ເຂົາເຈົ້າເຈິຄວາມຈິບຫາຍທັງໝົດນີ້.+ 24 ພວກສັດຕູເອົາດິນມາກອງເປັນໂນນຈຸກຳແພງເພື່ອຈະຍຶດເອົາເມືອງນີ້.+ ຄົນໃນເມືອງຖືກຂ້າດ້ວຍດາບ+ ຕາຍຍ້ອນຄວາມອຶດຢາກແລະໂລກລະບາດ.*+ ເຂົາເຈົ້າຈະຕ້ອງຕົກຢູ່ໃນມືຂອງພວກການເດອາທີ່ກຳລັງມາໂຈມຕີແນ່ນອນ. ພະອົງກໍເຫັນວ່າສິ່ງທີ່ພະອົງເວົ້າໄວ້ເກີດຂຶ້ນທັງໝົດແລ້ວ. 25 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເອີ້ຍ ທັງໆທີ່ເມືອງນີ້ຈະຖືກພວກການເດອາຍຶດໄປຢູ່ແລ້ວ ແຕ່ພະອົງກໍຍັງບອກລູກວ່າ ‘ໃຫ້ເອົາເງິນໄປຊື້ດິນໃຫ້ໂຕເອງແລະເອີ້ນພະຍານມາເຊັນຊື່.’”
26 ພະເຢໂຫວາຈຶ່ງເວົ້າກັບເຢເຣມີຢາວ່າ: 27 “ເຮົາແມ່ນເຢໂຫວາຜູ້ເປັນພະເຈົ້າຂອງມະນຸດທຸກຄົນ. ມີສິ່ງໃດຍາກເກີນໄປສຳລັບເຮົາບໍ? 28 ພະເຢໂຫວາເວົ້າວ່າ ‘ເຮົາຈະເອົາເມືອງນີ້ໃຫ້ພວກການເດອາແລະໃຫ້ເນບູກາດເນັດຊາກະສັດຂອງບາບີໂລນ. ລາວຈະຍຶດເອົາເມືອງນີ້ໄດ້.+ 29 ພວກການເດອາທີ່ມາຕໍ່ສູ້ເມືອງນີ້ຈະເຂົ້າມາແລະຈູດເມືອງນີ້+ ແລະຈູດເຮືອນທີ່ມີຄົນເອົາເຄື່ອງບູຊາຕ່າງໆໃຫ້ພະບາອານແລະເທເຄື່ອງບູຊາດື່ມໃຫ້ພະເຈົ້າອື່ນໆຢູ່ເທິງດາດຟ້າ ເຊິ່ງເປັນສິ່ງທີ່ເຮັດໃຫ້ເຮົາໃຈຮ້າຍຫຼາຍ.’+
30 ພະເຢໂຫວາບອກວ່າ ‘ພວກອິດສະຣາເອນແລະພວກຢູດາເຮັດແຕ່ສິ່ງທີ່ເຮົາເຫັນວ່າຊົ່ວຕັ້ງແຕ່ຕອນທີ່ເຂົາເຈົ້າຍັງນ້ອຍ.+ ພວກອິດສະຣາເອນເຮັດໃຫ້ເຮົາບໍ່ພໍໃຈຢູ່ເລື້ອຍໆ. 31 ສຳລັບເມືອງນີ້ຕັ້ງແຕ່ມື້ທີ່ມັນຖືກສ້າງຈົນຮອດທຸກມື້ນີ້ ມັນກໍມີແຕ່ເຮັດໃຫ້ເຮົາໃຈຮ້າຍຫຼາຍ.+ ເຮົາບໍ່ຢາກເຫັນເມືອງນີ້ອີກຕໍ່ໄປ+ 32 ຍ້ອນຄວາມຊົ່ວທັງໝົດທີ່ພວກອິດສະຣາເອນແລະພວກຢູດາໄດ້ເຮັດ. ເຂົາເຈົ້າທຸກຄົນ ທັງພວກກະສັດ+ ພວກເຈົ້ານາຍ+ ພວກປະໂລຫິດ ພວກຜູ້ພະຍາກອນ+ ຄົນຢູດາ ແລະຄົນໃນເມືອງເຢຣູຊາເລັມໄດ້ເຮັດໃຫ້ເຮົາໃຈຮ້າຍ. 33 ເຂົາເຈົ້າປິ່ນຫຼັງໃຫ້ເຮົາແລະບໍ່ຫຼຽວໜ້າມາຫາເຮົາເລີຍ.+ ເຖິງວ່າເຮົາຈະພະຍາຍາມສອນເຂົາເຈົ້າເທື່ອແລ້ວເທື່ອອີກ* ແຕ່ກໍບໍ່ມີໃຜຍອມຟັງແລະຍອມຮັບການສັ່ງສອນຈາກເຮົາ.+ 34 ເຂົາເຈົ້າເອົາຮູບບູຊາທີ່ເປັນຕາຂີ້ດຽດໄປໄວ້ໃນວິຫານທີ່ຖືກເອີ້ນຕາມຊື່ຂອງເຮົາເພື່ອເຮັດໃຫ້ວິຫານນັ້ນບໍ່ສະອາດ.+ 35 ເຂົາເຈົ້າຍັງໄດ້ສ້າງບ່ອນນະມັດສະການພະບາອານຢູ່ຮ່ອມພູຮິນໂນມ*+ເພື່ອຈະເອົາລູກຊາຍແລະລູກສາວຂອງໂຕເອງໄປເຜົາບູຊາໃຫ້ພະໂມເລັກ.+ ສິ່ງທີ່ເປັນຕາຂີ້ດຽດທີ່ເຮັດໃຫ້ພວກຢູດາເຮັດຜິດແບບນັ້ນເປັນສິ່ງທີ່ເຮົາບໍ່ໄດ້ສັ່ງໃຫ້ເຂົາເຈົ້າເຮັດ+ແລະບໍ່ເຄີຍຢູ່ໃນຄວາມຄິດຂອງເຮົາເລີຍ.’
36 ພວກເຈົ້າເວົ້າວ່າ ‘ເມືອງນີ້ຈະຖືກມອບໄວ້ໃນມືຂອງກະສັດບາບີໂລນຍ້ອນຈະມີຄົນຖືກຂ້າດ້ວຍດາບ ຈະມີຄົນຕາຍຍ້ອນຄວາມອຶດຢາກແລະໂລກລະບາດ’ ແຕ່ຕອນນີ້ພະເຢໂຫວາພະເຈົ້າຂອງອິດສະຣາເອນກຳລັງບອກວ່າ 37 ‘ເຮົາຈະລວບລວມເຂົາເຈົ້າຈາກແຜ່ນດິນຕ່າງໆທີ່ເຮົາເຮັດໃຫ້ເຂົາເຈົ້າກະຈັດກະຈາຍກັນໄປຢູ່ຕອນທີ່ເຮົາໃຈຮ້າຍຫຼາຍ.+ ເຮົາຈະພາເຂົາເຈົ້າກັບມາບ່ອນນີ້ແລະໃຫ້ເຂົາເຈົ້າໄດ້ຢູ່ຢ່າງປອດໄພ.+ 38 ເຂົາເຈົ້າຈະເປັນປະຊາຊົນຂອງເຮົາແລະເຮົາຈະເປັນພະເຈົ້າຂອງເຂົາເຈົ້າ.+ 39 ເຮົາຈະໃຫ້ເຂົາເຈົ້າເປັນນ້ຳໜຶ່ງໃຈດຽວກັນ+ແລະມີວິທີໃຊ້ຊີວິດແບບດຽວກັນເພື່ອທີ່ເຂົາເຈົ້າຈະນັບຖື*ເຮົາສະເໝີ ເຊິ່ງຈະເຮັດໃຫ້ເຂົາເຈົ້າແລະລູກຫຼານຂອງເຂົາເຈົ້າໄດ້ຮັບປະໂຫຍດ.+ 40 ເຮົາຈະເຮັດສັນຍາທີ່ໃຊ້ໄດ້ຕະຫຼອດໄປກັບເຂົາເຈົ້າ+ແລະເຮົາສັນຍາວ່າຈະບໍ່ເຊົາເຮັດດີກັບເຂົາເຈົ້າ.+ ເຮົາຈະເຮັດໃຫ້ເຂົາເຈົ້ານັບຖືເຮົາຕະຫຼອດເພື່ອທີ່ເຂົາເຈົ້າຈະບໍ່ປະຖິ້ມເຮົາ.+ 41 ເຮົາຈະມີຄວາມສຸກທີ່ໄດ້ເຮັດສິ່ງດີໆໃຫ້ເຂົາເຈົ້າ.+ ເຮົາຈະໃຫ້ເຂົາເຈົ້າຢູ່ໃນແຜ່ນດິນນີ້ຕະຫຼອດໄປ.+ ເຮົາຈະເຮັດທັງໝົດນີ້ຢ່າງສຸດຫົວໃຈແລະສຸດກຳລັງຂອງເຮົາ.’
42 ພະເຢໂຫວາບອກວ່າ ‘ຄືກັບທີ່ເຮົາໄດ້ເຮັດໃຫ້ປະຊາຊົນເຫຼົ່ານີ້ເຈິຄວາມຈິບຫາຍຄັ້ງໃຫຍ່ ເຮົາກໍຈະເຮັດໃຫ້ເຂົາເຈົ້າໄດ້ຮັບສິ່ງດີຕ່າງໆທີ່ເຮົາໄດ້ສັນຍາໄວ້.+ 43 ຈະມີການຊື້ຂາຍດິນຢູ່ແຜ່ນດິນນີ້ອີກເທື່ອໜຶ່ງ+ ເຖິງວ່າພວກເຈົ້າຈະເວົ້າວ່າ “ມັນເປັນແຜ່ນດິນທີ່ຮ້າງເປົ່າ ບໍ່ມີຄົນແລະສັດອາໄສຢູ່ ແລະຕົກເປັນຂອງພວກການເດອາແລ້ວ.”
44 ຈະມີການຊື້ຂາຍດິນ ຈະມີການເຮັດໃບສັນຍາຊື້ຂາຍແລະຈ້ຳກາໃສ່ ແລະຈະມີການເອີ້ນພະຍານມາເຊັນຊື່ໃນເຂດຂອງພວກເບັນຢາມິນ+ ໃນເຂດທີ່ຢູ່ອ້ອມແອ້ມເມືອງເຢຣູຊາເລັມ ໃນເມືອງຕ່າງໆຂອງຢູດາ+ ໃນເມືອງຕ່າງໆທີ່ຢູ່ເຂດພູ ຢູ່ທົ່ງພຽງ+ ແລະຢູ່ທາງໃຕ້ ຍ້ອນເຮົາຈະພາຄົນທີ່ຖືກຈັບໄປເປັນຊະເລີຍໃຫ້ກັບມາ.’+ ພະເຢໂຫວາເວົ້າໄວ້ແນວນີ້.”
33 ຕອນທີ່ເຢເຣມີຢາຍັງຖືກກັກໂຕຢູ່ເດີ່ນທະຫານປ້ອງກັນໂຕກະສັດ+ ພະເຢໂຫວາກໍມາເວົ້າກັບລາວເປັນເທື່ອທີ 2 ວ່າ: 2 “ພະເຢໂຫວາຜູ້ທີ່ສ້າງໂລກ ພະເຢໂຫວາຜູ້ທີ່ຕັ້ງໂລກໄວ້ຢ່າງໝັ້ນຄົງ ພະເຈົ້າທີ່ຊື່ວ່າເຢໂຫວາເວົ້າວ່າ 3 ‘ໃຫ້ເຈົ້າຮ້ອງຫາເຮົາແລະເຮົາຈະຕອບເຈົ້າ. ເຮົາຈະບອກເຈົ້າດ້ວຍຄວາມເຕັມໃຈກ່ຽວກັບສິ່ງທີ່ຍິ່ງໃຫຍ່ແລະສິ່ງທີ່ເຂົ້າໃຈບໍ່ໄດ້ທີ່ເຈົ້າບໍ່ເຄີຍຮູ້ຈັກມາກ່ອນ.’+
4 ເຮົາເຢໂຫວາພະເຈົ້າຂອງອິດສະຣາເອນເວົ້າກ່ຽວກັບຫີນຂອງເຮືອນຕ່າງໆໃນເມືອງນີ້ແລະຫີນຂອງວັງຕ່າງໆຂອງພວກກະສັດຢູດາທີ່ປະຊາຊົນພາກັນຮື້ລົງມາ ເພື່ອໃຊ້ຮັບມືກັບພວກສັດຕູທີ່ເອົາດິນມາກອງເປັນໂນນຈຸກຳແພງແລະຖືດາບມາໂຈມຕີ.+ 5 ເຮົາຍັງໄດ້ເວົ້າກ່ຽວກັບຄົນທີ່ຈະມາຕໍ່ສູ້ພວກການເດອາ ກ່ຽວກັບບ່ອນຕ່າງໆທີ່ເຕັມແຕ່ຊາກສົບຂອງຄົນທີ່ເຮົາຂ້າຖິ້ມດ້ວຍຄວາມໃຈຮ້າຍແຮງ ແລະກ່ຽວກັບຄົນທີ່ເຮັດຊົ່ວຫຼາຍຈົນເຮັດໃຫ້ເຮົາປະຖິ້ມເມືອງນີ້ໄປ. ເຮົາເວົ້າວ່າ 6 ‘ເຮົາຈະເຮັດໃຫ້ສະພາບຂອງເມືອງນີ້ດີຂຶ້ນ*+ ເຮົາຈະປິ່ນປົວຄົນໃນເມືອງນີ້ແລະຈະໃຫ້ເຂົາເຈົ້າຢູ່ຢ່າງສະຫງົບສຸກແລະປອດໄພ.+ 7 ເຮົາຈະພາພວກຢູດາແລະພວກອິດສະຣາເອນທີ່ຖືກຈັບໄປເປັນຊະເລີຍກັບມາ.+ ເຮົາຈະເຮັດໃຫ້ເຂົາເຈົ້າເປັນຊາດໜຶ່ງຄືກັບທີ່ເຮົາເຄີຍເຮັດໃນຕອນທຳອິດ.+ 8 ເຮົາຈະຍົກໂທດບາບແລະຄວາມຜິດທັງໝົດທີ່ເຂົາເຈົ້າໄດ້ເຮັດຕໍ່ເຮົາເພື່ອທີ່ເຂົາເຈົ້າຈະສະອາດ.+ 9 ເມືອງນີ້ຈະເຮັດໃຫ້ຊາດຕ່າງໆໃນໂລກທີ່ໄດ້ຍິນສິ່ງດີທັງໝົດທີ່ເຮົາເຮັດໃຫ້ປະຊາຊົນຂອງເຮົາ ສັນລະເສີນເຮົາແລະໃຫ້ກຽດເຮົາ.+ ຊາດເຫຼົ່ານັ້ນຈະຢ້ານຈົນໂຕສັ່ນ+ເມື່ອເຂົາເຈົ້າເຫັນສິ່ງດີຕ່າງໆແລະຄວາມສະຫງົບສຸກທີ່ເຮົາເອົາໃຫ້ເມືອງນີ້.’+
10 ພະເຢໂຫວາບອກວ່າ ‘ພວກເຈົ້າຈະເວົ້າວ່າບ່ອນນີ້ເປັນບ່ອນຮ້າງເປົ່າ ບໍ່ມີຄົນແລະສັດອາໄສຢູ່. ເມືອງຕ່າງໆຂອງຢູດາແລະຫົນທາງເມືອງເຢຣູຊາເລັມກໍເປັນບ່ອນຮ້າງເປົ່າ ບໍ່ມີຄົນແລະສັດອາໄສຢູ່ຄືກັນ. 11 ແຕ່ບ່ອນນີ້ຈະກັບມາມີສຽງໂຫ່ຮ້ອງດີໃຈ+ ສຽງຄວາມມ່ວນຊື່ນ ສຽງຂອງເຈົ້າບ່າວເຈົ້າສາວ ແລະສຽງຂອງຄົນທີ່ເວົ້າວ່າ “ໃຫ້ຂອບໃຈພະເຢໂຫວາຜູ້ບັນຊາການກອງທັບ ຍ້ອນພະເຢໂຫວາດີແທ້ໆ+ແລະເພິ່ນມີຄວາມຮັກທີ່ໝັ້ນຄົງຕະຫຼອດໄປ!”’+
ພະເຢໂຫວາບອກວ່າ ‘ເຂົາເຈົ້າຈະເອົາເຄື່ອງບູຊາສະແດງຄວາມຂອບໃຈມາໃຫ້ຢູ່ວິຫານຂອງພະເຢໂຫວາ+ ຍ້ອນເຮົາໄດ້ພາຄົນທີ່ຢູ່ແຜ່ນດິນນີ້ທີ່ຖືກຈັບໄປເປັນຊະເລີຍກັບມາຢູ່ນີ້ຄືເກົ່າ.’
12 ພະເຢໂຫວາຜູ້ບັນຊາການກອງທັບບອກວ່າ ‘ໃນແຜ່ນດິນທີ່ຮ້າງເປົ່າ ໃນເມືອງຕ່າງໆທີ່ບໍ່ມີຄົນແລະສັດອາໄສຢູ່ນີ້ຈະມີທົ່ງຫຍ້າໃຫ້ຄົນລ້ຽງແກະພາຝູງແກະໄປກິນຫຍ້າອີກເທື່ອໜຶ່ງ.’+
13 ພະເຢໂຫວາບອກວ່າ ‘ໃນເມືອງຕ່າງໆທີ່ຢູ່ເຂດພູ ຢູ່ທົ່ງພຽງ ຢູ່ທາງໃຕ້ ຢູ່ເຂດຂອງພວກເບັນຢາມິນ ຢູ່ອ້ອມແອ້ມເມືອງເຢຣູຊາເລັມ+ ແລະຢູ່ເມືອງຕ່າງໆຂອງຢູດາ+ຈະມີພວກຄົນລ້ຽງແກະທີ່ນັບຝູງແກະຂອງເຂົາເຈົ້າອີກເທື່ອໜຶ່ງ.’
14 ພະເຢໂຫວາບອກວ່າ ‘ອີກບໍ່ດົນ ເມື່ອເຮົາເຮັດໃຫ້ຄຳສັນຍາດີໆທີ່ເຮົາເວົ້າໄວ້ກ່ຽວກັບຄົນອິດສະຣາເອນແລະຄົນຢູດາເກີດຂຶ້ນແທ້+ 15 ໃນສະໄໝນັ້ນແລະໃນຕອນນັ້ນ ເຮົາຈະເຮັດໃຫ້ເຊື້ອສາຍທີ່ຍຸຕິທຳມາຈາກດາວິດ.*+ ລາວຈະເຮັດໃຫ້ມີຄວາມຖືກຕ້ອງແລະຍຸຕິທຳໃນແຜ່ນດິນນີ້.+ 16 ໃນຕອນນັ້ນ ຄົນຢູດາຈະໄດ້ຮັບການຊ່ວຍໃຫ້ລອດ+ແລະຄົນໃນເມືອງເຢຣູຊາເລັມຈະປອດໄພ.+ ເມືອງນີ້ຈະຖືກເອີ້ນວ່າຄວາມຖືກຕ້ອງມາຈາກພະເຢໂຫວາ.’+
17 ພະເຢໂຫວາບອກວ່າ ‘ຈະມີແຕ່ລູກຫຼານຂອງດາວິດປົກຄອງອິດສະຣາເອນຕະຫຼອດໄປ+ 18 ແລະຈະມີປະໂລຫິດຕະກູນເລວີຢືນຢູ່ຕໍ່ໜ້າເຮົາຕະຫຼອດໄປເພື່ອເຜົາເຄື່ອງບູຊາເຜົາ ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ ແລະເຄື່ອງບູຊາອື່ນໆ.’”
19 ພະເຢໂຫວາເວົ້າກັບເຢເຣມີຢາອີກວ່າ: 20 “ພະເຢໂຫວາບອກວ່າ ‘ຄືກັບທີ່ເຈົ້າບໍ່ສາມາດຍົກເລີກສັນຍາທີ່ເຮົາເຮັດໄວ້ກັບກາງເວັນແລະສັນຍາທີ່ເຮົາເຮັດໄວ້ກັບກາງຄືນ ແລະບໍ່ສາມາດຫ້າມບໍ່ໃຫ້ກາງເວັນກັບກາງຄືນມາກົງເວລາຂອງພວກມັນ+ 21 ເຈົ້າກໍບໍ່ສາມາດຍົກເລີກສັນຍາທີ່ເຮົາເຮັດໄວ້ກັບດາວິດຜູ້ຮັບໃຊ້ຂອງເຮົາ+ ບໍ່ສາມາດຫ້າມບໍ່ໃຫ້ມີເຊື້ອສາຍຂອງລາວປົກຄອງເທິງບັນລັງ+ ແລະກໍບໍ່ສາມາດຍົກເລີກສັນຍາທີ່ເຮົາເຮັດໄວ້ກັບພວກປະໂລຫິດຕະກູນເລວີທີ່ເປັນຜູ້ຮັບໃຊ້ຂອງເຮົາຄືກັນ.+ 22 ເຮົາຈະເຮັດໃຫ້ລູກຫຼານຂອງດາວິດຜູ້ຮັບໃຊ້ຂອງເຮົາແລະພວກເລວີທີ່ຮັບໃຊ້ເຮົາມີຈຳນວນຫຼາຍຈົນນັບບໍ່ຫຼ້ອນຄືກັບດາວທີ່ຢູ່ເທິງຟ້າແລະເມັດດິນຊາຍຢູ່ທະເລ.’”
23 ພະເຢໂຫວາເວົ້າກັບເຢເຣມີຢາອີກວ່າ: 24 “ເຈົ້າບໍ່ໄດ້ຍິນຄົນພວກນີ້ເວົ້າບໍທີ່ວ່າ ‘ພະເຢໂຫວາຈະບໍ່ຍອມຮັບ 2 ຕະກູນທີ່ເພິ່ນເລືອກໄວ້’? ເຂົາເຈົ້າບໍ່ນັບຖືປະຊາຊົນຂອງເຮົາເລີຍແລະບໍ່ໄດ້ຖືວ່າເຂົາເຈົ້າເປັນຊາດໜຶ່ງຊ້ຳ.
25 ພະເຢໂຫວາບອກວ່າ ‘ຄືກັບສັນຍາທີ່ເຮົາໄດ້ເຮັດໄວ້ກັບກາງເວັນແລະກາງຄືນ+ ແລະກົດທີ່ເຮົາໄດ້ຕັ້ງໄວ້ສຳລັບຟ້າແລະໂລກທີ່ບໍ່ມີທາງປ່ຽນແປງໄດ້+ 26 ເຮົາກໍຈະບໍ່ມີທາງຜິດສັນຍາ. ເຮົາຈະບໍ່ມີທາງປະຖິ້ມລູກຫຼານຂອງຢາໂຄບແລະລູກຫຼານຂອງດາວິດຜູ້ຮັບໃຊ້ຂອງເຮົາ. ເຮົາຈະໃຫ້ລູກຫຼານຂອງລາວປົກຄອງລູກຫຼານຂອງອັບຣາຮາມ ອີຊາກ ແລະຢາໂຄບ. ເຮົາຈະອີ່ຕົນເຂົາເຈົ້າ+ແລະພາເຂົາເຈົ້າທີ່ຖືກຈັບໄປເປັນຊະເລີຍກັບມາ.’”+
34 ຕອນທີ່ເນບູກາດເນັດຊາ*ກະສັດຂອງບາບີໂລນ ກອງທັບຂອງລາວ ອານາຈັກຕ່າງໆທີ່ຢູ່ໃຕ້ການປົກຄອງຂອງລາວ ແລະຊາດຕ່າງໆກຳລັງຕໍ່ສູ້ກັບເມືອງເຢຣູຊາເລັມແລະເມືອງຕ່າງໆທີ່ຢູ່ອ້ອມແອ້ມ ພະເຢໂຫວາໄດ້ເວົ້າກັບເຢເຣມີຢາວ່າ:+
2 “ພະເຢໂຫວາພະເຈົ້າຂອງອິດສະຣາເອນບອກວ່າ ‘ໃຫ້ເຈົ້າໄປບອກເຊເດກີຢາ+ກະສັດຂອງຢູດາແນວນີ້ “ພະເຢໂຫວາບອກວ່າ ‘ເຮົາຈະມອບເມືອງນີ້ໄວ້ໃນມືຂອງກະສັດບາບີໂລນ ແລ້ວລາວຈະຈູດເມືອງນີ້.+ 3 ເຈົ້າຈະໜີບໍ່ລອດ. ເຈົ້າຈະຖືກຈັບແລະຖືກສົ່ງໂຕໄປໃຫ້ກະສັດບາບີໂລນ.+ ເຈົ້າຈະໄດ້ເຈິກັບລາວແລະລາວຈະລົມກັບເຈົ້າແບບໜ້າຕໍ່ໜ້າ ແລ້ວເຈົ້າຈະຖືກພາໄປບາບີໂລນ.’+ 4 ແຕ່ເຊເດກີຢາກະສັດຂອງຢູດາເອີ້ຍ ໃຫ້ຟັງຄຳເວົ້າຂອງພະເຢໂຫວາເດີ້. ‘ພະເຢໂຫວາເວົ້າເຖິງເຈົ້າວ່າ “ເຈົ້າຈະບໍ່ຖືກຂ້າດ້ວຍດາບ. 5 ເຈົ້າຈະໄດ້ຕາຍຢ່າງສະຫງົບ.+ ເຂົາເຈົ້າຈະຈັດພິທີເຜົາເຄື່ອງຫອມໃຫ້ເຈົ້າຄືກັບທີ່ເຄີຍເຮັດໃຫ້ປູ່ຍ່າຕານາຍຂອງເຈົ້າແລະກະສັດທີ່ປົກຄອງກ່ອນເຈົ້າ. ເຂົາເຈົ້າຈະຮ້ອງໄຫ້ໄວ້ທຸກໃຫ້ເຈົ້າແລ້ວເວົ້າວ່າ ‘ກະສັດຂອງພວກເຮົາເອີ້ຍ ຄືຈາກພວກເຮົາໄປ!’ ເລື່ອງນີ້ຈະເກີດຂຶ້ນຍ້ອນເຮົາເຢໂຫວາໄດ້ເວົ້າໄວ້ແລ້ວ.”’”’”
6 ຜູ້ພະຍາກອນເຢເຣມີຢາໄດ້ບອກຄຳເວົ້າທັງໝົດນີ້ໃຫ້ເຊເດກີຢາກະສັດຂອງຢູດາຟັງຢູ່ເຢຣູຊາເລັມ 7 ຕອນທີ່ກອງທັບຂອງກະສັດບາບີໂລນກຳລັງຕໍ່ສູ້ເມືອງເຢຣູຊາເລັມແລະເມືອງຂອງຢູດາທີ່ຍັງເຫຼືອຢູ່+ ເຊິ່ງກໍຄືເມືອງລາກິດ+ແລະເມືອງອາເຊກາ.+ ໃນພວກເມືອງທີ່ມີກຳແພງສູງອ້ອມຮອບ ມີແຕ່ 2 ເມືອງນີ້ເທົ່ານັ້ນທີ່ຍັງບໍ່ທັນຖືກເອົາຊະນະ.
8 ພະເຢໂຫວາເວົ້າກັບເຢເຣມີຢາຫຼັງຈາກທີ່ກະສັດເຊເດກີຢາເຮັດສັນຍາກັບທຸກຄົນໃນເມືອງເຢຣູຊາເລັມວ່າໃຫ້ປ່ອຍທາດເປັນອິດສະຫຼະ.+ 9 ທຸກຄົນຕ້ອງປ່ອຍທາດຊາຍຍິງຄົນເຮັບເຣີໄປແລະບໍ່ຄວນມີຄົນຢິວຄົນໃດເກັບຄົນຊາດດຽວກັນໄວ້ເປັນທາດອີກ. 10 ພວກເຈົ້ານາຍແລະປະຊາຊົນທັງໝົດກໍເຊື່ອຟັງ. ເຂົາເຈົ້າພາກັນສັນຍາວ່າຈະປ່ອຍທາດຊາຍຍິງຂອງໂຕເອງໄປໃຫ້ໝົດ. ເຂົາເຈົ້າເຊື່ອຟັງແລະປ່ອຍທາດໄປ. 11 ແຕ່ຕໍ່ມາ ເຂົາເຈົ້າພັດໄປນຳເອົາທາດຊາຍຍິງທີ່ເຂົາເຈົ້າປ່ອຍໄປກັບມາແລະບັງຄັບເຂົາເຈົ້າໃຫ້ເປັນທາດອີກ. 12 ພະເຢໂຫວາຈຶ່ງເວົ້າກັບເຢເຣມີຢາອີກເທື່ອໜຶ່ງ. ພະເຢໂຫວາເວົ້າວ່າ:
13 “ພະເຢໂຫວາພະເຈົ້າຂອງອິດສະຣາເອນບອກວ່າ ‘ເຮົາໄດ້ເຮັດສັນຍາກັບປູ່ຍ່າຕານາຍຂອງເຈົ້າ+ໃນມື້ທີ່ເຮົາພາເຂົາເຈົ້າອອກມາຈາກການເປັນທາດໃນແຜ່ນດິນເອຢິບ+ໂດຍບອກວ່າ 14 “ຖ້າພວກເຈົ້າຄົນໃດຊື້ທາດຊາຍຍິງທີ່ເປັນຄົນເຮັບເຣີມາ ແລະທາດນັ້ນເຮັດວຽກຮັບໃຊ້ເຈົ້າ 6 ປີແລ້ວ ໃນປີທີ 7* ພວກເຈົ້າຕ້ອງປ່ອຍທາດນັ້ນໃຫ້ເປັນອິດສະຫຼະ.”+ ແຕ່ປູ່ຍ່າຕານາຍຂອງພວກເຈົ້າພັດບໍ່ສົນໃຈແລະບໍ່ເຊື່ອຟັງເຮົາເລີຍ. 15 ບໍ່ດົນມານີ້* ພວກເຈົ້າເອງກໍໄດ້ກັບໃຈແລະເຮັດສິ່ງທີ່ເຮົາເຫັນວ່າຖືກຕ້ອງໂດຍປ່ອຍຄົນຊາດດຽວກັນໃຫ້ເປັນອິດສະຫຼະແລະເຮັດສັນຍາຕໍ່ໜ້າເຮົາຢູ່ວິຫານທີ່ຖືກເອີ້ນຕາມຊື່ຂອງເຮົາ. 16 ແຕ່ພວກເຈົ້າພັດປ່ຽນໃຈແລະເຮັດໃຫ້ເຮົາເສຍຊື່ສຽງ+ໂດຍໄປນຳເອົາທາດຊາຍຍິງທີ່ພວກເຈົ້າປ່ອຍໃຫ້ໄປຢູ່ໃນບ່ອນທີ່ເຂົາເຈົ້າຢາກຢູ່ ແລະບັງຄັບເຂົາເຈົ້າໃຫ້ກັບມາເປັນທາດອີກ.’
17 ພະເຢໂຫວາຈຶ່ງບອກວ່າ ‘ພວກເຈົ້າບໍ່ໄດ້ເຊື່ອຟັງເຮົາຕອນທີ່ພວກເຈົ້າປ່ອຍພີ່ນ້ອງແລະຄົນຊາດດຽວກັນໃຫ້ເປັນອິດສະຫຼະ.+ ດັ່ງນັ້ນ ເຮົາຈະປ່ອຍພວກເຈົ້າໃຫ້ເປັນອິດສະຫຼະໂດຍໃຫ້ພວກເຈົ້າຖືກຂ້າດ້ວຍດາບ ຕາຍຍ້ອນຄວາມອຶດຢາກ+ແລະໂລກລະບາດ* ແລະເຮົາຈະເຮັດໃຫ້ຊາດຕ່າງໆໃນໂລກນີ້ຢ້ານຫຼາຍເມື່ອເຫັນພວກເຈົ້າ.’+ ພະເຢໂຫວາເວົ້າໄວ້ແນວນີ້. 18 ‘ນີ້ແມ່ນສິ່ງທີ່ຈະເກີດຂຶ້ນກັບຄົນທີ່ຜິດສັນຍາກັບເຮົາຄື ຄົນທີ່ບໍ່ໄດ້ເຮັດຕາມສັນຍາທີ່ເຮັດໄວ້ຕໍ່ໜ້າເຮົາຕອນທີ່ເຂົາເຈົ້າຜ່າງົວນ້ອຍອອກເປັນ 2 ຕ່ອນແລະຍ່າງຜ່ານກາງ 2 ຕ່ອນນັ້ນ.+ 19 ຄົນທີ່ຍ່າງຜ່ານກາງງົວນ້ອຍ 2 ຕ່ອນນັ້ນແມ່ນພວກເຈົ້ານາຍຂອງຢູດາ ພວກເຈົ້ານາຍຂອງເຢຣູຊາເລັມ ພວກຂ້າລາຊະການ ພວກປະໂລຫິດ ແລະປະຊາຊົນທັງໝົດທີ່ຢູ່ໃນແຜ່ນດິນນີ້. 20 ເຮົາຈະມອບເຂົາເຈົ້າໄວ້ໃນມືຂອງພວກສັດຕູແລະຄົນທີ່ຢາກຂ້າເຂົາເຈົ້າ. ສົບຂອງເຂົາເຈົ້າຈະເປັນອາຫານຂອງນົກຢູ່ເທິງຟ້າແລະສັດປ່າຢູ່ເທິງດິນ.+ 21 ເຮົາຈະມອບເຊເດກີຢາກະສັດຂອງຢູດາແລະພວກເຈົ້ານາຍຂອງລາວໄວ້ໃນມືຂອງພວກສັດຕູ ໃນມືຂອງຄົນທີ່ຢາກຂ້າເຂົາເຈົ້າ ແລະໃນມືຂອງກອງທັບກະສັດບາບີໂລນ+ທີ່ກຳລັງຖອຍກອງທັບໄປຈາກພວກເຈົ້າ.’+
22 ພະເຢໂຫວາບອກວ່າ ‘ເຮົາຈະອອກຄຳສັ່ງແລະພາເຂົາເຈົ້າກັບມາເມືອງນີ້. ເຂົາເຈົ້າຈະໂຈມຕີແລະຍຶດເມືອງນີ້ ແລ້ວກໍຈູດມັນຖິ້ມ.+ ເຮົາຈະເຮັດໃຫ້ເມືອງຕ່າງໆຂອງຢູດາກາຍເປັນບ່ອນຮ້າງເປົ່າແລະບໍ່ມີໃຜອາໄສຢູ່.’”+
35 ໃນສະໄໝຂອງເຢໂຮຢາກີມ+ລູກຊາຍຂອງໂຢສີຢາກະສັດຂອງຢູດາ ພະເຢໂຫວາໄດ້ມາບອກເຢເຣມີຢາວ່າ: 2 “ໃຫ້ເຈົ້າໄປຫາຄອບຄົວຂອງເຣກາບ.+ ໃຫ້ໄປເວົ້າກັບເຂົາເຈົ້າແລະພາເຂົາເຈົ້າມາຫ້ອງກິນເຂົ້າ*ຢູ່ວິຫານຂອງພະເຢໂຫວາແລະເອົາເຫຼົ້າແວງໃຫ້ເຂົາເຈົ້າກິນ.”
3 ຂ້ອຍຈຶ່ງໄດ້ພາຢາອາຊານີຢາທີ່ເປັນລູກຊາຍຂອງເຢເຣມີຢາແລະເປັນຫຼານຊາຍຂອງຮາບາຊີນີຢາ ອ້າຍນ້ອງຂອງລາວ ລູກຊາຍທຸກຄົນຂອງລາວ ແລະຄອບຄົວຂອງເຣກາບທັງໝົດ 4 ໄປວິຫານຂອງພະເຢໂຫວາ. ຂ້ອຍພາເຂົາເຈົ້າໄປຫ້ອງກິນເຂົ້າຂອງພວກລູກຊາຍຂອງຮານານ ເຊິ່ງເປັນລູກຊາຍຂອງອິກດາລີຢາຄົນຂອງພະເຈົ້າທ່ຽງແທ້. ຫ້ອງນັ້ນຕິດກັບຫ້ອງກິນເຂົ້າຂອງພວກເຈົ້ານາຍ ເຊິ່ງຢູ່ທາງເທິງຫ້ອງກິນເຂົ້າຂອງມາອາເສຢາລູກຊາຍຂອງຊາລຶມທີ່ເປັນຄົນຍາມປະຕູ. 5 ຈາກນັ້ນ ຂ້ອຍກໍເອົາຈອກທີ່ມີເຫຼົ້າແວງຢູ່ເຕັມມາຕັ້ງຢູ່ຕໍ່ໜ້າພວກຜູ້ຊາຍໃນຄອບຄົວຂອງເຣກາບແລະບອກເຂົາເຈົ້າວ່າ: “ກິນໂລດເດີ້.”
6 ແຕ່ເຂົາເຈົ້າເວົ້າວ່າ: “ພວກເຮົາຈະບໍ່ກິນເຫຼົ້າແວງນີ້ຍ້ອນເຢໂຮນາດາບ*+ລູກຊາຍຂອງເຣກາບທີ່ເປັນປູ່ຍ່າຕານາຍຂອງພວກເຮົາສັ່ງໄວ້ວ່າ ‘ຫ້າມພວກເຈົ້າກັບລູກຊາຍຂອງພວກເຈົ້າກິນເຫຼົ້າແວງເດັດຂາດ. 7 ຫ້າມພວກເຈົ້າປຸກເຮືອນ ປູກຝັງຫຼືຊື້ສວນໝາກລະແຊັງ. ແຕ່ພວກເຈົ້າຕ້ອງຢູ່ໃນເຕັ້ນເພື່ອພວກເຈົ້າຈະມີຊີວິດຍືນຍາວໃນແຜ່ນດິນທີ່ພວກເຈົ້າອາໄສຢູ່ຄືຄົນຕ່າງຊາດ.’ 8 ພວກເຮົາຈຶ່ງເຊື່ອຟັງເຢໂຮນາດາບລູກຊາຍຂອງເຣກາບທີ່ເປັນປູ່ຍ່າຕານາຍຂອງພວກເຮົາໃນທຸກເລື່ອງທີ່ລາວສັ່ງໄວ້. ພວກເຮົາທຸກຄົນກັບເມຍແລະລູກຊາຍລູກສາວຂອງພວກເຮົາບໍ່ເຄີຍກິນເຫຼົ້າແວງເລີຍ. 9 ພວກເຮົາບໍ່ໄດ້ປຸກເຮືອນຫຼືປູກຝັງ ບໍ່ເຄີຍມີສວນໝາກລະແຊັງຫຼືທົ່ງນາເປັນຂອງໂຕເອງເລີຍ. 10 ພວກເຮົາອາໄສຢູ່ໃນເຕັ້ນແລະເຊື່ອຟັງທຸກສິ່ງທີ່ໂຢນາດາບທີ່ເປັນປູ່ຍ່າຕານາຍຂອງພວກເຮົາໄດ້ສັ່ງໄວ້. 11 ຕອນທີ່ເນບູກາດເນັດຊາ*ກະສັດຂອງບາບີໂລນມາໂຈມຕີແຜ່ນດິນຂອງພວກເຮົາ+ ພວກເຮົາກໍລົມກັນວ່າ ‘ໄປ ໃຫ້ພວກເຮົາໜີກອງທັບຂອງພວກການເດອາແລະພວກຊີເຣຍໄປເມືອງເຢຣູຊາເລັມ’ ແລະຕອນນີ້ພວກເຮົາກໍໄດ້ອາໄສຢູ່ເມືອງເຢຣູຊາເລັມ.”
12 ພະເຢໂຫວາໄດ້ເວົ້າກັບເຢເຣມີຢາອີກວ່າ: 13 “ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ ‘ໃຫ້ເຈົ້າໄປເວົ້າກັບຄົນຢູດາແລະຄົນໃນເມືອງເຢຣູຊາເລັມແນວນີ້ ພະເຢໂຫວາບອກວ່າ “ເຮົາໄດ້ບອກພວກເຈົ້າຢູ່ເລື້ອຍໆວ່າໃຫ້ເຊື່ອຟັງເຮົາບໍ່ແມ່ນບໍ?+ 14 ເຢໂຮນາດາບລູກຊາຍຂອງເຣກາບໄດ້ສັ່ງລູກຫຼານຂອງລາວບໍ່ໃຫ້ກິນເຫຼົ້າແວງ ແລ້ວເຂົາເຈົ້າກໍເຮັດຕາມໂດຍບໍ່ກິນເຫຼົ້າແວງຈົນຮອດທຸກມື້ນີ້. ເຂົາເຈົ້າເຊື່ອຟັງຄຳສັ່ງຂອງປູ່ຍ່າຕານາຍຂອງເຂົາເຈົ້າ.+ ແຕ່ພວກເຈົ້າພັດບໍ່ເຊື່ອຟັງເຮົາ ທັງໆທີ່ເຮົາໄດ້ບອກພວກເຈົ້າເທື່ອແລ້ວເທື່ອອີກ.*+ 15 ເຮົາໄດ້ສົ່ງພວກຜູ້ພະຍາກອນທີ່ເປັນຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າເທື່ອແລ້ວເທື່ອອີກ*+ເພື່ອບອກວ່າ ‘ຂໍໃຫ້ພວກເຈົ້າແຕ່ລະຄົນເຊົາເຮັດຊົ່ວ+ແລະໃຫ້ເຮັດສິ່ງທີ່ຖືກຕ້ອງ! ຢ່າໄປຮັບໃຊ້ແລະນະມັດສະການພະເຈົ້າອື່ນເພື່ອພວກເຈົ້າຈະໄດ້ຢູ່ໃນແຜ່ນດິນທີ່ເຮົາເອົາໃຫ້ພວກເຈົ້າແລະປູ່ຍ່າຕານາຍຂອງພວກເຈົ້າ.’+ ແຕ່ພວກເຈົ້າບໍ່ໄດ້ສົນໃຈແລະບໍ່ຟັງຄວາມເຮົາເລີຍ. 16 ລູກຫຼານຂອງເຢໂຮນາດາບລູກຊາຍຂອງເຣກາບຍັງໄດ້ເຮັດຕາມຄຳສັ່ງທີ່ປູ່ຍ່າຕານາຍຂອງເຂົາເຈົ້າໄດ້ສັ່ງໄວ້+ ແຕ່ຄົນພວກນີ້ບໍ່ໄດ້ເຊື່ອຟັງເຮົາເລີຍ.”’
17 ດັ່ງນັ້ນ ພະເຢໂຫວາພະເຈົ້າຜູ້ບັນຊາການກອງທັບ ພະເຈົ້າຂອງອິດສະຣາເອນຈຶ່ງບອກວ່າ ‘ເຮົາຈະເຮັດໃຫ້ຄົນຢູດາກັບຄົນທັງໝົດທີ່ຢູ່ເມືອງເຢຣູຊາເລັມເຈິຄວາມຈິບຫາຍທີ່ເຮົາເຄີຍເຕືອນເຂົາເຈົ້າໄວ້ແລ້ວ.+ ຍ້ອນເຮົາເວົ້າກັບເຂົາເຈົ້າ ແຕ່ເຂົາເຈົ້າກໍບໍ່ຟັງ ແລະເຮົາເອີ້ນເຂົາເຈົ້າຕັ້ງຫຼາຍເທື່ອ ແຕ່ເຂົາເຈົ້າກໍບໍ່ຕອບ.’”+
18 ແລ້ວເຢເຣມີຢາກໍເວົ້າກັບຄອບຄົວຂອງເຣກາບວ່າ: “ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ ‘ຍ້ອນພວກເຈົ້າເຊື່ອຟັງເຢໂຮນາດາບປູ່ຍ່າຕານາຍຂອງພວກເຈົ້າແລະເຮັດຕາມຄຳສັ່ງທຸກຢ່າງຂອງລາວ ລາວສັ່ງໄວ້ແນວໃດ ພວກເຈົ້າກໍເຮັດແນວນັ້ນ. 19 ດັ່ງນັ້ນ ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນຈຶ່ງບອກວ່າ “ລູກຫຼານຂອງເຢໂຮນາດາບລູກຊາຍຂອງເຣກາບຈະໄດ້ຮັບໃຊ້ຢູ່ຕໍ່ໜ້າເຮົາຕະຫຼອດໄປ.”’”
36 ໃນປີທີ 4 ທີ່ເຢໂຮຢາກີມ+ລູກຊາຍຂອງໂຢສີຢາເປັນກະສັດປົກຄອງຢູດາ ພະເຢໂຫວາໄດ້ເວົ້າກັບເຢເຣມີຢາວ່າ: 2 “ໃຫ້ເຈົ້າເອົາມ້ວນໜັງສືມາມ້ວນໜຶ່ງແລະຂຽນຄຳເວົ້າທັງໝົດຂອງເຮົາທີ່ເຮົາໄດ້ເວົ້າກັບເຈົ້າກ່ຽວກັບອິດສະຣາເອນ ຢູດາ+ ແລະຊາດທັງໝົດ.+ ໃຫ້ເຈົ້າຂຽນຄຳເວົ້າທີ່ເຮົາເວົ້າກັບເຈົ້າຕັ້ງແຕ່ສະໄໝທີ່ໂຢສີຢາເປັນກະສັດຈົນຮອດຕອນນີ້.+ 3 ເມື່ອຄົນຢູດາໄດ້ຍິນເລື່ອງຄວາມຈິບຫາຍທີ່ເຮົາຕັ້ງໃຈຈະເຮັດໃຫ້ເກີດຂຶ້ນກັບເຂົາເຈົ້າ ບາງເທື່ອເຂົາເຈົ້າອາດຈະກັບໃຈແລະເຊົາເຮັດຊົ່ວ ແລ້ວເຮົາກໍຈະໄດ້ຍົກໂທດຄວາມຜິດແລະບາບຂອງເຂົາເຈົ້າ.”+
4 ເຢເຣມີຢາຈຶ່ງເອີ້ນບາຣຸກ+ລູກຊາຍຂອງເນຣີຢາໃຫ້ມາຫາ. ເຢເຣມີຢາບອກທຸກສິ່ງທີ່ພະເຢໂຫວາເວົ້າກັບລາວໃຫ້ບາຣຸກຟັງແລະບາຣຸກກໍຂຽນຄຳເວົ້າເຫຼົ່ານັ້ນໃສ່ມ້ວນໜັງສື.+ 5 ຈາກນັ້ນ ເຢເຣມີຢາກໍສັ່ງບາຣຸກວ່າ: “ຂ້ອຍຖືກກັກໂຕແລະໄປວິຫານຂອງພະເຢໂຫວາບໍ່ໄດ້. 6 ຄັນຊັ້ນ ໃຫ້ເຈົ້າເປັນຄົນໄປແລະອ່ານຄຳເວົ້າຂອງພະເຢໂຫວາຈາກມ້ວນໜັງສືທີ່ເຈົ້າຂຽນຕາມທີ່ຂ້ອຍບອກເຈົ້າໃຫ້ທຸກຄົນຟັງ. ເຈົ້າຕ້ອງອ່ານມ້ວນໜັງສືນີ້ໃຫ້ທຸກຄົນທີ່ຢູ່ໃນວິຫານຂອງພະເຢໂຫວາຟັງ ລວມທັງຄົນຢູດາທີ່ມາຈາກເມືອງອື່ນໆນຳໃນມື້ທີ່ມີການອົດອາຫານ. 7 ພະເຢໂຫວາໄດ້ປະກາດໄວ້ແລ້ວວ່າເພິ່ນຈະລົງໂທດຄົນຊາດນີ້ດ້ວຍຄວາມໃຈຮ້າຍຫຼາຍ ແຕ່ບາງເທື່ອເຂົາເຈົ້າອາດຈະອ້ອນວອນພະເຢໂຫວາ ກັບໃຈ ແລະເຊົາເຮັດຊົ່ວ.”
8 ບາຣຸກລູກຊາຍຂອງເນຣີຢາໄດ້ເຮັດຕາມທຸກຢ່າງທີ່ຜູ້ພະຍາກອນເຢເຣມີຢາສັ່ງ. ລາວໄປວິຫານຂອງພະເຢໂຫວາແລະອ່ານຄຳເວົ້າຂອງພະເຢໂຫວາຈາກມ້ວນໜັງສືໃຫ້ທຸກຄົນຟັງ.+
9 ໃນເດືອນທີ 9 ຂອງປີທີ 5 ທີ່ເຢໂຮຢາກີມ+ລູກຊາຍຂອງໂຢສີຢາເປັນກະສັດປົກຄອງຢູດາ ທຸກຄົນທີ່ຢູ່ໃນເມືອງເຢຣູຊາເລັມແລະທຸກຄົນຈາກເມືອງຕ່າງໆຂອງຢູດາທີ່ມາເມືອງເຢຣູຊາເລັມໄດ້ເລີ່ມອົດອາຫານຕໍ່ໜ້າພະເຢໂຫວາ.+ 10 ແລ້ວບາຣຸກກໍອ່ານມ້ວນໜັງສືທີ່ເຢເຣມີຢາບອກໃຫ້ລາວຂຽນນັ້ນຢູ່ວິຫານຂອງພະເຢໂຫວາໃນຫ້ອງ*ຂອງເກມາຣີຢາ+ລູກຊາຍຂອງຊາຟານ+ທີ່ເປັນຜູ້ຄັດລອກ ເຊິ່ງຢູ່ເດີ່ນທາງເທິງໃກ້ກັບທາງເຂົ້າປະຕູໃໝ່ຂອງວິຫານຂອງພະເຢໂຫວາ.+ ລາວອ່ານມ້ວນໜັງສືນັ້ນໃຫ້ທຸກຄົນຟັງ.
11 ເມື່ອມີກາຢາລູກຊາຍຂອງເກມາຣີຢາຫຼານຊາຍຂອງຊາຟານໄດ້ຍິນຄຳເວົ້າທັງໝົດຂອງພະເຢໂຫວາຈາກມ້ວນໜັງສືນັ້ນ 12 ລາວກໍໄປຫ້ອງຂອງເລຂາທີ່ຢູ່ໃນວັງຂອງກະສັດ. ພວກເຈົ້ານາຍ*ທີ່ຢູ່ຫັ້ນມີ ເອລີຊາມາ+ທີ່ເປັນເລຂາ ເດລາຢາລູກຊາຍຂອງເຊມາຢາ ເອນນາທານ+ລູກຊາຍຂອງອັກໂບ+ ເກມາຣີຢາລູກຊາຍຂອງຊາຟານ ເຊເດກີຢາລູກຊາຍຂອງຮານານີຢາ ແລະພວກເຈົ້ານາຍຄົນອື່ນໆທັງໝົດ. 13 ມີກາຢາກໍບອກເຂົາເຈົ້າທຸກຢ່າງທີ່ລາວໄດ້ຍິນຕອນທີ່ບາຣຸກອ່ານຈາກມ້ວນໜັງສືນັ້ນໃຫ້ປະຊາຊົນຟັງ.
14 ຈາກນັ້ນ ພວກເຈົ້ານາຍກໍສົ່ງເຢຮູດີລູກຊາຍຂອງເນທານີອາຫຼານຂອງເຊເລມີຢາເຫຼນຂອງກູຊີໄປຫາບາຣຸກແລະບອກລາວວ່າ: “ໃຫ້ເຈົ້າມາຫາພວກເຮົາແລະເອົາມ້ວນໜັງສືທີ່ເຈົ້າອ່ານໃຫ້ປະຊາຊົນຟັງມານຳ.” ບາຣຸກລູກຊາຍຂອງເນຣີຢາກໍເອົາມ້ວນໜັງສືນັ້ນໄປຫາເຂົາເຈົ້າ. 15 ເຂົາເຈົ້າເວົ້າກັບບາຣຸກວ່າ: “ເຊີນນັ່ງລົງແລະອ່ານໃຫ້ພວກເຮົາຟັງແດ່.” ແລ້ວບາຣຸກກໍອ່ານມ້ວນໜັງສືນັ້ນໃຫ້ເຂົາເຈົ້າຟັງ.
16 ຫຼັງຈາກທີ່ເຂົາເຈົ້າໄດ້ຍິນຄຳເວົ້າທັງໝົດ ເຂົາເຈົ້າກໍເບິ່ງໜ້າກັນດ້ວຍຄວາມຢ້ານແລະເວົ້າກັບບາຣຸກວ່າ: “ພວກເຮົາຕ້ອງເອົາເລື່ອງທັງໝົດນີ້ໄປບອກກະສັດ.” 17 ເຂົາເຈົ້າຖາມບາຣຸກອີກວ່າ: “ບອກພວກເຮົາແດ່ ເຈົ້າຂຽນຄຳເວົ້າທັງໝົດນີ້ແນວໃດ? ເຈົ້າຂຽນຕາມທີ່ເຢເຣມີຢາບອກແມ່ນບໍ?” 18 ບາຣຸກຕອບເຂົາເຈົ້າວ່າ: “ລາວເປັນຜູ້ເວົ້າໃຫ້ຂ້ອຍຟັງ ແລ້ວຂ້ອຍກໍໃຊ້ນ້ຳມຶກຂຽນຄຳເວົ້າທັງໝົດນີ້ໃນມ້ວນໜັງສື.” 19 ພວກເຈົ້ານາຍບອກບາຣຸກວ່າ: “ໃຫ້ເຈົ້າໜີໄປລີ້ເດີ້ ທັງເຈົ້າກັບເຢເຣມີຢາ ແລະຢ່າໃຫ້ໃຜຮູ້ວ່າພວກເຈົ້າຢູ່ໃສ.”+
20 ຈາກນັ້ນ ເຂົາເຈົ້າກໍເອົາມ້ວນໜັງສືໄວ້ຢູ່ຫ້ອງຂອງເອລີຊາມາທີ່ເປັນເລຂາ. ແລ້ວເຂົາເຈົ້າກໍເຂົ້າໄປຫາກະສັດຢູ່ເດີ່ນຂອງວັງແລະບອກທຸກສິ່ງທີ່ເຂົາເຈົ້າໄດ້ຍິນໃຫ້ກະສັດຟັງ.
21 ກະສັດຈຶ່ງສົ່ງເຢຮູດີ+ໄປເອົາມ້ວນໜັງສືນັ້ນມາ. ເຢຮູດີກໍໄປເອົາມ້ວນໜັງສືນັ້ນຢູ່ຫ້ອງຂອງເອລີຊາມາທີ່ເປັນເລຂາ. ແລ້ວເຢຮູດີກໍເລີ່ມອ່ານມ້ວນໜັງສືນັ້ນໃຫ້ກະສັດກັບພວກເຈົ້ານາຍທຸກຄົນທີ່ຢືນຢູ່ຂ້າງກະສັດຟັງ. 22 ຕອນນັ້ນເປັນເດືອນທີ 9* ກະສັດນັ່ງຝີງໄຟຢູ່ໜ້າເຕົາໄຟໃນວັງລະດູໜາວຂອງລາວ. 23 ທຸກເທື່ອທີ່ເຢຮູດີອ່ານຜ່ານໄປສາມຫາສີ່ຫຍໍ້ໜ້າ ກະສັດກໍເອົາມີດຂອງເລຂາມາຕັດມ້ວນໜັງສືສ່ວນທີ່ລາວອ່ານໄປແລ້ວນັ້ນແລະໂຍນເຂົ້າເຕົາໄຟ. ໃນທີ່ສຸດ ມ້ວນໜັງສືນັ້ນກໍຖືກຈູດຖິ້ມໝົດໃນເຕົາໄຟ. 24 ກະສັດແລະຄົນຮັບໃຊ້ທັງໝົດຂອງລາວທີ່ໄດ້ຍິນຄຳເວົ້າໃນມ້ວນໜັງສືນັ້ນ ບໍ່ມີໃຜຈັກຄົນຈີກເຄື່ອງນຸ່ງຂອງໂຕເອງ ເຂົາເຈົ້າບໍ່ໄດ້ຮູ້ສຶກຢ້ານຫຍັງເລີຍ. 25 ເຖິງວ່າເອນນາທານ+ ເດລາຢາ+ ແລະເກມາຣີຢາ+ຈະຂໍຮ້ອງກະສັດບໍ່ໃຫ້ຈູດມ້ວນໜັງສືນັ້ນ ແຕ່ກະສັດກໍບໍ່ຟັງ. 26 ນອກຈາກນັ້ນ ກະສັດຍັງສັ່ງໃຫ້ເຢຣາເມເອນລູກຊາຍຂອງກະສັດກັບເສຣາຢາລູກຊາຍຂອງອັດຊະຣີເອນ ແລະເຊເລມີຢາລູກຊາຍຂອງອັບເດເອນໄປຈັບໂຕຜູ້ພະຍາກອນເຢເຣມີຢາແລະບາຣຸກທີ່ເປັນເລຂາຂອງລາວ ແຕ່ພະເຢໂຫວາໄດ້ເຊື່ອງເຂົາເຈົ້າໄວ້.+
27 ຫຼັງຈາກກະສັດຈູດມ້ວນໜັງສືທີ່ບາຣຸກຂຽນຕາມຄຳທີ່ເຢເຣມີຢາບອກ ພະເຢໂຫວາກໍເວົ້າກັບເຢເຣມີຢາອີກ+ວ່າ: 28 “ໃຫ້ເອົາມ້ວນໜັງສືມາອີກມ້ວນໜຶ່ງ ແລ້ວຂຽນຄຳເວົ້າທັງໝົດໃຫ້ຄືກັບມ້ວນທຳອິດທີ່ເຢໂຮຢາກີມກະສັດຂອງຢູດາໄດ້ຈູດຖິ້ມໄປແລ້ວ.+ 29 ເຈົ້າຕ້ອງບອກເຢໂຮຢາກີມກະສັດຂອງຢູດາວ່າ ‘ພະເຢໂຫວາໄດ້ເວົ້າແນວນີ້ “ຍ້ອນເຈົ້າໄດ້ຈູດມ້ວນໜັງສືແລະເວົ້າວ່າ ‘ເປັນຫຍັງເຈົ້າຈຶ່ງຂຽນໃນມ້ວນໜັງສືວ່າກະສັດບາບີໂລນຈະມາທຳລາຍແຜ່ນດິນນີ້ ແລະເຮັດໃຫ້ບໍ່ມີຄົນແລະສັດອາໄສຢູ່?’+ 30 ພະເຢໂຫວາຈຶ່ງເວົ້າກ່ຽວກັບເຢໂຮຢາກີມກະສັດຂອງຢູດາວ່າ ‘ຈະບໍ່ມີລູກຫຼານຂອງລາວຄົນໃດໄດ້ນັ່ງເທິງບັນລັງຂອງດາວິດອີກເລີຍ.+ ສົບຂອງລາວຈະຖືກຖິ້ມຢູ່ທາງນອກໃຫ້ຕາກຄວາມຮ້ອນໃນຕອນກາງເວັນແລະຕາກຄວາມເຢັນໃນຕອນກາງຄືນ.+ 31 ເຮົາຈະໃຫ້ລາວກັບລູກຫຼານແລະຄົນຮັບໃຊ້ຂອງລາວຮັບຜິດຊອບຕໍ່ຄວາມຜິດທີ່ເຂົາເຈົ້າໄດ້ເຮັດ. ເຮົາຈະໃຫ້ຄວາມຈິບຫາຍທີ່ເຮົາເຄີຍໄດ້ເວົ້າໄວ້ເກີດຂຶ້ນກັບເຂົາເຈົ້າ ແລະກັບຄົນໃນເມືອງເຢຣູຊາເລັມແລະຄົນຢູດາ+ ຍ້ອນເຂົາເຈົ້າບໍ່ຟັງເຮົາ.’”’”+
32 ແລ້ວເຢເຣມີຢາກໍເອົາມ້ວນໜັງສືອີກມ້ວນໜຶ່ງມາໃຫ້ບາຣຸກລູກຊາຍຂອງເນຣີຢາທີ່ເປັນເລຂາຂອງລາວ.+ ບາຣຸກກໍຂຽນຕາມທີ່ເຢເຣມີຢາບອກທຸກຄຳໃຫ້ຄືກັບມ້ວນໜັງສືທີ່ເຢໂຮຢາກີມກະສັດຂອງຢູດາໄດ້ຈູດຖິ້ມ+ ແລະລາວຍັງໄດ້ຂຽນຄຳເວົ້າອື່ນໆຈາກພະເຈົ້າໃສ່ໃນມ້ວນໜັງສືໃໝ່ນີ້ນຳ.
37 ກະສັດເຊເດກີຢາ+ລູກຊາຍຂອງໂຢສີຢາໄດ້ເລີ່ມເປັນກະສັດປົກຄອງແທນໂກນີຢາ*+ລູກຊາຍຂອງເຢໂຮຢາກີມ ຍ້ອນເນບູກາດເນັດຊາ*ກະສັດຂອງບາບີໂລນໄດ້ແຕ່ງຕັ້ງລາວໃຫ້ເປັນກະສັດຂອງແຜ່ນດິນຢູດາ.+ 2 ແຕ່ເຊເດກີຢາກັບພວກຄົນຮັບໃຊ້ຂອງລາວແລະປະຊາຊົນໃນແຜ່ນດິນບໍ່ໄດ້ຟັງຄຳເວົ້າຂອງພະເຢໂຫວາທີ່ເວົ້າຜ່ານທາງຜູ້ພະຍາກອນເຢເຣມີຢາ.
3 ກະສັດເຊເດກີຢາໄດ້ສົ່ງເຢຮູການ+ລູກຊາຍຂອງເຊເລມີຢາກັບເຊຟານີຢາ+ລູກຊາຍຂອງປະໂລຫິດມາອາເສຢາໄປຫາຜູ້ພະຍາກອນເຢເຣມີຢາແລະເວົ້າວ່າ: “ຂໍໃຫ້ເຈົ້າອະທິດຖານເຖິງພະເຢໂຫວາພະເຈົ້າເພື່ອພວກເຮົາແດ່.” 4 ຕອນນັ້ນ ເຢເຣມີຢາໄປໃສມາໃສກໍໄດ້ ຍ້ອນລາວຍັງບໍ່ທັນຖືກຈັບເຂົ້າຄຸກເທື່ອ.+ 5 ຕອນນັ້ນ ກອງທັບຂອງຟາໂຣ*ໄດ້ອອກເດີນທາງມາຈາກເອຢິບ+ແລະພວກການເດອາທີ່ລ້ອມເມືອງເຢຣູຊາເລັມຢູ່ກໍໄດ້ຍິນຂ່າວເລື່ອງນີ້. ເຂົາເຈົ້າຈຶ່ງຖອຍທັບອອກຈາກເມືອງເຢຣູຊາເລັມ.+ 6 ແລ້ວພະເຢໂຫວາກໍເວົ້າກັບຜູ້ພະຍາກອນເຢເຣມີຢາວ່າ: 7 “ພະເຢໂຫວາພະເຈົ້າຂອງອິດສະຣາເອນເວົ້າແນວນີ້ ‘ໃຫ້ເຈົ້າໄປຫາກະສັດຂອງຢູດາທີ່ສົ່ງເຈົ້າມາຖາມເຮົາແລະບອກລາວວ່າ “ກອງທັບຂອງຟາໂຣທີ່ກຳລັງຈະມາຊ່ວຍພວກເຈົ້າຈະຕ້ອງກັບໄປເອຢິບແຜ່ນດິນຂອງເຂົາເຈົ້າ.+ 8 ແລະພວກການເດອາຈະກັບມາໂຈມຕີເມືອງນີ້ ຍຶດເມືອງນີ້ ແລະຈູດມັນຖິ້ມ.”+ 9 ພະເຢໂຫວາບອກວ່າ “ຢ່າຕົວະໂຕເອງແລະຄິດວ່າ ‘ພວກການເດອາຈະບໍ່ກັບມາດອກ’ ຍ້ອນເຂົາເຈົ້າຈະກັບມາແທ້. 10 ເຖິງວ່າພວກເຈົ້າຈະຕໍ່ສູ້ກັບກອງທັບທັງໝົດຂອງພວກການເດອາທີ່ກຳລັງມາໂຈມຕີພວກເຈົ້າຈົນເຂົາເຈົ້າເຫຼືອແຕ່ທະຫານທີ່ບາດເຈັບ ແຕ່ເຂົາເຈົ້າກໍຍັງຈະລຸກອອກມາຈາກເຕັ້ນຂອງເຂົາເຈົ້າແລະມາຈູດເມືອງນີ້ຖິ້ມ.”’”+
11 ເມື່ອກອງທັບຂອງພວກການເດອາຖອຍກອງທັບອອກຈາກເມືອງເຢຣູຊາເລັມຍ້ອນກອງທັບຂອງຟາໂຣ+ 12 ເຢເຣມີຢາກໍໄດ້ອອກຈາກເມືອງເຢຣູຊາເລັມໄປແຜ່ນດິນຂອງພວກເບັນຢາມິນ+ເພື່ອຈະຮັບມູນມໍລະດົກພ້ອມກັບຄົນຂອງລາວ. 13 ແຕ່ເມື່ອເຢເຣມີຢາໄປຮອດປະຕູເບັນຢາມິນ ຫົວໜ້າພວກທະຫານປ້ອງກັນໂຕກະສັດທີ່ຊື່ວ່າອີຣີຢາ ເຊິ່ງເປັນລູກຊາຍຂອງເຊເລມີຢາແລະເປັນຫຼານຊາຍຂອງຮານານີຢາກໍມາຈັບຜູ້ພະຍາກອນເຢເຣມີຢາໄວ້ແລະເວົ້າວ່າ: “ເຈົ້າຊິໄປຫາພວກການເດອາແມ່ນເບາະ!” 14 ແຕ່ເຢເຣມີຢາຕອບວ່າ: “ບໍ່ແມ່ນ ຂ້ອຍບໍ່ໄດ້ໄປຫາພວກການເດອາ.” ແຕ່ອີຣີຢາກໍບໍ່ຟັງເຢເຣມີຢາ. ອີຣີຢາຈັບເຢເຣມີຢາແລະພາລາວໄປຫາພວກເຈົ້ານາຍ. 15 ພວກເຈົ້ານາຍໃຈຮ້າຍໃຫ້ເຢເຣມີຢາຫຼາຍ.+ ເຂົາເຈົ້າທຸບຕີລາວແລະຈັບລາວເຂົ້າຄຸກ.+ ເຂົາເຈົ້າໃຊ້ເຮືອນຂອງເຢໂຮນາທານທີ່ເປັນເລຂາເປັນບ່ອນຂັງລາວ. 16 ເຢເຣມີຢາຖືກຂັງຢູ່ຄຸກໃຕ້ດິນຫຼາຍມື້.
17 ແລ້ວກະສັດເຊເດກີຢາກໍໃຫ້ຄົນໄປພາເຢເຣມີຢາມາວັງແລະລັກຖາມລາວ+ວ່າ: “ເຈົ້າໄດ້ຂ່າວຫຍັງຈາກພະເຢໂຫວາບໍ?” ເຢເຣມີຢາຕອບວ່າ: “ໂດຍ!” ແລະເວົ້າອີກວ່າ: “ທ່ານຈະຖືກມອບໄວ້ໃນມືຂອງກະສັດບາບີໂລນ!”+
18 ເຢເຣມີຢາຍັງເວົ້າກັບກະສັດເຊເດກີຢາອີກວ່າ: “ຂ້ອຍເຮັດຫຍັງຜິດຕໍ່ທ່ານ ຕໍ່ຄົນຮັບໃຊ້ຂອງທ່ານ ແລະຕໍ່ຄົນຊາດນີ້? ເປັນຫຍັງທ່ານຈຶ່ງຈັບຂ້ອຍເຂົ້າຄຸກ? 19 ຄົນທີ່ພະຍາກອນໃຫ້ທ່ານຟັງວ່າ ‘ກະສັດບາບີໂລນຈະບໍ່ມາໂຈມຕີທ່ານແລະແຜ່ນດິນນີ້ ເຂົາເຈົ້າໄປໃສໝົດແລ້ວ’?+ 20 ກະສັດຜູ້ເປັນນາຍຂອງຂ້ອຍເອີ້ຍ ຂໍທ່ານຟັງຂ້ອຍແລະຂໍທ່ານໃຫ້ຕາມທີ່ຂ້ອຍຂໍ. ຂໍຢ່າສົ່ງຂ້ອຍກັບໄປເຮືອນຂອງເຢໂຮນາທານ+ທີ່ເປັນເລຂາ. ຄັນບໍ່ຊັ້ນ ຂ້ອຍຕ້ອງຕາຍຢູ່ຫັ້ນແທ້ໆ.”+ 21 ກະສັດເຊເດກີຢາຈຶ່ງສັ່ງໃຫ້ຄົນພາເຢເຣມີຢາໄປກັກໂຕໄວ້ຢູ່ເດີ່ນທະຫານປ້ອງກັນໂຕກະສັດ.+ ລາວໄດ້ຮັບເຂົ້າຈີ່ກ້ອນມົນໆມື້ລະກ້ອນຈາກຫົນທາງທີ່ຊື່ວ່າຄົນເຮັດເຂົ້າຈີ່+ຈົນບໍ່ມີເຂົ້າຈີ່ເຫຼືອຢູ່ໃນເມືອງ.+ ແລ້ວເຢເຣມີຢາກໍຢູ່ເດີ່ນທະຫານປ້ອງກັນໂຕກະສັດຕໍ່ໄປ.
38 ເຊຟາຕີຢາລູກຊາຍຂອງມັດຕານ ເກດາລີຢາລູກຊາຍຂອງປັດຊູ ຢູການ+ລູກຊາຍຂອງເຊເລມີຢາ ແລະປັດຊູ+ລູກຊາຍຂອງມັນກີຢາໄດ້ຍິນສິ່ງທີ່ເຢເຣມີຢາເວົ້າກັບປະຊາຊົນທັງໝົດ. ເຢເຣມີຢາເວົ້າວ່າ: 2 “ພະເຢໂຫວາບອກວ່າ ‘ຄົນທີ່ຍັງເຫຼືອຢູ່ໃນເມືອງນີ້ຈະຕ້ອງຕາຍດ້ວຍດາບ ດ້ວຍຄວາມອຶດຢາກ ແລະດ້ວຍໂລກລະບາດ.*+ ແຕ່ຄົນທີ່ຍອມແພ້*ພວກການເດອາຈະບໍ່ຕາຍ. ເຂົາເຈົ້າຈະລອດຊີວິດແລະມີຊີວິດຢູ່ຕໍ່ໄປ.’+ 3 ພະເຢໂຫວາບອກວ່າ ‘ເມືອງນີ້ຈະຖືກມອບໃຫ້ກອງທັບຂອງກະສັດບາບີໂລນແລະລາວຈະຍຶດເມືອງນີ້ໄດ້ແນ່ນອນ.’”+
4 ພວກເຈົ້ານາຍເຫຼົ່ານັ້ນເວົ້າກັບກະສັດວ່າ: “ຂໍກະສັດສັ່ງຂ້າຜູ້ຊາຍຄົນນີ້ສະ+ ຍ້ອນສິ່ງທີ່ລາວເວົ້າເຮັດໃຫ້ທະຫານທີ່ເຫຼືອຢູ່ໃນເມືອງນີ້ແລະປະຊາຊົນທຸກຄົນໝົດກຳລັງໃຈ.* ຜູ້ຊາຍຄົນນີ້ບໍ່ໄດ້ຢາກໃຫ້ຄົນຊາດນີ້ມີຄວາມສະຫງົບສຸກ ແຕ່ຢາກໃຫ້ເຈິຄວາມຈິບຫາຍ.” 5 ກະສັດເຊເດກີຢາຈຶ່ງຕອບວ່າ: “ພວກເຈົ້າຢາກເຮັດຫຍັງກັບລາວກໍເຮັດໂລດ. ຈັ່ງໃດຂ້ອຍກໍຫ້າມພວກເຈົ້າບໍ່ໄດ້ດອກ.”
6 ເຂົາເຈົ້າກໍເລີຍຈັບເຢເຣມີຢາຖິ້ມຢູ່ນ້ຳສ້າງ*ຂອງມັນກີຢາລູກຊາຍຂອງກະສັດເຊິ່ງຢູ່ເດີ່ນທະຫານປ້ອງກັນໂຕກະສັດ.+ ເຂົາເຈົ້າໃຊ້ເຊືອກຢ່ອນເຢເຣມີຢາລົງໄປ. ນ້ຳສ້າງນັ້ນບໍ່ມີນ້ຳເລີຍ ມີແຕ່ຂີ້ຕົມ. ແລ້ວເຢເຣມີຢາກໍເລີ່ມຈົມລົງໄປໃນຂີ້ຕົມ.
7 ເອເບັດເມເລັກ+ຄົນເອທິໂອເປຍທີ່ເປັນຂັນທີ*ໃນວັງຂອງກະສັດໄດ້ຍິນວ່າເຢເຣມີຢາຖືກຈັບລົງນ້ຳສ້າງ. ຕອນນັ້ນກະສັດນັ່ງຢູ່ປະຕູເບັນຢາມິນ+ 8 ເອເບັດເມເລັກຈຶ່ງອອກຈາກວັງຂອງກະສັດແລະໄປເວົ້າກັບກະສັດວ່າ: 9 “ກະສັດຜູ້ເປັນນາຍຂອງຂ້ອຍເອີ້ຍ ສິ່ງທີ່ຄົນພວກນັ້ນເຮັດກັບຜູ້ພະຍາກອນເຢເຣມີຢາເປັນສິ່ງທີ່ຊົ່ວຫຼາຍ! ເຂົາເຈົ້າເອົາລາວໄປຖິ້ມຢູ່ນ້ຳສ້າງ. ລາວຈະຕ້ອງຕາຍຢູ່ຫັ້ນແທ້ ຍ້ອນຕອນນີ້ມີຄວາມອຶດຢາກແລະເຂົ້າຈີ່ໃນເມືອງນີ້ກໍບໍ່ເຫຼືອແລ້ວ.”+
10 ກະສັດຈຶ່ງສັ່ງເອເບັດເມເລັກຄົນເອທິໂອເປຍວ່າ: “ໃຫ້ເຈົ້າພາຄົນຢູ່ນີ້ໄປ 30 ຄົນ ແລະດຶງຜູ້ພະຍາກອນເຢເຣມີຢາຂຶ້ນມາຈາກນ້ຳສ້າງກ່ອນທີ່ລາວຈະຕາຍ.” 11 ເອເບັດເມເລັກຈຶ່ງພາຄົນໄປນຳລາວແລະໄປຫ້ອງທີ່ຢູ່ທາງລຸ່ມຂອງຄັງຊັບສິນໃນວັງຂອງກະສັດ.+ ລາວເອົາຜ້າເກົ່າໆມາຈາກຫ້ອງນັ້ນແລະໃຊ້ເຊືອກຢ່ອນຜ້າເຫຼົ່ານັ້ນລົງໄປໃຫ້ເຢເຣມີຢາໃນນ້ຳສ້າງ. 12 ແລ້ວເອເບັດເມເລັກຄົນເອທິໂອເປຍກໍບອກເຢເຣມີຢາວ່າ: “ໃຫ້ເຈົ້າເອົາເຊືອກຄ້ອງໂຕແລະເອົາຜ້າຮອງຂີ້ແຮ້ໄວ້ເພື່ອເຊືອກຈະບໍ່ບາດເຈົ້າ.” ເຢເຣມີຢາກໍເຮັດຕາມນັ້ນ. 13 ເຂົາເຈົ້າໃຊ້ເຊືອກດຶງເຢເຣມີຢາອອກມາຈາກນ້ຳສ້າງນັ້ນ. ແລ້ວເຢເຣມີຢາກໍຢູ່ເດີ່ນທະຫານປ້ອງກັນໂຕກະສັດຕໍ່ໄປ.+
14 ກະສັດເຊເດກີຢາໃຫ້ຄົນພາຜູ້ພະຍາກອນເຢເຣມີຢາມາຫາລາວຢູ່ທາງເຂົ້າທີ 3 ໃນວິຫານຂອງພະເຢໂຫວາ ແລ້ວກະສັດກໍເວົ້າກັບເຢເຣມີຢາວ່າ: “ຂ້ອຍມີຫຍັງຢາກຖາມເຈົ້າ. ເຈົ້າຢ່າປິດບັງຂ້ອຍເດີ້.” 15 ເຢເຣມີຢາບອກກະສັດເຊເດກີຢາວ່າ: “ຖ້າຂ້ອຍບອກທ່ານ ທ່ານກໍຄືຊິສັ່ງຂ້າຂ້ອຍ ແລະຖ້າຂ້ອຍໃຫ້ຄຳແນະນຳທ່ານ ທ່ານກໍຄືຊິບໍ່ຟັງດອກ.” 16 ກະສັດເຊເດກີຢາຈຶ່ງລັກສາບານກັບເຢເຣມີຢາວ່າ: “ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່ ຜູ້ທີ່ໃຫ້ຊີວິດກັບພວກເຮົາວ່າຂ້ອຍຈະບໍ່ຂ້າເຈົ້າ ແລະຂ້ອຍກໍຈະບໍ່ສົ່ງໂຕເຈົ້າໃຫ້ຄົນທີ່ຢາກຂ້າເຈົ້າ.”
17 ເຢເຣມີຢາເວົ້າກັບກະສັດເຊເດກີຢາອີກວ່າ: “ພະເຢໂຫວາພະເຈົ້າຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ ‘ຖ້າທ່ານຍອມແພ້ພວກເຈົ້ານາຍຂອງກະສັດບາບີໂລນ ທ່ານຈະບໍ່ຕາຍແລະເມືອງນີ້ກໍຈະບໍ່ຖືກຈູດ. ທັງທ່ານແລະຄົນໃນຄອບຄົວຂອງທ່ານ*ຈະລອດຊີວິດ.+ 18 ແຕ່ຖ້າທ່ານບໍ່ຍອມແພ້ພວກເຈົ້ານາຍຂອງກະສັດບາບີໂລນ ເມືອງນີ້ກໍຈະຖືກມອບໃຫ້ພວກການເດອາ. ເຂົາເຈົ້າຈະຈູດມັນຖິ້ມ+ແລະທ່ານກໍຈະໜີບໍ່ລອດ.’”+
19 ກະສັດເຊເດກີຢາກໍເວົ້າກັບເຢເຣມີຢາວ່າ: “ຂ້ອຍຢ້ານພວກຄົນຢິວທີ່ໄປຢູ່ຝ່າຍພວກການເດອາ. ຄັນຂ້ອຍຖືກສົ່ງໂຕໃຫ້ເຂົາເຈົ້າ ເຂົາເຈົ້າຈະທຳຮ້າຍຂ້ອຍແນ່ນອນ.” 20 ແຕ່ເຢເຣມີຢາບອກວ່າ: “ທ່ານຈະບໍ່ຖືກສົ່ງໂຕໄປໃຫ້ຄົນພວກນັ້ນດອກ. ຂໍໃຫ້ທ່ານເຊື່ອຟັງສິ່ງທີ່ພະເຢໂຫວາບອກທ່ານຜ່ານທາງຂ້ອຍ ແລ້ວແນວບໍ່ດີຈະບໍ່ເກີດຂຶ້ນກັບທ່ານແລະທ່ານຈະມີຊີວິດຢູ່ຕໍ່ໄປ. 21 ແຕ່ຖ້າທ່ານບໍ່ຍອມແພ້ ສິ່ງທີ່ພະເຢໂຫວາໃຫ້ຂ້ອຍເຫັນໃນນິມິດກໍຈະເກີດຂຶ້ນ. 22 ຜູ້ຍິງທຸກຄົນທີ່ເຫຼືອຢູ່ໃນວັງຂອງກະສັດຢູດາຈະຖືກພາໄປຫາພວກເຈົ້ານາຍຂອງກະສັດບາບີໂລນ+ແລະຜູ້ຍິງເຫຼົ່ານັ້ນຈະເວົ້າວ່າ
‘ຄົນທີ່ທ່ານໄວ້ໃຈໄດ້ຕົວະທ່ານແລະເອົາຊະນະທ່ານແລ້ວ.+
ເຂົາເຈົ້າເຮັດໃຫ້ທ່ານຈົມລົງຂີ້ຕົມ.
ຕອນນີ້ ເຂົາເຈົ້າໄດ້ຖິ້ມທ່ານໄປໝົດແລ້ວ.’
23 ພວກເມຍແລະພວກລູກຊາຍທຸກຄົນຂອງທ່ານຈະຖືກຈັບໄປໃຫ້ພວກການເດອາແລະທ່ານຈະບໍ່ລອດຈາກມືຂອງເຂົາເຈົ້າ. ທ່ານຈະຖືກກະສັດບາບີໂລນຈັບໄປ+ແລະເມືອງນີ້ຈະຖືກຈູດຍ້ອນທ່ານ.”+
24 ແລ້ວກະສັດເຊເດກີຢາກໍບອກເຢເຣມີຢາວ່າ: “ຢ່າໄປເລົ່າເລື່ອງນີ້ໃຫ້ໃຜຟັງເພື່ອເຈົ້າຈະບໍ່ຕາຍ. 25 ຖ້າພວກເຈົ້ານາຍຮູ້ວ່າຂ້ອຍມາລົມນຳເຈົ້າ ແລ້ວເຂົາເຈົ້າມາເວົ້າກັບເຈົ້າວ່າ ‘ບອກພວກເຮົາແດ່ວ່າເຈົ້າເວົ້າຫຍັງກັບກະສັດ. ຢ່າປິດບັງພວກເຮົາເລີຍ. ພວກເຮົາຈະບໍ່ຂ້າເຈົ້າດອກ.+ ກະສັດເວົ້າຫຍັງກັບເຈົ້າແດ່?’ 26 ເຈົ້າກໍຕ້ອງຕອບເຂົາເຈົ້າວ່າ ‘ຂ້ອຍມີແຕ່ຂໍກະສັດບໍ່ໃຫ້ສົ່ງຂ້ອຍກັບໄປເຮືອນຂອງເຢໂຮນາທານ ຍ້ອນຂ້ອຍບໍ່ຢາກຕາຍຢູ່ຫັ້ນ.’”+
27 ຕໍ່ມາ ພວກເຈົ້ານາຍກໍພາກັນມາຫາເຢເຣມີຢາແລະຖາມລາວ. ລາວກໍບອກເຂົາເຈົ້າຕາມທີ່ກະສັດສັ່ງໃຫ້ເວົ້າທຸກຢ່າງ ເຂົາເຈົ້າຈຶ່ງບໍ່ຖາມຫຍັງອີກຍ້ອນບໍ່ມີໃຜຮູ້ວ່າກະສັດກັບເຢເຣມີຢາລົມຫຍັງກັນ. 28 ເຢເຣມີຢາຢູ່ເດີ່ນທະຫານປ້ອງກັນໂຕກະສັດ+ຈົນຮອດມື້ທີ່ເມືອງເຢຣູຊາເລັມຖືກຍຶດ. ຕອນທີ່ເມືອງເຢຣູຊາເລັມຖືກຍຶດ ລາວກໍຍັງຢູ່ຫັ້ນ.+
39 ໃນປີທີ 10 ຂອງເດືອນທີ 9 ທີ່ເຊເດກີຢາເປັນກະສັດປົກຄອງຢູດາ ເນບູກາດເນັດຊາ*ກະສັດຂອງບາບີໂລນໄດ້ຍົກກອງທັບມາຕໍ່ສູ້ເມືອງເຢຣູຊາເລັມແລະລ້ອມເມືອງນີ້ໄວ້.+
2 ໃນວັນທີ 9 ເດືອນທີ 4 ຂອງປີທີ 11 ທີ່ເຊເດກີຢາເປັນກະສັດປົກຄອງ ເຂົາເຈົ້າກໍທຳລາຍກຳແພງເມືອງເຂົ້າມາໄດ້.+ 3 ພວກເຈົ້ານາຍຂອງກະສັດບາບີໂລນກໍໄດ້ເຂົ້າມາໃນເມືອງແລະນັ່ງຢູ່ປະຕູກາງ.+ ຄົນເຫຼົ່ານັ້ນມີເນການຊາເຣັດເຊທີ່ມີຕຳແໜ່ງເປັນສຳກາ ເນໂບສາເສກີມທີ່ມີຕຳແໜ່ງເປັນຣັບສາຣິດ* ເນການຊາເຣັດເຊທີ່ມີຕຳແໜ່ງເປັນຣັບມັກ* ແລະເຈົ້ານາຍຄົນອື່ນໆທັງໝົດຂອງກະສັດບາບີໂລນ.
4 ເມື່ອເຊເດກີຢາກະສັດຂອງຢູດາແລະທະຫານທັງໝົດເຫັນພວກສັດຕູ ເຂົາເຈົ້າກໍພາກັນໜີ.+ ເຂົາເຈົ້າອອກຈາກເມືອງໄປຕອນກາງຄືນທາງປະຕູຂອງກຳແພງສອງຊັ້ນທີ່ຢູ່ໃກ້ສວນຂອງກະສັດແລະໜີໄປທາງອາຣາບາ.+ 5 ແຕ່ກອງທັບຂອງພວກການເດອາກໍໄລ່ນຳໄປ. ເຂົາເຈົ້ານຳເຊເດກີຢາທັນຢູ່ບ່ອນກັນດານເຢຣິໂກ.+ ເຂົາເຈົ້າຈັບລາວໄປໃຫ້ເນບູກາດເນັດຊາກະສັດຂອງບາບີໂລນຢູ່ຣິບລາ+ໃນແຜ່ນດິນຮາມັດ+ ແລ້ວເຊເດກີຢາກໍຖືກຕັດສິນລົງໂທດຢູ່ຫັ້ນ. 6 ກະສັດບາບີໂລນໄດ້ສັ່ງຂ້າລູກຊາຍຂອງເຊເດກີຢາຕໍ່ໜ້າຕໍ່ຕາລາວຢູ່ຣິບລາແລະຍັງໄດ້ສັ່ງຂ້າພວກເຈົ້າເມືອງຂອງຢູດາທັງໝົດນຳ.+ 7 ຈາກນັ້ນ ກະສັດບາບີໂລນກໍເຮັດໃຫ້ເຊເດກີຢາຕາບອດແລະຈັບລາວລ່າມໂສ້ທອງແດງໄປບາບີໂລນ.+
8 ພວກການເດອາຈູດວັງຂອງກະສັດ ຈູດເຮືອນຂອງປະຊາຊົນຖິ້ມ+ ແລະທຳລາຍກຳແພງເມືອງເຢຣູຊາເລັມນຳ.+ 9 ເນບູຊາຣາດານ+ທີ່ເປັນຫົວໜ້າທະຫານປ້ອງກັນໂຕກະສັດໄດ້ຈັບຄົນທີ່ເຫຼືອຢູ່ໃນເມືອງ ຄົນທີ່ໜີໄປຫາລາວ ແລະຄົນທັງໝົດທີ່ເຫຼືອໄປເປັນຊະເລີຍຢູ່ບາບີໂລນ.
10 ແຕ່ເນບູຊາຣາດານທີ່ເປັນຫົວໜ້າທະຫານປ້ອງກັນໂຕກະສັດໄດ້ຈົ່ງຄົນທີ່ທຸກທີ່ສຸດບາງຄົນໄວ້ໃນແຜ່ນດິນຢູດາ. ເຂົາເຈົ້າແມ່ນຄົນທີ່ບໍ່ມີຫຍັງເລີຍ. ໃນມື້ນັ້ນ ລາວເອົາສວນໝາກລະແຊັງແລະທົ່ງນາໃຫ້ເຂົາເຈົ້າເບິ່ງແຍງ.+
11 ແລ້ວເນບູກາດເນັດຊາກະສັດຂອງບາບີໂລນກໍສັ່ງເນບູຊາຣາດານທີ່ເປັນຫົວໜ້າທະຫານປ້ອງກັນໂຕກະສັດເລື່ອງເຢເຣມີຢາວ່າ: 12 “ໃຫ້ເຈົ້າພາລາວໄປແລະເບິ່ງແຍງລາວ. ຢ່າທຳຮ້າຍລາວແລະຖ້າລາວຂໍຫຍັງກໍເອົາໃຫ້ລາວໂລດ.”+
13 ແລ້ວເນບູຊາຣາດານທີ່ເປັນຫົວໜ້າທະຫານປ້ອງກັນໂຕກະສັດ ເນບູຊັດບານທີ່ມີຕຳແໜ່ງເປັນຣັບສາຣິດ* ເນການຊາເຣັດເຊທີ່ມີຕຳແໜ່ງເປັນຣັບມັກ ແລະພວກຜູ້ຊາຍທັງໝົດທີ່ເປັນສຳຄັນຂອງກະສັດບາບີໂລນກໍສົ່ງຄົນໄປ 14 ພາເຢເຣມີຢາອອກມາຈາກເດີ່ນທະຫານປ້ອງກັນໂຕກະສັດ+ ແລະພາລາວໄປຫາເກດາລີຢາ+ລູກຊາຍຂອງອາຮີກາມ+ຫຼານຊາຍຂອງຊາຟານ+ເພື່ອໃຫ້ໄປຢູ່ເຮືອນຂອງລາວ. ແລ້ວເຢເຣມີຢາກໍຢູ່ກັບຄົນເຫຼົ່ານັ້ນ.
15 ຕອນທີ່ເຢເຣມີຢາຖືກກັກໂຕຢູ່ເດີ່ນທະຫານປ້ອງກັນໂຕກະສັດ+ ພະເຢໂຫວາໄດ້ມາເວົ້າກັບລາວວ່າ: 16 “ໃຫ້ເຈົ້າໄປບອກເອເບັດເມເລັກ+ຄົນເອທິໂອເປຍວ່າ ‘ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ “ເຮົາຈະເຮັດໃຫ້ເມືອງນີ້ເຈິຄວາມຈິບຫາຍແທນທີ່ຈະເຈິສິ່ງດີໆຄືກັບທີ່ເຮົາເຄີຍບອກໄວ້ ແລະໃນມື້ນັ້ນເຈົ້າຈະໄດ້ເຫັນມັນເກີດຂຶ້ນ.”’
17 ພະເຢໂຫວາບອກວ່າ ‘ແຕ່ໃນມື້ນັ້ນເຮົາຈະຊ່ວຍເຈົ້າໃຫ້ລອດ ແລະເຈົ້າຈະບໍ່ຖືກສົ່ງໂຕໃຫ້ຄົນທີ່ເຈົ້າຢ້ານ.’
18 ພະເຢໂຫວາບອກອີກວ່າ ‘ເຮົາຈະເຮັດໃຫ້ເຈົ້າມີທາງໜີໄດ້ແນ່ນອນແລະເຈົ້າຈະບໍ່ຖືກຂ້າດ້ວຍດາບ. ເຈົ້າຈະລອດຊີວິດ+ຍ້ອນເຈົ້າໄວ້ໃຈເຮົາ.’”+
40 ພະເຢໂຫວາກໍຍັງມາເວົ້າກັບເຢເຣມີຢາຢູ່ເລື້ອຍໆຫຼັງຈາກເນບູຊາຣາດານ+ທີ່ເປັນຫົວໜ້າທະຫານປ້ອງກັນໂຕກະສັດປ່ອຍລາວໃຫ້ເປັນອິດສະຫຼະຢູ່ເມືອງຣາມາ.+ ເນບູຊາຣາດານເອົາໂສ້ລ່າມມືເຢເຣມີຢາ ແລະພາລາວໄປພ້ອມກັບຄົນໃນເມືອງເຢຣູຊາເລັມແລະຄົນຢູດາທີ່ຖືກພາໄປເປັນຊະເລີຍຢູ່ບາບີໂລນ. 2 ແລ້ວຫົວໜ້າທະຫານປ້ອງກັນໂຕກະສັດກໍເອີ້ນເຢເຣມີຢາໄປລົມນຳແລະເວົ້າກັບລາວວ່າ: “ພະເຢໂຫວາພະເຈົ້າຂອງເຈົ້າບອກລ່ວງໜ້າກ່ຽວກັບຄວາມຈິບຫາຍຂອງເມືອງນີ້ 3 ແລະພະເຢໂຫວາກໍເຮັດໃຫ້ມັນເກີດຂຶ້ນຄືກັບທີ່ເພິ່ນເຄີຍບອກໄວ້. ຍ້ອນພວກເຈົ້າເຮັດຜິດຕໍ່ພະເຢໂຫວາແລະບໍ່ເຊື່ອຟັງເພິ່ນ ຄວາມຈິບຫາຍນີ້ຈຶ່ງເກີດຂຶ້ນກັບພວກເຈົ້າ.+ 4 ມື້ນີ້ຂ້ອຍຈະແກ້ໂສ້ຢູ່ມືຂອງເຈົ້າແລະປ່ອຍເຈົ້າໄປ. ຖ້າເຈົ້າຄິດວ່າດີທີ່ຈະໄປບາບີໂລນນຳຂ້ອຍ ກໍໄປເດີ້. ຂ້ອຍຈະເບິ່ງແຍງເຈົ້າເອງ. ແຕ່ຖ້າເຈົ້າບໍ່ຢາກໄປບາບີໂລນນຳຂ້ອຍ ກໍບໍ່ເປັນຫຍັງ. ແຜ່ນດິນທັງໝົດນີ້ຢູ່ຕໍ່ໜ້າເຈົ້າແລ້ວ ເຈົ້າຢາກໄປບ່ອນໃດເຈົ້າກໍເລືອກເອົາໂລດ.”+
5 ຕອນທີ່ເຢເຣມີຢາກຳລັງຄິດຢູ່ວ່າຈະໄປຫຼືຈະກັບດີ ເນບູຊາຣາດານກໍບອກລາວວ່າ: “ໃຫ້ເຈົ້າກັບໄປຫາເກດາລີຢາ+ລູກຊາຍຂອງອາຮີກາມ+ຫຼານຊາຍຂອງຊາຟານ+ທີ່ກະສັດບາບີໂລນໄດ້ແຕ່ງຕັ້ງລາວໃຫ້ເບິ່ງແຍງເມືອງຕ່າງໆຂອງຢູດາ. ໃຫ້ເຈົ້າໄປຢູ່ນຳລາວກັບຄົນຂອງລາວ ຫຼືຄັນບໍ່ຊັ້ນກໍໃຫ້ເຈົ້າໄປບ່ອນທີ່ເຈົ້າຢາກໄປ.”
ແລ້ວຫົວໜ້າທະຫານປ້ອງກັນໂຕກະສັດກໍເອົາອາຫານກັບຂອງຂວັນໃຫ້ເຢເຣມີຢາແລະປ່ອຍລາວໄປ. 6 ເຢເຣມີຢາຈຶ່ງກັບໄປຫາເກດາລີຢາລູກຊາຍຂອງອາຮີກາມຢູ່ເມືອງມິດຊະປາ+ແລະຢູ່ນຳລາວກັບຄົນອື່ນໆໃນແຜ່ນດິນນັ້ນ.
7 ຕໍ່ມາ ພວກຫົວໜ້າກອງທັບທີ່ຢູ່ກັບທະຫານຂອງເຂົາເຈົ້າໃນບ່ອນຕ່າງໆທົ່ວແຜ່ນດິນກໍໄດ້ຍິນວ່າກະສັດບາບີໂລນໄດ້ແຕ່ງຕັ້ງເກດາລີຢາລູກຊາຍຂອງອາຮີກາມໃຫ້ເບິ່ງແຍງແຜ່ນດິນ ແລະເບິ່ງແຍງພວກຄົນທຸກກັບລູກຂອງເຂົາເຈົ້າທີ່ບໍ່ໄດ້ຖືກພາໄປບາບີໂລນ.+ 8 ເຂົາເຈົ້າຈຶ່ງພາກັນມາຫາເກດາລີຢາຢູ່ເມືອງມິດຊະປາ+ພ້ອມກັບທະຫານຂອງເຂົາເຈົ້າ. ຄົນເຫຼົ່ານັ້ນມີ: ອິດຊະມາເອນ+ລູກຊາຍຂອງເນທານີອາ ໂຢຮານານ+ກັບໂຢນາທານລູກຊາຍຂອງກາເຣອາ ເສຣາຢາລູກຊາຍຂອງຕັນຮູເມັດ ພວກລູກຊາຍຂອງເອຟາຍຄົນເນໂຕຟາ ແລະເຢຊານີຢາ+ລູກຊາຍຂອງຄົນມາອາກາ. 9 ເກດາລີຢາລູກຊາຍຂອງອາຮີກາມຫຼານຊາຍຂອງຊາຟານສາບານກັບພວກຫົວໜ້າກອງທັບແລະພວກທະຫານຂອງເຂົາເຈົ້າ ແລະບອກວ່າ: “ບໍ່ຕ້ອງຢ້ານທີ່ຈະຮັບໃຊ້ພວກການເດອາ. ໃຫ້ຢູ່ແຜ່ນດິນນີ້ແລະຮັບໃຊ້ກະສັດບາບີໂລນ ແລ້ວພວກເຈົ້າຈະມີຊີວິດທີ່ດີ.+ 10 ສ່ວນຂ້ອຍ ຂ້ອຍຈະຢູ່ເມືອງມິດຊະປາເພື່ອເປັນຕົວແທນໃຫ້ພວກເຈົ້າຕອນທີ່ພວກການເດອາມາຫາພວກເຮົາ. ແຕ່ພວກເຈົ້າຕ້ອງລວບລວມໝາກໄມ້ລະດູຮ້ອນ ເຫຼົ້າແວງ ແລະນ້ຳມັນໄວ້ໃນໄຫ ແລະໃຫ້ພວກເຈົ້າຢູ່ຕາມເມືອງຕ່າງໆທີ່ພວກເຈົ້າຍຶດໄດ້ນັ້ນ.”+
11 ຄົນຢິວຄົນອື່ນໆທີ່ຢູ່ໃນໂມອາບ ອຳໂມນ ເອໂດມ ແລະຢູ່ແຜ່ນດິນອື່ນໆກໍໄດ້ຍິນຄືກັນວ່າກະສັດບາບີໂລນໄດ້ໃຫ້ບາງຄົນຢູ່ໃນຢູດາຕໍ່ ແລະໄດ້ຍິນວ່າກະສັດໄດ້ແຕ່ງຕັ້ງເກດາລີຢາລູກຊາຍຂອງອາຮີກາມຫຼານຊາຍຂອງຊາຟານໃຫ້ເບິ່ງແຍງເຂົາເຈົ້າ. 12 ຄົນຢິວທັງໝົດນັ້ນກໍເລີ່ມພາກັນມາຈາກບ່ອນທີ່ເຂົາເຈົ້າກະຈັດກະຈາຍກັນໄປຢູ່ ແລະມາແຜ່ນດິນຢູດາເພື່ອມາຫາເກດາລີຢາຢູ່ເມືອງມິດຊະປາ. ເຂົາເຈົ້າລວບລວມໝາກໄມ້ລະດູຮ້ອນແລະເຫຼົ້າແວງໄວ້ຫຼາຍແທ້ຫຼາຍວ່າ.
13 ໂຢຮານານລູກຊາຍຂອງກາເຣອາແລະຫົວໜ້າກອງທັບທຸກຄົນທົ່ວແຜ່ນດິນໄດ້ພາກັນມາຫາເກດາລີຢາຢູ່ເມືອງມິດຊະປາ. 14 ເຂົາເຈົ້າບອກລາວວ່າ: “ເຈົ້າບໍ່ຮູ້ບໍວ່າບາອາລິດກະສັດຂອງພວກອຳໂມນ+ໄດ້ສົ່ງອິດຊະມາເອນລູກຊາຍຂອງເນທານີອາມາຂ້າເຈົ້າ?”+ ແຕ່ເກດາລີຢາລູກຊາຍຂອງອາຮີກາມບໍ່ເຊື່ອເຂົາເຈົ້າ.
15 ໂຢຮານານລູກຊາຍຂອງກາເຣອາໄດ້ລັກມາບອກເກດາລີຢາຢູ່ເມືອງມິດຊະປາວ່າ: “ຂ້ອຍຈະໄປຂ້າອິດຊະມາເອນລູກຊາຍຂອງເນທານີອາໂດຍບໍ່ໃຫ້ໃຜຮູ້. ຄັນບໍ່ຊັ້ນ ລາວຈະມາຂ້າເຈົ້າແລະປະຊາຊົນຂອງຢູດາຈະກະຈັດກະຈາຍໄປ ແລະຄົນທີ່ເຫຼືອຢູ່ຢູດາກໍຈະຕາຍ.” 16 ແຕ່ເກດາລີຢາ+ລູກຊາຍຂອງອາຮີກາມເວົ້າກັບໂຢຮານານລູກຊາຍຂອງກາເຣອາວ່າ: “ເຈົ້າບໍ່ຕ້ອງເຮັດແນວນັ້ນ ຍ້ອນເລື່ອງທີ່ເຈົ້າເວົ້າກ່ຽວກັບອິດຊະມາເອນບໍ່ແມ່ນຄວາມຈິງ.”
41 ໃນເດືອນທີ 7 ອິດຊະມາເອນ+ລູກຊາຍຂອງເນທານີອາຫຼານຊາຍຂອງເອລີຊາມາ ເຊິ່ງເປັນລູກຫຼານຂອງກະສັດແລະເປັນໜຶ່ງໃນພວກຄົນສຳຄັນຂອງກະສັດໄດ້ພາຄົນຂອງລາວ 10 ຄົນມາຫາເກດາລີຢາລູກຊາຍຂອງອາຮີກາມຢູ່ເມືອງມິດຊະປາ.+ ຕອນທີ່ເຂົາເຈົ້າກິນເຂົ້ານຳກັນຢູ່ເມືອງມິດຊະປາ 2 ອິດຊະມາເອນລູກຊາຍຂອງເນທານີອາແລະຄົນຂອງລາວ 10 ຄົນໄດ້ລຸກຂຶ້ນແລະເອົາດາບຂ້າເກດາລີຢາລູກຊາຍຂອງອາຮີກາມຫຼານຊາຍຂອງຊາຟານ. ອິດຊະມາເອນຂ້າຄົນທີ່ກະສັດບາບີໂລນໄດ້ແຕ່ງຕັ້ງໃຫ້ເບິ່ງແຍງແຜ່ນດິນ. 3 ລາວຍັງໄດ້ຂ້າຄົນຢິວທັງໝົດກັບພວກທະຫານການເດອາທີ່ຢູ່ນຳເກດາລີຢາໃນເມືອງມິດຊະປາ.
4 ມື້ຕໍ່ມາຫຼັງຈາກທີ່ເກດາລີຢາຖືກຂ້າແລະຍັງບໍ່ມີໃຜຮູ້ 5 ມີຜູ້ຊາຍ 80 ຄົນມາຈາກເຊເຄັມ+ ຊີໂລ+ ແລະຊາມາເຣຍ.+ ເຂົາເຈົ້າແຖໜວດແຖເຄົາ ຈີກເສື້ອ ແລະປາດໂຕເອງ.+ ເຂົາເຈົ້າເອົາເຄື່ອງບູຊາທີ່ເຮັດຈາກເມັດເຂົ້າກັບກຳຍານ*+ມານຳເພື່ອຈະເອົາໄປໃຫ້ຢູ່ວິຫານຂອງພະເຢໂຫວາ. 6 ອິດຊະມາເອນລູກຊາຍຂອງເນທານີອາຈຶ່ງອອກຈາກເມືອງມິດຊະປາໄປຫາເຂົາເຈົ້າ ລາວທັງຍ່າງທັງຮ້ອງໄຫ້ໄປນຳ. ເມື່ອລາວເຈິເຂົາເຈົ້າແລ້ວ ລາວກໍບອກເຂົາເຈົ້າວ່າ: “ຂໍໃຫ້ພວກເຈົ້າໄປຫາເກດາລີຢາລູກຊາຍຂອງອາຮີກາມນຳກັນເດີ້.” 7 ແຕ່ເມື່ອເຂົາເຈົ້າເຂົ້າໄປໃນເມືອງ ອິດຊະມາເອນລູກຊາຍຂອງເນທານີອາກັບຄົນຂອງລາວກໍຂ້າເຂົາເຈົ້າແລະເອົາສົບໂຍນລົງນ້ຳສ້າງ.
8 ແຕ່ມີຜູ້ຊາຍ 10 ຄົນໄດ້ເວົ້າກັບອິດຊະມາເອນວ່າ: “ຂໍຢ່າຂ້າພວກເຮົາເລີຍເພາະພວກເຮົາໄດ້ເຊື່ອງເຂົ້າວີດ* ເຂົ້າບາເລ ນ້ຳມັນ ແລະນ້ຳເຜີ້ງໄວ້ໃນທົ່ງຫຍ້າ.” ອິດຊະມາເອນຈຶ່ງບໍ່ຂ້າຄົນເຫຼົ່ານີ້ຄືກັບທີ່ໄດ້ຂ້າອ້າຍນ້ອງຂອງເຂົາເຈົ້າ. 9 ແລ້ວອິດຊະມາເອນກໍໂຍນສົບທັງໝົດຂອງຄົນທີ່ລາວຂ້າລົງໃນນ້ຳສ້າງໃຫຍ່ ເຊິ່ງເປັນນ້ຳສ້າງທີ່ກະສັດອາຊາໄດ້ໃຫ້ຄົນຂຸດໄວ້ຕອນທີ່ລາວຕໍ່ສູ້ກັບບາອາຊາກະສັດຂອງອິດສະຣາເອນ.+ ອິດຊະມາເອນລູກຊາຍຂອງເນທານີອາໂຍນສົບຄົນທີ່ລາວຂ້າລົງໃນນ້ຳສ້າງນັ້ນຈົນເຕັມ.
10 ອິດຊະມາເອນຈັບຄົນທັງໝົດທີ່ເຫຼືອຢູ່ໃນເມືອງມິດຊະປາໄປ+ ເຊິ່ງກໍຄືພວກລູກສາວຂອງກະສັດແລະຄົນອື່ນໆທີ່ເຫຼືອຢູ່ເມືອງມິດຊະປາ. ຄົນເຫຼົ່ານີ້ແມ່ນຄົນທີ່ເນບູຊາຣາດານຫົວໜ້າທະຫານປ້ອງກັນໂຕກະສັດປະໄວ້ໃຫ້ເກດາລີຢາລູກຊາຍຂອງອາຮີກາມເບິ່ງແຍງ.+ ອິດຊະມາເອນລູກຊາຍຂອງເນທານີອາຈັບເຂົາເຈົ້າໄປເປັນຊະເລີຍແລະລາວໄດ້ຂ້າມໄປເຂດຂອງພວກອຳໂມນ.+
11 ເມື່ອໂຢຮານານ+ລູກຊາຍຂອງກາເຣອາກັບພວກຫົວໜ້າກອງທັບຄົນອື່ນໆໄດ້ຍິນວ່າອິດຊະມາເອນລູກຊາຍຂອງເນທານີອາໄດ້ເຮັດຊົ່ວຫຍັງແດ່ 12 ເຂົາເຈົ້າກໍພາຄົນທັງໝົດຂອງເຂົາເຈົ້າໄປຕໍ່ສູ້ກັບອິດຊະມາເອນລູກຊາຍຂອງເນທານີອາ. ເຂົາເຈົ້າເຈິລາວຢູ່ແຄມນ້ຳໃຫຍ່*ໃນກິເບໂອນ.
13 ທຸກຄົນທີ່ຖືກອິດຊະມາເອນຈັບມາດີໃຈຫຼາຍເມື່ອເຫັນໂຢຮານານລູກຊາຍຂອງກາເຣອາກັບພວກຫົວໜ້າກອງທັບ. 14 ແລ້ວເຂົາເຈົ້າທັງໝົດທີ່ອິດຊະມາເອນຈັບມາຈາກເມືອງມິດຊະປາ+ກໍກັບໄປພ້ອມໂຢຮານານລູກຊາຍຂອງກາເຣອາ. 15 ແຕ່ອິດຊະມາເອນລູກຊາຍຂອງເນທານີອາກັບຄົນຂອງລາວອີກ 8 ຄົນໜີໂຢຮານານໄປໄດ້ແລະໄປເຂດຂອງພວກອຳໂມນ.
16 ໂຢຮານານລູກຊາຍຂອງກາເຣອາກັບພວກຫົວໜ້າທີ່ມານຳລາວກໍພາຄົນທີ່ເຫຼືອຢູ່ເມືອງມິດຊະປາໄປນຳເຂົາເຈົ້າ. ຄົນເຫຼົ່ານີ້ແມ່ນຄົນທີ່ເຂົາເຈົ້າຊ່ວຍຈາກອິດຊະມາເອນລູກຊາຍຂອງເນທານີອາຫຼັງຈາກທີ່ລາວຂ້າເກດາລີຢາ+ລູກຊາຍຂອງອາຮີກາມ. ເຂົາເຈົ້າພາພວກທະຫານ ຜູ້ຊາຍ ຜູ້ຍິງ ເດັກນ້ອຍ ແລະພວກຂ້າລາຊະການກັບມາຈາກກິເບໂອນ. 17 ເຂົາເຈົ້າໄປພັກຢູ່ບ່ອນພັກຂອງກິມຮາມທີ່ຢູ່ໃກ້ກັບເບັດເລເຮັມ+ແລະຕັ້ງໃຈວ່າຈະໄປເອຢິບ+ 18 ເພາະເຂົາເຈົ້າຢາກໜີພວກການເດອາ. ເຂົາເຈົ້າຢ້ານພວກການເດອາ ຍ້ອນອິດຊະມາເອນລູກຊາຍຂອງເນທານີອາໄດ້ຂ້າເກດາລີຢາລູກຊາຍຂອງອາຮີກາມ ເຊິ່ງເປັນຄົນທີ່ກະສັດບາບີໂລນແຕ່ງຕັ້ງໃຫ້ເບິ່ງແຍງແຜ່ນດິນ.+
42 ແລ້ວພວກຫົວໜ້າກອງທັບທຸກຄົນ ໂຢຮານານ+ລູກຊາຍຂອງກາເຣອາ ເຢຊານີຢາລູກຊາຍຂອງໂຮຊາອີຢາ ແລະຄົນທີ່ເຫຼືອທັງໝົດຕັ້ງແຕ່ຜູ້ນ້ອຍຈົນຮອດຜູ້ໃຫຍ່ກໍໄປຫາ 2 ຜູ້ພະຍາກອນເຢເຣມີຢາແລະເວົ້າກັບລາວວ່າ: “ຂໍເຈົ້າຟັງຄຳຮ້ອງຂໍຂອງພວກເຮົາແລະອະທິດຖານຫາພະເຢໂຫວາພະເຈົ້າຂອງເຈົ້າເພື່ອພວກເຮົາ ເພື່ອຄົນທີ່ເຫຼືອທັງໝົດນີ້ ຍ້ອນເຈົ້າກໍເຫັນວ່າພວກເຮົາເຫຼືອບໍ່ເທົ່າໃດຄົນແລ້ວ.+ 3 ຂໍພະເຢໂຫວາພະເຈົ້າຂອງເຈົ້າບອກພວກເຮົາວ່າຄວນເຮັດແນວໃດ.”
4 ຜູ້ພະຍາກອນເຢເຣມີຢາຕອບເຂົາເຈົ້າວ່າ: “ໄດ້ ຂ້ອຍຈະອະທິດຖານຫາພະເຢໂຫວາພະເຈົ້າຂອງພວກເຈົ້າຕາມທີ່ພວກເຈົ້າຮ້ອງຂໍ ແລະຂ້ອຍຈະບອກທຸກຄຳທີ່ພະເຢໂຫວາບອກ. ຂ້ອຍຈະບໍ່ປິດບັງພວກເຈົ້າເລີຍ.”
5 ເຂົາເຈົ້າບອກເຢເຣມີຢາວ່າ: “ຂໍໃຫ້ພະເຢໂຫວາເປັນພະຍານທີ່ເຊື່ອຖືໄດ້ ແລະຂໍໃຫ້ເພິ່ນລົງໂທດພວກເຮົາ ຖ້າພວກເຮົາບໍ່ໄດ້ເຮັດຕາມທີ່ພະເຢໂຫວາພະເຈົ້າຂອງເຈົ້າບອກພວກເຮົາຜ່ານທາງເຈົ້າ. 6 ບໍ່ວ່າສິ່ງທີ່ເພິ່ນເວົ້າຈະດີຫຼືຮ້າຍສຳລັບພວກເຮົາ ພວກເຮົາກໍຈະເຊື່ອຟັງພະເຢໂຫວາພະເຈົ້າຂອງພວກເຮົາເຊິ່ງເປັນຜູ້ທີ່ພວກເຮົາໄດ້ຂໍໃຫ້ເຈົ້າໄປຖາມ ເພື່ອພວກເຮົາຈະມີຊີວິດທີ່ດີຍ້ອນເຊື່ອຟັງພະເຢໂຫວາພະເຈົ້າຂອງພວກເຮົາ.”
7 ແລ້ວ 10 ມື້ຕໍ່ມາພະເຢໂຫວາກໍມາເວົ້າກັບເຢເຣມີຢາ. 8 ເຢເຣມີຢາຈຶ່ງເອີ້ນໂຢຮານານລູກຊາຍຂອງກາເຣອາ ພວກຫົວໜ້າກອງທັບທຸກຄົນທີ່ຢູ່ນຳລາວ ແລະປະຊາຊົນທຸກຄົນຕັ້ງແຕ່ເດັກນ້ອຍຈົນຮອດຜູ້ເຖົ້າໃຫ້ມາຫາ.+ 9 ລາວເວົ້າກັບເຂົາເຈົ້າວ່າ: “ພະເຢໂຫວາພະເຈົ້າຂອງອິດສະຣາເອນຜູ້ທີ່ພວກເຈົ້າສົ່ງຂ້ອຍໃຫ້ໄປຖາມໄດ້ບອກວ່າ 10 ‘ຖ້າພວກເຈົ້າຈະຢູ່ໃນແຜ່ນດິນນີ້ຕໍ່ໄປ ເຮົາຈະສ້າງພວກເຈົ້າແລະຈະບໍ່ມ້າງຖິ້ມ. ເຮົາຈະປູກພວກເຈົ້າແລະຈະບໍ່ຫຼົກຖິ້ມ. ເຮົາຈະປ່ຽນໃຈແລະບໍ່ເຮັດໃຫ້ພວກເຈົ້າເຈິຄວາມຈິບຫາຍຄືກັບທີ່ເຮົາໄດ້ເຮັດ.*+ 11 ພວກເຈົ້າບໍ່ຕ້ອງຢ້ານກະສັດບາບີໂລນເດີ້.’+
ພະເຢໂຫວາບອກວ່າ ‘ບໍ່ຕ້ອງຢ້ານລາວ ຍ້ອນເຮົາຈະຢູ່ກັບພວກເຈົ້າເພື່ອຊ່ວຍພວກເຈົ້າໃຫ້ລອດຈາກມືຂອງລາວ. 12 ເຮົາຈະອີ່ຕົນພວກເຈົ້າ+ແລະກະສັດບາບີໂລນກໍຈະອີ່ຕົນພວກເຈົ້າຄືກັນ. ລາວຈະຍອມໃຫ້ພວກເຈົ້າກັບໄປແຜ່ນດິນຂອງໂຕເອງ.
13 ແຕ່ສົມມຸດພວກເຈົ້າເວົ້າວ່າ “ບໍ່ ພວກເຮົາຈະບໍ່ຢູ່ແຜ່ນດິນນີ້” ແລະພວກເຈົ້າບໍ່ເຊື່ອຟັງພະເຢໂຫວາພະເຈົ້າຂອງພວກເຈົ້າ 14 ໂດຍເວົ້າວ່າ “ບໍ່ ພວກເຮົາຈະໄປເອຢິບ.+ ພວກເຮົາຈະໄປຢູ່ຫັ້ນເພື່ອພວກເຮົາຈະບໍ່ເຫັນສົງຄາມ ບໍ່ໄດ້ຍິນສຽງແກ ແລະບໍ່ຕ້ອງເຈິກັບຄວາມອຶດຢາກ.” 15 ພວກຄົນທີ່ເຫຼືອຂອງຢູດາເອີ້ຍ ຖ້າພວກເຈົ້າເຮັດແນວນັ້ນ ກໍຂໍໃຫ້ຟັງຄຳເວົ້າຂອງພະເຢໂຫວາໃຫ້ດີໆເດີ້. ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນເວົ້າວ່າ “ຖ້າພວກເຈົ້າຕັ້ງໃຈແທ້ໆທີ່ຈະໄປເອຢິບແລະອາໄສຢູ່ຫັ້ນ* 16 ດາບທີ່ພວກເຈົ້າຢ້ານຫຼາຍກໍຈະນຳພວກເຈົ້າທັນຢູ່ແຜ່ນດິນເອຢິບແລະຄວາມອຶດຢາກທີ່ພວກເຈົ້າຢ້ານກໍຈະນຳພວກເຈົ້າໄປຄືກັນ ແລ້ວພວກເຈົ້າຈະຕາຍຢູ່ຫັ້ນ.+ 17 ທຸກຄົນທີ່ຕັ້ງໃຈຈະໄປຢູ່ເອຢິບຈະຕ້ອງຖືກຂ້າດ້ວຍດາບ ຕາຍດ້ວຍຄວາມອຶດຢາກ ແລະຕາຍດ້ວຍໂລກລະບາດ.* ຈະບໍ່ມີຈັກຄົນລອດຊີວິດຈາກຄວາມຈິບຫາຍທີ່ເຮົາຈະເຮັດໃຫ້ເກີດຂຶ້ນກັບເຂົາເຈົ້າ.”’
18 ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ ‘ຄືກັບທີ່ເຮົາໃຈຮ້າຍຫຼາຍໃຫ້ຄົນໃນເມືອງເຢຣູຊາເລັມ+ ຖ້າພວກເຈົ້າໄປເອຢິບ ເຮົາກໍຈະໃຈຮ້າຍຫຼາຍໃຫ້ພວກເຈົ້າຄືກັນ. ພວກເຈົ້າຈະຖືກສາບແຊ່ງ ຖືກເຮັດໃຫ້ເສຍກຽດ ແລະຖືກຕຳໜິ.+ ຊາດຕ່າງໆທີ່ເຫັນພວກເຈົ້າຈະຕົກໃຈແລະຢ້ານຫຼາຍ ແລະພວກເຈົ້າຈະບໍ່ໄດ້ເຫັນແຜ່ນດິນນີ້ອີກເລີຍ.’
19 ພວກຄົນທີ່ເຫຼືອຂອງຢູດາເອີ້ຍ ພະເຢໂຫວາໄດ້ບອກພວກເຈົ້າແລ້ວວ່າຢ່າໄປເອຢິບ. ຢ່າລືມວ່າຂ້ອຍໄດ້ເຕືອນພວກເຈົ້າໃນມື້ນີ້ແລ້ວວ່າ 20 ຖ້າພວກເຈົ້າເຮັດຜິດ ພວກເຈົ້າຈະຕາຍ. ພວກເຈົ້າຂໍໃຫ້ຂ້ອຍໄປຖາມພະເຢໂຫວາພະເຈົ້າຂອງພວກເຈົ້າໂດຍບອກວ່າ ‘ຂໍໃຫ້ເຈົ້າອະທິດຖານຫາພະເຢໂຫວາພະເຈົ້າແທນພວກເຮົາ ແລະບອກທຸກສິ່ງທີ່ພະເຢໂຫວາພະເຈົ້າຂອງພວກເຮົາໄດ້ເວົ້າ ແລ້ວພວກເຮົາຈະເຮັດຕາມ.’+ 21 ມື້ນີ້ຂ້ອຍໄດ້ບອກພວກເຈົ້າແລ້ວວ່າພະເຢໂຫວາພະເຈົ້າຂອງພວກເຈົ້າໄດ້ເວົ້າຫຍັງ ແຕ່ຂ້ອຍຮູ້ວ່າພວກເຈົ້າຈະບໍ່ເຊື່ອຟັງເພິ່ນດອກ ແລະຈະບໍ່ຍອມເຮັດຕາມທີ່ເພິ່ນບອກພວກເຈົ້າຜ່ານທາງຂ້ອຍ.+ 22 ຄັນຊັ້ນກໍຂໍໃຫ້ພວກເຈົ້າຮູ້ໄວ້ເລີຍວ່າພວກເຈົ້າຈະຖືກຂ້າດ້ວຍດາບ ຕາຍດ້ວຍຄວາມອຶດຢາກ ແລະຕາຍດ້ວຍໂລກລະບາດ. ພວກເຈົ້າຈະຕ້ອງຕາຍຢູ່ແຜ່ນດິນທີ່ພວກເຈົ້າຢາກໄປຢູ່ນັ້ນ.”+
43 ເຢເຣມີຢາໄດ້ບອກທຸກຄຳທີ່ພະເຢໂຫວາສັ່ງໃຫ້ລາວບອກປະຊາຊົນ. ເມື່ອລາວບອກປະຊາຊົນທັງໝົດກ່ຽວກັບທຸກສິ່ງທີ່ພະເຢໂຫວາໄດ້ເວົ້າແລ້ວ 2 ອາຊາຣີຢາລູກຊາຍຂອງໂຮຊາອີຢາ ໂຢຮານານ+ລູກຊາຍຂອງກາເຣອາ ແລະພວກຄົນຍິ່ງທຸກຄົນກໍເວົ້າກັບເຢເຣມີຢາວ່າ: “ເຈົ້າເວົ້າຕົວະ. ພະເຢໂຫວາພະເຈົ້າຂອງພວກເຮົາບໍ່ໄດ້ສົ່ງເຈົ້າມາບອກພວກເຮົາວ່າ ‘ຢ່າໄປຢູ່ເອຢິບ.’ 3 ແຕ່ບາຣຸກ+ລູກຊາຍຂອງເນຣີຢາໄດ້ຍົວະເຈົ້າໃຫ້ເວົ້າແນວນີ້ ເພື່ອຈະເຮັດໃຫ້ພວກເຮົາຖືກພວກການເດອາຂ້າຫຼືຖືກຈັບໄປເປັນຊະເລີຍຢູ່ບາບີໂລນ.”+
4 ໂຢຮານານລູກຊາຍຂອງກາເຣອາ ພວກຫົວໜ້າກອງທັບ ແລະປະຊາຊົນທັງໝົດບໍ່ໄດ້ເຊື່ອຟັງຄຳສັ່ງຂອງພະເຢໂຫວາທີ່ໃຫ້ຢູ່ແຜ່ນດິນຢູດາ. 5 ໂຢຮານານລູກຊາຍຂອງກາເຣອາກັບພວກຫົວໜ້າກອງທັບພາຄົນທີ່ເຫຼືອຢູ່ຢູດາທັງໝົດໄປ. ຄົນເຫຼົ່ານີ້ແມ່ນຄົນທີ່ກະຈັດກະຈາຍໄປຢູ່ນຳຊາດຕ່າງໆແລະໄດ້ກັບຄືນມາຢູ່ຢູດາ.+ 6 ເຂົາເຈົ້າໄດ້ພາຜູ້ຊາຍ ຜູ້ຍິງ ເດັກນ້ອຍ ພວກລູກສາວຂອງກະສັດ ແລະທຸກຄົນໄປ ເຊິ່ງກໍຄືຄົນທີ່ເນບູຊາຣາດານ+ຫົວໜ້າທະຫານປ້ອງກັນໂຕກະສັດໄດ້ປະໄວ້ໃຫ້ເກດາລີຢາ+ລູກຊາຍຂອງອາຮີກາມ+ຫຼານຊາຍຂອງຊາຟານ+ເບິ່ງແຍງ. ເຂົາເຈົ້າພາຜູ້ພະຍາກອນເຢເຣມີຢາແລະບາຣຸກລູກຊາຍຂອງເນຣີຢາໄປນຳ. 7 ເຂົາເຈົ້າບໍ່ໄດ້ເຊື່ອຟັງພະເຢໂຫວາແລະພາກັນໄປແຜ່ນດິນເອຢິບ. ເຂົາເຈົ້າໄປໄກຈົນຮອດຕະປັນເຂດ.+
8 ແລ້ວພະເຢໂຫວາກໍມາເວົ້າກັບເຢເຣມີຢາຢູ່ຕະປັນເຂດວ່າ: 9 “ໃຫ້ເຈົ້າເອົາຫີນກ້ອນໃຫຍ່ໆຈຳນວນໜຶ່ງໄປເຊື່ອງໄວ້ຢູ່ທາງຍ່າງທີ່ປູດ້ວຍດິນຈີ່ຢູ່ທາງເຂົ້າວັງຂອງຟາໂຣ*ໃນຕະປັນເຂດ ແລະເທປູນທັບໄວ້ຕໍ່ໜ້າພວກຜູ້ຊາຍຄົນຢິວ. 10 ແລ້ວໃຫ້ເຈົ້າເວົ້າກັບເຂົາເຈົ້າວ່າ ‘ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ “ເຮົາຈະສົ່ງເນບູກາດເນັດຊາ*ກະສັດຂອງບາບີໂລນທີ່ເປັນຜູ້ຮັບໃຊ້ຂອງເຮົາມາ.+ ເຮົາຈະຕັ້ງບັນລັງຂອງລາວຢູ່ເທິງຫີນເຫຼົ່ານີ້ທີ່ເຮົາໄດ້ເຊື່ອງໄວ້ ແລະລາວຈະກາງເຕັ້ນຂອງກະສັດກວມພວກມັນໄວ້.+ 11 ລາວຈະເຂົ້າມາໂຈມຕີແຜ່ນດິນເອຢິບ.+ ບາງຄົນຈະຕາຍດ້ວຍໂລກລະບາດ ບາງຄົນຈະຖືກຈັບໄປເປັນຊະເລີຍ ແລະບາງຄົນຈະຖືກຂ້າດ້ວຍດາບ.+ 12 ເຮົາຈະຈູດວິຫານຂອງພວກພະເຈົ້າຕ່າງໆໃນເອຢິບ.+ ກະສັດບາບີໂລນຈະຈູດວິຫານເຫຼົ່ານັ້ນແລະຈັບພະເຈົ້າຕ່າງໆໄປເປັນຊະເລີຍ. ຄືກັບທີ່ຄົນລ້ຽງແກະເອົາເຄື່ອງນຸ່ງມາຫົ່ມໂຕ ລາວກໍຈະເອົາແຜ່ນດິນເອຢິບມາຫົ່ມໂຕລາວ ແລະລາວຈະອອກຈາກບ່ອນນັ້ນໄປໂດຍບໍ່ໄດ້ຮັບອັນຕະລາຍຫຍັງ.* 13 ລາວຈະຫັກເສົາ*ຂອງເບັດເຊເມັດ*ໃນແຜ່ນດິນເອຢິບເປັນທ່ອນໆແລະລາວຈະຈູດວິຫານຂອງພະເຈົ້າຕ່າງໆໃນເອຢິບ.”’”
44 ເຢເຣມີຢາໄດ້ຮັບຂ່າວສານຈາກພະເຈົ້າກ່ຽວກັບຄົນຢິວທຸກຄົນທີ່ຢູ່ໃນແຜ່ນດິນເອຢິບ+ ມິກໂດນ+ ຕະປັນເຂດ+ ໂໜບ*+ ແລະແຜ່ນດິນປັດໂຣດ.+ ລາວບອກວ່າ: 2 “ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນເວົ້າວ່າ ‘ພວກເຈົ້າກໍໄດ້ເຫັນຄວາມຈິບຫາຍທີ່ເຮົາໄດ້ເຮັດໃຫ້ເກີດຂຶ້ນກັບເມືອງເຢຣູຊາເລັມ+ແລະເມືອງຕ່າງໆໃນຢູດາແລ້ວ. ຕອນນີ້ ທຸກບ່ອນຮ້າງເປົ່າແລະບໍ່ມີໃຜອາໄສຢູ່ເລີຍ.+ 3 ມັນເປັນແບບນັ້ນກໍຍ້ອນສິ່ງຊົ່ວທີ່ພວກເຈົ້າໄດ້ເຮັດ. ພວກເຈົ້າເຮັດໃຫ້ເຮົາບໍ່ພໍໃຈໂດຍເອົາເຄື່ອງບູຊາໄປໃຫ້ພະເຈົ້າອື່ນ+ແລະຮັບໃຊ້ພະເຈົ້າເຫຼົ່ານັ້ນທີ່ປູ່ຍ່າຕານາຍຂອງພວກເຈົ້າບໍ່ຮູ້ຈັກ.+ 4 ເຮົາໄດ້ສົ່ງຜູ້ພະຍາກອນທີ່ເປັນຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າເທື່ອແລ້ວເທື່ອອີກ*ເພື່ອບອກວ່າ “ຂໍພວກເຈົ້າຢ່າເຮັດສິ່ງທີ່ເປັນຕາຂີ້ດຽດທີ່ເຮົາຊັງ.”+ 5 ແຕ່ພວກເຈົ້າກໍບໍ່ສົນໃຈແລະບໍ່ຍອມຟັງເຮົາເລີຍ. ພວກເຈົ້າບໍ່ເຊົາເຮັດຊົ່ວແລະຍັງເອົາເຄື່ອງບູຊາໃຫ້ພະເຈົ້າອື່ນຕໍ່ໄປ.+ 6 ເຮົາຈຶ່ງໃຈຮ້າຍຫຼາຍ ແລະຄວາມໃຈຮ້າຍນັ້ນເປັນຄືກັບໄຟທີ່ຈູດເມືອງຕ່າງໆຂອງຢູດາແລະຫົນທາງໃນເມືອງເຢຣູຊາເລັມຈົນພວກມັນກາຍເປັນຊາກຫັກພັງແລະບ່ອນຮ້າງເປົ່າຄືກັບທີ່ເປັນຢູ່ທຸກມື້ນີ້.’+
7 ພະເຢໂຫວາພະເຈົ້າຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ ‘ເປັນຫຍັງພວກເຈົ້າຈຶ່ງຕ້ອງເຮັດໃຫ້ໂຕເອງເຈິຄວາມຈິບຫາຍໃຫຍ່ນີ້? ພວກເຈົ້າຢາກໃຫ້ຜູ້ຊາຍ ຜູ້ຍິງ ເດັກນ້ອຍ ແລະແອນ້ອຍຂອງຢູດາຕາຍໄປໝົດຈົນບໍ່ມີໃຜເຫຼືອຢູ່ເລີຍບໍ? 8 ເປັນຫຍັງພວກເຈົ້າເຮັດໃຫ້ເຮົາບໍ່ພໍໃຈໂດຍເອົາເຄື່ອງບູຊາໄປໃຫ້ພະເຈົ້າອື່ນຢູ່ເອຢິບເຊິ່ງເປັນແຜ່ນດິນທີ່ພວກເຈົ້າອາໄສຢູ່? ພວກເຈົ້າຈະຖືກທຳລາຍ ແລະເມື່ອຊາດທັງໝົດໃນໂລກນີ້ເຫັນພວກເຈົ້າ ເຂົາເຈົ້າກໍຈະຕົກໃຈແລະເຍາະເຍີ້ຍພວກເຈົ້າ.+ 9 ຕອນທີ່ຢູ່ໃນແຜ່ນດິນຢູດາແລະຢູ່ຕາມຫົນທາງໃນເມືອງເຢຣູຊາເລັມ ປູ່ຍ່າຕານາຍຂອງພວກເຈົ້າ ພວກກະສັດຂອງຢູດາ+ກັບເມຍຂອງເຂົາເຈົ້າ+ ແລະພວກເຈົ້າກັບເມຍຂອງພວກເຈົ້າໄດ້ເຮັດຊົ່ວຫຍັງໄວ້ແດ່+ ພວກເຈົ້າລືມໄປໝົດແລ້ວບໍ? 10 ຈົນຮອດທຸກມື້ນີ້ພວກເຈົ້າກໍຍັງບໍ່ຖ່ອມໂຕ* ບໍ່ໄດ້ນັບຖືເຮົາ+ ແລະບໍ່ໄດ້ເຮັດຕາມຂໍ້ກຳນົດກົດໝາຍທີ່ເຮົາໄດ້ໃຫ້ພວກເຈົ້າແລະປູ່ຍ່າຕານາຍຂອງພວກເຈົ້າ.’+
11 ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນຈຶ່ງບອກວ່າ ‘ເຮົາຕັ້ງໃຈຈະເຮັດໃຫ້ພວກເຈົ້າເຈິຄວາມຈິບຫາຍເພື່ອຈະທຳລາຍຢູດາທັງໝົດ. 12 ເຮົາຈະເຮັດໃຫ້ຄົນຢູດາທີ່ເຫຼືອຢູ່ທີ່ຕັ້ງໃຈຈະໄປຢູ່ເອຢິບຕາຍຢູ່ແຜ່ນດິນນັ້ນ.+ ເຂົາເຈົ້າຈະຖືກຂ້າດ້ວຍດາບແລະຕາຍດ້ວຍຄວາມອຶດຢາກ. ເດັກນ້ອຍຈົນຮອດຜູ້ເຖົ້າກໍຈະຖືກຂ້າດ້ວຍດາບແລະຈະຕາຍຍ້ອນຄວາມອຶດຢາກ. ເຂົາເຈົ້າຈະຖືກສາບແຊ່ງ ຖືກເຮັດໃຫ້ເສຍກຽດ ແລະຖືກຕຳໜິ.+ ຊາດຕ່າງໆທີ່ເຫັນເຂົາເຈົ້າຈະຕົກໃຈແລະຢ້ານຫຼາຍ. 13 ເຮົາຈະລົງໂທດຄົນທີ່ໄປອາໄສຢູ່ເອຢິບດ້ວຍດາບ ດ້ວຍຄວາມອຶດຢາກ ແລະດ້ວຍໂລກລະບາດ*+ຄືກັບທີ່ເຮົາໄດ້ລົງໂທດເຢຣູຊາເລັມ. 14 ຄົນທີ່ເຫຼືອຢູ່ຢູດາທີ່ໄປອາໄສຢູ່ເອຢິບຈະບໍ່ລອດຊີວິດແລະຈະບໍ່ໄດ້ກັບໄປຢູດາອີກ. ເຂົາເຈົ້າຈະຢາກກັບໄປຢູ່ຫັ້ນ ແຕ່ຈະບໍ່ໄດ້ກັບໄປ. ຍົກເວັ້ນບໍ່ເທົ່າໃດຄົນທີ່ໜີໄປໄດ້.’”
15 ພວກຜູ້ຊາຍທີ່ຮູ້ວ່າເມຍຂອງໂຕເອງໄດ້ເອົາເຄື່ອງບູຊາໃຫ້ພະເຈົ້າອື່ນກັບພວກເມຍຂອງເຂົາເຈົ້າຢືນນຳກັນເປັນກຸ່ມໃຫຍ່. ເຂົາເຈົ້າແລະຄົນຢິວຄົນອື່ນໆທີ່ອາໄສຢູ່ປັດໂຣດ+ໃນແຜ່ນດິນເອຢິບ+ຕອບເຢເຣມີຢາວ່າ: 16 “ພວກເຮົາຈະບໍ່ເຮັດຕາມສິ່ງທີ່ເຈົ້າບອກພວກເຮົາໂດຍໃຊ້ຊື່ຂອງພະເຢໂຫວາ. 17 ແຕ່ພວກເຮົາຈະເຮັດຕາມທີ່ໄດ້ເວົ້າໄວ້ແນ່ນອນວ່າພວກເຮົາຈະເອົາເຄື່ອງບູຊາໃຫ້ລາຊີນີແຫ່ງສະຫວັນ*ແລະຈະເທເຄື່ອງບູຊາດື່ມໃຫ້ເພິ່ນ+ ຄືກັບທີ່ພວກເຮົາ ປູ່ຍ່າຕານາຍ ພວກກະສັດ ແລະພວກເຈົ້ານາຍຂອງພວກເຮົາເຄີຍເຮັດຢູ່ຕາມເມືອງຕ່າງໆຂອງຢູດາແລະຢູ່ຕາມຫົນທາງຂອງເມືອງເຢຣູຊາເລັມ ຕອນທີ່ພວກເຮົາຢູ່ດີກິນດີແລະມີເງິນໃຊ້ ແລະບໍ່ໄດ້ເຈິຄວາມຈິບຫາຍຫຍັງເລີຍ. 18 ຕັ້ງແຕ່ພວກເຮົາບໍ່ໄດ້ເອົາເຄື່ອງບູຊາໃຫ້ລາຊີນີແຫ່ງສະຫວັນແລະບໍ່ເທເຄື່ອງບູຊາດື່ມໃຫ້ເພິ່ນ ພວກເຮົາກໍບໍ່ເຫຼືອຫຍັງ. ພວກເຮົາຖືກຂ້າດ້ວຍດາບແລະຕາຍດ້ວຍຄວາມອຶດຢາກ.”
19 ພວກເມຍຂອງເຂົາເຈົ້າໄດ້ເວົ້າຕື່ມອີກວ່າ: “ຕອນທີ່ເອົາເຄື່ອງບູຊາໃຫ້ລາຊີນີແຫ່ງສະຫວັນແລະເທເຄື່ອງບູຊາດື່ມໃຫ້ເພິ່ນ ແລະຕອນທີ່ພວກເຮົາເຮັດເຂົ້າໜົມເປັນຮູບລາຊີນີແຫ່ງສະຫວັນ ຜົວຂອງພວກເຮົາກໍອະນຸຍາດໃຫ້ພວກເຮົາເຮັດ.”
20 ແລ້ວເຢເຣມີຢາກໍເວົ້າກັບປະຊາຊົນທັງໝົດ ທັງພວກຜູ້ຊາຍ ພວກເມຍຂອງເຂົາເຈົ້າ ແລະຄົນອື່ນທີ່ມາເວົ້າກັບລາວວ່າ: 21 “ເຄື່ອງບູຊາທີ່ພວກເຈົ້າ ປູ່ຍ່າຕານາຍ ພວກກະສັດ ພວກເຈົ້ານາຍແລະປະຊາຊົນໄດ້ເອົາໃຫ້ພະເຈົ້າອື່ນໃນເມືອງຕ່າງໆຂອງຢູດາແລະຢູ່ຕາມຫົນທາງຕ່າງໆໃນເມືອງເຢຣູຊາເລັມ+ ພະເຢໂຫວາກໍຮູ້ແລະຈື່ໄດ້. 22 ໃນທີ່ສຸດ ພະເຢໂຫວາກໍທົນຄວາມຊົ່ວແລະສິ່ງທີ່ເປັນຕາຂີ້ດຽດຂອງພວກເຈົ້າບໍ່ໄດ້ອີກຕໍ່ໄປ. ແຜ່ນດິນຂອງພວກເຈົ້າຈຶ່ງຮ້າງເປົ່າແລະບໍ່ມີໃຜອາໄສຢູ່ຄືກັບທີ່ເປັນຢູ່ໃນທຸກມື້ນີ້.+ ຄົນອື່ນໆທີ່ເຫັນກໍຕົກໃຈແລະສາບແຊ່ງພວກເຈົ້າ. 23 ມັນເປັນແນວນີ້ກໍຍ້ອນພວກເຈົ້າເອົາເຄື່ອງບູຊາໃຫ້ພະເຈົ້າອື່ນ. ພວກເຈົ້າເຮັດຜິດຕໍ່ພະເຢໂຫວາໂດຍບໍ່ເຊື່ອຟັງພະເຢໂຫວາ ບໍ່ເຮັດຕາມຂໍ້ກຳນົດ ກົດໝາຍ ແລະຂໍ້ເຕືອນໃຈຂອງເພິ່ນ ພວກເຈົ້າຈຶ່ງເຈິຄວາມຈິບຫາຍຄືກັບທີ່ເປັນຢູ່ໃນທຸກມື້ນີ້.”+
24 ເຢເຣມີຢາເວົ້າກັບປະຊາຊົນທັງໝົດແລະພວກຜູ້ຍິງຕໍ່ໄປວ່າ: “ຄົນຢູດາທຸກຄົນທີ່ຢູ່ໃນແຜ່ນດິນເອຢິບເອີ້ຍ ໃຫ້ຟັງຄຳເວົ້າຂອງພະເຢໂຫວາເດີ້. 25 ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ ‘ສິ່ງທີ່ພວກເຈົ້າກັບເມຍຂອງພວກເຈົ້າໄດ້ເວົ້າໄວ້ ພວກເຈົ້າກໍໄດ້ເຮັດໄປແລ້ວຕົ໋ວ. ພວກເຈົ້າເວົ້າວ່າ “ພວກເຮົາຈະເຮັດຕາມທີ່ໄດ້ສັນຍາໄວ້ແນ່ນອນວ່າພວກເຮົາຈະເອົາເຄື່ອງບູຊາໃຫ້ລາຊີນີແຫ່ງສະຫວັນແລະເທເຄື່ອງບູຊາດື່ມໃຫ້ເພິ່ນ.”+ ພວກເຈົ້າທີ່ເປັນຜູ້ຍິງກໍຈະເຮັດຕາມທີ່ສັນຍາໄວ້ຢູ່ແລ້ວຕົ໋ວ.’
26 ດັ່ງນັ້ນ ຄົນຢູດາທຸກຄົນທີ່ອາໄສຢູ່ໃນເອຢິບ ໃຫ້ຟັງຄຳເວົ້າຂອງພະເຢໂຫວາເດີ້. ‘ພະເຢໂຫວາບອກວ່າ “ເຮົາສາບານດ້ວຍຊື່ທີ່ຍິ່ງໃຫຍ່ຂອງເຮົາວ່າຈະບໍ່ມີຄົນຢູດາຄົນໃດທີ່ອາໄສຢູ່ໃນເອຢິບໄດ້ໃຊ້ຊື່ຂອງເຮົາເພື່ອສາບານອີກຕໍ່ໄປ.+ ຈະບໍ່ມີໃຜເວົ້າວ່າ ‘ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາຜູ້ມີຊີວິດຢູ່ ພະເຈົ້າຜູ້ຍິ່ງໃຫຍ່ສູງສຸດ.’+ 27 ຕອນນີ້ ເຮົາກຳລັງເຝົ້າເບິ່ງເຂົາເຈົ້າເພື່ອຈະເຮັດໃຫ້ເຂົາເຈົ້າເຈິແນວບໍ່ດີແລະເຈິຄວາມຈິບຫາຍ.+ ຄົນຢູດາທຸກຄົນທີ່ຢູ່ໃນເອຢິບຈະຖືກຂ້າດ້ວຍດາບແລະຈະຕາຍຍ້ອນຄວາມອຶດຢາກຈົນບໍ່ເຫຼືອຈັກຄົນ.+ 28 ຈະມີບໍ່ເທົ່າໃດຄົນເທົ່ານັ້ນທີ່ລອດຊີວິດຈາກດາບແລະໄດ້ອອກຈາກເອຢິບກັບໄປຢູ່ຢູດາ.+ ຕອນນັ້ນ ຄົນຢູດາທີ່ເຫຼືອຢູ່ເອຢິບຈະໄດ້ຮູ້ວ່າຄຳເວົ້າຂອງໃຜເກີດຂຶ້ນແທ້ ຂອງເຮົາຫຼືຂອງເຂົາເຈົ້າ.”’
29 ພະເຢໂຫວາບອກວ່າ ‘ເຮົາຈະໃຫ້ສັນຍະລັກກັບພວກເຈົ້າເພື່ອສະແດງວ່າເຮົາຈະລົງໂທດພວກເຈົ້າຢູ່ບ່ອນນີ້. ແລ້ວພວກເຈົ້າຈະຮູ້ວ່າຄຳສັນຍາທີ່ບອກວ່າເຮົາຈະເຮັດໃຫ້ພວກເຈົ້າຈິບຫາຍນັ້ນຈະເກີດຂຶ້ນແທ້ແນ່ນອນ. 30 ພະເຢໂຫວາບອກອີກວ່າ “ເຮົາຈະມອບຟາໂຣໂຮຟະຣາກະສັດຂອງເອຢິບໄວ້ໃນມືສັດຕູຂອງລາວແລະຄົນທີ່ຢາກຂ້າລາວ. ຄືກັບທີ່ເຮົາໄດ້ມອບເຊເດກີຢາກະສັດຂອງຢູດາໄວ້ໃນມືຂອງເນບູກາດເນັດຊາ*ກະສັດຂອງບາບີໂລນທີ່ເປັນສັດຕູຂອງລາວແລະເປັນຄົນທີ່ຢາກຂ້າລາວ.”’”+
45 ໃນປີທີ 4 ທີ່ເຢໂຮຢາກີມ+ລູກຊາຍຂອງໂຢສີຢາເປັນກະສັດປົກຄອງຢູດາ ຕອນທີ່ບາຣຸກລູກຊາຍຂອງເນຣີຢາຂຽນມ້ວນໜັງສືຕາມທີ່ເຢເຣມີຢາບອກໃຫ້ລາວຂຽນ+ ຜູ້ພະຍາກອນເຢເຣມີຢາເວົ້າກັບບາຣຸກວ່າ:+
2 “ບາຣຸກເອີ້ຍ ນີ້ແມ່ນສິ່ງທີ່ພະເຢໂຫວາພະເຈົ້າຂອງອິດສະຣາເອນເວົ້າກ່ຽວກັບເຈົ້າ. ເພິ່ນບອກວ່າ 3 ‘ເຈົ້າເວົ້າວ່າ “ຂ້ອຍບໍ່ໄຫວແລ້ວ ຍ້ອນຂ້ອຍເຈັບປວດຢູ່ ແຕ່ພະເຢໂຫວາກໍເຮັດໃຫ້ຂ້ອຍໂສກເສົ້າຕື່ມອີກ. ຂ້ອຍຮ້ອງໄຫ້ຈົນບໍ່ມີແຮງແລ້ວ ແລະຂ້ອຍຢູ່ບໍ່ເປັນສຸກເລີຍ.”’
4 ເຈົ້າຕ້ອງເວົ້າກັບລາວວ່າ ‘ພະເຢໂຫວາເວົ້າວ່າ “ເບິ່ງແມ້! ທົ່ວແຜ່ນດິນນີ້ທຸກສິ່ງທີ່ເຮົາໄດ້ສ້າງ ເຮົາຈະມ້າງຖິ້ມ ແລະທຸກຢ່າງທີ່ເຮົາໄດ້ປູກ ເຮົາຈະຫຼົກຖິ້ມ.+ 5 ແຕ່ເຈົ້າກຳລັງຊອກຫາ*ຄວາມສຳເລັດ*ໃຫ້ໂຕເອງ. ໃຫ້ເຈົ້າເຊົາເຮັດແນວນັ້ນສະ.”
ຍ້ອນເຮົາກຳລັງຈະເຮັດໃຫ້ປະຊາຊົນທັງໝົດເຈິຄວາມຈິບຫາຍ+ ແຕ່ເຮົາຈະຊ່ວຍເຈົ້າໃຫ້ລອດຊີວິດບໍ່ວ່າເຈົ້າຈະໄປໃສ.’+ ພະເຢໂຫວາເວົ້າໄວ້ແນວນີ້.”
46 ພະເຢໂຫວາໄດ້ເວົ້າກັບຜູ້ພະຍາກອນເຢເຣມີຢາກ່ຽວກັບຊາດຕ່າງໆ.+ 2 ນີ້ແມ່ນຂ່າວສານກ່ຽວກັບປະເທດເອຢິບ+ແລະກອງທັບຂອງຟາໂຣເນໂກ+ກະສັດຂອງເອຢິບທີ່ຕັ້ງຄ້າຍຢູ່ແຄມແມ່ນ້ຳເອິຟາຣາດ ແລະຖືກເນບູກາດເນັດຊາ*ກະສັດຂອງບາບີໂລນເອົາຊະນະຢູ່ກາເກມິດໃນປີທີ 4 ທີ່ເຢໂຮຢາກີມ+ລູກຊາຍຂອງໂຢສີຢາເປັນກະສັດປົກຄອງຢູດາ.
3 “ໃຫ້ພວກເຈົ້າກຽມໂລ້ນ້ອຍ*ແລະໂລ້ໃຫຍ່.
ແລ້ວອອກໄປສະໜາມຮົບ.
4 ພວກເຈົ້າທີ່ເປັນທະຫານມ້າເອີ້ຍ ໃຫ້ເອົາເຊືອກ*ຄາດໃສ່ປາກມ້າແລະຂຶ້ນຂີ່ມັນ.
ໃຫ້ເຂົ້າປະຈຳທີ່ແລະໃສ່ໝວກເຫຼັກ.
ໃຫ້ຂັດຫອກຂອງພວກເຈົ້າແລະໃສ່ໝວກເກາະ.
5 ພະເຢໂຫວາບອກວ່າ ‘ເປັນຫຍັງເຮົາຄືເຫັນເຂົາເຈົ້າຢ້ານຫຼາຍ?
ເຂົາເຈົ້າກຳລັງຖອຍກັບໄປ. ພວກທະຫານກໍຍອມແພ້ແລ້ວ.
ເຂົາເຈົ້າພາກັນໜີໄປດ້ວຍຄວາມຕົກໃຈແລະບໍ່ຫຼຽວຄືນຫຼັງເລີຍ.
ມີແຕ່ຄວາມຢ້ານເຕັມໄປໝົດ.
6 ຄົນທີ່ວ່ອງໄວໜີໄປບໍ່ໄດ້ແລະທະຫານທີ່ເກັ່ງໆກໍໜີໄປບໍ່ລອດ.
ເຂົາເຈົ້າສະດຸດແລະລົ້ມລົງ+
ຢູ່ທາງເໜືອແຄມແມ່ນ້ຳເອິຟາຣາດ.’
7 ໃຜກຳລັງມາຄືກັບແມ່ນ້ຳນິນ
ແລະຄືກັບແມ່ນ້ຳທີ່ມີນ້ຳໄຫຼແຮງໆ?
8 ເອຢິບກຳລັງມາຄືກັບແມ່ນ້ຳນິນ+
ແລະຄືກັບແມ່ນ້ຳທີ່ມີນ້ຳໄຫຼແຮງໆ.
ແລ້ວເອຢິບກໍເວົ້າວ່າ ‘ຂ້ອຍຈະຂຶ້ນໄປແລະຖ້ວມໂລກນີ້.
ຂ້ອຍຈະທຳລາຍເມືອງແລະຄົນທີ່ຢູ່ໃນເມືອງ.’
9 ພວກມ້າເອີ້ຍ ໃຫ້ຂຶ້ນໄປໂລດ!
ພວກລົດມ້າເອີ້ຍ ໃຫ້ແລ່ນໄປໄວໆ!
10 ມື້ນັ້ນເປັນມື້ຂອງພະເຢໂຫວາຜູ້ບັນຊາການກອງທັບ ພະເຈົ້າຜູ້ຍິ່ງໃຫຍ່ສູງສຸດ ເປັນມື້ທີ່ເພິ່ນຈະແກ້ແຄ້ນສັດຕູຂອງເພິ່ນ. ດາບຈະກືນກິນແລະດື່ມເລືອດຈົນອີ່ມ ຍ້ອນພະເຢໂຫວາຜູ້ບັນຊາການກອງທັບ ພະເຈົ້າຜູ້ຍິ່ງໃຫຍ່ສູງສຸດໄດ້ກຽມເຄື່ອງບູຊາ*ໄວ້ຢູ່ແຜ່ນດິນທາງເໜືອແຄມແມ່ນ້ຳເອິຟາຣາດ.+
11 ພວກລູກສາວທີ່ບໍລິສຸດຂອງເອຢິບເອີ້ຍ
ໃຫ້ຂຶ້ນໄປກິລຽດເພື່ອໄປເອົານ້ຳມັນຫອມແມ້!+
ພວກເຈົ້າຊອກຫາວິທີປິ່ນປົວມາຫຼາຍວິທີແລ້ວ ແຕ່ກໍບໍ່ມີປະໂຫຍດ
ຍ້ອນປິ່ນປົວພວກເຈົ້າຈັ່ງໃດກໍບໍ່ເຊົາ.+
12 ຊາດຕ່າງໆໄດ້ຍິນເລື່ອງຄວາມອັບອາຍຂອງພວກເຈົ້າແລ້ວ+
ແລະແຜ່ນດິນກໍເຕັມແຕ່ສຽງຮ້ອງຂອງພວກເຈົ້າ.
ທະຫານກໍສະດຸດກັນເອງ
ແລະເຂົາເຈົ້າກໍລົ້ມລົງໄປນຳກັນ.”
13 ພະເຢໂຫວາໄດ້ເວົ້າກັບຜູ້ພະຍາກອນເຢເຣມີຢາກ່ຽວກັບເນບູກາດເນັດຊາກະສັດຂອງບາບີໂລນທີ່ຈະມາໂຈມຕີແຜ່ນດິນເອຢິບວ່າ:+
14 “ໃຫ້ປະກາດເລື່ອງນີ້ຢູ່ເອຢິບ ໃຫ້ປະກາດຢູ່ມິກໂດນ+
ໃຫ້ປະກາດຢູ່ໂໜບ*ແລະຢູ່ຕະປັນເຂດ.+
ໃຫ້ເວົ້າວ່າ ‘ໃຫ້ພວກເຈົ້າເຂົ້າປະຈຳທີ່ແລະກຽມໂຕໃຫ້ພ້ອມ
ຍ້ອນດາບຈະກືນກິນທຸກຄົນທີ່ຢູ່ອ້ອມຮອບພວກເຈົ້າ.
15 ເປັນຫຍັງທະຫານທີ່ແຂງແຮງທັງໝົດຂອງພວກເຈົ້າຈຶ່ງຖືກຂ້າ?
ເຂົາເຈົ້າຕໍ່ສູ້ບໍ່ໄຫວ
ຍ້ອນພະເຢໂຫວາໄດ້ເອົາຊະນະເຂົາເຈົ້າແລ້ວ.
16 ເຂົາເຈົ້າຫຼາຍຄົນສະດຸດແລະລົ້ມລົງ.
ເຂົາເຈົ້າລົມກັນວ່າ “ລຸກຂຶ້ນໄວ!
ໃຫ້ພວກເຮົາກັບໄປຫາຄົນຊາດດຽວກັນແລະກັບໄປບ້ານເກີດຂອງພວກເຮົາ
ເພື່ອພວກເຮົາຈະໄດ້ໜີຈາກດາບທີ່ໂຫດຫ້ຽມນີ້.”’
17 ຢູ່ຫັ້ນເຂົາເຈົ້າປະກາດວ່າ
‘ຟາໂຣ*ມີແຕ່ເວົ້າແລະບໍ່ເຮັດຫຍັງເລີຍ.
ລາວປ່ອຍໃຫ້ໂອກາດເສຍໄປລ້າໆ.’+
18 ກະສັດຜູ້ມີຊື່ວ່າພະເຢໂຫວາຜູ້ບັນຊາການກອງທັບບອກວ່າ
‘ຕາບໃດທີ່ເຮົາຍັງມີຊີວິດຢູ່ ລາວ*ຈະມາແລະລາວຈະເປັນຄືກັບພູຕາໂບ+ທີ່ຢູ່ກາງພູຫຼາຍໜ່ວຍ
ແລະເປັນຄືກັບພູກາເມນ+ທີ່ຢູ່ແຄມທະເລ.
19 ພວກລູກສາວທີ່ອາໄສຢູ່ເອຢິບເອີ້ຍ
ໃຫ້ພວກເຈົ້າກຽມກະເປົາເພື່ອຈະໄປເປັນຊະເລີຍໄດ້ແລ້ວ.
ທຸກຄົນທີ່ເຫັນເມືອງໂໜບຈະຕ້ອງຕົກໃຈແລະຢ້ານຫຼາຍ
ຍ້ອນມັນຈະຖືກຈູດ*ແລະຈະບໍ່ມີໃຜອາໄສຢູ່ໃນເມືອງນັ້ນອີກ.+
20 ເອຢິບເປັນຄືກັບງົວໂຕແມ່ທີ່ງາມໆ
ແຕ່ຝູງເຫຼືອກຈາກທາງເໜືອຈະມາກັດມັນ.
21 ແມ່ນແຕ່ພວກທະຫານຮັບຈ້າງຂອງເອຢິບທີ່ເປັນຄືກັບງົວນ້ອຍໂຕຕຸ້ຍໆ
ກໍຍັງປິ່ນຫຼັງແລະໜີໄປໝົດ.
ເຂົາເຈົ້າຕໍ່ສູ້ບໍ່ໄຫວ+
ຍ້ອນນີ້ແມ່ນມື້ທີ່ເຂົາເຈົ້າເຈິຄວາມຈິບຫາຍ
ແລະແມ່ນເວລາທີ່ພະເຈົ້າຈະຕັດສິນເຂົາເຈົ້າ.
22 ສຽງຂອງເອຢິບເປັນຄືກັບສຽງຂອງງູທີ່ກຳລັງເລືອໄປ.
ພວກສັດຕູທີ່ມີກຳລັງຫຼາຍໄດ້ເອົາຂວານມາໂຈມຕີເມືອງນີ້
ຄືກັບຄົນກຳລັງຕັດຕົ້ນໄມ້.’*
23 ພະເຢໂຫວາບອກວ່າ ‘ເຖິງວ່າປ່າຂອງເອຢິບຈະຕຶບໜາແລະເບິ່ງຄືວ່າຈະຜ່ານເຂົ້າໄປບໍ່ໄດ້ ແຕ່ພວກສັດຕູຈະຕັດມັນຖິ້ມ
ຍ້ອນພວກສັດຕູມີຫຼາຍກວ່າຝູງຕັກກະແຕນແລະມີຫຼາຍຈົນນັບບໍ່ຫຼ້ອນ.
24 ຄົນເອຢິບ*ຈະຕ້ອງອັບອາຍຂາຍໜ້າ
ແລະຈະຖືກມອບໄວ້ໃຫ້ຄົນທີ່ຢູ່ທາງເໜືອ.’+
25 ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ ‘ເຮົາຈະລົງໂທດອາໂມນ+ພະເຈົ້າຂອງເມືອງໂນ*+ ຟາໂຣ ເອຢິບ ພວກກະສັດ ແລະພະເຈົ້າຕ່າງໆຂອງເອຢິບ.+ ເຮົາຈະລົງໂທດຟາໂຣແລະທຸກຄົນທີ່ໄວ້ໃຈລາວ.’+
26 ພະເຢໂຫວາບອກວ່າ ‘ເຮົາຈະມອບເຂົາເຈົ້າໄວ້ໃນມືຂອງຄົນທີ່ຢາກຂ້າເຂົາເຈົ້າ ໄວ້ໃນມືຂອງເນບູກາດເນັດຊາກະສັດຂອງບາບີໂລນ+ແລະພວກຄົນຮັບໃຊ້ຂອງລາວ ແຕ່ຫຼັງຈາກນັ້ນກໍຈະມີຄົນອາໄສຢູ່ເອຢິບຄືກັບແຕ່ກີ້.+
27 ແຕ່ສຳລັບເຈົ້າຢາໂຄບຜູ້ຮັບໃຊ້ຂອງເຮົາເອີ້ຍ ບໍ່ຕ້ອງຢ້ານເດີ້.
ອິດສະຣາເອນເອີ້ຍ ບໍ່ຕ້ອງຢ້ານ+
ຍ້ອນເຮົາຈະຊ່ວຍພວກເຈົ້າໃຫ້ກັບມາຈາກບ່ອນທີ່ໄກໆ
ແລະຈະຊ່ວຍລູກຫຼານຂອງພວກເຈົ້າຈາກແຜ່ນດິນທີ່ເຂົາເຈົ້າຖືກຈັບໄປເປັນຊະເລີຍ.+
ຢາໂຄບຈະກັບມາແບບສະບາຍໃຈແລະບໍ່ກັງວົນຫຍັງ
ແລະຈະບໍ່ມີໃຜເຮັດໃຫ້ເຂົາເຈົ້າຢ້ານໄດ້.’+
28 ພະເຢໂຫວາບອກວ່າ ‘ຢາໂຄບຜູ້ຮັບໃຊ້ຂອງເຮົາເອີ້ຍ ບໍ່ຕ້ອງຢ້ານເດີ້ ຍ້ອນເຮົາຢູ່ນຳພວກເຈົ້າ.
ເຮົາຈະທຳລາຍທຸກຊາດທີ່ເຮົາເຮັດໃຫ້ພວກເຈົ້າກະຈັດກະຈາຍໄປຢູ່ນັ້ນ+
ແຕ່ເຮົາຈະບໍ່ທຳລາຍພວກເຈົ້າ.+
ເຮົາຈະສັ່ງສອນພວກເຈົ້າຕາມຄວາມເໝາະສົມ+
ແຕ່ເຮົາຈະບໍ່ປ່ອຍພວກເຈົ້າໄປໂດຍທີ່ບໍ່ໄດ້ລົງໂທດ.’”
47 ນີ້ແມ່ນສິ່ງທີ່ພະເຢໂຫວາເວົ້າກັບຜູ້ພະຍາກອນເຢເຣມີຢາກ່ຽວກັບພວກຟີລິດສະຕີນ+ກ່ອນທີ່ຟາໂຣ*ຈະໂຈມຕີເມືອງຄາຊາ. 2 ພະເຢໂຫວາບອກວ່າ:
“ຖ້າເບິ່ງເດີ້ ຈະມີນ້ຳຕ່າງໆໄຫຼມາຈາກທາງທິດເໜືອ.
ມັນຈະກາຍເປັນນ້ຳຖ້ວມໃຫຍ່.
ມັນຈະຖ້ວມແຜ່ນດິນແລະທຸກຢ່າງທີ່ຢູ່ໃນແຜ່ນດິນນັ້ນ
ທັງເມືອງແລະຄົນທີ່ອາໄສຢູ່ໃນເມືອງ.
ພວກຜູ້ຊາຍຈະຮ້ອງສຽງດັງ
ແລະທຸກຄົນທີ່ຢູ່ໃນແຜ່ນດິນຈະຮ້ອງໄຫ້.
3 ເມື່ອໄດ້ຍິນສຽງກີບຕີນຂອງມ້າທີ່ກຳລັງແລ່ນມາ
ສຽງລົດຮົບ
ແລະສຽງຕີນລໍ້ຂອງລົດຮົບ
ຜູ້ທີ່ເປັນພໍ່ຈະບໍ່ຫັນກັບໄປຊ່ວຍລູກຂອງໂຕເອງຊ້ຳ
ຍ້ອນເຂົາເຈົ້າຢ້ານຫຼາຍຈົນເໜັງບໍ່ໄດ້.*
4 ມື້ນັ້ນຈະເປັນມື້ທີ່ພວກຟີລິດສະຕີນທັງໝົດຖືກທຳລາຍ.+
5 ຄົນໃນເມືອງຄາຊາຈະຫົວລ້ານ.*
ຄົນໃນເມືອງອາຊະກາໂລນຈະມິດງຽບ.+
ພວກທີ່ຢູ່ໃນທົ່ງພຽງເຫຼົ່ານີ້ເອີ້ຍ
ພວກເຈົ້າຈະປາດໂຕເອງໄປອີກດົນປານໃດ?+
6 ດາບຂອງພະເຢໂຫວາເອີ້ຍ+
ເຈົ້າຈະສົ່ງສຽງດັງໄປອີກດົນປານໃດ?
ກັບໄປຢູ່ໃນຝັກຂອງເຈົ້າແມ້.
ໄປພັກຜ່ອນແລະມິດງຽບສະ.
7 ມັນຈະມິດໄດ້ແນວໃດ
ຍ້ອນພະເຢໂຫວາໄດ້ສັ່ງມັນແລ້ວ?
ເພິ່ນມອບວຽກໃຫ້ມັນ
ໄປຕໍ່ສູ້ອາຊະກາໂລນແລະແຄມທະເລ.”+
48 ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນເວົ້າກ່ຽວກັບໂມອາບວ່າ:+
“ເນໂບຈິບຫາຍແລ້ວ+ ຍ້ອນເມືອງນີ້ຖືກທຳລາຍແລ້ວ.
ເມືອງກີຣິອາດທາຢິມ+ຖືກເຮັດໃຫ້ອັບອາຍແລະຖືກຍຶດໄປແລ້ວ.
ບ່ອນລີ້ທີ່ປອດໄພ*ຖືກເຮັດໃຫ້ອັບອາຍຂາຍໜ້າແລະມຸ່ນໝົດແລ້ວ.+
2 ເຂົາເຈົ້າບໍ່ໄດ້ຍົກຍ້ອງໂມອາບອີກຕໍ່ໄປ.
ຢູ່ເຮັດຊະໂບນ+ພວກສັດຕູວາງແຜນທຳລາຍໂມອາບໂດຍເວົ້າວ່າ
‘ໃຫ້ພວກເຮົາມາຊອກຫາວິທີທຳລາຍຊາດນີ້.’
ມັດເມັນເອີ້ຍ ພວກເຈົ້າຄວນມິດຢູ່
ຍ້ອນມີດາບກຳລັງນຳພວກເຈົ້າມາ.
3 ມີສຽງຮ້ອງມາຈາກໂຮໂຣນາຢິມ+
ຍ້ອນເມືອງນີ້ຖືກທຳລາຍແລະພັງລົງມາໝົດແລ້ວ.
4 ໂມອາບຖືກທຳລາຍແລ້ວ
ແລະພວກເດັກນ້ອຍຂອງເມືອງນີ້ກໍພາກັນຮ້ອງໄຫ້.
5 ຄົນທີ່ຢູ່ຫົນທາງທີ່ຂຶ້ນໄປເມືອງລູຮິດກໍພາກັນຮ້ອງໄຫ້ບໍ່ເຊົາ
ແລະຫົນທາງທີ່ລົງມາເມືອງໂຮໂຣນາຢິມກໍມີສຽງຮ້ອງໄຫ້ທຸກໃຈຍ້ອນຄວາມຈິບຫາຍທີ່ເກີດຂຶ້ນ.+
6 ໜີໄປແມ້! ເພື່ອພວກເຈົ້າຈະລອດຊີວິດ.
ພວກເຈົ້າຈະຕ້ອງເປັນຄືກັບຕົ້ນຈູນິເປີ້*ຢູ່ບ່ອນກັນດານ.
7 ຍ້ອນພວກເຈົ້າໄວ້ໃຈໃນຜົນງານແລະຊັບສົມບັດຂອງໂຕເອງ
ພວກເຈົ້າກໍຈະຖືກຈັບໄປຄືກັນ.
ພະເຄມົດ+ຂອງພວກເຈົ້າຈະຖືກຈັບໄປເປັນຊະເລີຍ
ພ້ອມກັບພວກປະໂລຫິດແລະພວກເຈົ້ານາຍທີ່ຮັບໃຊ້ພະນັ້ນ.
8 ພວກຜູ້ທຳລາຍຈະເຂົ້າມາທຸກເມືອງ.
ຈະບໍ່ມີເມືອງໃດລອດເລີຍ.+
ຮ່ອມພູແລະທົ່ງພຽງຈະຖືກທຳລາຍ
ຄືກັບທີ່ພະເຢໂຫວາໄດ້ບອກໄວ້.
9 ໃຫ້ເຮັດປ້າຍບອກທາງໃຫ້ໂມອາບ
ຍ້ອນວ່າເມື່ອເມືອງຕ່າງໆກາຍເປັນຊາກຫັກພັງ ຄົນໂມອາບກໍຈະໜີໄປ.
ຄົນອື່ນໆທີ່ໄດ້ເຫັນເມືອງໂມອາບກໍຈະຕົກໃຈແລະຢ້ານຫຼາຍ.
ຈະບໍ່ມີໃຜອາໄສຢູ່ແຜ່ນດິນນັ້ນເລີຍ.+
10 ຄົນທີ່ບໍ່ຕັ້ງໃຈເຮັດວຽກຂອງພະເຢໂຫວາຈະຖືກສາບແຊ່ງ.
ຄົນທີ່ບໍ່ຍອມໃຊ້ດາບເພື່ອຂ້າຟັນກໍຈະຖືກສາບແຊ່ງຄືກັນ.
11 ຄົນໂມອາບບໍ່ເຄີຍຖືກລົບກວນຕັ້ງແຕ່ຕອນຍັງໜຸ່ມ.
ເຂົາເຈົ້າເປັນຄືກັບເຫຼົ້າແວງທີ່ຕົກຕະກອນຢູ່ໃນໂຖ
ແລະບໍ່ເຄີຍຖືກເທໃສ່ໂຖໃໝ່.
ເຂົາເຈົ້າບໍ່ເຄີຍຖືກຈັບໄປເປັນຊະເລີຍ
ຍ້ອນແນວນີ້ ລົດຊາດຂອງເຂົາເຈົ້າຈຶ່ງຍັງຄືເກົ່າ
ແລະກິ່ນຂອງເຂົາເຈົ້າກໍບໍ່ປ່ຽນເລີຍ.
12 ພະເຢໂຫວາບອກວ່າ ‘ເບິ່ງແມ້! ອີກຈັກໜ້ອຍເຮົາຈະສົ່ງຄົນໄປຂວ້ຳເຂົາເຈົ້າ. ຄົນເຫຼົ່ານັ້ນຈະຂວ້ຳເຂົາເຈົ້າ ເທເຂົາເຈົ້າອອກຈາກໂຖຈົນບໍ່ເຫຼືອ ແລະທຸບໂຖໃຫຍ່ເຫຼົ່ານັ້ນຈົນແຕກເປັນປ່ຽງໆ. 13 ຄົນໂມອາບຈະຕ້ອງອັບອາຍຍ້ອນພະເຄມົດ ຄືກັບທີ່ຄົນອິດສະຣາເອນຕ້ອງອັບອາຍຍ້ອນເຂົາເຈົ້າເຄີຍໝັ້ນໃຈໃນການນະມັດສະການປອມຂອງເຂົາເຈົ້າຢູ່ເມືອງເບເທນ.+
14 ພວກເຈົ້າກ້າເວົ້າໄດ້ແນວໃດວ່າ “ພວກເຮົາເປັນທະຫານທີ່ເກັ່ງຫຼາຍແລະພ້ອມອອກໄປສູ້ຮົບ”?+
15 ໂມອາບຖືກທຳລາຍແລ້ວ
ແລະເມືອງຕ່າງໆຂອງໂມອາບກໍຖືກບຸກໂຈມຕີແລ້ວ.+
ຄົນໜຸ່ມທີ່ດີທີ່ສຸດຂອງເຂົາເຈົ້າກໍຖືກຂ້າແລ້ວ.’+
ກະສັດຜູ້ມີຊື່ວ່າພະເຢໂຫວາຜູ້ບັນຊາການກອງທັບໄດ້ເວົ້າໄວ້ແນວນີ້.+
16 ຄວາມຈິບຫາຍຂອງຄົນໂມອາບມາໃກ້ແລ້ວ.
ອີກບໍ່ດົນເຂົາເຈົ້າຈະຖືກທຳລາຍ.+
17 ຄົນທີ່ຢູ່ອ້ອມຂ້າງເຂົາເຈົ້າຈະເຫັນອົກເຫັນໃຈເຂົາເຈົ້າ.
ທຸກຄົນທີ່ຮູ້ຈັກຊື່ຂອງເຂົາເຈົ້າຈະເວົ້າກັບເຂົາເຈົ້າວ່າ
‘ໄມ້ທີ່ມີກຽດແລະໄມ້ຄ້ອນເທົ້າທີ່ງາມໆຖືກຫັກແລ້ວ.’
18 ພວກຜູ້ຍິງທີ່ຢູ່ດີໂບນເອີ້ຍ+ ໃຫ້ລົງມາຈາກຕຳແໜ່ງທີ່ມີກຽດຂອງພວກເຈົ້າ
ແລະນັ່ງລົງດ້ວຍຄວາມຫິວນ້ຳ*
ຍ້ອນຜູ້ທຳລາຍຂອງໂມອາບມາຕໍ່ສູ້ພວກເຈົ້າແລ້ວ.
ລາວຈະເຮັດໃຫ້ບ່ອນຕ່າງໆທີ່ມີປ້ອມສູງຂອງພວກເຈົ້າກາຍເປັນຊາກຫັກພັງ.+
19 ຄົນທີ່ຢູ່ໃນເມືອງອາໂຣເອເອີ້ຍ+ ໃຫ້ຢືນຢູ່ແຄມທາງແລະແນມເບິ່ງ.
ໃຫ້ຖາມຜູ້ຊາຍແລະຜູ້ຍິງທີ່ໜີໄປວ່າ ‘ເກີດຫຍັງຂຶ້ນ?’
20 ໂມອາບຖືກເຮັດໃຫ້ຢ້ານແລະອັບອາຍ.
ໃຫ້ຮ້ອງໄຫ້ແລະຮ້ອງອອກມາດັງໆ.
ໃຫ້ປະກາດຢູ່ອາໂນນ+ວ່າໂມອາບຖືກທຳລາຍແລ້ວ.
21 ພະເຈົ້າໄດ້ຕັດສິນທົ່ງພຽງແລ້ວ.+ ເພິ່ນໄດ້ຕັດສິນໂຮໂລນ ຢາຮາດ+ ເມຟະອາດ+ 22 ດີໂບນ+ ເນໂບ+ ເບັດດີບລາທາຢິມ 23 ກີຣິອາດທາຢິມ+ ເບັດກາມູນ ເບັດເມໂອນ+ 24 ເກຣີໂຢດ+ ໂບຊະຣາ ແລະເມືອງທັງໝົດໃນແຜ່ນດິນໂມອາບທັງໃກ້ແລະໄກ.
25 ພະເຢໂຫວາບອກວ່າ ‘ໂມອາບຖືກຕັດກຳລັງ*ແລ້ວ.
ແຂນຂອງລາວຖືກຫັກແລ້ວ.
26 ໃຫ້ເຮັດໃຫ້ລາວເມົາ+ຍ້ອນລາວເຮັດໃຫ້ໂຕເອງສູງກວ່າພະເຢໂຫວາ.+
ໂມອາບນອນເກືອກຮາກຂອງໂຕເອງ
ແລະລາວຖືກຄົນອື່ນເຍາະເຍີ້ຍ.
27 ເຈົ້າເຄີຍເຍາະເຍີ້ຍອິດສະຣາເອນບໍ່ແມ່ນບໍ?+
ລາວເປັນຂີ້ລັກບໍ
ເຈົ້າຈຶ່ງແກວ່ງຫົວໃສ່ລາວແລະເວົ້າໃຫ້ລາວ?
28 ຄົນທີ່ຢູ່ໂມອາບເອີ້ຍ ໃຫ້ອອກຈາກເມືອງຂອງພວກເຈົ້າແລະໄປຢູ່ຫຼືບຫີນ.
ໃຫ້ພວກເຈົ້າເປັນຄືກັບນົກເຂົາທີ່ເຮັດຮັງຢູ່ໜ້າຜາສູງຊັນ.’”
29 “ພວກເຮົາໄດ້ຍິນເລື່ອງຄວາມຍິ່ງຂອງໂມອາບແລ້ວ. ລາວຈອງຫອງຫຼາຍ.
ພວກເຮົາໄດ້ຍິນວ່າລາວເປັນຄົນຍິ່ງຈອງຫອງແທ້ໆ.”+
30 “ພະເຢໂຫວາບອກວ່າ ‘ເຮົາຮູ້ວ່າລາວໃຈຮ້າຍຫຼາຍ
ແຕ່ຄຳເວົ້າໂອ້ອວດຂອງລາວຈະບໍ່ມີປະໂຫຍດຫຍັງ.
ຄົນໂມອາບຈະບໍ່ເຮັດຫຍັງເລີຍ.
31 ຍ້ອນແນວນີ້ ເຮົາຈະຮ້ອງໄຫ້ໃຫ້ໂມອາບ
ເຮົາຈະຮ້ອງສຽງດັງເພື່ອຄົນໂມອາບທັງໝົດ
ແລະຈະຮ້ອງຄາງເພື່ອຄົນໃນກີເຣເຫເຣດ.+
32 ເຄືອໝາກລະແຊັງຂອງສິບມາເອີ້ຍ+
ເຮົາຈະຮ້ອງໄຫ້ໃຫ້ເຈົ້າຫຼາຍກວ່າທີ່ເຮົາຮ້ອງໄຫ້ໃຫ້ຢາເຊ.+
ງ່າຂອງພວກເຈົ້າຂະຫຍາຍໃຫຍ່ແລະຂ້າມທະເລໄປແລ້ວ.
ມັນຂະຫຍາຍໄປຈົນຮອດທະເລແລະຮອດຢາເຊແລ້ວ.
ພວກສັດຕູໄດ້ທຳລາຍໝາກໄມ້ລະດູຮ້ອນ
ແລະການເກັບກ່ຽວໝາກລະແຊັງຂອງພວກເຈົ້າແລ້ວ.+
33 ຄວາມສຸກຄວາມຍິນດີຖືກເອົາໄປຈາກສວນໝາກໄມ້
ແລະແຜ່ນດິນໂມອາບແລ້ວ.+
ເຮົາໄດ້ເຮັດໃຫ້ເຫຼົ້າແວງເຊົາໄຫຼຈາກອ່າງຢຽບໝາກລະແຊັງ.
ຈະບໍ່ມີໃຜຮ້ອງສຽງດັງດ້ວຍຄວາມດີໃຈ
ແລະຈະບໍ່ມີສຽງຮ້ອງຍິນດີຄືເກົ່າອີກແລ້ວ.+
34 ສຽງຮ້ອງຈາກເຮັດຊະໂບນ+ດັງໄປຮອດເອເລອາເລ.+
ເຂົາເຈົ້າຮ້ອງສຽງດັງໄປຈົນຮອດຢາຮາດ.+
ສຽງຈາກໂຊອາກໍດັງໄປຮອດໂຮໂຣນາຢິມ+ແລະເອັກລາດເຊລີຊີຢາ.
ແມ່ນແຕ່ນ້ຳທີ່ຢູ່ນິມຣີມກໍຈະບົກແຫ້ງ.’+
35 ພະເຢໂຫວາບອກວ່າ ‘ຄົນທີ່ເອົາເຄື່ອງບູຊາໄປໃຫ້ຢູ່ບ່ອນນະມັດສະການ
ແລະຄົນທີ່ເຜົາເຄື່ອງຫອມໃຫ້ພະເຈົ້າຂອງເຂົາເຈົ້າ
ເຮົາຈະເຮັດໃຫ້ໝົດໄປຈາກໂມອາບ.
36 ຍ້ອນແນວນີ້ ຫົວໃຈຂອງເຮົາຈະສົ່ງສຽງຮ້ອງຄາງເພື່ອໂມອາບຄືກັບສຽງຂຸ່ຍ*+
ແລະຫົວໃຈຂອງເຮົາຈະສົ່ງສຽງຮ້ອງຄາງເພື່ອຄົນກີເຣເຫເຣດຄືກັບສຽງຂຸ່ຍຄືກັນ
ຍ້ອນຊັບສົມບັດທີ່ເຂົາເຈົ້າສະສົມມາຈະຖືກທຳລາຍ.
37 ທຸກຄົນພາກັນແຖຫົວ+
ແລະຕັດເຄົາ.
38 ພະເຢໂຫວາບອກວ່າ ‘ຢູ່ເທິງດາດຟ້າທັງໝົດ
ແລະຢູ່ເດີ່ນທັງໝົດຂອງເມືອງໂມອາບ
ມີແຕ່ສຽງຮ້ອງໄຫ້
ຍ້ອນເຮົາໄດ້ເຮັດໃຫ້ໂມອາບແຕກ
ຄືກັບໄຫທີ່ຖືກຖິ້ມລົງພື້ນ.
39 ໂມອາບຢ້ານຫຼາຍ. ຄົນທີ່ຢູ່ໃນເມືອງເອີ້ຍ ໃຫ້ພາກັນຮ້ອງໄຫ້ເດີ້.
ໂມອາບຫັນຫຼັງດ້ວຍຄວາມອັບອາຍ.
ໂມອາບຖືກເຍາະເຍີ້ຍ
ແລະຄົນອ້ອມຂ້າງທັງໝົດທີ່ໄດ້ເຫັນໂມອາບກໍພາກັນຢ້ານຫຼາຍ.’
40 ພະເຢໂຫວາບອກວ່າ
41 ເມືອງຕ່າງໆຈະຖືກຍຶດ
ແລະປ້ອມທີ່ແຂງແຮງຂອງເມືອງເຫຼົ່ານັ້ນກໍຈະຖືກຍຶດຄືກັນ.
ໃນມື້ນັ້ນທະຫານທີ່ເກັ່ງໆຂອງໂມອາບຈະຮູ້ສຶກຢ້ານຫຼາຍ
ຄືກັບຜູ້ຍິງທີ່ກຳລັງເກີດລູກ.
42 ໂມອາບຈະຖືກທຳລາຍຈົນບໍ່ຖືກນັບເປັນຊາດໜຶ່ງອີກຕໍ່ໄປ+
ຍ້ອນໂມອາບໄດ້ຍົກໂຕເອງຕໍ່ສູ້ພະເຢໂຫວາ.’+
43 ພະເຢໂຫວາບອກວ່າ ‘ຄົນທີ່ຢູ່ໃນໂມອາບເອີ້ຍ
ຄວາມຢ້ານ ຂຸມເລິກ ແລະກັບດັກກໍຢູ່ຕໍ່ໜ້າພວກເຈົ້າແລ້ວ.
44 ຜູ້ທີ່ໜີມາຈາກຄວາມຢ້ານຈະຕົກລົງໄປໃນຂຸມເລິກ
ແລະຜູ້ທີ່ຂຶ້ນມາຈາກຂຸມເລິກໄດ້ກໍຈະຖືກກັບດັກ
ຍ້ອນເຮົາຈະເອົາປີຂອງການລົງໂທດມາໃຫ້ໂມອາບ.’ ພະເຢໂຫວາເວົ້າໄວ້ແນວນີ້.
45 ‘ຄົນທີ່ໜີໄປເຮັດຊະໂບນເພື່ອຫວັງວ່າຈະໄດ້ຮັບການປົກປ້ອງຈະບໍ່ໄດ້ຮັບຄວາມຊ່ວຍເຫຼືອ*
ຍ້ອນໄຟຈະອອກມາຈາກເຮັດຊະໂບນ
ແລະອອກມາຈາກສີໂຮນ.+
ໄຟນັ້ນຈະເຜົາໄໝ້ໜ້າຜາກຂອງໂມອາບ
ແລະຈະເຜົາໄໝ້ຫົວກະໂຫຼກຂອງພວກທະຫານທີ່ມັກຄວາມຮຸນແຮງ.+
46 ໂມອາບເອີ້ຍ ພວກເຈົ້າຈະຕ້ອງຈິບຫາຍ.
ຄົນຂອງພະເຄມົດ+ຖືກທຳລາຍແລ້ວ.
ພວກລູກຊາຍຂອງພວກເຈົ້າຖືກຈັບໄປແລ້ວ
ແລະພວກລູກສາວຂອງພວກເຈົ້າກໍໄປເປັນຊະເລີຍແລ້ວ.+
47 ແຕ່ໃນສະໄໝສຸດທ້າຍ ເຮົາຈະລວບລວມພວກໂມອາບທີ່ຖືກຈັບໄປເປັນຊະເລີຍໃຫ້ກັບມາ.
ທັງໝົດນີ້ແມ່ນຄຳຕັດສິນກ່ຽວກັບພວກໂມອາບ.’+ ພະເຢໂຫວາເວົ້າໄວ້ແນວນີ້.”
49 ພະເຢໂຫວາເວົ້າກ່ຽວກັບອຳໂມນວ່າ:+
“ອິດສະຣາເອນບໍ່ມີລູກຊາຍບໍ?
ລາວບໍ່ມີຜູ້ສືບເຊື້ອສາຍບໍ?
ເປັນຫຍັງພະມັນກາມ+ຈຶ່ງຍຶດເອົາເຂດຂອງຕະກູນຄາດໄປ?+
ເປັນຫຍັງຄົນຂອງລາວຈຶ່ງມາຢູ່ຕາມເມືອງຕ່າງໆຂອງອິດສະຣາເອນ?
2 ພະເຢໂຫວາບອກວ່າ ‘ເບິ່ງແມ້! ອີກຈັກໜ້ອຍ
ເຮົາຈະເຮັດໃຫ້ມີສຽງສັນຍານຂອງການສູ້ຮົບ*ເກີດຂຶ້ນຢູ່ເມືອງຣັບບາ+ຂອງພວກອຳໂມນ.+
ເມືອງນີ້ຈະກາຍເປັນໂນນທີ່ມີແຕ່ຊາກຫັກພັງ
ແລະເມືອງຕ່າງໆທີ່ຢູ່ອ້ອມແອ້ມເມືອງນີ້ຈະຖືກຈູດ.
ອິດສະຣາເອນຈະຍຶດເອົາແຜ່ນດິນຂອງເຂົາເຈົ້າທີ່ເຄີຍຖືກຄົນອື່ນຍຶດໄປກັບຄືນມາ.’+ ພະເຢໂຫວາເວົ້າໄວ້ແນວນີ້.
3 ‘ເມືອງເຮັດຊະໂບນເອີ້ຍ ໃຫ້ຮ້ອງໄຫ້ແມ້ ຍ້ອນເມືອງອາອີຖືກທຳລາຍແລ້ວ!
ເມືອງຕ່າງໆທີ່ຢູ່ອ້ອມແອ້ມເມືອງຣັບບາເອີ້ຍ ໃຫ້ຮ້ອງອອກມາດັງໆໂລດ
ແລະໃຫ້ນຸ່ງຜ້າເນື້ອຫຍາບ.
ໃຫ້ຮ້ອງໄຫ້ແລະແລ່ນໄປຕາມຄອກ*ແກະ
ຍ້ອນພະມັນກາມຈະຖືກຈັບໄປເປັນຊະເລີຍ
ພ້ອມກັບພວກປະໂລຫິດແລະພວກເຈົ້ານາຍທີ່ຮັບໃຊ້ລາວ.+
4 ລູກສາວທີ່ບໍ່ສັດຊື່ເອີ້ຍ ເປັນຫຍັງພວກເຈົ້າຈຶ່ງເວົ້າອວດກ່ຽວກັບຮ່ອມພູ
ແລະເວົ້າອວດກ່ຽວກັບທົ່ງພຽງທີ່ອຸດົມສົມບູນຂອງພວກເຈົ້າ?
ພວກເຈົ້າໄວ້ໃຈຊັບສົມບັດຂອງພວກເຈົ້າ
ແລະພວກເຈົ້າເວົ້າວ່າ “ຈະບໍ່ມີຜູ້ໃດມາໂຈມຕີພວກເຮົາ.”’
5 ພະເຢໂຫວາຜູ້ບັນຊາການກອງທັບ ພະເຈົ້າຜູ້ຍິ່ງໃຫຍ່ສູງສຸດບອກວ່າ ‘ເຮົາຈະເຮັດໃຫ້ພວກເຈົ້າເຈິສິ່ງທີ່ເປັນຕາຢ້ານ
ຈາກຄົນທັງໝົດທີ່ຢູ່ອ້ອມຂ້າງພວກເຈົ້າ.
ພວກເຈົ້າຈະກະຈັດກະຈາຍກັນໄປທຸກທິດທຸກທາງ
ແລະຈະບໍ່ມີໃຜລວບລວມຄົນທີ່ໜີໄປໃຫ້ກັບມາ.
6 ແຕ່ຫຼັງຈາກນັ້ນເຮົາຈະລວບລວມຄົນອຳໂມນທີ່ຖືກຈັບໄປໃຫ້ກັບມາ.’ ພະເຢໂຫວາເວົ້າໄວ້ແນວນີ້.”
7 ພະເຢໂຫວາຜູ້ບັນຊາການກອງທັບເວົ້າກ່ຽວກັບເອໂດມວ່າ:
“ບໍ່ມີຄົນສະຫຼາດຢູ່ເຕມານແລ້ວບໍ?+
ຄຳແນະນຳດີໆຈາກຄົນທີ່ມີຄວາມເຂົ້າໃຈບໍ່ມີແລ້ວບໍ?
ສະຕິປັນຍາຂອງເຂົາເຈົ້າໃຊ້ບໍ່ໄດ້ແລ້ວບໍ?
8 ຄົນທີ່ຢູ່ເດດານເອີ້ຍ+ ໃຫ້ຫັນຫຼັງແລະໜີໄປ.
ໃຫ້ລົງໄປຢູ່ບ່ອນທີ່ເລິກໆ
ຍ້ອນເມື່ອຮອດເວລາທີ່ເຮົາຈະລົງໂທດເອຊາວ
ເຮົາຈະເຮັດໃຫ້ລາວເຈິຄວາມຈິບຫາຍ.
9 ຖ້າມີຄົນເກັບໝາກລະແຊັງຢູ່ສວນຂອງເຈົ້າ
ເຂົາເຈົ້າຈະຈົ່ງໝາກມັນໄວ້ຢູ່ເຄືອແດ່ບໍ່ແມ່ນບໍ?
ແຕ່ຖ້າຂີ້ລັກມາໃນຕອນກາງຄືນ
ເຂົາເຈົ້າກໍຈະເອົາໄປໃຫ້ຫຼາຍເທົ່າທີ່ເຂົາເຈົ້າຕ້ອງການ.+
10 ແຕ່ເຮົາຈະເຮັດໃຫ້ເອຊາວບໍ່ເຫຼືອຫຍັງເລີຍ.
ເຮົາຈະເປີດເຜີຍບ່ອນລີ້ຂອງລາວ
ເພື່ອລາວຈະລີ້ບໍ່ໄດ້ອີກຕໍ່ໄປ.
11 ໃຫ້ປະລູກກຳພ້າຂອງເຈົ້າໄວ້
ແລະເຮົາຈະຊ່ວຍເຂົາເຈົ້າໃຫ້ລອດ.
ພວກແມ່ໝ້າຍຂອງເຈົ້າກໍຈະໄວ້ໃຈເຮົາ.”
12 ພະເຢໂຫວາເວົ້າວ່າ: “ຖ້າຄົນທີ່ບໍ່ໄດ້ຖືກຕັດສິນໃຫ້ກິນຈາກຈອກຂອງຄວາມໃຈຮ້າຍກໍຍັງຕ້ອງໄດ້ກິນ ເຈົ້າຄິດວ່າເຈົ້າຊິລອດບໍ? ເຈົ້າຈະຕ້ອງກິນຈາກຈອກຂອງຄວາມໃຈຮ້າຍນັ້ນແລະເຈົ້າຈະຖືກລົງໂທດແທ້.”+
13 ພະເຢໂຫວາເວົ້າວ່າ: “ເຮົາໄດ້ສາບານໂດຍໃຊ້ຊື່ຂອງເຮົາວ່າໂບຊະຣາຈະຖືກເຮັດໃຫ້ອັບອາຍ ຖືກສາບແຊ່ງ ແລະກາຍເປັນບ່ອນຮ້າງເປົ່າ. ຄົນອື່ນໆທີ່ເຫັນຈະຕ້ອງຕົກໃຈແລະຢ້ານຫຼາຍ+ ແລະເມືອງທຸກເມືອງຂອງໂບຊະຣາຈະກາຍເປັນຊາກຫັກພັງຕະຫຼອດໄປ.”+
14 ຂ້ອຍໄດ້ຍິນຂ່າວສານຈາກພະເຢໂຫວາ.
ເພິ່ນໄດ້ສົ່ງຕົວແທນຂອງເພິ່ນໄປບອກຊາດຕ່າງໆວ່າ:
15 “ເຮົາໄດ້ເຮັດໃຫ້ພວກເຈົ້າເປັນປະເທດທີ່ບໍ່ສຳຄັນ
ແລະຊາດອື່ນໆກໍພາກັນດູຖູກເຈົ້າ.+
16 ພວກເຈົ້າທີ່ຢູ່ຕາມໂກນຫີນແລະຢູ່ຕາມໂນນພູສູງໆເອີ້ຍ
ພວກເຈົ້າຖືກຕົວະຍ້ອນຄົນອື່ນຢ້ານພວກເຈົ້າ
ແລະຍ້ອນພວກເຈົ້າຍິ່ງ.
ເຖິງວ່າພວກເຈົ້າຈະໄປເຮັດຮັງຢູ່ບ່ອນສູງຄືກັບນົກອິນຊີ
ເຮົາກໍຈະເອົາພວກເຈົ້າລົງມາຈາກບ່ອນນັ້ນ.” ພະເຢໂຫວາເວົ້າໄວ້ແນວນີ້.
17 “ເອໂດມຈະກາຍເປັນບ່ອນທີ່ເປັນຕາຢ້ານ.+ ທຸກຄົນທີ່ກາຍໄປກາຍມາຈະຈ້ອງເບິ່ງດ້ວຍຄວາມຕົກໃຈແລະເຍາະເຍີ້ຍ*ເອໂດມ ຍ້ອນຄວາມຈິບຫາຍທັງໝົດທີ່ເກີດຂຶ້ນກັບຊາດນີ້. 18 ຄືກັບເມືອງໂຊໂດມ ເມືອງໂກໂມຣາ ແລະເມືອງຕ່າງໆທີ່ຢູ່ອ້ອມແອ້ມ 2 ເມືອງນັ້ນທີ່ໄດ້ຖືກທຳລາຍໄປແລ້ວ+ ຈະບໍ່ມີໃຜອາໄສຢູ່ຫັ້ນອີກເລີຍ.”+ ພະເຢໂຫວາເວົ້າໄວ້ແນວນີ້.
19 “ຄືກັບໂຕສິງທີ່ອອກຈາກປ່າຕຶບໜາຂອງຈໍແດນ ຈະມີຜູ້ໜຶ່ງມາແລະໂຈມຕີທົ່ງຫຍ້າທີ່ປອດໄພຂອງເອໂດມ.+ ແຕ່ບໍ່ດົນເຮົາຈະເຮັດໃຫ້ເອໂດມແລ່ນໜີຈາກແຜ່ນດິນຂອງໂຕເອງ ແລະເຮົາຈະແຕ່ງຕັ້ງຜູ້ນຳທີ່ເຮົາໄດ້ເລືອກໄວ້ໃຫ້ປົກຄອງແຜ່ນດິນນີ້. ຈະມີໃຜບໍທີ່ຄືກັບເຮົາ? ມີໃຜບໍທີ່ກ້າທ້າທາຍເຮົາ? ມີຜູ້ລ້ຽງແກະຄົນໃດບໍທີ່ຈະຕໍ່ຕ້ານເຮົາໄດ້?+ 20 ດັ່ງນັ້ນ ໃຫ້ຟັງສິ່ງທີ່ພະເຢໂຫວາຕັດສິນໃຈ*ກ່ຽວກັບເອໂດມແລະສິ່ງທີ່ເພິ່ນຄິດກ່ຽວກັບຄົນທີ່ຢູ່ໃນເມືອງເຕມານ.+
ພວກແກະນ້ອຍຈະຖືກລັກໄປແນ່ນອນ.
ເພິ່ນຈະເຮັດໃຫ້ບ່ອນຢູ່ຂອງເຂົາເຈົ້າຮ້າງເປົ່າຍ້ອນສິ່ງທີ່ເຂົາເຈົ້າເຮັດ.+
21 ເມື່ອມີສຽງຂອງການທຳລາຍເຂົາເຈົ້າ ແຜ່ນດິນກໍສັ່ນສະເທືອນ.
ມີສຽງຮ້ອງດັງຫຼາຍ.
ສຽງນັ້ນດັງໄປຈົນຮອດທະເລແດງ.+
ໃນມື້ນັ້ນທະຫານທີ່ເກັ່ງໆຂອງເອໂດມຈະຮູ້ສຶກຢ້ານຫຼາຍ
ຄືກັບຜູ້ຍິງທີ່ກຳລັງເກີດລູກ.”
23 ນີ້ແມ່ນຂ່າວສານກ່ຽວກັບເມືອງດາມາເຊ:+
“ຮາມັດ+ແລະອາປາດຖືກເຮັດໃຫ້ອັບອາຍແລ້ວ
ຍ້ອນເຂົາເຈົ້າໄດ້ຍິນຂ່າວຮ້າຍ.
ເຂົາເຈົ້າຢ້ານຫຼາຍ.
ຜູ້ຄົນກໍເປັນຄືກັບທະເລທີ່ປັ່ນປ່ວນ.
24 ຄົນໃນເມືອງດາມາເຊບໍ່ມີຄວາມກ້າຫານແລ້ວ.
ເຂົາເຈົ້າຢາກໜີ ແຕ່ເຂົາເຈົ້າກໍຢ້ານຫຼາຍ.
ເຂົາເຈົ້າທຸກໃຈແລະເຈັບປວດຫຼາຍ
ຄືກັບຜູ້ຍິງທີ່ກຳລັງເກີດລູກ.
25 ເປັນຫຍັງເມືອງທີ່ຖືກຍົກຍ້ອງ
ແລະເມືອງທີ່ປະຊາຊົນເຄີຍມີຄວາມສຸກຍັງມີຄົນອາໄສຢູ່?
26 ພວກຄົນໜຸ່ມຂອງເມືອງນີ້ຈະຕາຍຢູ່ຕາມເດີ່ນຕ່າງໆຂອງເມືອງ
ແລະທະຫານທັງໝົດກໍຈະຕາຍໃນມື້ນັ້ນ.” ພະເຢໂຫວາຜູ້ບັນຊາການກອງທັບເວົ້າໄວ້ແນວນີ້.
27 “ເຮົາຈະຈູດກຳແພງຂອງເມືອງດາມາເຊ
ແລະໄຟນັ້ນຈະເຜົາປ້ອມສູງຕ່າງໆຂອງເບັນຮາດັດ.”+
28 ພະເຢໂຫວາເວົ້າກ່ຽວກັບແຜ່ນດິນເກດາ+ແລະອານາຈັກຕ່າງໆໃນຮາໂສທີ່ເນບູກາດເນັດຊາ*ກະສັດຂອງບາບີໂລນໄປໂຈມຕີ. ເພິ່ນເວົ້າວ່າ:
“ໃຫ້ຂຶ້ນໄປເກດາ
ແລະທຳລາຍຄົນເຫຼົ່ານັ້ນທີ່ອາໄສຢູ່ທາງທິດຕາເວັນອອກ.
29 ເຕັ້ນແລະຝູງສັດຂອງເຂົາເຈົ້າຈະຖືກເອົາໄປ.
ຜ້າເຕັ້ນແລະເຄື່ອງຂອງທັງໝົດຂອງເຂົາເຈົ້າກໍຈະຖືກເອົາໄປ.
ຝູງອູດຂອງເຂົາເຈົ້າຈະຖືກເອົາໄປ
ແລະຄົນທີ່ມາໂຈມຕີຈະຮ້ອງໃສ່ເຂົາເຈົ້າວ່າ ‘ມີແຕ່ຄວາມຢ້ານເຕັມໄປໝົດ.’”
30 ພະເຢໂຫວາບອກວ່າ: “ຄົນທີ່ຢູ່ໃນເມືອງຮາໂສເອີ້ຍ ໃຫ້ໜີໄປໄກໆ
ໃຫ້ລົງໄປໃນບ່ອນທີ່ເລິກໆ
ຍ້ອນເນບູກາດເນັດຊາກະສັດຂອງບາບີໂລນໄດ້ວາງແຜນຕໍ່ສູ້ພວກເຈົ້າ
ແລະໄດ້ຄິດແຜນໂຈມຕີພວກເຈົ້າ.”
31 ພະເຢໂຫວາບອກວ່າ: “ໃຫ້ລຸກຂຶ້ນໄປຕໍ່ສູ້ຊາດທີ່ຢູ່ຢ່າງສະຫງົບສຸກ
ແລະຢູ່ຢ່າງປອດໄພ.
ຊາດນັ້ນບໍ່ມີປະຕູຫຼືກອນປະຕູ ແລະຢູ່ຫ່າງໄກຈາກຊາດອື່ນ.
32 ຝູງອູດຂອງເຂົາເຈົ້າ
ແລະຝູງສັດຫຼາຍໆຂອງເຂົາເຈົ້າຈະຖືກປຸ້ນໄປ.
ເຮົາຈະເຮັດໃຫ້ຄົນທີ່ແຖຜົມຂ້າງຫູ+
ກະຈັດກະຈາຍໄປທຸກທິດທຸກທາງ*
ແລະເຮົາຈະເຮັດໃຫ້ເຂົາເຈົ້າເຈິຄວາມຈິບຫາຍຈາກທຸກດ້ານ.” ພະເຢໂຫວາເວົ້າໄວ້ແນວນີ້.
33 “ຮາໂສຈະກາຍເປັນບ່ອນຢູ່ຂອງໝາໄນ
ຈະເປັນບ່ອນທີ່ຮ້າງເປົ່າຕະຫຼອດໄປ
ຈະບໍ່ມີຈັກຄົນຢູ່ບ່ອນນັ້ນ
ແລະຈະບໍ່ມີໃຜອາໄສຢູ່ຫັ້ນເລີຍ.”
34 ໃນຕອນທີ່ເຊເດກີຢາເລີ່ມເປັນກະສັດປົກຄອງ+ຢູດາ ພະເຢໂຫວາເວົ້າກັບຜູ້ພະຍາກອນເຢເຣມີຢາກ່ຽວກັບເອລາມວ່າ:+ 35 “ພະເຢໂຫວາຜູ້ບັນຊາການກອງທັບບອກວ່າ ‘ເຮົາຈະຫັກທະນູຂອງເອລາມ+ ເຊິ່ງເປັນກຳລັງທີ່ສຳຄັນທີ່ສຸດໃນກອງທັບຂອງເຂົາເຈົ້າ. 36 ເຮົາຈະເຮັດໃຫ້ລົມຈາກສຸດຂອບຟ້າທັງສີ່ທິດພັດໃສ່ເອລາມ ແລະເຮົາຈະເຮັດໃຫ້ເຂົາເຈົ້າກະຈັດກະຈາຍໄປຢູ່ຕາມລົມເຫຼົ່ານີ້. ຈະບໍ່ມີຊາດໃດເລີຍທີ່ບໍ່ມີຄົນເອລາມໄປຢູ່.’”
37 ພະເຢໂຫວາບອກວ່າ: “ເຮົາຈະເຮັດໃຫ້ຄົນເອລາມຢ້ານພວກສັດຕູແລະຄົນທີ່ຢາກຂ້າເຂົາເຈົ້າ. ເຮົາຈະເຮັດໃຫ້ເຂົາເຈົ້າເຈິຄວາມຈິບຫາຍຍ້ອນເຮົາໃຈຮ້າຍແຮງ ແລະເຮົາຈະສົ່ງດາບມາຂ້າເຂົາເຈົ້າຈົນເຂົາເຈົ້າບໍ່ເຫຼືອຈັກຄົນ.”
38 ພະເຢໂຫວາບອກວ່າ: “ເຮົາຈະຕັ້ງບັນລັງຂອງເຮົາຂຶ້ນຢູ່ເອລາມ+ ແລະເຮົາຈະທຳລາຍກະສັດແລະພວກເຈົ້ານາຍຂອງເຂົາເຈົ້າ.
39 ແຕ່ໃນສະໄໝສຸດທ້າຍ ເຮົາຈະລວບລວມຄົນເອລາມທີ່ຖືກຈັບໄປເປັນຊະເລີຍໃຫ້ກັບມາ.” ພະເຢໂຫວາເວົ້າໄວ້ແນວນີ້.
50 ພະເຢໂຫວາເວົ້າກ່ຽວກັບບາບີໂລນ+ເຊິ່ງເປັນແຜ່ນດິນຂອງພວກການເດອາຜ່ານທາງຜູ້ພະຍາກອນເຢເຣມີຢາວ່າ:
2 “ໃຫ້ບອກເລື່ອງນີ້ແລະປະກາດອອກໄປໃຫ້ຊາດຕ່າງໆຟັງ.
ໃຫ້ຍົກເສົາໃຫ້ສັນຍານ*ແລະປະກາດເລື່ອງນີ້.
ຢ່າປິດບັງຫຍັງໄວ້.
ໃຫ້ເວົ້າວ່າ ‘ບາບີໂລນຖືກຍຶດແລ້ວ.+
ພະເບນຖືກເຮັດໃຫ້ອັບອາຍ.+
ພະເມໂຣດັກກໍຢ້ານຫຼາຍ.
ຮູບບູຊາຕ່າງໆຂອງເມືອງນີ້ຖືກເຮັດໃຫ້ຂາຍໜ້າ.
ຮູບບູຊາຕ່າງໆທີ່ເປັນຕາຂີ້ດຽດ*ຂອງເມືອງນີ້ກໍຢ້ານຫຼາຍ’
3 ຍ້ອນຊາດໜຶ່ງຈາກທາງເໜືອໄດ້ມາຕໍ່ສູ້ເມືອງນີ້.+
ຊາດນັ້ນເຮັດໃຫ້ເມືອງນີ້ກາຍເປັນບ່ອນທີ່ເປັນຕາຢ້ານ
ບໍ່ມີໃຜອາໄສຢູ່.
ທັງຄົນແລະສັດກໍໜີໄປໝົດ
ບໍ່ມີໃຜເຫຼືອຢູ່ເລີຍ.”
4 ພະເຢໂຫວາບອກວ່າ: “ໃນສະໄໝນັ້ນແລະໃນຕອນນັ້ນ ຄົນອິດສະຣາເອນແລະຄົນຢູດາຈະມາລວມໂຕກັນ.+ ເຂົາເຈົ້າຈະຍ່າງໄປນຳຮ້ອງໄຫ້ໄປນຳ+ ແລະເຂົາເຈົ້າຈະພາກັນຂໍການຊີ້ນຳຈາກພະເຢໂຫວາພະເຈົ້າຂອງເຂົາເຈົ້າ.+ 5 ເຂົາເຈົ້າຈະຖາມທາງໄປຊີໂອນແລະຈະຕັ້ງໃຈໄປບ່ອນນັ້ນ.+ ເຂົາເຈົ້າຈະເວົ້າວ່າ ‘ໄປ໋ ໃຫ້ພວກເຮົາມາເປັນປະຊາຊົນຂອງພະເຢໂຫວາອີກເທື່ອໜຶ່ງ ແລະເຮັດສັນຍາທີ່ຈະຢູ່ຕະຫຼອດໄປແລະຈະບໍ່ຖືກລືມ.’+ 6 ປະຊາຊົນຂອງເຮົາກາຍເປັນຝູງແກະທີ່ຫຼົງທາງ.+ ພວກຄົນລ້ຽງແກະພາເຂົາເຈົ້າເຈີດອອກຈາກທາງ.+ ພວກຄົນລ້ຽງແກະພາປະຊາຊົນຂອງເຮົາຂຶ້ນໄປເທິງພູ ແລະເຮັດໃຫ້ເຂົາເຈົ້າຍ່າງໄປຕາມພູຕ່າງໆແບບບໍ່ມີຈຸດໝາຍ. ເຂົາເຈົ້າລືມໄປແລ້ວວ່າບ່ອນພັກຂອງເຂົາເຈົ້າຢູ່ໃສ. 7 ເມື່ອພວກສັດຕູເຈິເຂົາເຈົ້າກໍກັດກິນເຂົາເຈົ້າ+ແລະເວົ້າວ່າ ‘ພວກເຮົາບໍ່ຜິດດອກ ຍ້ອນເຂົາເຈົ້າເຮັດຜິດຕໍ່ພະເຢໂຫວາພະເຈົ້າຜູ້ທີ່ຍຸຕິທຳແລະຕໍ່ພະເຢໂຫວາຜູ້ທີ່ເປັນຄວາມຫວັງຂອງປູ່ຍ່າຕານາຍຂອງເຂົາເຈົ້າ.’
8 ໃຫ້ພວກເຈົ້າໜີອອກຈາກບາບີໂລນ
ໃຫ້ອອກຈາກແຜ່ນດິນຂອງພວກການເດອາ+
ແລະໃຫ້ພວກເຈົ້າເປັນຄືກັບສັດໂຕທີ່ເປັນຫົວໜ້າຝູງ.
9 ເຮົາກຳລັງເອີ້ນຊາດໃຫຍ່ຕ່າງໆຈາກແຜ່ນດິນທີ່ຢູ່ທາງເໜືອ
ໃຫ້ມາລວມໂຕກັນເພື່ອໂຈມຕີບາບີໂລນ.+
ເຂົາເຈົ້າຈະຍົກກອງທັບມາຕໍ່ສູ້ເມືອງນີ້
ແລະເມືອງນີ້ຈະຖືກຍຶດ.
ລູກທະນູຂອງເຂົາເຈົ້າເປັນຄືກັບລູກທະນູຂອງທະຫານທີ່ເກັ່ງໆ
ເຊິ່ງເຮັດໃຫ້ພໍ່ແມ່ເສຍລູກໄປໂດຍບໍ່ອີ່ຕົນ.+
ເຂົາເຈົ້າຍິງບໍ່ພາດເປົ້າເລີຍ.
10 ພວກການເດອາຈະຖືກປຸ້ນ.+
ທຸກຄົນທີ່ມາປຸ້ນເຂົາເຈົ້າຈະໄດ້ສິ່ງຕ່າງໆຈົນໜຳໃຈ.”+ ພະເຢໂຫວາເວົ້າໄວ້ແນວນີ້.
ເຈົ້າໂດດໄປໂດດມາຄືກັບງົວນ້ອຍໃນທົ່ງຫຍ້າ
ແລະຮ້ອງສຽງດັງຄືກັບມ້າ.
12 ແມ່ຂອງເຈົ້າກໍອັບອາຍຂາຍໜ້າ+
ຜູ້ທີ່ເກີດເຈົ້າກໍຜິດຫວັງຫຼາຍ.
ລາວເປັນຊາດທີ່ຕ່ຳຕ້ອຍທີ່ສຸດ
ເປັນທະເລຊາຍແລະເປັນບ່ອນກັນດານທີ່ບໍ່ມີນ້ຳເລີຍ.+
13 ຍ້ອນພະເຢໂຫວາໃຈຮ້າຍຫຼາຍ ເມືອງນີ້ຈຶ່ງບໍ່ມີຄົນອາໄສຢູ່.+
ມັນຈະກາຍເປັນບ່ອນຮ້າງເປົ່າ.+
ຄົນທີ່ກາຍໄປກາຍມາຈະຈ້ອງເບິ່ງບາບີໂລນດ້ວຍຄວາມຕົກໃຈ
ແລະຈະພາກັນເຍາະເຍີ້ຍ ຍ້ອນຄວາມຈິບຫາຍທັງໝົດທີ່ເກີດຂຶ້ນກັບເມືອງນີ້.+
14 ພວກເຈົ້າທີ່ຫ້າງທະນູເອີ້ຍ
ໃຫ້ຍົກກອງທັບມາໂຈມຕີບາບີໂລນຈາກທຸກດ້ານ.
ໃຫ້ຍິງລູກທະນູໃສ່ເມືອງນີ້ຈົນໝົດ ບໍ່ຕ້ອງຈົ່ງໄວ້+
ຍ້ອນເມືອງນີ້ໄດ້ເຮັດຜິດຕໍ່ພະເຢໂຫວາ.+
15 ໃຫ້ຮ້ອງດັງໆແລະໄປຕໍ່ສູ້ເມືອງນີ້ຈາກທຸກດ້ານ.
ເມືອງນີ້ຍອມແພ້ແລ້ວ.
ໃຫ້ແກ້ແຄ້ນເມືອງນີ້ສະ.
ໃຫ້ເຮັດກັບເມືອງນີ້ຄືກັບທີ່ເມືອງນີ້ເຄີຍເຮັດ.+
16 ໃຫ້ຂ້າຄົນທີ່ຫວ່ານແນວປູກ
ແລະຄົນທີ່ຖືກ່ຽວກ່ຽວເຂົ້າຢູ່ບາບີໂລນ.+
ຍ້ອນດາບທີ່ໂຫດຫ້ຽມ ເຂົາເຈົ້າຈະກັບໄປປະເທດຂອງໂຕເອງ.
ທຸກຄົນຈະໜີກັບເມືອແຜ່ນດິນຂອງໂຕເອງ.+
17 ຄົນອິດສະຣາເອນເປັນຄືກັບແກະທີ່ແຕກຝູງ.+ ໂຕສິງໄດ້ເຮັດໃຫ້ເຂົາເຈົ້າກະຈັດກະຈາຍກັນໄປ.+ ທຳອິດ ກະສັດອັດຊີເຣຍໄດ້ກັດກິນເຂົາເຈົ້າ+ ແລ້ວເນບູກາດເນັດຊາ*ກະສັດຂອງບາບີໂລນກໍແຫ້ນກະດູກເຂົາເຈົ້າ.+ 18 ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ ‘ເຮົາຈະເຮັດກັບກະສັດບາບີໂລນແລະແຜ່ນດິນຂອງລາວຄືກັບທີ່ເຮົາເຄີຍເຮັດກັບກະສັດອັດຊີເຣຍ.+ 19 ເຮົາຈະພາອິດສະຣາເອນກັບມາທົ່ງຫຍ້າຂອງລາວ+ ແລະລາວຈະໄດ້ກິນຫຍ້າຢູ່ເທິງພູກາເມນແລະພູບາຊານ.+ ລາວຈະໄດ້ກິນຈົນໜຳໃຈຢູ່ເທິງພູຕ່າງໆຂອງເອຟຣາຢິມ+ແລະກິລຽດ.’”+
20 ພະເຢໂຫວາບອກວ່າ: “ໃນສະໄໝນັ້ນແລະໃນຕອນນັ້ນ
ຈະມີການຊອກຫາຄວາມຜິດຂອງອິດສະຣາເອນ
ແຕ່ຈະບໍ່ເຈິເລີຍ
ແລະກໍຈະບໍ່ເຈິຄວາມຜິດຂອງຢູດາຄືກັນ
ຍ້ອນເຮົາຈະຍົກໂທດໃຫ້ຄົນເຫຼົ່ານັ້ນທີ່ເຮົາຍອມໃຫ້ເຫຼືອຢູ່.”+
21 ພະເຢໂຫວາບອກວ່າ: “ໃຫ້ໄປໂຈມຕີແຜ່ນດິນຂອງພວກເມຣາທາຢິມແລະໄປໂຈມຕີຄົນທີ່ຢູ່ໃນເປໂກດ.+
ໃຫ້ຂ້າເຂົາເຈົ້າແລະທຳລາຍເຂົາເຈົ້າຈົນໝົດ.
ໃຫ້ເຮັດທຸກສິ່ງຕາມທີ່ເຮົາສັ່ງເຈົ້າ.
22 ມີສຽງຂອງສົງຄາມ
ສຽງຂອງຄວາມຈິບຫາຍຄັ້ງໃຫຍ່ໃນແຜ່ນດິນນີ້.
23 ຄ້ອນຕີທີ່ເຄີຍທຸບຊາດຕ່າງໆທົ່ວໂລກຖືກຫັກແລະຖືກທຳລາຍແລ້ວ!+
ຊາດຕ່າງໆທີ່ເຫັນບາບີໂລນກໍຮູ້ສຶກຕົກໃຈແລະຢ້ານຫຼາຍ!+
24 ບາບີໂລນເອີ້ຍ ເຮົາໄດ້ວາງກັບດັກຈັບເຈົ້າແລະເຈົ້າໄດ້ຕິດກັບດັກເຮົາແລ້ວ
ແຕ່ເຈົ້າພັດບໍ່ຮູ້ໂຕ.
ເຈົ້າຖືກພົບເຫັນແລະຖືກຈັບແລ້ວ+
ຍ້ອນເຈົ້າຕໍ່ຕ້ານພະເຢໂຫວາ.
25 ພະເຢໂຫວາໄດ້ເປີດສາງຂອງເພິ່ນ.
ເພິ່ນໄດ້ເອົາອາວຸດຂອງຄວາມໃຈຮ້າຍຂອງເພິ່ນອອກມາ.+
ພະເຢໂຫວາຜູ້ບັນຊາການກອງທັບ ພະເຈົ້າຜູ້ຍິ່ງໃຫຍ່ສູງສຸດໄດ້ຕັດສິນ
ໃນແຜ່ນດິນຂອງພວກການເດອາແລ້ວ.
26 ໃຫ້ມາຈາກບ່ອນທີ່ຢູ່ໄກໆເພື່ອມາໂຈມຕີເມືອງນີ້.+
ໃຫ້ເປີດສາງເຂົ້າຂອງເມືອງນີ້.+
ໃຫ້ກອງເຄື່ອງຂອງຂອງເມືອງນີ້ໄວ້ຄືກັບກອງເຂົ້າ.
ໃຫ້ທຳລາຍເມືອງນີ້ຈົນບໍ່ເຫຼືອ+
ແລະຈົນບໍ່ມີໃຜອາໄສຢູ່ເລີຍ.
27 ໃຫ້ຂ້າງົວທັງໝົດຂອງເມືອງນີ້.+
ໃຫ້ພາພວກມັນໄປຫາຄົນຂ້າສັດ.
ເຂົາເຈົ້າຈະຕ້ອງຈິບຫາຍ
ຍ້ອນມື້ທີ່ເຂົາເຈົ້າຈະຕ້ອງຖືກຕັດສິນມາຮອດແລ້ວ!
28 ມີສຽງຮ້ອງຂອງຄົນທີ່ກຳລັງໜີ.
ເຂົາເຈົ້າພາກັນໜີຈາກແຜ່ນດິນບາບີໂລນ
ເພື່ອຈະປະກາດຢູ່ຊີໂອນວ່າພະເຢໂຫວາພະເຈົ້າຂອງພວກເຮົາກຳລັງລົງມືແກ້ແຄ້ນ.
ເພິ່ນກຳລັງແກ້ແຄ້ນເພື່ອວິຫານຂອງເພິ່ນ.+
29 ພວກເຈົ້າທຸກຄົນທີ່ກຳລັງຫ້າງທະນູເອີ້ຍ+
ໃຫ້ເອີ້ນພວກທະຫານຍິງທະນູມາໂຈມຕີເມືອງບາບີໂລນ.
ໃຫ້ຕັ້ງຄ້າຍອ້ອມເມືອງນີ້ແລະຢ່າໃຫ້ໃຜໜີໄປໄດ້.
ໃຫ້ຕອບແທນເມືອງນີ້ຕາມການກະທຳຂອງເມືອງນີ້.+
ໃຫ້ເຮັດກັບເມືອງນີ້ຄືກັບທີ່ເມືອງນີ້ເຄີຍເຮັດ+
ຍ້ອນເມືອງນີ້ໄດ້ຈອງຫອງໃສ່ພະເຢໂຫວາ
ພະເຈົ້າອົງບໍລິສຸດຂອງອິດສະຣາເອນ.+
30 ໃນມື້ນັ້ນຄົນໜຸ່ມຂອງເມືອງນີ້ຈະຕາຍຢູ່ຕາມເດີ່ນຕ່າງໆຂອງເມືອງ+
ແລະທະຫານຂອງເມືອງນີ້ກໍຈະຕາຍ*ໝົດ.” ພະເຢໂຫວາເວົ້າໄວ້ແນວນີ້.
31 ພະເຢໂຫວາຜູ້ບັນຊາການກອງທັບ ພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ: “ຄົນຫົວແຂງເອີ້ຍ+ ເຮົາຈະຕໍ່ສູ້ເຈົ້າ.+
ມື້ຂອງເຈົ້າມາຮອດແລ້ວ. ເວລາທີ່ເຮົາຈະລົງໂທດເຈົ້າມາຮອດແລ້ວ.
32 ຄົນຫົວແຂງເອີ້ຍ ເຈົ້າຈະສະດຸດແລະລົ້ມລົງ
ແລະຈະບໍ່ມີໃຜໂຈມເຈົ້າຂຶ້ນ.+
ເຮົາຈະຈູດເມືອງຕ່າງໆຂອງເຈົ້າ
ແລະໄຟນັ້ນຈະໄໝ້ທຸກສິ່ງທີ່ຢູ່ອ້ອມຂ້າງເຈົ້າ.”
33 ພະເຢໂຫວາຜູ້ບັນຊາການກອງທັບບອກວ່າ:
“ຄົນອິດສະຣາເອນແລະຄົນຢູດາຖືກກົດຂີ່ຂົ່ມເຫງ.
ທຸກຄົນທີ່ຈັບເຂົາເຈົ້າໄປເປັນຊະເລີຍກໍກັກໂຕເຂົາເຈົ້າໄວ້+
ແລະບໍ່ຍອມປ່ອຍເຂົາເຈົ້າໄປ.+
34 ແຕ່ຜູ້ໄຖ່ຂອງເຂົາເຈົ້າມີກຳລັງຫຼາຍ.+
ຊື່ຂອງເພິ່ນແມ່ນພະເຢໂຫວາຜູ້ບັນຊາການກອງທັບ.+
ເພິ່ນຈະສູ້ຄະດີໃຫ້ເຂົາເຈົ້າແນ່ນອນ+
ເພື່ອຈະເຮັດໃຫ້ແຜ່ນດິນມີຄວາມສະຫງົບສຸກ+
ແລະເພື່ອຈະເຮັດໃຫ້ຄົນບາບີໂລນກະວົນກະວາຍໃຈ.”+
35 ພະເຢໂຫວາບອກວ່າ: “ຈະມີດາບມາຕໍ່ສູ້ພວກການເດອາ
ຄົນທີ່ຢູ່ໃນບາບີໂລນ ພວກເຈົ້ານາຍ ແລະພວກຄົນສະຫຼາດຂອງເມືອງນີ້.+
36 ຈະມີດາບມາຕໍ່ສູ້ພວກຜູ້ພະຍາກອນປອມ*ແລະເຂົາເຈົ້າຈະເຮັດສິ່ງທີ່ໂງ່ໆ.
ຈະມີດາບມາຕໍ່ສູ້ພວກທະຫານທີ່ເກັ່ງໆຂອງເມືອງນີ້ແລະເຂົາເຈົ້າຈະຢ້ານຫຼາຍ.+
37 ຈະມີດາບມາຕໍ່ສູ້ມ້າແລະລົດຮົບຂອງເຂົາເຈົ້າ
ແລະຕໍ່ສູ້ຊາດຕ່າງໆທັງໝົດທີ່ຢູ່ເມືອງນີ້.
ເຂົາເຈົ້າຈະເປັນຄືກັບຜູ້ຍິງທີ່ຂີ້ຢ້ານ.+
ຈະມີດາບມາຕໍ່ສູ້ຊັບສົມບັດຂອງເມືອງນີ້ແລະສິ່ງເຫຼົ່ານັ້ນຈະຖືກປຸ້ນໄປ.+
38 ແມ່ນ້ຳຕ່າງໆຂອງເມືອງນີ້ຈະຈິບຫາຍແລະພວກມັນຈະແຫ້ງໄປ+
ຍ້ອນແຜ່ນດິນນີ້ເຕັມແຕ່ຮູບພະຕ່າງໆ+
ແລະຍ້ອນເຂົາເຈົ້າເຫັນນິມິດທີ່ເປັນຕາຢ້ານ ເຂົາເຈົ້າຈຶ່ງເຮັດຄືກັບຄົນຜີບ້າ.
ຈະບໍ່ມີຜູ້ໃດອາໄສຢູ່ໃນເມືອງນີ້ອີກ
ແລະເມືອງນີ້ຈະບໍ່ໄດ້ເປັນບ່ອນຢູ່ໄປຕະຫຼອດທຸກຍຸກທຸກສະໄໝ.”+
40 ພະເຢໂຫວາບອກວ່າ: “ຄືກັບທີ່ພະເຈົ້າເຄີຍທຳລາຍເມືອງໂຊໂດມ ເມືອງໂກໂມຣາ+ ແລະເມືອງຕ່າງໆທີ່ຢູ່ອ້ອມແອ້ມ 2 ເມືອງນັ້ນ+ ບາບີໂລນກໍຈະເປັນຄືກັນ. ຈະບໍ່ມີໃຜອາໄສຢູ່ເມືອງນີ້ອີກເລີຍ.+
41 ເບິ່ງແມ້! ມີຊາດໜຶ່ງທີ່ກຳລັງມາຈາກທາງເໜືອ
ມາຈາກບ່ອນທີ່ໄກທີ່ສຸດຂອງໂລກ.+
ຊາດນີ້ເປັນຊາດທີ່ຍິ່ງໃຫຍ່ແລະມີກະສັດທີ່ຍິ່ງໃຫຍ່ຫຼາຍອົງ.+
42 ເຂົາເຈົ້າຍິງທະນູແລະຊັດຫອກ.+
ເຂົາເຈົ້າໂຫດຫ້ຽມແລະບໍ່ມີຄວາມເມດຕາເລີຍ.+
ຕອນທີ່ເຂົາເຈົ້າຂີ່ມ້າ
ສຽງຂອງເຂົາເຈົ້າເປັນຄືກັບສຽງຂອງທະເລທີ່ປັ່ນປ່ວນ.+
ຄົນທີ່ຢູ່ໃນບາບີໂລນເອີ້ຍ ເຂົາເຈົ້າຍົກກອງທັບມາຕໍ່ສູ້ພວກເຈົ້າຄືກັບຄົນໆດຽວ.+
43 ເມື່ອກະສັດບາບີໂລນໄດ້ຍິນລາຍງານກ່ຽວກັບເຂົາເຈົ້າ+
ມືຂອງລາວກໍບໍ່ມີແຮງ ຍ້ອນລາວຢ້ານຫຼາຍ.+
ລາວອຸກໃຈຫຼາຍແລະເຈັບປວດຫຼາຍ
ຄືກັບຜູ້ຍິງທີ່ກຳລັງເກີດລູກ.
44 ຄືກັບໂຕສິງທີ່ອອກຈາກປ່າຕຶບໜາຂອງຈໍແດນ ຈະມີຜູ້ໜຶ່ງມາແລະໂຈມຕີທົ່ງຫຍ້າທີ່ປອດໄພຂອງບາບີໂລນ. ແຕ່ບໍ່ດົນເຮົາຈະເຮັດໃຫ້ຄົນບາບີໂລນແລ່ນໜີຈາກແຜ່ນດິນຂອງໂຕເອງ ແລະເຮົາຈະແຕ່ງຕັ້ງຜູ້ນຳທີ່ເຮົາໄດ້ເລືອກໄວ້ໃຫ້ປົກຄອງແຜ່ນດິນນີ້.+ ຈະມີໃຜບໍທີ່ຄືກັບເຮົາ? ມີໃຜບໍທີ່ກ້າທ້າທາຍເຮົາ? ມີຜູ້ລ້ຽງແກະຄົນໃດບໍທີ່ຈະຕໍ່ຕ້ານເຮົາໄດ້?+ 45 ດັ່ງນັ້ນ ໃຫ້ຟັງສິ່ງທີ່ພະເຢໂຫວາຕັດສິນໃຈກ່ຽວກັບບາບີໂລນ+ແລະສິ່ງທີ່ເພິ່ນຄິດກ່ຽວກັບແຜ່ນດິນຂອງພວກການເດອາ.
ພວກແກະນ້ອຍຈະຖືກລັກໄປແນ່ນອນ.
ເພິ່ນຈະເຮັດໃຫ້ບ່ອນຢູ່ຂອງເຂົາເຈົ້າຮ້າງເປົ່າ ຍ້ອນສິ່ງທີ່ເຂົາເຈົ້າເຮັດ.+
46 ຕອນທີ່ມີສຽງຂອງການຍຶດບາບີໂລນ ໂລກຈະສັ່ນສະເທືອນ
ແລະຊາດຕ່າງໆກໍຈະໄດ້ຍິນສຽງຮ້ອງດັງໆ.”+
51 ພະເຢໂຫວາບອກວ່າ:
2 ເຮົາຈະສົ່ງພວກຄົນຝັດເຂົ້າມາບາບີໂລນ
ແລະເຂົາເຈົ້າຈະຝັດເມືອງນີ້ແລະເຮັດໃຫ້ແຜ່ນດິນນີ້ຮ້າງເປົ່າ.
ເຂົາເຈົ້າຈະໂຈມຕີເມືອງນີ້ຈາກທຸກດ້ານໃນມື້ທີ່ເມືອງນີ້ເຈິຄວາມຈິບຫາຍ.+
3 ທະຫານຍິງທະນູຂອງບາບີໂລນຈະບໍ່ໄດ້ໃຊ້ທະນູ.
ທະຫານຂອງເມືອງນີ້ຈະບໍ່ໄດ້ຢືນໃສ່ຊຸດເກາະ.
ພວກເຈົ້າຢ່າອີ່ຕົນພວກຄົນໜຸ່ມຂອງເມືອງນີ້+
ແລະໃຫ້ຂ້າທະຫານຂອງເມືອງນີ້ໃຫ້ໝົດ.
4 ພວກທະຫານຂອງການເດອາຈະຖືກແທງຢູ່ຕາມຫົນທາງ+
ແລະຈະຕາຍຢູ່ໃນແຜ່ນດິນຂອງໂຕເອງ.
5 ອິດສະຣາເອນແລະຢູດາບໍ່ໄດ້ຖືກພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງເຂົາເຈົ້າຖິ້ມ+
ແຕ່ພະເຈົ້າອົງບໍລິສຸດຂອງອິດສະຣາເອນຖືວ່າແຜ່ນດິນຂອງເຂົາເຈົ້າ*ມີຄວາມຜິດຫຼາຍ.
6 ໃຫ້ໜີອອກມາຈາກບາບີໂລນ.
ໃຫ້ໜີເອົາຊີວິດລອດ.+
ຢ່າຕາຍຍ້ອນຄວາມຜິດຂອງເມືອງນີ້
ຍ້ອນນີ້ແມ່ນເວລາທີ່ພະເຢໂຫວາກຳລັງແກ້ແຄ້ນ.
ເພິ່ນກຳລັງຕອບແທນເມືອງນີ້ຕາມສິ່ງທີ່ເມືອງນີ້ໄດ້ເຮັດ.+
7 ບາບີໂລນເຄີຍເປັນຈອກຄຳທີ່ຢູ່ໃນມືຂອງພະເຢໂຫວາ.
ມັນໄດ້ເຮັດໃຫ້ທົ່ວທັງໂລກເມົາ.
8 ບາບີໂລນໄດ້ຫັກລົງແລະຫຼົ້ມຈົມຢ່າງກະທັນຫັນ.+
ໃຫ້ຮ້ອງໄຫ້ໃຫ້ເມືອງນີ້.+
ໃຫ້ເອົານ້ຳມັນຫອມມາບັນເທົາຄວາມເຈັບປວດໃຫ້ເມືອງນີ້ ບາງເທື່ອອາດຈະປິ່ນປົວເມືອງນີ້ໄດ້.”
9 “ພວກເຮົາພະຍາຍາມປິ່ນປົວບາບີໂລນ ແຕ່ກໍປົວບໍ່ໄດ້.
ໄປ໋ ໃຫ້ພວກເຮົາອອກຈາກເມືອງນີ້ແລະກັບໄປແຜ່ນດິນຂອງໂຕເອງ+
ຍ້ອນຄວາມຜິດຂອງເມືອງນີ້ຂຶ້ນໄປຮອດຟ້າແລ້ວ.
ມັນສູງຈົນຮອດຂີ້ເຝື້ອ.+
10 ພະເຢໂຫວາໄດ້ສະແດງຄວາມຍຸຕິທຳຕໍ່ພວກເຮົາແລ້ວ.+
ໃຫ້ພວກເຮົາໄປເລົ່າຢູ່ຊີໂອນວ່າພະເຢໂຫວາພະເຈົ້າຂອງພວກເຮົາໄດ້ເຮັດຫຍັງແດ່.”+
11 “ໃຫ້ຂັດເງົາລູກທະນູ+ແລະຈັບໂລ້ມົນຂຶ້ນມາ*
ພະເຢໂຫວາໄດ້ກະຕຸ້ນໃຫ້ພວກກະສັດເມເດຍອອກໄປເຮັດສົງຄາມ+
ຍ້ອນເພິ່ນຕັ້ງໃຈຈະທຳລາຍບາບີໂລນ.
ນີ້ແມ່ນການແກ້ແຄ້ນຂອງພະເຢໂຫວາແລະການແກ້ແຄ້ນເພື່ອວິຫານຂອງເພິ່ນ.
12 ໃຫ້ຍົກເສົາໃຫ້ສັນຍານ*+ເພື່ອໂຈມຕີກຳແພງເມືອງຂອງບາບີໂລນ.
ໃຫ້ເສີມກຳລັງຄົນຍາມແລະໃຫ້ເຂົາເຈົ້າເຂົ້າປະຈຳທີ່.
ໃຫ້ກຽມກອງທະຫານດັກຊຸ້ມໃຫ້ພ້ອມ
ຍ້ອນພະເຢໂຫວາໄດ້ກຽມແຜນການໄວ້ແລ້ວ
ແລະເພິ່ນຈະເຮັດຕາມສິ່ງທີ່ເພິ່ນໄດ້ເວົ້າໄວ້ກ່ຽວກັບຄົນທີ່ຢູ່ໃນບາບີໂລນ.+
13 ຜູ້ຍິງທີ່ຢູ່ເທິງນ້ຳຕ່າງໆ+ແລະມີຊັບສົມບັດຫຼາຍໆເອີ້ຍ+
ຈຸດຈົບຂອງເຈົ້າມາຮອດແລ້ວ.
ເຈົ້າຈະບໍ່ໄດ້ສ້າງຜົນກຳໄລອີກຕໍ່ໄປແລ້ວ.+
14 ພະເຢໂຫວາຜູ້ບັນຊາການກອງທັບໄດ້ສາບານໂດຍໃຊ້ຊື່ຂອງເພິ່ນວ່າ
‘ເຮົາຈະເຮັດໃຫ້ພວກຜູ້ຊາຍເຂົ້າໄປໃນເມືອງນີ້ຈົນເຕັມ. ພວກຜູ້ຊາຍຈະມີຫຼາຍຄືກັບຝູງຕັກກະແຕນ
ແລະເຂົາເຈົ້າຈະພາກັນຮ້ອງສຽງດັງຕອນທີ່ເອົາຊະນະເມືອງນີ້ໄດ້.’+
15 ເພິ່ນເປັນຜູ້ສ້າງໂລກດ້ວຍລິດເດດຂອງເພິ່ນ
ເພິ່ນເປັນຜູ້ສ້າງແຜ່ນດິນທີ່ອຸດົມສົມບູນດ້ວຍສະຕິປັນຍາຂອງເພິ່ນ+
ແລະເພິ່ນເປັນຜູ້ພືທ້ອງຟ້າອອກດ້ວຍຄວາມເຂົ້າໃຈຂອງເພິ່ນ.+
16 ເມື່ອເພິ່ນເປັ່ງສຽງ
ເພິ່ນກໍເຮັດໃຫ້ນ້ຳທີ່ຢູ່ເທິງຟ້າປັ່ນປ່ວນ.
ເພິ່ນເຮັດໃຫ້ຂີ້ເຝື້ອ*ລອຍມາຈາກສຸດຂອບໂລກ.
17 ມະນຸດທຸກຄົນເຮັດສິ່ງທີ່ບໍ່ມີເຫດຜົນແລະເຮັດແບບບໍ່ມີຄວາມຮູ້.
ຊ່າງເງິນຊ່າງຄຳຈະຕ້ອງອັບອາຍຂາຍໜ້າຍ້ອນຮູບແກະສະຫຼັກ+
ຍ້ອນຮູບບູຊາທີ່ເຂົາເຈົ້າຫຼໍ່ຂຶ້ນມາເປັນເລື່ອງຫຼອກລວງ
18 ພວກມັນບໍ່ມີປະໂຫຍດຫຍັງ+ແລະເປັນຕາໜ້າເຍາະເຍີ້ຍ.
ເມື່ອຮອດມື້ຕັດສິນ ພວກມັນກໍຈະຖືກທຳລາຍ.
19 ພະເຈົ້າ*ຂອງຢາໂຄບບໍ່ຄືກັບຮູບບູຊາເຫຼົ່ານັ້ນ
ຍ້ອນເພິ່ນເປັນຜູ້ສ້າງທຸກສິ່ງທຸກຢ່າງ
ແລະເພິ່ນຍັງເປັນໄມ້ຄ້ອນເທົ້າຂອງຊັບສົມບັດ*ຂອງເພິ່ນ.*+
ຊື່ຂອງເພິ່ນແມ່ນພະເຢໂຫວາຜູ້ບັນຊາການກອງທັບ.+
20 ບາບີໂລນ*ເອີ້ຍ ເຈົ້າເປັນໄມ້ຂອງເຮົາ ເປັນອາວຸດທີ່ເຮົາໃຊ້ເຮັດສົງຄາມ.
ເຮົາຈະໃຊ້ເຈົ້າຕີຊາດຕ່າງໆ.
ເຮົາຈະໃຊ້ເຈົ້າທຳລາຍອານາຈັກຕ່າງໆຈົນເປັນຊາກຫັກພັງ.
21 ເຮົາຈະໃຊ້ເຈົ້າຕີມ້າແລະຄົນຂີ່ມ້າ.
ເຮົາຈະໃຊ້ເຈົ້າຕີລົດຮົບແລະຄົນຂັບລົດຮົບ.
22 ເຮົາຈະໃຊ້ເຈົ້າຕີຜູ້ຊາຍແລະຜູ້ຍິງ.
ເຮົາຈະໃຊ້ເຈົ້າຕີຜູ້ເຖົ້າແລະເດັກນ້ອຍ.
ເຮົາຈະໃຊ້ເຈົ້າຕີຜູ້ບ່າວແລະຜູ້ສາວ.
23 ເຮົາຈະໃຊ້ເຈົ້າຕີຄົນລ້ຽງແກະແລະຝູງແກະຂອງລາວ.
ເຮົາຈະໃຊ້ເຈົ້າຕີຊາວນາແລະຝູງສັດຂອງລາວ.
ເຮົາຈະໃຊ້ເຈົ້າຕີພວກເຈົ້າແຂວງແລະພວກຜູ້ປົກຄອງ.
24 ເຮົາຈະຕອບແທນຄົນບາບີໂລນແລະຄົນການເດອາ
ຕາມຄວາມຊົ່ວທັງໝົດທີ່ເຂົາເຈົ້າໄດ້ເຮັດຕໍ່ໜ້າເຈົ້າຢູ່ຊີໂອນ.”+ ພະເຢໂຫວາເວົ້າໄວ້ແນວນີ້.
ເຮົາຈະເດ່ມືຂອງເຮົາຍູ້ເຈົ້າໃຫ້ກິ້ງລົງມາຈາກໜ້າຜາ
ແລະຈະເຮັດໃຫ້ເຈົ້າເປັນພູທີ່ຖືກໄຟໄໝ້ຈົນໝົດ.”
26 ພະເຢໂຫວາເວົ້າວ່າ: “ຈະບໍ່ມີໃຜເອົາຫີນຫົວແຈຫຼືຫີນທີ່ເປັນຮາກຖານໄປຈາກເຈົ້າ
ຍ້ອນເຈົ້າຈະເປັນບ່ອນຮ້າງເປົ່າຕະຫຼອດໄປ.+
27 ໃຫ້ຍົກເສົາໃຫ້ສັນຍານເພື່ອໂຈມຕີແຜ່ນດິນນີ້.+
ໃຫ້ເປົ່າແກໃຫ້ຊາດຕ່າງໆໄດ້ຍິນ.
ໃຫ້ສົ່ງຊາດຕ່າງໆມາຕໍ່ສູ້ເມືອງນີ້.
ໃຫ້ເອີ້ນອານາຈັກອາຣາຣັດ+ ມິນນີ ແລະອັດຊະເກນາດມາຕໍ່ສູ້ເມືອງນີ້.+
ໃຫ້ສັ່ງພວກທະຫານມາຕໍ່ສູ້ເມືອງນີ້
ແລະໃຫ້ພວກມ້າເຂົ້າມາໃນເມືອງນີ້ຄືກັບຝູງຕັກກະແຕນ.
28 ໃຫ້ສົ່ງຊາດຕ່າງໆມາຕໍ່ສູ້ເມືອງນີ້.
ໃຫ້ສົ່ງພວກກະສັດ ພວກເຈົ້າແຂວງ ພວກຜູ້ປົກຄອງຂອງເມເດຍ+
ແລະແຜ່ນດິນທັງໝົດທີ່ເຂົາເຈົ້າປົກຄອງມາຕໍ່ສູ້ເມືອງນີ້ນຳ.
29 ໂລກຈະສັ່ນສະເທືອນ
ຍ້ອນພະເຢໂຫວາຈະເຮັດກັບບາບີໂລນຕາມທີ່ເພິ່ນຕັ້ງໃຈໄວ້.
ບາບີໂລນຈະກາຍເປັນແຜ່ນດິນທີ່ເປັນຕາຢ້ານແລະບໍ່ມີຄົນອາໄສຢູ່ເລີຍ.+
30 ພວກທະຫານຂອງບາບີໂລນຍອມແພ້ແລ້ວ.
ເຂົາເຈົ້ານັ່ງຢູ່ໃນປ້ອມຂອງເຂົາເຈົ້າ.
ເຂົາເຈົ້າບໍ່ມີເຫື່ອແຮງແລ້ວ.+
ເຂົາເຈົ້າເປັນຄືກັບຜູ້ຍິງ.+
ເຮືອນຕ່າງໆໃນເມືອງນີ້ກໍຖືກຈູດ
ແລະກອນປະຕູເມືອງກໍຖືກຫັກແລ້ວ.+
31 ຜູ້ສົ່ງຂ່າວຄົນໜຶ່ງແລ່ນໄປເຈິຜູ້ສົ່ງຂ່າວຄົນໜຶ່ງ
ແລະຜູ້ສົ່ງຂ່າວອີກຄົນໜຶ່ງກໍແລ່ນໄປເຈິຜູ້ສົ່ງຂ່າວອີກຄົນໜຶ່ງ
ເພື່ອລາຍງານໃຫ້ກະສັດບາບີໂລນຮູ້ວ່າທຸກໆສ່ວນຂອງເມືອງໄດ້ຖືກຍຶດແລ້ວ+
32 ເພື່ອລາຍງານວ່າບ່ອນທີ່ປະຊາຊົນຂ້າມແມ່ນ້ຳໄດ້ຖືກຍຶດແລ້ວ+
ເຮືອພາໄພຣັດ*ກໍຖືກຈູດຖິ້ມ
ແລະພວກທະຫານກໍພາກັນຢ້ານຫຼາຍ.”
33 ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ:
“ບາບີໂລນເປັນຄືກັບລານຟາດເຂົ້າ.
ບັດນີ້ ຮອດເວລາແລ້ວທີ່ຈະຢຽບບາບີໂລນຈົນແໜ້ນ
ຍ້ອນລະດູເກັບກ່ຽວໃກ້ຈະມາຮອດແລ້ວ.”
34 “ເນບູກາດເນັດຊາ*ກະສັດຂອງບາບີໂລນໄດ້ກັດກິນຂ້ອຍ.+
ລາວໂຍນຂ້ອຍເຂົ້າໄປໃນຄວາມສັບສົນວຸ່ນວາຍ.
ລາວວາງຂ້ອຍລົງຄືກັບໝໍ້ເປົ່າ.
ລາວເປັນຄືກັບງູໃຫຍ່ທີ່ກືນຂ້ອຍລົງໄປ.+
ທ້ອງຂອງລາວເຕັມແຕ່ສິ່ງດີໆຂອງຂ້ອຍ
ແລະລາວໄດ້ໂຍນຂ້ອຍຖິ້ມ.*
35 ຄົນທີ່ຢູ່ຊີໂອນເວົ້າວ່າ ‘ຂໍໃຫ້ຄວາມຮຸນແຮງທີ່ເກີດຂຶ້ນກັບຂ້ອຍແລະຄົນຂອງຂ້ອຍກັບຄືນໄປຖືກບາບີໂລນ!’+
ເຢຣູຊາເລັມເວົ້າວ່າ ‘ຂໍໃຫ້ຄົນການເດອາມີຄວາມຜິດຍ້ອນເຂົາເຈົ້າຂ້າຂ້ອຍ!’”
36 ພະເຢໂຫວາຈຶ່ງເວົ້າວ່າ:
ເຮົາຈະເຮັດໃຫ້ທະເລແລະນ້ຳສ້າງຂອງບາບີໂລນແຫ້ງໄປ.+
37 ບາບີໂລນຈະກາຍເປັນກອງຫີນ+
ເປັນບ່ອນຢູ່ຂອງໝາໄນ+
ເປັນບ່ອນທີ່ເປັນຕາຢ້ານແລະໜ້າເຍາະເຍີ້ຍ
ແລະເປັນບ່ອນທີ່ບໍ່ມີຄົນອາໄສຢູ່ເລີຍ.+
38 ເຂົາເຈົ້າທຸກຄົນຈະແຜດສຽງຮ້ອງຄືກັບໂຕສິງ.
ເຂົາເຈົ້າຈະເຮັດສຽງຂູ່ຄືກັບສິງນ້ອຍ.”
39 ພະເຢໂຫວາບອກວ່າ: “ຕອນທີ່ເຂົາເຈົ້າຕື່ນເຕັ້ນທີ່ຈະໄດ້ກິນ ເຮົາຈະຈັດງານລ້ຽງໃຫ້ເຂົາເຈົ້າແລະເຮັດໃຫ້ເຂົາເຈົ້າເມົາ
ເພື່ອເຂົາເຈົ້າຈະໄດ້ດີໃຈ+
ແລ້ວເຂົາເຈົ້າຈະໄດ້ຫຼັບໄປ
ແລະບໍ່ຕື່ນອີກເລີຍ.+
40 ເຮົາຈະພາເຂົາເຈົ້າໄປຄືກັບພາແກະໄປຫາຄົນຂ້າສັດ
ຄືກັບພາແກະໂຕຜູ້ແລະແບ້ໄປຂ້າ.
ຊາດຕ່າງໆທີ່ເຫັນບາບີໂລນກໍຮູ້ສຶກຕົກໃຈແລະຢ້ານຫຼາຍ.
42 ນ້ຳທະເລໄດ້ຖ້ວມເມືອງບາບີໂລນແລ້ວ
ແລະຄື້ນທະເລໄດ້ຊັດໃສ່ເມືອງນີ້ຈົນຫຼິບ.
43 ເມືອງຕ່າງໆຂອງບາບີໂລນກາຍເປັນບ່ອນທີ່ເປັນຕາຢ້ານ ເປັນທະເລຊາຍ ແລະເປັນບ່ອນທີ່ບໍ່ມີນ້ຳ
ເປັນແຜ່ນດິນທີ່ບໍ່ມີຄົນອາໄສຢູ່ແລະບໍ່ມີໃຜກາຍໄປກາຍມາ.+
44 ເຮົາຈະລົງໂທດພະເບນ+ໃນບາບີໂລນ
ແລະເຮົາຈະເອົາສິ່ງທີ່ລາວໄດ້ກືນກິນອອກມາຈາກປາກຂອງລາວ.+
ຊາດຕ່າງໆຈະບໍ່ໄປຫາລາວອີກຕໍ່ໄປ
ແລະກຳແພງເມືອງບາບີໂລນຈະຖືກທຳລາຍ.+
45 ປະຊາຊົນຂອງເຮົາເອີ້ຍ ໃຫ້ໜີອອກມາຈາກເມືອງນີ້ສະ!+
ໃຫ້ໜີເອົາຊີວິດລອດ+ຈາກຄວາມໃຈຮ້າຍແຮງຂອງພະເຢໂຫວາ!+
46 ຢ່າໝົດກຳລັງໃຈຫຼືຢ້ານຍ້ອນຂ່າວທີ່ໄດ້ຍິນໃນແຜ່ນດິນນີ້.
ປີນີ້ຈະມີຂ່າວມາ
ແລະປີໜ້າກໍຈະມີຂ່າວມາອີກ
ເຊິ່ງເປັນຂ່າວເລື່ອງຄວາມຮຸນແຮງໃນແຜ່ນດິນນີ້ແລະເລື່ອງການຕໍ່ສູ້ຂອງພວກຜູ້ປົກຄອງ.
47 ຖ້າເບິ່ງເດີ້ ອີກຈັກໜ້ອຍ
ເຮົາຈະລົງໂທດຮູບພະຕ່າງໆທີ່ເປັນຕາຂີ້ດຽດຂອງບາບີໂລນ.
ແຜ່ນດິນທັງໝົດຈະຕ້ອງອັບອາຍຂາຍໜ້າ.
ຄົນບາບີໂລນທັງໝົດຈະຕ້ອງຖືກຂ້າ.+
48 ທ້ອງຟ້າ ໂລກ ແລະທຸກສິ່ງທີ່ຢູ່ໃນໂລກ
ຈະຮ້ອງດ້ວຍຄວາມດີໃຈຍ້ອນບາບີໂລນຖືກທຳລາຍແລ້ວ.+
ພວກຜູ້ທຳລາຍເມືອງນີ້ຈະມາຈາກທາງເໜືອ.”+ ພະເຢໂຫວາເວົ້າໄວ້ແນວນີ້.
49 “ບາບີໂລນບໍ່ໄດ້ຂ້າແຕ່ຄົນອິດສະຣາເອນເທົ່ານັ້ນ+
ແຕ່ບາບີໂລນຍັງໄດ້ຂ້າຄົນອື່ນໆທົ່ວໂລກນຳ.
50 ພວກເຈົ້າທີ່ລອດຈາກດາບ ໃຫ້ແລ່ນຕໍ່ໄປ ຢ່າຢືນຢູ່ຊື່ໆ!+
ພວກເຈົ້າທີ່ຢູ່ບ່ອນໄກໆ ໃຫ້ນຶກເຖິງພະເຢໂຫວາ
ແລະໃຫ້ນຶກເຖິງເຢຣູຊາເລັມ.+
51 ພວກເຮົາໄດ້ຍິນຄຳເຍາະເຍີ້ຍແລະພວກເຮົາກໍອັບອາຍ.
52 ພະເຢໂຫວາບອກວ່າ: “ຖ້າເບິ່ງເດີ້ ອີກຈັກໜ້ອຍ
ເຮົາຈະລົງໂທດຮູບບູຊາຕ່າງໆທີ່ເປັນຕາຂີ້ດຽດຂອງບາບີໂລນ
ແລະທົ່ວແຜ່ນດິນນີ້ຈະມີແຕ່ສຽງຮ້ອງຄາງຂອງຄົນທີ່ບາດເຈັບ.”+
53 ພະເຢໂຫວາບອກວ່າ: “ເຖິງວ່າບາບີໂລນຈະຂຶ້ນໄປສະຫວັນ+
ແລະເຖິງວ່າບາບີໂລນຈະເຮັດໃຫ້ປ້ອມສູງໆແຂງແຮງຫຼາຍສ່ຳໃດ
ເຮົາກໍຈະສົ່ງພວກຜູ້ທຳລາຍມາຕໍ່ສູ້ເມືອງນີ້.+
54 ຟັງແມ້! ມີສຽງຮ້ອງຄາງດັງມາຈາກບາບີໂລນ+
ມີສຽງຂອງຄວາມຈິບຫາຍຄັ້ງໃຫຍ່ດັງມາຈາກແຜ່ນດິນຂອງພວກການເດອາ+
55 ຍ້ອນພະເຢໂຫວາກຳລັງທຳລາຍບາບີໂລນ.
ເພິ່ນຈະເຮັດໃຫ້ສຽງດັງໆຂອງເມືອງນີ້ມິດໄປ.
ສຽງຂອງພວກທີ່ມາໂຈມຕີເມືອງນີ້ຈະເປັນຄືກັບສຽງຄື້ນທີ່ຢູ່ໃນທະເລ
ແລະຄົນອື່ນໆກໍຈະໄດ້ຍິນສຽງຂອງເຂົາເຈົ້າ.
56 ພວກຜູ້ທຳລາຍຈະມາໂຈມຕີບາບີໂລນ.+
ທະຫານຂອງເມືອງນີ້ຈະຖືກຈັບ.+
ທະນູຂອງເຂົາເຈົ້າກໍຈະຖືກຫັກຖິ້ມ.
ພະເຢໂຫວາເປັນພະເຈົ້າທີ່ລົງໂທດຕາມທີ່ແຕ່ລະຄົນສົມຄວນໄດ້ຮັບ.+
ເພິ່ນຈະຈັດການບາບີໂລນແນ່ນອນ.+
57 ເຮົາຈະເຮັດໃຫ້ພວກເຈົ້ານາຍ ພວກຄົນສະຫຼາດ
ພວກເຈົ້າແຂວງ ພວກຜູ້ປົກຄອງ ແລະພວກທະຫານຂອງເມືອງນີ້ເມົາ.+
ເຂົາເຈົ້າຈະຫຼັບໄປແລະບໍ່ຕື່ນຂຶ້ນມາອີກເລີຍ.”+
ກະສັດຜູ້ມີຊື່ວ່າພະເຢໂຫວາຜູ້ບັນຊາການກອງທັບເວົ້າໄວ້ແນວນີ້.
58 ພະເຢໂຫວາຜູ້ບັນຊາການກອງທັບບອກວ່າ:
“ເຖິງວ່າກຳແພງເມືອງຂອງບາບີໂລນຈະກວ້າງໃຫຍ່ ແຕ່ມັນກໍຈະຖືກທຳລາຍຈົນໝົດ.+
ເຖິງວ່າປະຕູເມືອງຂອງບາບີໂລນຈະສູງ ແຕ່ມັນກໍຈະຖືກຈູດຖິ້ມ.
ຊາດຕ່າງໆຈະເຮັດວຽກໜັກ ແຕ່ຈະບໍ່ໄດ້ຫຍັງເລີຍ.
ຂະໜາດເຂົາເຈົ້າມີແຕ່ຫາຟືນມາຈູດເມືອງນີ້ຖິ້ມກໍຍັງເມື່ອຍແລ້ວ.”+
59 ນີ້ແມ່ນຄຳສັ່ງທີ່ຜູ້ພະຍາກອນເຢເຣມີຢາສັ່ງເສຣາຢາລູກຊາຍຂອງເນຣີຢາ+ຫຼານຊາຍຂອງມາເຊຢາຕອນທີ່ເສຣາຢາໄປບາບີໂລນ. ລາວໄປພ້ອມກັບເຊເດກີຢາກະສັດຂອງຢູດາໃນປີທີ 4 ທີ່ເຊເດກີຢາປົກຄອງ. ຕອນນັ້ນ ເສຣາຢາເປັນຜູ້ເບິ່ງແຍງເຄື່ອງຂອງຂອງກະສັດ. 60 ເຢເຣມີຢາໄດ້ຂຽນກ່ຽວກັບຄວາມຈິບຫາຍທັງໝົດນີ້ທີ່ຈະເກີດຂຶ້ນກັບບາບີໂລນໄວ້ໃນມ້ວນໜັງສືໜຶ່ງ. 61 ນອກຈາກນັ້ນ ເຢເຣມີຢາຍັງໄດ້ສັ່ງເສຣາຢາອີກວ່າ: “ເມື່ອເຈົ້າໄປຮອດບາບີໂລນແລ້ວ ໃຫ້ເຈົ້າອ່ານມ້ວນໜັງສືນີ້ໃຫ້ທຸກຄົນທີ່ຢູ່ຫັ້ນຟັງ 62 ແລະໃຫ້ເຈົ້າເວົ້າວ່າ ‘ພະເຢໂຫວາເອີ້ຍ ພະອົງໄດ້ເວົ້າກ່ຽວກັບບ່ອນນີ້ວ່າມັນຈະຖືກທຳລາຍແລະຈະບໍ່ມີຄົນຫຼືສັດອາໄສຢູ່ອີກເລີຍ. ມັນຈະຖືກປະຖິ້ມໃຫ້ຮ້າງເປົ່າຕະຫຼອດໄປ.’+ 63 ເມື່ອເຈົ້າອ່ານມ້ວນໜັງສືນີ້ຈົບແລ້ວ ກໍໃຫ້ເຈົ້າເອົາມ້ວນໜັງສືນີ້ມັດໃສ່ກ້ອນຫີນ ແລ້ວເອົາໄປໂຍນຖິ້ມຢູ່ກາງແມ່ນ້ຳເອິຟາຣາດ 64 ແລະເວົ້າວ່າ ‘ບາບີໂລນກໍຈະເປັນແນວນີ້ແຫຼະ. ມັນຈະຫຼົ້ມຈົມແລະຂຶ້ນມາບໍ່ໄດ້ອີກເລີຍ+ ຍ້ອນຄວາມຈິບຫາຍທີ່ພະເຈົ້າຈະເຮັດໃຫ້ເກີດກັບເມືອງນີ້ແລະຄົນໃນເມືອງນີ້ກໍຈະໝົດແຮງ.’”+
ທັງໝົດນີ້ແມ່ນຄຳເວົ້າຂອງເຢເຣມີຢາ.
52 ເຊເດກີຢາ+ເປັນກະສັດຕອນອາຍຸ 21 ປີ ແລະລາວປົກຄອງຢູ່ເມືອງເຢຣູຊາເລັມ 11 ປີ. ແມ່ຂອງລາວຊື່ຮາມຸຕານ+ເປັນລູກສາວຂອງເຢເຣມີຢາຄົນເມືອງລິບນາ. 2 ລາວເຮັດສິ່ງທີ່ພະເຢໂຫວາເບິ່ງວ່າຊົ່ວຄືກັບເຢໂຮຢາກີມໄດ້ເຮັດ.+ 3 ສິ່ງເຫຼົ່ານີ້ເກີດຂຶ້ນໃນເຢຣູຊາເລັມແລະໃນຢູດາກໍຍ້ອນວ່າພະເຢໂຫວາໃຈຮ້າຍຫຼາຍ. ໃນທີ່ສຸດ ເພິ່ນກໍກຳຈັດເຂົາເຈົ້າອອກໄປຈາກຕໍ່ໜ້າເພິ່ນ.+ ຕໍ່ມາ ເຊເດກີຢາໄດ້ກະບົດຕໍ່ກະສັດບາບີໂລນ.+ 4 ໃນວັນທີ 10 ເດືອນທີ 10 ຂອງປີທີ 9 ທີ່ເຊເດກີຢາປົກຄອງ ເນບູກາດເນັດຊາ*ກະສັດຂອງບາບີໂລນໄດ້ຍົກກອງທັບມາຕໍ່ສູ້ເມືອງເຢຣູຊາເລັມ. ເຂົາເຈົ້າໄດ້ຕັ້ງຄ້າຍແລະເຮັດກຳແພງອ້ອມເມືອງນັ້ນໄວ້.+ 5 ເຂົາເຈົ້າລ້ອມເມືອງຈົນຮອດປີທີ 11 ທີ່ເຊເດກີຢາປົກຄອງ.
6 ຕອນນັ້ນມີຄວາມອຶດຢາກໜັກຫຼາຍໃນເມືອງເຢຣູຊາເລັມແລະຄົນໃນເມືອງບໍ່ມີຂອງກິນເລີຍ.+ ແລ້ວໃນວັນທີ 9 ເດືອນທີ 4 ຂອງປີນັ້ນ+ 7 ກຳແພງເມືອງກໍພັງລົງມາ. ພວກທະຫານທຸກຄົນຂອງກະສັດເຊເດກີຢາໄດ້ໜີອອກຈາກເມືອງໄປໃນຄືນນັ້ນທາງປະຕູຂອງກຳແພງ 2 ຊັ້ນທີ່ຢູ່ໃກ້ສວນຂອງກະສັດ. ຕອນນັ້ນ ພວກການເດອາກຳລັງລ້ອມເມືອງໄວ້ ແຕ່ເຂົາເຈົ້າກໍໜີໄປທາງອາຣາບາ.+ 8 ພວກທະຫານການເດອາໄດ້ໄລ່ນຳກະສັດເຊເດກີຢາແລະນຳລາວທັນ+ຢູ່ບ່ອນກັນດານເຢຣິໂກ. ເມື່ອເຫັນແບບນັ້ນ ພວກທະຫານຂອງລາວກໍພາກັນໜີໄປຄົນລະທາງ. 9 ເຂົາເຈົ້າຈັບລາວໄດ້ແລະພາໄປຫາກະສັດບາບີໂລນຢູ່ເມືອງຣິບລາໃນແຜ່ນດິນຮາມັດ ແລ້ວກະສັດບາບີໂລນກໍຕັດສິນລາວ. 10 ກະສັດບາບີໂລນໄດ້ຂ້າພວກລູກຊາຍຂອງເຊເດກີຢາຕໍ່ໜ້າລາວແລະໄດ້ຂ້າພວກເຈົ້ານາຍທັງໝົດຂອງຢູດາຢູ່ເມືອງຣິບລາ. 11 ຈາກນັ້ນ ກະສັດບາບີໂລນກໍເຮັດໃຫ້ກະສັດເຊເດກີຢາຕາບອດ+ ເອົາໂສ້ທອງແດງລ່າມລາວໄວ້ ແລະພາລາວໄປບາບີໂລນ ແລ້ວຂັງລາວໄວ້ໃນຄຸກຈົນຮອດມື້ຕາຍ.
12 ໃນວັນທີ 10 ເດືອນທີ 5 ຂອງປີທີ 19 ທີ່ເນບູກາດເນັດຊາເປັນກະສັດປົກຄອງບາບີໂລນ ເນບູຊາຣາດານຫົວໜ້າທະຫານປ້ອງກັນໂຕກະສັດບາບີໂລນໄດ້ມາເມືອງເຢຣູຊາເລັມ.+ 13 ລາວໄດ້ຈູດວິຫານຂອງພະເຢໂຫວາ+ ວັງຂອງກະສັດ ເຮືອນທຸກຫຼັງໃນເມືອງເຢຣູຊາເລັມ ແລະເຮືອນຫຼັງໃຫຍ່ໆທຸກຫຼັງ. 14 ພວກທະຫານການເດອາທີ່ມານຳຫົວໜ້າທະຫານປ້ອງກັນໂຕກະສັດໄດ້ທຳລາຍກຳແພງເມືອງເຢຣູຊາເລັມ.+
15 ເນບູຊາຣາດານທີ່ເປັນຫົວໜ້າທະຫານປ້ອງກັນໂຕກະສັດໄດ້ຈັບຄົນທຸກຍາກບາງຄົນແລະຄົນທີ່ຍັງເຫຼືອຢູ່ໃນເມືອງໄປເປັນຊະເລີຍ. ລາວຍັງໄດ້ຈັບປະຊາຊົນແລະພວກທີ່ໄປຢູ່ຝ່າຍກະສັດບາບີໂລນນຳ ລວມທັງພວກຊ່າງທີ່ມີສີມືທີ່ຍັງເຫຼືອຢູ່.+ 16 ແຕ່ເນບູຊາຣາດານຈົ່ງຄົນທີ່ທຸກທີ່ສຸດໄວ້ເພື່ອໃຫ້ເຮັດສວນໝາກລະແຊັງແລະເຮັດໄຮ່ເຮັດນາ.+
17 ພວກການເດອາມ້າງເສົາທອງແດງ 2 ຕົ້ນ+ທີ່ຢູ່ວິຫານຂອງພະເຢໂຫວາ ແລະມ້າງລໍ້+ກັບອ່າງທະເລທອງແດງ+ທີ່ຢູ່ວິຫານຂອງພະເຢໂຫວາ ແລ້ວກໍຂົນທອງແດງທັງໝົດໄປບາບີໂລນ.+ 18 ເຂົາເຈົ້າຍັງໄດ້ເອົາຖັງໃສ່ຂີ້ເທົ່າ* ຊວ້ານ ມີດຕັດສຳລັບຕັດໄສ້ຕະກຽງ ຖ້ວຍ+ ຈອກ+ ແລະເຄື່ອງໃຊ້ທຸກຢ່າງທີ່ເປັນທອງແດງທີ່ຢູ່ໃນວິຫານໄປນຳ. 19 ຫົວໜ້າທະຫານປ້ອງກັນໂຕກະສັດໄດ້ເອົາອ່າງ+ ຖາດສຳລັບໃສ່ຖ່ານທີ່ຮ້ອນໆ ຖ້ວຍ ຖັງໃສ່ຂີ້ເທົ່າ ຂາຕະກຽງ+ ຈອກ ແລະຖ້ວຍທີ່ເປັນເງິນແທ້ແລະຄຳແທ້ໄປຄືກັນ.+ 20 ຈຳນວນທອງແດງທີ່ໃຊ້ເຮັດເສົາ 2 ຕົ້ນ ອ່າງທະເລທອງແດງ ຮູບປັ້ນງົວທອງແດງ 12 ໂຕ+ທີ່ຢູ່ກ້ອງອ່າງທະເລທອງແດງ ແລະລໍ້ທີ່ກະສັດໂຊໂລໂມນໄດ້ເຮັດສຳລັບວິຫານຂອງພະເຢໂຫວາມີຫຼາຍແທ້ຫຼາຍວ່າຈົນຊັ່ງນ້ຳໜັກບໍ່ໄດ້.
21 ເສົາ 2 ຕົ້ນນັ້ນສູງ 18 ສອກ*ແລະອ້ອມຮອບເສົາແທກໄດ້ 12 ສອກ.*+ ເສົາແຕ່ລະຕົ້ນເປັນໂກນທາງໃນແລະເຮັດຈາກທອງແດງໜາ 4 ນິ້ວ.* 22 ບົວຫົວເສົາທີ່ເປັນທອງແດງທີ່ຢູ່ເທິງເສົາສູງ 5 ສອກ*+ ແລະຕານ່າງທີ່ຢູ່ກັບໝາກພິລາທີ່ຢູ່ອ້ອມບົວເປັນທອງແດງທັງໝົດ. ເສົາທັງສອງຕົ້ນເຮັດແບບດຽວກັນແລະມີໝາກພິລາຄືກັນ. 23 ໝາກພິລາທີ່ຢູ່ທາງຂ້າງຂອງບົວຫົວເສົາມີ 96 ໜ່ວຍ ແລະມີໝາກພິລາທັງໝົດ 100 ໜ່ວຍທີ່ຕິດຢູ່ກັບຕານ່າງແຕ່ລະອັນ.+
24 ຫົວໜ້າທະຫານປ້ອງກັນໂຕກະສັດໄດ້ຈັບເສຣາຢາ+ທີ່ເປັນປະໂລຫິດໃຫຍ່ ເຊຟານີຢາ+ທີ່ເປັນຜູ້ຊ່ວຍປະໂລຫິດໃຫຍ່ ແລະຄົນຍາມປະຕູ 3 ຄົນໄປນຳ.+ 25 ນອກຈາກນັ້ນ ລາວຍັງໄດ້ຈັບຂ້າລາຊະການຄົນໜຶ່ງທີ່ເປັນຜູ້ບັນຊາການທະຫານ ທີ່ປຶກສາ 7 ຄົນຂອງກະສັດທີ່ຍັງຢູ່ໃນເມືອງເຢຣູຊາເລັມ ເລຂາຂອງຫົວໜ້າກອງທັບທີ່ຮັບຜິດຊອບເກນຄົນເຂົ້າມາເປັນທະຫານ ແລະປະຊາຊົນ 60 ຄົນທີ່ຍັງຢູ່ໃນເມືອງ. 26 ເນບູຊາຣາດານທີ່ເປັນຫົວໜ້າທະຫານປ້ອງກັນໂຕກະສັດຈັບຄົນເຫຼົ່ານີ້ໄປໃຫ້ກະສັດບາບີໂລນຢູ່ເມືອງຣິບລາ. 27 ກະສັດບາບີໂລນໄດ້ຂ້າເຂົາເຈົ້າຢູ່ເມືອງຣິບລາ+ໃນເຂດຮາມັດ. ພວກຢູດາຈຶ່ງຖືກໄລ່ອອກຈາກແຜ່ນດິນຂອງໂຕເອງແລະຖືກຈັບໄປເປັນຊະເລີຍ.+
28 ໃນປີທີ 7 ທີ່ເນບູກາດເນັດຊາປົກຄອງ ຄົນຢູດາຖືກຈັບໄປເປັນຊະເລີຍ 3.023 ຄົນ.+
29 ໃນປີທີ 18 ທີ່ເນບູກາດເນັດຊາປົກຄອງ+ ຄົນເຢຣູຊາເລັມຖືກຈັບໄປເປັນຊະເລີຍ 832 ຄົນ.
30 ໃນປີທີ 23 ທີ່ເນບູກາດເນັດຊາປົກຄອງ ເນບູຊາຣາດານຫົວໜ້າທະຫານປ້ອງກັນໂຕກະສັດຈັບຄົນຢູດາໄປເປັນຊະເລີຍ 745 ຄົນ.+
ຄົນທີ່ຖືກຈັບໄປເປັນຊະເລີຍລວມທັງໝົດມີ 4.600 ຄົນ.
31 ໃນປີທີ 37 ທີ່ເຢໂຮຢາກິນກະສັດ+ຂອງຢູດາຖືກຈັບມາເປັນຊະເລີຍ ເອວິນເມໂຣດັກກໍເລີ່ມເປັນກະສັດປົກຄອງບາບີໂລນ. ໃນວັນທີ 25 ເດືອນທີ 12 ຂອງປີນັ້ນ ເອວິນເມໂຣດັກໄດ້ປ່ອຍເຢໂຮຢາກິນກະສັດຂອງຢູດາອອກຈາກຄຸກ.+ 32 ເອວິນເມໂຣດັກໄດ້ເຮັດດີກັບເຢໂຮຢາກິນແລະໃຫ້ກຽດລາວຫຼາຍກວ່າກະສັດອົງອື່ນໆ*ທີ່ຖືກຈັບມາເປັນຊະເລີຍຢູ່ບາບີໂລນ. 33 ເຢໂຮຢາກິນບໍ່ຕ້ອງນຸ່ງເຄື່ອງນັກໂທດ ແລະລາວໄດ້ນັ່ງກິນເຂົ້າກັບກະສັດຈົນຮອດມື້ຕາຍ. 34 ກະສັດບາບີໂລນໃຫ້ເຢໂຮຢາກິນມີຂອງກິນທຸກມື້ຕະຫຼອດຊີວິດຂອງເຢໂຮຢາກິນຈົນຮອດມື້ຕາຍ.
ອາດແປວ່າ “ພະເຢໂຫວາຍົກໃຫ້ສູງຂຶ້ນ”
ຫຼື “ເລືອກ”
ຫຼື “ເຮົາໄດ້ແຍກເຈົ້າໄວ້ຕ່າງຫາກ”
ຫຼື “ຄົນໜຸ່ມ”
ແປຕາມໂຕວ່າ “ຜູ້ທີ່ຕື່ນຢູ່”
ຫຼື “ໝໍ້ປາກກວ້າງ”
ແປຕາມໂຕວ່າ “ຖືກວີ.” ໝາຍເຖິງມີຄົນວີໄຟຢູ່ທາງລຸ່ມ.
ແປຕາມໂຕວ່າ “ເອົາຜ້າມັດແອວໄວ້”
ຫຼື “ເຈາະ.” ໝາຍເຖິງເຈາະຫີນ.
ຫຼື “ເມມຟິດ”
ແປຕາມໂຕວ່າ “ກິນມົງກຸດຢູ່ຫົວຂອງເຈົ້າ”
ໝາຍເຖິງແມ່ນ້ຳສາຍໜຶ່ງທີ່ແຍກອອກມາຈາກແມ່ນ້ຳນິນ
ສານເຄມີຊະນິດໜຶ່ງທີ່ເປັນດ່າງ
ຫຼື “ພະເຈົ້າຂອງຄົນຕ່າງຊາດ”
ແປຕາມໂຕວ່າ “ອອກໄປໂດຍເອົາມືເຈົ້າວາງໄວ້ເທິງຫົວເຈົ້າ”
ແປຕາມໂຕວ່າ “ຄົນອາຣັບ”
ຫຼື “ພະເຈົ້າຂອງຄົນຕ່າງຊາດ”
ຫຼືອາດແປວ່າ “ຜົວຂອງເຈົ້າ”
ແປຕາມໂຕວ່າ “ຄົນໜຶ່ງຈາກເມືອງໜຶ່ງແລະສອງຄົນຈາກຄອບຄົວໜຶ່ງ”
ແປຕາມໂຕວ່າ “ໃຈ”
ໝາຍເຖິງໃຫ້ເຈົ້າໄດ້ຮັບມໍລະດົກ ເຊິ່ງປົກກະຕິແລ້ວເອົາໄວ້ໃຫ້ລູກຊາຍ
ແປຕາມໂຕວ່າ “ກອງທັບຂອງຊາດຕ່າງໆ”
ຫຼື “ສິ່ງທີ່ເປັນຕາອາຍ”
ແປຕາມໂຕວ່າ “ຮັບສິນຕັດ”
ແປຕາມໂຕວ່າ “ຕັດໜັງຫຸ້ມປາຍ”
ຫຼື “ທຸງ”
ແປຕາມໂຕວ່າ “ລູກສາວຂອງປະຊາຊົນຂອງເຮົາ.” ນີ້ແມ່ນການສົມທຽບໃນບົດກອນເຊິ່ງອາດໝາຍເຖິງການສະແດງຄວາມອີ່ຕົນຫຼືເຫັນອົກເຫັນໃຈ.
ໝາຍເຖິງຜູ້ທີ່ເຝົ້າເບິ່ງເມືອງເພື່ອຈະຮູ້ວ່າຄວນຈະໂຈມຕີເມືອງຕອນໃດ
ຫຼືອາດແປວ່າ “ສຽງໂຫ່ຮ້ອງຂອງທະຫານຕອນອອກໄປສູ້ຮົບ”
ຫຼື “ຮູ້ສຶກເສຍໃຈ”
ຫຼື “ສີທາຕາ”
ແປຕາມໂຕວ່າ “ເຂົາເຈົ້າເຮັດໃຫ້ໜ້າຂອງເຂົາເຈົ້າແຂງກວ່າຫີນ”
ແປຕາມໂຕວ່າ “ແນວທາງ”
ຫຼືອາດແປວ່າ “ເພິ່ນບໍ່ມີຢູ່ແທ້ດອກ”
ເປັນສຳນວນບົດກອນທີ່ມັກໃຊ້ເພື່ອໝາຍເຖິງເມືອງເຢຣູຊາເລັມຫຼືຄົນທີ່ຢູ່ໃນເມືອງນັ້ນ
ແປຕາມໂຕວ່າ “ເຮັດໃຫ້ບໍລິສຸດ”
ຫຼື “ກະດູກທີ່ແຕກ”
ຫຼື “ແບບພໍຄືໆ”
ຫຼື “ຄຳສອນ”
ໝາຍເຖິງເຢເຣມີຢາ
ຫຼື “ຄວັນຂອງເຄື່ອງບູຊາ”
ແປຕາມໂຕວ່າ “ຕື່ນແຕ່ເຊົ້າແລະເວົ້າ”
ຊື່ຂອງພະເຈົ້າອົງໜຶ່ງເຊິ່ງພວກອິດສະຣາເອນທີ່ທໍລະຍົດພະເຈົ້າພາກັນໄປນະມັດສະການ. ອາດເປັນພະເຈົ້າທີ່ເຊື່ອກັນວ່າສາມາດເຮັດໃຫ້ມີລູກຫຼາຍໆ.
ຫຼື “ຄຳແນະນຳ”
ແປຕາມໂຕວ່າ “ຕື່ນແຕ່ເຊົ້າແລະສົ່ງໄປທຸກມື້”
ສະຖານທີ່ຢູ່ນອກເມືອງເຢຣູຊາເລັມເຊິ່ງພວກອິດສະຣາເອນທີ່ປ່ຽນໄປນັບຖືພະເຈົ້າປອມເຜົາລູກໂຕເອງເປັນເຄື່ອງບູຊາ
ແປຕາມໂຕວ່າ “ຮ່ອມພູຂອງລູກຊາຍຮິນໂນມ.” ເບິ່ງຄຳວ່າ “ເກເຮັນນາ” ໃນສ່ວນອະທິບາຍຄຳສັບ.
ຫຼື “ລະດູ”
ຫຼື “ຄຳສອນ”
ຫຼື “ເລຂາ”
ຫຼື “ກະດູກທີ່ແຕກ”
ຫຼື “ແບບພໍຄືໆ”
ຫຼື “ໃຊ້ມົນສະກົດບໍ່ໄດ້”
ຫຼື “ຢາມ່ອງບັນເທົາອາການເຈັບປວດ”
ຫຼື “ໝໍ”
ແປຕາມໂຕວ່າ “ລູກສາວຂອງປະຊາຊົນຂອງເຮົາ”
ຫຼື “ຄຳສອນ”
ແປຕາມໂຕວ່າ “ບໍ່ໄດ້ຮັບສິນຕັດ”
ແປຕາມໂຕວ່າ “ບໍ່ໄດ້ຮັບສິນຕັດຢູ່ຫົວໃຈ”
ໃນຕົ້ນສະບັບຂໍ້ 11 ຂຽນເປັນພາສາອາຣາເມອິກ
ຫຼື “ອາຍນ້ຳ”
ຫຼືອາດແປວ່າ “ເຮັດປະຕູນ້ຳສຳລັບຝົນ”
ຫຼື “ລົມຫາຍໃຈ”
ແປຕາມໂຕວ່າ “ສ່ວນແບ່ງ”
ແປຕາມໂຕວ່າ “ມໍລະດົກ”
ໝາຍເຖິງເມືອງເຢຣູຊາເລັມ
ຫຼື “ແກວ່ງ”
ອາດໝາຍເຖິງເຢເຣມີຢາ
ຫຼື “ຂໍໃຫ້ເປັນແນວນັ້ນ”
ແປຕາມໂຕວ່າ “ຕື່ນແຕ່ເຊົ້າແລະເຕືອນ”
ຫຼື “ຄວັນຂອງເຄື່ອງບູຊາ”
ຫຼື “ພະເຈົ້າທີ່ເປັນຕາອາຍ”
ໝາຍເຖິງເຢເຣມີຢາ
ຫຼື “ຄວາມຄິດທີ່ເລິກທີ່ສຸດ.” ແປຕາມໂຕວ່າ “ໝາກໄຂ່ຫຼັງ.”
ແປຕາມໂຕວ່າ “ໝາກໄຂ່ຫຼັງ”
ຫຼື “ມີລາຍດ່າງ”
ຫຼືອາດແປວ່າ “ຮ້ອງໄຫ້ໄວ້ທຸກ”
ເຂົ້າຊະນິດໜຶ່ງທີ່ໃຊ້ເຮັດເຂົ້າຈີ່ໄດ້
ຫຼື “ພວກສັດຕູລ້ອມເມືອງຕ່າງໆທີ່ຢູ່ທາງໃຕ້ໄວ້”
ຫຼື “ເອທິໂອເປຍ”
ແປຕາມໂຕວ່າ “ເລື່ອງຫຼອກລວງໃນໃຈຂອງເຂົາເຈົ້າ”
ແປຕາມໂຕວ່າ “ລູກສາວທີ່ຍັງບໍລິສຸດຂອງປະຊາຊົນຂອງຂ້ອຍ”
ຫຼືອາດແປວ່າ “ການຕັດສິນ 4 ຢ່າງ.” ແປຕາມໂຕວ່າ “4 ຄອບຄົວ.”
ແປຕາມໂຕວ່າ “ເຮົາຈະຝັດເຂົາເຈົ້າດ້ວຍສ້ອມ”
ຫຼືອາດແປວ່າ “ດວງຕາເວັນອັບອາຍແລະຂາຍໜ້າ”
ແປຕາມໂຕວ່າ “ຂໍພະອົງຢ່າເອົາລູກໄປ”
ເປັນທຳນຽມການໄວ້ທຸກແບບສາສະໜາປອມທີ່ພວກອິດສະຣາເອນເຮັດຫຼັງຈາກຖິ້ມພະເຈົ້າແລ້ວ
ແປຕາມໂຕວ່າ “ທາງທັງໝົດຂອງເຂົາເຈົ້າ”
ແປຕາມໂຕວ່າ “ສົບ”
ແປຕາມໂຕວ່າ “ໄດ້ຮັບຄວາມຕົວະເປັນມໍລະດົກ”
ເບິ່ງສ່ວນອະທິບາຍຄຳສັບ
ຫຼືອາດແປວ່າ “ຄືກັບໄຟ ເຈົ້າໄດ້ຈູດຄວາມໃຈຮ້າຍຂອງເຮົາ”
ຫຼື “ຄົນທີ່ແຂງແຮງ”
ຫຼື “ມັກລໍ້ລວງ”
ຫຼື “ຄວາມຄິດທີ່ເລິກທີ່ສຸດ.” ແປຕາມໂຕວ່າ “ໝາກໄຂ່ຫຼັງ.”
ຫຼື “ແບບບໍ່ຍຸຕິທຳ”
ແປຕາມໂຕວ່າ “ປະຕູຂອງລູກຊາຍຂອງປະຊາຊົນ”
ຫຼື “ທາງໃຕ້”
ຫຼື “ຮູ້ສຶກເສຍໃຈ”
ແປຕາມໂຕວ່າ “ຜູ້ຍິງບໍລິສຸດຂອງອິດສະຣາເອນ”
ຫຼື “ຄວັນຂອງເຄື່ອງບູຊາ”
ແປຕາມໂຕວ່າ “ຜິວປາກໃສ່.” ການເຮັດແບບນີ້ໝາຍເຖິງອາການຕົກໃຈຫຼືເປັນການດູຖູກ.
ຫຼື “ຄຳສອນ”
ແປຕາມໂຕວ່າ “ຕີລາວດ້ວຍລີ້ນ”
ແປຕາມໂຕວ່າ “ຮ່ອມພູຂອງລູກຊາຍຮິນໂນມ.” ເບິ່ງຄຳວ່າ “ເກເຮັນນາ” ໃນສ່ວນອະທິບາຍຄຳສັບ.
ສະຖານທີ່ຢູ່ນອກເມືອງເຢຣູຊາເລັມເຊິ່ງພວກອິດສະຣາເອນທີ່ປ່ຽນໄປນັບຖືພະເຈົ້າປອມເຜົາລູກໂຕເອງເປັນເຄື່ອງບູຊາ
ຫຼື “ຄວາມຄິດທີ່ເລິກທີ່ສຸດ.” ແປຕາມໂຕວ່າ “ໝາກໄຂ່ຫຼັງ.”
ແປຕາມໂຕວ່າ “ເນບູກາດເຣັດຊາ” ເຊິ່ງເປັນການສະກົດອີກແບບໜຶ່ງ
ຫຼືອາດແປວ່າ “ຄົນເຫຼົ່ານີ້”
ແປຕາມໂຕວ່າ “ມືທີ່ຢຽດອອກແລະແຂນທີ່ແຂງແຮງ”
ຫຼື “ພະຍາດ”
ຫຼື “ລູກກຳພ້າ”
ຕົ້ນແປກຊະນິດໜຶ່ງ
ລາວມີອີກຊື່ໜຶ່ງວ່າເຢໂຮອາຮາດ
ຂໍ້ 13-17 ເວົ້າເຖິງເຢໂຮຢາກີມກະສັດຂອງຢູດາ
ລາວມີຊື່ອື່ນອີກວ່າເຢໂຮຢາກິນແລະເຢໂກນີຢາ
ແປຕາມໂຕວ່າ “ເນບູກາດເຣັດຊາ” ເຊິ່ງເປັນການສະກົດອີກແບບໜຶ່ງ
ແປຕາມໂຕວ່າ “ໂລກ ໂລກ ໂລກເອີ້ຍ”
ແປຕາມໂຕວ່າ “ໜໍ່ທີ່ຍຸຕິທຳ”
ຫຼື “ຄົນທີ່ບໍ່ສັດຊື່ຕໍ່ພະເຈົ້າ”
ໃນພາສາເຮັບເຣີຄຳວ່າ “ພາລະໜັກ” ມີ 2 ຄວາມໝາຍຄື: “ຂ່າວສານທີ່ເຮັດໃຫ້ໜັກໃຈ” ຫຼື “ພາລະໜັກທີ່ປະຊາຊົນສ້າງໃຫ້ພະເຈົ້າ.” ດັ່ງນັ້ນ ເຢເຣມີຢາໃຊ້ຄຳນີ້ເພື່ອຫຼິ້ນຄຳ.
ແປຕາມໂຕວ່າ “ເນບູກາດເຣັດຊາ” ເຊິ່ງເປັນການສະກົດອີກແບບໜຶ່ງ
ລາວມີຊື່ອື່ນອີກວ່າເຢໂຮຢາກິນແລະໂກນີຢາ
ຫຼືອາດແປວ່າ “ຊ່າງກໍ່ກຳແພງປ້ອງກັນສັດຕູ”
ຫຼື “ພະຍາດ”
ແປຕາມໂຕວ່າ “ເນບູກາດເຣັດຊາ” ເຊິ່ງເປັນການສະກົດອີກແບບໜຶ່ງ
ຫຼື “ເວົ້າກັບ”
ແປຕາມໂຕວ່າ “ຕື່ນແຕ່ເຊົ້າແລະເວົ້າ”
ແປຕາມໂຕວ່າ “ຕື່ນແຕ່ເຊົ້າແລະສົ່ງ”
ແປຕາມໂຕວ່າ “ຜິວປາກໃສ່.” ການເຮັດແບບນີ້ໝາຍເຖິງອາການຕົກໃຈຫຼືເປັນການດູຖູກ.
ແປຕາມໂຕວ່າ “ຟາໂຣ”
ເບິ່ງຄືວ່າຄຳນີ້ເປັນລະຫັດລັບທີ່ໝາຍເຖິງບາບີໂລນ
ຫຼື “ເວົ້າກ່ຽວກັບ”
ຫຼື “ກົ້ມກາບ”
ຫຼື “ຮູ້ສຶກເສຍໃຈ”
ຫຼື “ຄຳສອນ”
ແປຕາມໂຕວ່າ “ຕື່ນແຕ່ເຊົ້າແລະສົ່ງ”
ແປຕາມໂຕວ່າ “ໃນຊື່”
ໝາຍເຖິງການຂ້າເຢເຣມີຢາ
ແປຕາມໂຕວ່າ “ແຂນທີ່ຢຽດອອກ”
ແປຕາມໂຕວ່າ “ຄົນທີ່ເໝາະສົມໃນສາຍຕາເຮົາ”
ຫຼື “ພະຍາດ”
ໝາຍເຖິງອ່າງທະເລທອງແດງໃນວິຫານ
ຫຼື “ຂໍໃຫ້ເປັນແນວນັ້ນ”
ຫຼື “ພະຍາດ”
ຫຼືອາດແປວ່າ “ຊ່າງກໍ່ກຳແພງປ້ອງກັນສັດຕູ”
ຫຼື “ພະຍາດ”
ແປຕາມໂຕວ່າ “ຜິວປາກໃສ່.” ການເຮັດແບບນີ້ໝາຍເຖິງອາການຕົກໃຈຫຼືເປັນການດູຖູກ.
ແປຕາມໂຕວ່າ “ຕື່ນແຕ່ເຊົ້າແລະສົ່ງ”
ແປຕາມໂຕວ່າ “ເນບູກາດເຣັດຊາ” ເຊິ່ງເປັນການສະກົດອີກແບບໜຶ່ງ
ແປຕາມໂຕວ່າ “ໃສ່ຂື່ຄາໄວ້ແລະເອົາເຫຼັກໃສ່ຄໍ”
ຫຼື “ແອວ”
ຫຼືອາດແປວ່າ “ໄດ້ຮັບກຽດ”
ຫຼື “ເຮົາຊັກນຳເຈົ້າມາຫາເຮົາດ້ວຍຄວາມຮັກທີ່ໝັ້ນຄົງ”
ກອງນ້ອຍທີ່ມີແສ່ງຕິດນຳ
ຫຼື “ຈະອອກໄປເຕັ້ນນຳຄົນທີ່ກຳລັງຫົວ”
ຫຼື “ວາດີ.” ເບິ່ງສ່ວນອະທິບາຍຄຳສັບ.
ຫຼື “ເອົາລາວຄືນມາ”
ຫຼື “ຕີກົກຂາຂອງໂຕເອງ”
ແປຕາມໂຕວ່າ “ຜູ້ຊາຍ”
ແປຕາມໂຕວ່າ “ແຂ້ວປູ້”
ຫຼືອາດແປວ່າ “ຜົວຂອງເຂົາເຈົ້າ”
ຫຼື “ທົ່ງພຽງ”
ໝາຍເຖິງຂີ້ເທົ່າທີ່ປົນກັບນ້ຳມັນສັດທີ່ເຜົາເປັນເຄື່ອງບູຊາ
ແປຕາມໂຕວ່າ “ເນບູກາດເຣັດຊາ” ເຊິ່ງເປັນການສະກົດອີກແບບໜຶ່ງ
ຫຼື “ອາວ”
ຫຼືອາດແປວ່າ “ຄຳ 7 ເຊເກນກັບເງິນ 10 ເຊເກນ”
193,8 ກຣາມ. ເບິ່ງພາກຜະໜວກ ຂ14.
ແປຕາມໂຕວ່າ “ແຂນທີ່ຢຽດອອກ”
ຫຼື “ພະອົງມີຄວາມຕ້ອງການທີ່ຍິ່ງໃຫຍ່”
ຫຼື “ພະຍາດ”
ແປຕາມໂຕວ່າ “ຕື່ນແຕ່ເຊົ້າແລະສອນ”
ແປຕາມໂຕວ່າ “ຮ່ອມພູຂອງລູກຊາຍຮິນໂນມ.” ເບິ່ງຄຳວ່າ “ເກເຮັນນາ” ໃນສ່ວນອະທິບາຍຄຳສັບ.
ແປຕາມໂຕວ່າ “ຢ້ານຢຳ”
ແປຕາມໂຕວ່າ “ເຮົາຈະເອົາການຟື້ນໂຕແລະສຸຂະພາບມາໃຫ້ເມືອງນີ້”
ແປຕາມໂຕວ່າ “ເຮົາຈະເຮັດໃຫ້ມີໜໍ່ທີ່ຍຸຕິທຳປົ່ງອອກມາເພື່ອດາວິດ”
ແປຕາມໂຕວ່າ “ເນບູກາດເຣັດຊາ” ເຊິ່ງເປັນການສະກົດອີກແບບໜຶ່ງ
ແປຕາມໂຕວ່າ “ໃນຕອນທ້າຍຂອງປີທີ 7”
ແປຕາມໂຕວ່າ “ມື້ນີ້”
ຫຼື “ພະຍາດ”
ຫຼື “ຫ້ອງຕ່າງໆ”
ແປຕາມໂຕວ່າ “ໂຢນາດາບ” ເຊິ່ງເປັນຊື່ຫຍໍ້ຂອງເຢໂຮນາດາບ
ແປຕາມໂຕວ່າ “ເນບູກາດເຣັດຊາ” ເຊິ່ງເປັນການສະກົດອີກແບບໜຶ່ງ
ແປຕາມໂຕວ່າ “ຕື່ນແຕ່ເຊົ້າແລະເວົ້າ”
ແປຕາມໂຕວ່າ “ຕື່ນແຕ່ເຊົ້າແລະສົ່ງໄປທຸກມື້”
ຫຼື “ຫ້ອງກິນເຂົ້າ”
ຫຼື “ພວກຂ້າລາຊະການ”
ກົງກັບກາງເດືອນພະຈິກຫາກາງເດືອນທັນວາ. ເບິ່ງພາກຜະໜວກ ຂ15.
ລາວມີຊື່ອື່ນອີກວ່າເຢໂຮຢາກິນແລະເຢໂກນີຢາ
ແປຕາມໂຕວ່າ “ເນບູກາດເຣັດຊາ” ເຊິ່ງເປັນການສະກົດອີກແບບໜຶ່ງ
ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ
ຫຼື “ພະຍາດ”
ແປຕາມໂຕວ່າ “ໄປຫາ”
ແປຕາມໂຕວ່າ “ເຮັດໃຫ້ມືບໍ່ມີແຮງ”
ໝາຍເຖິງຂຸມທີ່ໃຊ້ເກັບນ້ຳ
ເບິ່ງສ່ວນອະທິບາຍຄຳສັບ
ແປຕາມໂຕວ່າ “ເຮືອນຂອງທ່ານ”
ແປຕາມໂຕວ່າ “ເນບູກາດເຣັດຊາ” ເຊິ່ງເປັນການສະກົດອີກແບບໜຶ່ງ
ຫຼື “ເນການຊາເຣັດເຊ ສຳກາເນໂບ ສາເສກີມ ຣັບສາຣິດ” ຕາມວິທີແບ່ງຄຳອີກວິທີໜຶ່ງໃນພາສາເຮັບເຣີ
ຫຼື “ຫົວໜ້າໝໍຄາຖາອາຄົມ (ພວກທີ່ທຳນາຍໂດຍເບິ່ງດວງດາວ)”
ຫຼື “ຫົວໜ້າຂ້າລາຊະການ”
ເບິ່ງສ່ວນອະທິບາຍຄຳສັບ
ເຂົ້າຊະນິດໜຶ່ງທີ່ໃຊ້ເຮັດເຂົ້າຈີ່ໄດ້
ຫຼືອາດແປວ່າ “ສະນ້ຳໃຫຍ່”
ຫຼື “ຮູ້ສຶກເສຍໃຈທີ່ເຮົາໄດ້ເຮັດໃຫ້ພວກເຈົ້າເຈິຄວາມຈິບຫາຍ”
ຫຼື “ໄປອາໄສຢູ່ຫັ້ນໄລຍະໜຶ່ງ”
ຫຼື “ພະຍາດ”
ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ
ແປຕາມໂຕວ່າ “ເນບູກາດເຣັດຊາ” ເຊິ່ງເປັນການສະກົດອີກແບບໜຶ່ງ
ຫຼື “ດ້ວຍຄວາມສະຫງົບສຸກ”
ຫຼື “ເສົາຫີນທີ່ມີປາຍແຫຼມ”
ຫຼື “ວິຫານຂອງດວງຕາເວັນ.” ໝາຍເຖິງເມືອງເຮລີໂອໂປລິດ.
ຫຼື “ເມມຟິດ”
ແປຕາມໂຕວ່າ “ຕື່ນແຕ່ເຊົ້າແລະສົ່ງ”
ຫຼື “ບໍ່ຮູ້ສຶກເສຍໃຈ”
ຫຼື “ພະຍາດ”
ຊື່ຂອງພະເຈົ້າອົງໜຶ່ງເຊິ່ງພວກອິດສະຣາເອນທີ່ທໍລະຍົດພະເຈົ້າພາກັນໄປນະມັດສະການ. ອາດເປັນພະເຈົ້າທີ່ເຊື່ອກັນວ່າສາມາດເຮັດໃຫ້ມີລູກຫຼາຍໆ.
ແປຕາມໂຕວ່າ “ເນບູກາດເຣັດຊາ” ເຊິ່ງເປັນການສະກົດອີກແບບໜຶ່ງ
ຫຼື “ຢາກໄດ້”
ແປຕາມໂຕວ່າ “ສິ່ງຂອງໃຫຍ່”
ແປຕາມໂຕວ່າ “ເນບູກາດເຣັດຊາ” ເຊິ່ງເປັນການສະກົດອີກແບບໜຶ່ງ
ສ່ວນຫຼາຍແລ້ວແມ່ນທະຫານຍິງທະນູມັກໃຊ້
ເຊືອກນີ້ມັດຢູ່ສອງສົ້ນຂອງເຫຼັກສຳລັບໃສ່ປາກມ້າເພື່ອຈະຄວບຄຸມມັນໄດ້
ຫຼື “ເອທິໂອເປຍ”
ຫຼື “ໄດ້ກຽມການຂ້າຟັນ”
ຫຼື “ເມມຟິດ”
ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ
ໝາຍເຖິງຜູ້ທີ່ຈະເອົາຊະນະເອຢິບ
ຫຼືອາດແປວ່າ “ມັນຈະກາຍເປັນບ່ອນຮ້າງເປົ່າ”
ຫຼື “ຜ່າຟືນ”
ແປຕາມໂຕວ່າ “ລູກສາວຂອງເອຢິບ”
ໝາຍເຖິງເມືອງທີບ
ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ
ແປຕາມໂຕວ່າ “ຍ້ອນມືຂອງເຂົາເຈົ້າບໍ່ມີແຮງແລ້ວ”
ໝາຍເຖິງເກາະກະເຣເຕ
ໝາຍເຖິງເຂົາເຈົ້າຈະແຖຫົວຍ້ອນການໄວ້ທຸກແລະຄວາມອັບອາຍ
ຫຼື “ບ່ອນສູງທີ່ປອດໄພ”
ຕົ້ນແປກຊະນິດໜຶ່ງ
ຫຼືອາດແປວ່າ “ນັ່ງລົງຢູ່ດິນແຫ້ງ”
ແປຕາມໂຕວ່າ “ເຂົາ”
ໝາຍເຖິງຂຸ່ຍທີ່ໃຊ້ຫຼິ້ນເພງໄວ້ທຸກໃນງານສົບ
ແປຕາມໂຕວ່າ “ໃນເງົາຂອງເຮັດຊະໂບນ ຄົນທີ່ໜີໄປຈະໄດ້ແຕ່ຢືນຢູ່ຊື່ໆ”
ຫຼືອາດແປວ່າ “ສຽງໂຫ່ຮ້ອງຂອງທະຫານຕອນອອກໄປສູ້ຮົບ”
ໝາຍເຖິງຄອກທີ່ມີກຳແພງເປັນຫີນ
ໝາຍເຖິງເອໂດມ
ແປຕາມໂຕວ່າ “ຜິວປາກໃສ່.” ການເຮັດແບບນີ້ໝາຍເຖິງອາການຕົກໃຈຫຼືເປັນການດູຖູກ.
ຫຼື “ແນະນຳ”
ແປຕາມໂຕວ່າ “ເນບູກາດເຣັດຊາ” ເຊິ່ງເປັນການສະກົດອີກແບບໜຶ່ງ
ແປຕາມໂຕວ່າ “ໄປທຸກລົມ.” ໝາຍເຖິງທຸກທິດທຸກທາງທີ່ລົມພັດໄປ. ນີ້ແມ່ນສຳນວນພາສາເຮັບເຣີ.
ຫຼື “ທຸງ”
ຄຳນີ້ໃນພາສາເຮັບເຣີອາດກ່ຽວຂ້ອງກັບຄຳວ່າ “ຂີ້ສັດ” ແລະໃຊ້ໃນລັກສະນະດູຖູກ
ແປຕາມໂຕວ່າ “ເນບູກາດເຣັດຊາ” ເຊິ່ງເປັນການສະກົດອີກແບບໜຶ່ງ
ແປຕາມໂຕວ່າ “ມິດງຽບ”
ຫຼື “ພວກຄົນທີ່ເວົ້າສິ່ງທີ່ບໍ່ເປັນປະໂຫຍດ”
ຄຳໃນພາສາເຮັບເຣີໝາຍເຖິງສັດທີ່ສົ່ງສຽງຫອນ
ເບິ່ງຄືວ່າຄຳນີ້ເປັນລະຫັດລັບທີ່ໝາຍເຖິງຄົນການເດອາ
ໝາຍເຖິງແຜ່ນດິນຂອງພວກການເດອາ
ຫຼືອາດແປວ່າ “ເອົາລູກທະນູໃສ່ບັ້ງໃຫ້ເຕັມ”
ຫຼື “ທຸງ”
ຫຼື “ອາຍນ້ຳ”
ຫຼືອາດແປວ່າ “ເຮັດປະຕູນ້ຳສຳລັບຝົນ”
ຫຼື “ລົມຫາຍໃຈ”
ແປຕາມໂຕວ່າ “ສ່ວນແບ່ງ”
ແປຕາມໂຕວ່າ “ມໍລະດົກ”
ຫຼືອາດແປວ່າ “ແລະເພິ່ນຍັງເປັນຜູ້ສ້າງໄມ້ຄ້ອນເທົ້າຂອງຊັບສົມບັດຂອງເພິ່ນ”
ອາດໝາຍເຖິງບາບີໂລນຫຼືເນບູກາດເນັດຊາ
ພືດຊະນິດໜຶ່ງທີ່ຄ້າຍຄືກັບຕົ້ນຜື. ເບິ່ງສ່ວນອະທິບາຍຄຳສັບ.
ແປຕາມໂຕວ່າ “ເນບູກາດເຣັດຊາ” ເຊິ່ງເປັນການສະກົດອີກແບບໜຶ່ງ
ຫຼື “ລ້າງຂ້ອຍຖິ້ມ”
ເບິ່ງຄືວ່າຄຳນີ້ເປັນລະຫັດລັບທີ່ໝາຍເຖິງບາບີໂລນ
ຫຼື “ຄົນແປກໜ້າ”
ແປຕາມໂຕວ່າ “ເນບູກາດເຣັດຊາ” ເຊິ່ງເປັນການສະກົດອີກແບບໜຶ່ງ
ໝາຍເຖິງຂີ້ເທົ່າທີ່ປົນກັບນ້ຳມັນສັດທີ່ເຜົາເປັນເຄື່ອງບູຊາ
8 ແມັດ. ເບິ່ງພາກຜະໜວກ ຂ14.
5,3 ແມັດ
7,4 ຊັງຕີແມັດ. ເບິ່ງພາກຜະໜວກ ຂ14.
2,2 ແມັດ
ແປຕາມໂຕວ່າ “ເອວິນເມໂຣດັກໃຫ້ບັນລັງຂອງເຢໂຮຢາກິນຢູ່ສູງກວ່າບັນລັງຂອງກະສັດອົງອື່ນໆ